355 lines
81 KiB
Plaintext
355 lines
81 KiB
Plaintext
\id EST
|
|
\ide UTF-8
|
|
\h ເອສະເທີ
|
|
\toc1 ເອສະເທີ
|
|
\toc2 ເອສະເທີ
|
|
\toc3 est
|
|
\mt ເອສະເທີ
|
|
|
|
\s5
|
|
\c 1
|
|
\cl ບົດທີ 1
|
|
\p
|
|
\v 1 ໃນຊ່ວງຣາຊະການຂອງກະສັດອາຫາສຸເອຣັດ (ນີ້ຄືກະສັດອາຫາສຸເອຣັດ ຜູ້ປົກຄອງຫລາຍກວ່າ 127 ແຂວງ, ຈາກແຂວງອິນເດັຽໄປໄກຈົນເຖິງເອທິໂອເປັຽ),
|
|
\v 2 ໃນເວລານັ້ນກະສັດອາຫາສຸເອຣັດ ຜູ້ປົກຄອງໄດ້ນັ່ງເທິງບັນລັງ ທີ່ປ້ອມປາການໃນເມືອງຊູຊາ.
|
|
|
|
\s5
|
|
\v 3 ໃນປີທີສາມແຫ່ງການຄອງຣາດຂອງພຣະອົງ, ພຣະອົງຊົງປຣະທານງານລ້ຽງສະຫລອງແກ່ເຈົ້ານາຍທັງຫລາຍ ແລະ ຜູ້ວ່າການທັງສິ້ນຂອງພຣະອົງ. ກອງທັບຂອງເປີເຊັຽ ແລະ ເມເດັຽ, ບັນດາຂຸນນາງ ແລະ ຜູ້ປົກຄອງຂອງແຂວງຕ່າງໆ ໄດ້ເຝົ້າຢູ່ຕໍ່ຫນ້າພຣະອົງ.
|
|
\v 4 ພຣະອົງໄດ້ຊົງສຳແດງຄວາມຈະເຣີນຮຸ່ງເຮືອງແຫ່ງຣາຊະອານາຈັກຂອງພຣະອົງແລະ ກຽດຕິຍົດສະງ່າຣາສີແຫ່ງຄວາມຍິ່ງໃຫຍ່ຂອງພຣະອົງ ເປັນເວລາຫລາຍວັນ, ຄື180ວັນ.
|
|
|
|
\s5
|
|
\v 5 ຈົນເຖິງວັນເຫລົ່ານັ້ນສິ້ນສຸດລົງ, ກະສັດໄດ້ຊົງປຣະທານງານລ້ຽງສະຫລອງຕໍ່ໄປອີກເຈັດວັນ. ແກ່ປະຊາຊົນທຸກຄົນໃນປ້ອມປາການຂອງເມືອງຊູຊາ, ຕັ້ງແຕ່ຜູ້ນ້ອຍທີ່ສຸດຈົນເຖິງຜູ້ທີ່ສຳຄັນທີ່ສຸດ. ງານລ້ຽງຈັດຂຶ້ນທີ່ລານໃນສວນທີ່ຣາຊະວັງຂອງກະສັດ.
|
|
\v 6 ທີ່ລານໃນສວນນັ້ນໄດ້ຖືກຕົບແຕ່ງດ້ວຍມ່ານຜ້າຝ້າຍສີຂາວ ແລະສີມ່ວງ, ໂຍງດ້ວຍຜ້າລິນິນຢ່າງດີ ແລະ ຜ້າລິນິນສີມ່ວງ, ແຂວນເທິງຮ່ວງເງິນຈາກເສົາຫີນອ່ອນ. ອີກທັງມ້ານັ່ງຍາວທີ່່ເຮັດຈາກເງິນ ແລະ ທອງເທິງພື້ນລາດປູນຝັງຫີນແດງ, ຫີນອ່ອນ, ໄຂ່ມຸກ ແລະປູດ້ວຍຫີນສີຕ່າງໆ.
|
|
|
|
\s5
|
|
\v 7 ເຄື່ອງດື່ມກໍໃສ່ໃນຈອກທອງຄຳ. ແຕ່ລະຈອກມີເອກະລັກຄວາມຫລາກຫລາຍ ແລະ ລິນດ້ວຍເຫລົ້າອາງຸ່ນຂອງຣາດຊະວົງ ຢ່າງອີ່ມຫນຳສຳລານດ້ວຍໃຈອັນກວ້າງຂວາງຂອງກະສັດ.
|
|
\v 8 ການດື່ມກໍເປັນໄປຕາມການບັນຊາດຳຣັດຂອງກະສັດ, "ຢ່າໃຫ້ມີການບັງຄັບໃດໆ." ກະສັດໄດ້ຊົງມີຄຳສັ່ງ ແກ່ຜູ້ວ່າການທຸກຄົນໃຫ້ຈັດຫາສິ່ງໃດກໍຕາມທີ່ແຂກປາຖນາ.
|
|
|
|
\s5
|
|
\v 9 ສ່ວນວ່າຣາຊີນີວາຊະຕີເອງກໍໄດ້ຊົງຈັດງານລ້ຽງແກ່ເຫລົ່າສະຕຣີ ຊຶ່ງຢູ່ໃນຣາຊະວັງຂອງກະສັດອາຫາສຸເອຣັດດ້ວຍເຊັ່ນກັນ.
|
|
\v 10 ໃນວັນທີເຈັດ, ເມື່ອຈິດໃຈຂອງກະສັດໄດ້ຊົງເບີກບານດ້ວຍເຫລົ້າອາງຸ່ນແລ້ວ, ພຣະອົງໄດ້ຊົງບັນຊາໃຫ້ ເມຮູມານ, ບີຊະທາ, ຮັກໂບນາ, ບິກທາ, ອາບາທາ, ເຊທາເຣ ແລະ ກາກກັດ (ຊາຍຕອນທັງເຈັດຜູ້ທີ່ໄດ້ຮັບໃຊ້ພຣະອົງ),
|
|
\v 11 ໃຫ້ໄປທູນເຊີນພຣະຣາຊີນີວາຊະຕີມາພົບພຣະອົງພ້ອມດ້ວຍມຸງກຸດຂອງນາງ. ພຣະອົງໄດ້ຊົງປາຖນາໃຫ້ປະຊາຊົນ ແລະ ບັນດາຂຸນນາງທັງຫລາຍໄດ້ຊື່ນຊົມໃນຄວາມງາມຂອງພຣະນາງ.
|
|
|
|
\s5
|
|
\v 12 ແຕ່ຣາຊີນີວາຊະຕີໄດ້ຊົງປະຕິເສດຄຳເຊີນຂອງກະສັດ ຊຶ່ງໄດ້ຊົງຮັບສັ່ງໄປກັບຊາຍຕອນເຖິງພຣະນາງ. ແລ້ວກະສັດກໍໄດ້ຊົງພິໂຣດຫລາຍ; ເຮັດໃຫ້ຄວາມຄຽດຮ້າຍເກີດຂຶ້ນພາຍໃນພຣະອົງ.
|
|
|
|
\s5
|
|
\v 13 ດັ່ງນັ້ນພະອົງຈຶ່ງໄດ້ຊົງໄປປຶກສາກັບຜູ້ຊຳນານໃນເລື່ອງຂອງກາລະເທສະ (ເພາະເປັນທຳນຽມປະຕິບັດຂອງກະສັດທີ່ມີຕໍ່ບັນດາຜູ້ຊ່ຽວຊານດ້ານກົດຫມາຍ ແລະການພິພາກສາ).
|
|
\v 14 ໃນຂະນະນັ້ນເຫລົ່າທີ່ປຶກສາທີ່ຢູ່ໃກ້ກັບພຣະອົງຄືກາກເຊນາ, ເຊດຖາ, ອັດມາທາ, ຕາກຊິດ, ເມເຮັດ, ມາກເສນາ, ແລະ ເມມູການ, ເຈົ້ານາຍທັງເຈັດແຫ່ງເປີເຊັຽ ແລະເມເດັຽ. ພວກເຂົາສາມາດເຂົ້າເຝົ້າກະສັດ, ແລະພວກເຂົາມີຕຳແຫນ່ງສູງສຸດໃນຣາຊະສຳນັກຂອງຣາຊະອານາຈັກ.
|
|
\v 15 "ຕາມກົດຫມາຍແລ້ວຕ້ອງເຮັດຢ່າງໃດຕໍ່ການກະທຳຂອງພຣະຣາຊີນີວາຊະຕີ ເພາະນາງບໍ່ໄດ້ຊົງເຊື່ອຟັງຄຳບັນຊາຂອງກະສັດອາຫາສຸເອຣັດ, ຊຶ່ງໄດ້ຊົງຮັບສັ່ງຜ່ານເຫລົ່າຂ້າຣາຊະການເຖິງພຣະນາງ?"
|
|
|
|
\s5
|
|
\v 16 ເມມູການຈຶ່ງໄດ້ທູນຕໍ່ພຣະພັກກະສັດ ແລະເຫລົ່າຂ້າຣາຊະການທັງຫລາຍວ່າ, "ການກະທຳຂອງພຣະຣາຊີນີວາຊະຕີ ນັ້ນບໍ່ພຽງແຕ່ຜິດຕໍ່ກະສັດເທົ່ານັ້ນ, ແຕ່ຍັງຜິດຕໍ່ຂ້າຣາຊະການທັງຫລາຍ ແລະ ຄົນທັງປວງຜູ້ຊຶ່ງຢູ່ໃນບັນດາແຂວງທັງຫມົດຂອງກະສັດອາຫາສຸເອຣັດດ້ວຍ.
|
|
\v 17 ເພາະການກະທຳຂອງພຣະຣາຊີນີຈະໄດ້ຍິນໄປເຖິງສະຕຣີທຸກຄົນ. ນີ້ຈະເຮັດໃຫ້ພວກນາງປະຕິເສດຕໍ່ຜົວຂອງພວກນາງຢ່າງປະຫມາດ. ພວກເຂົາຈະກ່າວວ່າ, 'ກະສັດອາຫາສຸເອຣັດ ໄດ້ສັ່ງໃຫ້ພຣະຣາຊີນີວາຊະຕີເຂົ້າເຝົ້າພຣະອົງ, ແຕ່ພຣະນາງຊົງປະຕິເສດ'
|
|
\v 18 ກ່ອນວັນນີ້ຈະສິ້ນສຸດລົງແລະ ກ່ອນທີ່ສະຕຣີຊັ້ນສູງໃນແຂວງຕ່າງໆ ແຫ່ງເປີເຊັຽ ແລະເມເດັຽ ຈະໄດ້ຍິນເລື່ອງນີ້ເຫມືອນກັບພຣະຣາຊີນີຈະຊົງກ່າວຢ່າງດຽວກັນກັບບັນດາຂ້າຣາຊະການຂອງກະສັດ. ຈະເປັນການດູຫມິ່ນ ແລະ ຄວາມຄຽດຢ່າງໃຫຍ່ຫລວງ.
|
|
|
|
\s5
|
|
\v 19 ຫາກເປັນທີ່ພໍພຣະທັຍກະສັດ, ໃຫ້ພຣະອົງໄດ້ຊົງສົ່ງສານອອກໄປ ແລະ ໃຫ້ຂຽນໃນກົດຫມາຍຂອງເປີເຊັຽ ແລະເມເດັຽ, ຊຶ່ງບໍ່ສາມາດເພີກຖອນໄດ້ວ່າ, ນາງວາຊະຕີຈະຊົງບໍ່ໄດ້ເຂົ້າພົບພຣະອົງອີກ. ຂໍໃຫ້ກະສັດໄດ້ຊົງມອບຕຳແຫນ່ງພຣະຣາຊີນີຂອງນາງ ໃຫ້ແກ່ຜູ້ອື່ນທີ່ເຫມາະສົມກວ່ານາງ.
|
|
\v 20 ເມື່ອກະສັດໄດ້ຊົງປະກາດສານອອກໄປທົ່ວຣາຊະອານາຈັກທີ່ກວ້າງໃຫຍ່ຂອງພຣະອົງ, ເມຍທັງຫລາຍຈະຕ້ອງໃຫ້ກຽດແກ່ຜົວຂອງພວກນາງ, ບໍ່ເວັ້ນແມ່ນແຕ່ຜູ້ທີ່ເລັກນ້ອຍທີ່ສຸດເຖິງຜູ້ສຳຄັນທີ່ສຸດ."
