forked from WA-Catalog/lo_ulb
1899 lines
376 KiB
Plaintext
1899 lines
376 KiB
Plaintext
\id ACT
|
||
\ide UTF-8
|
||
\h ກິດຈະການ
|
||
\toc1 ກິດຈະການ
|
||
\toc2 ກິດຈະການ
|
||
\toc3 act
|
||
\mt ກິດຈະການ
|
||
|
||
\s5
|
||
\c 1
|
||
\cl ບົດທີ 1
|
||
\p
|
||
\v 1 ໂອຟິໂລ, ໃນໜັງສືທີ່ຂ້າພະເຈົ້າໄດ້ຂຽນກ່ອນໜ້ານີ້, ທີ່ໄດ້ບອກທຸກສິ່ງທີ່ພຣະເຢຊູຄຣິດເຈົ້າໄດ້ຊົງເລີ້ມຕົ້ນເຮັດ ແລະ ສັ່ງສອນ,
|
||
\v 2 ຈົນເຖິງມື້ທີ່ພຣະອົງຖືກຮັບຂື້ນໄປ, ຫລັງຈາກພຣະອົງກ່າວສັ່ງຜ່ານພຣະວິນຍານບໍຣິສຸດເຈົ້າ ກັບບັນດາອັກຄະສາວົກທີ່ພຣະອົງຊົງເລືອກໄວ້.
|
||
\v 3 ຫລັງຈາກທີ່ພຣະອົງທົນທຸກທໍລະມານມາແລ້ວ, ພຣະອົງຊົງປະກົດພຣະອົງທີ່ມີຊີວິດຢູ່ກັບພວກເຂົາດ້ວຍຫລັກຖານຫລາຍປະການ. ພຣະອົງຊົງປະກົດແກ່ພວກເຂົາເປັນເວລາສີ່ສິບວັນ, ແລະ ພຣະອົງຊົງກ່າວເຖິງຣາຊະອານາຈັກຂອງພຣະເຈົ້າ.
|
||
|
||
\s5
|
||
\v 4 ເມື່ອພຣະອົງຊົງປະຊຸມຮ່ວມກັບພວກເຂົາ, ພຣະອົງສັ່ງພວກເຂົາບໍ່ໃຫ້ອອກຈາກນະຄອນ ເຢຣູຊາເລັມ, ແຕ່ໃຫ້ລໍຖ້າຮັບຕາມຄຳສັນຍາຂອງພຣະບິດາເຈົ້າ, ທີ່ພຣະອົງໄດ້ກ່າວໄວ້ວ່າ, "ພວກທ່ານໄດ້ຍິນຈາກຂ້າພະເຈົ້າແລ້ວວ່າ.
|
||
\v 5 ໂຢຮັນໄດ້ຮັບບັບຕິສະມາດ້ວຍນໍ້າ, ແຕ່ອີກບໍ່ດົນພວກທ່ານຈະໄດ້ບັບຕິສະມາ ໃນພຣະວິນຍານບໍຣິສຸດເຈົ້າ."
|
||
|
||
\s5
|
||
\v 6 ເມື່ອພວກເຂົາມາປະຊຸມພ້ອມກັນ ພວກເຂົາກ່າວຖາມພຣະອົງວ່າ, "ອົງພຣະຜູ້ເປັນເຈົ້າ, ນີ້ເປັນເວລາທີ່ພຣະອົງຈະຕັ້ງຣາຊອານາ ຈັກຂື້ນໃໝ່ໃຫ້ກັບຊົນຊາດ ອິດສະຣາເອນບໍ?"
|
||
\v 7 ພຣະເຢຊູຄຣິດເຈົ້າ ກ່າວກັບພວກເຂົາວ່າ, “ບໍ່ແມ່ນວຽກງານຫຍັງຂອງທ່ານທີ່ຈະຮູ້ເວລາ ແລະ ຍາມກຳນົດທີ່ພຣະບິດາເຈົ້າກຳນົດໄວ້ໂດຍສິດທິອຳນາດຂອງພຣະອົງເອງ.
|
||
\v 8 ແຕ່ພວກທ່ານຈະໄດ້ຮັບຣິດອຳນາດ, ເມື່ອພຣະວິນຍານບໍຣິສຸດເຈົ້າລົງມາເທິງທ່ານ, ແລະ ພວກທ່ານຈະເປັນພະຍານຝ່າຍເຮົາ ທັງໃນນະຄອນ ເຢຣູຊາເລັມ, ແລະ ທົ່ວແຂວງ ຢູດາຍ, ແລະ ທົ່ວແຂວງຊາມາເຣຍ, ແລະ ຈົນເຖິງທີ່ສຸດຂອງແຜ່ນດິນໂລກ."
|
||
|
||
\s5
|
||
\v 9 ເມື່ອພຣະເຢຊູຄຣິດເຈົ້າຊົງກ່າວເຖິງສິ່ງເຫລົ່ານີ້ແລ້ວ, ຂະນະທີ່ພວກເຂົາຫລຽວເບິ່ງທ້ອງຟ້າ, ພຣະອົງກໍ່ຖືກຮັບຂື້ນໄປ, ແລະມີເມກມາປິດບັງພຣະອົງຈາກສາຍຕາຂອງພວກເຂົາ.
|
||
\v 10 ໃນຂະນະທີ່ພວກເຂົາກຳລັງແນມເບິ່ງທ້ອງຟ້າ ຕອນທີ່ພຣະອົງສະເດັດຂຶ້ນໄປ, ທັນໃດນັ້ນ, ມີຊາຍສອງຄົນນຸ່ງເຄື່ອງຂາວຢືນຢູ່ຂ້າງພວກເຂົາ.
|
||
\v 11 ພວກເຂົາຖາມວ່າ, "ທ່ານຊາວຄາລີເລທັງຫລາຍ, ເປັນຫຍັງພວກທ່ານຈຶ່ງຢືນເບິ່ງຟ້າສະຫວັນຢູ່ທີ່ນີ້? ພະເຢຊູຄຣິດເຈົ້າອົງນີ້ທີ່ຖືກຮັບຂຶ້ນໄປທີ່ຟ້າສະຫວັນ, ຈະສະເດັດກັບຄືນມາໃນລັກສະນະດຽວກັບທີ່ພວກທ່ານໄດ້ເຫັນພຣະອົງສະເດັດໄປທີ່ສະຫວັນ."
|
||
|
||
\s5
|
||
\v 12 ພວກສາວົກກໍໄດ້ອອກຈາກພູເຂົາຫມາກກອກເທດກັບໄປທີ່ນະຄອນເຢຣູຊາເລັມ, ຊຶ່ງໄກປະມານໜຶ່ງຮ້ອຍກິໂລແມັດ.
|
||
\v 13 ເມື່ອພວກເພິ່ນມາຮອດ, ພວກເພິ່ນໄດ້ຂຶ້ນໄປຫ້ອງຊັ້ນເທິງ, ທີ່ພວກເພິ່ນເຄີຍພັກອາໃສຢູ່. ພວກສາວົກລວມມີເປໂຕ, ໂຢຮັນ, ຢາໂກໂບ, ອັນເດອາ, ຟີລິບ, ໂທມາ, ບາຣະໂທໂລມາຍ, ມັດທາຍ, ຢາໂກໂບ ລູກຊາຍຂອງອາລະຟາຍ, ຊີໂມນ ພວກຄົນຫົວຮຸນແຮງ, ແລະ ຢູດາ ລູກຊາຍຂອງຢາໂກໂບ.
|
||
\v 14 ພວກເຂົາທຸກຄົນເປັນນໍ້າໜຶ່ງໃຈດຽວກັນ, ໃນຂະນະທີ່ພວກສາວົກຍັງອະທິຖານຢ່າງຮ້ອນຮົນ. ລວມທັງພວກຜູ້ຍິງ, ມາຣີແມ່ຂອງພຣະເຢຊູຄຣິດເຈົ້າ, ແລະ ບັນດານ້ອງຊາຍຂອງພຣະອົງ.
|
||
|
||
\s5
|
||
\v 15 ໃນເວລານັ້ນເປໂຕໄດ້ຢືນຂຶ້ນທ່າມກາງພວກພີ່ນ້ອງ, ປະມານ 120 ຄົນ, ແລະກ່າວວ່າ,
|
||
\v 16 "ອ້າຍເອື້ອຍນ້ອງທັງຫລາຍ, ຈຳເປັນຈະຕ້ອງສຳເລັດຕາມພຣະຄຳພີ, ທີ່ພຣະວິນ ຍານບໍຣິສຸດເຈົ້າໄດ້ກ່າວໄວ້ ໂດຍຜ່ານທາງກະສັດດາວິດກ່ຽວກັບຢູດາ, ທີ່ນຳທາງໃຫ້ກັບພວກຄົນທີ່ມາຈັບພຣະເຢຊູຄຣິດເຈົ້າ.
|
||
|
||
\s5
|
||
\v 17 ເພາະວ່າລາວເປັນຄົນໜຶ່ງໃນພວກເຮົາ ແລະ ມີສ່ວນຮ່ວມໃນພັນທະກິດນີ້ເຊັ່ນກັນ."
|
||
\v 18 (ຕອນນີ້ຊາຍຄົນນີ້ໄດ້ເອົາຄ່າຕອບແທນໄປຊື້ທົ່ງນາຕອນໜຶ່ງ ທີ່ລາວໄດ້ຮັບຍ້ອນຄວາມຊົ່ວຮ້າຍຂອງລາວ, ແລະ ຢູ່ບ່ອນນັ້ນລາວໄດ້ລົ້ມຫົວຟາດລົງ, ແລະ ຮ່າງກາຍຂອງລາວແຕກ, ແລະ ລຳໄສ້ກໍໂລ່ອອກມາທັງໝົດ.
|
||
\v 19 ທຸກຄົນທີ່ຢູ່ໃນນະຄອນ ເຢຣູຊາເລັມໄດ້ຍິນເລື່ອງນີ້, ພວກເຂົາຈຶ່ງເອີ້ນພື້ນດິນນັ້ນຕາມພາສາຂອງພວກເຂົາວ່າ "ອະເກັນດາມາ," ນັ້ນຄື "ທົ່ງນາເລືອດ.")
|
||
|
||
\s5
|
||
\v 20 ເພາະວ່າມີຂຽນໄວ້ໃນພຣະທຳ ເພງສັນລະເສີນວ່າ, 'ຂໍໃຫ້ທີ່ຢູ່ຂອງລາວຫວ່າງເປົ່າ, ແລະ ຢ່າໃຫ້ມີໃຜອາໄສຢູ່ບ່ອນນັ້ນ'; 'ຂໍໃຫ້ອີກຄົນໜຶ່ງມາຍຶດຕຳແໜ່ງການເປັນຜູ້ນຳຂອງລາວ.'
|
||
|
||
\s5
|
||
\v 21 ເພາະສະນັ້ນ, ຈຶ່ງມີຄວາມຈຳເປັນທີ່ຄົນໜຶ່ງ ໃນບັນດາຄົນທີ່ຢູ່ຮ່ວມກັບພວກເຮົາຕະຫລອດເວລາທີ່ອົງພຣະເຢຊູຄຣິດເຈົ້າໄດ້ສະເດັດເຂົ້າມາ ແລະ ອອກໄປໃນທ່າມກາງພວກເຮົາ,
|
||
\v 22 ເລີ້ມຕັ້ງແຕ່ການບັບຕິສະມາຂອງໂຢຮັນຈົນຮອດມື້ທີ່ພຣະອົງຖືກຮັບຂຶ້ນໄປຈາກພວກເຮົາ, ເຊິ່ງຕ້ອງເປັນພະຍານຮ່ວມກັບພວກເຮົາໃນການຄືນພຣະຊົນຂອງພຣະອົງ.”
|
||
\v 23 ພວກເຂົາຈຶ່ງສະເໜີຊື່ຊາຍສອງຄົນຄື, ໂຢເຊັບ ທີ່ເອີ້ນວ່າ ບາຣະຊາບາ, ຜູ້ທີ່ມີຊື່ເອີ້ນອີກວ່າ ຢູສະໂຕ, ແລະ ມັດເທຍ.
|
||
|
||
\s5
|
||
\v 24 ພວກເຂົາຈຶ່ງອະທິຖານ ແລະ ກ່າວວ່າ, "ອົງພຣະຜູ້ເປັນເຈົ້າ, ພຣະອົງຊົງຮູ້ຈິດໃຈຂອງມະນຸດທຸກຄົນ, ຂໍພຣະອົງຊົງໂຜດເປີດເຜີຍວ່າຄົນໃດໃນສອງຄົນນີ້ທີ່ພຣະອົງຊົງເລືອກ.
|
||
\v 25 ໃຫ້ຮັບໜ້າທີ່ໃນວຽກງານຮັບໃຊ້ນີ້ ແລະ ເປັນອັກຄະສາວົກແທນຢູດາທີ່ໄດ້ຫລົງຜິດໄປຢູ່ໃນບ່ອນຂອງລາວແລ້ວ."
|
||
\v 26 ພວກເຂົາຈົກສະຫລາກ, ແລະ ສະຫລາກນັ້ນກໍຕົກໃສ່ ມັດເທຍ, ແລ້ວລາວໄດ້ຖືກນັບເຂົ້າຢູ່ໃນກຸ່ມອັກຄະສາວົກສິບເອັດຄົນນັ້ນ.
|
||
|
||
\s5
|
||
\c 2
|
||
\cl ບົດທີ 2
|
||
\p
|
||
\v 1 ເມື່ອວັນເພັນເຕຄໍສະເຕໄດ້ມາເຖິງ, ພວກສາວົກເຕົ້າໂຮມກັນຢູ່ໃນບ່ອນດຽວກັນ.
|
||
\v 2 ໃນທັນໃດນັ້ນ ມີສຽງຈາກຟ້າສະຫວັນຄ້າຍຄືສຽງພາຍຸແຮງກ້າ, ດັງກ້ອງໄປທົ່ວເຮືອນທີ່ພວກເພີ່ນກຳລັງນັ່ງຢູ່.
|
||
\v 3 ພວກເພິ່ນໄດ້ເຫັນໄຟລັກສະນະຄືກັບລີ້ນ, ແຜ່ກະຈາຍຢູ່ເທິງພວກທ່ານແຕ່ລະຄົນ.
|
||
\v 4 ພວກເພິ່ນທຸກຄົນກໍເຕັມລົ້ນໄປດ້ວຍພຣະວິນຍານບໍຣິສຸດເຈົ້າ ແລະ ເລີ້ມເວົ້າພາສາອື່ນໆ, ຕາມທີ່ພຣະວິນຍານບໍຣິສູດເຈົ້າຊົງໃຫ້ພວກທ່ານເວົ້າ.
|
||
|
||
\s5
|
||
\v 5 ຊາວຢິວທີ່ອາໄສຢູ່ນະຄອນ ເຢຣູຊາເລັມ, ຄົນທີ່ຢຳເກງພຣະເຈົ້າ, ທີ່ມາຈາກທຸກປະເທດທົ່ວໃຕ້ຟ້າ.
|
||
\v 6 ເມື່ອໄດ້ຍິນສຽງນີ້, ຄົນຫລວງຫຼາຍຈຶ່ງພາກັນມາ ແລະ ຮູ້ສຶກສັບສົນເພາະວ່າທຸກຄົນຕ່າງໄດ້ຍິນພວກເພິ່ນເວົ້າພາສາທ້ອງຖິ່ນຂອງຕົນເອງ.
|
||
\v 7 ພວກເພິ່ນອັດສະຈັນໃຈ ແລະ ປະຫລາດໃຈ, ຈຶ່ງເວົ້າວ່າ, "ເປັນຄວາມຈິງບໍ, ຄົນທີ່ກຳລັງເວົ້າບໍ່ໄດ້ແມ່ນຊາວຄາລີເລກັນທຸກຄົນ?
|
||
|
||
\s5
|
||
\v 8 ເປັນຫຍັງພວກເຮົາຈຶ່ງໄດ້ຍິນພວກທ່ານ, ແຕ່ລະຄົນເວົ້າພາສາທ້ອງຖິ່ນຂອງພວກເຮົາ?
|
||
\v 9 ເຊິ່ງແມ່ນຊາວປາເທຍ, ຊາວເມເດຍ, ແລະຊາວເອລາມ, ແລະຄົນທີ່ອາໄສຢູ່ໃນເຂດແດນ ເມໂຊໂປຕາເມຍ, ໃນແຂວງຢູດາຍ, ແລະແຂວງກາປາໂດເກຍ, ໃນແຂວງປົນໂຕ, ແລະ ແຂວງເອເຊຍ,
|
||
\v 10 ໃນແຂວງ ຟີເຄຍ ແລະ ແຂວງປຳຟີເລຍ, ໃນປະເທດເອຢິບແລະບາງສ່ວນຂອງເມືອງລີເບຍ ເຊິ່ງຂຶ້ນກັບເມືອງກີລີເນນ, ແລະຄົນທີ່ມາຢາມຈາກນະຄອນໂຣມ.
|
||
\v 11 ຊາວຢິວແລະພວກຄົນທີ່ເຂົ້າລັດທິຊາວຢິວ, ຊາວກະເຣເຕ ແລະ ຊາວອາຣາເບຍ, ພວກເຮົາຕ່າງກໍໄດ້ຍິນພວກທ່ານເວົ້າ ກ່ຽວກັບວຽກງານຮັບໃຊ້ອັນຍິ່ງໃຫຍ່ ຂອງພຣະເຈົ້າເປັນພາທ້ອງຖິ່ນຂອງເຮົາເອງ.
|
||
|
||
\s5
|
||
\v 12 ພວກເພິ່ນຈຶ່ງປະຫລາດໃຈ ແລະ ສົງໄສ; ແລະເວົ້າກັນວ່າ, “ນີ້ໝາຍຄວາມວ່າແນວໃດ?”
|
||
\v 13 ແຕ່ບາງຄົນເວົ້າເຍາະເຍີ້ຍວ່າ, “ພວກເຂົາເມົາເຫລົ້າແວງໃໝ່.“
|
||
|
||
\s5
|
||
\v 14 ແຕ່ເປໂຕຢືນຂຶ້ນພ້ອມກັບອັກຄະສາວົກສິບເອັດຄົນ, ແລ້ວກ່າວຕອບພວກເຂົາດ້ວຍສຽງດັງວ່າ, "ທ່ານຊາວຢູດາຍ ແລະ ທ່ານທຸກຄົນທີ່ອາໄສຢູ່ນະຄອນ ເຢຣູຊາເລັມ, ຂໍທ່ານຈົ່ງຮູ້ເລື່ອງນີ້; ຕັ້ງໃຈຟັງຖ້ອຍຄຳຂອງຂ້າພະເຈົ້າ.
|
||
\v 15 ເພາະວ່າຄົນເຫລົ່ານີ້ບໍ່ໄດ້ເມົາດັ່ງທີ່ທ່ານຄິດ, ເພາະວ່າຕອນນີ້ເປັນເວລາເກົ້າໂມງເຊົ້າເທົ່ານັ້ນ.
|
||
|
||
\s5
|
||
\v 16 ແຕ່ເຫດການນີ້ເກີດຂຶ້ນຕາມຄຳທີ່ ໂຢເອນ ຜູ້ທຳນວາຍໄດ້ກ່າວໄວ້ວ່າ:
|
||
\v 17 'ພຣະເຈົ້າກ່າວວ່າ,'ໃນຍຸກສຸດທ້າຍ,' ເຮົາຈະຖອກເທພຣະວິນຍານຂອງເຮົາລົງໃສ່ມະນຸດທຸກຄົນ. ລູກຊາຍ ແລະ ລູກຍິງຂອງພວກທ່ານຈະທຳນວາຍ, ຄົນໜຸ່ມຂອງພວກທ່ານຈະເຫັນນິມິດ, ແລະ ຄົນເຖົ້າແກ່ຈະຝັນເຫັນ.
|
||
|
||
\s5
|
||
\v 18 ທັງຜູ້ຮັບໃຊ້ຊາຍຍິງຂອງເຮົາດ້ວຍ ໃນມື້ນັ້ນເຮົາຈະຖອກເທວິນຍານຂອງເຮົາລົງມາ, ແລະພວກເພິ່ນຈະທຳນວາຍ.
|
||
\v 19 ເຮົາຈະສະແດງການອັດສະຈັນເທິງຟ້າສະຫວັນ ແລະ ໝາຍສຳຄັນເທິງແຜ່ນດິນເບື້ອງລຸ່ມນີ້ເປັນ, ເລືອດ, ໄຟ, ແລະໝອກຄວັນ.
|
||
|
||
\s5
|
||
\v 20 ດວງຕາເວັນຈະມືດໄປ ແລະ ດວງຈັນຈະເປັນເລືອດ, ກ່ອນມື້ອັນຍິ່ງໃຫຍ່ ແລະ ຮຸ່ງເຮືອງຂອງອົງພຣະຜູ້ເປັນເຈົ້າຈະມາເຖິງ.
|
||
\v 21 ແລ້ວກໍຈະເປັນເຊັ່ນນີ້ ຄືທຸກຄົນທີ່ຮ້ອງອອກພຣະນາມຂອງອົງພຣະຜູ້ເປັນເຈົ້າຈະລອດພົ້ນ.'
|
||
|
||
\s5
|
||
\v 22 ທ່ານຊົນຊາດອິດສະຣາເອນ, ຈົ່ງຟັງຖ້ອຍຄຳຕໍ່ໄປນີ້: ພຣະເຢຊູຄຣິດເຈົ້າແຫ່ງນາຊາເຣັດ, ຜູ້ທີ່ພຣະເຈົ້າຊົງສະແດງຢ່າງຈະແຈ້ງແກ່ພວກທ່ານ ໂດຍອິດທິຣິດ, ແລະການອັດສະຈັນ, ແລະໝາຍສຳຄັນຕ່າງໆ ທີ່ພຣະເຈົ້າຊົງເຮັດໂດຍຜ່ານພຣະອົງທ່າມກາງພວກທ່ານ, ດັ່ງທີ່ພວກທ່ານເອງກໍຮູ້ຢູ່ແລ້ວ.
|
||
\v 23 ພຣະອົງຖືກມອບໄວ້ເພາະເປັນແຜນການທີ່ພຣະເຈົ້າໄດ້ຊົງກຳນົດໄວ້ ແລະ ຊົງຮູ້ລ່ວງໜ້າ, ແລະ ພວກທ່ານ, ໄດ້ຄຶງພຣະອົງໄວ້ທີ່ໄມ້ກາງແຂນ ແລະ ຂ້າພຣະອົງໂດຍມືຂອງຄົນອະທຳ.
|
||
\v 24 ແຕ່ພຣະເຈົ້າໄດ້ເຮັດໃຫ້ພຣະອົງຄືນພຣະຊົນ, ແລະເຮັດໃຫ້ພຣະອົງພົ້ນຈາກຄວາມເຈັບປວດແຫ່ງຄວາມຕາຍ, ເພາະເປັນໄປບໍ່ໄດ້ທີ່ຄວາມຕາຍຈະຍຶດພຣະອົງໄວ້.
|
||
|
||
\s5
|
||
\v 25 ເພາະດາວິດກ່າວເຖິງພຣະອົງວ່າ, 'ຂ້າພະເຈົ້າເຫັນອົງພຣະຜູ້ເປັນເຈົ້າຢູ່ຕໍ່ໜ້າຂ້າພະເຈົ້າຢູ່ສະເໝີ, ເພາະວ່າພຣະອົງຢູ່ເບື້ອງຂວາຂອງຂ້າພະເຈົ້າ ເພື່ອວ່າຂ້າພະເຈົ້າຈະບໍ່ຫວັ່ນໄຫວ.
|
||
\v 26 ເພາະເຫດນີ້ ຈິດໃຈຂອງຂ້າພະເຈົ້າຈຶ່ງຊື່ນຊົມຍິນດີ ແລະ ລີ້ນຂອງຂ້າພະເຈົ້າຊື່ນຊົມຍິນດີ. ເຊັ່ນດຽວກັບ ຮ່າງກາຍຂອງຂ້າພະເຈົ້າຈະມີຊີວິດຢູ່ໃນຄວາມຫມັ້ນໃຈ.
|
||
|
||
\s5
|
||
\v 27 ເພາະວ່າພຣະອົງຈະບໍ່ຊົງປະຖິ້ມຂ້ານ້ອຍໄວ້ໃນແດນແຫ່ງມໍຣະນາ, ທັງຈະບໍ່ປ່ອຍໃຫ້ຄົນບໍຣິສຸດເນົ່າເປື່ອຍໄປໃນຂຸມຝັງສົບ.
|
||
\v 28 ພຣະອົງໄດ້ຊົງໂຜດໃຫ້ຂ້າພະອົງເຫັນຫົນທາງແຫ່ງຊີວິດ; ພຣະອົງຈະເຮັດໃຫ້ຂ້ານ້ອຍເຕັມລົ້ນໄປດ້ວຍຄວາມຍິນດີຕໍ່ຫນ້າພຣະອົງ.'
|
||
|
||
\s5
|
||
\v 29 ພີ່ນ້ອງທັງຫລາຍ, ຂ້າພະເຈົ້າມີໃຈກ້າຫານທີ່ຈະກ່າວກັບພວກທ່ານເຖິງ ດາວິດ: ຜູ້ເປັນບັນພະບຸລຸດຂອງຂ້າພະເຈົ້າ ທ່ານຕາຍແລ້ວ ແລະຖືກຝັງໄວ້, ແລະອຸບໂມງຝັງສົບຂອງທ່ານກໍຍັງຢູ່ກັບຂ້າພະເຈົ້າຈົນເຖິງທຸກມື້ນີ້.
|
||
\v 30 ດ້ວຍເຫດນີ້, ທ່ານຈຶ່ງເປັນຜູ້ທຳນວາຍທີ່ຮູ້ວ່າພຣະເຈົ້າໄດ້ຊົງສາບານ ດ້ວຍຄຳປະຕິຍານກັບທ່ານວ່າ, ພຣະອົງຈະຊົງຕັ້ງຜູ້ໜຶ່ງຈາກເຊື້ອສາຍຂອງທ່ານໃຫ້ນັ່ງຢູ່ເທິງບັນລັງຂອງທ່ານ.
|
||
\v 31 ທ່ານໄດ້ຮູ້ເຫດການນີ້ລ່ວງໜ້າ ແລະ ກ່າວເຖິງການຄືນຊີວິດຂອງພຣະຄຣິດເຈົ້າວ່າ, 'ພຣະອົງຈະບໍ່ຖືກປະຖິ້ມໄວ້ໃນແດນມໍຣະນາ, ແລະຈະບໍ່ເຮັດໃຫ້ພຣະກາຍຂອງພຣະອົງເນົ່າເປື່ອຍໄປ.'
|
||
|
||
\s5
|
||
\v 32 ພຣະເຢຊູຄຣິດເຈົ້າອົງນີ້—ທີ່ພຣະເຈົ້າຊົງເຮັດໃຫ້ຄືນພຣະຊົນແລ້ວ, ເຊິ່ງພວກເຮົາທຸກຄົນໄດ້ເປັນພະຍານໃນເລື່ອງນີ້.
|
||
\v 33 ເພາະເຫດນີ້ ພຣະເຈົ້າຈຶ່ງໄດ້ຊົງຍົກຊູພຣະອົງໃຫ້ຢູ່ເບື້ອງຂວາພຣະຫັດຂອງພຣະເຈົ້າ. ແລະໄດ້ຮັບພຣະວິນຍານບໍຣິສຸດເຈົ້າຈາກພຣະບິດາເຈົ້າຕາມພຣະສັນຍາແລ້ວ, ພຣະອົງຈຶ່ງຖອກເທລົງມາ, ດັ່ງທີ່ພວກທ່ານໄດ້ເຫັນແລະໄດ້ຍິນແລ້ວ.
|
||
|
||
\s5
|
||
\v 34 ເພາະດາວິດບໍ່ໄດ້ຖືກຮັບຂຶ້ນໄປທີ່ສະຫວັນ, ແຕ່ທ່ານກ່າວວ່າ, "ພຣະເຈົ້າກ່າວກັບອົງພຣະຜູ້ເປັນເຈົ້າຂອງຂ້າພະເຈົ້າວ່າ, “ຈົ່ງນັ່ງຢູ່ຂ້າງຂວາມືຂອງຂ້າພະເຈົ້າ,
|
||
\v 35 ຈົນກວ່າເຮົາຈະເຮັດໃຫ້ສັດຕູຂອງທ່ານເປັນບ່ອນຮອງຕີນຂອງທ່ານ."'
|
||
\v 36 ເພາະສະນັ້ນ, ຂໍໃຫ້ເຊື້ອສາຍອິດສະຣາເອນທັງຫມົດຮູ້ຢ່າງແຈ່ມແຈ້ງວ່າ ພຣະເຈົ້າໄດ້ເຮັດໃຫ້ພຣະເຢຊູຄຣິດເຈົ້າອົງນີ້ ທີ່ພວກທ່ານຄຶງໄວ້ທີ່ໄມ້ກາງແຂນ, ຜູ້ຊຶ່ງເປັນທັງອົງພຣະຜູ້ເປັນເຈົ້າ ແລະ ພຣະຄຣິດເຈົ້າ.
|
||
|
||
\s5
|
||
\v 37 ເມື່ອພວກເພິ່ນໄດ້ຍິນເລື່ອງນີ້, ພວກເພິ່ນກໍຮູ້ສຶກກິນແໜງໃຈ, ຈຶ່ງກ່າວກັບເປໂຕ ແລະ ອັກຄະສາວົກຄົນອື່ນໆວ່າ, “ພີ່ນ້ອງເອີຍ, ພວກເຮົາຄວນເຮັດແນວໃດ?“
|
||
\v 38 ແລ້ວເປໂຕໄດ້ກ່າວກັບພວກເພິ່ນວ່າ, “ຈົ່ງກັບໃຈໃໝ່ ແລະ ຮັບບັບຕິສະມາໃນພຣະນາມຂອງພຣະເຢຊູຄຣິດເຈົ້າໃຫ້ໝົດທຸກຄົນ, ເພື່ອບາບທັງຫລາຍຂອງທ່ານຈະໄດ້ຮັບການອະໄພ, ແລະ ພວກທ່ານຈະໄດ້ຮັບຂອງປະທານແຫ່ງພຣະວິນຍານບໍຣິສຸດເຈົ້າ.
|
||
\v 39 ເພາະວ່າພຣະສັນຍາທີ່ມີຕໍ່ທ່ານ ແລະເຊື້ອສາຍຂອງທ່ານ ແລະ ກັບຄົນທັງປວງທີ່ຢູ່ຫ່າງໄກ, ແລະ ຄົນຫລວງຫລາຍຕາມທີ່ອົງພຣະຜູ້ເປັນເຈົ້າພຣະເຈົ້າຂອງຂ້າພະເຈົ້າຊົງເອີ້ນ."
|
||
|
||
\s5
|
||
\v 40 ທ່ານໄດ້ກ່າວຖ້ອຍຄຳອີກຫລາຍຢ່າງເພື່ອເປັນພະຍານ ແລະເຕືອນສະຕິ, ທ່ານກ່າວວ່າ, "ຈົ່ງເອົາໂຕພົ້ນຈາກເຊື້ອຊາດຊົ່ວຮ້າຍນີ້ເຖີດ."
|
||
\v 41 ແລ້ວພວກເຂົາຍອມຮັບຖ້ອຍຄຳຂອງເປໂຕ ແລະ ຮັບບັບຕິສະມາແລ້ວ, ພວກເພິ່ນກໍໄດ້ກາຍມາເປັນສາວົກ ໃນມື້ນັ້ນມີປະມານສາມພັນຄົນ.
|
||
\v 42 ພວກເພິ່ນຍັງຟັງຄຳສອນຂອງອັກຄະສາວົກຕໍ່ໄປ' ແລະ ຮ່ວມສາມັກຄີທຳ, ໃນການຫັກເຂົ້າຈີ່ ແລະ ໃນການອະທິຖານ.
|
||
|
||
\s5
|
||
\v 43 ທຸກຄົນເກີດມີຄວາມຢ້ານກົວ, ພວກອັກຄະສາວົກໄດ້ເຮັດການອັດສະຈັນ ແລະ ໝາຍສຳຄັນຫລວງຫລາຍ.
|
||
\v 44 ຜູ້ທີ່ເຊື່ອທຸກຄົນມາເຕົ້າໂຮມກັນ ແລະ ເອົາສິ່ງຕ່າງໆມາລວມເປັນຂອງກາງ,
|
||
\v 45 ແລະພວກເຂົາຂາຍທີ່ດິນ ແລະ ຊັບສິນ, ແລະແຈກຢາຍໃຫ້ແກ່ກັນຕາມຄວາມຈຳເປັນ.
|
||
|
||
\s5
|
||
\v 46 ທຸກໆມື້ພວກເຂົາຮ່ວມຕົວເປັນນໍ້າໜຶ່ງໃຈດຽວກັນໃນພຣະວິຫານ, ແລະກໍຫັກເຂົ້າຈີ່ຕາມເຮືອນ, ຮັບປະທານອາຫານຮ່ວມກັນດ້ວຍຄວາມຍິນດີ ແລະ ດ້ວຍຄວາມຖ່ອມໃຈ;
|
||
\v 47 ພວກສາວົກສັນລະເສີນພຣະເຈົ້າ ແລະ ໄດ້ຮັບຄວາມຮັກແພງຈາກທຸກຄົນ. ອົງພຣະຜູ້ເປັນເຈົ້າຊົງເພີ້ມຈຳນວນຄົນ ທີ່ກຳລັງຈະລອດພົ້ນເຂົ້າມາທຸກໆມື້.
|
||
|
||
\s5
|
||
\c 3
|
||
\cl ບົດທີ 3
|
||
\p
|
||
\v 1 ໃນຂະນະທີ່ເປໂຕກັບໂຢຮັນກຳລັງຂຶ້ນໄປທີ່ພຣະວິຫານໃນເວລາອະທິຖານ, ຕອນບ່າຍສາມໂມງ,
|
||
\v 2 ມີຊາຍຄົນໜຶ່ງເປັນເປັ້ຍມາຕັ້ງແຕ່ເກີດ ທຸກໆມື້ລາວຈະຖືກຫາມມາວາງໄວ້ທີ່ປະຕູພຣະວິຫານ, ທີ່ມີຊື່ວ່າປະຕູງາມ ເພື່ອໃຫ້ເຂົາຂໍທານຈາກຄົນທີ່ເຂົ້າໄປມາພຣະວິຫານ.
|
||
\v 3 ເມື່ອລາວເຫັນເປໂຕກຳລັງຈະເຂົ້າໄປໃນພຣະວິຫານ, ລາວກໍຂໍທານນຳ.
|
||
|
||
\s5
|
||
\v 4 ແຕ່ເປໂຕ, ກັບໂຢຮັນ ໄດ້ແນມເບິ່ງໜ້າລາວ, ແລະກ່າວວ່າ, "ຈົ່ງເບິ່ງຂ້າພະເຈົ້າເຖີດ."
|
||
\v 5 ຄົນເປັ້ຍຄົນນັ້ນກໍແນມເບິ່ງທີ່ພວກເພິ່ນ, ດ້ວຍຄວາມຄາດຫວັງວ່າຈະໄດ້ຮັບບາງຢ່າງຈາກພວກເພິ່ນ.
|
||
\v 6 ແຕ່ເປໂຕໄດ້ກ່າວວ່າ, "ເງິນ ແລະ ຄຳ ເຮົາບໍ່ມີ, ສິ່ງທີ່ເຮົາມີຢູ່ນັ້ນເຮົາຈະໃຫ້ແກ່ເຈົ້າ. ຄືໃນພຣະນາມພຣະເຢຊູຄຣິດເຈົ້າແຫ່ງນາຊາເຣັດ, ຈົ່ງລູກຍ່າງເຖີດ."
|
||
|
||
\s5
|
||
\v 7 ແລ້ວເປໂຕຈັບມືຂວາຂອງລາວ, ຈູງຂຶ້ນມາ, ໃນທັນໃດນັ້ນຕີນ ແລະ ຂໍ້ຕີນຂອງລາວກໍແຂງແຮງຂຶ້ນ.
|
||
\v 8 ຄົນເປັ້ຍຄົນນັ້ນກໍໄດ້ຢືນຂຶ້ນ ແລະ ເລີ້ມຕົ້ນຍ່າງ, ລາວຍ່າງເຂົ້າໄປໃນພຣະວິຫານພ້ອມກັບເປໂຕ ແລະ ໂຢຮັນ, ທັງຍ່າງ, ທັງກະໂດດໂລດເຕັ້ນ, ແລະສັນລະເສີນພຣະເຈົ້າ.
|
||
|
||
\s5
|
||
\v 9 ຄົນທັງປວງເຫັນລາວຍ່າງ ແລະ ສັນລະເສີນພຣະເຈົ້າ.
|
||
\v 10 ພວກເຂົາກໍຈື່ໄດ້ວ່າລາວເປັນຄົນນັ່ງຂໍທານຢູ່ທີ່ປະຕູງາມຂອງພຣະວິຫານ; ແລະພວກເຂົາກໍເຕັມໄປດ້ວຍຄວາມອັດສະຈັນ ແລະປະຫລາດໃຈ ເພາະເຫດການທີ່ເກີດຂຶ້ນກັບຄົນນັ້ນ.
|
||
|
||
\s5
|
||
\v 11 ໃນຂະນະ ທີ່ຊາຍຄົນນັ້ນຍັງຢູ່ກັບເປໂຕ ແລະ ໂຢຮັນ, ຄົນທັງປວງໄດ້ແລ່ນເຂົ້າມາຫາພວກເພິ່ນທີ່ລະບຽງພຣະວິຫານ ເຊິ່ງເອີ້ນວ່າລະບຽງຂອງໂຊໂລໂມນ, ດ້ວຍຄວາມແປກໃຈຫລາຍ.
|
||
\v 12 ເມື່ອເປໂຕເຫັນເຊັ່ນນີ້, ທ່ານຈຶ່ງກ່າວກັບຄົນເຫລົ່ານັ້ນວ່າ, "ທ່ານຊົນຊາດອິດສະຣາເອນ, ເປັນຫຍັງພວກທ່ານຈຶ່ງແປກໃຈ? ເປັນຫຍັງພວກທ່ານຈຶ່ງເບິ່ງຂ້າພະເຈົ້າ, ຄືກັບວ່າຂ້າພະເຈົ້າໄດ້ເຮັດໃຫ້ຊາຍຄົນນີ້ຍ່າງໂດຍຣິດອຳນາດ ແລະ ຄວາມດີຂອງຂ້າພະເຈົ້າເອງ?
|
||
|
||
\s5
|
||
\v 13 ພຣະເຈົ້າຂອງອັບຣາຮາມ, ອີຊາກ, ແລະ ຢາໂຄບ, ເຊິ່ງເປັນພຣະເຈົ້າຂອງບັນພະບຸລຸດຂອງພວກເຮົາ, ໄດ້ມອບກຽດຕິຍົດນີ້ໃຫ້ແກ່ພຣະເຢຊູຄຣິດເຈົ້າ, ຜູ້ຮັບໃຊ້ຂອງພຣະອົງ ພຣະອົງຊົງເປັນຜູ້ທີ່ພວກທ່ານໄດ້ມອບໄວ້ ແລະ ປະຕິເສດຕໍ່ຫນ້າປີລາດ, ເມື່ອລາວຕັດສິນທີ່ຈະປ່ອຍພຣະອົງ.
|
||
\v 14 ທ່ານໄດ້ປະຕິເສດອົງບໍຣິສຸດ ແລະ ຊອບທຳ, ແລະ ທ່ານໄດ້ຂໍໃຫ້ປ່ອຍຕົວຄາດຕະກອນໃຫ້ແກ່ທ່ານແທນ.
|
||
|
||
\s5
|
||
\v 15 ທ່ານໄດ້ຂ້າພຣະອົງຜູ້ຊົງເປັນເຈົ້າແຫ່ງຊີວິດ, ຜູ້ທີ່ພຣະເຈົ້າໄດ້ປຸກໃຫ້ຟື້ນຄືນມາຈາກຄວາມຕາຍ—ແລະຂ້າພະເຈົ້າໄດ້ເປັນພະຍານໃນເລື່ອງນີ້.
|
||
\v 16 ບັດນີ້, ໂດຍຄວາມເຊື່ອໃນພຣະນາມຂອງພຣະອົງ—ຊາຍຄົນນີ້ທີ່ທ່ານໄດ້ເຫັນແລະຮູ້ຈັກ—ພຣະນາມດຽວກັນນີ້ໄດ້ສ້າງໃຫ້ລາວມີຄວາມເຂັ້ມແຂງຂື້ນ. ໂດຍຄວາມເຊື່ອທາງພຣະເຢຊູຄຣິດເຈົ້າ ເຮັດໃຫ້ລາວຫາຍດີເປັນປົກະຕິຕາມທີ່ປະກົດຕໍ່ໜ້າພວກທ່ານທຸກຄົນ.
|
||
|
||
\s5
|
||
\v 17 ພີ່ນ້ອງທັງຫລາຍ, ບັດນີ້, ຂ້າພະເຈົ້າຮູ້ວ່າພວກທ່ານໄດ້ເຮັດມັນລົງໄປໂດຍຮູ້ເທົ່າບໍ່ເຖິງການ, ເຊັ່ນດຽວກັບບັນດາຜູ້ນຳຂອງພວກທ່ານ.
|
||
\v 18 ແຕ່ສິ່ງເຫລົ່ານີ້ ພຣະເຈົ້າໄດ້ບອກໄວ້ລ່ວງໜ້າແລ້ວໂດຍປາກຂອງຜູ້ທຳນວາຍທຸກຄົນ, ວ່າພຣະຄຣິດຂອງພຣະອົງຈະຕ້ອງທົນທຸກທໍລະມານ, ເຊິ່ງພຣະອົງເອງໄດ້ຊົງເຮັດສຳເລັດແລ້ວ.
|
||
|
||
\s5
|
||
\v 19 ເພາະເຫດນີ້, ຈົ່ງກັບໃຈເສຍໃໝ່, ແລະ ຫັນກັບມາ, ເພື່ອຄວາມບາບຂອງທ່ານຈະຖືກລົບລ້າງອອກໄປ, ເພື່ອວາລະແຫ່ງການຟື້ນຟູໃໝ່ຈາກການປະກົດຂອງພຣະຜູ້ເປັນເຈົ້າ;
|
||
\v 20 ແລະພຣະອົງຈະມອບໃຫ້ພຣະຄຣິດເຈົ້າ. ຜູ້ຊົງແຕ່ງຕັ້ງໃຫ້ເປັນພຣະເຢຊູຄຣິດເຈົ້າໃຫ້ແກ່ທ່ານ,
|
||
|
||
\s5
|
||
\v 21 ພຣະອົງຈຳຕ້ອງຢູ່ໃນສະຫວັນຈົນກ່ວາຈະຮອດເວລາທີ່ທຸກສິ່ງຈະຖືກສ້າງຕັ້ງຂຶ້ນມາໃໝ່, ຕາມທີ່ພຣະເຈົ້າໄດ້ກ່າວໄວ້ເປັນເວລາດົນນານແລ້ວ ໂດຍປາກຂອງບັນດາຜູ້ທຳນວາຍບໍຣິສຸດຂອງພຣະອົງ.
|
||
\v 22 ໂມເຊກ່າວຄວາມຈິງວ່າ, 'ອົງພຣະຜູ້ເປັນເຈົ້າຈະແຕ່ງຕັ້ງຜູ້ທຳນວາຍ ຄືກັບຂ້າພະເຈົ້າຂຶ້ນມາໃນທ່າມກາງພີ່ນ້ອງຂອງພວກທ່ານ. ພວກທ່ານຈະຟັງທຸກສິ່ງທີ່ພຣະອົງຈະກ່າວຕໍ່ພວກທ່ານ.
