2959 lines
589 KiB
Plaintext
2959 lines
589 KiB
Plaintext
\id GEN
|
||
\ide UTF-8
|
||
\h ປະຖົມະການ
|
||
\toc1 ປະຖົມະການ
|
||
\toc2 ປະຖົມະການ
|
||
\toc3 gen
|
||
\mt ປະຖົມະການ
|
||
|
||
\s5
|
||
\c 1
|
||
\cl ບົດທີ 1
|
||
\p
|
||
\v 1 ໃນປະຖົມະການ, ພຣະເຈົ້າຊົງສ້າງຟ້າສະຫວັນ ແລະ ແຜ່ນດິນໂລກ.
|
||
\v 2 ແຜ່ນດິນນັ້ນບໍ່ມີຮູບຮ່າງ ແລະ ຫວ່າງເປົ່າຢູ່. ຄວາມມືດປົກຄຸມຢູ່ເຫນືອຜິວຫນ້າຂອງບ່ອນເລິກ. ພຣະວິນຍານຂອງພຣະເຈົ້າເຄື່ອນໄຫວຢູ່ເຫນືອຜິວນ້ຳນັ້ນ.
|
||
|
||
\s5
|
||
\v 3 ພຣະເຈົ້າກ່າວວ່າ, "ຈົ່ງເກີດຄວາມສະຫວ່າງ," ແລະ ຄວາມສະຫວ່າງກໍເກີດຂຶ້ນ.
|
||
\v 4 ພຣະເຈົ້າຊົງເຫັນ, ຄວາມສະຫວ່າງນັ້ນດີ. ພຣະອົງຊົງແຍກຄວາມສະຫວ່າງອອກຈາກຄວາມມືດ.
|
||
\v 5 ພຣະເຈົ້າຊົງເອີ້ນຄວາມສະຫວ່າງ "ວັນ," ແລະ ຄວາມມືດນັ້ນພຣະອົງຊົງຮຽກວ່າ "ຄືນ." ນີ້ແມ່ນເວລາແລງ ແລະ ເວລາເຊົ້າ, ເປັນວັນທີຫນຶ່ງ.
|
||
|
||
\s5
|
||
\v 6 ພຣະເຈົ້າກ່າວວ່າ, "ຈົ່ງເກີດແຜ່ນຟ້າ, ໃນລະຫວ່າງນໍ້າ, ແລະ ໃຫ້ແຜ່ນດິນແຍກນ້ຳອອກຈາກກັນ."
|
||
\v 7 ພຣະເຈົ້າຈຶ່ງຊົງສ້າງແຜ່ນຟ້າ ແລະ ໄດ້ແຍກນ້ຳອອກຈາກກັນຄື ນ້ຳທີ່ຢູ່ລຸ່ມແຜ່ນຟ້າ ແຍກນ້ຳອອກຈາກນ້ຳທີ່ຢູ່ເທິງແຜ່ນຟ້າ. ແລ້ວກໍເປັນດັ່ງນັ້ນ.
|
||
\v 8 ພຣະເຈົ້າຊົງຮຽກແຜ່ນຟ້ານັ້ນວ່າ "ທ້ອງຟ້າ." ມີເວລາຄໍ່າ, ແລະ ເວລາເຊົ້າ, ນັ້ນເປັນມື້ທີສອງ.
|
||
|
||
\s5
|
||
\v 9 ພຣະເຈົ້າຊົງກ່າວວ່າ, "ໃຫ້ນ້ຳທີ່ຢູ່ໃຕ້ຟ້າລວມຢູ່ໃນທີ່ດຽວກັນ, ແລະ ໃຫ້ພື້ນດິນແຫ້ງປາກົດຂຶ້ນ." ກໍເປັນຢ່າງນັ້ນ.
|
||
\v 10 ພຣະເຈົ້າຊົງເອີ້ນພື້ນດິນແຫ້ງວ່າ, "ແຜ່ນດິນ," ແລະ ນ້ຳທີ່ລວມກັນນັ້ນພຣະອົງຊົງເອີ້ນວ່າ "ທະເລ." ພຣະອົງຊົງເຫັນວ່າດີ.
|
||
|
||
\s5
|
||
\v 11 ພຣະເຈົ້າກ່າວວ່າ, "ໃຫ້ແຜ່ນດິນເກີດພືດທຸກຊະນິດ: ທັງແນວເປັນເມັດ ແລະ ແນວເປັນຫມາກຕາມຊະນິດຂອງມັນ." ກໍເປັນຢ່າງນັ້ນ.
|
||
\v 12 ແຜ່ນດິນໂລກກໍໃຫ້ເກີດ ພືດຕ່າງໆທີ່ໃຫ້ເມັດຕາມຊະນິດຂອງມັນ, ແລະ ຕົ້ນໄມ້ທັງຫລາຍທີ່ມີຜົນ, ທີ່ມີເມັດຢູ່ໃນຫມາກຕາມຊະນິດຂອງມັນ. ພຣະເຈົ້າຊົງເຫັນວ່າດີ.
|
||
\v 13 ມີເວລາຄ່ຳ ແລະ ມີເວລາເຊົ້າ, ເປັນມື້ທີສາມ.
|
||
|
||
\s5
|
||
\v 14 ພຣະເຈົ້າກ່າວວ່າ, "ຈົ່ງມີດວງຈັນໃນທ້ອງຟ້າ ເພື່ອແຍກກາງເວັນອອກຈາກກາງຄືນ ແລະ ໃຫ້ພວກມັນເປັນສັນຍາລັກ, ສຳລັບລະດູຕ່າງໆ, ສຳລັບວັນຕ່າງໆ ແລະປີທັງຫລາຍ.
|
||
\v 15 ໃຫ້ມັນທັງຫລາຍກາຍເປັນດວງສະຫວ່າງໃນທ້ອງຟ້າເພື່ອທີ່ຈະໃຫ້ແສງສະຫວ່າງເຫນືອແຜ່ນດິນ." ກໍເປັນຢ່າງນັ້ນ.
|
||
|
||
\s5
|
||
\v 16 ພຣະເຈົ້າຊົງສ້າງດວງແຈ້ງໃຫຍ່ສອງດວງຄື, ດວງຕາເວັນໃຫ້ຄອບຄອງກາງເວັນ, ແລະດວງຈັນໃຫ້ຄອບຄອງກາງຄືນ. ພຣະອົງຊົງສ້າງດວງດາວຕ່າງໆດ້ວຍ,
|
||
\v 17 ພຣະເຈົ້າຊົງຕັ້ງມັນທັງຫລາຍໄວ້ໃນທ້ອງຟ້າເພື່ອສ່ອງສະຫວ່າງເຫນືອແຜ່ນດິນ,
|
||
\v 18 ເພື່ອທີ່ຈະຄອບຄອງກາງເວັນແລະ ກາງຄືນ, ແລະ ເພື່ອທີ່ຈະແຍກຄວາມສະຫວ່າງອອກຈາກຄວາມມືດ. ພຣະເຈົ້າຊົງເຫັນວ່າດີ.
|
||
\v 19 ມີເວລາຄ່ຳ ແລະ ເວລາເຊົ້າ, ເປັນວັນທີສີ່.
|
||
|
||
\s5
|
||
\v 20 ພຣະເຈົ້າກ່າວວ່າ, "ໃນນ້ຳຈົ່ງເຕັມໄປດ້ວຍສິ່ງມີຊີວິດຈຳນວນຫລາຍ, ແລະ ໃຫ້ນົກທັງຫລາຍບິນເຫນືອແຜ່ນດິນໂລກໃນພາກພື້ນແຫ່ງທ້ອງຟ້າ."
|
||
\v 21 ພຣະເຈົ້າຊົງສ້າງສັດທະເລຂະຫນາດໃຫຍ່, ຕາມຊະນິດຂອງພວກມັນເຊັ່ນດຽວກັນກັບສິ່ງມີຊີວິດທັງຫລາຍ, ສິ່ງມີຊີວິດທີ່ເຄື່ອນໄຫວ ແລະ ຢູ່ໃນນ້ຳທຸກແຫ່ງ, ແລະ ນົກທີ່ບິນທັງຫລາຍຕາມຊະນິດຂອງພວກມັນ. ພຣະເຈົ້າຊົງເຫັນວ່າດີ.
|
||
|
||
\s5
|
||
\v 22 ພຣະເຈົ້າຊົງອວຍພອນພວກມັນ, ທັງຫລາຍກ່າວວ່າ, "ຈົ່ງແຜ່ພັນ, ແລະ ທະວີຄູນຫລາຍຂຶ້ນ, ແລະ ໃຫ້ມີເຕັມໃນນ້ຳໃນທະເລ. ໃຫ້ນົກທັງຫລາຍທະວີຫລາຍຂຶ້ນເທິງແຜ່ນດິນ."
|
||
\v 23 ມີເວລາຄ່ຳ ແລະ ມີເວລາເຊົ້າ, ເປັນມື້ທີຫ້າ.
|
||
|
||
\s5
|
||
\v 24 ພຣະເຈົ້າກ່າວວ່າ, "ໃຫ້ແຜ່ນດິນເກີດສັດທີ່ມີຊີວິດ, ແຕ່ລະຢ່າງຕາມຊະນິດຂອງພວກມັນ, ຄືສັດລ້ຽງ, ສັດເລືອຄານ, ແລະ ສັດປ່າຂອງແຜ່ນດິນໂລກ, ແຕ່ລະຢ່າງຕາມຊະນິດຂອງມັນ." ກໍເປັນຢ່າງນັ້ນ.
|
||
\v 25 ພຣະເຈົ້າໄດ້ຊົງສ້າງສັດປ່າຕາມຊະນິດຂອງມັນ, ສັດລ້ຽງຕາມຊະນິດຂອງມັນ, ແລະ ທຸກສິ່ງທີ່ເລືອຄານເທິງພື້ນດິນຕາມຊະນິດຂອງພວກມັນ. ພຣະອົງຊົງເຫັນວ່າດີ.
|
||
|
||
\s5
|
||
\v 26 ພຣະເຈົ້າກ່າວວ່າ, "ໃຫ້ເຮົາສ້າງມະນຸດຕາມແບບຢ່າງຂອງເຮົາ, ຕາມລັກສະນະຂອງເຮົາ. ໃຫ້ພວກເຂົາຄອບຄອງຝູງປາຂອງທະເລ, ຝູງນົກຂອງທ້ອງຟ້າ, ຝູງສັດລ້ຽງເຫນືອແຜ່ນດິນທັງຫມົດ, ແລະ ຄອບຄອງສັດເລືອຄານທຸກຊະນິດທີ່ເຄື່ອນໄຫວເທິງແຜ່ນດິນໂລກ."
|
||
\v 27 ພຣະເຈົ້າຊົງສ້າງມະນຸດຕາມແບບຢ່າງຂອງພຣະອົງ. ຕາມແບບຢ່າງຂອງພຣະເຈົ້າ. ພຣະອົງຊົງສ້າງພວກເຂົາເປັນຊາຍ ແລະຍິງ.
|
||
|
||
\s5
|
||
\v 28 ພຣະເຈົ້າຊົງອວຍພອນພວກເຂົາ, ແລະກ່າວກັບພວກເຂົາວ່າ, "ຈົ່ງແຜ່ພັນ, ແລະຂະຫຍາຍຫລາຍຂຶ້ນຈົນເຕັມແຜ່ນດິນ, ຈົ່ງຄອບຄອງຝູງປາໃນທະເລ, ຄອບຄອງຝູງນົກໃນທ້ອງຟ້າ, ແລະ ສິ່ງທີ່ມີຊີວິດທຸກຢ່າງທີ່ເຄື່ອນໄຫວເທິງແຜ່ນດິນ."
|
||
\v 29 ພຣະເຈົ້າກ່າວວ່າ, "ເບິ່ງແມ, ເຮົາໄດ້ໃຫ້ພືດທຸກຊະນິດທີ່ມີເມັດຢູ່ເທິງພື້ນຂອງແຜ່ນດິນທັງຫມົດ, ແລະ ຕົ້ນໄມ້ທຸກຕົ້ນທີ່ໃຫ້ຫມາກຊຶ່ງມີເມັດຢູ່ຂ້າງໃນໃຫ້ເປັນອາຫານຂອງພວກເຈົ້າ.
|
||
|
||
\s5
|
||
\v 30 ພວກສັດທຸກຕົວຂອງແຜ່ນດິນ, ນົກທຸກຕົວຂອງທ້ອງຟ້າ, ແລະ ສິ່ງທີ່ມີຊີວິດທຸກຊະນິດທີ່ເລືອຄານເທິງແຜ່ນດິນ, ແລະ ທຸກສິ່ງຊຶ່ງຊົງສ້າງທີ່ມີລົມຫາຍໃຈ ເຮົາໃຫ້ພືດສີຂຽວທຸກຢ່າງເປັນອາຫານ." ກໍເປັນຢ່າງນັ້ນ.
|
||
\v 31 ພຣະເຈົ້າຊົງເຫັນທຸກສິ່ງທີ່ພຣະອົງຊົງສ້າງ. ເບິ່ງແມ, ມັນດີຫລາຍ. ມີເວລາຄ່ຳ ແລະ ເວລາເຊົ້າເປັນມື້ທີຫົກ.
|
||
|
||
\s5
|
||
\c 2
|
||
\cl ບົດທີ 2
|
||
\p
|
||
\v 1 ເມື່ອຟ້າ ແລະ ແຜ່ນດິນໂລກ ກັບສັບພະທຸກສິ່ງທັງຫມົດທີ່ມີຢູ່ໃນນັ້ນກໍສຳເລັດເສັດສິ້ນ.
|
||
\v 2 ມື້ທີເຈັດສິ່ງທີ່ພຣະເຈົ້າໄດ້ສ້າງກໍສຳເລັດ, ແລະພຣະອົງໄດ້ຢຸດພັກຜ່ອນໃນມື້ທີເຈັດນີ້ຈາກກິຈະການທັງຫມົດຂອງພຣະອົງ.
|
||
\v 3 ພຣະເຈົ້າອວຍພອນມື້ທີເຈັດ ແລະ ຕັ້ງໄວ້ໃຫ້ເປັນວັນສັກສິດບໍຣິສຸດ, ເພາະໃນມື້ນັ້ນ ພຣະອົງໄດ້ຢຸດພັກຈາກການນິຣະມິດສ້າງ ແລະ ຢຸດກິຈະການທັງສິ້ນ.
|
||
|
||
\s5
|
||
\v 4 ເຫລົ່ານີ້ຄືເຫດການກຽ່ວກັບຟ້າ ແລະແຜ່ນດິນ, ເມື່ອຖືກສ້າງຂຶ້ນ, ໃນວັນທີ່ພຣະຢາເວ ພຣະເຈົ້າຊົງສ້າງແຜ່ນດິນ ແລະ ຟ້າ.
|
||
\v 5 ຍັງບໍ່ມີພຸ່ມໄມ້ຂອງທ້ອງທົ່ງເກີດຂຶ້ນເທິງແຜ່ນດິນເລີຍ, ແລະ ບໍ່ມີຕົ້ນໄມ້ຂອງທົ່ງນາເກີດຂຶ້ນ, ເພາະວ່າພຣະຢາເວ ພຣະເຈົ້າບໍ່ໄດ້ເຮັດໃຫ້ຝົນຕົກລົງມາເທິງແຜ່ນດິນ ແລະ ບໍ່ມີຄົນໄຖພວນດິນ.
|
||
\v 6 ມີແຕ່ຫມອກຂຶ້ນມາຈາກແຜ່ນດິນ ແລະ ໃຫ້ຄວາມຊຸ່ມຊື່ນແກ່ຫນ້າດິນທັງຫມົດ.
|
||
|
||
\s5
|
||
\v 7 ພຣະຢາເວພຣະເຈົ້າຊົງສ້າງມະນຸດຈາກຂີ້ດິນ, ແລະ ເປົ່າລົມຫາຍໃຈແຫ່ງຊີວິດເຂົ້າທາງຮູດັງຂອງເຂົາ, ແລະ ມະນຸດຈຶ່ງກາຍເປັນຜູ້ມີຊີວິດ.
|
||
\v 8 ພຣະຢາເວພຣະເຈົ້າຊົງສ້າງສວນຂຶ້ນສວນຫນຶ່ງທາງທິດຕາເວັນອອກ, ໃນເອເດນ, ແລະພຣະອົງຊົງໃຫ້ມະນຸດທີ່ພຣະອົງຊົງສ້າງຢູ່ທີ່ນັ້ນ.
|
||
|
||
\s5
|
||
\v 9 ຈາກພື້ນດິນພຣະຢາເວ ພຣະເຈົ້າຊົງເຮັດໃຫ້ຕົ້ນໄມ້ທຸກຕົ້ນເກີດຈາກພື້ນດິນເຕີບໂຕສວຍງາມຫນ້າເບິ່ງ ແລະ ດີທີ່ຈະເປັນອາຫານ. ນີ້ລວມເຖິງຕົ້ນໄມ້ແຫ່ງຊີວິດ, ແລະ ຕົ້ນໄມ້ແຫ່ງຄວາມຮູ້ດີແລະ ຊົ່ວຊຶ່ງຢູ່ກາງສວນນັ້ນ.
|
||
\v 10 ມີແມ່ນ້ຳສາຍຫນຶ່ງໄຫລມາຈາກເອເດນ. ໄປຫົດສວນນັ້ນ, ຈາກທີ່ນັ້ນກໍແຍກອອກກາຍເປັນແມ່ນ້ຳສີ່ສາຍ.
|
||
|
||
\s5
|
||
\v 11 ແມ່ນ້ຳສາຍທີຫນຶ່ງຊື່ປີໂຊນ. ມັນເປັນແມ່ນ້ຳທີ່ໄຫລຜ່ານແຜ່ນດິນທັງຫມົດຂອງຮາວີລາ, ທີ່ນັ້ນມີທອງຄຳ.
|
||
\v 12 ທອງຄຳຂອງແຜ່ນດິນນັ້ນເປັນທອງຄຳທີ່ດີ. ມີຢາງໄມ້ຕະຄໍ້າ(ຢາງໄມ້ຫອມທີ່ມີຣາຄາ) ແລະ ໂມຣາດ້ວຍ.
|
||
|
||
\s5
|
||
\v 13 ແມ່ນ້ຳສາຍທີສອງຊື່ກີໂຮນ. ແມ່ນ້ຳສາຍນີ້ໄຫລຜ່ານແຜ່ນດິນທັງຫມົດຂອງກູເຊ.
|
||
\v 14 ແມ່ນ້ຳສາຍທີສາມຊື່ວ່າຕິກຣິດ, ຊຶ່ງໄຫລໄປທາງຕາເວັນອອກຂອງອັດຊີເລຍ, ແມ່ນ້ຳສາຍທີສີ່ຄືເອີຟຣັດ.
|
||
|
||
\s5
|
||
\v 15 ພຣະຢາເວ ພຣະເຈົ້າໄດ້ໃຫ້ມະນຸດຢູ່ໃນສວນແຫ່ງເອເດນເພື່ອຮັກສາ ແລະ ເບິ່ງແຍງສວນ.
|
||
\v 16 ພຣະຢາເວ ພຣະເຈົ້າສັ່ງລາວວ່າ, "ເຈົ້າສາມາດກິນຫມາກໄມ້ທຸກຕົ້ນທີ່ຢູ່ໃນສວນນີ້.
|
||
\v 17 ຍົກເວັ້ນຫມາກຈາກຕົ້ນໄມ້ແຫ່ງຄວາມຮູ້ດີ ແລະ ຊົ່ວເຈົ້າຢ່າໄດ້ກິນ, ເພາະວ່າໃນວັນທີ່ເຈົ້າຂືນກິນເຈົ້າຈະຕ້ອງຕາຍແນ່ນອນ."
|
||
|
||
\s5
|
||
\v 18 ພຣະເຈົ້າໄດ້ກ່າວວ່າ, "ບໍ່ເປັນການດີທີ່ຜູ້ຊາຍຈະຢູ່ຄົນດຽວ. ເຮົາຈະສ້າງຜູ້ຊ່ວຍເຫລືອທີ່ເຫມາະສົມສຳລັບເຂົາ."
|
||
\v 19 ພຣະຢາເວ ພຣະເຈົ້າຈຶ່ງເອົາຂີ້ດິນຈາກພື້ນດິນຊົງສ້າງສັດທຸກຕົວຂອງທ້ອງທົ່ງ ແລະ ນົກທຸກຕົວຂອງທ້ອງຟ້າ. ຈາກນັ້ນພຣະອົງກໍໄດ້ນຳພວກມັນມາໃຫ້ມະນຸດເພື່ອເບິ່ງວ່າເຂົາຈະເອີ້ນພວກມັນວ່າຢ່າງໃດ. ບໍ່ວ່າຜູ້ຊາຍນັ້ນຈະເອີ້ນສິ່ງມີຊີວິດແຕ່ລະຊະນິດນັ້ນວ່າຢ່າງໃດ, ນັ້ນກໍ່ຄືຊື່ຂອງພວກສັດເຫລົ່ານັ້ນ.
|
||
\v 20 ຜູ້ຊາຍໄດ້ຕັ້ງຊື່ໃຫ້ບັນດາສັດລຽ້ງ, ແລະ ນົກທັງຫລາຍຂອງທ້ອງຟ້າ ແລະພວກສັດປ່າຂອງທ້ອງທົ່ງ. ແຕ່ສຳລັບຕົວຜູ້ຊາຍເອງນັ້ນບໍ່ພົບວ່າມີຜູ້ຊ່ວຍເຫລືອທີ່ເຫມາະສົມສຳລັບເຂົາ.
|
||
|
||
\s5
|
||
\v 21 ພຣະຢາເວ ພຣະເຈົ້າໄດ້ເຮັດໃຫ້ຜູ້ຊາຍນອນຫລັບສະຫນິດ, ດັ່ງນັ້ນຜູ້ຊາຍນັ້ນຈຶ່ງນອນຫລັບ. ພຣະຢາເວພຣະເຈົ້າໄດ້ເອົາກະດູກຂ້າງອັນຫນຶ່ງຂອງເຂົາອອກມາ ແລະ ຊົງເຮັດໃຫ້ເນື້ອຫນັງຊົງຕິດຈອດກັນດັ່ງເດີມ.
|
||
\v 22 ດ້ວຍດູກຂ້າງທີ່ຫັກອອກມາຈາກຜູ້ຊາຍນັ້ນພຣະຢາເວ ພຣະເຈົ້າໄດ້ຊົງສ້າງຜູ້ຍິງ ແລະ ຊົງນຳນາງມາມອບໃຫ້ລາວ.
|
||
\v 23 ຜູ້ຊາຍນັ້ນໄດ້ເວົ້າວ່າ, "ນີ້ແຫລະ ນີ້ຄືກະດູກຂອງກະດູກຂອງເຮົາ, ແລະ ເນື້ອຫນັງຈາກເນື້ອຫນັງຂອງເຮົາ ເຂົາຈະຖືກເອີ້ນວ່າ. 'ຜູ້ຍິງ,' ເພາະວ່າເຂົາຖືກນຳອອກມາຈາກຜູ້ຊາຍ."
|
||
|
||
\s5
|
||
\v 24 ດັ່ງນັ້ນຜູ້ຊາຍຈຶ່ງຈາກພໍ່ແມ່ຂອງເຂົາ, ເຂົາຈະຮ່ວມເປັນຫນຶ່ງດຽວກັນກັບເມຍຂອງເຂົາ, ແລະ ພວກເຂົາຈະກາຍເປັນເນື້ອດຽວກັນ.
|
||
\v 25 ຜູ້ຊາຍ ແລະ ເມຍຂອງເຂົາພວກເຂົາທັງສອງເປືອຍກາຍຢູ່ແຕ່ບໍ່ອາຍກັນ.
|
||
|
||
\s5
|
||
\c 3
|
||
\cl ບົດທີ 3
|
||
\p
|
||
\v 1 ສ່ວນງູນັ້ນເປັນສັດທີ່ສະຫລາດກ່ວາສັດອື່ນໆທີ່ພຣະຢາເວ ພຣະເຈົ້າໄດ້ຊົງສ້າງ. ມັນຖາມຜູ້ຍິງນັ້ນວ່າ, "ພຣະເຈົ້າເວົ້າແທ້ໆບໍວ່າ ບໍ່ໃຫ້ເຈົ້າກິນຫມາກໄມ້ໃດໆໃນສວນນີ້?"
|
||
\v 2 ຜູ້ຍິງນັ້ນຕອບງູວ່າ, "ພວກເຮົາສາມາດກິນຫມາກໄມ້ຈາກຕົ້ນໄມ້ຫມາກທັງຫລາຍໃນສວນນີ້,
|
||
\v 3 ແຕ່ຍົກເວັ້ນຫມາກຂອງຕົ້ນໄມ້ຊຶ່ງຢູ່ກາງສວນນັ້ນ, ພຣະເຈົ້າກ່າວໄວ້ວ່າ, 'ເຈົ້າຈົ່ງຢ່າໄດ້ກິນ ຫລືແຕະຕ້ອງມັນ, ບໍ່ດັ່ງນັ້ນເຈົ້າຈະຕາຍ.""
|
||
|
||
\s5
|
||
\v 4 ງູເວົ້າກັບຜູ້ຍິງນັ້ນວ່າ,"ເຈົ້າຈະບໍ່ຕາຍດອກ.
|
||
\v 5 ເພາະພຣະເຈົ້າຮູ້ວ່າໃນວັນທີ່ເຈົ້າກິນຫມາກໄມ້ນັ້ນດວງຕາຂອງເຈົ້າຈະຖືກເປີດອອກ ແລະເຈົ້າຈະເປັນເຫມືອນພຣະເຈົ້າ, ຄືຮູ້ເຖິງຄວາມດີ ແລະຄວາມຊົ່ວ."
|
||
\v 6 ເມື່ອຜູ້ຍິງນັ້ນໄດ້ເຫັນວ່າຕົ້ນໄມ້ນັ້ນດີທີ່ຈະເປັນອາຫານ, ແລະມັນກໍຫນ້າເບິ່ງ, ແລະຕົ້ນໄມ້ນັ້ນກໍເປັນສິ່ງທີ່ຈະເຮັດໃຫ້ສະຫລາດຂຶ້ນ, ນາງຈຶ່ງໄດ້ເກັບຫມາກຈຳນວນຫນຶ່ງຂອງຕົ້ນໄມ້ນັ້ນແລະກິນ. ຈາກນັ້ນນາງຈຶ່ງໃຫ້ຫມາກໄມ້ບາງສ່ວນແກ່ຜົວຂອງນາງຜູ້ທີ່ຢູ່ກັບລາວແລະເຂົາກໍກິນຫມາກໄມ້ນັ້ນດ້ວຍ.
|
||
|
||
\s5
|
||
\v 7 ດວງຕາຂອງພວກເຂົາທັງສອງກໍຖືກເປີດອອກ, ແລະພວກເຂົາກໍຮູ້ວ່າພວກເຂົາໄດ້ເປືອຍກາຍຢູ່. ພວກເຂົາໄດ້ຫຍິບໃບຫມາກເດື່ອເຂົ້າດ້ວຍກັນ ແລະເຮັດເປັນສິ່ງທີ່ໃຊ້ປົກຄຸມສຳລັບພວກເຂົາ.
|
||
\v 8 ໃນຕອນຄ່ຳພວກເຂົາໄດ້ຍິນສຽງພຣະຢາເວ ພຣະເຈົ້າກຳລັງຍ່າງຢູ່ໃນສວນດັ່ງນັ້ນຜູ້ຊາຍແລະເມຍຂອງເຂົາໄດ້ໄປລີ້ຕົວໃຫ້ພົ້ນຈາກພຣະພັກພຣະຢາເວພຣະເຈົ້າຢູ່ທ່າມກາງຕົ້ນໄມ້ທັງຫລາຍໃນສວນ.
|
||
|
||
\s5
|
||
\v 9 ພຣະຢາເວພຣະເຈົ້າໄດ້ເອີ້ນຫາຜູ້ຊາຍນັ້ນແລະເວົ້າກັບເຂົາວ່າ," ເຈົ້າຢູ່ໃສ?"
|
||
\v 10 ຜູ້ຊາຍຕອບວ່າ," ຂ້ານ້ອຍໄດ້ຍິນສຽງພຣະອົງໃນສວນ; ແລະ ຂ້ານ້ອຍຢ້ານ ເພາະຂ້ານ້ອຍປະເປືອຍຢູ່. ດັ່ງນັ້ນຂ້ານ້ອຍຈຶ່ງໄດ້ລີ້ຢູ່."
|
||
\v 11 ພຣະອົງເຈົ້າເວົ້າວ່າ, "ໃຜບອກເຈົ້າວ່າເຈົ້າເປືອຍກາຍຢູ່? ເຈົ້າໄດ້ກິນຫມາກໄມ້ທີ່ເຮົາ ໄດ້ຫ້າມເຈົ້າບໍ່ໃຫ້ກິນແລ້ວບໍ?"
|
||
|
||
\s5
|
||
\v 12 ຜູ້ຊາຍຕອບວ່າ, "ຜູ້ຍິງຜູ້ ທີ່ພຣະອົງໃຫ້ຢູ່ກັບຂ້ານ້ອຍນັ້ນ, ເປັນຜູ້ໃຫ້ຫມາກໄມ້ຈາກຕົ້ນນັ້ນໃຫ້ຂ້ານ້ອຍແລະ ຂ້ານ້ອຍ ກໍໄດ້ກິນມັນ."
|
||
\v 13 ພຣະຢາເວພຣະເຈົ້າ ເວົ້າກັບຜູ້ຍິງນັ້ນ ວ່າ, "ເຈົ້າໄດ້ເຮັດຫຍັງລົງໄປນີ້?" ຜູ້ຍິງນັ້ນຕອບວ່າ, "ງູໄດ້ລໍ້ລວງຂ້ານ້ອຍຂ້ານ້ອຍຈຶ່ງໄດ້ກິນ."
|
||
|
||
\s5
|
||
\v 14 ພຣະຢາເວພຣະເຈົ້າ, "ກ່າວ ແກ່ງູນັ້ນວ່າ, "ເພາະວ່າມຶງໄດ້ເຮັດສິ່ງນີ້, ມຶງຈຶ່ງຖືກ ສາບແຊ່ງ, ທ່າມກາງສັດໃຊ້ງານທັງຫມົດ ແລະສັດປ່າທັງຫລາຍມຶງຈະເລືອດ້ວຍທ້ອງຂອງມຶງ, ແລະ ຜົງຂີ້ຝຸ່ນດິນຈະເປັນສິ່ງທີ່ມຶງຕ້ອງກິນໄປ ຕະຫລອດຊີວິດຂອງມຶງ.
|
||
\v 15 ເຮົາຈະໃຫ້ຄວາມກຽດຊັງກັນ, ລະຫວ່າງມຶງກັບຜູ້ຍິງ ແລະລະຫວ່າງເຊື້ອສາຍຂອງມຶງ ແລະ ເຊື້ອສາຍຂອງຍິງ. ເຂົາຈະເຮັດໃຫ້ຫົວຂອງມຶງແຕກຫມຸ່ນ, ແລະ ມຶງກໍຈະກັດສົ້ນຫນ່ອງເຂົາໃຫ້ບວບຊໍ້າ."
|
||
|
||
\s5
|
||
\v 16 ພຣະອົງກ່າວກັບຍິງນັ້ນວ່າ, "ເຮົາຈະເພີ່ມຄວາມເຈັບປວດຢ່າງຫລວງຫລາຍໃຫ້ແກ່ເຈົ້າ, ໃນຂະນະທີ່ເຈົ້າຈະມີລູກ; ມັນເປັນຄວາມເຈັບປວດທີ່ເຈົ້າຈະອອກລູກທັງຫລາຍ. ຄວາມປາຖະຫນາຂອງເຈົ້າຈະເຮັດເພື່ອຜົວຂອງເຈົ້າ, ແຕ່ຜົວຂອງເຈົ້ານັ້ນຈະເປັນນາຍເຫນືອເຈົ້າ."
|
||
|
||
\s5
|
||
\v 17 ພຣະອົງກ່າວກັບອາດາມວ່າ, "ເພາະວ່າເຈົ້າຟັງສຽງເມຍຂອງເຈົ້າ; ແລະ ກິນຫມາກໄມ້ນັ້ນ, ແລະ ຕາມທີ່ເຮົາສັ່ງເຈົ້າວ່າ, 'ເຈົ້າຢ່າກິນຫມາກຈາກຕົ້ນໄມ້ນັ້ນ,' ແຜ່ນດິນຈະຖືກສາບແຊ່ງເພາະເຈົ້າ; ເຈົ້າຈະຫາລຽ້ງຊີບດ້ວຍການເຮັດວຽກທຸກລຳບາກແສນເຂັນຕະຫລອດຊີວິດຂອງເຈົ້າ.
|
||
\v 18 ແຜ່ນດິນຈະເກີດຕົ້ນໄມ້ທີ່ມີຫນາມ ແລະພືດທີ່ມີຫນາມໃຫ້ເຈົ້າ, ແລະ ເຈົ້າຈະໄດ້ກິນພືດໃນປ່າເປັນອາຫານ.
|
||
\v 19 ເຈົ້າຈະໄດ້ກິນອາຫານໂດຍຢາດເຫື່ອ, ຂອງໃບຫນ້າຂອງເຈົ້າຈົນກວ່າເຈົ້າຄືນໄປສູ່ດິນທີ່ເຈົ້າຖືກສ້າງຂຶ້ນມາ; ເພາະເຈົ້າເປັນຜົງຂີ້ດິນ, ແລະ ເຈົ້າຈະຄືນໄປເປັນ ຜົງຂີ້ດິນອີກ."
|
||
|
||
\s5
|
||
\v 20 ອາດາມໄດ້ເອີ້ນຊື່ ເມຍຂອງຕົນວ່າເອວາ ເພາະນາງເປັນແມ່ຂອງສິ່ງທີ່ມີຊີວິດທັງຫລາຍ.
|
||
\v 21 ພຣະຢາເວພຣະເຈົ້າໄດ້ເຮັດເສື້ອຜ້າດ້ວຍ ຫນັງສັດສຳລັບອາດາມ ແລະ ເມຍຂອງເຂົາ ແລະ ສວມໃຫ້ພວກເຂົາ.
|
||
|
||
\s5
|
||
\v 22 ພຣະຢາເວພຣະເຈົ້າກ່າວວ່າ, "ບັດນີ້ມະນຸດໄດ້ກາຍເປັນຄົນຫນຶ່ງເຫມືອນພວກເຮົາ, ໃນຄວາມຮູ້ຈັກຄວາມດີ ແລະ ຮູ້ຈັກຄວາມຊົ່ວ. ດັ່ງນັ້ນຕັ້ງແຕ່ນີ້ໄປເຂົາຈະບໍ່ໄດ້ຮັບອະນຸຍາດໃຫ້ພວກເຂົາຢື້ມື, ໄປປິດເອົາຫມາກໄມ້ຈາກຕົ້ນໄມ້ແຫ່ງຊີວິດ, ແລະ ກິນ ແລະ ມີຊີວິດຕະຫລອດໄປ."
|
||
\v 23 ສະນັ້ນ ພຣະຢາເວພຣະເຈົ້າຈຶ່ງຊົງສົ່ງເຂົາອອກໄປຈາກສວນເອເດນ, ເພື່ອຂຸດດິນປູກຝັງເທິງພື້ນດິນໃນບ່ອນທີ່ພວກເຂົາໄດ້ຖືກສ້າງຂຶ້ນມາ.
|
||
\v 24 ພຣະເຈົ້າໄດ້ຊົງຂັບໄລ່ຜູ້ຊາຍອອກຈາກສວນ, ແລ້ວພຣະອົງໄດ້ຊົງຕັ້ງພວກເຄຣຸບ ໄວ້ທາງທິດຕາເວັນອອກຂອງສວນແຫ່ງເອເດນ, ແລະ ດາບທີ່ລຸກເປັນແສງໄຟແກວ່ງໄປມາ, ຮອບທຸກທິດທາງເພື່ອເຝົ້າທາງເຂົ້າໄປເຖິງຕົ້ນໄມ້ແຫ່ງຊີວິດ.
|
||
|
||
\s5
|
||
\c 4
|
||
\cl ບົດທີ 4
|
||
\p
|
||
\v 1 ອາດາມໄດ້ສົມສູ່ກັບເມຍຂອງເຂົາ. ນາງກໍໄດ້ຖືພາ ແລະ ໃຫ້ກຳເນີດກາອິນ. ນາງກ່າວວ່າ, "ນາງເກີດລູກຊາຍຜູ້ຫນຶ່ງໂດຍການຊ່ວຍເຫລືອຂອງພຣະຢາເວ"
|
||
\v 2 ແລ້ວຈາກນັ້ນນາງກໍໄດ້ລູກຊາຍອີກຊື່ວ່າອາເບັນ ນ້ອງຊາຍຂອງເຂົາ. ສ່ວນອາເບັນກາຍເປັນຄົນລ້ຽງແກະ, ແຕ່ກາອິນນັ້ນເປັນຄົນປູກພືດຜັກ.
|
||
|
||
\s5
|
||
\v 3 ຢູ່ມາວັນຫນຶ່ງ ກາອິນໄດ້ນຳຜົນແຫ່ງພື້ນດິນມາຖວາຍພຣະຢາເວ.
|
||
\v 4 ສ່ວນອາເບັນນັ້ນ ລາວໄດ້ນຳເອົາລູກແກະຫົວປີຈາກຝູງແກະ ແລະໄຂມັນບາງສ່ວນມາຖວາຍ. ພຣະຢາເວໄດ້ຍອມຮັບອາເບັນ ແລະ ຂອງຖວາຍຂອງເຂົາ,
|
||
\v 5 ແຕ່ກາອິນ ແລະ ຂອງຖວາຍຂອງເຂົານັ້ນພຣະອົງບໍ່ຍອມຮັບ. ດັ່ງນັ້ນກາອິນຈຶ່ງຄຽດຫລາຍ, ແລະ ເຂົາເຮັດຫນ້າບູດບຶ້ງ.
|
||
|
||
\s5
|
||
\v 6 ພຣະຢາເວກາ່ວກັບກາອິນວ່າ, "ເຈົ້າເປັນຫຍັງຈຶ່ງຄຽດແຄ້ນ ແລະ ຫນ້າຕາບູດບຶ້ງ?
|
||
\v 7 ຖ້າເຈົ້າເຮັດໃນສິ່ງທີ່ຖືກຕ້ອງ, ເຈົ້າຈະບໍ່ໄດ້ຮັບການຍອມຮັບບໍ? ແຕ່ຫາກເຈົ້າເຮັດໃນສິ່ງທີ່ບໍ່ຖືກຕ້ອງ, ຄວາມບາບກຳລັງລໍຢູ່ທີ່ປະຕູ ແລະ ປາຖະຫນາທີ່ຈະຄວບຄຸມເຈົ້າ, ແຕ່ເຈົ້າຕ້ອງເອົາຊະນະມັນ."
|
||
|
||
\s5
|
||
\v 8 ກາອິນໄດ້ເວົ້າກັບອາເບັນນ້ອງຊາຍຂອງຕົນ. ໃນຂະນະທີ່ພວກເຂົາຢູ່ໃນທົ່ງນາ, ກາອິນໄດ້ລຸກຂຶ້ນທຳຮ້າຍອາເບັນ. ນ້ອງຊາຍຂອງຕົນ ແລະ ຂ້າລາວເສຍ.
|
||
\v 9 ແລ້ວພຣະຢາເວໄດ້ຊົງຖາມກາອິນວ່າ, "ອາເບັນນ້ອງຊາຍຂອງເຈົ້າຢູ່ໃສ?" ລາວຈຶ່ງຕອບວ່າ, "ຂ້ານ້ອຍບໍ່ຮູ້. ຂ້ານ້ອຍເປັນຜູ້ດູແລນ້ອງຊາຍຂອງຂ້ານ້ອຍບໍ?"
|
||
|
||
\s5
|
||
\v 10 ແລ້ວພຣະຢາເວກໍໍຖາມວ່າ, "ເຈົ້າໄດ້ເຮັດ ຫຍັງໂຫດຮ້າຍເຊັ່ນນີ້? ເລືອດ ຂອງນ້ອງຊາຍ ເຈົ້າຈາກພື້ນດິນຟ້ອງເຖິງເຮົາ.
|
||
\v 11 ບັດນີ້ເຈົ້າ ໄດ້ຖືກສາບແຊ່ງຈາກແຜ່ນດິນຊຶ່ງອ້າປາກຮັບເລືອດນ້ອງຊາຍຂອງເຈົ້າ, ຈາກມືຂອງເຈົ້າຕັ້ງແຕ່ນີ້ໄປ.
|
||
\v 12 ເມື່ອເຈົ້າໄຖພວນດິນປູກຝັງຈະບໍ່ເກີດຜົນຫຍັງ, ເຈົ້າຈະເປັນຜູ້ທີ່ຫລົບຫນີແລະພະເນຈອນໄປເທິງແຜ່ນດິນ."
|
||
|
||
\s5
|
||
\v 13 ກາອິນທູນກັບພຣະຢາເວວ່າ, "ໂທດຂອງຂ້ານ້ອຍກໍໃຫຍ່ຫລວງຫນັກເກີນກວ່າທີ່ຂ້ານ້ອຍຈະຮັບໄດ້.
|
||
\v 14 ຄວາມຈິງແລ້ວ, ວັນນີ້ ພຣະອົງໄດ້ຂັບໄລ່ຂ້ານ້ອຍອອກຈາກແຜ່ນດິນນີ້ ແລະ ຂ້ານ້ອຍຈະຫລົບຊ້ອນຈາກພຣະພັກພຣະອົງ. ຂ້ານ້ອຍຈະເປັນຜູ້ທີ່ຫລົບຫນີ ແລະ ພະເນຈອນໄປໃນແຜ່ນດິນ ແລະ ຜູ້ໃດກໍຕາມທີ່ພົບຂ້ານ້ອຍກໍຈະຂ້າ ຂ້ານ້ອຍເສຍ."
|
||
\v 15 ພຣະຢາເວໄດ້ກ່າວກັບເຂົາວ່າ, "ຖ້າຜູ້ໃດຂ້າກາອິນ, ຜູ້ນັ້ນຈະໄດ້ຮັບໂທດເຈັດເທົ່າ, ເພື່ອເປັນການແກ້ແຄ້ນ." ຈາກນັ້ນພຣະຢາເວໄດ້ເຮັດເຄື່ອງຫມາຍໄວ້ໃນຕົວກາອິນ, ເຫດນັ້ນຖ້າຜູ້ໃດພົບລາວຜູ້ນັ້ນຈະບໍ່ໄດ້ທຳຮ້າຍລາວ.
|
||
|
||
\s5
|
||
\v 16 ດັ່ງນັ້ນກາອິນຈຶ່ງໄດ້ອອກໄປພົ້ນ ພຣະພັກພຣະຢາເວ ແລະອາໄສຢູ່ໃນດິນແດນນົດ, ທາງທິດຕາເວັນອອກຂອງເອເດນ.
|
||
\v 17 ກາອິນໄດ້ຫລັບນອນກັບເມຍຂອງລາວ ແລະ ນາງກໍຖືພານາງໄດ້ເກີດລູກຊາຍຊື່ວ່າເອນົກ. ລາວໄດ້ສ້າງເມືອງຫນຶ່ງຂຶ້ນ ແລະ ຕັ້ງຊື່ເມືອງນັ້ນຕາມຊື່ລູກຊາຍຂອງຕົນ ຄືເອນົກ.
|
||
|
||
\s5
|
||
\v 18 ເອນົກມີລູກຊາຍຊື່ອີຣາດ. ອີຣາດຜູ້ທີ່ເປັນພໍ່ຂອງເມຮູຢາເອນ, ເມຮູຢາເອນເປັນພໍ່ຂອງເມທູຊາເອນ. ເມທູຊາເອນເປັນພໍ່ຂອງລາເມັກ.
|
||
\v 19 ລາເມັກມີເມຍສອງຄົນ: ຄົນຫນຶ່ງຊື່ອາດາ ອີກຄົນຫນຶ່ງຊື່ຊິນລາ.
|
||
|
||
\s5
|
||
\v 20 ອາດາໃຫ້ກຳເນີດລູກຊາຍຊື່ຢາບານ. ເຂົາເປັນບັນພະບຸຣຸດຂອງຄົນທັງຫລາຍທີ່ ອາໄສຢູ່ໃນຜ້າເຕັນຜູ້ຊຶ່ງເປັນຄົນລຽ້ງສັດ.
|
||
\v 21 ນ້ອງຊາຍຂອງເຂົາຊື່ຢາບານ. ເຂົາເປັນບັນພະບຸຣຸດ ຂອງຄົນເຫລົ່ານັ້ນຄື: ນັກດີດພິນເຂົາຂູ່ ແລະເປົ່າປີ່.
|
||
\v 22 ສຳລັບຊິນລາ, ນາງກໍເກີດ ຕູບາກາອິນ. ຜູ້ເປັນຊ່າງຕີເຄື່ອງມືເປັນທອງສຳຣິດ ແລະເຫລັກ. ນ້ອງສາວຂອງຕູບາກາອິນຊື່ວ່ານາອາມາ.
|
||
|
||
\s5
|
||
\v 23 ລາເມັກໄດ້ເວົ້າກັບເມຍ ທັງສອງຂອງເຂົາວ່າ,"ອາດາ ແລະຊິນລາຈົ່ງຟັງສຽງຂອງເຮົາເຈົ້າຜູ້ເປັນເມຍຂອງລາເມັກ, ຈົ່ງຟັງໃນສິ່ງທີ່ເຮົາເລົ່າເພາະເຮົາໄດ້ຂ້າຜູ້ຊາຍຜູ້ຫນຶ່ງ ທີ່ເຮັດໃຫ້ ເຮົາບາດເຈັບຊາຍຫນຸ່ມຄົນຫນຶ່ງຜູ້ທີ່ເຮັດໃຫ້ເຮົາຊໍ້າບວມ.
|
||
\v 24 ຖ້າຜູ້ໃດທີ່ເຮັດກັບກາອິນຈະຖືກແກ້ແຄ້ນເຈັດເທົ່າ, ດັ່ງນັ້ນຖ້າຜູ້ໃດເຮັດກັບລາເມັກກໍ ຈະຖືກແກ້ແຄ້ນຕອບແທນເຖິງເຈັດສິບເຈັດ ເທົ່າ."
|
||
|
||
\s5
|
||
\v 25 ອາດາມໄດ້ຫລັບນອນກັບເມຍຂອງເຂົາແລະນາງໄດ້ເກີດລູກຊາຍອີກຜູ້ຫນຶ່ງ. ນາງເອີ້ນຊື່ເຂົາວ່າ ເຊດ, ແລະເວົ້າວ່າ"ພຣະເຈົ້າໄດ້ຊົງໃຫ້ ລູກຊາຍອີກຜູ້ຫນຶ່ງ, ໃຫ້ແກ່ຂ້ານ້ອຍແທນອາເບັນຜູ້ທີ່ກາອິນໄດ້ຂ້າ."
|
||
\v 26 ເຊດມີລູກຊາຍ ແລະເຂົາໄດ້ເອີ້ນຊື່ວ່າເອໂນດ. ຕັ້ງແຕ່ນັ້ນ ມາຄົນທັງຫລາຍໄດ້ເລີ່ມຕົ້ນຮ້ອງທູນອອກພຣະນາມຂອງພຣະຢາເວ.
|
||
|
||
\s5
|
||
\c 5
|
||
\cl ບົດທີ 5
|
||
\p
|
||
\v 1 ນີ້ຄືບັນທຶກຂອງເຊື້ອສາຍຂອງອາດາມ. ໃນວັນທີ່ພຣະເຈົ້າໄດ້ສ້າງມະນຸດ, ພຣະອົງໄດ້ສ້າງພວກເຂົາຕາມພຣະລັກສະນະຂອງພຣະອົງ.
|
||
\v 2 ພຣະອົງຊົງສ້າງພວກເຂົາເປັນຊາຍ ແລະຍິງ, ເມື່ອພວກເຂົາໄດ້ຖືກສ້າງພຣະອົງຊົງ ອວຍພອນພວກເຂົາແລະໄດ້ຊົງເອີ້ນພວກເຂົາວ່າມະນຸດ.
|
||
|
||
\s5
|
||
\v 3 ເມື່ອອາດາມອາຍຸໄດ້ 130 ປີ, ລາວມີລູກຊາຍຜູ້ຫນຶ່ງໃນລັກຊະນະຕາມຮູບແບບຂອງລາວ, ແລະ ຕັ້ງຊື່ເຂົາວ່າເຊດ.
|
||
\v 4 ຫລັງຈາກອາດາມໄດ້ກາຍເປັນພໍ່ຂອງເຊດແລ້ວ, ເຂົາຍັງມີອາຍຸຍືນຍາວມາອີກ 800 ປີ. ເຂົາໄດ້ມີລູກຊາຍຍິງອີກຫລາຍຄົນ.
|
||
\v 5 ອາດາມມີ ອາຍຸໄດ້ 930 ປີ, ແລ້ວຈາກນັ້ນເຂົາກໍໄດ້ຕາຍໄປ.
|
||
|
||
\s5
|
||
\v 6 ເມື່ອເຊດມີອາຍຸໄດ້ 105 ປີ, ລາວໄດ້ມີລູກຊາຍຊື່ເອໂນດ.
|
||
\v 7 ຫລັງຈາກເຂົາໄດ້ໃຫ້ເອໂນດເກີດມາແລ້ວເຂົາໄດ້ມີອາຍຸຍືນຍາວມາ ອີກ 807 ປີ ແລະ ລາວໄດ້ມີລູກຊາຍ ແລະ ຍິງ ຫລາຍຄົນ.
|
||
\v 8 ເຊດມີອາຍຸໄດ້ 912 ປີ, ແລະຈາກນັ້ນລາວກໍໄດ້ຕາຍໄປ.
|
||
|
||
\s5
|
||
\v 9 ເມື່ອເອໂນດອາຍຸໄດ້ 90 ປີ, ລາວໄດ້ລູກຊາຍຜູ້ຫນຶ່ງຊື່ເກນານ.
|
||
\v 10 ຫລັງຈາກເຂົາໄດ້ເກນານແລ້ວ, ເອໂນດໄດ້ມີອາຍຸຍືນຍາວມາອີກ 815 ປີ. ເຂົາໄດ້ມີລູກຊາຍ ແລະ ຍິງຫລາຍຄົນ.
|
||
\v 11 ເອໂນດມີອາຍຸໄດ້ 905 ປີ. ແລະ ຈາກນັ້ນລາວກໍຕາຍໄປ.
|
||
|
||
\s5
|
||
\v 12 ເມື່ອເກນານມີອາຍຸ ໄດ້ 70 ປີ. ລາວໄດ້ລູກຊາຍຊື່ມະຫາລາເລນ.
|
||
\v 13 ຫລັງຈາກເຂົາໄດ້ມະຫາລາເລນແລ້ວເກນານໄດ້ມີອາຍຸຍືນຍາວ ມາອີກ 840 ປີ. ເຂົາໄດ້ມີລູກຊາຍ ແລະຍິງອີກຫລາຍຄົນ.
|
||
\v 14 ເກນານມີອາຍຸໄດ້ 910ປີ, ແລະຈາກນັ້ນລາວກໍຕາຍໄປ.
|
||
|
||
\s5
|
||
\v 15 ເມື່ອມະຫາລາເລນອາຍຸ ໄດ້ 65 ປີ, ລາວໄດ້ລູກຊາຍຊື່ ຢາເຣັດ.
|
||
\v 16 ຫລັງຈາກເຂົາໄດ້ຢາເຣັດແລ້ວ, ມະຫາລາເລນໄດ້ມີອາຍຸຍືນຍາວມາອີກ 830 ປີ. ເຂົາໄດ້ມີລູກຊາຍ ແລະຍິງຕື່ມອີກຫລາຍຄົນ.
|
||
\v 17 ມະຫາລາເລນມີອາຍຸໄດ້ 895 ປີ, ແລະຈາກນັ້ນລາວກໍຕາຍໄປ.
|
||
|
||
\s5
|
||
\v 18 ເມື່ອຢາເຣັດມີອາຍຸໄດ້ 162 ປີ, ລາວໄດ້ມີລູກຊາຍຊື່ເອນົກ.
|
||
\v 19 ຫລັງຈາກລາວກາຍເປັນພໍ່ຂອງເອນົກແລ້ວ, ຢາເຣັດໄດ້ມີອາຍຸຍືນຍາວມາອີກ 800 ປີ. ເຂົາໄດ້ມີລູກຊາຍ ແລະ ຍິງຕື່ມອີກຫລາຍຄົນ.
|
||
\v 20 ຢາເຣັດມີອາຍຸໄດ້ 962 ປີ, ແລະ ຈາກນັ້ນລາວກໍໄດ້ຕາຍໄປ.
|
||
|
||
\s5
|
||
\v 21 ເອນົກ ອາຍຸໄດ້ 65 ປີ. ລາວໄດ້ມີລູກຊາຍຊື່ວ່າ ເມທູເສລາ.
|
||
\v 22 ເອນົກດຳເນີນຊີວິດກັບພຣະເຈົ້າ 300 ປີ ຫລັງຈາກລາວໄດ້ເມທູເສລາແລ້ວລາວຍັງມີລູກຊາຍ ແລະຍິງຕື່ມອີກຫລາຍຄົນ.
|
||
\v 23 ເອນົກມີອາຍຸໄດ້365 ປີ.
|
||
\v 24 ເອນົກໄດ້ດຳເນີນຊີວິດຕິດສະຫນິດກັບພຣະເຈົ້າ, ແລະ ຈາກນັ້ນລາວກໍໄດ້ຈາກໄປ, ເພາະພຣະເຈົ້າໄດ້ຊົງຮັບເອົາລາວໄປ.
|
||
|
||
\s5
|
||
\v 25 ເມື່ອເມທູເສລາອາຍຸໄດ້ 187 ປີ, ລາວໄດ້ມີລູກຊາຍຊື່ວ່າ ລາເມັກ.
|
||
\v 26 ຫລັງຈາກລາວໄດ້ລູກຊາຍລາເມັກແລ້ວ, ເມທູເສລາມີອາຍຸຍືນຍາວມາອີກ 782 ປີ. ເຂົາໄດ້ມີລູກຊາຍ ແລະຍິງອີກຫລາຍຄົນ.
|
||
\v 27 ເມທູເສລາມີອາຍຸໄດ້ 969 ປີ. ຫລັງຈາກນັ້ນລາວກໍໄດ້ຕາຍໄປ.
|
||
|
||
\s5
|
||
\v 28 ເມື່ອລາເມັກມີອາຍຸໄດ້ 182 ປີ, ລາວໄດ້ມີລູກຊາຍຜູ້ຫນຶ່ງ
|
||
\v 29 ແລະ ລາວໄດ້ຕັ້ງຊື່ຂອງເຂົາວ່າ ໂນອາ, ເພາະວ່າເດັກນ້ອຍຄົນນີ້ "ຈະເຮັດໃຫ້ພວກເຮົາພັກຈາກວຽກງານຂອງເຮົາ ແລະຈາກການທຳງານທີ່ລຳບາກຂອງມືຂອງເຮົາ, ຊຶ່ງເຮົາຕ້ອງເຮັດ, ເພາະແຜ່ນດິນທີ່ພຣະຢາເວໄດ້ສາບແຊ່ງຫລັງຈາກລາວໄດ້ໃຫ້ໂນອາເກີດມາແລ້ວ."
|
||
|
||
\s5
|
||
\v 30 ລາເມັກມີອາຍຸຍືນຍາວມາອີກ 595 ປີເຂົາໄດ້ມີລູກຊາຍ ແລະ ຍິງຕື່ມອີກຫລາຍຄົນ.
|
||
\v 31 ເມື່ອລາເມັກມີອາຍຸໄດ້ 777 ປີ. ຈາກນັ້ນລາວກໍໄດ້ຕາຍໄປ.
|
||
|
||
\s5
|
||
\v 32 ຫລັງຈາກໂນອາມີອາຍຸໄດ້ 500 ປີລາວມີລູກຊາຍສາມຄົນຄື: ເຊມ, ຮາມ ແລະ ຢາເຟດ.
|
||
|
||
\s5
|
||
\c 6
|
||
\cl ບົດທີ 6
|
||
\p
|
||
\v 1 ສິ່ງນີ້ໄດ້ເກີດຂຶ້ນເມື່ອ ມະນຸດໄດ້ເພີ່ມທະວີຫລາຍຂຶ້ນຢູ່ໃນທົ່ວແຜ່ນດິນ ແລະ ໃຫ້ເກີດລູກສາວທັງຫລາຍແກ່ພວກເຂົາ,
|
||
\v 2 ລູກຊາຍທັງຫລາຍຂອງພຣະເຈົ້າ ໄດ້ເຫັນວ່າລູກສາວທັງຫລາຍຂອງມະນຸດສວຍງາມຈັບໃຈ. ພວກເຂົາໄດ້ເລືອກ ແລະ ຮັບເອົາຍິງເຫລົ່ານັ້ນເປັນເມຍ.
|
||
\v 3 ພຣະຢາເວກ່າວວ່າ, "ວິນຍານຂອງເຮົາຈະບໍ່ຢູ່ກັບມະນຸດຕະຫລອດໄປ, ເພາະພວກເຂົາເປັນເນື້ອຫນັງພວກເຂົາຈະມີອາຍຸພຽງ 120 ປີ."
|
||
|
||
\s5
|
||
\v 4 ເກີດມີຄົນຮູບຮ່າງໃຫຍ່ທີ່ເທິງ ແຜ່ນດິນໂລກໃນເວລານັ້ນ, ແລະ ຫລັງຈາກນັ້ນດ້ວຍ. ນີ້ເກີດເມື່ອລູກຊາຍທັງຫລາຍຂອງພຣະເຈົ້າໄດ້ແຕ່ງງານກັບບັນດາລູກສາວຂອງມະນຸດ, ແລະ ພວກເຂົາມີລູກ. ຄົນເຫລົ່ານີ້ແມ່ນຜູ້ຊາຍທີ່ແຂງແຮງ, ເປັນຄົນທີ່ມີຊື່ສຽງດີໃນສະໄຫມບູຮານ.
|
||
|
||
\s5
|
||
\v 5 ພຣະຢາເວຊົງເຫັນວ່າຄວາມຊົ່ວຮ້າຍ ຂອງມະນຸດມີຫລາຍຍິ່ງຂຶ້ນ, ແລະຄວາມຄິດໃນຈິດໃຈທຸກຢ່າງຂອງພວກເຂົາກໍບັງຄັບໄປໃນສິ່ງຊົ່ວຮ້າຍຢູ່ທຸກເວລາ.
|
||
\v 6 ພຣະຢາເວຊົງເສຍໃຈຫລາຍທີ່ພຣະອົງໄດ້ຊົງສ້າງມະນຸດຂຶ້ນເທິງແຜ່ນດິນໂລກ, ແລະເຮັດໃຫ້ພຣະອົງກິນແຫນງໃຈຫລາຍ.
|
||
|
||
\s5
|
||
\v 7 ດັ່ງນັ້ນພຣະຢາເວໄດ້ກ່າວວ່າ, "ເຮົາຈະກວາດລ້າງມະນຸດຜູ້ທີ່ເຮົາໄດ້ສ້າງເສຍ ຈາກພື້ນແຜ່ນດິນໂລກ; ທັງມະນຸດກັບສັດໃຫຍ່, ແລະ ສິ່ງຕ່າງໆທີ່ເລືອຍຄານ ແລະ ນົກທັງຫລາຍຂອງທ້ອງຟ້າ, ເພາະເຮົາເສຍໃຈທີ່ໄດ້ສ້າງພວກເຂົາທັງຫລາຍ."
|
||
\v 8 ແຕ່ໂນອາເປັນທີ່ພໍໃຈໃນສາຍຕາຂອງພຣະຢາເວ.
|
||
|
||
\s5
|
||
\v 9 ປະຫວັດເຫລົ່ານີ້ເປັນເຫດການກຽ່ວຂ້ອງກັບໂນອາ. ໂນອາເປັນຄົນຊອບທັມ, ແລະ ບໍ່ມີຕຳຫນິທ່າມກາງຄົນທັງຫລາຍໃນເວລາຂອງລາວນັ້ນ. ໂນອາໄດ້ດຳເນີນຊີວິດໃນຄວາມສາມັກຄີທັມ ຕິດສະຫນິດກັບພຣະເຈົ້າ.
|
||
\v 10 ໂນອາມີລູກຊາຍສາມຄົນຄື: ເຊມ, ຣາມ, ແລະ ຢາເຟດ.
|
||
|
||
\s5
|
||
\v 11 ແຜ່ນດິນຖືກເຮັດໃຫ້ເຊື່ອມຊາມລົງໃນສາຍຕາຂອງພຣະເຈົ້າ, ແລະ ເຕັມໄປດ້ວຍຄວາມໂຫດຮ້າຍຮຸນແຮງລາມໄປທົ່ວ.
|
||
\v 12 ພຣະເຈົ້າຊົງເບິ່ງພື້ນແຜ່ນດິນໂລກ; ແລະ ເຫັນວ່າຊົ່ວຮ້າຍລົງ, ເພາະວ່າຍ້ອນມະນຸດທັງປວງເຮັດແຕ່ຄວາມຊົ່ວຊ້າລົງເທິງທາງຂອງພວກເຂົາທັງຫລາຍເທິງແຜ່ນດິນ.
|
||
|
||
\s5
|
||
\v 13 ພຣະເຈົ້າໄດ້ບອກກັບໂນອາວ່າ,"ເຮົາເຫັນວ່າເຖິງເວລາແລ້ວທີ່ຈະນຳຈຸດຈົບມາຍັງມະນຸດຊາດທັງຫມົດ, ເພາະວ່າແຜ່ນດິນໂລກເຕັມໄປດ້ວຍຄວາມໂຫດຮ້າຍຮຸນແຮງ, ຊົ່ວຊ້າຜ່ານພວກເຂົາ. ແທ້ຈິງແລ້ວເຮົາຈະທຳລາຍພວກເຂົາພ້ອມກັບພື້ນແຜ່ນດິນ.
|
||
\v 14 ຈົ່ງສ້າງເຮືອເພື່ອຕົວເຈົ້າເອງຈາກໄມ້ສົນ. ຈົ່ງສ້າງຫ້ອງຕ່າງໆພາຍໃນເຮືອ, ແລະ ເອົາຂີ້ຊີອັດຢາທາງໃນກັບທາງນອກໃຫ້ດີ.
|
||
\v 15 ຕໍ່ໄປນີ້ຄືວິທີທີ່ເຈົ້າຈະສ້າງເຮືອ: ຄວາມຍາວຂອງເຮືອໃຫ້ໄດ້ 133ແມັດ, ຄວາມກວ້າງຂອງເຮືອ 22ແມັດ, ແລະ ທາງສູງ 13 ແມັດ.
|
||
|
||
\s5
|
||
\v 16 ຈົ່ງເຮັດຫລັງຄາສຳລັບເຮືອ, ຈົ່ງເຮັດປ່ອງຢ້ຽມຈຸຫລັງຄາສູງເຄິ່ງແມັດ ແລະ ຈົ່ງເຮັດປະຕູເທິງດ້ານນັ້ນຂອງເຮືອ. ແລະ ເຮັດຟ້າເປັນສາມຊັ້ນ ຄືຊັ້ນທີຫນຶ່ງ, ຊັ້ນທີສອງ, ແລະ ຊັ້ນທີສາມ.
|
||
\v 17 ຈົ່ງຟັງ, ເຮົາຈະເຮັດໃຫ້ມີນໍ້າຖ້ວມເທິງແຜ່ນດິນໂລກ, ເພື່ອທຳລາຍທຸກສິ່ງທີ່ມີຊີວິດຈາກພາຍໃຕ້ທ້ອງຟ້າ. ທຸກສິ່ງທີ່ຊຶ່ງຢູ່ເທິງແຜ່ນດິນໂລກຈະດັບສູນໄປ.
|
||
|
||
\s5
|
||
\v 18 ແຕ່ເຮົາຈະຕັ້ງພັນທະສັນຍາຂອງເຮົາໄວ້ກັບເຈົ້າ. ເຈົ້າຈົ່ງເຂົ້າມາໃນເຮືອນັ້ນ, ເຈົ້າ ແລະ ບັນດາລູກຊາຍຂອງເຈົ້າ, ແລະ ເມຍຂອງເຈົ້າ, ແລະ ບັນດາພວກລູກໃພ້ທັງຫລາຍຂອງເຈົ້າ.
|
||
\v 19 ເຈົ້າຈົ່ງນຳເອົາສິ່ງທີ່ມີຊີວິດເນື້ອຫນັງທັງຫມົດ, ທຸກຊະນິດຢ່າງລະສອງໂຕທັງໂຕຜູ້ ແລະໂຕແມ່ເຂົ້າມາໃນເຮືອ, ເພື່ອໃຫ້ພວກມັນມີຊີວິດຢູ່ກັບເຈົ້າ.
|
||
|
||
\s5
|
||
\v 20 ນົກທັງຫລາຍຕາມຊະນິດຂອງມັນ, ແລະ ສັດໂຕໃຫຍ່ຕາມຊະນິດຂອງພວກມັນ, ສິ່ງທີ່ເລືອຍຄານແຫ່ງແຜ່ນດິນຕາມຊະນິດຂອງມັນ, ສັດທຸກຊະນິດຈະມາຫາເຈົ້າເປັນຄູ່ໆ, ເພື່ອພວກມັນຈະມີຊີວິດຢູ່.
|
||
\v 21 ຈົ່ງຈັດຕຽມເອົາອາຫານທຸກຊະນິດເພື່ອທີ່ຈະກິນ ແລະ ເກັບເອົາໄວ້, ສຳລັບຄອບຄົວຂອງເຈົ້າ, ດັ່ງນັ້ນມັນຈະເປັນອາຫານສຳລັບເຈົ້າ ແລະ ສັດເຫລົ່ານັ້ນ."
|
||
\v 22 ດັ່ງນັ້ນໂນອາ ຈຶ່ງໄດ້ເຮັດສິ່ງນີ້. ຕາມທີ່ພຣະເຈົ້າໄດ້ຊົງສັ່ງລາວທຸກຢ່າງ, ແລະ ລາວກໍໄດ້ເຮັດຕາມ.
|
||
|
||
\s5
|
||
\c 7
|
||
\cl ບົດທີ 7
|
||
\p
|
||
\v 1 ພຣະຢາເວໄດ້ບອກໂນອາວ່າ, "ມາ, ເຈົ້າ ແລະ ທຸກຄົນໃນຄົວເຮືອນຂອງເຈົ້າ, ຈົ່ງເຂົ້າໄປໃນເຮືອ, ເພາະວ່າໃນຄົນຮຸ້ນນີ້ເຮົາໄດ້ເຫັນແລ້ວວ່າເຈົ້າຜູ້ດຽວເທົ່ານັ້ນທີ່ເປັນຄົນຊອບທັມຕໍ່ຫນ້າເຮົາ.
|
||
\v 2 ເຈົ້າຈົ່ງນໍາສັດທີ່ບໍ່ເປັນມົນທິນທຸກຊະນິດໂຕຜູ້ເຈັດໂຕ ແລະ ໂຕແມ່ເຈັດໂຕ. ແຕ່ສັດທີ່ເປັນມົນທິນທຸກຊະນິດ, ຢ່າງລະສອງໂຕຄືໂຕຜູ້ຫນຶ່ງໂຕ ແລະ ຄູ່ຂອງມັນ.
|
||
\v 3 ນົກທັງຫລາຍຂອງທ້ອງຟ້າ, ໃຫ້ນຳມາໂຕຜູ້ເຈັດໂຕ ແລະ ໂຕແມ່ເຈັດໂຕ, ເພື່ອຮັກສາພັນໄວ້ເທິງແຜ່ນດິນທັງຫມົດ.
|
||
|
||
\s5
|
||
\v 4 ເພາະວ່າໃນອີກເຈັດວັນເຮົາຈະເຮັດໃຫ້ຝົນຕົກລົງມາເທິງແຜ່ນດິນເປັນເວລາສີ່ສິບວັນສີ່ສິບຄືນ. ເຮົາຈະທຳລາຍສິ່ງທີ່ມີຊີວິດທຸກຢ່າງທີ່ເຮົາໄດ້ສ້າງຈາກພື້ນແຜ່ນດິນ."
|
||
\v 5 ຝ່າຍໂນອາກໍໄດ້ເຮັດຕາມທຸກສິ່ງທີ່ພຣະຢາເວຊົງໄດ້ສັ່ງເຂົາໄວ້.
|
||
|
||
\s5
|
||
\v 6 ໂນອາມີອາຍຸໄດ້ 600 ປີ ເມື່ອນ້ຳຖ້ວມແຜ່ນດິນ.
|
||
\v 7 ໂນອາ, ພ້ອມດ້ວຍລູກຊາຍທັງຫລາຍຂອງເຂົາ, ແລະ ເມຍຂອງເຂົາ, ແລະ ພ້ອມລູກໃພ້ທັງຫລາຍ ກໍພາກັນເຂົ້າໄປໃນເຮືອດ້ວຍກັນເພາະນໍ້າຖ້ວມນັ້ນ.
|
||
|
||
\s5
|
||
\v 8 ສັດທັງຫລາຍທັງທີ່ເປັນມົນທິນ ແລະ ບໍ່ເປັນມົນທິນ, ນົກທັງຫລາຍ, ແລະ ສັດທຸກຊະນິດທີ່ເລືອຍຄານເທິງພື້ນດິນ.
|
||
\v 9 ເປັນຄູ່ໆໂຕຜູ້ ແລະໂຕແມ່, ໄດ້ມາຫາໂນອາ ແລະ ເຂົ້າໄປໃນເຮືອ, ດັ່ງທີ່ພຣະເຈົ້າໄດ້ສັ່ງໂນອາ.
|
||
\v 10 ກໍເປັນຢ່າງນັ້ນຫລັງຈາກເຈັດວັນຜ່ານໄປ, ນໍ້າກໍໄດ້ຖ້ວມພື້ນແຜ່ນດິນໂລກ.
|
||
|
||
\s5
|
||
\v 11 ໂນອາອາຍຸໄດ້ 600 ປີ, ໃນເດືອນທີສອງ, ໃນວັນທີສິບເຈັດຂອງເດືອນ, ໃນວັນນັ້ນເອງ, ນ້ຳພຸທັງຫລາຍຂອງບ່ອນເລິກຫລາຍໄດ້ພຸ່ງຂຶ້ນມາຢ່າງແຮງ ແລະ ປ່ອງຢ້ຽມທັງຫລາຍຂອງທ້ອງຟ້າກໍໄດ້ຖືກເປີດອອກ.
|
||
\v 12 ຝົນໄດ້ເລີ່ມຕົກ ແລະ ຕົກລົງເທິງພື້ນແຜ່ນດິນໂລກເປັນເວລາສີ່ສິບວັນສີ່ສິບຄືນ.
|
||
|
||
\s5
|
||
\v 13 ໃນວັນດຽວກັນນັ້ນ ໂນອາ ແລະ ລູກຊາຍທັງສາມຄົນຂອງເຂົາ: ເຊມ, ຮາມ ແລະ ຢາເຟດ, ແລະ ເມຍຂອງໂນອາ, ແລະ ເມຍທັງສາມຄົນຂອງລູກຊາຍຂອງເຂົາກັບພວກເຂົາທັງຫມົດໄດ້ເຂົ້າໄປໃນເຮືອນັ້ນ.
|
||
\v 14 ພວກເຂົາໄດ້ເຂົ້າໄປພ້ອມກັບສັດປ່າຕາມຊະນິດຂອງມັນ, ແລະ ສັດບ້ານສັດໃຫຍ່ຕາມຊະນິດຂອງມັນ, ແລະ ບັນດາສິ່ງທີ່ເລືອຍຄານເທິງພື້ນດິນຕາມຊະນິດຂອງມັນ, ນົກພ້ອມສັດທີ່ມີປີກຕາມຊະນິດຂອງມັນ.
|
||
|
||
\s5
|
||
\v 15 ສັດທັງຫລາຍທີ່ມີລົມປານແຫ່ງຊີວິດໄດ້ມາຫາໂນອາ ແລະ ເຂົ້າໄປຢູ່ໃນເຮືອເປັນຄູ່ໆ.
|
||
\v 16 ສັດທຸກຊະນິດທັງຫມົດທີ່ເຂົ້າໄປເປັນໂຕຜູ້ ແລະ ໂຕແມ່; ພວກມັນເຂົ້າມາຕາມທີ່ພຣະເຈົ້າໄດ້ສັ່ງແກ່ເຂົາແລ້ວ. ຈາກພຣະຢາເວກໍໄດ້ອັດປະຕູເຮືອຫລັງຈາກທີ່ພວກເຂົາເຂົ້າໄປ.
|
||
|
||
\s5
|
||
\v 17 ຈາກນັ້ນນໍ້າໄດ້ຖ້ວມແຜ່ນດິນເປັນເວລາສີ່ສິບວັນສີ່ສິບຄືນ, ແລະ ນໍ້າໄດ້ເພີ່ມຂຶ້ນເລື້ອຍໆ ແລະ ຍົກເຮືອຂອງໂນອາຟູຢູ່ເຫນືອແຜ່ນດິນ.
|
||
\v 18 ນໍ້າໄດ້ຖ້ວມເຫນືອແຜ່ນດິນທັງຫມົດ, ແລະ ເຮືອຂອງໂນອາໄດ້ລອຍຢູ່ເທິງຫນ້ານໍ້າ.
|
||
|
||
\s5
|
||
\v 19 ນໍ້າໄດ້ເພີ້ມຂຶ້ນເລື້ອຍໆດັ່ງນັ້ນພູເຂົາສູງທັງຫມົດຊຶ່ງຢູ່ໃຕ້ທ້ອງຟ້າກວ້າງຖືກນ້ຳຖ້ວມຫມົດ.
|
||
\v 20 ນໍ້າໄດ້ເພີ້ມຂຶ້ນສູງອີກເຈັດແມັດ ຖ້ວມເຫນືອຍອດພູເຂົາທັງຫລາຍ.
|
||
|
||
\s5
|
||
\v 21 ສິ່ງທີ່ມີຊີວິດທຸກສິ່ງທີ່ເຄື່ອນໄຫວເທິງພື້ນແຜ່ນດິນຕາຍທັງຫມົດຄື: ນົກທຸກຊະນິດ, ສັດທຸກຊະນິດທີ່ໃຊ້ງານ, ສັດປ່າທັງຫລາຍ, ທຸກສິ່ງທີ່ມີຊີວິດຈຳນວນຫລາຍທີ່ອາໄສຢູ່ເທິງແຜ່ນດິນ, ແລະ ມະນຸດທັງຫມົດ.
|
||
\v 22 ທຸກສິ່ງທີ່ມີຊີວິດເທິງແຜ່ນດິນທີ່ຫາຍໃຈເອົາລົມປານແຫ່ງຊີວິດຜ່ານດັງຂອງພວກເຂົາໄດ້ຕາຍໄປ.
|
||
|
||
\s5
|
||
\v 23 ດັ່ງນັ້ນທຸກສິ່ງທີ່ມີຊີວິດຢູ່ເທິງພື້ນຜິວຂອງແຜ່ນດິນຖືກກວາດລ້າງອອກໄປ, ນັບຕັ້ງແຕ່ມະນຸດໄປຈົນເຖິງສັດທີ່ມີຂະຫນາດໃຫຍ່ກວ່າ, ສິ່ງທີ່ເລືອຍຄານ, ແລະ ນົກທັງຫລາຍຂອງທ້ອງຟ້າ. ພວກເຂົາທັງຫລາຍໄດ້ຖືກທຳລາຍໄປຈາກແຜ່ນດິນ. ເຫລືອພຽງແຕ່ຄອບຄົວຂອງໂນອາ ແລະ ສັດທີ່ຢູ່ກັບເຂົາໃນເຮືອເທົ່ານັ້ນ.
|
||
\v 24 ນໍ້າບໍ່ໄດ້ລົດລົງຈາກແຜ່ນດິນເປັນເວລາ 150 ວັນ.
|
||
|
||
\s5
|
||
\c 8
|
||
\cl ບົດທີ 8
|
||
\p
|
||
\v 1 ພຣະເຈົ້າບໍ່ໄດ້ລືມໂນອາ, ພ້ອມທັງສັດປ່າທັງຫມົດ, ແລະ ສັດລ້ຽງທັງຫລາຍທີ່ຢູ່ກັບເຂົາໃນເຮືອນັ້ນ. ພຣະເຈົ້າໄດ້ເຮັດໃຫ້ມີລົມພັດມາເຫນືອແຜ່ນດິນ, ແລະ ນໍ້າກໍເລີ່ມບົກລົງ.
|
||
\v 2 ນ້ຳພຸນໍ້າໃຕ້ພື້ນດິນເລິກ ແລະ ປ່ອງນໍ້າທັງຫລາຍຂອງທ້ອງຟ້າກໍຖືກອັດຫມົດ, ແລະ ຝົນກໍເຊົາຕົກ.
|
||
\v 3 ແລະ ນໍ້າກໍຄ່ອຍໆບົກລົງຈາກພື້ນດິນ, ແລະ ຫລັງຈາກຫນຶ່ງຮ້ອຍຫ້າສິບວັນຜ່ານໄປນຳ້ໄດ້ລົດລົງ.
|
||
|
||
\s5
|
||
\v 4 ເຮືອຂອງໂນອາໄດ້ຕິດຄ້າງຄາຢູ່ທີ່ເທິງຍອດເຂົາອາຣາຣັດ. ໃນເດືອນທີເຈັດໃນວັນທີສິບເຈັດຂອງເດືອນນັ້ນ.
|
||
\v 5 ນໍ້າໄດ້ບົກລົງເລື້ອຍໆຈົນຮອດເດືອນທີສິບ. ໃນວັນທີຫນຶ່ງຂອງເດືອນນັ້ນແລ້ວຈອມພູເຂົາຕ່າງໆກໍໄດ້ປາກົດຂຶ້ນ.
|
||
|
||
\s5
|
||
\v 6 ເລື່ອງນີ້ໄດ້ເກີດຂຶ້ນຫລັງຈາກສີ່ສິບວັນທີ່ໂນອາໄດ້ໄຂປ່ອງຢ້ຽມຂອງເຮືອຊຶ່ງເຂົາໄດ້ເຮັດໄວ້.
|
||
\v 7 ເຂົາໄດ້ປ່ອຍກາໂຕຫນຶ່ງອອກໄປ ແລະ ມັນໄດ້ບິນກັບໄປກັບມາຈົນນໍ້າໄດ້ແຫ້ງລົງຈາກແຜ່ນດິນ.
|
||
|
||
\s5
|
||
\v 8 ຈາກນັ້ນເຂົາໄດ້ສົ່ງນົກເຂົາໂຕຫນຶ່ງອອກໄປເພື່ອຈະເບິ່ງວ່ານ້ຳໄດ້ບົກລົງຈາກພື້ນຂອງແຜ່ນດິນຫລືຍັງ,
|
||
\v 9 ແຕ່ນົກເຂົາບໍ່ມີບ່ອນຈັບ, ແລະ ມັນໄດ້ກັບມາຫາເຂົາທີ່ເຮືອເພາະນໍ້າຍັງຖ້ວມພື້ນແຜ່ນດິນທັງຫມົດຢູ່. ລາວໄດ້ຍື່ນມືຂອງລາວອອກໄປຈັບເອົານົກໂຕນັ້ນມາໄວ້ໃນເຮືອນຳຫມູ່.
|
||
|
||
\s5
|
||
\v 10 ເຈັດວັນຕໍ່ມາ ແລະ ເພິ່ນໄດ້ປ່ອຍນົກເຂົາອອກໄປຈາກເຮືອອີກຄັ້ງຫນຶ່ງ.
|
||
\v 11 ນົກເຂົາໄດ້ບິນກັບມາຫາລາວໃນຕອນແລງ. ເບິ່ງແມ! ໃນປາກຂອງມັນມີໃບຫມາກກອກຂຽວສົດດ້ວຍ. ດັ່ງນັ້ນໂນອາຈຶ່ງຮູ້ໄດ້ວ່ານໍ້າໄດ້ບົກລົງຈາກແຜ່ນດິນແລ້ວ.
|
||
\v 12 ລາວໄດ້ຖ້າອີກເຈັດວັນຕໍ່ມາ, ແລະ ໄດ້ປ່ອຍນົກເຂົານັ້ນອອກໄປອີກ, ແລະ ມັນບໍ່ໄດ້ກັບຄືນມາຫາລາວອີກ.
|
||
|
||
\s5
|
||
\v 13 ຕໍ່ມາໃນປີທີ 601ປີ, ໃນເດືອນທີຫນຶ່ງ ໃນວັນທີຫນຶ່ງ, ຂອງປີນັ້ນທີ່ນໍ້າໄດ້ບົກແຫ້ງໄປຈາກພື້ນດິນ. ໂນອາໄດ້ເປີດຫລັງຄາເຮືອອອກເບິ່ງອອກໄປຂ້າງນອກຈຶ່ງເຫັນວ່າຫນ້າດິນແຫ້ງແລ້ວ.
|
||
\v 14 ໃນເດືອນທີສອງ, ໃນວັນທີຊາວເຈັດຂອງເດືອນນັ້ນພື້ນແຜ່ນດິນກໍໄດ້ແຫ້ງຫມົດ.
|
||
|
||
\s5
|
||
\v 15 ພຣະເຈົ້າກໍກ່າວແກ່ໂນອາວ່າ,
|
||
\v 16 "ຈົ່ງອອກໄປຈາກເຮືອ, ເຈົ້າ, ແລະ ເມຍຂອງເຈົ້າພ້ອມດ້ວຍພວກລູກຊາຍ, ກັບພວກລູກໃພ້ຂອງເຈົ້າ.
|
||
\v 17 ຈົ່ງນຳທຸກສິ່ງທີ່ມີຊີວິດຂອງເນື້ອຫນັງທັງຫມົດທີ່ຢູ່ກັບເຈົ້າອອກໄປກັບເຈົ້າຄື- ນົກທັງຫລາຍ, ສັດຕ່າງໆ, ແລະ ສັດເລືອຍຄານທຸກຊະນິດ, ທີ່ເລືອຍຄານເທິງແຜ່ນດິນ - ດັ່ງນັ້ນພວກມັນທັງຫລາຍຈະເຕີບໂຕເພີ່ມຈຳນວນຂຶ້ນຂອງສິ່ງທີ່ມີຊີວິດຢ່າງຫລວງຫລາຍທົ່ວພື້ນແຜ່ນດິນ, ແຜ່ພັນ, ແລະ ເພີ່ມຈຳນວນເທິງແຜ່ນດິນໂລກ."
|
||
|
||
\s5
|
||
\v 18 ດັ່ງນັ້ນໂນອາໄດ້ອອກໄປບັນດາລູກຊາຍຂອງລາວ, ເມຍຂອງລາວ, ແລະ ພວກລູກໃພ້ຂອງລາວອອກໄປພ້ອມກັບລາວ.
|
||
\v 19 ທຸກສິ່ງທີ່ມີຊີວິດ, ທຸກສິ່ງທີ່ເລືອຍຄານ, ແລະ ນົກທຸກຊະນິດ, ທຸກສິ່ງທີ່ເຄື່ອນໄຫວເທິງແຜ່ນດິນຕາມພັນຂອງພວກມັນໄດ້ອອກຈາກເຮືອ.
|
||
|
||
\s5
|
||
\v 20 ໂນອາກໍໄດ້ສ້າງແທ່ນບູຊາແກ່ພຣະຢາເວ. ລາວໄດ້ເອົາສັດ ແລະ ນົກບາງໂຕທີ່ບໍ່ເປັນມົນທິນ, ແລະ ເຜົາບູຊາເທິງແທ່ນບູຊານັ້ນ.
|
||
\v 21 ພຣະຢາເວຊົງໄດ້ຮັບກິ່ນທີ່ພໍໃຈ, ແລະ ພຣະຢາເວກໍຊົງກ່າວວ່າ, "ເຮົາຈະບໍ່ສາບແຊ່ງແຜ່ນດິນອີກຈັກເທື່ອເຖິງແມ່ນວ່າມະນຸດມີຈິດໃຈໃຝ່ຫາໄປໃນທາງທີ່ຊົ່ວຮ້າຍ, ມາຕັ້ງແຕ່ຍັງນ້ອຍ. ຫລື ຈະບໍ່ທຳລາຍທຸກສິ່ງທີ່ມີຊີວິດ ເຫມືອນດັ່ງທີ່ເຮົາໄດ້ເຄີຍເຮັດອີກຈັກເທື່ອ.
|
||
\v 22 ຕາບໃດທີ່ພື້ນແຜ່ນດິນຍັງຄົງດຳລົງຢູ່ລະດູຫວ່ານກັບລະດູເກັບກ່ຽວ, ຈະມີຫນາວມີຮ້ອນຮ່ວມກັນຢູ່ສະເຫມີ ລະດູຮ້ອນ, ແລະ ລະດູຫນາວ, ກາງເວັນ ແລະ ກາງຄືນຈະຍັງຄົງມີເລື້ອຍໄປຕາມນັ້ນ."
|
||
|
||
\s5
|
||
\c 9
|
||
\cl ບົດທີ 9
|
||
\p
|
||
\v 1 ພຣະເຈົ້າໄດ້ອວຍພອນແກ່ໂນອາ ແລະ ລູກຊາຍທັງຫລາຍຂອງລາວ, ແລະ ໄດ້ກ່າວກັບພວກເຂົາວ່າ, "ຈົ່ງມີລູກຫລານໃຫ້ມາກຫລາຍ, ທະວີຂຶ້ນທົ່ວເທິງແຜ່ນດິນໂລກ.
|
||
\v 2 ຄວາມຢ້ານກົວເຈົ້າ, ແລະ ຄວາມເກງກົວແກ່ເຈົ້າ ຈະມີເຫນືອສັດທຸກຕົວທີ່ມີຊີວິດເທິງພື້ນແຜ່ນດິນ, ເຫນືອນົກທຸກໂຕຂອງທ້ອງຟ້າ, ເຫນືອທຸກສິ່ງທີ່ເລືອຍຄານເທິງພື້ນດິນ, ແລະ ເຫນືອປາທຸກຊະນິດແຫ່ງທ້ອງທະເລ. ພວກມັນທັງຫມົດໄດ້ຖືກມອບໄວ້ໃນມືເຈົ້າ.
|
||
|
||
\s5
|
||
\v 3 ສິ່ງທີ່ເຄື່ອນໄຫວທຸກສິ່ງທີ່ມີຊີວິດຢູ່ຈະເປັນອາຫານສຳລັບເຈົ້າ. ບັດນີ້ເຮົາໃຫ້ທຸກສິ່ງແກ່ພວກເຈົ້າ, ເຫມືອນທີ່ເຮົາໄດ້ໃຫ້ພືດສີຂຽວແກ່ເຈົ້າ.
|
||
\v 4 ແຕ່ເຈົ້າບໍ່ຕ້ອງກິນຊີ້ນທີ່ມີເລືອດ - ເພາະເລືອດແມ່ນຫລັກສຳຄັນແຫ່ງຊີວິດ.
|
||
|
||
\s5
|
||
\v 5 ແຕ່ສຳລັບເລືອດຂອງເຈົ້າ, ຊີວິດທີ່ຢູ່ໃນເລືອດຂອງເຈົ້າເຮົາຈະເອີ້ນຄ່າຕອບແທນຈາກມືຂອງສັດທຸກໂຕ. ເຮົາຈະເອີ້ນຄ່າຕອບແທນຈາກມືຂອງມະນຸດໃດໆນັ້ນ, ຄືຈາກມືຂອງໃຜກໍຕາມຜູ້ຊຶ່ງຂ້າພີ່ນ້ອງຂອງເຂົາເຮົາຈະເອີ້ນຄືນເພາະຊີວິດຂອງຄົນໆນັ້ນ.
