112 lines
18 KiB
Plaintext
112 lines
18 KiB
Plaintext
\id JON
|
|
\ide UTF-8
|
|
\h ໂຢນາ
|
|
\toc1 ໂຢນາ
|
|
\toc2 ໂຢນາ
|
|
\toc3 jon
|
|
\mt ໂຢນາ
|
|
|
|
\s5
|
|
\c 1
|
|
\cl ບົດທີ 1
|
|
\p
|
|
\v 1 ບັດນີ້ ພຣະທັມຂອງພຣະຢາເວມາເຖິງໂຢນາ ລູກຊາຍຂອງອາມິດໄຕ, ກ່າວວ່າ,
|
|
\v 2 "ຈົ່ງລຸກຂຶ້ນ ແລະໄປທີ່ນີນາເວເມືອງຫລວງ, ແລະໄປຕໍ່ຕ້ານພວກເຂົາ, ເພາະຄວາມຊົ່ວທີ່ພວກເຂົາເຮັດນັ້ນ ໄດ້ປາກົດແກ່ພຣະຢາເວແລ້ວ."
|
|
\v 3 ແຕ່ໂຢນາລຸກຫນີໄປໃຫ້ພົ້ນຫນ້າຂອງພຣະຢາເວ ແລະ ໄປທີ່ເມືອງຕາກຊິດ. ລາວລົງໄປຕໍ່ທີ່ເມືອງຢົບປາ ແລະພົບເຮືອລຳຫນຶ່ງທີ່ຈະໄປຍັງເມືອງຕາກຊິດ. ລາວຈຶ່ງຈ່າຍເງິນຄ່າໂດຍສານ ແລະຂຶ້ນເຮືອໄປກັບພວກເຂົາທີ່ເມືອງຕາກຊິດ, ເພື່ອຫນີໄປໃຫ້ພົ້ນຫນ້າຂອງພຣະຢາເວ.
|
|
|
|
\s5
|
|
\v 4 ແຕ່ພຣະຢາເວສົ່ງລົມໃຫຍ່ຂຶ້ນໃນທະເລ ແລະຈົນກາຍເປັນລົມພາຍຸໃຫຍ່ໃນທະເລ. ຈົນເຮຶອໃກ້ຈົມລົງເຕັມທີ.
|
|
\v 5 ພວກລູກເຮຶອກໍຢ້ານ ແລະ ແຕ່ລະຄົນຕ່າງກໍ່ຮ້ອງຫາພຣະເຈົ້າຂອງຕົນໃຫ້ຊ່ວຍເຫລືອ. ພວກເຂົາທັງຫລາຍກໍຖິ້ມສິ່ງຂອງລົງໃນທະເລ. ເພື່ອເຮັດໃຫ້ເຮືອເບົາຂຶ້ນ. ແຕ່ໂຢນາກັບໄປໃນເຮືອ, ແລະລາວໄດ້ນອນຫລັບສະຫນິດ.
|
|
|
|
\s5
|
|
\v 6 ດັ່ງນັ້ນນາຍເຮືອໄດ້ມາຫາລາວ ແລະ ກ່າວວ່າ, "ເປັນຫຍັງເຈົ້າຈຶ່ງຍັງນອນຢູ່? ລຸກຂຶ້ນ! ຈົ່ງຮ້ອງຫາພຣະເຈົ້າຂອງເຈົ້າ! ເພື່ອວ່າພຣະເຈົ້າຈະຟັງພວກເຮົາ ແລະພວກເຮົາຈະບໍ່ຖືກລົງໂທດ."
|
|
\v 7 ພວກເຂົາທັງຫລາຍໄດ້ເວົ້າກັນວ່າ, "ມາແມ, ໃຫ້ພວກເຮົາຈັບສະຫລາກ, ເພື່ອວ່າຈະໄດ້ຮູ້ວ່າ ໃຜເປັນຕົ້ນເຫດຄວາມຊົ່ວຮ້າຍທີ່ເກີດຂຶ້ນນີ້." ດັ່ງນັ້ນພວກເຂົາຈຶ່ງຈັບສະຫລາກ ແລະສະຫລາກນັ້ນກໍຕົກໃສ່ໂຢນາ.
