751 lines
174 KiB
Plaintext
751 lines
174 KiB
Plaintext
\id DAN
|
||
\ide UTF-8
|
||
\h ດານີເອນ
|
||
\toc1 ດານີເອນ
|
||
\toc2 ດານີເອນ
|
||
\toc3 dan
|
||
\mt ດານີເອນ
|
||
|
||
\s5
|
||
\c 1
|
||
\cl ບົດທີ 1
|
||
\p
|
||
\v 1 ໃນປີທີສາມທີ່ເຢໂຮຍອາກິມໄດ້ເປັນກະສັດເເຫ່ງຢູດາຍ, ເນບູກາດເນັດຊາ ກະສັດບາບີໂລນໄດ້ສະເດັດມາຍັງເມືອງເຢຣູຊາເລັມ ເເລະ ຊົງລ້ອມເມືອງໄວ້ ເພື່ອເປັນການຕັດສະບຽງທັງຫມົດທີ່ຈະຜ່ານເຂົ້າໃນເມືອງ.
|
||
\v 2 ອົງພຣະຜູ້ເປັນເຈົ້າໄດ້ໃຫ້ໄຊຊະນະເເກ່ເນບູກາດເນັດຊາ ເຫນືອເຢໂຮຍອາກິມກະສັດແຫ່ງຢູດາ, ເເລະພຣະອົງໄດ້ມອບວັດຖຸສັກສິດບາງອັນຈາກວິຫານຂອງພຣະເຈົ້າ. ພຣະອົງຊົງວາງວັດຖຸເຫລົ່ານັ້ນໄວ້ໃນດິນແດນແຫ່ງບາບີໂລນ, ໄວ້ໃນວິຫານຂອງພຣະເຈົ້າຂອງພຣະອົງ, ແລະພຣະອົງໄດ້ມອບວາງວັດຖຸສັກສິດໄວ້ໃນຄັງຂອງພຣະເຈົ້າ.
|
||
|
||
\s5
|
||
\v 3 ກະສັັດໄດ້ສັ່ງອັດສະເປນັດ, ຜູ້ເປັນຫົວຫນ້າຂອງບັນດາຂ້າຣາຊການ, ເພື່ອນຳເອົາຄົນອິດສາຣະະເອນຈຳນວນຫນຶ່ງ, ທັງເຊື້ອພະວົງ ເເລະເຊື້ອສາຍຂຸນນາງ -
|
||
\v 4 ພວກຊາຍຫນຸ່ມໆທີ່ປາສະຈາກຄຳຕຳຫນິ, ມີຮູບຮ່າງຫນ້າຕາດີ, ຊ່ຽວຊານທາງດ້ານສະຕິປັນຍາທັງຫມົດ, ມີຄວາມຮູ້ຄວາມເຂົ້າໃຈ ເເລະ ຄວາມສາມາດທີ່ຈະຮັບໃຊ້ໃນຣາຊວັງຂອງກະສັດ. ພະອົງຊົງໃຫ້ສອນວັນນະຄະດີ ແລະ ພາສາຂອງບາບິໂລນເເກ່ພວກເຂົາ.
|
||
\v 5 ກະສັດໄດ້ຊົງກຳນົດອາຫານປານີດສູງ ເເລະ ເຫລົ້າອະງຸ່ນຊຶ່ງກະສັດໄດ້ດື່ມນັ້ນ ໃຫ້ເເກ່ພວກເຂົາທຸກມື້. ພວກຄົນຫນຸ່ມເຫລົ່ານັ້ນໄດ້ຮັບການຝຶກຝົນຢູ່ສາມປີ, ເເລະຫລັງຈາກທີ່ຄົບກຳນົດເວລາເເລ້ວນັ້ນ, ພວກເຂົາກໍໄດ້ຮັບໃຊ້ກະສັດ.
|
||
|
||
\s5
|
||
\v 6 ໃນບັນດາຄົນເຫລົ່ານັ້ນມີຄົນດານີເເອນ, ຮານານີຢາ, ມີຊາເອນ, ແລະ ອາຊາລີຢາ, ມີຊາເອນ, ເເລະ ອາຊາລີຢາ, ເເລະ ປະຊາຊົນຄົນອື່ນໆຂອງຢູດາ.
|
||
\v 7 ຫົວຫນ້າເຈົ້າຫນ້າທີ່ ໄດ້ຕັ້ງຊື່ໃຫມ່ໃຫ້ພວກເຂົາ: ດານີເເອນໄດ້ເອີ້ນວ່າ ເບັນເຕຊັດຊາເຣ, ຮານານີຢາເອີ້ນວ່າ ຊັດຣາກ, ມີຊາເອນເອີ້ນວ່າ ເມຊາກ, ເເລະ ອາຊາລີຢາເອີ້ນວ່າອາເບັດເນໂກ.
|
||
|
||
\s5
|
||
\v 8 ເເຕ່ດານີເເອນໄດ້ຕັ້ງໃຈວ່າຈະບໍ່ເຮັດໂຕເປັນມົນທິນດ້ວຍອາຫານປານີດຂອງກະສັດ ຫລືດ້ວຍເຫລົ້າອະງຸ່ນຊຶ່ງພະອົງໄດ້ດື່ມ. ດັ່ງນັ້ນເຂົາຈຶ່ງໄດ້ອະນຸຍາດຫົວຫນ້າຣາຊການ ເພື່ອເຂົາຈະບໍ່ເຮັດໂຕເອງເປັນມົນທິນ.
|
||
\v 9 ບັດນີ້ພຣະເຈົ້າໄດ້ປຣະທານຄວາມຊື່ນຊົມ ເເລະ ຄວາມເຫັນໃຈດານີເເອນໂດຍຜ່ານຄວາມນັບຖືທີ່ ຫົວຫນ້າຂ້າຣາຊການມີຕໍ່ເຂົາ.
|
||
\v 10 ຫົວຫນ້າຂ້າຣາຊການໄດ້ກ່າວຕໍ່ດານີເເອນວ່າ, “ຂ້ານ້ອຍຢ້ານກະສັດນາຍຂອງຂ້ານ້ອຍ. ພະອົງໄດ້ຊົງສັ່ງອາຫານ ເເລະເຄື່ອງດື່ມ ທີ່ພວກທ່ານຄວນໄດ້ຮັບປະທານ, ເພາະເຫດໃດຈຶ່ງໃຫ້ພະອົງຄວນເຫັນວ່າພວກທ່ານເບິ່ງຂີ້ຮ້າຍ ກວ່າບັນດາຄົນຫນຸ່ມອາຍຸລຸ້ນລາວຄາວດຽວກັນ? ກະສັດອາດຈະຕັດຫົວຂ້ານ້ອຍເພາະພວກທ່ານ."
|
||
|
||
\s5
|
||
\v 11 ເເລ້ວດານີເເອນໄດ້ກ່າວເເກ່ຜູ້ຮັບໃຊ້ທີ່ຫົວຫນ້າຂ້າຣາຊການໄດ້ກຳນົດໃຫ້ເບິ່ງເເຍງດານີເເອນ, ຮານານີຢາມີຊາເອນ, ເເລະ ອາຊາລີຢາ.
|
||
\v 12 ເຂົາໄດ້ກ່າວ່າ, “ຂໍທົດສອບກັບພວກເຮົາ, ຜູ້ຮັບໃຊ້ຂອງທ່ານ, ຈັກສິບວັນ. ຂໍນຳຜັກຕ່າງໆ ມາໃຫ້ເຮົາກິນ ເເລະ ນ້ຳມາໃຫ້ເຮົາດື່ມກໍພໍເເລ້ວ.
|
||
\v 13 ເເລ້ວກວດເບິ່ງຫນ້າຕາຂອງເຮົາ ທຽບກັບຫນ້າຕາຂອງບັນດາຄົນຫມຸ່ນຜູ້ທີ່ກິນອາຫານປານີດຂອງກະສັດ, ເເລະ ຈົ່ງປະຕິບັດກັບພວກເຮົາ, ຜູ້ຮັບໃຊ້ພວກທ່ານ, ຈາກສິ່ງທີ່ທ່ານໄດ້ເຫັນ."
|
||
|
||
\s5
|
||
\v 14 ດັ່ງນັ້ນຄົນຮັບໃຊ້ເຫັນດ້ວຍກັບເຂົາທີ່ຈະເຮັດສິ່ງນີ້, ເເລະ ເຂົາໄດ້ທົດສອບພວກເຂົາເປັນເວລາສິບມື້.
|
||
\v 15 ເມື່ອຄົບສິບມື້ເເລ້ວຮູບຮ່າງຂອງເຂົາກໍເບິ່ງແຂງແຮງດີກວ່າ, ເເລະ ເນື້ອຫນັງເປັ່ງປັ່ງກວ່າບັນດາຄົນຫນຸ່ມທີ່ກິນອາຫານອັນປານີດຂອງກະສັດ.
|
||
\v 16 ດັ່ງນັ້ນຄົນຮັບໃຊ້ຈຶ່ງເອົາອາຫານປານີດສ່ວນຂອງພວກເຂົາ ເເລະ ເຫລົ້າອາງຸ່ນຊຶ່ງເຂົາຈະໄດ້ກິນນັ້ນໄປ ເເລ້ວໃຫ້ພວກເຂົາພຽງເເຕ່ຜັກເທົ່ານັ້ນ.
|
||
|
||
\s5
|
||
\v 17 ສຳລັບພວກຄົນຫນຸ່ມທັງສີ່ຄົນນີ້, ພຣະເຈົ້າໄດ້ປຣະທານຄວາມຮູ້ ເເລະ ຄວາມເຂົ້າໃຈຢ່າງຊຳນິຊຳນານທັງປວງ ເເລະ ປັນຍາ, ເເລະ ດານີເເອນກໍໄດ້ສາມາດເຂົ້າໃຈນິມິດ ເເລະ ຄວາມຝັນທຸກຢ່າງ.
|
||
\v 18 ພໍຮອດກຳນົດເວລາ ທີ່ກະສັດຊົງບັນຊາໃຫ້ເຂົາທັງຫລາຍເຂົ້າເຝົ້າ, ຫົວຫນ້າຂ້າຮາຊການຈຶ່ງນຳພວກເຂົາທັງຫລາຍເຂົ້າມາເຝົ້າເນບູກາດເນັດຊາ.
|
||
|
||
\s5
|
||
\v 19 ກະສັດໄດ້ກ່າວກັບພວກເຂົາ, ແລະ ໃນບັນດາຄົນຫນຸ່ມເຫລົ່ານັ້ນບໍ່ເຫັນຈັກຄົນຫນຶ່ງທີ່ປຽບທຽບດານີເອນ, ຮານານີຢາ, ມີຊາເອນ, ເເລະ ອາຊາຮີຢາໄດ້. ພວກເຂົາໄດ້ຢືຢັນຕໍ່ຫນ້າກະສັດ, ພ້ອມທີ່ຈະຮັບໃຊ້ພະອົງ.
|
||
\v 20 ໃນທຸກຄຳຖາມແຫ່ງປັນຍາ ແລະ ຄວາມເຂົ້າໃຈທີ່ກະສັດໄດ້ຖາມພວກເຂົາ, ພະອົງພົບວ່າພວກເຂົາຕອບໄດ້ດີກວ່າຜູ້ມີຄາຖາອາຄົມທັງຫມົດສິບເທົ່າ ແລະ ຜູ້ຄົນເຫລົ່ານັ້ນຊຶ່ງອ້າງວ່າ ເວົ້າກັບຄົນຕາຍໄດ້, ຜູ້ທີ່ຢູ່ໃນອານາຈັກຂອງພະອົງທັງຫມົດ.
|
||
\v 21 ດານີເອນໄດ້ຮັບໃຊ້ຢູ່ທີ່ນັ້ນເລື້ອຍມາ ຈົນເຖິງສະໄຫມທຳອິດຂອງກະສັດໄຊຣັດ.
|
||
|
||
\s5
|
||
\c 2
|
||
\cl ບົດທີ 2
|
||
\p
|
||
\v 1 ໃນປີທີສອງຣາຊການຂອງເນບູກາດເນັດຊາ, ພະອົງໄດ້ຊົງຝັນ. ພະອົງໄດ້ທຸກໃຈ, ເເລະ ພະອົງບໍ່ສາມາດນອນຫລັບໄດ້.
|
||
\v 2 ເເລ້ວກະສັດຈຶ່ງໄດ້ບັນຊາໃຫ້ເອີ້ນເຫລົ່ານັກວິທະຍາຄົມ ເເລະ ຄົນເຫລົ່ານັ້ນໄດ້ອ້າງວ່າເວົ້າກັບຄົນຕາຍໄດ້. ພະອົງໄດ້ຊົງເອີ້ນຜູ້ຊົງມີເວດມົນຄາຖາ ເເລະ ນັກປາດເຂົ້າມາດ້ວຍ. ພະອົງຕ້ອງການໃຫ້ພວກເຂົາ ເວົ້າກ່ຽວກັບຄວາມຝັນຂອງພະອົງນັ້ນເປັນຢ່າງໃດ. ດັ່ງນັ້ນ ພວກເຂົາຈຶ່ງໄດ້ເຂົ້າເຝົ້າ ແລະ ຢືນຢູ່ຕໍ່ຫນ້າກະສັດ.
|
||
|
||
\s5
|
||
\v 3 ກະສັດໄດ້ກ່າວກັບພວກເຂົາວ່າ, "ເຮົາໄດ້ຝັນ ເເລະ ຈິດໃຈຂອງເຮົາກໍກະວົນກະວາຍຢາກຮູ້ວ່າຄວາມຫມາຍຂອງສິ່ງທີ່ໄດ້ຝັນ."
|
||
\v 4 ເເລ້ວພວກນັກປາດໄດ້ຕອບກະສັດເປັນພາສາອາຣາມິກວ່າ, "ຂ້າເເດ່ກະສັດ, ຂໍຊົງພະຈະເລີນເປັນນິດ! ຂໍເລົ່າຄວາມຝັນໃຫ້ເເກ່ພວກຂ້ານ້ອຍ, ບັນດາຜູ້ຮັບໃຊ້ຂອງພຣະອົງ, ແລະພວກຂ້ານ້ອຍຈະໄດ້ເເກ້ຄວາມຝັນນັ້ນໃຫ້."
|
||
|
||
\s5
|
||
\v 5 ກະສັດໄດ້ຊົງຕອບພວກນັກປາດວ່າ, “ເລື່ອງນີ້ໄດ້ຕັດສິນເເລ້ວວ່າ. ຖ້າເຈົ້າບໍ່ເປີດເຜີຍຄວາມຝັນໃຫ້ເຮົາຮູ້ ພ້ອມທັງເເກ້ຄວາມຝັນ, ຮ່າງຂອງເຈົ້າຈະຖືກສີກອອກຈາກກັນ ເເລະ ບ້ານເຮືອນຂອງເຈົ້າຈະຖືກເຮັດໃຫ້ເປັນກອງຂີ້ເຫຍື່ອ.
|
||
\v 6 ເເຕ່ຖ້າເຈົ້າເປີດເຜີຍຄວາມຝັນ ເເລະຄຳເເກ້ຄວາມຝັນໃຫ້ເຮົາ, ເຈົ້າຈະໄດ້ຮັບຂອງຂວັນຈາກເຮົາ, ໄດ້ຮັບລາງວັນ, ເເລະໄດ້ຮັບກຽດຕິຍົດຫຍິ່ງໃຫຍ່. ດັ່ງນັ້ນຈົ່ງເປີດເຜີຍຄວາມຝັນ ເເລະ ຄຳເເກ້ຄວາມຝັນໃຫ້ເຮົາ."
|
||
|
||
\s5
|
||
\v 7 ເຂົາທັງຫລາຍໄດ້ກ່າວອີກຄັ້ງວ່າ, "ຂໍກະສັດຊົງເລົ່າຄວາມຝັນ, ແກ່ພວກຂ້ານ້ອຍ, ບັນດາຜູ້ຮັບໃຊຂອງພຣະອົງ ແລະ ພວກຂ້ານ້ອຍຈະສາມາດເເກ້ຄວາມຝັນນັ້ນໄດ້."
|
||
\v 8 ກະສັດໄດ້ຊົງຕອບວ່າ, "ເຮົາຮູ້ແນ່ເເລ້ວວ່າພວກເຈົ້າພະຍາຍາມຖ່ວງເວລາໄວ້ເພາະເຈົ້າເຫັນວ່າການຕັດສິນໃຈຂອງເຮົາກ່ຽວກັບເລື່ອງນີ້ເດັດຂາດ.
|
||
\v 9 ເເຕ່ຖ້າເຈົ້າບໍ່ໄດ້ບອກຄວາມຝັນໃຫ້ເຮົາໄດ້ຮູ້, ກໍມີຄຳຕັດສິນເຈົ້າຢູ່ຂໍ້ດຽວ. ພວກເຈົ້າໄດ້ຕັດສິນໃຈທີ່ຈະຕຽມຄຳເວົ້າທີ່ຕົວະ ເເລະ ຄຳເວົ້າຫລອກລວງຕໍ່ເຮົາທີ່ພວກເຈົ້າໄດ້ຕົກລົງກັນວ່າຈະເວົ້າກັບເຮົາຈົນກວ່າເຮົາຈະປ່ຽນໃຈຂອງເຮົາ. ດັ່ງນັ້ນເເລ້ວ, ຈົ່ງບອກຄວາມຝັນເເກ່ເຮົາ, ເເລະເຮົາຈະຮູ້ວ່າເຈົ້າເເກ້ຄວາມຝັນໃຫ້ເຮົາໄດ້."
|
||
|
||
\s5
|
||
\v 10 ພວກນັກປາດຈຶ່ງໄດ້ກ່າວກັບກະສັດວ່າ, "ບໍ່ມີໃຜໃນເເຜ່ນດິນທີ່ຈະຕອບສະຫນອງພະປະສົງຂອງກະສັດໄດ້. ເພາະວ່າບໍ່ມີກະສັດຍິ່ງໃຫຍ່, ເເລະ ຊົງລິດອົງໃດມີພະປະສົງເຊັ່ນນີ້ຈາກນັກເວດມົນ, ຫລື ຈາກຜູ້ໃດກໍຕາມທີ່ອ້າງວ່າໄດ້ເວົ້າກັບຄົນຕາຍ, ຫລື ຈາກນັກປາດ.
|
||
\v 11 ສິ່ງໃດຊຶ່ງກະສັດໄດ້ຊົງພະປະສົງນັ້ນຍາກ, ແລະ ບໍ່ມີໃຜຈະສາມາດບອກກະສັດໄດ້ນອກຈາກບັນດາພະຕ່າງໆ, ເເລະ ພວກເຂົາຜູ້ບໍ່ໄດ້ຢູ່ກັບພວກມະນຸດ."
|
||
|
||
\s5
|
||
\v 12 ເລື່ອງນີ້ເຮັດໃຫ້ກະສັດບໍ່ພໍໃຈ ເເລະ ຊົງໃຈຮ້າຍຫລາຍ, ເເລະ ພະອົງຊົງໄດ້ມີຄຳສັ່ງໃຫ້ຂ້າຄົນເຫລົ່ານັ້ນໃນບາບີໂລນ ຜູ້ທີ່ມີຊື່ສຽງໃນຄວາມສະຫລຽວສະຫລາດຂອງພວກເຂົາ.
|
||
\v 13 ດັ່ງນັ້ນຈຶ່ງໄດ້ມີຄຳສັ່ງປະກາດອອກໄປວ່າຄົນເຫລົ່ານັ້ນທັງຫມົດທີ່ມີຊື່ສຽງໃນຄວາມສະຫລຽວສະຫລາດຕ້ອງຖືກຂ້າຕາຍ. ເພາະພະຄຳສັ່ງນີ້, ພວກເຂົາຈຶ່ງໄດ້ຕາມຫາດານີເອນ ເເລະ ເພື່ອນໆຂອງເຂົາ ເພື່ອຈະນຳພວກເຂົາໄປຂ້າເສຍ.
|
||
|
||
\s5
|
||
\v 14 ເເລ້ວດານີເອນກໍໄດ້ຕອບດ້ວຍຄວາມຮອບຄອບ ເເລະ ສະຫລາດຕໍ່ອາຣີໂອກຫົວຫນ້າຣາຊອົງຄະລັກຂອງກະສັດ, ຜູ້ມາປະຫານຄົນເຫລົ່ານັ້ນໃນບາບີໂລນທີ່ມີຊື່ສຽງໃນຄວາມສະຫລຽວສະຫລາດຂອງພວກເຂົາ.
|
||
\v 15 ດານີເອນເພິ່ນໄດ້ຖາມອາຣີໂອກວ່າ "ເປັນຫຍັງກະສັດຈຶ່ງອອກຄຳສັ່ງຮຸນເເຮງດັ່ງນີ້?" ດັ່ງນັ້ນອາຣີໂອກຈຶ່ງໄດ້ບອກໃຫ້ດານີເອນຮູ້ວ່າໄດ້ມີຫຍັງເກີດຂຶ້ນ.
|
||
\v 16 ເເລ້ວດານີເອນໄດ້ໄປ ເເລະ ຂໍການນັດຫມາຍເຂົ້າເຝົ້າກະສັດເພື່ອເຂົາຈະສາມາດຖວາຍຄຳເເກ້ຄວາມຝັນເເດ່ພະອົງ.
|
||
|
||
\s5
|
||
\v 17 ແລ້ວດານີເອນກໍໄດ້ໄປບ້ານຂອງເຂົາເເລະ ໄດ້ອະທິບາຍເເກ່ ຮານານີຢາ, ມີຊາເອນ, ເເລະ ອາຊາລີຢາ, ວ່າໄດ້ມີສິ່ງໃດເກີດຂຶ້ນ.
|
||
\v 18 ເຂົາໄດ້ຂໍໃຫ້ທູນຂໍພຣະເມດຕາກະລຸນາຈາກພຣະເຈົ້າ ເເຫ່ງຟ້າກ່ຽວກັບເລື່ອງຄວາມລຶກລັບນີ້ ເພື່ອທີ່ດານີເອນ ເເລະ ເພື່ອນຂອງເຂົາຈະບໍ່ຖືກຂ້າພ້ອມທັງບັນດາຄົນອື່ນໆຂອງບາບີໂລນຜູ້ມີຊື່ສຽງໃນຄວາມສະຫລຽວສະຫລາດທັງຫລາຍນັ້ນ.
|
||
|
||
\s5
|
||
\v 19 ໃນຄືນນັ້ນຄວາມລຶກລັບໄດ້ເປີດເຜີຍກັບດານີເອນໃນນິມິດ. ເເລ້ວດານີເອນກໍໄດ້ຖວາຍສາທຸການເເດ່ພຣະເຈົ້າເເຫ່ງຟ້າສະຫວັນ
|
||
\v 20 ເເລະ ໄດ້ກ່າວ່າ, "ສາທຸການເເດ່ພຣະນາມຂອງພຣະເຈົ້າຕະຫລອດໄປ ເເລະ ສືບໄປ; ເພາະພຣະສະຕິປັນຍາ ເເລະ ຣິດທານຸພາບຂອງພຣະອົງ.
|
||
|
||
\s5
|
||
\v 21 ພຣະອົງຊົງປ່ຽນເວລາ ເເລະ ລະດູການຕ່າງໆ; ພຣະອົງຊົງເເຕ່ງຕັ້ງ ເເລະ ປົດກະສັດລົງຈາກບັນລັງຂອງພວກເຂົາ. ພຣະອົງປຣະທານສະຕິປັນຍາເເກ່ນັກປາດ ເເລະ ຄວາມຮູ້ເເກ່ຄົນເຫລົ່ານັ້ນໃຫ້ມີຄວາມເຂົ້າໃຈ.
|
||
\v 22 ພຣະອົງຊົງເປີດເຜີຍສິ່ງລຶກລັບ ເເລະ ສິ່ງທີ່ໄດ້ຖືກປົກປິດໄວ້ ເພາະພຣະອົງຊົງຮູ້ເລື່ອງທີ່ປົກປິດໄວ້ໃນຄວາມມືດ, ເເລະ ຄວາມສະຫວ່າງຢູ່ກັບພຣະອົງ.
|
||
|
||
\s5
|
||
\v 23 ພຣະເຈົ້າເເຫ່ງບັນພຣະບູລຸດຂອງຂ້ານ້ອຍ, ຂ້ານ້ອຍຂໍຂອບພະຄຸນ ເເລະ ສັນລະເສີນພຣະອົງ ສຳລັບປັນຍາ ເເລະ ພະລັງທີ່ໄດ້ປະທານໃຫ້ຂ້ານ້ອຍ. ບັດນີ້ພຣະອົງໄດ້ຊົງໃຫ້ຂ້ານ້ອຍໄດ້ຮູ້ ໃນສິ່ງທີ່ຂ້ານ້ອຍທູນຂໍຈາກພຣະອົງ; ກໍຊົງໃຫ້ຂ້ານ້ອຍຮູ້ເເລ້ວກ່ຽວກັບເລື່ອງທີ່ກະສັດຊົງກັງວົນ."
|
||
|
||
\s5
|
||
\v 24 ເເລ້ວອານີເອນກໍໄດ້ໄປຫາອາຣີໂອກ (ຜູ້ຊຶ່ງກະສັດໄດ້ເເຕ່ງຕັ້ງໃຫ້ປະຫານຜູ້ປຶກສາຂອງບາບີໂລນ). ດານີເອນໄດ້ໄປ ເເລະ ກ່າວກັບພວກເຂົາວ່າ, "ຂໍຢ່າປະຫານນັກປາດໃນບາບີໂລນ. ໃຫ້ນຳພວກຂ້ານ້ອຍ ເຂົ້າເຝົ້າກະສັດ ເເລະ ຂ້ານ້ອຍຈະຖວາຍຄຳເເກ້ຄວາມຝັນເເກ່ພະອົງ."
|
||
|
||
\s5
|
||
\v 25 ເເລ້ວອາຣີໂອກກໍໄດ້ຮີບນຳດານີເອນເຂົ້າເຝົ້າກະສັດ ເເລະ ໄດ້ທູນພະອົງວ່າ, "ຂ້ານ້ອຍ ໄດ້ພົົບຊາຍຄົນຫນຶ່ງທີ່ຖືກກວາດເປັນຊະເລີຍ ຈາກຢູດາ ຜູ້ຊາຍທີ່ຈະສາມາດເເກ້ຄວາມຝັນຂອງກະສັດໄດ້."
|
||
\v 26 ກະສັດຈຶ່ງໄດ້ກ່າວຕໍ່ດານີເອນວ່າ (ຜູ້ມີຊື່ວ່າເບນເຕຊັດຊາເຣ), "ເຈົ້າສາມາດໃຫ້ເຮົາຮູ້ຄວາມຝັນທີ່ເຮົາໄດ້ຝັນ ເເລະ ຄວາມຫມາຍໄດ້ບໍ?“
|
||
|
||
\s5
|
||
\v 27 ດານີເອນທູນກະສັດວ່າ, "ຄວາມລຶກລັບ ທີ່ກະສັດໄດ້ກ່າວເຖິງນັ້ນບໍ່ມີນັກປາດ ຫລືຄົນເຫລົ່ານັ້ນທີ່ອ້າງວ່າເວົ້້າກັບຄົນຕາຍໄດ້, ຫລື ນັກມາຍາກົນ ຫລື ຫມໍວິຊາອາຄົມ ຫລື ຫມໍດູເລືອກຍາມ ຄົນໃດດອກຈະສາມາດບອກພະອົງຢ່າງນັ້ນໄດ້.
