lo_ulb/35-HAB.usfm

131 lines
25 KiB
Plaintext

\id HAB
\ide UTF-8
\h ຮາບາກຸກ
\toc1 ຮາບາກຸກ
\toc2 ຮາບາກຸກ
\toc3 hab
\mt ຮາບາກຸກ
\s5
\c 1
\cl ບົດທີ 1
\p
\v 1 ນີ້ແມ່ນຖ້ອຍຄຳຂອງຜູ້ປະກາດພຣະທັມ ຮາບາກຸກ ທີ່ໄດ້ຮັບຈາກພຣະຜູ້ເປັນເຈົ້າ,
\v 2 ໂອ ພຣະຢາເວ, ຂ້ານ້ອຍຈະຕ້ອງຮ້ອງຂໍຄວາມຊ່ອຍເຫລືອຈາກພຣະອົງອີກດົນປານໃດ, ແລະ ພຣະອົງຈຶ່ງຈະຮັບຟັງຂ້ານ້ອຍ? ຂ້ານ້ອຍໄດ້ຮ້ອງຂໍຄວາມຊ່ວຍເຫລືອໃຫ້ພົ້ນຈາກການທຳລາຍ, 'ອັນໂຫດຮ້າຍ!' ແຕ່ພຣະອົງຈະບໍ່ຊ່ວຍຂ້ານ້ອຍໃຫ້ປອດພັຍ.
\s5
\v 3 ເປັນຫຍັງພຣະອົງ ຈຶ່ງຊົງເຮັດໃຫ້ຂ້ານ້ອຍພົບພໍ້ກັບຄວາມທຸກຍາກລຳບາກ ແລະການຊົ່ວຊ້າເຊັ່ນນີ້? ການທຳລາຍ ແລະການເຂັ່ນຂ້າທາລຸນຢູ່ຕໍ່ຫນ້າຂ້ານ້ອຍ; ການສູ້ຮົບຕົບຕີ ແລະການຜິດຖຽງກັນມີຢູ່ທຸກຫົນທຸກແຫ່ງ.
\v 4 ກົດຫມາຍຂາດຄວາມສັກສິດ, ແລະ ຄວາມຍຸຕິທັມບໍ່ເຄີຍມີເລີຍ. ຄົນຊົ່ວຈຶ່ງໃຊ້ອຳນາດຂົ່ມເຫັງຄົນດີ; ໂດຍບິດເບືອນຄວາມຍຸຕິທັມ. ແລ້ວພຣະຢາເວຊົງຕອບ ຮາບາກຸກວ່າ
\s5
\v 5 “ຈົ່ງເບິ່ງຊົນຊາດທັງຫລາຍອ້ອມແອ້ມເຈົ້າ; ເຈົ້າຈະປະຫລາດໃຈຕໍ່ສິ່ງທີ່ເຈົ້າເຫັນ! ເພາະວ່າ ເຮົາຈະໃຫ້ບາງສິ່ງເກີດຂຶ້ນໃນສະໄຫມຂອງເຈົ້າ ຊຶ່ງເຈົ້າຈະບໍ່ເຊື່ອສິ່ງທີ່ຕົນໄດ້ຍິນ.
\v 6 ເບິ່ງແມ! ເຮົາພວມນຳຊາວເຄເດັຽ—ຄືພວກທີ່ໂຫດຮ້າຍ ແລະໃຈຮ້ອນມາໃຫ້ມີອຳນາດ—ພວກເຂົາກຳລັງອອກໄປຢຶດ ແລະ ຄອບຄອງປະເທດທັງຫລາຍທົ່ວໂລກ.
\v 7 ພວກເຂົາກຳລັງສ້າງຄວາມຢ້ານກົວ ແລະຄວາມອົນລະຫົນຂຶ້ນທົ່ວໄປ; ໂດຍເປັນຜູ້ອອກກົດຫມາຍ ແລະໃຊ້ກົດຫມາຍເອງ.
