lo_tn/2pe/03/17.md

32 lines
3.7 KiB
Markdown

# ຂໍ້ມູນເຊື່ອມຕໍ່:
ເປໂຕຈົບການສັ່ງສອນບັນດາຜູ້ເຊື່ອໄວ້ໃນຂໍ້ນີ້ ແລະຈົບຈົດຫມາຍຂອງເຂົາລົງພຽງນີ້
# ເພາະເຫດນັ້ນທ່ານທີ່ຮັກ ເມື່ອທ່ານທັງຫລາຍຮູ້ເລື່ອງນີ້ກ່ອນແລ້ວ
ຄຳວ່າ " ເລື່ອງນີ້ " ຫມາຍເຖິງຄວາມຈິງກ່ຽວກັບຄວາມອົດກັ້ນຫຼືອົດທົນຂອງພຣະເຈົ້າແລະຄຳສັ່ງສອນອື່ນໆກ່ຽວກັບຜູ້ສອນປອມ
# ຈົ່ງລະວັງໃຫ້ດີ
" ຈົ່ງປ້ອງກັນຕົວເອງ "
# ເພື່ອທ່ານຈະບໍ່ຖືກເຮັດໃຫ້ຫລົງຜິດຕາມຫລອກລວງຂອງຄົນຊົ່ວ
ສາມາດແປໂດຍໃຊ້ປະໂຫຍກ (ໃຫ້ປະທານເປັນຜູ້ກະທຳຂອງປະໂຫຍກ) ແປໄດ້ອີກຢ່າງວ່າ " ເພື່ອຄົນຊົ່ວຈະບໍ່ນຳທ່ານໃຫ້ຫລົງໄປດ້ວຍຄຳຕົວະຫລອກລວງ" (ເບິ່ງ: [[rc://*/ta/man/translate/figs-activepassive]])
# ຖືກເຮັດໃຫ້ຫລົງຜິດຕາມການຫລອກລວງ
ການຖືກຈູງໃຈໃຫ້ບໍ່ເຊື່ອຟັງພຣະເຈົ້າໄດ້ຮັບການປຽບທຽບວ່າເປັນເຫມືອນກັບການຖືກນຳໃຫ້ຫລົງອອກໄປຈາກທາງທີ່ຖືກຕ້ອງ ສ່ວນຄຳສັ່ງສອນທີ່ຂີ້ຕົວະຫລອກລວງເປັນເຫມືອນກັບຄົນຊຶ່ງສາມາດນຳໃຫ້ອີກຄົນຫນື່ງຫລົງອອກໄປຈາກໄດ້ (ເບິ່ງ: [[rc://*/ta/man/translate/figs-metaphor]])
# ສູນເສຍຄວາມສັດຊື່ຂອງທ່ານ
ຄວາມສັດຊື່ເປັນເຫມືອນສິ່ງຂອງທີ່ຜູ້ເຊື່ອສາມາດເຮັດເສຍໄດ້ ແປອີກຢ່າງວ່າ: " ເຮັດໃຫ້ທ່ານບໍ່ສັດຊື່ອີກຕໍ່ໄປ" (ເບິ່ງ: [[rc://*/ta/man/translate/figs-metaphor]])
# ຈະເລີນຂຶ້ນໃນພຣະຄຸນ ແລະໃນຄວາມຮູ້
" ເພີ່ມຂຶ້ນໃນພຣະຄຸນຄວາມຮູ້ "
# ພຣະຄຸນ ແລະໃນຄວາມຮູ້ຂອງອົງພຣະຜູ້ເປັນເຈົ້າແລະພຣະເຢຊູຄຣິສເຈົ້າພຣະຜູ້ຊ່ວຍໃຫ້ພົ້ນຂອງເຮົາ
ສາມາດແປຄຳ " ພຣະຄຸນ " ແລະ " ຄວາມຮູ້ " ໂດຍໃຊ້ກິລິຍາວະລີແທນ ໃຫ້ກັບໄປເບິ່ງ 1:1 ແລະ 1:8 ແລະ 2:20 ແປວ່າຢ່າງໃດ ສາມາດແປປະໂຫຍກດັ່ງກ່າວໄດ້ອີກຢ່າງວ່າ " ມີປະສົບການກັບພຣະເມດຕາຂອງອົງພຣະຜູ້ເປັນເຈົ້າແລະພຣະເຢຊູຄຣິດເຈົ້າພຣະຜູ້ຊ່ວຍໃຫ້ພົ້ນ ຂອງເຮົາຫລາຍຂຶ້ນແລ້ວທ່ານຈະຮູ້ຈັກພຣະອົງຫລາຍຂຶ້ນ"(ເບິ່ງ: [[rc://*/ta/man/translate/figs-abstractnouns]]).