lo_ulb/34-NAM.usfm

114 lines
23 KiB
Plaintext
Raw Blame History

This file contains invisible Unicode characters

This file contains invisible Unicode characters that are indistinguishable to humans but may be processed differently by a computer. If you think that this is intentional, you can safely ignore this warning. Use the Escape button to reveal them.

\id NAM
\ide UTF-8
\h ນາຮູມ
\toc1 ນາຮູມ
\toc2 ນາຮູມ
\toc3 nam
\mt ນາຮູມ
\s5
\c 1
\cl ບົດທີ 1
\p
\v 1 ­ຄຳ​ໂອ­ວາດ​ກ່ຽວ­ກັບ​ເມືອງ​ນີ­ເນ­ເວ. ຫນັງ­ສື​ເລື່ອງ​ນິ­ມິດ​ຂອງ​ນາ­ຮູມ, ​ຊາວ­​ແອນ­ໂກດ.
\s5
\v 2 ພຣະ­ຢາເວ​ຊົງ​ເປັນພຣະເຈົ້າຜູ້ຊົງຫວງ​ແຫນ ແລະ ແກ້ແຄ້ນ; ພຣະຢາເວຊົງແກ້ແຄ້ນ ແລະ ເຕັມໄປດ້ວຍຄວາມໂກດຮ້າຍ; ພຣະຢາເວຊົງແກ້ແຄ້ນຜູ້ທີ່ຂັດຂວາງຂອງພຣະອົງ, ແລະ ພຣະອົງສືບຕໍ່ຄວາມໂກດຮ້າຍຂອງພຣະອົງຕໍ່​ພວກ​ສັດ­ຕູ​ຂອງ​ພຣະ­ອົງ.
\v 3 ພຣະຢາເວ​ຊ້າທີ່ຈະໂກດ​ຮ້າຍ​ ແລະ ມີ​ຣິດ­ທາ­ນຸ­ພາບ​ຍິ່ງ­ໃຫຍ່; ພຣະ­ອົງ​ຈະ​ບໍ່​ໄດ້ປະກາດວ່າສັດຕູຂອງພຣະອົງເປັນຜູ້ໄຮ້ດຽງສາ. ພຣະຢາເວຊົງດຳເນີນໃນພາຍຸລົມຫມູນ ແລະ ພາຍຸ, ແລະ​ ເມກ​ເປັນ​ຂີ້­ຝຸ່ນໃຕ້​ພຣະບາດ​ຂອງ​ພຣະ­ອົງ.
\s5
\v 4 ພຣະ­ອົງຊົງຫ້າມ​ນ້ຳ​ທະ­ເລ ແລະ​ ເຮັດ­ໃຫ້​ມັນ​ແຫ້ງ​ໄປ; ພຣະອົງ​ຊົງ​ເຮັດໃຫ້​ແມ່­ນ້ຳ​ລຳ­ເຊ​ທັງຫລາຍ​ບົກ​ແຫ້ງ​ໄປ. ບາ­ຊານກໍຫ່ຽວແຫ້ງໄປ, ແລະ ລວມ​ພູ​ກາ­ເມນ​ກໍ​ຫ່ຽວ­ແຫ້ງ​ໄປເຊັ່ນກັນ; ດອກ­ໄມ້​ຢູ່​ເທິງ​ພູ​ເລ­ບາ­ນອນ​ກໍ​ຫ່ຽວ­ແຫ້ງ​ໄປ.
\v 5 ບັນ­ດາ​ພູ­ເຂົາ​​ກໍ​ສັ່ນ­ສະ­ເທືອນ​ຕໍ່​ພຣະ­ພັກ​ພຣະ­ອົງ, ແລະ​ ບັນ­ດາເນີນພູ​ກໍ​ເປື່ອຍ​ໄປ; ແຜ່ນ­ດິນ​ກໍພັງທະລາຍລົງ​ຕໍ່​ພຣະ­ພັກ​ພຣະ­ອົງ, ແທ້ຈິງແລ້ວ, ທົ່ວ​ທັງ​ໂລກ ແລະ ​ຄົນທັງຫມົດ​ທີ່​ອາ­ໄສ​ຢູ່­ໃນ​ໂລກດ້ວຍ.