|
||
\v 6 ໃຜກໍຕາມທີ່ເຮັດໃຫ້ມະນຸດເລືອດໄຫລ, ເລືອດຂອງເຂົາກໍຈະໄຫລດ້ວຍມະນຸດດ້ວຍ, ເພາະວ່າມັນຢູ່ໃນພຣະລັກສະນະຂອງພຣະເຈົ້າທີ່ພຣະອົງໄດ້ຊົງສ້າງມະນຸດ.
|
||
\v 7 ສຳລັບພວກເຈົ້າ, ຈົ່ງແຜ່ພັນ ແລະ ເພີ່ມຈຳນວນຂຶ້ນ, ແຜ່ອອກໄປທົ່ວແຜ່ນດິນ ແລະ ທະວີຫລາຍຂຶ້ນເທິງແຜ່ນດິນໂລກ."
|
||
|
||
\s5
|
||
\v 8 ຈາກນັ້ນພຣະເຈົ້າໄດ້ເວົ້າກັບໂນອາ ແລະ ກັບລູກຊາຍທັງຫລາຍຂອງລາວທີ່ຢູ່ກັບລາວວ່າ,
|
||
\v 9 "ຈົ່ງຟັງສຳລັບເຮົາ! ເຮົາຈະຢືນຢັນພັນທະສັນຍາຂອງເຮົາກັບເຈົ້າ ແລະ ເຊື້ອສາຍຂອງເຈົ້າຫລັງຈາກເຈົ້າ.
|
||
\v 10 ແລະ ທຸກສິ່ງທີ່ມີຊີວິດທີ່ຢູ່ກັບເຈົ້າ, ກັບນົກທັງຫລາຍສັດລຽ້ງ, ແລະ ສັບພະທຸກສິ່ງແຫ່ງແຜ່ນດິນທີ່ຢູ່ກັບເຈົ້າ, ຈາກທັງຫມົດທີ່ອອກມາຈາກເຮືອເຖິງສັບພະສິ່ງທີ່ມີຊີວິດເທິງແຜ່ນດິນ.
|
||
|
||
\s5
|
||
\v 11 ເຮົາຢືນຢັນພັນທະສັນຍາຂອງເຮົາທີ່ມີກັບເຈົ້າ, ຄືເນື້ອຫນັງທັງຫມົດຈະບໍ່ຖືກທຳລາຍດ້ວຍນໍ້າຖ້ວມອີກ. ຈະບໍ່ມີນໍ້າຖ້ວມທຳລາຍແຜ່ນດິນໂລກອີກ."
|
||
\v 12 ພຣະເຈົ້າຊົງກ່າວວ່າ, "ນີ້ແມ່ນເຄື່ອງຫມາຍແຫ່ງພັນທະສັນຍາຊຶ່ງເຮົາໄດ້ເຮັດຂຶ້ນລະຫວ່າງເຮົາກັບເຈົ້າ ແລະ ທຸກໆສິ່ງທີ່ມີຊີວິດທີ່ຢູ່ກັບເຈົ້າ, ສຳລັບຄົນທຸກຊົ່ວອາຍຸ:
|
||
\v 13 ເຮົາໄດ້ຕັ້ງຮຸ້ງກິນນໍ້າໄວ້ໃນເມກ, ແລະນີ້ຈະເປັນເຄື່ອງຫມາຍແຫ່ງພັນທະສັນຍາລະຫວ່າງເຮົາ ແລະ ແຜ່ນດິນໂລກ.
|
||
|
||
\s5
|
||
\v 14 ຈະເປັນຢ່າງນັ້ນເມື່ອເຮົາໃຫ້ມີເມກເຫນືອແຜ່ນດິນ ແລະ ເຫັນຮຸ້ງກິນນຳ້ໃນເມກນັ້ນ,
|
||
\v 15 ເຮົາກໍຈະນຶກເຖິງພັນທະສັນຍາຂອງເຮົາ, ທີ່ໄດ້ເຮັດລະຫວ່າງເຮົາກັບເຈົ້າ ແລະ ທຸກສິ່ງທີ່ມີຊີວິດແຫ່ງເນື້ອຫນັງ. ນ້ຳຈະບໍ່ຖ້ວມທຳລາຍເນື້ອຫນັງທັງຫມົດອີກຕໍ່ໄປ.
|
||
|
||
\s5
|
||
\v 16 ຮຸ້ງກິນນ້ຳຈະປາກົດຂຶ້ນໃນເມກ ແລະ ເຮົາຈະເຫັນ, ເພື່ອທີ່ຈະລະນຶກເຖິງພັນທະສັນຍານິຣັນດອນລະຫວ່າງພຣະເຈົ້າ ແລະ ທຸກສິ່ງທີ່ມີ ຊີວິດຂອງເນື້ອຫນັງທັງຫມົດຊຶ່ງຢູ່ເທິງແຜ່ນດິນໂລກ."
|
||
\v 17 ຈາກນັ້ນພຣະເຈົ້າຊົງກ່າວກັບໂນອາວ່າ, "ອັນນີ້ຄືເຄື່ອງຫມາຍຂອງພັນທະສັນຍາຊຶ່ງເຮົາໄດ້ຢືນຢັນໄວ້ແລ້ວລະຫວ່າງເຮົາກັບສິ່ງທີ່ມີຊີວິດທັງຫມົດທີ່ຢູ່ເທິງແຜ່ນດິນ."
|
||
|
||
\s5
|
||
\v 18 ລູກຊາຍຂອງໂນອາທີ່ອອກມາຈາກເຮືອຄື: ເຊມ, ຮາມ ແລະ ຢາເຟດ. ຮາມເປັນພໍ່ຂອງການາອານ.
|
||
\v 19 ທັງສາມຄົນນີ້ເປັນລູກຂອງໂນອາ, ແລະ ດ້ວຍພວກເຂົາເຫລົ່ານີ້ເຮັດໃຫ້ພື້ນແຜ່ນດິນທັງຫມົດເຕັມໄປດ້ວຍປະຊາຊາດ.
|
||
|
||
\s5
|
||
\v 20 ໂນອາໄດ້ເລີ່ມເປັນຊາວສວນ, ແລະ ລາວເປັນຄົນທຳອິດທີ່ປູກຕົ້ນອະງຸ່ນ.
|
||
\v 21 ລາວໄດ້ດື່ມນໍ້າອະງຸ່ນຫລາຍ ແລະ ເມົາ. ລາວໄດ້ນອນເປືອຍກາຍຢູ່ໃນຜ້າເຕັນຂອງລາວ.
|
||
|
||
\s5
|
||
\v 22 ຈາກນັ້ນຮາມ, ພໍ່ຂອງການາອານ, ໄດ້ມາເຫັນການເປືອຍກາຍຂອງພໍ່ລາວຈຶ່ງຟ້າວໄປບອກພີ່ນ້ອງຂອງເຂົາທີ່ຢູ່ຂ້າງນອກ.
|
||
\v 23 ດັ່ງນັ້ນເຊມ ແລະ ຢາເຟດຈຶ່ງໄດ້ເອົາເສື້ອຄຸມຍາວ ແລະ ພາດໃສ່ບ່າຂອງພວກເຂົາທັງສອງ. ພວກເຂົາຍ່າງຖອຍຫລັງເຂົ້າໄປແລ້ວປົກປິດການເປືອຍກາຍຂອງພໍ່ຂອງພວກເຂົາ. ພວກເຂົາໄດ້ປິ່ນຫນ້າໄປທາງອື່ນ, ດັ່ງນັ້ນພວກເຂົາຈຶ່ງບໍ່ໄດ້ເຫັນການເປືອຍກາຍຂອງພໍ່ພວກເຂົາ.
|
||
|
||
\s5
|
||
\v 24 ເມື່ອໂນອາໄດ້ຕື່ນຂຶ້ນຈາກການເມົາຂອງລາວ, ລາວກໍຮູ້ເຖິງສິ່ງທີ່ລູກຊາຍຫລ້າໄດ້ເຮັດກັບຕົນ
|
||
\v 25 ດັ່ງນັ້ນເຂົາຈຶ່ງຮ້ອງຂຶ້ນວ່າ, "ການາອານຈົ່ງຖືກສາບແຊ່ງ. ໃຫ້ມັນເປັນຄົນຮັບໃຊ້ຂອງຄົນຮັບໃຊ້ທັງຫລາຍຂອງພວກອ້າຍຂອງມັນ."
|
||
|
||
\s5
|
||
\v 26 ເຂົາຍັງເວົ້າດ້ວຍອີກວ່າ, "ຂໍໃຫ້ພຣະຢາເວ, ພຣະເຈົ້າຂອງເຊມ, ໄດ້ຮັບການສັນຣະເສີນ, ແລະ ໃຫ້ການາອານເປັນຄົນຮັບໃຊ້ຂອງເຂົາ.
|
||
\v 27 ຂໍໃຫ້ພຣະເຈົ້າເພີ່ມອານາເຂດຂອງຢາເຟດ, ແລະ ໃຫ້ເຂົາສ້າງບ້ານໃນເຕັນທັງຫລາຍຂອງເຊມ. ໃຫ້ການາອານຈະເປັນທາດຮັບໃຊ້ຂອງເຂົາ."
|
||
|
||
\s5
|
||
\v 28 ຫລັງຈາກນໍ້າຖ້ວມ, ໂນອາກໍມີອາຍຸຕໍ່ມາອີກສາມຮ້ອຍຫ້າສິບປີ.
|
||
\v 29 ລວມໂນອາມີອາຍຸເພິ່ນໄດ້ເກົ້າຮ້ອຍຫ້າສິບປີ, ແລະ ຈາກນັ້ນລາວກໍຕາຍໄປ.
|
||
|
||
\s5
|
||
\c 10
|
||
\cl ບົດທີ 10
|
||
\p
|
||
\v 1 ເຫລົ່ານີ້ຄືເຊື້ອສາຍຂອງພວກລູກຊາຍທັງຫລາຍຂອງໂນອາ, ຄື: ເຊມ, ຮາມ ແລະ ຢາເຟດ. ພວກເຂົາໄດ້ໃຫ້ກຳເນີດລູກຊາຍທັງຫລາຍ ຫລັງຈາກນໍ້າໄດ້ຖ້ວມ.
|
||
|
||
\s5
|
||
\v 2 ລູກຊາຍທັງຫລາຍຂອງຢາເຟດຄື: ໂກເມ, ມາກົກ, ມາດາຍ, ຢາວານ, ຕູບານ, ເມເຊັກ ແລະ ຕີຣາດ.
|
||
\v 3 ລູກຊາຍທັງຫລາຍຂອງໂກເມຄື: ອັດຊະເກນາດ, ຣີຟາດ, ແລະ ໂຕກາມາ.
|
||
\v 4 ລູກຊາຍທັງຫລາຍຂອງຢາວານຄືືເອລີຊາ, ສະເປນ, ໄຊປຣັດ, ແລະ ໂຣເດັດ.
|
||
\v 5 ຈາກຄົນເຫລົ່ານີ້ ປະຊາຊົນຕາມຊາຍຝັ່ງໄດ້ແຍກ ແລະ ເຂົ້າໄປໃນແຜ່ນດິນຂອງພວກເຂົາ, ແຕ່ລະຄົນຕາມພາສາຂອງຕົນ, ຕາມຕະກູນໂດຍປະຊາຊາດທັງຫລາຍຂອງພວກເຂົາ.
|
||
|
||
\s5
|
||
\v 6 ລູກຊາຍທັງຫລາຍຂອງຮາມຄື: ກູເຊ, ມີຊຣຽມ, ປັດ, ແລະ ການາອາ.
|
||
\v 7 ລູກຊາຍທັງຫລາຍຂອງກູເຊຄື: ເຊບາ, ຮາວິລາ, ສັບຕາ, ຣາອາມາ, ແລະ ສັບເຕກາ. ລູກຊາຍທັງຫລາຍຂອງຣາອາມາຄື: ເຊບາ ແລະ ເດດານ.
|
||
|
||
\s5
|
||
\v 8 ກູເຊເປັນພໍ່ຂອງນິມໂຣດ, ຊຶ່ງເປັນຜູ້ມີອຳນາດຄົນທຳອິດຂອງແຜ່ນດິນ.
|
||
\v 9 ເຂົາເປັນນາຍພານທີ່ຊົງພະລັງຕໍ່ພຣະພັກພຣະຢາເວ. ນັ້ນຄືສິ່ງທີ່ເປັນມາຂອງຄຳເວົ້າທີ່ວ່າ, "ເຫມືອນນິມໂຣດ, ນາຍພານທີ່ຊົງພະລັງ ຕໍ່ພຣະພັກພຣະຢາເວ."
|
||
\v 10 ສູນກາງຂອງອຳນາດແຫ່ງທຳອິດຂອງເຂົາຄືເມືອງບາບີໂລນ, ເມືອງເອເຣັກ, ເມືອງອັກກາດ, ແລະ ເມືອງຄານເນໃນແຜ່ນດິນຊີນາ.
|
||
|
||
\s5
|
||
\v 11 ນອກຈາກດິນແດນນີ້ເພິ່ນໄດ້ໄປຍັງອັດຊີເຣຍ ແລະ ສ້າງເມືອງຕ່າງໆຂຶ້ນ: ເມືອງນີເນເວ, ເມືອງເຣໂຮໂບດອີເຣ, ເມືອງກາລາ.
|
||
\v 12 ແລະເມືອງເຣເສັນ, ຊຶ່ງຢູ່ລະຫວ່າງເມືອງນີເນເວ ແລະ ເມືອງກາລາ. ມັນເປັນເມືອງໃຫຍ່.
|
||
\v 13 ເອຢິບໄດ້ໃຫ້ກຳເນີດຄົນລີເດຍ, ຄົນອານາມ, ຄົນເລຮາບ, ຄົນນັບຕູ,
|
||
\v 14 ຄົນປາທະຣູ, ຄົນກັດສະລູ (ຕົ້ນຕະກູນຄົນຟີລິດສະຕິນ), ແລະ ຄົນກະເຣເຕ.
|
||
|
||
\s5
|
||
\v 15 ການາອານເປັນພໍ່ຂອງຊີໂດນ, ຊຶ່ງເປັນລູກກົກຂອງເຂົາ, ແລະ ເຫັດ,
|
||
\v 16 ແລະ ຄົນເຢບຸດ, ຄົນອາໂມ, ຄົນກີກາຊີ,
|
||
\v 17 ຄົນຮີວີ, ຄົນອາກກີ, ຄົນສີນີ,
|
||
\v 18 ຄົນອາກວາດີ, ຄົນເຊມາຣີ ແລະ ຄົນຮາມັດ. ພາຍຫລັງຕະກູນຂອງຄົນການາອານກໍແຜ່ຂະຫຍາຍອອກໄປ.
|
||
|
||
\s5
|
||
\v 19 ເຂດແດນຂອງຄົນການາອານເລີ່ມຈາກເມືອງຊີໂດນ, ໄປເຖິງເມືອງເກຣາກ, ໄກໄປຈົນເຖິງເມືອງກາຊາ, ແລະ ໄປຈົນເຖິງເມືອງໂຊໂດມ, ເມືອງໂກໂມຣາ, ເມືອງອັດມາ, ແລະ ເມືອງເຊບົວອິມ, ໄປໄກຈົນເຖິງເມືອງລາຊາ.
|
||
\v 20 ຄົນເຫລົ່ານີ້ຄືລູກຊາຍທັງຫລາຍຂອງຮາມ, ໂດຍຕະກູນຂອງພວກເຂົາ, ໂດຍພາສາຂອງພວກເຂົາ, ໃນແຜ່ນດິນຂອງພວກເຂົາ, ແລະ ໃນປະຊາຊາດທັງຫລາຍຂອງພວກເຂົາ.
|
||
|
||
\s5
|
||
\v 21 ລູກຊາຍທັງຫລາຍຂອງເຊມ, ຜູ້ທີ່ເປັນອ້າຍກົກຂອງຢາເຟດ. ເຊມຍັງເປັນບັນພະບູຣຸດຂອງຄົນທັງຫມົດຂອງເອເບ.
|
||
\v 22 ລູກຊາຍທັງຫລາຍຂອງເຊມລວມມີ ເອລາມ, ອັດຊູຣະ, ອາກປັກຊາດ, ລູດ, ແລະອາຣາມ.
|
||
\v 23 ເຊື້ອສາຍຂອງອາຣາມແມ່ນຊາວອູເຊ, ຮຸນ, ເກເທ ແລະເມເຊັກ.
|
||
|
||
\s5
|
||
\v 24 ອາກປັກຊາດນັ້ນເປັນພໍ່ຂອງເຊລາ, ແລະ ເຊລາເປັນພໍ່ຂອງເອເບ.
|
||
\v 25 ເອເບມີລູກຊາຍສອງຄົນ. ຄົນຫນຶ່ງຊື່ເປເລັກ, ເພາະໃນສະໄຫມຂອງເພິ່ນໄດ້ມີການແບ່ງແຍກແຜ່ນດິນກັນ. ນ້ອງຊາຍຂອງລາວຊື່ໂຢກທານ.
|
||
|
||
\s5
|
||
\v 26 ໂຢກທານເປັນພໍ່ຂອງອານໂມດາດ, ເຊເລັບ, ຮາຊາມາເວດ, ເຢຣາ,
|
||
\v 27 ຮາໂດຣາມ, ອູຊານ, ດີກະລາ,
|
||
\v 28 ໂອບານ, ອາບີມາເອນ, ເຊບາ,
|
||
\v 29 ໂອຟີ, ຮາວີລາ ແລະ ໂຢບັບ. ພວກເຂົາທັງຫມົດແມ່ນເຊື້ອສາຍຂອງໂຢກທານ.
|
||
|
||
\s5
|
||
\v 30 ດິນແດນຂອງພວກເຂົາເລີ່ມຈາກເມືອງເມຊາ, ໄປທາງເມືອງເສຟາ, ພູເຂົາທາງທິດຕາເວັນອອກ.
|
||
\v 31 ຄົນເຫລົ່ານີ້ແມ່ນເຊື້ອສາຍຂອງເຊມ, ຕາມຕະກູນຂອງພວກເຂົາ ແລະ ພາສາຕ່າງໆຂອງພວກເຂົາ, ໃນແຜ່ນດິນຂອງເຂົາທັງຫລາຍ, ຕາມປະຊາຊາດທັງຫລາຍຂອງພວກເຂົາ.
|
||
|
||
\s5
|
||
\v 32 ຄົນເຫລົ່ານີ້ຄືຕະກູນຂອງລູກຊາຍທັງຫລາຍໂນອາ, ຕາມພົງພັນຂອງພວກເຂົາໂດຍປະຊາຊາດທັງຫລາຍຂອງພວກເຂົາ. ຈາກພວກເຫລົ່ານີ້ປະຊາຊາດທັງຫລາຍໄດ້ແບ່ງແຍກ ແລະ ໄປທົ່ວແຜ່ນດິນຫລັງນ້ຳຖ້ວມ.
|
||
|
||
\s5
|
||
\c 11
|
||
\cl ບົດທີ 11
|
||
\p
|
||
\v 1 ເມື່ອນັ້ນຄົນທົ່ວທັງແຜ່ນດິນໂລກໃຊ້ພາສາ ແລະ ຄຳສັບດຽວກັນ ແລະ ໃຊ້ຖ້ອຍຄຳແບບດຽວກັນ.
|
||
\v 2 ໃນຂະນະທີ່ພວກເຂົາໄດເດີນທາງໄປທາງທິດຕາເວັນອອກ, ພວກເຂົາໄດ້ພົບທົ່ງຮາບພຽງໃນແຜ່ນດິນຊີນາຍທີ່ບາບີໂລນ ແລະ ພວກເຂົາຈິ່ງໄດ້ຕັ້ງຖິ່ນຖານຢູ່ທີ່ນັ້ນ.
|
||
|
||
\s5
|
||
\v 3 ພວກເຂົາໄດ້ເວົ້າກັນວ່າ, "ມາເຖີດ, ໃຫ້ເຮົາປັ້ນດິນຈີ່ ແລະ ເຜົາມັນໃຫ້ສຸກ." ພວກເຂົາໃຊ້ດິນຈີ່ແທນກ້ອນຫີນ ແລະ ນ້ຳມັນດິນແທນປູນ.
|
||
\v 4 ພວກເຂົາເວົ້າວ່າ, "ຈົ່ງມາເຖີດ, ໃຫ້ພວກເຮົາສ້າງເມືອງ ແລະ ຫໍຄອຍທີ່ມີຍອດສູງເຖິງທ້ອງຟ້າ, ດ້ວຍພວກເຮົາເອງຖ້າເຮົາບໍ່ສ້າງ, ເຮົາຈະຖືກເຮັດໃຫ້ກະຈັດກະຈາຍໄປທົ່ວເທິງແຜ່ນດິນ."
|
||
|
||
\s5
|
||
\v 5 ດັ່ງນັ້ນພຣະຢາເວຈຶ່ງໄດ້ສະເດັດລົງມາເພື່ອເບິ່ງຕົວເມືອງກັບຫໍຄອຍນັ້ນຊຶ່ງພົງພັນຂອງອາດາມໄດ້ສ້າງຂຶ້ນ.
|
||
\v 6 ພຣະຢາເວໄດ້ກ່າວວ່າ, "ເບິ່ງເຖີດ, ພວກເຂົາເປັນປະຊາຊົນຫນຶ່ງດຽວ, ມີພາສາດຽວ, ແລະ ພວກເຂົາກຳລັງເລີ່ມຕົ້ນເຮັດສິ່ງນີ້! ໃນບໍ່ຊ້າສິ່ງທີ່ພວກເຂົາຕັ້ງໃຈຈະເຮັດ ຈະບໍ່ມີອັນໃດທີ່ເປັນໄປບໍ່ໄດ້ສຳລັບພວກເຂົາ.
|
||
\v 7 ມາເຖີດ, ໃຫ້ພວກເຮົາລົງໄປ ແລະ ເຮັດໃຫ້ພາສາຂອງພວກເຂົາວຸ້ນວາຍທີ່ນັ້ນ, ເພື່ອທີ່ວ່າພວກເຂົາຈະເວົ້າບໍ່ເຂົ້າໃຈຊຶ່ງກັນ ແລະ ກັນ."
|
||
|
||
\s5
|
||
\v 8 ດັ່ງນັ້ນພຣະຢາເວໄດ້ຊົງເຮັດໃຫ້ພວກເຂົາກະຈັດກະຈາຍໄປ ຈາກທີ່ນັ້ນໄປຢູ່ທົ່ວພື້ນແຜ່ນດິນໂລກ ແລະ ພວກເຂົາກໍໄດ້ຢຸດການກໍ່ສ້າງເມືອງນັ້ນ.
|
||
\v 9 ດັ່ງນັ້ນ, ຈຶ່ງເອີ້ນຊື່ເມືອງນັ້ນວ່າບາເບນ, ເພາະທີ່ນັ້ນພຣະຢາເວໄດ້ຊົງເຮັດໃຫ້ພາສາຂອງບັນດາປະຊາຊາດວຸ້ນວາຍກັນ ແລະ ຈາກທີ່ນັ້ນພຣະຢາເວໄດ້ເຮັດໃຫ້ພວກເຂົາພັດພາກຈາກກັນໄປທົ່ວເທິງແຜ່ນດິນໂລກ.
|
||
|
||
\s5
|
||
\v 10 ຄົນເຫລົ່ານີ້ຄືເຊື້ອສາຍຂອງເຊມ. ເຊມມີອາຍຸໄດ້ຫນຶ່ງຮ້ອຍປີ, ແລະຫລັງນ້ຳຖ້ວມສອງປີເພິ່ນມີລູກຊາຍຊື່ວ່າອາກປັກຊາດ.
|
||
\v 11 ເຊມໄດ້ມີອາຍຸຍືນຕໍ່ໄປອີກຫ້າຮ້ອຍປີຫລັງຈາກທີ່ເຂົາໄດ້ອາກປັກຊາດ. ເຂົາຍັງໄດ້ມີລູກຊາຍ ແລະ ຍິງຕື່ມອີກຫລາຍຄົນ.
|
||
|
||
\s5
|
||
\v 12 ເມື່ອອາກປັກຊາດມີອາຍຸໄດ້ສາມສິບຫ້າປີ, ເພິ່ນມີລູກຊາຍຊື່ວ່າເຊລາ.
|
||
\v 13 ອາກປັກສາດໄດ້ມີອາຍຸຍືນຕໍ່ໄປອີກ 403 ປີຫລັງຈາກທີ່ເຂົາໄດ້ເຊລາແລ້ວ. ເຂົາຍັງໄດ້ມີລູກຊາຍ ແລະ ຍິງຕື່ມອີກຫລາຍຄົນດ້ວຍ.
|
||
|
||
\s5
|
||
\v 14 ເມື່ອເຊລາອາຍຸໄດ້ສາມສິບປີເພິ່ນມີລູກຊາຍຊື່ເອເບ.
|
||
\v 15 ເຊລາໄດ້ມີອາຍຸຍືນຕໍ່ໄປອີກສີ່ຮ້ອຍສາມປີຫລັງຈາກທີ່ເຂົາໄດ້ເອເບ. ແລ້ວເຂົາຍັງໄດ້ມີລູກຊາຍ ແລະ ຍິງຕື່ມອີກຫລາຍຄົນດ້ວຍ.
|
||
|
||
\s5
|
||
\v 16 ເມື່ອເອເບມີອາຍຸໄດ້ສາມສິບສີ່ປີ, ເພິ່ນໄດ້ມີລູກຊາຍຊື່ເປເລັກ.
|
||
\v 17 ເອເບໄດ້ມີອາຍຸຍືນຕໍ່ໄປອີກ 430 ປີຫລັງຈາກທີ່ເຂົາໄດ້ເປເລັກ. ເຂົາຍັງໄດ້ມີລູກຊາຍ ແລະ ຍິງຕື່ມອີກຫລາຍຄົນດ້ວຍ.
|
||
|
||
\s5
|
||
\v 18 ເມື່ອເປເລັກອາຍຸໄດ້ສາມສິບປີ, ເພິ່ນໄດ້ມີລູກຊາຍຊື່ເຣອູ.
|
||
\v 19 ເປເລັກໄດ້ມີອາຍຸຍືນຕໍ່ໄປອີກສອງຮ້ອຍເກົ້າປີ ຫລັງຈາກທີ່ເຂົາໄດ້ເຣອູ. ເຂົາຍັງໄດ້ມີລູກຊາຍ ແລະ ຍິງຕື່ມອີກຫລາຍຄົນດ້ວຍ.
|
||
|
||
\s5
|
||
\v 20 ເມື່ອເຣອູມີອາຍຸໄດ້ສາມສິບສອງປີ, ເພິ່ນໄດ້ມີລູກຊາຍຊື່ເສຣຸກ.
|
||
\v 21 ເຣອູໄດ້ມີອາຍຸຍືນຕໍ່ໄປອີກສອງຮ້ອຍເຈັດປີ ຫລັງຈາກທີ່ເຂົາໄດ້ ເສຣຸກ. ແລ້ວເຂົາຍັງໄດ້ມີລູກຊາຍ ແລະ ຍິງຕື່ມອີກຫລາຍຄົນດ້ວຍ.
|
||
|
||
\s5
|
||
\v 22 ເມື່ອເສຣຸກອາຍຸໄດ້ສາມສິບປີ, ເພິ່ນໄດ້ມີລູກຊາຍຊື່ ນາໂຮ.
|
||
\v 23 ເສຣຸກໄດ້ມີອາຍຸຍືນຕໍ່ໄປອີກ ສອງຮ້ອຍປີ ຫລັງຈາກທີ່ເພິ່ນໄດ້ລູກຊາຍນາໂຮ. ເພິ່ນຍັງໄດ້ມີລູກຊາຍ ແລະຍິງຕື່ມອີກຫລາຍຄົນ.
|
||
|
||
\s5
|
||
\v 24 ເມື່ອນາໂຮອາຍຸໄດ້ຊາວເກົ້າປີ, ເພິ່ນໄດ້ມີລູກຊາຍຊື່ ເຕຣາ.
|
||
\v 25 ນາໂຮໄດ້ມີອາຍຸຍືນຕໍ່ໄປອີກຮ້ອຍສິບເກົ້າປີຫລັງຈາກທີ່ເພິ່ນໄດ້ລູກຊາຍເຕຣາ. ເພິ່ນຍັງໄດ້ມີລູກຊາຍ ແລະຍິງຕື່ມອີກຫລາຍຄົນ
|
||
\v 26 ຫລັງຈາກທີ່ ເຕຣາອາຍຸໄດ້ ເຈັດສິບປີ, ເພິ່ນໄດ້ມີລູກຊາຍ ຊື່: ອັບຣາມ, ນາໂຮ, ແລະຮາຣານ.
|
||
|
||
\s5
|
||
\v 27 ຄົນເຫລົ່ານີ້ເປັນເຊື້ອສາຍຂອງເຕຣາ. ເຕຣາເປັນພໍ່ຂອງອັບຣາມ, ນາໂຮ, ແລະ ຮາຣານ. ຮາຣານເປັນພໍ່ຂອງໂລດ.
|
||
\v 28 ຮາຣານໄດ້ຕາຍໄປຂະນະທີ່ເຕຣາພໍ່ຂອງຕົນຍັງມີຊີວິດຢູ່, ໃນແຜ່ນດິນທີ່ເຂົາເກີດຄືເມືອງອູເຣຂອງຊາວເຄເດັຍ.
|
||
|
||
\s5
|
||
\v 29 ອັບຣາມ ແລະນາໂຮໄດ້ແຕ່ງງານ. ເມຍຂອງອັບຣາມຄືນາງຊາຣາຍ ແລະເມຍຂອງນາໂຮຄືນາງມີລະກາ, ລູກສາວຂອງຮາຣານຜູ້ເປັນພໍ່ຂອງມິນຄາ ແລະອິດສະຄາ.
|
||
\v 30 ເນື່ອງຈາກຊາຣາຍ ເປັນຫມັນ; ນາງຈຶ່ງບໍ່ສາມາດມີລູກໄດ້.
|
||
|
||
\s5
|
||
\v 31 ເຕຣາໄດ້ພາອັບຣາມລູກຊາຍຂອງເຂົາ, ໂລດລູກຊາຍຂອງຮາຣານ, ລູກຊາຍຂອງເຂົາ ແລະຊາລາຍລູກໃພ້ເມຍຂອງອັບຣາມລູກຊາຍຂອງເຂົາຈາກເມືອງ ອູເຣຂອງຊາວເຄເດຍໄປດ້ວຍກັນເພື່ອໄປຍັງແຜ່ນດິນການາອານ. ແຕ່ພວກເຂົາໄດ້ມາເຖິງເມືອງຮາຣານ ແລະພັກຢູ່ທີ່ນັ້ນ.
|
||
\v 32 ເຕຣາມີອາຍຸໄດ້ສອງຮ້ອຍຫ້າປີແລະຈາກນັ້ນໄດ້ຕາຍໄປທີ່ເມືອງຮາຣານ.
|
||
|
||
\s5
|
||
\c 12
|
||
\cl ບົດທີ 12
|
||
\p
|
||
\v 1 ເວລານັ້ນພຣະຢາເວໄດ້ບອກອັບຣາມວ່າ, "ຈົ່ງອອກໄປຈາກປະເທດຂອງເຈົ້າ, ຈາກຍາດຕິພີ່ນ້ອງຂອງເຈົ້າ, ແລະ ຈາກຄົວເຮືອນຂອງພໍ່ເຈົ້າ, ໄປຍັງດິນແດນທີ່ເຮົາຈະຊີ້ແຈງໃຫ້ແກ່ເຈົ້າ.
|
||
\v 2 ເຮົາຈະເຮັດໃຫ້ເຈົ້າເປັນຊົນຊາດທີ່ຍິ່ງໃຫຍ່, ແລະ ເຈົ້າຈະເປັນພອນ.
|
||
\v 3 ເຮົາຈະອວຍພອນຄົນເຫລົ່ານັ້ນທີ່ອວຍພອນເຈົ້າ, ແຕ່ໃຜກໍຕາມທີ່ບໍ່ໃຫ້ກຽຕເຈົ້າ ເຮົາຈະສາບແຊ່ງເຂົາ. ຜ່ານທາງເຈົ້າຄອບຄົວທັງຫມົດຂອງແຜ່ນດິນຈະໄດ້ຮັບພອນ."
|
||
|
||
\s5
|
||
\v 4 ດັ່ງນັ້ນອັບຣາມຈຶ່ງໄດ້ໄປ, ຕາມທີ່ພຣະຢາເວໄດ້ຊົງບອກໃຫ້ເຂົາໄປ, ແລະ ໂລດໄດ້ໄປກັບເຂົາດ້ວຍ. ອັບຣາມມີອາຍຸໄດ້ເຈັດສິບຫ້າປີເມື່ອເຂົາອອກຈາກເມືອງຮາຣານ.
|
||
\v 5 ອັບຣາມໄດ້ພານາງຊາຣາຍເມຍຂອງຕົນ, ໂລດ, ລູກຊາຍຂອງນ້ອງຊາຍຂອງເຂົາ, ພ້ອມຊັບສິນທັງຫມົດຂອງພວກເຂົາທີ່ພວກເຂົາໄດ້ສະສົມໄວ້, ແລະ ຄົນທັງຫລາຍທີ່ພວກເຂົາໄດ້ມາໃນເມືອງຮາຣານ. ພວກເຂົາໄດ້ອອກໄປສູ່ດິນແດນການາອານ, ແລະ ໄດ້ມາເຖິງແຜ່ນດິນການາອານ.
|
||
|
||
\s5
|
||
\v 6 ອັບຣາມໄດ້ຜ່ານເຂົ້າໄປໃນແຜ່ນດິນນັ້ນເຂົາໄປໄກເຖິງເມືອງຊີເຄມ, ເຖິງຕົ້ນໂອກແຫ່ງໂມເຣ. ທີ່ເວລານັ້ນຄົນການາອານໄດ້ອາໄສຢູ່ໃນດິນແດນນັ້ນ.
|
||
\v 7 ພຣະຢາເວໄດ້ຊົງປາກົດແກ່ອັບຣາມ, ແລະ ບອກເພິ່ນວ່າ, "ເຮົາຈະມອບແຜ່ນດິນນີ້ໃຫ້ແກ່ເຊື້ອສາຍທັງຫລາຍຂອງເຈົ້າ." ບ່ອນນີ້ທີ່ອັບຣາມໄດ້ສ້າງແທ່ນບູຊາແກ່ພຣະຢາເວ, ພຣະອົງຜູ້ໄດ້ປາກົດແກ່ເຂົາ.
|
||
|
||
\s5
|
||
\v 8 ຈາກທີ່ນັ້ນເພິ່ນກໍໄດ້ຍົກຍ້າຍໄປທາງໃຕ້ສູ່ເນີນພູທາງທິດຕາເວັນອອກ, ຂອງເມືອງເບັດເອນທີ່ຊຶ່ງເພິ່ນໄດ້ຕັ້ງຄ້າຍພັກຂອງເພິ່ນໂດຍເມືອງ ເບັດເອນ, ຢູ່ທາງທິດຕາເວັນຕົກ ແລະ ເມືອງອາອີທາງທິດຕາເວັນອອກ. ທີ່ນັ້ນເພິ່ນໄດ້ສ້າງແທ່ນບູຊາແກ່ພຣະຢາເວ ແລະ ອອກນາມຊື່ຂອງພຣະຢາເວ.
|
||
\v 9 ຈາກນັ້ນອັບຣາມຍັງຄົງໄດ້ເດີນທາງ, ມຸ່ງຫນ້າໄປຍັງເນເກບ.
|
||
|
||
\s5
|
||
\v 10 ໄດ້ເກີດມີການອຶດຢາກໃນແຜ່ນດິນການາອານ, ດັ່ງນັ້ນອັບຣາມລົງໄປຍັງປະເທດອີຢິບ, ເພື່ອທີ່ຈະອາໄສຢູ່ເພາະການຂາດແຄນອາຫານໄດ້ຮຸນແຮງຫລາຍຂຶ້ນໃນແຜ່ນດິນ.
|
||
\v 11 ເມື່ອເພິ່ນຈະເຂົ້າໄປໃນປະເທດອີຢິບ, ເພິ່ນໄດ້ເວົ້າກັບຊາຣາຍເມຍຂອງຕົນວ່າ, "ເບິ່ງແມ, ເຮົາຮູ້ວ່າເຈົ້າເປັນຍິງທີ່ສວຍງາມ.
|
||
\v 12 ເມື່ອຄົນອີຢິບເຫັນເຈົ້າພວກເຂົາຈະເວົ້າວ່ານີ້ຄືເມຍຂອງເຂົາ, ແລ້ວພວກເຂົາກໍຈະຂ້າເຮົາເສຍແຕ່ໃຫ້ເຈົ້າມີຊີວິດຢູ່.
|
||
\v 13 ດັ່ງນັ້ນຈົ່ງບອກວ່າ, ເຈົ້າເປັນນ້ອງສາວຂອງເຮົາດັ່ງນັ້ນຈະເປັນການດີສຳລັບເຮົາເພາະເຈົ້າ, ແລະ ດັ່ງນັ້ນຊີວິດຂອງເຮົາຈະຖືກສະຫງວນໄວ້ເພາະເຈົ້າ."
|
||
|
||
\s5
|
||
\v 14 ແລະກໍເປັນຢ່າງນັ້ນເມື່ອອັບຣາມໄດ້ເຂົ້າໄປໃນອີຢິບ, ຊາວອີຢິບເຫັນວ່າຊາຣາຍງາມຫລາຍ.
|
||
\v 15 ເຈົ້າຊາຍຂອງຟາໂຣໄດ້ເຫັນນາງ ເວົ້າຍົກຍ້ອງນາງຕໍ່ຟາໂຣ, ນາງໄດ້ຖືກນຳໄປຍັງຣາຊວັງຂອງຟາໂຣ.
|
||
\v 16 ຟາໂຣໄດ້ຊົງເບິ່ງແຍງອັບຣາມເປັນຢ່າງດີເພາະເຫັນແກ່ນາງ, ແລະ ໄດ້ມອບຝູງແກະ, ຝູງງົວ, ແບ້, ລວາໂຕຜູ້, ແລະ ຄົນຮັບໃຊ້ຊາຍ, ຄົນຮັບໃຊ້ຍິງ, ລວາໂຕແມ່, ແລະ ອູດທັງຫລາຍໃຫ້ກັບເຂົາດ້ວຍ.
|
||
|
||
\s5
|
||
\v 17 ພຣະຢາເວໄດ້ຊົງເຮັດໃຫ້ເກີດໄພພິບັດຮ້າຍແຮງກັບຟາໂຣ ແລະຣາຊວົງຂອງພະອົງ, ເພາະຊາຣາຍເມຍຂອງອັບຣາມ.
|
||
\v 18 ຟາໂຣໄດ້ຊົງເອີ້ນອັບຣາມມາ, ແລະ ຖາມວ່າ, "ເປັນຫຍັງເຈົ້າຈຶ່ງເຮັດຕໍ່ເຮົາແບບນີ້? ເປັນຫຍັງເຈົ້າບໍ່ບອກເຮົາວ່ານາງເປັນເມຍຂອງເຈົ້າ?
|
||
\v 19 ເປັນຫຍັງເຈົ້າຈຶ່ງບອກວ່າ, ນາງຄືນ້ອງສາວຂອງເຈົ້າ? ດັ່ງນັ້ນເຮົາຈຶ່ງນຳນາງມາໄວ້ເປັນເມຍຂອງເຮົາ. ບັດນີ້ນາງຄືເມຍຂອງເຈົ້າ, ຈົ່ງເອົານາງຄືນໄປ, ແລະ ໄປຕາມທາງຂອງເຈົ້າ."
|
||
\v 20 ຈາກນັ້ນຟາໂຣໄດ້ຊົງອອກຄຳສັ່ງແກ່ຄົນຂອງພະອົງກຽ່ວກັບເພິ່ນ, ແລະ ພວກເຂົາໄດ້ສົ່ງເພິ່ນໄປພ້ອມກັບເມຍຂອງລາວ ແລະ ທຸກສິ່ງຂອງທີ່ລາວມີຢູ່.
|
||
|
||
\s5
|
||
\c 13
|
||
\cl ບົດທີ 13
|
||
\p
|
||
\v 1 ດັ່ງນັ້ນອັບຣາມໄດ້ອອກຈາກອີຢິບ ແລະ ເຂົ້າໄປຍັງເນເກບ, ເພິ່ນ, ແລະ ເມຍຂອງເພິ່ນ, ແລະ ທຸກສິ່ງທີ່ເພິ່ນມີ. ແລະ ໂລດກໍໄດ້ໄປກັບພວກເພິ່ນດ້ວຍ.
|
||
\v 2 ຂະນະນີ້ອັບຣາມເປັນຄົນຮັ່ງມີຫລາຍ, ທັງໃນດ້ານຂອງ, ຝູງສັດລຽ້ງພ້ອມທັງເງິນ, ແລະ ຄຳ.
|
||
|
||
\s5
|
||
\v 3 ເພິ່ນໄດ້ເດີນທາງຕໍ່ໄປຈາກເນເກບເຖິງເບັດເອນ, ແລະ ໄປເຖິງບ່ອນທີ່ຕົນເຄີຍຕັ້ງຄ້າຍພັກຄັ້ງກ່ອນ, ຢູ່ລະຫວ່າງເມືອງເບັດເອນ ກັບເມືອງອາອີ.
|
||
\v 4 ເພິ່ນໄປຍັງບ່ອນທີ່ຕັ້ງແທ່ນບູຊາທີ່ເພິ່ນໄດ້ສ້າງໄວ້ແຕ່ກ່ອນນັ້ນ. ທີ່ນີ້ອັບຣາມໄດ້ຮ້ອງອອກພຣະນາມພຣະຢາເວ.
|
||
|
||
\s5
|
||
\v 5 ສ່ວນໂລດ, ທີ່ເດີນທາງມາກັບອັບຣາມ, ກໍມີຝູງສັດ, ຜູ້ຄົນ, ແລະ ເຕັນຈຳນວນຫລວງຫລາຍດ້ວຍ.
|
||
\v 6 ແຜ່ນດິນນັ້ນບໍ່ກວ້າງຂວາງຫລາຍພໍສຳລັບພວກເຂົາທີ່ຈະອາໄສຢູ່ໃກ້ກັນ, ເພາະວ່າຊັບສິນຂອງພວກເຂົາມີຫລວງຫລາຍ, ດັ່ງນັ້ນພວກເຂົາຈຶ່ງບໍ່ສາມາດຢູ່ນຳກັນໄດ້.
|
||
\v 7 ແລະ ເກີດການຜິດຖຽງກັນລະຫວ່າງຄົນລຽ້ງສັດຂອງອັບຣາມ ແລະ ຄົນລ້ຽງສັດຂອງໂລດ. ໃນເວລານັ້ນຄົນການາອານ ແລະ ຄົນເປຣີຊີໄດ້ອາໄສຢູ່ໃນດິນແດນນັ້ນ.
|
||
|
||
\s5
|
||
\v 8 ດັ່ງນັ້ນອັບຣາມຈຶ່ງໄດ້ເວົ້າກັບໂລດວ່າ, "ຢ່າໃຫ້ມີການຜິດຖຽງກັນລະຫວ່າງເຮົາກັບເຈົ້າ, ແລະ ລະຫວ່າງຄົນຂອງເຈົ້າ ແລະ ຄົນຂອງເຮົາເລີຍ; ເພາະພວກເຮົາເປັນຍາຕກັນ.
|
||
\v 9 ແຜ່ນດິນທັງຫມົດຢູ່ຕໍ່ຫນ້າເຈົ້າແລ້ວບໍ່ແມ່ນບໍ? ໄປເຖີດເຈົ້າຈົ່ງແຍກໄປຈາກເຮົາ. ຖ້າເຈົ້າໄປທາງຊ້າຍ, ເຮົາກໍຈະໄປທາງຂວາ, ຫລືຖ້າເຈົ້າໄປທາງຂວາເຮົາກໍຈະໄປທາງຊ້າຍ."
|
||
|
||
\s5
|
||
\v 10 ໂລດກໍໄດ້ຫລຽວໄປຮອບໆ, ແລະ ໄດ້ເຫັນວ່າທົ່ງຮາບພຽງຂອງແມ່ນໍ້າຈໍແດນທັງຫມົດເປັນທີ່ມີນ້ຳບໍຣິບູນທຸກແຫ່ງໄປຈົນເຖິງເມືອງໂຊອາ, ເຫມືອນດັ່ງສວນຂອງພຣະຢາເວ, ເຫມືອນດິນແດນອີຢິບ. ນີ້ເປັນສະພາບກ່ອນທີ່ພຣະຢາເວຈະທຳລາຍເມືອງໂຊໂດມກັບເມືອງໂກໂມຣາ.
|
||
\v 11 ດັ່ງນັ້ນໂລດຈຶ່ງເລືອກເອົາທົ່ງຮາບພຽງທັງຫມົດຂອງແມ່ນໍ້າຈໍແດນສຳລັບຕົວເຂົາເອງ, ເເລະ ໄດ້ເດີນທາງໄປທາງທິດຕາເວັນອອກ, ແລະ ຍາດພີ່ນ້ອງທັງສອງກໍໄດ້ແຍກທາງກັນໄປ.
|
||
|
||
\s5
|
||
\v 12 ອັບຣາມໄດ້ອາໄສຢູ່ໃນດິນແດນການາອານ, ສ່ວນໂລດໄດ້ອາໄສຢູ່ທ່າມກາງເມືອງທັງຫລາຍຂອງທົ່ງຮາບພຽງນັ້ນ. ເຂົາຕັ້ງເຕັນຂອງເຂົາຢູ່ຫ່າງໄກຈາກເມືອງໂຊໂດມ.
|
||
\v 13 ສ່ວນປະຊາຊົນໃນເມືອງໂຊໂດມນັ້ນເປັນຄົນບາບຊົ່ວຮ້າຍຕໍ່ສູ້ພຣະຢາເວ.
|
||
|
||
\s5
|
||
\v 14 ພຣະຢາເວໄດ້ບອກກັບອັບຣາມວ່າ ຫລັງຈາກທີ່ໂລດໄດ້ແຍກຕົວອອກໄປຈາກເຂົາແລ້ວ, "ຈົ່ງແນມເບິ່ງຈາກບ່ອນທີ່ເຈົ້າກຳລັງຢືນຢູ່ນີ້ໄປທາງທິດເຫນືອ, ທິດໃຕ້, ທິດຕາເວັນອອກ, ແລະ ທິດຕາເວັນຕົກ.
|
||
\v 15 ແຜ່ນດິນທັງຫມົດທີ່ເຈົ້າແນມເຫັນນີ້, ເຮົາຈະມອບໃຫ້ແກ່ເຈົ້າ, ແລະ ແກ່ເຊື້ອສາຍທັງຫລາຍຂອງເຈົ້າຕະຫລອດໄປເປັນນິດ.
|
||
|
||
\s5
|
||
\v 16 ເຮົາຈະເຮັດໃຫ້ບັນດາເຊື້ອສາຍຂອງເຈົ້າມີຫລວງຫລາຍ, ເຫມືອນດັ່ງຜົງຂີ້ຝຸ່ນດິນດັ່ງນັ້ນຖ້າໃຜສາມາດນັບຜົງຂີ້ຜຸ່ນດິນໄດ້, ກໍຈະນັບເຊື້ອສາຍຂອງເຈົ້າໄດ້ຢ່າງນັ້ນ.
|
||
\v 17 ຈົ່ງລຸກຂຶ້ນ, ເດີນໄປໃຫ້ທົ່ວແຜ່ນດິນນີ້ທັງດ້ານຍາວ ແລະ ທັງດ້ານກວ້າງເພາະວ່າເຮົາຈະມອບແຜ່ນດິນນີ້ໃຫ້ເຈົ້າ."
|
||
\v 18 ດັ່ງນັ້ນອັບຣາມຈຶ່ງໄດ້ຍົກຍ້າຍເຕັນຂອງເພິ່ນ, ແລະ ມາອາໄສຢູ່ໃກ້ຕົ້ນໂອກແຫ່ງມຳເຣ, ທີ່ຊຶ່ງຢູ່ໃນເຮັບໂຣນ, ແລະ ທີ່ນັ້ນເພິ່ນໄດ້ສ້າງແທ່ນບູຊາແກ່ພຣະຢາເວ.
|
||
|
||
\s5
|
||
\c 14
|
||
\cl ບົດທີ 14
|
||
\p
|
||
\v 1 ໃນສະໄຫມຂອງອຳຣາເຟນ, ກະສັດຂອງເມືອງຊີນາ, ເຈົ້າອາຣິໂອກເມືອງເອນລາຊາ, ເຈົ້າເຄໂດລາໂອເມກະສັດເມືອງເອລາມ, ແລະ ຕີດານກະສັດເມືອງກົວອິມ,
|
||
\v 2 ພວກເຂົາໄດ້ເຮັດເສິກຕໍ່ສູ້ກັບເບຣາ, ກະສັດເມືອງໂຊໂດມ, ບີຊາ ແຫ່ງກະສັດເມືອງໂກໂມຣາ, ຊີນັບກະສັດເມືອງອັດມາ, ເຊເມເບກະສັດເມືອງເຊບົວອິມ, ແລະ ກະສັດເມືອງເບລາ (ຖືກເອີ້ນວ່າໂຊອາດ້ວຍ).
|
||
|
||
\s5
|
||
\v 3 ພາຍກະສັດທັງຫ້າຄົນເຫລົ່ານີ້ໄດ້ຮ່ວມມືກັນທີ່ພູເຂົາສິດດິມ (ຖືກເອີ້ນວ່າທະເລເກືອດ້ວຍ).
|
||
\v 4 ພວກເຂົາໄດ້ຮັບໃຊ້ເຄໂດລາໂອເມມາສິບສອງປີ, ແຕ່ໃນປີທີສິບສາມ ພວກເຂົາໄດ້ພາກັນກໍ່ການກະບົດຂຶ້ນ.
|
||
\v 5 ຈາກນັ້ນໃນປີທີສິບສີ່, ເຄໂດລາໂອເມ ແລະ ກະສັດທັງຫລາຍຜູ້ທີ່ຢູ່ຜ່າຍເຂົາໄດ້ມາ ແລະ ໂຈມຕີຄົນເຣຟາອີມທີ່ເມືອງ ອັດຊະຕາໂຣດ ການາອີມ, ຄົນຊູຊິມ ທີ່ເມືອງຮາມ, ຄົນເອມິມ ທີ່ເມືອງກີຣິອາດທາອິມ,
|
||
\v 6 ແລະ ຄົນໂຮຣີທີ່ດິນແດນພູເຂົາເສອີ, ຂອງພວກເຂົາໄກໄປ, ເຖິງເມືອງເອນປາຣານ, ຊຶ່ງຢູ່ໃກ້ທະເລຊາຍ.
|
||
|
||
\s5
|
||
\v 7 ຈາກນັ້ນພວກເຂົາກໍໄດ້ກັບມາຍັງເມືອງມິດສະປັດ. (ຖືກເອີ້ນອີກວ່າກາເດັດດ້ວຍ.), ແລະ ຮົບຊະນະທຸກເມືອງຂອງຊາວອາມາເຫລັກ, ແລະ ຄົນອາໂມທີ່ອາໄສຢູ່ທີ່ເມືອງຮາຊາໂຊນຕາມາ.
|
||
\v 8 ຈາກນັ້ນກະສັດເມືອງໂຊໂດມ, ກະສັດເມືອງໂກໂມຣາ, ກະສັດເມືອງອັດມາ, ກະສັດເມືອງເຊບົວອິມ, ແລະ ກະສັດເມືອງເບລາ (ທີ່ເອີ້ນວ່າໂຊອາດ້ວຍ) ໄດ້ອອກໄປ
|
||
\v 9 ແລະ ຕຽມຕົວເຮັດສົງຄາມສູ້ຮົບກັບເຄໂດລາໂອເມ, ກະສັດເມືອງເອລາມ, ຕີດານກະສັດເມືອງກົວອິມ, ອຳຣາເຟນກະສັດເມືອງຊີນາ, ອາຣິໂອກ, ກະສັດເມືອງເອນລາຊາ; ລວມເປັນກະສັດສີ່ພະອົງຕໍ່ສູ້ກະສັດຫ້າພະອົງ.
|
||
|
||
\s5
|
||
\v 10 ຂະນະນັ້ນທີ່ຮ່ອມເຂົາສິດດິມເຕັມໄປດ້ວຍບໍ່ນໍ້າມັນດິບ, ແລະ ເມື່ອກະສັດເມືອງໂຊໂດມ ແລະ ເມືອງໂກໂມຣາຫລົບຫນີນັ້ນ, ພວກເຂົາໄດ້ຕົກລົງໃນບໍ່ນັ້ນ. ສ່ວນກະສັດຄົນອື່ນໄດ້ຫລົບລີ້ໄປຍັງພູເຂົາ.
|
||
\v 11 ດັ່ງນັ້ນພວກຂ້າເສິກໄດ້ຢຶດເອົາສະບຽງອາຫານ ແລະ ສິ່ງຂອງທັງຫມົດຂອງເມືອງໂຊໂດມ, ແລະ ໂກໂມຣາແລ້ວຈາກໄປ.
|
||
\v 12 ເມື່ອພວກເຂົາຈາກໄປ, ພວກເຂົາໄດ້ຈັບຕົວໂລດ, ຫລານຊາຍຂອງອັບຣາມທີ່ອາໄສຢູ່ໃນເມືອງ ໂຊໂດມ, ແລະ ຊັບສິນເງິນຄຳທັງຫມົດຂອງເຂົາໄປດ້ວຍ.
|
||
|
||
\s5
|
||
\v 13 ມີຊາຍຄົນຫນຶ່ງຫນີມາໄດ້ ແລະ ໄດ້ມາບອກອັບຣາມຄົນເຮັບເຣີ. ເຂົາອາໄສຢູ່ໃກ້ຕົ້ນໂອກທີ່ເປັນຂອງມຳເຣ, ຄົນອາໂມໄຣຜູ້ຊຶ່ງເປັນພີ່ນ້ອງ. ຂອງເອັດຊະໂຄນ ແລະ ອາເນ, ຄົນພວກນີ້ທັງຫມົດເປັນມິດກັບອັບຣາມ.
|
||
\v 14 ໃນຂະນະນັ້ນເມື່ອອັບຣາມໄດ້ຍິນວ່າພວກສັດຕຣູໄດ້ຈັບຕົວຫລານຊາຍຂອງຕົນໄປ, ເພິ່ນໄດ້ຜູ້ຊາຍທີ່ໄດ້ຮັບການຝຶກຂອງເພິ່ນຈຳນວນ 318 ຄົນຜູ້ຊຶ່ງເກີດໃນຄ້າຍພັກຂອງເພິ່ນ, ແລະ ເພິ່ນໄດ້ໄລ່ຕາມພວກເຂົາໄປຈົນເຖິງເມືອງດານ.
|
||
|
||
\s5
|
||
\v 15 ແບ່ງຄົນຂອງເພິ່ນອອກຕໍ່ສູ້ກັບພວກເຂົາໃນເວລາກາງຄືນ ແລະໂຈມຕີພວກເຂົາ, ແລະ ໄລ່ຕິດຕາມພວກເຂົາໄປໄກເຖິງເມືອງໂຮບາ, ຊຶ່ງຢູ່ທາງເຫນືອຂອງເມືອງດາມັສກັດ.
|
||
\v 16 ຈາກນັ້ນເຂົາກໍໄດ້ນຳສິ່ງທີ່ຖືກຢຶດຄືນມາໄດ້ທັງຫມົດ, ແລະ ເພິ່ນຍັງນຳເອົາໂລດຫລານຊາຍຂອງຕົນ ແລະຊັບສົມບັດຂອງລາວພ້ອມທັງບັນດາແມ່ຍິງ ແລະ ຄົນອື່ນໆກັບມາດ້ວຍ.
|
||
|
||
\s5
|
||
\v 17 ຫລັງຈາກອັບຣາມໄດ້ກັບມາຈາກການເຮັດໃຫ້ເຈົ້າເຄໂດລາໂອເມ ແລະ ກະສັດທັງຫລາຍທັງຫລາຍທີ່ຢູ່ຝ່າຍເຂົາຜ່າຍແພ້ແລ້ວ, ກະສັດເມືອງໂຊໂດມໄດ້ອອກມາຕ້ອນຮັບເພິ່ນຢູ່ທີ່ຮ່ອມພູຊາເວ (ມີຊື່ອີກວ່າຮ່ອມພູຂອງກະສັດດ້ວຍ).
|
||
\v 18 ເມນຄີເຊເດັກ, ກະສັດແຫ່ງນະຄອນຊາເລັມ, ໄດ້ນຳເອົາເຂົ້າຈີ່ກັບ, ເຫລົ້າອະງຸ່ນອອກມາໃຫ້. ເພິ່ນເປັນປະໂລຫິດຂອງພຣະເຈົ້າສູງສຸດ.
|
||
|
||
\s5
|
||
\v 19 ເພິ່ນໄດ້ອວຍພອນອັບຣາມວ່າ, "ພຣະພອນຈົ່ງມີແດ່ອັບຣາມໂດຍພຣະເຈົ້າສູງສຸດ, ຜູ້ຊົງສ້າງທ້ອງຟ້າ ແລະ ແຜ່ນດິນໂລກ,
|
||
\v 20 ສັນຣະເສີນພຣະເຈົ້າສູງສຸດ, ຜູ້ຊົງເຮັດໃຫ້ສັດຕຣູຂອງເຈົ້າຢູ່ໃນມືຂອງເຈົ້າ." ຈາກນັ້ນອັບຣາມກໍໄດ້ຖວາຍຫນຶ່ງສ່ວນສິບຂອງທຸກສິ່ງໃຫ້ແກ່ເພິ່ນ.
|
||
|
||
\s5
|
||
\v 21 ກະສັດເມືອງໂຊໂດມໄດ້ກ່າວກັບອັບຣາມວ່າ, "ຈົ່ງໃຫ້ປະຊາຊົນແກ່ຂ້ານ້ອຍ, ແລະ ເອົາສິ່ງຂອງໄປສຳລັບຕົວເຈົ້າເອງ."
|
||
\v 22 ແຕ່ອັບຣາມໄດ້ຕອບກັບກະສັດເມືອງໂຊໂດມວ່າ, "ຂ້ານ້ອຍໄດ້ຍົກມືຂອງຂ້ານ້ອຍໃຫ້ແກ່ພຣະຢາເວ, ພຣະເຈົ້າຜູ້ສູງສຸດ, ຜູ້ຊົງສ້າງຟ້າ ແລະແຜ່ນດິນໂລກ,
|
||
\v 23 ວ່າຂ້ານ້ອຍຈະບໍ່ເອົາເສັ້ນດ້າຍຈັກຫນຶ່ງເສັ້ນ, ຫລືສິ່ງໃດໆທີ່ເປັນຂອງທ່ານ, ດັ່ງນັ້ນທ່ານຈະບໍ່ສາມາດກ່າວໄດ້ວ່າ, ເຮົາໄດ້ເຮັດໃຫ້ອັບຣາມຮັ່ງມີ.
|
||
\v 24 ຂ້ານ້ອຍຈະບໍ່ຮັບສິ່ງໃດເລີຍ, ຍົກເວັ້ນສິ່ງທີ່ບັນດາຄົນຫນຸ່ມທັງຫລາຍໄດ້ກິນ ແລະ ສ່ວນແບ່ງຂອງພວກຜູ້ຊາຍທີ່ໄປກັບຂ້ານ້ອຍ. ຂໍໃຫ້ອາເນ, ເອັດຊະໂຄນ, ແລະ ມຳເຣໄດ້ຮັບສ່ວນຂອງພວກເຂົາເຖີດ."
|
||
|
||
\s5
|
||
\c 15
|
||
\cl ບົດທີ 15
|
||
\p
|
||
\v 1 ຫລັງຈາກສິ່ງເຫລົ່ານີ້ແລ້ວຄຳສັ່ງຂອງພຣະຢາເວໄດ້ມາເຖິງອັບຣາມ, ໃນນິມິດກ່າວວ່າ, "ຢ່າຢ້ານເລີຍ, ອັບຣາມ! ເຮົາເປັນໂລ້ກຳບັງຂອງເຈົ້າ ແລະ ບຳເຫນັດອັນຍິ່ງໃຫຍ່ຂອງເຈົ້າ."
|
||
\v 2 ອັບຣາມໄດ້ຕອບວ່າ, "ອົງພຣະຜູ້ເປັນເຈົ້າພຣະຢາເວ, ພຣະອົງຈະຊົງໃຫ້ສິ່ງໃດແກ່ຂ້ານ້ອຍ, ໃນເມື່ອຂ້ານ້ອຍຍັງບໍ່ມີລູກຊາຍ, ແລະ ຜູ້ສືບທອດມໍຣະດົກຂອງບ້ານຂ້ານ້ອຍກໍຄືເອລີເອເຊ ຊາວດາມັສກັດບໍ?"
|
||
\v 3 ອັບຣາມໄດ້ທູນອີກວ່າ, "ຕັ້ງແຕ່ພຣະອົງບໍ່ໄດ້ໃຫ້ຂ້ານ້ອຍມີລູກ, ເບິ່ງແມ, ພໍ່ບ້ານຂອງຂ້ານ້ອຍກໍຄືຜູ້ສືບທອດມໍຣະດົກຂອງຂ້ານ້ອຍ."
|
||
|
||
\s5
|
||
\v 4 ຈາກນັ້ນ, ເບິ່ງແມ, ຄຳສັ່ງຂອງພຣະຢາເວໄດ້ມາເຖິງເຂົາກ່າວວ່າ, "ຄົນຜູ້ນີ້ຈະບໍ່ແມ່ນຜູ້ຮັບມໍຣະດົກຂອງເຈົ້າ, ແຕ່ຜູ້ທີ່ຈະມາຈາກຮ່າງກາຍຂອງເຈົ້າຈະເປັນຜູ້ຮັບມໍຣະດົກຂອງເຈົ້າ."
|
||
\v 5 ຈາກນັ້ນພຣະອົງໄດ້ຊົງພາ ເພິ່ນອອກໄປຂ້າງນອກ, ແລະ ບອກວ່າ, "ຈົ່ງເບິ່ງເທິງທ້ອງຟ້າ, ແລະ ນັບດວງດາວທັງຫລາຍຖ້າເຈົ້າສາມາດນັບພວກມັນໄດ້." ຈາກນັ້ນພຣະອົງໄດ້ບອກແກ່ເຂົາອີກວ່າ, "ດັ່ງນັ້ນເຊື້ອສາຍຂອງເຈົ້າກໍຈະເປັນຢ່າງນັ້ນ."
|
||
|
||
\s5
|
||
\v 6 ເຂົາເຊື່ອພຣະຢາເວ, ແລະ ພຣະອົງຊົງຖືວ່ານີ້ຄືຄວາມຊອບທັມຂອງເຂົາ.
|
||
\v 7 ພຣະອົງໄດ້ກ່າວແກ່ເພິ່ນວ່າ, "ເຮົາຄືພຣະຢາເວ, ຜູ້ທີ່ນຳພາເຈົ້າອອກມາຈາກເມືອງອູເຣຂອງຄົນເຄນເດຍ, ເພື່ອທີ່ຈະໃຫ້ດິນແດນນີ້ເປັນກຳມະສິດຂອງເຈົ້າ."
|
||
\v 8 ເພິ່ນໄດ້ເວົ້າວ່າ, "ອົງພຣະຜູ້ເປັນເຈົ້າພຣະຢາເວ, ຂ້ານ້ອຍຈະຮູ້ໄດ້ຢ່າງໃດ ວ່າຂ້ານ້ອຍຈະໄດ້ແຜ່ນດິນນີ້ເປັນກຳມະສິດ?"
|
||
|
||
\s5
|
||
\v 9 ຈາກນັ້ນພຣະອົງໄດ້ສັ່ງເພິ່ນວ່າ, "ຈົ່ງເອົາງົວແມ່ອາຍຸສາມປີຫນຶ່ງໂຕ, ແບ້ແມ່ອາຍຸສາມປີຫນຶ່ງໂຕ, ແກະເຖິກອາຍຸສາມປີຫນຶ່ງໂຕ, ນົກເຂົາຫນຶ່ງໂຕ, ກັບນົກກາງແກໜຸ່ມຫນຶ່ງໂຕມາໃຫ້ເຮົາ."
|
||
\v 10 ເພິ່ນໄດ້ນຳສິ່ງເຫລົ່ານີ້ທັງຫມົດມາໃຫ້ພຣະອົງ, ແລະ ຕັດອອກເປັນສອງທ່ອນ, ແລະ ວາງແຕ່ລະທ່ອນໄວ້ກົງກັນຂວ້າມກັນ, ແຕ່ເຂົາບໍ່ໄດ້ຕັດແບ່ງພວກນົກ.
|
||
\v 11 ເມື່ອພວກນົກທີ່ລ່າເຫຍື່ອບິນລົງມາເທິງເຫລົ່າຊາກສັດທັງຫລາຍ, ອັບຣາມກໍໄດ້ໄລ່ພວກມັນໄປ.
|
||
|
||
\s5
|
||
\v 12 ຈາກນັ້ນເມື່ອດວງຕາເວັນໄດ້ລັບຂອບຟ້າແລ້ວ, ອັບຣາມຮູ້ສຶກງ່ວງນອນ ແລະ, ເບິ່ງເຖີດ, ຄວາມມືດທີ່ເລິກລ້ຳແລະ ຫນ້າຢ້ານກົວອັນໃຫຍ່ກໍໄດ້ມາຄອບງຳເພິ່ນໄວ້.
|
||
\v 13 ພຣະຢາເວຈຶ່ງໄດ້ກ່າວກັບອັບຣາມວ່າ, "ຈົ່ງຮູ້ແນ່ເຖີດວ່າເຊື້ອສາຍທັງຫລາຍຂອງເຈົ້າຈະເປັນຄົນຕ່າງດ້າວຢູ່ໃນດິນແດນທີ່ບໍ່ແມ່ນຂອງພວກເຂົາ, ແລະ ຈະຖືກບັງຄັບໃຫ້ເປັນທາດ ແລະ ຖືກກົດຂີ່ຂົ່ມເຫັງເປັນເວລາສີ່ຮ້ອຍປີ.
|
||
|
||
\s5
|
||
\v 14 ເຮົາຈະພິພາກສາຊົນຊາດນັ້ນທີ່ ພວກເຂົາຮັບໃຊ້ເຊັ່ນນັ້ນ, ແລະຫລັງຈາກນັ້ນພວກເຂົາຈະອອກມາພ້ອມກັບຊັບສົມບັດຢ່າງຫລວງຫລາຍ.
|
||
\v 15 ແຕ່ເຈົ້າຈະໄປຫາບັນພະບຸຣຸດຂອງເຈົ້າຢ່າງສະຫງົບ, ແລະ ເຈົ້າຈະຖືກຝັງເມື່ອອາຍຸຫລາຍແລ້ວ.
|
||
\v 16 ໃນຊົ່ວອາຍຸຄົນທີສີ່ພວກເຂົາຈະມາທີ່ນີ້ອີກຄັ້ງ, ເພາະວ່າຄວາມຊົ່ວຊ້າຂອງຊາວອາໂມໄຣຍັງບໍ່ເຖິງຂີດສຸດ."
|
||
|
||
\s5
|
||
\v 17 ເມື່ອດວງຕາເວັນຕົກດິນ ແລະ ມືດແລ້ວ, ເບິ່ງເຖີດມີຫມໍ້ຄວັນໄຟ, ແລະ ມີໂຄມໄຟໄດ້ຜ່ານໄປລະຫວ່າງຊາກສັດເຫລົ່ານັ້ນ.
|
||
\v 18 ໃນວັນນັ້ນພຣະຢາເວໄດ້ຊົງຕັ້ງພັນທະສັນຍາກັບອັບຣາມ, ກ່າວວ່າ, "ໂດຍໃນນີ້ເຮົາມອບດິນແດນນີ້ໃຫ້ແກ່ເຊື້ອສາຍທັງຫລາຍຂອງເຈົ້າ, ຈາກແມ່ນ້ຳແຫ່ງອີຢິບ ຈົນເຖິງແມ່ນໍ້າໃຫຍ່, ຄືແມ່ນ້ຳເອີຟຣັດ
|
||
\v 19 ດິນແດນຂອງຄົນເກນິດ, ຄົນເກນິດຊີ, ຄົນກັດໂມ,
|
||
\v 20 ຄົນຮິດຕີ, ຄົນເປຣີຊີ, ຄົນເຣຟາອີມ,
|
||
\v 21 ຄົນອາໂມ, ຄົນການາອານ, ຄົນກີກາຊີ, ແລະ ຄົນເຢບຸດ."
|
||
|
||
\s5
|
||
\c 16
|
||
\cl ບົດທີ 16
|
||
\p
|
||
\v 1 ເຖິງວັນນີ້ນາງຊາຣາຍເມຍອັບຣາມ, ຍັງບໍ່ໄດ້ມີລູກໃຫ້ແກ່ອັບຣາມ, ແຕ່ນາງມີຄົນໃຊ້ຊາວອີຢິບ, ຄົນຫນຶ່ງຊື່ຮາກາ.
|
||
\v 2 ດັ່ງນັ້ນຊາຣາຍຈຶ່ງເວົ້າກັບອັບຣາມວ່າ, "ເບິ່ງເຖີດ, ພຣະຢາເວບໍ່ຍອມໃຫ້ຂ້ອຍມີລູກ. ໄປເຖີດໄປຫລັບນອນກັບສາວໃຊ້ຂອງຂ້ອຍ. ບາງທີນາງຈະເກີດລູກໃຫ້ຂ້ອຍກໍໄດ້." ອັບຣາມກໍໄດ້ຟັງສຽງຂອງຊາຣາຍ.
|
||
\v 3 ນັ້ນເປັນເວລາສິບປີຫລັງຈາກທີ່ອັບຣາມໄດ້ອາໄສຢູ່ໃນແຜ່ນດິນການາອານ, ທີ່ຊາຣາຍເມຍຂອງອັບຣາມໄດ້ຍົກຮາກາສາວໃຊ້ຊາວອີຢິບຂອງນາງໃຫ້ເປັນເມຍຂອງອັບຣາມ.
|
||
\v 4 ດັ່ງນັ້ນເຂົາຈຶ່ງໄດ້ຫລັບນອນກັບຮາກາ, ແລະ ນາງໄດ້ຕັ້ງທ້ອງ. ເມື່ອນາງຮູ້ວ່າຕົນຕັ້ງທ້ອງ, ນາງຈຶ່ງໄດ້ຫມິ່ນປະຫມາດນາຍຂອງນາງ.
|
||
|
||
\s5
|
||
\v 5 ຊາຣາຍຈຶ່ງໄດ້ເວົ້າກັບອັບຣາມວ່າ, "ຄວາມທຸກນີ້ຕົກແກ່ຂ້ອຍເພາະທ່ານ. ຂ້ອຍໄດ້ຍົກສາວໃຊ້ຂອງຂ້ອຍໃຫ້ເປັນເມຍຂອງທ່ານ, ແລະ ເມື່ອນາງຮູ້ວ່ານາງຕັ້ງທ້ອງ, ຂ້ອຍກໍຖືກຫມິ່ນປະຫມາດໃນສາຍຕາຂອງນາງ. ຂໍໃຫ້ພຣະຢາເວຕັດສິນຄວາມລະຫວ່າງຂ້ອຍກັບທ່ານ."
|
||
\v 6 ແຕ່ອັບຣາມໄດ້ເວົ້າກັບຊາຣາຍວ່າ, "ນີ້ເດ, ຍິງສາວໃຊ້ຂອງເຈົ້າຢູ່ໃນອຳນາດຂອງເຈົ້າ, ຈົ່ງເຮັດຕໍ່ນາງຕາມທີ່ເຈົ້າເຫັນວ່າດີທີ່ສຸດ." ດັ່ງນັ້ນຊາຣາຍຈຶ່ງຂົ່ມເຫັງນາງຢ່າງຫນັກ, ແລະ ນາງກໍໄດ້ຫນີໄປຈາກນາງ.
|
||
|
||
\s5
|
||
\v 7 ທູດສະຫວັນຂອງພຣະຢາເວໄດ້ພົບນາງຮາກາໃກ້ບໍ່ນໍ້າພຸໃນຖິ່ນທຸຣະກັນດານ, ບໍ່ນ້ຳພຸທີ່ຢູ່ເທິງທາງໄປເມືອງຊູເຣ.
|
||
\v 8 ທ່ານຈຶ່ງຖາມວ່າ, "ຮາກາ, ສາວໃຊ້ຂອງຊາຣາຍເຈົ້າມາແຕ່ໃສ? ແລະ ເຈົ້າກຳລັງຈະໄປໃສ? ນາງຈຶ່ງຕອບວ່າ, "ຂ້ານ້ອຍກຳລັງຈະຫນີຈາກນາຍຂອງຂ້ານ້ອຍ ນາງຊາຣາຍ."
|
||
|
||
\s5
|
||
\v 9 ທູດສະຫວັນຂອງພຣະຢາເວໄດ້ເວົ້າກັບນາງວ່າ, "ຈົ່ງກັບໄປຫານາຍຍິງຂອງເຈົ້າ, ແລະ ຖ່ອມຕົວຢູ່ໃຕ້ອຳນາດຂອງນາງ."
|
||
\v 10 ຈາກນັ້ນທູດສະຫວັນຂອງພຣະຢາເວໄດ້ເວົ້າກັບນາງວ່າ, "ເຮົາຈະເພີ່ມເຊື້ອສາຍຂອງເຈົ້າຢ່າງທະວີຄູນດັ່ງນັ້ນພວກເຂົາຈະມີຈຳນວນມາກມາຍ, ເກີນກວ່າຈະນັບໄດ້."
|
||
|
||
\s5
|
||
\v 11 ເບິ່ງແມ ເຈົ້າຕັ້ງທ້ອງ, ແລະ ກຳລັງຈະໄດ້ລູກຊາຍ, ແລະ ເຈົ້າຈະເອີ້ນຊື່ຂອງເຂົາວ່າອິຊະມາເອນ. ເພາະວ່າພຣະຢາເວໄດ້ຊົງຮັບຟັງຄວາມທຸກລຳບາກຂອງເຈົ້າທຸກປະການ.
|
||
\v 12 ເຂົາຈະເປັນດັ່ງລໍປ່າຂອງຜູ້ຊາຍ, ເຂົາຈະຕໍ່ສູ້ກັບຜູ້ຊາຍທຸກຄົນ. ແລະ ຜູ້ຊາຍທຸກຄົນຈະເປັນສັດຕຣູຕໍ່ສູ້ກັບເຂົາ, ແລະ ເຂົາຈະອາໄສແຍກອອກຈາກພີ່ນ້ອງທັງຫມົດຂອງເຂົາ."
|
||
|
||
\s5
|
||
\v 13 ຈາກນັ້ນນາງໄດ້ເອີ້ນນາມນີ້ຕໍ່ພຣະຢາເວຜູ້ທີ່ໄດ້ກ່າວແກ່ນາງວ່າ, "ພຣະອົງຄືພຣະເຈົ້າຜູ້ທີ່ຊົງເຫັນຂ້ານ້ອຍ," ເພາະນາງໄດ້ເວົ້າວ່າ, "ແມ່ນວ່າຫລັງຈາກທີ່ພຣະອົງໄດ້ຊົງເຫັນຂ້ານ້ອຍຍັງເຫັນໄດ້ແທ້ໆບໍ?"
|
||
\v 14 ດັ່ງນັ້ນນໍ້າສ້າງນັ້ນຈຶ່ງຖືກເອີ້ນຊື່ວ່າ ເບເອວຣາໄຮຣອຍ ນໍ້າສ້າງຂອງພຣະເຈົ້າຜູ້ເຫັນຂ້ອຍ; ເບິ່ງແມ, ມັນຕັ້ງຢູ່ລະຫວ່າງກາເດັດ ແລະ ເບເຣັດ.
|
||
|
||
\s5
|
||
\v 15 ນາງຮາກາໄດ້ເກີດລູກຊາຍໃຫ້ແກ່ອັບຣາມ, ແລະ ອັບຣາມໄດ້ຕັ້ງຊື່ລູກຊາຍທີ່ເກີດຈາກນາງຮາກາວ່າດອິຊະມາເອນ.
|
||
\v 16 ອັບຣາມມີອາຍຸແປດສິບຫົກປີ. ເມື່ອຮາກາໄດ້ເກີດອິຊະມາເອນແກ່ອັບຣາມ.
|
||
|
||
\s5
|
||
\c 17
|
||
\cl ບົດທີ 17
|
||
\p
|
||
\v 1 ເມື່ອອັບຣາມອາຍຸໄດ້ເກົ້າສິບເກົ້າປີ, ພຣະຢາເວໄດ້ຊົງປາກົດແກ່ອັບຣາມ ແລະ ກ່າວກັບເພິ່ນວ່າ, "ເຮົາເປັນພຣະເຈົ້າອົງຊົງຣິດອຳນາດ. ຈົ່ງດຳເນີນຕໍ່ຫນ້າເຮົາ ແລະ ປະພຶດແຕ່ສິ່ງທີ່ຊອບທັມ.
|
||
\v 2 ຈາກນັ້ນເຮົາຈະຢືນຢັນພັນທະສັນຍາຂອງເຮົາລະຫວ່າງເຮົາກັບເຈົ້າ, ແລະ ຈະເພີ່ມທະວີໃຫ້ແກ່ເຈົ້າຢ່າງຫລວງຫລາຍ."
|
||
|
||
\s5
|
||
\v 3 ອັບຣາມກົ້ມໄດ້ຂາບລົງທີ່ພື້ນດິນ ແລະ ພຣະເຈົ້າໄດ້ຊົງບອກກັບເຂົາວ່າ,
|
||
\v 4 "ສຳລັບເຮົານີ້, ຄືພັນທະສັນຍາຂອງເຮົາກັບເຈົ້າ. ເຈົ້າຈະເປັນບິດາຂອງຊົນຊາດທັງຫລາຍ.
|
||
\v 5 ອັບຣາມ ບໍ່ແມ່ນຊື່ຂອງເຈົ້າອີກຕໍ່ໄປ, ແຕ່ຊື່ຂອງເຈົ້າຈະເປັນອັບຣາຮາມ - ເພາະວ່າເຮົາຈະໃຫ້ເຈົ້າເປັນບິດາຂອງຫລາຍໆຊົນຊາດ.
|
||
\v 6 ເຮົາຈະເຮັດໃຫ້ເຈົ້າ ທະວີເພີ່ມຂຶ້ນຢ່າງຫລວງຫລາຍ, ແລະ ເຮົາຈະໃຫ້ຊົນຊາດທັງຫລາຍຂອງເຈົ້າເກີດຂຶ້ນ, ແລະກະສັດຫລາຍພະອົງຈະອອກມາຈາກເຈົ້າ.
|
||
|
||
\s5
|
||
\v 7 ເຮົາຈະຕັ້ງພັນທະສັນຍາຂອງເຮົາລະຫວ່າງເຮົາ ກັບເຈົ້າ ແລະເຊື້ອສາຍທັງຫລາຍຂອງເຈົ້າ, ທີ່ເກີດມາພາຍຫລັງເຈົ້າ ຕະຫລອດທຸກຊົ່ວອາຍຸຄົນຂອງພວກເຂົາ, ເປັນພັນທະສັນຍານິຣັນດອນ. ທີ່ຈະເປັນພຣະເຈົ້າຂອງເຈົ້າ ແລະ ຂອງເຊື້ອສາຍທັງຫລາຍຂອງເຈົ້າທີ່ເກີດມາພາຍຫລັງເຈົ້າ.
|
||
\v 8 ເຮົາຈະມອບດິນແດນທີ່ເຈົ້າອາໄສຢູ່ແກ່ເຈົ້າ, ແລະ ເຊື້ອສາຍທັງຫລາຍທີ່ເກີດມາພາຍຫລັງເຈົ້າ, ຄືດິນແດນການາອານ, ທັງຫມົດເປັນກຳມະສິດນິຣັນດອນ, ແລະ ເຮົາຈະເປັນພຣະເຈົ້າຂອງພວກເຂົາ."
|
||
|
||
\s5
|
||
\v 9 ຈາກນັ້ນພຣະເຈົ້າໄດ້ກ່າວແກ່ອັບຣາຮາມວ່າ, "ສຳລັບເຈົ້າ, ເຈົ້າຕ້ອງຮັກສາພັນທະສັນຍາຂອງເຮົາກັບເຈົ້າ, ແລະ ເຊື້ອສາຍທັງຫລາຍຂອງເຈົ້າ ທີ່ເກີດມາພາຍຫລັງເຈົ້າ ຕະຫລອດທຸກຊົ່ວອາຍຸຄົນຂອງພວກເຂົາ.
|
||
\v 10 ນີ້ຄືພັນທະສັນຍາຂອງເຮົາທີ່ເຈົ້າຕ້ອງຮັກສາລະຫວ່າງເຮົາກັບເຈົ້າ, ແລະ ເຊື້ອສາຍທັງຫລາຍ ຂອງເຈົ້າທີ່ເກີດມາພາຍຫລັງເຈົ້າຄື: ຜູ້ຊາຍທຸກຄົນທ່າມກາງເຈົ້າຈະຕ້ອງເຮັດພິທີຕັດ.
|
||
\v 11 ເຈົ້າຕ້ອງເຮັດພິທີຕັດຫນັງຫຸ້ມປາຍອົງຄະຊາດ, ແລະ ນີ້ຈະເປັນຫມາຍສຳຄັນຂອງພັນທະສັນຍາລະຫວ່າງເຮົາກັບເຈົ້າ.
|
||
|
||
\s5
|
||
\v 12 ຊາຍທຸກຄົນໃນທ່າມກາງພວກເຈົ້າ ທີ່ໄດ້ແປດວັນຕ້ອງເຮັດພິທີຕັດຕະຫລອດທຸກຊົ່ວອາຍຸຊາຕິພັນຂອງເຈົ້າ. ນີ້ລວມເຖິງຜູ້ຊາຍທີ່ເກີດໃນຄອບຄົວຂອງເຈົ້າ ແລະ ຜູ້ຊາຍທີ່ຖືກຊື້ມາຈາກຊາວຕ່າງຊາດດ້ວຍເງິນ. ຜູ້ຊຶ່ງບໍ່ແມ່ນເຊື້ອສາຍທັງຫລາຍຂອງເຈົ້າ.
|
||
\v 13 ຜູ້ຊາຍຊຶ່ງເກີດໃນຄົວເຮືອນຂອງເຈົ້າ ແລະ ຜູ້ຊາຍທີ່ຖືກຊື້ມາດ້ວຍເງິນຂອງເຈົ້າຕ້ອງເຮັດພິທີຕັດ. ດັ່ງນັ້ນພັນທະສັນຍາຂອງເຮົາຈະຢູ່ໃນເນື້ອຫນັງຂອງເຈົ້າເປັນພັນທະສັນຍານິຣັນດອນ.
|
||
\v 14 ຜູ້ຊາຍຄົນໃດທີ່ບໍ່ຍອມເຮັດພິທີຕັດຫນັງຫຸ້ມປາຍອົງຄະຊາດຈະຖືກຕັດອອກຈາກຊົນຊາດຂອງຕົນ ເພາະເຂົາໄດ້ລະເມີດພັນທະສັນຍາຂອງເຮົາ."
|
||
|
||
\s5
|
||
\v 15 ພຣະເຈົ້າໄດ້ກ່າວແກ່ອັບຣາຮາມວ່າ, "ສຳລັບນາງຊາຣາຍເມຍຂອງເຈົ້າ, ຢ່າເອີ້ນນາງຊາຣາຍອີກຕໍ່ໄປ. ແຕ່ຊື່ຂອງນາງຈະເປັນຊາຣາ.
|
||
\v 16 ເຮົາຈະອວຍພອນນາງ, ແລະ ເຮົາຈະໃຫ້ມີລູກຊາຍຄົນຫນຶ່ງຈາກນາງແກ່ເຈົ້າ. ເຮົາຈະອວຍພອນນາງ ແລະ ນາງຈະເປັນແມ່ຂອງຊົນຊາດທັງຫລາຍ. ກະສັດທັງຫລາຍຂອງປວງຊົນຈະມາຈາກນາງ."
|
||
|
||
\s5
|
||
\v 17 ຈາກນັ້ນອັບຣາຮາມກົ້ມຂາບລົງຫນ້າຈຳດິນ, ແລະ ຍິ້ມ, ແລະເວົ້າໃນໃຈຂອງເຂົາວ່າ, "ຜູ້ຊາຍທີ່ອາຍຸຫນຶ່ງຮ້ອຍປີແລ້ວຈະມີລູກໄດ້ຈັ່ງໃດ? ຊາຣາ, ກໍມີອາຍຸເກົ້າສິບປີຈະມີລູກໄດ້ຢູ່ ບໍ?"
|
||
\v 18 ອັບຣາຮາມໄດ້ກ່າວຕໍ່ພຣະເຈົ້າວ່າ, "ໂອຂໍໃຫ້ອິຊະມາເອນມີຊີວິດຢູ່ຕໍ່ພຣະພັກຂອງພຣະອົງ!"
|
||
|
||
\s5
|
||
\v 19 ແຕ່ພຣະເຈົ້າໄດ້ກ່າວວ່າ, "ບໍ່ແມ່ນແຕ່ຊາຣາເມຍຂອງເຈົ້າຈະເກີດລູກຊາຍໃຫ້ເຈົ້າ, ແລະ ເຈົ້າຕ້ອງຕັ້ງຊື່ເຂົາວ່າອີຊາກ. ເຮົາຈະຕັ້ງພັນທະສັນຍາຂອງເຮົາກັບເຂົາເປັນພັນທະສັນຍານິຣັນດອນກັບເຊື້ອສາຍຂອງເຂົາທີ່ເກີດພາຍຫລັງເຂົາ.
|
||
\v 20 ສຳລັບອິຊະມາເອນ, ເຮົາໄດ້ຟັງເຈົ້າ. ເບິ່ງເຖີດ, ເຮົາຈະອວຍພອນເຂົາ, ແລະ ຈະເຮັດໃຫ້ເຂົາມີລູກເພີ້ມຫລາຍຄົນ, ແລະ ຈະທະວີຄູນຢ່າງຫລວງຫລາຍແກ່ເຂົາ. ເຂົາຈະເປັນພໍ່ຂອງເຈົ້າຊາຍສິບສອງເຜົ່າ, ແລະ ເຮົາຈະເຮັດໃຫ້ເຂົາເປັນຊາດທີ່ຍິ່ງໃຫຍ່.
|
||
\v 21 ແຕ່ພັນທະສັນຍາຂອງເຮົາ ເຮົາຈະຕັ້ງໄວ້ກັບອີຊາກ, ຜູ້ຊຶ່ງຊາຣາຈະເກີດໃຫ້ແກ່ເຈົ້າເວລານີ້ໃນປີຫນ້າ."
|
||
|
||
\s5
|
||
\v 22 ເມື່ອພຣະອົງໄດ້ຊົງກ່າວກັບອັບຣາຮາມແລ້ວໆ, ພຣະເຈົ້າໄດ້ໄປຈາກເພິ່ນໄປ.
|
||
\v 23 ຈາກນັ້ນອັບຣາຮາມກໍເຮັດພິທີຕັດໃຫ້ແກ່ອິຊະມາເອນລູກຊາຍຂອງເພິ່ນ, ແລະ ຄົນເຫລົ່ານັ້ນທັງຫມົດທີ່ເກີດໃນຄົວເຮືອນຂອງເພິ່ນ, ແລະ ຄົນເຫລົ່ານັ້ນທັງຫມົດທີ່ຖືກຊື້ມາດ້ວຍເງິນຂອງເພິ່ນ, ຜູ້ຊາຍທຸກຄົນທ່າມກາງຜູ້ຊາຍທັງຫລາຍຂອງຄົວເຮືອນຂອງອັບຣາຮາມມາ, ແລະ ເຂົ້າພິທີຕັດຫນັງຫຸ້ມປາຍອົງຄະຊາດໃນວັນດຽວກັນ, ທີ່ພຣະເຈົ້າໄດ້ເວົ້າແກ່ເພິ່ນ.
