lo_ulb/30-AMO.usfm

335 lines
65 KiB
Plaintext
Raw Blame History

This file contains invisible Unicode characters

This file contains invisible Unicode characters that are indistinguishable to humans but may be processed differently by a computer. If you think that this is intentional, you can safely ignore this warning. Use the Escape button to reveal them.

\id AMO
\ide UTF-8
\h ອາໂມດ
\toc1 ອາໂມດ
\toc2 ອາໂມດ
\toc3 amo
\mt ອາໂມດ
\s5
\c 1
\cl ບົດທີ 1
\p
\v 1 ນີ້ແມ່ນເລື່ອງກ່ຽວກັບອິດສະຣາເອນທີ່ອາໂມດ, ຜູ້ລ້ຽງແກະຄົນຫນຶ່ງໃນເມືອງເຕໂກອາ, ໄດ້ຮັບການຊົງເປີດເຜີຍ. ທ່ານໄດ້ຮັບສິ່ງເຫລົ່ານີ້ໃນສະໄຫມຂອງອຸດຊີຢາ ກະສັດຂອງຊາວຢູດາ, ແລະ ໃນຣາຊະການທີ່ເຢໂຣໂບອາມ ລູກຊາຍຂອງໂຢອາດ ກະສັດແຫ່ງອິດສະຣາເອນ, ກ່ອນແຜ່ນດິນໄຫວສອງປີ.
\v 2 ທ່ານກ່າວວ່າ, “ພຣະຢາເວຈະຊົງເປັ່ງສຽງຮ້ອງມາຈາກພູຊີໂອນ; ພຣະສຸລະສຽງຂອງພຣະອົງຍັງດັງກ້ອງຈາກນະຄອນເຢຣູຊາເລັມ. ປ່າຫຍ້າທັງຫລາຍຂອງບັນດາຜູ້ລ້ຽງແກະກໍຫ່ຽວແຫ້ງໄປ; ຍອດພູກາເມນ ກໍຈະຫ່ຽວແຫ້ງ.”
\s5
\v 3 ນີ້ເປັນສິ່ງທີ່ພຣະຢາເວຊົງກ່າວວ່າ: “ເພາະຄວາມຜິດບາບຂອງຊາວດາມາເຊທັງສາມເທື່ອ, ແມ້ແຕ່ສີ່ເທື່ອ, ເຮົາຈະບໍ່ຫັນຈາກການລົງໂທດ, ເພາະພວກເຂົາໄດ້ນວດກິເລອາດດ້ວຍເຄື່ອງນວດເຫລັກ.
\v 4 ເຮົາຈະສົ່ງໄຟເຂົ້າໄປໃນເຮືອນຂອງຊາວດາມາເຊ, ແລະ ໄຟຈະເຜົາໄຫມ້ປ້ອມປາການຂອງເບັນຮາດັດ.
\s5
\v 5 ເຮົາຈະຫັກກອນປະຕູຂອງດາມາເຊ ແລະຕັດພວກທີ່ອາໄສຢູ່ຕາມຮ່ອມພູອາເວນ, ແລະຜູ້ທີ່ຖືໄມ້ຄ້ອນເທົ້າໃນເບັດເອເດັນ. ປະຊາຊົນຂອງອາຣາມຈະໄປເປັນຊະເລີຍຢູ່ເມືອງກີເຣ,” ພຣະຢາເວກ່າວດັ່ງນີ້ແຫລະ.
\s5
\v 6 ນີ້ເປັນສິ່ງທີ່ພຣະຢາເວຊົງກ່າວວ່າ: “ເພາະຄວາມຜິດບາບຂອງພວກຄາຊາທັງສາມເທື່ອ, ແມ້ແຕ່ສີ່ເທື່ອ, ເຮົາຈະບໍ່ຫັນຈາກການລົງໂທດ, ເພາະພວກເຂົາກວາດເອົາປະຊາຊົນທັງຫມົດໄປເປັນຊະເລີຍ, ແລ້ວມອບຊະເລີຍທັງຫມົດໃຫ້ແກ່ເອໂດມ.
\v 7 ເຮົາຈະສົ່ງໄຟມາເທິງກຳແພງເມືອງຂອງຄາຊາ, ແລະໄຟນັ້ນຈະເຜົາໄຫມ້ປ້ອມປາການທັງຫລາຍຂອງເມືອງນັ້ນ.
\s5
\v 8 ເຮົາຈະຕັດຜູ້ທີ່ອາໃສຢູ່ໃນເມືອງອາຊະໂດດ ແລະ ຜູ້ທີ່ຖືໄມ້ຄ້ອນເທົ້າຈາກເມືອງອາຊະກາໂລນອອກໄປ. ເຮົາຈະຫັນມືຂອງເຮົາໄປຕໍ່ສູ້ກັບເມືອງເອັກໂຣນ, ແລະຄົນເມືອງຟີລິດສະຕີນທີ່ຍັງເຫລືອຈະພິນາດ,” ພຣະຢາເວອົງພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ.
\s5
\v 9 ນີ້ເປັນສິ່ງທີ່ພຣະຢາເວຊົງກ່າວວ່າ: “ເພາະຄວາມຜິດບາບຂອງຊາວເມືອງຕີເຣໄດ້ທັງສາມເທື່ອ, ແມ້ແຕ່ສີ່ເທື່ອ, ເຮົາຈະບໍ່ຫັນຈາກການລົງໂທດ, ເພາະພວກເຂົາໄດ້ມອບປະຊາຊົນທັງຫມົດໃຫ້ແກ່ເອໂດມ, ແລະ ພວກເຂົາໄດ້ຫັກພັນທະສັນຍາແຫ່ງຄວາມເປັນພີ່ນ້ອງກັນ.
\v 10 ເຮົາຈະສົ່ງໄຟລົງມາເທິງກຳແພງເມືອງໄທຣະ, ແລະ ໄຟຈະເຜົາໄຫມ້ປ້ອມປາການທັງຫລາຍຂອງເມືອງນັ້ນ.”
\s5
\v 11 ນີ້ເປັນສິ່ງທີ່ພຣະຢາເວຊົງກ່າວວ່າ, “ເພາະຄວາມຜິດບາບຂອງຊາວເອໂດມທັງສາມເທື່ອ, ແມ້ແຕ່ສີ່ເທື່ອ, ເຮົາຈະບໍ່ຫັນຈາກການລົງໂທດ, ເພາະເຂົາໄດ້ໄລ່ຂ້ານ້ອງຊາຍດ້ວຍດາບ ແລະປະຄວາມສົງສານທັງຫມົດຖີ້ມໄປ. ຄວາມຄຽດຊັງຂອງເຂົາລຸຮ້ອນຢູ່ຕະຫລອດເວລາ, ແລະຄວາມໂມໂຫຂອງເຂົາກໍມີຢູ່ສະເຫມີ.
\v 12 ເຮົາຈະສົ່ງໄຟລົງມາເຫນືອເຕມານ, ແລະໄຟນັ້ນຈະເຜົາໄຫມ້ພຣະຣາຊະວັງທັງຫລາຍຂອງເມືອງໂບຊະລາ.”
\s5
\v 13 ນີ້ເປັນສິ່ງທີ່ພຣະຢາເວຊົງກ່າວວ່າ, “ເພາະຄວາມຜິດບາບຂອງຊາວອຳໂມນທັງສາມເທື່ອ, ແມ້ແຕ່ສີ່ເທື່ອ, ເຮົາຈະບໍ່ຫັນຈາກການລົງໂທດ, ເພາະພວກເຂົາໄດ້ຜ່າທ້ອງແມ່ມານຂອງເມືອງກິເລອາດ, ເພື່ອພວກເຂົາຈະໄດ້ຂະຫຍາຍອານາເຂດແດນຂອງພວກເຂົາ.
\s5
\v 14 ເຮົາຈະຈູດກຳແພງເມືອງຣັບບາ, ແລະ ໄຟນັ້ນຈະເຜົາໄຫມ້ພຣະຣາຊະວັງທັງຫລາຍ, ພ້ອມກັບສຽງໂຫ່ຮ້ອງໃນມື້ເສິກສົງຄາມ, ດ້ວຍຄວາມປັ່ນປ່ວນໃນວັນທີ່ມີພາຍຸຫມຸນ.
\v 15 ກະສັດຂອງພວກເຂົາກໍຈະຕົກໄປເປັນຊະເລີຍ, ທັງຕົວກະສັດ ພ້ອມບັນດາຂ້າຣາດຊະການຂອງກະສັດນຳ,” ພຣະຢາເວຊົງກ່າວດັ່ງນີ້ແຫລະ.
\s5
\c 2
\cl ບົດທີ 2
\p
\v 1 ນີ້ເປັນສິ່ງທີ່ພຣະຢາເວຊົງກ່າວວ່າ: “ເພາະຄວາມຜິດບາບຂອງຊາວໂມອາບທັງສາມເທື່ອ, ແມ້ແຕ່ສີ່ເທື່ອ, ເຮົາຈະບໍ່ຫັນຈາກການລົງໂທດ, ເພາະພວກເຂົາໄດ້ເຜົາກະດູກຂອງກະສັດແຫ່ງເອໂດມຈົນເປັນຝຸ່ນປູນຂາວ.
\s5
\v 2 ເຮົາຈະສົ່ງໄຟລົງມາເທິງໂມອາບ, ແລະ ໄຟນັ້ນຈະເຜົາໄຫມ້ປ້ອມປາການທັງຫລາຍຂອງເມືອງເກຣີໂຢດເສຍ. ໂມອາບຈະຕາຍໃນທ່າມກາງສຽງວຸ້ນວາຍ, ພ້ອມກັບຮ້ອງ ແລະສຽງແກດັງສະຫນັ່ນ.
\v 3 ເຮົາຈະທຳລາຍຜູ້ປົກຄອງຂອງເມືອງນັ້ນ, ພ້ອມທັງຈະປະຫານບັນດາອົງຊາຍທັງຫມົດພ້ອມກັບເຂົາ,” ພຣະຢາເວຊົງກ່າວດັ່ງນີ້ແຫລະ.
