lo_ulb/23-ISA.usfm

2878 lines
565 KiB
Plaintext
Raw Normal View History

2021-01-22 21:47:03 +00:00
\id ISA
\ide UTF-8
\h ເອ​ຊາຢາ
\toc1 ເອ​ຊາຢາ
\toc2 ເອ​ຊາຢາ
\toc3 isa
\mt ເອ​ຊາຢາ
\s5
\c 1
\cl ​ບົດ​ທີ 1
\p
\v 1 ນິມິດຂອງເອຊາຢາຜູ້ເປັນບຸດຊາຍຂອງອາໂມດ, ທີ່ລາວໄດ້ເຫັນກ່ຽວກັບຢູດາ ແລະ ນະ​ຄອນ ເຢຣູຊາເລັມ, ໃນການປົກຄອງຂອງອຸດ​ຊີ​ຢາ, ໂຢທາມ, ອາຮ​າດ, ແລະ ເຮເຊກີ​ຢາ, ບັນ​ດາກະສັດຂອງຢູດາ.
\s5
\v 2 ຟ້າສະຫວັນເອີຍ, ຈົ່ງຟັງ, ແຜ່ນດິນໂລກເອີຍ; ຈົ່ງ​ງ່ຽງ​ຫູ​ຟັງເພາະ​ພຣະ​ຢາ​ເວ​ໄດ້​ກ່າວ​ວ່າ: "ເຮົາໄດ້ຖະ​ຫນຸ​ຖະ​ຫນອມ ແລະ ລ້ຽງດູລູກໆ, ແຕ່ພວກເຂົາໄດ້ກະບົດຕໍ່ເຮົາ.
\v 3 ງົວຍັງຮູ້ຈັກເຈົ້າຂອງມັນ, ແລະ ລາຍັງຮູ້ຮາງຫຍ້າຂອງນາຍຂອງມັນ, ແຕ່ອິດສະຣາເອນບໍ່ຮູ້ຈັກ, ອິດສະຣາເອນບໍ່ເຂົ້າໃຈ."
\s5
\v 4 ວິບັດ! ແກ່ປະເທດ, ພວກຄົນບາບ, ຊົນ​ຊາດທີ່ແບກພາລະຫນັກດ້ວຍຄວາມຊົ່ວຊ້າ, ລູກ​ຫລານຂອງຄົນຊົ່ວຮ້າຍ, ພວກບຸດຊາຍຂອງຜູ້ທີ່ເຮັດ​ຄວາມ​ເຊື່ອມ​ເສຍ! ພວກເຂົາໄດ້ປະຖິ້ມພຣະຢາ​ເວ, ພວກເຂົາໄດ້ດູຫມິ່ນ​ອົງບໍຣິສຸດຂອງອິດສະຣາເອນ, ພວກເຂົາໄດ້​ເຮັດ​ໂຕອອກຫ່າງຈາກພຣະອົງ.
\s5
\v 5 ເປັນຫຍັງພວກທ່ານຍັງຖືກຂ້ຽນຕີຢູ່ອີກ? ເປັນຫຍັງພວກທ່ານຈຶ່ງ​ຖືກກະບົດຂຶ້ນ​ເລື້ອຍໆ? ທັງຫົວກໍເຈັບໄປ​ຫມົດ, ທັງຈິດໃຈກໍອ່ອນແອ.
\v 6 ຕັ້ງແຕ່ຝາຕີນຈົນຮອດຫົວບໍ່ມີພາກສ່ວນໃດທີ່​ບໍ່ໄດ້ຮັບບາດເຈັບເລີຍ; ມີແຕ່ບາດແຜ, ແລະຮອຍຟົກ​ຊ້ຳ, ແລະບາດແຜທີ່ຍັງບໍ່ເຊົາ​ດີເທື່ອ; ບາດແຜເຫລົ່ານັ້ນບໍ່ໄດ້ຖືກປິດ​ໄວ້, ບໍ່ໄດ້ເຮັດຄວາມສະອາດ, ບໍ່ໄດ້ຫໍ່ຜ້າ ຫລື ໄດ້​ຮັບ​ກາ​ນ​ຮັກ​ສາ​ດ້ວຍນ້ຳມັນ.
\s5
\v 7 ປະເທດຂອງພວກເຈົ້າກໍຖືກທຳລາຍ; ບັນ​ດາເມືອງຂອງພວກ​ເຈົ້າກໍຖືກເຜົາໄຫມ້; ສ່ວນທົ່ງນາຂອງ—ພວກເຈົ້າ, ພວກຊາວຕ່າງດ້າວກໍຈະທຳລາຍ—ໄປຕໍ່​ຫນ້າ​ພວກເຈົ້າຖືກປະຖິ້ມໃຫ້​ເປົ່​າ​ຮ້າງ, ແລະຖືກທຳລາຍໂດຍພວກຊາວຕ່າງດ້າວ.
\v 8 ບຸດສາວຂອງຊີໂອນໄດ້ຖືກຖີ້ມ​ໄວ້ຄື​ກັບຕູບໃນສວນອະງຸ່ນ, ຄືກັບຖຽງ​ໄຮ່ໃນສວນຫມາກແຕງ, ຄືກັບເມືອງທີ່​ຖືກປິດລ້ອມ​ໄວ້.
\s5
\v 9 ຖ້າຫາກພຣະຢາ​ເວ​ຈອມ​ໂຢ​ທາບໍ່ໄດ້ຊົງປະປ່ອຍຄົນ​ສ່ວນເລັກນ້ອຍໄວ້ໃຫ້ກັບພວກເຮົາ, ພວກເຮົາກໍຈະເປັນຄືກັບ​ເມືອງ​ໂຊ​ໂດມ, ພວກເຮົາຈະເປັນຄືກັບເມືອງໂກໂມຣາ.
\s5
\v 10 ພວກຜູ້ປົກຄອງເມືອງໂຊໂດມ; ຈົ່ງຟັງຄຳເວົ້າຂອງພຣະຢາ​ເວ, ພວກຊາວເມືອງໂກ​ໂມ​ຣາ: ຈົ່ງ​ຟັງກົດ​ບັນຍັດຂອງພຣະເຈົ້າຂອງພວກເຮົາ,
\v 11 ພຣະຢາ​ເວກ່າວວ່າ. "ເຄື່ອງບູຊາຫລວງ​ຫລາຍຂອງພວກເຈົ້າ​ທີ່​ຖວາຍ​ແກ່​ເຮົາ​ມີຫຍັງແດ່?" "ເຮົາໄດ້​ມີ​ແກະ​ໂຕ​ຜູ້, ແລະ ໄຂມັນຂອງ​ສັດ​ຕຸ້ຍ​ພີ​ເປັນ​ເຄື່ອງເຜົາຖວາຍບູຊາພຽງພໍແລ້ວ; ແລະເຮົາບໍ່ພໍໃຈໃນເລືອດຂອງບັນ​ດາງົວຫນຸ່ມ, ແກະໂຕຜູ້, ຫລືແບ້.
\s5
\v 12 ເມື່ອພວກເຈົ້າມາເຂົ້າ​ເຝົ້າຢູ່ຕໍ່ຫນ້າເຮົາ, ໃຜໄດ້ຮຽກຮ້ອງສິ່ງນີ້ຈາກເຈົ້າ, ໃຫ້ຢຽບຢຳ່ເຂົ້າ​ມາໃນພື້ນທີ່ຂອງເຮົາ?
\v 13 ຢ່ານຳເອົາເຄື່ອງບູ​ຊາທີ່ບໍ່ມີຄ່າຫຍັງມາອີກ; ເຄື່ອງ​ຫອມກໍ​ເປັນສິ່ງທີ່ຫນ້າກຽດຊັງສຳລັບເຮົາ; ເຮົາບໍ່ອາດທົນທານຕໍ່ການຊຸມນຸມທີ່ຊົ່ວຮ້າຍເຫລົ່ານີ້ໄດ້ຄື​ການຊຸມນຸມຂອງມື້ເທດສະການການສະຫລອງວັນເດືອນອອກໃຫມ່ ແລະ ວັນຊະບາໂຕ.
\s5
\v 14 ເຮົາກຽດຊັງເທ​ດສະ​ການ​ສະລ້ຽງວັນອອກໃຫມ່ ແລະ ເທດສະການລ້ຽງ​ສະ​ຫລອງ​ຕາມ​ກຳ​ນົດຂອງພວກ​ເຈົ້າ; ການຊຸມນຸມເຫລົ່ານັ້ນເປັນພາລະແກ່​ເຮົາ; ເຮົາອິດເຫມື່ອຍເຫລືອທີ່ຈະອົດທົນກັບເທດ​ສະ​ການເຫລົ່ານັ້ນແລ້ວ.
\v 15 ດ້ວຍເຫດນີ້ເມື່ອ​ໃດທີ່ພວກເຈົ້າແບມືຂອງ​ພວກ​ເຈົ້າ​ອອກໃນການອະທິຖານ, ເຮົາ​ຈະປິດຕາຂອງ​ເຮົາຈາກພວກ​ເຈົ້າ; ເຖິງແມ່ນວ່າພວກເຈົ້າຈະ​ຖວາຍ​ຄຳອະທິຖານຫລ​ວງຫລາຍ, ເຮົາ​ກໍຈະບໍ່ຟັງ; ມືຂອງພວກເຈົ້າເຕັມໄປດ້ວຍເລືອດ.
\s5
\v 16 ຈົ່ງ​ຊະລ້າງ, ຈົ່ງລ້າງຮ່າງກາຍຂອງ​ເຈົ້າໃຫ້ສະອາດ; ຈົ່ງເອົາການກະທຳທີ່ຊົ່ວຮ້າຍຂອງພ​ວກເຈົ້າ​ອອກ​ໄປ​ໃຫ້​ພົ້ນຈາກສາຍຕາຂອງເຮົາ; ຈົ່ງຢ່າເຮັດຄວາມຊົ່ວ;
\v 17 ຈົ່ງຮຽນຮູ້ທີ່ຈະເຮັດສິ່ງທີ່ດີ; ຈົ່ງຊອກຫາຄວາມຍຸດຕິທຳ, ຈົ່ງຊ່ວຍເຫລືອຜູ້ທີ່ຖືກກົດຂີ່, ຈົ່ງ​ໃຫ້ຄວາມຍຸດຕິທຳຕໍ່ລູກ​ທີ່ກຳ​ພ້າພໍ່, ແລະ ປົກປ້ອງແມ່ຫມ້າຍ.”
\s5
\v 18 ພຣະຢາ​ເວກ່າວວ່າ; “ມາ​ເຖີດ, ແລະໃຫ້​ພວກ​ເຮົາ​ມາ​ເວົ້າ​ຄວາມກັນ,“ “ເຖິງແມ່ນວ່າບາບຂອງເຈົ້າຈະເປັນຄືກັບສີແດງເຂັ້ມ, ມັນກໍຈະຂາວຄືກັບຫິມະ; ເຖິງແມ່ນວ່າຈະເປັນສີແດງຄືກັບຜ້າແດງເຂັ້ມ, ກໍ​ຈະຂາວເທົ່າກັບຂົນແກະ.
\s5
\v 19 ຖ້າພວກເຈົ້າເຕັມໃຈ ແລະ ເຊື່ອຟັງ, ພວກເຈົ້າກໍຈະໄດ້ກິນອາຫານທີ່ດີແຫ່ງແຜ່ນດິນ,
\v 20 ແຕ່ຖ້າພວກເຈົ້າປະຕິເສດ ແລະ ກະບົດ, ດາບກໍ​ຈະ​ລ້າງ​ຜານ​ພວກ​ເຈົ້າ,” ເພາະວ່າ​ພຣະໂອດຂອງພຣະຢາ​ເວໄດ້ກ່າວໄວ້​ແລ້ວ.
\s5
\v 21 ເມືອງທີ່ສັດຊື່ໄດ້ກາຍເປັນເມືອງໂສເພນີໄດ້ແນວໃດຫລື! ເມືອງທີ່ເຄີຍເຕັມແຕ່ຄວາມຍຸຕິທຳ—ເມືອງທີ່ເຕັມດ້ວຍຄວາມຊອບທຳ, ແຕ່ຕອນນີ້ເມືອງ​ນັ້ນເຕັມໄປດ້ວຍພວກຄາດຕະກອນ.
\v 22 ເງິນຂອງພວກເຈົ້າບໍ່ບໍຣິສຸດ, ເຫລົ້າອະງຸ່ນຂອງ​ພວກ​ເຈົ້າກໍປະສົມດ້ວຍນ້ຳ.
\s5
\v 23 ພວກເຈົ້ານາຍຂອງພວກເຈົ້າກໍເປັນພວກກະບົດ ແລະ ເປັນສ່ວນຫນຶ່ງຂອງພວກໂຈນ; ທຸກໆຄົນມັກຮັບສິນບົນ ແລະ ແລ່ນ​ນຳຜົນ​ຕອບ​ແທນ. ພວກເຂົາບໍ່ປົກປ້ອງລູກທີ່ກຳ​ພ້າພໍ່, ຫລືຄະ​ດີຂອງແມ່ຫມ້າຍກໍບໍ່ໄດ້ມາຢູ່ຕໍ່ຫນ້າພວກເຂົາ.
\s5
\v 24 ເພາະ​ສະນັ້ນ ນີ້ແມ່ນການປະກາດຂອງພຣະຢາ​ເວ​ອົງພຣະຜູ້ເປັນເຈົ້າຈອມ​ໂຢ​ທາ, ອົງຜູ້ຊົງ​ຣິດແຫ່ງອິດສະຣາເອນ: “ວິບັດຈົ່ງ​ມີແກ່ພວກເຂົາ! ເຮົາຈະແກ້ແຄ້ນຕໍ່ສັດຕູຂອງເຮົາ, ແລະ ລ້າງແຄ້ນຕໍ່ສັດຕູຂອງເຮົາ​ດ້ວຍ​ຕ​ົວເຮົາ​ເອງ;
\v 25 ຮົາຈະຢື່ນມືຂອງເຮົາ​ມາຕໍ່​ສູ້​ພວກເຈົ້າ, ເພື່ອຊະລ້າງສິ່ງ​ສົກ​ກະ​ປົກຂອງເຈົ້າອອກ​ໄປຄືກັບຊະ​ລ້າງ​ດ້ວຍ​ນ້ຳ​ດ່າງ, ແລະເອົາສິ່ງ​ສົກ​ກະ​ປົກ​ທັງຫມົດຂອງເຈົ້າອອກ​ໄປ.
\s5
\v 26 ເຮົາຈະເຮັດໃຫ້ພວກຜູ້ພິພາກສາຂອງພວກເຈົ້າເປັນຄືກັນກັບແຕ່ກ່ອນ, ແລະ ພວກທີ່ປຶກສາຂອງພວກເຈົ້າເປັນ​ຄື​ກັບ​ຕອນ​ເລີ່ມ​ຕົ້ນ; ຫລັງຈາກທີ່​ພວກເຈົ້າຈະໄດ້ຖືກເອີ້ນວ່າເມືອງແຫ່ງຄວາມຊອບທຳ, ເມືອງສັດ​ຊື່."
\s5
\v 27 ຊີໂອນຈະໄດ້​ຮັບ​ການຖືກໄຖ່ດ້ວຍຄວາມຍຸດຕິທຳ, ແລະ ຜູ້ທີ່ກັບໃຈໃນເມືອງນັ້ນດ້ວຍຄວາມຊອບທຳ.
\v 28 ພວກກະບົດ ແລະ ພວກຄົນບາບຈະຖືກທຳລາຍໄປພ້ອມກັນ, ແລະ ຄົນ​ເຫລົ່າ​ນັ້ນທີ່ປະຖິ້ມພຣະຢາ​ເວກໍຈະຖືກທຳ​ລາຍໄປເຊັ່ນກັນ.
\s5
\v 29 “ເພາະວ່າພວກເຈົ້າຈະໄດ້​ຮັບ​ຄວາມອັບອາຍໃນຕົ້ນໂອກສັກສິດທີ່ພວກເຈົ້າປາຖະຫນາ, ແລະ ພວກເຈົ້າຈະມີຄວາມອັບອາຍໃນສວນທີ່ພວກເຈົ້າໄດ້ເລືອກ.
\v 30 ເພາະວ່າພວກເຈົ້າຈະເປັນຄື​ກັບຕົ້ນໄມ້ໂອກທີ່​ໃບ​ຫ່ຽວ​ແຫ້ງ​ໄປ, ແລະ ຄືກັບສວນທີ່ບໍ່ມີນ້ຳ.
\s5
\v 31 ຄົນ​ທີ່​ແຂງ​ແຮງ​ກໍ​ຈະຄືກັບເຊື້ອ​ໄຟ, ແລະ ວຽກງານຂອງລາວກໍຈະຄືກັບປະ​ກາຍໄຟ; ທັງສອງຢ່າງ​ກໍຈະເຜົາ​ໄຫມ້​ໄປ​ພ້ອມກັນ, ແລະ ບໍ່ມີໃຜສາມາດດັບມັນໄດ້."
\s5
\c 2
\cl ບົດ​ທີ 2
\p
\v 1 ສິ່ງຕ່າງໆກ່ຽວກັບຢູດາ ແລະ ນະ​ຄອນເຢຣູຊາເລັມ. ທີ່ເອຊາຢາບຸດຊາຍຂອງອາໂມດໄດ້ເບີ່ງເຫັນໃນນິມິດ,
\v 2 ໃນວາລະສຸດທ້າຍຈະເປັນດັ່ງນີ້ ພູເຂົາ​ແຫ່ງພຣະວິຫານຂອງພຣະຢາ​ເວຈະຖືກສ້າງຕັ້ງຂື້ນເປັນພູເຂົາທີ່ສູງທີ່ສຸດຂອງບັນ​ດາພູເຂົາທັງຫລາຍ, ແລະພູເຂົານີ້ຈະຖືກຍົກຂຶ້ນໄປເທິງເນີນພູເຂົາທັງ​ຫລາຍ, ແລະ ບັນ​ດາປະຊາຊາດຈະຫລັ່ງໄຫລມາ​ສ​ູ່ພູເຂົານີ້.
\s5
\v 3 ຊົນ​ຊາດ​ຫລ​ວງຫລາຍຈະມາ ແລ​ະ ກ່າວວ່າ, “ມາເຖີ​ດ, ໃຫ້ພວກເຮົາຂຶ້ນໄປເທິງພູຂອງພຣະຢາ​ເວ, ໄປທີ່ພ​ຣະ​ວິ​ຫານຂອງພຣະເຈົ້າຂອງຢາໂຄບ, ເພື່ອພ​ຣະ​ອົງ​ຈະ​ຊົງສອນທຸກວິທີທາງຂອງພ​ຣະ​ອົງແກ່ພວກເຮົາ, ແລະ ພວກ​ເຮົາຈະເດີນໃນທາງພ​ຣະ​ເມດ​ຕາຂອງພ​ຣະ​ອົງ.” ເພາະວ່າ​ທຳ​ມ​ະ​ບັນ​ຍັດຈະອອກມາຈາກຊີໂອນ, ແລະ ພຣະຄຳຂອງພຣະຢາ​ເວຈະອອກມາຈາກນະ​ຄອນ ເຢຣູຊາເລັມ.
\s5
\v 4 ພຣະອົງຈະຊົງຕັດສິນລະຫວ່າງປະຊາ​ຊາດ ແລະ ຈະຊົງຕັດສິນຄວາມໃຫ້​ແກ່​ຊົນ​ຊາດຫລວງຫລາຍ; ພວກເຂົາຈະເອົາດາບຂອງພວກເຂົາໃຫ້​ເປັນຫມາກສົບ​ໄຖ​ນາ, ແລະ ຕີຫອກຂອງພວກເຂົາໃຫ້ເປັນຂໍ​ກ່ຽວ; ປະຊາຊາດຈະບໍ່ຍົກດາບຂຶ້ນຕໍ່ສູ້​ກັບປະຊາຊາດ, ແລະ ພວກເຂົາກໍຈະບໍ່ຝຶກຊ້ອມໃນ​ການເຮັດສົງຄາມອີກຕໍ່ໄປ.
\s5
\v 5 ເຊື້ອ​ສາຍຂອງຢາໂຄບເອີຍ, ມາເຖີດ, ແລະຂໍໃຫ້ພວກເຮົາເດີນໄປໃນຄວາມສະຫວ່າງຂອງພຣະຢາ​ເວ.
\v 6 ເພາະວ່າພວກເຈົ້າໄດ້ປະຖິ້ມຊົນຊາດຂອງພວກເຈົ້າ, ເຊື້ອ​ສາຍຂອງຢາໂຄບເອີຍ, ເພາະວ່າພວກເຂົາຍັງເຕັມໄປດ້ວຍປະເພນີຈາກທິດຕາເວັນອອກ ແລະ ເຕັມໄປດ້ວຍພວກ​ຜູ້​ທຳ​ນວຍຄືກັບພວກຟີລິດສະຕີນ, ແລະ ພວກເຂົາບໍ່ໄດ້ຈັບມືທັກ​ທາຍກັບພວກບຸດຊາຍຂອງພວກຄົນຕ່າງດ້າວ.
\s5
\v 7 ແຜ່ນດິນຂອງພວກເຂົາເຕັມໄປດ້ວຍເງິນ ແລະ ຄຳ, ແລະ ຄວາມຮັ່ງມີຂອງພວກເຂົາບໍ່ມີທີ່ສິ້ນສຸດ; ແຜ່ນດິນຂອງພວກເຂົາເຕັມໄປດ້ວຍຝູງມ້າ, ແລະ ເຕັມໄປດ້ວຍລົດມ້າເສຶກຂອງພວກເຂົາບໍ່ມີສິ້ນສຸດ.
\v 8 ແຜ່ນດິນຂອງພວກເຂົາເຕັມໄປດ້ວຍຮູບເຄົາຣົບ; ພວກເຂົາຂາບໄຫວ້ງານຫັດຖະກຳທີ່ເຮັດດ້ວຍມືຂອງພວກ​ເຂົາເອງ, ສິ່ງຕ່າງໆທີ່ນິ້ວ​ຂອງພວກເຂົາເອງໄດ້ເຮັດຂຶ້ນມາ.
\s5
\v 9 ປະຊາຊົນຈະກົ້ມຂາບລົງ, ແລະ ແຕ່ລະຄົນຈະລົ້ມລົງ; ເພາະສະນັ້ນຢ່າໃຫ້ພວກເຂົາລຸກຂຶ້ນມາ.
\v 10 ຈົ່ງໄປທີ່​ບ່ອນເຕັມດ້ວຍຜາຫີນ ແລະ ລີ້​ຕົວຢູ່ໃນພື້ນດິນໃຫ້​ພົ້ນຈາກຄວາມຢ້ານກົວຂອງພຣະຢາເວ ແລະ ຈາກຣັດສະຫມີແຫ່ງສະຫງ່າຣາສີຂອງພ​ຣະ​ອົງ.
\v 11 ຕາທີ່​ຍິ່ງ​ຈອງ​ຫອງຂຶ້ນຈະຖືກເຮັດ​ໃຫ​້​ຕົກ​ຕ່ຳລົງ, ແລະ ພວກຄົນທີ່ໂອ້ອວດຈະຖືກເຮັດ​ໃຫ້​ຕົກ​ຕ່ຳລົງ, ແລະ ພຣະຢາເວ​ພ​ຣະອົງດຽວທີ່ສົມຄວນແກ່​ການສັນລະເສີນໃນມື້ນັ້ນ.
\s5
\v 12 ເພາະຈະມີມື້ແຫ່ງພຣະຢາເວຈອມໂຢທາທີ່ຈະຕໍ່ສູ້ກັບທຸກຄົນທີ່ອວດຕົວ ແລະ ຈອງຫອງຂຶ້ນ, ແລະ ຕໍ່ສູ້ກັບທຸກຄົນທີ່ໂອຫັງ - ແລະ ພຣະອົງຈະຊົງເຮັດໃຫ້ຕົກຕຳ່ລົງ​-
\v 13 ແລະ ຕໍ່ສູ້ກັບຕົ້ນສົນສີດາແຫ່ງເລບານອນທຸກຕົ້ນທີ່ສູງ ແລະ ຍົກຕົວຂຶ້ນ, ແລະ ໄດ້ຕໍ່ສູ້ກັບຕົ້ນໂອກທຸກໆຕົ້ນຂອງບາຊານ.
\s5
\v 14 ໃນວັນຂອງພຣະຢາເວຈອມໂຢທາຈະຕໍ່ສູ້ກັບພູເຂົາສູງທັງຫມົດ, ແລະ ໄດ້ຕໍ່ສູ້ກັບເນີນພູທັງຫມົດທີ່ຍົກຕົວເອງຂຶ້ນ,
\v 15 ແລະ ຕໍ່ສູ້ກັບຕຶກສູງທຸກແຫ່ງ, ແລະ ຕໍ່ສູ້ກັບກຳແພງທີ່ແຂງແຮງທັງຫມົດ,
\v 16 ແລະ ຕໍ່ສູ້ກັບກຳປັ່ນທັງຫມົດຂອງທາຊິດ, ແລະ ຕໍ່ສູ້ກັບເຮືອທີ່ສວຍງາມທີ່ລອຍລຳຢູ່.
\s5
\v 17 ຄວາມຈອງຫອງຂອງມະນຸດຈະຖືກຖອຍລົງໃຫ້ຕົກຕຳ່ລົງ, ແລະ ຄວາມໂອຫັງຂອງມະນຸດຈະລົ້ມລົງ; ພຣະຢາເວພຣະອົງດຽວທີ່ສົມຄວນໄດ້ຮັບການສັນລະເສີນໃນມື້ນັ້ນ.
\v 18 ຮູບເຄົາລົບທັງຫລາຍຈະສູນສີ້ນໄປ.
\v 19 ມະນຸດຈະໄປຍັງຖຳ້ພູຜາຕ່າງໆ. ແລະຮູຂອງພື້ນດິນ, ໃຫ້ພົ້ນຈາກຄວາມຫນ້າຢ້ານກົວຂອງພຣະຢາເວ, ແລະ ຈາກພຣະສີຣິແຫ່ງສະຫງ່າລາສີຂອງພຣະອົງ, ເມື່ອພຣະອົງຊົງລຸກຂຶ້ນເພື່ອເຮັດໃຫ້ແຜ່ນດິນໂລກຢ້ານກົວ
\s5
\v 20 ໃນວັນນັ້ນ, ຜູ້ຄົນຈະຖິ້ມຮູບເຄົາລົບທີ່ເຮັດດ້ວຍເງິນ ແລະ ຄຳທີ່ພວກເຂົາໄດ້ສ້າງຂຶ້ນເອງມາເພື່ອນະມັດສະການຖິ້ມໄປ–ພວກເຂົາຈະໂຍນສິ່ງເຫລົ່ານັ້ນລົງໄປຫາໂມ້ ແລະ ເຈຍ.
\v 21 ພວກເຂົາຈະໄປລີ້ຢູ່ໃນຮອຍແຕກໃນຫີນຜາ. ແລະຜາເປື້ອນໃຫ້ພົ້ນຈາກຄວາມຢ້ານກົວຂອງພຣະຢາເວ ແລະ ຈາກສະຫງ່າລາສີຂອງລັດສະຫມີພາບຂອງພຣະອົງ, ພຣະອົງໄດ້ລຸກຂຶ້ນເພື່ອເຮັດໃຫ້ແຜ່ນດິນໂລກຢ້ານກົວ.
\v 22 ຈົ່ງເລີກໄວ້ວາງໃຈໃນມະນຸດ, ຜູ້ທີ່ລົມຫາຍໃຈທີ່ມີຊີວິດຢູ່ໃນດັງຂອງລາວ, ເພາະລາວມີຄຸນຄ່າຫຍັງແດ່?
\s5
\c 3
\cl ບົດ​ທີ 3
\p
\v 1 ຈົ່ງເບິ່ງ, ອົງພຣະຜູ້ເປັນເຈົ້າພຣະຢາເວຈອມໂຢທາ, ຈະຊົງເອົາຄວາມຊ່ວຍເຫລືອ ແລະ ການຈຸນເຈືອອອກໄປຈາກກຸງເຢຣູຊາເລັມ ແລະ ຢູດາ. ຄືສະບຽງອາຫານ ແລະ ນຳ້ດື່ມທັງຫມົດ;
\v 2 ນັກຮົບທີ່ກ້າຫານ, ຜູ້ພິພາກສາ, ສາດສະດາ, ຜູ້ທຳນວາຍ, ຜູ້ເຜີຍພຣະວັດຈະນະ, ແລະ ຜູ້ໃຫຍ່;
\v 3 ນາຍກອງຫ້າສິບຄົນ, ຄົນທີ່ປະຊາຊົນເຄົາລົບນັບຖື, ທີ່ປຶກສາ, ຊ່າງຫັດຖະກຳທີ່ມີສີມື, ແລະ ຄົນໃຊ້ເວດມົນທີ່ຊຳນານ.
\s5
\v 4 "ເຮົາຈະແຕ່ງຕັ້ງຄົນຫນຸ່ມໃຫ້ເປັນຜູ້ນຳຂອງພວກເຂົາ, ແລະ ຄົນຫນຸ່ມຈະປົກຄອງເຫນືອພວກເຂົາ.
\v 5 ປະຊາຊົນຈະຖືກກົດຂີ່ຂົ່ມເຫັງ, ທຸກຄົນຈະຖືກບີບບັງຄັບຈາກຄົນອື່ນ; ແລະ ທຸກຄົນຈະຖືກເພື່ອນບ້ານໃກ້ຄຽງກົດຂີ່ຂູດຮີດ; ເດັກນ້ອຍຈະດູຫມິ່ນຜູ້ທີ່ອາວຸໂສກວ່າ, ແລະ ຄົນຊົ່ວຮ້າຍຈະທ້າທາຍຜູ້ທີ່ມີກຽດ.
\s5
\v 6 ເຖິງແມ່ນວ່າຜູ້ຊາຍຈະຖືກອ້າຍຂອງລາວຢູ່ໃນເຮືອນຂອງພໍ່ ແລະ ເວົ້າວ່າ, 'ເຈົ້າມີເສື້ອຄຸມ; ຈົ່ງມາເປັນຜູ້ປົກຄອງຂອງພວກເຮົາເຖີດ, ແລະ ໃຫ້ຊາກປະຫລັກຫັກພັງນີ້ຕົກຢູ່ໃນມືຂອງເຈົ້າ.'
\v 7 ໃນມື້ນັ້ນເຂົາຈະຮ້ອງ ແລະ ກ່າວວ່າ, 'ຂ້ອຍຈະບໍ່ເປັນຜູ້ຮັກສາ; ຂ້ອຍບໍ່ມີອາຫານຫລືເສື້ອຜ້າ. ພວກເຈົ້າຢ່າແຕ່ງຕັ້ງຂ້ອຍໃຫ້ເປັນຜູ້ປົກຄອງປະຊາຊົນເລີຍ.'"
\s5
\v 8 ເພາະວ່າເມືອງເຢຣູຊາເລັມໄດ້ສະດຸດ, ແລະຢູດາກໍລົ້ມລົງ, ເພາະຄຳເວົ້າ ແລະ ການກະທຳ ຂອງພວກເຂົາຕໍ່ສູ້ພຣະຢາເວ, ທ້າທາຍຕໍ່ພຣະເນດແຫ່ງພຣະສະຫງ່າຣາສີຂອງພຣະອົງ.
\v 9 ການສະແດງອອກເທິງໃບຫນ້າຂອງພວກເຂົາກໍເປັນພະຍານປັກປຳຕໍ່ພວກເຂົາ; ແລະ ພວກເຂົາໄດ້ເວົ້າເຖິງຄວາມບາບຂອງພວກເຂົາເຫມືອນກັບເມືອງໂຊໂດມ; ພວກເຂົາບໍ່ໄດ້ປິດບັງຫຍັງເລີຍ. ວິບັດຈຶ່ງມີແກ່ພວກເຂົາ! ເພາະວ່າພວກເຂົາໄດ້ເຮັດໃຫ້ໄພວິບັດມາສູ່ຕົນເອງຢ່າງເຕັມທີ່.
\s5
\v 10 ຈົ່ງບອກຄົນຊອບທຳວ່າພວກເຂົາຈະໄປໄດ້ດີ, ເພາະວ່າພວກເຂົາຈະກິນຜົນຂອງການກະທຳຂອງພວກເຂົາ.
\v 11 ວິບັດຈົ່ງມີແກ່ຄົນອະທຳ! ສິ່ງທີ່ບໍ່ດີຈະເກີດຂຶ້ນກັບເຂົາ, ເພາະການຕອບແທນທີ່ມືຂອງເຂົາໄດ້ກະທຳ.
\v 12 ຊົນຊາດຂອງເຮົາເອີຍ, ເດັກນ້ອຍກໍເປັນຜູ້ບີບບັງຄັບພວກເຂົາ, ແລະ ພວກຜູ້ຍິງກໍປົກຄອງເຫນືອພວກເຂົາ. ປະຊາຊົນຂອງເຮົາ, ຄົນເຫລົ່ານັ້ນທີ່ນຳທາງພວກເຈົ້າໄດ້ນຳພວກເຈົ້າໃຫ້ຫລົງທາງໄປ ແລະ ເຮັດໃຫ້ການນຳທາງຂອງພວກເຈົ້າສັບສົນ.
\s5
\v 13 ພຣະຢາເວຊົງຢືນຂຶ້ນເພື່ອເປັນຜູ້ກ່າວໂທດ; ພຣະອົງກຳລັງຢືນເພື່ອຊົງກ່າວໂທດຄົນເຫລົ່ານັ້ນ.
\v 14 ແລະ ພວກຜູ້ນຳຂອງພວກເຂົາ: “ເຈົ້າໄດ້ ທຳ ລາຍສວນອະງຸ່ນແລ້ວ. ຂອງທີ່ຮິບມາຈາກຄົນຍາກຈົນແມ່ນຢູ່ໃນເຮືອນຂອງພວກເຈົ້າ.
\v 15 ເປັນຫຍັງພວກເຈົ້າຈຶ່ງບີບບັງຄັບປະຊາຊົນຂອງເຮົາ ແລະກະທຳການທໍລະມານຕໍ່ຄົນທຸກຍາກ?” ນີ້ແມ່ນ ຄຳ ປະກາດຂອງອົງພຣະຜູ້ເປັນເຈົ້າ ພຣະຢາເວຈອມໂຢທາ.
\s5
\v 16 ພຣະຢາເວກ່າວວ່າ ເພາະວ່າພວກລູກສາວຂອງຊີໂອນນັ້ນຈອງຫອງ, ຍ່າງຊູຄໍໄປຕາມເສັ້ນທາງ, ແລະ ສົ່ງສາຍຕາເຈົ້າຊູ້, ຂະນະທີ່ພວກເຂົາຍ່າງໄປຢ່າງຫມັ້ນໃຈ ແລະ ສັ່ນຕີນຂອງພວກເຂົາໃຫ້ມີສຽງດັງ,
\v 17 ເພາະສະນັ້ນອົງພຣະຜູ້ເປັນເຈົ້າຈະເຮັດໃຫ້ເກີດພະຍາດຂີ້ຫິດ ເທິງຫົວຂອງພວກລູກສາວຂອງຊີໂອນ, ແລະ ພຣະຢາເວຈະເຮັດໃຫ້ພວກເຂົາເຈົ້າເປັນຄົນຫົວລ້ານ.
\s5
\v 18 ໃນວັນນັ້ນອົງພຣະຜູ້ເປັນເຈົ້າຈະເອົາເຄື່ອງປະດັບອັນງົດງາມທີ່ຂໍ້ຕີນຂອງພວກເຂົາໄປ, ອີກທັງແຂບຮັດຫົວ, ແລະ ເຄື່ອງປະດັບທີ່ມີຮູບພະຈັນສ້ຽວ,
\v 19 ຕຸ້ມຫູ, ສາຍແຂນ, ແລະຜ້າປົກຫນ້າ;
\v 20 ຜ້າຄາດຫົວ, ສ້ອຍຂໍ້ຕີນ, ຜ້າຄາດແອວ, ແລະ ອົບນຳ້ຫອມ, ແລະ ຕະກຸດ.
\s5
\v 21 ພຣະອົງຈະເອົາແຫວນແລະພອຍທີ່ເກາະທີ່ດັງໄປ;
\v 22 ເຄື່ອງນຸ່ງສຳລັບໃສ່ອອກງານ, ເສື້ອຄຸມ, ຜ້າປົກຫນ້າ, ແລະ ກະເປົາຖື;
\v 23 ກະຈົກຖືສ່ອງ, ຜ້າປ່ານ, ຜ້າປົກຫົວ, ແລະ ເສື້ອຊັ້ນນອກ.
\s5
\v 24 ມັນຈະມີພຽງແຕ່ກິ່ນເຫນົ່າເຫມັນແທນນໍ້າຫອມ; ແລະ ຈະມີແຕ່ເຊືອກຮັດແທນຜ້າຄາດແອວ; ຫລືຈະມີແຕ່ຫົວລ້ານແທນຜົມທີ່ຈະຈັດຊົງຢ່າງດີ, ແລະ ຈະມີແຕ່ການນຸ່ງຫົ່ມດ້ວຍຜ້າກະສອບແທນເສື້ອຄຸມ; ແລະ ຈະມີແຕ່ຄວາມອັບອາຍແທນຄວາມສວຍງາມ.
\v 25 ພວກຜູ້ຊາຍຂອງເຈົ້າຈະລົ້ມລົງດ້ວຍດາບ, ແລະ ພວກຜູ້ຊາຍທີ່ແຂງແຮງຂອງພວກເຈົ້າຈະລົ້ມລົງໃນສົງຄາມ.
\v 26 ປະຕູນະຄອນເຢຣູຊາເລັມຈະເປັນທຸກ ແລະ ໂສກເສົ້າ; ແລະ ນາງຈະອ້າງວ້າງແລະ ນັ່ງລົງເທິງພື້ນດິນ.
\s5
\c 4
\cl ບົດ​ທີ 4
\p
\v 1 ໃນມື້ນັ້ນຜູ້ຊາຍເຈັດຄົນຈະຢຶດຜູ້ຊາຍຄົນຫນຶ່ງໄວ້ແລະກ່າວວ່າ," ເຮົາຈະກິນອາຫານຂອງເຮົາເອງ, ເຮົາຈະສວມໃສ່ເສື້ອຜ້າຂອງເຮົາເອງ. ແຕ່ຂໍພຽງໃຫ້ເຮົາໃສ່ຊື່ຂອງທ່ານ ເພື່ອເອົາຄວາມອັບອາຍຂອງເຮົາອອກໄປ."
\v 2 ໃນວັນນັ້ນກິ່ງຂອງພຣະຢາເວຈະງົດງາມ ແລະ ມີສະຫງ່າລາສີ, ແລະ ຜົນລະໄມ້ຂອງແຜ່ນດິນຈະມີລົດແຊບ ແລະໃຫ້ຄວາມປິຕິຍິນດີ ສຳລັບຜູ້ທີ່ລອດຊີວິດເຫລົ່ານັ້ນໃນອິດສະຣາເອນ.
\s5
\v 3 ຈະເກີດມີຜູ້ທີ່ເຫລືອໃຫ້ຢູ່ໃນຊີໂອນ ແລະ ຜູ້ທີ່ຍັງຄົງເຫລືອຢູ່ໃນກຸງເຢຣູຊາເລັມຈະໄດ້ຮັບການຊົງເອີ້ນໃຫ້ບໍລິສຸດ, ທຸກຄົນທີ່ຖືກບັນທຶກໄວ້ວ່າມີຊີວິດຢູ່ໃນກຸງເຢຣູຊາເລັມ.
\v 4 ເຫດການນີ້ຈະເກີດຂຶ້ນເມື່ອອົງພຣະຜູ້ເປັນເຈົ້າ ຈະຊົງຊຳລະລ້າງຄວາມເປິເປື້ອນຂອງລູກຍິງທັງຫລາຍຂອງຊີໂອນ, ແລະ ຈະຊຳລະຄາບໂລຫິດຈາກທ່າມກາງກຸງເຢຣູຊາເລັມ, ໂດຍວິນຍານແຫ່ງການພິພາກສາ ແລະ ວິນຍານແຫ່ງແປວໄຟ.
\s5
\v 5 ແລ້ວພຣະຢາເວຈະຊົງສ້າງເມກ ແລະ ຄວັນໃນຕອນກາງເວັນ, ແລະ ແສງສ່ອງສະຫວ່າງຂອງແປວໄຟໃນຕອນກາງຄືນ; ເຫນືອທົ່ວທຸກແຫ່ງຂອງພູຊີໂອນ, ແລະ ເຫນືອສະຖານທີ່ຊຸມນຸມຂອງເມືອງນັ້ນ; ຊຶ່ງຈະເປັນສິ່ງທີ່ປົກຄຸມເຫນືອພຣະສະຫງ່າຣາສີທັງສິ້ນ.
\v 6 ສິງນັ້ນຈະເປັນຮົ່ມເງົາເພື່ອບັງແດດຈາກຄວາມຮ້ອນໃນຕອນກາງເວັນ, ແລະ ເປັນທີ່ລີ້ໄພທີ່ກຳບັງຈາກພະຍຸ ແລະ ຝົນ.
\s5
\c 5
\cl ບົດທີ 5
\p
\v 1 ຂໍໃຫ້ຂ້າ​ພະ​ເຈົ້າຮ້ອງເພງ​ເພື່ອ​ຜູ້ທີ່ເປັນ​ທີ່ຮັກຂອງຂ້າ​ພະ​ເຈົ້າ, ເພງ​ຂອງ​ຜູ້​ທີ່​ເປັນທີ່​ຮັກ​ຂອງ​ຂ້າ​ພະ​ເຈົ້າກ່ຽວກັບສວນອະງຸ່ນຂອງລາວ. ຜູ້​ທີ່ເປັນ​ທີ່​ຮັກຂອງ​ຂ້າ​ພະ​ເຈົ້າໄດ້ມີສວນອະງຸ່ນສວຍນ​ຫນຶ່ງຢູ່ເທິງພູເຂົ​າທີ່ມີຄວາມອຸດົມສົມບູນຫລາຍ.
\v 2 ລາວໄດ້ຂຸດສວນນັ້ນ, ແລະ ໄດ້ເອົາກ້ອນຫີນອອກໄປ, ແລະ ໄດ້ປູກສວນນັ້ນດ້ວຍແນວອະ​ງຸ່ນພັນເຄືອທີ່ດີ. ລາວໄດ້ສ້າງຫໍ​ຄອຍ​ຫລັງ​ຫນຶ່ງ​ໄວ້ຢູ່ກາງສວນນັ້ນ, ແລະ ຍັງໄດ້ສ້າງບ່ອນເຮັດເຫລົ້າອະງຸ່ນ​ໄວ້​ນຳ. ລາວໄດ້ລໍຖ້າໃຫ້ສວນນັ້ນອອກ​ຫມາກອະງຸ່ນ, ແຕ່ວ່າມັນກໍ​ອອກ​ຫມາກມີແຕ່ຫມາກອະງຸ່ນສົ້ມເທົ່ານັ້ນ.
\s5
\v 3 ເພາະສະນັ້ນ, ບັດນີ້ປະຊາວນະ​ຄອນເຢຣູຊາເຣັມ ແລະ ຊາວຢູດາ, ຕັດສິນລະຫວ່າງຂ້າ​ພະ​ເຈົ້າກັບສວນອະງຸ່ນຂອງຂ້າ​ພະ​ເຈົ້າ.
\v 4 ມີຫຍັງທີ່​ຈະສາມາດເຮັດກັບສວນອະງຸ່ນຂອງຂ້າ​ພະ​ເຈົ້າ​ໄດ້​ອີກ, ທີ່ຂ້າ​ພະ​ເຈົ້າ​ຍັງບໍ່ໄດ້ເຮັດໃຫ້​ກັບສວນນັ້ນ? ເມື່ອຂ້າ​ພະ​ເຈົ້າຄາດຫວັງວ່າສວນນັ້ນຈະຜະລິດຫມາກອະງຸ່ນ, ແຕ່ເປັນຫຍັງມັນຈຶ່ງອອກເປັນຫມາກອະງຸ່ນສົ້ມໄດ້?
\s5
\v 5 ບັດນີ້ຂ້າ​ພະ​ເຈົ້າຈະບອກກັບພວກ​ທ່ານວ່າຂ້າ​ພະ​ເຈົ້າ​ຈະ​ເຮັດແນວ​ໃດກັບສວນຂອງ​ຂ້າ​ພະ​ເຈົ້າ: ຂ້າ​ພະ​ເຈົ້າຈະຍ້າຍຮົ້ວກັ້ນ​ອອກໄປ, ຂ້າ​ພະ​ເຈົ້າ​ຈະ​ປ່ຽນສວນນັ້ນໃຫ້ກາຍເປັນທົ່ງຫຍ້າ, ຂ້າ​ພະ​ເຈົ້າຈະທຳລາຍກຳແພງລົງ, ແລະ ສວນນັ້ນຈະຖືກຢຽບຢ້ຳ.
\v 6 ຂ້າພະ​ເຈົ້າຈະປ່ອຍໃຫ້ມັນຫວ່າງເປົ່າ, ແລະ ສວນນັ້ນຈະບໍ່ຖືກພວນ​ດິນ ຫລື ຂຸດອີກ. ແຕ່ກົງກັນຂ້າມ, ຕົ້ນໄມ້ ແລະ ຫນາມຈະປົ່ງຂຶ້ນ. ຂ້າ​ພະ​ເຈົ້າຍັງຈະສັ່ງໃຫ້ເມກບໍ່ໃຫ້ຝົນຕົກເທິງມັນ.
\s5
\v 7 ສໍາລັບສວນອະງຸ່ນຂອງພຣະຢາເວ​ຈອມ​ໂຢ​ທາ​ ແມ່ນເຊື້ອສາຍແຫ່ງອິດສະຣາເອນ, ແລະ ຄົນຢູດາເປັນສິ່ງ​ທີ່​ປູກ​ໄວ້ຂອງ​ພ​ຣະ​ອົງ​ທີ່​ຊົງ​ພໍ​ພ​ຣະ​ໄທ, ພ​ຣະ​ອົງ​ໄດ້​ຊົງ​ລໍ​ຖ້າ​ຄວາມ​ຍຸດ​ຕິ​ທຳ, ແຕ່ແທນທີ່ຈະເປັນ​ຢ່າງ​ນັ້ນ, ກົງກັນ​ຂ້າມ​ກັບມີແຕ່ການຂ້າ; ເມື່ອຊົງ​ລໍ​ຖ້າຄວາມຊອບທຳ, ກໍ​ມີແຕ່, ສຽງ​ການຮ້ອງຂໍຄວາມຊ່ວຍເຫລືອ.
\s5
\v 8 ວິບັດຈົ່ງ​ມີແກ່ຄົນ​ເຫລົ່າ​ນັ້ນ ຜູ້ທີ່ລວມເຮືອນ ແລະ ເຮືອນເຂົ້າ​​ນຳ​ກັນ, ຜູ້ທີ່ລວມທົ່ງນາ ແລະ ທົ່ງນາເຂົ້າ​ນຳກັນ, ຈົນບໍ່ມີບ່ອນ​ຫວ່າງເຫລືອຢູ່ເລີຍ, ແລະມີພຽງແຕ່ພວກ​ທ່ານເທົ່ານັ້ນທີ່ຍັງເຫລືອຢູ່ໃນແຜ່ນດິນນີ້!
\v 9 ພຣະຢາ​ເວ​ຈອມ​ໂຢ​ທາໄດ້ຊົງກ່າວກັບຂ້າພະເຈົ້າວ່າ, ມີຫລາຍຫລັງຄາເຮືອນຈ​ະເປົ່າ​ຮ້າງ, ເຖິງວ່າຈະເປັນບ້ານໃຫຍ່ໂຕ ແລະ ຫນ້າຊື່ນຊົມ, ກໍປາ​ສະ​ຈາກຜູ້ຢູ່ອາໄສ.
\v 10 ເພາະ​ສວນ​ອະ​ງຸ່ນສິບແອກຈະໃຫ້ຜົນຜະລິດພຽງແຕ່ຫນຶ່ງອາບເທົ່ານັ້ນ, ແລະ ແນວພັນຫນຶ່ງໂຮ​ເມີຈະໃຫ້ຜົນຜະລິດພຽງແຕ່ໜຶ່ງເອ​ເຟ.
\s5
\v 11 ວິບັດແກ່ຄົນ​ເຫລົ່າ​ນັ້ນທີ່ລຸກຂຶ້ນແຕ່ເຊົ້າມືດເພື່ອ​ມາຫາເຫລົ້າດື່ມ, ຄົນເຫລົ່ານັ້ນທີ່ຍັງຄົງຄ້າງຢູ່ຈົນຮອດເດິກດື່ນຈົນກ່ວາເຫລົ້າອະ​ງຸ່ນຈະເຮັດໃຫ້ພວກເຂົາພິ​ນາດໄປ.
\v 12 ພວກເຂົາໄດ້ຈັດງານລ້ຽງດ້ວຍສຽງ​ພິນໃຫຍ່, ພິນສອງຄູ່, ລະ​ນາດ, ຄຸຍ, ແລະ ເຫລົ້າ​ອະງຸ່ນ, ແຕ່ພວກເຂົາບໍ່ໄດ້​ລະ​ລຶກ​ເຖິງວຽກງານຂອງພຣະຢາ​ເວ, ແລະພວກເຂົາກໍບໍ່ໄດ້ພິຈາລະນາເຖິງສິ່ງທີ່ພ​ຣະ​ອົງ​ຊົງໄດ້ເຮັດດ້ວຍພ​ຣະ​ຫັດຂອງພ​ຣະ​ອົງ.
\s5
\v 13 ເພາະ​ສະນັ້ນ ຊົນຊາດຂອງຂ້າ​ພະ​ເຈົ້າຕໍ່ມາໄດ້ຕົກເປັນຊະເລີຍເພາະຂາດຄວາມເຂົ້າໃຈ; ພວກຜູ້ນຳທີ່​ມີກຽດສັກສີຂອງພວກເຂົາກໍຫິວໂຫຍ, ແລະ ພວກປະຊາຊົນທົ່ວໄປກໍບໍ່ມີຫຍັງຈະດື່ມ.
\v 14 ເພາະສະນັ້ນ ແດນ​ຄົນ​ຕາຍ​ກໍ​ໄດ້ເປັນສາເຫດໃຫ້​ຄວາມ​ກະ​ຫາຍ​ຂອງ​ມັນ​ຫລາຍ​ຂື້ນ ແລະ ອ້າປາກຂອງມັນກວ້າງຂຶ້ນອີກ; ພວກ​ຄົນ​ສູງ​ສັກ, ປະຊາຊົນ, ພວກຜູ້ນຳຂອງພວກເຂົາ, ແລະ ພວກ​ສຳ​ມາ​ເລ​ເທ​ເມົາ ແລະ ຜູ້ຄົນເຫລົ່າ​ນັ້ນທີ່ມີຄວາມສຸກໃນບັນດາພວກເຂົາ, ກໍໄດ້ຕົກລົງໄປໃນທີ່ດິນແດນຂອງຄົນຕາຍ.
\s5
\v 15 ມະນຸດຈະຖືກບີບບັງຄັບໃຫ້ກົ້ມຕົວລົງ, ແລະ ມະນຸດຈະຖືກ​ເຮັດ​ໃຫ້ຕົກຕໍ່າລົງ; ໃນຕາຂອງຄົນທີ່ຍິ່ງຈອງຫອງຈະຖືກທຳລາຍ.
\v 16 ພຣະຢາ​ເວຈອມໂຢທາຈະຊົງເປັນ​ທີ່​ສັນ​ລະເສີນ​ໃນຄວາມຍຸດຕິທຳຂອງພຣະອົງ, ແລະ ພຣະເຈົ້າອົງບໍຣິສຸດຈ​ະ​ຊົງ​ສຳ​ແດງ​ຄວາມ​ບໍ​ຣິ​ສຸດຂອງ​ພ​ຣະ​ອົງເອງໂດຍຄວາມຊອບທຳຂອງພ​ຣະ​ອົງ.
\v 17 ຈາກນັ້ນຝູງແກະຈະຫາກິນຄືກັນກັບເປັນທົ່ງຫຍ້າຂອງພວກມັນ​ເອງ, ແລະ ໃນຊາກຫັກພັງ, ພວກລູກແກະກໍຈະເລັມ​ຫຍ້າຄືກັນ​ກັບຄົນຕ່າງຊາດ. "ແລະ ຢູ່ໃນຊາກຫັກພັງຂອງຄົນຮັ່ງມີ, ລູກແກະຈະລ້ຽງສັດ.
\s5
\v 18 ວິບັດຈົ່ງ​ມີແກ່ຄົນ​ເຫລົ່​າ​ນັ້ນທີ່ດຶງຄວາມຊົ່ວຮ້າຍໄປໃສ່ສາຍເຊືອກທີ່ບໍ່ມີປະໂຫຍດ ແລະ ພວກຄົນທີ່ດຶງລາກຄວາມບາບໄປ​ຄື​ກັບ​ວ່າ​ມັນ​ເປັນ​ເຊືອກໂຍງກວຽນ.
\v 19 ວິບັດຈົ່ງ​ມີແກ່ຄົນ​ເຫລົ່າ​ນັ້ນທີ່ເວົ້າວ່າ, "ຂໍໃຫ້ພຣະອົງ​ຈົ່ງ​ກະ​ທຳ​ຢ່າງຟ້າວຝັງ, ຂໍໃຫ້ພ​ຣະ​ອົງ​ກະ​ທຳໂດຍໄວ, ເພື່ອພວກເຮົາຈ​ະສາມາດເຫັນໄດ້ວ່າມີຫຍັງເກີດຂື້ນ, ແລະ ໃຫ້ແຜນການຂອງອົງບໍຣິສຸດແຫ່ງອິດສະຣາເອນມາເຖີດ, ເພື່ອພວກເຮົາຈະໄດ້ຮູ້ແຜນການເຫລົ່ານັ້ນ."
\s5
\v 20 ວິບັດຈົ່ງ​ມີແກ່ຄົນ​ເຫລົ່າ​ນັ້ນທີ່ເອີ້ນຄວາມຊົ່ວວ່າ​ຄວາມ​ດີ, ແລະ ເອີ້ນຄວາມດີວ່າຄວາມຊົ່ວ; ພວກທີ່ຖືວ່າຄວາມມືດເປັນຄວາມສະຫວ່າງ, ແລະ ຄວາມສະ​ຫວ່າງເປັນຄວາມມືດ; ພວກທີ່ຖືວ່າຄວາມຂົມຂື່ນຄືຄວາມຫວານ, ແລະ ຄວາມຫວານຄືຄວາມຂົມຂື່ນ!
\v 21 ວິບັດຈົ່ງ​ມີແກ່ຄົນ​ເຫລົ່າ​ນັ້ນ ຜູ້ທີ່ມີຄວາມສະຫລາດໃນສາຍຕາຂອງຕົນເອງ, ແລະ ຜູ້ທີ່ມີສະຕິປັນຍາຮອບ​ຄອບໃນຄວາມເຂົ້າໃຈຂອງຕົນເອງ!
\s5
\v 22 ວິບັດຈົ່ງ​ມີແກ່ຄົນ​ເຫລົ່າ​ນັ້ນ ທີ່ເກັ່ງ​ໃນ​ການດື່ມເຫລົ້າອະງຸ່ນ, ແລະ ພວກນາຍຈ້າງທີ່ເກັ່ງໃນການປະສົມເຫລົ້າ;
\v 23 ຜູ້ທີ່ປ່ອຍ​ຕົວຄົນອ​ະ​ທຳສຳລັບຄ່າຕອບ​ແທນ, ແລະ ການຖອນສິດຂອງຜູ້ບໍ່​ມີ​ຄວາມ​ຜິດ!
\s5
\v 24 ເພາະ​ສະນັ້ນ ແປວໄຟເຜົາ​ຜານ​ຕໍເຂົ້າສັນ​ໃດ, ແລະ ຫຍ້າ​ແຫ້ງ​ຍຸບລົງໄປໃນແປວໄຟສັນ​ໃດ, ຮາກຂອງພວກ​ເຂົາ​ກໍຈະເນົ່າເປື່ອຍ, ແລະ ຄວາມ​ເບັ່ງ​ບານຂອງພວກເຂົາກໍຈະປິວໄປຄືກັບຜົງຂີ້ຝຸ່ນສັນ​ນັ້ນ. ສິ່ງນີ້ຈະເກີດຂຶ້ນເພາະວ່າພວກເຂົາໄດ້ປະຕິເສດພ​ຣະ​ບັນ​ຍັດຂອງອົງພຣະຢາ​ເວຈອມ​ໂຢ​ທາ, ແລະເພາະວ່າພວກເຂົາໄດ້ດູຫມິ່ນພ​ຣະຄຳຂອງອົງຜູ້ບໍຣິສຸດຂອງອິດສະຣາເອນ.
\s5
\v 25 ເພາະ​ສະນັ້ນ ຄວາມໂກດແຄ້ນຂອງພຣະຢາ​ເວຈຶ່ງໄດ້ເພີ່ມຂຶ້ນຕໍ່ຊົນ​ຊາດຂອງພ​ຣະ​ອົງ. ພຣະອົງໄດ້ຢຽດ​ພ​ຣະ​ຫັດ​ອອກຕໍ່​ສູ້ພວກເຂົາ ແລະ ລົງໂທດພວກເຂົາ. ພູເຂົາທັງ​ຫລາຍ​ກໍສັ່ນສະເທືອນ, ແລະ ຊາກ​ສົບຂອງພວກເຂົາຄ້າຍຄືກອງຂີ້ເຫຍື້ອຕາມຖະຫນົນ. ໃນເຫດການທັງຫມົດເຫລົ່ານີ້, ຄວາມໂກດແຄ້ນຂອງພ​ຣະ​ອົງບໍ່ໄດ້​ບັນ​ເທົາລົງ, ແຕ່ກົງ​ກັນຂ້າມ, ພ​ຣະ​ຫັດຂອງພ​ຣະ​ອົງຍັງຢຽດອອກ.
\s5
\v 26 ພ​ຣະ​ອົງຈະໃຫ້ສັນຍານແກ່ຊົນ​ຊາດ​ທັງ​ຫລາຍທີ່ຢູ່ຫ່າງໄກອອກ​ໄປ ແລະ ຊົງຜິວ​ພ​ຣະ​ໂອດກັບ​ຄົນ​ເຫລົ່າ​ນັ້ນທີ່ສຸດປາຍຂອງແຜ່ນດິນໂລກ, ເບິ່ງເຖີດ, ພວກເຂົາຈະມາໃນທັນທີ ແລະ ມາຢ່າງວ່ອງໄວ.
\s5
\v 27 ໃນບັນດາພວກເຂົາບໍ່ມີຄົນໃດທີ່ອ່ອນເພຍ ຫລື ສະດຸດລົ້ມ; ບໍ່ມີໃຜນອນບໍ່ຫລັບ ຫລື ນອນຫລັບ. ບໍ່ມີສາຍແອວຂອງພວກເຂົາທີ່ຫລຸດ​ໄປ, ບໍ່​ມີສາຍເກີບຂອງພວກເຂົາທີ່​ຂາດ​ໄປ.
\v 28 ລູກສອນ ແລະ ຄັນທະນູທັງ​ຫມົດຂອງພວກເຂົາຖືກໂຄ້ງຂຶ້ນ​ແລ້ວ; ສຽງກີບມ້າທັງ​ຫລາຍຄ້າຍຄືຫີນ​ເຫລັກ​ໄຟ, ແລະ ລໍ້ລົດມ້າ​ເສິກຂອງພວກເຂົາຄ້າຍຄືພະຍຸ.
\s5
\v 29 ສຽງຮ້ອງໂຫຍ​ຫວ​ນຂອງພວກ​ເຂົາຈະເປັນຄືກັບສິງໂຕ; ພວກເຂົາຈະຮ້ອງຄຳ​ລາມ ຄື​ກັບສິງໂຕຫນຸ່ມ. ພວກເຂົາຈະຮ້ອງຄຳ​ລາມ ແລະ ຄຸ້ມເອົາເຫຍື່ອ ແລະ ລາກມັນໄປບ່ອນທີ່ບໍ່ມີໃຜສາມາດຊ່ວຍໃຫ້ລອດໄດ້.
\v 30 ໃນ​ມື້​ນັ້ນພວກ​ເຂົາ​ຈະ​ຄຳ​ລາມ​ຕໍ່​ເຫຍື່ອ​ນັ້ນ​ຄື​ກັບ​ສຽງ​ນອງ​ຂອງ​ທະ​ເລ. ຖ້າຫາກໃຜເບິ່ງຂ້າມດິນແດນນັ້ນ, ເຂົາຈະເຫັນຄວາມມືດ ແລະ ຄວາມທຸກໃຈ; ແມ່ນແຕ່ແສງສະຫວ່າງກໍຈະຖືກເມກເຮັດ​ໃຫ້​ມືດ​ໄປ.
\s5
\c 6
\cl ​ບົດ​ທີ 6
\p
\v 1 ໃນປີທີ່ກະສັດອຸດຊີຢາໄດ້ສິ້ນຊີວິດ, ຂ້າພະເຈົ້າໄດ້ເຫັນອົງພຣະຜູ້ເປັນເຈົ້ານັ່ງຢູ່ເທິງບັນລັງ; ພ​ຣະ​ອົງ​ຊົງສູງ ແລະ ສູງຍິ່ງກວ່າສິ່ງອື່ນໃດ, ແລະ ເສື້ອຄຸມຂອງ​ພ​ຣະ​ອົງເຕັມໃນພຣະວິຫານ.
\v 2 ເຫນືອພ​ຣະ​ອົງ​ຂຶ້ນ​ໄປ​ຄື​ພວກ​ເຊ​ລາ​ພິມ; ແຕ່ລະຕົນມີປີກຫົກປີກ; ແຕ່​ລະ​ຕົນປົກຄຸມຫນ້າ​ຂອງຕົນ​ເອງດ້ວຍປີກສອງປີກ, ແລະປົກຄຸມຕີນຂອງຕົນດ້ວຍປີກສອງປີກ, ແລະ ລາວໄດ້ບິນໄປດ້ວຍປີກສອງປີກ.
\s5
\v 3 ແຕ່ລະຕົນກໍຮ້ອງອອກມາຫາກັນ ແລະ ກັນ ແລະ ກ່າວວ່າ, "ບໍຣິສຸດ, ບໍຣິສຸດ, ບໍ​ຣິ​ສຸດ, ຄືພຣະຢາ​ເວ​ຈອມ​ໂຢ​ທາ! ແຜ່ນດິນໂລກທັງ​ຫມົດເຕັມໄປດ້ວຍພ​ຣະຣັດສະຫມີຂອງພຣະອົງ."
\s5
\v 4 ພື້ນຖານຂອງປະ​ຕູ​ທັງ​ຫລາຍ​ກໍສັ່ນສະເທືອນຍ້ອນວ່າສຽງຮ້ອງຂອງຄົນເຫລົ່ານັ້ນທີ່​ກຳ​ລັງ​ຮ້ອງ​ອອກ​ມາ, ແລະ ພ​ຣະ​ນິ​ເວດກໍເຕັມໄປດ້ວຍຄວັນ.
\v 5 ແລ້ວຂ້າພະເຈົ້າກໍ​ໄດ້ກ່າວວ່າ, “ວິບັດແກ່ຂ້າ​ພະ​ເຈົ້າ! ເພາະວ່າຂ້າ​ພະ​ເຈົ້າໄດ້ເຖິງ​ຄາວຕາຍແລ້ວ ເພາະວ່າຂ້າ​ພະ​ເຈົ້າເປັນຄົນທີ່ມີປາກບໍ່ສະອາດ, ແລະ ຂ້າ​ພະ​ເຈົ້າໄດ້ອາໄສຢູ່ໃນບັນດາຊົນ​ຊາດທີ່ມີປາກບໍ່ສະອາດ, ເພາະວ່າຕາຂອງຂ້າພະເຈົ້າໄດ້ເຫັນອົງກະສັດ, ອົງພຣະຢາເວ, ອົງພຣະຢາເວຈອ​ມ​ໂຢ​ທາ!"
\s5
\v 6 ແລ້ວ​ເສຣາ​ພິມ​ຕົນ​ຫນຶ່ງໄດ້​ບິນມາ​ຫາຂ້າພະເຈົ້າ; ຊຶ່ງມີຖ່ານໄຟຮ້ອນແຮງຢູ່ໃນມື, ທີ່​ໄດ້ເອົາຄີມ​ຄີບ​ອອກມາຈາກແທ່ນບູຊາ.
\v 7 ເພິ່ນໄດ້ສຳ​ພັດປາກຂອງຂ້າ​ພະ​ເຈົ້າດ້ວຍຖ່ານໄຟນັ້ນ ແລະ ກ່າວວ່າ, “ເບິ່ງເຖີດ, ສິ່ງນີ້ໄດ້ສຳພັດປາກຂອງທ່ານແລ້ວ; ຄວາມ​ຜິດບາບຂອງທ່ານ​ໄດ້ຖືກເອົາອອກໄປແລ້ວ, ແລະ ຄວາມບາບຂອງທ່ານໄດ້ຖືກຊຳລະລ້າງໃຫ້ສະອາດແລ້ວ."
\s5
\v 8 ຂ້າພະເຈົ້າໄດ້ຍິນສຽງຂອງອົງພຣະຜູ້ເປັນເຈົ້າກ່າວວ່າ, "ຂ້າ​ພະ​ເຈົ້າຈະໃຊ້ຜູ້ໃດໄປ; ຜູ້ໃດຈະໄປແທນພວກເຮົາໄດ້?" ແລ້ວຂ້າ​ພະ​ເຈົ້າ​ໄດ້ທູນວ່າ, "ຂ້າ​ພະ​ອົງຢູ່​ທີ່​ນີ້ ຂໍຊົງໃຊ້ຂ້າ​ພະ​ອົງໄປເຖີດ."
\v 9 ພ​ຣະ​ອົງ​ໄດ້​ຕັດວ່າ, “ຈົ່ງໄປເຖີດ ແລ້ວບອກກັບຊົນຊາດນີ້ວ່າ, 'ຈົ່ງຟັງ, ແຕ່ບໍ່ເຂົ້າໃຈ; ຈົ່ງເບິ່ງ, ແຕ່ຈະເບິ່ງບໍ່ເຫັນ.'
\s5
\v 10 ຈົ່ງເຮັດໃຫ້ຫົວໃຈຂອງຊົນຊາດນີ້ບໍ່ມີຄວາມຮູ້ສຶກ, ແລະ ເຮັດໃຫ້ຫູຂອງພວກເຂົາເຄັ່ງຕຶງ, ແລະ ເຮັດໃຫ້ຕາຂອງ​ພວກ​ເຂົາບອດໄປ, ຖ້າບໍ່ດັ່ງນັ້ນ ພວກເຂົາອາດຈະເຫັນດ້ວຍຕາຂອງພວກເຂົາ, ໄດ້ຍິນດ້ວຍຫູຂອງພວກເຂົາ, ແລະ ເຂົ້າໃຈດ້ວຍຫົວໃຈຂອງພວກເຂົາ, ແລ້ວຫັນກັບມາ ແລະ ໄດ້ຮັບການຮັກສາໃຫ້​ດີ."
\s5
\v 11 ຫຼັງຈາກນັ້ນ ຂ້າພະເຈົ້າໄດ້ທູນ​ວ່າ, “ຂ້າ​ແດ່​ອົງພຣະຜູ້ເປັນເຈົ້າ, ອີກດົນປານໃດ?” ພ​ຣະ​ອົງ​ໄດ້ຕອບວ່າ, "ຈົນກ່ວາເມືອງທັງ​ຫລາຍ​ຈະຖືກທຳລາຍເປັນ​ຊາກ, ແລະ ບໍ່ມີຜູ້ຄົນອາໄສຢູ່, ແລະ ບ້ານເຮືອນກໍບໍ່ມີປະຊາຊົນ, ແລະ ແຜ່ນດິນນັ້ນໄດ້ຕົກຢູ່ໃນຄວາມເປົ່າປ່ຽວຢ່າງ​ສີ້ນ​ເຊິງ,
\v 12 ແລະ ຈົນກ່ວາພຣະຢາເວໄດ້ສົ່ງຊົນ​ຊາດ​ນັ້ນ​ອອກ​ໄປໄກ, ແລະ ບ່ອນ​ເປົ່າ​ຫວ່າງຂອງແຜ່ນດິນນັ້ນກໍກວ້າງຂວາງ.
\s5
\v 13 ເຖິງແມ່ນວ່າຍັງເຫລືອ​ຫນຶ່ງໃນສິບຂອງ​ຊົນຊາດນັ້ນຢູ່ໃນເມືອງນີ້, ເມືອງນີ້ຈະຖືກທຳລາຍອີກ; ຄືກັບຕົ້ນແປກ ຫລື ຕົ້ນ​ໂອກທີ່ຖືກຕັດລົງມາ ແລະ ລຳຕົ້ນຂອງມັນຍັງຄົງຢູ່, ແກ່ນພັນ​ທີ່ບໍຣິສຸດກໍແມ່ນຢູ່ໃນເຫງົ້າຂອງມັນ."
\s5
\c 7
\cl ​ບົດ​ທີ 7
\p
\v 1 ໃນລະຫວ່າງການປົກຄອງຂອງອາຮາດ ລູກຊາຍຂອງໂຢທາມຜູ້ທີ່ເປັນລູກຊາຍຂອງອຸດຊີຢາ, ກະສັດແຫ່ງຢູດາ, ເຣ​ຊິນກະສັດແຫ່ງອາຣາມ, ແລະ ເປກາລູກຊາຍຂອງກະສັດເຣ​ມາ​ລີຢ​າ, ກະສັດແຫ່ງອິດສະຣາເອນ, ໄດ້​ຂື້ນໄປເຖິງນະ​ຄອນເຢຣູຊາເລັມເພື່ອໄປສູ້ຮົບກັບເມືອງນັ້ນ, ແຕ່ພວກເຂົາບໍ່ສາມາດຕໍ່ສູ້ເພື່ອເອົາຊະນະເມືອງນັ້ນໄດ້.
\v 2 ເມື່ອມີຄົນລາຍງານເລື່ອງຕໍ່​ຣາ​ຊວົງຂອງດາ​ວິດວ່າອາຣາມໄດ້ຮ່ວມມືກັບເອ​ຟາ​ອິມ​ແລ້ວ. ຫົວໃຈຂອງ​ພ​ຣະ​ອົງ ແລະ ໃຈຂອງປະຊາຊົນຂອງ​ພ​ຣະ​ອົງ​ກໍສັ່ນສະເທືອນຄືກັບຕົ້ນໄມ້ໃນປ່າທີ່ສັ່ນໄຫວ​ໃນ​ກະ​ແສລົມ.
\s5
\v 3 ຈາກນັ້ນພຣະຢາເວໄດ້ກ່າວກັບເອຊາຢາວ່າ, "ຈົ່ງອອກໄປກັບເອ​ຊາ​ຢາ​ຊຸບລູກຊາຍຂອງທ່ານເພື່ອໄປເຝົ້າອາຮາດ​ທີ່​ປາຍ​ທໍ່​ສົ່ງນ້ຳຂອງສະ​ນ້ຳທາງເທິງ, ເທິງເສັ້ນທາງໄປຫາພື້ນທີ່ຂອງ​ຊ່າງຊັກເຄື່ອງ.
\v 4 ຈົ່ງບອກລາວວ່າ, 'ຈົ່ງລະວັງໃຫ້​ດີ, ຈົ່ງສະຫງົບໄວ້, ຢ່າຢ້ານກົວຫລືຢ່າ​ໃຫ້​ດົ້ນ​ຟືນ​ທີ່​ໃກ້​ຈະ​ມອດທັງສອງອັນນີ້ມາຂົ່ມຂູ່ໄດ້, ຈາກຄວາມໂກດແຄ້ນຂອງເຣ​ຊິນ ແລະ ອາ​ຣາມ, ແລະ ຈາກເປກາລູກຊາຍຂອງເຣ​ມາ​ລີຢ​າ.
\s5
\v 5 ອາ​ຣາມ, ເອ​ຟາ​ອິມ, ແລະລູກຊາຍຂອງເຣ​ມາ​ລີຢ​າໄດ້ວາງແຜນທີ່ຊົ່ວຮ້າຍຕໍ່ທ່ານ; ພວກເຂົາໄດ້ເວົ້າວ່າ,
\v 6 ຂໍໃຫ້ພວກເຮົາໂຈມຕີຢູດາ ແລະ ເຮັດ​ໃຫ້​ເມືອງ​ນັ້ນຢ້ານ, ແລະ ໃຫ້ພວກເຮົາບຸກ​ລຸກ​ເຂົ້າ​ໄປໃນເມືອງນັ້ນ ແລະ ແຕ່ງຕັ້ງລູກຊາຍຂອງ​ຕາ​ເບ​ເອນ, ໃຫ້ເປັນກະສັດຂອງພວກເຮົາຢູ່ທີ່ນັ້ນ."
\s5
\v 7 ພຣະຢາເວພຣະຜູ້ເປັນເຈົ້າໄດ້ກ່າວວ່າ, "ມັນຈະບໍ່ເປັນແບບນັ້ນ; ມັນຈະບໍ່ເກີດຂື້ນ,
\v 8 ເພາະຫົວຂອງອາ​ຣາຄືດາມາເຊ, ແລະ ຫົວຂອງດາມາເຊຄືເຣ​ຊິນ. ເອຟຣາອິມຈະຖືກ​ເຮັດ​ໃຫ້ກະຈັດກະຈາຍໄປ ແລະ ຈະບໍ່ເປັນຊົນຊາດອີກຕໍ່​ໄປ​ພາຍໃນຫົກສິບ-ຫ້າປີ,
\v 9 ຫົວຂອງເອຟຣາອິມ​ກໍ​ຄືຊາມາເຣຍ, ແລະ ຫົວຂອງຊາມາເຣຍກ​ໍ​ຄືລູກຊາຍຂອງເຣ​ມາ​ລີຢ​າ. ຖ້າທ່ານບໍ່ຢູ່ໃນຄວາມເຊື່ອຂອງທ່ານ, ທ່ານກໍຈະຍັງບໍ່ປອດໄພແນ່ນອນ.""'
\s5
\v 10 ອົງພຣະຜູ້ເປັນເຈົ້າໄດ້ກ່າວກັບອາຮາດອີກວ່າ,
\v 11 “ຈົ່ງທູນຂໍເຄື່ອງຫມາຍສ​ຳຄັນຂອງພຣະຢາ​ເວພຣະເຈົ້າຂອງທ່ານ; ຈົ່ງ​ທ​ູນຖາມເຄື່ອງຫມາຍສຳ​ຄັນ​ນັ້ນໃນບ່ອນເລິກ ຫລື ໃນ​ບ່ອນທີ່​ສູງເຫນືອ​ຂື້ນ​ໄປ​ກໍ​ໄດ້."
\v 12 ແຕ່ອາຮາດ​ໄດ້ກ່າວວ່າ, "ຂ້າ​ພະ​ເຈົ້າຈະບໍ່ທູນ​ຂໍ, ແລະ ຂ້າ​ພະ​ເຈົ້າຈະບໍ່ທົດລອງພຣະຢາເວ."
\s5
\v 13 ສະນັ້ນເອຊາຢາຈຶ່ງ​ທູນຕອບວ່າ, "ຣາ​ຊວົງຂອງດາວິດ. ຂໍ​ຊົງຟັງ​ການ​ທີ່​ພ​ຣະ​ອົງທົດສອບຄວາມອົດທົນຂອງປະຊາຊົນນັ້ນ​ຍັງ​ບໍ່​ພໍ​ຫລື? ພ​ຣະ​ອົງຍັງຕ້ອງທົດສອບຄວາມອົດທົນຂອງພຣະເຈົ້າຂອງຂ້າ​ພະ​ອົງ​ອີກ​ດ້ວຍຫລື?
\v 14 ເພາະສະນັ້ນ ອົງພຣະຜູ້ເປັນເຈົ້າເອງຈະປະ​ທານຫມາຍສ​ຳ​ຄັນແກ່ພຣະອົງ ແລະ ປະຊາຊົນຢ່າງ​ຫນຶ່ງ: ເບິ່ງເຖີດ, ຍິງ​ສາວ​ຄົນ​ຫຶ່ນງຈະຖືພາ, ແລະ ໃຫ້ກຳເນີດລູກຊາຍຄົນ​ຫນຶ່ງ, ແລະຈະເອີ້ນຊື່ຂອງລາວວ່າ ເອ​ມາ​ນູ​ເອນ.
\v 15 ລາວຈະກິນນົມຂຸ້ນ ແລະ ນໍ້າເຜິ້ງ ເມື່ອຮອດເວລາທີ່ລາວຮູ້ຈັກການປະຕິເສດຄວາມຊົ່ວ ແລະ ເລືອກຄວາມດີ.
\s5
\v 16 ເພາະວ່າກ່ອນເດັກຊາຍຄົນນັ້ນຈະຮູ້ຈັກປະຕິເສດຄວາມຊົ່ວ ແລະ ເລືອກຄວາມດີ, ແຜ່ນດິນທີ່ເປັນຂອງກະສັດທັງສອງອົງທີ່ພະອົງຊົງຢ້ານກົວຈະຖືກປະຖິ້ມ.
\v 17 ພຣະຢາ​ເວຈະນຳເອົາເວລານັ້ນມາເຫນືອພ​ຣະ​ອົງ, ເຫນືອຊົນຊາດຂອງພຣະອົງ, ແລະ ເຫນືອຣາຊະວົງຂອງພ​ຣະ​ບິ​ດາຂອງ​ພ​ຣະ​ອົງທີ່​ບໍ່​ຄື​ກັບ​ຄັ້ງໃດ ຕັ້ງແຕ່ເອຟຣາອິມໄດ້ແຍກຈາກຢູດາ-ພຣະຢາເວຈະນຳກະສັດແຫ່ງອັດຊີເຣຍມາເຫນືອ​ພ​ຣະ​ອົງ.”
\s5
\v 18 ໃນເວລານັ້ນ ພຣະຢາເວຈະຊົງຜິວປາກເອີ້ນ​ແມງວັນ​ໂຕ​ຫນຶ່ງ​ມາ​ຈາກ​ແມ່​ນ້ຳ​ຂອງ​ເອ​ຢິບ​ທີ່​ຫ່າງ​ໄກ, ແລະ ເອີ້ນເຜິ້ງໂຕ​ຫນຶ່ງຈາກແຜ່ນດິນ​ຂອງອັດຊີເຣຍ.
\v 19 ພວກມັນທັງຫມົດຈະມາ ແລະ ລີ້ຢູ່ໃນຮ່ອມພູທັງຫມົດ, ໃນ​ຮ່ອມ​ຫິນ, ເທິງ​ຕົ້ນໄມ້ທີ່ມີຫນາມທັງຫມົດ, ແລະ ເທິງທົ່ງຫຍ້າທັງຫມົດ.
\s5
\v 20 ໃນເວລານັ້ນ ອົງພຣະຜູ້ເປັນເຈົ້າຈະຊົງໂກນ​ຫົວ ແລະ ຂົນ​ຂາ; ດ້ວຍ​ມີດ​ໂກນທີ່ຖືກເຊົ່າມາຈາກອີກຟາກຫນຶ່ງຂອງແມ່ນ້ຳ​ເອ​ຟ​ຣາດ-ຄືກະສັດແຫ່ງອັດຊີເຣຍ-ເຊິ່ງ​ຈະ​ແຖ​ເອົາ​ຫນວດ​ເຄົາ​ອອກ​ໄປ​ດ້ວຍ.
\v 21 ໃນວັນນັ້ນ, ຄົນຫນຶ່ງຈະລ້ຽງງົວໂຕ​ແມ່ຫນຶ່ງ​ໂຕ ແລະ ແກະສອງໂຕໃຫ້​ມີ​ຊີ​ວິດຢູ່,
\v 22 ແລະເພາະວ່າພວກມັນຈະໃຫ້ນົມຢ່າງ​ຫລວງຫລາຍ, ລາວຈະກິນນົມຂົ້ນ, ເພາະ​ວ່​າທຸກຄົນທີ່ເຫລືອຢູ່ໃນແຜ່ນດິນນັ້ນຈະກິນນົມຂົ້ນ ແລະ ນໍ້າເຜິ້ງ.
\s5
\v 23 ໃນເວລານັ້ນ, ບ່ອນ​ໃດ​ທີ່​ເຄີຍມີເຄືອອະ​ງຸ່ນຫນຶ່ງພັນເຄືອ ເຊິ່ງມີຄ່າເປັນ​ເງິນຫນຶ່ງ​ພັນ​ເຊ​ເຂວ, ກໍຈະບໍ່ມີຫຍັງເຫລືອເລີຍ ນອກຈາກພຸ່ມ​ໄມ້​ຫນາ​ມ ແລະ ພືດ​ທີ່​ມີ​ຫນາມ.
\v 24 ຜູ້ຄົນຈະໄປທີ່ນັ້ນເພື່ອລ່າດ້ວຍລູກສອນ, ເພາະວ່າແຜ່ນດິນທັງ​ຫມົດຈະເປັນພຸ່ມ​ໄມ້ຫນາມ ແລະ ພືດ​ມີ​ຫນາມ.
\v 25 ພວກເຂົາຈະຢູ່ຫ່າງໄກຈາກທຸກໆພູທີ່ຖືກຂຸດດ້ວຍຊ້ວນ, ເພາະຄວາມຢ້ານກົວ​ພຸ່ມ​ໄມ້​ຫນາມ ແລະ ພືດ​ທີ່​ມີ​ຫນາມ; ແຕ່ແຜ່ນດິນນັ້ນຈະເປັນບ່ອນທີ່ມີຝູງງົວ ແລະ ຝູງແກະເລັມ​ຫຍ້າ.
\s5
\c 8
\cl ບົດ​ທີ 8
\p
\v 1 ພຣະຢາເວໄດ້ກ່າວກັບຂ້າ​ພະ​ເຈົ້າ​ວ່າ, "ຈົ່ງ​ນຳ​ເອົາ​ແຜ່ນ​ຈາ​ລຶກ​ຂະ​ຫນາດໃຫຍ່ມາ ແລະ ຂຽນໃສ່ເທິງນັ້ນວ່າ, 'ມາ​ເຮີ​ຊາ​ລານ​ຫັດ​ສະ​ບັດ.'
\v 2 ຂ້າ​ພະ​ເຈົ້າຈະເອີ້ນພວກພະຍານທີ່ສັດຊື່, ຄືປະໂລຫິດອູ​ຣີ​ຢາ, ແລະ ເຊຄາຣີຢາລູກຊາຍຂອງເຢ​ເບ​ເຣ​ກີ​ຢາ​ມາເປັນພະຍານສຳລັບຂ້າພະເຈົ້າ."
\s5
\v 3 ຂ້າ​ພະ​ເຈົ້າໄດ້ໄປຫາຜູ້​ປະ​ກາດ​ພ​ຣະ​ຄຳຍິງ, ແລະ ນາງໄດ້ຖື​ພາ ແລະ ໄດ້ເກີດລູກຊາຍຄົນຫນຶ່ງ. ແລ້ວພຣະຢາເວໄດ້ກ່າວກັບຂ້າພະເຈົ້າວ່າ, "ຈົ່​ງ​ເອີ້ນຊື່ຂອງລາວວ່າ 'ມາ​ເຮີ​ຊາ​ລານ​ຫັດ​ສະ​ບັດ'
\v 4 ເພາະວ່າກ່ອນທີ່ເດັກຊາຍຄົນ​ນັ້ນຈະເອີ້ນວ່າ, 'ພໍ່ຂອງຂ້າ​ພະ​ເຈົ້າ,' ແລະ, 'ແມ່ຂອງຂ້າ​ພະ​ເຈົ້າໄດ້,' ກະສັດແຫ່ງອັດຊີເຣຍຈະຂົນເອົາຊັບສິນຂອງດາມາເຊ ແລະ ສິ່ງ​ຂອງ​ທີ່​ຢຶດ​ມາ​ໄດ້ຂອງຊາມາເຣຍໄປ."
\s5
\v 5 ພຣະຢາເວໄດ້ກ່າວກັບຂ້າພະເຈົ້າອີກວ່າ,
\v 6 "ເພາະວ່າຜູ້ຄົນ​ພວກນີ້ໄດ້ປະຕິເສດນ້ຳແຫ່ງ​ຊີ​ໂອລາທີ່ໄຫລອອກມາ, ແລະ ຍິນດີກັບເຣ​ຊິນ ແລະ ລູກຊາຍຂອງເຣ​ມາ​ລີຢ​າ,
\v 7 ດັ່ງນັ້ນ ອົງພຣະຜູ້ເປັນເຈົ້າຈະນຳນ້ຳ​ຂອງແມ່​ນ້ຳ​ນັ້ນ, ທີ່ມີອຳນາດ ແລະ ອຸດົມສົມບູນຂື້ນມາເຫນືອພວກເຂົາ, ຄືກະສັດແຫ່ງອັດຊີເຣຍ ແລະ ສະຫງ່າລາສີທັງຫມົດຂອງພ​ຣະ​ອົງ. ນ້ຳນັ້ນຈະໄຫລລົ້ນລຳຄອງທຸກແຫ່ງ ແລະ ຖ້ວມແຄມຝັ່ງຂອງລຳຄອງນັ້ນ.
