1420 lines
351 KiB
Plaintext
1420 lines
351 KiB
Plaintext
\id 2KI
|
||
\ide UTF-8
|
||
\h 2 ກະສັດ
|
||
\toc1 2 ກະສັດ
|
||
\toc2 2 ກະສັດ
|
||
\toc3 2ki
|
||
\mt 2 ກະສັດ
|
||
|
||
\s5
|
||
\c 1
|
||
\cl ບົດທີ 1
|
||
\p
|
||
\v 1 ໂມອາບກໍໄດ້ກະບົດຕໍ່ອິສະຣາເອນ ພາຍຫລັງຈາກອາຮາບໄດ້ຕາຍໄປ.
|
||
\v 2 ແລ້ວອາຮາຊີຢາ ໄດ້ຕົກລົງຈາກລະບຽງວັງທີ່ຫ້ອງຊັ້ນເທິງຂອງຂອງພະອົງໃນກຸງຊາມາເຣຍ, ແລະຊົງບາດເຈັບ. ດັ່ງນັ້ນພະອົງຈຶ່ງໄດ້ໃຊ້ບັນດາຜູ້ສົ່ງຂ່າວສານໄປແລະໄດ້ຊົງບອກກັບພວກເຂົາວ່າ," ຈົ່ງໄປຖາມບາອານເຊບຸບ, ພະເຈົ້າແຫ່ງເອກໂຣນ, ວ່າເຮົາຈະດີຈາກການບາດເຈັບນີ້ຫລືບໍ່?"
|
||
|
||
\s5
|
||
\v 3 ແຕ່ທູດສະຫວັນຂອງພຣະຢາເວ ໄດ້ເວົ້າກັບ ເອລີຢາຊາວຕີຊະເບວ່າ,"ຈົ່ງລຸກຂຶ້ນ, ໄປພົບບັນດາຜູ້ສົ່ງຂ່າວສານຂອງກະສັດແຫ່ງຊາມາເຣຍ, ແລະຈົ່ງເວົ້າກັບພວກເຂົາວ່າ,' ເພາະບໍ່ມີພຣະເຈົ້າໃນອິສະຣາເອນແລ້ວບໍ ພວກເຈົ້າຈຶ່ງໄປປຶກສາພະເຈົ້າບາອານເຊບຸບ, ພະເຈົ້າແຫ່ງເອກໂຣນ?
|
||
\v 4 ເພາະສະນັ້ນພຣະຢາເວກ່າວດັ່ງນີ້," ເຈົ້າຈະບໍ່ໄດ້ລຸກຂຶ້ນຈາກທີ່ນອນຂອງເຈົ້າ; ແຕ່ເຈົ້າຈະຕ້ອງຕາຍແນ່."'"ແລ້ວເອລີຢາກໍໄດ້ໄປ.
|
||
|
||
\s5
|
||
\v 5 ເມື່ອຜູ້ສົ່ງຂ່າວສານນັ້ນໄດ້ກັບມາເຝົ້າອາຮາຊີຢາ, ພະອົງໄດ້ຖາມພວກເຂົາວ່າ," ເປັນຫຍັງພວກເຈົ້າຈຶ່ງພາກັນກັບມາ?"
|
||
\v 6 ພວກເຂົາໄດ້ຕອບພະອົງວ່າ," ມີຊາຍຄົນຫນຶ່ງຂຶ້ນມາພົບກັບພວກຂ້ານ້ອຍ ແລະໄດ້ເວົ້າກັບພວກຂ້ານ້ອຍວ່າ, 'ຈົ່ງກັບໄປເຝົ້າກະສັດຜູ້ຊົງໃຊ້ພວກເຈົ້າມາ, ແລະຖາມພະອົງວ່າ, "ພຣະຢາເວກ່າວດັ່ງນີ້ວ່າ: ເພາະບໍ່ມີພຣະເຈົ້າໃນອິສະຣາເອນແລ້ວບໍ ເຈົ້າຈຶ່ງໃຊ້ຄົນໄປປຶກສາບາອານເຊບຸບ, ພະເຈົ້າແຫ່ງເອກໂຣນ? ເພາະສະນັ້ນເຈົ້າຈະບໍ່ໄດ້ລຸກຂຶ້ນ; ຈາກທີ່ນອນຂອງເຈົ້າ, ແຕ່ເຈົ້າເຈົ້າຈະຕາຍ.'"'"
|
||
|
||
\s5
|
||
\v 7 ອາຮາຊີຢາໄດ້ຖາມຜູ້ສົ່ງຂ່າວສານ, ຂອງພະອົງວ່າ, "ຄົນທີ່ຂຶ້ນມາພົບເຈົ້າ ແລະບອກສິ່ງເລົ່ານີ້ແກ່ເຈົ້ານັ້ນມີລັກສະນະແນວໃດ?"
|
||
\v 8 ພວກເຂົາໄດ້ຕອບພະອົງວ່າ, "ເພິ່ນໄດ້ສວມເສື້ອຜ້າທີ່ເຮັດດ້ວຍຂົນສັດແລະມີສາຍຫນັງຄາດແອວຂອງເພິ່ນ. "ດັ່ງນັ້ນກະສັດໄດ້ກ່າວວ່າ," ນັ້ນຄືເອລີຢາຊາວຕີຊະເບ."
|
||
|
||
\s5
|
||
\v 9 ແລ້ວກະສັດກໍໄດ້ຊົງຮັບສັ່ງ ໃຫ້ນາຍກອງກັບທະຫານຫ້າສິບຄົນໄປຫາເອລີຢາ. ນາຍກອງໄດ້ຂຶ້ນໄປຫາເອລີຢາຊຶ່ງເພິ່ນກຳລັງນັ່ງຢູ່ເທິງຍອດເຂົາ. ນາຍກອງໄດ້ກ່າວແກ່ເພິ່ນວ່າ,"ທ່ານ, ຄົນຂອງພຣະເຈົ້າ, ກະສັດໄດ້ບອກດັ່ງນີ້ວ່າ,' ຈົ່ງລົງມາ.'"
|
||
\v 10 ແຕ່ເອລີຢາໄດ້ຕອບນາຍກອງແລະໄດ້ເວົ້າວ່າ,"ຖ້າເຮົາເປັນຄົນຂອງພຣະເຈົ້າ, ກໍຂໍໃຫ້ໄຟລົງມາຈາກທ້ອງຟ້າເຜົາຜານເຈົ້າແລະຄົນທັງຫ້າສິບຄົນຂອງເຈົ້າເຖີດ," ແລ້ວໄຟກໍໄດ້ລົງມາຈາກທ້ອງຟ້າ ແລ້ວໄຟກໍໄດ້ເຜົາຜານເຂົາກັບຄົນທັງຫ້າສິບຄົນຂອງເຂົາ.
|
||
|
||
\s5
|
||
\v 11 ແລ້ວກະສັດອາຮາຊີຢາໄດ້ຮັບສັ່ງໃຫ້ນາຍກອງອີກຄົນຫນຶ່ງ ກັບທະຫານອີກຫ້າສິບນາຍຂອງເຂົາໄປຫາເອລີຢາ. ນາຍກອງຄົນນີ້ກໍໄດ້ກາ່ວແກ່ເອລີຢາວ່າ," ທ່ານ, ຄົນຂອງພຣະເຈົ້າເອີຍ, ກະສັດກ່າວດັ່ງນີ້ວ່າ," ຈົ່ງລົງມາດຽວນີ້.'"
|
||
\v 12 ເອລີຢາໄດ້ຕອບແລະເວົ້າວ່າ," ຖ້າເຮົາເປັນຄົນຂອງພຣະເຈົ້າ, ກໍຂໍໃຫ້ໄຟລົງມາຈາກທ້ອງຟ້າເຜົາຜານເຈົ້າແລະຄົນທັງຫ້າສິບຂອງເຈົ້າເຖີດ."ແລ້ວໄຟຂອງພຣະເຈົ້າໄດ້ລົງມາຈາກທ້ອງຟ້າ ແລະໄດ້ເຜົາຜານເຂົາກັບຄົນທັງຫ້າສິບຂອງເຂົາອີກ.
|
||
|
||
\s5
|
||
\v 13 ອີກຄັ້ງຫນຶ່ງກະສັດຍັງໄດ້ຮັບສັ່ງໃຫ້ນາຍທະຫານກຸ່ມທີສາມ ພ້ອມດ້ວຍນາຍທະຫານຫ້າສິບຄົນຂອງເຂົາ. ນາຍກອງຄົນນີ້ກໍໄດ້ຂຶ້ນໄປ, ໄດ້ຄຸເຂົ່າຕໍ່ຫນ້າເອຊາຢາ, ແລະໄດ້ອ້ອນວອນແລະໄດ້ເວົ້າກັບເຂົາວ່າ,"ທ່ານ, ຄົນຂອງພຣະເຈົ້າ, ຂ້ານ້ອຍຂໍຮ້ອງທ່ານ, ຂໍໃຫ້ຊີວິດຂອງຂ້ານ້ອຍແລະຊີວິດຂອງຜູ້ຮັບໃຊ້ຂອງທ່ານຫ້າສິບຄົນນີ້ເປັນສິ່ງທີ່ມີຄ່າໃນສາຍຕາຂອງທ່ານ.
|
||
\v 14 ແທ້ຈິງແລ້ວ, ໄຟໄດ້ລົງມາຈາກທ້ອງຟ້າແລະໄດ້ເຜົາຜານນາຍທະຫານສອງຄົນທຳອິດພ້ອມທັງທະຫານຂອງເຂົາທີ່ມາກ່ອນ, ແຕ່ບັດນີ້ຂໍໃຫ້ຊີວິດຂອງຂ້ານ້ອຍເປັນສິ່ງທີ່ມີຄ່າໃນສາຍຕາຂອງທ່ານດ້ວຍເຖີດ."
|
||
|
||
\s5
|
||
\v 15 ແລ້ວທູດສະຫວັນຂອງພຣະຢາເວໄດ້ກ່າວແກ່ເອລີຢາວ່າ," ຈົ່ງລົງໄປກັບເຂົາເຖີດ ຢ່າຢ້ານເຂົາເລີຍ." ດັ່ງນັ້ນເອລີຢາກໍໄດ້ລຸກຂຶ້ນ ແລະລົງໄປກັບພວກເຂົາເພື່ອເຂົ້າເຝົ້າກະສັດ.
|
||
\v 16 ຕໍ່ມາເອລີຢາໄດ້ບອກອາຮາຊີຢາວ່າ," ນີ້ຄືເຫດທີ່ພຣະຢາເວກ່າວວ່າ, 'ເພາະເຈົ້າໄດ້ສົ່ງຜູ້ສົ່ງຂ່າວສານໄປປຶກສາ ເບເອນເຊບຸບ, ພະເຈົ້າແຫ່ງເອກໂຣນ. ເພາະບໍ່ມີພຣະເຈົ້າໃນອິສະຣາເອນໃຫ້ທູນຖາມຢ່າງນັ້ນບໍ? ດັ່ງນັ້ນ, ບັດນີ້ເຈົ້າຈະບໍ່ໄດ້ລຸກຂຶ້ນຈາກທີ່ນອນ; ແຕ່ເຈົ້າຈະຕ້ອງຕາຍແນ່.'"
|
||
|
||
\s5
|
||
\v 17 ດັ່ງນັ້ນ ກະສັດ ອາຮາຊີຢາໄດ້ຕາຍໄປຕາມຖ້ອຍຄຳຂອງພຣະຢາເວ ຊຶ່ງເອລີຢາໄດ້ກ່າວໄວ້ນັ້ນ ໂຢຣາມໄດ້ຊົງຂຶ້ນປົກຄອງແທນ, ໃນປີທີສອງແຫ່ງຣາຊການເຢໂຮຣາມລູກຊາຍຂອງເຢໂຮຊາຟັດກະສັດແຫ່ງຢູດາ, ເພາະອາຮາຢາບໍ່ມີລູກ.
|
||
\v 18 ສ່ວນວຽກອື່ນໆຂອງອາຮາຢາບໍ່ໄດ້ບັນທຶກໄວ້ໃນຫນັງສືປະຫວັດສາດຂອງກະສັດອິສະຣາເອນບໍ?
|
||
|
||
\s5
|
||
\c 2
|
||
\cl ບົດທີ 2
|
||
\p
|
||
\v 1 ດັ່ງນັ້ນ, ເຫດການໄດ້ບັງເກີດຂຶ້ນ, ເມື່ອພຣະຢາເວ ກຳລັງຈະຮັບເອົາເອລີຢາເຂົ້າໄປໃນທ້ອງຟ້າດ້ວຍພາຍຸຫມຸນ, ເອລີຢາໄດ້ອອກເດີນທາງກັບເອລີຊາຈາກເມືອງກິເລອາດ.
|
||
\v 2 ເອລີຢາເວົ້າກັບເອລີຊາວ່າ,“ ຈົ່ງຖ້າຢູ່ທີ່ນີ້ເຖີດ, ເພາະວ່າພຣະຢາເວໄດ້ສົ່ງຂ້າພະເຈົ້າໄປທີ່ເບັດເອນ.” ເອລີຊາໄດ້ຕອບວ່າ, "ພຣະຢາເວຜູ້ຊົງພຣະຊົນຢູ່, ແລະ ເມື່ອທ່ານມີຊີວິດຢູ່, ຂ້າພະເຈົ້າຈະບໍ່ໄປຈາກທ່ານສັນນັ້ນ." ດັ່ງນັ້ນເຂົາທັງສອງຈຶ່ງລົງໄປທີ່ເບັດເອນ.
|
||
|
||
\s5
|
||
\v 3 ບັນດາບຸດຊາຍຂອງຜູ້ທຳນວາຍ ຜູ້ທີ່ຢູ່ເບດເອນໄດ້ມາຫາເອລີຊາ ແລະ ຖາມລາວວ່າ, "ທ່ານຮູ້ບໍວ່າພຣະຢາເວຈະຊົງຮັບເອົານາຍຂອງທ່ານໄປຈາກທ່ານໃນມື້ນີ້?" ເອລີຊາ ຕອບວ່າ, "ແມ່ນແລ້ວ, ຂ້າພະເຈົ້າຮູ້ແລ້ວ, ແຕ່ຢ່າເວົ້າເລື່ອງນີ້."
|
||
\v 4 ເອລີຢາກ່າວກັບລາວວ່າ, "ເອລີຊາ, ຈົ່ງລໍຖ້າຢູ່ບ່ອນນີ້ເຖີດ, ເພາະວ່າພຣະຢາເວໄດ້ສົ່ງຂ້າພະເຈົ້າໄປເມືອງເຢຣີໂກ." ຫລັງຈາກນັ້ນເອລີຊາໄດ້ຕອບວ່າ, "ພຣະຢາເວຊົງພຣະຊົນຢູ່, ແລະ ໃນຂະນະທີ່ທ່ານມີຊີວິດຢູ່, ຂ້າພະເຈົ້າຈະບໍ່ຈາກທ່ານໄປ." ດັ່ງນັ້ນພວກເຂົາເຈົ້າຈຶ່ງໄປເມືອງເຢຣິໂກ.
|
||
|
||
\s5
|
||
\v 5 ບັນດາບຸດຊາຍຂອງຜູ້ທໍານວາຍຜູ້ ທີ່ຢູ່ໃນເມືອງ ເຢຣິໂກ ໄດ້ເຂົ້າມາຫາເອລີຊາ ແລະ ໄດ້ເວົ້າກັບລາວວ່າ, "ເຈົ້າຮູ້ບໍ່ວ່າພຣະຢາເວ ຈະເອົາເຈົ້ານາຍຂອງທ່ານອອກໄປຈາກທ່ານໃນມື້ນີ້?" ເອລີຊາໄດ້ຕອບວ່າ, "ແມ່ນແລ້ວ, ຂ້າພະເຈົ້າຮູ້, ແຕ່ຢ່າເວົ້າເຖິງບັນຫານີ້."
|
||
\v 6 ແລ້ວເອລີຢາໄດ້ກ່າວກັບລາວວ່າ,“ ຈົ່ງລໍຖ້າຢູ່ບ່ອນນີ້ເຖີດ, ກະຣຸນາ, ເພາະວ່າພຣະຢາເວ ໄດ້ສົ່ງຂ້າພະເຈົ້າໄປແມ່ນໍ້າຈໍແດນ.” ເອລີຊາໄດ້ຕອບວ່າ, "ພຣະຢາເວຊົງພຣະຊົນຢູ່, ແລະ ໃນຂະນະທີ່ທ່ານມີຊີວິດຢູ່, ຂ້າພະເຈົ້າຈະບໍ່ຈາກທ່ານໄປ." ດັ່ງນັ້ນພວກເຂົາເຈົ້າທັງສອງຈຶ່ງໄດ້ເດີນຕໍ່ໄປ.
|
||
|
||
\s5
|
||
\v 7 ໃນຕໍ່ມາ, ມີບັນດາບຸດຊາຍຂອງຜູ້ທຳນວາຍ ຈຳນວນຫ້າສິບຄົນໄດ້ຢືນຢູ່ກົງກັນຂ້ວາມກັບພວກເຂົາທີ່ຢູ່ໄກອອກໄປສ່ວນເຂົາທັງສອງຄົນຢືນຢູ່ຂ້າງແມ່ນໍ້າຈໍແດນ.
|
||
\v 8 ເອລີຢາໄດ້ເອົາເສື້ອຄຸມ, ຂອງທ່ານມ້ວນເຂົ້າ, ແລະ ຟາດລົງໃນນໍ້ານັ້ນ. ແມ່ນໍ້າກໍ່ໄດ້ແຍກອອກເປັນສອງຂ້າງເພື່ອໃຫ້ພວກເຂົາທັງສອງຍ່າງຂ້ວາມໄປເທິງດິນແຫ້ງ.
|
||
|
||
\s5
|
||
\v 9 ແລ້ວສິ່ງນີ້ກໍ່ເກີດຂຶ້ນ, ຫລັງຈາກພວກເຂົາຂ້ວາມໄປ, ເອລີຢາໄດ້ເວົ້າກັບເອລີຊາວ່າ, "ຈົ່ງຂໍຂ້າພະເຈົ້າເຖີດ ວ່າທ່ານຢາກໃຫ້ເຮົາເຮັດສິ່ງໃດເພື່ອທ່ານ ກ່ອນທີ່ຂ້າພະເຈົ້າຈະຖືກຮັບເອົາໄປຈາກທ່ານ." ເອລີຊາໄດ້ຕອບວ່າ, "ຂໍໃຫ້ຈິດວິນຍານຂອງທ່ານສອງເທົ່າ ມາຢູ່ນໍາຂ້າພະເຈົ້າ."
|
||
\v 10 ເອລີຢາຕອບວ່າ, "ທ່ານໄດ້ຂໍສິ່ງທີ່ຍາກ. ເຖິງຢ່າງໃດກໍຕາມ, ຖ້າທ່ານເຫັນຂ້າພະເຈົ້າຖືກຮັບເອົາໄປຈາກທ່ານ, ສິ່ງນີ້ຈະເກີດຂຶ້ນກັບທ່ານ, ແຕ່ຖ້າທ່ານບໍ່ເຫັນ, ທ່ານກໍ່ຈະບໍ່ໄດ້."
|
||
|
||
\s5
|
||
\v 11 ໃນຂະນະທີ່ພວກເຂົາຍ່າງໄປ ແລະສົນທະນາກັນ, ມີຣົດມ້າຮົບໄຟຄັນຫນຶ່ງ ແລະ ພວກມ້າໄຟໄດ້ປະກົດຂຶ້ນ, ໄດ້ແຍກເຂົາທັງສອງອອກຈາກກັນ, ແລະ ເອລີຢາໄດ້ຂຶ້ນໄປເທິງຟ້າໂດຍພາຍຸຫມູນ.
|
||
\v 12 ເອລີຊາໄດ້ເຫັນ ແລະ ຮ້ອງຂຶ້ນວ່າ, "ພໍ່ຂອງຂ້າພະເຈົ້າ, ພໍ່ຂອງຂ້າພະເຈົ້າ, ລົດມ້າເສິກຂອງອິສະຣາເອນ ແລະ ທະຫານມ້າຂອງພວກເຂົາ!" ລາວບໍ່ເຫັນເອລີຢາອີກຕໍ່ໄປ, ແລະ ລາວໄດ້ຈັບເສື້ອຜ້າຂອງຕົນເອງ, ແລະ ໄດ້ຈີກອອກເປັນສອງສ່ວນ.
|
||
|
||
\s5
|
||
\v 13 ເອລີຊາໄດ້ເອົາເສື້ອຄຸມຂອງເອລີຢາທີ່ຕົກລົງມາ ແລະໄດ້ກັບໄປຢືນຢູ່ແຄມຝັ່ງແມ່ນໍ້າຈໍແດນ.
|
||
\v 14 ທ່ານໄດ້ເອົາເສື້ອຄຸມຂອງເອລີຢາທີ່ຕົກລົງມາຟາດໃສ່ນໍ້າ ແລະໄດ້ກ່າວວ່າ, "ພຣະຢາເວພຣະເຈົ້າຂອງເອລີຢາສະຖິດຢູ່ແຫ່ງໃດ?" ເມື່ອເຂົາໄດ້ຟາດລົງນໍ້າ, ນໍ້າກໍ່ໄດ້ແຍກອອກເປັນສອງຂ້າງ ແລະເອລີຊາໄດ້ຍ່າງຂ້ວາມໄປ.
|
||
|
||
\s5
|
||
\v 15 ເມື່ອບັນດາບຸດຊາຍຂອງຜູ້ທໍານວາຍຜູ້ທີ່ມາຈາກເມືອງເຢຣິໂກ ໄດ້ເຫັນລາວຢູ່ຕໍ່ຫນ້າພວກເຂົາ, ພວກເຂົາເວົ້າວ່າ, "ວິນຍານຂອງເອລີຢານອນຢູ່ເທິງເອລີຊາ!" ດັ່ງນັ້ນພວກເຂົາຈຶ່ງມາພົບເພິ່ນ, ແລະ ກົ້ມຕົວລົງຕໍ່ຫນ້າເພິ່ນ.
|
||
\v 16 ພວກເຂົາເວົ້າກັບເພິ່ນວ່າ,“ບັດນີ້, ໃນບັນດາຜູ້ຮັບໃຊ້ຂອງທ່ານມີຄົນແຂງແຮງຫ້າສິບຄົນ. ພວກຂ້າພະເຈົ້າຂໍໃຫ້ພວກເຂົາເຂົ້າໄປຊອກຫາເຈົ້ານາຍຂອງທ່ານ, ບາງທີພຣະວິນຍານຂອງພຣະຢາເວໄດ້ຮັບທ່ານໄປແລ້ວຍົກລາວຂຶ້ນ ແລະ ໂຍນລາວລົງເທິງພູບາງຫນ່ວຍ ຫລື ບາງຮ່ອມພູ. "ເອລີຊາຕອບວ່າ“ ຢ່າ, ຢ່າສົ່ງພວກເຂົາເຂົ້າໄປເລີຍ.”
|
||
|
||
\s5
|
||
\v 17 ແຕ່ເມື່ອພວກເຂົາຮຽກຮ້ອງເອລີຊາຈົນລາວຮູ້ສຶກລະອາຍ, ແລ້ວລາວເວົ້າວ່າ, "ສົ່ງພວກເຂົາເຂົ້າໄປເຖີດ." ຈາກນັ້ນພວກເຂົາໄດ້ສົ່ງຫ້າສິບຄົນໄປ, ແລະພວກເຂົາຊອກຫາເປັນເວລາສາມວັນ, ແຕ່ບໍ່ພົບເພິ່ນ.
|
||
\v 18 ພວກເຂົາກໍໄດ້ກັບມາຫາເອລີຊາ, ໃນຂະນະທີ່ເພິ່ນພັກຢູ່ເມືອງເຢຣີໂກ, ແລະເພິ່ນໄດ້ກ່າວກັບພວກເຂົາວ່າ, "ຂ້າພະເຈົ້າໄດ້ບອກທ່ານແລ້ວບໍ່ແມ່ນບໍ,'ຢ່າໄປເລີຍ'?"
|
||
|
||
\s5
|
||
\v 19 ບັນດາຜູ້ຊາຍໃນເມືອງນັ້ນໄດ້ເວົ້າກັບເອລີຊາວ່າ, "ເບິ່ງແມ, ພວກຂ້າພະເຈົ້າຂໍຮ້ອງທ່ານ, ສະພາບແວດລ້ອມຂອງເມືອງນີ້ຮົ່ມເຢັນດີ, ດັ່ງທີ່ເຈົ້ານາຍຂອງຂ້າພະເຈົ້າໄດ້ເຫັນ, ແຕ່ວ່ານໍ້າບໍ່ດີ ແລະແຜ່ນດິນບໍ່ໄດ້ຮັບ ຫມາກຜົນ."
|
||
\v 20 ເອລີຊາໄດ້ເວົ້າວ່າ,“ ຈົ່ງເອົາຊາມໃຫມ່ມາໃຫ້ຂ້າພະເຈົ້າ ແລະເອົາເກືອໃສ່ໃນນັ້ນ”, ດັ່ງນັ້ນພວກເຂົາຈຶ່ງເອົາມາໃຫ້ເພິ່ນ.
|
||
|
||
\s5
|
||
\v 21 ເອລີຊາໄດ້ອອກໄປທີ່ນໍ້າພຸ ແລະ ເອົາເກືອລົງໃສ່ນໍ້າ; ແລະ ໄດ້ກ່າວວ່າ, ”ພຣະຢາເວໄດ້ກ່າວດັ່ງນີ້ວ່າ, 'ເຮົາໄດ້ເຮັດນໍ້ານີ້ໃຫ້ດີແລ້ວ ນັບຈາກເວລານີ້ເປັນຕົ້ນໄປ, ຈະບໍ່ມີຄວາມຕາຍ ຫລືແຜ່ນດິນທີ່ບໍ່ເກີດຜົນຫຍັງ.'”
|
||
\v 22 ດັ່ງນັ້ນ ນໍ້າຈິ່ງດີມາຮອດທຸກມື້ນີ້, ຕາມຖ້ອຍຄໍາທີ່ເອລີຊາໄດ້ກ່າວນັ້ນ.
|
||
|
||
\s5
|
||
\v 23 ຈາກນັ້ນເອລີຊາກໍ່ຂຶ້ນຈາກບ່ອນນັ້ນໄປທີ່ເບັດເອັນ. ໃນຂະນະທີ່ເພິ່ນກຳລັງຂຶ້ນໄປຕາມທາງ, ມີພວກເດັກຊາຍຫນຸ່ມໄດ້ອອກມາຈາກເມືອງແລະເຢາະເຢີ້ຍເພິ່ນວ່າ; ພວກເຂົາເວົ້າກັບເພິ່ນວ່າ, "ໄປໃຫ້ພົ້ນເຈົ້າຫົວລ້ານ! ໄປໃຫ້ພົ້ນເຈົ້າຫົວລ້ານ!"
|
||
\v 24 ເອລີເຊໄດ້ຫລຽວຄືນຫລັງ ແລະເຫັນພວກເຂົາ; ເພິ່ນຈິ່ງໄດ້ສາບແຊ່ງພວກເຂົາໃນນາມຊື່ຂອງພະຢາເວ. ຫລັງຈາກນັ້ນມີຫມີແມ່ສອງໂຕໄດ້ອອກມາຈາກປ່າ ແລະໄດ້ທໍາຮ້າຍເດັກຊາຍສີ່ສິບສອງຄົນຈົນໄດ້ຮັບບາດເຈັບ.
|
||
\v 25 ຈາກນັ້ນເອລີຊາໄດ້ເດີນທາງຈາກນັ້ນໄປຍັງພູເຂົາກາເມນ, ແລະຈາກນັ້ນເພິ່ນໄດ້ກັບໄປເມືອງຊາມາເຣຍ.
|
||
|
||
\s5
|
||
\c 3
|
||
\cl ບົດທີ 3
|
||
\p
|
||
\v 1 ປັດຈຸບັນ ໃນປີທີສິບແປດຂອງຣາຊການຂອງເຢໂຮຊາຟັດກະສັດແຫ່ງຢູດາ, ໂຢຣາມລູກຊາຍຂອງອາຮາບໄດ້ເລີ່ມຕົ້ນປົກຄອງອິສະຣາເອນໃນເມືອງຊາມາເຣຍ; ພະອົງໄດ້ປົກຄອງເມືອງສິບສອງປີ.
|
||
\v 2 ພະອົງໄດ້ເຮັດສິ່ງທີ່ຊົ່ວຮ້າຍໃນສາຍພຣະເນດຂອງພຣະຢາເວ, ແຕ່ພະອົງບໍ່ຄືກັບພໍ່ ແລະ ແມ່ຂອງພະອົງ; ເພາະພະອົງເອົາເສົາຫີນອັນສັກສິດຂອງພະບາອານທີ່ພໍ່ຂອງພະອົງສ້າງໄວ້ອອກ.
|
||
\v 3 ເຖິງຢ່າງໃດກໍ່ຕາມ, ພະອົງຍັງຄົງຢຶດຕິດຢູ່ກັບບາບຂອງເຢໂຣໂບອາມ ລູກຊາຍຂອງເນບັດ, ຜູ້ທີ່ເປັນສາເຫດເຮັດໃຫ້ອິສະຣາເອນເຮັດບາບ; ພະອົງບໍ່ໄດ້ຫັນຫນີຈາກບາບນັ້ນ.
|
||
|
||
\s5
|
||
\v 4 ປັດຈຸບັນນີ້ກະສັດເມຊາກ ຂອງໂມອາບໄດ້ຊົງເປັນຜູ້ເພາະພັນແກະ. ພະອົງຕ້ອງຖວາຍລູກແກະ 100,000 ໂຕ ແລະ ຂົນແກະໂຕຜູ້ 100,000 ຜືນແກ່ກະສັດອິສະຣາເອນ.
|
||
\v 5 ແຕ່ຫລັງຈາກອາຮາບໄດ້ເສຍຊີວິດແລ້ວ, ກະສັດໂມອາບໄດ້ກະບົດຕໍ່ກະສັດອິສະຣາເອນ.
|
||
\v 6 ດັ່ງນັ້ນ ກະສັດໂຢຣາມໄດ້ອອກຈາກເມືອງຊາມາເຣຍເພື່ອເຕົ້າໂຮມຄົນອິສະຣາເອນທັງຫມົດໃນການສູ້ຮົບ.
|
||
|
||
\s5
|
||
\v 7 ເພິ່ນໄດ້ສົ່ງສານໄປຫາກະສັດເຢໂຮຊາຟັດກະສັດແຫ່ງຢູດາ, ກ່າວວ່າ, "ກະສັດໂມອາບໄດ້ກະບົດຕໍ່ຂ້າພະເຈົ້າ. ທ່ານຈະໄປສູ້ຮົບກັບໂມອາບພ້ອມກັບຂ້າພະເຈົ້າຫລືບໍ່?" ເຢໂຮຊາຟັດຕອບວ່າ, "ຂ້າພະເຈົ້າຈະໄປ. ຂ້າພະເຈົ້າກໍ່ເປັນຄືກັນກັບທ່ານ, ປະຊາຊົນຂອງຂ້າພະເຈົ້າກໍ່ຄືກັບປະຊາຊົນຂອງທ່ານ, ມ້າຂອງຂ້າພະເຈົ້າຄືກັບມ້າຂອງທ່ານ."
|
||
\v 8 ແລ້ວເພິ່ນກໍ່ໄດ້ກ່າວວ່າ, "ພວກເຮົາຄວນໂຈມຕີໂດຍວິທີໃດ?" ເຢໂຮຊາຟັດຕອບວ່າ, "ໂດຍທາງຖິ່ນທຸຣະກັນດານຂອງເອໂດມ."
|
||
|
||
\s5
|
||
\v 9 ດັ່ງນັ້ນ ກະສັດຂອງອິສະຣາເອນຈິ່ງໄດ້ຍົກທັບໄປພ້ອມກັບກະສັດແຫ່ງຢູດາ ແລະ ກະສັດແຫ່ງເອໂດມ ແລະເມື່ອທັງສາມກະສັດຍົກທັບໄປອ້ອມເປັນເວລາເຈັດວັນແລ້ວ. ກໍ່ໄດ້ຫານໍ້າໃຫ້ກອງທັບຫລືໃຫ້ມ້າທັງຫລາຍຂອງພວກເຂົາ ຫລືເຫລົ່າສັດຕ່າງໆ ທີ່ມາດ້ວຍບໍ່ໄດ້.
|
||
\v 10 ດັ່ງນັ້ນກະສັດແຫ່ງອິສະຣາເອນຈິ່ງໄດ້ກ່າວວ່າ, "ອະນິຈາເອີຍ? ພຣະຢາເວໄດ້ເອີ້ນຫາສາມກະສັດມາເພື່ອຈະມອບໄວ້ໃນມືຂອງໂມອາບຫລື?
|
||
|
||
\s5
|
||
\v 11 ແຕ່ເຢໂຮຊາຟັດໄດ້ກ່າວວ່າ, "ຢູ່ແຫ່ງນີ້ບໍ່ມີຜູ້ທຳນວາຍຂອງພຣະຢາເວ, ເພື່ອພວກເຮົາຈະໄດ້ໃຫ້ທ່ານໄປປຶກສາພຣະຢາເວ?" ແລ້ວນາຍທະຫານຄົນຫນຶ່ງ ຂອງກະສັດອິສະຣາເອນໄດ້ຕອບ ແລະກ່າວວ່າ, "ເອລີຊາລູກຊາຍຂອງຊາຟັດຢູ່ທີ່ນີ້, ຜູ້ທີ່ເທນໍ້າໃສ່ມືຂອງເອລີຢາ."
|
||
\v 12 ເຢໂຮຊາຟັດໄດ້ກ່າວວ່າ, "ພຣະຄັມຂອງພຣະຢາເວແມ່ນຢູ່ກັບເພິ່ນ." ດັ່ງນັ້ນກະສັດແຫ່ງອິສະຣາເອນ, ເຢໂຮຊາຟັດ, ແລະ ກະສັດເອໂດມຈຶ່ງໄດ້ລົງໄປຫາເພິ່ນ.
|
||
|
||
\s5
|
||
\v 13 ເອລີຊາໄດ້ຖາມກະສັດອິສະລາເອນວ່າ, "ຂ້າພະເຈົ້າມີຫຍັງທີ່ກ່ຽວຂ້ອງກັບພະອົງບໍ? ຂໍຈົ່ງໄປຫາຜູ້ທໍານວາຍຂອງພໍ່ແລະແມ່ຂອງພະອົງເຖີດ." ດັ່ງນັ້ນກະສັດອິສະຣາເອນຈຶ່ງກ່າວກັບທ່ານວ່າ, "ບໍ່ໄປ, ເພາະວ່າພຣະຢາເວ ໄດ້ເອີ້ນບັນດາກະສັດທັງສາມນີ້ມາເພື່ອມອບໄວ້ໃນມືຂອງໂມອາບ."
|
||
\v 14 ເອລີຊາໄດ້ກ່າວວ່າ, “ ພຣະຢາເວຜູ້ຊົງເປັນຈອມໂຍທາ ຜູ້ຊົງພຣະຊົນຢູ່, ຜູ້ເຊິ່ງຂ້າພະເຈົ້າໄດ້ຢືນຢູ່ຕໍ່ຫນ້າພຣະອົງ, ແນ່ນອນວ່າ ຖ້າຂ້າພະເຈົ້າບໍ່ໄດ້ໃຫ້ການເຄົາຣົບນັບຖືແກ່ກະສັດເຢໂຮຊາຟັດກະສັດແຫ່ງຢູດາ, ຂ້າພະເຈົ້າຈະບໍ່ໃຈຈົດຈໍ່ຢູ່ກັບພະອົງເລີຍ.
|
||
|
||
\s5
|
||
\v 15 ແຕ່ບັດນີ້ຂໍຈົ່ງນຳເອົານັກດົນຕີມາໃຫ້ຂ້າພະເຈົ້າຈັກຄົນຫນຶ່ງ." ຕໍ່ມາສິ່ງນີ້ກໍ່ໄດ້ເກີດຂຶ້ນເມື່ອນັກຫລີ້ນພິນໄດ້ຫລິ້ນແລ້ວ, ພຣະຫັດຂອງພຣະຢາເວກໍ່ໄດ້ມາເຫນືອເອລີຊາ.
|
||
\v 16 ທ່ານໄດ້ກ່າວວ່າ, "ພຣະຢາເວໄດ້ກ່າວດັ່ງນີ້, "ຈົ່ງເຮັດໃຫ້ຮ່ອມພູນີ້ເຕັມໄປດ້ວຍສາຍນໍ້າ."
|
||
\v 17 ເພາະພຣະຢາເວກ່າວດັ່ງນີ້, 'ທ່ານທັງຫລາຍຈະບໍ່ເຫັນລົມຫລືຝົນ, ແຕ່ວ່າຮ່ອມພູນັ້ນຈະເຕັມໄປດ້ວຍແມ່ນໍ້າ, ແລະ ທ່ານຈະດື່ມນໍ້າ, ທັງຕົວທ່ານເອງ ແລະ ຝູງສັດຂອງທ່ານ ແລະ ສັດໃຊ້ວຽກທັງຫມົດຂອງທ່ານ.'
|
||
|
||
\s5
|
||
\v 18 ເລື່ອງນີ້ເປັນເລື່ອງງ່າຍໃນສາຍພຣະເນດຂອງພຣະຢາເວ. ພຣະອົງຈະໄດ້ມອບຊັຍຊະນະເຫນືອຊາວໂມອາບໃຫ້ແກ່ທ່ານ.
|
||
\v 19 ພວກທ່ານຈະໂຈມຕີເມືອງທີ່ມີປ້ອມກຳລັງທຸກເມືອງ ແລະ ເມືອງຫລັກທຸກເມືອງ, ໂຄ່ນຕົ້ນໄມ້ທີ່ດີທຸກຕົ້ນ, ຕັນບໍ່ນໍ້າພຸທຸກແຫ່ງ ແລະ ທຳລາຍໄຮ່ນາທີ່ດີທຸກແຫ່ງໃຫ້ເສຍຫາຍດ້ວຍຫີນ.”
|
||
|
||
\s5
|
||
\v 20 ດັ່ງນັ້ນ ໃນຕອນເຊົ້າປະມານເວລາຖວາຍເຄື່ອງບູຊາ, ມີນໍ້າມາທາງເມືອງເອໂດມ; ຈົນແຜ່ນດິນເຕັມໄປດ້ວຍນໍ້າ.
|
||
|
||
\s5
|
||
\v 21 ບັດນີ້ ເມື່ອຊາວໂມອາບທັງຫມົດໄດ້ຍິນວ່າບັນດາກະສັດໄດ້ມາສູ້ຮົບກັບພວກເຂົາ, ພວກເຂົາໄດ້ເຕົ້າໂຮມກັນ, ທຸກຄົນທີ່ສາມາດໃສ່ເສື້ອປ້ອງກັນອາວຸດໄດ້, ແລະພວກເຂົາກໍ່ໄດ້ໄປຕັ້ງຮັບທີ່ຊາຍແດນ.
|
||
\v 22 ພວກເຂົາໄດ້ຕື່ນແຕ່ເຊົ້າ ແລະດວງຕາເວັນໄດ້ສ່ອງແສງຢູ່ເທິງຫນ້ານໍ້າ. ເມື່ອຊາວໂມອາບໄດ້ເຫັນນໍ້າທີ່ຢູ່ກົງກັນຂ້ວາມກັບພວກເຂົາ, ສີນັ້ນເປັນສີແດງຄ້າຍຄືເລືອດ.
|
||
\v 23 ພວກເຂົາໄດ້ອຸທານອອກມາວ່າ, "ນີ້ແມ່ນເລືອດ! ບັນດາກະສັດໄດ້ສູ້ຮົບກັນແທ້ໆ, ແລະພວກເຂົາໄດ້ຂ້າກັນເອງ! ດັ່ງນັ້ນບັດນີ້, ໂມອາບເອີຍ, ຈົ່ງມາຮິບເອົາເຄື່ອງຂອງພວກເຂົາໄປເຖີດ!"
|
||
|
||
\s5
|
||
\v 24 ເມື່ອພວກເຂົາມາເຖິງຄ້າຍອິດສະຣາເອນ, ຄົນອິສະຣາເອນໄດ້ປະຫລາດໃຈແລະໄດ້ຕໍ່ສູ້ກັບຊາວໂມອາບ, ຈົນພວກເຂົາທັງຫລາຍຫນີໄປຕໍ່ຫນ້າພວກເຂົາ. ກອງທັບອິສະຣາເອນໄດ້ຂັບໄລ່ຊາວໂມອາບເຂົ້າໄປໃນແຜ່ນດິນ, ແລະຂ້າຟັນພວກເຂົາ.
|
||
\v 25 ພວກເຂົາທຳລາຍເມືອງຕ່າງໆແລະທຸກຄົນໄດ້ໂຍນຫີນເຂົ້າໄປໃນໄຮ່ນາທີ່ດີທຸກແຫ່ງ. ພວກເຂົາໄດ້ຕັນບໍ່ນໍ້າພຸທຸກແຫ່ງ ແລະໂຄ່ນຕົ້ນໄມ້ດີໆທຸກຕົ້ນ. ເຫລືອແຕ່ເມືອງກີຣະເຮເຣັດເທົ່ານັ້ນ. ແຕ່ພວກທະຫານທີ່ປະກອບອາວຸດໄດ້ລ້ອມເມືອງໄວ້ ແລະໂຈມຕີ.
|
||
|
||
\s5
|
||
\v 26 ເມື່ອກະສັດເມຊາແຫ່ງໂມອາບເຫັນວ່າຈະສູ້ຮົບບໍ່ໄດ້, ພະອົງຈິ່ງໄດ້ນຳບັນດາພົນດາບເຈັດຮ້ອຍຄົນຕີຝ່າອອກໄປທາງດ້ານກະສັດແຫ່ງເອໂດມ, ແຕ່ພວກເຂົາກໍ່ອອກມາບໍ່ໄດ້.
|
||
\v 27 ແລ້ວພະອົງໄດ້ນໍາເອົາລູກຊາຍກົກຂອງພະອົງ, ຜູ້ທີ່ຄວນຈະຂຶ້ນຄອງຣາດຕໍ່ຈາກພະອົງ, ແລະໄດ້ຖວາຍລູກຊາຍເປັນເຄື່ອງບູຊາເຜົາຢູ່ເທິງກຳແພງ. ສະນັ້ນຈຶ່ງມີຄວາມຄຽດແຄ້ນຢ່າງໃຫຍ່ຫລວງຕໍ່ອິສະຣາເອນ, ແລະກອງທັບອິສະຣາເອນຈິ່ງໄດ້ຖອຍໄປຈາກກະສັດເມຊາ ແລະກັບໄປທີ່ດິນແດນຂອງຕົນ.
|
||
|
||
\s5
|
||
\c 4
|
||
\cl ບົດທີ 4
|
||
\p
|
||
\v 1 ບັດນີ້ ເມຍຂອງບຸດຊາຍຂອງຜູ້ທໍານວາຍຄົນຫນຶ່ງທີ່ຜົວຂອງລາວຢູ່ໃນກຸ່ມຜູ້ທຳນວາຍໄດ້ຮ້ອງທຸກຕໍ່ເອລີຊາ, ໄດ້ກ່າວວ່າ, "ຂ້າຮັບໃຊ້ຂອງທ່ານ ກໍ່ຄືຜົວຂອງຂ້ານ້ອຍໄດ້ຕາຍໄປແລ້ວ, ແລະທ່ານຮູ້ຢູ່ແລ້ວວ່າ ຂ້າຮັບໃຊ້ຂອງທ່ານຢຳເກງພຣະຢາເວ. ບັດນີ້ເຈົ້າຫນີໄດ້ມາເພື່ອຈະເອົາລູກສອງຄົນຂອງຂ້ານ້ອຍໄປເປັນທາດຂອງເຂົາ."
|
||
\v 2 ດັ່ງນັ້ນເອລີຊາຈຶ່ງໄດ້ກ່າວຕໍ່ນາງວ່າ, "ຈະໃຫ້ຂ້ອຍເຮັດຫຍັງໃຫ້ເຈົ້າໄດ້ແດ່? ຈົ່ງບອກຂ້ອຍດ້ວຍວ່າ ເຈົ້າມີຫຍັງແດ່ຢູ່ໃນເຮືອນ?" ນາງໄດ້ກ່າວວ່າ, "ຂ້າຮັບໃຊ້ຂອງທ່ານບໍ່ມີຫຍັງຢູ່ໃນເຮືອນນອກຈາກນໍ້າມັນແກ້ວນ້ອຍເທົ່ານັ້ນ."
|
||
|
||
\s5
|
||
\v 3 ແລ້ວເອລີຊາກໍ່ໄດ້ກ່າວວ່າ, “ຈົ່ງອອກໄປຂໍຢືມແກ້ວເປົ່າຈາກເພື່ອນບ້ານ, ທຸກຄົນຂໍຢືມມາໃຫ້ໄດ້ຫລາຍທີ່ສຸດ. ເທົ່າທີ່ຈະເປັນໄປໄດ້.
|
||
\v 4 ແລ້ວເຈົ້າຈົ່ງເຂົ້າບ້ານ ແລະ ປິດປະຕູຂັງຕົວເອງ ແລະລູກຊາຍໄວ້, ແລ້ວເທນໍ້າມັນໃສ່ແກ້ວເຫລົ່ານີ້ທັງຫມົດ, ເເກ້ວທີ່ເຕັມແລ້ວໃຫ້ແຍກອອກຕ່າງຫາກ."
|
||
|
||
\s5
|
||
\v 5 ດັ່ງນັ້ນນາງກໍ່ໄດ້ອອກໄປຈາກເອລີຊາ ແລະໄດ້ປິດປະຕູຂັງຕົນເອງ ແລະ ລູກຊາຍຂອງນາງໄວ້. ພວກເຂົາໄດ້ເອົາແກ້ວມາໃຫ້ນາງ, ແລະ ນາງໄດ້ເອົານໍ້າມັນໃສ່ເເກ້ວເຫລົ່ານັ້ນ.
|
||
\v 6 ເມື່ອພາຊະນະເຕັມທັງຫມົດ, ນາງຈິ່ງໄດ້ບອກລູກຊາຍວ່າ, "ເອົາເເກ້ວອີກອັນຫນຶ່ງມາໃຫ້ແມ່." ແຕ່ເຂົາໄດ້ຕອບນາງວ່າ,“ ບໍ່ໍ່ມີເເກ້ວເຫລືອແລ້ວ." ແລ້ວນໍ້າມັນກໍ່ຢຸດໄຫລ.
|
||
|
||
\s5
|
||
\v 7 ແລ້ວນາງກໍ່ໄດ້ໄປ ແລະ ໄດ້ບອກໃຫ້ຄົນຂອງພຣະເຈົ້າຮູ້. ເພິ່ນໄດ້ບອກວ່າ, "ຈົ່ງໄປຂາຍນໍ້າມັນ, ແລ້ວເອົາເງິນໄປຊໍາຣະຫນີ້ຂອງເຈົ້າ, ແລະສ່ວນທີ່ເຫລືອນັ້ນ ເຈົ້າກັບລູກໆຂອງເຈົ້າ ຈົ່ງເອົາໄວ້ໃຊ້ລ້ຽງຊີວິດ."
|
||
|
||
\s5
|
||
\v 8 ມື້ຫນຶ່ງ ເອລີຊາໄດ້ຜ່ານໄປຍັງເມືອງຊູເນມ, ບ່ອນທີ່ແມ່ຍິງຮັ່ງມີຄົນຫນຶ່ງອາສັຍຢູ່; ນາງໄດ້ຊວນໃຫ້ເພິ່ນກິນອາຫານກັບນາງ. ດັ່ງນັ້ນ ຫລາຍຄັ້ງເມື່ອເອລີຊາຍ່າງຜ່ານໄປທາງນັ້ນ, ລາວຈະແວ່ເຂົ້າໄປຮັບປະທານອາຫານຢູ່ທີ່ນັ້ນ.
|
||
\v 9 ຜູ້ຍິງຄົນນີ້ເວົ້າກັບຜົວຂອງນາງວ່າ,“ ດຽວນີ້ຂ້ອຍເຊື່ອວ່າ ຜູ້ຊາຍຄົນທີ່ຍ່າງຜ່ານມາເຮືອນເຮົາເລື້ອຍໆ ນັ້ນເປັນຄົນບໍຣິສຸດຂອງພຣະເຈົ້າ.
|
||
|
||
\s5
|
||
\v 10 ຂໍໃຫ້ພວກຂ້ານ້ອຍສ້າງຫ້ອງນ້ອຍໆຢູ່ເທິງດາດຟ້າສຳລັບເອລີຊາ, ແລະໃຫ້ພວກຂ້ານ້ອຍເອົາຕຽງນອນ, ໂຕະ, ຕັ່ງ, ແລະໂຄມໄຟໃວ້ໃຫ້ທ່ານ. ເມື່ອທ່ານມາຮອດ ທ່ານຈະໄດ້ເຂົ້າໄປພັກຢູ່ຫ້ອງນັ້ນ.”
|
||
\v 11 ດັ່ງນັ້ນເມື່ອຮອດມື້ທີ່ເອລີຊາໄດ້ມາຢຸດຢູ່ບ່ອນນັ້ນອີກ, ທ່ານກໍ່ໄດ້ພັກຢູ່ໃນຫ້ອງນັ້ນ ແລະນອນພັກຢູ່ບ່ອນນັ້ນ.
|
||
|
||
\s5
|
||
\v 12 ເອລີຊາໄດ້ບອກເກຮາຊີຄົນຮັບໃຊ້ຂອງທ່ານວ່າ, "ຈົ່ງໄປເອີ້ນຜູ້ຍິງຊາວຊຸູເນມຄົນນີ້ມາ." ເມື່ອເຂົາໄດ້ເອີ້ນນາງ, ນາງກໍໄດ້ມາຢືນຢູ່ຕໍ່ຫນ້າທ່ານ.
|
||
\v 13 ເອລີຊາໄດ້ກ່າວກັບເກຮາຊີວ່າ,“ ຈົ່ງບອກກັບນາງວ່າ, ນາງລໍາບາກແບບນີ້ເພື່ອເຮົາ ຈະໃຫ້ເຮົາເຮັດສິ່ງໃດເພື່ອນາງໄດ້ແດ່? ຫລືຈະໃຫ້ກ່າວຫຍັງກັບຜູ້ບັນຊາການກອງທັບ?"" ນາງໄດ້ຕອບວ່າ," ຂ້ານ້ອຍຢູ່ສະບາຍດີໃນທ່າມກາງຄົນຂອງຂ້ານ້ອຍ."
|
||
|
||
\s5
|
||
\v 14 ດັ່ງນັ້ນເອລີຊາຈຶ່ງຖາມວ່າ, "ຖ້າດັ່ງນັ້ນຈະໃຫ້ເຮົາເຮັດຫຍັງ, ເພື່ອນາງ?" ເກຮາຊີ ຕອບວ່າ, "ແທ້ຈິງແລ້ວ, ນາງບໍ່ມີລູກຊາຍ, ແລະສາມີຂອງນາງເຖົ້າແກ່ແລ້ວ."
|
||
\v 15 ດັ່ງນັ້ນເອລີຊາຈຶ່ງຕອບວ່າ, "ໄປເອີ້ນນາງມາ." ເມື່ອລາວໄດ້ເອີ້ນນາງມາ, ນາງກໍ່ໄດ້ຢືນຢູ່ທີ່ຫນ້າປະຕູ.
|
||
\v 16 ເອລີຊາໄດ້ກ່າວວ່າ, "ເມື່ອເຖິງເວລານີ້ຂອງປີຫນ້າ, ເຈົ້າຈະໄດ້ອູ້ມລູກຊາຍຄົນຫນຶ່ງ." ນາງໄດ້ຕອບວ່າ, "ບໍ່, ຄົນຂອງພຣະເຈົ້າ ແລະເຈົ້ານາຍຂອງຂ້ານ້ອຍ, ຢ່າຕົວະຄົນຮັບໃຊ້ຂອງທ່ານເລີຍ."
|
||
|
||
\s5
|
||
\v 17 ແຕ່ວ່າຜູ້ຍິງຄົນນັ້ນໄດ້ຕັ້ງທ້ອງ ແລະ ເກີດລູກຊາຍຄົນຫນຶ່ງ ເມື່ອເຖິງເວລາດຽວກັນໃນປີຕໍ່ມາ, ດັ່ງທີ່ເອລີເຊໄດ້ກ່າວກັບນາງ.
|
||
\v 18 ເມື່ອເດັກນ້ອຍຄົນນັ້ນໃຫຍ່ຂຶ້ນແລ້ວ, ມື້ຫນຶ່ງລາວອອກໄປຫາພໍ່ຂອງລາວ, ເຊິ່ງຢູ່ກັບຄົນເກັບກ່ຽວເຂົ້າ.
|
||
\v 19 ລາວເວົ້າກັບພໍ່ວ່າ, "ຫົວຂອງຂ້ອຍ, ຫົວຂອງຂ້ອຍ." ພໍ່ຂອງລາວເວົ້າກັບຄົນຮັບໃຊ້ຂອງລາວວ່າ, "ອູ້ມລາວໄປຫາແມ່ຂອງລາວ."
