# ເສົາຫີນຫນຶ່ງແດ່ພຣະຢາເວທີ່ເຂດພົມແດນ ສຳນວນ "ເຂດພົມແດນ" ຫມາຍຖິງເຂດພົມແດນຂອງເອຢິບ. ອາດແປໄດ້ອີກວ່າ: "ເສົາຫີນຫນຶ່ງ ຕໍ່ພຣະຢາເວທີ່ເຂດພົມແດນຂອງເອຢິບ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-explicit]]) # ຊຶ່ງຈະເປັນຫມາຍສຳຄັນ ແລະ ເປັນພຣະຍານແດ່ພຣະຢາເວຈອມໂຢທາໃນແຜ່ນດິນເອຢິບ ຄຳນາມທີ່ເປັນນາມມະທຳ "ຫມາຍສຳຄັນ" ແລະ "ເປັນພະຍານ" ສາມາດສະແດງໃຫ້ເປັນຄຳກິລິຍາໄດ້ "ສະແດງ" ແລະ "ພິສຸດ." ອາດແປໄດ້ອີກວ່າ: "ແທນບູຊາຈະສະແດງ ແລະເປັນຂໍ້ພິສູດວ່າ ພຣະຢາເວຈອມໂຍທາເປັນຢູ່ໃນແຜ່ນດິນເອຢິບ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-abstractnouns]]) # ແດ່ພຣະຢາເວຈອມໂຢທາໃນແຜ່ນດິນເອຢິບ ພຣະຢາເວເປັນຢູ່ໃນແຜ່ນດິນເອຢິບ ເປັນຕົວແທນເຖິງປະຊາຊົນເອຢິບ ທີ່ນະມັດສະການພຣະອົງ. ອາດແປໄດ້ອີກວ່າ: "ທີ່ປະຊາຊົນໃນແຜ່ນດິນເອຢິບ ນະມັດສະການພຣະຢາເວຈອມໂຍທາ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-explicit]]) # ເມື່ອພວກເຂົາຮ້ອງທູນ "ເມື່ອຊາວເອຢິບທັງຫລາຍຮ້ອງທູນ" # ເພາະເຫດບັນດາຜູ້ທີ່ບີບບັງຄັບ "ເພາະເຫດທີ່ປະຊາຊົນເຮັດກັບພວກເຂົາຢ່າງໂຫດຮ້າຍ" ຫລື "ເພາະເຫດ ຄົນອຶ່ນເປັນເຫດເຮັດໃຫ້ພວກເຂົາທົນທຸກ" # ພຣະອົງຈະຊົງສົ່ງຜູ້ຊ່ວຍໃຫ້ລອດພົ້ນ ແລະ ຜູ້ປົກປ້ອງຄົນຫນຶ່ງ ພຣະຢາເວຈະສົ່ງຄົນມາຊ່ວຍ ແລະ ປົກປ້ອງຊາວເອຢິບທັງຫລາຍ" # ຜູ້ນັ້ນຈະຊ່ວຍກູ້ພວກເຂົາ ພຣະຢາເວຈະຊ່ວຍກູ້ພວກເຂົາສາມາດເຮັດໃຫ້ແຈ່ມແຈ້ງໄດ້. ອາດແປໄດ້ອີກວ່າ: "ພຣະຢາເວຈະຊ່ວຍກູ້ຊາວເອຢິບທັງຫລາຍຈາກຜູ້ບິບບັງຄັບຂອງພວກເຂົາ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-explicit]])