\s5
\v 8 ມ້າຂອງພວກມັນແລ່ນໄວກວ່າເສືອດາວ, ໄວກວ່າຫມາປ່າທີ່ອອກລ່າເຫຍື່ອຕອນກາງຄືນ. ກີບຕີນມ້າຂອງພວກເຂົາກະທືບພື້ນດິນ, ແລະ ທະຫານຂອງພວກເຂົາຂີ່ມ້າຫອບມາແຕ່ໄກ—ບິນເຫມຶອນແຫລວເຈີດໄປກິນເຫຍື່ອ.
\v 9 ກອງທັບຂອງພວກເຂົາບຸກເຂົ້າຄອບຄອງຢ່າງຮ້າຍກາດ; ເມື່ອມັນບຸກເຂົ້າມາໃກ້ ທຸກຄົນກໍຢ້ານກົວຕົວສັ່ນຈົນຂວັນເສັຽ, ແລະຊະເລີຍທີ່ພວກເຂົາຈັບໄດ້ມີຫລາຍເຫມືອນດັ່ງເມັດຊາຍ.
\s5
\v 10 ພວກເຂົາຫມິ່ນປະຫມາດບັນດາກະສັດ ແລະຫົວເຍາະເຍີ້ຍໃສ່ບັນດາຜູ້ປົກຄອງ. ພວກເຂົາຫົວຂວັນໃສ່ປ້ອມປ້ອງກັນ, ໂດຍກອງດິນຂຶ້ນໃຫ້ສູງເທົ່າປ້ອມ ແລະກໍເຂົ້າຢຶດຄອງ.
\v 11 ເມື່ອຢຶດໄດ້ແລ້ວ ພວກເຂົາກໍກວາດເອົາສິ່ງຂອງໄປຫມົດເຫມືອນລົມພັດຜ່ານເອົາໄປ; ຄົນພວກນີ້ບູຊາອຳນາດຂອງຕົນເອງ, ຜູ້ທີ່ເຂັ້ມແຂງເປັນພຣະເຈົ້າຂອງພວກເຂົາ.” ແລ້ວຮາບາກຸກໄດ້ຖາມພຣະຢາເວວ່າ
\s5
\v 12 "ພຣະຢາເວ, ພຣະເຈົ້າຂອງຂ້ານ້ອຍ, ອົງບໍຣິສຸດຂອງຂ້ານ້ອຍ? ພວກເຮົາຈະບໍ່ຕາຍ. ພຣະຢາເວ ໄດ້ແຕ່ງຕັ້ງພວກເຂົາເພື່ອຕັດສິນ, ພຣະເຈົ້າແລະພຣະຜູ້ເປັນທີ່ກຳບັງເຂັ້ມແຂງຂອງຂ້ານ້ອຍເອີຍ, ພຣະອົງໄດ້ສະຖາປະນາພວກເຂົາເພື່ອການແກ້ໄຂ.
\s5
\v 13 ສາຍຕາຂອງພຣະອົງບໍຣິສຸດ ເກີນກວ່າທີ່ຈະເບິ່ງຄວາມຊົ່ວຮ້າຍ, ແລະພຣະອົງບໍ່ສາມາດເບິ່ງການກະທຳຜິດ ດ້ວຍຄວາມຊອບພຣະທັຍໄດ້; ດ້ວຍເຫດໃດພຣະອົງຈຶ່ງຊົງຊື່ນຊອບ ບັນດາຄົນເຫລົ່ານັ້ນທີ່ທໍຣະຍົດບໍ? ດ້ວຍເຫດໃດພຣະອົງຈຶ່ງຊົງມິດງຽບຢູ່ ໃນເມື່ອພວກເຂົາທຳລາຍປະຊາຊົນຜູ້ທີ່ຊອບທັມກວ່າພວກເຂົາ?