\s5
\v 6 ໃຜ​ຈະ​ຕ້ານ­ທານ​ຕໍ່​ພຣະ­ພິ­ໂຣດ​ຂອງ​ພຣະ­ອົງ​ໄດ້? ໃຜ​ຈະ​ທົນ​ຕໍ່​ຄວາມ​ຮ້ອນ​ແຮງ​ແຫ່ງ​ຄວາມ​ໂກດ​ຮ້າຍ​ຂອງ​ພຣະ­ອົງ​ໄດ້? ພຣະ­ພິ­ໂຣດ​ຂອງ​ພຣະ­ອົງ​ພົ່ນ​ອອກ​ມາ​ເຫມືອນ​ໄຟ ແລະ ພຣະອົງຊົງເຮັດໃຫ້​ຫີນ​ດານທັງຫລາຍ​​ແຕກໄປ​.
\s5
\v 7 ພຣະຢາເວຊົງປະ­ເສີດ, ເປັນ​ບ່ອນ​ກຳ​ບັງ​ອັນ​ເຂັ້ມ­ແຂງ​ໃນ​ວັນ­ທີ່​ຍາກ​ລຳ­ບາກ; ແລະ ພຣະ­ອົງຊົງ​ສັດຊື່ຕໍ່ຄົນເຫລົ່ານັ້ນ ທີ່ເຂົ້າມາລີ້ໄພໃນ​ພຣະ­ອົງ.
\v 8 ແຕ່​ພຣະ­ອົງ​ຈະ​­ທຳ​ລາຍສັດຕູຂອງພຣະອົງໃຫ້ສີ້ນໄປດ້ວຍນໍ້າຖ້ວມອັນແຮງ; ພຣະອົງໄລ່ພວກເຂົາເຂົ້າໄປໃນຄວາມມືດ.
\s5
\v 9 ພວກທ່ານຄິດ​ອຸ­ບາຍ​ອັນ­ໃດ​ຕໍ່­ສູ້​ພຣະຢາເວ? ພຣະ­ອົງຊົງ​ທຳ­ລາຍ​ໃຫ້​ກ້ຽງ; ບັນຫາຄວາມທຸກຍາກ​ຈະ​ບໍ່​ເກີດ­ຂຶ້ນ​ອີກ ເປັນ​ຄັ້ງທີ​ສອງ.
\v 10 ເຖິງ­ວ່າ​ພວກ­ເຂົາ​ຈະຫຍຸ້ງພັນກັນໄປຫມົດ ຄື​ດັ່ງເຄືອ​ຫນາມ​ພັນກ້ຽວກັນ; ພວກເຂົາຈະເມົາ​ເຫລົ້າ​ດ້ວຍ​ເຄື່ອງດື່ມຂອງເຂົາເອງ; ພວກ­ເຂົາ​ຈະ​ຖືກ​ໄຟ​ເຜົາ​ໄປຈົນຫມົດສິ້ນເຫມືອນ​ຕໍ­ເຟືອງ​ແຫ້ງ​.
\v 11 ບາງຄົນໄດ້ຂຶ້ນມາທ່າມກາງພວກທ່ານ, ນີ­ເນ­ເວ​, ຜູ້ທີ່ຄິດແຜນການຊົ່ວຮ້າຍຕໍ່­ສູ້​ພຣະ­ຢາເວ, ຜູ້ທີ່ສະຫນັບສະຫນູນຄວາມຊົ່ວ​ຮ້າຍ.