|
||
\v 23 ສິ່ງທີ່ຈະເກີດຂຶ້ນກັບທຸກຄົນ ທີ່ບໍ່ຟັງຜູ້ທຳນວາຍນັ້ນ ພວກເຂົາກໍຈະຖືກທຳລາຍໃຫ້ໝົດໄປຈາກຄົນທັງປວງ.'
|
||
|
||
\s5
|
||
\v 24 ແມ່ນແລ້ວ, ບັນດາຜູ້ທຳນວາຍຕັ້ງແຕ່ຊາມູເອນ, ແລະຄົນເຫລົ່ານັ້ນທີ່ມາພາຍຫລັງ, ພວກເຂົາກ່າວ ແລະ ປະກາດເຖິງມື້ເຫລົ່ານີ້.
|
||
\v 25 ພວກທ່ານເປັນເຊື້ອສາຍຂອງຜູ້ທຳນວາຍ ແລະຂອງພັນທະສັນຍາທີ່ພຣະເຈົ້າໄດ້ເຮັດໄວ້ກັບບັນພະບຸລຸດຂອງພວກທ່ານ, ພຣະອົງກ່າວກັບອັບຣາຮາມວ່າ, 'ບັນດາເຊື້ອສາຍຂອງແຜ່ນດິນໂລກທັງໝົດຈະໄດ້ຮັບພຣະພອນ ຍ້ອນເຊື້ອສາຍຂອງທ່ານ.'
|
||
\v 26 ຫລັງຈາກທີ່ພຣະເຈົ້າໄດ້ເຮັດໃຫ້ຜູ້ຮັບໃຊ້ຂອງພຣະອົງເປັນຄືນມາແລ້ວ, ພຣະອົງໄດ້ສົ່ງທ່ານໄປຫາພວກທ່ານກ່ອນ, ເພື່ອທີ່ຈະຊົງອວຍພອນແກ່ພວກທ່ານ ໂດຍການເຮັດໃຫ້ພວກທ່ານທຸກຄົນຫັນກັບຈາກຄວາມຊົ່ວຮ້າຍຂອງຕົນ."
|
||
|
||
\s5
|
||
\c 4
|
||
\cl ບົດທີ 4
|
||
\p
|
||
\v 1 ໃນຂະນະທີ່ ເປໂຕກັບໂຢຮັນ ກຳລັງເວົ້າກັບຄົນທັງປວງຢູ່ນັ້ນ, ບັນດາປະໂລຫິດ ແລະ ຫົວຫນ້າຮັກສາພຣະວິຫານ ແລະພວກຊາດູກາຍກໍພາກັນມາຫາພວກເຂົາ.
|
||
\v 2 ຄົນເຫລົ່ານັ້ນມີຄວາມກັງວົນໃຈຫລາຍ. ເພາະວ່າເປໂຕກັບໂຢຮັນ ກຳລັງສັ່ງສອນຄົນທັງຫລາຍ ແລະ ປະກາດການຄືນພຣະຊົນຈາກຄວາມຕາຍຂອງພຣະເຢຊູຄຣິດເຈົ້າ.
|
||
\v 3 ພວກເຂົາຈຶ່ງຈັບທ່ານທັງສອງໄປ ແລະ ຂັງໄວ້ໃນຄຸກຈົນຮອດເຊົ້າມື້ຕໍ່ມາ, ເພາະວ່າໃນຕອນນັ້ນເປັນເວລາຄ່ຳແລ້ວ.
|
||
\v 4 ແຕ່ຄົນຈຳນວນຫລາຍທີ່ໄດ້ຍິນຖ້ອຍຄຳນັ້ນກໍເຊື່ອ; ແລະ ນັບຈຳນວນຜູ້ຊາຍທີ່ເຊື່ອໄດ້ປະມານຫ້າພັນຄົນ.
|
||
|
||
\s5
|
||
\v 5 ໃນເຊົ້າມື້ຕໍ່ມາ ບັນດາຜູ້ທີ່ປົກຄອງກັບຜູ້ອາວຸໂສ, ແລະ ພວກທຳມະຈານກໍໄດ້ມາປະຊຸມກັນທີ່ນະຄອນ ເຢຣູຊາເລັມ.
|
||
\v 6 ອັນນາມະຫາປະໂລຫິດໃຫຍ່, ກາຢະຟາ, ໂຢຮັນ, ແລະ ອະເລັກຊັນເດີ, ແລະທຸກຄົນທີ່ເປັນຍາດພີ່ນ້ອງຂອງມະຫາປະໂລຫິດກໍຢູ່ທີ່ນັ້ນ.
|
||
\v 7 ເມື່ອພວກເຂົາໃຫ້ເປໂຕກັບໂຢຮັນຢືນຢູ່ທ່າມກາງພວກເຂົາແລ້ວ, ພວກເຂົາຈຶ່ງຖາມທ່ານທັງສອງວ່າ, "ພວກທ່ານເຮັດການນີ້, ໂດຍຣິດອຳນາດ, ຫລືໂດຍຊື່ຂອງໃຜ?"
|
||
|
||
\s5
|
||
\v 8 ແລ້ວເປໂຕ, ກໍເຕັມລົ້ນດ້ວຍພຣະວິນຍານບໍຣິສຸດເຈົ້າ, ກ່າວແກ່ພວກເຂົາວ່າ, “ທ່ານຜູ້ປົກຄອງປະຊາຊົນ, ແລະ ພວກຜູ້ອາວຸໂສທັງຫລາຍ,
|
||
\v 9 ຖ້າພວກທ່ານຈະຖາມຂ້າພະເຈົ້າເຖິງການດີທີ່ພວກເຮົາໄດ້ເຮັດເພື່ອຄົນເຈັບປ່ວຍ—ວ່າລາວດີຂຶ້ນເປັນປົກກະຕິໄດ້ແນວໃດ?
|
||
\v 10 ກໍຂໍໃຫ້ພວກທ່ານ ແລະ ຊົນຊາດອິດສະຣາເອນ, ທຸກຄົນຈົ່ງຮູ້ໄວ້ວ່າໃນພຣະນາມຂອງພຣະເຢຊູຄຣິດເຈົ້າແຫ່ງນາຊາເຣັດ, ຜູ້ທີ່ພວກທ່ານໄດ້ຖືກຄຶງທີ່ກາງແຂນ, ຜູ້ທີ່ພຣະເຈົ້າໄດ້ຊົງເຮັດໃຫ້ພຣະອົງເປັນຂຶ້ນມາຈາກຄວາມຕາຍ—ໂດຍພຣະອົງນີ້ແຫລະ ທີ່ເຮັດໃຫ້ຊາຍຄົນນີ້ຢືນຢູ່ຕໍ່ໜ້າທ່ານທັງຫລາຍເປັນປົກກະຕິ.
|
||
|
||
\s5
|
||
\v 11 ພຣະເຢຊູຄຣິດເຈົ້າຊົງເປັນສີລາທີ່ນາຍຊ່າງກໍ່ສ້າງໄດ້ປະຖິ້ມແຕ່ໄດ້ຖືກສ້າງໃຫ້ເປັນສີລາເສົາເອກແລ້ວ.
|
||
\v 12 ບໍ່ມີຄວາມລອດພົ້ນໃນຜູ້ອື່ນເລີຍ, ເພາະວ່າບໍ່ມີຊື່ອື່ນໃດທົ່ວໃຕ້ຟ້າທີ່ຊົງມອບທ່າມກາງມະນຸດທັງປວງ, ທີ່ສ້າງໃຫ້ພວກເຮົາໄດ້ຮັບຄວາມລອດພົ້ນໄດ້."
|
||
|
||
\s5
|
||
\v 13 ເມື່ອພວກເຂົາເຫັນຄວາມກ້າຫານຂອງເປໂຕກັບໂຢຮັນ, ພວກເຂົາຮູ້ວ່າທ່ານທັງສອງແມ່ນຄົນທຳມະດາ, ແລະບໍ່ມີການສຶກສາ, ພວກເຂົາກໍແປກໃຈ, ແລະ ຈື່ໄດ້ວ່າເປໂຕກັບໂຢຮັນເຄີຍຢູ່ກັບພຣະເຢຊູຄຣິດເຈົ້າ.
|
||
\v 14 ເພາະວ່າພວກເຂົາເຫັນວ່າຊາຍຄົນນັ້ນທີ່ໄດ້ຮັບການປິ່ນປົວຢືນຢູ່ກັບທ່ານທັງສອງ, ພວກເຂົາກໍບໍ່ມີຫຍັງທີ່ຈະຕໍ່ຕ້ານໄດ້.
|
||
|
||
\s5
|
||
\v 15 ຫລັງຈາກນັ້ນ ພວກເຂົາກໍສັ່ງໃຫ້ພວກອັກຄະສາວົກອອກຈາກທີ່ປະຊູມສະພານັ້ນ, ແລ້ວພວກເຂົາຈຶ່ງສົນທະນາກັນໃນພວກເຂົາເອງ.
|
||
\v 16 ພວກເຂົາກ່າວວ່າ, "ພວກເຮົາຈະເຮັດແນວໃດກັບຄົນເຫລົ່ານີ້? ເພາະວ່າຄວາມຈິງທີ່ພວກເຂົາໄດ້ເຮັດການອັດສະຈັນທີ່ຍິ່ງໃຫຍ່ ເຊິ່ງທຸກຄົນທີ່ອາໄສຢູ່ໃນນະຄອນ ເຢຣູຊາເລັມ; ກໍຮູ້ເລື່ອງນີ້ ເຊິ່ງພວກເຮົາກໍປະຕິເສດບໍ່ໄດ້.
|
||
\v 17 ແຕ່ເພື່ອບໍ່ໃຫ້ເລື່ອງນີ້ແຜ່ລາມອອກໄປທ່າມກາງປະຊາຊົນ, ພວກເຮົາຈະເຕືອນພວກເຂົາຢ່າໃຫ້ເວົ້າອອກຊື່ນີ້ກັບໃຜອີກຕໍ່ໄປ."
|
||
\v 18 ດັ່ງນັ້ນພວກເຂົາຈຶ່ງເອີ້ນເປໂຕກັບໂຢຮັນເຂົ້າມາ. ແລະສັ່ງຢ້ຳກັບພວກທ່ານບໍ່ໃຫ້ເວົ້າ ຫລື ສອນກ່ຽວກັບພຣະນາມຂອງພຣະເຢຊູຄຣິດເຈົ້າອີກເລີຍ.
|
||
|
||
\s5
|
||
\v 19 ແຕ່ເປໂຕກັບໂຢຮັນກ່າວຕອບພວກເຂົາວ່າ, "ພວກທ່ານຈົ່ງພິຈາລະນາເບິ່ງ ຈະຟັງຄວາມພວກທ່ານ ຫລືຟັງຄວາມຂອງພຣະເຈົ້າອັນໃດເປັນສິ່ງຖືກຕ້ອງຕໍ່ສາຍຕາຍພຣະເຈົ້າ?
|
||
\v 20 ເພາະວ່າຂ້າພະເຈົ້າຈະບໍ່ເວົ້າເຖິງສິ່ງທີ່ຂ້າພະເຈົ້າໄດ້ເຫັນ ແລະ ໄດ້ຍິນນັ້ນກໍບໍ່ໄດ້."
|
||
|
||
\s5
|
||
\v 21 ຫລັງຈາກທີ່ໄດ້ຢໍ້າເຕືອນເປໂຕກັບໂຢຮັນແລ້ວ, ພວກເຂົາປ່ອຍທ່ານທັງສອງໄປ. ພວກເຂົາຊອກຫາສາເຫດທີ່ຈະລົງໂທດທ່ານທັງສອງບໍ່ໄດ້, ເພາະວ່າທຸກຄົນກຳລັງສັນລະເສີນພຣະເຈົ້າໃນເຫດການທີ່ເກີດຂື້ນ.
|
||
\v 22 ຊາຍຄົນນັ້ນທີ່ໄດ້ຮັບການຮັກສາຈາກພະຍາດໂດຍຣິດອຳນາດນັ້ນກໍມີອາຍຸຫລາຍກວ່າສີ່ສິບປີ.
|
||
|
||
\s5
|
||
\v 23 ຫລັງຈາກທີ່ໄດ້ຮັບການປ່ອຍຕົວແລ້ວ, ເປໂຕກັບໂຢຮັນຈຶ່ງໄປຫາພີ່ນ້ອງຂອງຕົນ ແລະໄດ້ເລົ່າເລື່ອງທັງໝົດທີ່ພວກຫົວໜ້າ ປະໂລຫິດ ແລະ ຜູ້ອາວູໂສໄດ້ກ່າວຕໍ່ພວກເຂົາ.
|
||
\v 24 ເມື່ອພວກເຂົາໄດ້ຍິນເລື່ອງນີ້, ກໍຮ່ວມໃຈກັນຮ້ອງສຽງດັງຫາພຣະເຈົ້າວ່າ, "ອົງພຣະຜູ້ເປັນເຈົ້າ, ພຣະອົງໄດ້ສ້າງຟ້າສະຫວັນ ແລະ ແຜ່ນດິນໂລກ ແລະ ທະເລ, ແລະ ສັບພະສີ່ງທີ່ມີຢູ່ໃນນັ້ນ.
|
||
\v 25 ພຣະອົງຜູ້ທີ່ກ່າວໄວ້ໂດຍພຣະວິນຍານບໍຣິສຸດ ແລະ ໂດຍປາກຂອງດາວິດ, ບັນພະບຸລຸດຂອງພວກເຮົາຜູ້ຮັບໃຊ້ຂອງພຣະອົງວ່າ, 'ເຫດໃດຄົນຕ່າງຊາດຈຶ່ງໂຫດຮ້າຍຢ່າງຮຸນແຮງ, ແລະ ຄົນທັງຫລາຍຈຶ່ງກໍ່ອຸບາຍອັນໄຮ້ປະໂຫຍດ?'
|
||
|
||
\s5
|
||
\v 26 ບັນດາ, 'ກະສັດຂອງໂລກນີ້ໄດ້ຕັ້ງລວມໂຕກັນຂື້ນ, ແລະບັນດາຜູ້ປົກຄອງກໍລວມໂຕກັນຕໍ່ຕ້ານອົງພຣະຜູ້ເປັນເຈົ້າ, ແລະຕໍ່ຕ້ານພຣະຄຣິດຂອງພຣະອົງ.'
|
||
|
||
\s5
|
||
\v 27 ໃນຄວາມເປັນຈິງ, ທັງເຮໂຣດແລະປົນທຽວປີລາດ, ກັບພວກຄົນຕ່າງຊາດ ແລະ ຊົນຊາດອິດສະຣາເອນ, ໄດ້ເຕົ້າໂຮມກັນໃນເມືອງນີ້ຕໍ່ຕ້ານກັບພຣະເຢຊູຄຣິດເຈົ້າ, ຜູ້ຮັບໃຊ້ບໍຣິສຸດຂອງພຣະອົງທີ່ຊົງເຈີມໄວ້ແລ້ວ.
|
||
\v 28 ພວກເຂົາໄດ້ເຕົ້າໂຮມກັນເພື່ອທີ່ຈະເຮັດທຸກສິ່ງຕາມພຣະຫັດ ແລະ ພຣະປະສົງຂອງພຣະອົງທີ່ໄດ້ຕັດສິນພຣະໄທ ຕໍ່ສິ່ງທີ່ຈະເກີດຂຶ້ນໃນອະນາຄົດ.
|
||
|
||
\s5
|
||
\v 29 ບັດນີ້, ອົງພຣະຜູ້ເປັນເຈົ້າ, ຂໍໂຜດຫລຽວເບິ່ງຄຳຂົ່ມຂູ່ຂອງພວກເຂົາ ແລະ ຂໍໃຫ້ບັນດາຜູ້ຮັບໃຊ້ຂອງພຣະອົງທີ່ຈະກ່າວພຣະທັມຂອງພຣະອົງດ້ວຍໃຈກ້າຫານ.
|
||
\v 30 ເພື່ອວ່າໃນຂະນະທີ່ພຣະອົງຊົງເດ່ພຣະຫັດຂອງພຣະອົງອອກເພື່ອການຮັກສານັ້ນໝາຍສຳຄັນ, ແລະການອັດສະຈັນຈະເກີດຂຶ້ນໂດຍພຣະນາມຂອງພຣະເຢຊູູຄຣິດເຈົ້າ. ຜູ້ຮັບໃຊ້ທີ່ບໍຣິສຸດຂອງພຣະອົງ."
|
||
\v 31 ເມື່ອພວກເຂົາອະທິຖານຈົບແລ້ວ, ສະຖານທີ່ເຊິ່ງພວກເຂົາປະຊຸມຢູ່ນັ້ນກໍສັ່ນສະເທືອນ, ແລ້ວພວກເຂົາກໍເຕັມລົ້ນໄປດ້ວຍພຣະວິນຍານບໍຣິສຸດເຈົ້າ ແລະ ກ່າວພຣະທັມຂອງພຣະເຈົ້າດ້ວຍໃຈກ້າຫານ.
|
||
|
||
\s5
|
||
\v 32 ຄົນທີ່ເຊື່ອຈຳນວນຫລາຍກໍມີໃຈ ແລະ ຈິດວິນຍານດຽວກັນ. ບໍ່ມີໃຜອ້າງວ່າຊັບສົມບັດທີ່ພວກເຂົາມີເປັນຂອງຕົນເອງ, ແຕ່ຊັບສົມບັດທັງຫມົດທີ່ພວກເຂົາມີແມ່ນຂອງສ່ວນກາງ.
|
||
\v 33 ດ້ວຍຣິດອຳນາດອັນຍິ່ງໃຫຍ່ ບັນດາອັກຄະສາວົກກໍປະກາດຄຳພະຍານເຖິງການຄືນພຣະຊົນຂອງພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າ, ແລະພຣະຄຸນອັນຍິ່ງໃຫຍ່ກໍຢູ່ກັບພວກເຂົາທຸກຄົນ.
|
||
|
||
\s5
|
||
\v 34 ໃນພວກເຂົາບໍ່ມີຜູ້ໃດຂາດເຂີນສິ່ງໃດໆ, ເພາະວ່າທຸກຄົນທີ່ເປັນເຈົ້າຂອງທີ່ດິນ ແລະ ເຮືອນກໍຂາຍມັນໄປ ແລະນຳເງິນທີ່ໄດ້ຈາກການຂາຍສິ່ງເຫລົ່ານັ້ນ.
|
||
\v 35 ວາງໄວ້ທີ່ 'ຕີນ, ຂອງພວກອັກຄະສາວົກແລະແຈກຢາຍໃຫ້ກັບຜູ້ທີ່ເຊື່ອ ແຕ່ລະຄົນຕາມຄວາມຈຳເປັນ.
|
||
|
||
\s5
|
||
\v 36 ໂຢເຊັບເປັນ, ຄົນເລວີ, ທີ່ມາຈາກເກາະ ໄຊປຣັສ ເຊິ່ງບັນດາອັກຄະສາວົກຊື່ວ່າບາຣະນາບາ (ເຊິ່ງຫມາຍຄວາມວ່າ ລູກແຫ່ງການໜູນໃຈ),
|
||
\v 37 ມີທີ່ດິນແລ້ວຂາຍໄປ ແລະ ນຳເງິນນັ້ນມາວາງໄວ້ທີ່ 'ຕີນ. ຂອງພວກອັກຄະສາວົກ.
|
||
|
||
\s5
|
||
\c 5
|
||
\cl ບົດທີ 5
|
||
\p
|
||
\v 1 ມີຊາຍຄົນໜຶ່ງຊື່ວ່າອານາເນຍ, ກັບຊາຟີຣາເມຍຂອງລາວ, ໄດ້ຂາຍທີ່ດິນ,
|
||
\v 2 ແລ້ວຮັກສາເງິນທີ່ຂາຍໄດ້ສ່ວນໜຶ່ງໄວ້ (ເມຍຂອງລາວກໍຮູ້ເລື່ອງນີ້ດ້ວຍ), ແລະໄດ້ນຳເອົາເງິນອີກສ່ວນໜຶ່ງມາວາງໄວ້ທີ່ຕີນ. ຂອງພວກອັກຄະສາວົກ.
|
||
|
||
\s5
|
||
\v 3 ເປໂຕກ່າວວ່າ, "ອານາເນຍ, ເປັນຫຍັງຊາຕານຈຶ່ງຄວບຄຸມຈິດໃຈຂອງທ່ານໃຫ້ຕົວະຕໍ່ພຣະວິນຍານບໍຣິສຸດເຈົ້າ ແລະຮັກສາເງິນສ່ວນໜຶ່ງຂອງຄ່າດິນນັ້ນໄວ້?
|
||
\v 4 ເມື່ອທີ່ດິນຍັງບໍ່ໄດ້ຖືກຂາຍນັ້ນ, ມັນກໍຍັງເປັນຂອງທ່ານບໍ່ແມ່ນຫລື, ແລະຫລັງຈາກຂາຍມັນໄປແລ້ວ, ມັນກໍຍັງຢູ່ໃນອຳນາດຂອງທ່ານບໍ່ແມ່ນຫລື? ສິ່ງໃດທີ່ເຮັດໃຫ້ໃຈຂອງທ່ານຄິດເຮັດແບບນີ້? ທ່ານບໍ່ໄດ້ຕົວະຕໍ່ມະນຸດ, ແຕ່ໄດ້ຕົວະຕໍ່ພຣະເຈົ້າ."
|
||
\v 5 ເມື່ອອານາເນຍໄດ້ຍິນຖ້ອຍຄຳເຫລົ່ານີ້, ລາວກໍ່ລົ້ມລົງ ແລະ ສິ້ນໃຈ, ທຸກຄົນທີ່ໄດ້ຍິນເລື່ອງນີ້ກໍເກີດຄວາມຢ້ານກົວທີ່ສຸດ.
|
||
\v 6 ພວກຄົນໜຸ່ມກໍເຂົ້າມາຫໍ່ສົບຂອງລາວ, ແລ້ວຫາມລາວອອກໄປຝັງ.
|
||
|
||
\s5
|
||
\v 7 ຫລັງຈາກນັ້ນປະມານສາມຊົ່ວໂມງ, ເມຍຂອງລາວເຊິ່ງບໍ່ຮູ້ກ່ຽວກັບເຫດການທີ່ເກີດຂື້ນ, ກໍເຂົ້າມາ.
|
||
\v 8 ເປໂຕຈຶ່ງກ່າວກັບນາງວ່າ, "ຈົ່ງບອກເຮົາເຖີດວ່າ ເຈົ້າຂາຍທີ່ດິນໄດ້ພຽງແຕ່ລາຄາເທົ່ານັ້ນບໍ?. "ນາງຕອບວ່າ "ແມ່ນແລ້ວ, ໄດ້ເທົ່ານັ້ນແຫລະ."
|
||
|
||
\s5
|
||
\v 9 ແລ້ວເປໂຕກ່າວກັບນາງວ່າ, "ພວກທ່ານເປັນຫຍັງຈຶ່ງໄດ້ພ້ອມໃຈກັນທົດລອງພຣະວິນຍານຂອງອົງພຣະຜູ້ເປັນເຈົ້າ? ເບິ່ງແມ, ຕີນຂອງຜູ້ທີ່ຝັງສົບຜົວຂອງທ່ານຢູ່ທີ່ປະຕູ, ແລະພວກເຂົາຈະຫາມສົບຂອງທ່ານອອກໄປດ້ວຍ."
|
||
\v 10 ທັນໃດນັ້ນ ນາງກໍລົ້ມລົງສິ້ນໃຈທີ່ຕີນຂອງເປໂຕ. ເມື່ອພວກຄົນໜຸ່ມເຂົ້າມາ, ເຫັນວ່ານາງຕາຍແລ້ວ, ແລະພວກເຂົາກໍຫາມສົບຂອງນາງອອກໄປຝັງໄວ້ຢູ່ຂ້າງຜົວຂອງນາງ.
|
||
\v 11 ທົ່ວທັງຄຣິສຕະຈັກ, ແລະທຸກຄົນທີ່ໄດ້ຍິນເຫດການນັ້ນກໍເກີດຄວາມຢ້ານກົວຫລາຍ.
|
||
|
||
\s5
|
||
\v 12 ມີໝາຍສຳຄັນ ແລະ ການອັດສະຈັນຫລວງຫລາຍເກີດຂຶ້ນທ່າມກາງປະຊາຊົນຜ່ານມືຂອງພວກອັກຄະສາວົກ. ພວກເຂົາຊຸມນຸມກັນຢູ່ທີ່ລະບຽງຂອງ ໂຊໂລໂມນ.
|
||
\v 13 ແຕ່ບໍ່ມີໃຜກ້າທີ່ຈະເຂົ້າໄປຮ່ວມກັບພວກເຂົາ; ແຕ່ພວກເຂົາກໍໄດ້ຮັບຄວາມເຄົາລົບນັບຖືຢ່າງສູງຈາກປະຊາຊົນ.
|
||
|
||
\s5
|
||
\v 14 ຜູ້ທີ່ເຊື່ອຍັງເຂົ້າມາເປັນສາວົກຂອງອົງພຣະຜູ້ເປັນເຈົ້າຫລາຍຂື້ນທັງຊາຍ ແລະ ຍິງ,
|
||
\v 15 ຈົນພວກເຂົາເຖິງຂັ້ນຫາມຄົນເຈັບປ່ວຍໄປຕາມຫົນທາງ ແລະວາງພວກເຂົາໄວ້ເທິງບ່ອນນອນ, ເພື່ອເວລາທີ່ເປໂຕໄດ້ຍ່າງຜ່ານໄປ, ເງົາຂອງທ່ານອາດຈະສ່ອງລົງມາໃສ່ພວກເຂົາບາງຄົນ.
|
||
\v 16 ມີປະຊາຊົນຈຳນວນຫລາຍມາຈາກເມືອງທີ່ຢູ່ອ້ອມຂ້າງນະຄອນ ເຢຣູຊາເລັມ, ກໍໄດ້ພາກັນມາ ແລະ ນຳເອົາຄົນເຈັບປ່ວຍແລະຄົນທີ່ທົນທຸກທໍລະມານຈາກຜີຊົ່ວຮ້າຍມາດ້ວຍ, ແລະ ພວກເຂົາກໍໄດ້ຮັບການຮັກສາໃຫ້ຫາຍດີທຸກຄົນ.
|
||
|
||
\s5
|
||
\v 17 ມະຫາປະໂລຫິດໃຫຍ່ ແລະ ບັນດາຜູ້ທີ່ຢູ່ຝ່າຍເຂົາ (ທີ່ເປັນພວກຊາດູກາຍ) ກໍໄດ້ລຸກຂຶ້ນໄປ; ພວກເຂົາເຕັມໄປດ້ວຍຄວາມອິດສາ
|
||
\v 18 ຈຶ່ງໄດ້ຈັບພວກອັກຄະສາວົກ, ແລະຂັງໄວ້ຢູ່ໃນຄຸກ.
|
||
|
||
\s5
|
||
\v 19 ແຕ່ໃນເວລາຕອນກາງຄືນ ເທວະດາຂອງອົງພຣະຜູ້ເປັນເຈົ້າໄດ້ເປີດປະຕູຄຸກ ແລະ ນຳພວກເຂົາອອກໄປ, ແລະກ່າວວ່າ,
|
||
\v 20 "ຈົ່ງໄປ, ຢືນຢູ່ໃນພຣະວິຫານ ແລະ ບອກປະຊາຊົນກ່ຽວກັບບັນດາຖ້ອຍຄຳແຫ່ງຊີວິດນີ້."
|
||
\v 21 ເມື່ອພວກເຂົາໄດ້ຍິນເຊັ່ນນີ້, ຈຶ່ງໄດ້ເຂົ້າໄປໃນພຣະວິຫານຕອນຮຸ່ງເຊົ້າແລະສັ່ງສອນ. ແຕ່ເມື່ອມະຫາປະໂລຫິດ ແລະ ຜູ້ທີ່ຕິດຕາມນັ້ນໄດ້ມາ, ກໍເອີ້ນປະຊຸມສະພາຂອງຊາວຢິວ, ພວກຜູ້ອາວຸໂສທັງຫມົດຂອງຊົນຊາດອິດສະຣາເອນ, ແລະໃຊ້ຄົນໄປທີ່ຄຸກເພື່ອນຳເອົາພວກອັກຄະສາວົກອອກມາ.
|
||
|
||
\s5
|
||
\v 22 ແຕ່ເມື່ອພວກເຈົ້າຫນ້າທີ່ໄປແລ້ວກໍບໍ່ພົບເຫັນພວກອັກຄະສາວົກຢູ່ໃນຄຸກ, ພວກເຂົາຈຶ່ງໄດ້ກັບມາລາຍງານວ່າ,
|
||
\v 23 "ພວກເຮົາເຫັນປະຕູຄຸກປິດຢ່າງແໜ້ນໜາແລະພວກຄົນຍາມກໍຢືນເຝົ້າຢູ່ທີ່ປະຕູ, ແຕ່ເມື່ອພວກເຮົາເປີດປະຕູເຂົ້າໄປ, ກໍບໍ່ເຫັນມີຜູ້ໃດຢູ່ພາຍໃນນັ້ນ."
|
||
|
||
\s5
|
||
\v 24 ເມື່ອຫົວໜ້າຮັກສາພຣະວິຫານ ແລະ ພວກຫົວໜ້າມະຫາປະໂຣຫິດໄດ້ຍິນຖ້ອຍຄຳເຫລົ່ານີ້, ພວກເຂົາກໍສັບສົນຫລາຍເຖິງເຫດການກ່ຽວກັບພວກອັກຄະສາວົກ.
|
||
\v 25 ແລ້ວມີບາງຄົນເຂົ້າມາບອກກັບພວກເຂົາວ່າ, "ພວກຄົນທີ່ທ່ານຂັງໄວ້ຢູ່ໃນຄຸກກຳລັງຢືນສັ່ງສອນປະຊາຊົນຢູ່ໃນພຣະວິຫານ."
|
||
|
||
\s5
|
||
\v 26 ດັ່ງນັ້ນ ຫົວໜ້າຮັກສາພຣະວິຫານກັບພວກເຈົ້າໜ້າທີ່, ຈຶ່ງໄດ້ອອກໄປນຳຕົວພວກອັກຄະສາວົກກັບມາ, ແຕ່ໂດຍບໍ່ໃຊ້ຄວາມຮຸນແຮງ, ເພາະວ່າພວກເຂົາຢ້ານວ່າປະຊາຊົນຈະແກ່ວງກ້ອນຫີນໃສ່.
|
||
\v 27 ເມື່ອພວກເຂົາພາພວກອັກຄະສາວົກມາແລ້ວ, ກໍໃຫ້ຢືນຢູ່ຕໍ່ໜ້າສະພາ, ແລ້ວມະຫາປະໂລຫິດຈຶ່ງສອບຖາມພວກທ່ານ,
|
||
\v 28 ວ່າ, "ຂ້າພະເຈົ້າໄດ້ເຕືອນກັບພວກທ່ານຢ່າງຈິງຈັງແລ້ວວ່າບໍ່ໃຫ້ສັ່ງສອນໂດຍອອກຊື່ນີ້, ແຕ່ພວກທ່ານກຳລັງເຮັດ, ໃຫ້ຄຳສອນຂອງພວກທ່ານແຜ່ກະຈາຍໄປທົ່ວນະຄອນ ເຢຣູຊາເລັມ, ແລະຕ້ອງການໃຫ້ຄວາມຜິດເລື່ອງຂອງເລືອດຂອງຊາຍຄົນນີ້ຈະຕົກຢູ່ກັບພວກຂ້າພະເຈົ້າ."
|
||
|
||
\s5
|
||
\v 29 ເປໂຕ ແລະ ບັນດາອັກຄະສາວົກຕອບວ່າ, "ພວກຂ້າພະເຈົ້າຈຳເປັນຕ້ອງເຊື່ອຟັງພຣະເຈົ້າຫລາຍກວ່າເຊື່ອຟັງມະນຸດ.
|
||
\v 30 ພະເຢຊູຄຣິດເຈົ້າຜູ້ທີ່ທ່ານໄດ້ຂ້າ ແລະ ແຂວນໄວ້ຢູ່ເທິງຕົ້ນໄມ້ ພຣະເຈົ້າຂອງບັນພະບຸລຸດຂອງເຮົາໄດ້ເປັນຄືນມາແລ້ວ.
|
||
\v 31 ພຣະເຈົ້າຊົງຍົກພຣະອົງຂຶ້ນໄວ້ຢູ່ທີ່ເບື້ອງຂວາພຣະຫັດຂອງພຣະອົງ, ເພື່ອໃຫ້ເປັນອົງພຣະຜູ້ນຳ ແລະ ເປັນພຣະຜູ້ຊ່ອຍໃຫ້ລອດພົ້ນເພື່ອຈະໃຫ້ຊົນຊາດອິດສະຣາເອນກັບໃຈໃໝ່, ແລະຊົງອະໄພບາບ.
|
||
\v 32 ພວກເຮົາເປັນພະຍານໃນເລື່ອງນີ້, ແລະພຣະວິນຍານບໍຣິສຸດເຈົ້າ, ຜູ້ທີ່ພຣະເຈົ້າໄດ້ມອບໃຫ້ກັບຄົນເຫລົ່ານັ້ນ ທີ່ເຊື່ອຟັງພຣະອົງກໍຊົງເປັນພະຍານເຊັ່ນກັນ."
|
||
|
||
\s5
|
||
\v 33 ເມື່ອພວກສະມາຊິກສະພາໄດ້ຍິນແນວນັ້ນ, ກໍແຄ້ນໃຈຫລາຍ ແລະ ຕ້ອງການຂ້າພວກອັກຄະສາວົກ.
|
||
\v 34 ແຕ່ມີຄົນຟາຣີຊາຍຄົນ ໜຶ່ງຊື່ວ່າຄາມາລິເອັນ, ແລະເປັນອາຈານສອນພຣະບັນຍັດ, ຊຶ່ງເປັນທີ່ເຄົາລົບຈາກປະຊາຊົນ, ໄດ້ຢືນຂຶ້ນ ແລະ ສັ່ງໃຫ້ພາພວກອັກຄະສາວົກອອກໄປທາງນອກຊົ່ວຄາວ.
|
||
|
||
\s5
|
||
\v 35 ທ່ານຈຶ່ງກ່າວກັບພວກເຂົາວ່າ, "ທ່ານຊົນຊາດອິດສະຣາເອນ, ສິ່ງທີ່ທ່ານສະເໜີທີ່ຈະເຮັດກັບຄົນເຫລົ່ານີ້ ຈົ່ງລະວັງໃຫ້ດີ.
|
||
\v 36 ເພາະວ່າກ່ອນຫນ້ານີ້, ທູດາ ໄດ້ປະກົດຕົວຂຶ້ນໂດຍອ້າງວ່າ, ລາວເປັນຕົນສຳຄັນ, ມີຄົນປະມານສີ່ຮ້ອຍຄົນໄດ້ເຂົ້າຮ່ວມກັບລາວ. ລາວໄດ້ຖືກຂ້າຕາຍ, ແລະ ບັນດາຄົນທີ່ເຊື່ອຟັງລາວກໍກະຈັດກະຈາຍແລະຫາຍສາບສູນໄປ.
|
||
\v 37 ຕໍ່ຈາກຊາຍຄົນນີ້ຄື, ຢູດາ ຊາວຄາລີເລໄດ້ປະກົດຕົວຂຶ້ນໃນລະຫວ່າງທີ່ມີການຈົດທະບຽນສຳມະໂນຄົວ ແລະກະຕຸ້ນຜູ້ຄົນໃຫ້ຕິດຕາມລາວ. ລາວກໍພິນາດດ້ວຍ, ແລະບັນດາຄົນທີ່ເຊື່ອຟັງລາວກໍກະຈັດກະຈາຍໄປຫມົດ.
|
||
|
||
\s5
|
||
\v 38 ບັດນີ້ ຂ້າພະເຈົ້າຂໍບອກພວກທ່ານວ່າ, ຈົ່ງປ່ອຍໃຫ້ຄົນເຫລົ່ານີ້ໄປຕາມເລື່ອງ ຢ່າໄປເຮັດຫຍັງກັບພວກເຂົາເລີຍ, ເພາະວ່າຖ້າແມ່ນແຜນການ ຫລື ກິດຈະການທີ່ມາຈາກມະນຸດ, ມັນຈະພັງລົງໂດຍຕົວຂອງມັນເອງ.
|
||
\v 39 ແຕ່ຖ້າມາຈາກພຣະເຈົ້າ, ພວກທ່ານບໍ່ສາມາດທີ່ຈະໂຄ່ນລົ້ມພວກເຂົາໄດ້; ຢ້ານວ່າພວກທ່ານຈະເປັນຜູ້ຕໍ່ຕ້ານກັບພຣະເຈົ້າ." ດັ່ງນັ້ນພວກເຂົາຈຶ່ງຍອມຟັງຄາມາລິເອັນ.
|
||
|
||
\s5
|
||
\v 40 ພວກເຂົາຈຶ່ງໄດ້ເອີ້ນພວກອັກຄະສາວົກເຂົ້າມາ ແລະ ທຸບຕີພວກທ່ານ ແລະ ສັ່ງຫ້າມບໍ່ໃຫ້ອອກພຣະນາມຂອງພຣະເຢຊູຄຣິດເຈົ້າ, ແລ້ວປ່ອຍພວກເຂົາໄປ.
|
||
\v 41 ພວກອັກຄະສາວົກຈຶ່ງອອກມາຈາກສະພາດ້ວຍຄວາມຊື່ນຊົມຍິນດີ. ທີ່ເຫັນວ່າພວກເຂົາສົມຄວນທີ່ຈະໄດ້ຮັບການໝິ່ນປະໝາດຍ້ອນພຣະນາມນັ້ນ.
|
||
\v 42 ຕັ້ງແຕ່ນັ້ນມາ, ພວກທ່ານກໍຍັງຄົງສືບຕໍ່ສັ່ງສອນ ແລະ ປະກາດວ່າພຣະເຢຊູຄຣິດເຈົ້າຄືພຣະຄຣິດ, ໃນພຣະວິຫານ, ແລະ ຕາມບ້ານເຮືອນທຸກໆມື້ບໍ່ໄດ້ຂາດ,
|
||
|
||
\s5
|
||
\c 6
|
||
\cl ບົດທີ 6
|
||
\p
|
||
\v 1 ໃນເວລານັ້ນ, ເມື່ອພວກສາວົກກຳລັງເພີ່ມທະວີຈຳນວນຂື້ນ, ພວກຊາວຢິວທີ່ເວົ້າພາສາກຣີກກໍພາກັນຈົ່ມກ່ຽວກັບຊາວຢິວທີ່ເວົ້າພາສາເຮັບເຣີ, ເພາະວ່າບັນດາແມ່ໝ້າຍຂອງພວກເຂົາບໍ່ໄດ້ຮັບການເອົາໃຈໃສ່ ແລະ ບໍ່ໄດ້ຮັບແຈກອາຫານປະຈຳວັນ.
|
||
|
||
\s5
|
||
\v 2 ອັກຄະສາວົກສິບສອງຄົນຈຶ່ງໄດ້ເອີ້ນພວກສາວົກຈຳນວນຫລວງຫລາຍມາຫາພວກທ່ານ ແລະກ່າວວ່າ, "ມັນເປັນສິ່ງທີ່ບໍ່ສົມຄວນທີ່ພວກເຮົາຈະບໍ່ໃສ່ໃຈພຣະທັມຂອງພຣະເຈົ້າ ແຕ່ເພື່ອໃຫ້ສາມາດມາແຈກຢາຍອາຫານໄດ້ນັ້ນ.
|
||
\v 3 ພີ່ນ້ອງທັງຫລາຍ, ທ່ານຄວນຈະເລືອກເອົາເຈັດຄົນໃນພວກທ່ານ, ທີ່ເປັນຄົນທີ່ມີຊື່ສຽງດີ, ເຕັມລົ້ນໄປດ້ວຍພຣະວິນຍານບໍຣິສຸດເຈົ້າ, ແລະ ສະຕິປັນຍາ ຜູ້ທີ່ຂ້າພະເຈົ້າຈະຕັ້ງໃຫ້ເພື່ອເບິ່ງແຍງວຽກງານນີ້.
|
||
\v 4 ສ່ວນພວກທ່ານ, ຈະຍັງຄົງຢູ່ໃນການອະທິຖານ ແລະ ພາລະກິດດ້ານພຣະທັມຂອງພຣະເຈົ້າສະເໝີໄປ."
|
||
|
||
\s5
|
||
\v 5 ຄຳກ່າວຂອງພວກອັກຄະສາວົກເປັນທີ່ພໍໃຈໃຫ້ຝູງຊົນ, ດັ່ງນັ້ນພວກເຂົາຈຶ່ງເລືອກເອົາຊະເຕຟາໂນ, ຜູ້ທີ່ເຕັມໄປດ້ວຍຄວາມເຊື່ອ ແລະ ພຣະວິນຍານບໍຣິສຸດເຈົ້າ, ແລະ ຟີລິບ, ໂປໂຄໂລ, ນີກາໂນ, ຕີໂມນ, ປາເມນາ, ແລະ ນີໂກລາໂອຊາວເມືອງ ອັນຕີໂອເຂຍທີ່ເຂົ້າໃນສາສະໜາຢິວ.
|
||
\v 6 ບັນດາຜູ້ທີ່ເຊື່ອນຳຄົນເຫລົ່ານີ້ມາຢູ່ຕໍ່ຫນ້າ ພວກອັກຄະສາວົກ, ຜູ້ທີ່ອະທິຖານ ແລະ ວາງມືເທິງພວກເຂົາ.
|
||
|
||
\s5
|
||
\v 7 ເມື່ອພຣະທັມຂອງພຣະເຈົ້າຂະຫຍາຍ ແລະ ຈຳນວນສາວົກໃນນະຄອນ ເຢຣູຊາເລັມເພີ່ມຂື້ນຢ່າງວ່ອງໄວ, ພວກປະໂລຫິດກໍໄດ້ມາເຊື່ອຖືເປັນຈຳນວນຫລາຍ.
|
||
|
||
\s5
|
||
\v 8 ຊະເຕຟາໂນ, ຜູ້ເຕັມໄປດ້ວຍພຣະຄຸນ ແລະ ຣິດເດດ, ໄດ້ເຮັດການອັດສະຈັນ ແລະ ໝາຍສຳຄັນອັນຍິ່ງໃຫຍ່ໃນທ່າມກາງປະຊາຊົນ.
|
||
\v 9 ແຕ່ວ່າມີຄົນຈາກທຳມະສາລາທີ່ເອີ້ນວ່າໂຮງທຳຂອງຊາວຢິວອົບພະຍົບ, ທີ່ເປັນຊາວກີເຣເນ ແລະ ຊາວອາເລັກຊັນເດຍ, ແລະບາງຄົນຈາກແຂວງກີລີເກຍ ແລະ ເອເຊຍ, ຄົນເຫລົ່ານີ້ກຳລັງໂຕ້ຖຽງກັບຊະເຕຟາໂນ.
|
||
|
||
\s5
|
||
\v 10 ແຕ່ພວກເຂົາບໍ່ສາມາດຕໍ່ສູ້ກັບຖ້ອຍຄຳທີ່ຊະເຕຟາໂນກ່າວດ້ວຍສະຕິປັນຍາ ແລະ ພຣະວິນຍານບໍຣິສູດເຈົ້າໄດ້.
|
||
\v 11 ພວກເຂົາໄດ້ຊັກຊວນບາງຄົນແບບລັບໆເພື່ອໃຫ້ກ່າວວ່າ, "ຂ້າພະເຈົ້າໄດ້ຍິນຊະເຕຟາໂນເວົ້າຖ້ອຍຄຳໝິ່ນປະໝາດໂມເຊ ແລະ ພຣະເຈົ້າ."