|
||
|
||
\s5
|
||
\v 24 ອັບຣາຮາມອາຍຸໄດ້ເກົ້າສິບເກົ້າປີເມື່ອເພິ່ນເຮັດພິທີຕັດຫນັງຫຸ້ມປາຍອົງຄະຊາດ.
|
||
\v 25 ອິຊະມາເອນລູກຂອງເພິ່ນອາຍຸໄດ້ສິບສາມປີເມື່ອເຂົາເຂົ້າພິທີຕັດຫນັງຫຸ້ມປາຍອົງຄະຊາດ.
|
||
\v 26 ໃນວັນດຽວກັນນັ້ນທັງອັບຣາຮາມ ແລະ ອິຊະມາເອນລູກຊາຍຂອງເພິ່ນໄດ້ເຂົ້າພິທີຕັດ.
|
||
\v 27 ຜູ້ຊາຍທັງຫມົດຂອງຄົວເຮືອນຂອງເພິ່ນ, ໄດ້ເຂົ້າພິທີຕັດກັບເພິ່ນລວມທັງຄົນເຫລົ່ານັ້ນທີ່ຖືກຊື້ມາຈາກຄົນຕ່າງຊາດດ້ວຍເງິນ.
|
||
|
||
\s5
|
||
\c 18
|
||
\cl ບົດທີ 18
|
||
\p
|
||
\v 1 ພຣະຢາເວໄດ້ຊົງປາກົດແກ່ອັບຣາຮາມທີ່ຫມູ່ຕົ້ນໂອກຂອງມຳເຣ, ໃນເວລາອາກາດຮ້ອນຂອງວັນໃນຂະນະທີ່ເພິ່ນນັ່ງຢູ່ທີ່ປະຕູເຕັນ.
|
||
\v 2 ເພິ່ນເງີຍຫນ້າຂຶ້ນ, ເບິ່ງດູ, ເພິ່ນເຫັນຜູ້ຊາຍສາມຄົນກຳລັງຢືນຢູ່ກົງກັນຂວ້າມກັບເພິ່ນ. ເມື່ອເພິ່ນໄດ້ເຫັນພວກເຂົາ, ເພິ່ນໄດ້ແລ່ນຈາກປະຕູເຕັນໄປຕ້ອນຮັບພວກເຂົາ ແລະ ກົ້ມກາບລົງດິນ.
|
||
|
||
\s5
|
||
\v 3 ເພິ່ນໄດ້ເວົ້າວ່າ, "ນາຍທ່ານ, ຖ້າຂ້ານ້ອຍເປັນທີ່ໂປດປານໃນສາຍຕາຂອງທ່ານ, ຂໍຢ່າໄດ້ຜ່ານໄປ ແລະ ປະຖິ້ມຜູ້ຮັບໃຊ້ພວກທ່ານ.
|
||
\v 4 ຂໍໃຫ້ຂ້ານ້ອຍ, ໄດ້ນຳເອົານໍ້າມາລ້າງຕີນຂອງທ່ານ, ໃຫ້ທ່ານໄດ້ພັກຜ່ອນຢູ່ໃຕ້ຕົ້ນໄມ້.
|
||
\v 5 ໃຫ້ຂ້ານ້ອຍນຳເອົາອາຫານບາງຢ່າງເລັກນ້ອຍມາໃຫ້ທ່ານກິນ, ເພື່ອວ່າທ່ານຈະໄດ້ເຮັດໃຫ້ສົດຊື່ນຂຶ້ນຫລັງຈາກນັ້ນທ່ານຄ່ອຍເດີນທາງຕໍ່ໄປ. ເພາະທ່ານໄດ້ແວ່ມາຢ້ຽມຢາມຜູ້ຮັບໃຊ້ຂອງທ່ານ." ພວກເຂົາຕອບວ່າ, "ຈົ່ງເຮັດຕາມທີ່ເຈົ້າເວົ້າເຖີດ."
|
||
|
||
\s5
|
||
\v 6 ແລ້ວອັບຣາຮາມຈຶ່ງຟ້າວເຂົ້າໄປຫາຊາຣາ, ແລະ ເວົ້າວ່າ, "ໄວໆ, ຮີບໄປເອົາແປ້ງຢ່າງດີສາມຖັງນວດ, ແລະ ເຮັດເຂົ້າຈີ່."
|
||
\v 7 ຈາກນັ້ນອັບຣາຮາມຟ້າວແລ່ນໄປຫາຝູງສັດ, ແລະ ນຳເອົາລູກງົວທີ່ຍັງອ່ອນທີ່ຕູ້ຍພີດີ, ມາໃຫ້ຄົນຮັບໃຊ້, ແລະ ເຂົາໄດ້ຮີບທີ່ຈະຈັດແຈ່ງເຮັດເປັນອາຫານ.
|
||
\v 8 ເຂົາໄດ້ເອົາເນີຍ, ແລະ ນໍ້ານົມ ແລະ ຊີ້ນງົວທີ່ໄດ້ຈັດທຳໄວ້ແລ້ວ ແລະວາງອາຫານນັ້ນໄວ້ຕໍ່ຫນ້າພວກເຂົາ. ແລະ ເຂົາໄດ້ຢືນຢູ່ຂ້າງພວກເພິ່ນໃຕ້ຕົ້ນໄມ້ໃນຂະນະທີ່ພວກເຂົາກິນອາຫານ.
|
||
|
||
\s5
|
||
\v 9 ພວກເຂົາໄດ້ເວົ້າກັບເພິ່ນວ່າ, "ຊາຣາ ເມຍຂອງເຈົ້າຢູ່ໃສ?" ເພິ່ນຕອບວ່າ, "ນາງຢູ່ໃນຜ້າເຕັນ."
|
||
\v 10 ເຂົາໄດ້ເວົ້າວ່າ, "ແນ່ນອນແທ້ ເຮົາຈະກັບມາຫາເຈົ້າໃນລະດູໃບໄມ້ປົ່ງ, ແລະ ເບິ່ງເຖີດ, ຊາຣາເມຍຂອາເຈົ້າຈະມີລູກຊາຍ." ຊາຣາຢືນຟັງຢູ່ໃກ້ປະຕູເຂົ້າເຕັນຂ້າງຫລັງເພິ່ນ.
|
||
|
||
\s5
|
||
\v 11 ຂະນະນັ້ນອັບຣາຮາມ ແລະຊາຣາຕ່າງກໍມີອາຍຸຫລາຍແລ້ວ, ແລະຊາຣາກໍມີອາຍຸຫລາຍເກີນກວ່າທີ່ຈະມີລູກໄດ້.
|
||
\v 12 ດັ່ງນັ້ນຊາຣາຈຶ່ງຫົວຂວັນໃຫ້ກັບຕົນເອງ ແລະເວົ້າກັບຕົນເອງວ່າ, "ຫລັງຈາກທີ່ຂ້ອຍຫມົດແຮງແລ້ວ ແລະເຈົ້ານາຍຂອງຂ້ອຍກໍແກ່ແລ້ວ, ຂ້ອຍຍັງຈະມີຄວາມຍິນດີໃນເລື່ອງນີ້ອີກບໍ?"
|
||
|
||
\s5
|
||
\v 13 ພຣະຢາເວກໍຖາມອັບຣາຮາມວ່າ, "ເປັນຫຍັງຊາຣາຈຶ່ງຫົວຂວັນ ແລະ ເວົ້າວ່າ, "ຂ້ອຍຈະມີລູກຄົນຫນຶ່ງແທ້ໆບໍ, ໃນເມື່ອຂ້ອຍແກ່ແລ້ວ"?
|
||
\v 14 ມີຫຍັງແດ່ຍາກເກີນໄປສຳລັບພຣະຢາເວບໍ? ໃນເວລາທີ່ເຮົາໄດ້ກຳນົດໃນລະດູໃບໄມ້ປົ່ງ, ເຮົາຈະກັບມາຫາເຈົ້າ. ປະມານເວລານີ້ໃນປີຫນ້າຊາຣາຈະມີລູກຊາຍຜູ້ຫນຶ່ງ."
|
||
\v 15 ຊາຣາໄດ້ປະຕິເສດ ແລະ ເວົ້າວ່າ, "ຂ້ານ້ອຍບໍ່ໄດ້ຫົວຂວັນ." ເພາະນາງຢ້ານກົວ. ພຣະອົງຕອບວ່າ, "ບໍ່ແມ່ນເຈົ້າໄດ້ຫົວຂວັນ."
|
||
|
||
\s5
|
||
\v 16 ຈາກນັ້ນພວກຜູ້ຊາຍໄດ້ລຸກຂຶ້ນເພື່ອທີ່ຈະຈາກໄປ ແລະ ຫລຽວລົງໄປທີ່ເມືອງໂຊໂດມ. ອັບຣາຮາມໄປກັບພວກເຂົາ.
|
||
\v 17 ແຕ່ພຣະຢາເວໄດ້ກ່າວວ່າ, "ຄວນບໍທີ່ເຮົາຈະປິດບັງອັບຣາຮາມໃນສິ່ງທີ່ເຮົາຈະເຮັດນີ້.
|
||
\v 18 ເພາະວ່າອັບຣາຮາມຈິງໆແລ້ວຈະເປັນຊົນຊາດທີ່ຍິ່ງໃຫຍ່ທັງປວງ ແລະ ມີອຳນາດຫລາຍ ແລະ ຊົນຊາດທັງປວງຂອງແຜ່ນດິນຈະໄດ້ຮັບພອນເພາະເຂົາ.
|
||
\v 19 ເພາະວ່າເຮົາໄດ້ເລືອກເອົາລາວດັ່ງນັ້ນລາວຈະສັ່ງສອນລູກໆທັງຫລາຍຂອງລາວ ແລະ ຄົວເຮືອນຂອງລາວທີ່ຈະມາພາຍຫລັງລາວໃຫ້ຖືຮັກສາທາງຂອງພຣະຢາເວ, ເພື່ອກະທຳຄວາມຊອບທັມ ແລະຍຸຕິທັມ, ດັ່ງນັ້ນພຣະຢາເວຈະໄດ້ປະທານໃຫ້ແກ່ອັບຣາຮາມ ຕາມທີ່ພຣະອົງໄດ້ກ່າວກັບລາວແລ້ວນັ້ນ."
|
||
|
||
\s5
|
||
\v 20 ຈາກນັ້ນພຣະຢາເວກໍບອກວ່າເພາະວ່າ, "ມີສຽງຮຽກຮ້ອງກ່າວໂທດເມືອງໂຊໂດມ ແລະເມືອງໂກໂມຣາຢ່າງຫນັກຫນ່ວງ, ແລະເພາະວ່າຄວາມບາບຂອງຊາວເມືອງນັ້ນຮ້າຍແຮງ,
|
||
\v 21 ບັດນີ້ເຮົາຈະລົງໄປທີ່ນັ້ນ ແລະເບິ່ງຕາມສຽງຮຽກຮ້ອງກ່າວໂທດເມືອງນັ້ນທີ່ມາເຖິງເຮົາ, ເບິ່ງວ່າພວກເຂົາໄດ້ເຮັດບາບຢ່າງນັ້ນ. ເປັນຄວາມຈິງ, ຫລືບໍ່ເຮົາກໍຈະຮູ້."
|
||
|
||
\s5
|
||
\v 22 ດັ່ງນັ້ນພວກຜູ້ຊາຍໄດ້ໄປຈາກທີ່ນັ້ນ, ແລະມຸ່ງຫນ້າໄປສູ່ເມືອງໂຊໂດມ, ແຕ່ພຣະຢາເວຍັງຢູ່ກັບອັບຣາຮາມ.
|
||
\v 23 ຈາກນັ້ນອັບຣາຮາມໄດ້ເຂົ້າມາໃກ້ ແລະທູນຖາມວ່າ, "ພຣະອົງຈະຊົງທຳລາຍລ້າງຄົນຊອບທັມພ້ອມກັບຄົນອະທັມບໍ?
|
||
|
||
\s5
|
||
\v 24 ບາງທີອາດຈະມີຄົນຊອບທັມຫ້າສິບຄົນຢູ່ໃນເມືອງນັ້ນ. ພຣະອົງຈະຊົງທຳລາຍເມືອງນັ້ນ ແລະຈະບໍ່ລະເວັ້ນເມືອງນັ້ນເພາະຄົນຊອບທັມຫ້າສິບຄົນທີ່ຢູ່ທີ່ນັ້ນບໍ?
|
||
\v 25 ຂໍໃຫ້ມັນຢູ່ຫ່າງໄກຈາກພຣະອົງ, ທີ່ຈະຊົງກະທຳສິ່ງນັ້ນ, ຄືການຂ້າຄົນຊອບທັມພ້ອມກັບຄົນອະທັມດັ່ງນັ້ນຄວນບໍ ທີ່ຄົນຊອບທັມຈະຖືກລົງໂທດແບບດຽວກັນກັບຄົນອະທັມ. ຂໍໃຫ້ມັນຢູ່ຫ່າງໄກຈາກພຣະອົງເຖີດ! ຜູ້ພິພາກສາຂອງແຜ່ນດິນທັງຫມົດຈະບໍ່ເຮັດສິ່ງໃດທີ່ຍຸຕິທັມບໍ?."
|
||
\v 26 ພຣະຢາເວໄດ້ຕອບວ່າ, "ຖ້າເຮົາພົບຄົນຊອບທັມຫ້າສິບຄົນທີ່ເມືອງ ໂຊໂດມເຮົາຈະລະເວັ້ນເມືອງນັ້ນທັງເມືອງ, ເພາະເຫັນແກ່ພວກເຂົາ."
|
||
|
||
\s5
|
||
\v 27 ຂ້ານ້ອຍຂໍພຣະກາຣຸນາທີ່ຈະທູນຕໍ່ອົງພຣະຜູ້ເປັນເຈົ້າຂອງຂ້ານ້ອຍແມ່ນວ່າຂ້ານ້ອຍຈະເປັນພຽງຂີ້ຝຸ່ນ ແລະ ຂີ້ເຖົ່າວ່າ!
|
||
\v 28 ຖ້າຫາກມີຄົນຊອບທັມຫນ້ອຍກວ່າຫ້າສິບຄົນໄປຫ້າຄົນ ພຣະອົງຈະຊົງທຳລາຍເມືອງທັງເມືອງເພາະຂາດໄປຫ້າຄົນນັ້ນບໍ?" ພຣະອົງຕອບວ່າ,"ເຮົາຈະບໍ່ທຳລາຍເມືອງນັ້ນ, ຖ້າພົບຄົນຊອບທັມສີ່ສິບຫ້າຄົນທີ່ນັ້ນ."
|
||
|
||
\s5
|
||
\v 29 ເພິ່ນໄດ້ເວົ້າກັບພຣະອົງອີກວ່າ, ແລະໄດ້ທູນວ່າ, "ແລະຖ້າພົບພຽງສີ່ສິບຄົນເທົ່ານັ້ນເດ." ພຣະອົງໄດ້ກ່າວຕອບວ່າ,"ເຮົາກໍຈະບໍ່ທຳລາຍ ເມືອງນັ້ນເພາະເຫັນແກ່ສີ່ສິບຄົນນັ້ນ."
|
||
\v 30 ເພິ່ນໄດ້ທູນວ່າ," ອົງພຣະຜູ້ເປັນເຈົ້າຂໍພຣະກາຣຸນາຢ່າຊົງໂກດຮ້າຍເລີຍ, ຂ້ານ້ອຍຂໍຖາມອີກວ່າບາງເທື່ອອາດຈະພົບສາມສິບຄົນທີ່ນັ້ນ." ພຣະອົງຕອບວ່າ,"ເຮົາຈະບໍ່ທຳລາຍເມືອງນັ້ນ ຖ້າເຮົາພົບສາມສິບຄົນທີ່ນັ້ນ."
|
||
\v 31 ເຂົາໄດ້ທູນຖາມວ່າ, "ເບິ່ງເຖີດຂ້ານ້ອຍຂໍອົງພຣະຜູ້ເປັນເຈົ້າ ຂໍພຣະອົງໂຜດຍົກໂທດໃຫ້ຂ້ານ້ອຍທີ່ຈະທູນຕໍ່ອົງພຣະຜູ້ເປັນເຈົ້າຂອງຂ້ານ້ອຍ. "ຖ້າວ່າມີພຽງຊາວຄົນທີ່ນັ້ນ" ພຣະອົງຕອບວ່າ,"ເຮົາຈະບໍ່ທຳລາຍເມືອງນັ້ນ ເພາະເຫັນແກ່ຊາວຄົນນັ້ນ."
|
||
|
||
\s5
|
||
\v 32 ເພິ່ນໄດ້ທູນວ່າ, "ອົງພຣະຜູ້ເປັນເຈົ້າຂໍ ພຣະກາຣຸນາຢ່າຟ້າວໂກດຮ້າຍເລີຍ, ຂ້ານ້ອຍຂໍຖາມພຣະອົງອີກຄັ້ງນີ້ເປັນຄັ້ງສຸດທ້າຍ. ບາງທີອາດຈະພົບສິບຄົນທີ່ນັ້ນ ພຣະອົງໄດ້ຕອບວ່າ," ເຮົາຈະບໍ່ທຳລາຍເມືອງນັ້ນ ເພາະເຫັນແກ່ສິບຄົນນັ້ນ."
|
||
\v 33 ພຣະຢາເວໄດ້ສະເດັດໄປທັນທີທີ່ເມື່ອພຣະອົງສິ້ນສຸດການສົນທະນາກັບອັບຣາຮາມ, ແລະ ອັບຣາຮາມກໍໄດ້ກັບຄືນໄປສູ່ ທີ່ພັກ.
|
||
|
||
\s5
|
||
\c 19
|
||
\cl ບົດທີ 19
|
||
\p
|
||
\v 1 ທູດສະຫວັນສອງຕົນໄດ້ມາເຖິງເມືອງ ໂຊໂດມໃນຕອນຄໍ່າ, ຂະນະທີ່ໂລດກຳລັງນັ່ງຢູ່ທີ່ປະຕູເມືອງໂຊໂດມ. ໂລດໄດ້ເຫັນພວກເຂົາ, ຈຶ່ງໄດ້ລຸກຂຶ້ນອອກໄປຕ້ອນຮັບພວກເຂົາ, ແລະ ໄດ້ໂນ້ມຕົວລົງຫນ້າຈຸພື້ນດິນ.
|
||
\v 2 ເຂົາໄດ້ເວົ້າວ່າ, "ກະຣຸນາເທາະເຈົ້ານາຍຂອງຂ້ານ້ອຍເອີຍ, ຂ້ານ້ອຍຂໍເຊີນທ່ານແວ່ເຂົ້າໄປໃນບ້ານຜູ້ຮັບໃຊ້ຂອງທ່ານພັກຄ້າງຄືນ, ແລະ ລ້າງຕີນຂອງທ່ານ. ຈາກນັ້ນທ່ານສາມາດຕື່ນຂຶ້ນແຕ່ເຊົ້າ ແລະ ເດີນທາງໄປຕໍ່." ແຕ່ພວກເພິ່ນຕອບວ່າ, "ບໍ່ດອກເຮົາຈະພັກຄ້າງຄືນທີ່ສີ່ແຍກຂອງເມືອງ."
|
||
\v 3 ແຕ່ເຂົາພະຍາຍາມສືບຕໍ່ຂໍຮ້ອງຫລາຍຂຶ້ນ, ດັ່ງນັ້ນພວກເພິ່ນຈິ່ງໄປກັບເຂົາ, ແລະ ເຂົ້າໄປໃນທີ່ບ້ານຂອງໂລດ. ເຂົາໄດ້ຈັດແຈ່ງເຂົ້າປາອາຫານ ແລະ ປີ້ງເຂົ້າຈີ່ບໍ່ມີເຊື້ອແປ້ງ, ແລະພວກເພິ່ນກໍພາກັນຮັບກິນ.
|
||
|
||
\s5
|
||
\v 4 ແຕ່ກ່ອນທີ່ພວກເຂົາຈະນອນລົງ, ພວກຜູ້ຊາຍຂອງເມືອງນັ້ນ, ພວກຜູ້ຊາຍຂອງເມືອງໂຊໂດມ, ໄດ້ມາອ້ອມບ້ານນັ້ນໄວ້, ທັງຄົນຫນຸ່ມ ແລະຄົນແກ່ຜູ້ຊາຍທັງຫມົດ, ຈາກທຸກຊອກທຸກບ່ອນຂອງເມືອງນັ້ນ.
|
||
\v 5 ພວກເຂົາຮ້ອງຫາໂລດ, ແລະ ໄດ້ເວົ້າກັບເຂົາວ່າ, "ຜູ້ຊາຍທີ່ໄດ້ເຂົ້າມາຫາເຈົ້າຄືນນີ້ຢູ່ໃສ? ຈົ່ງນຳພວກເຂົາອອກມາໃຫ້ພວກເຮົາ, ພວກເຮົາຈະຫລັບນອນກັບພວກເຂົາ."
|
||
|
||
\s5
|
||
\v 6 ໂລດຈຶ່ງໄດ້ອອກໄປນອກປະຕູໄປຫາພວກເຂົາ ແລະ ໄດ້ປິດປະຕູຫລັງຈາກທີ່ເຂົາອອກໄປແລ້ວ.
|
||
\v 7 ເຂົາໄດ້ເວົ້າວ່າ, "ເຮົາຂໍຮ້ອງພວກທ່ານ, ພີ່ນ້ອງຂອງເຮົາຢ່າເຮັດເລື່ອງຊົ່ວຊ້າຢ່າງນັ້ນເລີຍ.
|
||
\v 8 ເບິ່ງເຖີດ, ເຮົາມີລູກສາວສອງຄົນຜູ້ທີ່ຍັງບໍ່ເຄີຍຫລັບນອນກັບຜູ້ຊາຍຄົນໃດມາກ່ອນ. ເຮົາຂໍຮ້ອງທ່ານ, ເຮົາຈະນຳພວກເຂົາອອກມາໃຫ້ພວກທ່ານຈະເຮັດສິ່ງໃດກັບພວກເຂົາກໍແລ້ວແຕ່ພວກທ່ານ. ພຽງແຕ່ຢ່າເຮັດສິ່ງໃດກັບຜູ້ຊາຍເຫລົ່ານີ້, ເພາະວ່າພວກເພິ່ນເປັນແຂກໄດ້ມາຢູ່ໃຕ້ຮົ່ມເງົາຫລັງຄາບ້ານຂອງເຮົາ."
|
||
|
||
\s5
|
||
\v 9 ພວກເຂົາຕອບວ່າ, "ຈົ່ງຖອຍໄປ!" ພວກເຂົາເວົ້າອີກດ້ວຍວ່າ, "ຄົນນີ້ມາທີ່ນີ້ເພື່ອຈະອາໄສຢູ່ທີ່ນີ້ເຫມືອນຄົນຕ່າງຊາດຄົນຫນຶ່ງ, ແຕ່ບັດນີ້ເຂົາໄດ້ກາຍເປັນຜູ້ພິພາກສາເຮົາ! ບັດນີ້ພວກເຮົາຈະຈັດການຢ່າງຊົ່ວຮ້າຍກັບໂຕເຈົ້າຫນັກກວ່າເຮັດກັບພວກເຂົາ." ພວກເຂົາໄດ້ຊຸກຜູ້ຊາຍຄົນນັ້ນ, ຢ່າງແຮງຄືສູ້ກັບໂລດ, ແລະ ເຂົ້າມາໃກ້ເພື່ອທີ່ຈະທຸບປະຕູບ້ານລົງ.
|
||
|
||
\s5
|
||
\v 10 ແຕ່ພວກຜູ້ຊາຍນັ້ນໄດ້ຍື່ນມືອອກໄປດຶງເອົາໂລດເຂົ້າມາໃນບ້ານ ແລະ ອັດປະຕູໄວ້.
|
||
\v 11 ຈາກນັ້ນພວກແຂກຂອງໂລດໄດ້ຈູ່ໂຈມຢ່າງທີ່ບໍ່ສາມາດຫລຽວເຫັນໄດ້ຕໍ່ພວກຜູ້ຊາຍທີ່ຢູ່ນອກປະຕູບ້ານທັງຄົນຫນຸ່ມ, ແລະຄົນແກ່ດັ່ງນັ້ນພວກເຂົາຈຶ່ງອ່ອນແຮງລົງ. ເມື່ອພວກເຂົາໄດ້ພະຍາຍາມເຂົ້າມາທີ່ປະຕູບ້ານ.
|
||
|
||
\s5
|
||
\v 12 ແລ້ວພວກຜູ້ຊາຍນັ້ນໄດ້ບອກກັບໂລດວ່າ, "ເຈົ້າມີໃຜທີ່ຢູ່ທີ່ນີ້ອີກບໍ? ລູກຊາຍ ແລະ ລູກສາວທັງຫລາຍ, ລູກເຂີຍທັງຫລາຍ ແລະ ໃຜກໍຕາມທີ່ເຈົ້າມີໃນເມືອງນີ້, ຈົ່ງພາພວກເຂົາອອກຈາກເມືອງນີ້.
|
||
\v 13 ເພາະວ່າເຮົາຈະທຳລາຍສະຖານທີ່ນີ້, ເພາະວ່າການຮຽກຮ້ອງກ່າວຫາເລື່ອງນີ້ດັງໄປເຖິງພຣະພັກພຣະຢາເວ ດັ່ງນັ້ນພຣະອົງຈຶ່ງຊົງໃຊ້ພວກເຮົາມາທຳລາຍເມືອງນີ້."
|
||
|
||
\s5
|
||
\v 14 ໂລດໄດ້ອອກໄປເວົ້າກັບຄູ່ຫມັ້ນຂອງລູກສາວເຂົາ, ພວກຜູ້ຊາຍທີ່ໄດ້ສັນຍາວ່າຈະແຕ່ງງານກັບລູກສາວທັງຫລາຍຂອງຕົນວ່າ, "ຈົ່ງຫນີອອກຈາກເມືອງນີ້ໄວໆ, ເພາະພຣະຢາເວກຳລັງຈະຊົງທຳລາຍເມືອງນີ້." ແຕ່ພວກເຂົາລູກເຂີຍຂອງເຂົາ ເຂົາຄິດວ່າເວົ້າຫລິ້ນ.
|
||
\v 15 ເມື່ອໃກ້ຈະຮຸ່ງເຊົ້າເຫລົ່າທູດສະຫວັນ, ໄດ້ເລັ່ງໂລດກ່າວວ່າ, "ຈົ່ງໄປເຖີດ, ນຳເອົາເມຍຂອງເຈົ້າກັບລູກສາວສອງຄົນທີ່ຢູ່ທີ່ນີ້, ເພື່ອທີ່ຈະບໍ່ຖືກທຳລາຍໄປກັບການລົງໂທດເມືອງນີ້."
|
||
|
||
\s5
|
||
\v 16 ແຕ່ຍັງສົງໄສພວກຜູ້ຊາຍນັ້ນຈຶ່ງດຶງມືລາວ, ແລະ ມືຂອງເມຍ, ແລະ ມືລູກສາວທັງສອງຂອງເຂົາເພາະວ່າພຣະຢາເວຊົງພຣະກາຣຸນາຕໍ່ລາວ. ພວກເຂົາໄດ້ນຳເອົາພວກເພິ່ນອອກໄປນອກເມືອງ.
|
||
\v 17 ເມື່ອພວກເຂົາໄດ້ເຂົາທັງຫລາຍອອກມາ, ຜູ້ຊາຍຄົນຫນຶ່ງໄດ້ເວົ້າວ່າ, "ຈົ່ງຟ້າວຫນີໄປເພື່ອເອົາຊີວິດລອດ! ຢ່າຫລຽວຄືນຫລັງ, ຫລືຢຸດພັກທີ່ໃດໃນທີ່ຮາບນັ້ນ. ຈົ່ງຫນີໄປເທິງພູເຂົາທັງຫລາຍເພື່ອທີ່ພວກເຈົ້າຈະບໍ່ຖືກກວດລ້າງ."
|
||
|
||
\s5
|
||
\v 18 ໂລດໄດ້ເວົ້າກັບພວກເຂົາວ່າ, "ຢ່າເລີຍກາຣຸນາເທາະ!
|
||
\v 19 ເຈົ້ານາຍຂອງຂ້ານ້ອຍຜູ້ຮັບໃຊ້ຂອງທ່ານ, ໄດ້ເປັນທີ່ໂປດປານໃນສາຍຕາຂອງທ່ານແລ້ວ, ແລະ ທ່ານໄດ້ສຳແດງຄວາມເມດຕາທີ່ຍິ່ງໃຫຍ່ແກ່ຂ້ານ້ອຍໃນການຊ່ວຍຊີວິດຂອງຂ້ານ້ອຍ, ແຕ່ຂ້ານ້ອຍບໍ່ສາມາດຫນີໄປຍັງພູເຂົາທັງຫລາຍໄດ້ທັນເພາະພັຍພິບັດຈະເຖິງຂ້ານ້ອຍເສຍກ່ອນ, ແລະ ຂ້ານ້ອຍຈະຕາຍ.
|
||
\v 20 ເບິ່ງເຖີດ, ເມືອງນັ້ນຢູ່ທີ່ນັ້ນຢູ່ໃກ້ພໍທີ່ຈະຫນີໄປທີ່ນັ້ນ, ແລະ ເປັນເມືອງນ້ອຍໆ. ກາຣຸນາ, ອະນຸຍາດໃຫ້ຂ້ານ້ອຍຫນີໄປທີ່ນັ້ນສາ. (ບໍ່ແມ່ນເມືອງນ້ອຍໆບໍ?), ແລະ ຊີວິດຂອງຂ້ານ້ອຍຈະປອດພັຍ."
|
||
|
||
\s5
|
||
\v 21 ເຂົາໄດ້ເວົ້າກັບທ່ານວ່າ, "ຕົກລົງ, ເຮົາຍອມຮັບຄຳຮ້ອງຂໍນີ້ດ້ວຍ, ທີ່ເຮົາຈະບໍ່ທຳລາຍເມືອງທີ່ເຈົ້າໄດ້ກ່າວເຖິງນັ້ນ.
|
||
\v 22 ຮີບໄວໆເຖີດ! ຈົ່ງຫນີໄປທີ່ນັ້ນ, ເພາະເຮົາຈະບໍ່ສາມາດເຮັດອັນໃດໄດ້ ຈົນກວ່າເຈົ້າຈະໄປເຖິງທີ່ນັ້ນ." ສະນັ້ນເມືອງນີ້ຈຶ່ງຖືກເອີ້ນຊື່ວ່າໂຊອາ.
|
||
|
||
\s5
|
||
\v 23 ເມື່ອໂລດໄປເຖິງເມືອງໂຊອາ ຕາເວັນກໍກຳລັງຂຶ້ນ.
|
||
\v 24 ຈາກນັ້ນ ພຣະຢາເວຊົງໄດ້ສົ່ງໃຫ້ໄຟ ແລະ ມາດມາຈາກທ້ອງຟ້າລົງມາເຫນືອເມືອງໂຊໂດມ ແລະ ໂກໂມຣາ.
|
||
\v 25 ພຣະອົງໄດ້ຊົງທຳລາຍເມືອງເຫລົ່ານັ້ນ, ແລະ ທີ່ຮາບທັງໝົດ, ແລະ ຜູ້ທີ່ຢູ່ໃນເມືອງເຫລົ່ານັ້ນທັງຫມົດ ແລະ ພືດພັນຕ່າງໆທີ່ເຕີບໂຕຈາກພື້ນດິນ.
|
||
|
||
\s5
|
||
\v 26 ແຕ່ເມຍຂອງໂລດ, ທີ່ຢູ່ຂ້າງຫລັງໄດ້ຫລຽວຄືນຫລັງ, ແລະ ນາງໄດ້ກາຍເປັນເສົາເກືອ.
|
||
\v 27 ອັບຣາຮາມໄດ້ລຸກຂຶ້ນແຕ່ເຊົ້າໆ ແລະ ໄດ້ໄປບ່ອນທີ່ເພິ່ນໄດ້ຢືນຢູ່ຕໍ່ພຣະພັກພຣະຢາເວ.
|
||
\v 28 ເພິ່ນໄດ້ຫລຽວລົງໄປເບິ່ງເມືອງໂຊໂດມ ແລະ ເມືອງໂກໂມຣາ ແລະແຜ່ນດິນທີ່ຮາບນັ້ນທັງຫມົດ. ເພິ່ນໄດ້ຫລຽວເບິ່ງເຫັນຄວັນພຸ່ງຂຶ້ນມາຈາກແຜ່ນດິນ, ເຫມືອນຄວັນຂອງເຕົາເຜົາ.
|
||
|
||
\s5
|
||
\v 29 ດັ່ງນັ້ນເມື່ອພຣະເຈົ້າຊົງໄດ້ທຳລາຍເມືອງທັງຫລາຍຂອງທີ່ຮາບ, ພຣະເຈົ້າຊົງໄດ້ລະນຶກເຖິງອັບຣາຮາມ. ພຣະອົງຊົງໄດ້ສົ່ງໂລດອອກໄປພົ້ນຈາກການທຳລາຍລ້າງເມື່ອພຣະອົງຊົງໄດ້ທຳລາຍເມືອງທັງຫລາຍທີ່ໂລດອາໄສຢູ່.
|
||
|
||
\s5
|
||
\v 30 ໂລດຈຶ່ງໄດ້ອອກໄປຈາກເມືອງໂຊອາ ໄປອາໄສຢູ່ເທິງພູເຂົາກັບລູກສາວທັງສອງ, ເພາະເຂົາຢ້ານກົວທີ່ຈະອາໄສຢູ່ທີ່ເມືອງໂຊອາ. ເຫດນີ້ເຂົາຈຶ່ງໄດ້ໄປອາໄສຢູ່ໃນຖໍ້າ, ເຂົາ ແລະ ລູກສາວທັງສອງຄົນ.
|
||
|
||
\s5
|
||
\v 31 ລູກສາວຜູ້ເອື້ອຍໄດ້ເວົ້າກັບນ້ອງສາວວ່າ, "ພໍ່ຂອງພວກເຮົາອາຍຸຫລາຍແລ້ວ, ແລະ ບໍ່ມີຜູ້ຊາຍຄົນໃດທີ່ຈະມາຫລັບນອນກັບເຮົາຕາມທຳນຽມປະເພນີຂອງໂລກ.
|
||
\v 32 ມາເທາະ, ໃຫ້ເຮົາຊັກຊວນພໍ່ດື່ມເຫລົ້າອະງຸ່ນຈົນເມົາ, ແລະ ເຮົາຈະໄດ້ນອນນຳເພິ່ນ, ເພື່ອທີ່ຈະຂະຫຍາຍເຊື້ອສາຍຂອງພໍ່ເຮົາ."
|
||
\v 33 ດັ່ງນັ້ນ ພວກເຂົາຈຶ່ງໃຫ້ພໍ່ຂອງພວກເຂົາດື່ມເຫລົ້າອະງຸ່ນໃນຄືນນັ້ນ. ຈາກນັ້ນ ລູກສາວກົກໄດ້ເຂົ້າໄປນອນນຳພໍ່ຂອງຕົນ, ເຂົາບໍ່ຮູ້ວ່ານາງໄດ້ເຂົ້າມານອນເມື່ອໃດ, ຫລື ນາງໄດ້ລຸກອອກໄປເມື່ອໃດ.
|
||
|
||
\s5
|
||
\v 34 ມື້ຕໍ່ມາຜູ້ເອື້ອຍໄດ້ເວົ້າກັບນ້ອງສາວວ່າ, "ຈົ່ງຟັງ, ມື້ຄືນນີ້ຂ້ອຍໄດ້ນອນນຳພໍ່ແລ້ວ. ໃຫ້ເຮົາຊັກຊວນເພິ່ນດື່ມເຫລົ້າອະງຸ່ນອີກຄືນມື້ນີ້, ແລະ ເຈົ້າຄວນເຂົ້າໄປ ແລະ ນອນນຳເພິ່ນ, ດັ່ງນັ້ນພວກເຮົາຈະຂະຫຍາຍເຊື້ອສາຍຂອງພໍ່."
|
||
\v 35 ດັ່ງນັ້ນ ພວກເຂົາຈຶ່ງໃຫ້ພໍ່ຂອງພວກເຂົາດື່ມເຫລົ້າອະງຸ່ນໃນຄືນນັ້ນດ້ວຍ, ແລະ ລູກສາວຄົນນ້ອງ ກໍໄດ້ເຂົ້າໄປນອນນຳພໍ່ຂອງຕົນ. ເພິ່ນບໍ່ຮູ້ວ່ານາງໄດ້ເຂົ້າມານອນເມື່ອໃດ, ຫລື ນາງໄດ້ລຸກໄປເມື່ອໃດ.
|
||
|
||
\s5
|
||
\v 36 ນີ້ແຫລະ ລູກສາວທັງສອງຂອງໂລດ ຈຶ່ງພາກັນຕັ້ງທ້ອງໂດຍພໍ່ຂອງພວກເຂົາ.
|
||
\v 37 ຜູ້ເປັນເອື້ອຍໄດ້ລູກຊາຍຄົນຫນຶ່ງ, ແລະໄດ້ຕັ້ງຊື່ ເຂົາວ່າໂມອາບ. ລາວໄດ້ເປັນບັນພະບຸຣຸດຂອງຊາວໂມອາບຈົນເຖິງທຸກວັນນີ້.
|
||
\v 38 ສຳລັບລູກສາວຄົນນ້ອງນາງກໍໄດ້ລູກຊາຍຜູ້ຫນຶ່ງ, ແລະໄດ້ຕັ້ງຊື່ເຂົາວ່າ ເບນນຳມີ. ລາວໄດ້ເປັນ ບັນພະບຸຣຸດ ຂອງຊາວອຳໂມນມາຈົນເຖິງ ທຸກວັນນີ້.
|
||
|
||
\s5
|
||
\c 20
|
||
\cl ບົດທີ 20
|
||
\p
|
||
\v 1 ອັບຣາຮາມໄດ້ເດີນທາງຈາກທີ່ນັ້ນໄປຍັງແຜ່ນດິນເນເກບ, ແລະ ໄດ້ອາໄສຢູ່ລະຫວ່າງເມືອງກາເດັດ ກັບເມືອງຊູເຣ. ເຂົາໄດ້ເປັນຄົນຕ່າງຊາດອາໄສຢູ່ທີ່ເມືອງເກຣາກ.
|
||
\v 2 ອັບຣາຮາມໄດ້ເວົ້າກຽ່ວກັບຊາຣາເມຍຂອງຕົນວ່າ, "ນາງເປັນນ້ອງສາວ." ດັ່ງນັ້ນເຈົ້າອາບີເມເຫລັກ ກະສັດເມືອງ ເກຣາກ ຊົງໄດ້ສົ່ງຜູ້ຊາຍຂອງພະອົງມາ ແລະ ພວກເຂົາໄດ້ນຳຊາຣາໄປ.
|
||
\v 3 ແຕ່ພຣະເຈົ້າຊົງໄດ້ສະເດັດມາຫາອາບີເມເຫລັກໃນຄວາມຝັນໃນຄືນນັ້ນ, ແລະ ໄດ້ກ່າວກັບເຂົາວ່າ, "ເບິ່ງເຖີດ, ເຈົ້າເປັນຜູ້ຊາຍທີ່ຕາຍແລ້ວເພາະຜູ້ຍິງ, ຜູ້ທີ່ເຈົ້າໄດ້ເອົາມານັ້ນນາງມີຜົວແລ້ວ."
|
||
|
||
\s5
|
||
\v 4 ຂະນະນັ້ນອາບີເມເຫລັກຍັງບໍ່ໄດ້ເຂົ້າໃກ້ນາງ ແລະ ພະອົງຈຶ່ງທູນວ່າ, "ຂ້າແດ່ອົງພຣະຜູ້ເປັນເຈົ້າ, ພຣະອົງຈະຊົງປະຫານປະຊາຊົນທີ່ບໍ່ມີຄວາມຜິດບໍ?
|
||
\v 5 ເຂົາເອງບໍ່ແມ່ນບໍທີ່ບອກກັບຂ້ານ້ອຍວ່າ, 'ນາງເປັນນ້ອງສາວຂອງລາວ. ແລະ ຕົວນາງເອງກໍໄດ້ເວົ້າວ່າເຂົາຄືອ້າຍຂອງລາວ.' ຂ້ານ້ອຍໄດ້ເຮັດສິ່ງນີ້ດ້ວຍຄວາມບໍຣິສຸດໃຈຂອງຂ້ານ້ອຍ ແລະ ມືບໍ່ໄດ້ເຮັດຜິດຫຍັງເລີຍ."
|
||
|
||
\s5
|
||
\v 6 ພຣະເຈົ້າຈຶ່ງໄດ້ຕອບແກ່ເພິ່ນທາງຄວາມຝັນວ່າ, "ຖືກຕ້ອງ, ເຮົາຮູ້ດີວ່າເຈົ້າໄດ້ເຮັດສິ່ງນີ້ດ້ວຍ ຄວາມຊື່ສັດຈາກໃຈຂອງເຈົ້າ, ເຮົາຈຶ່ງໄດ້ປ້ອງກັນເຈົ້າຈາກການເຮັດບາບຕໍ່ຕ້ານເຮົາດ້ວຍ. ດັ່ງນັ້ນເຮົາ ຈຶ່ງບໍ່ໄດ້ອະນຸຍາດໃຫ້ເຈົ້າແຕະຕ້ອງນາງ.
|
||
\v 7 ດັ່ງນັ້ນຈົ່ງຄືນເມຍຂອງລາວໄປ, ເພາະວ່າເຂົາເປັນຜູ້ທຳນວາຍ, ແລະ ລາວຈະອະທິຖານສຳລັບເຈົ້າ, ເພື່ອເຈົ້າຈະມີຊີວິດຢູ່ຕໍ່ໄປ, ແຕ່ຖ້າເຈົ້າບໍ່ຄືນນາງໄປ, ຈົ່ງຮູ້ເຖີດວ່າເຈົ້າ ແລະ ປະຊາຊົນທັງຫມົດ ທີ່ເປັນຂອງເຈົ້າຈະຕ້ອງຕາຍຢ່າງແນ່ນອນ."
|
||
|
||
\s5
|
||
\v 8 ອາບີເມເຫລັກຕື່ນນອນແຕ່ເຊົ້າໆ ແລະ ຊົງໄດ້ເອີ້ນຂ້າຣາຊການທັງຫມົດ. ຂອງຕົນເຂົ້າມາຫາ ແລະ ຊົງໄດ້ບອກເຖິງສິ່ງເລົ່ານີ້ທັງຫມົດແກ່ພວກເຂົາຟັງ, ແລະ ພວກຜູ້ຊາຍທັງຫລາຍກໍຢ້ານກົວ.
|
||
\v 9 ຈາກນັ້ນເຈົ້າອາບີເມເຫລັກຊົງໄດ້ເອີ້ນອັບຣາຮາມເຂົ້າມາເຝົ້າ ແລະ ຖາມກັບເຂົາວ່າ, "ເປັນຫຍັງເຈົ້າຈຶ່ງເຮັດເຊັ່ນນີ້ກັບເຮົາ? ເຮົາໄດ້ເຮັດບາບຕໍ່ສູ້ກັບເຈົ້າຢ່າງໃດ ເຈົ້າໄດ້ນຳຄວາມບາບທີ່ຍິ່ງໃຫຍ່ມາເທິງເຮົາ ແລະ ອານາຈັກຂອງເຮົາ? ເຈົ້າໄດ້ເຮັດຕໍ່ເຮົາໃນສິ່ງທີ່ບໍ່ຄວນເຮັດ."
|
||
|
||
\s5
|
||
\v 10 ອາບີເມເຫລັກໄດ້ກ່າວກັບອັບຣາຮາມວ່າ, "ແມ່ນຫຍັງ ເຮັດໃຫ້ເຈົ້າເຮັດສິ່ງນີ້?"
|
||
\v 11 ອັບຣາຮາມຈຶ່ງຕອບວ່າ, "ຂ້ານ້ອຍໄດ້ຄິດວ່າແນ່ນອນ, ໃນສະຖານທີ່ນີ້ຄົງຈະບໍ່ມີໃຜຢຳເກງພຣະເຈົ້າ, ແລະ ພວກເຂົາອາດສັງຫານຂ້ານ້ອຍເພາະເມຍຂອງຂ້ານ້ອຍ.
|
||
\v 12 ນອກຈາກນັ້ນ, ຄວາມເປັນຈິງແລ້ວນາງເປັນນ້ອງສາວຂອງຂ້ານ້ອຍ, ນາງເປັນລູກສາວຂອງພໍ່ຂອງຂ້ານ້ອຍ, ແຕ່ບໍ່ແມ່ນລູກສາວຂອງແມ່ຂອງຂ້ານ້ອຍ, ແລະ ນາງກໍໄດ້ກາຍມາເປັນເມຍຂອງຂ້ານ້ອຍ.
|
||
|
||
\s5
|
||
\v 13 ເມື່ອພຣະເຈົ້າຊົງໃຫ້ຂ້ານ້ອຍອອກຫນີອອກຈາກບ້ານຂອງພໍ່ຂອງຂ້ານ້ອຍ ແລະ ເດີນທາງຈາກທີ່ຫນຶ່ງໄປຍັງອີກທີ່ຫນຶ່ງ, ຂ້ານ້ອຍໄດ້ເວົ້າກັບນາງວ່າ, ເຈົ້າຕ້ອງສະແດງເຖິງຄວາມສັດຊື່ນີ້ເຊັ່ນເມຍຂອງຂ້ອຍ, ຄືໃນທຸກບ່ອນທີ່ເຮົາຈະໄປໃຫ້ເວົ້າເຖິງຂ້ອຍວ່າ, "ຂ້ອຍເປັນອ້າຍຂອງເຈົ້າ.""
|
||
\v 14 ຝູງງົວ, ແລະ ຄົນຮັບໃຊ້ຊາຍຍິງຈຳນວນຫນຶ່ງ, ແລະ ມອບພວກເຂົາໃຫ້ອັບຣາຮາມ. ຈາກນັ້ນພະອົງຊົງໄດ້ຄືນຊາຣາ, ເມຍຂອງອັບຣາຮາມໃຫ້ກັບເຂົາ.
|
||
|
||
\s5
|
||
\v 15 ເຈົ້າອາບີເມເຫລັກໄດ້ເວົ້າວ່າ, "ເບິ່ງເຖີດ, ດິນແດນຂອງເຮົາຢູ່ກັບເຈົ້າແລ້ວ. ຈົ່ງເລືອກເອົາຢຸ່ບ່ອນໃດກໍໄດ້ຕາມທີ່ເຈົ້າຕ້ອງການ."
|
||
\v 16 ສ່ວນຊາຣາພະອົງກ່າວວ່າ, "ນີ້ແຫລະ, ເຮົາເອົາເງິນຫນຶ່ງພັນຫລຽນໃຫ້ອ້າຍຂອງເຈົ້າ. ເປັນຂໍ້ພິສູດເຈົ້າທ່າມກາງສາຍຕາຄົນທັງຫລາຍທີ່ຢູ່ກັບເຈົ້າ, ແລະຕໍ່ຫນ້າຄົນທັງປວງ, ເຈົ້າໄດ້ເຮັດສິ່ງທີ່ຖືກຕ້ອງ."
|
||
|
||
\s5
|
||
\v 17 ຈາກນັ້ນ ອັບຣາຮາມໄດ້ອະທິຖານຕໍ່ພຣະເຈົ້າ, ແລະ ພຣະເຈົ້າຊົງເຮັດໃຫ້ອາບີເມເຫລັກ, ເມຍຂອງເຂົາ, ແລະ ຂ້າທາດຜູ້ຍິງຂອງເຂົາດັ່ງນັ້ນພວກເຂົາຈຶ່ງສາມາດມີລູກໄດ້.
|
||
\v 18 ເພາະວ່າພຣະຢາເວໄດ້ຊົງເຮັດໃຫ້ຜູ້ຍິງທັງຫມົດໃນຄົວເຮືອນຂອງອາບີເມເຫລັກເປັນຫມັນຢ່າງສົມບູນ, ເພາະເລື່ອງຂອງຊາຣາ, ເມຍຂອງອັບຣາຮາມ.
|
||
|
||
\s5
|
||
\c 21
|
||
\cl ບົດທີ 21
|
||
\p
|
||
\v 1 ພຣະຢາເວຊົງໄດ້ເອົາໃຈໃສ່ຊາຣາດັ່ງທີ່ພຣະອົງໄດ້ກ່າວວ່າພຣະອົງຈະຊົງກະທຳ, ແລະ ພຣະຢາເວຊົງໄດ້ເຮັດແກ່ຊາຣາເຫມືອນດັ່ງທີ່ພຣະອົງຊົງໄດ້ສັນຍາໄວ້.
|
||
\v 2 ຊາຣາໄດ້ຕັ້ງທ້ອງ ແລະ ເກີດລູກຊາຍຄົນຫນຶ່ງໃຫ້ແກ່ອັບຣາຮາມ ເມື່ອເພິ່ນເຖົ້າແກ່ແລ້ວ, ໃນເວລາທີ່ກຳນົດໄວ້ຕາມທີ່ພຣະເຈົ້າໄດ້ກ່າວແກ່ເພິ່ນແລ້ວນັ້ນ.
|
||
\v 3 ອັບຣາຮາມໄດ້ຕັ້ງຊື່ລູກຊາຍຂອງເຂົາ, ລູກຄົນດຽວທີ່ໄດ້ເກີດມາໃຫ້ເຂົາຜູ້ທີ່ຊາຣາໄດ້ໃຫ້ເຂົາເກີດມາແກ່ເພິ່ນຄື: ອີຊາກ.
|
||
\v 4 ອັບຣາຮາມໄດ້ເຮັດພິທີຕັດລູກຊາຍຂອງເພິ່ນຄືອີຊາກເມື່ອເຂົາອາຍຸໄດ້ແປດວັນ, ຕາມທີ່ພຣະເຈົ້າໄດ້ມີພຣະບັນຊາ.
|
||
|
||
\s5
|
||
\v 5 ອັບຣາຮາມມີອາຍຸໄດ້ຫນຶ່ງຮ້ອຍປີເມື່ອລູກຊາຍຂອງເຂົາຄືອີຊາກໄດ້ເກີດມາໃຫ້ເຂົາ.
|
||
\v 6 ຊາຣາໄດ້ເວົ້າວ່າ, "ພຣະເຈົ້າຊົງໄດ້ເຮັດໃຫ້ຂ້ອຍປິຕິຍິນດີມີສຽງຫົວ; ນັ້ນຄືທຸກຄົນທີ່ໄດ້ຍິນເລື່ອງນີ້ກໍຈະຫົວເລາະນຳຂ້ອຍ."
|
||
\v 7 ນາງຈຶ່ງໄດ້ເວົ້າອີກດ້ວຍວ່າ, "ໃຜຄວນຈະເວົ້າກັບອັບຣາຮາມວ່າ ຊາຣາມີລູກເພື່ອນາງໄດ້ດູແລ, ແລະ ຂ້ອຍຍັງໃຫ້ລູກຊາຍຄົນຫນຶ່ງແກ່ລາວເມື່ອເຖົ້າແກ່ແລ້ວ!"
|
||
|
||
\s5
|
||
\v 8 ເດັກຄົນນັ້ນໄດ້ຈະເລີນເຕີບໂຕ, ແລະ ໄດ້ເຊົານົມ, ແລະ ອັບຣາຮາມໄດ້ຈັດງານກິນລ້ຽງຢ່າງຍິ່ງໃຫຍ່ໃນວັນທີ່ອີຊາກຢ່ານົມ.
|
||
\v 9 ເມື່ອຊາຣາໄດ້ເຫັນລູກຊາຍຂອງຮາກາຊາວອີຢິບ, ຜູ້ຊຶ່ງນາງໄດ້ເກີດໃຫ້ແກ່ອັບຣາຮາມ, ກຳລັງເຢາະເຢີ້ຍ.
|
||
|
||
\s5
|
||
\v 10 ດັ່ງນັ້ນນາງຈຶ່ງໄດ້ເວົ້າກັບອັບຣາຮາມວ່າ, "ຈົ່ງສົ່ງຄົນຮັບໃຊ້ຍິງຜູ້ນີ້ ແລະ ລູກຊາຍຂອງນາງຫນີໄປສາ. ເພາະລູກຊາຍຂອງນາງທາດຄົນນີ້ຈະບໍ່ເປັນຜູ້ສືບທອດມໍຣະດົກກັບລູກຊາຍຂອງຂ້ອຍ, ກັບອີຊາກ."
|
||
\v 11 ສິ່ງນີ້ເຮັດໃຫ້ອັບຣາຮາມເປັນທຸກໃຈຫລາຍ ເພາະລູກຊາຍຂອງເພິ່ນຄືກັນ.
|
||
|
||
\s5
|
||
\v 12 ແຕ່ພຣະເຈົ້າກ່າວແກ່ອັບຣາຮາມວ່າ, "ຢ່າອຸກໃຈເພາະເດັກຄົນນັ້ນເລີຍ, ແລະ ເພາະຄົນຮັບໃຊ້ຍິງຂອງເຈົ້າ. ຈົ່ງຟັງຄຳຂອງນາງໃນທຸກສິ່ງທີ່ນາງເວົ້າແກ່ເຈົ້າໃນເລື່ອງນີ້, ເພາະໂດຍທາງອີຊາກເຊື້ອສາຍຂອງເຈົ້າຈະມີຊື່ສຽງ.
|
||
\v 13 ເຮົາຈະເຮັດໃຫ້ລູກຊາຍຂອງຍິງຮັບໃຊ້ຄົນນັ້ນເປັນປະເທດຫນຶ່ງດ້ວຍ, ເພາະວ່າລາວກໍເປັນເຊື້ອສາຍຂອງເຈົ້າ."
|
||
|
||
\s5
|
||
\v 14 ອັບຣາຮາມໄດ້ລຸກຂຶ້ນແຕ່ເຊົ້າໆ, ເອົາເຂົ້າຈີ່ ແລະ ນໍ້າຫນຶ່ງຖົງຫນັງ, ແລະ ມອບໃຫ້ແກ່ຮາກາ. ວາງເທິງໄລ່ຂອງນາງ. ເພິ່ນໄດ້ເອົາເດັກນ້ອຍເຈ່ຍໃສ່ຫລັງໃຫ້ນາງ ແລະ ສົ່ງນາງໄປ. ນາງໄດ້ຈາກໄປ ແລະເດີນໄປຢ່າງບໍ່ມີຈຸດມຸ່ງຫມາຍໃນຖິ່ນແຫ້ງແລ້ງກັນດານເບເອນເຊບາ.
|
||
\v 15 ເມື່ອນໍ້າໃນຖົງຫນັງຫມົດ, ນາງຈຶ່ງປະເດັກໄວ້ຢູ່ໃຕ້ພຸ່ມໄມ້ແຫ່ງຫນຶ່ງ.
|
||
\v 16 ຈາກນັ້ນນາງໄດ້ໄປ, ແລະ ນັ່ງລົງບໍ່ໄກໄປຈາກເຂົາ, ໄລຍະໄກປະມານລູກທະນູຕົກ. ເພາະນາງໄດ້ເວົ້າວ່າ, "ຢ່າໃຫ້ຂ້ອຍຫລຽວເບິ່ງຄວາມຕາຍຂອງເດັກນັ້ນ." ເມື່ອນາງໄດ້ນັ່ງທີ່ນັ້ນກົງກັນຂວ້າມກັບເຂົາ, ນາງໄດ້ຮ້ອງສຽງດັງຮ້ອງໄຫ້ຂຶ້ນ.
|
||
|
||
\s5
|
||
\v 17 ພຣະເຈົ້າຊົງໄດ້ຍິນສຽງຂອງເດັກນັ້ນ, ແລະທູດສະຫວັນຂອງພຣະເຈົ້າໄດ້ເອີ້ນ, ຮາກາຈາກທ້ອງຟ້າ, ແລະເວົ້າກັບນາງວ່າ, "ເຈົ້າມີຄວາມເດືອດຮ້ອນຫຍັງ? ຢ່າຢ້ານກົວເລີຍ, ເພາະວ່າພຣະເຈົ້າໄດ້ຍິນສຽງເດັກນັ້ນເຂົາຢູ່ໃສ.
|
||
\v 18 ຈົ່ງລຸກຂຶ້ນ,ຍົກເດັກນັ້ນຂຶ້ນ, ແລະໃຫ້ກຳລັງໃຈເຂົາ, ເພາະວ່າເຮົາຈະເຮັດໃຫ້ເຂົາເປັນຊົນຊາດທີ່ຍິ່ງໃຫຍ່ຊົນຊາດຫນຶ່ງ."
|
||
|
||
\s5
|
||
\v 19 ຈາກນັ້ນພຣະເຈົ້າຊົງໄດ້ເປີດຕາຂອງນາງ, ແລະນາງໄດ້ເຫັນນໍ້າສ້າງ. ນາງຈຶ່ງໄປຕັກເອົານໍ້າຈົນເຕັມຖົງຫນັງ, ແລະເອົາມາໃຫ້ລູກຊາຍດື່ມ.
|
||
\v 20 ພຣະເຈົ້າໄດ້ປະທັບຢູ່ນຳເດັກນັ້ນຈົນເຂົາຈະເລີນເຕີບໂຕຂຶ້ນ, ເຂົາໄດ້ອາໄສຢູ່ໃນຖິ່ນແຫ້ງແລ້ງກັນດານ, ແລະກາຍເປັນມືທະນູ.
|
||
\v 21 ເຂົາອາໄສຢູ່ໃນຖິ່ນແຫ້ງແລ້ງກັນດານປາຣານ, ແລະແມ່ຂອງເຂົາໄດ້ຫາເມຍຈາກປະເທດອີຢິບມາໃຫ້ເຂົາ.
|
||
|
||
\s5
|
||
\v 22 ແລະໃນເວລານັ້ນ ທີ່ອາບີເມເຫລັກ ແລະຟິໂກນແມ່ທັບຂອງເພິ່ນໄດ້ກ່າວກັບອັບຣາຮາມ ແລະເວົ້າວ່າ, "ພຣະເຈົ້າສະຖິດຢູ່ກັບເຈົ້າ. ໃນທຸກສິ່ງທີ່ເຈົ້າເຮັດ.
|
||
\v 23 ສະນັ້ນ ບັດນີ້ຈົ່ງປະຕິຍານຕໍ່ເຮົາໃນທີ່ນີ້ໂດຍພຣະເຈົ້າທີ່ ເຈົ້າຈະບໍ່ປະພຶດຢ່າງຜິດໆກັບເຮົາ, ຫລືກັບລູກຫລານຂອງເຮົາ, ຫລືກັບເຊື້ອສາຍທັງຫລາຍຂອງເຮົາ. ເຮົາສັດຊື່ຕໍ່ເຈົ້າ ດັ່ງນັ້ນ ຈົ່ງສະແດງແກ່ເຮົາ ແລະແກ່ດິນແດນຊຶ່ງເຈົ້າກຳລັງອາໄສຢູ່ນີ້. ເຫມືອນພັນທະສັນຍາທີ່ສັດຊື່ທີ່ເຮົາໄດ້ສະແດງຕໍ່ເຈົ້າ."
|
||
\v 24 ອັບຣາຮາມຕອບວ່າ, "ຂ້ານ້ອຍຂໍປະຕິຍານ."
|
||
|
||
\s5
|
||
\v 25 ອັບຣາຮາມຍັງໄດ້ເວົ້າກັບອາບີເມເຫລັກເຖິງເລື່ອງນໍ້າສ້າງ ທີ່ຂ້າຣາຊການຂອງອາບີເມເຫລັກໄດ້ຢຶດໄປຈາກເພິ່ນນັ້ນ.
|
||
\v 26 ອາບີເມເຫລັກໄດ້ຕອບວ່າ, "ເຮົາບໍ່ຮູ້ຈັກ ວ່າໃຜໄດ້ເຮັດສິ່ງນີ້. ເຈົ້າບໍ່ໄດ້ບອກເຮົາມາກ່ອນຫນ້ານີ້, ເຮົາບໍ່ເຄີຍໄດ້ຍິນເລື່ອງນີ້ມາກ່ອນຈົນເຖິງວັນນີ້."
|
||
\v 27 ດັ່ງນັ້ນອັບຣາຮາມກໍໄດ້ເອົາແກະ, ແລະງົວບາງໂຕມອບໃຫ້ອາບີເມເຫລັກ, ແລະຊາຍທັງສອງໄດ້ເຮັດພັນທະສັນຍາກັນ.
|
||
|
||
\s5
|
||
\v 28 ຈາກນັ້ນອັບຣາຮາມໄດ້ແຍກເອົາລູກແກະໂຕແມ່ເຈັດໂຕ ອອກມາຈາກຝູງແກະຕາມທີ່ກຳນົດໄວ້.
|
||
\v 29 ອາບີເມເຫລັກໄດ້ຖາມແກ່ອັບຣາຮາມວ່າ, "ລູກແກະໂຕແມ່ເຈັດໂຕເຫລົ່ານີ້ທີ່ເຈົ້າໄດ້ຈັດແຍກຕາມທີ່ກຳນົດໄວ້ມີຄວາມຫມາຍແນວໃດ?"
|
||
\v 30 ເຂົາໄດ້ທູນຕອບວ່າ, "ລູກແກະໂຕແມ່ເຈັດໂຕເຫລົ່ານີ້ ພຣະອົງຈະໄດ້ຮັບຈາກມືຂອງຂ້ານ້ອຍ, ນີ້ແຫລະຈະເປັນພະຍານສຳລັບຂ້ານ້ອຍ, ວ່າຂ້ານ້ອຍເປັນຜູ້ຂຸດນໍ້າສ້າງນີ້."
|
||
|
||
\s5
|
||
\v 31 ເຂົາຈຶ່ງໄດ້ເອີ້ນສະຖານທີ່ນັ້ນວ່າ ເບຍເອເຊບາ, ເພາະວ່າພວກເຂົາທັງສອງຝ່າຍໄດ້ປະຕິຍານກັນທີ່ນັ້ນ.
|
||
\v 32 ພວກເຂົາໄດ້ເຮັດພັນທະສັນຍາກັນທີ່ ເບຍເອເຊບາ, ແລະຈາກນັ້ນອາບີເມເຫລັກ, ແລະຟິໂກນແມ່ທັບຂອງເພິ່ນ, ໄດ້ກັບໄປຍັງດິນແດນຊາວຟີລິດສະຕິນ.
|
||
|
||
\s5
|
||
\v 33 ອັບຣາຮາມໄດ້ປູກຕົ້ນສົນຫມອກ ໄວ້ທີ່ເບຍເອເຊບາ. ທີ່ນັ້ນເຂົາໄດ້ນະມັດສະການພຣະຢາເວ, ພຣະເຈົ້ານິຣັນດອນ.
|
||
\v 34 ອັບຣາຮາມຍັງຄົງໄດ້ເປັນຄົນຕ່າງດ້າວໃນແຜ່ນດິນຂອງຟີລິດສະຕິນເປັນເວລາຫລາຍວັນ.
|
||
|
||
\s5
|
||
\c 22
|
||
\cl ບົດທີ 22
|
||
\p
|
||
\v 1 ພຣະເຈົ້າຊົງໄດ້ທົດລອງອັບຣາຮາມ. ພຣະອົງໄດ້ກ່າວແກ່ເພິ່ນວ່າ, "ອັບຣາຮາມເອີຍ!" ແລະອັບຣາຮາມກໍຕອບວ່າ, "ໂດຍ ຂ້ານ້ອຍຢູ່ທີ່ນີ້."
|
||
\v 2 ຈາກນັ້ນພຣະເຈົ້າບອກວ່າ, "ຈົ່ງນຳລູກຊາຍຂອງເຈົ້າ, ຄືລູກຊາຍພຽງຄົນດຽວຂອງເຈົ້າຜູ້ທີ່ເຈົ້າຮັກຄືອີຊາກ, ແລະ ໄປທີ່ແຄວ້ນໂມຣິຢາ. ຖວາຍເຂົາທີ່ນັ້ນເປັນເຄື່ອງເຜົາບູຊາເທິງພູເຂົາລູກຫນຶ່ງທີ່ນັ້ນ, ຊຶ່ງເຮົາຈະບອກແກ່ເຈົ້າ."
|
||
\v 3 ອັບຣາຮາມຈຶ່ງລຸກຂຶ້ນແຕ່ເຊົ້າມືດ, ຜູກອານລໍຂອງເຂົາ, ແລະ ຄົນຮັບໃຊ້ສອງຄົນໄປກັບເພິ່ນດ້ວຍ, ພອ້ມກັບອີຊາກລູກຊາຍຂອງເພິ່ນ. ເພິິ່ນໄດ້ຕັດໄມ້ຟືນສຳລັບການເຜົາເຄື່ອງບູຊາ, ດັ່ງນັ້ນຈຶ່ງເລີ້ມຕົ້ນການເດີນທາງຂອງເພິ່ນໄປຍັງບ່ອນທີ່ ທີ່ພຣະເຈົ້າຊົງໄດ້ບອກແກ່ເພິ່ນນັ້ນ.
|
||
|
||
\s5
|
||
\v 4 ໃນວັນທີສາມ ອັບຣາຮາມໄດ້ຫລຽວຂຶ້ນໄປ ແລະໄດ້ເຫັນບ່ອນນັ້ນຢູ່ແຕ່ໄກ.
|
||
\v 5 ອັບຣາຮາມໄດ້ເວົ້າກັບຄົນຮັບໃຊ້ຂອງເພິ່ນວ່າ, "ຈົ່ງຢູ່ທີ່ນີ້ກັບລໍນັ້ນ, ແລະ ເຮົາກັບລູກຈະໄປທີ່ນັ້ນ. ເຮົາຈະຂຶ້ນໄປນະມັດສະການພຣະເຈົ້າ ແລະ ຈະກັບມາຫາພວກເຈົ້າ."
|
||
\v 6 ຈາກນັ້ນອັບຣາຮາມໄດ້ເອົາຟືນສຳລັບເຜົາເຄື່ອງບູຊາໃຫ້ອີຊາກແບກຂຶ້ນໄປ. ເພິ່ນຖືໄຟ ແລະ ມີດໃນມືຂອງເພິ່ນເອງ; ແລະ ພວກເພິ່ນທັງສອງໄດ້ໄປດ້ວຍກັນ.
|
||
|
||
\s5
|
||
\v 7 ອີຊາກໄດ້ເວົ້າກັບອັບຣາຮາມພໍ່ຂອງເຂົາວ່າ, "ພໍ່ເອີຍ" ພໍ່ຈຶ່ງຕອບວ່າ, "ເຮົາຢູ່ນີ້ ລູກເອີຍ " ເຂົາໄດ້ເວົ້າວ່າ, "ເບິ່ງແມ, ທີ່ນີ້ມີໄຟ ແລະໄມ້ຟືນ, ແຕ່ລູກແກະທີ່ຈະເຜົາບູຊານັ້ນຢູ່ໃສ?"
|
||
\v 8 ອັບຣາຮາມຕອບວ່າ, "ລູກເອີຍ ພຣະເຈົ້າ ພຣະອົງເອງຈະຈັດຕຽມລູກແກະສຳລັບການເຜົາບູຊາເອງ." ດັ່ງນັ້ນພວກເຂົາທັງສອງ, ຈຶ່ງອອກໄປດ້ວຍກັນ.
|
||
|
||
\s5
|
||
\v 9 ເມື່ອພວກເພິ່ນມາຮອດບ່ອນທີ່ຊຶ່ງພຣະເຈົ້າໄດ້ບອກແກ່ເພິ່ນນັ້ນ, ອັບຣາຮາມໄດ້ສ້າງແທ່ນບູຊາຂຶ້ນທີ່ນັ້ນ ແລະວາງຟືນເທິງແທ່ນນັ້ນ. ຈາກນັ້ນເພິ່ນໄດ້ມັດ ອີຊາກ, ລູກຊາຍຂອງຕົນ ແລະວາງເຂົາເທິງແທ່ນບູຊາເທິງກອງຟືນ.
|
||
\v 10 ອັບຣາຮາມໄດ້ຍື່ນມືຂອງເຂົາອອກ ຈັບເອົາມີດເພື່ອຈະຂ້າລູກຊາຍຂອງເຂົາ.
|
||
|
||
\s5
|
||
\v 11 ທັນໃດນັ້ນ ທູດສະຫວັນຂອງພຣະຢາເວໄດ້ເອີ້ນເຂົາມາຈາກທ້ອງຟ້າເວົ້າວ່າ, "ອັບຣາຮາມ, ອັບຣາຮາມເອີຍ!" ແລະເພິ່ນຈຶ່ງທູນຕອບວ່າ, "ຂ້ານ້ອຍຢູ່ທີ່ນີ້ກຳລັງຟັງຢູ່."
|
||
\v 12 ທູດສະຫວັນກ່າວວ່າ, "ຢ່າແຕະຕ້ອງເດັກນັ້ນຫລືເຮັດສິ່ງໃດທີ່ຈະທຳຮ້າຍເຂົາ, ບັດນີ້ ເຮົາຮູ້ແລ້ວວ່າ ເຈົ້າເຊື່ອຟັງແລະຢຳເກງພຣະເຈົ້າ, ດ້ວຍເຫັນວ່າເຈົ້ານັ້ນບໍ່ໄດ້ຫວງແຫນລູກຊາຍຂອງເຈົ້າ, ລູກຊາຍພຽງຄົນດຽວຂອງເຈົ້າ,ຈາກເຮົາ."
|
||
|
||
\s5
|
||
\v 13 ອັບຣາຮາມແນມໄປຮອບໆ ແລະ ເບິ່ງເຖີດ, ຂ້າງຫລັງເພິ່ນມີແກະໂຕຜູ້ໂຕຫນຶ່ງ ເຂົາຂອງມັນຄາຢູ່ໃນພຸ່ມໄມ້. ອັບຣາຮາມໄດ້ຍ່າງໄປ ແລະ ອຸ້ມແກະໂຕຜູ້ນັ້ນ ແລະ ຖວາຍມັນເຄື່ອງເຜົາບູຊາແທນລູກຊາຍຂອງຕົນ.
|
||
\v 14 ດັ່ງນັ້ນອັບຣາຮາມຈຶ່ງໄດ້ເອີ້ນບ່ອນນັ້ນວ່າ, "ພຣະຢາເວຊົງຈັດຕຽມ" ແລະ ເຮັດໃຫ້ກ່າວກັນຈົນເຖິງທຸກວັນນີ້, "ທີ່ເທິງພູເຂົາຂອງພຣະຢາເວຈະມີການຖືກຈັດຕຽມໄວ້."
|
||
|
||
\s5
|
||
\v 15 ທູດສະຫວັນຂອງພຣະຢາເວໄດ້ເອີ້ນອັບຣາຮາມ ຄັ້ງທີສອງຈາກທ້ອງຟ້າ.
|
||
\v 16 ແລະກ່າວວ່າ, "ນີ້ຄືຄຳສັ່ງຂອງພຣະຢາເວ ໂດຍພຣະອົງເອງ ເຮົາໄດ້ສາບານວ່າ, ເພາະເຈົ້າໄດ້ເຮັດໃນສິ່ງນີ້, ແລະບໍ່ໄດ້ຫວງແຫນລູກຊາຍຂອງເຈົ້າ ລູກຊາຍພຽງຄົນດຽວຂອງເຈົ້າໄວ້,
|
||
\v 17 ແນ່ນອນເຮົາຈະອວຍພອນເຈົ້າ ແລະເຮົາຈະເພີ້ມເຊື້ອສາຍທັງຫລາຍຂອງເຈົ້າຢ່າງຫລວງຫລາຍເຫມືອນດັ່ງດວງດາວໃນທ້ອງຟ້າ, ແລະເຫມືອນເມັດດິນຊາຍທີ່ແຄມທະເລ, ແລະບັນດາເຊື້ອສາຍທັງຫລາຍຂອງເຈົ້າຈະຢຶດຄອງປະຕູເມືອງຂອງສັດຕຣູທັງຫລາຍຂອງພວກເຂົາ.
|
||
|
||
\s5
|
||
\v 18 ຜ່ານບັນດາຜູ້ສືບເຊື້ອສາຍຂອງເຈົ້າບັນດາຊົນຊາດທັງຫລາຍແຫ່ງແຜ່ນດິນຈະໄດ້ຮັບພຣະພອນ, ເພາະເຈົ້າໄດ້ເຊື່ອຟັງສຽງຂອງເຮົາ."
|
||
\v 19 ດັ່ງນັ້ນອັບຣາຮາມໄດ້ກັບມາຫາຄົນຮັບໃຊ້ຂອງຕົນ, ແລະ ພວກເຂົາໄດ້ເດີນທາງກັບໄປດ້ວຍກັນເຖິງເມືອງເບຍເອເຊບາ, ແລະ ເຂົາໄດ້ອາໄສຢູ່ທີ່ເມືອງເບຍເອເຊບາ.
|
||
|
||
\s5
|
||
\v 20 ຫລັງຈາກທີ່ສິ່ງເຫລົ່ານີ້ຜ່ານໄປອັບຣາຮາມໄດ້ຮັບການບອກເລົ່າວ່າ, "ມີລະກາໄດ້ໃຫ້ກຳເນີດລູກທັງຫລາຍ, ແກ່ນາໂຮນ້ອງຊາຍຂອງຕົນດ້ວຍ."
|
||
\v 21 ພວກເຂົາຄືອູເຊລູກຊາຍກົກຂອງເຂົາ, ບູເຊນ້ອງຊາຍຂອງເຂົາ, ເກມູເອນພໍ່ຂອງອາຣາມ,
|
||
\v 22 ເກເສັດ, ຮາໂຊ, ປິນດາດ, ຢິດລັບ, ແລະ ເບທູເອນ.
|
||
|
||
\s5
|
||
\v 23 ເບທູເອນເປັນພໍ່ຂອງນາງເຣເບກາ. ທັງແປດຄົນເຫລົ່ານີ້ຄືລູກທີ່ມີລະກາທີ່ໄດ້ເກີດໃຫ້ແກ່ນາໂຮ, ນ້ອງຊາຍຂອງອັບຣາຮາມ.
|
||
\v 24 ເມຍນ້ອຍຂອງເຂົາທີ່ຊື່ເຣອູມາກໍໄດ້ເກີດ: ເຕບາ, ກາຮາມ, ຕາຮັດ, ແລະມາອາກາ.
|
||
|
||
\s5
|
||
\c 23
|
||
\cl ບົດທີ 23
|
||
\p
|
||
\v 1 ນາງຊາຣາມີອາຍຸໄດ້ຫນຶ່ງຮ້ອຍຊາວເຈັດປີ. ນີ້ຄືປີທັງຫລາຍແຫ່ງຊີວິດຂອງຊາຣາ.
|
||
\v 2 ຊາຣາ ໄດ້ຕາຍໄປທີ່ເມືອງເຮັບໂຣນ,ໃນແຜ່ນດິນການາອານ, ແລະອັບຣາຮາມໄດ້ໂສກເສົ້າເສຍໃຈໄວ້ທຸກໃຫ້ກັບນາງຊາຣາ.
|
||
|
||
\s5
|
||
\v 3 ຈາກນັ້ນອັບຣາຮາມໄດ້ລຸກຂຶ້ນ ແລະໄດ້ໄປຈາກເມຍທີ່ຕາຍໄປແລ້ວຂອງເຂົາ, ແລະໄດ້ເວົ້າກັບບັນດາລູກຊາຍທັງຫລາຍຂອງຊາວຮິດຕີວ່າ,
|
||
\v 4 "ຂ້ານ້ອຍເປັນຄົນຕ່າງດ້າວຄົນຫນຶ່ງຢູ່ທ່າມກາງພວກທ່ານ. ກະລຸນາໃຫ້ທີ່ດິນເປັນບ່ອນຝັງສົບທ່າມກາງພວກທ່ານ, ເພື່ອທີ່ຂ້ານ້ອຍຈະໄດ້ຝັງຊາກຮ່າງກາຍທີ່ຕາຍຂອງຂ້ານ້ອຍ."
|
||
|
||
\s5
|
||
\v 5 ລູກຊາຍທັງຫລາຍຂອງຊາວຮິດຕີໄດ້ຕອບອັບຣາຮາມ, ກ່າວວ່າ,
|
||
\v 6 "ຈົ່ງຟັງເຮົາເຈົ້ານາຍຂອງເຮົາ. ທ່ານຄືເຈົ້າຊາຍຂອງພຣະເຈົ້າທ່າມກາງພວກເຮົາ. ຈົ່ງຝັງສົບເມຍຂອງທ່ານໃນຂຸມຝັງສົບທີ່ດີທີ່ສຸດຂອງພວກເຮົາເຖີ້ນ. ບໍ່ມີໃຜໃນພວກເຮົາຈະປະຕິເສດບໍ່ໃຫ້ອູບມຸງຂອງເຂົາໃຫ້ແກ່ທ່ານ, ເພື່ອທີ່ທ່ານຈະຝັງສົບຄົນຕາຍຂອງທ່ານ."
|
||
|
||
\s5
|
||
\v 7 ອັບຣາຮາມໄດ້ລຸກຂຶ້ນ ແລະກົ້ມລົງຄຳນັບຊາວແຜ່ນດິນນັ້ນ, ລຸກຊາຍທັງຫລາຍຂອງຄົນຮິດຕີ.
|
||
\v 8 ເພິ່ນໄດ້ເວົ້າກັບພວກເຂົາ, ກ່າວວ່າ, "ຖ້າພວກທ່ານຕົກລົງທີ່ຈະໃຫ້ຂ້ານ້ອຍ ຝັງສົບເມຍຂອງຂ້ານ້ອຍ ຢ່າງນັ້ນຈົ່ງຟັງຂ້ານ້ອຍ ແລະຂໍຮ້ອງເອຟະໂຣນ ລູກຊາຍຂອງໂຊຮາ, ເພື່ອຂ້ານ້ອຍ.
|
||
\v 9 ຂໍໃຫ້ເຂົາຂາຍຖໍ້າແຫ່ງມັກເປລາທີ່ເຂົາເປັນເຈົ້າຂອງຊຶ່ງຢູ່ທີ່ປາຍນາຂອງເຂົາ, ໃຫ້ຂ້ານ້ອຍຂໍໃຫ້ເຂົາຂາຍທີ່ນັ້ນໃຫ້ຂ້ານ້ອຍ ເຕັມຕາມລາຄາ, ໂດຍເປີດເຜີຍໃຫ້ໃຊ້ເປັນບ່ອນຝັງສົບ."
|
||
|
||
\s5
|
||
\v 10 ໃນຂະນະນັ້ນເອຟະໂຣນກໍາລັງນັ່ງຢູ່ທ່າມກາງພວກລູກຊາຍຂອງຊາວຮິດຕີ, ແລະເອຟະໂຣນຄົນຮິດຕີໄດ້ຕອບອັບຣາຮາມໃຫ້ລູກຊາຍທັງຫລາຍຂອງຄົນຮິດຕີໄດ້ຍິນ, ຄົນເຫລົ່ານັ້ນທັງຫມົດທີ່ໄດ້ມາທີ່ປະຕູເມືອງຂອງເຂົາ, ກ່າວວ່າ,
|
||
\v 11 "ຢ່າເລີຍ, ເຈົ້ານາຍຂອງຂ້ານ້ອຍ, ຈົ່ງຟັງຂ້ານ້ອຍກ່ອນ. ຂ້ານ້ອຍຂໍໃຫ້ທີ່ນາ, ແລະຖ້ຳທີ່ຢູ່ທີ່ນັ້ນໃຫ້ແກ່ທ່ານ. ຂ້ານ້ອຍໃຫ້ແກ່ທ່ານຊ້ອງຫນ້າລູກຊາຍທັງຫລາຍຂອງປະຊາຊົນຂອງຂ້ານ້ອຍ. ຂ້ານ້ອຍໃຫ້ທ່ານໃຊ້ເປັນທີ່ຝັງຄົນຕາຍຂອງທ່ານ."
|
||
|
||
\s5
|
||
\v 12 ອັບຣາຮາມຈຶ່ງໄດ້ກົ້ົມລົງຄໍານັບຕໍ່ຫນ້າຊາວເມືອງນັ້ນ.
|
||
\v 13 ເຂົາໄດ້ເວົາກັບເອຟະໂຣນໃຫ້ຊາວເມືອງນັ້ນໄດ້ຍິນກ່າວວ່າ,"ແຕ່ຖ້າທ່ານເຕັມໃຈ ກະລຸນາຟັງຂ້ານ້ອຍ. ຂ້ານ້ອຍຈະຈ່າຍເງິນສຳລັບທີ່ນານັ້ນ. ຈົ່ງຮັບເງິນຈາກຂ້ານ້ອຍ, ແລະ ຂ້ານ້ອຍກໍຈະຝັງຊາກຮ່າງກາຍທີ່ຕາຍຂອງຂ້ານ້ອຍໃນທີ່ນັ້ນ."
|
||
|
||
\s5
|
||
\v 14 ເອຟະໂຣນໄດ້ຕອບອັບຣາຮາມວ່າ, ເຈົ້ານາຍຂອງຂ້ານ້ອຍ,
|
||
\v 15 "ກະລຸນາ, ຟັງຂ້ານ້ອຍ. ແນ່ທີ່ດິນຜືນຫນຶ່ງມີຄ່າເປັນເງິນຫນັກພຽງ ສີ່ຮ້ອຍຫລຽນເທົ່ານັ້ນ, ມັນຈະມີຫຍັງລະຫວ່າງທ່ານກັບຂ້ານ້ອຍ? ຈົ່ງຝັງຄົນຕາຍຂອງທ່ານເຖີດ."
|
||
\v 16 ອັບຣາຮາມໄດ້ຟັງເອຟະໂຣນ ແລະອັບຣາຮາມໄດ້ຊັ່ງເງິນໃຫ້ແກ່ເອຟະໂຣນຕາມຈຳນວນທີ່ເຂົາໄດ້ບອກໃຫ້ລູກຊາຍທັງຫລາຍຂອງຊາວຮິດຕີໄດ້ຍິນເງິນຫນັກສີ່ຮ້ອຍຫລຽນຕາມມາດຕະຖານການຊັ່ງຂອງພໍ່ຄ້າທັງຫລາຍ.
|
||
|
||
\s5
|
||
\v 17 ດັ່ງນັ້ນທີ່ນາຂອງເອຟະໂຣນ, ທີ່ຢູ່ໃນມັກເປລາ, ຊຶ່ງຢູ່ຖັດຈາກມຳເຣນັ້ນຄືທີ່ນາຖ້ຳ, ທີ່ຢູ່ທີ່ນັ້ນ ແລະຕົ້ນໄມ້ທັງຫມົດທີ່ຢູ່ໃນທົ່ງນານັ້ນ,ແລະຮອບໆເຂດແດນ.
|
||
\v 18 ໄດ້ຖືກມອບໃຫ້ອັບຣາຮາມດ້ວຍການຊື້ຕໍ່ຫນັາບັນດາລູກຊາຍທັງຫລາຍຂອງຄົນຮິດຕີ, ຕໍ່ຫນ້າຄົນເຫລົ່ານັ້ນທັງຫມົດທີ່ໄດ້ມາທີ່ປະຕູເມືອງຂອງເຂົາ.
|
||
|
||
\s5
|
||
\v 19 ຫລັງຈາກນີ້ອັບຣາຮາມກໍຝັງສົບຊາຣາເມຍຂອງຕົນໃນຖໍ້າຂອງທີ່ນາຂອງມັກເປລາ, ຊຶ່ງຢູ່ຖັດຈາກມຳເຣນັ້ນ, ຄືເຮັບໂຣນ, ໃນດິນແດນການາອານ.
|
||
\v 20 ດັ່ງນັ້ນທີ່ນາ ແລະ ຖໍ້າທີ່ນັ້ນໄດ້ຖືກມອບໃຫ້ ອັບຣາຮາມເປັນທີ່ດິນທີ່ໃຊ້ເປັນບ່ອນຝັງສົບຈາກລູກຊາຍທັງຫລາຍຂອງຄົນຮິດຕີ.
|
||
|
||
\s5
|
||
\c 24
|
||
\cl ບົດທີ 24
|
||
\p
|
||
\v 1 ຂະນະນັ້ນອັບຣາຮາມກໍເຖົ້າແກ່ ແລະມີອາຍຸສູງຫລາຍແລ້ວ ແລະພຣະຢາເວໄດ້ຊົງອວຍພອນອັບຣາຮາມໃນທຸກສິ່ງທຸກຢ່າງ.
|
||
\v 2 ເພິ່ນໄດ້ເວົ້າກັບຄົນຮັບໃຊ້ຂອງເພິ່ນຄົນທີ່ມີອາຍຸຫລາຍທີ່ສຸດໃນຄົວເຮືອນຂອງເພິ່ນ ແລະເປັນຜູ້ຊຶ່ງດູແລທຸກສິ່ງທຸກຢ່າງທີ່ເພິ່ນມີກ່າວວ່າ, "ຈົ່ງວາງມືຂອງເຈົ້າໃສ່ວ່າງຂາອ່ອນຂອງຂ້ອຍ.
|
||
\v 3 ແລະຂ້ອຍຈະໃຫ້ເຈົ້າສາບານ, ໃນນາມຂອງພຣະຢາເວ ພຣະເຈົ້າແຫ່ງທ້ອງຟ້າ ແລະພຣະເຈົ້າຂອງແຜ່ນດິນວ່າ, ເຈົ້າຈະບໍ່ຫາເມຍໃຫ້ລູກຊາຍຂອງຂ້ອຍ ຈາກລູກສາວທັງຫລາຍຂອງຄົນການາອານ, ຜູ້ທີ່ເຮົາອາໄສຢູ່ທ່າມກາງພວກເຂົາ.
|
||
\v 4 ແຕ່ເຈົ້າຈົ່ງກັບໄປຍັງດິນແດນຂອງຂ້ອຍ, ແລະພວກຍາດພີ່ນ້ອງຂອງເຮົາແລະຫາເມຍໃຫ້ອີຊາກລູກຊາຍຂອງຂ້ອຍ."
|
||
|
||
\s5
|
||
\v 5 ຄົນຮັບໃຊ້ນັ້ນໄດ້ຖາມອັບຣາຮາມວ່າ, "ຖ້າຍິງນັ້ນບໍ່ເຕັມໃຈທີ່ຈະຕິດຕາມຂ້ານ້ອຍ ກັບມາດິນແດນນີ້ເດ? ຂ້ານ້ອຍຈະພາລູກຊາຍຂອງທ່ານກັບໄປຍັງແຜ່ນດິນທີ່ທ່ານຈາກມານັ້ນບໍ?"
|
||
\v 6 ອັບຣາຮາມໄດ້ຕອບເຂົາວ່າ, "ລະວັງ ຢ່າພາລູກຊາຍຂອງຂ້ອຍກັບໄປທີ່ນັ້ນເດັດຂາດ!
|
||
\v 7 ພຣະຢາເວ, ພຣະເຈົ້າແຫ່ງຟ້າສະຫວັນ, ຜູ້ໄດ້ຊົງນຳຂ້ອຍອອກມາຈາກບ້ານຂອງພໍ່ ແລະ ຈາກແຜ່ນດິນຂອງພວກຍາດຕິພີ່ນ້ອງຂອງຂ້ອຍ ຜູ້ໄດ້ຊົງສັນຍາກັບເຮົາດ້ວຍຄຳສາບານທີ່ຫນັກແຫນ້ນແນ່ນອນ, ກ່າວວ່າ ເຮົາຈະມອບແຜ່ນດິນນິ້ໃຫ້ແກ່ຜູ້ທີ່ສືບເຊື້ອສາຍຂອງເຈົ້າ,' ພຣະອົງຈະຊົງສົ່ງທູດສະຫວັນຂອງພຣະອົງນຳຫນ້າໄປ, ເເລະ ເຈົ້າຈະໄດ້ເມຍສຳລັບໃຫ້ລູກຊາຍຂອງຂ້ອຍຈາກທີ່ນັ້ນ.
