# ຂໍ້ມູນເຊື່ອມຕໍ່: ເຖິງແມ່ນວ່າອິດສະລາເອນໃນຖານະທີ່ເປັນປະເທດໄດ້ປະຕິເສດພຣະເຈົ້າ,ພຣະເຈົ້າຊົງຕ້ອງການໃຫ້ພວກເຂົາເຂົ້າໃຈການຫລອດມາໂດຍພຣະຄຸນໂດຍປາດສະຈາກການກະທຳ. # ຂ້າພຣະເຈົ້າຈິ່ງເວົ້າວ່າ. "ຂ້າພຣະເຈົ້າ ໂປໂລຈິ່ງເວົ້າ" # ພຣະເຈົ້າຊົງປະຕິເສດຄົນຂອງພຣະອົງແລ້ວບໍ່? ໂປໂລຖາມຄຳຖາມນີ້ເພື່ອທີ່ວ່າເຂົາຈະໄດ້ຕອບຄຳຖາມຂອງຄົນຢິວຄົນອື່ນໆທີ່ບໍ່ພໍໃຈທີ່ພຣະເຈົ້າໄດ້ລວມຄົນຕ່າງຊາດໄວ້ໃນປະຊາກອນຂອງພຣະອົງດ້ວຍ,ໃນຂະນະທີ່ຫົວໃຈຂອງຄົນຢິວນັ້ນໄດ້ຖືກທຳໃຫ້ແຂງກະດ້າງ(ເບິ່ງ: [[rc://*/ta/man/translate/figs-rquestion]]) # ຂໍຢ່າໃຫ້ເປັນເຊັ່ນນັ້ນເລີຍ. "ນັ້ນເປັນໄປບໍ່ໄດ້!"ຫຼື"ບໍ່ແມ່ນແນ່ນອນ"ສຳນວນທີ່ປະຕິເສດຢ່າງຫນັກແຫນ້ນວ່າ ສິ່ງນີ້ຈະບໍ່ເກີດຂຶ້ນ ທ່ານອາດຈະມີສ່ວນທີ່ໃກ້ຄຽງໃນພາສາຂອງທ່ານທີ່ທ່ານສາມາດໃຊ້ໄດ້ໃນຈຸດນີ້ ໃຫ້ເບິ່ງວ່າທ່ານແປຄຳນີ້ຢ່າງໃດໃນ. [ROM 9:14](../09/14.md) # ເຜົ່າເບັນຈາມິນ. ຄຳນີ້ຫມາຍເຖິງຊົນເຜົ່າທີ່ສືບເຊື້ອສາຍມາຈາກເຜົ່າເບັນຈາມິນຫນຶ່ງໃນສິບສອງເຜົ່າທີ່ພຣະເຈົ້າຊົງແຍກປະຊາກອນຂອງອິດສະລາເອນອອກ. # ທີ່ພຣະອົງຊົງເລືອກໄວ້ກ່ອນແລ້ວ. "ຄົນທີ່ພຣະອົງຊົງຮູ້ລ່ວງຫນ້າແລ້ວ" # ທ່ານບໍ່ຮູ້ວ່າພຣະຄຳພີກ່າວເຖິງເອລີຢາວ່າຢ່າງໃດຫລື?ທ່ານໄດ້ກ່າວຫາຄົນອິດສະລາເອນຕໍ່ພຣະເຈົ້າວ່າ. ທ່ານອາດຈະແປຂໍ້ຄວາມນີ້ໃນຮູບແບບທີ່ປະທານເປັນຜູ້ກະທຳໄດ້.ແປໄດ້ອີກຢ່າງວ່າ:"ທ່ານຮູ້ຢ່າງແນ່ນອນວ່າພຣະຄຳພີໄດ້ບັນທຶກກ່ຽວກັບຄັ້ງທີ່ເອລີຢາກ່າວຫາຄົນອິດສະລາເອນຕໍ່ພຣະເຈົ້າ"(ເບິ່ງ: [[rc://*/ta/man/translate/figs-rquestion]] # ພຣະຄຳພີກ່າວເຖິງວ່າ. ໂປໂລອ້າງອີງເຖິງພຣະຄຳພີ ດັ່ງກັບວ່າເປັນສິ່ງທີ່ສາມາດເວົ້າໄດ້(ເບິ່ງ: [[rc://*/ta/man/translate/figs-personification]] # ພວກເຂົາໄດ້ຂ້າ. "ພວກເຂົາ"ຫມາຍເຖິງປະຊາກອນອິດສະລາເອນ. # ເຫຼືອຂ້າພຣະອົງພຽງຄົນດຽວ ຄຳສັບພະນາມ"ຂ້າພຣະອົງ"ຈຸດນີ້ຫມາຍເຖິງເອລີຢາ. # ເຂົາຫາທາງທີ່ຈະເອົາຊີວິດຂ້າພຣະອົງ. "ຕ້ອງການທີ່ຈະຂ້າ ຂ້າພຣະອົງ"