\s5
\v 4 ນີ້ເປັນສິ່ງທີ່ພຣະຢາເວຊົງກ່າວວ່າ: “ເພາະຄວາມຜິດບາບຂອງຢູດາທັງສາມເທື່ອ, ແມ້ແຕ່ສີ່ເທື່ອ, ເຮົາຈະບໍ່ຫັນຈາກການລົງໂທດ, ເພາະພວກເຂົາປະຕິເສດຂໍ້ບັນຍັດຂອງພຣະຢາເວ ແລະ ບໍ່ໄດ້ຖືຮັກສາຄຳສັ່ງຂອງພຣະອົງ. ຄຳຕົວະທັງຫລາຍຂອງພວກເຂົາເຮັດໃຫ້ພວກເຂົາເດີນຫລົງໄປຕາມທາງທີ່ບັນພະບຸລຸດຂອງພວກເຂົາເຄີຍດຳເນີນມາ.
\v 5 ເຮົາຈະສົ່ງໄຟລົງເຫນືອຢູດາ, ແລະໄຟນັ້ນຈະເຜົາໄຫມ້ປ້ອມປາການຕ່າງໆໃນນະຄອນເຢຣູຊາເລັມ.”
\s5
\v 6 ນີ້ເປັນສິ່ງທີ່ພຣະຢາເວຊົງກ່າວວ່າ: “ເພາະຄວາມຜິດບາບຂອງອິດສະຣາເອນທັງສາມເທື່ອ, ແມ້ແຕ່ສີ່ເທື່ອ, ເຮົາຈະບໍ່ຫັນຈາກການລົງໂທດ, ເພາະພວກເຂົາໄດ້ຂາຍຄົນຊອບທຳພຽງເພື່ອເງິນແລະຂາຍຄົນຍາກຈົນເພື່ອຊື້ເກີບພຽງຄູ່ດຽວ.
\s5
\v 7 ພວກເຂົາໄດ້ຢຽບຫົວຂອງຄົນຍາກຈົນຄືກັບຄົນທີ່ຢຽບຂີ້ຝຸ່ນເທີງພື້ນດິນ; ພວກເຂົາໄດ້ຊຸກຄົນທີ່ອຸກອັ່ງໃຈອອກໄປເສຍ. ທັງພໍ່ແລະລູກກໍພາກັນຫລັບນອນກັບຍິງສາວຄົນດຽວກັນ ແລະເຮັດໃຫ້ພຣະນາມອັນບໍຣິສຸດຂອງເຮົາເປັນມົນທິນ.
\v 8 ພວກເຂົາໄດ້ນອນຢູ່ຂ້າງແທ່ນບູຊາທຸກແທ່ນເຕັງເສື້ອຜ້າທີ່ຍຶດມາເປັນຂອງຈຳນຳ, ແລະໃນພຣະວິຫານແຫ່ງພະເຈົ້າຂອງພວກເຂົາ, ພວກເຂົາໄດ້ດື່ມເຫລົ້າອະງຸ່ນຈາກບັນດາຄົນທີ່ຖືກປັບໄຫມ.
\s5
\v 9 ແຕ່ເຮົາໄດ້ທຳລາຍຄົນອະໂມຣີດຕໍ່ຫນ້າພວກເຂົາ, ຄວາມໃຫຍ່ສູງຂອງພວກເຂົາເຫມືອດັ່ງຕົ້ນສົນສີດາ; ພວກເຂົາແຂງແຮງເຫມືອນດັ່ງຕົ້ນໂອກ. ແຕ່ເຮົາກໍໄດ້ທຳລາຍຜົນຂອງພວກເຂົາທີ່ຢູ່ປາຍ ຈົນຮອດຮາກທັງຫລາຍທີ່ຢູ່ພື້ນດິນ.
\v 10 ແລະ, ເຮົາໄດ້ນຳພວກເຈົ້າອອກມາຈາກປະເທດເອຢິບ ແລະນຳພວກເຈົ້າທ່ຽວວົນວຽນຢູ່ໃນໃນຖິ່ນແຫ້ງແລ້ງກັນດານເປັນເວລາສີ່ສິບປີ ເພື່ອໃຫ້ພວກເຈົ້າໄດ້ຄອບຄອງແຜ່ນດິນຂອງຄົນອະໂມຣີດ.
\s5
\v 11 ເຮົາໄດ້ຕັ້ງພວກຜູ້ປະກາດພຣະທຳ ຈາກທ່າມກາງລູກຊາຍຂອງພວກເຈົ້າ ແລະພວກນາຊີຣີຈາກບັນດາຊາຍຫນຸ່ມຂອງພວກເຈົ້າ. ໂອ້ ຄົນອິດສະຣາເອນເອີຍ, ບໍ່ແມ່ນດັ່ງນັ້ນຫລື?—ນີ້ເປັນຄຳປະກາດຂອງພຣະຢາເວ.
\v 12 ແຕ່ພວກເຈົ້າໄດ້ຊັກຊວນໃຫ້ຄົນນາຊີຣີດື່ມເຫລົ້າອະງຸ່ນ ແລະສັ່ງຫ້າມພວກຜູ້ປະກາດພຣະທຳບໍ່ໃຫ້ປະກາດພຣະຄຳ.
\s5
\v 13 ເບິ່ງແມ, ເຮົາຈະບົດບີບພວກເຈົ້າເຫມືອນດັ່ງກວຽນໃສ່ເຂົ້າຈົນເຕັມລົ້ນ ສາມາດບົດບີບບາງຄົນໄດ້.
\v 14 ຄົນທີ່ແລ່ນໄວກໍບໍ່ສາມາດແລ່ນປົບຫນີໄດ້; ຄົນທີ່ແຂງແຮງກໍອ່ອນກຳລັງລົງ; ເຊັ່ນດຽວກັບ ຄົນທີ່ກຳລັງກໍບໍ່ສາມາດຊ່ວຍເຫລືອຕົນເອງໄດ້.
\s5
\v 15 ນັກຍິງທະນູກໍບໍ່ສາມາດຢືນຢູ່ໄດ້; ນັກແລ່ນໄວກໍແລ່ນຫນີບໍ່ພົ້ນ; ຄົນທີ່ຂີ່ມ້າກໍບໍ່ສາມາດຊ່ວຍຊີວິດຂອງຕົນໃຫ້ພົ້ນໄດ້.
\v 16 ແມ້ແຕ່ທະຫານຜູ້ກ້າຫານທີ່ສຸດ ກໍຈະແລ່ນເປືອຍໂຕປົບຫນີໃນວັນນັ້ນ—ນີ້ເປັນຄຳປະກາດຂອງພຣະຢາເວ.”
\s5
\c 3
\cl ບົດທີ 3
\p
\v 1 ຈົ່ງຟັງຄຳທີ່ພຣະຢາເວຊົງກ່າວໂທດເຖິງພວກເຈົ້າ, ໂອ້ຄົນອິດສະຣາເອນເອີຍ, ກ່າວໂທດທັງຕະກູນທັງຫມົດທີ່ເຮົາໄດ້ນຳອອກມາຈາກແຜ່ນດິນເອຢິບ,
\v 2 “ເຮົາໄດ້ເລືອກພວກເຈົ້າເທົ່ານັ້ນ ຈາກຕະກູນທັງສິ້ນຂອງແຜ່ນດິນໂລກ. ເຫດສະນັ້ນ ເຮົາຈະລົງໂທດພວກເຈົ້າ ຍ້ອນຄວາມຜິດບາບທັງຫລາຍຂອງພວກເຈົ້າ.”
\s5
\v 3 ສອງຄົນຈະຍ່າງໄປດ້ວຍກັນໄດ້ບໍ ນອກຈາກພວກເຂົາໄດ້ຕົກລົງກັນກ່ອນແລ້ວ?
\v 4 ສິງຈະຮ້ອງແຜດສຽງໃນປ່າ ຫລືຖ້າມັນບໍ່ໄດ້ພົບເຫຍື່ອ? ສິງຫນຸ່ມຈະຮ້ອງແຜດສຽງອອກຈາກຖໍ້າຂອງມັນຫລື ຖ້າມັນຄຸບເຫຍື່ອບໍ່ໄດ້?
\s5
\v 5 ນົກຈະຖືກກັບດັກເທິງດິນໄດ້ ຫລືຖ້າບໍ່ມີເຫຍື່ອລໍ້ມັນ? ກັບດັກຈະລັ່ນບໍ ຖ້າວ່າບໍ່ມີສິ່ງໃດເຂົ້າໄປຕິດກັບດັກນັ້ນ?
\v 6 ເມື່ອເປົ່າເຂົາສັດດັງຂຶ້ນໃນເມືອງ ແລ້ວປະຊາຊົນຈະບໍ່ຕົກໃຈຢ້ານຫລື? ໄພພິບັດຈະເກີດຂຶ້ນໃນເມືອງ ໂດຍທີ່ພຣະຢາເວບໍ່ໄດ້ສົ່ງມາຫລື?
\s5
\v 7 ແນ່ນອນວ່າ ພຣະຢາເວອົງພຣະຜູ້ເປັນເຈົ້າຈະບໍ່ຊົງກະທຳສິ່ງໃດໂດຍບໍ່ໄດ້ເປີດເຜີຍແຜນການ ຂອງພຣະອົງໃຫ້ແກ່ບັນດາຜູ້ປະກາດພຣະທຳ ຊຶ່ງເປັນຜູ້ຮັບໃຊ້ຂອງພຣະອົງຮູ້ກ່ອນ.
\v 8 ເມື່ອໂຕສິງຮ້ອງແຜດສຽງຂຶ້ນ; ໃຜແດ່ຈະບໍ່ຢ້ານ? ເມື່ອພຣະຢາເວອົງພຣະຜູ້ເປັນເຈົ້າໄດ້ຊົງກ່າວ; ແລ້ວໃຜຈະບໍ່ເຜີຍແຜ່ພຣະທຳຂອງພຣະອົງຫລື?