|
||
|
||
\s5
|
||
\v 8 ແຕ່ຖ້າຍິງນັ້ນບໍ່ເຕັມໃຈທີ່ຈະຕິດຕາມເຈົ້າມານັ້ນ, ກໍຫມາຍຄວາມວ່າ ເຈົ້າເປັນອິສະຫລະຈາກຄຳສາບານທີ່ໃຫ້ໄວ້ກັບເຮົາ. ພຽງແຕ່ເຈົ້າຢ່າພາລູກຊາຍຂອງຂ້ອຍກັບໄປທີ່ນັ້ນ."
|
||
\v 9 ຄົນຮັບໃຊ້ນັ້ນກໍໄດ້ເອົາມືຂອງເຂົາວາງທີ່ໃຕ້ຂາອ່ອນຂອງອັບຣາຮາມເຈົ້ານາຍຂອງຕົນ, ແລະສາບານຕໍ່ທ່ານກ່ຽວກັບເລື່ອງນີ້.
|
||
|
||
\s5
|
||
\v 10 ຄົນຮັບໃຊ້ນັ້ນ ໄດ້ນຳເອົາອູດສິບໂຕຂອງເຈົ້ານາຍຂອງເຂົາ ແລະອອກເດີນທາງ. ເຂົາໄດ້ນຳຂອງຂວັນຊະນິດຕ່າງໆຈາກເຈົ້ານາຍຂອງເຂົາໄປກັບເຂົາດ້ວຍ. ເຂົາໄດ້ອອກເດີນທາງ ແລະໄປຍັງດິນແດນເມໂຊໂປຕາເມຍ, ໄປເມືອງຂອງນາໂຮ.
|
||
\v 11 ເຂົາໄດ້ໃຫ້ພວກອູດຄຸເຂົ່າລົງ ທີ່ບໍລິເວນນໍ້າສ້າງນອກເມືອງນັ້ນ ມັນເປັນເວລາຄ່ຳ. ເປັນເວລາທີ່ພວກຜູ້ຍິງຈະອອກມາຕັກນໍ້າ.
|
||
|
||
\s5
|
||
\v 12 ເຂົາຈຶ່ງໄດ້ກ່າວວ່າ,"ພຣະຢາເວ, ພຣະເຈົ້າຂອງອັບຣາຮາມ, ເຈົ້ານາຍຂອງຂ້ານ້ອຍ ໃນວັນນີ້ຂໍພຣະອົງປຣະທານ ສິ່ງທີ່ມີຄວາມສຳເລັດໃຫ້ຂ້ານ້ອຍ ແລະສຳແດງພັນທະສັນຍາທີ່ສັດຊື່ແກ່ອັບຣາຮາມເຈົ້ານາຍຂອງຂ້ານ້ອຍ.
|
||
\v 13 ເບິ່ງເຖີດ, ຂະນະທີ່ຂ້ານ້ອຍກຳລັງຢືນຢູ່ທີ່ນໍ້າພຸ, ແລະພວກລູກສາວຂອງຜູ້ຊາຍທັງຫລາຍຂອງເມືອງນີ້ກຳລັງອອກມາຕັກນໍ້າ.
|
||
\v 14 ຂໍໃຫ້ສິ່ງນີ້ເກີດຂຶ້ນເຖີດ. ເມື່ອຂ້ານ້ອຍເວົ້າກັບຍິງສາວຄົນຫນຶ່ງຄົນໃດວ່າ,ຂໍລົດໄຫນໍ້າຂອງເຈົ້າລົງໃຫ້ເຮົາດື່ມນ້ຳແດ່, ແລະນາງຈະເວົ້າກັບຂ້ານອ້ຍວ່າ, ຈົ່ງດື່ມເຖີດ, ແລະຂ້ອຍຈະເອົານຳ້ໃຫ້ຝູງອູດຂອງທ່ານກິນນຳດ້ວຍ, ຂໍໃຫ້ນາງເປັນຜູ້ທີ່ພຣະອົງຊົງກຳນົດໄວ້ໃຫ້ສຳລັບອີຊາກ ຜູ້ຮັບໃຊ້ຂອງພຣະອົງ. ຄືດ້ວຍການນີ້ ຂ້ານ້ອຍຈະຮູ້ໄດ້ວ່າພຣະອົງໄດ້ຊົງສຳແດງພັນທະສັນຍາ ທີ່ສັດຊື່ຕໍ່ເຈົ້ານາຍຂອງຂ້ານ້ອຍ."
|
||
|
||
\s5
|
||
\v 15 ເວລາຜ່ານໄປແມ່ນວ່າເຂົາຍັງເວົ້າບໍ່ຈົບ ເບິ່ງເຖີດ, ນາງເຣເບກາໄດ້ອອກມາພ້ອມດວ້ຍໄຫນໍ້າແບກເທິງບ່າຂອງນາງ, ເຣເບກາເປັນລູກສາວຂອງເບທູເອນ,ລູກຂອງມີລະກາ, ເມຍຂອງນາໂຮ,ຜູ້ທີ່ເປັນນ້ອງຊາຍຂອງອັບຣາຮາມ.
|
||
\v 16 ຍິງສາວນັ້ນສວຍງາມຫລາຍ ແລະເປັນຍິງບໍຣິສຸດ.ຍັງບໍ່ມີຜູ້ຊາຍຄົນໃດໄດ້ຫລັບນອນກັບນາງ. ນາງໄດ້ລົງມາທີ່ນໍ້າພຸຕັກນໍ້າໃສ່ຈົນເຕັມໄຫຂອງນາງ, ແລະກັບຄືນເມືອ.
|
||
|
||
\s5
|
||
\v 17 ຄົນຮັບໃຊ້ນັ້ນຈຶ່ງໄດ້ແລ່ນໄປຫານາງ ແລະເວົ້າວ່າ,"ຂ້ອຍຂໍນໍ້າຈາກໄຫຂອງເຈົ້າໃຫ້ເຮົາດື່ມແດ່."
|
||
\v 18 ນາງໄດ້ຕອບວ່າ,"ຈົ່ງດື່ມເຖີດ, ເຈົ້ານາຍຂອງຂ້ອຍ" ແລະນາງກໍໄດ້ປົງໄຫນໍ້າລົງຈາກບ່າ, ແລະໃຫ້ລາວດື່ມ.
|
||
|
||
\s5
|
||
\v 19 ເມື່ອນາງໄດ້ໃຫ້ລາວດື່ມອີ່ມແລ້ວ, ນາງຈຶ່ງເວົ້າວ່າ, "ຂ້ອຍຈະຕັກນໍ້າໃຫ້ໂຕອູດຂອງທ່ານ, ຈົນກວ່າພວກມັນຈະກິນອີ່ມຫມົດທຸກໂຕ."
|
||
\v 20 ດັ່ງນັ້ນນາງຈຶ່ງຟ້າວຖອກນໍ້າໃນໄຫນ້ຳຂອງນາງລົງໃນຮາງນ້ຳ ແລະຟ້າວແລ່ນໄປຕັກມາຖອກໃສ່ອີກ, ແລະຕັກນ້ຳສຳລັບອູດທັງຫມົດຂອງເຂົາ.
|
||
|
||
\s5
|
||
\v 21 ຜູ້ຊາຍຄົນນັ້ນຢືນເບິ່ງນາງຢ່າງງຽບໆເພື່ອຢາກຈະຮູ້ວ່າ ພຣະຢາເວໄດ້ຊົງເຮັດໃຫ້ການເດີນທາງຂອງເຂົາປະສົບຄວາມສຳເລັດຫລືບໍ່.
|
||
\v 22 ເມື່ອພວກອູດໄດ້ກິນນ້ຳອີ່ມແລ້ວ, ຄົນຮັບໃຊ້ນັ້ນໄດ້ນຳເອົາແຫວນຄຳສຳລັບໃສ່ດັງຂອງນາງ, ແລະເອົາປອກແຂນຄຳຄູ່ຫນຶ່ງສຳລັບໃສ່ແຂນຂອງນາງອອກມາ.
|
||
\v 23 ແລະໄດ້ເວົ້າວ່າ,"ເຈົ້າເປັນລູກສາວຂອງໃຜ? ຂໍກະລຸນາ, ບອກຂ້ອຍແດ່ວ່າທີ່ບ້ານພໍ່ຂອງເຈົ້າມີບ່ອນພັກ ທີ່ຈະໃຫ້ເຮົາໄດ້ພັກຄ້າງຄືນແດ່ບໍ?"
|
||
|
||
\s5
|
||
\v 24 ນາງໄດ້ຕອບເຂົາວ່າ, "ຂ້ອຍເປັນລູກສາວຂອງເບທູເອນ. ລູກຊາຍຂອງມີລະກາ, ຜູ້ທີ່ນາງໄດ້ເກີດໃຫ້ແກ່ນາໂຮ."
|
||
\v 25 ນາງໄດ້ບອກເຂົາອີກດ້ວຍວ່າ, "ເຮົາມີທັງເຟືອງເຂົ້າ, ແລະອາຫານຫລວງຫລາຍສຳລັບສັດ, ແລະຫ້ອງສຳລັບໃຫ້ທ່ານພັກຄ້າງຄືນດ້ວຍ."
|
||
|
||
\s5
|
||
\v 26 ຜູ້ຊາຍນັ້ນຈຶ່ງໄດ້ໂຄ້ງຄຳນັບ ແລະນະມັດສະການພຣະຢາເວ.
|
||
\v 27 ລາວເວົ້າວ່າ, "ສັນຣະເສີນແດ່ພຣະຢາເວ, ພຣະເຈົ້າຂອງອັບຣາຮາມ,ເຈົ້ານາຍຂອງຂ້ານ້ອຍ ຜູ້ບໍ່ຊົງປະຖິ້ມພັນທະສັນຍາທີ່ສັດຊື່ ແລະຫນ້າເຊື່ອຖືໄດ້ຂອງພຣະອົງຕໍ່ເຈົ້ານາຍຂອງຂ້ານ້ອຍ. ສຳລັບຂ້ານ້ອຍ, ພຣະຢາເວໄດ້ຊົງນຳຂ້ານ້ອຍມາເຖິງບ້ານຍາດຕິພີ່ນ້ອງທັງຫລາຍຂອງເຈົ້ານາຍຂອງຂ້ານອ້ຍ."
|
||
|
||
\s5
|
||
\v 28 ຍິງສາວນັ້ນຈຶ່ງໄດ້ແລ່ນໄປຫາ ແລະບອກໃຫ້ຄົວເຮືອນຂອງແມ່ນາງກ່ຽວກັບສິ່ງເຫລົ່ານີ້ທັງຫມົດ.
|
||
\v 29 ຂະນະນັ້ນເຣເບກາມີອ້າຍຄົນຫນຶ່ງ, ແລະເຂົາຊື່ລາບານ. ລາບານໄດ້ແລ່ນໄປຫາຜູ້ຊາຍຄົນນັ້ນ ຜູ້ຢູ່ທີ່ຖະຫນົນທາງໄປນ້ຳພຸ.
|
||
\v 30 ເມື່ອເຂົາໄດ້ເຫັນແຫວນໃສ່ດັງ ແລະກຳໄລເທິງແຂນນ້ອງສາວຂອງເຂົາ, ແລະເມື່ອເຂົາໄດ້ຍິນເລື່ອງຂອງເຣເບການ້ອງສາວຂອງເຂົາ,"ນີ້ຄືສິ່ງທີ່ຜູ້ຊາຍຄົນນັ້ນ, ແລະ, ເບິ່ງເຖີດ, ເຂົາກຳລັງຢືນຢູ່ຂ້າງຝູງອູດທີ່ນໍ້າພຸ.
|
||
|
||
\s5
|
||
\v 31 ລາບານຈຶ່ງໄດ້ເວົ້າວ່າ,"ມາເຖີດ, ທ່ານຄືພຣະພອນຂອງພຣະຢາເວ. ເປັນຫຍັງທ່ານຈຶ່ງຢືນຢູ່ຂ້າງນອກ? ເຮົາໄດ້ຈັດຕຽມບ້ານ, ແລະທີ່ພັກສຳລັບໂຕອູດຂອງທ່ານດ້ວຍ."
|
||
\v 32 ຜູ້ຊາຍຄົນນັ້ນໄປທີ່ບ້ານ ແລະນຳຂອງລົງຈາກຫລັງອູດທັງຫລາຍ, ພວກອູດໄດ້ເຟືອງກັບຫຍ້າໃຫ້ກິນ, ແລະນໍ້າໄດ້ຖືກຈັດຕຽມໄວ້ສຳລັບລ້າງຕີນຂອງເຂົາແລະຕີນຂອງພວກຜູ້ຊາຍທີ່ມານຳລາວ.
|
||
|
||
\s5
|
||
\v 33 ພວກເຂົາໄດ້ຈັດອາຫານມາຕ້ອນຮັບລາວ, ເພື່ອໃຫ້ລາວກິນ ແຕ່ລາວໄດ້ເວົ້າວ່າ, "ຂ້ອຍຈະບໍ່ກິນຈົນກວ່າຂ້ອຍຈະໄດ້ເວົ້າໃນສິ່ງທີ່ຂ້ອຍຕ້ອງເວົ້າ," ດັ່ງນັ້ນ ລາບານຈຶ່ງໄດ້ເວົ້າວ່າ,"ເຊີນເວົ້າມາເທາະ."
|
||
\v 34 ລາວໄດ້ເວົ້າວ່າ, "ຂ້ອຍເປັນຄົນຮັບໃຊ້ຂອງອັບຣາຮາມ.
|
||
\v 35 ພຣະຢາເວໄດ້ຊົງອວຍພອນອັບຣາຮາມເຈົ້ານາຍຂອງຂ້ອຍຢ່າງຫລວງຫລາຍ. ແລະທາ່ນເປັນຜູ້ຍິ່ງໃຫຍ່. ພຣະອົງໄດ້ປຣະທານຜູ້ຄົນ ແລະຝູງສັດລ້ຽງ, ເງິນ ແລະຄຳ ຄົນຮັບໃຊ້ທັງຊາຍ ແລະຍິງ ແລະອູດແລະລໍຢ່າງຫລວງຫລາຍແກ່ທ່ານ.
|
||
|
||
\s5
|
||
\v 36 ຊາຣາເມຍຂອງນາຍຂອງຂ້ອຍ, ມີລູກຊາຍຜູ້ຫນຶ່ງ ແກ່ເຈົ້ານາຍຂອງຂ້ອຍ ເມື່ອນາງມີອາຍຸຫລາຍແລ້ວ, ແລະທ່ານໄດ້ມອບທຸກສິ່ງທຸກຢ່າງທີ່ທາ່ນເປັນເຈົ້າຂອງໃຫ້ລາວ.
|
||
\v 37 ນາຍຂອງຂ້ອຍ, ໃຫ້ຂ້ອຍສາບານວ່າ, "ເຈົ້າຕ້ອງບໍ່ຫາເມຍໃຫ້ລູກຊາຍຂອງເຮົາຈາກບັນດາລູກສາວທັງຫລາຍຂອງຊາວການາອານ, ຊຶ່ງເຮົາໄດ້ອາໄສຢູ່ໃນແຜ່ນດິນຂອງພວກເຂົາ.
|
||
\v 38 ແຕ່ເຈົ້າ, ຕ້ອງໄປຫາຄອບຄົວຂອງພໍ່ເຮົາ, ແລະຍາດພີ່ນ້ອງຂອງເຮົາ, ແລະຫາເມຍໃຫ້ລູກຊາຍຂອງເຮົາ."
|
||
|
||
\s5
|
||
\v 39 ຂ້ອຍໄດ້ເວົ້າກັບເຈົ້ານາຍຂອງຂ້ອຍວ່າ, "ບາງທີຍິງນັ້ນຈະບໍ່ຕິດຕາມຂ້ອຍມາ."
|
||
\v 40 ແຕ່ທ່ານໄດ້ເວົ້າກັບຂ້ອຍວ່າ, "ພຣະຢາເວ, ອົງທີ່ຂ້ອຍເຊື່ອຟັງຕະຫລອດມານັ້ນ, ຈະສົ່ງທູດສະຫວັນຂອງພຣະອົງໄປກັບເຈົ້າ ແລະພຣະອົງຈະຊົງເຮັດໃຫ້ທາງຂອງເຈົ້າປະສົບຄວາມສຳເລັດ. ດັ່ງນັ້ນເຈົ້າຫາເມຍໃຫ້ລູກຊາຍຂອງເຮົາຈາກທ່າມກາງຍາດຂອງເຮົາ ແລະຈາກເຊື້ອສາຍຄອບຄົວຂອງພໍ່ເຮົາ.
|
||
\v 41 ແຕ່ເຈົ້າຈະເປັນອິສະຫລະຈາກຄຳສາບານຂອງເຮົາ ຖ້າເຈົ້າມາເຖິງຍາຕຂອງເຮົາ ແລະພວກເຂົາບໍ່ໃຫ້ນາງແກ່ເຈົ້າ. ດັ່ງນັ້ນ ເຈົ້າຈະເປັນອິສະຫລະຈາກຄຳສາບານຂອງເຮົາ."
|
||
|
||
\s5
|
||
\v 42 ດັ່ງນັ້ນວັນນີ້ຂ້ອຍໄດ້ມາເຖິງນໍ້າພຸ, ແລະໄດ້ເວົ້າວ່າ, "ຂ້າແດ່ພຣະຢາເວ, ພຣະເຈົ້າຂອງອັບຣາຮາມ, ຂອງເຈົ້ານາຍຂອງຂ້ານ້ອຍ, ກາລຸນາເຖີດ, ຖ້າພຣະອົງຊົງປາຖະຫນາທີ່ຈະເຮັດໃຫ້ການເດີນທາງຂອງຂ້ານ້ອຍປະສົບຄວາມສຳເລັດ.
|
||
\v 43 ຂ້ານ້ອຍຢູ່ທີ່ນີ້, ກຳລັງຢືນຢູ່ທີ່ແຄມນໍ້າພຸ. ຂໍໃຫ້ມີຍິງສາວທີ່ອອກມາຕັກນໍ້າ ຂ້ານ້ອຍຈະເວົ້າກັບນາງວ່າ, ຂ້ານ້ອຍຂໍດື່ມນໍ້າຈາກໄຫຂອງນາງ."
|
||
\v 44 ຜູ້ຍິງນັ້ນທີ່ຈະເວົ້າກັບຂ້ອຍວ່າ, "ຈົ່ງດື່ມເຖີດ, ແລະຂ້ອຍຈະເອົານໍ້າໃຫ້ອູດທັງຫລາຍຂອງທ່ານກິນດ້ວຍ ຂໍໃຫ້ນາງເປັນຜູ້ຍິງຜູ້ທີ່ພຣະອົງ ພຣະຢາເວ,ໄດ້ຊົງເລືອກໃຫ້ເປັນເມຍລູກຊາຍຂອງເຈົ້ານາຍຂອງຂ້ານ້ອຍ."
|
||
|
||
\s5
|
||
\v 45 ເບິ່ງເຖີດ ເຣເບກາໄດ້ອອກມາພ້ອມກັບໄຫໃສ່ນ້ຳຂອງນາງ ແລະນາງໄດ້ລົງມາທີ່ນໍ້າພຸ. ແລະຕັກນ້ຳຂ້ອຍຈຶ່ງໄດ້ເວົ້າກັບນາງວ່າ, "ກະລຸນາໃຫ້ນ້ຳດື່ມແກ່ຂ້ອຍແດ່ທ້ອນ."
|
||
\v 46 ນາງຈຶ່ງເອົາໄຫນ້ຳຂອງນາງລົງຈາກບ່າຂອງນາງທັນທີ, ແລະເວົ້າວ່າ, "ຈົ່ງດື່ມເຖີດ, ແລະຂ້ອຍຈະເອົານ້ຳໃຫ້ຝູງອູດຂອງທ່ານດ້ວຍ." ດັ່ງນັ້ນ ຂ້ອຍຈຶ່ງດື່ມນໍ້າ, ແລະນາງໄດ້ຕັກນໍ້າໃຫ້ຝູງອູດກິນດ້ວຍ.
|
||
|
||
\s5
|
||
\v 47 ຂ້ອຍໄດ້ຖາມນາງ ແລະເວົ້າວ່າ,"ເຈົ້າເປັນລູກສາວຂອງໃຜ?" ນາງໄດ້ຕອບວ່າ, "ລູກສາວຂອງເບທູເອນ, ລູກຊາຍຂອງນາໂຮ, ຜູ້ຊຶ່ງມີລະກາເປັນຜູ້ເກີດໃຫ້ແກ່ເຂົາ." ຂ້ອຍຈຶ່ງໄດ້ໃສ່ແຫວນທີ່ດັງຂອງນາງ ແລະເອົາສາຍແຂນໃສ່ໃຫ້ນາງ.
|
||
\v 48 ຈາກນັ້ນຂ້ອຍໄດ້ໂນ້ມຕົວລົງ ແລະນະມັດສະການພຣະຢາເວ, ແລະສັນຣະເສີນພຣະຢາເວ, ພຣະເຈົ້າຂອງອັບຣາຮາມ,ເຈົ້ານາຍຂອງຂ້ອຍ, ຜູ້ໄດ້ຊົງນຳຂ້ອຍມາຖືກທາງໃຫ້ໄດ້ມາພົບລູກສາວຍາຕຂອງເຈົ້ານາຍຂອງຂ້ອຍ ສຳລັບລູກຊາຍຂອງນາຍຂ້ອຍ.
|
||
|
||
\s5
|
||
\v 49 ມາບັດນີ້, ຖ້າທ່ານໄດ້ຈັດຕຽມທີ່ຈະປະຕິບັດຕໍ່ເຈົ້ານາຍຂອງຂ້ອຍ ດ້ວຍຄວາມສັດຊື່ຂອງຄອບຄົວ ແລະຄວາມໄວ້ວາງໃຈທີ່ຊົງຄຸນຄ່າ ກາລຸນາບອກຂ້ອຍດ້ວຍເຖີດ. ແຕ່ຖ້າ,ບໍ່ກໍໃຫ້ບອກມາ ເພື່ອທີ່ຂ້ອຍ,ຈະຄວນຫັນໄປທາງຂວາ, ຫລືໄປທາງຊ້າຍ."
|
||
|
||
\s5
|
||
\v 50 ຈາກນັ້ນລາບານ ແລະເບທູເອນໄດ້ຕອບແລະເວົ້າວ່າ, "ສິ່ງນີ້ໄດ້ມາຈາກພຣະຢາເວ, ເຮົາບໍ່ສາມາດກ່າວແກ່ທ່ານ, ບໍ່ວ່າດີຫລືບໍ່ດີ.
|
||
\v 51 ເບິ່ງເຖີດ, ເຣເບກາຢູ່ຕໍ່ຫນ້າທ່ານແລ້ວ. ຈົ່ງຮັບນາງ ແລະໄປເຖີດ, ແລະນາງຄວນຈະເປັນເມຍຂອງລູກຊາຍຂອງເຈົ້ານາຍຂອງທ່ານ, ຕາມທີ່ພຣະຢາເວໄດ້ກ່າວໄວ້."
|
||
|
||
\s5
|
||
\v 52 ເມື່ອຄົນຮັບໃຊ້ຂອງອັບຣາຮາມໄດ້ຍິນຖ້ອຍຄຳຂອງພວກເຂົາ, ລາວໄດ້ໂນ້ມຕົວລົງເຖິງພື້ນຕໍ່ພຣະຢາເວ.
|
||
\v 53 ແລ້ວຄົນຮັບໃຊ້ ກໍເອົາໄດ້ນຳເອົາເຄື່ອງເງິນ ແລະ ຄຳ, ແລະ ເສື້ອຜ້າ, ແລະ ໄດ້ມອບໃຫ້ແກ່ນາງເຣເບກາ. ລາວຍັງໄດ້ເອົາຂອງຂວັນລາຄາແພງໃຫ້ອ້າຍ ແລະ ແມ່ຂອງນາງອີກດ້ວຍ.
|
||
|
||
\s5
|
||
\v 54 ຈາກນັ້ນເພິ່ນ ແລະພວກຜູ້ຊາຍທີ່ຢູ່ກັບເຂົາໄດ້ກິນ ແລະດື່ມ. ພວກເຂົາພັກຄ້າງຄືນທີ່ນັ້ນ, ແລະເມື່ອພວກເພິ່ນຕື່ນຂຶ້ນມາໃນຕອນເຊົ້າ, ເພິ່ນໄດ້ເວົ້າວ່າ,"ຈົ່ງສົ່ງຂ້ອຍກັບເມືອຫາເຈົ້ານາຍຂອງຂ້ອຍເຖີດ."
|
||
\v 55 ອ້າຍຂອງນາງ ແລະແມ່ຂອງນາງໄດ້ເວົ້າວ່າ, "ຈົ່ງໃຫ້ນາງຢູ່ກັບພວກເຮົາອີກຈັກສອງສາມວັນຢ່າງຫນ້ອຍສິບວັນ, ຫລັງຈາກນັ້ນກໍຄ່ອຍໃຫ້ນາງໄປບໍ່ໄດ້ບໍ."
|
||
|
||
\s5
|
||
\v 56 ແຕ່ເພິ່ນໄດ້ເວົ້າກັບພວກເຂົາວ່າ, "ຢ່າຫນ່ວງຫນ່ຽວຂ້ອຍໄວ້ເລີຍ, ເພາະວ່າພຣະຢາເວຊົງເຮັດໃຫ້ທາງຂອງຂ້ອຍສຳເລັດ. ຂໍສົ່ງຂ້ອຍໄປຕາມທາງຂອງຂ້ອຍເພື່ອທີ່ຂ້ອຍຈະກັບເມືອຫານາຍຂອງຂ້ອຍ."
|
||
\v 57 ພວກເຂົາຕອບວ່າ, "ເຮົາຈະເອີ້ນຍິງສາວນັ້ນມາ ແລະຖາມເບິ່ງນາງ"
|
||
\v 58 ດັ່ງນັ້ນ ພວກເຂົາຈຶ່ງເອີ້ນນາງເຣເບກາມາ ແລະຖາມນາງວ່າ, "ເຈົ້າຈະໄປກັບເພິ່ນບໍ?" ນາງຕອບວ່າ,"ຂ້ອຍຈະໄປ."
|
||
|
||
\s5
|
||
\v 59 ດັ່ງນັ້ນ ພວກເຂົາຈຶ່ງໄດ້ສົ່ງນ້ອງສາວຂອງພວກເຂົາຄື ນາງເຣເບກາ ໄປພ້ອມດ້ວຍຍິງຄົນຮັບໃຊ້ຂອງນາງ, ໃນການເດີນທາງຂອງນາງກັບຄົນຮັບໃຊ້ຂອງອັບຣາຮາມ ແລະຜູ້ຊາຍຂອງລາວ.
|
||
\v 60 ພວກເຂົາໄດ້ອວຍພອນນາງເຣເບກາ, ແລະເວົ້າແກ່ນາງວ່າ,"ນ້ອງສາວຂອງເຮົາຂໍໃຫ້ເຈົ້າເປັນແມ່ຂອງຄົນຫລາຍແສນ, ແລະໃຫ້ເຊື້ອສາຍຂອງເຈົ້າ ຢຶດຄອງປະຕູເມືອງຂອງຄົນເຫລົ່ານັ້ນທີ່ກຽດຊັງພວກເຂົາ.”
|
||
|
||
\s5
|
||
\v 61 ແລ້ວເຣເບກາໄດ້ລຸກຂຶ້ນ, ນາງແລະພວກຍິງຄົນໃຊ້ຂອງນາງໄດ້ຂຶ້ນອູດ, ແລະຕິດຕາມຊາຍນັ້ນໄປ ຄົນຮັບໃຊ້ນັ້ນຈຶ່ງໄດ້ນຳເຣເບກາ, ແລະໄປຕາມທາງຂອງເຂົາ.
|
||
\v 62 ຂະນະນັ້ນອີຊາກກຳລັງອາໄສຢູ່ໃນເນເກບ, ແລະເຂົາຫາກໍກັບມາຈາກເບເອີລາໄຮຣອຍ ເພາະໃນຕອນຄ່ຳ.
|
||
|
||
\s5
|
||
\v 63 ອີຊາກໄດ້ອອກໄປທີ່ທົ່ງນາເພື່ອຕຶກຕອງເລື່ອງຕ່າງໆ. ເມື່ອເຂົາໄດ້ເງີຍຫນ້າຂຶ້ນເບິ່ງ ແລະເຫັນ, ເບິ່ງເຖີດມີອູດຫລາຍໂຕກຳລັງມາ.
|
||
\v 64 ເຣເບກາໄດ້ຫລຽວເບິ່ງ, ແລະເມື່ອນາງໄດ້ເຫັນອີຊາກ ນາງກໍໄດ້ໂດດລົງຈາກຫລັງອູດ.
|
||
\v 65 ນາງໄດ້ເວົ້າກັບຄົນຮັບໃຊ້ນັ້ນວ່າ,"ຜູ້ຊາຍຄົນນັ້ນທີ່ກຳລັງຍ່າງໃນທົ່ງນາ, ມາຫາພວກເຮົານັ້ນແມ່ນໃຜ?".
|
||
|
||
\s5
|
||
\v 66 ຄົນຮັບໃຊ້ໄດ້ຕອບວ່າ, "ນັ້ນຄືນາຍຂອງຂ້ອຍເອງ" ດັ່ງນັ້ນນາງຈຶ່ງຢິບຜ້າຄຸມຫນ້າ ແລະປິດຫນ້ານາງເອງ ຄົນຮັບໃຊ້ນັ້ນໄດ້ເລົ່າທຸກສິ່ງທີ່ລາວໄດ້ເຮັດໃຫ້ອີຊາກຟັງ.
|
||
\v 67 ຈາກນັ້ນອີຊາກໄດ້ພານາງໄປທີ່ເຕັນ ຂອງຊາຣາແມ່ຂອງຕົນ ເຂົາໄດ້ຮັບນາງເຣເບກາໄວ້, ແລະນາງໄດ້ເປັນເມຍຂອງເຂົາ, ແລະເຂົາໄດ້ຮັກນາງ. ດັ່ງນັ້ນ ອີຊາກໄດ້ຮັບການປອບໃຈຫລັງຈາກທີ່ແມ່ຂອງລາວໄດ້ເສຍຊີວິດ.
|
||
|
||
\s5
|
||
\c 25
|
||
\cl ບົດທີ 25
|
||
\p
|
||
\v 1 ອັບຣາຮາມໄດ້ມີເມຍອີກຄົນຫນຶ່ງ, ນາງຊື່ວ່າ ເກຕູຣາ.
|
||
\v 2 ນາງໄດ້ເກີດລູກຊາຍຫລາຍຄົນໃຫ້ເພິ່ນດັ່ງນີ້: ຊິມຣານ, ໂຢກຊານ, ເມດານ, ມີດີອານ, ອີຊະບາກ, ແລະຊູອາ.
|
||
\v 3 ໂຢກຊານເປັນພໍ່ຂອງເຊບາ ແລະເດດານ, ເຊື້ອສາຍທັງຫລາຍຂອງເດດານຄື: ຄົນອັດຊູຣີມ, ຄົນເລຕູຊີມ, ແລະຄົນເລອຸມມີມ.
|
||
\v 4 ລູກຊາຍທັງຫລາຍຂອງມີດີອານຄື: ເອຟາ, ເອເຟ, ຮານົກ, ອາບີດາ, ແລະເອນດາອາ. ທັງຫມົດເຫລົ່ານີ້ຄືເຊື້ອສາຍທັງຫລາຍຂອງນາງເກຕູຣາ.
|
||
|
||
\s5
|
||
\v 5 ອັບຣາຮາມໄດ້ຍົກສິ່ງທີ່ເຂົາເປັນເຈົ້າຂອງທັງຫມົດໃຫ້ກັບອີຊາກ.
|
||
\v 6 ຢ່າງໃດກໍຕາມ, ໃນຂະນະທີ່ເພິ່ນຍັງມີຊີວິດຢູ່ໄປ, ເພິ່ນໄດ້ໃຫ້ສິ່ງຂອງຫລາຍຢ່າງໃຫ້ແກ່ລູກຊາຍທັງຫລາຍ ທີ່ໄດ້ຈາກເມຍນ້ອຍຂອງເພິ່ນ ແລະໄດ້ສົ່ງພວກເຂົາໄປຍັງດິນແດນທາງທິດຕາເວັນອອກ, ໄປຈາກອີຊາກລູກຊາຍຂອງເພິ່ນ.
|
||
|
||
\s5
|
||
\v 7 ເຫລົ່ານີ້ເປັນຊວ່ງເວລາແຫ່ງຊີວິດຂອງອັບຣາຮາມ ເຂົາມີອາຍຸທັງຫມົດ, 175 ປີ.
|
||
\v 8 ອັບຣາຮາມກໍໄດ້ສິ້ນລົມຫາຍໃຈ ແລະຕາຍໃນຂະນະທີ່ເຂົາແກ່ຫລາຍແລ້ວ, ເປັນຜູ້ເຖົ້າທີ່ມີອາຍຸຫລາຍ, ແລະເພິ່ນໄດ້ຖືກຮວບຮວມໄວ້ກັບຄົນທັງຫລາຍຂອງຕົນ.
|
||
|
||
\s5
|
||
\v 9 ອີຊາກ ແລະອິດຊະມາເອນ, ລູກຊາຍຂອງເພິ່ນໄດ້ຝັງສົບເພິ່ນໄວ້ ທີ່ຖໍ້າແຫ່ງມັກເປລາ, ໃນທີ່ນາຂອງເອຟະໂຣນ ລູກຊາຍຂອງໂຊຮາຄົນຮິດຕີ, ຊຶ່ງຢູ່ໃກ້ເມືອງມຳເຣ.
|
||
\v 10 ທີ່ນານີ້ອັບຣາຮາມໄດ້ຊື້ຈາກລູກຊາຍທັງຫລາຍຂອງຊາວຮິດຕີ. ອັບຣາຮາມໄດ້ຖືກຝັງໄວ້ທີ່ນັ້ນກັບຊາຣາເມຍຂອງເພິ່ນ.
|
||
\v 11 ພາຍຫລັງຈາກອັບຣາຮາມໄດ້ຕາຍໄປແລ້ວ, ພຣະເຈົ້າໄດ້ຊົງອວຍພອນອີຊາກລູກຊາຍຂອງເພິ່ນ, ແລະອີຊາກໄດ້ອາໄສຢູ່ໃກ້ກັບເບເອີລາໄຮຣອຍ, ນໍ້າສ້າງຂອງພຣະເຈົ້າຜູ້ເຫັນຂ້ອຍ.
|
||
|
||
\s5
|
||
\v 12 ຕໍ່ໄປນີ້ເປັນເຊື້ອສາຍທັງຫລາຍຂອງອິດຊະມາເອນ, ລູກຊາຍຂອງອັບຣາຮາມ, ຜູ້ທີ່ນາງຮາກາຊາວອີຢິບ, ຍິງຮັບໃຊ້ຂອງນາງຊາຣາ ເກີດໃຫ້ອັບຣາຮາມນັ້ນ.
|
||
|
||
\s5
|
||
\v 13 ເຫລົ່ານີ້ຄືລາຍຊື່ລູກຊາຍທັງຫລາຍຂອງອິດຊະມາເອນ, ຕາມລະດັບການເກີດ ຂອງພວກເຂົາຄື: ເນບາໂຢດ, ລູກຫົວປີຂອງອິດຊະມາເອນ, ເກດາ, ອັດເບເອນ, ມິບສາມ,
|
||
\v 14 ມີຊະມາ, ດູມາ, ມາສາ,
|
||
\v 15 ຮາດັດ, ເຕມາ, ເຢຕູເຣ, ນາຟິດ, ແລະເກເດມາ.
|
||
\v 16 ຄົນເຫລົ່ານີ້ເປັນລູກຊາຍທັງຫລາຍຂອງອິດຊະມາເອນ, ແລະເຫລົ່ານີ້ເປັນລາຍຊື່ຂອງພວກເຂົາ, ໂດຍໄດ້ຖືຕາມຫມູ່ບ້ານທັງຫລາຍຂອງພວກເຂົາ, ແລະໂດຍໄດ້ຖືຕາມການຕັ້ງຄ້າຍທັງຫລາຍຂອງພວກເຂົາ. ເຈົ້າຊາຍສິບສອງພະອົງຕາມເຜົ່າທັງຫລາຍຂອງພວກເຂົາ.
|
||
|
||
\s5
|
||
\v 17 ເຫລົ່ານີ້ຄືປີທັງຫລາຍຂອງຊີວິດອິດຊະມາເອນຄື, 137 ປີ. ເຂົາໄດ້ຊິ້ນລົມຫາຍໃຈ, ແລະເສຍຊີວິດ ແລະຖືກລວບລວມໄວ້ກັບພວກຄົນທັງຫລາຍຂອງເຂົາ.
|
||
\v 18 ພວກເຂົາໄດ້ອາໄສຕັ້ງແຕ່ເມືອງຮາວີລາຈົນເຖິງຊູເຣ, ທີ່ຢູ່ໃກ້ປະເທດອີຢິບໄປທາງປະເທດອັດຊີເຣຍ. ພວກເຂົາອາໄສຢູ່ຢ່າງບໍ່ເປັນມິດຕໍ່ກັນ ແລະກັນ.
|
||
|
||
\s5
|
||
\v 19 ນີ້ແມ່ນເລື່ອງລາວກ່ຽວກັບອີຊາກ, ລູກຊາຍຂອງອັບຣາຮາມ: ອັບຣາຮາມເປັນຜູ້ໃຫ້ກຳເນີດອີຊາກ.
|
||
\v 20 ອີຊາກອາຍຸໄດ້ ສີ່ສິບ ປີ ເມື່ອເຂົາໄດ້ເຣເບກາເປັນເມຍຂອງເຂົາ, ລູກສາວຂອງເບທູເອນ, ຄົນອາຣຳ, ຊາວເມືອງປັດດານອາຣຳ ແລະເປັນນ້ອງສາວຂອງລາບານ ຄົນອາຣຳ.
|
||
|
||
\s5
|
||
\v 21 ແລະ ພຣະຢາເວໄດ້ຊົງຕອບຄຳອະທິຖານຂອງເຂົາ, ແລະນາງເຣເບກາເມຍຂອງເຂົາຈຶ່ງຕັ້ງທ້ອງ.
|
||
\v 22 ລູກຝາແຝດທັງສອງໄດ້ບຽດກັນຢູ່ໃນທ້ອງຂອງນາງ, ແລະນາງໄດ້ເວົ້າວ່າ, "ເປັນຫຍັງສິ່ງນີ້ຈຶ່ງເກີດຂຶ້ນກັບຂ້ານ້ອຍ?" ນາງໄດ້ໄປແລະທູນຖາມພຣະຢາເວກ່ຽວກັບເລື່ອງນີ້.
|
||
|
||
\s5
|
||
\v 23 ພຣະເຈົ້າຢາເວໄດ້ຕອບກັບນາງວ່າ," ມີຄົນສອງຊົນຊາດຢູ່ໃນທ້ອງຂອງເຈົ້າ, ແລະ ທັງສອງຊົນຊາດຈະແຍກຈາກກັນໃນເຈົ້າ. ຊົນຊາດຫນຶ່ງຈະແຂງແຮງກວ່າອີກຊົນຊາດຫນຶ່ງ, ແລະ ຄົນທີ່ມີອາຍຸຫລາຍກວ່າຈະຮັບໃຊ້ຜູ້ຄົນທີ່ມີອາຍຸນ້ອຍກວ່າ."
|
||
|
||
\s5
|
||
\v 24 ເມື່ອເຖິງກຳນົດເວລາສຳລັບ, ນາງໄດ້ທີ່ຈະເກີດລູກ, ເບິ່ງເຖີດມີເດັກຝາແຝດຢູ່ໃນທ້ອງຂອງນາງ.
|
||
\v 25 ຜູ້ທີ່ອອກມາກ່ອນຕົວແດງແລະມີຂົນປົກຄຸມເຕັມຕົວ. ພວກເພິ່ນຈຶ່ງໃສ່ຊື່ໃຫ້ເຂົາວ່າ ເອຊາວ.
|
||
\v 26 ຫລັງຈາກນັ້ນ, ຜູ້ທີສອງໄດ້ອອກມາມືຈັບສົ້ນຫນ່ອງຂອງເອຊາວໄວ້. ເຂົາຈຶ່ງຖືກຕັ້ງຊື່ວ່າ ຢາໂຄບ. ອີຊາກມີອາຍຸໄດ້ ຫົກສິບປີ. ເມື່ອເມຍຂອງເຂົາໄດ້ເກີດລູກຊາຍໃຫ້ເຂົາ.
|
||
|
||
\s5
|
||
\v 27 ພວກເດັກນັ້ນໄດ້ເຕີບໂຕຂຶ້ນມາ, ແລະເອຊາວກາຍເປັນນາຍພານທີ່ຊຳນິຊຳນານ, ຜູ້ຊາຍແຫ່ງທ້ອງທົ່ງ; ສ່ວນຢາໂຄບເປັນຜູ້ຊາຍທີ່ງຽບໃຊ້ເວລາຂອງເຂົາຢູ່ໃນເຕັນ.
|
||
\v 28 ອີຊາກຮັກເອຊາວເພາະເພິ່ນໄດ້ກິນຊີ້ນສັດທີ່ລາວຫາມາໄດ້, ແຕ່ເຣເບການັ້ນຮັກຢາໂຄບ.
|
||
|
||
\s5
|
||
\v 29 ມື້ຫນຶ່ງ ຢາໂຄບໄດ້ຕົ້ມອາຫານເອຊາວໄດ້ກັບມາຈາກທົ່ງນາ, ແລະເຂົາເມື່ອຍອ່ອນຈາກຄວາມຫີວ.
|
||
\v 30 ເອຊາວໄດ້ເວົ້າກັບຢາໂຄບວ່າ, "ໃຫ້ຂ້ອຍຂໍກິນແກງຫມາກຖົ່ວແດງຂອງເຈົ້າຈັກຄຳແດ່, ກາລຸນາເທາະເພາະຂ້ອຍຫມົດແຮງແລັວ!" ນີ້ຄືເຫດຜົນທີ່ເອີ້ນຊື່ເຂົາວ່າ ເອໂດມ.
|
||
|
||
\s5
|
||
\v 31 ຢາໂຄບຕອບວ່າ, "ຈົ່ງຂາຍສິດລູກຫົວປີຂອງເຈົ້າໃຫ້ຂ້ອຍກ່ອນ."
|
||
\v 32 ເອຊາວໄດ້ເວົ້າວ່າ, "ເບິ່ງເທາະ, ຂ້ອຍຫິວໃກ້ຈະຕາຍຢູ່ແລ້ວ ສິດອ້າຍກົກຈະມີປະໂຫຍດຫຍັງແກ່ຂ້ອຍ."
|
||
\v 33 ຢາໂຄບຈຶ່ງຕອບວ່າ, "ກ່ອນອື່ນຈົ່ງສາບານໃຫ້ຂ້ອຍ" ດັ່ງນັ້ນເອຊາວຈຶ່ງໄດ້ກ່າວຄຳສັດຈະສາບານ ແລະດ້ວຍວິທີນີ້ເຂົາໄດ້ຂາຍສິດລູກຫົວປີຂອງເຂົາໃຫ້ຢາໂຄບ.
|
||
\v 34 ຢາໂຄບກໍເອົາເຂົ້າຈີ່ ແລະແກງຫມາກຖົ່ວແດງຕົ້ມໃຫ້ແກ່ເອຊາວ, ລາວໄດ້ກິນ ແລະດື່ມຈາກນັ້ນກໍລຸກຂຶ້ນແລ້ວກໍຈາກໄປຕາມທາງຂອງເຂົາ. ໃນການນີ້ເອຊາວໄດ້ຫມິ່ນປະຫມາດສິດລູກຫົວປີຂອງເຂົາ.
|
||
|
||
\s5
|
||
\c 26
|
||
\cl ບົດທີ 26
|
||
\p
|
||
\v 1 ບັດນີ້ໄດ້ເກີດມີການອຶດຢາກອາຫານໃນແຜ່ນດິນ, ນອກເຫນືອໄປຈາກທີ່ເຄີຍເກີດຂຶ້ນຄັ້ງໃນສະໄຫມຂອງອັບຣາຮາມ. ອີຊາກຈຶ່ງໄປຫາເຈົ້າອາບີເມເຫລັກ, ຜູ້ທີ່ເປັນກະສັດຂອງຊາວຟີລິດສະຕິນທີ່ເມືອງເກຣາກ.
|
||
|
||
\s5
|
||
\v 2 ພຣະຢາເວໄດ້ປາກົດແກ່ເຂົາແລະບອກເພິ່ນວ່າ, "ຢ່າລົງໄປຍັງອີຢິບ; ຈົ່ງຢູ່ໃນແຜ່ນດິນທີ່ເຮົາບອກໃຫ້ເຈົ້າອາໄສຢູ່.
|
||
\v 3 ຈົ່ງຢູ່ໃນແຜ່ນດິນແຫ່ງນີ້ແຫລະ, ແລະເຮົາຈະຢູ່ນຳເຈົ້າ ແລະອວຍພອນເຈົ້າ, ສຳລັບເຈົ້າ ແລະເຊື້ອສາຍທັງຫລາຍຂອງເຈົ້າ, ເຮົາຈະໃຫ້ແຜ່ນດິນທັງຫມົດເຫລົ່ານີ້, ແລະເຮົາຈະເຮັດໃຫ້ຄຳສັນຍາຊຶ່ງເຮົາໄດ້ໃຫ້ໄວ້ກັບອັບຣາຮາມ ພໍ່ຂອງເຈົ້ານັ້ນສຳເລັດ.
|
||
|
||
\s5
|
||
\v 4 ເຮົາຈະໃຫ້ເຊື້ອສາຍທັງຫລາຍຂອງເຈົ້າທະວີຫລາຍຂຶ້ນ ເຫມືອນດວງດາວທັງຫລາຍໃນທ້ອງຟ້າ, ແລະເຮົາຈະໃຫ້ດິນແດນເຫລົ່ານີ້ໃຫ້ເຊື້ອສາຍທັງຫລາຍຂອງເຈົ້າ. ປະຊາຊາດທັງຫມົດຂອງແຜ່ນດິນນີ້ ຈະໄດ້ຮັບພຣະພອນຜ່ານທາງເຊື້ອສາຍທັງຫລາຍຂອງເຈົ້າ.
|
||
\v 5 ເຮົາຈະເຮັດສິ່ງນີ້ເພາະອັບຣາຮາມ ໄດ້ເຊື່ອຟັງສຽງຂອງເຮົາ, ແລະຮັກສາຄຳສັ່ງສອນຂອງເຮົາ. ກົດບັນຍັດທັງຫລາຍຂອງເຮົາ, ແລະທັມບັນຍັດທັງຫລາຍຂອງເຮົາ."
|
||
|
||
\s5
|
||
\v 6 ດັ່ງນັ້ນ ອີຊາກຈຶ່ງໄດ້ຕັ້ງຖິ່ນທີ່ເມືອງເກຣາກ.
|
||
\v 7 ເມື່ອຜູ້ຊາຍທັງຫລາຍຂອງສະຖານທີ່ນັ້ນຖາມເພິ່ນກ່ຽວກັບເມຍຂອງເພິ່ນ, ເພິ່ນຕອບວ່າ, "ນາງເປັນນ້ອງສາວ." ເພິ່ນຢ້ານທີ່ຈະເວົ້າວ່າ, "ນາງເປັນເມຍຂອງຕົນ," ເພາະເພິ່ນໄດ້ຄິດວ່າ, "ຜູ້ຊາຍທັງຫລາຍຂອງສະຖານທີ່ນີ້ຈະຂ້າເພິ່ນ ເພື່ອເອົານາງເຣເບກາໄປ, ເພາະນາງສວຍງາມຫລາຍ."
|
||
\v 8 ຫລັງຈາກທີ່ອີຊາກອາໄສຢູ່ທີ່ນັ້ນເປັນເວລານານ, ກະສັດຂອງຊາວຟີລິດສະຕິນໄດ້ຫລຽວລົງມາຈາກປ່ອງຢ້ຽມນີ້, ແລະພະອົງໄດ້ຊົງເຫັນອີຊາກກຳລັງກອດນາງເຣເບກາ, ເມຍຂອງຕົນຢູ່.
|
||
|
||
\s5
|
||
\v 9 ເຈົ້າອາບີເມເຫລັກໄດ້ຊົງເອີ້ນໃຫ້ອີຊາກມາເຂົ້າເຝົ້າພະອົງ ແລະເວົ້າວ່າ,"ເບິ່ງດູ, ນາງຕ້ອງເປັນເມຍຂອງເຈົ້າແທ້. ແຕ່ເປັນຫຍັງເຈົ້າຈຶ່ງເວົ້າວ່າ, "ນາງເປັນນ້ອງສາວຂອງເຈົ້າ?" ອີຊາກໄດ້ຕອບພະອົງວ່າ,"ເພາະຂ້ານ້ອຍໄດ້ຄິດວ່າບາງຄົນອາດຈະຂ້າ ຂ້ານ້ອຍເພື່ອເອົານາງໄປ."
|
||
\v 10 ອາບີເມເຫລັກໄດ້ກ່າວວ່າ, "ເຈົ້າໄດ້ເຮັດຫຍັງກັບເຮົາດັ່ງນີ້? ຜູ້ຊາຍຄົນໃດຫນຶ່ງຄົນອາດໄດ້ຫລັບນອນກັບເມຍຂອງເຈົ້າໄດ້ງ່າຍໆ, ແລະ ເຈົ້າຈະນຳຄວາມຜິດມາຜິດສູ່ເຮົາ."
|
||
\v 11 ດັ່ງນັ້ນ ອາບີເມເຫລັກຈຶ່ງໄດ້ຊົງເຕືອນປະຊາຊົນທັງຫມົດ ແລະ ກ່າວວ່າ, "ຜູ້ໃດແຕະຕ້ອງຜູ້ຊາຍຄົນນີ້ຫລືເມຍຂອງລາວ ຜູ້ນັ້ນຈະຕ້ອງຮັບໂທດເຖິງຕາຍ."
|
||
|
||
\s5
|
||
\v 12 ອີຊາກໄດ້ປູກພືດເທິງແຜ່ນດິນ ແລະ ເກັບກຽ່ວຜົນໃນປີດຽວກັນນັ້ນ, ຫນຶ່ງຮ້ອຍເພາະພຣະຢາເວໄດ້ຊົງອວຍພຣະພອນເພິ່ນ.
|
||
\v 13 ຊາຍຄົນນັ້ນໄດ້ກາຍເປັນຄົນຮັ່ງມີ, ແລະ ເພີ່ມຫລາຍຂຶ້ນ ແລະ ຫລາຍຂຶ້ນ ຈົນກະທັ້ງເພິ່ນໄດ້ກາຍເປັນຜູ້ຍິ່ງໃຫຍ່.
|
||
\v 14 ເພິ່ນໄດ້ມີຝູງແກະ, ແລະ ຝູງສັດຫລວງຫລາຍ, ແລະ ມີຄົນຮັບໃຊ້ຫລາຍຄົນ. ຄົນຟີລິດສະຕິນຈຶ່ງອິດສາເພິ່ນ.
|
||
|
||
\s5
|
||
\v 15 ບັດນີ້ ບໍ່ນໍ້າທັງຫມົດ ທີ່ຄົນຮັບໃຊ້ທັງຫລາຍຂອງພໍ່ເພິ່ນໄດ້ຂຸດໄວ້ໃນສະໄຫມຂອງອັບຣາຮາມພໍ່ຂອງເພິ່ນ, ພວກຄົນຟິລິດສະຕິນໄດ້ຖົມບໍ່ນ້ຳເຫລົ່ານີ້ດ້ວຍດິນ.
|
||
\v 16 ເຈົ້າອາບີເມເຫລັກໄດ້ບອກກັບອີຊາກວ່າ," ຈົ່ງໄປຈາກເຮົາເຖີດ, ເພາະເຈົ້າມີກຳລັງຫລາຍກວ່າພວກເຮົາ."
|
||
\v 17 ດັ່ງນັ້ນ ອີຊາກຈຶ່ງໄດ້ໄປຈາກທີ່ນັ້ນ ແລະໄດ້ຕັ້ງຖິ່ນຖານຢູ່ໃນຮ່ອມພູຂອງເມືອງເກຣາກ, ແລະໄດ້ອາໄສຢູ່ທີ່ນັ້ນ.
|
||
|
||
\s5
|
||
\v 18 ອີກຄັ້ງຫນຶ່ງທີ່ອີຊາກໄດ້ຂຸດບໍ່ນໍ້າເກົ່າທີ່ພວກເຂົາໄດ້ຂຸດແລ້ວ, ໃນສະໄຫມຂອງອັບຣາຮາມພໍ່ຂອງເພິ່ນ. ແຕ່ຄົນຟີລິດສະຕິນໄດ້ຖົມບໍ່ນໍ້າເຫລົ່ານັ້ນ ຫລັງການຕາຍຂອງອັບຣາຮາມ. ອີຊາກເອີ້ນຊື່ບໍ່ນໍ້າທັງຫລາຍນີ້ດ້ວຍຊື່ດຽວກັນຕາມທີ່ພໍ່ຂອງຕົນໄດ້ເອີ້ນມາແລ້ວ.
|
||
|
||
\s5
|
||
\v 19 ເມື່ອຄົນຮັບໃຊ້ທັງຫລາຍຂອງອີຊາກໄດ້ຂຸດບໍ່ນໍ້າທີ່ຮ່ອມພູ, ພວກເຂົາໄດ້ພົບບໍ່ນໍ້າທີ່ມີນ້ຳໄຫລ.
|
||
\v 20 ຄົນລ້ຽງສັດທັງຫລາຍຂອງຊາວເກຣາກ ໄດ້ຖົກຖຽງກັນກັບຄົນລ້ຽງສັດຂອງອີຊາກ, ແລະເວົ້າວ່າ,"ບໍ່ນໍ້ານີ້ເປັນຂອງພວກເຮົາ." ດັ່ງນັ້ນ ອີຊາກຈຶ່ງໄດ້ເອີ້ນຊື່ບໍ່ນໍ້ານັ້ນວ່າ,"ທະເລາະກັບເຂົາ."
|
||
|
||
\s5
|
||
\v 21 ຈາກນັ້ນພວກເຂົາໄດ້ຂຸດບໍ່ນໍ້າອີກບໍ່ຫນຶ່ງ, ແລະພວກເຂົາກໍໄດ້ຖົກຖຽງກັນດ້ວຍບໍ່ນ້ຳນີ້ອີກ, ດັ່ງນັ້ນ ເພິ່ນຈຶ່ງໄດ້ໃສ່ຊື່ບໍ່ນໍ້ານີ້ວ່າ,"ສັດຕຣູ."
|
||
\v 22 ເພິ່ນໄດ້ຈາກທີ່ນັ້ນໄປ ແລະໄດ້ຂຸດບໍ່ນໍ້າບໍ່ຫນຶ່ງອີກ, ແຕ່ພວກເຂົາບໍ່ໄດ້ມີການຖົກຖຽງກັນເລື່ອງບໍ່ນ້ຳບໍ່ນີ້. ດັ່ງນັ້ນ ເພິ່ນຈຶ່ງໄດ້ໃສ່ຊື່ບໍ່ນໍ້ານີ້ວ່າ, "ອິສະຫລະພາບ." ແລະ ເພິ່ນໄດ້ເວົ້າວ່າ, "ບັດນີ້ ພຣະຢາເວໄດ້ໃຫ້ອິສະຫລະພາບແກ່ພວກເຮົາ, ແລະພວກເຮົາຈະຈະເລີນຮຸ່ງເຮືອງຂຶ້ນໃນແຜ່ນດິນນີ້."
|
||
|
||
\s5
|
||
\v 23 ແລ້ວອີຊາກໄດ້ຂຶ້ນໄປຈາກທີ່ນັ້ນ ໄປຍັງເມືອງເບເອນເຊບາ.
|
||
\v 24 ພຣະຢາເວໄດ້ຊົງປາກົດແກ່ເພິ່ນ ໃນຄືນດຽວກັນນັ້ນ ແລະ ກ່າວວ່າ, "ເຮົາເປັນພຣະເຈົ້າຂອງອັບຣາຮາມພໍ່ຂອງເຈົ້າ, ຢ່າຢ້ານເລີຍ, ເພາະເຮົາຢູ່ກັບເຈົ້າ, ແລະ ຈະອວຍພອນເຈົ້າ ແລະ ເຮັດໃຫ້ເຊື້ອສາຍທັງຫລາຍຂອງເຈົ້າທະວີຫລາຍຂຶ້ນ, ເພາະເຫັນແກ່ອັບຣາຮາມຜູ້ຮັບໃຊ້ຂອງເຮົາ."
|
||
\v 25 ອີຊາກໄດ້ສ້າງແທ່ນບູຊາທີ່ນັ້ນ ແລະ ໄດ້ຮ້ອງອອກພຣະນາມພຣະຢາເວ. ທີ່ນັ້ນເພິ່ນໄດ້ຕັ້ງເຕັນເພິ່ນ, ແລະ ຄົນຮັບໃຊ້ທັງຫລາຍຂອງເພິ່ນໄດ້ຂຸດບໍ່ນໍ້າຕື່ມອີກ.
|
||
|
||
\s5
|
||
\v 26 ຈາກເກຣາກດັ່ງນັ້ນອາບີເມເຫລັກພ້ອມກັບອາຮູຊາດ, ສະຫາຍຂອງເຂົາ, ແລະ ຟີໂກນ, ແມ່ທັບຂອງພະອົງໄດ້ໄປຫາເຂົາ.
|
||
\v 27 ອີຊາກໄດ້ເວົ້າກັບພວກເຂົາວ່າ, "ພວກທ່ານມາຫາຂ້ານ້ອຍເຮັດຫຍັງໃນເມື່ອພວກທ່ານກຽດຊັງຂ້ານ້ອຍ ແລະ ຂັບໄລ່ຂ້ານ້ອຍອອກມາຈາກດິນແດນຂອງທ່ານ?"
|
||
|
||
\s5
|
||
\v 28 ພວກເຂົາໄດ້ຕອບວ່າ,"ເຮົາໄດ້ເຫັນຢ່າງຊັດເຈນແລ້ວວ່າພຣະຢາເວ ຊົງສະຖິດຢູ່ກັບເຈົ້າ. ດັ່ງນັ້ນເຮົາຈຶ່ງໄດ້ຕັດສິນໃຈແລ້ວວ່າ ຄວນຈະໃຫ້ມີການໃຫ້ສັດຈະສາບານລະຫວ່າງພວກເຮົາຄືລະຫວ່າງເຮົາກັບທ່ານ. ໃຫ້ເຮົາເຮັດພັນທະສັນຍາກັບທ່ານ,
|
||
\v 29 ທີ່ທ່ານຈະບໍ່ທຳຮ້າຍພວກເຮົາ ເຊັ່ນດຽວກັນ, ເຮົາຈະບໍ່ທຳຮ້າຍທ່ານ, ແລະເຫມືອນທີ່ເຮົາໄດ້ດູແລທ່ານເປັນຢ່າງດີ. ແລະສົ່ງທ່ານຈາກມາຢ່າງສັນຕິ, ທ່ານເປັນຜູ້ທີ່ພຣະຢາເວອວຍພຣະພອນຈິງໆ."
|
||
|
||
\s5
|
||
\v 30 ດັ່ງນັ້ນອີຊາກຈຶ່ງໄດ້ລ້ຽງອາຫານພວກເພິ່ນ, ແລະພວກເພິ່ນພາກັນກິນແລະດື່ມ.
|
||
\v 31 ພວກເຂົາໄດ້ຕື່ນແຕ່ເຊົ້າມືດ ແລະເຮັດຄຳສາບານຕໍ່ກັນ ແລະກັນ. ຈາກນັ້ນອີຊາກໄດ້ສົ່ງພວກເພິ່ນໄປ, ແລະພວກເພິ່ນໄດ້ຈາກໄປຢ່າງສັນຕິ.
|
||
|
||
\s5
|
||
\v 32 ຄົນຮັບໃຊ້ຂອງອີຊາກໄດ້ມາ ແລະບອກເພິ່ນກຽ່ວກັບບໍ່ນໍ້າທີ່ພວກເຂົາໄດ້ຂຸດ. ພວກເຂົາກ່າວວ່າ,"ພວກເຮົາໄດ້ພົບນໍ້າແລ້ວ."
|
||
\v 33 ເພິ່ນໄດ້ໃສ່ຊື່ບໍ່ນໍ້ານັ້ນວ່າ, "ສາບານ" ເມືອງນັ້ນຈຶ່ງຖືກເອີ້ນຊື່ວ່າເບເອນເຊບາ, ຈົນເຖິງທຸກວັນນີ້.
|
||
|
||
\s5
|
||
\v 34 ເມື່ອເອຊາວອາຍຸໄດ້ ສີ່ສິບປີ, ເຂົາໄດ້ມີເມຍຄື, ນາງຢູດິດ ລູກສາວຂອງເບເອຣີຄົນຮິດຕີ, ແລະນາງບາເສມາດ ລູກສາວຂອງເອໂລນຄົນຮິດຕີ.
|
||
\v 35 ພວກເຂົາໄດ້ນຳຄວາມໂສກເສົ້າມາສູ່ອີຊາກ ແລະນາງເຣເບກາ.
|
||
|
||
\s5
|
||
\c 27
|
||
\cl ບົດທີ 27
|
||
\p
|
||
\v 1 ເມື່ອອີຊາກໄດ້ແກ່ຕົວລົງ ແລະສາຍຕາກໍມືດມົວລົງ, ດັ່ງນັ້ນເພິ່ນຈຶ່ງບໍ່ສາມາດຫລຽວເຫັນສິ່ງໃດໄດ້, ເພິ່ນໄດ້ເອີ້ນເອຊາວລູກຊາຍກົກມາ, ແລະເວົ້າກັບເຂົາວ່າ, "ລູກຊາຍຂອງເຮົາເອີຍ." ເຂົາໄດ້ຕອບກັບພໍ່ວ່າ, "ລູກຢູ່ທີ່ນີ້."
|
||
\v 2 ເພິ່ນໄດ້ເວົ້າວ່າ, "ເບິ່ງດູ, ພໍ່ນີ້ເຖົ້າແກ່ຫລາຍແລ້ວ. ພໍ່ບໍ່ຮູ້ວ່າຈະຕາຍເມື່ອໃດ.
|
||
|
||
\s5
|
||
\v 3 ດັ່ງນັ້ນ ຈົ່ງເອົາອາວຸດຂອງເຈົ້າ, ກະບອກໃສ່ລູກທະນູກັບທະນູຂອງເຈົ້າ, ແລະອອກໄປໃນທ້ອງທົ່ງແລະລ່າສັດມາໃຫ້ພໍ່.
|
||
\v 4 ຈົ່ງເຮັດອາຫານແຊບໆສຳລັບພໍ່, ອາຫານທີ່ພໍ່ມັກ, ແລະນຳມາໃຫ້ພໍ່ ດັ່ງນັ້ນພໍ່ຈະກິນອາຫານນັ້ນພໍ່ຈະອວຍພອນໃຫ້ເຈົ້າກ່ອນກ່ອນທີ່ພໍ່ຈະຕາຍ."
|
||
|
||
\s5
|
||
\v 5 ຂະນະນັ້ນເຣເບກາໄດ້ຍິນເລື່ອງລາວ ທີ່ອີຊາກໄດ້ເວົ້າກັບເອຊາວລູກຊາຍຂອງເຂົາ. ເອຊາວໄດ້ອອກໄປຍັງທ້ອງທົ່ງເພື່ອລ່າສັດ ແລະ ນຳກັບມາ.
|
||
\v 6 ເຣເບກາໄດ້ເວົ້າກັບຢາໂຄບລູກຊາຍຂອງນາງ ແລະ ເວົ້າວ່າ, "ນີ້ແຫລະ, ແມ່ໄດ້ຍິນພໍ່ຂອງເຈົ້າເວົ້າກັບເອຊາວອ້າຍຂອງເຈົ້າ. ເພິ່ນໄດ້ເວົ້າວ່າ,
|
||
\v 7 'ຈົ່ງນຳເນື້ອສັດ ແລະ ເຮັດອາຫານທີ່ແຊບໆໃຫ້ພໍ່, ເພື່ອທີ່ພໍ່ຈະກິນແລ້ວພໍ່ຈະອວຍພອນເຈົ້າຊ້ອງຫນ້າພຣະຢາເວກ່ອນທີ່ພໍ່ຈະຕາຍ.'
|
||
|
||
\s5
|
||
\v 8 ດັ່ງນັ້ນລູກຊາຍຂອງແມ່ເອີຍ, ຈົ່ງເຊື່ອຟັງຄຳຂອງແມ່, ທີ່ແມ່ສັ່ງເຈົ້າ.
|
||
\v 9 ຈົ່ງໄປທີ່ຝູງສັດ, ແລະນໍາແບ້ຫນຸ່ມທີ່ດີສອງໂຕມາໃຫ້ແມ່; ແລະ ແມ່ຈະເຮັດອາຫານຢ່າງແຊບໆຈາກພວກແກະນັ້ນສຳລັບພໍ່ຂອງເຈົ້າ, ຢ່າງທີ່ເຂົາມັກ.
|
||
\v 10 ເຈົ້າຈະນຳເອົາອາຫານນັ້ນໄປໃຫ້ພໍ່ຂອງເຈົ້າ, ເພື່ອໃຫ້ເຂົາກິນ, ດັ່ງນັ້ນເຂົາຈະໄດ້ອວຍພອນເຈົ້າກ່ອນຄວາມຕາຍຂອງເຂົາຈະມາເຖິງ."
|
||
|
||
\s5
|
||
\v 11 ຢາໂຄບໄດ້ເວົ້າກັບເຣເບກາແມ່ຂອງເຂົາວ່າ, "ເບິ່ງເທາະ,ເອຊາວອ້າຍຂອງລູກເປັນຄົນມີຂົນດົກ, ແຕ່ລູກເປັນຄົນທີ່ຜີວກ້ຽງດີ.
|
||
\v 12 ບາງທີພໍ່ອາດລູບເບິ່ງລູກ, ແລະລູກຈະກາຍເປັນຄົນຫລອກລວງເພິ່ນ. ລູກຈະນຳຄຳສາບແຊ່ງມາສູ່ຕົວລູກບໍ່ແມ່ນຄຳອວຍພອນ."
|
||
|
||
\s5
|
||
\v 13 ແມ່ຂອງເຂົາໄດ້ເວົ້າກັບເຂົາວ່າ, "ລູກຊາຍຂອງເຮົາເອີຍ, ຄຳສາບແຊ່ງໃດໆນັ້ນໃຫ້ຕົກຖືກແມ່ເທາະ, ພຽງແຕ່ເຊື່ອຟັງຄຳຂອງແມ່, ແລະໄປ,ຈົ່ງນຳເອົາແບ້ມາໃຫ້ແມ່."
|
||
\v 14 ດັ່ງນັ້ນ ຢາໂຄບຈຶ່ງໄດ້ໄປ ແລະເອົາແບ້ຫນຸ່ມມາໃຫ້ແມ່ຂອງເຂົາ, ແລະແມ່ຂອງເຂົາໄດ້ເຮັດອາຫານອັນແຊບໆ, ຢ່າງທີ່ພໍ່ຂອງເຂົາມັກ.
|
||
|
||
\s5
|
||
\v 15 ເຣເບກາໄດ້ນຳເອົາເສື້ອຜ້າທີ່ດີທີ່ສຸດຂອງເອຊາວ, ລູກຊາຍກົກຂອງນາງ, ຊຶ່ງຢູ່ກັບນາງໃນເຮືອນ, ແລະ ສວມໃຫ້ຢາໂຄບ, ລູກຊາຍຄົນທີສອງຂອງນາງໃສ່.
|
||
\v 16 ນາງໄດ້ເອົາຫນັງຂອງແກະມາປົກເທິງມືຂອງເຂົາ ແລະ ເທິງສ່ວນທີ່ກ້ຽງຄືຊ່ວງຄໍຂອງເຂົາ.
|
||
\v 17 ນາງເອົາອາຫານອັນຫອມຫວນ ແລະ ເຂົ້າຈີ່ທີ່ນາງໄດ້ຕຽມໃສ່ມືລູກຊາຍຂອງນາງຄືຢາໂຄບຖືໄປ.
|
||
|
||
\s5
|
||
\v 18 ຢາໂຄບໄດ້ເຂົ້າໄປຫາພໍ່ຂອງເຂົາ ແລະເວົ້າວ່າ, "ພໍ່ຂອງຂ້ອຍ." ເພິ່ນຕອບວ່າ, "ລູກຊາຍຂອງເຮົາເອີຍ, ພໍ່ຢູ່ນີ້, ເຈົ້າເປັນລູກຄົນໃດຂອງພໍ່?"
|
||
\v 19 ຢາໂຄບໄດ້ຕອບພໍ່ຂອງເຂົາວ່າ,"ລູກເອງ ເອຊາວລູກຊາຍຄົນກົກຂອງທ່ານ; ລູກໄດ້ເຮັດຕາມສິ່ງທີ່ທ່ານໄດ້ບອກນັ້ນແລ້ວ. ບັດນີ້ຂໍໃຫ້ທ່ານໄດ້ລຸກຂຶ້ນ ແລະກິນເນື້ອທີ່ລູກຫາມາ, ເເລ້ວທ່ານຈະໄດ້ອວຍພອນລູກ."
|
||
|
||
\s5
|
||
\v 20 ອີຊາກຖາມລູກຊາຍຂອງເພິ່ນວ່າ, "ລູກຊາຍຂອງເຮົາເອີຍເປັນໄປໄດ້ຢ່າງໃດ, ທີ່ເຈົ້າສາມາດລ່າມັນໄດ້ໄວຢ່າງນີ້?" ເຂົາໄດ້ຕອບວ່າ, "ເພາະວ່າພຣະຢາເວ ພຣະເຈົ້າຂອງທ່ານໄດ້ນຳມັນມາໃຫ້ລູກ."
|
||
\v 21 ອີຊາກໄດ້ເວົ້າກັບຢາໂຄບວ່າ, "ລູກຊາຍຂອງເຮົາເອີຍ, ຈົ່ງມາໃກ້ໆພໍ່ເຖີດ,ເພື່ອທີ່ພໍ່ຈະຮູ້ວ່າ ເຈົ້າແມ່ນລູກຊາຍຂອງພໍ່ຄືເອຊາວແທ້ຫລືບໍ່."
|
||
|
||
\s5
|
||
\v 22 ຢາໂຄບໄດ້ເຂົ້າໄປໃກ້ອີຊາກພໍ່ຂອງເຂົາ, ແລະອີຊາກໄດ້ລູບຄຳລາວ ແລະເວົ້າວ່າ, "ສຽງນັ້ນຄືສຽງຂອງຢາໂຄບ ແຕ່ມືເປັນມືຂອງເອຊາວ."
|
||
\v 23 ອີຊາກຈື່ເຂົາບໍ່ໄດ້, ເພາະມືຂອງເຂົາມີຂົນຄືກັບມືຂອງເອຊາວອ້າຍຂອງເຂົາ, ດັ່ງນັ້ນອີຊາກຈຶ່ງໄດ້ອວຍພອນເຂົາ.
|
||
|
||
\s5
|
||
\v 24 ແຕ່ເພິ່ນໄດ້ເວົ້າວ່າ, "ເຈົ້າຄືເອຊາວລູກຊາຍຂອງເຮົາແທ້ບໍ?" ເຂົາໄດ້ຕອບວ່າ, "ແມ່ນແທ້."
|
||
\v 25 ອີຊາກຈຶ່ງກ່າວວ່າ, "ຈົ່ງເອົາອາຫານມາໃຫ້ພໍ່, ແລະພໍ່ຈະກິນເນື້ອທີ່ເຈົ້າຫາມາ, ແລ້ວພໍ່ຈະອວຍພອນເຈົ້າ." ຢາໂຄບຈຶ່ງເອົາອາຫານມາໃຫ້ເພິ່ນ. ອີຊາກໄດ້ກິນ, ແລະຢາໂຄບໄດ້ເອົາເຫລົ້າອະງຸ່ນມາໃຫ້ເພິ່ນ, ແລະເພິ່ນກໍໄດ້ດື່ມ.
|
||
|
||
\s5
|
||
\v 26 ຈາກນັ້ນອີຊາກພໍ່ຂອງເຂົາໄດ້ເວົ້າກັບເຂົາວ່າ, "ລູກຊາຍຂອງເຮົາເອີຍ ບັດນີ້ຈົ່ງເຂົ້າມາໃກ້ໆພໍ່,ແລະຈູບພໍ່."
|
||
\v 27 ຢາໂຄບໄດ້ເຂົ້າມາໃກ້, ແລະຈູບເພິ່ນ ແລະເພິ່ນກໍໄດ້ກິ່ນເຄື່ອງນຸ່ງຂອງເຂົາ, ເເລະອວຍພອນເຂົາ, "ເພິ່ນໄດ້ເວົ້າ, ວ່າກິ່ນລູກຊາຍຂອງຂ້ອຍນີ້ ຄືກິ່ນທີ່ມາຈາກທົ່ງນາ ທີ່ພຣະຢາເວໄດ້ສົ່ງພອນລົງມາໃຫ້.
|
||
|
||
\s5
|
||
\v 28 ຂໍໃຫ້ພຣະເຈົ້າປຣະທານສ່ວນທີ່ມີນ້ຳຄ້າງແຫ່ງທ້ອງຟ້າແລະສ່ວນທີ່ອຸດົມສົມບູນຂອງແຜ່ນດິນແລະຕົ້ນເຂົ້າ ທັງເຫລົ້າອະງຸ່ນໃຫມ່ຫລວງຫລາຍ.
|
||
|
||
\s5
|
||
\v 29 ໃຫ້ປະຊາຊົນທັງຫລາຍຮັບໃຊ້ເຈົ້າ ແລະປະຊາຊາດທັງຫລາຍໂຄ້ງຄຳນັບໃຫ້ແກ່ເຈົ້າ. ເປັນເຈົ້ານາຍເຫນືອພີ່ນ້ອງທັງຫລາຍຂອງເຈົ້າ, ແລະຂໍໃຫ້ລູກຊາຍທັງຫລາຍຂອງແມ່ເຈົ້າ. ໂຄ້ງຄຳນັບໃຫ້ແກ່ເຈົ້າຂໍໃຫ້ທຸກ ຄົນທີ່ສາບແຊ່ງເຈົ້າຖືກສາບແຊ່ງ; ຂໍໃຫ້ທຸກຄົນທີ່ອວຍພອນເຈົ້າໄດ້ຮັບການອວຍພຣະພອນ."
|
||
|
||
\s5
|
||
\v 30 ທັນທີທີ່ອີຊາກອວຍພອນຢາໂຄບເເລ້ວ, ແລະຢາໂຄບເກືອບຈະກັບອອກໄປຈາກອີຊາກພໍ່ຂອງເຂົາເກືອບບໍ່ທັນ, ເອຊາວອ້າຍຂອງເຂົາກໍກັບມາແຕ່ລ່າສັດ.
|
||
\v 31 ລາວກໍໄດ້ເຮັດອາຫານອັນແຊບໆ ແລະນຳມາໃຫ້ພໍ່ລາວ. ລາວໄດ້ເວົ້າກັບພໍ່ຂອງລາວວ່າ, "ພໍ່ເອີຍ, ຂໍໃຫ້ທ່ານລຸກຂຶ້ນ ແລະກິນສິ່ງທີ່ລູກຊາຍຂອງທ່ານໄດ້ລ່າມາ, ເພື່ອທີ່ທ່ານຈະໄດ້ອວຍພອນລູກ."
|
||
|
||
\s5
|
||
\v 32 ອີຊາກພໍ່ຂອງເຂົາໄດ້ເວົ້າກັບເຂົາວ່າ, "ເຈົ້າແມ່ນໃຜ?" ລາວຕອບວ່າ, "ລູກຄືລູກຊາຍຂອງທ່ານເອຊາວ, ລູກຊາຍກົກຂອງທ່ານ."
|
||
\v 33 ອີຊາກຈຶ່ງຕົກໃຈທັງສັ່ນຫມົດຕົວ ແລະໄດ້ເວົ້າວ່າ, "ມັນເປັນໃຜທີ່ໄດ້ໄປລ່າສັດ ແລະຈັດແຈ່ງອາຫານເອົາມາໃຫ້ພໍ່ກິນ? ພໍ່ໄດ້ກິນ ແລະນຳມາໃຫ້ພໍ່? ພໍ່ໄດ້ກິນມັນຫມົດກ່ອນທີ່ເຈົ້າໄດ້ເຂົ້າມາ, ແລະພໍ່ໄດ້ອວຍພອນເຂົາໄປແລ້ວ, ເຂົາໄດ້ຮັບການອວຍພອນ."
|
||
|
||
\s5
|
||
\v 34 ເມື່ອເອຊາວໄດ້ຍິນຖ້ອຍຄຳທັງຫລາຍຂອງພໍ່ລາວ, ລາວຈຶ່ງຮ້ອງໃຫ້ດ້ວຍສຽງອັນດັງ ແລະ ຂົມຂື່ນ, ແລະ ເວົ້າກັບພໍ່ຂອງລາວວ່າ, "ຂໍອວຍພອນລູກ, ຈົ່ງອວຍພອນລູກເຫມືອນກັນແດ່ທ້ອນ."
|
||
\v 35 ອີຊາກໄດ້ເວົ້າວ່າ, "ນ້ອງຊາຍຂອງເຈົ້າໄດ້ມາທີ່ນີ້ຢ່າງມີເລ້ຫລ່ຽມ ແລະ ເອົາຄຳອວຍພອນຂອງເຈົ້າຄວນຈະໄດ້ໄປແລ້ວ."
|
||
|
||
\s5
|
||
\v 36 ເອຊາວໄດ້ເວົ້າວ່າ, "ຜູ້ທີ່ເຮັດບໍ່ຖືກຕ້ອງນີ້ຄືຢາໂຄບບໍ່ແມ່ນບໍ?" ເພາະເຂົາໄດ້ຫລອກລວງລູກຢ່າງນີ້ສອງເທື່ອແລ້ວ. ເຂົາໄດ້ເອົາສິດທິລູກກົກຂອງລູກໄປ, ແລະ,ບັດນີ້ເຂົາໄດ້ເອົາຄຳອວຍພອນຂອງລູກໄປອີກ." ຈາກນັ້ນເຂົາໄດ້ເວົ້າວ່າ, "ທ່ານບໍ່ມີຄຳອ່ວຍພອນຈັກຢ່າງເຫລືອໄວ້ໃຫ້ລູກອີກແດ່ບໍ?"
|
||
\v 37 ອີຊາກໄດ້ຕອບລາວ ແລະເວົ້າກັບເອຊາວວ່າ, "ເບິ່ງເຖີດ, ພໍ່ໄດ້ອວຍພອນເຂົາເປັນເຈົ້ານາຍຂອງເຈົ້າ, ແລະພໍ່ໄດ້ໃຫ້ພີ່ນ້ອງທັງຫມົດຂອງເຂົາເປັນຄົນຮັບໃຊ້ເຂົາ. ພໍ່ໄດ້ອວຍພອນລາວໃຫ້ມີເຂົ້າ, ແລະມີເຫລົ້າອະງຸ່ນໃຫມ່ແກ່ເຂົາ. ລູກຊາຍຂອງພໍ່ເອີຍ ພໍ່ຈະສາມາດເຮັດສິ່ງໃດຫລາຍກວ່ານີ້ສຳລັບເຈົ້າໄດ້ບໍ?"
|
||
|
||
\s5
|
||
\v 38 ເອຊາວໄດ້ເວົ້າກັບພໍ່ຂອງເພິ່ນວ່າ, "ພໍ່ເອີຍ ທ່ານບໍ່ມີຄຳອວຍພອນເຫລືອສຳລັບລູກ, ອີກຈັກຄຳອວຍພອນບໍ? ພໍ່ຂອງລູກຂໍອວຍພອນລູກ, ອວຍພອນລູກແດ່ທ້ອນ." ເອຊາວໄດ້ຮ້ອງໄຫ້ສຽງດັງ.
|
||
|
||
\s5
|
||
\v 39 ອີຊາກພໍ່ຂອງເພິ່ນໄດ້ຕອບ ແລະ ເວົ້າກັບເພິ່ນວ່າ, "ເບິ່ງເຖີດ, ສະຖານທີ່ໆເຈົ້າຢູ່ຈະຢູ່ຫ່າງໄກຈາກຄວາມອຸດົມສົມບູນ ແລະ ຮັ່ງມີຂອງແຜ່ນດິນ; ເຈົ້າຈະຂາດຄວາມຊຸ່ມເຢັນທີ່ສະຫວັນໂຜດໃຫ້.
|
||
\v 40 ເຈົ້າຈະມີຊີວິດຢູ່ໄດ້ດ້ວຍດາບຂອງເຈົ້າ, ແລະ ເຈົ້າຈະຮັບໃຊ້ນ້ອງຊາຍຂອງເຈົ້າ. ແຕ່ເມື່ອເຈົ້າກະບົດ, ເຈົ້າຈະປົດແອກຂອງເຂົາອອກຈາກຄໍຂອງເຈົ້າໄດ້."
|
||
|
||
\s5
|
||
\v 41 ເອຊາວໄດ້ກຽດຊັງຢາໂຄບ ເພາະຄຳອວຍພອນທີ່ພໍ່ຂອງເພິ່ນໄດ້ໃຫ້ແກ່ເຂົາ. ເອຊາວໄດ້ເວົ້າໃນໃຈຂອງເພິ່ນວ່າ, "ວັນເວລາແຫ່ງຄວາມໂສກເສົ້າສຳລັບພໍ່ຂອງເຮົາ ກໍາລັງເຂົ້າມາໃກ້; ຫລັງຈາກນັ້ນ ເຮົາກໍຈະຂ້ານ້ອງຊາຍຂອງເຮົາຄືຢາໂຄບ."
|
||
\v 42 ຖ້ອຍຄຳຂອງເອຊາວ ລູກຊາຍກົກຂອງນາງໄດ້ຖືກນຳມາບອກໃຫ້ເຣເບກາຮູ້. ດັ່ງນັ້ນນາງຈຶ່ງໄດ້ໃຊ້ຄົນໄປ ແລະເອີ້ນຢາໂຄບລູກຊາຍຜູ້ເປັນນ້ອງມາ ແລະເວົ້າກັບເຂົາວ່າ, "ເບິ່ງເຖີດ, ອ້າຍຂອງເຈົ້າເອຊາວກຳລັງປອບໃຈຕົວເອງກ່ຽວກັບເຈົ້າໂດຍການວາງແຜນທີ່ຈະຂ້າເຈົ້າ.
|
||
|
||
\s5
|
||
\v 43 ບັດນີ້, ລູກຊາຍຂອງແມ່ເອີຍ, ຈົ່ງເຊື່ອຟັງແມ່ ແລະຫນີໄປຫາລາບານ, ອ້າຍຂອງແມ່ທີ່ເມືອງຮາຣານ.
|
||
\v 44 ຈົ່ງຢູ່ກັບເຂົາຊົ່ວໄລຍະຫນຶ່ງ, ຈົນກວ່າຄວາມໂກດຮ້າຍຂອງອ້າຍເຈົ້າຈະລົດລົງ,
|
||
\v 45 ຈົນກວ່າຄວາມໂກດຮ້າຍຂອງອ້າຍເຈົ້າຫັນໄປຈາກເຈົ້າ, ແລະເຂົາລືມໃນສິ່ງທີ່ເຈົ້າໄດ້ກະທຳແກ່ເຂົາ. ຈາກນັ້ນແມ່ຈະໃຊ້ຄົນໄປແລະຮັບເຈົ້າກັບຄືນມາຈາກທີ່ນັ້ນ. ເປັນຫຍັງແມ່ຕ້ອງສູນເສຍພວກເຈົ້າທັງສອງຄົນໃນມື້ດຽວກັນ?"
|
||
|
||
\s5
|
||
\v 46 ນາງເຣເບກາໄດ້ເວົ້າກັບອີຊາກວ່າ, "ຂ້ອຍເບື່ອຊີວິດເພາະລູກສາວທັງຫລາຍຂອງຊາວຮິດຕີ. ຖ້າຢາໂຄບຮັບເອົາລູກສາວຂອງຊາວຮິດຕີຄົນໃດຄົນຫນຶ່ງ, ມາເປັນເມຍເຫມືອນຜູ້ຍິງເຫລົ່ານີ້, ລູກສາວຂອງແຜ່ນດິນນີ້ບາງຄົນ, ຊີວິດຂອງຂ້ອຍຈະມີປະໂຫຍດຫຍັງ."
|
||
|
||
\s5
|
||
\c 28
|
||
\cl ບົດທີ 28
|
||
\p
|
||
\v 1 ອີຊາກໄດ້ເອີ້ນຢາໂຄບ, ເຂົ້າມາເພື່ອອວຍພອນ, ແລະສັ່ງເຂົາວ່າ, "ລູກຢ່າເອົາຍິງສາວຊາວການາອານມາເປັນເມຍ.
|
||
\v 2 ແຕ່ຈົ່ງລຸກຂຶ້ນ, ໄປປັດດານອາຣຳ, ໄປຍັງບ້ານຂອງເບທູເອນພໍ່ຂອງແມ່ເຈົ້າ, ແລະຮັບເອົາເມຍຄົນຫນຶ່ງຈາກທີ່ນັ້ນ, ຈາກລູກສາວຄົນໃດຄົນຫນຶ່ງຂອງລາບານອ້າຍຂອງແມ່ເຈົ້າ.
|
||
|
||
\s5
|
||
\v 3 ຂໍໃຫ້ພຣະເຈົ້າອົງຊົງຣິດອຳນາດຊົງອວຍພອນເຈົ້າ, ເຮັດໃຫ້ເຈົ້າມີລູກຢ່າງຫລວງຫລາຍ, ເພື່ອເຈົ້າຈະໄດ້ເປັນບັນພະບຸຣຸດຂອງຫລາຍຊົນຊາດ.
|
||
\v 4 ຂໍໃຫ້ພຣະອົງປຣະທານຄຳອວຍພອນຂອງອັບຣາຮາມແກ່ເຈົ້າ, ແລະແກ່ບັນດາເຊື້ອສາຍທັງຫລາຍຂອງເຈົ້າ, ຫລັງຈາກເຈົ້າ ເຈົ້າຈະໄດ້ເປັນກຳມະສິດດິນແດນທີ່ເຈົ້າອາໄສຢູ່, ຊຶ່ງພຣະເຈົ້າໄດ້ມອບໃຫ້ແກ່ອັບຣາຮາມເປັນມໍຣະດົກ."
|
||
|
||
\s5
|
||
\v 5 ດັ່ງນັ້ນອີຊາກໄດ້ສົ່ງຢາໂຄບໄປ. ຢາໂຄບໄດ້ໄປຍັງປັດດານອາຣຳ, ໄປຫາລາບານລູກຊາຍຂອງເບທູເອນຊາວອາຣຳ, ເປັນອ້າຍຂອງນາງເຣເບກາ, ແມ່ຂອງຢາໂຄບ ແລະເອຊາວ.