\s5
\v 8 ແມ່ນ້ຳ​ນັ້ນ​ຈະໄຫລໄປສູ່ຢູດາ, ນໍ້າຖ້ວມ ແລະ ກະແສຍັງສືບຕໍ່ໄຫລໄປ, ຈົນກ່ວານ້ໍານັ້ນ​ຈະຮອດຄໍຂອງຂ້າ​ພະ​ເຈົ້າ. ເອ​ມາ​ນູ​ເອນ​ເອີຍ, ປີກຂອງນໍ້າທີ່​ກາງ​ອອກຈະເຕັມໄປທົ່ວແຜ່ນດິນອັນກວ້າງໃຫຍ່ຂອງທ່ານ."
\s5
\v 9 ປະຊາຊົນທັງຫລາຍຈະຖືກທຳລາຍເປັນຕ່ອນໆ. ປະເທດທັງ​ຫລາຍທີ່ຢູ່ຫ່າງໄກ: ຈົ່ງຟັງ, ຈົ່ງຖືອາວຸດຂອງຕົນເອງເພື່ອເຮັດສົງຄາມ ແລະ ຖືກທຳ​ລາຍເປັນ​ຕ່ອນໆ;
\v 10 ຈົ່ງ​ວາງແຜນການ, ແຕ່ວ່າມັນຈະບໍ່ມີການກະທຳໃດໆເລີຍ; ຈົ່ງ​ອອກ​ຄຳ​ສັ່ງ, ແຕ່ມັນກໍຈະບໍ່ມີການປະ​ຕິ​ບັດ, ເພາະວ່າພຣະເຈົ້າສ​ະ​ຖິດຢູ່ກັບພວກເຮົາ.
\s5
\v 11 ພຣະຢາເວໄດ້ກ່າວກັບຂ້າພະເຈົ້າວ່າ, ດ້ວຍມືອັນ​ເຂັ້ມແຂງຂອງພ​ຣະ​ອົງຢູ່ຂ້າງເທິງຂ້າ​ພະ​ເຈົ້າ, ແລະ ໄດ້ຊົງເຕືອນຂ້າພະເຈົ້າບໍ່ໃຫ້ຍ່າງໄປໃນທາງຂອງຊົນຊາດນີ້.
\v 12 ສິ່ງໃດກໍຕາມທີ່ຊົນ​ຊາດນີ້ເອີ້ນວ່າການສົມຮູ້ຮ່ວມຄິດ, ຢ່າເອີ້ນວ່າການສົມຮູ້ຮ່ວມຄິດ ທ່ານຈະບໍ່ຢ້ານກົວສິ່ງທີ່ພວກເຂົາຢ້ານ, ແລະ ຢ່າ​ຫວາດ​ຫວັ່ນ.
\v 13 ພຣະຢາເວ​ຈອ​ມ​ໂຍ​ທາ​ນີ້​ແຫລະທີ່ຈະຖວາຍພ​ຣະ​ກຽດໃຫ້​ເປັນ​ອົງບໍຣິສຸດ; ພ​ຣະ​ອົງ​ຊົງ​ເປັນຜູ້ທີ່ທ່ານຕ້ອງຢ້ານກົວ, ແລະ ພຣະອົງຊົງ​ເປັນຜູ້ທີ່ທ່ານຕ້ອງຫວາດ​ຫວັ່​ນ.
\s5
\v 14 ພ​ຣະ​ອົງຈະເປັນສະຖານທີ່ນະມັດສະການ; ແຕ່ພຣະອົງຈະເປັນຫີນທີ່ກະ​ທົບ, ແລະ ເປັນສີ​ລາທີ່ເຮັດ​ໃຫ້ສະດຸດ-ສຳລັບເຊື້ອສາຍອິດສະຣາເອນທັງສອງເຊື້ອສາຍ, ແລະ ພ​ຣະ​ອົງຈະກາຍເປັນກັບດັກ ແລະ ບ່ວງ​ແຮ້ວ​ຕໍ່​ປະ​ຊາ​ຊົນນະ​ຄອນເຢຣູຊາເລັມ.
\v 15 ຫລາຍຄົນຈະສະດຸດລົງເທິງຫີນ ແລະ ລົ້ມລົງ ແລະ ແຕກຫັກ, ແລະ ຕິດ​ຢູ່​ບ່​ວງ​ແຮ້ວ ແລະ ຈັບໂຕໄປ.
\s5
\v 16 ຈົ່ງຮັກສາຄຳເວົ້າຂອງພະຍານຂອງຂ້າ​ພະ​ເຈົ້າ​ໄວ້, ຈົ່ງປະທັບຕາ ແລະ ບັນ​ທຶກໄວ້ຢ່າງເປັນທາງການ, ແລະ ຈົ່ງເອົາມັນໃຫ້ພວກສາວົກຂອງຂ້າ​ພະ​ເຈົ້າ.
\v 17 ຂ້າພະເຈົ້າຈະລໍຖ້າພຣະຢາ​ເວ, ຜູ້ທີ່ເຊື່ອງພ​ຣະ​ພັກຂອງພ​ຣະ​ອົງຈາກເຊື້ອສາຍຂອງຢາໂຄບ; ຂ້າ​ພະ​ເຈົ້າ​ຈະ​ລໍ​ຖ້າພ​ຣະ​ອົງ.
\v 18 ຈົ່ງເບິ່ງ, ຂ້າພະເຈົ້າກັບພວກລູກຊາຍຂອງຂ້າພະເຈົ້າຜູ້ທີ່ພຣະຢາເວໄດ້ປະທານໃຫ້ຂ້າພະເຈົ້າເປັນເຄື່ອງ​ຫມາຍສຳ​ຄັນ ແລະ ການ​ອັດສະຈັນໃນອິດສະຣາເອນຈາກພຣະຢາເວຈອມ​ໂຍ​ທາ, ຜູ້ຊິ່ງ​ປະ​ທັບຢູ່ເທິງພູເຂົາຊີໂອນ.
\s5
\v 19 ພວກເຂົາຈະບອກທ່ານວ່າ, "ຈົ່ງປຶກສາກັບຜູ້ຮັບໃຊ້ ແລະ ຄົນ​ໃຊ້ເວດມົນ," ຄົນ​ເຫລົ່າ​ນັ້ນທີ່ຮ້ອງສຽງ​ຈ໋ອກ​ແຈ໋ກ ແລະ ຈົ່ມ​ມົນ. ແຕ່ຊົນຊາດຫນຶ່ງ​ບໍ່ຄວນທີ່ຈະປຶກສາກັບພະເຈົ້າຂອງພວກເຂົາບໍ? ພວກເຂົາຄວນຈະປຶກສາຄົນຕາຍແທນຄົນທີ່ມີຊີວິດຢູ່ບໍ?
\v 20 ຖ້າພວກເຂົາບໍ່ເວົ້າກ່ຽວກັບເລື່ອງນັ້ນຕໍ່ກົດບັນ​ຍັດ ແລະ ຕໍ່ຄຳເວົ້າຂອງພະຍານ, ນັ້ນແມ່ນຍ້ອນວ່າພວກເຂົາບໍ່ມີຄວາມ​ສະ​ຫວ່າງ​ແຫ່ງແສງອາລຸນເລີຍ.
\s5
\v 21 ພວກເຂົາຈະຜ່ານເຂົາແຜ່ນດິນໄປດ້ວຍຄວາມທຸກຍາກ​ລຳ​ບາກ ແລະ ຄວາມອຶດຢາກຢ່າງ​ແສນ​ສາ​ຫັດ. ໃນເວລາທີ່ພວກເຂົາຫິວ, ພວກເຂົາຈະໃຈຮ້າຍ ແລະ ສາບແຊ່ງກະສັດ ແລະ ພະເຈົ້າຂອງພວກເຂົາ, ໃນຂະນະທີ່ພວກເຂົາເງີຍ​ຫນ້າຂອງ​ພວກ​ເຂົາຂື້ນໄປ.
\v 22 ພວກເຂົາຈະແນມເບິ່ງແຜ່ນດິນໂລກ ແລະ ຈະເຫັນຄວາມທຸກຍາກ, ຄວາມມືດ, ແລະ ຄວາມເສົ້າສະຫລົດໃຈ. ພວກເຂົາຈະຖືກຂັບໄລ່ເຂົ້າໄປໃນແຜ່ນດິນແຫ່ງຄວາມມືດ.
\s5
\c 9
\cl ບົດ​ທີ 9
\p
\v 1 ຄວາມໂສກເສົ້າຈະເລື່ອນຫາຍໄປຈາກເມືອງທີ່ກຳລັງທຸກ​ລະ​ທົມ. ໃນໄລຍະຜ່ານມາ​ພ​ຣະ​ອົງໄດ້ເຮັດໃຫ້ແຜ່ນດິນເຊ​ບູ​ລຸນ ແລະ ນັບ​ທາ​ຣີ​ເຮັດໃຫ້ອັບອາຍ, ແຕ່ຕໍ່ມາພ​ຣະ​ອົງຈະເດີນທາງໄປສ​ູ່ທະເລອີກຝັ່ງຂອງ​ຟາກ​ແມ່​ນ້ຳຈໍແດນ, ຄື​ຄາ​ລີ​ເລຂອງບັນ​ດາປະຊາຊາດນັ້ນໃຫ້​ຮຸ່​ງເຮືອງ.
\v 2 ຊົນ​ຊາດທີ່ໄດ້ຍ່າງຢູ່ໃນຄວາມມືດໄດ້ເຫັນຄວາມສະຫວ່າງຍິ່ງໃຫຍ່; ຄົນເຫລົ່ານັ້ນທີ່ຢູ່ໃນແຜ່ນດິນຂອງ​ເງົ​າແຫ່ງຄວາມຕາຍ, ແສງສະຫວ່າງສ່ອງມາໃສ່ພວກເຂົາ.
\s5
\v 3 ພ​ຣະ​ອົງໄດ້ຊົງທະ​ວີ​ຄູນຈຳນວນປະຊາຊາດນັ້ນ; ພ​ຣະ​ອົງໄດ້ຊົງເພີ່ມພູນຄວາມຊື່ນ​ຊົມຍິນດີຂອງພວກເຂົາຫລາຍ​ຂື້ນ. ພວກເຂົາມີຄວາມປິຕິຍິນດີຕໍ່ພຣະພັກ​ພ​ຣະອົງໃນລະ​ດູການເກັບກ່ຽວ, ຄືກັບຜູ້ທີ່ມີຄວາມສຸກໃນຂະນະທີ່ພວກເຂົາສາມາດແບ່ງປັນສ່ວນທີ່ຢຶດ​ມາ​ໄດ້.
\s5
\v 4 ເພາະວ່າແອກອັນ​ເປັນ​ພາ​ລະ​ຫນັກ​ຂອງ​ລາວ​, ແລະ ໄມ້​ຄານທີ່ຢູ່ເທິງບ່າຂອງລາວ, ແລະ ໄມ້ເທົ້າຂອງຜູ້ທີ່ກົດຂີ່ລາວ, ພ​ຣະ​ອົງໄດ້ຊົງ​ເຮັດ​ໃຫ້ກະແຈກກະຈາຍໄປຄືກັນກັບໃນວັນເວລາຂອງພວກມີດາ​ອານ.
\v 5 ເພາະວ່າເກີບທະຫານທຸກໆຄູ່ທີ່​ຢຽບ​ໃນຄວາມສັບ​ສົນວຸ່ນວາຍ ແລະ ເຄື່ອງນຸ່ງທີ່ຖືກເກືອກຢູ່ໃນເລືອດ, ຈະຖືກເຜົາເປັນເຊື້ອເພີງແກ່​ໄຟ.
\s5
\v 6 ເດັກນ້ອຍຄົນ​ຫນຶ່ງຈະເກີດມາເພື່ອພວກເຮົາ, ລູກຊາຍຄົນຫ​ນຶ່ງໄດ້ຊົງ​ປະ​ທານ​ແກ່ພວກ​ເຮົາ; ແລະ ການຄອບຄອງຈະຢູ່ເທິງບ່າຂອງທ່ານ; ແລະ ຈະເອີ້ນນາມຊື່ຂອງທ່ານວ່າເປັນທີ່ປຶກສາມະຫັດສະຈັນ, ພຣະເຈົ້າຜູ້ມີອຳນາດສູງສຸດ, ພະ​ບິ​ດານິລັນດອນ, ແລະ ອົງສັນຕິລາດ.
\v 7 ການ​ປົກ​ຄອງຂອງທ່ານຈະເພີ່ມຂື້ນ ແລະ ຈະມີສັນ​ຕິ​ລາດທີ່ບໍ່ມີທີ່ສິ້ນສຸດ, ເມື່ອພຣະອົງປົກຄອງເທິງບັນລັງຂອງດາວິດ, ແລະ ເຫນືອ​ຣາ​ຊອານາຈັກຂອງ​ພ​ຣະ​ອົງ, ເພື່ອສ້າງຕັ້ງ ແລະ ເຊີດ​ຊູ​ໄວ້​ດ້ວຍຄວາມຍຸດຕິທຳ ແລະ ດ້ວຍຄວາມຊອບທຳຕັ້ງແຕ່ບັດ​ນີ້ໄປຈົນຊົ່ວ​ນິ​ລັນ. ແຮງກະຕຸ້ນຂອງອົງພຣະຢາເວ​ຈອມ​ໂຍ​ທາຈະເຮັດດັ່ງນີ້.
\s5
\v 8 ອົງພຣະຜູ້ເປັນເຈົ້າໄດ້ພ​ຣະ​ວັດ​ຈະ​ນະ​ມາຕໍ່ສູ້ຢາໂຄບ, ແລະ ພ​ຣະ​ວັດ​ຈະ​ນະນັ້ນໄດ້ຕົກລົງສູ່ອິດສະຣາເອນ.
\v 9 ປະ​ຊາ​ຊົນທັງ​ຫມົດຈະຮູ້, ແມ່ນແຕ່ເອຟຣາອິມ ແລະ ຊາວຊາມາເຣຍ, ຜູ້ທີ່ກ່າວດ້ວຍຄວາມອວດ​ອົ່ງ ແລະ ດ້ວຍໃຈຈອງ​ຫອງວ່າ,
\v 10 “ກ້ອນດິນຈີ່ເຫລົ່ານັ້ນໄດ້ຖືກທຳລາຍແລ້ວ, ແຕ່ພວກເຮົາຈະສ້າງດ້ວຍຫີນແກະສະຫຼັກ; ບັນ​ດາຕົ້ນຫມາກເດື່ອໄດ້ຖືກຕັດລົງແລ້ວ, ແຕ່ພວກ​ເຮົາຈະເອົາຕົ້ນແປກສີ​ດາມາແທນທີ່ພວກມັນ."
\s5
\v 11 ດ້ວຍເຫດນີ້ ພຣະຢາເວຈະເຮັດໃຫ້ເຣ​ຊິນທີ່ເປັນສັດຕູຂອງລາວຂື້ນ​ມາຕໍ່ສູ້ກັບລາວ, ແລະ ຈະກະຕຸ້ນສັດຕູຂອງລາວ,
\v 12 ຄືຄົນຂອງອາຣາມໃນ​ທິດຕາເວັນອອກ, ແລະ ພວກຟີລິດສະຕີນຢູ່ທາງທິດຕາເວັນຕົກ. ພວກເຂົາຈະອ້າປາກຂອງພວກເຂົາ ແລະ ກືນກິນອິດສະຣາເອນ. ໃນເຫດການທັງຫມົດເຫລົ່ານີ້, ຄວາມໂກດແຄ້ນຂອງພ​ຣະ​ອົງ​ກໍບໍ່ບັນ​ເທົາ​ລົງ; ແຕ່ວ່າພ​ຣະ​ຫັດຂອງພ​ຣະ​ອົງຍັງຢຽດອອກຢູ່.
\s5
\v 13 ແຕ່ປະຊາຊົນກໍຈະບໍ່ກັບມາຫາຜູ້ທີ່ຊົງຕີພວກເຂົາ, ແລະ ພວກເຂົາກໍຈະບໍ່ສະແຫວງຫາອົງພຣະຢາ​ເວຈອມ​ໂຍ​ທາ.
\v 14 ດ້ວຍເຫດນີ້ ພຣະຢາເວຈະຊົງຕັດຫົວ ແລະ ຫາງອອກຈາກອິດສະຣາເອນ, ທັງງ່າ​ປາມ ແລະ ຕົ້ນ​ກົກ, ໃນມື້ດຽວ.
\v 15 ພວກຜູ້ນຳ ແລະ ຄົນສູງສົ່ງຄືຫົວ; ແລະ ພວກສາດສະດາທີ່ສອນບໍ່ຖືກຕ້ອງ​ກໍ​ຄືຫາງ.
\s5
\v 16 ຄົນເຫລົ່າ​ນັ້ນທີ່ນຳພາຊົນ​ຊາດນີ້ເຮັດໃຫ້ພວກເຂົາຫລົງທາງ, ແລະ ພວກຄົນທີ່ຄົນ​ເຫລົ່າ​ນີ້​ນຳໄປກໍຖືກກືນກິນ.
\v 17 ເພາະສະນັ້ນ ອົງພຣະຜູ້ເປັນເຈົ້າຈະບໍ່ພໍໃຈກັບພວກຄົນ​ຫນຸ່ມ ຂອງພວກເຂົາ ແລະ ພ​ຣະ​ອົງຈະບໍ່ມີຄວາມເມດຕາຕໍ່ລູກ​ທີ່​ກຳ​ພ້າພໍ່ ແລະ ແມ່ຫມ້າຍຂອງພວກເຂົາ, ເພາະວ່າທຸກຄົນລ້ວນບໍ່ມີພຣະເຈົ້າ ແລະ ເປັນຄົນຊົ່ວ, ແລະ ທຸກໆປາກເວົ້າສິ່ງ​ຕ່າງໆທີ່ໂງ່ຈ້າ. ໃນເຫດການທັງຫມົດເຫລົ່ານີ້, ຄວາມໂກດແຄ້ນຂອງພ​ຣະ​ອົງ​ກໍ​ຈະ​ບໍ່​ບັນ​ເທົາ​ລົງ; ແຕ່ວ່າ, ພ​ຣະ​ຫັດຂອງພ​ຣະ​ອົງຍັງຍຽດອອກຢູ່.
\s5
\v 18 ຄວາມອະ​ທຳ​ກໍຈະເຜົາຜານຄືກັບໄຟ; ມັນເຜົາ​ຜານ​ພຸ່ມ​ໄມ​້​ຫນາມ ແລະ ພືດ​ທີ່​ມີ​ຫນາມ; ມັນເຜົາໄຫມ້ພຸ່ມໄມ້ທີ່ທືບ​ຫນາໃນປ່າ, ເຊິ່ງກໍໃຫ້ເກີດເປັນກຸ່ມຄວັນຂື້ນ​ມາ.
\v 19 ຍ້ອນຄວາມຄຽດແຄ້ນຂອງພຣະຢາເວ​ຈອມ​ໂຍ​ທາ ແຜ່ນດິນນັ້ນກ​ໍຖືກ ໄຫມ້, ແລະ ຊົນຊາດ​ນັ້ນ​ກໍເປັນຄືກັບນໍ້າມັນໃຫ້ເຊື້ອໄຟ. ບໍ່ມີໃຜໄວ້ຊີວິດພີ່​ນ້ອງຂອງ​ຕົນ.
\s5
\v 20 ພວກເຂົາຈະຈັບເອົາອາຫານໄວ້ຢູ່ໃນມືຂວາ ແຕ່ກໍຍັງຄົງຫິວໂຫຍຢູ່; ພວກເຂົາຈະກິນອາຫານຢູ່ໃນມືຊ້າຍແຕ່ກໍຈະບໍ່ອີ່ມ. ແຕ່ລະຄົນຈະກິນກະ​ທັ້ງເນື້ອຫນັງຂອງແຂນຕົນເອງ.
\v 21 ມານາເຊຈະກືນ​ກິນເອຟຣາອິມ, ແລະ ເອຟຣາອິມ, ກໍຈະກືນກິນມານາເຊ; ແລະ ພວກເຂົາຈະຕໍ່ສູ້ກັບຢູດາຮ່ວມກັນ. ໃນເຫດການທັງຫມົດນີ້, ຄວາມໂກດແຄ້ນຂອງພ​ຣະ​ອົງ​ກໍບໍ່​ໄດ້​ບັນ​ເທົາ​ລົງ; ກົງ​ກັນ​ຂ້າມ, ແຕ່ວ່າພ​ຣ​ະ​ຫັດຂອງພ​ຣະ​ອົງຍັງຢຽດ​ອອກຢູ່.
\s5
\c 10
\cl ບົດ​ທີ 10
\p
\v 1 ວິບັດແກ່ຜູ້ທີ່ອອກກົດຫມາຍທີ່ບໍ່ເປັນທຳ ແລະ ຂຽນບົດບັນຍັດທີ່ບໍ່ຍຸດຕິທຳ.
\v 2 ພວກເຂົາຂັບໄລ່ຜູ້ທີ່ຕ້ອງການຄວາມຍຸດຕິທຳ, ລັກເອົາສິດຂອງຄົນທຸກຍາກຂອງຊາດຂອງພວກເຮົາ, ຍຶດຊັບສິນຂອງແມ່ຫມ້າຍ, ແລະ ເຮັດໃຫ້ເດັກນ້ອຍກຳພ້າພໍ່ເປັນເຫຍື່ອຂອງພວກເຂົາ
\s5
\v 3 ພວກເຈົ້າຈະເຮັດແນວໃດໃນວັນພິພາກສາ? ໃນເວລາທີ່ການທຳລາຍມາຈາກດິນແດນທີ່ຫ່າງໄກ? ພວກເຈົ້າຈະຫນີໄປຂໍຄວາມຊ່ວຍເຫລືອຈາກໃຜ, ແລະ ເຈົ້າຈະປະຊັບສົມບັດຂອງເຈົ້າຢູ່ບ່ອນໃດ?
\v 4 ບໍ່ມີຫຍັງຄົງເຫລືອເລີຍ, ແລະ ເຈົ້າກໍຫມູບຢູ່ທ່າມກາງບັນດານັກໂທດ ຫລື ລົ້ມລົງຢູ່ໃນບັນດາຜູ້ຄົນທີ່ຖືກຂ້າ. ໃນເຫດການທັງຫມົດນີ້, ຄວາມໂກດຮ້າຍຂອງພ​ຣະ​ອົງ​ກໍບໍ່ບັນເທົາ​ລົງ​ໄດ້; ແຕ່ມືຂອງ​ພ​ຣະ​ອົງຍັງ​ຢຽດອອກຢູ່.
\s5
\v 5 ວິບັດແກ່ຊາວອັດຊີເຣຍແມ່ນໃຜເປັນຜູ້ຄຶງຄວາມໂກດແຄ້ນຂອງຂ້ອຍ ແລະແມ່ນຕົ້ນໄມ້ທີ່ພວກເຮົາໃຊ້ເປັນເຄື່ອງມືເພື່ອຕ້ານກັບຄວາມໂກດແຄ້ນຂອງພວກເຮົາ
\v 6 ຂ້າພະເຈົ້າໄດ້ສົ່ງລາວຕໍ່ຕ້ານກັບຄົນທີ່ຈອງຫອງ ແລະ ໄດ້ຕໍ່ສູ້ກັບຜູ້ຄົນທີ່ຮັບຜິດຊອບຄວາມໂກດແຄ້ນຂອງພວກເຮົາຂ້າພະເຈົ້າສັ່ງໃຫ້ລາວເອົາຂອງທີ່ຝັງມາ. ເອົາໂຈນ ແລະຢຽບພວກເຂົາຄືກັບຂີ້ຕົມຢູ່ຕາມຖະໜົນ
\s5
\v 7 ແຕ່ນີ້ບໍ່ແມ່ນສິ່ງທີ່ລາວຕັ້ງໃຈ, ແລະ ລາວກໍ່ບໍ່ຄິດແບບນີ້. ແຕ່ການທຳລາຍ ແລະ ກຳຈັດເຊື້ອຊາດຕ່າງໆທັງຫລາຍກໍຢູ່ໃນໃຈຂອງລາວ.
\v 8 ເພາະລາວເວົ້າ, "ບັນດາເຈົ້າຊາຍຂອງຂ້າພະເຈົ້າທັງຫມົດແມ່ນກະສັດບໍ່ແມ່ນບໍ?
\v 9 ເມືອງການໂນ ບໍ່ຄືກັນກັບເມືອງກາເກມິດບໍ? ເມືອງຮາມັດບໍ່ຄືກັນກັບອາປາດບໍ? ເມືອງຊາມາເຣຍບໍ່ຄືກັນກັບເມືອງດາມາເຊບໍ?
\s5
\v 10 ເຫມືອນດັ່ງມືຂອງຂ້າພະເຈົ້າທີ່ເອົາຊະນະອານາຈັກທັງຫມົດ, ທີ່ບູຊາຮູບເຄົາລົບຮູບປັ້ນຂອງເຂົາແມ່ນຍິ່ງໃຫຍ່ກວ່າຮູບເຄົາລົບເຫລົ່ານັ້ນຂອງເຢຣູຊາເລັມ ແລະ ເມືອງຊາມາເຣຍ,
\v 11 ຂ້າພະເຈົ້າຈະບໍ່ເຮັດກັບເຢຣູຊາເລັມ ແລະ ຮູບເຄົາລົບຂອງເມືອງຄືກັນກັບທີ່ຂ້ອຍໄດ້ເຮັດຕໍ່ຊາມາເຣຍ ແລະຮູບເຄົາລົບທີ່ບໍ່ມີຄ່າຂອງເມືອງນັ້ນບໍ?"
\s5
\v 12 ເມື່ອພຣະຜູ້ເປັນເຈົ້າໄດ້ສຳ ເລັດວຽກຂອງລາວຢູ່ເທິງພູສີໂອນ ແລະ ໃນເມືອງເຢຣູຊາເລັມຂ້າພະເຈົ້າຈະລົງໂທດຄຳເວົ້າຈາກຫົວໃຈທີ່ໜ້າພູມໃຈຂອງບັນດາກະສັດອັດຊີເຣຍແລະສາຍຕາທີ່ໜ້າພູມໃຈຂອງພວກເຂົາ.
\v 13 ເພາະລາວເວົ້າ "ຂ້ອຍໄດ້ເຮັດດ້ວຍສຸດກຳລັງແລະດ້ວຍປັນຍາຂອງຂ້ອຍ. ຂ້ອຍມີຄວາມເຂົ້າໃຈ ແລະ ຂ້າພະເຈົ້າໄດ້ຍ້າຍຊາຍແດນຂອງປະຊາຊົນອອກໄປຂ້າພະເຈົ້າໄດ້ລັກຊັບຂອງເຂົາເຈົ້າ. ແລະຂ້າພະເຈົ້າໄດ້ເອົາຊະນະປະຊາຊົນຄືກັນກັບງົວຫນຸ່ມ
\s5
\v 14 ມືຂອງຂ້າພະເຈົ້າມີຊັບສົມບັດຂອງປະຊາຊາດຄືກັບເອົາຈາກຮັງນົກ. ແລະ ຜູ້ຄົນຈະເກັບໄຂ່ນົກທີ່ປະໄວ້ໄວ້ແນວໃດ? ຂ້າພະເຈົ້າໄດ້ເກັບກຳແຜ່ນດິນທັງໝົດແລ້ວ. ບໍ່ມີໃຜຍ້າຍປີກຂອງລາວໄປ. ຫລືເປີດປາກຂອງພວກເຂົາຫລືເຮັດສຽງດັງ."
\s5
\v 15 ຕັດທອນລາຍຈ່າຍສາມາດໂອ້ອວດຕົວເອງກັບຄົນທີ່ໃຊ້ມັນເປັນເຄື່ອງມືບໍ? ສຽງທີ່ເຫັນແລ້ວຈະຍ້ອງຍໍຕົວເອງດີກ່ວາຜູ້ທີ່ໃຊ້ບໍ? ມັນແມ່ນຄືກັບໄມ້ເທົ້າທີ່ຍົກຄົນໃຫ້ຈັບມັນຫລືບໍ່. ຫລືຄືກັບວ່າມີໄມ້ຂະໜາດໜຶ່ງ, ຄົນໜຶ່ງ ຈະຍົກມັນໄດ້ບໍ?
\v 16 ດ້ວຍເຫດຜົນນີ້ ພຣະເຈົ້າຢາເວຈະສົ່ງຄວາມຜອມຈ່ອຍໃຫ້ບັນດານັກຮົບທີ່ດີເລີດຂອງລາວ. ແລະ ພາຍໃຕ້ກຽດສັກສີຂອງລາວຈະມີລຸກໄໝ້ຄ້າຍຄືໄຟ
\s5
\v 17 ແສງສະຫວ່າງຂອງອິດສະຣາເອນຈະຖືກໄຟໄຫມ້. ແລະ ຜູ້ບໍລິສຸດຂອງພຣະອົງຈະເປັນແປວໄຟ. ໄຟນັ້ນຈະໄໝ້ ແລະພວນຕົ້ນໄມ້ໜາມຂອງມັນແລະພຸ່ມໄມ້ ໜາມໃນມື້ດຽວ.
\v 18 ພຣະຜູ້ເປັນເຈົ້າຈະທຳ ລາຍສະຫງ່າລາສີຂອງປ່າໄມ້ຂອງລາວ ແລະແຜ່ນດິນອຸດົມສົມບູນຂອງລາວລວມທັງຈິດໃຈແລະຮ່າງກາຍມັນຈະເປັນຄືກັບທີ່ຊີວິດຂອງຄົນເຈັບໄດ້ຫາຍໄປ.
\v 19 ຕົ້ນໄມ້ທັງໝົດທີ່ຍັງຄົງຢູ່ໃນປ່າຂອງລາວຈະສັ້ນລົງ. ຈົນກ່ວາເດັກສາມາດນັບເລກໄດ້
\s5
\v 20 ໃນວັນນັ້ນ, ຄົນອິດສະຣາເອນທີ່ເຫລືອຢູ່, ເຊື້ອສາຍຂອງຢາໂຄບທີ່ໄດ້ລອດຊີວິດ, ຈະບໍ່ພຶງພາອາໄສຜູ້ທີ່ໂຈມຕີພວກເຂົາອີກຕໍ່ໄປ, ແຕ່ຈະພຶງພາໃນພຣະຢາເວ, ອົງບໍຣິສຸດຂອງອິດສະຣາເອນດ້ວຍຈິງໃຈ.
\v 21 ຄົນທີ່ເຫລືອຢູ່ຂອງຢາໂຄບຈະກັບມາຫາພຣະເຈົ້າຜູ້ຊົງຣິດອຳນາດ.
\s5
\v 22 ເພາະເຖິງແມວ່າຊົນຊາດຂອງເຈົ້າ, ອິດສາຣະເອນ, ເປັນດັ່ງດິນຊາຍທີ່ຢູ່ແຄມທະເລ, ຄົນທີ່ເຫລືອຢູ່ຂອງພວກເຂົາເທົ່ານັ້ນຈະກັບມາ. ການທຳລາຍນັ້ນໄດ້ຖືກກຳຫນົດໄວ້ແລ້ວ, ຕາມທີ່ຄວາມຊອບທຳຢ່າງເຫລືອລົ້ນຕ້ອງການ.
\v 23 ເພາະພຣະຢາເວອົງພຣະຜູ້ເປັນເຈົ້າຈອມໂຢທາ, ຈະເຮັດການທຳລາຍຕາມທີ່ກຳຫນົດໄວ້ຕະຫລອດທົົ່ວແຜ່ນດິນ.
\s5
\v 24 ດ້ວຍເຫດນີ້ ພຣະຢາເວອົງພຣະຜູ້ເປັນເຈົ້າຈອມໂຢທາກ່າວວ່າ, "ຊົນຊາດຂອງເຮົາຜູ້ທີ່ອາໄສຢູ່ໃນຊີໂອນເອີຍ, ຢ່າຢ້ານກົວຄົນອັດຊີເຣຍ. ເຂົາຈະຕີພວກເຈົ້າດ້ວຍໄມ້ຄ້ອນ ແລະ ຍົກໄມ້ຂອງເຂົາມາຕໍ່ສູ້ກັບພວກເຈົ້າ, ເຫມືອນຢ່າງທີ່ຄົນເອຢິບໄດ້ເຮັດນັ້ນ.
\v 25 ຢ່າຢ້ານເຂົາເລີຍ, ເພາະອີກບໍ່ດົນຄວາມໃຈຮ້າຍຂອງເຮົາທີ່ມີຕໍ່ພວກເຈົ້າຈະສິ້ນສຸດລົງ, ແລະຄວາມໃຈຮ້າຍຂອງເຮົາຈະມຸ່ງໄປສູ່ການທຳລາຍຂອງເຂົາ."
\s5
\v 26 ແລ້ວພຣະຢາເວຈອມໂຢຈະໃຊ້ໄມ້ແສ້ຕໍ່ສູ້ກັບພວກເຂົາ, ເຫມືອນກັບຕອນທີ່ພຣະອົງຊົງໂຈມຕີຄົນມີເດຍທີ່ຫີນແຫ່ງໂອເຣັບ. ພຣະອົງຈະຊົງຍົກໄມ້ຄ້ອນຂອງພຣະອົງຂຶ້ນມາເຫນືອທະເລແລະ ຈະຊົງຍົກຂຶ້ນຢ່າງທີ່ໄດ້ຊົງເຮັດໃນເອຢິບ.
\v 27 ໃນວັນນັ້ນ, ພາລະຫນັກຂອງເຂົາຈະຖືກຍົກອອກຈາກບ່າຂອງພວກເຈົ້າ ແລະ ແອກຂອງເຂົາອອກຈາກຄໍຂອງພວກເຈົ້າ, ແລະ ແອກນັ້ນຈະຖືກທຳລາຍເພາະຄວາມຕຸ້ຍ.
\s5
\v 28 ສັດຕູໄດ້ມາເຖິງອາອີແລ້ວ ແລະ ໄດ້ຜ່ານມິກໂຣນໄປແລ້ວ; ເຂົາໄດ້ເກັບອາຫານຂອງເຂົາໄວ້ທີ່ມິກມາດ.
\v 29 ພວກເຂົາໄດ້ຂ້າມຜ່ານຫົນທາງນັ້ນມາແລ້ວ ແລະ ພວກເຂົາພັກອາໃສທີ່ເກບາ. ຣາມາກໍຕົວສັ່ນ ແລະ ກິເບອາຂອງໂຊນກໍຫນີໄປແລ້ວ.
\s5
\v 30 ລູກສາວຂອງການລີມເອີຍ! ຈົ່ງຮ້ອງສຽງດັງ, ໄລຊາເອີຍ! ຈົ່ງໃຫ້ຄວາມສົນໃຈ ເຈົ້າອານາທົດທີ່ຫນ້າເມດຕາ!
\v 31 ມັດເມນາກຳລັງຫນີໄປ, ແລະ ຊາວເມືອງເກບິມກໍຫນີໄປຫາທີ່ປອດໄພ.
\v 32 ມື້ນີ້ເອງທີ່ເຂົາຈະຢຸດຢູ່ທີ່ເມືອງໂນບ ແລະ ສັ່ນກຳປັ້ນຂອງເຂົາ ເຂົ້າໃສ່ພູເຂົາລູກສາວແຫ່ງຊີໂອນ, ເຂົ້າໃສ່ເນີນເຂົາແຫ່ງເຢຣູຊາເລັມ.
\s5
\v 33 ເບິ່ງເຖີດ, ພຣະຢາເວອົງພຣະຜູ້ເປັນເຈົ້າຈອມໂຢທາຈະຊົງຕັດກິ່ງດ້ວຍການທຳລາຍທີ່ຫນ້າຢ້ານກົວ; ບັນດາຕົ້ນໄມ້ທີ່ສູງທີ່ສຸດຈະຖືກໂຄ່ນລົງມາ, ແລະ ຄົນສູງສັັກຈະຖືກເຮັດໃຫ້ຕ່ຳລົງ.
\v 34 ພຣະອົງຈະຊົງຕັດພຸ່ມໄມ້ຫນາທຶບໃນປ່າລົງມາດ້ວຍຂວານ, ແລະ ເລບານອນໃນຄວາມສະຫງ່າງາມຂອງເຂົາຈະລົ້ມລົງ.
\s5
\c 11
\cl ບົດທີ 11
\p
\v 1 ຫນໍ່ຫນຶ່ງຈະງອກມາຈາກຕໍຂອງເຈຊີ, ແລະກິ່ງຫນຶ່ງທີ່ງອກອອກມາຈາກຮາກຂອງເຂົາຈະເກີດຜົນ.
\v 2 ພຣະວິນຍານຂອງພຣະຢາເວຈະສະຖິດຢູ່ເທິງທ່ານ, ຄືພຣະວິນຍານແຫ່ງປັນຍາແລະ ຄວາມເຂົ້າໃຈ, ພຣະວິນຍານແຫ່ງການສອນແລະ ຣິດເດດ, ພຣະວິນຍານແຫ່ງຄວາມຮູ້ ແລະຄວາມຢຳເກງພຣະຢາເວ.
\s5
\v 3 ຄວາມຢຳເກງອົງພຣະຜູ້ເປັນເຈົ້າເປັນຄວາມປິຕິຍິນດີຂອງທ່ານ; ທ່ານຈະບໍ່ພິພາກສາຕາມສິ່ງທີ່ຕາຂອງທ່ານເບິ່ງເຫັນ, ແລະ ຈະບໍ່ຕັດສິນຕາມສິ່ງທີ່ຫູຂອງທ່ານໄດ້ຍິນ.
\v 4 ແຕ່ທ່ານຈະພິພາກສາຄົນຍາກຈົນ ດ້ວຍຄວາມຊອບທຳ ແລະຕັດສິນໃຫ້ກັບຄົນຕ່ຳຕ້ອຍຂອງແຜ່ນດິນຢ່າງເປັນທຳ. ທ່ານຈະຕີແຜ່ນດິນໂລກດ້ວຍໄມ້ຄ້ອນຈາກປາກຂອງທ່ານ, ແລະ ທ່ານຈະປະຫານຄົນອາທຳດ້ວຍລົມຈາກຮີມຝີປາກຂອງທ່ານ.
\v 5 ຄວາມຊອບທຳຈະເປັນສາຍຄາດເອວຂອງທ່ານ, ແລະ ຄວາມສັດຊື່ຈະເປັນສາຍຄາດສະໂພກຂອງທ່ານ.
\s5
\v 6 ຫມາປ່າຈະຢູ່ກັບລູກແກະ, ແລະ ເສືອດາວຈະນອນຢູ່ກັບລູກແກະ, ລູກງົວ, ສິງໂຕຫນຸ່ມ ແລະ ລູກງົວຕຸ້ຍ, ຈະຢູ່ນຳກັນ. ເດັກນ້ອຍໆຈະນຳພວກມັນໄປ.
\v 7 ແມ່ງົວກັບຫມີຈະຫາກິນນຳກັນ, ແລະ ລູກໆຂອງພວກມັນຈະນອນຢູ່ນຳກັນ. ສິງໂຕຈະກິນຟາງເຫມືອນກັບງົວຜູ້.
\s5
\v 8 ເດັກເກີດໃຫມ່ຈະຫລິ້ນຢູ່ທີ່ປາກຮູຂອງງູ, ແລະ ເດັກທີ່ເຊົ່ານົມຈະເອົາມືຂອງເຂົາວາງເທິງຮັງຂອງງູພິດ.
\v 9 ພວກມັນຈະບໍ່ເຮັດເຈັບປວດຫລື ທຳລາຍກັນທົວທັງພູເຂົາບໍລິສຸດຂອງເຮົາ; ເພາະແຜ່ນດິນໂລກຈະເຕັມດ້ວຍຄວາມຮູ້ຂອງພຣະຢາເວ, ເຫມືອນນ້ຳທີ່ປົກຄຸມທະເລ.
\s5
\v 10 ໃນວັນນັ້ນ, ຮາກຂອງເຈຊີຈະຕັ້ງຂຶ້ນເປັນທຸງສັນຍານແກ່ຊົນຊາດທັງຫລາຍ. ບັນດາປະຊາຊົນຈະສະແຫວງຫາພຣະອົງ, ແລະ ສະຖານທີ່ພັກຜ່ອນຂອງພຣະອົງຈະຮຸ່ງເຮືອງ.
\v 11 ໃນວັນນັ້ນ, ອົງພຣະຜູ້ເປັນເຈົ້າຈະຊົງຢືນມືຂອງພຣະອົງອີກຄັ້ງເພື່ອນຳຄົນທີ່ເຫລືອຢູ່ຂອງຊົນຊາດຂອງພຣະອົງກັບຄືນມາ ຜູ້ທີ່ຍັງຄົງຢູ່ໃນອັດຊີເຣຍ, ເອຢິບ, ປັດໂຣດ, ເອລາມ, ຊິນາ, ຮາມັດ, ແລະ ເກາະຕ່າງໆໃນທະເລ.
\s5
\v 12 ພຣະອົງຈະຊົງຍົກທຸງສັນຍານໃຫ້ແກ່ຊົນຊາດຕ່າງໆ ແລະ ຈະຊົງຮວບຮວມຄົນທີ່ຖືກຂັບໄລ່ໄປຂອງອິດສະຣາເອນແລະຊົົງຮວບຮວມຄົນຢູດາຍທີ່ກະແຈກກະຈາຍໄປຈາກທັງສີ່ມຸມຂອງແຜ່ນດິນໂລກ
\v 13 ພຣະອົງຈະຊົງຫັນຄວາມອິດສາຂອງເອຟຣາອິມໄປ ແລະຄວາມເປັນສັດຕູຂອງຢູດາຍຈະຖືກຕັດອອກໄປ ເອຟຣາອິມຈະບໍ່ອິດສາຢູດາຍ ແລະຢູດາຍຈະບໍ່ເປັນສັດຕູກັບເອຟຣາອິມອີກຕໍ່ໄປ
\s5
\v 14 ແຕ່ພວກເຂົາຈະໂນມລົງເຫນືອເຂົາຂອງພວກຟີລິດສະຕິນທາງຕາເວັນຕົກ ແລະ ພວກເຂົາຈະຮ່ວມກັນປົນຊົນຊາດທາງຕາເວັນອອກພວກເຂົາຈະໂຈມຕີເອໂດມແລະໂມອາບ ແລະ ຄົນອຳໂມເຊື່ອຟັງພວກເຂົາ
\v 15 ພຣະຢາເວຈະຊົງທຳລາຍອ່າວຂອງທະເລແຫ່ງອີຢິບໃຫ້ສິ້ນຊາກດ້ວບລົມທີ່ຮ້ອນຜ່າວຂອງພຣະອົງ ພຣະອົງຈະຊົງໂບກມືຂອງພຣະອົງເຫນືອແມ່ນ້ຳຢູເຟນຕີ ແລະ ຈະຊົງແຍກແມ່ນ້ຳນັ້ນໃຫ້ເປັນລຳທານເຈັດສາຍເພື່ອໃຫ້ຄົນທີ່ໃສ່ເກີບຍ່າງຂ້າມໄປໄດ້
\s5
\v 16 ຈະມີທາງຫລວງສຳລັບຄົນທີ່ເຫລືອຢູ່ຂອງຊົນຊາດຂອງພຣະອົງທີ່ກັບມາຈາກອັດຊີເຣຍ, ຢ່າງທີ່ເຄີຍມີສຳລັບຄົນອິດສະຣາເອນໃນຕອນທີ່ພວກເຂົາຂຶ້ນມາຈາກແຜ່ນດິນເອຢິບ.
\s5
\c 12
\cl ບົດທີ 12
\p
\v 1 ໃນວັນນັ້ນ ເຈົ້າຈະກ່າວວ່າ "ຂ້າແຕ່ພຣະຢາເວ ຂ້ານ້ອຍຈະຂອບພຣະຄຸນພຣະອົງ ເພາະເຖິງແມ້ວ່າພຣະອົງຈະໃຈຮ້າຍຕໍ່ຂ້ານ້ອຍ ແຕ່ຄວາມໂກດຮ້າຍຂອງພຣະອົງກໍໄດ້ຫັນກັບໄປແລ້ວ ແລະ ພຣະອົງໄດ້ຫັນໄປແລ້ວ ແລະພຣະອົງໄດ້ຊົງປອບໂຍນຂ້ານ້ອຍ
\v 2 ເບິ່ງເຖີດພຣະເຈົ້າຊົງເປັນຄວາມຮອດຂອງຂ້ານ້ອຍ, ຂ້ານ້ອຍຈະວາງໃຈ ແລະ ບໍ່ຢ້ານເລີຍ ເພາະພຣະຢາເວແມ່ນແລ້ວພຣະຢາເວຊົງເປັນກຳລັງແລະບົດເພງຂອງຂ້ານ້ອຍພຣະອົງຊົງເປັນຄວາມຮອດຂອງຂ້ານ້ອຍແລ້ວ"
\s5
\v 3 ເຈົ້າຈະຕັກນ້ຳຈາກບໍ່ນ້ຳແຫ່ງຄວາມລອດພົ້ນດ້ວຍຄວາມຊື່ນບານ
\v 4 ໃນວັນນັ້ນ ເຈົ້າຈະເວົ້າວ່າ "ຈົ່ງຂອບພຣະຄຸນແດ່ພຣະຢາເວແລະຮ້ອງຫາພຣະນາມຂອງພຣະອົງຈົ່ງປະກາດບັນດາວຽກງານທ່າມກາງຊົນຊາດທັງຫລາຍຈົ່ງປ່າວຮ້ອງວ່າພຣະນາມຂອງພຣະອົງເປັນທີ່ຍົກຍ້ອງ
\s5
\v 5 ຈົົ່ງຮ້ອງເພງແດ່ພຣະຢາເວ, ເພາະພຣະອົງໄດ້ຊົງກະທຳວຽກທີ່ຫນ້າສັນລະເສີນ; ຈົ່ງໃຫ້ເລື່ອງນີ້ເປັນທີ່ຮູ້ກັນທົວແຜ່ນດິນໂລກ.
\v 6 ຊາວຊີໂອນເອີຍ, ຈົ່ງຮ້ອງສຽງດັງ ແລະ ໂຫ່ຮ້ອງດ້ວຍຄວາມຍິນດີ ເພາະອົງບໍຣິສຸດຂອງອິດສະຣາເອນຜູ້ຊົງຍິ່ງໃຫຍ່ຢູ່ທ່າມກາງພວກເຈົ້າ."
\s5
\c 13
\cl ບົດທີ 13
\p
\v 1 ຄຳປະກາດກ່ຽວກັບບາບີໂລນຕາມທີ່ອິດສາລູກຊາຍຂອງອາມອນໄດ້ຮັບຄື
\v 2 ຈົ່ງງຕັ້ງທຸງສັນຍານຂຶ້ນເທິງພູເຂົາຫົວໂລ້ນ ຈົ່ງງຮ້ອງສຽງດັງຕໍ່ພວກເຂົາຈົ່ງໂບກມືຂອງເຈົ້າຮ້ອງຫາພວກເນຂົາເຂົ້າໄປໃນປະຕູເມືອງຂອງບັນດາເຈົ້ານາຍ
\v 3 ເຮົາໄດ້ບັນຊາພວກຄົນທີ່ບໍລິສຸດຂອງເຮົາແມ່ນແລ້ວເຮົາໄດ້ຮ້ອງຫາບັນດານັກຮົບຂອງເຮຮົາຮວມທັງຜູ້ທີ່ຍິນດີໃນຄວາມຍິ່ງໃຫຍ່ຂອງເຮົາໃຫ້ຈັດການຕາມຄວາມໃຈຮ້າຍຂອງເຮົາ
\s5
\v 4 ສຽງຂອງມວນຊົນໃນພູເຂົາເຫລົ່ານັ້ນ, ເຫມືອນສຽງຂອງຄົນຫລວງຫລາຍ! ສຽງອຶກກະທຶກຂອງບັນດາຣາຊອານາຈັກເປັນເຫມືອນກັບຊົນຊາດຫລວງຫລາຍທີ່ຮວມຕົວເຂົ້າດ້ວຍກັນ! ພຣະຢາເວຈອມໂຢທາກຳລັງ ລະດົມກອງທັບເພື່ອເຮັດສົງຄາມ.
\v 5 ພວກເຂົາມາຈາກປະເທດທີ່ຫ່າງໄກ, ມາຈາກສຸດຂອບຟ້າ. ນີ້ເປັນການທີ່ພຣະຢາເວຈະທຳລາຍທົ່ວທັງແຜ່ນດິນດ້ວຍເຄື່ອງມືແຫ່ງການພິກພາກສາ.
\s5
\v 6 ຮ້ອງຄວນຄາງດ້ວຍຄວາມເຈັບປວດ, ເພາະວັນແຫ່ງພຣະຢາເວໃກ້ເຂົ້າມາແລ້ວ; ວັນນັ້ນຈະມາດ້ວຍການທຳລາຍຈາກອົງຜູ້ຊົງຣິດອຳນາດ.
\v 7 ເພາະສະນັ້ນ ມືທຸກມືຈະອ່ອນແຮງ, ແລະ ໃຈຂອງທຸກຄົນຈະສະລາຍລົງ.
\v 8 ພວກເຂົາຈະຕົກໃຈຢ້ານ; ຄວາມເຈັບປວດ ແລະ ຄວາມທຸກທໍລະມານຈະຍຶດກຸມພວກເຂົາໄວ້, ເຫມືອນກັບຜູ້ຍິງກຳລັງເກີດລູກພວກເຂົາຈະເບິ່ງກັນ ແລະກັນດ້ວຍຄວາມປະຫລາດໃຈ; ໃບຫນ້າຂອງພວກເຂົາຈະເຫມືອນກັບແສງໄຟ.
\s5
\v 9 ເບິ່ງເຖີດ, ວັນແຫ່ງພຣະຢາເວຈະມາດ້ວຍຄວາມໂກດຮ້າຍແຮງ ແລະ ຄວາມໃຈຮ້າຍຢ່າງຖ້ວມລົ້ນ, ເພື່ອທີ່ຈະເຮັດໃຫ້ແຜ່ນດິນເປັນທີ່ຮ້າງເປົ່າ ແລະ ເພື່ອທຳລາຍພວກຄົນບາບຈາກແຜ່ນດິນນັ້ນ.
\v 10 ເຫລົ່າດວງດາວເທິງທ້ອງຟ້າ ແລະ ກຸ່ມດາວຕ່າງໆ ຈະບໍ່ຊ່ອງແສງ. ດວງອາທິດຈະມືດໄປຕັ້ງແຕ່ຕອນຮຸ່ງເຊົ້າ, ແລະດວງຈັນຈະບໍ່ຊ່ອງແສງ.
\s5
\v 11 ເຮົາຈະລົງໂທດໂລກນີ້ຕໍ່ຄວາມຊົ່ວຮ້າຍແລະ ການອະທຳຂອງໂລກນີ້ ແລະ ຕໍ່ຄວາມຊົ່ວຊ້າຂອງພວກເຂົາ. ເຮົາຈະເຮັດໃຫ້ຄວາມເຢີ້ຍິ່ງຂອງຄົນຈອງຫອງສິ້ນສຸດລົງ ແລະ ຈະເຮັດໃຫ້ຄວາມຍິ່ງຍະໂສຂອງຄົນທີ່ໂຫດຮ້າຍຕົກຕ່ຳລົງ.
\v 12 ເຮົາຈະເຮັດໃຫ້ພວກຜູ້ຊາຍຫາຍາກຍິ່ງກວ່າຫາທອງຄຳ ແລະ ມະນຸດກໍຈະຫາຍາກກວ່າທອງຄຳບໍລິສຸດແຫ່ງໂອຟີ.
\s5
\v 13 ເພາະສະນັ້ນ ເຮົາຈະເຮັດໃຫ້ທ້ອງຟ້າສັ່ນສະເທືອນ, ແລະ ແຜ່ນດິນໂລກສັ່ນສະເທືອນອອກຈາກທີ່ຂອງມັນ, ໂດຍຄວາມໂກດຮ້າຍຮຸນແຮງຂອງພຣະຢາເວຈອມໂຢທາ, ແລະ ໃນວັນແຫ່ງຄວາມໂກດຮ້າຍອັນຮຸນແຮງຂອງພຣະອົງ.
\v 14 ເຫມືອນກັບລະມັ່ງທີ່ຖືກລ່າ ຫລືເຫມືອນກັບແກະທີ່ບໍ່ມີຜູ້ລ້ຽງ, ທຸກຄົນຈະຫັນກັບໄປຍັງຊົນຊາດຂອງຕົນເອງ ແລະ ທຸກຄົນຈະຫນີໄປຍັງແຜ່ນດິນຂອງຕົນເອງ.
\s5
\v 15 ທຸກຄົນທີ່ຖືກພົບຈະຖືກຂ້າ, ແລະ ທຸກຄົນທີ່ຖືກຈັບໄດ້ກໍຈະຕາຍດ້ວຍດາບ.
\v 16 ພວກເດັກເກີດໃຫມ່ຂອງພວກເຂົາຈະຖືກຟາດລົງເປັນຕ່ອນໆ ຕໍ່ຫນ້າຕໍ່ຕາພວກເຂົາ. ບ້ານເຮືອນຂອງພວກເຂົາຈະຖືກປົ້ນ ແລະ ເມຍຂອງພວກເຂົາຈະຖືກຂົ່ມຂືນ.
\s5
\v 17 ເບິ່ງເຖີດ, ເຮົາກຳລັງເລັ່ງໃຫ້ຄົນມີເດຍມາໂຈມຕີພວກເຂົາ, ຜູ້ທີ່ບໍ່ສົນໃຈເລື່ອງເງິນ, ແລະພວກເຂົາບໍ່ຍິນດີໃນທອງຄຳ.
\v 18 ລູກທະນູຂອງພວກເຂົາຈະປັກລົງທີ່ພວກຄົນຫນຸ່ມ. ພວກເຂົາຈະບໍ່ມີຄວາມສົງສານຕໍ່ພວກເດັກແລກເກີດ ແລະ ຈະບໍ່ໄວ້ຊີວິດພວກເດັກນ້ອຍ.
\s5
\v 19 ແລ້ວບາບີໂລນ, ຊຶ່ງເປັນທີ່ຍົກຍ້ອງທີ່ສຸດໃນບັນດາຣາຊອານາຈັກທັງຫລາຍ, ຄວາມງົດງາມທີ່ຄົນເຄນເດຍພາກພູມໃຈ, ພຣະເຈົ້າຈະຊົງທຳລາຍເຫມືອນກັບເມືອງໂຊໂດມ ກັບເມືອງໂກໂມຣາ.
\v 20 ຈະບໍ່ມີຜູ້ໃດເຂົ້າໄປອາໃສ ຫລືອາໃສຢູ່ໃນເມືອງນັ້ນຕະຫລອດທຸກຊົ່ວອາຍຸຄົນ. ຄົນອາຣັບຈະບໍ່ກາງເຕັນຂອງເຂົາທີ່ນັ້ນ, ແລະ ຜູ້ລ້ຽງແກະຈະບໍ່ໃຫ້ຝູງສັດພັກຢູ່ທີ່ນັ້ນ.
\s5
\v 21 ແຕ່ພວກສັດປ່າແຫ່ງທະເລຊາຍຈະນອນລົງທີ່ນັ້ນ. ບ້ານເຮືອນຂອງພວກເຂົາຈະເຕັມໄປດ້ວຍເຈຍ; ແລະ ນົກກະຈອກເທດ ແລະ ແບ້ປ່າຈະກະໂດດໂລດເຕັ້ນຢູ່ທີ່ນັ້ນ.
\v 22 ຫມາຈິ້ງຈອກຈະເຫົ່າຫອນຢູ່ໃນບັນດາເມືອງປ້ອມຂອງພວກເຂົາ, ແລະ ຫມາປ່າຈະຢູ່ໃນວັງທີ່ສວຍງາມ ເວລາຂອງເມືອງນັ້ນກໍໃກ້ເຂົ້າມາແລ້ວ, ແລະ ວັນຂອງເມືອງນັ້ນຈະບໍ່ລ່າຊ້າອີກຕໍ່ໄປ.
\s5
\c 14
\cl ບົດທີ 14
\p
\v 1 ພຣະຢາເວຈະຊົງເມດຕາຕໍ່ຢາໂຄບ; ພຣະອົງຈະຊົງເລືອກອິດສະຣາເອນອີກ ແລະເຮັດໃຫ້ພວກເຂົາກັບຄືນສູ່ແຜ່ນດິນຂອງພວກເຂົາເອງ. ພວກຄົນຕ່າງຊາດຈະສົມທົບກັບພວກເຂົາ ແລະ ພົວພັນຕົວພວກເຂົາເອງກັບເຊື້ອສາຍຂອງຢາໂຄບ.
\v 2 ຊົນຊາດທັງຫລາຍຈະນຳພວກເຂົາມາຍັງທີ່ຂອງພວກເຂົາເອງ ແລ້ວເຊື້ອສາຍຂອງອິດສະຣາເອນຈະຮັບພວກເຂົາມາເປັນຄົນຮັບໃຊ້ຊາຍ ແລະ ຍິງໃນແຜ່ນດິນຂອງພຣະຢາເວ. ພວກເຂົາຈະຈັບຄົນເຫລົ່ານັ້ນເປັນຊະເລີຍ, ຄືພວກທີ່ໄດ້ເຄີຍຈັບພວກເຂົາເປັນຊະເລີຍ, ແລະ ພວກເຂົາຈະປົກຄອງເຫນືອພວກຄົນທີ່ເຄີຍບີບບັງຄັບພວກເຂົາ.
\s5
\v 3 ໃນວັນທີ່ພຣະຢາເວປຣະທານໃຫ້ພວກເຈົ້າໄດ້ຢຸດພັກຈາກຄວາມທຸກ ແລະ ຈາກຄວາມເຈັບປວດ, ແລະ ຈາກງານຍາກກາກກຳທີ່ພວກເຈົ້າຖືກບີບບັງຄັບໃຫ້ເຮັດ,
\v 4 ພວກເຈົ້າຈະຮ້ອງບົດເພງເຢາະເຢີ້ຕໍ່ກະສັດຂອງບາບີໂລນວ່າ, "ຜູ້ທີ່ບີບບັງຄັບໄດ້ມາເຖິງຈຸດຈົບໄດ້ຢ່າງໃດນໍ, ຄວາມໂຫດຮ້າຍທີ່ຫຍ້ຳຍິ່ງໄດ້ສິ້ນສຸດລົງແລ້ວ!
\s5
\v 5 ພຣະຢາເວໄດ້ຊົງຫັກໄມ້ປະລອງຂອງຄົນອະທຳ, ແລະຊົງຫັກໄມ້ຄ້ອນເທົ້າຂອງຜູ້ປົກຄອງເຫລົ່ານັ້ນ,
\v 6 ທີ່ໄດ້ຕີຊົນຊາດທັງຫລາຍດ້ວຍຄວາມໂຫດຮ້າຍດ້ວຍການທຸບຕີແບບບໍ່ຢຸດຢັ້ງ, ຜູ້ທີ່ໄດ້ປົກຄອງຊົນຊາດທັງຫລາຍດ້ວຍຄວາມໃຈຮ້າຍ, ດ້ວຍການຕີແບບບໍ່ຢັ້ງມື.
\s5
\v 7 ທົ່ວທັງໂລກກໍຢຸດພັກ ແລະ ງຽບສະງົບຢູ່ ພວກເຂົາເລີ່ມການສະຫລອງດ້ວຍການຮ້ອງເພງ.
\v 8 ແມ່ນແຕ່ຕົ້ນສົນສາມໃບກໍຊື່ນຊົມຍິນດີເຫນືອເຈົ້າ ກັບບັນດາຕົ້ນສົນສີດາແຫ່ງເລບານອນ; ພວກມັນກ່າວວ່າ, 'ຕັ້ງແຕ່ເຈົ້າໄດ້ຖືກເຮັດໃຫ້ຕົກຕ່ຳລົງ ກໍບໍ່ມີຄົນຕັດໄມ້ ຂຶ້ນໄປຕັດພວກເຮົາລົງມາເລີຍ.'
\v 9 ແດນຄົນຕາຍຢູ່ເບື້ອງລຸ່ມກໍຕື່ນເຕັ້ນທີ່ຈະພົບກັບເຈົ້າເມື່ອເຈົ້າໄປທີ່ນັ້ນ. ມັນປຸກຄົນຕາຍໃຫ້ມາຮັບເຈົ້າ ຄືກະສັດທັງປວງຂອງແຜ່ນດິນໂລກ, ຊຶ່ງເຮັດໃຫ້ກະສັດທັງປວງຂອງຊົນຊາດທັງຫລາຍລຸກຂຶ້ນຈາກບັນລັງຂອງພວກເຂົາ.
\s5
\v 10 ພວກເຂົາຈະເວົ້າ ແລະ ກ່າວກັບເຈົ້າວ່າ, 'ເຈົ້າໄດ້ກາຍເປັນຄົນອ່ອນແອເຫມືອນກັບພວກເຮົາ. ເຈົ້າໄດ້ກາຍເປັນເຫມືອນກັບເຮົາ.
\v 11 ຄວາມສະງ່າງາມຂອງເຈົ້າໄດ້ຖືກນຳລົງໄປສູ່ແດນຄົນຕາຍ ດ້ວຍສຽງດົນຕີເຄື່ອງສາຍຂອງເຈົ້າ. ພວກໂຕດັກແດ້ຈະແຜ່ຂະຫຍາຍຢູ່ໃຕ້ຕົວເຈົ້າ, ແລະ ພວກໂຕຫນອນຈະປົກຄຸມເຈົ້າ.'
\s5
\v 12 ເຈົ້າຕົກລົງມາຈາກຟ້າສະຫວັນໄດ້ຈັ່ງໃດນໍ, ດາວປະຈຳຮຸ່ງ, ລູກຊາຍແຫ່ງຮຸ່ງອາລຸນ! ເຈົ້າຖືກໂຄ່ນລົງມາສູ່ພື້ນດິນແລ້ວນໍ, ເຈົ້າຜູ້ພິຊິດຊົນຊາດທັງຫລາຍ!
\v 13 ເຈົ້າໄດ້ຄິດໃນໃຈຂອງເຈົ້າວ່າ, 'ເຮົາຈະຂຶ້ນໄປຍັງຟ້າສະຫວັນ, ເຮົາຈະຕັ້ງບັນລັງຂອງເຮົາເຫນືອດວງດາວທັງຫລາຍຂອງພຣະເຈົ້າ, ແລະ ເຮົາຈະນັ່ງເທິງພູເຂົາແຫ່ງການຊຸມນຸມກັນ, ໃນທີ່ສຸດປາຍໄກທາງທິດເຫນືອນັ້ນ.
\v 14 ເຮົາຈະຂຶ້ນໄປເຫນືອຄວາມສູງຂອງເມກ; ເຮົາຈະເຮັດໃຫ້ຕົວຂອງເຮົາເອງເປັນເຫມືອນອົງພຣະເຈົ້າສູງສຸດ.'
\s5
\v 15 ແຕ່ຕອນນີ້ເຈົ້າໄດ້ຖືກນຳລົງໄປສູ່ແດນຄົນຕາຍ, ໄປຍັງຂຸມເລິກທີ່ສຸດ.
\v 16 ຄົນເຫລົ່ານັ້ນທີ່ເຫັນເຈົ້າຈະຈ້ອງເບິ່ງທີ່ເຈົ້າ ແລະພວກເຂົາຈະໃຫ້ຄວາມສົນໃນຕົວເຈົ້າ. ພວກເຂົາຈະກ່າວວ່າ. 'ຊາຍຄົນນີ້ຫລືທີ່ເຮັດໃຫ້ແຜ່ນດິນໂລກສັ່ນສະເທືອນ, ຜູ້ທີ່ໂງ່ຈ້າຣາຊອານາຈັກທັງຫລາຍ,
\v 17 ຜູ້ທີ່ເຮັດໃຫ້ໂລກນີ້ເຫມືອນກັບຖິ່ນແຫ້ງແລ້ງກັນດານດ ຜູ້ທີ່ທຳລາຍເມືອງຕ່າງໆ ແລະ ບໍ່ຍອມປ່ອຍໃຫ້ຊະເລີຍຂອງເຂົາກັບບ້ານ?'
\s5
\v 18 ກະສັດທັງປວງຂອງຊົນຊາດທັງຫລາຍ, ພວກເຂົາທຸກຄົນຕ່າງນອນລົງຢ່າງມີກຽດ, ຕ່າງກໍຢູ່ໃນອຸບໂມງຝັງສົບຂອງຕົນເອງ.
\v 19 ແຕ່ເຈົ້າຖືກໂຍນອອກໄປຈາກຫລຸມຝັງສົບຂອງເຈົ້າເຫມືອນກັບກິ່ງໄມ້ທີ່ຖືກໂຍນອອກໄປ. ພວກຄົນຕາຍກໍປົກຄຸມເຈົ້າເຫມືອນກັບເສື້ອຄຸມ, ຄືຄົນເຫລົ່ານັ້ນທີ່ຖືກແທງດ້ວຍດາບ, ຄົນທີ່ລົງໄປຍັງຫີນແຫ່ງຂຸມນະລົກ.
\v 20 ເຈົ້າຈະບໍ່ມີສ່ວນຮ່ວມໃນງານຝັງສົບກັບພວກເຂົາ, ເພາະເຈົ້າໄດ້ທຳລາຍແຜ່ນດິນຂອງເຈົ້າ ແລະ ໄດ້ຂ້າຊົນຊາດຂອງເຈົ້າ. ລູກຫລານຂອງຄົນເຮັດຊົ່ົວຈະບໍ່ມີໃຜກ່າວເຖິງອີກເລີຍ."
\s5
\v 21 ຈົ່ງຕຽມການສັງຫານລູກໆ ຂອງເຂົາເພາະຄວາມຊົ່ວຮ້າຍຂອງເຊື້ອສາຍຂອງພວກເຂົາ, ດ້ວຍເຫດນີ້ ຢ່າໃຫ້ພວກເຂົາລຸກຂຶ້ນມາ ແລະຄອບຄອງແຜ່ນດິນໂລກ ແລະ ເຮັດໃຫ້ທົ່ວທັງໂລກນີ້ເຕັມໄປດ້ວຍເມືອງຕ່າງໆ.
\v 22 ນີ້ຄືຄຳປະກາດຂອງພຣະຢາເວຈອມໂຢທາ, "ເຮົາຈະລຸກຂຶ້ນສູ້ກັບພວກເຂົາ, ເຮົາຈະຕັດຊື່ເຊື້ອສາຍ ແລະ ລູກຫລານອອກໄປຈາກບາບີໂລນ" ນີ້ຄືຄຳປະກາດຂອງພຣະຢາເວ.
\v 23 "ເຮົາຈະເຮັດໃຫ້ເມືອງນັ້ນຖືກຍຶດຄອງດ້ວຍພວກນົກເຄົ້າ, ແລະເຮັດໃຫ້ເປັນສະນ້ຳ, ແລະ ເຮົາຈະກວາດເມືອງນັ້ນດ້ວຍໄມ້ກວາດແຫ່ງການທຳລາຍ" - ນີ້ຄືຄຳປະກາດຂອງພຣະຢາເວຈອມໂຢທາ.
\s5
\v 24 ພຣະຢາເວຈອມໂຍທາໄດ້ຊົງປະຕິຍານວ່າ, "ເຮົາໄດ້ວາງແຜນໄວ້ຢ່າງໃດ, ມັນກໍຈະເກີດຂຶ້ນຢ່າງນັ້ນ; ແລະ ເຮົາໄດ້ມຸ່ງຫມາຍໄວ້ຢ່າງໃດ ມັນກໍຈະເປັນເຊັ່ນນັ້ນ:
\v 25 ເຮົາຈະຕີຄົນອັດຊີເຣຍໃຫ້ແຕກໃນມືຂອງເຮົາ, ແລະ ຈະຢຽບຢ້ຳເຂົາໃຫ້ຢູ່ໃຕ້ຝ່າຕີນເທິງພູເຂົາທັງຫລາຍຂອງເຮົາ. ແລ້ວແອກຂອງເຂົາຈະຖືກຍົກອອກໄປຈາກພວກເຂົາແລະ ພາລະຫນັກຂອງເຂົາອອກໄປຈາກບ່າຂອງພວກເຂົາ."
\s5
\v 26 ນີ້ເປັນແຜນງານທີ່ໄດ້ວາງໄວ້ແລ້ວຕໍ່ແຜ່ນດິນໂລກທັງຫມົດ, ແລະ ນີ້ເປັນມືທີ່ຍົກຂຶ້ນເຫນືອຊົນຊາດທັງຫລາຍ.
\v 27 ເພາະພຣະຢາເວຈອມໂຢທາໄດ້ຊົງວາງແຜນນີ້ໄວ້; ໃຜຈະຢຸດຢັ້ງພຣະອົງໄດ້? ມືຂອງພຣະອົງໄດ້ຍົກຂຶ້ນແລ້ວ, ແລະໃຜຈະເຮັດໃຫ້ມືນັ້ນກັບມາໄດ້?
\s5
\v 28 ໃນປີທີ່ກະສັດອາຮາດໄດ້ຕາຍ ຄຳປະກາດນີ້ໄດ້ມາເຖິງວ່າ:
\v 29 ຄົນຟີລິດສະຕິນເອີຍ ພວກເຈົ້າທັງຫມົດ, ຢ່າປິຕິຍິນດີທີ່ໄມ້ຄ້ອນທີ່ໄດ້ຕີພວກເຈົ້າຫັກລົງແລ້ວ. ເພາະງູໂຕຫນຶ່ງຈະເຕີບໃຫຍ່ມາຈາກຮາກເຫງົ້າຂອງງູພິດ, ແລະ ເຊື້ອສາຍຂອງເຂົາຈະເປັນໂຕມັງກອນ.
\v 30 ລູກຫົວປີຂອງຄົນທຸກຈົນຈະລ້ຽງຝູງແກະຂອງພວກເຂົາໃນທົ່ງຫຍ້າຂອງເຮົາ, ແລະ ຄົນຂັດສົນຈະນອນລົງຢ່າງປອດໄພ. ເຮົາຈະເຮັດໃຫ້ຮາກເຫງົ້າຂອງພວກເຈົ້າຕາຍດ້ວຍການແຫ້ງແລ້ງກັນດານອາຫານ ທີ່ຈະສັງຫານຄົນທີ່ລອດຊີວິດທັງຫມົດຂອງພວກເຈົ້າ.
\s5
\v 31 ປະຕູເມືອງເອີຍ, ຈົ່ງຄວນຄາງ, ເມືອງເອີຍ ຈົ່ງຮ້ອງໄຫ້, ຟີລິດສະຕິນເອີຍ. ພວກເຈົ້າ ທຸກຄົນຈະລະລາຍໄປ ສະເພາະເມກຄວັນອອກມາຈາກທາງເຫນືອ ແລະ ບໍ່ມີໃຜທີ່ແຕກອອກຈາກແຖວຂອງຕົນເລີຍ.
\v 32 ແລ້ວຄົນຈະຕອບພວກຄົນສົ່ງສານຂອງຊົນຊາດນັ້ນວ່າຢ່າງໃດ? ກໍວ່າ ພຣະຢາເວໄດ້ວາງຖານຮາກຊີໂອນໄວ້, ແລະຄົນທີ່ທົນທຸກຂອງຊົນຊາດຂອງພຣະອົງຈະພົບທີ່ລີ້ໄພໃນທີ່ນັ້ນ.
\s5
\c 15
\cl ບົດທີ 15
\p
\v 1 ຄຳປະກາດກ່ຽວກັບໂມອາບ. ເມືອງອາຣະຂອງໂມອາບຖືກເຮັດໃຫ້ຫວ່າງເປົ່າ ແລະ ຖືກທຳລາຍ; ໃນຄືນດຽວຢ່າງແນ່ນອນ, ເມືອງກີຣະຂອງໂມອາບຖືກເຮັດໃຫ້ຫວ່າງເປົ່າ ແລະຖືກທຳລາຍໃນຄືນດຽວຢ່າງແນ່ນອນ.
\v 2 ພວກເຂົາໄດ້ຂຶ້ນໄປຍັງພຣະວິຫານ, ຄົນດີໂບນໄດ້ຂຶ້ນໄປຍັງທີ່ສູງເພື່ອຮ້ອງໄຫ້; ໂມອາບຄ່ຳຄວນເຖິງເມືອງເນໂບ ແລະ ເມືອງເມເດບາ. ຫົວຂອງພວກເຂົາທຸກຄົນກໍຖືກໂກນອອກຈົນໂລ້ນ ແລະ ຫນວດຂອງພວກເຂົາທຸກຄົນກໍຖືກຕັດອອກ.
\s5
\v 3 ພວກເຂົາສວມໃສ່ຜ້າກະສອບຢູ່ຕາມຫົນທາງທຸກຄົນຄ່ຳຄວນນ້ຳຕານອງ ທັງເທິງຫລັງຄາບ້ານຂອງພວກເຂົາ ແລະ ໃນລານເມືອງ.
\v 4 ເມືອງເຮດໂບນ ແລະ ເມືອງເອເລອາເລ ຮ້ອງຫາຂໍຄວາມຊ່ວຍເຫລືອ; ສຽງຂອງພວກເຂົາໄດ້ຍິນໄປໄກເຖິງເມືອງຢາຮາດ. ດັ່ງນັ້ນ ພວກຜູ້ຊາຍທີ່ຖືອາວຸດຂອງໂມອາບກໍຮ້ອງຫາຂໍຄວາມຊ່ວຍເຫລືອ; ພວກເຂົາສັ່ນສະທ້ານຢູ່ພາຍໃນຕົວເອງ.
\s5
\v 5 ຫົວໃຈຂອງຂ້ານ້ອຍຮ້ອງໄຫ້ອອກມາເພື່ອໂມອາບ; ພວກຜູ້ລີ້ໄພຂອງເມືອງນັ້ນໄດ້ຫນີໄປຍັງເມືອງໂຊອາ ແລະ ໄປຍັງເມືອງເອັກລາດ ເຊລິດຊີຢາ. ພວກເຂົາຂຶ້ນໄປຕາມທາງທີ່ຂຶ້ນໄປຍັງເມືອງລູຫິດ ຮ້ອງໄຫ້ຄ່ຳຄວນ. ພວກເຂົາຮ້ອງຄ່ຳຄວນສຽງດັງເຖິງການຖືກທຳລາບຕາມຫົນທາງທີ່ໄປຍັງໂຮໂຣນາອິມ.
\v 6 ບັນດາລຳນ້ຳແຫ່ງນິມຣິມໄດ້ແຫ້ງໄປ; ຫຍ້າກໍຫ່ຽວແຫ້ງ ແລະ ຫຍ້າທີ່ຂຶ້ນໃຫມ່ກໍຕາຍ; ບໍ່ມີພືດຂຽວສົດອີກແລ້ວ.
\v 7 ຄວາມອຸດົມສົມບູນ ທີ່ພວກເຂົາໄດ້ປູກ ແລະ ເກັບສະສົມໄວ້ ພວກເຂົາໄດ້ຂົນຂ້າມລຳທານແຫ່ງຕົ້ນຫລິວໄປ.
\s5
\v 8 ການຮ້ອງໄຫ້ໄດ້ກະຈາຍໄປທົ່ວເຂດແດນຂອງໂມອາບ; ການຄ່ຳຄວນທີ່ໄກໄປເຖິງເມືອງເອັກລາອີມ ແລະ ເມືອງເບເອເຣລີມ.
\v 9 ເພາະບັນດາລຳນ້ຳຂອງເມືອງດີໂມນເຕັມດ້ວຍເລືອດ; ແຕ່ເຮົາຈະເພີ່ມໄພໃຫ້ກັບເມືອງດີໂມນຫລາຍກວ່ານີ້. ສິງໂຕຈະທຳຮ້າຍພວກຄົນທີ່ຫນີຮອດໄປຈາກໂມອາບ ແລະ ພວກຄົນທີ່ຍັງຄົງເຫລືອຢູ່ໃນແຜ່ນດິນນັ້ນດ້ວຍ.
\s5
\c 16
\cl ບົດທີ 16
\p
\v 1 ຈົ່ງສົ່ງພວກແກະໂຕຜູ້ໄປຍັງຜູ້ປົກຄອງແຜ່ນດິນຈາກເມືອງເສລາໃນຖິ່ນແຫ້ງແລ້ງກັນດານ, ໄປຍັງພູເຂົາຂອງລູກສາວແຫ່ງຊີໂອນ.
\v 2 ພວກນົກທີ່ຖືກໄລ່ ເຮັດໃຫ້ກະແຈກກະຈາຍໄປ, ພວກຜູ້ຍິງຂອງໂມອາບທີ່ຢູ່ທີ່ທ່ານໍ້າຂອງແມ່ນ້ຳອາກໂນນກໍເປັນຢ່າງນັ້ນ.
\s5
\v 3 "ຈົ່ງໃຫ້ຄຳແນະນຳ, ຈົ່ງເຮັດການຖ້າຢ່າງເປັນທຳ; ຈົ່ງໃຫ້ຮົ່ມເງົາເຫມືອນກາງຄືນໃນເວລາທ່ຽງວັນ; ຈົ່ງເຊື່ອງພວກຜູ້ລີ້ໄພ; ຢ່າຫັກຫລັງພວກຜູ້ລີ້ໄພ.
\v 4 ຈົ່ງໃຫ້ພວກລີ້ໄພຈາກໂມອາບ, ອາໃສຢູ່ທ່າມກາງພວກເຈົ້າເປັນທີ່ເຊື່ອງໃຫ້ກັບພວກເຂົາໃຫ້ພົ້ນຈາກຜູ້ທຳລາຍ." ເພາະການບີບບັງຄັບຈະຢຸດໄປ, ແລະ ການທຳລາຍຈະຫມົດສິ້ນໄປ, ພວກຄົນທີ່ຢຽບຢ້ຳຈະຫາຍໄປຈາກແຜ່ນດິນນັ້ນ.
\s5
\v 5 ບັນລັງຈະຖືກສະຖາປະນາໃນພັນທະສັນຍາອັນສັດຊື່; ແລະ ຄົນຫນຶ່ງຈາກເຕັນຂອງດາວິດຈະປະທັບຢ່າງສັດຊື່ທີ່ນັ້ນ. ພຣະອົງຈະພິພາກສາຢ່າງທີ່ ພຣະອົງສະແຫວງຫາຄວາມຍຸດຕິທຳ ແລະ ເຮັດຢ່າງຊອບທຳ.
\s5
\v 6 ພວກເຮົາໄດ້ຍິນເຖິງຄວາມທະນົງຕົວຂອງໂມອາບ, ຄວາມຈອງຫອງ, ການໂອ້ອວດ, ແລະ ຄວາມໃຈຮ້າຍຂອງເຂົາ. ແຕ່ການໂອ້ອວດຂອງເຂົາເປັນຖ້ອຍຄຳທີ່ໄຮ້ປະໂຫຍດ.
\v 7 ດັ່ງນັ້ນໂມອາບຈຶ່ງຄ່ຳຄວນເຖິງໂມອາບ - ພວກເຂົາທຸກຄົນຄ່ຳຄວນ! ຮ້ອງໄຫ້, ເຖິງຂະຫນົມເຄັກຫມາກລະແຊງ ຂອງເມືອງກີເຣ-ຮາເຣເສັດ ພວກເຈົ້າຜູ້ທີ່ຖືກທຳລາຍຈົນສິ້ນຊາກ.
\s5
\v 8 ທົ່ງນາຂອງເມືອງເຮັດຊະໂບນກໍຫ່ຽວແຫ້ງເຊັ່ນດຽວກັບສວນອະງຸ່ນຂອງເມືອງສິບມາ. ພວກຜູ້ປົກຄອງຊົນຊາດທັງຫລາຍໄດ້ຢຽບຢ້ຳສວນອະງຸ່ນທີ່ຄັດເລືອກໄວ້ທີ່ແຜ່ໄປເຖິງເມືອງຢາເຊ ແລະ ແຜ່ກະຈາຍໄປຍັງທະເລຊາຍ. ຫນໍ່ຂອງມັນກໍຂະຫຍາຍອອກໄປຢ່າງກວ້າງຂວາງ; ພວກມັນໄດ້ຂ້າມທະເລໄປ.
\s5
\v 9 ຂ້າພະເຈົ້າຈະຮ້ອງໄຫ້ຄ່ຳຄວນພ້ອມກັບເມືອງຢາເຊ ເຖິງສວນອະງຸ່ນຂອງສິບມາ ຢ່າງແນ່ນອນ. ຂ້າພະເຈົ້າຈະຫົດນ້ຳເມືອງເຮັດຊະໂບນ, ແລະ ເມືອງເອເລອາເລ ດ້ວຍນ້ຳຕາຂອງຂ້າພະເຈົ້າ. ເພາະຂ້າພະເຈົ້າໄດ້ຢຸດໂຫ່ຮ້ອງດ້ວຍຄວາມຍິນດີ ໃຫ້ກັບສວນຜົນລະໄມ້ລະດູຮ້ອນຂອງທ່ານ ແລະ ການເກັບກ່ຽວ.
\v 10 ຄວາມຍິນດີ ແລະ ຄວາມຊື່ນບານໄດ້ຖືກເອົາໄປຈາກສວນຜົນລະໄມ້; ແລະ ບໍ່ມີການຮ້ອງເພງ, ຫລືໂຫ່ຮ້ອງໃນສວນຫມາກອະງຸ່ນ. ບໍ່ມີໃຜບີບໃຫ້ເຫລ້າອະງຸ່ນອອກໃນບໍ່ບີບອະງຸ່ນ, ເພາະຂ້າພະເຈົ້າໄດ້ຢຸດໂຫ່ຮ້ອງເຖິງຄົນທີ່ບີບອະງຸ່ນ.
\s5
\v 11 ດັ່ງນັ້ນຈິດໃຈຂອງຂ້າພະເຈົ້າໄດ້ຮ້ອງໄຫ້ເຫມືອນພີນເຖິງໂມອາບ, ແລະ ພາຍໃນຂ້າພະເຈົ້າໄດ້ຮ້ອງໃຫ້ເຖິງກີຣະເຮເຣັດ.
\v 12 ເມືື່ອໂມອາບເອງໄດ້ເມື່ອຍລ້າຢ່າງທີ່ສຸດຢູ່ທີ່ສະຖານສູງ ແລະເຂົ້າໄປຍັງວິຫານຂອງເຂົາເພື່ອອະທິຖານ, ຄຳອະທິຖານຂອງເຂົາຈະບໍ່ເກີດຜົນແຕ່ຢ່າງໃດ.
\s5
\v 13 ນີ້ເປັນຖ້ອຍຄຳທີ່ພຣະຢາເວໄດ້ກ່າວກ່ຽວກັບໂມອາບມາກ່ອນຫນ້ານີ້.
\v 14 ພຣະຢາເວກ່າວອີກວ່າ, "ພາຍໃນສາມປີ, ຄວາມຮັ່ງມີອັນມະຫາສານຂອງໂມອາບຈະສູນສິ້ນໄປ; ແມ້ວ່າຈະມີປະຊາຊົນຫລວງຫລາຍ, ຄົນທີ່ເຫລືອຢູ່ນັ້ນຈະຫນ້ອຍຫລາຍ ແລະ ບໍ່ມີຄວາມສຳຄັນ."
\s5
\c 17
\cl ບົດທີ 17
\p
\v 1 ຄຳປະກາດກ່ຽວກັບເມືອງດາມັສກັດ.
\v 2 ບັນດາເມືອງຂອງອາໂຣເອີນຈະຖືກເຮັດໃຫ້ຮົກຮ້າງ. ເມືອງເຫລົ່ານັ້ນຈະເປັນທີ່ສຳລັບຝູງແກະນອນ, ແລະ ບໍ່ມີໃຜຈະເຮັດໃຫ້ພວກມັນຕົກໃຈຢ້ານໄດ້.
\v 3 ບັນດາເມືອງປ້ອມປາການຈະຫາຍໄປຈາກເອຟາຣິມ, ຣາຊອານາຈັກຈະຫາຍໄປຈາກເມືອງດາມັສກັດ, ແລະ ຄົນທີ່ເຫລືອຢູ່ຂອງອາຣາມ - ພວກເຂົາຈະເປັນເຫມືອນກັບສະຫງ່າລາສີຂອງຄົນອິດສະຣາເອນ - ນີ້ເປັນຄຳປະກາດຂອງພຣະຢາເວຈອມໂຢທາ.
\s5
\v 4 ເຫດການຈະມາເຖິງໃນວັນນັ້ນ ທີ່ຄວາມຍິ່ງໃຫຍ່ຂອງຢາໂຄບຈະເບົາບາງລົງ, ແລະ ຄວາມຕຸ້ຍພີຂອງເນື້ອຫນັງຂອງເຂົາຈະຈ່ອຍຜອມລົງໄປ.
\v 5 ມັນຈະເປັນເຫມືອນກັບຕອນທີ່ຄົນເກັບກ່ຽວຮວບຮວມຕົ້ນເຂົ້າທີ່ຕັ້ງຢູ່, ແລະ ແຂນຂອງເຂົາກ່ຽວຮວງເຂົ້າ. ມັນຈະເປັນເຫມືອນຕອນທີ່ຄົນເກັບຮວງເຂົ້າໃນຫຸບເຂົາເຣຟາອິມ.