|
||
|
||
\s5
|
||
\v 12 ພວກເຂົາປຸກລະດົມປະຊາຊົນ, ພວກຜູ້ອາວຸໂສ, ແລະພວກທຳມະຈານ, ແລະພວກຄົນເຫລົ່ານັ້ນກໍໄດ້ເຂົ້າມາຈັບຊະເຕຟາໂນ ແລະ ພາຕົວລາວໄປທີ່ສະພາຢິວ.
|
||
\v 13 ພວກເຂົາໄດ້ນຳເອົາພະຍານປອມມາ, ກ່າວວ່າ, "ຊາຍຄົນນີ້ບໍ່ໄດ້ເຊົາເວົ້າຖ້ອຍຄຳໝິ່ນປະໝາດສະຖານທີ່ອັນສັກສິດແຫ່ງນີ້ ແລະ ພຣະບັນຍັດ.
|
||
\v 14 ເພາະວ່າຂ້າພະເຈົ້າໄດ້ຍິນລາວເວົ້າວ່າ, ພະເຢຊູຄຣິດເຈົ້າແຫ່ງນາຊາເຣັດຄົນນີ້ຈະທຳລາຍສະຖານທີ່ແຫ່ງນີ້ ແລະ ປ່ຽນທຳນຽມທີ່ໂມເຊໄດ້ມອບໃຫ້ພວກເຮົາໄວ້."
|
||
\v 15 ທຸກຄົນທີ່ນັ່ງຢູ່ໃນສະພາຢິວກໍແນມໄປເບິ່ງທີ່ ຊະເຕຟາໂນ ແລະ ເຫັນໜ້າຂອງທ່ານຄືກັບໜ້າຂອງເທວະດາ.
|
||
|
||
\s5
|
||
\c 7
|
||
\cl ບົດທີ 7
|
||
\p
|
||
\v 1 ມະຫາປະໂລຫິດຈຶ່ງໄດ້ຖາມວ່າ, "ແມ່ນເລື່ອງຈິງແທ້ບໍ?"
|
||
\v 2 ຊະເຕຟາໂນຕອບວ່າ, "ພີ່ນ້ອງທັງຫລາຍແລະທ່ານທີ່ເປັນຜູ້ອາວຸໂສ, ຂໍຈົ່ງຟັງຂ້າພະເຈົ້າເຖີດ: ພຣະເຈົ້າແຫ່ງສະຫງ່າລາສີໄດ້ປະກົດຕໍ່ອັບຣາຮາມບິດາຂອງພວກເຮົາ ເມື່ອທ່ານຍັງຢູ່ ເມໂຊໂປຕາເມຍ, ກ່ອນທີ່ທ່ານຈະໄປອາໄສຢູ່ໃນເມືອງ ຮາຣານ;
|
||
\v 3 ພຣະອົງກ່າວກັບທ່ານວ່າ, 'ຈົ່ງອອກໄປຈາກແຜ່ນດິນຂອງເຈົ້າ ແລະ ຍາດພີ່ນ້ອງຂອງເຈົ້າ, ແລະໄປທີ່ແຜ່ນດິນທີ່ເຮົາຈະສະແດງແກ່ເຈົ້າ.'
|
||
|
||
\s5
|
||
\v 4 ອັບຣາຮາມຈຶ່ງອອກຈາກດິນແດນຂອງຊາວເຄນເດຍ. ແລະໄດ້ໄປອາໄສຢູ່ເມືອງຮາຣານ; ຫລັງຈາກບິດາຂອງທ່ານໄດ້ເສຍຊີວິດໄປແລ້ວ, ພຣະເຈົ້າໄດ້ຊົງນຳທ່ານອອກມາຈາກທີ່ນັ້ນ, ມາສູ່ດິນແດນທີ່ພວກທ່ານອາໄສຢູ່ໃນທຸກມື້ນີ້.
|
||
\v 5 ພຣະອົງບໍ່ໄດ້ປະທ່ານແຜ່ນດິນນັ້ນໃຫ້ເປັນມໍລະດົກແກ່ອັບຣາຮາມ, ບໍ່ມີແມ່ນແຕ່ຂະໜາດເທົ່າທີ່ຕີນຂອງທ່ານຈະຢຽບໄດ້. ແຕ່ພຣະອົງຊົງສັນຍາວ່າ ພຣະອົງຈະມອບແຜ່ນດິນນັ້ນໃຫ້ເປັນກຳມະສິດແກ່ທ່ານ ແລະ ແກ່ເຊື້ອສາຍຂອງທ່ານເຖິງແມ່ນວ່າອັບຣາຮາມຈະບໍ່ມີລູກເລີຍກໍຕາມ.
|
||
|
||
\s5
|
||
\v 6 ພຣະເຈົ້າກ່າວກັບທ່ານດັ່ງນີ້ວ່າ, ເຊື້ອສາຍຂອງທ່ານຈະອາໄສຢູ່ດິນແດນຂອງຄົນຕ່າງຊາດຊົ່ວຄາວ, ແລະຄົນໃນປະເທດນັ້ນຈະເຮັດໃຫ້ພວກເຂົາກາຍມາເປັນຂ້າທາດ ແລະ ຂົ່ມເຫັງພວກເຂົາເປັນເວລາສີ່ຮ້ອຍປີ.
|
||
\v 7 ພຣະເຈົ້າກ່າວວ່າ, 'ຂ້າພະເຈົ້າຈະພິພາກສາຊົນຊາດທີ່ພວກເຂົາກຳລັງຮັບໃຊ້ຢູ່ນັ້ນ,' ຫລັງຈາກນັ້ນ ພວກເຂົາຈະອອກມາ ແລະ ນະມັດສະການເຮົາໃນສະຖານທີ່ແຫ່ງນີ້.'
|
||
\v 8 ພຣະເຈົ້າຈຶ່ງໄດ້ໃຫ້ພັນທະສັນຍາແຫ່ງພິທີຕັດກັບອັບຣາຮາມເພາະເຫດນີ້, ເມື່ອອັບຣາຮາມໄດ້ກາຍເປັນບິດາຂອງອີຊາກ ຈຶ່ງໄດ້ຮັບພິທີຕັດໃນວັນທີແປດ; ອີຊາກເປັນບິດາຂອງຢາໂຄບ, ຢາໂຄບເປັນບິດາຂອງລູກຊາຍສິບສອງຄົນທີ່ເປັນບັນພະບຸລຸດຂອງຂ້າພະເຈົ້າ.
|
||
|
||
\s5
|
||
\v 9 ບັນພະບຸລຸດຂອງພວກເຮົາເຫລົ່ານັ້ນມີຈິດໃຈທີ່ອິດສາໂຢເຊັບ, ຈຶ່ງໄດ້ຂາຍທ່ານໄປທີ່ປະເທດເອຢິບ; ແລະພຣະເຈົ້າສະຖິດຢູ່ກັບທ່ານ
|
||
\v 10 ແລະຊ່ວຍທ່ານໃຫ້ພົ້ນຈາກຄວາມທຸກຍາກທຸກຢ່າງ ແລະ ຊົງໃຫ້ທ່ານເປັນທີ່ພໍໃຈ ແລະ ສະຫລາດຕໍ່ໜ້າຟາໂຣ, ກະສັດແຫ່ງເອຢິບ, ຟາໂຣຈຶ່ງຕັ້ງທ່ານໃຫ້ປົກຄອງປະເທດເອຢິບ ແລະ ທຸກຢ່າງໃນພະຣາຊະວັງຂອງພຣະອົງ.
|
||
|
||
\s5
|
||
\v 11 ຕໍ່ມາເກີດມີຄວາມອຶດຢາກຂຶ້ນທົ່ວປະເທດເອຢິບ ແລະ ການາອານ, ແລະ ເກີດຄວາມທຸກຍາກຢ່າງໃຫຍ່ຫລວງ, ບັນພະບຸລຸດຂອງພວກທ່ານຈຶ່ງບໍ່ມີອາຫານ.
|
||
\v 12 ເມື່ອຢາໂຄບໄດ້ຍິນວ່າມີເຂົ້າຢູ່ໃນປະເທດເອຢິບ, ທ່ານຈຶ່ງໃຊ້ບັນພະບຸລຸດຂອງພວກເຮົາໄປເປັນເທື່ອທຳອິດ.
|
||
\v 13 ຄັ້ງທີສອງໂຢເຊັບໄດ້ສະແດງຕົວເອງໃຫ້ພີ່ນ້ອງຮູ້, ແລະ ຟາໂຣກໍໄດ້ຮູ້ຈັກຄອບຄົວຂອງໂຢເຊັບ.
|
||
|
||
\s5
|
||
\v 14 ໂຢເຊັບຈຶ່ງສົ່ງພີ່ນ້ອງກັບໄປບອກບິດາຂອງທ່ານໃຫ້ມາທີ່ປະເທດເອຢິບ, ພ້ອມທັງບັນດາພີ່ນ້ອງທັງໝົດ ເຈັດສິບ-ຫ້າຄົນ.
|
||
\v 15 ດັ່ງນັ້ນ ຢາໂຄບຈຶ່ງລົງໄປທີ່ປະເທດເອຢິບ, ທ່ານກັບບັນພະບຸລຸດຂອງພວກທ່ານ. ໄດ້ເສຍຊີວິດຢູ່ທີ່ນັ້ນ,
|
||
\v 16 ພວກເຂົາຖືກນຳກັບຄືນມາທີ່ເມືອງ ຊີເຄມ ແລະ ໄດ້ຖືກຝັງໄວ້ໃນອຸບໂມງຝັງສົບທີ່ອັບຣາຮາມໄດ້ຊື້ດ້ວຍເງິນຈຳນວນໜຶ່ງຈາກລູກຂອງຮາໂມໃນເມືອງຊີເຄມ.
|
||
|
||
\s5
|
||
\v 17 ເມື່ອເຖິງເວລາຕາມພຣະສັນຍາ, ທີ່ພຣະເຈົ້າຊົງສັນຍາໄວ້ກັບອັບຣາຮາມ, ຊົນຊາດອິດສະຣາເອນໄດ້ທະວີຄູນຫລາຍຂື້ນຢູ່ໃນປະເທດເອຢິບ,
|
||
\v 18 ຈົນວ່າກະສັດອີກອົງໜຶ່ງທີ່ບໍ່ຮູ້ຈັກໂຢເຊັບ ໄດ້ຂື້ນປົກຄອງປະເທດເອຢິບ,
|
||
\v 19 ກະສັດອົງດຽວກັນນີ້ທີ່ໄດ້ອອກອຸບາຍກັບຊົນຊາດຂອງພວກທ່ານ ແລະ ຂົ່ມເຫັງບັນພະບຸລຸດຂອງພວກເຮົາຢ່າງໂຫດຮ້າຍ, ພວກເຂົາບັງຄັບໃຫ້ບັນພະບຸລຸດຂອງພວກເຮົາເຮັດອັນຕະລາຍແກ່ເດັກນ້ອຍເກີດໃໝ່, ຂອງພວກເຂົາເພື່ອບໍ່ໃຫ້ເດັກມີຊີວິດລອດ.
|
||
|
||
\s5
|
||
\v 20 ເມື່ອເຖິງເວລາເກີດຂອງໂມເຊ; ທ່ານມີຮູບຮ່າງທີ່ສວຍງາມຢູ່ຕໍ່ພຣະພັກພຣະເຈົ້າ ແລະ ໄດ້ຮັບການລ້ຽງດູຢູ່ໃນເຮືອນຂອງບິດາເປັນເວລາສາມເດືອນ.
|
||
\v 21 ເມື່ອທ່ານຖືກນຳມາຖິ້ມໄວ້ຢູ່ນອກເຮືອນ, ລູກສາວຂອງຟາໂຣກໍໄດ້ຮັບມາລ້ຽງ ແລະ ເບິ່ງແຍງທ່ານຄ້າຍຄືບຸດຊາຍຂອງຕົນເອງ.
|
||
|
||
\s5
|
||
\v 22 ໂມເຊໄດ້ຮັບການສຶກສາຄວາມຮູ້ທຸກຢ່າງຂອງຊາວເອຢິບ, ແລະທ່ານກໍມີຄວາມສາມາດໃນການເວົ້າ ແລະ ວຽກງານຕ່າງໆ.
|
||
\v 23 ແຕ່ເມື່ອທ່ານມີອາຍຸປະມານສີ່ສິບປີ, ທ່ານກໍຄິດຢາກໄປຢ້ຽມຢາມພີ່ນ້ອງຂອງທ່ານ, ທີ່ເປັນເຊື້ອສາຍຄົນອິດສະຣາເອນ.
|
||
\v 24 ທ່ານໄດ້ເຫັນຄົນອິດສະຣາເອນຄົນໜຶ່ງຖືກຂົ່ມເຫັງ, ໂມເຊໄດ້ປົກປ້ອງ ແລະ ແກ້ແຄ້ນຄົນທີ່ຂົ່ມເຫັງນັ້ນໂດຍການຂ້າຊາວເອຢິບຄົນນັ້ນເສຍ:
|
||
\v 25 ທ່ານຄິດວ່າພີ່ນ້ອງຂອງທ່ານຈະເຂົ້າໃຈວ່າ ພຣະເຈົ້າໄດ້ຊ່ວຍພວກເຂົາດ້ວຍມືຂອງຕົນ, ແຕ່ພວກເຂົາບໍ່ເຂົ້າໃຈໃນເລື່ອງນັ້ນ.
|
||
|
||
\s5
|
||
\v 26 ມື້ຕໍ່ມາໂມເຊໄດ້ມາພົບຄົນອິດສະຣາເອນ ໃນຂະນະທີ່ພວກເຂົາກຳລັງຕໍ່ສູ້ກັນຢູ່; ທ່ານຈຶ່ງພະຍາຍາມທີ່ຈະເຮັດໃຫ້ພວກເຂົາຄືນດີກັນ; ທ່ານກ່າວວ່າ, 'ເພື່ອນເອີຍ, ພວກທ່ານເປັນພີ່ນ້ອງກັນ; ເປັນຫຍັງພວກທ່ານຈຶ່ງຕໍ່ສູ້ກັນ ແລະ ກັນ?'
|
||
\v 27 ແຕ່ຜູ້ທີ່ໄດ້ເຮັດຜິດຕໍ່ເພື່ອນບ້ານໄດ້ຊຸກທ່ານອອກ, ແລະກ່າວວ່າ, 'ໃຜແຕ່ງຕັ້ງເຈົ້າໃຫ້ເປັນຜູ້ປົກຄອງ ແລະ ຕັດສິນເໜືອພວກເຮົາ?
|
||
\v 28 ທ່ານຢາກຈະຂ້າ ຂ້ານ້ອຍ, ເໝືອນກັບທີ່ທ່ານໄດ້ຂ້າຊາວເອຢີບຄົນນັ້ນໃນມື້ວານນີ້ບໍ?'
|
||
|
||
\s5
|
||
\v 29 ຫລັງຈາກທີ່ໂມເຊໄດ້ຍິນດັ່ງນັ້ນຈຶ່ງໜີໄປ; ແລະເປັນຄົນຕ່າງຊາດຢູ່ໃນດິນແດນມີດີອານ, ທ່ານໄດ້ເປັນບິດາຂອງລູກຊາຍສອງຄົນຢູ່ທີ່ນັ້ນ.
|
||
\v 30 ເມື່ອສີ່ສິບປີຜ່ານໄປ, ເທວະດາອົງໜຶ່ງໄດ້ມາປະກົດຕົວຕໍ່ທ່ານເປັນແປວໄຟໃນຟຸ່ມໄມ້, ໃນຖິ່ນທຸລະກັນດານຂອງພູເຂົາຊີນາຍ.
|
||
|
||
\s5
|
||
\v 31 ເມື່ອໂມເຊໄດ້ເຫັນແປວໄຟນັ້ນ, ທ່ານກໍເບິ່ງດ້ວຍຄວາມປະຫລາດໃຈ; ເມື່ອທ່ານເຂົ້າໄປເບິ່ງໃກ້ໆ, ກໍໄດ້ຍິນພຣະສຸລະສຽງຂອງອົງພຣະຜູ້ເປັນເຈົ້າ, ກ່າວອອກມາວ່າ,
|
||
\v 32 'ເຮົາແມ່ນພຣະເຈົ້າຂອງບັນພະບຸລຸດຂອງເຈົ້າ, ເປັນພຣະເຈົ້າຂອງອັບຣາຮາມ, ອີຊາກ, ແລະຢາໂຄບ.' ໂມເຊກໍຢ້ານຈົນໂຕສັ່ນບໍ່ກ້າທີ່ຈະແນມເບິ່ງ.
|
||
|
||
\s5
|
||
\v 33 ອົງພຣະຜູ້ເປັນເຈົ້າໄດ້ກ່າວກັບທ່ານວ່າ, 'ຈົ່ງປົດເກີບຂອງເຈົ້າອອກ, ເພາະວ່າສະຖານທີ່ເຈົ້າຢືນຢູ່ນີ້ເປັນບ່ອນທີ່ບໍຣິສຸດ.
|
||
\v 34 ເຮົາໄດ້ເຫັນຄວາມທຸກຍາກລຳບາກຂອງຊົນຊາດຂອງເຮົາທີ່ອາໄສຢູ່ໃນປະເທດເອຢີບແລ້ວ; ເຮົາໄດ້ຍິນສຽງຮ້ອງໂອດຄາງຂອງພວກເຂົາ. ເຮົາຈຶ່ງລົງມາເພື່ອຈະຊ່ວຍພວກເຂົາໃຫ້ລອດພົ້ນ; ບັດນີ້, ເຮົາຈະໃຊ້ເຈົ້າໄປທີ່ປະເທດເອຢີບ.'
|
||
|
||
\s5
|
||
\v 35 ໂມເຊຄົນນີ້ແຫລະທີ່ພວກເຂົາເຄີຍປະຕິເສດ, ເມື່ອພວກເຂົາເວົ້າ, 'ໃຜແຕ່ງຕັ້ງທ່ານໃຫ້ເປັນຜູ້ປົກຄອງ ແລະ ຜູ້ຕັດສິນ?'—ທ່ານເປັນຜູ້ທີ່ພຣະເຈົ້າສົ່ງໄປຊຶ່ງເປັນທັງຜູ້ປົກຄອງ ແລະ ຜູ້ປົດປ່ອຍ. ພຣະເຈົ້າຊົງໃຊ້ທ່ານໄປໂດຍມີເທວະດາອົງໜຶ່ງທີ່ປະກົດຕົວແກ່ໂມເຊໃນພຸ່ມໄມ້.
|
||
\v 36 ໂມເຊໄດ້ນຳພວກເຂົາອອກຈາກປະເທດເອຢິບ, ຫລັງຈາກໄດ້ເຮັດການອັດສະຈັນ ແລະ ໝາຍສຳຄັນຕ່າງໆໃນປະເທດເອຢິບ ແລະ ທີ່ທະເລແດງ, ແລະລະຫວ່າງທີ່ຢູ່ໃນຖິ່ນແຫ້ງແລ້ງກັນດານສີ່ສິບປີ.
|
||
\v 37 ໂມເຊຄົນດຽວກັນນີ້ ຜູ້ທີ່ກ່າວກັບຊົນຊາດອິດສະຣາເອນວ່າ, 'ພຣະເຈົ້າຈະໃຫ້ຜູ້ທຳນວາຍຜູ້ໜຶ່ງເກີດມາໃນທ່າມກາງພີ່ນ້ອງຂອງພວກທ່ານ, ເປັນຜູ້ທຳນວາຍຄືກັນກັບຂ້າພະເຈົ້າ.'
|
||
|
||
\s5
|
||
\v 38 ໂມເຊຜູ້ນີ້ແມ່ນຜູ້ທີ່ຢູ່ໃນການຊຸມນຸມ ໃນຖິ່ນທຸລະກັນດານກັບເທວະດາທີ່ໄດ້ລົມກັບທ່ານເທິງພູເຂົາຊີນາຍ. ຊາຍຄົນນີ້ແຫລະທີ່ຢູ່ກັບບັນພະບຸລຸດຂອງພວກທ່ານ; ຊາຍຄົນນີ້ແຫລະທີ່ໄດ້ຮັບພຣະຄັມອັນຊົງຊີວິດທີ່ມອບໃຫ້ແກ່ພວກທ່ານ.
|
||
\v 39 ຊາຍຄົນນີ້ແຫລະ ທີ່ບັນພະບຸລຸດຂອງຂ້າພະເຈົ້າປະຕິເສດບໍ່ຍອມເຊື່ອຟັງ; ພວກເຂົາໄດ້ຍູ້ທ່ານອອກໄປຈາກທາງຂອງພວກເຂົາ, ແລະໃນໃຈຂອງພວກເຂົາຄິດວ່າຈະກັບໄປທີ່ປະເທດເອຢິບ.
|
||
\v 40 ໃນເວລານັ້ນ ພວກເຂົາເວົ້າກັບອາໂຣນວ່າ, 'ຈົ່ງສ້າງພະເຈົ້າອົງອື່ນໆ ສຳລັບພວກເຮົາ. ເພາະວ່າໂມເຊຜູ້ທີ່ໄດ້ນຳພວກຂ້າພະເຈົ້າອອກມາຈາກປະເທດເອຢິບ, ພວກເຮົາບໍ່ຮູ້ວ່າມີຫຍັງເກີດຂື້ນກັບລາວ.'
|
||
|
||
\s5
|
||
\v 41 ດັ່ງນັ້ນ ພວກເຂົາຈຶ່ງສ້າງຮູບງົວຂຶ້ນໂຕໜຶ່ງໃນຕອນນັ້ນ ແລະ ໄດ້ນຳເຄື່ອງບູຊາມາຖວາຍຕໍ່ຮູບເຄົາລົບນັ້ນ, ແລະ ມີຄວາມມ່ວນຊື່ນຍິນດີຈາກຜົນງານທີ່ສ້າງຂຶ້ນມາດ້ວຍມືຂອງພວກເຂົາເອງ.
|
||
\v 42 ແຕ່ພຣະຜູ້ເປັນເຈົ້າຫລຽວເຫັນ ແລະປ່ອຍໃຫ້ພວກເຂົາຂາບໄຫວ້ບັນດາດາວເທິງທ້ອງຟ້າ, ຕາມທີ່ມີຄຳຂຽນໄວ້ໃນຫນັງສືຂອງບັນດາຜູ້ທຳນວາຍວ່າ, 'ເຊື້ອສາຍອິດສະຣາເອນເອີຍ, ພວກທ່ານໄດ້ຖວາຍສັດທີ່ຖືກຂ້າ ແລະ ເຄື່ອງບູຊາເປັນເວລາສີ່ສິບປີໃນຖິ່ນແຫ້ງແລ້ງກັນດານບໍ?
|
||
|
||
\s5
|
||
\v 43 ພວກທ່ານຮັບເອົາຜ້າເຕັ້ນຂອງພະໂມເລັກ ແລະ ດາວຂອງພະເຣຟານ, ແລະ ຮູບປັ້ນຮູບລັກສະນະຕ່າງໆ ທີ່ທ່ານໄດ້ເຮັດຂຶ້ນເພື່ອກາບໄຫວ້ເຄົາລົບຮູບເຫລົ່ານັ້ນ: ດັ່ງນັ້ນ ເຮົາຈະກວາດພວກທ່ານໄປທີ່ບາບີໂລນ.'
|
||
|
||
\s5
|
||
\v 44 ບັນພະບຸລຸດຂອງພວກເຮົາມີຫໍເຕັນແຫ່ງພະຍານຢູ່ໃນຖິ່ນແຫ້ງແລ້ງກັນດານ. ຕາມທີ່ພຣະເຈົ້າໄດ້ຊົງບັນຊາໄວ້, ເມື່ອພຣະອົງກ່າວກັບໂມເຊ, ໃຫ້ທ່ານເຮັດຫໍເຕັນຕາມແບບທີ່ທ່ານໄດ້ເຫັນ.
|
||
\v 45 ຫໍເຕັນນີ້ທີ່ບັນພະບຸລຸດຂອງພວກເຮົາຂົນຍ້າຍຕາມໂຢຊວຍ, ໄປຍັງດິນແດນ ພາຍຫລັງເຂົ້າຍຶດຄອງເອົາແຜ່ນດິນຂອງປະຊາຊົນທີ່ພຣະເຈົ້າໄດ້ຂັບໄລ່ໃຫ້ອອກໄປ ຂະນະທີ່ພວກເຂົາບຸກຫນ້າເຂົ້າໄປ. ຫໍເຕັນນີ້ກໍຍັງຄົງຢູ່ມາຮອດສະໄໝຂອງດາວິດ,
|
||
\v 46 ຜູ້ທີ່ໄດ້ຮັບຄວາມເຫັນດີໃນສາຍຕາຂອງພຣະເຈົ້າ ທ່ານໄດ້ຂໍໃຫ້ພຣະເຈົ້າອະນຸຍາດໃຫ້ສ້າງເຮືອນສຳລັບພຣະເຈົ້າຂອງຢາໂຄບ.
|
||
|
||
\s5
|
||
\v 47 ແຕ່ຊາໂລໂມນໄດ້ສ້າງພຣະວິຫານຂອງພຣະເຈົ້າ.
|
||
\v 48 ເຖິງຢ່າງໃດກໍ່ຕາມ, ອົງຜູ້ສູງສຸດກໍບໍ່ໄດ້ອາໄສຢູ່ໃນພຣະວິຫານທີ່ສ້າງດ້ວຍມືຂອງມະນຸດ, ຕາມທີ່ຜູ້ທຳນວາຍໄດ້ກ່າວໄວ້ວ່າ,
|
||
\v 49 ອົງພຣະຜູ້ເປັນເຈົ້າໄດ້ກ່າວວ່າ, 'ສະຫວັນແມ່ນບ່ອນຢູ່ອາໄສຂອງເຮົາ, ໂລກແມ່ນບ່ອນທີ່ຮອງຕີນຂອງເຮົາ. ພວກເຈົ້າຈະສ້າງພຣະວີຫານແບບໃດໃຫ້ກັບເຮົາ? ຫລື ສະຖານທີ່ໃດຈະເປັນບ່ອນຢູ່ອາໄສຂອງເຮົາ?
|
||
\v 50 ມືຂອງເຮົາໄດ້ສ້າງສິ່ງເຫລົ່ານີ້ທັງໝົດບໍ່ແມ່ນບໍ?'
|
||
|
||
\s5
|
||
\v 51 ທ່ານພວກຜູ້ທີ່ດື້ດ້ານ ໃຈແຂງກະດ້າງ ແລະ ຫູຕຶງ, ພວກທ່ານຂັດຂວາງພຣະວິນຍານບໍຣິສຸດເຈົ້າຢູ່ສະເໝີ; ທ່ານໄດ້ເຮັດຄືກັບທີ່ບັນພະບຸລຸດຂອງພວກທ່ານໄດ້ເຮັດ.
|
||
\v 52 ມີຜູ້ທຳນວາຍຄົນໃດແດ່ທີ່ບັນພະບຸລຸດຂອງທ່ານບໍ່ໄດ້ຂົ່ມເຫັງ? ພວກເຂົາໄດ້ຂ້າບັນດາຜູ້ທຳນວາຍ ທີ່ທຳນວາຍເຖິງການສະເດັດມາຂອງຜູ້ຊອບທຳ; ແລະບັດນີ້ ພວກທ່ານກໍເປັນຄົນທໍລະຍົດ ແລະ ຄາດຕະກອນຕໍ່ພຣະອົງດ້ວຍ,
|
||
\v 53 ພວກທ່ານທີ່ໄດ້ຮັບຄຳສັ່ງຈາກເຫລົ່າເທວະດາ, ແຕ່ບໍ່ໄດ້ປະຕິບັດຕາມຄຳສັ່ງນັ້ນ."
|
||
|
||
\s5
|
||
\v 54 ເມື່ອພວກຊະມາສິກສະພາໄດ້ຍິນແນວນັ້ນ, ພວກເຂົາກໍມີຄວາມຄຽດແຄ້ນແໜ້ນໃຈຫລາຍ, ແລະ ກັດແຂ້ວຂອງຕົນໃສ່ຊະເຕຟາໂນ.
|
||
\v 55 ແຕ່ຊະເຕຟາໂນເຕັມໄປດ້ວຍພຣະວິນຍານບໍຣິສຸດເຈົ້າ, ຫລຽວເບິ່ງທີ່ຟ້າສະຫວັນ ແລະ ເຫັນລັດສະໝີຂອງພຣະເຈົ້າ; ແລະທ່ານໄດ້ເຫັນພຣະເຢຊູຄຣິດເຈົ້າຊົງຢືນຢູ່ເບື້ອງຂວາພຣະຫັດຂອງພຣະເຈົ້າ.
|
||
\v 56 ຊະເຕຟາໂນກ່າວວ່າ, "ເບິ່ງເຖີດ, ຂ້າພະເຈົ້າເຫັນທ້ອງຟ້າເປີດອອກ, ແລະບຸດມະນຸດຊົງຢືນຢູ່ເບື້ອງຂວາພຣະຫັດຂອງພຣະເຈົ້າ."
|
||
|
||
\s5
|
||
\v 57 ແຕ່ພວກສະມາຊິກສະພາໄດ້ຮ້ອງອອກມາຢ່າງແຮງ, ແລະອັດຫູຂອງພວກເຂົາ, ແລ້ວພາກັນແລ່ນເຂົ້າໄປຫາທ່ານ.
|
||
\v 58 ພວກເຂົາຂັບໄລ່ທ່ານອອກໄປຈາກເມືອງນັ້ນແລ້ວເອົາກ້ອນຫີນແກ່ວງໃສ່ທ່ານ, ພວກຄົນທີ່ເຫັນເຫດການນັ້ນໄດ້ວາງເຄື່ອງນຸ່ງຂອງພວກເຂົາໄວ້ທີ່ຕີນຂອງຊາຍໜຸ່ມຄົນໜຶ່ງທີ່ຊື່ວ່າ ໂຊໂລ.
|
||
|
||
\s5
|
||
\v 59 ໃນຂະນະທີ່ພວກເຂົາແກວ່ງກ້ອນຫີນໃສ່ຊະເຕຟາໂນ, ທ່ານກໍຍັງຮ້ອງທູນຕໍ່ອົງພຣະຜູ້ເປັນເຈົ້າວ່າ, "ອົງພຣະເຢຊູຄຣິດເຈົ້າ, ຂໍຊົງຮັບເອົາວິນຍານຂອງຂ້າພະອົງ."
|
||
\v 60 ທ່ານຄຸເຄົ່າລົງ ແລະ ຮ້ອງສຽງດັງວ່າ, "ພຣະຜູ້ເປັນເຈົ້າ, ຂໍຢ່າຊົງຖືໂທດບາບຕໍ່ພວກເຂົາເລີຍ." ເມື່ອທ່ານກ່າວດັ່ງນີ້ແລ້ວ, ທ່ານກໍລ່ວງຫລັບໄປ.
|
||
|
||
\s5
|
||
\c 8
|
||
\cl ບົດທີ 8
|
||
\p
|
||
\v 1 ໂຊໂລເຫັນດີກັບການຕາຍຂອງຊະເຕຟາໂນ. ໃນມື້ນັ້ນກໍເກີດການຂົ່ມເຫັງຄຣິສຕະຈັກຢ່າງໃຫຍ່ຫລວງໃນນະຄອນ ເຢຣູຊາເລັມ; ບັນດາຜູ້ທີ່ເຊື່ອກໍກະຈັກກະຈາຍໄປທົ່ວແຂວງຢູດາຍ ແລະ ແຂວງຊາມາເຣຍ, ຍົກເວັ້ນພວກອັກຄະສາວົກ.
|
||
\v 2 ບັນດາຄົນທີ່ຢຳເກງພຣະເຈົ້າກໍຝັງສົບຂອງຊະເຕຟາໂນ ແລະ ຮ້ອງໄຫ້ເສຍໃຈເຖິງທ່ານຫລາຍ.
|
||
\v 3 ແຕ່ໂຊໂລໄດ້ໂຈມຕີຄຣິສຕະຈັກຢ່າງຫນັກ; ທ່ານໄດ້ເຂົ້າໄປຕາມເຮືອນ ແລະ ລາກເອົາຜູ້ຊາຍແລະຜູ້ຍິງອອກມາ, ແລ້ວເອົາພວກເຂົາໄປຂັງໄວ້ໃນຄຸກ.
|
||
|
||
\s5
|
||
\v 4 ຜູ້ທີ່ເຊື່ອທີ່ກະຈັດກະຈາຍໄປ ກໍອອກໄປປະກາດພຣະທັມຂອງພຣະເຈົ້າ.
|
||
\v 5 ຟີລິບໄດ້ລົງໄປທີ່ເມືອງໜຶ່ງຂອງແຂວງ ຊາມາເຣຍ ແລະປະກາດພຣະຄຣິດໃຫ້ພວກເຂົາ.
|
||
|
||
\s5
|
||
\v 6 ເມື່ອຝູງຊົນໄດ້ຍິນ ແລະໄດ້ເຫັນການອັດສະຈັນ ແລະໝາຍສຳຄັນທີ່ຟີລິບໄດ້ເຮັດ, ພວກເຂົາກໍພາກັນສົນໃຈຟັງຖ້ອຍຄຳທີ່ທ່ານສອນ.
|
||
\v 7 ເພາະໃນຄົນຫລວງຫລາຍນັ້ນ, ມີຜີຊົ່ວຮ້າຍທີ່ຮ້ອງສຽງດັງອອກມາຈາກພວກເຂົາ, ຄົນທີ່ເປັນອຳມະພາດ ແລະ ຄົນເປັ້ຍກໍໄດ້ຮັບການຮັກສາໃຫ້ຫາຍດີ.
|
||
\v 8 ຈຶ່ງມີຄວາມຊື່ນຊົມຍິນດີທີ່ສຸດໃນເມືອງນັ້ນ.
|
||
|
||
\s5
|
||
\v 9 ມີຊາຍຄົນໜຶ່ງໃນເມືອງນັ້ນຊື່ວ່າ ຊີໂມນ, ທີ່ເປັນຄົນໃຊ້ເວດມົນຄາຖາມາກ່ອນ, ລາວເຄີຍເຮັດໃຫ້ຊາວຊາມາເຣຍຫລົງໄຫລ, ເມື່ອລາວຍົກຕົວເອງໃຫ້ເປັນຜູ້ວິເສດ.
|
||
\v 10 ຊາວຊາມາເຣຍທຸກໆຄົນ, ຕັ້ງແຕ່ຄົນນ້ອຍທີ່ສຸດຈົນເຖິງໃຫຍ່ທີ່ສຸດ, ຕ່າງກໍສົນໃຈທີ່ຈະຟັງລາວ; ພວກເຂົາກ່າວວ່າ, "ຊາຍຄົນນີ້ມີຣິດອຳນາດຂອງພຣະເຈົ້າ ຊຶ່ງຄົນເອີ້ນວ່າຣິດອຳນາດສູງສຸດ."
|
||
\v 11 ພວກເຂົາຟັງຊີໂມນ, ເພາະວ່າລາວເຮັດໃຫ້ຄົນເຫລົ່ານັ້ນຫລົງໄຫລກັບເວດມົນຂອງລາວມາດົນນານແລ້ວ.
|
||
|
||
\s5
|
||
\v 12 ແຕ່ເມື່ອພວກເຂົາເຊື່ອໃນຂ່າວປະເສີດທີ່ຟີລິບໄດ້ປະກາດ ກ່ຽວກັບຣາຊອານາຈັກຂອງພຣະເຈົ້າ ແລະ ນາມຊື່ຂອງພຣະເຢຊູຄຣິດເຈົ້າ, ພວກເຂົາກໍຮັບບັບຕິສະມາ, ທັງຊາຍ ແລະ ຍິງ.
|
||
\v 13 ເຖິງແມ່ນຊີໂມນເອງກໍເຊື່ອເຊັ່ນກັນ, ຫລັງຈາກທີ່ລາວໄດ້ຮັບບັບຕິສະມາແລ້ວ, ລາວກໍຍັງຢູ່ກັບຟິລິບຕໍ່ໄປ. ເມື່ອລາວເຫັນໝາຍສຳຄັນ ແລະ ການອັດສະຈັນທີ່ເກີດຂຶ້ນ, ລາວກໍປະຫລາດໃຈ.
|
||
|
||
\s5
|
||
\v 14 ແຕ່ເມື່ອພວກອັກຄະສາວົກໃນນະຄອນ ເຢຣູຊາເລັມໄດ້ຍິນວ່າຊາວຊາມາເຣຍໄດ້ຮັບເອົາພຣະທຳຂອງພຣະເຈົ້າແລ້ວ, ພວກເຂົາຈຶ່ງສົ່ງເປໂຕກັບໂຢຮັນໄປ.
|
||
\v 15 ເມື່ອເປໂຕກັບໂຢຮັນມາຮອດ, ພວກທ່ານກໍອະທິຖານເພື່ອພວກເຂົາ, ທີ່ພວກເຂົາຈະໄດ້ຮັບພຣະວິນຍານບໍຣິສຸດເຈົ້າ.
|
||
\v 16 ເພາະວ່າຈົນຮອດຕອນນັ້ນ, ພຣະວິນຍານບໍຣິສຸດເຈົ້າຍັງບໍ່ໄດ້ສະເດັດລົງມາຢູ່ກັບຜູ້ໃດເລີຍ; ພວກທ່ານພຽງແຕ່ໄດ້ຮັບບັບຕິສະມາໃນພຣະນາມຂອງອົງພຣະເຢຊູຄຣິດເຈົ້າເທົ່ານັ້ນ.
|
||
\v 17 ແລ້ວເປໂຕກັບໂຢຮັນຈຶ່ງວາງມືໃສ່ພວກເຂົາ, ພວກທ່ານກໍໄດ້ຮັບພຣະວິນຍານບໍຣິສຸດເຈົ້າ.
|
||
|
||
\s5
|
||
\v 18 ເມື່ອຊີໂມນເຫັນວ່າພວກເຂົາໄດ້ຮັບພຣະວິນຍານບໍຣິສຸດເຈົ້າໂດຍການວາງມືຂອງພວກອັກຄະສາວົກ, ລາວຈຶ່ງນຳເອົາເງີນມາໃຫ້ພວກທ່ານ.
|
||
\v 19 ແລະຊົງກ່າວວ່າ, "ຂໍຣິດອຳນາດນີ້ໃຫ້ຂ້າພະເຈົ້າ, ເໝືອນກັນ, ເພື່ອວ່າຜູ້ໃດກໍຕາມທີ່ຂ້າພະເຈົ້າວາງມືຈະໄດ້ຮັບພຣະວິນຍານບໍຣິສຸດ."
|
||
|
||
\s5
|
||
\v 20 ເປໂຕໄດ້ກ່າວກັບລາວວ່າ, "ຂໍໃຫ້ເງິນຂອງທ່ານຈິບຫາຍໄປພ້ອມກັບທ່ານ, ເພາະວ່າທ່ານຄິດວ່າຈະຊື້ຂອງປະທານຈາກພຣະເຈົ້າດ້ວຍເງິນ.
|
||
\v 21 ທ່ານບໍ່ມີຮ່ວມໃນພັນທະກິດໃດໆ, ເພາະຈິດໃຈຂອງທ່ານບໍ່ສັດຊື່ຕໍ່ພຣະເຈົ້າ.
|
||
\v 22 ເພາະສະນັ້ນ ຈົ່ງກັບໃຈຈາກຄວາມຊົ່ວຮ້າຍຂອງທ່ານ ແລະອະທິຖານຕໍ່ອົງພຣະຜູ້ເປັນເຈົ້າ, ເພື່ອວ່າພຣະອົງອາດຈະຍົກໂທດໃຫ້ກັບເຈົ້າໃນ ສິ່ງທີ່ຢູ່ໃນໃຈຂອງທ່ານ.
|
||
\v 23 ເພາະວ່າຂ້າພະເຈົ້າເຫັນທ່ານຢູ່ໃນອັນຕະລາຍຂອງຄວາມຂົມຂື່ນ ແລະ ໃນການເປັນທາດຂອງຄວາມບາບ."
|
||
|
||
\s5
|
||
\v 24 ຊີໂມນຕອບວ່າ, "ຂໍໃຫ້ພວກທ່ານອະທິຖານຫາອົງພຣະຜູ້ເປັນເຈົ້າເພື່ອຂ້າພະເຈົ້າດ້ວຍ, ເພື່ອວ່າສິ່ງທີ່ທ່ານກ່າວຈະບໍ່ເກີດຂື້ນກັບຂ້າພະເຈົ້າເລີຍ."
|
||
|
||
\s5
|
||
\v 25 ເມື່ອເປໂຕກັບໂຢຮັນເປັນພະຍານ ແລະ ປະກາດພຣະທັມຂອງອົງພຣະຜູ້ເປັນເຈົ້າແລ້ວ, ພວກທ່ານກໍກັບໄປນະຄອນ ເຢຣູຊາເລັມ, ໃນຂະນະທີ່ໄປຕາມທາງພວກທ່ານໄດ້ປະກາດຂ່າວປະເສີດກັບຫລາຍໝູ່ບ້ານຂອງຊາວຊາມາເຣຍຫລາຍແຫ່ງ.
|
||
|
||
\s5
|
||
\v 26 ເທວະດາອົງໜຶ່ງຂອງອົງພຣະຜູ້ເປັນເຈົ້າກ່າວກັບຟີລິບວ່າ, "ຈົ່ງລຸກຂຶ້ນໄປທາງທິດໃຕ້ ຕາມເສັ້ນທາງທີ່ລົງຈາກນະຄອນ ເຢຣູຊາເລັມໄປເຂດກາຊາ." (ເສັ້ນທາງນີ້ຢູ່ໃນຖິ່ນທຸລະກັນດານ.) ທ່ານກໍລຸກຂຶ້ນໄປ.
|
||
\v 27 ນີ້ແຫລະ, ມີຊາຍຄົນໜຶ່ງມາຈາກເອທີໂອເປຍ, ຊຶ່ງເປັນຂັນທີທີ່ເປັນຂ້າຣາຊການຂອງພະນາງ ກັນເດກາ, ພະຣາຊິນີແຫ່ງເອທິໂອເປຍ. ທ່ານເປັນນາຍຄັງຊັບສົມບັດທັງຫມົດຂອງພະຣາຊິນີອົງນັ້ນ. ທ່ານມານະມັດສະການໃນນະຄອນ ເຢຣູຊາເລັມ.
|
||
\v 28 ຂະນະທີ່ທ່ານກຳລັງເດີນທາງກັບ ແລະນັ່ງຢູ່ໃນລົດມ້າ, ແລະກຳລັງອ່ານໜັງສືເອຊາຢາຜູ້ທຳນວາຍຢູ່.
|
||
|
||
\s5
|
||
\v 29 ພຣະວິນຍານບໍຣິສຸດເຈົ້າໄດ້ກ່າວກັບຟີລິບວ່າ, "ຈົ່ງເຂົ້າໄປ ແລະຢູ່ໃກ້ລົດມ້າຄັນນັ້ນ."
|
||
\v 30 ຟີລິບຈຶ່ງແລ່ນໄປຫາທ່ານ, ແລະໄດ້ຍິນທ່ານກຳລັງອ່ານໜັງສືເອຊາຢາ, ແລະຖາມວ່າ, "ທ່ານເຂົ້າໃຈສິ່ງທີ່ທ່ານກຳລັງອ່ານຢູ່ຫລືບໍ?"
|
||
\v 31 ຊາວເອທິໂອເປຍຄົນນັ້ນຕອບວ່າ, "ຂ້າພະເຈົ້າຈະເຂົ້າໃຈໄດ້ແນວໃດ, ເວັ້ນເສຍແຕ່ວ່າມີຄົນແນະນຳຂ້າພະເຈົ້າ?" ທ່ານໄດ້ຂໍຮ້ອງໃຫ້ຟີລິບຂຶ້ນມາເທິງລົດມ້ານັ້ນແລະນັ່ງກັບທ່ານ.