|
||
|
||
\s5
|
||
\v 6 ບັດນີ້ເອຊາວໄດ້ເຫັນອີຊາກອວຍພອນຢາໂຄບ ແລະສົ່ງເຂົາໄປຍັງປັດດານອາຣຳ, ເພື່ອຫາເມຍຈາກທີ່ນັ້ນ. ລາວໄດ້ເຫັນອີຊາກອວຍພອນເຂົາ ແລະສັ່ງເຂົາເວົ້າວ່າ, "ເຈົ້າບໍ່ຕ້ອງເອົາຍິງສາວຊາວການາອານມາເປັນເມຍດ້ວຍ."
|
||
\v 7 ເອຊາວຍັງໄດ້ເຫັນວ່າຢາໂຄບເຊື່ອຟັງພໍ່ ແລະແມ່ຂອງເຂົາດ້ວຍ, ແລະໄດ້ເດີນທາງໄປທີ່ປັດດານອາຣຳ.
|
||
|
||
\s5
|
||
\v 8 ເອຊາວໄດ້ເຫັນວ່າອີຊາກພໍ່ຂອງຕົນບໍ່ມັກຍິງສາວການາອານ.
|
||
\v 9 ດັ່ງນັ້ນ ລາວຈຶ່ງໄປຫາອິດຊະມາເອນ, ແລະຮັບເອົານາງມາຮາລາດນ້ອງສາວຂອງເນບາໂຢດ, ລູກສາວຂອງອິດຊະມາເອນ, ຜູ້ເປັນລູກຊາຍຂອງອັບຣາຮາມ, ມາເປັນເມຍຂອງເຂົາອີກຄົນຫນຶ່ງ, ນອກເຫນືອຈາກເມຍທັງຫລາຍທີ່ເຂົາມີຢູ່ແລ້ວ.
|
||
|
||
\s5
|
||
\v 10 ຢາໂຄບໄດ້ອອກຈາກເມືອງເບເອນເຊບາ ແລະມຸ່ງຫນ້າໄປສູ່ເມືອງຮາຣານ.
|
||
\v 11 ເຂົາໄດ້ມາເຖິງທີ່ແຫ່ງຫນຶ່ງ ແລະພັກທີ່ນັ້ນທັງຄືນ, ເພາະວ່າຕາເວັນຕົກດິນແລ້ວ. ເຂົາໄດ້ເອົາກ້ອນຫີນກ້ອນຫນຶ່ງຈາກທີ່ນັ້ນມາເຮັດເປັນຫມອນຮອງຫົວ, ແລະນອນລົງໃນທີ່ນັ້ນເພື່ອທີ່ຈະຫລັບ.
|
||
|
||
\s5
|
||
\v 12 ເຂົາໄດ້ຝັນເຫັນຂັ້ນໄດຕັ້ງຂຶ້ນເທິງແຜ່ນດິນ.ປາຍຂອງຂັ້ນໄດນັ້ນຂຶ້ນໄປເຖິງທ້ອງຟ້າ ແລະ ຫມູ່ທູດສະຫວັນຂອງພຣະເຈົ້າກຳລັງຍ່າງຂຶ້ນຍ່າງລົງຕາມຂັ້ນໄດນັ້ນ.
|
||
\v 13 ເບິ່ງເຖີດ, ພຣະຢາເວໄດ້ ຊົງຢືນຢູ່ຂ້າງເທິງນັ້ນ ແລະກ່າວວ່າ, "ເຮົາແມ່ນພຣະຢາເວ, ພຣະເຈົ້າຂອງອັບຣາຮາມບັນພະບູຣຸດຂອງເຈົ້າ, ແລະພຣະເຈົ້າຂອງອີຊາກ. ແຜ່ນດິນທີ່ເຈົ້າກຳລັງນອນຢູ່ນີ້ເຮົາຈະມອບໃຫ້ເຈົ້າ ແລະບັນດາເຊື້ອສາຍຂອງເຈົ້າ.
|
||
|
||
\s5
|
||
\v 14 ເຊື້ອສາຍທັງຫລາຍຂອງເຈົ້າຈະມີຫລວງຫລາຍດັ່ງຂີ້ຝຸ່ນດິນ, ແລະເຈົ້າຈະແຜ່ກວ້າງໄກອອກໄປຍັງທິດຕາເວັນຕົກ, ທິດຕາເວັນອອກ, ທິດເຫນືອ, ແລະທິດໃຕ້, ໂດຍຜ່ານທາງເຈົ້າ ແລະ ບັນດາເຊື້ອສາຍຂອງເຈົ້າທຸກຄອບຄົວຂອງແຜ່ນດິນຈະໄດ້ຮັບພອນ.
|
||
\v 15 ເບິ່ງເຖີດ, ເຮົາຈະຢູ່ກັບເຈົ້າ, ແລະ ເຮົາຈະປົກປັກຮັກສາເຈົ້າ ບໍ່ວ່າເຈົ້າຈະໄປທີ່ໃດ ເຮົາຈະໃຫ້ເຈົ້າກັບມາຢູ່ໃນດິນແດນນີ້; ເພາະວ່າເຮົາຈະບໍ່ປະຖິ້ມເຈົ້າ. ເຮົາຈະເຮັດທຸກສິ່ງທີ່ເຮົາໄດ້ສັນຍາໄວ້ກັບເຈົ້າ."
|
||
|
||
\s5
|
||
\v 16 ຢາໂຄບໄດ້ຕື່ນຂຶ້ນຈາກການຫລັບຂອງເຂົາຈຶ່ງເວົ້າວ່າ, "ພຣະຢາເວສະຖິດຢູ່ທີ່ນີ້ແທ້ໆ, ແລະເຮົາບໍ່ຮູ້ເລື່ອງມາກ່ອນ."
|
||
\v 17 ເຂົາຢ້ານກົວແລະໄດ້ເວົ້າວ່າ, "ບ່ອນນີ້ຫນ້າຢ້ານ! ທີ່ນີ້ບໍ່ແມ່ນຢ່າງອື່ນແນ່ນອນ ນອກຈາກເປັນພຣະວິຫານຂອງພຣະເຈົ້າ. ແລະຄົງເປັນປະຕູແຫ່ງທ້ອງຟ້າ."
|
||
|
||
\s5
|
||
\v 18 ຢາໂຄບລຸກຂຶ້ນແຕ່ເຊົ້າໆ ແລະນຳເອົາກ້ອນຫີນທີ່ເຂົາຫມູນຫົວນັ້ນມາເຂົາໄດ້ຕັ້ງມັນຂຶ້ນເປັນເຫມືອນເສົາ. ແລ້ວເທນໍ້າມັນລົງເທິງຍອດກ້ອນຫີນນັ້ນ.
|
||
\v 19 ເຂົາຈຶ່ງໄດ້ເອີ້ນສະຖານທີ່ນັ້ນວ່າເບັດເອນ. ແຕ່ກ່ອນເມືອງນີ້ຊື່ວ່າ, ລູເຊ.
|
||
|
||
\s5
|
||
\v 20 ຢາໂຄບກໍໄດ້ສາບານວ່າ, "ຖ້າພຣະເຈົ້າຊົງສະຖິດຢູ່ກັບຂ້ານ້ອຍ ແລະປົກປັກຮັກສາຂ້ານ້ອຍໃນທາງນີ້ທີ່ຂ້ານ້ອຍກຳລັງຈະເດີນ, ແລະຈະໃຫ້ອາຫານແກ່ຂ້ານ້ອຍກິນ, ແລະເສື້ອຜ້າສຳລັບສວມໃສ່,
|
||
\v 21 ແລະຊົງນຳຂ້ານ້ອຍກັບມາເຖິງບ້ານພໍ່ຂອງຂ້ານ້ອຍຢ່າງປອດໄພ, ຈາກນັ້ນພຣະຢາເວຈະເປັນພຣະເຈົ້າຂອງຂ້ານ້ອຍ.
|
||
\v 22 ແລະກ້ອນຫີນນີ້ທີ່ຂ້ານ້ອຍໄດ້ຕັ້ງຂຶ້ນເປັນເຫມືອນເສົານີ້. ຈະເປັນກ້ອນຫີນທີ່ສັກສິດຈາກທຸກສິ່ງທີ່ພຣະອົງປຣະທານໃຫ້ຂ້ານ້ອຍ, ແລະຂ້ານ້ອຍຈະຖວາຍຫນຶ່ງສ່ວນສິບໃຫ້ພຣະອົງ."
|
||
|
||
\s5
|
||
\c 29
|
||
\cl ບົດທີ 29
|
||
\p
|
||
\v 1 ຈາກນັ້ນຢາໂຄບໄດ້ເດີນທາງຕໍ່ໄປ ແລະມາເຖິງດິນແດນຂອງປະຊາຊົນແຫ່ງຕາເວັນອອກ.
|
||
\v 2 ເມື່ອເຂົາໄດ້ຫລຽວເບິ່ງ, ເຂົາໄດ້ເຫັນບໍ່ນໍ້າບໍ່ຫນຶ່ງທີ່ທົ່ງນາ, ແລະ, ເບິ່ງເຖີດ, ມີແກະສາມຝູງກຳລັງນອນຢູ່ໃກ້ໆບໍ່ນ້ຳນັ້ນ. ພວກເຂົາໄດ້ໃຊນ້ຳຈາກບໍ່ນ້ຳນັ້ນລ້ຽງຝູງ, ແລະມີຫີນກ້ອນໃຫຍ່ອັດປາກບໍ່ນ້ຳນັ້ນ.
|
||
\v 3 ເມື່ອຝູງແກະທັງຫມົດໄດ້ມາໂຮມກັນທີ່ນັ້ນ, ຄົນລ້ຽງແກະຈຶ່ງພາກັນກິ້ງກ້ອນຫີນອອກ ຈາກປາກບໍ່ນ້ຳ ແລະຕັກນໍ້າໃຫ້ແກະກິນ. ແລ້ວຈາກນັ້ນກໍກິ້ງກ້ອນຫີນນັ້ນອັດປາກບໍ່ນໍ້າໄວ້ອີກຄັ້ງ ໃຫ້ກັບໄປໃນທີ່ເກົ່າ.
|
||
|
||
\s5
|
||
\v 4 ຢາໂຄບໄດ້ເວົ້າກັບພວກເຂົາວ່າ, "ພີ່ນ້ອງທັງຫລາຍຂອງຂ້າພະເຈົ້າເອີຍ, ພວກທ່ານມາຈາກໃສ?" ພວກເຂົາໄດ້ຕອບວ່າ, "ພວກເຮົາມາຈາກເມືອງຮາຣານ."
|
||
\v 5 ລາວໄດ້ເວົ້າກັບພວກເຂົາວ່າ, "ພວກເຈົ້າຮູ້ຈັກລາບານ ລູກຊາຍນາໂຮບໍ?" ພວກເຂົາຕອບວ່າ, "ພວກເຮົາຮູ້ຈັກເພິ່ນ."
|
||
\v 6 ລາວໄດ້ເວົ້າກັບພວກເຂົາວ່າ, "ເພິ່ນສະບາຍດີບໍ?" ພວກເຂົາໄດ້ຕອບວ່າ, "ເພິ່ນສະບາຍດີ, ແລະຫັ້ນເດ, ຣາເຊັນລູກສາວຂອງເພິ່ນກຳລັງມາກັບຝູງແກະນັ້ນ."
|
||
|
||
\s5
|
||
\v 7 ຢາໂຄບໄດ້ເວົ້າວ່າ, “ເບິ່ງແມ, ມັນເປັນເວລາທ່ຽງວັນຢູ່. ແລະບໍ່ແມ່ນຍາມນຳຝູງສັດມາລວມກັນ. ພວກທ່ານຄວນຕັກນ້ຳໃຫ້ແກະ ແລະຈາກນັ້ນກໍນຳໄປໃຫ້ພວກມັນໄດ້ກິນຫຍ້າ?"
|
||
\v 8 ພວກເຂົາໄດ້ເວົ້າວ່າ,"ພວກເຮົາບໍ່ສາມາດຕັກນ້ຳໃຫ້ພວກມັນ ໄດ້ຈົນກວ່າຝູງສັດທັງຫມົດຈະມາລວມຕົວກັນ. ຈາກນັ້ນພວກຜູ້ຊາຍທັງຫລາຍຈະກິ້ງກ້ອນຫີນອອກຈາກປາກບໍ່ນ້ຳ, ແລະເຮົາຈະຕັກນໍ້າໃຫ້ແກະນັ້ນ."
|
||
|
||
\s5
|
||
\v 9 ໃນເວລາທີ່ຢາໂຄບຍັງກຳລັງເວົ້າຢູ່ກັບພວກເຂົາ, ນາງຣາເຊັນໄດ້ມາພ້ອມກັບຝູງແກະຂອງພໍ່ນາງ, ເພາະນາງໄດ້ກຳລັງລ້ຽງພວກມັນ.
|
||
\v 10 ເມື່ອຢາໂຄບໄດ້ເຫັນຣາເຊັນ, ລູກສາວຂອງລາບານ, ອ້າຍຂອງແມ່ລາວ, ແລະແກະຂອງລາບານ, ຂອງອ້າຍຂອງແມ່ເຂົາ, ຢາໂຄບໄດ້ເຂົາມາ, ກິ້ງກ້ອນຫີນອອກຈາກປາກບໍ່ນ້ຳ, ແລະຕັກນໍ້າໃຫ້ຝູງສັດຂອງລາບານ, ອ້າຍຂອງແມ່ລາວ.
|
||
|
||
\s5
|
||
\v 11 ຢາໂຄບໄດ້ຈູບຣາເຊັນພ້ອມທັງຮ້ອງໄຫ້ສຽງດັງ.
|
||
\v 12 ຢາໂຄບໄດ້ບອກຣາເຊັນວ່າ, "ເຂົາເປັນຍາດພີ່ນ້ອງຂອງນາງ, ແລະເຂົາເປັນລູກຊາຍຂອງນາງເຣເບກາ." ຈາກນັ້ນນາງໄດ້ແລ່ນໄປ ແລະໄດ້ບອກກັບພໍ່ຂອງຕົນ.
|
||
|
||
\s5
|
||
\v 13 ເມື່ອລາບານໄດ້ຍິນເລື່ອງກ່ຽວກັບ ຢາໂຄບ ລູກຊາຍຂອງນ້ອງສາວເພິ່ນມາ, ເພິ່ນໄດ້ແລ່ນໄປພົບເຂົາ,ສວມກອດເຂົາ, ຈູບເຂົາ, ແລະໄດ້ພາເຂົາໄປຍັງເຮືອນຂອງເພິ່ນ. ຢາໂຄບໄດ້ບອກລາບານເຖິງເລື່ອງເຫລົ່ານີ້ທັງຫມົດ.
|
||
\v 14 ລາບານໄດ້ເວົ້າກັບເຂົາວ່າ,"ແທ້ຈິງແລ້ວເຈົ້າຄືກະດູກຂອງເຮົາ ແລະເນື້ອຂອງເຮົາ." ຈາກນັ້ນຢາໂຄບໄດ້ຢູ່ກັບເຂົາປະມານຫນຶ່ງເດືອນ.
|
||
|
||
\s5
|
||
\v 15 ຈາກນັ້ນລາບານໄດ້ເວົ້າກັບຢາໂຄບວ່າ, "ເຈົ້າບໍ່ຄວນຮັບໃຊ້ເຮົາລ້າໆ ເພາະວ່າເຈົ້າເປັນຍາດພີ່ນ້ອງຂອງເຮົາບໍ່ແມ່ນບໍ? ຈົ່ງບອກເຮົາ, ເຈົ້າຕ້ອງການ ອັນໃດເປັນຄ່າຈ້າງຂອງເຈົ້າ?"
|
||
\v 16 ຂະນະນັ້ນລາບານມີລູກສາວສອງຄົນ. ຜູ້ກົກຊື່ວ່າ ເລອາ, ແລະຜູ້ນ້ອງນັ້ນຊື່ວ່າ ຣາເຊັນ.
|
||
\v 17 ນາງເລອາເປັນຄົນມີແວວຕາສັ້ນ, ແຕ່ນາງຣາເຊັນເປັນຄົນທີ່ມີຮູບຮ່າງແລະຫນ້າຕາສວຍງາມ.
|
||
\v 18 ຢາໂຄບກໍໄດ້ຮັກນາງຣາເຊັນ, ດັ່ງນັ້ນເຂົາຈຶ່ງເວົ້າວ່າ, "ຂ້ອຍຈະເຮັດວຽກໃຫ້ທ່ານເຈັດປີ ເພື່ອລາເຊັນ,ລູກສາວຄົນນ້ອຍຂອງທ່ານ."
|
||
|
||
\s5
|
||
\v 19 ລາບານໄດ້ເວົ້າວ່າ, "ມັນດີກວ່າທີ່ເຮົາຍົກນາງໃຫ້ກັບເຈົ້າ, ແທນທີ່ເຮົາຈະຍົກໃຫ້ກັບອີກຄົນຫນຶ່ງ. ຈົ່ງຢູ່ກັບເຮົາເຖີດ."
|
||
\v 20 ສະນັ້ນ ຢາໂຄບຈຶ່ງໄດ້ທຳງານຮັບໃຊ້ເຈັດປີເພື່ອນາງຣາເຊັນ; ແລະເບິ່ງມັນເຫມືອນເປັນພຽງບໍ່ທໍ່ໃດມື້, ສຳລັບເຂົາເພາະຄວາມຮັກທີ່ເຂົາມີຕໍ່ນາງ.
|
||
|
||
\s5
|
||
\v 21 ຈາກນັ້າຢາໂຄບໄດ້ເວົ້າກັບລາບານວ່າ,"ຈົ່ງໃຫ້ເມຍແກ່ຂອ້ຍເຖີດ, ເພາະຂ້ອຍໄດ້ທຳງານຄົບຕາມເວລາແລ້ວ ດັ່ງນັ້ນຂ້ອຍຄວນແຕ່ງງານກັບນາງ."
|
||
\v 22 ດັ່ງນັ້ນ ລາບານໄດ້ຮວບຮວມຜູ້ຊາຍທັງຫມົດຂອງສະຖານທີ່ນັ້ນ ແລະຈັດງານລຽ້ງຂຶ້ນ.
|
||
|
||
\s5
|
||
\v 23 ໃນຕອນແລງນັ້ນ, ລາບານໄດ້ນຳເອົາ, ນາງເລອາລູກສາວຂອງເຂົາມາ ແລະ ນຳນາງໄປໃຫ້ຢາໂຄບ, ຜູ້ຊຶ່ງໄດ້ຫລັບນອນກັບນາງ.
|
||
\v 24 ລາບານໄດ້ໃຫ້ຍິງຮັບໃຊ້ຂອງເຂົາຄືຊີລະປາແກ່ເລອາ, ລູກສາວຂອງເຂົາໃຫ້ເປັນຄົນຮັບໃຊ້ຂອງນາງ.
|
||
\v 25 ໃນຕອນເຊົ້າ, ເບິ່ງເຖີດ, ກາຍເປັນເລອາ! ຢາໂຄບໄດ້ເວົ້າກັບລາບານວ່າ, "ເປັນຫຍັງທ່ານຈຶ່ງເຮັດກັບຂ້ອຍແບບນີ້? ຂ້ອຍໄດ້ຮັບໃຊ້ທ່ານເພື່ອຣາເຊັນບໍ່ແມ່ນບໍ? ເປັນຫຍັງທ່ານຈຶ່ງຫລອກລວງຂ້ອຍ?"
|
||
|
||
\s5
|
||
\v 26 ລາບານໄດ້ຕອບວ່າ, "ມັນບໍ່ແມ່ນທຳນຽມຂອງເຮົາ ທີ່ຈະໃຫ້ລູກສາວຄົນນ້ອຍເອົາຜົວກ່ອນລູກສາວຜູ້ເອື້ອຍ.
|
||
\v 27 ໃຫ້ຄົບເຈັດວັນຂອງການແຕ່ງງານຂອງລູກສາວຄົນນີ້ກ່ອນ, ແລະເຮົາຈະຍົກອີກຄົນຫນຶ່ງໃຫ້ເຈົ້າດ້ວຍ ແລະຕອບແທນໃນການຮັບໃຊ້ເຮົາອີກເຈັດປີ."
|
||
|
||
\s5
|
||
\v 28 ຢາໂຄບໄດ້ທຳຢ່າງນັ້ນ, ແລະຈົນຄົບເຈັດວັນຂອງເລອາ. ຈາກນັ້ນລາບານໄດ້ມອບນາງຣາເຊັນໃຫ້ເຂົາ ລູກສາວຂອງເຂົາໃຫ້ເປັນເມຍຂອງເຂົາດ້ວຍ.
|
||
\v 29 ລາບານໄດ້ໃຫ້ນາງບິນຮາແກ່ຣາເຊັນ, ລູກສາວຂອງເຂົາ ໃຫ້ເປັນຄົນຮັບໃຊ້ຂອງນາງ.
|
||
\v 30 ດັ່ງນັ້ນຢາໂຄບໄດ້ຫລັບນອນກັບນາງຣາເຊັນດ້ວຍ ແຕ່ເຂົາໄດ້ຮັກຣາເຊັນຫລາຍກວ່າຮັກເລອາ. ແລະຢາໂຄບໄດ້ຮັບໃຊ້ລາບານເປັນເວລາອີກເຈັດປີ.
|
||
|
||
\s5
|
||
\v 31 ນາງເລອາບໍ່ໄດ້ເປັນທີ່ຮັກດັ່ງນັ້ນ ພຣະອົງໄດ້ຊົງເປີດຄັນຂອງນາງ, ແຕ່ນາງຣາເຊັນນັ້ນບໍ່ມີລູກ.
|
||
\v 32 ນາງເລອາໄດ້ຕັ້ງທ້ອງຖືພາ ແລະ ເກີດລູກຊາຍຄົນຫນຶ່ງ. ແລະ ນາງໄດ້ເອີ້ນຊື່ເຂົາວ່າຣູເບັນ. ເພາະນາງໄດ້ເວົ້າວ່າ, "ເພາະວ່າພຣະຢາເວໄດ້ຊົງຫລຽວເຫັນຄວາມລຳບາກຂອງຂ້ອຍ; ບັດນີ້ ຜົວຂອງຂ້ອຍຈະຮັກຂ້ອຍ."
|
||
|
||
\s5
|
||
\v 33 ຈາກນັ້ນນາງໄດ້ຕັ້ງທ້ອງອີກ ແລະເກີດລູກຊາຍອີກຄົນຫນຶ່ງ. ນາງເວົ້າວ່າ, "ເພາະວ່າພຣະຢາເວຮູ້ວ່າຂ້ອຍບໍ່ໄດ້ເປັນທີ່ຮັກ ດັ່ງນັ້ນພຣະອົງໄດ້ປຣະທານລູກຊາຍຄົນນີ້ແກ່ຂ້ອຍດ້ວຍ," ແລະນາງໄດ້ເອີ້ນຊື່ເຂົາວ່າ ຊີເມໂອນ.
|
||
\v 34 ຈາກນັ້ນນາງກໍໄດ້ຕັ້ງທ້ອງອີກຄັ້ງ. ແລະອອກລູກຊາຍອີກຄົນຫນຶ່ງ. ນາງໄດ້ເວົ້າວ່າ, "ບັດນີ້ ເວລານີ້ຜົວຂອງຂ້ອຍຈະຕິດພັນຢູ່ກັບຂ້ອຍ, ເພາະວ່າຂ້ອຍໄດ້ເກີດລູກຊາຍເຖິງສາມຄົນແກ່ລາວ." ດັ່ງນັ້ນເຂົາຈຶ່ງຖືກເອີ້ນຊື່ວ່າ ເລວີ.
|
||
|
||
\s5
|
||
\v 35 ນາງໄດ້ຕັ້ງທ້ອງອີກຄັ້ງ ແລະໄດ້ລູກຊາຍອີກຄົນຫນຶ່ງ. ນາງໄດ້ເວົ້າວ່າ,"ຄັ້ງນີ້ຂ້ອຍຈະສັນຣະເສີນພຣະຢາເວ." ສະນັ້ນ ນາງຈຶ່ງເອີ້ນຊື່ເຂົາວ່າ ຢູດາ; ຈາກນັ້ນນາງໄດ້ຢຸດການມີລູກ.
|
||
|
||
\s5
|
||
\c 30
|
||
\cl ບົດທີ 30
|
||
\p
|
||
\v 1 ເມື່ອນາງຣາເຊັນໄດ້ເຫັນວ່ານາງບໍ່ມີລູກແກ່ຢາໂຄບ, ຣາເຊັນກໍໄດ້ອິດສາເອື້ອຍຂອງນາງ. ນາງໄດ້ເວົ້າກັບຢາໂຄບວ່າ,"ຈົ່ງໃຫ້ລູກແກ່ຂ້ອຍ, ຫລືບໍ່ດັ່ງນັ້ນກໍໃຫ້ຂ້ອຍຕາຍເສຍ."
|
||
\v 2 ຢາໂຄບໄດ້ຮ້າຍນາງຣາເຊັນຫລາຍ. ເຂົາໄດ້ເວົ້າວ່າ,"ເຮົາເປັນເຫມືອນພຣະເຈົ້າຜູ້ຊຶ່ງ, ເຮັດໃຫ້ເຈົ້າບໍ່ມີລູກບໍ?"
|
||
|
||
\s5
|
||
\v 3 ນາງໄດ້ເວົ້າວ່າ, "ເບິ່ງດູ, ນີ້ຄືບິນຮາ ຄົນຮັບໃຊ້ຂອງຂ້ອຍ. ຈົ່ງຫລັບນອນກັບນາງ, ເພື່ອທີ່ນາງຈະໄດ້ເກີດລູກເທິງຕັກຂອງຂ້ອຍ, ແລະ ຂ້ອຍຈະມີລູກໂດຍນາງ."
|
||
\v 4 ດັ່ງນັ້ນນາງຈຶ່ງໃຫ້ນາງບິນຮາ ຄົນຮັບໃຊ້ຂອງນາງເປັນເມຍອີກຄົນຫນຶ່ງຂອງຢາໂຄບ, ແລະ ເຂົາໄດ້ຫລັບນອນກັບນາງ.
|
||
|
||
\s5
|
||
\v 5 ນາງບິນຮາໄດ້ຕັ້ງທ້ອງ ແລະເກີດລູກຊາຍຄົນຫນຶ່ງໃຫ້ຢາໂຄບ.
|
||
\v 6 ຣາເຊັນຈຶ່ງໄດ້ເວົ້າວ່າ, "ພຣະເຈົ້າໄດ້ຊົງຕັດສິນດ້ວຍຄວາມເມດຕາຂ້ອຍ. ພຣະອົງໄດ້ຍິນຄຳອະທິຖານຂອງຂ້ອຍ ແລະປຣະທານລູກຊາຍຄົນຫນຶ່ງແກ່ຂ້ອຍ." ດ້ວຍເຫດນີ້ນາງຈຶ່ງໄດ້ເອີ້ນຊື່ເຂົາວ່າ ດານ.
|
||
|
||
\s5
|
||
\v 7 ນາງບິນຮາ, ຄົນຮັບໃຊ້ຂອງຣາເຊັນ, ໄດ້ຕັ້ງທ້ອງອີກຄັ້ງ ແລະ ເກີດລູກຊາຍຜູ້ທີສອງໃຫ້ແກ່ຢາໂຄບ.
|
||
\v 8 ນາງຣາເຊັນໄດ້ເວົ້າວ່າ, "ດ້ວຍການຕໍ່ສູ້ຢ່າງແຂ່ງຂັນ ຂ້ອຍໄດ້ຕໍ່ສູ້ກັບເອື້ອຍຂອງຂ້ອຍແລະຊະນະແລ້ວ." ນາງໄດ້ເອີ້ນຊື່ເຂົາວ່າເນັບທາລີ.
|
||
|
||
\s5
|
||
\v 9 ເມື່ອນາງເລອາ ໄດ້ເຫັນວ່ານາງໄດ້ຢຸດການມີລູກແລ້ວ, ນາງໄດ້ນຳເອົາຊີລະປາ, ຄົນຮັບໃຊ້ຂອງນາງມາ, ແລະ ໃຫ້ນາງເປັນເມຍອີກຄົນຫນຶ່ງຂອງຢາໂຄບ.
|
||
\v 10 ນາງຊີລະປາ, ຄົນຮັບໃຊ້ຂອງນາງເລອາ, ກໍເກີດລູກຊາຍຄົນຫນຶ່ງໃຫ້ຢາໂຄບ.
|
||
\v 11 ເລອາໄດ້ເວົ້າວ່າ, "ນີ້ຄືໂຊກດີ!" ດັ່ງນັ້ນ ນາງຈຶ່ງໄດ້ເອີ້ນຊື່ເຂົາວ່າ ກາດ.
|
||
|
||
\s5
|
||
\v 12 ຈາກນັ້ນນາງຊີລະປາ, ຄົນຮັບໃຊ້ຂອງເລອາ, ກໍໄດ້ລູກຊາຍຄົນທີສອງແກ່ຢາໂຄບ.
|
||
\v 13 ນາງເອລາໄດ້ເວົ້າວ່າ, "ຂ້ອຍມີຄວາມສຸກ! ເພາະລູກຍິງທັງຫລາຍຈະເອີ້ນຂ້ອຍວ່າ, ຜູ້ມີຄວາມຍິນດີ." ດັ່ງນັ້ນນາງຈຶ່ງໄດ້ເອີ້ນຊື່ຂອງເຂົາວ່າອາເຊ.
|
||
|
||
\s5
|
||
\v 14 ໃນລະດູເກັບກ່ຽວເຂົ້າສາລີ ຣູເບັນໄດ້ເຂົ້າໄປໃນທ້ອງທົ່ງນາ. ແລະພົບຕົ້ນຫມາກເຂືອຊະນິດຫນຶ່ງ. ເຂົາໄດ້ເອົາຫມາກມາໃຫ້ເລອາແມ່ຂອງເຂົາ. ນາງຣາເຊັນເວົ້າກັບເລອາວ່າ, "ຂ້ອຍຂໍຫມາກເຂືອຂອງລູກຊາຍເຈົ້າຈັກຫນ່ວຍແດ່."
|
||
\v 15 ນາງເລອາໄດ້ເວົ້າວ່າ, "ມັນເປັນເລື່ອງເລັກນ້ອຍສຳລັບເຈົ້າບໍ, ທີ່ເຈົ້າໄດ້ຍາດເອົາຜົວຂອງຂ້ອຍໄປ? ແລະ ດຽວນີ້ເຈົ້າຍັງຈະມາຍາດເອົາຫມາກເຂືອຂອງລູກຊາຍເຮົາໄປອີກດ້ວຍບໍ?" ຣາເຊັນໄດ້ເວົ້າວ່າ, "ເພື່ອແລກປ່ຽນກັບຫມາກເຂືອຂອງລູກຊາຍເຈົ້າຄືນນີ້, ເຂົາຈະຫລັບນອນກັບເຈົ້າ."
|
||
|
||
\s5
|
||
\v 16 ໃນຕອນແລງຢາໂຄບໄດມາຈາກທົ່ງນາ. ເລອາໄດ້ອອກໄປພົບເພິ່ນ ແລະເວົ້າວ່າ,"ທ່ານຕ້ອງຫລັບນອນກັບຂ້ອຍຄືນນີ້, ເພາະຂ້ອຍໄດ້ວ່າຈ້າງທ່ານດ້ວຍຫມາກເຂືອລູກຊາຍຂອງຂ້ອຍ." ດັ່ງນັ້ນ ຢາໂຄບຈຶ່ງໄດ້ຫລັບນອນກັບເລອາຄືນນັ້ນ.
|
||
\v 17 ພຣະເຈົ້າໄດ້ຊົງຟັງເລອາ, ແລະນາງໄດ້ຕັ້ງທ້ອງ, ແລະໄດ້ເກີດລູກຊາຍຄົນທີຫ້າແກ່ຢາໂຄບ.
|
||
\v 18 ເລອາໄດ້ເວົ້າວ່າ, "ພຣະເຈົ້າໄດ້ປຣະທານຄ່າຈ້າງແກ່ຂ້ອຍ, ເພາະຂ້ອຍໄດ້ໃຫ້ຍິງຮັບໃຊ້ຂອງຂ້ອຍແກ່ຜົວຂ້ອຍ." ນາງໄດ້ເອີ້ນຊື່ເຂົາວ່າ ອິດຊາຄາ.
|
||
|
||
\s5
|
||
\v 19 ນາງເລອາໄດ້ຕັ້ງທ້ອງອີກຄັ້ງ ແລະເກີດລູກຊາຍຄົນທີຫົກແກ່ຢາໂຄບ.
|
||
\v 20 ນາງເລອາໄດ້ເວົ້າວ່າ, "ພຣະເຈົ້າໄດ້ປຣະທານຂອງຂວັນຢ່າງດີແກ່ຂ້ອຍ. ບັດນີ້ຜົວຂອງຂ້ອຍຈະໃຫ້ກຽຕແກ່ຂ້ອຍ ເພາະວ່າຂ້ອຍໄດ້ໃຫ້ລູກຊາຍຫົກຄົນແກ່ລາວ." ນາງໄດ້ເອີ້ນຊື່ເຂົາວ່າ ເຊບູໂລນ.
|
||
\v 21 ຫລັງຈາກນັ້ນນາງໄດ້ເກີດລູກສາວຄົນຫນຶ່ງ ແລະໄດ້ເອີ້ນຊື່ນາງວ່າ ດີນາ.
|
||
|
||
\s5
|
||
\v 22 ພຣະເຈົ້າຄິດເຖິງນາງຣາເຊັນ ແລະຟັງນາງ. ພຣະອົງຊົງເຮັດໃຫ້ນາງຖືພາ.
|
||
\v 23 ນາງໄດ້ຖືພາ ແລະ ເກີດລູກຊາຍຜູ້ຫນຶ່ງ. ນາງໄດ້ເວົ້າວ່າ, "ພຣະເຈົ້າໄດ້ຊົງນຳເອົາຄວາມອັບອາຍຂອງຂ້ອຍອອກໄປ."
|
||
\v 24 ນາງໄດ້ເອີ້ນຊື່ເຂົາວ່າໂຢເຊບ, ແລະ ກ່າວວ່າ, "ພຣະຢາເວໄດ້ຊົງເພີ່ມລູກ ຊາຍອີກຄົນຫນຶ່ງໃຫ້ແກ່ຂ້ອຍ."
|
||
|
||
\s5
|
||
\v 25 ຫລັງຈາກຣາເຊັນໄດ້ເກີດໂຢເຊັບ, ຢາໂຄບໄດ້ເວົ້າກັບລາບານວ່າ, "ຂໍສົ່ງຂ້ອຍໄປ, ເພື່ອທີ່ຂ້ອຍຈະໄປຍັງທີ່ບ້ານຂອງຂ້ອຍ ແລະ ດິນແດນຂອງຂ້ອຍ.
|
||
\v 26 ຂໍມອບເມຍທັງຫລາຍຂອງຂ້ອຍ ແລະ ລູກທັງຫລາຍຂອງຂ້ອຍຜູ້ທີ່ຂ້ອຍໄດ້ມາ ເພາະຂ້ອຍໄດ້ຮັບໃຊ້ທ່ານ, ແລະ ອະນຸຍາດໃຫ້ຂ້ອຍໄປ, ເພາະທ່ານຮູ້ເຖິງການຮັບໃຊ້ທີ່ຂ້ອຍໄດ້ຮັບໃຊ້ທ່ານ."
|
||
|
||
\s5
|
||
\v 27 ແຕ່ລາບານຕອບວ່າ,"ດຽວນີ້ຖ້າເຮົາເປັນທີ່ຊື່ນຊອບໃນສາຍຕາເຈົ້າ, ຂໍລໍໄວ້ກ່ອນເພາະວ່າເຮົາໄດ້ຮຽນຮູ້ໂດຍການໃຊ້ການທຳນວາຍວ່າ ພຣະຢາເວໄດ້ອວຍພອນເຮົາເພາະເຈົ້າ."
|
||
\v 28 ແລະເຂົາໄດ້ເວົ້າອີກວ່າ,"ຈົ່ງບອກຄ່າຈ້າງຂອງເຈົ້າມາ, ເຮົາເຕັມໃຈທີ່ຈະຈ່າຍຄ່າຈ້າງນັ້ນ."
|
||
|
||
\s5
|
||
\v 29 ຢາໂຄບຕອບລາບານວ່າ, "ທ່ານຮູ້ຢູ່ແລ້ວວ່າຂ້ອຍໄດ້ຮັບໃຊ້ທ່ານຢ່າງໃດ, ແລະຝູງສັດລຽ້ງຂອງທ່ານຄືຢ່າງໃດເມື່ອຢູ່ກັບຂ້ອຍ.
|
||
\v 30 ກ່ອນທີ່ຂ້ອຍຈະມາ ທ່ານມີຝູງສັດພຽງແຕ່ຫນ້ອຍດຽວ. ຂະນະນີ້ມັນໄດ້ເພີ່ມຂຶ້ນຫລວງຫລາຍ. ພຣະຢາເວໄດ້ອວຍພອນທ່ານໃນທຸກຢ່າງທີ່ຂ້ອຍໄດ້ເຮັດ. ແລ້ວເມື່ອໃດຂ້ອຍຈື່ງຈະໄດ້ຈັດຕຽມສຳລັບຄອບຄົວຂອງຕົນເອງ."
|
||
|
||
\s5
|
||
\v 31 ດັ່ງນັ້ນລາບານເວົ້າວ່າ, "ຈະໃຫ້ເຮົາຈ່າຍອັນໃດແກ່ເຈົ້າ?" ຢາໂຄບໄດ້ເວົ້າວ່າ, "ທ່ານບໍ່ຕ້ອງໃຫ້ອັນໃດແກ່ຂ້ອຍ. ຖ້າທ່ານຈະເຮັດສິ່ງນີ້ເພື່ອຂ້ອຍ, ຂ້ອຍຈະລ້ຽງ ແລະ ດູແລຮັກສາຝູງສັດຂອງທ່ານອີກຄັ້ງ.
|
||
\v 32 ໃນມື້ນີ້ໃຫ້ຂ້ອຍຍ່າງຜ່ານຝູງສັດທັງຫມົດ, ຂອງທ່ານຂໍແຍກແກະທຸກຕົວທີ່ມີຈຸດ, ແລະດ່າງ ແລະ ສີດຳທຸກໆໂຕອອກຈາກຝູງ, ແລະ ແບ້ທຸກຕົວທີ່ມີຈຸດ ແລະດ່າງທຸກຕົວອອກຈາກຝູງ. ເຫລົ່ານີ້ຈະເປັນຄ່າຈ້າງຂອງຂ້ອຍ.
|
||
|
||
\s5
|
||
\v 33 ຄວາມສັດຊື່ຂອງຂ້ອຍຈະຢືນຢັນຂ້ອຍ, ໃນພາຍຫລັງເມື່ອທ່ານຈະມາກວດສອບຄ່າຈ້າງຂອງຂ້ອຍ. ທຸກຕົວທີ່ບໍ່ດ່າງ ແລະບໍ່ມີຈຸດທ່າມກາງແບ້ທັງຫລາຍ, ແລະສີດຳ ທ່າມກາງແກະທັງຫລາຍຖ້າເຫັນຈັກຕົວໃນຝູງສັດຂອງຂ້ອຍ, ຈະຖືວ່ານັ້ນເປັນການລັກມາ."
|
||
\v 34 ລາບານໄດ້ເວົ້າວ່າ, "ຕົກລົງ. ໃຫ້ເປັນໄປຕາມທີ່ເຈົ້າເວົ້ານັ້ນ."
|
||
|
||
\s5
|
||
\v 35 ມື້ນັ້ນ ລາບານໄດ້ແຍກແບ້ໂຕຜູ້ທັງຫລາຍຊຶ່ງມີລາຍຍາວແລະຈຸດ, ແລະແບ້ໂຕແມ່ທັງຫມົດທີ່ດ່າງແລະມີຈຸດ, ທຸກໂຕທີ່ມີສີຂາວ, ແລະແກະທຸກໂຕທີ່ມີສີດຳ, ແລະໃຫ້ພວກມັນຢູ່ໃນມືຂອງພວກລູກຊາຍທັງຫລາຍຂອງເຂົາ.
|
||
\v 36 ລາບານໄດ້ແຍກຝູງສັດຂອງເຂົາ ກັບຂອງຢາໂຄບ. ໃຫ້ຢູ່ຫ່າງກັນໄລຍະທາງເດີນເຖິງສາມວັນ. ດັ່ງນັ້ນຢາໂຄບຍັງຄົງໄດ້ລ້ຽງສັດທີ່ເຫລືອຂອງລາບານ.
|
||
|
||
\s5
|
||
\v 37 ຢາໂຄບໄດ້ເອົາງ່າໄມ້ຈາກຕົ້ນຈັນປ່າ ຕົ້ນຫມາກບົກ, ແລະຕົ້ນຫູກວາງ ແລະປອກເປືອກໃຫ້ເປັນລາຍເຮັດໃຫ້ເຫັນເນື້ອໄມ້ສີຂາວດ້ານໃນ.
|
||
\v 38 ຈາກນັ້ນເຂົາໄດ້ວາງງ່າໄມ້ທີ່ເຂົາໄດ້ປອກເປືອກຕໍ່ຝູງສັດຂ້າງຫນ້າອ່າງນ້ຳທີ່ສັດໄດ້ເຂົ້າກິນ. ພວກມັນໄດ້ຕັ້ງທ້ອງເມື່ອພວກມັນເຂົ້າມາກິນນໍ້າ.
|
||
|
||
\s5
|
||
\v 39 ຝູງສັດໄດ້ແຜ່ພັນຂ້າງຫນ້າກິ່ງໄມ້ເຫລົ່ານັ້ນ; ແລະຝູງສັດເກີດລູກອ່ອນມີລາຍເປັນ, ດ່າງ ແລະມີຈຸດ.
|
||
\v 40 ຢາໂຄບໄດ້ແຍກລູກແກະເຫລົ່ານີ້ອອກ, ແຕ່ເຮັດໃຫ້ສ່ວນທີ່ເຫລືອຫັນຫນ້າໄປທາງຝູງສັດທີ່ມີສີລາຍ ແລະແກະດຳທັງຫມົດໃນຝູງຂອງລາບານ. ຈາກນັ້ນເຂົາໄດ້ແຍກຝູງສັດຂອງເຂົາສຳລັບເຂົາເອງຕ່າງຫາກ ແລະບໍ່ໄດ້ນຳໄປລວມກັບຝູງສັດຂອງລາບານ.
|
||
|
||
\s5
|
||
\v 41 ເມື່ອແກະທີ່ແຂງແຮງໃນຝູງກຳລັງປະສົມພັນ, ຢາໂຄບກໍຈະວາງງ່າໄມ້ເຫລົ່ານັ້ນ ໃນຮາງນ້ຳຕໍ່ຫນ້ຝູງແກະ, ດັ່ງນັ້ນພວກມັນຈະຕັ້ງທ້ອງທ່າມກາງງ່າໄມ້ເຫລົ່ານັ້ນ.
|
||
\v 42 ແຕ່ຫາກສັດທີ່ອ່ອນແອໃນຝູງເຂົ້າມາເຂົາຈະບໍ່ວາງງ່າໄມ້ເຫລົ່ານັ້ນຕໍ່ຫນ້າພວກມັນ. ດັ່ງນັ້ນສັດໂຕທີ່ອ່ອນແອຂອງລາບານ, ແລະໂຕທີ່ແຂງແຮງກໍຕົກເປັນຂອງຢາໂຄບ.
|
||
|
||
\s5
|
||
\v 43 ຜູ້ຊາຍຄົນນັ້ນກາຍເປັນຄົນຮັ່ງມີເຂົາໄດ້ສັດຝູງໃຫຍ່, ຍິງຮັບໃຊ້ທັງຫລາຍ, ແລະຊາຍຮັບໃຊ້ທັງຫລາຍ ແລະ, ອູດທັງຫລາຍ, ແລະລໍທັງຫລາຍ.
|
||
|
||
\s5
|
||
\c 31
|
||
\cl ບົດທີ 31
|
||
\p
|
||
\v 1 ຂະນະນັ້ນຢາໂຄບໄດ້ຍິນຖ້ອຍຄຳຂອງພວກລູກຊາຍຂອງລາບານ, ພວກເຂົາເວົ້າກັນວ່າ, "ຢາໂຄບໄດ້ເອົາທຸກສິ່ງທີ່ເປັນຂອງພໍ່ພວກເຮົາໄປ, ແລະຈາກຊັບສິນຂອງພໍ່ເຮົານັ້ນເອງ ເຂົາຈຶ່ງໄດ້ມີຄວາມຮັ່ງມີທັງຫມົດນີ້."
|
||
\v 2 ຢາໂຄບໄດ້ເຫັນທ່າທີຂອງລາບານ. ເຂົາໄດ້ເຫັນວ່າຄວາມຄິດຂອງລາບານທີ່ມີຕໍ່ຕົນນັ້ນໄດ້ປ່ຽນແປງໄປ.
|
||
\v 3 ແລ້ວພຣະຢາເວກໍໄດ້ບອກລາວວ່າ, "ຈົ່ງກັບຄືນໄປຍັງແຜ່ນດິນຂອງບັນພະບຸຣຸດຂອງເຈົ້າ ແລະຍາດພີ່ນ້ອງຂອງເຈົ້າ, ແລະເຮົາຈະຢູ່ກັບເຈົ້າ."
|
||
|
||
\s5
|
||
\v 4 ຢາໂຄບໄດ້ໃຫ້ຄົນໄປ ແລະ ເອີ້ນຫານາງຣາເຊັນ ແລະ ນາງເລອາໃຫ້ໄປຍັງທ້ອງທົ່ງໄປທີ່ຝູງສັດ.
|
||
\v 5 ແລະ ເວົ້າກັບພວກເຂົາວ່າ, "ຂ້ອຍໄດ້ເຫັນວ່າພໍ່ຂອງພວກເຈົ້າທີ່ມີຕໍ່ຂ້ອຍໄດ້ປ່ຽນແປງໄປ, ແຕ່ພຣະເຈົ້າຂອງພໍ່ຂ້ອຍສະຖິດຢູ່ນຳຂ້ອຍ.
|
||
\v 6 ພວກເຈົ້າກໍຮູ້ແລ້ວວ່າ ມັນເປັນພອນກຳລັງທັງຫມົດຂອງຂ້ອຍທີ່ຂ້ອຍໄດ້ຮັບໃຊ້ພໍ່ຂອງພວກເຈົ້າ.
|
||
|
||
\s5
|
||
\v 7 ພໍ່ຂອງພວກເຈົ້າໄດ້ຫລອກລວງຂ້ອຍ ແລະປັບປ່ຽນຄ່າຈ້າງຂອງຂ້ອຍເຖິງສິບເທື່ອ, ແຕ່ພຣະເຈົ້າບໍ່ໄດ້ຊົງອະນຸຍາດໃຫ້ເພິ່ນທຳຮ້າຍຂ້ອຍ.
|
||
\v 8 ຖ້າເຂົາໄດ້ເວົ້າວ່າ, "ສັດຕົວທີ່ດ່າງຈະເປັນຄ່າຈ້າງຂອງເຈົ້າ, ຈາກນັ້ນຝູງສັດທັງຫມົດກໍຈະໃຫ້ລູກເປັນດ່າງ. ຖ້າເຂົາໄດ້ເວົ້າວ່າໃຫ້ໂຕທີ່ລາຍເປັນຄ່າຈ້າງຂອງເຈົ້າ, ຈາກນັ້ນຝູງສັດທັງຫມົດກໍຈະໃຫ້ລູກເປັນລາຍ.
|
||
\v 9 ດ້ວຍວິທີການນີ້ພຣະເຈົ້າໄດ້ນຳເອົາຝູງສັດລ້ຽງຂອງພໍ່ພວກເຈົ້າ ແລະ ໄດ້ມອບພວກມັນໃຫ້ແກ່ຂ້ອຍ.
|
||
|
||
\s5
|
||
\v 10 ໃນລະດູປະສົມພັນສັດ, ໃນຄວາມຝັນນັ້ນ ຂ້ອຍໄດ້ເຫັນພວກແບ້ໂຕຜູ້ກຳລັງປະສົມພັນກັບຝູງສັດນັ້ນ. ພວກແບ້ໂຕຜູ້ເປັນແບ້ລາຍ, ແບ້ດ່າງ, ແລະແບ້ມີຈຸດ.
|
||
\v 11 ທູດສະຫວັນຂອງພຣະເຈົ້າໄດ້ເວົ້າກັບຂ້ອຍທາງຄວາມຝັນວ່າ,"ຢາໂຄບເອີຍ" ຂ້ອຍຕອບວ່າ,"ຂ້ານ້ອຍຢູ່ທີ່ນີ້."
|
||
|
||
\s5
|
||
\v 12 ເພິ່ນໄດ້ເວົ້າວ່າ, "ຈົ່ງເງີຍຫນ້າ ແລະ ເບິ່ງພວກແບ້ໂຕຜູ້ທີ່ກຳລັງປະສົມພັນໃນຝູງສັດນັ້ນ. ພວກມັນເປັນແບ້ລາຍ, ແບ້ດ່າງ, ແລະ ແບ້ມີຈຸດ. ເພາະວ່າເຮົາໄດ້ເຫັນທຸກໆສິ່ງທີ່ລາບານກຳລັງເຮັດກັບເຈົ້າ.
|
||
\v 13 ເຮົາແມ່ນພຣະເຈົ້າເເຫ່ງເບັດເອນ, ທີ່ຊຶ່ງເຈົ້າໄດ້ເຈີມເສົາຫີນຕົ້ນຫນຶ່ງ, ທີ່ເຈົ້າໄດ້ໃຫ້ຄຳສາບານແກ່ເຮົາ. ບັດນີ້ຈົ່ງລຸກຂຶ້ນ ແລະໄປຈາກແຜ່ນດິນນີ້ ແລະ ກັບໄປຍັງແຜ່ນດິນເກີດຂອງເຈົ້າ.""
|
||
|
||
\s5
|
||
\v 14 ຣາເຊັນ ແລະເລອາໄດ້ຕອບ ແລະເວົ້າກັບເພິ່ນວ່າ, "ຍັງຈະມີສ່ວນໃດ ຫລືມໍຣະດົກເຫລືອສຳລັບພວກເຮົາໃນບ້ານຂອງພໍ່ອີກບໍ?
|
||
\v 15 ເພິ່ນບໍ່ໄດ້ເຮັດກັບເຮົາຄືຄົນຕ່າງຊາດບໍ? ເພາະເພິ່ນໄດ້ຂາຍເຮົາ ແລະໄດ້ໃຊ້ເງິນຂອງເຮົາໄປຫມົດແລ້ວດ້ວຍ.
|
||
\v 16 ເພາະຄວາມຮັ່ງມີທັງຫມົດພຣະເຈົ້າໄດ້ເອົາໄປຈາກພໍ່ຂອງພວກເຮົາ ແລະດຽວນີ້ມັນເປັນຂອງພວກເຮົາ ແລະລູກໆ ທັງຫລາຍຂອງພວກເຮົາ. ບັດນີ້, ທ່ານຈົ່ງເຮັດໃນສິ່ງທີ່ພຣະເຈົ້າໄດ້ບອກທ່ານເຖີດ."
|
||
|
||
\s5
|
||
\v 17 ຢາໂຄບຈຶ່ງໄດ້ລຸກຂຶ້ນ ແລະເອົາລູກຊາຍທັງຫລາຍຂອງເຂົາ ແລະເມຍທັງຫລາຍຂອງເຂົາຂຶ້ນຂີ່ຫລັງອູດ.
|
||
\v 18 ເຂົາໄດ້ໄລ່ຕ້ອນຝູງສັດທັງຫມົດຂອງເຂົາໄປຂ້າງຫນ້າເຂົາ, ພ້ອມກັບຊັບສິນທັງຫມົດຂອງເຂົາ, ລວມທັງຝູງສັດທີ່ເຂົາຫາມາໄດ້ໃນປັດດານອາຣຳ. ຈາກນັ້ນເຂົາໄດ້ອອກເດີນທາງເພື່ອໄປຫາອີຊາກພໍ່ຂອງເຂົາໃນແຜ່ນການາອານ.
|
||
|
||
\s5
|
||
\v 19 ເມື່ອລາບານອອກໄປຕັດຂົນແກະຂອງເຂົາ, ນາງຣາເຊັນໄດ້ລັກເອົາພວກພະຄົວເຮືອນຂອງພໍ່ນາງໄປດ້ວຍ.
|
||
\v 20 ຢາໂຄບໄດ້ຫລອກລາບານຊາວອາຣຳ, ໂດຍບໍ່ໄດ້ບອກເພິ່ນວ່າເຂົາກຳລັງຈະຈາກໄປ.
|
||
\v 21 ດັ່ງນັ້ນເຂົາຈຶ່ງໄດ້ຫນີໄປພ້ອມກັບສິ່ງທັງຫມົດທີ່ເຂົາມີ, ແລະຂວ້າມແມ່ນໍ້າໄປຢ່າງຮີບດ່ວນ ແລະມຸ່ງຫນ້າໄປຍັງດິນແດນເນີນພູກີເລອາດ.
|
||
|
||
\s5
|
||
\v 22 ໃນວັນທີສາມ ລາບານໄດ້ຮັບການບອກເລົ່າວ່າຢາໂຄບໄດ້ຫນີໄປແລ້ວ.
|
||
\v 23 ດັ່ງນັ້ນ ເພິ່ນໄດ້ນຳເອົາຍາຕທັງຫລາຍຂອງເພິ່ນແລະເດີນທາງໄລ່ຕາມເຂົາເປັນເວລາເຈັດວັນ. ເພິ່ນໄດ້ຕາມມາທັນຢາໂຄບໃນດິນແດນເນີນພູກີເລອາດ.
|
||
|
||
\s5
|
||
\v 24 ຂະນະນັ້ນ ພຣະເຈົ້າໄດ້ສະເດັດມາຫາລາບານຊາວອາຣຳໃນຄວາມຝັນໃນຕອນກາງຄືນ ແລະກ່າວແກ່ເພິ່ນວ່າ, "ຈົ່ງລະວັງ ທີ່ເຈົ້າຈະເວົ້າກັບຢາໂຄບບໍ່ວ່າດີຫລືຮ້າຍ."
|
||
\v 25 ລາບານໄດ້ໄລ່ມາທັນຢາໂຄບ. ຂະນະທີ່ຢາໂຄບຕັ້ງເຕັນຂອງເຂົາໃນດິນແດນເທິງເນີນພູເຊັ່ນກັນ. ລາບານກໍໄດ້ຕັ້ງເຕັນກັບພວກຍາຕຂອງເພິ່ນໃນດິນແດນເນີນພູກີເລອາດ.
|
||
|
||
\s5
|
||
\v 26 ລາບານໄດເວົ້າກັບຢາໂຄບວ່າ, "ເປັນຫຍັງເຈົ້າຈຶ່ງຫລອກລວງເຮົາ, ແລະພາພວກລູກສາວຂອງເຮົາຫນີມາເຫມືອນດັ່ງຍິງຊະເລີຍເສິກ?
|
||
\v 27 ເປັນຫຍັງເຈົ້າຈຶ່ງຫນີມາແບບລັບໆ ແລະຫລອກລວງເຮົາ ແລະບໍ່ບອກເຮົາ? ເຮົາຢາກຈະສົ່ງເຈົ້າ ດ້ວຍການລຽ້ງສະຫລອງ ແລະຮ້ອງເພງ, ດ້ວຍລຳມະນາດ ແລະພິນເຂົາຄູ່.
|
||
\v 28 ເຈົ້າບໍ່ໄດ້ໃຫ້ເຮົາຈູບລາຫລານທັງຫລາຍຂອງເຮົາ ເເລະລູກສາວທັງຫລາຍຂອງເຮົາ. ບັດນີ້ເຈົ້າໄດ້ເຮັດໃນສິ່ງທີ່ໂງ່ໆເຊັ່ນນີ້.
|
||
|
||
\s5
|
||
\v 29 ມັນເປັນອຳນາດຂອງເຮົາທີ່ຈະທຳຮ້າຍເຈົ້າ, ແຕ່ພຣະເຈົ້າຂອງພໍ່ເຈົ້າໄດ້ກ່າວກັບເຮົາເມື່ອຄືນນີ້ ແລະກ່າວວ່າ, "ຈົ່ງລະວັງທີ່ເຈົ້າຈະເວົ້າກັບຢາໂຄບບໍ່ວ່າຈະດີຫລືຮ້າຍ.
|
||
\v 30 ດຽວນີ້ເຈົ້າໄດ້ຫນີອອກມາ ເພາະວ່າເຈົ້າປາຖະຫນາທີ່ຈະກັບໄປຍັງບ້ານຂອງພໍ່ເຈົ້ານານແລ້ວ. ແຕ່ເປັນຫຍັງ ເຈົ້າຈຶ່ງລັກເອົາພວກພະຂອງເຮົາມາດ້ວຍ."
|
||
|
||
\s5
|
||
\v 31 ຢາໂຄບຕອບວ່າ, "ເພາະວ່າຂ້ອຍຢ້ານ ແລະຄິດວ່າທ່ານຈະໃຊ້ກຳລັງບີບບັງຄັບເອົາລູກສາວທັງຫລາຍຂອງທ່ານ ໄປຈາກຂ້ອຍດັ່ງນັ້ນຂ້ອຍຈິ່ງອອກມາຢ່າງລັບໆ.
|
||
\v 32 ໃຜກໍຕາມທີ່ລັກພວກພະຂອງທ່ານມາ. ຈະບໍ່ມີຊີວິດຢູ່ອີກຕໍ່ໄປ ຕໍ່ຫນ້າຍາດພີ່ນ້ອງທັງຫລາຍຂອງເຮົາຈົ່ງພິຈາລະນາວ່າອັນໃດທີ່ຢູ່ກັບຂ້ອຍ, ແລະເປັນຂອງທ່ານ ແລະນຳໄປເຖີດ." ເພາະວ່າ ຢາໂຄບບໍ່ຮູ້ວ່າ ຣາເຊັນໄດ້ລັກພວກມັນມານຳ.
|
||
|
||
\s5
|
||
\v 33 ລາບານໄດ້ເຂົ້າໄປໃນເຕັນຂອງຢາໂຄບ. ເຂົ້າໄປໃນເຕັນຂອງເລອາ, ແລະເຂົ້າໄປໃນເຕັນຂອງຍິງຮັບໃຊ້ທັງສອງ, ແຕ່ເພິ່ນບໍ່ໄດ້ພົບພວກມັນ. ເພິ່ນໄດ້ອອກມາຈາກເຕັນຂອງເລອາ ແລະເຂົ້າໄປໃນເຕັນຂອງຣາເຊັນ.
|
||
|
||
\s5
|
||
\v 34 ຂະນະນັ້ນຣາເຊັນໄດ້ນຳພວກພະຂອງຄົວເຮືອນມາ, ເກັບໄວ້ໃນຖົງອານໃສ່ຫລັງອູດ, ແລະນັ່ງທັບພວກມັນໄວ້. ລາບານໄດ້ຫາທົ່ວເຕັນທັງຫມົດແຕ່ບໍ່ໄດ້ພົບພວກມັນ.
|
||
\v 35 ນາງໄດ້ເວົ້າກັບພໍ່ຂອງນາງວ່າ,"ຢ່າຮ້າຍລູກເລີຍ, ເຈົ້ານາຍຂອງຂ້ອຍ, ທີ່ຂ້ອຍບໍ່ສາມາດລຸກຢືນຕໍ່ຫນ້າທ່ານໄດ້,ເພາະຂ້ອຍກຳລັງຢູ່ໃນຊ່ວງເວລາຂອງຂ້ອຍ." ດັ່ງນັ້ນເພິ່ນຈຶ່ງໄດ້ຫາແຕ່ບໍ່ໄດ້ພົບພວກພະຄົວເຮືອນຂອງເຂົາ.
|
||
|
||
\s5
|
||
\v 36 ຢາໂຄບໄດ້ຮ້າຍ ແລະໂຕ້ຖຽງກັບລາບານ. ເຂົາໄດ້ເວົ້າກັບເພິ່ນວ່າ,"ຂ້ອຍໄດ້ເຮັດຫຍັງຜິດ? ຄວາມບາບຂອງຂ້ອຍຄືຫຍັງ, ທີ່ທ່ານຕ້ອງຮີບດ່ວນຕິດຕາມຂ້ອຍມາ?
|
||
\v 37 ເພາະວ່າທ່ານໄດ້ຄົ້ນຫາສິ່ງຂອງທັງຫມົດຂອງຂ້ອຍແລ້ວ. ທ່ານພົບອັນໃດຂອງພວກເຄື່ອງໃຊ້ໃນຄົວເຮືອນທັງຫມົດ? ນຳພວກມັນມາຕັ້ງໄວ້ທີ່ນີ້ ຕໍ່ຫນ້າຍາຕຂອງຂ້ອຍ, ເພື່ອທີ່ພວກເຂົາຈະໄດ້ຕັດສິນຄວາມລະຫວ່າງເຮົາທັງສອງຝ່າຍ.
|
||
|
||
\s5
|
||
\v 38 ຂ້ອຍໄດ້ຢູ່ກັບທ່ານ. ແກະໂຕແມ່ທັງຫລາຍຂອງທ່ານ ແລະ ແບ້ໂຕແມ່ທັງຫລາຍບໍ່ເຄີຍເສຍ, ຫລືຂ້ອຍບໍ່ເຄີຍກິນລູກແກະເຖິກໃດໆຈາກຝູງສັດທັງຫລາຍຂອງທ່ານ.
|
||
\v 39 ໂຕທີ່ຖືກສັດປ່າກັດຕາຍ ຂ້ອຍບໍ່ໄດ້ນຳກັບມາໃຫ້ທ່ານ. ແຕ່ຂ້ອຍໄດ້ໃຊ້ແທນໃຫ້, ທ່ານໄດ້ໃຫ້ຂ້ອຍຊົດໃຊ້ແທນສັດທຸກຕົວທີ່ເສຍຫາຍ. ບໍ່ວ່າຈະຖືກລັກໃນຕອນກາງເວັນ, ແລະ ຕອນກາງຄືນ.
|
||
\v 40 ຂ້ອຍໄດ້ຢູ່ທີ່ນັ້ນ; ໃນເວລາກາງເວັນທີ່ຮ້ອນແຜດເຜົາຂ້ອຍ, ແລະຫິມະໃນຕອນກາງຄືນ; ແລະ ຂ້ອຍໄດ້ອອກໄປໂດຍບໍ່ໄດ້ນອນຕາຫລັບ.
|
||
|
||
\s5
|
||
\v 41 ຊາວປີມານີ້ທີ່ຂ້ອຍໄດ້ອາໄສຢູ່ໃນຄົວເຮືອນຂອງທ່ານ. ຂ້ອຍໄດ້ທຳງານໃຫ້ທ່ານສິບສີ່ປີເພື່ອລູກສາວທັງສອງຄົນຂອງທ່ານ, ແລະອີກຫົກປີເພື່ອຝູງສັດລ້ຽງຂອງທ່ານ. ທ່ານໄດ້ປັບປ່ຽນຄ່າຈ້າງຂອງຂ້ອຍເຖິງສິບເທື່ອ.
|
||
\v 42 ຖ້າພຣະເຈົ້າຂອງພໍ່ຂ້ອຍ, ພຣະເຈົ້າຂອງອັບຣາຮາມ, ແລະພຣະອົງດຽວທີ່ອີຊາກເກງກົວ, ບໍ່ໄດ້ສະຖິດຢູ່ນຳຂ້ອຍ, ແນ່ນອນປານນີ້ທ່ານຄົງຈະສົ່ງຂ້ອຍໄປມືເປົ່າ. ພຣະເຈົ້າໄດ້ຊົງເຫັນການກົດຂີ່ຂົ່ມເຫັງຂອງຂ້ອຍ ແລະຂ້ອຍເຮັດວຽກງານຫນັກຢ່າງໃດ, ແລະພຣະອົງໄດ້ຊົງວ່າກ່າວທ່ານເມື່ອຄືນນີ້."
|
||
|
||
\s5
|
||
\v 43 ລາບານໄດ້ຕອບ ແລະເວົ້າກັບຢາໂຄບວ່າ, "ພວກລູກສາວກໍ່ເປັນລູກສາວທັງຫລາຍຂອງເຮົາ, ພວກຫລານໆກໍເປັນຫລານທັງຫລາຍຂອງເຮົາ, ແລະຝູງສັດທັງຫລາຍກໍຄືຝູງສັດຂອງເຮົາ. ທັງຫມົດທີ່ເຈົ້າເຫັນລ້ວນເປັນຂອງເຮົາ, ແຕ່ເຮົາຈະເຮັດຢ່າງໃດໃນວັນນີ້ເພື່ອພວກລູກສາວຂອງເຮົາ, ຫລືເພື່ອລູກທັງຫລາຍຂອງພວກເຂົາທີ່ພວກເຂົາໄດ້ໃຫ້ເກີດມາ?
|
||
\v 44 ດັ່ງນັ້ນ, ມາເຖີດໃຫ້ເຮົາມາເຮັດພັນທະສັນຍາກັນລະຫວ່າງ, ເຈົ້າກັບເຮົາ, ແລະໃຫ້ພັນທະສັນຍານັ້ນເປັນພະຍານລະຫວ່າງເຈົ້າກັບເຮົາ."
|
||
|
||
\s5
|
||
\v 45 ດັ່ງນັ້ນຢາໂຄບໄດ້ນຳກ້ອນຫີນມາ ແລະຕັ້ງເປັນກອງ.
|
||
\v 46 ຢາໂຄບໄດ້ເວົ້າກັບພວກຍາຕຂອງເຂົາວ່າ, "ຈົ່ງເກັບກ້ອນຫີນມາລວມກັນ." ດັ່ງນັ້ນພວກເຂົາຈຶ່ງໄດ້ເກັບກ້ອນຫີນ. ມາເຮັດເປັນກອງຈາກນັ້ນພວກເຂົາໄດ້ກິນລ້ຽງໃກ້ກອງຫີນນັ້ນ.
|
||
\v 47 ລາບານໄດ້ເອີ້ນມັນວ່າ ເຢກາສາຮາດູທາ, ແຕ່ຢາໂຄບເອີ້ນມັນວ່າ ຄາລີເອັດ.
|
||
|
||
\s5
|
||
\v 48 ລາບານໄດ້ເວົ້າວ່າ, "ວັນນີ້ກອງຫີນນີ້ຈະເປັນສິ່ງເຕືອນໃຈລະຫວ່າງເຮົາກັບເຈົ້າ." ດັ່ງນັ້ນມັນຈຶ່ງຖືກເອີ້ນຊື່ວ່າ ຄາລີເອັດ.
|
||
\v 49 ມັນຍັງຖືກເອີ້ນວ່າ ມີຊະປາດ້ວຍ, ເພາະວ່າລາບານໄດ້ເວົ້າວ່າ, "ຂໍໃຫ້ພຣະຢາເວຊົງເຝົ້າຄອຍເບິ່ງລະຫວ່າງເຈົ້າກັບເຮົາ, ເມື່ອເຮົາພົ້ນຈາກສາຍຕາຊຶ່ງກັນ ແລະກັນ".
|
||
\v 50 ຖ້າເຈົ້າປະຕິບັດບໍ່ດີຕໍ່ລູກສາວທັງຫລາຍຂອງເຮົາ, ຫລືຖ້າເຈົ້າໄປມີເມຍໃຫມ່ທີ່ນອກເຫນືອໄປຈາກລູກສາວທັງຫລາຍຂອງເຮົາ, ເຖິງແມ່ນວ່າເຮົາຝ່າຍໃດຝ່າຍຫນຶ່ງ, ຈະບໍ່ເຫັນພຣະເຈົ້າຊົງເປັນພະຍານລະຫວ່າງເຈົ້າກັບເຮົາ."
|
||
|
||
\s5
|
||
\v 51 ລາບານໄດ້ເວົ້າກັບຢາໂຄບ, "ຈົ່ງເບິ່ງກອງຫີນນີ້, ແລະເບິ່ງໄປທີ່ເສົາຫີນຊຶ່ງເຮົາໄດ້ຕັ້ງໄວ້, ລະຫວ່າງເຈົ້າກັບເຮົາ.
|
||
\v 52 ກອງຫີນນີ້ເປັນພະຍານ, ແລະເສົາຫີນນີ້ກໍເປັນພະຍານ, ທີ່ເຮົາຈະ ບໍ່ຜ່ານເຂ້າໄປເກີນກວ່າເສົານີ້ໄປຫາເຈົ້າ, ແລະທີ່ເຈົ້າກໍຈະບໍ່ຜ່ານເຂົ້າໄປເກີນກວ່າກອງຫີນນີ້ໄປຫາເຮົາເພື່ອທີ່ຈະທຳຮ້າຍກັນ.
|
||
\v 53 ຂໍໃຫ້ພຣະເຈົ້າຂອງອັບຣາຮາມ, ແລະພະຂອງນາໂຮ, ແລະພວກພະທັງຫລາຍຂອງພໍ່ພວກເຂົາ, ຈະເປັນຜູ້ຕັດສິນຄວາມລະຫວ່າງເຮົາ." ຢາໂຄບໄດ້ສາບານໂດຍພຣະອົງຜູ້ທີ່ອີຊາກພໍ່ຂອງທ່ານຢຳເກງ.
|
||
|
||
\s5
|
||
\v 54 ຢາໂຄບໄດ້ຖວາຍເຄື່ອງບູຊາທີ່ເນີນພູ ແລະໄດ້ເຊີນພວກຍາຕຂອງຕົນມາກິນອາຫານ. ພວກເຂົາທັງຫລາຍໄດ້ກິນ ແລະໃຊ້ເວລາທັງຄືນເທິງພູເຂົານັ້ນ.
|
||
\v 55 ລາບານໄດ້ຕື່ນຂຶ້ນແຕ່ເຊົ້າໆ, ຈູບພວກຫລານຊາຍຂອງເພິ່ນ ແລະພວກລູກສາວຂອງເພິ່ນ ແລະອວຍພອນພວກເຂົາ ຈາກນັ້ນລາບານກໍໄດ້ຈາກໄປ ແລະກັບໄປຍັງບ້ານເມືອງຂອງຕົນ.
|
||
|
||
\s5
|
||
\c 32
|
||
\cl ບົດທີ 32
|
||
\p
|
||
\v 1 ທູດສະຫວັນຂອງພຣະເຈົ້າໄດ້ມາພົບເຂົາ.
|
||
\v 2 ເມື່ອຢາໂຄບໄດ້ເຫັນພວກເພິ່ນ ເຂົາຈຶ່ງເວົ້າວ່າ, "ນີ້ຄືທີ່ພັກຂອງພຣະເຈົ້າ." ດັ່ງນັ້ນ ເຂົາໄດ້ເອີ້ນຊື່ທີ່ນັ້ນວ່າ ມະຫານາອິມ.
|
||
|
||
\s5
|
||
\v 3 ຢາໂຄບໄດ້ສົ່ງພວກຄົນນຳຂ່າວໄປລ່ວງຫນ້າເຂົາໄປຫາເອຊາວອ້າຍຂອງຕົນ ໃນແຜ່ນດິນເສອີ ໃນດິນແດນຂອງເອໂດມ.
|
||
\v 4 ເຂົາໄດ້ສັ່ງຄົນນຳຂ່າວ, ກ່າວວ່າ, "ນີ້ຄືສິ່ງທີ່ພວກເຈົ້າຈະເວົ້າກັບເອຊາວເຈົ້ານາຍຂອງເຮົານີ້ຄື: ສິ່ງທີ່ຢາໂຄບ ຄົນຮັບໃຊ້ຂອງທ່ານເວົ້າຄືຂ້ອຍໄດ້ຢູ່ກັບລາບານ, ແລະໄດ້ເລື່ອນເວລາກັບມາຂອງຂ້ອຍຈົນເຖິງເວລານີ້.
|
||
\v 5 ຂ້ອຍມີຝູງງົວ, ຝູງລໍ, ແລະ ຝູງສັດລຽ້ງ, ພ້ອມຄົນຮັບໃຊ້ຜູ້ຊາຍ, ແລະ ຄົນຮັບໃຊ້ຜູ້ຍິງ. ຂ້ອຍໄດ້ສົ່ງສານນີ້ມາເຖິງເຈົ້ານາຍຂອງຂ້ອຍ, ເພື່ອທີ່ຂ້ອຍຈະໄດ້ມີຄວາມຊອບໃນສາຍຕາຂອງທ່ານ."
|
||
|
||
\s5
|
||
\v 6 ພວກຄົນນຳຂ່າວໄດ້ກັບມາຫາຢາໂຄບແລະໄດ້ເວົ້າວ່າ, "ພວກເຮົາໄດ້ໄປຫາເອຊາວອ້າຍຂອງທ່ານແລ້ວ. ເພິ່ນກຳລັງມາເພື່ອຈະພົບທ່ານ, ແລະມີຜູ້ຊາຍສີ່ຮ້ອຍຄົນມາກັບເພິ່ນ."
|
||
\v 7 ຢາໂຄບກໍໄດ້ມີຄວາມຢ້ານກົວ ແລະອຸກໃຈ. ດັ່ງນັ້ນ ເຂົາຈຶ່ງໄດ້ແບ່ງພວກຄົນທີ່ມາກັບເຂົາເປັນສອງພວກ, ແລະແຍກຝູງສັດລ້ຽງຝູງແກະ, ຝູງແບ້, ຝູງງົວ, ແລະ ຝູງອູດອອກເປັນສອງພວກດ້ວຍ.
|
||
\v 8 ເຂົາໄດ້ເວົ້າວ່າ, "ຖ້າເອຊາວມາພົບພວກກຸ່ມທີຫນຶ່ງ ແລະໂຈມຕີ, ຈາກນັ້ນພວກກຸ່ມທີສອງທີ່ເຫລືອຈະໄດ້ຫນີທັນ."
|
||
|
||
\s5
|
||
\v 9 ຢາໂຄບໄດ້ເວົ້າວ່າ, "ໂອ ພຣະເຈົ້າຂອງອັບຣາຮາມ,ບັນພຣະບູຣຸດຂອງຂ້ານ້ອຍ, ແລະພຣະເຈົ້າຂອງອີຊາກ,ຜູ້ເປັນພໍ່ຂອງຂ້ານ້ອຍ, ພຣະຢາເວຜູ້ໄດ້ກ່າວກັບຂ້ານ້ອຍວ່າ, "ຈົ່ງກັບໄປຍັງພູມລຳເນົາຂອງເຈົ້າ, ແລະຍາດພີ່ນ້ອງ ຂອງເຈົ້າ ແລະເຮົາຈະໃຫ້ເຈົ້າຈະເລີນຮຸ່ງເຮືອງ,
|
||
\v 10 ຂ້ານ້ອຍບໍ່ມີຄ່າພໍກັບການກະທຳທັງສິ້ນຂອງພຣະອົງຕາມພັນທະສັນຍາແຫ່ງຄວາມສັດຊື່ ແລະຄວາມໄວ້ວາງໃຈທີ່ຊົງຄຸນຄ່າທັງຫມົດທີ່ພຣະອົງໄດ້ຊົງກະທຳເພື່ອຜູ້ຮັບໃຊ້ຂອງພຣະອົງ. ເພາະດ້ວຍພຽງໄມ້ເທົ້າຂອງພຣະອົງ ຂ້ານ້ອຍໄດ້ຂວ້າມແມ່ນຳ້ຈໍແດນນີ້, ແລະດຽວນີ້ຂ້ານ້ອຍເປັນຄົນສອງເຜົ່າ.
|
||
|
||
\s5
|
||
\v 11 ຂໍຊົງໂຜດຊ່ວຍກູ້ຂ້ານ້ອຍ ຈາກເງື້ອມມືຂອງອ້າຍຂອງຂ້ານ້ອຍ. ຈາກມືຂອງເອຊາວ, ເພາະຂ້ານ້ອຍຢ້ານວ່າ, ເຂົາຈະມາ ແລະໂຈມຕີຂ້ານ້ອຍ ແລະແມ່ທັງຫລາຍ ແລະເດັກນ້ອຍ.
|
||
\v 12 ແຕ່ ພຣະອົງໄດ້ກ່າວວ່າ, "ເຮົາຈະເຮັດໃຫ້ເຈົ້າຈະເລີນຮຸ່ງເຮືອງແນ່ນອນ. ເຮົາຈະເຮັດໃຫ້ເຊື້ອສາຍທັງຫລາຍຂອງເຈົ້າເປັນເຫມືອນ ດັ່ງເມັດຊາຍແຫ່ງທ້ອງທະເລ, ຊຶ່ງບໍ່ສາມາດນັບຈຳນວນພວກເຂົາໄດ້.""
|
||
|
||
\s5
|
||
\v 13 ຢາໂຄບໄດ້ພັກທີ່ນັ້ນຄືນນັ້ນ. ເຂົາໄດ້ເອົາບາງສິ່ງທີ່ເຂົາມີຢູ່ກັບເຂົາຈັດເປັນຂອງກຳນັນສຳລັບເອຊາວ, ອ້າຍຂອງເຂົາ:
|
||
\v 14 ແບ້ໂຕແມ່ 200 ໂຕ, ແລະ ແບ້ໂຕຜູ້ 20 ໂຕ, ແກະໂຕແມ່ 200 ໂຕ, ແລະ ແກະໂຕຜູ້ 20 ໂຕ,
|
||
\v 15 ອູດທີ່ກຳລັງໃຫ້ນົມຢູ່ 30 ໂຕ, ແລະ ລູກອູດໂຕຜູ້ທັງຫລາຍຂອງພວກເຂົາ, ງົວໂຕແມ່ 40 ໂຕ, ແລະງົວໂຕຜູ້ 10 ໂຕ, ລໍໂຕແມ່ 20 ໂຕ, ແລະ ລໍໂຕຜູ້10 ໂຕ.
|
||
\v 16 ເຂົາໄດ້ມອບສັດເຫລົ່ານີ້ໄວ້ໃນມືພວກຄົນຮັບໃຊ້ຂອງເຂົາ, ແຕ່ລະຝູງແຍກກຸ່ມກັນ. ເຂົາໄດ້ເວົ້າພວກຄົນຮັບໃຊ້ຂອງເຂົາວ່າ, "ຈົ່ງໄປຂ້າງຫນ້າຂອງເຮົາ ແລະ ປ່ອຍໄລຍະຫ່າງລະຫວ່າງແຕ່ລະຝູງ."
|
||
|
||
\s5
|
||
\v 17 ເຂົາໄດ້ສັ່ງໃຫ້ຄົນຮັບໃຊ້ຜູ້ທີຫນຶ່ງເວົ້າວ່າ, "ເວລາເອຊາວອ້າຍຂອງເຮົາ ພົບພວກເຈົ້າ, ແລະຖາມວ່າ, "ພວກເຈົ້າເປັນຄົນຂອງໃຜ? ພວກເຈົ້າກຳລັງຈະໄປໃສ? ໃຜເປັນເຈົ້າຂອງຝູງສັດທີ່ຢູ່ຕໍ່ຫນ້າຂອງພວກເຈົ້າ?"
|
||
\v 18 ຈາກນັ້ນພວກເຈົ້າຈະຕ້ອງຕອບວ່າ, "ພວກມັນເປັນຂອງຢາໂຄບ. ຄົນຮັບໃຊ້ຂອງທ່ານ ພວກມັນເປັນຂອງຕ້ອນທີ່ໄດ້ສົ່ງໄປໃຫ້ເອຊາວ. ເຈົ້ານາຍຂອງເພິ່ນ, ເບິ່ງເຖີດ ເຂົາກຳລັງຕາມພວກເຮົາມາ.""
|
||
|
||
\s5
|
||
\v 19 ຢາໂຄບໄດ້ສັ່ງຄົນໃຊ້ກຸ່ມທີສອງ, ແລະກຸ່ມທີສາມ, ແລະຜູ້ຊາຍທັງຫມົດທີ່ຕິດຕາມຝູງສັດທັງຫລາຍ. ເຂົາໄດ້ເວົ້າວ່າ,"ເມື່ອພວກເຈົ້າພົບເອຊາວ ພວກເຈົ້າຈະຕ້ອງເວົ້າກັບເຂົາຢ່າງດຽວກັນ.
|
||
\v 20 ພວກເຈົ້າຕ້ອງເວົ້າດ້ວຍວ່າ, "ຢາໂຄບຄົນຮັບໃຊ້ຂອງທ່ານກຳລັງຕາມພວກເຮົາມາ."" ເພາະເຂົາໄດ້ຄິດວ່າ,"ຂອ້ຍຈະປອບໃຈເພິ່ນດ້ວຍພວກຂອງຕ້ອນທີ່ຂ້ອຍກຳລັງສົ່ງໄປລ່ວງຫນ້າ. ຈາກນັ້ນພາຍຫລັງ, ເມື່ອຂ້ອຍຈະພົບລາວ ບາງທີລາວອາດຈະຍອມຮັບຂ້ອຍ."
|
||
\v 21 ດັ່ງນັ້ນຂອງຕ້ອນທັງຫລາຍຈຶ່ງໄດ້ຖືກສົ່ງໄປກ່ອນຫນ້າເຂົາ. ຕົວເຂົາເອງຢູ່ຄ້າງຄືນຢູ່ທີ່ຄ້າຍພັກ.
|
||
|
||
\s5
|
||
\v 22 ຢາໂຄບໄດ້ຕື່ນຂຶ້ນໃນຕອນກາງຄືນ, ແລະນຳເອົາເມຍທັງສອງຂອງເຂົາ, ຄົນຮັບໃຊ້ຍິງທັງສອງຂອງເຂົາ, ແລະລູກຊາຍສິບເອັດຄົນຂອງເຂົາເຂົາໄດ້ສົ່ງພວກເຂົາຂວ້າມທີ່ຕື້ນຂອງແມ່ນໍ້າຢັບໂບກ.
|
||
\v 23 ດ້ວຍວິທີນີ້ ເຂົາໄດ້ສົ່ງພວກເຂົາຂວ້າມແມ່ນໍ້າໄປກັບຊັບສິນຂອງເຂົາທັງຫມົດ.
|
||
|
||
\s5
|
||
\v 24 ຢາໂຄບຖືກປະໃຫ້ຢູ່ຄົນດຽວ, ແລ້ວມີຜູ້ຊາຍຄົນຫນຶ່ງມາກຸມປໍ້າສູ້ກັບເຂົາຈົນເຖິງຮຸ່ງເຊົ້າ.
|
||
\v 25 ເມື່ອຜູ້ຊາຍຄົນນັ້ນໄດ້ເຫັນວ່າ, ຕົນບໍ່ສາມາດເອົາຊະນະຢາໂຄບໄດ້. ເຂົາໄດ້ທຸບແອວຂອງຢາໂຄບຈົນພິກໂບກເມື່ອເຂົາໄດ້ປ້ຳສູ້ກັບຊາຍຄົນນັ້ນ.
|
||
\v 26 ຊາຍຜູ້ນັ້ນໄດ້ເວົ້າວ່າ, "ປ່ອຍເຮົາໄປເທາະ, ເພາະກຳລັງຈະເຊົ້າແລ້ວ." ຢາໂຄບໄດ້ເວົ້າວ່າ, "ຂ້ອຍຈະບໍ່ປ່ອຍທ່ານໄປ, "ນອກຈາກທ່ານຈະອວຍພອນຂ້ອຍກ່ອນ."
|
||
|
||
\s5
|
||
\v 27 ຜູ້ຊາຍຄົນນັ້ນໄດ້ຖາມເຂົາວ່າ, "ເຈົ້າຊື່ຫຍັງ?" ຢາໂຄບໄດ້ຕອບວ່າ, "ຢາໂຄບ."
|
||
\v 28 ຜູ້ຊາຍຄົນນັ້ນໄດ້ເວົ້າວ່າ, "ຊື່ຂອງເຈົ້າຈະບໍ່ຖືກເອີ້ນວ່າຢາໂຄບອີກຕໍ່ໄປ, ແຕ່ຈະຖືກເອີ້ນວ່າອິສະຣາເອນ. ເພາະວ່າເຈົ້າໄດ້ຕໍ່ສູ້ກັບພຣະເຈົ້າ ແລະພວກຜູ້ຊາຍ ແລະໄດ້ຮັບໄຊຊະນະ."
|
||
|
||
\s5
|
||
\v 29 ຢາໂຄບໄດ້ເວົ້າກັບເຂົາວ່າ, "ກະລຸນາບອກຊື່ຂອງທ່ານໃຫ້ຂ້ອຍຮູ້ແດ່." ເຂົາໄດ້ເວົ້າວ່າ, "ເປັນຫຍັງເຈົ້າຈຶ່ງຖາມຊື່ຂອງເຮົາ?"ຊາຍຄົນນັ້ນຈຶ່ງໄດ້ອວຍພອນເຂົາທີ່ນັ້ນ.
|
||
\v 30 ຢາໂຄບໄດ້ເອີ້ນຊື່ສະຖານທີ່ນັ້ນວ່າເປນີເອນ, ເພາະເຂົາໄດ້ເວົ້າວ່າ, "ຂ້ອຍໄດ້ເຫັນພຣະເຈົ້າຫນ້າຕໍ່ຫນ້າ, ແລະຊີວິດຂອງຂ້ອຍຍັງຢູ່ຕໍ່ໄປ."
|
||
|
||
\s5
|
||
\v 31 ເມື່ອຢາໂຄບອອກໄປຈາກເປນີເອນ ຕາເວັນກໍກຳລັງຂຶ້ນ. ເພິ່ນຢ່າງຂາເຢັກໄປ ເພາະເຈັບແອວ.
|
||
\v 32 ນີ້ຄືສາເຫດທີ່ຊາວອິສະຣາເອນ ທຸກມື້ນີ້ບໍ່ກິນຊີ້ນເອັນທີ່ຕໍ່ກັບແອວ ຊຶ່ງຢູ່ທີ່ຂໍ້ຕໍ່ແອວ, ເພາະວ່າຊາຍຄົນນັ້ນເຮັດໃຫ້ເອັນເຫລົ່ານັ້ນບາດເຈັບ ຂະນະທີ່ແອວຂອງຢາໂຄບບາດເຈັບ.
|
||
|
||
\s5
|
||
\c 33
|
||
\cl ບົດທີ 33
|
||
\p
|
||
\v 1 ຢາໂຄບໄດ້ຫລຽວຂຶ້ນໄປດູ ແລະເບິ່ງເຖີດ,ເອຊາວກຳລັງເຂົ້າມາ, ພ້ອມກັບຜູ້ຊາຍສີ່ຮ້ອຍຄົນ. ຢາໂຄບໄດ້ແບ່ງເດັກທັງຫລາຍທ່າມກາງເລອາ, ຣາເຊັນ, ແລະຍິງຮັບໃຊ້ທັງສອງ.
|
||
\v 2 ຈາກນັ້ນເຂົາໄດ້ໃຫ້ພວກຍິງຮັບໃຊ້ ແລະລູກທັງຫລາຍຂອງພວກເຂົາຢູ່ຂ້າງຫນ້າ, ຕາມດ້ວຍເລອາ ແລະລູກທັງຫລາຍຂອງນາງ, ແລະຕາມດ້ວຍຣາເຊັນກັບໂຢເຊັບຢູ່ທາງຫລັງ.
|
||
\v 3 ຕົວເຂົາເອງຢູ່ຂ້າງຫນ້າພວກເຂົາ. ເຂົາໄດ້ໂຄ້ງຄຳນັບລົງເຖິງພື້ນເຈັດເທື່ອຈົນເຂົາໄດ້ເຂົ້າມາໃກ້ອ້າຍຂອງເຂົາ.
|
||
|
||
\s5
|
||
\v 4 ເອຊາວໄດ້ແລ່ນໄປພົບເຂົາ, ໄດ້ສວມກອດເຂົາກອດຄໍເຂົາ, ແລະຈູບເຂົາ. ຈາກນັ້ນພວກເຂົາພາກັນຮ້ອງໄຫ້.