|
||
\v 20 ເມື່ອຄົນຮັບໃຊ້ໄດ້ພາລາວມາຫາແມ່ຂອງລາວ, ເດັກນ້ອຍຄົນນັ້ນກໍ່ໄດ້ນັ່ງຢູ່ເທິງຕັກຂອງແມ່ຈົນເຖິງຕອນທ່ຽງ ແລະ ຫລັງຈາກນັ້ນກໍ່ໄດ້ຕາຍໄປ.
|
||
|
||
\s5
|
||
\v 21 ດັ່ງນັ້ນ ນາງຈິ່ງໄດ້ລຸກຂຶ້ນແລະເອົາເດັກຊາຍຜູ້ນັ້ນນອນຢູ່ເທິງບ່ອນນອນຂອງຄົນຂອງພຣະເຈົ້າ, ປິດປະຕູ, ແລະອອກໄປຂ້າງນອກ.
|
||
\v 22 ນາງກໍ່ໄດ້ໄປເອີ້ນຜົວຂອງນາງ, ແລະກ່າວວ່າ, "ກະຣຸນາສົ່ງຄົນຮັບໃຊ້ຄົນ ຫນຶ່ງກັບລໍໂຕຫນຶ່ງມາໃຫ້ຂ້ອຍ ເພື່ອຂ້ອຍຈະຮີບໄປຫາຄົນຂອງພຣະເຈົ້າ ແລະ ຂ້ອຍຈະກັບມາ."
|
||
|
||
\s5
|
||
\v 23 ຜົວຂອງນາງໄດ້ຖາມວ່າ, "ເປັນຫຍັງເຈົ້າຈິ່ງຕ້ອງໄປຫາເພິ່ນໃນມື້ນີ້? ມັນບໍ່ແມ່ນເດືອນອອກໃຫມ່ຫລືວັນສະບາໂຕ." ນາງຕອບວ່າ, "ບໍ່ເປັນຫຍັງດອກ."
|
||
\v 24 ແລ້ວນາງກໍ່ໄດ້ຜູກອານລໍ ແລະສັ່ງຄົນຮັບໃຊ້ວ່າ, "ຈົ່ງຮີບຂີ່ລໍໄປໄວໆ; ຢ່າຊ້ານອກຈາກເຮົາສັ່ງ."
|
||
|
||
\s5
|
||
\v 25 ດັ່ງນັ້ນ ນາງກໍ່ໄດ້ຮີບອອກເດີນທາງແລະມາຮອດຄົນຂອງພຣະເຈົ້າທີ່ພູເຂົາກາເມນ. ດັ່ງນັ້ນເມື່ອຄົນຂອງພຣະເຈົ້າໄດ້ເຫັນນາງຢູ່ໃນໄລຍະໄກ, ທ່ານໄດ້ເວົ້າກັບເກຮາຊີ ຄົນຮັບໃຊ້ຂອງທ່ານວ່າ,“ ເບິ່ງແມ, ແມ່ຍິງຊາວຊູເນມຄົນນັ້ນ.
|
||
\v 26 ຈົ່ງຮີບໄປຮັບນາງເຖີດ ແລະຖາມນາງວ່າ ລາວລວມທັງຜົວຂອງລາວ ແລະເດັກສະບາຍດີບໍ່? '"ນາງໄດ້ຕອບວ່າ, "ສະບາຍດີ."
|
||
|
||
\s5
|
||
\v 27 ເມື່ອນາງມາພົບຄົນຂອງພຣະເຈົ້າຢູ່ເທິງພູເຂົາແລ້ວ, ນາງກໍ່ໄດ້ເຂົ້າໄປກອດຕີນຂອງທ່ານໄວ້. ເກຮາຊີຈິ່ງໄດ້ເຂົ້າມາຈະຈັບນາງອອກໄປ, ແຕ່ຄົນຂອງພຣະເຈົ້າກ່າວວ່າ, "ປ່ອຍນາງເຖາະ ເພາະນາງມີຄວາມຣະທົມຂົມຂື່ນຫລາຍ, ແລະ ພຣະຢາເວໄດ້ປິດເລື່ອງນີ້ໄວ້ຈາກເຮົາ, ແລະບໍ່ໄດ້ແຈ້ງໃຫ້ເຮົາຮູ້."
|
||
|
||
\s5
|
||
\v 28 ແລ້ວນາງເວົ້າວ່າ, "ຂ້ານ້ອຍໄດ້ລູກຊາຍ, ຈາກເຈົ້ານາຍຂອງຂ້ານ້ອຍບໍ? ຂ້ານ້ອຍບໍ່ໄດ້ເວົ້າບໍວ່າ ຢ່າຫລອກຂ້ານ້ອຍເລີຍ'?"
|
||
\v 29 ຫລັງຈາກນັ້ນເອລີຊາໄດ້ກ່າວຕໍ່ເກຮາຊີວ່າ, "ຄາດແອວຂອງເຈົ້າ ແລ້ວຈັບເອົາໄມ້ເທົ້າຂອງເຮົາໄວ້ໃນມືຂອງເຈົ້າ. ໄປທີ່ເຮືອນຂອງນາງເທາະ. ຖ້າເຈົ້າພົບໃຜ, ຢ່າທັກທາຍ, ແລະ ຖ້າໃຜຖາມເຈົ້າ, ກໍ່ຢ່າໄດ້ຕອບ. ຈົ່ງວາງໄມ້ເທົ້າຂອງເຮົາເທິງຫນ້າຂອງເດັກຄົນນັ້ນ."
|
||
|
||
\s5
|
||
\v 30 ແຕ່ແມ່ຂອງເດັກຄົນນັ້ນໄດ້ກ່າວວ່າ, "ພຣະຢາເວຊົງພຣະຊົນຢູ່ ແລະຕົວທ່ານເອງກໍ່ມີຊີວິດຢູ່ແທ້ສັນໃດ, ຂ້ານ້ອຍຈະບໍ່ໄປຈາກທ່ານສັນນັ້ນ." ດັ່ງນັ້ນເອລີຊາກໍ່ລຸກຂຶ້ນແລະຕິດຕາມນາງໄປ.
|
||
\v 31 ເກຮາຊີໄດ້ລ່ວງຫນ້າໄປກ່ອນ ແລະວາງໄມ້ເທົ້າເທິງຫນ້າຂອງເດັກນ້ອຍນັ້ນ, ແຕ່ເດັກນ້ອຍບໍ່ໄດ້ເວົ້າຫລືໄດ້ຍິນ. ດັ່ງນັ້ນແລ້ວ ເກຮາຊີ ຈິ່ງໄດ້ກັບມາພົບເອລີຊາ ແລະບອກທ່ານວ່າ, "ເດັກນ້ອຍຍັງບໍ່ຕື່ນເລີຍ."
|
||
|
||
\s5
|
||
\v 32 ເມື່ອເອລີຊາໄປຮອດເຮືອນ, ເດັກນັ້ນໄດ້ຕາຍແລ້ວ ແລະນອນຢູ່ເທິງຕຽງ.
|
||
\v 33 ດັ່ງນັ້ນເອລີຊາຈິ່ງໄດ້ເຂົ້າໄປທາງໃນ ແລະປິດປະຕູຢູ່ກັບເດັກນັ້ນແລະຕົວເພິ່ນເອງ ແລະອະທິຖານຫາພຣະຢາເວ.
|
||
\v 34 ເພິ່ນໄດ້ລຸກຂຶ້ນແລະໄດ້ນອນທັບເດັກນັ້ນ; ເພິ່ນໄດ້ເອົາປາກທັບປາກ ຕາທັບຕາ ແລະມືທັບມື. ເພິ່ນໄດ້ຢຽດຕົວຂອງເພິ່ນເທິງເດັກຊາຍ, ແລະຮ່າງກາຍຂອງເດັກຊາຍນັ້ນກໍ່ເລີ້ມອົບອຸ່ນຂຶ້ນມາ.
|
||
|
||
\s5
|
||
\v 35 ຈາກນັ້ນເອລີຊາກໍໄດ້ລຸກຂຶ້ນ ແລະໄດ້ຍ່າງໄປອ້ອມຫ້ອງແລ້ວກໍຂຶ້ນໄປ ແລະໄດ້ຢຽດຕົວຂອງເພິ່ນເທິງເດັກຊາຍອີກ. ເດັກນ້ອຍໄດ້ຈາມເຈັດເທື່ອ ແລ້ວກໍໄດ້ມືນຕາຂອງເຂົາ!
|
||
\v 36 ດັ່ງນັ້ນເອລີຊາຈິ່ງໄດ້ເອີ້ນເກຮາຊີ ແລະກ່າວວ່າ,“ ຈົ່ງໄປເອີ້ນຍິງຊາວຊູເນມມາ!” ດັ່ງນັ້ນເກຮາຊີຈິ່ງໄດ້ເອີ້ນນາງເຂົ້າມາໃນຫ້ອງ, ແລະເມື່ອນາງເຂົ້າໄປໃນຫ້ອງ, ເອລີຊາໄດ້ກ່າວວ່າ, "ຈົ່ງອູ້ມເອົາລູກຊາຍຂອງເຈົ້າຂຶ້ນເຖີດ."
|
||
\v 37 ແລ້ວນາງໄດ້ເຂົ້າມາກົ້ມຕົວລົງທີ່ຕີນຂອງເອລີຊາ ແລະກົ້ມຂາບລົງເຖິງພື້ນ, ແລະຫລັງຈາກນັ້ນນາງກໍ່ໄດ້ອູ້ມລູກຊາຍຂອງນາງຂຶ້ນແລະພາອອກໄປທາງນອກ.
|
||
|
||
\s5
|
||
\v 38 ຫລັງຈາກນັ້ນເອລີຊາກໍໄດ້ມາທີ່ກິນການອີກຄັ້ງ. ໃນແຜ່ນດິນເກີດມີຄວາມອຶດຢາກ, ແລະພວກຜູ້ທໍານວາຍກໍາລັງນັ່ງຢູ່ຕໍ່ຫນ້າເພິ່ນ. ເພິ່ນຈິ່ງໄດ້ເວົ້າກັບຄົນຮັບໃຊ້ຂອງເພິ່ນວ່າ, "ຈົ່ງເອົາຫມໍ້ໃຫຍ່ໃສ່ເຕົາໄຟແລະຕົ້ມນໍ້າແກງໃຫ້ແກ່ພວກຜູ້ຄໍາທໍານວາຍ."
|
||
\v 39 ມີຄົນຫນຶ່ງໃນພວກເຂົາໄດ້ອອກໄປໃນສວນເພື່ອເກັບຜັກ. ພວກເຂົາໄດ້ພົບເຄືອເຖົາປ່າເຄືອຫນຶ່ງ ແລະໄດ້ເກັບນໍ້າເຕົ້າປ່າຫໍ່ໄວ້ໃນເສື້ອຄຸມຈົນເຕັມ. ພວກເຂົາຕັດມັນລົງແລະເອົາໃສ່ໃນຫມໍ້ແກງ, ໂດຍບໍ່ຮູ້ວ່າເປັນພືດຊະນິດໃດ.
|
||
|
||
\s5
|
||
\v 40 ດັ່ງນັ້ນເຂົາຈຶ່ງເອົານໍ້າແກງອອກໃຫ້ຄົນເຫລົ່ານັ້ນກິນ. ຕໍ່ມາ, ໃນຂະນະທີ່ພວກເຂົາກຳລັງກິນຢູ່ນັ້ນ, ພວກເຂົາໄດ້ຮ້ອງຂຶ້ນ ແລະໄດ້ເວົ້າວ່າ, "ຄົນຂອງພຣະເຈົ້າ, ມີຄວາມຕາຍຢູ່ໃນຫມໍ້ນັ້ນ!" ດັ່ງນັ້ນພວກຂ້ານ້ອຍບໍ່ສາມາດຈະກິນມັນອີກຕໍ່ໄປໄດ້.
|
||
\v 41 ແຕ່ເອລີຊາເວົ້າວ່າ, "ຈົ່ງໄປເອົາແປ້ງມາ." ທ່ານໄດ້ໂຍນລົງໃນຫມໍ້ ແລະກ່າວວ່າ, "ຈົ່ງຖອກມັນອອກໃຫ້ຄົນເຫລົ່ານັ້ນກິນ." ດັ່ງນັ້ນມັນກໍບໍ່ມີອັນຕະຣາຍຢູ່ໃນຫມໍ້ນັ້ນອີກເລີຍ.
|
||
|
||
\s5
|
||
\v 42 ມີຊາຍຄົນຫນຶ່ງໄດ້ມາຈາກບາອານ ຊາລິຊາ ມາຫາຄົນຂອງພຣະເຈົ້າ ແລະໄດ້ນໍາເອົາເຂົ້າຈີ່ເຂົ້າບາເລຊາວກ້ອນຈາກການເກັບກ່ຽວພືດຜົນແລກໃສ່ກະສອບຂອງເຂົາມາແລະຮວງເຂົ້າໃຫມ່. ເພິ່ນກ່າວວ່າ, "ຈົ່ງໃຫ້ສິ່ງນີ້ແກ່ປະຊາຊົນເພື່ອພວກເຂົາຈະໄດ້ກິນ."
|
||
\v 43 ຄົນໃຊ້ຂອງເພິ່ນເວົ້າວ່າ, "ຂ້ານ້ອຍຈະຕັ້ງອາຫານພຽງເທົ່ານີ້ໃຫ້ຄົນຫນຶ່ງຮ້ອຍຄົນກິນໄດ້ແນວໃດ?" ແຕ່ເອລີຊາໄດ້ກ່າວວ່າ, "ຈົ່ງໃຫ້ສິ່ງນີ້ແກ່ຄົນເຫລົ່ານັ້ນ, ເພື່ອພວກເຂົາຈະໄດ້ກິນ, ເພາະວ່າພະຢາເວໄດ້ກ່າວວ່າ, ພວກເຂົາທັງຫລາຍຈະໄດ້ກິນ ແລະຈະຍັງເຫລືອອີກ."
|
||
\v 44 ດັ່ງນັ້ນພວກຄົນຮັບໃຊ້ຂອງເພິ່ນ ຈິ່ງໄດ້ຕັ້ງອາຫານໄວ້ຕໍ່ຫນ້າເຂົາທັງຫລາຍ, ພວກເຂົາໄດ້ກິນ, ແລະຍັງເຫລືອຢູ່ຈິງ, ຄືກັບຖ້ອຍຄຳຂອງພຣະຢາເວທີ່ໄດ້ຊົງສັນຍາໄວ້.
|
||
|
||
\s5
|
||
\c 5
|
||
\cl ບົດທີ 5
|
||
\p
|
||
\v 1 ບັດນີ້ນາອາມານ, ຜູ້ບັນຊາການກອງທັບຂອງກະສັດແຫ່ງອາຣາມ, ເປັນຄົນທີ່ສໍາຄັນແລະມີກຽຕໃນສາຍຕາຂອງເຈົ້ານາຍຂອງທ່ານ, ເພາະພຣະຢາເວໄດ້ປຣະທານຊັຍຊະນະແກ່ອາຣາມ. ທ່ານຍັງເປັນຄົນແຂງແຮງ, ມີຄວາມກ້າຫານ, ແຕ່ທ່ານເປັນພະຍາດຂີ້ທູດ.
|
||
\v 2 ມີໂຈນຊາວອາຣາມໄດ້ອອກໄປ ແລະ ໄດ້ຈັບເອົາເດັກຍິງຄົນ ຫນຶ່ງມາຈາກແຜ່ນດິນອິສະຣາເອນ. ນາງໄດ້ມາຮັບໃຊ້ເມຍຂອງນາອາມານ.
|
||
|
||
\s5
|
||
\v 3 ເດັກຍິງເວົ້າກັບນາຍຜູ້ຍິງຂອງລາວວ່າ, "ຂ້ານ້ອຍປຣາຖນາຢາກໃຫ້ເຈົ້ານາຍຜູ້ຊາຍໄປພົບກັບຜູ້ທໍານວາຍ ເຊິ່ງຢູ່ເມືອງຊາມາເຣຍ ແລ້ວເພິ່ນຈະໄດ້ປິ່ນປົວເຈົ້ານາຍຂອງຂ້ານ້ອຍໃຫ້ຫາຍຈາກພະຍາດຂີ້ທູດຂອງທ່ານ."
|
||
\v 4 ດັ່ງນັ້ນນາອາມານຈິ່ງໄດ້ເຂົ້າໄປຫາກະສັດແຫ່ງອາຣາມ ແລະ ກ່າວວ່າ ເດັກຍິງຈາກແຜ່ນດິນອິສະຣາເອນເວົ້າເຊັ່ນນີ້.
|
||
|
||
\s5
|
||
\v 5 ດັ່ງນັ້ນກະສັດແຫ່ງອາຣາມຈຶ່ງໄດ້ກ່າວວ່າ, "ຈົ່ງໄປເຖີດ, ແລະເຮົາຈະສົ່ງຈົດຫມາຍ ຫາກະສັດອິສະຣາເອນ." ນາອາມານກໍ່ໄດ້ອອກໄປ ແລະ ເອົາກັບເງິນ 10 ຕະລັນ, ຄໍາຫົກພັນແຜ່ນ, ແລະເຄື່ອງນຸ່ງຮົ່ມເພື່ອປ່ຽນສິບຊຸດໄປພ້ອມ.
|
||
\v 6 ທ່ານຍັງໄດ້ເອົາຈົດຫມາຍ ໄປຍັງກະສັດອິສະຣາເອນ ມີໃຈຄວາມວ່າ, "ບັດນີ້ເມື່ອຈົດ ຫມາຍນີ້ຖືກສົ່ງມາເຖິງທ່ານ, ທ່ານຈະຊາບວ່າຂ້າພະເຈົ້າໄດ້ສົ່ງນາອາມານຜູ້ຮັບໃຊ້ຂອງຂ້າພະເຈົ້າມາຫາທ່ານ, ເພື່ອທ່ານຈະໄດ້ປິ່ນປົວໃຫ້ຫາຍຈາກພະຍາດຂີ້ທູດຂອງເຂົາ."
|
||
|
||
\s5
|
||
\v 7 ເມື່ອກະສັດແຫ່ງອິສະຣາເອນໄດ້ອ່ານຈົດຫມາຍ ດັ່ງກ່າວແລ້ວ, ພະອົງໄດ້ຈີກເສື້ອຜ້າຂອງພະອົງ ແລະ ກ່າວວ່າ, "ເຮົາແມ່ນພຣະເຈົ້າ, ເຊິ່ງຈະຂ້າໃຫ້ຕາຍແລະເຮັດໃຫ້ມີຊີວິດບໍ, ຜູ້ຊາຍຄົນນີ້ຈິ່ງຕ້ອງການໃຫ້ເຮົາປິ່ນປົວຄົນຫນຶ່ງໃຫ້ຫາຍຈາກພະຍາດຂີ້ທູດ? ເບິ່ງຄືວ່າທ່ານກຳລັງຈະເລີ່ມຕົ້ນເລື່ອງໂຕ້ຖຽງກັບເຮົາ."
|
||
|
||
\s5
|
||
\v 8 ດັ່ງນັ້ນ ເມື່ອເອລີຊາຄົນຂອງ ພຣະເຈົ້າໄດ້ຍິນວ່າ ກະສັດແຫ່ງອິສະຣາເອນໄດ້ຈີກເສື້ອຜ້າຂອງພະອົງ, ທ່ານຈິ່ງໄດ້ສົ່ງຂ່າວໄປຫາກະສັດວ່າ," ເປັນຫຍັງພະອົງຈິ່ງຈີກເສື້ອຜ້າຂອງພະອົງ? ໃຫ້ເຂົາມາຫາຂ້ານ້ອຍເຖີດ, ແລະ ເຂົາຈະຮູ້ວ່າມີຜູ້ທໍານວາຍຄົນຫນຶ່ງໃນອິສະຣາເອນ."
|
||
\v 9 ດັ່ງນັ້ນ ນາອາມານຈຶ່ງໄດ້ມາພ້ອມດ້ວຍບັນດາມ້າ ແລະ ລົດມ້າເສິກຂອງທ່ານ ແລະ ຢືນຢູ່ປະຕູເຮືອນຂອງເອລີຊາ.
|
||
\v 10 ເອລີເຊກໍ່ໄດ້ສົ່ງຜູ້ສົ່ງຂ່າວໄປບອກທ່ານວ່າ, "ຈົ່ງໄປ ແລະ ຈຸ່ມຕົວຂອງທ່ານລົງໃນແມ່ນໍ້າຈໍແດນເຈັດຄັ້ງ, ແລະ ເນື້ອຫນັງຂອງທ່ານຈະກັບຄືນມາຄືເກົ່າ, ແລະ ທ່ານຈະສະອາດ."
|
||
|
||
\s5
|
||
\v 11 ແຕ່ນາອາມານກໍ່ໃຈຮ້າຍ ແລະ ໄດ້ກ່າວວ່າ,“ ເບິ່ງແມ, ຂ້ອຍຄິດວ່າເພິ່ນຄົງຈະອອກມາຫາຂ້ອຍແທ້ໆ ແລະ ຢືນຢູ່ ແລະ ຮ້ອງຫາພຣະຢາເວພຣະເຈົ້າຂອງເພິ່ນ, ແລະໂບກມືຢູ່ເທິງບ່ອນນັ້ນ ແລະ ປິ່ນປົວພະຍາດຂີ້ທູດຂອງຂ້ອຍ.
|
||
\v 12 ອາບານາ ແລະ ຟຣາປັກ, ແມ່ນໍ້າຂອງເມືອງດາມັດກັດ, ດີກວ່າແມ່ນໍ້າ ທັງຫມົດຂອງອິສະຣາເອນ? ຂ້ອຍຈະລ້າງຕົວໃນແມ່ນໍ້າເຫລົ່ານັ້ນ ແລະ ຈະສະອາດບໍ່ໄດ້ບໍ? ສະນັ້ນທ່ານຈິ່ງຫັນຫລັງຄືນໄປ ແລະ ຈາກໄປດ້ວຍຄວາມໂກດຮ້າຍ.
|
||
|
||
\s5
|
||
\v 13 ເມື່ອຄົນຮັບໃຊ້ຂອງນາອາມານມາໄດ້ເຂົ້າໃກ້ ແລະ ເວົ້າກັບທ່ານວ່າ,“ ບິດາຂອງຂ້ານ້ອຍ, ຖ້າຜູ້ທຳນວາຍໄດ້ສັ່ງໃຫ້ທ່ານເຮັດໃນສິ່ງທີ່ຍາກຢ່າງຫນຶ່ງ, ທ່ານຈະບໍ່ເຮັດບໍ? ທ່ານຄວນຈະກະທໍາຫລາຍເທົ່າໃດ, ຖ້າເຊັ່ນນັ້ນແລ້ວ ເມື່ອຜູ້ທຳນວາຍສັ່ງທ່ານໃຫ້ເຮັດສິ່ງທີ່ງ່າຍວ່າ "ຈົ່ງໄປຈຸ່ມຕົວຂອງທ່ານ ແລະ ໃຫ້ສະອາດເຖີດ, 'ທ່ານຍິ່ງຄວນຈະເຮັດບໍ່ແມ່ນບໍ? '”
|
||
\v 14 ຫລັງຈາກນັ້ນທ່ານໄດ້ລົງໄປ ແລະ ຈຸ່ມຕົວເຈັດຄັ້ງໃນແມ່ນໍ້າຈໍແດນ, ເພາະເຊື່ອຟັງຕາມຖ້ອຍຄຳຂອງຄົນຂອງພຣະເຈົ້າ. ເນື້ອຫນັງຂອງທ່ານໄດ້ຖືກຟື້ນຟູຄືນໃຫມ່ ຄືກັບເນື້ອຫນັງຂອງເດັກນ້ອຍ, ແລະ ທ່ານໄດ້ຫາຍດີຈາກພະຍາດ.
|
||
|
||
\s5
|
||
\v 15 ນາອາມານກັບຄືນມາຫາຄົນຂອງພຣະເຈົ້າ, ທັງຕົວເຂົາພັກພວກທັງຫມົດຂອງເຂົາ, ແລະມາຢືນຢູ່ຕໍ່ຫນ້າທ່ານ. ເຂົາໄດ້ກ່າວວ່າ, "ເບິ່ງແມ, ຂ້າພະເຈົ້າຮູ້ແລ້ວວ່າບໍ່ມີພຣະເຈົ້າອື່ນໃດຢູ່ໃນທົ່ວແຜ່ນດິນ ນອກຈາກຢູ່ໃນອິສະຣາເອນ. ດັ່ງນັ້ນ ກະຣຸນາຮັບຂອງກໍານັນຈາກຄົນຮັບໃຊ້ຂອງທ່ານເຖີດ."
|
||
\v 16 ແຕ່ເອລີຊາໄດ້ຕອບວ່າ, "ພຣະຢາເວເຊິ່ງເຮົາຮັບໃຊ້ຊົງພຣະຊົນຢູ່, ເຮົາຈະບໍ່ໄດ້ຮັບຫຍັງເລີຍ." ນາອາມານໄດ້ຮຽກຮ້ອງໃຫ້ເອລີຊາຮັບເອົາຂອງຂວັນໄວ້, ແຕ່ທ່ານໄດ້ປະຕິເສດ.
|
||
|
||
\s5
|
||
\v 17 ດັ່ງນັ້ນນາອາມານນາຈິ່ງໄດ້ກ່າວວ່າ,“ ຫາກທ່ານບໍ່ຮັບ, ກະຣຸນາໃຫ້ຄົນຮັບໃຊ້ຂອງທ່ານ ເອົາດິນແຫ່ງນີ້ກັບໄປຫລາຍພໍທີ່ລໍສອງໂຕຈະບັນທຸກໄດ້ເຖີດ, ເພາະວ່ານັບແຕ່ນີ້ໄປ, ຄົນຮັບໃຊ້ຂອງທ່ານຈະບໍ່ຖວາຍເຄື່ອງເຜົາບູຊາ ຫລື ເຄື່ອງບູຊາແກ່ພະໃດໆ ແຕ່ຈະຖວາຍແດ່ພຣະຢາເວເທົ່ານັ້ນ.
|
||
\v 18 ໃນເລື່ອງນີ້ ຂໍພຣະຢາເວ ຊົງໃຫ້ອະພັຍຄົນຮັບໃຊ້ຂອງພຣະອົງ, ຄື ເມື່ອ, ກະສັດນາຍຂອງຂ້າພະເຈົ້າເຂົ້າໄປໃນວິຫານຂອງພະຣິມໂມນເພື່ອຈະນະມັສະການຢູ່ທີ່ນັ້ນ, ແລະພະອົງໄດ້ພິງຢູ່ທີ່ມືຂອງຂ້າພະເຈົ້ າແລະ ຂ້າພະເຈົ້າໂນ້ມຕົວລົງຄຳນັບໃນວິຫານຂອງພະຣິມໂມນ, ຂໍພຣະຢາເວຊົງໃຫ້ອະພັຍແກ່ຄົນຮັບໃຊ້ຂອງພຣະອົງໃນເລື່ອງນີ້ເຖີດ."
|
||
\v 19 ເອລີຊາໄດ້ຕອບເຂົາວ່າ, "ຈົ່ງໄປດ້ວຍຄວາມສະຫວັດດີພາບເຖີດ." ດັ່ງນັ້ນນາອາມານຈຶ່ງຈາກໄປ.
|
||
|
||
\s5
|
||
\v 20 ເຂົາໄດ້ເດີນທາງໄປບໍ່ໄກປານໃດ, ໃນເວລາທີ່ເກຮາຊີ ຄົນຮັບໃຊ້ຂອງເອລີຊາຄົນຂອງພຣະເຈົ້າກ່າວກັບຕົວເອງວ່າ, "ເບິ່ງແມ, ນາຍຂອງຂ້ານ້ອຍບໍ່ຍອມຮັບເອົາຂອງຂວັນໃນມືຂອງນາອາມານຄົນຂອງອາຣາມທີ່ທ່ານໄດ້ນໍາມາໃຫ້. ພຣະຢາເວຊົງພຣະຊົນຢູ່ສັນໃດ, ຂ້ອຍຈະແລ່ນຕາມຫລັງໄປ ແລະ ຮັບເອົາບາງສິ່ງບາງຢ່າງຈາກທ່ານ."
|
||
\v 21 ດັ່ງນັ້ນເກຮາຊີໄດ້ຕາມນາອາມານໄປ. ເມື່ອນາອາມານເຫັນຄົນແລ່ນນໍາຫລັງມາ, ທ່ານກໍໄດ້ໂດດລົງຈາກຣົດມ້າຂອງທ່ານຕ້ອນຮັບເຂົາແລະໄດ້ເວົ້າວ່າ, "ທຸກຢ່າງຮຽບຮ້ອຍດີແມ່ນບໍ?"
|
||
\v 22 ເກຮາຊີໄດ້ຕອບວ່າ,“ ທຸກຢ່າງແມ່ນຮຽບຮ້ອຍດີ, ນາຍຂອງຂ້ານ້ອຍໄດ້ສົ່ງຂ້ານ້ອຍມາ, ໂດຍກ່າວວ່າ, 'ດຽວນີ້, ມີຊາຍຫນຸ່ມສອງຄົນ ທີ່ມາຈາກເນີນພູເອຟຣາອິມ ທີ່ເປັນລູກຊາຍຂອງຜູ້ທໍານວາຍ ໄດ້ມາຫາຂ້ານ້ອຍ, ກະຣຸນາໃຫ້ເງິນພວກເຂົາຈັກຫນຶ່ງຕະລັນ ແລະ ເສື້ອຜ້າເພື່ອປ່ຽນຈັກສອງຊຸດ.'"
|
||
|
||
\s5
|
||
\v 23 ນາອາມານຕອບວ່າ, "ຂ້າພະເຈົ້າຍິນດີທີ່ຈະໃຫ້ສອງຕະລັນແກ່ເຈົ້າ." ນາອາມານກໍໄດ້ເວົ້າເນັ້ນໃຫ້ເກຮາຊີ ແລະ ເອົາເງິນສອງຕະລັນໃສ່ໃນຖົງສອງຖົງ, ພ້ອມທັງເສື້ອຜ້າເພື່ອປ່ຽນສອງຊຸດ, ແລະ ໃຫ້ຄົນຮັບໃຊ້ສອງຄົນແບກຖົງເງິນນໍາຫນ້າເກຮາຊີໄປ.
|
||
\v 24 ເມື່ອ ເກຮາຊີມາຮອດເນີນພູ, ເຂົາໄດ້ຮັບເອົາຖົງເງິນຈາກມືຂອງພວກເຂົາ ແລະ ເອົາໄປເຊື່ອງໄວ້ໃນເຮືອນ; ເຂົາໄດ້ສົ່ງພວກເຂົາໄປ, ແລະພວກເຂົາກໍ່ໄດ້ອອກໄປ.
|
||
\v 25 ເມື່ອເກຮາຊີໄດ້ເຂົ້າມາ ແລະ ຢືນຢູ່ຕໍ່ຫນ້ານາຍຂອງເຂົາ, ເອລີຊາໄດ້ຖາມເຂົາວ່າ, "ເກຮາຊີ ເຈົ້າໄປໃສມາ?" ເຂົາໄດ້ຕອບວ່າ, "ຄົນຮັບໃຊ້ຂອງທ່ານບໍ່ໄດ້ໄປໃສມາດອກ."
|
||
|
||
\s5
|
||
\v 26 ເອລີຊາໄດ້ກ່າວກັບເກຮາຊີວ່າ, "ຈິດໃຈຂອງເຮົາບໍ່ໄດ້ໄປກັບເຈົ້າບໍ ເມື່ອຊາຍຄົນນັ້ນລ້ຽວຣົດມ້າກັບມາພົບເຈົ້າ? ນີ້ແມ່ນເວລາຄວນທີ່ຈະຮັບເງິນ ແລະ ເສື້ອຜ້າ, ສວນຫມາກກອກ ແລະ ສວນອາງຸ່ນ, ແກະ ແລະ ງົວ, ແລະ ຄົນຮັບໃຊ້ຊາຍ ແລະ ຍິງບໍ?
|
||
\v 27 ດັ່ງນັ້ນ ພະຍາດຂີ້ທູດຂອງນາອາມານຈະຕິດຢູ່ກັບເຈົ້າ ແລະ ລູກຫລານຂອງເຈົ້າຕະຫລອດໄປເປັນນິດ." ດັ່ງນັ້ນເກຮາຊີຈຶ່ງຫາຍຈາກທີ່ຢູ່ຂອງເຂົາ, ແລະ ພະຍາດຂີ້ທູດເປັນສີຂາວຄືຫິມະ.
|
||
|
||
\s5
|
||
\c 6
|
||
\cl ບົດທີ 6
|
||
\p
|
||
\v 1 ບັນດາຜູ້ທໍານວາຍໄດ້ກ່າວກັບເອລີຊາວ່າ, "ສະຖານທີ່ທີ່ພວກເຮົາອາສັຍຢູ່ກັບພວກທ່ານນັ້ນ ແມ່ນນ້ອຍເກີນໄປສຳລັບພວກເຮົາທຸກຄົນ.
|
||
\v 2 ຂໍໃຫ້ພວກເຮົາໄປທີ່ແມ່ນໍ້າຈໍແດນ, ແລະໃຫ້ຜູ້ຊາຍແຕ່ລະຄົນຕັດໄມ້ທ່ອນຫນຶ່ງມາ, ແລະສ້າງເປັນທີ່ອາສັຍທີ່ບ່ອນນັ້ນ. "ເອລີຊາໄດ້ຕອບວ່າ, "ເຈົ້າຈົ່ງໄປເຖີດ."
|
||
\v 3 ຄົນຫນຶ່ງໃນນັ້ນໄດ້ກ່າວວ່າ, "ກະຣຸນາໄປນຳຜູ້ຮັບໃຊ້ຂອງທ່ານດ້ວຍ." ເອລີຊາໄດ້ຕອບວ່າ, "ຂ້າພະເຈົ້າຈະໄປ."
|
||
|
||
\s5
|
||
\v 4 ດັ່ງນັ້ນທ່ານຈຶ່ງໄດ້ໄປກັບພວກເຂົາທັງຫລາຍ, ແລະເມື່ອພວກເຂົາມາຮອດແມ່ນໍ້າຈໍແດນ, ພວກເຂົາກໍເລີ່ມຕົ້ນຕັດຕົ້ນໄມ້.
|
||
\v 5 ແຕ່ໃນຂະນະທີ່ຄົນຫນຶ່ງ ກຳລັງຕັດຕົ້ນໄມ້ຢູ່, ຫົວຂວານຂອງເຂົາໄດ້ຕົກລົງໄປໃນນໍ້າ; ລາວຈິ່ງໄດ້ຮ້ອງອອກມາ ແລະ ເວົ້າວ່າ, "ໂອ້, ນາຍຂອງຂ້ານ້ອຍ, ຂວານນັ້ນຂ້ານ້ອຍໄດ້ຢືມເຂົາມາ!"
|
||
|
||
\s5
|
||
\v 6 ແລ້ວຄົນຂອງພຣະເຈົ້າຈິ່ງຖາມວ່າ, "ຂວານນັ້ນຕົກບ່ອນໃດ?" ຊາຍຄົນນັ້ນໄດ້ຊີ້ບອກບ່ອນໃຫ້ ເອລີຊາເຫັນ. ແລ້ວເພິ່ນໄດ້ຕັດໄມ້ທ່ອນຫນຶ່ງ, ໂຍນລົງໃນນໍ້າ, ແລະເຮັດໃຫ້ຂວານເຫລັກນັ້ນລອຍຂຶ້ນມາ.
|
||
\v 7 ເອລີຊາຈິ່ງໄດ້ກ່າວວ່າ, "ຈັບມັນຂຶ້ນມາແມ." ດັ່ງນັ້ນຊາຍຄົນນັ້ນໄດ້ເອົາມືຂອງລາວຈັບຂຶ້ນມາ.
|
||
|
||
\s5
|
||
\v 8 ບັດນີ້ ກະສັດແຫ່ງອາຣາມກໍາລັງເຮັດສົງຄາມກັບອິສະຣາເອນ. ທ່ານໄດ້ປຶກສາກັບຜູ້ຮັບໃຊ້ຂອງທ່ານ, ໂດຍກ່າວວ່າ, "ພວກເຮົາຈະຕັ້ງຄ້າຍພັກຂອງພວກເຮົາຢູ່ບ່ອນນັ້ນ."
|
||
\v 9 ດັ່ງນັ້ນຄົນຂອງພຣະເຈົ້າໄດ້ສົ່ງຂ່າວໄປຍັງກະສັດແຫ່ງອິສະຣາເອນ, ແລະກ່າວວ່າ, "ຂໍໃຫ້ພະອົງຈົ່ງຣະວັງ ຢ່າຜ່ານໄປບ່ອນນັ້ນ, ເພາະຊາວອາຣາມ ກຳລັງລົງໄປບ່ອນນັ້ນ."
|
||
|
||
\s5
|
||
\v 10 ກະສັດແຫ່ງອິສະຣາເອນ ໄດ້ສົ່ງຂ່າວໄປຍັງສະຖານທີ່ຊຶ່ງຄົນຂອງພຣະເຈົ້າໄດ້ບອກ ແລະ ໄດ້ເຕືອນພະອົງໄວ້. ຫລາຍກວ່າຫນຶ່ງຫລືສອງຄັ້ງ, ເມື່ອກະສັດໄປບ່ອນນັ້ນ, ພະອົງໄດ້ຣະວັງຕົວ.
|
||
\v 11 ກະສັດແຫ່ງອາຣາມໄດ້ໂກດແຄ້ນກ່ຽວກັບຄຳເຕືອນເຫລົ່ານີ້, ແລະທ່ານໄດ້ເອີ້ນຜູ້ຮັບໃຊ້ຂອງທ່ານມາ ແລະກ່າວກັບພວກເຂົາວ່າ, "ພວກເຈົ້າຈະບໍ່ບອກເຮົາບໍວ່າ ໃຜໃນພວກເຮົາ ຢູ່ຝ່າຍກະສັດແຫ່ງອິສະຣາເອນ?"
|
||
|
||
\s5
|
||
\v 12 ດັ່ງນັ້ນ ຄົນຮັບໃຊ້ຄົນຫນຶ່ງໄດ້ກ່າວວ່າ, "ບໍ່ມີໃຜ, ຂ້າແດ່ກະສັດ, ເຈົ້ານາຍຂອງຂ້ານ້ອຍ, ເພາະເອລີຊາຜູ້ທໍານວາຍໃນອິສະຣາເອນ ບອກກະສັດແຫ່ງອິສະຣະເອນດ້ວຍຖ້ອຍຄຳ ເຊິ່ງພະອົງໄດ້ກ່າວໃນຫ້ອງນອນຂອງພະອົງ!"
|
||
\v 13 ກະສັດຈຶ່ງກ່າວວ່າ, "ຈົ່ງໄປເບິ່ງບ່ອນທີ່ເອລີຊາອາສັຍຢູ່ນັ້ນ ເພື່ອເຮົາຈະສົ່ງຄົນໄປຈັບຕົວມາ.” ແລະ ມີບາງຄົນໄດ້ກ່າວກັບພະອົງວ່າ, "ເບິ່ງແມ, ເຂົາຢູ່ທີ່ໂດທານ."
|
||
|
||
\s5
|
||
\v 14 ດັ່ງນັ້ນກະສັດຈຶ່ງໄດ້ສົ່ງຣົດມ້າ, ຣົດຮົບ, ແລະທະຫານຈຳນວນຫລວງຫລາຍໄປທີ່ໂດທານ. ພວກເຂົາເດີນທາງໄປເວລາກາງຄືນ ແລະ ປິດລ້ອມຕົວເມືອງ.
|
||
\v 15 ເມື່ອຜູ້ຮັບໃຊ້ຂອງຄົນຂອງພຣະເຈົ້າໄດ້ຕື່ນແຕ່ເຊົ້າແລະອອກໄປຂ້າງນອກ, ຈິ່ງເຫັນກອງທັບໃຫຍ່ທີ່ມີມ້າແລະຣົດຮົບມາປິດລ້ອມຕົວເມືອງ. ຄົນຮັບໃຊ້ຂອງທ່ານໄດ້ເວົ້າວ່າ, "ໂອ້, ເຈົ້ານາຍເອີຍ, ພວກຂ້ານ້ອຍຈະເຮັດແນວໃດດີ?"
|
||
\v 16 ເອລີຊາໄດ້ຕອບວ່າ, "ຢ່າຢ້ານເລີຍ, ເພາະວ່າຄົນທີ່ຢູ່ກັບພວກເຮົາຫລາຍກວ່າຄົນທີ່ຢູ່ກັບພວກເຂົາ."
|
||
|
||
\s5
|
||
\v 17 ເອລີຊາໄດ້ອະທິຖານວ່າ, "ຂ້າແດ່ພຣະຢາເວ, ຂໍຊົງເປີດຕາຂອງເຂົາເພື່ອພວກເຂົາຈະໄດ້ເຫັນ." ແລ້ວພຣະຢາເວ ໄດ້ຊົງເປີດຕາຂອງຄົນຮັບໃຊ້ຄົນນັ້ນ, ແລະ ເຂົາກໍ່ໄດ້ເຫັນ. ພູເຂົາ, ເຕັມໄປດ້ວຍມ້າ ແລະ ຣົດຮົບໄຟອ້ອມຮອບເອລີຊາ!
|
||
\v 18 ໃນເວລາທີ່ຊາວອາຣາມໄດ້ລົງມາຫາທ່ານ, ເອລີຊາໄດ້ອະທິຖານຕໍ່ພຣະຢາເວ ແລະ ກ່າວວ່າ, "ພຣະອົງເຈົ້າ ຂໍຊົງເຮັດໃຫ້ຄົນເຫລົ່ານີ້ຕາບອດ." ດັ່ງນັ້ນພຣະຢາເວ ຈຶ່ງໄດ້ເຮັດໃຫ້ພວກເຂົາຕາບອດຄືກັບທີ່ເອລີຊາໄດ້ຂໍ.
|
||
\v 19 ແລ້ວເອລີຊາຈຶ່ງໄດ້ບອກຊາວອາຣາມເຫລົ່ານັ້ນວ່າ, "ບໍ່ແມ່ນທາງນີ້ ແລະ ບໍ່ແມ່ນເມືອງນີ້ ຈົ່ງຕິດຕາມຂ້ອຍມາ ແລະ ຂ້ອຍຈະພາພວກເຈົ້າໄປຫາຜູ້ຊາຍທີ່ພວກເຈົ້າກຳລັງຊອກຫາຢູ່." ຈາກນັ້ນທ່ານໄດ້ນຳພາພວກເຂົາໄປເມືອງຊາມາເຣຍ.
|
||
|
||
\s5
|
||
\v 20 ຕໍ່ມາເມື່ອພວກເຂົາໄດ້ເຂົ້າໄປໃນກຸງຊາມາເຣຍ, ເອລີຊາໄດ້ທູນວ່າ, "ຂ້າແດ່ພະຢາເວ, ຂໍຈົ່ງເປີດຕາຄົນເຫລົ່ານີ້ ເພື່ອພວກເຂົາຈະໄດ້ເບິ່ງເຫັນ." ພຣະຢາເວ ຈິ່ງໄດ້ເປີດຕາຂອງພວກເຂົາ, ແລະພວກເຂົາກໍ່ໄດ້ເຫັນ, ພວກເຂົາໄດ້ມາຢູ່ກາງກຸງຊາມາເຣຍ.
|
||
\v 21 ກະສັດຂອງອິສະຣາເອນຈຶ່ງໄດ້ກ່າວແກ່ເອລີຊາ, ເມື່ອພະອົງໄດ້ເຫັນພວກເຂົາວ່າ, "ບິດາຂອງຂ້ານ້ອຍ, ເຮົາຄວນຂ້າພວກເຂົາດີບໍ່? ເຮົາຄວນຂ້າພວກເຂົາເລີຍບໍ່?"
|
||
|
||
\s5
|
||
\v 22 ເອລີຊາໄດ້ຕອບວ່າ, "ຂໍພະອົງຢ່າຂ້າພວກເຂົາເລີຍ. ຄົນພວກນີ້ທີ່ພະອົງຈະຂ້ານັ້ນ ພະອົງໄດ້ຈັບມາດ້ວຍດາບ ແລະ ທະນູກໍບໍແມ່ນ? ຂໍຈົ່ງຈັດນໍ້າ ແລະ ເຂົ້າຈີ່, ໃຫ້ພວກເຂົາກິນ ແລະ ດື່ມ, ແລ້ວປ່ອຍໃຫ້ພວກເຂົາໄປຫາເຈົ້ານາຍຂອງພວກເຂົາເຖີດ."
|
||
\v 23 ດັ່ງນັ້ນກະສັດຈຶ່ງຈັດແຈ່ງອາຫານໃຫ້ພວກເຂົາຈໍານວນຫລາຍ, ແລະ ເມື່ອພວກເຂົາໄດ້ກິນ ແລະ ດື່ມແລ້ວ, ກະສັດກໍ່ໄດ້ປ່ອຍຕົວພວກເຂົາໄປ, ແລະ ພວກເຂົາກໍກັບໄປຫາເຈົ້ານາຍຂອງພວກເຂົາ. ແລະ ພວກອາຣາມບໍ່ໄດ້ກັບມາໃນດິນແດນອິສະຣາເອນອີກເລີຍ.
|
||
|
||
\s5
|
||
\v 24 ຕໍ່ມາ ພາຍຫລັງເບັນຮາດາດກະສັດແຫ່ງອາຣາມ ໄດ້ຮວບຮວມກອງທັບທັງຫມົດຂອງພະອົງ ແລະໄດ້ໄປໂຈມຕີເມືອງຊາມາເຣຍ ແລະ ປິດລ້ອມເມືອງດັ່ງກ່າວ.
|
||
\v 25 ດັ່ງນັ້ນຈຶ່ງໄດ້ເກີດມີຄວາມອຶດຢາກຢ່າງຫນັກຫນ່ວງໃນເມືອງສະມາເຣຍ. ເບິ່ງເເມ, ຂະນະເມື່ອພວກເຂົາໄດ້ປິດລ້ອມເມືອງໄວ້ ຂະຫນາດຫົວຂອງລໍໂຕຫນຶ່ງຍັງມີລາຄາສູງ ເປັນເງິນຫນັກເຖິງແປດສິບເຊກຽນ, ແລະ ເມັດຖົ່ວປ່າຂະຫນາດຈຸດສີ່ມີລາຄາຂາຍເຖິງຫ້າເຊກຽນ.
|
||
\v 26 ຂະນະທີ່ກະສັດແຫ່ງອິສະຣາເອນ ກຳລັງຍ່າງຜ່ານໃກ້ກຳແພງເມືອງ, ມີຜູ້ຍິງຄົນຫນຶ່ງ ໄດ້ຮ້ອງຫາພະອົງວ່າວ່າ, "ຂ້າແດ່ກະສັດ, ຂໍຊົງຊ່ວຍດ້ວຍເຖີດ, ກະສັດຂອງຂ້ານ້ອຍ."
|
||
|
||
\s5
|
||
\v 27 ພະອົງໄດ້ກ່າວວ່າ, "ຖ້າພຣະຢາເວ ບໍ່ຊ່ວຍເຈົ້າ, ເຮົາຈະເອົາຄວາມຊ່ວຍເຫລືອຈາກໃສມາໃຫ້ເຈົ້າ? ຈາກລານນວດເຂົ້າບໍ ຫລື ຈາກບໍ່ບີບນ້ຳອະງຸ່ນ?"
|
||
\v 28 ກະສັດກ່າວຕໍ່ໄປວ່າ,“ ນາງມີເລື່ອງຫຍັງບໍ?” ນາງໄດ້ຕອບວ່າ, "ຜູ້ຍິງຄົນນີ້ເວົ້າກັບຂ້ານ້ອຍວ່າ, 'ເອົາລູກຊາຍຂອງເຈົ້າມາໃຫ້ພວກເຮົາກິນໃນມື້ນີ້ເຖີດ, ແລະພວກເຂົາຈະກິນລູກຊາຍຂອງຂ້ານ້ອຍໃນມື້ອື່ນ."
|
||
\v 29 ດັ່ງນັ້ນພວກເຮົາຈຶ່ງໄດ້ຕົ້ມລູກຊາຍຂອງຂ້ານ້ອຍ, ແລະໄດ້ກິນເຂົາ, ວັນຕໍ່ມາຂ້ານ້ອຍໄດ້ເວົ້າກັບນາງວ່າ, "ຈົ່ງເອົາລູກຊາຍຂອງເຈົ້າມາ ເພື່ອໃຫ້ພວກເຮົາກິນກັນ, ແຕ່ນາງໄດ້ເຊື່ອງລູກຊາຍຂອງນາງໄວ້."
|
||
|
||
\s5
|
||
\v 30 ດັ່ງນັ້ນເມື່ອກະສັດໄດ້ຍິນຖ້ອຍຄຳຂອງຜູ້ຍິງຄົນນັ້ນ, ພະອົງໄດ້ຈີກເສື້ອຜ້າຂອງພະອົງ (ຂະນະທີ່ພະອົງໄດ້ຍ່າງຜ່ານໃກ້ກໍາແພງ), ແລະປະຊາຊົນກໍ່ໄດ້ຫລຽວເຫັນພະອົງໄດ້ໃສ່ຜ້າກະສອບແນບເນື້ອ.
|
||
\v 31 ແລ້ວພະອົງໄດ້ກ່າວວ່າ, "ຂໍໃຫ້ພຣະເຈົ້າຈົ່ງລົງໂທດຂ້າພະເຈົ້າ, ແລະ ຫນັກກວ່າເກົ່າ, ຖ້າຫົວຂອງເອລີຊາລູກຊາຍຂອງຊາຟັດຍັງຢູ່ເທິງບ່າຂອງເຂົາໃນວັນນີ້."
|
||
|
||
\s5
|
||
\v 32 ແຕ່ເອລີຊາໄດ້ນັ່ງຢູ່ໃນເຮືອນຂອງເພິ່ນ, ແລະພວກຜູ້ອາວຸໂສກໍນັ່ງຢູ່ດ້ວຍ. ກະສັດໄດ້ສົ່ງຊາຍຄົນ ຫນຶ່ງມາຫາເພິ່ນກ່ອນ, ແຕ່ກ່ອນທີ່ຈະມີຜູ້ສົ່ງຂ່າວມາເຖິງເອລີຊາ, ເພິ່ນໄດ້ກ່າວກັບຜູ້ອາວຸໂສວ່າ,“ ທ່ານທັງຫລາຍໄດ້ເຫັນຫລືບໍ່ ຄາດຕະກອນຄົນນີ້ໄດ້ສົ່ງຄົນມາຕັດເອົາຫົວຂອງເຮົາ? ເບິ່ງແມ, ເມື່ອຜູ້ສົ່ງຂ່າວມາເຖິງ, ຈົ່ງປິດປະຕູ, ແລະຢຶດປະຕູໃຫ້ແຫນ້ນ. ກັນເຂົາໄວ້ ນັ້ນບໍ່ແມ່ນສຽງຂອງຕີນເຈົ້ານາຍຂອງເຂົາທີ່ນໍາມາບໍ?"
|
||
\v 33 ໃນຂະນະທີ່ທ່ານກຳລັງສົນທະນາກັບພວກເຂົາທັງຫລາຍຢູ່, ເບິ່ງເເມ, ຜູ້ສົ່ງຂ່າວໄດ້ລົງມາຫາທ່ານ. ກະສັດໄດ້ກ່າວວ່າ, "ຈົ່ງເບິ່ງເຖີດ, ຄວາມເດືອດຮ້ອນນີ້ມາຈາກພຣະຢາເວ. ເປັນຫຍັງຂ້າພະເຈົ້າຈຶ່ງລໍຖ້າພຣະຢາເວຕໍ່ໄປອີກ?"
|
||
|
||
\s5
|
||
\c 7
|
||
\cl ບົດທີ 7
|
||
\p
|
||
\v 1 ເອລີຊາໄດ້ກ່າວວ່າ, "ຈົ່ງຟັງຖ້ອຍຄຳຂອງພຣະຢາເວ. ນີ້ແມ່ນສິ່ງທີ່ພຣະຢາເວກ່າວ: 'ມື້ອື່ນປະມານເວລານີ້, ແປ້ງທີ່ດີໆຖັງຫນຶ່ງຈະຖືກຂາຍໃນລາຄາຫນຶ່ງເຊກຽນ, ແລະເຂົ້າບາເລສອງຖັງຫນຶ່ງເຊກຽນໃນປະຕູເມືອງສະມາເຣຍ."
|
||
\v 2 ຫລັງຈາກນັ້ນ, ນາຍທະຫານປະຈຳຕົວຄົນຫນຶ່ງຂອງກະສັດໄດ້ຕອບຄົນຂອງພຣະເຈົ້າ, ແລະ ໄດ້ເວົ້າວ່າ, "ເບິ່ງແມ, ເຖິງແມ່ນວ່າພຣະຢາເວຈະສ້າງປ່ອງຢ້ຽມໃນທ້ອງຟ້າ, ສິ່ງນີ້ຈະເກີດຂຶ້ນໄດ້ບໍ?" ເອລີຊາຕອບວ່າ“ ເບິ່ງເອົາເຖີດ, ທ່ານຈະສັງເກດເບິ່ງສິ່ງທີ່ຈະເກີດຂຶ້ນດ້ວຍຕາຂອງທ່ານເອງ, ແຕ່ທ່ານຈະບໍ່ກິນຫຍັງເລີຍ”.