|
|
|
|
\s5
|
|
\v 21 ກະສັດໄດ້ຊົງເຫັນຊອບ ແລະ ເຈົ້ານາຍທັງຫລາຍຂອງພຣະອົງເຫັນຊອບກັບຄຳແນະນຳນີ້, ແລະ ກະສັດໄດ້ຊົງເຮັດຕາມຄຳສະເຫນີຂອງເມມູການໄດ້ສະເຫນີ.
|
|
\v 22 ພຣະອົງໄດ້ສົ່ງສານໄປຍັງແຂວງຕ່າງໆ, ແລະ ໄດ້ຊົງຂຽນເຖິງແຕ່ລະແຂວງຕາມແຕ່ລະໃນພາສາຂອງທີ່ນັ້ນ. ພຣະອົງໄດ້ຊົງຂຽນເຖິງແຕ່ລະຄົນຕາມພາສາຂອງເຂົາ ພຣະອົງໄດ້ຊົງມີບັນຊາວ່າໃຫ້ຊາຍທຸກຄົນເປັນນາຍໃນຄົວເຮືອນຂອງເຂົາ. ສານນີ້ໄດ້ຖືກສົ່ງໄປຕາມແຕ່ລະພາສາທົ່ວທັງຣາຊະອານາຈັກ.
|
|
|
|
\s5
|
|
\c 2
|
|
\cl ບົດທີ 2
|
|
\p
|
|
\v 1 ພາຍຫລັງເຫດການເຫລົ່ານີ້, ເມື່ຶອຄວາມໃຈຮ້າຍຂອງກະສັດອາຫາສຸເອຣັດໄດ້ງຽບລົງ, ພຣະອົງໄດ້ຊົງລະນຶກເຖິງພຣະນາງວາຊະຕີ ແລະສິ່ງທີ່ນາງໄດ້ກະທຳ. ພຣະອົງຍັງໄດ້ຊົງລະນຶກເຖິງ ສານທີ່ພຣະອົງປະກາດອອກໄປດ້ວຍເລື່ອງຂອງນາງ.
|
|
\v 2 ຂະນະນັ້ນພວກຊາຍຫນຸ່ມຂອງກະສັດທີ່ບົວລະບັດຮັບໃຊ້ພຣະອົງຢູ່ໄດ້ທູນວ່າ, "ຂໍຊົງຕັ້ງຜູ້ແທນພຣະອົງ ເພື່ອຊອກຫາຍິງພົມມະຈາຣີທີ່ງົດງາມທັງຫລາຍເຂົ້າມາ.
|
|
|
|
\s5
|
|
\v 3 ຂໍໃຫ້ກະສັດໄດ້ຊົງແຕ່ງຕັ້ງເຈົ້າຫນ້າທີ່ໃນທົ່ວທຸກແຂວງຂອງອານາຈັກນີ້, ເພື່ອລວບລວມຍິງສາວພົມມະຈັນທີ່ງົດງາມທັງຫມົດເຂົ້າມາໃນຮາເຣັມໃນປ້ອມປາການແຫ່ງເມືອງຊູຊາ. ໃຫ້ມາຢູ່ພາຍໃຕ້ການດູແລຂອງເຮໄກ, ຊາຍຕອນຂອງກະສັດ, ຜູ້ມີຫນ້າທີ່ໃນການດູແລພວກຜູ້ຍິງ, ແລະໃຫ້ເຂົາຈັດຕຽມເຄື່ອງສຳອາງສຳລັບຍິງເຫລົ່ານັ້ນ.
|
|
\v 4 ໃຫ້ຍິງສາວທີ່ເປັນທີ່ພໍໃຈກະສັດໄດ້ຂຶ້ນເປັນພຣະຣາຊີນີແທນນາງວາຊະຕີ." ຄຳແນະນຳນີ້ເປັນທີ່ພໍພຣະທັຍກະສັດຫລາຍ, ແລະ ພຣະອົງຊົງກະທຳເຊັ່ນນັ້ນ.
|
|
|
|
\s5
|
|
\v 5 ໃນເວລານັ້ນມີຊາຍຊາວຢິວຄົນຫນຶ່ງໃນປ້ອມປາການແຫ່ງເມືອງຊູຊາຊື່ມໍເດໄກ ຜູ້ເປັນລູກຊາຍຂອງຢາອີ ຜູ້ເປັນລູກຂອງຊີເມອີ ລູກຂອງກີເຊ, ຄົນເບັນຢາມິນ.
|
|
\v 6 ເຂົາໄດ້ຖືກຂັບໄລ່ໃຫ້ອອກຈາກກຸງເຢຣູຊາເລັມພ້ອມກັບພວກຊະເລີຍຊຶ່ງໄດ້ຂັບໄລ່ໄປພ້ອມກັບເຢໂຮຍອາກິນ, ກະສັດແຫ່ງຢູດາຍ, ຜູ້ຊຶ່ງຖືກກະສັດເນບູກາດເນັດຊາ, ແຫ່ງບາບີໂລນໄດ້ຂັບໄລ່ໄປ.
|
|
|
|
\s5
|
|
\v 7 ເຂົາຫວ່ງໃຍຕໍ່ຮາດາສາ, ຄືເອສະເທີລູກສາວຂອງລູງເຂົາ, ເພາະນາງບໍ່ມີທັງພໍ່ແລະແມ່. ຍິງສາວຄົນນີ້ມີຮູບຮ່າງ ງົດງາມ ແລະ ນ່າຮັກ. ມໍເດໄກໄດ້ຮັບນາງເປັນເຫມືອນລູກສາວຂອງເຂົາເອງ.
|
|
|
|
\s5
|
|
\v 8 ເມື່ອຄຳສັ່ງສານຂອງກະສັດຖືກປະກາດອອກໄປ, ມີຍິງສາວຫລາຍຄົນຖືກນຳມາທີ່ປ້ອມປາການຂອງເມືອງຊູຊາ. ພວກເຂົາໄດ້ໃຫ້ຢູ່ພາຍໃຕ້ການດູແລຂອງເຮໄກ. ເອສະເທີກໍໄດ້ຖືກພາເຂົ້າໄປຍັງຣາຊະວັງຂອງກະສັດເຊັ່ນກັນ ແລະ ຮັບການດູແລຈາກເຮໄກ, ຜູ້ດູແລຜູ້ຍິງທັງຫມົດ.
|
|
\v 9 ຍິງສາວນັ້ນເປັນທີ່ພໍໃຈເຂົາ, ແລະ ນາງໄດ້ຮັບຄວາມກາຣຸນາຈາກເຂົາ. ເຂົາໄດ້ຈັດຕຽມເຄື່ອງສຳອາງ ແລະ ອາຫານໃຫ້ແກ່ນາງຢ່າງທັນທີ. ເຂົາຍັງໄດ້ຈັດຕັ້ງສາວໃຊ້ເຈັດຄົນໃຫ້ແກ່ນາງຈາກຣາຊະວັງຂອງກະສັດ, ແລະ ເຂົາໄດ້ຍ້າຍນາງພ້ອມທັງສາວໃຊ້ໄປຍັງສະຖານທີ ທີ່ດີທີ່ສຸດໃນເຮືອນຂອງແມ່ຍິງ.
|
|
|
|
\s5
|
|
\v 10 ເອສະເທີບໍ່ໄດ້ບອກເລົ່າໃຫ້ໃຜຟັງທັງສິ້ນວ່ານາງເປັນຊົນຊາດໃດ ຫລືເປັນຍາດພີ່ນ້ອງໃຜ, ເພາະມໍເດໄກໄດ້ບອກນາງເອົາໄວ້ວ່າບໍ່ໃຫ້ບອກໃຜ.
|
|
\v 11 ທຸກໆວັນມໍເດໄກຈະຢ່າງໄປມາຢູ່ທາງຫນ້າປະຕູທີ່ລານຂ້າງນອກເຮືອນຂອງແມ່ຍິງ, ເພື່ອຮັບຟັງເຖິງຄວາມເປັນຢູ່ຂອງເອສະເທີ, ແລະໃຫ້ຮູ້ວ່າມີຫຍັງເກີດຂຶ້ນກັບນາງແດ່.
|
|
|
|
\s5
|
|
\v 12 ເມື່ອເຖິງຜຽນຂອງຍິງສາວແຕ່ລະຄົນຈະຕ້ອງເຂົ້າໄປຫາກະສັດອາຫາສຸເອຣັດ - ຕາມຂໍ້ບັງຄັບສຳລັບຍິງສາວ, ຄືແຕ່ລະຄົນຕ້ອງຜ່ານການດູແລດ້ານຄວາມສວຍງາມໃຫ້ຄົບເປັນເວລາສິບສອງເດືອນ, ແລ້ວການຊະໂລມກາຍດ້ວຍນ້ຳມັນຫອມ ແລະ ສຳອາງເວລາຫົກເດືອນ -
|
|
\v 13 ເມື່ອຍິງສາວແຕ່ລະຄົນເຂົ້າເຝົ້າກະສັດ, ສິ່ງໃດທີ່ນາງປາຖນາຈະໄດ້ຮັບຈາກເຮືອນຂອງແມ່ຍິງ, ເພາະນາງສາມາດນຳເຂົ້າຍັງພຣະຣາຊວັງໄດ້.
|
|
|
|
\s5
|
|
\v 14 ໃນຊ່ວງເວລາຕອນແລງ ຍິງນັ້ນເຂົ້າໄປຂ້າງໃນ, ແລະ ນາງກັບອອກມາໃນຕອນເຊົ້າໄປຍັງບ້ານຂອງແມ່ຍິງຫລັງທີສອງ, ແລະ ໃນການອາລັກຂາຂອງຊາອາຊະກາດ, ຊາຍຕອນຂອງກະສັດ, ຜູ້ດູແລນາງສະຫນົມທັງຫລາຍ. ຍິງນັ້ນຈະບໍ່ໄດ້ກັບອອກມານອກຈາກ ພຣະອົງຊົງພໍພຣະທັຍໃນຕົວນາງ ແລະ ໃຫ້ນາງກັບເຂົ້າໄປບົວລະບັດອີກຄັ້ງ.
|
|
|
|
\s5
|
|
\v 15 ບັດນີ້ເມື່ອເຖິງເວລາຂອງເອສະເທີ (ລູກສາວຂອງອາບີໄຮ, ລຸງຂອງມໍເດໄກ, ຜູ້ທີ່ໄດ້ຮັບນາງໄປເປັນລູກສາວຂອງຕົນ) ເພື່ອເຂົ້າໄປບົວລະບັດກະສັດ, ນາງບໍ່ໄດ້ຮ້ອງຂໍສິ່ງໃດເລີຍ ເວັ້ນແຕ່ສິ່ງທີ່ເຮໄກ ຊາຍຕອນຂອງກະສັດ, ໄດ້ແນະນຳແກ່ນາງ, ຕອນນີ້ເອສະເທີໄດ້ເປັນທີ່ຊື່ນຊອບຂອງທຸກຄົນທີ່ໄດ້ພົບເຫັນນາງ.
|
|
\v 16 ເອສະເທີຖືກພາເຂົ້າໄປໃນພຣະຣາຊະວັງຂອງກະສັດອາຫາສຸເອຣັດໃນເດືອນທີສິບ, ຊຶ່ງເປັນເດືອນຂອງເຕເບັດຊຶ່ງເປັນປີທີເຈັດຂອງຣາຊະການຂອງພຣະອົງ
|
|
|
|
\s5
|
|
\v 17 ຫລາຍກ່ວາຍິງສາວຜູ້ອື່ນໆ, ເພິ່ນສວມມົງກຸດໃສ່ຫົວຂອງນາງໃຫ້ເປັນຣາຊີນີແທນຣາຊີນີວາຊະຕີ.
|
|
\v 18 ແລ້ວກະສັດກໍຈັດງານກິນລ້ຽງຢ່າງໃຫຍ່ຫລວງຂຶ້ນເພື່ອເປັນກຽດຕິຍົດແກ່ນາງເອສະເທີ ແລະໄດ້ເຊີນບັນດາຂ້າຣາຊະການພ້ອມທັງພວກບໍຣິຫານທຸກຄົນຂອງຕົນເຂົ້າມາຮ່ວມໃນງານນີ້ ເພິ່ນໄດ້ປະກາດໃຫ້ມື້ນັ້ນເປັນມື້ຢຸດພັກໃນທຸກໆແຂວງແລະເພິ່ນໄດ້ແຈກຂອງຂວັນໃຫ້ແກ່ທຸກຄົນຢ່າງມີໃຈກ້ວາງຂວາງໃຫ້ສົມເປັນກະສັດ.