\s5
\v 12 ພຣະຢາເວ​ກ່າວ​ດັ່ງ­ນີ້​ວ່າ, "ແມ່ນວ່າ​ພວກເຂົາຈະ​ມີກຳລັງ​ຄົບ­ຖ້ວນ ແລະ​ ມີ​ຈຳ­ນວນຄົນ​ຫລວງ­ຫລາຍ, ພວກ­ເຂົາ​ກໍ​ຈະ​ຖືກ​ດັບ​ສູນໄປ; ຄົນຂອງພວກເຂົາຈະສູນສິ້ນໄປ. ແຕ່ເຈົ້າ, ຢູດາ: ແມ່ນວ່າເຮົາຈະເຮັດໃຫ້ເຈົ້າ​ມີ​ຄວາມ­ທຸກ​ໃຈ​, ເຮົາ​ກໍ​ຈະ​ບໍ່​ເຮັດໃຫ້​ເຈົ້າ​ມີ​ຄວາມ­ທຸກ​ອີກ​ຕໍ່­ໄປ.
\v 13 ບັດ­ນີ້ ເຮົາ​ຈະທຳລາຍ​ແອກ​ຂອງ​ພວກ­ເຂົາ​ອອກ­ຈາກ​ເຈົ້າ; ເຮົາ​ຈະທຳລາຍ​​ໂສ້​ທັງ­ຫລາຍ​ຂອງ​ເຈົ້າໄປເສຍ."
\s5
\v 14 ພຣະ­ຢາເວໄດ້ອອກຄຳສັ່ງກ່ຽວກັບເຈົ້າ​ວ່າ, ນີ­ເນ­ເວ​: “ເຈົ້າ​ຈະ​ບໍ່­ມີ​ເຊື້ອ­ສາຍ​ທີ່ໃຊ້ຊື່​ຕາມ​ຊື່​ຂອງ​ເຈົ້າ​ອີກ​ຕໍ່­ໄປ. ເຮົາ​ຈະ​ທຳ­ລາຍ​ຮູບ​​ທີ່​ແກະ­ສະ­ຫລັກ ແລະ ​ຮູບ​ຫລໍ່ໂລຫະໄປຈາກ​ວິ­ຫານ​ຂອງພະເຈົ້າ​ຂອງ​ເຈົ້າ. ເຮົາ​ຈະ​ຂຸດຂຸມ​ຝັງ​ສົບໃຫ້ແກ່​ເຈົ້າ, ເພາະ​ວ່າເຈົ້າ​ຊົ່ວຊ້າ​.”
\s5
\v 15 ເບິ່ງ​ແມ, ເທິງພູເຂົາມີ​ຕີນຂອງ​ຜູ້­ນຳ​ຂ່າວ­ປະ­ເສີດ​ມາ ຜູ້ປະກາດສັນຕິພາບ! ຢູ­ດາ​ເອີຍ ຈົ່ງຈັດງານ​ເທດ­ສະ­ການ​, ແລະ ຮັກສາຄຳສາບານຂອງເຈົ້າ, ເພາະ​ຄົນ​ຊົ່ວ​ຈະ​ບໍ່​ມາ​ຫາ​ເຈົ້າ​ອີກ; ພວກ­ເຂົາ​ຖືກກຳຈັດໄປ​ໝົດ​ສິ້ນແລ້ວ.
\s5
\c 2
\cl ບົດທີ 2
\p
\v 1 ຜູ້​ທຳລາຍເຈົ້າໃຫ້ພິນາດກຳລັງຈະເຂົ້າມາຕໍ່ສູ້​ເຈົ້າ​ແລ້ວ. ຈົ່ງ​ເຂົ້າ​ປະ­ຈຳ​ການທີ່ກຳແພງເມືອງ, ຈົ່ງ​ເຝົ້າເສັ້ນ​ທາງ​ໄວ້, ຈົ່ງ​ເຮັດໃຫ້ຕົນເອງເຂັ້ມແຂງ, ແລະ ຈົ່ງລວມກອງທັບຂອງເຈົ້າໄວ້.