|
||
|
||
\s5
|
||
\v 32 ພຣະຄຳພີຕອນທີ່ຊາວເອທິໂອເປຍອ່ານຢູ່ນັ້ນເປັນຂໍ້ຄວາມເຫລົ່ານີ້, "ທ່ານຖືກນຳຕົວເປັນຄືກັບແກະເພື່ອເອົາໄປຂ້າ, ແລະເໝືອນລູກແກະທີ່ມິດງຽບຢູ່ຕໍ່ໜ້າຜູ້ຕັດຂົນຂອງມັນສັນໃດ, ທ່ານບໍ່ໄດ້ເປີດປາກຂອງທ່ານເລີຍສັນນັ້ນ.
|
||
\v 33 ໃນເວລາທີ່ຖືກດູຖູກ ທ່ານບໍ່ໄດ້ຮັບຄວາມຍຸດຕິທຳ. ຜູ້ໃດໜໍຈະເລົ່າເຖິງເຊື້ອສາຍຂອງທ່ານ? ເພາະວ່າຊີວິດຂອງທ່ານໄດ້ຖືກເອົາໄປຈາກແຜ່ນດິນໂລກ."
|
||
|
||
\s5
|
||
\v 34 ດັ່ງນັ້ນ ຂັນທີຈຶ່ງຖາມຟີລິບວ່າ, "ຂ້າພະເຈົ້າຂໍຖາມທ່ານ, ໃຜຄືຜູ້ທີ່ທຳນວາຍທີ່ກ່າວເຖິງ, ຕົວທ່ານເອງ, ຫລືຜູ້ອື່ນ?"
|
||
\v 35 ຟີລິບຈຶ່ງເລີ່ມເລົ່າເລື່ອງໃຫ້ຟັງ, ເລີ່ມຕົ້ນດ້ວຍຂໍ້ພຣະຄຳພີຕອນນີ້ໃນເອຊາຢາເພື່ອປະກາດເລື່ອງພຣະເຢຊູຄຣິດເຈົ້າກັບຂັນທີຄົນນັ້ນ.
|
||
|
||
\s5
|
||
\v 36 ໃນຂະນະທີ່ພວກທ່ານເດີນທາງໄປຕາມເສັ້ນທາງ, ພວກທ່ານກໍມາຮອດສະຖານທີ່ມີນ້ຳ ຂັນທີຈຶ່ງກ່າວວ່າ, "ເບິ່ງແມ, ທີ່ນີ້ມີນ້ຳ, ມີສິ່ງໃດທີ່ກີດຂວາງບໍ່ໃຫ້ຂ້າພະເຈົ້າຮັບບັບຕິສະມາ?"
|
||
\v 37 "ຟິລິບຈຶ່ງຕອບວ່າ, "ຖ້າທ່ານເຊື່ອດ້ວຍສຸດໃຈ, ທ່ານກໍສາມາດຮັບບັບຕິສະມາໄດ້." ຄົນເອທິໂອເປຍຈຶ່ງຕອບວ່າ, "ຂ້າພະເຈົ້າເຊື່ອວ່າພຣະເຢຊູຄຣິດເຈົ້າ ຊົງເປັນພຣະບຸດຂອງພຣະເຈົ້າ."
|
||
\v 38 ດັ່ງນັ້ນ ຄົນເອທິໂອເປຍຄົນນັ້ນຈຶ່ງໄດ້ສັ່ງໃຫ້ຢຸດລົດ. ພວກເຂົາກໍໄດ້ລົງໄປໃນນ້ຳ, ທັງຟີລິບກັບຂັນທີ, ແລະຟິລິບກໍໃຫ້ທ່ານຮັບບັບຕິສະມາ.
|
||
|
||
\s5
|
||
\v 39 ເມື່ອພວກທ່ານຂຶ້ນມາຈາກນ້ຳແລ້ວ, ພຣະວິນຍານບໍຣິສຸດເຈົ້າຂອງອົງພຣະຜູ້ເປັນເຈົ້າ ຊົງຮັບເອົາຟີລິບໄປ, ຂັນທີຄົນນັ້ນກໍບໍ່ໄດ້ເຫັນທ່ານອີກເລີຍ, ລາວຈຶ່ງເດີນທາງຕໍ່ໄປດ້ວຍຄວາມຍິນດີ.
|
||
\v 40 ແຕ່ວ່າຟີລິບປະກົດຕົວຢູ່ທີ່ເມືອງ ອາໂຊໂຕ ທ່ານຜ່ານເມືອງນັ້ນໄປ, ແລະປະກາດຂ່າວປະເສີດທົ່ວທຸກເມືອງ ຈົນກວ່າທ່ານມາຮອດເມືອງ ກາຍຊາເຣຍ.
|
||
|
||
\s5
|
||
\c 9
|
||
\cl ບົດທີ 9
|
||
\p
|
||
\v 1 ໂຊໂລ, ຍັງຂູ່ເຂັນວ່າຈະຂ້າບັນດາສາວົກຂອງອົງພຣະຜູ້ເປັນເຈົ້າ, ແລະໄປຫາມະຫາປະໂລຫິດ
|
||
\v 2 ເພື່ອຂໍໜັງສືໄປທີ່ໂຮງທຳມະສາລາຕ່າງໆໃນເມືອງ ດາມັສກັດ, ເພື່ອວ່າໃນເວລາທີ່ທ່ານເຫັນຜູ້ໃດທີ່ເປັນພວກທາງນັ້ນ, ບໍ່ວ່າຈະເປັນຊາຍຫລືຍີງ, ທ່ານຈະມັດແລ້ວພາມາທີ່ນະຄອນ ເຢຣູຊາເລັມ.
|
||
|
||
\s5
|
||
\v 3 ໃນຂະນະທີ່ໂຊໂລກຳລັງເດີນທາງໄປເມືອງດາມັສກັດ, ທັນໃດນັ້ນ ກໍເກີດມີແສງສະຫວ່າງສ່ອງມາຈາກຟ້າສະຫວັນ; ມາອ້ອມຮອບຕົວທ່ານ,
|
||
\v 4 ທ່ານກໍລົ້ມລົງທີ່ພື້ນດິນ ແລະໄດ້ຍິນພຣະສຸລະສຽງກ່າວວ່າ, "ໂຊໂລ, ໂຊໂລເອີ໋ຍ, ເປັນຫຍັງທ່ານຈຶ່ງຂົ່ມເຫັງເຮົາ?"
|
||
|
||
\s5
|
||
\v 5 ໂຊໂລຈຶ່ງຕອບວ່າ, "ອົງພຣະຜູ້ເປັນເຈົ້າ, ພຣະອົງຊົງແມ່ນຜູ້ໃດ? "ອົງພຣະຜູ້ເປັນເຈົ້າກ່າວວ່າ, "ເຮົາແມ່ນພຣະເຢຊູຄຣິດເຈົ້າ ຜູ້ທີ່ທ່ານຂົ່ມເຫັງນັ້ນແຫລະ;
|
||
\v 6 ຈົ່ງລຸກຂຶ້ນເຖີດ, ແລະເຂົ້າໄປໃນເມືອງ, ແລ້ວຈະມີຄົນບອກທ່ານວ່າ ທ່ານຄວນເຮັດແນວໃດ."
|
||
\v 7 ພວກຄົນທີ່ເດີນທາງມາກັບໂຊໂລກໍຢືນຂຶ້ນບໍ່ສາມາດເວົ້າໄດ້, ໄດ້ຍິນແຕ່ພຣະສຸລະສຽງເທົ່ານັ້ນ, ແຕ່ບໍ່ເຫັນໃຜ.
|
||
|
||
\s5
|
||
\v 8 ໂຊໂລຈຶ່ງລຸກຂຶ້ນຈາກພື້ນ, ເມື່ອທ່ານມືນຕາຂຶ້ນ, ທ່ານກໍເບິ່ງບໍ່ເຫັນຫຍັງເລີຍ; ພວກເຂົາຈຶ່ງຈູງມືທ່ານ ແລະພາເຂົ້າໄປໃນເມືອງ ດາມັສກັດ.
|
||
\v 9 ທ່ານກໍເບິ່ງບໍ່ເຫັນເປັນເວລາສາມມື້, ແລະບໍ່ໄດ້ກິນອາຫານ ຫລື ດື່ມອັນໃດເລີຍ.
|
||
|
||
\s5
|
||
\v 10 ມີສາວົກຄົນໜຶ່ງທີ່ຢູ່ເມືອງ ດາມັສກັດ ຊື່ວ່າອານາເນຍ. ອົງພຣະຜູ້ເປັນເຈົ້າກ່າວກັບທ່ານຜ່ານນິມິດວ່າ, "ອານາເນຍເອີຍ!" ແລະທ່ານຕອບວ່າ, "ຂ້າແດ່ອົງພຣະເຈົ້າ, ຂ້ານ້ອຍຢູ່ທີ່ນີ້."
|
||
\v 11 ອົງພຣະຜູ້ເປັນເຈົ້າໄດ້ກ່າວກັບທ່ານວ່າ, "ຈົ່ງລຸກຂຶ້ນ, ແລ້ວໄປທາງຖະໜົນທີ່ເອີ້ນວ່າຖະໜົນຊື່, ແລະ ໄປທີ່ເຮືອນຂອງຢູດາ ຖາມຫາຊາຍຄົນໜຶ່ງຈາກເມືອງ ຕາໂຊ ທີ່ຊື່ວ່າ ໂຊໂລ, ເພາະວ່າລາວກຳລັງອະທິຖານຢູ່.
|
||
\v 12 ແລະລາວໄດ້ເຫັນໃນນິມິດຂອງລາວວ່າ ມີຊາຍຄົນໜຶ່ງຊື່ວ່າ ອານາເນຍ ເຂົ້າມາແລະວາງມືໃສ່ໂຕລາວ, ເພື່ອທີ່ລາວຈະເບິ່ງເຫັນໄດ້ອີກ."
|
||
|
||
\s5
|
||
\v 13 ແຕ່ອານາເນຍຕອບວ່າ, "ອົງພຣະຜູ້ເປັນເຈົ້າ, ຂ້ານ້ອຍໄດ້ຍິນຈາກຫລາຍຄົນກ່ຽວກັບຊາຍຄົນນີ້, ລາວໄດ້ໂຈມຕີຜູ້ບໍຣິສຸດຂອງພຣະອົງໃນນະຄອນ ເຢຣູຊາເລັມ.
|
||
\v 14 ລາວໄດ້ຮັບອຳນາດຈາກພວກຫົວຫນ້າປະໂລຫິດທີ່ຈະຈັບກຸມຜູ້ໃດກໍຕາມທີ່ນີ້ຜູ້ທີ່ອອກນາມຊື່ຂອງພຣະອົງ."
|
||
\v 15 ອົງພຣະຜູ້ເປັນເຈົ້າກ່າວກັບທ່ານວ່າ, "ຈົ່ງໄປເຖີດ, ເພາະເຂົາເປັນພາຊະນະທີ່ເຮົາເລືອກໄວ້, ທີ່ຈະນຳນາມຊື່ຂອງເຮົາໄປເຖິງບັນດາຄົນຕ່າງຊາດ ແລະ ບັນດາກະສັດ ແລະ ລູກຫລານຂອງຊາວອິດສະຣາເອນ;
|
||
\v 16 ເພາະວ່າເຮົາຈະໂຜດໃຫ້ລາວເຫັນວ່າລາວຕ້ອງທົນທຸກລຳບາກເທົ່າໃດເພື່ອນາມຊື່ຂອງເຮົາ."
|
||
|
||
\s5
|
||
\v 17 ອານາເນຍຈຶ່ງອອກເດີນທາງໄປ, ແລະເຂົ້າໄປໃນເຮືອນນັ້ນ. ລາວວາງມືໃສ່ໂຕໂຊໂລ, ໂດຍກ່າວວ່າ, "ອ້າຍໂຊໂລ, ອົງພຣະຜູ້ເປັນເຈົ້າ, ຜູ້ທີ່ປະກົດຕົວຕໍ່ທ່ານລະຫວ່າງເສັ້ນທາງທີ່ທ່ານມານັ້ນ, ໄດ້ສົ່ງຂ້າພະເຈົ້າມາເພື່ອເຮັດໃຫ້ທ່ານເບິ່ງເຫັນອີກຄັ້ງ ແລະ ໄດ້ຮັບການເຕັມລົ້ນດ້ວຍພຣະວິນຍານບໍຣິສຸດ."
|
||
\v 18 ໃນທັນໃດນັ້ນ ມີບາງສິ່ງຄືກັບເກັດຕົກລົງມາຈາກຕາຂອງໂຊໂລ, ແລ້ວທ່ານກໍສາມາດເບິ່ງເຫັນໄດ້; ທ່ານຈຶ່ງລຸກຂຶ້ນແລະຮັບບັບຕິສະມາ;
|
||
\v 19 ທ່ານກໍກິນອາຫານແລ້ວກໍແຂງແຮງຂຶ້ນ. ທ່ານອາໄສຢູ່ກັບພວກສາວົກຢູ່ເມືອງ ດາມັສກັດ ເປັນເວລາຫລາຍມື້.
|
||
|
||
\s5
|
||
\v 20 ທ່ານໄດ້ປະກາດໃນທຳມະສາລາທັນທີວ່າ, ພຣະເຢຊູຄຣິດເຈົ້າຄືພຣະບຸດຂອງພຣະເຈົ້າ.
|
||
\v 21 ທຸກຄົນທີ່ໄດ້ຍິນທ່ານກໍປະຫລາດໃຈ ແລະ ເວົ້າກັນວ່າ, "ຜູ້ນີ້ບໍ່ແມ່ນບໍ ທີ່ໂຈມຕີຜູ້ຄົນໃນນະຄອນ ເຢຣູຊາເລັມຜູ້ທີ່ອອກນາມຊື່ນີ້? ແລະທ່ານມາທີ່ນີ້ເພື່ອຈະຈັບພວກນັ້ນມັດແລ້ວສົ່ງໃຫ້ພວກຫົວໜ້າປະໂລຫິດ."
|
||
\v 22 ແຕ່ໂຊໂລກໍຍິ່ງເຂັ້ມແຂງຫລາຍຂຶ້ນ, ແລະທ່ານເຮັດໃຫ້ພວກຢິວໃນຢູ່ເມືອງດາມັສກັດລຳບາກໃຈ ໂດຍການພິສູດວ່າພຣະເຢຊູຄຣິດເຈົ້າ ຄືພຣະຄຣິດເຈົ້າ.
|
||
|
||
\s5
|
||
\v 23 ຫລາຍມື້ຕໍ່ມາ, ຊາວຢິວກໍວາງແຜນກັນຈະຂ້າໂຊໂລ.
|
||
\v 24 ແຕ່ວ່າແຜນການຂອງພວກເຂົາຮູ້ໄປຮອດຫູຂອງໂຊໂລ. ພວກເຂົາເຝົ້າລໍຖ້າຢູ່ທີ່ປະຕູເມືອງທັງກາງເວັນ ແລະ ກາງຄືນ ເພື່ອທີ່ຈະຂ້າທ່ານ.
|
||
\v 25 ແຕ່ພວກສາວົກໄດ້ເອົາໂຊໂລນັ່ງຢູ່ໃນກະຕ່າ. ແລະໄດ້ຢ່ອນທ່ານລົງໄປຈາກກຳແພງເມືອງໃນຕອນກາງຄືນ.
|
||
|
||
\s5
|
||
\v 26 ເມື່ອໂຊໂລມາຮອດນະຄອນ ເຢຣູຊາເລັມ, ທ່ານກໍພະຍາຍາມທີ່ຈະເຂົ້າຮ່ວມກັບພວກສາວົກ, ແຕ່ພວກເຂົາທຸກຄົນຢ້ານທ່ານ, ບໍ່ເຊື່ອວ່າທ່ານເປັນສາວົກ.
|
||
\v 27 ແຕ່ບາຣະນາບາໄດ້ພາທ່ານໄປຫາພວກອັກຄະສາວົກ, ແລະ ບາຣະນາບາໄດ້ບອກພວກເຂົາວ່າ ໂຊໂລໄດ້ພົບກັບອົງພຣະຜູ້ເປັນເຈົ້າລະຫວ່າງທາງ ແລະອົງພຣະຜູ້ເປັນເຈົ້າໄດ້ກ່າວກັບທ່ານຢ່າງໃດ, ແລະໂຊໂລໄດ້ປະກາດຢ່າງໃຈກ້າຫານໃນນາມຊື່ຂອງພຣະເຢຊູຄຣິດເຈົ້າໃນເມືອງດາມັສກັດ.
|
||
|
||
\s5
|
||
\v 28 ໂຊໂລຈຶ່ງເຂົ້ານອກອອກໃນຢູ່ກັບພວກອັກຄະສາວົກ ໃນນະຄອນ ເຢຣູຊາເລັມ. ທ່ານປະກາດນາມຊື່ຂອງອົງພຣະເຢຊູຄຣິດເຈົ້າດ້ວຍໃຈກ້າຫານ.
|
||
\v 29 ແລະໄດ້ໂຕ້ຖຽງກັບຊາວຢິວທີ່ເວົ້າພາສາກຣີກ; ແຕ່ພວກນັ້ນຍັງພະຍາຍາມທີ່ຈະຂ້າທ່ານ.
|
||
\v 30 ເມື່ອພີ່ນ້ອງໄດ້ຮູ້ເລື່ອງນີ້, ພວກເຂົາກໍພາທ່ານລົງໄປທີ່ເມືອງ ກາຍຊາເຣຍແລ້ວສົ່ງຕໍ່ໄປທີ່ເມືອງຕາໂຊ.
|
||
|
||
\s5
|
||
\v 31 ຫລັງຈາກນັ້ນ ຄຣິສຕະຈັກຕະຫລອດທົ່ວຢູດາຍ, ແຂວງ ຄາລີເລ, ແລະ ຊາມາເຣຍກໍມີຄວາມສະຫງົບສຸກ ແລະ ຈະເລີນເຕີບໃຫຍ່; ແລະ, ດຳເນີນໄປໃນຄວາມຢຳເກງອົງພຣະຜູ້ເປັນເຈົ້າ, ແລະໄດ້ຮັບການໜູນໃຈຈາກພຣະວິນຍານບໍຣິສຸດເຈົ້າ, ຄຣິສຕະຈັກກໍມີຈຳນວນສະມາຊິກເພີ້ມຂື້ນ.
|
||
\v 32 ໃນເວລານັ້ນ, ຂະນະທີ່ເປໂຕເດີນທາງໄປທົ່ວທຸກຂົງເຂດ, ທ່ານກໍລົງໄປຫາຜູ້ທີ່ເຊື່ອທີ່ອາໄສຢູ່ໃນເມືອງລິດດາ.
|
||
|
||
\s5
|
||
\v 33 ເປໂຕໄດ້ພົບກັບຊາຍຄົນໜຶ່ງຊື່ວ່າ ໄອເນ, ລາວເປັນອຳມະພາດຕ້ອງຢູ່ໃນບ່ອນນອນເປັນເວລາແປດປີແລ້ວ,
|
||
\v 34 ເປໂຕໄດ້ກ່າວກັບລາວວ່າ, "ໄອເນ, ພຣະເຢຊູຄຣິດເຈົ້າຊົງປິ່ນປົວທ່ານໃຫ້ດີແລ້ວ. ຈົ່ງລຸກຂຶ້ນແລະເກັບມ້ຽນບ່ອນນອນຂອງທ່ານເຖີດ," ລາວກໍລຸກຂຶ້ນໃນທັນທີ.
|
||
\v 35 ເມື່ອທຸກຄົນທີ່ອາໄສຢູ່ໃນເມືອງ ລິດດາ ແລະ ໃນທົ່ງພຽງຊາໂຣນໄດ້ເຫັນຊາຍຄົນນັ້ນ, ແລ້ວພວກເຂົາກໍກັບໃຈມາຫາອົງພຣະຜູ້ເປັນເຈົ້າ.
|
||
|
||
\s5
|
||
\v 36 ມີສາວົກຄົນໜຶ່ງຢູ່ເມືອງ ຢົບປາຊື່ວ່າຕາບີທາ, ຊຶ່ງມີຄວາມຫມາຍວ່າ "ໂດຣະກາ." ຜູ້ຍິງຄົນນີ້ໄດ້ເຮັດວຽກທີ່ດີໄວ້ຫລວງຫລາຍ ແລະ ມີຄວາມເມດຕາຕໍ່ຄົນທຸກຍາກ.
|
||
\v 37 ໃນເວລານັ້ນ ນາງເຈັບປ່ວຍ ແລະ ຕາຍ; ເມື່ອພວກເຂົາອາບນ້ຳສົບຂອງນາງແລ້ວ, ກໍເອົາໄປວາງໄວ້ໃນຫ້ອງຊັ້ນເທິງ.
|
||
|
||
\s5
|
||
\v 38 ເນື່ອງຈາກເມືອງລິດດາຢູ່ໃກ້ກັບເມືອງຢົບປາ ແລະພວກສາວົກໄດ້ຍິນວ່າເປໂຕຢູ່ທີ່ນັ້ນ, ຈຶ່ງສົ່ງຊາຍສອງຄົນໄປຫາທ່ານ, ແລະໄດ້ຂໍຮ້ອງທ່ານວ່າ, "ຂໍໃຫ້ທ່ານມາກັບພວກຂ້ານ້ອຍໂດຍໄວເຖີດ."
|
||
\v 39 ເປໂຕກໍລຸກຂຶ້ນໄປກັບພວກເຂົາ. ເມື່ອທ່ານມາຮອດ, ພວກເຂົາກໍພາທ່ານຂຶ້ນໄປທີ່ຫ້ອງຊັ້ນເທິງ, ພວກແມ່ໝ້າຍທຸກຄົນພາກັນຢືນຮ້ອງໄຫ້ຢູ່ຂ້າງໆທ່ານ, ແລະຊີ້ໃຫ້ທ່ານເບີ່ງເສື້ອຄຸມແລະເສື້ອຜ້າຕ່າງໆທີ່ໂດຣະກາໄດ້ເຮັດໄວ້ ໃນຂະນະທີ່ນາງຍັງມີຊີວິດຢູ່ກັບພວກເຂົາ.
|
||
|
||
\s5
|
||
\v 40 ເປໂຕຈຶ່ງໃຫ້ພວກເຂົາອອກໄປທາງນອກ, ແລ້ວຄຸເຂົ່າລົງ, ອະທິຖານ; ທ່ານປິ່ນມາຫາຊາກສົບນັ້ນ, ແລະກ່າວວ່າ, "ຕາບີທາເອີຍ, ຈົ່ງລຸກຂຶ້ນເຖີດ." ນາງກໍມືນຕາຂຶ້ນ, ແລະເມື່ອນາງເຫັນເປໂຕຈຶ່ງລຸກຂຶ້ນນັ່ງ.
|
||
\v 41 ເປໂຕໄດ້ຈັບມືຂອງນາງເພື່ອດຶງນາງຂຶ້ນ; ແລະເມື່ອທ່ານເອີ້ນຜູ້ທີ່ເຊື່ອ ແລະ ພວກແມ່ໝ້າຍເຂົ້າມາ, ທ່ານກໍມອບຍິງທີ່ມີຊີວິດໃຫ້ກັບພວກເຂົາ.
|
||
\v 42 ເລື່ອງນີ້ແຜ່ຂະຫຍາຍໄປທົ່ວເມືອງ ຢົບປາ, ແລະຫລາຍຄົນກໍພາກັນມາເຊື່ອໃນອົງພຣະຜູ້ເປັນເຈົ້າ.
|
||
\v 43 ເຫດການນີ້ເກີດຂື້ນໃນຂະນະທີ່ເປໂຕອາໄສຢູ່ໃນເມືອງ ຢົບປາເປັນເວລາຫລາຍມື້ກັບຊາຍຄົນໜຶ່ງທີ່ມີຊື່ວ່າຊີໂມນ, ທີ່ເປັນຊ່າງຟອກຫນັງ.
|
||
|
||
\s5
|
||
\c 10
|
||
\cl ບົດທີ 10
|
||
\p
|
||
\v 1 ມີຊາຍຄົນໜຶ່ງຢູ່ໃນເມືອງ ກາຍຊາເຣຍ, ຊື່ໂກເນລີໂອ, ເປັນນາຍຮ້ອຍໃນກອງທັບທະຫານ ທີ່ເອີ້ນວ່າກອງທະຫານ ອີຕາລີ.
|
||
\v 2 ທ່ານແລະຄອບຄົວຂອງທ່ານມີຄວາມຢຳເກງ ແລະນະມັດສະການພຣະເຈົ້າ; ທ່ານໄດ້ບໍລິຈາກເປັນເງິນຈຳນວນຫລວງຫລາຍໃຫ້ຊາວຢິວ, ແລະອະທິຖານຫາພຣະເຈົ້າຢູ່ສະເໝີ.
|
||
|
||
\s5
|
||
\v 3 ເວລາປະມານບ່າຍສາມໂມງ, ນາຍຮ້ອຍຄົນນັ້ນໄດ້ເຫັນນິມິດຢ່າງຊັດເຈນວ່າ ເທວະດາອົງໜຶ່ງຂອງພຣະເຈົ້າມາຫາທ່ານ. ເທວະດາອົງນັ້ນກ່າວແກ່ທ່ານວ່າ, "ໂກເນລີໂອ!"
|
||
\v 4 ໂກເນລີໂອຕັ້ງໃຈແນມເບິ່ງທີ່ເທວະດາດ້ວຍຄວາມຕົກໃຈຫລາຍ ແລະ ກ່າວວ່າ, "ນີ້ແມ່ນເລື່ອງໃດນໍ ພຣະອົງເຈົ້າເອີຍ?" ເທວະດາອົງນັ້ນກ່າວແກ່ທ່ານວ່າ, "ຄຳອະທິຖານ ແລະການບໍລິຈາກໃຫ້ແກ່ຄົນທຸກຍາກຂອງທ່ານເປັນເຄື່ອງບູຊາຂຶ້ນໄປເຖິງທີ່ປະທັບຂອງພຣະເຈົ້າ.
|
||
\v 5 ບັດນີ້ ຈົ່ງໃຊ້ຄົນໄປທີ່ເມືອງຢົບປາ ແລະ ພາຊາຍຄົນໜຶ່ງທີ່ຊື່ວ່າ ຊີໂມນ ທີ່ເອີ້ນວ່າເປໂຕມາ.
|
||
\v 6 ທ່ານພັກຢູ່ກັບຊ່າງຟອກໜັງທີ່ຊື່ຊີໂມນ, ທີ່ບ້ານຂອງເຂົາທີ່ແຄມທະເລ."
|
||
|
||
\s5
|
||
\v 7 ເມື່ອເທວະດາທີ່ເວົ້າກັບທ່ານຈາກໄປແລ້ວ, ທ່ານກໍເອີ້ນຄົນຮັບໃຊ້ໃນຄົວເຮືອນສອງຄົນ, ແລະທະຫານຄົນໜຶ່ງທີ່ນະມັດສະການພຣະເຈົ້າຈາກກອງທະຫານທີ່ຮັບໃຊ້ທ່ານເຊັ່ນກັນ.
|
||
\v 8 ໂກເນລີໂອເລົ່າເຫດການທັງໝົດໃຫ້ພວກເຂົາຟັງ ແລະ ໃຊ້ພວກເຂົາໄປທີ່ເມືອງ ຢົບປາ.
|
||
|
||
\s5
|
||
\v 9 ມື້ຕໍ່ມາເວລາປະມານທ່ຽງ, ຂະນະທີ່ພວກເຂົາເດີນທາງໃກ້ຈະຮອດເມືອງນັ້ນ, ເປໂຕຂຶ້ນໄປເທິງຫລັງຄາເຮືອນເພື່ອອະທິຖານ.
|
||
\v 10 ທ່ານເລີ່ມຫິວ ແລະ ຕ້ອງການກິນອາຫານ, ແຕ່ໃນຂະນະທີ່ຜູ້ຄົນກຳລັງແຕ່ງກິນຢູ່ນັ້ນ, ທ່ານກໍໄດ້ຮັບນິມິດ,
|
||
\v 11 ແລະທ່ານເຫັນທ້ອງຟ້າເປີດອອກ ແລະ ມີພາຊະນະໃສ່ເຄື່ອງ, ເລື່ອນຕ່ຳລົງມາເບິ່ງຄືກັບຜ້າແຜ່ນໃຫຍ່ລົງສູ່ພື້ນໂລກ, ມີເຊືອກສີ່ແຈຢ່ອນລົງມາ.
|
||
\v 12 ໃນນັ້ນມີສັດສີ່ຕີນທຸກຊະນິດ ແລະສິ່ງທີ່ເລືອຄານຢູ່ພື້ນດິນ, ແລະນົກໃນຟ້າອາກາດ.
|
||
|
||
\s5
|
||
\v 13 ແລ້ວມີພຣະສຸລະສຽງກ່າວກັບທ່ານວ່າ: "ເປໂຕ, ຈົ່ງລຸກຂຶ້ນ, ຈົ່ງຂ້າ ແລະ ກິນເຖີດ."
|
||
\v 14 ແຕ່ເປໂຕກ່າວວ່າ, "ຂໍຢ່າໃຫ້ເປັນຢ່າງນັ້ນເລີຍ, ອົງພຣະຜູ້ເປັນເຈົ້າ; ເພາະວ່າຂ້າພະອົງບໍ່ເຄີຍກິນອາຫານສິ່ງໃດທີ່ບໍ່ສະອາດ ແລະ ບໍ່ບໍຣິສຸດ."
|
||
\v 15 ແຕ່ມີພະສຸລະສຽງນັ້ນມາເຖິງທ່ານອີກເປັນເທື່ອທີສອງວ່າ: "ສິ່ງທີ່ພຣະເຈົ້າໄດ້ຊົງຊຳລະແລ້ວ, ຢ່າຖືວ່າເປັນມົນທິນ."
|
||
\v 16 ເຫດການນີ້ເກີດຂຶ້ນເຖິງສາມຄັ້ງ; ແລ້ວພາຊະນະໃສ່ເຄື່ອງນັ້ນກໍຖືກນຳຂຶ້ນໄປເທິງທ້ອງຟ້າທັນທີ.
|
||
|
||
\s5
|
||
\v 17 ຂະນະທີ່ເປໂຕຮູ້ສຶກສັບສົນຫລາຍກ່ຽວກັບນິມິດທີ່ທ່ານເຫັນວ່າມີຄວາມໝາຍແນວໃດ, ນີ້ແຫລະ, ພວກຄົນທີ່ໂກເນລີໂອໃຊ້ມາ ກໍຢືນຢູ່ໜ້າປະຕູຮົ້ວ, ຫລັງຈາກທີ່ພວກເຂົາໄດ້ຖາມຫາທາງທີ່ຈະມາເຮືອນນັ້ນ.
|
||
\v 18 ພວກເຂົາຮ້ອງ ແລະ ຖາມວ່າຊີໂມນ, ທີ່ເອີ້ນວ່າເປໂຕ, ພັກຢູ່ທີ່ນີ້ຫລືບໍ.
|
||
|
||
\s5
|
||
\v 19 ຂະນະທີ່ເປໂຕຍັງຄິດເຖິງກ່ຽວກັບນິມິດນັ້ນ, ພຣະວິນຍານບໍຣິສຸດເຈົ້າໄດ້ກ່າວກັບທ່ານວ່າ, "ເບິ່ງເຖີດ, ມີຊາຍສາມຄົນກຳລັງມາຫາທ່ານ.
|
||
\v 20 ຈົ່ງລຸກຂຶ້ນ ແລະ ລົງໄປກັບພວກເຂົາເຖີດ. ຢ່າຊັກຊ້າ ເພາະວ່າເຮົາໃຊ້ພວກເຂົາມາ."
|
||
\v 21 ເປໂຕຈຶ່ງລົງໄປຫາຄົນເຫລົ່ານັ້ນ ແລະເວົ້າວ່າ, "ຂ້າພະເຈົ້າແມ່ນຄົນທີ່ທ່ານກຳລັງຊອກຫາ. ພວກທ່ານມາເຮັດຫຍັງ?"
|
||
|
||
\s5
|
||
\v 22 ພວກເຂົາກ່າວວ່າ, "ນາຍຮ້ອຍທີ່ຊື່ວ່າ ໂກເນລີໂອແມ່ນຜູ້ຊອບທຳ ແລະນະມັດສະການພຣະເຈົ້າ, ແລະເປັນທີ່ຮູ້ຈັກກັນດີໃນບັນດາຊົນຊາດຢິວ, ເທວະດາບໍຣິສຸດອົງໜຶ່ງຂອງພຣະເຈົ້າໄດ້ກ່າວແກ່ໂກເນລີໂອໃຫ້ມາເຊີນທ່ານໄປທີ່ເຮືອນ. ເພື່ອຈະສາມາດຟັງຖ້ອຍຄຳຂອງທ່ານ.
|
||
\v 23 ເປໂຕຈຶ່ງເຊີນພວກເຂົາເຂົ້າມາທາງໃນ ແລະພັກຢູ່ກັບທ່ານ. ມື້ຕໍ່ມາເປໂຕກໍລຸກຂຶ້ນ ແລະໄປກັບພວກເຂົາ, ພີ່ນ້ອງບາງຄົນຈາກເມືອງຢົບປາ ກໍໄປກັບທ່ານດ້ວຍ.
|
||
|
||
\s5
|
||
\v 24 ມື້ຕໍ່ມາ ພວກເຂົາໄດ້ມາຮອດເມືອງ ກາຍຊາເຣຍ. ໂກເນລີໂອກຳລັງຄອຍຖ້າພວກເຂົາຢູ່; ທ່ານໄດ້ເອີ້ນບັນດາຍາດພີ່ນ້ອງ ແລະ ໝູ່ສະຫນິດຂອງທ່ານມາເຕົ້າໂຮມກັນ.
|
||
|
||
\s5
|
||
\v 25 ເມື່ອເປໂຕມາຮອດ, ໂກເນລີໂອໄດ້ເຫັນທ່ານ ແລະ ກົ້ມລົງຂາບຢູ່ທີ່ຕີນຂອງທ່ານເພື່ອທີ່ຈະນະມັດສະການທ່ານ.
|
||
\v 26 ແຕ່ເປໂຕໄດ້ປະຄອງໂກເນລີໂອໃຫ້ຢືນຂຶ້ນ, ແລະກ່າວວ່າ, "ຈົ່ງຢືນຂຶ້ນເຖີດ! ຂ້າພະເຈົ້າກໍເປັນມະນຸດເຊັ່ນກັນ."
|
||
|
||
\s5
|
||
\v 27 ໃນຂະນະທີ່ເປໂຕກຳລັງສົນທະນາກັບໂກເນລີໂອ, ເປໂຕກໍເຂົ້າມາທາງໃນ ແລະ ເຫັນຄົນຫລວງຫລາຍມາປະຊຸມຮ່ວມກັນ.
|
||
\v 28 ທ່ານຈຶ່ງໄດ້ກ່າວກັບພວກເຂົາວ່າ, "ພວກທ່ານເອງກໍຮູ້ຢູ່ວ່າ ການທີ່ຄົນຢິວຈະສົມທົບ ຫລື ຢ້ຽມຢາມຄົນຕ່າງຊາດຖືວ່າເປັນສິ່ງທີ່ຕ້ອງຫ້າມ. ແຕ່ພຣະເຈົ້າຊົງໂຜດໃຫ້ຂ້າພະເຈົ້າເຫັນວ່າ ບໍ່ຄວນເອີ້ນວ່າຄົນໃດຄົນໜຶ່ງບໍ່ສະອາດ ຫລື ບໍ່ບໍຣິສຸດ.
|
||
\v 29 ນັ້ນແມ່ນເຫດຜົນທີ່ຂ້າພະເຈົ້າມາໂດຍບໍ່ຂັດຂ້ອງ, ເມື່ອພວກທ່ານໃຊ້ຄົນໄປເຊີນຂ້າພະເຈົ້າ. ດັ່ງນັ້ນ ຂ້າພະເຈົ້າຂໍຖາມເຫດຜົນໃດທີ່ທ່ານເຊີນຂ້າພະເຈົ້າມາ?"
|
||
|
||
\s5
|
||
\v 30 ໂກເນລີໂອຈຶ່ງຕອບວ່າ, "ເມື່ອສີ່ມື້ທີ່ຜ່ານມາໃນເວລາປະມານນີ້, ຕອນບ່າຍສາມໂມງ ຂ້າພະເຈົ້າກຳລັງອະທິຖານຢູ່ໃນເຮືອນ; ແລະໄດ້ເຫັນ, ຊາຍຄົນໜຶ່ງນຸ່ງຊຸດສີຂາວທີ່ງົດງາມຢືນຢູ່ຕໍ່ໜ້າຂ້າພະເຈົ້າ.
|
||
\v 31 ທ່ານຜູ້ນັ້ນກ່າວວ່າ, 'ໂກເນລິໂອ, ພຣະເຈົ້າຊົງໄດ້ຍິນຄຳອະທິຖານຂອງທ່ານແລ້ວ, ແລະ ການໃຫ້ບໍລິຈາກແກ່ຄົນທຸກຍາກກໍເຮັດໃຫ້ພຣະເຈົ້າລະລຶກເຖິງທ່ານ.
|
||
\v 32 ເພາະເຫດນັ້ນ ຈົ່ງໃຊ້ຄົນໄປທີ່ເມືອງ ຢົບປາ, ແລະ ເຊີນຊາຍຄົນໜຶ່ງຊື່ວ່າຊີໂມນທີ່ເອີ້ນວ່າເປໂຕມາຫາທ່ານ, ທ່ານອາໄສຢູ່ໃນເຮືອນຂອງຊ່າງຟອກຫນັງທີ່ຊື່ວ່າ ຊີໂມນ ຢູ່ແຄມຝັ່ງທະເລ.' "
|
||
\v 33 ດັ່ງນັ້ນ ຂ້າພະເຈົ້າໄດ້ໃຊ້ຄົນມາຫາທ່ານ. ທ່ານເປັນຄົນໃຈດີທີ່ໄດ້ມາ. ບັດນີ້, ພວກເຮົາທຸກຄົນຢູ່ທີ່ນີ້ໃນສາຍຕາຂອງພຣະເຈົ້າ, ເພື່ອຟັງທຸກສິ່ງທີ່ທ່ານໄດ້ຮັບຄຳສັ່ງຈາກອົງພຣະຜູ້ເປັນເຈົ້າໃຫ້ເວົ້າ." (ເມື່ອທ່ານມາເຖິງທ່ານຈະບອກ).
|
||
|
||
\s5
|
||
\v 34 ແລ້ວເປໂຕກໍເລີ່ມກ່າວວ່າ, "ຂ້າພະເຈົ້າເຂົ້າໃຈ, ຢ່າງແທ້ຈິງວ່າ ພຣະເຈົ້າບໍ່ເຂົ້າຂ້າງຜູ້ໃດເລີຍ.
|
||
\v 35 ແຕ່ວ່າ, ທຸກຄົນບໍ່ວ່າຊົນຊາດໃດກໍຕາມທີ່ຢຳເກງພຣະເຈົ້າ ແລະ ປະພຶດຄວາມຊອບທຳ ພຣະອົງກໍຊົງຍອມຮັບຜູ້ນັ້ນ.
|
||
|
||
\s5
|
||
\v 36 ທ່ານຮູ້ວ່າຖ້ອຍຄຳທີ່ພຣະອົງມອບໃຫ້ກັບຄົນອິດຊະຣາເອັນ, ເມື່ອພຣະອົງຊົງປະກາດຂ່າວປະເສີດເລື່ອງສັນຕິສຸກໂດຍພຣະເຢຊູຄຣິດເຈົ້າ, ຜູ້ຊົງເປັນອົງພຣະຜູ້ເປັນເຈົ້າຂອງທຸກຄົນ—
|
||
\v 37 ພວກທ່ານເອງກໍຮູ້ເຖິງເຫດການທີ່ເກີດຂຶ້ນ, ທົ່ວແຂວງຢູດາຍ, ເລີ່ມຕົ້ນໃນແຂວງກາລີເລ, ຫລັງຈາກທີ່ໂຢຮັນໄດ້ປະກາດການຮັບບັບຕິສະມານັ້ນ;
|
||
\v 38 ເຫດການຕ່າງໆ ທີ່ກ່ຽວກັບພຣະເຢຊູຄຣິດເຈົ້າແຫ່ງນາຊາເຣັດ, ແລະການທີ່ພຣະເຈົ້າຊົງເຈີມພຣະອົງດ້ວຍພຣະວິນຍານບໍຣິສຸດເຈົ້າ ແລະ ດ້ວຍຣິດເດດ. ພຣະອົງສະເດັດອອກໄປເຮັດຄວາມດີ ແລະ ປິ່ນປົວທຸກຄົນຜູ້ທີ່ຖືກຜີຮ້າຍບຽດບຽນ, ເພາະວ່າພຣະເຈົ້າຊົງສະຖິດກັບພຣະອົງ.
|
||
|
||
\s5
|
||
\v 39 ຂ້າພະເຈົ້າຄືຜູ້ທີ່ເປັນພະຍານຂອງທຸກສີ່ງທີ່ພຣະອົງຊົງເຮັດ, ທັງໃນແຂວງຢູດາຍ ແລະ ໃນນະຄອນ ເຢຣູຊາເລັມ. ພຣະເຢຊູເຈົ້າອົງນີ້ແຫລະ ທີ່ພວກເຂົາຂ້າ ແລະ ແຂວນພຣະອົງໄວ້ເທິງຕົ້ນໄມ້,
|
||
\v 40 ແຕ່ພຣະອົງນີ້ແຫລະ ທີ່ພຣະເຈົ້າຊົງໂຜດໃຫ້ເປັນຄືນມາຈາກຄວາມຕາຍໃນວັນທີສາມ ແລະຊົງໃຫ້ພຣະອົງປາກົດແຈ້ງ,
|
||
\v 41 ບໍ່ໄດ້ຊົງສະແດງແກ່ທຸກຄົນ, ແຕ່ສະແດງຕໍ່ຜູ້ທີ່ເປັນພະຍານທີ່ພຣະເຈົ້າຊົງເລືອກໄວ້ລ່ວງໜ້າຄື—ພວກເຮົາເອງທີ່ໄດ້ຮັບກິນ ແລະ ດື່ມກັບພຣະອົງ ຫລັງຈາກທີ່ພຣະອົງຊົງເປັນຄືນມາຈາກຄວາມຕາຍແລ້ວ.
|
||
|
||
\s5
|
||
\v 42 ພຣະອົງໄດ້ສັ່ງພວກເຮົາໃຫ້ອອກໄປປະກາດກັບປະຊາຊົນ ແລະ ເປັນພະຍານວ່າ ນີ້ຄືຜູ້ທີ່ພຣະເຈົ້າຊົງເລືອກໃຫ້ເປັນຜູ້ຈະຕັດສິນທັງຄົນເປັນແລະຄົນຕາຍ.
|
||
\v 43 ບັນດາຜູ້ທຳນວາຍໄດ້ເປັນພະຍານເຖິງພຣະອົງ, ເພື່ອວ່າທຸກຄົນທີ່ເຊື່ອໃນພຣະອົງຈະໄດ້ຮັບການຍົກໂທດບາບໂດຍທາງນາມຊື່ຂອງພຣະອົງ."
|
||
|
||
\s5
|
||
\v 44 ຂະນະທີ່ເປໂຕຍັງກ່າວກ່ຽວກັບເລື່ອງນີ້ຢູ່, ພຣະວິນຍານບໍຣິສຸດເຈົ້າໄດ້ສະເດັດລົງມາສະຖິດກັບທຸກຄົນ ທີ່ຟັງຖ້ອຍຄຳຂອງທ່ານຢູ່.