|
||
\v 28 ຢ່າງໃດກໍຕາມ, ມີພຣະເຈົ້າອົງຫນຶ່ງ ຜູ້ຊົງສະຖິດໃນຟ້າສະຫວັນ, ຜູ້ຊົງເປີດເຜີຍຄວາມລຶກລັບທັງຫລາຍ, ເເລະ ພຣະອົງຊົງໃຫ້ກະສັດເນບູກາດເນັດຊາ, ໄດ້ຮູ້ເຖິງສິ່ງທີ່ຈະເກີດຂຶ້ນໃນອານາຄົດທີ່ກຳລັງຈະຮອດນີ້. ຄືຄວາມຝັນເເລະ ນິມິດທີ່ເກີດຂຶ້ນໃນຂະນະທີ່ພະອົງຊົງບັນທົມມີດັ່ງນີ້.
|
||
|
||
\s5
|
||
\v 29 ຂ້າແດ່ກະສັດ, ຂະນະເມື່ອພະອົງບັນທົມພະອົງໄດ້ຝັນເຫັນສິ່ງທີ່ຈະກຳລັງເກີດຂຶ້ນໃນອານາຄົດ, ແລະ ເພາະພຣະເຈົ້າຜູ້ຊົງເປີດເຜີຍເລື່ອງລຶກລັບທັງຫລາຍແກ່ພຣະອົງຊົງຮູ້ເຖິງສິ່ງທີ່ຈະເກີດຂຶ້ນ.
|
||
\v 30 ສ່ວນຂ້ານ້ອຍນັ້ນ, ຄວາມລຶກລັບນັ້ນບໍ່ໄດ້ຮັບການເປີດເຜີຍຕໍ່ຂ້ານ້ອຍ ບໍ່ເເມ່ນວ່າສະຕິປັນຍາຂອງຂ້ານ້ອຍມີຫລາຍກວ່າຄົນອື່ນໆທີ່ຍັງມີຊີວິດຢູ່. ຄວາມລຶກລັບນີ້ໄດ້ເປີດເຜີຍຕໍ່ຂ້ານ້ອຍ ກໍເພືື່ອທີ່ພະອົງ, ກະສັດ, ຈະຮູ້ຄຳເເກ້ຄວາມຝັນ, ເເລະເພື່ອພະອົງຈະເຂົ້າໃຈໃນຄວາມຫມາຍອັນເລິກເຊິ່ງໃນພະໄທຂອງພະອົງເອງ.
|
||
|
||
\s5
|
||
\v 31 ຂ້າເເດ່ກະສັດ, ພະອົງຊົງໄດ້ທົບທວນ ເເລະພະອົງຊົງທອດພະເນດ. ຮູບປັ້ນຂະຫນາດໃຫຍ່, ຮູບປັ້ນນີ້. ຊຶ່ງມີອຳນາດຫລາຍແລະສົດໃສຍິ່ງ, ໄດ້ຕັ້ງຢູ່ຕໍ່ຫນ້າພະອົງ. ຄວາມສົດໃສຂອງມັນເປັນຕາຢ້ານ.
|
||
\v 32 ຫົວຂອງຮູບປັ້ນນີ້ໄດ້ເຮັດດ້ວຍຄຳຢ່າງດີທີ່ສຸດ. ເອິກເເລະເເຂນເປັນເງິນ. ສ່ວນເເອວເເລະກົກຂາເປັນທອງສຳຣິດ,
|
||
\v 33 ເເລະສ່ວນຂາໄດ້ເຮັດດ້ວຍເຫລັກ. ສ່ວນຕີນທັງສອງຂ້າງຂອງມັນເປັນເຫລັກສ່ວນຫນຶ່ງ ເເລະດິນຫນຽວສ່ວນຫນຶ່ງ.
|
||
|
||
\s5
|
||
\v 34 ຂະນະພະອົງໄດ້ຊົງທົບທວນ, ເເລະມີຫີນກ້ອນຫນຶ່ງໄດ້ຖືກຕັດອອກ, ມາເເມ່ນວ່າບໍ່ເເມ່ນດ້ວຍມືມະນຸດ, ຫີນນັ້ນກະທົບຮູບປັ້ນທີ່ຕີນອັນເປັນເຫລັກປົນດິນຫນຽວ, ເຮັດໃຫ້ມັນເເຕກມຸ່ນໄປ
|
||
\v 35 ເເລ້ວສ່ວນເຫລັກ, ດິນຫນຽວ, ທອງສຳຣິດ, ເງິນ, ເເລະທອງຄຳ ກໍເເຕກເປັນສ່ວນໆ ພ້ອມກັນກາຍເປັນເຫມືອນເເກບ. ຢູ່ລານພາດເຂົ້າໃນລະດູຮ້ອນ ລົມກໍພັດພາເອົາໄປທົ່ວຈຶ່ງຫາຮ່ອງຮອຍຂອງມັນບໍ່ພົບອີກເລີຍ. ເເຕ່ກ້ອນຫີນທີ່ກະທົບຮູບປັ້ນນັ້ນໄດ້ກາຍເປັນພູເຂົາໃຫຍ່ຈົນເຕັມພິພົບ.
|
||
|
||
\s5
|
||
\v 36 ນີ້ເປັນຄວາມຝັນ, ບັດນີ້ຂ້ານ້ອຍຂໍບອກຄຳເເກ້ຄວາມຝັນໃຫ້ກະສັດຊົງຮູ້ວ່າ.
|
||
\v 37 ຂ້າເເດ່, ກະສັດ, ພະອົງຊົງເປັນກະສັດເຫນືອກະສັດທັງຫລາຍ ຜູ້ຊຶ່ງພຣະເຈົ້າເເຫ່ງຟ້າໄດ້ປະທານຣາຊອານາຈັກ, ອານຸພາບ, ຣິດເດດ, ເເລະ ກຽດຕິຍົດ.
|
||
\v 38 ພຣະເຈົ້າໄດ້ຊົງມອບໄວ້ໃນມືຂອງພະອົງ ສະຖານທີ່ ທີ່ມະນຸດໄດ້ອາໄສຢູ່ ພຣະເຈົ້າໄດ້ຊົງມອບໄວ້ໃຫ້ປົກຄອງບັນດາສັດເເຫ່ງທ້ອງທົ່ງ, ເເລະບັນດານົກໃນທ້ອງຟ້າໄວ້ໃນມືຂອງພະອົງເເລ້ວ. ພຣະອົງມອບໃຫ້ພະອົງປົກຄອງທຸກສິ່ງທຸກຢ່າງພະອົງຄືຫົວທອງຄຳນັ້ນ.
|
||
|
||
\s5
|
||
\v 39 ຕໍ່ຈາກພະອົງ, ໄປຈະມີຣາຊອານາຈັກ ດ້ອຍກວ່າຂອງພຣະອົງປະກົດຂຶ້ນ, ເເລະຍັງມີຣາຊອານາຈັກທີສາມເປັນທອງສຳຣິດ ຊິ່ງຈະປົກຄອງຢູ່ທົ່ວພິພົບ.
|
||
|
||
\s5
|
||
\v 40 ຈະມີຣາຊອານາຈັກທີສີ່, ເເຂງເເຮງດັ່ງເຫລັກ, ເພາະວ່າເຫລັກຕີສິ່ງທັງຫລາຍໃຫ້ຫັກແລະເເຕກເປັນສ່ວນໆຢ່າງໃດ. ຣາຊອານາຈັກນັ້ນຈະຫັກ ເເລະທຸບສິ່ງເຫລົ່ານີ້ດັ່ງເຫລັກຊຶ່ງທຸບໃຫ້ເເຫລກຢ່າງນັ້ນ.
|
||
|
||
\s5
|
||
\v 41 ດັ່ງທີ່ພະອົງ, ໄດ້ຊົງເບິ່ງເຫັນບັນດາຕີນເເລະນີ້ວຕີນເປັນດິນຂອງຊ່າງປັ້ນຫມໍ້ເເນ່ ເຫລັກເເນ່; ດັ່ງນັ້ນຈະເປັນອານາຈັກທີ່ຖືກເເຍກ, ເເຕ່ຄວາມເເຂງຂອງເຫລັກຈະຢູ່ໃນນັ້ນເເນ່, ດັ່ງທີ່ພະອົງໄດ້ຫລຽວເຫັນເຫລັກປົນດິນຫນຽວ.
|
||
\v 42 ແລະນິ້ວຂອງບັນດາຕີນເປັນເຫລັກ ແລະ ປົນດິນຢ່າງໃດ, ຣາຊອານາຈັກນັ້ນຈຶ່ງເເຂງເເຮງເເຕ່ເສຍຫາຍງ່າຍຢ່າງນັ້ນ.
|
||
\v 43 ດັ່ງທີ່ພະອົງໄດ້ຊົງເຫັນເຫລັກປົນດິນຫນຽວ, ດັ່ງນັ້ນປະຊາຊົນຈະປະສົມປົນເປກັນ ພວກເຂົາຈະບໍ່ຢຶດກັນເເຫນ້ນເຊັ່ນດຽວກັນກັບເຫລັກບໍ່ປະສົມເຂົ້າກັບດິນ.
|
||
|
||
\s5
|
||
\v 44 ໃນສະໄຫມຂອງກະສັດ, ເຫລົ່ານັ້ນ ພຣະເຈົ້າເເຫ່ງຟ້າຈະສະຖາປະນາອານາຈັກຫນຶ່ງ ຊຶ່ງບໍ່ມີວັນຖືກທຳລາຍ, ຫລືຖືກເອົາຊະນະໂດຍຊົນຊາດອື່ນ. ຣາຊອານາຈັກນັ້ນຈະເຮັດໃຫ້ ຣາຊອານາຈັກເຫລົ່ານີ້ທັງຫມົດເເຕກເປັນສ່ວນໆ ເເລະອານາຈັກເຫລົ່ານັ້ນສູນສິ້ນໄປ, ເເລະຣາຊອານາຈັກນັ້ນຈະຕັ້ງຫມັ້ນຢູ່ເປັນນິດ.
|
||
\v 45 ດັ່ງທີ່ພະອົງ, ຊົງເຫັນກ້ອນຫີນຖືກຕັດອອກຈາກພູເຂົາ, ບໍ່ເເມ່ນດ້ວຍມືຂອງມະນຸດ ເເລະກ້ອນຫີນ. ນັ້ນໄດ້ເຮັດໃຫ້ເຫລັກ, ທອງສຳຣິດ, ດິນຫນຽວ, ເງິນ, ເເລະ ທອງຄຳ. ເເຕກເປັນສ່ຽງໆ ພຣະເຈົ້າຫຍິ່ງໃຫຍ່ໄດ້ຊົງໃຫ້, ກະສັດ, ຮູ້ວ່າອິີ່ຫຍັງຈະເກີດຂຶ້ນຫລັງຈາກນີ້. ຄວາມຝັນນັ້ນເປັນຈິງ ເເລະຄຳເເກ້ຄວາມຝັນນັ້ນກໍເຊື່ອຖືໄດ້.“
|
||
|
||
\s5
|
||
\v 46 ກະສັດເນບູກາດເນັດຊາໄດ້ກົ້ມລົງຕໍ່ຫນ້າດານີເອນແລະໃຫ້ກຽດເຂົາ, ພະອົງຊົງສັ່ງໃຫ້ນຳເຄື່ອງບູຊາ ເເລະເຄື່ອງຫອມມາໃຫ້ດານີເອນ.
|
||
\v 47 ກະສັດໄດ້ກ່າວຕໍ່ດານີເອນວ່າ, “ເເນ່ນອນ ພຣະເຈົ້າຂອງທ່ານຊົງເປັນພຣະເຈົ້າ, ເຫນືອເທບທັງຫລາຍເເລະຊົງເປັນພຣະຜູ້ເປັນເຈົ້າເຫນືອກະສັດທັງປວງ, ແລະຊົງເປັນຜູ້ເປີດເຜີຍຄວາມລຶກລັບ, ເພາະທ່ານສາມາດເປີດເຜີຍຄວາມລຶກລັບນີ້ໄດ້.“
|
||
|
||
\s5
|
||
\v 48 ເເລ້ວກະສັດຊົງໃຫ້ດານີເອນໄດ້ຮັບກຽດຢ່າງສູງ ເເລະປະທານຂອງຂວັນໃຫຍ່ໃຫ້ຈຳນວນຫລາຍ. ອີກທັງຊົງເເຕ່ງຕັ້ງໃຫ້ເປັນຜູ້ຄອບຄອງເເຂວງບາບີໂລນ. ດານີເອນໄດ້ເປັນຫົວຫນ້າພວກທີ່ປຶກສາບາບີໂລນ.
|
||
\v 49 ດານີເອນກໍໄດ້ທູນຂໍຕໍ່ກະສັດ, ແລະກະສັດໄດ້ຊົງຕັ້ງ ຊັດຣາກ, ເມຊາກ, ເເລະອາເບັດເນໂກເປັນຜູ້ບໍລິຫານຢູ່ໃນເເຂວງບາບີໂລນ. ເເລະຍັງຊົງໃຫ້ດານີເອນຮັບຕຳເເຫນ່ງຢູ່ໃນຣາຊວັງຂອງກະສັດ.
|
||
|
||
\s5
|
||
\c 3
|
||
\cl ບົດທີ 3
|
||
\p
|
||
\v 1 ກະສັດເນບູກາດເນັດຊາໄດ້ຊົງສ້າງຮູບປັ້ນຄຳຮູບຫນຶ່ງສູງຫົກສິບສອກ ກວ້າງຫົກສອກ. ພະອົງໄດ້ຊົງຕັ້ງຮູບນີ້ໄວ້ທົ່ງພຽງດຸລາໃນເເຂວງບາບີໂລນ
|
||
\v 2 ເເລ້ວກະສັດເນບູກາດເນັດຊາໄດ້ຊົງຮັບສັ່ງໃຫ້ປະຊຸມພວກຜູ້ວ່າການມົນທົນ, ຜູ້ວ່າການເຂດ, ເເລະຜູ້ວ່າການທ້ອງຖິ່ນ, ພ້ອມດ້ວຍຮອງເຈົ້າເເຂວງ, ຜູ້ປົກຄອງກຳເເພງນະຄອນ, ນາຍຄັງ, ຜູ້ພິພາກສາຕຸລາການ, ເເລະບັນດາເຈົ້າຫນ້າທີ່ຊັ້ນສູງຂອງເເຂວງ ໃຫ້ເຂົ້າມາໃນງານສະຫລອງຮູບປັ້ນຊຶ່ງກະສັດເນບູກາດເນັດຊາໄດ້ຊົງຕັ້ງຂຶ້ນ.
|
||
|
||
\s5
|
||
\v 3 ເເລ້ວພວກຜູ້ວ່າການມົນທົນ, ຜູ້ວ່າການເຂດ, ແລະຜູ້ວ່າການທ້ອງຖິ່ນ, ພ້ອມດ້ວຍອົງຄະມົນຕີ, ນາຍຄັງ, ຜູ້ພິພາກສາ, ຕຸລາການ, ແລະບັນດາເຈົ້າຫນ້າທີ່ຊັ້ນສູງ ຂອງມົນທົນກໍໄດ້ເຂົ້າມາປະຊຸມເພື່ອງານສະຫລອງຮູບປັ້ນຊຶ່ງກະສັດເນບູກາດເນັດຊາໄດ້ຊົງຕັ້ງຂຶ້ນ. ພວກເຂົາທັງຫລາຍໄດ້ມາຢືນຢູ່ຕໍ່ຫນ້າຮູບປັ້ນນັ້ນ.
|
||
\v 4 ເເລ້ວໂຄສົກກໍໄດ້ປະກາດດ້ວຍສຽງດັງວ່າ, "ບັນດາປະຊາຊົນທັງຫລາຍ, ພວກທ່ານໄດ້ຮັບຣາຊອົງການມາຍັງຊົນທຸກຊາດ, ທຸກເຜົ່າ, ແລະ ທຸກພາສາ,
|
||
\v 5 ເມື່ອທ່ານທັງຫລາຍໄດ້ຍິນສຽງເຂົາສັດ, ຂຸ່ຍ, ພິນເຂົາຄູ່, ພິນສີ່ສາຍ, ພິນໃຫຍ່, ປີ່ຖົງ, ເເລະເຄື່ອງດົນຕີທຸກຊະນິດ, ພວກທ່ານຈະຕ້ອງກາບລົງນະມັດສະການຮູບປັ້ນທອງຄຳຊຶ່ງກະສັດເນບູກາດເນັດຊາໄດ້ຊົງຕັ້ງໄວ້.
|
||
|
||
\s5
|
||
\v 6 ຜູ້ໃດບໍ່ກາບລົງແລະນະມັດສະການ, ໃນເວລານັ້ ກໍຈະຖືກໂຍນເຂົ້າ, ໄປໃນເຕົາໄຟລຸກຢູ່."
|
||
\v 7 ດັ່ງນັ້ນເມື່ອປະຊາຊົນໄດ້ຍິນສຽງ ເຂົາສັດ, ຂຸ່ຍ, ພິນເຂົາຄູ່, ພິນສີ່ສາຍ, ພິນໃຫຍ່, ປີ່ຖົງ, ເເລະເຄື່ອງດົນຕຣີທຸກຊະນິດ, ປະຊາຊົນທຸກຊາດ, ທຸກເຜົ່າ, ແລະທຸກພາສາກໍໄດ້່ກົ້ມກາບແລະນະມັດສະການຮູບປັ້ນທອງຄຳຊຶ່ງກະສັດເນບູກາດເນັດຊາໄດ້ຊົງຕັ້ງໄວ້ບັດນີ້.
|
||
|
||
\s5
|
||
\v 8 ໃນເວລານັ້ນພວກເຄເດັຍບາງຄົນໄດ້ເຂົ້າມາ ເເລະໄດ້ນຳຂໍ້ກ່າວຫາຕໍ່ພວກຢິວທັງຫລາຍ.
|
||
\v 9 ພວກເຂົາໄດ້ທູນກະສັດເນບູກາດເນັດຊາວ່າ, “ຂ້າເເດ່ກະສັດ, ຂໍຊົງພະຈະເລີນເປັນນິດ!
|
||
\v 10 ຂ້າເເດ່, ກະສັດ, ພະອົງໄດ້ຊົງອອກຄຳສັ່ງເເລ້ວວ່າ ທຸກຄົນທີ່ໄດ້ຍິນສຽງເຂົາສັດ, ຂຸ່ຍ, ພິນເຂົາຄູ່, ພິນສີ່ສາຍ, ພິນໃຫຍ່, ແລະປີ່ຖົງ, ແລະເຄື່ອງດົນຕີທຸກຊະນິດ, ຈະຕ້ອງກົ້ມຂາບແລະນະມັດສະການການຮູບປັ້ນທອງຄຳ.
|
||
|
||
\s5
|
||
\v 11 ຜູ້ໃດກໍຕາມທີ່ບໍ່ກາບລົງແລະນະມັດສະການກໍຈະຕ້ອງຖືກໂຍນເຂົ້າໄປໃນເຕົາໄຟລຸກໂຊນຢູ່.
|
||
\v 12 ບັດນີ້ມີຄົນຢິວບາງຄົນທີ່ພະອົງໄດ້ຊົງເເຕ່ງຕັ້ງໃຫ້ເປັນຜູ້ບໍລິຫານມົນທົນບາບີໂລນ; ຄືຊັດຣາກ, ເມຊາກ, ເເລະອາເບັດເນໂກ. ຂ້າແດ່, ກະສັດ, ພວກຄົນເຫລົ່ານີ້ໄດ້ບໍ່ເຊື່ອຟັງພະຄຳສັ່ງຂອງພະອົງ. ພວກເຂົາ ບໍ່ຍອມນະມັດສະການ ຫລືປະຕິບັດບັນດາພະຂອງພະອົງ, ຫລືກົ້ມຂາບຕໍ່ຮູບປັ້ນທອງຄຳທີ່ພະອົງຊົງຕັ້ງໄວ້.“
|
||
|
||
\s5
|
||
\v 13 ເເລ້ວເນບູກາດເນັດຊາ, ກໍໄດ້ຊົງໂກດຮ້າຍ ໄດ້ຊົງມີລັບສັ່ງ, ໃຫ້ນຳຕົວຊັດລາກ, ມີຊາກ, ແລະອາເບັດເນໂກ ເຂົ້າມາເຝົ້າພະອົງ. ເເລ້ວພວກເຂົາໄດ້ນຳຄົນເຫລົ່ານີ້ເຂົ້າມາເຝົ້າກະສັດ.
|
||
\v 14 ກະສັດເນບູກາດເນັດຊາໄດ້ກ່າວເເກ່ເຂົາວ່າ, “ພວກເຈົ້າໄດ້ປ່ຽນໃຈຫລືຍັງ, ຊັດຣາກ, ເມຊາກ, ເເລະອາເບັດເນໂກ, ທີ່ເຈົ້າບໍ່ຍອມປະຕິບັດບັນດາພະຂອງເຂົາຫລືນະມັດສະການຮູບປັ້ນທອງຄຳຊຶ່ງເຮົາໄດ້ຕັ້ງໄວ້?
|
||
|
||
\s5
|
||
\v 15 ບັດນີ້ຖ້າເຈົ້າພ້ອມເເລ້ວ ພໍເຈົ້າໄດ້ຍິນສຽງເຂົາສັດ, ຂຸ່ຍ, ພິນເຂົາຄູ່, ພິນສີ່ສາຍ, ພິນໃຫຍ່, ແລະປີ່ຖົງ, ເເລະເຄື່ອງດົນຕຣີທຸກຊະນິດ, ເຈົ້າຈົ່ງກາບນະມັດສະການ ຮູບປັ້ນທີ່ເຮົາໄດ້ສ້າງໄວ້ ທຸກຢ່າງກໍຈະດີເອງ. ເເຕ່ຖ້າເຈົ້າບໍ່ນະມັດສະການ, ກໍຕ້ອງໂຍນເຈົ້າເຂົ້າໄປໃນກອງໄຟລຸກໂຊນຢູ່ທັນທີ. ເເລ້ວພຣະເຈົ້າອົງໃດຈະຊ່ວຍກູ້ເຈົ້າໃຫ້ພົ້ນຈາກມືຂອງເຮົາໄດ້?”
|
||
|
||
\s5
|
||
\v 16 ຊັດຣາກ, ເມຊາກ, ເເລະ ອາເບັດເນໂກ, ໄດ້ທູນຕໍ່ກະສັດວ່າ, ”ຂ້າເເຕ່ເນບູກາດເນັດຊາ, ຂ້ານ້ອຍທັງຫລາຍບໍ່ຈຳເປັນຈະຕ້ອງຕອບພະອົງໃນເລື່ອງນີ້.
|
||
\v 17 ຖ້າພຣະເຈົ້າຂອງພວກຂ້ານ້ອຍ, ຜູ້ຊຶ່ງພວກຂ້ານ້ອຍໄດ້ບົວລະບັດນັ້ນ ພໍພຣະໄທທີ່ຈະຊ່ວຍພວກຂ້ານ້ອຍໃຫ້ພົ້ນຈາກເຕົາໄຟທີ່ລຸກໄຫມ້ຢູ່, ເເລະພຣະອົງກໍຈະຊົງຊ່ວຍກູ້ພວກຂ້ານ້ອຍໃຫ້ພົ້ນຈາກມື, ຂອງກະສັດ.
|
||
\v 18 ເເຕ່ຖ້າບໍ່ເປັນ, ເຊັ່ນນັ້ນຂ້າເເດ່, ກະສັດ, ຂໍພະອົງຊົງຮູ້ວ່າ ພວກຂ້ານ້ອຍຈະບໍ່ບົວລະບັດພະຂອງພະອົງ, ເເລະພວກຂ້ານ້ອຍຈະບໍ່ນະມັດສະການພະທອງຄຳຊຶ່ງພະອົງໄດ້ຊົງຕັ້ງຂຶ້ນນັ້ນ.
|
||
|
||
\s5
|
||
\v 19 ເເລ້ວເນບູກາດເນັດຊາໄດ້ຊົງໂກດຮ້າຍຫລາຍຂຶ້ນ; ຫນ້າຂອງພະອົງກໍສະແດງຄວາມບໍ່ພໍໃຈ ຕໍ່ຊັດຣາກ, ເມຊາກ, ເເລະອາເບັດເນໂກ. ພະອົງຊົງມີລັບສັ່ງໃຫ້ເຮັດເຕົາໄຟໃຫ້ຮ້ອນກວ່າປົກກະຕິອີກເຈັດເທົ່າ.
|
||
\v 20 ເເລ້ວພະອົງໄດ້ຊົງມີລັບສັ່ງໃຫ້ທະຫານທີ່ມີກຳລັງຫລາຍໃນກອງທັບມາມັດຕົວຊັດຣາກ, ເມຊາກ, ເເລະອາເບັດເນໂກ ເເລະ ໃຫ້ໂຍນພວກເຂົາເຂົ້າໄປໃນເຕົາທີ່ໄຟລຸກໄຫມ້ຢູ່.
|
||
|
||
\s5
|
||
\v 21 ພວກເຂົາໄດ້ຖືກມັດໄວ້ຂະນະທີ່ຍັງໃສ່ເສື້ອຄຸມ, ສົ້ງ, ຫມວກ, ເເລະເຄື່ອງແຕ່ງກາຍອື່ນໆ, ເເລະພວກເຂົາໄດ້ຖືກໂຍນເຂົ້າໄປໃນເຕົາໄຟທີ່ກຳລັງລຸກໄຫມ້ຢູ່.
|
||
\v 22 ເນື່ອງຈາກວ່າຄຳສັ່ງຂອງກະສັດນັ້ນໄດ້ຖືກປະຕິບັດ ຕາມຢ່າງເຂັ້ມງວດຫລາຍແລະເຕົາໄຟນັ້ນຮ້ອນທີ່ສຸດ, ແປວໄຟຈຶ່ງໄດ້ຂ້າຄົນທີ່ອຸ້ມຊັດຣາກ, ເມຊາກ, ເເລະອາເບັດເນໂກ.
|
||
\v 23 ຜູ້ຊາຍທັງສາມຄົນນີ້ຄື, ຊັດຣາກ, ເມຊາກ, ເເລະອາເບັດເນໂກກໍໄດ້ຕົກລົງໄປໃນເຕົາໄຟທີ່ລຸກໄຫມ້ຢູ່ທັງໆທີ່ຍັງຖືກມັດ.