\v 14 ພຣະອົງເຮັດໃຫ້ຜູ້ຄົນເປັນເຫມືອນປາໃນທະເລ, ເຫມືອນສິ່ງຕ່າງໆທີ່ເລືອຍຄານໄປ ໂດຍປາສະຈາກຜູ້ຄອບຄອງເຫນືອພວກມັນ.
\s5
\v 15 ພວກເຂົາຈັບຄົນເຫລົ່ານັ້ນທັງຫມົດຂື້ນມາດ້ວຍເບັດຕຶກປາ; ພວກເຂົາເອົາມອງກວາດເອົາປະຊາຊົນ ແລະຂັງພວກເຂົາໄວ້ໃນກົງ. ນີ້ເປັນສາເຫດທີ່ພວກເຂົາຊື່ນຊົມຍິນດີ ແລະໂຮ¬ຮ້ອງຢ່າງຊື່ນບານ.
\v 16 ດ້ວຍເຫດນີ້ ພວກເຂົາຈຶ່ງຖວາຍເຄື່ອງບູຊາແກ່ມອງຂອງພວກເຂົາ, ແລະເຜົາຖວາຍເຄື່ອງຫອມບູຊາແກ່ມອງຂອງພວກເຂົາ, ເພາະສັດໂຕອ້ວນພີເປັນສ່ວນແບ່ງຂອງພວກເຂົາ, ແລະ ຊີ້ນຕິດໄຂມັນເປັນອາຫານຂອງພວກເຂົາ.
\v 17 ດ້ວຍເຫດນີ້ພວກເຂົາຈະໃຊ້ມອງອັນເປົ່າຫວ່າງ ແລະສືບຕໍ່ຂ້າຟັນຊົນຊາດຕ່າງ, ຢ່າງບໍ່ມີຄວາມເມດຕາແບບນີ້ຕະຫລອດໄປບໍ?
\s5
\c 2
\cl ບົດທີ 2
\p
\v 1 ຂ້ານ້ອຍຈະຂຶ້ນໄປຢືນ ແລະ ເຂົ້າປະຈຳທີ່ຫໍຄອຍ, ແລະ ແລ້ວຂ້ານ້ອຍຈະຖ້າຊອມເບິ່ງດ້ວຍຄວາມລະມັດຣະວັງ ເພື່ອຈະເບິ່ງເຫັນວ່າພຣະອົງຈະເວົ້າຫຍັງຕໍ່ຂ້ານ້ອຍ ແລະເຖິງວິທີທີ່ຂ້ານ້ອຍຄວນຫັນຈາກການຮ້ອງທຸກຂອງຂ້ານ້ອຍນັ້ນ.
\s5
\v 2 ພຣະຢາເວໄດ້ຕອບແລະເວົ້າແກ່ຂ້າພຣະເຈົ້າວ່າ, “ຈົ່ງບັນທຶກນິມິດນີ້ ແລະ ຂຽນໃສ່ແຜ່ນປ້າຍຢ່າງຊັດເຈນ ເພື່ອໃຫ້ທຸກຄົນອ່ານນິມິດນີ້ຈະແລ່ນ.
\v 3 ເພາະວ່າສິ່ງທີ່ເຮົາບອກມານັ້ນ ຍັງບໍ່ເຖິງເວລາທີ່ຈະເກີດຂຶ້ນເປັນຈິງເທື່ອ ແລະໃນທີ່ສຸດກຳນົດນັ້ນກໍຈະມາເຖິງ ແລະບໍ່ຫລົ້ມເຫລວ. ເຖິງວ່າຈະມາຊ້າ, ຈົ່ງຄອຍເບິ່ງເທາະ. ເພາະມັນຈະມາຮອດຕາມເວລາຢ່າງແນ່ນອນ ແລະ ຍັງບໍ່ເຫິງດອກ.