|
||
\v 45 ບັນດາຄົນໃນກຸ່ມຜູ້ທີ່ເຊື່ອ—ທີ່ເຂົ້າຮັບພິທີຕັດທຸກຄົນທີ່ມາກັບເປໂຕ—ກໍພາກັນປະຫລາດໃຈ, ເພາະວ່າຂອງປະທານແຫ່ງພຣະວິນຍານບໍຣິສຸດເຈົ້າ ໄດ້ເທລົງມາເທິງຄົນຕ່າງຊາດດ້ວຍ.
|
||
|
||
\s5
|
||
\v 46 ພວກເຂົາໄດ້ຍິນພວກຕ່າງຊາດເຫລົ່ານີ້ເວົ້າພາສາຕ່າງໆ ແລະ ສັນລະເສີນພຣະເຈົ້າ. ເປໂຕຈຶ່ງກ່າວວ່າ,
|
||
\v 47 "ໃຜຈະຫ້າມຄົນເຫລົ່ານີ້ທີ່ໄດ້ຮັບພຣະວິນຍານບໍຣິສຸດເຈົ້າ, ເຊັ່ນດຽວກັບພວກຂ້າພະເຈົ້າຈາກການບັບຕິສະມາດ້ວຍນ້ຳ?"
|
||
\v 48 ແລ້ວເປໂຕຈຶ່ງສັ່ງໃຫ້ພວກເຂົາຮັບບັບຕິສະມາໃນນາມຊື່ຂອງພຣະເຢຊູຄຣິດເຈົ້າ. ຫລັງຈາກນັ້ນ ພວກເຂົາຈຶ່ງຂໍໃຫ້ເປໂຕຢູ່ກັບພວກເຂົາເປັນເວລາຫລາຍມື້.
|
||
|
||
\s5
|
||
\c 11
|
||
\cl ບົດທີ 11
|
||
\p
|
||
\v 1 ພວກອັກຄະສາວົກ ແລະ ພີ່ນ້ອງທີ່ອາໄສຢູ່ໃນແຂວງ ຢູດາຍໄດ້ຍິນຂ່າວວ່າຄົນຕ່າງຊາດຍອມຮັບເອົາພຣະທັມຂອງພຣະເຈົ້າ.
|
||
\v 2 ເມື່ອເປໂຕຂຶ້ນຮອດນະຄອນ ເຢຣູຊາເລັມແລ້ວ, ປະຊາຊົນທີ່ເຂົ້າໃນພິທີຕັດກໍຕິຕຽນເພິ່ນ;
|
||
\v 3 ພວກເຂົາກ່າວວ່າ, "ທ່ານຄົບຫາກັບຜູ້ທີ່ບໍ່ໄດ້ຮັບພິທີຕັດ ແລະ ຮັບປະທານອາຫານຮ່ວມກັບພວກເຂົາ!"
|
||
|
||
\s5
|
||
\v 4 ເປໂຕຈຶ່ງເລີ່ມຕົ້ນອະທິບາຍເລື່ອງນັ້ນໃຫ້ພວກເຂົາຟັງໂດຍລະອຽດ; ວ່າ,
|
||
\v 5 ຂະນະທີ່ຂ້າພະເຈົ້າກຳລັງອະທິຖານຢູ່ເມືອງ ຢົບປາ, ຂ້າພະເຈົ້າໄດ້ເຫັນໃນນິມິດວ່າ ມີພາຊະນະໃສ່ເຄື່ອງເລື່ອນລົງມາ, ມີລັກສະນະເປັນແຜ່ນຂະຫນາດໃຫຍ່ ຢ່ອນລົງມາຈາກທ້ອງຟ້າໂດຍມີທັງສີ່ມຸມໄດ້ຢ່ອນລົງມາຫາຂ້າພະເຈົ້າ.
|
||
\v 6 ເມື່ອຂ້າພະເຈົ້າແນມເບິ່ງ ແລະ ຄິດກ່ຽວກັບສິ່ງນີ້. ຂ້າພະເຈົ້າໄດ້ເຫັນສັດບົກສີ່ຕີນ, ສັດປ່າ, ສັດເລືອຄານ, ແລະນົກໃນອາກາດ.
|
||
|
||
\s5
|
||
\v 7 ແລ້ວຂ້າພະເຈົ້າໄດ້ຍິນພຣະສຸລະສຽງກ່າວກັບຂ້າພະເຈົ້າວ່າ, "ເປໂຕ, ຈົ່ງລຸກຂຶ້ນຂ້າກິນເຖີດ!"
|
||
\v 8 ຂ້າພະເຈົ້າເວົ້າວ່າ, "ຢ່າໃຫ້ເປັນຢ່າງນັ້ນເລີຍ ອົງພຣະຜູ້ເປັນເຈົ້າ, ເພາະວ່າສິ່ງທີ່ບໍ່ສະອາດ ຫລື ບໍ່ບໍຣິສຸດບໍ່ເຄີຍເຂົ້າປາກຂ້າພະອົງເລີຍ."
|
||
\v 9 ແຕ່ພຣະສຸລະສຽງນັ້ນກໍຕອບຈາກຟ້າອີກເທື່ອໜຶ່ງວ່າ, "ສິ່ງທີ່ພຣະເຈົ້າປະກາດຖືກຊຳລະແລ້ວ ຢ່າເອີ້ນວ່າມັນບໍ່ສະອາດ."
|
||
\v 10 ສິ່ງນີ້ໄດ້ເກີດຂື້ນສາມເທື່ອ ແລ້ວທຸກຢ່າງກໍຖືກຮັບຂຶ້ນໄປເທິງຟ້າອີກເທື່ອໜຶ່ງ.
|
||
|
||
\s5
|
||
\v 11 ໃນທັນໃດນັ້ນ ມີຊາຍສາມຄົນມາຢືນຢູ່ທີ່ໜ້າປະຕູເຮືອນທີ່ຂ້າພະເຈົ້າພັກອາໄສຢູ່; ພວກເຂົາຖືກສົ່ງມາຈາກເມືອງ ກາຍຊາເຣຍມາຫາຂ້າພະເຈົ້າ.
|
||
\v 12 ພຣະວິນຍານຈຶ່ງສັ່ງໃຫ້ຂ້າພະເຈົ້າໄປກັບພວກເຂົາ, ແລ້ວຂ້າພະເຈົ້າກໍນຳພວກເຂົາໄປໂດຍບໍ່ລັງເລ. ພີ່ນ້ອງທັງຫົກຄົນນີ້ໄປກັບຂ້າພະເຈົ້າ, ແລະຂ້າພະເຈົ້າກໍເຂົ້າໄປໃນເຮືອນຂອງຊາຍຄົນນັ້ນ.
|
||
\v 13 ຊາຍຄົນນັ້ນເລົ່າໃຫ້ຟັງວ່າ ທ່ານໄດ້ເຫັນເທວະດາຢືນຢູ່ໃນເຮືອນຂອງທ່ານຢ່າງໃດ ແລະ ກ່າວກັບທ່ານວ່າ, "ຈົ່ງໃຊ້ຄົນໄປທີ່ເມືອງ ຢົບປາ ແລະ ເຊີນຊີໂມນທີ່ເອີ້ນກັນວ່າເປໂຕມາ.
|
||
\v 14 ລາວກ່າວຖ້ອຍຄຳກັບພວກທ່ານ ເພື່ອທີ່ພວກທ່ານຈະໄດ້ຮັບຄວາມພົ້ນ—ທັງທ່ານແລະຄອບຄົວຂອງທ່ານ."
|
||
|
||
\s5
|
||
\v 15 ໃນຂະນະທີ່ຂ້າພະເຈົ້າເລີ່ມຕົ້ນເວົ້າ, ພຣະວິນຍານບໍຣິສຸດເຈົ້າກໍໄດ້ສະເດັດລົງມາສະຖິດກັບພວກເຂົາ, ຊຶ່ງຄືກັນກັບພວກເຮົາໃນຕອນເລີ່ມຕົ້ນ.
|
||
\v 16 ຂ້າພະເຈົ້າຈື່ງລະລຶກເຖິງຖ້ອຍຄຳຂອງອົງພຣະຜູ້ເປັນເຈົ້າ, ທີ່ພຣະອົງກ່າວວ່າ, "ໂຢຮັນໃຫ້ບັບຕິສະມາດ້ວຍນ້ຳ; ແຕ່ພວກທ່ານຈະໄດ້ຮັບບັບຕິສະມາໃນພຣະວິນຍານບໍຣິສຸດເຈົ້າ."
|
||
|
||
\s5
|
||
\v 17 ແລ້ວຖ້າພຣະເຈົ້າໄດ້ມອບຂອງປະທານຢ່າງດຽວແກ່ພວກເຂົາຄືກັນກັບທີ່ພຣະອົງໄດ້ມອບໃຫ້ແກ່ພວກເຮົາ ເມື່ອພວກເຮົາເຊື່ອໃນອົງພຣະເຢຊູຄຣິດເຈົ້າ, ແລ້ວຂ້າພະເຈົ້າແມ່ນໃຜ, ທີ່ຈະຕໍ່ຕ້ານພຣະເຈົ້າໄດ້?”
|
||
\v 18 ເມື່ອພວກເຂົາໄດ້ຍິນເຊັ່ນນີ້, ພວກເຂົາກໍບໍ່ມີຫຍັງທີ່ຈະກ່າວໄດ້, ພວກເຂົາຈຶ່ງສັນລະເສີນພຣະເຈົ້າວ່າ, "ພຣະເຈົ້າຊົງໄດ້ມອບການກັບໃຈໃຫມ່ ເພື່ອໃຫ້ມີຊີວິດແກ່ຄົນຕ່າງຊາດດ້ວຍ."
|
||
|
||
\s5
|
||
\v 19 ບັນດາຄົນທີ່ກະຈັດກະຈາຍໄປ ເນື່ອງຈາກການຂົ່ມເຫັງທີ່ເລີ່ມຕົ້ນດ້ວຍການເສຍຊີວິດຂອງ ຊະເຕຟາໂນ ກໍໄດ້ແຜ່ລາມໄປເຖິງເມືອງ ໂຟນີເຊຍ, ເກາະໄຊປຣັດ, ແລະເມືອງ ອັນຕີໂອເຂຍ, ແຕ່ພວກເຂົາກ່າວຖ້ອຍຄຳກ່ຽວກັບພຣະເຢຊູຄຣິດເຈົ້າກັບຊາວຢິວເທົ່ານັ້ນ.
|
||
\v 20 ບາງຄົນໃນພວກເຂົາແມ່ນ, ຊາວເກາະໄຊປຣັດ, ແລະ ຊາວກີເຣເນມາທີ່ເມືອງ ອັນຕິໂອເຂຍ ກໍໄດ້ບອກຂ່າວປະເສີດກ່ຽວກັບອົງພຣະເຢຊູຄຣິດເຈົ້າ. ກັບພວກເຂົາເປັນພາສາກຣີກດ້ວຍ,
|
||
\v 21 ແລະພຣະຫັດຂອງອົງພຣະຜູ້ເປັນເຈົ້າຢູ່ກັບພວກເຂົາ; ຄົນຈໍານວນຫລາຍໄດ້ເຊື່ອ ແລະ ກັບມາຫາອົງພຣະຜູ້ເປັນເຈົ້າ.
|
||
|
||
\s5
|
||
\v 22 ເລື່ອງນີ້ໄດ້ຍິນມາຮອດຫູຂອງຄຣິສຕະຈັກໃນນະຄອນ ເຢຣູຊາເລັມ, ພວກເຂົາຈຶ່ງສົ່ງບາຣະນາບາໄປທີ່ເມືອງອັນຕີໂອເຂຍ.
|
||
\v 23 ເມື່ອທ່ານມາຮອດ ແລະ ເຫັນຂອງປະທານຈາກພຣະເຈົ້າ, ທ່ານກໍຍິນດີ; ແລະທ່ານໄດ້ໜູນໃຈພວກເຂົາທຸກຄົນໃຫ້ໝັ້ນຄົງໃນອົງພຣະຜູ້ເປັນເຈົ້າດ້ວຍສຸດຈິດສຸດໃຈ.
|
||
\v 24 ເພາະວ່າບາຣະນາບາເປັນຄົນດີ ແລະ ເຕັມລົ້ນດ້ວຍພຣະວິນຍານບໍຣິສຸດເຈົ້າ ແລະ ຄວາມເຊື່ອ, ແລະ ຄົນຈຳນວນຫລວງຫລາຍກໍເພີ້ມເຂົ້າມາໃນອົງພຣະຜູ້ເປັນເຈົ້າ.
|
||
|
||
\s5
|
||
\v 25 ບາຣະນາບາຈຶ່ງໄປຫາໂຊໂລທີ່ເມືອງຕາໂຊ.
|
||
\v 26 ເມື່ອທ່ານເຫັນໂຊໂລແລ້ວ, ກໍພາທ່ານມາທີເມືອງອັນຕີໂອເຂຍ. ແລະທ່ານທັງສອງກໍປະຊຸມຮ່ວມກັບຄຣິສຕະຈັກນັ້ນຕະຫລອດທັງປີ ແລະ ສັ່ງສອນຄົນເປັນຈຳນວນຫລາຍ. ພວກສາວົກກໍໄດ້ມີຊື່ວ່າເປັນ ຄຣິສຕຽນ ຄັ້ງທຳອິດໃນເມືອງ ອັນຕີໂອເຂຍ.
|
||
|
||
\s5
|
||
\v 27 ໃນເວລານັ້ນ ພວກຜູ້ທຳນວາຍຈາກນະຄອນ ເຢຣູຊາເລັມໄດ້ລົງມາທີ່ເມືອງອັນຕີໂອເຂຍ.
|
||
\v 28 ຄົນໜຶ່ງໃນພວກເຂົາ, ທີ່ຊື່ວ່າ ອາຄະໂບ, ໄດ້ຢືນຂຶ້ນແລະທຳນວາຍໂດຍພຣະວິນຍານວ່າ ຈະເກີດມີຄວາມອຶດຢາກຄັ້ງຍິ່ງໃຫຍ່ຂຶ້ນໃນທົ່ວແຜ່ນດິນໂລກ. ເລື່ອງນີ້ໄດ້ເກີດຂຶ້ນໃນສະໄໝການປົກຄອງຂອງກະສັດ ກະລາວດີໂອ.
|
||
|
||
\s5
|
||
\v 29 ດັ່ງນັ້ນ, ພວກສາວົກຈຶ່ງຕັດສິນໃຈກັນວ່າພວກເຂົາຈະບໍລິຈາກຕາມກຳລັງ, ແລະ ສົ່ງໄປຊ່ວຍເຫລືອພີ່ນ້ອງໃນແຂວງຢູດາຍ.
|
||
\v 30 ພວກເຂົາກໍໄດ້ເຮັດຢ່າງນັ້ນ; ພວກເຂົາສົ່ງເງິນໄປໃຫ້ພວກຜູ້ປົກຄອງໂດຍຝາກກັບບາຣະນາບາ ແລະ ໂຊໂລ.
|
||
|
||
\s5
|
||
\c 12
|
||
\cl ບົດທີ 12
|
||
\p
|
||
\v 1 ໃນເວລານັ້ນ ກະສັດເຮໂຣດໄດ້ຈັບກຸມບາງຄົນໃນຄຣິສຕະຈັກ ເພື່ອວ່າທ່ານຈະທໍາການທາລຸນບາງຄົນ.
|
||
\v 2 ທ່ານຂ້າຢາໂກໂບທີ່ເປັນອ້າຍຂອງໂຢຮັນດ້ວຍດາບ.
|
||
|
||
\s5
|
||
\v 3 ຫລັງຈາກທີ່ທ່ານເຫັນວ່າເລື່ອງນັ້ນເປັນທີ່ພໍໃຈຂອງພວກຢິວ, ທ່ານກໍສັ່ງໃຫ້ຈັບກຸມເປໂຕດ້ວຍ. ເຫດການເຫລົ່ານີ້ເກີດຂຶ້ນໃນລະຫວ່າງເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ.
|
||
\v 4 ຫລັງຈາກທີ່ຈັບເປໂຕມາໄດ້ແລ້ວ, ກໍຂັງທ່ານໄວ້ໃນຄຸກ ແລະ ຈັດໃຫ້ມີທະຫານສີ່ໝູ່ ໝູ່ລະສີ່ຄົນຄຸມທ່ານໄວ້; ເຮໂຣດຕັ້ງໃຈທີ່ຈະພາເປໂຕອອກມາໃຫ້ປະຊາຊົນ ຫລັງຈາກເທດສະການປັດສະຄາແລ້ວ.
|
||
|
||
\s5
|
||
\v 5 ດັ່ງນັ້ນເປໂຕຈຶ່ງຖືກຂັງໄວ້ໃນຄຸກ, ແຕ່ຄຣິສຕະຈັກໄດ້ ອະທິຖານເພື່ອທ່ານດ້ວຍໃຈຮ້ອນຮົນຕໍ່ພຣະເຈົ້າ.
|
||
\v 6 ໃນຄືນນັ້ນກ່ອນເຖິງວັນທີ່ເຮໂຣດຈະພາເປໂຕອອກມາ, ເປໂຕກຳລັງນອນຫລັບຢູ່ລະຫວ່າງທະຫານສອງຄົນ, ຖືກລ່າມດ້ວຍໂສ້ສອງເສັ້ນ, ແລະມີພວກຍາມເຝົ້າເບິ່ງຢູ່ທີ່ຫນ້າປະຕູຄຸກ.
|
||
|
||
\s5
|
||
\v 7 ໃນທັນໃດນັ້ນ, ເທວະດາອົງໜຶ່ງຂອງອົງພຣະຜູ້ເປັນເຈົ້າມາປາກົດຢູ່ຂ້າງໆເປໂຕ, ແລະມີແສງສະຫວ່າງສ່ອງລົງມາໃນຫ້ອງຂັງນັ້ນ, ເທວະດາອົງນັ້ນມາກະຕຸ້ນທີ່ສີ່ຂ້າງຂອງທ່ານໃຫ້ຕື່ນຂຶ້ນ ແລະກ່າວວ່າ, "ຈົ່ງລຸກຂຶ້ນໄວໆ," ໂສ້ນັ້ນກໍຫລຸດຕົກຈາກມືຂອງທ່ານ.
|
||
\v 8 ເທວະດາອົງນັ້ນກ່າວກັບທ່ານວ່າ, "ຈົ່ງແຕ່ງຕົວແລະສຸບເກີບ." ເປໂຕກໍປະຕິບັດຕາມ. ເທວະດາອົງນັ້ນກ່າວກັບທ່ານວ່າ, "ຈົ່ງໃສ່ເສື້ອຄຸມ ແລະ ນຳຂ້າພະເຈົ້າມາ."
|
||
|
||
\s5
|
||
\v 9 ເປໂຕຈຶ່ງນຳເທວະດາອົງນັ້ນອອກໄປ. ທ່ານບໍ່ຮູ້ວ່າສິ່ງທີ່ເທວະດາເຮັດນັ້ນເປັນຄວາມຈິງ. ທ່ານຄິດວ່າທ່ານກຳລັງເຫັນໃນນິມິດ.
|
||
\v 10 ຫລັງຈາກທີ່ພວກທ່ານຍ່າງຜ່ານຄົນເຝົ້າຍາມຊັ້ນທີໜຶ່ງ ແລະ ຊັ້ນທີສອງໄປແລ້ວ, ພວກທ່ານກໍມາຮອດປະຕູເຫລັກທາງທີ່ເຂົ້າໄປໃນເມືອງ; ປະຕູບານນັ້ນກໍເປີດອອກເອງ. ພວກທ່ານຈຶ່ງອອກໄປ, ແລະຍ່າງໄປຕາມທາງ, ເທວະດາກໍຫາຍວັບໄປຈາກທ່ານ.
|
||
|
||
\s5
|
||
\v 11 ເມື່ອເປໂຕຮູ້ສຶກຕົວແລ້ວ, ຈຶ່ງກ່າວວ່າ, “ຕອນນີ້ຂ້າພະເຈົ້າຮູ້ແນ່ແລ້ວວ່າ ອົງພຣະຜູ້ເປັນເຈົ້າຊົງໃຊ້ເທວະດາຂອງພຣະອົງໃຫ້ມາປ່ອຍຂ້າພະເຈົ້າໃຫ້ພົ້ນຈາກເງື່ອມມືຂອງເຮໂຣດ, ແລະ ຈາກຄວາມປອງຮ້າຍຂອງພວກຢິວ.”
|
||
\v 12 ຫລັງຈາກທີ່ທ່ານຄິດໄດ້ຢ່າງນັ້ນແລ້ວ, ທ່ານກໍໄປທີ່ເຮືອນຂອງມາຣີ ແມ່ຂອງໂຢຮັນ, ຜູ້ທີ່ມີອີກຊື່ໜຶ່ງວ່າມາຣະໂກ, ຜູ້ທີ່ເຊື່ອຈຳນວນຫລາຍກຳລັງປະຊຸມອະທິຖານຢູ່ນຳກັນ.
|
||
|
||
\s5
|
||
\v 13 ເມື່ອເປໂຕເຄາະປະຕູຊັ້ນນອກ, ສາວໃຊ້ຄົນໜຶ່ງຊື່ ໂຣດາ ກໍອອກມາຖາມ.
|
||
\v 14 ເມື່ອນາງຈື່ໄດ້ວ່າເປັນສຽງຂອງເປໂຕ, ກໍຊື່ນຊົມຍິນດີຫລາຍ ແຕ່ແທນທີ່ຈະເປີດປະຕູໃຫ້; ນາງກັບແລ່ນເຂົ້າໄປໃນຫ້ອງ; ແລະບອກວ່າເປໂຕກຳລັງຢືນຢູ່ທີ່ປະຕູ.
|
||
\v 15 ພວກເຂົາຈຶ່ງກ່າວກັບນາງວ່າ, “ເຈົ້າເປັນບ້າ.” ແຕ່ນາງກໍຢືນຢັນວ່າເປັນເຊັ່ນນັ້ນແທ້. ພວກເຂົາກ່າວວ່າ, “ນັ້ນເປັນເທວະດາປະຈຳຕົວຂອງທ່ານ.”
|
||
|
||
\s5
|
||
\v 16 ແຕ່ເປໂຕກໍຍັງເຄາະປະຕູຕໍ່ໄປ, ແລ້ວເມື່ອພວກເຂົາເປີດປະຕູມາ, ເຫັນທ່ານກໍປະຫລາດໃຈ.
|
||
\v 17 ເປໂຕຍົກມືໃຫ້ພວກເຂົາມິດ, ແລະທ່ານບອກພວກເຂົາວ່າອົງພຣະຜູ້ເປັນເຈົ້າຊົງພາທ່ານອອກມາຈາກຄຸກແບບໃດ. ທ່ານກ່າວວ່າ, “ຈົ່ງບອກເລື່ອງນີ້ກັບຢາໂກໂບ ແລະພວກພີ່ນ້ອງໃຫ້ຮູ້ນຳ.” ແລ້ວເພິ່ນກໍອອກໄປບ່ອນອື່ນ.
|
||
|
||
\s5
|
||
\v 18 ເມື່ອເຖິງມື້ເຊົ້າມາ, ພວກທະຫານກໍພາກັນຕົກໃຈຢ່າງໃຫຍ່ກ່ຽວກັບສິ່ງທີ່ເກີດຂຶ້ນກັບເປເຕ.
|
||
\v 19 ຫລັງຈາກທີ່ເຮໂຣດຊອກຫາເປໂຕບໍ່ເຫັນ, ທ່ານຈຶ່ງສອບຖາມພວກຄົນເຝົ້າຍາມ ແລະສັ່ງໃຫ້ປະຫານຊີວິດ. ແລ້ວທ່ານກໍລົງມາຈາກແຂວງຢູດາຍໄປທີ່ເມືອງກາຍຊາເຣຍ ແລະ ອາໄສຢູ່ທີ່ນັ້ນ.
|
||
|
||
\s5
|
||
\v 20 ເຮໂຣດກໍເກີດມີຄວາມຄຽດແຄ້ນຕໍ່ຊາວເມືອງຕີເຣ ແລະ ຊາວຊີໂດນຫລາຍ. ຊາວເມືອງຈຶ່ງພາກັນໄປຫາທ່ານ. ພວກເຂົາໄດ້ກ້ຽວກ່ອມບຣາຊະໂຕ, ຜູ້ຮັບຜິດຊອບວັງຂອງກະສັດ, ໃຫ້ຊ່ວຍພວກເຂົາ. ພວກເຂົາຂໍໃຫ້ສ້າງມິດໄມຕີກັນ, ເພາະວ່າເມືອງຂອງພວກເຂົາຕ້ອງໄດ້ຮັບອາຫານຈາກເມືອງຂອງກະສັດອົງນັ້ນ.
|
||
\v 21 ເມື່ອຮອດມື້ນັດໝາຍເຮໂຣດກໍນຸ່ງເຄື່ອງກະສັດ ແລະ ນັ່ງເທິງບັນລັງ; ທ່ານກ່າວຄໍາປາໄສຕໍ່ພວກເຂົາ.
|
||
|
||
\s5
|
||
\v 22 ຜູ້ຄົນຮ້ອງຂຶ້ນວ່າ, “ນີ້ເປັນສຽງຂອງພະ, ບໍ່ແມ່ນສຽງຂອງມະນຸດ!”
|
||
\v 23 ໃນທັນໃດນັ້ນ ເທວະດາອົງໜຶ່ງຂອງອົງພຣະຜູ້ເປັນເຈົ້າກໍເຮັດໃຫ້ທ່ານປ່ວຍເປັນພະຍາດຮ້າຍແຮງ, ເພາະວ່າທ່ານບໍ່ໄດ້ຖວາຍກຽດແດ່ພຣະເຈົ້າ; ແລ້ວທ່ານກໍຖືກໜອນກັດກິນ ແລະ ເສຍຊີວິດ.
|
||
|
||
\s5
|
||
\v 24 ແຕ່ພຣະຄໍາຂອງພຣະເຈົ້າໄດ້ຈະເລີນຂຶ້ນ ແລະ ແຜ່ຂະຫຍາຍອອກໄປ.
|
||
\v 25 ຫລັງຈາກບາຣະນາບາກັບໂຊໂລສຳເລັດພາລະກິດໃນນະຄອນ ເຢຣູຊາເລັມແລ້ວ, ພວກທ່ານກໍກັບຈາກທີ່ນັ້ນພາໂຢຮັນ, ທີ່ມີອີກຊື່ໜຶ່ງວ່າມາຣະໂກໄປນຳ.
|
||
|
||
\s5
|
||
\c 13
|
||
\cl ບົດທີ 13
|
||
\p
|
||
\v 1 ເວລານັ້ນ ມີບາງຄົນທີ່ເປັນຜູ້ທໍານວາຍ ແລະ ອາຈານໃນຄຣິສຕະຈັກອັນຕີໂອເຂຍ, ພວກທ່ານຄື ບາຣະນາບາ, ຊີໂມນ (ທີ່ເອີ້ນວ່າ ນີເກີ), ລູກີໂອຊາວເມືອງກີເຣເນ, ມານາເອນ (ຜູ້ທີ່ໄດ້ຮັບການລ້ຽງດູຂຶ້ນມາດ້ວຍກັນກັບເຮໂຣດເຈົ້າເມືອງ), ແລະ ໂຊໂລ.
|
||
\v 2 ຂະນະທີ່ພວກທ່ານກໍາລັງນະມັດສະການອົງພະຜູ້ເປັນເຈົ້າ ແລະ ຖືສິນອົດອາຫານຢູ່ນັ້ນ, ພຣະວິນຍານບໍຣິສຸດເຈົ້າກ່າວວ່າ, “ຈົ່ງຕັ້ງບາຣະນາບາກັບໂຊໂລໄວ້, ສໍາຫລັບວຽກນັ້ນທີ່ເຮົາເອີ້ນໃຫ້ພວກທ່ານເຮັດ.”
|
||
\v 3 ຫລັງຈາກທີ່ພວກທ່ານຖືສິນອົດອາຫານ, ອະທິຖານ, ແລະ ວາງມືໃສ່ຕົວທ່ານທັງສອງແລ້ວ, ພວກເຂົາກໍສົ່ງທ່ານທັງສອງໄປ.
|
||
|
||
\s5
|
||
\v 4 ດັງນັ້ນ ບາຣະນາບາ ແລະ ໂຊໂລ ກໍເຊື່ອຟັງພຣະວິນຍານບໍຣິສຸດເຈົ້າຈຶ່ງລົງໄປທີ່ເມືອງແຊລູເກຍ; ຈາກທີ່ນັ້ນພວກທ່ານໄດ້ລົງເຮືອໄປທີ່ເກາະໄຊປຮັດ.
|
||
\v 5 ໃນຂະນະທີ່ພວກທ່ານຢູ່ໃນເມືອງຊາລາມີ, ພວກທ່ານປະກາດພຣະທັມຂອງພຣະເຈົ້າໃນທໍາມະສາລາຂອງຊາວຢິວ. ພວກທ່ານໄດ້ເຫັນໂຢຮັນທີ່ຊື່ມາຣະໂກເປັນຜູ້ຊ່ວຍດ້ວຍ.
|
||
|
||
\s5
|
||
\v 6 ເມື່ອພວກທ່ານເດີນທາງໄປທົ່ວທັງເກາະຈົນມາຮອດເມືອງປາໂຟແລ້ວ, ພວກທ່ານໄດ້ພົບກັບຊາວຢິວຄົນໜຶ່ງເຊິ່ງເປັນຜູ້ມີເວດມົນ, ແລະ ເປັນຜູ້ທຳນວາຍປອມ, ທີ່ມີຊື່ວ່າບາຣະເຢຊູ.
|
||
\v 7 ຜູ້ມີເວດມົນຄົນນີ້ເປັນໝູ່ກັບຜູ້ປົກຄອງເກາະ, ເຊຄີໂອໂປໂລ, ເຊິ່ງເປັນຄົນສະຫລາດຮອບຮູ້. ຊາຍຄົນນີ້ເຊີນບາຣະນາບາກັບໂຊໂລມາພົບ, ເພາະທ່ານຢາກຈະຟັງພຣະທັມຂອງພຣະເຈົ້າ.
|
||
\v 8 ແຕ່ເອລີມາ “ຜູ້ມີເວດມົນ” (ນັ້ນເປັນຄຳແປຊື່ຂອງລາວ) ຂັດຂວາງທ່ານທັງສອງໄວ້; ລາວພະຍາຍາມບໍ່ໃຫ້ຜູ້ປົກຄອງເຊື່ອ.
|
||
|
||
\s5
|
||
\v 9 ແຕ່ໂຊໂລທີ່ມີອີກຊື່ໜຶ່ງວ່າໂປໂລ ທີ່ເຕັມໄປດ້ວຍພຣະວິນຍານບໍລິສຸດ ແລະ ເພັ່ງຕາເບີ່ງເອລີມາ.
|
||
\v 10 ແລ້ວກ່າວວ່າ, “ທ່ານລູກຂອງຜີຮ້າຍ, ທ່ານເຕັມໄປດ້ວຍອຸບາຍ ແລະ ຄວາມຊົ່ວຮ້າຍທຸກຢ່າງ. ທ່ານເປັນສັດຕູກັບຄວາມຊອບທັມທຸກຢ່າງ. ທ່ານຈະບໍ່ຢຸດບິດເບືອນຄວາມຈິງຂອງອົງພຣະຜູ້ເປັນເຈົ້າ, ຫລື?
|
||
|
||
\s5
|
||
\v 11 ເບີ່ງເຖີດ, ພຣະຫັດຂອງອົງພຣະຜູ້ເປັນເຈົ້າຢູ່ເໜືອທ່ານ, ທ່ານຈະເປັນຄົນຕາບອດ. ທ່ານຈະເບິ່ງບໍ່ເຫັນແສງຕາເວັນໄປຊົ່ວໄລຍະໜຶ່ງ.” ໃນທັນໃດນັ້ນຄວາມມືດມົວກໍເກີດກັບ ເອລີມາ; ລາວຈື່ງຫລຽວໄປອ້ອມໆ ເພື່ອຂໍໃຫ້ຄົນຊ່ວຍຈູງລາວໄປ.
|
||
\v 12 ເມື່ອຜູ້ປົກຄອງໄດ້ເຫັນເຫດການທີ່ເກີດຂຶ້ນ, ທ່ານກໍເຊື່ອ, ເພາະວ່າທ່ານປະຫລາດໃຈໃນຄໍາສອນກ່ຽວກັບອົງພຣະຜູ້ເປັນເຈົ້າ.
|
||
|
||
\s5
|
||
\v 13 ແລ້ວໂປໂລກັບພວກຂອງທ່ານກໍລົງເຮືອເດີນທາງອອກຈາກເມືອງປາໂຟໄປທີ່ເມືອງເປກາໃນແຂວງປໍາຟີເລຍ. ແຕ່ໂຢຮັນໄດ້ຖິ້ມພວກທ່ານກັບໄປທີ່ນະຄອນ ເຢຣູຊາເລັມ.
|
||
\v 14 ໂປໂລ ແລະ ພວກຂອງທ່ານໄດ້ເດີນທາງຈາກເມືອງເປກາ ມາຮອດເມືອງອັນຕິໂອເຂຍໃນແຂວງປີຊີເດຍ. ທີ່ນັ້ນພວກທ່ານໄດ້ເຂົ້າໄປໃນທໍາມະສາລາ ແລະ ນັ່ງລົງໃນວັນຊະບາໂຕ.
|
||
\v 15 ຫລັງຈາກອ່ານພຣະບັນຍັດ ແລະ ຖ້ອຍຄໍາຂອງຜູ້ທໍານວາຍແລ້ວ, ບັນດາຜູ້ປົກຄອງທໍາມະສາລາກໍໃຊ້ຄົນໄປບອກກັບພວກທ່ານວ່າ, “ພີ່ນ້ອງເອີຍ, ຖ້າພວກທ່ານມີຖ້ອຍຄໍາໜູນໃຈໃຫ້ກັບຄົນທີ່ນີ້, ກໍຂໍໃຫ້ກ່າວເຖີດ.”
|
||
|
||
\s5
|
||
\v 16 ໂປໂລກໍລຸກຂຶ້ນແລະຍົກມື; ທ່ານກ່າວວ່າ, “ທ່ານທັງຫລາຍຜູ້ເປັນຊົນຊາດອິດສະຣາເອນ ແລະ ທ່ານທັງຫລາຍທີ່ຢໍາເກັງພຣະເຈົ້າ, ຂໍຈົ່ງຟັງເຖີດ.
|
||
\v 17 ພຣະເຈົ້າຂອງຊົນຊາດອິດສະຣາເອນນີ້ໄດ້ຊົງເລືອກເອົາບັນພະບຸລຸດຂອງຂ້າພະເຈົ້າໄວ້ ແລະ ເຮັດໃຫ້ມີຈໍານວນຄົນຫລວງຫລາຍ ໃນຂະນະທີ່ອາໄສຢູ່ໃນແຜ່ນດິນຂອງປະເທດເອຢິບ, ແລະ ພຣະອົງຊົງນໍາພວກທ່ານອອກມາດ້ວຍພຣະຫັດອັນຊົງຣິດ.
|
||
\v 18 ພຣະອົງຊົງຈັດຫາສິ່ງທີ່ຈໍາເປັນໃຫ້ກັບພວກທ່ານໃນຖິ່ນແຫ້ງແລ້ງກັນດານມາເປັນເວລາປະມານສີ່ສິບປີ.
|
||
|
||
\s5
|
||
\v 19 ຫລັງຈາກທີ່ພຣະອົງໄດ້ທໍາລາຍເຈັດຊົນຊາດໃນດິນແດນ ການາອານແລ້ວ, ພຣະອົງກໍມອບແຜ່ນດິນຂອງຄົນເຫລົ່ານັ້ນໃຫ້ກັບຊົນຊາດຂອງພຣະອົງໃຫ້ເປັນມໍຣະດົກ.
|
||
\v 20 ເຫດການທັງໝົດນີ້ ເກີດຂຶ້ນເມື່ອສີ່ຮ້ອຍຫ້າສິບປີມາແລ້ວ. ຫລັງຈາກນີ້, ພຣະເຈົ້າໄດ້ສົ່ງຜູ້ປົກຄອງມາປົກຄອງໃຫ້ແກ່ພວກເຂົາຈົນຮອດສະໄໝຂອງຜູ້ທໍານວາຍຊາມູເອນ.
|
||
|
||
\s5
|
||
\v 21 ເວລານັ້ນ ປະຊາຊົນໄດ້ຮ້ອງຂໍໃຫ້ມີກະສັດ, ພຣະເຈົ້າຈຶ່ງຊົງໃຫ້ ໂຊນ ລູກຊາຍຂອງກີເຊ, ຈາກເຜົ່າເບນຢາມິນ, ໃຫ້ແກ່ພວກທ່ານເປັນກະສັດເປັນເວລາສີ່ສິບປີ.
|
||
\v 22 ຫລັງຈາກທີ່ພຣະເຈົ້າປົດໂຊນອອກຈາກການເປັນກະສັດ, ພຣະອົງຊົງຕັ້ງດາວິດຂຶ້ນເປັນກະສັດຂອງພວກທ່ານ. ພຣະເຈົ້າກ່າວກ່ຽວກັບດາວິດວ່າ, 'ຂ້າພະເຈົ້າເຫັນວ່າ ດາວິດ ລູກຊາຍຂອງ ເຢຊີ ເປັນຄົນທີ່ຂ້າພະເຈົ້າຖືກໃຈທີ່ຈະເຮັດທຸກສິ່ງທີ່ຂ້າພະເຈົ້າປະສົງໃຫ້ລາວເຮັດ.'
|
||
|
||
\s5
|
||
\v 23 ພຣະເຈົ້າປະທານພຣະຜູ້ຊ່ວຍໃຫ້ພົ້ນຂອງຊາວອິດສະຣາເອນ, ຄືພຣະເຢຊູຄຣິດເຈົ້າ, ຈາກເຊື້ອສາຍຂອງດາວິດຕາມທີ່ພຣະອົງຊົງສັນຍາໄວ້.
|
||
\v 24 ເຫດການນີ້ໄດ້ເກີດຂຶ້ນ, ກ່ອນທີ່ພຣະເຢຊູຄຣິດເຈົ້າສະເດັດມາ, ໂຢຮັນໄດ້ປະກາດເຖີງບັບຕິສະມາ ທີ່ສະແດງເຖີງການກັບໃຈໃໝ່ຕໍ່ຊາວອິດສະລາເອນທຸກຄົນແລ້ວ.
|
||
\v 25 ຂະນະທີ່ໂຢຮັນກໍາລັງສຳເລັດພາລະກິດຂອງທ່ານ, ທ່ານກ່າວວ່າ, 'ພວກທ່ານຄິດວ່າຂ້າພະເຈົ້າແມ່ນຜູ້ໃດ? ຂ້າພະເຈົ້າບໍ່ແມ່ນຜູ້ນັ້ນ. ແຕ່ຈົງຟັງເຖີດ, ຜູ້ທີ່ມາພາຍຫລັງຂ້າພະເຈົ້າ, ທີ່ຂ້າພະເຈົ້າບໍ່ສົມຄວນທີ່ຈະປົດສາຍເກີບອອກຈາກຕີນຂອງພຣະອົງ.'
|
||
|
||
\s5
|
||
\v 26 ພີ່ນ້ອງທັງຫລາຍ, ທີ່ເປັນລູກຫລານຂອງເຊື້ອສາຍອັບຣາຮາມ, ແລະ ທຸກຄົນທີ່ຢູ່ທ່າມກາງພວກທ່ານທີ່ນັບຖືພຣະເຈົ້າ, ຖ້ອຍຄໍາແຫ່ງຄວາມລອດພົ້ນນີ້ໄດ້ສົ່ງມາເຖິງຂ້າພະເຈົ້າ.
|
||
\v 27 ເພາະວ່າພວກຄົນທີ່ຢູ່ໃນນະຄອນ ເຢຣູຊາເລັມ, ແລະ ຜູ້ປົກຄອງຂອງພວກເຂົາບໍ່ໄດ້ຮູ້ຈັກພຣະອົງ, ແລະ ພວກເຂົາໄດ້ເຮັດໃຫ້ຖ້ອຍຄໍາຂອງທໍານວາຍທີ່ອ່ານສູ່ກັນຟັງໃນວັນຊະບາໂຕສໍາເລັດໂດຍການກ່າວໂທດພຣະອົງ.
|
||
|
||
\s5
|
||
\v 28 ເຖີງແມ່ນວ່າພວກເຂົາບໍ່ໄດ້ພົບຄວາມຜິດປະການໃດທີ່ມີໂທດເຖິງຕາຍໃນພຣະອົງ, ພວກເຂົາຍັງຂໍຮ້ອງປີລາດໃຫ້ປະຫານພຣະອົງ.
|
||
\v 29 ເມື່ອພວກເຂົາໄດ້ເຮັດທຸກສິ່ງໃຫ້ສໍາເລັດຕາມທີ່ຂຽນໄວ້ກ່ຽວກັບພຣະອົງແລ້ວ, ພວກເຂົາກໍເອົາພຣະສົບລົງຈາກໄມ້ກາງແຂນ ແລະ ວາງພຣະສົບໄວ້ໃນອຸບມຸງ.
|
||
|
||
\s5
|
||
\v 30 ແຕ່ພຣະເຈົ້າໄດ້ຊົງບັນດານໃຫ້ພຣະອົງເປັນຄືນມາຈາກຄວາມຕາຍ.
|
||
\v 31 ບັນດາຄົນທີ່ຢູ່ກັບພຣະອົງມາຈາກແຂວງຄາລີເລຈົນເຖິງນະຄອນ ເຢຣູຊາເລັມ. ຈຶ່ງໄດ້ເຫັນພຣະອົງເປັນເວລາຫລາຍວັນ ບັດນີ້ ຄົນເຫລົ່ານີ້ກໍຍັງໄດ້ເປັນພະຍານຂອງພຣະອົງຕໍ່ຜູ້ຄົນ.
|
||
|
||
\s5
|
||
\v 32 ເຮົານໍາຂ່າວປະເສີດກ່ຽວກັບພຣະສັນຍາທີ່ໄດ້ເຮັດໄວ້ກັບບັນພະບູລຸດຂອງຂ້າພະເຈົ້າ
|
||
\v 33 ພຣະເຈົ້າຊົງບັນດານໃຫ້ພະສັນຍາເຫລົ່ານີ້ສຳເລັດ, ເພື່ອພວກເຮົາທີ່ເປັນລູກຫລານຂອງພວກເຂົາ, ໃນການບັນດານໃຫ້ພຣະເຢຊູຄຣິດເຈົ້າເປັນຄືນມາມີຊີວິດ. ເລື່ອງນີ້ໄດ້ຂຽນໄວ້ໃນພຣະທໍາບົດເພັງສັນລະເສີນບົດທີສອງວ່າ: 'ເຈົ້າເປັນບຸດຂອງເຮົາ, ມື້ນີ້ເຮົາເປັນບິດາຂອງເຈົ້າ.'
|
||
\v 34 ແລ້ວຍັງກ່າວເຖິງຄວາມຈິງທີ່ພຣະເຈົ້າຊົງບັນດານໃຫ້ພຣະອົງເປັນຄືນມາຈາກຄວາມຕາຍ ເພື່ອທີ່ພຣະກາຍຂອງພຣະອົງຈະບໍ່ເປື່ອຍເນົ່າ, ພຣະອົງກ່າວດັ່ງນີ້ວ່າ: 'ເຮົາຈະໃຫ້ພຣະພອນອັນບໍຣິສຸດ ແລະ ໝັ້ນຄົງຂອງດາວິດແກ່ທ່ານ.'