|
||
|
||
\s5
|
||
\v 24 ເເລ້ວກະສັດເນບູກາດເນັດຊາກໍໄດ້ຊົງປະຫລາດໃຈ ເເລະໄດ້ລຸກຂຶ້ນໃນທັນທີ. ເພິ່ນໄດ້ກ່າວກັບບັນດາອົງຄະມົນຕີເພິ່ນວ່າ, “ເຮົາໄດ້ມັດສາມຄົນໂຍນລົງໄປໃນກອງໄຟບໍ່ເເມ່ນບໍ?“ ພວກເຂົາໄດ້ທູນຕອບກະສັດວ່າ,“ ຂ້າເເດ່ກະສັດ, ເປັນຄວາມຈິງເເນນອນ.“
|
||
\v 25 ພະອົງໄດ້ກ່າວວ່າ, “ເເຕ່ເຮົາເຫັນສີ່ຄົນກຳລັງຍ່າງຢູ່ກາງໄຟ ບໍ່ໄດ້ຖືກມັດ, ເເລະບໍ່ເປັນອັນຕະລາຍ. ຮູບຮ່າງຂອງຄົນທີສີ່ນັ້ນຄືກັບລູກຂອງເຫລົ່າເທບພຣະເຈົ້າ.“
|
||
|
||
\s5
|
||
\v 26 ເເລ້ວເນບູກາດເນັດຊາກໍໄດ້ສະເດັດມາໃກ້ປາກເຕົາທີ່ໄຟລຸກໄຫມ້ຢູ່ນັ້ນ ກ່າວວ່າ, "ຊັດຣາກ, ເມຊາກ, ເເລະອາເບັດເນໂກ, ຜູ້ຮັບໃຊ້ຂອງພຣະເຈົ້າສູງສຸດ, ຈົ່ງອອກມາເຖີດ ຈົ່ງມາທີ່ນີ້!“ ເເລ້ວຊັດຣາກ, ເມຊາກ, ເເລະອາເບັດເນໂກ ກໍໄດ້ຍ່າງອອກມາຈາກໄຟ.
|
||
\v 27 ພວກຜູ້ວ່າການມົນທົນ, ຜູ້ວ່າການເຂດ, ຜູ້ວ່າການອື່ນໆ, ເເລະອົງຄະມົນຕີໄດ້ພາກັນມາເບິ່ງຊາຍຫນຸ່ມເຫລົ່ານີ້. ໄດ້ເຫັນວ່າໄຟບໍ່ໄດ້ເຮັດອັນຕະຮ່າງກາຍຂອງຄົນເຫລົ່ານີ້; ຜົມເທິງຫົວຂອງເຂົາກໍບໍ່ງໍ; ເສື້ອຄຸມຂອງພວກເຂົາບໍ່ເສຍຫາຍ; ເເລະບໍ່ມີກິນໄຟໃນໂຕຂອງເຂົາເລີຍ.
|
||
|
||
\s5
|
||
\v 28 ເນບູກາດເນັດຊາໄດ້ກ່າວວ່າ, “ຂໍໃຫ້ພວກເຮົາໄດ້ສັນລະເສີນພຣະເຈົ້າຂອງຊັດຣາກ, ເມຊາກ, ເເລະ ອາເບັດເນໂກ, ຜູ້ໄດ້ຊົງໃຊ້ທູດຂອງພຣະອົງ ເເລະໄດ້ຊົງສົ່ງສານຂອງພຣະອົງມາໃຫ້ຜູ້ຮັບໃຊ້ຂອງພຣະອົງ. ພວກເຂົາໄດ້ວາງໃຈໃນພະອົງ, ເເລະບໍ່ໄດ້ຟັງຄຳບັນຊາຂອງເຮົາ ພວກເຂົາໄດ້ຍອມສຽ່ງຊີວິດຂອງພວກເຂົາຫລາຍກວ່າທີ່ຈະບົວລະບັດ ແລະນະມັດສະການພະອື່ນໃດ ນອກຈາກພຣະເຈົ້າຂອງພວກເຂົາເອງ.
|
||
|
||
\s5
|
||
\v 29 ເພາະສະນັ້ນເຮົາຈຶ່ງອອກຄຳສັ່ງວ່າ, ປະຊາຊົນ, ບໍ່ວ່າຊາດໃດ, ຫລືພາສາໃດ ທີ່ເວົ້າຫມິ່ນປະຫມາດພຣະເຈົ້າ ຂອງຊັດຣາກ, ເມຊາກ, ເເລະອາເບັດເນໂກ ຈະຕ້ອງຖືກຂ້າຢ່າງທາລຸນ ເເລະບ້ານເຮືອນຂອງພວກເຂົາຈະຖືກເຮັດໃຫ້ເປັນກອງຂີ້ເຫຍື່ອ ເພາະບໍ່ມີພະອື່ນໃດສາມາດຊ່ວຍກູ້ແບບນີ້ໄດ້."
|
||
\v 30 ເເລ້ວກະສັດກໍໄດ້ຊົງເລື່ອນຍົດໃຫ້ຊັດຣາກ, ເມຊາກ, ເເລະອາເບັດເນໂກ ໃຫ້ສູງຂຶ້ນອີກໃນມົນທົນບາບີໂລນ.
|
||
|
||
\s5
|
||
\c 4
|
||
\cl ບົດທີ 4
|
||
\p
|
||
\v 1 ກະສັດເນບູກາດເນັດຊາໄດ້ສົ່ງສານໄປຍັງປະຊາຊົນທັງສີ້ນ, ທຸກໆປະຊາຊາດ, ເເລະທຸກພາສາຊຶ່ງອາໄສຢູ່ເທິງແຜ່ນດິນໂລກວ່າ: "ຂໍໃຫ້ຄວາມສຸກຄວາມຈະເລີນຮຸ່ງເຮືອງມີເເດ່ທ່ານ.
|
||
\v 2 ເຮົາໄດ້ເຫັນສົມຄວນທີ່ຈະບອກໃຫ້ພວກທ່ານເຖິງຫມາຍສຳຄັນຕ່າງໆ ເເລະການອັດສະຈັນຕ່າງໆ ຊຶຶ່ງອົງຜູ້ສູງສຸດໄດ້ຊົງກະທຳເເກ່ເຮົາເອງ.
|
||
\v 3 ຫມາຍສຳຄັນຂອງພຣະອົງຍິ່ງໃຫຍ່, ເເລະການອັດສະຈັນຂອງພຣະອົງມີອານຸພາບຫລາຍ! ຣາຊອານາຈັກຂອງພຣະອົງຄວນເປັນອານາຈັກນິຣັນ, ເເລະການປົກຄອງຂອງພຣະອົງນັ້ນຊົງດຳລົງຊົ່ວອາຍຸ."
|
||
|
||
\s5
|
||
\v 4 ເຮົາເອງ ເນບູກາດເນັດຊາ, ໄດ້ມີຊີວິດຢູ່ ຢ່າງມີຄວາມສຸກໃນນິເວດຂອງເຮົາ, ເເລະມີຄວາມຍິນດີຢູ່ໃນພະຣາຊວັງ.
|
||
\v 5 ເເຕ່ຄວາມຝັນທີ່ເຮົາໄດ້ຝັນເຫັນໄດ້ເຮັດໃຫ້ເຮົາຢ້ານກວາ. ຂະນະທີ່ເຮົານອນຢູ່ເທິງທີ່ນອນ ເຮົາໄດ້ເຫັນເເລະນິມິດເກີດຂຶ້ນໃນໃຈຂອງເຮົາໄດ້ລົບກວນຈິດໃຈຂອງເຮົາ.
|
||
\v 6 ດັ່ງນັ້ນເຮົາໄດ້ສັ່ງໃຫ້ເອີ້ນຄົນໃນບາບີໂລນທີ່ເປັນນັກປາດຂອງບາບີໂລນທັງສິ້ນມາຫາເຮົາ ເພື່ອພວກເຂົາຈະສາມາດເເກ້ຄວາມຝັນໃຫ້ເຮົາ.
|
||
|
||
\s5
|
||
\v 7 ເເລ້ວພວກຫມໍດູ ຄົນເຫລົ່ານັ້ນທີ່ອ້າງວ່າເວົ້າກັບຄົນຕາຍໄດ້, ນັກປາດ, ເເລະບັນດາໂຫຣາຈານກໍໄດ້ມາເຂົ້າເຝົ້າເຮົາ. ເຮົາກໍເລົ່າຄວາມຝັນເເກ່ພວກເຂົາ, ເເຕ່ພວກເຂົາບໍ່ສາມາດເເກ້ຄວາມຝັນໃຫ້ເຮົາໄດ້.
|
||
\v 8 ເເຕ່ໃນທີ່ສຸດ ດານີເອນ ກໍໄດ້ເຂົ້າມາເຝົ້າເຮົາ ຄົນທີ່ມີຊື່ວ່າ ເບນເຕຊັດຊາເຣ ຕາມຊື່ພະຂອງເຮົາ ເເລະເຂົາມີວິນຍານຂອງ ພຣະເຈົ້າອົງບໍຣິສຸດ ເເລະເຮົາກໍໄດ້ເລົ່າຄວາມຝັນໃຫ້ເຂົາຟັງວ່າ.
|
||
\v 9 "ເບັນເຕຊັດຊາເຣ, ຫົວຫນ້າຂອງພວກຫມໍດູເອີຍ, ເຮົາຮູ້ວ່າວິນຍານຂອງບັນດາພະບໍຣິສຸດຢູ່ນຳເຈົ້າ ເເລະບໍ່ມີຄວາມລຶກລັບໃດທີ່ຈະຍາກເກີນໄປສຳລັບເຈົ້າ. ຈົ່ງບອກເຮົາວ່າ ເຮົາໄດ້ເຫັນອັນໃດໃນຄວາມຝັນຂອງເຮົາ ແລະມັນມີຄວາມຫມາຍວ່າຢ່າງໃດ.
|
||
|
||
\s5
|
||
\v 10 ເຫລົ່ານີ້ຄືນິມິດທີ່ເຮົາໄດ້ເຫັນໃນຈິດໃຈຂອງເຮົາເມື່ອນອນຢູ່ເທິງທີ່ນອນຄື: ເຮົາໄດ້ເຫັນ, ເເລະໄດ້ມີຕົ້ນໄມ້ຕົ້ນຫນຶ່ງທ່າມກາງເເຜ່ນດິນ, ແລະມັນສູງຫລາຍ.
|
||
\v 11 ຕົ້ນໄມ້ນັ້ນໄດ້ເຕີບໂຕເເລະເເຂງເເຮງ. ຍອດຂອງມັນປົ່ງຂຶ້ນໄປຮອດຟ້າ, ແລະສາມາດຈະເບິ່ງເຫັນມັນໄດ້ຈາກສຸດປາຍເເຜ່ນດິນ.
|
||
\v 12 ໃບຂອງມັນກໍງົດງາມ, ຫມາກຂອງມັນກໍອຸດົມສົມບູນ, ເເລະຈາກຕົ້ນໄມ້ນັ້ນ ມີອາຫານໃຫ້ເເກ່ສິ່ງທີ່ມີຊີວິດທັງປວງ. ສັດໃນທ້ອງທົ່ງອາໄສກໍໄດ້ຢູ່ໃຕ້ຮົ່ມຂອງມັນ ບັນດານົກເທິງຟ້າກໍໄດ້ອາໄສຢູ່ກິ່ງກ້ານຂອງມັນ, ເເລະສິ່ງທີ່ມີຊີວິດທັງປວງກໍລ້ຽງຊີບຈາກມັນ.
|
||
|
||
\s5
|
||
\v 13 ເຮົາໄດ້ເຫັນໃນນິມິດຂອງເຮົາເມື່ອເຮົາຢູ່ເທິງບ່ອນນອນ, ເເລະເຮົາໄດ້ເຫັນທູດຜູ້ບໍຣິສຸດອົງຫນຶ່ງໄດ້ລົງມາຈາກຟ້າ.
|
||
\v 14 ເຂົາໄດ້ເປັ່ງສຽງດັງເເລະໄດ້ກ່າວວ່າ, 'ໂຄ້ນຕົ້ນໄມ້ນີ້ ເເລະຕັດກິ່ງອອກເສຍ, ລິໃບອອກ ເເລະໃຫ້ຫມາກຂອງມັນກະຈາຍໄປ ໃຫ້ສັດປ່າຫນີໄປຈາກກ້ອງຕົ້ນໄມ້ ເເລະໃຫ້ນົກຫນີໄປຈາກກິ່ງຂອງມັນ.
|
||
|
||
\s5
|
||
\v 15 ເເຕ່ຈົ່ງປ່ອຍໃຫ້ຕໍຂອງຮາກຢູ່ໃນດິນ, ມີປອກເຫລັກເເລະທອງສຳຣິດມັດໄວ້ ໃຫ້ຢູ່ທ່າມກາງຫຍ້າອ່ອນ, ໃນທົ່ງນາ ໃຫ້ປຽກນ້ຳຄ້າງຈາກຟ້າ. ໃຫ້ມີຊີວິດຢູ່ກັບສັດປ່າຢູ່ທ່າມກາງຕົ້ນໄມ້ຕ່າງໆ ເທິງພື້ນດິນ.
|
||
\v 16 ໃຫ້ຈິດໃຈຂອງເຂົາໄດ້ປ່ຽນຈາກຈິດໃຈຂອງມະນຸດໃຫ້ເປັນຈິດໃຈສັດປ່າ, ເເລະປ່ອຍໃຫ້ເປັນຢູ່ຢ່າງນັ້ນຈົນຄົບເຈັດປີ.
|
||
|
||
\s5
|
||
\v 17 ຄຳຕັດສິນໃຈນີ້ເປັນຄຳສັ່ງຂອງບັນດາທູດ ຄຳຕັດສິນນັ້ນເປັນຄຳຕັດສິນຂອງຜູ້ບໍຣິສຸດທັງຫລາຍ. ຜູ້ທີ່ໄດ້ມີຊີວິດຢູ່ຈະໄດ້ຮູ້ວ່າພຣະອົງຜູ້ສູງສຸດຊົງປົກຄອງບັນດາຣາຊອານາຈັກຂອງປະຊາຊົນ ເເລະປະທານຣາຊອານາຈັກນັ້ນໃຫ້ແກ່ຜູ້ທີ່ພຣະອົງພໍໃຈ, ເເມ່ນເເຕ່ຜູ້ຕ່ຳຕ້ອຍທີ່ສຸດ.'
|
||
\v 18 ຕົວເຮົາເອງ, ກະສັດເນບູກາດເນັດຊາ, ໄດ້ມີຄວາມຝັນນີ້ ບັດນີ້ເຈົ້າເອງ ເບັນເຕຊັດຊາເຣ, ເຈົ້າຈົ່ງບອກເຮົາກ່ຽວກັບການເເກ້ຄວາມຝັນ ເພາະບໍ່ມີພວກຫນັກປາດທັງສີ້ນເເຫ່ງຣາຊອານາຈັກຂອງເຮົາ. ສາມາດໃຫ້ຄຳແກ້ຄວາມຝັນແກ່ເຮົາ ແຕ່ເຈົ້າສາມາດເຮັດໄດ້, ເພາະວິນຍານຂອງບັນດາພະບໍຣິສຸດຢູ່ໃນຕົວເຈົ້າ.“
|
||
|
||
\s5
|
||
\v 19 ເເລ້ວດານີເອນ, ຜູ້ທີ່ມີຊື່ອີກຊື່ຫນຶ່ງວ່າເບັນເຕຊັດຊາເຣ, ກໍອຸກໃຈຢູ່ຂະນະຫນຶ່ງ, ເເລະຄວາມຄິດຂອງພະອົງກໍເຮັດໃຫ້ພະອົງໄດ້ຕົກໃຈ. ກະສັດໄດ້ກ່າວ່າ, "ເບັນເຕຊັດຊາເຣ, ຢ່າໃຫ້ຄວາມຝັນຫລືຄຳແກ້ຄວາມຝັນເຮັດໃຫ້ເຈົ້າຕົກໃຈເລີຍ,“ເບັນເຕຊັດຊາເຣ ໄດ້ຕອບວ່າ," ເຈົ້ານາຍຂອງຂ້ານ້ອຍ, ຂໍໃຫ້ຄວາມຝັນນັ້ນເປັນຂອງບັນດາຜູ້ທີ່ກຽດຊັງພະອົງເຖີດ; ເເລະຂໍໃຫ້ຄຳເເກ້ຄວາມຝັນນັ້ນຕົກເເກ່ພວກສັດຕູຂອງພະອົງ.
|
||
|
||
\s5
|
||
\v 20 ຕົ້ນໄມ້ທີິ່ພະອົງໄດ້ເຫັນ ຊຶ່ງໄດ້ເຕີບໂຕຂຶ້ນ, ເເລະເເຂງເເຮງ ເເລະໄດ້ປົ່ງຍອດຂຶ້ນໄປເທິງຟ້າ, ເເລະຊຶ່ງສາມາດເບິ່ງເຫັນໄດ້ຈາກສຸດປາຍຂອງ ເເຜ່ນດິນ.
|
||
\v 21 ເຫລົ່າໃບກໍງົດງາມ, ເເລະຫມາກກໍອຸດົມສົມບູນ, ດັ່ງນັ້ນຈາກຕົ້ນໄມ້ນັ້ນມີອາຫານໃຫ້ເເກ່ສິ່ງທີ່ມີຊີວິດທັງປວງ, ເເລະສັດໃນທ້ອງທົ່ງອາໄສຢູ່ໃນຮົ່ມໄມ້, ເເລະບັນດານົກເທິງຟ້າກໍອາໄສຢູ່.
|
||
\v 22 ຂ້າເເດ່, ກະສັດ, ຕົ້ນໄມ້ນີ້ຄືພະອົງເອງ ຜູ້ໄດ້ຊົງຈະເລີນຂຶ້ນຢ່າງເຂັ້ມເເຂງ, ແລະຄວາມຍິ່ງໃຫຍ່ຂອງພະອົງໄດ້ຈະເລີນຂຶ້ນໄປເຖິງຟ້າ, ເເລະອຳນາດສິດຂາດຂອງພະອົງກໍໄດ້ໄປເຖິງສຸດປາຍເເຜ່ນດິນ.
|
||
|
||
\s5
|
||
\v 23 ທີ່ພຣະອົງ, ກະສັດ, ໄດ້ຊົງແນມເຫັນທູດຜູ້ບໍຣິສຸດລົງມາຈາກຟ້າແລະໄດ້ເວົ້າວ່າ, ‘ຈົ່ງຕັດຕົ້ນໄມ້ນີ້ລົງແລະທຳລາຍເສຍ, ແຕ່ຈົ່ງປ່ອຍໃຫ້ຕໍຂອງຮາກຢູ່ໃນດິນ, ມີປອກເຫລັກແລະທອງສຳລິດມັດໄວ້, ໃຫ້ຢູ່ທ່າມກາງຫຍ້າອ່ອນໃນທົ່ງນາ. ໃຫ້ປຽກນ້ຳຄ້າງຈາກຟ້າ. ໃຫ້ຢູ່ຮ່ວມກັບສັດໃນທ້ອງທົ່ງ ແລະປ່ອຍໃຫ້ຢູ່ຢ່າງນັ້ນຈົນຄົບເຈັດປີ.’
|
||
|
||
\s5
|
||
\v 24 ຂ້າແຕ່ກະສັດ, ນີ້ເປັນຄຳແກ້ຄວາມຝັນແມ່ນຄວາມຫມາຍມາຈາກ ອົງຜູ້ສູງສຸດ ຊຶ່ງມາເຖິງພະອົງ, ກະສັດເຈົ້ານາຍຂອງຂ້ານ້ອຍວ່າ.
|
||
\v 25 ພະອົງຈະຊົງຖືກຂັບໄລ່ໄປຈາກທ່າມກາງມະນຸດ, ເເລະພະອົງຈະຢູ່ກັບສັດໃນທ້ອງທົ່ງ. ພະອົງຈະຕ້ອງກິນຫຍ້າຢ່າງກັບງົວ, ເເລະຕ້ອງປຽກນ້ຳຄ້າງຈາກຟ້າ ແລະຊົງເປັນຢູ່ຢ່າງນັ້ນຈົນຄົບເຈັດປີ ຈົນກວ່າພະອົງຈະຊົງຮູ້ວ່າ ອົງຜູ້ສູງສຸດນັ້ນຊົງປົກຄອງຣາຊອານາຈັກຂອງປະຊາຊົນ ເເລະພຣະອົງຈະປະທານຣາຊອານາຈັກນັ້ນເເກ່ຜູ້ທີ່ພຣະອົງພໍໃຈ.
|
||
|
||
\s5
|
||
\v 26 ເເລະທີ່ຊົງບັນຊາໃຫ້ເຫລືອຕໍຂອງຮາກຕົ້ນນັ້ນໄວ້, ໃນທາງນີ້ ຣາຊອານາຈັກຈະກັບມາເປັນຂອງພະອົງ ນັບຕັ້ງເເຕ່ເມື່ອພະອົງຊົງຍອມຮັບວ່າການປົກຄອງນັ້ນເປັນຂອງຟ້າ.
|
||
\v 27 ຂ້າເເຕ່ກະສັັດ, ດັ່ງນັ້ນຂໍຊົງຮັບຄຳເເນະນຳຂອງຂ້ານ້ອຍ ຂໍພຣະອົງ, ຊົງເລີກເຮັດບາບເສຍໂດຍການທຳຄວາມຊອບທຳແລະເລີກເຮັດບາບຊົ່ວ. ໂດຍການສຳເເດງຄວາມກະລຸນາຕໍ່ຜູ້ຖືກບີບບັງຄັບ, ເເລະບາງທີຄວາມຮຸ່ງເຮືອງຂອງພຣະອົງອາດຈະຂະຫຍາຍອອກໄປອີກໄດ້."
|
||
|
||
\s5
|
||
\v 28 ສິ່ງເຫລົ່ານີ້ທັງຫມົດໄດ້ເກີດຂື້ນແກ່ກະສັດເນບູກາດເນັດຊາ.
|
||
\v 29 ຕໍ່ມາອີກສິບສອງເດືອນ ພະອົງໄດ້ຊົງດຳເນີນຢູ່ເທິງດາດຟ້າພະຣາຊວັງທີ່ບາບີໂລນ,
|
||
\v 30 ແລະພຣະອົງໄດ້ກ່າວວ່າ, “ນີ້ບໍ່ແມ່ນບາບີໂລນ, ອັນຍິ່ງໃຫຍ່ ຊຶ່ງເຮົາໄດ້ສ້າງໄວ້ດ້ວຍອຳນາດໃຫຍ່ຍິ່ງຂອງເຮົາ, ໃຫ້ເປັນພະຣາຊຖານແລະເພື່ອເປັນສັກສີອັນສູງສົ່ງຂອງເຮົາບໍ? “
|
||
|
||
\s5
|
||
\v 31 ຂະນະທີ່ຖ້ອຍຄຳຂອງພະອົງຍັງຢູ່ທີ່ຮີມສົບປາກຂອງກະສັດ, ກໍມີສຽງມາຈາກທ້ອງຟ້າວ່າ: “ໂອ ກະສັດເນບູກາດເນັດຊາ, ນີ້ເປັນປະກາດແກ່ເຈົ້າວ່າ ຣາຊອານາຈັກໄດ້ພາກໄປຈາກເຈົ້າແລ້ວ.
|
||
\v 32 ເຈົ້າຈະຖືກຂັບໄລ່ໄປຈາກປະຊາຊົນ, ແລະບ້ານຂອງເຈົ້າຈະຢູ່ກັບສັດໃນທ້ອງທົ່ງ. ເຈົ້າຈະຕ້ອງກິນຫຍ້າຢ່າງກັບງົວ. ຈະເປັນຢູ່ຢ່າງນັ້ນຈົນຄົບເຈັດປີ ຈົນກວ່າເຈົ້າຈະໄດ້ຮຽນຮູ້ໄດ້ວ່າ ອົງຜູ້ສູງສຸດຊົງປົກຄອງບັນດາຣາຊອານາຈັກຂອງປະຊາຊົນ ແລະປະທານຣາຊອານາຈັກເຫລົ່ານັ້ນແກ່ຜູ້ທີ່ພຣະອົງພໍໃຈ.”
|
||
|
||
\s5
|
||
\v 33 ພຣະຣາຊກິດນີ້ມີຜົນຕໍ່ ເນບູກາດເນັດຊາຢ່າງທັນທີ. ພະອົງຊົງໄດ້ຖືກຂັບໄລ່ໄປຈາກທ່າມກາງປະຊາຊົນ. ພະອົງໄດ້ກິນຫຍ້າຢ່າງກັບງົວ, ແລະຮ່າງກາຍກໍໄດ້ຊົງປຽກນ້ຳຄ້າງຈາກຟ້າ. ຜົມຂອງພະອົງກໍໄດ້ຊົງງອກຍາວຢ່າງກັບຂົນນົກອິນຊີ, ແລະເລັບຂອງພະອົງກໍເຫມືອນເລັບນົກ
|
||
|
||
\s5
|
||
\v 34 ເມື່ອສິ້ນສຸດວາລະນັ້ນແລ້ວ ຕົວເຮົາເອງ, ເນບູກາດເນັດຊາ, ກໍຊົງເງີຍຫນ້າເບິ່ງທ້ອງຟ້າ ແລະຈິດໃຈຂອງເຮົາກໍໄດ້ກັບຄືນເປັນປົກກະຕິ, "ເຮົາກໍໄດ້ຮ້ອງສັນລະເສີນແດ່ອົງຜູ້ສູງສຸດນັ້ນ, ແລະສັນລະເສີນຖວາຍພຣະກຽດແດ່ພຣະອົງ. ຜູ້ດຳລົງຢູ່ເປັນນິດເພາະການປົກຄອງນິລັນດອນ, ແລະຣາຊອານາຈັກຂອງພຣະອົງດຳລົງຢູ່ທຸກຊົ່ວອາຍຸ.
|
||
|
||
\s5
|
||
\v 35 ພຣະອົງຊົງຖືວ່າຊາວແຜ່ນດິນໂລກທັງຫມົດນັ້ນເປັນຄົນທີ່ໄຮ້ຄ່າ; ພຣະອົງຊົງເຮັດຕາມຊອບໃຈທ່າມກາງກອງທັບແຫ່ງຟ້າ ແລະທ່າມກາງຊາວແຜ່ນດິນໂລກຕາມທີ່ພຣະອົງຊົງຊອບໃຈ. ບໍ່ມີຜູ້ໃດຢັບຢັ້ງມືຂອງພຣະອົງ, ໄດ້ ຫລືທູນຖາມພຣະອົງໄດ້ວ່າ “ເປັນຫຍັງຈຶ່ງຊົງເຮັດເຊັ່ນນີ້?”'