|
|
|
|
\s5
|
|
\v 19 ໃນຄັ້ງທີສອງເມື່ອມີການລວບລວມຍິງສາວພົມມະຈັນມາອີກ ມໍເດໄກກຳລັງນັ່ງຢູ່ທີ່ປະຕູຂອງກະສັດ
|
|
\v 20 ເອສະເທີຍັງບໍ່ໄດ້ບອກໃຜດ້ວຍເລື່ອງຂອງນາງຫລືຜູ້ທີ່ກ່ຽວຂ້ອງ ເພາະມໍເດໄກໄດ້ຄຸມນາງໄວ້ ນາງຍັງຄົງເຊື່ອຟັງແລະເຮັດຕາມຄຳແນະນຳຂອງມໍເດໄກ ເຫມືອນເຊັ່ນທີ່ນາງເຄີຍເຊື່ອຟັງຕອນທີ່ເຂົາລ້ຽງດູນາງມາ
|
|
\v 21 ໃນຄັ້ງນັ້ນ ໃນຂະນະທີ່ມໍເດໄກກຳລັງນັ່ງຢູ່ທີ່ປະຕູຫນ້າວັງຂອງກະສັດ ນາຍທະຫານຍາມສອງຄົນຂອງກະສັດຄືບິກທານແລະເຕເຣເຊ ຜູ້ທີ່ເຝົ້າຍາມທີ່ປະຕູເກີດຄວາມຄຽດແຄ້ນແລະຫາທາງຈະທຳຮ້າຍກະສັດເຊເຊັດ
|
|
|
|
\s5
|
|
\v 22 ເມື່ອເລື່ອງນີ້ໄດ້ເປີດເຜີຍແກ່ມໍເດໄກທ່ານໄດ້ນຳເລື່ອງນີ້ໄປບອກແກ່ພຣະຣາຊີນີເອສະເທີ ແລະເອສະເທີ ຈຶ່ງໄດ້ນຳໄປ ກາບທູນກະສັດໃນນາມຂອງມໍເດໄກ
|
|
\v 23 ເມື່ອເລື່ອງນີ້ໄດ້ຮັບການສອບສວນແລະຢືນຢັນ ທະຫານທັງສອງຈຶ່ງຖູກຈັບໄປປະຫານໂດຍການແຂວນຄໍທີ່ເທິງຫລັກໄມ້ເຫດການນີ້ໄດ້ຖູກຂຽນບັນທຶກໄວ້ໃນ ຫນັງສືຕໍ່ຫນ້າຂອງກະສັດ.
|
|
|
|
\s5
|
|
\c 3
|
|
\cl ບົດທີ 3
|
|
\p
|
|
\v 1 ຫລັງຈາກເຫດການເຫລົ່ານີ້ ກະສັດເຊເຊັດໄດ້ເລື່ອນຍົດໃຫ້ແກ່ ຮາມານ ລູກຊາຍຂອງຮາມເມດາທາເປັນເຊື້ອສາຍຂອງຄົນອາກັກ ແລະຍົກເຂົາຂຶ້ນໃຫ້ນັ່ງໃນຕຳແຫນ່ງທີ່ມີອຳນາດເຫມືອນບັນດາຂ້າຣາຊະການຮັບໃຊ້ພຣະອົງ
|
|
\v 2 ມະຫາດເລັກທຸກຄົນຂອງກະສັດທີ່ຢູ່ປະຕູຂອງກະສັດຈະຄຸເຂົ່າລົງແລະກົ້ມກາບຣາມານ ຕາມທີ່ກະສັດໄດ້ບັນຊາໃຫ້ພວກເຂົາເຮັດ ແຕ່ມໍເດໄກບໍ່ຍອມຄຸເຂົ່າຫລືເຮັດຄວາມເຄົາຣົບ.
|
|
|
|
\s5
|
|
\v 3 ແລ້ວພວກມະຫາດເລັກຂອງກະສັດຊຶ່ງຢູ່ທີ່ປະຕູຂອງກະສັດເວົ້າກັບມໍເດໄກວ່າ "ເປັນຫຍັງທ່ານຈຶ່ງຂັດຂືນຄຳບັນຊາການຂອງກະສັດ?"
|
|
\v 4 ພວກເຂົາໄດ້ບອກທ່ານວັນແລ້ວວັນເຫລົ່າແຕ່ທ່ານກໍຍັງປະຕິເສດທີ່ຈະເຮັດຕາມຄວາມຕ້ອງການຂອງພວກເຂົາ ດັ່ງນັ້ນພວກເຂົາຈຶ່ງນຳເລື່ອງນີ້ໄປບອກກັບຣາມານເພື່ອເບິ່ງມໍເດໄກຍັງຂັດຂື່ນເຊັ່ນນັ້ນຫລືບໍ່ ເພາະທ່ານໄດ້ບອກພວກເຂົາວ່າທ່ານເປັນຄົນຢິວ.
|
|
|
|
\s5
|
|
\v 5 ເມື່ອຮາມານເຫັນວ່າມໍເດໄກບໍ່ໄດ້ຄຸເຂົ່າແລະກົ້ມກາບເຂົາ ຣາມານກໍເຕັມໄປດ້ວຍຄວາມເດືອດແຄ້ນ.
|
|
\v 6 ເຂົາຮູ້ສຶກເປັນການເສຍກຽດຕິຍົດຕໍ່ຄວາມຄິດທີ່ຈະຂ້າມໍເດໄກແຕ່ຜູ້ດຽວ ເພາະພວກມະຫາດເລັກຂອງກະສັດໄດ້ບອກເຂົາວ່າມໍເດໄກມາຈາກຊົນຊາດໃດ ຮາມານຕ້ອງການທີ່ຈະທຳຮ້າຍຊົນຊາດຢິວທັງຫມົດຄົນຂອງມໍເດໄກທີ່ຢູ່ທົ່ວທັງອານາຈັກຂອງອາສາອາເຮັບ.
|
|
|
|
\s5
|
|
\v 7 ໃນເດືອນທີຫນຶ່ງ (ຊິ່ງເປັນເດືອນນິຊານ), ໃນປີທີສິບສອງແຫ່ງຣາຊະການຂອງກະສັດອາຫາສຸເອຣັດ, ຊຶ່ງເອີ້ນກັນວ່າປູຣິມ ຫລື ສະຫລາກຕໍ່ຫນ້າຮາມານເພື່ອຫາມື້ ແລະເດືອນ. ພວກເຂົາຈັບສະຫລາກໄປເລື້ອຍໆ ຈົນເຖິງສະຫລາກໄດ້ຕົກທີ່ເດືອນສິບສອງ (ຊຶ່ງເປັນເດືອນອາດາກ).
|
|
|
|
\s5
|
|
\v 8 ແລ້ວຮາມານໄດ້ທູນກະສັດອາຫາສຸເອຣັດວ່າ, "ໃນອານາຈັກຂອງພຣະອົງມີຊົນຊາດຫນຶ່ງທີ່ກະແຈກກະຈາຍແຍກກັນຢູ່ໄປທົ່ວທຸກແຂວງ. ກົດຫມາຍຂອງພວກເຂົາແຕກຕ່າງຈາກກົດຫມາຍຂອງກະສັດ, ແລະ ຫາກປ່ອຍພວກເຂົາໄວ້ ກໍບໍ່ເກີດ ປະໂຫຍດອັນໃດຕໍ່ກະສັດ.
|
|
\v 9 ຫາກເປັນທີ່ພໍໃຈກະສັດ, ຂໍພຣະອົງໄດ້ຊົງບັນຊາໃຫ້ຂ້າພວກເຂົາເສຍ, ແລະ ຂ້າພຣະເຈົ້າຈະຖວາຍເງິນຈຳນວນຫນຶ່ງຫມື່ນຕະລັນ ໃຫ້ແກ່ຜູ້ທີ່ຮັບຜິດຊອບພຣະຣາຊກິດຂອງກະສັດ, ເພື່ອໃຫ້ເຂົາເອົາໄປໃສ່ໄວ້ໃນພຣະຄັງຂອງກະສັດ."
|
|
|
|
\s5
|
|
\v 10 ແລ້ວກະສັດຈຶ່ງໄດ້ຖອດແຫວນກາປຣະທັບຈາກມືຂອງພຣະອົງ ແລະ ໄດ້ມອບໃຫ້ແກ່ຮາມານລູກຊາຍຂອງຮາມເມດາທາ ຄົນອາກັກ, ສັດຕຣູຂອງຄົນຢິວ.
|
|
\v 11 ແລ້ວກະສັດໄດ້ເວົ້າກັບຮາມານວ່າ, "ເຮົາຈະເບິ່ງເງິນນັ້ນໄດ້ກັບຄືນມາຍັງເຈົ້າ ແລະຄົນຂອງເຈົ້າ. ຈົ່ງໄປເຮັດຕາມທີ່ເຈົ້າປາຖນາເຖີດ."
|
|
|
|
\s5
|
|
\v 12 ແລ້ວໃນວັນທີສິບສາມ ຂອງເດືອນທີຫນຶ່ງ, ເສນາຂອງກະສັດຖືກຮ້ອງເຂົ້າໄປ, ແລະຂຽນປະກາດນັ້ນຕາມຄຳສັ່ງຂອງຮາມານທຸກຢ່າງ ເຖິງພວກຜູ້ປົກຄອງເມືອງຂອງກະສັດ, ຄືຄົນເຫລົ່ານັ້ນທີ່ຢູ່ທົ່ວທຸກແຂວງ ເຖິງເຈົ້ານາຍຂອງແຕ່ລະແຂວງ ແລະຄົນທັງປວງໃນແຂວງຕ່າງໆ ແລະ ເຖິງຂ້າຣາຊະການທຸກຄົນ, ເຖິງແຂວງທັງປວງໃນພາສາຂອງພວກເຂົາເອງ, ແລະ ເຖິງສານນີ້ໄດ້ຂຽນໂດຍນາມຂອງກະສັດອາຫາສຸເອຣັດ ແລະ ປຣະທັບຕາດ້ວຍແຫວນຂອງພຣະອົງ.
|
|
\v 13 ຜູ້ສົ່ງສານໄດ້ມອບສານເຫລົ່ານັ້ນດ້ວຍມື ໄປຍັງແຂວງທັງຫມົດຂອງກະສັດ, ເພື່ອສັງຫານ, ເພື່ອຂ້າ, ແລະທຳລາຍຄົນຢິວທັງຫມົດ, ຕັ້ງແຕ່ຄົນຫນຸ່ມຈົນເຖິງຄົນແກ່, ເດັກ ແລະແມ່ຍິງ, ພາຍໃນວັນດຽວນັ້ນ - ຄືວັນທີສິບສາມຂອງເດືອນທີສິບສອງ (ເຊິ່ງເປັນເດືອນອາດາກ) - ແລະ ຄອບຄອງເອົາຊັບສິນຂອງພວກເຂົາ.
|
|
|
|
\s5
|
|
\v 14 ສຳເນົາຂອງຈົດຫມາຍສານນັ້ນຖືກຕັ້ງເປັນກົດຫມາຍທົ່ວທຸກແຂວງ. ແລະປະກາດໃຫ້ຮູ້ກັນໂດຍທົ່ວໄປແກ່ທຸກຄົນໃນແຂວງນັ້ນ. ເພື່ອໃຫ້ພວກເຂົາຕຽມຕົວສຳລັບວັນນີ້.
|
|
\v 15 ຜູ້ສົ່ງສານຮີບອອກໄປ ແລະ ເຮັດຕາມຮັບສັ່ງຂອງກະສັດ. ຈົດຫມາຍຍັງໄດ້ ປະກາດໄປຍັງໃນປ້ອມປາການແຫ່ງເມືອງຊູຊາດ້ວຍ. ກະສັດໄດ້ປຣະທັບລົງ ແລະ ຊົງດື່ມກັບຮາມານ, ແຕ່ຜູ້ຄົນໃນປ້ອມແຫ່ງເມືອງຊູຊາກຳລັງເກີດຄວາມສັບສົນວຸ້ນວາຍ.
|
|
|
|
\s5
|
|
\c 4
|
|
\cl ບົດທີ 4
|
|
\p
|
|
\v 1 ເມື່ອມໍເດໄກໄດ້ຮູ້ທຸກຢ່າງທີ່ໄດ້ເກີດຂຶ້ນແລ້ວ, ທ່ານກໍຈີກເສື້ອຜ້າຂອງທ່ານອອກ ແລະໃສ່ຜ້າກະສອບ ແລະໂຮຍຂີ້ເຖົ່າ, ທ່ານໄດ້ອອກໄປກາງເມືອງຮ້ອງໄຫ້ ແລະ ຄ້ຳຄວນສຽງດັງດ້ວຍຄວາມຂົມຂື່ນ.