\s5
\v 9 ຈົ່ງປະກາດເລື່ອງນີ້ໃນບັນດາປ້ອມປາການທີ່ເມືອງອາຊະໂດດ, ແລະໃນບັນດາປ້ອມປະການໃນແຜ່ນດິນເອຢິບ; ກ່າວວ່າ, “ຈົ່ງມາປະຊຸມກັນຢູ່ເທິງພູເຂົາທັງຫລາຍຂອງຊາມາເຣຍ ແລະເບິ່ງຄວາມສັບສົນວຸ້ນວາຍອັນໃຫຍ່ໃນເມືອງນັ້ນ, ແລະການກົດຂີ່ຂົ່ມເຫັງທີ່ຢູ່ໃນເມືອງນັ້ນ.
\v 10 ເພາະພວກເຂົາບໍ່ຮູ້ຈັກການກະທຳທີ່ຖືກຕ້ອງ—ນີ້ເປັນຄຳປະກາດຂອງພຣະຢາເວ—ພວກເຂົາໄດ້ສະສົມຄວາມຮຸນແຮງ ແລະ ຄວາມພິນາດໄວ້ໃນປ້ອມປາການຂອງພວກເຂົາ.”
\s5
\v 11 ເພາະສະນັ້ນ, ນີ້ເປັນສິ່ງທີ່ພຣະຢາເວຊົງກ່າວ, “ສັດຕູຈະມາອ້ອມແຜ່ນດິນ. ເຂົາຈະທຳລາຍປ້ອມປາການທັງຫລາຍຂອງພວກເຈົ້າລົງ ແລ້ວປຸ້ນເອົາສິ່ງຂອງໃນປ້ອມປາການທັງຫລາຍຂອງພວກເຈົ້າ.”
\v 12 ນີ້ເປັນສິ່ງທີ່ພຣະຢາເວຊົງກ່າວວ່າ, “ເຊັ່ນດຽວກັບຜູ້ລ້ຽງແກະທີ່ຍາດເອົາໄດ້ພຽງແຕ່ຂາສອງຂ້າງ, ຫລື ຫູເບື້ອງຫນຶ່ງຈາກປາກສິງເທົ່ານັ້ນ, ດັ່ງນັ້ນຄົນອິດສະຣາເອນທີ່ອາໄສຢູ່ໃນຊາມາເຣຍກໍຈະໄດ້ຮັບການຊ່ວຍກູ້ເຊັ່ນນັ້ນ, ໂດຍໄດ້ພຽງແຕ່ບ່ອນນອນມູມຫນຶ່ງເທົ່ານັ້ນ, ຫລືຕຽງມູມຫນຶ່ງເທົ່ານັ້ນ.”
\s5
\v 13 ຈົ່ງຟັງ ແລະເປັນພະຍານກ່າວໂທດເຊື້ອສາຍຂອງຢາໂຄບ—ນີ້ເປັນຄຳປະກາດຂອງພຣະຢາເວ ອົງພຣະຜູ້ເປັນເຈົ້າຈອມໂຍທາ,
\v 14 “ເພາະໃນມື້ນັ້ນທີ່ເຮົາລົງໂທດຄວາມຜິດບາບທັງຫລາຍຂອງພວກອິດສະຣາເອນ, ເຮົາກໍຈະລົງໂທດແທ່ນບູຊາຂອງເບັດເອນເຫມືອນກັນ. ຖານຮອງທັງຫລາຍຂອງແທ່ນບູຊານັ້ນ ກໍຈະຖືກຕັດອອກ ແລະຕົກລົງດິນທີ່ພື້ນດິນ.
\s5
\v 15 ເຮົາຈະທຳລາຍເຮືອນພັກລະດູຫນາວພ້ອມເຮືອນພັກລະດູຮ້ອນ. ສ່ວນເຮືອນພັກຊົງງາຊ້າງຈະເພພັງລົງ, ແລະເຮືອນຫລັງໃຫຍ່ຈະຖືກທຳລາຍຈົນຫມົດກ້ຽງ,—ນີເປັນຄຳປະກາດຂອງພຣະຢາເວ.”
\s5
\c 4
\cl ບົດທີ 4
\p
\v 1 ຈົ່ງຟັງຄຳນີ້ເທີ້ນ, ພວກເຈົ້າແມ່ງົວອ້ວນພີທັງຫລາຍ ແຫ່ງບາຊານ, ພວກເຈົ້າຜູ້ອາໄສເທິງພູເຂົາຂອງຊະມາເລຍ, ພວກເຈົ້າຜູ້ກົດຂີ່ຂົ່ມເຫັງຄົນທຸກຍາກ, ພວກເຈົ້າຜູ້ບົດບີບຜູ້ຂັດສົນ, ພວກເຈົ້າຜູ້ບອກຜົວຂອງຕົນວ່າ, “ເອົາເຄື່ອງດື່ມທັງຫລາຍມາໃຫ້ເຮົາ.”
\v 2 ພຣະຢາເວອົງພຣະຜູ້ເປັນເຈົ້າໄດ້ຊົງສາບານດ້ວຍຄວາມບໍຣິສຸດຂອງພຣະອົງວ່າ, “ເບິ່ງແມ, ວັນນັ້ນຈະມາເຖິງພວກເຈົ້າ ເມື່ອພວກເຂົາຈະເອົາລາກພວກເຈົ້າໄປ, ຈົນເຖີງຄົນສຸດທ້າຍຂອງພວກເຈົ້າດ້ວຍຂໍເບັດ.
\s5
\v 3 ພວກເຈົ້າຈະຜ່ານໄປຕາມຊ່ອງແຕກຂອງກຳແພງເມືອງ, ແຕ່ລະຄົນທີ່ຜ່ານໄປທາງນັ້ນ, ແລະພວກເຈົ້າຈະຖືກໂຍນອອກໄປທາງອາບໂມນ—ນີ້ເປັນຄຳປະກາດຂອງພຣະຢາເວ.”
\s5
\v 4 "ຈົ່ງພາກັນໄປທີ່ເມືອງເບັດເອັນ ແລະເຮັດຜິດບາບສາ, ໄປທີ່ເມືອງກິນການ ແລະເຮັດຜິດບາບໃຫ້ຫລາຍກວ່າເກົ່າ, ນຳເຄື່ອງຖວາຍຂອງພວກເຈົ້າມາຖວາຍທຸກເຊົ້າ, ແລະຖວາຍຫນຶ່ງສ່ວນສິບຂອງພວກເຈົ້າທຸກໆສາມມື້.
\v 5 ຈົ່ງຖວາຍເຄື່ອງບູຊາແຫ່ງການຂອບພຣະຄຸນດ້ວຍເຂົ້າຈີ່; ແລະຈົ່ງປະກາດການຖວາຍຕາມໃຈສະຫມັກ; ຈົ່ງປະກາດໃຫ້ຮູ້ທົ່ວກັນ, ເພາະສິ່ງນີ້ເປັນສິ່ງທີ່ພວກເຈົ້າມັກ, ໂອ້ ພວກເຈົ້າຄົນອິດສະຣາເອນເອີຍ—ນີ້ເປັນຄຳປະກາດຂອງພຣະຢາເວອົງພຣະຜູ້ເປັນເຈົ້າ.
\s5
\v 6 ເຮົາໄດ້ເຮັດໃຫ້ແຂ້ວຂອງພວກເຈົ້າບໍ່ມີຍັງຕິດຢູ່ເລີຍໃນເມືອງທັງຫມົດຂອງພວກເຈົ້າ ແລະ ການຂາດແຄນອາຫານໃນທຸກແຫ່ງຂອງພວກເຈົ້າ. ແຕ່ພວກເຈົ້າກໍບໍ່ຍອມກັບຄືນມາຫາເຮົາ —ນີ້ເປັນການປະກາດຂອງພຣະຢາເວ.
\v 7 ເຮົາກໍໄດ້ສັ່ງໃຫ້ຝົນເຊົາຕົກ ເຖິງວ່າຍັງເຫລືອອີກສາມເດືອນກວ່າຈະເຖີງເກັບກ່ຽວກໍຕາມ. ເຮົາໄດ້ສັ່ງໃຫ້ຝົນຕົກລົງໃນເມືອງຫນຶ່ງ, ແລະສັ່ງບໍ່ໃຫ້ຝົນຕົກອີກໃນເມືອງຫນຶ່ງ. ດິນແຫ່ງຫນຶ່ງໄດ້ຮັບນ້ຳຝົນ, ສ່ວນດິນອື່ນບໍ່ໄດ້ຮັບ, ແຕ່ດິນທີ່ບໍ່ໄດ້ຮັບຝົນກໍແຫ້ງແລ້ງ.
\s5
\v 8 ສອງ ຫລືສາມເມືອງຕ້ອງໄດ້ກະເຊືອກກະສົນໄປອີກເມືອງຫນຶ່ງເພື່ອຊອກຫານ້ຳດື່ມ, ແຕ່ພວກເຈົ້າກໍບໍ່ພໍຈະດື່ມ. ແຕ່ພວກເຈົ້າກໍຍັງບໍ່ກັບຄືນມາຫາເຮົາ—ນີ້ເປັນການປະກາດຂອງພຣະຢາເວ.”
\v 9 ເຮົາໄດ້ໂຈມຕີພວກເຈົ້າດ້ວຍຫາຍະນະ ແລະພະຍາດນາໆຊະນິດ. ສວນຫລາກຫລາຍຂອງພວກເຈົ້າ, ສວນອະງຸ່ນ, ສວນກົກຫມາກເດື່ອ, ແລະ ສວນກົກຫມາກກອກເທດ—ຝູງຕັກແຕນໄດ້ມາທຳລາຍຜົນລະປູກຂອງພວກເຈົ້າຈົນຫມົດ. ແຕ່ພວກເຈົ້າກໍຍັງບໍ່ກັບຄືນມາຫາເຮົາ—ນີ້ເປັນການປະກາດຂອງພຣະຢາເວ.
