# ທຸກຄົນເກີດມີຄວາມຢ້ານກົວ ທີ່ນີ້ຄຳວ່າ "ຄວາມຢ້ານກົວ" ຫມາຍເຖິງຄວາມເຄົາລົບນັບຖືແລະຄວາມເກງກົວຕໍ່ພຣະເຈົ້າ. ຄຳວ່າ "ຈິດວິນຍານ" ຫມາຍເຖິງຄົນທັງຫນົດ. ແປໄດ້ອີກວ່າ: "ແຕ່ລະຄົນຮູ້ສຶກເຄົາລົບນັບຖືແລະເກງກົວພຣະເຈົ້າ" (ເບິ່ງ: [[rc://*/ta/man/translate/figs-synecdoche]]) # ການອັດສະຈັນ ແລະ ຫມາຍສຳຄັນຫລວງຫລາຍທີ່ເຮັດໂດຍພວກອັກຄະສາວົກ ຄວາມຫມາຍທີ່ເປັນໄປໄດ້ຄື 1) "ພວກອັກຄະສາວົກໄດ້ເຮັດການອັດສະຈັນແລະຫມາຍສຳຄັນຫລາຍຢ່າງ" ຫລື 2) "ພຣະເຈົ້າໄດ້ຊົງເຮັດການອັດສະຈັນແລະຫມາຍສຳຄັນຫລາຍຢ່າງຜ່ານພວກອັກຄະສາວົກ" (ເບິ່ງ: [[rc://*/ta/man/translate/figs-activepassive]]) # ສິ່ງອັດສະຈັນແລະຫມາຍສຳຄັນ "ການກະທຳທີ່ຫນ້າອັດສະຈັນແລະເຫດການເຫນືອທຳມະຊາດ." ເບິ່ງວິທີແປຂໍ້ນີ້ໃນ 2:22. # ຜູ້ທີ່ເຊື່ອທຸກຄົນມາເຕົ້າໂຮມກັນ ຄວາມຫມາຍທີ່ເປັນໄປໄດ້ຄື 1) "ພວກເຂົາທຸກຄົນເຊື່ອໃນສິ່ງດຽວກັນ" ຫລື 2) "ທຸກຄົນທີເຊື່ອກັນມາຮ່ວມຕົວກັນໃນທີ່ດຽວກັນ" # ມີທຸກສິ່ງຮ່ວມກັນ "ແບ່ງປັນສິ່ງຂອງຂອງພວກເຂົາກັບອີກຄົນຫນຶ່ງ" # ທີ່ດິນແລະຊັບສິນ "ທີ່ດິນແລະສິ່ງທີ່ພວກເຂົາເປັນເຈົ້າຂອງ" # ແຈກຢາຍໃຫ້ແກ່ທຸກຄົນ ທີ່ນີ້ຄຳວ່າ "ພວກມັນ" ຫມາຍເຖິງກຳໄລທີ່ພວກເຂົາໄດ້ມາຈາກການຂາຍທີ່ດິນແລະຊັບສິນຂອງພວກເຂົາ. ແປໄດ້ອີກວ່າ: "ແຈກຢາຍຜົນຕອບແທນໃຫ້ທຸກຄົນ" (ເບິ່ງ: [[rc://*/ta/man/translate/figs-metonymy]]) # ຕາມຄວາມຈຳເປັນຂອງທຸກຄົນ ພວກເຂົາແຈກຢາຍເງິນທີ່ພວກເຂົາໄດ້ຮັບຈາກການຂາຍທີ່ດິນແລະຊັບສິນຂອງພວກເຂົາໃຫ້ແກ່ຜູ້ທີ່ເຊື່ອທີ່ມີຄວາມຕ້ອງການ.