lo_tn/act/26/27.md

12 lines
2.1 KiB
Markdown
Raw Permalink Normal View History

2021-06-16 18:27:28 +00:00
# ກະສັດອັກຄຣິປາເອີຍ, ທ່ານເຊື່ອຜູ້ທຳນວາຍນີ້ບໍ?
ໂປໂລຖາມຄຳຖາມນີ້ເພື່ອເຕືອນອັກຄຣິປາວ່າອັກຄຣິປາເຊື່ອແລ້ວໃນສິ່ງທີ່ຜູ້ທຳນວາຍໄດ້ເວົ້າກ່ຽວກັບພຣະເຢຊູ. ນີ້ສາມາດສະແດງອອກເປັນການຖະແຫລງ. ແປໄດ້ອີກວ່າ: "ທ່ານເຊື່ອແລ້ວໃນສິ່ງທີ່ຜູ້ທຳນວາຍຢິວເວົ້າວ່າ, ກະສັດອັກຄຣິປາ." (ເບິ່ງ: [[rc://*/ta/man/translate/figs-rquestion]])
# ໃນເວລາອັນສັ້ນໆນີ້ເຈົ້າຈະຊັກຊວນເຮົາແລະຈະໃຫ້ເຮົາເປັນຄຣິດສະຕຽນບໍ?
ອັກຄຣິປາຖາມຄຳຖາມນີ້ເພື່ອສະແດງໃຫ້ໂປໂລຮູ້ວ່າລາວບໍ່ສາມາດເຮັດໃຫ້ອັກຄຣິປາໄດ້ຢ່າງງ່າຍດາຍໂດຍປາດສະຈາກຫລັກຖານ. ນີ້ສາມາດສະແດງອອກເປັນການຖະແຫລງ. ແປໄດ້ອີກວ່າ: "ແນ່ນອນທ່ານບໍ່ຄິດວ່າທ່ານສາມາດເຮັດໃຫ້ຂ້າພະເຈົ້າເຊື່ອງ່າຍໆໃນການເຊື່ອໃນພຣະເຢຊູ!" (ເບິ່ງ: [[rc://*/ta/man/translate/figs-rquestion]])
# ເວັ້ນເສຍແຕ່ໂສ້ແຫ່ງການຈຳຈອງນີ້
ທີ່ນີ້ "ໂສ້ແຫ່ງການຈຳຈອງ" ຫມາຍເຖິງການເປັນນັກໂທດ. ແປໄດ້ອີກວ່າ: "ແຕ່ແນ່ນອນຂ້າພະເຈົ້າບໍ່ຕ້ອງການໃຫ້ທ່ານເປັນນັກໂທດຄືກັບຂ້າພະເຈົ້າ" (ເບິ່ງ: [[rc://*/ta/man/translate/figs-metonymy]])