\s5
\v 6 ການເກັບຮວງເຂົ້າຈະເຫລືອຢູ່, ແຕ່ຢ່າງໃດກໍຕາມ, ກໍຈະເຫມືອນຕອນທີ່ຕົ້ນຫມາກກອກເທດຖືກສັ່ນ: ລູກຫມາກກອກເທດສອງ ຫລື ສາມລູກເທິງຍອດສູງສຸດ, ສີ່ ຫລື ຫ້າລູກທີ່ຢູ່ໃນກິ່ງທີ່ສູງສຸດຂອງຕົ້ນໄມ້ຜົນດົກ - ນີ້ເປັນຄຳປະກາດຂອງພຣະຢາເວ, ພຣະເຈົ້າແຫ່ງອິດສະຣາເອນ.
\v 7 ໃນວັນນັ້ນຄົນທັງຫລາຍຈະເບິ່ງໄປຍັງພຣະຜູ້ສ້າງຂອງພວກເຂົາ, ແລະ ສາຍຕາຂອງພວກເຂົາຈະເບິ່ງອົງບໍຣິສຸດຂອງອິດສະຣາເອນ.
\s5
\v 8 ພວກເຂົາຈະບໍ່ເບິ່ງແທ່ນບູຊາເຫລົ່ານັ້ນ, ທີ່ເປັນຜົນງານຈາກມືຂອງພວກເຂົາ, ຫລື ພວກເຂົາຈະບໍ່ເບິ່ງສິ່ງທີ່ນິ້ວມືຂອງພວກເຂົາໄດ້ເຮັດ, ທີ່ເປັນອາເຊຣາ ຫລື ຮູບປັ້ນຂອງດວງອາທິດ.
\v 9 ໃນວັນນັ້ນເມືອງທີ່ເຂັ້ມແຂງຂອງພວກເຂົາຈະເຫມືອນກັບປ່າດົງເທິງເນີນເຂົາທີ່ຖືກຖິ້ມຮ້າງເທິງຍອດສຸດຂອງຮ່ອມເຂົາທີ່ໄດ້ຖືກປະຕິເສດເພາະເຫດຄົນອິດສະຣາເອນ ແລະ ນັ້ນຈະກາຍເປັນທີ່ຮົກຮ້າງ.
\s5
\v 10 ເພາະເຈົ້າໄດ້ລືມພຣະເຈົ້າແຫ່ງຄວາມລອດພົ້ນຂອງເຈົ້າ, ແລະ ບໍ່ສົນໃຈຕໍ່ຫີນເຂັ້ມແຂງຂອງເຈົ້າ. ດັ່ງນັ້ນເຈົ້າຈະປູກຕົ້ນໄມ້ແຫ່ງຄວາມຍິນດີ, ແລະ ເລີ່ມປັກກິ່ງອະງຸ່ນທີ່ໄດ້ຮັບມາຈາກຄົນຕ່າງດ້າວ.
\v 11 ໃນວັນນັ້ນ ເຈົ້າຈະປູກ ແລະລ້ອມຮົ້ວໄວ້ ແລະ ໄຖ. ໃນບໍ່ຊ້າຜົນລະປູກຂອງເຈົ້າຈະງອກຂຶ້ນ, ແຕ່ການເກັບກ່ຽວຈະບໍ່ໄດ້ຜົນໃນວັນແຫ່ງຄວາມໂສກເສົ້າ ແລະ ຄວາມເສຍໃຈຢ່າງຫມົດຫວັງ.
\s5
\v 12 ວິບັດ! ສຽງອຶກກະທຶກຂອງຄົນຫລວງຫລາຍ, ທີ່ດັ່ງສະນັ່ນເຫມືອນສຽງຄະນອງຂອງທະເລ, ແລະ ການຈູ່ໂຈມຂອງຊົນຊາດທັງຫລາຍ, ທີ່ຈູ່ໂຈມເຂົ້າມາເຫມືອນກັບນ້ຳມີພະລັງມະຫາສານທີ່ໄຫລບ່າລົງມາຢ່າງວ່ອງໄວ!
\v 13 ຊົນຊາດທັງຫລາຍຈະເປັ່ງສຽງກີກຮ້ອງເຫມືອນກັບນ້ຳຫລວງຫລາຍທີ່ໄຫລບ່າຢ່າງວ່ອງໄວ, ແຕ່ພຣະເຈົ້າຈະຊົງກຳລາບພວກເຂົາ. ພວກເຂົາຈະຫນີໄປໄກໆ ແລະຈະຖືກໄລ່ຕາມເຫມືອນກັບໃບໄມ້ທີ່ແຫ້ງຕາຍແລ້ວຕໍ່ຫນ້າລົມເທິງພູເຂົາທັງຫລາຍ ແລະ ເຫມືອນກັບໃບໄມ້ແຫ້ງທີ່ປິວໄປຕໍ່ຫນ້າລົມພາຍຸ
\v 14 ໃນຕອນແລງເບິ່ງແມ້ຊ່າງຫນ້າຢ້ານ ກ່ອນທີ່ຈະຮຸ່ງເຊົ້າເຂົາທັງຫລາຍກໍຈະຫາຍໄປແລ້ວນີ້ເປັນສ່ວນຫນຶ່ງຂອງຄົນເຫລົ່ານັ້ນທີ່ຊິງສັບພວກເຮົາຄົນຫລວງຫລາຍເຫລົ່ານັ້ນທີ່ປົ້ນພວກເຮົາ
\s5
\c 18
\cl ບົດທີ 18
\p
\v 1 ວິບັດແກ່ແຜ່ນດິນທີ່ມີສຽງກະພືຂອງປີກ, ຊຶ່ງຢູ່ຕາມແມ່ນ້ຳແຫ່ງເອທີໂອເປຍ;
\v 2 ຜູ້ທີ່ສົ່ງບັນດາທູດທັງຫລາຍມາທາງທະເລ, ໃນເຮືອຕົ້ນກົກເທິງນ້ຳ. ຈົ່ງໄປເຖີດ, ເຈົ້າພວກຜູ້ສື່ສານທີ່ຮ້ອງໄວເອີຍ, ໄປຍັງຊົນຊາດທີ່ຕົວສູງ ແລະ ຜິວພັນກ້ຽງໃສ, ໄປຍັງຊົນຊາດທີ່ທັງໃກ້ ຫລືໄກຕ່າງເກງກົວ, ຊົນຊາດທີ່ເຂັ້ມແຂງ ແລະ ຢຽບຢ້ຳລົງ, ຊຶ່ງແຜ່ນດິນຂອງເຂົາຖືກແບ່ງດ້ວຍແມ່ນ້ຳ.
\s5
\v 3 ພວກເຈົ້າທຸກຄົນທີ່ອາໃສຢູ່ໃນໂລກນີ້ ແລະພວກເຈົ້າທີ່ອາໃສຢູ່ເທິງແຜ່ນດິນໂລກ, ເມື່ອສ/ນຍານໄດ້ ຖືກຍົກຂຶ້ນເທິງພູເຂົາເຫລົ່ານັ້ນ, ຈົ່ງເບິ່ງເຖີດ; ແລະ ເມື່ອແຕ່ແກເປົ່າຂຶ້ນ, ຈົ່ງຟັງເຖີດ.
\s5
\v 4 ນີ້ເປັນສິ່ງທີ່ພຣະຢາເວໄດ້ກ່າວກັບຂ້າພະເຈົ້າ, "ເຮົາຈະສັງເກດເບິ່ງຈາກທີ່ອາໃສຂອງເຮົາຢ່າງງຽບໆ ເຫມືອນກັບຄວາມຮ້ອນທີ່ຮ້ອນຂຶ້ນ, ເມື່ອຢູ່ໃນແສງແດດ ເຫມືອນກັບເມກຫມອກທີ່ຢູ່ທ່າມກາງຄວາມຮ້ອນໃນລະດູເກັບກ່ຽວ.
\v 5 ກ່ອນທີ່ຈະເຖິງລະດູເກັບກ່ຽວ, ເມື່ອດອກໄມ້ບານຜ່ານພົ້ນໄປແລ້ວ, ແລະ ດອກໄມ້ກໍກາຍເປັນຜົນອະງຸ່ນກຳລັງສຸກ, ພຣະອົງຈະຊົງຕັດກິ່ງເຫລົ່ານັ້ນ, ແລະ ພຣະອົງຈະຊົງຕັດພວກກິ່ງທີ່ແຜ່ຂະຫຍາຍລົງໄປ ແລະ ເອົາອອກໄປ.
\s5
\v 6 ກິ່ງໄມ້ເຫລົ່ານັ້ນຈະຖືກຝັງໄວ້ນຳກັນໃຫ້ແກ່ບັນດານົກທີ່ພູເຂົາທັງຫລາຍ ແລະ ໃຫ້ແກ່ສັດຕ່າງໆຂອງແຜ່ນດິນໂລກ. ພວກນົກຈະກິນພວກມັນໃນລະດູຮ້ອນ, ແລະ ສັດທັງປວງເທິງແຜ່ນດິນຈະກິນພວກມັນໃນລະດູຫນາວ."
\v 7 ໃນເວລານັ້ນຂອງຖວາຍຈະຖືກນຳມາຍັງພຣະຢາເວຈອມໂຢທາ ຈາກພວກຄົນທີ່ຕົວສູງແລະ ຜິວກ້ຽງໃສ, ຈາກຊົນຊາດທີ່ທັງຄົນຢູ່ໃກ້ແລະ ຢູ່ໄກຕ່າງເກງກົວ, ຊົນຊາດທີ່ເຂັ້ມແຂງແລະ ຢ້ຽບຢ້ຳລົງ, ຊຶ່ງແຜ່ນດິນຂອງເຂົາຖືກແບ່ງດ້ວຍແມ່ນ້ຳ, ໄປຍັງສະຖານທີ່ແຫ່ງພຣະນາມຂອງພຣະຢາເວຈອມໂຢທາໄປຍັງພູເຂົາຊີໂອນ.
\s5
\c 19
\cl ບົດທີ 19
\p
\v 1 ຄຳປະກາດກ່ຽວກັບເອຢິບ. ເບິ່ງເຖີດ, ພຣະຢາເວຊົງປະທັບເທິງເມກທີ່ວ່ອງໄວ ແລະກຳລັງມາຍັງເອຢິບ; ບັນດາຮູບເຄົາລົບຂອງເອຢີບກໍສັ່ນໄຫວຕໍ່ຫນ້າພຣະອົງ, ແລະ ໃຈຂອງຄົນເອຢິບກໍລະລາຍໄປພາຍໃນຕົວຂອງພວກເຂົາ.
\v 2 "ເຮົາຈະປຸກໃຫ້ຄົນເອຢີບຕໍ່ສູ້ກັບຄົນເອຢິບ: ຄົນຫນຶ່ງຈະຕໍ່ສູ້ກັບພີ່ນ້ອງຂອງຕົນ, ແລະ ຄົນຫນຶ່ງຈະຕໍ່ສູ້ກັບເພື່ອນບ້ານຂອງຕົນ; ເມືອງຈະຕໍ່ສູ້ກັບເມືອງ ແລະ ຣາຊອານາຈັກຈະຕໍ່ສູ້ກັບຣາຊອານາຈັກ.
\s5
\v 3 ຈິດໃຈຂອງຄົນເອຢິບຈະອ່ອນເປືອຍຈາກພາຍໃນ. ເຮົາຈະທຳລາຍຄຳປຶກສາຂອງເຂົາແມ່ນວ່າພວກເຂົາໄດ້ສະແຫວງຫາຄຳປຶກສາ, ຈາກບັນດາຮູບເຄົາລົບ, ວິນຍານຂອງຄົນຕາຍ ຄົນຊົງ, ແລະ ຫມໍຜີ.
\v 4 ເຮົາຈະມອບຄົນເອຢິບໄວ້ໃນມືຂອງເຈົ້ານາຍທີ່ໂຫດຮ້າຍ ແລະກະສັດທີ່ເຂັ້ມແຂງຈະປົກຄອງເຫນືອພວກເຂົາ - ນີ້ຄືຄຳປະກາດຂອງພຣະຢາເວອົງພຣະຜູ້ເປັນເຈົ້າຈອມໂຢທາ."
\s5
\v 5 ນ້ຳໃນທະເລຈະຫົດແຫ້ງໄປ, ແລະ ແມ່ນ້ຳຈະແຫ້ງລົງ ແລະ ບໍ່ມີນ້ຳຢູ່ເລີຍ.
\v 6 ແມ່ນ້ຳທັງຫລາຍຈະເນົ່າເຫມັນ. ລຳທານທັງຫລາຍຂອງເອຢິບຈະຫົດແຫ້ງລົງ, ແລະ ພວກຕົ້ນກົກ ແລະ ຕົ້ນອໍ້ກໍຈະຫ່ຽວແຫ້ງໄປ.
\s5
\v 7 ພວກຕົ້ນກົກທີ່ຢູ່ຮິມແມ່ນ້ຳນິນ, ໃກ້ປາກແມ່ນ້ຳນິນ, ແລະ ທຸກສິ່ງທີ່ຫວ່ານລົງໃນທົ່ງນາຮິມແມ່ນ້ຳນິນກໍຈະແຫ້ງໄປ, ກາຍເປັນຜົງດິນ ແລະ ປິວໄປ.
\v 8 ພວກຊາວປະມົງຈະຄ່ຳຄວນ ແລະໂສກເສົ້າ, ແລະ ຜູ້ທີ່ໂຍນເບັດອອກໄປແມ່ນ້ຳນິນຈະໂສກເສົ້າ, ແລະ ພວກຄົນທີ່ໂຍນແຫ ລົງໄປໃນນ້ຳຈະເສົ້າໃຈ.
\s5
\v 9 ພວກຄົນງານທີ່ສາງຕົ້ນປ່ານ ແລະພວກຄົນຕໍ່າຜ້າຂາວກໍຈະອ່ອນແຮງ.
\v 10 ພວກຄົນເຮັດງານຜ້າຂອງເອຢິບຈະຖືກບີບຄັ້ນ; ທຸກຄົນທີ່ທຳງານເພື່ອຄ່າຈ້າງຈະເສົ້າໃຈຢູ່ພາຍໃນຕົວພວກເຂົາ.
\s5
\v 11 ພວກເຈົ້ານາຍຂອງເມືອງໂຊອານກໍໂງ່ງ່າວ. ຄຳແນະນຳຂອງບັນດາທີ່ປຶກສາທີ່ສະຫລາດທີ່ສຸດຂອງຟາໂຣກໍໄຮ້ປະໂຫຍດ. ເຈົ້າຈະເວົ້າກັບຟາໂຣແນວໃດວ່າ, "ຂ້ານ້ອຍເປັນບຸດຊາຍຂອງພວກນັກປາດຜູ້ສະຫລາດ, ເປັນລູກຊາຍຂອງບັນດາກະສັດບູຮານ?"
\v 12 ແລ້ວພວກນັກປາດຂອງເຈົ້າຢູ່ທີ່ໃດ? ຂໍໃຫ້ພວກເຂົາບອກເຈົ້າ ແລະ ເຮັດໃຫ້ພວກເຈົ້າໄດ້ຮູ້ວ່າພຣະຢາເວຈອມໂຢທາຊົງວາງແຜນຫຍັງກ່ຽວກັບເອຢິບໄວ້.
\s5
\v 13 ພວກເຈົ້ານາຍຂອງເມືອງໂຊອານກໍກາຍເປັນຄົນໂງ່ຈ້າ, ພວກເຈົ້ານາຍຂອງມຳຟິດກໍຖືກຫລອກແລ້ວ; ພວກເຂົາໄດ້ເຮັດໃຫ້ເອຢິບຫລົງທາງໄປ, ຜູ້ທີ່ເປັນເສົາຫລັກຂອງບັນດາເຜົ່າຕ່າງໆຂອງປະເທດນັ້ນ.
\v 14 ພຣະຢາເວໄດ້ຊົງປະປົນວິນຍານແຫ່ງການບິດເບືອນລົງໄປໃນທ່າມກາງຊົນຊາດນັ້ນ, ແລະ ພວກເຂົາໄດ້ນຳເອຢິບໃຫ້ຫລົງທາງໄປໃນການກະທຳທຸກຢ່າງ, ເຫມືອນກັບຄົນເມົາທີ່ໂຊເຊຢູ່ໃນຮາກຂອງເຂົາ.
\v 15 ບໍ່ມີໃຜຈັກຄົນທີ່ຈະເຮັດຫຍັງເພື່ອເອຢິບໄດ້, ບໍ່ວ່າຈະເປັນຫົວ ຫລື ຫາງ, ກິ່ງຕົ້ນປາມ ຫລື ຕົ້ນກົກ.
\s5
\v 16 ໃນວັນນັ້ນ, ຄົນເອຢິບຈະເປັນເຫມືອນກັບພວກຜູ້ຍິງ. ພວກເຂົາຈະຕົວສັ່ນ ແລະ ຢ້ານກົວ ເພາະມືທີ່ໄດ້ຍົກຂຶ້ນແລ້ວຂອງພຣະຢາເວຈອມໂຢທາ ທີ່ພຣະອົງຊົງຍົກຂຶ້ນເຫນືອພວກເຂົາ.
\v 17 ແຜ່ນດິນຢູດາຈະກາຍເປັນເຫດໃຫ້ຄົນເອຢິບໂຊເຊ. ເມື່ອຄົນໃດກໍຕາມໄດ້ລະນຶກເຖິງພວກເຂົາໃນຊົນຊາດນັັ້ນ, ພວກເຂົາກໍຈະຢ້ານກົວ, ເພາະແຜນງານຂອງພຣະຢາເວ, ທີ່ພຣະອົງກຳລັງຊົງວາງແຜນຕໍ່ສູ້ກັບພວກເຂົາ.
\s5
\v 18 ໃນວັນນັ້ນ ຈະມີເມືອງຫ້າເມືອງໃນແຜ່ນດິນເອຢິບທີ່ເວົ້າພາສາເຮັບເຣີ ແລະ ສາບານທີ່ຈະຈົ່ງຮັກພັກດີຕໍ່ພຣະຢາເວຈອມໂຢທາ. ຫນຶ່ງໃນເມືອງເຫລົ່ານີ້ຈະຖືກຮ້ອງວ່າເມືອງແຫ່ງດວງອາທິດ.
\s5
\v 19 ຈະມີແທ່ນບູຊາຂອງພຣະຢາເວແທ່ນຫນຶ່ງຢູ່ກາງແຜ່ນດິນຂອງເອຢິບ, ແລະ ເສົາຫີນຫນຶ່ງແດ່ພຣະຢາເວທີ່ເຂດພົມແດນ.
\v 20 ຊຶ່ງຈະເປັນຫມາຍສຳຄັນ ແລະ ເປັນພຣະຍານແດ່ພຣະຢາເວຈອມໂຢທາໃນແຜ່ນດິນເອຢິບ. ເມື່ອພວກເຂົາຮ້ອງທູດຕໍ່ພຣະຢາເວເພາະເຫດບັນດາຜູ້ທີ່ບີບບັງຄັບ, ພຣະອົງຈະຊົງສົ່ງຜູ້ຊ່ວຍໃຫ້ລອດພົ້ນແລະ ຜູ້ປົກປ້ອງຄົນຫນຶ່ງມາໃຫ້ພວກເຂົາ, ແລະ ຜູ້ນັ້ນຈະຊ່ວຍກູ້ພວກເຂົາ.
\s5
\v 21 ພຣະຢາເວຈະຊົງເປັນທີ່ຮູ້ຈັກຕໍ່ເອຢິບ, ແລະ ຄົນເອຢິບຈະຍອມຮັບພຣະຢາເວໃນວັນນັ້ນ. ພວກເຂົາຈະນະມັດສະການດ້ວຍເຄື່ອງຖວາຍ ແລະ ເຄື່ອງບູຊາຕ່າງໆ, ແລະ ຈະເຮັດການສາບານແລະ ແກ້ຄຳສາບານເຫລົ່ານັ້ນຕໍ່ພຣະຢາເວ.
\v 22 ພຣະຢາເວຈະຊົງເຮັດໃຫ້ເອຢິບທົນທຸກ, ການທົນທຸກ ແລະ ການຮັກສາໃຫ້ຫາຍ. ພວກເຂົາຈະກັບມາຫາພຣະຢາເວ; ພຣະອົງຈະຊົງຟັງຄຳອະທິຖານຂອງພວກເຂົາ ແລະ ຈະຮັກສາພວກເຂົາໃຫ້ຫາຍ.
\s5
\v 23 ໃນວັນນັ້ນ ຈະມີທາງດ່ວນຈາກເອຢິບໄປຍັງອັດຊີເຣຍ, ແລະ ຄົນອັດຊີເຣຍຈະມາຍັງເອຢິບ, ແລະ ຄົນເອຢິບຈະໄປຍັງອັດຊີເຣຍ; ແລະ ຄົນເອຢິບຈະນະມັດສະການຮ່ວມກັບຄົນອັດຊີເຣຍ.
\s5
\v 24 ໃນວັນນັ້ນ, ອິດສະຣາເອນຈະເປັນຫນຶ່ງໃນສາມກັບເອຢິບ ແລະ ອັດຊີເຣຍ, ຊຶ່ງເປັນພຣະພອນໃນທ່າມກາງແຜ່ນດິນໂລກ;
\v 25 ພຣະຢາເວຈອມໂຢທາຈະຊົງອວຍພອນພວກເຂົາ ແລະກ່າວວ່າ, "ຄວາມສຸກຈົ່ງມີແກ່ເອຢິບ, ຊົນຊາດຂອງເຮົາ; ແກ່ອັດຊີເຣຍຜົນງານແຫ່ງມືຂອງເຮົາ; ແລະ ແກ່ອິດສະຣາເອນ, ມໍລະດົກຂອງເຮົາ."
\s5
\c 20
\cl ບົດທີ 20
\p
\v 1 ໃນປີທີ່ທາດທັນໄດ້ມາຍັງເມືອງອາສະໂດດ, ເມື່ອຊາກໂກນກະສັດແຫ່ງຊີເຣຍໄດ້ສົ່ງເຂົາມາ, ເຂົາໄດ້ສູ້ຮົບກັບເມືອງອາສະໂດດ ແລະ ຍຶດເມືອງນັ້ນໄດ້.
\v 2 ໃນເວວລານັ້ນ ພຣະຢາເວໄດ້ກ່າວໂດຍເອຊາຢາ ລູກຊາຍຂອງອາໂມດວ່າ, "ຈົ່ງໄປແລະ ແກ້ຜ້າກະສອບອອກຈາກເອວຂອງເຈົ້າ, ແລະ ຖອດເກີບອອກຈາກຕີນຂອງເຈົ້າ." ເຂົາກໍໄດ້ເຮັດຕາມນັ້ນ, ຄືຍ່າງເປືອຍກາຍ ແລະ ຕີນເປົ່າ.
\s5
\v 3 ພຣະຢາເວໄດ້ກ່າວວ່າ, "ເຊັ່ນດຽວກັນກັບເອຊາຢາຜູ້ຮັບໃຊ້ຂອງເຮົາໄດ້ຍ່າງເປືອຍກາຍ ແລະຕີນເປົ່າເປັນເວລາສາມປີ, ນີ້ເປັນຫມາຍສຳຄັນແລະ ລາງບອກເຫດກ່ຽວກັບເອຢິບ ແລະ ກ່ຽວກັບເອທີໂອເປຍ -
\v 4 ໃນວີທີດຽວກັນນີ້ ກະສັດແຫ່ງອັດຊີເຣຍ ຈະນຳພວກຊະເລີຍຂອງເອຢິບໄປ, ແລະ ຄົນທີ່ຖືກກວາດຕ້ອນໄປຂອງເອທີໂອເປຍ, ທັງຄົນຫນຸ່ມສາວ ແລະ ຄົນແກ່ ຈະເປືອຍກາຍ, ແລະ ຕີນເປົ່າ ແລະ ເປີດກົ້ນ, ທີ່ເປັນຄວາມອັບອາຍຂອງເອຢິບ.
\s5
\v 5 ພວກເຂົາຈະຖືກເຮັດໃຫ້ທໍ້ຖອຍ ແລະ ອັບອາຍ, ເພາະເອທີໂອເປຍເປັນຄວາມຫວັງຂອງພວກເຂົາ ແລະ ເອຢິບກໍເປັນພຣະສະຫງ່າຣາສີຂອງພວກເຂົາ.
\v 6 ພວກຜູ້ທີ່ອາໃສຢູ່ຊາຍຝັ່ງທະເລເຫລົ່ານີ້ ຈະກ່າວໃນວັນນັ້ນວ່າ, 'ແທ້ຈິງແລ້ວ, ນີ້ເຄີຍເປັນແຫລ່ງແຫ່ງຄວາມຫວັງຂອງພວກເຮົາ, ຊຶ່ງພວກເຮົາໄດ້ຫນີໄປຂໍໃຫ້ຊ່ວຍເຫລືອໃຫ້ລອດພົ້ນຈາກກະສັດ ແຫ່ງອັດຊີເຣຍ, ແລະ ຕອນນີ້ ພວກເຮົາຈະຫນີລອດໄປໄດ້ຢ່າງໃດ?"'
\s5
\c 21
\cl ບົດທີ 21
\p
\v 1 ຄຳປະກາດກ່ຽວກັບທະເລຊາຍໃກ້ທະເລ. ເຫມືອນພາຍຸຫມູນທີ່ພັດຊັດຜ່ານເນເກບ ພັດມາຈາກຖິ່ນແຫ້ງແລ້ງກັນດານ, ຈາກແຜ່ນດິນທີ່ຫນ້າຢ້ານ.
\v 2 ມີນິມິດຫນຶ່ງໄດ້ຊົງປຣະທານແກ່ຂ້າພະເຈົ້າ: ທີ່ເຮັດໃຫ້ເປັນທຸກ ຄົນທໍລະຍົດກໍຍ່ອມເຮັດການທໍລະຍົດ, ແລະ ຄົນທຳລາຍກໍຍ່ອມທຳລາຍ. ເອລາມເອີຍ, ຈົ່ງລຸກຂຶ້ນ ແລະ ໂຈມຕີ; ມີເດຍເອີຍ, ຈົ່ງລ້ອມໄວ້ ເຮົາຈະເຮັດໃຫ້ການຄ່ຳຄວນຂອງເມືອງນັ້ນສິ້ນສຸດລົງ.
\s5
\v 3 ເພາະສະນັ້ນ ບັ້ນເອວຂອງຂ້າພະເຈົ້າຈຶ່ງເຕັມດ້ວຍຄວາມເຈັບປວດ; ຄວາມເຈັບປວດເຫມືອນຢ່າງຜູ້ຍິງເຈັບທ້ອງເກີດລູກໄດ້ເກາະກຸມຂ້າພະເຈົ້າ; ຂ້າພະເຈົ້າໄດ້ໂນ້ນຕົວລົງເພາະສິ່ງທີ່ຂ້າພະເຈົ້າໄດ້ຍິນ; ຂ້າພະເຈົ້າໄດ້ກະວົນກະວາຍໃຈກັບສິ່ງທີ່ໄດ້ເຫັນ.
\v 4 ໃຈຂອງຂ້າພະເຈົ້າກໍສັ່ນ, ຂ້າພະເຈົ້າຕົວສັ່ນດ້ວຍຄວາມຢ້ານ. ຕອນຄໍ່າ, ຄືເວລາໃນແຕ່ລະມື້ທີ່ຂ້າພະເຈົ້າມັກ, ໄດ້ເຮັດໃຫ້ຂ້າພະເຈົ້າຢ້ານກົວ.
\s5
\v 5 ພວກເຂົາຕຽມໂຕະໄວ້, ພວກເຂົາປູພົມ ແລະ ກິນ ແລະ ດື່ມ; ເຈົ້ານາຍທັງຫລາຍເອີຍ, ຈົ່ງລຸກຂຶ້ນ, ຈົ່ງເຈີມໂລ້ຂອງພວກທ່ານດ້ວຍນ້ຳມັນ.
\s5
\v 6 ເພາະນີ້ເປັນສິ່ງທີ່ອົງພຣະຜູ້ເປັນເຈົ້າໄດ້ກ່າວກັບຂ້າພະເຈົ້າວ່າ, "ຈົ່ງໄປເຖີດ, ຈົ່ງຕັ້ງຍາມຄົນຫນຶ່ງໄວ້; ເຂົາຕ້ອງແຈ້ງສິ່ງທີ່ເຂົາເຫັນໃຫ້ຮູ້.
\v 7 ເມື່ອເຂົາເຫັນລົດມ້າ, ຄົນມ້າຄູ່ຫນຶ່ງ, ບັນດາຄົນຂີ່ລາ, ແລະ ຄົນຂີ່ອູດ, ແລ້ວເຂົາຕ້ອງໃຫ້ຄວາມສົນໃຈ ແລະ ຕື່ນຕົວຢ່າງຫລາຍ."
\s5
\v 8 ຄົນຍາມຄົນນັ້ນຮ້ອງວ່າ, "ເຈົ້ານາຍເອີຍ, ຂ້າພະເຈົ້າຢືນຕະຫລອດວັນເທິງຫໍຄອຍ, ແລະຂ້າພະເຈົ້າຢືນປະຈຳທີ່ຂອງຂ້າພະເຈົ້າຢູ່ຕະຫລອດຄືນ."
\v 9 ລົດມ້າຄັນຫນຶ່ງພ້ອມກັບຜູ້ຊາຍຄົນຫນຶ່ງ ແລະ ພົນມ້າຄູ່ຫນຶ່ງມາທີ່ນີ້ເຂົາຮ້ອງວ່າ, "ບາບີໂລນແຕກແລ້ວ, ແຕກແລ້ວ, ແລະ ບັນດາຮູບແກະສະລັກທັງຫມົດຂອງພະຂອງເມືອງນັ້ນໄດ້ແຕກຫັກລົງເທິງພື້ນດິນ."
\s5
\v 10 ພວກຄົນທີ່ຖືກນວດ ແລະ ຖືກຝັດຮ່ອນຂອງຂ້າພະເຈົ້າ, ພວກເດັກໆໃນລານນວດເຂົ້າຂອງຂ້າພະເຈົ້າ! ສິ່ງທີ່ຂ້າພະເຈົ້າໄດ້ຍິນຈາກພຣະຢາເວຈອມໂຢທາ, ພຣະເຈົ້າແຫ່ງອິດສະຣາເອນ, ຂ້າພະເຈົ້າໄດ້ປະກາດແກ່ພວກເຈົ້າ.
\s5
\v 11 ຄຳປະກາດກ່ຽວກັບດູມານ. ຄົນຫນຶ່ງຮ້ອງຖາມຂ້າພະເຈົ້າຈາກເຊອິວ່າ, "ຄົນຍາມເອີຍ, ຄືນນີ້ຍັງອີກດົນປານໃດ? ຄົນຍາມເອີຍ, ຄືນນີ້ຍັງອີກດົນປານໃດ?"
\v 12 ຄົນຍາມໄດ້ຕອບວ່າ, "ເວລາເຊົ້າມາເຖິງ ແລະ ເວລາກາງຄືນກໍມາດ້ວຍ. ຖ້າເຈົ້າຕ້ອງການຖາມ, ກໍຈົ່ງຖາມເຖີດ; ແລະ ກັບມາອີກ."
\s5
\v 13 ຄຳປະກາດກ່ຽວກັບອາຣາເບຍກ ບັນດາກອງຂະບວນຂອງຄົນອາຣາເບຍເອີຍ. ພວກເຈົ້າຄ້າງຄືນໃນຖິ່ນແຫ້ງແລ້ງກັນດານອາຣາເບຍ.
\v 14 ຊາວແຜ່ນດິນເທມາເອີຍ ຈົ່ງເອົານ້ຳມາໃຫ້ກັບຄົນທີ່ກະຫາຍ; ຈົ່ງມາພົບກັບພວກລີ້ໄພພ້ອມກັບອາຫານ.
\v 15 ເພາະພວກເຂົາໄດ້ຫນີໄປຈາກດາບ, ຫນີຈາກດາບທີ່ຊັກອອກມາ, ຫນີຈາກຄັນທະນູທີ່ໂກ່ງຢູ່, ແລະ ຫນີຈາກການເຮັດການສູ້ຮົບຢ່າງຫນັກ.
\s5
\v 16 ເພາະນີ້ເປັນສິ່ງທີ່ອົງພຣະຜູ້ເປັນເຈົ້າໄດ້ກ່າວກັບຂ້າພະເຈົ້າ, "ຄວາມຍິ່ງໃຫຍ່ທັງຫມົດຂອງຄົນເດດານຈະສິ້ນສຸດລົງພາຍໃນປີດຽວ, ຕາມປີລູກຈ້າງຫນຶ່ງປີຈະໄດ້ເຫັນການນີ້.
\v 17 ພວກນັກລົບຂອງຄົນເດດານຈະຍັງຄົງເຫລືອຢູ່ ແຕ່ພົນທະນູພຽງບໍ່ຈັກຄົນເທົ່ານັ້ນ, "ເພາະພຣະຢາເວ, ພຣະເຈົ້າແຫ່ງອິດສະຣາເອນໄດ້ກ່າວໄວ້ແລ້ວ.
\s5
\c 22
\cl ບົດທີ 22
\p
\v 1 ຄຳປະກາດກ່ຽວກັບຮ່ວມເຂົາແຫ່ງນິມິດ: ເພາະເຫດໃດທີ່ພວກເຈົ້າທຸກຄົນຈຶ່ງໄດ້ຂຶ້ນໄປເທິງຫລັງຄາບ້ານ?
\v 2 ເພາະເຫດທີ່ພວກເຈົ້າໄດ້ຍິນເມືອງທີ່ມີສຽງດັງອຶກກະທຶກ, ນະຄອນທີ່ເຕັມດ້ວຍຄວາມລື່ນເລີງບໍ? ພວກຄົນຕາຍຂອງພວກເຈົ້າບໍ່ໄດ້ຖືກຂ້າດ້ວຍດາບ, ແລະ ພວກເຂົາບໍ່ໄດ້ຕາຍໃນສົງຄາມ.
\s5
\v 3 ພວກຜູ້ປົກຄອງທັງຫມົດຂອງພວກເຈົ້າໄດ້ຫນີໄປນຳກັນ, ແຕ່ພວກເຂົາກໍຖືກຈັບໄດ້ໂດຍບໍ່ຕ້ອງໃຊ້ຄັນທະນູ; ພວກເຂົາທຸກຄົນໄດ້ຖືກຈັບດ້ວຍກັັນ, ເຖິງແມ່ນວ່າພວກເຂົາໄດ້ຫນີໄປໄກແລ້ວ.
\v 4 ເພາະສະນັ້ນ ຂ້າພະເຈົ້າຈຶ່ງໄດ້ກ່າວວ່າ, "ຢ່າເບິ່ງຂ້າພະເຈົ້າ ຂ້າພະເຈົ້າຈະຮ້ອງໄຫ້ຢ່າງຂົມຂື່ນ ຢ່າພະຍາຍາມປອບໂຍນຂ້າພະເຈົ້າກ່ຽວກັບການທຳລາຍຊົນຊາດຂອງຂ້າພະເຈົ້າເລີຍ"
\s5
\v 5 ເພາະມີວັນແຫ່ງຄວາມວຸ້ນວາຍ ການຢ້ຽບຢ້ຳ ແລະຄວາມສັບສົນວຸ້ນວາຍຕໍ່ ແລະພຣະຢາເວອົງພຣະຜູ້ເປັນເຈົ້າຈອມໂຍທາໃນຮ່ວມພູແຫ່ງນິມິດ ກຳແພງຈະຖືກທຳລາຍລົງ ແລະປະຊາຊົນຮ້ອງອອກໄປເຖິງພູເຂົາເຫລົ່ານັ້ນ
\v 6 ເອລາມຈັບແລ່ງທະນູພ້ອມກັບພວກພົນຂັບແລະພວກພົນມ້າແລະວາງໂລ້ໄວ້ໂດຍບໍ່ໄດ້ຄຸມ
\v 7 ສິ່ງທີ່ຈະເກີດຂຶ້ນກັບບັນດາຮ່ວມພູເຂົາທີ່ດີທີ່ສຸດຂອງເຈົ້າຈະເຕັມໄປດ້ວຍລົດມ້າສຶກ ແລະພົນມ້າຈະຢືນປະຈຳຕຳແຫນ່ງທີ່ປະຕູເມືອງ
\s5
\v 8 ພຣະອົງໄດ້ຊົງເອົາການປົກປ້ອງຂອງຢູດາຍໄປແລ້ວ ແລະໃນວັນນັ້ນ ພວກເຈົ້າໄດ້ເບິ່ງຫາອາວຸດໃນສາງ
\v 9 ພວກເຈົ້າໄດ້ເຫັນຊ່ອງຊຶ່ງຂອງນະຄອນດາວິດທີ່ມີຢູ່ຫລວງຫລາຍ ແລະພວກເຈົ້າໄດ້ເກັບກັກນ້ຳໃນສະລ້າງໄວ້
\s5
\v 10 ພວກເຈົ້າໄດ້ນັບຈຳນວນບ້ານເຮືອນຂອງກຸງເຢລູຊາເລັມ ແລະພວກເຈົ້າໄດ້ຮື້ບ້ານເຫລົ່ານັ້ນມາເສີມກຳແພງ
\v 11 ພວກເຈົ້າໄດ້ສ້າງທີ່ເກັບນ້ຳໄວ້ລະຫວ່າງກຳແພງທັງສອງດ້ານສຳຫລັບນ້ຳຂອງສະເກົ່າ ແຕ່ພວກເຈົ້າບໍ່ໄດ້ລະນຶກເຖິງຜູ້ສ້າງເມືອງນີ້ ຜູ້ທີ່ໄດ້ວາງແຜນເມືອງນັ້ນມດົນແລ້ວ
\s5
\v 12 ໃນວັນນັ້ນ ພຣະຢາເວອົງພຣະຜູ້ເປັນເຈົ້າຈອມໂຍທາໄດ້ຊົງຮ້ອງໃຫ້ມີການຄ່ຳຄວນ ຄວາມໂສ້ເສົ້າ ແຖຫົວແລະການໃສ່ຜ້າກະສອບ
\v 13 ແຕ່ເບິ່ງເຖີດກັບມີການສະຫລອງແລະຄວາມຍິນດີ ມີການຂ້າຝູງງົວແລະສັງຫານຝູງແກະ ການກິນເນື້ອແລະການດື່ມເຫລົ້າອະງຸ່ນ ໃຫ້ພວກເຮົາກິນ ແລະດື່ມເຖີດ ເພາະມື້ອື່ນພວກເຮົາຈະຕາຍ
\v 14 ພຣະຢາເວຈອມໂຍທາໄດ້ຊົງສຳແດງເຫດການນີ້ໃນຫູຂອງຂ້າພະເຈົ້າ "ພວກເຈົ້າຈະບໍ່ໄດ້ຮັບການອະໄພຈາກຄວາມຊົ່ວຮ້າາຍນີ້ຢ່າງແນ່ນອນ ຈົນກວ່າພວກເຈົ້າຈະຕາຍ" ພຣະຢາເວອົງພຣະຜູ້ເປັນເຈົ້າຈອມໂຍທາກ່າວດັງນີ້
\s5
\v 15 ພຮະຢາເວອົງພຣະຜູ້ເປັນເຈົ້າຈອມໂຍທາກ່າງດັ່ງນີ້ວ່າ "ຈົ່ງໄປຫາເຈົ້າພະນັກງານຄົນນີ້ ໄປຫາເຊັບນາ ຜູ້ທີ່ດູແລຣາຊສຳນັກແລະກ່າວວ່າ
\v 16 ເຈົ້າກຳລັງເຮັດຫຍັງທີ່ນີ້ແລະໃຜໄດ້ອານຸຍາດໃຫ້ເຈົ້າເຈາະອຸບມຸງສຳຫລັບຕົວເຈົ້າເອງ ເຈາະລຸມຝັງສົບເທິງທີ່ສູງແລະແກະສະລັກສ່ວນທີ່ເຫລືອໃນຫີນນັ້ນ?"'
\s5
\v 17 ເບິງແມ້ ຄົນທີ່ມີອຳນາດ ພຣະຢາເວຈະຊົງໂຍນເຈົ້າອອກໄປ ແລະຈະຊົງທຳລາຍເຈົ້າ ພຣະອົງຈະຊົງຍຶດຕົວເຈົ້າໄວ້ແນ່ນ
\v 18 ພຣະອົງຈະຊົງຫມຸນຕົວເຈົ້າຮອບແລ້ວຮອບອີກຢ່າງແນ່ນອນ ແລະຂວ້າງເຈົ້າເຫມືອນຫມາກບານໄປຍັງດິນແດນທີ່ກວ້າງໃຫຍ່ ເຈົ້າຈະຕາຍທີ່ນັ້ນ ແລະຄວາມພູມໃຈຂອງລົດມ້າສຶກຂອງເຈົ້າຈະຢູ່ທີ່ນັ້ນ ເຈົ້າຈະເປັນຄວາມອັບອາຍຕໍ່ບ້ານຂອງເຈົ້ານາຍຂອງເຈົ້າ
\v 19 ເຈົ້າຈະຖືກດຶງໃຫ້ຕົກຕໍ່ລົງ
\s5
\v 20 ຄືເອລີອາກິມລູກຊາຍຂອງຮິນກີຢາ
\v 21 ເຮົາຈະເອົາເສຶ້ອຍົດຂອງເຈົ້າມາສວມໃຫ້ເຂົາ ແລະຈະເອົາສາຍແອວຂອງເຈົ້າມາຄາດໃຫ້ເຂົາ ແລະເຮົາຈະມອບອຳນາດຂອງເຈົ້າໄວ້ໃນມືຂອງເຂົາ ເຂົາຈະເປັນພໍ່ຂອງຊາວກຸງເຢຣູຊາເລັມແລະວົງວານຂອງຢູດາ
\v 22 ເຮົາຈະມອບກະແຈຂອງຣາຊວົງດາວິດເທິງບ່າຂອງເຂົາ ເຂົາຈະເປີດ ແລະບໍ່ມີໃຜຈະປິດໄດ້ ເຂົາຈະປິດ ແລະບໍ່ມີໃຜຈະເປີດໄດ້
\s5
\v 23 ເຮົາຈະຍຶດເຂົາໄວ້ ຕອກມຸດໄວ້ໃນທີ່ຫມັ່ນຄົງ ແລະເຂົາຈະເປັນທີ່ນັ່ງທີ່ມີກຽດຂອງວົງວານຂອງພໍ່ຂອງເຂົາ
\v 24 ພວກເຂົາຈະແຂວນກຽດຕິຍົດທັງຫມົດຂອງວົງວານຂອງພໍ່ຂອງເຂົາໄວ້ທີ່ເຂົາ ແລະເຊື້ອສາຍຂອງເຂົາ ເຄື່ອງໃຊ້ນ້ອຍໆທຸກໃບຕັ້ງແຕ່ຖ້ວຍໄປຈົນເຖິງໂຖທັງຫມົດ
\s5
\v 25 ນີ້ເປັນຄຳປະກາດຂອງພຣະຢາເວຈອມໂຍທາວ່າ ໃນມື້ນັ້ນ ມຸດທີ່ຕອກລົງໃນທີ່ຫມັ່ນຄົງຈະທານບໍ່ໄຫວ ແລະຈະຖອນອອກໄປແລະລົ້ມລົງ ແລະພາລະຫນັກທີ່ກໍ່ຢູ່ເທິງນັ້ນກໍຈະຖືກຕັດອອກ ເພາະພຣະຢາເວໄດ້ກ່າວໄວ້ແລ້ວ
\s5
\c 23
\cl ບົດທີ 23
\p
\v 1 ຄຳປະກາດກ່ຽວກັບຕີເຣ ເຮືອທັງຫລາຍຂອງເມືອງຕາກຊິດເອີຍ ຈົງຄ່ຳຄວນເຖີດເພາະບໍ່ມີທັງບ້ານແລະທ່າເຮືອເລີຍ ພວກເຂົາໄດ້ຮັບການເປີດເຜີຍກ່ຽວກັບເມືອງນີ້ຈາກແຜ່ນດິນໄປໄຊປຣັດ ບັນດາຜູ້ທີ່ອາໃສຢູ່ຕາມຊາຍຝັ່ງທະເລເອີຍ
\v 2 ຈົ່ງງຽບໄວ້ ພໍ່ຄ້າແຫ່ງເມືອງຊີໂດນຜູ້ທີ່ເດີນທາງຂ້າມທະເລມາໄດ້ເຮັດໃຫ້ພວກເຈົ້າອີ່ມ
\v 3 ເຂົ້າຈາກເອຢິບໄດ້ຂ້າມນ້ຳຫລວ ງຫລາຍມາ ຜົນທີ່ເກັບກ່ຽວໄດ້ແຫ່ງແມ່ນ້ຳນິນໄດ້ເປັນ ຜົນພະລິດຂອງເມືອງນັ້ນ ແລະເມືອງນັ້ນໄດ້ກາຍເປັນແຫ່ງຄ້າຂາຍຂອງຊົນຊາດທັງຫລາຍ
\s5
\v 4 ຊີໂດນເອີຍ; ຜູ້ທີ່ມີອຳນາດແຫ່ງທະເລ ຈົ່ງອັບອາຍເຖີດ, ເພາະທະເລໄດ້ເວົ້າໄວ້ແລ້ວວ່າ, "ເຮົາບໍ່ເຄີຍເຈັບທ້ອງ ແລະ ບໍ່ເຄີຍເກີດລູກ, ແລະ ບໍ່ເຄີຍລ້ຽງດູພວກຄົນຫນຸ່ມ ຫລືເບິ່ງແຍງພວກຍິງສາວ."
\v 5 ເມື່ອຂ່າວຄາວນັ້ນມາເຖິງເອຢິບ, ພວກເຂົາກໍຈະເສົ້າໃຈກ່ຽວກັບຕີເຣ.
\s5
\v 6 ພວກຄົນທີ່ອາໃສຢູ່ຕາມຊາຍຝັ່ງທະເລເອີຍ ຈົ່ງຂ້າມໄປຍັງເມືອງຕາກຊິດສາ ຈົ່ງຄ່ຳຄວນເຖີດ
\v 7 ເມືອງທີ່ເຕັມດ້ວຍຄວາມຮື່ນເຮິງເອີຍ ເຫດການນີ້ໄດ້ເກີດກັບເຈົ້າບໍ ເມືອງທີ່ມີຕົ້ນກຳເນີດມາແຕ່ສະໄຫມໂບຮານ ເມືອງທີ່ຕີນຂອງມັນໄດ້ພາໄປໄກເພື່ອຕັ້ງຖິ່ນຖານໃນແດນຕ່າງດ້າວ?
\s5
\v 8 ໃຜໄໄດ້ວາງແຜນນີ້ຕໍ່ສູ້ກັບຕີເຣ ຜູ້ທີ່ໃຫ້ມົງກຸດທັງຫລາຍ ພວກພໍ່ຄ້າຂອງໃຜທີ່ເປັນພວກເຈົ້ານາຍ ພວກຄົນຄ້າຂາຍຂອງໃຜທີ່ເປັນບັນດາຄົນທີ່ມີກຽດໃນແຜ່ນດິນໂລກ?
\v 9 ເພື່ອເຮັດໃຫ້ຄວາມຢໍ້ຍິ່ງແລະຄວາມຍິ່ງໃຫຍ່ທັງຫມົດຂອງເມືອງນີ້ໄດ້ຮັບຄວາມອັບປະຍົດ ແລະເຮັດໃຫ້ທຸກຄົນທີ່ມີກຽດເທິງແຜ່ນດິນໂລກໃນເມືອງນີ້ໄດ້ຮັບຄວາມອັບອາຍ
\s5
\v 10 ລູກສາວແຫ່ງເມືອງຕາກຊິດເອີຍ ຈົ່ງໄຖທີ່ດິນຂອງເຈົ້າ ຢ່າງຄົນທີ່ໄຖແມ່ນ້ຳນິນ ບໍ່ມີຕະຫລາດຄ້າຂາຍໃນຕີເຣອີກຕໍ່ໄປແລ້ວ
\v 11 ພຣະຢາເວໄດ້ຊົງຍືນມືອອກເຫນືອທະເລນັ້ນແລະພຣະອົງໄດ້ຊົງສັ່ນຣາຊອານາຈັກເຫລົ່ານັ້ນ ພຣະອົງໄດ້ຊົງບັນຊາກ່ຽວກັບໂຟນີເຊຍ ໃຫ້ທຳລາຍປ້ອມປາການທັງຫລາຍ
\v 12 ພຣະອົງໄດ້ກ່າວວ່າ "ລູກສາວພົມມະຈາລີແຫ່ງຊີໂດນຜູ້ຖືກບີບບັງຄັບເອີຍ ເຈົ້າຈະບໍ່ມ່ວນໃຈອີກຕໍ່ໄປ ຈົ່ງລຸກຂຶ້ນຈົ່ງຂ້າມໄປຍັງໄຊປຣັດ ແຕ່ເຈົ້າກໍຈະບໍ່ໄດ້ພັກສະງົບທີ່ນັ້ນ
\s5
\v 13 ຈົ່ງເບິ່ງແຜ່ນດິນຂອງຄົນບາບີໂລນ ຊົນຊາດນີ້ໄດ້ສິ້ນສຸດແລ້ວ ຄົນອັດຊີເຣຍໄດ້ເຮົດໃຫ້ເມືອງນັ້ນຮົກຮ້າງວ່າງເປົ່າເປັນທີ່ຢູ່ຂອງສັດປ່າ ພວກເຂົາໄດ້ກໍ່ເຊິງເທິນຂອງພວກເຂົາຂຶ້ນ ພວກເຂົາໄດ້ທຳລາຍວັງທັງຫລາຍຂອງເມືອງນັ້ນຈົນຫມົດສິ້ນ ພວກເຂົາໄດ້ ເຮັດໃຫ້ເມືອງນັ້ນເປັນກອງຊາກເພພັງ
\v 14 ບັນດາເຮືອແຫ່ງເມືອງຕາກຊິດເອີຍ ຈົ່ງຄ່ຳຄວນເຖີດ ເພາະທີ່ລີ້ໄພຂອງພວກເຈົ້າໄດ້ຖືກທຳລາຍແລ້ວ
\s5
\v 15 ໃນວັນນັ້ນ ເມືອງຕີເຣຈະຖືກລືມໄປເປັນເວລາເຈັດສິບປີ ເຫມືອນກັບອາຍຸຂອງກະສັດອົງຫນຶ່ງ ຫລັງຈາກທີ່ສິ້ນສຸດເຈັດສິບປິແລ້ວ ຈະມີບາງຢ່າງເກີດຂຶ້ນໃນຕີເຣເຫມືອນກັບໃນບົດເພງຂອງຍິງໂສເພນີ
\v 16 ຍິງງາມເມືອງທີ່ຖືກທີ່ຖືກລືມເອີຍ ຈົ່ງຈັບພີນ ຍ່າງໄປທົ່ວເມືອງ ຈົ່ງຫລິ້ນພີນຢ່າງມ່ວນ ຮ້ອງເພງຫລາຍໆ ເພງ ເພື່ອໃຫ້ຄົນລະນຶກເຖິງເຈົ້າໄດ້ອີກ
\s5
\v 17 ເມື່ອເວລານັ້ນມາເຖິງຫລັງຈາກເຈັດສິບປີແລ້ວ ພຣະຢາເວຈະຊົງຊ່ວຍຕີເຣ ແລະເມືອງນັ້ນຈະເລີ່ມຫາເງິນອີກໂດຍການເຮັດວຽກຢ່າງກັບຍິງໂສເພນີຄົນຫນຶ່ງແລະເມືອງນັ້ນຈະຄ້າຂາຍກັບທຸກຣາຊອານາຈັກຂອງແຜ່ນດິນໂລກ
\v 18 ຜົນກຳໄລແລະລາຍໄດ້ຂອງເມືອງນັ້ນຈະເປັນຂອງຖວາຍແດ່ພຣະຢາເວ ລາຍໄດ້ເຫລົ່ານັ້ນຈະບໍ່ຖືກສະສົມຫລືເກັບໄວ້ໃນຄັງ ເພາະກຳໄລຂອງເມືອງນັ້ນຈະມອບໃຫ້ແກ່ພວກຄົນທີ່ອາໃສຢູ່ຕໍ່ຫນ້າຂອງພຣະຢາເວ ແລະຈະໃຊ້ຈ່າຍເພື່ອຈັດຫາອາຫານຢ່າງອຸດົມໃຫ້ກັບພວກເຂົາແລະເພື່ອພວກເຂົາຈະມີເສື້ອຜ້າທີ່ມີຄຸນນະພາບດີທີ່ສຸດດ້ວຍ
\s5
\c 24
\cl ບົດທີ 24
\p
\v 1 ເບິ່ງເຖີດພຣະຢາເວຈະຊົງທຳລາຍແຜ່ນດິນໂລກແລະຊົງເຮັດໃຫ້ວ່າງເປົ່າທັງຊົງທຳລາຍພື້ນຜິວຂອງໂລກ ແລະ ຊົງເຮັດໃຫ້ຜູ້ທີ່ຢູ່ອາໃສເທິງໂລກນີ້ກະແຈກກະຈາຍໄປ
\v 2 ເຫດການນັ້ນຈະເກີດຂຶ້ນເກີດກັບປະຊາຊົນຢ່າງໃດກໍຈະເກີດກັບປະໂຣຫິດຢ່ານັ້ນເກີດກັບຄົນຮັບໃຊ້ຢ່າງໃດກໍຈະເກີດກັບເຈົ້ານາຍຂອງເຂົາຢ່າງນັ້ນເກີດກັບສາວໃຊ້ຢ່າງໃດກໍຈະເກີດກັບນາຍຜູ້ຍິງຂອງນາງຢ່າງນັ້ນເກີດກັບຜູ້ຊຶ້ຢ່າງໃດກໍຈະເກີດກັບຜູ້ຂາຍຢ່າງນັ້ນເກີດກັບເຈົ້າຫນີ້ຢ່າງໃດກໍຈະເກີດກັລລູກຫນີ້ຢ່າງນັ້ນ ເກີດກັບຜູ້ຮັບຜົນປະໂຫຍດ
\s5
\v 3 ແຜ່ນດິນໂລກຈະຖືກທຳລາຍລ້າງຈົນສິ້ນຊາກແລະຖືກປົ້ນຈົນຫມົດສິ້ນເພາະພຣະຢາເວໄດ້ກ່າວຄຳສັ່ງນີ້ໄວ້ແລ້ວແຜ່ນດິນໂລກແຫ້ງຜາກແລະຫ່ຽວ
\v 4 ໂລກນີ້ກໍຫ່ຽວແຫ້ງແລະທະລາຍໄປພວກຄົນສູງສັກຂອງແຜ່ນດິນໂລກກໍສູນສິ້ນໄປ
\v 5 ແຜ່ນດິນໂລກເປັນມົນທິນເນື່ອງຈາກຜູ້ທີ່ຢູ່ອາໃສໃນໂລກນີ້ເພາະພວກເຂົາໄດ້ລະເມີດກົດບັນຍັດໄດ້ຝືນກົດເກນ ແລະໄດ້ຫັກຄຳສັນຍານິລັນນັ້ນ
\s5
\v 6 ເພາະສະນັ້ນຄຳສາບແຊ່ງກໍກືນກິນໂລກນີ້ ແລະຜູ້ທີ່ອາໃສຢູ່ໃນໂລກກໍຖືກພົບວ່າມີຄວາມຜິດຜູ້ທີ່ອາໃສຢູ່ໃນໂລກຈຶ່ງຖືກເຜົາຜານ ແລະເຫລືອຢູ່ພຽງບໍ່ຈັກຄົນ
\v 7 ເຫລົ້າອະງຸ່ນໃຫມ່ກໍຫົດແຫ້ງໄປກົກອະງຸ່ນກໍຫ່ຽວແຫ້ງຜູ້ທີ່ໃຈມ່ວນຊື່ນທຸກຄົນກໍຄ່ຳຄວນ
\s5
\v 8 ສຽງຄວາມສຸກຂອງກອງກໍຢຸດໄປ ແລະຄວາມມ່ວນຊື່ນຂອງພວກຄົນທີ່ຮື່ນເຮິງສຽງອ່ອນຊ້ອຍຂອງພິນກໍງຽບໄປ
\v 9 ພວກເຂົາບໍ່ດື່ມເຫລົ້າອະງຸ່ນແລະຮ້ອງເພງອີກຕໍ່ໄປ ແລະນ້ຳເມົາກໍຂົມຕໍ່ພວກຄົນທີ່ດື່ມມັນ
\s5
\v 10 ເມືອງທີ່ສັບສົນວຸ່ນວາຍນັ້ນໄດ້ພັງທະລາຍລົງບ້ານເຮືອນທຸກຫລັງໄດ້ປິດແລະຮ້າງເປົ່າ
\v 11 ມີສຽງຮ້ອງໃຫ້ຕາມທາງເນື່ອງຈາກເຫລົ້າອະງຸ່ນຄວາມຊື່ນບານທັງຫມົດກໍມືດມິດໄປຄວາມຍິນດີຂອງແຜ່ນດິນໄດ້ສູນໄປແລ້ວ
\s5
\v 12 ເຫລືອໄວ້ແຕ່ຄວາມວ່າງເປົ່າໃນເມືອງແລະປະຕູເມືອງກໍຖືກທຳລາຍເປັນຊາກປັກຫັກພັງ
\v 13 ເພາະນີ້ເປັນເຫດການທີ່ຈະເກີດຂຶ້ນກັບແຜ່ນດິນໂລກທັງສິ້ນທ່າມກາງຊົນຊາດທັງຫລາຍເຫມືອນກັບຕອນທີ່ສັ່ນຕົ້ນຫມາກກອກເຫມືອນກັບການເກັບເລັມຕອນທີ່ເກັບພວງອະງຸ່ນແລ້ວ
\s5
\v 14 ພວກເຂົາຈະເປັ່ງສຽງຂອງພວກເຂົາຂຶ້ນແລະໂຫ່ຮ້ອງເຖິງພຣະສະງ່າງາມຂອງພຣະຢາເວ ແລະ ຈະໂຫ່ຮ້ອງດ້ວຍຄວາມຊື່ນຊົມຍິນດີຈາກທະເລ
\v 15 ເພາະສະນັ້ນຈົ່ງຖວາຍພຣະກຽດແດ່ພຣະຢາເວໃນທາງທິດຕາເວັນອອກ ແລະ ຈົ່ງຖວາຍພຣະສິຣິແດ່ ພຣະນາມຂອງພຣະຢາເວພຣະເຈົ້າຂອງອິດສະຣາເອນໃນເກາະຕ່າງໆໃນທະເລ
\s5
\v 16 ເຮົາໄດ້ຍິນສຽງເພງຈາກທີ່ສຸດປາຍແຜ່ນດິນໂລກວ່າ "ພຣະສິຣິມິແດ່ພຣະອົງຜູ້ຊົງຊອບທຳ" ແຕ່ຂ້າພະເຈົ້າໄດ້ກ່າວວ່າ "ວິບັດແກ່ຂ້າພະເຈົ້າຂ້າພະເຈົ້າໄດ້ອ່ອນລ້າໄປຂ້າພະເຈົ້າໄດ້ອ່ອນລ້າໄປແລ້ວຄົນທໍລະຍົດກໍໄດ້ເຮັດການທໍລະຍົດແມ່ນແລ້ວຄົນທີ່ທໍລະຍົດໄດ້ເຮັດການທໍລະຍົດຢ່າງຍິ່ງ"
\s5
\v 17 ຜູ້ທີ່ອາໃສຢູ່ເທິງແຜ່ນດິນໂລກເອີຍ ຄວາມເປັນຕາຢ້ານລຸມພາງແລະກັບດັກມາເຖິງພວກເຈົ້າ
\v 18 ຄົນໃດທີ່ຫນີຈາກສຽງຂອງຄວາມເປັນຕາຢ້ານກໍຈະຕົກລົງໄປໃນລຸມພາງນັ້ນ ແລະ ຄົນທີ່ຂຶ້ນມາຈາກລຸມພາງນັ້ນກໍຈະຖືກຈັບໃນກັບດັກບ່ອງຢ້ຽມຂອງທ້ອງຟ້າຈະເປີດອອກ ແລະ ຖານຮາກຂອງແຜ່ນດິນໂລກຈະສັ່ນສະເທືອນ
\s5
\v 19 ແຜ່ນດິນໂລກຈະແຕກສະລາຍຈົນສິ້ນຊາກແຜ່ນດິນໂລກຈະແຕກອອກເປັນຕອນ ແຜ່ນດິນໂລກຈະສັ່ນສະເທືອນຢ່າງຮຸນແຮງ
\v 20 ແຜ່ນດິນໂລກຈະໂຊເຊເຫມືອນກັບຄົນເມົາ ແລະມັນຈະໂຍກໄປຂ້າງຫລັງແລະຂ້າງຫນ້າເຫມືອນກັບຕູບຄວາມບາບຂອງໂລກກໍຫນັກຢູ່ເທິງໂລກ ແລະ ໂລກຈະລົ້ມລົງແລະບໍ່ລຸກຂຶ້ນອີກເລີຍ
\s5
\v 21 ເຫດການນັ້ນຈະເກີດຂຶ້ນໃນວັນທີ່ພຣະຢາເວຈະຊົງລົງໂທດບໍລິວານຂອງພວກທີ່ຢູ່ສູງເທິງທີ່ສູງ ແລະ ບັນດາກະສັດຂອງແຜ່ນດິນໂລກເທິງໂລກນີ້
\v 22 ພວກເຂົາຈະຖືກຮວມເຂົ້າດ້ວຍກັນເປັນພວກນັກໂທດໃນຄຸກໃຕ້ດິນ ແລະ ຈະຖືກຂັງໄວ້ໃນຄຸກ ແລະຫລັງຈາກນັ້ນຫລາຍມື້ພວກເຂົາກໍຈະຖືກ ລົງໂທດ
\v 23 ແລ້ວດວງຈັນຈະອົດສູ ແລະດວງອາທິດຈະຂາຍຫນ້າ ເພາະພຣະຢາເວຈອມໂຍທາຈະຊົງຄອງຣາດເທິງພູເຂົາຊີໂອນແລະ ໃນກຸງເຢຣູສາເລັມ ແລະ ຕໍ່ຫນ້າພວກຜູ້ອາວຸໂສຂອງພຣະອົງດ້ວຍພຣະສິຣິ
\s5
\c 25
\cl ບົດທີ 25
\p
\v 1 ຂ້າແຕ່ພຣະຢາເວພຣະອົງຊົງເປັນພຣະເຈົ້າຂອງຂ້ານ້ອຍຂ້ານ້ອຍຈະຍົກບ້ອງພຣະອົງຂ້ານ້ອຍຈະສັນລະເສີນພຣະນາມຂອງພຣະອົງ
\v 2 ເພາະພຣະອົງໄດ້ຊົງເຮັດສິ່ງຕ່າງທີ່ອັດສະຈັນສິ່ງຕ່າງໆທີ່ໄດ້ວາງແຜນໄວ້ດົນມາແລ້ວໃນຄວາມສັດຊື່ຢ່າງສົມບູນເພາະພຣະອົງໄດ້ຊົງເຮັດໃຫ້ເມືອງເປັນກອງຂີ້ເຫຍື້ອ ເມືອງປ້ອມປາການເປັນທີ່ເພພັງເມືອງທີ່ປ້ອມຂອງພວກຄົນຕ່າງດ້າວບໍ່ເປັນເມືອງອີກຕໍ່ໄປ
\v 3 ເພາະສະນັ້ນຊົນຊາດທີ່ເຂັ້ມແຂງຈະຖວາຍພຣະກຽດແດ່ພຣະອົງເມືອງຂອງຊົນຊາດທັງຫລາຍທີ່ໂຫດຮ້າຍຈະເກງກົວພຣະອົງ
\s5
\v 4 ເພາະພຣະອົງຊົງເປັນທີ່ປອດໄພແກ່ຄົນທີ່ຍາກຈົນຊົງເປັນທີ່ກຳບັງແກ່ຄົນທີ່ຂັດສົນໃນຄວາມທຸກໃຈຂອງເຂົາທີ່ກຳບັງຈາກພາຍຸແລະຮົ່ມເງົາກັນຄວາມຮ້ອນເມື່ອລົມຫາຍໃຈຂອງຄົນໂຫດຮ້າຍເປັນເຫມືອນພາຍຸຊັດກຳແພງ
\v 5 ແລະເປັນເຫມືອນຄວາມຮ້ອນໃນແຜ່ນດິນທີ່ແຫ້ງແລ້ງພຣະອົງຊົງເຮັດໃຫ້ສຽງຂອງພວກຄົນຕ່າງດ້າວເບົາລລົງຢ່າງໃດບົດເພງຂອງພວກຄົນໂຫດຮ້າຍກໍໄດ້ຮັບການຕອບສະຫນອງຢ່າງນັ້ນ
\s5
\v 6 ພຣະຢາເວຈອມໂຍທາຈະຊົງຈັດງານລ້ຽງແກ່ຊົນຊາດທັງຫລາຍເທິງພູເຂົານີ້ງານລ້ຽງເທິງທີ່ກຳບັງເຫລົ່ານັ້ນດ້ວຍສິ່ງຕ່າງໆທີ່ເຕັມດ້ວຍໄຂມັນເຫລົ້າອະງຸ່ນຢ່າງດີ ແລະ ຊີ້ນນຸ້ມ
\v 7 ພຣະອົງຈະຊົງທຳລາຍສິ່ງທີ່ປົກຄຸມເທິງຊົນຊາດທັງຫມົດເທິງພູເຂົານີ້ຜ້າທໍ່ໃຍທີ່ປົກຄຸມບັນດາປະຊາຊົນ
\v 8 ພຣະອົງຈະຊົງກືນຄວາມຕາຍຕະຫລອດໄປ ແລະ ພຣະຢາເວອົງພຣະຜູ້ເປັນເຈົ້າຈະຊົງເຊັດນ້ຳຕາຈາກທຸກໃບຫນ້າພຣະອົງຈະຊົງນຳຄວາມອັບອາຍຂອງຊົນຊາດຂອງພຣະອົງອອກໄປຈາກແຜ່ນດິນໂລກທັງຫມົດເພາະພຣະຢາເວໄດ້ກ່າວໄວ້ແລ້ວ
\s5
\v 9 ໃນມື້ນັ້ນເຂົາຈະກ່າວກັນວ່າ "ເບິ່ງເຖີດ ນີ້ຄືພຣະເຈົ້າຂອງພວກເຮົາພວກເຮົາໄດ້ລໍຖ້າພຣະອົງ ແລະພຣະອົງຈະຊົງຊ່ວຍພວກເຮົາໃຫ້ລອດນີ້ຄືພຣະຢາເວພວກເຮົາໄດ້ລໍຖ້າພຣະອົງພວກເຮົາຈະຍີນດີແລະປິຕິໃນຄວາມລອດພົ້ນຂອງພຣະອົງ"
\v 10 ເພາະມືພຣະຢາເວຈະພັກສະງົບເທິງພູເຂົານີ້ ແລະໂມອາບຈະຖືກຢຽບຢ້ຳລົງໃນທີ່ຂອງເຂົາເຫມືອນກັບຟາງທີ່ຖືກຢຽບຢ້ຳລົງໃນລຸມທີ່ເຕັມດ້ວຍມູນສັດ
\s5
\v 11 ພວກເຂົາຈະກາງມືອອກໃນທ່າມກາງລຸມນັ້ນເຫມືອນກັບຄົນລອຍນ້ຳກາງມືຂອງເຂົາລອຍນ້ຳແຕ່ພຣະຢາເວຈະເຮັດໃຫ້ຄວາມຢໍ້ຍິ່ງຂອງພວກເຂົາຕົກຕ່ຳລົງທັງໆທີ່ພວກເຂົາມີຝີມືທີ່ຊຳນານ
\v 12 ພຣະອົງຈະຊົງເຮັດໃຫ້ກຳແພງປາການສູງຂອງເຈົ້າຕ່ຳລົງມາເຖິງພື້ນດິນຈົນເຖິງຝຸ່ນດິນ
\s5
\c 26
\cl ບົດທີ 26
\p
\v 1 ໃນມື້ນັ້ນເຂົາຈະຮ້ອງເພງນີ້ໃນແຜ່ນດິນຢູດານ ເຮົາມີເມືອງທີ່ເຂັ້ມແຂງເມືອງຫນຶ່ງພຣະເຈົ້າໄດ້ຊົງເຮັດໃຫ້ຄວາມລອດເປັນກຳແພງແລະແນວປ້ອງກັນຂອງເມືອງນັ້ນ
\v 2 ຈົ່ງເປີດປະຕູເມືອງເພື່ອໃຫ້ຊົນຊາດທີ່ມັກທີ່ຮັກສາຄວາມເຊື່ອໄວ້ໄດ້ເຂົ້າມາຂ້າງໃນ
\s5
\v 3 ຈິດໃຈທີ່ຍັງຄົງຢູ່ໃນພຣະອົງຈະຊົງປົກປ້ອງເຂົາໄວ້ໃນຄວາມສະງົບສຸກຢ່າງສົມບູນເພາະເຂົາວງາງໃຈໃນພຣະອົງ
\v 4 ຈົ່ງວາງໃຈໃນພຣະຢາເວຕະຫລອດໄປເພາະໃນພຣະຢາເວ ພຣະຢາເວຊົງເປັນຫີນນິລັນ
\s5
\v 5 ເພາະພຣະອົງຈະຊົງເຮັດໃຫ້ພວກທີ່ດຳເນີນຊີວິດຢ່າງຢໍ້ຍິ່ງຕົກຕ່ຳລົງພຣະອົງຈະຊົງເຮັດໃຫ້ເມືອງທີ່ມີປ້ອມປາການລົດຕ່ຳລົງພຣະອົງຈະຊົງເຮັດໃຫ້ຕ່ຳລົງເຖິງພື້ນດິນ ພຣະອົງຈະຊົງເຮັດໃຫ້ເມືອງນັ້ນຕ່ຳລົງຈົນເຖິງຝຸ່ນດິນ
\v 6 ເມືອງນັ້ນຈະຖືກຢຽບຢ້ຳລົງໂດຍຕີນຂອງຄົນຈົນແລະການຢຽບຂອງຄົນຂັດສົນ
\s5
\v 7 ທາງຂອງຄົນຊອບທຳກໍຜ່ານໄປໄດ້ດ້ວຍດີຂ້າແຕ່ອົງຜູ້ຊົງຊອບທຳພຣະອົງຊົງເຮັດໃຫ້ທາງຂອງຄົນຊອບທຳຕົງໄປ
\v 8 ແມ່ນແລ້ວ ຂ້າແຕ່ພຣະຢາເວຂ້າພຣະອົວທັງຫລາຍລໍຖ້າພຣະອົງໃນທາງແຫ່ງການພິກພາກສາຂອງພຣະອົງພຣະນາມຂອງພຣະອົງແລະເປັນທີລະນຶກຂອງພຣະອົງເປັນຄວາມປາດທະນາຂອງພວກຂ້ານ້ອຍ
\v 9 ຂ້ານ້ອຍປາດທະນາພຣະອົງໃນຕອນກາງຄືນແມ່ນແລ້ວວິນຍານຂອງຂ້ານ້ອຍພາຍໃນຂ້ານ້ອຍສະແຫວງຫາພຣະອົງດ້ວຍຄວາມຮ້ອນຮົນເພາະເມື່ອການພິກພາກສາຂອງພຣະອົງມາເທິງແຜ່ນດິນໂລກຜູ້ທີ່ອາໃສຢູ່ໃນໂລກນີ້ກໍໄດ້ຮຽນຮູ້ເຖິງຄວາມຊອບທຳ
\s5
\v 10 ຂໍຊົງສຳແດງພຣະກາຣຸນາແກ່ຄົນອາທຳ ແຕ່ເຂົາຈະບໍ່ຮຽນຮູ້ເຖິງຄວາມຊອບທຳເຂົາເຮັດການອາທຳໃນແຜ່ນດິນທ່ຽງທຳ ແລະບໍ່ເຫັນພຣະສະງ່າງາມຂອງພຣະຢາເວ
\s5
\v 11 ຂ້າແຕ່ພຣະຢາເວ ມືຂອງພຣະອົງໄດ້ຊູຂຶ້ນແລ້ວແຕ່ພວກເຂົາກໍເບິ່ງບໍ່ເຫັນແຕ່ພວກເຂົາຈະເຫັນຄວາມຮ້ອນໃຈຂອງພຣະອົງທີ່ມີຕໍ່ຊົນຊາດນັ້ນແລະຖືກເຮັດໃຫ້ໄດ້ຮັບຄວາມອັບອາຍເພາະໄຟຂອງພວກສັດຕູຂອງພຣະອົງຈະເຜົາຜານພວກເຂົາ
\v 12 ຂ້າແຕ່ພຣະຢາເວພຣະອົງຈະຊົງນຳຄວາມສະງົບສຸກມາໃຫ້ແກ່ພວກຂ້ານ້ອຍເພາະແທ້ຈິງແລ້ວພຣະອົງໄດ້ຊົງເຮັດການກະທຳທັງຫມົດເພື່ອພວກຂ້ານ້ອຍແລ້ວຫມົດແລ້ວດ້ວຍ
\s5
\v 13 ຂ້າແຕ່ພຣະຢາເວພຣະເຈົ້າຂອງຂ້ານ້ອຍທັງຫລາຍພວກເຈົ້ານາຍຄົນອື່ນໆນອກເຫນືອຈາກພຣະອົງໄດ້ປັກຄອງເຫນືອຈາກພຣະອົງໄດ້ປົກຄອງເຫນືອພວກຂ້ານ້ອຍແຕ່ພວກຂ້ານ້ອຍສັນລະເສີນພຣະນາມຂອງພຣະອົງພຽງຜູ້ດຽວ
\v 14 ພວກເຂົາຕາຍແລ້ວພວກເຂົາຈະບໍ່ມີຊີວິດອີກພວກເຂົາໄດ້ເສຍຊີວິດແລ້ວພວກເຂົາຈະບໍ່ບຸກຂຶ້ນມາແທ້ຈິງແລ້ວພຣະອົງໄດ້ເຂົ້າມາພິພາກສາ ແລະທຳລາຍພວກເຂົາ ແລະ ເຮັດໃຫ້ອານຸສະຫວັນທຸກຢ່າງຂອງພວກເຂົາພິນາດໄປ
\s5
\v 15 ພຣະອົງໄດ້ຊົງເພີ່ມພູນຊົນຊາດນັ້ນຂຶ້ນ ຂ້າແຕ່ພຣະຢາເວພຣະອົງໄດ້ຊົງເພີ່ມພູນຊົນຊາດນັ້ນຂຶ້ນພຣະອົງຊົງໄດ້ຮັບກຽດພຣະອົງໄດ້ຊົງຂະຍາຍເຂດແດນທຸກດ້ານຂອງແຜ່ນດິນນັ້ນອອກໄປ
\s5
\v 16 ຂ້າແຕ່ພຣະຢາເວພວກເຂົາໄດ້ເບິ່ງທີ່ພຣະອົງໃນເວລາຍາກລຳບາກພວກເຂົາໄດ້ອະທິຖານສຽງແຜ່ວເບົາເມື່ອການຕີສອນຂອງພຣະອົງຢູ່ເທິງພວກເຂົາ
\v 17 ຍິງທີ່ຖືພາໃກ້ເຖິງເວລາທີ່ນາງເກີດລູກເມື່ອນາງເຈັບປວດແລະຮ້ອງອອກມາດ້ວຍຄວາມເຈັບປວດໃນການເກີດລູກເປັນຢ່າງໃດພວກຂ້ານ້ອຍເປັນຢ່າງນັ້ນຕໍ່ຫນ້າພຣະອົງອົງຜູ້ເປັນເຈົ້າ
\s5
\v 18 ພວກຂ້ານ້ອຍໄດ້ຖືພາພວກຂ້ານ້ອຍໄດ້ເຈັບປວດໃນການເກີດລູກແຕ່ມັນເປັນເຫມືອນກັບວ່າພວກຂ້ານ້ອຍໄດ້ເກີດແຕ່ລົມເທົ່ານັ້ນພວກຂ້ານ້ອຍບໍ່ໄດ້ນຳຄວາມລອດມາເຖິງແຜ່ນດິນໂລກ ແລະ ຜູ້ທີ່ອາໃສຢູ່ໃນໂລກນີ້ກໍບໍ່ໄດ້ເກີດ
\s5
\v 19 ພວກຄົນຕາຍຂອງພຣະອົງຈະມີຊີວິດອີກສົບຂອງພວກເຂົາຈະລຸກຂຶ້ນພວກເຈົ້າທີ່ອາໃສຢູ່ໃນຝຸ່ນດິນຈົ່ງຕື່ນຂຶ້ນແລະຮ້ອງເພງດ້ວຍຄວາມຊື່ນບານເພາະນ້ຳຄ້າງຂອງພຣະອົງເປັນນ້ຳຄ້າງແຫ່ງຄວາມສະຫວ່າງແລະ ແຜ່ນດິນໂລກຈະນຳພວກຄົນຕາຍເປັນຂຶ້ນມາ
\s5
\v 20 ຈົ່ງໄປເຖີດຊົນຊາດຂອງຂ້າພະເຈົ້າເອີຍຈົ່ງເຂົ້າໄປໃນຫ້ອງຂອງພວກເຈົ້າແລະເປີດປະຕູ ຈົ່ງເຊື່ອງຕົວຢູ່ຈັກຫນ້ອຍຫນຶ່ງຈົນກວ່າຄວາມໂກດຮ້າຍຈະຜ່ານໄປ
\v 21 ເພາະເບິ່ງເຖີດພຣະຢາເວຈະອອກມາຈາກທີ່ຢູ່ຂອງພຣະອົງເພື່ອລົງໂທດຜູ້ທີ່ອາໃສຢູ່ໃນແຜ່ນດິນໂລກຕໍ່ຄວາມຊົ່ງຮ້າຍຂອງພວກເຂົາແຜ່ນດິນໂລກຈະເປີດເຜີຍໃຫ້ເຫັນການລັ່ງໂຣຫິດ ແລະຈະບໍ່ປິດບັງຜູ້ທີ່ຖືກຂ້າຂອງມັນໄວ້ອີກຕໍ່ໄປ
\s5
\c 27
\cl ບົດທີ 27
\p
\v 1 ໃນມື້ນັ້ນ ພຣະຢາເວຈະຊົງລົງໂທດເລວີອາທັນຄືມັງກອນຮ້າຍທີ່ບິນຢູ່ນັ້ນ ດ້ວຍດາບທີ່ແຂ້ງແກ່ງໃຫຍ່ ແລະຮ້າຍກາດ ເລວີອາທັນຄືມັງກອນຮ້າຍທີ່ຂົດໂຕຢູ່ ແລະພຣະອົງຈະຊົງຂ້າສັດຮ້າຍທີ່ຢູ່ໃນທະເລ
\v 2 ໃນມື້ນັ້ນ ສວນອະງຸ່ນເອີຍຈົ່ງຮ້ອວງເພງເຖິງສວນນັ້ນວ່າ
\v 3 "ເຮົາຢາເວເປັນຜູ້ປົກປ້ອງສວນນັ້ນເຮົາຮົດນ້ຳໃຫ້ມັນທຸກເວລາເຮົາເຝົ້າດູແລມັນທັງກາງຄືນແລະກາງເວັນເພື່ອຈະບໍ່ໃຫ້ໃຜມາເຮັດອັນຕະລາຍມັນ
\s5
\v 4 ໂອ ເຮົາບໍ່ໄດ້ຄ້ຽດທີ່ມີພຸ່ມໄມ້ຫນາມແລະພວກຕົ້ນຫນາມ ໃນການສູ້ຮົບເຮົາຈະກ້າວຍ່າງອອກໄປຕໍ່ສູ້ກັບພວກມັນເຮົາຈະເຜົາພວກມັນທັງຫມົດດ້ວຍກັນ
\v 5 ເວັ້ນແຕ່ພວກມັນໄດ້ເຂົ້າໃຈເຖິງການປົກປ້ອງຂອງເຮົາໄວ້ ແລະສ້າງສັນຕິພາບກັບເຮົາໃຫ້ພວກມັນເຮັດສັນຕິພາບກັບເຮົາ
\s5
\v 6 ໃນມື້ນັ້ນທີ່ຈະມາເຖິງຢາໂຄບຈະຢັ່ງຮາກອິດສະຣາເອນຈະເບັ່ງບານແລະແຕກຫນໍ່ ແລະພວກເຂົາຈະເຮັດໃຫ້ພື້ນດິນເຕັ້ມດ້ວຍຜົນ"
\s5
\v 7 ພຣະຢາເວໄດ້ໂຈມຕີຢາໂຄບແລະອິດສະຣາເອນເຫມືອນຢ່າງທີ່ພຣະອົງໄດ້ໂຈມຕີຊົນຊາດເຫລົ່ານັ້ນທີ່ໂຈມຕີພວກເຂົາບໍ? ຢາໂຄບແລະອິດສະຣາເອນໄດ້ຖືກຂ້າເຫມືອນຢ່າງໃນການສັງຫານຊົນຊາດເຫລົ່ານັ້ນທີ່ພວກເຂົາໄດ້ຂ້າບໍ?
\v 8 ເຄື່ອງມືແທ້ໆທີ່ພຣະອົງຊົງໃຊ້ຕໍ່ສູ້ ຄືການໄລ່ຢາໂຄບແລະອິດສະຣາເອນໄປ ພຣະອົງໄດ້ຊົງຂັບໄລ່ພວກເຂົາໄປດ້ວຍລົມຮຸນແຮງ ໃນວັນທີ່ມີລົມຕະວັນອອກ
\s5
\v 9 ເພາະສະນັ້ນໃນການເຮັດເຊັ່ນນີ້ຄວາມຊົ່ວຮ້າຍຂອງຢາໂຄບຈະຖືກລົບລ້າງອອກໄປ ເພາະນີ້ຈະເປັນຜົນຢ່າງເຕັມທີ່ໃນການກຳຈັດຄວາມບາບຂອງເຂົາອອກໄປເມື່ອເຂົາຈະເຮັດໃຫ້ຫິນຂອງແທ່ນບູຊາທັງຫມົດເປັນເຫມືອນຫິນປູນແລະທຸບໃຫ້ແຕກເປັນຕ່ອນໆ ແລະ ບໍ່ມີເສົາອາເຊຣາຫລືແທ່ນເຜົາເຄື່ອງຫອມຍັງຄົງຕັ້ງຢູ່ເລີຍ
\s5
\v 10 ເພາະເມືອງປ້ອມປາການກໍຮ້າງເປົ່າແລະທີ່ຢູ່ອາໃສກໍຮົກຮ້າງແລະຖືກຖິ້ມເຫມືອນຖິ່ນທຸກລະກັນດານ ລູກງົວຈະຫາກິນຢູ່ທີ່ນັ້ນ ແລະມັນນອນລົງແລະກິນກິ່ງຂອງມັນຈົນຫມົດ
\v 11 ເມື່ອກິ່ງເຫລົ່ານັ້ນຫ່ຽວແຫ້ງພວກມັນກໍຈະຖືກຫັກອອກໄປ ພວກຜູ້ຍິງຈະມາແລະເອົາມັນໄປກໍ່ໄຟ ເພາະນີ້ບໍ່ແມ່ນຊົນຊາດທີ່ເຂົ້າໃຈ ເພາະສະນັ້ນ ພະຜູ້ສ້າງຂອງພວກເຂົາຈະບໍ່ຊົງອີ່ຕົນພວກເຂົາ ແລະພະອົງຜູ້ຊົງສ້າງພວກເຂົາຈະບໍ່ມີເມດຕາຕໍ່ພວກເຂົາ
\s5
\v 12 ເມື່ອມາເຖິງວັນທີ່ພຣະຢາເວຈະຊົງນວດເຂົ້າຕັ້ງແຕ່ແມ່ນ້ຳເອີຟຣັດໄປຈົນເຖິງວາດີແຫ່ງເອຢິບ ແລະ ຊົນຊາດອິດສະຣາເອນເອີຍ ເຈົ້າ, ຈະຖືກຮວບຮວມເຂົ້າມາເທື່ອລະຄົນ.
\v 13 ໃນວັນນັ້ນ ແກໃຫຍ່ຈະຖືກເປົ່າ; ແລະພວກຄົນທີ່ກຳລັງພິນາດໃນແຜ່ນດິນອັດຊີເຣຍຈະມາ, ແລະ ພວກທີ່ຖືກຂັບໄລ່ອອກໄປໃນແຜ່ນດິນເອຢິບຈະມາ, ພວກເຂົາຈະນະມັດສະການພຣະຢາເວເທິງພູເຂົາສັກສິດໃນກຸງເຢຣູຊາເລັມ.