|
||
|
||
\s5
|
||
\v 3 ບັດນີ້ມີຄົນປ່ວຍສີ່ຄົນທີ່ເປັນຂີ້ທູດຢູ່ທີ່ທາງເຂົ້ານອກປະຕູເມືອງ. ພວກເຂົາເວົ້າກັນວ່າ, "ພວກເຮົາຈະນັ່ງຖ້າຢູ່ທີ່ນີ້ຈົນຕາຍເຮັດຫຍັງ?
|
||
\v 4 ຖ້າພວກເຮົາເວົ້າວ່າພວກເຮົາຄວນຈະເຂົ້າໄປໃນເມືອງ, ຄວາມອຶດຢາກກໍຢູ່ໃນເມືອງນັ້ນ, ແລະພວກເຮົາຈະຕາຍຢູ່ທີ່ນັ້ນ. ແຕ່ຖ້າພວກເຮົາຍັງນັ່ງຢູ່ນີ້, ພວກເຮົາກໍຈະຕາຍເຫມືອນກັນ. ສະນັ້ນຈົ່ງມາເຖີດໃຫ້ພວກເຮົາໄປຍັງຄ້າຍຂອງຄົນອາຣາມ. ຖ້າພວກເຂົາໄວ້ຊີວິດຂອງພວກເຮົາ, ພວກເຮົາຈະມີຊີວິດຢູ່, ແລະຖ້າພວກເຂົາຂ້າພວກເຮົາ, ພວກເຮົາຈະຕ້ອງຕາຍເທົ່ານັ້ນ."
|
||
|
||
\s5
|
||
\v 5 ດັ່ງນັ້ນ ພວກເຂົາໄດ້ລຸກຂຶ້ນໃນເວລາທ່ຽງຄືນເພື່ອຈະເຂົ້າໄປໃນຄ້າຍຂອງຄົນອາຣາມ; ເມື່ອພວກເຂົາໄປຮອດເຂດນອກຂອງຄ້າຍ, ບໍ່ມີຜູ້ໃດຢູ່ທີ່ນັ້ນຈັກຄົນ.
|
||
\v 6 ເພາະວ່າອົງພຣະຜູ້ເປັນເຈົ້າໄດ້ເຮັດໃຫ້ກອງທັບຂອງຊາວອາຣາມໄດ້ຍິນສຽງຂອງຣົດຮົບແລະສຽງມ້າ - ແລະ ສຽງດັງຂອງກອງທັບໃຫຍ່ອື່ນໆ, ແລະ ພວກເຂົາກ່າວຕໍ່ກັນວ່າ," ກະສັດອິສະຣາເອນໄດ້ຈ້າງພວກກະສັດຂອງຊາວຮິດຕີແລະບັນດາກະສັດຂອງຊາວເອຢີບໃຫ້ມາສູ້ກັບພວກເຮົາ."
|
||
|
||
\s5
|
||
\v 7 ດັ່ງນັ້ນ ພວກທະຫານຈຶ່ງໄດ້ລຸກຂຶ້ນແລະຫນີໄປ ໃນເວລາທ່ຽງຄືນ; ແລະໄດ້ປະເຕັນ, ມ້າ, ແລະລໍຂອງພວກເຂົາ, ແລະປະຄ້າຍພັກຂອງພວກເຂົາ, ແລະໄດ້ຫນີໄປເພື່ອເອົາຊີວິດລອດ.
|
||
\v 8 ເມື່ອຄົນທີ່ເປັນພະຍາດຂີ້ທູດເຫລົ່ານີ້ໄດ້ມາຮອດບໍລິເວນນອກສຸດຂອງຄ້າຍ, ພວກເຂົາໄດ້ເຂົ້າໄປໃນເຕັນຫລັງຫນຶ່ງ ແລະ ກິນແລະດື່ມ, ແລະ ທັງຂົນເອົາເງິນ ຄຳ ແລະເຄື່ອງນຸ່ງຫົ່ມອອກໄປ ແລະ ເຊື່ອງໄວ້. ພວກເຂົາກັບມາແລະເຂົ້າໄປໃນເຕັ້ນອີກແຫ່ງຫນຶ່ງ ແລະຂົນເອົາເຄື່ອງຂອງໄປຈາກບ່ອນນັ້ນ, ແລະໄດ້ເຊື່ອງໄວ້.
|
||
|
||
\s5
|
||
\v 9 ພວກເຂົາເວົ້າກັນວ່າ, "ພວກເຮົາເຮັດບໍ່ຖືກເສຍແລ້ວ. ມື້ນີ້ເປັນທີ່ມີຂ່າວດີ, ແຕ່ວ່າພວກເຮົາຮັກສາຄວາມງຽບສະຫງົບຢູ່. ຖ້າພວກເຮົາລໍຖ້າຈົນກ່ວາມື້ຮຸ່ງເຊົ້າ. ຖ້າການລົງໂທດຈະມາຮອດພວກເຮົາ. ບັດນີ້ແລ້ວ, ມາເຖີດ, ໃຫ້ພວກເຮົາໄປບອກສໍານັກພະຣາຊວັງ."
|
||
\v 10 ດັ່ງນັ້ນພວກເຂົາຈຶ່ງໄປ ແລະ ເອີ້ນຄົນເຝົ້າປະຕູເມືອງ. ພວກເຂົາໄດ້ບອກພວກເຂົາວ່າ, "ພວກເຮົາໄດ້ໄປເຖິງຄ້າຍທະຫານຂອງຊາວອາຣາມ, ແຕ່ວ່າບໍ່ມີໃຜຢູ່ທີ່ນັ້ນ, ບໍ່ມີສຽງຂອງໃຜ, ແຕ່ວ່າມີມ້າໄດ້ມັດໄວ້, ແລະ ລໍຖືກມັດໄວ້, ແລະ ເຕັນທັງຫລາຍກໍຕັ້ງຢູ່ຢ່າງນັ້ນ."
|
||
\v 11 ແລ້ວບັນດາຄົນເຝົ້າປະຕູໄດ້ຮ້ອງແຈ້ງຂ່າວອອກມາ, ແລະ ຫລັງຈາກນັ້ນກໍໄດ້ບອກໄປເຖິງສໍານັກຣາຊວັງຂອງກະສັດ.
|
||
|
||
\s5
|
||
\v 12 ແລ້ວກະສັດໄດ້ຕື່ນຂຶ້ນໃນຕອນກາງຄືນ ແລະ ກ່າວກັບຜູ້ຮັບໃຊ້ຂອງພະອົງວ່າ, "ເຮົາຈະບອກພວກເຈົ້າດຽວນີ້ ໃນສິ່ງທີ່ຊາວອາຣາມໄດ້ກະທໍາກັບພວກເຮົາ. ພວກເຂົາຮູ້ວ່າພວກເຮົາອຶດຢາກ, ດັ່ງນັ້ນພວກເຂົາຈຶ່ງໄດ້ອອກຈາກຄ້າຍເພື່ອລີ້ຊ່ອນຕົວຢູ່ໃນທົ່ງນາຂອງພວກເຂົາ ໂດຍກ່າວວ່າ, 'ເມື່ອອິສະຣາເອນອອກຈາກເມືອງ ເຮົາຈະຈັບເປັນພວກເຂົາ, ແລະ ຈະເຂົ້າໄປໃນເມືອງ.'"
|
||
\v 13 ຜູ້ຮັບໃຊ້ຄົນຫນຶ່ງຂອງກະສັດໄດ້ຕອບ ແລະ ທູນວ່າ, "ກະຣຸນາໃຫ້ບາງຄົນເອົາມ້າຫ້າໂຕທີ່ຍັງເຫລືອຢູ່ໃນເມືອງໄປ. ພວກເຂົາເປັນຄືກັບຄົນອິສະຣາເອນທີ່ເຫລືອຢູ່ - ປະຈຸບັນສ່ວນຫລາຍແມ່ນຕາຍແລ້ວ; ຂໍໃຫ້ພວກເຮົາສົ່ງພວກເຂົາໄປ ແລະ ເບິ່ງ."
|
||
|
||
\s5
|
||
\v 14 ດັ່ງນັ້ນ ພວກເຂົາຈຶ່ງໄດ້ເອົາຣົດມ້າສອງຄັນພ້ອມດ້ວຍມ້າ, ແລະກະສັດໄດ້ສົ່ງພວກເຂົາໃຫ້ໄປຕິດຕາມກອງທັບຂອງຊາວອາຣາມ, ໂດຍກ່າວວ່າ, "ຈົ່ງໄປແລະເບິ່ງ."
|
||
\v 15 ພວກເຂົາທັງຫລາຍຈິ່ງໄດ້ຕິດຕາມພວກເຂົາໄປຕາມແມ່ນໍ້າຈໍແດນ, ແລະ ທຸກຖະຫນົນຫົນທາງເຕັມໄປດ້ວຍເຄື່ອງນຸ່ງຫົ່ມ ແລະ ອຸປະກອນຕ່າງໆທີ່ຊາວອາຣາມໄດ້ຖິ້ມເພາະຄວາມຮີບດ່ວນຂອງພວກເຂົາ. ດັ່ງນັ້ນຜູ້ສົ່ງຂ່າວຈຶ່ງໄດ້ກັບມາ ແລະ ກ່າວກັບກະສັດ.
|
||
|
||
\s5
|
||
\v 16 ປະຊາຊົນກໍໄດ້ອອກໄປ ແລະຮິບເອົາເຄື່ອງຂອງໃນຄ້າຍທະຫານຂອງຊາວອາຣາມ. ດັ່ງນັ້ນ, ແປ້ງຢ່າງດີໄດ້ຖືກຂາຍໃນລາຄາຖັງລະຫນຶ່ງເຊກຽນ ແລະ ເຂົ້າບາເລສອງຖັງຂາຍຫນຶ່ງເຊກຽນ ຕາມຖ້ອຍຄໍາທີ່ພຣະຢາເວໄດ້ກ່າວໄວ້.
|
||
\v 17 ກະສັດໄດ້ສັ່ງນາຍທະຫານຄົນສະຫນິດໃຫ້ເປັນຜູ້ຮັບຜິດຊອບເຝົ້າປະຕູເມືອງ, ແລະປະຊາຊົນໄດ້ຢຽບໄປເທິງເຂົາທີ່ປະຕູ. ເຂົາໄດ້ຕາຍດັ່ງທີ່ຄົນຂອງພຣະເຈົ້າໄດ້ກ່າວໄວ້, ໃນເວລາທີ່ກະສັດໄດ້ລົງມາຫາເຂົາ.
|
||
|
||
\s5
|
||
\v 18 ດັ່ງນັ້ນ ສິ່ງນີ້ກໍໄດ້ເກີດຂຶ້ນດັ່ງທີ່ຄົນຂອງພຣະເຈົ້າໄດ້ບອກກັບກະສັດ, ກ່າວວ່າ, "ປະມານເວລານີ້ຢູ່ໃນປະຕູເມືອງຊາມາເຣຍ, ເຂົ້າບາເລສອງຖັງຈະຂາຍຫນຶ່ງເຊກຽນ, ແລະ ມີແປ້ງຢ່າງດີຫນຶ່ງຖັງຂາຍຫນຶ່ງເຊກຽນ".
|
||
\v 19 ນາຍທະຫານກໍໄດ້ຕອບຄົນຂອງພຣະເຈົ້າ ແລະ ກ່າວວ່າ, "ເບິ່ງແມ, ຖ້າແມ່ນພຣະຢາເວໄດ້ສ້າງປ່ອງຢ້ຽມໃນທ້ອງຟ້າ, ສິ່ງນີ້ຈະສາມາດເກີດຂຶ້ນໄດ້ບໍ?" ເອລີຊາໄດ້ກ່າວວ່າ, "ເບິ່ງເອົາເຖີດ, ທ່ານຈະສັງເກດເບິ່ງມັນເກີດຂຶ້ນດ້ວຍຕາຂອງທ່ານເອງ, ແຕ່ທ່ານຈະບໍ່ໄດ້ກິນຫຍັງເລີຍ."
|
||
\v 20 ເຫດການນີ້ກໍໄດ້ເກີດຂຶ້ນກັບເຂົາເອງແທ້, ເພາະວ່າປະຊາຊົນໄດ້ຢຽບເຂົາທີ່ປະຕູເມືອງ, ແລະ ເຂົາໄດ້ຕາຍເສຍ.
|
||
|
||
\s5
|
||
\c 8
|
||
\cl ບົດທີ 8
|
||
\p
|
||
\v 1 ບັດນີ້ ເອລີຊາໄດ້ເວົ້າກັບຜູ້ຍິງທີ່ລູກຊາຍຂອງລາວໄດ້ກັບຄືນມາມີຊີວິດອີກ. ທ່ານໄດ້ກ່າວກັບນາງວ່າ, "ຈົ່ງລຸກຂຶ້ນແລະໄປພ້ອມກັບຄອບຄົວ, ແລະອາສັຍຢູ່ແຜ່ນດິນອື່ນທີ່ເຈົ້າສາມາດຢູ່ໄດ້, ເພາະວ່າພຣະຢາເວ ໄດ້ບັນດານໃຫ້ເກີດຄວາມອຶດຢາກອາຫານມາສູ່ແຜ່ນດິນນີ້ເປັນເວລາເຈັດປີ."
|
||
\v 2 ດັ່ງນັ້ນຍິງຄົນນັ້ນກໍໄດ້ລຸກຂຶ້ນແລະນາງໄດ້ເຊື່ອຟັງຖ້ອຍຄຳຂອງຄົນຂອງພຣະເຈົ້າ. ນາງໄດ້ໄປຢູ່ກັບຄອບຄົວແລະອາສັຍຢູ່ໃນແຜ່ນດິນຟິລິສະຕິນເຈັດປີ.
|
||
|
||
\s5
|
||
\v 3 ສິ່ງນີ້ໄດ້ເກີດຂຶ້ນເມື່ອທ້າຍປີທີເຈັດ ແລະຍິງຄົນນັ້ນກໍໄດ້ກັບມາຈາກແຜ່ນດິນຟີລິສະຕິນ, ແລະນາງໄດ້ໄປຫາກະສັດເພື່ອທູນຂໍເຮືອນແລະທີ່ດິນຂອງນາງຄືນ.
|
||
\v 4 ບັດນີ້ກະສັດໄດ້ຊົງກຳລັງກ່າວກັບເກຮາຊີຜູ້ຮັບໃຊ້ຄົນຂອງພຣະເຈົ້າ, ໂດຍກ່າວວ່າ, "ຈົ່ງບອກເຮົາເຖິງສິ່ງທີ່ຍິ່ງໃຫຍ່ທຸກຢ່າງທີ່ເອລີຊາໄດ້ກະທໍາ."
|
||
|
||
\s5
|
||
\v 5 ໃນຂະນະທີ່ເຂົາກຳລັງກ່າວກັບກະສັດ ເລື່ອງທີ່ເອລີຊາໄດ້ຊຸບຊີວິດຂອງເດັກທີ່ຕາຍແລ້ວ, ຜູ້ຍິງຄົນທີ່ທ່ານໄດ້ຊຸບຊີວິດລູກຊາຍຂອງນາງໄດ້ມາ ໄດ້ມາຮ້ອງທູນຕໍ່ກະສັດເພື່ອຂໍເຮືອນແລະທີ່ດິນຂອງນາງຄືນ. ເກຮາຊີໄດ້ກ່າວວ່າ, "ຂ້າແຕ່ກະສັດ ເຈົ້ານາຍຂອງຂ້ານ້ອຍ, ນີ້ແມ່ນຜູ້ຍິງຄົນນັ້ນແທ້ໆ, ແລະນີ້ແມ່ນລູກຊາຍຂອງນາງ, ເຊິ່ງເອລີຊາໄດ້ເຮັດໃຫ້ເປັນຄືນມາສູ່ຊີວິດ."
|
||
\v 6 ເມື່ອກະສັດໄດ້ຖາມຜູ້ຍິງນັ້ນກ່ຽວກັບລູກຊາຍຂອງນາງ, ນາງໄດ້ກ່າວກັບພະອົງ. ດັ່ງນັ້ນກະສັດຈຶ່ງສັ່ງໃຫ້ນາຍທະຫານຄົນຫນຶ່ງມາຫານາງໂດຍກ່າວວ່າ, "ຈົ່ງມອບທຸກສິ່ງທີ່ເປັນຂອງນາງໃຫ້ນາງ ແລະ ພ້ອມທັງພືດຜົນທັງຫມົດຂອງນາງ ຕັ້ງແຕ່ມື້ທີ່ນາງໄດ້ອອກຈາກແຜ່ນດິນມາຈົນເຖິງດຽວນີ້."
|
||
|
||
\s5
|
||
\v 7 ເອລີຊາ ໄດ້ມາຍັງເມືອງດາມັສກັດ ບ່ອນທີ່ເບັນຮາດາດກະສັດແຫ່ງອາຣາມປ່ວຍ. ແລະມີຄົນໄດ້ທູນກະສັດໄດ້ກ່າວວ່າ, "ຄົນຂອງພຣະເຈົ້າໄດ້ມາທີ່ນີ້."
|
||
\v 8 ກະສັດໄດ້ກ່າວກັບຮາຊາເອນວ່າ,“ ຈົ່ງນໍາເອົາຂອງຂວັນ ແລະ ໄປພົບກັບຄົນຂອງພຣະເຈົ້າ, ແລະທູນຖາມພຣະຢາເວໂດຍຜ່ານເພິ່ນ, ໂດຍກ່າວວ່າ,“ ເຮົາຈະຫາຍດີຈາກພະຍາດນີ້ບໍ?”
|
||
\v 9 ດັ່ງນັ້ນ ຮາຊາເອນຈິ່ງໄປພົບທ່ານ ແລະ ນໍາເອົາຂອງຂວັນໄປດ້ວຍ ທຸກສິ່ງຄືສິ່ງທີ່ດີຂອງເມືອງດາມັສກັດ, ຊຶ່ງໄດ້ບັນທຸກໂດຍອູດສີ່ສິບໂຕ. ດັ່ງນັ້ນຮາຊາເອນຈຶ່ງມາແລະຢືນຢູ່ຕໍ່ຫນ້າເອລີຊາ ແລະ ກ່າວວ່າ, "ກະສັດເບັນຮາດາດກະສັດແຫ່ງອາຣາມ ໄດ້ສົ່ງຂ້ານ້ອຍມາຫາທ່ານ, ຖາມວ່າ," ເຮົາຈະຫາຍດີຈາກພະຍາດນີ້ບໍ?"'
|
||
|
||
\s5
|
||
\v 10 ເອລີຊາໄດ້ຕອບເຂົາວ່າ, "ຈົ່ງໄປບອກເບັນຮາດາດວ່າ, 'ທ່ານຈະຫາຍດີຈາກການປ່ວຍແນ່ນອນ, ແຕ່ພຣະຢາເວ ໄດ້ຊົງສະແດງໃຫ້ຂ້າພະເຈົ້າເຫັນວ່າພະອົງຈະເສຍຊີວິດແນ່ນອນ."
|
||
\v 11 ແລ້ວເອລີຊາໄດ້ແນມເບິ່ງຮາຊາເອນຈົນເຂົາຮູ້ສຶກອາຍ, ແລະຄົນຂອງພຣະເຈົ້າກໍໄດ້ຮ້ອງໄຫ້.
|
||
\v 12 ຮາຊາເອນຈຶ່ງຖາມວ່າ,“ ເປັນຫຍັງເຈົ້ານາຍຂອງຂ້ານ້ອຍຈຶ່ງຮ້ອງໄຫ້?” ທ່ານໄດ້ຕອບວ່າ, "ເພາະວ່າເຮົາຮູ້ເຖິງຄວາມຊົ່ວຮ້າຍທີ່ທ່ານຈະກະທຳຕໍ່ຊາວອິສະຣາເອນ. ທ່ານຈະເອົາໄຟເຜົາປ້ອມກອງກຳລັງຂອງພວກເຂົາ, ແລະທ່ານຈະຂ້າຄົນຫນຸ່ມດ້ວຍດາບ, ຈັບເດັກນ້ອຍຟາດຈົນມຸ່ນ, ແລະຜ່າທ້ອງຜູ້ຍິງຖືພາເສຍ."
|
||
|
||
\s5
|
||
\v 13 ຮາຊາເອນໄດ້ຕອບວ່າ, "ຄົນຮັບໃຊ້ຂອງທ່ານແມ່ນໃຜ, ທີ່ຈະເຮັດສິ່ງທີ່ຍິ່ງໃຫຍ່ນີ້ບໍ? ເຂົາເປັນພຽງຫມາເທົ່ານັ້ນ." ເອລີຊາໄດ້ຕອບວ່າ, "ພຣະຢາເວໄດ້ສະແດງໃຫ້ຂ້າພະເຈົ້າເຫັນວ່າທ່ານຈະເປັນກະສັດປົກຄອງເມືອງອາຣາມ."
|
||
\v 14 ຫລັງຈາກນັ້ນ, ຮາຊາເອນກໍໄດ້ໄປຈາກເອລີຊາ ແລະເຂົ້າຫາເຈົ້ານາຍຂອງເຂົາ, ຜູ້ຊຶ່ງຖາມເຂົາວ່າ, "ເອລີຊາໄດ້ເວົ້າຫຍັງກັບເຈົ້າ?" ເຂົາໄດ້ຕອບວ່າ, "ທ່ານໄດ້ບອກຂ້ານ້ອຍວ່າ ພະອົງຈະຊົງດີຈາກການເຈັບປ່ວຍແນ່ນອນ."
|
||
\v 15 ມື້ຕໍ່ມາ ຮາຊາເອນ ໄດ້ເອົາຜ້າຫົ່ມມາຈຸ່ມລົງນໍ້າ, ແລະ ເອົາລົງໄປຄຸມທີ່ຫນ້າຂອງເບັນຮາດາດຈົນພະອົງເສຍຊີວິດ. ແລ້ວ ຮາຊາເອນກໍໄດ້ຂຶ້ນເປັນກະສັດແທນ.
|
||
|
||
\s5
|
||
\v 16 ໃນປີທີຫ້າຂອງຣາຊການໂຢຣາມ ລູກຊາຍຂອງກະສັດອາຮາບກະສັດແຫ່ງອິສະຣາເອນ, ກະສັດເຢໂຮຣາມເລີ່ມຂຶ້ນປົກຄອງແທນ. ທ່ານເປັນລູກຊາຍຂອງກະສັດເຢໂຮຊາຟັດກະສັດແຫ່ງຢູດາ. ທ່ານເລີ່ມປົກຄອງເມື່ອກະສັດເຢໂຮຊາຟັດເປັນກະສັດແຫ່ງຢູດາ.
|
||
\v 17 ເຢໂຮຣາມມີອາຍຸໄດ້ສາມສິບສອງປີ ເມື່ອໄດ້ເລີ່ມຂຶ້ນປົກຄອງເມືອງ ແລະ ພະອົງໄດ້ຂຶ້ນປົກຄອງເມືອງຢູ່ທີ່ກຸງເຢຣູຊາເລັມແປດປີ.
|
||
|
||
\s5
|
||
\v 18 ເຢໂຮຣາມໄດ້ດໍາເນີນຕາມແນວທາງຂອງບັນດາກະສັດແຫ່ງອິສະຣາເອນ, ຄືກັນກັບກະສັດອາຮາບໄດ້ກະທໍາ; ເພາະລູກສາວຂອງອາຮາບເປັນເມຍຂອງພະອົງ, ແລະພະອົງໄດ້ກະທໍາສິ່ງທີ່ຊົ່ວຮ້າຍໃນສາຍຕາຂອງພຣະຢາເວ.
|
||
\v 19 ຢ່າງໃດກໍຕາມ, ເພາະໄດ້ຊົງເຫັນແກ່ດາວິດ, ຜູ້ຮັບໃຊ້ຂອງພຣະອົງ, ພຣະຢາເວບໍ່ໄດ້ມີຈຸດປະສົງທີ່ຈະທຳລາຍຢູດາ, ເຫດທີ່ພຣະອົງໄດ້ກ່າວແກ່ເຂົາວ່າ ຈະຊົງປຣະທານເຊື້ອສາຍໃຫ້ແກ່ພະອົງຕະຫລອດໄປ.
|
||
|
||
\s5
|
||
\v 20 ໃນຣາຊການຂອງເຢໂຮຣາມ, ເອໂດມໄດ້ກະບົດ ບໍ່ຍອມຢູ່ໃຕ້ອຳນາດຂອງຢູດາ, ແລະ ພວກເຂົາໄດ້ຕັ້ງກະສັດປົກຄອງເຫນືອເຂົາເອງ.
|
||
\v 21 ແລ້ວເຢໂຮຣາມ ຈຶ່ງໄດ້ຍົກທັບ ພ້ອມບັນດາແມ່ທັບ ແລະ ຣົດມ້າທັງຫມົດຂອງພະອົງ. ເຫດການນີ້ໄດ້ເກີດຂຶ້ນເມື່ອພະອົງໄດ້ລຸກຂຶ້ນໃນຕອນກາງຄືນ ແລະ ຖືກໂຈມຕີແລະ ຖືກປິດລ້ອມຈາກຊາວເອໂດມ, ຊຶ່ງຜູ້ທີ່ໄດ້ມາປິດລ້ອມພະອົງ ແລະ ບັນດາຜູ້ບັນຊາການຂອງຣົດມ້າ. ຈາກນັ້ນກອງທັບຂອງກະສັດເຢໂຮຣາມໄດ້ຫນີກັບເຂົ້າໄປໃນບ້ານເມືອງຂອງພວກເຂົາໄດ້.
|
||
|
||
\s5
|
||
\v 22 ດັ່ງນັ້ນ ເອໂດມຈຶ່ງໄດ້ກະບົດ ຕໍ່ຕ້ານການປົກຄອງຂອງຢູດາຈົນເຖິງທຸກວັນນີ້. ແລ້ວລິບນາກໍໄດ້ກະບົດໃນເວລາດຽວກັນ.
|
||
\v 23 ສ່ວນພາຣະກິດອື່ນໆຂອງເຢໂຮຣາມ, ທຸກສິ່ງທີ່ທ່ານໄດ້ກະທໍາ, ແມ່ນບໍ່ໄດ້ຖືກຂຽນໄວ້ໃນປື້ມບັນທຶກເຫດການຕ່າງໆຂອງກະສັດຢູດາ?
|
||
\v 24 ເຢໂຮຣາມໄດ້ລ່ວງລັບໄປ ແລະ ໄດ້ພັກສະຫງົບຢູ່ກັບບັນພະບຸຣຸດຂອງພະອົງ, ແລະໄດ້ຖືກຝັງໄວ້ກັບບັນພະບຸຣຸດຂອງທ່ານທີ່ເມືອງດາວິດ. ແລ້ວອາຮາຊິຍາລູກຊາຍຂອງພະອົງໄດ້ຂຶ້ນເປັນກະສັດແທນ.
|
||
|
||
\s5
|
||
\v 25 ໃນປີທີສິບສອງແຫ່ງຣາຊການຂອງໂຢຣາມລູກຊາຍຂອງອາຮາບ, ກະສັດແຫ່ງອິສະຣາເອນ, ອາຮາຊີຢາລູກຊາຍຂອງເຢໂຮຣາມກະສັດແຫ່ງຢູດາ, ໄດ້ຂຶ້ນປົກຄອງແທນ.
|
||
\v 26 ອາຮາຊີຢາມີອາຍຸໄດ້ຊາວສອງປີ ຕອນພະອົງເລີ່ມປົກຄອງ; ພະອົງປົກຄອງເປັນເວລາຫນຶ່ງປີໃນກຸງເຢຣູຊາເລັມ. ແມ່ຂອງເພິ່ນຊື່ວ່າອາທາລິຍາ; ນາງເປັນລູກສາວຂອງອົມຣິ, ກະສັດແຫ່ງອິສະຣາເອນ.
|
||
\v 27 ອາຮາຊິຢາດໍາເນີນຕາມເສັ້ນທາງຂອງຣາຊວົງອາຮາບ; ພະອົງໄດ້ກະທໍາສິ່ງທີ່ຊົ່ວຮ້າຍໃນສາຍຕາຂອງພຣະຢາເວ, ດັ່ງທີ່ເຊື້້ອສາຍຂອງອາຮາບກະທໍາ, ເພາະອາຮາຊິຍຢາເປັນລູກເຂີຍຂອງຣາຊະວົງອາຮາບ.
|
||
|
||
\s5
|
||
\v 28 ອາຮາຊິຢາໄດ້ເດີນທາງໄປກັບໂຢຣາມລູກຊາຍຂອງອາຮາບ, ເພື່ອເຮັດສົງຄາມກັບຮາຊາເອນ, ກະສັດແຫ່ງອາຣາມ, ທີ່ເມືອງຣາໂມດ ກິເລອາດ. ຊາວອາຣາມໄດ້ກະທໍາໃຫ້ໂຢຣາມໄດ້ຮັບບາດເຈັບ.
|
||
\v 29 ກະສັດໂຢຣາມໄດ້ກັບຄືນມາຮັບການຮັກສາທີ່ເມືອງຍິດຊະເຣເອນ ທີ່ເກີດຈາກຄົນອາຣາມໄດ້ເຮັດແກ່ພະອົງທີ່ຣາມາ, ໃນເວລາທີ່ພະອົງໄດ້ຕໍ່ສູ້ຮາຊາເອນ ກະສັດແຫ່ງອາຣາມ. ດັ່ງນັ້ນອາຮາຊີຢາລູກຊາຍຂອງເຢໂຮຣາມ, ກະສັດແຫ່ງຢູດາ, ໄດ້ລົງໄປຫາໂຢຣາມລູກຊາຍຂອງອາຮາບ, ເພາະວ່າໂຢຣາມໄດ້ຮັບບາດເຈັບ.
|
||
|
||
\s5
|
||
\c 9
|
||
\cl ບົດທີ 9
|
||
\p
|
||
\v 1 ເອລີຊາຜູ້ທຳນວຍໄດ້ເອີ້ນຄົນຫນຶ່ງໃນພວກລູກຊາຍຂອງຜູ້ທຳນວາຍ ແລະກ່າວກັບລາວວ່າ,“ ຈົ່ງແຕ່ງຕົວເພື່ອເດີນທາງ, ແລ້ວຖືນ້ຳມັນຂວດນ້ອຍນີ້ໄວ້ໃນມືຂອງເຈົ້າ ແລະໄປທີ່ເມືອງ ຣາໂມດ ກີເລອາດ.
|
||
\v 2 ເມື່ອເຈົ້າເຖິງທີ່ນັ້ນແລ້ວ, ຈົ່ງຫລຽວຫາຢາຮູລູກຊາຍຂອງເຢໂຮຊາຟັດ ລູກຊາຍຂອງນິມຊີ, ແລະຈົ່ງເຂົ້າໄປຂ້າງໃນ ແລະໃຫ້ລາວລຸກຂຶ້ນຈາກຫມູ່ຂອງລາວ, ແລະພາລາວໄປທີ່ຫ້ອງຊັ້ນໃນ.
|
||
\v 3 ແລ້ວຈົ່ງເອົານ້ຳມັນໃນຂວດໄປ ແລະເທລົງເທິງຫົວຂອງລາວແລະເວົ້າວ່າ," ພຣະຢາເວກ່າວດັ່ງນີ້ວ່າ: "ເຮົາເຈີມຕັ້ງເຈົ້າໃຫ້ເປັນກະສັດເຫນືອອິສະຣາເອນ."' ແລ້ວຈົ່ງເປີດປະຕູ, ແລະແລ່ນອອກໄປ; ຢ່າຊັກຊ້າ."
|
||
|
||
\s5
|
||
\v 4 ດ້ວຍເຫດນີ້ຊາຍຫນຸ່ມຜູ້ນັ້ນ, ຄືຜູ້ທຳນວາຍຫນຸ່ມ, ຈຶ່ງໄດ້ໄປທີ່ ຣາໂມ ກີເລອາດ.
|
||
\v 5 ເມື່ອລາວໄປຮອດ, ເບິ່ງແມ, ບັນດານາຍທະຫານກຳລັງນັ່ງຢູ່. ດັ່ງນັ້ນຜູ້ທຳນວາຍຫນຸ່ມໄດ້ກ່າວວ່າ, "ທ່ານຜູ້ບັນຊາການ, ຂ້ານ້ອຍນຳຂ່າວມາເຖິງທ່ານ,"ເຢຮູໄດ້ເວົ້າວ່າ,"ມາເຖິງໃຜໃນພວກເຮົາ?" ຜູ້ທຳນວາຍຫນຸ່ມຕອບວ່າ, "ມາເຖິງທ່ານ, ຜູ້ບັນຊາການ."
|
||
\v 6 ດັ່ງນັ້ນເຢຮູຈຶ່ງລຸກຂຶ້ນແລະເຂົ້າໄປໃນເຮືອນ ແລະຜູ້ທຳນວາຍໄດ້ເອົານໍ້າມັນລົງເທິງຫົວຂອງລາວ ແລະ ກ່າວກັບເຢຮູວ່າ, "ພຣະຢາເວ, ພຣະເຈົ້າຂອງອິສະຣາເອນ, ກ່າວດັ່ງນີ້: ເຮົາໄດ້ເຈີມຕັ້ງເຈົ້າໄວ້ເປັນກະສັດເຫນືອປະຊາຊົນຂອງພຣະຢາເວ, ຄືເຫນືອຄົນອິສະຣາເອນ.
|
||
|
||
\s5
|
||
\v 7 ເຈົ້າຕ້ອງຂ້າຄອບຄົວຂອງອາຮາບນາຍຂອງເຈົ້າ, ເພື່ອເຮົາຈະແກ້ແຄ້ນໃຫ້ເລືອດຂອງຜູ້ຮັບໃຊ້ຂອງເຮົາຄືບັນດາຜູ້ທຳນວາຍ, ແລະ ເລືອດຂອງຜູ້ຮັບໃຊ້ທັງຫມົດຂອງພຣະເຢວາ, ຜູ້ທີ່ຖືກຂ້າໂດຍມືຂອງເຢຊາເບນ.
|
||
\v 8 ເພາະວ່າຄອບຄົວ ຂອງອາຮາບທັງຫມົດ ຈະຕ້ອງພິນາດ, ແລະ ເຮົາຈະກຳຈັດລູກຊາຍທຸກຄົນເສຍຈາກອາຮາບ, ບໍ່ວ່າຄົນນັ້ນຈະເປັນຂ້າທາດ ຫລື ຄົນມີອິສຣະ.
|
||
|
||
\s5
|
||
\v 9 ເຮົາຈະເຮັດໃຫ້ຄອບຄົວຂອງອາຮາບ ເປັນເຫມືອນຄອບຄົວຂອງ ເຢໂຣໂບອາມ ລູກຊາຍຂອງເນບັດ ແລະ ຄືກັບຄອບຄົວຂອງ ບາອາຊາ ລູກຊາຍຂອງອາຮີຢາ.
|
||
\v 10 ພວກຫມາຈະກິນ ເຢເຊເບນໃນ ຢິດຊາເລນ, ແລະ ຈະບໍ່ມີໃຜຝັງສົບນາງ. '"ແລ້ວຜູ້ທຳນວາຍໄດ້ເປີດປະຕູ ແລະແລ່ນຫນີໄປ.
|
||
|
||
\s5
|
||
\v 11 ເມື່ອເຢຮູອອກໄປຫາຜູ້ຮັບໃຊ້ຂອງນາຍຂອງລາວ, ແລະຄົນຫນຶ່ງ ຖາມລາວວ່າ: "ທຸກຢ່າງຮຽບຮ້ອຍດີບໍ? ເປັນຫຍັງຄົນບ້າຄົນນີ້ຈຶ່ງມາຫາເຈົ້າ?" ເຢຮູໄດ້ຕອບພວກເຂົາວ່າ, "ພວກເຈົ້າຮູ້ຈັກຊາຍຄົນນັ້ນແລະສິ່ງທີ່ເຂົາເວົ້າແລ້ວ."
|
||
\v 12 ພວກເຂົາເວົ້າວ່າ, "ນັ້ນແມ່ນຄຳຕົວະ. ບອກພວກເຮົາມາເຖີດ." ເຢຮູໄດ້ຕອບວ່າ, "ລາວໄດ້ເວົ້າແນວນີ້ແລະສິ່ງນັ້ນກັບຂ້ອຍ, ແລະລາວຍັງເວົ້າອີກວ່າ," ພຣະຢາເວກ່າວດັ່ງນີ້ວ່າ: ເຮົາໄດ້ເຈີມ ຕັ້ງເຈົ້າໃຫ້ເປັນກະສັດປົກຄອງອິສະຣາເອນ.'"
|
||
\v 13 ແລ້ວພວກເຂົາແຕ່ລະຄົນກໍໄດ້ຮີບເອົາເຄື່ອງແຕ່ງກາຍທີ່ສວມຂ້າງນອກຂອງພວກເຂົາອອກມາ ແລະປູໃຫ້ເຢຮູຢຽບທີ່ບັນໄດຂັ້ນເທິງສຸດ. ພວກເຂົາເປົ່າເຂົາສັດແລະເວົ້າວ່າ, "ເຢຮູເປັນກະສັດ."
|
||
|
||
\s5
|
||
\v 14 ດ້ວຍວິທີນີ້ ເຢຮູ ລູກຊາຍຂອງເຢໂຮຊາຟັດລູກຊາຍຂອງ ນິມຊີ ສົມຮູ້ຮ່ວມຄິດກັບຄົນອື່ນຄິດກະບົດຕໍ່ໂຢຣາມ. ຕອນນີ້ໂຢຣາມໄດ້ປ້ອງກັນເມືອງ ຣາໂມດກີເລອາດ, ລາວແລະຊາວອິສະຣາເອນ, ທັງຫມົດໄວ້ຈາກຮາຊາເອນກະສັດແຫ່ງອາຣາມ,
|
||
\v 15 ແຕ່ກະສັດໂຢຣາມ ໄດ້ກັບໄປທີ່ຢິດຊາເຣນເພື່ອຮັບການຮັກສາບາດແຜທີ່ຊາວອາຣາມທຳຮ້າຍລາວ, ໃນເວລາທີ່ລາວໄດ້ຕໍ່ສູ້ກັບກະສັດ ຮາຊາເອນແຫ່ງເອຣາມ. ເຢຮຸນຈຶ່ງໄດ້ເວົ້າກັບຜູ້ຮັບໃຊ້ຂອງໂຢຣາມວ່າ, "ຖ້ານີ້ເປັນຄວາມປະສົງຂອງທ່ານ, ກໍຢ່າປ່ອຍໃຫ້ຜູ້ໃດຫນີແລະອອກຈາກເມືອງ, ເພື່ອຈະໄປບອກຂ່າວນີ້ໃນເມືອງ ຢິດຊາເຣນໄດ້."
|
||
\v 16 ດັ່ງນັ້ນ ເຢຮູໄດ້ ຂີ່ຣົດມ້າເສິກໄປຍັງຢິດຊະເຣນ; ສຳລັບ ໂຢຣາມກຳລັງພັກຜ່ອນຢູ່ທີ່ນັ້ນ. ບັດນີ້ອາຮາຢາກະສັດແຫ່ງຢູດາໄດ້ລົງມາເບິ່ງໂຢຣາມ.
|
||
|
||
\s5
|
||
\v 17 ທະຫານຍາມກຳລັງຢືນຢູ່ເທິງຫໍຄອຍໃນ ຢິດຊາເຣນ, ແລະລາວໄດ້ເຫັນກຸ່ມຂອງເຢຮູເມື່ອລາວມາທາງໄກ; ລາວເວົ້າວ່າ, "ຂ້ອຍເຫັນກຸ່ມຜູ້ຊາຍກຳລັງມາ." ໂຢຣາມໄດ້ກ່າວວ່າ, "ຈົ່ງໃຊ້ຄົນຂີ່ມ້າໄປ, ແລະສົ່ງລາວອອກໄປພົບພວກເຂົາ; ແລະໃຫ້ຖາມເຂົາວ່າ," ທ່ານມາຢ່າງສັນຕິບໍ?'"
|
||
\v 18 ດັ່ງນັ້ນລາວໄດ້ສົ່ງຊາຍຄົນຫນຶ່ງຂີ່ມ້າໄປພົບເຂົາ; ເຂົາໄດ້ເວົ້າວ່າ," ກະສັດກ່າວດັ່ງນີ້ວ່າ: ທ່ານມາຢ່າງສັນຕິບໍ?'" ດັ່ງນັ້ນເຢຮູໄດ້ຕອບວ່າ," ທ່ານກ່ຽວຂ້ອງອັນໃດກັບສັນຕິ? ຈົ່ງລ້ຽວກັບຕາມເຮົາມາ." ແລ້ວທະຫານຜູ້ເຝົ້າຍາມໄດ້ບອກກະສັດວ່າ, "ຜູ້ນຳຂ່າວໄດ້ພົບກັບພວກເຂົາ, ແຕ່ລາວບໍ່ໄດ້ກັບມາອີກ."
|
||
|
||
\s5
|
||
\v 19 ແລ້ວທ່ານໄດ້ສົ່ງຄົນທີສອງຂີ່ມ້າອອກໄປ, ຜູ້ທີ່ມາຫາພວກເຂົາແລະເວົ້າວ່າ,“ ກະສັດກ່າວດັ່ງນີ້ວ່າ: 'ເຈົ້າມາຢ່າງສັນຕິບໍ?'" ເຢຮູຕອບວ່າ, "ເຈົ້າກ່ຽວຂ້ອງອັນໃດກັບສັນຕິ? ຈົ່ງລ້ຽວກັບແລະຕາມເຮົາມາ."
|
||
\v 20 ອີກຄັ້ງນັກເຝົ້າຍາມກໍໄດ້ລາຍງານວ່າໄດ້ລາຍງານວ່າ, "ລາວໄດ້ພົບກັບພວກເຂົາ, ແຕ່ລາວບໍ່ກັບມາອີກ. ວິທີການຂັບລົດມ້ານັ້ນກໍໄດ້ເຫມືອນກັບການຂັບຣົດມ້າຂອງ ເຢຮູລູກຊາຍຂອງ ນິມຊີ; ລາວກຳລັງຂັບຣົດຢ່າງໂຫດຮ້າຍ."
|
||
|
||
\s5
|
||
\v 21 ດັ່ງນັ້ນໂຢຣາມໄດ້ກ່າວວ່າ,“ ຈົ່ງກຽມຣົດຮົບຂອງເຮົາໄວ້ເຖີ້ນ.” ພວກເຂົາໄດ້ກຽມຣົດຮົບຂອງລາວ, ແລະໂຢຮາມກະສັດແຫ່ງອິສະຣາເອນແລະອາຮາຊີຢາກະສັດແຫ່ງຢູດາໄດ້ຂີ່ຣົດມ້າ, ແຕ່ລະຄົນກໍໄດ້ຢູ່ໃນຣົດຮົບຂອງລາວ, ເພື່ອພົບກັບເຢຮູ. ພວກເຂົາທັງສອງໄດ້ພົບລາວຢູ່ທີ່ ທີ່ດິນຂອງນາໂບດຊາວຢິດຊະເຣນ.
|
||
\v 22 ເມື່ອ ໂຢຣາມໄດ້ຫລຽວເຫັນຢາຮູແລ້ວ, ເພິ່ນຈຶ່ງໄດ້ກ່າວວ່າ, "ເຢຮູ ມາຢ່າງສັນຕິຫລືບໍ່?" ເຢຮູຕອບວ່າ, "ຈະມີສັນຕິໄດ້ຢ່າງໃດ, ເມື່ອການນອກໃຈໂດຍການບູຊາຮູບເຄົາຣົບແລະການຝຶກເວດມົນຄາຖາຂອງ ເຊເບນແມ່ຂອງທ່ານຍັງມີ ຢູ່ຫລວງຫລາຍເຊັ່ນນີ້?"
|
||
|
||
\s5
|
||
\v 23 ດັ່ງນັ້ນໂຢຣາມໄດ້ຊົງຊັກບັງຫຽນຣົດມ້າຮົບຫັນກັບ ແລະ ຫນີໄປ ແລະເວົ້າກັບ ອາຮາຊີຢາວ່າ, "ອາຮາຊີຢາ, ມີກະບົດ
|
||
\v 24 ແລ້ວເຢຮູກໍໄດ້ກົ່ງທະນູຂອງເຂົາດ້ວຍສຸດກຳລັງຂອງຕົນແລະໄດ້ຍິງຖືກໂຢຣາມລະຫວ່າງບ່າຂອງທ່ານ; ລູກທະນູໄດ້ຜ່ານຫົວໃຈຂອງລາວ, ແລະລາວໄດ້ລົ້ມລົງໄປໃນຣົດຮົບຂອງລາວ.
|
||
|
||
\s5
|
||
\v 25 ຜູ້ບັນຊາການທະຫານວ່າ,“ ຈົ່ງຍົກລາວຂຶ້ນແລະໂຍນຖິ້ມລົງໄປໃນທີ່ດິນທົ່ງຂອງນາໂບດຊາວຢິດຊະເຣນ. ຂໍໃຫ້ຄິດເຖິງເມື່ອເຮົາກັບເຈົ້າໄດ້ຂີ່ມ້າຮຽງກັນມາ ໃຫ້ທ່ານຕາມອາຮາບພໍ່ຂອງທ່ານໄປ, - ພຣະຢາເວໄດ້ຊົງກ່າວໂທດທ່ານວ່າ:
|
||
\v 26 ເມື່ອວານນີ້ເຮົາໄດ້ເຫັນເລືອດຂອງນາໂບດ ແລະເລືອດຂອງລູກຊາຍຂອງເຂົາ ພຣະຢາເວກ່າວວ່າ ແລະເຮົາຈະໄດ້ຕອບສະຫນອງເຈົ້າເທິງທີ່ດິນຕອນນີ້ແຫລະ ພຣະຢາເວກ່າວ. ບັດນີ້ຈົ່ງຍົກເຂົາຂຶ້ນ, ແລະໂຍນເຂົາຖິ້ມໄວ້ເທິງທີ່ດິນຕອນນີ້ແຫລະ, - ຕາມຖ້ອຍຄຳ ຂອງພຣະຢາເວ."
|
||
|
||
\s5
|
||
\v 27 ເມື່ອອາຮາຊີຢາກະສັດແຫ່ງໄດ້ຢູດາເຫັນເຫດການນີ້, ເພິ່ນກໍ່ໄດ້ຫນີໄປຕາມທາງໄປທາງເມືອງເບັດຮາກາ. ແຕ່ ເຢຮູ ໄດ້ຕິດຕາມເພິ່ນໄປ, ແລະກ່າວວ່າ, "ຈົ່ງຂ້າລາວໃນຣົດຮົບ," ແລະພວກເຂົາກໍ່ຍິງລາວຢູ່ບ່ອນສູງຂອງເມືອງ ກຸດ, ເຊິ່ງຢູ່ໃກ້ເມືອງລິບເລອາມ. ອາຮາຊີຢາໄດ້ປົບຫນີໄປທີ່ເມກິດໂດແລະຕາຍຢູ່ທີ່ນັ້ນ.
|
||
\v 28 ພວກຜູ້ຮັບໃຊ້ຂອງທ່ານໄດ້ນຳເອົາຊາກສົບຂອງທ່ານໃສ່ຣົດຮົບໄປທີ່ກຸງເຢຣູຊາເລັມແລະໄດ້ຝັງສົບເພິ່ນໄວ້ໃນອຸບໂມງຝັງສົບກັບບັນພະບຸຣຸດຂອງເພິ່ນໃນເມືອງດາວິດ.
|
||
|
||
\s5
|
||
\v 29 ບັດນີ້ ໃນປີທີສິບເອັດແຫ່ງຣາຊການໂຢຣາມລູກຊາຍຂອງອາຮາບທີ່ອາຮາຊີຢາໄດ້ຂຶ້ນປົກຄອງເຫນືອຢູດາ.
|
||
|
||
\s5
|
||
\v 30 ເມື່ອ ເຢຮູໄດ້ມາຮອດ ເມືອງຢິດຊະເຣນ, ເຢເຊເບນໄດ້ຊົງຮູ້ເລື່ອງ, ແລະນາງກໄດ້ແຕ້ມຕາຂອງນາງ, ໄດ້ແຕ່ງຜົມຂອງນາງ, ແລະເບິ່ງອອກຈາກປ່ອງຢ້ຽມ
|
||
\v 31 ເມື່ອເຢຮູໄດ້ຜ່ານປະຕູເຂົ້າມາ, ນາງໄດ້ຖາມລາວວ່າ, "ເຈົ້າມາຢ່າງສັນຕິບໍ, ເຈົ້າຊິມຣີ, ເຈົ້າຂ້ານາຍຂອງເຈົ້າບໍ?"
|
||
\v 32 ເຢຮູໄດ້ຫລຽວໄປເບິ່ງທີ່ປ່ອງຢ້ຽມແລະໄດ້ເວົ້າວ່າ, "ໃຜຢູ່ຂ້າງຂອງຂ້ອຍແມ່ນໃຜ?" ແລ້ວກໍຊາຍຕອນສອງ ສາມຄົນຫລຽວເບິ່ງລາວທາງປ່ອງຢ້ຽມ.
|
||
|
||
\s5
|
||
\v 33 ດັ່ງນັ້ນເຢຮູໄດ້ກ່າວວ່າ, "ຖິ້ມນາງລົງມາ." ດັ່ງນັ້ນພວກເຂົາໄດ້ໂຍນເຢຊາເບນລົງມາ, ແລະເລືອດຂອງນາງບາງສ່ວນໄດ້ກະແຈກກະຈາຍຢູ່ເທິງຝາແລະມ້າ, ແລະເຢຮູກໍໄດ້ຢຽບຊາກສົບຂອງນາງໄວ້ໃຕ້ຕີນ.
|
||
\v 34 ເມື່ອເຢຮູໄດ້ເຂົ້າໄປໃນວັງ, ລາວໄດ້ກິນແລະດື່ມ. ແລ້ວໄດ້ເວົ້າວ່າ, "ເບິ່ງດຽວນີ້ກັບແມ່ຍິງທີ່ຖືກສາບແຊ່ງຄົນນີ້ເຖີດ ຈົ່ງເອົານາງໄປແລະຝັງນາງເສຍ, ເພາະວ່ານາງເປັນທິດາຂອງກະສັດ."
|
||
|
||
\s5
|
||
\v 35 ພວກເຂົາໄດ້ໄປເພື່ອຈະຝັງສົບນາງ, ແຕ່ພວກເຂົາກໍບໍ່ໄດ້ພົບຫຍັງຫມົດນອກຈາກກະໂຫລກຫົວ, ຕີນ ແລະຝາມືຂອງນາງ.
|
||
\v 36 ດັ່ງນັ້ນພວກເຂົາກໍກັບມາແລະບອກເຢຮູ. ເຂົາໄດ້ກ່າວວ່າ, "ສິ່ງນີ້ເປັນໄປຕາມຖ້ອຍຄຳ ຂອງພຣະຢາເວ ຊຶ່ງພຣະອົງໄດ້ກ່າວຜ່ານທາງເອລີຢາຊາວຕີຊະເບ, ຜູ້ຮັບໃຊ້ຂອງພຣະອົງວ່າ, 'ໃນຢິດຊະເຣນ ຫມາ ຈະກິນເນື້ອຫນັງຂອງ ເຢເຊເບນ,
|
||
\v 37 ແລະສົບຂອງເຢເຊເບນຈະເປັນເຫມືອນຂີ້ສັດເທິງທີ່ດິນຂອງແຜ່ນດິນທີ່ຢິດຊະເຣນ, ເພື່ອວ່າຈະບໍ່ມີໃຜສາມາດເວົ້າໄດ້ວ່າ,"ນີ້ຄືເຢເຊເບນ."'"
|
||
|
||
\s5
|
||
\c 10
|
||
\cl ບົດທີ 10
|
||
\p
|
||
\v 1 ຕອນນີ້ອາຮາບມີລູກຫລານເຈັດສິບຄົນຢູ່ໃນເມືອງຊາມາເຣຍ. ເຢຮຸນ ໄດ້ຂຽນຈົດຫມາຍ ແລະ ສົ່ງໄປທີ່ເມືອງຊາມາເຣຍ, ເຖິງບັນດາຜູ້ປົກຄອງຂອງ ຢິດຊະເຣນ, ລວມທັງຜູ້ເຖົ້າຜູ້ແກ່ແລະ ຜູ້ປົກຄອງເຊື້ອສາຍຂອງອາຮາບ, ໂດຍກ່າວວ່າ,
|
||
\v 2 "ໃນເມື່ອລູກຊາຍຂອງເຈົ້ານາຍຂອງເຈົ້າຢູ່ກັບເຈົ້າ, ແລະ ເຈົ້າຍັງມີຣົດຮົບແລະມ້າແລະເມືອງທີ່ມີກຳລັງເສີມ ແລະປະກອບອາວຸດ. ດັ່ງນັ້ນບັດນີ້, ເມື່ອຈົດຫມາຍສະບັບນີ້ມາເຖິງເຈົ້າ,
|
||
\v 3 ຈົ່ງຄັດເລືອກເອົາລູກຊາຍຂອງນາຍເຈົ້າທີ່ດີທີ່ສຸດແລະ ສົມຄວນທີ່ສຸດ ແລະ ຕັ້ງລາວໄວ້ເທິງບັນລັງຂອງພໍ່ຂອງເຂົາ, ແລະ ຈົ່ງຕໍ່ສູ້ເພື່ອເຊື້ອສາຍຂອງເຈົ້ານາຍຂອງພວກເຈົ້າ."