|
|
\v 2 ທ່ານໄດ້ຂຶ້ນໄປເຖິງແຕ່ປະຕູຂອງກະສັດເທົ່ານັ້ນ ເພາະໃຜກໍຕາມທີ່ໃສ່ຜ້າກະສອບຈະບໍ່ໄດ້ຮັບອານຸຍາດໃຫ້ຜ່ານເຂົ້າໄປ.
|
|
\v 3 ໃນທຸກແຂວງ, ທີ່ຈົດຫມາຍ ແລະຄຳບັນຊາຂອງກະສັດໄດ້ໄປເຖິງ ກໍເກີດຄວາມໂສກເສົ້າເສຍໃຈຢ່າງໃຫຍ່ຫລວງ ທ່າມກາງຄົນຢິວ, ມີການອົດອາຫານ, ການຮ້ອງໄຫ້, ແລະ ການຄ້ຳຄວນ. ມີຄົນຫລາກຫລາຍໃສ່ຜ້າກະສອບ ແລະໂຮຍຂີ້ເຖົ່າ.
|
|
|
|
\s5
|
|
\v 4 ເມື່ອພວກສາວໃຊ້ ແລະພວກນາງກຳນັນຂອງພຣະນາງເອສະເທີ ພວກນາງໄດ້ມາທູນເລື່ອງນີ້ກັບພຣະນາງ, ພຣະຣາຊີນີກໍຊົງກັງວົນໃຈຫລາຍ. ນາງຈຶ່ງສົ່ງເສື້ອຄຸມໄປໃຫ້ກັບມໍເດໄກ (ເພື່ອທີ່ທ່ານຈະໄດ້ຖອດຜ້າກະສອບອອກ), ແຕ່ທ່ານປະຕິເສດບໍ່ຮັບເສື້ອຄຸມທີ່ນາງສົ່ງມາໃຫ້.
|
|
\v 5 ດັ່ງນັ້ນນາງເອສະເທີ ຈຶ່ງຮ້ອງຮາທາດ, ຊາຍຕອນຂອງພຣະນາງ ຜູ້ທີ່ກະສັດໄດ້ແຕ່ງຕັ້ງໃຫ້ມາບົວລະບັດຮັບໃຊ້ພຣະນາງ. ນາງໄດ້ສົ່ງເຂົາໄປຫາມໍເດໄກເພື່ອຖາມວ່າເກີດຫຍັງຂຶ້ນ ແລະເຮັດເຊັ່ນນັ້ນເຮັດຫຍັງ.
|
|
|
|
\s5
|
|
\v 6 ດັ່ງນັ້ນ ຮາທາດຈຶ່ງໄດ້ອອກໄປຫາມໍເດໄກທີ່ສີ່ແຍກຂອງກາງເມືອງ ດ້ານຫນ້າປະຕູຂອງກະສັດ
|
|
\v 7 ມໍເດໄກໄດ້ລາຍງານເລື່ອງລາວທັງຫມົດທີ່ເກີດຂຶ້ນກັບເຂົາ, ແລະ ເລື່ອງຈຳນວນເງິນທັງຫມົດທີ່ຮາມານສັນຍາຖວາຍໃຫ້ແກ່ກະສັດເພື່ອເອົາໄປໃສ່ໃນຄັງຂອງພະອົງ, ເພື່ອຈະໄດ້ສັງຫານຊົນຊາດຢິວທັງຫມົດ.
|
|
\v 8 ທ່ານຍັງໄດ້ມອບສຳເນົາຊອງຈົດຫມາຍເລື່ອງການທຳລາຍຊົນຊາດຢິວ ທີ່ສົ່ງໄປທົ່ວຊູຊາໃຫ້ກັບຊາຍຕອນ. ທ່ານເຮັດເຊັ່ນນີ້ຮາທາດຈະໄດ້ນຳໄປມອບໃຫ້ນາງເອສະເທີ ແລະທ່ານຕ້ອງການໃຫ້ນາງຮັບຜິດຊອບເລື່ອງການເຂົ້າເຝົ້າກະສັດ ເພື່ອອ້ອນວອນກະສັດຂໍຄວາມຊື່ນຊອບເມດຕາ, ແລະ ຂໍຮ້ອງແທນຊົນຊາດຂອງນາງ.
|
|
|
|
\s5
|
|
\v 9 ດັ່ງນັ້ນຮາທາດຈຶ່ງກັບໄປຫາເອສະເທີ ແລະໄດ້ທູນເລື່ອງທີ່ມໍເດໄກໄດ້ບອກມານັ້ນ.
|
|
\v 10 ແລ້ວເອສະເທີກໍຝາກຄຳຂອງນາງໄປກັບເຂົາເຖິງມໍເດໄກ.
|
|
\v 11 ນາງໄດ້ເວົ້າວ່າ, "ຂ້າຣາຊະການຂອງກະສັດ ແລະ ປະຊາຊົນທົ່ວທຸກແຂວງຮູ້ດີວ່າ ບໍ່ວ່າຊາຍ ຫລື ຍິງໃດທີ່ເຂົ້າໄປໃນເດີ່ນຊັ້ນໃນຂອງກະສັດໂດຍບໍ່ມີການຮັບສັ່ງມີກົດພຽງຂໍ້ດຽວເທົ່ານັ້ນຄື ຜູ້ນັ້ນຈະຕ້ອງຖືກປະຫານຊີວິດ ເວັ້ນແຕ່ຜູ້ທີ່ກະສັດໄດ້ຊົງຍື່ນໄມ້ເທົ້າທອງຄຳເພື່ອໄວ້ຊີວິດຜູ້ນັ້ນ. ຂ້ານ້ອຍກໍບໍ່ໄດ້ຖືກຮ້ອງໃຫ້ເຂົ້າພົບກະສັດເປັນເວລາສາມສິບວັນແລ້ວ."
|
|
\v 12 ດ້ວຍເຫດນັ້ນຮາທາດຈຶ່ງລາຍງານຄຳຂອງນາງເອສະເທີແກ່ມໍເດໄກ.
|
|
|
|
\s5
|
|
\v 13 ມໍເດໄກຈຶ່ງຝາກຂໍ້ຄວາມກັບໄປວ່າ: "ທ່ານຕ້ອງບໍ່ຄິດວ່າເຈົ້າ ຈະລອດພົ້ນຈາກການທຳລາຍຊົນຊາດຢິວທັງຫມົດເພາະທ່ານຢູ່ໃນ ຣາຊະວັງຂອງກະສັດນັ້ນ.
|
|
\v 14 ຖ້າຫາກທ່ານຍັງມິດງຽບເຊັ່ນນີ້ຕໍ່ໄປ, ການຊ່ວຍເຫລືອ ແລະການຊ່ວຍກູ້ຂອງຊົນຊາດຢິວຄົງມາຈາກທີ່ອື່ນ, ແຕ່ທ່ານ ແລະ ຄອບຄົວຂອງທ່ານເອງກໍຕ້ອງພິນາດດ້ວຍເຊັ່ນດຽວກັນ. ບາງທີການທີ່ທ່ານໄດ້ຮັບຕຳແຫນ່ງຣາຊີນີນີ້ ກໍເພື່ອການນີ້ກໍເປັນໄດ້ ໃຜຈະຮູ້ໄດ້?"
|
|
|
|
\s5
|
|
\v 15 ແລ້ວນາງເອສະເທີຈຶ່ງສົ່ງຂໍ້ຄວາມໄປຫາມໍເດໄກວ່າ,
|
|
\v 16 "ຖ້າເຊັ່ນນັ້ນ ທ່ານຈົ່ງໄປຮວບຮວມຊາວຢິວທຸກຄົນທີ່ຢູ່ໃນຊູຊາ, ແລະ ຈົ່ງຖືສິນອົດອາຫານເພື່ຶອຂ້ານ້ອຍ. ຢ່າໄດ້ກິນ ຫລື ດື່ມເປັນເວລາສາມວັນສາມຄືນ. ຂ້ານ້ອຍ ແລະສາວໃຊ້ຂອງຂ້ານ້ອຍກໍຈະອົດອາຫານດ້ວຍເຊັ່ນກັນ. ແລ້ວຂ້ານ້ອຍຈະໄປເຂົ້າເຝົ້າກະສັດ, ເຖິງແມ່ນວ່າຈະເປັນການຜິດກົດຫມາຍກໍຕາມ, ແລະແມ່ນວ່າຂ້ອຍຕ້ອງພິນາດ, ຂ້ອຍກໍຈະພິນາດ."
|
|
\v 17 ແລ້ວມໍເດໄກຈຶ່ງໄປເຮັດຕາມຄຳທີ່ນາງເອສະເທີຮັບສັ່ງໃຫ້ເຮັດ.
|
|
|
|
\s5
|
|
\c 5
|
|
\cl ບົດທີ 5
|
|
\p
|
|
\v 1 ຫລັງຈາກນັ້ນສາມວັນ, ນາງເອສະເທີຈຶ່ງໄດ້ນຸ່ງຊຸດພຣະຣາຊີນີ ແລະ ໄດ້ເຂົ້າມາໃນເດີ່່່່່່ນຊັ້ນໃນຂອງກະສັດ ດ້ານຫນ້າຣາຊະວັງຂອງກະສັດ, ກະສັດຊົງປຣະທັບເທິງບັນລັງໃນພຣະຣາຊວັງ, ຊົງຫັນຫນ້າໄປທາງເຂົ້າຂອງພຣະຣາຊວັງ.
|
|
\v 2 ເມື່ອກະສັດໄດ້ຫລຽວເຫັນພຣະຣາຊີນີເອສະເທີ ຢືນຢູ່ໃນເດີ່ນຫນ້າວັງ, ພຣະນາງກໍໄດ້ຮັບຄວາມອະນຸຍາດໃນທາງສາຍຕາຂອງພຣະອົງ. ພຣະອົງຈຶ່ງໄດ້ຊົງຍືນໄມ້ຄອນເທົ້າທອງຄຳໃນມືຂອງພຣະອົງໃຫ້ນາງເອສະເທີ. ດັ່ງນັ້ນນາງເອສະເທີ ກໍໄດ້ເຂົ້າມາ ແລະ ແຕະທີ່ໄມ້ຄອນເທົ້າຂອງພຣະອົງນັ້ນ.
|
|
|
|
\s5
|
|
\v 3 ແລ້ວພຣະອົງຈຶ່ງໄດ້ຖາມນາງວ່າ, "ເຈົ້າປາຖນາສິ່ງໃດນໍ, ພຣະຣາຊີນີເອສະເທີ? ເຈົ້າປະສົງສິ່ງໃດ? ຫາກເຖິງເຄິ່ງອານາຈັກຂອງເຮົາ, ເຮົາກໍຈະໃຫ້ກັບເຈົ້າ."
|
|
\v 4 ນາງເອສະເທີຈຶ່ງເວົ້າກັບພຣະອົງວ່າ, "ຖ້າຫາກຂ້ານ້ອຍ ຊົງເປັນທີ່ພໍພຣະທັຍຂອງພຣະອົງ, ຂໍພຣະອົງລົງມາ ພ້ອມຮາມານໃນວັນນີ້ທີ່ງານລ້ຽງສະຫລອງທີ່ຂ້ານ້ອຍໄດ້ຈັດຕຽມໄວ້ໃຫ້ກັບເຂົາ."
|
|
|
|
\s5
|
|
\v 5 ກະສັດຈຶ່ງເວົ້າວ່າ, "ໄປນຳຮາມານມາໂດຍໄວ, ແລະ ເຮັດຕາມທີ່ເອສະເທີໄດ້ເວົ້າ. "ດັ່ງນັ້ນກະສັດ ແລະ ຮາມານກໍໄປງານລ້ຽງສະຫລອງທີ່ນາງເອສະເທີໄດ້ຈັດຕຽມໄວ້.
|
|
\v 6 ໃນຂະນະທີ່ກຳລັງເຫຍັ້ນເຫລົ້າອາງຸ່ນໃນງານລ້ຽງສະຫລອງຢູ່ນັ້ນ, ກະສັດກໍໄດ້ຖາມນາງເອສະເທີວ່າ "ຄວາມປາຖນາຂອງເຈົ້າຄືສິ່ງໃດ? ເຮົາຈະປຣະທານໃຫ້ ເຈົ້າປະສົງສິ່ງໃດ? ເຖິງເຄິ່ງອານາຈັກ ເຮົາກໍຈະໃຫ້ເຈົ້າ."