\s5
\v 4 ເບິ່ງແມ! ຄົນທີ່ມີຄວາມປາຖນາບໍ່ຖືກຕ້ອງຢູ່ພາຍໃນເຂົາ ກໍເປັນຄົນຍິ່ງຍະໂສ. ແຕ່ຄົນຊອບທັມຈະມີຊີວິດຢູ່ໂດຍຄວາມເຊື່ອຂອງເຂົາ.
\v 5 ເພາະເຫລົ້າແວັງຄືຜູ້ທໍຣະຍົດຂອງຄົນຫນຸ່ມ ທີ່ຈອງຫອງເພື່ອວ່າເຂົາຈະບໍ່ເຂົ້າສະຫນິດ, ແຕ່ຂະຫຍາຍຄວາມຢາກຂອງເຂົາເຫມືອນກັບຂຸມຝັງສົບ, ແລະເຫມືອນກັບຄວາມຕາຍ, ທີ່ບໍ່ເຄີຍອີ່ມ. ພວກເຂົາຄອບຄອງບັນດາຊົນຊາດທັງຫລາຍ ແລະ ຮວບຮວມປະຊາຊົນທຸກຄົນມາເພື່ອຕົນເອງ.
\s5
\v 6 ທັງຫມົດເຫລົ່ານີ້ຈະບໍ່ສ້າງຄຳກ່າວທີ່ເຍາະເຍີ້ຍເຂົາ ແລະ ບົດເພງຫມິ່ນປະຫມາດໃສ່ເຂົາ, ທີ່ເວົ້າວ່າ, 'ວິບັດແກ່ຄົນທີ່ກຳລັງເພີ່ມພູນສິ່ງຂອງທີ່ບໍ່ແມ່ນຂອງເຂົາ! ອີກດົນປານໃດທີ່ພວກເຈົ້າ ຈະເພີ່ມນຳຫນັກວິບັດທີ່ພວກເຈົ້າໄດ້ຍຶດມານັ້ນ?'
\v 7 ຄົນທີ່ກັດກິນພວກເຈົ້າຈະບໍ່ລຸກຂື້ນມາຢ່າງທັນທີ ແລະຄົນທັງຫລາຍທີ່ພວກເຈົ້າຢ້ານກົວຈະບໍ່ຕື່ນຂື້ນມາບໍ? ພວກເຈົ້າຈະກາຍເປັນເຫຍື່ອຂອງພວກເຂົາ.
\v 8 ເພາະພວກເຈົ້າໄດ້ປຸ້ນປະຊາຊົນຫລວງຫລາຍ, ບັນດາຄົນທີ່ຍັງເຫລືອທັງຫມົດຈະປຸ້ນພວກເຈົ້າ. ເພາະພວກເຈົ້າໄດ້ເຮັດໃຫ້ເລືອດຂອງມະນຸດ ແລະ ການກະທຳອັນໂຫດຮ້າຍຕໍ່ດິນແດນ, ເມືອງທັງຫລາຍ, ແລະ ທຸກຄົນທີ່ອາໄສຢູ່ໃນເມືອງເຫລົ່ານັ້ນ.
\s5
\v 9 'ວິບັດແກ່ຄົນທີ່ສ້າງຄວາມຊົ່ວຮ້າຍ ເພື່ອຜົນກຳໄຣຂອງຄົວເຮືອນຂອງພວກເຂົາ, ເພື່ອເຂົາຈະຕັ້ງບ່ອນຢູ່ຂອງເຂົາໄວ້ເຖິງບ່ອນທີ່ສູງ ເພື່ອຮັກສາຕົວເອງໃຫ້ປອດພັຍຈາກມືຂອງຄົນຊົ່ວ.'
\v 10 ພວກເຈົ້າໄດ້ນຳຄວາມອັບອາຍມາສູ່ຄອບຄົວຂອງພວກເຈົ້າ ດ້ວຍການທຳລາຍບັນດາຊົນຊາດຕ່າງ, ແລະໄດ້ເຮັດບາບຕໍ່ສູ້ກັບຕົວຂອງພວກເຈົ້າເອງ.