\s5
\c 28
\cl ບົດທີ 28
\p
\v 1 ວິບັດແກ່ມົງກຸດດອກໄມ້ທີ່ຫນ້າພູມໃຈທີ່ພວກຂີ້ເມົາແຫ່ງອິດສະຣາເອນແຕ່ລະຄົນຕ່າງກໍສວມໃສ່ກັນ ແລະ ແກ່ດອກໄມ້ທີ່ຫ່ຽວແຫ້ງຈາກຄວາມງາມສະງ່າຂອງມັນມົງກຸດດອກໄມ້ທີ່ວາງເທິງຍອດຮ່ວມພູທີ່ຂຽວອຸມທຸມຂອງຄົນເຫລົ່ານັ້ນທີ່ຖືກຄອບງຳດ້ວຍເຫລົ້າອະງຸ່ນ
\v 2 ເບິ່ງເຖີດອົງພຣະຜູ້ເປັນເຈົ້າຊົງສົ່ງຜູ້ທີ່ມີກຳລັງແລະແຂ້ງແຮງເຫມືອນພາຍຸລູກເຫັບ ແລະເຫມືອນລົມພາຍຸແຫ່ງການທຳລາຍເຫມືອນກັບຝົນຊັດສາດແລະນ້ຳທີ່ໄຫລບ່າ ແລະເຂົາຈະໂຍນມົງກຸດດອກໄມ້ແຕ່ລະອັນລົງໄປຍັງພື້ນດິນ
\s5
\v 3 ມົງກຸດດອກໄມ້ທີ່ຫນ້າພູມໃຈຂອງພວກຂີ້ເມົາແຫ່ງອິດສະຣາເອນຈະຖືກຢຽບຢ້ຳຢູ່ພາຍໃຕ້ຝ່າຕີນ
\v 4 ດອກໄມ້ແຫ່ງຄວາມງາມສະງ່າຂອງເຂົາທີ່ກຳລັງຫ່ຽວແຫ້ງຢູ່ເທິງຍອດຂອງຮ່ອມພູທີ່ອຸດົມຈະເປັນເຫມືອນຜົນແລກສຸກກ່ອນລະດູຮ້ອນເມື່ອມີຄົນເຫັນມັນຂະນະທີ່ມັນຢູ່ໃນມືຂອງເຂົາແລ້ວເຂົາກໍຮີບກິນມັນທັນທີ
\s5
\v 5 ໃນມື້ນັ້ນພຣະຢາເວຈອມໂຍທາຈະຊົງເປັນມົງກຸດສວຍງາມແລະເປັນມົງກຸດທີ່ງົດງາມແກ່ຄົນທີ່ເຫລືອຢູ່ຂອງຊົນຊາດຂອງພຣະອົງ
\v 6 ຈະຊົງເປັນວິຍານແຫ່ງຄວາມຍຸດຕິທຳໃຫ້ກັບຜູ້ທີ່ນັ່ງໃນການພິພາກສາ ແລະ ຊົງເສີມກຳລັງແກ່ຄົນທີ່ຊະນະສັດຕູຂອງພວກເຂົາທີ່ປະຕູເມືອງ
\s5
\v 7 ບໍ່ພຽງແຕ່ຄົນເຫລົ່ານີ້ຈະຊວນເຊດ້ວຍເຫລົ້າອະງຸ່ນ ແລະຍັງໂຊເຊດ້ວຍເມໄຮດ້ວຍປະໂຣຫິດແລະຜູ້ເຜີຍຄຳສັ່ງກໍຊວນເຊດ້ວຍເມໄຮ ແລະພວກເຂົາກໍຖືກຄອບງຳດ້ວຍເຫລົ້າອະງຸ່ນ ພວກເຂົາໂຊເຊດ້ວຍເມໄຮເຮັດໃຫ້ສົງໃສໃນນິມິດແລະເອັນອຽງໃນການຕັດສິນຄວາມ
\v 8 ແທ້ຈິງແລ້ວໂຕະທຸກໂຕລ້ວນເຕັມດ້ວຍຮາກ ຈຶ່ງບໍ່ມີທີ່ໃດສະອາດເລີຍ
\s5
\v 9 ເຂົາຈະສອນຄວາມຮູ້ໃຫ້ກັບໃຜ? ແລະເຂົາຈະອະທິບາຍຖ້ອຍຄຳໃຫ້ກັບໃຜ? ໃຫ້ກັບພວກທີ່ຫາເຊົ່ານົມບໍຫລືພວກທີ່ຫາອອກຈາກອົກແມ່ບໍ?
\v 10 ເພາະຖ້ອຍຄຳນັ້ນຈະເປັນເຫມືອນກັບຕຄຳສັ່ງຊ້ອນຄຳສັ່ງຄຳສັ່ງຊ້ອນຄຳສັ່ງກົດບັນຍັດຊ້ອນກົດບັນຍັດກົດບັນຍັດຊ້ອນກົດບັນຍັດທີ່ນີ້ຫນ້ອຍຫນຶ່ງ ແລະ ທີນັ້ນອີກຫນ້ອຍຫນຶ່ງ
\s5
\v 11 ແທ້ຈິງເຂົາຈະເວົ້າກັບຊົນຊາດນີ້ດ້ວຍຮີມຝີປາກທີ່ມັກເຍາະເຢີ້ ແລະ ດ້ວຍລີ້ນຂອງຄົນຕ່າງດ້າວ
\v 12 ໃນສະໄຫມກ່ອນພຣະອົງກ່າວກັບພວກເຂົາວ່າ "ນີ້ເປັນການຢຸດພັກຈົ່ງໃຫ້ການຢຸດພັກແກ່ຄົນທີ່ເມື່ອຍລ້າ ແລະ ນີ້ເປັນການເຮັດໃຫ້ສົດຊື່ນ" ແຕ່ພວກເຂົາຈະບໍ່ຟັງ
\s5
\v 13 ເພາະສະນັ້ນຂໍ້ຄຳສັ່ງຂອງພຣະຢາເວຈະເປັນເຊັ່ນນີ້ຕໍ່ພວກເຂົາຄືເປັນຄຳສັ່ງຊ້ອນຄຳສັ່ງຄຳສັ່ງຊ້ອນຄຳສັ່ງກົດບັນຍັດຊ້ອນກົດບັນຍັດກົດບັນຍັດຊ້ອນກົດບັນຍັດທີ່ນີ້ຫນ້ອຍຫນຶ່ງທີ່ນັ້ນຫນ້ອຍຫນຶ່ງເພື່ອທີ່ພວກເຂົາຈະໄປແລະລົ້ມລົງງາຍຫລັງ ແລະ ຈະແຕກຫັກຕິດບ່ວງດັກແລະຖືກຈັບໄປ
\s5
\v 14 ດັ່ງນັ້ນພວກເຈົ້າຜູ້ທີ່ມັກເຍາະເຢີ້ຈົ່ງຟັງຂໍ້ຄຳສັ່ງຂອງພຣະຢາເວເຈົ້າຜູ້ທີ່ປົກຄອງເຫນືອຊົນຊາດນີ້ທີ່ຢູ່ໃນກຸງເຢຣູຊາເລັມ
\v 15 ເຫດການນີ້ເກີດຂຶ້ນເພາະພວກເຈົ້າກ່າວວ່າ "ພວກເຮົາໄດ້ເຮັດຄຳສັນຍາກັບຄວາມຕາຍແລ້ວ ແລະ ພວກເຮົາໄດ້ເຮັດຂໍ້ຕົກລົງກັບແດນຄົນຕາຍ ດັ່ງນັ້ນເມື່ອໄພພິບັດໄຫລບ່າລົງມາມັນຈະບໍ່ມາເຖິງພວກເຮົາເພາະພວກເຮົາໄດ້ເຮັດໃຫ້ການຕວະເປັນທີ່ລີ້ໄພຂອງເຮົາ ແລະເອົາການຫລອກລວງເປັນທີ່ກຳບັງ"
\s5
\v 16 ເພາະສະນັ້ນພຣະຢາເວອົງພຣະຜູ້ເປັນເຈົ້າກ່າວວ່າ "ເບິ່ງເຖີດເຮົາຈະວາງຫິນຖານຮາກໃນຊີໂອນຫິນທີ່ທົດສອບແລ້ວຫິນມຸມເອກທີ່ລ້ຳຄ່າຮາກຖານທີ່ຫມັ່ນຄົງຜູ້ໃດທີ່ເຊື່ອຈະບໍ່ໄດ້ຮັບຄວາມອັບອາຍ
\s5
\v 17 ເຮົາຈະເຮັດໃຫ້ຄວາມຍຸດຕິທຳເປັນໄມ້ວັດແລະຄວາມຊອບທຳເປັນສາຍດິ່ງລູກເຫັບຈະກວາດທີ່ລີ້ໄພແຫ່ງການຕວະອອກໄປແລະນ້ຳທ່ວມຈະໄຫບບ່າລົ້ນທີ່ລົບລີ້ນັ້ນ
\s5
\v 18 ຄຳສັນຍາຂອງພວກເຈົ້າກັບຄວາມຕາຍຈະຖືກຍົກເລິກ ແລະ ຂໍ້ຕົກລົງກັບແດນຄົນຕາຍຈະບໍ່ຄົງຢູ່ ເມື່ອນ້ຳໄຫລແຮງຮາກໄຫລຜ່ານນ້ຳກໍຈະທ່ວມພວກເຈົ້າ
\v 19 ເມື່ອໃດກໍຕາມທີ່ມັນໄຫລຜ່ານໄປ ມັນກໍຈະທ່ວມເຈົ້າ ມັນຈະຜ່ານໄປເຊົ້າແລ້ວເຊົ້າອີກ ແລະ ມັນຈະມາທັງກາງເວັນແລະກາງຄືນເມື່ອໄດ້ເຂົ້າໃຈຖ້ອຍຄຳນັ້ນແລ້ວມັນກໍຈະເຮັດໃຫ້ຢ້ານກົວ
\s5
\v 20 ເພາະທີ່ນອນກໍສັ້ນເກີນໄປສຳຫລັບຄົນທີ່ຈະຢຽດຕົວເທີງນັ້ນ ແລະ ຜ້າຫົ່ມກໍແຄບເກີນໄປສຳຫລັບເຂົາທີ່ຈະຫົ່ມຕົວເຂົາເອງໄດ້ຫມົດ"
\v 21 ພຣະຢາເວຈະຊົງລຸກຂຶ້ນເຫມືອນທີ່ເທິງພູເຂົາເປຣາຊີມພຣະອົງຈະຊົງເຮັ່ງພຣະອົງເອງເຫມືອນໃນຮ່ວມພູກີເບໂອນເພື່ອຊົງເຮັດການກະທຳຂອງພຣະອົງການກະທຳທີ່ແປກປະຫລາດຂອງພຣະອົງ ແລະ ການກະທຳວຽກທີ່ແປກປະຫລາດຂອງພຣະອົງ
\s5
\v 22 ເພາະສະນັ້ນຢ່າເຍາະເຢີ້ບໍ່ສະນັ້ນໂຊ້ລາມຂອງເຈົ້າຈະຮັດແນ່ນຂ້າພະເຈົ້າໄດ້ຍິນຈາກພຣະຢາເວອົງພຣະຜູ້ເປັນເຈົ້າຈອມໂຍທາເລື່ອງກົດຫມາຍແຫ່ງການທະລາຍເທິງແຜ່ນດິນໂລກ
\s5
\v 23 ຈົ່ງຕັ້ງໃຈແລະຟັງສຽງຂອງຂ້າພະເຈົ້າ
\v 24 ຈົ່ງຕັ້ງໃຈແລະຟັງຖ້ອຍຄຳຂອງຂ້າພະເຈົ້າຊາວນາທີ່ໄຖນາທັງມື້ເພື່ອທີ່ຈະວ່ານເຂົາໄຖແຕ່ພື້ນດິນເທົ່ານັ້ນບໍ? ເຂົາຈະຍັງຄົງເຮັດໃຫ້ດິນແຕກລະອຽດແລະຄາດທີ່ນາຕໍ່ໄປບໍ?
\s5
\v 25 ເມື່ອເຂົາໄດ້ຕຽມດິນແລ້ວເຂົາຈະບໍ່ວ່ານເມັດົ້ນຂີ້ຫມິ້ນວ່ານຜັກຊີປູກເຂົ້າສາລີເປັນແຖວ ແລະ ປູກເຂົ້າບາເລໃນທີ່ຂອງມັນ ແລະປູກເຂົ້າສະເປໄວ້ຕາມຂອບບໍ?
\v 26 ພຣະເຈົ້າຂອງເຂົາຊົງສອນເຂົາພຣະອົງຊົງສອນເຂົາຢ່າງສະຫລາດ
\s5
\v 27 ຍິ່ງກວ່ານັ້ນເມັດຂີ້ຫນິ້ນບໍ່ຖືກນວດດ້ວຍເລື່ອນນວດເຂົ້າຫລືໃຊ້ລໍ້ກວຽນກິ້ງທັບ ແຕ່ເຂົາຕີຂີ້ຫນິ້ນດ້ວຍໄມ້ຟອຍ ແລະ ເຂົາທຸບດ້ວຍໄມ້ຕະບອງ
\v 28 ເຂົ້າຖືກບົດເພື່ອເຮັດເປັນຂະຫນົມປັງແຕ່ໄມ້ຕ້ອງລະອຽດຈົນເກີນໄປ ແລະ ເຖິງແມ້ນວ່າລໍ້ຂອງກວຽນ ແລະ ພວກມ້າຂອງເຂົາທັບມັນໃຫ້ແຕກພວກມ້າຂອງເຂົາກໍຢ່ຳມັນບໍ່ໄດ້
\s5
\v 29 ເລື່ອງນີ້ກໍມາຈາກພຣະຢາເວຈອມໂຍທາດ້ວຍຜູ້ຊົງອັດສະຈັນໃນການໃຫ້ຄຳປຶກສາແລະຊົງເປັນເລີດໃນພຣະປັນຍາ
\s5
\c 29
\cl ບົດທີ 29
\p
\v 1 ວິບັດແກ່ເຢຮູຊາເລັມ ເຢຣູຊາເລັມເອີຍ ເມືອງທີ່ກາວິດເຄີຍລ້ອມໄວ້ຈົ່ງເພີ່ມປີຕໍ່ປີຈົ່ງໃຫ້ມີງານເທດສະການລວນກັບມາອີກ
\v 2 ແຕ່ເຮົາຈະລ້ອມເຢຣູຊາເລັມໄວ້ ແລະ ເມືອງນັ້ນຈະໂສກເສົ້າແລະຄ່ຳຄວນ ແລະ ເມືອງນັ້ນຈະເປັນເຫມືອນເຢຣູຊາເລັມ
\s5
\v 3 ເຮົາຈະຕັ້ງຄ່າຍເປັນວົງລ້ອມສູ້ຮົບກັບເຈົ້າແລະຈະລ້ອມຕໍ່ສູ້ເຈົ້າດ້ວຍຮົ້ວເຫລັກ ແລະ ເຮົາຈະຕັ້ງປ້ອມຂຶ້ນສູ້ກັບເຈົ້າ
\v 4 ເຈົ້າຈະຖືກ ເຮັດໃຫ້ຕົກຕ່ຳລົງ ແລະ ຈະເວົ້າຈາກພື້ນດິນຄຳເວົ້າຂອງເຈົ້າຈະມາຈາກເບື້ອງຕ່ຳຈາກຝຸ່ນດິນ ສຽງຂອງເຈົ້າຈະເຫມືອນກັບຜີທີ່ອອກມາຈາກພື້ນດິນ ແລະ ຄຳເວົ້າຂອງເຈົ້າຈະແຜ່ວເບົາຈາກຝຸ່ນດິນ
\s5
\v 5 ຄົນລວງຫລາຍທີ່ເປັນພວກຜູ້ຮຸກຮານເຈົ້າຈະເປັນເຫມືອນຝຸ່ນດິນ ແລະ ຝູງຊົນຂອງພວກທີ່ໂຫດຮ້າຍຈະເປັນເຫມືອນແກລົບທີ່ກະຈາຍໄປມັນຈະເກີດຂຶ້ນໃນທັນທີພຽງແປບດຽວ
\v 6 ພຣະຢາເວຈອມໂຍທາຈະມາຫາເຈົ້າດ້ວຍຟ້າຮ້ອງດ້ວຍແຜ່ນດິນໄຫວດ້ວຍສຽງດັງສະນັ່ນດ້ວຍລົມແຮງແລະພາຍຸກ້າ ແລະດ້ວຍເປວໄຟທີ່ເຜົາ
\s5
\v 7 ມັນຈະເປັນເຫມືອນກັບຄວາມຝັນ ນິມິດໃນຕອນກາງຄືນຄົນຫລວງຫລາຍຂອງຊົນຊາດທັງຫລາຍຈະຕໍ່ສູ້ກັບເຢຣູຊາເລັມແລະທີ່ກຳບັງເຂັ້ມແຂງຂອງເມືອງນັ້ນພວກເຂົາຈະສູ້ຮົບກັບເມືອງນັ້ນແລະບັນດາປ້ອມປາການຂອງເມືອງນັ້ນແລະຢຽບຢ້ຳເມືອງນັ້ນ
\v 8 ມັນຈະເປັນເຫມືອນກັບຄົນຫິວທີ່ຝັນວ່າເຂົາກຳລັງກິນຢູ່ແຕ່ເມື່ອເຂົາຕື່ນຂຶ້ນມາກະເພາະຂອງເຂົາກໍວ່າງເປົ່າມັນຈະເປັນເຫມືອນກັບຄົນທີ່ກະຫາຍທີ່ຝັນວ່າເຂົາກຳລັງດື່ມຢູ່ແຕ່ເມື່ອເຂົາຕື່ນຂຶ້ນມາເຂົາກໍອ່ອນເປືອຍດ້ວຍຄວາມກະຫາຍທີ່ຍັງບໍ່ເຊົ່າໄປແມ່ນແລ້ວເພາະຈະເປັນຊົນຊາດຈຳນວນຫລາຍທີ່ຕໍ່ສູ້ກັບພູເຂົາຊີໂອນ
\s5
\v 9 ຈົ່ງເຮັດຕົວເອງໃຫ້ພິສະວົງ ແລະ ຕົກຕະລຶງຈົ່ງເຮັດຕົວເອງໃຫ້ມືດບອດແລະເປັນຄົນຕາບອດຈົ່ງມືນເມົາແຕ່ບໍ່ແມ່ນດ້ວຍເຫລົ້າອະງຸ່ນຈົ່ງໂຊເຊໄປແຕ່ບໍ່ແມ່ນດ້ວຍເມໄຮ
\v 10 ເພາະພຣະຢາເວໄດ້ຊົງເທວິນຍານແຫ່ງການຫລັບສະນິດລົງມາເທິງພວກເຈົ້າພວກຜູ້ເຜີຍຂໍ້ຄຳສັ່ງພຣະອົງໄດ້ຊົງປິດຕາຂອງພວກເຈົ້າແລ້ວ ແລະ ພວກຜູ້ທຳນາຍພຣະອົງໄດ້ຊົງຄຸມຫົວຂອງພວກເຈົ້າແລ້ວ
\s5
\v 11 ການສຳແດງທັງຫມົດທີ່ໄດ້ມາເຖິງພວກເຈົ້າເປັນຖ້ອຍຄຳຂອງຫນັງສືທີ່ປິດພະນຶກໄວ້ຕໍ່ພວກເຈົ້າ ທີ່ຄົນທັງຫລາຍຈະໃຫ້ແກ່ຄົນທີ່ອ່ານອອກແລະກ່າວວ່າ "ຈົ່ງອ່ານນີ້" ເຂົາກໍຈະກ່າວວ່າ "ເຮົາອ່ານບໍ່ໄດ້ ເພາະມັນຖືກປິດພະນຶກໄວ້"
\v 12 ຖ້າຫນັງສືເລັມນັ້ນໄດ້ໃຫ້ແກ່ຄົນທີ່ອ່ານບໍ່ອອກ ແລະກ່າວວ່າ "ຈົ່ງອ່ານນີ້"ເຂົາກໍຈະກ່າວວ່າ "ເຮົາອ່ານບໍ່ອອກ"
\s5
\v 13 ອົງພຣະຜູ້ເປັນເຈົ້າໄດ້ກ່າວວ່າ "ຊົນຊາດນີ້ມາໃກ້ເຮົາດ້ວຍປາກຂອງພວກເຂົາແລະໃຫ້ກຽດເຮົາດ້ວຍຮີມຝີປາກຂອງພວກເຂົາແຕ່ໃຈຂອງພວກເຂົາຢູ່ຫ່າງໄກຈາກເຮົາກຽດທີ່ພວກເຂົາໃຫ້ແກ່ເຮົາເປັນພຽງກົດບັນຍັດຂອງມະນຸດທີ່ໄດ້ສອນກັນມາ
\v 14 ເພາະສະນັ້ນ ເບິ່ງເຖີດ ເຮົາຈະລົງມືເຮັດສິ່ງມະຫັດສະຈັນທ່າມກາງຊົນຊາດນີ້ ອັດສະຈັນແລ້ວອັດສະຈັນອີກ ປັນຍາຂອງຄົນມີ ປັນຍາຂອງພວກເຂົາຈະພິນາດໄປ ແລະຄວາມເຂົ້າໃຈຂອງຄົນທີ່ມີຄວາມເຂົ້າໃຈຈະຫາຍໄປ"
\s5
\v 15 ວິບັດແກ່ຄົນເຫລົ່ານັ້ນທີ່ເຊື່ອງແຜນງານຂອງພວກເຂົາໄວ້ລຶກໆ ຈາກພຣະຢາເວແລະການກະທຳຕ່າງໆ ຂອງພວກເຂົາຢູ່ໃນຄວາມມືດ ພວກເຂົາກ່າວວ່າ "ໃຜຈະເຫັນເຮົາ ແລະໃຜຈະຮັູຈັກເຮົາ?"
\s5
\v 16 ພວກເຈົ້າເຮັດສິ່ງຕ່າງໆ ຫນ້າມືເປັນຫລັງມື ຈະຖືວ່າຊ່າງປັ້ນຫມໍ້ເປັນເຫມືອນກັບດິນຫນຽວບໍ ເພື່ອວ່າສິ່ງທີ່ຖືກສ້າງຈະເວົ້າເຖິງເຂົາຜູ້ທີ່ສ້າງມັນຂຶ້ນມາວ່າ "ເຂົາບໍ່ໄດ້ສ້າງເຮົາ" ບໍ ສິ່ງທີ່ຖືກປັ້ນເວົ້າເຖິງເຂົາຜູ້ທີ່ປັ້ນມັນວ່າ "ເຂົາບໍ່ມີຄວາມເຂົ້າໃຈ?"
\s5
\v 17 ໃນເວລາແປບດຽວ ເລບານອນຈະກາຍເປັນທຸ່ງນາ ແລະທຸ່ງນານັ້ນຈະກາຍເປັນປ່າ
\v 18 ໃນມື້ນັ້ນ ຄົນຫູນວກຈະໄດ້ຍິນຖ້ອຍຄຳຂອງຫນັງສື ແລະຕາຂອງຄົນ ຕາບອດຈະເບິ່ງເຫັນໃນທີ່ມືດທຶບ
\v 19 ຄົນທີ່ຖືກບີບບັງຄັບຈະຊື່ນຊົມຍິນດີໃນພຣະຢາເວອີກຄັ້ງ ແລະຄົນຍາກຈົນ ທ່າມກາງມະນຸດຈະຊື່ນຊົມຍິນດີໃນອົງບໍລິສຸດຂອງອິດສະຣາເອນ
\s5
\v 20 ເພາະຄົນໂຫດຮ້າຍຈະຫມົດໄປ ແລະຄົນມັກເຍາະເຢີ້ຈະຫາຍໄປ ຄົນເຫລົ່ານັ້ນທຸກຄົນທີ່ຮັກໃນການເຮັດຊົ່ວຈະຖືກຕັດອອກ
\v 21 ຜູ້ທີ່ເຮັດໃຫ້ຄົນຫນຶ່ງກາຍເປັນຜູ້ກະທຳຜິດດ້ວຍຄຳດຽວ ພວກເຂົາວາງບ່ວງດັກຄົນທີ່ສະແຫວງຫາຄວາມຍຸດຕິທຳທີ່ປະຕູເມືອງແລະເຮັດໃຫ້ຄົນຊອບທຳຕົກຕ່ຳລົງດ້ວຍການຕວະທີ່ເປົ່າປະໂຫຍດ
\s5
\v 22 ເພາະສະນັ້ນ ພຣະຢາເວຜູ້ໄດ້ຊົງໄຖ່ອັບຣາຮາມ ພຣະຢາເວກ່າວກ່ຽວກັບເຊື້ອສາຍຂອງຢາໂຄບດັ່ງນີ້ວ່າ "ຢາໂຄບຈະບໍ່ໄດ້ຮັບຄວາມອັບອາຍອີກຕໍ່ໄປ ແລະໃບຫນ້າຂອງເຂົາຈະບໍ່ຊີດລົງອີກຕໍ່ໄປ
\v 23 ແຕ່ເມື່ອເຂົາເຫັນລູກຫລານຂອງເຂົາ ຊຶ່ງເປັນຜົນງານແຫ່ງມືຂອງເຮົາ ພວກເຂົາຈະເຮັດໃຫ້ນາມຂອງເຮົາສັກສິດ ພວກເຂົາຈະເຮັດໃຫ້ນາມຂອງອົງບໍລິສຸດຂອງຢາໂຄບສັກສິດ ແລະພວກເຂົາຈະຍືນໃນຄວາມຫນ້າເກງຂາມຂອງພຣະເຈົ້າແຫ່ງອິດສະຣາເອນ
\v 24 ພວກຄົນທີ່ເຂົ້າໃຈຜິດໃນຈິດໃຈຈະມີ ຄວາມເຂົ້າໃຈຫລາຍຂຶ້ນ ແລະພວກຄົນທີ່ມັກຈົ່ມກໍຈະຮຽນຄວາມຮູ້"
\s5
\c 30
\cl ບົດທີ 30
\p
\v 1 ວິບັດແກ່ລູກຫລານທີ່ກະບົດ, "ນີ້ຄືຄຳປະກາດຂອງພຣະຢາເວ. "ພວກເຂົາວາງແຜນຕ່າງໆ, ແຕ່ບໍ່ໄດ້ມາຈາກເຮົາ; ພວກເຂົາເຮັດສັນຍາກັບຊົນຊາດອື່ນໆ, ແຕ່ພວກເຂົາບໍ່ໄດ້ຮັບການແນະນຳຈາກ ວິນຍານຂອງເຮົາ, ເພາະສະນັ້ນ ພວກເຂົາຈຶ່ງເພີ່ມບາບເຂົ້າກັບບາບ.
\v 2 ພວກເຂົາໄດ້ອອກເດີນທາງລົງໄປຍັງເອຢິບ, ແຕ່ບໍ່ໄດ້ບອກຂໍຄຳປຶກສາຂອງເຮົາ. ພວກເຂົາ ສະແຫວງຫາການຄຸ້ມຄອງຈາກຟາໂລ ແລະ ຫາທີ່ກຳບັງໃຕ້ຮົ່ມເງົາຂອງເອຢິບ.
\s5
\v 3 ເພາະສະນັ້ນ ການຄຸ້ມຄອງຂອງຟາໂລຈະເປັນຄວາມອັບອາຍຂອງພວກເຈົ້າ, ແລະ ທີ່ກຳບັງໃຕ້ຮົ່ມເງົາຂອງເອຢິບຈະເປັນຄວາມຂາຍຫນ້າຂອງພວກເຈົ້າ,
\v 4 ເຖິງແມ່ນວ່າພວກເຈົ້ານາຍຂອງພວກເຂົາຢູ່ທີ່ໂຊອານ ແລະ ບັນດາຜູ້ສົ່ງຂ່າວສານໄດ້ມາຍັງຮາເນັດ.
\v 5 ພວກເຂົາທຸກຄົນຈະໄດ້ຮັບຄວາມອັບອາຍ ເພາະຊົນຊາດທີ່ບໍ່ສາມາດຊ່ວຍເຫລືອບໍ ໃຫ້ປະໂຫຍດເລີຍ, ມີແຕ່ຄວາມອັບອາຍ ແລະ ຄົນຂາຍຫນ້າ."
\s5
\v 6 ຄຳປະກາດກ່ຽວກັບບັນດາສັດປ່າແຫ່ງເນກຽບ ພວກເຂົາໄດ້ຂົນສັບສິນຂອງພວກເຂົາໄປເທິງຫລັງແບ້ ແລະຂົນສັບສົມບັດຂອງພວກເຂົາໄປເທິງໂຫນກອູດ ຜ່ານໄປຕາມແຜ່ນດິນທີ່ຍາກລຳບາກແລະອັນຕະລາຍ ທີີ່ມີສິງໂຕຕົວເມຍແລະສິ່ງໂຕ ງູພິດແລະງູແມວເຊົາ ໄປຍັງຊົນຊາດທີ່ຊ່ວຍເຫລືອພວກເຂົາບໍ່ໄດ້
\v 7 ເພາະຄວາມຊ່ວຍເຫລືອຂອງອີ່ຢິບກໍໄຮ້ຄ່າ ເພາະສະນັ້ນ ເຮົາຈຶ່ງໄດ້ຮ້ອງປະເທດນັ້ນວ່າຮາເຫັບຜູ້ທີ່ນັ່ງຊື່
\s5
\v 8 ບັດນີ້ ຈົ່ງໄປເຖີດ ຈົ່ງຂຽນລົງເທິງແຜ່ນຈາລຶກຕໍ່ຫນ້າພວກເຂົາ ແລະຈາລຶກໄວ້ເທິງຫນັງສືມ້ວນ ເພື່ອວ່າມັນຈະຖືກເກັບຮັກສາໄວ້ເພື່ອເປັນພະຍານໃນເວລາທີ່ຈະມາເຖິງ
\v 9 ເພາະຄົນເຫລົ່ານີ້ເປັນຊົນຊາດທີ່ກະບົດລູກຫລານທີ່ຕວະ ລູກຫລານທີ່ບໍ່ຟັງຄຳສັ່ງສອນຂອງພຣະຢາເວ
\s5
\v 10 ພວກເຂົາກ່າວກັບພວກຫມໍດູວ່າ "ຢ່າເບິ່ງເລີຍ" ແລະກ່າວກັບພວກຜູ້ເຜີຍຂໍ້ຄຳສັ່ງວ່າ "ຢ່າເຜີຍຂໍ້ຄຳສັ່ງຄວາມຈິງຕໍ່ເຮົາເລີຍ ຈົ່ງກ່າວຖ້ອຍຄຳທີຍົກຍໍເຮົາຈົ່ງເຜີຍຂໍ້ຄຳສັ່ງພາບມາຍາ
\v 11 ຈົ່ງຫັນໄປ ໃຫ້ພົ້ນທາງນີ້ ຈົ່ງຫັນໄປຈາກວິຖີນີ້ ຈົ່ງເຮັດໃຫ້ອົງບໍລິສຸດແຫ່ງອິດສະຣາເອນໄດ້ຊົງຢຸດກ່າວຕໍ່ຫນ້າພວກເຮົາ"
\s5
\v 12 ດ້ວຍເຫດນີ້ ອົງບໍລິສຸດແຫ່ງອິດສະຣາເອນຈຶ່ງກ່າວວ່າ "ເພາະພວກເຈົ້າປະຕິເສດ ຖ້ອຍຄຳນີ້ແລະວາງໃຈໃນການບີບບັງຄັບແລການຫລອກລວງແລະພັກອາໃສສິ່ງນີ້
\v 13 ເພາະສະນັ້ນຄວາມບາບນີ້ຈະເປັນເຫມືອນກັບສ່ວນທີ່ແຕກທີ່ພ້ອມຈະລົ້ມລົງມາຕໍ່ພວກເຈົ້າ ເຫມືອນກັບຮອຍໂປ່ງອອກມາໃນກຳແພງສູງທີ່ຈະພັງລົງມາໃນທັນທີ ໃນເວລາແປບດຽວ"
\s5
\v 14 ພຣະອົງຈະຊົງເຮັດໃຫ້ມັນພັງເຫມືອນກັບເຄື່ອງໃຊ້ທີ່ແຕກຫັກຂອງຊ່າງປັ້ນຫມໍ້ ພຣະອົງຈະບໍ່ຊົງເກັບມັນໄວ້ ເພື່ອຈະບໍ່ໃຫ້ພົບເສດຊິ້ນສ່ວນຈັກອັນຫນຶ່ງທີ່ຈະຕັກໄຟຈາກຂ້າງເຕົາ ຫລືໃຊ້ຕັກນ້ຳຈາກບໍ່ເກັບນ້ຳໄດ້
\s5
\v 15 ເພາະນີ້ຄືສິ່ງພຣະຢາເວອົງພຣະຜູ້ເປັນເຈົ້າ ອົງບໍລິສຸດຂອງອິດສະຣາເອນກ່າວວ່າ "ພວກເຈົ້າຈະປອດໄພໃນການຫັນກັບແລະການຢຸດພັກໃນຄວາມງຽບສະງົບແລະໃນຄວາມໄວ້ວາງໃຈຈະເປັນກຳລັງຂອງພວກເຈົ້າ ແຕ່ພວກເຈົ້າກໍບໍ່ຍອມເຮັດຕາມ
\v 16 ພວກເຈົ້າໄດ້ກ່າວວ່າ 'ບໍ່ເອົາ ເພາະເຮົາຈະຂີ່ມ້າຫນີໄປ' ເພາະສະນັ້ນ ພວກເຈົ້າກໍຈະຫນີໄປ ແລະວ່າ 'ພວກເຮົາຈະຂີ່ມ້າທີ່ໄວສຸດ' ເພາະສະນັ້ນ ພວກຄົນທີ່ໄລ່ຕາມພວກເຈົ້າກໍຈະໄວສຸດ
\s5
\v 17 ຄົນຫນຶ່ງພັນຄົນຈະຫນີໄປເພາະຄຳຂູ່ ຂອງຄົົນໆດຽວ ເພາະຄຳຂູ່ຂອງຄົນຫ້າຄົນ ພວກເຈົ້າຈະຫນີໄປຈົນຄົນທີ່ເຫລືອຢູ່ຂອງເຈົ້າຈະເປັນເຫມືອນກັບເສົາທຸງເທິງຍອດເຂົາ ຫລືເຫມືອນກັບທຸງເທິງເນີນເຂົາ"
\s5
\v 18 ແຕ່ພຣະຢາເວກຳລັງຊົງລໍຖ້າທີ່ຈະກະຣຸນາຕໍ່ພວກເຈົ້າ ເພາະສະນັ້ນ ພຣະອົງຈຶ່ງຊົງພ້ອມທີ່ຈະສຳແດງເມດຕາຕໍ່ພວກເຈົ້າ ເພາະພຣະຢາເວຊົງເປັນພຣະເຈົ້າແຫ່ງຄວາມຍຸດຕິທຳ ທຸກຄົນທີ່ລໍຖ້າພຣະອົງກໍເປັນສຸກ
\v 19 ເພາະຊົນຊາດຫນຶ່ງຈະອາໃສຢູ່ໃນຊີໂອນ ໃນກຸງເຢຣູຊາເລັມ ແລະພວກເຈົ້າຈະບບໍ່ຮ້ອງໃຫ້ອີກຕໍ່ໄປ ພຣະອົງຈະຊົງກະຣຸນາຕໍ່ສຽງຮ້ອງໃຫ້ຂອງພວກເຈົ້າຢ່າງແນ່ນອນເມື່ອພຣະອົງຊົງໄດ້ຍິນ ພຣະອົງຈະຊົງຕອບພວກເຈົ້າ
\s5
\v 20 ເຖິງແມ້ນວ່າພຣະຢາເວປະທານເຂົ້າຫນົມປັງແຫ່ງຄວາມຍາກລຳບາກແລະນ້ຳແຫ່ງຄວາມທຸກໃຈແກ່ພວກເຈົ້າ ແມ້ນສະນັ້ນ ພະອາຈານຂອງພວກເຈົ້າຈະບໍ່ຊົງເຊືອງພຣະອົງເອງອີກຕໍ່ໄປ ແຕ່ພວກເຈົ້າຈະເຫັນພະອາຈານຂອງພວກເຈົ້າດ້ວຍຕາຂອງພວກເຈົ້າເອງ
\v 21 ເມື່ອພວກເຈົ້າຫັນໄປທາງຂວາ ຫລືເມື່ອພວກເຈົ້າຫັນໄປທາງຊ້າຍ ຫູຂອງພວກເຈົ້າຈະໄດ້ຍິນຄຳຂ້າງຫລັງພວກເຈົ້າວ່າ "ນີ້ເປັນຫົນທາງ ຈົ່ງຍ່າງໃນທາງນີ້"
\s5
\v 22 ພວກເຈົ້າຈະເຮັດໃຫ້ບັນດາຮູບແກະສະລັກຊຸບເງິນຂອງພວກເຈົ້າ ແລະຮູບຫລໍ່ທອງຄຳຂອງພວກເຈົ້າເຊື່ອມຄວາມສັກສິດ ພວກເຈົ້າຈະຂວ້າງພວກມັນຖິ້ມໄປເຫມືອນກັບຜ້າຊັບປະຈຳເດືອນ ພວກເຈົ້າຈະກ່າວຍກັບພວກມັນວ່າ "ໄປໃຫ້ພົ້ນຈາກທີ່ນີ້"
\s5
\v 23 ພຣະອົງຈະປະທານຝົນໃຫ້ກັບເມັດພື້ດທີ່ພວກເຈົ້າໄດ້ວ່ານເທິງດິນ ແລະອາຫານຈາກພື້ນດິນຢ່າງບໍລິບູນ ແລະພື້ດຜົນເຫລົ່ານັ້ນຈະອຸດົມສົມບູນ ໃນມື້ນັ້ນຝູງງົວຂອງເຈົ້າຈະຫາກິນໃນທຸ່ງຫຍ້າກວ້າງມໃຫຍ່
\v 24 ບັນດາງົວແລະແບ້ທີ່ໄຖນາ ຈະກິນອາຫານຢ່າງດີ
\s5
\v 25 ເທິງພູເຂົາສູງທຸກລູກແລະເທິງເນີນເຂົາທຸກເນີນ ຈະມີລຳຫ້ວຍແລະລຳທານທີ່ມີນ້ຳໄຫລໃນມື້ທີ່ມີການເຂັ່ນຂ້າຄັ້ງໃຫຍ່ ເມື່ອຫໍຄອຍເຫລົ່ານັ້ນພັງລົງມາ
\v 26 ແສງ ຂອງດວງຈັນຈະເປັນເຫມືອນກັບແສງຂອງດວງອາທິດ ແລະແສງຂອງດວງອາທິດຈະສະຫວ່າງຂຶ້ນເປັນເຈັດເທົ່າ ເຫມືອນກັບແສງສະຫວ່າງຂອງເຈັດມື້ ພຣະຢາເວຈະພັນຮອຍແຜຂອງຊົນຊາດຂອງພຣະອົງແລະຊົງຮັກສາຮອຍຊ້ຳຂອງພວກເຂົາທີ່ພຣະອົງເຮັດໃຫ້ບາດເຈັບ
\s5
\v 27 ເບິ່ງເຖີດ ພຣະນາມຂອງພຣະຢາເວມາຈາກທີ່ໄກ ເຜົາຜານດ້ວຍໃຈຮ້າຍແລະດ້ວຍຄວັນຫນາທຶບ ໃນໃຈຂອງພຣະອົງຈະເຕັມດ້ວຍຄວາມໃຈຮ້າຍ ແລະຊິວຫາຂອງພຣະອົງເປັນເຫມືອນໄຟທີ່ເຜົາຜານ
\v 28 ລົມຫາຍໃຈຂອງພຣະອົງຈະເປັນເຫມືອນກະແສນ້ຳແຮງຮາກທີ່ຖ້ວມທັບມາເຖິງຄໍ ເພື່ອຝັດຮ່ອນຊົນຊາດທັງຫລາຍດ້ວຍຕະແກງຮ່ອນແຫ່ງການທຳລາຍ ລົົມພຫາຍໃຈຂອງພຣະອົງເປັນບັງທີ່ຂາກັນໄກຂອງຊົນຊາດທັງຫລາຍທີ່ເຮັດໃຫ້ພວກເຂົາຫລົງທາງໄປ
\s5
\v 29 ພວກເຈົ້າຈະມີບົດເພງເຫມືອນຢ່າງໃນຄືນທີ່ມີເທດສະການລ້ຽງສັກສິດໄດ້ຈັດຂຶ້ນແລະມີໃຈຍິນດີໃນເຫມືອນຢ່າງທີ່ຄົນຫນຶ່ງໄດ້ຕາມສຽງຂະລຸ່ຍໄປຍັງພູເຂົາຂອງພຣະຢາເວ ໄປຍັງຫີນແຫ່ງອິດສະຣາເອນ
\s5
\v 30 ພຣະຢາເວຈະຊົງເຮັດໃຫ້ຄົນໄດ້ຍິນສຽງອັນຊົງພະລັ່ງຂອງພຣະອົງ ແລະຊົງເຮັດໃຫ້ເຫັນການຟາດຫູຂອງພຣະອົງລົງມາດ້ວຍຄວາມໂກດຮ້າຍຢ່າງ ຮຸນແຮງແລະດ້ວຍເປວໄຟ ດ້ວຍລົມພາຍຸ ພາຍຸຝົນແລະລູກເຫັບ
\s5
\v 31 ເພາະສຽງຂອງພຣະຢາເວຄົນອັດຊີເຣຍຈະຖືກເຮັດໃຫ້ກະແຈກກະຈາຍໄປ ພຣະອົງຈະຊົງຕີພວກເຂົາດ້ວຍໄມ້
\v 32 ທຸກຈັງວະຂອງໄມ້ລຽວທີ່ໃຊ້ລົງໂທດຊຶ່ງພຣະຢາເວຈະຊົງຫວດບົດພວກເຂົາຈະເຂົ້າກັນກັບສຽງດົນຕີຂອງກອງແລະພິນເຂົາຄູ່ ຂະນະທີ່ພຣະອົງຊົງສູ້ຮົບແລະຕໍ່ສູ້ກັບພວກເຂົາ
\s5
\v 33 ເພາະທີ່ສຳຫລັບເຜົາກໍໄດ້ຕຽມໄວ້ດົນແລ້ວ ແທ້ຈິງແລ້ວ ທີ່ນັ້ນໄດ້ຖືກຕຽມໄວ້ສຳຫລັບກະສັດ ແລະພຣະເຈົ້າຊົງເຮັດໃຫ້ມັນລຶກແລະກວ້າງ ກອງນັ້ນກໍພ້ອມດ້ວຍໄຟແລະຟືນຫລວງຫລາຍ ລົມຫາຍໃຈແຫ່ງພຣະຢາເວເຫມືອນກັບຈະຈູດໄຟໃຫ້ລຸກຂຶ້ນ
\s5
\c 31
\cl ບົດທີ 31
\p
\v 1 ວິບັດແກ່ພວກຄົນທີ່ລົງໄປຍັງອີ່ຢິບເພື່ອຂໍຄວາມຊ່ວຍເຫລືອແລະພິ່ງພາມ້າທັງຫລາຍ ແລະວາງໃຈໃນບັນດາລົດມ້າສຶກ (ເພາະມີຫລວງຫລາຍ) ແລະວາງໃຈໃນພວກພົນມ້າ (ເພາະມີນັບບໍ່ຖ້ວນ)
\v 2 ແຕ່ພວກເຂົາບໍ່ໄດ້ໃສ່ໃຈກັບອົງບໍລິສຸດຂອງອິດສະຣາເອນ ອີກທັງພວກເຂົາກໍບໍ່ສະແຫວງຫາພຣະຢາເວເລີຍ ແຕ່ພຣະອົງຊົງສະຫລາດແລະພຣະອົງຈະຊົງນຳໄພພິບັດມາ ແລະຈະບໍ່ຊົງຖອນຂໍ້ຄຳສັ່ງຂອງພຣະອົງ ພຣະອົງຈະຊົງລຸກຂຶ້ນຕໍ່ສູ້ກັບວົງວານທີ່ເຮັດຊົ່ວ ແລະຕໍ່ສູ້ກັບພວກຜູ້ທີ່ຊ່ວຍເຫລືອຂອງພວກຄົນທີ່ເຮັດບາບ
\s5
\v 3 ເອຢິບເປັນມະນຸດ ບໍ່ແມ່ນພຣະເຈົ້າ, ມ້າທັງຫລາຍຂອງພວກເຂົາເປັນເລືອດເນື້ອ ແລະ ບໍ່ແມ່ນວິນຍານ. ເມື່ອພຣະຢາເວຊົງຍືນມືອອກ ຄົນທີ່ຊ່ວຍເຫລືອກໍຈະລົ້ມ ແລະ ຄົນທີ່ໄດ້ຮັບການຊ່ວຍເຫລືອຈະລົ້ມລົງ; ທັງສອງກໍຈະພິນາດໄປດ້ວຍກັນ.
\s5
\v 4 ພຣະຢາເວກ່າວກັບຂ້ານ້ອຍດັ່ງນີ້ວ່າ "ເຫມືອນກັບສິງໂຕຫລືສິງໂຕຫນຸ່ມທີ່ ຄຳຮາມຢູ່ເຫນືອເຫຍື່ອຂອງມັນ ເມື່ອພວກຜູ້ລ້ຽງແກະກຸ່ມຫນຶ່ງໄດ້ຖືກຮ້ອງໃຫ້ມາ ຕໍ່ສູ້ກັບມັນ ແຕ່ມັນກໍບໍ່ຫວັ່ນຢ້ານຕໍ່ສຽງຂອງພວກເຂົາ ອີກທັງບໍ່ຄານຫນີໄປຈາກສຽງຂອງພວກເຂົາ ດັ່ງນັ້ນ ພຣະຢາເວຈອມໂຍທາຈະມາເພື່ອສູ້ຮົບເທິງພູເຂົາຊີໂອນ ເທິງເນີນເຂົານັ້ນ
\s5
\v 5 ເຫມືອນກັບນົກທີ່ບິນເປັນຝູງ ເພາະສະນັ້ນພຣະຢາເວຈອມໂຍທາຈະຊົງປົກປ້ອງກຸງເຢຣູຊາເລັມ ພຣະອົງຈະຊົງປົກປ້ອງແລະຊ່ວຍຊີວິດຂະນະທີ່ພຣະອົງຜ່ານຂ້າມເມືອງນັ້ນແລະປົກປ້ອງເມືອງນັ້ນໄວ້
\v 6 ປະຊາກອນອິດສະຣາເອນເອີຍ ຈົ່ງກັບມາຫາພຣະອົງທີ່ພວກເຈົ້າໄດ້ຫັນໄປຈາກ ພຣະອົງຢ່າງສິ້ນເຊິງ
\v 7 ເພາະໃນມື້ນັ້ນແຕ່ລະຄົນຈະກຳຈັດຮູບເຄົາລົບເງິນແລະຮູບເຄົາຮົບທອງຄຳຂອງເຂົາທີ່ໄດ້ສ້າງດ້ວຍມືທີ່ເຕັມດ້ວຍບາບຂອງພວກເຈົ້າເອງ
\v 8 ຄົນອັດຊີເຣຍຈະລົ້ມລົງດ້ວຍດາບ ດາບທີ່ບໍ່ໄດ້ເຮັດໂດຍມະນຸດຈະລ້າງຜານເຂົາ ເຂົາຈະຫນີຈາກດາບນັ້ນ ແລະພວກຄົນຫນຸ່ມຂອງເຂົາຈະຖືກບັງຄັບໃຫ້ເຮັດວຽກຫນັກ
\v 9 ພວກເຂົາຈະສູນເສຍຄວາມຫມັ້ນໃຈໄປຫມົດສິ້ນ ເພາະຄວາມຢ້ານກົວ ແລະພວກເຈົ້ານາຍຂອງເຂົາຈະຢ້ານເມື່ອເບິ່ງເຫັນທຸງແຫ່ງສົງຄາມຂອງພຣະຢາເວ ນີ້ເປັນຄຳປະກາດຂອງພຣະຢາເວ ນີ້ເປັນຄຳປະກາດຂອງພຣະຢາເວ ຜູ້ທີ່ໄຟຂອງພຣະອົງຢູ່ໃນຊີໂອນ ແລະຜູ້ທີ່ເຕົາເຜົາຂອງພຣະອົງຢູ່ໃນກຸງເຢຣູຊາເລັມ"
\s5
\c 32
\cl ບົດທີ 32
\p
\v 1 ເບິ່ງເຖີດກະສັດອົງຫນຶ່ງຈະຄອບຄອງດ້ວຍຄວາມຊອບທຳ ແລະ ບັນດາເຈົ້ານາຍຈະປົກຄອງດ້ວຍຄວາມຍຸດຕິທຳ
\v 2 ແຕ່ລະຄົນຈະເປັນເຫມືອນທີ່ກຳບັງຈາກກົມ ແລະ ທີ່ຄຸ້ມກັນຈາກພາຍຸເຫມືອນກັບລຳທານນ້ຳທັງຫລາຍໃນທີ່ແຫ້ງແລ້ງເຫມືອນກັບຮົ່ມເງົາ ຂອງຫີນໃຫຍ່ໃນແຜ່ນດິນທີ່ແຫ້ງແລ້ງ
\v 3 ແລ້ວຕາຂອງພວກຄົນທີ່ເຫັນຈະບໍ່ມົວໄປແລະຫູຂອງພວກຄົນທີ່ໄດ້ຍິນຈະຟັງຢ່າງຕັ້ງໃຈ
\s5
\v 4 ຄົນທີ່ຫຸນຫັນພະລັນແລ່ນຈະຄິດຢ່າງຮອບຄອບດ້ວຍຄວາມເຂົ້າໃຈ ແລະຄົນທີ່ຕິດອ່າງຈະເວົ້າຊັດຖ້ອຍຊັດຄຳແລະສະລານ
\v 5 ຄົນໂງ່ຈະບໍ່ຖືກຮ້ອງກວ່າຄົນມີກຽດອີກຕໍ່ໄປ ອີກທັງຄົນທີ່ຫລອກລວງກໍຈະບໍ່ໄດ້ຖືກຮ້ອງວ່າຄົນສຳຄັນອີກຕໍ່ໄປ
\v 6 ເພາະຄົນໂງ່ເວົ້າຄວາມໂງ່ຈ້າ ແລະໃຈຂອງເຂົາກໍວາງແຜນຊົ່ວຮ້າຍແລະການກະທຳອາທຳແລະເຂົາເວົ້າບໍ່ຖືກຕ້ອງກ່ຽວກັບພຣະຢາເວ ເຂົາເຮັດໃຫ້ຄົນທີ່ຫິວບໍ່ມີຫຍັງເລີຍ ແລະເຂົາເຮັດໃຫ້ຄົນກະຫາຍຂາກນ້ຳດື່ມ
\s5
\v 7 ວິທີການທັງຫລາຍຂອງຄົນຫລອກລວງກໍຊົ່ວຮ້າຍເຂົາວາງແຜນອາທຳເພື່ອທຳລາຍ ຄົນຈົນດ້ວຍການຕວະຕ່າງໆແມ້ນແຕ່ເມື່ອຄົນຈົນຄົນນັ້ນເວົ້າສິ່ງທີ່ຖືກຳຕ້ອງ
\v 8 ແຕ່ຄົນທີ່ຊື່ຕົງເຮັດແຜນງານທີ່ຊື່ຕົງ ແລະ ເພາະການກະທຳທີ່ຊື່ຕົງຂອງເຂົາແລ້ວເຂົາຈະຢືນຢັດຢູ່ໄດ້
\s5
\v 9 ພວກຜູ້ຍິງທີ່ຢູ່ຢ່າງສະບາຍເອີຍຈົ່ງລຸກຂຶ້ນ ແລະ ຈົ່ງຟັງສຽງຂອງຂ້າພະເຈົ້າພວກລູກສາວທີ່ໄຮ້ກັງວົນຈົ່ງຟັງຂ້າພະເຈົ້າ
\v 10 ເພາະໃນເວລາອີກປີປາຍໆຄວາມຫມັ້ນໃຈຂອງພວກເຈົ້າຈະຫມົດໄປພວກຜູ້ຍິງທີ່ໄຮ້ກັງວົນເອີຍເພາະການເກັບຜົນອະງຸ່ນຈະບໍ່ໄດ້ຜົນ ການເກັບພື້ດຜົນກໍຈະບໍ່ມາເຖິງ
\s5
\v 11 ພວກຜູ້ຍິງທີ່ຢູ່ຢ່າງສະບາຍເອີຍຈົ່ງຕົວສັ່ນ ຈົ່ງເຫນື່ອຍຍາກພວກຄົນທີ່ມີຄວາມຫມັ້ນໃຈຈົ່ງຖອດເສື້ອຜ້າທີ່ງົດງາມຂອງພວກເຈົ້າອອກ ແລະ ເຮັດໃຫ້ຕົວພວກເຈົ້າເປືອຍເປົ່າຈົ່ງເອົາຜ້າກະສອບຄາດເອວພວກເຈົ້າໄວ້
\v 12 ພວກເຈົ້າຈະຮ້ອງໃຫ້ຄ່ຳຄວນເພາະໄຮ່ນາທີ່ແສນສຸກເພາະຕົ້ນອະງຸ່ນລູກດົກ
\v 13 ແຜ່ນດິນຂອງຊົນຊາດາຂອງຂ້າພະເຈົ້າຈະມີພື້ດທີ່ມີຫນາມແລະພຸ່ມໄມ້ຫນາມງອກຂຶ້ນມາ ແມ້ນແຕ່ໃນບ້ານເຮືອນທັງຫມົດທີ່ເຄີຍມ່ວນຊື່ນໃນເມືອງທີ່ເຮຮ່າ
\s5
\v 14 ເພາະພຣະຣາຊວັງຈະຖືກຖິ້ມເມືອງທີ່ມີຄົນຫນາແຫນ້ນກໍຈະຮ້າງເປົ່າເນີນເຂົາ ແລະ ຫໍຄອຍຈະກາຍເປັນຖ້ຳຕະຫລອດໄປ ກາຍເປັນທີ່ເຮາຮ່າຂອງພວກແບ້ປ່າກາຍເປັນທຸ່ງຫຍ້າຂອງຝູງສັດ
\v 15 ຈົນກວ່າຈະຊົງເທພຣະວິນຍານຈາກເບື້ອງເທິງລົງມາເຫນືອພວກເຮົາ ແລະ ຖິ່ນແຫ້ງແລ້ງກັນດານຈະກາຍເປັນໄຮ່ນາທີ່ອຸດົມສົມບູນ ແລະ ໄຮ່ນາທີ່ອຸດົມສົມບູນຈະຖືວ່າເປັນປ່າ
\s5
\v 16 ແລ້ວຄວາມຍຸດຕິທຳຈະອາໃສຢູ່ໃນຖິ່ນແຫ້ງແລ້ງກັນດານ ແລະ ຄວາມຊອບທຳຈະອາໃສຢູ່ໃນທຸ່ງນາທີ່ອຸດົມສົມບູນ
\v 17 ຜົນງານຂອງຄວາມຊອບທຳຈະເປັນສັນຕິສຸກ ແລະ ຜົນຂອງຄວາມຊອບທຳ ຄືຄວາມງຽບສະງົບແລະຄວາມຫມັ້ນໃຈຕະຫລອດໄປ
\v 18 ຊົນຊາດຂອງຂ້າພະເຈົ້າຈະອາໃສໃນທີ່ພັກອາໃສດ້ວຍຄວາມສະງົບສຸກໃນບ້ານເຮືອນທີ່ປອດໄພແລະໃນທີ່ພັກທີ່ງຽບສະງົດ
\s5
\v 19 ແຕ່ເຖິງແມ້ນວ່າມີລູກເຫັບຕົກແລະປ່າຖືກທຳລາຍໄປ ແລະເມືອງກໍພິນາດໄປຈົນສິ້ນຊາກ
\v 20 ພວກເຈົ້າທີ່ວ່ານພື້ດຢູ່ແຄມລະທານນ້ຳທຸກແຫ່ງກໍຈະເປັນສຸກ ພວກເຈົ້າທີ່ປ່ອຍງົວແລະແບ້ຂອງພວກເຈົ້າອອກໄປຫາກິນ
\s5
\c 33
\cl ບົດ​ທີ 33
\p
\v 1 ວິ​ບັດ​ແກ່​ເຈົ້າ, ຜູ້​​ທຳ​ລາຍ​ທີ່​ບໍ່​ເຄີຍ​ຖືກ​ທຳ​ລາຍ! ວິບັດແກ່ຄົນທໍລະຍົດທີ່ພວກເຂົາບໍເຄີຍຖືກທໍລະຍົດ! ເມື່ອເຈົ້າຢຸດທຳລາຍ, ເຈົ້າກໍ່ຈະຖືກທຳລາຍ, ເມື່ອເຈົ້າຢຸດທໍລະຍົດ ພວກເຂົາກໍ່ຈະທໍລະຍົດເຈົ້າ.
\s5
\v 2 ຂ້າແດ່ພຣະເຈົ້າຢາເວ, ຂໍຊົງໂຜດເມດຕາຕໍ່ຂ້ານ້ອຍທັງຫລາຍ; ພວກຂ້ານ້ອຍລໍຖ້າພຣະອົງ; ຂໍຊົງເປັນແຂນໃຫ້ພວກຂ້ານ້ອຍໃນທຸກໆເຊົ້າ, ຂໍຊົງເປັນຄວາມລອດພົ້ນຂອງຂ້ານ້ອຍໃນເວລາຍາກລຳບາກ.
\s5
\v 3 ເມື່ອມີສຽງດັງສະຫນັ່ນ ຊົນຊາດທັງຫລາຍກໍຫນີໄປ, ເມື່ອພຣະອົງຊົງລຸກຂຶ້ນ, ຊົນຊາດທັງຫລາຍກໍ່ກະແຈກກະຈາຍໄປ.
\v 4 ຊັບສິນທີ່ມີຢູ່ຂອງພວກເຈົ້າຖືກນຳມາຮວມກັນຄືກັບຮວບຮວມຝູງຕັກກະແຕນ; ຄົນທັງຫລາຍກໍຈະໂດດຂຸບມັນຄືກັບຝູງຕັກກະແຕນໂດດ.
\s5
\v 5 ພຣະຢາເວ ຊົງເປັນທີ່ຍົກຍໍ. ພຣະອົງຊົງປະທັບໃນທີ່ສູງສຸດ. ພຣະອົງຈະຊົງເຮັດໃຫ້ ຊີໂອນ ເຕັມໄປດ້ວຍຄວາມຍຸດຕິທຳ ແລະ ຄວາມຊອບທຳ.
\v 6 ພຣະອົງຈະຊົງເປັນຄວາມອຸດົມສົມບູນໃນເວລາຂອງພວກເຈົ້າ, ຊົງເປັນຄວາມລອດພົ້ນ, ສະຕິປັນຍາ, ແລະຄວາມຮອບຮູ້; ຄວາມຢໍາເກງພຣະເຈົົ້າແມ່ນຊັບສົມບັດຂອງເຂົາ.
\s5
\v 7 ເບິ່ງເຖີດ, ຄະນະທູດຂອງພວກເຂົາຮ້ອງໄຫ້ຢູ່ຕາມທາງ; ແລະ ພວກນັກການທູດທີ່ຫວັງໃຫ້ມີສັນຕິພາບກໍຮ້ອງໄຫ້ຢ່າງຂົມຂື່ນ.
\v 8 ທາງຫລວງທັງຫລາຍກໍວ່າງເປົ່າ; ບໍ່ມີພວກຄົນເດີນທາງອີກເລີຍ ພັນທະສັນຍາຕ່າງໆ ກໍ່ຖືກຫັກລົງ, ພວກພະຍານກໍຖືກດູຖູກ, ແລະມວນມະນຸດກໍບໍ່ໄດ້ຮັບການນັບຖື.
\s5
\v 9 ແຜ່ນດິນນັ້ນກໍໂສກເສົ້າ ແລະ ຫ່ຽວແຫ້ງໄປ; ເລບານອນກໍອັບອາຍແລະຫ່ຽວແຫ້ງໄປ; ຊາໂຣນ ກໍເປັນດັ່ງຖິ່ນແຫ້ງແລ້ງ; ແລະ ບາຊານ ແລະ ກາເມນ ໃບໄມ້ກໍຫລົ່ນລົງຈາກຕົ້ນຫມົດ.
\s5
\v 10 ພຣະເຈົ້າຢາເວຊົງກ່າວວ່າ, "ບັດນີ້ເຮົາຈະລຸກຂຶ້ນ; ບັດນີ້ເຮົາຈະໄດ້ຮັບການເຊີດຊູ; ບັດນີ້ເຮົາຈະໄດ້ຮັບການຍົກຍ້ອງ.
\v 11 ພວກເຈົ້າຖືພາແຕ່ຂີ້ແກບ ແລະພວກເຈົ້າກໍອອກລູກມາເປັນຕໍເຂົ້າ; ລົມຫາຍໃຈຂອງພວກເຈົ້າເປັນໄຟທີ່ຈະເຜົາຜານພວກເຈົ້າ.
\v 12 ພວກປະຊາຊົນຈະຖືກເຜົາເປັນປູນຂາວ, ຄືກັບຝຸ່ມໄມ້ຫນາມທີ່ຖືກຕັດລົງ ແລະ ຖືກເຜົາໄຟ.
\s5
\v 13 ພວກເຈົ້າທີ່ຢູ່ຫ່າງໄກ, ຈົ່ງຟັງສິ່ງທີ່ເຮົາໄດ້ເຮັດແລ້ວ; ແລະ, ພວກເຈົ້າທີ່ຢູ່ໃກ້, ຈົ່ງຮັບຮູ້ເຖິງອຳນາດຂອງເຮົາ".
\v 14 ພວກຄົນບາບໃນ ຊີໂອນ ຢ້ານກົວ; ຄວາມຢ້ານກົວໄດ້ຄອບງຳພວກຄົນທີ່ຊົ່ວຮ້າຍ. ຜູ້ໃດໃນພວກເຮົາຢູ່ກັບໄຟທີ່ຮ້ອນແຮງໄດ້? ຜູ້ໃດໃນພວກເຮົາຢູ່ກັບການເຜົາໄຫມ້ໄດ້ຕະຫລອດໄປເປັນນິດ?
\s5
\v 15 ຄົນທີ່ຍ່າງດ້ວຍຄວາມຊອບທຳ ແລະ ເວົ້າຢ່າງຊື່ສັດ; ຄົນທີ່ດູຫມິ່ນ ຜົນປະໂຫຍດທີ່ໄດ້ຈາການກົດຂີ່ຂູດຮີດ, ຜູ້ຈະປະຕິເສດທີ່ຈະຮັບສິນບົນ, ຜູ້ທີ່ບໍ່ໄດ້ວາງແຜນການກະທຳສິ່ງຜິດທີ່ຮ້າຍແຮງ, ແລະ ບໍ່ເບິ່ງຄວາມຊົ່ວຮ້າຍ.
\v 16 ເຂົາຈະສ້າງເຮືອນຂອງເຂົາເທິ່ງບ່ອນສູງ; ບ່ອນປ້ອງກັນຂອງເຂົາຈະເປັນປ້ອມປະການຫິນ, ອາຫານແລະນ້ຳຂອງເຂົາຈະມີຢ່າງແນ່ນອນ.
\s5
\v 17 ດວງຕາຂອງພວກເຈົ້າຈະເຫັນກະສັດຜູ້ຊົງສະງ່າງາມ; ພວກເຂົາຈະເຫັນແຜ່ນດິນທີ່ກວ້າງຂວາງ.
\v 18 ຫົວໃຈຂອງເຈົ້າຈະລະລຶກເຖິງຄວາມຢ້ານກົວນັ້ນ; ນັກຂຽນຢູ່ບ່ອນໃດ, ຄົນທີ່ຊັ່ງຈຳນວນເງິນຢູ່ບ່ອນໃດ? ຄົນນັບຈຳນວນຫໍຄອຍເຫລົ່ານັ້ນຢູ່ບ່ອນໃດ?
\v 19 ພວກເຈົ້າຈະບໍ່ໄດ້ເຫັນຊົນຊາດທີ່ເປັນສັດຕູອີກຕໍ່ໄປ, ຊົນຊາດທີ່ມີພາສາແປກໆອອກໄປ, ຜູ້ທີ່ພວກເຈົ້າຟັງບໍ່ເຂົ້າໃຈ.
\s5
\v 20 ຈົ່ງເບິ່ງ ທີ່ຊີໂອນ, ເມືອງແຫ່ງເທດສະການງານລ້ຽງຂອງພວກເຮົາ; ດວງຕາຂອງເຈົ້າຈະເຫັນເມືອງເຢຣູຊາເລັມ ເປັນບ່ອນອາໃສທີ່ສະງົບ, ຈະບໍ່ມີການຍ້າຍຜ້າເຕັ້ນອີກຕໍ່ໄປ, ຫລັກສຽບຈະບໍ່ຖືກຖອນຂຶ້ນມາ ອີກທັງຈະບໍ່ມີເຊືອກຂອງຜ້າເຕັ້ນເສັ້ນໃດທີ່ຂາດເລີຍ.
\v 21 ແຕ່ພຣະຢາເວ ຜູ້ຊົງສະງ່າງາມຈະສະຖິດກັບເຮົາ ໃນທີ່ເຊິ່ງມີແມ່ນ້ຳລຳທານອັນກວ້າງໃຫຍ່, ໃນສະຖານທີ່ຂອງແມ່ນ້ຳ ແລະ ສາຍນ້ຳ ທີ່ກວ້າງໃຫຍ່. ຈະບໍ່ມີ ເຮືອຮົບທີ່ຕິດກັບທະເລສາມາດເດີນທາງໄປໄດ້, ແລະ ບໍ່ມີ ເຮືອຮົບລຳໃຫຍ່ ລຳ ໃດຈະແລ່ນຜ່ານໄປ.
\s5
\v 22 ເພາະພຣະຢາເວ ຊົງເປັນຜູ້ພິພາກສາຂອງພວກເຮົາ, ພຣະຢາເວ ຊົງເປັນຜູ້ບັນຍັດກົດຫມາຍຂອງພວກເຮົາ, ເພາະພຣະຢາເວຊົງເປັນກະສັດຂອງພວກເຮົາ; ພຣະອົງຈະຊົງຊ່ວຍພວກເຮົາໃຫ້ລອດພົ້ນ.
\s5
\v 23 ເຊືອກກາງຜ້າໃບເຮືອຂອງພວກເຈົ້າກໍຍານ; ເຊືອກເຫລົ່ານັ້ນບໍ່ສາມາດຍຶດເສົາກະໂດງ; ຂອງເຮືອໃຫ້ຢູ່ໃນບ່ອນຂອງມັນໄດ້; ເມື່ອມີການແບ່ງສັບສົມບັດທີ່ຢຶດມາຢ່າງຫລວງຫລາຍ, ຄົນຂາພິການກໍຈະລາກຂອງທີ່ຍຶດມານັ້ນໄປໄດ້.
\v 24 ພວກຊາວເມືອງຈະບໍ່ເວົ້າວ່າ "ຂ້ອຍປ່ວຍໃຂ້ຢູ່" ປະຊາຊົນທີ່ອາໄສຢູ່ທີ່ນັ້ນຈະໄດ້ຮັບການອະໄພໃຫ້ກັບຄວາມຜິດບາບຂອງເຂົາ.
\s5
\c 34
\cl ບົດທີ 34
\p
\v 1 ປະຊາຊາດທັງຫລາຍເອີຍ, ຈົ່ງເຂົ້າມາໃກ້, ແລະຟັງ; ຊົນຊາດທັງຫລາຍເອີຍ, ຈົ່ງຕັ້ງໃຈຟັງ! ແຜ່ນດິນໂລກ ແລະ ຊັບພະສິ່ງໃນນັ້ນ, ຕ້ອງຟັງ, ໂລກ ແລະ ທຸກສິ່ງທີ່ມາຈາກໂລກ.
\v 2 ເພາະພຣະຢາເວ ຊົງໂກດຮ້າຍແກ່ປະຊາຊາດທັງຫມົດ, ແລະ ຊົງລົງໂທດຕໍ່ກອງທັບທັງຫມົດຂອງພວກເຂົາ, ພຣະອົງຊົງທຳລາຍພວກເຂົາຈົນສິ້ນ, ພຣະອົງໄດ້ມອບພວກເຂົາໃຫ້ແກ່ການຂ້າຟັນ.
\s5
\v 3 ຊາກສົບຂອງພວກເຂົາຈະຖືກແກວ່ງອອກໄປ. ກິ່ນຂອງຊາກສົບຈະເຫມັນປົກຄຸມທົ່ວທຸກຫົນທຸກແຫ່ງ; ແລະ ພູເຂົາທັງຫລາຍຈະນອງເຕັມໄປດ້ວຍເລືອດຂອງພວກເຂົາ.
\v 4 ດວງດາວທັງຫມົດເທິງທ້ອງຟ້າຈະຫາຍໄປ, ແລະ ທ້ອງຟ້າຈະຖືກມ້ວນຄືກັບຫນັງສືມ້ວນ, ແລະ ດວງດາວທັງຫມົດຈະຈາງຫາຍໄປ, ຄືກັບໃບທີ່ຫລົ່ນລົງຈາກເຄືອຫມາກອາງຸ່ນ, ແລະ ຄືກັບຫນ່ວຍຫມາກເດື່ອທີ່ສຸກຫລົ່ນລົງຈາກຕົ້ນ.
\s5
\v 5 ເພາະເມື່ອດາບຂອງເຮົາຈະດື່ມຈົນອີ່ມໃນສະຫວັນແລ້ວ; ເບິ່ງແມະ, ບັດນີ້ມັນຈະຕົກລົງມາຍັງ ເອໂດມ, ມາຍັງຊົນຊາດທີ່ເຮົາໄດ້ກຳນົດໃວ້ເພື່ອການທຳລາຍ.
\v 6 ດາບຂອງພຣະຢາເວ ຈະຈຸ່ມດ້ວຍເລືອດ ແລະ ອາບດ້ວຍໄຂມັນ, ເຊິ່ງຈຸ່ມດ້ວຍເລືອດຂອງບັນດາລູກແກະ ແລະ ແບ້, ອາບດ້ວຍໄຂມັນຂອງໄຕ ຂອງແກະໂຕຜູ້, ເພາະພຣະພຣະຢາເວ ມີການຖວາຍບູຊານີ້ໃນ ເມືອງໂບຊະຣາ ແລະ ການສັງຫານຄັ້ງໃຫຍ່ຈະເກີດໃນແຜ່ນດິນ ເອໂດມ.
\s5
\v 7 ງົວປ່າທັງຫລາຍຈະຖືກຂ້າພ້ອມກັນກັບພວກຂອງມັນ, ແລະ ງົວຫນຸ່ມກໍຈະຖືກຂ້າພ້ອມກັນກັບງົວແກ່ກວ່າ. ແຜ່ນດິນຂອງພວກເຂົາຈະເຕັມໄປດ້ວຍເລືອດ, ແລະ ດິນຂອງພວກເຂົາຈະປຽກຊຸ່ມໄປດ້ວຍໄຂມັນ.
\s5
\v 8 ເພາະມັນຈະເປັນວັນແຫ່ງການແກ້ແຄ້ນຂອງພຣະຢາເວ ແລະ ປີທີ່ພຣະອົງຈະຕອບແທນພວກເຂົາຍ້ອນເຫດຜົນຂອງ ຊີໂອນ.
\v 9 ແມ່ນໍ້າທັງຫລາຍຂອງ ເອໂດມ ຈະກາຍເປັນຢາງຫມາຕອຍ, ດິນຈະກາຍເປັນມາດ, ແລະ ແຜ່ນດິນຈະເກີດໄຟໄຫມ້ລຸກຢູ່.
\v 10 ມັນຈະລຸກໄຫມ້ທັງເວັນແລະທັງຄືນ; ຄວັນຂອງມັນຈະລອຍຂຶ້ນຕະຫລອດໄປ; ມັນຈະເປັນແຜ່ນດິນທີ່ວ່າງເປົ່າຢູ່ທຸກຍຸກທຸກສະໄຫມ; ຈະບໍ່ມີໃຜຜ່ານໄປບ່ອນນັ້ນຕະຫລອດໄປເປັນນິດ.
\s5
\v 11 ແຕ່ບັນດານົກປ່າ ແລະ ສັດປ່າຈະອາໄສຢູ່ບ່ອນນັ້ນ, ນົກເຂົາ ແລະ ກາ ຈະສ້າງຮັງຂອງພວກມັນໃນນັ້ນ, ພຣະອົງຈະດຶງສາຍແທກເສັ້ນທາງແຫ່ງຄວາມພິນາດ ແລະ ສາຍພານແຫ່ງການທຳລາຍ.
\v 12 ບັນດາຜູ້ມີກຽດຂອງມັນຈະບໍ່ມີຫຍັງເຫລືອເລີຍທີ່ຈະເອີ້ນວ່າອານາຈັກ, ແລະບັນດາເຈົ້ານາຍຂອງທີ່ນັ້ນທັງຫມົດຈະບໍ່ມີອີກເລີຍ.
\s5
\v 13 ຕົ້ນຫນາມຈະປົ່ງຂຶ້ນຕາມພະຣາຊວັງຂອງບ່ອນນັ້ນ, ເຄຶອຕຳແຍແລະເຄືອກະຊັບຈະເກີດອ້ອມຮອບປ້ອມປາການ, ມັນຈະເປັນບ່ອນຢູ່ຂອງຫມາປ່າ ແລະ ເປັນບ່ອນຂອງນົກກະຈອກເທດ.
\v 14 ພວກສັດປ່າ ແລະ ຫມາຈິ້ງຈອກຈະມາພົບກັນບ່ອນນັ້ນ, ແລະ ພວກແບ້ປ່າຈະຮ້ອງຫາກັນ. ພວກສັດທີ່ຫາກິນຕອນກາງຄືນຈະຢູ່ທີ່ນັ້ນ ແລະ ຫາບ່ອນອາໄສສຳລັບພວກມັນເອງ.
\v 15 ນົກເຄົ້າຈະເຮັດຮັງຝັກໄຂ່ອອກລູກ, ແລະ ລ້ຽງລູກຂອງມັນຢູ່ບ່ອນນັ້ນ. ແມ່ນແລ້ວ, ພວກແຮ້ງຈະລວມໂຕກັນຢູ່ບ່ອນນັ້ນ, ຕ່າງກໍຢູ່ກັບຄູ່ຂອງມັນ.
\s5
\v 16 ຈົ່ງຄົ້ນຫາຫນັງສືມ້ວນຂອງພຣະຢາເວ; ບໍ່ມີຈັກໂຕດຽວໃນພວກມັນເຫລົ່ານີ້ຈະຫາຍໄປ. ບໍ່ມີໂຕໃດຈະຂາດຄູ່; ເພາະພຣະໂອດຂອງພຣະອົງໄດ້ຊົງບັນຊາໄວ້, ແລະພຣະວິນຍານຂອງພຣະອົງກໍຊົງຮວບຮວມພວກມັນໄວ້.
\v 17 ພຣະອົງຊົງຈັບສະຫລາກບ່ອນຕ່າງໆ ໃຫ້ກັບພວກມັນ, ແລະ ພຣະຫັດຂອງພຣະອົງກໍໄດ້ວັດແທກໃຫ້ກັບພວກມັນດ້ວຍເຊືອກແທກ. ພວກມັນຈະໄດ້ກຳມະສິດຕະຫລອດໄປ; ພວກມັນຈະຢູ່ອາໄສຢູ່ບ່ອນນັ້ນທຸກຍຸກທຸກສະໄຫມ.
\s5
\c 35
\cl ບົດທີ 35
\p
\v 1 ຖິ່ນທຸລະກັນດານ ແລະ ອາຣາບາຈະຍິນດີ; ແລະ ທະເລຊາຍຈະປິຕິຍິນດີ ເບັ່ງບານ ເຫມືອນດັ່ງດອກກຸຫລາບ. ມັນຈະອອກດອກຢ່າງອຸດົມສົມບູນ,
\v 2 ປິຕິຍິນດີດ້ວຍຄວາມເບີກບານມ່ວນຊື່ນ ແລະ ຮ້ອງເພງ; ມັນຈະໄດ້ຮັບສະຫງ່າລາສີຂອງເລບານອນທັງຄວາມສວຍງາມຕາ, ຂອງກາເມນ ແລະ ຊາໂຣນ; ພວກເຂົາຈະເຫັນລັດສະຫມີຂອງພຣະຢາເວ, ແລະ ພຣະສະຫງ່າລາສີຂອງພຣະເຈົ້າຂອງພວກເຮົາ.
\s5
\v 3 ຈົ່ງເສີມກຳລັງແກ່ມືທີ່ອ່ອນແຮງ, ແລະ ຈົ່ງເຮັດໃຫ້ຫົວເຂົ່າທີ່ສັ່ນນັ້ນໃຫ້ຫມັ້ນຄົງ.
\v 4 ຈົ່ງເວົ້າກັບຄົນທີ່ມີຈິດໃຈຢ້ານກົວວ່າ, "ຈົ່ງເຂັ້ມແຂງເຖີດ, ຢ່າຢ້ານເລີຍ! ເບິ່ງແມພຣະເຈົ້າຂອງພວກເຈົ້າຈະມາດ້ວຍການແກ້ແຄ້ນ, ດ້ວຍການຕອບແທນຂອງພຣະເຈົ້າ. ພຣະອົງຈະສະເດັດມາແລະຊ່ວຍພວກເຈົ້າໃຫ້ພົ້ນ."
\s5
\v 5 ແລ້ວຕາຂອງຄົນຕາບອດຈະເບິ່ງເຫັນ, ແລະ ຫູຂອງຄົນຫູຫນວກຈະໄດ້ຍິນ.
\v 6 ແລ້ວຄົນຂາພິການຈະໂດດເຕັ້ນຄືກັບໂຕກວາງ, ແລະ ລີ້ນຂອງຄົນປາກກືກຈະຮ້ອງເພງ, ເພາະນ້ຳໄດ້ໄຫລຂຶ້ນມາໃນອາຣາບາ, ແລະ ແມ່ນ້ຳທັງຫລາຍຈະເກີດຂຶ້ນໃນຖິ່ນທຸລະກັນດານ.
\v 7 ດິນຊາຍທີ່ຖືກແຜດເຜົາຈະກາຍເປັນສະນ້ຳ, ແລະ ພື້ນດິນທີ່ແຫ້ງແລ້ງຈະກາຍເປັນນ້ຳພຸ, ໃນທີ່ອາໄສຂອງຫມາປ່າ, ບ່ອນທີ່ພວກມັນເຄີຍນອນຢູ່, ຈະກາຍເປັນຕົ້ນຫຍ້າກັບຕົ້ນໂອກແລະຕົ້ນອໍ້.
\s5
\v 8 ຈະມີທາງຫລວງສາຍຫນຶ່ງທີ່ເອີ້ນວ່າທາງບໍລິສຸດ, ຄົນທີ່ມີຄວາມບາບຈະບໍ່ເດີນໄປທາງນັ້ນ. ແຕ່ຈະເປັນທາງສຳລັບຄົນທີ່ເດີນໃນທາງນັ້ນ, ບໍ່ມີຄົນໂງ່ຄົນໃດຈະໄປທາງນັ້ນ.
\v 9 ຈະບໍ່ມີສິງໂຕຢູ່ທີ່ນັ້ນ, ຈະບໍ່ມີສັດດຸຮ້າຍອາໄສຢູ່ບ່ອນນັ້ນ, ຈະບໍ່ເຫັນພວກມັນຢູ່ບ່ອນນັ້ນ, ແຕ່ວ່າຜູ້ທີ່ພຣະອົງຊົງໄຖ່ຈະຍ່າງໄປທີ່ນັ້ນ.
\s5
\v 10 ຜູ້ທີ່ໄດ້ຮັບການໄຖ່ຂອງພຣະຢາເວຈະກັບມາ ແລະ ຮ້ອງລຳທຳເພງຢູ່ ພູເຂົາຊີໂອນ, ແລະຄວາມສຸກອັນເປັນນິດຈະຢູ່ເທິງຫົວຂອງພວກເຂົາ; ຄວາມປິຕິຍິນດີ ແລະ ຄວາມສຸກຈະເກີດຂຶ້ນກັບພວກເຂົາ; ຄວາມໂສກເສົ້າ ແລະ ຄວາມຂົມຂື່ນຈະຫາຍໄປ.
\s5
\c 36
\cl ບົດທີ 36
\p
\v 1 ໃນປີທີສິບສີ່ຂອງຣາຊການກະສັດເຮເຊກິຢາ, ເຊັນນາເກຣິບ, ກະສັດແຫ່ງອັດຊິເຣຍ, ໄດ້ບຸກໂຈມຕີບັນດາເມືອງປ້ອມປ້ອງກັນທັງຫມົດຂອງ ຢູດາຍ ແລະ ໄດ້ຢຶດເມືອງເຫລົ່ານັ້ນ.
\v 2 ແລ້ວກະສັດຂອງອັດຊິເຣຍ ໄດ້ຊົງສັ່ງຜູ້ບັນຊາການທະຫານຈາກເມືອງລາກິດມາຍັງນະຄອນເຢຣູຊາເລັມເພື່ອມາເຝົ້າກະສັດ ເຮເຊກິຢາພ້ອມກັບກອງທັບໃຫຍ່, ເຂົາໄດ້ມາເຖິງທີ່ຮາງລະບາຍນ້ຳຂອງສະບ່ອນສູງ, ຢູ່ທາງຫລວງໄປຫາບ່ອນຊັກຜ້າ, ແລະ ຢືນຢູ່ໃກ້ບ່ອນນັ້ນ.
\v 3 ພວກຂ້າຣາຊການອິດສະຣາເອນຜູ້ທີ່ໄດ້ອອກເຈາກເມື່ອງໄປເພື່ອເຈລະຈາກັບພວກເຂົາຄືເອລີອາກິມ, ລູກຊາຍຂອງຮິນກີຢາຜູ້ຮັບຜິດຊອບຣາຊວັງ; ເຊັບນາເລຂາທິການ, ແລະໂຢອາລູກຊາຍຂອງອາສັບຜູ້ຂຽນບັນທຶກຄຳຕັດສິນທາງຣາຊການ.
\s5
\v 4 ຜູ້ບັນຊາການທະຫານໄດ້ກ່າວກັບພວກເຂົາວ່າ, "ຈົ່ງບອກເຮເຊກີຢາວ່າກະສັດຜູ້ຍິ່ງໃຫຍ່, ຄືກະສັດແຫ່ງອັດຊິເຣຍ, ກ່າວວ່າ, 'ເຈົ້າຫມັ້ນໃຈຄວາມຊ່ວຍເຫລືອຈາຫຜູ້ໃດ?
\v 5 ເຈົ້າເວົ້າພຽງແຕ່ຄຳເວົ້າທີ່ບໍ່ມີປະໂຫຍດ, ເຈົ້າເວົ້າວ່າມີທີ່ປຶກສາ ແລະ ກຳ ລັງຮົບສຳລັບສົງຄາມ. ດຽວນີ້ເຈົ້າໄວ້ໃຈໃຜ? ມີໃຜທີ່ເຮັດໃຫ້ເຈົ້າກ້າກະບົດຕໍ່ເຮົາ?
\s5
\v 6 ເບິ່ງແມ, ເຈົ້າໄວ້ວາງໃຈໃນປະເທດເອຢິບ, ທີ່ເຈົ້າໃຊ້ເປັນໄມ້ຄັນເທົ້າເປັນຕົ້ນກົກທີ່ແຕກແລ້ວ, ແຕ່ຖ້າມີຄົນກຳເທິງໄມ້ນັ້ນມັນກໍຈະປັກແລະແທງມືຂອງເຂົາ, ຟາໂຣກະສັດຂອງ ເອຢິບຈະເປັນເຊັ່ນນັ້ນຕໍ່ຄົນທີ່ວາງໃຈໃນຕົວເຂົາ.
\v 7 ແຕ່ຖ້າເຈົ້າເວົ້າກັບເຮົາວ່າ,"ວາງໃຈໃນພຣະຢາເວພຣະເຈົ້າຂອງພວກເຮົາ," ກໍ່ຍ້ອນພຣະອົງບໍ່ແມ່ນຫລືທີ່ເຮເຊກີຢາໄດ້ຮື້ທຳລາຍສະຖານສູງ ແລະ ແທ່ນບູຊາຂອງພະອົງຖິ້ມໄປ, ແລະ ເຂົາກ່າວກັບຢູດາຍ ແລະ ເຢຣູຊາເລັມວ່າ, "ພວກເຈົ້າຕ້ອງນະມັດສະການຕໍ່ຫນ້າແທ່ນບູຊານີ້ໃນເມືອງເຢຣູຊາເລັມ ບໍ"?
\s5
\v 8 ເພາະສະນັ້ນບັດນີ້, ຂ້ອຍຕ້ອງການຍື່ນຂໍ້ສະເຫນີທີ່ດີຈາກກະສັດຂອງ ອັດຊິເຣຍ. ເຈົ້ານາຍຂອງຂ້ອຍໃຫ້ແກ່ເຈົ້າ, ຂ້ອຍຈະເອົາມ້າສອງພັນໂຕໃຫ້ແກ່ເຈົ້າຖ້າຫາກເຈົ້າຫາຄົນທີ່ຈະຂີ່ມ້າເຫລົ່ານັ້ນໄດ້.
\s5
\v 9 ແມ່ນແຕ່ນາຍກອງຜູ້ເລັກນ້ອຍທີ່ຜູ້ຫນຶ່ງຂອງພວກຂ້າຣາຊການຂອງເຈົ້ານາຍຂ້ອຍ ເຈົ້າຈະຕ້ານທານໄດ້ແນວໃດ? ເຈົ້າໄດ້ວາງໃຈໃນເອຢິບສຳລັບບັນດາລົດມ້າ ແລະ ພວກທະຫານມ້າ!