\s5
\v 10 ເຮົາໄດ້ສົ່ງໂລກລະບາດທີ່ເຄີຍເກີດຂຶ້ນໃນປະເທດເອຢິບມາຫາພວກເຈົ້າ. ເຮົາໄດ້ຂ້າຊາຍຫນຸ່ມຂອງພວກເຈົ້າດ້ວຍດາບ, ເອົາມ້າຂອງພວກເຈົ້າໄປເສຍ, ແລະເຮົາເຮັດໃຫ້ຄ້າຍພັກຂອງພວກເຈົ້າເກີດກິ່ນເຫມັນ ເຂົ້າໃສ່ດັງຂອງພວກເຈົ້າ. ແຕ່ພວກເຈົ້າກໍຍັງບໍ່ກັບຄືນມາຫາເຮົາ—ນີ້ເປັນການປະກາດຂອງພຣະຢາເວ.
\v 11 ເຮົາໄດ້ທຳລາຍເມືອງຕ່າງໆ ໃນທ່າມກາງພວກເຈົ້າ, ເຫມືອນດັ່ງພຣະເຈົ້າໄດ້ທຳລາຍເມືອງໂຊໂດມແລະເມືອງໂກໂມຣາ. ພວກເຈົ້າປຽບເຫມືອນດົ້ນຟືນທີ່ລຸກໄຫມ້ຢູ່ ທີ່ຖືກດຶງອອກຈາກກອງໄຟ. ແຕ່ພວກເຈົ້າກໍຍັງບໍ່ກັບຄືນມາຫາເຮົາ—ນີ້ເປັນການປະກາດຂອງພຣະຢາເວ.
\s5
\v 12 ໂອ້ ອິດສະຣາເອນເອີຍ, ເຫດສະນັ້ນ ເຮົາຈະເຮັດບາງຢ່າງທີ່ຫນ້າຢ້ານກົວໃຫ້ແກ່ພວກເຈົ້າ; ແລະເພາະເຮົາຈະເຮັດສິ່ງທີ່ຫນ້າຢ້ານກົວໃຫ້ພວກເຈົ້າ, ຈົ່ງຕຽມຕົວປະເຊີນຫນ້າກັບພຣະເຈົ້າຂອງພວກເຈົ້າ.
\v 13 ເພາະເບິ່ງເຖີດ, ພຣະອົງຜູ້ຊົງສ້າງພູທັງຫລາຍ ແລະຊົງສ້າງພາຍຸ, ຊົງເປີດເຜີຍຖ້ອຍຄຳຂອງພຣະອົງໃຫ້ແກ່ມະນຸດ, ຊົງປ່ຽນຕອນເຊົ້າໃຫ້ມືດໄປ, ແລະຊົງຄອບຄອງຈາກບ່ອນສູງຂອງແຜ່ນດິນໂລກ. ພຣະນາມຂອງພຣະອົງຄື ພຣະຢາເວ ພຣະເຈົ້າຈອມໂຢທາ.”
\s5
\c 5
\cl ບົດທີ 5
\p
\v 1 ໂອ້ ເຊື້ອສາຍອິດສະຣາເອນເອີຍ! ຈົ່ງຟັງຄຳທີ່ເຮົາໄດ້ອາໄລເຖິງພວກເຈົ້າ.
\v 2 ອິດສະຣາເອນທີ່ເປັນສາວປອດໄດ້ລົ້ມລົງ; ນາງຈະບໍ່ລຸກຂຶ້ນອີກ; ນາງຖືກປະຖິ້ມເທິງແຜ່ນດິນຂອງນາງ; ບໍ່ມີຜູ້ໃດຊ່ອຍດຶງນາງຂຶ້ນ.
\s5
\v 3 ນີ້ເປັນສິ່ງທີ່ພຣະຢາເວ ອົງພຣະຜູ້ເປັນເຈົ້າຊົງກ່າວວ່າ: “ເມືອງທີ່ໄດ້ສົ່ງຄົນອອກໄປຫນຶ່ງພັນຄົນ ແຕ່ຈະມີພຽງຫນຶ່ງຮ້ອຍຄົນເທົ່ານັ້ນທີ່ກັບຄືນມາ ແລະ ເມືອງທີ່ສົ່ງອອກໄປຫນຶ່ງຮ້ອຍຄົນ ກໍມີພຽງສິບຄົນເທົ່ານັ້ນທີ່ເປັນເຊື້ອສາຍຂອງອິດສະຣາເອນ.”
\s5
\v 4 ນີ້ເປັນສິ່ງທີ່ພຣະຢາເວຊົງກ່າວຕໍ່ພວກເຊື້ອສາຍອິດສະຣາເອນວ່າ: “ຈົ່ງສະແຫວງຫາເຮົາ ແລະມີຊີວິດຢູ່!
\v 5 ຢ່າສະແຫວງຫາທີ່ເບັດເອນ; ແລະ ຢ່າເຂົ້າໄປໃນເມືອງກິນການ; ຢ່າເດີນທາງໄປເມືອງເບເອເຊບາ. ເພາະເມືອງກິນການຈະຕົກເປັນຊະເລີຍ, ແລະ ເມືອງເບັດເອນຈະດັບສູນໄປ.
\s5
\v 6 ຈົ່ງສະແຫວງຫາພຣະຢາເວ ແລະມີຊີວິດຢູ່, ຖ້າບໍ່ດັ່ງນັ້ນ ພຣະອົງຈະປົດປ່ອຍຄວາມໂກດຮ້າຍເຫມືອນໄຟເຜົາຜານໃນເຊື້ອສາຍຂອງໂຢເຊັບ. ໄຟນັ້ນຈະລຸກໄຫມ້ໃນເບັດເອນ ແລະບໍ່ມີໃຜຈະມອດໄຟນັ້ນໄດ້.
\v 7 ຜູ້ຄົນເຫລົ່ານັ້ນໄດ້ປ່ຽນຄວາມຍຸດຕິທຳໃຫ້ກາຍເປັນຄວາມຂົມຂື່ນ ແລະໂຍນຄວາມຊອບທຳຖິ້ມລົງພື້ນດິນ!”
\s5
\v 8 ພຣະເຈົ້າໄດ້ຊົງສ້າງດວງດາວລູກໄກ່ ແລະດາວໄຖ; ພຣະອົງຊົງປ່ຽນຄວາມມືດທຶບໃຫ້ເປັນຄວາມສະຫວ່າງຮູ່ງເຊົ້າ; ພຣະອົງຊົງໃຫ້ກາງເວັນໃຫ້ມືດເປັນກາງຄືນ ແລ້ວຊົງເອີ້ນນ້ຳທັງຫລາຍແຫ່ງອອກມາຈາກທະເລ; ພຣະອົງຊົງຖອກເທນ້ຳນັ້ນລົງເທິງແຜ່ນດິນໂລກ. ພຣະຢາເວຄືນາມຂອງພຣະອົງ!
\v 9 ພຣະອົງຊົງນຳຄວາມຈິບຫາຍມາເຫນືອຜູ້ແຂງແຮງໃນທັນທີ ດັ່ງນັ້ນຄວາມຈິບຫາຍຈຶ່ງມາເຫນືອປ້ອມປາການທັງຫລາຍ.
\s5
\v 10 ພວກເຂົາໄດ້ກຽດຊັງທຸກຄົນທີ່ຕັກເຕືອນພວກເຂົາຢູ່ປະຕູເມືອງ, ແລະພວກເຂົາກຽດຊັງທຸກຄົນເວົ້າຄວາມຈິງ.
\v 11 ເພາະວ່າເຈົ້າໄດ້ຂົ່ມເຫັງຄົນທຸກຍາກ ແລະເອົາເຂົ້າບາເລຫລາຍສ່ວນໄປຈາກເຂົາ—ເຖິງວ່າພວກເຈົ້າໄດ້ສ້າງເຮືືອນດ້ວຍຫີນອ່ອນ, ເຈົ້າກໍຈະບໍ່ໄດ້ອາໃສຢູ່ໃນເຮືອນເຫລົ່ານັ້ນ. ພວກເຈົ້າມີສວນອະງຸ່ນ, ແຕ່ເຈົ້າຈະບໍ່ໄດ້ດື່ມເຫລົ້າອະງຸ່ນຈາກສວນນັ້ນ.
\s5
\v 12 ເພາະເຮົາຮູ້ຈັກວ່າການລະເມີດທັງຫລາຍຂອງພວກເຈົ້າມີເທົ່າໃດ ແລະຄວາມບາບທັງຫລາຍຂອງພວກເຈົ້າກໍຫລາຍເທົ່ານັ້ນ—ເຈົ້າຂົ່ມເຫັງຄົນຊອບທຳ, ຮັບເງິນສິນບົນທັງຫລາຍ, ແລະຂັບໄລ່ຄົນທຸກຈົນອອກໄປທີ່ປະຕູເມືອງ.
\v 13 ເພາະສະນັ້ນໃຜທີ່ເປັນຄົນສະຫລາດຈະມິດງຽບຢູ່ໃນເວລານັ້ນ, ເພາະວ່ານັ້ນເປັນເວລາແຫ່ງຄາວຊົ່ວຮ້າຍ.
\s5
\v 14 ຈົ່ງສະແຫວງຄວາມດີ ແລະບໍ່ແມ່ນຄວາມຊົ່ວ, ເພື່ອເຈົ້າຈະໄດ້ມີຊີວິດຢູ່. ດັ່ງນັ້ນພຣະຢາເວພຣະເຈົ້າຈອມໂຍທາ, ຈະສະຖິດຢູ່ກັບເຈົ້າຢ່າງແທ້ຈິງ, ດັ່ງທີ່ເຈົ້າໄດ້ກ່າວອ້າງເຖິງພຣະອົງ.