|
||
|
||
\s5
|
||
\v 35 ນີ້ຄືເຫດຜົນທີ່ທ່ານຍັງກ່າວໄວ້ໃນພຣະທໍາບົດເພັງສັນລະເສີນບົດອື່ນໆໄວ້ດ້ວຍວ່າ, 'ພຣະອົງຈະບໍ່ປ່ອຍໃຫ້ອົງບໍຣິສຸດຂອງພຣະອົງເປື່ອຍເນົ່າ.'
|
||
\v 36 ເພາະວ່າຫລັງຈາກທີ່ດາວິດໄດ້ບົວລະບັດຕາມພຣະປະສົງຂອງພຣະເຈົ້າໃນຊ່ວງອາຍຸຂອງທ່ານແລ້ວ, ທ່ານກໍລ່ວງຫລັບໄປ; ແລະ ຖືກຝັງໄວ້ກັບບັນພະບູລຸດຂອງທ່ານແລ້ວກໍເປື່ອຍເນົ່າໄປ.
|
||
\v 37 ແຕ່ພຣະອົງຜູ້ທີ່ພຣະເຈົ້າຊົງບັນດານໃຫ້ເປັນຄືນມາບໍ່ເປື່ອຍເນົ່າໄປ.
|
||
|
||
\s5
|
||
\v 38 ເພາະສະນັ້ນ ພີ່ນ້ອງທັງຫລາຍ, ຂໍໃຫ້ພວກເຈົ້າເຂົ້າໃຈວ່າ, ໂດຍຊາຍຜູ້ນີ້ທີ່ປະກາດການຍົກໂທດຄວາມຜິດບາບໃຫ້ແກ່ທ່ານ.
|
||
\v 39 ໂດຍພຣະອົງ ທຸກຄົນທີ່ເຊື່ອກໍຖືວ່າເປັນຄົນຊອບທໍາຈາກທຸກສິ່ງຕາມພຣະບັນຍັດຂອງໂມເຊເຮັດໃຫ້ພວກທ່ານເປັນຄົນຊອບທໍາບໍ່ໄດ້.
|
||
|
||
\s5
|
||
\v 40 ເພາະສະນັ້ນ ຈົ່ງລະວັງໃຫ້ດີ ເພື່ອວ່າຖ້ອຍຄໍາຂອງຜູ້ທໍານວາຍໄດ້ກ່າວໄວ້ຈະບໍ່ເກີດຂຶ້ນກັບພວກທ່ານ:
|
||
\v 41 “ຈົ່ງເບິ່ງເຖີດ, ທ່ານພວກຄົນທີ່ໝິ່ນປະໝາດ, ຈົ່ງປະຫລາດໃຈແລະຈິບຫາຍໄປ; ເພາະຂ້າພະເຈົ້າກໍາລັງເຮັດວຽກໃນວັນເວລາຂອງພວກທ່ານ, ວຽກງານທີ່ພວກທ່ານຈະບໍ່ເຊື່ອ, ແມ່ນວ່າຈະມີຄົນປະກາດກັບທ່ານ.”
|
||
|
||
\s5
|
||
\v 42 ຂະນະທີ່ໂປໂລ ແລະ ບາຣະນາບາຈາກໄປ, ພວກທ່ານກໍອ້ອນວອນໃຫ້ທ່ານທັງສອງກ່າວຖ້ອຍຄໍາຢ່າງດຽວກັນອີກໃນວັນຊະບາໂຕຕໍ່ໄປ.
|
||
\v 43 ເມື່ອການປະຊຸມໃນວັນຊະບາໂຕເລີກແລ້ວ, ພວກຢິວ ແລະ ຄົນທີ່ເຂົ້າຮີດຢິວທີ່ນັບຖືພຣະເຈົ້າຫລາຍຄົນກໍຕິດຕາມໂປໂລ ແລະ ບາຣະນາບາ, ທ່ານທັງສອງຈຶ່ງໄດ້ໂອ້ລົມ ແລະໜູນໃຈໃຫ້ພວກເຂົາດໍາເນີນຊີວິດຢູ່ໃນພຣະຄຸນຂອງພຣະເຈົ້າ.
|
||
|
||
\s5
|
||
\v 44 ໃນວັນສະບາໂຕຕໍ່ມາ, ຄົນໃນເມືອງເກືອບທັງໝົດກໍມາປະຊຸມກັນເພື່ອທີ່ຈະຟັງພຣະທັມຂອງອົງພຣະຜູ້ເປັນເຈົ້າ.
|
||
\v 45 ເມື່ອພວກຢິວເຫັນຝູງຊົນ, ພວກເຂົາກໍເຕັມດ້ວຍຄວາມອິດສາ ແລະ ເວົ້າຄັດຄ້ານຄໍາທີ່ໂປໂລເວົ້າ ແລະ ເວົ້າໝິ່ນປະໝາດທ່ານ.
|
||
|
||
\s5
|
||
\v 46 ແຕ່ໂປໂລ ແລະ ບາຣະນາບາກ່າວດ້ວຍໃຈກ້າຫານວ່າ, “ເປັນສິ່ງຈໍາເປັນທີ່ຈະຕ້ອງກ່າວພຣະທັມຂອງພຣະເຈົ້າໃຫ້ພວກທ່ານຟັງກ່ອນ. ແຕ່ເມື່ອພວກທ່ານບໍຍອມຮັບ ແລະ ຕັດສິນໃຈຕົວເອງວ່າບໍ່ສົມຄວນທີ່ຈະໄດ້ຮັບຊີວິດນິລັນດອນ, ດັ່ງນັ້ນ, ພວກເຮົາກໍຈະໄປຫາຄົນຕ່າງຊາດ.
|
||
\v 47 ເພາະວ່າອົງພຣະຜູ້ເປັນເຈົ້າ, ກ່າວສັ່ງຂ້າພະເຈົ້າວ່າ, ‘ເຮົາຕັ້ງເຈົ້າໄວ້ໃຫ້ເປັນແສງສະຫວ່າງສຳຫລັບຄົນຕ່າງຊາດ, ເພື່ອທ່ານຈະໄດ້ນຳຄວາມລອດພົ້ນໄປຈົນເຖິງທີ່ສຸດປາຍແຜນດິນໂລກ.’”
|
||
|
||
\s5
|
||
\v 48 ເມືອຄົນຕ່າງຊາດໄດ້ຍິນດັ່ງນັ້ນ, ຕ່າງກໍຊືນຊົມຍິນດີ ແລະ ສັນລະເສີນຖ້ອຍຄໍາຂອງອົງພຣະຜູ້ເປັນເຈົ້າ. ຄົນຫລວງຫລາຍທີ່ໄດ້ຖືກເລືອກໄວ້ເພື່ອໃຫ້ໄດ້ຮັບຊີວິດນິລັນດອນກໍເຊື່ອ.
|
||
\v 49 ພຣະທໍາຂອງອົງພຣະຜູ້ເປັນເຈົ້າກໍແຜ່ອອກໄປທົ່ວທັງຂົງເຂດນັ້ນ.
|
||
|
||
\s5
|
||
\v 50 ແຕ່ພວກຢິວໄດ້ຕົວະຍົວະໃຫ້ບັນດາແມ່ຍິງທີ່ເປັນຄົນສຳຄັນ, ແລະ ນັບຖືພຣະເຈົ້າກັບພວກຜູ້ຊາຍທີ່ເປັນຜູ້ນໍາຂອງເມືອງນັ້ນ. ພວກເຂົາຕົວະຍົວະໃຫ້ມີການຂົ່ມເຫັງໂປໂລກັບບາຣະນາບາ ແລະ ຂັບໄລ່ທ່ານທັງສອງໃຫ້ອອກໄປຈາກເມືອງນັ້ນ.
|
||
\v 51 ໂປໂລກັບບາຣະນາບາກໍສັ່ນຂີ້ຝຸ່ນອອກຈາກຕີນພວກທ່ານ. ແລ້ວພວກທ່ານທັງສອງກໍໄປທີ່ເມືອງອີໂກນີອົນ.
|
||
\v 52 ແລະ ເຕັມດວ້ຍພຣະວິນຍານບໍຣິສຸດເຈົ້າ.
|
||
|
||
\s5
|
||
\c 14
|
||
\cl ບົດທີ 14
|
||
\p
|
||
\v 1 ໃນເມືອງອີໂກນີອົນທີ່ໂປໂລ ແລະ ບາຣະນາບາພາກັນເຂົ້າໄປໃນທຳມະສາລາຂອງພວກຢິວ ແລະ ກ່າວກ່ຽວກັບທາງນັ້ນ ເຊິ່ງເຮັດໃຫ້ທັງພວກຢິວ ແລະ ພວກກຣີກຈຳນວນຫລາຍເຊື່ອ.
|
||
\v 2 ແຕ່ພວກຢິວທີ່ບໍ່ເຊື່ອຟັງໄດ້ຕົວະຍົວະພວກຄົນຕ່າງຊາດ ໃຫ້ກຽດຊັງພວກພີ່ນ້ອງທີ່ເຊື່ອ.
|
||
|
||
\s5
|
||
\v 3 ເຫດສະນັ້ນ ທ່ານທັງສອງຈຶ່ງອາໄສຢູ່ທີ່ນັ້ນດົນນານ, ປະກາດດ້ວຍໃຈກ້າຫານດ້ວຍຣິດອຳນາດຂອງອົງພຣະຜູ້ເປັນເຈົ້າ, ໃນຂະນະທີ່ພຣະອົງຊົງຮັບຮອງຖ້ອຍຄຳແຫ່ງພຣະຄຸນຂອງພຣະອົງ. ພຣະອົງຊົງເຮັດໂດຍປະທານໝາຍສໍາຄັນ ແລະ ການອັດສະຈັນດ້ວຍມືຂອງໂປໂລ ແລະ ບາຣະນາບາ.
|
||
\v 4 ແຕ່ຊາວເມືອງນັ້ນໄດ້ແຍກອອກເປັນສອງພວກ: ບາງຄົນຢູ່ຝ່າຍພວກຢິວ, ແລະບາງຄົນຢູ່ຝ່າຍພວກອັກຄະສາວົກ.
|
||
|
||
\s5
|
||
\v 5 ເມື່ອພວກຄົນຕ່າງຊາດ ແລະ ພວກຢິວພະຍາຍາມຕົວະຍົວະບັນດາຜູ້ປົກຄອງໃຫ້ຂົ່ມເຫັງ ແລະ ເອົາກ້ອນຫີນແກວ່ງໃສ່ໂປໂລ ແລະ ບາຣະນາບາ,
|
||
\v 6 ທ່ານທັງສອງໄດ້ຮູ້ເຖິງເລື່ອງນີ້ ຈຶ່ງໜີໄປທີ່ເມືອງ ລີກາໂອເນຍ, ເມືອງລີຊະທາ, ແລະ ເມືອງເດຣະເບ, ແລະໃນເຂດແດນທີ່ຢູ່ໃກ້ຄຽງນັ້ນ.
|
||
\v 7 ແລ້ວພວກທ່ານກໍປະກາດຂ່າວປະເສີດທີ່ນັ້ນ.
|
||
|
||
\s5
|
||
\v 8 ໃນເມືອງລີຊະທາມີຊາຍຄົນໜຶ່ງນັ່ງຢູ່, ຕີນຂອງລາວບໍ່ມີແຮງ, ເຊິ່ງເປັນຄົນເປັ້ຍມາຕັ້ງແຕ່ເກີດ, ທີ່ຍັງບໍ່ເຄີຍຍ່າງເລີຍ.
|
||
\v 9 ຊາຍຄົນນີ້ຟັງຖ້ອຍຄຳທີ່ໂປໂລເວົ້າ. ໂປໂລແນມເບິ່ງລາວ ແລະ ເຫັນວ່າມີຄວາມເຊື່ອພໍຈະໄດ້ຮັບການຮັກສາໃຫ້ຫາຍດີໄດ້.
|
||
\v 10 ທ່ານຈຶ່ງບອກລາວດ້ວຍສຽງດັງວ່າ, “ຈົ່ງລຸກຂຶ້ນຢືນ.” ຊາຍຄົນນັ້ນກໍໂດດຂຶ້ນແລ້ວຍ່າງໄປອ້ອມໆ.
|
||
|
||
\s5
|
||
\v 11 ເມື່ອຝູງຊົນເຫັນສິ່ງທີ່ໂປໂລເຮັດ, ພວກເຂົາຈິ່ງພາກັນຮ້ອງຂຶ້ນເປັນພາສາກີລີເກຍວ່າ, “ພວກພະໄດ້ແປງກາຍເປັນມະນຸດລົງມາຫາພວກເຮົາແລ້ວ”
|
||
\v 12 ພວກເຂົາໃສ່ຊື່ໃຫ້ບາຣະນາບາວ່າ “ພະຊູດ,” ແລະເອີ້ນໂປໂລວ່າ, “ພະເຮຣະເມ,” ເພາະວ່າໂປໂລເປັນຄົນເວົ້າ.
|
||
\v 13 ຝ່າຍປະໂລຫິດຂອງພະຊູດທີ່ມີວິຫານຕັ້ງຢູ່ນອກເມືອງນັ້ນ, ໄດ້ນຳງົວ ແລະ ພວງມະໄລທີ່ປະຕູເມືອງ; ລາວແລະປະຊາຊົນຕ້ອງການຈະຖວາຍເຄື່ອງບູຊາ.
|
||
|
||
\s5
|
||
\v 14 ແຕ່ເມື່ອພວກອັກຄະສາວົກ, ບາຣະນາບາ ແລະ ໂປໂລໄດ້ຍິນເລື່ອງນີ້, ພວກທ່ານກໍຈີກເສື້ອຜ້າຂອງຕົນແລ້ວຟ້າວແລ່ນເຂົ້າໄປໃນຝູງຊົນ, ຮ້ອງຂຶ້ນວ່າ,
|
||
\v 15 “ເປັນຫຍັງພວກທ່ານຈຶ່ງເຮັດເຊັ່ນນີ້?“ ຂ້າພະເຈົ້າກໍເປັນມະນຸດທີ່ມີຄວາມຮູ້ສຶກເຊັ່ນດຽວກັນກັບພວກທ່ານ. ຂ້າພະເຈົ້ານຳຂ່າວປະເສີດມາ, ເພື່ອໃຫ້ພວກທ່ານກັບໃຈຈາກສິ່ງທີ່ບໍ່ມີປະໂຫຍດເຫລົ່ານີ້ ແລະ ກັບໄປຫາພຣະເຈົ້າຜູ້ຊົງພຣະຊົນຢູ່, ຜູ້ຊົງສ້າງຟ້າສະຫວັນ, ແຜ່ນດິນໂລກ, ແລະທະເລ ແລະທຸກສິ່ງທີ່ມີຢູ່ໃນທີ່ເຫລົ່ານັ້ນ.
|
||
\v 16 ໃນອະດີດທີ່ຜ່ານມາ, ພຣະອົງປ່ອຍໃຫ້ປະຊາຊາດຕ່າງໆ ປະຕິບັດຕາມທາງຂອງຕົນເອງ.
|
||
|
||
\s5
|
||
\v 17 ແຕ່ພຣະອົງຊົງບໍ່ໃຫ້ພຣະອົງເອງຂາດພະຍານ, ໃນການທີ່ພຣະອົງຊົງເຮັດສິ່ງທີ່ດີ ແລະ ບັນດານຝົນຕົກຈາກທ້ອງຟ້າໃຫ້ພວກທ່ານ ແລະ ໃຫ້ມີຜົນລະປູກຕາມລະດູການ, ຊົງໂຜດໃຫ້ທ່ານອີ່ມດ້ວຍອາຫານການກິນ ແລະ ດ້ວຍຄວາມຍິນດີ.”
|
||
\v 18 ເຖິງແມ່ນວ່າ ໂປໂລ ແລະ ບາຣະນາບາ ຈະກ່າວຖ້ອຍຄຳເຫລົ່ານີ້, ກໍບໍ່ສາມາດຫ້າມຝູງຊົນບໍ່ໃຫ້ມາຖວາຍເຄື່ອງບູຊາແກ່ພວກທ່ານໄດ້.
|
||
|
||
\s5
|
||
\v 19 ພວກຢິວບາງຄົນມາຈາກເມືອງອັນຕີໂອເຂຍ ແລະ ເມືອງອີໂກນີອົມໄດ້ຊັກຊວນຝູງຊົນ. ພວກເຂົາເອົາກ້ອນຫີນແກວ່ງໃສ່ໂປໂລ ແລະ ລາກທ່ານອອກໄປນອກເມືອງ, ໂດຍຄິດວ່າທ່ານຕາຍແລ້ວ.
|
||
\v 20 ແຕ່ພວກສາວົກໄດ້ຢືນອ້ອມເພິ່ນໄວ້, ທ່ານກໍລຸກຂຶ້ນແລ້ວເຂົ້າໄປໃນເມືອງ. ມື້ຕໍ່ມາທ່ານໄປທີ່ເມືອງ ເດຣະເບກັບບາຣະນາບາ.
|
||
|
||
\s5
|
||
\v 21 ຫລັງຈາກທີ່ທ່ານທັງສອງໄດ້ປະກາດຂ່າວປະເສີດໃນເມືອງນັ້ນ ແລະ ເຮັດໃຫ້ຄົນຈໍານວນຫລາຍມາເປັນສາວົກ, ທ່ານທັງສອງກໍກັບຄືນໄປທີ່ເມືອງລີສະຕຣາ, ແລ້ວໄປທີ່ເມືອງ ອີໂກນີອົມ, ແລະເມືອງອັນຕີໂອເຂຍ.
|
||
\v 22 ທ່ານທັງສອງເຮັດໃຫ້ຈິດໃຈຂອງພວກສາວົກເຂັ້ມແຂງຂຶ້ນ ແລະ ໜູນໃຈພວກເຂົາໃຫ້ຕັ້ງໝັ້ນຄົງຢູ່ໃນຄວາມເຊື່ອ, ໂດຍກ່າວວ່າ, “ຂ້າພະເຈົ້າຕ້ອງອົດທົນຕໍ່ຄວາມທຸກຍາກລຳບາກຫລາຍປະການ ໃນການເຂົ້າໄປສູ່ຣາຊອານາຈັກຂອງພຣະເຈົ້າ.”
|
||
|
||
\s5
|
||
\v 23 ເມື່ອທ່ານທັງສອງແຕ່ງຕັ້ງພວກຜູ້ປົກຄອງໃຫ້ກັບຄຣິສຕະຈັກໃນທຸກແຫ່ງແລ້ວ, ກໍອະທິຖານ ແລະ ຖືສິນອົດອາຫານ, ທ່ານທັງສອງພວກເຂົາໄວ້ກັບອົງພຣະຜູ້ເປັນເຈົ້າ, ທີ່ພວກເຂົາເຊື່ອຢູ່ນັ້ນ.
|
||
\v 24 ແລ້ວທ່ານທັງສອງກໍເດີນທາງຜ່ານແຂວງປີຊີເດຍ ມາເຖິງແຂວງປຳຟີເລຍ.
|
||
\v 25 ເມື່ອທ່ານທັງສອງກ່າວພຣະທຳໃນເມືອງເປກາແລ້ວ, ພວກທ່ານກໍລົງໄປທີ່ເມືອງ ອັດຕາເລຍ.
|
||
\v 26 ຈາກທີ່ນັ້ນ ພວກທ່ານໄດ້ແລ່ນເຮືອມາທີ່ເມືອງອັນຕີໂອເຂຍ, ເຊີງເປັນເມືອງທີ່ມອບທ່ານທັງສອງໄວ້ໃນພຣະຄຸນຂອງພຣະເຈົ້າ ໃຫ້ເຮັດພາລະກິດນັ້ນທີ່ທ່ານທັງສອງໄດ້ເຮັດສຳເລັດແລ້ວ.
|
||
|
||
\s5
|
||
\v 27 ເມື່ອທ່ານທັງສອງມາຮອດເມືອງ ອັນຕີໂອເຂຍ ແລະ ໄດ້ປະຊຸມຮ່ວມກັນໃນຄຣິສຕະຈັກ, ທ່ານທັງສອງໄດ້ເລົ່າເຖິງທຸກສິ່ງທີ່ພຣະເຈົ້າຊົງໄດ້ເຮັດກັບພວກທ່ານ, ແລະ ໃນການທີ່ພຣະອົງຊົງເປີດປະຕູແຫ່ງຄວາມເຊື່ອໃຫ້ກັບພວກຕ່າງຊາດ.
|
||
\v 28 ພວກທ່ານອາໄສຢູ່ກັບພວກສາວົກເປັນເວລາດົນນານ.
|
||
|
||
\s5
|
||
\c 15
|
||
\cl ບົດທີ 15
|
||
\p
|
||
\v 1 ບາງຄົນລົງໄດ້ມາຈາກແຂວງຢູດາຍ ເຖິງອັນຕີໂອກ ແລະ ໄດ້ສອນອ້າຍນ້ອງວ່າ, "ຖ້າພວກທ່ານບໍ່ເຂົ້າພິທີຕັດຕາມທຳນຽມຂອງໂມເຊພວກທ່ານຈະພົ້ນບໍ່ໄດ້."
|
||
\v 2 ຊຶ່ງໄດ້ເຮັດໃຫ້ໂປໂລ ແລະບາຣະນາບາໄດ້ພະເຊີນໜ້າ ແລະ ໂຕ້ຖຽງກັບຄົນເຫລົ່ານັ້ນແລ້ວ. ດັ່ງນັ້ນໂປໂລ ແລະ ບາຣະນາບາ ແລະ ຄົນອື່ນໆບາງຄົນທ່າມກາງເຂົາ ຄວນຈະຂຶ້ນໄປກຸງເຢຣູຊາເລັມ ເພື່ອໄປພົບກັບບັນດາອັກຄະສາວົກ ແລະ ຜູ້ອາວຸໂສກ່ຽວກັບເລື່ອງນີ້.
|
||
|
||
\s5
|
||
\v 3 ເພາະເຫດນີ້, ຄຣິສຕະຈັກຈຶ່ງສົ່ງທ່ານເຫລົ່ານັ້ນໄປ, ໃນຂະນະທີ່ເດີນທາງຜ່ານແຂວງໂຟນີເຊຍແລະ ແຂວງຊາມາເຣຍ ແລະໄດ້ປະກາດເລື່ອງລາວຂອງພວກຕ່າງຊາດ. ພວກເຂົາໄດ້ເຮັດໃຫ້ພີ່ນ້ອງທຸກຄົນຊື່ນຊົນຍິນດີເປັນຢ່າງຍິ່ງ.
|
||
\v 4 ເມື່ອພວກເຂົາມາເຖິງກຸງເຢຣູຊາເລັມ, ຄຣິສຕະຈັກ ແລະພວກອັກຄະສາວົກ ແລະ ຜູ້ປົກຄອງກໍມາຕ້ອນຮັບທ່ານ ແລ້ວພວກທ່ານໄດ້ເລົ່າທຸກສິ່ງທຸກຢ່າງທີ່ພຣະເຈົ້າຊົງກະທຳຮ່ວມກັບພວກເພິ່ນ.
|
||
|
||
\s5
|
||
\v 5 ແຕ່ມີບາງຄົນຢູ່ໃນພວກຟາຣີຊາຍຜູ້ທີ່ເຊື່ອ, ໄດ້ຢືນຂຶ້ນ ແລະ ກ່າວວ່າ "ມັນມີຄວາມຈຳເປັນທີ່ພວກເຂົາຕ້ອງເຂົ້າພິທີຕັດ ແລະ ເພື່ອສັ່ງພວກເຂົາໃຫ້ປະຕິບັດຕາມກົດບັນຍັດຂອງໂມເຊ."
|
||
\v 6 ດັ່ງນັ້ນພວກອັກຄະສາວົກ ແລະ ຜູ້ປົກຄອງຈຶ່ງໄດ້ປະຊຸມກັນເພື່ອພິຈາລະນາໃນເລື່ອງນີ້."
|
||
|
||
\s5
|
||
\v 7 ຫລັງຈາກທີ່ໄດ້ໂຕ້ຖຽງກັນມາຫລາຍແລ້ວ, ເປໂຕຈຶ່ງຢືນຂຶ້ນ ແລະ ກ່າວກັບພວກເຂົາວ່າ "ພີ່ນ້ອງທັງຫລາຍ, ພວກທ່ານຮູ້ຢູ່ແລ້ວວ່ານານມາແລ້ວ ພຣະເຈົ້າໄດ້ຊົງເລືອກ ຂ້າພະເຈົ້າທ່າມກາງພວກທ່ານ ເພື່ອທີ່ຈະໄດ້ກ່າວຖ້ອຍຄຳແຫ່ງຂ່າວປະເສີດໃຫ້ພວກຕ່າງຊາດຟັງ ແລະ ເຊື່ອ.
|
||
\v 8 ພຣະເຈົ້າຊົງຮູ້ໃຈມະນຸດ, ໄດ້ຊົງເປັນພະຍານໃຫ້ເຂົາດ້ວຍປະທານພຣະວິນຍານບໍຣິສຸດໃຫ້ແກ່ພວກເຂົາ, ເໝືອນທີ່ຊົງປະທານໃຫ້ກັບພວກເຮົາ
|
||
\v 9 ແລະ ພຣະອົງບໍ່ໄດ້ຖືວ່າມີຄວາມແຕກຕ່າງກັນລະວ່າງພວກເຮົາກັບພວກເຂົາ, ໃນການຊຳລະໃຈຂອງພວກເຂົາດ້ວຍຄວາມເຊື່ອ."
|
||
|
||
\s5
|
||
\v 10 ເພາະສະນັ້ນ ບັດນີ້ເປັນຫຍັງພວກທ່ານຈຶ່ງທົດສອບພຣະເຈົ້າ, ໂດຍວາງພາລະອັນຫນັກໄວ້ເທິງຄໍຂອງພວກສາວົກ ເຊິ່ງບັນພະບູລຸດຂອງພວກເຮົາ ຫລື ພວກເຮົາແບກບໍ່ໄຫວບໍ?
|
||
\v 11 ແຕ່ເຮົາເຊື່ອວ່າ ເຮົາຈະໄດ້ຮັບຄວາມພົ້ນໂດຍພຣະຄຸນຂອງອົງພຣະເຢຊູຄຣິດເຈົ້າ, ເຊັ່ນດຽວກັບພວກເຂົາ."
|
||
|
||
\s5
|
||
\v 12 ຄົນທັງຫລາຍກໍມິດງຽບ ໃນຂະນະທີ່ພວກເຂົາຟັງບາຣານາບາ ແລະ ໂປໂລໄດ້ເລົ່າເລື່ອງໝາຍສຳຄັນ ແລະ ການອັດສະຈັນຕ່າງໆ ທີ່ພຣະເຈົ້າຊົງກະທຳທ່າມກາງຄົນຕ່າງຊາດໂດຍຜ່ານພວກເຂົາ.
|
||
|
||
\s5
|
||
\v 13 ຫລັງຈາກທີ່ພວກເພິ່ນກ່າວຈົບແລ້ວ, ຢາໂກໂບຈຶ່ງໄດ້ກ່າວວ່າ " ພີ່ນ້ອງທັງຫລາຍຂໍຈົ່ງຟັງຂ້າພະເຈົ້າ,
|
||
\v 14 ຊີໂມນໄດ້ບອກວ່າພຣະເຈົ້າຜູ້ຊົງພຣະຄຸນ ໄດ້ຊົງຊ່ວຍພວກຕ່າງຊາດຄັ້ງແລກ ເພື່ອທີ່ຈະນຳຊົນກຸ່ມໜຶ່ງອອກຈາກພວກເຂົາເພື່ອພຣະນາມຂອງພຣະອົງ.
|
||
|
||
\s5
|
||
\v 15 ຖ້ອຍຄຳຂອງຜູ້ທຳນວຍກໍໄດ້ສອດຄ່ອງກັບເລື່ອງນີ້, ດັ່ງທີ່ມີຄຳຂຽນໄວ້ວ່າ,
|
||
\v 16 ພາຍຫລັງເຫດການເຫລົ່ານີ້, ເຮົາຈະກັບມາ ແລະເຮົາຈະສ້າງຫໍເຕັ້ນຂອງດາວິດ, ທີ່ພັງລົງຂຶ້ນມາໃໝ່ ເຮົາຈະຕັ້ງຂຶ້ນໃໝ່ ແລະ ຟື້ນຟູບ່ອນຫົກຫ້າງເພພັງຂອງມັນ,
|
||
\v 17 ເພື່ອຄົນທີ່ເຫລືອຢູ່ຈະສະແຫວງຫາອົງພຣະຜູ້ເປັນເຈົ້າ, ຮ່ວມກັບພວກຕ່າງຊາດທັງໝົດ ທີ່ອອກນາມຂອງເຮົາ. '
|
||
\v 18 ນີ້ແມ່ນສິ່ງທີ່ອົງພຣະຜູ້ເປັນເຈົ້າຊົງກ່າວ, ຜູ້ແຈ້ງເຫດການເຫລົ່ານີ້ ໃຫ້ຮູ້ຕັ້ງແຕ່ສະໄໝໂບຮານກ່າວໄວ້ຢ່າງນີ້.
|
||
|
||
\s5
|
||
\v 19 ເພາະເຫດນີ້, ຕາມຄວາມເຫັນຂອງຂ້າພະເຈົ້າ, ເຮົາບໍ່ຄວນເຮັດຄວາມລຳບາກໃຫ້ແກ່ພວກຕ່າງຊາດທີ່ຫັນກັບມາຫາພຣະເຈົ້າ.
|
||
\v 20 ແຕ່ໃຫ້ເຮົາຂຽນໄປເຖິງພວກເຂົາວ່າ ພວກເຮົາຕ້ອງເວັ້ນເສຍຈາກສິ່ງທີ່ເປັນມົນທິນຂອງຮູບເຄົາລົບ, ຈາກການຜິດສິນທຳທາງເພດ, ແລະຈາກການກິນເນື້ອສັດທີ່ຖືກຫັກຄໍຕາຍ, ແລະ ຈາກການກິນເລືອດ.
|
||
\v 21 ຕັ້ງແຕ່ສະໄໝບູຮານ ອ່ານເລື່ອງຂອງໂມເຊໃນທຳມະສາລາທຸກວັນຊະບາໂຕ."
|
||
|
||
\s5
|
||
\v 22 ຈາກນັ້ນພວກອັກຄະສາວົກ ແລະ ພວກຜູ້ອາວຸໂສ, ລວມທັງທຸກຄົນໃນຄຣິສຕະຈັກທັງໝົດ ກໍເຫັນຊອບທີ່ຈະເລືອກຢູດາທີ່ເອີ້ນວ່າບາຣາຊັບບາ, ແລະ ຊີລາ, ຜູ້ເປັນຄົນສຳຄັນຂອງຄຣິສຕະຈັກ, ແລະ ສົ່ງພວກເຂົາໄປຍັງເມືອງອັນທິໂອກພ້ອມກັບໂປໂລ ແລະ ບາຣານາບາ.
|
||
\v 23 ພວກເຂົາໄດ້ຂຽນວ່າ: "ຈາກບັນດາທ່ານອັກຄະສາວົກ ແລະ ຜູ້ອາວຸໂສ, ພີ່ນ້ອງຂອງທ່ານ, ຈົນເຖິງພີ່ນ້ອງຊາວຕ່າງຊາດໃນເມືອງອັນທິໂອກ, ແຂວງຊີເຣຍ ແລະ ຊີລິເຊຍ: ສົ່ງຄຳທັກທາຍ!
|
||
|
||
\s5
|
||
\v 24 ເຮົາໄດ້ຍິນມາວ່າ ມີຄົນບາງຄົນຈາກພວກເຮົາ, ທີ່ເຮົາບໍ່ໄດ້ໃຫ້ຄຳສັ່ງເຊັ່ນນັ້ນໄປ ແລະ ສ້າງຄວາມຫຍຸ້ງຍາກໃຫ້ແກ່ພວກທ່ານດ້ວຍຄຳສອນທີ່ເຮັດໃຫ້ຈິດວິນຍານຂອງພວກທ່ານໂສກເສົ້າ.
|
||
\v 25 ເພື່ອຈະເປັນການດີ, ຕໍ່ພວກເຮົາທຸກຄົນຈຶ່ງເຫັນພ້ອມກັນທີ່ຈະເລືອກບາງຄົນ ແລະ ເພື່ອສົ່ງພວກເຂົາໄປຫາພວກທ່ານ ພ້ອມກັບບາຣານາບາແລະ ໂປໂລຜູ້ເປັນທີ່ຮັກຂອງເຮົາ,
|
||
\v 26 ຄົນຜູ້ທີ່ຍອມສ່ຽງຊີວິດ ເພື່ອພຣະນາມຂອງອົງພຣະເຢຊູຄຣິດເຈົ້າ ພຣະເຈົ້າຂອງເຮົາ.
|
||
|
||
\s5
|
||
\v 27 ເພາະສະນັ້ນ ພວກເຮົາຈຶ່ງສົ່ງຢູດາ ກັບຊີລາມາ, ຜູ້ທີ່ຈະບອກເລື່ອງຄືກັນນີ້ກັບພວກທ່ານ ຕາມຄວາມເວົ້າຂອງພວກເຂົາ.
|
||
\v 28 ເພາະຈະເປັນການດີຕໍ່ພຣະວິນຍານບໍຣິສຸດ ແລະ ຕໍ່ພວກເຮົາ, ທີ່ຈະບໍ່ວາງພາລະໜັກໄວ້ບົນພວກທ່ານເກີນກວ່າສິ່ງທີ່ຈຳເປັນເຫລົ່ານີ້:
|
||
\v 29 ຄືໃຫ້ພວກທ່ານງົດເວັ້ນເສຍຈາກການກິນອາຫານທີ່ບູຊາຮູບເຄົາລົບ, ການກິນເລືອດ, ແລະ ການກິນສັດຕາຍທີ່ຖືກຮັດຄໍ ແລະ ການຜິດສິນທຳທາງເພດ. ຖ້າພວກທ່ານລະເວັ້ນຈາກສິ່ງເຫລົ່ານີ້, ກໍຈະດີກັບພວກທ່ານ. ຂໍໃຫ້ເປັນສຸກເຖີດ"
|
||
|
||
\s5
|
||
\v 30 ເມື່ອພວກເຂົາລາຈາກກັນແລ້ວ, ທ່ານເຫລົ່ານັ້ນກໍລົງມາເມືອງອັນທິໂອກ; ຫລັງຈາກທີ່ໄດ້ປະຊຸມກັບຄົນທັງປ່ວງແລ້ວ, ພວກເຂົາກໍມອບຈົດໝາຍສະບັບນັ້ນໃຫ້.
|
||
\v 31 ເມື່ອພວກເຂົາໄດ້ອ່ານແລ້ວ, ພວກເຂົາກໍໄດ້ຊື່ນຊົນຍິນດີເພາະຄຳໜູນໃຈນັ້ນ.
|
||
\v 32 ຢູດາກັບຊີລາ, ເປັນຜູ້ປະກາດດ້ວຍກ່າວຄຳໜູນໃຈ ພີ່ນ້ອງດ້ວຍຖ້ອຍຄຳຫລາກຫລາຍ ແລະ ເຮັດໃຫ້ພວກເຂົາເຂັ້ມແຂງຂຶ້ນ.
|
||
|
||
\s5
|
||
\v 33 ຫລັງຈາກທີ່ພວກເຂົາໃຊ້ເວລາຊ້ວງໜຶ່ງທີ່ນັ້ນ, ພວກພີ່ນ້ອງກໍສົ່ງທັງສອງກັບມາຫາຄົນເຫລົ່ານັ້ນທີ່ສົ່ງພວກທ່ານໄປດ້ວຍສັນຕິສຸກ.
|
||
\v 34
|
||
\v 35 ແຕ່ໂປໂລ ແລະ ບາຣານາບາຍັງຄົງອາໄສຢູ່ໃນເມືອງອັນທິໂອເຂຍດ້ວຍກັນກັບຄົນອື່ນໆອີກຫລາຍຄົນ, ພວກເຂົາໄດ້ສັ່ງສອນ ແລະປະກາດພຣະທັມຂອງພຣະຜູ້ເປັນເຈົ້າ.
|
||
|
||
\s5
|
||
\v 36 ຫລັງຈາກຫລາຍວັນຜ່ານໄປ ໂປໂລເວົ້າກັບບາຣານາບາວ່າ, "ໃຫ້ເຮົາກັບໄປກັນເທາະ ແລະ ຢ້ຽມຢາມອ້າຍນ້ອງໃນທຸກເມືອງ ບ່ອນທີ່ເຮົາໄດ້ປະກາດພຣະທັມຂອງພຣະຜູ້ເປັນເຈົ້າ, ແລະ ເບິ່ງວ່າພວກເຂົາເປັນຢ່າງໃດ."
|
||
\v 37 ບາຣານາບາ ຕ້ອງການພາໂຢຮັນທີ່ມີຊື່ວ່າມາຣະໂກໄປດ້ວຍ.
|
||
\v 38 ແຕ່ໂປໂລຄິດວ່າ ບໍ່ຄວນພາມາຣະໂກໄປ ເພາະເຂົາໄດ້ປະຖິ້ມພວກເພິ່ນ ໃນແຂວງປຳຟີເລຍ ແລະ ບໍ່ໄດ້ໄປເຮັດວຽກກັບພວກທ່ານອີກ.
|
||
|
||
\s5
|
||
\v 39 ແລ້ວມີການໂຕ້ຖຽງກັນຢ່າງຮຸນແຮງ, ຈົນພວກເຂົາຕ້ອງແຍກຈາກກັນ, ແລະ ບາຣານາບາ ຈຶ່ງໄດ້ພາມາຣະໂກລົງເຮືອໄປກັບເຂົາ ໄປຍັງເກາະໄຊປຣັດ.
|
||
\v 40 ແຕ່ໂປໂລເລືອກຊີລາ ແລະ ອອກເດີນທາງໄປ, ຫລັງຈາກທີ່ເຂົາໄດ້ມອບທ່ານທັງສອງໄວ້ໃນພຣະຄຸນຂອງອົງພຣະຜູ້ເປັນເຈົ້າແລ້ວ.
|
||
\v 41 ທ່ານກໍເຂົ້າໄປຜ່ານ ແຂວງຊີເຣຍ ກັບແຂວງກີລີເກຍ, ກ່າວຫນູນໃຈຄຣິສຕະຈັກໃຫ້ເຂັ້ມແຂງ.
|
||
|
||
\s5
|
||
\c 16
|
||
\cl ບົດທີ 16
|
||
\p
|
||
\v 1 ໂປໂລມາຍັງເມືອງເດຣະເບ ກັບເມືອງລີສະຕຣາດ້ວຍ; ແລະຢູ່ທີ່ນີ້, ມີສາວົກຄົນໜຶ່ງຊື່ຕີໂມທຽວຢູ່ທີ່ນັ້ນ, ແມ່ຂອງເຂົາເປັນຜູ້ເຊື່ອຊາວຢິວ; ພໍ່ຂອງເຂົາເປັນຊາວກຣີກ.
|
||
\v 2 ຕີໂມທຽວມີຊື່ສຽງດີໃນພີ່ນ້ອງທີ່ຢູ່ໃນເມືອງລີສະຕຣາ ແລະເມືອງອີໂກນີໂອມ.
|
||
\v 3 ໂປໂລຕ້ອງການຕີໂມທຽວເດີນທາງໄປກັບທ່ານ; ດັ່ງນັ້ນທ່ານຈຶ່ງໃຫ້ເຂົາເຂົ້າພິທີຕັດ, ເພາະເຫັນແກ່ພວກຢິວທີ່ຢູ່ໃນເມືອງເຫລົ່ານັ້ນ, ເພາະພວກເຂົາທຸກຄົນຮູ້ວ່າພໍ່ຂອງເຂົາເປັນຊາວກຣີກ.
|
||
|
||
\s5
|
||
\v 4 ຂະນະທີ່ພວກທ່ານເດີນທາງໄປຕາມເມືອງຕ່າງໆ, ໃນລະຫວ່າງທາງ ພວກທ່ານໄດ້ສົ່ງຄຳສັ່ງທີ່ພວກອັກຄະສາວົກແລະພວກຜູ້ປົກຄອງໃນກຸງເຢຣູຊາເລັມໄດ້ຂຽນໄວ້, ໃຫ້ແກ່ຄຣິສຕະຈັກທັງຫລາຍ ເພື່ອໃຫ້ພວກເຂົາປະຕິບັດຕາມ.
|
||
\v 5 ເພາະເຫດນີ້ ຄຣິສຕະຈັກຈຶ່ງເຂັ້ມແຂງຂຶ້ນໃນຄວາມເຊື່ອ ແລະມີຄົນເພີ່ມຂຶ້ນໃນທຸກໆວັນ.
|
||
|
||
\s5
|
||
\v 6 ໂປໂລແລະພວກຂອງທ່ານເດີນທາງໄປທົ່ວເຂດແຂວງຟີເຄຍແລະແຂວງຄາລາເຕຍ, ເນື່ອງຈາກພຣະວິນຍານບໍລິສຸດເຈົ້າຊົງຫ້າມພວກທ່ານບໍ່ໃຫ້ປະກາດພຣະທຳໃນແຂວງເອເຊຍ.
|
||
\v 7 ເມື່ອພວກທ່ານມາໃກ້ແຂວງມີເຊຍແລ້ວ, ພວກທ່ານກໍພະຍາຍາມເຂົ້າໄປຍັງແຂວງບີທີເນຍ, ແຕ່ພຣະວິນຍານຂອງພຣະເຢຊູຊົງຍັບຍັ້ງພວກທ່ານໄວ້.
|
||
\v 8 ດັ່ງນັ້ນ, ພວກທ່ານຈຶ່ງເດີນທາງຜ່ານແຂວງມີເຊຍລົງມາຍັງເມືອງໂທອາດ.
|
||
|
||
\s5
|
||
\v 9 ໂປໂລໄດ້ເຫັນນິມິດໃນຕອນກາງຄືນ: ມີຊາຍຊາວມາເກໂດເນຍຄົນຫນຶ່ງຢືນຢູ່ທີ່ນັ້ນຮ້ອງທ່ານ, ແລ້ວກ່າວວ່າ, "ຂໍມາຊ່ວຍເຮົາໃນແຂວງມາເກໂດເນຍດ້ວຍ."
|
||
\v 10 ເມື່ອໂປໂລເຫັນນິມິດນັ້ນແລ້ວ, ເຮົາກໍອອກເດີນທາງໄປຍັງແຂວງມາເກໂດເນຍທັນທີ, ຕາມທີ່ພຣະເຈົ້າຊົງຮ້ອງເຮົາໄປປະກາດຂ່າວປະເສີດກັບຄົນເຫລົ່ານັ້ນ.
|
||
|
||
\s5
|
||
\v 11 ເມືອງໂທອາດມຸ່ງຕົງໄປຍັງເມືອງຊາໂມທາເກ, ແລະວັນຮຸ່ງຂຶ້ນ ເຮົາກໍມາເຖິງເມືອງເນອາໂປລີ, ແລະວັນຕໍ່ມາກໍເຖິງເມືອງ ເນອາໂປລີ.
|
||
\v 12 ຈາກທີ່ນັ້ນ ເຮົາກໍເດີນທາງໄປຍັງເມືອງຟີລິບປອຍ, ເປັນເມືອງທີ່ສຳຄັນທີ່ສຸດໃນເຂດແຂວງມາເກໂດເນຍ, ແລະເມືອງຂຶ້ນຂອງຊາວໂຮມ, ເຮົາຈຶ່ງອາໄສຢູ່ໃນເມືອງນີ້ເປັນເວລາຫລາຍວັນ.