|
||
|
||
\s5
|
||
\v 36 ໃນເວລາດຽວກັນທີ່ຈິດໃຈຂອງເຮົາກໍກັບຄືນເປັນປົກກະຕິ, ຄວາມສູງສົ່ງແລະສະງ່າຣາສີກັບມາສູ່ເຮົາອີກ ເພື່ອສັກສີແຫ່ງຣາຊອານາຈັກຂອງເຮົາ. ບັນດາອົງຄະມົນຕີແລະບັນດາຣາຊວົງກໍໄດ້ສະແຫວງຫາຄວາມເມດຕາຂອງເຮົາ. ບັນລັງຂອງເຮົາ ກໍໄດ້ກັບຄືນມາ, ແລະຄວາມຍິ່ງໃຫຍ່ກັບເພີ່ມພູນແກ່ເຮົາຂຶ້ນອີກ.
|
||
\v 37 ບັດນີ້ ເຮົາເອງ, ເນບູກາດເນັດຊາ, ຂໍສັນລະເສີນ, ຍົກຍ້ອງ, ແລະຖວາຍກຽດແດ່ອົງກະສັດແຫ່ງຟ້າ, ເພາະວ່າພຣະຣາຊກິດຂອງພຣະອົງຖືກຕ້ອງ, ແລະການກະທຳຂອງພຣະອົງກໍທ່ຽງທຳ. ພຣະອົງຊົງເຮັດໃຫ້ບັນດາຜູ້ດຳເນີນຢູ່ໃນຄວາມຈອງຫອງໄດ້ຖ່ອມຕົວເອງ.
|
||
|
||
\s5
|
||
\c 5
|
||
\cl ບົດທີ 5
|
||
\p
|
||
\v 1 ກະສັດເບັນຊັດຊາເຣ ໄດ້ຊົງຈັດງານລ້ຽງໃຫຍ່ເເກ່ບັນດາເຊື້ອວົງຫນຶ່ງພັນຄົນ, ແລະພະອົງໄດ້ດື່ມເຫລົ້າອາງຸ່ນຕໍ່ຫນ້າຄົນຫນຶ່ງພັນຄົນນັ້ນ.
|
||
\v 2 ຂະນະທີ່ ເບັນຊັດຊາເຣໄດ້ດື່ມເຫລົ້າອະງຸ່ນແລ້ວ, ພະອົງໄດ້ຊົງສັ່ງໃຫ້ນຳພາຊະນະທອງຄຳແລະເງິນຊຶ່ງເນບູກາດເນັດຊາບິດາຂອງພະອົງໄດ້ຊົງຢຶດມາຈາກພຣະວິຫານໃນກຸງເຢຣູຊາເລັມ, ອອກມາໃຫ້ບັນດາເຊື້ອວົງ, ຂອງພະອົງ, ເເລະມະເຫສີ ເເລະນາງສະຫນົມເພື່ອໃຊ້ໃສ່ເຫລົ້າອະງຸ່ນດື່ມ.
|
||
|
||
\s5
|
||
\v 3 ພວກຄົນໃຊ້ຈຶ່ງໄດ້ນຳພາຊະນະທອງຄຳຊຶ່ງຢຶດມາຈາກພຣະວິຫານ, ຄືພຣະນິເວດຂອງພຣະເຈົ້າ, ໃນນະຄອນເຢຣູຊາເລັມ. ອອກມາ ເເລະກະສັດ, ເເລະບັນດາເຊື້ອວົງຂອງພະອົງທັງມະເຫສີ, ເເລະນາງສະຫນົມກໍໄດ້ດື່ມຈາກພະຊະນະເຫລົ່ານັ້ນ.
|
||
\v 4 ພວກເຂົາໄດ້ດື່ມເຫລົ້າອະງຸ່ນ ເເລະສັນເສີນຮູບເຄົາລົບທັງຫລາຍທີ່ເຮັດດ້ວຍທອງຄຳ, ເງິນ, ທອງສຳຣິດ, ເຫລັກ, ໄມ້, ເເລະຫີນ.
|
||
|
||
\s5
|
||
\v 5 ໃນທັນໃດນັ້ນ ມີນິ້ວມືຄົນຫລາຍນິ້ວໄດ້ປະກົດຂຶ້ນ ເເລະໄດ້ຂຽນລົງທີ່ຝາພະຣາດຊະວັງຂອງກະສັດຫນ້າຂາຕັ້ງຕະກຽງເເລະກະສັດໄດ້ຊົງເຫັນສ່ວນຫນຶ່ງຂອງມືທີ່ຂຽນນັ້ນ.
|
||
\v 6 ເເລ້ວຫນ້າຂອງກະສັດກໍຊີດໄປ, ເເລະ ພະອົງກໍຕົກໃຈ ຈົນກະທັງພະເພົາຊົງອ່ອນເພຍ ຂາກໍຊົງສັ່ນ.
|
||
|
||
\s5
|
||
\v 7 ກະສັດໄດ້ຊົງມີລັບສັ່ງສຽງດັງໃຫ້ນຳຄົນເຫລົ່ານັ້ນທີ່ອ້າງວ່າເວົ້າກັບຄົນຕາຍໄດ້, ເຫລົ່ານັກປາດ, ເເລະເຫລົ່າໂຫລາສາດ. ເຂົ້າມາເຝົ້າ ກະສັດໄດ້ກ່າວກັບຄົນເຫລົ່ານັ້ນທີ່ມີຊື່ສຽງ ວ່າເປັນຄົນມີປັນຍາຂອງບາບີໂລນວ່າ, “ຜູ້ໃດກໍຕາມທີ່ອະທິບາຍສິ່ງທີ່ຂຽນໄວ້ນີ້ແລະແປຄວາມຫມາຍໃຫ້ເຮົາໄດ້ ເຮົາຈະໃຫ້ຜູ້ນັ້ນສວມເສື້ອສີມ່ວງແລະສວມສາຍຄໍທອງຄຳຮອບຄໍ ເຂົາ ແລະເຮົາຈະຕັ້ງໃຫ້ເປັນຜູ້ມີອຳນາດໃນຣາດຊະອານາຈັກຂອງເຮົາ.”
|
||
|
||
\s5
|
||
\v 8 ແລ້ວພວກນັກປຶກສາຂອງກະສັດກໍເຂົ້າມາທັງຫມົດ ແຕ່ພວກເຂົາບໍ່ສາມາດອ່ານຂໍ້ຂຽນ ຫລືແປຄວາມຫມາຍໃຫ້ກະສັດໄດ້.
|
||
\v 9 ແລ້ວກະສັດເບັນຊັດຊາເຣ ຊົງຕົກໃຈຢ່າງຫລາຍ ແລະຫນ້າຂອງພຣະອົງກໍໄດ້ຊີດໄປ. ບັນດາເຊື້ອວົງທັງຫລາຍຂອງພະອົງກໍໄດ້ວຸ້ນວາຍບໍ່ຮູ້ວ່າຈະເຮັດຢ່າງໃດ.
|
||
|
||
\s5
|
||
\v 10 ບັດນີ້ ພະຣາຊີນີໄດ້ເຂົ້າມາໃນງານລ້ຽງ ເພາະໄດ້ຍິນຖ້ອຍຄຳຂອງກະສັດແລະເຈົ້ານາຍທັງຫລາຍ ແລະພະຣາຊີນີໄດ້ກ່າວວ່າ, “ຂ້າແຕ່ກະສັດ, ຂໍຊົງພຣະຈະເລີນເປັນນິດ! ຂໍພຣະອົງຢ່າໄດ້ຊົງຕົກໃຈ ຫລືໃຫ້ຫນ້າຂອງພຣະອົງຊີດໄປເລີຍ.
|
||
|
||
\s5
|
||
\v 11 ໃນອານາຈັກຂອງພະອົງມີຜູ້ຊາຍຄົນຫນຶ່ງມີວິນຍານຂອງບັນດາອົງຜູ້ບໍຣິສຸດໃນຕົວເຂົາ. ໃນສະໄຫມຣັດຊະການຂອງເນບູກາດເນັດຊາ ບິດາຂອງພະອົງ, ຄວາມສະຫວ່າງ ແລະຄວາມເຂົ້າໃຈແລະປັນຍາເຫມືອນເປັນຍາຂອງບັນດາພຣະທັງຫລາຍໄດ້ພົບໃນຕົວຜູ້ຊາຍຄົນນີ້. ກະສັດເນບູກາດເນັດຊາ, ບິດາຂອງພະອົງ ໄດ້ຊົງແຕ່ຕັ້ງໃຫ້ເຂົາເປັນຫົວຫນ້າຄົນເຫລົ່ານັ້ນທີ່ອ້າງວ່າເວົ້າກັບຄົນຕາຍໄດ້, ເຫລົ່ານັກປາດ, ແລະເຫລົ່າໂຫລາສາດ.
|
||
\v 12 ເຂົາມີວິນຍານເລີດ, ມີຄວາມຮູ້, ຄວາມເຂົ້າໃຈທີ່ຈະແກ້ຄວາມຝັນ, ແກ້ປິດສະຫນາ ແລະ ແກ້ປັນຫາຕ່າງໆ ເຂົາຄື ດານີເອນ, ຊຶ່ງກະສັດໄດ້ປະທານນາມວ່າ ເບັນເຕຊັດຊາເຣ. ບັດນີ້ ຂໍຊົງ ຮ້ອງດານີເອນມາ ແລະເຂົາຈະແປຄວາມຫມາຍຂອງສິ່ງທີ່ໄດ້ຂຽນໄວ້ນັັ້ນຖວາຍພະອົງ.”
|
||
|
||
\s5
|
||
\v 13 ແລ້ວດານີເອນຈຶ່ງໄດ້ຖືກນຳໃຫ້ເຂົ້າເຝົ້າຕໍ່ຫນ້າຂອງກະສັດ. ກະສັດໄດ້ກ່າວຖາມດານີເອນວ່າ, “ເຈົ້າຄື ດານີເອນ, ຄົນນັ້ນໃນພວກທີ່ຖືກກວດເປັນຊະເລີຍມາຈາກຢູດາຍ, ທີ່ກະສັດພໍ່ຂອງເຮົານຳມາຈາກຢູດາ.
|
||
\v 14 ເຮົາໄດ້ຍິນວ່າເຈົ້າ, ມີວິນຍານຂອງບັນດາພຣະໃນຕົວເຈົ້າ, ແລະເຈົ້າມີຄວາມສະຫວ່າງ ຄວາມເຂົ້າໃຈ ແລະປັນຍາເລີດໃນຕົວ.
|
||
|
||
\s5
|
||
\v 15 ພວກນັກປຶກສາແລະຄົນເຫລົ່ານັ້ນທີ່ອ້າງວ່າເວົ້າກັບຄົນຕາຍໄດ້ ໄດ້ຖືກເອີ້ນມາຕໍ່ຫນ້າເຮົາໃຫ້ອ່ານຂໍ້ຄວາມນີ້ແລະແປຄວາມຫມາຍໃຫ້ເຮົາ, ແຕ່ພວກເຂົາບໍ່ສາມາດແປຄວາມຫມາຍຂອງເລື່ອງລາວນີ້ໄດ້.
|
||
\v 16 ເຮົາໄດ້ຍິນວ່າເຈົ້າສາມາດແປຄວາມຫມາຍແລະແກ້ປັນຫາໄດ້. ບັດນີ້ຖ້າເຈົ້າສາມາດອ່ານຂໍ້ຄວາມແລະແປຄວາມຫມາຍໃຫ້ໄດ້, ເຈົ້າຈະໄດ້ສວມເສື້ອສີມ່ວງ, ແລະສວມສາຍຄໍທອງຄຳຮອບຄໍຂອງເຈົ້າ ແລະເປັນຜູ້ມີອຳນາດໃນຣາຊອານາຈັກ.”
|
||
|
||
\s5
|
||
\v 17 ແລ້ວດານີເອນໄດ້ທູນກະສັດວ່າ, “ຂໍຊົງເກັບຂອງພະຣາຊທານໄວ້ເປັນຂອງພະອົງເຖີດ, ແລະຂໍປະທານລາງວັນແກ່ຜູ້ອື່ນ, ສ່ວນຂ້ານ້ອຍຈະຂໍອ່ານຂໍ້ຂຽນຖວາຍ, ກະສັດ, ແລະຖວາຍຄຳແປຄວາມຫມາຍໃຫ້ພະອົງຊົງຮູ້.
|
||
\v 18 ຂ້າແດ່ພະອົງ, ຜູ້ຊົງເປັນກະສັດ, ຊົງເປັນ ພຣະເຈົ້າຜູ້ສູງສຸດໄດ້ປະທານຣາຊອານາຈັກ, ຄວາມຍິ່ງໃຫຍ່, ສັກສີ, ແລະບາຣາມີແກ່ ເນບູກາດເນັດຊາ ບິດາຂອງພະອົງ.
|
||
\v 19 ເພາະຄວາມຍິ່ງໃຫຍ່ຊຶ່ງພຣະເຈົ້າໄດ້ປະທານແກ່ເນບູກາດເນັດຊາ, ຊົນທຸກຊາດ, ແລະທຸກພາສາ, ຈຶ່ງໄດ້ສັ່ນສະທ້ານແລະເກງຂາມພະອົງ ພະອົງຈະຊົງປະຫານຜູ້ໃດທີ່ຊົງປະສົງກໍໄດ້ຊົງປະຫານເສຍຈະຊົງໃຫ້ຜູ້ໃດດຳລົງຊີວິດຢູ່ກໍຊົງໃຫ້ດຳລົງຊີວິດ ຈະຊົງແຕ່ງຕັ້ງຜູ້ໃດກໍຊົງແຕ່ງຕັ້ງ, ແລະຈະເຮັດໃຫ້ຜູ້ໃດຕ່ຳຕ້ອຍລົງກໍຊົງເຮັດຕາມທີ່ພຣະອົງຊົງຕ້ອງການ
|
||
|
||
\s5
|
||
\v 20 ແຕ່ເມື່ອເພິ່ນມີໃຈຈອງຫອງຂຶ້ນ ແລະໃຈແຂງກະດ້າງໂຫດຮ້າຍຈຶ່ງໄດ້ຊົງປະກອບກິດດ້ວຍຄວາມຫຶກເຫີມ ພຣະເຈົ້າຈຶ່ງໄດ້ຊົງຖອດເພິ່ນຈາກຣາຊບັນລັງ, ແລະພວກເຂົາໄດ້ຮີບສັກສີຂອງເພິ່ນໄປ.
|
||
\v 21 ເພິ່ນຖືກຂັບໄລ່ອອກໄປຈາກທ່າມກາງສັງຄົມມະນຸດ ເພິ່ນຊົງມີໃຈເປັນເຫມືອນໃຈສັດປ່າ, ແລະເພິ່ນອາໄສຢູ່ທ່າມກາງລໍປ່າ ກິນຫຍ້າເຫມືອນງົວ ຮ່າງກາຍຂອງເພິ່ນກໍຊົງປຽກນ້ຳຄ້າງຈາກຟ້າຈົນກວ່າຈະຊົງສຳນຶກວ່າພຣະເຈົ້າສູງສຸດຊົງປົກຄອງຣາຊອານາຈັກຂອງປະຊາຊົນແລະຊົງແຕ່ງຕັ້ງຜູ້ໃດກໍຕາມທີ່ພຣະອົງຊົງພຣະປະສົງຈະຊົງໃຫ້ປົກຄອງພວກເຂົາ.
|
||
|
||
\s5
|
||
\v 22 ຂ້າແຕ່ເບັນຊັດຊາເຣ, ພະອົງຊົງເປັນພະໂອລົດ ແມ່ນພະອົງໄດ້ຊົງຮູ້ສິ່ງເຫລົ່ານີ້ແລ້ວ ກໍບໍ່ໄດ້ຖ່ອມໃຈຂອງພະອົງ.
|
||
\v 23 ແຕ່ກັບຊົງຍົກພະອົງເອງຂຶ້ນສູ້ກັບອົງພຣະຜູ້ເປັນເຈົ້າແຫ່ງຟ້າ. ແລະຊົງໃຫ້ນຳພາຊະນະແຫ່ງພຣະວີຫານຂອງພຣະອົງມາຕໍ່ຫນ້າຂອງພຣະອົງແລ້ວພະອົງເອງ, ພວກເຈົ້ານາຍຂອງພະອົງ, ທັງມະເຫສີ, ແລະນາງສະຫມົນຂອງພະອົງກໍດື່ມເຫລົ້າອະງຸ່ນຈາກພາຊະນະຫລົ່ານັ້ນ ແລະພະອົງໄດ້ຊົງສັນລະເສີນຮູບເຄົາຮົບທີ່ເຮັດດ້ວຍເງິນ, ທອງຄຳ, ທອງສຳລິດ, ເຫລັກ ໄມ້ ແລະຫິນ, ຊຶ່ງຈະເບິ່ງຫລືຟັງຫລືເຂົ້າໃຈກໍບໍ່ໄດ້ ແຕ່ພະອົງບໍ່ໄດ້ຖວາຍພຣະກຽດແດ່ພຣະເຈົ້າ ຜູ້ຊຶ່ງລົມປານຂອງພຣະອົງຢູ່ໃນມືຂອງພຣະອົງ ແລະທາງທັງຫມົດຂອງພຣະອົງກໍຂຶ້ນຢູ່ກັບພຣະອົງ.
|
||
\v 24 ແລ້ວພຣະເຈົ້າໄດ້ຊົງສົ່ງມືຈາກເບື້ອງຫນ້າພຣະອົງ ແລະຂຽນຂໍ້ຄວາມກໍໄດ້ຖືກຈາເລິກໄວ້.
|
||
|
||
\s5
|
||
\v 25 ຕໍ່ໄປນີ້ເປັນຂໍ້ຂຽນທີ່ຈາລຶກໄວ້ຄື: 'ເມເນ, ເມເນ, ເທເກ, ແລະຟານຊິນ.'
|
||
\v 26 ຕໍ່ໄປນີ້ເປັນຄຳແປຂໍ້ຄວາມນັ້ນ'ເມເນ,' 'ພຣະເຈົ້າໄດ້ຊົງຄຳນວນວາລະສິ້ນສຸດແຫ່ງຣາຊອານາຈັກຂອງພະອົງໄວ້ແລ້ວ,'
|
||
\v 27 ເທເກ' 'ພຣະອົງໄດ້ຊົງຖືກຊັ່ງໃນຕາຊູ ແລະໄດ້ຊົງພົບວ່າຍັງຂາດຢູ່'
|
||
\v 28 ເປເຣດ' 'ຣາຊອານາຈັກຂອງພຣະອົງໄດ້ຖືກແບ່ງອອກໃຫ້ແກ່ຄົນມີເດຍແລະຄົນເປີເຊຍ”'
|
||
|
||
\s5
|
||
\v 29 ແລ້ວເຈົ້າເບັນຊັດຊາເຣກໍໄດ້ຊົງມີພະບັນຊາແລະພວກເຂົາກໍໄດ້ສວມເສື້ອຜ້າສີມ່ວງມານຸ່ງໃຫ້ ດານີເອນທັນທີ ສາຍຄໍທອງຄຳກໍໄດ້ສວມຮອບຄໍຂອງເຂົາ ແລະກະສັດໄດ້ຊົງຈັດກຽດຕິຍົດກ່ຽວກັບເຂົາວ່າ ເຂົາໄດ້ແຕ່ງຕັ້ງແລະມີອຳນາດຫນ້າທີ່ີເປັນຜູ້ມີອຳນາດໃນຣາຊອານາຈັກ
|
||
\v 30 ໃນຄືນວັນນັ້ນເອງ ເບັນຊັດຊາເຣກະສັດຄົນບາບີໂລນກໍໄດ້ຊົງຖືກສັງຫານ
|
||
\v 31 ແລະດາຣິອຸດຊາວເມເດຍກໍໄດ້ຊົງຮັບຣາຊອານາຈັກ ຂະນະເມື່ອພະອົງຊົງມີຊີວິດມາຢູ່ປະມານຫົກສິບສອງພັນສາ.
|
||
|
||
\s5
|
||
\c 6
|
||
\cl ບົດທີ 6
|
||
\p
|
||
\v 1 ກະສັດດາຣິອຸດ ໄດ້ຊົງເເຕ່ງຕັ້ງຜູ້ວ່າຣາຊການເເຄວ້ນຈຳນວນ120ຄົນ ເພື່ອໃຫ້ປົກຄອງທົ່ວຣາຊອານາຈັກ.
|
||
\v 2 ເເລະຊົງຕັ້ງສາມຄົນຢູ່ເຫນືອພວກຜູ້ວ່າການເເຄວ້ນເເລະດານີເອນເປັນຄົນຫນຶ່ງທີ່ຈະຮັບລາຍງານຈາກຜູ້ວ່າຣາຊການເເຄວ້ນ ເພື່ອກະສັດຈະບໍ່ຂາດປະໂຫຍດ
|
||
\v 3 ດານີເອນກໍໄດ້ມີຊື່ສຽງຄົນອື່ນໆ ເເລະຜູ້ວ່າຣຊາການເເຄວ້ນທັງຫລາຍ ເພາະວ່າເຂົາໄດ້ມີວິນຍານສະຖິດກັບເຂົາ ກະສັດຊົງມີເເຜນຈະເເຕ່ງຕັ້ງໃນເຂົາດູເເລອານາຈັກເຫລົ່ານັ້ນທັງຫມົດ
|
||
|
||
\s5
|
||
\v 4 ຜູ້ວ່າການເເຄວ້ນທັງຫລາຍຈຶ່ງໄດ້ຫາຄວາມຜິດໃນງານທີ່ ດານີເອນ ເຮັດໃນເລື່ອງຣາຊອານາຈັກ ເເຕ່ພວກເຂົາກໍຫາຄວາມຜິດຫລືຄວາມບົກຜ່ອງໃນງານຂອງເຂົາບໍ່ໄດ້ ເພາະເຂົາເປັນຄົນຊື່ສັດຈະຫາຄວາມຜິດພາດຫລືເຊື່ອມເສຍໃນໂຕເຂົາບໍ່ໄດ້ເລີຍ
|
||
\v 5 ເເລ້ວຄົນເຫລົ່ານີ້ຈຶ່ງໄດ້ເວົ້າກັນວ່າ, ”ພວກເຮົາບໍ່ສາມາດຈະຟ້ອງດານີເອນໄດ້ ນອກຈາກເຮົາຈະຫາເຫດຜົນໃນເລື່ອງກົດບັນຍັດເເຫ່ງພຣະເຈົ້າຂອງເຂົາ.”
|
||
|
||
\s5
|
||
\v 6 ເເລ້ວພວກອະທິບໍດີແລະພວກຜູ້ວ່າຣາຊການ ເເຄວ້ນເຫລົ່ານີ້ກໍໄດ້ນຳເເຜນຖວາຍຕໍ່ຫນ້າກະສັດ, ພວກເຂົາໄດ້ກ່າວວ່າ, “ຂ້າແຕ່ກະສັດດາຣິອຸດ, ຂໍຊົງພຣະຈະເລີນເປັນນິດ!
|
||
\v 7 ຜູ້ວ່າຣາຊການທຸກຄົນແຫ່ງຣາຊອານາຈັກ, ທັງເຫລົ່າອົງຄະມົນຕີ, ແລະເຫລົ່າຜູ້ວ່າຣາຊການແຄວ້ນ ເຫລົ່າທີ່ປຶກສາ ແລະຜູ້ວ່າຣາຊການທັງຫມົດໄດ້ຫາລືຮ່ວມກັນແລະໄດ້ມີມາຕິວ່າ ກະສັດ, ຄວນຈະມີກົດຫມາຍແລະອອກຄຳສັ່ງແລະໃຫ້ມີຜົນໃຊ້ບັງຄັບທັນທີວ່າ ໃນສາມສິບວັນນີ້ ຢ່າໃຫ້ຜູໃດພາວັນນາອະຖານພຣະຫລືມະນຸດນອກເຫນືອຈາກພະອົງ ຂ້າແຕ່, ກະສັດ, ກໍໃຫ້ໂຍນຄົນນັ້ນລົງໃນຖ້ຳສິງໂຕ
|
||
|
||
\s5
|
||
\v 8 ບັດນີ້, ຂ້າແຕ່ກະສັດ, ຂໍພຣະອົງຊົງອອກຄຳສັ່ງນີ້ແລະຊົງເຊັນລົງນາມໃນຫນັງສືຫມາຍສຳຄັນ ເພື່ອຈະປ່ຽນແປງບໍ່ໄດ້ ຕາມກົດຫມາຍຂອງຄົນເມເດຍແລະຄົນເປີເຊຍ.”
|
||
\v 9 ດັ່ງນັ້ນ ກະສັດດາຣີອຸດຈຶ່ງໄດ້ລົງນາມໃນຫນັງສືສຳຄັນແລະໃຫ້ຄຳສັ່ງນັ້ນເປັນກົດຫມາຍ.
|
||
|
||
\s5
|
||
\v 10 ເມື່ອດານີເອນໄດ້ຮູ້ວ່າກະສັດລົງນາມໃນເອກກະສານເປັນກົດຫມາຍແລ້ວເຂົາກໍໄດ້ກັບບ້ານຂອງເຂົາ (ບັດນີ້ປ່ອງຢ້ຽມຂອງເຂົາໄດ້ເປີດທີ່ຫ້ອງຊັ້ນເທິງຫັນຫນ້າໄປຍັງກຸງເຢລູຊາເລັມ) ແລະເຂົາກໍໄດ້ຄຸເຂົ່າລົງເຂົາໄດ້ເຮັດວັນລະສາມຄັ້ງ, ແລະໄດ້ອະທິຖານແລະຂອບພຣະຄຸນ ພຣະເຈົ້າ, ຂອງເຂົາຢ່າງທີ່ໄດ້ເຄີຍເຮັດກ່ອນຫນ້ານີ້.
|
||
\v 11 ແລ້ວພວກຄົນເຫລົ່ານັ້ນທີ່ໄດ້ວາງແຜນດ້ວຍກັນໄດ້ເຫັນ ດານີເອນກຳລັງອະທິຖານແລະຂໍການຊ່ວຍເຫລືອຈາກພຣະເຈົ້າ.
|
||
|
||
\s5
|
||
\v 12 ແລ້ວພວກເຂົາກໍໄດ້ໄປເຂົ້າເຝົ້າກະສັດແລະໄດ້ບອກພຣະອົງກ່ຽວກັບຫນັງສືຄຳສັ່ງວ່າ,“ຂ້າແດ່ພະຣາຊາພະອົງໄດ້ຊົງລົງນາມໃນຫນັງສືສຳຄັນສະບັບຫນຶ່ງບໍ່ແມ່ນບໍວ່າ ຖ້າມີໃຜທູນຂໍຕໍ່ພຣະ ຫລືມະນຸດພາຍໃນສາມສິບວັນນີ້, ນອກເຫນືອຈາກພະອົງ, ຂ້າແດ່ກະສັດ, ກໍໃຫ້ໂຍນຄົນນັ້ນລົງໃນຖ້ຳຂອງພວກສິງໂຕ?” ກະສັດໄດ້ກ່າວຕອບວ່າ, “ເລື່ອງນັ້ນຍັງຄົງຢູ່ ຕາມກົດຫມາຍຂອງຄົນເມດາຍແລະຄົນເປີເຊຍ ຊຶ່ງຈະແກ້ໄຂບໍ່ໄດ້ເປັນອັນຂາດ.”