\v 10 ແລ້ວຕອນນີ້, ຂ້ອຍໄດ້ເດີນທາງມາທີ່ນີ້ເພື່ອຕໍ່ສູ້ ແລະ ທຳລາຍແຜ່ນດິນນີ້ໂດຍປາສະຈາກຄວາມຊ່ວຍເຫລືອຈາກພຣະຢາເວຊັ້ນບໍ? ພຣະເຈົ້າຢາເວໄດ້ກ່າວກັບຂ້ອຍວ່າ, "ຈົ່ງໂຈມຕີແຜ່ນດິນນີ້ ແລະ ທຳລາຍມັນເສຍ."'"
\s5
\v 11 ແລ້ວເອລີອາກິມລູກຊາຍຂອງຮິນກິຢາ, ແລະ ເຊັບນາ, ແລະ ໂຢອາທີ່ໄດ້ກ່າວກັບຜູ້ບັນຊາການທະຫານວ່າ, "ກະລຸນາເວົ້າກັບພວກຜູ້ຮັບໃຊ້ຂອງທ່ານເປັນພາສາ, ອາຣາມິກ, ເລີຍເພາະພວກເຮົາເຂົ້າໃຈ. ພາສານັ້ນຢ່າເວົ້າກັບພວກເຮົາເປັນພາສາຢູດາຍໃຫ້ເຂົ້າຫູປະຊາຊົນທີ່ຢູ່ເທິງກຳແພງເລີຍ."
\v 12 ແຕ່ຜູ້ບັນຊາການທະຫານໄດ້ກ່າວວ່າ, "ເຈົ້ານາຍຂອງຂ້ອຍໄດ້ສົ່ງຂ້ອຍມາຫາເຈົ້ານາຍຂອງເຈົ້າ ແລະ ເຈົ້າເພື່ອຈະເວົ້າຖ້ອຍຄຳນີ້ບໍ່? ພະອົງບໍ່ໄດ້ສົ່ງຂ້ອຍມາຫາພວກຄົນທີ່ນັ່ງຢູ່ເທິງກຳແພງຜູ້ທີ່ຈະຕ້ອງກິນຂີ້ແລະກິນຍ່ຽວຂອງພວກເຂົາເອງພ້ອມກັບເຈົ້າບໍ?"
\s5
\v 13 ແລ້ວຜູ້ບັນຊາການທະຫານໄດ້ຢືນຂຶ້ນແລະ ຮ້ອງຂຶ້ນດ້ວຍສຽງດັງເປັນພາສາເຮັບເຣີ, ກ່າວວ່າ, "ຈົ່ງຟັງຖ້ອຍຄຳຂອງກະສັດ ອັດຊິເຣຍ, ກະສັດຜູ້ຍິ່ງໃຫຍ່.
\v 14 ກະສັດໄດ້ກ່າວວ່າ, ' ຢ່າໃຫ້ ເຮເຊກິຢາຫລອກລວງພວກເຈົ້າ, ເພາະເຂົາຈະບໍ່ສາມາດຊ່ວຍຫຍັງພວກເຈົ້າໄດ້.
\v 15 ຢ່າຟັງເຮເຊກິຢາທີ່ບອກໃຫ້ພວກເຈົ້າວາງໃຈໃນພຣະຢາເວ, ໂດຍກ່າວວ່າ, "ພຣະຢາເວຈະຊົງຊ່ວຍເຫລືອພວກເຮົາຢ່າງແນ່ນອນ; ເມືອງນີ້ຈະບໍ່ຖືກມອບໄວ້ໃນມືຂອງກະສັດ ອັດຊິເຣຍ.'"
\s5
\v 16 ຢ່າຟັງ ເຮເຊກິຢາ, ເພາະກະສັດຂອງ ອັດຊິເຣຍ ກ່າວດັ່ງນີ້ວ່າ: 'ຈົ່ງເຮັດສັນຍາສັນຕິພາບກັບເຮົາ ແລະ ອອກມາຫາເຮົາ. ແລ້ວພວກເຈົ້າແຕ່ລະຄົນຈະກິນຫມາກອາງຸ່ນຂອງຕົນ ແລະ ຈາກຕົ້ນຫມາກເດື່ອຂອງຕົນເອງ, ແລະ ດື່ມນ້ຳໃນອ່າງຂອງຕົນເອງ.
\v 17 ພວກເຈົ້າຈະເຮັດແບບນີ້ຈົນກວ່າເຮົາຈະມາແລະເອົາຕົວພວກເຈົ້າໄປຍັງແຜ່ນດິນທີ່ຄືກັບແຜ່ນດິນຂອງເຈົ້າເອງ, ຄືແຜ່ນດິນທີ່ມີເຂົ້າ ແລະ ເຫລົ້າອາງຸ່ນໃຫມ່, ແຜ່ນດິນທີ່ມີເຂົ້າຈີ່ ແລະ ສວນຫມາກອະງຸ່ນ"
\s5
\v 18 ຢ່າໃຫ້ ເຮເຊກິຢາເຮັດໃຫ້ພວກເຈົ້າຫລົງຜິດໄປ, ໂດຍກ່າວວ່າ,' ພຣະຢາເວຈະຊົງຊ່ວຍພວກເຮົາ, ມີພະເຈົ້າອົງໃດຂອງຊົນຊາດທັງຫລາຍທີ່ຊ່ວຍພວກເຂົາໃຫ້ລອດພົ້ນຈາກພະຫັດຂອງກະສັດອັດຊິເຣຍໄດ້ບໍ?
\v 19 ພະເຈົ້າຂອງເມືອງຮາມັດ ແລະ ເມືອງອັກປັດ ຢູ່ບ່ອນໃດ? ພະເຈົ້າຂອງເມືອງເສຟາກວາອິມ ຢູ່ບ່ອນໃດ? ພວກເຂົາຊ່ວຍ ຊາມາເຣຍຈາກອຳນາດຂອງເຮົາໄດ້ບໍ?
\v 20 ມີພະເຈົ້າອົງໃດທ່າມກາງພະເຈົ້າທັງຫມົດຂອງແຜ່ນດິນເຫລົ່ານີ້ທີ່ຊ່ວຍກູ້ແຜ່ນດິນຈາກອຳນາດຂອງເຮົາໄດ້, ແລ້ວພຣະຢາເວຈະຊ່ວຍນະຄອນເຢຣູຊາເລັມໄດ້ບໍ?"
\s5
\v 21 ແຕ່ປະຊາຊົນຍັງມິດຢູ່ແລະບໍ່ຕອບ, ເພາະຄຳສັ່ງຂອງກະສັດວ່າ, "ຢ່າໂຕ້ຕອບເຂົາ"
\v 22 ແລ້ວເອລີອາກິມລູກຊາຍຂອງຮິນກິຢາ, ຜູ້ຮັບຜິດຊອບຣາຊະວັງ, ເຊັບນາຜູ້ເປັນເລຂາທິການ, ແລະ ໂຢອາລູກຊາຍຂອງອາສັບ ຜູ້ບັນທຶກ, ໄດ້ມາເຂົ້າເຝົ້າເຮເຊກິຢາດ້ວຍເສື້ອຜ້າທີ່ຈີກຂາດ, ແລະ ໄດ້ກາບທູນຖ້ອຍຄຳຂອງຜູ້ບັນຊາການທະຫານໃຫ້ພະອົງຊົນຮູ້.
\s5
\c 37
\cl ບົດທີ 37
\p
\v 1 ຕໍ່ມາເມື່ອກະສັດເຮເຊກິຢາໄດ້ຍິນຄຳຖວາຍລາຍງານຂອງພວກເຂົາແລ້ວ, ພະອົງໄດ້ຖີ້ມເສື້ອຜ້າຂອງພະອົງ, ແລະ ຊົງປົກຄຸມພະອົງເອງດ້ວຍເຄື່ອງນຸ່ງຜ້າກະສອບ, ແລະເຂົ້າໄປໃນພຣະວິຫານຂອງພຣະຢາເວ.
\v 2 ພະອົງໄດ້ຊົງໃຊ້ເອລີອາກິມຜູ້ຮັບຜິດຊອບຣາຊວັງ, ແລະ ເຊັບນາຜູ້ເປັນເລຂາທິການ, ແລະບັນດາພວກປະໂລຫິດອາວຸໂສ, ເຊິ່ງທຸກໆຄົນໄດ້ນຸ່ງເຄື່ອງທີ່ເຮັດດ້ວຍຜ້າກະສອບໄປຫາເອຊາຢາຜູ້ເປັນລູກຊາຍຂອງອາໂມດ, ຜູ້ທຳນວາຍ.
\s5
\v 3 ພວກເຂົາໄດ້ກ່າວກັບລາວວ່າ, "ເຮເຊກິຢາ ກ່າວວ່າ," ມື້ນີ້ແມ່ນວັນແຫ່ງຄວາມທຸກໃຈ, ວັນທີ່ຖືກປະນາມ ແລະ ວັນແຫ່ງຄວາມອັບປະຍົດອົດສູ, ຄືກັບວ່າເດັກກໍາລັງຈະເກີດ, ແຕ່ຜູ້ເປັນແມ່ບໍ່ມີກຳລັງທີ່ຈະເບັ່ງລູກຂອງນາງໃຫ້ເກີດມາ.
\v 4 ບາງທີພຣະຢາເວພຣະເຈົ້າຂອງພວກເຈົ້າຈະຊົງໄດ້ຍິນຖ້ອຍຄຳຂອງຫົວຫນ້າຜູ້ບັນຊາການທະຫານ, ຊຶ່ງກະສັດອັດຊີເຣຍຜູ້ເປັນເຈົ້ານາຍຂອງເຂົາໄດ້ໃຊ້ເຂົາໄປເພື່ອຕໍ່ຕ້ານພຣະເຈົ້າຜູ້ຊົງພຣະຊົນຢູ່, ແລະ ຈະສັ່ງຫ້າມຄຳເວົ້າທີ່ພຣະຢາເວພຣະເຈົ້າຂອງພວກເຈົ້າໄດ້ຍິນ. ບັດນີ້ຈົ່ງຍົກຄຳອະທິຖານຂອງທ່ານສຳລັບພວກຄົນທີ່ເຫລືອຢູ່ທີ່ຍັງຄອຍຢູ່ທີ່ນີ້. '"
\s5
\v 5 ດັ່ງນັ້ນພວກຂ້າຣາຊການຂອງກະສັດເຮເຊກິຢາໄດ້ມາຫາເອຊາຢາ,
\v 6 ແລະ ເອຊາຢາໄດ້ກ່າວກັບພວກເຂົາວ່າ, "ຈົ່ງເວົ້າກັບເຈົ້ານາຍຂອງເຈົ້າວ່າ: 'ພຣະຢາເວກ່າວວ່າ,"ຢ່າຊູ່ຢ້ານຄຳເວົ້າທີ່ເຈົ້າໄດ້ຍິນ, ດ້ວຍຄຳເວົ້າເຊິ່ງພວກຂ້າຣາຊການຂອງກະສັດອັດຊີເຣຍໄດ້ດູຖູກເຮົາ.
\v 7 ຈົ່ງເບິ່ງ, ເຮົາຈະໃສ່ວິນຍານຫນຶ່ງໃນຕົວຂອງລາວ, ແລະລາວຈະໄດ້ຍິນຂ່າວທີ່ສຳຄັນ ແລະ ກັບໄປຫາແຜ່ນດິນຂອງລາວ. ເຮົາຈະເຮັດໃຫ້ລາວລົ້ມລົງດ້ວຍດາບໃນດິນແດນຂອງລາວເອງ. '""
\s5
\v 8 ແລ້ວຜູ້ບັນຊາການທະຫານໄດ້ກັບຄືນໄປແລະພົບກະສັດອັດຊີເຣຍກຳລັງສູ້ຮົບກັບ ເມືອງລິບນາ, ເພາະວ່າພະອົງໄດ້ຍິນວ່າກະສັດໄດ້ຫນີໄປຈາກເມືອງລາກິດ.
\v 9 ແລ້ວເຊັນນາເກອາຣິບໄດ້ຍິນວ່າກະສັດຕີຣາກາຂອງປະເທດເອທິໂອເປຍ ແລະ ເອຢີບໄດ້ຮວມໂຕກັນຕໍ່ສູ້ກັບພະອົງ, ດັ່ງນັ້ນພະອົງຈຶ່ງໄດ້ສົ່ງຜູ້ສົ່ງຂ່າວໄປຫາເຮເຊກິຢາດ້ວຍຂໍ້ຄວາມທີ່ວ່າ:
\v 10 "ຈົ່ງເວົ້າກັບເຮເຊກິຢາ, ກະສັດແຫ່ງຢູດາຍວ່າ, 'ຢ່າໃຫ້ພຣະເຈົ້າຂອງທ່ານຜູ້ທີ່ທ່ານໄວ້ວາງໃຈຫລອກລວງທ່ານ, ໂດຍກ່າວວ່າ, "ເຢຣູຊາເລັມຈະບໍ່ຖືກມອບໃວ້ໃນກຳມືຂອງກະສັດອັດຊີເຣຍ."
\s5
\v 11 ເບິ່ງເຖີດ, ທ່ານໄດ້ຍິນແລ້ວສິ່ງທີ່ກະສັດຂອງອັດຊີເຣຍໄດ້ເຮັດກັບດິນແດນທັງຫມົດໂດຍທຳລາຍພວກເຂົາຈົນຫມົດສິ້ນ. ດັ່ງນັ້ນທ່ານຈະໄດ້ຮັບການຊ່ວຍເຫລືອບໍ?
\v 12 ບັນດາພະຂອງຊົນຊາດຕ່າງໆໄດ້ຊ່ວຍເຫລືອພວກເຂົາ, ຊົນຊາດທັງຫລາຍທີ່ບັນພະບຸລຸດຂອງເຮົາໄດ້ທຳລາຍຄື: ໂກຊານ, ຮາຣານ, ເຣເຊັບ, ແລະ ປະຊາຊົນເອເດນໃນເມືອງເຕລາສາ?
\v 13 ກະສັດຂອງເມືອງຮາມັດ, ກະສັດແຫ່ງອັກປັດ, ກະສັດໃນເມືອງຕ່າງໆຂອງເມືອງເສຟາກວາອິມ, ເມືອງເຮນາ, ແລະ ເມືອງອີວາຢູ່ບ່ອນໃດ? '"
\s5
\v 14 ເຮເຊກິຢາໄດ້ຮັບຈົດຫມາຍສະບັບນີ້ຈາກມືຂອງຜູ້ສົ່ງຂ່າວສານແລະອ່ານມັນ. ຫລັງຈາກນັ້ນພະອົງໄດ້ສະເດັດຂຶ້ນໄປໃນພຣະວິຫານຂອງ ພຣະຢາເວ ແລະຊົງເປີດຈົດຫມາຍຕໍ່ຫນ້າພຣະອົງ.
\v 15 ເຮເຊກິຢາ ໄດ້ອະທິຖານຕໍ່ພຣະຢາເວວ່າ:
\v 16 "ຂ້າແດ່ພຣະຢາເວຈອມໂຍທາ, ພຣະເຈົ້າແຫ່ງອິດສະຣາເອນ, ພຣະອົງຜູ້ຊົງປະທັບເຫນືອທູດສະຫວັນ, ພຣະອົງຊົງເປັນພຣະເຈົ້າອົງດຽວເຫນືອອານາຈັກທັງຫມົດຂອງແຜ່ນດິນໂລກ. ພຣະອົງໄດ້ຊົງສ້າງຟ້າສະຫວັນ ແລະ ແຜ່ນດິນໂລກ.
\s5
\v 17 ຂ້າແຕ່ພຣະຢາເວ, ຂໍໂຜດຊົງຫງ່ຽງຫູ, ແລະ ຊົງຟັງສຽງພວກຂ້ານ້ອຍດ້ວຍເທີ້ນ. ຂໍພຣະອົງຊົງເປີດຕາ, ແລະຊົງເບິ່ງ, ແລະ ຊົງຟັງຖ້ອຍຄຳຂອງເຊັນນາເກຣິບ, ທີ່ລາວໄດ້ສົ່ງມາເພື່ອເຍາະເຍີ້ຍພຣະເຈົ້າທີ່ມີຊີວິດຢູ່.
\v 18 ຂ້າແດ່, ພຣະຢາເວ, ມັນເປັນຄວາມຈິງທີ່ບັນດາກະສັດຂອງອັດຊີເຣຍໄດ້ທຳລາຍປະຊາຊາດທັງຫມົດ ແລະ ດິນແດນຂອງພວກເຂົາ.
\s5
\v 19 ພວກເຂົາໄດ້ເອົາພະທັງຫລາຍຂອງພວກເຂົາເຂົ້າໄປໃນເຕົາໄຟ, ເພາະວ່າສິ່ງເຫລົ່ານັ້ນບໍ່ແມ່ນພະເຈົ້າແຕ່ເປັນຜົນງານຂອງມືມະນຸດ, ເປັນພຽງແຕ່ໄມ້ແລະຫີນ. ດັ່ງນັ້ນຊາວອັດຊີເຣຍຈຶ່ງໄດ້ທຳລາຍສິ່ງເຫລົ່ານັ້ນ.
\v 20 ເພາະສະນັ້ນບັດນີ້, ຂ້າແຕ່ພຣະຢາເວ ພຣະເຈົ້າຂອງຂ້ານ້ອຍທັງຫລາຍ, ຂໍຊົງຊ່ວຍພວກຂ້ານ້ອຍໃຫ້ລອດພົ້ນຈາກອຳນາດຂອງເຂົາ, ເພື່ອວ່າອານາຈັກທັງຫມົດເທິງແຜ່ນດິນໂລກຈະຮູ້ວ່າພຣະອົງພຽງຜູ້ດຽວທີ່ຊົງເປັນພຣະຢາເວ."
\s5
\v 21 ແລ້ວເອຊາຢາລູກຊາຍຂອງອາມອດ ໄດ້ສົ່ງຂໍ້ຄວາມເຖິງເຮເຊກິຢາ, ກ່າວວ່າ, "ພຣະຢາເວ, ພຣະເຈົ້າຂອງອິດສະຣາເອນກ່າວວ່າ, 'ເພາະວ່າເຈົ້າໄດ້ອະທິຖານຕໍ່ເຮົາເຖິງເລື່ອງ ເຊັນນາເກຣິບກະສັດແຫ່ງອັດຊີເຣຍ,
\v 22 ນີ້ແມ່ນຖ້ອຍຄຳທີ່ພຣະຢາເວໄດ້ເວົ້າກ່ຽວກັບລາວວ່າ: " ຍິງສາວບໍລິສຸດຂອງສີໂອນດູຫມິ່ນເຈົ້າ ແລະ ຫົວຂັວນເຍາະເຍີ້ຍເຈົ້າຫມິ່ນປະຫມາດເຈົ້າ; ລູກສາວຂອງເຢຣູຊາເລັມສັ່ນຫົວຂອງນາງຕໍ່ເຈົ້າ.
\v 23 ເຈົ້າໄດ້ທ້າທາຍ ແລະ ດູຖູກຜູ້ໃດ? ເຈົ້າໄດ້ຂຶ້ນສຽງຂອງເຈົ້າ ແລະ ສົ່ງສາຍຕາຂອງເຈົ້າດ້ວຍຄວາມອວດອົ່ງຕໍ່ຜູ້ໃດແດ່? ຕໍ່ພຣະອົງຜູ້ບໍລິສຸດຂອງອິດສະຣາເອນ.
\s5
\v 24 ເຈົ້າໄດ້ທ້າທາຍອົງພຣະຜູ້ເປັນເຈົ້າໂດຍພວກຜູ້ຮັບໃຊ້ຂອງເຈົ້າ ແລະ ໄດ້ກ່າວວ່າ, 'ດ້ວຍລົດຮົບຢ່າງຫລວງຫລາຍຂອງຂ້ອຍ, ຂ້ອຍຈະຂຶ້ນໄປເຖິງບ່ອນສູງຂອງພູເຂົາທັງຫລາຍ, ໄປຈົນເຖິງທີ່ສູງທີ່ສຸດຂອງເລບານອນ. ຂ້ອຍຈະຕັດຕົ້ນສົນສີດາທີ່ສູງຂອງມັນລົງ, ແລະ ຕົ້ນໄມ້ປະດັບທີ່ສວຍງາມຢູ່ທີ່ນັ້ນ, ແລະ ຂ້ອຍຈະເຂົ້າໄປໃນບ່ອນສູງທີ່ສຸດຂອງມັນ, ເຂົ້າໄປໃນປ່າເລິກທີ່ສຸດ.
\v 25 ຂ້ອຍໄດ້ຂຸດນ້ຳສ້າງ ແລະ ດື່ມນ້ຳ; ຂ້ອຍໄດ້ເຮັດໃຫ້ແມ່ນໍ້າທຸກສາຍຂອງປະເທດເອຢິບແຫ້ງໄປພາຍໃຕ້ຕີນຂອງຂ້ອຍ.'
\s5
\v 26 ເຈົ້າບໍ່ໄດ້ຍິນບໍວ່າເຮົາໄດ້ກຳນົດໄວ້ແຕ່ດົນນານມາແລ້ວ ແລະ ໄດ້ປະຕິບັດມັນມາແລ້ວໃນສະໄຫມບູຮານ? ດຽວນີ້ເຮົາໄດ້ເຮັດໃຫ້ມັນຜ່ານໄປແລ້ວ. ເຈົ້າຢູ່ທີ່ນີ້ເພື່ອເຮັດໃຫ້ເມືອງທີ່ເຂັ້ມແຂງທັງຫລາຍພັງທະລາຍລົງກາຍເປັນຊາກຫັກພັງ.
\v 27 ປະຊາຊົນຂອງພວກເຂົາ, ກໍອ່ອນກຳລັງ, ຫມົດຫວັງ ແລະ ອັບອາຍ. ພວກເຂົາເປັນພືດໃນທົ່ງນາ, ເປັນຫຍ້າອ່ອນ, ຫຍ້າຢູ່ເທິງຫລັງຄາຫລືໃນທົ່ງນາ, ກ່ອນທີ່ຈະມີລົມຕາເວັນອອກ.
\s5
\v 28 ແຕ່ເຮົາຮູ້ຈັກການນັ່ງຂອງເຈົ້າ, ການອອກໄປຂອງເຈົ້າ, ການເຂົ້າມາຂອງເຈົ້າ, ແລະຄວາມໂກດແຄ້ນຂອງເຈົ້າທີ່ມີຕໍ່ເຮົາ.
\v 29 ຍ້ອນຄວາມໂກດແຄ້ນຂອງເຈົ້າທີ່ມີຕໍ່ເຮົາ, ແລະ ເພາະວ່າຄວາມຈອງຫອງຂອງເຈົ້າໄດ້ເຂົ້າມາເຖິງຫູຂອງເຮົາ, ເຮົາຈະເອົາຂໍຂອງເຮົາເກາະໃສ່ດັງຂອງເຈົ້າ, ແລະ ເອົາບັງຫຽນຂອງເຮົາໃສ່ປາກເຈົ້າ; ເຮົາຈະຫັນເຈົ້າກັບຕາມທາງທີ່ເຈົ້າມາ."
\s5
\v 30 ນີ້ຈະເປັນເຄື່ອງຫມາຍສຳລັບເຈົ້າ: ໃນປີນີ້ເຈົ້າຈະກິນສິ່ງທີ່ເກີດຂຶ້ນເອງຈາກທຳມະຊາດ, ແລະໃນປີທີສອງຈະກິນສິ່ງທີ່ເກີດຈາກນັ້ນ. ແຕ່ໃນປີທີສາມເຈົ້າຕ້ອງປູກ ແລະ ເກັບກ່ຽວ, ຈົ່ງປູກຕົ້ນອະງຸ່ນແລະກິນຫມາກຂອງມັນ.
\s5
\v 31 ຄົນທີ່ເຫລືອຢູ່ຂອງເຊື້ອສາຍຢູດາຍທີ່ມີຊີວິດລອດຈະຢັ່ງຮາກລົງອີກຄັ້ງ ແລະ ເກີດຜົນ.
\v 32 ເພາະວ່າຄົນທີ່ເຫລືອຢູ່ຈະອອກມາຈາກເຢຣູຊາເລັມ; ຄົນທີ່ລອດຊີວິດອອກຈາກພູສີໂອນ. ຄວາມຮ້ອນຮົນຂອງພຣະຢາເວຈອມໂຍທາຈະຊົງເຮັດສິ່ງນີ້. '"
\s5
\v 33 ເພາະສະນັ້ນ, ພຣະຢາເວກ່າວກ່ຽວກັບກະສັດອັດຊີເຣຍດັ່ງນີ້ວ່າ: "ລາວຈະບໍ່ເຂົ້າມາໃນເມືອງນີ້, ຫລືຍິງລູກສອນມາທີ່ນີ້. ອີກທັງລາວຈະບໍ່ຖືໂລ່ມາຕໍ່ຫນ້າເມືອງນີ້ຫລືສ້າງທາງຂຶ້ນອ້ອມຮອບເພື່ອຕໍ່ສູ້ກັບເມືອງນີ້.
\v 34 ທາງທີ່ລາວມານັ້ນຈະເປັນທາງດຽວກັນທີ່ລາວຈະຈາກໄປ, ລາວຈະບໍ່ເຂົ້າໄປໃນເມືອງນີ້ ນີ້ແມ່ນຄຳປະກາດຂອງພຣະຢາເວ.
\s5
\v 35 ເພາະວ່າເຮົາຈະປົກປ້ອງເມືອງນີ້ແລະກອບກູ້ເມືອງນີ້, ເພາະເຫັນແກ່ເຮົາເອງ ແລະ ເພື່ອເຫັນແກ່ດາວິດຜູ້ຮັບໃຊ້ຂອງເຮົາ."
\s5
\v 36 ແລ້ວເທວະດາຂອງພຣະຢາເວໄດ້ອອກໄປໂຈມຕີຄ້າຍທະຫານອັດຊີເຣຍ, ເຮັດໃຫ້ທະຫານເສຍຊີວິດ185.000 ຄົນ. ເມື່ອພວກຜູ້ຊາຍລຸກຂຶ້ນແຕ່ເຊົ້າ, ຊາກສົບຂອງຄົນຕາຍເດຍລະດາດຢູ່ທົ່ວທຸກແຫ່ງ.
\v 37 ດັ່ງນັ້ນກະສັດເຊັນນາເກອາຣິບກະສັດແຫ່ງອັດຊີເຣຍໄດ້ອອກຈາກປະເທດອິດສະຣາເອນ ແລະ ກັບເມືອບ້ານ ແລະ ໄດ້ອາໄສຢູ່ທີ່ເມືອງນິເນເວ.
\s5
\v 38 ຕໍ່ມາ, ໃນຂະນະທີ່ພະອົງກຳລັງຂາບໄຫວ້ນີຊະໂລກພະຂອງຕົນໃນວິຫານ, ອັດຣຳເມເລັກແລະຊາເຣເຊລູກຊາຍຂອງລາວໄດ້ຂ້າລາວດ້ວຍດາບ. ແລ້ວພວກເຂົາກໍໄດ້ຫນີເຂົ້າໄປໃນແຜ່ນດິນອາຣາຣັດ. ແລ້ວເອສາຮັດໂດນລູກຊາຍຂອງລາວໄດ້ຂຶ້ນປົກຄອງແທນ.
\s5
\c 38
\cl ບົດທີ 38
\p
\v 1 ໃນເວລານັ້ນເຮເຊກິຢາ ໄດ້ເຈັບປ່ວຍຈົນເຖິງຂັ້ນໃກ້ຈະເສຍຊີວິດ. ດັ່ງນັ້ນເອຊາຢາລູກຊາຍຂອງອາມອດ, ຜູ້ທຳນວາຍ, ໄດ້ມາຫາເພິ່ນ, ແລະກ່າວກັບລາວວ່າ, "ພຣະຢາເວກ່າວວ່າ,' ຈົ່ງຈັດການບ້ານເຮືອນຂອງເຈົ້າໃຫ້ຮຽບຮ້ອຍ; ເພາະວ່າເຈົ້າຈະຕາຍ, ເຈົ້າຈະບໍ່ມີຊີວິດຢູ່."
\v 2 ແລ້ວເຮເຊກິຢາໄດ້ຫັນຫນ້າເຂົ້າຂ້າງຝາແລະອະທິຖານຕໍ່ພຣະຢາເວ.
\v 3 ເພິ່ນໄດ້ກ່າວວ່າ, "ຂ້າແດ່, ພຣະຢາເວ, ຂໍຊົງໂພດລະນຶກເຖິງການທີ່ຂ້ານ້ອຍໄດ້ດຳເນີນຕໍ່ພະພັກພຣະອົງຢ່າງສັດຊື່ດ້ວຍສຸດໃຈຂອງຂ້ານ້ອຍ, ແລະ ການທີ່ຂ້ານ້ອຍໄດ້ເຮັດສິ່ງທີ່ດີໃນສາຍພຣະເນດຂອງພຣະອົງເຈົ້າ." ແລ້ວເຮເຊກິຢາໄດ້ຮ້ອງໄຫ້ຢ່າງແຮງ.
\s5
\v 4 ຕໍ່ມາຖ້ອຍຄຳຂອງພຣະຢາເວໄດ້ມາເຖິງ ເອຊາຢາ, ກ່າວວ່າ:
\v 5 “ ຈົ່ງໄປເວົ້າກັບເຮເຊກິຢາ, ຜູ້ນຳຂອງປະຊາຊົນຂອງເຮົາວ່າ, 'ນີ້ແມ່ນສິ່ງທີ່ພຣະຢາເວ, ພຣະເຈົ້າຂອງດາວິດເຊື້ອສາຍຂອງທ່ານ, ກ່າວວ່າດັ່ງນີ້: ເຮົາໄດ້ຍິນຄຳ ອະທິຖານຂອງເຈົ້າແລ້ວ, ແລະເຮົາໄດ້ເຫັນນ້ຳຕາຂອງເຈົ້າ. ເບິ່ງແມ, ເຮົາຈະຕໍ່ຊີວິດຂອງເຈົ້າໃຫ້ອີກສິບຫ້າປີ.
\v 6 ແລ້ວເຮົາຈະຊ່ວຍເຫລືອເຈົ້າແລະເມືອງນີ້ໃຫ້ພົ້ນຈາກກຳມືຂອງກະສັດອັດຊີເຣຍ, ແລະເຮົາຈະປົກປ້ອງເມືອງນີ້.
\s5
\v 7 ນີ້ຈະເປັນເຄື່ອງຫມາຍສຳຄັນຈາກພຣະຢາເວ, ມາເຖິງພວກເຈົ້າວ່າເຮົາຈະເຮັດຕາມທີ່ເຮົາໄດ້ສັນຍາໄວ້.
\v 8 ຈົ່ງເບິ່ງ, ເຮົາຈະເຮັດໃຫ້ເງົາຂອງຂັ້ນບັນໄດຂອງອາຮາດໄດ້ສ້າງຖອຍຄືນໄປສິບຂັ້ນ. '"ດ້ວຍເຫດນີ້, ເງົາຂອງຂັ້ນບັນໄດທີ່ເດໄປທາງຫນ້າຈຶ່ງໄດ້ຍ້ອນຫລັງກັບໄປອີກສິບຂັ້ນ.
\s5
\v 9 ນີ້ແມ່ນຄຳອະທິຖານເປັນລາຍລັກອັກສອນຂອງກະສັດເຮເຊກິຢາໃນຢູດາຍ, ເມື່ອເພິ່ນປ່ວຍແລະໄດ້ຫາຍດີແລ້ວ:
\v 10 "ຂ້ານ້ອຍໄດ້ກ່າວວ່າຊີວິດຂອງຂ້ານ້ອຍໄດ້ມາເຖິງເຄິ່ງທາງທີ່ຂ້ານ້ອຍຈະເຂົ້າໄປຍັງປະຕູຂອງແດນຄົນຕາຍ; ຂ້ານ້ອຍຖືກສົ່ງໄປທີ່ນັ້ນຈາກປີເດືອນທີ່ເຫລືອຂອງຂ້ານ້ອຍ.
\v 11 ຂ້ານ້ອຍໄດ້ກ່າວວ່າຈະບໍ່ໄດ້ເຫັນພຣະຢາເວອີກຕໍ່ໄປ, ບໍ່ໄດ້ເຫັນພຣະຢາເວຢູ່ໃນແຜ່ນດິນຂອງຄົນເປັນ; ຂ້ານ້ອຍຈະບໍ່ໄດ້ເຫັນໂລກມະນຸດຫລືຜູ້ອາໄສຢູ່ໃນໂລກອີກຕໍ່ໄປ.
\s5
\v 12 ຊີວິດຂອງຂ້ານ້ອຍໄດ້ຖືກເອົາໄປແລະນຳໄປຈາກຂ້ານ້ອຍຄືກັບເຕັນຂອງຜູ້ລ້ຽງແກະ; ຂ້ານ້ອຍໄດ້ມ້ວນຊີວິດຂອງຂ້ານ້ອຍເຫມືອນດັ່ງຄົນຕ່ຳຜ້າ; ພຣະອົງໄດ້ຊົງຕັດຂ້ານ້ອຍອອກຈາກຫູກຕ່ຳຜ້າ; ພຣະອົງຊົງເຮັດໃຫ້ຊີວິດຂອງຂ້ານ້ອຍສິ້ນສຸດລົງ; ລະຫວ່າງກາງເວັນແລະກາງຄືນ.
\v 13 ຂ້ານ້ອຍຮ້ອງຂຶ້ນຈົນຮອດຕອນເຊົ້າ; ພຣະອົງຊົງຫັກກະດູກທັງຫມົດຂອງຂ້ານ້ອຍຄືກັບສິງໂຕ. ພຣະອົງຊົງເຮັດໃຫ້ຊີວິດຂອງຂ້ານ້ອຍສິ້ນສຸດລົງລະຫວ່າງກາງເວັນແລະກາງຄືນ.
\s5
\v 14 ຂ້ານ້ອຍຮ້ອງຈອກແຈກຄືກັບນົກແອ່ນ; ຂ້ານ້ອຍຂັນຄືກັນກັບນົກເຂົາ; ຕາຂອງຂ້ານ້ອຍອິດເມື່ອຍກັບການເບິ່ງໄປເບຶ້ອງເທິງ. ຂ້າແດ່. ອົງພຣະຜູ້ເປັນເຈົ້າ, ຂ້ານ້ອຍຖືກກົດຂີ່ຂົ່ມເຫັງ; ຂໍຊົງຊ່ວຍ​ຂ້ານ້ອຍ.
\v 15 ຂ້ານ້ອຍຈະເວົ້າຫຍັງໄດ້? ພຣະອົງໄດ້ກ່າວກັບຂ້ານ້ອຍ, ແລະໄດ້ຊົງເຮັດແບບນັ້ນ, ຂ້ານ້ອຍຈະຍ່າງຊ້າໆຕະຫລອດປີເດືອນຂອງຂ້ານ້ອຍເພາະວ່າຂ້ານ້ອຍເຕັມໄປດ້ວຍຄວາມໂສກເສົ້າ.
\s5
\v 16 ຂ້າແຕ່ອົງພຣະຜູ້ເປັນເຈົ້າ, ຄວາມທຸກຍາກທີ່ພຣະອົງປະທານໃຫ້ເປັນສິ່ງທີ່ດີສຳລັບຂ້ານ້ອຍ; ຂໍໃຫ້ຊີວິດຂອງຂ້ານ້ອຍໄດ້ກັບຄືນມາສູ່ຂ້ານ້ອຍ; ພຣະອົງໄດ້ຊົງຟື້ນຟູຊີວິດແລະສຸຂະພາບຂອງຂ້ານ້ອຍແລ້ວ.
\v 17 ການໄດ້ພົບກັບຄວາມໂສກເສົ້າເຊັ່ນນັ້ນເປັນຜົນດີຕໍ່ຂ້ານ້ອຍ. ພຣະອົງໄດ້ຊ່ວຍຂ້ານ້ອຍໃຫ້ພົ້ນຈາກຂຸມແຫ່ງການທຳລາຍ; ເພາະພຣະອົງໄດ້ຊົງແກວ່ງຄວາມບາບທັງຫມົດດຂອງຂ້ານ້ອຍໄວ້ເບື້ອງຫລັງຂອງພຣະອົງ.
\s5
\v 18 ເພາະວ່າແດນຂອງຄົນຕາຍບໍ່ຂອບພຣະຄຸນພຣະອົງ; ຄວາມຕາຍບໍ່ໄດ້ສັນລະເສີນພຣະອົງ; ພວກຄົນທີ່ລົງໄປໃນຂຸມນັ້ນບໍ່ມີຄວາມຫວັງໃນຄວາມສັດຊື່ຂອງພຣະອົງ.
\v 19 ຄົນທີ່ມີຊີວິດຢູ່, ຄົນທີ່ມີຊີວິດຢູ່, ເຂົາຄືຜູ້ທີ່ຂອບພຣະຄຸນພຣະອົງ, ດັ່ງທີ່ຂ້ານ້ອຍເຮັດທຸກວັນນີ້; ຜູ້ເປັນບິດາບອກໃຫ້ລູກໆໄດ້ຮູ້ຈັກເຖິງຄວາມສັດຈິງຂອງພຣະອົງ.
\s5
\v 20 ພຣະເຈົ້າຢາເວຊົງຊ່ວຍຂ້ານ້ອຍໃຫ້ລອດ, ແລະ ພວກເຮົາຈະສະຫລອງດ້ວຍການຮ້ອງເພງສັນລະເສີນຕະຫບອດຊີວິດຂອງພວກເຮົາໃນພຣະວິຫານຂອງພຣະຢາເວ."
\s5
\v 21 "ຂໍໃຫ້ພວກເຂົາເອົາແປ້ງທີ່ເຮັດດ້ວຍຫມາກເດື່ອມາວາງໃສ່ບ່ອນທີ່ເຈັບປວດ, ແລະ ເພິ່ນຈະຫາຍດີປົກກະຕິ."
\v 22 ເຮເຊກິຢາ ໄດ້ກ່າວອີກວ່າ,“ ສິ່ງໃດຈະເປັນຫມາຍສຳຄັນທີ່ເຮົາຄວນຈະຂຶ້ນໄປໃນພຣະວິຫານຂອງພຣະຢາເວ?
\s5
\c 39
\cl ບົດທີ 39
\p
\v 1 ໃນເວລານັ້ນເມໂຣດັກບາລາດານລູກຊາຍຂອງບາລາດານ, ກະສັດແຫ່ງບາບີໂລນ, ໄດ້ສົ່ງຈົດຫມາຍແລະເຄື່ອງບັນນາການມາໃຫ້ເຮເຊກິຢາ; ເພາະລາວໄດ້ຍິນວ່າເຮເຊກິຢາໄດ້ປ່ວຍແລະໄດ້ຫາຍດີແລ້ວ.
\v 2 ເຮເຊກິຢາຊົງພໍໃຈກັບສິ່ງຂອງເຫລົ່ານີ້; ເພິ່ນໄດ້ຊົງໃຫ້ຜູ້ສົ່ງສານເບິ່ງຄັງຂອງສິ່ງຕ່າງໆທີ່ມີຄ່າຂອງເພິ່ນຄື, ເງິນ, ຄຳ, ເຄື່ອງເທດ, ແລະ ນ້ຳມັນອັນລ້ຳຄ່າ, ບ່ອນເກັບມ້ຽນອາວຸດຂອງເພິ່ນ, ແລະ ຂອງທັງຫມົດທີ່ພົບເຫັນຢູ່ໃນສາງຂອງເພິ່ນ. ບໍ່ມີສິ່ງໃດໃນພະຣາຊວັງ, ຫລືໃນອານາຈັກທັງຫມົດຂອງເພິ່ນ, ທີ່ເຮເຊກິຢາບໍ່ໄດ້ຊົງໃຫ້ພວກເຂົາເບິ່ງ.
\s5
\v 3 ແລ້ວເອຊາຢາຜູ້ທຳນວາຍໄດ້ມາເຂົ້າເຝົ້າກະສັດ ເຮເຊກິຢາແລະຖາມເພິ່ນວ່າ, "ຄົນເຫລົ່ານີ້ເວົ້າຫຍັງກັບພະອົງ? ພວກເຂົາມາຈາກໃສ?" ເຮເຊກິຢາກ່າວວ່າ, "ພວກເຂົາມາຫາເຮົາຈາກປະເທດທີ່ຫ່າງໄກຂອງບາບີໂລນ."
\v 4 ເອຊາຢາຖາມວ່າ, "ພວກເຂົາໄດ້ເຫັນຫຍັງຢູ່ໃນວັງຂອງພະອົງ?" ເຮເຊກິຢາຕອບວ່າ, "ພວກເຂົາໄດ້ເຫັນທຸກສິ່ງທຸກຢ່າງຢູ່ໃນວັງຂອງເຮົາ. ບໍ່ມີສິ່ງໃດໃນບັນດາສິ່ງທີ່ມີຄ່າຂອງເຮົາທີ່ເຮົາບໍ່ໄດ້ໃຫ້ພວກເຂົາເບິ່ງ."
\s5
\v 5 ແລ້ວເອຊາຢາໄດ້ກ່າວກັບ ເຮເຊກິຢາວ່າ,“ ຈົ່ງຟັງຖ້ອຍຄຳຂອງພຣະຢາເວຈອມໂຢທາ:
\v 6 ເບິ່ງແມ, ວັນເວລາກຳລັງຈະມາເຖິງເມື່ອທຸກສິ່ງໃນວັງຂອງເຈົ້າ, ສິ່ງຂອງຕ່າງໆທີ່ບັນພະບຸລຸດຂອງເຈົ້າເກັບໄວ້ຈົນຮອດທຸກວັນນີ້, ຈະຖືກນຳໄປສູ່ບາບີໂລນ. ບໍ່ມີສິ່ງໃດຈະເຫລືອຢູ່ເລີຍ, ພຣະຢາເວກ່າວດັ່ງນີ້ແຫລະ.
\s5
\v 7 ພວກລູກຊາຍທັງຫລາຍທີ່ເກີດມາຈາກເຈົ້າ, ຜູ້ທີ່ເຈົ້າເອງເປັນບິດາພວກເຂົາຈະເອົາລູກຊາຍຂອງເຈົ້າໄປ, ແລະພວກເຂົາຈະກາຍເປັນຂັນທີໃນພະຣາຊວັງຂອງກະສັດແຫ່ງບາບີໂລນ.'"
\v 8 ແລ້ວເຮເຊກິຢາໄດ້ກ່າວກັບເອຊາຢາວ່າ, "ຖ້ອຍຄຳຂອງພຣະຢາເວທີ່ທ່ານເວົ້ານັ້ນດີ." ເພາະພຣະອົງຊົງຄິດວ່າ, "ຈະມີຄວາມສະຫງົບສຸກແລະຫມັ້ນຄົງໃນສະໃຫມຂອງເຮົາ."
\s5
\c 40
\cl ບົດທີ 40
\p
\v 1 ພຣະເຈົ້າ, ຂອງພວກເຈົ້າກ່າວວ່າ,"ຈົ່ງປອບໃຈແລະປອບໂຍນຜູ້ຄົນຂອງເຮົາ.
\v 2 "ຈົ່ງເວົ້າກັບ ເຢຣູຊາເລັມດ້ວຍຄວາມເຫັນໃຈ; ແລະປະກາດກັບເມືອງນັ້ນວ່າສົງຄາມຂອງເມືອງນັ້ນໄດ້ສິ້ນສຸດລົງແລ້ວ, ປະກາດວ່າຄວາມຜິດບາບຂອງເມືອງນັ້ນໄດ້ຖືກອະໄພແລ້ວ, ປະກາດວ່າເມືອງນັ້ນໄດ້ຮັບໂທດສຳລັບຄວາມຜິດບາບທັງຫມົດຈາກພຣະຫັດຂອງພຣະຢາເວເປັນສອງເທົ່າແລ້ວ."
\s5
\v 3 ມີສຽງຫນຶ່ງຮ້ອງອອກມາວ່າ, "ຈົ່ງຕຽມທາງຂອງພຣະຢາເວ; ໃນຖິ່ນທຸລະກັນດານ ຈົ່ງເຮັດທາງຫລວງສຳລັບພຣະເຈົ້າຂອງພວກເຮົາໃນອາຣາບານໃຫ້ຊື່ໄປ."
\v 4 ຮ່ອມພູທຸກແຫ່ງຈະຖືກຍົກໃຫ້ສູງຂຶ້ນ, ແລະທຸກພູເຂົາແລະເນີນພູຈະຖືກເຮັດໃຫ້ຕ່ຳລົງ; ແລະແຜ່ນດິນທີ່ແຂງແລະຫຍາບຈະຖືກປ່ຽນໃຫ້ເປັນດິນອ່ອນ, ແລະບ່ອນສູງໆຕຳ່ໆຈະເຮັດໃຫ້ຮາບພຽງ;
\v 5 ແລະພຣະສະຫງ່າຣາສີຂອງພຣະຢາເວຈະຖືກເປີດເຜີຍ, ແລະທຸກຄົນຈະຫລຽວເຫັນພ້ອມກັນ; ເພາະພຣະໂອດຂອງ ພຣະຢາເວໄດ້ກ່າວໃວ້ແລ້ວ.
\s5
\v 6 ມີສຽງຫນຶ່ງເວົ້າວ່າ, "ຈົ່ງຮ້ອງແມ." ອີກສຽງຫນຶ່ງຕອບວ່າ, "ຂ້ານ້ອຍຄວນຮ້ອງອັນໃດ?" ມະນຸດທັງປວງເປັນເຫມືອນຕົ້ນຫຍ້າ, ແລະຄວາມສັດຊື່ໃນພັນທະສັນຍາທັງຫມົດຂອງພວກເຂົາປຽບເຫມືອນດອກໄມ້ໃນທົ່ງນາ.
\v 7 ຕົ້ນຫຍ້າກໍ່ຫ່ຽວແຫ້ງແລະດອກໄມ້ຈະລົ່ນລົງເມື່ອລົມປານຂອງ ພຣະຢາເວເປົ່າມາຖືກມັນ; ແນ່ນອນມະນຸດຊາດກໍຄືຕົ້ນຫຍ້າ.
\v 8 ຕົ້ນຫຍ້າກໍຫ່ຽວແຫ້ງ, ແລະດອກໄມ້ກໍລົ່ນລົງ, ແຕ່ວ່າຖ້ອຍຄຳຂອງພຣະເຈົ້າຂອງພວກເຮົາຈະຢືນຢູ່ຕະຫລອດໄປ."
\s5
\v 9 ຈົ່ງຂຶ້ນໄປເທິງພູເຂົາສູງ, ຊີໂອນ, ຜູ້ນຳຂ່າດີ. ຈົ່ງກ່າວກັບເມືອງທັງຫລາຍຂອງ, ເຢຣູຊາເລັມ. ຈົ່ງພາກັນໄປປະກາດຂ່າວດີຢູ່ທີ່ນັ້ນ. ຈົ່ງບອກກັບເມືອງຕ່າງໆຂອງຢູດາຍວ່າ, ຢ່າຢ້ານກວາສິ່ງໃດ "ນີ້ແມ່ນພຣະເຈົ້າຂອງພວກເຈົ້າ!"
\v 10 ຈົ່ງເບິ່ງ, ພຣະຢາເວອົງພຣະຜູ້ເປັນເຈົ້າສະເດັດມາເຫມືອນກັບນັກຮົບທີ່ມີໄຊຊະນະ, ແລະຣິດທານຸພາບທີ່ຍິ່ງໃຫຍ່ຂອງພຣະອົງກໍຄອບຄອງເພື່ອພຣະອົງ. ເບິ່ງເຖີດ, ລາງວັນຂອງພຣະອົງແມ່ນຢູ່ກັບພຣະອົງ, ແລະພວກຄົນທີ່ພຣະອົງໄດ້ຊົງຊ່ວຍກໍໄປຢູ່ຕໍ່ພຣະພັກພຣະອົງ.
\s5
\v 11 ພຣະອົງຈະຊົງລ້ຽງຝູງແກະຂອງພຣະອົງເຫມືອນຜູ້ລ້ຽງແກະ, ພຣະອົງຈະຊົງຮວບຮວມລູກແກະເຫລົ່ານັ້ນໄວ້ໃນອ້ອມກອດຂອງພຣະອົງ, ແລະຊົງອູ້ມມັນໄວ້ໃນເອິກຂອງພຣະອົງ, ແລະຈະຊົງຄ່ອຍໆນຳແກະທີ່ກຳລັງລ້ຽງລູກອ່ອນຂອງມັນໄປ.
\s5
\v 12 ຜູ້ໃດແທກມະຫາສະຫມຸດໄດ້ດ້ວຍອົ້ງມືຂອງຕົນ, ຫລືວັດແທກທ້ອງຟ້າດ້ວຍຝາມືຂອງຕົນ, ເອົາຜົງຂີ້ດິນຂອງແຜ່ນດິນໂລກໄວ້ໃນກະຈາດ, ຊັ່ງນຳ້ຫນັກພູເຂົາທັງຫລາຍດ້ວຍຊິງ, ຫລືຊັ່ງເນີນພູດ້ວຍຕາຊູບໍ?
\s5
\v 13 ມີໃຜແດ່ທີ່ຍັ່ງຮູ້ເຖິງພຣະໄທຂອງພຣະຢາເວ, ຫລືໃຫ້ຄຳແນະນຳພຣະອົງຄືກັບເປັນທີ່ປຶກສາຂອງພຣະອົງໄດ້?
\v 14 ພຣະອົງເຄີຍໄດ້ຮັບຄຳແນະນຳຈາກຜູ້ໃດຫລື? ມີໃຜສອນວິທີທີ່ຖືກຕ້ອງໃນການເຮັດສິ່ງຕ່າງໆ, ແລະສອນຄວາມຮູ້ໃຫ້ພຣະອົງ, ຫລືສະແດງໃຫ້ພຣະອົງເຫັນທາງແຫ່ງຄວາມເຂົ້າໃຈແດ່?
\s5
\v 15 ຈົ່ງເບິ່ງ, ປະຊາຊາດທັງຫລາຍປຽບເຫມືອນກັບນ້ຳຢອດດຽວຢູ່ໃນຖັງເກັບນ້ຳ, ແລະຖືວ່າເປັນຄືຂີ້ຝຸ່ນຢູ່ເທິງຊິງສັ່ງ; ເບິ່ງແມ, ພຣະອົງຊົງສັ່ງເກາະທັງຫລາຍຄືກັບຂີ້ເທົ່າ.
\v 16 ເລບານອນບໍ່ພໍທີ່ຈະເປັນນໍ້າມັນເຊື້ອໄຟ, ອີກທັງສັດປ່າທັງຫລາຍມັນກໍບໍ່ພໍເປັນເຄື່ອງເຜົາບູຊາສຳລັບການເຜົາຖວາຍ.
\v 17 ປະຊາຊາດທັງຫມົດບໍ່ພຽງພໍຕໍ່ຫນ້າພຣະອົງ; ພຣະອົງຖືວ່າພວກເຂົາບໍ່ມີຫຍັງເລີຍ.
\s5
\v 18 ແລ້ວພວກເຈົ້າຈະປຽບທຽບພຣະເຈົ້າກັບຜູ້ໃດ? ພວກເຈົ້າຈະສົມທຽບພຣະອົງກັບຮູບເຄົາລົບໃດ?
\v 19 ຮູບເຄົາລົບ! ທີ່ຊ່າງຫັດຖະກຳຄົນຫນຶ່ງປັ້ນມັນຂຶ້ນມາ: ຊ່າງທອງຄຳໄດ້ຊຸບມັນດ້ວຍທອງຄຳແລະປະດິດໂສ້ເງິນໃຫ້ກັບມັນ.
\v 20 ຄົນເລືອກໄມ້ທີ່ບໍເນົ່າເພື່ອເຮັດເຄື່ອງບູຊາ; ເຂົາຊອກຫາຊ່າງທີ່ມີຝີມືເພື່ອເຮັດຮູບເຄົາລົບທີ່ເຫນັງຕີງໄປມາບໍ່ໄດ້.
\s5
\v 21 ພວກເຈົ້າຍັງບໍ່ຮູ້ບໍ? ພວກເຈົ້າຍັງບໍ່ເຄິຍໄດ້ຍິນບໍ? ບໍ່ມີໃຜບອກພວກເຈົ້າຕັ້ງແຕ່ເລີ່ມຕົ້ນບໍ? ພວກເຈົ້າຍັງບໍ່ເຂົ້າໃຈຕັ້ງແຕ່ວາງຮາກຖານຂອງແຜ່ນດິນໂລກບໍ?
\v 22 ພຣະອົງເປັນຜູ້ທີ່ປະທັບຢູ່ເຫນືອຂອບຟ້າຂອງແຜ່ນດິນໂລກ; ແລະບັນດາຜູ້ທີ່ອາໄສຢູ່ແມ່ນຄືກັບຝູງຕັກແຕນຕໍ່ພຣະພັກພຣະອົງ. ພຣະອົງໄດ້ຊົງດຶງທ້ອງຟ້າຄືກັບຜ້າກັ້ງແລະກາງທ້ອງຟ້າອອກເປັນເຕັນທີ່ຈະອາໄສຢູ່.
\s5
\v 23 ພຣະອົງຊົງເຮັດໃຫ້ຜູ້ປົກຄອງບໍ່ມີຫຍັງເລີຍ ແລະ ເຮັດໃຫ້ຜູ້ປົກຄອງແຜ່ນດິນໂລກຫມົດຄວາມສຳຄັນ.
\v 24 ພວກເຂົາຍັງບໍ່ທັນຈະປູກ, ຍັງບໍ່ທັນຈະຫວ່ານ, ລຳຕົ້ນຂອງພວກມັນບໍ່ທັນຈະຢັ່ງຮາກລົງໃນພື້ນດິນ, ເມື່ອພຣະອົງຊົງປາບພວກມັນແລະພວກມັນກໍ່ຫ່ຽວແຫ້ງ, ແລະລົມກໍພັດພວກມັນອອກໄປຄືກັບເຟືອງເຂົ້າ.
\s5
\v 25 ອົງບໍລິສຸດກ່າວວ່າ. ເມື່ອນັ້ນພວກເຈົ້າຈະປຽບທຽບເຮົາກັບຜູ້ໃດ, ມີໃຜແດ່ທີ່ສຳຄັນເຫມືອນພຣະອົງໄດ້?"
\v 26 ຈົ່ງເງີຍຫນ້າຂຶ້ນທ້ອງຟ້າ! ໃຜໄດ້ສ້າງດວງດາວທັງຫມົດນີ້? ພຣະອົງນຳພາການອອກແບບຂອງພວກມັນອອກມາແລະເອີ້ນດວງດາວທັງຫມົດຕາມຊື່ຂອງມັນ. ໂດຍຄວາມຍິ່ງໃຫຍ່ຂອງຣິດເດດຂອງພຣະອົງ, ແລະ ໂດຍກຳລັງຂອງຣິດທານຸພາບຂອງພຣະອົງ, ຈຶ່ງບໍ່ມີດວງດາວຈັກດວງຂາດຫາຍໄປ.
\s5
\v 27 ຢາໂຄບ, ເປັນຫຍັງເຈົ້າຈຶ່ງເວົ້າ, ແລະ ອິດສະຣາເອນ, "ເປັນຫຍັງເຈົ້າຈຶ່ງປະກາດວ່າ, "ທາງຂອງຂ້ານ້ອຍຖືກປິດບັງໄວ້ຈາກພຣະຢາເວ, ແລະ ພຣະເຈົ້າຂອງຂ້ານ້ອຍຊົງບໍ່ສົນໃຈກ່ຽວກັບຄວາມຕ້ອງການຂອງຂ້ານ້ອຍບໍ່"?
\v 28 ພວກເຈົ້າບໍ່ເຄີຍຮູ້ຈັກບໍ? ພວກເຈົ້າບໍ່ເຄີຍໄດ້ຍິນບໍ? ພຣະຢາເວ, ຊົງເປັນພຣະເຈົ້ານິລັນດອນ, ຜູ້ຊົງສ້າງທີ່ສຸດປາຍແຜ່ນດິນໂລກ, ຜູ້ບໍ່ຊົງອິດເມື່ອຍຫລືອ່ອນເພຍ; ຄວາມເຂົ້າໃຈຂອງພຣະອົງບໍ່ມີຂີດຈຳກັດ.
\s5
\v 29 ພຣະອົງປະທານກຳລັງໃຫ້ແກ່ຄົນທີ່ອິດເມື່ອຍ; ແລະ ປະທານເຮື່ອແຮງໃຫ້ຄົນທີ່ອ່ອນແອ.
\v 30 ແມ່ນແຕ່ຄົນຫນຸ່ມສາວບາງຄົນຈະອິດເມື່ອຍ ແລະ ອ່ອນເພຍ, ແລະ ຄົນຫນຸ່ມສາວຈະສະດຸດແລະລົ້ມລົງ.
\v 31 ແຕ່ຄົນເຫລົ່ານັ້ນທີ່ລໍຄອຍພຣະຢາເວຈະໄດ້ຮັບກຳລັງໃຫມ່; ພວກເຂົາຈະບິນຂຶ້ນດ້ວຍປີກເຫມືອນນົກອິນຊີ; ພວກເຂົາຈະແລ່ນ ແລະ ບໍ່ອ່ອນເພຍ; ພວກເຂົາຈະຍ່າງ ແລະ ບໍ່ອິດເມື່ອຍ.
\s5
\c 41
\cl ບົດທີ 41
\p
\v 1 "ແຜ່ນດິນຊາຍຝັ່ງທະເລເອີຍ, ຈົ່ງຟັງແລະມິດງຽບຕໍ່ຫນ້າເຮົາ; ຈົ່ງໃຫ້ປະຊາຊາດສ້າງຄວາມເຂັ້ມແຂງຂຶ້ນໃຫມ່; ຈົ່ງໃຫ້ພວກເຂົາເຂົ້າມາໃກ້ ແລະ ໃຫ້ພວກເຂົາເວົ້າ; ຂໍໃຫ້ພວກເຮົາເຂົ້າມາໃກ້ກັນເພື່ອໂຕ້ຖຽງກັນຂໍ້ພິພາກສາ.
\v 2 ຜູ້ໃດໄດ້ປຸກລະດົມຄົນຜູ້ຫນຶ່ງມາຈາກທິດຕາເວັນອອກ, ແລະເອີ້ນທ່ານດ້ວຍຄວາມຊອບທຳ ມາເພື່ອເຮັດຫນ້າທີ່ຂອງທ່ານ? ພຣະອົງຊົງມອບບັນດາປະຊາຊາດໃຫ້ແກ່ທ່ານແລະຊ່ວຍລາວໃນການໂຄ່ນລົ້ມກະສັດ. ທ່ານເຮັດໃຫ້ພວກເຂົາເປັນຂີ້ຝຸ່ນດ້ວຍດາບຂອງທ່ານ, ຄືກັບຕໍເຂົ້າທີ່ປິວໄປດ້ວຍຄັນທະນູຂອງທ່ານ.
\s5
\v 3 ທ່ານໄລ່ຕິດຕາມພວກເຂົາແລະຜ່ານໄປດ້ວຍຄວາມປອດໄພ, ໂດຍເສັ້ນທາງທີ່ວ່ອງໄວທີ່ຕີນຂອງທ່ານເກືອບບໍ່ໄດ້ຍຽບລົງໄປ.
\v 4 ໃຜໄດ້ປະຕິບັດແລະເຮັດສິ່ງເຫລົ່ານີ້ສຳເລັດ? ຜູ້ໃດໄດ້ເອີ້ນຄົນທຸກຊົນຊາດຕັ້ງແຕ່ປະຖົມມະການ? ເຮົາ, ພຣະຢາເວ, ຜູ້ເປັນເບື້ອງຕົ້ນ ແລະ ເປັນເບື້ອງປາຍ, ເຮົາແມ່ນຜູ້ນັ້ນ.
\s5
\v 5 ແຜ່ນດິນທັງຫລາຍໄດ້ເຫັນແລະຢ້ານກົວ; ສຸດປາຍແຜ່ນດິນໂລກສັ່ນສະເທືອນ; ພວກເຂົາຫຍັບມາໃກ້ແລະເຂົ້າມາ.
\v 6 ທຸກຄົນຊ່ວຍເພື່ອນບ້ານຂອງຕົນ, ແລະທຸກຄົນເວົ້າແກ່ກັນແລະກັນວ່າ, 'ຈົ່ງເຂັ້ມແຂງເຖີດ.'
\v 7 ດັ່ງນັ້ນຊ່າງໄມ້ກໍໃຫ້ກຳລັງໃຈຊ່າງຄຳ, ແລະຜູ້ທີ່ເຮັດວຽກກັບໄມ້ຄ້ອນກໍໃຫ້ກຳລັງໃຈຄົນທີ່ເຮັດວຽກກັບທັ່ງຕີເຫລັກ, ໂດຍກ່າວເຖິງການເຊື່ອມໂລຫະວ່າ, 'ດີແລ້ວ.' ພວກເຂົາເຮັດໃຫ້ມັນຫມັ້ນຄົງດ້ວຍຕະປູພື່ອບໍ່ໃຫ້ມັນລົ້ມລົງ
\s5
\v 8 ແຕ່ວ່າເຈົ້າ, ອິດສະຣາເອນ, ຜູ້ຮັບໃຊ້ຂອງເຮົາ, ຢາໂຄບຜູ້ທີ່ເຮົາໄດ້ເລືອກໄວ້, ແມ່ນເຊື້ອສາຍຂອງອັບຣາຮາມສະຫາຍຂອງເຮົາ.
\v 9 'ເຈົ້າຜູ້ທີ່ເຮົານຳມາຈາກທີ່ສຸດປາຍແຜ່ນດິນໂລກ, ແລະຜູ້ທີ່ເຮົາໄດ້ເອີ້ນຈາກບ່ອນຫ່າງໄກ, ແລະຜູ້ທີ່ເຮົາໄດ້ເວົ້າວ່າ, 'ເຈົ້າເປັນຜູ້ຮັບໃຊ້ຂອງເຮົາ;' ເຮົາໄດ້ເລືອກເຈົ້າແລ້ວແລະບໍ່ໄດ້ປະຕິເສດເຈົ້າ.
\s5
\v 10 ຢ່າຢ້ານເລີຍ, ເພາະເຮົາຢູ່ກັບເຈົ້າ. ຢ່າຕົກໃຈ. ເພາະເຮົາເປັນພຣະເຈົ້າຂອງເຈົ້າ, ເຮົາຈະເສີມກຳລັງຂອງເຈົ້າ, ເຮົາຈະຊ່ວຍເຈົ້າ ແລະເຮົາຈະຊູເຈົ້າດ້ວຍມືຂວາອັນຊອບທຳຂອງເຮົາ.
\s5
\v 11 ເບິ່ງແມ, ທຸກຄົນທີ່ຄຽດແຄ້ນຕໍ່ເຈົ້າພວກເຂົາຈະອັບອາຍແລະຂາຍຫນ້າ, ພວກຄົນທີ່ບີບບັງຄັບເຈົ້າພວກເຂົາຈະກາຍເປັນຄວາມວ່າງເປົ່າແລະພິນາດ.
\s5
\v 12 ເຈົ້າຈະຊອກຫາ ແລະ ຈະບໍ່ພົບພວກຄົນທີ່ຕໍ່ສູ້ກັບເຈົ້າ; ພວກຄົນທີ່ເຮັດສົງຄວາມກັບເຈົ້າຈະເປັນຄືຄວາມວ່າງເປົ່າບໍ່ມີເຫລືອຢູ່ເລີຍ.
\v 13 ເພາະເຮົາ, ຄືພຣະຢາເວພຣະເຈົ້າຂອງເຈົ້າ, ຈະຊູມືຂວາຂອງເຈົ້າ, ແລະ ກ່າວກັບເຈົ້າວ່າ, 'ຢ່າສູ່ຢ້ານ; ເຮົາກຳລັງຊ່ວຍເຈົ້າ. '
\s5
\v 14 ຢ່າຢ້ານກົວເລີຍ, ຢາໂຄບ, ແລະພວກອິດສະຣາເອນ; ເຮົາຈະຊ່ວຍເຈົ້ານີ້ແມ່ນ ຄຳ ປະກາດຂອງພຣະຢາເວ, ພຣະຜູ້ໄຖ່ຂອງເຈົ້າ, ອົງບໍລິສຸດຂອງອິດສະຣາເອນ.
\v 15 ຈົ່ງເບິ່ງ, ເຮົາກຳລັງເຮັດໃຫ້ເຈົ້າເຫມືອນດັ່ງແປ້ນຟາດເຂົ້າທີ່ທັງຄົມ, ທັງໃຫມ່ ແລະມີສອງຄົມ; ເຈົ້າຈະຟາດແລະທຳລາຍພູເຂົາທັງຫລາຍລົງ; ເຈົ້າຈະເຮັດໃຫ້ເນີນພູມຸ່ນທະລາຍກາຍເປັນຂີ້ຝຸ່ນໄປທັງສິ້ນ.
\s5
\v 16 ເຈົ້າຈະເຮັດໃຫ້ເນີນເຂົາທັງຫຼາຍເປັນເຫມືອນຂີ້ແກບ; ເຈົ້າຈະຝັດຮ່ອນພວກມັນ, ແລະລົມກໍຈະພັດມັນໄປເສຍລົມຈະເຮັດໃຫ້ພວກມັນກະຈັດກະຈາຍໄປ, ເຈົ້າຈະປິຕິຍິນດີໃນພຣະຢາເວ, ເຈົ້າຈະຊົມຊື່ນຍິນດີໃນອົງບໍລິສຸດຂອງອິດສະຣາເອນ.
\s5
\v 17 ຄົນທີ່ຖືກກົດຂີ່ຂົ່ມເຫັງແລະຄົນຂັດສົນສະແຫວງຫານໍ້າ, ແຕ່ມັນບໍ່ມີ, ແລະລີ້ນຂອງພວກເຂົາກໍແຕກແຫ້ງເພາະຄວາມຫິວກະຫາຍ; ເຮົາ, ພຣະຢາເວ, ຈະຕອບຄໍາອະທິຖານຂອງພວກເຂົາ; ເຮົາ, ພຣະເຈົ້າຂອງອິດສະຣາເອນ, ຈະບໍ່ປະຖິ້ມພວກເຂົາ.
\v 18 ເຮົາຈະເຮັດໃຫ້ກະແສນ້ຳໄຫລລົງມາຕາມເປີ້ນພູ, ແລະ ນ້ຳທີ່ໄຫລອອກມາຢູ່ກາງຮ່ອມພູ; ເຮົາຈະເຮັດໃຫ້ທະເລຊາຍກາຍເປັນຫນອງນ້ຳ, ແລະ ດິນແຫ້ງແລ້ງໃຫ້ກາຍເປັນນ້ຳພຸໄຫລອອກມາ.
\s5
\v 19 ເຮົາຈະໃຫ້ຕົ້ນແປກເກີດໃນຖິ່ນແຫ້ງແລ້ງກັນດານ, ຕົ້ນກະຖິນເທດ, ແລະ ຕົ້ນນ້ຳມັນຫອມ, ແລະ ຕົ້ນຫມາກກອກເທດ. ເຮົາຈະວາງຕົ້ນສົນຢູ່ທົ່ງພຽງທະເລຊາຍ, ໂດຍມີຕົ້ນໄມ້ແປກແລະໄມ້ປ່ອງ.
\v 20 ເຮົາຈະເຮັດສິ່ງນີ້ເພື່ອປະຊາຊົນຈະໄດ້ເຫັນ, ຮັບຮູ້ ແລະ ເຂົ້າໃຈດ້ວຍກັນວ່າພຣະຫັດຂອງ ພຣະຢາເວ ໄດ້ເຮັດສິ່ງນີ້, ອົງບໍລິສຸດຂອງອິດສະຣາເອນໄດ້ສ້າງສິ່ງນີ້.
\s5
\v 21 ພຣະຢາເວກ່າວວ່າ, "ຈົ່ງນຳຄະດີຂອງເຈົ້າມາ," ກະສັດຢາໂຄບກ່າວວ່າ: "ຈົ່ງສະເຫນີການໂຕ້ຖຽງທີ່ດີທີ່ສຸດຂອງເຈົ້າສຳລັບຮູບເຄົາລົບຂອງເຈົ້າມາ, "
\v 22 ຢ່າໃຫ້ພວກເຂົາໂຕ້ຖຽງກັນເອງ; ໃຫ້ພວກເຂົາກ້າວອອກມາທາງຫນ້າ ແລະປະກາດກັບພວກເຮົາວ່າຈະມີຫຍັງເກີດຂື້ນ, ເພື່ອພວກເຮົາອາດຈະຮູ້ເລື່ອງເຫລົ່ານີ້ໄດ້ດີ. ໃຫ້ພວກເຂົາບອກພວກເຮົາກ່ຽວກັບການປະກາດທີ່ໄດ້ທຳນວາຍໄວ້ກ່ອນຫນ້ານີ້, ເພື່ອພວກເຮົາຈະໄດ້ໄຕ່ຕອງຄຳປະກາດເຫລົ່ານັ້ນແລະຮູ້ວ່າຄຳປະກາດເຫລົ່ານັ້ນສຳເລັດໄດ້ຢ່າງໃດ.
\s5
\v 23 ຈົ່ງບອກເລື່ອງຕ່າງໆກ່ຽວກັບອະນາຄົດ, ເພື່ອໃຫ້ພວກເຮົາໄດ້ຮູ້ຖ້າວ່າພວກທ່ານເປັນເທບພະເຈົ້າ; ເຮັດບາງສິ່ງທີ່ດີຫລືຊົ່ວຮ້າຍ, ເພື່ອວ່າພວກເຮົາຈະໄດ້ຮັບຄວາມຢ້ານກົວແລະຈົດຈຳ.
\v 24 ຈົ່ງເບິ່ງ, ຮູບເຄົາລົບຂອງພວກເຈົ້າກໍຫວ່າງເປົ່າ ແລະ ການກະທຳຂອງເຈົ້າພວກກໍຫວ່າງເປົ່າ; ຄົນທີ່ເລືອກພວກເຈົ້າກໍຫນ້າລັງກຽດ.
\s5
\v 25 ເຮົາໄດ້ໃຫ້ຄົນຫນຶ່ງຂຶ້ນມາຈາກພາກເຫນືອ, ແລະລາວໄດ້ມາແລ້ວ; ເຮົາເອີ້ນຜູ້ທີ່ຮ້ອງອອກຫານາມຂອງເຮົາຈາກທາງຕາເວັນຂຶ້ນ, ແລະລາວຈະຢຽບຢ່ຳບັນດາຜູ້ປົກຄອງຄືກັບຂີ້ຕົມ, ຄືກັບຊ່າງປັ້ນຫມໍ້ທີ່ກຳລັງຢຽບດິນຫນຽວ.
\v 26 ຜູ້ໃດປະກາດເລື່ອງນີ້ໄວ້ຕັ້ງແຕ່ປະຖົມມະການ, ເພື່ອພວກເຮົາຈະໄດ້ຮູ້? ກ່ອນເວລານີ້, ເພື່ອພວກເຮົາຈະເວົ້າວ່າ, "ທ່ານເວົ້າຖືກ" ແທ້ຈິງແລ້ວບໍ່ມີໃຜໃນພວກເຂົາໄດ້ອອກ ຄຳສັ່ງດັ່ງກ່າວ, ແມ່ນແລ້ວ, ບໍ່ມີໃຜໄດ້ຍິນວ່າເຈົ້າເວົ້າຫຍັງ.
\s5
\v 27 ເຮົາໄດ້ກ່າວກັບຊີໂອນເທື່ອທຳອິດວ່າ,“ ເບິ່ງນີ້ພວກເຂົາຢູ່ບ່ອນນີ້;” ເຮົາໄດ້ສົ່ງຜູ້ສົ່ງຂ່າວໄປເຢຣູຊາເລັມ.
\v 28 ເມື່ອເຮົາຫລຽວເບິ່ງ, ກໍ່ບໍ່ມີໃຜເລີຍ, ບໍ່ມີໃຜຈັກຄົນໃນພວກເຂົາທີ່ສາມາດໃຫ້ຄຳປຶກສາທີ່ດີໄດ້, ໃນເມື່ອເຮົາຖາມ, ໃຜທີ່ສາມາດຕອບຄຳຖາມໄດ້.
\v 29 ຈົ່ງເບິ່ງ, ພວກເຂົາທຸກຄົນກໍຫວ່າງເປົ່າ, ແລະການກະທຳຂອງພວກເຂົາບໍ່ມີຫຍັງເລີຍ; ຮູບຫລໍ່ໂລຫະຂອງພວກເຂົາກໍເປັນແຕ່ລົມແລະຄວາມຫວ່າງເປົ່າ.
\s5
\c 42
\cl ບົດທີ 42
\p
\v 1 ຈົ່ງເບິ່ງ, ຜູ້ຮັບໃຊ້ຂອງເຮົາ, ຜູ້ທີ່ເຮົາສະຫນັບສະຫນູນ; ຜູ້ທີ່ເລືອກສັນຂອງເຮົາ, ຜູ້ທີ່ເຮົາປິຕິຍິນດີໃນເຂົາ.. ເຮົາໄດ້ເອົາວິນຍານຂອງເຮົາໃສ່ໃວ້ໃນເຂົາ; ເຂົາຈະນຳຄວາມຍຸດຕິທຳມາສູ່ປະຊາຊາດທັງຫລາຍ.
\v 2 ເຂົາຈະບໍ່ຮ້ອງ ແລະ ບໍ່ສົ່ງສຽງດັງ, ແລະ ຈະບໍ່ສົ່ງສຽງຂອງລາວອອກໄປຕາມຖະຫນົນ.
\s5
\v 3 ຕົ້ນອໍ້ຊ້ຳແລ້ວເຂົາຈະບໍ່ຫັກ, ແລະ ໃສ້ຕະກຽງທີ່ໃກ້ຈະຫມົດເຂົາຈະບໍ່ດັບ, ເຂົາຈະປະຕິບັດຄວາມຍຸດຕິທຳຢ່າງສັດຊື່.
\v 4 ເຂົາຈະບໍ່ອ່ອນເພຍຫລືທໍ້ຖອຍໃຈຈົນກວ່າເຂົາຈະໄດ້ສ້າງຄວາມຍຸດຕິທຳເທິງແຜ່ນດິນໂລກ; ແລະຊາຍຝັ່ງທະເລລໍຖ້າກົດບັນຍັດຂອງເຂົາ.
\s5
\v 5 ນີ້ຄືສິ່ທີ່ພຣະຢາເວພຣະເຈົ້າ - ຜູ້ທີ່ສ້າງຟ້າສະຫວັນແລະຄຶງພວກມັນໄວ້, ເປັນຜູ້ສ້າງແຜ່ນດິນໂລກ ແລະ ທຸກສິ່ງທີ່ບັງເກີດຂຶ້ນໃນໂລກ, ຜູ້ທີ່ປະທານລົມຫາຍໃຈແກ່ຜູ້ຄົນທັງປວງເທິງໂລກ, ແລະ ຜູ້ທີປະທານຊີວິດໃຫ້ແກ່ພວກຄົນທີ່ອາໄສຢູ່ເທິງແຜ່ນດິນໂລກ ກ່າວດັ່ງນີ້:
\v 6 ເຮົາ, ຄືພຣະຢາເວ, ໄດ້ເອີ້ນເຈົ້າມາດ້ວຍຄວາມຊອບທໍາ ແລະ ຈະຈັບມືຂອງເຈົ້າໄວ້ ແລະ ຕັ້ງເຈົ້າໄວ້ເປັນເຫມືອນພັນທະສັນຍາແກ່ຊົນຊາດນັ້ນ, ເປັນແສງສະຫວ່າງແກ່ຄົນຕ່າງດ້າວ,
\s5
\v 7 ເພື່ອເປີດຕາຂອງຄົນຕາບອດ, ເພື່ອປົດປ່ອຍນັກໂທດທັງຫລາຍອອກຈາກຄຸກ, ແລະປົດປ່ວຍພວກຄົນທີ່ນັ່ງຢູ່ໃນຄວາມມືດຈາກເຮືອນຈຳ.
\s5
\v 8 ເຮົາຄືພຣະຢາເວ, ນັ້ນຄືນາມຂອງເຮົາ; ແລະເຮົາຈະບໍ່ໃຫ້ສະຫງ່າຣາສີຂອງເຮົາແກ່ຄົນອື່ນຫລືບໍ່ໃຫ້ການສັນລະເສີນຂອງເຮົາແກ່ຮູບເຄົາລົບແກະສະຫລັກ.
\v 9 ເບິ່ງແມ, ສິ່ງເກົ່າກໍໄດ້ລ່ວງເລີຍໄປ, ບັດນີ້ ເຮົາຈະປະກາດເຖິງສິ່ງໃຫມ່ໆ. ກ່ອນທີ່ສິ່ງເຫລົ່ານັ້ນຈະເກີດຂື້ນເຮົາ ຈະບອກສິ່ງເຫລົ່ານັ້ນແກ່ເຈົ້າ."
\s5
\v 10 ຈົ່ງຮ້ອງເພງບົດໃຫມ່ຖວາຍແດ່ພຣະຢາເວ, ແລະ ຮ້ອງເພງສັນລະເສີນພຣະອົງຈາກສຸດປາຍແຜ່ນດິນໂລກ; ພວກເຈົ້າຜູ້ທີ່ລົງໄປທະເລ, ແລະ ທຸກສິ່ງທີ່ອາໄສຢູ່ໃນນັ້ນ, ທັງແຜ່ນດິນແຄມທະເລ, ແລະ ຄົນທັງຫລາຍທີ່ອາໄສຢູ່ທີ່ນັ້ນ.
\v 11 ຈົ່ງໃຫ້ທະເລຊາຍ ແລະເມືອງທັງຫລາຍເປັ່ງສຽງຮ້ອງ, ບັນດາຫມູ່ບ້ານທີ່ເຊິງຄົນເມືອງເກດາດຳລົງຊີວິດ, ຈົ່ງໂຫ່ຮ້ອງດ້ວຍຄວາມຍິນດີ! ຈົ່ງໃຫ້ຊາວເມືອງເສລາຮ້ອງເພງ; ໃຫ້ພວກເຂົາໂຫ່ຮ້ອງຈາກພູເຂົາທັງຫລາຍ.
\s5
\v 12 ຂໍໃຫ້ພວກເຂົາຖວາຍພຣະສິລິແດ່ພຣະຢາເວ ແລະ ປະກາດຄຳສັນລະເສີນພຣະອົງໃນເຂດແຄມຝັ່ງທະເລ.
\v 13 ພຣະຢາເວຈະສະເດັດອອກໄປຢ່າງນັກຮົບ; ພຣະອົງຈະກະຕຸ້ນຄວາມກະຕືລືລົ້ນຂອງພຣະອົງຄືກັບເປັນຄົນແຫ່ງສົງຄາມ. ພຣະອົງຈະເປັ່ງພຣະສຸລະສຽງ, ແມ່ນແລ້ວ, ພຣະອົງຈະເປັ່ງສຽງຮ້ອງຂອງພຣະອົງອອກໄປ; ພຣະອົງຈະຊົງສະແດງຣິດທານຸພາບຂອງພຣະອົງຕໍ່ສັດຕູຂອງພຣະອົງ.
\s5
\v 14 ເຮົາໄດ້ມິດງຽບມາເປັນເວລາດົນນານແລ້ວ; ເຮົາຍັງໄດ້ຢຸດແລະຍັບຍັ້ງຕົນເອງໄວ້; ບັດນີ້, ເຮົາຈະຮ້ອງອອກມາຄືກັບແມ່ຍິງທີ່ກຳລັງອອກລູກ; ແລະຫາຍໃຈຖີ່ແລະຫອບ.
\v 15 ເຮົາຈະເຮັດໃຫ້ພູເຂົາແລະເນີນພູທັງຫລາຍຮ້າງເປົ່າແລະເຮັດໃຫ້ພືດຜັກຂອງພວກເຂົາຫ່ຽວແຫ້ງໄປ; ແລະເຮົາຈະປ່ຽນແມ່ນ້ຳໃຫ້ເປັນເກາະຕ່າງໆແລະຈະເຮັດໃຫ້ນ້ຳເຫືອດແຫ້ງໄປ.
\s5
\v 16 ເຮົາຈະນຳຄົນຕາບອດໄປຕາມທາງທີ່ພວກເຂົາບໍ່ຮູ້ຈັກ; ເຮົາຈະພາພວກເຂົາໄປໃນເສັ້ນທາງທີ່ພວກເຂົາບໍ່ຮູ້ຈັກ. ເຮົາຈະເຮັດໃຫ້ຄວາມມືດເປັນຄວາມສະຫວ່າງຕໍ່ຫນ້າພວກເຂົາ, ແລະເຮັດໃຫ້ທີ່ຄົດງໍໃຫ້ຊື່ຕົງ. ເຮົາຈະເຮັດສິ່ງເຫລົ່ານີ້, ແລະເຮົາຈະບໍ່ປະຖິ້ມພວກເຂົາ.
\s5
\v 17 ພວກເຂົາຈະກັບຄືນໄປ, ພວກເຂົາຈະອັບອາຍຢ່າງທີ່ສຸດ, ຄືຜູ້ທີ່ໄວ້ວາງໃຈໃນຮູບເຄົາລົບແກະສະຫລັກ, ຜູ້ທີ່ເວົ້າກັບຮູບຫລໍ່ໂລຫະວ່າ, "ທ່ານທັງຫລາຍແມ່ນພະເຈົ້າຂອງພວກເຮົາ."
\s5
\v 18 ເຈົ້າພວກຄົນຫູຫນວກ, ຈົ່ງຟັງ, ແລະພວກເຈົ້າຄົນຕາບອດຈົ່ງເບິ່ງ, ເພື່ອພວກເຈົ້າຈະໄດ້ເຫັນ.
\v 19 ຜູ້ໃດເປັນຄົນຕາບອດບໍ່ແມ່ນຜູ້ຮັບໃຊ້ຂອງເຮົາບໍ? ຫລືໃຜທີ່ເປັນຄົນຫູຫນວກເຫມືອນກັບຜູ້ສົ່ງຂ່າວສານຂອງເຮົາທີ່ເຮົາສົ່ງໄປບໍ? ຜູ້ທີ່ຕາບອດເຫມືອນກັບຜູ້ທີ່ມີສ່ວນຮ່ວມງານພັນທະສັນຍາຂອງເຮົາ, ຫລືຄົນຕາບອດຄືຜູ້ຮັບໃຊ້ຂອງພຣະຢາເວ?
\s5
\v 20 ພວກເຈົ້າເຫັນຫລາຍຢ່າງ, ແຕ່ບໍ່ເຂົ້າໃຈ; ຫູກໍເປີດອອກ, ແຕ່ບໍ່ມີໃຜໄດ້ຍິນ.
\v 21 ສິ່ງທີ່ພຣະຢາເວຊົງພໍພຣະໄທຄືການສັນລະເສີນຄວາມຍຸຕິທຳ ຂອງພຣະອົງແລະເຮັດໃຫ້ກົດບັນຍັດຂອງພຣະອົງໄດ້ຮັບກຽດ.
\s5
\v 22 ແຕ່ນີ້ແມ່ນຊົນຊາດທີ່ຖືກລັກ ແລະ ປຸ້ນຈີ້; ພວກເຂົາທັງຫມົດຕິດກັບດັກໃນຂຸມ, ຖືກຈັບຢູ່ໃນຄຸກ; ພວກເຂົາໄດ້ກາຍມາເປັນຂອງທີ່ຖືກຢຶດທີ່ບໍ່ມີໃຜຊ່ວຍພວກເຂົາ, ແລະບໍ່ມີຜູ້ໃດເວົ້າວ່າ, "ຈົ່ງນຳພວກເຂົາກັບຄືນມາ!"
\s5
\v 23 ໃນບັນດາພວກເຈົ້າຜູ້ໃດຈະຟັງເລື່ອງນີ້? ໃຜຈະຟັງແລະໄດ້ຍິນໃນອະນາຄົດ?
\v 24 ຜູ້ໃດມອບຢາໂຄບໃຫ້ແກ່ພວກໂຈນ, ແລະມອບຄົນອິດສະຣາເອນໃຫ້ແກ່ພວກໂຈນປຸ້ນ? ບໍ່ແມ່ນພຣະຢາເວ, ຜູ້ທີ່ພວກເຮົາໄດ້ເຮັດຜິດຕໍ່ພຣະອົງ, ຜູ້ເຊິ່ງພວກເຂົາປະຕິເສດທີ່ຈະດຳເນີນໄປໃນທາງຂອງພຣະອົງ, ແລະປະຕິເສດທີ່ຈະເຊື່ອຟັງພຣະບັນຍັດຂອງພຣະອົງບໍ?
\s5
\v 25 ເພາະສະນັ້ນພຣະອົງຈຶ່ງຊົງເທພຣະພິໂລດຮ້າຍແຮງລົງມາເທິງຂອງພວກເຂົາ, ດ້ວຍສົງຄາມແຫ່ງການທຳລາຍລ້າງ. ມັນເຮັດໃຫ້ພວກເຂົາມີໄຟອ້ອມຕົວພວກເຂົາ, ແຕ່ພວກເຂົາກໍບໍ່ຣຮັບຮູ້ມັນ; ມັນໄດ້ເຜົາໄຫມ້ພວກເຂົາ, ແຕ່ພວກເຂົາບໍ່ຍອມເອົາໃຈໃສ່.