\v 15 ຈົ່ງກຽດຊັງຄວາມຊົ່ວ, ຈົ່ງຮັກຄວາມດີ, ຈົ່ງປາດຖະຫນາຄວາມຍຸດຕິທຳຢູ່ທີ່ປະຕູເມືອງ. ບາງເທື່ອພຣະຢາເວພຣະເຈົ້າຈອມໂຍທາ, ຈະຊົງເມດຕາເຊື້ອສາຍຂອງໂຢເຊັບທີ່ຍັງເຫລືອ.
\s5
\v 16 ດັ່ງນັ້ນ, ນີ້ເປັນສິ່ງທີ່ພຣະຢາເວພຣະເຈົ້າຈອມໂຍທາອົງພຣະຜູ້ເປັນເຈົ້າຊົງກ່າວວ່າ, “ການໂສກເສົ້າຮ້ອງໄຫ້ຈະມີຢູ່ໃນລານເມືອງທັງຫມົດ ແລະພວກເຂົາຈະກ່າວຕາມຖະຫນົນທຸກເສັ້ນໃນເມືອງວ່າ 'ວິບັດ! ວິບັດ!' ພວກເຂົາຈະເອີ້ນພວກຊາວນາໃຫ້ໄວ້ທຸກ ແລະ ຄະນະນັກຮ້ອງເພງໄວ້ທຸກຮ້ອງໃຫ້ໂສກເສົ້າ.
\v 17 ໃນສວນອະງຸ່ນທັງຫມົດຈະມີການຮ້ອງໄຫ້ໂສກເສົ້າ, ເພາະວ່າເຮົາຈະຜ່ານໄປທ່າມກາງເຈົ້າ” ພຣະຢາເວຊົງກ່າວໄວ້ດັ່ງນີ້ແຫລະ.
\s5
\v 18 ວິບັດແກ່ຜູ້ປາດຖະຫນາວັນແຫ່ງພຣະຢາເວ! ເປັນຫຍັງພວກເຈົ້າຈຶ່ງປາດຖະຫນາວັນແຫ່ງພຣະຢາເວ? ວັນນັ້ນຈະເປັນມື້ແຫ່ງຄວາມມືດ ແລະບໍ່ແມ່ນຄວາມສະຫວ່າງ,
\v 19 ເຫມືອນດັ່ງຄົນຫນຶ່ງທີ່ແລ່ນປົບຈາກສິງ ແຕ່ພົບຫມີ, ຫລືເຫມືອນເຂົາເຂົ້າໄປໃນເຮືອນ ແລະເອົາມືຂົ່ມຝາເຮືອນ ແລ້ວຖືກງູກັດເຂົາ.
\v 20 ມື້ແຫ່ງພຣະຢາເວຈະເປັນຄວາມມືດ ບໍ່ແມ່ນຄວາມສະຫວ່າງແມ່ນຫລືບໍ? ເປັນຄວາມມືດຄື້ມ ແລະ ບໍ່ແຈ່ມໃນບໍ່ແມ່ນຫລື?
\s5
\v 21 "ເຮົາກຽດຊັງ, ເຮົາຫມິ່ນປະຫມາດເທດສະການທັງຫລາຍຂອງພວກເຈົ້າ, ເຮົາບໍ່ຍິນດີກັບການປະຊຸມຕາມພິທີທັງຫລາຍຂອງພວກເຈົ້າ.
\v 22 ເຖີງແມ່ນພວກເຈົ້ານຳເຄື່ອງເຜົາບູຊາ, ແລະຜົນລະປູກມາຖວາຍໃຫ້ແກ່ເຮົາ, ເຮົາຈະບໍ່ຍອມຮັບເອົາຂອງຖວາຍເຫລົ່ານັ້ນ, ແລະເຮົາຈະບໍ່ຫລຽວເບິ່ງການຖວາຍເຄື່ອງຖວາຍບູຊາດ້ວຍສັດຕ່າງໆ ທີ່ອ້ວນພີຂອງພວກເຈົ້າ.
\s5
\v 23 ຈົ່ງເອົາສຽງບົດເພັງທັງຫລາຍຂອງເຈົ້າອອກປຈາກເຮົາ; ເຮົາຈະບໍ່ຟັງສຽງຈາກພິນໃຫຍ່ຂອງເຈົ້າ.
\v 24 ແຕ່ຈົ່ງໃຫ້ຄວາມຍຸດຕິທຳໄຫລໄປດັ່ງນໍ້າ, ແລະຄວາມຊອບທຳເຫມືອນດັ່ງແມ່ນ້ຳທີ່ໄຫລຢູ່ຕະລອດ ໂອ້ ເຊື້ອສາຍອິດສະຣາເອນເອີຍ.
\s5
\v 25 ເຈົ້າໄດ້ນຳເອົາບັນດາເຄື່ອງຖວາຍບູຊາທັງຫລາຍມາຖວາຍແກ່ເຮົາໃນຖິ່ນແຫ້ງແລ້ງກັນດານ ເປັນເວລາສີ່ສິບປີ, ເຊື້ອສາຍອິດສະຣາເອນເອີຍ?
\v 26 ເຈົ້າຈະຍົກຮູບເຄົາລົບພະສັດກຸດ ໃຫ້ເປັນດັ່ງກະສັດຂອງພວກເຈົ້າ, ແລະພະໄກວັນ, ພະແຫ່ງດວງດາວຂອງເຈົ້າ—ຮູບເຄົາລົບທັງຫລາຍທີ່ເຈົ້າໄດ້ສ້າງຂຶ້ນສຳລັບຕົນເອງ.
\s5
\v 27 ເພາະສະນັ້ນ ເຮົາຈະຂັບໄລ່ພວກເຈົ້າອອກໄປໄກກວ່າເມືອງດາມາເຊ,” ພຣະຢາເວ, ຜູ້ຊົງພຣະນາມວ່າພຣະເຈົ້າຈອມໂຍທາຊົງກ່າວໄວ້ດັ່ງນີ້ແຫລະ.
\s5
\c 6
\cl ບົດທີ 6
\p
\v 1 ວິບັດແກ່ບັນດາຜູ້ທີ່ຢູ່ຢ່າງສະບາຍໃນຊີໂອນ, ແລະແກ່ບັນດາຜູ້ປອດໄພໃນດິນແດນພູເຂົາຊາມາເຣຍ, ບັນດາຄົນທີ່ມີຊື່ສຽງໂດດເດັ່ນຂອງປະຊາຊາດ, ທີ່ເຊື້ອສາຍຂອງອິດສະຣາເອນໄດ້ມາຂໍຄວາມຊ່ອຍເຫລືອ!
\v 2 ພວກຜູ້ນຳຂອງເຈົ້າເວົ້າວ່າ, "ຈົ່ງໄປເມືອງການເນ ແລະເບິ່ງເອົາເທີ້ນ; ຈາກບ່ອນນັ້ນກໍໄປເມືອງຮຳມາດ, ຊຶ່ງເປັນເມືອງໃຫຍ່; ແລ້ວລົງໄປໃນເມືອງກັດຂອງຄົນຟີລິດສະຕິນ. ພວກເຂົາດີກວ່າຣາຊະອານາຈັກທັງສອງຂອງພວກເຈົ້າບໍ? ອານາເຂດແດນຂອງເມືອງເຫລົ່ານັ້ນກວ້າງກວ່າອານາເຂດແດນຂອງເມືອງພວກເຈົ້າບໍ?
\s5
\v 3 ວິບັດແກ່ພວກເຂົາຜູ້ເອົາມື້ແຫ່ງຄວາມພິນາດອອກໄປ ແຕ່ເຮັດໃຫ້ບັນລັງແຫ່ງຄວາມຮຸນແຮງເຂົ້າມາໃກ້.
\v 4 ພວກເຂົານອນເທິງຕຽງທີ່ຕົກແຕ່ງດ້ວຍງາຊ້າງທັງຫລາຍ ແລະນອນຢຽດກາຍຢູ່ເທີງບ່ອນນອນຂອງພວກເຂົາ. ພວກເຂົາກິນພວກລູກແກະຈາກຝູງ ແລະລູກງົວຈາກຄອກງົວ.
\s5
\v 5 ພວກເຂົາມັກຮ້ອງເພງໂງ່ຈ້າປະສານກັບນສຽງພິນໃຫຍ່; ພວກເຂົາໃຊ້ເຄື່ອງດົນຕີແຕ່ງເພງເຫມືອນດາວິດເຄີຍເຮັດ.
\v 6 ພວກເຂົາດື່ມເຫລົ້າອະງຸ່ນຈາກຖ້ວຍ ແລະ ທານ້ຳມັນຫອມຢ່າງດີໃສ່ຕົນເອງ, ແຕ່ພວກເຂົ້າບໍ່ໄດ້ໂສກເສົ້າເສຍໃຈຕໍ່ຄວາມຈິບຫາຍຂອງໂຢເຊັບເລີຍ.
\s5
\v 7 ດັ່ງນັ້ນ ບັດນີ້ພວກເຂົາຈະເປັນຕົກໄປເປັນຊະເລີຍ ພ້ອມກັບພວກຊະເລີຍກຸ່ມທຳອິດ, ແລະສ່ວນການກິນລ້ຽງທັງຫລາຍຂອງບັນດາຄົນທີ່ນັ່ງອ້ອມຮອບ ຈະບໍ່ມີອີກຕໍ່ໄປ.
\v 8 "ເຮົາ, ຄືພຣະຢາເວອົງພຣະຜູ້ເປັນເຈົ້າຊົງສາບານໄວ້ດ້ວຍຕົວເຮົາເອງ—ນີ້ເປັນການປະກາດຂອງພຣະຢາເວອົງພຣະຜູ້ເປັນ ເຈົ້າພຣະເຈົ້າຈອມໂຍທາ, ເຮົາກຽດຊັງຄວາມຈອງຫອງຂອງຢາໂຄບ; ກຽດຊັງປ້ອມປາການທັງຫລາຍຂອງພວກເຂົາ. ເພາະສະນັ້ນ, ເຮົາຈະມອບເມືອງນັ້ນພ້ອມກັບທຸກສິ່ງທີ່ຢູ່ໃນເມືອງນັ້ນແກ່ສັດຕູ."