|
|
|
|
\s5
|
|
\v 7 ນາງເອສະເທີຈຶ່ງທູນຕອບວ່າ, "ຄວາມປາຖນາ ແລະຄຳຮ້ອງຂໍຂອງຂ້ານ້ອຍນັ້ນຄື,
|
|
\v 8 ຖ້າຫາກຂ້ານ້ອຍເປັນທີ່ໂປດປານໃນສາຍຕາຂອງພຣະອົງ ແລະເປັນທີ່ພໍພຣະທັຍຂອງພະອົງທີ່ຈະມອບໃຫ້ຕາມຄວາມປາຖນາຂອງຂ້ານ້ອຍ, ແລະ ໃຫ້ກຽດແກ່ຄຳຂໍຂອງຂ້ານ້ອຍ, ກໍຂໍເຊີນພຣະອົງ ແລະຮາມານຊົງມາຮ່ວມງານລ້ຽງທີ່ຂ້ານ້ອຍໄດ້ຈັດຕຽມສຳລັບພຣະອົງໃນມື້ອື່ນ ແລະ ຂ້ານ້ອຍຈະຕອບຄຳຖາມຂອງພຣະອົງ."
|
|
|
|
\s5
|
|
\v 9 ຮາມານກັບໄປມື້ນັ້ນດ້ວຍຄວາມດີໃຈ ແລະ ມີອາລົມດີ. ແຕ່ເມື່ອຮາມານເຫັນມໍເດໄກທີ່ຫນ້າປະຕູຂອງກະສັດ, ກໍເຫັນວ່າມໍເດໄກບໍ່ໄດ້ຢືນຂຶ້ນ ຫລືຕົວສັ່ນສະທ້ານດ້ວຍຄວາມຢ້ານຕໍ່ຫນ້າເຂົາ, ຄວາມຄຽດຮ້າຍຕໍ່ມໍເດໄກກໍເກີດຂຶ້ນຢູ່ພາຍໃນເຂົາ.
|
|
\v 10 ເຖິງຢ່າງໃດກໍດີ, ຮາມານໄດ້ຫ້າມໃຈຕົວເອງ ແລະ ກັບບ້ານຂອງເຂົາ. ແລ້ວຮາມານກໍສົ່ງຄົນໄປເຊີນສະຫາຍຂອງເຂົາມາ ແລະຮວມຕົວກັນພ້ອມທັງ ນາງເຊເຣເຊ ເມຍຂອງເຂົາ.
|
|
\v 11 ແລ້ວຮາມານກໍເລົ່າໃຫ້ພວກເຂົາຟັງເຖິງຄວາມຮັ່ງມີຂອງເຂົາ, ຈຳນວນລູກຊາຍທັງຫລາຍຂອງເຂົາ, ແລະ ທີ່ກະສັດໄດ້ຊົງເລື່ອນຕຳແຫນ່ງທັງຫລາຍຊຶ່ງກະສັດໄດ້ໃຫ້ກຽດຕິຍົດແກ່ເຂົາ, ແລະ ອຳນາດທີ່ເຂົາໄດ້ຮັບເຫນືອຂ້າຣາຊະການ ແລະ ຂ້າຮັບໃຊ້ທັງປວງຂອງກະສັດ.
|
|
|
|
\s5
|
|
\v 12 ຮາມານໄດ້ກ່າວວ່າ "ພຣະຣາຊີນີເອສະເທີ ບໍ່ໄດ້ຊົງເຊີນຜູ້ໃດ ນອກຈາກຕົວຂ້າພຣະເຈົ້າ ເພື່ອໄປຮ່ວມສະຫລອງກັບກະສັດ. ໃນງານລ້ຽງທີ່ນາງໄດ້ຈັດຕຽມໄວ້ ມື້ອື່ນຂ້າພຣະເຈົ້າກໍຍັງໄດ້ຮັບເຊີນໃຫ້ໄປອີກຄັ້ງພ້ອມດ້ວຍກະສັດ.
|
|
\v 13 ແຕ່ທັງຫມົດນີ້ກໍບໍ່ມີຄ່າຫຍັງກັບຕົວຂ້າພຣະເຈົ້າ, ຕາບໃດທີ່ຂ້າພຣະເຈົ້າຍັງເຫັນມໍເດໄກຄົນຢິວຍັງນັ່ງຢູ່ທີ່ປະຕູພຣະຣາຊະວັງຂອງກະສັດນັ້ນ."
|
|
|
|
\s5
|
|
\v 14 ແລ້ວເຊເຮເຊ ເມຍຂອງຮາມານກໍສະເຫນີຮາມານກັບສະຫາຍເຂົາວ່າ, "ໃຫ້ພວກເຂົາສ້າງບ່ອນແຂວນຄໍສູງຊາວສອງແມັດ ແລະ ໃນຕອນເຊົ້າ ຈົ່ງທູນກະສັດເພື່ອໃຫ້ພວກເຂົານຳມໍເດໄກໄປແຂວນຄໍທີ່ນັ້ນ. ເພື່ອທີ່ທ່ານຈະໄດ້ໄປງານລ້ຽງສະຫລອງກັບກະສັດຢ່າງສະບາຍໃຈ." ຄຳສະເຫນີເປັນທີ່ພໍໃຈແກ່ຮາມານ ແລະເຂົາຈຶ່ງໄດ້ສັ່ງຄົນໄປເຮັດບ່ອນແຂວນຄໍຕຽມໄວ້.
|
|
|
|
\s5
|
|
\c 6
|
|
\cl ບົດທີ 6
|
|
\p
|
|
\v 1 ໃນຄືນນັ້ນກະສັດບໍ່ສາມາດນອນໄດ້. ພະອົງຈຶ່ງໄດ້ຊົງສັ່ງໃຫ້ຂ້າຮັບໃຊ້ນຳບັນທຶກລາຍງານໃນຣາຊະການຂອງພຣະອົງມາ, ແລະ ພວກເຂົາກໍໄດ້ອ່ານອອກສຽງດັງໃຫ້ກະສັດຟັງ.
|
|
\v 2 ໃນບັນທຶກນັ້ນພົບວ່າມີເຫດການທີ່ມໍເດໄກ ໄດ້ທູນເລື່ອງບິກທານາ ແລະ ເຕເຣເຊ, ຊາຍຕອນຂອງພຣະອົງສອງຄົນທີ່ໄດ້ເຝົ້າຍາມຕົງປະຕູຂອງກະສັດ ຊຶ່ງໄດ້ພະຍາຍາມວາງແຜນລອບສັງຫານກະສັດອາຫາສຸເອຣັດ.
|
|
\v 3 ກະສັດໄດ້ຖາມວ່າ, "ມໍເດໄກໄດ້ຮັບກຽດ ຫລືການຍ້ອງຍໍເປັນທີ່ຈົດຈຳໃດໆເພາະເລື່ອງນີ້ຫລືບໍ່?" ແລ້ວຂ້າຮັບໃຊ້ທີ່ໄດ້ບົວລະບັດຮັບໃຊ້ພຣະອົງຢູ່ ໄດ້ທູນຕອບວ່າ, "ຍັງບໍ່ໄດ້ເຮັດຫຍັງໃຫ້ເຂົາເລີຍ."
|
|
|
|
\s5
|
|
\v 4 ກະສັດກ່າວວ່າ, "ໃຜຢູ່ໃນເດີ່ນດ້ານຫນ້າ?" ຂະນະນັ້ນຮາມານໄດ້ເຂົ້າມາໃນເດີ່ນຂອງຣາຊະວັງຂອງກະສັດ ເພື່ອທູນພຣະອົງເລື່ອງທີ່ຈະນຳມໍເດໄກໄປແຂວນຄໍທີ່ບ່ອນແຂວນຄໍທີ່ເຂົາໄດ້ຈັດຕຽມເອົາໄວ້.
|
|
\v 5 ຂ້າຮັບໃຊ້ຂອງກະສັດໄດ້ທູນຕໍ່ພະອົງວ່າ, "ຮາມານກຳລັງຢູ່ທີ່ເດີ່ນດ້ານຫນ້າ." ກະສັດຈຶ່ງໄດ້ບອກວ່າ, "ໃຫ້ເຂົາເຂົ້າມາ."
|
|
\v 6 ເມື່ອຮາມານໄດ້ເຂົ້າມາແລ້ວ, ກະສັດໄດ້ເວົ້າກັບເຂົາວ່າ, "ຊາຍທີ່ໄດ້ຮັບຄວາມໂປດປານຈາກກະສັດຄວນໄດ້ຮັບສິ່ງໃດເພື່ອໃຫ້ກຽດຕອບແທນການກະທຳຂອງເຂົາ?" ຮາມານໄດ້ຄິດຢູ່ໃນໃຈ, "ມີໃຜອີກທີ່ໄດ້ຮັບຄວາມໂປດປານ ແລະກຽດຕິຍົດຈາກກະສັດຫລາຍໄປກວ່າຕົວຂ້ອຍ?"
|
|
|
|
\s5
|
|
\v 7 ຮາມານຈຶ່ງໄດ້ທູນຕໍ່ກະສັດວ່າ, "ສຳລັບຊາຍຜູ້ນັ້ນຊຶ່ງກະສັດໄດ້ຊົງໂປດປານ ແລະ ໃຫ້ກຽດແກ່ເຂົາ,
|
|
\v 8 ຂໍໃຫ້ນຳເຄື່ອງເອ້ທີ່ກະສັດເຄີຍໃສ່ ແລະ ມ້າທີ່ພຣະອົງເຄີຍຂີ່ ແລະມົງກຸດທີ່ໃສ່ເທິງມ້ານັ້ນມາ.
|
|
\v 9 ແລ້ວໃຫ້ເຂົາແຕ່ງຕົວດ້ວຍຊຸດຊົງ ແລະ ປຣະທານມ້າແກ່ຂ້າຣາຊະການສູງສຸດຂອງກະສັດ. ໃຫ້ພວກເຂົາແຕ່ງກາຍຊາຍຄົນນັ້ນຄືຜູ້ທີ່ກະສັດຊົງໂປດປານ ແລະໃຫ້ກຽດແກ່ເຂົາ, ໃຫ້ພວກເຂົາພາຊາຍຄົນນັ້ນນັ່ງເທິງມ້າ ແລະເດີນໄປຕາມທາງໃນເມືອງ. ໃຫ້ມີປະກາດນຳຫນ້າເຂົາວ່າ 'ນີ້ຄືຜູ້ທີ່ກະສັດໄດ້ຊົງໂປດປານ ເຂົາກໍເປັນເຊັ່ນນີ້ແຫລະ!'"
|
|
|
|
\s5
|
|
\v 10 ແລ້ວກະສັດກໍໄດ້ກ່າວກັບຮາມານວ່າ, "ຈົ່ງຮີບໄປ, ນຳເອົາຊຸດຂອງເຮົາ ແລະ ມ້າມາເຫມືອນທີ່ທ່ານໄດ້ກ່າວມານັ້ນ, ແລະຈົ່ງເຮັດສິ່ງນັ້ນແກ່ມໍເດໄກ ຊາຍຊາວຢິວຜູ້ທີ່ນັ່ງຢູ່ທີ່ປະຕູຂອງກະສັດ. ຢ່າໃຫ້ຂາດໄປແມ່ນແຕ່ສິ່ງດຽວ ຕາມທີ່ທ່ານໄດ້ກ່າວມານັ້ນ."
|
|
\v 11 ແລ້ວຮາມານຈຶ່ງໄດ້ນຳຊຸດ ແລະ ມ້າມາ. ເຂົາໄດ້ໃສ່ຊຸດໃຫ້ກັບມໍເດໄກ ແລະ ໄດ້ພາເຂົານັ່ງເທິງມ້າ ແລະ ຜ່ານໄປກາງເມືອງ. ເຂົາໄດ້ຮ້ອງປະກາດນຳຫນ້າເຂົາວ່າ "ນີ້ຄືຜູ້ທີ່ກະສັດໄດ້ຊົງໂປດປານ ເຂົາກໍເປັນເຊັ່ນນີ້ແຫລະ!"
|
|
|
|
\s5
|
|
\v 12 ມໍເດໄກໄດ້ກັບໄປທີ່ປະຕູຂອງກະສັດ. ແຕ່ຮາມານໄດ້ຮີບລຸກກັບໄປຍັງບ້ານຂອງເຂົາ, ເອົາຜ້າຄຸມຫົວຂອງຕົນ ແລະຮ້ອງຄຳຄວນ.