|
||
|
||
\s5
|
||
\v 13 ແລ້ວພວກເຂົາຈຶ່ງໄດ້ບອກຕໍ່ກະສັດວ່າ.“ຂ້າແດ່ກະສັດ ດານີເອນ, ຄົນນັ້ນແຫລະທີ່ເປັນຄົນຫນຶ່ງໃນພວກທີ່ຖືກກວາດເປັນຊະເລີຍຈາກຢູດາ, ບໍ່ໄດ້ເຊື່ອຟັງພຣະອົງ, ແລະບໍ່ເຊື່ອຟັງຄຳສັ່ງຊຶ່ງພຣະອົງໄດ້ລົງນາມໄວ້, ເຂົາໄດ້ທູນຂໍຕໍ່ພຣະເຈົ້າ ຂອງເຂົາວັນລະສາມຄັ້ງ.”
|
||
\v 14 ເມື່ອກະສັດໄດ້ຟັງຖ້ອຍຄຳເຫລົ່ານີ້ແລ້ວພະອົງກໍໄດ້ຊົງທຸກໃຈຍິ່ງຫນັກ, ແລະຊົງຕັ້ງໃຈຫາທາງຊ່ວຍກູ້ ດານິເອນ ໃຫ້ລອດຈາກກົດຫມາຍນີ້. ພະອົງໄດ້ຊົງພະຍາຍາມຫາທາງຊ່ວຍ ດານີເອນ ຈົນເຖິງເວລາຕາເວັນຕົກ
|
||
|
||
\s5
|
||
\v 15 ແລ້ວຄົນເຫລົ່ານັ້ນທີ່ໄດ້ວາງແຜນຮ່ວມກັນກໍພາກັນມາເຂົ້າເຝົ້າກະສັດແລະບອກວ່າ, “ຂ້າແດ່, ກະສັດ, ຂໍພະອົງຊົງຮູ້ວ່າບໍ່ມີກົດຫມາຍຂອງຄົນເມເດຍແລະຄົນເປີເຊຍທີ່ປະກາດຫ້າມຫລືກົດຫມາຍຊຶ່ງກະສັດໄດ້ຊົງປະທັບຕາແລ້ວຈະສາມາດປ່ຽງແປງໄດ້,”
|
||
|
||
\s5
|
||
\v 16 ແລ້ວກະສັດໄດ້ຊົງບັນຊາແລະພວກເຂົາກໍໄດ້ນຳດານີເອນເຂົ້າມາ, ແລະພວກເຂົາກໍໂຍນເຂົາເຂົ້າໄປໃນຖ້ຳສິງໂຕ. ກະສັດໄດ້ກ່າວແກ່ດານີເອນວ່າ, “ຂໍພຣະເຈົ້າ, ຂອງເຈົ້າຜູ້ທີ່ເຈົ້າຮັບໃຊ້ຢູ່ຕະຫລອດມານັ້ນຊົງຊ່ວຍ, ກູ້ເຈົ້າເຖີດ”
|
||
|
||
\s5
|
||
\v 17 ແລ້ວຫີນກ້ອນຫນຶ່ງຖືກນຳມາປິດທາງເຂົ້າຖຳ້, ແລະກະສັດກໍໄດ້ຊົງປະທັບກາຂອງພະອົງ ແລະດ້ວຍກາຂອງແຫວນບັນດາເຊື້ອພະອົງ ເພື່ອວ່າຈະບໍ່ມີໃຜມາປ່ຽນແປງ ສະຖານະການຂອງດານີເອນໄດ້.
|
||
\v 18 ແລ້ວກະສັດກໍໄດ້ກັບຣາຊວັງຂອງພະອົງ ແລະໄດ້ຊົງອົດອາຫານຕະຫລອດຄືນນັ້ນ. ບໍ່ໃຫ້ນຳສິ່ງບັນເທິງມາຖວາຍພະອົງດ້ວຍ, ແລະພະອົງຊົງນອນບໍ່ລັບ.
|
||
|
||
\s5
|
||
\v 19 ແລ້ວໃນຕອນເຊົ້າໆ ກະສັດກໍໄດ້ຕື່ນນອນແລະພຣະອົງໄດ້ຮີບໄປຍັງຖ້ຳສິງໂຕ.
|
||
\v 20 ເມື່ອພະອົງມາໃກ້ຖ້ຳ, ພະອົງກໍໄດ້ກ່າວຮ້ອງດານີເອນ ດ້ວຍສຽງທຸກໃຈຕໍ່ ດານີເອນວ່າ, “ໂອ ດານີເອນ, ຜູ້ຮັບໃຊ້ຂອງພຣະເຈົ້າ, ຜູ້ຊົງມີຊີວິດຢູ່ພຣະເຈົ້າ, ຂອງເຈົ້າຊຶ່ງເຈົ້າໄດ້ຮັບໃຊ້ເນື່ອງນິດນັ້ນ, ຊົງສາມາດຊ່ວຍກູ້ເຈົ້າຈາກສິງໂຕໄດ້ແລ້ວບໍ?”
|
||
|
||
\s5
|
||
\v 21 ແລ້ວດານີເອນໄດ້ບອກກະສັດວ່າ, “ຂ້າແຕ່ກະສັດ ຂໍຊົງພະຈະເລີນເປັນນິດ!
|
||
\v 22 ພຣະເຈົ້າຂອງຂ້ານ້ອຍຊົງໃຊ້ທູດຂອງພຣະອົງມາປິດປາກເຫລົ່າສິງໂຕໄວ້, ແລະພວກມັນບໍ່ໄດ້ເຮັດອັນຕະລາຍແກ່ຂ້ານ້ອຍ ເພາະຂ້ານ້ອຍບໍ່ມີຄວາມຜິດຕໍ່ຫນ້າພະອົງ, ຂ້າແດ່ກະສັດ, ແລະຂ້ານ້ອຍບໍ່ໄດ້ເຮັດຜິດປະການໃດຕໍ່ຫນ້າພຣະອົງດ້ວຍ.”
|
||
|
||
\s5
|
||
\v 23 ແລ້ວກະສັດກໍໄດ້ມີຄວາມຊື່ນຊົມຍິນດີທີ່ສຸດ. ພຣະອົງໄດ້ຊົງບັນຊາໃຫ້ນຳດານີເອນອອກມາຈາກຖ້ຳ. ດັ່ງນັ້ນ ດານີເອນ ກໍໄດ້ຖືກດຶງຂຶ້ນມາຈາກຖ້ຳ. ບໍ່ປາກົດວ່າມີອັນຕະລາຍຢ່າງໃດທີ່ຕົວເຂົາເລີຍ. ເພາະເຂົາໄດ້ວາງໃຈໃນພຣະເຈົ້າຂອງເຂົາ.
|
||
|
||
\s5
|
||
\v 24 ກະສັດໄດ້ຊົງບັນຊາ ແລະພວກເຂົາໄດ້ນຳຄົນເຫລົ່ານັ້ນທີ່ໃສ່ຮ້າຍດານີເອນ ແລະໄດ້ໂຍນຖິ້ມໃນຖ້ຳສິງໂຕ ທັງຕົວເຂົາ ແລະລູກທັງຫລາຍ ແລະເມຍຂອງພວກເຂົາດ້ວຍ ຍັງບໍ່ທັນຕົກໄປເຖິງພື້ນຖ້ຳ ພວກສິງໂຕກໍຂະຍ້ຳພວກເຂົາ ແລະຫັກກະດູກຂອງເຂົາທັງຫລາຍຈົນແຫລກເປັນຕ່ອນໆ.
|
||
\v 25 ແລ້ວກະສັດດາຣິອຸດໄດ້ຊົງມີພະຣາຊສານໄປເຖິງຊົນທຸກຊາດ, ແລະທຸກພາສາ, ທີ່ອາໃສຢູ່ໃນແຜ່ນດິນທັງຫມົດວ່າ: “ສັນຕິສຸກຈົ່ງມີແກ່ທ່ານທັງຫລາຍຢ່າງທະວີຄູນ.
|
||
|
||
\s5
|
||
\v 26 ເຮົາອອກຄຳສັ່ງ ໃຫ້ຄົນທັງຫລາຍໃນຣາຊອານາຈັກທັງຫມົດຂອງເຮົາຢ້ານແລະຢຳເກງພຣະເຈົ້າຂອງດານີເອນ, ເພາະພຣະອົງຊົງເປັນພຣະເຈົ້າຜູ້ຊົງມີຊີວິດຢູ່ ຊົງດຳລົງຢູ່ເປັນນິດ, ແລະຣາຊອານາຈັກຂອງພຣະອົງຈະບໍ່ຖືກທຳລາຍ ແລະການປົກຄອງຂອງພຣະອົງຈະດຳລົງຈົນເຖິງທີ່ສຸດ.
|
||
\v 27 ພຣະອົງໄດ້ຊົງຊ່ວຍກູ້ແລະໄດ້ຊ່ວຍໃຫ້ພົ້ນໄພ ພຣະອົງຊົງເຮັດຫມາຍສຳຄັນແລະການອັດສະຈັນໃນຟ້າແລະເທິງພື້ນແຜ່ນດິນ; ພຣະອົງໄດ້ຊົງຊ່ວຍດານີເອນໃຫ້ລອດຈາກອຳນາດຂອງເຫລົ່າສິງໂຕ.”
|
||
|
||
\s5
|
||
\v 28 ດັ່ງນັ້ນ ດານີເອນຈຶ່ງໄດ້ຈະເລີນກ້າວຫນ້າໃນຣັດສະໄຫມຂອງດາຣິອຸດ ແລະໃນຣັດສະໄຫມຂອງໄຊຣັດຊາວເປີເຊຍ.
|
||
|
||
\s5
|
||
\c 7
|
||
\cl ບົດທີ 7
|
||
\p
|
||
\v 1 ໃນປີທີຫນຶ່ງແຫ່ງຣາຊການຂອງເຈົ້າເບັນຊັດຊາເຣ ກະສັດຂອງບາບີໂລນ, ດານີເອນໄດ້ມີຄວາມຝັນແລະນິມິດໃນຄວາມຄິດຂອງເຂົາຂະນະທີ່ເຂົານອນເທິງທີ່ນອນຂອງເຂົາ ແລ້ວເຂົາຈຶ່ງໄດ້ບັນທຶກສິ່ີງທີ່ເຂົາໄດ້ເຫັນໃນຄວາມຝັນນັ້ນໄວ້ ເຂົາໄດ້ບັນທຶກເຫດການສຳຄັນທີ່ສຸດນັ້ນໄວ້
|
||
\v 2 ດານີເອນໄດ້ອະທີບາຍວ່າ, “ໃນນິມິດຂອງຂ້າພະເຈົ້າເວລາກາງຄືນຂ້າພະເຈົ້າໄດ້ເຫັນລົມທັງສີ່ຂອງຟ້າໄດ້ປຸກປັ່ນທະເລໃຫຍ່.
|
||
\v 3 ສັດໃຫຍ່ສີ່ໂຕ ແຕ່ລະໂຕກໍມີລັກຊະນະແຕກຕ່າງຈາກໂຕອື່ນໄດ້ຂຶ້ນອອກມາຈາກທະເລ
|
||
|
||
\s5
|
||
\v 4 ຕົວທີຫນຶ່ງເຫມືອນສິງໂຕແຕ່ໄດ້ມີປີກນົກອິນຊີ ເມື່ອຂ້າພະເຈົ້າເບິ່ງຢູ່ນັ້ນ ປີກທັງສອງຂ້າງຂອງມັັນກໍຖືກຍົກຂຶ້ນຈາກພື້ນດິນ ແລະຖືກເຮັດໃຫ້ຢືນສອງຕີນເຫມືອນມະນຸດ ໃຈຂອງມະນຸດຖືກມອບໃຫ້ມັນ.
|
||
\v 5 ແລ້ວມີສັດໂຕທີ່ສອງເຫມືອນຫມີ ແລະມັນໄດ້ຍ້າຍໂຕຂ້າງຫນຶ່ງຂຶ້ນ ມັນມີກະດູກຊີກໂຄງສາມຊີກລະຫວ່າງແຂ້ວໃນປາກຂອງມັນ ມີສຽງບອກມັນວ່າ ‘ຈົ່ງລຸກຂຶ້ນ ແລະກິນປະຊາຊົນຫລວງຫລາຍຢ່າງຕະກະ.’
|
||
|
||
\s5
|
||
\v 6 ຫລັງຈາກນັ້ນຂ້າພະເຈົ້າ, ໄດ້ເບິ່ງອີກຄັ້ງມີສັດອີກໂຕຫນຶ່ງ ທີ່ເບີ່ງເຫມືອນເສືອດາວ ເທິງຫລັງຂອງມັນມີປີກສີ່ປີກເຫມືອນປີກນົກ ມັນມີຫົວສີ່ຫົວ ແລະມັນໄດ້ຮັບສິດທິອຳນາດໃນການປົກຄອງ.
|
||
\v 7 ຕໍ່ຈາກນັ້ນຂ້າພະເຈົ້າໄດ້ເຫັນນິມິດໃນເວລາກາງຄືນສັດໂຕທີ່ສີ່, ມັນຮ້າຍກາດ, ຫນ້າຢ້ານ, ແລະແຂງແຮງຫລາຍ ມັນມີແຂ້ວເຫລັກທີ່ໃຫຍ່ ມັນກິນຢ່າງຕະກະຕະກາມ ໄດ້ຫັກເປັນຕ່ອນໆ ແລະຢຽບສິ່ງທີ່ເຫລືອກິນນັ້ນໃຫ້ຢູ່ໃຕ້ຕີນ ມັນຕ່າງກັບສັດອື່ນທັງຫມົດ, ແລະມັນມີເຂົາສິບເຂົາ.
|
||
|
||
\s5
|
||
\v 8 ຂະນະທີ່ຂ້າພະເຈົ້າຈ້ອງເບິ່ງເຂົາເຫລົ່ານັ້ນ, ຂ້າພະເຈົ້າໄດ້ເບິ່ງແລະໄດ້ເຫັນ ມີເຂົານ້ອຍໆອີກເຂົາຫນຶ່ງງອກຂຶ້ນມາທ່າມກາງເຂົາເຫລົ່ານັ້ນ ແລະເຂົາສາມເຂົາໄດ້ຖືກຖອນຮາກອອກໄປ ຂ້າພະເຈົ້າໄດ້ເຫັນເຂົານີ້ມີຕາເຫມືອນຕາມະນຸດ ແລະມີປາກເວົ້າໂອ້ອວດແຕ່ເລື່ອງຍິ່ງໃຫຍ່.
|
||
|
||
\s5
|
||
\v 9 ເມື່ອຂະນະທີ່ຂ້າພະເຈົ້າໄດ້ເບິ່ງ ມີຫລາຍບັນລັງມາຕັ້ງໄວ້, ອົງພຣະຜູ້ເປັນເຈົ້າໄດ້ຢູ່ເທິງບັນລັງ ເຄື່ອງນຸ່ງຂອງ. ພຣະອົງກໍຂາວຢ່າງຫິມະ ຜົມຂອງພຣະອົງກໍເຫມືອນຂົນແກະທີ່ບໍຣິສຸດພຣະບັນລັງ. ຂອງພຣະອົງເປັນເປວໄຟ, ແລະພວກລໍ້ນັ້ນເປັນໄຟລຸກຢູ່.
|
||
|
||
\s5
|
||
\v 10 ແມ່ນ້ຳແຫ່ງໄຟກໍໄຫລພົ້ງອອກມາຕໍ່ຫນ້າພຣະອົງ; ຄົນນັບລ້ານໄດ້ບົວລະບັດພຣະອົງ, ແລະຄົນນັບຮ້ອຍລ້ານໄດ້ເຂົ້າເຝົ້າພຣະອົງ. ສານກໍໄດ້ເລີ່ມກະບວນການ, ແລະບັນດາຫນັງສືກໍເປີດອອກ
|
||
|
||
\s5
|
||
\v 11 ຂ້າພະເຈົ້າກໍຍັງຄົງເບິ່ງຕໍ່ໄປ ເພາະຖ້ອຍຄຳໂອ້ອວດທີ່ເວົ້າອອກມາຈາກເຂົານັ້ນຂ້າພະເຈົ້າໄດ້ຈ້ອງເບິ່ງ ຂະນະທີ່ສັດໂຕນັ້ນກໍຖືກຂ້າ ແລະຮ່າງຂອງມັນກໍຖືກທຳລາຍໄປແລະໄດ້ຖືກມອບໃຫ້ເຜົາດ້ວຍໄຟ.
|
||
\v 12 ສ່ວນເລື່ອງສັດສີ່ໂຕທີ່ເຫລືອຢູ່ນັ້ນ, ອຳນາດປົກຄອງຂອງພວກມັນກໍຖືກຖອນໄປ, ແຕ່ຊີວິດຂອງພວກມັນໄດ້ຖືກຢືດຕໍ່ໄປໃນຊ່ວງເວລາຫນຶ່ງ.
|
||
|
||
\s5
|
||
\v 13 ໃນນິມິດຂອງຂ້າພະເຈົ້າໃນຄືນນັ້ນຂ້າພະເຈົ້າໄດ້ເຫັນຄົນຫນຶ່ງກຳລັງມາພ້ອມກັບບັນດາເມກຂອງຟ້າເຫມືອນບຸດມະນຸດພຣະອົງມາພ້ອມກັບອົງພຣະຜູ້ເປັນເຈົ້າແລະເຝົ້າຕໍ່ຫນ້າພຣະອົງ.
|
||
\v 14 ພຣະຣາຊອຳນາດໃນການຄອບຄອງແລະສັກສີ ກັບຣິດອຳນາດຣາຊວົງໄດ້ຊົງມອບໄວ້ກັບພຣະອົງ ເພື່ອປະຊາຊົນ, ທຸກຊາດ, ແລະທຸກພາສາ, ຈະຮັບໃຊ້ທ່ານອຳນາດສິດຂາດໃນການຄອບຄອງຈະບໍ່ສິ້ນສຸດໄປ ແລະອານາຈັກຂອງພຣະອົງເປັນອານາຈັກຊຶ່ງຈະບໍ່ຖືກທຳລາຍເລີຍ
|
||
|
||
\s5
|
||
\v 15 ສ່ວນຂ້າພະເຈົ້າ ດານີເອນ ຈິດໃຈຂອງຂ້າພະເຈົ້າເປັນທຸກຢູ່ພາຍໃນ ແລະນິມິດທີ່ຂ້າພະເຈົ້າໄດ້ເຫັນ ໃນຂອງຂ້າພະເຈົ້າເຮັດໃຫ້ຂ້າພະເຈົ້າບໍ່ສະບາຍໃຈ.
|
||
\v 16 ຂ້າພະເຈົ້າໄດ້ເຂົ້າໄປໃກ້ຜູ້ຫນຶ່ງໃນພວກເຂົາທີ່ຢືນຢູ່ທີ່ນັ້ນ ແລະໄດ້ຂໍໃຫ້ເຂົາສະແດງຕໍ່ຂ້າພະເຈົ້າເຖີິງຄວາມຫມາຍຂອງເລື່ອງລາວນີ້.
|
||
|
||
\s5
|
||
\v 17 ສັດໃຫຍ່ທັງສີ່ຄືກະສັດ, ສີ່ພະອົງຊຶ່ງເກີດມາຈາກແຜ່ນດິນໂລກ,
|
||
\v 18 ແຕ່ບັນດາຜູ້ບໍຣິສຸດຂອງອົງຜູ້ສູງສຸດຈະຮັກຣາຊອານາຈັກ ແລະພວກເຂົາຖືກຳມະສິດຣາຊອານາຈັກນັ້ນສືບໄປເປັນນິດນິລັນດອນ.
|
||
|
||
\s5
|
||
\v 19 ແລ້ວຂ້າພະເຈົ້າກໍຢາກຮູ້ຄວາມຈິງກ່ຽວກັບສັດໂຕທີສີ່ນັ້ນ ຊຶ່ງມັນຜິດແປກຈາກສັດອື່ນທັງຫມົດ ແລະຮ້າຍກາດເຫລືອເກີນ ດ້ວຍແຂ້ວເຫລັກແລະເລັບຕີນທອງສຳຣິດ ຊຶ່ງມັນໄດ້ກິນແລະໄດ້ຈີກອອກເປັນຕ່ອນໆ ແລະໄດ້ຢຽບສິ່ງທີ່ເຫລືອນັ້ນດ້ວຍຕີນຂອງມັນ.
|
||
\v 20 ຂ້າພຣະເຈົ້າຕ້ອງການທີ່ຈະຮູ້ກ່ຽວກັບເຂົາສິບເຂົາເທິງຫົວຂອງມັນແລະເຂົາອີກເຂົາຫນຶ່ງຊິ່ງງອກຂຶ້ນມາຕໍ່ຫນ້າເຂົາສາມເຂົາທີ່ຫລຸດໄປ ຂ້າພະເຈົ້າຕ້ອງການຮູ້ເລື່ອງເຂົາຊຶ່ງມີຕາແລະມີປາກທີ່ເວົ້າໂອ້ອວດເລື່ອງໃຫຍ່ກວ່າເຫລົ່າເພືອນຂອງມັນ.
|
||
|
||
\s5
|
||
\v 21 ເມື່ອຂ້າພະເຈົ້າໄດ້ເບິ່ງ ເຂົານີ້ເຮັດສົງຄາມກັບບັນດາຜູ້ບໍຣິສຸດແລະໄດ້ມີໄຊຊະນະເຫນືອພວກເຂົາ.
|
||
\v 22 ຈົນກວ່າອົງພຣະຜູ້ເປັນເຈົ້າໄດ້ສະເດັດມາເຖິງ ແລະຄວາມຍຸດຕິທຳໄດ້ຖືກມອບໃຫ້ແກ່ບັນດາຜູ້ບໍຣິສຸດຂອງອົງຜູ້ສູງສຸດ ແລ້ວເວລາກຳນົດໄດ້ມາເຖິງທີ່ບັນດາຜູ້ບໍຣິສຸດຈະຮັບຣາຊອານາຈັກ.
|
||
|
||
\s5
|
||
\v 23 ນີ້ຄຶສິ່ງທີ່ບຸກຄົນນັ້ນໄດ້ກ່າວວ່າ ‘ເລື່ອງສັດໂຕທີ່ສີ່ນັ້ນ ຈະມີຣາຊອານາຈັກທີສີ່ເທິງແຜ່ນດິນຊຶ່ງຈະແຕກຕ່າງຈາກຣາຊອານາຈັກອື່ນໆ ມັນຈະກິນທັງແຜ່ນດິນນີ້ ແລະຢຽບແຜ່ນດິນລົງ ແລະເຮັດໃຫ້ເປັນຕ່ອນໆ.
|
||
\v 24 ສ່ວນເລື່ອງເຂົາສິບເຂົານັ້ນ, ຈາກຣາຊອານາຈັກນີ້ຈະມີກະສັດສິບພຣະອົງເກີດຂຶ້ນ, ແລະມີກະສັດອີກອົງຫນຶ່ງເກີດຂຶ້ນພາຍຫລັງພວກເຂົາ. ເຂົາຈະແຕກຕ່າງຈາກຄົນທີ່ມີມາກ່ອນຫນ້າ, ແລະເຂົາຈະລົ້ມກະສັດສາມພະອົງ.
|
||
|
||
\s5
|
||
\v 25 ເຂົາຈະເວົ້າຄຳກ່າວຮ້າຍອົງຜູ້ສູງສຸດແລະຈະຂົ່ມເຫ່ງບັນດາປະຊາຊົນຜູ້ບໍຣິສຸດຂອງອົງຜູ້ສູງສຸດນັ້ນ ເຂົາຈະພະຍາຍາມປ່ຽນແປງກົດຫມາຍ ແລະວັນສະຫລອງຕ່າງໆສາສະຫນາ ສິ່ງເຫລົ່ານີ້ຈະຖືກມອບໄວ້ໃນມືຂອງທ່ານ, ຫນຶ່ງປີ, ສອງປີ, ກັບເຄິ່ງປີ
|
||
\v 26 ແຕ່ການພິຈາຣະນາຄະດີກໍຈະດຳເນີນຕໍ່ໄປ ແລະພວກເຂົາຈະນຳເອົາຣິດອຳນາດຂອງເຂົາໄປ ເພື່ອຈະຊົງເຜົາຜານແລະທຳລາຍເສຍໃຫ້ສິ້ນສຸດ.
|
||
|
||
\s5
|
||
\v 27 ຣາຊອານາຈັກກັບອຳນາດ ແລະຄວາມຍິ່ງໃຫຍ່ແຫ່ງບັນດາຣາຊອານາຈັກພາຍໃຕ້ຟ້າທັງຫມົດ ຈະຕ້ອງຖືກມອບໄວ້ແກ່ບັນດາປະຊາຊົນຜູ້ບໍຣິສຸດຂອງອົງຜູ້ສູງສຸດນັ້ນ ແຜ່ນດິນຂອງທ່ານເຫລົ່ານີ້ຈະເປັນແຜ່ນດິນນິລັນ ແລະຣາຊອານາຈັກ, ທັງຫມົດຈະຮັບໃຊ້ແລະເຊື່ອຟັງທ່ານ.’
|
||
\v 28 ນີ້ເປັນການສິ້ນສຸດຂອງເລື່ອງນີ້ ສ່ວນຂ້າພະເຈົ້າ, ດານີເອນ, ຄວາມຄິດຂອງຂ້າພະເຈົ້າກໍເຮັດໃຫ້ຂ້າພະເຈົ້າຕົກໃຈຫລາຍ ແລະຫນ້າຂອງຂ້າພະເຈົ້າກໍຊີດໄປ ແຕ່ຂ້າພະເຈົ້າກໍເກັບເລື່ອງລາວນີ້ໄວ້ໃນໃຈ”
|
||
|
||
\s5
|
||
\c 8
|
||
\cl ບົດທີ 8
|
||
\p
|
||
\v 1 ໃນປີທີສາມແຫ່ງຣາຊການກະສັດເບັນຊັດຊາເຣ, ຂ້າພະເຈົ້າ, ດານີເອນ, ໄດ້ເຫັນນິມິດປາກົດແກ່ຂ້າພະເຈົ້າ (ຫລັງຈາກນິມິດທີ່ໄດ້ປາກົດແກ່ຂ້າພະເຈົ້າຄັ້ງທຳອິດນັ້ນ).
|
||
\v 2 ຂ້າພະເຈົ້າໄດ້ເຫັນໃນນິມິດ, ຂະນະທີ່ຂ້າພະເຈົ້າໄດ້ກຳລັງເບິ່ງເຫັນ ປາກົດວ່າ ຂ້າພະເຈົ້າໄດ້ຢູ່ທີ່ປ້ອມຂອງເມືອງຊູຊາ ຊຶ່ງຢູ່ໃນແຂວງເອລາມ. ຂ້າພະເຈົ້າກໍໄດ້ເຫັນນິມິດ ທີ່ຂ້າພະເຈົ້າໄດ້ຢູ່ທີ່ແມ່ນ້ຳອູລາຍ.