|
||
\v 13 ໃນວັນຊະບາໂຕ ເຮົາອອກໄປທີ່ປະຕູເມືອງທີ່ຢູ່ແຄມແມ່ນ້ຳ, ທີ່ເຮົາຄິດວ່າຈະມີສະຖານທີ່ສຳລັບອະທິຖານ. ເຮົາຈຶ່ງນັ່ງສົນທະນາກັບພວກຜູ້ຍິງທີ່ພາກັນມາ.
|
||
|
||
\s5
|
||
\v 14 ຜູ້ຍິງຄົນໜຶ່ງຊື່ລີເດຍ, ເປັນຄົນຂາຍຜ້າສີມ້ວງທີ່ມາຈາກເມືອງທົວເຕຣາ, ເປັນຜູ້ທີ່ຢຳເກງພຣະເຈົ້າໄດ້ຟັງເຮົາຢູ່, ອົງພຣະຜູ້ເປັນເຈົ້າ, ໄດ້ເປີດໃຈຂອງນາງໃຫ້ສົນໃຈຖ້ອຍຄຳທີ່ໂປໂລເວົ້າ.
|
||
\v 15 ເມື່ອນາງແລະຄອບຄົວຂອງນາງຮັບບັບຕິສະມາ, ແລ້ວນາງກໍຂໍຮ້ອງເຮົາວ່າ, "ຖ້າພວກທ່ານເຫັນຂ້າພະເຈົ້າເປັນຄົນສັດຊື່ຕໍ່ອົງພຣະຜູ້ເປັນເຈົ້າແລ້ວ, ຂໍເຊີນພວກທ່ານມາທີ່ບ້ານຂອງຂ້າພະເຈົ້າແລະພັກຢູ່ທີ່ນັ້ນເຖີດ." ແລະນາງກໍຊັກຊວນພວກເຮົາ.
|
||
|
||
\s5
|
||
\v 16 ຕໍ່ມາຂະນະທີ່ກຳລັງໄປຍັງທີ່ສຳລັບອະທິຖານແຫ່ງໜຶ່ງ, ມີຍິງສາວຄົນໜຶ່ງມີວິນຍານໝໍດູເຂົ້າສິງໄດ້ມາພົບກັບເຮົາ ນາງເຮັດໃຫ້ພວກເຈົ້ານາຍຂອງນາງໄດ້ເງິນຢ່າງຫລວງຫລາຍໂດຍການທຳນວາຍ.
|
||
\v 17 ຜູ້ຍິງຄົນນີ້ເດີນຕາມໂປໂລກັບເຮົາໄປ, ຮ້ອງຂຶ້ນວ່າ, "ຄົນເຫລົ່ານີ້ເປັນຜູ້ຮັບໃຊ້ຂອງພຣະເຈົ້າອົງສູງສຸດ. ທ່ານເຫລົ່ານີ້ມາປະກາດທາງແຫ່ງຄວາມຮອດພົ້ນໃຫ້ກັບພວກທ່ານ."
|
||
\v 18 ນາງເຮັດແບບນີ້ເປັນເວລາຫລາຍມື້. ຈົນໂປໂລຮູ້ສຶກລຳຄານນາງຫລາຍ, ຈຶ່ງຫັນໄປສັ່ງກັບວິນຍານນັ້ນວ່າ, "ຂ້າສັ່ງເຈົ້າໃນພຣະນາມຂອງພຣະເຢຊູຄຣິດເຈົ້າ ໃຫ້ອອກໄປຈາກນາງດຽວນີ້." ແລ້ວວິນຍານຊົ່ວນັ້ນກໍອອກໄປທັນທີ.
|
||
|
||
\s5
|
||
\v 19 ເມື່ອພວກເຈົ້ານາຍຂອງນາງເຫັນວ່າໝົດຫວັງທີ່ຈະໄດ້ເງິນອີກແລ້ວ, ພວກເຂົາຈຶ່ງຈັບໂປໂລກັບສີລາ ແລະລາກມາຍັງທີ່ວ່າການເມືອງຢູ່ຕໍ່ໜ້າພວກເຈົ້າໜ້າທີ່.
|
||
\v 20 ເມື່ອເຂົາໄດ້ພານາງທັງສອງມາເຖິງເຈົ້າໜ້າທີ່ປົກຄອງແລ້ວກ່າວວ່າ, "ຄົນເຫລົ່ານີ້ເປັນພວກຢິວ, ແລະກຳລັງເຮັດຄວາມຫຍຸ້ງຍາກໃຫ້ກັບເມືອງນີ້.
|
||
\v 21 ພວກເຂົາສັ່ງສອນສິ່ງທີ່ຕ້ອງຫ້າມສຳຫລັບເຮົາ ທີ່ເປັນຊາວໂຣມທີ່ບໍ່ຄວນຈະຮັບຫລືປະຕິບັດເລີຍ."
|
||
|
||
\s5
|
||
\v 22 ຝ່າຍປະຊາຊົນກໍຮ່ວມໃຈກັນໂຈມຕີໂປໂລ ແລະ ຊີລາດ້ວຍ; ສ່ວນພວກເຈົ້າໜ້າທີ່ປົກຄອງກໍຈີກເສື້ອຜ້າຂອງທ່ານທັງສອງອອກ ແລະ ສັ່ງໃຫ້ຂ້ຽນພວກທ່ານດ້ວຍໄມ້.
|
||
\v 23 ເມື່ອພວກເຂົາໄດ້ຂ້ຽນພວກທ່ານໄປຫລາຍທີ, ພວກເຂົາກໍຈັບທ່ານທັງສອງເຂົ້າໄປໃນຄຸກ ແລະ ໄດ້ອອກຄຳສັ່ງໃຫ້ນາຍຄຸກໃຫ້ເບິ່ງຢ່າງເຂັ້ມງວດ.
|
||
\v 24 ຫລັງຈາກໄດ້ຮັບຄຳສັ່ງ, ນາຍຄຸກກໍຈັບພວກເຂົາໄປຂັງໄວ້ໃນຄຸກຊັ້ນໃນ ແລະເອົາຕີນຂອງພວກເຂົາໃສຂື່ໄມ້ໃຫ້ແໜ້ນ.
|
||
|
||
\s5
|
||
\v 25 ເວລາປະມານທ່ຽງຄືນ ຂະນະໂປໂລກັບຊີລາອະທິຖານ ແລະຮ້ອງເພງສັນລະເສີນພຣະເຈົ້າ, ແລະພວກນັກໂທດຄົນອື່ນໆ ກຳລັງຟັງຢູ່.
|
||
\v 26 ໃນທັນໃດນັ້ນກໍເກີດແຜ່ນດິນໄຫວຢ່າງຮຸ່ນແຮງຈົນຮາກຖານຄຸກສະເທືອນ; ແລະປະຕູຄຸກກໍເປີດອອກທຸກບານ, ໂຊ້ກໍຫລຸດອອກຈາກທຸກຄົນ.
|
||
|
||
\s5
|
||
\v 27 ນາຍຄຸກກໍຕື່ນຂຶ້ນມາເບິ່ງເຫັນປະຕູຄຸກເປີດອອກ; ເຂົາຊັກດາບຂຶ້ນມາເພື່ອຈະຂ້າຕົວຕາຍ, ເພາະຄິດວ່ານັກໂທດໜີໄປໝົດແລ້ວ.
|
||
\v 28 ແຕ່ໂປໂລກໍຮ້ອງສຽງດັງວ່າ, "ຢ່າທຳຮ້າຍຕົວເອງເລີຍ ເພາະທຸກຄົນຍັງຢູ່ທີ່ນີ້."
|
||
|
||
\s5
|
||
\v 29 ນາຍຄຸກຈຶ່ງຮ້ອງໃຫ້ຈຸດໄຟມາແລ້ວຮີບເຂົ້າໄປໃນຄຸກເຄົ່າລົງ, ຕົວສັ່ນ, ດ້ວຍຄວາມຍ້ານຕໍ່ໜ້າໂປໂລກັບສີລາ,
|
||
\v 30 ພາທ່ານທັງສອງອອກມາ ແລ້ວກ່າວວ່າ, "ທ່ານເຈົ້າຂ້າ, ຂ້າພະເຈົ້າຕ້ອງເຮັດສິ່ງໃດຈະໄດ້ຮັບຄວາມຮອດພົ້ນໄດ້?"
|
||
\v 31 ທ່ານທັງສອງກ່າວວ່າ, "ຈົ່ງເຊື່ອໃນອົງພຣະເຢຊູເຈົ້າ, ແລ້ວທ່ານຈະລອດພົ້ນທັງທ່ານແລະຄອບຄົວຂອງທ່ານ."
|
||
|
||
\s5
|
||
\v 32 ທ່ານທັງສອງຈຶ່ງກ່າວພຣະທຳຂອງອົງພຣະຜູ້ເປັນເຈົ້າ, ໃຫ້ນາຍຄຸກກັບທຸກຄົນທີ່ມາຢູ່ຮ່ວມໃນບ້ານຂອງເຂົາຟັງ.
|
||
\v 33 ໃນຊົ່ວໂມງດຽວກັນຂອງຄືນນັ້ນ, ນາຍຄຸກໄດ້ພາທ່ານທັງສອງໄປລ້າງບາດແຜ, ແລ້ວເຂົາທຸກຄົນໃນຄອບຄົວກໍຮັບບັບຕິສະມາທັນທີ.
|
||
\v 34 ເຂົາພາໂປໂລກັບຊີລາໄປຍັງທີ່ບ້ານຂອງເຂົາ ແລ້ວຈັດອາຫານມາລ້ຽງພວກທ່ານ, ເຂົາກັບທຸກຄົນໃນຄອບຄົວຊື່ນຊົມຍິນດີ, ເພາະພວກເຂົາທຸກຄົນເຊື່ອໃນພຣະເຈົ້າແລ້ວ.
|
||
|
||
\s5
|
||
\v 35 ເມື່ອເຖິງວັນຮຸ່ງຂຶ້ນ, ພວກເຈົ້າໜ້າທີປົກຄອງຈຶ່ງໃຊ້ຄົນມາບອກພວກຍາມວ່າ, "ຈົ່ງປ່ອຍຄົນເຫລົ່ນນັ້ນໄປ."
|
||
\v 36 ນາຍຄຸກຈຶ່ງບອກຖ້ອຍຄຳເຫລົ່ານັ້ນແກ່ໂປໂລວ່າ, "ເຈົ້າໜ້າທີປົກຄອງໃຊ້ຄົນມາບອກຂ້າພະເຈົ້າໃຫ້ປ່ອຍຕົວທ່ານທັງສອງໄປ: ເພາະສະນັ້ນ ຂໍໃຫ້ພວກທ່ານອອກມາ, ແລະໄປດ້ວຍສັນຕິສຸກເຖີດ."
|
||
|
||
\s5
|
||
\v 37 ແຕ່ໂປໂລບອກກັບພວກເຂົາວ່າ, "ພວກເຂົາຂ້ຽນເຮົາ ທີ່ເປັນຄົນສັນຊາດໂຣມຕໍ່ໜ້າຄົນທັງຫລາຍ ແລະ ຈັບເຮົາຂັງໄວ້ໃນຄຸກ ແລະຕອນນີ້ ພວກເຂົາຈະໄລ່ເຮົາອອກໄປຢ່າງປິດລັບບໍ? ເຮັດຢ່າງນັ້ນບໍ່ໄດ້ ຂໍໃຫ້ພວກເຂົາມາພາເຮົາອອກໄປເອງເຖີດ"
|
||
\v 38 ແລ້ວພວກຍາມຈຶ່ງລາຍງານຖ້ອຍຄຳເຫລົ່ນນີ້ຕໍ່ເຈົ້າໜ້າທີ່ປົກຄອງ ພວກເຈົ້າໜ້າທີ່ປົກຄອງກໍຢ້ານ ເມື່ອໄດ້ຍິນໂປໂລກັບສີລາເປັນຊາວໂຣມ
|
||
\v 39 ພວກເຈົ້າໜ້າທີ່ປົກຄອງຈຶ່ງມາຂໍຮ້ອງທ່ານທັງສອງອອກຈາກຄຸກແລ້ວ ພວກເຂົາກໍໍຂໍໂປໂລກັບສີລາອອກຈາກເມືອງໄປ.
|
||
|
||
\s5
|
||
\v 40 ໂປໂລກັບສີລາອອກຈາກຄຸກແລ້ວ ກໍມາທີ່ບ້ານຂອງລີເດຍ. ເມື່ອໂປໂລກັບຊີລາໄດ້ພົບກັບພີ່ນ້ອງແລ້ວ, ທ່ານທັງສອງກ່າວໜູນໃຈພວກເຂົາ ແລ້ວເດີນທາງອອກຈາກເມືອງນັ້ນ.
|
||
|
||
\s5
|
||
\c 17
|
||
\cl ບົດທີ 17
|
||
\p
|
||
\v 1 ເມື່ອໂປໂລກັບຊີລາເດີນທາງຜ່ານເມືອງອຳຟີໂປລີ ແລະເມືອງອາໂປໂລນີ, ທ່ານທັງສອງກໍມາເຖິງເມືອງເທສະໂລນິກ, ທີ່ນັ້ນມີທຳມະສາລາຂອງພວກຢິວ.
|
||
\v 2 ໂປໂລ, ຈຶ່ງເຂົ້າໄປໃນທຳມະສາລາທີ່ເຮັດເປັນປະຈຳ, ແລະ ທ່ານໄດ້ສົນທະນາໂຕ້ຕອບກັບພວກເຂົາຈາກພຣະຄຳພີເປັນເວລາສາມວັນຊະບາໂຕ.
|
||
|
||
\s5
|
||
\v 3 ທ່ານເປີດພຣະຄຳພີ ແລະອະທິບາຍວ່າ ຈຳເປັນທີ່ພຣະຄຣິດຕ້ອງທົນທຸກ ແລະເປັນຂຶ້ນມາຈາກຄວາມຕາຍ ທ່ານກ່າວວ່າ, "ພຣະເຢຊູອົງນີ້ທີ່ຂ້ານ້ອຍປະກາດກັບທ່ານຄືພຣະຄຣິດ."
|
||
\v 4 ພວກຢິວບາງຄົນເຫັນດ້ວຍ ແລະ ເຂົ້າຮ່ວມກັບໂປໂລ ແລະຊີລາ, ຮ່ວມທັງຊາວກຮີກທີ່ນັບຖືພຣະເຈົ້າ, ແລະ ສະຕຣີທີ່ເປັນຄົນສຳຄັນຫລາຍຄົນ ແລະ ຜູ້ຄົນຈຳນວນຫລວງຫລາຍ.
|
||
|
||
\s5
|
||
\v 5 ແຕ່ພວກຢິວໄດ້ຄິດເຫິງສາ, ໄປຄົບຄິດກັບຄົນພານຕາມຕະຫລາດ ຮວບຮວມກັນມາຢ່າງຫລວງຫລາຍກໍ່ການອົນລະຫົນວຸ້ນວາຍຂຶ້ນໃນເມືອງ, ແລ້ວເຂົ້າບຸກລຸກເຮືອນຂອງຢາໂຊນ ພະຍາຍາມຈະນຳເອົາທັງສອງອອກມາໃຫ້ປະຊາຊົນ.
|
||
\v 6 ເມື່ອບໍ່ພົບເຂົາຈິ່ງລາກເອົາຢາໂຊນກັບພີ່ນ້ອງລາງຄົນໄປຫາຜູ້ປົກຄອງເມືອງນັ້ນ ແລະຮ້ອງຂຶ້ນວ່າ, “ຄົນເຫລົ່ານີ້ເປັນພວກຂວ້ຳໂລກມະນຸດໄດ້ມາທີ່ນີ້.
|
||
\v 7 ແລ້ວຢາໂຊນໄດ້ຮັບຕ້ອນເຂົາໄວ້ ແລະ ບັນດາຄົນເຫລົ່ານີ້ໄດ້ເຮັດຜິດຕໍ່ຂໍ້ດຳລັດຂອງກາຍຊາ ໂດຍກ່າວວ່າ, “ມີກະສັດອີກອົງໜຶ່ງຄືເຢຊູ."
|
||
|
||
\s5
|
||
\v 8 ດ້ວຍຂໍ້ຄວາມນັ້ນພວກຢິວໄດ້ເຮັດໃຫ້ປະຊາຊົນກັບພວກຜູ້ປົກຄອງຮ້ອນໃຈຂຶ້ນ.
|
||
\v 9 ແຕ່ຫລັງຈາກທີພວກເຂົາຮ້ອງຄ່າປະກັນຕົວຈາກຢາຊົນແລະຄົນອື່ນໆ ແລ້ວກໍປ່ອຍພວກເຂົາໄປ.
|
||
|
||
\s5
|
||
\v 10 ຄືນນັ້ນ ພວກພີ່ນ້ອງຈຶ່ງສົ່ງໂປໂລກັບຊີລາໄປຍັງເມືອງເບເຣຍ. ເມື່ອທ່ານທັງສອງໄປເຖິງທີ່ນັ້ນ, ພວກທ່ານກໍເຂົ້າໄປໃນທຳມະສາລາຂອງພວກຢິວ.
|
||
\v 11 ພວກຢິວເຫລົ່ານີ້ມີຈິດໃຈສູງກວ່າພວກຢິວໃນເມືອງເທສະໂລນິກ, ເພາະເຂົາພ້ອມຮັບພຣະເຈົ້າດ້ວຍສຸດໃຈ, ແລະ ຄົ້ນເບິ່ງພຣະຄຳພີທຸກວັນ ເພື່ອທີ່ຈະເບິ່ງຂໍ້ຄວາມເຫລົ່ານີ້ເປັນເຊັ່ນນັ້ນຫລື.
|
||
\v 12 ດ້ວຍເຫດນີ້ ຈຶ່ງມີຫລາຍຄົນໃນພວກເຂົາເຊື່ອ, ຮ່ວມທັງພວກສະຕຣີມີສັກ ແລະຜູ້ຊາຍຊາວກຣີກອີກຫລາຍຄົນ.
|
||
|
||
\s5
|
||
\v 13 ແຕ່ເມື່ອພວກຢິວໃນເມືອງເທສະໂລນິກຮູ້ວ່າ ໂປໂລໄດ້ປະກາດສັ່ງສອນພຣະທັມຂອງພຣະເຈົ້າທີເມື່ອງເບເຣຍ, ພວກເຂົາຈຶ່ງໄປທີ່ນັ້ນແລະຍຸຍົງແລະເຮັດໃຫ້ຝູງຊົນວຸ້ນວາຍໃຈ.
|
||
\v 14 ພວກພີ່ນ້ອງຈຶ່ງສົ່ງໂປໂລອອກໄປທາງທະເລທັນທີ, ແຕ່ຊີລາກັບໂມທຽວຍັງຢູ່ທີ່ນັ້ນ.
|
||
\v 15 ພວກຄົນທີ່ໄປສົ່ງໂປໂລເຫລົ່ານັ້ນກໍພາທ່ານໄປຍັງເມືອງອາແຖນ, ໃນຂະນະພວກເຂົາຈະລະໂປໂລໄວ້ທີ່ນັ້ນ ພວກເຂົາກໍຄຳສັ່ງຈາກຊີລາກັບໂມທຽວໃຫ້ຮີບໄປຫາທ່ານໂດຍໄວເທົ່າທີ່ຈະໄປໄດ້.
|
||
|
||
\s5
|
||
\v 16 ຂະນະທີ່ໂປໂລລໍຖ້າພວກເຂົາຢູ່ໃນກຸງອາແທນ, ວິນຍານຂອງເພິ່ນກໍຮຸ່ມຮ້ອນຢູ່ພາຍໃນ ເມື່ອເພິ່ນເບິ່ງເຫັນກຸງນັ້ນເຕັມໄປດ້ວຍຮູບເຄົາລົບ.
|
||
\v 17 ດັ່ງນັ້ນ ເພິ່ນຈຶ່ງສົນທະນາໂຕ້ຕອບກັບພວກຢິວ ແລະບັນດາຄົນທີ່ນັບຖືພຣະເຈົ້າ, ໃນທຳມະສາລານັ້ນ ແລະ ຄົນເຫລົ່ານັ້ນທີ່ທ່ານພົບໃນຕະຫລາດທຸກວັນດ້ວຍ.
|
||
|
||
\s5
|
||
\v 18 ມີນັກປາດລາງຄົນໃນພວກເອປີກູຣຽວແລະໃນພວກສະໂຕອີໂກໄດ້ມາພົບທ່ານ ລາງຄົນກ່າວວ່າ, “ຄົນເກັບເລັມຄວາມຮູ້ຜູ້ນີ້ຢາກ ເວົ້າອັນໃດ” ລາງຄົນກ່າວວ່າ “ເໝືອນເປັນຜູ້ປະກາດພະຕ່າງດ້າວ” ເພາະໂປໂລປະກາດຂ່າວປະເສີດ ເລື່ອງພຣະເຢຊູແລະການຄືນມາຈາກຕາຍ.
|
||
|
||
\s5
|
||
\v 19 ພວກເຂົາຈຶ່ງພາໂປໂລໄປຍັງສະພາອາເລໂອປາໂຂ, ແລ້ວກ່າວວ່າ, "ເຮົາຮູ້ຂໍຄຳສອນໃໝ່ທີ່ທ່ານກ່າວຢູ່ໄດ້ຫລືບໍ່?
|
||
\v 20 ເພາະທ່ານນຳເລື່ອງປະລາດມາເຖິງຫູເຮົາ. ເພາະສະນັ້ນ, ເຮົາຈຶ່ງຢາກຮູ້ວ່າເລື່ອງລາວເຫລົ່ານີ້ມີໝາຍຄວາມວ່າຢ່າງໃດ."
|
||
\v 21 (ຊາວເມືອງອາແຖນ ແລະຄົນຕ່າງແດນທີ່ອາໄສຢູ່ທີ່ນັ້ນ ບໍ່ໃຊ້ເວລາເຮັດກັບສິ່ງອື່ນໃດ ນອກຈາກຈະກ່າວ ຫລືຟັງສິ່ງໃໝ່ໆ.)
|
||
|
||
\s5
|
||
\v 22 ໂປໂລຈຶ່ງຢືນຂຶ້ນກາງສະພາອາເລໂອປາໂຂ ແລ້ວກ່າວວ່າ, "ທ່ານທັງຫລາຍທີ່ເປັນຊາວອາແຖນ, ຂ້າພະເຈົ້າເຫັນວ່າພວກທ່ານເປັນຄົນປະຕິບັດສາດສະນາໃນທຸກດ້ານ.
|
||
\v 23 ເພາະຂະນະທີ່ຂ້າພະເຈົ້າເດີນໄປຕາມທາງແລະໄດ້ສັງເກດສິ່ງທີ່ພວກທ່ານນະມັດສະການ, ຂ້າພະເຈົ້າພົບທ່ອນໜຶ່ງທີມີຄຳຈາລຶກໄວ້ວ່າ, "ແດ່ພຣະເຈົ້າທີ່ບໍ່ຮູ້ຈັກ." ເພາະສະນັ້ນ ຂ້າພະເຈົ້າຈຶ່ງມາປະກາດພວກທ່ານເຖິງສິ່ງທີ່ທ່ານນະມັດສະການດ້ວຍຄວາມບໍ່ຮູ້.
|
||
|
||
\s5
|
||
\v 24 ແຕ່ເນື່ອງຈາກພຣະອົງຊົງເປັນອົງພຣະຜູ້ເປັນເຈົ້າແຫ່ງຟ້າສະຫວັນແລະແຜ່ນດິນໂລກ, ຜູ້ບໍ່ໄດ້ຊົງສະຖິດໃນພຣະວິຫານທີ່ສ້າງດ້ວຍມືມະນຸດ.
|
||
\v 25 ພຣະອົງບໍ່ຕ້ອງມີມືມະນຸດມາປົ່ນນິບັດຮັບໃຊ້ລາວກັບວ່າພຣະອົງຊົງປະສົງສິ່ງໃດ, ເພາະພຣະອົງເອງເປັນຜູ້ປະທານຊີວິດແລະລົມຫາຍໃຈແກ່ຄົນທັງປ່ວງແລະສິ່ງສາລະພັດ.
|
||
|
||
\s5
|
||
\v 26 ພຣະອົງຊົງສ້າງທຸກຊົນຊາດມາຈາກຊາຍຄົນດຽວໃຫ້ມີຊີວິດໃຫ້ຢູ່ທົ່ວພື້ນແຜ່ນດິນໂລກ, ຜູ້ຊົງກຳນົດລະດູການແລະເຂດແດນໃຫ້ພວກເຂົາອາໄສຢູ່,
|
||
\v 27 ເພາະເຫດນີ້ ພວກເຂົາຈຶ່ງຄວນສະແຫວງຫາພຣະເຈົ້າ, ເພື່ອທີ່ພວກເຂົາອາດຈະເຂົ້າໄປເຖິງແລະພົບພຣະອົງ. ອັນທີຈິງແລ້ວ ພຣະອົງບໍ່ໄດ້ຊົງຢູ່ຫ່າງໄກຈາກຄົນໃດໃນພວກເຮົາເລີຍ.
|
||
|
||
\s5
|
||
\v 28 ເພາະເຮົາມີຊີວິດແລະເຄື່ອນໄຫວໃນພຣະອົງ, ດັ່ງທີ່ນັກແຕ່ງກອນໃນພວກທ່ານໄດ້ກ່າວວ່າ, 'ເພາະເຮົາທັງຫລາຍເປັນເຊື້ອສາຍຂອງພຣະອົງ.'
|
||
\v 29 ດ້ວຍເຫດນີ້ ເມື່ອເຮົາເປັນເຊື້ອສາຍຂອງພຣະເຈົ້າ, ເຮົາກໍບໍ່ຄວນຄິດວ່າຄວາມເປັນພຣະເຈົ້າເປັນເໝືອນກັບທອງຄຳຫລືເງິນ, ຫລື ກ້ອນຫີນ ທີ່ສ້າງຂຶ້ນຈາກສິນລະປະແລະຄວາມຄິດຂອງມະນຸດ.
|
||
|
||
\s5
|
||
\v 30 ເພາະສະນັ້ນ ພຣະເຈົ້າຈຶ່ງບໍ່ຊົງຖືໂທດໃນເວລາທີ່ມະນຸດຂາດຄວາມຮູ້, ແຕ່ບັດນີ້ ພຣະເຈົ້າຊົງບັນຊາໃຫ້ມະນຸດທຸກຄົນທົ່ວທຸກແຫ່ງໃຫ້ກັບໃຈໃໝ່.
|
||
\v 31 ເພາະພຣະອົງໄດ້ຊົງກຳນົດວັນໜຶ່ງໄວ້ແລ້ວເປັນເວລາທີ່ພຣະອົງຈະຊົງພິພາກສາໂລກໃນຄວາມຊອບທຳ. ໂດຍຄົນທີ່ພຣະອົງທີ່ເລືອກໄວ້ແລ້ວ ພຣະເຈົ້າຊົງຮັບຮອງຊາຍຄົນຕໍ່ໜ້າທຸກຄົນ ໂດຍການໃຫ້ພຣະອົງເປັນຂຶ້ນມາຈາກຄວາມຕາຍ.
|
||
|
||
\s5
|
||
\v 32 ເມື່ອຊາວອາແທນໄດ້ຍິນເລື່ອງລາວຂອງການເປັນຂຶ້ນຈາກຄວາມຕາຍ, ບາງຄົນກໍຫົວຂວັນໂປໂລ; ແຕ່ບາງຄົນກ່າວວ່າ, "ເຮົາຈະຟັງທ່ານກ່າວເລື້ອງນີ້ອີກ."
|
||
\v 33 ຫລັງຈາກນັ້ນ, ໂປໂລກໍຈາກພວກເຂົາໄປ.
|
||
\v 34 ແຕ່ມີຊາຍບາງຄົນເຂົ້າຮ່ວມກັບໂປໂລແລະເຊື່ອ, ຮ່ວມທັງດີໂອນີຊີໂອ ສະມາຊິກສະພາອາເຣໂອປາໂກ, ກັບຜູ້ຍິງຄົນໜຶ່ງຊື່ ດາມາຣີ, ແລະຄົນອື່ນໆ ທີ່ຢູ່ກັບພວກເຂົາ.
|
||
|
||
\s5
|
||
\c 18
|
||
\cl ບົດທີ 18
|
||
\p
|
||
\v 1 ຫລັງຈາກເຫດການເຫລົ່ານັ້ນ ໂປໂລກໍອອກຈາກກຸງອາແຖນໄປຍັງເມືອງໂກຣິນໂທ.
|
||
\v 2 ທີ່ນັ້ນທ່ານໄດ້ພົບກັບຊາວຢິວຄົນໜຶ່ງຊື່ ອາກີລາ, ທີ່ເກີດໃນແຂວງປົນໂຕ ຜູ້ທີ່ຫາມາຈາກປະເທດອິດຕາລີ ກັບເມຍຂອງເພິ່ນຊື່ປີຊະກີລາ, ເພາະຈັກກະພັດກະລາວດີໂອໄດ້ມີຄຳສັ່ງໃຫ້ພວກຊາວຢິວທັງໝົດອອກໄປຈາກກຸງໂຣມ ແລ້ວໂປໂລໄດ້ມາຫາພວກເຂົາ.
|
||
\v 3 ໂປໂລໄດ້ອາໄສ, ແລະ ເຮັດວຽກງານກັບພວກເຂົາ, ເພາະພວກເຂົາເຮັດວຽກງານຢ່າງດຽວກັນ, ພວກເຂົາເປັນຊ່າງເຮັດຜ້າເຕັນ.
|
||
|
||
\s5
|
||
\v 4 ໂປໂລສົນທະນາໂຕ້ຕອບກັນໃນທຳມະສາລາທຸກວັນສະບາໂຕ. ທ່ານຊັກຊວນທັງພວກຢິວແລະພວກກຣີກໃຫ້ເຊື່ອ.
|
||
\v 5 ແຕ່ເມື່ອຊີລາກັບຕີໂມທຽວກັບມາຈາກແຂວງມາເກໂດເນຍແລ້ວ, ພຣະວິນຍານບໍລິສຸດກໍກ່າວສັ່ງໃຫ້ໂປໂລເປັນພະຍານກັບພວກຢິວວ່າພຣະເຢຊູຄືພຣະຄຣິດ.
|
||
\v 6 ເມື່ອພວກຢິວຕໍ່ຕ້ານ ແລະກ່າວຄຳຢາບຊ້າຕໍ່ທ່ານ, ແລະ ໂປໂລກໍສະບັດເສື້ອຜ້າຂອງທ່ານໄປທີ່ພວກເຂົາກ່າວວ່າ, "ໂທດທີ່ທ່ານຕ້ອງຕາຍນັ້ນ ທ່ານເອງຕ້ອງຮັບຜິດຊອບ; ຂ້າພະເຈົ້າບໍ່ມີໂທດແລ້ວ. ຕັ້ງແຕ່ນີ້ໄປ ຂ້າພະເຈົ້າຈະໄປຫາພວກຕ່າງຊາດ."
|
||
|
||
\s5
|
||
\v 7 ເມື່ອທ່ານຈາກທີ່ນັ້ນໄປແລ້ວ ກໍໄປທີ່ບ້ານຂອງຊາຍຄົນໜຶ່ງຊື່ຕີໂຢຢູຊະໂຕ, ເປັນຄົນທີ່ນັບຖືພຣະເຈົ້າ. ບ້ານຂອງເຂົາຕິດກັບທຳມະສາລາ.
|
||
\v 8 ກີສະໂປ, ເປັນຜູ້ນຳທຳມະສາລາ, ກັບທັງຄົວເຮືອນຂອງທ່ານໄດ້ມາເຊື່ອໃນອົງພຣະຜູ້ເປັນເຈົ້າ; ຊາວໂກຣິນໂທຫລາຍຄົນທີ່ຟັງຄຳຂອງໂປໂລກໍເຊື່ອ ແລະຮັບບັບຕິສະມາ.
|
||
|
||
\s5
|
||
\v 9 ອົງພຣະຜູ້ເປັນເຈົ້າໄດ້ກ່າວກັບໂປໂລທາງນິມິດໃນຄືນນັ້ນວ່າ, "ຢ່າຢ້ານເລີຍ ແຕ່ຈົ່ງກ່າວຕໍ່ໄປ ຢ່າງມິດງຽບ.
|
||
\v 10 ເພາະເຮົາຢູ່ກັບເຈົ້າ, ບໍ່ມີໃຜຈະພະຍາຍາມທຳຮ້າຍເຈົ້າໄດ້, ເພາະເຮົາມີຄົນຫລວງຫລາຍໃນເມືອງນີ້."
|
||
\v 11 ໂປໂລອາໄສຢູ່ທີ່ນັ້ນ, ແລະສອນພຣະທັມຂອງພຣະເຈົ້າໃຫ້ກັບພວກເຂົາເປັນເວລາໜຶ່ງປີຫົກເດືອນ.
|
||
|
||
\s5
|
||
\v 12 ແຕ່ເມື່ອຄາລີໂອໄດ້ເປັນຜູ້ສຳເລັດລາດສະການແຂວງອະຂາຢາ, ພວກຢິວກໍຮ່ວມຕົວກັນຂຶ້ນຕໍ່ສູ້ໂປໂລ ແລະນຳທ່ານໄປທີ່ສານ;
|
||
\v 13 ພວກເຂົາກ່າວວ່າ, "ຊາຍຄົນນີ້ໄດ້ຊັກຊວນປະຊາຊົນໃຫ້ນັບຖືພຣະເຈົ້າໃນທາງທີ່ຜິດກົດໝາຍ."
|
||
|
||
\s5
|
||
\v 14 ເມື່ອໂປໂລກຳລັງຈະອອກປາກ ຝ່າຍຄາລີໂອນກໍກ່າວແກ່ຊາວຢິວວ່າ, “ໂອ ຊາວຢິວທັງຫລາຍ, ຖ້າເປັນເລື່ອງການຜິດຫລືການຊົ່ວຊ້າປະການໃດປະການໜຶ່ງ ສົມຄວນເຮົາຈະອົດຟັງພວກທ່ານ.
|
||
\v 15 ແຕ່ຖ້າເປັນການໂຕ້ຖຽງກັນເຖິງເລື່ອງຖ້ອຍຄວາມກັບຊື່ຕ່າງ ແລະພຣະບັນຍັດຂອງພວກທ່ານແລ້ວ ກໍໃຫ້ເປັນທຸລະຂອງພວກທ່ານເອງ ຝ່າຍເຮົາບໍ່ຢາກເປັນຜູ້ຕັດສີນໃນເລື່ອງຢ່າງນັ້ນ.”
|
||
|
||
\s5
|
||
\v 16 ຄາລີໂອຈຶ່ງໄລ່ພວກເຂົາອອກຈາກສານ.
|
||
\v 17 ແລ້ວເຂົາພາກັນຈັບໂຊຊະເທນນາຍໂຮງທຳໄປຂ້ຽນຕີຕໍ່ໜ້າສານ ສ່ວນຄາລີໂອນກໍບໍ່ເຂົ້າຫຍຸ້ງກ່ຽວກັບການນັ້ນຈັກຢ່າງ.
|
||
|
||
\s5
|
||
\v 18 ຫລັງຈາກໂປໂລ, ພັກອາໄສຢູ່ທີ່ນັ້ນອີກຫລາຍວັນ ກໍລາພວກພີ່ນ້ອງລົງເຮືອໄປຍັງແຂວງຊີເຣຍກັບປີຊະກີລາ. ກ່ອນທີ່ທ່ານຈະອອກຈາກທ່າເຮືອເມືອງເກັນເຂໄອໄປ, ທ່ານໄດ້ແຖຫົວເພາະທ່ານໄດ້ບະບົນຕົວໄວ້.
|
||
\v 19 ໂປໂລກໍປະປິຊະກີລາກັບອາກີລາໄວ້ທີ່ນັ້ນ, ແຕ່ຕົວທ່ານເອງໄດ້ເຂົ້າໄປໃນທຳມາສາລາແລະສົນທະນາໂຕ້ຕອບກັບຢິວ.
|
||
|
||
\s5
|
||
\v 20 ເມື່ອຄົນເຫລົ່ານັ້ນຂໍຮ້ອງໃຫ້ໂປໂລຢູ່ຕໍ່ໄປອີກ, ທ່ານກໍບໍ່ຍອມ.
|
||
\v 21 ແຕ່ຂະນະທີ່ຈະຈາກເຂົາໄປ ທ່ານກ່າວວ່າ, "ຂ້າພະເຈົ້າຈະກັບມາຫາພວກທ່ານອີກ ຖ້າຫາກເປັນພຣະປະສົງຂອງພຣະເຈົ້າ." ແລ້ວທ່ານກໍລົງເຮືອອອກໄປຈາກເມືອງເອເຟໂຊ.
|
||
|
||
\s5
|
||
\v 22 ເມື່ອໂປໂລມາເຖິງເມືອງກາຍຊາເຣຍ, ທ່ານກໍຂຶ້ນໄປທັກທາຍຄຣິສຕະຈັກເຢຣູຊາເລັມ ແລ້ວລົງໄປຍັງເມືອງອັນຕີໂອເຂຍ.
|
||
\v 23 ຫລັງຈາກໃຊ້ເວລາທີ່ນັ້ນໄລຍະໜຶ່ງ, ໂປໂລກໍໄດ້ອອກເດີນທາງໄປທົ່ວເຂດແດນແຂວງຄາລາເຕຍແລະຟີເຄຍ ແລະກ່າວຄຳໜູນໃຈພວກສາວົກທຸກຄົນ.
|
||
|
||
\s5
|
||
\v 24 ມີຊາວຢິວຄົນໜຶ່ງຊື່ ອາໂປໂລ, ເກີດໃນເມືອງອາເລັກຊັນເດຍໄດ້ມາທີ່ເມືອງເອເຟໂຊ. ທ່ານເປັນຄົນມີໂວຫານດີແລະຊ່ຳນານຫລາຍໃນເລື່ອງພຣະຄຳພີ.
|
||
\v 25 ອາໂປໂລໄດ້ຮັບການສອນຈາກຄຳສອນຂອງອົງພຣະຜູ້ເປັນເຈົ້າ. ມີຈິດໃຈກະຕືລືລົ້ນທ່ານກ່າວແລະສອນໃນເລື່ອງກ່ຽວກັບພຣະເຢຊູໄດ້ຢ່າງຖືກຕ້ອງ, ແຕ່ທ່ານຮູ້ພຽງແຕ່ບັບຕິສະມາຂອງໂຢຮັນເທົ່ານັ້ນ.
|
||
\v 26 ອາໂປໂລເວົ້າຢ່າງກ້າຫານໃນທຳມາສາລາ. ແຕ່ເມື່ອປີຊະກີລາແລະອາກີລາໄດ້ຟັງທ່ານແລ້ວ, ທ່ານທັງສອງຈຶ່ງຜູກມິດກັບອາໂປໂລ ແລະອະທິບາຍເລື່ອງລາວໃນທາງຂອງພຣະເຈົ້າໃຫ້ຖືກຍິ່ງຂຶ້ນ.
|
||
|
||
\s5
|
||
\v 27 ເມື່ອທ່ານຕັດສີນໃຈຈະຂ້າມໄປຍັງແຂວງອະຂາຢາ ພວກພີ່ນ້ອງໄດ້ໜູນໃຈທ່ານ ແລະຂຽນຈົດໝາຍຝາກໄປເຖິງພວກສິດທີ່ນັ້ນໄດ້ຕ້ອນຮັບທ່ານໄວ້ ຄັນທ່ານໄປເຖິງແລ້ວ ທ່ານກໍຊ່ອຍເຫລືອຄົນທັງຫລາຍທີ່ໄດ້ເຊື່ອຍ້ອນພຣະຄຸນຂອງພຣະເຈົ້າຢ່າງຫລວງຫລາຍ.
|
||
\v 28 ເພາະທ່ານໄດ້ໂຕ້ຖຽງກັບພວກຢິວຢ່າງແຂງແຮງຕໍ່ໜ້າຄົນທັງຫລາຍ ໂດຍອ້າງຂໍ້ພຣະຄຳພີທີ່ພິສູດໃຫ້ເຫັນວ່າພຣະເຢຊູຊົງເປັນພຣະຄຣິດ.
|
||
|
||
\s5
|
||
\c 19
|
||
\cl ບົດທີ 19
|
||
\p
|
||
\v 1 ໃນເວລານັ້ນ ຂະນະທີ່ອາໂປໂລຢູ່ທີ່ເມືອງໂກຣິນໂທ: ໂປໂລກໍເດີນທາງຜ່ານເຂດແດນທາງຕອນເໜືອມາຍັງເມືອງເອເຟໂຊ, ແລະໄດ້ພົບພວກສາວົກບາງຄົນທີ່ນັ້ນ.
|
||
\v 2 ໂປໂລຖາມພວກເຂົາວ່າ, "ເມື່ອພວກທ່ານເຊື່ອ ພວກທ່ານໄດ້ຮັບພຣະວິນຍານບໍລິສຸດຫລືບໍ່? ພວກເຂົາກ່າວກັບທ່ານວ່າ, "ບໍ່, ເຮົາຍັງບໍ່ເຄີຍໄດ້ຍິນເລື່ອງກ່ຽວກັບພຣະວິນຍານບໍລິສຸດເລີຍ."
|
||
|
||
\s5
|
||
\v 3 ໂປໂລຈິ່ງຖາມເຂົາວ່າ, ຖ້າຢ່າງນັ້ນພວກທ່ານໄດ້ຮັບບັບຕິສະມາແນວໃດ ເຂົາຕອບວ່າ, “ບັບຕິສະມາຂອງໂຢຮັນ.”
|
||
\v 4 ໂປໂລຕອບວ່າ, "ໂຢຮັນໃຫ້ຮັບບັດຕິສະມາດ້ວຍບັບຕິສະມາຂອງການກັບໃຈໃໝ່. ທ່ານບອກກັບຄົນທັງຫລາຍວ່າ ພວກເຂົາຄວນເຊື່ອໃນພຣະອົງ, ຜູ້ຊົງສະເດັດມາພາຍຫລັງນັ້ນ, ຄືເຊື່ອໃນພຣະເຢຊູ
|
||
|
||
\s5
|
||
\v 5 ເມື່ອຄົນທັງຫລາຍໄດ້ຍິນດັງນັ້ນ, ພວກເຂົາກໍຮັບບັບຕິສະມາໃນພຣະນາມຂອງອົງພຣະເຢຊູເຈົ້າ.
|
||
\v 6 ແລ້ວໂປໂລກໍວາງມືເທິງພວກເຂົາ, ພຣະວິນຍານບໍລິສຸດກໍສະເດັດລົງມາສະຖິດກັບພວກເຂົາທຸກຄົນ ພວກເຂົາກໍເວົ້າພາສາອື່ນໆ ແລະ ເຜີຍພຣະທຳ.
|
||
\v 7 ພວກເຂົາມີທັງໝົດປະມານສິບສອງຄົນ.
|
||
|
||
\s5
|
||
\v 8 ຝ່າຍໂປໂລໄດ້ເຂົ້າໄປກ່າວສົນທະນາໃນໂຮງທຳດ້ວຍໃຈກ້າໃນລະຫວ່າງສາມເດືອນ, ໂຈດຖຽງແລະຊັກຊວນໃຫ້ເຊື່ອໃນສິ່ງທີ່ກ່າວເຖິງລາຊະແຜ່ນດິນຂອງພຣະເຈົ້າ.
|
||
\v 9 ແຕ່ລາງຄົນມີໃຈແຂງກະດ້າງບໍ່ຍອມເຊື່ອ ແລະກ່າວຄຳຫຍາບຊ້າເລື່ອງທາງນັ້ນຕໍ່ໜ້າຄົນທັງຫລາຍ ໂປໂລຈິ່ງແຍກອອກຈາກເຂົາ ແລະຄັດເອົາພວກລູກສິດໄປນຳ ແລະທ່ານໄດ້ໂຕ້ຖຽງໃນຫ້ອງປະຊຸມຂອງທ່ານຕີຣາໂນທຸກ ວັນ.