\v 2 ເພາະ­ວ່າ​ພຣະຢາເວຟື້ນຟູຄວາມຮຸ່ງເຮືອງຂອງ­​ຢາ­ໂຄບ, ຄືກັບ​ຄວາມຮຸ່ງເຮື່ອງຂອງອິດ​ສ​ະ​ຣາເອນ, ແມ່ນວ່າພວກໂຈນໄດ້ທຳລາຍລ້າງພວກເຂົາ ແລະ ທຳລາຍ​ເຄືອ​ອະ­ງຸ່ນ​ທັງ­ຫລາຍ​ຂອງ​ພວກ­ເຂົາໄປ.
\s5
\v 3 ໂລ່ຂອງທະຫານຂອງເຂົາເປັນ​ສີ­ແດງ, ແລະນັກຮົບຜູ້ກ້າ​ທັງ­ຫລາຍ​ນຸ່ງ​ເຄື່ອງ​ສີ​ແດງ­ເຂັ້ມ; ໂລຫະທີ່ຢູ່ລົດ​ມ້າຮົບທັງ­ຫລາຍ ກໍສ່ອງແສງ​ເຫລື້ອມ​ໃນວັນທີ່ມັນຖືກກຽມພ້ອມ, ແລະ ​ຫອກໄມ້ສົນສີດາຖືກແກວ່ງໄປມາໃນອາກາດ.
\v 4 ລົດມ້າ­ຮົບ​ແລ່ນ​ໄປ​ຕາມ​ຖະ­ຫນົນ​ຢ່າງໄວວາ; ພວກມັນ​ແລ່ນ​ຢ່າງ​ໄວວາ ​ກັບໄປມາໃນ​ຖະ­ໜົນ​ທີ່​ກວ້າງ­ຂວາງເຫມືອນເຊື້ອໄຟ, ແລະ ​ເຫມືອນ​ກັບ​ສາຍ­ຟ້າ­ແມບ.
\s5
\v 5 ຜູ້ທີ່ທຳລາຍເຈົ້າໃຫ້ພິນາດເອີ້ນເອົາທະຫານຂອງເຂົາມາ; ພວກເຂົາກໍ​ສະ­ດຸດກັນແລະກັນລົ້ມລົງໃນຂະນະທີ່ເດີນໄປ; ພວກເຂົາ​ຟ້າວໂຈມຕີ​ເຂົ້າກຳ­ແພງເມືອງ. ມີການຈັດກຳລັງຂະຫນາດໃຫ່ຍ ເພື່ອປ້ອງກັນພວກຜູ້ໂຈມຕີເຫລົ່ານີ້.
\s5
\v 6 ປະ­ຕູ​ທີ່​ແມ່­ນ້ຳ​ທັງ­ຫລາຍເປີດ​ອອກ, ແລ້ວ​ຣາຊະວັງ​ກໍ​ພັງທະລາຍລົງ.
\v 7 ຮັດແຊບ​ຈະ​ຖືກເປືອຍ​ກາຍຢູ່ ແລະ ໄດ້​ຖືກພາຕົວ​ໄປ; ​ບັນ­ດາ​ສາວ​ໃຊ້​ຂອງ​ນາງ​ຮ້ອງໄຫ້​ຄວນຄາງ​ຄື​ສຽງ​ນົກ­ກາງແກ, ​ຈະ​ຕີ​ເອິກ​ຂອງ​ພວກ­ເຂົາເອງ.
\s5
\v 8 ນີ­ເນ­ເວ​ກໍ​ເຫມືອ​ນສະ­ນ້ຳຮົ່ວ, ໂດຍທີ່ຜູ້ຄົນຕ່າງຫນີໄປເຫມືອນນໍ້າພຸພັງອອກມາ. ຄົນອື່ນໆ​​ຕ່າງກໍຮ້ອງ​ວ່າ “ຢຸດ, ຢຸດ,” ແຕ່​ກໍ​ບໍ່­ມີ​ໃຜ​ຫລຽວ​ຫລັງ​ກັບ.
\v 9 ຈົ່ງ​ປຸ້ນ​ເອົາ​ເງິນເຖີດ, ຈົ່ງ​ປຸ້ນ​ເອົາ​ຄຳໄປ, ເພາະມັນບໍ່ສິ້ນສຸດ, ຄວາມຄວາມຮຸ່ງເຮືອງຄືເຄື່ອງລໍ້າຄ່າກໍບໍ່ມີອີກແລ້ວ.