|
||
|
||
\s5
|
||
\v 4 ແຕ່ພວກເຂົາຢ້ານແລະເວົ້າກັນວ່າ, "ເບິ່ງແມ, ກະສັດສອງຄົນບໍ່ສາມາດຕ້ານທານເຢຮູໄດ້. ດັ່ງນັ້ນພວກເຮົາຈະຕ້ານທານໄດ້ຢ່າງໃດ?"
|
||
\v 5 ແລ້ວຄົນທີ່ຮັບຜິດຊອບພຣະຣາຊວັງ, ແລະ ຜູ້ທີ່ເປັນຜູ້ປົກຄອງເມືອງ, ແລະ ພວກຜູ້ເຖົ້າແກ່ພ້ອມທັງຜູ້ທີ່ລ້ຽງດູເດັກນ້ອຍ, ໄດ້ສົ່ງຂ່າວໄປຫາເຢຮູ, ໂດຍກ່າວວ່າ, "ພວກເຮົາເປັນຜູ້ຮັບໃຊ້ຂອງພວກທ່ານ. ພວກເຮົາຈະເຮັດທຸກຢ່າງທີ່ທ່ານສັ່ງພວກເຮົາ. ພວກເຮົາຈະບໍ່ແຕ່ງຕັ້ງກະສັດຜູ້ໃດເລີຍ. ຂໍເຮັດຕາມສິ່ງທີ່ດີໃນສາຍຕາຂອງທ່ານ."
|
||
|
||
\s5
|
||
\v 6 ແລ້ວເຢຮູ ໄດ້ຂຽນຈົດຫມາຍ ເປັນຄັ້ງທີສອງເຖິງພວກເຂົາ, ໂດຍກ່າວວ່າ, "ຖ້າພວກທ່ານຢູ່ຝ່າຍເຮົາ, ແລະ ຖ້າທ່ານຈະຟັງເຮົາ, ທ່ານຕ້ອງນຳເອົາຫົວຂອງບັນດາລູກຊາຍນາຍຂອງທ່ານ, ແລະ ມາຫາເຮົາຢູ່ຢິດຊະເຣນໃນມື້ອື່ນນີ້. "ບັດນີ້ບັນດາລູກຫລານຂອງກະສັດ, ມີເຈັດສິບຄົນ, ໄດ້ຢູ່ກັບພວກຄົນສຳຄັນຂອງເມືອງ, ເຊິ່ງກຳລັງລ້ຽງພວກເຂົາ.
|
||
\v 7 ດັ່ງນັ້ນ ເມື່ອຈົດຫມາຍມາເຖິງພວກເຂົາ, ພວກເຂົາໄດ້ເອົາບັນດາລູກຊາຍຂອງກະສັດ ແລະ ຂ້າພວກເຂົາເຈັດສິບຄົນ, ເອົາຫົວຂອງພວກເຂົາໃສ່ກະຕ່າແລ້ວສົ່ງໄປໃຫ້ເຢຮູທີ່ເມືອງຢິດຊາເຣນ.
|
||
|
||
\s5
|
||
\v 8 ມີຄົນສົ່ງຂ່າວໄດ້ມາຫາເຢຮູ, ບອກວ່າ," ພວກເຂົາໄດ້ນຳເອົາຫົວບັນດາລູກຊາຍຂອງກະສັດມາແລ້ວ." ດັ່ງນັ້ນລາວເວົ້າວ່າ, "ຈົ່ງກອງບັນດາຫົວໄວ້ເປັນສອງກອງທີ່ປະຕູເຂົ້າເມືອງຈົນເຖິງຕອນເຊົ້າ."
|
||
\v 9 ພໍຕອນເຊົ້າ ເຢຮູໄດ້ອອກໄປ ແລະ ໄດ້ຢືນຢູ່, ແລະ ໄດ້ເວົ້າກັບປະຊາຊົນທັງຫມົດວ່າ, "ທ່ານທັງຫລາຍເປັນຜູ້ບໍ່ມີຄວາມຜິດ, ເຮົາໄດ້ກະບົດຕໍ່ນາຍຂອງເຮົາ ແລະ ໄດ້ຂ້າເພິ່ນເສຍ, ແຕ່ແມ່ນໃຜທີ່ຂ້າຄົນເຫລົ່ານີ້?
|
||
|
||
\s5
|
||
\v 10 ບັດນີ້ທ່ານຈົ່ງຮູ້ແນ່ເຖີດວ່າ ຖ້ອຍຄຳຂອງ ພຣະຢາເວບໍ່ວ່າສ່ວນໃດກໍຕາມ, ຊຶ່ງພຣະອົງໄດ້ກ່າວກ່ຽວກັບຣາຊວົງຂອງອາຮາບ, ຈະບໍ່ຕົກດິນແຕ່ຢ່າງໃດເລີຍ, ເພາະພຣະຢາເວໄດ້ຊົງເຮັດສິ່ງທີ່ກ່າວຜ່ານທາງເອລີຢາຜູ້ຮັບໃຊ້ຂອງພຣະອົງ.
|
||
\v 11 ດັ່ງນັ້ນເຢຮູໄດ້ຂ້າທຸກຄົນທີ່ເຫລືອຢູ່ໃນຣາຊວົງຂອງອາຮາບໃນເມືອງຢິດຊະເຣນ, ແລະຜູ້ຊາຍທີ່ສໍາຄັນທັງຫມົດຂອງລາວ, ຫມູ່ເພື່ອນໃກ້ຊິດຂອງລາວ, ແລະປະໂລຫິດຂອງລາວ, ຈົນພວກເຂົາບໍ່ມີໃຜລອດຊີວິດຈັກຄົນ.
|
||
|
||
\s5
|
||
\v 12 ແລ້ວເຢຮູໄດ້ ລຸກຂຶ້ນແລະອອກໄປ; ລາວໄປເມືອງຊາມາເຣຍ. ໃນລະຫວ່າງທາງທີ່ລາວໄປຮອດທີເບັດອີເກັດ ເຂດຫມູ່ບ້ານຂອງຜູ້ລ້ຽງແກະ,
|
||
\v 13 ລາວໄດ້ພົບອ້າຍນ້ອງຂອງກະສັດອາຮາຊີຢາແຫ່ງຢູດາ. ເຢຮູໄດ້ຖາມວ່າ, "ພວກທ່ານແມ່ນໃຜ?" ພວກເຂົາຕອບວ່າ, "ພວກເຮົາເປັນອ້າຍນ້ອງຂອງອາຮາຊີຢາ, ແລະພວກເຮົາກຳລັງຈະໄປຢ້ຽມບັນດາລູກຊາຍຂອງກະສັດແລະຂອງຣາຊີນີເຢຊາເບນ."
|
||
\v 14 ເຢຮູໄດ້ເວົ້າກັບພວກຄົນຂອງລາວວ່າ, "ຈັບເປັນພວກເຂົາ." ດັ່ງນັ້ນພວກເຂົາຈຶ່ງຈັບເປັນຄົນເຫລົ່ານັ້ນ ແລະ ຂ້າພວກເຂົາທັງສີ່ສິບສອງຄົນທີ່ນໍ້າສ້າງຂອງເບັດອີເກັດ. ລາວບໍ່ໄດ້ປ່ອຍໃຫ້ພວກເຂົາຢູ່ລອດຈັກຄົນດຽວ.
|
||
|
||
\s5
|
||
\v 15 ເມື່ອເຢຮູນໄດ້ອອກໄປຈາກບ່ອນນັ້ນ, ລາວໄດ້ພົບ ໂຢນາດາບລູກຊາຍຂອງ ເຣກາບຜູ້ທີ່ກຳລັງມາຫາລາວ. ເຢຮຸນໄດ້ຕ້ອນຮັບລາວແລະກ່າວກັບລາວວ່າ, "ຈິດໃຈຂອງເຈົ້າຊື່ສັດຕໍ່ເຮົາ, ຢ່າງທີ່ຈິດໃຈຂອງເຮົາຊື່ສັດກັບເຈົ້າບໍ?" ໂຢນາດາບຕອບວ່າ, "ແມ່ນແລ້ວ." ເຢຮຸນກ່າວວ່າ, "ຖ້າສັດຊື່ກໍຍື່ນມືຂອງເຈົ້າມາໃຫ້ເຮົາ." ດັ່ງນັ້ນໂຢນາດາບຈຶ່ງຍື່ນມືຂອງລາວໃຫ້ເຢຮູ, ແລະ ເຢຮູໄດ້ເອົາໂຢນາດາບຂຶ້ນໄປໃນຣົດຮົບກັບລາວ.
|
||
\v 16 ເຢຮູໄດ້ກ່າວວ່າ, "ມາກັບເຮົາເຖີດແລະ ເບິ່ງຄວາມກະຕືລືລົ້ນຂອງເຮົາເພື່ອພຣະຢາເວ." ດັ່ງນັ້ນລາວຈຶ່ງໃຫ້ໂຢນາດາບໄດ້ຂີ່ຣົດຮົບຂອງລາວໄປກັບລາວ.
|
||
\v 17 ເມື່ອລາວມາຮອດເມືອງຊາມາເຣຍ, ເຢຮູໄດ້ຂ້າທຸກຄົນໃນເຊື້ອສາຍຂອງອາຮາບທີ່ເຫລືອຢູ່ໃນເມືອງຊາມາເຣຍ, ຈົນຫມົດ, ເຢຮູໄດ້ທຳລາຍເຊື້ອສາຍທູກຄົນໃນຣາຊະວົງ ຂອງອາຮາບ, ຕາມຖ້ອຍຄຳຂອງພຣະຢາເວ, ຊຶ່ງພຣະອົງໄດ້ບອກກັບເອລີຢາ.
|
||
|
||
\s5
|
||
\v 18 ແລ້ວເຢຮູໄດ້ເຕົ້າໂຮມປະຊາຊົນທຸກຄົນມາເຕົ້າໂຮມກັນ ແລະ ກ່າວກັບພວກເຂົາວ່າ, "ອາຮາບຮັບໃຊ້ພະບາອານເລັກນ້ອຍ, ແຕ່ວ່າເຢຮູຈະຮັບໃຊ້ລາວຫລາຍກ່າວ.
|
||
\v 19 ບັດນີ້ຈົ່ງເອີ້ນຜູ້ທຳນວາຍຂອງພະບາອານມາຫາເຮົາໃຫ້ຫມົດ, ທັງຜູ້ນະມັສະການ, ແລະ ນັກບວດ. ທັງຫມົດຂອງພະບາອານ, ຢ່າໃຫ້ໃຜຂາດໄປເລີຍ, ເພາະເຮົາຈະມີການຖວາຍສັດບູຊາຄັ້ງໃຫຍ່ແກ່ພະບາອານ. ໃຜຂາດກໍຈະບໍ່ໃຫ້ມີຊີວິດຢູ່. "ແຕ່ ເຢຮູໄດ້ເຮັດສິ່ງທີ່ຫລອກລວງໂດຍເຈຕະນາທີ່ຈະຂ້າຜູ້ທີ່ນະມັສະການພະບາອານ.
|
||
\v 20 ເຢຮູໄດ້ ກ່າວວ່າ, "ຈົ່ງຈັດຊຸມນຸມ ເພື່ອນະມັສະການພະບາອານ." ດັ່ງນັ້ນພວກເຂົາຈຶ່ງປະກາດເອີ້ນປະຊຸມດັ່ງກ່າວ.
|
||
|
||
\s5
|
||
\v 21 ເເລ້ວເຢຮູໄດ້ສົ່ງຂ່າວໄປອິສະຣາເອນແລະຜູ້ທີ່ນະມັສະການພະບາອານທຸກຄົນກໍ ມາທັງຫມົດ, ດັ່ງນັ້ນຈຶ່ງບໍ່ມີເຫລືອຈັກຄົນ ຫນຶ່ງ ທີ່ບໍ່ໄດ້ມາ. ພວກເຂົາໄດ້ເຂົ້າໄປໃນວິຫານຂອງພະບາອານ, ແລະມັນກໍ່ເຕັມໄປຈາກເບື້ອງ ຫນຶ່ງ ຫາອີກເບື້ອງຫນຶ່ງ.
|
||
\v 22 ເຢຮູໄດ້ສັ່ງຜູ້ຮັບຜິດຊອບຕູ້ເສື້ອຄຸມວ່າ, "ຈົ່ງເອົາເສື້ອຄຸມສຳລັບຜູ້ທີ່ນະມັສະການພະບາອານອອກມາ." ດັ່ງນັ້ນຊາຍຄົນນັ້ນຈຶ່ງເອົາເສື້ອຄຸມອອກ.
|
||
|
||
\s5
|
||
\v 23 ດັ່ງນັ້ນ ເຢຮູ ໄດ້ໄປກັບ ໂຢນາດາບ ລູກຊາຍຂອງ ເຣກາບ ເຂົ້າໄປໃນເຮືອນຂອງພະບາອານ, ແລະລາວໄດ້ກ່າວກັບຜູ້ນະມັສະການຂອງພະບາອານວ່າ, "ຈົ່ງຊອກຫາ ແລະໃຫ້ແນ່ໃຈວ່າບໍ່ມີຜູ້ນະມັສະການພຣະຢາເວຢູ່ກັບພວກທ່ານ, ແຕ່ໃຫ້ມີຜູ້ທີ່ນະມັສະການພະບາອານເທົ່ານັ້ນ."
|
||
\v 24 ຈາກນັ້ນພວກເຂົາໄດ້ເຂົ້າໄປຖວາຍເຄື່ອງບູຊາ ແລະເຄື່ອງເຜົາບູຊາ. ດຽວນີ້ ເຢຮູໄດ້ເລືອກເອົາຜູ້ຊາຍແປດສິບຄົນທີ່ກຳລັງຢືນຢູ່ທາງນອກ, ແລະ ລາວໄດ້ບອກພວກເຂົາວ່າ,“ ຖ້າຜູ້ໃດທີ່ຂ້າພະເຈົ້າເອົາເຂົ້າໄປໃນມືຂອງທ່ານ ຫນີ, ຜູ້ໃດກໍ່ຕາມທີ່ປ່ອຍໃຫ້ຊາຍຄົນນັ້ນລອດໄປໄດ້, ລາວຈະຖືກປຣະຫານຊີວິດຂອງລາວແທນ."
|
||
|
||
\s5
|
||
\v 25 ດັ່ງນັ້ນທັນທີທີ່ເຢຮູໄດ້ຖວາຍເຄື່ອງເຜົາບູຊາ ສຳເລັດແລ້ວ, ທ່ານໄດ້ກ່າວກັບທະຫານຍາມ ແລະ ຜູ້ບັນຊາການວ່າ, "ຈົ່ງເຂົ້າໄປ ແລະ ຂ້າພວກເຂົາ. ຢ່າໃຫ້ຜູ້ໃດອອກມາ." ດັ່ງນັ້ນເມື່ອຂ້າພວກເຂົາດ້ວຍຄົມດາບແລ້ວ, ທະຫານຍາມແລະ ພວກຜູ້ບັນຊາການໄດ້ໂຍນສົບພວກເຂົາອອກໄປຂ້າງນອກ ແລະ ກໍເຂົ້າໄປໃນຫ້ອງຊັ້ນໃນຂອງວິຫານພະບາອານ.
|
||
\v 26 ພວກເຂົາໄດ້ດຶງເສົາຫີນທີ່ຕັ້ງຢູ່ໃນວິຫານຂອງພະບາອານໄປເຜົາເສຍ.
|
||
\v 27 ແລ້ວພວກເຂົາໄດ້ທຳລາຍເສົາສັກສິດຂອງພະບາອານ, ແລະ ໄດ້ທຳລາຍວິຫານຂອງພະບາອານ ແລະ ເຮັດເປັນວິດຖ່າຍ, ຈົນຮອດປະຈຸບັນນີ້.
|
||
\v 28 ນີ້ຄືວິທີທີ່ເຢຮູໄດ້ທຳລາຍຜູ້ນະມັສະການພະບາອານອອກຈາກອິສະຣາເອນ.
|
||
|
||
\s5
|
||
\v 29 ແຕ່ເຢຮູບໍ່ໄດ້ປະຖິ້ມບາບຂອງ ເຢໂຣໂບອາມລູກຊາຍຂອງເນບັດ, ຜູ້ຊຶ່ງລາວໄດ້ເຮັດໃຫ້ອິສະຣາເອນເຮັດບາບ - ນັ້ນແມ່ນການນະມັສະການລູກງົວຄຳ ຢູ່ ໃນເມືອງເບັດເອນ ແລະ ໃນເມືອງດານ.
|
||
\v 30 ດັ່ງນັ້ນພຣະຢາເວໄດ້ກ່າວກັບເຢຮູວ່າ, "ເພາະວ່າເຈົ້າໄດ້ເຮັດສິ່ງທີ່ຖືກຕ້ອງໃນສາຍຕາຂອງເຮົາ, ແລະ ໄດ້ເຮັດກັບຄອບຄົວຂອງອາຮາບຕາມທຸກສິ່ງທີ່ຢູ່ໃນໃຈຂອງເຮົາ, ລູກຫລານຂອງເຈົ້າສີ່ຮຸ້ນອາຍຸຄົນຈະໄດ້ນັ່ງຢູ່ເທິງບັນລັງຂອງອິສະຣາເອນ."
|
||
\v 31 ແຕ່ເຢຮູບໍ່ສົນໃຈທີ່ຈະດຳເນີນຕາມກົດບັນຍັດຂອງພຣະຢາເວ, ພຣະເຈົ້າຂອງອິສະຣາເອນ, ດ້ວຍສຸດໃຈຂອງເຂົາ. ລາວບໍ່ໄດ້ຫັນຫນີຈາກບາບຂອງ ເຢໂຣໂບອາມ, ໂດຍລາວໄດ້ນຳໃຫ້ອິສະຣາເອນເຮັດບາບດ້ວຍ.
|
||
|
||
\s5
|
||
\v 32 ໃນຄາວນັ້ນພຣະຢາເວຊົງເລີ້ມຕັດດິນແດນຂອງອິສະຣາເອນອອກ, ແລະ ຮາຊາເອວກໍໄດ້ຮົບຊະນະທົ່ວດິນແດນອິສະຣາເອນ,
|
||
\v 33 ຕັ້ງແຕ່ແມ່ນ້ຳຈໍແດນຟາກຕາເວັນອອກທັງຫມົດ ແຜ່ນດິນກີເລອາດ, ຄົນກາດ, ແລະ ຄົນລູເບັນແລະ ຄົນມານາເຊ ຕັ້ງແຕ່ເມືອງ ອາໂຣເອ, ເຊິ່ງຢູ່ຂ້າງຮ່ອມພູ ຂອງອາກໂນນ, ຜ່ານກີເລອາດໄປຈົນເຖິງບາຊານ.
|
||
|
||
\s5
|
||
\v 34 ສຳລັບເລື່ອງອື່ນກ່ຽວກັບເຢຮູ, ແລະ ທຸກສິ່ງທີ່ລາວໄດ້ເຮັດ ແລະ ອຳນາດຂອງລາວແມ່ນບໍ່ໄດ້ຖືກຂຽນໄວ້ໃນປຶ້ມບັນທຶກເຫດການຕ່າງໆຂອງກະສັດຂອງອິສະຣາເອນບໍ?
|
||
\v 35 ເຢຮູຈຶ່ງໄດ້ລ່ວງລັບໄປຢູ່ກັບບັນພະບຸຣຸດຂອງເພິ່ນ, ແລະ ພວກເຂົາໄດ້ຝັງເພິ່ນໄວ້ທີ່ເມືອງຊາມາເຣຍ. ຫລັງຈາກນັ້ນ ເຢໂຮອາຮາດລູກຊາຍຂອງເພິ່ນໄດ້ຂຶ້ນເປັນກະສັດແທນ.
|
||
\v 36 ເວລາທີ່ເຢຮູໄດ້ປົກຄອງປະເທດອິສະຣາເອນຢູ່ທີ່ເມືອງຊາມາເຣຍນັ້ນຄືອາຍຸໄດ້ຊາວແປດປີ.
|
||
|
||
\s5
|
||
\c 11
|
||
\cl ບົດທີ 11
|
||
\p
|
||
\v 1 ບັດນີ້ເມື່ອ ອາທາລິຢາ, ແມ່ຂອງອາຮາຊິຢາ, ໄດ້ເຫັນວ່າລູກຊາຍຂອງນາງໄດ້ຕາຍໄປແລ້ວ, ນາງກໍໄດ້ລຸກຂຶ້ນແລະຂ້າເຊື້ອພະວົງທັງຫມົດ.
|
||
\v 2 ແຕ່ເຢໂຮເຊບາລູກສາວຂອງກະສັດເຢໂຮຣາມ, ແລະນ້ອງສາວຂອງອາຮາຊິຢາ, ໄດ້ລັກນຳໂຢອາດລູກຊາຍຂອງອາຮາຊິຢາ, ແລະໄດ້ເຊື່ອງເຂົາໄວ້ຈາກທ່າມກາງບັນດາລູກຊາຍຂອງກະສັດ ຊຶ່ງຕ້ອງຖືກຂ້າ, ລວມທັງພີ່ລ້ຽງຂອງເຂົາ; ນາງໄດ້ວາງເຂົາໄວ້ໃນຫ້ອງນອນ. ພວກເຂົາໄດ້ເຊື່ອງເຂົາໄວ້ຈາກອາທາລິຢາ ເພື່ອວ່າເຂົາຈະບໍ່ໄດ້ຖືກຂ້າ.
|
||
\v 3 ເຂົາໄດ້ຢູ່ກັບເຢໂຮເຊບາ, ຜູ້ຊຶ່ງເຊື່ອງເຂົາໄວ້ໃນວິຫານຂອງພຣະຢາເວ, ເປັນເວລາຫົກປີ, ໃນຂະນະທີ່ອາທາລິຢາໄດ້ຊົງປົກຄອງເຫນືອແຜ່ນດິນ.
|
||
|
||
\s5
|
||
\v 4 ແຕ່ໃນປີທີເຈັດ, ເຢໂຮຍອາດາໄດ້ສົ່ງສານແລະໄດ້ນຳໄປມອບໃຫ້ບັນດາຜູ້ບັນຊາການ, ແລະຂອງພວກນາຍທະຫານຍາມ, ໃຫ້ມາຫາເຂົາໃນພຣະວິຫານຂອງພຣະຢາເວ. ເພິ່ນໄດ້ເຮັດພັນທະສັນຍາກັບພວກເຂົາ, ແລະ ໃຫ້ພວກເຂົາສາບານໃນພຣະວິຫານຂອງພຣະຢາເວ. ແລ້ວເຂົາກໍໄດ້ນຳເອົາລູກຊາຍຂອງກະສັດມາໃຫ້ພວກເຂົາເຫັນ.
|
||
\v 5 ເພິ່ນໄດ້ສັ່ງພວກເຂົາວ່າ," ສິ່ງນີ້ເປັນສິ່ງທີ່ພວກເຈົ້າຕ້ອງເຮັດຄື. ກຸ່ມຫນຶ່ງໃນສາມກຸ່ມຂອງພວກເຈົ້າຜູ້ຊຶ່ງເຝົ້າຍາມໃນວັນສະບາໂຕ ຈະຕ້ອງເຝົ້າຍາມວັງຂອງກະສັດ,
|
||
\v 6 ແລະ ອີກກຸ່ມຫນຶ່ງຈະຕ້ອງຢືນຍາມທີ່ປະຕູຊູເຣ, ແລະ ອີກກຸ່ມຫນຶ່ງໃຫ້ປະຈຳຢູ່ທີ່ປະຕູຫລັງປ້ອມຍາມ,"
|
||
|
||
\s5
|
||
\v 7 ສ່ວນອີກສອງກຸ່ມທີ່ບໍ່ໄດ້ຢູ່ຍາມໃນວັນສະບາໂຕ, ພວກເຈົ້າຕ້ອງເຝົ້າຣະວັງພຣະວິຫານຂອງ ພຣະຢາເວ ສຳລັບກະສັດ.
|
||
\v 8 ພວກເຈົ້າຕ້ອງອ້ອມກະສັດໄວ້, ຜູ້ຊາຍທຸກຄົນພ້ອມບັນດາອາວຸດໃນມື. ຂອງພວກເຂົາຜູ້ໃດກໍຕາມ, ທີ່ເຂົ້າໄປໃກ້ໃນແຖວຈະຕ້ອງຖືກຂ້າ. ເຈົ້າຕ້ອງຢູ່ກັບກະສັດ ເມື່ອພະອົງອອກໄປ, ແລະເມື່ອພະອົງເຂົ້າມາ.
|
||
|
||
\s5
|
||
\v 9 ດັ່ງນັ້ນບັນດາຜູ້ບັນຊາການກອງຮ້ອຍ ກໍໄດ້ເຊື່ອຟັງທຸກສິ່ງຕາມທີ່ເຢໂຮຍອາດາປະໂລຫິດໄດ້ສັ່ງໄວ້. ແຕ່ລະຄົນຕ່າງກໍນຳຄົນຂອງຕົນ, ຜູ້ຊຶ່ງຈະເຂົ້າຍາມໃນວັນສະບາໂຕ, ແລະ ພ້ອມກັບຜູ້ທີ່ຈະອອກຍາມວັນສະບາໂຕນັ້ນ; ແລະ ພວກເຂົາໄດ້ມາຫາເຢໂຮຍອາດາປະໂລຫິດ.
|
||
\v 10 ແລ້ວເຢໂຮຍອາດາ ປະໂລຫິດກໍໄດ້ມອບຫອກ ແລະ ໂລ້ແກ່ບັນດາຜູ້ບັນຊາການ ຊຶ່ງເປັນຂອງກະສັດດາວິດ ແລະ ທີ່ຢູ່ໃນພຣະວິຫານຂອງພຣະຢາເວ.
|
||
|
||
\s5
|
||
\v 11 ດັ່ງນັ້ນພວກທະຫານຍາມ, ແຕ່ລະຄົນໄດ້ຢືນພ້ອມບັນດາອາວຸດໃນມືຂອງພວກເຂົາ, ຈາກດ້ານຂວາໄປເຖິງດ້ານຊ້າຍຂອງພຣະວິຫານ, ໃກ້ແທ່ນບູຊາ ແລະ ພຣະວິຫານ, ອ້ອມຮອບກະສັດ.
|
||
\v 12 ແລ້ວເຢໂຮຍອາດາກໍໄດ້ນຳລູກຊາຍຂອງກະສັດໂຢອາດ, ອອກມາໄດ້ສວມມົງກຸດໃຫ້ເຂົາ, ແລະ ໄດ້ມອບກົດເກນແຫ່ງພັນທະສັນຍາໃຫ້ເຂົາ. ແລ້ວພວກເຂົາໄດ້ຕັ້ງ ແລະ ເຈີມເຂົາໃຫ້ເປັນກະສັດ ແລ້ວພວກເຂົາກໍໄດ້ຕົບມືລະບອກວ່າ,"ຂໍໃຫ້ກະສັດຈະເຣີນຫມັ້ນຍືນເຖີ້ນ!"
|
||
|
||
\s5
|
||
\v 13 ເມື່ອອາທາລິຢາໄດ້ຍິນສຽງທະຫານຍາມ ແລະ ສຽງປະຊາຊົນ, ນາງກໍໄດ້ເຂົ້າໄປຫາປະຊາຊົນໃນພຣະວິຫານຂອງພຣະຢາເວ.
|
||
\v 14 ນາງໄດ້ເບິ່ງ, ແລະ, ເບິ່ງແມ, ກະສັດໄດ້ຊົງຢືນຢູ່ຂ້າງເສົາ, ຕາມທຳນຽມທີ່ເຄີຍປະຕິບັດ, ແລະ ມີບັນດາຜູ້ບັນຊາການ ແລະ ຄົນເປົ່າແກໄດ້ຢູ່ຂ້າງກະສັດ. ປະຊາຊົນທັງຫມົດໃນແຜ່ນດິນກໍໄດ້ຊື່ນຊົມຍິນດີ ແລະ ໄດ້ເປົ່າແກ. ແລ້ວອາທາລິຢາກໍໄດ້ຈີກເສື້ອຜ້າຂອງນາງ ແລະ ໄດ້ຮ້ອງຂຶ້ນວ່າ," ກະບົດ! ກະບົດ!"
|
||
|
||
\s5
|
||
\v 15 ແລ້ວເຢໂຮຍອາດາປະໂລຫິດໄດ້ສັ່ງພວກບັນຊາການທີ່ໄດ້ຮັບການຕັ້ງໃຫ້ຄວບຄຸມ, ກອງທັບວ່າ, "ຈົ່ງນຳຕົວນາງອອກມາລະຫວ່າງແຖວທະຫານ. ໃຜກໍຕາມທີ່ຕິດຕາມນາງໄປ, ຈົ່ງຂ້າເຂົາເສຍດ້ວຍດາບ." ເພາະປະໂລຫິດໄດ້ກ່າວວ່າ, "ຢ່າຂ້ານາງໃນພຣະວິຫານຂອງພຣະຢາເວ."
|
||
\v 16 ດັ່ງນັ້ນພວກເຂົາຈຶ່ງໄດ້ຈັບນາງ ໃນຂະນະທີ່ນາງໄດ້ໄປເຖິງທາງທີ່ມ້າເຂົ້າເດີ່ນພະຣາຊວັງ, ແລະ ນາງໄດ້ຖືກຂ້າເສຍທີ່ນັ້ນ.
|
||
|
||
\s5
|
||
\v 17 ແລ້ວເຢໂຮຍອາດາໄດ້ເຮັດພັນທະສັນຍາລະຫວ່າງພຣະຢາເວແລະກັບກະສັດ ແລະກັບປະຊາຊົນ, ວ່າພວກເຂົາຄວນຈະເປັນປະຊາຊົນຂອງພຣະຢາເວ, ແລະຍັງເຮັດພັນທະສັນຍາລະຫວ່າງກະສັດແລະປະຊາຊົນດ້ວຍ.
|
||
\v 18 ດັ່ງນັ້ນປະຊາຊົນຫມົດທັງແຜ່ນດິນກໍໄດ້ເຂົ້າໄປໃນສາລາຂອງພະບາອານແລະມ້າງສາລາລົງ. ພວກເຂົາໄດ້ທຳລາຍບັນດາແທ່ນບູຊາແລະຮູບເຄົາຣົບຂອງພະບາອານຫັກເປັນຕ່ອນໆ, ແລະພວກເຂົາໄດ້ຂ້າມັດຕານ, ນັກບວດຂອງພະບາອານເສຍທີ່ຫນ້າແທ່ນບູຊາ. ແລ້ວເຢໂຮຍອາດາປະໂລຫິດໄດ້ແຕ່ງຕັ້ງພວກຍາມໄວ້ເຝົ້າພຣະວິຫານຂອງພຣະຢາເວ.
|
||
|
||
\s5
|
||
\v 19 ເຢໂຮຍອາດາໄດ້ພາພວກຜູ້ບັນຊາການ, ພວກທະຫານຍາມ, ແລະປະຊາຊົນທັງຫມົດແຫ່ງແຜ່ນດິນໄປກັບເພິ່ນ, ແລະພວກເພິ່ນໄດ້ເເຫ່ກະສັດອອກມາຈາກພຣະວິຫານຂອງພຣະຢາເວຮ່ວມກັນ ແລະພວກເຂົາໄດ້ເຂົ້າໄປໃນວັງຂອງກະສັດ, ທີ່ທາງປະຕູທະຫານຍາມ. ໂຢອາດກໍໄດ້ຂຶ້ນນັ່ງເທິງບັນລັງຂອງກະສັດ.
|
||
\v 20 ດັ່ງນັ້ນປະຊາຊົນທັງຫມົດແຫ່ງແຜ່ນດິນກໍໄດ້ຊົມຊື່ນຍິນດີ, ແລະບ້ານເມືອງກໍໄດ້ສະຫງົບຫລັງຈາກໄດ້ຂ້າອາທາລີຢາດ້ວຍດາບແລ້ວທີ່ວັງຂອງກະສັດ.
|
||
|
||
\s5
|
||
\v 21 ໂຢອາດມີອາຍຸໄດ້ເຈັດປີເມື່ອພະອົງຊົງຄອງຣາຊ.
|
||
|
||
\s5
|
||
\c 12
|
||
\cl ບົດທີ 12
|
||
\p
|
||
\v 1 ໃນປີທີເຈັດແຫ່ງຣາຊການເຢຮູ, ໂຢອາດໄດ້ປົກຄອງ; ເປັນເວລາສີ່ສິບປີໃນເຢຣູຊາເລັມ. ແມ່ຂອງພະອົງຊື່ວ່າ ຊີບີຢາ, ຊາວເບຍເອເຊບາ.
|
||
\v 2 ໂຢອາດໄດ້ຊົງເຮັດສິ່ງທີ່ຊອບທັມໃນສາຍຕາຂອງພຣະຢາເວຕະຫລອດຣາຊການນັ້ນ, ເພາະເຢໂຮຍອາດາປະໂລຫິດໄດ້ແນະນຳພະອົງ.
|
||
\v 3 ແຕ່ສະຖານສູງຕ່າງໆຍັງບໍ່ໄດ້ມ້າງລົງ. ປະຊາຊົນຍັງຄົງຖວາຍສັດບູຊາ ແລະເຜົາເຄື່ອງຫອມໃນສະຖານສູງເຫລົ່ານັ້ນ.
|
||
|
||
\s5
|
||
\v 4 ໂຢອາດໄດ້ເວົ້າກັບພວກປະໂລຫິດວ່າ," ເງິນທັງຫມົດອັນເປັນຂອງຖວາຍທີ່ບໍຣິສຸດ ຊຶ່ງໄດ້ນຳເຂົ້າມາໃນພຣະວິຫານຂອງພຣະຢາເວ, ໄດ້ແກ່ເງິນທີ່ໄດ້ຮຽກຈາກແຕ່ລະຄົນ ຄືເງິນທີ່ໄດ້ເກັບໂດຍການສຳຫລວດສຳມະໂນ, ປະຊາຊົນຫລືເງິນທີ່ໄດ້ຈາກການປະຕິຍານຂອງບຸກຄົນ, ຫລືເງິນທີ່ປະຊາຊົນໄດ້ຖວາຍໂດຍການດົນໃຈຈາກພຣະຢາເວ ດ້ວຍສະມັກໃຈຂອງພວກເຂົາ
|
||
\v 5 ປະໂລຫິດຄວນຮັບເງິນນັ້ນຈາກຫນຶ່ງຂອງພວກຜູ້ເກັບເງິນທັງຫລາຍ ແລະສ້ອມແປງພຣະວິຫານບ່ອນທີ່ເຫັນວ່າເປ່ເພ."
|
||
|
||
\s5
|
||
\v 6 ແຕ່ໃນປີທີຊາວສາມຂອງຣາຊການຂອງກະສັດໂຢອາດ, ພວກປະໂລຫິດບໍ່ໄດ້ສ້ອມແປງສິ່ງໃດໃນພຣະວິຫານເລີຍ.
|
||
\v 7 ແລ້ວກະສັດໂຢອາດຈຶ່ງໄດ້ຊົງເອີ້ນເຢໂຮຍອາດາປະໂລຫິດແລະບັນດາປະໂລຫິດອື່ນໆ; ພະອົງໄດ້ກ່າວກັບພວກເຂົາວ່າ," ເປັນຫຍັງພວກທ່ານຈຶ່ງບໍ່ສ້ອມແປງສິ່ງໃດໆໃນພຣະວິຫານ? ສະນັ້ນຕໍ່ໄປນີ້ຢ່າຮັບເງິນຈາກຜູ້ບໍຣິຈາກເລີຍ, ແຕ່ໃຫ້ເກັບເງິນມາສະເພາະທີ່ຈະແປງພຣະວິຫານ ແລະ ຈ່າຍໃຫ້ແກ່ພວກຜູ້ທີ່ຈະສ້ອມແປງພຣະວິຫານເທົ່ານັ້ນ."
|
||
\v 8 ດັ່ງນັ້ນພວກປະໂລຫິດຈຶ່ງໄດ້ຕົກລົງກັນວ່າຈະບໍ່ຮັບເງິນຈາກປະຊາຊົນອີກ ແລະ ຈະບໍ່ສ້ອມແປງພຣະວິຫານດ້ວຍຕົວຂອງພວກເຂົາເອງ.
|
||
|
||
\s5
|
||
\v 9 ໄດ້ເຈາະຮູຫນຶ່ງທີ່ຝາຫີບນັ້ນ, ແລະໄດ້ໄວ້ທີ່ແທ່ນບູຊາດ້ານຂວາ, ທາງເຂົ້າພຣະວິຫານຂອງພຣະຢາເວ. ແລະປະໂລຫິດທີ່ເຝົ້າຢູ່ທາງເຂົ້າພຣະວິຫານກໍໄດ້ໃສ່ເງິນທັງຫມົດລົງໄປໃນຫີບທີ່ໄດ້ເຂົ້າມາໃນພຣະວິຫານຂອງພຣະຢາເວ.
|
||
\v 10 ເມື່ອໃດກໍຕາມທີ່ພວກເພິ່ນເຫັນວ່າມີເງິນໃນຫີບຫລາຍພໍແລ້ວ, ເລຂາທິການແລະມະຫາປະໂລຫິດຈະມາແລະເອົາເງິນໃສ່ຖົງ, ແລ້ວເອົາເງິນທີ່ໄດ້ໃນພຣະວິຫານຂອງພຣະຢາເວໄປນັບ.
|
||
|
||
\s5
|
||
\v 11 ພວກເຂົາໄດ້ມອບເງິນທີ່ຊັ່ງແລ້ວໃຫ້ແກ່ບັນດາຄົນທີ່ດູແລພຣະວິຫານຂອງພຣະຢາເວ. ພວກເຂົາໄດ້ຈ່າຍໃຫ້ແກ່ພວກຊ່າງໄມ້ແລະພວກຊ່າງກໍ່ສ້າງ ຜູ້ຊຶ່ງໄດ້ບູຣະນະວິຫານຂອງພຣະຢາເວ,
|
||
\v 12 ແລະໃຫ້ແກ່ພວກຊ່າງກໍ່ແລະພວກຊ່າງສະກັດຫີນ, ເພື່ອຊື້ໄມ້ແລະຫີນສະກັດທີ່ໃຊ້ໃນການສ້ອມແປງພຣະວິຫານຂອງພຣະຢາເວ, ແລະສຳລັບຄ່າໃຊ້ຈ່າຍອື່ນໆທັງຫມົດທີ່ຈຳເປັນໃນການສ້ອມແປງ.
|
||
|
||
\s5
|
||
\v 13 ແຕ່ເງິນທີ່ໄດ້ນຳເຂົ້າມາໃນພຣະວິຫານຂອງພຣະຢາເວນັ້ນ ບໍ່ໃຫ້ນຳໄປໃຊ້ໃນການເຮັດພວກຖ້ວຍເງິນ, ມີດຕັດໄສ້ຕະກຽງ, ອ່າງ, ແກ, ຫລືພາຊະນະທອງຄຳ, ຫລືພາຊະນະເງິນທີ່ໃຊ້ຕົກແຕ່ງໃດໆ.
|
||
\v 14 ພວກເຂົາໄດ້ຈ່າຍເງິນໃຫ້ແກ່ພວກທີ່ເຮັດງານສ້ອມພຣະວິຫານຂອງພຣະຢາເວ.
|
||
|
||
\s5
|
||
\v 15 ຍິ່ງກວ່ານັ້ນພວກເຂົາບໍ່ຕ້ອງຂຽນລາຍງານຄ່າໃຊ້ຈ່າຍ ໃນການແປງ ທັງພວກຜູ້ທີ່ໄດ້ຮັບເງິນ ແລະພວກຜູ້ທີ່ໄດ້ຈ່າຍເງິນແກ່ພວກຄົນງານ, ເພາະພວກເຂົາໄດ້ປະຕິບັດງານດ້ວຍຄວາມສັດຊື່.
|
||
\v 16 ແຕ່ເງິນຖວາຍບູຊາເພື່ອການລົບຄວາມຜິດແລະເງິນຖວາຍບູຊາລົບລ້າງບາບ ຈະບໍ່ໄດ້ນຳມາໄວ້ໃນພຣະວິຫານຂອງພຣະຢາເວ, ເພາະເງິນນັ້ນໃຫ້ເປັນຂອງພວກປະໂລຫິດ.
|
||
|
||
\s5
|
||
\v 17 ແລ້ວຮາຊາເອນກະສັດແຫ່ງອາຣາມໄດ້ຊົງຂຶ້ນໄປຮົບກັບເມືອງກາດ, ແລະຢຶດເມືອງນັ້ນໄດ້. ແລ້ວຮາຊາເອນກໍໄດ້ຫັນຂຶ້ນໄປໂຈມຕີກຸງເຢຣູຊາເລັມ.
|
||
\v 18 ໂຢອາດກະສັດແຫ່ງຢູດາໄດ້ນຳເອົາສິ່ງຂອງສັກສິດທັງຫມົດທີ່ເຢໂຮຊາຟັດແລະເຢໂຮຣາມແລະອາຮາຊີຢາ, ບັນພະບຸຣຸດຂອງພະອົງ, ຜູ້ເປັນກະສັດແຫ່ງຢູດາ, ໄດ້ຊົງຊຳຣະໃຫ້ບໍຣິສຸດໄວ້ນັ້ນ, ແລະສິ່ງຂອງສັກສິດຂອງພະອົງເອງ, ແລະທອງຄຳທັງຫມົດທີ່ໄດ້ເຫັນໃນຄັງຂອງພຣະວິຫານພຣະຢາເວ ແລະວັງຂອງກະສັດມາແລະພະອົງໄດ້ສົ່ງສິ່ງເຫລົ່ານີ້ໄປໃຫ້ຮາຊາເອນກະສັດແຫ່ງອາຣາມ. ແລ້ວຮາຊາເອນກໍໄດ້ຊົງຖວາຍຊັບໄປຈາກກຸງເຢຣູຊາເລັມ.
|
||
|
||
\s5
|
||
\v 19 ສ່ວນພະຣາຊກິດອື່ນໆຂອງໂຢອາດ, ແລະທຸກສິ່ງທີ່ໄດ້ຊົງກະທຳ, ໄດ້ບັນທຶກໃນຫນັງສືພົງສາວະດານກະສັດແຫ່ງຢູດາບໍ່ແມ່ນບໍ?
|
||
\v 20 ພວກຜູ້ຮັບໃຊ້ຂອງພະອົງໄດ້ລຸກຂຶ້ນແລະໄດ້ກໍ່ການກະບົດ; ພວກເຂົາໄດ້ຂ້າໂຢອາດເສຍໃນເບັນມິນໂລຕາມທາງທີ່ລົງໄປຍັງສິນລາ.
|
||
\v 21 ໂຢຊາການລູກຊາຍຂອງຊີເມອາດ, ແລະເຢໂຮຊາບັດລູກຊາຍຂອງໂຊເມ, ພວກຂ້າຣາຊການຂອງພະອົງໄດ້ຂ້າພະອົງເສຍ. ພວກເຂົາໄດ້ຝັງໂຢອາດໄວ້ກັບບັນພະບຸຣຸດໃນເມືອງດາວິດ, ແລະອາມາຊີຢາ, ລູກຊາຍຂອງພະອົງໄດ້ຂຶ້ນເປັນກະສັດແທນ.
|
||
|
||
\s5
|
||
\c 13
|
||
\cl ບົດທີ 13
|
||
\p
|
||
\v 1 ໃນປີທີຊາວສາມແຫ່ງຣາຊການໂຢອາດ ລູກຊາຍຂອງອາຮາຊີຢາ ກະສັດແຫ່ງຢູດາ, ເຢໂຮອາຮາດ ລູກຊາຍຂອງເຢຮູໄດ້ຊົງປົກຄອງເຫນືອອິສະຣາເອນໃນກຸງສະມາເຣຍ; ພະອົງປົກຄອງເປັນເວລາສິບເຈັດປີ.
|
||
\v 2 ພະອົງໄດ້ເຮັດສິ່ງຊົ່ວຮ້າຍໃນສາຍຕາຂອງພຣະຢາເວແລະໄດ້ເຮັດບາບທັງຫລາຍຕາມເຢໂຣໂບອາມ ລູກຊາຍຂອງເນບັດ, ຜູ້ໄດ້ນຳອິສະຣາເອນໃຫ້ເຮັດບາບດ້ວຍ; ແລະເຢໂຮອາຮາດບໍ່ໄດ້ຊົງຫັນຫນີຈາກບາບນັ້ນ.
|
||
|
||
\s5
|
||
\v 3 ຄວາມໂກດຮ້າຍຂອງ ພຣະຢາເວ ກໍມີຫລາຍຂຶ້ນຕໍ່ອິສະຣາເອນ, ແລະພຣະອົງໄດ້ຊົງມອບເຂົາທັງຫລາຍໄວ້ໃນມືຮາຊາເອນ ກະສັດແຫ່ງອາຣາມແລະໃນມືຂອງເບັນຮາດາດ ລູກຊາຍຂອງຮາຊາເອນ ຢ່າງຕໍ່ເນື່ອງ.
|
||
\v 4 ດັ່ງນັ້ນເຢໂຮອາຮາດໄດ້ຊົງພາວັນນາອະທິຖານຕໍ່ພຣະຢາເວ, ແລະ ພຣະຢາເວໄດ້ຊົງຟັງເພິ່ນ ເພາະພຣະອົງໄດ້ຊົງເຫັນການກົດຂີ່ອິສະຣາເອນ, ຄືທີ່ກະສັດແຫ່ງອາຣາມໄດ້ຊົງກົດຂີ່ພວກເຂົາ.
|
||
\v 5 ດັ່ງນັ້ນພຣະຢາເວໄດ້ຊົງປຣະທານຜູ້ນຳຄົນຫນຶ່ງແກ່ອິສະຣາເອນ, ແລ້ວພວກເຂົາຈຶ່ງໄດ້ລອດພົ້ນຈາກມືຂອງຄົນອາຣາມ, ແລະ ປະຊາຊົນອິສະຣາເອນກໍໄດ້ອາສັຍຢູ່ໃນບ້ານຂອງພວກເຂົາຢ່າງທີ່ເຄີຍມີມາກ່ອນນີ້.
|
||
|
||
\s5
|
||
\v 6 ເຖິງປານນັ້ນ, ພວກເຂົາກໍຫນີບໍ່ພົ້ນຈາກບາບ ຂອງຣາຊວົງຂອງເຢໂຣໂບອາມ, ຊຶ່ງພະອົງໄດ້ຊົງເປັນຕົ້ນເຫດ ໃຫ້ອິດສະຣາເອນໄດ້ກະທຳບາບດ້ວຍ, ແລະພວກເຂົາຍັງຄົງຢູໃນບາບເຫລົ່ານັ້ນຕໍ່ໄປ; ແລະຮູບເຈົ້າແມ່ອາເຊລາກໍຍັງຢູ່ໃນສະມາເຣຍຕໍ່ໄປ.
|
||
\v 7 ພວກຄົນອາຣາມ ເຢໂຮອາຮາດ ໄດ້ເຫລືອພຽງທະຫານມ້າຫ້າສິບຄົນ, ຣົດຮົບສິບຄັນ, ແລະທະຫານລາບຫນຶ່ງຫມື່ນຄົນ, ເພາະກະສັດແຫ່ງອາຣາມໄດ້ຊົງທຳລາຍພວກເຂົາ ແລະ ໃຫ້ເປັນຢ່າງແກບໃນເວລາຟາດເຂົ້າ.
|
||
|
||
\s5
|
||
\v 8 ສ່ວນພະຣາຊກິດອື່ນໆຂອງເຢໂຮອາຮາດ, ແລະທຸກສິ່ງທີ່ໄດ້ຊົງກະທຳ ແລະອຳນາດຂອງພະອົງ, ໄດ້ບັນທຶກໄວ້ໃນຫນັງສືພົງສາວະດານກະສັດແຫ່ງອິສະຣາເອນບໍ່ແມ່ນບໍ?
|
||
\v 9 ດັ່ງນັ້ນເຢໂຮອາຮາດໄດ້ຊົງລ່ວງລັບໄປຢູ່ກັບບັນພະບຸຣຸດຂອງພະອົງ, ແລະພວກເຂົາໄດ້ຝັງພະອົງໄວ້ໃນກຸງສະມາເຣຍ. ເຢໂຮອາດລູກຊາຍຂອງພະອົງໄດ້ຂຶ້ນເປັນກະສັດປົກຄອງແທນ.
|
||
|
||
\s5
|
||
\v 10 ໃນປີທີສາມສິບເຈັດ ແຫ່ງຣາຊການໂຢອາດກະສັດຂອງຢູດາ, ເຢໂຮອາດລູກຊາຍຂອງເຢໂຮອາຮາດໄດ້ຊົງປົກຄອງເຫນືອອິສະຣາເອນ ໃນ ສະມາເຣຍ; ເປັນເວລາສິບຫົກປີ.
|
||
\v 11 ພະອົງໄດ້ເຮັດສິ່ງຊົ່ວຮ້າຍໃນສາຍຕາຂອງພຣະຢາເວ. ພະອົງບໍ່ໄດ້ຊົງຫັນຫນີຈາກບາບທັງຫມົດຂອງເຢໂຣໂບອາມລູກຊາຍຂອງເນບັດ, ຜູ້ຊົງນຳອິສະຣາເອນໃຫ້ເຮັດບາບດ້ວຍ, ແຕ່ພະອົງໄດ້ຊົງດຳເນີນໃນບາບນັ້ນ.
|
||
|
||
\s5
|
||
\v 12 ສ່ວນຣາຊິດອື່ນໆຂອງເຢໂຮອາດ, ແລະທຸກສິ່ງທີ່ໄດ້ຊົງກະທຳ, ແລະອຳນາດຊຶ່ງພະອົງໄດ້ຊົງສູ້ຮົບກັບອາມາຊີຢາກະສັດແຫ່ງຢູດາ, ໄດ້ບັນທຶກໄວ້ໃນຫນັງສືພົງສາວະດານກະສັດຂອງອິສະຣາເອນບໍ່ແມ່ນບໍ?
|
||
\v 13 ເຢໂຮອາດໄດ້ຊົງລ່ວງລັບໄປຢູ່ກັບບັນພະບຸຣຸດຂອງພະອົງ, ແລະເຢໂຣໂບອາມໄດ້ຂຶ້ນນັ່ງເທິງບັນລັງຂອງພະອົງ. ເຢໂຮອາດໄດ້ຖືກຝັງໄວ້ໃນສະມາເຣຍກັບບັນດາກະສັດແຫ່ງອິສະຣາເອນ.
|
||
|
||
\s5
|
||
\v 14 ບັດນີ້ ເອລີຊາໄດ້ລົ້ມປ່ວຍດ້ວຍພະຍາດທີ່ເຂົາຈະຕ້ອງຕາຍໃນໄວໆ, ດັ່ງນັ້ນເຢໂຮອາດກະສັດຂອງອິສະຣາເອນ ໄດ້ລົງໄປຫາເພິ່ນ ແລະໄດ້ຊົງຮ້ອງໄຫ້ຕໍ່ຫນ້າເພິ່ນ. ພະອົງໄດ້ເວົ້າວ່າ, "ພໍ່ເອີຍ, ພໍ່ເອີຍ, ຣົດມ້າຮົບແຫ່ງອິສະຣາເອນ ແລະທະຫານມ້າປະຈຳຣົດກຳລັງຈະມາຮັບທ່ານແລ້ວ!"
|
||
\v 15 ເອລີຊາໄດ້ຕອບພະອົງວ່າ, "ຂໍໄດ້ເອົາຄັນທະນູ ແລະ ລູກທະນູມາຈຳນວນຫນຶ່ງດ້ວຍ, "ດັ່ງນັ້ນໂຢອາດຈຶ່ງໄດ້ເອົາຄັນທະນູ ແລະລູກທະນູມາຈຳນວນຫນຶ່ງ.
|
||
\v 16 ເອລີຊາໄດ້ບອກກະສັດແຫ່ງອິສະຣາເອນວ່າ, "ຂໍໄດ້ຊົງຈັບຄັນທະນູໄວ້ໃນມືຂອງພະອົງ," ດັ່ງນັ້ນພະອົງໄດ້ຈັບຄັນທະນູໄວ້ໃນມືຂອງພະອົງ. ແລ້ວເອລີຊາໄດ້ວາງມືເພິ່ນເທິງມືທັງສອງຂ້າງຂອງກະສັດ.