\s5
\c 43
\cl ບົດທີ 43
\p
\v 1 ແຕ່ບັດນີ້ ຢາໂຄບເອີຍ ນີ້ຄືສິ່ງທີ່ພຣະຢາເວ, ພຣະອົງຜູ້ໄດ້ຊົງສ້າງເຈົ້າ, ແລະອິດສະຣາເອນເອີຍ ພຣະອົງຜູ້ໄດ້ຊົງປັ້ນເຈົ້າກ່າວວ່າ: "ຢ່າຢ້ານເລີຍ, ເພາະວ່າເຮົາໄດ້ໄຖ່ເຈົ້າ; ເຮົາໄດ້ເອີ້ນເຈົ້າຕາມຊື່ຂອງເຈົ້າ, ເຈົ້າເປັນຂອງເຮົາ.
\s5
\v 2 ເມື່ອເຈົ້າຍ່າງຂ້າມນ້ຳ, ເຮົາຈະຢູ່ກັບເຈົ້າ; ແລະເມື່ອຂ້າມແມ່ນ້ໍາທັງຫລາຍ, ນ້ຳກໍ່ຈະບໍ່ໄຫລຖ້ວມເຈົ້າ. ເມື່ອເຈົ້າຍ່າງຜ່ານໄຟເຈົ້າຈະບໍ່ຖືກເຜົາໄຫມ້, ແລະແປວໄຟຈະບໍ່ທຳລາຍເຈົ້າ.
\v 3 ເພາະວ່າເຮົາແມ່ນພຣະຢາເວພຣະເຈົ້າຂອງເຈົ້າ, ອົງບໍລິສຸດຂອງອິດສະຣາເອນ, ພຣະຜູ້ຊ່ອຍໃຫ້ພົ້ນຂອງເຈົ້າ. ເຮົາໄດ້ໃຫ້ປະເທດເອຢິບເປັນຄ່າໄຖ່ຂອງເຈົ້າ, ໃຫ້ເອທິໂອເປຍ ແລະ ເສບາເປັນການແລກປ່ຽນກັບເຈົ້າ.
\s5
\v 4 ເພາະວ່າເຈົ້າມີຄ່າແລະພິເສດໃນສາຍຕາຂອງເຮົາ, ເຮົາຮັກເຈົ້າ; ສະນັ້ນເຮົາຈະໃຫ້ຊົນຊາດນັ້ນເພື່ອແລກປ່ຽນກັບເຈົ້າ, ແລະຊົນຊາດອື່ນໆເພື່ອແລກກັບຊີວິດຂອງເຈົ້າ.
\v 5 ຢ່າຢ້ານກົວເລີຍ, ເພາະວ່າເຮົາຢູ່ກັບເຈົ້າ; ເຮົານຳເອົາລູກຫລານຂອງເຈົ້າມາຈາກທິດຕາເວັນອອກແລະຈະເຕົ້າໂຮມເຈົ້າຈາກທິດຕາເວັນຕົກ.
\s5
\v 6 ເຮົາຈະເວົ້າກັບເຂດພາກເຫນືອວ່າ, 'ຈົ່ງມອບພວກເຂົາມາ; ແລະເວົ້າກັບທາງທິດໃຕ້ວ່າ, 'ຢ່າຢຶດໃຜໄວ້; 'ຈົ່ງນຳເອົາລູກຊາຍຂອງເຮົາຈາກແດນໄກ, ແລະລູກສາວຂອງເຮົາມາຈາກເຂດຫ່າງໄກຂອງແຜ່ນດິນໂລກ,
\v 7 ທຸກຄົນຜູ້ເຊິ່ງເຮົາໄດ້ເອີ້ນໂດຍຊື່ຂອງເຮົາ, ຜູ້ທີ່ເຮົາໄດ້ສ້າງຂື້ນເພື່ອພຣະສິຣິຂອງເຮົາ, ຜູ້ທີ່ເຮົາໄດ້ປັ້ນ, ແມ່ນແລ້ວ, ຜູ້ທີ່ເຮົາໄດ້ສ້າງໄວ້.
\s5
\v 8 ຈົ່ງນຳຄົນທີ່ຕາບອດອອກມາ, ເຖິງແມ່ນວ່າພວກເຂົາມີຕາ, ແລະນຳຄົນຫູຫນວກອອກມາ, ເຖິງແມ່ນວ່າພວກເຂົາມີຫູ.
\v 9 ປະຊາຊາດທັງຫມົດໄດ້ມາຊຸມນຸມກັນ, ແລະຊົນຊາດທັງຫລາຍໄດ້ມາປະຊຸມກັນ. ມີຜູ້ໃດໃນບັນດາພວກເຂົາທີ່ໄດ້ແຈ້ງເລື່ອງນີ້ແລະບອກເຫດການກ່ອນຫນ້ານີ້ແກ່ເຮົາໄດ້? ໃຫ້ພວກເຂົານຳເອົາພະຍານຂອງພວກເຂົາມາພິສູດດ້ວຍຕົນເອງ, ໃຫ້ພວກເຂົາຟັງແລະຢືນຢັນວ່າ 'ມັນແມ່ນຄວາມຈິງ.'
\s5
\v 10 ພວກເຈົ້າເປັນພະຍານຂອງເຮົາ," ພຣະຢາເວຊົງປະກາດວ່າ, "ແລະຜູ້ຮັບໃຊ້ຂອງເຮົາເຊິ່ງເຮົາໄດ້ເລືອກໄວ້, ເພື່ອພວກເຈົ້າຈະໄດ້ຮູ້ຈັກແລະເຊື່ອໃນເຮົາ, ແລະເຂົ້າໃຈວ່າເຮົາແມ່ນຜູ້ນັ້ນ. ກ່ອນຫນ້າເຮົາຈະບໍ່ມີເທບພະເຈົ້າອົງໃດຖືກປັ້ນຂຶ້ນມາ, ແລະພາຍຫລັງເຮົາກໍຈະບໍ່ມີອີກເລີຍ.
\v 11 ເຮົາເອງ, ເຮົາຄືພຣະຢາເວ, ແລະບໍ່ມີພຣະຜູ້ຊ່ອຍໃຫ້ລອດອື່ນໃດນອກຈາກເຮົາ.
\s5
\v 12 ເຮົາໄດ້ແຈ້ງໃຫ້ຮູ້, ໄດ້ຊ່ວຍໃຫ້ລອດ, ແລະໄດ້ປະກາດໃຫ້ຮູ້ ແລະ ບໍ່ມີພະເຈົ້າອື່ນໃດທ່າມກາງພວກເຈົ້າ. ພວກເຈົ້າເປັນພະຍານຂອງເຮົາ," ພຣະຢາເວຊົງປະກາດດັ່ງນີ້ວ່າ, "ເຮົາຄືພຣະເຈົ້າ.
\v 13 ຕັ້ງແຕ່ມື້ນີ້ເປັນຕົ້ນໄປເຮົາເປັນຜູ້ນັ້ນ, ແລະ ບໍ່ມີໃຜສາມາດຊ່ວຍຄົນໃດໃຫ້ລອດຈາກມືຂອງເຮົາໄດ້. ເຮົາກະທຳການ, ແລະ ໃຜຈະເຮັດໃຫ້ມັນກັບຄືນມາໄດ້?"
\s5
\v 14 ນີ້ແມ່ນສິ່ງທີ່ພຣະຢາເວ, ພຣະຜູ້ໄຖ່ຂອງພວກເຈົ້າ, ອົງບໍລິສຸດຂອງອິດສະຣາເອນຊົງກ່າວວ່າ: "ເພາະເຫັນແກ່ພວກເຈົ້າເຮົາຈະສົ່ງໄປບາບີໂລນ ແລະ ນຳພວກເຂົາທັງຫມົດໃຫ້ເປັນພວກຜູ້ລີ້ໄພ, ແລະ ປ່ຽນສຽງແຫ່ງຄວາມຊື່ນຊົມຍິນດີຂອງຊາວບາບີໂລນໃຫ້ເປັນບົດເພງແຫ່ງຄວາມໂສກເສົ້າ.
\v 15 ເຮົາແມ່ນພຣະຢາເວ, ອົງບໍລິສຸດຂອງພວກເຈົ້າ, ພຣະຜູ້ສ້າງຂອງອິດສະຣາເອນ, ເປັນກະສັດຂອງພວກເຈົ້າ."
\s5
\v 16 ນີ້ແມ່ນສິ່ງທີ່ພຣະຢາເວຊົງກ່າວວ່າ (ຜູ້ທີ່ໄດ້ເປີດທາງໄປສູ່ທະເລແລະເສັ້ນທາງໃນນ້ຳທີ່ໄຫລແຮງ,
\v 17 ຜູ້ທີ່ໄດ້ນຳລົດຮົບແລະມ້າອອກມາ, ທະຫານ ແລະ ກອງທັບທີ່ມີອຳນາດອອກມາ, ພວກເຂົາໄດ້ຈົມລົງໄປພ້ອມກັນ; ພວກເຂົາຈະບໍ່ໄດ້ຂື້ນມາອີກເລີຍ; ພວກເຂົາໄດ້ສູນສິ້ນໄປ ມອດດັບໄປຄືໃສ້ຕະກຽງ.)
\s5
\v 18 "ຢ່າຄິດກ່ຽວກັບສິ່ງເກົ່າເຫລົ່ານີ້, ຢ່າຄິດເຖິງສິ່ງຕ່າງທີ່ດົນນານມາແລ້ວ.
\v 19 ຈົ່ງເບິ່ງ, ເຮົາກຳລັງຈະເຮັດສິ່ງໃຫມ່ໆ, ດຽວນີ້ມັນເລີ່ມຕົ້ນເກີດຂື້ນແລ້ວ, ເຈົ້າບໍ່ເຫັນສິ່ງນັ້ນບໍ? ເຮົາຈະສ້າງຫົນທາງໃນທະເລຊາຍແລະສາຍນ້ຳທັງຫລາຍໃນຖິ່ນທຸລະກັນດານ.
\s5
\v 20 ບັນດາສັດປ່າໃນທົ່ງຫຍ້າຈະໃຫ້ກຽດເຮົາ, ຫມາປ່າແລະນົກກະຈອກເທດ, ເພາະວ່າເຮົາໃຫ້ນ້ຳໃນຖິ່ນແຫ້ງແລ້ງກັນດານ, ແລະແມ່ນ້ຳໃນທະເລຊາຍ, ເພື່ອສຳລັບຊົນຊາດທີ່ເຮົາເລືອກຈະໄດ້ດື່ມກິນ,
\v 21 ຊົນຊາດນີ້ຜູ້ເຊິ່ງເຮົາໄດ້ປັ້ນເພື່ອເຮົາເອງ, ເພື່ອພວກເຂົາຈະກ່າວຂານຄຳສັນລະເສີນເຮົາ.
\s5
\v 22 ແຕ່ເຈົ້າບໍ່ໄດ້ຮ້ອງຮຽກຫາເຮົາ, ຢາໂຄບ; ເຈົ້າບໍ່ໄດ້ອິດເມື່ອຍເພື່ອເຮົາເລີຍ, ອິດສະຣາເອນເອີຍ.
\v 23 ເຈົ້າບໍ່ໄດ້ນຳເອົາແກະໂຕໃດຂອງເຈົ້າມາເປັນເຄື່ອງເຜົາບູຊາຫລືຖວາຍກຽດເຮົາດ້ວຍເຄື່ອງບູຊາຂອງເຈົ້າ. ເຮົາບໍ່ໄດ້ເຮັດໃຫ້ເຈົ້າແບກພາລະເລື່ອງເຄື່ອງບູຊາ, ຫລືເຮັດໃຫ້ເຈົ້າອິດເມື່ອຍດ້ວຍຄວາມຕ້ອງການເຄື່ອງຫອມ ເຈົ້າບໍ່ໄດ້ນຳເງິນໄປຊື້ໄມ້ກິ່ນຫອມມາ.
\s5
\v 24 ອີກທັງພວກເຈົ້າບໍ່ໄດ້ເອົາໄຂມັນຂອງເຄື່ອງບູຊາຂອງເຈົ້າມາໃຫ້ເຮົາ; ແຕ່ວ່າເຈົ້າເປັນພາລະແກ່ເຮົາດ້ວຍຄວາມບາບທັງຫລາຍຂອງເຈົ້າ, ເຈົ້າໄດ້ເຮັດໃຫ້ເຮົາເບື່ອ ຫນ່າຍກັບການກະທຳທີ່ຊົ່ວຮ້າຍຂອງພວກເຈົ້າ.
\s5
\v 25 ເຮົາເອງ, ແມ່ນແລ້ວ, ເຮົາແມ່ນຜູ້ທີ່ລົບລ້າງການກະທຳຜິດຂອງເຈົ້າເພື່ອຜົນປະໂຫຍດຂອງເຮົາເອງ; ແລະ ເຮົາຈະບໍ່ຈົດຈຳຄວາມບາບທັງຫລາຍຂອງເຈົ້າອີກຕໍ່ໄປ.
\v 26 ຈົ່ງເຮັດໃຫ້ເຮົາລະນຶກເຖິງສິ່ງທີ່ເກີດຂື້ນຂໍໃຫ້ພວກເຮົາໂຕ້ຖຽງກັນ; ນຳສະເຫນີເຫດຜົນຂອງທ່ານ, ເພື່ອວ່າເຈົ້າຈະພິສູດວ່າບໍລິສຸດ.
\s5
\v 27 ບັນພະບຸລຸດຄົນທຳອິດຂອງເຈົ້າໄດ້ເຮັດບາບ, ແລະພວກຜູ້ນຳຂອງເຈົ້າກໍ່ໄດ້ເຮັດຜິດຕໍ່ເຮົາ.
\v 28 ສະນັ້ນ, ເຮົາຈະເຮັດໃຫ້ພວກເຈົ້ານາຍທີ່ບໍລິສຸດເປັນມົນທິນ; ເຮົາຈະມອບຢາໂຄບໃຫ້ເຮັດການທຳລາຍທີ່ສົມບູນ, ແລະອິດສະຣາເອນກໍໃຫ້ແກ່ການດູຫມິ່ນທີ່ຫນ້າອັບປະຍົດອົດສູ."
\s5
\c 44
\cl ບົດທີ 44
\p
\v 1 ບັດນີ້ຈົ່ງຟັງ, ຢາໂຄບຜູ້ຮັບໃຊ້ຂອງເຮົາ, ແລະອິດສະຣາເອນ, ຜູ້ທີ່ເຮົາໄດ້ເລືອກໄວ້
\v 2 ນີ້ແມ່ນສິ່ງທີ່ພຣະຢາເວ, ຜູ້ໄດ້ຊົງສ້າງເຈົ້າ ແລະ ຊົງປັ້ນເຈົ້າຕັ້ງແຕ່ໃນທ້ອງ ແລະ ຜູ້ທີ່ຈະຊ່ວຍເຈົ້າໄດ້ກ່າວວ່າ: "ຢ່າຢ້ານເລີຍ, ຢາໂຄບຜູ້ຮັບໃຊ້ຂອງເຮົາ; ແລະເຈົ້າ, ເຢຊູຣູນ, ຜູ້ທີ່ເຮົາໄດ້ຊົງເລືອກໄວ້.
\s5
\v 3 ເພາະເຮົາຈະຫົດນ້ຳໃສ່ພື້ນດິນທີ່ຂາດນ້ຳ, ແລະກະແສນ້ຳໄຫລລົງສູ່ພື້ນດິນແຫ້ງ; ເຮົາຈະຖອກພຣະວິນຍານຂອງເຮົາລົງເທິງເຊື້ອສາຍຂອງເຈົ້າ, ແລະຖອກເທພຣະພອນຂອງເຮົາລົງເທິງເຊື້ອສາຍຂອງເຈົ້າ.
\v 4 ພວກເຂົາຈະປົ່ງຂຶ້ນມາທ່າມກາງຕົ້ນຫຍ້າຄືກັນກັບຕົ້ນໄມ້ທັງຫລາຍທີ່ຢູ່ຕາມແຄມສາຍນ້ຳ.
\s5
\v 5 ຄົນຫນຶ່ງຈະເວົ້າວ່າ, 'ຂ້ອຍເປັນຂອງພຣະຢາເວ, ແລະອີກຄົນຫນຶ່ງຈະເອີ້ນຊື່ຂອງຢາໂຄບ, ແລະອີກຜູ້ຫນຶ່ງຈະຂຽນໃສ່ມືຂອງລາວວ່າ' ເປັນຂອງພຣະຢາເວ,' ແລະເອີ້ນຊື່ຂອງເຂົາເອງດ້ວຍນາມຂອງອິດສະຣາເອນ."
\s5
\v 6 ນີ້ແມ່ນສິ່ງທີ່ພຣະຢາເວກະສັດແຫ່ງອິດສະຣາເອນແລະພຣະຜູ້ໄຖ່ຂອງເຂົາ, ພຣະຢາເວຈອມໂຢທາກ່າວວ່າ: "ເຮົາເປັນເບື້ອງຕົ້ນ, ແລະ ເຮົາເປັນເບື້ອງປາຍ; ແລະບໍ່ມີພຣະເຈົ້າອື່ນໃດນອກຈາກເຮົາ.
\s5
\v 7 ແມ່ນໃຜທີ່ເປັນຄືເຮົາ? ໃຫ້ລາວປະກາດເລື່ອງນີ້ແລະອະທິບາຍໃຫ້ເຮົາຟັງເຫດການທີ່ໄດ້ເກີດຂື້ນຕັ້ງແຕ່ເຮົາໄດ້ສະຖາປະນາປະຊາຊົນຄົນບູຮານຂອງເຮົາ, ແລະໃຫ້ພວກເຂົາບອກເຖິງເຫດການທີ່ຈະມາເຖິງ.
\s5
\v 8 ຢ່າສູ່ຢ້ານຫລືກົວເລີຍ. ເຮົາໄດ້ປະກາດໃຫ້ທ່ານຮູ້ມາດົນນານແລ້ວ, ແລະໄດ້ປະກາດເລື່ອງນີ້ໃຫ້ຮູ້ກັນແລ້ວບໍ່ແມ່ນບໍ? ພວກເຈົ້າເປັນພະຍານຂອງເຮົາ: ມີພຣະເຈົ້າອື່ນໃດນອກເຫນືອຈາກເຮົາບໍ? ບໍ່ມີພຣະສີລາອື່ນ; ເຮົາບໍ່ເຄີຍຮູ້ຈັກເລີຍ."
\s5
\v 9 ທຸກຄົນທີ່ປັ້ນຮູບເຄົາລົບລ້ວນແຕ່ບໍ່ມີຫຍັງເລີຍ; ສິ່ງຕ່າງໆທີ່ພວກເຂົາພໍໃຈເປັນສິ່ງທີ່ບໍ່ມີຄ່າຫຍັງເລີຍ; ບັນດາພະຍານຂອງພວກເຂົາບໍ່ສາມາດເຫັນຫລືຮູ້ຫຍັງເລີຍ, ແລະພວກເຂົາຈະໄດ້ຮັບຄວາມອັບອາຍ.
\v 10 ຜູ້ໃດຈະປັ້ນເທບພະເຈົ້າຫລືຫລໍ່ຮູບເຄົາລົບທີ່ບໍ່ມີຄ່າແດ່?
\s5
\v 11 ເບິ່ງແມ, ພັກພວກຂອງເຂົາທຸກຄົນຈະໄດ້ຮັບຄວາມອັບອາຍ; ຊ່າງຫັດຖະ ກຳກໍເປັນພຽງມະນຸດເທົ່ານັ້ນ. ຈົ່ງໃຫ້ພວກເຂົາຢືນຢູ່ນຳກັນ; ພວກເຂົາຈະກົ້ມຂາບລົງດ້ວຍຄວາມຢ້ານແລະຈະໄດ້ຮັບຄວາມອັບອາຍ.
\s5
\v 12 ຊ່າງຕີເຫລັກເຮັດວຽກດ້ວຍເຄື່ອງມືຂອງລາວ, ສ້າງມັນຂຶ້ນມາ, ເຮັດວຽກຢູ່ເຫມືອນເປັນກ້ອນຖ່ານ. ລາວຂຶ້ນຮູບມັນດ້ວຍໄມ້ຄ້ອນແລະເຮັດດ້ວຍແຂນທີ່ແຂງແຮງຂອງເຂົາເມື່ອເຂົາຫິວເຂົ້າ, ກຳລັງຂອງລາວກໍອ່ອນແອລົງ; ລາວບໍ່ດື່ມນໍ້າເລີຍແລະເລີ່ມຫມົດແຮງ.
\s5
\v 13 ຊ່າງໄມ້ໄດ້ແທກໄມ້ດ້ວຍເຊືອກແທກ, ແລະເຮັດເຄື່ອງຫມາຍມັນດ້ວຍເຫລັກເເຫລມ. ເຂົາຂຶ້ນຮູບມັນດ້ວຍເຄື່ອງມືຂອງເຂົາແລະຫມາຍມັນດ້ວຍເຂັມທິດ. ເຂົາເຮັດໃຫ້ມັນມີຮູບຮ່າງຕາມແບບຂອງມະນຸດ, ຄືກັບມະນຸດທີ່ສະຫງ່າງາມ, ເພື່ອໃຫ້ມັນຢູ່ໃນເຮືອນ.
\s5
\v 14 ເຂົາຕັດຕົ້ນສົນສີດາ, ຫລືເລືອກຕົ້ນສົນສາມໃບຫລືຕົ້ນໂອກ. ເຂົາເລືອກເອົາຕົ້ນໄມ້ໃນປ່າ. ເຂົາປູກຕົ້ນໄມ້ແປກຕົ້ນຫນຶ່ງແລະຝົນກໍເຮັດໃຫ້ມັນເຕີບໃຫຍ່.
\s5
\v 15 ແລ້ວຄົນກໍໃຊ້ມັນເພື່ອເປັນໄຟແລະເຮັດໃຫ້ຕົວເອງອົບອຸ່ນ. ແມ່ນແລ້ວ, ເຂົາໄດ້ກໍກອງໄຟແລະປີ້ງເຂົ້າຈີ່. ຫລັງຈາກນັ້ນເຂົາໄດ້ສ້າງຮູບພະຈາກມັນແລະກາບໄຫວ້; ເຂົາເຮັດຮູບເຄົາລົບຂຶ້ນມາຮູບຫນຶ່ງແລ້ວກາບໄຫວ້ມັນ.
\v 16 ເຂົາເຜົາໄມ້ສ່ວນຫນຶ່ງເພື່ອໃຫ້ເປັນໄຟ, ປີ້ງຊີ້ນຂອງເຂົາເທິງໄຟ. ເຂົາກິນແລະພໍໃຈ. ເຂົາເຮັດໃຫ້ຕົວເອງອົບອຸ່ນແລະເວົ້າວ່າ, "ອ້າວ, ຂ້ອຍອົບອຸ່ນ, ຂ້ອຍໄດ້ເຫັນໄຟແລ້ວ."
\s5
\v 17 ດ້ວຍໄມ້ສ່ວນທີ່ເຫລືອເຂົາເຮັດເປັນຮູບເທບພະເຈົ້າ, ຮູບແກະສະຫລັກຂອງເຂົາ; ເຂົາກົ້ມຂາບແລະເຄົາລົບມັນ, ແລະອະທິຖານຕໍ່ມັນໂດຍກ່າວວ່າ, "ຂໍຊົງຊ່ວຍຂ້ານ້ອຍ, ເພາະພະອົງຊົງເປັນພະເຈົ້າຂອງຂ້ານ້ອຍ."
\s5
\v 18 ພວກເຂົາບໍ່ຮູ້ແລະບໍ່ເຂົ້າໃຈ, ເພາະວ່າດວງຕາຂອງພວກເຂົາມືດບອດແລະເບິ່ງບໍ່ເຫັນ, ແລະໃຈຂອງພວກເຂົາບໍ່ສາມາດຮັບຮູ້ໄດ້.
\s5
\v 19 ບໍ່ມີໃຜຄິດ, ທັງພວກເຂົາບໍ່ເຂົ້າໃຈແລະເວົ້າວ່າ, "ຂ້ອຍໄດ້ເຜົາໄມ້ສ່ວນຫນຶ່ງໃນກອງໄຟ; ແມ່ນແລ້ວ, ຂ້ອຍຍັງໄດ້ປິ້ງເຂົ້າຈີ່ໃສ່ຖ່ານຂອງມັນດ້ວຍຂ້ອຍໄດ້ປີ້ງຊີ້ນເທິງຖ່ານຂອງມັນແລະກິນ ບັດນີ້, ຂ້ອຍຄວນຈະເຮັດໄມ້ສ່ວນຫນຶ່ງເປັນສິ່ງທີ່ຫນ້າກຽດຊັງເພື່ອທີ່ຈະນະມັດສະການບໍ? ຂ້ອຍຄວນກົ້ມຂາບໄມ້ບໍ?"
\s5
\v 20 ມັນຄ້າຍຄືກັບວ່າເຂົາກຳລັງກິນຂີ້ເຖົ່າ; ຫົວໃຈທີ່ຫລອກລວງຂອງເຂົາໄດ້ນຳເຂົາໃຫ້ຫລົງຜິດ. ເຂົາບໍ່ສາມາດຊ່ວຍຊີວິດຂອງຕົນເອງໄດ້, ຫລືເຂົາບໍ່ສາມາດເວົ້າໄດ້ວ່າ, "ສິ່ງທີ່ຢູ່ໃນມືຂວາຂອງຂ້ອຍແມ່ນພຣະເຈົ້າປອມ."
\s5
\v 21 ຈົ່ງຄິດກ່ຽວກັບສິ່ງເຫລົ່ານີ້, ຢາໂຄບ, ແລະອິດສະຣາເອນ, ເພາະວ່າເຈົ້າເປັນຜູ້ຮັບໃຊ້ຂອງເຮົາ: ເຮົາໄດ້ສ້າງເຈົ້າ; ອິດສະຣາເອນເອີຍ ເຈົ້າເປັນຜູ້ຮັບໃຊ້ຂອງເຮົາເຮົາຈະບໍ່ລືມເຈົ້າ.
\v 22 ເຮົາໄດ້ກຳຈັດ, ການກະບົດຂອງເຈົ້າ, ຄືກັບເມກທີ່ຫນາທຶບ, ແລະລົບລ້າງຄວາມບາບ, ທັງຫລາຍຂອງພວກເຈົ້າເຫມືອນກັບເມກ; ຈົ່ງກັບມາຫາເຮົາ, ເພາະວ່າເຮົາໄດ້ໄຖ່ພວກເຈົ້າແລ້ວ.
\s5
\v 23 ຟ້າສະຫວັນເອີຍຈົ່ງຮ້ອງເພງ, ເພາະພຣະຢາເວຊົງໄດ້ເຮັດສິ່ງນີ້ແລ້ວ; ທີ່ເລິກຂອງແຜ່ນດິນໂລກຈົ່ງໂຫ່ຮ້ອງ, ພູເຂົາທັງຫລາຍຈົ່ງເປັ່ງສຽງຮ້ອງເພງ, ປ່າໄມ້ແລະຕົ້ນໄມ້ທຸກຕົ້ນໃນປ່ານັ້ນດ້ວຍ; ເພາະວ່າພຣະຢາເວໄດ້ຊົງໄຖ່ຢາໂຄບແລ້ວ, ແລະ ຈະສະແດງພຣະສິຣິຂອງພຣະອົງໃນອິດສະຣາເອນ.
\s5
\v 24 ນີ້ແມ່ນສິ່ງທີ່ພຣະຢາເວ, ພຣະຜູ້ໄຖ່ຂອງເຈົ້າ, ຜູ້ທີ່ຊົງປັ້ນເຈົ້າຕັ້ງແຕ່ຢູ່ໃນທ້ອງກ່າວວ່າ: "ເຮົາແມ່ນພຣະຢາເວ, ຜູ້ດຽວທີ່ໄດ້ສ້າງທຸກສິ່ງ, ຜູ້ທີ່ຄຶງຟ້າສະຫວັນ, ຜູ້ດຽວທີ່ໄດ້ສ້າງແຜ່ນດິນໂລກ.
\v 25 ເຮົາຜູ້ທີ່ເຮັດໃຫ້ຄຳທຳນວາຍຂອງຜູ້ເວົ້າທີ່ໄຮ້ສາລະເປັນຄວາມວ່າງເປົ່າແລະຜູ້ທີ່ເຮັດໃຫ້ພວກຄົນທີ່ອ່ານຄຳທຳນວາຍຕ່າງໆໄດ້ຮັບຄວາມອັບປະຍົດ; ເຮົາຄືຜູ້ທີ່ໂຄ່ນລົ້ມປັນຍາຂອງຄົນສະຫລາດແລະເຮັດໃຫ້ຄຳປຶກສາຂອງພວກເຂົາບໍ່ມີປະໂຫຍດ.
\s5
\v 26 ເຮົາຄືພຣະຢາເວ, ຜູ້ທີ່ຮັບຮອງຄຳເວົ້າຂອງຜູ້ຮັບໃຊ້ຂອງພຣະອົງ ແລະ ເຮັດໃຫ້ຄຳທຳນວາຍຂອງຜູ້ສົ່ງຂ່າວຂອງພຣະອົງເກີດຂຶ້ນຈິງ, ຜູ້ທີ່ກ່າວເຖິງເມືອງເຢລູຊາເລັມວ່າ, 'ເມືອງນັ້ນຈະມີຄົນອາໄສຢູ່, 'ແລະບັນດາເມືອງຕ່າງໆຂອງຢູດາຍ, 'ພວກເຂົາຈະຖືກສ້າງຂຶ້ນໃຫມ່, ແລະເຮົາຈະຍົກສູງຊາກປະຫລັກຫັກພັງຂອງເມືອງເຫລົ່ານັ້ນຂຶ້ນ'
\v 27 ຜູ້ໃດທີ່ເວົ້າກັບທະເລເລິກວ່າ 'ຈົ່ງເຫືອດແຫ້ງໄປ, ແລະ ເຮົາຈະເຮັດໃຫ້ກະແສນ້ຳຂອງເຈົ້າເຫືອດແຫ້ງໄປ.'
\s5
\v 28 ພຣະຢາເວຄືພຣະອົງຜູ້ທີ່ກ່າວເຖິງໄຊຣັດວ່າ, 'ລາວເປັນຜູ້ລ້ຽງແກະຂອງເຮົາ, ລາວຈະເຮັດຕາມຄວາມປະສົງທຸກຢ່າງຂອງເຮົາ; ລາວຈະອອກດຳລັດກ່ຽວກັບເມືອງເຢຣູຊາເລັມວ່າ, 'ເມືອງນັ້ນຈະຖືກສ້າງຂຶ້ນໃຫມ່, ແລະກ່າວເຖິງພຣະວິຫານວ່າ, 'ຈົ່ງວາງຮາກຖານຂອງພຣະວິຫານໄວ້. '"
\s5
\c 45
\cl ບົດທີ 45
\p
\v 1 ນີ້ແມ່ນສິ່ງທີ່ພຣະຢາເວກ່າວກັບໄຊຣັດຜູ້ທີ່ພຣະອົງໄດ້ຊົງເຈີມ, ຜູ້ທີ່ເຮົາຊູມືຂວາຂອງລາວໄວ້, ເພື່ອທີ່ຈະປາບບັນດາປະຊາຊາດທີ່ຢູ່ຂ້າງຫນ້າລາວ, ເພື່ອປົດອາວຸດກະສັດທັງຫລາຍ, ແລະເປີດປະຕູທັງຫລາຍທີ່ຢູ່ຕໍ່ຫນ້າລາວ, ເພື່ອທີ່ປະຕູເມືອງເຫລົ່ານັ້ນຍັງຄົງເປີດຢູ່:
\s5
\v 2 "ເຮົາຈະໄປຂ້າງຫນ້າເຈົ້າແລະຈະເຮັດໃຫ້ພູເຂົາທັງຫລາຍຮາບພຽງ; ເຮົາຈະເຮັດໃຫ້ເປັນປະຕູທອງເຫລືອງທັງຫລາຍແຕກເປັນຕ່ອນໆ ແລະ ຕັດຫ້ອງຂັງເຫລັກ ເປັນທ່ອນໆ,
\v 3 ແລະ ເຮົາຈະມອບຊັບສົມບັດແຫ່ງຄວາມມືດ ແລະ ຄວາມຮັ່ງມີທີ່ເຊື່ອງໄວ້ໃຫ້ເຈົ້າ, ເພື່ອເຈົ້າຈະຮູ້ວ່າເຮົານິແລະຄື, ພຣະຢາເວ, ຜູ້ທີ່ເອີ້ນເຈົ້າຕາມຊື່ຂອງເຈົ້າ, ເຮົາ, ຄືພຣະເຈົ້າຂອງອິດສະຣາເອນ.
\s5
\v 4 ເພາະເຫັນແກ່ຢາໂຄບເປັນຜູ້ຮັບໃຊ້ຂອງເຮົາແລະອິດສະຣາເອນຜູ້ທີ່ເຮົາເລືອກໄວ້, ເຮົາໄດ້ເອີ້ນເຈົ້າຕາມຊື່ຂອງເຈົ້າ: ໃຫ້ຕຳແຫນ່ງແຫງກຽດແກ່ເຈົ້າ, ເຖິງແມ່ນວ່າເຈົ້າບໍ່ຮູ້ຈັກເຮົາ.
\v 5 ເຮົາແມ່ນພຣະຢາເວ, ແລະບໍ່ມີຜູ້ອື່ນອີກ; ບໍ່ມີພຣະເຈົ້າອື່ນໃດນອກຈາກເຮົາ. ເຮົາຈະຂັດອາວຸດໃຫ້ເຈົ້າເພື່ອສູ້ຮົບ, ເຖິງແມ່ນວ່າເຈົ້າບໍ່ຮູ້ຈັກເຮົາ;
\v 6 ເພື່ອຄົນທັງຫລາຍຈະຮູ້ຕັ້ງແຕ່ທີ່ດວງຕາເວັນຂຶ້ນແລະຈາກທິດຕາເວັນຕົກວ່າບໍ່ມີພຣະເຈົ້າອື່ນໃດນອກຈາກເຮົາ: ເຮົາແມ່ນພຣະຢາເວ, ແລະບໍ່ມີຜູ້ໃດອີກ.
\s5
\v 7 ເຮົາປະກອບແສງສະຫວ່າງແລະສ້າງຄວາມມືດ; ເຮົານຳຄວາມສະຫງົບສຸກມາໃຫ້ແລະສ້າງໄພພິບັດ; ເຮົາແມ່ນພຣະຢາເວ, ຜູ້ທີ່ເຮັດສິ່ງເຫລົ່ານີ້ທັງຫມົດ.
\v 8 ທ້ອງຟ້າເອີຍ, ຈົ່ງໂຮຍຝົນລົງມາຈາກເບື້ອງເທິງ! ໃຫ້ທ້ອງຟ້າທັງຫລາຍຫລັ່ງຝົນແຫ່ງຄວາມຊອບທຳລົງມາ. ຂໍໃຫ້ແຜ່ນດິນໂລກໄດ້ຊຶມຊັບເອົາຄວາມຊອບທຳນັ້ນ, ເພື່ອໃຫ້ຄວາມລອດພົ້ນຈະປົ່ງອອກມາ, ແລະຄວາມຊອບທຳຈະເກີດຂື້ນມາດ້ວຍກັນ. ເຮົາຄືພຣະຢາເວ, ໄດ້ສ້າງພວກມັນທັງສອງຢ່າງ.
\s5
\v 9 ວິບັດແກ່ຜູ້ໃດທີ່ໂຕ້ຖຽງກັບຜູ້ທີ່ໄດ້ປັ້ນເຂົາ, ແກ່ຜູ້ທີ່ເປັນເຫມືອນຫມໍ້ດິນຫນ່ວຍຫນຶ່ງທ່າມກາງຫມໍ້ດິນທັງຫລາຍໃນແຜ່ນດິນ! ດິນຫນຽວຈະເວົ້າກັບຊ່າງປັ້ນຫມໍ້ດິນວ່າ, 'ທ່ານກຳລັງເຮັດຫຍັງ?' ຫລື 'ຜົນງານຂອງທ່ານບໍ່ມີຫູຫິ້ວເຊັ່ນນັ້ນບໍ'?
\s5
\v 10 ວິບັດແກ່ຜູ້ທີ່ເວົ້າກັບບິດາວ່າ, 'ເຈົ້າເປັນພໍ່ແບບໃດ?' ຫລືເວົ້າກັບຜູ້ຍິງວ່າ, 'ເຈົ້າກຳລັງຈະເກີດລູກແມ່ນຫຍັງ?'
\s5
\v 11 ນີ້ເປັນສິ່ງທີ່ພຣະຢາເວ, ອົງບໍລິສຸດຂອງອິດສະຣາເອນ, ພຣະຜູ້ສ້າງຂອງເຂົາກ່າວວ່າ: 'ເປັນຫຍັງເຈົ້າຖາມຄຳຖາມກ່ຽວກັບສິ່ງທີ່ເຮົາຈະເຮັດສຳລັບບຸດທັງຫລາຍຂອງເຮົາ? ເຈົ້າບອກໃຫ້ເຮົາເຮັດສິ່ງທີ່ກ່ຽວກັບວຽກຂອງມືຂອງເຮົາຊັ້ນບໍ? '
\s5
\v 12 'ເຮົາໄດ້ສ້າງແຜ່ນດິນໂລກແລະສ້າງມະນຸດຢູ່ເທິງໂລກນັ້ນ. ມືຂອງເຮົາເອງນີ້ແຫລະທີ່ໄດ້ຄຶງທ້ອງຟ້າ, ແລະເຮົາໄດ້ສັ່ງໃຫ້ດວງດາວທຸກດວງປະກົດຂຶ້ນ.
\s5
\v 13 ເຮົາໄດ້ປຸກປັ່ນໄຊຣັດດ້ວຍຄວາມຊອບທຳ, ແລະ ເຮົາຈະເຮັດໃຫ້ເສັ້ນທາງທັງຫລາຍຂອງລາວສະດວກ. ລາວຈະສ້າງເມືອງຂອງເຮົາ; ລາວຈະປ່ອຍໃຫ້ປະຊາຊົນຂອງເຮົາທີ່ເປັນຊະເລີຍໄດ້ກັບບ້ານ, ແລະບໍ່ແມ່ນເພື່ອຄ່າຈ້າງຫລືສິນບົນ'”.
\s5
\v 14 ພຣະຢາເວຈອມໂຢທາກ່າວດັ່ງນີ້ວ່າ, "ລາຍໄດ້ຈາກປະເທດເອຢິບແລະສິນຄ້າຂອງເອທິໂອເປຍກັບຊາວເສບາ, ຜູ້ຊາຍທີ່ຮູບຮ່າງສູງ, ຈະຖືກນຳມາຫາເຈົ້າ, ພວກເຂົາຈະເປັນຂອງເຈົ້າ. ພວກເຂົາຈະຕິດຕາມຫລັງເຈົ້າ, ພວກເຂົາຈະເຂົ້າມາພ້ອມໂສ້ທວນ. ພວກເຂົາຈະກົ້ມກາບເຈົ້າ! ແລະອ້ອນວອນເຈົ້າວ່າ, 'ແນ່ນອນວ່າພຣະເຈົ້າສະຖິດຢູ່ກັບທ່ານ, ແລະບໍ່ມີຜູ້ໃດອີກນອກຈາກພຣະອົງ."'
\v 15 ແທ້ຈິງພຣະອົງຊົງເປັນພຣະເຈົ້າຜູ້ທີ່ເຊື່ອງຕົວພຣະອົງເອງ, ພຣະເຈົ້າຂອງອິດສະຣາເອນ, ພຣະຜູ້ຊ່ອຍໃຫ້ລອດ.
\s5
\v 16 ພວກເຂົາທຸກຄົນຈະໄດ້ຮັບຄວາມອັບອາຍແລະກຽດຊັງກັນ; ຜູ້ທີ່ແກະສະຫລັກຮູບເຄົາຣົບຈະເດີນໄປໃນຄວາມອັບອາຍ.
\v 17 ແຕ່ອິດສະຣາເອນຈະໄດ້ຮັບຄວາມລອດຈາກພຣະຢາເວດ້ວຍຄວາມລອດອັນເປັນນິດ; ພວກເຈົ້າຈະບໍ່ຕ້ອງໄດ້ຮັບຄວາມລະອາຍຫລືອັບປະຍົດອົດສູອີກເລີຍ.
\s5
\v 18 ນີ້ແມ່ນສິ່ງທີ່ພຣະຢາເວກ່າວ, ຜູ້ທີ່ສ້າງຟ້າສະຫວັນ, ພຣະເຈົ້າອົງທ່ຽງແທ້ທີ່ໄດ້ສ້າງແຜ່ນດິນໂລກແລະສ້າງມັນໄວ້, ຜູ້ທີ່ໄດ້ຊົງສະຖາປະນາມັນໄວ້. ພຣະອົງບໍ່ໄດ້ຊົງສ້າງມັນໃຫ້ເປັນຄວາມວ່າງເປົ່າ, ແຕ່ຊົງຕັ້ງພຣະໄທໃຫ້ມັນເປັນບ່ອນຢູ່ອາໄສ:“ ເຮົາແມ່ນພຣະຢາເວ, ແລະບໍ່ມີຜູ້ໃດອີກ.
\s5
\v 19 ເຮົາບໍ່ໄດ້ເວົ້າໃນບ່ອນລັບ, ຫລືໃນບ່ອນທີ່ເຊື່ອງໄວ້; ເຮົາບໍ່ໄດ້ເວົ້າກັບເຊື້ອສາຍຂອງຢາໂຄບວ່າ, 'ຈົ່ງສະແຫວງຫາເຮົາໃນຄວາມວ່າງເປົ່າ!' ເຮົາແມ່ນພຣະຢາເວ, ຜູ້ທີ່ເວົ້າຢ່າງຈິງໃຈ; ເຮົາປະກາດສິ່ງທີ່ຖືກຕ້ອງ.
\s5
\v 20 ຈົງຊຸມນຸມພວກເຈົ້າເອງແລະເຂົ້າມາ! ຈົ່ງເຕົ້າໂຮມກັນ, ຊາວອົບພະຍົບຈາກທ່າມກາງບັນດາປະຊາຊາດ! ພວກເຂົາບໍ່ມີຄວາມຮູ້, ພວກຄົນທີ່ຖືຮູບແກະສະຫລັກແລະອະທິຖານຕໍ່ເທບພະເຈົ້າທີ່ບໍ່ສາມາດຊ່ວຍໃຫ້ລອດພົ້ນໄດ້.
\s5
\v 21 ຈົ່ງເຂົ້າມາໃກ້ແລະແຈ້ງໃຫ້ເຮົາຮູ້, ຈົ່ງເອົາຫລັກຖານມາ! ໃຫ້ພວກເຂົາສົມຮູ້ຮ່ວມຄິດ. ໃຜໄດ້ສະແດງສິ່ງນີ້ມາຕັ້ງແຕ່ດົນນານມາແລ້ວ? ຜູ້ໃດທີ່ປະກາດເລື່ອງນີ້? ເຮົາເອງພຣະຢາເວ, ບໍ່ແມ່ນບໍ? ບໍ່ມີພຣະເຈົ້າອື່ນໃດນອກຈາກເຮົາ, ພຣະເຈົ້າຜູ້ທ່ຽງທຳແລະພຣະຜູ້ຊ່ອຍໃຫ້ລອດ; ບໍ່ມີໃຜນອກຈາກເຮົາ.
\s5
\v 22 ຈົ່ງກັບມາຫາເຮົາແລະຮັບຄວາມລອດ, ທີ່ສຸດປາຍຂອງແຜ່ນດິນໂລກ; ເພາະວ່າເຮົາແມ່ນພຣະເຈົ້າ, ແລະບໍ່ມີຜູ້ໃດອີກ.
\v 23 ເຮົາປະຕິຍານດ້ວຍຕົວເຮົາເອງ, ໂດຍກ່າວ ບັນຍັດອັນທ່ຽງທຳຂອງເຮົາ, ແລະຈະບໍ່ຄືນຄຳ: 'ທຸກຫົວເຂົ່າຈະຄຸເຂົ່າຕໍ່ເຮົາ, ທຸກລີ້ນຈະປະຕິຍານຕໍ່ເຮົາ.
\s5
\v 24 ພວກເຂົາຈະເວົ້າເຖິງເຮົາວ່າ, "ໃນພຣະຢາເວພຽງຜູ້ດຽວທີ່ມີຄວາມລອດພົ້ນແລະຄວາມເຂັ້ມແຂງ." "" ພວກເຂົາທຸກຄົນຜູ້ທີຄຽດແຄ້ນພຣະອົງຈະໄດ້ຮັບຄວາມອັບອາຍ.
\v 25 ໃນພຣະຢາເວ ເຊື້ອສາຍຂອງອິດສະຣາເອນທັງຫມົດຈະຖືກເຮັດໃຫ້ເປັນຜູ້ຊອບທຳ; ພວກເຂົາຈະພູມໃຈໃນພຣະອົງ.
\s5
\c 46
\cl ບົດທີ 46
\p
\v 1 ພຣະເບັນ ກົ້ມຕ່ຳລົງ, ພຣະເນໂບ ກໍໂນ້ມຕົວລົງ; ບັນດາສັດຕ່າງໆ ແລະ ສັດທີ່ເປັນພາຫະນະໄດ້ແກ່ພວກຮູບເຄົາລົບຂອງພວກເຂົາໄປ. ຮູບເຄົາລົບເຫລົ່ານີ້ທີ່ພວກເຈົ້າຂົນໄປຖືເປັນພາລະຫນັກສຳລັບສັດທີ່ອ່ອນເພຍ.
\v 2 ພວກເຂົາໂນ້ມຕົວລົງຕຳ່, ແລະຄຸເຂົ່າລົງດ້ວຍກັນ; ພວກເຂົາບໍ່ສາມາດຊ່ວຍຮູບເຄົາລົບເຫລົ່ານັ້ນໄດ້, ແລະພວກເຂົາເອງກໍໄດ້ຕົກໄປສູ່ການເປັນຊະເລີຍ.
\s5
\v 3 ຈົ່ງຟັງເຮົາ, ເຊື້ອສາຍຂອງຢາໂຄບ, ສ່ວນທີ່ເຫລືອຢູ່ທັງຫມົດຂອງເຊື້ອສາຍອິດສະຣາເອນ, ຜູ້ທີ່ເຮົາໄດ້ອູ້ມມາຕັ້ງແຕ່ກ່ອນທີ່ເຈົ້າເກີດ, ໄດ້ຖືກປະຕິບັດຕັ້ງແຕ່ຢູ່ໃນທ້ອງ.
\v 4 ເຮົາຄືຜູ້ນັ້ນເຖິງແມ່ນເຈົ້າຈະແກ່ລົງ, ເຮົາກໍຈະອູ້ມເຈົ້າ, ແລະອູ້ມຈົນກວ່າຜົມຂອງເຈົ້າຫງອກ. ເຮົາໄດ້ສ້າງເຈົ້າແລະເຮົາຈະແບກເຈົ້າ; ເຮົາຈະອູ້ມເຈົ້າແລະເຮົາຈະຊ່ວຍກູ້ເຈົ້າ.
\s5
\v 5 ເຈົ້າຈະປຽບເຮົາກັບໃຜ? ເຈົ້າຄິດວ່າເຮົາຄ້າຍຄືກັບໃຜ, ເພື່ອທີ່ເຮົາຈະເອົາມາປຽບທຽບກັນ?
\v 6 ຄົນທັງຫລາຍເອົາເງິນຄຳຈາກກະເປົາ ແລະ ຊັ່ງມັນເທິງຊິງຊັ່ງ. ພວກເຂົາຈ້າງໂລຫະຄົນຫນຶ່ງ, ແລະ ໃຫ້ລາວເຮັດໃຫ້ມັນຂຶ້ນເປັນພະເຈົ້າອົງຫນຶ່ງ; ພວກເຂົາກົ້ມກາບໄຫວ້ມັນ.
\s5
\v 7 ພວກເຂົາຍົກມັນໃສ່ບ່າຂອງພວກເຂົາແລະແບກມັນໄປ; ພວກເຂົາຕັ້ງມັນໄວ້ໃນບ່ອນຂອງມັນ, ແລະມັນຢືນຢູ່ບ່ອນນັ້ນແລະບໍ່ເຄື່ອນຍ້າຍໄປຈາກທີ່ນັ້ນ. ພວກເຂົາຮ້ອງຫາມັນ, ແຕ່ມັນບໍ່ສາມາດຕອບຫລືຊ່ວຍຄົນໃດຈາກຄວາມລຳບາກຂອງເຂົາໄດ້.
\s5
\v 8 ຈົ່ງຄິດກ່ຽວກັບສິ່ງເຫລົ່ານີ້; ຢ່າລະເລີຍສິ່ງເຫລົ່ານີ້, ພວກກະບົດ!
\v 9 ຈົ່ງຄິດກ່ຽວກັບສິ່ງທີ່ກ່າວມາກ່ອນຫນ້ານີ້, ໃນສະໄຫມກ່ອນ, ເພາະວ່າເຮົາແມ່ນພຣະເຈົ້າ, ແລະບໍ່ມີໃຜອີກ, ເຮົາຄືພຣະເຈົ້າ, ແລະບໍ່ມີໃຜຄືກັບເຮົາ.
\s5
\v 10 ເຮົາບອກຈຸດຈົບໃຫ້ຮູ້ໃນຕອນເລີ່ມຕົ້ນ, ແລະບອກກ່ອນລ່ວງຫນ້າສິ່ງທີ່ຍັງບໍ່ທັນເກີດຂຶ້ນ; ເຮົາເວົ້າວ່າ "ແຜນການຂອງເຮົາຈະເກີດຂື້ນ, ແລະເຮົາກໍຈະເຮັດຕາມທີ່ເຮົາປະສົງ."
\v 11 ເຮົາເອີ້ນນົກທີ່ເປັນເຫຍື່ອຈາກທາງທິດຕາເວັນອອກ, ຜູ້ທີ່ເຮົາເລືອກມາຈາກແດນໄກ; ແມ່ນແລ້ວ, ເຮົາໄດ້ເວົ້າແລ້ວ; ເຮົາກໍຈະກະທຳໃຫ້ສຳເລັດ; ເຮົາໄດ້ມີຈຸດປະສົງໄວ້ແລ້ວ, ເຮົາກໍຈະເຮັດເຊັ່ນກັນ.
\s5
\v 12 ພວກເຈົ້າຊົນຊາດທີ່ແຂງກະດ້າງເອີຍ ຈົ່ງຟັງເຮົາ, ຜູ້ທີ່ຢູ່ໄກຈາກການເຮັດສິ່ງທີ່ຊອບທຳ.
\v 13 ເຮົາກຳລັງນຳຄວາມຊອບທຳຂອງເຮົາມາໃກ້; ມັນບໍ່ໄດ້ຢູ່ໄກເລີຍ, ແລະຄວາມລອດຂອງເຮົາບໍ່ໄດ້ລໍຖ້າ; ແລະເຮົາຈະໃຫ້ຄວາມລອດແກ່ຊີໂອນແລະຄວາມສະຫງ່າງາມຂອງເຮົາຕໍ່ອິດສະຣາເອນ.
\s5
\c 47
\cl ບົດທີ 47
\p
\v 1 ທິດາພົມມະຈາລີຂອງບາບີໂລນເອີຍ; ຈົ່ງລົງໄປແລະນັ່ງຢູ່ໃນຂີ້ຝຸ່ນດິນ, ລູກສາວຂອງຊາວເຄເດຍເອີຍ. ຈົ່ງນັ່ງເທິງພື້ນດິນໂດຍບໍ່ມີບັນລັງ, ເຈົ້າຈະບໍ່ຖືກເອີ້ນວ່າງົດງາມແລະອ່ອນໂຍນອີກຕໍ່ໄປ.
\v 2 ຈົ່ງເອົາໂມ້ມາແລະໂມ້ແປ້ງສາ; ຈົ່ງຖອດຜ້າຄຸມຫນ້າຂອງເຈົ້າອອກໄປ, ຈົ່ງຖົກເສື້ອຄຸມຍາວຂອງເຈົ້າຂຶ້ນ, ຢ່າປົກຄຸມຂາຂອງເຈົ້າ, ຈົ່ງລຸຍຂ້າມສາຍນໍ້າທັງຫລາຍໄປ.
\s5
\v 3 ຄວາມເປືອຍກາຍຂອງເຈົ້າຈະຖືກເປີດເຜີຍ, ແມ່ນແລ້ວ, ເຂົາຈະເຫັນຄວາມຫນ້າອັບອາຍຂອງເຈົ້າ: ເຮົາຈະແກ້ແຄ້ນແລະຈະບໍ່ໄວ້ຊີວິດແມ່ນແຕ່ຄົນດຽວ.
\v 4 ພຣະຜູ້ໄຖ່ຂອງພວກເຮົາ, ພຣະນາມຂອງພຣະອົງຄືພຣະຢາເວຈອມໂຍທາ, ອົງບໍລິສຸດຂອງອິດສະຣາເອນ.
\v 5 ທິດາຂອງຊາວເຄເດຍເອີຍ; ຈົ່ງນັ່ງຢູ່ໃນຄວາມງຽບແລະຈົ່ງເຂົ້າໄປໃນຄວາມມືດ ເພາະວ່າເຂົາຈະບໍ່ຖືກເອີ້ນວ່າລາຊິນີແຫ່ງອານາຈັກອີກຕໍ່ໄປ.
\s5
\v 6 ເຮົາໄດ້ໃຈຮ້າຍກັບຊົນຊາດຂອງເຮົາ; ເຮົາໄດ້ທຳລາຍມໍລະດົກຂອງເຮົາເປັນມົນທິນແລະມອບພວກເຂົາໄວ້ໃນມືຂອງເຈົ້າ, ແຕ່ເຈົ້າບໍ່ໄດ້ສະແດງຄວາມເມດຕາແກ່ພວກເຂົາ; ເຈົ້າໄດ້ເອົາແອກທີ່ຫນັກໃສ່ເທິງຄົນແກ່.
\v 7 ເຈົ້າກ່າວວ່າ, "ຂ້ອຍຈະປົກຄອງຕະຫລອດໄປໃນຖານະກະສັດທີ່ມີອຳນາດສູງສຸດ." ເຈົ້າບໍ່ໄດ້ເອົາໃຈໃສ່ສິ່ງເຫລົ່ານີ້, ແລະເຈົ້າຍັງບໍ່ໄດ້ພິຈາລະນາເລື່ອງເຫລົ່ານີ້ຈະຈົບລົງຢ່າງໃດ.
\s5
\v 8 ດັ່ງນັ້ນບັດນີ້, ຈົ່ງຟັງເລື່ອງນີ້ເຈົ້າຜູ້ທີ່ຮັກຄວາມສຸກແລະນັ່ງຢູ່ຢ່າງຫມັ້ນຄົງ; ເຈົ້າຜູ້ທີ່ເວົ້າໃນໃຈຂອງເຈົ້າວ່າ, "ຂ້ອຍມີຢູ່ແລ້ວ, ແລະບໍ່ມີຜູ້ໃດອີກທີ່ຄ້າຍຄືຂ້ອຍ; ຂ້ອຍຈະບໍ່ນັ່ງເປັນແມ່ຫມ້າຍ, ແລະ ຂ້ອຍຈະບໍ່ປະສົບກັບການສູນເສຍລູກທັງຫລາຍໄປ."
\v 9 ແຕ່ສອງສິ່ງນີ້ຈະມາຫາເຈົ້າໃນເວລາດຽວໃນມື້ດຽວ: ການສູນເສຍລູກ ແລະ ເປັນແມ່ຫມ້າຍ; ພວກເຂົາຈະມາຫາເຈົ້າດ້ວຍກອງກຳລັງເຕັມຂະຫນາດ, ເຖິງແມ່ນວ່າເຈົ້າຈະມີເວດມົນຄາຖາແລະເຄື່ອງລາງຂອງຂັງຫລາຍຢ່າງກໍ່ຕາມ.
\s5
\v 10 ເຈົ້າໄດ້ໄວ້ວາງໃຈໃນຄວາມຊົ່ວຮ້າຍຂອງເຈົ້າ; ເຈົ້າໄດ້ເວົ້າວ່າ, "ບໍ່ມີໃຜເຫັນຂ້ອຍ"; ສະຕິປັນຍາແລະຄວາມຮູ້ຂອງເຈົ້າເຮັດໃຫ້ເຈົ້າຫລົງທາງ, ແຕ່ເຈົ້າເວົ້າໃນໃຈຂອງເຈົ້າວ່າ, "ຂ້ອຍມີຢູ່, ແລະບໍ່ມີຜູ້ອື່ນອີກຄືກັບຂ້ອຍ."
\v 11 ໄພພິບັດຈະມາເຖິງເຈົ້າ; ເຈົ້າຈະບໍ່ສາມາດຂັບໄລ່ມັນອອກໄປດ້ວຍຄາຖາອາຄົມຂອງເຈົ້າ. ການທຳລາຍລ້າງຈະຕົກລົງມາເທິງເຈົ້າ; ເຈົ້າຈະບໍ່ສາມາດປັດເປົ່າມັນອອກໄປໄດ້. ໄພພິບັດຈະໂຈມຕີເຈົ້າຢ່າງກະທັນຫັນ, ກ່ອນທີ່ເຈົ້າຈະຮູ້ມັນ.
\s5
\v 12 ຈົ່ງສືບຕໍ່ຢູ່ໃນການໃຊ້ເວດມົນຂອງເຈົ້າແລະຄາຖາອາຄົມຫລວງຫລາຍຂອງເຈົ້າ ທີ່ເຈົ້າໄດ້ທ່ອງຈຳຢ່າງສັດຊື່ມາແຕ່ຍັງນ້ອຍ; ບາງທີເຈົ້າຈະປະສົບຜົນສຳເລັດ, ບາງທີເຈົ້າອາດຈະເຮັດໃຫ້ໄພພິບັດຈາກໄປດ້ວຍຄວາມຢ້ານກໍໄດ້.
\v 13 ເຈົ້າເບື່ອຫນ່າຍກັບການປຶກສາຫາລືຫລາຍຢ່າງຂອງເຈົ້າ; ຂໍໃຫ້ຄົນເຫລົ່ານັ້ນຢືນຢັດແລະຊ່ວຍພວກເຈົ້າ - ຄົນເຫລົ່ານັ້ນທີ່ເຮັດແຜນທີ່ຂອງຟ້າສະຫວັນແລະສຶກສາເບິ່ງດວງດາວ, ຄົນເຫລົ່ານັ້ນທີ່ແຈ້ງວັນຂຶ້ນຫນຶ່ງຄ່ຳໃຫ້ຮູ້ - ໃຫ້ພວກເຂົາຊ່ວຍເຈົ້າໃຫ້ລອດຈາກສິ່ງທີ່ຈະເກີດຂຶ້ນກັບເຈົ້າ.
\s5
\v 14 ເບິ່ງແມ, ພວກເຂົາຈະເປັນເຫມືອນຕໍເຟືອງ. ໄຟຈະເຜົາໄຫມ້ພວກເຂົາ. ພວກເຂົາຈະຊ່ວຍຕົວເອງໃຫ້ພົ້ນຈາກພະລັງຂອງແປວໄຟບໍ່ໄດ້. ບໍ່ມີຖ່ານຫີນທີ່ຈະເຮັດໃຫ້ພວກເຂົາອົບອຸ່ນແລະບໍ່ມີໄຟໃຫ້ພວກເຂົານັ່ງຝີງ!
\v 15 ພວກຄົນທີ່ເຈົ້າເຄີຍເຮັດວຽກນຳ ພວກເຂົາຈະກາຍເປັນແບບນີ້ຕໍ່ເຈົ້າ, ແລະເຈົ້າໄດ້ຊື້ແລະຂາຍກັບພວກເຂົາເມື່ອເຈົ້າຍັງຫນຸ່ມ, ແລະພວກເຂົາທັງຫມົດຍັງເຮັດໃນສິ່ງທີ່ໂງ່ຈ້າຂອງພວກເຂົາ; ແລະເມື່ອເຈົ້າຮ້ອງຫາຄວາມຊ່ວຍເຫລືອ, ບໍ່ມີໃຜສາມາດຊ່ວຍເຈົ້າໄດ້."
\s5
\c 48
\cl ບົດທີ 48
\p
\v 1 ຈົ່ງຟັງເລື່ອງນີ້, ຄົວເຮືອນຂອງຢາໂຄບ, ຜູ້ທີ່ຖືກເອີ້ນໂດຍຊື່ວ່າອິດສະຣາເອນ, ແລະໄດ້ມາຈາກເຊື້ອສາຍຂອງຢູດາ; ເຈົ້າຜູ້ທີ່ປະຕິຍານຕົນໂດຍພຣະນາມຂອງພຣະຢາເວແລະຮ້ອງຂໍຕໍ່ພຣະເຈົ້າຂອງອິດສະຣາເອນ, ແຕ່ບໍ່ແມ່ນດ້ວຍຈິງໃຈຫລືດ້ວຍຄວາມປະພຶດຊອບທຳ.
\v 2 ເພາະວ່າພວກເຂົາເອີ້ນຕົນເອງວ່າເປັນປະຊາກອນຂອງເມືອງບໍລິສຸດແລະວາງໃຈໃນພຣະເຈົ້າຂອງອິດສະຣາເອນ. ພຣະນາມຂອງພຣະອົງຄືພຣະຢາເວຈອມໂຍທາ.
\s5
\v 3 "ເຮົາໄດ້ປະກາດສິ່ງເຫລົ່ານີ້ໃຫ້ຮູ້ມາຕັ້ງແຕ່ດົນນານມາແລ້ວ; ສິ່ງເຫລົ່ານີ້ໄດ້ອອກມາຈາກປາກຂອງເຮົາ, ແລະເຮົາໄດ້ເຮັດສິ່ງເຫລົ່ານີ້ເປັນທີ່ຮູ້ກັນ; ເຮົາໄດ້ປະຕິບັດຢ່າງທັນທີທັນໃດ, ແລະກໍ່ເປັນໄປຕາມນັ້ນ.
\v 4 ເພາະວ່າເຮົາຮູ້ວ່າດື້ດ້ານ, ກ້າມເນື້ອຄໍຂອງເຈົ້າແຂງຄືກັບເຫລັກ, ແລະຫນ້າຜາກຂອງເຈົ້າຄືກັບທອງເຫລືອງ,
\v 5 ເພາະສະນັ້ນ ເຮົາຈຶ່ງໄດ້ແຈ້ງເລື່ອງເຫລົ່ານີ້ໃຫ້ເຈົ້າຮູ້ລ່ວງຫນ້າ; ເຮົາໄດ້ແຈ້ງໃຫ້ເຈົ້າຮູ້ກ່ອນທີ່ສິ່ງເຫລົ່ານີ້ຈະເກີດຂື້ນ, ເພື່ອເຈົ້າຈະບໍ່ສາມາດເວົ້າວ່າ, 'ຮູບເຄົາລົບຂອງຂ້ອຍໄດ້ເຮັດສິ່ງເຫລົ່ານີ້,' ຫລື 'ຮູບແກະສະຫລັກຂອງຂ້ອຍແລະຮູບຫລໍ່ຂອງຂ້ອຍໄດ້ດົນບັນດານສິ່ງເຫລົ່ານີ້.'
\s5
\v 6 ເຈົ້າໄດ້ຍິນກ່ຽວກັບສິ່ງເຫລົ່ານີ້ແລ້ວ; ຈົ່ງເບິ່ງຫລັກຖານທັງຫມົດນີ້; ແລະເຈົ້າ, ເຈົ້າຈະບໍ່ຍອມຮັບສິ່ງທີ່ເຮົາໄດ້ເວົ້າແມ່ນຄວາມຈິງບໍ? ຈາກນີ້ຕໍ່ໄປ, ເຮົາກຳລັງສະແດງໃຫ້ເຈົ້າເຫັນສິ່ງໃຫມ່ໆ, ສິ່ງຕ່າງໆທີ່ເຊື່ອງໄວ້ທີ່ເຈົ້າບໍ່ເຄີຍຮູ້.
\v 7 ຕອນນີ້, ແລະບໍ່ແມ່ນຕັ້ງແຕ່ກ່ອນສິ່ງເຫລົ່ານີ້ໄດ້ເກີດຂຶ້ນ, ພວກເຂົາກາຍມາເປັນຄົນເດີມ, ແລະກ່ອນມື້ນີ້ພວກເຈົ້າບໍ່ໄດ້ຍິນກ່ຽວກັບສິ່ງເຫລົ່ານີ້, ດັ່ງນັ້ນເຈົ້າຈະບໍ່ສາມາດເວົ້າວ່າ 'ແມ່ນແລ້ວ, ຂ້ອຍຮູ້ກ່ຽວກັບສົ່ງເຫລົ່ານີ້ແລ້ວ.'
\s5
\v 8 ເຈົ້າບໍ່ເຄີຍໄດ້ຍິນ; ເຈົ້າບໍ່ເຄີຍຮູ້; ສິ່ງເຫລົ່ານີ້ບໍ່ໄດ້ຖືກເປີດເຜີຍລ່ວງຫນ້າໃຫ້ເຂົ້າຫູຂອງເຈົ້າມາກ່ອນ. ເພາະເຮົາໄດ້ຮູ້ວ່າເຈົ້າເຕັມດ້ວຍຄວາມຫລອກລວງຫລາຍຢ່າງ, ແລະຮູ້ວ່າເຈົ້າໄດ້ເປັນຄົນກະບົດຕັ້ງແຕ່ເກີດມາ.
\s5
\v 9 ເພາະເຫັນແກ່ນາມຂອງເຮົາເຮົາຈະອົດກັ້ນຄວາມໂກດແຄ້ນຂອງເຮົາໄວ້, ແລະເພາະເຫັນແກ່ກຽດຕິຍົດຂອງເຮົາ ເຮົາຈະຢັບຢັ້ງຈາກການທຳລາຍເຈົ້າ.
\v 10 ເບິ່ງແມ, ເຮົາໄດ້ຊຳລະເຈົ້າໃຫ້ບໍລິສຸດແລ້ວ, ແຕ່ບໍ່ເຫມືອນກັບເງິນ; ເຮົາໄດ້ຊຳລະລ້າງເຈົ້າໃຫ້ສະອາດຢູ່ໃນເຕົາໄຟແຫ່ງຄວາມລຳບາກ.
\v 11 ເພາະເຫັນແກ່ເຮົາເອງ, ເຮົາຈະກະທຳການເພື່ອປະໂຫຍດຂອງເຮົາເອງ; ເຮົາຈະຍອມເຮັດໃຫ້ນາມຂອງເຮົາເຊື່ອມເສຍໄດ້ແນວໃດ? ເຮົາຈະບໍ່ໃຫ້ກຽດຕິຍົດຂອງເຮົາແກ່ຄົນອື່ນ.
\s5
\v 12 ຈົ່ງຟັງເຮົາ, ຢາໂຄບ, ແລະອິດສະຣາເອນ, ຜູ້ທີ່ເຮົາເອີ້ນວ່າ: ເຮົາຄືຜູ້ນັ້ນ; ເຮົາເປັນເບື້ອງຕົ້ນ, ເຮົາກໍເປັນເບື້ອງປາຍດ້ວຍ.
\v 13 ແມ່ນແລ້ວ, ມືຂອງເຮົາເອງໄດ້ວາງຮາກຖານຂອງແຜ່ນດິນໂລກ, ແລະມືຂວາຂອງເຮົາໄດ້ກາງທ້ອງຟ້າອອກ; ເມື່ອເຮົາຮ້ອງພວກມັນ, ພວກມັນກໍຢືນຂື້ນພ້ອມກັນ.
\s5
\v 14 ຈົ່ງເຕົ້າໂຮມຕົວພວກເຈົ້າເອງ, ພວກເຈົ້າທຸກຄົນ, ແລະຈົ່ງຟັງ! ໃນບັນດາພວກເຈົ້າຜູ້ໃດປະກາດເລື່ອງເຫລົ່ານີ້? ຜູ້ຊ່ວຍຂອງພຣະຢາເວຈະເຮັດໃຫ້ຈຸດປະສົງຂອງພຣະອົງທີ່ຕໍ່ສູ້ກັບບາບີໂລນສຳເລັດ. ເຂົາຈະປະຕິບັດຕາມຄວາມປະສົງຂອງພຣະຢາເວຕໍ່ຊາວເຄເດຍ.
\v 15 ເຮົາເອງ, ເຮົາໄດ້ເວົ້າແລ້ວ, ແມ່ນແລ້ວ, ເຮົາໄດ້ເອີ້ນເຂົາແລ້ວ, ເຮົາໄດ້ນຳເຂົາມາ, ແລະເຂົາຈະເຮັດໃຫ້ສຳເລັດ.
\s5
\v 16 ຈົ່ງເຂົ້າມາໃກ້ເຮົາ, ຈົ່ງຟັງເລື່ອງນີ້: ຕັ້ງແຕ່ເລີ່ມຕົ້ນເຮົາບໍ່ໄດ້ເວົ້າໃນທີ່ລີ້ລັບ; ເມື່ອມັນເກີດຂື້ນ, ເຮົາຢູ່ທີ່ນັ້ນ. "ບັດນີ້ພຣະຢາເວໄດ້ສົ່ງຂ້ານ້ອຍມາພ້ອມກັບພຣະວິນຍານຂອງພຣະອົງ.
\s5
\v 17 ນີ້ຄືສິ່ງທີ່ພຣະຢາເວພຣະຜູ້ໄຖ່ຂອງເຈົ້າ, ອົງບໍລິສຸດຂອງອິດສະຣາເອນກ່າວວ່າ, "ເຮົາຄືພຣະຢາເວພຣະເຈົ້າຂອງເຈົ້າ, ຜູ້ທີ່ສອນເຈົ້າໃຫ້ຮູ້ວິທີທີ່ຈະປະສົບຄວາມສຳເລັດ, ຜູ້ທີ່ນຳເຈົ້າໃນທາງທີ່ເຈົ້າຄວນຈະໄປ.
\v 18 ຖ້າເຈົ້າພຽງແຕ່ເຊື່ອຟັງພຣະບັນຍັດຂອງເຮົາ! ເມື່ອນັ້ນຄວາມສະຫງົບສຸກແລະຄວາມຮັ່ງມີຂອງເຈົ້າຈະໄຫລເຫມືອນກັບແມ່ນ້ຳ, ແລະຄວາມລອດຂອງເຈົ້າເປັນເຫມືອນກັບຄື້ນຂອງທະເລ.
\s5
\v 19 ເຊື້ອສາຍຂອງເຈົ້າກໍຈະຫລວງຫລາຍດັ່ງເມັດຊາຍ, ແລະລູກຫລານໃນທ້ອງຂອງເຈົ້າຈະຫລວງຫລາຍເທົ່າກັບເມັດຊາຍ; ຊື່ຂອງພວກເຂົາຈະບໍ່ຖືກຕັດອອກແລະຈະບໍ່ຖືກລົບລ້າງອອກໄປຈາກຕໍ່ຫນ້າຂອງເຮົາ.
\s5
\v 20 ຈົ່ງອອກມາຈາກບາບີໂລນ! ຈົ່ງຫນີຈາກຊາວເຄເດຍ! ດ້ວຍມີສຽງລະຄັງຮ້ອງປະກາດເລື່ອງນີ້! ຈົ່ງເຮັດໃຫ້ເລື່ອງນີ້ເປັນທີ່ຮູ້ຈັກ, ຈົ່ງເຮັດໃຫ້ເລື່ອງນີ້ອອກໄປຍັງທີ່ສຸດປາຍຂອງແຜ່ນດິນໂລກ! ຈົ່ງເວົ້າວ່າ, 'ພຣະຢາເວໄດ້ຊົງໄຖ່ຢາໂຄບຜູ້ຮັບໃຊ້ຂອງພຣະອົງແລ້ວ.'
\s5
\v 21 ພວກເຂົາບໍ່ໄດ້ຫິວນໍ້າເມື່ອພຣະອົງຊົງນຳຫນ້າພວກເຂົາຜ່ານທະເລຊາຍ; ພຣະອົງໄດ້ເຮັດໃຫ້ນ້ຳໄຫລອອກຈາກສີລາໃຫ້ແກ່ພວກເຂົາ; ພຣະອົງຊົງແຍກສີລາໃຫ້ເປີດອອກ, ແລະນ້ຳກໍໄຫລອອກມາ.
\v 22 ບໍ່ມີຄວາມສະຫງົບສຸກ ສຳລັບຄົນອະທຳເລີຍ- ພຣະຢາເວກ່າວດັ່ງນີ້
\s5
\c 49
\cl ບົດທີ 49
\p
\v 1 ຈົ່ງຟັງເຮົາ, ແຜ່ນດິນແຄມທະເລເອີຍ! ບັດນີ້ປະຊາຊົນທັງຫລາຍທີ່ຢູ່ຫ່າງໄກຈົ່ງຕັ້ງໃຈຟັງຂ້ອຍ. ພຣະຢາເວໄດ້ຊົງເອີ້ນຊື່ຂ້ອຍ, ຕັ້ງແຕ່ແມ່ຂອງຂ້ອຍໄດ້ນຳຂ້ອຍເຂົ້າມາສູ່ໂລກນີ້.
\v 2 ພຣະອົງໄດ້ຊົງເຮັດໃຫ້ປາກຂອງຂ້ອຍເປັນຄືດາບແຫລມ; ພຣະອົງເຊື່ອງຂ້ອຍໄວ້ໃນຮົ່ມເງົາພຣະຫັດຂອງພຣະອົງ; ພຣະອົງໄດ້ເຮັດໃຫ້ຂ້ອຍເປັນລູກສອນຂັດມັນ; ພຣະອົງໄດ້ເຊື່ອງຂ້ອຍໄວ້ໃນແລ່ງທະນູຂອງພຣະອົງ.
\s5
\v 3 ພຣະອົງໄດ້ກ່າວກັບຂ້ອຍວ່າ, "ເຈົ້າແມ່ນຜູ້ຮັບໃຊ້ຂອງເຮົາ, ອິດສະຣາເອນຜູ້ເຊິ່ງເຮົາສຳແດງພຣະສິລິຂອງເຮົາຜ່ານທາງເຈົ້າ."
\v 4 ແຕ່ຂ້ອຍໄດ້ຕອບວ່າ, "ເຖິງແມ່ນວ່າຂ້ານ້ອຍຄິດວ່າຂ້ານ້ອຍໄດ້ອອກແຮງງານຢ່າງບໍ່ມີປະໂຫຍດ, ຂ້ານ້ອຍໄດ້ໃຊ້ກຳລັງຂອງຂ້ານ້ອຍໃຫ້ກັບຄວາມຫວ່າງເປົ່າ, ແຕ່ຄວາມຍຸດຕິທຳຂອງຂ້ານ້ອຍແມ່ນຢູ່ກັບພຣະຢາເວ, ແລະລາງວັນຂອງຂ້ານ້ອຍຢູ່ກັບພຣະເຈົ້າຂອງຂ້ານ້ອຍ."
\s5
\v 5 ບັດນີ້ພຣະຢາເວໄດ້ກ່າວວ່າ - ພຣະອົງຜູ້ຊົງປັ້ນຂ້ານ້ອຍຕັ້ງແຕ່ເກີດໃຫ້ເປັນຜູ້ຮັບໃຊ້ຂອງພຣະອົງ, ເພື່ອຟື້ນຟູຢາໂຄບກັບຄືນມາຫາພຣະອົງອີກຄັ້ງ, ເພື່ອທີ່ຈະຮວບຮວມອິດສະຣາເອນມາຫາພຣະອົງ, ເພາະຂ້ານ້ອຍໄດ້ຮັບກຽດກຽດໃນສາຍພຣະເນດຂອງພຣະຢາເວ, ແລະພຣະເຈົ້າຂອງຂ້ານ້ອຍໄດ້ຊົງເປັນກຳລັງຂອງຂ້ານ້ອຍ.
\v 6 ແລະພຣະອົງເວົ້າວ່າ, "ການເປັນຜູ້ຮັບໃຊ້ຂອງເຮົາ ທີ່ຈະສະຖາປານບັນດາເຜົ່າຂອງຢາໂຄບ, ແລະຟື້ນຟູບັນດາຜູ້ທີ່ລອດຊີວິດຂອງອິດສະຣາເອນ. ເປັນສິ່ງເລັກນ້ອຍເກີນໄປສຳລັບເຈົ້າ,. ເຮົາຈະເຮັດໃຫ້ເຈົ້າເປັນແສງສະຫວ່າງແກ່ຄົນຕ່າງຊາດ, ເພື່ອທີ່ເຈົ້າຈະເປັນຄວາມລອດຂອງເຮົາໄປຍັງສຸດປາຍຂອງແຜ່ນດິນໂລກ."
\s5
\v 7 ນີ້ແມ່ນສິ່ງທີ່ພຣະຢາເວກ່າວ, ພຣະຜູ້ໄຖ່ຂອງອິດສະຣາເອນ, ອົງບໍລິສຸດຂອງພວກເຂົາ, ບອກດັ່ງນີ້, ຕໍ່ຜູ້ທີ່ຊີວິດຂອງເຂົາຖືກດູຫມິ່ນແລະກຽດຊັງ, ຈາກຊົນຊາດທັງຫລາຍ, ແລະຂ້າໃຊ້ຂອງບັນດາຜູ້ປົກຄອງ, "ກະສັດທັງຫລາຍຈະເຫັນເຈົ້າແລະລຸກຂຶ້ນ, ພວກເຈົ້ານາຍຈະເຫັນເຈົ້າແລະກົ້ມຂາບລົງ, ເພາະວ່າພຣະຢາເວຜູ້ຊົງສັດຊື່, ອີກທັງຊົງເປັນອົງບໍລິສຸດຂອງອິດສະຣາເອນ, ຜູ້ທີ່ໄດ້ເລືອກເຈົ້າໄວ້."
\s5
\v 8 ນີ້ແມ່ນສິ່ງທີ່ພຣະຢາເວກ່າວວ່າ, "ໃນເວລານັ້ນເຮົາຕັ້ງໃຈສະແດງຄວາມພໍໃຈຂອງເຮົາ ເຮົາຈະຕອບເຈົ້າ, ແລະໃນວັນແຫ່ງຄວາມລອດເຮົາຈະຊ່ວຍເຈົ້າ; ເຮົາຈະປົກປ້ອງເຈົ້າ, ແລະໃຫ້ເຈົ້າເປັນພັນທະສັນຍາສຳລັບປະຊາຊົນ, ເພື່ອສ້າງສາແຜ່ນດິນນັ້ນຂຶ້ນໃຫມ່, ເພື່ອມອບທີ່ຮ້າງເປົ່າເປັນມໍລະດົກ.
\s5
\v 9 ເຈົ້າຈະເວົ້າກັບນັກໂທດວ່າ, 'ຈົ່ງອອກມາ;' ແລະເວົ້າຕໍ່ຜູ້ຄົນທີ່ຢູ່ໃນຄຸກມືດວ່າ, 'ຈົ່ງສະແດງຕົວຂອງພວກເຈົ້າເອງ.' ພວກເຂົາຈະລ້ຽງສັດຕາມແຄມຖະ ຫນົນ, ແລະຢູ່ທຸກບ່ອນທີ່ເປັນຮົ່ມແມ່ນບ່ອນລ້ຽງສັດຂອງພວກເຂົາ.
\s5
\v 10 ພວກເຂົາຈະບໍ່ຫິວໂຫຍຫລືກະຫາຍ; ອີກທັງຄວາມຮ້ອນຫລືແສງຕາເວັນຈະບໍ່ໂຈມຕີພວກເຂົາ, ເພາະວ່າພຣະອົງຜູ້ທີ່ມີຄວາມເມດຕາສົງສານຕໍ່ພວກເຂົາຈະນຳພວກເຂົາໄປ; ພຣະອົງຈະນຳພາພວກເຂົາໄປສູ່ຫ້ວຍນ້ຳ.
\v 11 ເເລ້ວເຮົາຈະເຮັດໃຫ້ພູເຂົາທັງຫລາຍກາຍເປັນຖະຫນົນ, ແລະເຮັດໃຫ້ລະດັບເສັ້ນທາງຫລວງຮາບລຽບ."
\s5
\v 12 ເບິ່ງແມ, ຄົນເຫລົ່ານີ້ຈະມາຈາກແດນໄກ, ບາງຄົນມາຈາກທິດເຫນືອ ແລະ ທິດຕາເວັນຕົກ; ແລະບາງຄົນຈະມາຈາກແຜ່ນດິນຊີນິມ.
\v 13 ຟ້າສະຫວັນເອີຍ, ຈົ່ງຮ້ອງເພງ, ແລະແຜ່ນດິນໂລກເອີຍຈົ່ງຊືນຊົມຍິນດີພູເຂົາທັງຫລາຍເອີຍຈົ່ງເປັ່ງສຽງຮ້ອງເພງ ເພາະພຣະຢາເວປອບໂຍນຊົນຊາດຂອງພຣະອົງ, ແລະ ຈະມີຄວາມເມດຕາສົງສານຕໍ່ຄວາມທຸກລຳບາກຂອງເຂົາ.
\s5
\v 14 ແຕ່ຊີໂອນກ່າວວ່າ, "ພຣະຢາເວໄດ້ປະຖິ້ມຂ້ອຍແລ້ວ, ແລະອົງພຣະຜູ້ເປັນເຈົ້າໄດ້ຊົງລືມຂ້ອຍແລ້ວ."
\v 15 "ແມ່ຍິງຈະລືມລູກອ່ອນ, ຂອງນາງທີ່ຍັງກິນນົມຢູ່ໃນເອິກຂອງນາງໄດ້ບໍ, ດັ່ງນັ້ນນາງຈະບໍ່ມີຄວາມເມດຕາສົງສານລູກຊາຍທີ່ລາວເກີດມາບໍ? ແມ່ນແລ້ວ, ພວກເຂົາອາດຈະລືມໄດ້, ແຕ່ເຮົາຈະບໍ່ລືມເຈົ້າ.
\s5
\v 16 ເບິ່ງແມ, ເຮົາໄດ້ຈາລຶກຊື່ຂອງເຈົ້າໄວ້ໃນຝາມືຂອງເຮົາ; ກຳແພງເມືອງຂອງເຈົ້າຢູ່ຕໍ່ຫນ້າເຮົາຕະຫລອດໄປ.
\v 17 ບຸດທັງຫລາຍຂອງເຈົ້າກຳລັງຮີບຮ້ອນກັບມາ, ໃນຂະນະທີ່ພວກທີ່ທຳລາຍພວກເຈົ້າຈະຫນີໄປ.
\v 18 ຈົ່ງຫລຽວເບິ່ງອ້ອມໆ ແລະ ເບິ່ງ, ພວກເຂົາກຳລັງເຕົ້າໂຮມກັນແລະມາຫາພວກເຈົ້າ. ນີ້ແມ່ນຄຳປະກາດຂອງພຣະຢາເວເຮົາມີຊີວິດຢູ່ແນ່ສັນໃດເຈົ້າຈະນຸ່ງເຄື່ອງຂອງພວກເຂົາຄືກັນກັບເຄື່ອງປະດັບສັນນັ້ນ, ແລະ ເຈົ້າຈະດຶງພວກເຂົາມາເຫມືອນກັບເຈົ້າສາວຂອງເຈົ້າ.
\s5
\v 19 ເຖິງແມ່ນວ່າເຈົ້າຈະເປັນບ່ອນທີ່ຮ້າງເປົ່າແລະຮົກຮ້າງ, ເປັນດິນແດນທີ່ຊາກປະຫລັກຫັກພັງ, ບັດນີ້ເຈົ້າຈະນ້ອຍເກີນໄປສຳລັບຜູ້ທີ່ຢູ່ອາໄສຢູ່, ແລະຜູ້ຄົນທີ່ລ້າງຜານເຈົ້າຈະຢູ່ຫ່າງໄກ.
\v 20 ບຸດທັງຫລາຍທີ່ເກີດໃນຊ່ວງເວລາທີ່ພວກເຈົ້າທຸກໃຈທີ່ສູນສຽຍບຸດຂອງເຈົ້າຈະເວົ້າໃຫ້ເຈົ້າໄດ້ຍິນວ່າ 'ສະຖານທີ່ນີ້ຄັບແຄບເກີນໄປສຳລັບພວກເຮົາ, ຈົ່ງສ້າງທີ່ຢູ່ສຳລັບພວກເຮົາ, ເພື່ອທີ່ພວກເຮົາຈະໄດ້ອາໄສຢູ່ທີ່ນີ້.'