|
|
|
|
\s5
|
|
\v 8 ແລ້ວພວກເຂົາເວົ້າກັບໂຢນາວ່າ, "ຈົ່ງບອກພວກເຮົາມາເຖີດ ວ່າໃຜເປັນເຫດໃຫ້ຄວາມຊົ່ວຮ້າຍນີ້ເກີດຂຶ້ນແກ່ພວກເຮົາ. ເຈົ້າມີອາຊີບຫຍັງ, ແລະເຈົ້າມາແຕ່ໃສ? ເຈົ້າມາຈາກປະເທດໃດ? ແລະເຈົ້າເປັນຄົນຊາດໃດ?
|
|
\v 9 ໂຢນາຕອບພວກເຂົາວ່າ, "ຂ້ານ້ອຍເປັນຄົນເຮັບເຣີ; ແລະຂ້ານ້ອຍຢຳເກງພຣະຢາເວ, ພຣະເຈົ້າແຫ່ງຟ້າສະຫວັນ, ຜູ້ຊົງສ້າງທະເລ ແລະ ແຜ່ນດິນໂລກ."
|
|
\v 10 ແລ້ວ ຄົນເຫລົ່ານັ້ນກໍຍິ່ງຢ້ານຫລາຍຂຶ້ນ ແລະ ເວົ້າກັບໂຢນາວ່າ, "ເປັນຫຍັງເຈົ້າຈຶ່ງເຮັດເຊັ່ນນີ້?" ເພາະໂຢນາໄດ້ບອກພວກເຂົາວ່າ ລາວກຳລັງຫນີໃຫ້ພົ້ນຈາກຫນ້າຂອງພຣະຢາເວ.
|
|
|
|
\s5
|
|
\v 11 ເຂົາທັງຫລາຍບອກໂຢນາວ່າ, "ພວກເຮົາຄວນເຮັດແນວໃດກັບເຈົ້າ ເພື່ອເຮັດໃຫ້ທະເລສະຫງົບລົງ?" ເພາະທະເລຍິ່ງຮຸນແຮງຂຶ້ນເລື້ອຍໆ.
|
|
\v 12 ໂຢນາຈຶ່ງຕອບເຂົາທັງຫລາຍວ່າ,"ຈົ່ງຈັບຂ້ອຍໂຍນລົງໄປໃນທະເລ. ແລ້ວທະເລກໍຈະສະຫງົບລົງ, ເພາະຂ້ອຍຮູ້ວ່າຂ້ານ້ອຍເອງເປັນຕົ້ນເຫດຂອງພາຍຸເທື່ອນີ້."
|
|
\v 13 ຂະນະດຽວກັນນັ້ນ ພວກລູກເຮືອກໍຊ່ວຍກັນພະຍາຍາມແລ່ນເຮືອເຂົ້າແຄມໃຫ້ໄດ້, ແຕ່ພວກເຂົາເຮັດບໍ່ໄດ້ ເພາະທະເລຕ້ານພວກເຂົາຢ່າງຮຸນແຮງຂຶ້ນກວ່າເກົ່າ.
|
|
|
|
\s5
|
|
\v 14 ດ້ວຍເຫດນັ້ນພວກເຂົາຈຶ່ງຮ້ອງຫາພຣະຢາເວ ແລະວ່າ, "ຂ້າແດ່ພຣະຢາເວ ຂ້ານ້ອຍທັງຫລາຍຂໍວິງວອນຕໍ່ພຣະອົງ ຂໍຢ່າໃຫ້ພວກຂ້ານ້ອຍຖືກລົງໂທດ ເພາະຊີວິດຂອງຊາຍຄົນນີ້ເລີຍ, ແລະຂໍຢ່າໃຫ້ຄວາມຜິດຂອງຄວາມຕາຍຂອງຊາຍຄົນນີ້ຕົກຢູ່ກັບພວກຂ້ານ້ອຍ, ເພາະຂ້ານ້ອຍໄດ້ເຮັດສິ່ງທີພໍພຣະທັຍພຣະອົງ."
|
|
\v 15 ພວກເຂົາຈຶ່ງຈັບໂຢນາໂຍນລົງໄປໃນທະເລ, ແລະແລ້ວທະເລກໍສະຫງົບລົງ.