\v 10 ນີ­ເນ­ເວ​​ຮ້າງ​ເປົ່າ​ ແລະ ​ມ້າງ­ເພໄປ​ແລ້ວ. ຈິດ­ໃຈ​ຂອງທຸກຄົນກໍ​ສະຫລາຍ​ໄປ, ຫົວ­ເຂົ່າ​ທັງ­ຫລາຍ​ກໍ​ພັບລົງ, ແລະທຸກຄົນຕ່າງກໍເຈັບປວດ­​ໄປ​ຫມົດ; ໃບ­ຫນ້າ​ຂອງ​ທຸກ​ຄົນ​ກໍ​ຊີດ​ໄປ.
\s5
\v 11 ບັດນີ້ຖໍ້າສິງ, ຊຶ່ງເປັນບ່ອນລ້ຽງລູກ​ຂອງ­ໂຕ​ສິງ, ບ່ອນ​ຢູ່​ອາໄສຂອງສິງໂຕຜູ້ ແລະໂຕແມ່ ເຄີຍເດີນທາງກັບລູກໆຂອງມັນ, ເປັນບ່ອນ​ທີ່ພວກມັນບໍ່ຢ້ານສິ່ງໃດ?
\v 12 ​ສິງໂຕ​ນັ້ນ​ໄດ້​ຈີກ​ອາ­ຫານ​ໃຫ້​ພຽງ­ພໍ​ສຳ­ລັບ​ລູກ​ຂອງ​ມັນເປັນຕອ່ນໆ ເພື່ອໃຫ້ລູກໆຂອງມັນກິນ; ມັນໄດ້ຄາບ​ຄໍ​ເຫຍື່ອ​ມາໃຫ້ພວກສິງໂຕແມ່ທັງຫລາຍ, ແລະ ​ສະ­ສົມ​ຊີ້ນ​ໄວ້ຈົນເຕັມຖໍ້າຂອງມັນ, ໃນຖໍ້າຂອງມັນມີຊາກສັດທິ່ຈີກຂາດເປັນຕ່ອນໆ.
\s5
\v 13 ພຣະຢາເວຈອມໂຍທາປະ​ກາດ​ວ່າ, "ເບິ່ງ​ແມ ເຮົາ​ຕໍ່­ສູ້​ເຈົ້າ, ເຮົາ​ຈະ​ເຜົາ​ລົດມ້າ­ຮົບ​ຂອງ​ເຈົ້າ​ໃຫ້­ເປັນ​ຄວັນ​ໄຟ, ແລະ ​ຄົມດາບ​ຈະ​ສັງ­ຫານ​ສິງຫນຸ່ມ​ຂອງ​ເຈົ້າ. ເຮົາ​ຈະ​ເອົາຂອງທີ່​ເຈົ້າທີ່ປຸ້ນມາຈາກແຜ່ນດິນຂອງເຈົ້າ, ແລະ​ ຈະບໍ່ມີໃຜໄດ້ຍິນສຽງຂອງ​ຜູ້​ສົ່ງ​ຂ່າວ​ຂອງ​ເຈົ້າ​ອີກຕໍ່ໄປ."
\s5
\c 3
\cl ບົດທີ 3
\p
\v 1 ວິ­ບັດ​ແກ່​ເມືອງ​ທີ່​ເຕັມໄປດ້ວຍ​ເລືອດ! ​ເຕັມ​ໄປ​ດ້ວຍ​ການເວົ້າຂີ້ຕົວະ ແລະ ຊັບສົມບັດທິ່ປຸ້ນມາທັງສິ້ນ; ມີຄົນທິ່ຕົກເປັນເຫຍື່ອໃນເມືອງນັ້ນສະເຫມີ.