|
||
|
||
\s5
|
||
\v 17 ເອລີຊາໄດ້ບອກວ່າ,"ຂໍໄດ້ຊົງເປີດປ່ອງຢ້ຽມທາງທິດຕາເວັນອອກ,"ດັ່ງນັ້ນພະອົງໄດ້ຊົງເປີດແລ້ວ. ເອລີຊາໄດ້ບອກວ່າ," ຈົ່ງຍິງ!", ແລະພະອົງກໍໄດ້ຍິງອອກໄປ. ເອລີຊາໄດ້ບອກວ່າ," ນີ້ຈະເປັນລູກທະນູແຫ່ງຊັຍຊະນະ ຂອງພຣະຢາເວ, ລູກທະນູແຫ່ງຊັຍຊະນະເຫນືອພວກອາຣາມ, ເພາະພະອົງຈະໄດ້ທຳລາຍຄົນອາຣາມໄດ້ຢ່າງລາບຄາບທີ່ອາເຟັກ.
|
||
\v 18 ແລ້ວເອລີຊາໄດ້ບອກວ່າ," ຂໍໄດ້ຊົງຈັບລູກທະນູເຫລົ່ານັ້ນມາ," ດັ່ງນັ້ນໂຢອາດກໍໄດ້ຈັບລູກທະນູເຫລົ່ານັ້ນ. ເພິ່ນໄດ້ບອກກະສັດແຫ່ງອິສະຣາເອນວ່າ,"ຊົງຕີລູກທະນູລົງພື້ນດິນເບິ່ງ,"ແລະພະອົງໄດ້ຕີສາມເທື່ອ, ແລ້ວກໍໄດ້ຢຸດ.
|
||
\v 19 ແຕ່ຄົນຂອງພຣະເຈົ້າກໍໄດ້ຮ້າຍພະອົງ ແລະໄດ້ບອກວ່າ," ພະອົງຄວນຈະຕີຫ້າຫລືຫົກເທື່ອ. ແລ້ວພະອົງຈະໄດ້ຕີອາຣາມຈົນກວ່າຈະໄດ້ຊົງເຮັດໃຫ້ພວກເຂົາຫມົດໄປ, ແຕ່ບັດນີ້ພະອົງຈະຕີຊະນະອາຣາມໄດ້ພຽງສາມຄັ້ງເທົ່ານັ້ນ."
|
||
|
||
\s5
|
||
\v 20 ແລ້ວເອລີຊາໄດ້ຕາຍໄປ, ແລ້ວພວກເຂົາກໍໄດ້ຝັງເພິ່ນໄວ້. ປົກກະຕິໃນເວລານີ້ຊາວໂມອາບ ໄດ້ເຄີຍປຸ້ນໃນດິນແດນນັ້ນໃນຕອນຕົ້ນປີ.
|
||
\v 21 ຂະນະທີ່ພວກເຂົາກຳລັງຝັງສົບຊາຍຄົນຫນຶ່ງຢູ່, ພວກເຂົາກໍເຫັນກຸ່ມຊາວໂມອາບ, ດັ່ງນັ້ນພວກເຂົາຈຶ່ງໄດ້ໂຍນສົບຊາຍຄົນນັ້ນລົງໄປໃນຫລຸມຝັງຂອງເອລີຢາ. ເມື່ອສົບຂອງຊາຍຄົນນັ້ນໄດ້ໂດນກະດູກຂອງເອລີຊາ, ຜູ້ຊາຍຄົນນັ້ນກໍໄດ້ມີຊີວິດຂຶ້ນມາແລະຢືນຂຶ້ນດ້ວຍຕົວເອງ.
|
||
|
||
\s5
|
||
\v 22 ຮາຊາເອນກະສັດແຫ່ງອາຣາມ ໄດ້ຊົງກົດຂີ່ຊາວອິສະຣາເອນຢູ່ຕະຫລອດ ຣາຊການຂອງເຢໂຮອາຮາດ
|
||
\v 23 ແຕ່ພຣະຢາເວໄດ້ຊົງພຣະເມດຕາຕໍ່ອິສະຣາເອນ, ແລະພຣະອົງໄດ້ຊົງຫ່ວງໃຍພວກເຂົາແລະໄດ້ຊ່ວຍເຫລືອພວກເຂົາໄວ້, ເພາະພັນທະສັນຍາຂອງພຣະອົງທີ່ໄດ້ເຮັດໄວ້ກັບອັບຣາຮາມ, ອີຊາກ, ແລະຢາໂຄບ. ດັ່ງນັ້ນພຣະຢາເວຈຶ່ງບໍ່ໄດ້ຊົງທຳລາຍພວກເຂົາ, ແລະພຣະອົງຍັງຄົງບໍ່ໄດ້ໄລ່ພວກເຂົາໄປ ໃຫ້ພົ້ນພຣະພັກພຣະອົງເລີຍ.
|
||
\v 24 ຮາຊາເອນກະສັດແຫ່ງອາຣາມໄດ້ຕາຍໄປ, ແລະເບັນຮາດາດ ລູກຊາຍຂອງພະອົງໄດ້ຂຶ້ນເປັນກະສັດປົກຄອງແທນ.
|
||
\v 25 ເຢໂຮອາດລູກຊາຍຂອງເຢໂຮອາຮາດ ໄດ້ຢຶດບັນດາເມືອງຈາກເບັນຮາດາດລູກຊາຍຂອງຮາຊາເອນກັບຄືນມາ ຊຶ່ງເປັນເມືອງທີ່ພະອົງໄດ້ຊົງຢຶດຈາກເຢໂຮອາຮາດ ພໍ່ຂອງເຢໂຮອາດໄດ້ເມື່ອຕອນເຮັດເສິກ. ເຢໂຮອາດໄດ້ຮົບຊະນະພະອົງສາມເທື່ອ, ແລະໄດ້ບັນດາເມືອງອິສະຣາເອນກັບຄືນມາ.
|
||
|
||
\s5
|
||
\c 14
|
||
\cl ບົດທີ 14
|
||
\p
|
||
\v 1 ໃນປີທີສອງແຫ່ງຣາດຊະການໂຢອາດລູກຊາຍຂອງເຢໂຮອາຮາດ, ກະສັດຂອງອິສະຣາເອນ, ອາມາຊີຢາລູກຊາຍຂອງໂຢອາດ, ກະສັດແຫ່ງຢູດາ, ໄດ້ຊົງຂຶ້ນຄອງບັນລັງ ເມື່ອທ່ານໄດ້ຊົງເປັນກະສັດນັ້ນ.
|
||
\v 2 ພະອົງອາຍຸໄດ້ຊາວຫ້າປີພະອົງເລີ່ມປົກຄອງ; ພະອົງໄດ້ຄອງບັນລັງຢູ່ໃນນະຄອນ ເຢຣູຊາເລັມຊາວເກົ້າປີ. ມານດາຂອງພະອົງມີຊື່ວ່າ ເຢໂຮອັດດິນ, ຊາວນະຄອນ ເຢຣູຊາເລັມ.
|
||
\v 3 ພະອົງໄດ້ຊົງເຮັດສິ່ງທີ່ຊອບທັມໃນສາຍຕາຂອງພຣະຢາເວ, ແຕ່ຍັງບໍ່ຄືກັນກັບດາວິດບັນພະບຸຣຸດຂອງພຣະອົງ. ພະອົງໄດ້ຊົງເຮັດທຸກຢ່າງທີ່ໂຢອາດ, ພໍ່ຂອງພະອົງ, ໄດ້ຊົງເຮັດ.
|
||
|
||
\s5
|
||
\v 4 ແຕ່ສະຖານສູງເຫລົ່ານັ້ນກໍຍັງບໍ່ທັນໄດ້ຖືກທຳລາຍເທື່ອ. ປະຊາຊົນຍັງຄົງຖວາຍສັດເປັນເຄື່ອງບູຊາ ແລະ ເຜົາເຄື່ອງຫອມທີ່ສະຖານສູງເຫລົ່ານັ້ນ.
|
||
\v 5 ສິ່ງນີ້ໄດ້ເກີດຂຶ້ນເມື່ອຣາຊອານາຈັກໄດ້ຢູ່ໃນພະຫັດຂອງພະອົງຢ່າງຫມັ້ນຄົງແລ້ວ, ພະອົງກໍໄດ້ຊົງຂ້າພວກຜູ້ຮັບໃຊ້ທີ່ໄດ້ຂ້າບິດາ, ຂອງກະສັດ.
|
||
|
||
\s5
|
||
\v 6 ແຕ່ພຣະອົງບໍ່ໄດ້ຊົງຂ້າລູກຂອງຜູ້ທີ່ໄດ້ປົງພຣະຊົນນັ້ນ; ແຕ່, ພະອົງໄດ້ຊົງປະຕິບັດຕາມທີ່ໄດ້ບັນທຶກໄວ້ໃນກົດບັນຍັດ, ໃນຫນັງສື, ຂອງໂມເຊ, ຊຶ່ງພຣະຢາເວໄດ້ຊົງບັນຊາວ່າ, “ຢ່າຂ້າບິດາ ເພາະການກະທຳຂອງເຊື້ອສາຍພວກເຂົາ, ຫລືຢ່າຂ້າລູກຫລານເພາະການກະທຳຂອງບິດາມານດາຂອງພວກເຂົາ. ແຕ່ລະຄົນຕ້ອງຖືກຂ້າຍ້ອນບາບຂອງຕົນເອງ.”
|
||
\v 7 ພະອົງໄດ້ຊົງຂ້າຄົນເອໂດມຫລາຍສິບພັນຄົນໃນຮ່ອມພູເກືອ; ພະອົງຍັງໄດ້ຊົງຢຶດເອົາເມືອງເສລາດ້ວຍສົງຄາມ, ແລະ ໄດ້ຊົງເອີ້ນເມືອງນັ້ນວ່າ ໂຢກເທເອນ, ຊຶ່ງເປັນຊື່ຈົນມາເຖິງທຸກມື້ນີ້.
|
||
|
||
\s5
|
||
\v 8 ແລ້ວອາມາຊີຢາໄດ້ສົ່ງຄະນະທູດໄປເຝົ້າໂຢອາດລູກຊາຍຂອງເຢໂຮອາຮາດກະສັດອິສະຣາເອນ, ກ່າວວ່າ, "ມາເຖີດ, ຂໍໃຫ້ພວກທ່ານພົບກັນໃນສົງຄາມ."
|
||
\v 9 ແຕ່ໂຢອາດກະສັດແຫ່ງອິສະຣາເອນໄດ້ສົ່ງຜູ້ສື່ສານໄປທີ່ອາມາຊີຢາກະສັດແຫ່ງຢູດາ, ກ່າວວ່າ, “ ຕົ້ນຫນາມໃນເລບານອນໄດ້ສົ່ງຂ່າວໄປຫາຕົ້ນສົນສີດາໃນເລບານອນ, ກ່າວວ່າ, 'ຈົ່ງໃຫ້ລູກສາວຂອງທ່ານເປັນເມຍຂອງລູກຊາຍຂອງຂ້າພະເຈົ້າ,' ແຕ່ສັດປ່າໂຕຫນຶ່ງທີ່ຢູ່ໃນເລບານອນໄດ້ຜ່ານມາ ແລະໄດ້ກັກຢຽບຕົ້ນຫນາມນັ້ນລົງ.
|
||
\v 10 ທ່ານໄດ້ໂຈມຕີເອໂດມ, ແລະ ຈິດໃຈຂອງທ່ານກໍເຮັດໃຫ້ທ່ານຈອງຫອງຂຶ້ນ. ຈົ່ງພູມໃຈໃນຊັຍຊະນະຂອງທ່ານເຖີດ, ແຕ່ຈົ່ງຢູ່ກັບເຮືອນຂອງຕົນ, ເພາະວ່າເປັນຫຍັງທ່ານຈຶ່ງສ້າງບັນຫາໃຫ້ກັບຕົວເອງ ແລະ ລົ້ມລົງ, ທັງທ່ານ ແລະ ຢູດາດ້ວຍ?"
|
||
|
||
\s5
|
||
\v 11 ແຕ່ອາມາຊີຢາບໍ່ຍອມຟັງ. ດັ່ງນັ້ນເຢໂຮອາດ ກະສັດແຫ່ງອິສະຣາເອນ ຈຶ່ງໄດ້ຊົງໂຈມຕີ ແລະ ພະອົງກັບອາມາຊີຢາ ກະສັດແຫ່ງຢູດາກໍຊົງໄດ້ຜະເຊີນຫນ້າກັນຢູ່ທີ່ເມືອງເບັດເຊເມັດ, ເຊິ່ງເປັນຂອງຢູດາ.
|
||
\v 12 ຢູດາກໍໄດ້ພ່າຍແພ້ຊາວອິສະຣາເອນ, ແລະ ຜູ້ຊາຍທຸກຄົນກໍໄດ້ຫນີກັບບ້ານ.
|
||
|
||
\s5
|
||
\v 13 ເຢໂຮອາດກະສັດແຫ່ງອິສະຣາເອນ, ກໍໄດ້ຊົງຈັບອາມາຊີຢາ, ກະສັດແຫ່ງຢູດາ ລູກຊາຍຂອງກະສັດໂຢອາດ, ບຸດຊາຍຂອງອາຮາຊີຢາ, ໄດ້ທີ່ເມືອງເບັດເຊເມດ. ແລະໄດ້ຊົງທຳລາຍກຳແພງນະຄອນ ເຢຣູຊາເລັມເປັນໄລຍະທາງສີ່ຮ້ອຍຊັງຕີແມັດ. ຕັ້ງແຕ່ປະຕູເອຟຣາຢິມຈົນເຖິງປະຕູແຈ,
|
||
\v 14 ແລະພະອົງໄດ້ຊົງຢຶດເອົາທອງຄຳ ແລະ ເງິນທັງຫມົດ, ແລະເຄື່ອງໃຊ້ທັງຫມົດທີ່ພົບເຫັນຢູ່ໃນພຣະວິຫານຂອງພຣະຢາເວ, ແລະ ໃນຄັງຂອງພະຣາຊວັງ, ພ້ອມທັງການຈັບຕົວປະກັນເຊັ່ນດຽວກັນ, ແລະໄດ້ກັບໄປທີ່ເມືອງຊາມາເຣຍ.
|
||
|
||
\s5
|
||
\v 15 ສ່ວນຣາຊະກິດອື່ນໆຂອງເຢໂຮອາດ, ທີ່ໄດ້ຊົງເຮັດ, ທັງອຳນາດຂອງພະອົງ, ແລະການສູ້ຮົບກັບອາມາຊີຢາ ກະສັດແຫ່ງຢູດານັ້ນ, ໄດ້ບັນທຶກໄວ້ໃນຫນັງສືປະຫວັດຂອງກະສັດແຫ່ງອິສະຣາເອນບໍ່ແມ່ນບໍ?
|
||
\v 16 ເຢໂຮອາດໄດ້ຊົງລ່ວງລັບໄປຢູ່ກັບບັນພະບຸຣຸດ ແລະ ໄດ້ຊົງຖືກຝັງໄວ້ຢູ່ໃນເມືອງຊາມາເຣຍພ້ອມດ້ວຍບັນດາກະສັດແຫ່ງອິສະຣາເອນ, ແລະ ເຢໂຣໂບອາມ, ລູກຊາຍຂອງພະອົງ, ໄດ້ຂຶ້ນປົກຄອງແທນ.
|
||
|
||
\s5
|
||
\v 17 ອາມາຊີຢາລູກຊາຍຂອງໂຢອາດ, ກະສັດແຫ່ງຢູດາ, ໄດ້ຊົງມີຊີວິດຢູ່ອີກສິບຫ້າປີ ຫລັງຈາກເຢໂຮອາດລູກຊາຍຂອງເຢໂຮອາຮາດກະສັດແຫ່ງອິສະຣາເອັນໄດ້ຕາຍໄປແລ້ວ.
|
||
\v 18 ສ່ວນຣາຊະກິດອື່ນໆຂອງອາມາຊີຢາ, ໄດ້ບັນທຶກໄວ້ໃນຫນັງສືປະຫວັດສາດຂອງກະສັດແຫ່ງຢູດາບໍ່ແມ່ນບໍ?
|
||
\v 19 ພວກເຂົາໄດ້ເຂົ້າຮ່ວມການກະບົດຕໍ່ອາມາຊີຢາໃນນະຄອນ ເຢຣູຊາເລັມ, ແລະພະອົງໄດ້ຫລົບຫນີໄປທີ່ເມືອງລາກິດ. ແຕ່ພວກເຂົາທັງຫລາຍໄດ້ສົ່ງຄົນນຳພະອົງໄປທີ່ເມືອງລາກິດ, ແລະໄດ້ຂ້າພະອົງຢູ່ທີ່ນັ້ນ.
|
||
|
||
\s5
|
||
\v 20 ແລະພວກເຂົາໄດ້ນຳເອົາສົບບັນທຸກໃສ່ມ້າກັບມາ, ແລະໄດ້ຝັງໄວ້ກັບບັນພະບຸຣຸດໃນເມືອງຂອງດາວິດ.
|
||
\v 21 ປະຊາຊົນທັງຫມົດຂອງຢູດາກໍຕັ້ງອາຊາຣິຢາ, ເຊິ່ງມີອາຍຸສິບຫົກປີ, ໃຫ້ເປັນກະສັດແທນອາມາຊີຢາພໍ່ຂອງພະອົງ.
|
||
\v 22 ອາຊາຣິຢາໄດ້ຊົງສ້າງເມືອງເອລາດຂຶ້ນໃຫມ່ ແລະ ບູຣະນະໃຫ້ກັບມາຂຶ້ນກັບຢູດາ, ຫລັງຈາກທີ່ກະສັດອາມາຊີຢາໄດ້ຊົງລ່ວງລັບໄປຢູ່ກັບບັນພະບຸຣຸດຂອງທ່ານ.
|
||
|
||
\s5
|
||
\v 23 ໃນປີທີສິບຫ້າແຫ່ງການປົກຄອງຂອງອາມາຊີຢາ ລູກຊາຍຂອງໂຢອາດກະສັດແຫ່ງຢູດາ, ເຢໂຣໂບອາມ ບຸດຊາຍຂອງໂຢອາດແຫ່ງອິສະຣາເອນໄດ້ປົກຄອງໃນຊາມາເຣຍ; ຢູ່ສີ່ສິບເອັດປີ.
|
||
\v 24 ພະອົງໄດ້ເຮັດສິ່ງທີ່ຊົ່ວຮ້າຍໃນສາຍຕາຂອງພຣະເຢວາ. ພຣະອົງບໍ່ໄດ້ຫນີຈາກບາບທັງຫມົດຂອງເຢໂຣໂບອາມລູກຊາຍຂອງເນບັດ. ຜູ້ທີ່ໄດ້ນຳພາອິສະຣາເອນໃຫ້ເຮັດບາບດ້ວຍ.
|
||
\v 25 ພະອົງໄດ້ຊົງໂຈມຕີເອົາແຜ່ນດິນອິສະຣາເອນຄືນມາຈາກທາງເຂົ້າເມືອງເລໂບຮາມັດໄກໄປຮອດທະເລອາຣາບາ, ຕາມຄຳສັ່ງຕາມຖ້ອຍຄຳຂອງພຣະຢາເວ, ພຣະເຈົ້າຂອງອິສະຣາເອນ, ເຊິ່ງກ່າວໂດຍຜູ້ຮັບໃຊ້ຂອງພຣະອົງຄື ໂຢນາ ລູກຊາຍຂອງອາມິດໄຕ, ຜູ້ທຳນວາຍ, ທີ່ມາຈາກກາດ-ເຮເຟ.
|
||
|
||
\s5
|
||
\v 26 ເພາະວ່າພຣະຢາເວຊົງໄດ້ເຫັນວ່າ ຄວາມທຸກຂອງອິສະຣາເອນ, ນັ້ນຂົມຂື່ນຫລາຍ, ເພາະວ່າບໍ່ມີໃຜເຫລືອຢູ່, ບໍ່ວ່າຈະເປັນຂ້າທາດຫລືບໍ່ເປັນຂ້າທາດ, ແລະບໍ່ມີຜູ້ໃດທີ່ຈະຊ່ອຍກອບກູ້ຊາວອິສະຣາເອັນໄດ້.
|
||
\v 27 ເຫດສະນັ້ນ, ພຣະຢາເວບໍ່ໄດ້ກ່າວວ່າ ພຣະອົງຈະບໍ່ເອົາຊື່ອິສະຣາເອນອອກຈາກໃຕ້ທ້ອງຟ້າ; ແຕ່, ພຣະອົງກັບໄດ້ຊົງຊ່ວຍພວກເຂົາດ້ວຍມືຂອງ ເຢໂຣໂບອາມ ລູກຊາຍຂອງເຢໂຮອາດ.
|
||
|
||
\s5
|
||
\v 28 ສ່ວນຣາຊະກິດອື່ນໆຂອງ ເຢໂຣໂບອາມ, ແລະທຸກໆສິ່ງທີ່ໄດ້ຊົງເຮັດ, ແລະອຳນາດຂອງພະອົງ, ການສູ້ຮົບຂອງພະອົງ ແລະເລື່ອງທີ່ໂຈມຕີເອົາເມືອງ ດາມັສກັດ ແລະເມືອງຮາມັດ, ເຊິ່ງເຄີຍເປັນຂອງຢູດາ, ຄືນໃຫ້ແກ່ອິສະຣາເອນ, ໄດ້ບັນທຶກໄວ້ໃນຫນັງສືປະຫວັດຂອງກະສັດແຫ່ງອິສະຣາເອນບໍ່ແມ່ນບໍ?
|
||
\v 29 ເຢໂຣໂບອາມໄດ້ຊົງລ່ວງລັບໄປຢູ່ກັບບັນພະບຸຣຸດ, ຄືບັນດາກະສັດແຫ່ງອິສະຣາເອນ, ແລ້ວເຊກາຣີຢາລູກຊາຍຂອງພະອົງໄດ້ຂຶ້ນປົກຄອງແທນ.
|
||
|
||
\s5
|
||
\c 15
|
||
\cl ບົດທີ 15
|
||
\p
|
||
\v 1 ໃນປີທີ່ຊາວ-ເຈັດ ແຫ່ງການປົກຄອງຂອງ ເຢໂຣໂບອາມກະສັດແຫ່ງອິສະຣາເອນ, ອາຊາຣີຢາບຸດຊາຍຂອງອາມາຊີຢາກະສັດຢູດາໄດ້ຂຶ້ນຄອງບັນລັງ.
|
||
\v 2 ອາຊາຣີຢາຊົງມີອາຍຸໄດ້ສິບຫົກປີເມື່ອຕອນທີ່ຂຶ້ນປົກຄອງບັນລັງ. ແລະພະອົງໄດ້ປົກຄອງໃນນະຄອນ ເຢຣູຊາເລັມຫ້າສິບ-ສອງປີ. ແມ່ຂອງພະອົງຊື່ວ່າ ເຢຊີລີຢາ, ແລະນາງໄດ້ມາຈາກນະຄອນ ເຢຣູຊາເລັມ.
|
||
\v 3 ພະອົງໄດ້ຊົງເຮັດສິ່ງທີ່ຊອບທັມໃນສາຍພຣະເນດຂອງພຣະຢາເວ, ຄືກັບທຸກຢ່າງທີ່ອາມາຊີຢາບິດາຂອງພະອົງໄດ້ຊົງກະທຳ.
|
||
|
||
\s5
|
||
\v 4 ເຖິງຢ່າງໃດກໍ່ຕາມ, ສະຖານສູງບໍ່ໄດ້ຖືກທຳລາຍ. ປະຊາຊົນກໍ່ຍັງຖວາຍສັດບູຊາ ແລະ ເຜົາເຄື່ອງຫອມເທິງສະຖານສູງເຫລົ່ານັ້ນ.
|
||
\v 5 ພຣະຢາເວໄດ້ຊົງລົງໂທດກະສັດ ພະອົງໄດ້ຊົງກາຍເປັນຄົນຂີ້ທູດຈົນເຖິງວັນຕາຍ ແລະ ພະອົງຢູ່ໃນພະຣາຊະວັງແຍກຕ່າງຫາກ. ໂຢທາມ, ລູກຊາຍຂອງກະສັດ, ໄດ້ເປັນຜູ້ເບີ່ງແຍງຄວບຄຸມສຳນັກພະຣາຊະວັງ. ແລະ ໄດ້ຊົງປົກຄອງປະຊາຊົນຂອງແຜ່ນດິນ.
|
||
|
||
\s5
|
||
\v 6 ສ່ວນຣາຊະກິດອື່ນໆຂອງອາຊາຣີຢາ ແລະ ທຸກສິ່ງທີ່ພະອົງໄດ້ຊົງເຮັດ, ໄດ້ຊົງບັນທຶກໄວ້ໃນຫນັງສືປະຫວັດສາດຂອງກະສັດແຫ່ງຢູດາບໍ່ແມ່ນບໍ?
|
||
\v 7 ດັ່ງນັ້ນ ອາຊາຣີຢາຈຶ່ງໄດ້ຊົງລ່ວງລັບໄປຢູ່ກັບບັນພະບຸຣຸດ; ແລະພວກເຂົາໄດ້ຝັງສົບໄວ້ກັບບັນພະບຸຣຸດຂອງພະອົງໃນເມືອງດາວິດ. ໂຢທາມລູກຊາຍຂອງພະອົງໄດ້ຊົງຂຶ້ນເປັນກະສັດແທນ.
|
||
|
||
\s5
|
||
\v 8 ໃນປີທີສາມສິບ-ແປດແຫ່ງການປົກຄອງຂອງອາຊາຣີຢາກະສັດແຫ່ງຢູດາ, ເຊກາຣີຢາລູກຊາຍຂອງເຢໂຣໂບອາມຂື້ນປົກຄອງເຫນືອອິສະຣາເອນໃນຊາມາເຣຍເປັນເວລາຫົກເດືອນ.
|
||
\v 9 ພະອົງກໍໄດ້ຊົງເຮັດສິ່ງທີ່ຊົ່ວຮ້າຍໃນສາຍຕາຂອງພຣະຢາເວ, ຄືກັບບັນພະບຸຣຸດຂອງພະອົງທີ່ຊົງໄດ້ກະທຳ. ພະອົງບໍ່ໄດ້ຊົງປະຖິ້ມບາບຈາກບາບທັງຫລາຍຂອງເຢໂຣໂບອາມລູກຊາຍຂອງເນບັດ, ຜູ້ທີ່ໄດ້ຊົງນຳອິສະຣາເອນໃຫ້ເຮັດບາບດ້ວຍ.
|
||
|
||
\s5
|
||
\v 10 ຊານລູມ ລູກຊາຍຂອງຢາເບັດໄດ້ກໍ່ການກະບົດຕໍ່ເຊກາຣີຢາ, ແລະ ໂຄ່ນລົ້ມພະອົງກະສັດລົງໃນອິບເລອາມ, ແລະຂ້າພະອົງ. ແລະທ່ານໄດ້ຂຶ້ນເປັນກະສັດແທນ.
|
||
\v 11 ສ່ວນພະຣາຊະກິດອື່ນໆຂອງເຊກາຣີຢາ, ຊົງຖືກບັນທຶກໄວ້ໃນຫນັງສືປະຫວັດຂອງກະສັດແຫ່ງອິສະຣາເອນ.
|
||
\v 12 ເຫດການນີ້ເປັນໄປຕາມຄຳທີ່ພຣະຢາເວໄດ້ກ່າວແກ່ກັບເຢຮູ, ວ່າ, "ເຊື້ອສາຍຂອງເຈົ້າຈະນັ່ງຢູ່ເທິງບັນລັງຂອງອິສະຣາເອນເປັນເວລາສີ່ີຮຸ້ນຄົນ." ແລະກໍເປັນດັ່ງນັ້ນ.
|
||
|
||
\s5
|
||
\v 13 ຊານລູມລູກຊາຍຂອງຢາເບັດໄດ້ຂຶ້ນຄອງຣາຊໃນປີທີສາມສິບ-ເກົ້າແຫ່ງການປົກຄອງຂອງອາຊາຣີຢາ ກະສັດແຫ່ງຢູດາ, ແລະ ພະອົງໄດ້ປົກຄອງໃນຊາມາເຣຍໄດ້ຫນຶ່ງເດືອນ.
|
||
\v 14 ເມນາເຮມລູກຊາຍ ຂອງກາດີ ກໍໄດ້ຂຶ້ນຈາກມາເມືອງຕີຣະຊາໄປທີ່ເມືອງຊາມາເຣຍ. ຢູ່ທີ່ນັ້ນທ່ານໄດ້ໂຄ່ນລົ້ມຊານລູມ ລູກຊາຍຂອງຢາເບັດ, ໃນຊາມາເຣຍ. ແລະໄດ້ຂ້າພະອົງ ແລະ ໄດ້ຊົງຂຶ້ນເປັນກະສັດແທນ.
|
||
|
||
\s5
|
||
\v 15 ສ່ວນຣາຊກິດອື່ນໆຂອງຊານລູມ ແລະການກະບົດທີ່ພະອົງໄດ້ຊົງເຮັດ, ໄດ້ບັນທຶກໄວ້ໃນຫນັງສືປະຫວັດສາດແຫ່ງອິສະຣາເອນ.
|
||
\v 16 ຕໍ່ມາ ເມນາເຮມໄດ້ໂຈມຕີຕັບປູອາ ແລະ ທຸກຄົນທີ່ຢູ່ໃນເມືອງນັ້ນ, ແລະຊາຍແດນຂອງເມືອງນັ້ນຕັ້ງແຕ່ຕີຣະຊາໄປ, ເພາະວ່າພວກເຂົາບໍ່ໄດ້ເປີດປະຕູໃຫ້ລາວ. ດັ່ງນັ້ນລາວຈຶ່ງໄດ້ໂຈມຕີເມືອງນັ້ນ, ແລະເຂົາກໍໄດ້ຜ່າທ້ອງແມ່ຍິງຖືພາຂອງຫມູ່ບ້ານນັ້ນທຸກຄົນ.
|
||
|
||
\s5
|
||
\v 17 ໃນປີທີສາມສິບ-ເກົ້າແຫ່ງກະສັດອຸດຊີຢາ ແຫ່ງຢູດາ, ເມນາເຮມ ບຸດຊາຍຂອງກາດີໄດ້ຊົງປົກຄອງເຫນືອອິສະຣາເອນ; ໃນຊາມາເຣຍເປັນເວລາສິບປີ.
|
||
\v 18 ພຣະອົງກໍໄດ້ຊົງເຮັດສິ່ງທີ່ຊົ່ວຮ້າຍໃນສາຍຕາຂອງພຣະຢາເວ. ຕະຫລອດການປົກຄອງຂອງພະອົງກໍບໍ່ໄດ້ປະຖິ້ມບາບທັງຫລາຍຂອງເຢໂຣໂບອາມບຸດຊາຍຂອງເນບັດ. ຜູ້ໄດ້ຊົງນຳພາອິສະຣາເອນໃຫ້ເຮັດບາບດ້ວຍ.
|
||
|
||
\s5
|
||
\v 19 ຕໍ່ມາປູລ ກະສັດແຫ່ງອັດຊີເຣຍໄດ້ຊົງຍົກທັບຂື້ນມາຕໍ່ສູ້ແຜ່ນດິນນັ້ນ, ແລະ ເມນາເຮມໄດ້ຊົງຖວາຍເງິນຈຳນວນຫນຶ່ງພັນຕະລັນຕົນໃຫ້ແກ່ປູລ, ເພື່ອໃຫ້ປູລສະຫນັບສະຫນູນພະອົງ ແລະ ຊ່ວຍພະອົງຄຸມອຳນາດໃນອານາຈັກອິສະຣາເອນໄວ້ໄດ້.
|
||
\v 20 ເມນາເຮມໄດ້ຊົງຢຶດເງິນຈາກປະຊາຊົນອິສະຣາເອນຄືຈາກຄົນລວຍທຸກຄົນ ຄົນລະຫ້າສິບເຊກຽນເພື່ອຖວາຍແດ່ກະສັດແຫ່ງອັດຊີເຣຍ. ດັ່ງນັ້ນກະສັດແຫ່ງອັດຊີເຣຍຈຶ່ງຍົກທັບກັບ ແລະ ບໍ່ໄດ້ຢູ່ໃນແຜ່ນດິນນັ້ນ.
|
||
|
||
\s5
|
||
\v 21 ສ່ວນພະຣາຊະກິດກະອື່ນໆຂອງເມນາເຮມ, ແລະທຸກສິ່ງທີ່ໄດ້ຊົງເຮັດ, ໄດ້ບັນທຶກໄວ້ໃນຫນັງສືປະຫວັດແຫ່ງອິສະຣາເອນບໍແມ່ນບໍ?
|
||
\v 22 ດັ່ງນັ້ນ ເມນາເຮມໄດ້ຊົງລ່ວງລັບໄປຢູ່ກັບບັນພະບຸຣຸດ, ແລະເປກາຮີຢາບຸດຊາຍຂອງພະອົງກໍໄດ້ຂຶ້ນເປັນກະສັດແທນ.
|
||
|
||
\s5
|
||
\v 23 ໃນປີທີຫ້າສິບແຫ່ງກະສັດອຸດຊີຢາ ກະສັດແຫ່ງຢູດາ, ເປກາຮີຢາບຸດຊາຍຂອງເມນາເຮມຊົງປົກຄອງເຫນືອອິສະຣາເອນໃນຊາມາເຣຍ; ພະອົງປົກຄອງໄດ້ສອງປີ.
|
||
\v 24 ພະອົງກໍໄດ້ຊົງເຮັດສິ່ງທີ່ຊົ່ວຮ້າຍໃນສາຍຕາຂອງພຣະຢາເວ. ພະອົງບໍ່ໄດ້ຊົງປະຖິ້ມບາບທັງຫລາຍຂອງເຢໂຣໂບອາມບຸດຊາຍຂອງເນບັດ, ສະນັ້ນ ພຣະອົງຈຶ່ງໄດ້ຊົງເປັນເຫດໃຫ້ອິສະຣາເອນເຮັດບາບດ້ວຍ.
|
||
|
||
\s5
|
||
\v 25 ເປກາຮີຢາມີຂ້າຣາຊະການຄົນຫນຶ່ງຊື່ວ່າ ເປກາລູກຊາຍຂອງເຣມາລີຢາ, ຜູ້ທີ່ກໍ່ການກະບົດຕໍ່ພະອົງ. ເປກາຮ່ວມກັບຊາວກີເລອາດຫ້າສິບຄົນ, ໄດ້ຂ້າເປກາຮີຢາພ້ອມກັບອາໂກບ ແລະ ອາຣີເອໃນປ້ອມປາການຂອງຣາຊະວັງໃນເມືອງຊາມາເຣຍ, ເປກາໄດ້ຂ້າເປກາຮີຢາແລະໄດ້ຂຶ້ນເປັນກະສັດແທນ.
|
||
\v 26 ສ່ວນຣາຊະກິດອື່ນໆຂອງເປກາຮີຢາ, ແລະທຸກສິ່ງທີ່ໄດ້ຊົງເຮັດ, ມີບັນທຶກໃນຫນັງສືຂອງພົງສາວະດານກະສັດແຫ່ງອິສະຣາເອນ.
|
||
|
||
\s5
|
||
\v 27 ໃນປີທີຫ້າສິບ-ສອງແຫ່ງການປົກຄອງອຸດຊີຢາ ກະສັດແຫ່ງຢູດາ, ເປກາລູກຊາຍຂອງເຣມາລີອາໄດ້ເລີ່ມປົກຄອງອິສະຣາເອນໃນເມືອງຊາມາເຣຍ; ພະອົງຊົງຄອງຣາຊໄດ້ຊາວປີ.
|
||
\v 28 ພະອົງໄດ້ຊົງເຮັດສິ່ງທີ່ຊົ່ວຮ້າຍໃນສາຍຕາຂອງພຣະຢາເວ. ພະອົງບໍ່ໄດ້ຊົງປະຖິ້ມບາບທັງຫລາຍຂອງເຢໂຣໂບອາມລູກຊາຍຂອງເນບັດ, ຜູ້ທີ່ເປັນເຫດເຮັດໃຫ້ອິສະຣາເອນເຮັດບາບດ້ວຍ.
|
||
|
||
\s5
|
||
\v 29 ໃນລະຫວ່າງການປົກຄອງຂອງເປກາກະສັດແຫ່ງອິສະຣາເອນ, ຕິກະລາດປີເລເສ ກະສັດແຫ່ງອັດຊີເຣຍໄດ້ເຂົ້າມາຢຶດເອົາເມືອງອີໂຢນ, ອາເບັນເບັດມາອາກາ, ຢາໂນອາ, ຄາເດັດ, ຮາໂຊ, ກິເລອາດ, ຄາລີເລ, ແລະດິນແດນນັບທາລີທັງຫມົດ. ພະອົງຊົງໄດ້ຕ້ອນໂຮມປະຊາຊົນໄປເປັນຊະເລີຍໃນອັດຊີເຣຍ.
|
||
\v 30 ດັ່ງນັ້ນ ໂຮເຊຢາລູກຊາຍຂອງເອລາໄດ້ຮ່ວມກັນຄິດກະບົດຕໍ່ເປກາລູກຊາຍຂອງເຣມາລີຢາ. ລາວໄດ້ໂຄ່ນລົ້ມພະອົງລົງ ແລະ ປຣະຫານພະອົງ. ແລ້ວລາວກໍໄດ້ຂຶ້ນເປັນກະສັດແທນ, ໃນປີທີຊາວແຫ່ງການປົກຄອງຂອງໂຢທາມລູກຊາຍຂອງອຸດຊີຢາ.
|
||
\v 31 ສ່ວນຣາຊະກິດອື່ນໆຂອງເປກາ, ແລະທຸກສິ່ງທີ່ໄດ້ຊົງເຮັດ, ມີບັນທຶກໃນຫນັງສືພົງສາວະດານກະສັດແຫ່ງອິສະຣາເອນ.
|
||
|
||
\s5
|
||
\v 32 ໃນປີທີສອງແຫ່ງການປົກຄອງຂອງເປກາລູກຊາຍຂອງເຣມາລີຢາ, ກະສັດແຫ່ງອິສະລາແອນ, ໂຢທາມບຸດຊາຍຂອງອຸດຊີຢາ, ກະສັດແຫ່ງຢູດາຊົງໄດ້ຂຶ້ນຄອງລາດ.
|
||
\v 33 ເມື່ອພະອົງໄດ້ຂື້ນຄອງລາດນັ້ນມີອາຍຸໄດ້ຊາວ-ຫ້າປີ; ພະອົງປົກຄອງໄດ້ສິບຫົກປີທີ່ນະຄອນ ເຢຣູຊາເລັມ. ແມ່ຂອງພະອົງມີຊື່ວ່າເຢຣຸຊາ; ເປັນລູກສາວຂອງຊາໂດກ.
|
||
|
||
\s5
|
||
\v 34 ໂຢທາມໄດ້ຊົງເຮັດສິ່ງທີ່ຖືກຕ້ອງໃນສາຍຕາຂອງພຣະຢາເວ. ພະອົງໄດ້ຊົງເຮັດທຸກຢ່າງຕາມແບບທີ່ອຸດຊີຢາພໍ່ຂອງພະອົງໄດ້ຊົງເຮັດ.
|
||
\v 35 ເຖິງຢ່າງໃດກໍ່ຕາມ, ສະຖານສູງຍັງບໍ່ທັນຖືກກຳຈັດເທື່ອ. ປະຊາຊົນຍັງສືບຕໍ່ຖວາຍສັດບູຊາ ແລະ ເຜົາເຄື່ອງຫອມຢູ່ເທິງສະຖານສູງເຫລົ່ານັ້ນ. ໂຢທາມໄດ້ຊົງສ້າງປະຕູເທິງຂອງພຣະວິຫານແຫ່ງພຣະຢາເວ.
|
||
\v 36 ສ່ວນພະຣາຊະກິດອື່ນໆຂອງໂຢທາມ, ແລະທຸກຢ່າງທີ່ຊົງໄດ້ເຮັດ, ໄດ້ບັນທຶກໄວ້ໃນຫນັງສືພົງສາວະດານຂອງກະສັດແຫ່ງຢູດາບໍ່ແມ່ນບໍ?
|
||
\v 37 ໃນເວລານັ້ນພຣະຢາເວໄດ້ຊົງໃຊ້ເຣຊິນ ກະສັດແຫ່ງອາຣາມ, ແລະເປກາລູກຊາຍຂອງເຣມາລີຢາໃຫ້ມາສູ້ຮົບກັບຢູດາ.
|
||
\v 38 ໂຢທາມໄດ້ຊົງລ່ວງລັບໄປຢູ່ກັບບັນພະບຸຣຸດຂອງພະອົງ ແລະໄດ້ຖືກຝັງໄວ້ກັບບັນພະບຸຣຸດຂອງພະອົງທີ່ເມືອງດາວິດ, ຜູ້ເປັນບັນພະບຸຣຸດຂອງພະອົງ ແລ້ວອາຮາດ, ລູກຊາຍຂອງພະອົງ, ໄດ້ຂຶ້ນເປັນກະສັດແທນ.
|
||
|
||
\s5
|
||
\c 16
|
||
\cl ບົດທີ 16
|
||
\p
|
||
\v 1 ໃນປີທີສິບເຈັດແຫ່ງການປົກຄອງຂອງເປກາຜູ້ເປັນລູກຊາຍຂອງເຣມາລີຢາ; ອາຮາດລູກຊາຍຂອງໂຢທາມກະສັດແຫ່ງຢູດາ, ໄດ້ຂຶ້ນຄອບຄອງຣາດ.
|
||
\v 2 ເມື່ອອາຮາດໄດ້ຊົງກາຍເປັນກະສັດນັ້ນມີອາຍຸໄດ້ພຽງຊາວປີ, ແລະພະອົງໄດ້ປົກຄອງໄດ້ສິບຫົກປີໃນນະຄອນ ເຢຣູຊາເລັມ. ພະອົງບໍ່ໄດ້ເຮັດສິ່ງທີ່ຊອບທັມໃນສາຍພຣະເນດຂອງພຣະຢາເວອົງເປັນພຣະເຈົ້າຂອງພະອົງ, ຄືກັບດາວິດບັນພະບຸຣຸດຂອງພະອົງໄດ້ຊົງເຮັດ.
|
||
|
||
\s5
|
||
\v 3 ແຕ່ພະອົງຊົງໄດ້ເດີນຕາມເສັ້ນທາງຂອງກະສັດທັງຫລາຍແຫ່ງອິສະຣາເອນ; ເຖິງຈຸດທີ່, ໄດ້ຊົງອະນຸຍາດໃຫ້ລູກຊາຍຂອງພະອົງລຸຍຜ່ານໄຟ, ຕາມການກະທຳອັນຫນ້າ ກຽດຊັງຂອງປະຊາຊາດທັງຫລາຍ, ຊຶ່ງພຣະຢາເວໄດ້ຊົງຂັບໄລ່ອອກໄປໃຫ້ພົ້ນຫນ້າປະຊາຊົນອິສະຣາເອນ.
|
||
\v 4 ພະອົງໄດ້ຖວາຍສັດບູຊາ ແລະ ຈູດເຄື່ອງຫອມຢູ່ທີ່ສະຖານສູງ, ເທິງຍອດພູ, ລວມທັງກ້ອງຕົ້ນໄມ້ສີຂຽວສົດທຸກຕົ້ນ.
|
||
|
||
\s5
|
||
\v 5 ແລ້ວເຣຊິນ, ກະສັດແຫ່ງອາຣາມແລະເປກາລູກຊາຍຂອງເຣມາລີຢາ, ກະສັດແຫ່ງອິສະຣາເອນ, ໄດ້ຍົກທັບຂຶ້ນມາໂຈມຕີນະຄອນ ເຢຣູຊາເລັມ. ພວກທ່ານທັງສອງໄດ້ອ້ອມອາຮາດໄວ້, ແຕ່ພວກທ່ານທັງສອງບໍ່ຊົງສາມາດເອົາຊະນະພະອົງໄດ້.
|
||
\v 6 ໃນເວລານັ້ນ, ຣາຊິນກະສັດແຫ່ງອາຣາມໄດ້ໂຈມຕີເມືອງເອລັດຄືນໃຫ້ຊາວອາຣາມ ແລະ ໄດ້ຊົງຂັບໄລ່ປະຊາຊົນຢູດາອອກຈາກເອລັດ. ຫລັງຈາກນັ້ນ, ຊາວຊີເຣຍທີ່ເອລັດ ແລະ ພວກເຂົາໄດ້ຢູ່ທີ່ນັ້ນຈົນເຖິງທຸກມື້ນີ້.
|
||
|
||
\s5
|
||
\v 7 ດັ່ງນັ້ນ ອາຮາດຈຶ່ງໄດ້ຊົງສົ່ງຜູ້ສົ່ງຂ່າວສານໄປເຝົ້າຕິກະລາດປິເລເສ ກະສັດແຫ່ງອັດຊີເຣຍ, ເພື່ອເວົ້າວ່າ, “ຂ້າພະເຈົ້າເປັນຜູ້ຮັບໃຊ້ຂອງທ່ານ ແລະ ເປັນລູກຊາຍຂອງທ່ານ. ຂໍຊົງສະເດັດຂຶ້ນມາຊ່ວຍຂ້າພະເຈົ້າໃຫ້ພົ້ນຈາກກຳມືຂອງກະສັດແຫ່ງຊີເຣຍ ແລະ ຈາກກຳມືຂອງກະສັດອິສະຣາເອນ, ຜູ້ໄດ້ມາໂຈມຕີຂ້າພະເຈົ້າດ້ວຍເຖີດ.”
|
||
\v 8 ດັ່ງນັ້ນ ອາຮາດໄດ້ຊົງນຳເອົາເງິນ ແລະ ທອງຄຳທີ່ພົບເຫັນຢູ່ໃນພຣະນິເວດຂອງພຣະຢາເວ ແລະ ໃນຄັງຂອງພະຣາຊະວັງ ແລະພະອົງໄດ້ສົ່ງໄປເປັນຂອງຂັວນມອບແກ່ກະສັດແຫ່ງອັດຊີເຣຍ.
|
||
\v 9 ແລ້ວກະສັດແຫ່ງອັດຊີເຣຍກໍໄດ້ຟັງພະອົງ, ແລະກະສັດແຫ່ງອັດຊີເຣຍກໍໄດ້ຊົງຍົກທັບຂຶ້ນໄປທີ່ເມືອງດາມັສກັດ, ແລະຢຶດໄດ້ທັງຕ້ອນໂຮມປະຊາຊົນຂອງເມືອງນັ້ນໄປເປັນຊະເລີຍທີ່ເມືອງກີຣະ. ພະອົງຍັງໄດ້ຂ້າເຣຊິນກະສັດແຫ່ງຊີເຣຍດ້ວຍເຊັ່ນກັນ.
|
||
|
||
\s5
|
||
\v 10 ເມື່ອກະສັດອາຮາດໄດ້ສະເດັດໄປເມືອງດາມາເຊເພື່ອພົບກັບຕິກະລາດປີເລເສ ກະສັດແຫ່ງອັດຊີເຣຍ. ພະອົງໄດ້ເຫັນແທ່ນບູຊາຢູ່ທີ່ໃນເມືອງດາມັສກັດ ແລະ ພະອົງໄດ້ຊົງສົ່ງແບບຈຳລອງແທ່ນບູຊາໄປທີ່ປະໂລຫິດອູຣີຢາ ພ້ອມທັງແບບແຜນຂອງແທ່ນບູຊານັ້ນ ແລະ ຮູບແບບສຳລັບວຽກງານກໍ່ສ້າງທີ່ ຈຳເປັນ.
|
||
\v 11 ດັ່ງນັ້ນປະໂລຫິດອູຣີຢາກໍໄດ້ສ້າງແທ່ນບູຊານັ້ນອີງຕາມແບບທຸກຢ່າງທີ່ກະສັດອາຮາດໄດ້ສົ່ງມາຈາກດາມັສກັດ. ທ່ານຈຶ່ງໄດ້ເຮັດແທ່ນບູຊາໃຫ້ສຳເລັດກ່ອນທີ່ກະສັດອາຮາດສະເດັດກັບມາຈາກດາມັສກັດ.
|
||
\v 12 ເມື່ອກະສັດໄດ້ກັບມາຈາກດາມັສກັດ ພະອົງໄດ້ເຫັນແທ່ນບູຊາ; ແລ້ວກະສັດໄດ້ເຂົ້າໄປໃກ້ແທ່ນບູຊາ ແລະຖວາຍເຄື່ອງບູຊາເທິງແທ່ນບູຊານັ້ນ.
|
||
|
||
\s5
|
||
\v 13 ພະອົງໄດ້ຊົງເຜົາຖວາຍເຄື່ອງບູຊາ ແລະ ເຄື່ອງບູຊາພືດຜົນ, ແລະໄດ້ຊົງເທເຄື່ອງດື່ມບູຊາ, ແລະໄດ້ຊົງຊິດເລືອດແຫ່ງເຄື່ອງສານບູຊາ ຂອງພະອົງລົງເທິງແທ່ນບູຊານັ້ນ.
|
||
\v 14 ແທ່ນບູຊາທອງເຫລືອງເຊິ່ງຢູ່ສະເພາະພຣະພັກພຣະຢາເວ-ພະອົງໄດ້ຊົງຍ້າຍອອກໄປຈາກທາງຫນ້າຂອງພຣະວິຫານ, ພື້ນທີ່ລະຫວ່າງແທ່ນບູຊາຂອງພະອົງກັບວິຫານຂອງພຣະຢາເວ ແລະ ໄດ້ຕັ້ງໄວ້ທາງເບື້ອງທິດເຫນືອຂອງແທ່ນບູຊາຂອງພະອົງນັ້ນ.
|
||
|
||
\s5
|
||
\v 15 ແລ້ວກະສັດອາຮາດໄດ້ຊົງສັ່ງໃຫ້ປະໂລຫິດອູຣີຢາ, ວ່າ, "ເທິງແທ່ນໃຫຍ່ນີ້ ທ່ານຈົ່ງເຜົາເຄື່ອງບູຊາໃນຕອນເຊົ້າ ແລະ ເຄື່ອງບູຊາພືດຜົນໃນຕອນແລງ, ແລະເຄື່ອງເຜົາບູຊາຂອງກະສັດ ແລະ ເຄື່ອງບູຊາພືດຜົນຂອງພະອົງ, ພ້ອມດ້ວຍເຄື່ອງເຜົາບູຊາຂອງປະຊາຊົນທັງຫມົດໃນແຜ່ນດິນ, ລວມທັງພືດຜົນບູຊາ ແລະເຄື່ອງດື່ມບູຊາຂອງພວກເຂົາທັງຫລາຍ. ຈົ່ງຊິດເລືອດທັງຫມົດຂອງເຄື່ອງເຜົາບູຊາ ແລະ ເລືອດຂອງເຄື່ອງສັດບູຊາມາຖວາຍ. ແຕ່ແທ່ນບູຊາທອງແດງໃຫ້ເປັນທີ່ສຳລັບຂ້າພະເຈົ້າທີ່ຂ້າພະເຈົ້າຈະທູນຖາມພຣະເຈົ້າ.”
|
||
\v 16 ປະໂລຫິດອູຣີຢາໄດ້ເຮັດທຸກຢ່າງຕາມຄຳສັ່ງຂອງກະສັດອາຮາດ.
|
||
|
||
\s5
|
||
\v 17 ແລ້ວກະສັດອາຮາດໄດ້ຊົງເອົາແຜງຂອງແທ່ນບູຊານັ້ນອອກໄປ ແລະ ຊົງຍົກຂັນອອກໄປ; ແລະພະອົງໄດ້ນຳເອົາອ່າງທະເລລົງມາຈາກຮູບງົວທອງແດງທີ່ຮອງຢູ່ນັ້ນ ແລະ ໄດ້ຊົງວາງໄວ້ເທິງພື້ນຫີນ.
|
||
\v 18 ພະອົງໄດ້ຮື້ເອົາຊິ້ນສ່ວນປິດທາງຍ່າງຂອງສາລາວັນຊະບາໂຕອອກ, ເຊິ່ງພວກເຂົາໄດ້ສ້າງໄວ້ໃນພະວິຫານ ແລະ ທາງເຂົ້າຊັ້ນນອກສຳລັບກະສັດທີ່ໄດ້ເຂົ້າມາໃນພຣະວິຫານຂອງພຣະຢາເວ, ເພາະເຫັນແກ່ກະສັດອັດຊີເຣຍ.
|
||
|
||
\s5
|
||
\v 19 ສ່ວນຣາຊະກິດອື່ນໆຂອງອາຮາດທີ່ໄດ້ຊົງເຮັດ, ໄດ້ບັນທຶກໄວ້ໃນຫນັງສືພົງສາວະດານຂອງກະສັດຢູດາບໍ່ແມ່ນບໍ?
|
||
\v 20 ອາຮາດໄດ້ຊົງລ່ວງລັບໄປຢູ່ກັບບັນພະບຸລຸດ ແລະ ໄດ້ຊົງຖືກຝັງໄວ້ກັບບັນພະບຸຣຸດໃນເມືອງ ດາວິດ. ເຮເຊກີຢາລູກຊາຍຂອງພະອົງກໍໄດ້ຂຶ້ນເປັນກະສັດແທນ.
|
||
|
||
\s5
|
||
\c 17
|
||
\cl ບົດທີ 17
|
||
\p
|
||
\v 1 ໃນປີທີສິບສອງແຫ່ງການປົກຄອງຂອງອາຮາດກະສັດແຫ່ງຢູດາ, ໂຮເຊຢາລູກຊາຍຂອງເອລາຂຶ້ນຄອງຣາດ. ພະອົງໄດ້ປົກຄອງຢູ່ໃນເມືອງຊາມາເຣຍໃນອິສະຣາເອນເກົ້າປີ.