|
|
\v 16 ພວກເຂົາຢຳເກງພຣະຢາເວຫລາຍ ພວກເຂົາໄດ້ຖວາຍສັດບູຊາແດ່ພຣະຢາເວ ແລະຕາມທີ່ໄດ້ສັນຍາໄວ້.
|
|
|
|
\s5
|
|
\v 17 ແລ້ວພຣະຢາເວກໍໄດ້ໃຫ້ປາໃຫຍ່ໂຕຫນຶ່ງ ກືນໂຢນາລົງໄປໄວ້ໃນທ້ອງ, ແລະໂຢນາໄດ້ຢູ່ໃນທ້ອງປານັ້ນເປັນເວລາ ສາມມື້ສາມຄືນ.
|
|
|
|
\s5
|
|
\c 2
|
|
\cl ບົດທີ 2
|
|
\p
|
|
\v 1 ແລ້ວໂຢນາໄດ້ອະທິຖານເຖິງພຣະຢາເວ ພຣະເຈົ້າຂອງເພິ່ນຈາກໃນທ້ອງປາ
|
|
\v 2 ທ່ານເວົ້າວ່າ, "ຂ້ານ້ອຍໄດ້ຮ້ອງຫາພຣະຢາເວ ກ່ຽວກັບເລື່ອງຄວາມທຸກໃຈຂອງຂ້ານ້ອຍ ແລະພຣະອົງຊົງຕອບຂ້ານ້ອຍ; ຈາກບ່ອນເລິກຂອງແດນມໍຣະນາ ຂ້ານ້ອຍໄດ້ຮ້ອງຂໍຄວາມຊ່ວຍເຫລືອ! ພຣະອົງຊົງໄດ້ຍິນສຽງຂອງຂ້ານ້ອຍ.
|
|
|
|
\s5
|
|
\v 3 ພຣະອົງຖິ້ມຂ້ານ້ອຍລົງໃນບ່ອນເລິກ, ລົງໃນໃຈກາງຂອງທະເລ, ແລະກະແສນໍ້າໄດ້ລ້ອມຂ້ານ້ອຍໄວ້; ບັນດາຄື້ນຂອງພຣະອົງ ແລະຄື້ນຍັກໄດ້ພັດຜ່ານຂ້ານ້ອຍ.
|
|
\v 4 ຂ້ານ້ອຍກ່າວວ່າ,'ຂ້ານ້ອຍຖືກຂັບໄລ່ໄປຈາກສາຍຕາຂອງພຣະອົງ; ແຕ່ຂ້ານ້ອຍກໍຍັງຄອຍຖ້າຫາພຣະວິຫານອັນ ບໍຣິສຸດຂອງພຣະອົງ.'
|
|
|
|
\s5
|
|
\v 5 ນໍ້າກໍຂຶ້ນມາເຖິງຄໍຂອງຂ້ານ້ອຍ; ຄວາມເລິກກໍລ້ອມຂ້ານ້ອຍໄວ້; ເທົາທະເລກໍລ້ອມຫົວຂອງຂ້ານ້ອຍ.
|
|
\v 6 ຂ້ານ້ອຍລົງໄປເຖິງຖານຂອງບັນດາພູທັງຫລາຍ; ແຜ່ນດິນພ້ອມວົງລໍ້ຂອງມັນກໍປິດຂັງຂ້ານ້ອຍໄວ້ເປັນນິດ. ແຕ່ພຣະອົງຊ່ວຍຊີວິດຂ້ານ້ອຍໃຫ້ພົ້ນຈາກຂຸມ, ພຣະຢາເວ, ພຣະເຈົ້າຂອງຂ້ານ້ອຍ!
|
|
|
|
\s5
|
|
\v 7 ເມື່ອຈິດໃຈພາຍໃນຂອງຂ້ານ້ອຍອ່ອນແອ, ຂ້ານ້ອຍກໍຄິດເຖິງພຣະຢາເວ; ແລ້ວຂ້ານ້ອຍຂໍຕໍ່ພຣະອົງ ຕໍ່ພຣະວິຫານບໍຣິສຸດຂອງພຣະອົງ.