\v 2 ແຕ່ບັດນີ້ມີສຽງ​ຂອງ​ໄມ້­ແສ້ ແລະ​ສຽງ​ອຶກ­ກະ­ທຶກ​ຂອງ​ກົງ​ລໍ້, ກັບ​ຝູງ​ມ້າທີ່ກຳລັງແລ່ນໄປ, ແລະ​ ລົດ­ມ້າຮົບ​ທັງ­ຫລາຍ​ທີ່​ກຳລັງແລ່ນເຕັ້ນ​ໄປ.
\s5
\v 3 ຍັງມີຄົນ​ຂີ່​ມ້າ​ທີ່ພ້ອມໂຈມຕີ, ​ດາບເຫລື້ອມ, ຫອກປະກາຍ, ຊາກສົບກອງສູງຂຶ້ນຫລາຍມະຫາສານ, ​ຮ່າງ​ຄົນ​ຕາຍ​ບໍ່​ຮູ້­ຈັກ​ຫມົດ; ຜູ້ໂຈມຕີພວກ­ເຂົາ​ຈະ​ສະ­ດຸດ​ຊາກ­ສົບ​ທັງ­ຫລາຍ​ນັ້ນ.
\v 4 ສິ່ງນີ້ເກີດຂຶ້ນ ເພາະພຶດຕິກຳທີ່ເຕັມໄປດ້ວຍລາຄະຕັນຫາ ຂອງຍິງໂສເພນີທີ່ສວຍງາມ, ຜູ້ຊຳນານການໃຊ້ເວດມົນຄາຖາ, ຜູ້ຂາຍປະຊາຊາດຜ່ານການເປັນໂສເພນີຂອງນາງ, ແລະ ປະຊາຊົນກໍຜ່ານການກະທຳແຫ່ງການໃຊ້ເວດມົນຂອງນາງ.
\s5
\v 5 "ເບີ່ງແມ, ເຮົາຈະຕໍ່ສູ້ເຈົ້າ - ພຣະຢາເວຈອມໂຢທາໄດ້ກ່າວດັ່ງນີ້ີ - ເຮົາຈະຮື້ກະໂປ່ງເຈົ້າຄຸມຫນ້າຂອງເຈົ້າ ແລະ ໃຫ້ບັນດາປະຊາຊາດໄດ້ເຫັນ​ຄວາມ​​ເປືອຍກາຍ​ຂອງ​ເຈົ້າ, ແລະ​ ໃຫ້​ຣາຊ­ອາ­ນາ­ຈັກ​ທັງ­ຫລາຍ​ເຫັນ​ຄວາມ​ອັບ­ອາຍ​ຂອງ​ເຈົ້າ.
\v 6 ເຮົາ​ຈະ​ໂຍນສິ່ງ​ເປິ­ເປື້ອນອັນຫນ້າລັງກຽດ​ໃສ່​ເຈົ້າ, ແລະ ​ເຮັດໃຫ້ເຈົ້າຊົ່ວຊ້າ. ເຮົາຈະເຮັດໃຫ້ເຈົ້າຖືກຄົນປະຈານ.
\v 7 ສິ່ງນີ້ຈະເກີດຂຶ້ນຄືທຸກຄົນທິ່ແນມເຫັນເຈົ້​າກໍ​ຈະ​ປົບ​ຫນີ​ໄປ​ໄກ​ຈາກ​ເຈົ້າ ແລະ​ກ່າວ​ວ່າ, 'ນີ­ເນ­ເວ​ເປັນ​ເມືອງ​ຮົກຮ້າງ​ແລ້ວ; ໃຜ​ຈະຮ້ອງໄຫ້​ສົງ­ສານ​ເຈົ້າ?' ເຮົາ​ຈະ​ໄປ​ຊອກ­ຫາ​ຜູ້­ໃດມາປອບໃຈເຈົ້າ​ໄດ້?"
\s5
\v 8 ນີເນເວເອີຍ, ເຈົ້າ​ດີກ­ວ່າ​ເມືອງ​ເທ​ເບັດ​ບໍ, ເມືອງ​ນີ້​ຕັ້ງ​ຢູ່​ລະ­ຫວ່າງ​ແມ່­ນ້ຳໄນ, ຊຶ່ງ​ມີ​ນ້ຳ​ອ້ອມ­ຮອບ​ເມືອງ, ມີ​ທະ­ເລ​ເປັນ​ທີ່​ກຳ​ບັງ, ມີ​ທະ­ເລ​ເປັນ​ກຳ­ແພງ​ເມືອງ​ບໍ?