\v 11 ເພາະກ້ອນຫີນທັງຫລາຍຈະສົ່ງສຽງຮ້ອງຈາກກຳແພງ, ແລະຄານໄມ້ຈະຕອບພວກເຂົາ,
\s5
\v 12 ວິບັດແກ່ຄົນທີ່ສ້າງນະຄອນຫນຶ່ງດ້ວຍເລືອດ, ແລະຄົນທີ່ສະຖາປານາເມືອງຫນຶ່ງຂຶ້ນດ້ວຍຄວາມອະຍຸຕິທັມ.
\v 13 ນີ້ບໍ່ໄດ້ມາຈາກພຣະຢາເວ ໄດ້ເຮັດໃຫ້ຄົນທີ່ເຮັດວຽກຫນັກເພື່ອໄດ້ໄຟ ແລະ ຊາດອື່ນໆທັງຫມົດໄດ້ເຮັດໃຫ້ຕົວເອງເມື່ອຍອ່ອນໄປ ເພື່ອໄດ້ຄວາມຫວ່າງເປົ່າຊັ່ນບໍ?
\v 14 ແຕ່ດິນແດນນັ້ນຈະເຕັມໄປດ້ວຍຄວາມຮູ້ເຖິງພຣະຣັດສະຫມີ ຂອງພຣະຢາເວເຫມືອນນໍ້າທີ່ປົກຄຸມທະເລ.
\s5
\v 15 'ວິບັດແກ່ຄົນທີ່ກຳລັງເຮັດໃຫ້ເພື່ອນບ້ານຂອງພວກເຂົາດື່ມ, ພວກເຈົ້າເພີ່ມຢາພິດຂອງພວກເຈົ້າ ຈົນວ່າພວກເຈົ້າເຮັດໃຫ້ພວກເຂົາເມົາ ພວກເຈົ້າຈະສາມາດເບິ່ງພວກເຂົາເປືອຍກາຍ.'
\v 16 ພວກເຈົ້າຈະກິນຢ່າງໂລພາ ພ້ອມກັບຄວາມອັບອາຍຂາຍຫນ້າ ແທນທີ່ຈະໄດ້ຮັບກຽດຕິຍົດ. ໃຫ້ພວກເຈົ້າດື່ມ, ແລ້ວກຽດຕິຍົດຂອງພວກເຈົ້າກໍຈະເສື່ອມເສັຽໄປ. ຈອກແຫ່ງການລົງໂທດຂອງພຣະຢາເວຈະມອບໃຫ້ພວກເຈົ້າ, ແລະຄວາມອັບອາຍຈະປົກຄຸມກຽດຕິຍົດຂອງພວກເຈົ້າ.
\s5
\v 17 ການກະທຳຮຸນແຮງຕໍ່ເລບານອນ ຈະຖ້ວມພວກເຈົ້າ ແລະ ການທຳລາຍສັດຕ່າງໆ ຈະເຮັດໃຫ້ພວກເຈົ້າຢ້ານກົວ. ເພາະພວກເຈົ້າເຮັດໃຫ້ເລືອດມະນຸດຕົກ ແລະ ພວກເຈົ້າໄດ້ກະທຳຢ່າງໂຫດຮ້າຍຕໍ່ດິນແດນນັ້ນ, ຕໍ່ຫົວເມືອງຕ່າງໆ, ແລະ ທຸກຄົນທີ່ອາໄສຢູ່ເມືອງເຫລົ່ານັ້ນ.
\s5
\v 18 ຮູບເຄົາຣົບໃຫ້ຜົນປະໂຫຍດອັນໃດແກ່ພວກເຈົ້າ? ເພາະຄົນທີ່ໄດ້ແກະສະຫລັກມັນ, ຫລືຄົນທີ່ຫລໍ່ຮູບປັ້ນນັ້ນຈາກໂລຫະຫລອມ ກໍເປັນຄຣູຂອງຄົນຂີ້ຕົວະ; ເພາະເຂົາວາງໃຈໃນຜົນງານແຫ່ງນໍ້າມືຂອງເຂົາເອງ ເມື່ອເຂົາສ້າງພຣະຕ່າງໆ ທີ່ເວົ້າບໍ່ໄດ້ນີ້ຂຶ້ນມາ.