|
||
|
||
\s5
|
||
\v 3 ຂ້າພະເຈົ້າໄດ້ເງີຍຫນ້າເບິ່ງ ແລະໄດ້ເຫັນແກະໂຕຜູ້ໂຕຫນຶ່ງມີເຂົາສອງເຂົາ, ກຳລັງຢືນຢູ່ທີ່ຂ້າງແມ່ນ້ຳເຂົາຂ້າງຫນຶ່ງກໍຍາວກວ່າອີກຂ້າງຫນຶ່ງ. ແຕ່ເຂົາທີ່ຍາວນັ້ນປົ່ງມາຊ້າກວ່າເຂົາທີ່ສັ້ນກວ່າແລະໄດ້ປົ່ງອອກມາເລື້ອຍໆ ແລ້ວກໍເປັນເຂົາທີ່ຍາວ.
|
||
\v 4 ຂ້າພະເຈົ້າໄດ້ເຫັນແກະຜູ້ໂຕນັ້ນຊິດເຂົາໄປທາງຕາເວັນຕົກ ແລ້ວກໍທາງເຫນືອ, ແລະຕໍ່ມາກໍທາງໃຕ້; ບໍ່ມີສັດໂຕໃດສູ້ມັນໄດ້ ບໍ່ມີໂຕໃດໃນພວກມັນຊ່ວຍໃຫ້ພົ້ນຈາກອຳນາດຂອງມັນໄດ້. ມັນເຮັດຕາມໃຈຊອບແລະມັນກໍໄດ້ກາຍເປັນຜູ້ຍິ່ງໃຫຍ່.
|
||
|
||
\s5
|
||
\v 5 ເມື່ອຂ້າພະເຈົ້າກຳລັງຄິດເຖິງກ່ຽວກັບເລື່ອງນີ້ຢູ່, ຂ້າພະເຈົ້າໄດ້ເຫັນແບ້ຜູ້ໂຕຫນຶ່ງມາຈາກທິດຕາເວັນຕົກ ມັນໄດ້ໂດດຂ້າມຫນ້າພື້ນແຜ່ນດິນທັງຫມົດໄປ ແລ່ນຢ່າງໄວຫລາຍຈົນເບິ່ງເຫມືອນວ່າບໍ່ແຕະຕ້ອງພື້ນດີນເລີຍແລະແບ້ໂຕນັ້ນໄດ້ມີເຂົາໃຫຍ່ຢູ່ໃນລະຫວ່າງຕາຂອງມັນເຂົາຫນຶ່ງ.
|
||
\v 6 ມັນໄດ້ເຫັນແກະໂຕຜູ້ທີ່ຢືນຢູ່ທີ່ຝັ່ງແມ່ນ້ຳ ແລະແບ້ໄດ້ແລ່ນເຂົ້າໃສ່ແກະຜູ້ໂຕນັ້ນດ້ວຍຄວາມໂກດຮ້າຍ.
|
||
|
||
\s5
|
||
\v 7 ຂ້າພະເຈົ້າໄດ້ເຫັນແບ້ໂຕຜູ້ເຂົ້າມາໃກ້ແກະໂຕຜູ້ ມັນໂກດຮ້າຍແກະໂຕຜູ້ຫລາຍ ແລະມັນໄດ້ຊົນແກະໂຕຜູ້ແລະເຮັດໃຫ້ເຂົາທັງສອງຂອງມັນຫັກໄປ ແກະໂຕຜູ້ກໍບໍ່ມີກຳລັງທີ່ຈະຢືນຕໍ່ຫນ້າມັນໄດ້ ແບ້ໄດ້ໂຍນແກະໂຕຜູ້ລົງທີ່ພື້ນດິນແລະໄດ້ຢຽບມັນ ບໍ່ມີໃຜສາມາດຊ່ວຍແກະໂຕຜູ້ໃຫ້ພົ້ນອຳນາດຂອງມັນໄດ້.
|
||
\v 8 ແລ້ວແບ້ໂຕຜູ້ກໍໃຫຍ່ໂຕຂຶ້ນຢ່າງຫລາຍ, ແຕ່ເມື່ອມັນໄດ້ແຂງແກ່ງຂຶ້ນເຂົາໃຫຍ່ຂອງມັນກໍຫັກ, ແລະໃນທີ່ນັ້ນກໍມີເຂົາອີກສີ່ເຂົາປົ່ງຂຶ້ນແທນທີ່ບ່ອນນັ້ນ ຫັນໄປທາງທິດລົມທັງສີ່ຂອງຟ້າທັງຫລາຍ.
|
||
|
||
\s5
|
||
\v 9 ແລະຈາກເຂົາຫນຶ່ງໃນບັນດາເຂົາເຫລົ່ານີ້ມີເຂົານ້ອຍໆ ອີກເຂົາຫນຶ່ງໄດ້ປົ່ງອອກມາທຳອິດກໍເປັນເຂົານ້ອຍໆ ແຕ່ໄດ້ກາຍເປັນເຂົາໃຫຍ່ຂະຫຍາຍໄປທາງໃຕ້, ໄປທາງຕາເວັນອອກ, ແລະໄປຍັງແຜ່ນດິນອັນສວຍງາມ.
|
||
\v 10 ມັນໄດ້ໃຫຍ່ຫລາຍຈົນເຂົ້າສູ້ຮົບໃນສົງຄາມກັບກອງທັບແຫ່ງຟ້າ. ບາງຄົນໃນກອງທັບນັ້ນແລະດາວບາງດວງຖືກໂຍນລົງມາຍັງພື້ນດິນ ແລ້ວມັນໄດ້ຢຽບຢ້ຳເສຍ.
|
||
|
||
\s5
|
||
\v 11 ມັນໄດ້ເຮັດໂຕຂອງມັນເອງໃຫຍ່ຂຶ້ນອີກຈົນເຫມືອນຜູ້ບັນຊາການກອງທັບ ແລະເຄື່ອງເຜົາບູຊາເນື່ອງນິດກໍຖືກຊິງໄປຈາກເຂົາ, ແລະ ບ່ອນນະມັດສະການຂອງເຂົາກໍຖືກເຮັດໃຫ້ສູນເສຍ.
|
||
\v 12 ເນື່ອງຈາກການກະບົດ ກອງທັບຈະຖືກມອບໃຫ້ແກ່ເຂົາຂອງແບ້ໂຕຜູ້, ແລະເຄື່ອງເຜົາບູຊາຈະຖືກຢຸດຢັ້ງ ເຂົານັ້ນຈະໂຍນຄວາມຈິງລົງພື້ນດິນ, ແລະເຂົານັ້ນກໍໄດ້ຮັບຜົນສຳເລັດໃນສິ່ງທີ່ມັນເຮັດ.
|
||
|
||
\s5
|
||
\v 13 ແລ້ວຂ້າພະເຈົ້າໄດ້ຍິນຜູ້ບໍຣິສຸດທ່ານຫນຶ່ງກຳລັງເວົ້າຢູ່ ແລະຜູ້ບໍຣິສຸດອີກທ່ານຫນຶ່ງໄດ້ມາຕອບເຂົາວ່າ, “ສິ່ງນີ້ຈະຢູ່ອີກດົນເທົ່າໃດ ນິມິດນີ້ທີ່ກ່ຽວກັບເຄື່ອງເຜົາບູຊາຄວາມບາບທີ່ນຳໄປສູ່ການພິນາດ, ແລະເລື່ອງການຍົກບ່ອນນະມັດສະການໃຫ້ໄປ, ແລະກອງທັບຂອງຟ້າທີ່ຖືກຢຽບຢ້ຳລົງ?”
|
||
\v 14 ເຂົາໄດ້ຕອບຂ້າພະເຈົ້່າວ່າ, “ມັນຈະຢູ່ດົນ 2,300 ເວລາແລງແລະເວລາເຊົ້າ ຫລັງຈາກບ່ອນນະມັດສະການນັ້ນຈະກັບສູ່ສະພາບອັນຄວນ.”
|
||
|
||
\s5
|
||
\v 15 ເມື່ອຂ້າພະເຈົ້າ, ດານີເອນ, ໄດ້ເຫັນນິມິດແລ້ວ, ຂ້າພະເຈົ້າກໍພະຍາຍາມເຂົ້າໃຈສິ່ງເຫລົ່ານັ້ນ. ແລ້ວມີຜູ້ຫນຶ່ງທີ່ເບິ່ງແລ້ວເຫມືອນມະນຸດທີ່ຢືນຢູ່ຫນ້າຂ້າພະເຈົ້າ.
|
||
\v 16 ຂ້າພະເຈົ້າໄດ້ຍິນສຽງຊາຍຄົນຫນຶ່ງ ກຳລັງເອີ້ນລະຫວ່າງແມ່ນຳ້ອູລາຍ. ເຂົາໄດ້ເວົ້າວ່າ," ຄັບຣີເອນ, ຈົ່ງເຮັດໃຫ້ຊາຍຄົນນີ້ເຂົ້າໃຈນິມິດນັ້ນເຖີດ."
|
||
\v 17 ດັ່ງນັ້ນເຂົາຈຶ່ງໄດ້ມາໃກ້ທີ່ຂ້າພະເຈົ້າ. ຢືນຢູ່ແລະເມື່ອເຂົາໄດ້ມາ, ຂ້າພະເຈົ້າກໍຕົກໃຈຫມູບຫນ້າລົງເທິງພື້ນດິນ. ເຂົາໄດ້ກ່າວກັບຂ້າພະເຈົ້າວ່າ,"ມະນຸດເອີຍ, ຈົ່ງເຂົ້າໃຈເຖີດວ່າ, ນິມິດນັ້ນເປັນເລື່ອງຂອງການສີ້ນສຸດ."
|
||
|
||
\s5
|
||
\v 18 ເມື່ອເຂົາໄດ້ເວົ້າຢູ່ກັບຂ້າພະເຈົ້າ, ຂ້າພະເຈົ້າກໍໄດ້ສະຫລົບໄປແລະດ້ວຍຫມູບຫນ້າຕິດດິນ. ແລ້ວເຂົາໄດ້ແຕະຕ້ອງຂ້າພະເຈົ້າແລະເຮັດໃຫ້ຂ້າພະເຈົ້າຢືນຂຶ້ນ.
|
||
\v 19 ເຂົາໄດ້ກ່າວວ່າ,"ນີ້ແຫລະ, ເຮົາຈະເຮັດໃຫ້ເຈົ້າຮູ້ເຖິງສິ່ງຊຶ່ງຈະເກີດຂຶ້ນພາຍຫລັງໃນຊ່ວງເວລາແຫ່ງຄວາມໂກດຮ້າຍ, ເພາະນິມິດນັ້ນກ່ຽວກັບວາລະກຳນົດແຫ່ງການສີ້ນສຸດ.
|
||
|
||
\s5
|
||
\v 20 ເລື່ອງແກະໂຕຜູ້ທີ່ເຈົ້າເຫັນ, ໂຕທີ່ມີສອງເຂົາ ພວກເຂົາເປັນກະສັດຂອງຄົນມີເດຍແລະຄົນເປີເຊຍ.
|
||
\v 21 ແບ້ໂຕຜູ້ຄື ກະສັດຂອງກຣີດ. ແລະເຂົາໃຫຍ່ຢູ່ລະຫວ່າງຕາຂອງເຂົາຄືກະສັດອົງທຳອິດ.
|
||
|
||
\s5
|
||
\v 22 ມີເຂົາອີກ ສີ່ເຂົາປົ່ງຂຶ້ນມາແທນໃນບ່ອນນັ້ນຄື ອານາຈັກສີ່ອານາຈັກ ຈະເກີດຂຶ້ນຈາກຊາດຂອງເຂົາ, ແຕ່ຈະບໍ່ໄດ້ດ້ວຍອຳນາດຍິ່ງໃຫຍ່ຂອງເຂົາ.
|
||
\v 23 ບັ້ນປາຍຂອງອານາຈັກເຂົາທັງຫລາຍນັ້ນ, ເມື່ອຜູ້ລະເມີດໄດ້ເຮັດຄວາມຊົ່ວເຕັມຂະຫນາດແລ້ວ, ຈະມີກະສັດ, ຫນ້າຕາໂຫດຮ້າຍອົງຫນຶ່ງເກີດມາ, ເພິ່ນສະຫລາດຫລາຍ.
|
||
|
||
\s5
|
||
\v 24 ອຳນາດຂອງພະອົງຈະໃຫຍ່ໂຕຫລາຍ ແຕ່ບໍ່ແມ່ນອຳນາດຂອງພະອົງເອງ. ພະອົງຈະຊົງເຮັດໃຫ້ເກີດຄວາມພິນາດຢ່າງຫນ້າປະຫລາດໃຈ; ພະອົງຈະຊົງກະທຳການແລະປະສົບຄວາມສຳເລັດ. ພະອົງຈະຊົງທຳລາຍຊົນຊາດທີ່ມີກຳລັງຫລາຍ, ຄືປະຊາຊົນຂອງບັນດາຜູ້ບໍຣິສຸດ.
|
||
\v 25 ດ້ວຍຄວາມສະຫລາດຂອງພະອົງ ຈະເຮັດໃຫ້ການລໍ້ລວງແຜ່ຂະຫຍາຍຂຶ້ນດ້ວຍນຳ້ມືຂອງພະອົງ. ພະອົງຈະຄິດວ່າຕົວພະອົງເອງນັ້ນຍິ່ງໃຫຍ່ ພະອົງຈະຊົງທຳລາຍຄົນຫລວງຫລາຍເກີນກວ່າທີ່ຈະຄາດຄິດໄດ້, ພະອົງຈະຊົງລຸກຂຶ້ນຕໍ່ສູ້ຈອມກະສັດຜູ້ຍິ່ງໃຫຍ່, ແລະພະອົງຈະຕ້ອງຖືກທຳລາຍດ້ວຍອຳນາດທີ່ບໍ່ໄດ້ມາຈາກມືມະນຸດ.
|
||
|
||
\s5
|
||
\v 26 ນິມິດເລື່ອງເວລາແລງແລະເວລາເຊົ້າ ຊຶ່ງໄດ້ເຄີຍບອກເລົ່ານັ້ນເປັນຄວາມຈິງ. ແຕ່ຈົ່ງຮັກສານີມິດນັ້ນໄວ້, ເພາະເປັນເລື່ອງຂອງອີກຫລາຍວັນຂ້າງຫນ້າ."
|
||
|
||
\s5
|
||
\v 27 ແລ້ວຂ້າພະເຈົ້າ, ດານີເອນ, ກໍອ່ອນເພຍແລະນອນຫມົດແຮງຢູ່ຫລາຍວັນ. ແລ້ວຂ້າພະເຈົ້າກໍໄດ້ລຸກຂຶ້ນ, ແລະໄປປະຕິບັດຣາຊການຂອງກະສັດ. ແຕ່ຂ້າພະເຈົ້າບໍ່ສະບາຍໃຈເພາະນີມິດນັ້ນ, ແລະບໍ່ມີໃຜໄດ້ເຂົ້າໃຈເລື່ອງລາວເລີຍ.
|
||
|
||
\s5
|
||
\c 9
|
||
\cl ບົດທີ 9
|
||
\p
|
||
\v 1 ດາຣິອັດ ລູກຊາຍກະສັດອາຫາສຸເອຣັດ, ເຊື້ອສາຍຂອງຄົນເມເດຍ. ອາຫາສຸເອຣັດນີ້ແຫລະຜູ້ທີ່ໄດ້ເປັນກະສັດເຫນືອອານາຈັກຂອງບາບີໂລນ.
|
||
\v 2 ບັດນີ້ໃນປີທີ່ຫນຶ່ງແຫ່ງຣາຊການຂອງ ດາຣິອັດ' ຂ້າພະເຈົ້າ, ດານີເອນ, ໄດ້ກຳລັງສຶກສາເບິ່ງໃນຫນັງສືທີ່ບັນທຶກຖ້ອຍຄຳຂອງພຣະຢາເວ, ຖ້ອຍຄຳທີ່ໄດ້ມາເຖິງ ເຢເຣມີຢາ ຜູ້ທຳນວຍຖ້ອຍຄຳ. ຂ້າພະເຈົ້າໄດ້ຮັບຮູ້ວ່າຈະເປັນເວລາ ເຈັດສິບປີຈົນເຖິງເວລາຄວາມຮົກຮ້າງວ່າງເປົ່າຂອງ ກຸງເຢຣູຊາເລັມສິ້ນສຸດແລ້ວ.
|
||
|
||
\s5
|
||
\v 3 ຂ້າພະເຈົ້າກໍໄດ້ຫັນຫນ້າໄປຫາພຣະເຈົ້າ ອົງພຣະຜູ້ເປັນເຈົ້າ, ເພື່ອສະແຫວງຫາພຣະອົງດ້ວຍການອະທິຖານແລະການວິງວອນ, ດ້ວຍການອົດອາຫານ, ແລະນຸ່ງຫົ່ມຜ້າກະສອບແລະນັ່ງເທິງຂີ້ເທົ່າ.
|
||
\v 4 ຂ້າພະເຈົ້າໄດ້ອະທິຖານຕໍ່ພຣະຢາເວພຣະເຈົ້າຂອງຂ້າພະເຈົ້າ, ແລະຂ້າພະເຈົ້າໄດ້ສາລະພາບຄວາມບາບຂອງພວກເຮົາວ່າ, “ຂ້າແຕ່ອົງພຣະຜູ້ເປັນເຈົ້າ ພຣະອົງຊົງເປັນພຣະເຈົ້າຜູ້ໃຫຍ່ຍິ່ງແລະຫນ້າເກງຂາມ ຜູ້ຊົງຮັກສາຄຳສັນຍາແລະຄວາມຮັກຫມັ້ນຄົງຕໍ່ຜູ້ທີ່ຮັກພຣະອົງແລະປະຕິບັດຕາມພຣະບັນຍັດຂອງພຣະອົງ.
|
||
|
||
\s5
|
||
\v 5 ພວກຂ້ານ້ອຍໄດ້ເຮັດບາບແລະໄດ້ເຮັດຜິດ. ພວກຂ້ານ້ອຍໄດ້ກໍ່ການອາທຳແລະໄດ້ເຮັດການກະບົດ, ໄດ້ຫັນຫນີຈາກພຣະບັນຍັດແລະກົດຫມາຍຂອງພຣະອົງ.
|
||
\v 6 ພວກຂ້ານ້ອຍ ບໍ່ໄດ້ຟັງບັນດາຜູ້ທຳນວຍຖ້ອຍຄຳຜູ້ຮັບໃຊ້ຂອງພຣະອົງ ຜູ້ໄດ້ກ່າວໃນພຣະນາມຂອງພຣະອົງຕໍ່ບັນດາກະສັດຂອງພວກຂ້ານ້ອຍ, ທັງ ຕໍ່ບັນດາຜູ້ນຳ, ບັນພະບູລຸດຂອງພວກຂ້ານ້ອຍ, ແລະຮວມທັງປະຊາຊົນທຸກຄົນຂອງແຜ່ນດິນ.
|
||
|
||
\s5
|
||
\v 7 ຂ້າແດ່, ອົງພຣະຜູ້ເປັນເຈົ້າ, ຄວາມຊອບທຳເປັນຂອງພຣະອົງ. ສຳລັບພວກຂ້ານ້ອຍໃນວັນນີ້, ມີແຕ່ຄວາມອັບອາຍ, ຂາຍຫນ້າຂອງປະຊາຊົນຢູດາຍ ແລະຄົນເຫລົ່ານັ້ນທີ່ອາໄສຢູ່ໃນກຸງເຢຣູຊາເລັມ, ແລະຄົນອິດສະຣາເອນ. ທັງຫມົດນີ້ລວມທັງຄົນເຫລົ່ານັ້ນຜູ້ທີ່ຢູ່ໃກ້ແລະຄົນເຫລົ່ານັ້ນທີ່ຢູ່ໄກອອກໄປ ໃນແຜ່ນດິນທັງຫລາຍຊຶ່ງພຣະອົງຊົງຂັບໄລ່ພວກເຂົາໄປນັ້ນ. ນີ້ເປັນເພາະວ່າການຫັກຫລັງຢ່າງຮ້າຍແຮງທີ່ພວກຂ້ານ້ອຍໄດ້ກະທຳຕໍ່ພຣະອົງ.
|
||
\v 8 ຂ້າແດ່, ພຣະຢາເວ, ສຳລັບພວກຂ້ານ້ອຍຄວາມອັບອາຍຂາຍຫນ້າຄວນເປັນຂອງພວກຂ້ານ້ອຍ ຂອງກະສັດ, ຂອງພວກຂ້ານ້ອຍ ຂອງບັນດາຜູ້ນຳ, ແລະບັນພະບູລຸດຂອງພວກຂ້ານ້ອຍ ເພາະພວກຂ້ານ້ອຍໄດ້ກະທຳບາບຕໍ່ພຣະອົງ.
|
||
|
||
\s5
|
||
\v 9 ພຣະກາຣຸນາແລະການອະໄພໂທດເປັນຂອງອົງພຣະຜູ້ເປັນເຈົ້າພຣະເຈົ້າຂອງຂ້ານ້ອຍທັງຫລາຍ, ເພາະວ່າພວກຂ້ານ້ອຍໄດ້ກະບົດຕໍ່ພຣະອົງ.
|
||
\v 10 ພວກຂ້ານ້ອຍບໍ່ໄດ້ເຊື່ອຟັງພຣະສຸລະສຽງຂອງພຣະຢາເວ ພຣະເຈົ້າຂອງພວກຂ້ານ້ອຍ ໂດຍການປະຕິບັດຕາມກົດບັນຍັດຂອງພຣະອົງ ທີ່ໄດ້ປະທານຜ່ານບັນດາຜູ້ທຳນວຍ ຖ້ອຍຄຳຜູ້ຮັບໃຊ້ຂອງພຣະອົງ.
|
||
\v 11 ອິດສະຣາເອນທັງຫມົດ ໄດ້ເຮັດຜິດຕໍ່ກົດບັນຍັດຂອງພຣະອົງ ແລະໄດ້ຫັນໄປ, ໄດ້ປະຕິເສດທີ່ຈະເຊື່ອຟັງພຣະສຸລະສຽງຂອງພຣະອົງ, ຄຳສາບແຊ່ງແລະຄຳປະຕິຍານຊຶ່ງໄດ້ຈາລຶກໄວ້ໃນກົດບັນຍັດຂອງໂມເຊ, ຜູ້ຮັບໃຊ້ຂອງພຣະເຈົ້າ, ຈຶ່ງໄດ້ເທລົງເຫນືອພວກຂ້ານ້ອຍ, ເພາະພວກຂ້ານ້ອຍໄດ້ເຮັດບາບຕໍ່ພຣະອົງ.
|
||
|
||
\s5
|
||
\v 12 ພຣະອົງໄດ້ຊົງຢືນຍັນຖ້ອຍຄຳຂອງພຣະອົງ ຊຶ່ງພຣະອົງໄດ້ບອກກ່າວໂທດພວກຂ້ານ້ອຍ ແລະກ່າວໂທດຜູ້ຊຶ່ງປົກຄອງພວກຂ້ານ້ອຍ, ໂດຍນຳວິບັດຢ່າງໃຫຍ່ຫລວງມາເຫນືອຂ້ານ້ອຍທັງຫລາຍ. ເພາະພາຍໃຕ້ທ້ອງຟ້າທັງຫມົດ ບໍ່ມີສິ່ງໃດເລີຍທີ່ໄດ້ເຮັດແລ້ວທີ່ສາມາດຈະປຽບທຽບກັບສິ່ງທີ່ໄດ້ເຮັດແກ່ເຢຣູຊາເລັມແລ້ວນັ້ນ.
|
||
\v 13 ດັ່ງທີ່ໄດ້ຈາ ລຶກໄວ້ໃນກົດບັນຍັດຂອງໂມເຊ, ແລ້ວວິບັດທັງສິ້ນກໍໄດ້ຕົກຢູ່ເຫນືອຂ້ານ້ອຍທັງຫລາຍແລ້ວ, ແຕ່ພວກຂ້ານ້ອຍຍັງບໍ່ໄດ້ອ້ອນວອນຂໍພຣະກາຣຸນາຈາກພຣະຢາເວພຣະເຈົ້າຂອງຂ້ານ້ອຍທັງຫລາຍ ດ້ວຍການຫັນຈາກຄວາມຜິດຂອງພວກຂ້ານ້ອຍ ຫລືໃສ່ໃຈໃນຄວາມຈິງຂອງພຣະອົງ.
|
||
\v 14 ດັ່ງນັ້ນພຣະຢາເວໄດ້ຊົງຕຽມຄວາມວິບັດໄວ້ພ້ອມ ແລະໄດ້ຊົງນຳມາເຫນືອພວກຂ້ານ້ອຍ, ເພາະພຣະຢາເວພຣະເຈົ້າຂອງພວກຂ້ານ້ອຍຊົງເປັນຜູ້ຊອບທຳໃນພຣະຣາຊກິດທັງສິ້ນຊຶ່ງພຣະອົງໄດ້ຊົງກະທຳ, ແຕ່ພວກຂ້ານ້ອຍກໍຍັງບໍ່ໄດ້ເຊື່ອຟັງພຣະສຸລະສຽງຂອງພຣະອົງ.
|
||
|
||
\s5
|
||
\v 15 ບັດນີ້, ຂ້າແດ່ພຣະຜູ້ເປັນເຈົ້າ ພຣະເຈົ້າ, ຂອງພວກຂ້ານ້ອຍ ພຣະອົງໄດ້ຊົງນຳປະຊາຊົນຂອງພຣະອົງອອກຈາກແຜ່ນດິນເອຢິບ ດ້ວຍມືອັນຊົງຣິດ, ແລະພຣະອົງໄດ້ຊົງເຮັດໃຫ້ພຣະນາມຂອງພຣະອົງເລື່ອງລືມາຈົນທຸກມື້ນີ້. ແຕ່ພວກຂ້ານ້ອຍໄດ້ເຮັດບາບແລະໄດ້ເຮັດສິ່ງຊົ່ວຮ້າຍທັງຫມົດ.
|
||
\v 16 ຂ້າແດ່ອົງພຣະຜູ້ເປັນເຈົ້າ, ເພາະຕາມການກະທຳອັນຊອບທຳທັງສິ້ນຂອງພຣະອົງ ຂໍໃຫ້ຄວາມໃຈຮ້າຍແລະຄວາມໂກດຮ້າຍຂອງພຣະອົງຫັນກັບຈາກກຸງເຢຣູຊາເລັມ, ເມືອງຂອງພຣະອົງ ພູເຂົາບໍຣິສຸດຂອງພຣະອົງ. ເພາະບາບຂອງພວກຂ້ານ້ອຍ, ແລະເພາະຄວາມຜິດຂອງບັນພະບູລຸດຂອງພວກຂ້ານ້ອຍ, ກຸງເຢຣູຊາເລັມແລະປະຊາຊົນຂອງພຣະອົງຈຶ່ງກາຍເປັນທີ່ເຍາະເຍີ້ຍໃນຊົນຊາດທັງສິ້ນທີ່ຢູ່ຮອບຂ້າງພວກຂ້ານ້ອຍ.