|
|
\v 8 ບັນດາຄົນທີ່ສົນໃຈພຣະອື່ນໆ ອັນບໍ່ມີຄ່າກໍປະຕິເສດຄວາມສັດຊື່ຂອງພຣະອົງ ທີ່ມີຕໍ່ພວກເຂົາ.
|
|
|
|
\s5
|
|
\v 9 ແຕ່ສຳລັບຂ້ານ້ອຍ, ຂ້ານ້ອຍຈະຖວາຍເຄື່ອງບູຊາດ້ວຍສຽງແຫ່ງການຂອບພຣະຄຸນ; ຂ້ານ້ອຍຈະເຮັດໃຫ້ສຳເລັດຕາມທີຂ້ານ້ອຍ ໄດ້ປະຕິຍານໄວ້. ຄວາມພົ້ນມາຈາກພຣະຢາເວ!"
|
|
\v 10 ແລ້ວພຣະຢາເວສັ່ງປາ ແລ້ວມັນກໍຄາຍໂຢນາອອກບ່ອນແຜ່ນດິນແຫ້ງ.
|
|
|
|
\s5
|
|
\c 3
|
|
\cl ບົດທີ 3
|
|
\p
|
|
\v 1 ຖ້ອຍຄຳຂອງພຣະຢາເວໄດ້ກ່າວກັບໂຢນາເປັນເທື່ອທີສອງ, ກ່າວວ່າ,
|
|
\v 2 "ຈົ່ງລຸກຂຶ້ນ, ໄປເມືອງນີນາເວ, ຊຶ່ງເປັນເມືອງໃຫຍ່, ແລະປະກາດສີ່ງທີ່ເຮົາຈະບອກແກ່ເຈົ້າ."
|
|
\v 3 ໂຢນາຈຶ່ງໄດ້ລຸກຂຶ້ນ ແລະໄປເມືອງນີນາເວດ້ວຍຄວາມເຊື່ອຟັງ ໃນຖ້ອຍຄຳຂອງພຣະຢາເວ. ເມືອງນີນາເວເປັນເມືອງໃຫຍ່ຫລາຍ, ຕ້ອງໃຊ້ເວເລເຖິງສາມມື້ ຈຶ່ງຈະເດີນທາງຜ່ານເມືອງນີ້ໄດ້.
|
|
|
|
\s5
|
|
\v 4 ໂຢນາໄດ້ເຂົ້າໄປໃນເມືອງ ແລະຫລັງຈາກທີ່ເຂົ້າໄປໄດ້ຫນຶ່ງວັນແລ້ວ ລາວໄດ້ປະກາດແລະເວົ້າວ່າ, "ອີກສີ່ສິບມື້ ເມືອງນີນາເວຈະຖືກທຳລາຍ."
|
|
\v 5 ຊາວເມືອງນີນາເວເຊື່ອໃນພຣະເຈົ້າ ແລະພວກເຂົາໄດ້ປະກາດໃຫ້ມີການອົດອາຫານ. ນຸ່ງຫົ່ມເຄື່ອງໄວ້ທຸກ, ຕັ້ງແຕ່ຄົນທີ່ໃຫຍ່ໂຕ ຈົນເຖິງຜູ້ເລັກນ້ອຍທີ່ສຸດ.
|
|
|
|
\s5
|
|
\v 6 ເມື່ອກະສັດນີນາເວຮູ້ຂ່າວລື່ອງ. ພະອົງກໍລົງຈາກບັນລັງຂອງພຣະອົງ, ແກ້ເຄື່ອງຂອງພຣະອົງ, ສວມຊຸດທີ່ເຮັດດ້ວຍຜ້າປ່ານ, ແລະນັ່ງກອງຂີ້ເຖົ່າ.
|
|
\v 7 ພຣະອົງອອກໃບປະກາດວ່າ, "ໃນເມືອງນີນາເວ, ດ້ວຍອຳນາດຂອງກະສັດ ແລະບັນດາຂ້າຣາຊະການທັງຫລາຍຂອງພະອົງ, ຫ້າມຄົນແລະສັດ, ຝູງສັດໃດໆ, ໄດ້ຊີມຣົດສິ່ງໃດໆ, ຫ້າມເຂົາທັງຫລາຍກິນ ຫລືດື່ມນໍ້າ.