\v 19 'ວິບັດແກ່ຄົນທີ່ກຳລັງເວົ້າຕໍ່ຮູບໄມ້ນັ້ນວ່າ, ຈົ່ງຕື່ນຂຶ້ນ! ຫລືເວົ້າກັບກ້ອນຫີນທີ່ເປັນໄບ້ວ່າ, ຈົ່ງລຸກຂຶ້ນ! ແຕ່ຮູບເຄົາຣົບເຫລົ່ານີ້ສອນດ້ວຍບໍ? ເບິ່ງແມ ມັນໂອບດ້ວຍທອງຄຳ ຫລືເງິນ, ແຕ່ບໍ່ມີລົມຫາຍໃຈຢູ່ພາຍໃນຕົວເລີຍ.
\v 20 ແຕ່ພຣະຢາເວຊົງປຣະທັບຢູ່ໃນ ພຣະວິຫານອັນບໍຣິສຸດຂອງພຣະອົງ! ດິນແດນທັງສິ້ນ ຈົ່ງມິດງຽບຕໍ່ພຣະພັກຂອງພຣະອົງເຖີ້ນ."
\s5
\c 3
\cl ບົດທີ 3
\p
\v 1 ຄຳອ້ອນວອນຂອງຜູ້ປະກາດພຣະທັມ ຮາບາກຸກ:
\v 2 ໂອ ພຣະຢາເວ, ຂ້ານ້ອຍໄດ້ຍິນກ່ຽວກັບການລາຍງານຂອງພຣະອົງ, ແລະ ຂ້ານ້ອຍເຕັມໄປດ້ວຍຄວາມຢຳເກງ. ຂ້າແດ່ພຣະຢາເວ, ຂໍຊົງຮື້ຟື້ນພຣະຣາຊະກິດຂອງພຣະອົງໃນທ່າມກາງເວລາເຫລົ່ານີ້; ຂໍຊົງເຮັດໃຫ້ເປັນທີ່ຮູ້ຈັກ; ຂໍຊົງຣະນຶກເຖິງພຣະເມດຕາເມື່ອພຣະອົງຊົງພຣະພິໂຣດດ້ວຍເຖີ້ນ.
\s5
\v 3 ພຣະເຈົ້າໄດ້ສະເດັດກັບມາຈາກເມືອງເຕມານ ແລະອົງບໍຣິສຸດ ຈາກພູເຂົາປາຣານ. ເຊລາ. ພຣະສະຫງ່າຣາສີຂອງພຣະອົງປົກຄຸມທົ່ວຟ້າສະຫວັນ, ແລະ ແຜ່ນດິນໂລກກໍຖືກເຮັດໃຫ້ເຕັມໄປດ້ວຍການສັນຣະເສີນພຣະອົງ.
\s5
\v 4 ພຣະຫັດຂອງພຣະອົງມີແສງສະຫວ່າງເຫລື້ອມມາບ ຟ້າແມບເຫລື້ອມ, ບ່ອນທີ່ຊຶ່ງຣິດທານຸພາບຂອງພຣະອົງໄດ້ເຊື່ອງຢູ່.
\v 5 ໂຣກລະບາດຮ້າຍແຮງໄດ້ນຳຫນ້າພຣະອົງໄປ, ແລະພັຍພິບັດໄດ້ຕິດຕາມພຣະບາດຂອງພຣະອົງ.