\s5
\v 21 ເເລ້ວເຈົ້າຈະຖາມຕົວເອງວ່າ, 'ແມ່ນໃຜໄດ້ເກີດບຸດເຫລົ່ານີ້ໃຫ້ແກ່ຂ້ອຍ? ຂ້ອຍໄດ້ທຸກໃຈເພາະສູນເສຍບຸດແລະເປັນຫມັນ, ຖືກເນລະເທດເປັນຊະເລີຍແລະພັດພາກກັນ. ໃຜໄດ້ລ້ຽງດູເດັກນ້ອຍເຫລົ່ານີ້? ເບິ່ງແມ, ຂ້ອຍຖືກປະຖິ້ມໄວ້ຢູ່ຄົນດຽວ; ຄົນເຫລົ່ານີ້ມາແຕ່ໃສ? '"
\s5
\v 22 ພຣະຢາເວອົງພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ,“ ເບິ່ງແມ, ເຮົາຈະຊູມືຂອງເຮົາຂຶ້ນຕໍ່ບັນດາປະຊາຊາດ; ເຮົາຈະຍົກທຸງສັນຍານຕໍ່ຊົນຊາດທັງຫລາຍ. ພວກເຂົາຈະນຳເອົາລູກຊາຍຂອງພວກເຈົ້າເຂົ້າໄປໃນອ້ອມກອດຂອງພວກເຂົາແລະແບກລູກສາວຂອງພວກເຈົ້າມາເທິງບ່າຂອງພວກເຂົາ.
\s5
\v 23 ກະສັດທັງຫລາຍຈະເປັນພໍ່ອຸປະຖໍາຂອງເຈົ້າ, ແລະຣາຊິນີທັງຫລາຍຈະເປັນແມ່ລ້ຽງຂອງເຈົ້າ; ພວກເຂົາຈະກົ້ມຂາບເຈົ້າຈົນໃບຫນ້າພວກເຂົາຕິດກັບພື້ນດິນແລະເລຍຂີ້ຝຸ່ນຢູ່ຕີນຂອງເຈົ້າ; ແລະເຈົ້າຈະຮູ້ວ່າເຮົາແມ່ນພຣະຢາເວ; ບັນດາຜູ້ທີ່ລໍຖ້າເຮົາຈະບໍ່ໄດ້ຮັບຄວາມອັບອາຍ."
\s5
\v 24 ຈະເອົາຂອງທີ່ຖືກຢຶດມາໄດ້ຈາກພວກນັກຮົບບໍ, ຫລືພວກທີ່ຖືກຈັບໄປເປັນຊະເລີຍຈາກຄວາມໂຫດຮ້າຍໄດ້ບໍ?
\v 25 ແຕ່ພຣະຢາເວກ່າວດັ່ງນີ້,“ ແມ່ນແລ້ວ, ພວກທີ່ຖືກຈັບໄປຈະຖືກເອົາໄປຈາກນັກຮົບ, ແລະຂອງທີ່ຢຶດມາຈະໄດ້ຮັບການຊ່ວຍກູ້ ເພາະເຮົາຈະຕໍ່ສູ້ກັບສັດຕູຂອງເຈົ້າແລະຊ່ວຍບຸດທັງຫລາຍຂອງເຈົ້າໃຫ້ລອດ.
\s5
\v 26 ເຮົາຈະລ້ຽງຜູ້ຄົນທີ່ກົດຂີ່ເຈົ້າດ້ວຍເນື້ອຫນັງຂອງພວກເຂົາເອງ; ແລະພວກເຂົາຈະມຶນເມົາດ້ວຍເລືອດຂອງພວກເຂົາເຫມືອນກັບວ່າເປັນເຫລົ້າອະງຸ່ນ. ເມື່ອນັ້ນມະນຸດຊາດທັງປວງຈະຮູ້ວ່າເຮົາແມ່ນພຣະຢາເວ, ເປັນພຣະຜູ້ຊ່ວຍໃຫ້ລອດຂອງເຈົ້າແລະເປັນພຣະຜູ້ໄຖ່ຂອງເຈົ້າ, ແລະອົງຣິດທານຸພາບຂອງຢາໂຄບ."
\s5
\c 50
\cl ບົດທີ 50
\p
\v 1 ພຣະຢາເວ ກ່າວດັ່ງນີ້ວ່າ, "ຫນັງສືປະຮ້າງທີ່ເຮົາໄດ້ປະຮ້າງກັບແມ່ຂອງເຈົ້າຢູ່ໃສ? ເຮົາໄດ້ຂາຍເຈົ້າໃຫ້ກັບພວກເຈົ້າຫນີ້ຄົນໃດ? ເບິ່ງແມ, ເຈົ້າຖືກຂາຍຍ້ອນຄວາມບາບທັງຫລາຍຂອງເຈົ້າ, ແລະຍ້ອນການກະບົດຂອງເຈົ້າ, ແມ່ຂອງເຈົ້າຈຶ່ງໄດ້ຖືກໄລ່ໄປ.
\s5
\v 2 ເປັນຫຍັງເຮົາໄດ້ມາແລ້ວແຕ່ບໍ່ມີໃຜຢູ່ທີ່ນັ້ນເລີຍ? ເປັນຫຍັງເຮົາໄດ້ເອີ້ນແລ້ວແຕ່ບໍ່ມີໃຜຕອບ? ມືຂອງເຮົາສັ້ນເກີນໄປທີ່ຈະໄຖ່ເຈົ້າໄດ້ບໍ? ເຮົາບໍ່ມີຣິດອຳນາດຫຍັງທີ່ຈະຊ່ອຍກູ້ເຈົ້າໄດ້ບໍ? ເບິ່ງແມ, ເມື່ອເຮົາກ່າວນາບຂູ່ ເຮົາເຮັດໃຫ້ທະເລເຫືອດແຫ້ງໄປ; ເຮົາໄດ້ເຮັດໃຫ້ແມ່ນ້ຳກາຍເປັນທະເລຊາຍ; ປາໃນແມ່ນ້ຳເຫລົ່ານັ້ນຕາຍຍ້ອນຂາດນ້ຳ ແລະ ເນົ່າເປື່ອຍ.
\v 3 ເຮົາຫົ່ມທ້ອງຟ້າດ້ວຍຄວາມມືດ; ເຮົາຫຸ້ມມັນດ້ວຍຜ້າກະສອບ."
\s5
\v 4 ພຣະຢາເວອົງພຣະຜູ້ເປັນເຈົ້າໄດ້ປະທານລີ້ນໃຫ້ແກ່ຂ້ານ້ອຍເຫມືອນກັບຄົນຫນຶ່ງໃນບັນດາຜູ້ທີ່ໄດ້ຮັບການສັ່ງສອນ, ເພື່ອໃຫ້ຂ້ານ້ອຍເວົ້າຖ້ອຍຄຳທີ່ຊູໃຈຕໍ່ຄົນທີ່ອ່ອນແຮງ; ພຣະອົງຊົງປຸກຂ້ານ້ອຍຢູ່ທຸກໆຕອນເຊົ້າ; ພຣະອົງຊົງປຸກຫູຂອງຂ້ານ້ອຍໃຫ້ໄດ້ຍິນເຫມືອນກັບຄົນຜູ້ທີ່ໄດ້ຮັບການສັ່ງສອນ.
\s5
\v 5 ພຣະຢາເວອົງພຣະຜູ້ເປັນເຈົ້າໄດ້ເປີດຫູຂອງຂ້ອຍ, ແລະຂ້ອຍບໍ່ໄດ້ເປັນພວກຄົນທໍລະຍົດ, ອີກທັງຂ້ານ້ອຍບໍ່ໄດ້ຫັນຫນີຈາກພຣງອົງ.
\v 6 ຂ້ານ້ອຍໄດ້ຫັນຫລັງຂອງຂ້ານ້ອຍໃຫ້ກັບພວກຄົນທີ່ທຸບຕີຂ້ານ້ອຍ, ແລະປິ່ນແກ້ມໃຫ້ຜູ້ທີ່ດຶງຫນວດຂອງຂ້ານ້ອຍອອກ; ຂ້ານ້ອຍບໍ່ໄດ້ເຊື່ອງຫນ້າຈາກການກະທຳທີ່ຫນ້າອັບອາຍແລະການຖົ່ມນໍ້າລາຍ.
\s5
\v 7 ເພາະວ່າພຣະຢາເວອົງພຣະຜູ້ເປັນເຈົ້າຈະຊົງຊ່ວຍຂ້ານ້ອຍໄດ້; ເພາະສະນັ້ນຂ້ານ້ອຍບໍ່ໄດ້ຮັບຄວາມອັບອາຍ; ດັ່ງນັ້ນພຣະອົງໄດ້ຊົງເຮັດໃຫ້ຫນ້າຂອງຂ້ານ້ອຍເຫມືອນກັບຫີນເຫລັກໄຟ, ເພາະວ່າຂ້ານ້ອຍຮູ້ວ່າຂ້ານ້ອຍຈະບໍ່ໄດ້ຮັບຄວາມອັບອາຍ.
\s5
\v 8 ພຣະອົງຜູ້ທີ່ຈະຊົງເຮັດໃຫ້ຂ້ານ້ອຍເປັນຜູ້ຊອບທຳຊົງຢູ່ໃກ້. ຜູ້ໃດຈະຕໍ່ຕ້ານກັບຂ້ານ້ອຍ? ໃຫ້ເຮົາຢືນຂຶ້ນແລະປະເຊີນ​​ຫນ້າກັນ. ໃຜເປັນຜູ້ກ່າວຫາຂ້ານ້ອຍ? ໃຫ້ລາວເຂົ້າມາໃກ້ຂ້ານ້ອຍ.
\v 9 ຈົ່ງເບິ່ງ, ພຣະຢາເວອົງພຣະຜູ້ເປັນເຈົ້າຈະຊ່ວຍຂ້ານ້ອຍ. ຜູ້ໃດຈະປະກາດວ່າຂ້ານ້ອຍມີຄວາມຜິດ? ເບິ່ງແມ, ພວກເຂົາທຸກຄົນຈະຫມົດໄປຄືກັນກັບເສື້ອຜ້າ; ແມງໄມ້ຈະກັດກິນພວກເຂົາເສຍ.
\s5
\v 10 ໃຜແດ່ໃນພວກເຈົ້າທີ່ຢ້ານກົວພຣະຢາເວ? ມີໃຜຟັງສຽງຂອງຜູ້ຮັບໃຊ້ຂອງພຣະອົງ? ໃຜທີ່ຍ່າງໃນຄວາມມືດທຶບທີ່ບໍ່ມີແສງສະຫວ່າງ? ເຂົາຄວນໄວ້ວາງໃຈໃນນາມຂອງພຣະຢາເວ ແລະເພິ່ງພາພຣະເຈົ້າຂອງເຂົາ.
\s5
\v 11 ຈົ່ງເບິ່ງ, ພວກເຈົ້າທຸກຄົນທີ່ຈູດໄຟ, ຜູ້ທີ່ຄາດຕົນເອງດ້ວຍຄົບໄຟ: ຈົ່ງຍ່າງດ້ວຍແສງສະຫວ່າງຂອງໄຟຂອງພວກເຈົ້າແລະໃນແປວໄຟທີ່ເຈົ້າໄດ້ກໍ່ຂຶ້ນ. ນີ້ແມ່ນສິ່ງທີ່ພວກເຈົ້າໄດ້ຮັບຈາກເຮົາ: ຄືເຈົ້າຈະນອນລົງໃນບ່ອນແຫ່ງຄວາມເຈັບປວດ.
\s5
\c 51
\cl ບົດທີ 51
\p
\v 1 ຈົ່ງຟັງເຮົາ, ພວກເຈົ້າຜູ້ທີ່ດຳເນີນຕາມຄວາມຊອບທຳ, ພວກເຈົ້າຜູ້ທີ່ສະແຫວງຫາພຣະຢາເວ: ຈົ່ງເບິ່ງກ້ອນຫີນທີ່ພວກເຈົ້າໄດ້ສະກັດມາແລະເບິ່ງບໍ່ຫີນຈາກບ່ອນທີ່ພວກໄດ້ຂຸດນັ້ນ.
\s5
\v 2 ຈົ່ງເບິ່ງອັບຣາຮາມບັນພະບູລຸດຂອງພວກເຈົ້າ, ແລະ ຊາຣາຜູ້ທີ່ຄອດພວກເຈົ້າອອກມາ; ເພາະວ່າຕອນທີ່ລາວຢູ່ຄົນດຽວ, ເຮົາໄດ້ເອີ້ນລາວ. ເຮົາໄດ້ອວຍພອນລາວ ແລະ ເຮັດໃຫ້ລາວມີຄົນຈຳນວນຫລວງຫລາຍ.
\s5
\v 3 ແມ່ນແລ້ວ, ພຣະຢາເວຈະຊົງເລົ້າໂລມຊີໂອນ; ພຣະອົງຈະຊົງເລົ້າໂລມບັນດາທີ່ຮ້າງເປົ່າທຸກແຫ່ງຂອງລາວ; ພຣະອົງຈະຊົງເຮັດໃຫ້ຖິ່ນແຫ້ງແລ້ງກັນດານຂອງລາວກາຍເປັນສວນເອເດນ, ແລະເຂດທົ່ງພຽງທະເລຊາຍຂ້າງຮ່ອມພູແມ່ນ້ຳຈໍແດນໃຫ້ເປັນເຫມືອນອຸທະຍານຂອງພຣະຢາເວ; ເຊິ່ງຈະພົບຄວາມສຸກແລະຄວາມຍິນດີໃນນາງ, ອີກທັງການຂອບພຣະຄຸນແລະສຽງຂອງການຮ້ອງເພງ.
\s5
\v 4 ຊົນຊາດຂອງເຮົາເອີຍ, ຈົ່ງຕັ້ງໃຈຟັງເຮົາ; ແລະປະຊາຊົນຂອງເຮົາເອີຍຈົ່ງຟັງເຮົາ, ເພາະເຮົາຈະອອກກົດບັນຍັດ, ແລະເຮົາຈະເຮັດໃຫ້ຄວາມຍຸດຕິທຳຂອງເຮົາເປັນຄວາມສະຫວ່າງໃຫ້ແກ່ປະຊາຊາດທັງຫລາຍ.
\v 5 ຄວາມຊອບທຳຂອງເຮົາຢູ່ໃກ້ແລ້ວ; ຄວາມພົ້ນຂອງເຮົາຈະອອກໄປ, ແລະແຂນຂອງເຮົາຈະພິພາກສາບັນດາປະຊາຊາດ, ແຜ່ນດິນແຄມທະເລຈະລໍຄອຍເຮົາ, ພວກເຂົາຈະລໍຄອຍຢ່າງຮ້ອນຮົນເພາະແຂນຂອງເຮົາ.
\s5
\v 6 ຈົ່ງເງີຍຫນ້າຂອງເຈົ້າຂຶ້ນສູ່ທ້ອງຟ້າແລະແນມເບິ່ງແຜ່ນດິນໂລກທາງລຸ່ມ, ເພາະທ້ອງຟ້າຈະຫາຍໄປເຫມືອນກັບຄວັນ, ແຜ່ນດິນໂລກຈະເຊື່ອມໂຊມລົງເຫມືອນກັບເສື້ອຜ້າ, ແລະຜູ້ທີ່ອາໄສຢູ່ຈະຕາຍໄປເຫມືອນກັບແມງວັນ. ແຕ່ຄວາມລອດຂອງເຮົາຈະດຳລົງຢູ່ຕະຫລອດໄປເປັນນິດ, ແລະຄວາມຊອບທຳຂອງເຮົາຈະບໍ່ຢຸດເຮັດວຽກເລີຍ.
\s5
\v 7 ຈົ່ງຟັງເຮົາ, ພວກເຈົ້າຜູ້ທີ່ຮູ້ວ່າແມ່ນຫຍັງຄືຄວາມຊອບທຳ, ພວກເຈົ້າຜູ້ທີ່ມີກົດບັນຍັດຂອງເຮົາຢູ່ໃນໃຈ: ຢ່າຢ້ານກົວຄຳເຢາະເຢີ້ຍຂອງມະນຸດ, ແລະຢ່າທໍ້ໃຈຈາກການຢຽບຫຍາມຂອງພວກເຂົາ.
\v 8 ເພາະໂຕແມງໄມ້ຈະກິນພວກເຂົາເຫມືອນກິນເສື້ອຜ້າ, ແລະໂຕຫນອນຈະກິນພວກເຂົາຄືກິນຂົນແກະ; ແຕ່ຄວາມຊອບ ທຳຂອງເຮົາຈະຄົງຢູ່ຕະຫລອດໄປ, ແລະຄວາມລອດຂອງເຮົາຈະໄປສູ່ທຸກຊົ່ວເຊື້ອຊາດ."
\s5
\v 9 ຈົ່ງຕື່ນ, ຕື່ນຂຶ້ນເຖີດ, ຈົ່ງສວມຕົວເອງດ້ວຍກຳລັງ, ດ້ວຍແຂນຂອງພຣະຢາເວ. ຈົ່ງຕື່ນຂຶ້ນເຫມືອນໃນສະໄຫມກ່ອນ, ຢ່າງເຊື້ອຊາດທັງຫລາຍໃນສະໃຫມໂບຮານ. ພຣະອົງເປັນຜູ້ທີ່ໄດ້ທໍາລາຍຣາຮາບບໍ່ແມ່ນບໍ, ພຣະອົງເປັນຜູ້ທີ່ແທງອະສູນຮ້າຍບໍ່ແມ່ນບໍ?
\v 10 ພຣະອົງໄດ້ຊົງເຮັດໃຫ້ທະເລເຫືອດແຫ້ງໄປຄືນ້ຳທິ່ເລິກນັ້ນແລະຊົງເຮັດໃຫ້ບ່ອນເລິກຂອງທະເທນັ້ນກາຍເປັນທາງແກ່ຜູ້ທີ່ໄດ້ຮັບການຊົງໄຖ່ໃຫ້ຜ່ານໄປບໍ່ແມ່ນບໍ?
\s5
\v 11 ພວກທີ່ໄດ້ຊົງໄຖ່ໄວ້ຂອງພຣະຢາເວຈະກັບມາແລະມາຮອດຊີໂອນດ້ວຍສຽງຮ້ອງແຫ່ງຄວາມຊື່ນບານແລະດ້ວຍຄວາມຍິນດີເທິງຫົວຂອງພວກເຂົາຕະຫລອດໄປ ຄວາມປິຕິຍິນດີແລະຄວາມສຸກຈະເຕັມລົ້ນໃນພວກເຂົາ, ແລະຄວາມໂສກເສົ້າແລະຄວາມທຸກໃຈຈະຫນີຈາກໄປ.
\s5
\v 12 ເຮົາ, ເຮົາ, ເຮົາແມ່ນຜູ້ທີ່ປອບໂຍນເຈົ້າ. ເປັນຫຍັງເຈົ້າຈຶ່ງຢ້ານມະນຸດ, ຜູ້ທີ່ຈະຕ້ອງຕາຍ, ບັນດາລູກຫລານຂອງມະນຸດຜູ້ທີ່ຖືກສ້າງມາເຫມືອນກັບຕົ້ນຫຍ້າ?
\s5
\v 13 ເປັນຫຍັງເຈົ້າຈຶ່ງໄດ້ລືມພຣະຢາເວພຣະຜູ້ສ້າງຂອງເຈົ້າ, ຜູ້ໄດ້ກາງທ້ອງຟ້າອອກແລະຊົງວາງຮາກຖານຂອງແຜ່ນດິນໂລກ? ເຈົ້າຍັງຢູ່ໃນສະພາບທີ່ຫວາດກົວທຸກໆມື້ຍ້ອນຄວາມຄຽດແຄ້ນຂອງຜູ້ກົດຂີ່ຂົ່ມເຫັງເມື່ອເຂົາຕັ້ງໃຈທີ່ຈະທຳລາຍ. ຄວາມໂກດແຄ້ນຂອງຜູ້ທີ່ກົດຂີ່ຂົ່ມເຫັງນັ້ນຢູ່ໃສເດ?
\s5
\v 14 ຄົນທີ່ກົ້ມຕົວລົງ, ພຣະຢາເວຈະຊົງຮີບຈະປົດປ່ອຍ; ເຂົາຈະບໍ່ຕາຍແລະບໍ່ລົງໄປໃນຂຸມນັ້ນ, ແລະເຂົາຈະບໍ່ຂາດເຂີນອາຫານ.
\v 15 ເພາະວ່າເຮົາແມ່ນພຣະຢາເວພຣະເຈົ້າຂອງເຈົ້າ, ຜູ້ທີ່ກວນທະເລໃຫ້ປັ່ນປ່ວນເພື່ອໃຫ້ຄື້ນທະເລຄະນອງສຽງ - ພຣະນາມຂອງພຣະອົງຄືພຣະຢາເວຈອມໂຢທາ.
\s5
\v 16 ເຮົາໄດ້ໃສ່ຖ້ອຍຄຳຂອງເຮົາໄວ້ໃນປາກຂອງເຈົ້າ, ແລະ ເຮົາໄດ້ປົກຄຸມເຈົ້າໄວ້ໃນຮົ່ມເງົາມືຂອງເຮົາ, ເພື່ອທີ່ເຮົາຈະຕັ້ງທ້ອງຟ້າ, ວາງຮາກຖານຂອງແຜ່ນດິນໂລກ, ແລະ ເວົ້າກັບຊີໂອນວ່າ,' ເຈົ້າເປັນປະຊາຊົນຂອງເຮົາ. '"
\s5
\v 17 ຈົ່ງຕື່ນຂຶ້ນ, ຕື່ນຂຶ້ນເຖີດ, ຈົ່ງຢືນຂຶ້ນເຖີດ, ເຢຣູຊາເລັມເອີຍ, ເຈົ້າຜູ້ທີ່ໄດ້ດື່ມຈາກພຣະຫັດຂອງພຣະຢາເວຈາກຖ້ວຍແຫ່ງຄວາມໂກດຮ້າຍຂອງພຣະອົງ; ເຈົ້າຜູ້ທີ່ໄດ້ດື່ມຈາກຖ້ວຍນັ້ນ, ຈາກຖ້ວຍແຫ່ງຄວາມໂຊເຊລົງໄປຈົນເຖິງກົ້ນຕະກອນ.
\v 18 ບໍ່ມີໃຜໃນບັນດາພວກລູກຊາຍທີ່ນາງເກີດມານັ້ນທີ່ຈະນຳທາງນາງໄດ້; ບໍ່ມີໃຜໃນບັນດາລູກຊາຍທັງຫມົດທີ່ໄດ້ດຶງເອົາມືຂອງນາງໃຫ້ລຸກຂຶ້ນ.
\s5
\v 19 ຄວາມຍາກລຳບາກສອງສິ່ງນີ້ໄດ້ເກີດຂື້ນກັບເຈົ້າ - ໃຜຈະໂສກເສົ້າກັບເຈົ້າແດ່? ຄືຄວາມຫວ່າງເປົ່າແລະການຖືກທຳລາຍ, ແລະ ການອຶດອາຫານແລະຄົມດາບ. ຜູ້ໃດຈະປອບໂຍນເຈົ້າແດ່?
\v 20 ລູກຊາຍທັງຫລາຍຂອງເຈົ້າໄດ້ລົ້ມລົງ; ພວກເຂົານອນຢູ່ທຸກແຈຖະຫນົນທຸກແຫ່ງ, ເຫມືອນກັບກວາງຕິດຕາຫນ່າງ; ພວກເຂົາເຕັມໄປດ້ວຍຄວາມໂກດຮ້າຍຂອງພຣະຢາເວ, ດ້ວຍອຳນາດຂອງພຣະເຈົ້າຂອງພວກເຈົ້າ.
\s5
\v 21 ແຕ່ບັດນີ້ຈົ່ງຟັງເລື່ອງນີ້, ເຈົ້າຜູ້ຖືກກົດຂີ່ຂົ່ມເຫັງແລະມຶນເມົາ, ແຕ່ບໍ່ໄດ້ເມົາດ້ວຍເຫລົ້າອາງຸ່ນ:
\v 22 ພຣະຢາເວອົງພຣະຜູ້ເປັນເຈົ້າຂອງເຈົ້າ, ຜູ້ຊົງສູ້ຄະດີເພື່ອປະຊາຊົນ, ຂອງພຣະອົງກ່າວດັ່ງນີ້ວ່າ," ເບິ່ງແມ, ເຮົາໄດ້ເອົາຖ້ວຍແຫ່ງຄວາມໂຊເຊອອກໄປຈາກມືຂອງເຈົ້າແລ້ວ ຄືຖ້ວຍນັ້ນທີ່ເປັນຖ້ວຍແຫ່ງຄວາມໂກດຮ້າຍຂອງເຮົາ - ເພື່ອທີ່ເຈົ້າຈະບໍ່ໄດ້ດື່ມມັນອີກຕໍ່ໄປ.
\s5
\v 23 ເຮົາຈະໃສ່ມັນໄວ້ໃນມືຂອງຜູ້ທີ່ທໍລະມານເຈົ້າ, ພວກຄົນທີ່ໄດ້ເວົ້າກັບເຈົ້າວ່າ, 'ຈົ່ງນອນລົງ, ເພື່ອພວກເຮົາຈະຍ່າງຂ້າມຕົວເຈົ້າ'; ເຈົ້າຈົ່ງເຮັດໃຫ້ຫລັງຂອງເຈົ້າເຫມືອນພື້ນດິນແລະເປັນເຫມືອນຖະຫນົນເພື່ອໃຫ້ພວກເຂົາຈະຍ່າງຢຽບໄປເທິງເຈົ້າ."
\s5
\c 52
\cl ບົດທີ 52
\p
\v 1 ຈົ່ງຕື່ນຂຶ້ນ, ຕື່ນຂຶ້ນເຖີດ, ຊີໂອນເອີຍ; ຈົ່ງສວມໃສ່ກຳລັງຂອງເຈົ້າ, ກຸງເຢຣູຊາເລັມ, ເມືອງບໍລິສຸດເອີຍ; ຈົ່ງໃສ່ເສື້ອຜ້າທີ່ສວຍງາມຂອງເຈົ້າເພາະວ່າຄົນທີ່ບໍ່ເຂົ້າພິທີຕັດຫລືຜູ້ທີ່ເປັນມົນທິນຈະບໍ່ເຂົ້າມາໃນເຈົ້າອີກຕໍ່ໄປ.
\s5
\v 2 ຈົ່ງສັ່ນຂີ້ຜຸ່ນດິນອອກຈາກຕົວເຈົ້າເອງ; ຈົ່ງລຸກຂຶ້ນແລະນັ່ງ, ເຢຣູຊາເລັມເອີຍ, ທິດາຂອງຊີໂອນທີ່ເປັນຊະເລີຍ, ຈົ່ງປົດໂສ້, ອອກຈາກຄໍຂອງເຈົ້າ.
\v 3 ເພາະພຣະຢາເວກ່າວດັ່ງນີ້ວ່າ," ພວກເຈົ້າໄດ້ຖືກຂາຍໄປເປົ່າໆ, ແລະພວກເຈົ້າຈະໄດ້ຮັບການໄຖ່ໂດຍບໍ່ໃຊ້ເງິນ."
\s5
\v 4 ເພາະສິ່ງທີ່ພຣະຢາເວອົງພຣະຜູ້ເປັນເຈົ້າກ່າວດັ່ງນີ້: ໃນຕອນເລີ່ມຕົ້ນປະຊາຊົນຂອງເຮົາໄດ້ລົງໄປໃນເອຢີບເພື່ອອາໄສຢູ່ຊົ່ວຄາວ; ແລະອັດຊີເຣຍໄດ້ກົດຂີ່ຂົ່ມເຫັງພວກເຂົາເມື່ອບໍ່ດົນມານີ້.
\s5
\v 5 ນີ້ຄືຄຳປະກາດຂອງພຣະຢາເວວ່າ, ບັດນີ້ ເຮົາຕ້ອງເຮັດຫຍັງທີ່ນີ້ເພື່ອເບິ່ງວ່າປະຊາຊົນຂອງເຮົາໄດ້ຖືກເອົາໂຕໄປໂດຍເປົ່າໆບໍ? ນີ້ຄືຄຳປະກາດຂອງພຣະຢາເວວ່າຜູ້ຄົນທີ່ປົກຄອງພວກເຂົາກໍ່ເຍາະເຍີ້ຍ ແລະ ນາມຂອງເຮົາກໍຖືກຫມິ່ນປະຫມາດເລື້ອຍມາຕະຫລອດວັນຍັ່ງຄຳ່.
\v 6 ສະນັ້ນຊົນຊາດຂອງເຮົາຈະຮູ້ຈັກຊື່ຂອງເຮົາ; ພວກເຂົາຈະຮູ້ໃນມື້ນັ້ນເຊິ່ງເຮົາເປັນຜູ້ດຽວທີ່ກ່າວວ່າ "ແມ່ນແລ້ວ, ຄືເຮົາເອງນີ້ແຫລະ!"
\s5
\v 7 ບັນດາຕີນຂອງຜູ້ສົ່ງຂ່າວສານທີ່ນຳຂ່າວດີເທິງພູເຂົາທັງຫລາຍຊ່າງງົດງາມແທ້ນໍ, ຜູ້ທີ່ປະກາດສັນຕິສຸກ, ຜູ້ທີ່ນຳຂ່າວດີ, ຜູ້ປະກາດຂ່າວແຫ່ງຄວາມລອດ, ຜູ້ທີ່ກ່າວກັບສີໂອນວ່າ: "ພຣະເຈົ້າຂອງເຈົ້າຊົງຄອບຄອງ!"
\v 8 ຈົ່ງຟັງເຖີດ, ຄົນຍາມຂອງພວກເຈົ້າໄດ້ເປັ່ງສຽງຮ້ອງຂອງພວກເຂົາ, ພວກເຂົາພ້ອມກັນຮ້ອງດ້ວຍຄວາມເບີກບານມ່ວນຊື່ນ, ເພາະວ່າພວກເຂົາຈະເຫັນດ້ວຍຕາທຸກດວງຂອງພວກເຂົາ, ພຣະຢາເວສະເດັດກັບມາຍັງຊີໂອນ.
\s5
\v 9 ຈົ່ງເປັ່ງສຽງຮ້ອງເພງດ້ວຍຄວາມຊື່ນບານດ້ວຍກັນ, ເຈົ້ານະຄອນເຢລູຊາເລັມເອີຍ; ເພາະວ່າພຣະຢາເວໄດ້ຊົງເລົ້າໂລມຊົນຊາດຂອງພຣະອົງ, ພຣະອົງໄດ້ຊົງໄຖ່ເມືອງເຢຣູຊາເລັມແລ້ວ.
\v 10 ພຣະເຈົ້າຢາເວໄດ້ຊົງເຜີຍໃຫ້ເຫັນແຂນທີ່ບໍລິສຸດຂອງພຣະອົງຕໍ່ໜ້າ ປະຊາຊາດທັງປວງ; ທົ່ວແຜ່ນດິນໂລກຈະເຫັນຄວາມລອດພົ້ນຂອງພຣະເຈົ້າຂອງພວກເຮົາ.
\s5
\v 11 ຈົ່ງອອກຈາກ, ອອກໄປເຖີດ, ອອກໄປຈາກບ່ອນນັ້ນ; ຢ່າແຕະຕ້ອງສິ່ງທີ່ເປັນມົນທິນ; ຈົ່ງອອກໄປຈາກທ່າມກາງເມືອງນັ້ນ, ພວກເຈົ້າທີ່ຂົນພາຊະນະທັງຫລາຍຂອງພຣະຢາເວຈົ່ງຊໍາລະລ້າງຕົວໃຫ້ບໍລິສຸດ.
\v 12 ເພາະພວກເຈົ້າບໍ່ຕ້ອງຟ້າວຟັ່ງອອກໄປ, ຫລືພວກເຈົ້າບໍ່ຕ້ອງອອກໄປແບບຢ້ານກົວ; ເພາະວ່າ ພຣະຢາເວ ຈະສະເດັດນຳຫນ້າພວກເຈົ້າ; ແລະພຣະເຈົ້າຂອງອິດສະຣາເອນຈະເປັນກອງຫລັງຂອງພວກເຈົ້າ.
\s5
\v 13 ເບິ່ງແມ, ຜູ້ຮັບໃຊ້ຂອງເຮົາຈະກະທຳການຢ່າງມີປັນຍາ; ເຂົາຈະສູງເດັ່ນແລະໄດ້ຮັບການຍົກຊູ, ແລະເຂົາຈະໄດ້ຮັບການຍົກຍ່ອງ.
\v 14 ໃນຫລາຍຄົນມີຄວາມຕື່ນຕົກໃຈຕໍ່ເຈົ້າສັນໃດ ຮູບຮ່າງຫນ້າຕາຂອງເຈົ້າກໍຫນ້າກຽດຊັງກວ່າມະນຸດຄົນອື່ນສັນນັ້ນ, ແລະຮູບຮ່າງຂອງເຈົ້າບໍ່ໄດ້ເປັນຄືກັບມະນຸດອີກຕໍ່ໄປ.
\s5
\v 15 ແມ່ນວ່າຈະເປັນເຊັ່ນນັ້ນ, ຜູ້ຮັບໃຊ້ຂອງເຮົາຈະເຮັດໃຫ້ຫລາຍຊົນຊາດງຶດງໍ້ ແລະ ກະສັດທັງຫລາຍກໍຈະປາກບໍ່ອອກຍ້ອນເຂົາ. ເພາະພວກເຂົາຈະໄດ້ເຫັນສິ່ງທີ່ບໍ່ມີໃຜເຄີຍບອກພວກເຂົາ, ແລະ ພວກເຂົາຈະເຂົ້າໃຈໃນສິ່ງທີ່ພວກເຂົາບໍ່ເຄີຍໄດ້ຍິນ.
\s5
\c 53
\cl ບົດທີ 53
\p
\v 1 ມີໃຜໄດ້ເຊື່ອສິ່ງທີ່ພວກເຂົາໄດ້ຍິນຈາກພວກເຮົາ, ແລະ ແຂນຂອງພຣະຢາເວໄດ້ຊົງສຳແດງຕໍ່ຜູ້ໃດ?
\v 2 ເພາະທ່ານໄດ້ເຕີບໂຕຂຶ້ນຕໍ່ພຣະພັກພຣະຢາເວເຫມືອນກັບຕົ້ນອ່ອນ, ແລະເຫມືອນຫນໍ່ທີ່ແຕກອອກມາຈາກພື້ນດິນທີ່ແຫ້ງແລ້ງ; ທ່ານບໍ່ມີຮູບຮ່າງທີ່ງົດງາມຫລືສະຫງ່າງາມ; ເມື່ອພວກເຮົາໄດ້ເຫັນທ່ານ, ບໍ່ມີຄວາມງາມທີ່ຈະດຶງດູດພວກເຮົາ.
\s5
\v 3 ທ່ານໄດ້ຖືກຄົນທັງຫລາຍດູຫມິ່ນແລະຖືກປະຕິເສດ; ເປັນຄົນທີ່ໂສກເສົ້າ, ແລະຜູ້ທີ່ຄຸ້ນເຄີຍກັບຄວາມເຈັບປວດ. ເຫມືອນກັບຄົນຫນຶ່ງທີ່ຄົນທັງຫລາຍຫັນຫນ້າຫນີ, ທ່ານໄດ້ຖືກດູຫມິ່ນ; ແລະພວກເຮົາຖືວ່າທ່ານບໍ່ມີຄວາມສຳຄັນ.
\s5
\v 4 ແຕ່ແນ່ນອນທ່ານໄດ້ແບກຫາບຄວາມເຈັບປ່ວຍຂອງເຮົາແລະແບກຄວາມທຸກທໍລະມານຂອງເຮົາໄປ; ແຕ່ພວກເຮົາຄິດວ່າທ່ານກຳລັງຖືກລົງໂທດຈາກພຣະເຈົ້າ, ຖືກຕີຈາກພຣະເຈົ້າ, ແລະທຸກທໍລະມານ.
\s5
\v 5 ແຕ່ທ່ານໄດ້ຖືກແທງຍ້ອນການກະທຳທີ່ທໍລະຍົດຂອງພວກເຮົາ; ທ່ານໄດ້ຖືກຂ້ຽນຕີເພາະວ່າຄວາມບາບຂອງພວກເຮົາ. ການລົງໂທດເພື່ອໃຫ້ເຮົາມີຄວາມສະຫງົບສຸກຕົກຢູ່ເທິງທ່ານ, ແລະດ້ວຍບາດແຜຂອງທ່ານພວກເຮົາຈຶ່ງໄດ້ຮັບການຮັກສາໃຫ້ດີ.
\s5
\v 6 ພວກເຮົາທຸກຄົນເປັນເຫມືອນແກະທີ່ຫລົງທາງໄປ; ພວກເຮົາແຕ່ລະຄົນໄດ້ຫັນໄປຕາມທາງຂອງຕົນເອງ, ແລະພຣະຢາເວໄດ້ວາງຄວາມຜິດບາບຂອງພວກເຮົາທັງທຸກຄົນໄວ້ເທິງຕົວທ່ານ.
\s5
\v 7 ທ່ານໄດ້ຖືກບີບບັງຄັບ; ແຕ່ເມື່ອທ່ານໄດ້ຖ່ອມຕົວລົງ, ທ່ານບໍ່ໄດ້ເປີດປາກຂອງທ່ານ; ຄືກັບລູກແກະທີ່ຖືກນຳໄປສູ່ການຂ້າ, ແລະເຫມືອນແກະທີ່ມິດງຽບຢູ່ຕໍ່ຫນ້າຜູ້ທີ່ຕັດຂົນຂອງມັນສັນໃດ, ທ່ານກໍ່ບໍ່ໄດ້ເປີດປາກຂອງທ່ານເລີຍສັນນັ້ນ.
\s5
\v 8 ທ່ານໄດ້ຖືກລົງໂທດດ້ວຍການບີບບັງຄັບແລະການພິພາກສາທ່ານຖືກຕັດສິນລົງໂທດ; ມີໃຜໃນພວກຄົນຍຸກສະໄຫມນັ້ນໄດ້ຄິດກ່ຽວກັບທ່ານອີກຕໍ່ໄປແດ່? ແຕ່ທ່ານຖືກຕັດອອກຈາກແຜ່ນດິນຂອງຄົນເປັນ; ເນື່ອງຈາກວ່າການກະທຳຜິດຂອງຊົນຊາດຂອງຂ້ານ້ອຍການລົງໂທດຈຶ່ງຕົກຢູ່ເທິງທ່ານ.
\v 9 ພວກເຂົາວາງສົບຂອງທ່ານໄວ້ກັບພວກອາດຊະຍາກອນ, ພວກເຂົາໄດ້ວາງຄວາມຕາຍຂອງທ່ານໄວ້ກັບພວກຄົນຮັ່ງມີ, ເຖິງແມ່ນວ່າທ່ານບໍ່ໄດ້ເຮັດຄວາມຮຸນແຮງໃດໆ ແລະ ບໍ່ມີຄຳຫລອກລວງໃດໆໃນປາກຂອງທ່ານເລີຍ.
\s5
\v 10 ແຕ່ເປັນຄວາມປະສົງຂອງພຣະຢາເວທີ່ຈະເຮັດໃຫ້ທ່ານບວບຊ້ຳແລະເຈັບປ່ວຍ. ເມື່ອທ່ານໄດ້ເອົາຊີວິດຂອງທ່ານເປັນເຄື່ອງບູຊາລົບລ້າງບາບ, ທ່ານຈຶ່ງໄດ້ເຫັນເຊື້ອສາຍຂອງທ່ານມີອາຍຸຍາວໄກ, ແລະພຣະປະສົງຂອງພຣະຢາເວຈະສຳເລັດຜ່ານທາງທ່ານ.
\v 11 ຫລັງຈາກຄວາມທຸກທໍລະມານໃນຊີວິດຂອງທ່ານ, ທ່ານຈະເຫັນຄວາມສະຫວ່າງແລະພໍໃຈໂດຍຄວາມຮູ້ຂອງທ່ານ. ຜູ້ຮັບໃຊ້ທີ່ຊອບທຳຂອງເຮົາຈະຊ່ວຍຄົນໃຫ້ລອດຢ່າງຫລວງຫລາຍ; ທ່ານຈະແບກຄວາມບາບຂອງພວກເຂົາໄປ.
\s5
\v 12 ເພາະສະນັ້ນເຮົາຈະມອບສ່ວນຂອງທ່ານໃຫ້ແກ່ທ່ານທ່າມກາງຄົນຄົນຫລວງຫລາຍ, ແລະທ່ານຈະແບ່ງຂອງທີ່ຢຶດມານັ້ນກັບຄົນຈຳນວນຫລວງຫລາຍ, ເພາະວ່າທ່ານໄດ້ສຳແດງຕົວເອງສູ່ຄວາມຕາຍແລະຖືກນັບເຂົ້າກັບຄົນທໍລະຍົດ. ທ່ານໄດ້ແບກຮັບເອົາຄວາມຜິດບາບຂອງຄົນຫລວງຫລາຍແລະທ່ານໄດ້ອະທິຖານອ້ອນວອນເພື່ອພວກຄົນທໍລະຍົດ.
\s5
\c 54
\cl ບົດທີ 54
\p
\v 1 "ຈົ່ງຮ້ອງເພງເຖີດ, ຍິງທີ່ເປັນຫມັນເອີຍ, ເຈົ້າຜູ້ທີ່ບໍ່ເຄີຍໄດ້ເກີດລູກ; ຈົ່ງເປັ່ງສຽງຮ້ອງເພງດ້ວຍຄວາມຍິນດີແລະຮ້ອງອອກສຽງດັງໆ, ເຈົ້າຜູ້ທີ່ບໍ່ເຄີຍເຈັບທ້ອງອອກລູກ. ເພາະບັນດາລູກຂອງແມ່ຮ້າງກໍຫລາຍກ່າວລູກທັງຫລາຍຂອງຍິງທີ່ແຕ່ງງານແລ້ວ."
\s5
\v 2 “ ຈົ່ງສ້າງເຕັນຂອງເຈົ້າໃຫ້ໃຫຍ່ໂຕແລະຂະຫຍາຍຜ້າກັ້ງເຕັນຂອງເຈົ້າອອກໄປໃຫ້ໄກໆ, ຢ່າຢັ້ງໄວ້; ຈົ່ງຕໍ່ເຊືອກຂອງເຈົ້າໃຫ້ຍາວຂຶ້ນແລະເສີມເສົາປັກມຸດຂອງເຈົ້າໃຫ້ຫມັ້ນຄົງ
\v 3 ເພາະພວກເຈົ້າຈະຂະຫຍາຍອອກໄປທາງຂວາມືແລະທາງຊ້າຍມື, ແລະເຊື້ອສາຍຂອງເຈົ້າຈະຄອບຄອງຊົນຊາດທັງຫລາຍ ແລະຕັ້ງຖິ່ນຖານທີ່ຢູ່ໃນຕົວເມືອງທີ່ຖືກທຳລາຍຂຶ້ນມາໃຫມ່.
\s5
\v 4 ຢ່າຢ້ານເລີຍເພາະວ່າເຈົ້າຈະບໍ່ໄດ້ຮັບຄວາມອັບອາຍ, ແລະຢ່າທໍ້ຖອຍເພາະເຈົ້າຈະບໍ່ໄດ້ຮັບຄວາມຫນ້າກຽດຊັງ; ເຈົ້າຈະລືມຄວາມອັບອາຍຂອງໄວສາວຂອງເຈົ້າແລະລືມຄວາມອັບປະຍົດຂອງການຖືກປະຖິ້ມຂອງເຈົ້າ.
\s5
\v 5 ເພາະວ່າພຣະຜູ້ສ້າງແມ່ນສາມີຂອງເຈົ້າ; ພຣະນາມຂອງພຣະອົງຄືພຣະຢາເວຈອມໂຢທາ. ອົງບໍລິສຸດຂອງອິດສະຣາເອນເປັນພຣະຜູ້ໄຖ່ຂອງເຈົ້າ; ພຣະອົງຊົງພຣະນາມວ່າພຣະເຈົ້າຂອງແຜ່ນດິນໂລກທັງຫມົດ.
\v 6 ເພາະວ່າພຣະຢາເວໄດ້ຊົງເອີ້ນເຈົ້າຄືນມາດັ່ງພັນລະຍາທີ່ຖືກປະຖິ້ມແລະໂສກເສົ້າໃນຈິດວິນຍານ, ເຫມືອນກັບຜູ້ຍິງທີ່ແຕ່ງງານແຕ່ຕອນຍັງເປັນສາວແລະຖືກປະຖິ້ມ," ພຣະເຈົ້າຂອງເຈົ້າກ່າວດັ່ງນີ້.
\s5
\v 7 "ໃນໄລຍະເວລາສັ້ນໆເຮົາໄດ້ປະຖິ້ມເຈົ້າ, ແຕ່ເຮົາຈະຮວບຮວມເຈົ້າດ້ວຍຄວາມເມດຕາສົງສານຍິ່ງຫນັກ.
\v 8 ເຮົາໄດ້ເຊື່ອງຫນ້າຂອງເຮົາຈາກເຈົ້າໃນໄລຍະເວລາຫນຶ່ງດ້ວຍຄວາມໂກດຮ້າຍອັນໃຫຍ່, ແຕ່ດ້ວຍຄວາມຊື່ສັດແຫ່ງພັນທະສັນຍານິລັນດອນເຮົາຈະມີຄວາມເມດຕາຕໍ່ເຈົ້າ. ພຣະຢາເວ ຜູ້ຊົງຊ່ວຍກູ້ເຈົ້າກ່າວດັ່ງນີ້.
\s5
\v 9 ເພາະສຳລັບເຮົານີ້ເປັນເຫມືອນນ້ຳຖ້ວມສະໄຫມຂອງໂນອາ: ເຮົາໄດ້ປະຕິຍານວ່ານ້ຳສະໄຫມໂນອາຈະບໍ່ຖ້ວມແຜ່ນດິນໂລກອີກສັນໃດ, ເຮົາກໍ່ຈະປະຕິຍານວ່າເຮົາຈະບໍ່ໂກດຮ້າຍເຈົ້າຫລືຕຳນິເຈົ້າສັນນັ້ນ.
\v 10 ເຖິງແມ່ນວ່າພູເຂົາທັງຫລາຍຈະເຈີ່ນລົງແລະເນີນພູທັງຫລາຍຈະສັ່ນສະເທືອນ, ແຕ່ຄວາມຮັກທີ່ຫມັ້ນ ຄົງຂອງເຮົາຈະບໍ່ຫນີໄປຈາກເຈົ້າ, ແລະພັນທະສັນຍາສັນແຫ່ງສັນຕິສຸກຂອງເຮົາຈະບໍ່ສັ່ນໄຫວ - ພຣະຢາເວ ຜູ້ທີ່ມີຄວາມເມດຕາກະລູນາຕໍ່ເຈົ້າກ່າວດັງນີ້.
\s5
\v 11 ເຈົ້າຜູ້ທຸກໃຈ, ຜູ້ຖືກລົມພາຍຸພັດແລະຜູ້ທີ່ຍາກລຳບາກ, ເບິ່ງແມ, ເຮົາຈະເຮັດທາງເດີນຂອງເຈົ້າດ້ວຍຫີນມໍລະກົດ, ແລະວາງຮາກຖານຂອງເຈົ້າດ້ວຍໄພລິນ.
\v 12 ເຮົາຈະສ້າງບັນດາເມືອງຂອງເຈົ້າດ້ວຍທັບທິມແລະປະຕູຮົ້ວຂອງເຈົ້າດ້ວຍຫີນປະກາຍ, ແລະສ້າງກຳແພງດ້ານນອກຂອງເຈົ້າດ້ວຍຫີນທີ່ສວຍງາມ.
\s5
\v 13 ແລ້ວພຣະຢາເວຈະຊົງສອນບຸດທຸກຄົນຂອງເຈົ້າ; ແລະບຸດທັງຫລາຍຂອງເຈົ້າຈະມີຄວາມສະຫງົບສຸກຢ່າງຫລວງຫລາຍ.
\v 14 ເຮົາຈະສ້າງເຈົ້າຄືນໃຫມ່ດ້ວຍຄວາມຊອບທຳ. ເຈົ້າຈະບໍ່ປະສົບກັບການຖືກຂົ່ມເຫັງອີກຕໍ່ໄປ, ເພາະວ່າເຈົ້າຈະບໍ່ຢ້ານກົວ, ແລະບໍ່ມີສິ່ງໃດທີ່ເຮັດໃຫ້ເຈົ້າຢ້ານກົວຈະມາໃກ້ເຈົ້າ.
\s5
\v 15 ເບິ່ງແມ, ຖ້າຜູ້ໃດປຸກປັ່ນໃຫ້ເກີດຄວາມຍາກລຳບາກ, ມັນຈະບໍ່ໄດ້ເກີດມາຈາກເຮົາ; ຜູ້ໃດທີ່ກໍ່ໃຫ້ເກີດບັນຫາກັບເຈົ້າຈະລົ້ມລົງໃນຄວາມພ່າຍແພ້.
\v 16 ເບິ່ງແມ, ເຮົາໄດ້ສ້າງຊ່າງຝີມື, ຜູ້ທີ່ເປົ່າໄຟຈາກຖ່ານ ແລະ ແລະເຮັດໃຫ້ເກີດອາວຸດເປັນຜົນງານຂອງເຂົາ, ແລະເຮົາໄດ້ສ້າງຜູ້ທຳລາຍເພື່ອທີ່ຈະທຳລາຍ.
\s5
\v 17 ບໍ່ມີອາວຸດໃດໆທີ່ເຮັດຂຶ້ນເພື່ອຕໍ່ສູ້ເຈົ້າຈະສຳເລັດໄດ້; ແລະ ເຈົ້າຈະລົງໂທດທຸກຄົນທີ່ກ່າວຫາເຈົ້າ. ນີ້ແມ່ນມໍລະດົກຂອງບັນດາຜູ້ຮັບໃຊ້ຂອງ ພຣະຢາເວ, ແລະການປົກປ້ອງຈາກເຮົາ - ນີ້ຄືຄຳປະກາດຂອງພຣະຢາເວ."
\s5
\c 55
\cl ບົດທີ 55
\p
\v 1 "ມາເຖີດ, ທຸກຄົນຜູ້ທີ່ຫິວນ້ຳ, ຈົ່ງມາບ່ອນທີ່ມີນ້ຳ, ແລະເຈົ້າຜູ້ທີ່ບໍ່ມີເງິນ, ຈົ່ງມາ, ຊື້ແລະກິນເຂົ້າເຖີດ! ຈົ່ງຊື້, ເຫລົ້າອາງຸ່ນ ແລະ ນຳ້ນົມໂດຍບໍ່ຕ້ອງເສຍເງິນ ແລະ ບໍ່ຕ້ອງເສຍຄ່າໃຊ້ຈ່າຍ.
\s5
\v 2 ເປັນຫຍັງເຈົ້າຈຶ່ງໃຊ້ເງິນສຳລັບສິ່ງທີ່ບໍ່ແມ່ນອາຫານ, ແລະເປັນຫຍັງພວກເຈົ້າຕ້ອງໃຊ້ແຮງງານສຳລັບສິ່ງທີ່ບໍ່ເຮັດໃຫ້ອີ່ມໃຈ? ຈົ່ງຕັ້ງໃຈຟັງເຮົາແລະກິນສິ່ງທີ່ດີ, ແລະເຮັດໂຕພວກເຈົ້າເອງໃຫ້ປິຕິຍິນດີໃນອາຫານອັນດີ.
\s5
\v 3 ຈົ່ງອ່ຽງຫູຂອງພວກເຈົ້າແລະມາຫາເຮົາ! ຈົ່ງຟັງ, ເພື່ອພວກເຈົ້າຈະມີຊີວິດຢູ່! ເຮົາຈະເຮັດພັນທະສັນຍານິລັນດອນກັບພວກ ເຈົ້າ: ຕາມສັນຍາທີ່ວາງໃຈໄດ້, ແລະຄວາມຮັກທີ່ຊື່ສັດຂອງເຮົາຕໍ່ດາວິດ.
\v 4 ຈົ່ງເບິ່ງ, ເຮົາໄດ້ຕັ້ງເຂົາໄວ້ເປັນພະຍານຕໍ່ປະຊາຊາດທັງຫລາຍ, ທັງເປັນຜູ້ນຳແລະຜູ້ບັນຊາການແກ່ປະຊາຊົນທັງຫລາຍ.
\s5
\v 5 ເບິ່ງແມ, ພວກເຈົ້າຈະເອີ້ນຊົນຊາດຫນຶ່ງທີ່ພວກເຈົ້າບໍ່ຮູ້ຈັກ; ແລະປະຊາຊາດທີ່ບໍ່ຮູ້ຈັກພວກເຈົ້າຈະແລ່ນມາຫາພວກເຈົ້າເພາະວ່າພຣະຢາເວພຣະເຈົ້າຂອງພວກເຈົ້າ, ອົງບໍລິສຸດຂອງອິດສະຣາເອນ, ຜູ້ທີ່ຊົງໃຫ້ພວກເຈົ້າໄດ້ຮັບກຽດ."
\s5
\v 6 ຈົ່ງສະແຫວງຫາພຣະຢາເວໃນຂະນະທີ່ຈະພົບພຣະອົງໄດ້; ຈົ່ງຮ້ອງຫາພຣະອົງໃນຂະນະທີ່ພຣະອົງຊົງຢູ່ໃກ້ໆ.
\v 7 ຂໍໃຫ້ຄົນອະທຳປະຖິ້ມທາງຂອງເຂົາ, ແລະ ໃຫ້ຄົນບາບປະຖິ້ມຄວາມຄິດຂອງເຂົາ. ໃຫ້ເຂົາກັບຄືນມາຫາ ພຣະຢາເວ, ແລະ ພຣະອົງຈະຊົງເມດຕາສົງສານເຂົາ, ແລະ ມາຫາພຣະເຈົ້າ, ຂອງພວກເຮົາຜູ້ທີ່ຈະໃຫ້ອະໄພເຂົາຢ່າງເຫລືອລົ້ນ.
\s5
\v 8 "ເພາະວ່າຄວາມຄິດຂອງເຮົາບໍ່ແມ່ນຄວາມຄິດຂອງພວກເຈົ້າ, ແລະທາງຂອງພວກເຈົ້າກໍບໍ່ແມ່ນທາງຂອງເຮົາ, ນີ້ແມ່ນຄຳປະກາດຂອງພຣະຢາເວ
\v 9 ເພາະວ່າທ້ອງຟ້າສູງກວ່າແຜ່ນດິນໂລກສັນໃດ, ທາງຂອງເຮົາກໍສູງກວ່າທາງຂອງພວກເຈົ້າ, ແລະຄວາມຄິດຂອງເຮົາກໍສູງກວ່າຄວາມຄິດຂອງພວກເຈົ້າສັນນັ້ນ.
\s5
\v 10 ເພາະເຫມືອນຝົນແລະຫິມະຕົກລົງມາຈາກທ້ອງຟ້າ ແລະ ບໍ່ກັບຄືນໄປບ່ອນນັ້ນອີກນອກຈາກຈະເຮັດໃຫ້ແຜ່ນດິນໂລກປຽກຊຸ່ມແລະເຮັດໃຫ້ມັນເກີດຜົນ ແລະ ແຕກຫນໍ່ແລະໃຫ້ເມັດພັນແກ່ຊາວນາຜູ້ທີ່ຫວ່ານແລະໃຫ້ເຂົ້າຈີ່ແກ່ຜູ້ທີ່ກິນ:
\v 11 ເຊັ່ນດຽວກັນຖ້ອຍຄຳຂອງເຮົາທີ່ອອກຈາກປາກຂອງເຮົາຖ້ອຍຄຳນັ້ນຈະບໍ່ກັບຄືນມາຫາເຮົາໂດຍບໍ່ມີປະໂຫຍດ, ແຕ່ຈະເຮັດໃຫ້ສິ່ງທີ່ເຮົາປາຖະຫນາ ສຳເລັດ, ແລະຈະເຮັດໃຫ້ສິ່ງທີ່ເຮົາໄດ້ໃຊ້ໄປເຮັດນັ້ນສຳເລັດ.
\s5
\v 12 ເພາະວ່າພວກເຈົ້າຈະອອກໄປດ້ວຍຄວາມປິຕິຍິນດີແລະຖືກນຳພາໄປຢ່າງສະຫວັດດີພາບ; ພູເຂົາແລະເນີນພູຕ່າງໆຈະຮ້ອງອອກມາດ້ວຍສຽງຮ້ອງດ້ວຍຄວາມຍິນດີຕໍ່ຫນ້າພວກເຈົ້າ, ແລະຕົ້ນໄມ້ທຸກຕົ້ນໃນທົ່ງນາຈະຕົບມື.
\v 13 ຕົ້ນສົນຈະເກີດຂຶ້ນແທນໃນບ່ອນທີ່ມີພຸ່ມຫນາມ, ແລະຕົ້ນນ້ຳມັນຫອມຈະປົ່ງແທນຕົ້ນຫນາມ, ແລະມັນຈະເປັນຢ່າງນັ້ນແກ່ພຣະຢາເວ, ແກ່ພຣະນາມຂອງພຣະອົງ, ເຊິ່ງຈະເປັນຫມາຍສຳຄັນອັນຕະຫລອດໄປທີ່ຈະບໍ່ຖືກຕັດອອກເລີຍ."
\s5
\c 56
\cl ບົດທີ 56
\p
\v 1 ນີ້ແມ່ນສິ່ງທີ່ພຣະຢາເວກ່າວວ່າ, "ຈົ່ງຖືຮັກສາສິ່ງທີ່ຊອບທຳ, ຈົ່ງເຮັດໃນສິ່ງທີ່ຍຸດຕິທຳ; ເພາະຄວາມລອດຂອງເຮົາມາໃກ້ແລ້ວ, ແລະຄວາມຊອບ ທຳຂອງເຮົາຈະໄດ້ສຳແດງອອກມາ.
\v 2 ຄວາມສຸກມີແກ່ຄົນທີ່ເຮັດສິ່ງນີ້, ແລະຜູ້ທີ່ຢຶດມັນໄວ້ແຫນ້ນ. ເຂົາຖືຮັກສາວັນສະບາໂຕ, ບໍ່ເຮັດໃຫ້ວັນນັ້ນເປັນມົນທິນ, ແລະຮັກສາມືຂອງເຂົາໃຫ້ພົ້ນຈາກການເຮັດຊົ່ວໃດໆ.”
\s5
\v 3 ຢ່າໃຫ້ຄົນຕ່າງຊາດຜູ້ທີ່ໄດ້ກາຍມາເປັນຜູ້ຕິດຕາມພຣະຢາເວເວົ້າວ່າ, "ພຣະຢາເວ ຈະຊົງແຍກຂ້ອຍອອກຈາກຊົນຊາດຂອງພຣະອົງຢ່າງແນ່ນອນ." ຂັນທີກໍບໍ່ຄວນເວົ້າວ່າ,“ ເບິ່ງແມ, ຂ້ອຍເປັນຕົ້ນໄມ້ທີ່ຫ່ຽວແຫ້ງ.”
\s5
\v 4 ເພາະພຣະຢາເວກ່າວດັ່ງນີ້ວ່າ,“ ພວກຄົນເທືອຍທີ່ຖືວັນຊະບາໂຕຂອງເຮົາ ແລະ ເລືອກສິ່ງທີ່ເຮັດໃຫ້ເຮົາພໍໃຈ, ແລະ ຍຶດຫມັ້ນໃນພັນທະສັນຍາຂອງເຮົາ,
\v 5 ເຮົາຈະຕັ້ງອານຸສອນສະຖານໃຫ້ແກ່ພວກເຂົາໃນພຣະວິຫານຂອງເຮົາແລະພາຍໃນກຳແພງຂອງເຮົາ, ທີ່ດີກວ່າການມີບັນດາບຸດຊາຍແລະບຸດຍິງ. ເຮົາຈະມອບອະນຸສອນສະຖານນິລັນດອນໃຫ້ພວກເຂົາທີ່ຈະບໍ່ຖືກຕັດອອກເລີຍ.
\s5
\v 6 ເຊັ່ນດຽວກັບພວກຄົນຕ່າງຊາດທີ່ຜູກພັນຕົນເອງກັບພຣະຢາເວ - ເພື່ອຮັບໃຊ້ພຣະອົງ, ແລະຜູ້ທີ່ຮັກພຣະນາມຂອງພຣະຢາເວ, ແລະນະມັດສະການພຣະອົງ, ທຸກໆຄົນທີ່ຖືຮັກສາວັນສະບາໂຕ ແລະ ຜູ້ທີ່ບໍ່ເຮັດໃຫ້ວັນນັ້ນເປັນມົນທິນ, ແລະຜູ້ທີ່ຍຶດຫມັ້ນພັນທະສັນຍາຂອງເຮົາ,
\v 7 ເຮົາຈະນຳພວກເຂົາໄປສູ່ພູເຂົາບໍລິສຸດຂອງເຮົາ ແລະ ເຮັດໃຫ້ພວກເຂົາມີຄວາມສຸກຢູ່ໃນວິຫານແຫ່ງການອະທິຖານຂອງເຮົາ; ເຮົາຈະຍອມຮັບເຄື່ອງເຜົາບູຊາແລະເຄື່ອງຖວາຍບູຊາທັງຫລາຍຂອງພວກເຂົາເທິງແທ່ນບູຊາຂອງເຮົາ. ເພາະວິຫານຂອງເຮົາຈະຖືກເອີ້ນວ່າເປັນວິຫານແຫ່ງການອະທິຖານສຳລັບທຸກປະຊາຊາດ,
\s5
\v 8 ນີ້ແມ່ນການປະກາດຂອງພຣະຢາເວອົງພຣະຜູ້ເປັນເຈົ້າ, ຜູ້ທີ່ເຕົ້າໂຮມຄົນອິດສະຣາເອນທີ່ຖືກຂັບໄລ່ອອກໄປ - ເຮົາຍັງຈະຮວບຮວມຄົນອື່ນໆມາເພີ່ມຕື່ມເຂົ້າກັບພວກເຂົາດ້ວຍ."
\s5
\v 9 ພວກເຈົ້າສັດປ່າທັງຫລາຍໃນທົ່ງຈົ່ງມາແລະກິນຢ່າງເຕັມທີ່, ທັງພວກເຈົ້າສັດປ່າທັງຫລາຍໃນປ່າອີກດ້ວຍ!
\v 10 ຄົນເຝົ້າຍາມຂອງພວກເຂົາທຸກຄົນຕາບອດໄປ, ພວກເຂົາບໍ່ເຂົ້າໃຈ. ພວກເຂົາທຸກຄົນເປັນດັ່ງຫມາທີ່ມິດງຽບທີ່ເຫົ່າບໍ່ໄດ້. ພວກເຂົາຝັນ, ແລະນອນລົງ ພວກເຂົາຮັກໃນການນອນ.
\s5
\v 11 ຫມາທີ່ຫິວອາຫານ; ພວກເຂົາບໍ່ເຄີຍພຽງພໍ; ພວກເຂົາເປັນຜູ້ລ້ຽງແກະທີ່ບໍ່ມີຄວາມເຂົ້າໃຈ; ພວກເຂົາທຸກຄົນໄດ້ຫັນໄປຕາມທາງຂອງຕົນເອງ, ແຕ່ລະຄົນລ້ວນແຕ່ຢາກໄດ້ຮັບຜົນປະໂຫຍດທີ່ບໍ່ຍຸດຕິທຳ.
\v 12 ພວກເຂົາເວົ້າວ່າ, "ມາເຖີດ," ໃຫ້ພວກເຮົາດື່ມເຫລົ້າອາງຸ່ນ. ມື້ອື່ນກໍຈະເຫມືອນກັບມື້ນີ້, ທີ່ເປັນມື້ທີ່ຍິ່ງໃຫຍ່ເຫລືອຄະນານັບ. ".
\s5
\c 57
\cl ບົດທີ 57
\p
\v 1 ຄົນຊອບທຳຈິບຫາຍໄປ, ແຕ່ບໍ່ມີໃຜໃສ່ໃຈເລື່ອງນີ້, ແລະຜູ້ຄົນສັດຊື່ໃນພັນທະສັນຍາຈະຖືກຮວບຮວມເອົາໄປ, ແຕ່ບໍ່ມີໃຜເຂົ້າໃຈວ່າຄົນຊອບທຳຖືກເຕົ້າໂຮມເອົາໄປຈາກຄວາມຊົ່ວຮ້າຍ.
\v 2 ເຂົາເຂົ້າໄປໃນສັນຕິສຸກ; ພວກເຂົາພັກສະຫງົບຢູ່ໃນຕຽງນອນຂອງພວກເຂົາ, ຄົນເຫລົ່ານັ້ນຜູ້ທີ່ດຳເນີນໃນຄວາມທ່ຽງທຳຂອງພວກເຂົາ.
\s5
\v 3 ແຕ່ຈົ່ງເຂົ້າມາທີ່ນີ້ພວກເຈົ້າລູກຊາຍຂອງແມ່ມົດ, ພວກລູກຫລານຂອງຄົນຫລິ້ນຊູ້ ແລະຜູ້ຍິງທີ່ເປັນໂສເພນີ.
\v 4 ພວກເຈົ້າທັງຫລາຍກຳລັງເຍາະເຍີ້ຍຢ່າງສະຫນຸກສະຫນານຕໍ່ຜູ້ໃດ? ພວກເຈົ້າກຳລັງອ້າປາກແລະແລບລີ້ນໃສ່ຜູ້ໃດ? ພວກເຈົ້າເປັນລູກຂອງການທໍລະຍົດ, ເປັນລູກຂອງການຫລອກລວງບໍ່ແມ່ນບໍ?
\s5
\v 5 ພວກເຈົ້າເຮັດໃຫ້ຕົນເອງອົບອຸ່ນຂຶ້ນດ້ວຍການນອນຢູ່ນຳກັນພາຍໃຕ້ຕົ້ນໂອກ, ພາຍໃຕ້ຕົ້ນໄມ້ຂຽວສົດທຸກຕົ້ນ, ພວກເຈົ້າຜູ້ທີ່ຂ້າບຸດທັງຫລາຍຂອງພວກເຈົ້າຢູ່ໃນກົ້ນແມ່ນ້ຳທີ່ເຫືອດແຫ້ງ, ພາຍໃຕ້ໂງ່ນຫີນທີ່ຍື່ນອອກມາ.
\s5
\v 6 ໃນບັນດາຫີນທີ່ກ້ຽງຂອງຮ່ອມພູແມ່ນ້ຳເປັນສິ່ງທີ່ໄດ້ມອບໃຫ້ເຈົ້າ. ສິ່ງເຫລົ່ານັ້ນເປັນສິ່ງຂອງທີ່ເປັນຂອງຖວາຍຂອງພວກເຈົ້າ. ພວກເຈົ້າຖອກເຄື່ອງດື່ມບູຊາຂອງເຈົ້າເທິງສິ່ງເຫລົ່ານັ້ນ ແລະ ນຳເຄື່ອງທັນຍະບູຊາມາຖວາຍ. ເຮົາຄວນຈະຍິນດີໃນສິ່ງເຫລົ່ານີ້ບໍ່?
\s5
\v 7 ພວກເຈົ້າໄດ້ຈັດຕຽມບ່ອນນອນຂອງພວກເຈົ້າໄວ້ຢູ່ເທິງພູສູງ; ແລະພວກເຈົ້າກໍຂຶ້ນໄປບ່ອນນັ້ນເພື່ອຖວາຍເຄື່ອງບູຊາທັງຫລາຍດ້ວຍ.
\v 8 ພວກເຈົ້າໄດ້ຕັ້ງສັນຍາລັກຂອງພວກເຈົ້າໄວ້ຢູ່ຂ້າງຫລັງປະຕູແລະເສົາປະຕູເຫລົ່ານັ້ນ; ພວກເຈົ້າໄດ້ປະຖິ້ມເຮົາ, ເຮັດໃຫ້ຕົວເອງເປືອຍກາຍ, ແລະຂຶ້ນໄປ; ພວກເຈົ້າໄດ້ເຮັດໃຫ້ບ່ອນນອນຂອງພວກເຈົ້າກວ້າງຂຶ້ນ. ພວກເຈົ້າໄດ້ເຮັດພັນທະສັນຍາກັບພວກເຂົາ; ພວກເຈົ້າຮັກບ່ອນນອນຂອງພວກເຂົາ; ພວກເຈົ້າໄດ້ເຫັນສ່ວນທີ່ເປັນສ່ວນຕົວຂອງພວກເຂົາ.
\s5
\v 9 ພວກເຈົ້າໄດ້ຂຶ້ນໄປຫາພະໂມເລັກພ້ອມກັບນ້ຳມັນຫອມ; ພວກເຈົ້າໄດ້ເຮັດໃຫ້ນ້ຳຫອມທະວີຫລາຍຂຶ້ນ. ພວກເຈົ້າໄດ້ສົ່ງທູດຂອງພວກເຈົ້າໄປແດນໄກ; ພວກເຈົ້າໄດ້ລົງໄປຍັງແດນຄົນຕາຍ.
\v 10 ພວກເຈົ້າໄດ້ອິດເມື່ອຍຈາກການເດີນທາງອັນຍາວໄກ, ແຕ່ພວກເຈົ້າກໍບໍ່ເຄີຍເວົ້າວ່າ "ມັນບໍ່ມີຄວາມຫວັງ." ພວກເຈົ້າໄດ້ພົບເຫັນຊີວິດຢູ່ໃນມືຂອງພວກເຈົ້າ; ສະນັ້ນພວກເຈົ້າຈຶ່ງບໍ່ອ່ອນແອລົງ.
\s5
\v 11 "ພວກເຈົ້າກຳລັງກັງທຸກຮ້ອນເຖິງຜູ້ໃດ? ພວກເຈົ້າຢ້ານໃຜຫລາຍຈົນເຮັດໃຫ້ພວກເຈົ້າກະທຳການຢ່າງຫລອກລວງ, ຫລາຍຈົນພວກເຈົ້າບໍ່ລະນຶກເຖິງເຮົາຫລືຄິດເຖິງເຮົາບໍ? ເພາະວ່າເຮົາໄດ້ມິດງຽບມານານ, ພວກເຈົ້າຈຶ່ງບໍ່ຢ້ານກົວເຮົາອີກຕໍ່ໄປ.
\v 12 ເຮົາຈະປະກາດທຸກການກະທຳທີ່ຊອບທຳຂອງພວກເຈົ້າ ແລະ ບອກເຖິງທຸກສິ່ງທີ່ພວກເຈົ້າໄດ້ເຮັດ, ແຕ່ສິ່ງເຫລົ່ານັ້ນຈະບໍ່ຊ່ວຍພວກເຈົ້າ.
\s5
\v 13 ໃນເວລາທີ່ພວກເຈົ້າຮ້ອງຂໍ, ກໍໃຫ້ບັນດາຮູບເຄົາລົບຂອງພວກເຈົ້າທີ່ສະສົມໄວ້ຊ່ວຍກູ້ພວກເຈົ້າ. ແຕ່ລົມຈະພັດພາພວກມັນໄປຫມົດ, ລົມຫາຍໃຈດຽວກໍຈະຫອບພວກມັນໄປຫມົດ. ແຕ່ເຂົາຜູ້ທີ່ລີ້ໄພໃນເຮົາ, ຈະໄດ້ຮັບແຜ່ນດິນເປັນມໍລະດົກ ແລະ ໄດ້ກຳມະສິດໃນພູເຂົາບໍລິສຸດຂອງເຮົາ.
\s5
\v 14 ເຂົາຈະເວົ້າວ່າ,“ ຈົ່ງສ້າງຂຶ້ນ, ສ້າງຂຶ້ນເຖີດ! ຈົ່ງເປີດທາງ! ຈົ່ງເອົາກ້ອນຫິນທີ່ເຮັດໃຫ້ສະດຸດອອກໄປຈາກເສັ້ນທາງຂອງຊົນຊາດຂອງເຮົາ! '
\v 15 ເພາະວ່ານີ້ຄືອົງຜູ້ສູງເດັ່ນແລະສູງສົ່ງ, ຜູ້ຊົງດຳລົງຢູ່ນິລັນດອນ, ພຣະນາມຂອງພຣະອົງຄືບໍລິສຸດ, ຜູ້ທີ່ກ່າວວ່າ "ເຮົາດຳລົງຢູ່ໃນທີ່ສູງສົ່ງແລະບໍລິສຸດ, ຢູ່ກັບຜູ້ທີ່ມີວິນຍານທີ່ບອບຊ້ຳແລະຖ່ອມໃຈ, ເພື່ອຟື້ນຟູວິນຍານຂອງພວກຄົນທີ່ຖ່ອມໃຈ, ແລະເພື່ອຟື້ນຟູຈິດໃຈຂອງຜູ້ທີ່ສຳນຶກຜິດ.
\s5
\v 16 ເພາະເຮົາຈະບໍ່ກ່າວໂທດຢູ່ຕະຫລອດໄປ, ແລະເຮົາຈະບໍ່ມີຄວາມໂກດຮ້າຍຕະຫລອດໄປ, ເພາະວ່າຈິດວິນຍານຂອງມະນຸດຈະອ່ອນກຳລັງຕໍ່ຫນ້າເຮົາ, ຄືຊີວິດທັງຫລາຍທີ່ເຮົາໄດ້ສ້າງຂຶ້ນມາ.
\v 17 ຍ້ອນຄວາມຜິດບາບຈາກຄວາມຮຸນແຮງຂອງເຂົາເພີ່ມຫລາຍຂຶ້ນ, ແລະເຮົາໄດ້ລົງໂທດເຂົາ; ເຮົາໄດ້ເຊື່ອງໃບຫນ້າ ຂອງເຮົາແລະໂກດຮ້າຍ, ແຕ່ເມື່ອເຂົາກັບມາຍັງທາງແຫ່ງໃຈຂອງເຂົາແລ້ວ.
\s5
\v 18 ເຮົາໄດ້ເຫັນທາງຂອງເຂົາແລ້ວ, ແຕ່ເຮົາຈະຮັກສາເຂົາໃຫ້ຫາຍດີ. ເຮົາຈະນຳເຂົາແລະເລົ້າໂລມແລະຫນູນໃຈຜູ້ຄົນທີ່ໂສກເສົ້າເສຍໃຈເຖິງເຂົາ,
\v 19 ແລະເຮົາໄດ້ສ້າງຜົນຈາກຮິມສົບປາກ. ສັນຕິສຸກ, ສັນຕິສຸກ, ແກ່ຄົນທັງຫລາຍທີ່ຢູ່ໄກ ແລະ ແກ່ຄົນທັງຫລາຍທີ່ຢູ່ໃກ້ ພຣະຢາເວກ່າວວ່າ, ເຮົາຈະຮັກສາພວກເຂົາໃຫ້ຫາຍດີ.
\s5
\v 20 ແຕ່ຄົນອະທຳຄືກັນກັບທະເລທີ່ປັ່ນປ່ວນບໍ່ສາມາດນິ້ງສະຫງົບໄດ້, ແລະນ້ຳທະເລນັ້ນກໍເຮັດໃຫ້ມີຕົມແລະຂີ້ຕົມໄຫລຂຶ້ນມາ.
\v 21 ບໍ່ມີສັນຕິສຸກສຳລັບຄົນອະທຳ. ພຣະຢາເວກ່າວດັ່ງນີ້."
\s5
\c 58
\cl ບົດທີ 58
\p
\v 1 "ຈົ່ງຮ້ອງດັງໆ; ຢ່າຈົ່ງສຽງໄວ້, ຈົ່ງເປັ່ງສຽງຂອງເຈົ້າໃຫ້ດັງຄືກັບສຽງແກ, ຈົ່ງປະເຊີນຫນ້າປະຊາຊົນຂອງເຮົາພ້ອມກັບການທໍລະຍົດຂອງພວກເຂົາ, ແລະ ເຊື້ອສາຍຂອງຢາໂຄບພ້ອມກັບຄວາມບາບຂອງພວກເຂົາ.
\v 2 ແຕ່ພວກເຂົາກໍຍັງສະແຫວງຫາເຮົາທຸກໆວັນແລະຊື່ນຊົມຍິນດີໃນຄວາມຮູ້ກ່ຽວກັບທາງຂອງເຮົາ, ຄືກັບປະຊາຊາດຫນຶ່ງທີ່ປະຕິບັດຄວາມຊອບທຳແລະບໍ່ປະຖິ້ມກົດບັນຍັດຂອງພຣະເຈົ້າຂອງພວກເຂົາ. ພວກເຂົາຂໍໃຫ້ເຮົາຕັດສິນທີ່ຊອບທຳ; ພວກເຂົາຍິນດີໃນຄວາມຄິດກ່ຽວກັບພຣະເຈົ້າທີ່ສະເດັດເຂົ້າມາໃກ້.
\s5
\v 3 ພວກເຂົາເວົ້າວ່າ 'ເປັນຫຍັງພວກເຮົາໄດ້ອົດອາຫານ, ແຕ່ພຣະອົງບໍ່ຊົງເບິ່ງ? ເປັນຫຍັງພວກເຮົາໄດ້ຖ່ອມຕົວລົງ, ແຕ່ວ່າພຣະອົງບໍ່ສົນພຣະໄທ? ' ຈົ່ງເບິ່ງ, ໃນມື້ທີ່ພວກເຈົ້າຖືສິນອົດອາຫານ, ພວກເຈົ້າກໍເຮັດຕາມໃຈຂອງເຈົ້າເອງແລະກົດຂີ່ຂົ່ມເຫົງຄົນງານທັງຫມົດຂອງພວກເຈົ້າ.
\s5
\v 4 ເບິ່ງແມ, ການອົດອາຫານຂອງພວກເຈົ້າກໍພຽງເພື່ອໂຕ້ຖຽງກັນ, ແລະຕໍ່ສູ້ຊຶ່ງກັນແລະກັນ; ພວກເຈົ້າບໍ່ໄດ້ອົດອາຫານໃນມື້ນີ້ເພື່ອເຮັດໃຫ້ສຽງຂອງພວກເຈົ້າໄດ້ຍິນໄປເຖິງເບຶ້ອງເທິງ.
\v 5 ນີ້ຄືການອົດອາຫານແບບທີ່ເຮົາຕ້ອງການຄື: ມື້ເພື່ອໃຫ້ຄົນຖ່ອມຕົວລົງ, ເພື່ອໃຫ້ເຂົາກົ້ມຫົວລົງຄືກັບຕົ້ນອໍ້ແລະປູຜ້າກະສອບແລະຂີ້ເຖົ່າຢູ່ພາຍໃຕ້ຕົວເຂົາເອງແທ້ບໍ? ພວກເຈົ້າເອີ້ນການກະທຳເຊັ່ນນີ້ວ່ານີ້ແມ່ນການອົດອາຫານ, ແລະເປັນມື້ທີ່ພຣະຢາເວຊົງພໍພຣະໄທແທ້ບໍ?
\s5
\v 6 ເຮົາເລືອກການອົດອາຫານຢ່າງນີ້: ຄືການປົດປ່ອຍຄວາມຜູກພັນທີ່ອະທຳ, ການແກ້ສາຍເຊືອກຂອງແອກອອກໄປ, ການປົດປ່ອຍຄົນທີ່ຊອກຊ້ຳລະກຳໃຈໃຫ້ເປັນອິດສະລະ, ແລະຫັກແອກທັງຫມົດເສຍບໍ່ແມ່ນບໍ?
\v 7 ການອົດອາຫານທີ່ເປັນການຫັກເຂົ້າຈີ່ຂອງພວກເຈົ້າໃຫ້ກັບຄົນທີ່ຫິວໂຫຍແລະນຳເອົາຄົນຍາກຈົນແລະບໍ່ມີທີ່ຢູ່ອາໄສເຂົ້າໄປໃນເຮືອນຂອງພວກເຈົ້າບໍ່ແມ່ນບໍ?” ເມື່ອພວກເຈົ້າເຫັນຄົນທີ່ເປືອຍກາຍ, ພວກເຈົ້າຄວນຈະນຸ່ງເສື້ອຜ້າໃຫ້ເຂົາ, ແລະພວກເຈົ້າບໍ່ຄວນເຊື່ອງຕົວພວກເຈົ້າຈາກຍາດພີ່ນ້ອງຂອງພວກເຈົ້າເອງ.
\s5
\v 8 ເມື່ອນັ້ນແສງສະຫວ່າງຂອງເຈົ້າພຸ້ງອອກມາຄືກັບດວງຕາເວັນຂຶ້ນ, ແລະການຢຽວຢາຮັກສາຂອງພວກເຈົ້າຈະເກີດຂຶ້ນຢ່າງໄວວາ; ຄວາມຊອບທຳຂອງພວກເຈົ້າຈະຢູ່ຕໍ່ຫນ້າພວກເຈົ້າ, ແລະພຣະສິລິຂອງພຣະຢາເວຈະເປັນຜູ້ປົກປ້ອງເຈົ້າ.
\s5
\v 9 ແລ້ວພວກເຈົ້າຈະຮ້ອງຂໍ, ແລະພຣະຢາເວຈະຊົງຕອບ; ພວກເຈົ້າຈະຮ້ອງຂໍຄວາມຊ່ວຍເຫລືອ, ແລະພຣະອົງຈະເວົ້າຕອບວ່າ, "ເຮົາຢູ່ທີ່ນີ້." ຖ້າພວກເຈົ້າເອົາແອກອອກໄປຈາກທ່າມກາງພວກເຈົ້າ, ອີກທັງນິ້ວມືທີ່ກ່າວຮ້າຍ, ແລະຄຳເວົ້າອະທຳອອກໄປ,
\v 10 ຖ້າພວກເຈົ້າເອງໄດ້ຈັດຫາໃຫ້ຄົນທີ່ອຶດຫິວແລະຄົນຂັດສົນທີ່ທຸກໃຈໃຫ້ອີ່ມ; ຈາກນັ້ນແສງສະຫວ່າງຂອງພວກເຈົ້າຈະຮຸ່ງແຈ້ງໃນຄວາມມືດ, ແລະຄວາມມືດຂອງພວກເຈົ້າຈະເປັນຄືກັບຕອນກາງເວັນ.
\s5
\v 11 ແລ້ວພຣະຢາເວຈະຊົງນຳພາພວກເຈົ້າເລື້ອຍໄປແລະເຮັດໃຫ້ພວກເຈົ້າອີ່ມຫນຳໃນເຂດແດນທີ່ຊຶ່ງບໍ່ມີນ້ຳ, ແລະພຣະອົງຈະເສີມກະດູກຂອງພວກເຈົ້າໃຫ້ແຂງແຮງ. ພວກເຈົ້າຈະເປັນຄືກັບສວນທີ່ມີນ້ຳຫົດ, ແລະເຫມືອນກັບນ້ຳພຸທີ່ໄຫລບໍ່ເຄີຍຂາດສາຍ.
\s5
\v 12 ບາງຄົນໃນພວກເຈົ້າຈະສ້າງສິ່ງປະຫລັກຫັກພັງບູຮານຂຶ້ນມາໃຫມ່; ພວກເຈົ້າຈະເຮັດໃຫ້ຊາກຫັກພັງຂອງຫລາຍຊົ່ວອາຍຸຄົນຟື້ນຄືນມາໃຫມ່; ພວກເຈົ້າຈະຖືກເອີ້ນວ່າ "ຜູ້ສ້ອມແປງກຳແພງ," "ຜູ້ຟື້ນຟູຖະຫນົນທີ່ຈະດຳລົງຊີວິດຕໍ່ໄປ."
\s5
\v 13 ສົມມຸດວ່າພວກເຈົ້າຫັນຕີນຂອງພວກເຈົ້າຈາກການເດີນທາງໃນວັນສະບາໂຕ, ແລະຫັນຈາກການເຮັດຕາມໃຈຂອງພວກເຈົ້າເອງໃນວັນບໍລິສຸດຂອງເຮົາ. ສົມມຸດວ່າພວກເຈົ້າເອີ້ນວັນສະບາໂຕເປັນວັນປິຕິຍິນດີ, ແລະພວກເຈົ້າເອີ້ນເລື່ອງທີ່ກ່ຽວກັບພຣະຢາເວວ່າບໍລິສຸດແລະມີກຽດ. ສົມມຸດວ່າພວກເຈົ້າໃຫ້ກຽດແກ່ວັນສະບາໂຕໂດຍການປະຈາກວຽກງານຂອງພວກເຈົ້າເອງ, ແລະໂດຍການບໍ່ຊອກຫາຄວາມສຸກຂອງຕົວເອງແລະໂດຍບໍ່ເວົ້າຖ້ອຍຄຳຂອງພວກເຈົ້າເອງ.
\s5
\v 14 "ແລ້ວພວກເຈົ້າຈະໄດ້ຮັບຄວາມຊື່ນຊົມຍິນດີໃນພຣະຢາເວ; ແລະເຮົາຈະເຮັດໃຫ້ພວກເຈົ້າໄດ້ຂຶ້ນໄປໃນທີ່ສູງຂອງແຜ່ນດິນໂລກ; ເຮົາຈະລ້ຽງເຈົ້າຈາກມໍລະດົກຂອງຢາໂຄບບັນພະບູລຸດຂອງເຈົ້າ - ເພາະວ່າ ພຣະໂອດຂອງພຣະຢາເວໄດ້ກ່າວແລ້ວ.
\s5
\c 59
\cl ບົດທີ 59
\p
\v 1 ຈົ່ງເບິ່ງ, ພຣະຫັດຂອງພຣະຢາເວບໍ່ໄດ້ສັ້ນເກີນກວ່າທີ່ຈະຊ່ວຍໃຫ້ເຈົ້າລອດບໍ່ໄດ້; ຫລືຫູຂອງພຣະອົງກໍບໍ່ໄດ້ຕຶງເກີນກວ່າທີ່ຈະບໍ່ໄດ້ຍິນ.