\s5
\v 9 ຕໍ່ມາຖ້າມີສິບຄົນເຫລືອຢູ່ໃນເຮືອນຫລັງຫນຶ່ງ, ພວກເຂົາກໍຈະຕາຍທັງຫມົດ.
\v 10 ເມື່ອພີ່ນ້ອງຂອງຄົນຫນຶ່ງມາເອົາສົບຂອງພວກເຂົາ—ຊຶ່ງເປັນຜູ້ທີ່ຈະຈູດສົບພວກເຂົາ ຫລັງຈາກທີ່ໄດ້ຫາມສົບເຫລົ່ານັ້ນອອກໄປຈາກເຮືອນນັ້ນແລ້ວ—ຖ້າເຂົາໄດ້ເວົ້າກັບຄົນໃນເຮືອນວ່າ, “ມີໃຜຢູ່ກັບເຈົ້າອີກບໍ?” ຖ້າຄົນນັ້ນຕອບວ່າ, “ບໍ່ມີ” ແລ້ວເຂົາກໍຈະບອກວ່າ, “ຈົ່ງມິດງຽບ, ເພາະເຮົາຕ້ອງບໍ່ເອີ່ຍພຣະນາມຂອງພຣະຢາເວ.”
\s5
\v 11 ເພາະເບິ່ງແມ, ພຣະຢາເວຈະອອກຄຳສັ່ງ ແລະເຮືອນຫລັງໃຫຍ່ຈະຖືກທຸບແຕກເປັນກ້ອນນ້ອຍໆ, ແລະເຮືອນຫລັງນ້ອຍຈະແຕກເປັນທ່ອນໆ.
\s5
\v 12 ພວກມ້າແລ່ນເທິງຫນ້າຜາໄດ້ບໍ? ມີໃຜຈະເອົາງົວໄປໄຖທີ່ນັ້ນບໍ? ແຕ່ພວກເຈົ້າໄດ້ປ່ຽນຄວາມຍຸດຕິທຳໃຫ້ກາຍເປັນຍາພິດ ແລະ ປ່ຽນຜົນຂອງຄວາມຊອບທຳໃຫ້ກາຍເປັນຄວາມຂົມຂື່ນ.
\v 13 ພວກເຈົ້າຜູ້ຍິນດີເຫນືອເມືອງໂລເດບາ, ຜູ້ທີ່ກ່າວວ່າວ່າ, “ເຮົາຍຶດເມືອງການາຢິມ ໄດ້ດ້ວຍກຳລັງຂອງພວກເຮົາເອງບໍ່ແມ່ນຫລື?”
\s5
\v 14 "ແຕ່ເບິ່ງເທີ້ນ, ເຊື້ອສາຍອິດສະຣາເອນເອີຍ, ເຮົາຈະຍົກຊົນຊາດຫນຶ່ງຂື້ນຕໍ່ສູ້ພວກເຈົ້າ—ນີ້ເປັນການປະກາດຂອງພຣະຢາເວອົງພຣະຜູ້ເປັນເຈົ້າ ພຣະເຈົ້າຈອມໂຍທາ. ພວກເຂົາຈະໂຈມຕີພວກເຈົ້າຈາກເລໂບຮາມັດ ໄປຈົນຮອດແມ່ນ້ຳຮຳມາດ.”
\s5
\c 7
\cl ບົດທີ 7
\p
\v 1 ພຣະຢາເວອົງພຣະຜູ້ເປັນເຈົ້າ ໄດ້ຊົງສະແດງໃຫ້ຂ້ານ້ອຍດັ່ງນີ້. ເບິ່ງເທີ້ນ, ພຣະອົງໄດ້ຊົງສ້າງຝູງຕັກແຕນເມື່ອຕອນທີ່ພືດກຳລັງປົ່ງໃຫມ່ຂື້ນມາ, ເປັນພືດລຸ້ນຫລັງຈາກການເກັບກ່ຽວສ່ວນຂອງກະສັດແລ້ວ.
\v 2 ເມື່ອຝູງຕັກແຕນໄດ້ກິນພືດຈາກແຜ່ນດິນຈົນຫມົດສີ້ນ, ແລ້ວຂ້າພະເຈົ້າຈຶ່ງເວົ້າວ່າ, “ພຣະຢາເວ ອົງພຣະຜູ້ເປັນເຈົ້າ, ຂໍຊົງໂຜດອະໄພແດ່ທ້ອນ ຢາໂຄບຈະຢູ່ລອດໄດ້ຢ່າງໃດ? ເພາະວ່າພວກເຂົາເປັນພຽງແຕ່ຜູ້ເລັກນ້ອຍ.”
\v 3 ພຣະຢາເວ ຊົງຍອມຜ່ອນໂທດໃນເລື່ອງນີ້. ພຣະອົງຊົງກ່າວວ່າ, “ຈະບໍ່ເກີດຂຶ້ນຕາມນັ້ນ.”
\s5
\v 4 ພຣະຢາເວໄດ້ຊົງສະແດງໃຫ້ຂ້ານ້ອຍຢ່າງນີ້: ເບິ່ງເທີ້ນ, ພຣະຢາເວອົງພຣະຜູ້ເປັນເຈົ້າໄດ້ຊົງເອີ້ນໄຟມາໃຫ້ມາລົງໂທດ. ໄຟໄດ້ໃຫ້ນ້ຳມະຫາສານທີ່ຢູ່ເລິກພາຍໃຕ້ແຜ່ນດິນຫືດແຫ້ງໄປ, ແລະ ໄດ້ເຜົາໄຫມ້ແຜ່ນດິນ, ນຳອີກ.
\v 5 ແຕ່ຂ້ານ້ອຍໄດ້ເວົ້າວ່າ, “ພຣະຢາເວອົງພຣະຜູ້ເປັນເຈົ້າ, ຂໍຊົງໂຜດຢຸດຕິລົງເທີ້ນ; ຢາໂຄບຈະຢູ່ລອດໄດ້ຢ່າງໃດ? ເພາະວ່າພວກເຂົາເປັນພຽງແຕ່ຜູ້ເລັກນ້ອຍ.”
\v 6 ພຣະຢາເວກໍຊົງຍອມຜ່ອນໂທດໃນເລື່ອງນີ້, ພຣະຢາເວອົງພຣະຜູ້ເປັນເຈົ້າໄດ້ຊົງກ່າວວ່າ, "ຈະບໍ່ເກີດຂຶ້ນຕາມນັ້ນ.”
\s5
\v 7 ພຣະອົງໄດ້ຊົງສະແດງໃຫ້ຂ້ານ້ອຍຢ່າງນີ້: ເບິ່ງເທີ້ນ, ອົງພຣະຜູ້ເປັນເຈົ້າ ໄດ້ຊົງຢືນຢູ່ຂ້າງກຳແພງ ພ້ອມກັບຖືເຊືອກເນັ່ງເສັ້ນຫນຶ່ງໃນພຣະຫັດຂອງພຣະອົງ.
\v 8 ພຣະຢາເວຊົງກ່າວແກ່ຂ້ານ້ອຍວ່າ, “ອາໂມດເອີຍ, ເຈົ້າເຫັນຫຍັງແດ່?” ຂ້ານ້ອຍຕອບວ່າ, “ເຫັນເຊື່ອກເນັ່ງເສັ້ນຫນຶ່ງ.” ແລ້ວອົງພຣະຜູ້ເປັນເຈົ້າຊົງກ່າວວ່າ, “ເບິ່ງເທີ້ນ, ເຮົາຈະໃຊ້ເຊືອກເນັ່ງວັດແທກທ່າມກາງປະຊາຊົນອິດສະຣາເອນ. ເຮົາຈະບໍ່ອົດກັ້ນກັບພວກເຂົາອີກຕໍ່ໄປ.
\s5
\v 9 ສະຖານທີ່ສູງທັງຫລາຍຂອງອີຊາກຈະຖືກທຳລາຍລົງ, ສະຖານທີ່ນະມັດສະການທັງຫລາຍຂອງອິດສະຣາເອນຈະເພພັງລົງ, ແລະເຮົາຈະຍົກດາບຂື້ນຕໍ່ສູ້ເຊື້ອສາຍຂອງກະສັດເຢໂຣໂບອາມ.”
\s5
\v 10 ແລ້ວອາມາຊີຢາຜູ້ເປັນປະໂລຫິດຂອງເບັດເອນ, ໄດ້ສົ່ງຂໍ້ຄວາມເຖິງເຢໂຣໂບອາມ, ກະສັດແຫ່ງອິດສະຣາເອນ ຊາບວ່າ: “ອາໂມດໄດ້ຄິດແຜນກະບົດຕໍ່ພຣະອົງໃນທ່າມກາງເຊື້ອສາຍຂອງອິດສະຣາເອນ. ແຜ່ນດິນທົນຮັບຖ້ອຍຄຳຂອງເຮົາບໍ່ໄດ້.
\v 11 ເພາະອາໂມດໄດ້ເວົ້າວ່າ, 'ເຢໂຣໂບອາມຈະຕ້ອງຕາຍຢູ່ດ້ວຍຄົມດາບ, ແລະອິດສະຣາເອນຈະຕົກເປັນຊະເລີຍໄກຈາກແຜ່ນດິນຂອງຕົນຢ່າງແນ່ນອນ.”"
\s5
\v 12 ອາມາຊີຢາໄດ້ເວົ້າກັບອາໂມດວ່າ, “ທ່ານຜູ້ທຳນວາຍເອີຍ, ຈົ່ງໄປສາ, ຈົ່ງແລ່ນກັບໄປຫາແຜ່ນດິນຢູດາ, ແລະໄປຫາກິນອາຫານ ແລະປະກາດພຣະທຳຢູ່ທີ່ນັ້ນສາ.