\s5
\v 6 ພຣະອົງໄດ້ຊົງຢືນ ແລະ ຕັດສິນແຜ່ນດິນໂລກ; ພຣະອົງຊົງເບິ່ງ ແລະໄດ້ສັ່ນບັນດາຊົນຊາດທັງຫລາຍ. ເຖິງພູເຂົາກໍຍັງຖືກເຮັດໃຫ້ແຕກສະຫລາຍ, ແລະເນີນພູທີ່ຍືນຍົງກໍຍັງໄດ້ກົ້ມກາບລົງ. ວິທີຂອງພຣະອົງນັ້ນຄົງຢູ່ເປັນນິດ.
\s5
\v 7 ຂ້ານ້ອຍໄດ້ເຫັນເຕັນຂອງພົນລະເມືອງກູຊານຢູ່ໃນຄວາມເຈັບປວດ, ແລະຜ້າເຕັນທັງຫລາຍໃນດິນແດນມີດີອານຕົວສັ່ນຂວັນເສັຽ.
\v 8 ພຣະຢາເວຊົງພຣະພິໂຣດຕໍ່ແມ່ນໍ້າທັງຫລາຍບໍ? ພຣະພິໂຣດຂອງພຣະອົງຊົງມີຕໍ່ແມ່ນ້ຳທັງຫລາຍ, ຫລືຄວາມເດືອດດານຂອງພຣະອົງມີຕໍ່ທະເລ, ເມື່ອພຣະອົງຊົງຄວບຄຸມເຫນືອບັນດາມ້າຂອງພຣະອົງ ແລະ ບັນດາລົດມ້າເສິກທີ່ມີໄຊຊະນະຂອງພຣະອົງບໍ?
\s5
\v 9 ພຣະອົງຊົງນຳຫນ້າທະນູຂອງພຣະອົງອອກມາ ໂດຍປາສະຈາກທີ່ກຳບັງ; ພຣະອົງໄດ້ຊົງແນບລູກສອນເຖິງຄັນທະນູຂອງພຣະອົງ! ເຊລາ. ພຣະອົງໄດ້ຊົງແບ່ງແຜ່ນດິນໂລກເປັນສອງສ່ວນດ້ວຍແມ່ນ້ຳທັງຫລາຍ.
\v 10 ບັນດາພູເຂົາໄດ້ເຫັນພຣະອົງ ແລະ ໄດ້ບິດບ້ຽວດ້ວຍຄວາມເຈັບປວດ. ນຳຝົນຫ່າໃຫຍ່ໄດ້ຜ່ານພວກມັນໄປ; ທະເລເລິກໄດ້ຍົກສຽງໂຫ່ຮ້ອງ. ມັນຍົກຟອງທັງຫລາຍຂອງມັນຂຶ້ນມາ.
\s5
\v 11 ດວງຕາເວັນ ແລະ ດວງເດືອນໄດ້ຢຸດນິ້ງຢູ່ເຫນືອສະຖານະການທີ່ສູງສົ່ງທັງຫລາຍຂອງພວກມັນ, ໃນທີ່ຊຶ່ງມີຄວາມແສງສະຫວ່າງແຫ່ງຂອງສາຍຟ້າແມບ ແຫ່ງຫອກຂອງພຣະອົງພຸ່ງຜ່ານໄປ.
\v 12 ພຣະອົງສະເດັດແຫ່ຂ້ວາມແຜ່ນດິນໂລກດ້ວຍຄວາມເດືອດດານ. ໃນພຣະພິໂຣດຂອງພຣະອົງໄດ້ຂ້ຽນຕີບັນດາປະຊົນຊາດທັງຫລາຍ.
\s5
\v 13 ພຣະອົງສະເດັດອອກໄປ ເພື່ອຄວາມລອດພົ້ນຂອງໄພ່ພົນຂອງພຣະອົງ. ເພື່ອຄວາມລອດພົ້ນຂອງຜູ້ທີ່ພຣະອົງເລືອກໄວ້ ພຣະອົງຊົງທຳລາຍຜູ້ນຳຂອງຄົວເຮືອນຂອງຄົນຊົ່ວຮ້າຍ ເພື່ອເປີດໂປງຖານຂອງລຳຄໍ. ເຊລາ.