\v 9 ເອ­ທີ­ໂອ­ເປຍ ແລະ ​ເອ­ຢິບ​ເປັນ​ກຳ­ລັງ​ຂອງ​ເມືອງ​ນີ້ ແລະ​ ມັນບໍ່ມີ​ສິ້ນ­ສຸດດ້ວຍ; ເມືອງຜຸດ ແລະ ເມືອງ​ລີ­ເບຍເປັນພັນທະມິດຂອງເມືອງນັ້ນ.
\s5
\v 10 ເຖິງ​ປານ​ນັ້ນ ເມືອງ​​ເທ​ເບັດ​ກໍ​ຍັງ​ຖືກ​ກວາດ​ໄປ; ນາງ​ຕົກ​ໄປ​ເປັນ​ຊະ­ເລີຍ, ລູກນ້ອຍໆ​ຂອງ​ນາງ​ກໍ​ຖືກ​ໂຍນ​ລົງ ແຕກ​ອອກ​ເປັນ​ຕ່ອນໆໆ ເທິງຖະຫນົນ​ທຸກ​ເສັ້ນ, ສັດຕູຂອງນາງ​ຈັບ­ສະ­ຫລາກ​ຖືກ​ຜູ້​ທີ່​ມີ​ກຽດ​ໃນ​ເມືອງ​ນີ້, ແລະ ​ຄົນ​ໃຫຍ່​ທັງ​ຫມົດ​ໄດ້ຂອງເມືອງນັ້ນກໍ​ຖືກ​ລ່າມ​ໂສ້.
\v 11 ​ເຈົ້າ​ກໍຍັງຈະເມົາມາຍ; ເຈົ້າພະຍາຍາມຫລົບຊ້ອນ, ແລະ ເຈົ້າຈະ​ຊອກ­ຫາ​ບ່ອນ​ທີ່ລີ້ໄພຈາກ​ສັດ­ຕູຂອງເຈົ້າ.
\s5
\v 12 ກຳແພງເມືອງ​ທັງ​ຫມົດ​ຂອງ​ເຈົ້າ​ຈະ​ເປັນ​ເຫມືອນ​ຕົ້ນ​ໝາກ­ເດື່ອ​ເທດ: ມີ​ຫມາກ­ເດື່ອ​ເທດ​ສຸກ​ລຸ້ນ​ທຳ­ອິດ, ຖ້າ​ພວກມັນຖືກສັ່ນ, ພວກມັນຈະ​ຕົກ­ລົງ​ໄປ​ໃນ​ປາກ​ຂອງ​ຜູ້​ທີ່​ກິນ.
\v 13 ເບິ່ງ​ແມ, ປະຊາຊົນທີ່ຢູ່​ທ່າມ­ກາງ​ເຈົ້າ​ເປັນພວກ​ຜູ້­ຍິງ; ບັນ­ດາ​ປະ­ຕູ​ເມືອງ​ແຫ່ງ​ແຜ່ນ­ດິນ​ຂອງ​ເຈົ້າ​ກໍ​ເປີດກວ້າງໃຫ້ພວກ​ສັດ­ຕູ​ຂອງ​ເຈົ້າ; ໄຟ​ໄດ້​ໄຫມ້​ກືນກິນລູກດ່ານ​ປະ­ຕູ​ຂອງ​ເຈົ້າ​ຫມົດ​ແລ້ວ.