\v 13 ແຕ່ຢ່າມາປະກາດພຣະທຳຢູ່ທີ່ເມືອງເບັດເອນນີ້ອີກຕໍ່ໄປ, ເພາະນີ້ເປັນສະຖານທີ່ນະມັດສະການຂອງກະສັດ ແລະເປັນພຣະຣາຊະວັງຂອງກະສັດ.”
\s5
\v 14 ແລ້ວອາໂມດຈຶ່ງຕອບອາມາຊີຢາວ່າ, “ຂ້ານ້ອຍບໍ່ແມ່ນຜູ້ປະກາດພຣະທຳ ຫລືລູກຊາຍຂອງຜູ້ປະກາດພຣະທຳ. ຂ້ານ້ອຍເປັນພຽງຄົນລ້ຽງສັດຄົນຫນຶ່ງ, ແລະ ຂ້ານ້ອຍເບິ່ງແຍງສວນຫມາກເດື່ອເທດ.
\v 15 ແຕ່ພຣະຢາເວໄດ້ນຳຂ້ານ້ອຍອອກມາຈາກການລ້ຽງຝູງສັດ ແລະຊົງກ່າວແກ່ຂ້ານ້ອຍວ່າ, 'ຈົ່ງໄປ, ຈົ່ງປະກາດພຣະທຳແກ່ອິດສະຣາເອນໄພ່ພົນຂອງເຮົາ.'
\s5
\v 16 ບັດນີ້ ຈົ່ງຟັງພຣະຄຳຂອງພຣະຢາເວ. ທ່ານກ່າວວ່າ, 'ຢ່າປະກາດພຣະທຳຕໍ່ສູ້ພວກອິດສະຣາເອນ, ແລະຢ່າກ່າວໂທດໃສ່ເຊື້ອສາຍອີຊາກ.'
\v 17 ດ້ວຍເຫດນັ້ນ ພຣະຢາເວຈຶ່ງຊົງກ່າວດັ່ງນີ້ວ່າ, 'ເມຍຂອງທ່ານຈະເປັນໂສເພນີໃນເມືອງນີ້; ລູກຊາຍແລະລູກຍິງທັງຫລາຍຂອງເຈົ້າຈະຖືກຂ້າດ້ວຍຄົມດາບ; ແຜ່ນດິນຂອງເຈົ້າຈະຖືກວັດແທກ ແລະແບ່ງປັນໃຫ້ຄົນອື່ນ; ເຈົ້າຈະຕາຍຢູ່ໃນດິນແດນຂອງຄົນນອກສາດສະຫນາ, ແລະອິດສະຣາເອນຈະຕົກເປັນຊະເລີຍຢູ່ດິນແດນຫ່າງໄກຈາກແຜ່ນດິນຂອງຕົນຢ່າງແນ່ນອນ.'”
\s5
\c 8
\cl ບົດທີ 8
\p
\v 1 ພຣະຢາເວໄດ້ຊົງສະແດງໃຫ້ແກ່ຂ້ານ້ອຍດັ່ງນີ້: ເບິ່ງເທີ້ນ, ມີກະຕ່າຫມາກໄມ້ລະດູຮ້ອນຫນ່ວຍຫນຶ່ງ.
\v 2 ພຣະອົງໄດ້ຊົງກ່າວວ່າ, “ອາໂມດເອີຍ, ເຈົ້າໄດ້ເຫັນຫຍັງແດ່?” ຂ້ານ້ອຍຕອບວ່າ, “ກະຕ່າຫມາກໄມ້ລະດູຮ້ອນຫນ່ວຍຫນຶ່ງ.” ແລ້ວພຣະຢາເວຊົງກ່າວຂ້ານ້ອຍວ່າ, “ມື້ສຸດທ້າຍຂອງປະຊາຊົນອິດສະຣາເອນຂອງເຮົາມາຮອດແລ້ວ; ເຮົາຈະບໍ່ຮັກສາພວກເຂົາໄວ້ອີກຕໍ່ໄປ.
\v 3 ນີ້ເປັນຄຳປະກາດຂອງພຣະຢາເວມີດັ່ງນີ້—ໃນມື້ນັ້ນ ບົດເພງທັງຫລາຍໃນພຣະວິຫານຈະກາຍເປັນສຽງຮ້ອງໄຫ້ຄວນຄາງ, ໃນມື້ນັ້ນ ຈະມີຊາກສົບຢູ່ທຸກບ່ອນ ພວກເຂົາຈະປົງສົບຢ່າງງຽບໆ ໃນທຸກແຫ່ງ!”
\s5
\v 4 ຈົ່ງຟັງຖ້ອຍຄຳເຫລົ່ານີ້, ເຈົ້າຜູ້ຂົ່ມເຫັງຄົນຂັດສົນ ແລະ ຂັບໄລ່ຄົນທຸກຍາກອອກຈາກແຜ່ນດິນນີ້.
\v 5 ພວກເຂົາເວົ້າວ່າ, “ເມື່ອໃດຫນໍມື້ຂຶ້ນຫນຶ່ງຄ່ຳຈະຫມົດໄປ, ເພື່ອພວກເຮົາຈະໄດ້ຂາຍເຂົ້າອີກເທື່ອ? ເມື່ອໃດຫນໍວັນສະບາໂຕຈະກາຍໄປ ເພື່ອເຮົາຈະໄດ້ຂາຍເຂົ້າບາເລ? ພວກເຮົາຈະເຮັດຖ້ວຍຕວງໃຫ້ນ້ອຍລົງແລະຂື້ນລາຄາ, ພວກເຮົາຈະໂກງຕາຊັ່ງ.
\v 6 ເພື່ອພວກເຮົາຈະຂາຍແກບເຂົ້າບາເລ, ຊື້ຄົນທຸກຍາກດ້ວຍເງິນ ແລະຊື້ຄົນຂັດສົນດ້ວຍເກີບຄູ່ຫນຶ່ງ.”
\s5
\v 7 ພຣະຢາເວໄດ້ຊົງກ່າວສາບານດ້ວຍກຽດສັກສີຂອງຢາໂຄບວ່າ, “ເຮົາຈະບໍ່ລືມການກະທຳອັນຊົ່ວຊ້າຂອງພວກເຂົາຢ່າງແນ່ນອນ.”
\v 8 ແຜ່ນດິນຈະບໍ່ສະທ້ານຫວັ່ນໄຫວເພາະສິ່ງເຫລົ່ານີ້ຫລື, ແລະທຸກຄົນທີ່ຢູ່ເທິງແຜນດິນນັ້ນຈະບໍ່ໂສກເສົ້າຫລື? ແຜ່ນດິນທັງຫມົດກໍຈະຍົກຂຶ້ນເຫມືອນແມ່ນ້ຳໄນ, ແລະຈະຖືກຊັດໄປຊັດມາ ແລະຈົມລົງອີກຄັ້ງ, ເຫມືອນແມ່ນ້ຳຂອງເອຢິບ.
\s5
\v 9 "ວັນນັ້ນຈະມາເຖິງ—ນີ້ເປັນການປະກາດຂອງພຣະຢາເວ ອົງພຣະຜູ້ເປັນເຈົ້າ—ຄືວັນທີ່ເຮົາຈະເຮັດໃຫ້ຕາເວັນຕົກໃນຕອນທ່ຽງ, ແລະເຮົາຈະເຮັດໃຫ້ແຜ່ນໂລກມືດໄປໃນເວລາກາງເວັນ.
\v 10 ເຮົາຈະເຮັດໃຫ້ເທດສະການທັງຫລາຍຂອງເຈົ້າກາຍເປັນໄຫວ້ອາໄລ ແລະບົດເພງທັງຫລາຍກາຍເປັນສຽງໂສກເສົ້າຮ້ອງໄຫ້ຄວນຄາງ. ເຮົາຈະເຮັດໃຫ້ພວກເຈົ້າທັງຫລາຍນຸ່ງເຄື່ອງຜ້າປ່ານຫຍາບ ແລະແຖຫົວທຸກຫົວ. ເຮົາຈະເຮັດໃຫ້ເປັນເຫມືອນການໄຫວ້ອາໄລໃຫ້ແກ່ລູກຊາຍໂທນທີ່ຕາຍໄປນັ້ນ ແລະຂົມຂືນໄປຈົນເຖິງວາລະສຸດທ້າຍ.
\s5
\v 11 ເບິ່ງເທີ້ນ, ວັນເຫລົ່ານັ້ນກຳລັງມາເຖິງ—ນີ້ເປັນຄຳປະກາດຂອງພຣະຢາເວອົງພຣະຜູ້ເປັນເຈົ້າ—ເມື່ອເຮົາຈະສົ່ງການອຶດຢາກມາໃນແຜ່ນດິນ, ຊຶ່ງບໍ່ແມ່ນການອຶດຢາກອາຫານ, ຫລືກະຫາຍນ້ຳ, ແຕ່ເປັນການອຶດຢາກທີ່ຈະໄດ້ຟັງພຣະຄຳຂອງພຣະຢາເວ.
\v 12 ພວກເຂົາຈະຍ່າງໂຊເຊໄປມາຈາກທະເລຫນຶ່ງໄປຫາອີກທະເລຫນຶ່ງ; ພວກເຂົາຈະແລ່ນຈາກທິດເຫນືອໄປທິດຕາເວັນອອກ ເພື່ອສະແຫວງຫາພຣະຄຳຂອງພຣະຢາເວ, ແຕ່ພວກເຂົາຈະບໍ່ພົບ.
\s5
\v 13 ໃນວັນນັ້ນ ບັນດາສາວປອດທີ່ສວຍງາມ ແລະບັນດາຊາຍຫນຸ່ມທັງຫລາຍຈະອອ່ນເພຍຍ້ອນການຫິວນ້ຳ.