|
||
\v 5 ເມື່ອເອຊາວມືນຕາຂຶ້ນເບິ່ງ, ເຂົາໄດ້ເຫັນພວກຜູ້ຍິງ ແລະເດັກທັງຫລາຍ. ລາວຈຶ່ງຖາມວ່າ,"ຄົນເຫລົ່ານີ້ທີ່ມານຳເຈົ້ານີ້ເປັນໃຜ?" ຢາໂຄບໄດ້ຕອບວ່າ, "ບັນດາລູກທັງຫລາຍທີ່ພຣະເຈົ້າ ຊົງມີພຣະເມດຕາປຣະທານໃຫ້ຜູ້ຮັບໃຊ້ຂອງທ່ານ."
|
||
|
||
\s5
|
||
\v 6 ຈາກນັ້ນພວກຍິງຮັບໃຊ້ໄດ້ເຂົ້າມາຂ້າງຫນ້າ ພ້ອມກັບລູກທັງຫລາຍຂອງພວກນາງ, ແລະພວກເຂົາໄດ້ໂຄ້ງຄຳນັບ.
|
||
\v 7 ຕໍ່ມາເລອາພ້ອມທັງຫລານລູກທັງຫລາຍຂອງນາງ ໄດ້ເຂົາມາຂ້າງຫນ້າ ແລະໂຄ້ງຄຳນັບດ້ວຍ. ສຸດທ້າຍແມ່ນຣາເຊັນ ພ້ອມດ້ວຍໂຢເຊັບໄດ້ເຂົ້າມາຂ້າງຫນ້າແລະໂຄ້ງຄຳນັບ.
|
||
\v 8 ເອຊາວໄດ້ຖາມວ່າ,"ເຈົ້າຫມາຍຄວາມວ່າຢ່າງໃດກັບບັນດາສິ່ງເຫລົ່ານີ້ທີ່ເຮົາໄດ້ເຫັນ?" ຢາໂຄບຕອບວ່າ,"ເພື່ອໃຫ້ເປັນທີ່ຊອບໃນສາຍຕາຂອງເຈົ້ານາຍຂອງຂ້ອຍ."
|
||
|
||
\s5
|
||
\v 9 ເອຊາວໄດ້ເວົ້າວ່າ, "ເຮົາມີພຽງພໍຢູ່ແລ້ວ, ນ້ອງເຮົາເອີຍ. ຈົ່ງເກັບໄວ້ສິ່ງທີ່ເຈົ້າມີໄວ້ເພື່ອຕົວເຈົ້າເອງເທາະ."
|
||
\v 10 ຢາໂຄບໄດ້ເວົ້າວ່າ, "ຢ່າເລີຍ, ກະລຸນາເທາະ, ຫາກຂ້ອຍເປັນທີ່ຊອບໃນສາຍຕາຂອງທ່ານ, ກໍຂໍໃຫ້ຮັບຂອງຕ້ອນຂອງຂ້ອຍຈາກມືຂອງຂ້ອຍ, ເພາະທີ່ຈິງແລ້ວເມື່ອຂ້ອຍໄດ້ເຫັນຫນ້າທ່ານກໍ ເຫມືອນກຳລັງເຫັນຫນ້າພຣະເຈົ້າ, ແລະທ່ານໄດ້ຍອມຮັບຂ້ອຍ.
|
||
\v 11 ກະລຸນາຮັບຂອງຕ້ອນຂອງຂ້ອຍທີ່ນຳມາໃຫ້ທ່ານ, ເພາະພຣະເຈົ້າໄດ້ຊົງກະທຳກັບຂ້ອຍດ້ວຍຄວາມເມດຕາ, ແລະເພາະວ່າຂ້ອຍມີພຽງພໍແລ້ວ." ຢາໂຄບໄດ້ຂະຍັນຂະຍໍເຂົາ, ແລະເອຊາວກໍໄດ້ຮັບຂອງຕ້ອນໄວ້.
|
||
|
||
\s5
|
||
\v 12 ຈາກນັ້ນເອຊາວໄດ້ເວົ້າວ່າ, "ໃຫ້ເຮົາເດີນທາງກັນເທາະ. ເຮົາຈະໄປຂ້າງຫນ້າເຈົ້າ."
|
||
\v 13 ຢາໂຄບໄດ້ເວົ້າກັບເຂົາວ່າ, "ເຈົ້ານາຍຂອງຂ້ອຍຮູ້ແລ້ວວ່າພວກເດັກໆຍັງອ່ອນຢູ່, ແລະ ພວກແກະ ແລະ ຝູງສັດລ້ຽງກຳລັງລ້ຽງລູກອ່ອນຂອງພວກມັນ. ຖ້າພວກມັນຖືກໄລ່ຢ່າງຮີບເຮັ່ງແມ່ນແຕ່ມື້ດຽວ, ສັດເຫລົ່ານີ້ກໍຈະຕາຍຫມົດ.
|
||
\v 14 ຂໍໃຫ້ເຈົ້ານາຍຂອງຂ້ອຍລ່ວງຫນ້າໄປກ່ອນຜູ້ຮັບໃຊ້ຂອງທ່ານ. ຂ້ອຍຈະຄ່ອຍໆເດີນທາງໄປຊ້າໆ, ຕາມກຳລັງຂອງຝູງສັດລ້ຽງທີ່ຢູ່ຂ້າງຫນ້າຂ້ອຍ, ແລະ ຕາມກຳລັງຂອງພວກເດັກໆ, ຈົນກວ່າຂ້ອຍຈະໄປພົບເຈົ້ານາຍຂອງຂ້ອຍທີ່ເອໂດມ."
|
||
|
||
\s5
|
||
\v 15 ເອຊາວໄດ້ເວົ້າວ່າ, "ເຮົາຈະໃຫ້ຄົນຂອງເຮົາທີ່ຢູ່ກັບເຮົາບາງສ່ວນຢູ່ກັບເຈົ້າ." ແຕ່ຢາໂຄບຕອບວ່າ, "ເປັນຫຍັງຕ້ອງເຮັດຢ່າງນັ້ນ? ເຈົ້ານາຍຂອງຂ້ອຍ ໄດ້ມີເມດຕາຕໍ່ຂ້ອຍພຽງພໍແລ້ວ."
|
||
\v 16 ດັ່ງນັ້ນເອຊາວຈຶ່ງໄດ້ອອກເດີນທາງກັບເອໂດມໃນວັນນັ້ນ.
|
||
\v 17 ສ່ວນຢາໂຄບໄດ້ເດີນທາງໄປເຖິງຊຸກໂກດ, ໄດ້ສ້າງບ້ານສຳລັບຕົວເຂົາເອງ, ແລະ ໄດ້ສ້າງຄອກທັງຫລາຍສຳລັບຝູງສັດລ້ຽງຂອງເຂົາ. ສະຖານທີ່ນັ້ນຈຶ່ງຖືກເອີ້ນຊື່ວ່າ ຊຸກໂກດ.
|
||
|
||
\s5
|
||
\v 18 ເມື່ອຢາໂຄບໄດ້ມາ ຈາກປັດດານອາຣຳ, ເຂົາໄດ້ມາເຖິງເມືອງຊີເຄມ, ຊຶ່ງຢູ່ໃນແຜ່ນດິນການາອານຢ່າງປອດໄພ. ເຂົາໄດ້ຕັ້ງຄ້າຍພັກຢູ່ໃກ້ເມືອງນັ້ນ.
|
||
\v 19 ຈາກນັ້ນເຂົາຊື້ທີ່ດິນຜືນຫນຶ່ງທີ່ເຂົາໄດ້ຕັ້ງເຕັນຂອງເຂົາຈາກ ລູກຊາຍທັງຫລາຍ ຂອງຮາໂມ, ພໍ່ຂອງຊີເຄມດ້ວຍເງິນຫນຶ່ງຮ້ອຍຫລຽນ.
|
||
\v 20 ທີ່ນັ້ນເຂົາໄດ້ສ້າງແທ່ນບູຊາແລະເອີ້ນມັນວ່າ, ເອວເອໂລເຮ, ພຣະເຈົ້າຂອງຊາດອິສະຣາເອນ.
|
||
|
||
\s5
|
||
\c 34
|
||
\cl ບົດທີ 34
|
||
\p
|
||
\v 1 ນາງດີນາ, ລູກສາວຂອງເລອາຜູ້ທີ່ນາງ ໄດ້ໃຫ້ກຳເນີດແກ່ຢາໂຄບ, ໄດ້ອອກໄປພົບຍິງສາວຂອງແຜ່ນດິນນັ້ນ.
|
||
\v 2 ຊີເຄມລູກຊາຍຂອງຮາໂມຊາວຮີວີ, ເຈົ້າຊາຍຂອງແຜ່ນດິນນັ້ນໄດ້ເຫັນນາງ, ແລະເຂົາໄດ້ດຶງນາງ, ແລະໄດ້ບັງຄັບຂືນໃຈນາງ, ແລະໄດ້ຫລັບນອນກັບນາງ.
|
||
\v 3 ເຂົາໄດ້ຫລົງໄຫລນາງດີນາ, ລູກສາວຂອງຢາໂຄບ. ເຂົາໄດ້ຮັກຍິງສາວ ແລະໄດ້ເວົ້າຢ່າງອອ່ນໂຍນກັບນາງ.
|
||
|
||
\s5
|
||
\v 4 ຊີເຄມໄດ້ເວົ້າກັບຮາໂມ, ພໍ່ຂອງເຂົາກ່າວວ່າ, "ໄປຂໍຍິງສາວນີ້ໃຫ້ເປັນເມຍຂອງລູກເຖີດ."
|
||
\v 5 ຂະນະນັ້ນຢາໂຄບໄດ້ຍິນເລື່ອງທີ່ເຂົາໄດ້ກະທຳເສື່ອມເສຍກັບດີນາ ລູກສາວຂອງເຂົາ. ລູກຊາຍທັງຫລາຍຂອງເຂົາ ໄດ້ກຳລັງຢູ່ກັບຝູງສັດລ້ຽງຂອງເຂົາທີ່ທົ່ງນາ, ດັ່ງນັ້ນຢາໂຄບຈຶ່ງໄດ້ສະຫງົບສະຕິອາລົມຈົນພວກເຂົາທັງຫລາຍໄດ້ກັບເຂົ້າມາ.
|
||
|
||
\s5
|
||
\v 6 ຮາໂມພໍ່ຂອງຊີເຄມໄດ້ອອກໄປຫາຢາໂຄບເພື່ອທີ່ຈະເວົ້າກັບເຂົາ.
|
||
\v 7 ລູກຊາຍທັງຫລາຍຂອງຢາໂຄບ ໄດ້ກັບເຂົ້າມາຈາກທົ່ງນາ. ແລະເມື່ອພວກເຂົາໄດ້ຍິນເລື່ອງນີ້. ພວກຜູ້ຊາຍທັງຫລາຍຕ່າງບໍ່ພໍໃຈ. ພວກເຂົາໄດ້ໂກດແຄ້ນເປັນຢ່າງຍິ່ງ ເພາະວ່າເຂົາເຮັດໃຫ້ອິສະຣາເອນເສື່ອມເສຍ, ໂດຍການໃຊ້ກຳລັງຂອງເຂົາເອງໃນເລື່ອງລູກສາວຂອງຢາໂຄບ.
|
||
|
||
\s5
|
||
\v 8 ຮາໂມໄດ້ເວົ້າກັບພວກເຂົາ, ກ່າວວ່າ, "ຊີເຄມ ລູກຊາຍຂອງຂ້ອຍຫລົງຮັກລູກສາວຂອງທ່ານ. ກະລຸນາຍົກນາງໃຫ້ເປັນເມຍຂອງເຂົາເຖີດ.
|
||
\v 9 ໃຫ້ພວກເຮົາມາຕົກລົງກັນວ່າ, ຄົນຂອງຂ້ອຍ, ແລະຄົນຂອງເຈົ້າແຕ່ງງານກັນໄດ້.
|
||
\v 10 ທ່ານຈະອາໄສຢູ່ກັບເຮົາ, ແລະແຜ່ນດິນຈະເປີດໃຫ້ທ່ານທີ່ຈະອາໄສແລະຄ້າຂາຍ, ແລະເພື່ອທີ່ຈະເຂົ້າຖືສິດໃນຊັບສິນ."
|
||
|
||
\s5
|
||
\v 11 ຊີເຄມໄດ້ເວົ້າກັບພໍ່ຂອງນາງ ແລະພວກອ້າຍຂອງນາງວ່າ, "ຂໍໃຫ້ຂ້ານ້ອຍເປັນທີ່ຊອບໃນສາຍຕາຂອງພວກທ່ານ, ແລະທ່ານຈະຮຽກຮ້ອງສິ່ງໃດຂ້ານ້ອຍກໍຈະໃຫ້.
|
||
\v 12 ຈະຮຽກຮ້ອງຄ່າດອງທອງຫມັ້ນຈຳນວນມະຫາສານ, ແລະຂອງຂວັນຕາມໃຈຂອງທ່ານ ແລະຂ້ານ້ອຍຈະໃຫ້ທຸກສິ່ງທີ່ພວກເຈົ້າຂໍມາ, ແຕ່ຂໍໃຫ້ຍົກຍິງສາວນັ້ນເປັນເມຍຂ້ານ້ອຍ."
|
||
\v 13 ພວກລູກຊາຍຂອງຢາໂຄບໄດ້ຕອບຊີເຄມ ແລະຮາໂມພໍ່ຂອງເຂົາຢ່າງມີເລ້ຫລຽ່ມ, ເພາະຊີເຄມໄດ້ເຮັດໃຫ້ດີນານ້ອງສາວຂອງພວກເຂົາເສື່ອມເສຍ.
|
||
|
||
\s5
|
||
\v 14 ພວກເຂົາໄດ້ເວົ້າກັບເຂົາ, ພວກເຮົາບໍ່ສາມາດຈະເຮັດສິ່ງນີ້ໄດ້, ຄືການຍົກນ້ອງສາວຂອງພວກເຮົາ ໃຫ້ກັບໃຜຄົນໃດຄົນຫນຶ່ງທີ່ບໍ່ໄດ້ຮັບພິທີຕັດ; ເພາະວ່າມັນເປັນການເຮັດໃຫ້ເຮົາເສຍກຽດສັກສີສຳລັບພວກເຮົາ.
|
||
\v 15 ມີທາງດຽວເທົ່ານັ້ນທີ່ພວກເຮົາຈະຕົກລົງກັບພວກທ່ານໄດ້ກໍຄື: ຖ້າພວກທ່ານຈະຮັບພິທີຕັດເຫມືອນພວກເຮົາ, ຖ້າຜູ້ຊາຍທຸກຄົນທ່າມກາງພວກທ່ານຮັບພິທີຕັດ.
|
||
\v 16 ຈາກນັ້ນພວກເຮົາຈະຍົກລູກສາວຂອງພວກເຮົາໃຫ້ພວກທ່ານ, ແລະພວກເຮົາຈະຮັບລູກສາວທັງຫລາຍຂອງພວກທ່ານມາເພື່ອພວກເຮົາ, ແລະພວກເຮົາຈະອາໄສຢູ່ກັບພວກທ່ານ ແລະກາຍເປັນປະຊາຊົນຊາດດຽວກັນ.
|
||
\v 17 ແຕ່ຖ້າພວກທ່ານບໍ່ຟັງພວກເຮົາ ໃນການທີ່ຈະຮັບພິທີຕັດ, ພວກເຮົາກໍຈະເອົານ້ອງສາວຂອງພວກເຮົາຄືນມາ ແລະພວກເຮົາກໍຈະຈາກໄປ."
|
||
|
||
\s5
|
||
\v 18 ຄຳເວົ້າຂອງພວກເຂົາເຮັດໃຫ້ຮາໂມ ແລະຊີເຄມລູກຊາຍຂອງເຂົາພໍໃຈ.
|
||
\v 19 ຊາຍຫນຸ່ມນັ້ນບໍ່ໄດ້ລີລໍທີ່ຈະປະຕິບັດຕາມໃນສິ່ງທີ່ພວກເຂົາໄດ້ເວົ້າ, ເພາະວ່າເຂົາເພິງພໍໃຈໃນຕົວລູກສາວຂອງຢາໂຄບ, ແລະເພາະວ່າເຂົາໄດ້ເປັນຄົນທີ່ໄດ້ຮັບກຽຕຫລາຍທີ່ສຸດ. ໃນບັນດາຄົນທັງຫລາຍໃນຄົວເຮືອນຂອງພໍ່ເຂົາ.
|
||
|
||
\s5
|
||
\v 20 ຮາໂມ ແລະຊີເຄມລູກຊາຍຂອງເຂົາໄດ້ໄປທີ່ປະຕູເມືອງຂອງພວກເຂົາ ແລະໄດ້ເວົ້າກັບບັນດາຜູ້ຊາຍຂອງຊາວເມືອງຂອງ, ເຂົາກ່າວວ່າ,
|
||
\v 21 "ຄົນພວກນີ້ຢູ່ກັບພວກເຮົາຢ່າງສັນຕິ, ດັ່ງນັ້ນຂໍໃຫ້ພວກເຂົາໄດ້ອາໄສຢູ່ໃນດິນແດນນີ້ ແລະຄ້າຂາຍເຖີ້ນ, ທີ່ຈິງແລ້ວແຜ່ນດິນນັ້ນກໍກວ້າງຂວາງພຽງພໍສຳລັບພວກເຂົາ. ໃຫ້ພວກເຮົາຮັບລູກສາວຂອງພວກເຂົາມາເປັນເມຍກັບລູກຊາຍຂອງພວກເຮົາ, ແລະໃຫ້ພວກເຮົາຍົກລູກສາວຂອງພວກເຮົາໃຫ້ພວກເຂົາ.
|
||
|
||
\s5
|
||
\v 22 ດ້ວຍພຽງເງື່ອນໄຂນີ້ພວກຜູ້ຊາຍຕົກລົງທີ່ຈະອາໄສຢູ່ກັບພວກເຮົາ ແລະກາຍເປັນປະຊາຊົນຫນຶ່ງດຽວຄື: ຖ້າຜູ້ຊາຍທຸກຄົນໃນທ່າມກາງພວກເຮົາຈະຮັບພິທີຕັດ,ເຫມືອນທີ່ພວກເຂົາໄດ້ຮັບພິທີຕັດ.
|
||
\v 23 ຝູງສັດລຽ້ງ, ຊັບສິນ, ແລະສັດທັງຫລາຍຂອງພວກເຂົາ ຈະບໍ່ຕົກເປັນຂອງພວກເຮົາບໍ? ດັ່ງນັ້ນໃຫ້ພວກເຮົາຕົກລົງກັບພວກເຂົາ, ແລະພວກເຂົາຈະອາໄສຢູ່ທ່າມກາງພວກເຮົາ."
|
||
|
||
\s5
|
||
\v 24 ຜູ້ຊາຍທຸກຄົນຈຶ່ງພາກັນຮັບພິທີຕັດ.
|
||
\v 25 ໃນວັນທີສາມຂະນະທີ່ພວກຜູ້ຊາຍຊາວເມືອງຍັງເຈັບປວດຢູ່, ລູກຊາຍສອງຄົນຂອງຢາໂຄບ(ຄືຊີເມໂອນ ແລະເລວີພວກອ້າຍຂອງດີນາ), ແຕ່ລະຄົນໄດ້ເອົາດາບຂອງເຂົາ ແລະພວກເຂົາໄດ້ເຂົ້າໂຈມຕີເມືອງນັ້ນທີ່ຫມັ້ນໃຈວ່າຕົນເອງປອດໄພ, ແລະພວກເຂົາໄດ້ຂ້າພວກຜູ້ຊາຍທັງຫມົດ
|
||
\v 26 ພວກເຂົາໄດ້ຂ້າຮາໂມ ແລະຊີເຄມລູກຊາຍຂອງເຂົາດ້ວຍຄົມດາບ. ພວກເຂົາໄດ້ເອົາດີນາອອກຈາກເຮືອນຂອງຊີເຄມ ແລະໄດ້ຫນີອອກໄປ.
|
||
|
||
\s5
|
||
\v 27 ພວກລູກຊາຍຄົນອື່ນໆຂອງຢາໂຄບໄດ້ເຂົ້າມາທີ່ຊາກສົບ ແລະໄດ້ປຸ້ນສະດົມເມືອງນັ້ນ, ເພາະວ່າປະຊາຊົນຂອງເມືອງນັ້ນ ເຮັດໃຫ້ນ້ອງສາວຂອງພວກເຂົາເຊື່ອມເສຍ.
|
||
\v 28 ພວກເຂົາໄດ້ຢຶດເອົາສັດທັງຫລາຍຂອງພວກເຂົາ, ແລະທຸກສິ່ງທຸກຢ່າງຂອງເຂົາໃນເມືອງນັ້ນ, ແລະໃນທົ່ງນາຮອບໆ
|
||
\v 29 ຄວາມມັ່ງຄັ່ງທັງຫມົດຂອງພວກເຂົາ. ພວກເຂົາໄດ້ຈັບເອົາຜູ້ຍິງ ແລະເດັກນ້ອຍທັງຫລາຍ. ພວກເຂົາໄດ້ເອົາຂອງທຸກສິ່ງທີ່ຢູ່ໃນເຮືອນໄປຈົນກ້ຽງ.
|
||
|
||
\s5
|
||
\v 30 ຢາໂຄບໄດ້ເວົ້າກັບຊີເມໂອນ ແລະເລວີວ່າ,"ພວກເຈົ້າໄດ້ນຳຄວາມລຳບາກມາສູ່ເຮົາ, ເຮັດໃຫ້ເຮົາເຊື່ອມຊາມລົງ ໃນຜູ້ທີ່ອາໄສໃນແຜ່ນດິນນັ້ນ ຄືຄົນການາອານ, ແລະຊາວເປຣີຊີ. ເຮົາມີຄົນຈຳນວນນ້ອຍ. ຖ້າພວກເຂົາລວມຕົວເປັນພວກດຽວກັນມາຕໍ່ຕ້ານເຮົາ ແລະໂຈມຕີເຮົາຈະຕ້ອງຖືກທຳລາຍ, ເຮົາແລະຄົວເຮືອນຂອງເຮົາ."
|
||
\v 31 ແຕ່ຊີເມໂອນ ແລະເລວີໄດ້ຕອບວ່າ, "ຄວນບໍທີ່ຊີເຄມໄດ້ກະທຳຕໍ່ນ້ອງສາວຂອງພວກເຮົາເຫມືອນຍິງໂສເພນີ?"
|
||
|
||
\s5
|
||
\c 35
|
||
\cl ບົດທີ 35
|
||
\p
|
||
\v 1 ພຣະເຈົ້າໄດ້ບອກກັບຢາໂຄບວ່າ, "ຈົ່ງລຸກຂຶ້ນ, ຈົ່ງໄປທີ່ເບັດເອນ, ແລະຢູ່ທີ່ນັ້ນ. ຈົ່ງສ້າງແທ່ນບູຊາຖວາຍແກ່ພຣະເຈົ້າທີ່ນັ້ນ, ພຣະເຈົ້າຜູ້ໄດ້ຊົງປາກົດແກ່ເຈົ້າ ເມື່ອເຈົ້າໄດ້ຫນີຈາກເອຊາວ ອ້າຍຂອງເຈົ້າ."
|
||
\v 2 ຈາກນັ້ນ ຢາໂຄບໄດ້ເວົ້າກັບຄົນຢູ່ໃນຄົວເຮືອນຂອງເຂົາ ແລະກັບຄົນທັງຫມົດທີ່ໄດ້ຢູ່ກັບເຂົາ,"ຈົ່ງປະຖິ້ມພະຂອງຄົນຕ່າງຊາດທັງຫລາຍທີ່ຢູ່ທ່າມກາງພວກເຈົ້າ, ຈົ່ງຊຳລະຕົວພວກເຈົ້າເອງ ແລະປ່ຽນເສື້ອຜ້າຂອງພວກເຈົ້າ.
|
||
\v 3 ແລ້ວໃຫ້ພວກເຮົາອອກເດີນທາງ ແລະຂຶ້ນໄປເຖິງເບັດເອນ. ຂ້ອຍຈະສ້າງແທ່ນບູຊາຖວາຍແກ່ພຣະເຈົ້າທີ່ນັ້ນ ພຣະອົງຜູ້ໄດ້ຊົງຕອບຂ້ອຍໃນວັນແຫ່ງຄວາມທຸກຍາກຂອງເຮົາ, ແລະໄດ້ຊົງສະຖິດຢູ່ນຳຂ້ອຍບໍ່ວ່າຂ້ອຍຈະໄປທີ່ໃດ."
|
||
|
||
\s5
|
||
\v 4 ດັ່ງນັ້ນ ພວກເຂົາຈຶ່ງໄດ້ເອົາພະທັງຫມົດຂອງຄົນຕ່າງຊາດ ທີ່ມີຢູ່ທີ່ມືຂອງພວກເຂົາມອບໃຫ້ຢາໂຄບ, ແລະຕ້າງຫູທັງຫລາຍທີ່ຢູ່ທີ່ຫູຂອງພວກເຂົາ ຢາໂຄບໄດ້ຝັງສິ່ງເຫລົ່ານັ້ນທີ່ໃຕ້ຕົ້ນໂອ໊ກທີ່ຢູ່ໃກ້ຊີເຄມ.
|
||
\v 5 ເມື່ອພວກເຂົາໄດ້ອອກເດີນທາງ, ພຣະເຈົ້າໄດ້ຊົງເຮັດໃຫ້ ຊາວເມືອງທັງຫລາຍທີ່ຢູ່ຮອບໆເກີດຄວາມຢ້ານກົວພວກເຂົາ, ດັ່ງນັ້ນພວກປະຊາຊົນເຫລົ່ານັ້ນ ຈຶ່ງບໍ່ກ້າໄລ່ຕາມພວກລູກຊາຍຂອງຢາໂຄບ.
|
||
|
||
\s5
|
||
\v 6 ຢາໂຄບໄດ້ມາເຖິງລູເຊ(ນັ້ນຄື, ເບັດເອນ), ຊຶ່ງຢູ່ໃນແຜ່ນດິນການາອານ, ເຂົາ ແລະຄົນທັງຫມົດທີ່ໄດ້ຢູ່ກັບເຂົາ.
|
||
\v 7 ເຂົາໄດ້ສ້າງແທ່ນບູຊາທີ່ນັ້ນ ແລະໄດ້ເອີ້ນສະຖານທີ່ນັ້ນວ່າ ເອນເບັດເອນ, ເພາະວ່າທີ່ນັ້ນພຣະເຈົ້າໄດ້ຊົງປາກົດພຣະອົງເອງແກ່ເຂົາ, ເມື່ອເຂົາກຳລັງຫນີຈາກອ້າຍຂອງເຂົາ.
|
||
\v 8 ນາງເດໂບຣາ, ເອື້ອຍລ້ຽງຂອງນາງເຣເບກາໄດ້ເສຍຊີວິດ. ນາງໄດ້ຖືກຝັງໄວ້ໃຕ້ຕົ້ນໂອ໊ກທີ່ຢູ່ທາງທິດໃຕ້ຂອງເບັດເອນ, ສະນັ້ນ ມັນຈຶ່ງຖືກເອີ້ນວ່າ, ອັບໂລນບາຄູ "ຕົ້ນຫມາກກໍ່ແຫ່ງນ້ຳຕາ."
|
||
|
||
\s5
|
||
\v 9 ເມື່ອຢາໂຄບກັບຈາກປັດດານອາຣຳ, ພຣະເຈົ້າໄດ້ຊົງປາກົດແກ່ເຂົາອີກຄັ້ງ ແລະໄດ້ອວຍພອນເຂົາ.
|
||
\v 10 ພຣະເຈົ້າໄດ້ເວົ້າກັບເຂົາວ່າ, "ຊື່ຂອງເຈົ້າຄືຢາໂຄບ, ແຕ່ຊື່ຂອງເຈົ້າຈະບໍ່ຖືກເອີ້ນວ່າຢາໂຄບອີກຕໍ່ໄປ. ຊື່ຂອງເຈົ້າຈະເປັນອິສະຣາເອນ." ສະນັ້ນ ພຣະເຈົ້າຈຶ່ງໄດ້ຊົງເອີ້ນຊື່ຂອງເຂົາວ່າ ອິສະຣາເອນ.
|
||
|
||
\s5
|
||
\v 11 ພຣະເຈົ້າໄດ້ກ່າວກັບເຂົາວ່າ,"ເຮົາຄືພຣະເຈົ້າອົງຊົງຣິດອຳນາດ, ຈົ່ງເກີດຜົນ ແລະເພີ້ມທະວີຄູນ. ຊົນຊາດຫນຶ່ງ ແລະບັນດາປະຊາຊາດ ຈະອອກມາຈາກເຈົ້າ, ແລະກະສັດຫລາຍພະອົງຈະຢູ່ທ່າມກາງເຊື້ອສາຍທັງຫລາຍຂອງເຈົ້າ.
|
||
\v 12 ດິນແດນທີ່ເຮົາໄດ້ມອບໃຫ້ອັບຣາຮາມ ແລະອີຊາກ, ເຮົາຈະປຣະທານໃຫ້ແກ່ເຈົ້າ.ແກ່ເຊື້ອສາຍທັງຫລາຍຂອງເຈົ້າທີ່ຈະເກີດມາພາຍຫລັງເຈົ້າ. ເຮົາກໍຈະປຣະທານແຜ່ນດິນນັ້ນໃຫ້ດ້ວຍ."
|
||
\v 13 ພຣະເຈົ້າໄດ້ສະເດັດຂຶ້ນໄປຈາກສະຖານທີ່ພຣະອົງໄດ້ເວົ້າກັບເຂົາ.
|
||
|
||
\s5
|
||
\v 14 ຢາໂຄບໄດ້ຕັ້ງເສົາໃນສະຖານທີ່ນັ້ນທີ່ພຣະເຈົ້າໄດ້ກ່າວກັບເຂົາ ຄືເສົາຫີນຕົ້ນຫນຶ່ງ. ເຂົາໄດ້ເທເຄື່ອງດື່ມບູຊາເຫນືອເສົານັ້ນ ແລະເທນໍ້າມັນຫມາກກອກເທດເທິງເສົານັ້ນ.
|
||
\v 15 ຢາໂຄບໄດ້ໃສ່ຊື່ສະຖານທີ່ນັ້ນ ທີ່ພຣະເຈົ້າໄດ້ກ່າວກັບເຂົາວ່າ ເບັດເອນ.
|
||
|
||
\s5
|
||
\v 16 ພວກເຂົາໄດ້ເດີນທາງຈາກເບັດເອນໄປ.ໃນຂະນະທີ່ພວກເຂົາຍັງຢູ່ຫ່າງຈາກເອຟຣາທາ, ນາງຣາເຊັນກໍເຈັບທ້ອງຈະອອກລູກ. ນາງເຈັບທ້ອງຫລາຍ.
|
||
\v 17 ໃນຂະນະທີ່ນາງໃກ້ຈະເກີດແລ້ວນັ້ນ, ນາງຜະດຸງຄັນກໍເວົ້າກັບນາງວ່າ, "ບໍ່ຕ້ອງຢ້ານ,ເພາະວ່າບັດນີ້, ເຈົ້າຈະໄດ້ລູກຜູ້ຊາຍອີກຄົນຫນຶ່ງ."
|
||
\v 18 ຂະນະທີ່ນາງກຳລັງຈະຕາຍ, ດ້ວຍລົມຫາຍໃຈຄັ້ງສຸດທ້າຍ ນາງໄດ້ໃສ່ຊື່ໃຫ້ເຂົາວ່າ ເບັນໂອນີ, ແຕ່ພໍ່ຂອງເຂົາໄດ້ຕັ້ງຊື່ເຂົາວ່າ ເບັນຢາມິນ.
|
||
\v 19 ຣາເຊັນໄດ້ຕາຍໄປ ແລະຖືກຝັງໄວ້ ລະຫວ່າງທາງໄປເມືອງເອຟຣາທາ ນັ້ນຄືເບັດເລເຮັມ.
|
||
\v 20 ຢາໂຄບໄດ້ຕັ້ງເສົາເທິງຫລຸມສົບຂອງນາງ. ເປັນເຄື່ອງຫມາຍຫລຸມສົບຂອງນາງຣາເຊັນມາເຖິງເທົ່າທຸກວັນນີ້.
|
||
|
||
\s5
|
||
\v 21 ຢາໂຄບໄດ້ຍົກຍ້າຍໄປຕໍ່ ແລະໄດ້ຕັ້ງຄ້າຍພັກຂອງເຂົາທາງໃຕ້ຂອງຫໍຄອຍເອເດ ຂອງຝູງສັດ.
|
||
\v 22 ຂະນະທີ່ອິສະຣາເອນກຳລັງອາໄສຢູ່ໃນດິນແດນນັ້ນ, ຣູເບັນໄດ້ຫລັບນອນກັບນາງບິນຮາ ເມຍນ້ອຍຂອງພໍ່ຂອງເຂົາ, ແລະອິສະຣາເອນກໍໄດ້ຮູ້ເລື່ອງນີ້. ບັດນີ້ຢາໂຄບມີລູກຊາຍສິບສອງຄົນ.
|
||
|
||
\s5
|
||
\v 23 ລູກຊາຍທັງຫລາຍຂອງເຂົາທີ່ເກີດຈາກນາງເລອາຄື: ຣູເບັນລູກຊາຍຫົວປີຂອງຢາໂຄບ, ແລະ ຊີເມໂອນ, ເລວີ, ຢູດາ, ອິດຊາຄາ, ແລະເຊບູໂລນ.
|
||
\v 24 ລູກຊາຍທັງຫລາຍຂອງເຂົາທີ່ເກີດຈາກນາງຣາເຊັນ ມີດັ່ງນີ້: ໂຢເຊັບ ແລະ ເບັນຢາມິນ.
|
||
\v 25 ລູກຊາຍທັງຫລາຍຂອງເຂົາທີ່ເກີດຈາກນາງບິນຮາ, ຍິງຮັບໃຊ້ຂອງຣາເຊັນຄື: ດານ ແລະເນັບທາລີ.
|
||
|
||
\s5
|
||
\v 26 ພວກລູກຊາຍຂອງນາງຊີລະປາ, ຍິງຮັບໃຊ້ຂອງນາງເລອາ ຄື: ກາດ ແລະອາເຊ. ທັງຫມົດເຫລົ່ານີ້ຄືພວກລູກຊາຍຂອງຢາໂຄບ ຜູ້ທີ່ໄດ້ເກີດແກ່ເຂົາໃນປັດດານອາຣຳ.
|
||
\v 27 ຢາໂຄບໄດ້ມາຫາອີຊາກ, ພໍ່ຂອງຕົນທີ່ມຳເຣ, ທີ່ເມືອງເຮັບໂຣນ, ບ່ອນທີ່ອັບຣາຮາມ ແລະອີຊາກໄດ້ອາໄສຢູ່.
|
||
|
||
\s5
|
||
\v 28 ອີຊາກໄດ້ດຳລົງຊີວິດອີກຕໍ່ໄປຈົນເຖິງ 180 ປີ.
|
||
\v 29 ອີຊາກໄດ້ສີ້ນລົມຫາຍໃຈ ແລະໄດ້ຕາຍໄປ, ແລະໄດ້ຖືກຮວບຮວມໄວ້ກັບບັນພະບູຣຸດທັງຫລາຍຂອງເຂົ, າເປັນຜູ້ຊາຍທີ່ມີອາຍຸສູງຫລາຍ, ເອຊາວ ແລະຢາໂຄບ, ລູກຊາຍຂອງເພິ່ນເອງ, ໄດ້ຝັງສົບເພິ່ນໄວ້.
|
||
|
||
\s5
|
||
\c 36
|
||
\cl ບົດທີ 36
|
||
\p
|
||
\v 1 ຄົນເຫລົ່ານີ້ຄືເຊື້ອສາຍຂອງເອຊາວ ຫລືມີຊື່ຫນຶ່ງອີກວ່າເອໂດມດ້ວຍ.
|
||
\v 2 ເອຊາວໄດ້ຮັບເອົາຊາວການາອານ. ມາເປັນເມຍຂອງເຂົາຫລາຍຄົນ ຄົນເຫລົ່ານີ້ທີ່ເປັນເມຍຂອງເຂົາຄື: ນາງອາດາລູກສາວຂອງເອໂລນຊາວຮິດຕີ; ນາງໂອໂຮລີບາມາລູກສາວຂອງອານາ, ຫລານສາວຂອງຊີເບໂອນຊາວຮີວີ;
|
||
\v 3 ແລະນາງບາເສມາດ, ລູກສາວຂອງອິຊະມາເອນ, ນ້ອງສາວຂອງເນບາໂຢດ.
|
||
|
||
\s5
|
||
\v 4 ອາດາມີລູກຊາຍເອລີຟັດແກ່ເອຊາວ, ແລະບາເສມາດເກີດລູກຊາຍເຣອູເອນ.
|
||
\v 5 ໂອໂຮລີບາມາເກີດລູກຊາຍ: ເຢອຸດ, ຢາລາມ, ແລະໂກຣາ. ຄົນເຫລົ່ານີ້ເປັນລູກຊາຍຂອງເອຊາວ ຜູ້ຊຶ່ງໄດ້ເກີດແກ່ເຂົາໃນແຜ່ນດິນການາອານ.
|
||
|
||
\s5
|
||
\v 6 ເອຊາວໄດ້ນຳເອົາບັນດາເມຍຂອງຕົນ, ບັນດາລູກຊາຍຂອງເຂົາລູກສາວຂອງເຂົາ, ແລະຊະມາຊິກຄົວເຮືອນທັງຫມົດຂອງເຂົາ, ຝູງສັດລຽ້ງທັງຫມົດຂອງເຂົາ, ແລະສິ່ງຂອງທັງຫມົດທີ່ເຂົາຄອບຄອງເປັນເຈົ້າຂອງຊຶ່ງເຂົາໄດ້ຊອກຫາຮວບຮວມມາໄດ້ໃນແຜ່ນດິນການາອານ, ແລະໄດ້ເຂົ້າໄປໃນແຜ່ນດິນຫ່າງໄກຈາກຢາໂຄບນ້ອງຊາຍຂອງຕົນ.
|
||
\v 7 ເຂົາໄດ້ເຮັດຢ່າງນີ້ ເພາະວ່າຊັບສິນຂອງພວກເຂົາມີຫລວງຫລາຍ ເກີນກວ່າທີ່ພວກເຂົາຈະຢູ່ດ້ວຍກັນໄດ້. ທີ່ດິນທີ່ພວກເຂົາອາໄສຢູ່ບໍ່ສາມາດຮອງຮັບພວກເຂົາໄດ້ເພາະຝູງສັດລຽ້ງຂອງພວກເຂົາ.
|
||
\v 8 ສະນັ້ນ ເອຊາວ, ຊຶ່ງເປັນທີ່ຮູ້ຈັກວ່າເອໂດມ, ຈຶ່ງໄປຕັ້ງຖິ່ນຖານຢູ່ໃນເຂດເນີນພູເສອີ.
|
||
|
||
\s5
|
||
\v 9 ຄົນເຫລົ່ານີ້ຄືບັນດາເຊື້ອສາຍຂອງເອຊາວ, ບັນພະບູຣຸດຂອງຊາວເອໂດມ ໃນດິນແດນທີ່ເນີນພູເສອີ.
|
||
\v 10 ເຫລົ່ານີ້ຄືບັນດາຊື່ຂອງລູກຊາຍຂອງເອຊາວ: ເອລີຟັດ, ລູກຊາຍຂອງອາດາເມຍຂອງເອຊາວ; ເຣອູເອນລູກຊາຍຂອງບາເສມາດ, ເມຍຂອງເອຊາວ.
|
||
\v 11 ລູກຊາຍຂອງເອລີຟັດຄື: ເຕມານ, ໂອມາກ, ເຊໂຟ, ຄາຕາມ, ແລເກນາດ.
|
||
\v 12 ຕິມນາ, ເມຍນ້ອຍຄົນຫນຶ່ງຂອງເອລີຟັດ, ລູກຊາຍຂອງເອຊາວ, ໄດ້ມີລູກຊາຍຜູ້ຫນຶ່ງຊື່ອາມາເຫລັກ. ຄົນເຫລົ່ານີ້ຄືຫລານຊາຍຂອງອາດານ, ເມຍຂອງເອຊາວ.
|
||
|
||
\s5
|
||
\v 13 ຄົນເຫລົ່ານີ້ຄືລູກຊາຍທັງຫລາຍຂອງ ເຣອູເອນຄື: ນາຮາດ, ເຊຣາ, ຊາມມາ, ແລະມິດຊາ. ຄົນເຫລົ່ານີ້ເປັນຫລານຊາຍຂອງບາເສມາດ, ເມຍຂອງເອຊາວ.
|
||
\v 14 ຄົນເຫລົ່ານີ້ເປັນລູກຊາຍຂອງນາງໂອໂຮລີບາມາ, ເມຍຂອງເອຊາວ, ຜູ້ຊຶ່ງເປັນລູກສາວຂອງອານາ ແລະເປັນຫລານສາວຂອງຊີເບໂອນ. ນາງໄດ້ເກີດ: ເຢອຸດ, ຢາລາມ, ແລະໂກຣາແກ່ເອຊາວ.
|
||
|
||
\s5
|
||
\v 15 ຄົນເຫລົ່ານີ້ເປັນວົງຕະກູນທັງຫລາຍທ່າມກາງເຊື້ອສາຍມາຈາກເອຊາວ. ເຊື້ອສາຍຂອງ ເອລີຟັດ, ລູກຊາຍກົກຂອງເອຊາວ: ເຕມານ, ໂອມາກ, ເຊໂຟ, ເກນາດ,
|
||
\v 16 ໂກຣາ, ຄາຕາມ, ແລະອາມາເຫລັກ. ຄົນເຫລົ່ານີ້ເປັນວົງຕະກູນສືບເຊື້ອສາຍຈາກເອລີຟັດໃນແຜ່ນດິນຂອງເອໂດມ. ພວກເຂົາເປັນຫລານຊາຍຂອງອາດາ.
|
||
|
||
\s5
|
||
\v 17 ຄົນເຫລົ່ານີ້ເປັນວົງຕະກູນຈາກເຣອູເອນ, ລູກຊາຍຂອງເອຊາວຄື: ນາຮາດ, ເຊຣາ, ຊາມມາ, ແລະມິດຊາ. ຄົນເຫລົ່ານີ້ເປັນວົງຕະກູນສືບເຊື້ອສາຍມາຈາກເຣອູເອນໃນແຜ່ນດິນແຫ່ງເອໂດມ. ພວກເຂົາເປັນຫລາຍຊາຍຂອງບາເສມາດ, ເມຍຂອງເອຊາວ.
|
||
\v 18 ຄົນເຫລົ່ານີ້ເປັນວົງຕະກູນຂອງນາງໂອໂຮລີບາມາ, ເມຍຂອງເອຊາວ ຄື: ເຢອຸດ, ຢາລາມ, ແລະໂກຣາ. ຄົນເຫລົ່ານີ້ສືບເຊື້ອສາຍຈາກນາງໂອໂຮລີບາມາ, ລູກສາວຂອງອານານ.
|
||
\v 19 ຄົນເຫລົ່ານີ້ຄືລູກຊາຍທັງຫມົດຂອງເອຊາວ, ແລະເປັນວົງຕະກູນຂອງພວກເຂົາ.
|
||
|
||
\s5
|
||
\v 20 ຄົນເຫລົ່ານີ້ເປັນລູກຊາຍທັງຫລາຍຂອງເສອີຊາວໂຮຣີ, ຜູ້ທີ່ອາໄສຂອງແຜ່ນດິນນັ້ນຄື: ໂລຕັນ, ໂຊບານ, ຊີເບໂອນ, ອານາ,
|
||
\v 21 ດີໂຊນ, ເອເຊ, ແລະດີຊານ. ຄົນເຫລົ່ານີ້ເປັນວົງຕະກູນຂອງຄົນໂຮຣີ, ຜູ້ຢູ່ອາໄສຂອງເສອີໃນແຜ່ນດິນເອໂດມ.
|
||
\v 22 ລູກຊາຍທັງຫລາຍຂອງ ໂລຕັນຄື: ໂຮຣີ ແລະໂຮມາມ, ແລະຕິມນາ ນ້ອງສາວຂອງໂລຕັນ.
|
||
|
||
\s5
|
||
\v 23 ຄົນເຫລົ່ານີ້ເປັນລູກຊາຍຂອງໂຊບານຄື: ອັນວານ, ມານາຮາດ, ເອບານ, ເຊໂຟ, ແລະໂອນາມ.
|
||
\v 24 ຄົນເຫລົ່ານີ້ເປັນລູກຊາຍຂອງຊີເບໂອນຄື: ອາອີຢາ ແລະອານາ. ນີ້ຄືອານາຜູ້ທີ່ພົບບໍ່ນໍ້າຮ້ອນໃນຖິ່ນແຫ້ງແລ້ງກັນດານ, ໃນເວລາທີ່ເຂົາກຳລັງລ້ຽງຝູງລໍຂອງຊີເບໂອນພໍ່ຂອງຕົນ.
|
||
|
||
\s5
|
||
\v 25 ຄົນເຫລົ່ານີ້ເປັນລູກຂອງອານາ: ຄືດີໂຊນ ແລະໂອໂຮລີບານາ, ລູກສາວຂອງອານາ.
|
||
\v 26 ຄົນເຫລົ່ານີ້ເປັູກຊາຍຂອງດີໂຊນຄື:ເຮັມດານ, ເອັດຊະບານ, ອີທະຣານ, ແລະເກຣານ.
|
||
\v 27 ຄົນເຫລົ່ານີ້ເປັນລູກຊາຍຂອງເອເຊຄື: ຊາອາວານ, ແລະອາການ.
|
||
\v 28 ຄົນເຫລົ່ານີ້ເປັນລູກຊາຍທັງຫລາຍຂອງດີຊານຄື: ອູເຊ ແລະອາຣານ.
|
||
|
||
\s5
|
||
\v 29 ຄົນເຫລົ່ານີ້ເປັນວົງຕະກູນຂອງຄົນໂຮຣີ ຄື: ໂລຕັນ, ໂຊບານ, ຊີເບໂອນ, ອານາ,
|
||
\v 30 ດີໂຊນ, ເອເຊ, ແລະດີຊານ. ຄົນເຫລົ່ານີ້ເປັນວົງຕະກູນຂອງຄົນໂຮຣີ, ຕາມບັນຊີວົງຕະກູນຂອງພວກເຂົາໃນແຜ່ນດິນເສອີ.
|
||
|
||
\s5
|
||
\v 31 ຄົນເຫລົ່ານີ້ເປັນກະສັດ ແລະຫລານສາວຂອງເມຊາຮາບຜູ້ທີ່ປົກຄອງແຜ່ນດິນເອໂດມກ່ອນກະສັດໃດໆຈະມາປົກຄອງເຫນືອຄົນອິສະຣາເອນ:
|
||
\v 32 ເຈົ້າເບລາ, ລູກຊາຍຂອງເບອໍ, ໄດ້ປົກຄອງເອໂດມ, ແລະຊື່ເມືອງຂອງເຂົາຄືດິນຮາບາ.
|
||
\v 33 ເມື່ອເບລາເສຍຊີວິດ, ຈາກນັ້ນໂຢບັບ, ລູກຊາຍຂອງເຊຣາ, ແຫ່ງເມືອງໂບຊະຣາໄດ້ປົກຄອງແທນເຂົາ.
|
||
|
||
\s5
|
||
\v 34 ເມື່ອໂຢບັບເສຍຊີວິດ, ຮູຊາມຄົນຂອງແຜ່ນດິນເຕມານ, ໄດ້ຂຶ້ນມາປົກຄອງແທນເຂົາ.
|
||
\v 35 ເມື່ອຮູຊາມໄດ້ເສຍຊີວິດ, ຮາດັດ, ລູກຊາຍຂອງເບດັດ, ຜູ້ຮົບຊະນະຊາວມີດີອານໃນແຜ່ນຂອງດິນແດນໂມອາບ, ໄດ້ປົກຄອງແທນເຂົາຊື່ເມືອງຂອງເຂົາອາອີ.
|
||
\v 36 ເມື່ອຮາດັດເສຍຊີວິດ, ຈາກນັ້ນສາມລາ, ແຫ່ງເມືອງມາສະເຣກາໄດ້ປົກຄອງແທນເຂົາ.
|
||
|
||
\s5
|
||
\v 37 ເມື່ອສາມລາເສຍຊີວິດ, ຈາກນັ້ນຊາອູນ ແຫ່ງເມືອງເຣໂຮໂບດທີ່ຢູ່ແຄມແມ່ນໍ້າໄດ້ປົກຄອງແທນເຂົາ.
|
||
\v 38 ເມື່ອຊາອູນເສຍຊີວິດ, ຈາກນັ້ນບາອັນຮານາ ລູກຊາຍຂອງອັກໂບຮາດັດ ໄດ້ປົກຄອງແທນເຂົາ.
|
||
\v 39 ເມື່ອບາອັນຮານາລູກຊາຍຂອງອັກໂບຮາດັດເສຍຊີວິດ, ຈາກນັ້ນຮາດານໄດ້ປົກຄອງແທນເຂົາ ຊື່ເມືອງຂອງເຂົາຄື ປາອູ. ເມຍຂອງເຂົາຊື່ວ່າເມເຮຕາເບນ, ລູກສາວຂອງມັດເຣັດ ແລະຫລານສາວຂອງເມຊາຮາບ.
|
||
|
||
\s5
|
||
\v 40 ເຫລົ່ານີ້ຄືຊື່ຂອງພວກຫົວຫນ້າຕະກູນຈາກບັນດາເຊື້ອສາຍ ຂອງເອຊາວຕາມວົງຕະກູນຂອງພວກເຂົາ ແລະຖິ່ນຖານຂອງພວກເຂົາ,ໂດຍຊື່ຂອງພວກເຂົາຄື: ຕີມນາ, ອານວາ, ເຢເທັດ,
|
||
\v 41 ໂອໂຮລີບາມາ, ເອລາ, ປີໂນນ,
|
||
\v 42 ເກນັດ, ເຕມານ, ມິບຊາ,
|
||
\v 43 ມັກດີເອນ, ແລະອີຣາມ. ຄົນເຫລົ່ານີ້ເປັນຫົວຫນ້າວົງຕະກູນຂອງເອໂດມ, ຕາມການຕັ້ງຖິ່ນຖານຂອງພວກເຂົາໃນດິນແດນທີ່ພວກເຂົາໄດ້ຄອບຄອງ. ນີ້ຄື ເອຊາວ, ບັນພະບຸຣຸດຂອງເອໂດມ.
|
||
|
||
\s5
|
||
\c 37
|
||
\cl ບົດທີ 37
|
||
\p
|
||
\v 1 ຢາໂຄບໄດ້ອາໄສຢູ່ໃນແຜ່ນດິນທີ່ພໍ່ຂອງຕົນເຄີຍອາໄສຢູ່, ໃນແຜ່ນດິນການາອານ.
|
||
\v 2 ປະຫວັດກ່ຽວຂ້ອງກັບຢາໂຄບ. ໂຢເຊັບ, ເປັນຊາຍຫນຸ່ມອາຍຸ 17 ປີ, ເປັນຜູ້ດູແລຝູງສັດກັບອ້າຍຂອງເຂົາ. ເຂົາຢູ່ກັບພວກລູກຊາຍຂອງນາງບິນຮາ ແລະລູກຊາຍຂອງນາງຊີລະປາ,ຜູ້ເປັນເມຍນ້ອຍຂອງພໍ່ຕົນ. ໂຢເຊັບໄດ້ນຳສິ່ງທີ່ບໍ່ດີກ່ຽວກັບພວກເຂົາມາບອກໃຫ້ພໍ່ຂອງພວກເຂົາຟັງ.
|
||
|
||
\s5
|
||
\v 3 ອິສະຣາເອນຈຶ່ງໄດ້ຮັກໂຢເຊັບຫລາຍກວ່າລູກຊາຍທັງຫມົດຂອງເຂົາ ເພາະວ່າເຂົາເປັນລູຊາຍທີ່ເກີດມາໃນເວລາທີ່ເພິ່ນແກ່ຕົວແລ້ວ. ເພິ່ນໄດ້ຕັດເສື້ອຜ້າທີ່ສວຍງາມໃຫ້ເຂົາ.
|
||
\v 4 ເມື່ອພວກອ້າຍຂອງເຂົາໄດ້ເຫັນວ່າ ພໍ່ຂອງພວກຕົນຮັກເຂົາຫລາຍກວ່າຮັກພວກຕົນ. ພວກເຂົາກຽດຊັງເຂົາຫລາຍ ແລະບໍ່ເວົ້າຢ່າງຈິງໃຈຕໍ່ເຂົາ.
|
||
|
||
\s5
|
||
\v 5 ໂຢເຊັບໄດ້ຝັນ, ເເລະເຂົາໄດ້ເລົ່າຄວາມຝັນນັ້ນສູ່ພວກອ້າຍຂອງເຂົາ. ພວກເຂົາແຮງກຽດຊັງເຂົາຫລາຍຂຶ້ນ.
|
||
\v 6 ເຂົາໄດ້ເວົ້າກັບພວກເຂົາວ່າ, "ຂໍຟັງຄວາມຝັນທີ່ຂ້ອຍໄດ້ຝັນ.
|
||
|
||
\s5
|
||
\v 7 ເບິ່ງແມ, ພວກເຮົາກຳລັງມັດຟ່ອນເຂົ້າຢູ່ທີ່ທົ່ງນາ ເມື່ອມັດແລ້ວ, ຟ່ອນເຂົ້າຂອງຂ້ອຍໄດ້ຕັ້ງຂຶ້ນແລະຢືນຢູ່, ແລະສ່ວນຟ່ອນເຂົ້າຂອງພວກເຈົ້າໄດ້ເຂົ້າມາລ້ອມຮອບ, ແລະໄດ້ໂຄ້ງຄຳນັບໃຫ້ກັບຟ່ອນເຂົ້າຂອງຂ້ອຍ."
|
||
\v 8 ພວກອ້າຍໄດ້ເວົ້າກັບເຂົາວ່າ, "ເຈົ້າຈະປົກຄອງເຫນືອພວກເຮົາຈິງໆບໍ? ເຈົ້າຈະປົກຄອງ ເຫນືອພວກເຮົາຈິງໆບໍ?" ພວກອ້າຍຈຶ່ງກຽດຊັງເຂົາຫລາຍຍິ່ງຂຶ້ນ ເພາະຄວາມຝັນຂອງເຂົາແລະຄຳເວົ້າຂອງເຂົາ.
|
||
|
||
\s5
|
||
\v 9 ເຂົາໄດ້ຝັນອີກຄັ້ງ ແລະເລົ່າຄວາມຝັນສູ່ພວກອ້າຍ. ເຂົາເວົ້າວ່າ, "ຂ້ອຍໄດ້ຝັນອີກເລື່ອງຫນຶ່ງ. ຄື: ດວງຕາເວັນ, ເດືອນ, ແລະດວງດາວສິບເອັດດວງໄດ້ກົ້ມຄຳນັບຂ້ອຍ."
|
||
\v 10 ເຂົາໄດ້ເລົ່າເລື່ອງນີ້ແກ່ພໍ່ຂອງເຂົາເຫມືອນທີ່ໄດ້ເລົ່າກັບພວກອ້າຍຂອງເຂົາ, ແລະພໍ່ຂອງເຂົາໄດ້ຕຳນິເຂົາ. ໄດ້ເວົ້າກັບເຂົາວ່າ,"ຄວາມຝັນທີ່ເຈົ້າໄດ້ຝັນຄືຫຍັງ? ແມ່ຂອງເຈົ້າ ແລະເຮົາ ແລະພວກອ້າຍຂອງເຈົ້າຈະເຂົ້າມາເພື່ອກົ້ມຄຳນັບເຈົ້າຊັ້ນບໍ?"
|
||
\v 11 ພວກອ້າຍຂອງເຂົາອິດສາເຂົາ, ແຕ່ພໍ່ຂອງເຂົາໄດ້ເກັບເລື່ອງນີ້ໄວ້ໃນໃຈ.
|
||
|
||
\s5
|
||
\v 12 ພວກອ້າຍຂອງເຂົາໄດ້ໄປລ້ຽງສັດຂອງພໍ່ທີ່ຊີເຄມ.
|
||
\v 13 ອິສະຣາເອນໄດ້ເວົ້າກັບໂຢເຊັບວ່າ, "ພວກອ້າຍຂອງເຈົ້າກຳລັງໄປລ້ຽງສັດຢູ່ຊີເຄມ ເຈົ້າໄປຫາພວກອ້າຍຂອງເຈົ້າ ທີ່ກຳລັງລ້ຽງສັດຢູ່ທີ່ຊີເຄມບໍ່ແມ່ນບໍ? ມານີ້ເທາະ, ແລະເຮົາຈະສົ່ງເຈົ້າໄປຫາພວກເຂົາ." ໂຢເຊັບໄດ້ຕອບເພິ່ນວ່າ, "ລູກພ້ອມທີ່ຈະໄປ."
|
||
\v 14 ອິສະຣາເອນໄດ້ເວົ້າກັບເຂົາວ່າ,"ຈົ່ງໄປດຽວນີ້, ໄປເບິ່ງດູວ່າພວກອ້າຍຂອງເຈົ້າກັບພວກຝູງສັດຢູ່ດີກັນບໍ່? ແລ້ວກັບມາບອກເຮົາ." ສະນັ້ນຢາໂຄບຈຶ່ງໄດ້ສົ່ງເຂົາອອກໄປຈາກຮ່ອມພູເຮັບໂຣນ, ແລະໂຢເຊບກໍໄດ້ໄປຍັງຊີເຄມ.
|
||
|
||
\s5
|
||
\v 15 ມີຊາຍຄົນຫນຶ່ງໄດ້ພົບໂຢເຊບ. ເບິ່ງເຖີດ, ໂຢເຊບກຳລັງເດີນໄປມາໃນທົ່ງນາ, ແລະຜູ້ຊາຍຄົນນັ້ນໄດ້ຖາມເຂົາວ່າ,"ເຈົ້າຊອກຫາໃຜ?"
|
||
\v 16 ໂຢເຊັບໄດ້ຕອບວ່າ,"ຂ້ອຍຊອກຫາພວກອ້າຍຂອງຂ້ອຍ. ກະລຸນາ, ບອກຂ້ອຍແດ່ໄດ້ບໍ່ວ່າພວກເຂົາກຳລັງລ້ຽງຝູງສັດຢູ່ໃສ?"
|
||
\v 17 ຊາຍຄົນນັ້ນໄດ້ຕອບວ່າ,"ພວກເຂົາຫາກໍໄປຈາກທີ່ນີ້, ຂ້ອຍໄດ້ຍິນພວກເຂົາເວົ້າກັນວ່າ, ໃຫ້ພວກເຮົາໄປຍັງເມືອງໂດທານກັນເທາະ."" ໂຢເຊັບໄດ້ໄປ ຕາມຫາພວກອ້າຍຂອງເຂົາ ແລະໄດ້ພົບພວກເຂົາຢູ່ທີ່ເມືອງໂດທານ.
|
||
|
||
\s5
|
||
\v 18 ພວກອ້າຍຫລຽວເຫັນເຂົາມາແຕ່ໄກ, ແລະກ່ອນທີ່ເຂົາຈະເຂົ້າມາໃກ້ພວກເຂົາ, ພວກເຂົາຈຶ່ງວາງແຜນເພື່ອທີ່ຈະຂ້າເຂົາ.
|
||
\v 19 ພວກອ້າຍຂອງເຂົາໄດ້ເວົ້າກັນວ່າ, "ເບິ່ງແມ, ເຈົ້າຄົນຊ່າງຝັນກຳລັງມາ.
|
||
\v 20 ມາດຽວນີ້, ໃຫ້ພວກເຮົາຂ້າເຂົາ, ແລະຖິ້ມເຂົາໄວ້ທີ່ບໍ່ເຫລົ່ານີ້ຈັກບໍ່ຫນຶ່ງ. ພວກເຮົາຈະເວົ້າວ່າສັດຮ້າຍໄດ້ກັດກິນເຂົາ. ເຮົາຈະໄດ້ເຫັນວ່າ ຄວາມຝັນຂອງເຂົາຈະເປັນຢ່າງໃດ."
|
||
|
||
\s5
|
||
\v 21 ເມື່ອຣູເບັນໄດ້ຍິນພວກເຂົາເວົ້າດັ່ງນັ້ນ ກໍຊອກຫາວິທີຊ່ວຍໂຢເຊັບ. ລາວໄດ້ເວົ້າວ່າ, "ຢ່າໃຫ້ເຮົາເອົາຊີວິດຂອງລາວເທາະ."
|
||
\v 22 ຣູເບັນໄດ້ເວົ້າກັບພວກເຂົາວ່າ, "ຢ່າໃຫ້ເລືອດໄຫລເລີຍ. ໂຍນເຂົາລົງໃນບໍ່ ທີ່ຖິ່ນແຫ້ງແລ້ງກັນດານນີ້ກໍພໍ, ແຕ່ຢ່າລົງມືຂ້າເຂົາເລີຍ ນັ້ນຄືລາວຈະຊ່ວຍໂຢເຊັບໃຫ້ພົ້ນຈາກເງື້ອມມືຂອງພວກເຂົາ ເພື່ອທີ່ຈະນຳເຂົາກັບໄປຫາພໍ່ຂອງເຂົາ.
|
||
|
||
\s5
|
||
\v 23 ເມື່ອໂຢເຊັບມາເຖິງພວກອ້າຍຂອງເຂົາ, ພວກເຂົາໄດ້ຈັບເຂົາແກ້ເສື້ອຜ້າທີ່ລາວນຸ່ງມາອອກ.
|
||
\v 24 ແລ້ວພວກເຂົາກໍຈັບລາວໂຍນຖິ້ມລົງໃນບໍ່ ບໍ່ນັ້ນບໍ່ມີນໍ້າ.
|
||
|
||
\s5
|
||
\v 25 ພວກເຂົາໄດ້ນັ່ງລົງເພື່ອຈະກິນອາຫານ. ພວກເຂົາກໍໄດ້ເຫັນ, ແລະມີຄາລະວານຂອງພວກອິຊະມາເອນກຳລັງເດີນທາງມາຈາກເມືອງກີເລອາດ, ພ້ອມກັບຝູງອູດຂອງພວກເຂົາບັນທຸກເຄື່ອງເທດ ແລະນ້ຳມັນພືດທີ່ມີກິ່ນຫອມ ແລະຢາງໄມ້ຫອມ. ພວກເຂົາກຳລັງເດີນທາງບັນທຸກສິນຄ້າລົງໄປອີຢິບ.
|
||
\v 26 ຢູດາໄດ້ເວົ້າກັບພວກອ້າຍນ້ອງຂອງຕົນວ່າ,"ຈະມີປະໂຫຍດອັນໃດ ຖ້າເຮົາຈະຂ້ານ້ອງຊາຍຂອງເຮົາ ແລະປົກປິດເລືອດຂອງເຂົາ?
|
||
|
||
\s5
|
||
\v 27 ມາເທາະໃຫ້ເຮົາຂາຍເຂົາໃຫ້ພວກອິຊະມາເອນສາ. ແລ້ວບໍ່ຕ້ອງທຳຮ້າຍເຂົາ. ເພາະເຂົາຄືນ້ອງຂອງເຮົາເປັນເລືອດເນື້ອຂອງເຮົາ." ພວກອ້າຍນ້ອງທັງຫລາຍຂອງເຂົາກໍ່ໄດ້ຮັບຟັງເຂົາ.
|
||
\v 28 ພໍ່ຄ້າຊາວມີດີອານໄດ້ຜ່ານມາ ພວກອ້າຍຂອງເຂົາ. ໄດ້ດຶງໂຢເຊັບຂຶ້ນມາ ແລະຍົກເຂົາອອກມາຈາກບໍ່ນັ້ນ. ພວກເຂົາໄດ້ຂາຍໂຢເຊບໃຫ້ກັບຊາວອິຊະມາເອນເປັນເງິນຊາວຫລຽນ. ຊາວອິຊະມາເອນໄດ້ພາໂຢເຊັບໄປຍັງອີຢິບ.
|
||
|
||
\s5
|
||
\v 29 ຣູເບັນໄດ້ກັບໄປທີ່ບໍ່ນັ້ນ, ແລະ, ເບິ່ງເຖີດ, ໂຢເຊັບບໍ່ໄດ້ຢູ່ໃນບໍ່ນັ້ນ. ເຂົາໄດ້ຈີກເສື້ອຜ້າຂອງເຂົາ.
|
||
\v 30 ເຂົາໄດ້ກັບມາຫາພວກນ້ອງຂອງເຂົາ ແລະໄດ້ເວົ້າວ່າ, "ເດັກນັ້ນບໍ່ໄດ້ຢູ່ທີ່ນັ້ນ! ແລະຂ້ອຍຈະເຮັດແນວໃດ?"
|
||
|
||
\s5
|
||
\v 31 ພວກເຂົາໄດ້ຂ້າແບ້ໂຕຫນຶ່ງ ແລະຈາກນັ້ນໄດ້ເອົາເສື້ອຜ້າຂອງໂຢເຊັບ ແລະຈຸ່ມໃສ່ໃນເລືອດນັ້ນ.
|
||
\v 32 ແລ້ວພວກເຂົາໄດ້ນຳມັນໄປໃຫ້ພໍ່ຂອງພວກເຂົາ ແລະໄດ້ເວົ້າວ່າ, "ພວກເຮົາໄດ້ພົບສິ່ງນີ້ຂໍເບິ່ງດູວ່າມັນເປັນເສື້ອຜ້າ. ຂອງລູກຊາຍຂອງພໍ່ຫລືບໍ່."
|
||
\v 33 ຢາໂຄບຈື່ໄດ້ ແລະເວົ້າວ່າ, "ນີ້ເປັນເສື້ອຜ້າຂອງລູກຊາຍເຮົາ. ສັດຮ້າຍໄດ້ກັດກິນເຂົາແນ່ນອນ. ໂຢເຊັບໄດ້ຖືກສັດຮ້າຍຈີກເປັນຊິ້ນໆ."
|
||
|
||
\s5
|
||
\v 34 ຢາໂຄບໄດ້ຈີກເສື້ອຜ້າຂອງເຂົາ ແລະນຸ່ງເສື້ອຜ້າກະສອບເຂົ້າ. ເພິ່ນໄວ້ທຸກໃຫ້ລູກຊາຍຂອງຕົນເປັນເວລານານ.
|
||
\v 35 ລູກຊາຍ ແລະລູກສາວທັງຫມົດຂອງເພິ່ນໄດ້ລຸກຂຶ້ນມາປອບໃຈເພິ່ນ, ແຕ່ເພິ່ນປະຕິເສດທີ່ຈະຮັບການປອບໂຍນ. ເພິ່ນໄດ້ເວົ້າວ່າ, "ຂ້ອຍຈະລົງໄປທີ່ຢູ່ຂອງຄົນຕາຍຮ້ອງໃຫ້ຄ້ຳຄວນເຖິງລູກຊາຍຂອງຂ້ອຍ." ພໍ່ຂອງເຂົາໄດ້ຮ້ອງໃຫ້ເຖິງເຂົາ.
|
||
\v 36 ຊາວມີດີອານໄດ້ຂາຍເຂົາໃນເອຢິບ ໃຫ້ກັບໂປທິຟາ, ຂ້າຣາຊການຂອງຟາຣາໂອ, ທີ່ເປັນຫົວຫນ້າຣາຊອົງຄະລັກ.
|
||
|
||
\s5
|
||
\c 38
|
||
\cl ບົດທີ 38
|
||
\p
|
||
\v 1 ແລ້ວນີ້ກໍໄດ້ເກີດຂຶ້ນໃນເວລານັ້ນ ຢູດາໄດ້ໄປຈາກພວກອ້າຍນ້ອງຂອງຕົນ, ແລະໄປຢູ່ກັບຄົນອະດຸນລາໍຊື່ວ່າ ຮີຣາ.
|
||
\v 2 ເຂົາໄດ້ພົບລູກສາວຂອງຊາຍຊາວການາອານຊື່ຊູອາ. ເຂົາໄດ້ແຕ່ງງານກັບນາງ. ແລະໄດ້ຫລັບນອນກັບນາງ.
|
||
|
||
\s5
|
||
\v 3 ນາງໄດ້ຕັ້ງຄັນ ແລະ ເກີດລູກຊາຍ. ເຂົາໄດ້ຖືກຕັ້ງຊື່ວ່າເອຣະ.
|
||
\v 4 ນາງໄດ້ຖືພາອີກ ແລະ ເກີດລູກຊາຍອີກຄົນຫນຶ່ງ. ນາງໄດ້ເອີ້ນຊື່ເຂົາວ່າ ໂອນານ.
|
||
\v 5 ນາງໄດ້ມີລູກຊາຍອີກຄົນຫນຶ່ງ ແລະ ເອີ້ນຊື່ເຂົາວ່າ ເຊລາ. ນາງໄດ້ເກີດເຂົາຢູ່ທີ່ອັກຊິບ.
|
||
|
||
\s5
|
||
\v 6 ຢູດາໄດ້ຫາເມຍຄົນຫນຶ່ງໃຫ້ແກ່ເອຣະ, ລູກຊາຍກົກຂອງເຂົາ. ນາງຊື່ ຕາມາ.
|
||
\v 7 ເອຣະລູກຊາຍກົກຂອງຢູດາ, ເປັນຄົນຊົ່ວຮ້າຍ ໃນສາຍພຣະເນດຂອງພຣະຢາເວ. ພຣະຢາເວຈຶ່ງເຮັດໃຫ້ລາວຕາຍ.
|
||
|
||
\s5
|
||
\v 8 ຢູດາໄດ້ເວົ້າກັບໂອນານວ່າ, "ຈົ່ງໄປຫລັບນອນກັບເມຍຂອງອ້າຍເຈົ້າ. ຈົ່ງເຮັດຫນ້າທີ່ນ້ອງຊາຍຂອງສາມີແກ່ນາງ, ແລະ ໃຫ້ນາງເກີດລູກເພື່ອອ້າຍຂອງເຈົ້າ."
|
||
\v 9 ໂອນານໄດ້ຮູ້ວ່າ ເດັກນັ້ນຈະບໍ່ແມ່ນລູກຂອງຕົນ. ເມື່ອໃດກໍຕາມທີ່ເຂົາໄດ້ຫລັບນອນກັບເອື້ອຍໃພ້ຂອງເຂົາ, ເຂົາໄດ້ເຮັດໃຫ້ນໍ້າກາມຕົກດິນ ດັ່ງນັ້ນເຂົາຈຶ່ງບໍ່ມີລູກສຳລັບອ້າຍຂອງຕົນ.
|
||
\v 10 ສິ່ງທີ່ເຂົາໄດ້ກະທຳເປັນສິ່ງຊົ່ວຮ້າຍໃນສາຍຕາຂອງພຣະຢາເວ. ພຣະຢາເວຈຶ່ງໄດ້ຊົງເຮັດໃຫ້ເຂົາຕາຍຄືກັນ.
|
||
|
||
\s5
|
||
\v 11 ຈາກນັ້ນຢູດາໄດ້ເວົ້າກັບຕາມາ, ລູກໃພ້ຂອງຕົນວ່າ,"ຈົ່ງຢູ່ຢ່າງແມ່ຫມ້າຍໃນບ້ານຂອງພໍ່ເຈົ້າ ຈົນກວ່າເຊລາ,ລູກຊາຍຂອງເຮົາຈະເຕີບໃຫຍ່." ເພາະເພິ່ນໄດ້ກົວວ່າ, "ເຂົາຈະຕາຍຄືກັນກັບອ້າຍຂອງເຂົາດ້ວຍ." ສະນັ້ນ ຕາມາຈຶ່ງໄດ້ຈາກໄປ ແລະໄດ້ອາໄສຢູ່ໃນບ້ານນຳພໍ່ຂອງຕົນ.
|
||
|
||
\s5
|
||
\v 12 ຫລັງຈາກນັ້ນເປັນເວລານານ, ລູກສາວຂອງຊູອາເມຍຂອງຢູດາ,ກໍຕາຍໄປ. ຢູດາໄດ້ຮັບການປອບປະໂລມ ແລະໄດ້ໄປຫາຄົນຕັດຂົນແກະຂອງເພິ່ນທີ່ຕິມນາ, ເພິ່ນ ແລະເພື່ອນຂອງເພິ່ນຄືຮີຣາຊາວອາດຸນລຳ.
|
||
\v 13 ຕາມາໄດ້ຮັບຂ່າວວ່າ, "ເບິ່ງແມ, ພໍ່ປູ່ຂອງເຈົ້າກຳລັງໄປຕິມນາ ເພື່ອຕັດຂົນແກະຂອງເຂົາ."
|
||
\v 14 ນາງຈຶ່ງປ່ຽນຊຸດຍິງຫມ້າຍຂອງນາງ ແລະໄດ້ຫົ່ມຕົວນາງເອງດ້ວຍເອົາຜ້າຄຸມຫນ້າໄວ້. ນາງໄປນັ່ງທີ່ປະຕູຂອງບ້ານເອນາອີມທີ່ຈະໄປເມືອງຕິມນາ. ເພາະນາງໄດ້ເຫັນວ່າເຊລາກໍໃຫຍ່ແລ້ວ ແຕ່ນາງຍັງບໍ່ໄດ້ຖືກມອບໃຫ້ເປັນເມຍຂອງເຂົາເທື່ອ.
|
||
|
||
\s5
|
||
\v 15 ເມື່ອຢູດາໄດ້ເຫັນນາງ ເພິ່ນກໍຄິດວ່ານາງເປັນໂສເພນີ ເພາະວ່ານາງໄດ້ປິດບັງໃບຫນ້າຂອງນາງ.
|
||
\v 16 ເພິ່ນໄດ້ເຂົ້າໄປຫານາງທີ່ແຄມທາງ ແລະໄດ້ເວົ້າວ່າ,"ມາເຖີດ, ຂໍໃຫ້ເຮົາໄດ້ຫລັບນອນກັບເຈົ້າ" ເພາະເພິ່ນບໍ່ຮູ້ວ່ານາງເປັນລູກໃພ້ຂອງຕົນເອງ. ແລະນາງຖາມຄືນວ່າ, "ທ່ານຈະຫລັບນອນກັບຂ້ອຍທ່ານຈະໃຫ້ອັນໃດແກ່ຂ້ອຍ?"
|
||
|
||
\s5
|
||
\v 17 ເຂົາໄດ້ຕອບວ່າ, "ເຮົາຈະສົ່ງແບ້ຫນຸ່ມຈາກຝູງມາໃຫ້ນ້ອງຫນຶ່ງໂຕ." ເຂົາໄດ້ກາ່ວວ່າ, "ເຮົາຈະໃຫ້ອັນໃດເປັນຫລັກປະກັນແກ່ເຈົ້າໄດ້?"
|
||
\v 18 ນາງໄດ້ຕອບວ່າ, "ຂໍກາຂອງທ່ານທີ່ມີເຊືອກຫ້ອຍ, ແລະ ໄມ້ເທົ້າທີ່ຢູ່ໃນມືທ່ານເປັນຫລັກປະກັນ." ເພິ່ນໄດ້ໃຫ້ຂອງເຫລົ່ານັ້ນແກ່ນາງ, ແລະ ໄດ້ຫລັບນອນກັບນາງ ແລະ ນາງກໍໄດ້ຖືພາກັບເພິ່ນ.
|
||
|
||
\s5
|
||
\v 19 ນາງໄດ້ລຸກຂຶ້ນ ແລະ ໄດ້ຈາກໄປ. ນາງໄດ້ເອົາຜ້າຄຸມຫນ້າອອກ ແລະ ສວມໃສ່ເສື້ອຜ້າຍິງຫມ້າຍຂອງນາງ.
|
||
\v 20 ຢູດາໄດ້ສົ່ງແບ້ຫນຸ່ມຈາກຝູງໄປກັບເພື່ອນຂອງເຂົາ ຊາວອາດຸນລຳ ເພື່ອທີ່ຈະຮັບຂອງປະກັນຄືນ ຈາກມືຂອງຜູ້ຍິງນັ້ນ, ແຕ່ເຂົາຫານາງບໍ່ພົບ.
|
||
|
||
\s5
|
||
\v 21 ແລ້ວຄົນອາດຸນລຳໄດ້ຖາມບັນດາຜູ້ຊາຍຂອງສະຖານທີ່ນັ້ນວ່າ, "ຍິງໂສເພນີທີ່ເຄີຍຢູ່ເອນາຣິມທີ່ແຄມທາງນີ້ຢູ່ໃສແລ້ວ?" ພວກເຂົາຕອບວ່າ,"ບໍ່ເຄີຍມີໂສເພນີທີ່ນີ້."
|
||
\v 22 ເຂົາກໍໄດ້ກັບໄປຫາຢູດາ ແລະໄດ້ເວົ້າວ່າ, "ຂ້ອຍຫານາງບໍ່ພົບ. ພວກຜູ້ຊາຍຂອງທີ່ນັ້ນເວົ້າວ່າບໍ່ເຄີຍມີໂສເພນີທີ່ນີ້.""
|
||
\v 23 ຢູດາໄດ້ເວົ້າວ່າ, "ໃຫ້ນາງເກັບສິ່ງຂອງຕ່າງໆໄວ້. ເພື່ອທີ່ເຮົາຈະບໍ່ຕ້ອງອັບອາຍ, ທີ່ຈິງເຮົາໄດ້ສົ່ງແບ້ຫນຸ່ມນີ້ໄປ, ແຕ່ເຈົ້າກໍຫານາງບໍ່ພົບ."
|
||
|
||
\s5
|
||
\v 24 ຢູ່ຕໍ່ມາຫລັງຈາກນັ້ນ ປະມານສາມເດືອນໄດ້ມີຄົນມາບອກຢູດາວ່າ, "ທາມາລູກໃພ້ຂອງທ່ານໄດ້ເປັນໂສເພນີ, ແລະຈິງໆນາງໄດ້ຖືພາເພາະເຫດນັ້ນ." ຢູດາໄດ້ເວົ້າວ່າ, "ຈົ່ງນຳນາງມາທີ່ນີ້ ແລະ ເຜົານາງເສຍ."
|
||
\v 25 ເມື່ອນາງໄດ້ຖືກນຳອອກ, ນາງຈຶ່ງສົ່ງຄົນໄປບອກກັບພໍ່ປູ່ນາງວ່າ, "ຂ້ອຍຕັ້ງທ້ອງກັບຜູ້ຊາຍຊຶ່ງເປັນເຈົ້າຂອງສິ່ງເຫລົ່ານີ້." ນາງໄດ້ເວົ້າວ່າ, "ຂໍຈົ່ງພິຈາລະນາເຖີດ, ວ່າໃຜເປັນເຈົາຂອງສິ່ງເຫລົ່ານີ້ກາທີ່ມີເຊືອກຫ້ອຍ ແລະໄມ້ເທົ້ານີ້ດູ.
|
||
\v 26 ຢູດາຈື່ສິ່ງເຫລົ່ານີ້ໄດ້ ແລະ ເວົ້າວ່າ, "ນາງມີຄວາມຊອບທັມຫລາຍກວ່າເຮົາ, ຕັ້ງແຕ່ເຮົາບໍ່ໄດ້ຍົກນາງໃຫ້ເປັນເມຍຂອງເຊຣາ, ລູກຊາຍຂອງເຮົາ." ແລະ ເພິ່ນບໍ່ໄດ້ຫລັບນອນກັບນາງອີກ.
|
||
|
||
\s5
|
||
\v 27 ຢູ່ມາເມື່ອເຖິງກຳນົດເກີດລູກ, ເບິ່ງເຖີດ, ມີລູກຝາແຝດຢູ່ໃນທ້ອງຂອງນາງ.
|
||
\v 28 ເມື່ອເຖິງເວລາກຳນົດເກີດລູກຜູ້ຫນຶ່ງເອົາມືອອກມາ, ນາງຜະດຸງຄັນໄດ້ເອົາດ້າຍສີແດງ ແລະໄດ້ຜູກທີ່ມືຂອງເຂົາແລະໄດ້ເວົ້າວ່າ, "ຄົນນີ້ໄດ້ອອກມາກ່ອນ."
|
||
|
||
\s5
|
||
\v 29 ແຕ່ເດັກນ້ອຍຫົດມືເຂົ້າຄືນ, ແລະ ນ້ອງຊາຍຂອງເຂົາອອກມາກ່ອນ. ແລ້ວນາງຜະດຸງຄັນກໍເວົ້າວ່າ, "ເຈົ້າໄດ້ແຫວກອອກມາໄດ້ຢ່າໃດ!" ດັ່ງນັ້ນເຂົາຈຶ່ງໄດ້ຖືກເອີ້ນຊື່ວ່າເປເຣັດ.
|
||
\v 30 ຈາກນັ້ນອ້າຍຂອງເຂົາ, ຈຶ່ງໄດ້ອອກມາ ຄືຄົນທີ່ມີດ້າຍສີແດງຜູກຕິດມື, ແລະ ເຂົາໄດ້ຖືກເອີ້ນຊື່ວ່າ ເຊຣາ.
|
||
|
||
\s5
|
||
\c 39
|
||
\cl ບົດທີ 39
|
||
\p
|
||
\v 1 ໂຢເຊັບໄດ້ຖືກນຳລົງໄປຍັງອີຢິບໂປຕີຟາ, ຄົນອີຢິບ ຜູ້ບັນຊາການອົງຄະລັກຂອງກະສັດຟາໂຣ, ໄດ້ຊື້ເຂົາຈາກຄົນອິຊະມາເອນຜູ້ທີ່ໄດ້ນຳເຂົາລົງມາທີ່ນີ້.
|
||
\v 2 ພຣະຢາເວໄດ້ສະຖິດຢູ່ກັບໂຢເຊັບ ແລະເຂົາໄດ້ກາຍເປັນຜູ້ຊາຍທີ່ປະສົບຄວາມສຳເລັດ. ລາວໄດ້ອາໄສຢູ່ໃນເຮືອນຂອງເຈົ້ານາຍຄົນອີຢິບຂອງເຂົາ.
|
||
|
||
\s5
|
||
\v 3 ເຈົ້ານາຍຂອງເຂົາໄດ້ເຫັນວ່າພຣະຢາເວໄດ້ສະຖິດກັບເຂົາ ແລະພຣະຢາເວໄດ້ຊົງກະທຳໃຫ້ທຸກສິ່ງທີ່ລາວໄດ້ເຮັດປະສົບຄວາມສຳເລັດ.
|
||
\v 4 ໂຢເຊັບໄດ້ເປັນທີ່ຊອບໃນສາຍຕາຂອງເຂົາ. ລາວໄດ້ຮັບໃຊ້ໂປຕີຟາ. ໂປຕີຟາໄດ້ ໃຫ້ໂຢເຊັບຈັດການເບິ່ງແຍງບ້ານຂອງເຂົາ, ແລະທຸກສິ່ງທີ່ເຂົາເປັນເຈົ້າຂອງ, ເຂົາໄດ້ໃຫ້ໂຢເຊັບເບິ່ງແຍງທຸກສິ່ງ.
|
||
|
||
\s5
|
||
\v 5 ຢູ່ມາຫລັງຈາກທີ່ເຂົາໃຫ້ໂຢເຊັບຈັດການເບິ່ງແຍງບ້ານຂອງເຂົາ ແລະທຸກສິ່ງທີ່ເຂົາເປັນເຈົ້າຂອງ, ທີ່ພຣະຢາເວໄດ້ອວຍພອນບ້ານຂອງຄົນອີຢິບນັ້ນເພາະເຫັນແກ່ໂຢເຊັບ. ພຣະພອນຂອງພຣະຢາເວມີຢູ່ໃນທຸກສິ່ງທີ່ໂປຕີຟາມີໃນເຮືອນແລະໃນທົ່ງນາ.
|
||
\v 6 ໂປຕີຟາໄດ້ໃຫ້ທຸກສິ່ງທີ່ເຂົາມີໃຫ້ຢູ່ພາຍໃຕ້ການດູແລຂອງໂຢເຊັບ. ເຂົາບໍ່ຕ້ອງຄິດອັນໃດນອກຈາກອາຫານທີ່ເຂົາຈະກິນ. ໂຢເຊັບເປັນຊາຍຫນຸ່ມທີ່ຮູບຫລໍ່ ແລະມີສະເຫນ່.
|
||
|
||
\s5
|
||
\v 7 ຫລັງຈາກນັ້ນເມຍຂອງເຈົ້ານາຍຂອງເຂົາໄດ້ມີຄວາມປາຖະຫນາໃນໂຢເຊັບ. ນາງໄດ້ເວົ້າວ່າ, "ມາຫລັບນອນກັບຂ້ອຍ."
|
||
\v 8 ແຕ່ເຂົາໄດ້ປະຕິເສດ ແລະໄດ້ເວົ້າກັບເມຍຂອງເຈົ້ານາຍຂອງເຂົາວ່າ, "ເບິ່ງດູ, ເຈົ້ານາຍຂອງຂ້ອຍບໍ່ໄດ້ສົນໃຈວ່າຂ້ານ້ອຍຈະເຮັດຫຍັງຢູ່ໃນບ້ານນີ້, ແລະ ເພິ່ນໄດ້ມອບທຸກສິ່ງທີ່ເພິ່ນເປັນເຈົ້າຂອງ ໃຫ້ຢູ່ພາຍໃຕ້ການດູແລຂອງຂ້ານ້ອຍ.
|
||
\v 9 ບໍ່ມີໃຜໃນບ້ານນີ້ທີ່ໃຫຍ່ໄປກວ່າຂ້ານ້ອຍ. ເພິ່ນບໍ່ໄດ້ຫວງອັນໃດໄວ້ຈາກຂ້ານ້ອຍ ເວັ້ນໄວ້ແຕ່ຍານາງເພາະທ່ານເປັນເມຍຂອງເພິ່ນ, ຂ້ານອຍຈະເຮັດສິ່ງທີ່ຊົ່ວຮ້າຍທີ່ໃຫຍ່ຫລວງນີ້ ແລະ ເຮັດບາບຕໍ່ພຣະເຈົ້າໄດ້ຢ່າງໃດ?"
|
||
|
||
\s5
|
||
\v 10 ນາງໄດ້ເວົ້າກັບໂຢເຊັບທຸກມື້ທຸກວັນ, ແຕ່ເຂົາປະຕິເສດທີ່ຈະຫລັບນອນນກັບນາງ ຫລືຢູ່ກັບນາງ.
|
||
\v 11 ຢູ່ມາມື້ຫນຶ່ງ ເມື່ອເຂົາໄດ້ເຂົ້າໄປໃນບ້ານເພື່ອທີ່ຈະທຳງານຂອງເຂົາ. ບໍ່ມີຄົນຮັບໃຊ້ຈັກຄົນຢູ່ໃນເຮືອນນັ້ນ.
|
||
\v 12 ນາງໄດ້ຈັບຕົວເຂົາຈ່ອງເສື້ອເຂົາໄວ້ ແລະເວົ້າວ່າ, "ຈົ່ງຫລັບນອນນຳຂ້ອຍສາ." ແຕ່ເຂົາໄດ້ປະເສື້ອຜ້າຂອງເຂົາໄວ້ໃນມືຂອງນາງ,ຫນີແລ່ນອອກໄປຂ້າງນອກ.
|
||
|
||
\s5
|
||
\v 13 ເມື່ອນາງເຫັນໂຢເຊັບປະເສື້ອໄວ້ ແລະໄດ້ຫນີອອກໄປຂ້າງນອກ,
|
||
\v 14 ນາງຈຶ່ງຮ້ອງພວກຜູ້ຊາຍໃນບ້ານນາງ ແລະໄດ້ບອກພວກເຂົາວ່າ, "ເບິ່ງແມ, ໂປຕີຟາໄດ້ນຳ ຄົນເຮັບເຣີນີ້ມາເພື່ອຈະລ່ວງເກີນຕໍ່ເຮົາ. ເຂົາໄດ້ເຂົ້າມາຫາເຮົາເພື່ອທີ່ຈະຫລັບນອນກັບເຮົາ, ແລະເຮົາໄດ້ຮ້ອງຂຶ້ນ.