|
||
\v 2 ພະອົງໄດ້ຊົງເຮັດສິ່ງທີ່ຊົ່ວຮ້າຍໃນສາຍພະເນດຂອງພຣະຢາເວ, ແຕ່ກໍບໍ່ຄືກັບບັນດາກະສັດແຫ່ງອິສະຣາເອນທີ່ຢູ່ກ່ອນທ່ານ.
|
||
\v 3 ຊານມາເນເຊ ກະສັດແຫ່ງອັດຊີເຣຍ ໄດ້ຊົງຍົກທັບມາສູ້ຮົບກັບພະອົງ, ແລະ ໂຮເຊຢາໄດ້ຍອມເປັນເມືອງຂຶ້ນຂອງພະອົງ ແລະ ຖວາຍຂອງຂັວນແກ່ພະອົງ.
|
||
|
||
\s5
|
||
\v 4 ແລ້ວກະສັດແຫ່ງອັດຊີເຣຍ ຮູ້ວ່າໂຮເຊຢາເປັນຜູ້ກະບົດຕໍ່ພະອົງເພາະວ່າ ໂຮເຊຊາໄດ້ຊົງໃຊ້ຜູ້ສົ່ງຂ່າວສານໄປຫາໂສກກະສັດແຫ່ງເອຢີບ; ພະອົງບໍ່ໄດ້ຖວາຍຂອງຂັວນໃຫ້ແກ່ກະສັດແຫ່ງອັດຊີເຣຍ, ຢ່າງທີ່ພະອົງໄດ້ຊົງເຄີຍເຮັດມາທຸກໆປີ. ດັ່ງນັ້ນ ກະສັດແຫ່ງອັດຊີເຣຍຈຶ່ງຊົງຈັບໂຮເຊອາໄວ້ ແລະ ຊົງຂັງພະອົງໄວ້ຢູ່ໃນຄຸກ.
|
||
\v 5 ແລ້ວກະສັດແຫ່ງອັດຊີເຣຍກໍໄດ້ບຸກເຂົ້າໄປທົ່ວແຜ່ນດິນ, ແລະ ຂຶ້ນມາເຖິງເມືອງຊາມາເຣຍ ແລະ ໄດ້ລ້ອມເມືອງດັ່ງກ່າວໄວ້ເປັນເວລາສາມປີ.
|
||
\v 6 ໃນປີທີເກົ້າແຫ່ງການປົກຄອງຂອງໂຮເຊຢາ, ກະສັດແຫ່ງອັດຊີເຣຍໄດ້ຊົງຢຶດເອົາເມືອງຊາມາເຣຍໄດ້ພະອົງໄດ້ຊົງຕ້ອນໂຮມຄົນອິສະຣາເອນເຂົ້າໄປໃນອັດຊີເຣຍ. ພະອົງໄດ້ໃຫ້ພວກເຂົາຢູ່ໃນເມືອງຮາລາ, ທີ່ຂ້າງແມ່ນ້ຳຮາໂບແຫ່ງເມືອງໂກຊານ, ແລະ ໃນເມືອງຕ່າງໆຂອງຄົນເມເດຍ.
|
||
|
||
\s5
|
||
\v 7 ການທີ່ໄດ້ຕົກເປັນຊະເລີຍໃນຄັ້ງນີ້ກໍເພາະວ່າປະຊາຊົນອິສະຣາເອນໄດ້ເຮັດບາບຕໍ່ພຣະຢາເວພຣະເຈົ້າຂອງພວກເຂົາ, ຜູ້ທີ່ໄດ້ຊົງນຳພວກເຂົາອອກຈາກແຜ່ນດິນເອຢີບ, ຈາກພາຍໃຕ້ກຳມືຂອງຟາຣາໂອກະສັດແຫ່ງເອຢິບ. ເພາະວ່າປະຊາຊົນໄດ້ນະມັສະການບັນດາພະເຈົ້າອື່ນໆ
|
||
\v 8 ແລະໄດ້ປະພຶດຕາມທຳນຽມຂອງບັນດາປະຊາຊາດ ຊຶ່ງພຣະຢາເວໄດ້ຊົງຂັບໄລ່ຫນີໄປໃຫ້ພົ້ນຫນ້າຄົນອິສະຣາເອນ, ແລະປະຕິບັດຕາມຢ່າງທີ່ກະສັດແຫ່ງອິສະຣາເອນທີ່ພວກພະອົງໄດ້ຊົງເຮັດ.
|
||
|
||
\s5
|
||
\v 9 ປະຊາຊົນອິສະຣາເອນໄດ້ເຮັດສິ່ງ-ທີ່ບໍ່ຖືກຕ້ອງຕໍ່ພຣະຢາເວພຣະເຈົ້າຂອງພວກເຂົາ-ຢ່າງລັບໆ. ເຂົາທັງຫລາຍໄດ້ສ້າງສະຖານສູງສຳລັບຕົນເອງຢູ່ທົ່ວບ້ານທົ່ວເມືອງ, ຕັ້ງແຕ່ທີ່ມີຫໍສັງເກດການຈົນຮອດເມືອງທີ່ມີປ້ອມບັນຊາການ.
|
||
\v 10 ພວກເຂົາໄດ້ຕັ້ງເສົາທີ່ສັກສິດແລະເສົາຫີນຂອງອາເຊຣາຢູ່ເທິງເນີນພູສູງທຸກແຫ່ງ ແລະ ພາຍໃຕ້ຕົ້ນໄມ້ຂຽວສົດທຸກຕົ້ນ.
|
||
|
||
\s5
|
||
\v 11 ຢູ່ທີ່ນັ້ນ ພວກເຂົາໄດ້ເຜົາເຄື່ອງຫອມເທິງສະຖານສູງທຸກບ່ອນ, ຕາມຢ່າງປະຊາຊາດທັງຫລາຍໄດ້ເຮັດ, ຄົນເຫລົ່ານັ້ນທີ່ພຣະຢາເວໄດ້ຊົງກວາດລ້າງໄປໃຫ້ພົ້ນຫນ້າພວກເຂົາ. ຊາວອິສະຣາເອນໄດ້ເຮັດສິ່ງທີ່ຊົ່ວຮ້າຍຕ່າງໆ ເຮັດໃຫ້ພຣະຢາເວຊົງຄຽດແຄ້ນ;
|
||
\v 12 ພວກເຂົາທັງຫລາຍໄດ້ນະມັສະການຮູບເຄົາຣົບ, ຊຶ່ງພຣະຢາເວໄດ້ກ່າວແກ່ພວກເຂົາແລ້ວວ່າ, "ທ່ານຢ່າເຮັດແນວນີ້."
|
||
|
||
\s5
|
||
\v 13 ພຣະຢາເວຍັງໄດ້ຊົງຕັກເຕືອນອິສະຣາເອນ ແລະ ຢູດາ ຜ່ານທາງຜູ້ປະກາດພຣະຄັມ ແລະ ຜູ້ທຳນວາຍທຸກຄົນ, ກ່າວວ່າ, “ຈົ່ງຫັນຫນີໄປຈາກທາງທີ່ຊົ່ວທັງຫລາຍຂອງເຈົ້າ ແລະ ຮັກສາພຣະບັນຍັດຂອງເຮົາ ແລະ ກົດເກນຂອງເຮົາ ຕາມກົດບັນຍັດທຸກຂໍ້ທີ່ເຮົາໄດ້ສັ່ງແກ່ບັນພະບຸຣຸດຂອງເຈົ້າ, ແລະ ທີ່ເຮົາໄດ້ສົ່ງມາໃຫ້ເຈົ້າທາງບັນດາຜູ້ປະກາດພຣະຄັມຜູ້ຮັບໃຊ້ຂອງເຮົາ."
|
||
|
||
\s5
|
||
\v 14 ແຕ່ພວກເຂົາບໍ່ຟັງ; ພວກເຂົາແຂງກະດ້າງຫລາຍຄືກັບບັນພະບຸຣຸດຂອງພວກເຂົາຜູ້ທີ່ບໍ່ເຊື່ອວາງໃຈໃນພຣະຢາເວພຣະເຈົ້າຂອງພວກເຂົາ.
|
||
\v 15 ພວກເຂົາໄດ້ປະຕິເສດກົດເກນ ແລະ ພັນທະສັນຍາຂອງພຣະອົງ ເຊິ່ງພຣະອົງໄດ້ເຮັດກັບບັນພະບຸຣຸດຂອງພວກເຂົາ, ລວມທັງຄຳຕັກເຕືອນທີ່ໄດ້ໃຫ້ແກ່ພວກເຂົາ. ພວກເຂົາທັງຫລາຍໄດ້ຕິດຕາມສິ່ງທີ່ບໍ່ມີຄ່າ ແລະ ພວກເຂົາໄດ້ກາຍເປັນຄົນບໍ່ມີຄ່າໄປ. ພວກເຂົາໄດ້ຕິດຕາມຊົນຊາດທີ່ຢູ່ອ້ອມຂ້າງພວກເຂົາ, ທີ່ບໍ່ໄດ້ນັບຖືພຣະເຈົ້າ ຊຶ່ງພຣະຢາເວໄດ້ຊົງຫ້າມບໍ່ໃຫ້ພວກເຂົາເອົາແບບພວກເຂົາເຫລົ່ານັ້ນ.
|
||
|
||
\s5
|
||
\v 16 ພວກເຂົາທັງຫລາຍບໍ່ໄດ້ສົນໃຈພຣະບັນຍັດທັງຫມົດ ຂອງພຣະຢາເວພຣະເຈົ້າຂອງພວກເຂົາ. ພວກເຂົາໄດ້ສ້າງຮູບເຄົາຣົບດ້ວຍໂລຫະປັ້ນເປັນລູກງົວສອງໂຕເພື່ອນະມັສະການ. ແລະພວກເຂົາໄດ້ສ້າງເສົາອາເຊຣາ, ແລະ ພວກເຂົາກໍນະມັສະການດວງດາວຕ່າງໆໃນທ້ອງຟ້າ ແລະ ພະບາອານ.
|
||
\v 17 ພວກເຂົາໄດ້ເອົາລູກຊາຍຍິງຂອງພວກເຂົາລຸຍໄຟ, ແລະພວກເຂົາໄດ້ທຳນວາຍໂຊກຊະຕາ ແລະເຮັດເວດມົນຄາຖາ, ທັງໄດ້ຂາຍຕົວເອງເພື່ອໄປເຮັດສິ່ງຊົ່ວຮ້າຍໃນສາຍຕາຂອງພຣະຢາເວ, ແລະ ໄດ້ສ້າງຄວາມໃຈຮ້າຍໃຫ້ພຣະອົງ.
|
||
\v 18 ເພາະສະນັ້ນ ພຣະຢາເວໃຈຮ້າຍຕໍ່ອິສະຣາເອນຫລາຍ ແລະ ໄດ້ຊົງໃຫ້ພວກເຂົາອອກໄປຈາກທີ່ປຣະທັບຂອງພຣະອົງ. ບໍ່ມີໃຜເຫລືອຢູ່ເລີຍນອກຈາກເຜົ່າຢູດາເທົ່ານັ້ນ.
|
||
|
||
\s5
|
||
\v 19 ແມ່ນແຕ່ເຜົ່າຂອງຢູດາບໍ່ໄດ້ຮັກສາພຣະບັນຍັດຂອງພຣະຢາເວ ພຣະເຈົ້າຂອງພວກເຂົາ. ແຕ່ປະຕິບັດຕາມ ຄຳ ສອນທີ່ຊາວອິສະຣາເອນໄດ້ເຮັດ.
|
||
\v 20 ດັ່ງນັ້ນ ພຣະຢາເວຈຶ່ງປະຕິເສດເຊື້ອສາຍຂອງອິສະຣາເອນທັງຫມົດ; ພຣະອົງໄດ້ຊົງເຮັດໃຫ້ພວກເຂົາທຸກທໍຣະມານ ແລະໄດ້ມອບພວກເຂົາໄວ້ໃນມືຂອງໂຈນ, ຈົນກ່ວາພຣະອົງໄດ້ຊົງໂຍນພວກເຂົາພົ້ນຈາກພຣະພັກຂອງພຣະອົງ.
|
||
|
||
\s5
|
||
\v 21 ພຣະອົງໄດ້ຊົງຈີກອິສະຣາເອນຈາກຣາຊະວົງຂອງດາວິດ, ແລະພວກເຂົາໄດ້ຕັ້ງເຢໂຣໂບອາມລູກຊາຍຂອງເນບັດໃຫ້ເປັນກະສັດ. ເຢໂຣໂບອາມໄດຊົງຊັກນໍາອິສະຣາເອນໄປຈາກການຕິດຕາມພຣະຢາເວ ແລະຊົງເຮັດໃຫ້ພວກເຂົາກະທຳບາບຢ່າງໃຫຍ່ຫລວງ.
|
||
\v 22 ປະຊາຊົນອິສະຣາເອນໄດ້ເດີນໄປໃນຄວາມບາບທຸກຢ່າງຂອງເຢໂຣໂບອາມໄດ້ຊົງເຮັດ ພວກເຂົາບໍ່ໄດ້ປະຖິ້ມຈາກບາບເຫລົ່ານັ້ນເລີຍ,
|
||
\v 23 ດັ່ງນັ້ນ ພຣະຢາເວໄດ້ຊົງໃຫ້ຊາວອິສະຣາເອນອອກໄປໃຫ້ພົ້ນຈາກທີ່ປຣະທັບຂອງພຣະອົງ, ຕາມທີ່ກ່າວທາງບັນດາຜູ້ປະກາດພຣະຄັມຜູ້ຮັບໃຊ້ຂອງພຣະອົງ. ດັ່ງນັ້ນຊາວອິສະຣາເອນຈຶ່ງຖືກຢຶດເອົາຈາກດິນແດນຂອງຕົນໄປເປັນຊະເລີຍໃນອັດຊີເຣຍ, ແລະຈົນເຖິງທຸກມື້ນີ້.
|
||
|
||
\s5
|
||
\v 24 ກະສັດແຫ່ງອັດຊີເຣຍໄດ້ຊົງນຳປະຊາຊົນຈາກບາບີໂລນ ແລະ ຈາກກູດ, ອີວາ, ຮາມັດ, ເສຟາກວາອິມ, ແລະໄດ້ໃຫ້ພວກເຂົາອາສັຍຢູ່ໃນເມືອງຕ່າງໆ, ຂອງຊາມາເຣຍແທນປະຊາຊົນອິສະຣາເອນ. ພວກເຂົາໄດ້ເຂົ້າຢຶດເອົາເມືອງຊາມາເຣຍ ແລະ ໄດ້ອາສັຍຢູ່ໃນເມືອງເຫລົ່ານັ້ນ.
|
||
\v 25 ສິ່ງນີ້ໄດ້ເກີດຂຶ້ນຕັ້ງແຕ່ທຳອິດທີ່ພວກເຂົາມາອາສັຍຢູ່ບ່ອນນັ້ນ ພວກເຂົາກໍບໍ່ໄດ້ໃຫ້ກຽຕພຣະຢາເວ. ສະນັ້ນ ພຣະຢາເວຈຶ່ງໄດ້ຊົງສົ່ງສິງໂຕໄປຂ້າບາງຄົນໃນບັນດາພວກເຂົາ.
|
||
\v 26 ເພາະສະນັ້ນ ມີຜູ້ໄດ້ໄປກ່າວກັບກະສັດອັດຊີເຣຍ, ວ່າ, "ບັນດາປະຊາຊາດທີ່ທ່ານໄດ້ນຳພາໄປຢູ່ໃນເມືອງຕ່າງໆຂອງຊາມາເຣຍນັ້ນ ບໍ່ຮູ້ປະເພນີປະຕິບັດຂອງພະເຈົ້າຂອງແຜ່ນດິນນັ້ນ, ສະນັ້ນພະຈິ່ງໃຫ້ສິງໂຕມາຢູ່ໃນບັນດາພວກເຂົາ, ແລະ, ເບິ່ງແມ, ພວກສິງໂຕໄດ້ຂ້າພວກເຂົາຢູ່ທີ່ນັ້ນ ເພາະວ່າພວກເຂົາບໍ່ຮູ້ຮີດຄອງປະເພນີປະຕິບັດຂອງພະເຈົ້າໃນແຜ່ນດິນນັ້ນ."
|
||
|
||
\s5
|
||
\v 27 ແລ້ວກະສັດອັດຊີເຣຍຈື່ງໄດ້, ສັ່ງວ່າ, “ຈົ່ງນຳເອົາປະໂລຫິດຄົນຫນື່ງທີ່ພວກເຈົ້າໄດ້ກວາດຕ້ອນຈາກຊາມາເຣຍກັບໄປຢູ່ທີ່ນັ້ນ, ແລະໃຫ້ພວກເຂົາສັ່ງສອນຕາມຮີດຄອງປະເພນີຂອງພະຕ່າງໆໃນແຜ່ນດິນນັ້ນ.”
|
||
\v 28 ສະນັ້ນພວກປະໂລຫິດຄົນຫນຶ່ງທີ່ພວກເຂົາໄດ້ກວາດຕ້ອນມາຈາກຊາມາເຣຍ ແລະ ໄດ້ອາສັຍຢູ່ໃນເມືອງເບັດເອນ; ເຂົາໄດ້ສັ່ງສອນພວກເຂົາເຖິງການທີ່ພວກເຂົາຈະຖວາຍກຽຕແດ່ພຣະຢາເວ.
|
||
|
||
\s5
|
||
\v 29 ແຕ່ວ່າທຸກປະຊາຊາດທັງຫມົດຍັງສ້າງພວກຮູບພະເຈົ້າຂອງຕົນເອງ, ແລະຕັ້ງໄວ້ໃນເຮືອນແຫ່ງສະຖານສູງຕ່າງໆ ຊຶ່ງຊາວຊາມາເຣຍໄດ້ສ້າງ-ໄວ້ໃນເມືອງຕ່າງໆ ທີ່ທຸກປະຊາຊາດທັງຫມົດອາສັຍຢູ່.
|
||
\v 30 ປະຊາຊົນຊາວບາບີໂລນໄດ້ສ້າງພະຊຸກໂກດເບໂນດ; ປະຊາຊົນຊາວກູກໄດ້ສ້າງພະເນການ; ປະຊາຊົນຊາວຮາມັດໄດ້ສ້າງພະອາຊີມາ.
|
||
\v 31 ຄົນອິບວາໄດ້ສ້າງພະນິບຮາດ ແລະ ພະຕາກຕັກ. ຄົນເສຟາກວາອິມໄດ້ເຜົາລູກຂອງຕົນໃນໄຟເພື່ອຖວາຍພະອັດຣຳເມເລັກ ແລະ ພະອານາມເມເລັກ, ເຊິ່ງເປັນພະເຈົ້າຂອງຊາວເສຟາກວາອິມ.
|
||
|
||
\s5
|
||
\v 32 ພວກເຂົາຍັງໄດ້ຖວາຍກຽຕແດ່ພຣະຢາເວດ້ວຍ, ແລະໄດ້ຕັ້ງນັກບວດແຫ່ງສະຖານສູງ, ຈາກທ່າມກາງພວກເຂົາໃຫ້ເຮັດຫນ້າທີ່ເພື່ອພວກເຂົາໃນສາລາແຫ່ງສະຖານສູງ.
|
||
\v 33 ພວກເຂົາຍັງໄດ້ຖວາຍກຽຕແດ່ພຣະຢາເວ ແລະ ໄດ້ນະມັສະການບັນດາພະເຈົ້າຂອງພວກເຂົາເອງດ້ວຍ, ຕາມປະເພນີຂອງບັນດາປະຊາຊາດຈາກທ່າມກາງພວກທີ່ໄດ້ກວາດຕ້ອນພວກເຂົາມາ.
|
||
|
||
\s5
|
||
\v 34 ໃນທຸກວັນນີ້ພວກເຂົາກໍຍັງຄົງປະຕິບັດຕາມຮີດຄອງເກົ່າຂອງພວກເຂົາ. ພວກເຂົາທັງຫລາຍບໍ່ໄດ້ຖວາຍກຽຕແດ່ພຣະຢາເວ, ແລະບໍ່ປະຕິບັດຕາມກົດລະບຽບ, ຫລືກົດຫມາຍ, ຫລືກົດບັນຍັດ, ຫລືພຣະບັນຍັດຕ່າງໆ ຊຶ່ງພຣະຢາເວໄດ້ຊົງບັນຊາແກ່ຄົນ-ຂອງຢາໂຄບ ຜູ້ທີ່ພຣະອົງໄດ້ຕັ້ງຊື່ໃຫ້ວ່າອິສະຣາເອນ-
|
||
\v 35 ແລະຜູ້ທີ່ພຣະຢາເວໄດ້ຊົງເຮັດພັນທະສັນຍາກັບພວກເຂົາທັງຫລາຍ ແລະ ໄດ້ຊົງສັ່ງພວກເຂົາວ່າ, "ຢ່າຢຳເກງພະເຈົ້າອົງອື່ນໆ, ຫລືກາບນະມັສະການພະນັ້ນ, ຫລືບົວລະບັດ, ຫລືຖວາຍສັດບູຊາແກ່ພະນັ້ນ.
|
||
|
||
\s5
|
||
\v 36 ແຕ່ເຈົ້າຈົ່ງຢຳເກງພຣະຢາເວ, ຜູ້ທີ່ໄດ້ນຳເຈົ້າອອກຈາກແຜ່ນດິນເອຢິບ ດ້ວຍຣິດອຳນາດອັນຍິ່ງໃຫຍ່ ແລະດ້ວຍພຣະຫັດທີ່ເດ່ອອກ, ເຈົ້າຈົ່ງຖວາຍພຣະກຽຕພຣະອົງ; ແລະຈົ່ງຖວາຍສັດບູຊາແດ່ພຣະອົງ, ແລະມັນແມ່ນການທີ່ເຈົ້າຈະເສຍສະຫລະ.
|
||
\v 37 ກົດລະບຽບ, ກົດຫມາຍ ແລະທຳບັນຍັດ ແລະພຣະບັນຍັດຕ່າງໆ ຊຶ່ງພຣະອົງໄດ້ຈາຣຶກໄວ້ສຳລັບພວກເຈົ້າ, ເຈົ້າຈົ່ງຣະວັງທີ່ຈະເຮັດຕາມສະເຫມີ. ດັ່ງນັ້ນເຈົ້າບໍ່ຕ້ອງຢຳເກງພະເຈົ້າອື່ນໃດເລີຍ,
|
||
\v 38 ແລະເຈົ້າຢ່າລືມຄຳ ສັນຍາທີ່ເຮົາໄດ້ເຮັດໄວ້ກັບເຈົ້າ, ເຈົ້າບໍ່ຕ້ອງລືມ; ຢ່າຖວາຍກຽຕບັນດາພະເຈົ້າອື່ນເລີຍ.
|
||
|
||
\s5
|
||
\v 39 ແຕ່ເຈົ້າທັງຫລາຍຈົ່ງຖວາຍກຽຕແກ່ພຣະຢາເວພຣະເຈົ້າຂອງເຈົ້າ. ແລະພຣະອົງຈະໄດ້ຊົງຊ່ອຍກູ້ພວກເຈົ້າໃຫ້ພົ້ນຈາກອຳນາດຂອງສັດຕຣູທັງຫມົດຂອງພວກເຈົ້າ."
|
||
\v 40 ພວກເຂົາບໍ່ຍອມຟັງ, ເພາະວ່າພວກເຂົາຍັງໄດ້ຄົງສືບຕໍ່ເຮັດສິ່ງທີ່ໄດ້ເຮັດໃນອະດີດເລື້ອຍໆ.
|
||
\v 41 ດັ່ງນັ້ນປະຊາຊາດເຫລົ່ານີ້ຈຶ່ງບໍ່ໄດ້ຢຳເກງພຣະຢາເວ ແລະ ພວກເຂົາກໍໄດ້ຂາບໄຫວ້ຮູບປັ້ນເຄົາຣົບແກະສະຫລັກຂອງພວກເຂົາດ້ວຍ, ພວກລູກຂອງພວກເຂົາກໍໄດ້ເຮັດ-ເຊັ່ນດຽວກັນ. ຫລານຂອງພວກເຂົາກໍໄດ້ເຮັດເຊັ່ນດຽວກັນ. ພວກເຂົາກໍຍັງເຮັດໃນສິ່ງທີ່ບັນພະບຸຣຸດຂອງພວກເຂົາໄດ້ເຮັດ, ຈົນເຖິງທຸກວັນນີ້.
|
||
|
||
\s5
|
||
\c 18
|
||
\cl ບົດທີ 18
|
||
\p
|
||
\v 1 ບັດນີ້ ໃນປີທີສາມແຫ່ງໂຮເຊຢາລູກຊາຍຂອງເອລາ, ກະສັດແຫ່ງອິສະຣາເອນ, ເຮເຊກິຍາລູກຊາຍຂອງອາຮາດ, ກະສັດແຫ່ງຢູດາໄດ້ຊົງຂຶ້ນຄອງຣາຊ.
|
||
\v 2 ເມື່ອພະອົງໄດ້ປົກຄອງຣາຊນັ້ນ; ພະອົງມີອາຍຸຊາວ-ຫ້າປີ ພະອົງໄດ້ປົກຄອງຣາຊໃນນະຄອນ ເຢຣູຊາເລັມຊາວ-ເກົ້າປີ. ແມ່ຂອງພະອົງມີຊື່ວ່າ ອາບີຢາ; ນາງເປັນລູກສາວຂອງເຊກາຣີຢາ.
|
||
\v 3 ພະອົງໄດ້ເຮັດສິ່ງທີ່ຊອບທັມໃນສາຍພະເນດຂອງພຣະຢາເວ, ຕາມທີ່ດາວິດ, ບັນພະບຸຣຸດຂອງພະອົງ, ໄດ້ເຮັດແບບຢ່າງໄວ້ທັງຫມົດ.
|
||
|
||
\s5
|
||
\v 4 ພະອົງໄດ້ຊົງທຳລາຍສະຖານສູງຖິິ້ມໄປ, ໄດ້ທຳລາຍເສົາຫີນສັກສິດ, ແລະໄດ້ຊົງໂຄ່ນລົ້ມພວກເສົາຂອງອາເຊຣາລົງ. ພະອົງໄດ້ຊົງທຳລາຍງູທອງແດງທີ່ໂມເຊໄດ້ສ້າງຂຶ້ນນັ້ນເປັນຕ່ອນໆ, ເພາະວ່າຊາວອິສະຣາເອນໄດ້ເຜົາເຄື່ອງຫອມໃຫ້ແກ່ງູນັ້ນຈົນຮອດມື້ເຫລົ່ານັ້ນ; ງູນັ້ນເອີ້ນວ່າ "ເນຮູຊະຕານ."
|
||
\v 5 ເຮເຊກິຢາໄດ້ຊົງວາງໃຈໃນອົງພຣະຢາເວ, ພຣະເຈົ້າແຫ່ງອິສະຣາເອນ, ເພາະສະນັ້ນໃນບັນດາກະສັດແຫ່ງຢູດາຫລັງຈາກພະອົງມາ, ຫລືໃນບັນດາຜູ້ທີ່ຢູ່ກ່ອນພະອົງ ບໍ່ມີຜູ້ໃດຄືກັບພະອົງ.
|
||
|
||
\s5
|
||
\v 6 ເພາະວ່າພະອົງໄດ້ຊົງວາງໃຈໃນພຣະຢາເວຢ່າງຫມັ້ນຄົງ. ພະອົງບໍ່ໄດ້ຢຸດການຕິດຕາມພຣະອົງເລີຍ, ແຕ່ໄດ້ຊົງຮັກສາພຣະບັນຍັດທີ່ພຣະຢາເວໄດ້ຊົງສັ່ງໂມເຊ.
|
||
\v 7 ດັ່ງນັ້ນ ພຣະຢາເວໄດ້ສະຖິດຢູ່ກັບເຮເຊກີຢາ ແລະ ພະອົງໄດ້ຊົງປະສົບຜົນສຳເລັດທຸກບ່ອນທີ່ພະອົງໄດ້ຊົງເຮັດ. ພະອົງໄດ້ຊົງກະບົດຕໍ່ກະສັດແຫ່ງອັດຊີເຣຍ ແລະປະຕິເສດທີ່ຈະຮັບໃຊ້ພະອົງ.
|
||
\v 8 ພະອົງໄດ້ໂຈມຕີຊາວຟີລິສະຕີນໄປຈົນເຖິງເມືອງກາຊາ ແລະ ດິນແດນອ້ອມແອ້ມໃນບໍຣິເວນນັ້ນ, ຕັ້ງແຕ່ຫໍຄອຍຈົນເຖິງປ້ອມປາການ.
|
||
|
||
\s5
|
||
\v 9 ໃນປີທີສີ່ແຫ່ງການປົກຄອງຂອງເຮເຊກີຢາ, ເຊິ່ງເປັນປີທີເຈັດແຫ່ງການປົກຄອງຂອງ ໂຮເຊຢາ ລູກຊາຍຂອງ ເອລາ ກະສັດແຫ່ງອິສະຣາເອນ, ຊານມາເນເຊ ກະສັດແຫ່ງອັດຊີເຣຍໄດ້ຍົກທັບຂຶ້ນມາຕໍ່ສູ້ກັບຊາມາເຣຍ ແລະ ອ້ອມຮອບຕົວເມືອງໄວ້.
|
||
\v 10 ພາຍໃນເວລາສາມປີກໍຢຶດເອົາເມືອງນັ້ນໄດ້, ໃນປີທີຫົກແຫ່ງການປົກຄອງຂອງເຮເຊກີຢາ, ເຊິ່ງເປັນປີທີ່ເກົ້າແຫ່ງການປົກຄອງຂອງ ໂຮຊາຢາ ກະສັດແຫ່ງອິສະຣາເອນ; ເມືອງຊາມາເຣຍກໍຖືກຢຶດຄອງໄປໄດ້.
|
||
|
||
\s5
|
||
\v 11 ດັ່ງນັ້ນກະສັດແຫ່ງອັດຊີເຣຍໄດ້ກວາດຕ້ອນຊາວອິສະຣາເອນໄປທີ່ອັດຊີເຣຍ ແລະໄດ້ນຳພາພວກເຂົາໄປໄວ້ທີ່ ຮາລາ, ແລະທີ່ແມ່ນ້ຳ ຮາໂບ ແຫ່ງເມືອງໂກຊານ, ແລະໃນເມືອງຕ່າງໆຂອງຊາວເມເດຍ.
|
||
\v 12 ພຣະອົງໄດ້ຊົງເຮັດໃນສິ່ງນີ້ເພາະວ່າພວກເຂົາບໍ່ເຊື່ອຟັງພຣະສຸຣະສຽງຂອງພຣະຢາເວພຣະເຈົ້າຂອງພວກເຂົາ, ແຕ່ພວກເຂົາໄດ້ເຮັດຜິດຕໍ່ຂໍ້ກຳນົດຂອງພັນທະສັນຍາຂອງພຣະອົງ, ຄືໄດ້ເຮັດຜິດຕໍ່ທຸກຢ່າງເຊິ່ງໂມເຊຜູ້ຮັບໃຊ້ຂອງພຣະຢາເວໄດ້ສັ່ງໄວ້. ພວກເຂົາທັງຫລາຍໄດ້ປະຕິເສດທີ່ຈະເຊື່ອຟັງ ຫລື ປະຕິບັດຕາມ.
|
||
|
||
\s5
|
||
\v 13 ແລ້ວໃນປີທີ່ສິບສີ່ແຫ່ງການປົກຄອງຂອງກະສັດເຮເຊກີຢາ, ເຊນນາຄາເລັດ ກະສັດແຫ່ງອັດຊີເຣຍໄດ້ຍົກທັບຂຶ້ນຕໍ່ສູ້ກັບບັນດາເມືອງທີ່ມີປ້ອມກຳບັງຂອງຢູດາ ແລະ ຢຶດເມືອງເຫລົ່ານັ້ນໄດ້.
|
||
\v 14 ດັ່ງນັ້ນເຮເຊກີຢາກະສັດແຫ່ງຢູດາໄດ້ໃຊ້ຄົນໄປກ່າວແກ່ກະສັດແຫ່ງອັດຊີເຣຍ, ໃນເມືອງລາກິດ, ວ່າ, "ຂ້າພະເຈົ້າໄດ້ເຮັດຜິດຕໍ່ທ່ານ. ຂໍໃຫ້ທ່ານກະຣຸນາຖອນທັບໄປຈາກຂ້າພະເຈົ້າ. ຂ້າພະເຈົ້າຈະຍອມເສຍເຄື່ອງບັນນາການຕາມທີ່ທ່ານຮຽກຮ້ອງ.” ແລະກະສັດແຫ່ງອັດຊີເຣຍໄດ້ຮຽກຮ້ອງເອົາຈາກເຮເຊກີຢາກະສັດແຫ່ງຢູດາເປັນເງິນສາມຮ້ອຍຕະລັນ ແລະ ທອງຄຳສາມສິບຕະລັນ.
|
||
\v 15 ດັ່ງນັ້ນ ເຮເຊກີຢາໄດ້ມອບເງິນທັງຫມົດທີ່ຢູ່ໃນພຣະນິເວດຂອງພຣະຢາເວ ແລະ ໃນຄັງຂອງພຣະຣາຊວັງຂອງກະສັດ.
|
||
|
||
\s5
|
||
\v 16 ແລ້ວເຮເຊກີຢາຊົງໄດ້ລອກເອົາທອງຄຳຈາກປະຕູທັງຫລາຍຂອງພຣະວິຫານຂອງພຣະຢາເວ. ແລະຈາກເສົາປະຕູທັງຫລາຍເຊິ່ງເຮເຊກີຢາກະສັດແຫ່ງຢູດາໄດ້ຫໍ່ໄວ້; ພະອົງໄດ້ມອບແກ່ກະສັດແຫ່ງອັດຊີເຣຍ.
|
||
\v 17 ແຕ່ກະສັດແຫ່ງອັດຊີເຣຍໄດ້ຊົງສັ່ງໃຫ້ຍ້າຍກອງທັບອັນຍິ່ງໃຫຍ່ຂອງຕົນ, ໂດຍການສົ່ງຣາທານ ແລະ ຮັບຊາຣິສ ແລະ ຜູ້ບັນຊາການໃຫຍ່ຈາກເມືອງ ລາກິດ ເພື່ອໄປພົບກະສັດເຮເຊກີຢາທີ່ນະຄອນ ເຢຣູຊາເລັມ. ພວກເຂົາກໍໄດ້ຂຶ້ນໄປທາງຖະຫນົນ ແລະ ໄປຮອດທາງນອກນະຄອນ ເຢຣູຊາເລັມ. ພວກເຂົາຍ່າງທັບເຂົ້າມາໃກ້ບໍຣິເວນທາງເທິງຮ່ອງລະບາຍສະນ້ຳ, ເຊິ່ງເປັນເສັ້ນທາງຂອງການຊັກລ້າງ, ແລະ ໄດ້ຢຸດທັບຢູ່ທີ່ນັ້ນ.
|
||
\v 18 ເມື່ອພວກເຂົາຮ້ອງຫາກະສັດເຮເຊກີຢາ, ອີລີຢາກີມລູກຊາຍຂອງ ຮິນກີຢາ, ຜູ້ເຈົ້າຫນ້າທີ່ໃນຣາຊະວັງ, ເຊັບນາຣາຊະອາລັກ; ແລະ ໂຢອາ ລູກຊາຍຂອງອາຊັບ, ຣາຊເລຂາ, ໄດ້ອອກມາພົບພວກເຂົາ.
|
||
|
||
\s5
|
||
\v 19 ດັ່ງນັ້ນ ຜູ້ບັນຊາການໃຫຍ່ຈຶ່ງເວົ້າກັບພວກເຂົາໃຫ້ໄປບອກເຮເຊກີຢາ ກະສັດແຫ່ງອັດຊີເຣຍ, ວ່າ: "ແມ່ນຫຍັງຄືແຫລ່ງຂອງຄວາມວາງໃຈຂອງພວກທ່ານ?
|
||
\v 20 ພວກທ່ານເວົ້າແຕ່ສິ່ງທີ່ບໍ່ມີປະໂຫຍດ, ກ່າວວ່າມີພັນທະມິດ ແລະແສນຍານຸພາບເພື່ອການສ້າງສົງຄາມ. ບັດນີ້ ພວກທ່ານໄວ້ໃຈໃນຜູ້ໃດ? ມີໃຜຫລືທີ່ມອບຄວາມກ້າຫານໃຫ້ພວກທ່ານເພື່ອຕໍ່ສູ້ຂ້າພະເຈົ້າ?
|
||
\v 21 ຈົ່ງເບິ່ງເຖີດ, ທ່ານອາສັຍໄມ້ຄ້ຳເທົ້າຂອງຕົ້ນກົກທີ່ຫັກຄືປະເທດເອຢິບ, ເຊິ່ງຈະຕຳມືຂອງຜູ້ທີ່ໃຊ້ໄມ້ເທົ້ານັ້ນ, ນັ້ນແມ່ນຟາຣາໂອ ກະສັດແຫ່ງເອຢີບເປັນເຊັ່ນນີ້ຕໍ່ທຸກຄົນທີ່ອາສັຍລາວ.
|
||
|
||
\s5
|
||
\v 22 ແຕ່ຖ້າທ່ານທັງຫລາຍຈະບອກຂ້າພະເຈົ້າວ່າ, 'ພວກທ່ານເພິ່ງພຣະຢາເວພຣະເຈົ້າຂອງພວກທ່ານ,' ກໍສະຖານສູງ ແລະ ແທ່ນບູຊາຂອງພຣະເຈົ້ານັ້ນບໍ່ແມ່ນບໍທີ່ເຮເຊກີຢາທຳລາຍມັນລົງ, ແລະກ່າວກັບຢູດາ ແລະເຢຣູຊາເລັມວ່າ, 'ທ່ານທັງຫລາຍຈົ່ງນະມັສະການທີ່ຫນ້າ ແທ່ນບູຊານີ້ໃນນະຄອນ ເຢຣູຊາເລັມ'?
|
||
\v 23 ດັ່ງນັ້ນ, ມາເຮັດຂໍ້ຕໍ່ລອງກັບກະສັດແຫ່ງອັດຊີເຣຍເຈົ້ານາຍຂອງຂ້າພະເຈົ້າ. ແລ້ວຂ້າພະເຈົ້າຈະໃຫ້ມ້າສອງພັນໂຕແກ່ທ່ານ, ຖ້າທ່ານສາມາດຊອກຫາຄົນຂີ່ມ້າເຫລົ່ານັ້ນໄດ້.
|
||
|
||
\s5
|
||
\v 24 ທ່ານຈະຕ້ານທານກັບນາຍທະຫານຄົນດຽວໃນຫມູ່ຂ້າຣາຊການຜູ້ອ່ອນແອທີ່ສຸດຂອງເຈົ້ານາຍຂ້າພະເຈົ້າໄດ້ແນວໃດ? ເພາະວ່າທ່ານຍັງອາສັຍປະເທດເອຢິບ ເລື່ອງຣົດມ້າຮົບ ແລະຣົດມ້າທະຫານ!
|
||
\v 25 ຂ້າພະເຈົ້າໄດ້ເດີນທາງມາທີ່ນີ້ໂດຍທີ່ບໍ່ມີພຣະຢາເວ ໃນສະຖານທີ່ນີ້ເພື່ອຕໍ່ສູ້ ແລະ ທຳລາຍບໍ? ພຣະຢາເວໄດ້ກ່າວກັບຂ້າພະເຈົ້າວ່າ, 'ຈົ່ງຂຶ້ນໄປຕໍ່ສູ້ກັບແຜ່ນດິນນີ້ ແລະທຳລາຍມັນ.'"
|
||
|
||
\s5
|
||
\v 26 ແລ້ວເອລີອາກີມ ລູກຊາຍຂອງຮິນກີຢາ, ແລະ ເຊັບນາ, ແລະ ໂຢອາດໄດ້ເວົ້າກັບຜູ້ບັນຊາການໃຫຍ່ວ່າ, "ຂໍເວົ້າກັບຜູ້ຮັບໃຊ້ຂອງທ່ານດ້ວຍພາສາອາຣາມເຖີດ, ເພາະວ່າພວກຂ້າພະເຈົ້າເຂົ້າໃຈພາສານັ້ນ. ຢ່າເວົ້າກັບຂ້າພະເຈົ້າດ້ວຍພາສາຢູດາໃຫ້ເຂົ້າຫູປະຊາຊົນຜູ້ຢູ່ເທິງກຳແພງນັ້ນເລີຍ.”
|
||
\v 27 ແຕ່ຜູ້ບັນຊາການໃຫຍ່ໄດ້ເວົ້າກັບພວກເຂົາທັງຫລາຍວ່າ, "ເຈົ້ານາຍຂອງຂ້າພະເຈົ້າໃຊ້ໃຫ້ມາເວົ້າຖ້ອຍຄຳເຫລົ່ານີ້ແກ່ເຈົ້ານາຍຂອງທ່ານ ແລະ ແກ່ທ່ານເທົ່ານັ້ນບໍ? ບໍ່ແມ່ນໃຫ້ເວົ້າກັບຄົນທີ່ນັ່ງຢູ່ເທິງກຳແພງ, ຜູ້ທີ່ຈະຕ້ອງກິນອາຈົມ ແລະ ດື່ມຍ່ຽວຂອງພວກເຂົາເອງພ້ອມກັບທ່ານດ້ວຍບໍ?"
|
||
|
||
\s5
|
||
\v 28 ແລ້ວຜູ້ບັນຊາການໃຫຍ່ໄດ້ຢືນຮ້ອງສຽງດັງເປັນພາສາເຮັບເລີ, ວ່າ, "ຈົ່ງຟັງຖ້ອຍຄຳຂອງກະສັດຣາທິຣາຊ, ກະສັດແຫ່ງອັດຊີເຣຍ.
|
||
\v 29 ກະສັດກ່າວວ່າ, 'ຢ່າໃຫ້ເຮເຊກີຢາ ຫລອກລວງທ່ານທັງຫລາຍ, ເພາະວ່າລາວຈະບໍ່ສາມາດຊ່ວຍທ່ານໃຫ້ພົ້ນຈາກອຳນາດຂອງຂ້າພະເຈົ້າ.
|
||
\v 30 ຢ່າໃຫ້ເຮເຊກີຢາເຮັດໃຫ້ທ່ານເພິ່ງພຣະຢາເວ, ໂດຍກ່າວວ່າ, "ພຣະຢາເວຈະໄດ້ຊົງຊ່ອຍກູ້ພວກຂ້າພະເຈົ້າແນ່ນອນ, ແລະ ຈະບໍ່ໄດ້ຊົງມອບເມືອງນີ້ໄວ້ໃນກຳມືຂອງກະສັດແຫ່ງອັດຊີເຣຍ."'
|
||
|
||
\s5
|
||
\v 31 ຢ່າຟັງເຮເຊກີຢາ, ເພາະວ່າກະສັດແຫ່ງອັດຊີເຣຍໄດ້ກ່າວວ່າ: 'ຈົ່ງຍອມຈຳນົນຕໍ່ຂ້າພະເຈົ້າ ແລະ ອອກມາຫາຂ້າພະເຈົ້າ. ແລ້ວທ່ານແຕ່ລະຄົນຈະກິນຈາກເຄືອອະງຸ່ນຂອງຕົນ ແລະຈາກຕົ້ນຫມາກເດື່ອຂອງຕົນເອງ, ແລະຈະໄດ້ດື່ມນ້ຳຈາກບໍ່ເກັບນໍ້າຂອງຕົນ.
|
||
\v 32 ຈົນກ່ວາຂ້າພະເຈົ້າຈະມາພາທ່ານໄປທີ່ແຜ່ນດິນທີ່ຄ້າຍຄືກັບແຜ່ນດິນຂອງທ່ານເອງ, ເປັນແຜ່ນດິນທີ່ມີເຂົ້າ ແລະ ເຫລົ້າອະງຸ່ນໃຫມ່, ເປັນແຜ່ນດິນທີ່ມີເຂົ້າຈີ່ ແລະ ພວກສວນອະງຸ່ນ, ແຜ່ນດິນທີ່ມີພວກຕົ້ນຫມາກກອກ ແລະ ນໍ້າເຜິ້ງ, ເພື່ອວ່າທ່ານທັງຫລາຍຈະມີຊີວິດຢູ່ ແລະ ບໍ່ຕາຍ.' ຢ່າຟັງເຮເຊກີຢາເມື່ອທີ່ລາວຊັກຊວນທ່ານ, ໂດຍກ່າວວ່າ, 'ພຣະຢາເວຈະຊົງຊ່ວຍກູ້ພວກຂ້າພະເຈົ້າ.'
|
||
|
||
\s5
|
||
\v 33 ມີພະເຈົ້າອົງໃດຂອງປະຊາຊາດເຄີຍກູ້ແຜ່ນດິນຂອງຕົນໃຫ້ພົ້ນຈາກກຳມືຂອງກະສັດແຫ່ງອັດຊີເຣຍໄດ້ແດ່?
|
||
\v 34 ພະເຈົ້າຂອງເມືອງ ຮາມັດ ແລະ ອັກປັດຢູ່ໃສ? ພະເຈົ້າຂອງເສຟາກວາອິມ, ເຮນາ, ແລະ ອີວານັ້ນຢູ່ໃສ? ພະເຫລົ່ານີ້ໄດ້ຊ່ວຍກູ້ຊາມາເຣຍຈາກມືຂອງຂ້າພະເຈົ້າໄດ້ບໍ?
|
||
\v 35 ພະເຈົ້າອົງໃດໃນບັນດາພະເຈົ້າທັງຫມົດຂອງປະເທດທັງຫລາຍ, ໄດ້ຊ່ວຍກູ້ປະເທດຂອງຕົນຈາກມືຂອງຂ້າພະເຈົ້າບໍ? ພຣະຢາເວຈະຊ່ອຍກູ້ເຢຣູຊາເລັມຈາກມືຂອງຂ້າພະເຈົ້າໄດ້ບໍ?"
|
||
|
||
\s5
|
||
\v 36 ແຕ່ປະຊາຊົນໄດ້ແຕ່ມິດງຽບຢູ່ ແລະ ບໍ່ຕອບໂຕ້ແມ່ນແຕ່ຄຳດຽວ, ເພາະວ່າກະສັດໄດ້ມີຄຳສັ່ງວ່າ, "ຢ່າຕອບລາວ."
|
||
\v 37 ແລ້ວເອລີອາກີມ ລູກຊາຍຂອງຮິນກີຢາ, ຜູ້ຮັບຜິດຊອບຣາຊວັງ; ແລະ ເຊັບນາ ເລຂາທິການ; ແລະ ໂຢອາ ລູກຊາຍຂອງອາຊັບ, ເລຂາ, ໄດ້ເຂົ້າເຝົ້າເຮເຊກີຢາດ້ວຍເຄື່ອງນຸ່ງທີ່ຂາດ, ແລະ ໄດ້ກາບທູນພະອົງເຖິງຖ້ອຍຄຳຂອງຜູ້ບັນຊາການໃຫຍ່.
|
||
|
||
\s5
|
||
\c 19
|
||
\cl ບົດທີ 19
|
||
\p
|
||
\v 1 ສິ່ງນີ້ໄດ້ເກີດຂຶ້ນເມື່ອກະສັດເຮເຊກີຢາໄດ້ຟັງການລາຍງານຂອງພວກເຂົາ, ພະອົງກໍຊົງຈີກເສື້ອຜ້າຂອງພະອົງ. ໄດ້ເອົາຜ້າກະສອບ, ມາປົກຄຸມພະອົງ, ແລະໄດ້ເຂົ້າໄປໃນພຣະວິຫານຂອງພຣະຢາເວ.
|
||
\v 2 ພະອົງຊົງໃຊ້ເອລີຢາກີມ, ຫົວຫນ້າກົມມະວັງ, ແລະເຊັບນາຣາຊອົງຄະລັກ, ແລະພວກປະໂລຫິດຜູ້ອາວຸໂສ, ປົກຄຸມຕົວດ້ວຍຜ້າກະສອບ, ໄດ້ໄປຫາຜູ້ປະກາດພຣະຄັມ. ເອຊາຢາລູກຊາຍຂອງອາໂມດ,
|
||
|
||
\s5
|
||
\v 3 ພວກເຂົາທັງຫລາຍໄດ້ກ່າວກັບພະອົງວ່າ, "ເຮເຊກີຢາໄດ້ກ່າວດັ່ງນີ້, 'ມື້ນີ້ເປັນມື້ແຫ່ງຄວາມທຸກໃຈ, ມື້ໄດ້ຖືກຕິຕຽນ, ແລະ ທົນທຸກ, ເພາະວ່າເດັກກໍເຖິງກຳນົດເກີດ, ແຕ່ພວກເຂົາບໍ່ມີກຳລັງໃນການເກີດອອກມາ.
|
||
\v 4 ອາດຈະເປັນເພາະວ່າພຣະຢາເວພຣະເຈົ້າຂອງທ່ານຈະໄດ້ຍິນຖ້ອຍຄຳທັງຫມົດ, ຂອງຜູ້ບັນຊາການໃຫຍ່ຜູ້ທີ່ກະສັດແຫ່ງອັດຊີເຣຍ ເຈົ້ານາຍຂອງລາວໄດ້ສົ່ງມາເຢາະເຢີ້ຍພຣະເຈົ້າຜູ້ຊົງພຣະຊົນຢູ່, ແລະ ພຣະອົງຈະໄດ້ສັ່ງສອນພວກເຂົາດ້ວຍຖ້ອຍຄຳທີ່ພຣະຢາເວພຣະເຈົ້າຂອງທ່ານໄດ້ຍິນ. ບັດນີ້ ຂໍໃຫ້ທ່ານອະທິຖານເພື່ອຄົນທີ່ຍັງຄົງເຫລືອຢູ່ທີ່ນີ້.'"
|
||
|
||
\s5
|
||
\v 5 ດັ່ງນັ້ນ ເມື່ອຜູ້ຮັບໃຊ້ຂອງກະສັດເຮເຊກີຢາໄດ້ມາເຖິງເອຊາຢາ,
|
||
\v 6 ແລະເອຊາຢາໄດ້ບອກພວກເຂົາທັງຫລາຍວ່າ, "ຈົ່ງບອກນາຍຂອງທ່ານເຖີດວ່າ: 'ພຣະຢາເວໄດ້ກ່າວດັ່ງນີ້ວ່າ, "ຢ່າຢ້ານເພາະຖ້ອຍຄຳທີ່ທ່ານໄດ້ຍິນນັ້ນ, ເຊິ່ງຜູ້ຮັບໃຊ້ທັງຫລາຍຂອງກະສັດແຫ່ງອັດຊີເຣຍໄດ້ຫມິ່ນປະຫມາດເຮົາ.
|
||
\v 7 ເບິ່ງເຖີດ, ເຮົາຈະໃສ່ວິນຍານຢ່າງຫນຶ່ງໃນລາວ, ເພື່ອວ່າລາວອາດຈະໄດ້ຍິນຂ່າວລື ແລະ ກັບໄປທີ່ແຜ່ນດິນຂອງລາວ. ແລະ ເຮົາຈະເຮັດໃຫ້ລາວລົ້ມລົງດ້ວຍດາບໃນດິນແດນຂອງລາວເອງ."'
|
||
|
||
\s5
|
||
\v 8 ແລ້ວຜູ້ບັນຊາການໃຫຍ່ໄດ້ກັບໄປ ແລະ ໄດ້ພົບວ່າກະສັດແຫ່ງອັດຊີເຣຍກຳລັງຕໍ່ສູ້ກັບເມືອງລິບນາ, ເພາະວ່າລາວໄດ້ຍິນວ່າກະສັດໄດ້ສະເດັດອອກຈາກລາກິດແລ້ວ.
|
||
\v 9 ແລ້ວເຊນນາເກຣິບຊົງໄດ້ຍິນວ່າ ຕີຣາກາກະສັດແຫ່ງເອທິໂອເປຍ ແລະ ປະເທດເອຢິບໄດ້ຍົກກອງທັບອອກມາເພື່ອຕໍ່ສູ້ກັບພະອົງແລ້ວ, ດັ່ງນັ້ນ ພະອົງຈຶ່ງໄດ້ສົ່ງບັນດາຜູ້ສົ່ງຂ່າວໄປເຝົ້າເຮເຊກີຢາອີກເທື່ອຫນຶ່ງດ້ວຍຂໍ້ຄວາມວ່າ:
|
||
|
||
\s5
|
||
\v 10 "ທ່ານຈົ່ງເວົ້າກັບກະສັດເຮເຊກີຢາກະສັດແຫ່ງຢູດາດັ່ງນີ້ວ່າ, 'ຢ່າໃຫ້ພຣະເຈົ້າຂອງທ່ານເຊິ່ງຜູ້ທີ່ທ່ານໄວ້ວາງໃຈນັ້ນຫລອກລວງທ່ານ, ວ່າ, "ເຢຣູຊາເລັມຈະບໍ່ຖືກມອບໄວ້ໃນກຳມືຂອງກະສັດແຫ່ງອັດຊີເຣຍ."