|
|
\v 13 ຮາມານໄດ້ບອກທຸກຢ່າງທີ່ເກີດຂຶ້ນແກ່ ເຊເນເຊເມຍຂອງເຂົາ ແລະ ພວກເພື່ອນຂອງເຂົາທີ່ຢູ່ທີ່ນັ້ນ. ແລ້ວຊາຍຄົນຫນຶ່ງຂອງເຂົາຊຶ່ງເປັນຜູ້ມີສະຕິປັນຍາ ແລະເຊເຮເຊເມຍຂອງເຂົາ, ກໍໄດ້ເວົ້າກັບເຂົາວ່າ, "ຫາກມໍເດໄກ, ຄືຄົນທີ່ທ່ານໄດ້ລົ້ມລົງຕໍ່ຫນ້າເຂົາຄືຊາວຢິວ, ທ່ານບໍ່ມີວັນຊະນະເຂົາແນ່ນອນ, ແຕ່ທ່ານຈະລົ້ມລົງ ແລະພ່າຍແພ້ຕໍ່ເຂົາ."
|
|
\v 14 ໃນຂະນະທີ່ພວກເຂົາກຳລັງໄດ້ເວົ້າກັນຢູ່ນັ້ນ, ທະຫານຂອງກະສັດໄດ້ມາເຖິງ. ພວກເຂົາໄດ້ຮີບຮັບຮາມານເພື່ອພາໄປຍັງງານລ້ຽງສະຫລອງທີ່ນາງເອສະເທີໄດ້ຊົງຈັດຕຽມໄວ້.
|
|
|
|
\s5
|
|
\c 7
|
|
\cl ບົດທີ 7
|
|
\p
|
|
\v 1 ແລ້ວກະສັດກໍໄດ້ໄປກັບຮາມານ ໄປຍັງງານລ້ຽງສະຫລອງຂອງພຣະຣາຊີນີເອສະເທີ.
|
|
\v 2 ໃນວັນທີສອງນັ້ນ, ໃນຂະນະທີ່ພວກເຂົາໄດ້ ກຳລັງດື່ມເຫລົ້າອະງຸ່ນຢູ່ນັ້ນ, ກະສັດກໍໄດ້ຖາມນາງເອສະເທີວ່າ, "ຄຳຮ້ອງຂໍຂອງເຈົ້າຄືສິ່ງໃດ, ພະຣາຊີນີເອສະເທີ? ເຖິງເຄິ່ງອານາຈັກຂອງເຮົາ, ເຮົາກໍຈະມອບໃຫ້ແກ່ເຈົ້າ."
|
|
|
|
\s5
|
|
\v 3 ແລ້ວພຣະຣາຊີນີເອສະເທີຈຶ່ງໄດ້ທູນຕອບວ່າ, "ຂ້າແຕ່ກະສັດ, ຫາກຂ້ານ້ອຍເປັນທີ່ໂປດປານໃນສາຍຕາຂອງພຣະອົງ, ແລະ ຫາກເປັນທີ່ພໍພະທັຍຂອງພຣະອົງ, ຂໍຊົງໄວ້ຊີວິດຂອງຂ້ານ້ອຍດ້ວຍເຖີດ - ນີ້ຄືຄຳຮ້ອງຂອງຂ້ານ້ອຍ, ແລະ ຂ້ານ້ອຍທູນຂໍຊີວິດຂອງຂ້ານ້ອຍ ແລະຊົນຊາດຂອງຂ້ານ້ອຍດ້ວຍ.
|
|
\v 4 ເພາະພວກເຮົາໄດ້ຖືກຂາຍ, ທັງຂ້ານ້ອຍ ແລະ ປະຊາຊົນຂອງຂ້ານ້ອຍໃຫ້ຖືກທຳລາຍ ຖືກຂ້າ, ແລະ ລ້າງຜານເຜົ່າພັນ. ຫາກພວກເຮົາຖືກຂາຍເພື່ອໄປເປັນທາດ ບໍ່ວ່າຜູ້ຊາຍ ຫລືຜູ້ຍິງ, ຂ້ານ້ອຍຄົງເກັບງຽບເອົາໄວ້, ແລະ ບໍ່ທຸກຮ້ອນແຕ່ຢ່າງໃດ ເພາະນັ້ນອາດຈະລົບກວນກະສັດ."
|
|
\v 5 ແລ້ວກະສັດອາຫາສຸເອຣັດ ຈຶ່ງໄດ້ຖາມພຣະຣາຊີນີເອສະເທີວ່າ, "ເຂົາຄືຜູ້ໃດ? ຄົນນັ້ນຢູ່ທີ່ໃດ ທີ່ຫົວໃຈຂອງເຂົາຊ່າງຄິດຮ້າຍຫຍັງເຊັ່ນນັ້ນ?"
|
|
|
|
\s5
|
|
\v 6 ເອສະເທີກາບທູນວ່າ, "ຊາຍຊົ່ວ ແລະ ສັດຕຣູນັ້ນຄືຮາມານ, ຜູ້ຊົ່ວຮ້າຍຄົນນີ້!" ແລ້ວຮາມານກໍເກີດຄວາມຢ້ານຕໍ່ຫນ້າຂອງກະສັດ ແລະພຣະຣາຊີນີ.
|
|
\v 7 ກະສັດກໍໄດ້ຊົງລຸກຂຶ້ນດ້ວຍຄວາມໂກດຮ້າຍຈາກການດື່ມເຫລົ້າອາງຸ່ນທີ່ງານລ້ຽງສະຫລອງ ແລະໄດ້ອອກໄປທີ່ສວນຂອງຣາຊະວັງ, ແຕ່ຮາມານນັ້ນໄດ້ຄຸກເຂົ່າ ຮ້ອງຂໍຊີວິດຂອງເຂົາຈາກພຣະຣາຊີນີເອສະເທີ. ເຂົາຮູ້ແລ້ວວ່າກະສັດຊົງຕັດສິນໂທດເຂົາແລ້ວ.
|
|
|
|
\s5
|
|
\v 8 ເມື່ອກະສັດໄດ້ກັບມາຈາກສວນໃນພຣະຣາຊະວັງເຂົ້າມາໃນຫ້ອງທີ່ກຳລັງດື່ມເຫລົ້າອາງຸ່ນນັ້ນ. ຮາມານນັ້ນລົ້ມລົງຢູ່ທີ່ປຣະທັບ ບ່ອນທີ່ນາງເອສະເທີໄດ້ປຣະທັບຢູ່. ກະສັດໄດ້ເວົ້າວ່າ, "ເຂົາຈະທຳຮ້າຍພຣະຣາຊີນີໃນບ້ານຂອງເຮົາບໍ?" ທັນທີທີ່ກະສັດໄດ້ເວົ້າເຊັ່ນນັ້ນຈາກປາກຂອງພຣະອົງ, ຂ້າຮັບໃຊ້ຂອງພຣະອົງກໍໄດ້ເຂົ້າມາປິດຫນ້າຂອງຮາມານ.
|
|
|
|
\s5
|
|
\v 9 ແລ້ວຮັກໂບນາ, ຂ້າຣາຊະການຄົນຫນຶ່ງທີ່ບົວລະບັດພຣະອົງໄດ້ທູນວ່າ, "ມີບ່ອນແຂວນຄໍສູງຊາວສອງແມັດ ທີ່ຂ້າງບ້ານຂອງຮາມານ ເຂົາໄດ້ສັ່ງໃຫ້ຕຽມເອົາໄວ້ສຳລັບມໍເດໄກ, ຜູ້ທີ່ໄດ້ກ່າວປົກປ້ອງຊີວິດຂອງພະອົງ. "ກະສັດຈຶ່ງໄດ້ເວົ້າວ່າ "ແຂວນເຂົາຢູ່ທີ່ນັ້ນສາ."
|
|
\v 10 ດັ່ງນັ້ນພວກເຂົາກໍແຂວນຄໍຮາມານ ທີ່ບ່ອນແຂວນຄໍນັ້ນທີ່ເຂົາໄດ້ຕຽມເອົາໄວ້ໃຫ້ມໍເດໄກ. ແລ້ວຄວາມໂກດແຄ້ນຂອງກະສັດກໍໄດ້ສະຫງົບລົງ.
|
|
|
|
\s5
|
|
\c 8
|
|
\cl ບົດທີ 8
|
|
\p
|
|
\v 1 ໃນວັນນັ້ນ ກະສັດອາຫາສຸເອຣັດໄດ້ມອບຊັບສິນຂອງຮາມານ, ສັດຕຣູຂອງພວກຢິວໃຫ້ແກ່ພຣະຣາຊີນີເອສະເທີ ແລະ ມໍເດໄກກໍໄດ້ເລີ່ມບົວລະບັດຮັບໃຊ້ກະສັດ, ເພາະນາງເອສະເທີໄດ້ທູນກະສັດວ່າ ມໍເດໄກກ່ຽວຂ້ອງກັບນາງຢ່າງໃດ.
|
|
\v 2 ກະສັດໄດ້ເອົາແຫວນປຣະທັບຕາຂອງພຣະອົງ, ຊຶ່ງພຣະອົງໄດ້ຊົງຍຶດຄືນມາຈາກຮາມານ, ແລະມອບໃຫ້ກັບມໍເດໄກ. ແລ້ວນາງເອສະເທີ ກໍໄດ້ແຕ່ຕັ້ງມໍເດໄກໃຫ້ເປັນຜູ້ດູແລເຫນືອຊັບສົມບັດຕ່າງໆ ຂອງຮາມານ.
|
|
|
|
\s5
|
|
\v 3 ແລ້ວນາງເອສະເທີກໍໄດ້ທູນກະສັດອີກຄັ້ງ. ນາງໄດ້ຫມູບຫນ້າລົງເທິງພື້ນ ແລະ ຮ້ອງໄຫ້ໃນຂະນະທີ່ນາງໄດ້ຊົງອ້ອນວອນຕໍ່ພຣະອົງໃຫ້ຢຸດຕິແຜນການອັນຊົ່ວຮ້າຍຂອງຮາມານຄົນອາກັກ, ຊຶ່ງເປັນອຸບາຍຊົ່ວຮ້າຍ ທີ່ເຂົາໄດ້ວາງແຜນເພື່ອຕໍ່ຕ້ານຄົນຢິວ.
|
|
\v 4 ແລ້ວກະສັດກໍໄດ້ຊົງຍື່ນໄມ້ຄ້ອນເທົ້າທອງຄຳຂອງພຣະອົງໃຫ້ແກ່ເອສະເທີ, ແລ້ວນາງກໍໄດ້ຊົງລຸກຂຶ້ນຢືນຕໍ່ຫນ້າກະສັດ.
|
|
|
|
\s5
|
|
\v 5 ນາງໄດ້ທູນວ່າ, "ຫາກສິ່ງນີ້ເປັນທີ່ພໍພຣະທັຍກະສັດ, ແລະ ຖ້າຫາກຂ້ານ້ອຍເປັນທີ່ໂປດປານໃນສາຍຕາຂອງພຣະອົງ, ຫາກຊົງເຫັນວ່າສິ່ງນີ້ເປັນສິ່ງທີ່ຖືກຕ້ອງຕໍ່ກະສັດ, ແລະ ຫາກຂ້ານ້ອຍເປັນທີ່ໂປດປານໃນສາຍຕາຂອງພຣະອົງ, ຂໍໄດ້ຊົງໃຫ້ມີການຂຽນເປັນທາງການເພື່ອຍົກເລີກສານທີ່ຂຽນໂດຍຮາມານລູກຊາຍຂອງຮາມເມດາທາ ຄົນອາກັກ, ຈົດຫມາຍທີ່ເຂົາໄດ້ຂຽນເພື່ອທຳລາຍຄົນຢິວທີ່ອາສັຍຢູ່ທົ່ວທຸກແຂວງຂອງກະສັດ.
|
|
\v 6 ເພາະຂ້ານ້ອຍຈະສາມາດທົນເບິ່ງພັຍພິບັດທີ່ຈະເກີດແກ່ຄົນຂອງຂ້ານ້ອຍໄດ້ຢ່າງໃດກັນ? ຂ້ານ້ອຍທົນເຫັນພວກຍາດພີ່ນ້ອງຂອງຂ້ານ້ອຍຖືກທຳລາຍໄດ້ຢ່າງໃດ?"
