# ນິມິດຂອງເອຊາຢາ ... ທີ່ລາວໄດ້ເຫັນ ນີ້ແມ່ນນິມິດຂອງເອຊາຢາ ... ທີ່ພຣະຢາເວໄດ້ສຳແດງແກ່ລາວ" ຫລື "ນີ້ແມ່ນສິ່ງທີ່ພຣະຢາເວໄດ້ສຳແດງແກ່ເອຊາຢາ" # ອາໂມດ ອາໂມດແມ່ນພໍ່ຂອງເອຊາຢາ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/translate-names]]) # ຢູດາ ແລະ ນະ​ຄອນເຢຣູຊາເລັມ "ຢູດາ" ຫມາຍເຖິງອານາຈັກອິດສະຣາເອນພາກໃຕ້. "ເຢຣູຊາເລັມ" ເປັມເມືອງທີ່ສຳຄັນທີ່ສຸດ. ອາດແປໄດ້ອີກວ່າ: "ຜູ້ທີ່ອາໄສຢູ່ໃນຢູດາ ແລະ ເຢຣູຊາເລັມ" ຫລື "ປະຊາຊົນຢູດາ ແລະເຢຣູຊາເລັມ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metonymy]]) # ໃນການປົກຄອງຂອງອຸດ​ຊີ​ຢາ, ໂຢທາມ, ອາຮ​າດ, ແລະ ເຮເຊກີ​ຢາ, ບັນ​ດາກະສັດຂອງຢູດາ ນີ້ແມ່ນສຳນວນ ແລະ ຫມາຍເຖິງເວລາເມື່ອແຕ່ລະກະສັດໄດ້ປົກຄອງນັ້ນ. ພວກເຂົາປົກຄອງຈາກກະສັດອົງຫນຶ່ງຫາອີກອົງຫນຶ່ງ, ທັງຫມົດບໍ່ແມ່ນເວລາດຽວກັນ. ອາດແປໄດ້ອີກວ່າ: "ເມື່ອອຸດ​ຊີ​ຢາ, ໂຢທາມ, ອາຮ​າດ, ແລະ ເຮເຊກີ​ຢາເປັນກະສັດໃນຢູດາ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-idiom]])