|
||
|
||
\s5
|
||
\v 17 ບັດນີ້, ຂ້າແຕ່ພຣະເຈົ້າ, ຂອງພວກຂ້ານ້ອຍ ຂໍພຣະອົງຊົງຟັງຄຳອະທິຖານຂອງຜູ້ຮັບໃຊ້ຂອງພຣະອົງ; ແລະຄຳທູນຂໍເພື່ອຄວາມເມດຕາ, ພວກເຂົາ ຂ້າແດ່ອົງພຣະຜູ້ເປັນເຈົ້າ, ເພື່ອເຫັນແກ່ພຣະອົງ ຂໍພຣະພັກຂອງພຣະອົງສ່ອງແສງເຫນືອບ່ອນນະມັດສະການຂອງພຣະອົງຊຶ່ງວ່າງເປົ່ານັ້ນ.
|
||
\v 18 ຂ້າແດ່ພຣະເຈົ້າ, ຂອງຂ້ານ້ອຍຂໍຊົງງ່ຽງຫູ ແລະຂໍຊົງຫລຽວເບິ່ງພວກຂ້ານ້ອຍ, ຖືກເຮັດໃຫ້ຮົກຮ້າງວ່າງເປົ່າ; ຂໍຊົງຫລຽວເບິ່ງເມືອງຊຶ່ງມີຊື່ຕາມພຣະນາມຂອງພຣະອົງ. ແລະພວກຂ້ານ້ອຍ. ກຳລັງພາວັນນາອະທິຖານຫາພຣະອົງ ບໍ່ແມ່ນຍ້ອນພວກຂ້ານ້ອຍກະທຳໃນສິ່ງທີ່ຖືກຕ້ອງ ແຕ່ເພາະພຣະກະຣຸນາຍິ່ງໃຫຍ່ຂອງພຣະອົງ.
|
||
\v 19 ຂ້າແດ່ອົງພຣະຜູ້ເປັນເຈົ້າ, ຂໍໂຜດຟັງສຽງຂອງພວກຂ້ານ້ອຍດ້ວຍ! ຂ້າແຕ່ອົງພຣະຜູ້ເປັນເຈົ້າ, ຂໍຊົງໃຫ້ອະໄພ! ຂໍຊົງໃສ່ໃຈແລະຊົງຈັດການ! ເພື່ອເຫັນແກ່ພຣະນາມຂອງພຣະອົງ, ຂ້າແຕ່ພຣະເຈົ້າ, ຂອງຂ້ານ້ອຍຂໍຢ່າຊົງຊ້າເລີຍເພາະວ່າເມືອງຂອງພຣະອົງແລະປະຊາຊົນຂອງພຣະອົງກໍມີຊື່ຕາມພຣະນາມຂອງພຣະອົງ."
|
||
|
||
\s5
|
||
\v 20 ຂະນະທີ່ຂ້າພະເຈົ້າກຳລັງເວົ້າຢູ່ນີ້ ກຳລັງອະທິຖານແລະກຳລັງສາລະພາບບາບຂອງຂ້າພະເຈົ້າແລະບາບຂອງປະຊາຊົນ ອິດສະຣາເອນ, ຂອງຂ້າພະເຈົ້າແລະສະເຫນີຄຳອ້ອນວອນຕໍ່ຫນ້າພຣະຢາເວ ພຣະເຈົ້າຂອງຂ້າພະເຈົ້າໃນນາມຂອງພູເຂົາບໍຣິສຸດຂອງພຣະອົງ.
|
||
\v 21 ຂະນະເມື່ອຂ້າພະເຈົ້າກ່າວຄຳອະທິຖານ ຜູ້ຊາຍທີ່ຊື່ຄັບຮີເອນ, ຊຶ່ງຂ້າພະເຈົ້າໄດ້ຫັນໃນນິມິດ, ຄັ້ງທຳອິດນັ້ນໄດ້ບີນລົງມາຫາຂ້າພະເຈົ້າຢ່າງໄວ ໃນເວລາຖວາຍເຄື່ອງບູຊາຕອນແລງ.
|
||
|
||
\s5
|
||
\v 22 ເຂົາໄດ້ກ່າວອະທິບາຍໃຫ້ແກ່ຂ້າພະເຈົ້າໄດ້ເຂົ້າໃຈ ແລະໄດ້ວ່າ, “ໂອ ດານີເອນ, ເຮົາມາທີ່ນີ້ເພື່ອຊວ່ຍເຈົ້າ ບັດນີ້ ເພື່ອຈະໃຫ້ຄວາມກະຈ່າງແລະຄວາມເຂົ້າໃຈແກ່ເຈົ້າ.
|
||
\v 23 ເມື່ອເຈົ້າໄດ້ເລີ່ມຕົ້ນອ້ອນວອນຂໍຄວາມເມດຕາ ກໍມີຄຳສັ່ງແລະເຮົາກໍໄດ້ມາແຈ້ງຄຳຕອບແກ່ເຈົ້າທັນທີ, ເພາະເຈົ້າເປັນຜູ້ທີ່ຊົງຮັກ. ຫລາຍເພາະສະນັ້ນຈົງພິຈາລະນາຄຳຕອບແລະເຂົ້າໃຈແລະການອະທິບາຍນັ້ນ.
|
||
|
||
\s5
|
||
\v 24 ເຈັດສິບອາທິດ ຂອງປີຕ່າງໆ ໄດ້ກຳນົດໄວ້ສຳຫລັບປະຊາຊົນຂອງເຈົ້າແລະເມືອງບໍລິສຸດຂອງເຈົ້າ ເພື່ອຢຸດຕິຄວາມຜິດແລະໃຫ້ບາບຈົບສິ້ນ, ໃຫ້ລົບມົນທິນ ເພື່ອນຳຄວາມຊອບທຳນິລັນດອນເຂົ້າມາ ໃຫ້ນຳນິມິດແລະຄຳຂອງຜູ້ທຳນວຍຖ້ອຍຄຳອອກໄປແລະເພື່ອຈະເຈີມສະຖານສັກສິດ.
|
||
\v 25 ຈົ່ງຮັບຮູ້ແລະເຂົ້າໃຈວ່າ ນັບຕັ້ງແຕ່ການທີ່ພຣະຄຳສັ່ງນັ້ນອອກໄປໃຫ້ປັບປຸງແລະສ້າງກຸງເຢຣູຊາເລັມຂຶ້ນໃຫມ່ ຈົນເຖິງການມາຂອງຜູ້ທີ່ຊົງຖືກເຈີມໄວ້ (ຜູ້ທີ່ຈະເປັນຜູ້ນຳ) ຈະມີເຈັດອາທິດ ແລະຫົກສິບສອງອາທິດ. ກຸງເຢຣູຊາເລັມຈະຖືກສ້າງຂຶ້ນໃຫມ່ພ້ອມດ້ວຍຫົນທາງແລະຄູເມືອງ, ແຕ່ຈະເກີດຂຶ້ນໃນຊ່ວງເວລາຍາກລຳບາກ.
|
||
|
||
\s5
|
||
\v 26 ຫລັງຈາກຫົກສິບສອງອາທິດຂອງປີຕ່າງໆ ແລ້ວ ຜູ້ທີ່ຖືກເຈີມຈະຕ້ອງຖືກທຳລາຍລົງແລະຈະບໍ່ມີຫຍັງເຫລືອ ກອງທັບຂອງຜູ້ປົກຄອງຜູ້ທີ່ຈະມານັ້ນຈະທຳລາຍເມືອງແລະສະຖານບໍຣິສຸດ. ຄວາມສິ້ນສຸດຈະມາເຖິງດ້ວຍນ້ຳຖ້ວມ, ແລະຈະມີສົງຄາມຈົນກະທັ້ງໃນຕອນສຸດທ້າຍ. ແລະການຮົກຮ້າງວ່າງເປົ່າໄດ້ຖືກກຳຫນົດໄວ້ແລ້ວ.
|
||
|
||
\s5
|
||
\v 27 ເຂົາຈະຢືນຍັນຄຳສັນຍາກັບຄົນເປັນຈຳນວນຫລາຍຢູ່ຫນຶ່ງອາທິດ. ໃນກາງອາທິດເຂົາຢຸດການຖວາຍສັດບູຊາແລະເຄື່ອງບູຊາ ໃນປີກຂອງສິ່ງຫນ້າລັງກຽດຈະມາເຖິງຄົນທີ່ເຮັດໃຫ້ວ່າງເປົ່າຕັ້ງຢູ່ ການສີ້ນສຸດແລະການທຳລາຍໄດ້ຖືກກຳຫນົດໄວ້ໃຫ້ຖືກເທລົງເຫນືອຜູ້ເຮັດໃຫ້ເກີດຄວາມວ່າງເປົ່ານັ້ນ.”
|
||
|
||
\s5
|
||
\c 10
|
||
\cl ບົດທີ 10
|
||
\p
|
||
\v 1 ໃນປີທີ່ສາມແຫ່ງຣາຊການ ເຈົ້າໄຊຣັດກະສັດແຫ່ງເປີເຊຍ, ມີຂ່າວສານໄດ້ເປີດເຜີຍແກ່ດານີເອນ, ຜູ້ຊຶ່ງມີອີກຊື່ຫນຶ່ງວ່າ ເບັນເຕຊັດຊາເຣ. ຂ່າວສານນີ້ກໍເປັນຄວາມຈິງ. ເປັນເລື່ອງກ່ຽວກັບສົງຄາມ. ດານີເອນໄດ້ເຂົ້າໃຈເຖິງຂ່າວສານນີ້ເມື່ອເຂົາໄດ້ມີຄວາມເຂົ້າໃຈຈາກນິມິດ.
|
||
|
||
\s5
|
||
\v 2 ໃນສະໄຫມນັ້ນ ຂ້າພະເຈົ້າ, ດານີເອນ, ໄວ້ທຸກຢູ່ສາມອາທິດ.
|
||
\v 3 ຂ້າພະເຈົ້າບໍ່ໄດ້ກິນອາຫານຊັ້ນສູງ, ຂ້າພະເຈົ້າບໍ່ໄດ້ກິນຊີ້ນ, ຂ້າພະເຈົ້າບໍ່ໄດ້ດື່ມເຫລົ້າອະງຸ່ນ, ແລະຂ້າພະເຈົ້າບໍ່ໄດ້ຊະໂລມຕົວຂ້າພະເຈົ້າເອງດ້ວຍນ້ຳມັນຈົນກະທັ້ງສາມອາທິດເຕັມ.
|
||
|
||
\s5
|
||
\v 4 ເມື່ອມື້ທີ່ຊາວສີ່ຂອງເດືອນທີ່ຫນຶ່ງ ຂະນະທີ່, ຂ້າພະເຈົ້າຢືນຢູ່ທີ່ແຄມແມ່ນ້ຳໃຫຍ່ (ນັ້ນຄືແມ່ນ້ຳ, ຕິກຣິດ),
|
||
\v 5 ຂ້າພະເຈົ້າໄດ້ເງີຍຫນ້າຂຶ້ນແລະໄດ້ເຫັນຊາຍຄົນຫນຶ່ງສວມເສື້ອຜ້າປ່ານ ແລະຂັດສາຍແອວທີ່ເຮັດຈາກຄຳເມືອງອູຟາດ.
|
||
\v 6 ຮ່າງກາຍຂອງເຂົາເຫມືອນດັ່ງບຸດສະລາຄຳ, ແລະຫນ້າຂອງເພິ່ນກໍເຫມືອນຟ້າແມບ. ດວງຕາຂອງເພິ່ນກໍເຫມືອນກັບເປວໄຟຂອງຄົບເພີງ, ແລະແຂນຂອງເພິ່ນແລະຕີນຂອງເພິ່ນເປັນເງົາງາມເຫມືອນກັບທອງສຳຣິດຂັດ, ສຽງຖ້ອຍຄຳຂອງເພິ່ນເຫມືອນສຽງມວນຊົນຂະຫນາດໃຫຍ່.
|
||
|
||
\s5
|
||
\v 7 ຂ້າພະເຈົ້າ, ດານີເອນ, ໄດ້ເຫັນນິມິດແຕ່ພຽງຜູ້ດຽວ, ບັນດາຄົນທີ່ຢູ່ກັບຂ້າພະເຈົ້າບໍ່ໄດ້ເຫັນນິມິດນັ້ນ. ຢ່າງໃດກໍຕາມ, ພວກເຂົາຢ້ານຈົນຕົວສັ່ນ, ແລະພວກເຂົາໄດ້ແລ່ນໄປລີ້ຊ້ອນ.
|
||
\v 8 ດັ່ງນັ້ນ ຂ້າພະເຈົ້າຈຶ່ງຖືກຖິ້ມໃຫ້ຢູ່ແຕ່ຄົນດຽວແລະໄດ້ເຫັນນິມິດຍິ່ງໃຫຍ່ນີ້. ຂ້າພະເຈົ້າບໍ່ມີເຫື່ອແຮງເຫລືອຢູ່; ແລະສີຫນ້າກໍປ່ຽນແປງໄປຈົນບໍ່ມີຜູ້ໃດສາມາດຈື່ຂ້າພະເຈົ້າ, ແລະຂ້າພະເຈົ້າຫມົດແຮງ.
|
||
\v 9 ແລ້ວຂ້າພະເຈົ້າຈຶ່ງໄດ້ຍິນສຽງຖ້ອຍຄຳຂອງເພິ່ນ ເມື່ອຂ້າພະເຈົ້າໄດ້ຍິນສຽງຖ້ອຍຄຳນັ້ນຂ້າພະເຈົ້າກໍຫມົດສະຕິລົ້ມລົງພື້ນດິນ, ແລະຫມູບຫນ້າຢູ່ທີ່ນັ້ນ.
|
||
|
||
\s5
|
||
\v 10 ມີມືໄດ້ມາແຕະຂ້າພະເຈົ້າ, ເຮັດໃຫ້ອຸ້ງມືແລະເຂົ່າຂອງຂ້າພະເຈົ້າສັ່ນ.
|
||
\v 11 ທູດສະຫວັນໄດ້ກ່າວແກ່ຂ້າພະເຈົ້າວ່າ, “ດານີເອນ, ຜູ້ເປັນທີ່ຮັກຢ່າງຍິ່ງ, ຈົ່ງເຂົ້າໃຈບັນດາຖ້ອຍຄຳທີ່ເຮົາກຳລັງເວົ້າກັບເຈົ້າ. ຈົ່ງຢືນຂຶ້ນ, ເພາະວ່າເຮົາຖືກໃຊ້ໃຫ້ມາຫາເຈົ້າ.” ເມື່ອເພິ່ນໄດ້ກ່າວຂ່າວສານນີ້ແກ່ຂ້າພະເຈົ້າ, ຂ້າພະເຈົ້າກໍໄດ້ຢືນສັ່ນສະທ້ານຢູ່,
|
||
|
||
\s5
|
||
\v 12 ແລ້ວເພິ່ນໄດ້ເວົ້າກັບຂ້າພະເຈົ້າ, “ດານີເອນ. ເອີຍຢ່າຢ້ານເລີຍ ຕັ້ງແຕ່ມື້ທຳອິດທີ່ເຈົ້າຕັ້ງໃຈຈະເຂົ້າໃຈແລະຖ່ອມຕົວລົງຕໍ່ຫນ້າພຣະເຈົ້າ, ຂອງເຈົ້ານັ້ນ ພຣະເຈົ້າຊົງຟັງຖ້ອຍຄຳຂອງເຈົ້າ, ແລະເຮົາໄດ້ມາດ້ວຍເລື່ອງຖ້ອຍຄຳຂອງເຈົ້ານັ້ນເອງ.
|
||
\v 13 ເຈົ້າຜູ້ຄອງອານາຈັກເປີເຊຍໄດ້ຂັດຂວາງເຮົາ, ແລະເຮົາຖືກກັກຕົວໄວ້ກັບເຫລົ່າກະສັດຂອງ ເປີເຊຍ ເຖິງຊາວເອັດມື້. ແຕ່ມີຄາເອນ, ເຈົ້າຜູ້ຄອງທີ່ມີອຳນາດສູງສຸດຜູ້ຫນຶ່ງ, ໄດ້ມາຊ່ວຍເຮົາ.
|
||
|
||
\s5
|
||
\v 14 ບັດນີ້ ເຮົາໄດ້ມາເພື່ອຊ່ວຍໃຫ້ເຈົ້າເຂົ້າໃຈເຖິງສິ່ງຊຶ່ງຈະເກີດຂຶ້ນກັບປະຊາຊົນຂອງເຈົ້າໃນວັນສິ້ນຍຸກ. ເພາະນິມິດນັ້ນກ່ຽວກັບເວລາພາຍຫນ້າ.”
|
||
\v 15 ຂະນະທີ່ເພິ່ນກຳລັງເວົ້າກັບຂ້າພະເຈົ້າໂດຍໃຊ້ຖ້ອຍຄຳເຫລົ່ານີ້, ຂ້າພະເຈົ້າໄດ້ກົ້ມຫນ້າລົງດິນແລະກໍບໍ່ສາມາດເວົ້າໄດ້.
|
||
|
||
\s5
|
||
\v 16 ມີຜູ້ຫນຶ່ງທີ່ເບິ່ງເຫມືອນມະນຸດໄດ້ມາແຕະຮີມສົບປາກຂ້າພະເຈົ້າ, ແລະຂ້າພະເຈົ້າກໍໄດ້ອ້າປາກແລະໄດ້ເວົ້າກັບເພິ່ນທີ່ຢືນຢູ່ຂ້າງຫນ້າຂ້າພະເຈົ້າວ່າ: “ນາຍຂອງຂ້າພະເຈົ້າ, ຂ້າພະເຈົ້າຢູ່ໃນຄວາມເຈັບປວດເຫດເພາະນິມິດ; ຂ້າພະເຈົ້າ ກໍຫມົດແຮງ.
|
||
\v 17 ຂ້າພະເຈົ້າເປັນຜູ້ຮັບໃຊ້ຂອງທ່ານ. ຂ້າພະເຈົ້າຈະເວົ້າກັບເຈົ້ານາຍຂອງຂ້າພະເຈົ້າໄດ້ຢ່າງໃດ? ເພາະບັດນີ້ບໍ່ມີກຳລັງເຫລືອຢູ່ໃນຂ້າພະເຈົ້າເລີຍ, ແລະບໍ່ມີລົມຫາຍໃຈເຫລືອໃນຂ້າພະເຈົ້າແລ້ວ.”
|
||
|
||
\s5
|
||
\v 18 ຜູ້ມີຮູບຮ່າງຢ່າງມະນຸດນັ້ນໄດ້ແຕະຕ້ອງຂ້າພະເຈົ້າອີກຄັ້ງຫນຶ່ງແລະໃຫ້ກຳລັງແກ່ຂ້າພະເຈົ້າ.
|
||
\v 19 ເພິ່ນໄດ້ກ່າວວ່າ, “ທ່ານຜູ້ເປັນທີ່ຮັກຍິ່ງຢ່າຢ້ານເລີຍ, ຂໍໃຫ້ສັນຕິສຸກຈົ່ງມີແກ່ເຈົ້າ! ຈົງເຂັ້ມແຂງ, ບັດນີ້ຈົ່ງເຂັ້ມແຂງເຖີດ!” ຂະນະທີ່ເພິ່ນກຳລັງເວົ້າກັບຂ້າພະເຈົ້ານັ້ນ, ຂ້າພະເຈົ້າມີກຳລັງຂຶ້ນ. ຂ້າພະເຈົ້າໄດ້ເວົ້າວ່າ,“ຂໍເຈົ້ານາຍຂອງຂ້າພະເຈົ້າເວົ້າເຖີດ, ເພາະທ່ານໄດ້ໃຫ້ຂ້ານ້ອຍມີແຮງຂຶ້ນແດ່ແລ້ວ.”
|
||
|
||
\s5
|
||
\v 20 ເພິ່ນໄດ້ກ່າວວ່າ, “ເຈົ້າຮູ້ຫລືບໍ່ວ່າເຮົາມາຫາເຈົ້າເຮັດຫຍັງ? ໃນບໍ່ຊ້າເຮົາຈະກັບໄປຕໍ່ສູ້ກັບເຈົ້າຜູ້ຄອງ ເປີເຊຍ. ເມື່ອເຮົາໄປແລ້ວ, ເຈົ້າຜູ້ຄອງກຣີດຈະມາ.
|
||
\v 21 ແຕ່ເຮົາຈະບອກເຈົ້າຕາມສິ່ງຊຶ່ງບັນທຶກໄວ້ໃນຫນັງສືແຫ່ງຄວາມຈິງ ບໍ່ມີໃຜທີ່ສະແດງຕົວຂອງເຂົາຮ່ວມແຮງກັບເຮົາຕໍ່ສູ້ພວກເຂົາເລີຍ, ນອກຈາກ ມີຄາເອນ ເຈົ້າຜູ້ຄອງຂອງທ່ານ."
|
||
|
||
\s5
|
||
\c 11
|
||
\cl ບົດທີ 11
|
||
\p
|
||
\v 1 ໃນປີທີ່ຫນຶ່ງແຫ່ງຣາຊການດາຣິອຸດຊາວມີເດຍ, ເຮົາໄດ້ມາເພື່ອສະຫນັບສະຫນຸນແລະປົກປ້ອງມີຄາເອນ.
|
||
\v 2 ບັດນີ້ ເຮົາຈະບອກຄວາມຈິງແກ່ເຈົ້າ ຈະມີກະສັດອີກສາມ ພະອົງ. ຂຶ້ນຄອງເປີເຊຍ, ແລະອົງທີສີ່ຈະຮັ່ງມີຍິ່ງກວ່າອົງອື່ນທັງຫມົດ. ເມື່ອພະອົງຊົງມີອຳນາດດ້ວຍຄວາມຮັ່ງມີຂອງພະອົງແລ້ວ, ພະອົງກໍຈະຊົງປຸກປັ່ນໃຫ້ທຸກຄົນຕໍ່ສູ້ກັບຣາຊອານາຈັກກຣີດ.
|
||
|
||
\s5
|
||
\v 3 ແລ້ວຈະມີກະສັດຜູ້ເກັ່ງກ້າຂຶ້ນມາ ພະອົງຈະຊົງປົກຄອງດ້ວຍອຳນາດຍິ່ງໃຫຍ່, ແລະເຮັດຕາມທີ່ພະອົງຊົງພໍໃຈ.
|
||
\v 4 ເມື່ອພະອົງໄດ້ຊົງເກີດຂຶ້ນມາແລ້ວ, ຣາຊອານາຈັກຂອງພະອົງກໍຈະແຕກ ແລະຖືກແບ່ງແຍກອອກໄປຕາມທາງລົມທັງສີ່ແຫ່ງຟ້າ, ແຕ່ຈະບໍ່ຕົກຢູ່ກັບເຊື້ອສາຍຂອງພະອົງ, ແລະຈະບໍ່ມີອຳນາດຢ່າງທີ່ພະອົງຊົງປົກຄອງຢູ່ເພາະວ່າຣາຊອານາຈັກຂອງພະອົງຈະຖືກຖອນອອກ ແລະຕົກໄປເປັນຂອງຜູ້ອື່ນນອກຈາກເຊື້ອສາຍຂອງພະອົງ
|
||
|
||
\s5
|
||
\v 5 ກະສັດແຫ່ງຖິ່ນໃຕ້ຈະຊົງເຂັ້ມແຂງຂຶ້ນ, ແຕ່ແມ່ທັບຄົນຫນຶ່ງໃນເຫລົ່າແມ່ທັບຂອງພະອົງຈະເຂັ້ມແຂງກວ່າພະອົງ ແລະຈະຄອບຄອງອານາຈັກຂອງພຣະອົງດ້ວຍອຳນາດຍິ່ງໃຫຍ່.
|
||
\v 6 ຕໍ່ມາອີກສອງສາມປີເມື່ອເຖິງເວລາທີ່ເຫມາະສົມ, ກະສັດທັງສອງພະອົງຈະຊົງເປັນພັນທະມິດກັນ ລູກສາວຂອງກະສັດແຫ່ງຖິ່ນໃຕ້ຈະມາຫາກະສັດແຫ່ງຖິ່ນເຫນືອ ເພື່ອຢືນຢັນຂໍ້ສັນຍາ ແຕ່ນາງຈະບໍ່ຮັກສາກຳລັງແຂນຂອງນາງ ແລະອຳນາດຂອງກະສັດຈະບໍ່ຢັ່ງຢືນ ຫລືແຂນຂອງພະອົງ ນາງຈະຖືກປະຖິ້ມ ນາງແລະບັນດາຜູ້ທີ່ນຳນາງມາ ແລະພໍ່ຂອງນາງ ແລະຜູ້ທີ່ສະຫນັບສະຫນູນນາງໃນເວລານັ້ນ
|
||
|
||
\s5
|
||
\v 7 ແຕ່ຄົນຫນຶ່ງຈາກເຊື້ອສາຍຂອງນາງຈະຂຶ້ນມາແທນທີ່ນາງ. ພະອົງຈະຊົງຍົກມາຕໍ່ສູ້ກັບກອງທັບ ແລະເຂົ້າໃນປ້ອມຂອງກະສັດແຫ່ງຖິ່ນເຫນືອ. ພະອົງຈະຊົງລົບກັບພວກເຂົາແລະຈະຊະນະພວກເຂົາ.
|
||
\v 8 ພະອົງຈະຊົງຂົນໄປຍັງເອຢິບ ຄືບັນດາພະພ້ອມທັງຮູບຫລໍ່ເຫັກຂອງພະທັງຫລາຍ ແລະບັນດາພາຊະນະມີຄ່າທີ່ເຮັດດ້ວຍເງິນແລະທອງຄຳຂອງພວກເຂົາເພາະວ່າໃນບາງປີພະອົງຈະຊົງຢູ່ຫ່າງຈາກກະສັດແຫ່ງຖິ່ນເຫນືອ.
|
||
\v 9 ແລ້ວກະສັດແຫ່ງຖິ່ນເຫນືອຈະບຸກເຂົ້າມາໃນເຂດກະສັດແຫ່ງຖິ່ນໃຕ້ ແຕ່ພະອົງກໍຈະຖອຍກັບໄປຍັງແຜ່ນດິນຂອງພະອົງເອງ.