|
||
\v 15 ເມື່ອເຂົາໄດ້ຍິນເຮົາຮ້ອງເຂົາຈຶ່ງໄດ້ປະເສື້ອຜ້າຂອງເຂົາໄວ້ກັບເຮົາ,ແລະແລ່ນຫນີໄປຂ້າງນອກ."
|
||
|
||
\s5
|
||
\v 16 ນາງໄດ້ວາງເສື້ອຜ້າຂອງເຂົາໄວ້ຂ້າງໆນາງ ຈົນຜູ້ເປັນນາຍຂອງເຂົາໄດ້ເຂົ້າບ້ານມາ.
|
||
\v 17 ນາງໄດ້ບອກເຂົາຢ່າງນີ້ວ່າ, "ຄົນຮັບໃຊ້ເຮັບເຣີຜູ້ທີ່ທ່ານໄດ້ນໍາມາໃຫ້ເຮົາ ເຂົາໄດ້ເຂົ້າມາເພື່ອຈະທຳຫຍາບຄາຍຕໍ່ຂ້ອຍ.
|
||
\v 18 ແລ້ວນີ້ກໍໄດ້ເກີດຂຶ້ນເມື່ອຂ້ອຍຮ້ອງຂຶ້ນ, ເຂົາໄດ້ປະເສື້ອຜ້າຂອງເຂົາໄວ້ທີ່ນີ້ແລະຫນີອອກໄປຂ້າງນອກ."
|
||
|
||
\s5
|
||
\v 19 ແລ້ວເມື່ອເຈົ້ານາຍຂອງເຂົາໄດ້ຍິນເລື່ອງເລົ່າ, ທີ່ເມຍຂອງເພິ່ນບອກເພິິ່ນ ນີ້ຄືສິ່ງທີ່ຄົນຮັບໃຊ້ຂອງທ່ານໄດ້ກະທຳຕໍ່ຂ້ອຍ ເພິ່ນໃຈຮ້າຍຫລາຍ.
|
||
\v 20 ເຈົ້ານາຍຂອງໂຢເຊັບໄດ້ນຳເຂົາໄປ ແລະຂັງເຂົາໄວ້ໃນຄຸກ ສະຖານທີ່ຊຶ່ງນັກໂທດຂອງກະສັດໄດ້ຖືກຂັງຢູ່. ເຂົາໄດ້ຢູ່ໃນຄຸກນັ້ນ.
|
||
|
||
\s5
|
||
\v 21 ແຕ່ພຣະຢາເວໄດ້ສະຖິດຢູ່ນຳໂຢເຊັບ ແລະ ໄດ້ສຳແດງພັນທະສັນຍາທີ່ສັດຊື່ແກ່ເຂົາ. ພຣະອົງໄດ້ຊົງເຮັດໃຫ້ເຂົາເປັນທີ່ຊອບ ໃນສາຍຕາຜູ້ຄຸມນັກໂທດ.
|
||
\v 22 ຜູ້ຄຸມນັກໂທດໄດ້ມອບນັກໂທດທັງຫມົດໃຫ້ຢູ່ໃນມືຂອງໂຢເຊັບ, ບໍ່ວ່າພວກເຂົາຈະເຮັດຫຍັງໃນທີ່ນັ້ນໂຢເຊັບໄດ້ເປັນຜູ້ຈັດການທັງຫມົດ.
|
||
\v 23 ຜູ້ຄຸມນັກໂທດບໍ່ຕ້ອງກັງວົນເລື່ອງໃດໆທີ່ຢູ່ໃນມືຂອງເຂົາ, ເພາະວ່າພຣະຢາເວໄດ້ສະຖິດຢູ່ນຳເຂົາ. ບໍ່ວ່າເຂົາຈະເຮັດສິ່ງໃດພຣະຢາເວກໍໄດ້ຊົງເຮັດໃຫ້ປະສົບຄວາມສຳເລັດ.
|
||
|
||
\s5
|
||
\c 40
|
||
\cl ບົດທີ 40
|
||
\p
|
||
\v 1 ແລ້ວນີ້ກໍໄດ້ເກີດຂຶ້ນຫລັງຈາກສິ່ງຕ່າງໆເຫລົ່ານີ້, ເຈົ້າພະນັກງານຖວາຍຈອກສະເຫວີຍ ແລະເຈົ້າພະນັກງານເຮັດເຂົ້າຈີ່,ຂອງກະສັດອີຢິບໄດ້ເຮັດໃຫ້ກະສັດອີຢິບ ເຈົ້ານາຍຂອງເຂົາເຄືອງໃຈ.
|
||
\v 2 ຟາຣາໂອ ເພິ່ນຈຶ່ງໃຈຮ້າຍເຈົ້າຫນ້າທີ່ທັງສອງຂອງພະອົງ, ຄືຫົວຫນ້າຄົນຖວາຍຈອກສະເຫວີຍ ແລະຫົວຫນ້າຄົນເຮັດເຂົ້າຈີ່.
|
||
\v 3 ພະອົງໄດ້ຂັງພວກເຂົາໄວ້, ໃນບ້ານຂອງຜູ້ບັນຊາການຣາຊອົງຄະລັກໃນຄຸກດຽວກັນກັບທີ່ໂຢເຊັບຖືກຂັງຢູ່.
|
||
|
||
\s5
|
||
\v 4 ພວກເພິ່ນໄດ້ຖືກຂັງມາໄລຍະຫນຶ່ງ. ເຈົ້າພະນັກງານຖວາຍຈອກສະເຫວີຍ ແລະເຈົ້າພະນັກງານເຮັດເຂົ້າຫນົມປັງຂອງກະສັດອີຢິບ ຊຶ່ງໄດ້ຖືກຂັງໃນຄຸກ.
|
||
\v 5 ພວກເຂົາທັງສອງໄດ້ຝັນ ແຕ່ລະຄົນຕ່າງຄົນຕ່າງຝັນໃນຄືນດຽວກັນ, ແລະຄວາມຝັນແຕ່ລະຄວາມຝັນຕ່າງກໍມີຄວາມຫມາຍຂອງມັນເອງ.
|
||
|
||
\s5
|
||
\v 6 ໂຢເຊັບໄດ້ມາຫາພວກເຂົາໃນຕອນເຊົ້າແລະໄດ້ເຫັນພວກເຂົາ. ເບິ່ງແມ, ພວກເພິ່ນເປັນທຸກ.
|
||
\v 7 ເຂົາຈຶ່ງຖາມເຈົ້າພະນັກງານຂອງຟາໂຣຜູ້ຊຶ່ງຖືກຂັງຢູ່ກັບເຂົາ ໃນບ້ານຂອງເຈົ້ານາຍຂອງເຂົາ, ກ່າວວ່າ, "ເປັນຫຍັງມື້ນີ້ ເບິ່ງພວກທ່ານເປັນທຸກ?"
|
||
\v 8 ພວກເພິ່ນໄດ້ຕອບແກ່ເຂົາວ່າ, "ເຮົາທັງສອງໄດ້ຝັນ ແລະບໍ່ມີຜູ້ໃດທີ່ສາມາດແກ້ຄວາມຝັນນັ້ນໄດ້." ໂຢເຊັບໄດ້ເວົ້າກັບພວກເພິ່ນວ່າ, "ການແກ້ຄວາມຝັນນັ້ນບໍ່ແມ່ນເປັນຂອງພຣະເຈົ້າບໍ? ຂໍໄດ້ບອກຂ້ານ້ອຍຟັງເບິ່ງດູ."
|
||
|
||
\s5
|
||
\v 9 ຫົວຫນ້າເຈົ້າພະນັກງານຖວາຍຈອກສະເຫວີຍໄດ້ເລົ່າຄວາມຝັນຂອງຕົນສູ່ໂຢເຊັບຟັງວ່າ, ເຂົາໄດ້ເວົ້າກັບໂຢເຊັບວ່າ, "ໃນຄວາມຝັນຂອງເຮົາ, ມີເຄືອອະງຸ່ນຢູ່ຕໍ່ຫນ້າເຮົາ.
|
||
\v 10 ເທິງເຄືອອະງຸ່ນມີສາມງ່າ. ມັນໄດ້ປົ່ງໃບ, ດອກກໍບານ ແລະມີພົ້ວຫມາກອະງຸ່ນສຸກງ່າ.
|
||
\v 11 ຈອກສະເຫວີຍຂອງຟາໂຣໄດ້ຢູ່ໃນມືຂອງເຮົາ. ເຮົາໄດ້ເອົາພວງອະງຸ່ນ ແລະບີບເອົານຳ້ໃສ່ລົງໃນຈອກສະເຫວີຍຂອງຟາໂຣ, ແລະເຮົາກໍໄດ້ຖວາຍຈອກສະເຫວີຍນັ້ນເທິງມືຂອງຟາໂຣ."
|
||
|
||
\s5
|
||
\v 12 ໂຢເຊັບໄດ້ເວົ້າກັບເຂົາວ່າ, "ນີ້ຄືການແກ້ຄວາມຝັນນັ້ນ. ສາມງ່ານັ້ນຫມາຍເຖິງສາມວັນ.
|
||
\v 13 ພາຍໃນສາມວັນ ຟາໂຣຈະຍົກທ່ານຂຶ້ນແລະໃຫ້ທ່ານຄືນສູ່ຕຳແຫນ່ງເດີມຂອງທ່ານ. ທ່ານຈະໄດ້ຍໍຈອກເຫລົ້າອະງຸ່ນຂອງຟາໂຣໃນມືຂອງພະອົງ, ເຫມືອນເມື່ອທ່ານໄດ້ເຄີຍເປັນເຈົ້າພະນັກງານຍໍຈອກເຫລົ້າອາງຸ່ນ.
|
||
|
||
\s5
|
||
\v 14 ແຕ່ຂໍທ່ານໄດ້ລະນຶກເຖິງຂ້ານ້ອຍ ເມື່ອທ່ານໄດ້ດີແລ້ວ, ແລະກະລຸນາສະແດງຄວາມເມດຕາຕໍ່ຂ້ານ້ອຍ. ດ້ວຍການກ່າວເຖິງຂ້ານ້ອຍໃຫ້ຟາໂຣຟັງ ແລະນຳຂ້ານ້ອຍອອກໄປຈາກຄຸກນີ້.
|
||
\v 15 ເພາະທີ່ຈິງແລ້ວ ຂ້ານ້ອຍໄດ້ຖືກລັກພາຕົວມາຈາກແຜ່ນດິນຂອງຊາວເຮັບເຣີ. ທີ່ນີ້ ຂ້ານ້ອຍກໍບໍ່ໄດ້ເຮັດຜິດຫຍັງທີ່ສົມຄວນໃຫ້ພວກເຂົາຈຳຈ່ອງຂ້ານ້ອຍໃນຄຸກທີ່ແຂງແຮງມິດຊິດນີ້."
|
||
|
||
\s5
|
||
\v 16 ເມື່ອຫົວຫນ້າພະນັກງານເຮັດເຂົ້າຈີ່ໄດ້ເຫັນວ່າ, ການແກ້ຄວາມຝັນນັ້ນເປັນທີ່ຫນ້າພໍໃຈ, ເພິ່ນຈຶ່ງເວົ້າກັບໂຢເຊັບວ່າ, "ຂ້ອຍກໍໄດ້ຝັນດ້ວຍເຫມືອນກັນ, ຂ້ອຍຝັນວ່າ, ໄດ້ຖືຖາດເຂົ້າຈີ່ສາມຖາດເທິງຫົວຂ້ອຍ.
|
||
\v 17 ໃນຖາດເທິງສຸດມີເຂົ້າຈີ່ຢ່າງດີທຸກຊະນິດສຳລັບຟາໂຣ, ແຕ່ມີຝູງນົກໄດ້ມາກິນເຂົ້າຈີ່ໃນຖາດເທິງຫົວຂອງເຮົາ."
|
||
|
||
\s5
|
||
\v 18 ໂຢເຊັບໄດ້ຕອບແລະເວົ້າວ່າ, "ນີ້ຄືການແກ້ຄວາມຝັນ. ຖາດສາມໃບນັ້ນຫມາຍເຖິງສາມວັນ.
|
||
\v 19 ພາຍໃນສາມວັນນີ້ ຟາອາໂຣຈະຍົກຫົວຂອງທ່ານອອກຈາກທ່ານ. ແລະຈະແຂວນທ່ານໄວ້ເທິງຕົ້ນໄມ້ ແລະຝູງນົກຈະມາເຈາະກິນເນື້ອຂອງທ່ານ."
|
||
|
||
\s5
|
||
\v 20 ແລ້ວນີ້ກໍໄດ້ເກີດຂຶ້ນໃນວັນທີສາມ ຊຶ່ງເປັນວັນເກີດຂອງຟາໂຣ. ພະອົງໄດ້ຊົງຈັດງານກິນລ້ຽງສຳລັບຂ້າຣາຊການຂອງເພິ່ນທຸກຄົນ. ພະອົງໄດ້ຊົງຍົກຫົວຫນ້າເຈົ້າພະນັກງານຖວາຍຈອກສະເຫວີຍ ແລະຫົວຫນ້າເຈົ້າພະນັກງານເຮັດເຂົ້າຈີ່ຂຶ້ນ, ໃນທ່າມກາງຂ້າຣາຊການທັງຫລາຍຂອງພະອົງ.
|
||
\v 21 ເພິ່ນໄດ້ຊົງຄືນຕຳແຫນ່ງໃຫ້ກັບຫົວຫນ້າ ເຈົ້າພະນັກງານຖວາຍຈອກສະເຫວີຍໄດ້ຊົງມອບໃຫ້ເຂົາຮັບຜິດຊອບຖວາຍຈອກສະເຫວີຍເທິງມືຂອງຟາໂຣອີກຄັ້ງ.
|
||
\v 22 ແຕ່ພະອົງໄດ້ສັ່ງແຂວນຄໍ, ຫົວຫນ້າເຈົ້າພະນັກງານເຮັດເຂົ້າຈີ່. ເຫມືອນດັ່ງທີ່ໂຢເຊັບໄດ້ແກ້ຄາວມຝັນໃຫ້ພວກເຂົາ.
|
||
\v 23 ຫົວຫນ້າເຈົ້າພະນັກງານຖວາຍຈອກສະເຫວີຍ,ບໍ່ໄດ້ຈົດຈຳໂຢເຊັບ ແລະໄດ້ລືມເຂົາ.
|
||
|
||
\s5
|
||
\c 41
|
||
\cl ບົດທີ 41
|
||
\p
|
||
\v 1 ເຫດການນີ້ໄດ້ເກີດຂຶ້ນເມື່ອສີ້ນສຸດສອງປີ ເຕັມເມື່ອຟາໂຣໄດ້ຊົງຝັນວ່າ. ພະອົງໄດ້ຊົງຢືນ,ຢູ່ທີ່ແຄມແມ່ນໍ້ານິນ.
|
||
\v 2 ໃນຂະນະນັ້ນ, ມີແມ່ງົວເຈັດໂຕໄດ້ຂຶ້ນມາຈາກແມ່ນໍ້ານິນ, ຫນ້າເບິ່ງ, ແລະອ້ວນພີ ແລະພວກມັນກິນຫຍ້າທ່າມກາງຕົ້ນກົກ.
|
||
\v 3 ເບິ່ງແມ, ແລະມີແມ່ງົວອີກເຈັດໂຕທີ່ໄດ້ຕາມຂຶ້ນມາຈາກແມ່ນ້ຳນິນ, ຫນ້າລັງກຽດ ແລະຈ່ອຍຜອມ. ພວກມັນໄດ້ຢືນຢູ່ຂ້າງໆ ກັບແມ່ງົວໂຕອື່ນໆ ເທິງຝັ່ງແມ່ນ້ຳນິນ.
|
||
|
||
\s5
|
||
\v 4 ຈາກນັ້ນພວກແມ່ງົວທີ່ຫນ້າລັງກຽດ ແລະຈ່ອຍຜອມ ກໍໄດ້ກືນກິນແມ່ງົວເຈັດໂຕທີ່ຫນ້າເບິ່ງ ແລະອ້ວນພີເສຍ. ຈາກນັ້ນຟາໂຣໄດ້ຊົງຕື່ນຂຶ້ນ.
|
||
\v 5 ຈາກນັ້ນພະອົງກໍຫລັບໄປອີກ ແລະໄດ້ຊົງຝັນເປັນເທື່ອທີສອງ. ເບິ່ງແມ, ມີຕົ້ນເຂົ້າຕົ້ນຫນຶ່ງ, ມີຮວງເຂົ້າເຈັດຮວງທີ່ສົມບູນ ແລະດີ.
|
||
\v 6 ເບິ່ງແມ, ມີຮວງເຂົ້າເຈັດຮວງ,ທີ່ເມັດລີບ ແລະຫ່ຽວແຫ້ງ, ເພາະຕາເວັນອອກໄດ້ງອກຂຶ້ນມາ.
|
||
|
||
\s5
|
||
\v 7 ຮວງເຂົ້າລີບເຈັດຮວງໄດ້ກືນກິນຮວງເຂົ້າສົມບູນ ແລະດີທັງເຈັດຮວງ. ຟາໂຣໄດ້ຕື່ນຂຶ້ນ, ແລ້ວກໍເຫັນວ່າ,ຕົນກຳລັງຝັນໄປ.
|
||
\v 8 ໃນຕອນເຊົ້າຂອງມື້ນັ້ນ ເພິ່ນວຸ້ນວາຍໃຈຫລາຍ. ພະອົງກໍເປັນທຸກ ພະອົງໄດ້ສົ່ງຄົນໄປເອີ້ນຫມໍດູ, ຫມໍມໍ, ແລະນັກປຣາດໃນອີຢິບເຂົ້າມາເຝົ້າ ຟາໂຣໄດ້ຊົງບອກພວກເຂົາເຖິງຄວາມຝັນຂອງພະອົງ, ແຕ່ບໍ່ມີຜູ້ໃດສາມາດແກ້ຄວາມຝັນນັ້ນໃຫ້ຟາໂຣໄດ້.
|
||
|
||
\s5
|
||
\v 9 ຈາກນັ້ນຫົວຫນ້າພະນັກງານຖວາຍຈອກສະເຫວີຍໄດ້ທູນຟາໂຣວ່າ, "ວັນນີ້ຂ້ານ້ອຍໄດ້ຄິດເຖິງຄວາມຜິດຂອງຂ້ານ້ອຍ.
|
||
\v 10 ຟາໂຣໄດ້ຊົງໃຈຮ້າຍຕໍ່ພວກຄົນຮັບໃຊ້ຂອງພະອົງ, ແລະໄດ້ສັ່ງຂັງຂ້ານ້ອຍໃນບ້ານຂອງຜູ້ບັນຊາການຜູ້ຮັກສາຣາຊວັງ, ທັງຫົວຫນ້າ ພະນັກງານເຮັດເຂົ້າຈີ່, ແລະຂ້ານ້ອຍ.
|
||
\v 11 ພວກຂ້ານ້ອຍທັງສອງຕ່າງກໍຝັນ, ໃນຄືນດຽວກັນຕ່າງຄົນຕ່າງຝັນຕາມການແກ້ຄວາມຝັນຂອງເຂົາ.
|
||
|
||
\s5
|
||
\v 12 ມີຊາຍຫນຸ່ມຊາວເຮັບເຣີ,ຄົນຮັບໃຊ້ຂອງຜູ້ບັນຊາການຣາຊອົງຄະລັກໄດ້ຢູ່ກັບພວກຂ້ານ້ອຍ. ພວກຂ້ານ້ອຍໄດ້ບອກເຂົາ ແລະເຂົາໄດ້ແກ້ຄວາມຝັນໃຫ້. ພວກຂ້ານ້ອຍແຕ່ລະຄົນໄດ້.
|
||
\v 13 ແລະມັນກໍເປັນຢ່າງນັ້ນຕາມທີ່ເຂົາໄດ້ເເກ້ຄວາມຝັນນັ້ນໃຫ້ພວກເຮົາ. ຟາໂຣ ໄດ້ຄືນຕຳແຫນ່ງໃຫ້ຂ້ານ້ອຍ ແຕ່ອີກຄົນຫນຶ່ງເຂົາໄດ້ຖືກແຂວນຄໍ."
|
||
|
||
\s5
|
||
\v 14 ແລ້ວຟາໂຣໄດ້ຊົງສັ່ງໃຫ້ຄົນໄປນຳເອົາໂຢເຊັບມາ. ພວກເຂົາໄດ້ຮີບໄປນຳເຂົາອອກມາຈາກເຮືອນຈຳ. ເຂົາໄດ້ແຖຫນວດເຄົາຂອງເຂົາເອງ, ແລະປ່ຽນເຄື່ອງນຸ່ງຂອງເຂົາ, ແລະໄດ້ມາເຂົ້າເຝົ້າ ຟາໂຣ.
|
||
\v 15 ຟາໂຣໄດ້ກ່າວແກ່ໂຢເຊັບວ່າ, "ເຮົາໄດ້ຝັນ, ແລະບໍ່ມີໃຜແກ້ຄວາມຝັນນັ້ນໄດ້. ແຕ່ເຮົາໄດ້ຍິນເລື່ອງກ່ຽວກັບເຈົ້າ, ວ່າເມື່ອເຈົ້າໄດ້ຍິນເລື່ອງລາວຄວາມຝັນເຈົ້າສາມາດແກ້ຄວາມຝັນນັ້ນໄດ້."
|
||
\v 16 ໂຢເຊັບໄດ້ທູນຕອບ ຟາໂຣ, ກ່າວວ່າ, "ບໍ່ແມ່ນຂ້ານ້ອຍດອກ. ແຕ່ແມ່ນພຣະເຈົ້າຕ່າງຫາກທີ່ຈະແກ້ຄວາມຝັນຢ່າງດີໃຫ້ທ່ານໄດ້."
|
||
|
||
\s5
|
||
\v 17 ຟາໂຣໄດ້ກ່າວກັບໂຢເຊັບວ່າ,"ໃນຄວາມຝັນຂອງເຮົາ, ເບິ່ງແມ, ເຮົາໄດ້ຢືນຢູ່ແຄມຝັ່ງແມ່ນ້ຳນິນ.
|
||
\v 18 ນີ້ແລະ, ມີແມ່ງົວເຈັດໂຕຂຶ້ນມາຈາກແມ່ນ້ຳນິນ, ທີ່ຕຸ້ຍພີ ແລະສວຍງາມ, ແລະພວກມັນໄດ້ກິນຫຍ້າທ່າມກາງຕົ້ນກົກ.
|
||
|
||
\s5
|
||
\v 19 ເບິ່ງແມ, ມີແມ່ງົວອີກເຈັດໂຕຕາມຂຶ້ນມາອ່ອນແອ, ບໍ່ຫນ້າເບິ່ງເລີຍ, ແລະ ຜອມໂຊທົ່ວແຜ່ນດິນເອຢິບ. ເຮົາບໍ່ເຄີຍເຫັນແມ່ງົວທີ່ຫນ້າເບິ່ງເຊັ່ນນີ້ມາກ່ອນ.
|
||
\v 20 ແມ່ງົວຜອມໂຊ ແລະ ບໍ່ຫນ້າເບິ່ງເຫລົ່ານີ້ໄດ້ກືນກິນແມ່ງົວໂຕທີ່ຕຸ້ຍພີຂຶ້ນມາຕອນທຳອິດ.
|
||
\v 21 ເມື່ອພວກມັນໄດ້ກິນແມ່ງົວອ້ວນພີເຫລົ່ານັ້ນ, ແລ້ວພວກມັນແຮງຈ່ອຍຜອມກວ່າເກົ່າ, ຈາກນັ້ນເຮົາກໍໄດ້ຕື່ນຂຶ້ນ.
|
||
|
||
\s5
|
||
\v 22 ເຮົາໄດ້ຝັນອີກ, ແລະ ເບິ່ງເຖີດ, ມີຮວງເຂົ້າເຈັດຮວງແຕກອອກມາຈາກຕົ້ນເຂົ້າຕົ້ນຫນຶ່ງເມັດສົມບູນ ແລະ ດີ.
|
||
\v 23 ນີ້ເດ, ມີຮວງເຂົ້າອີກເຈັດຮວງແຕກອອກມາ, ພາຍຫລັງເມັດເຂົ້າລີບ, ແລະ ຫ່ຽວແຫ້ງເພາະຖືກລົມຕາເວັນອອກ.
|
||
\v 24 ຮວງເຂົ້າເມັດລີບໄດ້ກືນກິນຮວງເຂົ້າເມັດຕື່ງເຈັດຮວງນັ້ນ. ເຮົາໄດ້ບອກຄວາມຝັນເຫລົ່ານີ້ໃຫ້ພວກມາຢາກົນ, ແຕ່ບໍ່ມີໃຜສາມາດແກ້ຄວາມຝັນເຫລົ່ານີ້ໃຫ້ເຮົາໄດ້."
|
||
|
||
\s5
|
||
\v 25 ໂຢເຊັບໄດ້ທູນຕໍ່ຟາອາໂຣວ່າ, "ຄວາມຝັນທັງສອງຂອງຟາໂຣມີຄວາມຫມາຍດຽວກັນ. ພຣະເຈົ້າໄດ້ຊົງແຈ້ງ, ໃຫ້ຟາໂຣຮູ້ເຖິງສິ່ງທີ່ພຣະເຈົ້າຈະຊົງກະທຳ.
|
||
\v 26 ແມ່ງົວທີ່ຕຸ້ຍພີເຈັດໂຕຄືເຈັດປີ, ແລະຮວງເຂົ້າເມັດສົມບູນເຈັດຮວງກໍຄືເຈັດປີ. ຄວາມຝັນທັງສອງຢ່າງເປັນເລື່ອງດຽວກັນ.
|
||
|
||
\s5
|
||
\v 27 ແມ່ງົວທີ່ຈ່ອຍຜອມ ແລະບໍ່ຫນ້າເບິ່ງເຈັດໂຕທີ່ໄດ້ຂຶ້ນມາພາຍຫລັງຄືເຈັດປີ, ແລະເຊັ່ນດຽວກັນຮວງເຂົ້າເມັດລີບໄຫມ້ກຽມດ້ວຍລົມຕາເວັນອອກ ກໍຈະເປັນເຈັດປີແຫ່ງຄວາມອຶດຢາກອາຫານ.
|
||
\v 28 ນັ້ນຄືສິ່ງທີ່ຂ້ານ້ອຍໄດ້ທູນຕໍ່ຟາໂຣເຖິງສິ່ງທີ່. ພຣະເຈົ້າຈະຊົງກະທຳ ແລະພຣະອົງໄດ້ຊົງເປີດເຜີຍຕໍ່ຟາໂຣ.
|
||
\v 29 ຈົ່ງລະວັງ, ເຈັດປີແຫ່ງຄວາມອຸດົມສົມບູນທີ່ຍິ່ງໃຫຍ່ຈະເກີດຂຶ້ນທົ່ວແຜ່ນດິນອີຢິບ.
|
||
|
||
\s5
|
||
\v 30 ເຈັດປີແຫ່ງການອຶດຢາກອາຫານຈະຕາມມາ, ແລະຄວາມອຸດົມສົມບູນທີ່ຜ່ານມາໃນແຜ່ນດິດອີຢິບຈະຖືກລຶບໄປ, ແລະຄວາມອຶດຢາກຈະທຳລາຍແຜ່ນດິນນັ້ນ.
|
||
\v 31 ຄວາມອຸດົມສົມບູນໃນແຜ່ນດິນຈະບໍ່ຖືກຈົດຈຳ, ເພາະຄວາມອຶດຢາກອາຫານທີ່ຕິດຕາມມານັ້ນ ຮ້າຍແຮງຢ່າງແສນສາຫັດ.
|
||
\v 32 ຟາໂຣໄດ້ຝັນຊ້ຳເພາະວ່າພຣະເຈົ້າຈະເປັນຜູ້ຊົງເຮັດໃຫ້ເກີດຂຶ້ນ, ແລະພຣະເຈົ້າຈະຊົງເຮັດໃຫ້ເກີດຂຶ້ນໃນໃກ້ໆນີ້.
|
||
|
||
\s5
|
||
\v 33 ຂໍໃຫ້ຟາໂຣຊອກຫາຜູ້ຊາຍທີ່ມີຄວາມເຂົ້າໃຈດີ, ແລະສະຫລຽວສະຫລາດຈັກຄົນຫນຶ່ງ ຕັ້ງເຂົາໃຫ້ປົກຄອງເຫນືອແຜ່ນດິນອີຢິບ.
|
||
\v 34 ຂໍໃຫ້ ຟາໂຣ: ເຮັດສິ່ງນີ້ຄືໃຫ້ພະອົງແຕ່ງຕັ້ງຜູ້ປົກຄອງເຫນືອແຜ່ນດິນ. ໃນປີທີ່ອຸດົມສົມບູນນີ້ໃຫ້ພວກເຂົາເກັບພືດຜົນຂອງອີຢິບຫນຶ່ງໃນຫ້າສ່ວນໃນເຈັດປີທີ່ອຸດົມສົມບູນ.
|
||
|
||
\s5
|
||
\v 35 ໃຫ້ພວກເຂົາເກັບຮວບຮວມອາຫານທັງຫມົດຂອງປີທີ່ອຸດົມສົມບູນທີ່ກຳລັງມາ ແລະເກັບເຂົ້າດ້ວຍອຳນາດຟາໂຣ, ເພື່ອເປັນອາຫານທີ່ຈະໃຊ້ໃນເມືອງຕ່າງໆ. ພວກເຂົາຕ້ອງດູແລຮັກສາໄວ້.
|
||
\v 36 ອາຫານເຫລົ່ານີ້ຈະຖືກໃຊ້ສຳລັບແຜ່ນດິນໃນຊ່ວງເຈັດປີແຫ່ງການອຶດຢາກອາຫານທີ່ຈະເກີດຂຶ້ນໃນແຜ່ນດິນອີຢິບ. ໂດຍວິທີການນີ້ແຜ່ນດິນ ຈະບໍ່ຖືກທຳລາຍລ້າງດ້ວຍການອຶດຢາກອາຫານ."
|
||
|
||
\s5
|
||
\v 37 ຄຳແນະນຳນີ້ເປັນສິ່ງທີ່ດີໃນສາຍຕາຂອງ ຟາໂຣ ແລະໃນສາຍຕາຂອງບັນດາຂ້າຣາຊການທັງຫມົດຂອງພະອົງ.
|
||
\v 38 ຟາໂຣໄດ້ກ່າວກັບພວກຂ້າຣາຊການຂອງພະອົງວ່າ, "ເຮົາຈະສາມາດຫາຜູ້ຊາຍເຊັ່ນນີ້, ທີ່ມີພຣະວິນຍານຂອງພຣະເຈົ້າຊົງສະຖິດຢູ່ດ້ວຍໄດ້ບໍ?"
|
||
|
||
\s5
|
||
\v 39 ດັ່ງນັ້ນຟາໂຣຈຶ່ງໄດ້ກ່າວກັບໂຢເຊັບວ່າ, "ເພາະ ພຣະເຈົ້າໄດ້ຊົງສຳແດງສິ່ງທັງຫມົດເຫລົ່ານີ້ແກ່ເຈົ້າ, ບໍ່ມີຜູ້ໃດທີ່ມີຄວາມເຂົ້າໃຈ ແລະສະຫລາດເຫມືອນເຈົ້າ.
|
||
\v 40 ເຈົ້າຈະດູແລຣາຊສຳນັກຂອງເຮົາ ແລະປະຊາຊົນຂອງເຮົາທັງຫມົດຈະຖືກປົກຄອງດ້ວຍຄຳເວົ້າຂອງເຈົ້າ. ສະເພາະບັນລັງນີ້ເທົ່ານັ້ນ ທີ່ເຮົາຈະເປັນໃຫຍ່ກວ່າເຈົ້າ.
|
||
\v 41 ຟາໂຣໄດ້ເວົ້າກັບໂຢເຊັບວ່າ, "ເບິ່ງເຖີດ, ເຮົາໄດ້ຕັ້ງເຈົ້າໄວ້ເຫນືອແຜ່ນດິນອີຢິບ."
|
||
|
||
\s5
|
||
\v 42 ຟາໂຣໄດ້ຖອດແຫວນແຫ່ງອຳນາດອອກຈາກນິ້ວມືຂອງພະອົງ ແລະໄດ້ສວມໃສ່ໃຫ້ກັບໂຢເຊັບ. ພະອົງໄດ້ສວມເສື້ອຜ້າເລນິນຢ່າງດີໃຫ້ກັບເຂົາ, ແລະສວມສ້ອຍທອງຄຳຄ້ອງຄໍຂອງເຂົາ.
|
||
\v 43 ພະອົງໄດ້ຊົງໃຫ້ເຂົາໃຊ້ລົດມ້າຄັນທີສອງທີ່ພະອົງຊົງເປັນເຈົ້າຂອງ. ຈະມີຜູ້ຊາຍປະກາດໄປຂ້າງຫນ້າເຂົາວ່າ,"ຈົ່ງຄຸກເຂົ່າລົງ." ຟາໂຣໄດ້ຕັ້ງເຂົາໄວ້ເຫນືອແຜ່ນດິນອີຢິບທັງຫມົດ.
|
||
|
||
\s5
|
||
\v 44 ຟາໂຣໄດ້ກ່າວກັບໂຢເຊັບວ່າ, "ເຮົາຄືຟາໂຣ, ແລະທົ່ວທັງແຜ່ນດິນອີຢິບນີ້, ບໍ່ມີໃຜທີ່ຈະຍົກມື ຫລືຍົກຕີນຂອງເຂົາໄດ້ ນອກຈາກເຈົ້າຈະອະນຸຍາດ."
|
||
\v 45 ຟາໂຣໄດ້ຕັ້ງຊື່ໃຫ້ໂຢເຊັບວ່າ,"ຊາເຟນາດປາເນອາ." ພະອົງປະທານນາງອາເສນາດລູກສາວຂອງໂປຕີເຟຣາ, ປະໂລຫິດຂອງເມືອງໂອນ ເປັນເມຍຂອງເຂົາ.
|
||
|
||
\s5
|
||
\v 46 ໂຢເຊັບມີອາຍຸໄດ້ສາມສິບປີ ເມື່ອເພິ່ນໄດ້ຢືນຢູ່ຕໍ່ຫນ້າຟາໂຣ, ກະສັດອີຢິບ. ໂຢເຊັບໄດ້ອອກໄປຈາກການເຂົ້າເຝົ້າຟາໂຣ, ແລະອອກໄປທົ່ວແຜ່ນດິນອີຢິບ.
|
||
\v 47 ໃນເຈັດປີແຫ່ງຄວາມອຸດົມສົມບູນ ແຜ່ນດິນໄດ້ໃຫ້ຜົນຜະລິດຢ່າງຫລວງຫລາຍ.
|
||
|
||
\s5
|
||
\v 48 ໃນຕະຫລອດເຈັດປີ ເພິ່ນໄດ້ຮິບໂຮມອາຫານທີ່ມີທັງຫມົດ ໃນແຜ່ນດິນອີຢິບ ແລະເກັບອາຫານນັ້ນໄວ້ໃນເມືອງຕ່າງໆ. ເພິ່ນໄດ້ເກັບອາຫານຂອງແຕ່ລະເມືອງຈາກທົ່ງນາ ແລະພື້ນທີ່ຮອບໆເມືອງໄວ້ທີ່ແຕ່ລະເມືອງນັ້ນ.
|
||
\v 49 ໂຢເຊັບໄດ້ເກັບຮັກສາເຂົ້າໄວ້ຢ່າງຫລວງຫລາຍ ເຫມືອນຊາຍແຫ່ງທ້ອງທະເລ, ຫລາຍຈົນກະທັ້ງເຂົາຕ້ອງສັ່ງໃຫ້ເຊົາເຮັດບັນຊີ, ເນື່ອງຈາກມັນມີຫລາຍເກີນກວ່າທີ່ຈະນັບໄດ້.
|
||
|
||
\s5
|
||
\v 50 ກ່ອນທີ່ປີແຫ່ງການອຶດຢາກຈະມາເຖິງ, ໂຢເຊັບໄດ້ມີລູກຊາຍສອງຄົນກັບນາງອາເສນາດ,ລູກສາວຂອງໂປຕີເຟຣາ ປະໂລຫິດ ເມືອງໂອນເປັນຜູ້ໃຫ້ກຳເນີດແກ່ເຂົາ.
|
||
\v 51 ໂຢເຊັບໄດ້ເອີ້ນຊື່ລູກຊາຍກົກຂອງເຂົາວ່າ, ມານາເຊ ເພາະເຂົາໄດ້ກ່າວວ່າ, "ພຣະເຈົ້າໄດ້ເຮັດໃຫ້ຂ້ອຍລືມຄວາມຍາກລຳບາກທັງຫມົດຂອງຂ້ອຍ ແລະຄົວເຮືອນທັງຫມົດຂອງພໍ່ຂ້ອຍ."
|
||
\v 52 ເພິ່ນໄດ້ເອີ້ນຊື່ລູກຊາຍຄົນທີສອງວ່າ ເອຟຣາອິມ, ເພາະເຂົາໄດ້ກ່າວວ່າ,"ພຣະເຈົ້າໄດ້ຊົງກະທຳໃຫ້ຂ້ອຍມີຫມາກຜົນໃນດິນແດນແຫ່ງ ຄວາມຍາກລຳບາກຂອງຂ້ອຍ."
|
||
|
||
\s5
|
||
\v 53 ເຈັດປີແຫ່ງຄວາມອຸດົມສົມບູນ ໃນແຜ່ນດິນອີຢິບກໍໄດ້ສິ້ນສຸດລົງ.
|
||
\v 54 ເຈັດປີແຫ່ງການອຶດຢາກາຫານໄດ້ເລີ້ມຕົ້ນ, ຕາມທີ່ໂຢເຊັບໄດ້ກ່າວໄວ້. ເກີດການອຶດຢາກອາຫານຂຶ້ນທົ່ວແຜ່ນດິນ, ແຕ່ຢູ່ໃນແຜ່ນດິນອີຢິບຍັງມີອາຫານກິນ.
|
||
|
||
\s5
|
||
\v 55 ເມື່ອເກີດການອຶດຢາກຂຶ້ນທົ່ວທັງແຜ່ນດິນອີຢິບ, ປະຊາຊົນໄດ້ມາຮ້ອງຂໍອາຫານຈາກຟາໂຣ. ຟາໂຣໄດ້ກ່າວກັບປະຊາຊົນອີຢິບທັງຫມົດວ່າ, "ຈົ່ງໄປຫາໂຢເຊັບ ແລະຈົ່ງເຮັດຕາມທີ່ເຂົາບອກໃຫ້ເຮັດ".
|
||
\v 56 ການອຶດຢາກອາຫານໄດ້ເກີດຂຶ້ນທົ່ວທັງແຜ່ນດິນ. ໂຢເຊັບໄດ້ໄຂສາງເຂົ້າທັງຫມົດ ແລະຂາຍອາຫານໃຫ້ແກ່ປະຊາຊົນອີຢິບ.
|
||
\v 57 ປະຊາຊົນຈາກທົ່ວທັງແຜ່ນດິນໄດ້ມາຍັງອີຢິບ ເພື່ອຂໍຊື້ເຂົ້າຈາກໂຢເຊັບ, ເພາະວ່າໄດ້ເກີດການອຶດຢາກຢ່າງຮ້າຍແຮງຂຶ້ນທົ່ວທັງແຜ່ນດິນ.
|
||
|
||
\s5
|
||
\c 42
|
||
\cl ບົດທີ 42
|
||
\p
|
||
\v 1 ເມື່ອຢາໂຄບຮູ້ວ່າຢູ່ທີ່ປະເທດອີຢິບຍັງມີເຂົ້າຂາຍ. ເພິ່ນກໍເວົ້າຕໍ່ພວກລູກຊາຍຂອງເພິ່ນວ່າ, "ພວກເຈົ້າພາກັນຢູ່ລ້າໆເຮັດຫຍັງ?"
|
||
\v 2 ເພິ່ນເວົ້າວ່າ,"ເບິ່ງນີ້, ເຮົາໄດ້ຍິນວ່າທີ່ໃນອີຢິບມີເຂົ້າຂາຍ. ຈົ່ງລົງໄປທີ່ນັ້ນ ແລະຊື້ເຂົ້າຈາກທີ່ນັ້ນມາໃຫ້ເຮົາ ເພື່ອທີ່ເຮົາຈະໄດ້ມີຊີວິດຢູ່."
|
||
\v 3 ອ້າຍທັງສິບຄົນຂອງໂຢເຊັບ ໄດ້ລົງໄປຊື້ເຂົ້າຈາກອີຢິບ.
|
||
\v 4 ແຕ່ເບັນຢາມິນ, ນ້ອງຊາຍຂອງໂຢເຊັບນັ້ນ, ຢາໂຄບບໍ່ໄດ້ສົ່ງໄປກັບພວກອ້າຍຂອງເຂົາ, ເພາະເຂົາຢ້ານວ່າເບັນຢາມິນຈະໄດ້ຮັບອັນຕະລາຍເນື່ອງດ້ວຍການອຶດຢາກອາຫານຊຶ່ງເກີດໃນແຜ່ນດິນການາອານ.
|
||
|
||
\s5
|
||
\v 5 ພວກລູກຊາຍຂອງຢາໂຄບໄດ້ເດີນທາງມາ, ເພື່ອທີ່ຈະຊື້ເຂົ້າທ່າມກາງຄົນທັງຫລາຍທີ່ມານັ້ນ.
|
||
\v 6 ບັດນີ້ໂຢເຊັບໄດ້ເປັນຜູ້ປົກຄອງເຫນືອແຜ່ນດິນນັ້ນ. ເພິ່ນໄດ້ເປັນຜູ້ຂາຍເຂົ້າໃຫ້ກັບຄົນທັງແຜ່ນດິນແຕ່ພຽງຜູ້ດຽວ. ພວກອ້າຍຂອງໂຢເຊັບໄດ້ມາ ແລະໂຄ້ງຄຳນັບເພິ່ນ ຫນ້າຂອງພວກເຂົາເຖິງພື້ນ.
|
||
|
||
\s5
|
||
\v 7 ໂຢເຊັບໄດ້ເຫັນພວກອ້າຍ ເພິ່ນກໍຈື່ພວກເຂົາໄດ້, ແຕ່ເພິ່ນໄດ້ປົກປິດຕົວເພິ່ນເອງຈາກພວກເຂົາ ແລະໄດ້ເວົ້າຢ່າງມີອຳນາດກັບພວກເຂົາ. ເພິ່ນໄດ້ເວົ້າກັບພວກເຂົາວ່າ, "ພວກເຈົ້າມາແຕ່ໃສ?" ພວກເຂົາຕອບວ່າ, "ຈາກແຜ່ນດິນການາອານເພື່ອຂໍຊື້ອາຫານ."
|
||
\v 8 ໂຢເຊັບຈື່ພວກອ້າຍຂອງຕົນໄດ້, ແຕ່ພວກເຂົາຈື່ໂຢເຊັບບໍ່ໄດ້.
|
||
|
||
\s5
|
||
\v 9 ແລ້ວໂຢເຊັບກໍໄດ້ລະນຶກເຖິງຄວາມຝັນທີ່ເພິ່ນໄດ້ຝັນກ່ຽວກັບພວກເຂົາ, ແລະເພິ່ນໄດ້ເວົ້າກັບພວກເຂົາວ່າ, "ພວກເຈົ້າເປັນຄົນສອດແນມ! ພວກເຈົ້າໄດ້ມາເພື່ອທີ່ຈະເບິ່ງຈຸດອ່ອນທີ່ບໍ່ໄດ້ມີການປ້ອງກັນຂອງແຜ່ນດິນ."
|
||
\v 10 ພວກເຂົາໄດ້ເວົ້າກັບເພິ່ນວ່າ, "ບໍ່ແມ່ນດອກເຈົ້ານາຍຂອງຂ້ານ້ອຍ ພວກຄົນຮັບໃຊ້ຂອງທ່ານໄດ້ມາເພື່ອທີ່ຈະຊື້ອາຫານ.
|
||
\v 11 ພວກຂ້ານ້ອຍທັງຫມົດເປັນລູກຊາຍຮວ່ມພໍ່ດຽວກັນ. ພວກຂ້ານ້ອຍເປັນຄົນສັດຊື່ພວກຄົນຮັບໃຊ້ຂອງທ່ານບໍ່ແມ່ນຄົນສອດແນມ."
|
||
|
||
\s5
|
||
\v 12 ເພິ່ນໄດ້ເວົ້າກັບພວກເຂົາວ່າ, "ບໍ່ແມ່ນດອກ, ພວກເຈົ້າໄດ້ມາເພື່ອເບິ່ງສ່ວນທີ່ໆບໍ່ໄດ້ມີການປ້ອງກັນຂອງແຜ່ນດິນ."
|
||
\v 13 ພວກເຂົາໄດ້ເວົ້າວ່າ, "ພວກຂ້ານ້ອຍ, ພວກຄົນຮັບໃຊ້ຂອງທ່ານ ມີອ້າຍນ້ອງນຳກັນສິບສອງຄົນ, ເປັນພວກລູກຊາຍຮ່ວມພໍ່ດຽວກັນໃນແຜ່ນດິນການາອານ. ເບິ່ງເທາະ, ນ້ອງຊາຍຫລ້າຂະນະນີ້ຢູ່ກັບພໍ່ຂອງພວກເຮົາ, ແລະນ້ອງຊາຍອີກຄົນຫນຶ່ງກໍໄດ້ເສຍຊີວິດໄປແລ້ວ."
|
||
|
||
\s5
|
||
\v 14 ໂຢເຊັບໄດ້ເວົ້າກັບພວກເຂົາວ່າ, "ມັນເປັນຢ່າງທີ່ເຮົາໄດ້ເວົ້າກັບພວກເຈົ້າແລ້ວ; ພວກເຈົ້າເປັນຄົນສອດແນມ.
|
||
\v 15 ດ້ວຍເຫດນີ້ເຈົ້າຕ້ອງຖືກກວດສອບຟາໂຣຊົງພະຊົນຢູ່ສັນໃດ, ພວກເຈົ້າຈະໄປຈາກທີ່ນີ້ບໍ່ໄດ້, ນອກຈາກວ່ານ້ອງຊາຍຫລ້າຂອງພວກເຈົ້າຈະມາທີ່ນີ້.
|
||
\v 16 ຈົ່ງສົ່ງພວກເຈົ້າຄົນໃດຄົນຫນຶ່ງໃຫ້ໄປພານ້ອງຊາຍຂອງພວກເຈົ້າມາ. ເພື່ອຈະພິສູດຄຳເວົ້າຂອງພວກເຈົ້າວ່າເປັນຄວາມຈິງຫລືບໍ່, ແລະໃຫ້ຂັງພວກເຈົ້າທີ່ຍັງເຫລືອໄວ້ໃນຄຸກ."
|
||
\v 17 ເພິ່ນໄດ້ສັ່ງຂັງພວກເຂົາທັງຫມົດໄວ້ເປັນເວລາສາມວັນ.
|
||
|
||
\s5
|
||
\v 18 ໃນວັນທີສາມ ໂຢເຊັບຈຶ່ງເວົ້າກັບພວກເຂົາວ່າ, "ເພາະເຮົາຢຳເກງພຣະເຈົ້າ, ຈົ່ງເຮັດຢ່າງນີ້ເພື່ອຈະລອດຊີວິດໄດ້.
|
||
\v 19 ຄືຖ້າພວກເຈົ້າເປັນຄົນສັດຊື່, ກໍໃຫ້ພີ່ນ້ອງຄົນຫນຶ່ງຂອງພວກເຈົ້າຍັງຢູ່ໃນຄຸກນີ້, ແຕ່ພວກເຈົ້າທີ່ເຫລືອໃຫ້ນຳເອົາເຂົ້າກັບໄປ, ເພື່ອບັນເທົາການອຶດຫີວໃນບ້ານຂອງພວກເຈົ້າ.
|
||
\v 20 ຈົ່ງນຳນ້ອງຊາຍຫລ້າຂອງພວກເຈົ້າມາຫາເຮົາ ເພື່ອຢືນຢັນຄຳເວົ້າຂອງພວກເຈົ້າ ແລະພວກເຈົ້າຈະບໍ່ຕາຍ." ດັ່ງນັ້ນ ພວກເຂົາກໍໄດ້ເຮັດຕາມນັ້ນ.
|
||
|
||
\s5
|
||
\v 21 ພວກເຂົາຈຶ່ງເວົ້າກັນວ່າ, "ພວກເຮົາມີຄວາມຜິດຈິງໆກ່ຽວກັບນ້ອງຊາຍຂອງພວກເຮົາທີ່ພວກເຮົາໄດ້ເຫັນຄວາມເຈັບປວດຂອງຈິດວິນຍານຂອງເຂົາ ເມື່ອເຂົາໄດ້ຂໍຮ້ອງພວກເຮົາ. ແຕ່ພວກເຮົາບໍ່ຍອມຟັງເຂົາ ດັ່ງນັ້ນຄວາມເຈັບປວດນີ້ຈຶ່ງໄດ້ຢ້ອນກັບມາຖືກພວກເຮົາ."
|
||
\v 22 ຣູເບັນໄດ້ຕອບພວກເຂົາວ່າ, "ຂ້ອຍບໍ່ໄດ້ບອກພວກເຈົ້າບໍ? "ວ່າຢ່າເຮັດບາບຕໍ່ເດັກຄົນນັ້ນ," ແຕ່ພວກເຈົ້າບໍ່ຍອມຟັງຂ້ອຍເລີຍ ບັດນີ້, ເບິ່ງແມ, ເລືອດຂອງເຂົາໄດ້ຮຽກຮ້ອງຕໍ່ພວກເຮົາ."
|
||
|
||
\s5
|
||
\v 23 ພວກເຂົາບໍ່ໄດ້ຮູ້ວ່າໂຢເຊັບໄດ້ເຂົ້າໃຈທີ່ພວກເຂົາເວົ້າ, ເພາະວ່າມີລ່າມລະຫວ່າງພວກເຂົາ.
|
||
\v 24 ເພິ່ນໄດ້ອອກໄປຈາກພວກເຂົາ ແລະຮ້ອງໄຫ້ຢູ່ຜູ້ດຽວ. ເພິ່ນໄດ້ກັບມາຫາພວກເຂົາ ແລະເວົ້າກັບພວກເຂົາ ເພິ່ນໄດ້ເລືອກເອົາຊີເມໂອນຈາກພວກເຂົາ ແລະໄດ້ມັດເຂົາຕໍ່ຫນ້າພວກເຂົາ.
|
||
\v 25 ຈາກນັ້ນໂຢເຊັບໄດ້ສັ່ງໃຫ້ຄົນຮັບໃຊ້ຂອງເຂົາໃສ່ເຂົ້າໃຫ້ເຕັມກະສອບຂອງພວກອ້າຍ, ແລະໃຫ້ໃສ່ເງິນຂອງທຸກຄົນກັບລົງໄປໃນກະສອບຂອງເຂົາດ້ວຍ, ແລະຈັດຕຽມການເດີນທາງໃຫ້ພວກເຂົາ. ມັນໄດ້ຖືກດຳເນີນການເພື່ອພວກເຂົາ.
|
||
|
||
\s5
|
||
\v 26 ພວກອ້າຍໄດ້ເອົາເຂົ້າບັນທຸກໃສ່ຫລັງລໍ ຂອງພວກເຂົາແລ້ວໄດ້ເດີນທາງອອກໄປຈາກທີ່ນັ້ນ.
|
||
\v 27 ເມື່ອເຖິງທີ່ພັກພວກເຂົາ ຄົນຫນຶ່ງໄດ້ເປີດກະສອບເຂົ້າຂອງພວກເຂົາເພື່ອເອົາເຂົ້າໃຫ້ລໍຂອງເຂົາ, ເຂົາໄດ້ເຫັນເງິນຂອງເຂົາ. ເບິ່ງເຖີດ, ມັນຢູ່ໃນກະສອບຂອງເຂົາທີ່ເປີດຢູ່.
|
||
\v 28 ເຂົາໄດ້ເວົ້າກັບພວກອ້າຍນ້ອງຂອງຕົນວ່າ, "ເງິນຂອງຂ້ອຍໄດ້ຖືກນຳກັບມາ. ເບິ່ງແມ; ມັນຢູ່ໃນກະສອບຂອງຂ້ອຍ." ພວກເຂົາໄດ້ຂວັນເສຍແລະພວກເຂົາພາກັນຕົວສັ່ນເວົ້າວ່າ, ນີ້ຄືຫຍັງ, "ທີ່ພຣະເຈົ້າໄດ້ຊົງກະທຳກັບພວກເຮົາ?"
|
||
|
||
\s5
|
||
\v 29 ພວກເຂົາໄດ້ກັບໄປຫາຢາໂຄບ, ພໍ່ຂອງພວກເຂົາໃນແຜ່ນດິນການາອານ ແລະ ບອກເຂົາເຖິງເລື່ອງທີ່ໄດ້ເກີດຂຶ້ນກັບພວກຕົນທຸກຢ່າງ. ພວກເຂົາໄດ້ເວົ້າວ່າ,
|
||
\v 30 "ຜູ້ຊາຍຄົນນັ້ນ, ທີ່ເປັນເຈົ້ານາຍຂອງແຜ່ນດິນ,ໄດ້ເວົ້າຢ່າງຮຸນແຮງກັບພວກເຮົາ ແລະ ໄດ້ຄິດວ່າ ພວກເຮົາເປັນຄົນສອດແນມເຂົ້າໄປສອດແນມໃນແຜ່ນດິນນັ້ນ.
|
||
\v 31 ເຮົາໄດ້ເວົ້າກັບເຂົາວ່າ, "ພວກເຮົາເປັນຄົນສັດຊື່. ພວກເຮົາບໍ່ແມ່ນຄົນສອດແນມ.
|
||
\v 32 ພວກເຮົາມີອ້າຍນ້ອງສິບສອງຄົນ, ເປັນລູກຊາຍທັງຫລາຍຈາກພໍ່ດຽວກັນ. ຄົນຫນຶ່ງໄດ້ຕາຍໄປແລ້ວ, ແລະ ໃນວັນນີ້ນ້ອງຊາຍຫລ້າຍັງຢູ່ກັບພໍ່ຂອງພວກເຮົາໃນແຜ່ນດິນການາອານ."
|
||
|
||
\s5
|
||
\v 33 ຜູ້ຊາຍຄົນນັ້ນ, ເຈົ້ານາຍຂອງແຜ່ນດິນ, ໄດ້ເວົ້າກັບພວກເຮົາວ່າ, 'ໂດຍວິທີນີ້ ເຮົາຈຶ່ງຈະຮູ້ວ່າພວກເຈົ້າເປັນຄົນສັດຊື່ຈິງຫລືບໍ່. ປະພີ່ນ້ອງຄົນຫນຶ່ງໄວ້ກັບເຮົາ, ນຳເຂົ້າກັບໄປເພື່ອບັນເທົາການອຶດຫີວອາຫານໃນບ້ານຂອງພວກເຈົ້າ, ແລະໄປຕາມທາງຂອງພວກເຈົ້າ.
|
||
\v 34 ຈົ່ງນຳນ້ອງຊາຍຫລ້າມາຫາເຮົາ. ແລ້ວເຮົາຈະຮູ້ວ່າ ພວກເຈົ້າບໍ່ແມ່ນຄົນສອດແນມ, ແຕ່ເປັນຄົນສັດຊື່. ຈາກນັ້ນເຮົາຈະປ່ອຍພີ່ນ້ອງຂອງພວກເຈົ້າໃຫ້ກັບພວກເຈົ້າ, ແລະພວກເຈົ້າຈະຄ້າຂາຍໃນແຜ່ນດິນນັ້ນ.""
|
||
|
||
\s5
|
||
\v 35 ແລ້ວກໍເປັນຢ່າງນັ້ນເມື່ອພວກເຂົາໄດ້ນຳເຂົ້າອອກຈາກກະສອບ, ເບິ່ງເຖີດ, ກະສອບຂອງພວກເຂົາ, ກໍມີເງິນຢູ່ທຸກກະສອບ. ເມື່ອພວກເຂົາແລະ ພໍ່ຂອງພວກເຂົາໄດ້ເຫັນວ່າກະສອບຂອງພວກເຂົາມີເງິນຢູ່ພວກເຂົາກໍຢ້ານກົວຫລາຍ.
|
||
\v 36 ຢາໂຄບພໍ່ຂອງພວກເຂົາຈຶ່ງເວົ້າກັບພວກເຂົາວ່າ, "ພວກເຈົ້າໄດ້ເຮັດໃຫ້ເຮົາສູນເສຍພວກລູກຊາຍຂອງເຮົາ. ໂຢເຊັບກໍໄດ້ຕາຍໄປແລ້ວ, ຊີເມໂອນກໍໄດ້ຈາກໄປ, ແລະ ພວກເຈົ້າຈະມາເອົາເບັນຢາມິນໄປອີກ. ທັງຫມົດເຫລົ່ານີ້ທຳຮ້າຍເຮົາ."
|
||
|
||
\s5
|
||
\v 37 ຣູເບັນຈຶ່ງເວົ້າກັບພໍ່ຂອງເຂົາ, ກ່າວວ່າ,"ຂໍໃຫ້ພໍ່ຂ້າລູກຊາຍສອງຄົນຂອງຂ້ອຍ ຖ້າຂ້ອຍບໍ່ນຳເບັນຢາມິນກັບມາໃຫ້ທ່ານ. ມອບເຂົາໄວ້ໃນມືຂອ້ຍ, ແລະຂ້ອຍຈະນຳເຂົາກັບມາຫາທ່ານອີກ."
|
||
\v 38 ແຕ່ຢາໂຄບເວົ້າວ່າ, "ລູກຊາຍຂອງເຮົາຈະບໍ່ລົງໄປນຳພວກເຈົ້າ. ເພາະວ່າອ້າຍຂອງເຂົາໄດ້ຕາຍໄປແລ້ວ ເຫລືອເຂົາພຽງຄົນດຽວ. ຫາກເກີດອັນຕະລາຍກັບເຂົາໃນລະຫວ່າງທາງທີ່ພວກເຈົ້າໄປນັ້ນ, ເທົ່າກັບວ່າພວກເຈົ້າຈະນຳຜົມຫງອກຂອງເຮົາພ້ອມກັບຄວາມໂສກເສົ້າ ລົງສູ່ແດນຄົນຕາຍກໍໄດ້."
|
||
|
||
\s5
|
||
\c 43
|
||
\cl ບົດທີ 43
|
||
\p
|
||
\v 1 ຄວາມອຶດຢາກອາຫານໃນແຜ່ນດິນນັ້ນຮ້າຍແຮງຫນັກຂຶ້ນ.
|
||
\v 2 ຢູ່ມາເມື່ອພວກເຂົາໄດ້ກິນເຂົ້າທີ່ພວກເຂົາໄດ້ຊື້ມາຈາກອີຢິບຫມົດແລ້ວ, ພໍ່ຂອງພວກເຂົາໄດ້ເວົ້າກັບພວກເຂົາວ່າ, "ຈົ່ງໄປ; ແລະຊື້ອາຫານມາໃຫ້ເຮົາອີກ."
|
||
|
||
\s5
|
||
\v 3 ຢູດາຕອບວ່າ, "ຜູ້ຊາຍຄົນນັ້ນໄດ້ບອກພວກເຮົາຢ່າງເດັດຂາດວ່າ, "ຢ່າໄປໃຫ້ເພິ່ນເຫັນຫນ້າ ຈົນກວ່າພວກເຮົາຈະນຳນ້ອງຊາຍຫລ້າໄປດ້ວຍ.
|
||
\v 4 ຖ້າພໍ່ໃຫ້ນ້ອງຊາຍຂອງພວກເຮົາ ໄປກັບພວກເຮົາ, ພວກເຮົາຈະລົງໄປຊື້ອາຫານມາໃຫ້ພໍ່.
|
||
\v 5 ແຕ່ຖ້າພໍ່ບໍ່ໃຫ້ເຂົາໄປ, ພວກເຮົາກໍຈະບໍ່ລົງໄປ. ເພາະຜູ້ຊາຍຄົນນັ້ນໄດ້ເວົ້າກັບພວກເຮົາວ່າ, "ພວກເຈົ້າຢ່າມາໃຫ້ເຫັນຫນ້າ ຈົນກວ່າພວກເຮົາຈະພານ້ອງຊາຍຂອງພວກເຮົາໄປດ້ວຍ.""
|
||
|
||
\s5
|
||
\v 6 ອິສະຣາເອນໄດ້ເວົ້າວ່າ, "ເປັນຫຍັງພວກເຈົ້າໄດ້ເຮັດສິ່ງທີ່ຫຍຸ້ງຍາກກັບເຮົາ ດ້ວຍການບອກຜູ້ຊາຍຄົນນັ້ນວ່າ ພວກເຈົ້າຍັງມີນ້ອງຊາຍອີກຄົນຫນຶ່ງ?"
|
||
\v 7 ພວກເຂົາໄດ້ເວົ້າວ່າ,"ຜູ້ຊາຍຄົນນັ້ນໄດ້ຖາມລາຍລະອຽດກ່ຽວກັບພວກເຮົາ ແລະຄອບຄົວຂອງພວກເຮົາ. ເຂົາໄດ້ຖາມວ່າ, "ພໍ່ຂອງພວກເຈົ້າຍັງມີຊີວິດຢູ່ບໍ? ພວກເຈົ້າມີພີ່ນ້ອງອີກຄົນຫນຶ່ງບໍ?" ພວກເຮົາໄດ້ຕອບຕາມຄຳຖາມເຫລົ່ານີ້. ພວກເຮົາຈະຮູ້ໄດ້ຢ່າງໃດວ່າ ເພິ່ນຈະເວົ້າວ່າ, "ຈົ່ງນໍານ້ອງຊາຍຂອງພວກເຈົ້າລົງມາ?""
|
||
|
||
\s5
|
||
\v 8 ຢູດາເວົ້າກັບ ອິສະຣາເອນພໍ່ຂອງຕົນວ່າ, "ຈົ່ງໃຫ້ເດັກນັ້ນໄປກັບລູກ. ພວກເຮົາຈະລຸກຂຶ້ນແລະໄປ ເພື່ອພວກເຮົາຈະມີຊີວິດ ແລະບໍ່ຕາຍ,ທັງພວກເຮົາ, ພໍ່, ແລະລູກທັງຫລາຍຂອງພວກເຮົາ.
|
||
\v 9 ລູກຂໍເປັນຕົວປະກັນເພື່ອເຂົາເອງ.ພໍ່ໃຫ້ລູກຮັບຜິດຊອບໄດ້. ຖ້າລູກບໍ່ນຳເຂົາກັບມາໃຫ້ພໍ່ແລະຈະມອບເຂົາຕໍ່ຫນ້າພໍ່ກໍຂໍໃຫ້ລູກໄດ້ຮັບການປະນາມຕະຫລອດໄປ.
|
||
\v 10 ເພາະຖ້າພວກເຮົາບໍ່ຊັກຊ້າຢູ່, ແນ່ນອນປານນີ້ ພວກເຮົາກໍຄົງຈະກັບມາທີ່ນີ້ເປັນຖ້ຽວທີສອງແລ້ວ."
|
||
|
||
\s5
|
||
\v 11 ອິສະຣາເອນພໍ່ຂອງພວກເຂົາໄດ້ເວົ້າກັບພວກເຂົາວ່າ, "ຖ້າເປັນຢ່າງນັ້ນກໍຈົ່ງເຮັດເລື່ອງນີ້ດຽວນີ້. ຈົ່ງນຳສິ່ງທີ່ດີທີ່ສຸດຂອງແຜ່ນດິນນີ້ບາງສ່ວນ ໃສ່ໃນກະສອບທັງຫລາຍຂອງພວກເຈົ້າ. ແບກລົງໄປໃຫ້ຜູ້ຊາຍຄົນນັ້ນເປັນຂອງຂວັນຄື: ນ້ຳມັນພືດທີ່ມີກິນຫອມ, ແລະນໍ້າເຜິ້ງ, ເຄື່ອງເທດ, ແລະຢາງໄມ້ຫອມຫມາກກໍ່. ແລະອາມອນ.
|
||
\v 12 ຈົ່ງຖືເງິນໄປນຳສອງເທົ່າ. ເງິນທີ່ໄດ້ຖືກນຳກັບມາໃນກະສອບທັງຫລາຍຂອງພວກເຈົ້າກັບໄປ. ບາງທີອາດຈະເປັນຄວາມຜິດພາດ.
|
||
|
||
\s5
|
||
\v 13 ພານ້ອງຊາຍຂອງພວກເຈົ້າໄປດ້ວຍ. ຈົ່ງລຸກຂຶ້ນ ແລະໄປຫາຜູ້ຊາຍຄົນນັ້ນອີກຄັ້ງ.
|
||
\v 14 ຂໍພຣະເຈົ້າອົງຊົງຣິດອຳນາດປຣະທານຄວາມເມດຕາແກ່ພວກເຈົ້າຕໍ່ຫນ້າຜູ້ຊາຍຄົນນັ້ນ, ເພື່ອວ່າເພິ່ນຈະໄດ້ປົດປ່ອຍພີ່ນ້ອງອີກຄົນຂອງພວກເຈົ້າ. ຖ້າເຮົາຖືກເຮັດໃຫ້ສູນເສຍລູກທັງສອງຂອງເຮົາ, ເຮົາກໍຖືກເຮັດໃຫ້ສູນເສຍ."
|
||
\v 15 ພວກລູກຊາຍໄດ້ນຳຂອງຂວັນນີ້, ແລະໃນມືຂອງພວກເຂົາມີເງິນຈຳນວນສອງເທົ່າ, ໄປພ້ອມກັບເບັນຢາມິນ. ພວກເຂົາໄດ້ລຸກຂຶ້ນ ແລະລົງໄປຍັງອີຢິບ ແລະໄດ້ຢືນຢູ່ຕໍ່ຫນ້າໂຢເຊັບ.
|
||
|
||
\s5
|
||
\v 16 ເມື່ອໂຢເຊັບໄດ້ເຫັນເບັນຢາມິນມາກັບພວກເຂົາ, ເພິ່ນໄດ້ເວົ້າກັບພໍ່ບ້ານຂອງເພິ່ນວ່າ, "ຈົ່ງນໍາພວກຜູ້ຊາຍເຂົ້າມາໃນເຮືອນ, ຂ້າສັດໂຕຫນຶ່ງ ແລະຈັດຕຽມອາຫານ, ເພາະພວກຜູ້ຊາຍນັ້ນຈະກິນອາຫານກັບເຮົາທ່ຽງນີ້."
|
||
\v 17 ພໍ່ບ້ານນັ້ນໄດ້ເຮັດຕາມທີ່ໂຢເຊັບສັ່ງ. ເຂົາໄດ້ນໍາພວກຜູ້ຊາຍນັ້ນເຂົ້າໄປໃນເຮືອນຂອງໂຢເຊັບ.
|
||
|
||
\s5
|
||
\v 18 ພວກຜູ້ຊາຍນັ້ນກໍຢ້ານກົວ ເພາະວ່າພວກເຂົາຖືກນຳເຂົ້າໄປໃນເຮືອນຂອງໂຢເຊັບ.ພວກເຂົາໄດ້ເວົ້າວ່າ,"ມັນເປັນເພາະເງິນນັ້ນທີ່ກັບເຂົ້າມາຢູ່ໃນກະສອບຂອງພວກເຮົາ ຄັ້ງແລກທີ່ເຮົາທີ່ເຮົາໄດ້ຖືກນຳເຂົ້າມາ, ບາງທີເຂົາອາດຈະຫາໂອກາດຫາເລື່ອງພວກເຮົາ ເຂົາອາດຈະຈັບພວກເຮົາ, ແລະເອົາພວກເຮົາໄປເປັນທາດ, ແລະຢຶດລໍທັງຫລາຍຂອງພວກເຮົາ."
|
||
\v 19 ພວກເຂົາໄດ້ເຂົ້າໄປຫາພໍ່ບ້ານຂອງໂຢເຊັບ, ແລະພວກເຂົາໄດ້ເວົ້າກັບເຂົາທີ່ປະຕູບ້ານ,
|
||
\v 20 ເວົ້າວ່າ, "ເຈົ້ານາຍຂອງຂ້ານ້ອຍ, ພວກເຮົາໄດ້ລົງມາຄັ້ງແລກເພື່ອຊື້ອາຫານ.
|
||
|
||
\s5
|
||
\v 21 ມັນກໍເກີດຂຶ້ນ, ເມື່ອພວກເຮົາໄດ້ໄປເຖິງທີ່ພັກ, ພວກເຮົາໄດ້ເປີດກະສອບເຂົ້າຂອງພວກເຮົາ, ແລະ ເບິ່ງເຖີດເງິນຂອງທຸກຄົນໄດ້ຢູ່ຄົບໃນກະສອບຂອງແຕ່ລະຄົນ. ພວກເຮົາໄດ້ນຳມັນກັບມາໃນມືຂອງພວກເຮົາ.
|
||
\v 22 ເງິນອື່ນໆພວກເຮົາກໍໄດ້ຖືມານຳເພື່ອຊື້ອາຫານ. ພວກເຮົາບໍ່ຮູ້ວ່າໃຜໄດ້ເອົາເງິນຂອງພວກເຮົາໃສ່ໃນກະສອບຂອງພວກເຮົາ."
|
||
\v 23 ພໍ່ບ້ານນັ້ນໄດ້ເວົ້າວ່າ, "ສັນຕິສຸກຈົ່ງມີແກ່ພວກທ່ານ, ຢ່າຢ້ານເລີຍ, ພຣະເຈົ້າຂອງພວກເຈົ້າ ແລະ ພຣະເຈົ້າຂອງພໍ່ພວກເຈົ້າຕ້ອງເປັນຜູ້ນຳເງິນຂອງພວກເຈົ້າໃສ່ໃນກະສອບເຂົ້າຂອງພວກເຈົ້າ. ເຮົາໄດ້ຮັບເງິນຂອງພວກເຈົ້າແລ້ວ." ຈາກນັ້ນພໍ່ບ້ານໄດ້ນຳຊີເມໂອນອອກມາຫາພວກເຂົາ.
|
||
|
||
\s5
|
||
\v 24 ພໍ່ບ້ານຂອງໂຢເຊັບໄດ້ນຳພວກເຂົາທັງຫລາຍເຂົ້າໄປໃນເຮືອນຂອງໂຢເຊັບ. ລາວໄດ້ໃຫ້ນໍ້າແກ່ພວກເຂົາ, ແລະ ພວກເຂົາໄດ້ລ້າງຕີນຂອງພວກເຂົາ. ລາວເອົາເຟືອງໃຫ້ລໍຂອງພວກເຂົາກິນ.
|
||
\v 25 ພວກເຂົາໄດ້ຕຽມຂອງຂວັນທັງຫລາຍສຳລັບການມາຂອງໂຢເຊັບໃນເວລາທ່ຽງວັນ, ເພາະພວກເຂົາໄດ້ຍິນວ່າເພິ່ນຈະມາກິນອາຫານທ່ຽງທີ່ນັ້ນ.
|
||
|
||
\s5
|
||
\v 26 ພວກເຂົາໄດ້ນຳເອົາຂອງຂວັນຊຶ່ງຢູ່ໃນມືຂອງພວກເຂົາເຂົ້າມາໃນບ້ານ, ແລະໂຄ້ງຄຳນັບລົງເຖິງພື້ນຕໍ່ຫນ້າເພິ່ນ.
|
||
\v 27 ເພິ່ນໄດ້ຖາມພວກເຂົາເຖິງຄວາມເປັນຢູ່ຂອງພວກເຂົາ ແລະໄດ້ເວົ້າວ່າ,"ພໍ່ຂອງພວກເຈົ້າ, ຄົນແກ່ທີ່ພວກເຈົ້າໄດ້ເວົ້າເຖິງນັ້ນສະບາຍດີບໍ? ເພິ່ນຍັງມີຊີວິດຢູ່ ແລະສະບາຍດີບໍ?"
|
||
|
||
\s5
|
||
\v 28 ພວກເຂົາໄດ້ຕອບວ່າ, "ພໍ່ຂອງພວກຂ້ານ້ອຍຜູ້ຮັບໃຊ້ຂອງທ່ານສະບາຍດີ. ເພິ່ນຍັງມີຊີວິດຢູ່." ພວກເຂົາໄດ້ກົ້ມ ແລະ ຫມອບຂາບລົງ.
|
||
\v 29 ເມື່ອເພິ່ນໄດ້ຫລຽວຂຶ້ນເພິ່ນໄດ້ເຫັນເບັນຢາມິນນ້ອງຊາຍຂອງເພິ່ນ, ລູກຊາຍຂອງແມ່ຂອງເພິ່ນ ແລະ ເພິ່ນໄດ້ເວົ້າວ່າ, "ນີ້ຄືນ້ອງຊາຍຫລ້າຂອງພວກເຈົ້າທີ່ພວກເຈົ້າໄດ້ບອກເຮົາບໍ? ຈາກນັ້ນເພິ່ນໄດ້ເວົ້າວ່າ, "ລູກຊາຍຂອງເຮົາເອີຍ?" "ຂໍພຣະເຈົ້າຊົງພຣະເມດຕາ, ແກ່ເຈົ້າ."
|
||
|
||
\s5
|
||
\v 30 ເພາະວ່າເພິ່ນໄດ້ມີຄວາມຮູ້ສຶກສະເທືອນໃຈກ່ຽວກັບນ້ອງຊາຍຂອງຕົນ, ເພິ່ນໄດ້ຫາທີ່ໆຈະຮ້ອງໃຫ້. ເພິ່ນຈຶ່ງເຂົ້າໄປໃນຫ້ອງຂອງເພິ່ນ ແລະຮ້ອງໄຫ້ທີ່ນັ້ນ.
|
||
\v 31 ເພິ່ນໄດ້ລ້າງຫນ້າຂອງເພິ່ນແລ້ວອອກມາ. ເພິ່ນໄດ້ລະງັບຈິດໃຈຕົວເອງ, ເວົ້າວ່າ, "ຈົ່ງຍົກອາຫານມາ."
|
||
|
||
\s5
|
||
\v 32 ພວກຄົນຮັບໃຊ້ຈຶ່ງໄດ້ຍົກອາຫານມາໃຫ້ໂຢເຊັບໂດຍສ່ວນຂອງເພິ່ນເອງ ແລະຂອງພວກອ້າຍນ້ອງໂດຍສ່ວນຂອງພວກເຂົາເອງ. ພວກຄົນອີຢິບທີ່ນັ້ນໄດ້ກິນກັບເຂົາໃນສ່ວນຂອງພວກເຂົາ ເພາະວ່າຄົນອີຢິບ ບໍ່ສາມາດກິນເຂົ້າຈີ່ກັບຊາວເຮັບເຣີ, ເພາະວ່າມັນເປັນສິ່ງທີ່ຫນ້າກຽດແກ່ຄົນອີຢິບ.
|
||
\v 33 ພວກອ້າຍໄດ້ນັ່ງຕໍ່ຫນ້າເພິ່ນ, ລູກຊາຍຫົວປີຕາມສິດທິລູກຫົວປີ, ແລະນ້ອງຄົນສຸດທ້ອງຕາມອາຍຸຂອງເຂົາ. ພວກຜູ້ຊາຍທັງຫລາຍຖືກເຮັດໃຫ້ປະຫລາດໃຈດ້ວຍກັນ.
|
||
\v 34 ໂຢເຊັບໄດ້ໃຫ້ສ່ວນຕ່າງໆແກ່ພວກເຂົາຈາກອາຫານທີ່ຢູ່ຕໍ່ຫນ້າຂອງເພິ່ນ. ແຕ່ສ່ວນຂອງເບັນຢາມິນໄດ້ຮັບຫລາຍກວ່າຫ້າເທົ່າ. ຂອງພວກອ້າຍຂອງເຂົາພວກເຂົາໄດ້ດື່ມ ແລະສະນຸກສະຫນານກັບເພິ່ນ.
|
||
|
||
\s5
|
||
\c 44
|
||
\cl ບົດທີ 44
|
||
\p
|
||
\v 1 ໂຢເຊັບໄດ້ສັ່ງຄົນຕົ້ນເຮືອນຂອງເພິ່ນ, ເວົ້າວ່າ, "ໃສ່ອາຫານໃຫ້ເຕັມກະສອບທັງຫລາຍຂອງພວກຜູ້ຊາຍໃຫ້ຫລາຍ, ເທົ່າທີ່ພວກເຂົາສາມາດບັນທຸກໄປໄດ້, ແລະໃສ່ເງິນຂອງພວກເຂົາແຕ່ລະຄົນໃນປາກກະສອບຂອງເຂົາ.
|
||
\v 2 ໃສ່ຂອງເຮົາຈອກເງິນ, ໃນປາກກະສອບຂອງຄົນສຸດທ້ອງພ້ອມ, ກັບເງິນຂອງເຂົາທີ່ນຳມາຊື້ເຂົ້າ." ຄົນຕົ້ນເຮືອນກໍໄດ້ເຮັດຕາມທີ່ໂຢເຊັບໄດ້ສັ່ງ.
|
||
|
||
\s5
|
||
\v 3 ເມື່ອຮຸ່ງເຊົ້າຂຶ້ນມາ, ພວກຜູ້ຊາຍກໍໄດ້ອອກເດີນທາງ, ພວກເຂົາພ້ອມ ແລະລໍທັງຫລາຍຂອງພວກເຂົາ.
|
||
\v 4 ເມື່ອພວກເຂົາໄດ້ອອກໄປຈາກເມືອງແຕ່ຍັງບໍ່ໄກ, ໂຢເຊັບໄດ້ສັ່ງຄົນຕົ້ນເຮືອນຂອງເຂົາ, "ຈົ່ງລຸກຂຶ້ນ, ຕິດຕາມພວກຜູ້ຊາຍນັ້ນໄປ, ແລະ ເມື່ອເຈົ້າໄປທັນພວກເຂົາ, ເຈົ້າຈົ່ງເວົ້າກັບພວກເຂົາວ່າ, "ເປັນຫຍັງພວກເຈົ້າຕອບແທນການດີດ້ວຍຄວາມຊົ່ວ?
|
||
\v 5 ນີ້ບໍ່ແມ່ນຈອກທີ່ເຈົ້ານາຍຂອງເຮົາໃຊ້ດື່ມ, ແລະຈອກທີ່ທ່ານໃຊ້ການທຳນວາຍບໍ? ພວກເຈົ້າໄດ້ເຮັດສິ່ງຊົ່ວຮ້າຍຄືສິ່ງນີ້ທີ່ພວກເຈົ້າໄດ້ເຮັດ.""
|
||
|
||
\s5
|
||
\v 6 ຄົນຮັບໃຊ້ໃນເຮືອນຂອງໂຢເຊັບໄດ້ຕາມມາທັນພວກເຂົາ ແລະ ໄດ້ເວົ້າຖ້ອຍຄຳເຫລົ່ານີ້ກັບພວກເຂົາ.
|
||
\v 7 ພວກເຂົາໄດ້ເວົ້າກັບລາວວ່າ, "ເປັນຫຍັງເຈົ້ານາຍຂອງຂ້ານ້ອຍເວົ້າຖ້ອຍຄຳເຫລົ່ານີ້? ຂໍໃຫ້ມັນຢູ່ຫ່າງໄກຈາກພວກຄົນຮັບໃຊ້ຂອງທ່ານທີ່ພວກເຂົາຈະກະທຳຢ່າງນັ້ນ.
|
||
|
||
\s5
|
||
\v 8 ເບິ່ງເຖີດ, ເງິນທີ່ພວກເຮົາໄດ້ພົບໃນກະສອບທັງຫລາຍຂອງພວກເຮົາໃນການເປີດກະສອບພວກເຮົາ, ກໍໄດ້ນຳມັນອອກມາຈາກດິນແດນການາອານກັບມາໃຫ້ທ່ານອີກຄັ້ງ. ຈະເປັນໄປໄດ້ຢ່າງໃດທີ່ພວກເຮົາຈະລັກເງິນ ຫລືຄຳຈາກບ້ານເຈົ້ານາຍຂອງທ່ານ?
|
||
\v 9 ບໍ່ວ່າທ່ານຈະພົບທີ່ພວກຄົນຮັບໃຊ້ຂອງທ່ານຄົນໃດ, ຈົ່ງໃຫ້ເຂົາຄົນນັ້ນຕາຍເທາະ, ແລະ ພວກເຮົາກໍຈະເປັນທາດຂອງເຈົ້ານາຍຂອງຂ້ານ້ອຍດ້ວຍ."
|
||
\v 10 ຄົນຕົ້ນເຮືອນນັ້ນໄດ້ເວົ້າວ່າ, "ບັດນີ້ໃຫ້ເປັນໄປຕາມທີ່ຄຳເວົ້າຂອງພວກເຈົ້າເຖີດ. ພົບຈອກທີ່ຜູ້ໃດກໍຕາມກໍໃຫ້ຄົນນັ້ນເປັນທາດຂອງເຮົາ ແລະ ພວກທ່ານທີ່ເຫລືອກໍພົ້ນຜິດ."
|
||
|
||
\s5
|
||
\v 11 ຈາກນັ້ນຜູ້ຊາຍແຕ່ລະຄົນໄດ້ຟ້າວ ແລະ ຍົກເອົາກະສອບຂອງຕົນວາງລົງເທິງດິນ, ແລ້ວແຕ່ລະຄົນໄດ້ເປີດກະສອບຂອງຕົນອອກ.
|
||
\v 12 ຄົນຕົ້ນເຮືອນໄດ້ເລີ້ມຄົ້ນຫາ. ເຂົາໄດ້ເລີ່ມຕົ້ນຈາກຜູ້ທີ່ມີອາຍຸຫລາຍທີ່ສຸດ ແລະ ໄປຈົບທີ່ຜູ້ມີອາຍຸນ້ອຍທີ່ສຸດ, ແລະ ຈອກນັ້ນກໍຖືກພົບໃນກະສອບຂອງເບັນຢາມິນ.
|
||
\v 13 ດັ່ງນັ້ນພວກເຂົາຈຶ່ງໄດ້ຈີກເສື້ອຜ້າຂອງພວກເຂົາ. ຜູ້ຊາຍແຕ່ລະຄົນໄດ້ເອົາກະສອບບັນທຸກຂຶ້ນຫລັງລໍຂອງເຂົາ ແລະ ກັບເຂົ້າເມືອງ.
|
||
|
||
\s5
|
||
\v 14 ເມື່ອຢູດາ ແລະອ້າຍນ້ອງຂອງລາວໄດ້ມາຮອດເຮືອນຂອງໂຢເຊັບ. ເພິ່ນຍັງຢູ່ທີ່ນັ້ນ, ແລະພວກເຂົາໄດ້ພາກັນກົ້ມຂາບລົງຕໍ່ຫນ້າເພິ່ນເຖິງພື້ນ.
|
||
\v 15 ໂຢເຊັບໄດ້ກ່າວກັບພວກເຂົາວ່າ,"ພວກເຈົ້າໄດ້ເຮັດຫຍັງລົງໄປ? ພວກເຈົ້າບໍ່ຮູ້ບໍວ່າຄົນເຊັ່ນເຮົານີ້ທຳນວາຍໄດ້?"
|
||
|
||
\s5
|
||
\v 16 ຢູດາເວົ້າວ່າ, "ເຈົ້ານາຍຂອງຂ້ານ້ອຍພວກເຮົາຈະສາມາດເວົ້າຢ່າງໃດໄດ້ອີກ? ຫລືວ່າພວກເຮົາຈະພິສູດຕົວເຮົາເອງໄດ້ຢ່າງໃດ? ພຣະເຈົ້າໄດ້ພົບຄວາມຊົ່ວຮ້າຍຂອງພວກຄົນຮັບໃຊ້ຂອງທ່ານ. ບັດນີ້, ພວກເຮົາເປັນທາດຂອງເຈົ້ານາຍທ່ານຂອງຂ້ານ້ອຍ, ທັງພວກເຮົາ ແລະ ເຂົາຜູ້ທີ່ທ່ານໄດ້ພົບຈອກຢູ່ໃນມືຂອງເຂົາ."
|
||
\v 17 ໂຢເຊັບໄດ້ເວົ້າວ່າ, "ຂໍໃຫ້ມັນຢູ່ຫ່າງໄກຈາກເຮົາ! ທີ່ຈະເຮັດຢ່າງນັ້ນ. ຜູ້ຊາຍຄົນນັ້ນຜູ້ທີ່ໄດ້ພົບຈອກຢູ່ໃນມືຂອງເຂົາ, ຄົນນັ້ນ ຈະເປັນທາດຂອງເຮົາ, ແຕ່ສຳລັບພວກເຈົ້າທັງຫລາຍທີ່ເຫລືອ, ຈົ່ງລຸກຂຶ້ນກັບເມືອຫາພໍ່ຂອງພວກເຈົ້າຢ່າງສັນຕິເຖີດ."
|
||
|
||
\s5
|
||
\v 18 ຈາກນັ້ນຢູດາໄດ້ເຂົ້າມາໃກ້ເພິ່ນ ແລະ ໄດ້ເວົ້າວ່າ, "ຂໍຄວາມກະລຸນາເຖີດ, ເຈົ້ານາຍຂອງຂ້ານ້ອຍ ຂໍໃຫ້ຄົນຮັບໃຊ້ຂອງທ່ານເວົ້າຈັກຄຳໃຫ້ທ່ານຟັງ, ແລະ ໃຫ້ຄວາມຮ້າຍຂອງທ່ານຕົກຢູ່ກັບຄົນຮັບໃຊ້ຂອງທ່ານ, ເພາະທ່ານເປັນເຫມືອນຟາໂຣ.
|
||
\v 19 ເຈົ້ານາຍຂອງຂ້ານ້ອຍໄດ້ຖາມຄົນຮັບໃຊ້ຂອງເຂົາກ່າວວ່າ, "ເຈົ້າມີພໍ່ ແລະ ນ້ອງຊາຍຫລືບໍ່?"
|
||
|
||
\s5
|
||
\v 20 ພວກຂ້ານ້ອຍໄດ້ຕອບວ່າ, "ພວກຂ້ານ້ອຍມີພໍ່ທີ່ເຖົ້າແກ່ຫລາຍ, ແລະ ຍັງມີນ້ອງຊາຍຜູ້ຫນຶ່ງ, ທີ່ເກີດເມື່ອເພິ່ນເຖົ້າແກ່ແລ້ວ. ອ້າຍຂອງເດັກຜູ້ນີ້ໄດ້ຕາຍໄປແລ້ວ, ແລະ ລາວຜູ້ດຽວເທົ່ານັ້ນທີ່ເກີດຮ່ວມທ້ອງແມ່ດຽວກັນ ທີ່ຍັງມີຊີວິດຢູ່, ແລະ ພໍ່ຂອງລາວຈຶ່ງຮັກລາວຫລາຍ."
|
||
\v 21 ຈາກນັ້ນທ່ານໄດ້ເວົ້າກັບພວກຄົນຮັບໃຊ້ຂອງທ່ານ, "ຈົ່ງນຳເຂົາລົງມາຫາເຮົາເພື່ອທີ່ເຮົາຈະພົບເຂົາ."
|
||
\v 22 ຫລັງຈາກນັ້ນ, ເຮົາໄດ້ເວົ້າກັບເຈົ້ານາຍຂອງເຮົາ, "ເດັກຄົນນັ້ນບໍ່ສາມາດຈາກພໍ່ຂອງລາວມາບໍ່ໄດ້. ເພາະວ່າຖ້າເຂົາປະຖິ້ມພໍ່ຂອງເຂົາ ພໍ່ຂອງເຂົາຕ້ອງຕາຍ."