|
|
|
|
\s5
|
|
\v 8 ແຕ່ໃຫ້ທັງຄົນແລະສັດ ສວມຊຸດທີ່ເຮັດດ້ວຍຜ້າປ່ານ ແລະໃຫ້ພວກເຂົາຮ້ອງຂໍດ້ວຍສຽງອັນດັງຕໍ່ພຣະເຈົ້າ. ໃຫ້ທຸກຄົນກັບໃຈຈາກທາງຊົ່ວຮ້າຍຂອງເຂົາເສັຽ ແລະຈາກຄວາມຮຸນແຮງທີ່ມືພວກເຂົາໄດ້ເຮັດນັ້ນ.
|
|
\v 9 ໃຜຈະຮູ້ໄດ້? ພຣະເຈົ້າອາດຈະຊົງປ່ຽນໃຈ ປ່ຽນຈາກຄວາມໂກດອັນແຮງກ້າຂອງພຣະອົງ ເພື່ອພວກເຮົາຈະບໍ່ຕ້ອງຖືກລົງໂທດ."
|
|
|
|
\s5
|
|
\v 10 ພຣະເຈົ້າໄດ້ເຫັນສີິ່ງທີ່ຊາວເມືອງນີນາເວເຮັດ, ທີ່ພວກເຂົາທັງຫລາຍໄດ້ກັບໃຈຈາກທາງຊົ່ວຮ້າຍຂອງພວກເຂົາ. ສະນັ້ນ ພຣະເຈົ້າຈຶ່ງປ່ຽນໃຈບໍ່ລົງໂທດພວກເຂົາ, ຕາມທີ່ພຣະອົງເຄີຍກ່າວໄວ້ນັ້ນ.
|
|
|
|
\s5
|
|
\c 4
|
|
\cl ບົດທີ 4
|
|
\p
|
|
\v 1 ໂຢນາບໍ່ພໍໃຈແລະໃຈຮ້າຍຫລາຍ.
|
|
\v 2 ໂຢນາຈຶ່ງອະທິຖານຕໍ່ພຣະຢາເວວ່າ,"ໂອ້, ພຣະຢາເວ, ນີ້ບໍ່ແມ່ນບໍສິ່ງທີ່ຂ້ານ້ອຍຂໍຕັ້ງແຕ່ເມື່ອຂ້ານ້ອຍກັບໄປບ້ານເມືອງ ຂອງຂ້ານ້ອຍຫລື? ນີ້ຄືເຫດຜົນທີ່ຂ້ານ້ອຍເຮັດແຕ່ທຳອິດ ແລະ ພະຍາຍາມຫນີໄປເມືອງຕາກຊິດ—ເພາະຂ້ານ້ອຍຮູ້ວ່າພຣະອົງຊົງພຣະຄຸນ, ມີຄວາມເມດຕາ, ຮ້າຍຊ້າ, ເຕັມໄປດ້ວຍຄວາມສັດຊື່, ແລະຈະຊົງຍົກໂທດຈາກການສົ່ງພັຍພິບັດ.
|
|
\v 3 ດ້ວຍເຫດນີ້, ຂ້າແດ່ພຣະຢາເວເອີຍ, ຂ້ານ້ອຍຂໍພຣະອົງເອົາຊີວິດຂ້ານ້ອຍໄປສາ, ເພາະການຕາຍກໍ່ດີກວ່າ ການມີຊີວິດຢູ່ສຳລັບຂ້ານ້ອຍ."
|
|
|
|
\s5
|
|
\v 4 ພຣະຢາເວກ່າວວ່າ,"ດີແລ້ວຫລືທີ່ເຈົ້າໃຈຮ້າຍແບບນີ້?"
|
|
\v 5 ແລ້ວໂຢນາຈຶ່ງອອກໄປຈາກເມືອງ ແລະ ນັ່ງລົງທາງທິດຕາເວັນອອກຂອງເມືອງນັ້ນ. ລາວສ້າງຕູບຫລັງຫນຶ່ງໃນບ່ອນນັ້ນ ແລະນັ່ງຢູ່ໃນຕູບນັ້ນ ເພື່ອລໍຖ້າເບິ່ງ ສິ່ງທີ່ຈະເກີດຂຶ້ນກັບເມືອງນັ້ນ.