\s5
\v 14 ຈົ່ງໄປເອົານໍ້າ​​ໄວ້​ເພາະຈະຖືກປິດລ້ອມໂຈມຕີ; ຈົ່ງເສີມກຳລັງກຳແພງເມືອງຂອງເຈົ້າ; ຈົ່ງ​ລົງ​ໄປ​ໃນ​ບໍ່​ດິນ​ຫນຽວ; ຢຽບປູນ​ໃຫ້​ເຂົ້າ­ກັນ; ຈົ່ງ​ແປງ​ເຕົາ­ໄຟ​ເຜົາ​ດິນ­ຈີ່​ໃຫ້​ແຂງ­ແຮງ​ຂຶ້ນ.
\v 15 ໄຟ​​ຈະ​ໄໝ້​ເຈົ້າທີ່ນັ້ນ, ແລະ ດາບ​ຈະ​ຂ້າ​ເຈົ້າ. ມັນຈະກິນເຈົ້າເຫມືອນຕັກແຕນອ່ອນກືນກິນທຸກຢ່າງ. ຈົ່ງເພີ່ມໃຫ້ຫລາຍຂຶ້ນເຫມືອນຕັກແຕນທີ່ໃຫ່ຍເຕັມໂຕແລ້ວ.
\s5
\v 16 ເຈົ້າ​ໄດ້ເພີ່ມຈຳນວນພໍ່ຄ້າໃຫ້ທະ­ວີ​ຫລາຍ​ຂຶ້ນ ​ກວ່າ​ດວງ​ດາວ​ທັງ­ຫລາຍ​ໃນ​ທ້ອງ­ຟ້າ; ແຕ່ພວກມັນກໍເຫມືອນຕັກແຕນອ່ອນ: ພວກເຂົາປຸ້ນແຜນດິນແລ້ວກໍຫນີໄປ.
\v 17 ພວກຜູ້ປົກຄອງຂອງ​ເຈົ້າ​ກໍ​ເຫມືອນ​ຕັກ­ແຕນ, ທີ່ໃຫ່ຍເຕັມທີ່ແລ້ວ ແລະ​ ພວກ​ນາຍ​ທະ­ຫານ​ຂອງ​ເຈົ້າ​ເປັນ​ເຫມືອນ​ຝູງ​ຕັກ­ແຕນ​ທີ່ເກາະຮົ້ວໃນມື້​ອາ­ກາດ​ເຢັນຫນາວ. ເມື່ອ​ດວງ​ອາ­ທິດ​ຂຶ້ນ ພວກມັນ​ກໍ​ບິນ​ຫນີ​ໄປ​ຫມົດ ບໍ່­ມີ​ໃຜ​ຮູ້­ວ່າ​ມັນ​ໄປ​ໃສ.
\s5
\v 18 ກະ­ສັດ​ແຫ່ງ​ອັດ­ຊີ­ເຣຍ​ເອີຍ, ບັນດາ​ຜູ້​ລ້ຽງ​ແກະ​ຂອງ​ເຈົ້າ​ນອນ​ຫລັບ​ແລ້ວ; ຜູ້​ປົກຄອງຂອງເຈົ້າກໍນອນລົງພັກຜ່ອນ. ປະຊາຊົນຂອງເຈົ້າກໍກະແຈກກະຈາຍຢູ່ເທິງພູສູງ​​, ແລະ ​ບໍ່­ມີ​ຜູ້­ໃດ​ຮວບ­ຮວມ​ພວກ­ເຂົາ​ໄດ້.
\v 19 ບໍ່­ມີ​ບາດແຜໃດຂອງເຈົ້າ ຈະສາມາດ​ປິ່ນ­ປົວໃຫ້ຫາຍດີໄດ້, ​ບາດ­ແຜ​ຂອງ​ເຈົ້ານັ້ນສາ­ຫັດ​ຫລາຍ. ຄົນ​ທັງ­ປວງ​ທີ່​ໄດ້­ຍິນ​ຂ່າວກ່ຽວກັບ​ເຈົ້າ ຈະ​ຕົບ­ມື​ເຍາະ­ເຍີ້ຍ​ເຈົ້າ, ​ໃຜຈະລອດພົ້ນຈາກຄວາມໂຫດຮ້າຍຢ່າງຕໍ່ເນື່ອງຂອງເຈົ້າໄດ້?