|
||
|
||
\s5
|
||
\v 23 ຈາກນັ້ນທ່ານໄດ້ເວົ້າກັບຄົນຮັບໃຊ້ຂອງທ່ານວ່າ, "ຖ້ານ້ອງຊາຍຄົນສຸດທ້ອງບໍ່ລົງມາກັບພວກເຈົ້າ, ພວກເຈົ້າຈະບໍ່ໄດ້ພົບຫນ້າເຮົາອີກ."
|
||
\v 24 ແລະເມື່ອເຫດການໄດ້ເກີດຂຶ້ນພວກຂ້ານ້ອຍໄດ້ຂຶ້ນໄປພົບພໍ່, ຂອງຂ້ານ້ອຍຄົນຮັບໃຊ້ຂອງທ່ານ ພວກເຮົາໄດ້ບອກເຂົາເຖິງຖ້ອຍຄຳຂອງເຈົ້ານາຍຂອງຂ້ານ້ອຍ.
|
||
\v 25 ພໍ່ຂອງພວກເຮົາໄດ້ເວົ້າວ່າ, "ຈົ່ງໄປອີກຄັ້ງ, ຊື້ອາຫານໃຫ້ເຮົາ."
|
||
\v 26 ຈາກນັ້ນພວກຂ້ານ້ອຍຈຶ່ງຕອບເພິ່ນວ່າ, "ພວກເຮົາບໍ່ສາມາດໄປໄດ້. ຖ້ານ້ອງຄົນສຸດທ້ອງຂອງພວກເຮົາບໍ່ໄປກັບເຮົາ, ຈາກນັ້ນ ພວກເຮົາຈະລົງໄປເພາະພວກເຮົາຈະບໍ່ສາມາດພົບຫນ້າຜູ້ຊາຍຄົນນັ້ນໄດ້ ນອກຈາກນ້ອງຊາຍຄົນສຸດທ້ອງຈະໄປກັບເຮົາ.'
|
||
|
||
\s5
|
||
\v 27 ພໍ່ຂອງພວກຂ້ານ້ອຍ, ຄົນຮັບໃຊ້ຂອງທ່ານໄດ້ເວົ້າກັບພວກເຮົາວ່າ, "ພວກເຈົ້າຮູ້ວ່າ ເມຍຂອງເຮົາ ໄດ້ເກີດລູກຊາຍສອງຄົນເເກ່ເຮົາ.
|
||
\v 28 ຄົນທີຫນຶ່ງໃນພວກເຂົາໄດ້ໄປຈາກເຮົາແລະເຮົາໄດ້ເວົ້າວ່າ. "ແນ່ນອນເຂົາໄດ້ຖືກຈີກເປັນຕ່ອນໆ, ເພາະຂ້ອຍບໍ່ໄດ້ເຫັນລາວນັບຕັ້ງແຕ່ນັ້ນມາ."
|
||
\v 29 ບັດນີ້ຖ້າພວກເຈົ້ານຳຄົນນີ້ໄປຈາກເຮົາອີກ, ແລະເກີດອັນຕະລາຍກັບເຂົາ, ພວກເຈົ້າຈະນຳຜົມຫງອກຂອງເຮົາກັບຄວາມໂສກເສົ້າລົງສູ່ແດນຄົນຕາຍ.""
|
||
|
||
\s5
|
||
\v 30 ຢູດາໄດ້ເວົ້າຕໍ່ໄປວ່າ, "ທ່ານເອີຍ ຖ້າຂ້ານ້ອຍກັບເມືອຫາພໍ່, ໂດຍບໍ່ມີນ້ອງຄົນນີ້ກັບເມືອນຳແລ້ວ ພໍພໍ່ເຫັນວ່າບໍໍ່ມີລາວມານຳເພິ່ນກໍຈະທໍຣະມານຕາຍ ແລະມັນກໍໄດເກີດຂຶ້ນ, ເມື່ອເຂົາເຫັນເດັກນັ້ນບໍ່ຢູ່ກັບພວກເຮົາ ເພິ່ນຈະຕາຍ.
|
||
\v 31 ພວກຄົນຮັບໃຊ້ຂອງທ່ານ, ຈະນຳຜົມຫງອກຂອງພໍ່ຂອງພວກເຮົາ. ຄົນຮັບໃຊ້ຂອງທ່ານກັບຄວາມໂສກເສົ້າລົງສູ່ແດນຄົນຕາຍ.
|
||
\v 32 ເພາະຄົນຮັບໃຊ້ຂອງທ່ານໄດ້ເປັນຄົນປະກັນສຳລັບເດັກນັ້ນກັບພໍ່ຂອງຂ້ານ້ອຍ, ແລະໄດ້ບອກເພິ່ນວ່າ, "ຖ້າຂ້ານ້ອຍບໍ່ໄດ້ນຳເຂົາກັບມາໃຫ້ເພິ່ນ, ຈາກນັ້ນຂ້ານ້ອຍກໍຈະຍອມຮັບຜິດຕໍ່ພໍ່ຂອງຂ້ານ້ອຍຕະຫລອດໄປ."
|
||
|
||
\s5
|
||
\v 33 ດັ່ງນັ້ນບັດນີ້, ຂໍກາລຸນາໃຫ້ຄົນຮັບໃຊ້ຂອງທ່ານຢູ່ເປັນທາດກັບເຈົ້ານາຍຂອງຂ້ານ້ອຍແທນເດັກຄົນນັ້ນ, ແລະອະນຸຍາດໃຫ້ເດັກນັ້ນກັບຂຶ້ນໄປກັບພວກອ້າຍຂອງເຂົາ.
|
||
\v 34 ເພາະຂ້ານ້ອຍຈະກັບໄປພົບພໍ່ຂອງຂ້ານ້ອຍໄດ້ຢ່າງໃດ ຖ້າເດັກນັ້ນບໍ່ຢູ່ກັບຂ້ານ້ອຍ? ຂ້ານ້ອຍເກງວ່າຈະເຫັນຄວາມຊົ່ວຮ້າຍມາສູ່ພໍ່ຂອງຂ້ານ້ອຍ."
|
||
|
||
\s5
|
||
\c 45
|
||
\cl ບົດທີ 45
|
||
\p
|
||
\v 1 ແລ້ວໂຢເຊັບກໍບໍ່ສາມາດບັງຄັັບຕົວເອງເອົາໄວ້ໄດ້ຕໍ່ຫນ້າຄົນຮັບໃຊ້ທີ່ຢືນກັບລາວ. ລາວຈຶ່ງເວົ້າຢ່າງດັງວ່າ, "ທຸກຄົນຕ້ອງຈາກເຮົາໄປ." ສະນັ້ນບໍ່ມີໃຜເລີຍທີ່ຢືນຢູ່ກັບໂຢເຊັບ ລາວບອກພວກອ້າຍນ້ອງຂອງຕົນວ່າ ລາວແມ່ນໃຜນັ້ນ.
|
||
\v 2 ລາວໄດ້ໄຫ້ສະອື້ນສຽງດັງ, ຈົນຊາວອີຢິບໄດ້ຍິນ, ແລະ ຂ່າວຈຶ່ງແຜ່ໄປເຖິງຣາຊວັງຂອງຟາໂຣ.
|
||
\v 3 ໂຢເຊັບໄດ້ກ່າວແກ່ພວກອ້າຍນ້ອງຂອງຕົນວ່າ, "ຂ້ອຍແມ່ນໂຢເຊັບເອງ. ພໍ່ຂອງຂ້ອຍຍັງມີຊີວິດຢູ່ບໍ?" ແຕ່ພໍເມື່ອໄດ້ຍິນເຊັ່ນນັ້ນ ພວກອ້າຍນ້ອງຂອງໂຢເຊັບບໍ່ສາມາດຕອບລາວໄດ້, ເພາະພວກເຂົາຕົກໃຈທີ່ສຸດໃນການມີຊີວິດຢູ່ຂອງລາວ.
|
||
|
||
\s5
|
||
\v 4 ແລ້ວໂຢເຊັບກໍເວົ້າຕໍ່ໄປວ່າ, "ກະຣຸນາຫຍັບເຂົ້າມາໃກ້ໆຂ້ອຍເຖີ້ນ." ພວກເຂົາຈຶ່ງຫຍັບເຂົ້າ. ລາວໄດ້ເວົ້າອີກວ່າ, "ຂ້ອຍແມ່ນໂຢເຊັບ, ນ້ອງຊາຍຂອງພວກເຈົ້າ ຜູ້ທີ່ພວກເຈົ້າໄດ້ຖືກຂາຍມາທີ່ປະເທດອີຢິບ.
|
||
\v 5 ຢ່າທຸກໃຈ ຫລື ໃຈຮ້າຍໃຫ້ຕົວພວກເຈົ້າເອງເລີຍທີ່ໄດ້ຂາຍຂ້ອຍມາທີ່ນີ້, ເພາະພຣະເຈົ້າໄດ້ສົ່ງຂ້ອຍມານີ້ກ່ອນພວກເຈົ້າ ເພື່ອຊ່ວຍຊີວິດຄົນ.
|
||
\v 6 ສອງປີແລ້ວທີ່ການອຶດຢາກໄດ້ມາທີ່ດິນແດນແຫ່ງນີ້, ແລະ ຈະມີອີກຫ້າປີຊຶ່ງຈະບໍ່ມີການປູກຝັງ ແລະ ການເກັບກ່ຽວເລີຍ.
|
||
|
||
\s5
|
||
\v 7 ພຣະເຈົ້າໄດ້ສົ່ງຂ້ອຍມາກ່ອນພວກເຈົ້າ ເພື່ອຊ່ວຍຊີວິດຂອງພວກເຈົ້າ ດັ່ງຄົນທີ່ຍັງເຫລືອໄວ້ໃນໂລກນີ້, ແລະ ເພື່ອຮັກສາໃຫ້ພວກເຈົ້າຈະມີຊີວິດຢູ່ດ້ວຍການປົດປ່ອຍທີ່ຍິ່ງໃຫຍ່.
|
||
\v 8 ດັ່ງນັ້ນບັດນີ້ ມັນຈຶ່ງບໍ່ແມ່ນພວກເຈົ້າທີ່ໄດ້ສົ່ງຂ້ອຍມາທີ່ນີ້ ແຕ່ແມ່ນອົງພຣະຜູ້ເປັນເຈົ້າຕ່າງຫາກທີ່ໄດ້ສົ່ງຂ້ອຍມາ, ແລະ ພຣະອົງໄດ້ເຮັດໃຫ້ຂ້ອຍເປັນພໍ່ຂອງກະສັດຟາໂຣ, ເປັນຜູ້ຮັບຜິດຊອບປະເທດທັງຫມົດຂອງເພິ່ນ, ແລະ ເປັນຜູ້ປົກຄອງດິນແດນປະເທດອີຢິບທັງຫມົດ.
|
||
|
||
\s5
|
||
\v 9 ຈົ່ງຟ້າວກັບເມືອ ແລະ ໄປຫາພໍ່ຂອງຂ້ອຍ ແລະ ບອກແກ່ເພິ່ນວ່າ, 'ນີ້ແມ່ນຄຳເວົ້າຂອງໂຢເຊັບລູກຊາຍຂອງເຈົ້າໄດ້ກ່າວວ່າ, "ພຣະເຈົ້າໄດ້ບັນດານໃຫ້ຂ້ອຍ ເປັນຜູ້ປົກຄອງປະເທດອີຢິບທັງຫມົດ. ຂໍພໍ່ມາຫາຂ້ອຍ, ຢ່າໄດ້ຊັກຊ້າເລີຍ.
|
||
\v 10 ພໍ່ຈະໄດ້ອາໄສຢູ່ໃນດິນແດນໂກເຊັນ, ແລະ ພໍ່ຈະຢູ່ໃກ້ຂ້ອຍ, ພໍ່ ແລະ ລູກຫລານຂອງພໍ່, ແລະ ຝູງແກະ ແລະ ຝູງງົວ ແລະ ທຸກໆສິ່ງທີ່ພໍ່ມີຢູ່.
|
||
\v 11 ຂ້ອຍຈະຈັດຕຽມສຳລັບພໍ່, ເພາະຄວາມອຶດຫິວຍັງຈະມີອີກຫ້າປີ, ສະນັ້ນພໍ່, ຄົວເຮືອນຂອງພໍ່, ແລະ ທຸກສິ່ງທີ່ພໍ່ມີຈະບໍ່ອຶດຍາກລຳບາກ."'
|
||
|
||
\s5
|
||
\v 12 ເບິ່ງແມ, ຕາຂອງພວກເຈົ້າຈົ່ງແນມເບິ່ງ, ແລະ ຕາຂອງເບັນຈາມິນນ້ອງຊາຍຂອງຂ້ອຍເອີຍ, ນີ້ແມ່ນປາກຂອງຂ້ອຍເອງທີ່ເວົ້າກ່າວຕໍ່ພວກເຈົ້າ.
|
||
\v 13 ເຈົ້າຈົ່ງເລົ່າໃຫ້ພໍ່ຂອງຂ້ອຍຟັງເທີດ ເຖິງກຽຕສັກສີທັງຫມົດທີ່ຂ້ອຍມີໃນປະເທດອີຢິບນີ້ ແລະ ໃນທຸກໆສິ່ງທີ່ພວກເຈົ້າໄດ້ເຫັນ. ເຈົ້າຈົ່ງຟ້າວໄປ ແລະ ພາພໍ່ຂອງຂ້ອຍມາຢູ່ທີ່ນີ້."
|
||
|
||
\s5
|
||
\v 14 ລາວໄດ້ກອດຄໍເບັນຢາມິນນ້ອງຊາຍຂອງລາວພ້ອມທັງຮ້ອງໄຫ້, ແລະ ເບັນຢາມິນກໍໄດ້ຮ້ອງໄຫ້ເທິງຄໍຂອງລາວ.
|
||
\v 15 ລາວໄດ້ຈູບພວກອ້າຍທຸກໆຄົນ ແລະ ຮ້ອງໄຫ້ໃສ່ພວກເຂົາ. ຫລັງຈາກນັ້ນອ້າຍນ້ອງລາວກໍໄດ້ລົມກັບລາວ.
|
||
|
||
\s5
|
||
\v 16 ເມື່ອຂ່າວໄດ້ແຜ່ໄປເຖິງຣາຊວັງຂອງຟາໂຣວ່າ: "ບັນດາອ້າຍ ແລະ ນ້ອງຂອງໂຢເຊັບໄດ້ມາ." ກະສັດຟາໂຣ ແລະ ບັນດາຂ້າຣາຊການຂອງພະອົງຕ່າງກໍມີຄວາມຍິນດີເປັນຢ່າງຫລາຍ.
|
||
\v 17 ຟາໂຣໄດ້ກ່າວຕໍ່ໂຢເຊັບວ່າ, "ຈົ່ງບອກໃຫ້ພວກອ້າຍນ້ອງຂອງເຈົ້າ, ເຮັດສິ່ງນີ້: ເກັບເອົາສັດຂອງເຈົ້າ ແລະ ໄປທີ່ການາອານ.
|
||
\v 18 ໃຫ້ໄປເອົາພໍ່ ແລະ ຄອບຄົວຂອງພວກເຈົ້າກັບມາຫາເຮົາທີ່ນີ້. ເຮົາຈະມອບທີ່ດິນທີ່ດີໃນດິນແດນແຫ່ງປະເທດເອຢິບໃຫ້ພວກເຈົ້າ, ແລະ ພວກເຈົ້າຈະມີຢູ່ມີກິນຈົນອິມຫນຳສຳລານໃນແຜ່ນດິນນີ້.'
|
||
|
||
\s5
|
||
\v 19 ບັດນີ້ພວກເຈົ້າໄດ້ຖືກສັ່ງວ່າ, 'ໃຫ້ເຮັດສິ່ງນີ້, ໃຫ້ເອົາກວຽນອອກຈາກອີຢິບໄປ ເພື່ອໄປຂົນເອົາລູກຫລານຂອງພວກເຈົ້າ ແລະ ເມຍຂອງພວກເຈົ້າ ແລະ ພໍ່ຂອງພວກເຈົ້າ ແລ້ວ ກັບຄືນມາພີ້.
|
||
\v 20 ຢ່າພາກັນເປັນຫ່ວງຊັບສິ່ງຂອງ ຂອງພວກເຈົ້ານັ້ນ, ເພາະສິ່ງດີທີ່ສຸດຢູ່ໃນປະເທດອີຢິບທັງຫມົດ ຈະເປັນຂອງພວກເຈົ້າ.'"
|
||
|
||
\s5
|
||
\v 21 ເຫລົ່າລູກຊາຍຂອງອິສະຣາເອນກໍປະຕິບັດຕາມຄຳສັ່ງນັ້ນ. ໂຢເຊັບໄດ້ເອົາກວຽນຫລາຍຄັນໃຫ້ພວກເຂົາ, ຕາມຄຳສັ່ງຂອງກະສັດຟາໂຣ, ແລະ ໄດ້ເອົາອາຫານໃຫ້ພວກເຂົາຖືໄປກິນຕາມທາງ.
|
||
\v 22 ພວກເຂົາແຕ່ລະຄົນ ໄດ້ຮັບເຄື່ອງນຸ່ງໃຫມ່ຜູ້ລະຊຸດ, ແຕ່ເບັນຢາມິນນັ້ນ ເພິ່ນໄດ້ເອົາເງິນສາມຮ້ອຍຫລຽນ ແລະ ເຄື່ອງນຸ່ງໃຫມ່ໃຫ້ເຂົາເປັນພິເສດຫ້າຊຸດ.
|
||
\v 23 ສຳລັບພໍ່ຂອງເພິ່ນແລ້ວເພິ່ນໄດ້ສົ່ງສິ່ງນີ້ໃຫ້ຄື: ລໍສິບໂຕທີ່ຕາງສິ່ງທີ່ດີຂອງປະເທດອີຢິບ; ແລະ ມີລໍແມ່ອີກສິບໂຕຕາງເຂົ້າສານ, ເຂົ້າຈີ່, ແລະ ສິ່ງໆອື່ນໆອີກ ສຳລັບພໍ່ຂອງຕົນເພື່ອໃນການເດີນທາງ.
|
||
|
||
\s5
|
||
\v 24 ດັ່ງນັ້ນລາວໄດ້ສົ່ງພວກອ້າຍນ້ອງຂອງຕົນອອກເດີນທາງໄປ. ລາວໄດ້ເວົ້າກັບພວກເຂົາວ່າ, "ເບິ່ງເດີ ພວກເຈົ້າຢ່າໄດ້ຜິດຖຽງກັນ ໃນເວລາເດີນທາງກັບ."
|
||
\v 25 ພວກເຂົາໄດ້ອອກເດີນທາງອອກຈາກອີຢິບ ແລະ ໄດ້ມາເຖິງດິນແດນການາອານ, ໄປຫາຢາໂຄບພໍ່ຂອງພວກເຂົາ.
|
||
\v 26 ພວກເຂົາຈຶ່ງຟ້າວບອກພໍ່ວ່າ, "ໂຢເຊັບຍັງມີຊີວິດຢູ່! ແລະ ລາວກໍເປັນຜູ້ປົກຄອງປະເທດອີຢິບທັງຫມົດ." ຫົວໃຈຂອງຢາໂຄບກໍເຕັມດ້ວຍຄວາມປະຫລາດໃຈ, ເພາະເພິ່ນບໍ່ອາດເຊື່ອຄຳເວົ້າຂອງພວກເຂົາໄດ້.
|
||
|
||
\s5
|
||
\v 27 ພວກເຂົາກໍໄດ້ເລົ່າຄຳເວົ້າທັງຫມົດຂອງໂຢເຊັບໄດ້ເວົ້າກັບພວກເຂົາສູ່ເພິ່ນຟັງ. ເມື່ອຢາໂຄບໄດ້ເຫັນກວຽນທີ່ໂຢເຊັບໄດ້ສົ່ງມາຮັບເພິ່ນນັ້ນ, ຈິດວິນຍານຂອງຢາໂຄບພໍ່ຂອງພວກເຂົາກໍຟື້ນຟູຂຶ້ນມາອີກ.
|
||
\v 28 ອິສະຣາເອນໄດ້ເວົ້າວ່າ, "ພຽງພໍແລ້ວ! ໂຢເຊັບລູກຊາຍຂອງເຮົາຍັງມີຊີວິດຢູ່. ຂ້ອຍຈະໄປ ແລະ ພົບລາວ ກ່ອນທີ່ຂ້ອຍຈະຕາຍ."
|
||
|
||
\s5
|
||
\c 46
|
||
\cl ບົດທີ 46
|
||
\p
|
||
\v 1 ອິສະຣາເອນໄດ້ມ້ຽນເອົາສິ່ງຂອງທັງຫມົດທີ່ເພິ່ນມີ ແລະ ໄດ້ໄປທີ່ເມືອງເບເອນເຊບາ. ບ່ອນທີ່ເພິ່ນໄດ້ຖວາຍບູຊາແກ່ພຣະເຈົ້າຂອງອີຊາກພໍ່ຂອງເພິ່ນ.
|
||
\v 2 ພຣະເຈົ້າໄດ້ເວົ້າກັບຢາໂຄບທາງຄວາມຝັນໃນຄືນນັ້ນວ່າ, "ຢາໂຄບ, ຢາໂຄບເອີຍ." ເພິ່ນກ່າວວ່າ, "ໂດຍ ຂ້ານ້ອຍຢູ່ທີ່ນີ້,"
|
||
\v 3 ພຣະອົງກ່າວວ່າ, "ເຮົາຄືພຣະເຈົ້າ, ພຣະເຈົ້າຂອງພໍ່ເຈົ້າ. ບໍ່ຕ້ອງຢ້ານທີ່ຈະລົງໄປປະເທດອີຢິບ, ຢູ່ໃນທີ່ນັ້ນເຮົາຈະເຮັດໃຫ້ເຈົ້າເປັນຊົນຊາດໃຫຍ່.
|
||
\v 4 ເຮົາຈະໄປປະເທດອີຢິບກັບເຈົ້າ, ແລະ ເຮົາຈະນຳເອົາເຈົ້າ ກັບຄືນມາສູ່ດິນແດນນີ້ອີກ ແລະ ໂຢເຊັບຈະປິດຕາເຈົ້າດ້ວຍມືຂອງລາວເອງ."
|
||
|
||
\s5
|
||
\v 5 ຢາໂຄບກໍລຸກຂຶ້ນຈາກເມືອງເບເອນເຊບາ. ພວກລູກຊາຍຂອງອິສະຣາເອນໄດ້ເອົາພໍ່ຂອງພວກເຂົາ, ພວກເດັກນ້ອຍ, ແລະ ເມຍຂອງພວກເຂົາ, ຂຶ້ນຂີ່ກວຽນທີ່ຟາໂຣໄດ້ສົ່ງມາຮັບເພິ່ນ.
|
||
\v 6 ພວກເຂົາເອົາຝູງສັດກັບຊັບສົມບັດທັງຫມົດທີ່ມີໃນການາອານ ອອກເດີນທາງໄປສູ່ປະເທດອີຢິບ.
|
||
\v 7 ຢາໂຄບໄດ້ນຳເອົາເຊື້ອສາຍທັງຫມົດຂອງຕົນໄປນຳດັ່ງນີ້: ບັນດາລູກຊາຍຂອງເພິ່ນ, ບັນດາຫລານຊາຍຂອງເພິ່ນ, ບັນດາລູກສາວຂອງເພິ່ນ ແລະບັນດາຫລານສາວຂອງເພິ່ນ.
|
||
|
||
\s5
|
||
\v 8 ເຊື້ອສາຍຂອງຢາໂຄບທີ່ໄປປະເທດອີຢິບ, ກັບເພິ່ນມີຣູເບັນລູກຊາຍກົກຂອງເພິ່ນ
|
||
\v 9 ແລະພວກລູກຊາຍຂອງຣູເບັນດັ່ງນີ້: ຮານົກ, ປານລູ, ເຮຊະໂຣນ, ແລະການໝີ.
|
||
\v 10 ຊີເມໂອນ ແລະພວກລູກຊາຍຂອງຕົນ: ເຢມູເອນ, ຢາມິນ, ໂອຮາດ, ຢາກິນ, ໂຊຮາ, ແລະລູກທີ່ເກີດຈາກຍິງຊາວການາອານຊື່ວ່າ ຊາອູນ.
|
||
\v 11 ເລວີ ແລະລູກຊາຍຂອງຕົນ: ເກໂຊນ, ໂກຮາດ, ແລະເມຣາຣີ.
|
||
|
||
\s5
|
||
\v 12 ຢູດາ ແລະພວກລູກຊາຍຂອງຕົນ: ເອຣະ, ໂອນານ, ເຊລາ, ເປເຣັດ, ແລະເຊຣາ. (ສ່ວນເອຣະກັບໂອນານ ລູກຊາຍສອງຄົນຂອງຢູດານັ້ນ ຕາຍທີ່ການາອານ). ພ້ອມດ້ວຍລູກຊາຍຂອງເປເຣັດຊື່ວ່າ ເຮຊະໂຣນ, ແລະຮາມູນ.
|
||
\v 13 ອິດຊາຄາກັບພວກລູກຊາຍຂອງຕົນ: ໂຕລາ, ປູອາ, ຢາຊຸບ, ແລະຊີມໂຣນ.
|
||
\v 14 ເຊບູໂລນກັບພວກລູກຊາຍຂອງຕົນ: ເສເຣັດ, ເອໂລນ ແລະຢາເລເອນ.
|
||
\v 15 ຄົນເຫລົ່ານັ້ນແມ່ນລູກຊາຍຂອງນາງເລອາ ທີ່ໄດ້ເກີດໃຫ້ຢາໂຄບໃນເມໂຊໂປຕາເມຍ ລວມທັງນາງດີນາລູກສາວຂອງຕົນດ້ວຍ. ເມື່ອນັບລວມທັງຫມົດແລ້ວ ເຊື້ອສາຍທີ່ສືບມາຈາກນາງເລອາ ມີຢູ່ 33 ຄົນ.
|
||
|
||
\s5
|
||
\v 16 ກາດ ແລະບັນດາລູກຊາຍຂອງຕົນ: ເຊໂຟນ, ຮັກກີ, ຊູນີ, ເອຊະໂບນ, ເອຣີ, ອາໂຣດ, ແລະອາເຣລີ.
|
||
\v 17 ອາເຊ ແລະພວກລູກຊາຍຂອງຕົນ: ອີມນາ, ອີຊະວາ, ອີຊະວີ, ເບຣິຢາ, ແລະນາງເສຣາລູກສາວຂອງລາວ ພ້ອມທັງລູກຊາຍຂອງເບຣິຢາ: ເຮເບ, ແລະມັນກີເອນ.
|
||
\v 18 ພວກ 16 ຄົນນີ້ແມ່ນເຊື້ອສາຍຂອງຢາໂຄບ, ທີ່ສືບມາຈາກນາງຊີລະປາ ເອື້ອຍລ້ຽງທີ່ລາບານໄດ້ມອບໃຫ້ນາງເລອາ ລູກສາວຂອງຕົນ.
|
||
|
||
\s5
|
||
\v 19 ສ່ວນຣາເຊັນ ເມຍຂອງຢາໂຄບ ມີລູກຊາຍສອງຄົນ: ໂຢເຊັບ ແລະເບັນຢາມິນ.
|
||
\v 20 ຢູ່ໃນປະເທດອີຢິບ ໂຢເຊັບມີລູກຊາຍສອງຄົນຊື່ວ່າ ມານາເຊ ແລະເອຟຣາອິມ ທີ່ໄດ້ນຳນາງອາເສນາດລູກສາວຂອງໂປຕີເຟຣາປະໂລຫິດແຫ່ງເມືອງເຮລີໂອໂປລີ.
|
||
\v 21 ລູກຊາຍຂອງເບັນຢາມິນ ມີດັ່ງນີ້: ເບລາ, ເບເຄ, ອັດຊະເບນ, ເກຣາ, ນາອາມານ, ເອຮີ, ໂຣເຊ, ມຸບປິມ, ຮຸບປິມ, ແລະອາກເດ.
|
||
\v 22 ພວກສິບສີ່ຄົນນີ້ເປັນເຊື້ອສາຍຂອງຢາໂຄບ ທີ່ສືບມາຈາກນາງຣາເຊັນ.
|
||
|
||
\s5
|
||
\v 23 ດານ ແລະ ລູກຊາຍຂອງຕົນຊື່ວ່າຮູຊິມ.
|
||
\v 24 ເນັບທາລີ ແລະລູກຊາຍຂອງຕົນ ມີດັ່ງນີ້: ຢາເຊເອນ, ກູນີ, ເຢເຊ, ແລະ ຊິນເລັມ.
|
||
\v 25 ພວກເຈັດຄົນນີ້ເປັນເຊື້ອສາຍຂອງຢາໂຄບທີ່ສືບມາຈາກນາງບິນຮາ, ເອື້ອຍລ້ຽງທີ່ລາບານໄດ້ມອບໃຫ້ນາງຣາເຊັນລູກສາວຂອງຕົນ.
|
||
|
||
\s5
|
||
\v 26 ຈຳນວນເຊື້ອສາຍແທ້ໆທັງຫມົດຂອງຢາໂຄບ,ທີ່ໄປຢູ່ໃນປະເທດອີຢິບມີ 66 ຄົນ; ໂດຍບໍ່ນັບເມຍຂອງພວກລູກຊາຍຂອງເພິ່ນ.
|
||
\v 27 ໂຢເຊັບມີລູກຊາຍທີ່ເກີດຢູ່ໃນປະເທດອີຢິບສອງຄົນ, ເມື່ອຮວບຮວມຄອບຄົວຂອງຢາໂຄບທັງຫມົດ ທີ່ໄປຢູ່ໃນປະເທດອີຢິບແລ້ວມີ 70 ຄົນ.
|
||
|
||
\s5
|
||
\v 28 ຢາໂຄບໄດ້ສົ່ງຢູດາໄປບອກໂຢເຊັບລ່ວງຫນ້າ ເພື່ອໃຫ້ມາພົບພໍ່ຂອງຕົນທີ່ເຂດໂກເຊັນ. ເມື່ອພວກເຂົາມາຮອດ.
|
||
\v 29 ໂຢເຊັບຈຶ່ງຂີ່ລົດມ້າອອກໄປພົບພໍ່ຂອງຕົນທີ່ເຂດໂກເຊັນທັນທີ. ເມື່ອທັງສອງພົບກັນ ໂຢເຊັບຈຶ່ງຟ້າວກອດຄໍພໍ່ຂອງຕົນໄຫ້ສະອື້ນເປັນເວລານານ.
|
||
\v 30 ຢາໂຄບເວົ້າກັບໂຢເຊັບວ່າ, "ບັດນີ້ ພໍ່ພ້ອມແລ້ວທີ່ຈະຕາຍ, ເມື່ອໄດ້ເຫັນຫນ້າລູກ, ແລະຮູ້ວ່າລູກຍັງມີຊີວິດຢູ່."
|
||
|
||
\s5
|
||
\v 31 ແລ້ວໂຢເຊັບກໍກ່າວຕໍ່ພວກອ້າຍ ຕະຫລອດທັງຄອບຄົວທັງຫມົດຂອງພໍ່ຕົນວ່າ, "ຂ້ອຍຕ້ອງໄປບອກໃຫ້ກະສັດຮູ້ວ່າ, ພວກອ້າຍນ້ອງກັບຄອບຄົວທັງຫມົດຂອງພໍ່ຂ້ອຍ, ທີ່ໄດ້ອາໄສຢູ່ໃນການາອານນັ້ນ, ມາຮອດແລ້ວ.
|
||
\v 32 ຂ້ອຍຈະບອກເພິ່ນວ່າ, ພວກເຈົ້າເປັນຄົນລ້ຽງແກະແລະລ້ຽງງົວ. ແລະພວກເຈົ້າໄດ້ເອົາຝູງແກະ, ກັບຝູງງົວພ້ອມທຸກສິ່ງທີ່ມີນັ້ນມານຳ.
|
||
|
||
\s5
|
||
\v 33 ເມື່ອກະສັດເອີ້ນພວກເຈົ້າໄປຖາມ,ເຖິງວິຊາອາຊີບຂອງພວກເຈົ້າ,
|
||
\v 34 ໃຫ້ພວກເຈົ້າຕອບວ່າ, "ພວກເຈົ້າລ້ຽງສັດເປັນອາຊີບເຫມືອນດັ່ງບັນພະບຸຣຸດຂອງພວກເຮົາ, ໂດຍວິທີນີ້ກະສັດກໍຈະອະນຸຍາດໃຫ້ພວກເຈົ້າອາໄສຢູ່ໃນເຂດໂກເຊັນໄດ້." ໂຢເຊັບແນະນຳເຊັ່ນນີ້, ເພາະຊາວອີຢິບບໍ່ມັກພວກລ້ຽງແກະ."
|
||
|
||
\s5
|
||
\c 47
|
||
\cl ບົດທີ 47
|
||
\p
|
||
\v 1 ດັ່ງນັ້ນ ໂຢເຊັບຈຶ່ງພາອ້າຍຫ້າຄົນຂອງຕົນໄປພົບກະສັດ. ເພິ່ນບອກກະສັດວ່າ, "ພໍ່ ແລະພວກອ້າຍນ້ອງຂອງຂ້ານ້ອຍ, ໄດ້ມາແຕ່ການາອານແລ້ວ, ພ້ອມກັບຝູງແກະ ແລະຝູງງົວ ຕະຫລອດທັງທຸກສິ່ງທີ່ພວກເຂົາມີຢູ່. ດຽວນີ້,ພວກເຂົາເຈົ້າອາໄສຢູ່ເຂດໂກເຊັນ."
|
||
\v 2 ແລ້ວໂຢເຊັບກໍແນະນຳພວກອ້າຍຂອງຕົນຕໍ່ກະສັດ.
|
||
|
||
\s5
|
||
\v 3 ກະສັດຖາມວ່າ, "ພວກເຈົ້າມີອາຊີບຫຍັງ?" ພວກເຂົາຕອບວ່າ, "ທ່ານເອີຍ ພວກຂ້ານ້ອຍມີອາຊີບເປັນຜູ້ລ້ຽງສັດ, ຄືກັບບັນພະບຸຣຸດຂອງພວກຂ້ານ້ອຍ."
|
||
\v 4 ພວກຂ້ານ້ອຍມາຂໍອາໄສຢູ່ປະເທດນີ້, "ເພາະໃນການາອານເກີດການອຶດຢາກຢ່າງຮ້າຍແຮງ. ຈົນບໍ່ມີທົ່ງຫຍ້າສຳລັບລ້ຽງຝູງສັດ. ກະລຸນາໂຜດໃຫ້ພວກຂ້ານ້ອຍໄດ້ອາໄສຢູ່ໃນເຂດໂກເຊັນນັ້ນເຖີດ."
|
||
|
||
\s5
|
||
\v 5 ກະສັດກ່າວແກ່ໂຢເຊັບວ່າ, "ບັດນີ້ ພໍ່ແລະພວກອ້າຍນ້ອງຂອງເຈົ້າໄດ້ມາຮອດແລ້ວ.
|
||
\v 6 ດິນແດນຂອງປະເທດອີຢິບກໍເປັນຂອງພວກເຂົາຄືກັນ. ພວກເຂົາຕັ້ງຫລັກແຫລ່ງຢູ່ໃນເຂດໂກເຊັນໄດ້ ບ່ອນທີ່ມີດິນດີທີ່ສຸດໃນປະເທດນີ້. ນອກຈາກນີ້ ຖ້າເຈົ້າຮູ້ວ່າ ໃນພວກເຂົາຜູ້ຫນຶ່ງຜູ້ໃດມີຄວາມສາມາດ, ກໍໃຫ້ຮັບລ້ຽງຝູງສັດຂອງເຮົາດ້ວຍ."
|
||
|
||
\s5
|
||
\v 7 ແລ້ວໂຢເຊັບກໍໄດ້ພາຢາໂຄບພໍ່ຂອງຕົນເຂົ້າໄປພົບກະສັດ. ຢາໂຄບອວຍພອນກະສັດ.
|
||
\v 8 ແລະກະສັດໄດ້ຖາມຢາໂຄບວ່າ, "ເຈົ້າອາຍຸໄດ້ຈັກປີແລ້ວ?"
|
||
\v 9 ຢາໂຄບຕອບວ່າ, "ຊີວິດທີ່ທ່ອງທ່ຽວໄປມາຂອງຂ້ານ້ອຍ ມີຢູ່ 130 ປີ. ເປັນເວລາສັ້ນ ແລະລຳບາກ. ບໍ່ຄືຊີວິດທີ່ທ່ອງທ່ຽວໄປມາຂອງບັນພະບຸຣຸດຂອງຂ້ານ້ອຍ."
|
||
\v 10 ຢາໂຄບອວຍພອນກະສັດ ແລະອຳລາກັບໄປ.
|
||
|
||
\s5
|
||
\v 11 ໂຢເຊັບໄດ້ຈັດທີ່ດິນໃຫ້ພໍ່ກັບພວກອ້າຍຂອງຕົນຢູ່ໃນປະເທດອີຢິບ, ໂດຍເລືອກເອົາດິນຕອນດີທີ່ສຸດຢູ່ໃກ້ກັບເມືອງຣາມາເຊັດ, ໃຫ້ເປັນສົມບັດຂອງພວກເຂົາຕາມທີ່ກະສັດໄດ້ສັ່ງ.
|
||
\v 12 ໂຢເຊັບໄດ້ຈັດຫາສະບຽງອາຫານໃຫ້ພໍ່, ບັນດາອ້າຍນ້ອງ, ແລະຄອບຄົວຂອງພວກເຂົາທຸກໆຄົນ, ຕະຫລອດທັງພວກເດັກນ້ອຍທີ່ໄດ້ຕິດຕາມມານຳນັ້ນ.
|
||
|
||
\s5
|
||
\v 13 ການອຶດຢາກຄັ້ງນີ້ຮ້າຍແຮງທີ່ສຸດ; ຈົນວ່າຢູ່ໃນປະເທດອື່ນໆບໍ່ມີອາຫານກິນ ແລະປະຊາຊົນອີຢິບກັບຊາວການາອານກໍອ່ອນເພຍຍ້ອນການອຶດຢາກ.
|
||
\v 14 ໂຢເຊັບທ້ອນໂຮມເອົາເງິນທັງຫມົດທີ່ໄດ້ມາຈາກການຂາຍເຂົ້າ, ນຳໄປຖອກທີ່ຄັງຂອງຣາຊວັງ.
|
||
|
||
\s5
|
||
\v 15 ເມື່ອຊາວອີຢິບ ແລະຊາວການາອານຈ່າຍເງິນໝົດແລ້ວ, ຊາວເອຢິບຈຶ່ງຫຸ້ມກັນມາຫາໂຢເຊັບ ແລະເວົ້າວ່າ, "ຂໍອາຫານ! ໃຫ້ພວກຂ້ານ້ອຍກິນແດ່ທ້ອນ ຢ່າປະໃຫ້ພວກຂ້ານ້ອຍຕ້ອງຫິວຕາຍເລີຍ. ກະລຸນາຫາທາງຊ່ວຍພວກຂ້ານ້ອຍແດ່ທ້ອນ ເພາະເງິນຂອງພວກຂ້ານ້ອຍກໍໄດ້ຈ່າຍໄປຈົນຫມົດແລ້ວ."
|
||
\v 16 ໂຢເຊັບຈຶ່ງຕອບວ່າ, "ຖ້າພວກເຈົ້າຫມົດເງິນແທ້, ໃຫ້ນຳສັດມາແລກປ່ຽນເອົາເຂົ້າ."
|
||
\v 17 ດັ່ງນັ້ນ ພວກເຂົາຈຶ່ງເອົາສັດຂອງຕົນມາໃຫ້ໂຢເຊັບ. ແລະເພິ່ນກໍເອົາອາຫານແລກປ່ຽນເອົາສັດ ເປັນຕົ້ນ: ມ້າ, ແກະ, ແບ້, ງົວ, ແລະລໍ. ໃນປີນັ້ນ ເພິ່ນໄດ້ຈ່າຍອາຫານໃຫ້ແກ່ປະຊາຊົນ ໂດຍວິທີແລກປ່ຽນກັບສັດຕ່າງໆຂອງພວກເຂົາ.
|
||
|
||
\s5
|
||
\v 18 ປີຕໍ່ມາ ພວກເຂົາກໍພາກັນມາຫາໂຢເຊັບອີກ, ແລະເວົ້າວ່າ, "ທ່ານເອີຍ ພວກຂ້ານ້ອຍຂໍເວົ້າຄວາມຈິງສູ່ທ່ານຟັງ, ໂດຍບໍ່ໄດ້ປິດບັງຫຍັງເລີຍຄື: ເງິນຂອງພວກຂ້ານ້ອຍກໍຫມົດແລ້ວ ແລະສັດຂອງພວກຂ້ານ້ອຍກໍເປັນຂອງທ່ານແລ້ວ. ດຽວນີ້ ພວກຂ້ານ້ອຍບໍ່ເຫລືອຫຍັງ, ພໍເອົາມາໃຫ້ທ່ານແລກປ່ຽນ ນອກຈາກພວກຂ້ານ້ອຍເອງກັບທີ່ດິນເທົ່ານັ້ນ.
|
||
\v 19 ຢ່າປ່ອຍໃຫ້ພວກຂ້ານ້ອຍຕ້ອງອຶດຕາຍເທາະ, ກະລຸນາຫາທາງຊ່ວຍພວກຂ້ານ້ອຍແດ່ຖ້ອນ ຢ່າປ່ອຍໃຫ້ທີ່ດິນຂອງພວກຂ້ານ້ອຍຫວ່າງເປົ່າລ້າໆເລີຍ. ຂໍທ່ານຈົ່ງຊື້ທີ່ດິນຂອງພວກຂ້ານ້ອຍເພື່ອແລກເອົາອາຫານ. ພວກຂ້ານ້ອຍຍິນດີຍອມເປັນຄົນຮັບໃຊ້ຂອງກະສັດ, ແລະທີ່ດິນຂອງພວກຂ້ານ້ອຍກໍໃຫ້ເປັນຂອງເພິ່ນດ້ວຍ. ຈົ່ງເອົາເຂົ້າໃຫ້ພວກຂ້ານ້ອຍເພື່ອພວກຂ້ານ້ອຍຈະບໍ່ອຶດຕາຍ, ແລະເອົາເຂົ້າປູກໃຫ້ພວກຂ້ານ້ອຍເພື່ອທີ່ດິນຈະບໍ່ຖືກປະປ່ອຍໃຫ້ວ່າງເປົ່າລ້າໆ."
|
||
|
||
\s5
|
||
\v 20 ໂຢເຊັບໄດ້ຊື້ເອົາທີ່ດິນທັງຫມົດໃນປະເທດອີຢິບໃຫ້ກະສັດ. ຊາວອີຢິບທຸກຄົນຈຳເປັນຕ້ອງຂາຍທີ່ດິນຂອງຕົນ, ຍ້ອນວ່າການອຶດຢາກເທື່ອນີ້ຮ້າຍແຮງທີ່ສຸດ. ແລະທີ່ດິນທັງຫມົດ,ໃນປະເທດອີຢິບກໍກາຍເປັນຂອງກະສັດ.
|
||
\v 21 ໂຢເຊັບໄດ້ນຳພາຊາວອີຢິບມາເປັນຄົນຮັບໃຊ້, ແລະເຂດແດນຈາກສົ້ນສຸດຂອງປະເທດເບື້ອງນີ້ຈຸເບື້ອງອື່ນ.
|
||
\v 22 ຍັງແຕ່ທີ່ດິນຂອງພວກປະໂລຫິດເທົ່ານັ້ນທີ່ເພິ່ນບໍ່ໄດ້ຊື້ເອົາ. ພວກປະໂລຫິດບໍ່ໄດ້ຂາຍທີ່ດິນຂອງພວກຕົນ. ເພາະກະສັດໃຫ້ເງິນອຸດຫນູນແກ່ພວກເຂົາ.
|
||
|
||
\s5
|
||
\v 23 ໂຢເຊັບກ່າວແກ່ປະຊາຊົນວ່າ, "ພວກເຈົ້າເຫັນແລ້ວວ່າ, ມື້ນີ້ຂ້ອຍໄດ້ຊື້ເອົາພວກເຈົ້າ ພ້ອມທີ່ດິນຂອງພວກເຈົ້າມາເປັນຂອງກະສັດ. ອັນນີ້ແມ່ນເຂົ້າປູກ, ເພື່ອໃຫ້ພວກເຈົ້າເອົາໄປຫວ່ານໃນນາ.
|
||
\v 24 ເມື່ອຮອດລະດູເກັບກ່ຽວ, ພວກເຈົ້າຕ້ອງເອົາຜົນລະປູກຫນຶ່ງສ່ວນຫ້າໃຫ້ກະສັດ, ສ່ວນທີ່ເຫລືອນັ້ນ ໃຫ້ເປັນຂອງພວກເຈົ້າເພື່ອເປັນເຂົ້າປູກ ແລະສຳລັບກິນໃນຄອບຄົວ."
|
||
|
||
\s5
|
||
\v 25 ພວກເຂົາຕອບວ່າ, "ທ່ານໄດ້ເຮັດດີ.ຕໍ່ພວກຂ້ານ້ອຍໂດຍຊ່ວຍເອົາຊີວິດຂອງພວກຂ້ານ້ອຍໄວ້. ພວກຂ້ານ້ອຍຍິນດີເປັນຄົນຮັບໃຊ້ຂອງກະສັດ."
|
||
\v 26 ດັ່ງນັ້ນ ໂຢເຊັບຈຶ່ງໄດ້ແຕ່ງກົດຫມາຍປົກຄອງທີ່ດິນໄວ້ໃນປະເທດອີຢິບຄື: ຜົນລະປູກຫນຶ່ງສ່ວນຫ້າເປັນຂອງກະສັດ. ກົດຫມາຍນີ້ຍັງໃຊ້ກັນຈົນເຖິງທຸກວັນນີ້. ມີແຕ່ທີ່ດິນຂອງພວກປະໂລຫິດເທົ່ານັ້ນທີ່ບໍ່ເປັນຂອງກະສັດ.
|
||
|
||
\s5
|
||
\v 27 ຊາວອິສະຣາເອນທີ່ອາໄສໃນປະເທດອີຢິບຢູ່ໃນເຂດໂກເຊັນ. ໄດ້ຮັ່ງມີເປັນດີຂຶ້ນພ້ອມທັງມີລູກຫລານຢ່າງຫລວງຫລາຍ.
|
||
\v 28 ຢາໂຄບອາໄສຢູ່ໃນປະເທດອີຢິບສິບເຈັດປີ, ຈົນເພິ່ນມີອາຍຸຫນຶ່ງຮ້ອຍສີ່ສິບເຈັດປີ.
|
||
|
||
\s5
|
||
\v 29 ເມື່ອຢາໂຄບຮູ້ສຶກວ່າຕົນເອງໃກ້ຈະຕາຍແລ້ວ, ເພິ່ນຈຶ່ງເອີ້ນເອົາໂຢເຊັບລູກຊາຍຂອງຕົນມາ ແລະເວົ້າວ່າ, "ຈົ່ງວາງມືໃສ່ວ່າງຂາຂອງພໍ່ ແລະສາບານຢ່າງຫນັກແຫນ້ນວ່າ, ເຈົ້າຈະບໍ່ຝັງພໍ່ໄວ້ໃນປະເທດອີຢິບນີ້.
|
||
\v 30 ພໍ່ຕ້ອງການໃຫ້ລູກຝັງສົບຂອງພໍ່ໄວ້ຢູ່ໃນບ່ອນຝັງສົບຂອງປູ່ຍ່າຕາຍາຍຂອງພວກເຮົາ, ຈົ່ງເອົາຊາກສົບຂອງພໍ່ອອກຫນີຈາກປະເທດອີຢິບ ແລະຝັງໄວ້ຢູ່ໃນຖໍ້າຂອງບັນພະບຸຣຸດຂອງພວກເຮົາ." ໂຢເຊັບຕອບວ່າ, "ລູກຈະເຮັດຕາມທີ່ພໍ່ຕ້ອງການ."
|
||
\v 31 ຢາໂຄບເວົ້າວ່າ, "ຈົ່ງສາບານຕໍ່ພໍ່ວ່າລູກຈະເຮັດດັ່ງນັ້ນ." ໂຢເຊັບໄດ້ສາບານ. ແລ້ວຢາໂຄບກໍໂມທະນາຂອບພຣະຄຸນ ໂດຍກົ້ມຂາບລົງເທິງທີ່ຫົວຕຽງນອນຂອງຕົນ.
|
||
|
||
\s5
|
||
\c 48
|
||
\cl ບົດທີ 48
|
||
\p
|
||
\v 1 ຫລັງຈາກສິ່ງທັງຫລາຍເຫລົ່ານີ້ໄດ້ເກິດຂຶ້ນ, ມີຄົນຫນຶ່ງໄດ້ມາບອກໂຢເຊັບວ່າ, "ເບິ່ງເຖີດພໍ່ຂອງທ່ານປ່ວຍ." ດັ່ງນັ້ນເຂົາຈຶ່ງໄດ້ນຳເອົາລູກຊາຍທັງສອງຄົນຂອງເຂົາໄປກັບເຂົາ, ຄືມານາເຊ ເເລະເອຟຣາອິມ.
|
||
\v 2 ເມຶ່ອຢາໂຄບໄດ້ຮັບການບອກກ່າວ, "ເບິ່ງເຖີດ, ໂຢເຊັບລູກຊາຍຂອງທ່ານໄດ້ມາເຖິ່ງເພຶ່ອຈະຢ້ຽມທ່ານ," ອິສາຣາເອນໄດ້ຮວບຮວມກຳລັງ ເເລະໄດ້ລຸກຂຶ້ນນັ່ງເທິງຕຽງ.
|
||
|
||
\s5
|
||
\v 3 ຢາໂຄບໄດ້ເວົ້າກັບໂຢເຊັບວ່າ, "ພຣະເຈົ້າຜູ້ຊົງຣິດອຳນາດໄດ້ປາກົດເເກ່ພໍ່ທີ່ເມືອງລູເຊໃນເເຜ່ນດິນການາອານ. ພຣະອົງໄດ້ຊົງອວຍພຣະພອນພໍ່
|
||
\v 4 ເເລະໄດ້ກ່າວກັບພໍ່ວ່າ, 'ເບິ່ງເຖີດເຮົາຈະເຮັດໃຫ້ເຈົ້າເກີດຜົນ, ເເລະເພີ່ມພຸນຂຶ້ນຍ່າງມາກມາຍເຮົາຈະເຮັດໃຫ້ເຈົ້າເປັນຊຸມນຸມຂອງບັນດາປະຊາຊາດ. ເຮົາຈະປຣະທານເເຜ່ນດິນນີ້ເເກ່ເຊື້ອສາຍທັງຫລາຍຂອງເຈົ້າເປັນກຳມະສິດຕະຫລອດໄປ."
|
||
|
||
\s5
|
||
\v 5 ບັດນີ້ລູກຊາຍທັງສອງຄົນຂອງລູກ, ຜູ້ຊຶ່ງໄດ້ບັງເກີດເເກ່ລູກໃນເເຜ່ນດິນອີຢິບ ພວກເຂົາເປັນຂອງພໍ່ເອຟຣາອິມ ເເລະມານາເຊຈະເປັນຂອງພໍ່ເມຶ່ອທີ່ຮູເບນ ເເລະຊີເມໂອນ.
|
||
\v 6 ເປັນຂອງພໍ່ພວກລູກທີ່ລູກມີຫລັງຈາກ; ພວກເຂົາທັງຫລາຍຈະເປັນຂອງລູກພວກເຂົາຈະຖືກຈົດຊື່ໄວ້ພາຍໃຕ້ຊື່ຂອງພີ່ນ້ອງຂອງພວກເຂົາໃນມໍຣະດົກຂອງພວກເຂົາ.
|
||
\v 7 ເເຕ່ສຳຫລັບພໍ່, ເມຶ່ອໄດ້ມາຈາກປັດດານຄວາມໂສກເສົ້າຂອງພໍ່ ຕໍ່ສາລາທີ່ໄດ້ເສຍຊີວິດລະຫວ່າງທາງ ທີ່ຈະໄປເເຜ່ນດິນການາອານໃນຂະນະທີ່ຍັງຢູ່ຫ່າງໃກຈາກເອຟຣາທາ. ພໍ່ໄດ້ຝັງນາງໄວ້ລະຫວ່າງທາງທີ່ຈະໄປຍັງເອຟຣາທາ"(ນັ້ນຄື, ເບັດເລເຮັມ).
|
||
|
||
\s5
|
||
\v 8 ເມຶ່ອອິສະຣາເອນໄດ້ເຫັນພວກລູກຊາຍຂອງໂຢເຊັບ, ເຂົາໄດ້ເວົ້າ, "ຄົນເຫລົ່ານີ້ເປັນຂອງໃຜ?"
|
||
\v 9 ໂຢເຊັບໄດ້ເວົ້າກັບພໍ່ຂອງເຂົາວ່າ, "ພວກເຂົາຄືລູກຊາຍທັງຫລາຍຂອງລູກ, ຜູ້ເຊິ່ງພຣະເຈົ້າໄດ້ປຣະທານໄຫ້ແກ່ລູກທີ່ນີ້, "ຈົ່ງນຳພວກເຂົາເຂົ້າມາຫາພໍ່ເພຶ່ອທີ່ພໍ່ຈະໄດ້ອວຍພອນພວກເຂົາ."
|
||
\v 10 ບັດນີ້ດວງຕາຂອງອິສະຣາເອນໄດ້ມືດມົວ, ເພາະຄວາມມີອາຍຸຫລາຍຂອງເຂົາດັ່ງນັ້ນເຂົາຈຶ່ງແນມບໍ່ເຫັນ, ແລະເຂົາໄດ້ຈູບພວກເຂົາ ແລະ ໄດ້ໂອບກອດພວກເຂົາ.
|
||
|
||
\s5
|
||
\v 11 ອິສະຣາເອນໄດ້ກ່າວກັບໂຢເຊັບວ່າ, "ພໍ່ບໍ່ເຄີຍຄາດຫວັງວ່າທີ່ໄດ້ເຫັນຫນ້າຂອງລູກອີກ, ແຕ່ພຣະເຈົ້າໄດ້ຊົງອະນຸຍາດໃຫ້ພໍ່ໄດ້ເຫັນລູກທັງຫລາຍຂອງລູກ."
|
||
\v 12 ໂຢເຊັບໄດ້ນຳພວກເຂົາອອກຈາກລະຫວ່າງຫົວເຂົ່າຂອງອິສະຣາເອນ, ແລະຈາກນັ້ນເຂົາ ໄດ້ກົ້ມຫນ້າລົງພື້ນ.
|
||
\v 13 ໂຢເຊັບໄດ້ນຳທັງສອງຄືເອຟຣາອິມ, ຢູ່ທາງຂວາມືຂອງເຂົາ ຄືຢູ່ທາງຊ້າຍມືຂອງເຂົາ ຄືຢູ່ທາງຂວາມືຂອງ ອິສະຣາເອນ, ແລະໄດ້ນຳພວກເຂົາເຂົ້າມາໃກ້ເຂົາ.
|
||
|
||
\s5
|
||
\v 14 ອິສະຣາເອນໄດ້ຍື່ນມືຂວາອອກ ແລະວາງເທິງຫົວຂອງເອຟຣາອິມ, ຜູ້ຊຶ່ງເປັນນ້ອງ, ແລະມືຊ້າຍຂອງເຂົາເທີງຫົວຂອງມານາເຊ. ເຂົາໄດ້ໄຂ່ວມືຂອງເຂົາເພາະວ່າມານາເຊເປັນລູກຫົວປີ.
|
||
\v 15 ອິສະຣາເອນໄດ້ອວຍພອນໂຢເຊັບ, ກ່າວວ່າ, "ຕໍ່ພຣະພັກພຣະເຈົ້າຜູ້ທີ່ເປັນບັນພຣະບຸຣຸດຂອງຂ້າພຣະອົງ ອັບຣາຮາມ ແລະອິສະຣາເອັນໄດ້ຕິດຕາມ, ພຣະເຈົ້າຜູ້ທີ່ໄດ້ເບິ່ງຂ້າພຣະອົງຈົນເຖິງວັນນີ້,
|
||
\v 16 ຂໍໃຫ້ເທວະດາຜູ້ທີ່ປົກປັກຮັກສາຂ້າພຣະອົງຈາກອັນຕະລາຍທັງຫມົດ. ຂໍໃຫ້ພຣະອົງຊົງອວຍພຣະພອນເດັກເຫລົ່ານີ້ ຂໍໃຫ້ຊື່ຂອງຂ້າພຣະອົງເປັນຊື່ຂອງພວກເຂົາ, ເເລະຊື່ຂອງບັນພະບຸຣຸດຂອງຂ້າພຣະອົງຄື ອັບຣາຮາມ ເເລະອິສະຣາເອນ. ຂໍໃຫ້ພວກເຂົາເຕີບໂຕຂຶ້ນ ທະວີຂຶ້ນເທິງເເຜ່ນດິນ."
|
||
|
||
\s5
|
||
\v 17 ເມຶ່ອໂຢເຊັບໄດ້ເຫັນພໍ່ຂອງເຂົາວາງມືຂວາເທິງຫົວຂອງເອຟຣາອິມ, ເຂົາຮູ້ສຶກບໍ່ສະບາຍໃຈ. ເຂົາໄດ້ຈັບມືຂອງພໍ່ຂອງເຂົາຍ້າຍຈາກເທິງຫົວເອຣາອິມໄປຍັງເທິງຫົວຂອງມານາເຊ.
|
||
\v 18 ໂຢເຊັບໄດ້ເວົ້າກັບພໍ່ຂອງເຂົາ, "ບໍ່ແມ່ນຢ່າງນີ້ ພໍ່ຂອງລູກ; ເພາະວ່ານີ້ເເມ່ນບຸດຫົວປີ. ວາງມືຂວາຂອງພໍ່ເທິງຫົວຂອງເຂົາເຖີດ."
|
||
|
||
\s5
|
||
\v 19 ພໍ່ຂອງເຂົາໄດ້ປະຕິເສດ ເເລະໄດ້ເວົ້າວ່າ, "ພໍ່ຮູ້ລູກເອີຍ, ພໍ່ຮູ້. ເຂົາຈະກາຍເປັນຊົນຊາດ, ເເລະເຂົາຈະຍິ່ງໃຫ່ຍດ້ວຍ ນ້ອງຊາຍຂອງເຂົາຈະຍິ່ງໃຫ່ຍກວ່າເຂົາ, ເເລະເຊື້ອສາຍທັງຫລາຍຂອງເຂົາຈະທະວີຄູນກາຍເປັນປະຊາຊາດ."
|
||
\v 20 ອິສະຣາເອນໄດ້ອວຍພອນພວກເຂົາໃນວັນນັ້ນ ດ້ວຍຄຳເຫລົ່ານີ້, "ປະຊາຊົນຂອງອິສະຣາເອນອາດຈະປະກາດຂ່າວປະເສີດອວຍພອນໂດຍຊື່ຂອງເຈົ້າ ລາວວ່າ, 'ຂໍພຣະເຈົ້າເຮັດໃຫ້ເຈົ້າເຫມືອນເອຟຣາອິມ ເເລະເຫມືອນມານາເຊ." ດ້ວຍວີທີນີ້ ອິສະຣາເອນໄດ້ຈັດເອຟຣາອິມໄວ້ກ່ອນມານາເຊ.
|
||
|
||
\s5
|
||
\v 21 ອິສະຣາເອນໄດ້ເວົ້າກັບໂຢເຊັບວ່າ, "ເບິ່ງເຖີດພໍ່ກຳລັງຈະຕາຍ, ເເຕ່ພຣະເຈົ້າຈະຊົງຢູ່ກັບລູກ, ເເລະຈະຊົງນຳລູກກັບໄປຍັງດິນເເດນຂອງບັນພະບຸຣຸດທັງຫລາຍຂອງລູກ.
|
||
\v 22 ເຖິງລູກເຊຶ່ງເປັນຄົນດຽວທີ່ຢູ່ເມື່ອບັນດາພີ່ນ້ອງ, ພໍ່ມອບທີ່ພູເຂົາທີ່ພໍ່ໄດ້ມາຈາກຄົນອາໂມ ດ້ວຍດາບ ເເລະທະນູຂອງພໍ່ໃຫ້ລູກ."
|
||
|
||
\s5
|
||
\c 49
|
||
\cl ບົດທີ 49
|
||
\p
|
||
\v 1 ຈາກນັ້ນຢາໂຄບໄດ້ເອີ້ນຫາລູກຊາຍທັງຫລາຍຂອງເຂົາ, ເເລະໄດ້ກ່າວວ່າ: "ພວກເຈົ້າທັງຫລາຍຈົ່ງມາລວມກັນ ເເລະເຮົາຈະບອກພວກເຈົ້າເຖິງສິ່ງທີ່ຈະເກີດຂຶ້ນກັບໃນພວກເຈົ້າໃນອານາຄົດ.
|
||
\v 2 ພວກເຈົ້າຈົ່ງມາຊຸມນຸມກັນ ເເລະຟັງ, ລູກຊາຍທັງຫລາຍຂອງຢາໂຄບ. ຈົ່ງຟັງອິສະຣາເອນ, ພໍ່ຂອງພວກເຈົ້າ.
|
||
|
||
\s5
|
||
\v 3 ຣູເບັນ, ເຈົ້າເປັນລູກຫົວປີຂອງເຮົາ, ເປັນອຳນາດຂອງເຮົາ, ເເລະເປັນຈຸດເລີ່ມຕົ້ນຂອງກໍາລັງຂອງເຮົາ, ເປັນກຽດຕິຍົດຊື່ສຽງທີ່ສຳຄັນຂອງເຮົາ, ແລະເປັນພະລັງທີ່ສຳຄັນຂອງເຮົາ.
|
||
\v 4 ບໍ່ສາມາດຄວບຄຸບໄດ້ເຫມືອນນ້ຳທີ່ໄຫລເເຮງ, ເຈົ້າຈະບໍ່ດີີກວ່າຄົນອື່ນ, ເພາະວ່າເຈົ້າໄດ້ຂຶ້ນໄປເທິງຕຽງຂອງພໍ່ຈາກນັ້ນເຈົ້າ. ໄດ້ເຮັດໃຫ້ມັນເປັນມົນທິນ; ເຈົ້າໄດ້ຂຶ້ນໄປເທິງທີ່ນອນຂອງເຮົາ
|
||
|
||
\s5
|
||
\v 5 ຊີເມໂອນ ເເລະເລວີເປັນພີ່ນອ້ງກັນ. ອາວຸດເເຫ່ງຄວາມຮຸນເເຮງຄື ດາບທັງຫລາຍຂອງພວກເຂົາ.
|
||
\v 6 ໂອ້ ຈິດວິນຍານຂອງເຮົາ, ຈະບໍ່ເຂົ້າໄປໃນທີ່ປະຊຸມນຸມຂອງພວກເຂົາ; ເພາະຈິດໃຈຂອງເຮົາມີສັກສີຫລາຍກວ່ານັ້ນ, ເພາະວ່າຄວາມໃຈຮ້າຍຂອງພວກເຂົາ. ພວກເຂົາໄດ້ຂ້າຜູ້ຊາຍທັງຫລາຍ. ມັນເປັນຄວາມພໍໃຈທີ່ພວກເຂົາເຮັດໃຫ້ພວກງົວໂຕຜູ້ທັງຫລາຍພິການ.
|
||
|
||
\s5
|
||
\v 7 ຄວາມໃຈຮ້າຍຂອງພວກເຂົາ, ເຮັດໃຫ້ຖືກເເຊ່ງເພາະວ່າມັນຄືນຄວາມດຸຮ້າຍ ເເລະຄວາມໂມໂຫຮ້າຍຂອງພວກເຂົາເພາະວ່າມັນຄືຄວາມໂຫດຮ້າຍ. ເຮົາເເບ່ງເເຍກພວກເຂົາໃນຢາໂຄບ ເເລະກະຈາຍພວກເຂົາໃນອິສະຣາເອນ.
|
||
|
||
\s5
|
||
\v 8 ຢູດາເອີຍ, ພວກພີ່ນ້ອງຈະສັນຣະເສີນເຈົ້າ. ມືຂອງເຈົ້າຈະຢູ່ເທິງຄໍຂອງເຫລົ່າສັດຕຣູຂອງເຈົ້າ. ລູກຊາຍທັງຫລາຍຂອງພໍ່ເຈົ້າຈະກົ້ມຄຳນັບລົງຕໍ່ຫນ້າເຈົ້າ.
|
||
|
||
\s5
|
||
\v 9 ຢູດາເປັນເຫມືອນລູກສິງໂຕ. ລູກຊາຍຂອງເຮົາເອີຍ ເຈົ້າໄດ້ຂຶ້ນໄປຈາກເຫຍື່ອຂອງເຈົ້າ. ເຂົາໄດ້ກົ້ມລົງ, ເຂົາໄດ້ຫມອບລົງເຫມືອນສິງໂຕ, ເຫມືອນສິງໂຕຕົວເມຍ. ໃຜຈະກ້າປຸກເຂົາ?
|
||
|
||
\s5
|
||
\v 10 ໄມ້ເທົ້າຂອງກະສັດຈະບໍ່ຈາກໄປຈາກຢູດາ, ຫລືໄມ້ເທົ້າຂອງຜູ້ປົກຄອງຈະບໍ່ອອກໄປຈາກລະຫວ່າງເທົ້າຂອງເຂົາ, ຈົນກວ່າຊີໂລຈະມາ. ປະຊາຊາດທັງຫລາຍຈະເຊື່ອຟັງເຂົາ.
|
||
|
||
\s5
|
||
\v 11 ຈົ່ງມັດລວາຂອງເຂົາກັບເຫລົ່າຕົ້ນອະງຸ່ນ, ເເລະລູກລວາໂຕຜູ້ຂອງເຂົາເຂົ້າກັບເຫລົ່າຕົ້ນອະງຸ່ນທີ່ເລືອກໄວ້ ເຂົາໄດ້ຊັກເສືອຜ້າຂອງເຂົາໃນເຫລົ້າອະງຸ່ນ ເເລະເສື້ອຄຸມຂອງເຂົາໃນເລືອດເເຫ່ງອະງຸ່ນ.
|
||
\v 12 ດວງຕາຂອງເຂົາຈະມີສີເຂັ້ມຄືເຫລົ້າອະງຸ່ນ, ແລະແຂ້ວຂອງເຂົາຈະຂາວຄືນົມ.
|
||
|
||
\s5
|
||
\v 13 ເຊບູໂລນ ຈະອາໄສຢູ່ແຄມຊາຍທະເລ. ເຂົາຈະເປັນທ່າເຮືອສຳລັບເຮືອທັງຫລາຍ, ແລະອານາເຂດຂອງເຂົາຈະຂະຫຍາຍອອກໄປເຖິງຊີໂດນ.
|
||
|
||
\s5
|
||
\v 14 ອິດຊາຄາເປັນລວາທີ່ມີກຳລັງແຂງແຮງ, ກຳລັງນອນຢູ່ລະຫວ່າງຄອກແກະທັງຫລາຍ.
|
||
\v 15 ເຂົາເຫັນທີ່ພັກຜ່ອນທີ່ດີ ແລະແຜ່ນດິນທີ່ ຫນ້າເພິ່ງພໍໃຈ. ເຂົາຈະກົ້ມບ່າຂອງເຂົາລົງຮັບແອກ ແລະກ່ອນເປັນຄົນຮັບໃຊ້ສຳລັບງານນັ້ນ.
|
||
|
||
\s5
|
||
\v 16 ດານຈະພິພາກສາປະຊາຊົນຂອງເຂົາຄືເຜົ່າຫນື່ງຂອງອິສະຣາເອນ.
|
||
\v 17 ດານຈະເປັນງູໂຕຫນື່ງທີ່ຢູ່ຂ້າງທາງ, ງູພິດໂຕຫນຶ່ງໃນທາງນັ້ນທີ່ຈະກັດສົ້ນເທົ້າມ້າ, ເຮັດໃຫ້ຜູ້ທີ່ຂີ່ມ້າຫງາຍຫລັງຕົກ.
|
||
\v 18 ຂ້າແຕ່ອົງພຣະຢາເວ, ຂ້າພຣະອົງລໍຄອຍການຊວ່ຍກູ້ຂອງພຣະອົງ.
|
||
|
||
\s5
|
||
\v 19 ກາດເອີຍ ຜູ້ກົດຂີ່ຈະຈູ່ໂຈມເຂົາ, ແຕ່ເຂົາຈະໂຈມຕີພວກເຂົາທີ່ສ່ວນຫລັງຂອງພວກເຂົາ.
|
||
\v 20 ອາຫານຂອງອາເຊີຈະສົມບູນ, ເເລະເຂົາຈະຈັດອາຫານສຳລັບກະສັດ.
|
||
\v 21 ເນັບທາລີຈະເປັນກວາງໂຕເມຍທີ່ຖືກປ່ອຍ; ເຂົາຈະມີລູກກວາງທີ່ສວຍງາມ.
|
||
|
||
\s5
|
||
\v 22 ໂຢເຊັບເປັນງ່າທີ່ເກີດຜົນ, ງ່າທີ່ເກີດຜົນທີ່ຢູ່ໃກ້ຫນອງນໍ້າ, ທີ່ມີງ່າທັງຫລາຍເລືອຢູ່ເທິງກຳເເພງ.
|
||
\v 23 ພວກພົນທະນູຈະໂຈມຕີເຂົາເເລະຍິງໄປທີ່ເຂົາ ເເລະຂົມຂູ່ເຂົາ.
|
||
|
||
\s5
|
||
\v 24 ແຕ່ທະນູຂອງເຂົາຍັງຄົງຕັ້ງຊື່, ແລະມືຂອງເຂົາເຕັມໄປດ້ວຍຄວາມສຳລານ ເພາະມືຂອງອົງຜູ້ຊົງມີຣິດຂອງຢາໂຄບ, ເພາະຊື່ຂອງພຣະຜູ້ລ້ຽງ ພຣະສິລາຂອງຂອງອິສະຣາເອນ.
|
||
|
||
\s5
|
||
\v 25 ພຣະເຈົ້າຂອງພໍ່ຂອງເຈົ້າ ຈະຊົງຊ່ວຍເຈົ້າເເລະພຣະເຈົ້າຜູ້ຊົງຣິດອຳນາດຈະຊົງອວຍພອນເຈົ້າດ້ວຍພຣະພອນຂອງທ້ອງຟ້າເບື້ອງເທິງ, ພຣະພອນເເຫ່ງທີ່ເລິກທີ່ຢູ່ຂ້າງໃຕ້, ເເລະພຣະພອນເເຫ່ງເຕົ້ານົມ ແລະທ້ອງ.
|
||
|
||
\s5
|
||
\v 26 ພຣະພອນແຫ່ງພໍ່ຂອງເຈົ້າຍິ່ງໃຫຍ່ກວ່າພຣະພອນແຫ່ງພູເຂົາໂບຮານ ຫລືສິ່ງທັງຫລາຍທີ່ຫນ້າປາຖະະຫນາຂອງເນີນເຂົາໂບຮານທັງຫລາຍ. ໃຫ້ພຣະພອນທັງຫລາຍຢູ່ເທິງຫົວຂອງໂຢເຊັບ, ໃຫ້ພອນນັ້ນປະດັບເທິງທີ່ຫົວຂອງລາວ ທີ່ຫນ້າຜາກຂອງຜູ້ທີ່ຖືກຕັ້ງໄວ້ສະເພາະ ຈາກບັນດາຍາດຕິພີ່ນ້ອງຂອງຕົນນັ້ນ.
|
||
|
||
\s5
|
||
\v 27 ເບັນຢາມິນເປັນຫມາປ່າທີີ່ອຶດຫິວ. ໃນຕອນເຊົ້າເຂົາຈະກືນກິນເຫຍື່ອ, ແລະໃນຕອນແລງເຂົາຈະແບ່ງສິ່ງທີ່ປຸ້ນມາ."
|
||
|
||
\s5
|
||
\v 28 ຄົນເຫລົ່ານີ້ຄື ຄົນອິສະຣາເອນ. ທັງສິບສອງເຜົ່າ ນີ້ຄືສິ່ງທີ່ພໍ່ຂອງພວກເຂົາ ໄດ້ເວົ້າກັບພວກເຂົາ ເມື່ອເຂົາໄດ້ອວຍພອນພວກເຂົາ. ເຂົາໄດ້ອວຍພອນແຕ່ລະຄົນດ້ວຍຄຳອວຍພອນທີ່ເຫມາະສົມ.
|
||
\v 29 ຈາກນັ້ນຢາໂຄບໄດ້ສັ່ງພວກເຂົາ ແລະໄດ້ເວົ້າກັບພວກເຂົາ, "ເຮົາກຳລັງຈະໄປຢູ່ກັບລູກຂອງເຮົາ. ຈົ່ງຟັງເຮົາກັບລູກທັງຫລາຍຂອງເຮົາໃນຖ້ຳທີ່ຢູ່ໃນທົ່ງນາຂອງເອຟະໂຣນຄົນຣິດຕີ,
|
||
\v 30 ໃນຖ້ຳທີ່ຢູ່ໃນທົ່ງນາຂອງເປລາຊື່ງຢູ່ໃກ້ມັມເຮໃນແຜ່ນດິນການາອານ ທົ່ງນາທີ່ອັບຣາຮາມ ໄດ້ຊື້ເພື່ອເປັນສຸສານຈາກເອຟະໂຣນຮິດຕີ ທີ່ນັ້ນ.
|
||
|
||
\s5
|
||
\v 31 ພວກເຂົາໄດ້ຟັງອັບຣາຮາມ ເເລະຊາຣາເມຍຂອງເຂົາ; ທີ່ນັ້ນພວກເຂົາໄດ້ຟັງອີຊາກ ເເລະເຣເບກາ ເມຍຂອງເຂົາ; ເເລະທີ່ນັ້ນເຮົາໄດ້ຟັງເລອາ.
|
||
\v 32 ທົ່ງນາ ເເລະຖ້ຳທີ່ຢູ່ທີ່ນັ້ນໄດ້ຖືກຊື້ຈາກຄົນຮິດຕີ."
|
||
\v 33 ເມຶ່ອຢາໂຄບໄດ້ສັ່ງເສຍລູກຊາຍທັງຫລາຍຂອງເຂົາເເລ້ວ, ເຂົາໄດ້ດຶງຕີນຂອງເຂົາຂຶ້ນເທິງຕຽງ, ໄດ້ຫາຍໃຈເຮືອກສຸດທ້າຍ, ເເລະໄດ້ໄປຢູ່ກັບບັນພະບຸຣຸດຂອງເຂົາ.
|
||
|
||
\s5
|
||
\c 50
|
||
\cl ບົດທີ 50
|
||
\p
|
||
\v 1 ແລ້ວໂຢເຊັບກໍໄດ້ໂສກເສົ້າເສຍໃຈເປັນຢ່າງຫລາຍ ເຂົາໄດ້ກົ້ມລົງເທິງໃບຫນ້າຂອງພໍ່ຂອງເຂົາ, ເເລະເຂົາໄດ້ຮ້ອງໄຫ້ເທິງຮ່າງກາຍຂອງພໍ່ເຂົາເເລະໄດ້ຈູບເຂົາ.
|
||
\v 2 ໂຢເຊັບໄດ້ສັ່ງຄົນຮັບໃຊ້ຂອງເຂົາ ເຊຶ່ງເປັນເເພດໃຫ້ອາບນໍ້າຢາຮັກສາຊາກສົບຂອງພໍ່ຂອງເຂົາ. ດັ່ງນັ້ນພວກເເພດຈຶ່ງໄດ້ອາບນ້ຳຢາອິດສະຣາເອນ.
|
||
\v 3 ພວກເຂົາໃຊ້ເວລາສີ່ສິບວັນ, ເພື່ອດອງສົບ ເເລ້ວຊາວອີຢິບທັງຫລາຍໄດ້ໄວ້ທຸກເພື່ອເຂົາເປັນເວລາເຈັດສິບວັນ.
|
||
|
||
\s5
|
||
\v 4 ເມື່ອເວລາການໄວ້ທຸກໄດ້ຜ່ານໄປ, ໂຢເຊັບໄດ້ເວົ້າກັບຂ້າຣາຊະສຳນັກຂອງຟາໂຣກ່າວວ່າ, "ຖ້າບັດນີ້ ຂ້າພະເຈົ້າໄດ້ເປັນທີ່ຊອບໃນສາຍຕາຂອງພວກທ່ານ, ຂໍໄດ້ໂປດທູນຟາໂຣວ່າ,
|
||
\v 5 ພໍ່ຂອງເຂົາໄດ້ໃຫ້ເຂົາສາບານວ່າ, "ເບິ່ງເຖີດ, ເຮົາກຳລັງຈະຕາຍ. ຈົ່ງຝັງເຮົາໄດ້ສຳລັບຕົວເຮົາເອງໃນເເຜ່ນດິນການາອານ. ພວກເຈົ້າຈົ່ງຝັງເຮົາໄວ້ທີ່ນັ້ນ." ບັດນີ້ຂໍໃຫ້ເຮົາໄດ້ຂຶ້ນໄປ ເເລະຝັງພໍ່ຂອງເຮົາ, ແລະຈາກນັ້ນເຮົາຈະກັບມາ.""
|
||
\v 6 ຟາໂຣໄດ້ຕອບ, "ໄປເຖີດ ແລະຈົ່ງຝັງພໍ່ຂອງເຈົ້າ, ດັ່ງທີ່ເຂົາໄດ້ໃຫ້ສາບານໄວ້."
|
||
|
||
\s5
|
||
\v 7 ໂຢເຊັບໄດ້ຂຶ້ນໄປຝັງສົບພໍ່ຂອງຕົນ. ຂ້າຣາຊະການທັງຫມົດຂອງຟາໂຣກໍໄດ້ໄປກັບເຂົາຄືຂ້າຣາຊະສຳນັກທັງຫລາຍຂອງຟາໂຣ, ຂ້າຣາຊະການຜູ້ໃຫ່ຍທັງຫມົດຂອງເເຜ່ນດິນອີຢິບ,
|
||
\v 8 ພ້ອມດ້ວຍຄົວເຮືອນທັງຫມົດຂອງໂຢເຊັບ, ເເລະພວກພີ່ນ້ອງຂອງເຂົາ, ເເລະຄົວເຮືອນຂອງພໍ່ຂອງເຂົາ ຍົກເວັ້ນທັງຫລາຍຂອງພວກເຂົາໄດ້ຖືກປະຖິ້ມທີ່ເເຜ່ນດິນເມືອງໂກເຊນ.
|
||
\v 9 ຂະບວນລົດຮົບທັງຫລາຍ ເເລະນັກຮົບທັງຫລາຍ. ກໍໄດ້ໄປກັບເຂົາດ້ວຍນັບເປັນຄົນກຸ່ມໃຫ່ຍ.
|
||
|
||
\s5
|
||
\v 10 ເມື່ອພວກເຂົາໄດ້ມາຮອດລານນວດເຂົ້່າເເຫ່ງອາທາດ ເທິງອີກຝັ່ງຫນຶ່ງຂອງເເມ່ນໍ້າຈໍເເດນ, ພວກເຂົາໄດ້ຮ້ອງຄ່ຳຄວນຢ່າງຫລາຍເເລະໂສກເສົ້າເສຍໃຈຢ່າງຍິ່ງ. ທີ່ນັ້ນໂຢເຊັບໄດ້ໃຫ້ມີການຄ່ຳຄວນເພື່ອພໍ່ຂອງເຂົາ.
|
||
\v 11 ເປັນເວລາເຈັດວັນ, ເມື່ອຄົນການາອານ, ທີ່ອາໄສຢູ່ໃນເເຜ່ນດິນໄດ້ຄ່ຳຄວນທີ່ລານນວດເຂົ້າເເຫ່ງອາທາດ, ພວກເຂົາໄດ້ເວົ້າວ່າ, "ນີ້ຄືວາລະເເຫ່ງຄວາມເສຍໃຈຢ່າງຍິ່ງສຳລັບຄົນອີຢິບທັງຫລາຍ." ນັ້ນຄືສາເຫດທີ່ເອີ້ນສະຖານທີ່ນັ້ນເຊິ່ງຢູ່ອີິກພາກຫນື່ງຂອງເເມ່ນ້ຳຈໍເເດນວ່າ, ອາເບັນມິຊະຣາອີມ.
|
||
|
||
\s5
|
||
\v 12 ດັ່ງນັ້ນລູກຊາຍທັງຫລາຍພວກລູກຫລານຂອງເຂົາ.
|
||
\v 13 ໄດ້ກະທຳເພື່ອຢາໂຄບຕາມທີ່ໄດ້ສັ່ງພວກເຂົາໄວ້ ລູກຊາຍທັງຫລາຍຂອງເຂົາໄດ້ນໍາເຂົາມາຍັງເເຜ່ນດິນການານອານ ເເລະໄດ້ຝັງເຂົາໃນຖ້ຳໃນທົ່ງນາຂອງມັດເປລາ, ໃກ້ມັນເຣ. ອັບຣາຮາມໄດ້ຊື້ຖ້ຳນັ້ນກັບທົ່ງນາເພື່ອເປັນສຸສານ ເຂົາໄດ້ຊື້ຈາກເອຟະໂລນຄົນຮິດຕີ.
|
||
\v 14 ຫລັງຈາກທີ່ເຂົາຝັງພໍ່ຂອງເຂົາເເລ້ວ, ໂຢເຊັບກໍໄດ້ກັບໄປຍັງອີຢິບ, ເຂົາ, ເເລະພວກພີ່ນ້ອງຂອງເຂົາ, ເເລະທັງຫມົດຜູ້ທີ່ໄດ້ເດີນທາງຮ່ວມໄປກັບເຂົາ ເພື່ອຝັງພໍ່ຂອງເຂົາ.
|
||
|
||
\s5
|
||
\v 15 ເມື່ອພວກອ້າຍຂອງໂຢເຊັບໄດ້ເຫັນວ່າພໍ່ຂອງພວກເຂົາໄດ້ເສຍຊີວິດເເລ້ວ, ພວກເຂົາໄດ້ເວົ້າວ່າ, "ມີຍັງຈະເກີດຂຶ້ນຖ້າໂຢເຊັບຍັງໃຈຮ້າຍໃຫ້ພວກເຮົາ ເເລະຕ້ອງການເເກ້ເເຄ້ນພວກເຮົາຍ່າງເຕັມທີ່ສຳລັບສິ່ງທີ່ຊົ່ວຮ້າຍທີ່ພວກເຮົາໄດ້ກະທຳໄວ້ກັບເຂົາ?"
|
||
\v 16 ດັ່ງນັ້ນພວກເຂົາໄດ້ໃຫ້ຄົນໄປຫາໂຢເຊັບ, ກ່າວວ່າ, "ພໍ່ຂອງທ່ານໄດ້ສັ່ງໄວ້ກ່ອນທີ່ທ່ານຈະຕາຍ, ວ່າ,
|
||
\v 17 ຈົ່ງບອກໂຢເຊັບດັ່ງນີ້ວ່າ, "ຂໍໃຫ້ຍົກໂທດການລ່ວງລະເມີດຂອງພວກອ້າຍຂອງເຈົ້າ ເເລະຄວາມບາບຂອງພວກເຂົາໄດ້ກະທຳສິ່ງທີ່ຜິດຕໍ່ເຈົ້າ." ບັດນີ້ຂໍໃຫ້ຍົກໂທດພວກຄົນຮັບໃຊ້ຂອງພຣະເຈົ້າຂອງພໍ່ຂອງທ່ານ." ໂຢເຊັບໄດ້ຮ້ອງໄຫ້ເມື່ອພວກເຂົາໄດ້ເວົ້າກັບເຂົາ.
|
||
|
||
\s5
|
||
\v 18 ພວກອ້າຍໄດ້ໄປ ເເລະກົ້ມຫນ້າຕໍ່ໂຢເຊັບດ້ວຍ ພວກເຂົາວ່າ, "ເບິ່ງເຖີດ, ພວກເຮົາເປັນຄົນຮັບໃຊ້ທັງຫລາຍຂອງທ່ານ."
|
||
\v 19 ແຕ່ໂຢເຊັບໄດ້ຕອບພວກເຂົາວ່າ, "ຢ່າຢ້ານເລີຍ. ຂ້ອຍຢູ່ໃນຫນ້າທີ່ຂອງພຣະເຈົ້້າບໍ?
|
||
\v 20 ສຳລັບພວກອ້າຍ, ພວກອ້າຍໄດ້ມຸ້ງທຳຮ້າຍຕໍ່ນ້ອງ, ເເຕ່ພຣະເຈົ້າໄດ້ສົ່ງເຮັດໃຫ້ເກີດຜົນດີ, ເພື່ອຮັກສາຊີວິດຄົນຈຳນວນຫລາຍ, ດັ່ງທີ່ພວກອ້າຍໆເຫັນທຸກມື້ນີ້.
|
||
\v 21 ດັ່ງນັ້ນ ບັດນີ້ຢ່າຢານເລີຍ. ນ້ອງຈະຈັດການດູເເລພວກອ້າຍໆ ເເລະລູກທັງຫລາຍຂອງພວກອ້າຍ." ເຂົາໄດ້ປອບໃຈພວກເຂົາດ້ວຍວິທີນີ້ເເລະໄດ້ເວົ້າຢ່າງເມດຕາຕໍ່ຈິດໃຈຂອງພວກເຂົາ.
|
||
|
||
\s5
|
||
\v 22 ໂຢເຊັບໄດ້ໃຊ້ຊີວິດຢູ່ໃນອີຢິບ, ກັບຄອບຄົວຂອງພໍ່ຂອງເຂົາ. ໄດ້ມີຊີວິດຫນຶ່ງຮ້ອຍສິບປີ.
|
||
\v 23 ໂຢເຊັບໄດ້ເຫັນລູກທັງຫລາຍຂອງເອຟຣາອິມຮອດຮຸ້ນທີ່ສາມ. ເຂົາໄດ້ເຫັນລູກທັງຫລາຍຂອງມາກີ ລູກຊາຍຂອງມັດເສ, ຜູ້ເຊິ່ງຖືກວາງເທິງເຂົາຂອງໂຢເຊັບ.
|
||
|
||
\s5
|
||
\v 24 ໂຢເຊັບໄດ້ເວົ້າກັບພວກພີ່ນ້ອງເຂົາວ່າ, "ເຮົາກຳລັງຈະຕາຍ; ເເຕ່ເເນ່ນອນພຣະເຈົ້າຈະມາຍາມພວກທ່ານ ເເລະນໍາພວກທ່ານອອກໄປຈາກເເຜ່ນດິນນີ້ ໄປຍັງເເຜ່ນດິນທີ່ພຣະອົງຊົງສັນຍາທີ່ປຣະທານໃຫ້ເເກ່ອັບຣາຮາມ, ເເກ່ອີຊາກ, ເເລະຢາໂຄບ."
|
||
\v 25 ແລ້ວໂຢເຊັບກໍໄດ້ໃຫ້ຄົນອິສະຣາເອນໃຫ້ຄຳສັດຈະສາບານ. ເຂົາໄດ້ເວົ້າ, "ເເນ່ນອນພຣະເຈົ້າຈະມາຢາມພວກທ່ານ. ໃນເວລານັ້ນພວກທ່ານຕ້ອງນຳກະດູກຂອງເຮົາໄປຈາກທີ່ນີ້."
|
||
\v 26 ດັ່ງນັ້ນໂຢເຊັບໄດ້ເສຍຊີວິດ, ເມຶ່ອອາຍຸໄດ້ 110 ປີ. ພວກເຂົາໄດ້ອາບນໍ້າຢາຮັກສາຊາກສົບເຂົາ ເເລະເຂົາໄດ້ຖືກໃຊ້ໄວ້ໃນໂລງໃນອີຢິບ.
|