|
||
\v 11 ເບິ່ງເຖີດ, ທ່ານໄດ້ຍິນແລ້ວວ່າສີ່ງທີ່ບັນດາກະສັດແຫ່ງອັດຊີເຣຍໄດ້ຊົງເຮັດກັບແຜ່ນດິນທັງຫມົດໂດຍການທຳລາຍລ້າງຈົນຫມົດສິ້ນ. ສະນັ້ນແລ້ວທ່ານເອງຈະລອດພົ້ນບໍ?
|
||
|
||
\s5
|
||
\v 12 ມີບັນດາພະເຈົ້າຂອງເຫລົ່າປະຊາຊາດເຊິ່ງບັນພະບຸຣຸດຂອງຂ້າພະເຈົ້າໄດ້ທຳລາຍຄື: ຊົນຊາດໂກຊານ, ຮາຣານ, ເຣເຊັບ, ແລະປະຊາຊົນຂອງເອເດນທີ່ອາສັຍຢູ່ໃນເຕລາສາໄດ້ຊ່ວຍພວກເຂົາໃຫ້ພົ້ນບໍ?
|
||
\v 13 ກະສັດຮາມັດ, ກະສັດແຫ່ງອາກປັດ, ກະສັດຂອງເມືອງເສຟາກວາອິມ, ເມືອງເຮນາ, ແລະ ເມືອງອີວາຢູ່ໃສ? '"
|
||
|
||
\s5
|
||
\v 14 ເຮເຊກີຢາໄດ້ຊົງຮັບຈົດຫມາຍຈາກມືຂອງຜູ້ສົ່ງຂ່າວສານ ແລະ ຊົງໄດ້ອ່ານມັນ. ແລະໄດ້ຂຶ້ນໄປທີ່ພຣະວິຫານຂອງພຣະຢາເວ ແລະ ເຮເຊກີຢາໄດ້ເປີດຈົດຫມາຍນັ້ນອອກສະເພາະພຣະພັກພຣະຢາເວ.
|
||
\v 15 ແລ້ວເຮເຊກີຢາໄດ້ຊົງອະທິຖານສະເພາະພຣະພັກພຣະຢາເວ ແລະ ກ່າວວ່າ, “ຂ້າແດ່ພຣະຢາເວຈອມໂຍທາ, ພຣະເຈົ້າແຫ່ງອິສະຣາເອນ, ຜູ້ທີ່ປຣະທັບຢູ່ເທິງເຫລົ່າເຄຣູບ, ພຣະອົງເປັນພຣະເຈົ້າອົງດຽວເຫນືອທຸກຣາຊອານາຈັກຂອງແຜ່ນດິນໂລກທັງຫມົດ. ພຣະອົງໄດ້ຊົງສ້າງສະຫວັນ ແລະ ແຜ່ນດິນໂລກ.
|
||
|
||
\s5
|
||
\v 16 ຂ້າແດ່ພຣະຢາເວ, ຂໍໄດ້ຊົງງ່ຽງຫູ, ແລະ ຊົງຟັງ, ຂ້າແຕ່ພຣະຢາເວ, ຂໍຫລຽວເບິ່ງ, ແລະ ໄດ້ຊົງຟັງຖ້ອຍຄຳຂອງເຊັນນາເກຣິບ, ເຊິ່ງເຂົາໄດ້ສົ່ງມາເພື່ອເຢາະເຢີ້ຍພຣະເຈົ້າຜູ້ຊົງພຣະຊົນຢູ່.
|
||
\v 17 ຂ້າແດ່, ພຣະຢາເວ. ເປັນຄວາມຈິງທີ່ກະສັດແຫ່ງອັດຊີເຣຍໄດ້ເຮັດໃຫ້ປະຊາຊາດ ແລະ ແຜ່ນດິນຂອງພວກເຂົາຮ້າງເປົ່າ.
|
||
\v 18 ພວກເຂົາໂຍນພະເຈົ້າຂອງພວກເຂົາລົງໃສ່ໃນກອງໄຟ, ເພາະສິ່ງເຫລົ່ານັ້ນບໍ່ແມ່ນພະເຈົ້າ ພຽງແຕ່ເປັນຜົນງານຂອງມືມະນຸດ, ແມ່ນໄມ້ ແລະ ຫີນ. ເພາະສະນັ້ນຊາວອັດຊີເຣຍຈຶ່ງທຳລາຍສິ່ງເຫລົ່ານັ້ນໄດ້.
|
||
|
||
\s5
|
||
\v 19 ສະນັ້ນບັດນີ້, ຂ້າແດ່ພຣະຢາເວ, ພຣະເຈົ້າຂອງຂ້ານ້ອຍທັງຫລາຍ, ຂໍຊົງຊ່ວຍພວກຂ້ານ້ອຍໃຫ້ພົ້ນຈາກອຳນາດຂອງເຂົາ, ເພື່ອວ່າຣາຊອານາຈັກທັງຫມົດແຫ່ງແຜ່ນດິນໂລກຈະຮູ້ວ່າພຣະອົງຄື, ພຣະຢາເວ, ໄດ້ຊົງເປັນພຣະເຈົ້າພຽງແຕ່ອົງດຽວເທົ່ານັ້ນ.”
|
||
|
||
\s5
|
||
\v 20 ແລ້ວເອຊາຢາລູກຊາຍຂອງອາໂມດໄດ້ສົ່ງຂ່າວໄປຫາເຮເຊກີຢາ, ກ່າວວ່າ, "ພຣະຢາເວ, ພຣະເຈົ້າແຫ່ງອິສະຣາເອນໄດ້ກ່າວດັ່ງນີ້ວ່າ, 'ເພາະວ່າທ່ານໄດ້ອະທິຖານຫາເຮົາກ່ຽວກັບເຊັນນາເກຣິບກະສັດແຫ່ງອັດຊີເຣຍ, ເຮົາໄດ້ຍິນຄຳອະທິຖານຂອງທ່ານແລ້ວ.
|
||
\v 21 ສິ່ງນີ້ແມ່ນຖ້ອຍຄຳຂອງພຣະຢາເວທີ່ໄດ້ກ່າວເຖິງລາວ: "ລູກສາວພົມມະຈາຣີແຫ່ງຊີໂອນ ດູຖູກທ່ານ ແລະ ຫົວເຢາະເຢີ້ຍທ່ານ. ລູກສາວແຫ່ງເຢຣູຊາເລັມສັ່ນຫົວຂອງນາງໃສ່ທ່ານ.
|
||
\v 22 ທ່ານໄດ້ເຢາະເຢີ້ຍ ແລະ ກ່າວຫຍາບຊ້າຕໍ່ຜູ້ໃດບໍ? ທ່ານໄດ້ຂຶ້ນສຽງຂອງທ່ານຕໍ່ຜູ້ໃດ ແລະ ໄດ້ເບິ່ງຕາຂອງທ່ານດ້ວຍຄວາມຍິ່ງຈອງຫອງຕໍ່ຜູ້ໃດບໍ? ກໍຕໍ່ອົງບໍຣິສຸດແຫ່ງອິສະຣາເອນນັ້ນແຫລະ!
|
||
|
||
\s5
|
||
\v 23 ດ້ວຍຜູ້ສື່ສານຂອງເຈົ້າ ໆໄດ້ເຢາະເຢີ້ຍອົງພຣະຜູ້ເປັນເຈົ້າ, ແລະ ເຈົ້າໄດ້ເວົ້າວ່າ, 'ດ້ວຍຣົດຮົບມ້າຫລວງຫລາຍຂອງເຈົ້າ, ເຈົ້າໄດ້ຂຶ້ນໄປເຖິງບ່ອນສູງຂອງພູເຂົາຕ່າງໆ, ເຖິງບ່ອນໄກທີ່ສຸດຂອງເລບານອນ. ເຈົ້າຈະຕັດຕົ້ນແປກສີດາທີ່ສູງທີ່ສຸດຂອງມັນລົງ ທັງຕົ້ນແປກສາມໃບທີ່ດີທີ່ສຸດຂອງມັນ. ເຈົ້າຈະໄປທີ່ພັກອາສັຍທີ່ໄກສຸດຂອງມັນ, ໃນປ່າທີ່ອຸດົມສົມບູນທີ່ສຸດຂອງມັນ.
|
||
\v 24 ເຈົ້າໄດ້ຂຸດຫນອງ ແລະ ໄດ້ດື່ມນ້ຳໃນດິນແດນຕ່າງດ້າວ. ເຈົ້າໄດ້ເອົາຕີນເຈົ້າເຮັດໃຫ້ກະແສທັງຫມົດຂອງເອຢີບແຫ້ງແລ້ງໄປ.'
|
||
|
||
\s5
|
||
\v 25 ເຈົ້າບໍ່ໄດ້ຍິນບໍວ່າ ເຮົາໄດ້ຕັດສິນໃຈໄວ້ມາດົນແລ້ວ, ແລະ ເຮົາໄດ້ວາງແຜນການໄວ້ແຕ່ດຶກດຳບັນຢ່າງໃດ? ດຽວນີ້ ເຮົາໄດ້ເຮັດໃຫ້ເປັນໄປໄດ້ແລ້ວ. ເຈົ້າຢູ່ທີ່ນີ້ເພື່ອທຳລາຍບັນດາເມືອງທີ່ເຂັ້ມແຂງຫັກເພລົງໃຫ້ກາຍເປັນຊາກຫັກພັງ.
|
||
\v 26 ສ່ວນຊາວເມືອງຜູ້ອາສັຍຢູ່ໃນເມືອງນັ້ນ, ກໍມີກຳລັງຫນ້ອຍ, ຕົກໃຈ ແລະ ອັບອາຍ. ພວກເຂົາປຽບເຫມືອນຕົ້ນໄມ້ທີ່ທົ່ງນາ, ແລະ ຄ້າຍຄືຫຍ້າສີຂຽວອ່ອນ, ຄ້າຍຄືຫຍ້າເທິງຫລັງຄາເຮືອນ ຫລື ໃນທົ່ງນາ, ຖືກເຜົາໄຫມ້ກ່ອນທີ່ຈະງອກງາມ.
|
||
|
||
\s5
|
||
\v 27 ແຕ່ເຮົາໄດ້ຮູ້ຈັກການທີ່ເຈົ້ານັ່ງລົງ, ການທີ່ເຈົ້າອອກໄປ, ແລະ ການທີ່ເຈົ້າເຂົ້າມາ, ແລະຄວາມໂກດແຄ້ນຂອງເຈົ້າຕໍ່ເຮົາ.
|
||
\v 28 ເພາະຄວາມໂກດແຄ້ນຂອງເຈົ້າຕໍ່ເຮົາ, ແລະ ຄວາມຈອງຫອງຂອງເຈົ້າໄດ້ເຂົ້າມາໃນຫູຂອງເຮົາ, ສະນັ້ນເຮົາຈະໄດ້ເອົາຂໍຂອງເຮົາເກາະໃສ່ດັງຂອງເຈົ້າ, ແລະ ຈະເອົາບັງຫຽນຂອງເຮົາໃສ່ປາກຂອງເຈົ້າ; ແລ້ວເຮົາຈະຫັນເຈົ້າກັບໄປຕາມທາງຈາກບ່ອນທີ່ເຈົ້າມານັ້ນ."
|
||
|
||
\s5
|
||
\v 29 ແລະນີ້ຈະເປັນຫມາຍສຳຄັນແກ່ເຈົ້າຄື: ໃນປີນີ້ເຈົ້າຈະກິນສິ່ງເກີດຂຶ້ນເອງ, ແລະໃນປີທີສອງສິ່ງທີ່ເຕີບໃຫຍ່ຕັ້ງແຕ່ຕົ້ນ. ແລ້ວໃນປີທີສາມຈົ່ງຫວ່ານ ແລະ ເກັບກ່ຽວແລະ ເຮັດສວນອະງຸ່ນ, ແລະກິນຫມາກຂອງມັນ.
|
||
\v 30 ຄົນທີ່ເຫລືອຢູ່ໃນເຊື້ອສາຍຂອງຢູດາຈະຢັ່ງຮາກລົງ ແລະ ເກີດຜົນຂຶ້ນອີກຄັ້ງ.
|
||
\v 31 ເພາະຄົນທີ່ເຫລືອຢູ່ຈະອອກຈາກນະຄອນ ເຢຣູຊາເລັມ, ແລະ ຜູ້ທີ່ລອດຊີວິດຢູ່ຈະອອກມາຈາກພູເຂົາຊີໂອນ. ຄວາມກະຕືລືລົ້ນຂອງພຣະຢາເວຈອມໂຢທາຈະເຮັດສິ່ງນີ້.
|
||
|
||
\s5
|
||
\v 32 ເພາະສະນັ້ນ ພຣະຢາເວໄດ້ກ່າວກ່ຽວກັບກະສັດແຫ່ງອັດຊີເຣຍດັ່ງນີ້ວ່າ: "ລາວຈະບໍ່ເຂົ້າໄປໃນເມືອງນີ້ ຫລື ຍິງລູກສອນມາບ່ອນນີ້. ຫລືວ່າລາວຈະບໍ່ເຂົ້າມາກ່ອນດ້ວຍເຄື່ອງປ້ອງກັນ ຫລື ກໍ່ສ້າງຂັ້ນໄດບຸກຂຶ້ນມາ.
|
||
\v 33 ລາວເຂົ້າໄປທາງໃດ ກໍຈະເປັນທາງດຽວກັນກັບທີ່ລາວຈະກັບໄປທາງນັ້ນ; ລາວຈະບໍ່ເຂົ້າໄປໃນເມືອງນີ້-ພຣະຢາເວໄດ້ກ່າວດັ່ງນີ້."
|
||
\v 34 ເພາະວ່າເຮົາຈະຊ່ວຍປ້ອງກັນເມືອງນີ້ໄວ້ໃຫ້ລອດພົ້ນ, ເພື່ອເຫັນແກ່ປະໂຫຍດຂອງເຮົາເອງ ແລະ ເຫັນແກ່ດາວິດຜູ້ຮັບໃຊ້ຂອງເຮົາ.'"
|
||
|
||
\s5
|
||
\v 35 ແລະຢູ່ມາໃນຄືນນັ້ນ ເທວະດາຂອງພຣະຢາເວໄດ້ອອກໄປ ແລະ ໄດ້ຂ້າທະຫານໃນຄ້າຍອັດຊີເຣຍ, ຈຳນວນ 185.000 ຄົນ. ແລະ ເມື່ອຄົນຕື່ນຂຶ້ນໃນຕອນເຊົ້າ, ພວກເຂົາທຸກຄົນໄດ້ກາຍເປັນຊາກສົບໄປທົ່ວທຸກບ່ອນ.
|
||
\v 36 ດັ່ງນັ້ນເຊັນນາເກຣິບກະສັດແຫ່ງອັດຊີເຣຍໄດ້ຍົກທັບຂອງລາວອອກຈາກອິສະຣາເອນ ແລະ ໄດ້ຊົງກັບໄປທີ່ວັງ ແລະ ໄດ້ຢູ່ໃນນະຄອນ ນີເນເວ.
|
||
\v 37 ຕໍ່ມາ, ເມື່ອພະອົງນະມັສະການຢູ່ໃນສາລາຂອງ ພະນີຊະຣົກ ພະຂອງພະອົງ, ອັດຣຳເມເລັກ ແລະ ຊາເຣເຊລູກຊາຍຂອງພະອົງກໍໄດ້ຂ້າພະອົງດ້ວຍດາບ. ແລ້ວພວກເຂົາທັງສອງກໍໄດ້ຫນີໄປທີ່ແຜ່ນດິນ ອາຣາຣັດ. ແລ້ວເອສາຮັດໂດນລູກຊາຍຂອງພະອົງກໍໄດ້ຊົງຂຶ້ນເປັນກະສັດແທນ.
|
||
|
||
\s5
|
||
\c 20
|
||
\cl ບົດທີ 20
|
||
\p
|
||
\v 1 ໃນເວລານັ້ນເຮເຊກີຢາໄດ້ປ່ວຍໃກ້ຈະຕາຍ. ດັ່ງນັ້ນ ຜູ້ທຳນວາຍເອຊາຢາຜູ້ເປັນລູກຊາຍຂອງອາໂມດ, ໄດ້ມາເຂົ້າເຝົ້າພະອົງ, ແລະໄດ້ກ່າວກັບພະອົງວ່າ, "ພຣະຢາເວກ່າວດັ່ງນີ້ວ່າ: 'ຈົ່ງຈັດການບ້ານເມືອງຂອງທ່ານໃຫ້ຮຽບຮ້ອຍ; ເພາະວ່າທ່ານຈະຕາຍ, ແລະ ຈະບໍ່ມີຊີວິດຢູ່.'"
|
||
\v 2 ແລ້ວເຮເຊກີຢາໄດ້ຫັນຫນ້າເຂົ້າໄປຫາຝາ ແລະ ອະທິຖານຕໍ່ພຣະຢາເວ, ວ່າ,
|
||
\v 3 ຂ້າແດ່ພຣະຢາເວ, ກະຣຸນາຣະລຶກວ່າ, ຂ້ານ້ອຍໄດ້ດຳເນີນຢູ່ສະເພາະພຣະພັກຂອງພຣະອົງດ້ວຍຄວາມຊື່ສັດ ແລະ ດ້ວຍສຸດຫົວໃຈຂອງຂ້ານ້ອຍ, ແລະ ໄດ້ເຮັດໃນສິ່ງທີ່ດີໃນສາຍພຣະເນດຂອງພຣະອົງ.” ແລ້ວເຮເຊກີຢາໄດ້ຮ້ອງໃຫ້ສຽງດັງ.
|
||
|
||
\s5
|
||
\v 4 ກ່ອນທີ່ເອຊາຢາຈະອອກໄປຮອດໃຈກາງເດີ່ນ, ຖ້ອຍຄຳຂອງພຣະຢາເວໄດ້ມາເຖິງທ່ານ, ວ່າ,
|
||
\v 5 “ຈົ່ງກັບໄປ, ບອກເຮເຊກີຢາ, ຜູ້ນຳຂອງປະຊາຊົນຂອງເຮົາວ່າ, 'ນີ້ແມ່ນສິ່ງທີ່ພຣະຢາເວ, ພຣະເຈົ້າຂອງດາວິດບັນພະບຸຣຸດຂອງເຈົ້າ, ກ່າວ: "ເຮົາໄດ້ຍິນຄຳອະທິຖານຂອງເຈົ້າແລ້ວ, ເຮົາໄດ້ເຫັນນໍ້າຕາຂອງເຈົ້າແລ້ວ. ເຮົາຈະຮັກສາເຈົ້າໃນມື້ທີສາມ, ແລະເຈົ້າຈະຂຶ້ນໄປທີ່ພຣະວິຫານຂອງພຣະຢາເວ.
|
||
|
||
\s5
|
||
\v 6 ເຮົາຈະເພີ່ມຊີວິດຂອງເຈົ້າອີກສິບຫ້າປີ, ເຮົາຈະຊ່ອຍກູ້ເຈົ້າແລະ ເມືອງນີ້ໃຫ້ພົ້ນຈາກກຳມືຂອງກະສັດແຫ່ງອັດຊີເຣຍ, ແລະ ເຮົາຈະປົກປ້ອງເມືອງນີ້ໄວ້ເພື່ອເຫັນແກ່ເຮົາເອງ. ແລະ ເພື່ອເຫັນແກ່ດາວິດຜູ້ຮັບໃຊ້ຂອງເຮົາ."'
|
||
\v 7 ດັ່ງນັ້ນ ເອຊາຢາໄດ້ບອກວ່າ, "ຈົ່ງເອົາເຂົ້າຫນົມຫມາກເດື່ອມາອັນຫນຶ່ງ.” ພວກເຂົາກໍເອົາມາວາງໄວ້ເທິງພະຍາດຂອງພະອົງນັ້ນ, ແລະພະອົງກໍຫາຍດີເປັນປົກກະຕິ.
|
||
|
||
\s5
|
||
\v 8 ເຮເຊກີຢາໄດ້ກ່າວກັບເອຊາຢາວ່າ, “ອັນໃດຈະເປັນຫມາຍສຳຄັນທີ່ສະແດງວ່າພຣະຢາເວຈະຊົງປິ່ນປົວຂ້າພະເຈົ້າ, ແລະ ສິ່ງນັ້ນສະແດງໃຫ້ເຫັນວ່າຂ້າພະເຈົ້າຈະໄດ້ຂຶ້ນໄປພຣະວິຫານຂອງພຣະຢາເວໃນມື້ທີສາມ?"
|
||
\v 9 ເອຊາຢາໄດ້ກ່າວວ່າ, "ນີ້ເປັນຫມາຍສຳຄັນສຳລັບພະອົງຈາກພຣະຢາເວ, ທີ່ພຣະຢາເວຈະໄດ້ຊົງເຮັດຕາມທີ່ພຣະອົງໄດ້ກ່າວໄວ້. ຄືຈະໃຫ້ເງົາຕາເວັນກ້າວໄປທາງຫນ້າສິບຂັ້ນ, ຫລື ຈະໃຫ້ຢ້ອນກັບມາສິບຂັ້ນ?"
|
||
|
||
\s5
|
||
\v 10 ເຮເຊກີຢາໄດ້ຕອບວ່າ, "ມັນເປັນສິ່ງງ່າຍທີ່ຈະໃຫ້ເງົາຍ້າຍອອກໄປສິບຂັ້ນ. ຢ່າເລີຍ, ຂໍໃຫ້ເງົາຢ້ອນກັບຄືນມາສິບຂັ້ນເຖີດ."
|
||
\v 11 ດັ່ງນັ້ນ ຜູ້ທຳນວາຍເອຊາຢາໄດ້ຮ້ອງທູນຕໍ່ພຣະຢາເວ, ແລະພຣະອົງໄດ້ຊົງນຳເອົາເງົາຢ້ອນກັບຄືນມາສິບຂັ້ນ, ຈາກບ່ອນທີ່ມັນຢ້ອນກັບຄືນຂຶ້ນໄປເທິງຂັ້ນໄດຂອງອາຮາດ.
|
||
|
||
\s5
|
||
\v 12 ໃນເວລານັ້ນ ເມໂຣດັກບາລາດານ ລູກຊາຍຂອງບາລາດານກະສັດແຫ່ງບາບີໂລນ ໄດ້ຊົງສົ່ງຈົດຫມາຍ ແລະ ຂອງຂວັນມາໃຫ້ແກ່ເຮເຊກີຢາ, ເພາະພະອົງຊົງໄດ້ຍິນວ່າເຮເຊກີຢາຊົງເຈັບປ່ວຍ.
|
||
\v 13 ເຮເຊກີຢາໄດ້ຊົງຟັງຈົດຫມາຍເຫລົ່ານັ້ນ, ແລະຊົງໄດ້ພາພວກຜູ້ສົ່ງຂ່າວໄປເບິ່ງຄັງຊັບສົມບັດທັງຫມົດຂອງພະອົງ, ເພື່ອໃຫ້ເບິ່ງເງິນ, ທອງຄຳ, ເຄື່ອງເທດ ແລະ ນ້ຳມັນຢ່າງດີ, ແລະ ຄັງອາວຸດຂອງພະອົງ, ແລະໃຫ້ເບິ່ງທຸກຢ່າງທີ່ມີຢູ່ໃນຄັງຂອງພະອົງ. ບໍ່ມີສິ່ງໃດຢູ່ໃນພະຣາຊະວັງ, ຫລື ໃນຣາຊະອານາຈັກທັງຫມົດຂອງພະອົງ, ເຊິ່ງເຮເຊກີຢາບໍ່ໄດ້ເປີດເຜີຍແກ່ພວກພະອົງ.
|
||
|
||
\s5
|
||
\v 14 ຈາກນັ້ນເອຊາຢາຜູ້ທຳນວາຍກໍໄດ້ເຂົ້າເຝົ້າກະສັດເຮເຊກີຢາ ແລະ ທູນຖາມພະອົງວ່າ, "ຄົນເຫລົ່ານີ້ທູນຫຍັງແດ່? ແລະພວກເຂົາມາຫາພະອົງຈາກໃສແດ່?" ເຮເຊກີຢາກ່າວວ່າ, "ພວກເຂົາມາຈາກເມືອງໄກຄືມາຈາກປະເທດບາບີໂລນ."
|
||
\v 15 ເອຊາຢາໄດ້ຖາມວ່າ, "ພວກເຂົາໄດ້ເຫັນຫຍັງຢູ່ໃນພະຣາຊະວັງຂອງພະອົງແດ່?" ເຮເຊກີຢາຕອບວ່າ, "ພວກເຂົາໄດ້ເຫັນທຸກຢ່າງຢູ່ໃນວັງຂອງຂ້າພະເຈົ້າ. ບໍ່ມີສິ່ງມີຄ່າຫຍັງໃນພະຄັງຂອງຂ້າພະເຈົ້າທີ່ຂ້າພະເຈົ້າບໍ່ໄດ້ເປີດເຜີຍແກ່ພວກເຂົາ."
|
||
|
||
\s5
|
||
\v 16 ດັ່ງນັ້ນ ເອຊາຢາໄດ້ກ່າວກັບເຮເຊກີຢາວ່າ, "ຈົ່ງຟັງຖ້ອຍຄຳຂອງພຣະຢາເວ:
|
||
\v 17 "ຈົ່ງເບິ່ງ, ວັນເວລາກຳລັງຈະມາເຖິງເມື່ອທຸກສິ່ງໃນວັງຂອງທ່ານ, ແລະ ສິ່ງຂອງທີ່ບັນພະບຸຣຸດຂອງທ່ານໄດ້ສະສົມມາຈົນເຖິງທຸກມື້ນີ້, ຈະຕ້ອງຖືກເອົາໄປທີ່ບາບີໂລນ. ແລະ ບໍ່ມີສິ່ງໃດເຫລືອເລີຍ, ພຣະຢາເວກ່າວດັ່ງນີ້ແຫລະ.
|
||
\v 18 ລູກບາງຄົນເຊິ່ງຖືກຳເນີດມາຈາກທ່ານ, ຜູ້ເຊິ່ງເກີດມາກັບທ່ານ-ຄົນເຫລົ່ານັ້ນຈະນຳເອົາໂຕພວກເຂົາໄປ, ແລະ ພວກເຂົາຈະໄປເປັນຂັນທີໃນພະຣາຊະວັງຂອງກະສັດແຫ່ງບາບີໂລນ.'"
|
||
|
||
\s5
|
||
\v 19 ຫລັງຈາກນັ້ນເຮເຊກີຢາໄດ້ກ່າວກັບເອຊາຢາວ່າ, "ຖ້ອຍຄຳຂອງພຣະຢາເວທີ່ທ່ານໄດ້ກ່າວມານັ້ນເປັນສິ່ງທີ່ດີແລ້ວ." ເພາະວ່າພຣະອົງຊົງໄດ້ຄິດວ່າ, "ກໍດີແລ້ວບໍ່ແມ່ນບໍ ໃນເມື່ອມີຄວາມສະຫງົບສຸກ ແລະ ຄວາມປອດພັຍໃນສມັຍຂອງຂ້າພະເຈົ້າ?"
|
||
\v 20 ສ່ວນພະຣາຊະກິດອື່ນໆຂອງເຮເຊກີຢາ ແລະ ອຳນາດທັງຫມົດຂອງພະອົງ, ແລະການທີ່ພະອົງໄດ້ສ້າງສະ ແລະ ຮ່ອງລະບາຍນ້ຳ, ແລະວິທີທີ່ພະອົງໄດ້ນຳເອົານ້ຳເຂົ້າມາໃນເມືອງ-ໄດ້ແນວໃດ ໄດ້ບັນທຶກໄວ້ໃນຫນັງສືພົງສາວະດານກະສັດແຫ່ງຢູດາບໍ່ແມ່ນບໍ?
|
||
\v 21 ເຮເຊກີຢາໄດ້ຊົງລ່ວງລັບໄປຢູ່ກັບບັນພະບຸຣຸດຂອງພະອົງ, ແລະມານາເຊລູກຊາຍຂອງພະອົງໄດ້ຊົງຂຶ້ນເປັນກະສັດແທນ.
|
||
|
||
\s5
|
||
\c 21
|
||
\cl ບົດທີ 21
|
||
\p
|
||
\v 1 ມານາເຊມີອາຍຸໄດ້ສິບສອງປີເມືອໄດ້ຊົງຄອງຣາຊ; ພະອົງໄດ້ຊົງປົກຄອງຫ້າສິບ-ຫ້າປີໃນນະຄອນ ເຢຣູຊາເລັມ. ແມ່ຂອງພະອົງມີນາມຊື່ວ່າ ເຮັບຊີບາ.
|
||
\v 2 ພະອົງໄດ້ຊົງເຮັດສິ່ງທີ່ຊົ່ວຮ້າຍໃນສາຍພຣະເນດຂອງພຣະຢາເວ, ຕາມການກະທຳທີ່ຫນ້າກຽດຊັງຂອງປະຊາຊາດທັງຫລາຍ ເຊິ່ງພຣະຢາເວໄດ້ຊົງຂັບໄລ່ອອກໄປໃຫ້ພົ້ນຫນ້າປະຊາຊາດອິສະຣາເອນ.
|
||
\v 3 ພຣະອົງໄດ້ຊົງສ້າງສະຖານສູງ ເຊິ່ງເຮເຊກີຢາພໍ່ຂອງພະອົງໄດ້ຊົງທຳລາຍນັ້ນ, ແລະ ພະອົງຊົງໄດ້ຕັ້ງແທ່ນບູຊາຕ່າງໆແດ່ພະບາອານ, ແລະຊົງໄດ້ສ້າງຕັ້ງເສົາພະອາເຊຣາຂຶ້ນໃຫມ່, ຄືກັນກັບອາຮາບກະສັດແຫ່ງອິສະຣາເອນໄດ້ຊົງເຮັດ, ແລະ ໄດ້ຊົງກົ້ມກາບດວງດາວທຸກດວງຂອງທ້ອງຟ້າ ແລະ ບູຊາສິ່ງເຫລົ່ານັ້ນ.
|
||
|
||
\s5
|
||
\v 4 ມານາເຊໄດ້ຊົງສ້າງແທ່ນບູຊາຂອງພະຕ່າງຊາດໃນພຣະວິຫານຂອງພຣະຢາເວ, ເຖິງວ່າພຣະຢາເວໄດ້ກ່າວວ່າ, "ເຮົາຈະໃສ່ຊື່ຂອງເຮົາໄວ້ໃນນະຄອນເຢຣູຊາເລັມຕະຫລອດໄປ."
|
||
\v 5 ພະອົງໄດ້ສ້າງແທ່ນບູຊາຕ່າງໆແດ່ດວງດາວຕ່າງໆທັງຫມົດຂອງທ້ອງຟ້າທັງ ໃນລານທັງສອງຂ້າງຂອງພຣະວິຫານຂອງພຣະຢາເວ.
|
||
\v 6 ພະອົງໄດ້ຊົງນຳເອົາລູກຊາຍໄປເຜົາໄຟ; ແລະໄດ້ຊົງຖືເລິກຍາມເພື່ອເຮັດເວດມົນຄາຖາ ແລະຊົງໄດ້ຕິດຕໍ່ກັບຄົນທີ່ຕາຍໄປແລ້ວ ແລະຄົນທີ່ເວົ້າກັບຜີວິນຍານຕ່າງໆໄດ້. ພະອົງໄດ້ຊົງເຮັດສິ່ງທີ່ຊົ່ວຮ້າຍຫລວງຫລາຍໃນສາຍພຣະເນດພຣະຢາເວ ຍຸແຍ່ໃຫ້ພຣະເຈົ້າຊົງໃຈຮ້າຍ.
|
||
|
||
\s5
|
||
\v 7 ສ່ວນຮູບແກະສະຫລັກຂອງອາເຊຣາທີ່ພະອົງໄດ້ຊົງສ້າງນັ້ນ, ພະອົງໄດ້ຊົງຕັ້ງໄວ້ໃນພຣະະວິຫານ. ເຊິ່ງພຣະວິຫານນີ້ພຣະຢາເວໄດ້ກ່າວກັບດາວິດ ແລະ ຊາໂລໂມນລູກຊາຍຂອງພະອົງວ່າ; “ໃນວິຫານນີ້ ແລະ ໃນນະຄອນເຢຣູຊາເລັມ, ເຊິ່ງເຮົາໄດ້ເລືອກອອກຈາກຊົນເຜົ່າທັງຫມົດຂອງອິສະຣາເອນ, ທີ່ເຮົາຈະໃສ່ຊື່ຂອງເຮົາໄວ້ຕະຫລອດໄປ.
|
||
\v 8 ເຮົາຈະບໍ່ເປັນເຫດໃຫ້ຕີນຂອງອິສະຣາເອນພະເນຈອນອອກຈາກແຜ່ນດິນທີ່ເຮົາໄດ້ມອບໃຫ້ກັບບັນພະບຸຣຸດຂອງພວກເຂົາອີກ, ຖ້າພຽງແຕ່ພວກເຂົາລະມັດຣະວັງທີ່ຈະປະຕິບັດຕາມທຸກສິ່ງທີ່ເຮົາໄດ້ສັ່ງພວກເຂົາ, ແລະປະຕິບັດຕາມທັມບັນຍັດທຸກຢ່າງທີ່ໂມເຊຜູ້ຮັບໃຊ້ຂອງເຮົາໄດ້ສັ່ງພວກເຂົາ.”
|
||
\v 9 ແຕ່ປະຊາຊົນບໍ່ຍອມຟັງ, ແລະ ມານາເຊໄດ້ຊົງນຳພວກເຂົາໃຫ້ຫລົງໄປໃນທາງທີ່ຊົ່ວຮ້າຍກວ່າບັນດາປະຊາຊາດ ເຊິ່ງພຣະຢາເວໄດ້ຊົງທຳລາຍໃຫ້ພົ້ນຫນ້າປະຊາຊົນອິສະຣາເອນ.
|
||
|
||
\s5
|
||
\v 10 ດັ່ງນັ້ນ ພຣະຢາເວໄດ້ກ່າວກັບພວກຜູ້ທຳນວາຍຜູ້ຮັບໃຊ້, ຂອງພຣະອົງ, ວ່າ,
|
||
\v 11 "ເພາະວ່າມານາເຊກະສັດແຫ່ງຢູດາໄດ້ເຮັດສິ່ງທີ່ຫນ້າກຽດຊັງເຫລົ່ານີ້, ແລະການເຮັດສິ່ງທີ່ຊົ່ວຮ້າຍກວ່າຄົນອະໂມຣິດຜູ້ທີ່ຢູ່ມາກ່ອນລາວໄດ້ເຮັດທັງຫມົດ, ອີກທັງຍັງເຮັດໃຫ້ຢູດາເຮັດບາບກັບບັນດາຮູບເຄົາຣົບຂອງລາວ,
|
||
\v 12 ເພາະສະນັ້ນ ພຣະຢາເວ, ພຣະເຈົ້າແຫ່ງອິສະຣາເອນ, ກ່າວດັ່ງນີ້ວ່າ: ເບິ່ງເຖີດ, ເຮົາກຳລັງນຳເຫດຮ້າຍມາເຫນືອນະຄອນ ເຢຣູຊາເລັມ ແລະ ຢູດາທີ່ໃຜກໍຕາມທີ່ໄດ້ຍິນແລ້ວ, ຫູທັງສອງຂ້າງຂອງລາວຈະອື້ໄປ.
|
||
|
||
\s5
|
||
\v 13 ເຮົາຈະວັດແທກນະຄອນເຢຣູຊາເລັມໂດຍໃຊ້ເຊືອກເສັ້ນດຽວກັບທີ່ເຮົາໄດ້ວັດແທກໃນເມືອງຊາມາເຣຍ, ແລະໄດ້ໃຊ້ລູກດິ່ງອັນດຽວກັນກັບທີ່ວັດແທກເຊື້ອສາຍອາຮາບ, ເຮົາຈະລ້າງນະຄອນເຢຣູຊາເລັມໃຫ້ສະອາດຄືກັບຄົນລ້າງຈານ, ຄືລ້າງແລ້ວກໍຂວ້ຳລົງ.
|
||
\v 14 ເຮົາຈະຖິ້ມມໍຣະດົກສ່ວນທີ່ເຫລືອຂອງເຮົາໄປ ແລະມອບພວກເຂົາໃຫ້ຢູ່ໃນກຳມືສັດຕຣູຂອງພວກເຂົາ. ແລະພວກເຂົາຈະຕົກເປັນເຫຍື່ອ ແລະ ເປັນເຄື່ອງປຸ້ນຂອງສັດຕຣູທັງຫມົດຂອງພວກເຂົາ,
|
||
\v 15 ເພາະວ່າພວກເຂົາໄດ້ເຮັດຄວາມຊົ່ວຮ້າຍໃນສາຍຕາຂອງເຮົາ, ແລະ ກະຕຸ້ນເຮົາໃຫ້ໃຈຮ້າຍ, ນັບແຕ່ມື້ທີ່ບັນພະບຸຣຸດຂອງພວກເຂົາອອກຈາກປະເທດເອຢິບ, ຈົນເຖິງທຸກມື້ນີ້."
|
||
|
||
\s5
|
||
\v 16 ຍິ່ງໄປກວ່ານັ້ນອີກ, ມານາເຊໄດ້ເຮັດໃຫ້ເລືອດຂອງຜູ້ບໍຣິສຸດໄຫລອອກເປັນຈຳນວນຫລາຍ, ຈົນພະອົງເຮັດໃຫ້ຄວາມຕາຍເຕັມນະຄອນເຢຣູຊາເລັມຈາກດ້ານຫນຶ່ງໄປອີກດ້ານຫນຶ່ງ. ນອກເຫນືອຈາກບາບທີ່ໄດ້ເຮັດໃຫ້ຢູດາເຮັດຜິດ, ເມື່ອພວກເຂົາໄດ້ເຮັດຊົ່ວຮ້າຍໃນສາຍພຣະເນດຂອງພຣະຢາເວ.
|
||
\v 17 ສ່ວນພະຣາຊກິດອື່ນໆຂອງມານາເຊ, ແລະ ທຸກສິ່ງທີ່ຊົງໄດ້ເຮັດ, ແລະ ບາບທີ່ພະອົງໄດ້ເຮັດ, ໄດ້ບັນທຶກໄວ້ໃນຫນັງສືພົງສາວະດານກະສັດແຫ່ງຢູດາບໍ່ແມ່ນບໍ?
|
||
\v 18 ມານາເຊໄດ້ຊົງລ່ວງລັບໄປຢູ່ກັບບັນພະບຸຣຸດຂອງ ແລະ ໄດ້ຊົງຖືກຝັງໄວ້ໃນສວນຂອງພະຣາຊະວັງຂອງພະອົງເອງ, ໃນສວນອຸດສາ. ອາໂມນລູກຊາຍຂອງພະອົງໄດ້ຊົງຂຶ້ນເປັນກະສັດແທນ.
|
||
|
||
\s5
|
||
\v 19 ອາໂມນມີອາຍຸໄດ້ຊາວສອງປີເມື່ອພະອົງໄດ້ຊົງຄອງຣາຊ; ພະອົງໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມເປັນເວລາສອງປີ. ແມ່ຂອງພະອົງມີນາມຊື່ວ່າ ເມຊຸນເລເມດ; ນາງເປັນລູກສາວຂອງຮາຣຸດຊາວຢົດບາ.
|
||
\v 20 ພະອົງໄດ້ເຮັດສິ່ງທີ່ຊົ່ວຮ້າຍໃນສາຍພຣະເນດຂອງພຣະຢາເວ, ຄືກັບມານາເຊພໍ່ຂອງພະອົງໄດ້ຊົງເຮັດ.
|
||
|
||
\s5
|
||
\v 21 ອາໂມນໄດ້ຊົງດຳເນີນໃນທາງທຸກຢ່າງທີ່ພໍ່ຂອງພະອົງໄດ້ຊົງດຳເນີນ, ແລະ ໄດ້ບູຊາຮູບປັ້ນທີ່ພໍ່ຂອງພະອົງໄດ້ຊົງບູຊາ, ແລະ ກົ້ມຂາບຮູບເຄົາຣົບເຫລົ່ານັ້ນ.
|
||
\v 22 ພະອົງໄດ້ປະຖິ້ມພຣະຢາເວ, ພຣະເຈົ້າແຫ່ງບັນພະບຸຣຸດຂອງພະອົງ, ແລະ ບໍ່ໄດ້ຊົງດຳເນີນໄປໃນເສັ້ນທາງຂອງພຣະຢາເວ.
|
||
\v 23 ຜູ້ຮັບໃຊ້ຂອງອາໂມນໄດ້ຮ່ວມກັນຄິດການກະບົດ ແລະ ໄດ້ຂ້າກະສັດໃນພະຣາຊວັງຂອງພະອົງເອງ.
|
||
|
||
\s5
|
||
\v 24 ແຕ່ປະຊາຊົນໃນແຜ່ນດິນໄດ້ຂ້າທຸກຄົນທີ່ສົມຮູ້ຮ່ວມຄິດກັນກະບົດຕໍ່ກະສັດອາໂມນ, ແລ້ວປະຊາຊົນໃນແຜ່ນດິນໄດ້ຕັ້ງໂຢຊີຢາລູກຊາຍຂອງພະອົງຂຶ້ນເປັນກະສັດແທນ.
|
||
\v 25 ສ່ວນພະຣາຊກິດອື່ນໆ ຂອງອາໂມນທີ່ໄດ້ຊົງເຮັດມາແລ້ວ, ໄດ້ບັນທຶກໄວ້ໃນຫນັງສືພົງສາວະດານຂອງກະສັດແຫ່ງຢູດາບໍ່ແມ່ນບໍ?
|
||
\v 26 ປະຊາຊົນໄດ້ຝັງພະອົງໃນອຸບໂມງຝັງສົບຂອງພະອົງໃນສວນອຸດຊາ, ແລະ ໂຢຊິຢາລູກຊາຍຂອງພະອົງໄດ້ຊົງຂຶ້ນເປັນກະສັດແທນ.
|
||
|
||
\s5
|
||
\c 22
|
||
\cl ບົດທີ 22
|
||
\p
|
||
\v 1 ໂຢຊີຢາຊົງມີອາຍຸໄດ້ແປດປີເມື່ອພະອົງຄອງຣາຊ; ພະອົງໄດ້ປົກຄອງສາມສິບ-ເອັດປີໃນນະຄອນເຢຣູຊາເລັມ. ແມ່ຂອງພະອົງມີນາມຊື່ວ່າ ເຢດີດາ (ນາງເປັນລູກສາວຂອງອາດາຢາ ແລະ ເປັນຊາວເມືອງໂບຊະກາດ).
|
||
\v 2 ພະອົງໄດ້ເຮັດສິ່ງທີ່ຊອບທັມໃນສາຍພະເນດຂອງພຣະຢາເວ. ພະອົງໄດ້ຊົງດຳເນີນຕາມທາງຫມົດຂອງດາວິດບັນພະບຸຣຸດຂອງພະອົງ, ແລະ ພະອົງບໍ່ໄດ້ຊົງຫັນເຫໄປທາງຂວາ ຫລື ທາງຊ້າຍ.
|
||
|
||
\s5
|
||
\v 3 ສີ່ງນີ້ໄດ້ເກີດຂຶ້ນໃນປີທີສິບແປດແຫ່ງການປົກຄອງຂອງກະສັດໂຢຊິຢາ, ພະອົງໄດ້ຊົງໃຊ້ຊາຟານລູກຊາຍຂອງອາຊາລີຢາລູກຊາຍຂອງເມຊຸນລຳ, ອົງຄະລັກໄປທີ່ພຣະວິຫານຂອງພຣະຢາເວ, ໂດຍກ່າວວ່າ,
|
||
\v 4 "ຈົ່ງຂຶ້ນໄປຫາຮິນກີຢາມະຫາປະໂລຫິດ ແລະ ບອກທ່ານໃຫ້ນັບເງິນທີ່ຖືກນຳເຂົ້າມາໃນພຣະວິຫານຂອງພຣະຢາເວ, ເຊິ່ງເຈົ້າຫນ້າທີ່ທີ່ເກັບຈາກປະຊາຊົນ.
|
||
\v 5 ຂໍໃຫ້ມອບໄວ້ໃນມືຂອງຜູ້ເຮັດຫນ້າທີ່ຮັກສາພຣວິຫານຂອງພຣະຢາເວ, ແລະ ໃຫ້ພວກເຂົາຈ່າຍຄ່າແຮງງານຜູ້ທີ່ຢູ່ໃນພຣະວິຫານຂອງພຣະຢາເວເພື່ອສ້ອມແປງພຣະວິຫານສຳລັບພວກເຂົາ.
|
||
|
||
\s5
|
||
\v 6 ຂໍໃຫ້ພວກເຂົາເອົາເງິນໃຫ້ແກ່ຊ່າງໄມ້, ຊ່າງກໍ່ສ້າງ, ແລະ ຊ່າງປູນ, ແລະຍັງຈະຊື້ໄມ້ ແລະ ກ້ອນຫີນເພື່ອສ້ອມແປງພຣະວິຫານເຊັ່ນດຽວກັນ."
|
||
\v 7 ແຕ່ບໍ່ຈຳເປັນຕ້ອງຂໍເອົາບັນຊີຈາກເງິນທີ່ມອບໄວ້ໃນມືຂອງພວກເຂົາ, ເພາະວ່າພວກເຂົາໄດ້ເຮັດຢ່າງຊື່ສັດ.
|
||
|
||
\s5
|
||
\v 8 ຮິນກີຢາມະຫາປະໂລຫິດໄດ້ເວົ້າກັບຊາຟານອົງຄະລັກວ່າ, "ຂ້າພະເຈົ້າໄດ້ເຫັນຫນັງສືກົດບັນຍັດໃນພຣະວິຫານຂອງພຣະຢາເວ." ດັ່ງນັ້ນ ຮິນກີຢາໄດ້ມອບຫນັງສືນັ້ນໃຫ້ຊາຟານ, ແລະ ລາວກໍໄດ້ອ່ານ.
|
||
\v 9 ຊາຟານໄດ້ຈາກໄປ ແລະ ໄດ້ເອົາຫນັງສືໄປຖວາຍກະສັດ, ແລະ ໄດ້ລາຍງານກັບພະອົງ, ວ່າ, “ຜູ້ຮັບໃຊ້ຂອງພະອົງໄດ້ຈ່າຍເງິນທີ່ພົບໃນພຣະວິຫານ ແລະ ພວກເຂົາໄດ້ນຳເງິນເຂົ້າໄປມອບໄວ້ໃນກຳມືຂອງຄົນງານຜູ້ທີ່ເຮັດຫນ້າທີ່ເບິ່ງແຍງພຣະວິຫານຂອງພຣະຢາເວ."
|
||
\v 10 ແລ້ວຊາຟານອົງຄະລັກໄດ້ກ່າວຕໍ່ກະສັດວ່າ, "ຮິນກີຢາມະຫາປະໂລຫິດໄດ້ມອບຫນັງສືແກ່ຂ້າພະອົງຫນຶ່ງເຫລັ້ມ." ແລ້ວຊາຟານກໍໄດ້ອ່ານຖວາຍກະສັດ.
|
||
|
||
\s5
|
||
\v 11 ສິ່ງນີ້ໄດ້ເກີດຂຶ້ນເມື່ອກະສັດໄດ້ຊົງຟັງຖ້ອຍຄຳຂອງຫນັງສືກົດບັນຍັດ, ແລະ ພະອົງກໍໄດ້ຊົງຈີກເສື້ອຜ້າຂອງພະອົງ.
|
||
\v 12 ກະສັດໄດ້ຊົງສັ່ງໃຫ້ປະໂລຫິດຮິນກີຢາ, ແລະອາຮີກຳລູກຊາຍຂອງຊາຟານ, ແລະ ອັກໂບລູກຊາຍຂອງມີກາອີຢາ ແລະ ຊາຟານ, ທີ່ເປັນອົງຄະລັກ ແລະ ອາສາອີຢາອົງຄະລັກພະອົງເອງ, ກ່າວວ່າ,
|
||
\v 13 "ຈົ່ງໄປທູນຖາມພຣະຢາເວເພື່ອຂ້າພະເຈົ້າ, ແລະ ເພື່ອປະຊາຊົນ ແລະ ເພື່ອຢູດາທັງຫມົດ, ກ່ຽວກັບຖ້ອຍຄຳສັບຕ່າງໆໃນຫນັງສືນີ້ທີ່ພົບເຫັນ. ເພາະວ່າຄວາມຄຽດແຄ້ນຂອງພຣະຢາເວເຊິ່ງກຳລັງລຸກຂຶ້ນຕໍ່ສູ້ພວກເຮົາແມ່ນໃຫຍ່ຫລວງຫລາຍ ເພາະວ່າບັນພະບຸຣຸດຂອງພວກເຮົາບໍ່ໄດ້ເຊື່ອຟັງຖ້ອຍຄຳຂອງຫນັງສືນີ້ ທີ່ຈະເຮັດທຸກສິ່ງຕາມທີ່ຂຽນໄວ້ກ່ຽວກັບພວກເຮົາ."
|
||
|
||
\s5
|
||
\v 14 ດັ່ງນັ້ນ ຮິນກີຢາປະໂລຫິດ, ອາຮີກຳ, ອັກໂບ, ຊາຟານ, ແລະ ອາສາອີຢາຈຶ່ງໄດ້ໄປຫາຮຸນດາຜູ້ປະກາດພຣະຄັມ, ຍິງຜູ້ເປັນເມຍຂອງຊານລູມລູກຊາຍຂອງຕິກວາລູກຊາຍຂອງຮາຮັດ, ຜູ້ເບິ່ງແຍງເສື້ອຜ້າ (ນາງໄດ້ຢູ່ໃນນະຄອນ ເຢຣູຊາເລັມໃນພາກພື້ນທີ່ສອງ), ແລະພວກເຂົາໄດ້ສົນທະນາກັນກັບນາງ.
|
||
\v 15 ນາງໄດ້ບອກພວກເຂົາວ່າ, "ນີ້ແຫລະແມ່ນສິ່ງທີ່ພຣະຢາເວພຣະເຈົ້າແຫ່ງອິສະຣາເອນ, ໄດ້ກ່າວວ່າ: 'ຈົ່ງບອກຜູ້ທີ່ໃຊ້ພວກທ່ານມາຫາເຮົາວ່າ,
|
||
\v 16 “ນີ້ແຫລະຄືສິ່ງທີ່ພຣະຢາເວໄດ້ກ່າວ: ນີ້ແຫລະ ເຮົາຈະ ນຳເອົາເຫດຮ້າຍມາສູ່ສະຖານທີ່ແຫ່ງນີ້ ແລະ ມາຫາປະຊາຊົນຂອງເມືອງນີ້, ຕາມຖ້ອຍຄຳທັງຫມົດໃນຫນັງສືທີ່ກະສັດຢູດາໄດ້ອ່ານນັ້ນ.
|
||
|
||
\s5
|
||
\v 17 ເພາະວ່າພວກເຂົາໄດ້ປະຖິ້ມເຮົາແລະ ໄດ້ເຜົາເຄື່ອງຫອມຖວາຍພະເຈົ້າອົງອື່ນໆ, ເຊິ່ງເຮັດໃຫ້ເຮົາໃຈຮ້າຍກັບທຸກໆການກະທຳທັງຫມົດທີ່ພວກເຂົາໄດ້ເຮັດ—ດັ່ງນັ້ນ ຄວາມໃຈຮ້າຍຂອງເຮົາຈະສະຫວ່າງໄປສູ່ສະຖານທີ່ແຫ່ງນີ້, ແລະ ຈະບໍ່ສາມາດດັບໄດ້.'"
|
||
\v 18 ແຕ່ກະສັດແຫ່ງຢູດາ, ຜູ້ທີ່ຊົງໃຊ້ພວກທ່ານມາຖາມຄວາມປະສົງຂອງພຣະຢາເວນັ້ນ, ຈົ່ງໄປບອກພະອົງວ່າ: "ພຣະຢາເວ, ພຣະເຈົ້າແຫ່ງອິສະຣາເອນກ່າວໄວ້ວ່າ: 'ທຸກຖ້ອຍຄຳທີ່ເຈົ້າໄດ້ຍິນ,
|
||
\v 19 ເພາະວ່າຫົວໃຈຂອງເຈົ້າອ່ອນນ້ອມ, ແລະ ເຈົ້າຖ່ອມຕົວລົງຕໍ່ພຣະພັກພຣະຢາເວ, ເມື່ອເຈົ້າໄດ້ຍິນຖ້ອຍຄຳເຊິ່ງເຮົາກ່າວໂທດສະຖານທີ່ນີ້ ແລະ ປະຊາຊົນໃນເມືອງນີ້, ເຊິ່ງຈະກາຍເປັນທີ່ເປົ່າຮ້າງ ແລະ ຖືກສາບແຊ່ງ, ແລະ ເຈົ້າໄດ້ຈີກເຄື່ອງນຸ່ງຂອງເຈົ້າ ແລະ ຮ້ອງໄຫ້ຕໍ່ຫນ້າເຮົາ, ເຮົາເອງກໍໄດ້ຍິນທ່ານເຊັ່ນກັນ-ພຣະຢາເວກ່າວດັ່ງນີ້ແຫລະ.