|
||
|
||
\s5
|
||
\v 10 ລູກທັງຫລາຍຂອງພະອົງຕຽມພ້ອມແລະລວບລວມກອງທັບຍິ່ງໃຫຍ່ຫລາຍ. ຊຶ່ງຈະຍົກມາຕໍ່ເນື່ອງແລະຈະຕີຊະນະຢ່າງໄວວາເຫມືອນນຳ້ໄຫລຖ້ວມທຸກສິ່ງແລະຈະຜ່ານໄປຈົນເຖິງປ້ອມປາການຂອງພະອົງ
|
||
|
||
\s5
|
||
\v 11 ແລ້ວກະສັດແຫ່ງຖິ່ນໃຕ້ຈະຊົງໂກດຮ້າຍຫລາຍ ພະອົງຈະຊົງຍົກອອກມາຕໍ່ສູ້ກັບກະສັດແຫ່ງຖິ່ນເຫນືອ ກະສັດແຫ່ງຖິ່ນເຫນືອຈະຈັດກອງທັບຍິ່ງໃຫຍ່ຫລາຍ ແຕ່ກອງທັບນັ້ນກໍຈະຖືກມອບໄວ້ໃນມືຂອງພະອົງ
|
||
\v 12 ກອງທັບຈະຖືກຮວບໄປ, ແລະໃຈຂອງກະສັດແຫ່ງຖິ່ນໃຕ້ກໍພະຫຍອງຂຶ້ນ, ແລະພະອົງຈະຊົງທຳລາຍຄົນເປັນຫມື່ນໆ, ແຕ່ພະອົງບໍ່ໄດ້ຮັບໄຊຊະນະ.
|
||
|
||
\s5
|
||
\v 13 ແລ້ວກະສັດແຫ່ງຖິ່ນເຫນືອຈະຈັດກອງທັບອີກກອງທັບຫນຶ່ງ ໃຫຍ່ໂຕກວ່າຄັ້ງທຳອິດ ຕໍ່ມາອີກຫລາຍປີ, ກະສັດແຫ່ງຖິ່ນເຫນືອຈະຍົກກອງທັບໃຫຍ່ນັ້ນມາພ້ອມກັບສະບຽງອຸດົມສົມບູນຢ່າງແນ່ນອນ.
|
||
|
||
\s5
|
||
\v 14 ໃນເວລານັ້ນ ຫລາຍກຸ່ມຈະຍົກຂຶ້ນຕໍ່ສູ້ກັບກະສັດແຫ່ງຖິ່ນໃຕ້. ລູກຊາຍທັງຫລາຍທີ່ຫົວຮຸນແຮງທ່າມກາງປະຊາຊົນຂອງພະອົງກໍຈະຍົກຕົວຂຶ້ນເພື່ອຈະເຮັດໃຫ້ນິມິດ, ສຳເລັດ ແຕ່ພວກເຂົາຈະຫລົ້ມເຫລວ.
|
||
|
||
\s5
|
||
\v 15 ກະສັດແຫ່ງຖິ່ນເຫນືອຈະມາເທເນີນດິນເພື່ອລ້ອມໄວ້, ແລະຢຶດເມືອງທີ່ມີປ້ອມແຂງແຮງ ສ່ວນກຳລັງກອງທັບຂອງຖິ່ນໃຕ້ຈະສູ້ບໍ່ໄຫວ ແມ່ນວ່າຈະມີບັນດາທະຫານທີ່ດີທີ່ສຸດຂອງພວກເຂົາ ຈະບໍ່ມີກຳລັງຢືນຢັດຢູ່ໄດ້.
|
||
\v 16 ແຕ່ຜູ້ຍົກມາຕໍ່ສູ້ກັບພະອົງຈະເຮັດຕາມທີ່ພະອົງຊົງພໍໃຈ; ຈຶ່ງບໍ່ມີໃຜຕໍ່ສູ້ພະອົງ. ໄດ້ແລະພະອົງຈະຢັ່ງຢືນຢູ່ໃນແຜ່ນດິນອັນຮຸ່ງເຮືອງ, ແລະການທຳລາຍຈະຢູ່ໃນອຳນາດຂອງພະອົງ.
|
||
|
||
\s5
|
||
\v 17 ກະສັດແຫ່ງຖິ່ນເຫນືອຈະມຸ່ງຫນ້າມາດ້ວຍກຳລັງຂອງຣາຊອານາຈັກທັງຫມົດຂອງພະອົງ, ແລະພະອົງຈະນຳຂໍ້ຕົກລົງມາສະເຫນີແລະພະອົງຈະຊົງເຮັດກັບກະສັດແຫ່ງແຜ່ນດິນໃຕ້ ແລະພະອົງຈະຊົງຍົກລູກສາວອົງຫນຶ່ງເພື່ອແຕ່ງານເພື່ອໃຫ້ທຳລາຍຣາຊອານາຈັກແຫ່ງຖິ່ນໃຕ້ ແຕ່ແຜນການຈະບໍ່ເປັນຜົນສຳເລັບຫລືເປັນປະໂຫຍດແກ່ພຣະອົງ
|
||
\v 18 ພາຍຫລັງຈາກນີ້ກະສັດແຫ່ງຖິ່ນເຫນືອຈະມຸ່ງສົນໃຈເມືອງຊາຍຝັ່ງທະເລ ແລະຈະຊົງຍືດໄດ້ຫລາຍເມືອງ. ແຕ່ແມ່ທັບຄົນຫນຶ່ງຈະກຳຈັດຄວາມພະຫຍອງຂອງພະອົງ ແລະຈະເອົາຄວາມພະຫຍອງນັ້ນມາສະຫນອງພະອົງ.
|
||
\v 19 ແລ້ວພະອົງຈະຊົງຫັນຫນ້າມຸ່ງຕົງໄປຍັງບັນດາປ້ອມປາການແຫ່ງແຜ່ນດິນຂອງພະອົງເອງ, ແຕ່ພະອົງກໍຈະຊົງສະດຸດແລະຊົງລົ້ມລົງ ຈະຫາຕົວພະອົງບໍ່ພົບອີກຕໍ່ໄປ.
|
||
|
||
\s5
|
||
\v 20 ແລ້ວຈະມີຜູ້ຫນຶ່ງຂຶ້ນມາແທນທີ່ພະອົງຜູ້ນີ້ຈະສົ່ງເຈົ້າພະນັກງານເກັບສ່ວຍໃຫ້ໄປທົ່ວເພື່ອຄວາມຮຸ່ງເຮື່ອງຂອງຣາຊອານາຈັກ ແຕ່ບໍ່ຈັກມື້ເຂົາກໍປະສົບຫາຍະນະ ບໍ່ແມ່ນດ້ວຍຄວາມໂກດຫລືສົງຄາມ
|
||
\v 21 ໃນຕຳແຫນ່ງຂອງເຂົາຈະມີຄົນຫນ້າກຽດຄົນຫນຶ່ງຕັ້ງຕົວຂຶ້ນແທນທີ່ຜູ້ຊຶ່ງປະຊາຊົນບໍ່ໄດ້ໃຫ້ກຽດຂອງອຳນາດຣາຊວົງ ເຂົາຈະຍົກເຂົ້າມາໂດຍບໍ່ບອກກ່າວ ແລ້ວຊິງເອົາຣາຊອານາຈັກນັ້ນດ້ວຍເລ່ກົນ.
|
||
\v 22 ກອງທັບທັງຫລາຍຈະຖືກກວດໄປຫມົດເຫມືອນຖືກນ້ຳຖ້ວມຕໍ່ຫນ້າພະອົງ ທັງກອງທັບແລະຜູ້ນຳແຫ່ງຄຳສັນຍາຈະຖືກທຳລາຍດ້ວຍ.
|
||
|
||
\s5
|
||
\v 23 ຕັ້ງແຕ່ເວລາທີ່ເປັນພັນທະມິດກັບພະອົງ, ພະອົງຈະເຮັດການລໍ້ລວງຢູ່ສະເຫມີ; ດ້ວຍຈຳນວນປະຊາຊົນບໍ່ຫລາຍພະອົງຈະຊົງເຂັ້ມແຂງຂຶ້ນ.
|
||
\v 24 ໂດຍບໍ່ມີການເຕືອນພະອົງຈະຊົງຍົກເຂົ້າມາໃນສ່ວນຂອງແຂວງຊຶ່ງອຸດົມທີ່ສຸດ ແລະພະອົງຈະຊົງເຮັດສິ່ີງທີ່ປູ່ທວດຫລືເຊື້ອສາຍຂອງພະອົງບໍ່ເຮັດ ພະອົງຈະຊົງເອົາຊັບທີ່ປຸ້ນມາ ຂອງທີ່ຮິບມາໄດ້ ແລະເຂົ້າຂອງຕ່າງໆ ມາແຈກຢາຍກັນໃນພວກທີ່ຕິດຕາມພະອົງ, ພະອົງຈະຊົງອອກອຸບາຍຕໍ່ສູ້ກັບທີ່ກຳລັງເຂັ້ມແຂງ ແຕ່ກໍຊົ່ວເວລາຫນຶ່ງເທົ່ານັ້ນ.
|
||
|
||
\s5
|
||
\v 25 ແລະພະອົງຈະປຸກປັ່ນກຳລັງຂອງພະອົງ ແລະຄວາມກ້າຫານຍົກໄປສູ້ກັບກະສັດ ແຫ່ງຖິ່ໃຕ້ດ້ວຍກອງທັບຍິ່ງໃຫຍ່. ແລະກະສັດແຫ່ງຖິ່ນໃຕ້ຈະເຮັດສົງຄາມ ດ້ວຍກອງທັບເຂັ້ມແຂງຍິ່ງໃຫຍ່ຫລາຍ, ແຕ່ພະອົງກໍສູ້ບໍ່ໄດ້ເພາະມີການປອງຮ້າຍພະອົງ.
|
||
\v 26 ເຖິງແມ່ນຜູ້ຮັບປະທານອາຫານຊັ້ນສູງຂອງພະອົງ. ກໍຈະຫັກຫລັງພະອົງ, ແລະກອງທັບພະອົງກໍຈະຖືກກວາດໄປ ທີ່ຖືກຂ້າຟັນລົ້ມຕາຍຈະມີຫລາຍ.
|
||
\v 27 ສ່ວນກະສັດ, ສອງອົງນັ້ນຈິດໃຈຕ່າງຄິດປອງຮ້າຍ ຈະນັ່ງຮ່ວມໂຕະແລະເວົ້າຕົວະກັນ, ແຕ່ກໍບໍ່ໄດ້ຜົນເພາະວາລະສຸດທ້າຍກໍຈະມາຕາມເວລາກຳນົດ.
|
||
|
||
\s5
|
||
\v 28 ແລ້ວກະສັດແຫ່ງຖິ່ນເຫນືອກໍຈະກັບເຂົ້າບ້ານເຂົ້າເມືອງພ້ອມກັບຊັບສົມບັດຫລວງຫລາຍ, ແຕ່ຈິດໃຈກໍມູ້ງຮ້າຍຕໍ່ພັນທະສັນຍາບໍລິສຸດ. ພະອົງຈະລົງມືເຮັດຕາມໃຈຊອບແລະກັບເມືອງຂອງພະອົງ.
|
||
|
||
\s5
|
||
\v 29 ພໍເຖິງເວລາກຳນົດພະອົງຈະສະເດັດກັບມາທີ່ຖິ່ນໃຕ້ ແຕ່ຄັ້ງນີ້ເຫດການຈະບໍ່ເປັນໄປຢ່ສຄັ້ງກ່ອນ.
|
||
\v 30 ເພາະວ່າກອງທັບເຮືອຂອງເມືອງກີທິມມາປະທະກັບພະອົງ, ພະອົງຈະຢ້ານກວາແລະກັບໄປແລະຈະກິ້ວໂກດຕໍ່ພັນທະສັນຍາບໍລິສຸດ, ແລະລົງມືປະຕິບັດງານ ພະອົງຈະຊົງຫັນຫັບມາສົນໃຈບັນດາຜູ້ປະຖິ້ມພັນທະສັນຍາບໍລິສຸດ.
|
||
|
||
\s5
|
||
\v 31 ກອງທັບຂອງພະອົງຈະຍົກມາເຮັດໃຫ້ສະຖານນະມັດສະການຄືປ້ອມປະການເປັນມົນທິນ. ພວກເຂົາຈະໃຫ້ເລີກເຄື່ອງເຜົາບູຊາເນື່ອງນິດນັ້ນເສຍ, ແລະພວກເຂົາຈະຕັ້ງສິ່ງທີ່ຫນ້າລັງກຽດຊຶ່ງເຮັດໃຫ້ເກີດການຮົກຮ້າງວ່າງເປົ່າຂຶ້ນ.
|
||
\v 32 ສຳລັບຄົນເຫລົ່ານັ້ນທີ່ໃຊ້ເລ້ຫລ່ຽມຫລອກລວງຜູ້ລະເມີດພັນທະສັນຍາ. ແຕ່ບັນດາປະຊາຊົນທີ່ຊື່ສັດຕໍ່ພຣະເຈົ້າຂອງຕົນຈະຢືນຢັດຕໍ່ສູ້.
|
||
|
||
\s5
|
||
\v 33 ແລະຄົນເຫລົ່ານັ້ນທີ່ສະຫລາດຈະເຮັດໃຫ້ຄົນຈຳນວນຫລາຍເຂົ້າໃຈ, ແຕ່ພວກເຂົາຈະລົ້ມລົງດ້ວຍດາບຫລືດ້ວຍແປວໄຟ ດ້ວຍການເປັນຊະເລີຍຫລືດ້ວຍຖືກປຸ້ນຊົ່ວໄລຍະເວລາຫນຶ່ງກໍຕາມ.
|
||
\v 34 ເມື່ອພວກເຂົາລົ້ມລົງນັ້ນ, ພວກເຂົາຈະໄດ້ຮັບຄວາມຊ່ວຍເຫລືອເລັກນ້ອຍ ແລະຈະມີຄົນຈຳນວນຫລາຍເຂົ້າຮ່ວມຢ່າງບໍ່ຈິງໃຈ.
|
||
\v 35 ຄົນສະຫລາດບາງຄົນຈະລົ້ມລົງແລະເພື່ອພວກເຂົາຈະຖືກຊຳລະລ້າງໃຫ້ບໍລິສຸດກວ່າຈະເຖິງວາລະສຸດທ້າຍ. ເພາະວາລະກໍຈະມາຕາມເວລາກຳນົດ.
|
||
|
||
\s5
|
||
\v 36 ກະສັດຈະກະທຳຕາມຄວາມປາຖະຫນາ ຂອງລາວຂອງຕົນເອງ. ພະອົງຈະຊົງຍົກຕົນຂຶ້ນແລະພອງຕົວຂຶ້ນເຫນືອເທບພະເຈົ້າທຸກອົງ. ແລະຈະເວົ້າສິ່ງທີ່ຫນ້າກຽດຕໍ່ສູ້ພຣະເຈົ້າອົງສູງສຸດ, ພະອົງຈະຊົງຈະເລີນຂຶ້ນຈົນກວ່າຄວາມໂກດຮ້າຍຈະຄົບຖ້ວນ. ເພາະສິ່ໃດທີ່ຊົງກຳນົດໄວ້ຈະຕ້ອງສຳເລັດ.
|
||
\v 37 ພະອົງຈະບໍ່ເຊື່ອຟັງບັນດາພະແຫ່ງບັນພະບູລຸດຂອງພະອົງ, ຫລືພະທີ່ພວກຜູ້ຍິງຮັກແລະນັບຖືນັ້ນ ພະອົງຈະບໍ່ເຊື່ອພະເຈົ້າອື່ນໃດເລີຍ. ເພາະພະອົງຈະຖືວ່າໂຕເອງໃຫຍ່ກວ່າທຸກສິ່ງທຸກຢ່າງ.
|
||
|
||
\s5
|
||
\v 38 ພະອົງຈະຊົງຍົກຍ້ອງພະເຈົ້າຂອງບັນດາປ້ອມປາການແທນສິ່ງເຫລົ່ານີ້. ພະເຈົ້າອີກອົງຫນຶ່ງທີ່ບັນພະບູລຸດຂອງພະອົງບໍ່ຮູ້ຈັກ ພະອົງຈະໃຫ້ກຽດດ້ວຍທອງຄຳແລະເງິນ, ດ້ວຍເພັດນິນຈິນດາແລະຂອງຖວາຍອັນມີຄ່າ.
|
||
\v 39 ພະອົງຈະສູ້ລົບກັບປ້ອມປະການທີ່ແຂງແຮງທີ່ສຸດ ຄວາມຊ່ວຍເຫລືອຂອງພະຕ່າງດ້າວ ໃຜໆທີ່ນັບຖືພະອົງ, ພະອົງກໍຊົງມອບກຽດໃຫ້ຢ່າງຫລາຍ. ພະອົງຈະຊົງແຕ່ງຕັ້ງໃຫ້ພວກເຂົາຄອບຄອງຄົນເປັນຈຳນວນຫລາຍ, ແລະພະອົງຈະຊົງແບ່ງທີ່ດິນໃຫ້ເປັນສິ່ງຕອບແທນ.
|
||
|
||
\s5
|
||
\v 40 ພໍເຖິງວາລະສຸດທ້າຍກະສັດແຫ່ງຖິ່ນໃຕ້ຈະມາໂຈມຕີ. ກະສັດແຫ່ງຖິ່ນເຫນືອຈະພູ່ງເຂົ້າໃສ່ພະອົງຢ່າງລົມບ້າຫມູ ພ້ອມດ້ວຍລົດມ້າເສິກ, ແລະເຮືອລົບເປັນຈຳນວນຫລາຍ. ພະອົງຈະບຸກເຂົ້າປະເທດຕ່າງໆແລ້ວຍົກກອງທັບຜ່ານເຫມືອນນຳ້ຖ້ວມ.
|
||
\v 41 ພະອົງຈະເຂົ້າມາໃນແຜ່ນດິນອັນຮຸ່ງເຮືອງ, ແລະປະຊາຊົນຈະຕາຍເປັນຫມື່ນໆ. ແຕ່ເອໂດມ, ໂມອາບ, ແລະສ່ວນໃຫຍ່ຂອງຄົນອຳໂມນ ຈະພົ້ນຈາກມືຂອງເຂົາ.
|
||
|
||
\s5
|
||
\v 42 ເຂົາຈະຂະຫຍາຍອຳນາດຄອບຄອງປະເທດຕ່າງໆ ແຜ່ນດິນເອຢິບກໍຈະບໍ່ມີໃຜຊ່ວຍໄດ້.
|
||
\v 43 ພະອົງຈະຄອບຄອງຊັບສົມບັດທີ່ເປັນຄຳແລະເງິນ, ແລະສິ່ງມີຄ່າທັງຫລາຍຂອງເອຢິບ, ຄົນລີເບຍ, ແລະຄົນເອທີໂອເປຍກໍຈະຕາມພະອົງດ້ວຍ.
|
||
|
||
\s5
|
||
\v 44 ແຕ່ຂ່າວຈາກທິດຕາເວັນອອກແລະທິດເຫນືອຈະເຮັດໃຫ້ພະອົງຕົກໃຈ, ແລະພະອົງຈະຊົງຍົກອອກໄປດ້ວຍຄວາມຄຽດແຄ້ນຢ່າງຍິ່ງ ຫວັງຈະທຳລາຍແລະລ້າງຜານຄົນເປັນຈຳນວນຫລາຍຢ່າງສີ້ນຊາກ.
|
||
\v 45 ພະອົງຈະຊົງກາງເຕັນຫລວງລະຫວ່າງທະເລແລະພູເຂົາບໍລິສຸດຣຸ້ງໂຣດແລ້ວກໍຈະຕາຍໄປໂດຍບໍ່ມີໃຜຊ່ວຍພະອົງເລີຍ.
|
||
|
||
\s5
|
||
\c 12
|
||
\cl ບົດທີ 12
|
||
\p
|
||
\v 1 ໃນຄັ້ງນັ້ນ ມີຄາເອນ ເຈົ້າຜູ້ຄອບຄອງທີ່ຍິ່ງໃຫຍ່ ຜູ້ຄຸ້ມກັນປະຊາຊົນຂອງທ່ານຈະລຸກຂຶ້ນ ຈະເກີດຄວາມຍາກລຳບາກຢ່າງທີ່ບໍ່ເຄີຍມີມາກ່ອນຕັ້ງແຕ່ຄັ້ງເລີ່ມຕົ້ນຂອງປະຊາຊາດຕ່າງໆ ຈົນເຖິງສະໄຫມນັ້ນ ໃນຄັ້ງນັ້ນປະຊາຊົນ, ຂອງທ່ານທຸກຄົນຜູ້ຊຶ່ງມີຊື່ບັນທຶກໄວ້ໃນຫນັງສືຈະລອດຊີວິດ.
|
||
\v 2 ຄົນເປັນຈຳນວນຫລາຍໃນພວກຄົນເຫລົ່ານັ້ນທີ່ຕາຍໄປແລ້ວໃນຜົງຝຸ່ນແຫ່ງແຜ່ນດິນໂລກຈະຕື່ນຂຶ້ນ, ບາງຄົນກໍຈະເຂົ້າສູ່ຊີວິດນິລັນ ແລະບາງຄົນກໍເຂົ້າສູ່ຄວາມອັບອາຍແລະການດູຫມິ່ນຊົ່ວນິລັນ.
|
||
|
||
\s5
|
||
\v 3 ບັນດາຄົນເຫລົ່ານັ້ນທີ່ສະຫລາດຈະສ່ອງສະຫວ່າງສະໄຫວໃນທ້ອງຟ້າເບື້ອງເທິງແລະບັນດາຄົນເຫລົ່ານັ້ນທີ່ໄດ້ນຳຄົນຫລວງຫລາຍມາສູ່ຄວາມຊອບທຳ ຈະເຫມືອນກັບດວງດາວທັງຫລາຍຕະຫລອດໄປແລະເປັນນິດນິລັນ.
|
||
\v 4 ແຕ່ຕົວເຈົ້າ, ດານີເອນເອີຍ, ຈົ່ງປິດຖ້ອຍຄຳເຫລົ່ານີ້ໄວ້ເປັນຄວາມຫລັບ ແລະປິດຫນັງສືນັ້ນເສຍຈົນເຖິງວາລະສຸດທ້າຍ ຄົນເປັນຈຳນວນຫລວງຫລາຍຈະແລ່ນໄປແລ່ນມາແລະ ຄວາມຮູ້ຈະທະວີຂຶ້ນ.”
|
||
|
||
\s5
|
||
\v 5 ແລ້ວຂ້າພະເຈົ້າ, ດານີເອນ, ກໍໄດ້ເບິ່ງເຫັນ ແລະມີອີກສອງຄົນຢືນຢູ່ ຄົນຫນຶ່ງໄດ້ຢືນຢູ່ທີ່ຝັ່ງແມ່ນ້ຳຂ້າງນີ້ ອີກຄົນຫນຶ່ງໄດ້ຢືນຢູ່ທີ່ຝັ່ງແມ່ນ້ຳຂ້າງນັ້ນ.
|
||
\v 6 ຄົນຫນຶ່ງໃນພວກເຂົາກໍໄດ້ເວົ້າກັບຜູ້ຊາຍທີ່ສວມເສື້ອຜ້າປ່ານ ຜູ້ຊຶ່ງຢືນຢູ່ເຫນືອນ້ຳຂຶ້ນໄປນັ້ນວ່າ, "ຍັງອີກດົນປານໃດກວ່າເຫດການຊຶ່ງເຮັດໃຫ້ປະຫລາດໃຈເຫລົ່ານີ້ຈະສິ້ນສຸດລົງ?“
|
||
|
||
\s5
|
||
\v 7 ຂ້າພະເຈົ້າໄດ້ຍິນຜູ້ຊາຍທີ່ໄດ້ສວມເສື້ອຜ້າປ່ານ ຜູ້ຊຶ່ງໄດ້ຢືນຢູ່ເຫນືອແມ່ນ້ຳນັ້ນ ເຂົາໄດ້ຍົກມືຂວາແລະມືຊ້າຍຂອງເຂົາສູ່ທ້ອງຟ້າ ແລະໄດ້ປະຕິຍານໂດຍໄດ້ອ້າງພຣະຜູ້ຊົງມີຊີວິດຢູ່ເປັນນິດວ່າຍັງອີກວາລະຫນຶ່ງ ຫລາຍວາລະ ແລະເຄິ່ງວາລະ ເມື່ອອຳນາດຂອງປະຊາຊົນບໍລິສຸດໄດ້ຖືກທຳລາຍໃນທີ່ສຸດ ສິ່ງທັງຫມົດນີ້ກໍຈະຈົບສິ້ນໄປດ້ວຍ.
|
||
|
||
\s5
|
||
\v 8 ຂ້າພະເຈົ້າ, ໄດ້ຍິນແຕ່ຂ້າພະເຈົ້າບໍ່ເຂົ້າໃຈ. ດັ່ງນັ້ນຂ້າພະເຈົ້າຈຶ່ງໄດ້ຖາມວ່າ, “ເຈົ້ານາຍຂອງຂ້ານ້ອຍ, ແມ່ນຫຍັງຄືສິ່ງທີ່ຈະເປັນຜົນຂອງສິ່ງເຫລົ່ານີ້?”
|
||
\v 9 ເຂົາໄດ້ເວົ້າວ່າ, “ດານີເອນເອີຍ, ໄປຕາມທາງຂອງເຈົ້າເຖາະ, ເພາະວ່າຖ້ອຍຄຳເຫລົ່ານັ້ນກໍຖືກປິດໄວ້ແລ້ວແລະຖືກປະທັບຕາໄວ້ຈົນເຖິງວາລະສຸດທ້າຍ.
|
||
|
||
\s5
|
||
\v 10 ຄົນເປັນຈຳນວນຫລາຍຈະຖືກຊຳລະໃຫ້ບໍລິສຸດສະອາດແລະເຮັດໃຫ້ດີຂຶ້ນ ແຕ່ຄົນຊົ່ວຈະຍັງເຮັດການຊົ່ວຢູ່ ບໍ່ມີຄົນຊົ່ວຈັກຄົນຫນຶ່ງຈະເຂົ້າໃຈ ແຕ່ບັນດາຄົນເຫລົ່ານັ້ນທີ່ສະຫລາດຈະເຂົ້າໃຈ.
|
||
\v 11 ຕັ້ງແຕ່ເວລາທີ່ເຄື່ອງເຜົາບູຊາຕາມປົກກະຕິນັ້ນໄດ້ຖືກຍົກເລິກໄປ ແລະສິ່ງທີ່ຫນ້າລັງກຽດທີ່ເປັນສາເຫດເຮັດໃຫ້ເກີດການວ່າງເປົ່າຢ່າງສິ້ນເຊີງນັ້ນຈະຖືກຕັ້ງຂຶ້ນ ຈະເປັນເວລາ1,290 ມື້.
|
||
|
||
\s5
|
||
\v 12 ຄວາມສຸກຈະມີແກ່ຜູ້ລໍຖ້າຢູ່ໄດ້ຈົນເຖິງມື້ສິ້ນສຸດຂອງ1,335 ມື້.
|
||
\v 13 ເຈົ້າຕ້ອງດຳເນີນໄປຕາມທາງຂອງເຈົ້າຈົນເຖິງທີ່ສີ້ນສຸດ ແລະເຈົ້າຈະໄດ້ພັກສະງົບ ເຈົ້າຈະຢືນຂຶ້ນໃນສະຖານທີ່ໄດ້ຖືກກຳຫນົດໃຫ້ເຈົ້າ ເມື່ອສິ້ນສຸດວັນທັງຫລາຍນັ້ນ.”
|