|
|
|
|
\s5
|
|
\v 7 ກະສັດອາຫາສຸເອຣັດ ຈຶ່ງໄດ້ເວົ້າກັບພຣະຣາຊີນີເອສະເທີ ແລະ ມໍເດໄກຄົນຢິວວ່າ, "ເບິ່ງເຖີດ, ເຮົາໄດ້ມອບບ້ານເຮືອນຂອງຮາມານໄວ້ແກ່ເອສະເທີແລ້ວ, ແລະ ເຮົາໄດ້ແຂວນຮາມານເທິງບ່ອນແຂວນຄໍເພາະເຂົາຄິດທີ່ຈະໂຈມຕີພວກຢິວ,
|
|
\v 8 ຈົ່ງຂຽນປະກາດອີກສະບັບຫນຶ່ງສຳລັບຄົນຢິວໃນນາມຂອງກະສັດ ແລະປຣະທັບຕາດ້ວຍແຫວນຂອງກະສັດ. ເພາະປະກາດທີ່ໄດ້ຂຽນໄປແລ້ວນັ້ນໃນນາມຂອງກະສັດ ແລະປຣະທັບດ້ວຍແຫວນຕຣາຂອງກະສັດບໍ່ສາມາດເພີກຖອນໄດ້."
|
|
|
|
\s5
|
|
\v 9 ແລ້ວເລຂາທິການຂອງກະສັດກໍໄດ້ຖືກຮ້ອງເຂົ້າມາໃນເວລານັ້ນ, ໃນເດືອນທີສາມ, ຄືເດືອນຊີວານ, ໃນວັນທີຊາວສາມຂອງເດືອນນັ້ນ. ປະກາດກໍໄດ້ຂຽນຂຶ້ນຕາມມໍເດໄກໄດ້ບັນຊາກ່ຽວກັບພວກຢິວ. ເຖິງບັນດາຜູ້ປົກຄອງແຂວງຕ່າງໆ, ເຖິງຂ້າຣາຊະການ ແລະ ຜູ້ປົກຄອງເມືອງໃນແຂວງຕ່າງໆ ທີ່ຢູ່ໃນອິນເດັຽໄປຈົນເຖິງເອທິໂອເປັຽທັງຫມົດຈຳນວນ 127 ແຂວງ, ເຖິງທຸກແຂວງໃນພາສາຂຽນຂອງເຂົາ, ແລະ ເຖິງທຸກຄົນໃນພາສາຂອງເຂົາ ແລະເຖິງຄົນຢິວທຸກຄົນ ຂຽນໃນພາສາຂອງເຂົາ.
|
|
|
|
\s5
|
|
\v 10 ມໍເດໄກໄດ້ຂຽນໃນນາມຂອງກະສັດອາຫາສຸເອຣັດ ແລະ ໄດ້ປຣະທັບຕຣາດ້ວຍຕຣາປຣະທັບຂອງກະສັດ. ເຂົາໄດ້ສົ່ງສານອອກໄປໂດຍຜູ້ສົ່ງສານມ້າໄວ ຊຶ່ງໃຊ້ສຳລັບຣາຊະການຂອງກະສັດ ເປັນມ້າທີ່ໄວທີ່ສຸດຈາກຄອກມ້າ.
|
|
\v 11 ກະສັດໄດ້ຊົງມີຄຳສັ່ງອານຸຍາດ ໃຫ້ຄົນຢິວໃນທຸກແຂວງຮວມຕົວກັນເພື່ອຕຽມພ້ອມປົກປ້ອງຊີວິດຂອງພວກເຂົາຄືໃຫ້ທຳລາຍ ໃຫ້ຂ້າ ແລະໃຫ້ສັງຫານກອງທັບໃດກໍຕາມຫລືໃຜກໍຕາມ, ໃນແຂວງໃດກໍຕາມທີ່ອາດຈະໂຈມຕີພວກເຂົາ ລວມທັງເດັກແລະຜູ້ຍິງ, ແລະ ໂຈນທີ່ຈະມາປຸ້ນເອົາຊັບສົມບັດຂອງພວກເຂົາ.
|
|
\v 12 ນີ້ຈະຕ້ອງມີຂໍ້ບັງຄັບໃຊ້ໃນທຸກແຂວງຂອງກະສັດອາຫາສຸເອຣັດ, ຄືວັນທີສິບສາມຂອງເດືອນສິບສອງ ຄືເດືອນອາດານ.
|
|
|
|
\s5
|
|
\v 13 ສຳເນົາຂອງຄຳສັ່ງການນັ້ນໄດ້ອອກເປັນກົດຫມາຍ ແລະ ສົ່ງເປັນອອກແຈ້ງການເຖິງຜູ້ຄົນທັງຫມົດ. ພວກຢິວຈະຕ້ອງພ້ອມໃນວັນນັ້ນເພື່ອລ້າງແຄ້ນແກ່ສັດຕຣູຂອງພວກເຂົາ.
|
|
\v 14 ແລ້ວຜູ້ສົ່ງສານກໍໄດ້ຮີບໄປ ຜູ້ປົກຄອງເມືອງຂອງກະສັດ. ພວກເຂົາໄດ້ອອກໄປໂດຍປາສະຈາກຄວາມຊັກຊ້າ. ຄຳສັ່ງຂອງກະສັດໄດ້ອອກຈາກຣາຊະວັງໃນຊູຊາ.
|
|
|
|
\s5
|
|
\v 15 ຕໍ່ຫນ້າຂອງກະສັດ ມໍເດໄກໄດ້ສວມໃສ່ເສື້ອຂອງກະສັດເປັນເສື້ອສີຟ້າ ແລະສີຂາວ, ແລະໄດ້ສວມມົງກຸດທອງຄຳ ແລະເສື້ອຄຸມຜ້າປ່ານສີມ່ວງ, ແລ້ວຄົນໃນເມືອງຊູຊາຕ່າງກໍໄດ້ພາກັນໂຮ່ຮ້ອງຍິນດີ.
|
|
\v 16 ພວກຢິວກໍເກີດຄວາມເບີກບານ ແລະ ຊື່ນຊົມຍິນດີ ແລະ ເປັນກຽດຕິຍົດ.
|
|
\v 17 ໃນທຸກແຂວງ ແລະ ເມືອງຕ່າງໆ, ແລະ ຜູ້ປົກຄອງເມືອງໄປເຖິງ, ກໍໄດ້ເກີດຄວາມຊື່ນບານ ແລະ ຍິນດີທ່າມກາງພວກຄົນຢິວ, ມີການລ້ຽງສະຫລອງ ແລະວັນຢຸດພັກມີຄົນຢ່າງຫລວງຫລາຍຈາກແຜ່ນດິນຕ່າງໆ ໄດ້ກາຍເປັນຄົນຢິວ, ເພາະວ່າຄວາມຢ້ານຂອງຄົນຢິວໄດ້ຕົກຢູ່ເຫນືອພວກເຂົາ.
|
|
|
|
\s5
|
|
\c 9
|
|
\cl ບົດທີ 9
|
|
\p
|
|
\v 1 ບັດນີ້ໃນເດືອນທີສິບສອງ, ຄືເດືອນອາດານ, ໃນວັນທີສິບສາມ, ເມື່ອກົດຫມາຍຂອງກະສັດ ແລະ ຄຳສັ່ງກຳລັງຈະຖືກສົ່ງອອກໄປນັ້ນ, ໃນວັນທີ່ສັດຕຣູຂອງພວກຢິວໄດ້ຫວັງວ່າຈະມີອຳນາດເຫນືອພວກເຂົາ, ແຕ່ກັບກາຍເປັນພວກຢິວທີ່ໄດ້ມີອຳນາດເຫນືອຄົນເຫລົ່ານັ້ນທີ່ກຽດຊັງພວກເຂົາ.
|
|
\v 2 ພວກຢິວກໍໄດ້ມາລວມຕົວກັນໃນເມືອງຕ່າງໆ ຂອງພວກເຂົາຕະຫລອດຈົນທົ່ວທຸກແຂວງຂອງກະສັດອາຫາສຸເອຣັດ, ເພື່ອຂ້າຄົນເຫລົ່ານັ້ນທີ່ພະຍາຍາມນຳຄວາມຫາຍະນະມາໃຫ້ພວກເຂົາ. ບໍ່ມີໃຜຢືນຢັດຕໍ່ສູ້ພວກເຂົາໄດ້, ເພາະຄວາມຢ້ານທີ່ມີຕໍ່ພວກຢິວໄດ້ຕົກຢູ່ນຳຄົນທັງປວງ.
|
|
|
|
\s5
|
|
\v 3 ບັນດາຂ້າຣາຊະການໃນແຂວງຕ່າງໆ, ພວກຜູ້ປົກຄອງແຂວງ, ພວກຂ້າຣາຊະການ ແລະ ຄົນທີ່ປະຕິບັດຣາຊະການຂອງກະສັດ, ໄດ້ຊ່ວຍພວກຢິວເພາະວ່າຄວາມຢ້ານຕໍ່ມໍເດໄກໄດ້ຕົກເຫນືອພວກເຂົາ.
|
|
\v 4 ເພາະມໍເດໄກເປັນໃຫຍ່ໃນຣາຊະວັງຂອງກະສັດ, ແລະ ຊື່ສຽງຂອງເຂົາກໍໄດ້ຊ່າລືໄປທົ່ວທຸກແຂວງ, ເພາະຊາຍມໍເດໄກຄົນນີ້ໄດ້ເປັນຜູ້ຍິ່ງໃຫຍ່.
|
|
\v 5 ພວກຢິວໄດ້ໂຈມຕີສັດຕຣູຂອງພວກເຂົາ ແລະເຮັດຕາມທີ່ພວກເຂົາໃຈມັກຕໍ່ຄົນເຫລົ່ານັ້ນທີ່ກຽດຊັງພວກເຂົາ.
|
|
|
|
\s5
|
|
\v 6 ທີ່ປ້ອມປາການໃນເມືອງຊູຊານັ້ນ ພວກຢິວໄດ້ຂ້າ ແລະ ໄດ້ທຳລາຍຫ້າຮ້ອຍຄົນ.
|
|
\v 7 ພວກເຂົາໄດ້ຂ້າປາກຊານດາທາ, ດານໂຟນອາ, ຊະປາທາ
|
|
\v 8 ໂປຣາທາ, ອາດາລີອາ, ອາຣີດາທາ
|
|
\v 9 ປາກມາຊະຕາ, ອາຣີໄສ, ອາຣີໄດ, ແລະ ໄວຊາທາ
|
|
\v 10 ແລະລູກຊາຍທັງສິບຄົນຂອງຮາມານ, ລູກຊາຍຮາມເມດາທາ, ສັດຕຣູຂອງພວກຢິວແຕ່ພວກເຂົາບໍ່ໄດ້ເອົາຊັບສົມບັດໃດໆເລີຍ.
|
|
|
|
\s5
|
|
\v 11 ໃນວັນນັ້ນ ຈຳນວນຄົນທີ່ຖືກຂ້າໃນປ້ອມປາການແຫ່ງເມືອງຊູຊາ, ກໍໄດ້ຖືກລາຍງານແກ່ກະສັດ.
|
|
\v 12 ກະສັດກໍໄດ້ຊົງກ່າວກັບຣາຊີນີເອສະເທີວ່າ, "ພວກຢິວໄດ້ຂ້າຄົນຫ້າຮ້ອຍຄົນໃນປ້ອມແຫ່ງເມືອງຊູຊາ, ລວມທັງລູກຊາຍສິບຄົນຂອງຮາມານ, ພວກເຂົາໄດ້ເຮັດສິ່ງໃດອີກໃນແຂວງທີ່ເຫລືອຂອງກະສັດ? ບັດນີ້ຄຳປາຖນາຂອງເຈົ້າຄືຫຍັງ? ເຮົາຈະໃຫ້ແກ່ເຈົ້າ. ຄຳຮ້ອງຂໍຂອງເຈົ້າຄືຫຍັງ? ເຮົາຈະໃຫ້ແກ່ເຈົ້າ."
|
|
|
|
\s5
|
|
\v 13 ແລ້ວເອສະເທີກໍໄດ້ຊົງທູນວ່າ, "ຫາກສິ່ງນີ້ເປັນທີ່ພໍພຣະທັຍພຣະອົງ ໃຫ້ພວກຢິວໃນຊູຊາໄດ້ຮັບອະນຸຍາດໃຫ້ປະຕິບັດຕາມຜູ້ປົກຄອງແຂວງໃນວັນນີ້ ແລະມື້ອື່ນດ້ວຍ, ແລະ ເອົາສົບລູກຊາຍທັງສິບຄົນຂອງຮາມານໄປແຂວນທີ່ບ່ອນແຂວນຄໍ."
|
|
\v 14 ດັ່ງນັ້ນກະສັດກໍໄດ້ມີຮັບສັ່ງ ແລະ ສິ່ງນີ້ກໍໄດ້ເຮັດແລ້ວ. ຄຳສັ່ງນັ້ນໄດ້ແຈ້ງອອກໄປໃນຊູຊາ ແລະ ພວກເຂົາກໍແຂວນສົບລູກຊາຍສິບຄົນຂອງຮາມານເສຍ.