|
||
|
||
\s5
|
||
\v 20 ຈົ່ງເບິ່ງເຖີດ, ເຮົາຈະນຳພາເຈົ້າໄປໄວ້ກັບບັນພະບຸຣຸດທັງຫລາຍຂອງເຈົ້າ, ແລະ ເຈົ້າຈະຖືກນຳພາໄປບ່ອນອຸບໂມງຝັງສົບຂອງເຈົ້າດ້ວຍຄວາມສະຫງົບສຸກ. ດວງຕາຂອງເຈົ້າຈະບໍ່ເຫັນຄວາມໂຊກຮ້າຍທັງຫມົດທີ່ເຮົານຳມາສູ່ສະຖານທີ່ນີ້.'"'" "ດັ່ງນັ້ນ ພວກຜູ້ຊາຍທັງຫລາຍກໍໄດ້ນຳເອົາຂ່າວສານນີ້ກັບມາທູນກະສັດ.
|
||
|
||
\s5
|
||
\c 23
|
||
\cl ບົດທີ 23
|
||
\p
|
||
\v 1 ດັ່ງນັ້ນ ກະສັດໄດ້ຊົງໃຊ້ຜູ້ສົ່ງຂ່າວສານຜູ້ທີ່ຮວບຮວມອາວຸດທັງຫມົດຂອງຢູດາ ແລະ ຂອງນະຄອນເຢຣູຊາເລັມໃຫ້ມາເຂົ້າເຝົ້າພະອົງ.
|
||
\v 2 ຈາກນັ້ນກະສັດໄດ້ສະເດັດຂຶ້ນໄປທີ່ພຣະວິຫານຂອງພຣະຢາເວ, ແລະພ້ອມດ້ວຍປະຊາຊົນຢູດາທັງຫມົດ ແລະ ຊາວນະຄອນເຢຣູຊາເລັມທັງຫມົດທີ່ຢູ່ກັບພະອົງ, ລວມທັງພວກປະໂລຫິດ, ພວກປະກາດພຣະຄັມ, ແລະ ປະຊາຊົນທັງຫມົດ, ບໍ່ວ່າຈະເປັນຜູ້ເລັກນ້ອຍຫລືຜູ້ໃຫຍ່. ແລ້ວພະອົງໄດ້ທ່ອງອ່ານຖ້ອຍຄຳທັງຫມົດໃນຫນັງສືພັນທະສັນຍາ ທີ່ເຫັນຢູ່ໃນພຣະວິຫານຂອງພຣະຢາເວໃຫ້ພວກເຂົາຟັງ.
|
||
|
||
\s5
|
||
\v 3 ກະສັດໄດ້ຢືນຢູ່ຂ້າງເສົາ ແລະ ໄດ້ຊົງເຮັດພັນທະສັນຍາຕໍ່ພຣະພັກພຣະຢາເວ, ວ່າຈະດຳເນີນຕາມພຣະຢາເວ ແລະ ຈະຮັກສາພຣະບັນຍັດ, ຄຳສອນ, ແລະ ກົດຂອງພຣະອົງ, ດ້ວຍສຸດຈິດສຸດໃຈຂອງພະອົງ, ຈະຢືນຢັນຖ້ອຍຄຳຂອງພັນທະສັນຍານີ້ທີ່ຂຽນໄວ້ໃນຫນັງສືນີ້. ດັ່ງນັ້ນ ປະຊາຊົນທັງຫມົດກໍໄດ້ເຂົ້າຮ່ວມໃນພັນທະສັນຍານັ້ນ.
|
||
|
||
\s5
|
||
\v 4 ກະສັດໄດ້ສັ່ງໃຫ້ຮິນກີຢາປະໂລຫິດໃຫຍ່, ແລະ ພວກປະໂລຫິດທີ່ຮອງລົງມາ, ແລະ ຜູ້ເຝົ້າປະຕູໃຫ້ນຳເຄື່ອງໃຊ້ທັງຫມົດທີ່ເຮັດຂຶ້ນສຳລັບພະບາອານ ສຳລັບພະອາເຊຣາ ແລະ ສຳລັບດວງດາວຂອງທ້ອງຟ້າທັງຫມົດ. ທີ່ອອກມາຈາກພຣະວິຫານຂອງພຣະຢາເວ, ພະອົງກໍໄດ້ເຜົາຜານໄປຢູ່ນອກນະຄອນເຢຣູຊາເລັມໃນເຂດທົ່ງນາແຫ່ງຮ່ອມພູເຂົາກິດໂຣນ ແລະ ໄດ້ຊົງເອົາຂີ້ເຖົ່າຂອງມັນໄປທີ່ເມືອງເບັດເອນ.
|
||
\v 5 ພະອົງໄດ້ຊົງກຳຈັດພວກນັກບວດຂອງຮູບເຄົາຣົບ ຜູ້ທີ່ບັນດາກະສັດແຫ່ງຢູດາໄດ້ແຕ່ງຕັ້ງໃຫ້ເຜົາເຄື່ອງຫອມຢູ່ສະຖານສູງ ໃນເມືອງຕ່າງໆຂອງຢູດາ ແລະ ທົ່ວໆນະຄອນເຢຣູຊາເລັມ-ລວມທັງຄົນເຫລົ່ານັ້ນທີ່ຈູດເຄື່ອງຫອມຖວາຍພະບາອານ, ຖວາຍດວງອາທິດ, ດວງຈັນ, ດາວເຄາະ, ແລະ ຫມູ່ດາວທັງຫມົດຂອງທ້ອງຟ້າ.
|
||
|
||
\s5
|
||
\v 6 ພະອົງໄດ້ຊົງນຳເອົາພະອາເຊຣາອອກຈາກພຣະວິຫານຂອງພຣະຢາເວ, ໄປທີ່ຮ່ອມພູກິດໂຣນ ພາຍນອກນະຄອນ ເຢຣູຊາເລັມ ແລະ ໄດ້ຊົງເຜົາທີ່ນັ້ນ. ພະອົງໄດ້ຊົງທຸບໃຫ້ເປັນຂີ້ຝຸ່ນ ແລະ ໂຍນຜົງຂີ້ຝຸ່ນນັ້ນລົງໃນຂຸມຝັງສົບຂອງຄົນທົ່ວໄປ.
|
||
\v 7 ພະອົງໄດ້ຊົງມ້າງທີ່ຢູ່ອາສັຍຂອງຍິງໂສເພນີໃນພິທີທາງສາສະນາ ເຊິ່ງຢູ່ໃນພຣະວິຫານຂອງພຣະຢາເວ, ທີ່ຜູ້ຍິງໄດ້ຫຍິບເສື້ອຜ້າສຳລັບພະອາເຊຣາ.
|
||
|
||
\s5
|
||
\v 8 ໂຢຊີຢາໄດ້ຊົງໃຫ້ນັກບວດທັງຫມົດອອກຈາກເມືອງຕ່າງໆຂອງຢູດາ ແລະ ໄດ້ຊົງເຮັດໃຫ້ສະຖານທີ່ສູງຄືບ່ອນທີ່ນັກບວດໄດ້ຈູດເຄື່ອງຫອມເສຍຄວາມສັກສິດ, ຕັ້ງແຕ່ເມືອງເກບາເຖິງເບເອນເຊບາ. ແລະ ພະອົງໄດ້ທຳລາຍສະຖານທີ່ສູງຂອງປະຕູເຊິ່ງຢູ່ທາງເຂົ້າປະຕູຂອງໂຢຊວຍ (ເຈົ້າເມືອງ), ທີ່ຢູ່ເບື້ອງຊ້າຍມືທີ່ປະຕູເມືອງ.
|
||
\v 9 ເຖິງແມ່ນວ່າບັນດານັກບວດທຸກແຫ່ງສະຖານສູງບໍ່ໄດ້ຮັບອະນຸຍາດໃຫ້ປະຕິບັດຫນ້າທີ່ຢູ່ທີ່ແທ່ນບູຊາຂອງພຣະຢາເວໃນນະຄອນ ເຢຣູຊາເລັມ, ແຕ່ພວກເຂົາທັງຫລາຍໄດ້ກິນເຂົ້າຈີ່ບໍ່ມີເຊື້ອ ໃນບັນດາພວກອ້າຍນ້ອງຂອງພວກເຂົາເອງ.
|
||
|
||
\s5
|
||
\v 10 ໂຢຊີຢາໄດ້ຊົງເຮັດໃຫ້ໂຕເຟັດ, ໃນຮ່ອມພູຮິນໂນມເປັນມົນທິນ, ເພື່ອວ່າຈະບໍ່ມີຜູ້ໃດເຜົາລູກຊາຍ ຫລື ລູກສາວຂອງຕົນໃຫ້ເປັນເຄື່ອງບູຊາຕໍ່ພະໂມເລັກ.
|
||
\v 11 ພະອົງໄດ້ ຊົງກຳຈັດພວກມ້າທີ່ບັນດາກະສັດແຫ່ງຢູດາໄດ້ຖວາຍແກ່ດວງຕາເວັນ. ທີ່ຢູ່ໃນບໍຣິເວນທາງເຂົ້າພຣະວິຫານຂອງພຣະຢາເວ, ໃກ້ກັບຫ້ອງນາທານເມເລັກ, ຂ້າຣາຊະການຄົນຫນຶ່ງ. ໂຢຊິຢາໄດ້ຊົງຈູດຣົດມ້າຂອງດວງອາທິດ.
|
||
|
||
\s5
|
||
\v 12 ກະສັດໂຢຊີຢາໄດ້ທຳລາຍແທ່ນບູຊາເທິງຫລັງຄາຫ້ອງຊັ້ນເທິງຂອງອາຮາດ, ເຊິ່ງບັນດາກະສັດຂອງຢູດາໄດ້ສ້າງຂຶ້ນ, ແລະ ແທ່ນບູຊາທີ່ມານາເຊໄດ້ສ້າງຂຶ້ນໃນເດີ່ນທັງສອງຂອງພຣະວິຫານຂອງພຣະຢາເວ, ໂຢຊີຢາໄດ້ຊົງທຸບມ້າງສິ່ງເຫລົ່ານັ້ນເປັນປ່ຽງໆ ແລະ ໂຍນມັນຖິ້ມໄປໃນຮ່ອມພູກິດໂຮນ.
|
||
\v 13 ກະສັດໄດ້ທຳລາຍສະຖານທີ່ສູງເຊິ່ງທີ່ຢູ່ທາງທິດຕາເວັນອອກຂອງນະຄອນເຢຣູຊາເລັມ, ແລະ ຢູ່ທາງທິດໃຕ້ຂອງພູເຂົາແຫ່ງການຊົ່ວຊ້ານັ້ນເສຍຄວາມບໍຣິສຸດ ທີ່ຊາໂລໂມນກະສັດແຫ່ງອິສະຣາເອນໄດ້ສ້າງໄວ້ສຳລັບພະອັດສະຕາກ, ເປັນຮູບບູຊາສິ່ງທີ່ຫນ້າລັງກຽດຂອງຊາວຊີໂດນ; ແລະ ສຳລັບພະເຄໂມດ, ເປັນຮູບເຄົາຣົບສິ່ງທີ່ຫນ້າລັງກຽດຂອງຊາວໂມອາບ; ແລະ ສຳລັບພະມິນກົມ, ເປັນຮູບເຄົາຣົບທີ່ຫນ້າລັງກຽດຂອງຊາວອຳໂມນ.
|
||
\v 14 ພະອົງໄດ້ທຸບເສົາທີ່ສັກສິດອອກເປັນປ່ຽງໆ ແລະ ໂຄ່ນບັນດາເສົາທັງຂອງອາເຊຣາລົງແລ້ວກໍເອົາບັນດາກະດູກຂອງມະນຸດຖົມໃສ່ທີ່ນັ້ນ.
|
||
|
||
\s5
|
||
\v 15 ໂຢຊີຢາໄດ້ທຳລາຍແທ່ນບູຊາທີ່ເບັດເອນກັບສະຖານທີ່ສູງເຊິ່ງໄດ້ຊົງຕັ້ງຂຶ້ນໂດຍເຢໂຣໂບອາມລູກຊາຍຂອງເນບັດ (ຜູ້ໄດ້ນຳອິສະຣາເອນໃຫ້ເຮັດບາບ) ພະອົງໄດ້ຊົງເຜົາແທ່ນບູຊາກັບສະຖານທີ່ສູງນັ້ນລົງ. ແລະໄດ້ເຜົາສະຖານທີ່ສູງນັ້ນແລ້ວບົດໃຫ້ເປັນຝຸ່ນ. ພະອົງຍັງໄດ້ເຜົາເສົາອາເຊຣາດ້ວຍ.
|
||
\v 16 ໃນຂະນະທີ່ໂຢຊີຢາໄດ້ສັງເກດໄປອ້ອມໆບໍລິເວນນັ້ນ, ພະອົງໄດ້ສັງເກດເຫັນຫລຸມຝັງສົບທີ່ຢູ່ຂ້າງພູເຂົາ. ພະອົງໄດ້ສົ່ງຄົນໃຫ້ໄປເອົາບັນດາກະດູກອອກຈາກຫລຸມຝັງສົບ; ແລະ ພະອົງໄດ້ເຜົາເທິງແທ່ນບູຊາ, ເພື່ອເຮັດໃຫ້ຄວາມສັກສິດເສຍຫາຍ. ຕາມຖ້ອຍຄຳຂອງອົງພຣະຢາເວເຊິ່ງຄົນຂອງພຣະເຈົ້າໄດ້ກ່າວໄວ້, ຄົນທີ່ເຄີຍກ່າວເຖິງສິ່ງເຫລົ່ານີ້ໄວ້ກ່ອນແລ້ວ.
|
||
|
||
\s5
|
||
\v 17 ແລ້ວພະອົງກ່າວວ່າ, "ນັ້ນແມ່ນອູບໂມງຝັງສົບຂອງໃຜທີ່ເຮົາຫລຽວເຫັນ?" ພວກຄົນໃນເມືອງນັ້ນກໍໄດ້ເວົ້າກັບພະອົງວ່າ, "ເປັນບ່ອນຝັງສົບຂອງປະຊາຊົນຂອງພຣະເຈົ້າ ຜູ້ທີ່ມາຈາກຢູດາ ແລະ ເວົ້າເຖິງສິ່ງເຫລົ່ານີ້ ເຊິ່ງພະອົງຫາກໍໄດ້ຊົງເຮັດແທ່ນບູຊາທີ່ເບັດເອນ.”
|
||
\v 18 ດັ່ງນັ້ນ ໂຢຊີຢາໄດ້ກ່າວວ່າ, "ໃຫ້ລາວຢູ່ທີ່ນັ້ນເຖີດ. ຢ່າປ່ອຍໃຫ້ຜູ້ໃດຍ້າຍກະດູກຂອງລາວໄປ.” ພວກເຂົາທັງຫລາຍຈຶ່ງປະກະດູກຂອງລາວໄວ້ຢ່າງນັ້ນ, ພ້ອມກັບກະດູກຂອງຜູ້ປະກາດພຣະຄັມ ຜູ້ອອກມາຈາກເມືອງຊາມາເຣຍ.
|
||
|
||
\s5
|
||
\v 19 ແລ້ວໂຢຊີຢາໄດ້ຊົງຍ້າຍບັນດາສາລາທັງຫມົດຂອງສະຖານສູງທີ່ຢູ່ໃນເມືອງຕ່າງໆຂອງຊາມາເຣຍ, ຊຶ່ງບັນດາກະສັດແຫ່ງອິສະຣາເອນໄດ້ຊົງສ້າງໄວ້, ແລະເປັນການເຮັດໃຫ້ພຣະຢາເວໂກດຮ້າຍ. ພະອົງໄດ້ຊົງເຮັດຕໍ່ສິ່ງເຫລົ່ານັ້ນເຫມືອນທຸກຢ່າງທີ່ໄດ້ຊົງເຮັດທີ່ເບັດເອນ
|
||
\v 20 ພະອົງໄດ້ຂ້ານັກບວດແຫ່ງສະຖານສູງທັງຫມົດເທິງແທ່ນບູຊາ ແລະໄດ້ຊົງເຜົາກະດູກຄົນເທິງແທ່ນເຫລົ່ານັ້ນ ແລ້ວພະອົງກໍໄດ້ກັບຄືນໄປກຸງເຢຣູຊາເລັມ.
|
||
|
||
\s5
|
||
\v 21 ຈາກນັ້ນກະສັດໄດ້ອອກ ຄຳ ສັ່ງໃຫ້ປະຊາຊົນ, ທັງຫມົດ ວ່າ“ ຈົ່ງຖືເທສະການປັສະຄາຖວາຍແດ່ ພຣະຢາເວພຣະເຈົ້າ, ຂອງພວກເຈົ້າ. ດັ່ງທີ່ມີຂຽນໄວ້ໃນປື້ມບັນທຶກຂອງພັນທະສັນຍານີ້.”
|
||
\v 22 ເພາະວ່າການສະຫລອງເທສະການປັສະຄາເຊັ່ນນີ້ບໍ່ໄດ້ຖືກັນມາຕັ້ງແຕ່ສມັຍຂອງຜູ້ພິພາກສາທີ່ໄດ້ປົກຄອງອິສະຣາເອນ. ບໍ່ເຄີຍມີໃນສມັຍ ບັນດາກະສັດແຫ່ງອິສະຣາເອນ, ແລະກະສັດແຫ່ງຢູດາ.
|
||
\v 23 ແຕ່ໃນປີທີສິບແປດແຫ່ງການປົກຄອງຂອງກະສັດໂຢຊີຢາ ມີການສະຫລອງເທສະການ ປັສະຄາຂອງພຣະຢາເວ ຢ່າງນີ້ໃນກຸງເຢຣູຊາເລັມ.
|
||
|
||
\s5
|
||
\v 24 ໂຢຊີຢາ ຍັງໄດ້ລົບລ້າງຜູ້ທີ່ເວົ້າລົມກັບຄົນຕາຍ, ຫລືຜີ. ລາວຍັງໄດ້ຊົງກຳຈັດ ບັນດາເຄື່ອງລາງ, ຮູບປັ້ນເຄົາຣົບ, ແລະສິ່ງຫນ້າກຽດຫນ້າຊັງທັງຫມົດ ຊຶ່ງເຫັນກັນຢູ່ໃນແຜ່ນດິນຢູດາແລະເຢຣູຊາເລັມ, ເພື່ອຊົງຢັ້ງຢືນ ຖ້ອຍຄຳ ຂອງກົດບັນຍັດເຊິ່ງມີຂຽນໄວ້ໃນປຶ້ມທີ່ປະໂລຫິດ ຮິນກີຢາ ໄດ້ເຫັນໃນພຣະວິຫານຂອງພຣະຢາເວ.
|
||
\v 25 ກ່ອນໂຢຊີຢາ, ກໍບໍ່ມີກະສັດອົງໃດຄືກັບລາວ. ຜູ້ໄດ້ຫັນກັບມາຫາພຣະຢາເວ ດ້ວຍສຸດຈິດ, ສຸດໃຈ, ແລະ ດ້ວຍສຸດກຳລັງຂອງລາວ, ຜູ້ທີ່ໄດ້ເຮັດຕາມກົດບັນຍັດທັງຫມົດ ຂອງໂມເຊ, ຫລັງຈາກໂຢຊີຢາກໍບໍ່ມີກະສັດອົງໃດຂຶ້ນມາຄືພະອົງ.
|
||
|
||
\s5
|
||
\v 26 ເຖິງຢ່າງໃດກໍ່ຕາມ, ພຣະຢາເວ ກໍບໍ່ໄດ້ຫັນຈາກຄວາມໂກດຮ້າຍອັນແຮງກ້າຂອງພຣະອົງ,. ເຊິ່ງໄດ້ລຸກຂຶ້ນຕໍ່ຢູດາ ຍ້ອນການນະມັສະການພະຂອງຄົນຕ່າງຊາດທີ່ມານາເຊໄດ້ເຮັດໃຫ້ພຣະອົງໂກດຮ້າຍ.
|
||
\v 27 ດັ່ງນັ້ນພຣະຢາເວໄດ້ກ່າວວ່າ, "ເຮົາຈະເຮັດໃຫ້ຢູດາອອກໄປໃຫ້ພົ້ນສາຍຕາຂອງເຮົາດ້ວຍ, ຄືກັບທີ່ເຮົາໄດ້ເຮັດກັບອິສະຣາເອນ ແລະເຮົາຈະຂັບໄລ່ເມືອງນີ້ທີ່ເຮົາໄດ້ເລືອກອອກໄປເສຍ, ຄືກຸງເຢຣູຊາເລັມ, ແລະພຣະວິຫານ ເຊິ່ງເຮົາໄດ້ເວົ້າວ່າ 'ນາມຂອງເຮົາຈະຢູ່ທີ່ນັ້ນ.'"
|
||
|
||
\s5
|
||
\v 28 ສ່ວນພະຣາຊກິດ ອື່ນໆຂອງໂຢຊີຢາ, ແລະທຸກສິ່ງທີ່ໄດ້ຊົງກະທຳ, ໄດ້ບັນທຶກໄວ້ໃນປຶ້ມປະຫວັດສາດຂອງກະສັດຢູດາບໍ່ແມ່ນບໍ?
|
||
\v 29 ໃນສມັຍ, ຂອງພະອົງຟາຣາໂອ ເນໂກ, ກະສັດຂອງປະເທດເອຢິບ, ໄດ້ຍົກທັບສູ້ກັບກະສັດອັດຊີເຣຍຢູ່ທີ່ແມ່ນ້ຳເອີຟຣັດ, ກະສັດ ໂຢຊີຢາໄດ້ໄປພົບກັບ ເນໂກ ໃນຢູ່ສະຫນາມຮົບ, ແລະ ເນໂກໄດ້ຂ້າພະອົງໃນ ເມືອງເມກິດໂດ.
|
||
\v 30 ພວກຂ້າຣາຊການຂອງໂຢຊີຢາໄດ້ ນຳ ສົບໃສ່ຣົດມ້າເສິກຈາກເມກິດໂດ, ເອົາໄປຍັງກຸງເຢຣູຊາເລັມ, ແລະໄດ້ຝັງພະອົງໄວ້ໃນບ່ອນຝັງສົບຂອງພະອົງເອງ. ແລະປະຊາຊົນໃນແຜ່ນດິນນັ້ນໄດ້ ນຳ ເອົາເຢໂຮອາຮາດລູກຊາຍຂອງ ໂຢຊີຢາ, ມາແລະຊົງແຕ່ງຕັ້ງລາວ, ແລະໄດ້ແຕ່ງຕັ້ງໃຫ້ເປັນກະສັດແທນພໍ່ຂອງຕົນ.
|
||
|
||
\s5
|
||
\v 31 ເຢໂຮອາຮາດ ມີອາຍຸໄດ້ຊາວສາມປີໃນເວລາທີ່ລາວໄດ້ຂຶ້ນຄອງຣາຊ, ແລະລາວໄດ້ຊົງປົກຄອງໃນກຸງເຢຣູຊາເລັມ. ໄດ້ສາມເດືອນ. ແມ່ຂອງລາວຊື່ວ່າ ຮາມູຕານ, ນາງເປັນລູກສາວຂອງເຢເຣມີຢາ ຊາວລີບນາ.
|
||
\v 32 ເຢໂຮອາຮາດໄດ້ເຮັດຄວາມຊົ່ວຮ້າຍໃນສາຍຕາຂອງພຣະຢາເວ, ຕາມທຸກສິ່ງທີ່ບັນພະບຸຣຸດຂອງພະອົງໄດ້ກະທຳ.
|
||
\v 33 ຟາຣາໂອ ເນໂກໄດ້ຈັບພະອົງຂັງໄວ້ທີ່ ຣິບລາ ໃນເມືອງ ຮາມັດ,. ເພື່ອບໍ່ໃຫ້ພະອົງປົກຄອງຢູ່ໃນເມືອງເຢຣູຊາເລັມ, ແລ້ວ ເນໂກໄດ້ປັບຢູດາດ້ວຍເງິນຫນຶ່ງຮ້ອຍຕະລັນ. ແລະທອງ ຄຳຫນຶ່ງຕະລັນ
|
||
|
||
\s5
|
||
\v 34 ຟາຣາໂອເນໂກໄດ້ແຕ່ງຕັ້ງ ເອລີອາກິມ ລູກຊາຍຂອງ ໂຢຊີຢາ ໃຫ້ເປັນກະສັດແທນໂຢຊີຢາບິດາຂອງພະອົງ, ແລະໄດ້ປ່ຽນຊື່ເປັນ ເຢໂຮຍອາກິມ. ແຕ່ພະອົງໄດ້ຊົງພາ ເຢໂຮອາຮາດໄປປະເທດອີຢີບ, ແລະ ເຢໂຮອາຮາດໄດ້ຕາຍຢູ່ທີ່ນັ້ນ.
|
||
\v 35 ເຢໂຮຍອາກິມ ໄດ້ຈ່າຍເງິນແລະ ຄຳ ໃຫ້ຟາຣາໂອ. ຕາມ ຄຳ ສັ່ງຂອງຟາຣາໂອ, ເຢໂຮຍອາກິມໄດ້ ເກັບພາສີທີ່ດິນ ແລະບັງຄັບປະຊາຊົນ ແຕ່ລະຄົນຂອງແຜ່ນດິນໃຫ້ເງິນແລະທອງຄຳມາຖວາຍໃຫ້ພະອົງ ຕາມການປະເມີນຂອງພວກເຂົາ.
|
||
|
||
\s5
|
||
\v 36 ເຢໂຮຍອາກິມໄດ້ຊົງ ມີອາຍຸຊາວຫ້າປີ. ໃນເວລາທີ່ພະອົງໄດ້ຂຶ້ນຄອງບັນລັງ, ແລະພະອົງໄດ້ປົກຄອງຢູ່ໃນກຸງເຢຣູຊາເລັມ. ສິບເອັດປີ ແມ່ຂອງພະອົງຊື່ວ່າ ເຊບີດາ, ນາງເປັນລູກສາວຂອງ ເປດາອີຢາ ຈາກເມືອງ ຣູມາ.
|
||
\v 37 ເຢໂຮຍອາກິມ ໄດ້ເຮັດຄວາມຊົ່ວຮ້າຍໃນສາຍຕາຂອງພຣະຢາເວ, ຕາມທຸກສິ່ງທີ່ບັນພະບຸຣຸດຂອງພະອົງໄດ້ຊົງກະທຳ.
|
||
|
||
\s5
|
||
\c 24
|
||
\cl ບົດທີ 24
|
||
\p
|
||
\v 1 ໃນລະຫວ່າງການປົກຄອງຂອງກະສັດເຢໂຮຢາກິມ, ເນບູກາດເນັດຊາ ກະສັດແຫ່ງບາບີໂລນໄດ້ໂຈມຕີຢູດາ; ເຢໂຮຍອາກິມໄດ້ກາຍເປັນຜູ້ຮັບໃຊ້ຂອງພະອົງ ເປັນເວລາສາມປີ. ຈາກນັ້ນ ເຢໂຮຍອາກິມກໍ ໄດ້ກັບເປັນກະບົດຕໍ່ເນບູກາດເນັດຊາ.
|
||
\v 2 ພຣະຢາເວໄດ້ຊົງໃຊ້ຊາວເຄເດຍ, ຊາວອາຣາມ, ຊາວໂມອາບ, ແລະຊາວອຳໂມນ, ມາຕໍ່ສູ້ກັບເຢໂຮຍອາກິມ. ພຣະອົງໄດ້ຊົງໃຊ້ພວກເຂົາທັງຫລາຍໄປຕໍ່ສູ້ຢູດາ ເພື່ອຈະທຳລາຍເສຍ. ສິ່ງເຫລົ່ານີ້ໄດ້ເກີດຂຶ້ນຕາມຖ້ອຍຄຳຂອງພຣະຢາເວ ທີ່ໄດ້ກ່າວຜ່ານທາງບັນດາຜູ້ທຳນວາຍ, ຜູ້ຮັບໃຊ້ຂອງພຣະອົງ.
|
||
|
||
\s5
|
||
\v 3 ແທ້ຈິງແລ້ວສິ່ງນີ້ໄດ້ເກີດຂຶ້ນກັບຢູດາ, ຕາມຄຳເວົ້າຂອງພຣະຢາເວ ເພື່ອຈະໃຫ້ພວກເຂົາອອກໄປໃຫ້ພົ້ນຈາກສາຍຕາຂອງພຣະອົງ, ເພາະບາບທັງຫລາຍຂອງມານາເຊ, ທຸກຢ່າງທີ່ພຣະອົງໄດ້ຊົງກະທຳ,
|
||
\v 4 ແລະສະເພາະເລືອດທີ່ບໍ່ມີຄວາມຜິດ, ຊຶ່ງພະອົງໄດ້ເຮັດໃຫ້ໄຫລອອກນັ້ນດ້ວຍ ເພາະພະອົງໄດ້ເຮັດໃຫ້ເມືອງເຢຣູຊາເລັມເຕັມໄປດ້ວຍເລືອດທີ່ບໍ່ມີຄວາມຜິດ. ພຣະຢາເວບໍ່ຊົງປະສົງທີ່ຈະໃຫ້ອະພັຍ.
|
||
|
||
\s5
|
||
\v 5 ສ່ວນພະຣາຊກິດອື່ນໆ ຂອງເຢໂຮຍອາກິມ, ແລະທຸກສິ່ງທີ່ພະອົງໄດ້ກະທຳ, ບັນທຶກໄວ້ໃນປື້ມປະຫວັດສາດຂອງກະສັດຢູດາບໍ່ແມ່ນບໍ?
|
||
\v 6 ເຢໂຮຍອາກິມໄດ້ຊົງລ່ວງລັບໄປຢູ່ກັບບັນພະບຸຣຸດ, ແລະ ເຢໂຮຢາກິນລູກຊາຍຂອງພະອົງ ໄດ້ຂຶ້ນເປັນກະສັດແທນ.
|
||
|
||
\s5
|
||
\v 7 ກະສັດແຫ່ງເອຢີບບໍ່ໄດ້ຊົງຍົກທັບມາໂຈມຕີຈາກແຜ່ນດິນຂອງພະອົງອີກຕໍ່ໄປ. ເພາະວ່າກະສັດແຫ່ງບາບີໂລນໄດ້ຢຶດເອົາດິນແດນທັງຫມົດ ຊຶ່ງຄວບຄຸມໂດຍກະສັດຂອງປະເທດເອຢິບຕັ້ງແຕ່ຈາກແຄມຝັ່ງເອຢິບໄປຫາແມ່ນໍ້າ ເອີຟຣັດ.
|
||
|
||
\s5
|
||
\v 8 ເຢໂຮຍອາກິນ ມີອາຍຸໄດ້ສິບແປດປີເມື່ອລາວໄດ້ຄອງຣາຊ; ພະອົງໄດ້ປົກຄອງຢູ່ກຸງເຢຣູຊາເລັມສາມເດືອນ. ແມ່ຂອງພະອົງຊື່ວ່າ ເນຮູຊະຕາ. ນາງເປັນລູກສາວຂອງເອນນາທານ, ຄົນໃນເມືອງເຢຣູຊາເລັມ.
|
||
\v 9 ລາວໄດ້ເຮັດສິ່ງທີ່ຊົ່ວຮ້າຍໃນສາຍຕາຂອງພຣະຢາເວ. ພະອົງໄດ້ເຮັດທຸກສິ່ງທີ່ບິດາຂອງພະອົງໄດ້ກະທຳ.
|
||
|
||
\s5
|
||
\v 10 ໃນເວລານັ້ນກອງທັບກອງທັບຂອງເນບຸດກາເນັດຊາກະສັດແຫ່ງບາບີໂລນ ໄດ້ຍົກທັບຂຶ້ນມາໂຈມຕີກຸງເຢລູຊາແລັມ ແລະໄດ້ລ້ອມກຸງໄວ້.
|
||
\v 11 ເນບູກາດເນັດຊາ ກະສັດແຫ່ງບາບີໂລນ ໄດ້ມາທີ່ເມືອງນັ້ນ ຂະນະທີ່ພວກທະຫານຂອງພະອົງຍັງລ້ອມເມືອງນັ້ນຢູ່,
|
||
\v 12 ແລະເຢໂຮຍອາກິມ ກະສັດແຫ່ງຢູດາ ໄດ້ຊົງອອກໄປຫາກະສັດແຫ່ງບາບີໂລນ, ທັງຕົວພະອົງ, ພ້ອມກັບແມ່, ພວກນາຍທະຫານ, ພວກເຈົ້າເມືອງ, ແລະພວກຂ້າຣາຊການປະຈຳວັງຂອງພະອົງ. ກະສັດແຫ່ງບາບີໂລນໄດ້ຈັບພະອົງເປັນຊະເລີຍໃນປີທີແປດແຫ່ງການຄອງຣາຊຂອງພະອົງ.
|
||
|
||
\s5
|
||
\v 13 ເນບູກາດເນັດຊາ ໄດ້ຊົງຂົນເອົາສິ່ງທີ່ມີຄ່າໃນພຣະວິຫານຂອງພຣະຢາເວທັງຫມົດ, ແລະຊັບສົມບັດໃນພະຣາຊະວັງຂອງກະສັດ. ພະອົງໄດ້ຕັດເຄື່ອງໃຊ້ທອງຄຳ ທີ່ກະສັດໂຊໂລໂມນ ແຫ່ງອິສະຣາເອນໄດ້ສ້າງຂຶ້ນໃນພຣະວິຫານຂອງພຣະຢາເວ, ອອກເປັນທ່ອນ ໆດັ່ງທີ່ພຣະຢາເວໄດ້ກ່າວໄວ້ກ່ອນແລ້ວວ່າຈະເກີດຂຶ້ນ.
|
||
\v 14 ພະອົງໄດ້ຊົງຈັບເອົາຊະເລີຍທັງຫມົດ ຂອງເຢຣູຊາເລັມໄປ, ຄືຜູ້ນຳທຸກຄົນ, ນັກຮົບທຸກຄົນ, ເປັນຊະເລີຍສິບພັນຄົນ. ລວມທັງຊ່າງຫັຖະ ກຳ ແລະຊ່າງສີມືທຸກຄົນ ບໍ່ມີຜູ້ໃດເລີຍນອກຈາກປະຊາຊົນໃນທີ່ດິນທີ່ທຸກຍາກທີ່ສຸດ.
|
||
|
||
\s5
|
||
\v 15 ເນບູກາດເນັດຊາ ໄດ້ຊົງນຳເຢໂຮຍອາກິມໄປເປັນຊະເລີຍໃນບາບີໂລນ, ລວມທັງແມ່ຂອງກະສັດ, ບັນດາມະເຫສີ, ຂ້າຣາຊສຳນັກຂອງພະອົງ, ແລະຫົວຫນ້າຂອງແຜ່ນດິນເຊັ່ນກັນ. ພະອົງໄດ້ ນຳ ພວກເຂົາຈາກກຸງເຢຣູຊາເລັມໄປບາບີໂລນເພື່ອເປັນຊະເລີຍ.
|
||
\v 16 ນັກຮົບທັງຫມົດ, ເຈັດພັນຄົນ ຊ່າງຝີມື, ແລະຊ່າງແກະສະຫລັກ, ຈຳນວນຫນຶ່ງພັນຄົນ ແລະທຸກຄົນເຫມາະ ສົມກັບການສູ້ຮົບ ກະສັດແຫ່ງບາບີໂລນໄດ້ ນຳ ເອົາຄົນເຫລົ່ານີ້ໄປສູ່ບາບີໂລນໃນການເປັນຊະເລີຍ.
|
||
\v 17 ກະສັດແຫ່ງບາບີໂລນໄດ້ແຕ່ງຕັ້ງທ່ານ ມັດຕານີຢາ, ບັນພະບຸຣຸດຂອງເຢໂຮຍອາກິນຂຶ້ນເປັນກະສັດແທນພະອົງ, ແລະໄດ້ປ່ຽນຊື່ເປັນເຊເດກີຢາ.
|
||
|
||
\s5
|
||
\v 18 ເຊເດກີຢາມີອາຍຸໄດ້ ຊາວເອັດປີ ເມື່ອພະອົງໄດ້ຊົງຄອງຣາຊ; ພະອົງໄດ້ປົກຄອງໃນກຸງເຢຣູຊາເລັມ. ແມ່ຂອງພະອົງຊື່ວ່າຮາມູຕານ; ນາງເປັນລູກສາວ ຂອງເຢລີມີຢາ ຊາວລິບນາ.
|
||
\v 19 ພະອົງຊົງໄດ້ເຮັດສິ່ງຊົ່ວຮ້າຍໃນສາຍຕາຂອງພຣະຢາເວ; ພະອົງໄດ້ຊົງເຮັດທຸກຢ່າງຕາມທີ່ເຢໂຮຍອາກິມໄດ້ເຮັດ.
|
||
\v 20 ເພາະຄວາມໂກດຮ້າຍຂອງພຣະຢາເວ, ສິ່ງເຫລົ່ານີ້ທັງປວງຈຶ່ງໄດເກີດຂຶ້ນຕໍ່ເຢຣູຊາເລັມແລະຢູດາ, ຈົນເຖິງພຣະອົງໄດ້ຊົງຂັບໄລ່ທັງສອງໄປໃຫ້ພົ້ນຫນ້າຂອງພຣະອົງ. ແລ້ວເຊເດກີຢາ ກໍໄດ້ຊົງກະບົດຕໍ່ບາບີໂລນ.
|
||
|
||
\s5
|
||
\c 25
|
||
\cl ບົດທີ 25
|
||
\p
|
||
\v 1 ເຫດການນີ້ເກີດຂຶ້ນໃນປີທີເກົ້າຂອງການປົກຄອງຂອງກະສັດເຊເດກີຢາ, ໃນເດືອນທີສິບ, ແລະໃນມື້ທີສິບ, ເນບູກາດເນັດຊາກະສັດແຫ່ງບາບີໂລນໄດ້ຊົງຍົກກອງທັບທັງຫມົດ ຂອງພະອົງໄປໂຈມຕີເມືອງເຢຣູຊາເລັມ. ພະອົງໄດ້ຕັ້ງຄ້າຍພັກຢູ່ທາງກົງກັນຂ້ວາມ, ແລະພວກເຂົາກໍ່ສ້າງ ກຳ ແພງອ້ອມມັນອີກ.
|
||
\v 2 ດັ່ງນັ້ນເມືອງນັ້ນຈຶ່ງຖືກລ້ອມຈົນຮອດປີທີສິບເອັດຂອງກະສັດເຊເດກີຢາ.
|
||
\v 3 ໃນວັນທີເກົ້າຂອງເດືອນທີສີ່ໃນປີນັ້ນ ໃນເມືອງນັ້ນມີຄວາມອຶດຢາກຮຸນແຮງ. ບໍ່ມີອາຫານ ສຳ ລັບປະຊາຊົນໃນແຜ່ນດິນ.
|
||
|
||
\s5
|
||
\v 4 ຈາກນັ້ນເມືອງກໍ່ແຕກສະຫລາຍ. ແລະທະຫານທັງຫມົດ ໄດ້ຫນີອອກໄປໃນຕອນກາງຄືນຜ່ານປະຕູເມືອງໃນລະຫວ່າງກຳແພງທັງສອງດ້ານ, ທີ່ຢູ່ຂ້າງສວນຂອງກະສັດ, ເຖິງແມ່ນວ່າຊາວເຄເດຍຈະຢູ່ອ້ອມຮອບເມືອງ, ກະສັດໄດ້ອອກໄປຜ່ານທະເລຊາຍ ອາຣາບາ.
|
||
\v 5 ແຕ່ກອງທັບຂອງຊາວເຄເດຍໄດ້ໄລ່ຕາມກະສັດເຊເດກີຢາ. ແລະໄດ້ມາພົບລາວໃນເຂດທົ່ງພຽງແມ່ນ້ຳຈໍແດນໃກ້ກັບເມືອງ ເຢຣີໂກ. ກອງທັບທັງຫມົດຂອງພະອົງກໍກະຈັດກະຈາຍໄປຈາກລາວ.
|
||
|
||
\s5
|
||
\v 6 ດັ່ງນັ້ນພວກເຂົາຈຶ່ງຈັບກະສັດ ແລະໄດ້ພາລາວໄປຫາກະສັດແຫ່ງບາບີໂລນທີ່ ເມືອງຣິບລາ, ບ່ອນທີ່ພວກເຂົາລົງໂທດພະອົງ.
|
||
\v 7 ສຳ ລັບລູກຊາຍທຸກຄົນຂອງເຊເດກີຢາ, ພວກເຂົາຖືກຂ້າຕໍ່ ຫນ້າ ຂອງພະອົງ. ຫລັງຈາກນັ້ນ, ເຂົາໄດ້ຄວັກຕາຂອງເຊເດກີຢາອອກ ຕີສາຍໂສ້ທອງເຫລືອງ ແລະໄດ້ພາລາວໄປບາບີໂລນ
|
||
|
||
\s5
|
||
\v 8 ບັດນີ້, ໃນມື້ທີເຈັດ, ເດືອນທີຫ້າ, ຊຶ່ງເປັນປີທີເກົ້າ, ແຫ່ງການປົກຄອງຂອງກະສັດເນບູກາດເນັດຊາກະສັດແຫ່ງບາບີໂລນ, ເນບູກາດເນັດຊາ, ເຊິ່ງເປັນຜູ້ປົກຄອງຂອງກະສັດແຫ່ງບາບີໂລນ ແລະເປັນຜູ້ບັນຊາການທະຫານຜູ້ຮັກສາພະອົງ ມາຮອດກຸງເຢຣູຊາເລັມ.
|
||
\v 9 ພວກເຂົາໄດ້ເຜົາພຣະວິຫານຂອງພຣະຢາເວ, ຣາຊະວັງຂອງກະສັດ, ແລະບ້ານເຮືອນທັງຫມົດ ຂອງເຢຣູຊາເລັມ; ເຂົາຍັງໄດ້ເຜົາທຳລາຍອາຄານສຳຄັນທັງຫມົດໃນເມືອງ.
|
||
\v 10 ສຳລັບກຳແພງອ້ອມເມືອງເຢຣູຊາເລັມ, ທະຫານຊາວບາບີໂລນທຸກຄົນທີ່ຢູ່ກັບຜູ້ບັນຊາການກອງເຝົ້າຍາມໄດ້ຖືກ ທຳ ລາຍແລ້ວ.
|
||
|
||
\s5
|
||
\v 11 ສ່ວນປະຊາຊົນທີ່ເຫລືອຂອງຜູ້ທີ່ອາສັຍຢູ່ໃນເມືອງ, ແລະຜູ້ທີ່ຫນີໄປຫາກກະສັດແຫ່ງບາບີໂລນ, ແລະກັບມະຫາຊົນທີ່ຍັງເຫລືອຢູ່ນັ້ນ ເນບູຊາຣະດານ, ຜູ້ບັນຊາການກອງ ທະຫານຮັກສາພະອົງ, ໄດ້ຈັບພວກເຂົາໄປເປັນຊະເລີຍ.
|
||
\v 12 ແຕ່ຜູ້ບັນຊາການທະຫານຮັກສາພະອົງໄດ້ປະປະຊາຊົນຜູ້ທຸກຍາກທີ່ສຸດໃນດິນແດນໄວ້ໃຫ້ເປັນຄົນເຮັດສວນອະງຸ່ນແລະເປັນຄົນເຮັດໄຮ່ໄຖນາ.
|
||
|
||
\s5
|
||
\v 13 ສຳລັບເສົາທອງແດງທີ່ຢູ່ໃນພຣະວິຫານຂອງພຣະຢາເວ, ແລະແທ່ນບູຊາແລະພື້ນຖານຂອງທະເລທອງແດງທີ່ຢູ່ໃນພຣະວິຫານຂອງພຣະຢາເວນັ້ນ, ຊາວເຄເດຍໄດ້ທຸບເປັນປ່ຽງໆ. ແລະໄດ້ຂົນເອົາທອງເເດງໄປທີ່ບາບີໂລນ.
|
||
\v 14 ບັນດາຫມໍ້, ຊ້ວານ, ແລະມີດຕັດໄສ້ຕະກຽງ, ແລະບ່ວງແລະເຄື່ອງໃຊ້ທອງແດງທັງຫມົດຊຶ່ງປະໂລຫິດໃຊ້ໃນງານຂອງພຣະວິຫານ ພວກຊາວເຄເດຍເອົາໄປຫມົດ.
|
||
\v 15 ກະຖາງສຳລັບຕັກຂີ້ເຖົ່າພ້ອມດ້ວຍຊາມເຮັດດ້ວຍທອງຄຳ, ແລະເງິນ ຜູ້ບັນຊາການທະຫານຮັກສາພະອົງກໍໄດ້ຂົນເອົາໄປຫມົດດ້ວຍ.
|
||
|
||
\s5
|
||
\v 16 ເສົາໃຫຍ່ສອງເສົາ, ອ່າງທະເລ, ແລະພວກຂາຕັ້ງທີ່ໂຊໂລໂມນໄດ້ສ້າງ ສຳ ລັບພຣະວິຫານຂອງພຣະຢາເວນັ້ນ ທອງແດງຂອງພາຊະນະເຫລົ່ານີ້ກໍຫນັກ ເກີນກວ່າທີ່ຈະຊັ່ງໄດ້.
|
||
\v 17 ເປັນເສົາໃຫຍ່ທີ່ສູງປະມານສິບແປດສອກ, ແລະມີບົວຂວ້ຳທອງເເດງເທິງເສົາ, ບົວຂວ້ຳນັ້ນສູງປະມານສາມສອກ, ມີຕາ ຫນ່າງ ແລະລູກທັບທິມທີ່ອ້ອມຮອບບົວ. ທັງ ຫມົດ ແມ່ນເຮັດດ້ວຍທອງແດງ. ເສົາໃຫຍ່ອີກຕົ້ນແລະຕາຫນ່າງແມ່ນຄ້າຍຄືກັບເສົາຕົ້ນ ທຳ ອິດ.
|
||
|
||
\s5
|
||
\v 18 ຜູ້ບັນຊາການທະຫານຮັກສາພະອົງກໍໄດ້ຈັບເອົາເຊຣາອີຢາປະໂລຫິດໃຫຍ່, ແລະເຊຟານີຢາຮອງປະໂລຫິດ, ກັບຜູ້ເຝົ້າປະຕູສາມຄົນໄປດ້ວຍ.
|
||
\v 19 ຈາກເມືອງນັ້ນ, ລາວໄດ້ຈັບຂ້າຣາຊສຳນັກ. ເຊິ່ງແມ່ນຜູ້ບັນຊາການກອງທັບ ສະມາຊິກສະພາຂອງກະສັດທັງ 5 ຄົນທີ່ຍັງຄົງຢູ່ໃນເມືອງນັ້ນແມ່ນເປັນນັກໂທດ. ນອກນັ້ນທ່ານຍັງໄດ້ ນຳ ເອົາເຈົ້າຫນ້າ ທີ່ຣັຖະບານຂອງກະສັດທີ່ຮັບຜິດຊອບແຕ່ງຕັ້ງຜູ້ຊາຍເຂົ້າເປັນທະຫານ. ກັບຊາຍຫົກສິບຄົນຂອງແຜ່ນດິນທີ່ຖືກພົບເຫັນໃນເມືອງເປັນນັກໂທດ.
|
||
|
||
\s5
|
||
\v 20 ແລ້ວເນບູຊາຣາດານ, ຜູ້ບັນຊາການທະຫານຮັກສາພະອົງໄດ້ຈັບພວກເຂົາເຫລົ່ານີ້, ແລະນໍາລາວໄປຫາກະສັດບາບີໂລນທີ່ ຣິບລາ.
|
||
\v 21 ກະສັດແຫ່ງບາບີໂລນໄດ້ຂ້າພວກເຂົາທີ່ ຣິບລາ ໃນເມືອງ ຮາມັດ. ໃນວິທີການນີ້, ຢູດາໄດ້ເຂົ້າໄປໃນການເປັນຊະເລີຍຈາກແຜ່ນດິນຂອງຕົນເອງ.
|
||
|
||
\s5
|
||
\v 22 ສຳ ລັບປະຊາຊົນທີ່ເຫລືອໃນແຜ່ນດິນຢູດາ, ຜູ້ທີ່ເນບູກາດເນັດຊາ ກະສັດແຫ່ງບາບີໂລນໄດ້ຊົງເຫລືອໄວ້, ພະອົງໄດ້ຊົງແຕ່ງຕັ້ງເກດາລິຍາລູກຊາຍຂອງ ອາຮີກຳ, ພວກລູກຊາຍຂອງຊາຟານ, ເພື່ອຄວບຄຸມພວກເຂົາ.
|
||
\v 23 ບັດນີ້, ເມື່ອຜູ້ບັນຊາການກອງທັບທັງຫມົດ, ພວກເຂົາ ແລະຄົນຂອງເຂົາໄດ້ຍິນແນວນັ້ນ ກະສັດແຫ່ງບາບີໂລນໄດ້ແຕ່ງຕັ້ງເກດາລິຍາໃຫ້ເປັນຜູ້ປົກຄອງ. ພວກເຂົາມາຮອດເກດາລິຍາທີ່ເມືອງມິຊະປາ. ພວກນີ້ແມ່ນອິດຊະມາເອນ, ພວກລູກຊາຍຂອງເນທານີຢາ, ໂຢຮານານລູກຊາຍຂອງກາເຣຢາ, ເສຣາອີຢາ ລູກຊາຍຂອງຕັນຮູເມັດ, ຊາວເນໂຕຟາ, ແລະ ຢາອາຊານີຢາລູກຊາຍຂອງ ຕະກູນມາອາກາ ທັງຕົວຂອງເຂົາເອງແລະຜູ້ຄົນຂອງພວກເຂົາ.
|
||
\v 24 ກີເດໂອນໄດ້ສາບານກັບພວກເຂົາແລະຜູ້ຄົນຂອງພວກເຂົາ, ໂດຍກ່າວວ່າ, “ ຢ່າຢ້ານພວກຂ້າຣາຊະການ ເຄເດຍເລີຍ ຈົ່ງອາສັຍຢູ່ໃນແຜ່ນດິນແລະຮັບໃຊ້ກະສັດແຫ່ງບາບີໂລນ. ຈາກນັ້ນທ່ານຈະຢູ່ເຢັນເປັນສຸກ."
|
||
|
||
\s5
|
||
\v 25 ແຕ່ໃນເດືອນທີເຈັດ ອິດຊະມາເອນ, ລູກຊາຍຂອງ ເນທານີຢາ ລູກຊາຍຂອງເອຣີຊາມາ, ຄອບຄົວຣາຊະວົງ ໄດ້ເຂົ້າມາພ້ອມກັບຊາຍສິບຄົນ ໄດ້ໂຈມຕີເກດາລິຢາ. ເກດາຣິຢາ, ໄດ້ເສຍຊີວິດກັບຄົນຂອງຢູດາແລະຊາວບາບີໂລນຜູ້ທີ່ຢູ່ກັບລາວທີ່ ມີຊະປາ.
|
||
\v 26 ແລ້ວປະຊາຊົນທຸກຄົນ, ທັງຄົນນ້ອຍແລະຜູ້ເຖົ້າຜູ້ແກ່, ແລະຜູ້ບັນຊາການກອງທັບໄດ້ລຸກຢືນຂຶ້ນ. ແລະໄປອີຢີບ ເພາະວ່າພວກເຂົາຢ້ານຊາວບາບີໂລນ.
|
||
|
||
\s5
|
||
\v 27 ຕໍ່ມາໃນປີທີສາມສິບເຈັດທີ່ເຢໂຮອາກິນກະສັດແຫ່ງຢູດາ, ໄດ້ຖືກເນຣະເທດໃນເດືອນທີສິບສອງ. ໃນວັນທີຊາວເຈັດຂອງເດືອນນັ້ນ, ທີ່ເອວິນເມໂຣດັກກະສັດແຫ່ງບາບີໂລນ, ໄດ້ປ່ອຍຕົວ ເຢໂຮຍອາກິນກະສັດແຫ່ງຢູດາ ອອກຈາກຄຸກ. ສິ່ງນີ້ໄດ້ເກີດຂຶ້ນໃນປີທີ່ ເອວິນເມໂຣດັກ ຂຶ້ນຄອງບັນລັງ.
|
||
|
||
\s5
|
||
\v 28 ກະສັດໄດ້ເວົ້າດ້ວຍຄວາມເມດຕາຕໍ່ເພິ່ນ ແລະໃຫ້ມີບ່ອນນັ່ງທີ່ມີກຽຕສູງກວ່າທີ່ນັ່ງຂອງບັນດາກະສັດທັງຫມົດ ທີ່ຢູ່ໃນກຸງບາບີໂລນກັບພະອົງ.
|
||
\v 29 ເອວິນເມໂຣດັກຈຶ່ງໄດ້ຖອດເສື້ອຜ້າຂອງນັກໂທດອອກເຢໂຮຍອາກິນ, ແລະໄດ້ກິນອາຫານເປັນປະ ຈຳ ຢູ່ທີ່ໂຕະກະສັດ. ທຸກໆມື້ຂອງຊີວິດລາວ.
|
||
\v 30 ສ່ວນຄ່າໃຊ້ຈ່າຍ ນັ້ນກໍໄດ້ຮັບອະນຸຍາດຈາກກະສັດ. ອີງຕາມຄວາມຕ້ອງການຂອງແຕ່ລະມື້ຕະຫລອດຊີວິດຂອງລາວ.
|