# ຂໍ້ມູນທົ່ວໄປ: ພຣະຢາເວຍັງສືບຕໍ່ເວົ້າຕໍ່ປະຊາຊົນອິດສະຣາເອນຕໍ່ໄປ. # ຢ່າສູ່ຢ້ານຫລືກົວເລີຍ ພຣະຢາເວໃຊ້ສອງສຳນວນທີ່ຄ້າຍຄືກັນເພື່ອເສີມກໍາລັງຄໍາຫນູນໃຈຂອງພຣະອົງ. ອາດແປໄດ້ອີກວ່າ: "ບໍ່ຕ້ອງຢ້ານ" # ເຮົາໄດ້ປະກາດໃຫ້ທ່ານຮູ້ມາດົນນານແລ້ວ, ແລະໄດ້ປະກາດເລື່ອງນີ້ໃຫ້ຮູ້ກັນແລ້ວບໍ່ແມ່ນບໍ? ພຣະຢາເວໃຊ້ຄຳຖາມນີ້ເພື່ອເນັ້ນຫນັກວ່າພຣະອົງແມ່ນຜູ້ທີ່ທໍານວາຍເຫດການທີ່ໄດ້ເກີດຂື້ນໃນຕອນນີ້. ນີ້ສາມາດແປເປັນເປັນປະໂຫຍກໄດ້. ຄຳວ່າ "ປະກາດ" ມີຄວາມຫມາຍໂດຍພື້ນຖານແລ້ວຄືກັນ "ໃຫ້ຮູ້" ອາດແປໄດ້ອີກວ່າ: "ເຮົາໄດ້ປະກາດເລື່ອງເຫລົ່ານີ້ກັບພວກເຈົ້າຮູ້ດົນແລ້ວ." (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-rquestion]] ແລະ [[rc://*/ta/man/translate/figs-doublet]]) # ມີພຣະເຈົ້າອື່ນໃດນອກເຫນືອຈາກເຮົາບໍ? ພຣະຢາເວໃຊ້ຄຳຖາມອີກເທື່ອຫນື່ງເພື່ອເນັ້ນຫນັກວ່າບໍ່ມີພຣະເຈົ້າອົງອື່ນ. ຄຳຖາມທີ່ບໍ່ຫວັງຄໍາຕອບນີ້ສາມາດແປເປັນ ປະໂຫຍກໄດ້. ອາດແປໄດ້ອີກວ່າ: "ບໍ່ມີພຣະເຈົ້າອື່ນໃດນອກເຫນືອຈາກເຮົາ." (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-rquestion]]) # ບໍ່ມີພຣະສີລາອື່ນ ພຣະໍຢາເວເວົ້າເຖິງພຣະອົງເອງຄືກັບວ່າພຣະອົງເປັນກ້ອນຫີນໃຫຍ່ທີ່ຄົນສາມາດຊອກຫາທີ່ພັກອາໄສໄດ້. ນີ້ຫມາຍຄວາມວ່າພຣະອົງມີອຳນາດປົກປ້ອງປະຊາຊົນຂອງພຣະອົງ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]])