|
|
|
|
\s5
|
|
\v 15 ພວກຢິວທີ່ໄດ້ຢູ່ໃນເມືອງຊູຊາກໍມາຮ່ວມຕົວກັນໃນວັນທີສິບສີ່ໃນເດືອນອາດານ, ແລະ ໄດ້ຂ້າຊາຍໃນເມືອງຊູຊາອີກສາມຮ້ອຍຄົນ, ແຕ່ພວກເຂົາບໍ່ໄດ້ຢຶດເອົາສົມບັດໃດໆເລີຍ.
|
|
\v 16 ສ່ວນພວກຢິວທີ່ເຫລືອຢູ່ໃນແຂວງຂອງກະສັດກໍມາລວມຕົວກັນເພື່ອປົກປ້ອງຊີວິດຂອງພວກເຂົາ, ແລະ ພວກເຂົາກໍຮູ້ສຶກໂລ່ງໃຈຈາກສັດຕຣູ ຂອງພວກເຂົາ ແລະໄດ້ຂ້າຄົນເຫລົ່ານັ້ນທີ່ກຽດຊັງພວກເຂົາກວ່າເຈັດຫມື່ນຫ້າພັນຄົນ, ແຕ່ພວກເຂົາບໍ່ໄດ້ເອົາຂອງມີຄ່າໃດໆ ຂອງຄົນເຫລົ່ານັ້ນທີ່ພວກເຂົາໄດ້ຂ້າເລີຍ.
|
|
|
|
\s5
|
|
\v 17 ເຫດການເຫລົ່ານີ້ເກີດຂຶ້ນໃນວັນທີສິບສາມ ຄືເດືອນອາດານ. ໃນວັນທີສິບສີ່ພວກເຂົາກໍພັກ ແລະມີການລ້ຽງ ແລະຍິນດີໃນວັນນັ້ນ.
|
|
\v 18 ແຕ່ພວກຢິວທີ່ຢູ່ໃນເມືອງຊູຊາໄດ້ມາລວມຕົວກັນໃນວັນທີສິບສາມ ແລະວັນທີສິບສີ່ ພວກເຂົາຈຶ່ງພັກໃນວັນທີສິບຫ້າ ແລະໃຫ້ວັນນັ້ນເປັນວັນແຫ່ງການລ້ຽງສະຫລອງ ແລະຍິນດີ.
|
|
\v 19 ເຫດນີ້ເອງພວກຢິວໃນຊົນນະບົດທີ່ອາສັຍຢູ່ແຖບຮອບນອກ ໄດ້ໃຫ້ວັນທີສິບສີ່ໃນເດືອນອາດານເປັນວັນລ້ຽງສະຫລອງ ແລະ ຍິນດີຂອງພວກເຂົາແລະ ໃຫ້ເປັນວັນ ທີ່ພວກເຂົາຈະສົ່ງຂອງຂວັນເປັນອາຫານໃຫ້ແກ່ກັນແລະກັນ.
|
|
|
|
\s5
|
|
\v 20 ແລ້ວມໍເດໄກກໍໄດ້ບັນທຶກສິ່ງຕ່າງໆເຫລົ່ານີ້ ແລະ ໄດ້ສົ່ງຈົດຫມາຍໄປຍັງພວກຢິວທັງປວງທີ່ຢູ່ໃນແຂວງທັງຫມົດຂອງກະສັດອາຫາສຸເອຣັດ, ທັງໃກ້ ແລະໄກ,
|
|
\v 21 ບັງຄັບໃຫ້ພວກເຂົາຮັກສາວັນທີສິບສີ່ ແລະ ວັນທີສິບຫ້າໃນເດືອນອາດານຂອງທຸກໆປີ.
|
|
\v 22 ວັນເຫລົ່ານີ້ຄືວັນທີພວກຢິວໄດ້ພົ້ນຈາກສັດຕູຂອງພວກເຂົາ ແລະເປັນວັນທີຄວາມໂສກເສົ້າຂອງພວກເຂົາໄດ້ປ່ຽນເປັນຄວາມຊື່ນຊົມຍິນດີ ແລະປ່ຽນການຄ່ຳຄວນເປັນວັນແຫ່ງການສະເຫລີມສະຫລອງ. ພວກເຂົາຕ້ອງຈັດການສະເຫລີມສະຫລອງ ແລະ ຍິນດີແລະສົ່ງຂອງຂວັນຊຶ່ງເປັນອາຫານໃຫ້ແກ່ກັນແລະກັນແລະ ໃຫ້ຂອງຂວັນແກ່ຄົນຍາກຈົນ.
|
|
|
|
\s5
|
|
\v 23 ດັ່ງນັ້ນພວກຢິວຈຶ່ງໄດ້ເຮັດການສະຫລອງຕໍ່ຈາກທີ່ໄດ້ເລີ່ມໄປເເລ້ວ, ເພື່ອປະຕິບັດຕາມທີ່ມໍເດໄກໄດ້ຂຽນໄວ້ເເກ່ພວກເຂົາ.
|
|
\v 24 ໃນເວລານັ້ນ ຮາມານລູກຊາຍ ສັດຕູຂອງພວກຢິວ, ໄດ້ວາງອຸບາຍຕໍ່ຕ້ານພວກຢິວຫວັງທຳລາຍພວກເຂົາ ເເລະ ເຂົາໄດ້ຈັບສະຫລາກ ເພື່ອຫາວັນທຳລາຍລ້າງຜານພວກເຂົາ, ເພື່ອບົດເຂົາໃຫ້ຫມຸ່ນ ແລະ ທຳລາຍພວກເຂົາ.
|
|
\v 25 ເເຕ່ເມື່ອກະສັດໄດ້ຮູ້ເລື່ອງນີ້ ພຣະອົງກໍໄດ້ມີຮັບສັ່ງໂດຍການສົ່ງສານອອກໄປເພື່ອປ່ຽນແຜນການອັນຊົ່ວຮ້າຍຂອງຮາມານທີ່ຕໍ່ຕ້ານພວກຢິວ, ໃຫ້ກັບມາຕົກລົງເຫນືອຫົວ, ແລະ ທີ່ເຂົາ ແລະ ລູກບັນດາລູກຊາຍຂອງເຂົາຕ້ອງຖືກແຂວນທີ່ບ່ອນແຂວນຄໍ.
|
|
|
|
\s5
|
|
\v 26 ດັ່ງນັ້ນພວກເຂົາຈຶ່ງຮ້ອງວັນນັ້ນວ່າ ປູຣິມ, ຕາມຊື່ຂອງການຈົກສະຫລາກ. ເພາະວ່າທຸກສິ່ງໄດ້ຂຽນເອົາໄວ້ໃນຈົດຫມາຍ, ແລະ ທຸກສິ່ງທີ່ໄດ້ເຫັນ ແລະທຸກສິ່ງທີ່ໄດ້ເກີດຂຶ້ນແກ່ພວກເຂົາ,
|
|
\v 27 ພວກຢິວໄດ້ຍອມຮັບເອົາທຳນຽມໃຫມ່ແລະ ຫນ້າທີ່ຂອງພວກເຂົາ. ທຳນຽມນີ້ມີໄວ້ສຳລັບພວກເຂົາເອງ, ຕະຫລອດຈົນລູກຫລານຂອງພວກເຂົາ ແລະທຸກຄົນທີ່ຮ່ວມກັບພວກເຂົາ. ເພື່ອໃຫ້ພວກເຂົາໄດ້ສະເຫລີມສະຫລອງໃນສອງວັນນີ້ຂອງທຸກໆປີ. ທີ່ພວກເຂົາຈະສະເຫລີມສະຫລອງໃນແບບທີ່ພວກເຂົາທຳ ແລະໃນຊ່ວງເວລາດຽວກັນນັ້ນຂອງທຸກໆປີ.
|
|
\v 28 ໃຫ້ວັນເຫລົ່ານີ້ເປັນວັນສະເຫລີມສະຫລອງ ແລະໃຫ້ຖືປະຕິບັດກັນໃນທຸກຊົ່ວອາຍຸຄົນ, ທຸກຄອບຄົວ, ທຸກແຂວງແລະທຸກເມືອງ. ໃຫ້ພວກຢິວ ແລະລູກຫລານຂອງພວກເຂົາທີ່ຈະບໍ່ຢຸດ ແລະຖືປະຕິບັດວັນປູຣິມ ນີ້ຢ່າງສັດຊື່ ເພື່ອບໍ່ໃຫ້ພວກເຂົາລືມວັນເຫລົ່ານີ້.
|
|
|
|
\s5
|
|
\v 29 ພຣະຣາຊີນີເອສະເທີລູກຍິງຂອງອາບີໄຮ ແລະມໍເດໄກຄົນຢິວໄດ້ຂຽນ ຈົດຫມາຍສະບັບທີສອງນີ້ດ້ວຍອຳນາດຢ່າງເຕັມທີ່ເພື່ອຢືນຍັນເລື່ອງຂອງເທສະການປູຣິມ.
|
|
|
|
\s5
|
|
\v 30 ຈົດຫມາຍເຫລົ່ານັ້ນກໍໄດ້ຖືກສົ່ງໄປເຖິງພວກຢິວໃນແຂວງທັງ 127 ແຫ່ງທົ່ວອານາຈັກຂອງກະສັດອາຫາສຸເອຣັດ, ອວຍພອນໃຫ້ພວກຢິວປອດພັຍ ແລະຢູ່ເຢັນເປັນສຸກ.
|
|
\v 31 ຈົດຫມາຍເຫລົ່ານີ້ຢືນຢັນໃຫ້ຖືຮັກສາວັນຕ່າງໆ ຂອງປູຣີມຕາມເວລາທີ່ໄດ້ກຳນົດໄວ້, ຕາມທີ່ມໍເດໄກຊາວຢິວ ແລະພຣະຣາຊີນີເອສະເທີໄດ້ໃຫ້ຊາວຢິວຖືປະຕິບັດ. ພວກຢິວກໍຍອມຮັບ ແລະຖືປະຕິບັດສຳລັບພວກເຂົາ ແລະລູກຫລານຂອງພວກເຂົາ ເຫມືອນເຊັ່ນດຽວກັບທີ່ພວກເຂົາໄດ້ຍອມຮັບການອົດອາຫານ ແລະ ການຄ້ຳຄວນ.
|
|
\v 32 ຄຳສັ່ງຂອງນາງເອສະເທີ ໄດ້ຢືນຢັນຂໍ້ບັງຄັບເຫລົ່ານີ້ເຖິງເລື່ອງຂອງເທສະການປູຣີມ ແລະໄດ້ມີບັນທຶກໄວ້ໃນຫນັງສື.
|
|
|
|
\s5
|
|
\c 10
|
|
\cl ບົດທີ 10
|
|
\p
|
|
\v 1 ແລ້ວກະສັດອາຫາສຸເອຣັດກໍໄດ້ມີຄຳສັ່ງໃຫ້ຈັດເກັບພາສີທົ່ວທັງແຜ່ນດິນ ແລະຕາມຊາຍຝັ່ງທະເລ.
|
|
\v 2 ຄວາມສຳເລັດທັງຫມົດແຫ່ງອຳນາດ ແລະ ອານຸພາບຂອງພຣະອົງພ້ອມດ້ວຍຄວາມຍິ່ງໃຫຍ່ຂອງມໍເດໄກ ທີ່ກະສັດໄດ້ຊົງຍົກເຂົາຂຶ້ນ, ສິ່ງເຫລົ່ານີ້ໄດ້ມີບັນທຶກໄວ້ໃນຫນັງສື ປະຫວັດສາດຂອງກະສັດແຫ່ງມີເດັຽ ແລະເປີເຊັຽ.
|
|
|
|
\s5
|
|
\v 3 ມໍເດໄກຄົນຢິວມີຕຳແຫນ່ງຮອງເປັນອັນດັບສອງຖັດຈາກກະສັດອາຫາສຸເອຣັດ. ທ່ານເປັນຜູ້ຍິ່ງໃຫຍ່ທ່າມກາງພວກຢິວ ແລະເປັນທີ່ຊື່ນຊອບຂອງພີ່ນ້ອງຊາວຢິວທັງຫລາຍ. ເພາະທ່ານໄດ້ສະແຫວງຫາ ສະຫວັດດີພາບແກ່ຄົນຂອງທ່ານແລະ ທ່ານໄດ້ເວົ້າໃຫ້ເກີດສັນຕິສຸກແກ່ຊົນຊາດຂອງທ່ານທັງຫມົດ.
|