\v 2 ແຕ່ການກະທຳທີ່ຜິດບາບຂອງພວກເຈົ້າໄດ້ແຍກພວກເຈົ້າຈາກພຣະເຈົ້າຂອງເຈົ້າ, ແລະຄວາມບາບທັງຫລາຍຂອງພວກເຈົ້າໄດ້ເຮັດໃຫ້ພຣະອົງປິດບັງພຣະພັກພຣະອົງຈາກພວກເຈົ້າແລະຈາກການໄດ້ຍິນພວກເຈົ້າ.
\s5
\v 3 ເພາະມືຂອງພວກເຈົ້າເປື້ອນດ້ວຍເລືອດແລະນິ້ວມືຂອງພວກເຈົ້າເປື້ອນດ້ວຍບາບ. ປາກຂອງພວກເຈົ້າເວົ້າຕົວະ ແລະ ລີ້ນຂອງພວກເຈົ້າເວົ້າກ່າວຮ້າຍ.
\v 4 ບໍ່ມີຜູ້ໃດຮຽກຮ້ອງດ້ວຍຄວາມຊອບທຳແລະບໍ່ມີຜູ້ໃດສູ້ຄະດີຂອງເຂົາດ້ວຍຄວາມຈິງ. ພວກເຂົາໄວ້ວາງໃຈໃນຖ້ອຍຄຳທີ່ໄຮ້ສາລະ, ແລະ ເວົ້າຕົວະ; ພວກເຂົາຕັ້ງທ້ອງດ້ວຍຄວາມລຳບາກແລະເກີດຄວາມບາບອອກມາ.
\s5
\v 5 ພວກເຂົາຟັກໄຂ່ຂອງງູພິດແລະຖັກແສ່ວໃຍຂອງແມງມຸມ. ໃຜກໍຕາມທີ່ກິນໄຂ່ຂອງພວກເຂົາກໍຈະຕາຍ, ແລະຖ້າໄຂ່ຖືກເຮັດໃຫ້ແຕກມັນຈະອອກມາເປັນງູພິດ.
\v 6 ໃຍຂອງພວກເຂົາບໍ່ສາມາດໃຊ້ເຮັດເປັນເຄື່ອງນຸ່ງບໍ່ໄດ້ອີກທັງພວກເຂົາບໍ່ສາມາດຫົ່ມໂຕເອງດ້ວຍຜົນງານຂອງພວກເຂົາໄດ້. ຜົນງານຂອງພວກເຂົາແມ່ນຜົນງານຂອງຄວາມບາບ, ແລະການກະທໍາຂອງຄວາມຮຸນແຮງແມ່ນຢູ່ໃນມືຂອງພວກເຂົາ.
\s5
\v 7 ຕີນຂອງພວກເຂົາແລ່ນໄປຫາຄວາມຊົ່ວ, ແລະພວກເຂົາກໍແລ່ນໄປເຮັດໃຫ້ຄົນບໍ່ມີຄວາມຜິດຫລັ່ງເລືອດຄວາມຄິດຂອງພວກເຂົາແມ່ນຄວາມຄິດຂອງບາບ; ຄວາມຮຸນແຮງແລະການທຳລາຍແມ່ນຫົນທາງຂອງພວກເຂົາ.
\v 8 ພວກເຂົາບໍ່ຮູ້ເສັ້ນທາງແຫ່ງສັນຕິສຸກ, ແລະບໍ່ມີຄວາມຍຸດຕິທຳໃນເສັ້ນທາງຂອງພວກເຂົາ. ພວກເຂົາໄດ້ເຮັດໃຫ້ເສັ້ນທາງຄົດລ້ຽວ; ໃຜກໍຕາມທີ່ເດີນໄປຕາມເສັ້ນທາງເຫລົ່ານີ້ກໍບໍ່ຮູ້ຈັກສັນຕິສຸກ.
\s5
\v 9 ສະນັ້ນຄວາມຍຸດຕິທຳຈຶ່ງຢູ່ຫ່າງໄກຈາກພວກເຮົາ, ອີກທັງຄວາມຊອບທຳກໍບໍ່ມາເຖິງພວກເຮົາ. ພວກເຮົາລໍຄອຍຄວາມສະຫວ່າງ, ແຕ່ເຫັນຄວາມມືດ; ພວກເຮົາຊອກຫາຄວາມສະຫວ່າງ, ແຕ່ພວກເຮົາຍ່າງໃນຄວາມມືດ.
\v 10 ພວກເຮົາຊອກຫາກຳແພງເຫມືອນຄົນຕາບອດ ເຫມືອນກັບພວກຄົນທີ່ເບິ່ງບໍ່ເຫັນ. ພວກເຮົາສະດຸດລົ້ມລົງໃນຕອນກາງເວັນຄືກັນກັບເປັນຕອນຄ່ຳ, ພວກເຮົາເປັນເຫມືອນກັບຄົນຕາຍໃນທ່າມກາງບັນດາຄົນທີ່ແຂງແຮງ.
\s5
\v 11 ພວກເຮົາຮ້ອງຄາງເຫມືອນຫມີແລະຄວນຄາງເຫມືອນນົກພິລາບ; ພວກເຮົາລໍຄອຍຄວາມຍຸດຕິທຳ, ແຕ່ບໍ່ມີເລີຍ; ພວກເຮົາລໍຄອຍຄວາມຊ່ວຍເຫລືອ, ແຕ່ມັນຢູ່ໄກຈາກພວກເຮົາ.
\s5
\v 12 ເພາະການທໍລະຍົດຫລາຍຢ່າງຂອງພວກເຮົາແມ່ນຢູ່ຕໍ່ພຣະພັກພຣະອົງ, ແລະຄວາມບາບຂອງພວກເຮົາກໍປັກປຳຕໍ່ພວກເຮົາ; ເພາະການທໍລະຍົດຂອງພວກເຮົາຢູ່ກັບພວກເຮົາ, ແລະພວກເຮົາຮູ້ຈັກຄວາມບາບຂອງພວກເຮົາດີ.
\v 13 ພວກເຮົາໄດ້ທໍລະຍົດ, ດ້ວຍການປະຕິເສດພຣະຢາເວແລະຫັນຫນີຈາກການຕິດຕາມພຣະເຈົ້າຂອງພວກເຮົາ. ພວກເຮົາໄດ້ເວົ້າເຖິງການກົດຂີ່ແລະເຮັດໃຫ້ຫັນເຫໄປ, ການຈົ່ມວ່າທີ່ເກີດມາຈາກໃຈແລະຖ້ອຍຄຳທີ່ເວົ້າຕົວະ.
\s5
\v 14 ຄວາມຍຸດຕິທຳໄດ້ຖືກບັງຄັບເອົາໄປ, ແລະຄວາມຊອບທຳຢືນຢູ່ຫ່າງໄກ; ເພາະຄວາມຈິງໄດ້ລົ້ມລົງຢູ່ໃນກາງເມືອງ, ແລະຄວາມທ່ຽງທຳກໍເຂົ້າມາບໍ່ໄດ້.
\v 15 ຄວາມສັດຈິງໄດ້ຫາຍໄປ, ແລະຜູ້ທີ່ຫັນຫນີໄປຈາກຄວາມຊົ່ວຮ້າຍກໍເຮັດໃຫ້ຕົວເອງຕົກເປັນເຫຍື່ອ. ພຣະຢາເວໄດ້ເຫັນມັນແລະຊົງບໍ່ພໍພຣະໄທທີ່ບໍ່ມີຄວາມຍຸດຕິທຳ.
\s5
\v 16 ພຣະອົງຊົງເຫັນວ່າບໍ່ມີຜູ້ໃດເລີຍ, ແລະປະຫລາດໃຈວ່າບໍ່ມີໃຜທີ່ຈະອອນວອນພື່ອ. ເພາະສະນັ້ນແຂນຂອງພຣະອົງເອງຈຶ່ງນຳເອົາຄວາມລອດມາໃຫ້ພຣະອົງ, ແລະຄວາມຊອບທຳຂອງພຣະອົງໄດ້ເຊີດຊູພຣະອົງໃວ້.
\s5
\v 17 ພຣະອົງໄດ້ສວມໃສ່ຄວາມຊອບທຳເປັນເກາະປ້ອງກັນເອິກແລະສວມຫມວກເຫລັກແຫ່ງຄວາມລອດໃວ້ເທິງຫົວຂອງພຣະອົງ. ພຣະອົງຊົງນຸ່ງເຄື່ອງນຸ່ງຂອງການແກ້ແຄ້ນແລະສວມໃສ່ເສື້ອຄຸມຄວາມກະຕືລືລົ້ນ.
\v 18 ພຣະອົງຊົງຕອບແທນພວກເຂົາຕາມສິ່ງທີ່ພວກເຂົາໄດ້ກະທຳ, ຄືການພິພາກສາດ້ວຍພຣະພິໂລດຕໍ່ພວກສັດຕູຂອງພຣະອົງ, ແລະການແກ້ແຄ້ນຕໍ່ສັດຕູຂອງພຣະອົງ, ແລະການລົງໂທດຕໍ່ຫມູ່ເກາະຕ່າງໆເປັນການຕອບແທນພວກເຂົາ.
\s5
\v 19 ເພາະສະນັ້ນພວກເຂົາຈະຢ້ານກົວພຣະນາມຂອງອົງພຣະຢາເວຈາກທິດຕາເວັນຕົກ, ແລະຢ້ານກົວພຣະສະຫງ່າຣາສີຂອງພຣະອົງຈາກທາງຕາເວັນຂື້ນ; ເພາະວ່າພຣະອົງຈະສະເດັດມາຄືກັບກະແສນໍ້າໄຫລແຮງ, ໂດຍລົມຫາຍໃຈຂອງພຣະຢາເວ.
\v 20 “ ພຣະຜູ້ໄຖ່ຈະສະເດັດມາຍັງຊີໂອນແລະມາຫາຜູ້ທີ່ຫັນກັບຈາກການກະທຳທີ່ທໍລະຍົດຂອງພວກເຂົາໃນຢາໂຄບ - ນີ້ແມ່ນຄຳປະກາດຂອງພຣະຢາເວ.
\s5
\v 21 ສ່ວນເຮົາເອງ, ນີ້ແມ່ນພັນທະສັນຍາຂອງເຮົາກັບພວກເຂົາ -ພຣະຢາເວກ່າວວ່າ, ຈິດວິນຍານຂອງເຮົາຜູ້ຊຶ່ງຢູ່ເຫນືອພວກເຈົ້າ, ແລະຖ້ອຍຄຳຂອງເຮົາທີ່ເຮົາໄດ້ໃສ່ໄວ້ໃນປາກຂອງພວກເຈົ້າຈະບໍ່ພາກອອກຈາກປາກຂອງພວກເຈົ້າຫລືຈະບໍ່ພາກອອກຈາກປາກຂອງບຸດທັງຫລາຍຂອງພວກເຈົ້າ, ຫລືຈະບໍ່ພາກອອກຈາກປາກຂອງລູກຫລານທັງຫລາຍຂອງພວກເຈົ້າ - ພຣະຢາເວກ່າວວ່າ - ຕັ້ງແຕ່ບັດນີ້ໄປແລະຕະຫລອດໄປເປັນນິດ."
\s5
\c 60
\cl ບົດທີ 60
\p
\v 1 ຈົ່ງລຸກຂື້ນ, ສ່ອງແສງ; ເພາະແສງສະຫວ່າງຂອງເຈົ້າໄດ້ມາແລ້ວ, ແລະພຣະສະຫງ່າຣາສີຂອງພຣະຢາເວໄດ້ຂື້ນມາເຫນືອເຈົ້າແລ້ວ.
\s5
\v 2 ເຖິງແມ່ນວ່າຄວາມມືດຈະປົກຄຸມທົ່ວແຜ່ນດິນໂລກ, ແລະຄວາມມືດຈະປົກຄຸມບັນດາປະຊາຊາດ; ແຕ່ພຣະຢາເວຈະຊົງຂຶ້ນມາເຫນືອເຈົ້າ, ແລະຈະເຫັນພຣະສະຫງ່າຣາສີຂອງພຣະອົງເຫນືອເຈົ້າ.
\v 3 ບັນດາປະຊາຊາດຈະມາຍັງແສງສະຫວ່າງຂອງເຈົ້າ, ແລະບັນດາກະສັດທັງຫລາຍຈະມາຍັງຄວາມສະຫວ່າງສຸກໄສຂອງເຈົ້າທີ່ກຳລັງຂຶ້ນມາ.
\s5
\v 4 ຈົ່ງເບິ່ງໄປອ້ອມຮອບເຖີດ. ພວກເຂົາທຸກຄົນໄດ້ລວມຕົວກັນແລະມາຫາເຈົ້າ. ພວກລູກຊາຍຂອງເຈົ້າຈະມາຈາກແດນໄກ, ແລະພວກເຂົາຈະອູ້ມລູກສາວຂອງເຈົ້າໃວ້ໃນອ້ອມແຂນຂອງພວກເຂົາ.
\v 5 ເມື່ອນັ້ນເຈົ້າຈະຫລຽວເບິ່ງແລະເຕັມໄປດ້ວຍຄວາມສຸກໃຈ, ແລະຫົວໃຈຂອງເຈົ້າຈະມີຄວາມປິຕິຍິນດີ, ເພາະວ່າຄວາມມັງຄັ້ງຂອງທະເລຈະຖືກຖອກເທອອກມາໃຫ້ເຈົ້າ, ຊັບສົມບັດຂອງບັນດາປະຊາຊາດຈະມາຍັງເຈົ້າ.
\s5
\v 6 ຂະບວນລົດອູດຈະຫຸ້ມລ້ອມເຈົ້າ, ຄືພວກອູດຈາກມິດີອານ ແລະ ເອຟາ; ພວກເຂົາທັງຫມົດດຈະມາຈາກເຊບາ; ພວກເຂົາຈະນຳເອົາທອງຄຳແລະກຳຍານມາ, ແລະຮ້ອງເພງສັນລະເສີນພຣະຜູ້ເປັນເຈົ້າ.
\v 7 ຝູງແກະ ທັງຫມົດຂອງເກດາຈະຖືກເຕົ້າໂຮມມາຍັງພວກເຈົ້າ, ບັນດາແກະໂຕຜູ້ຂອງເນບາໂຢດຈະຮັບໃຊ້ຕາມຄວາມຕ້ອງການຂອງເຈົ້າ; ພວກມັນຈະເປັນເຄື່ອງບູຊາທີ່ຫນ້າພໍໃຈຢູ່ເທິງແທ່ນບູຊາຂອງເຮົາ; ແລະເຮົາໃຫ້ຈະພຣະວິຫານທີ່ສະຫງ່າງາມຂອງເຮົາໄດ້ຮັບກຽດ.
\s5
\v 8 ຄົນເຫລົ່ານີ້ແມ່ນໃຜທີ່ບິນມາເຫມືອນເມກ, ແລະເຫມືອນນົກພິລາບທີ່ກັບມາຍັງທີ່ພັກອາໄສຂອງພວກມັນ?
\v 9 ບັນດາແຜ່ນດິນແຄມທະເລຫລຽວຫາເຮົາແລະເຮືອທັງຫລາຍຂອງເມືອງທາຊາກໍນຳຫນ້າ, ເພື່ອນຳເອົາລູກຊາຍທັງຫລາຍຂອງເຈົ້າຈາກແດນໄກ, ເງິນແລະທອງຄຳຂອງພວກເຂົາມາພ້ອມກັບພວກເຂົາດ້ວຍ, ເພາະພຣະນາມຂອງພຣະຢາເວາພຣະເຈົ້າຂອງເຈົ້າ, ແລະສຳລັບອົງບໍລິສຸດຂອງອິດສະຣາເອນ, ເພາະວ່າພຣະອົງໄດ້ເຮັດໃຫ້ພວກເຈົ້າໄດ້ຮັບກຽດ.
\s5
\v 10 ພວກບຸດຊາຍຂອງຄົນຕ່າງຊາດຈະສ້າງກຳແພງຂອງເຈົ້າຄືນໃຫມ່, ແລະບັນດາກະສັດຂອງພວກເຂົາຈະຮັບໃຊ້ເຈົ້າ; ເຖິງແມ່ນວ່າເຮົາໄດ້ລົງໂທດເຈົ້າເພາະຄວາມໂກດແຄ້ນຂອງເຮົາ, ແຕ່ວ່າເຮົາຈະມີຄວາມເມດຕາກາລຸນາຕໍ່ເຈົ້າດ້ວຍຄວາມໂປດປານຂອງເຮົາ.
\v 11 ປະຕູເມືອງທັງຫລາຍຂອງເຈົ້າຍັງຈະເປີດຢູ່ຕະຫລອດເວລາ; ປະຕູເຫລົ່ານັ້ນຈະບໍ່ຖືກປິດທັງກາງເວັນຫລືກາງຄືນ, ເພື່ອໃຫ້ກະສັດທັງຫລາຍໄດ້ນຳຄວາມອຸດົມສົມບູນຂອງບັນດາປະຊາຊາດເຂົ້າມາ.
\s5
\v 12 ແທ້ຈິງແລ້ວ, ບັນດາປະຊາຊາດແລະຣາຊອານາຈັກທີ່ບໍ່ຮັບໃຊ້ເຈົ້າຈະພິນາດໄປ; ປະຊາຊາດເຫລົ່ານັ້ນຈະຖືກທຳລາຍຫມົດສີ້ນ.
\v 13 ສະຫງ່າຣາສີຂອງເລບານອນຈະມາຍັງເຈົ້າ, ລວມທັງຕົ້ນສົນສາມໃບ, ຕົ້ນສົນສີດາຕົ້ນໄມ້ແປກ, ເພື່ອເຮັດໃຫ້ສະຖານທີ່ນະມັດສະການຂອງເຮົາສວຍງາມ; ແລະເຮົາຈະເຮັດໃຫ້ສະຖານທີ່ວາງຕີນຂອງເຮົາໄດ້ຮັບກຽດ.
\s5
\v 14 ພວກເຂົາຈະມາຫາເຈົ້າແລະກົ້ມຂາບລົງ ພວກລູກຊາຍທັງຫລາຍຂອງຄົນເຫລົ່ານັ້ນຈະໂນມໂຕລົງຄຳນັບເຈົ້າ; ພວກເຂົາຈະກົ້ມຂາບລົງທີ່ຕີນຂອງເຈົ້າ; ພວກເຂົາຈະເອີ້ນເຈົ້າວ່າເມືອງແຫ່ງພຣະຢາເວ, ຊີໂອນແຫ່ງອົງບໍລິສຸດຂອງອິດສະຣາເອນ.
\s5
\v 15 ແທນການທີ່ເຈົ້າຍັງຄົງຖືກປະຖິ້ມແລະຖືກກຽດຊັງ, ໂດຍບໍ່ມີໃຜຜ່ານເຂົ້າມາຍັງເຈົ້າ, ເຮົາຈະເຮັດໃຫ້ເຈົ້າເປັນສິ່ງທີ່ຫນ້າພູມໃຈຕະຫລອດໄປເປັນນິດ, ເປັນຄວາມຊື່ນບານຈາກຄົນລຸ້ນຫນຶ່ງຫາຄົນລຸ້ນຫນຶ່ງ.
\v 16 ເຈົ້າຈະດື່ມນົມຂອງບັນດາປະຊາຊາດ, ແລະຈະໄດ້ຮັບການລ້ຽງດູທີ່ເອິກຂອງກະສັດທັງຫລາຍ; ເຈົ້າຈະຮູ້ວ່າເຮົາຄືພຣະຢາເວເປັນພຣະຜູ້ຊ່ອຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງເຈົ້າ, ອົງຜູ້ຍິ່ງໃຫຍ່ຂອງຢາໂຄບ.
\s5
\v 17 ເຮົາຈະນຳເອົາຄຳມາແທນທອງສຳຣິດ, ເຮົາຈະນຳເອົາເງິນມາແທນເຫລັກ; ຈະນຳທອງສຳຣິດມາແທນໄມ້, ຈຳນຳເຫລັກມາແທນກ້ອນຫີນ. ເຮົາຈະແຕ່ງຕັ້ງຄວາມສະຫງົບສຸກໃຫ້ເປັນເຈົ້າເມືອງຂອງເຈົ້າ, ແລະຄວາມຍຸດຕິທຳເປັນພວກຜູ້ປົກຄອງຂອງເຈົ້າ.
\v 18 ຈະບໍ່ໄດ້ຍິນເຖິງ ຄວາມທາລຸນໃນແຜ່ນດິນຂອງເຈົ້າອີກຕໍ່ໄປ, ແລະບໍ່ໄດ້ຍິນເຖິງການລ້າງຜານ, ຫລືການເຮັດໃຫ້ກະຈັດກະຈາຍໄປພາຍໃນເຂດແດນຂອງເຈົ້າ; ແຕ່ເຈົ້າຈະເອີ້ນກຳແພງຂອງເຈົ້າວ່າຄວາມລອດ, ແລະເອີ້ນປະຕູເມືອງຂອງເຈົ້າວ່າການສັນລະເສີນ.
\s5
\v 19 ດວງຕາເວັນຈະບໍ່ເປັນແສງສະຫວ່າງຂອງເຈົ້າໃນຕອນກາງເວັນອີກຕໍ່ໄປ, ອີກທັງດວງເດືອນຈະບໍ່ເປັນຄວາມສະຫວ່າງສຸກໄສແກ່ເຈົ້າອີກຕໍ່ໄປ; ແຕ່ ພຣະຢາເວຊົງເປັນຄວາມສະຫວ່າງຂອງເຈົ້າຕະຫລອດໄປເປັນນິດ, ແລະພຣະເຈົ້າຂອງເຈົ້າຈະຊົງເປັນສະຫງ່າຣາສີຂອງເຈົ້າ.
\v 20 ດວງຕາເວັນຂອງເຈົ້າຈະບໍ່ຕົກອີກຕໍ່ໄປ, ແລະດວງເດືອນຂອງເຈົ້າຈະບໍ່ຖອຍກັບແລະຫາຍໄປອີກ; ເພາະວ່າພຣະຢາເວຈະເປັນຄວາມສະຫວ່າງອັນເປັນນິດຂອງເຈົ້າ, ແລະວັນແຫ່ງຄວາມທຸກໂສກຂອງເຈົ້າຈະສິ້ນສຸດລົງ.
\s5
\v 21 ຊົນຊາດຂອງເຈົ້າຈະເປັນຄົນຊອບທຳ; ພວກເຂົາຈະໄດ້ຮັບແຜ່ນດິນເປັນກຳມະສິດຕະຫລອດໄປ, ກິ່ງທີ່ເຮົາປູກ, ຜົນງານແຫ່ງມືຂອງເຮົາທີ່ເຮົາຈະເຮັດໃຫ້ໄດ້ຮັບກຽດ.
\v 22 ຜູ້ເລັກນ້ອຍຈະກາຍເປັນພັນຄົນ, ແລະຄົນເລັກນ້ອຍຈະການເປັນປະຊາຊາດທີ່ເຂັ້ມແຂງ; ເຮົາເອງຄືພຣະຢາເວ, ຈະປະຕິບັດສິ່ງເຫລົ່ານີ້ໃຫ້ສຳເລັດຢ່າງວ່ອງໄວເມື່ອເຖິງເວລາ.
\s5
\c 61
\cl ບົດທີ 61
\p
\v 1 ພຣະວິນຍານຂອງພຣະຢາເວອົງພຣະຜູ້ເປັນເຈົ້າໄດ້ສະຖິດຢູ່ເຫນືອຂ້ານ້ອຍ, ເພາະວ່າພຣະຢາເວໄດ້ຊົງເຈີມຂ້ານ້ອຍໄວ້ເພື່ອປະກາດຂ່າວດີແກ່ຄົນທີ່ທຸກໃຈ. ພຣະອົງໄດ້ໃຫ້ຂ້ານ້ອຍໄປຮັກສາໃຈຄົນທີ່ຊອກຊຳ້ລະກຳໃຈ, ເພື່ອປະກາດອິດສະຫລະພາບໃຫ້ແກ່ຜູ້ທີ່ຖືກຈັບເປັນສະເລີຍ, ແລະ ການເປີດຄຸກໃຫ້ຜູ້ທີ່ຖືກກັກຂັງ.
\s5
\v 2 ພຣະອົງໄດ້ສົ່ງຂ້ານ້ອຍໄປເພື່ອປະກາດປີແຫ່ງຄວາມໂປດປານຂອງພຣະຢາເວ, ວັນແຫ່ງການແກ້ແຄ້ນຂອງພຣະເຈົ້າຂອງພວກເຮົາ, ແລະເພື່ອເລົ້າໂລມທຸກຄົນທີ່ເສົ້າໂສກ.
\s5
\v 3 ພຣະອົງໄດ້ຊົງສົ່ງຂ້ານ້ອຍໄປເພື່ອທີ່ຈະໃຫ້ພວກຄົນທີ່ໂສກເສົ້າໃນຊີໂອນ - ເພື່ອໃຫ້ພວງມາໄລເແທນທີ່ຂີ້ເຖົ່າແກ່ພວກເຂົາ, ໃຫ້ນ້ຳມັນແຫ່ງຄວາມຄວາມຍິນດີແທນທີ່ຄວາມເສົ້າໂສກໃຈ, ໃຫ້ເສື້ອຄຸມແຫ່ງການສັນລະເສີນແທນທີ່ຈິດວິນຍານທີ່ທໍ້ແທ້, ເພື່ອຈະເອີ້ນພວກເຂົາວ່າຕົ້ນໂອກແຫ່ງຄວາມຊອບທຳ, ທີ່ພຣະຢາເວຊົງປູກໄວ້, ເພື່ອທີ່ພຣະອົງຈະໄດ້ຮັບກຽດຕິຍົດ.
\s5
\v 4 ພວກເຂົາຈະສ້າງຊາກປະຫລັກຫັກພັງເກົ່າແກ່ຄືນໃຫມ່; ພວກເຂົາຈະຟື້ນຟູທີ່ຮ້າງເປົ່າໃນອະດີດຂຶ້ນ. ພວກເຂົາຈະຟື້ນຟູບັນດາເມືອງທີ່ປະຫລັກຫັກຟັງຂຶ້ນມາ, ຄືທີ່ຮ້າງເປົ່າແຕ່ກ່ອນມາຫລາຍຊົ່ວອາຍຸຄົນ.
\v 5 ພວກຄົນຕ່າງຊາດຈະຢືນແລະລ້ຽງແບ້ ແກະ ຂອງພວກເຈົ້າ, ແລະພວກລູກຊາຍຂອງຄົນຕ່າງຊາດຈະເຮັດວຽກໃນທົ່ງນາແລະສວນອະງຸ່ນຂອງພວກເຈົ້າ.
\s5
\v 6 ພວກເຈົ້າຈະໄດ້ຮັບການຂະຫນານນາມວ່າເປັນປະໂລຫິດຂອງພຣະຢາເວ; ພວກເຂົາຈະເອີ້ນພວກເຈົ້າວ່າເປັນຜູ້ຮັບໃຊ້ຂອງພະເຈົ້າຂອງພວກເຮົາ. ພວກເຈົ້າຈະກິນຄວາມອຸດົມສົມບູນຂອງບັນດາປະຊາຊາດ, ແລະພວກເຈົ້າຈະອວດອ້າງຊັບສົມບັດຂອງພວກເຂົາ.
\v 7 ພວກເຈົ້າຈະມີເປັນສອງເທົ່າແທນທີ່ຄວາມອັບອາຍຂອງພວກເຈົ້າ; ແລະພວກເຂົາຈະປິຕິຍິນດີໃນສ່ວນແບ່ງຂອງພວກເຂົາແທນທີ່ຄວາມອັບອາຍ. ດັ່ງນັ້ນພວກເຂົາຈະມີສ່ວນແບ່ງໃນແຜ່ນດິນຂອງພວກເຂົາເປັນສອງເທົ່າ; ຄວາມຍິນດີອັນເປັນນິດຈະເປັນຂອງພວກເຂົາ.
\s5
\v 8 ເພາະເຮົາຄື, ພຣະຢາເວ, ຜູ້ທີ່ຮັກຄວາມຍຸດຕິທຳ, ແລະກຽດຊັງການກົດຂີ່ແລະອາຊະຍາກຳທີ່ຮຸນແຮງ. ເຮົາຈະຕອບແທນພວກເຂົາຢ່າງຊື່ສັດ, ແລະ ເຮົາຈະເຮັດພັນທະສັນຍາຕະຫລອດໄປກັບພວກເຂົາ.
\v 9 ເຊື້ອສາຍຂອງພວກເຂົາຈະເປັນທີ່ຮູ້ຈັກໃນບັນດາປະຊາຊາດ, ແລະ ລູກຫລານຂອງພວກເຂົາຈະເປັນທີ່ຮູ້ຈັກໃນທ່າມກາງຊົນຊາດທັງຫລາຍ. ທຸກຄົນທີ່ເຫັນພວກເຂົາຈະຈົດຈຳພວກເຂົາໄດ້ວ່າ, ພວກເຂົາແມ່ນປະຊາຊົນທີ່ພຣະຢາເວຊົງອວຍພອນ.
\s5
\v 10 ຂ້ານ້ອຍຈະປິຕິຍິນດີຢ່າງຍິ່ງຕໍ່ພຣະຢາເວ; ຂ້ານ້ອຍຈະຍິນດີຢ່າງຍິ່ງໃນພຣະເຈົ້າຂອງຂ້ານ້ອຍ. ເພາະພຣະອົງໄດ້ຊົງສວມຂ້ານ້ອຍດວ້ຍເສື້ອຜາ້ແຫ່ງຄວາມລອດ; ພຣະອົງໄດ້ສວມເສື້ອຄຸມແຫ່ງຄວາມຊອບທຳໃຫ້ຂ້ານ້ອຍ, ເຫມືອນກັບເຈົ້າບ່າວປະດັບຕົວເອງດ້ວຍຜ້າພັນຫົວ, ແລະເຫມືອນເຈົ້າສາວທີ່ປະດັບຕົວເອງດ້ວຍເພັດພອຍຂອງນາງ.
\v 11 ເພາະວ່າແຜ່ນດິນໂລກຈະເຮັດໃຫ້ຫນໍ່ຂອງມັນປົ່ງຂຶ້ນມາ, ແລະໃນສວນເຮັດໃຫ້ສິ່ງທີ່ປູກໃນນັ້ນປົ່ງຂຶ້ນມາຢ່າງໃດ, ດັ່ງນັ້ນພຣະຢາເວອົງພຣະຜູ້ເປັນເຈົ້າຈະເຮັດໃຫ້ຄວາມຊອບທຳແລະການສັນລະເສີນເກີດຂື້ນມາຕໍ່ຫນ້າປະຊາຊາດທັງຫມົດຢ່າງນັ້ນ.
\s5
\c 62
\cl ບົດທີ 62
\p
\v 1 ເພາະເຫັນແກ່ຊີໂອນເຮົາຈະບໍ່ມິດງຽບແລະເພາະເຫັນແກ່ກຸງເຢລູຊາເລັມເຮົາຈະບໍ່ມິດງຽບໄປ, ຈົນກວ່າຄວາມຊອບທຳຂອງນະຄອນນີ້ຈະອອກມາຢ່າງສະຫວ່າງສົດໃສ, ແລະຄວາມລອດຂອງນະຄອນນີ້ຈະອອກໄປຄືກັບໂຄມໄຟຍາມຄຳ່ມືດ.
\v 2 ປະຊາຊາດທັງຫລາຍຈະໄດ້ເຫັນຄວາມຊອບທຳຂອງເຈົ້າ, ແລະກະສັດທັງຫມົດດຈະເຫັນສະຫງ່າລາສີຂອງເຈົ້າ. ເຂົາຈະເອີ້ນເຈົ້າດ້ວຍນາມໃຫມ່ທີ່ພຣະຢາເວຊົງເລືອກໃຫ້.
\s5
\v 3 ເຈົ້າຈະເປັນມົງກຸດອັນງົດງາມຢູໃນມືຂອງພຣະຢາເວ, ແລະເປັນມົງກຸດໃນມືຂອງພຣະເຈົ້າຂອງເຈົ້າດ້ວຍ.
\v 4 ຄົນຈະບໍ່ມີການເວົ້າກ່ຽວກັບເຈົ້າອີກຕໍ່ໄປວ່າ, "ຜູ້ຖືກປະຖິ້ມໄວ້"; ຫລືແຜ່ນດິນຂອງເຈົ້າຈະບໍ່ຖືກເອີ້ນວ່າ, "ບ່ອນຮ້າງເປົ່າ." ອີກຕໍ່ໄປແທ້ຈິງແລ້ວ, ເຈົ້າຈະຖືກເອີ້ນວ່າ "ຄວາມຍິນດີຂອງເຮົາແມ່ນຢູ່ໃນນາງ," ແລະເອີ້ນແຜ່ນດິນຂອງເຈົ້າວ່າ "ແຕ່ງງານແລ້ວ," ເພາະວ່າພຣະເຈົ້າຢາເວມີຄວາມປິຕິຍິນດີໃນເຈົ້າ, ແລະ ແຜ່ນດິນຂອງເຈົ້າຈະແຕ່ງງານ.
\s5
\v 5 ແທ້ຈິງແລ້ວ, ຊາຍຫນຸ່ມແຕ່ງງານກັບຍິງສາວຢ່າງໃດ, ບັນດາພວກລູກຊາຍຂອງເຈົ້າຈະແຕ່ງງານກັບເຈົ້າຢ່າງນັ້ນ, ແລະເຈົ້າບ່າວມີຄວາມປິຕິຍິນດີກັບເຈົ້າສາວຂອງລາວຢ່າງໃດ, ພຣະເຈົ້າຂອງເຈົ້າຈະປິຕິຍິນດີກັບເຈົ້າຢ່າງນັ້ນ.
\s5
\v 6 ເຮົາໄດ້ວາງຜູ້ເຝົ້າຍາມຢູ່ເທິງກຳແພງຂອງເຈົ້າ, ເຢຣູຊາເລັມ; ພວກເຂົາຈະບໍ່ງຽບສຽງເລີຍບໍ່ວ່າໃນຕອນກາງເວັນຫລືຕອນກາງຄືນ. ພວກເຈົ້າຜູ້ທີ່ຄອຍເຕືອນຄວາມຈຳຂອງພຣະຢາເວຈະຕ້ອງບໍ່ຢຸດພັກ.
\v 7 ຢ່າຍອມໃຫ້ພຣະອົງຊົງຢຸດພັກຈົນກວ່າພຣະອົງໄດ້ສ້າງກຸງເຢຣູຊາເລັມຂຶ້ນມາໃຫມ່ແລະເຮັດໃຫ້ເມືອງນັ້ນເປັນທີ່ສັນລະເສີນໃນແຜ່ນດິນໂລກ.
\s5
\v 8 ພຣະຢາເວໄດ້ຊົງປະຕິຍານໂດຍໃຊ້ມືຂວາຂອງພຣະອົງແລະແຂນແຫ່ງຣິດທານຸພາບຂອງພຣະອົງວ່າ,“ ວ່າເຮົາຈະບໍ່ເອົາເຂົ້າຂອງເຈົ້າເປັນອາຫານ ສຳລັບສັດຕູຂອງເຈົ້າອີກຕໍ່ໄປ. ພວກຄົນຕ່າງຊາດຈະບໍ່ໄດ້ດື່ມເຫລົ້າອາງຸ່ນໃຫມ່ຂອງເຈົ້າ ເຊິ່ງເຈົ້າໄດ້ເຮັດວຽກມານັ້ນ.
\v 9 ເພາະວ່າຜູ້ທີ່ເກັບກ່ຽວເຂົ້າຈະໄດ້ກິນເຂົ້າແລະສັນລະເສີນພຣະຜູ້ເປັນເຈົ້າ, ແລະຜູ້ທີ່ເກັບຫມາກອະງຸ່ນຈະດື່ມເຫລົ້າອາງຸ່ນຢູ່ໃນສະຖານທີ່ນະມັດສະການທີ່ບໍລິສຸດຂອງເຮົາ."
\s5
\v 10 ຈົ່ງຜ່ານເຂົ້າມາເຖີດ, ຈົ່ງຜ່ານປະຕູເຂົ້າມາ! ຈົ່ງກຽມທາງໄວ້ໃຫ້ຊົນຊາດນີ້! ຈົ່ງສ້າງຂຶ້ນມາ, ຈົ່ງສ້າງທາງຫລວງ! ຈົ່ງເກັບກວດຫີນເຫລົ່ານັ້ນອອກໄປເສຍ! ຈົ່ງຍົກສູງທຸງສັນຍານໃຫ້ແກ່ບັນດາປະຊາຊາດ!
\s5
\v 11 ເບິ່ງແມ, ພຣະຢາເວຊົງປະກາດໄປຍັງສຸດປາຍແຜ່ນດິນໂລກ, "ຈົ່ງກ່າວແກ່ທິດາຂອງຊີໂອນວ່າ: ຈົ່ງເບິ່ງ, ພຣະຜູ້ຊ່ວຍໃຫ້ລອດຂອງເຈົ້າກຳລັງສະເດັດມາ! ເບິ່ງແມ, ລາງວັນຂອງພຣະອົງກໍຢູ່ກັບພຣະອົງ ແລະຄ່າຕອບແທນຂອງພຣະອົງຈະໄປຢູ່ຕໍພຣະພັກຂອງພຣະອົງ
\v 12 ພວກເຂົາຈະເອີ້ນພວກເຈົ້າວ່າ, "ຊົນຊາດບໍລິສຸດ; ຜູ້ໄດ້ຮັບການຊົງໄຖ່ຂອງພຣະຢາເວ", ແລະເຈົ້າຈະຖືກເອີ້ນວ່າ "ຫນ້າປາຖະຫນາ ເມືອງທີ່ບໍ່ຖືກປະຖີ້ມ;
\s5
\c 63
\cl ບົດທີ 63
\p
\v 1 ນີ້ແມ່ນໃຜນໍທີ່ມາຈາກເອໂດມ, ຜູ້ທີ່ນຸ່ງເສື້ອຜ້າສີແດງຈາກເມືອງໂບສະຣາ, ຜູ້ນັ້ນແມ່ນໃຜນໍທີ່ສວມເຄື່ອງທົງຂອງກະສັດ, ຜູ້ທີ່ກ້າວເດີນມາດ້ວຍຄວາມຫມັ້ນໃຈເພາະອານຸພາບອັນຍິ່ງໃຫຍ່ຂອງພຣະອົງ? ນີ້ຄືເຮົາເອງ, ທີ່ກ່າວດ້ວຍຄວາມຊອບ ທຳແລະເຕັມໃປດ້ວຍຣິດທານຸພາບທີ່ສາມາດຊ່ວຍໃຫ້ລອດໄດ້.
\v 2 ເປັນຫຍັງເຄື່ອງນຸ່ງຂອງພຣະອົງຈຶ່ງເປັນສີແດງ, ແລະ ເປັນຫຍັງເຄື່ອງນຸ່ງເຫລົ່ານັ້ນເບິ່ງຄືວ່າພຣະອົງໄດ້ຊົງຢຽບຫມາກອະງຸ່ນຢູ່ໃນຖັງຢຽບຫມາກອະງຸ່ນມາ?
\s5
\v 3 ເຮົາໄດ້ຢຽບຫມາກອາງຸ່ນຢູ່ໃນຖັງຢຽບຫມາກອາງຸ່ນພຽງຜູ້ດຽວ, ແລະບໍ່ມີຜູ້ໃດຈາກປະຊາຊາດທັງຫລາຍໄດ້ຢູ່ຮ່ວມກັບເຮົາເລີຍ. ເຮົາໄດ້ຢຽບຢຳ່ພວກເຂົາດ້ວຍຄວາມໂກດຮ້າຍຂອງເຮົາ. ແລະເລືອດຂອງພວກເຂົາກໍເປິເປື້ອນຢູ່ເຄື່ອງນຸ່ງຂອງເຮົາແລະເຮັດໃຫ້ເສື້ອຜ້າຂອງເຮົາເປື້ອນເຕັມໄປຫມົດ.
\v 4 ເພາະເຮົາໄດ້ເບິ່ງໄປທາງຫນ້າເຖິງວັນແຫ່ງການແກ້ແຄ້ນ, ແລະປີແຫ່ງການໄຖ່ເຮົາໄດ້ມາເຖິງແລ້ວ.
\s5
\v 5 ເຮົາໄດ້ຫລຽວເບິ່ງ, ແລະບໍ່ມີໃຜຈັກຄົນຊ່ວຍເຫລືອ. ເຮົາແປກໃຈທີ່ບໍ່ມີຜູ້ໃດທີ່ຈະຊ່ວຍເລີຍ, ແຕ່ແຂນຂອງເຮົາເອງໄດ້ນໍາເອົາໄຊຊະນະມາໃຫ້ເຮົາ, ແລະຄວາມໂກດຮ້າຍຮຸນແຮງຂອງເຮົາໄດ້ຂັບເຄື່ອນເຮົາ.
\v 6 ເຮົາໄດ້ຢຽບຢໍ່າຊົນຊາດທັງຫລາຍດ້ວຍຄວາມຄຽດແຄ້ນຂອງເຮົາແລະເຮັດໃຫ້ພວກເຂົາມຶນເມົາດ້ວຍຄວາມໂກດຮ້າຍຂອງເຮົາ, ແລະເຮົາໄດ້ຖອກໂລຫິດຂອງພວກເຂົາລົງເທິງແຜ່ນດິນໂລກ.
\s5
\v 7 ຂ້ານ້ອຍຈະບອກກ່ຽວກັບການກະທຳຂອງຄວາມສັດຊື່ແຫ່ງພັນທະສັນຍາຂອງພຣະຢາເວ, ການກະທຳທີ່ຫນ້າສັນລະເສີນຂອງພຣະຢາເວ. ຂ້ານ້ອຍຈະບອກເຖິງທຸກສິ່ງທີ່ພຣະຢາເວໄດ້ຊົງເຮັດເພື່ອພວກເຮົາ, ແລະຄວາມດີງາມອັນຍິ່ງໃຫຍ່ຂອງພຣະອົງທີ່ມີຕໍ່ເຊື້ອສາຍອິດສະຣາເອນ. ພຣະອົງໄດ້ຊົງສຳແດງພຣະກາຮຸນານີ້ຕໍ່ພວກເຮົາຍ້ອນຄວາມເມດຕາຂອງພຣະອົງ, ແລະດ້ວຍການກະທຳທີ່ສັດຊື່ໃນພັນທະສັນຍາຢ່າງຫລວງຫລາຍ.
\v 8 ເພາະພຣະອົງໄດ້ເວົ້າວ່າ, "ແນ່ນອນວ່າພວກເຂົາແມ່ນຊົນຊາດຂອງເຮົາ, ບຸດທັງຫລາຍຜູ້ທີ່ບໍ່ທໍລະຍົດ." ພຣະອົງໄດ້ຊົງເປັນຜູ້ຊ່ອຍໃຫ້ລອດຂອງພວກເຂົາ.
\s5
\v 9 ພຣະອົງຊົງເປັນທຸກ ເນຶ່ອງຈາກຄວາມທຸກຍາກລຳບາກທັງຫມົດຂອງພວກເຂົາດ້ວຍ, ແລະທູດສະຫວັນຈາກທີ່ປະທັບຂອງພຣະອົງໄດ້ຊ່ວຍພວກເຂົາໃຫ້ລອດ. ໃນຄວາມຮັກແລະຄວາມເມດຕາຂອງພຣະອົງ, ແລະພຣະອົງໄດ້ຊູພວກເຂົາຂຶ້ນແລະອູ້ມພວກເຂົາໃຫ້ຜ່ານພົ້ນມາໄດ້ຕະຫລອດສະໄຫມໂບຮານ.
\s5
\v 10 ແຕ່ພວກເຂົາໄດ້ທໍລະຍົດແລະເຮັດໃຫ້ພຣະວິນຍານບໍລິສຸດຂອງພຣະອົງຊົງເສຍພຣະໄທ. ດັ່ງນັ້ນພຣະອົງຈຶ່ງກາຍເປັນສັດຕູຂອງພວກເຂົາແລະຕໍ່ສູ້ກັບພວກເຂົາ.
\s5
\v 11 ປະຊາຊົນຂອງພຣະອົງໄດ້ຄິດລະລຶກເຖິງໂມເຊໃນສະໃຫມບູຮານ. ພວກເຂົາໄດ້ເວົ້າວ່າ, "ພຣະເຈົ້າຢູ່ໃສ, ຜູ້ທີ່ໄດ້ນຳພວກເຂົາຂຶ້ນມາຈາກທະເລພ້ອມດ້ວຍຜູ້ລ້ຽງຝູງແກະຂອງພຣະອົງ? ພຣະເຈົ້າຢູ່ໃສ, ຜູ້ທີ່ວາງພຣະວິນຍານບໍລິສຸດຂອງພຣະອົງຢູ່ໃນພວກເຂົາ?
\s5
\v 12 ພຣະເຈົ້າຜູ້ທີ່ຊົງໃສ່ພຣະວິນຍານບໍລິສຸດຂອງພຣະອົງໄວ້ທ່າມກາງພວກເຂົາຢູ່ໃສ, ພຣະເຈົ້າຜູ້ທີ່ໄດ້ຊົງເຮັດໃຫ້ຣິດອຳນາດອັນຮຸ່ງເຮືອງຂອງພຣະອົງໄປພ້ອມກັບມືຂວາຂອງໂມເຊ, ແລະຜູ້ຊົງແຍກນ້ຳອອກຢູ່ຕໍ່ຫນ້າພວກເຂົາ, ເພື່ອເຮັດໃຫ້ພຣະນາມນິລັນດອນຂອງພຣະອົງເອງຊົງຢູ່ທີ່ໃດ?
\v 13 ພຣະເຈົ້າຊົງຢູ່ທີ່ໃດ, ຜູ້ທີ່ພາພວກເຂົາຜ່ານນ້ຳເລິກມາໄດ້? ເຫມືອນກັບມ້າທີ່ແລ່ນຢູ່ເທິງພື້ນດິນທີ່ຮາບພຽງ, ເພື່ອພວກເຂົາບໍ່ໄດ້ສະດຸດເລີຍ.
\s5
\v 14 ເຫມືອນຝູງສັດທີ່ລົງໄປໃນຮ່ອມພູສັນໃດ, ພຣະວິນຍານຂອງພຣະຢາເວໄດ້ຊົງໃຫ້ພວກເຂົາພັກສະງົບສັນນັ້ນ. ດັ່ງນັ້ນພຣະອົງຈຶ່ງຊົງນຳພາປະຊາຊົນຂອງພຣະອົງ, ເພື່ອເຮັດໃຫ້ພຣະນາມຂອງພຣະອົງເປັນທີ່ສັນລະເສີນ.
\s5
\v 15 ຂໍຊົງເບິ່ງລົງມາຈາກສະຟ້າຫວັນແລະຊົງໃສ່ພະໄທຈາກທີ່ປະທັບອັນບໍລິສຸດແລະສະຫງ່າງາມຂອງພຣະອົງ. ຄວາມກະຕືລືລົ້ນແລະການກະທຳອັນຍິ່ງໃຫຍ່ຂອງພຣະອົງຢູ່ໃສ? ຄວາມສົງສານແລະພຣະກາລຸນາຂອງພຣະອົງໄດ້ຖືກຢຶດໄປຈາກພວກຂ້ານ້ອຍທັງຫລາຍ.
\v 16 ເພາະວ່າພຣະອົງຊົງເປັນພຣະບິດາຂອງຂ້ານ້ອຍທັງຫລາຍ, ເຖິງແມ່ນວ່າອັບຣາຮາມບໍ່ຮູ້ຈັກພວກຂ້ານ້ອຍ, ແລະອິດສະຣາເອນຈື່ພວກຂ້ານ້ອຍບໍ່ໄດ້, ຂ້າແດ່ພຣະຢາເວ, ພຣະອົງຊົງເປັນພຣະບິດາຂອງຂ້ານ້ອຍທັງຫລາຍ.' ພຣະນາມຂອງພຣະອົງຕັ້ງແຕ່ສະໃຫມບູຮານຄື 'ພຣະຜູ້ໄຖ່ຂອງພວກເຮົາ'
\s5
\v 17 ຂ້າແດ່ພຣະຢາເວ, ເປັນຫຍັງພຣະອົງຈຶ່ງເຮັດໃຫ້ພວກຂ້ານ້ອຍຫລົງທາງໄປຈາກທາງຂອງພຣະອົງແລະເຮັດໃຫ້ໃຈຂອງຂ້ານ້ອຍແຂງກະດ້າງ, ຈົນວ່າພວກຂ້ານ້ອຍບໍ່ເຊື່ອຟັງພຣະອົງ? ຂໍຊົງກັບຄືນມາເພາະເຫັນແກ່ບັນດາຜູ້ຮັບໃຊ້ຂອງພຣະອົງ, ຄືເຜົ່າທັງຫລາຍອັນເປັນມູນມໍລະດົກຂອງພຣະອົງ.
\s5
\v 18 ຊົນຊາດຂອງພຣະອົງໄດ້ຄອບຄອງສະຖານບໍລິສຸດຂອງພຣະອົງເປັນເວລາສັ້ນໆ, ແຕ່ຕໍ່ມາສັດຕູຂອງພວກຂ້ານ້ອຍກໍຢຽບຢ່ຳສະຖານທີ່ນັ້ນ.
\v 19 ຂ້ານ້ອຍທັງຫລາຍໄດ້ກາຍເປັນຄືກັບຄົນເຫລົ່ານັ້ນຜູ້ທີ່ພຣະອົງບໍ່ເຄີຍປົກຄອງຄືກັນກັບຄົນເຫລົ່ານັ້ນຜູ້ທີ່ບໍ່ເຄີຍຖືກເອີ້ນໂດຍພຣະນາມຂອງພຣະອົງ.”
\s5
\c 64
\cl ບົດທີ 64
\p
\v 1 "ໂອ້, ຖ້າພຣະອົງໄດ້ຊົງແຍກທ້ອງຟ້າສະຫວັນແລະສະເດັດລົງມາ! ພູເຂົາທັງຫລາຍກໍສັ່ນສະເທືອນຕໍ່ພຣະພັກພຣະອົງ,
\v 2 ເຫມືອນຕອນທີ່ໄຟໄຫມ້ກອງໄມ້, ຫລືຕອນທີ່ໄຟເຮັດໃຫ້ນ້ຳຟົດ. ໂອ້, ເພື່ອໃຫ້ພວກສັດຕູຈະໄດ້ຮູ້ຈັກພຣະນາມຂອງພຣະອົງເພື່ອບັນດາປະຊາຊາດຈະໂຕສັ່ນຢູ່ຕໍ່ຫນ້າຂອງພຣະອົງ!
\s5
\v 3 ກ່ອນຫນ້ານີ້, ເມື່ອພຣະອົງໄດ້ຊົງເຮັດສິ່ງອັດສະຈັນຕ່າງໆທີ່ພວກເຮົາຄາດບໍ່ເຖິງ, ພຣະອົງໄດ້ສະເດັດລົງມາ, ແລະພູເຂົາທັງຫລາຍໄດ້ສັ່ນສະເທືອນຕໍ່ພຣະພັກພຣະອົງ.
\v 4 ຕັ້ງແຕ່ສະໄຫມໂບຮານມາບໍ່ມີຜູ້ໃດໄດ້ຍິນຫລືຮັບຮູ້, ຫລືເຄີຍໄດ້ເຫັນພຣະເຈົ້າໃດດ້ວຍຕານອກເຫນືອຈາກພຣະອົງ, ຜູ້ທີ່ກະທຳສິ່ງຕ່າງໆເພື່ອຜູ້ທີ່ລໍຄອຍພຣະອົງ.
\s5
\v 5 ພຣະອົງສະເດັດມາຊ່ວຍຄົນເຫລົ່ານັ້ນຜູ້ທີ່ປິຕິຍິນດີໃນການເຮັດສິ່ງທີ່ຊອບທຳ, ຄົນເຫລົ່ານັ້ນທີ່ລະນຶກເຖິງທາງຂອງພຣະອົງແລະເຊື່ອຟັງພຣະອົງ. ພຣະອົງໄດ້ຊົງໂກດຮ້າຍເມື່ອພວກຂ້ານ້ອຍໄດ້ເຮັດຜິດບາບ. ພວກຂ້ານ້ອຍຈະໄດ້ຮັບການຊ່ວຍເຫລືອໃນທາງຂອງພຣະອົງສະເຫມີ.
\s5
\v 6 ເພາະວ່າພວກຂ້ານ້ອຍທຸກຄົນເປັນຄົນເຫມືອນຜູ້ທີ່ເປັນມົນທິນ, ແລະການກະທຳທີ່ຊອບທຳທຸກຢ່າງຂອງພວກຂ້ານ້ອຍກໍເຫມືອນດັ່ງຜ້າເສັດທີ່ສົກກະປົກ. ພວກຂ້າພຣະອົງທຸກຄົນໄດ້ຫ່ຽວແຫ້ງໄປເຫມືອນໃບໄມ້; ຄວາມຜິດບາບທັງຫລາຍຂອງພວກຂ້ານ້ອຍເປັນເຫມືອນລົມທີ່ຫອບພວກຂ້ານ້ອຍໄປ.
\v 7 ບໍ່ມີຜູ້ໃດຮ້ອງທູນຕໍ່ພຣະນາມຂອງພຣະອົງ, ຜູ້ທີ່ພະຍາຍາມຈະຢຶດພຣະອົງໄວ້. ເພາະພຣະອົງໄດ້ເຊື່ອງພຣະພັກຂອງພຣະອົງຈາກພວກຂ້ານ້ອຍແລະເຮັດໃຫ້ພວກຂ້ານ້ອຍສູນເສຍໄປໃນມືຂອງຄວາມຜິດບາບຂອງພວກຂ້ານ້ອຍ.
\s5
\v 8 ຂ້າແດ່, ພຣະຢາເວ, ພຣະອົງຊົງເປັນພຣະບິດາຂອງພວກຂ້ານ້ອຍທັງຫລາຍ; ພວກຂ້ານ້ອຍແມ່ນດິນຫນຽວ. ພຣະອົງຊົງເປັນຊ່າງປັ້ນ; ແລະພວກຂ້ານ້ອຍທຸກຄົນແມ່ນຜົນງານແຫ່ງຝີພຣະຫັດຂອງພຣະອົງ.
\v 9 ຂ້າແດ່ພຣະຢາເວ, ຂໍຢ່າໄດ້ໂກດຮ້າຍເກີນໄປ, ຫລືຈົດຈຳຄວາມບາບຂອງພວກຂ້ານ້ອຍຢູ່ສະເຫມີ. ຂໍຊົງໂປດເບິ່ງພວກຂ້ານ້ອຍທຸກຄົນວ່າ, ເປັນປະຊາຊົນຂອງພຣະອົງ.
\s5
\v 10 ເມືອງທີ່ບໍລິສຸດທັງຫລາຍຂອງພຣະອົງໄດ້ກາຍເປັນຖິ່ນແຫ້ງແລ້ງກັນດານ; ຊີໂອນກໍກາຍເປັນຖິ່ນແຫ້ງແລ້ງກັນດານ, ເຢຣູຊາເລັມກາຍເປັນບ່ອນທີ່ຮົກຮ້າງຫວ່າງເປົ່າ.
\v 11 ພຣະວິຫານອັນບໍລິສຸດແລະສວຍງາມຂອງພວກຂ້ານ້ອຍ, ທີ່ຊຶ່ງບັນພະບຸລຸດຂອງພວກຂ້ານ້ອຍໄດ້ຍ້ອງຍໍສັນລະເສີນພຣະອົງ, ໄດ້ຖືກໄຟເຜົາທຳລາຍ, ແລະທຸກສິ່ງທີ່ເປັນທີ່ຮັກຍິ່ງກໍເປັນຊາກປະຫລັກຫັກພັງ.
\v 12 ຂ້າແດ່ພຣະຢາເວ, ພຣະອົງຍັງຊົງຢັບຢັ້ງຢູ່ໄດ້ຢ່າງໃດ? ພຣະອົງຍັງຊົງງຽບແລະເຮັດໃຫ້ພວກຂ້ານ້ອຍໄດ້ຮັບຄວາມອັບອາຍຕະຫລອດໄປໄດ້ຢ່າໃດ?"
\s5
\c 65
\cl ບົດທີ 65
\p
\v 1 "ເຮົາພ້ອມແລ້ວທີ່ຈະຕອບຄຳພາວັນນາອະທິຖານພວກຄົນທີ່ບໍ່ໄດ້ຂໍນັ້ນ; ເຮົາພ້ອມແລ້ວທີ່ຈະໃຫ້ພວກຄົນທີ່ບໍ່ໄດ້ຊອກຫານັ້ນໄດ້ພົບ, ເຮົາເວົ້າວ່າ," ເຮົາຢູ່ທີ່ນີ້! ເຮົາຢູ່ທີ່ນີ້! ຕໍ່ປະຊາຊາດທີ່ບໍ່ໄດ້ເອີ້ນຕາມພຣະນາມຂອງເຮົາ
\v 2 ເຮົາໄດ້ຍື່ນມືຂອງເຮົາອອກໄປຕະຫລອດວັນແກ່ຊົນຊາດທີ່ດື້ດ້ານ, ຜູ້ທີ່ດຳເນີນໃນທາງທີ່ບໍ່ດີ, ຜູ້ທີ່ດຳເນີນຕາມຄວາມຄິດແລະແຜນການຂອງຕົນເອງ!
\s5
\v 3 ພວກເຂົາແມ່ນຊົນຊາດທີ່ເຮັດຜິດຕໍ່ເຮົາຕະຫລອດເວລາ, ຄືການຖວາຍເຄື່ອງບູຊາທັງຫລາຍໃນສວນຕ່າງໆ, ແລະເຜົາເຄື່ອງຫອມເທິງກ້ອນດິນຈີ່.
\v 4 ພວກເຂົານັ່ງຢູ່ທ່າມກາງບ່ອນຝັງສົບແລະເຝົ້າລະວັງຕະຫລອດຄືນ, ແລະກິນຊີ້ນຫມູພ້ອມກັບນ້ຳແກງຂອງຊີ້ນທີ່ຫນ້າລັງກຽດໃນຈານຂອງພວກເຂົາ.
\s5
\v 5 ພວກເຂົາເວົ້າວ່າ, 'ຈົ່ງຢືນຢູ່ໄກໆ, ຢ່າເຂົ້າມາໃກ້ຂ້ອຍ, ເພາະຂ້ອຍບໍລິສຸດກວ່າເຈົ້າ.' ສິ່ງເຫລົ່ານີ້ເປັນຄວັນໃນຮູດັງຂອງເຮົາ, ເປັນໄຟທີ່ລຸກໃຫມ້ຢູ່ຕະຫລອດມື້.
\s5
\v 6 ເບິ່ງແມ, ມີຄຳທີ່ຂຽນໄວ້ຢູ່ຕໍ່ຫນ້າເຮົາວ່າ: ເຮົາຈະບໍ່ມິດງຽບອີກຕໍ່ໄປ, ເພາະວ່າເຮົາຈະແກ້ແຄ້ນພວກເຂົາ; ເຮົາຈະຕອບແທນພວກເຂົາໄວ້ໃນຕັກຂອງພວກເຂົາ.
\v 7 ເພາະຄວາມບາບຂອງພວກເຂົາ ແລະຄວາມບາບຂອງບັນດາບັນພະບູລຸດຂອງພວກເຂົາ," ພຣະຢາເວກ່າວວ່າ." ເຮົາຈະຕອບແທນພວກເຂົາສຳລັບເຄື່ອງຫອມບູຊາເທິງພູເຂົາ ແລະ ສຳລັບການກ່າວຄຳຫຍາບຊ້າຕໍ່ເຮົາເທິງເນີນພູທັງຫລາຍ. ດ້ວຍເຫດນີ້ເຮົາຈະຕວງການກະທຳໃນອະດີດຂອງພວກເຂົາລົງໃນຕັກຂອງພວກເຂົາ."
\s5
\v 8 ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວກ່າວວ່າ, "ເມື່ອນ້ຳອະງຸ່ນພົບໄດ້ໃນພວງອະງຸ່ນເມື່ອຄົນຫນຶ່ງກ່າວວ່າ, 'ຢ່າທຳລາຍມັນເລີຍ, ເພາະວ່າຍັງມີສິ່ງທີ່ດີໃນຕົວມັນຢູ່ສັນໃດ,' ນີ້ເປັນສິ່ງທີ່ເຮົາຈະເຮັດເພື່ອເຫັນແກ່ບັນດາຜູ້ຮັບໃຊ້ຂອງເຮົາ: ເຮົາຈະບໍ່ທຳ ລາຍພວກເຂົາຈົນຫມົດສິ້ນສັນນັ້ນ.
\s5
\v 9 ເຮົາຈະນຳເຊື້ອສາຍມາຈາກຢາໂຄບແລະພວກຄົນຈາກຢູດາຜູ້ທີ່ຈະຄອບຄອງພູເຂົາທັງຫລາຍຂອງເຮົາ. ຜູ້ທີ່ເຮົາໄດ້ເລືອກໄວ້ຈະໄດ້ຮັບແຜ່ນດິນເປັນກຳມະສິດແລະບັນດາຜູ້ຮັບໃຊ້ຂອງເຮົາຈະອາໄສຢູ່ທີ່ນັ້ນ.
\v 10 ເມືອງຊາໂຣນຈະກາຍເປັນທົ່ງຫຍ້າສຳລັບຝູງແບ້, ແກະ, ແລະຮ່ອມພູອາໂຄຈະເປັນບ່ອນພັກຜ່ອນຂອງຝູງສັດ, ເພື່ອຊົນຊາດຂອງເຮົາຜູ້ທີ່ສະແຫວງຫາເຮົາ.
\s5
\v 11 ແຕ່ພວກເຈົ້າຜູ້ທີ່ໄດ້ປະຖິ້ມພຣະຢາເວ, ຜູ້ທີ່ລືມພູເຂົາທີ່ບໍລິສຸດຂອງເຮົາ, ຜູ້ທີ່ຈັດງານລ້ຽງໃຫ້ແກ່ພະຊາຕາ, ແລະຕື່ມເຫລົ້າອາງຸ່ນປະສົມຈົນເຕັມຈອກໃຫ້ແກ່ພະທີ່ເອີ້ນຊື່ວ່າພະລິຄິດ.
\s5
\v 12 ເຮົາຈະລິຄິດພວກເຈົ້າໃຫ້ແກ່ດາບ, ແລະພວກເຈົ້າທຸກຄົນຈະກົ້ມຫົວລົງຕໍ່ຜູ້ສັງຫານ, ເພາະວ່າເມື່ອເຮົາໄດ້ເອີ້ນພວກເຈົ້າ, ພວກເຈົ້າກໍບໍ່ຕອບ; ເມື່ອເຮົາໄດ້ເວົ້າ, ພວກເຈົ້າກໍບໍ່ໄດ້ຟັງ. ແຕ່ພວກເຈົ້າໄດ້ເຮັດສິ່ງທີ່ຊົ່ວຮ້າຍໃນສາຍຕາຂອງເຮົາ ແລະ ເລືອກທີ່ຈະເຮັດສິ່ງທີ່ເຮັດໃຫ້ເຮົາບໍ່ພໍໃຈ."
\s5
\v 13 ນີ້ແມ່ນສິ່ງທີ່ພຣະຢາເວອົງພຣະຜູ້ເປັນເຈົ້າກ່າວວ່າ,“ ເບິ່ງແມ, ບັນດາຜູ້ຮັບໃຊ້ຂອງເຮົາຈະໄດ້ກິນ, ແຕ່ພວກເຈົ້າຈະຫິວໂຫຍ; ເບິ່ງແມ, ບັນດາຜູ້ຮັບໃຊ້ຂອງເຮົາຈະໄດ້ດື່ມ, ແຕ່ພວກເຈົ້າຈະຫິວກະຫາຍ; ເບິ່ງແມ, ບັນດາຜູ້ຮັບໃຊ້ຂອງເຮົາຈະປິຕິຍິນດີ ແຕ່ພວກເຈົ້າຈະໄດ້ຮັບຄວາມອັບອາຍ,
\v 14 ເບິ່ງແມ, ບັນດາຜູ້ຮັບໃຊ້ຂອງເຮົາຈະໂຫ່ຮ້ອງດ້ວຍຄວາມຍິນດີເພາະຄວາມຍິນດີຂອງຫົວໃຈ, ແຕ່ພວກເຈົ້າຈະຮ້ອງໄຫ້ເພາະຄວາມເຈັບປວດຂອງຫົວໃຈ, ແລະຈະຮ້ອງໄຫ້ຍ້ອນວິນຍານທີ່ຊອກຊ້ຳ.
\s5
\v 15 ພວກເຈົ້າຈະປະຖິ້ມຊື່ຂອງເຈົ້າໄວ້ເບຶ້ອງຫລັງເປັນຄຳສາບແຊ່ງແກ່ພວກຄົນທີ່ເລືອກໄວ້ຂອງເຮົາທີ່ຈະເວົ້າວ່າ; ເຮົາເອງ, ພຣະຢາເວອົງພຣະຜູ້ເປັນເຈົ້າຈະຂ້າພວກເຈົ້າ; ເຮົາຈະເອີ້ນບັນດາຜູ້ຮັບໃຊ້ຂອງເຮົາດ້ວຍນາມອື່ນ.
\v 16 ຜູ້ໃດທີ່ອອກສຽງອວຍພອນໃນແຜ່ນດິນໂລກຈະໄດ້ຮັບພຣະພອນຈາກເຮົາ, ຜູ້ເປັນພຣະເຈົ້າອົງທ່ຽງແທ້. ຜູ້ໃດສາບານເທິງແຜ່ນດິນໂລກເຮົາ, ຜູ້ເປັນພຣະເຈົ້າແຫ່ງຄວາມຈິງ, ກໍຈະປະຕິຍານເພາະຄວາມທຸກຍາກແຕ່ກ່ອນຈະຖືກລືມໄປ, ເພາະສິ່ງເຫລົ່ານັ້ນຈະຖືກປິດບັງໄວ້ຈາກສາຍຕາຂອງເຮົາ.
\s5
\v 17 ເພາະສະນັ້ນ ເບິ່ງແມ, ເຮົາຈະສ້າງທ້ອງຟ້າໃຫມ່ແລະແຜ່ນດິນໂລກໃຫມ່; ແລະຈະບໍ່ມີການຈົດຈຳຫລືລະນຶກເຖິງສິ່ງເກົ່າກ່ອນ.
\v 18 ແຕ່ພວກເຈົ້າຈະຍິນດີແລະເບີກບານໃຈຕະຫລອດໄປໃນສິ່ງທີ່ເຮົາກຳລັງຈະສ້າງຂຶ້ນ. ເບິ່ງແມ, ເຮົາຈະສ້າງເຢຣູຊາເລັມໃຫ້ເປັນຄວາມປິຕິຍິນດີ, ແລະສ້າງປະຊາຊົນຂອງເມືອງນັ້ນເປັນຄວາມຊື່ນຊົມຍິນດີ.
\v 19 ເຮົາຈະປິຕິຍິນດີເຫນືອກຸງເຢຣູຊາເລັມແລະຈະຍິນດີເຫນືອຊົນຊາດຂອງເຮົາ; ຈະບໍ່ໄດ້ຍິນສຽງຮ້ອງໄຫ້ແລະຄຳຄວນຂອງຄວາມທຸກໃຈໃນເມືອງນັ້ນອີກຕໍ່ໄປ.
\s5
\v 20 ຈະບໍ່ມີເດັກເກີດໃຫມ່ທີ່ມີຊີວິດພຽງແຕ່ສອງສາມມື້ຢູ່ບ່ອນນັ້ນອີກຕໍ່ໄປ; ຫລືຜູ້ເຖົ້າຜູ້ແກ່ຈະບໍ່ຕາຍກ່ອນຄົບກຳນົດເວລາຂອງເຂົາ. ຜູ້ທີ່ຕາຍເມື່ອອາຍຸຫນຶ່ງຮ້ອຍປີກໍຈະຖືວ່າເປັນຄົນຫນຸ່ມ. ຜູ້ໃດທີ່ອາຍຸບໍ່ເຖິງຮ້ອຍປີກໍຈະຖືວ່າເປັນຄົນທີ່ຖືກສາບແຊ່ງ.
\v 21 ພວກເຂົາຈະສ້າງບ້ານເຮືອນແລະອາໄສຢູ່ທີ່ນັ້ນ, ພວກເຂົາຈະປູກຕົ້ນອະງຸ່ນແລະກິນຫມາກຂອງມັນ.
\s5
\v 22 ພວກເຂົາຈະບໍ່ສ້າງເຮືອນແລະໃຫ້ຄົນອື່ນອາໄສຢູ່ໃນເຮືອນອີກຕໍ່ໄປ; ພວກເຂົາຈະບໍ່ປູກແລະຄົນອື່ນຈະກິນ; ເພາະວ່າອາຍຸຂອງຕົ້ນໄມ້ຈະເປັນຄືອາຍຸຂອງຊົນຊາດຂອງເຮົາ. ຄົນທີ່ເຮົາເລືອກເຮົາຈະໃຊ້ຜົນງານຂອງມືຂອງພວກເຂົາໄປຍາວນານ.
\v 23 ພວກເຂົາຈະບໍ່ອອກແຮງງານຢ່າງບໍ່ມີປະໂຫຍດ, ຫລືບໍ່ເກີດລູກທີ່ເຮັດໃຫ້ຜິດຫວັງ. ເພາະວ່າພວກເຂົາເປັນບຸດຫລານຂອງຜູ້ທີ່ໄດ້ຮັບພຣະພອນຈາກພຣະຢາເວ, ແລະເຊື້ອສາຍຂອງພວກເຂົາກໍຢູ່ກັບພວກເຂົາ.
\s5
\v 24 ກ່ອນທີ່ພວກເຂົາຈະຮ້ອງຫາ, ເຮົາຈະຕອບ; ແລະໃນຂະນະທີ່ພວກເຂົາຍັງເວົ້າຢູ່, ເຮົາຈະຟັງ.
\v 25 ຫມາປ່າແລະລູກແກະຈະຫາກິນຢູ່ນຳກັນ, ແລະສິງໂຕຈະກິນເຟືອງຄືກັນກັບງົວ; ແຕ່ຜົງຂີ້ດິນຈະເປັນອາຫານຂອງງູ, ພວກມັນຈະບໍ່ ທຳຮ້າຍຫລືທຳລາຍກັນອີກຕໍ່ໄປທົ່ວເທິງພູເຂົາອັນບໍລິສຸດຂອງເຮົາ, ພຣະຢາເວຊົງກ່າວດັ່ງນີ້.
\s5
\c 66
\cl ບົດທີ 66
\p
\v 1 ພຣະຢາເວຊົງກ່າວດັ່ງນີ້, "ຟ້າສະຫວັນເປັນບັນລັງຂອງເຮົາ, ແລະ ແຜ່ນດິນໂລກແມ່ນບ່ອນວາງຕີນຂອງເຮົາ. ແລະ ພຣະນິເວດທີ່ພວກເຈົ້າຈະສ້າງສຳລັບເຮົາຢູ່ໃສ? ບ່ອນທີ່ເຮົາຈະພັກຜ່ອນຢູ່ໃສ?
\s5
\v 2 ມືຂອງເຮົາໄດ້ສ້າງສິ່ງທັງຫມົດນີ້; ນັ້ນການທີ່ສິ່ງເຫລົ່ານີ້ໄດ້ເກີດຂຶ້ນມາ - ນີ້ແມ່ນຄຳປະກາດຂອງພຣະຢາເວ. ຄົນນີ້ແລະທີ່ເຮົາຍອມຮັບ, ຄືຜູ້ທີ່ມີຈິດວິນຍານທີ່ແຕກສະຫລາຍແລະສຳນຶກຜິດ, ແລະຜູ້ທີ່ຕົວສັ່ນຕໍ່ຖ້ອຍຄຳຂອງເຮົາ.
\s5
\v 3 ຜູ້ທີ່ຂ້າງົວກໍຂ້າຄົນນຳ; ຜູ້ທີ່ຖວາຍບູຊາລູກແກະກໍຫັກຄໍຂອງຫມາດ້ວຍ; ຜູ້ທີ່ຖວາຍເມັດພືດເປັນເຄື່ອງບູຊາກໍຖວາຍເລືອດຫມູດ້ວຍ; ຜູ້ທີ່ຖວາຍອານຸສອນເຄື່ອງຫອມກໍອວຍພອນຄວາມຊົ່ວຮ້າຍດ້ວຍ. ພວກເຂົາໄດ້ເລືອກຕາມທາງຂອງຕົນເອງ, ແລະພວກເຂົາກໍຍິນດີໃນສິ່ງທີ່ຫນ້າກຽດຊັງຂອງພວກເຂົາ.
\s5
\v 4 ໃນທາງດຽວກັນເຮົາຈະເລືອກການລົງໂທດຂອງພວກເຂົາເອງ; ເຮົາຈະນຳ ເອົາສິ່ງທີ່ພວກເຂົາຢ້ານກົວມາໃຫ້ພວກເຂົາ, ເພາະວ່າເມື່ອເຮົາເອີ້ນແລ້ວ, ບໍ່ມີໃຜຕອບ; ເມື່ອເຮົາເວົ້າແລ້ວ, ບໍ່ມີໃຜຟັງ. ພວກເຂົາໄດ້ເຮັດສິ່ງທີ່ຊົ່ວຮ້າຍໃນສາຍຕາຂອງເຮົາແລະເລືອກທີ່ຈະເຮັດໃນສິ່ງທີ່ເຮົາບໍ່ພໍໃຈ."
\s5
\v 5 ຈົ່ງຟັງຖ້ອຍຄຳຂອງພຣະຢາເວ, ພວກເຈົ້າຜູ້ທີ່ຕົວສັ່ນຕໍ່ຖ້ອຍຄຳຂອງພຣະອົງ, "ບັນດາພີ່ນ້ອງຂອງພວກເຈົ້າຜູ້ທີ່ກຽດຊັງແລະແຍກພວກເຈົ້າອອກໄປເພາະເຫັນແກ່ນາມຂອງເຮົາໄດ້ກ່າວວ່າ," ຂໍໃຫ້ພຣະຢາເວຈົ່ງໄດ້ຮັບກຽດ, ແລ້ວພວກເຮົາຈະເຫັນຄວາມຊື່ນບານຂອງພວກເຈົ້າ, 'ແຕ່ພວກເຂົາຈະໄດ້ຮັບຄວາມອັບອາຍ.
\s5
\v 6 ສຽງອຶກກະທຶກຂອງການສູ້ຮົບແມ່ນອອກມາຈາກເມືອງນັ້ນ, ສຽງມາຈາກພຣະວິຫານ, ສຽງຂອງພຣະຢາເວທີ່ກຳລັງຊົງແກ້ແຄ້ນພວກສັດຕູຂອງພຣະອົງ.
\s5
\v 7 ກ່ອນທີ່ນາງຈະເຈັບທ້ອງ, ນາງກໍເກີດລູກ; ກ່ອນທີ່ຄວາມເຈັບປວດຈະມາເຖິງນາງ, ນາງໄດ້ເກີດລູກຊາຍຜູ້ຫນຶ່ງ.
\v 8 ໃຜເຄີຍໄດ້ຍິນເລື່ອງເຊັ່ນນີ້? ຜູ້ໃດເຄີຍໄດ້ເຫັນສິ່ງດັ່ງກ່າວ? ແຜ່ນດິນຈະເກີດຂຶ້ນໃນມື້ດຽວບໍ? ປະຊາຊາດຫນຶ່ງຈະຖືກສ້າງຕັ້ງຂຶ້ນໃນເວລາດຽວໄດ້ບໍ? ແຕ່ທັນທີທີ່ຊີໂອນເລີ່ມເຈັບທ້ອງ, ນາງກໍເກີດລູກທັງຫລາຍຂອງນາງ.
\s5
\v 9 ເຮົານຳເອົາເດັກນັ້ນອອກມາເມື່ອເຖິງກຳນົດເກີດແລະຈະບໍ່ຍອມໃຫ້ເດັກຄົນນັ້ນເກີດໄດ້ບໍ? ຫລືເຮົານຳເດັກມາເຖິງເວລາທີ່ຈະເກີດແລ້ວຈະຢັບຢັ້ງໄວ້ໄດ້ບໍ? ພຣະເຈົ້າຢາເວຊົງຖາມດັ່ງນີ້. ຝ່າຍເຮົາທີ່ໃຫ້ເກີດລູກ ແລະ ຈະປິດທ້ອງບໍ່ໃຫ້ເກີດໄດ້ບໍ? ພຣະເຈົ້າຂອງພວກເຈົ້າກ່າວດັ່ງນີ້ແຫລະ."
\s5
\v 10 ຈົ່ງປິຕິຍິນດີກັບເຢຣູຊາເລັມແລະຍິນດີກັບນາງ, ພວກເຈົ້າທຸກໆຄົນທີ່ຮັກແພງນາງ; ຈົ່ງປິຕິຍິນດີກັບນາງ, ພວກເຈົ້າທຸກຄົນທີ່ໄວ້ທຸກໃຫ້ກັບນາງ!
\v 11 ເພາະວ່າພວກເຈົ້າຈະໄດ້ຮັບລ້ຽງດູແລະອີ່ມໃຈ; ພວກເຈົ້າຈະໄດ້ຮັບການເລົ້າໂລມຢູ່ໃນອ້ອມເອິກຂອງນາງ; ເພາະວ່າເຈົ້າຈະດື່ມສິ່ງເຫລົ່ານັ້ນໃຫ້ເຕັມທີ່ແລະຈະປິຕິຍິນດີກັບສະຫງ່າຣາສີຢ່າງມາກມາຍຂອງນາງ.
\s5
\v 12 ພຣະຢາເວກ່າວດັ່ງນີ້ວ່າ,“ ເຮົາຈະຂະຫຍາຍຄວາມຈະເລີນຮຸ່ງເຮືອງມາເຫນືອນາງຄືກັບແມ່ນ້ຳ, ແລະສັບສົມບັດຂອງບັນດາປະຊາຊາດຄືກັບກະແສນ້ຳ ໄຫລ. ພວກເຈົ້າຈະໄດ້ຮັບການລ້ຽງດູຢູ່ຂ້າງນາງ ແລະຖືກອູ້ມໄວ້ໃນອ້ອມແຂນຂອງນາງ ແລະຢຽບຢູ່ເທິງຫົວເຂົ່າຂອງນາງ.
\v 13 ມານດາປອບໂຍນລູກຂອງຕົນສັນໃດ ເຮົາກໍ່ປອບໂຍນພວກເຈົ້າສັນນັ້ນ ແລະພວກເຈົ້າຈະໄດ້ຮັບການປອບໂຍນໃນກຸງເຢລູຊາເຣັມ.
\s5
\v 14 ພວກເຈົ້າຈະເຫັນສິ່ງນີ້, ແລະໃຈຂອງພວກເຈົ້າຈະປິຕິຍິນດີ, ແລະກະດູກຂອງພວກເຈົ້າຈະປົ່ງອອກຄືກັບຫຍ້າອ່ອນ. ພຣະຫັດຂອງພຣະຢາເວຈະເປັນທີ່ຮູ້ຈັກແກ່ຜູ້ຮັບໃຊ້ຂອງພຣະອົງ, ແຕ່ພຣະອົງຈະຊົງສຳແດງຄວາມໂກດຮ້າຍຂອງພຣະອົງຕໍ່ພວກສັດຕູຂອງພຣະອົງ.
\s5
\v 15 ເພາະເບິ່ງແມ, ພຣະຢາເວຈະສະເດັດມາດ້ວຍໄຟ, ແລະບັນດາລົດຮົບຂອງພຣະອົງຈະມາເຫມືອນລົມພາຍຸ ເພື່ອນຳຄວາມຮ້ອນແຮງແຫ່ງຄວາມໂກດຮ້າຍຂອງພຣະອົງແລະການສັ່ງນາບຂູ່ຂອງພຣະອົງມາດ້ວຍແປວໄຟ.
\v 16 ເພາະວ່າພຣະຢາເວຊົງທຳການພິພາກສາມະນຸດຊາດດ້ວຍໄຟແລະດາບຂອງພຣະອົງ. ພວກຄົນທີ່ພຣະຢາເວຊົງຂ້າຈະມີຢ່າງຫລວງຫລາຍ.
\s5
\v 17 ພວກເຂົາໄດ້ຊຳລະຕົນເອງແລະເຮັດໃຫ້ຕົນເອງບໍລິສຸດ, ເພື່ອທີ່ພວກເຂົາຈະເຂົ້າໄປໃນສວນເຫລົ່ານັ້ນໄດ້, ເພື່ອຕິຕາມຄົນທີ່ຢູ່ທ່າມກາງພວກຄົນທີ່ກິນຊີ້ນຫມູແລະສິ່ງທີ່ຫນ້າກຽດຊັງຄືກັບຫມູ. "ພວກເຂົາຈະມາເຖິງຈຸດຈົບ - ນີ້ແມ່ນການປະກາດຂອງພຣະຢາເວ.
\s5
\v 18 ເພາະເຮົາຮູ້ຈັກການກະທຳແລະຄວາມຄິດຂອງພວກເຂົາ. ເວລານັ້ນຈະມາເຖິງເມື່ອເຮົາຈະເຕົ້າໂຮມທຸກປະຊາຊາດແລະທຸກພາສາ. ພວກເຂົາຈະມາແລະຈະເຫັນສະຫງ່າຣາສີຂອງເຮົາ.
\v 19 ເຮົາຈະຕັ້ງຫມາຍສຳຄັນແຫ່ງອຳນາດໄວ້ທ່າມກາງພວກເຂົາ. ແລ້ວເຮົາຈະສົ່ງຜູ້ທີ່ລອດຊີວິດຈາກພວກເຂົາໄປຍັງບັນດາປະຊາຊາດ: ໄປຍັງທາຊິດ, ພຸດ, ແລະ ລຸດ, ບັນດານັກທະນູແລະຄົນຍິງທະນູຂອງພວກເຂົາ, ໄປຫາ ຕູຍານ ຍາວານ, ແລະໄປຍັງເເຜ່ນດິນຊາຍທະເລທີ່ຫ່າງໄກ. ທີ່ພວກເຂົາບໍ່ເຄີຍໄດ້ຍິນກ່ຽວກັບເຮົາ ຫລືໄດ້ເຫັນພຣະສະຫງ່າຣາສີຂອງເຮົາ. ພວກເຂົາຈະປະກາດສະຫງ່າຣາສີຂອງເຮົາໃນບັນດາປະຊາຊາດ.
\s5
\v 20 ພວກເຂົາຈະນຳເອົາພີ່ນ້ອງຂອງເຈົ້າທຸກຄົນກັບມາຈາກປະຊາຊາດທັງຫມົດ, ມາເປັນເຄື່ອງບູຊາຖວາຍແດ່ພຣະຢາເວ. ພວກເຂົາຈະມາໂດຍມ້າ, ແລະໂດຍລົດຮົບ, ໂດຍກວຽນ, ລົດມ້າ, ໂດຍລໍ, ແລະໂດຍອູດທັງຫລາຍມາຍັງກຸງເຢລູຊາເລັມພູເຂົາທີ່ບໍລິສຸດຂອງເຮົາ - ພຣະຢາເວກ່າວດັ່ງນີ້. ເພາະຊົນຊາດອິດສະຣາເອນຈະນຳ ເຄື່ອງທັນຍະບູຊາໃສ່ໃນພາສະນະທີ່ສະອາດເຂົ້າໄປໃນພຣະວິຫານຂອງພຣະຢາເວ.
\v 21 ເຮົາຈະເລືອກເອົາບາງຄົນໃນຄົນເຫລົ່ານີ້ມາເປັນປະໂລຫິດແລະພວກເລວີ ພຣະຢາເວໄດ້ກ່າວດັ່ງນີ້,
\s5
\v 22 ເພາະວ່າທ້ອງຟ້າໃຫມ່ແລະແຜ່ນດິນໂລກໃຫມ່ທີ່ເຮົາຈະສ້າງຂຶ້ນຈະດຳລົງຢູ່ຕໍ່ຫນ້າເຮົາສັນໃດ ເຊື້ອສາຍຂອງພວກເຈົ້າຈະຄົງດຳລົງຢູ່, ແລະຊື່ຂອງພວກເຈົ້າຈະດຳລົງຢູ່ສັນນັ້ນ.
\v 23 ຈາກເດືອນຫນຶ່ງເຖິງເດືອນຕໍ່ໄປ, ແລະຈາກວັນຊະບາໂຕຫນຶ່ງເຖິງວັນຊະບາໂຕຕໍ່ໄປ, ປະຊາຊົນທັງຫມົດຈະມາຂາບໄຫວ້ເຮົາ, ພຣະຢາເວກ່າວດັ່ງນີ້:
\s5
\v 24 ພວກເຂົາຈະອອກໄປ ແລະ ເຫັນສົບຂອງພວກຄົນທີ່ໄດ້ກະບົດຕໍ່ເຮົາ, ເພາະວ່າຫນອນທີ່ກັດກິນພວກເຂົາມັນຈະບໍ່ຕາຍ, ແລະໄຟທີ່ເຜົາຜານພວກເຂົາມັນຈະບໍ່ດັບ; ແລະ ມັນຈະເປັນທີ່ຫນ້າກຽດຊັງຕໍ່ມະນຸດທຸກຄົນ."