# ຂໍ້​ມູນ​ທົ່ວ​ໄປ: ທີ່ນີ້ຄຳວ່າ "ພວກເຂົາ" ຫມາຍເຖິງຄົນຢິວແລະຄົນທີ່ປ່ຽນມາເປັນສາດສະຫນາຢິວ. # ໃນພຣະນາມຂອງພຣະຜູ້ເປັນເຈົ້າພຣະເຢຊູ ທີ່ນີ້ "ພຣະນາມ" ແມ່ນຄຳອຸປະມາສຳລັບຂ່າວປະເສີດຂອງພຣະເຢຊູຄຣິດ. (ເບິ່ງ: [[rc://*/ta/man/translate/figs-metonymy]]) # ໄດ້ໂຕ້​ຖຽງກັບຊາວຢິວທີ່ເວົ້າພາສາກຣີກ ໂຊໂລພະຍາຍາມຫາເຫດຜົນກັບຊາວຢິວທີ່ເວົ້າພາສາກຣີກ. # ພີ່ນ້ອງ ຄຳວ່າ "ພີ່ນ້ອງ" ຫມາຍເຖິງຜູ້ທີ່ເຊື່ອໃນນະຄອນເຢຣູຊາເລັມ. # ພາ​ລາວລົງໄປທີ່​ເມືອງກາຍຊາເຣຍ ປະໂຫຍກທີ່ວ່າ "ພາລາວລົງໄປ" ຖືກໃຊ້ຢູ່ນີ້ເພາະວ່າ​ເມືອງກາຍຊາເຣຍຕໍ່າກວ່ານະຄອນເຢຣູຊາເລັມ. # ສົ່ງຕໍ່ລາວໄປທີ່ເມືອ​ງ​ຕາ​ໂຊ ​ເມືອງກາຍຊາເຣຍແມ່ນເປັນເມືອງທ່າ. ພວກພີ່ນ້ອງອາດຈະສົ່ງໂຊໂລໄປທີ່ເມືອງຕາໂຊໂດຍທາງເຮືອ. (ເບິ່ງ: [[rc://*/ta/man/translate/figs-explicit]])