|
|
|
|
\s5
|
|
\v 6 ພຣະຢາເວຊົງໃຫ້ຕົ້ນໄມ້ເກີດຂຶ້ນມາ ແລະເຮັດໃຫ້ມັນໃຫຍ່ຂຶ້ນມາຈົນປົກເຫນືອໂຢນາ ຮົ່ມເງົາຂອງມັນປົກເຫນືອຫົວຂອງລາວ ເພື່ອເຮັດໃຫ້ລາວຜ່ອນຄາຍຈາກຄວາມກະວົນກະວາຍ. ໂຢນາຈຶ່ງພໍໃຈຫລາຍກັບຕົ້ນໄມ້ຕົ້ນນັ້ນ.
|
|
\v 7 ແຕ່ໃນເຊົ້າມື້ໃຫມ່ມາ. ພຣະເຈົ້າເຮັດໃຫ້ມີຫນອນໂຕຫນຶ່ງ ມາກັດກິນຕົ້ນໄມ້ຕົ້ນນັ້ນ ແລະມັນກໍແຫ້ງກອບໄປ.
|
|
|
|
\s5
|
|
\v 8 ແລະເມື່ອຕາເວັນຂຶ້ນໃນເຊົ້າອືກມື້ຫນຶ່ງ, ພຣະເຈົ້າເຮັດໃຫ້ມີລົມຮ້ອນພັດມາຈາກທິດຕາເວັນອອກ. ນອກຈາກນັ້ນ ຕາເວັນສ່ອງແສງລົງມາໃສ່ຫົວຂອງໂຢນາ ຈົນເຮັດໃຫ້ລາວເກືອບເປັນລົມລົ້ມໄປ. ແລ້ວໂຢນາຈຶ່ງຢາກທີ່ຈະຕາຍ. ລາວເວົ້າກັບຕົນເອງວ່າ,"ເຮັດໃຫ້ຂ້ອຍຕາຍກໍດີກວ່າມີຊີວິດຢູ່."
|
|
\v 9 ແລ້ວພຣະເຈົ້າກ່າວກັບໂຢນາວ່າ,"ດີແລ້ວບໍທີ່ເຈົ້າໃຈຮ້າຍກັບເລື່ອງຕົ້ນໄມ້ນີ້?" ໂຢນາຕອບວ່າ,"ດີແລ້ວພຣະເຈົ້າຂ້າ ທີ່ຂ້ານ້ອຍໃຈຮ້າຍ, ຫລືແມ່ນແຕ່ຢາກຕາຍ."
|
|
|
|
\s5
|
|
\v 10 ພຣະຢາເວກ່າວວ່າ,"ເຈົ້າມີຄວາມເມດຕາຕໍ່ຕົ້ນໄມ້ຕົ້ນນີ້, ທີ່ເຈົ້າບໍ່ໄດ້ລົງແຮງປູກ, ບໍ່ໄດ້ເຮັດໃຫ້ມັນໃຫຍ່ຂຶ້ນ. ຊຶ່ງມັນໃຫຍ່ຂຶ້ນໃນຊ່ວງຄືນດຽວ ແລະ ຕາຍໄປໃນຊ່ວງຄືນດຽວ.
|
|
\v 11 ແລ້ວເຮົາບໍ່ສົມຄວນບໍ ທີ່ມີຄວາມເມດຕາຊາວເມືອງນີນາເວ, ເມືອງໃຫຍ່ນັ້ນ, ຊຶ່ງມີຄົນຫລາຍກວ່າຫນຶ່ງແສນສອງຫມື່ນຄົນ ຜູ້ທີຍັງບໍ່ຮູ້ເຖິງຄວາມແຕກຕ່າງ ລະຫວ່າງມືຂວາແລະມືຊ້າຍ, ແລະອີກພ້ອມທັງຝູງສັດຫລວງຫລາຍນັ້ນບໍ?"
|