\v 14 ບັນດາຄົນທີ່ສາບານຕົນດ້ວຍຄວາມບາບແຫ່ງຊະມາເຣຍ, ພວກເຂົາຈະລົ້ມລົງ ແລະ ບໍ່ສາມາດລຸກຂຶ້ນໄດ້ອີກ.”
\s5
\c 9
\cl ບົດທີ 9
\p
\v 1 ຂ້ານ້ອຍໄດ້ເຫັນອົງພຣະຜູ້ເປັນເຈົ້າຊົງຢືນຢູ່ຂ້າງແທ່ນບູຊາ, ແລະ ພຣະອົງຊົງກ່າວວ່າ, “ຈົ່ງທຸບຫົວເສົາທັງຫລາຍ ເພື່ອຮາກຖານທັງຫລາຍຈະສັ່ນສະເທືອນ. ຈົ່ງທຸບມັນໃຫ້ເປັນປ່ຽງໆ, ແລະໃຫ້ຕົກໃສ່ຫົວຂອງພວກເຂົາທັງຫລາຍ, ສ່ວນເຮົາຈະມອບຄົນສຸດທ້າຍຂອງພວກເຂົາດ້ວຍຄົມດາບ. ບໍ່ມີໃຜຈັກຄົນຂອງພວກເຂົາທີ່ຫລົບຫນີໄປໄດ້.
\v 2 ເຖິງວ່າພວກເຂົາຈະຂຸດລົງໄປສູ່ແດນຄົນຕາຍ, ມືຂອງເຮົາກໍດຶງພວກເຂົາຂື້ນມາຈາກທີ່ນັ້ນ. ຖ້າພວກເຂົາປີນຂຶ້ນເຖິງຟ້າສະຫວັນ, ເຮົາກໍຈະດຶງພວກເຂົາລົງມາຈາກບ່ອນນັ້ນ.
\s5
\v 3 ຖ້າວ່າພວກເຂົາຈະລີ້ຢູ່ເທິງຍອດພູກາເມນ, ເຮົາກໍຈະຊອກຫາ ແລະຈັບເອົາພວກເຂົາມາຈາກທີ່ນັ້ນ. ຖ້າວ່າພວກເຂົາລີ້ຢູ່ໃຕ້ພື້ນນ້ຳທະເລ ເພື່ອໃຫ້ພົ້ນຈາກສາຍຕາຂອງເຮົາ, ເຮົາກໍຈະສົ່ງງູຮ້າຍ ແລະມັນກໍຈະກັດພວກເຂົາ.
\v 4 ຖ້າພວກເຂົາຕົກໄປເປັນຊະເລີຍ, ຖືກຂັບໄລ່ໂດຍສັດຕູຂອງພວກເຂົາ, ເຮົາກໍຈະສັ່ງໃຫ້ສັດຕູຂ້າພວກເຂົາຢູ່ຕໍ່ຫນ້າພວກເຂົາ. ເຮົາຈະເຝົ້າເບິ່ງພວກເຂົາດ້ວຍສາຍຕາຮ້າຍ ແລະ ບໍ່ແມ່ນດ້ວຍສາຍຕາດີ.”
\s5
\v 5 ພຣະຢາເວອົງພຣະະຜູ້ເປັນເຈົ້າຈອມໂຍທາ ຊົງໄດ້ແຕະຕ້ອງແຜ່ນດິນ ແລະ ມັນກໍສະລາຍໄປ; ທຸກຄົນທີ່ອາໄສຢູ່ທີ່ນັ້ນກໍໂສກເສົ້າເສຍໃຈ; ແຜ່ນດິນທັງຫມົດຈະຖືກຍົກຂຶ້ນເຫມືອນແມ່ນ້ຳ ແລະຈະຖືກຈົມລົງອີກຄັ້ງເຫມືອນແມ່ນ້ຳແຫ່ງເອຢິບ.
\v 6 ເພາະພຣະອົງຜູ້ຊົງສ້າງຂັ້ນໄດຂອງພຣະອົງເທິງຟ້າສະຫວັນ, ແລະ ໄດ້ຊົງຕັ້ງຟ້າຂອງພຣະອົງກວມແຜ່ນດິນໂລກໄວ້. ພຣະອົງຊົງເອີ້ນເອົານ້ຳຫລາຍແຫ່ງທະເລມາ, ແລະຖອກນ້ຳນັ້ນລົງເທິງແຜ່ນດິນໂລກ, ພຣະນາມຂອງພຣະອົງຄືພຣະຢາເວ.
\s5
\v 7 “ໂອ ຄົນອິດສະຣາເອນເອີຍ, ສຳລັບເຮົາແລ້ວ ພວກເຈົ້າເປັນເຫມືອນຄົນເອທີໂອເປຍບໍແມ່ນຫລື?—ພຣະຢາເວໄດ້ຊົງປະກາດດັ່ງນີ້ແຫລະ. ເຮົາໄດ້ນຳອິດສະຣາເອນອອກຈາກແຜ່ນດິນເອຢິບ, ແລະພາພວກຟີລິດສະຕີນມາຈາກເມືອງກະເຣເຕ, ແລະພາຄົນອາຣາມຽນມາຈາກເມືອງກີຣະບໍ່ແມ່ນຫລື?
\v 8 ເບິ່ງແມ, ພຣະຢາເວອົງພຣະຜູ້ເປັນເຈົ້າ ກຳລັງທອດພຣະເນດເຫນືອອານາຈັກທີ່ເຕັມໄປດ້ວຍຄວາມບາບ, ແລະ ເຮົາຈະທຳລາຍເມືອງນັ້ນຈາກແຜ່ນດິນໂລກ, ເວັ້ນແຕ່ເຊື້ອສາຍຂອງຢາໂຄບເຮົາຈະບໍ່ທຳລາຍໃຫ້ຫມົດໃນເທື່ອດຽວ—ນີ້ເປັນການປະກາດຂອງພຣະຢາເວ.
\s5
\v 9 ເບິ່ງແມ, ເຮົາຈະອອກຄຳສັ່ງ ແລະເຮົາຈະສັ່ນສະເທືອນເຊື້ອສາຍຂອງອິດສະຣາເອນໃນທ່າມກາງປະຊາຊາດທັງຫມົດ ເຫມືອນການຮ່ອນເຂົ້າຢູ່ໃນກະດົ້ງ, ເພື່ອຈະບໍ່ໃຫ້ເມັດທີ່ນ້ອຍໆຫລຸດຕົກລົງພື້ນດິນ.
\v 10 ບັນດາຜູ້ທີ່ເຮັດຜິດບາບທັງຫລາຍຂອງປະຊາຊົນຂອງເຮົາຈະຖືກຂ້າດ້ວຍຄົມດາບ, 'ຄວາມຈິບຫາຍຈະມາບໍ່ເຖິງເຮົາ ຫລືຈະບໍ່ພົບພວກເຮົາ'.
\s5
\v 11 ໃນວັນນັ້ນ ເຮົາຈະຍົກເຕັນຂອງດາວິດທີ່ລົ້ມລົງຂຶ້ນໃຫມ່, ແລະປົວແປງບ່ອນທີ່ເພພັງທັງຫລາຍ. ເຮົາຈະແປງຊາກຫັກເພພັງນັ້ນຂື້ນ, ແລະ ສ້າງຂື້ນໃຫມ່ໃຫ້ກັບສະພາບຄືໃນສະໄຫມກ່ອນ.
\v 12 ເພື່ອພວກເຂົາຈະໄດ້ຄອບຄອງຄົນທີ່ຍັງເຫລືອຢູ່ຂອງເອໂດມ, ແລະປະຊາຊົນທັງປວງທີ່ຖືກເອີ້ນໂດຍນາມຂອງເຮົາ—ພຣະອົງຊົງເຮັດຢ່າງນີ້—ນີ້ເປັນຄຳປະກາດຂອງພຣະຢາເວ.
\s5
\v 13 ພຣະຢາເວຊົງປະກາດໄວ້ດັ່ງນີ້ວ່າ—ເບິ່ງແມ, ວັນເຫລົ່ານັ້ນຈະມາເຖິງ—ເມື່ອຄົນໄຖຈະທັນຄົນເກັບກ່ຽວ ແລະຄົນທີ່ບີບນ້ຳອະງຸ່ນຈະທັນຄົນຫວ່ານພືດ. ພູເຂົາທັງຫລາຍຈະມີນ້ຳອະງຸ່ນຫວານຍ້ອຍລົງມາ, ເຮົາຈະນຳປະຊາຊົນອິດສະຣາເອນອອກມາຈາກການເປັນຊະເລີຍ.
\s5
\v 14 ເຮົາຈະນຳອິດສະຣາເອນໄພ່ພົນຂອງເຮົາຄືນຈາກການເປັນຊະເລີຍ. ພວກເຂົາຈະສ້າງເມືອງທີ່ເພພັງນັ້ນຄືນໃຫມ່ ແລະ ອາໄສຢູ່ໃນເມືອງເຫລົ່ານັ້ນ, ພວກເຂົາຈະປູກສວນອະງຸ່ນ ແລະ ດື່ມເຫລົ້າອະງຸ່ນຈາກສວນເຫລົ່ານັ້ນ, ແລະພວກເຂົາຈະເຮັດສວນຫມາກໄມ້ ແລະ ກິນຜົນລະປູກຈາກສວນນັ້ນ.
\v 15 ເຮົາຈະຫວ່ານພວກເຂົາເທິງແຜ່ນດິນຂອງເຂົາ, ແລະພວກເຂົາຈະບໍ່ມີທາງຖືກຖອນຮາກເຫງົ້າ ຈາກແຜ່ນດິນທີ່ເຮົາໄດ້ມອບໄວ້ໃຫ້ພວກເຂົາອີກຕໍ່ໄປ,” ພຣະຢາເວຂອງພວກເຈົ້າຊົງກ່າວໄວ້ດັ່ງນີ້ແຫລະ.