\s5
\v 14 ພຣະອົງແທງຫົວຫນ້ານັກຮົບຂອງເຂົາດ້ວຍລູກສອນຂອງເຂົາເອງ ຕັ້ງແຕ່ເມື່ອພວກເຂົາໄດ້ເຂົ້າມາເຫມືອນກັບລົມພະຍຸພັດ ເພື່ອເຮັດໃຫ້ພວກເຮົາແຕກແຍກກະຈັດກະຈາຍໄປ, ການເພ່ງເລັງເບິ່ງຂອງພວກເຂົາ ກໍເປັນເຫມືອນຄົນທີ່ກັດກິນຄົນຍາກຈົນໃນສະຖານທີ່ລີ້ພັຍ.
\v 15 ພຣະອົງໄດ້ຊົງເດີນທາງຂ້ວາມທະເລພ້ອມກັບບັນດາລົດມ້າຂອງພຣະອົງ, ແລະຊົງເຮັດໃຫ້ນໍ້າຫລວງຫລາຍພູນສູງຂຶ້ນ.
\s5
\v 16 ເມື່ອຂ້ານ້ອຍໄດ້ຍິນແລະສ່ວນພາຍໃນຂອງພຣະອົງໄດ້ສັ່ນໄຫວ. ຮິມສົບຂອງຂ້ານ້ອຍກໍສັ່ນດ້ວຍຄວາມຢ້ານຕໍ່ສຽງນັ້ນ ຄວາມພຸພັງກໍເຂົ້າມາໃນກະດູກຂອງຂ້ານ້ອຍ, ແລະພາຍໃນຂ້ານ້ອຍກໍສັ່ນໄຫວ ໃນຂະນະທີ່ຂ້ານ້ອຍຄອຍຖ້າຢ່າງມິດງຽບ ສຳລັບວັນແຫ່ງຄວາມເຈັບປວດນັ້ນ ທີ່ມາເຫນືອປະຊາຊົນຊຶ່ງບຸກລຸກພວກເຮົາ.
\s5
\v 17 ເຖິງແມ່ນວ່າຕົ້ນຫມາກເດື່ອບໍ່ມີຫນໍ່ ແລະບໍ່ມີຜົນຈາກເຄືອອະງຸ່ນ; ແລະເຖິງແມ່ນວ່າຜົນຂອງຕົ້ນຫມາກກອກເຮັດໃຫ້ສິ້ນຫວັງ ແລະ ທົ່ງນາບໍ່ມີອາຫານ; ແລະເຖິງແມ່ນວ່າຝູງແກະຖືກຄັດອອກແລະບໍ່ມີຝູງງົວໃນຄອກ, ນີ້ຄືສິ່ງທີ່ຂ້ານ້ອຍຈະເຮັດ.
\s5
\v 18 ຂ້ານ້ອຍ, ຈະຍັງຄົງຊົມຊື່ນປິຕິຍິນດີໃນພຣະຢາເວ. ຂ້ານ້ອຍຈະປິຕິຍິນດີ ເພາະພຣະເຈົ້າແຫ່ງຄວາມລອດພົ້ນຂອງຂ້ານ້ອຍ.
\v 19 ພຣະຢາເວຊົງເປັນເຫື່ອແຮງຂອງຂ້ານ້ອຍ ແລະພຣະອົງຊົງເຮັດໃຫ້ຕີນຂອງຂ້ານ້ອຍເຫມືອນກວາງໂຕແມ່. ພຣະອົງຊົງເຮັດໃຫ້ຂ້ານ້ອຍກ້າວໄປຂ້າງຫນ້າເຖິງທີ່ສູງຂອງຂ້ານ້ອຍ. —ເຖິງຜູ້ກຳກັບດົນຕຣີ, ດ້ວຍເຄື່ອງດົນຕຣີທີ່ມີສາຍຂອງຂ້ານ້ອຍ.