|
||
\v 10 ການນີ້ມີຢູ່ເປັນເວລາສອງປີ ຈົນວ່າຄົນທັງຫລາຍທີ່ອາໃສຢູ່ໃນແຂວງອາເຊຍ ທັງພວກຢິວ ແລະພວກກຣີກໄດ້ຍິນພຣະທັມຂອງອົງພຣະຜູ້ເປັນເຈົ້າ.
|
||
|
||
\s5
|
||
\v 11 ພຣະເຈົ້າຊົງເຮັດການອັດສະຈັນດ້ວຍມືຂອງໂປໂລ,
|
||
\v 12 ຈົນພວກເຂົາເອົາຜ້າເຊັດໜ້າກັບຜ້າກັນເປື້ອນຈາກຕົວໂປໂລໄປ ເພື່ອເຮັດໃຫ້ຄົນເຈັບປ່ວຍຫາຍ ແລະໂຣກໄພໄຂ້ເຈັບ ແລະພວກວິນຍານຊົ່ວກໍອອກໄປຈາກພວກເຂົາ.
|
||
|
||
\s5
|
||
\v 13 ແຕ່ພວກຢິວບາງຄົນທີ່ທຽວໄປມາເປັນໝໍໄລ່ຜີ ພະຍາຍາມໃຊ້ພຣະນາມຂອງພຣະເຢຊູເຈົ້າຂັບໄລ່ຜີວ່າ, “ກູບັງຄັບສູໂດຍພຣະເຢຊູຊຶ່ງໂປໂລປະກາດນັ້ນ.”
|
||
\v 14 ອັນໜຶ່ງມີຢິວຜູ້ໜຶ່ງຊື່ຊະເກວາ ເປັນປະໂລຫິດຕົນໃຫຍ່ ມີລູກຊາຍເຈັດຄົນທີ່ເຮັດການຢ່າງນັ້ນ.
|
||
|
||
\s5
|
||
\v 15 ສ່ວນຜີຮ້າຍໄດ້ຕອບເຂົາວ່າ, “ພຣະເຢຊູເຮົາກໍລຶ້ງເຄີຍ ໂປໂລເຮົາກໍຮູ້ຈັກ ແຕ່ພວກເຈົ້າເປັນຜູ້ໃດ.”
|
||
\v 16 ວິນຍານຊົ່ວທີ່ຢູ່ໃນຄົນນັ້ນກໍກະໂດດເຂົາໃສ່ພວກໝໍຜີ ແລະເອົາຊະນະພວກເຂົາໄດ້ແລະໂຈມຕີພວກເຂົາ. ແລ້ວພວກເຂົາກໍໜີອອກຈາກບ້ານນັ້ນໃນສະພາບເປືອຍກາຍ ແລະໄດ້ຮັບບາດເຈັບ.
|
||
\v 17 ເລື່ອງນີ້ເປັນທີ່ຮູ້ກັນທົ່ວທັງພວກຢິວ, ແລະ ພວກກຣີກທີ່ອາໄສຢູ່ໃນເມືອງເອເຟໂຊ. ພວກເຂົາກໍເກີດຄວາມເກງກວາເປັນຢ່າງຫລາຍ, ແລະ ພຣະນາມຂອງອົງພຣະເຢຊູເຈົ້າກໍໄດ້ຮັບການຍົກຍ້ອງສັນລະເສີນ.
|
||
|
||
\s5
|
||
\v 18 ພວກຜູ້ເຊື່ອຫລາຍຄົນກໍເຂົ້າມາສາລະພາບບາບ ແລະຍອມຮັບວ່າພວກເຂົາເຄີຍເຮັດສິ່ງທີ່ຊົ່ວຮ້າຍ.
|
||
\v 19 ມີຫລາຍຄົນທີ່ໃຊ້ເວດມົນຄາຖາໄດ້ເອົາຕຳລາຂອງຕົນມາເຜົາໄຟເສຍຕໍ່ຫນ້າຄົນທັງປວງ ຕຳລາເຫລົ່ານັ້ນຄິດລາຄາເປັນຫ້າໝື່ນຫລຽນ.
|
||
\v 20 ດັ່ງນັ້ນ ພຣະທັມຂອງພຣະເຈົ້າກໍແພ່ກະຈາຍກວ້າງອອກໄປດ້ວຍວິທີການທີ່ຊົງອານຸພາບ.
|
||
|
||
\s5
|
||
\v 21 ຫລັງຈາກທີ່ໂປໂລເຊັດສິ້ນງານພັນທະກິດທ່ານທີ່ເມືອງເອເຟໂຊ, ທ່ານຕັດສິນໃຈໃນພຣະວິນຍານທີ່ຈະເດີນທາງຜ່ານແຂວງມາເກໂດເນຍແລະແຂວງອະຂາຢາໄປຍັງນະຄອນເຢຣູຊາເລັມ; ທ່ານກ່າວວ່າ, "ຫລັງຈາກທີ່ຂ້າພະເຈົ້າໄປເຖິງທີນັ້ນແລ້ວ ຂ້າພະເຈົ້າຈະຕ້ອງໄປເຫັນກຸງໂຮມດ້ວຍ."
|
||
\v 22 ທ່ານຈິ່ງໃຊ້ຜູ້ຊ່ອຍຂອງຕົນສອງຄົນ ຄືຕີໂມທຽວກັບເອຣາຊະໂຕ ໄປຍັງແຂວງມາເກໂດເນຍ ຝ່າຍທ່ານເອງກໍຍັງພັກຢູ່ຊົ່ວໄລຍະໜຶ່ງທີ່ແຂວງອາເຊຍ.
|
||
|
||
\s5
|
||
\v 23 ໃນເວລານັ້ນ ໄດ້ເກີດເລື່ອງວຸ້ນວາຍຍິ່ງໃຫຍ່ ໃນເມືອງເອເຟໂຊທີ່ກ່ຽວຂ້ອງກັບທາງນັ້ນ.
|
||
\v 24 ດ້ວຍມີຄົນໜຶ່ງຊື່ເດເມທີໂອ ເປັນຊ່າງເງິນ ໄດ້ເອົາເງິນເຮັດຮູບວິຫານຂອງພະອາເຕມາເປັນເຫດໃຫ້ພວກຊ່າງໄດ້ມີງານຫລວງຫລາຍ.
|
||
\v 25 ເຂົາກ່າວວ່າ, "ທ່ານທັງຫລາຍ, ພວກທ່ານຮູ້ຢູ່ວ່າ ໃຫ້ການເຮັດກິດຈະການນີ້ ເຮັດໃຫ້ເຮົາໄດ້ເງິນຫລວງຫລາຍ."
|
||
|
||
\s5
|
||
\v 26 ແລະທ່ານທັງຫລາຍໄດ້ຮູ້ເຫັນຢູ່ວ່າບໍ່ແມ່ນຈຳເພາະໃນເມືອງເອເຟໂຊເມືອງດຽວ ແຕ່ເກືອບທົ່ວແຂວງອາເຊຍໂປໂລຜູ້ນີ້ໄດ້ຊັກຊວນຄົນຫລາຍສົມຄວນໃຫ້ຫລົງໄປ ໂດຍກ່າວວ່າ ‘ພະທີ່ສ້າງຂຶ້ນດ້ວຍມືມະນຸດນັ້ນ ບໍ່ແມ່ນພຣະເຈົ້າແທ້.’
|
||
\v 27 ເປັນໜ້າຢ້ານວ່າບໍ່ແມ່ນແຕ່ອາຊີບຂອງພວກເຮົາຈະເສຍຊື່ສຽງຢ່າງດຽວ ແຕ່ພຣະວິຫານກັບສະຖານທີ່ນະມັດສະການຂອງພະມະຫາອາເຕມາ ຈະຖືກໜິ່ນປະໝາດເໝືອນກັນ, ແລະ ພະນາງນັ້ນຊຶ່ງເປັນທີ່ນັບຖືຂອງບັນດາຊາວອາເຊຍກັບໝົດທັງໂລກຈະຕົກຕ່ຳຈົນສິ້ນສະຫງ່າລາສີ.”
|
||
|
||
\s5
|
||
\v 28 ເມື່ອພວກເຂົາໄດ້ຍິນຢ່າງນີ້, ພວກເຂົາກໍຄຽດແຄ້ນ ແລະຮ້ອງອອກມາວ່າ, "ເຈົ້າແມ່ໄດອານາຂອງຊາວເອເຟໂຊເປັນຜູ້ຍິ່ງໃຫຍ່."
|
||
\v 29 ແລ້ວໄດ້ເກີດອົນລະຫົນວຸ້ນວາຍຂຶ້ນທົ່ວທັງເມືອງ ເຂົາໄດ້ຈັບເອົາຄາໂຢກັບອາຣິດຕາໂຂຊາວມາເກໂດເນຍ ຜູ້ເປັນເພື່ອນເດີນທາງຮ່ວມກັບໂປໂລ ດຶງລາກແລ່ນເຂົ້າໄປໃນສະໜາມລະຄອນ.
|
||
|
||
\s5
|
||
\v 30 ໂປໂລຕ້ອງການເຂົ້າໄປໃນຝູງຊົນ, ແຕ່ພວກສາວົກບໍ່ຍອມໃຫ້ທ່ານໃຫ້ເຂົ້າໄປ.
|
||
\v 31 ແມ້ແຕ່ພວກເຈົ້າໜ້າທີ່ຂອງແຂວງເອເຊຍທີ່ເປັນໝູ່ຂອງທ່ານ ກໍໃຊ້ຄົນສົ່ງຂໍ້ຄວາມໄປອ້ອນວອນໂປໂລບໍ່ໃຫ້ເຂົ້າໄປໃນສະໜາມລະຄອນ.
|
||
\v 32 ບາງຄົນຮ້ອງວ່າແບບນີ້, ບາງຄົນຮ້ອງວ່າແບບນັ້ນພວກຝູງຊົນພາສັບສົນ. ຄົນສ່ວນຫລາຍຍັງບໍ່ຮູ້ນຳວ່າເປັນຫຍັງພວກເຂົາຈຶ່ງມາປະຊຸມກັນທີ່ນີ່.
|
||
|
||
\s5
|
||
\v 33 ມີລາງຄົນໃນພວກເຫລົ່ານັ້ນໄດ້ແນະນຳອາເລັກຊັນໂດຊຶ່ງເປັນຄົນທີ່ພວກຢິວໃຫ້ອອກໄປຂ້າງໜ້າ ອາເລັກຊັນໂດ, ຈິ່ງກວັກມືໝາຍຈະກ່າວແກ້ແທນຕໍ່ຫນ້າປະຊາຊົນ.
|
||
\v 34 ແຕ່ເມື່ອຄົນທັງຫລາຍໄດ້ຮູ້ວ່າເຂົາເປັນຊາວຢິວ, ພວກເຂົາກໍຮ້ອງເປັນສຽງດຽວກັນວ່າ, "ເຈົ້າແມ່ໄດອານາຂອງຊາວເອເຟໂຊເປັນຜູ້ຍິ່ງໃຫຍ່."
|
||
|
||
\s5
|
||
\v 35 ເມື່ອເລຂາທິການເທດສະບານໄດ້ໃຫ້ປະຊາຊົນງຽບລົງແລ້ວຈິ່ງກ່າວວ່າ, “ຊາວເອເຟໂຊທັງຫລາຍເອີຍ, ມີຜູ້ໃດນໍທີ່ບໍ່ຮູ້ວ່າ ຊາວເອເຟໂຊນີ້ເປັນຜູ້ຮັກສາດູແລວິຫານຂອງນາງພຣະມະຫາອາເຕມາ ແລະສິ່ງສັກສິດທີ່ຕົກມາຈາກຟ້າ?
|
||
\v 36 ບັດນີ້ດ້ວຍການທັງຫລາຍອັນຖຽງບໍ່ໄດ້ນີ້ ທ່ານທັງຫລາຍຄວນສະຫງົບລົງ ຢ່າເຮັດອັນໃດດ້ວຍຮິບຮ້ອນ.
|
||
\v 37 ດ້ວຍວ່າພວກທ່ານໄດ້ນຳເອົາຄົນເຫລົ່ານີ້ມາ ກໍບໍ່ແມ່ນເຂົາເປັນຄົນປຸ້ນວິຫານ ຫລືໝິ່ນປະໝາດເຈົ້າແມ່ຂອງພວກເຮົາ.
|
||
|
||
\s5
|
||
\v 38 ເພາະສະນັ້ນ, ຖ້າເດເມທິໂອແລະພວກຊ່າງຝີມືຢູ່ກັບເຂົາມີຂໍ້ກ່າວຫາກັບຄົນໃດ, ສານນີ້ກໍເປີດໃຫ້ ແລະມີຜູ້ພິພາກສາໃຫ້ພວກເຂົາໄປຟ້ອງຮ້ອງກັນເອງ.
|
||
\v 39 ແຕ່ຖ້າພວກທ່ານຍັງມີເລື່ອງອື່ນໆອີກ, ກໍຄວນຕົກລົງກັນໃນການປະຊຸມສາມັນ.
|
||
\v 40 ເພາະສິ່ງເຮົາທຳເປັນອັນຕະລາຍທີ່ຈະຖືກຟ້ອງຮ້ອງວ່າເປັນຜູ້ກ່ຽວຂ້ອງໃນການເຈລະຈາໃນວັນນີ້. ບໍ່ມີຂໍ້ອ້າງຫຍັງໃນຄວາມວຸ້ຍວາຍນີ້, ແລະເຮົາບໍ່ສາມາດອະທິບາຍໄດ້."
|
||
\v 41 ເມື່ອທ່ານກ່າວດັ່ງນັ້ນແລ້ວ, ທ່ານກໍໃຫ້ເລິກການຊຸມນຸມ.
|
||
|
||
\s5
|
||
\c 20
|
||
\cl ບົດທີ 20
|
||
\p
|
||
\v 1 ຫລັງຈາກຄວາມວຸ້ນວາຍໄດ້ສະຫງົບລົງແລ້ວ, ໂປໂລຈຶ່ງໃຊ້ຄົນໄປນຳພວກສາວົກມາແລະກ່າວຄຳໜູນໃຈພວກເຂົາ, ເມື່ອທ່ານກ່າວຄຳອຳລາພວກເຂົາແລ້ວ.
|
||
\v 2 ເມື່ອຜ່ານໄປແຂວງມາເກໂດເນຍ ທ່ານເດີນທາງຜ່ານເຂດແດນນັ້ນ, ກໍໄດ້ກ່າວໜູນໃຈຜູ້ເຊື່ອຢ່າງຫລວງຫລາຍ.
|
||
\v 3 ແລ້ວທ່ານກໍໄປຍັງປະເທດກຣີກ ແລະພັກຢູ່ບ່ອນນັ້ນສາມເດືອນ, ພວກຢິວໄດ້ວາງແຜນທຳຮ້າຍທ່ານໃນຂະນະທີ່ທ່ານຈະລົງເຮືອໄປຍັງແຂວງຊີເຣຍ, ດັ່ງນັ້ນທ່ານຈຶ່ງຕັດສິນໃຈກັບໄປທາງແຂວງມາເກໂດເນຍ.
|
||
|
||
\s5
|
||
\v 4 ພວກທີ່ເດີນທາງໄປແຂວງເອເຊຍກັບທ່ານຄືໂຊປາເຕ ຊາວເມືອງປີໂຣຈາກເບເຣຍ; ອາຣິດຕາໂຂແລະເຊກຸນໂດ ທັງສອງຄົນເປັນຜູ້ເຊື່ອຊາວເມືອງເດຣະເບ, ແລະຊາວເມືອງຕີຂີໂກ; ແລະຕີໂມທຽວ ແລະໂທຟີໂມຈາກແຂວງເອເຊຍ.
|
||
\v 5 ແຕ່ຄົນເຫລົ່ານີ້ໄດ້ເດີນທາງລ່ວງໜ້າໄປກ່ອນ ແລະກຳລັງຖ້າເຮົາຢູ່ທີ່ເມືອງໂທອາດ.
|
||
\v 6 ຫລັງຈາກເທດສະການຂະໜົມປັງບໍ່ມີເຊື້ອ, ເຮົາລົງເຮືອອອກຈາກເມືອງຟີລິບປອຍ ແລະ ໃນເວລາຫ້າວັນເຮົາກໍມາພົບພວກເຂົາທີ່ເມືອງໂທອາດ. ເຮົາໄດ້ພັກຢູ່ທີ່ນັ້ນເຈັດວັນ.
|
||
|
||
\s5
|
||
\v 7 ໃນວັນຕົ້ນສັບປະດາ, ເມື່ຶອເຮົາມາປະຊຸມຮ່ວມກັນເພື່ອເຮັດພິທີຫັກເຂົ້າຈີ່, ໂປໂລກໍເວົ້າກັບຜູ້ເຊື່ອເຫລົ່ານັ້ນ. ທ່ານຕັ້ງໃຈຈະອອກຈາກທີ່ນັ້ນໃນວັນຮຸ່ງຂຶ້ນ, ເພາະສະນັ້ນ ທ່ານຈຶ່ງເວົ້າຕໍ່ໄປຈົນທຽງຄືນ.
|
||
\v 8 ໃນຫ້ອງຊັ້ນເທິງທີ່ເຮົາປະຊຸມກັນນັ້ນມີຕະກຽງຫລາຍດວງ.
|
||
|
||
\s5
|
||
\v 9 ມີຊາຍໜຸ່ມຄົນໜຶ່ງຊື່ຢູຕີໂຂ, ນັ່ງຢູ່ປ່ອງຢ້ຽມໄດ້ເລີ້ມເຫງົານອນຂຶ້ນທຸກເທື່ອ. ໃນຂະນະທີ່ໂປໂລຍັງຄົງເວົ້າຍືດຍາວຕໍ່ໄປອີກ, ຊາຍໜຸ່ມຄົນນີ້ກໍຍັງຄົງລັບຢູ່, ແລະ ພັດຕົກລົງໄປຈາກຊັ້ນສາມ ແລະເມື່ອຍົກຂຶ້ນມາກໍ່ພົບວ່າຕາຍແລ້ວ.
|
||
\v 10 ແຕ່ເມື່ອໂປໂລລົງໄປທ່ານກໍກອດເຂົາໄວ້. ແລ້ວທ່ານກ່າວວ່າ, "ຢ່າໂສກເສົ້າໄປເລີຍ, ເພາະເຂົາຍັງມີຊີວິດຢູ່."
|
||
|
||
\s5
|
||
\v 11 ຄັນໂປໂລຂຶ້ນເມືອ ແລະຫັກເຂົ້າຈີ່ຮັບປະທານແລ້ວ ກໍສົນທະນາກັບເຂົາຕໍ່ໄປອີກດົນນານສົມຄວນຈົນເຖິງຮຸ່ງເຊົ້າ ແລ້ວທ່ານໄດ້ຈາກເຂົາໄປ.
|
||
\v 12 ແລ້ວເຂົາໄດ້ນຳເອົາຊາຍໜຸ່ມຜູ້ຍັງມີຊີວິດຢູ່ກັບໄປ ແລະ ໂດຍມີຄວາມຊົມຊຶ່ນຍິນດີຫລາຍ.
|
||
|
||
\s5
|
||
\v 13 ຝ່າຍພວກເຮົາໄດ້ລົງເຮືອກ່ອນຈິ່ງເດີນທາງນ້ຳໄປເຖິງເມືອງອາໂຊ ໝາຍໃຈວ່າຈະຮັບໂປໂລຂຶ້ນເຮືອທີ່ນັ້ນ, ດ້ວຍວ່າທ່ານເອງໄດ້ຈັດໄວ້ດັ່ງນັ້ນ, ເພາະທ່ານໝາຍໃຈວ່າຈະໄປທາງບົກ.
|
||
\v 14 ຄັນທ່ານພົບພວກເຮົາທີ່ເມືອງອາໂຊແລ້ວ, ພວກເຮົາກໍຮັບທ່ານຂຶ້ນເຮືອມາຍັງເມືອງມີເຕເລເນ.
|
||
|
||
\s5
|
||
\v 15 ຫລັງຈາກທີເຮົາອອກຈາກເຮືອທີ່ນັ້ນ ແລະວັນຕໍ່ມາກໍເຖິງຝັງຕົງຂ້າມເກາະຂີໂອ. ອີກວັນຕໍ່ມາ ເຮົາກໍມາເຖິງເມືອງມີເລໂຕເພາະໂປໂລຕັດສິນໃຈທີ່ຈະຜ່ານເມືອງເອເຟໂຊໄປ ເພື່ອທີ່ຈະບໍ່ເສຍເວລາໃນແຂວງເອເຊຍ.
|
||
\v 16 ດ້ວຍໂປໂລໄດ້ຕັ້ງໃຈວ່າຈະກາຍເມືອງເອເຟໂຊໄປເພື່ອບໍ່ໃຫ້ຄ້າງຢູ່ເຫິງໃນແຂວງອາເຊຍ; ເພາະທ່ານຟ້າວຢາກໃຫ້ເຖິງກຸງເຢຣູຊາເລັມຖ້າເປັນໄປໄດ້, ກໍໃຫ້ທັນວັນເທດສະການເພັນເຕຄໍສະເຕ.
|
||
|
||
\s5
|
||
\v 17 ໂປໂລຈຶ່ງສົ່ງຄົນເຫລົ່ານັ້ນຈາກເມືອງມີເລໂຕໄປຍັງເອເຟໂຊ ເພື່ອຮ້ອງບັນດາຜູ້ປົກຄອງຄຣິສຕະຈັກເຫລົ່ານັ້ນມາພົບທ່ານ.
|
||
\v 18 ເມື່ອພວກເຂົາມາພົບທ່ານແລ້ວ, ທ່ານຈຶ່ງກ່າວກັບພວກເຂົາວ່າ, "ພວກທ່ານເອງກໍຮູ້ດີວ່າ, ນັບຕັ້ງແຕ່ວັນແລກທີ່ຂ້ານ້ອຍໄດ້ຍ່າງເຂົ້າມາໃນແຂວງເອເຊຍ, ຂ້າພະເຈົ້າໄດ້ໃຊ້ເວລາຢູ່ກັບພວກທ່ານຢ່າງໃດ.
|
||
\v 19 ຂ້ານ້ອຍໄດ້ຮັກສາການຮັບໃຊ້ພຣະເຈົ້າດ້ວຍຄວາມຕໍ່າຕ້ອຍທີ່ສຸດ ແລະ ດ້ວຍນໍ້າຕາ, ແລະ ດ້ວຍຄວາມທຸກທໍລະມານທີ່ເກີດຂຶ້ນນຳຂ້ານ້ອຍເພາະຊາວຢິວ.
|
||
\v 20 ທ່ານຮູ້ດີວ່າເຮົາບໍ່ໄດ້ທໍ້ຖອຍຈາກການປະກາດແລະສັ່ງສອນພວກທ່ານ ໃນທີ່ປະຊຸມແລະຕາມບ້ານຕາມເຮືອນ.
|
||
\v 21 ທັງເຕືອນສະຕິຢ່າງໜັກແໜ້ນໃຫ້ພວກຢິວແລະ ພວກກຣີກ ເຖິງເລື່ອງການຖິ້ມໃຈເກົ່າເອົາໃຈໃໝ່ຈຳເພາະພຣະເຈົ້າ ແລະ ຄວາມເຊື່ອຈຳເພາະພຣະເຢຊູຄຣິດເຈົ້າຂອງພວກເຮົາ.
|
||
|
||
\s5
|
||
\v 22 ມາບັດນີ້, ພຣະວິນຍານບໍລິສຸດໄດ້ຊົງນຳຂ້າພະເຈົ້າ, ທີ່ຈະໄປຍັງນະຄອນເຢຣູຊາເລັມ ຊຶ່ງບໍ່ຮູ້ວ່າຈະມີຫຍັງເກີດຂຶ້ນກັບຂ້າພະເຈົ້າທີນັ້ນ.
|
||
\v 23 ເວັ້ນໄວ້ແຕ່ພຣະວິນຍານບໍລິສຸດຊົງເຕືອນສະຕິເຮົາໃນທຸກບ້ານທຸກເມືອງວ່າ ເຄື່ອງຜູກມັດແລະຄວາມທຸກລຳບາກຄອຍຖ້າເຮົາຢູ່.
|
||
\v 24 ແຕ່ເຮົາບໍ່ໄດ້ຖືວ່າຊີວິດຂອງເຮົາເປັນຂອງມີຄ່າແກ່ເຮົາຢ່າງໃດເພື່ອເຮົາຈະເຮັດໜ້າທີ່ຂອງເຮົາ, ແລະ ຈະໄດ້ປະຕິບັດງານທີ່ໄດ້ຮັບມອບໝາຍຈາກອົງພຣະຜູ້ເປັນເຈົ້າໃຫ້ສຳເລັດ ຄືທີ່ຈະເປັນພະຍານຢ່າງຄົບຖ້ວນເຖິງເລື່ອງຂ່າວປະເສີດກ່ຽວກັບພຣະຄຸນຂອງພຣະເຈົ້ານັ້ນ.
|
||
|
||
\s5
|
||
\v 25 ຂ້າພະເຈົ້າຮູ້ວ່າ, ພວກທ່ານທຸກຄົນທີ່ຂ້າພະເຈົ້າໄດ້ປະກາດລາດຊະອານາຈັກຂອງພຣະເຈົ້າ, ຈະບໍ່ໄດ້ເຫັນຂ້າພະເຈົ້າອີກ.
|
||
\v 26 ເພາະສະນັ້ນຂ້າພະເຈົ້າຈຶ່ງຢືນຢັນກັບພວກທ່ານໃນວັນນີ້ວ່າ, ຂ້າພະເຈົ້າບໍ່ມີຄວາມຜິດໃນຄວາມຕາຍຂອງຜູ້ໃດ.
|
||
\v 27 ດ້ວຍວ່າເຮົາບໍ່ໄດ້ທໍ້ຖອຍຈາກການປະກາດພຣະປະສົງຂອງພຣະເຈົ້າ ໃຫ້ພວກທ່ານຮູ້.
|
||
|
||
\s5
|
||
\v 28 ເພາະສະນັ້ນຈົງລະວັງທັງຕົວທ່ານເອງ, ແລະຝູງແກະທີ່ພຣະວິນຍານບໍລິສຸດຊົງຕັ້ງທ່ານໄວ້ໃຫ້ເປັນຜູ້ດູແລໃຫ້ດີ. ຈົ່ງລະວັງທີ່ຈະດູແລຄຣິດຕະຈັກຂອງພຣະເຈົ້າ, ທີ່ພຣະອົງຊົງຊື້ມາດ້ວຍພຣະໂລຫິດຂອງພຣະອົງ.
|
||
\v 29 ຂ້າພະເຈົ້າຮູ້ວ່າ ຫລັງຈາກທີ່ຂ້າພະເຈົ້າຈາກໄປແລ້ວ, ຈະມີຝູງໝາປ່າທີ່ດຸຮ້າຍເຂົ້າມາໃນພວກທ່ານ ແລະບໍ່ລະເວັ້ນຝູງແກະເລີຍ.
|
||
\v 30 ຂ້າພະເຈົ້າຮູ້ວ່າ ແມ້ແຕ່ໃນພວກທ່ານເອງ ກໍຈະມີບາງຄົນທີ່ກ່າວສິ່ງທີ່ເຮັດໃຫ້ເຂົາໄປ ເພື່ອຊັກຊວນພວກສາວົກໃຫ້ຫລົງຕາມພວກເຂົາໄປ.
|
||
|
||
\s5
|
||
\v 31 ເພາະສະນັ້ນຈົ່ງເຝົ້າລະວັງໃຫ້ດີ. ຈຳໄວ້ວ່າຂ້າພະເຈົ້າໄດ້ສັ່ງສອນທຸກຄົນດ້ວຍນ້ຳຕາທັງກາງວັນແລະກາງຄືນຕະຫລອດສາມປີບໍ່ມີຢຸດຢ່ອນ.
|
||
\v 32 ບັດນີ້ ຂ້າພະເຈົ້າຂໍມອບພວກທ່ານໄວ້ກັບພຣະເຈົ້າແລະພຣະທັມແຫ່ງພຣະຄຸນຂອງພຣະອົງ, ທີ່ສາມາດກໍ່ສ້າງທ່ານຂຶ້ນໄດ້ ແລະໃຫ້ທ່ານເປັນຜູ້ຮັບມໍລະດົກທ່າມກາງຄົນເຫລົ່ານັ້ນ ທີ່ຖວາຍຕົນແດ່ພຣະເຈົ້າ.
|
||
|
||
\s5
|
||
\v 33 ຂ້າພະເຈົ້າບໍ່ໄດ້ໂລບເອົາເງິນ, ທອງ, ຫລື ເສື້ອຜ້າຂອງໃຜເລີຍ.
|
||
\v 34 ພວກທ່ານເອງກໍຮູ້ວ່າ ມືທັງສອງຂອງຂ້າພະເຈົ້າ ໄດ້ຈັດຫາສິ່ງຈຳເປັນສຳລັບຕົນເອງ ແລະ ສຳຫລັບພວກຄົນທີ່ຢູ່ກັບຂ້າພະເຈົ້າ.
|
||
\v 35 ຂ້າພະເຈົ້າໄດ້ວາງແບບຢ່າງໃຫ້ທ່ານໃນທຸກເລື່ອງແລ້ວ, ໃນການທີ່ຈະຊ່ວຍຄົນທີ່ອ່ອນແອດ້ວຍການເຮັດວຽກ, ແລະທ່ານຄວນຈະລະລຶກເຖິງພຣະທັມຂອງພຣະອົງພຣະເຢຊູເຈົ້າ, ຕາມທີ່ພຣະອົງກ່າວວ່າ, "ການໃຫ້ເປັນເຫດໃຫ້ມີຄວາມສຸກ ກວ່າການຮັບ."
|
||
|
||
\s5
|
||
\v 36 ຫລັງຈາກທີ່ເພິ່ນໄດ້ກ່າວເຊັ່ນນີ້ແລ້ວ, ເພິ່ນກໍຄຸເຂົ່າລົງອະທິຖານຮ່ວມກັບພວກເຂົາທຸກຄົນ.
|
||
\v 37 ພວກເຂົາຮ້ອງໄຫ້ຢ່າງໜັກ ແລະກອດຄໍໂປໂລແລະຈູບເພິ່ນ.
|
||
\v 38 ພວກເຂົາໂສກເສົ້າຢ່າງທີສຸດ ເພາະຖ້ອຍຄຳທີ່ເພິ່ນໄດ້ກ່າວ, ພວກເຂົາຈະບໍ່ໄດ້ເຫັນໜ້າທ່ານອີກ. ແລ້ວພວກເຂົາກໍພາທ່ານໄປສົ່ງທີ່ເຮືອ.
|
||
|
||
\s5
|
||
\c 21
|
||
\cl ບົດທີ 21
|
||
\p
|
||
\v 1 ເມື່ອພວກເຮົາລາຈາກພວກເຂົາແລ້ວກໍລົງເຮືອໄປ, ພວກເຮົາໄດ້ເດີນທາງໄປຍັງເມືອງໂກດ, ແລະ ຕື່ນເຊົ້າກໍມາເຖິງເມືອງໂຣໂດ ແລະ ຈາກທີ່ນັ້ນເຮົາກໍໄປຍັງເມືອງປາຕາຣາ.
|
||
\v 2 ເມື່ອເຮົາພົບເຮືອລຳໜຶ່ງກຳລັງຈະໄປເມືອງຟິນີເຊຍເຮົາຈຶ່ງລົງເຮືອລຳນັ້ນແລ່ນອອກໄປ.
|
||
|
||
\s5
|
||
\v 3 ພາຍຫລັງຫລຽວເຫັນໄຊປຣັດແລ້ວ, ເຮົາກໍຜ່ານເກາະນັ້ນໄປທາງຊ້າຍ, ພວກເຮົາໄດ້ລ່ອງເຮືອໄປຍັງແຂວງຊີເຣຍ ແລະ ໄດ້ຈອດເຮືອທີ່ທ່າເມືອງຕີເຣ, ເພາະເຮືອຕ້ອງເອົາຂອງທີ່ບັນທຸກມາຂຶ້ນທ່າທີ່ນັ້ນ.
|
||
\v 4 ຫລັງຈາກທີ່ເຮົາຫາພວກສາວົກທີ່ນັ້ນພົບແລ້ວ ເຮົາກໍພັກຢູ່ທີ່ນັ້ນເຈັດວັນ. ພວກສາວົກເຫລົ່ານີ້ໄດ້ກາ່ວກັບເປໂຕໂດຍພຣະວິນຍານບໍ່ໃຫ້ຂຶ້ນໄປຍັງກຸງເຢຣູຊາເລັມ.
|
||
|
||
\s5
|
||
\v 5 ຫລັງຈາກທີ່ເຮົາຢູ່ທີ່ນັ້ນຫລາຍວັນ, ແລ້ວພວກເຮົາກໍອອກເດີນທາງໄປ, ແລະ ບັນດາພວກສາວົກ ພ້ອມກັບພັນລະຍາ ແລະລູກກໍຕາມມາສົ່ງເຮົາຈົນເຮົາອອກໄປຈາກເມືອງນັ້ນ. ແລ້ວພວກເຮົາກໍຄຸເຂົ່າລົງອະທິຖານທີ່ຊາຍຫາດ,
|
||
\v 6 ແລະກ່າວອຳລາຊຶ່ງກັນ ແລະ ກັນ, ພວກເຮົາກໍລົງເຮືອເດີນທາງຕໍ່, ແລະ ພວກເຂົາກໍເດີນທາງກັບບ້ານ.
|
||
|
||
\s5
|
||
\v 7 ເມື່ອແລ່ນເຮືອຈາກເມືອງຕີເຣແລ້ວ, ພວກເຮົາໄດ້ມາເຖິງເມືອງປະໂຕເລມາຍ. ເຮົາຈຶ່ງໄປຄຳນັບທັກທາຍພີ່ນ້ອງທີ່ນັ້ນ ແລະ ພັກຢູ່ກັບພວກເຂົາວັນໜຶ່ງ.
|
||
\v 8 ໃນເຊົ້າວັນໃໝ່ພວກເຮົາກໍຈາກໄປ ແລະ ໄປຍັງເມືອງກາຍຊາເຣຍ. ພວກເຮົາເຂົ້າໄປໃນເຮືອນຂອງຟິລິບຜູ້ປະກາດຂ່າວປະເສີດຊຶ່ງເປັນໜຶ່ງໃນເຈັດຄົນນັ້ນ ແລະ ພວກເຮົາກໍພັກຢູ່ກັບເຂົາ.
|
||
\v 9 ຕອນນີ້ຟິລິບມີລູກສາວສີ່ຄົນທີ່ຍັງເປັນຍິງພົມມະຈາລີ ເປັນຜູ້ປະກາດພຣະວັດຈະນະທັມ.
|
||
|
||
\s5
|
||
\v 10 ເມື່ອເຮົາພັກຢູ່ທີ່ນັ້ນຫລາຍວັນແລ້ວ ມີຜູ້ທຳນວຍຜູ້ໜຶ່ງຊື່ວ່າອາຄະໂບລົງມາຈາກແຂວງຢູດາຍ.
|
||
\v 11 ເຂົາໄດ້ມາຫາພວກເຮົາແລ້ວເອົາເຂັມຂັດຂອງໂປໂລໄປມັດມືແລະຕີນຂອງເຂົາດ້ວຍເຂັມຂັດນັ້ນແລ້ວກ່າວວ່າ, "ພຣະວິນຍານບໍຣິສຸດເຈົ້າກ່າວວ່າ, 'ພວກຢິວໃນກຸງເຢຣູຊາເລັມຈະຜູກມັດຄົນທີ່ເປັນເຈົ້າຂອງເຂັມຂັດນີ້, ແລ້ວພວກເຂົາຈະສົ່ງມອບທ່ານໄວ້ໃນມືຂອງພວກຕ່າງຊາດ."
|
||
|
||
\s5
|
||
\v 12 ເມື່ອພວກເຮົາໄດ້ຍິນເລື່ອງນີ້ເຮົາ, ຮ່ວມກັບພວກຄົນທີ່ຢູ່ທີ່ນັ້ນກໍອ້ອນວອນໂປໂລບໍ່ໃຫ້ຂຶ້ນໄປຍັງກຸງເຢຣູຊາເລັມ.
|
||
\v 13 ໂປໂລຈຶ່ງຕອບວ່າ, "ພວກທ່ານກຳລັງເຮັດຫຍັງ? ດ້ວຍການຮ້ອງໄຫ້ ແລະ ເຮັດໃຫ້ຂ້າພະເຈົ້າຊຳ້ໃຈ? ເມື່ອຂ້າພະເຈົ້າພ້ອມແລ້ວ, ບໍ່ພຽງແຕ່ຈະຖືກມັດ, ແຕ່ເຖິງແມ່ນຈະຕາຍຢູ່ທີ່ກຸງເຢຣູຊາເລັມ ໂດຍເພາະພຣະນາມຂອງພຣະເຢຊູເຈົ້າ.
|
||
\v 14 ເມື່ອໂປໂລບໍ່ຍອມຟັງຄຳຂໍຮ້ອງພວກເຂົາຈຶ່ງຢຸດ ບໍ່ພະຍາຍາມທີ່ຈະເວົ້າອີກ ແລ້ວກ່າວວ່າ, "ຂໍໃຫ້ເປັນໄປຕາມນໍ້າພຣະໄທຂອງອົງພຣະຜູ້ເປັນເຈົ້າເຖີດ."
|
||
|
||
\s5
|
||
\v 15 ຫລັງຈາກມື້ນັ້ນ, ພວກເຮົາກໍເກັບເອົາສິ່ງຂອງແລ້ວຂຶ້ນໄປຍັງກຸງເຢຣູຊາເລັມ.
|
||
\v 16 ມີສາວົກບາງຄົນຈາກເມືອງກາຍຊາເຣຍໄປກັບເຮົາດ້ວຍ. ພວກເຂົາພາເຮົາໄປຫາຊາຍຄົນໜຶ່ງຊື່ມານາໂຊນ, ຊາວເກາະໄຊປຣັດ, ທີ່ເປັນສາວົກໃນຊ່ວງທຳອິດ, ໂດຍໃຫ້ເຮົາອາໄສຢູ່ກັບເຂົາ.
|
||
|
||
\s5
|
||
\v 17 ເມື່ອພວກເຮົາມາເຖິງກຸງເຢຣູຊາເລັມແລ້ວ ພວກອ້າຍນ້ອງກໍໄດ້ມາຕ້ອນຮັບເຮົາດ້ວຍຄວາມຍິນດີ.
|
||
\v 18 ຕື່ນເຊົ້າມາໂປໂລກັບພວກເຮົາກໍໄປຫາຢາໂກໂບ, ແລະພວກຜູ້ອາວຸດໂສທຸກຄົນຢູ່ທີ່ນັ້ນ.
|
||
\v 19 ເມື່ອເພິ່ນໄດ້ທັກທາຍພວກເຂົາແລ້ວ, ເພິ່ນກໍໄດ້ລາຍງານແຕ່ລະຄົນ ໃນສິ່ງທີ່ພຣະເຈົ້າໄດ້ຊົງກະທຳໃນທ່າມກາງຄົນຕ່າງຊາດ ຜ່ານວຽກງານຮັບໃຊ້ຂອງພຣະອົງ.
|
||
|
||
\s5
|
||
\v 20 ເມື່ອພວກເຂົາໄດ້ຍິນເລື່ອງນີ້, ພວກເຂົາກໍໄດ້ສັນລະເສີນພຣະເຈົ້າ ແລະ ພວກເຂົາກ່າວກັບໂປໂລວ່າ, "ອ້າຍເອີຍ, ທ່ານເຫັນແລ້ວວ່າມີພວກຢິວຫລາຍພັນຄົນທີ່ເຊື່ອໃນທ່າມກາງຊາວຢິວ. ພວກເຂົາທຸກຄົນມີຄວາມໝຸ້ງໝັ້ນໃນການຖືຮັກສາກົດບັນຍັດ.
|
||
\v 21 ພວກເຂົາໄດ້ຮັບຄຳບອກກຽ່ວກັບທ່ານ, ວ່າທ່ານສັ່ງສອນໃຫ້ພວກຢິວທັງໝົດທີ່ອາໄສຢູ່ໃນໝູ່ຄົນຕ່າງຊາດໃຫ້ປະຖິ້ມກົດບັນຍັດຂອງໂມເຊ, ແລະ ບອກພວກເຂົາບໍ່ຕ້ອງໃຫ້ລູກຂອງຕົນເຂົ້າພິທີຕັດ, ແລະ ບໍ່ຕ້ອງທຳຕາມທຳນຽມດັ້ງເດີມ.
|
||
|
||
\s5
|
||
\v 22 ພວກເຮົາຄວນຈະເຮັດຢ່າງໃດໃນເລື່ອງນີ້? ພວກເຂົາຄົງຈະຮູ້ຂ່າວວ່າທ່ານມາ.
|
||
\v 23 ເພາະສະນັ້ນເຮົາຈະບອກທ່ານວ່າຕອນນີ້ເຮົາມີສີ່ຄົນທີ່ໃຫ້ຄຳປະຕິຍານຕົວໄວ້.
|
||
\v 24 ທ່ານຈົ່ງພາຄົນເຫລົ່ານັ້ນໄປ ແລະ ເຮັດພິທີຊຳລະຕົວທ່ານຮ່ວມກັບພວກເຂົາ, ແລະ ຈ່າຍຄ່າທຳນຽມໃຫ້ແກ່ພວກເຂົາດ້ວຍ, ເພື່ອໃຫ້ພວກເຂົາສາມາດແຖຫົວໄດ້. ເພື່ອທີ່ທຸກຄົນຈະໄດ້ຮູ້ວ່າເລື່ອງລາວຕ່າງໆທີ່ໄດ້ຍິນກ່ຽວກັບທ່ານເປັນຄວາມບໍ່ຈິງ ແລະ ໄດ້ຮູ້ວ່າພວກທ່ານກໍປະຕິບັດຕາມກົດບັນຍັດເຊັ່ນກັນ.
|
||
|
||
\s5
|
||
\v 25 ສ່ວນພວກຕ່າງຊາດທີ່ເຊື່ອນັ້ນເຮົາກໍໄດ້ຂຽນຈົດໝາຍຄຳສັ່ງໃຫ້ພວກເຂົາງົດເວັ້ນຈາກການກິນອາຫານທີ່ບູຊາຮູບເຄົາຣົບ, ງົດຈາກການກິນເລືອດ, ງົດຈາກການກິນເນື້ອສັດທີ່ຖືກຮັດຄໍຕາຍ ແລະ ຫລີກເວັ້ນຈາກການຜິດສິນລະທຳທາງເພດ."
|
||
\v 26 ແລ້ວໂປໂລຈຶ່ງພາຄົນເຫລົ່ານັ້ນໄປ ແລະ ວັນຕໍ່ມາກໍເຮັດພິທີຊຳລະຕົນເອງດ້ວຍກັນກັບພວກເຂົາແລ້ວຈຶ່ງເຂົ້າໄປໃນພຣະວິຫານ, ປະກາດກຳນົດວັນພິທີການຊຳລະຕົວຈົນກວ່າພວກເຂົາຈະຖວາຍເຄື່ອງບູຊາໃຫ້ແກ່ໝົດທຸກຄົນ.
|
||
|
||
\s5
|
||
\v 27 ເມື່ອໃກ້ຄົບເຈັດວັນແລ້ວ, ພວກຢິວທີ່ມາຈາກແຄວ້ນເອເຊຍ, ໄດ້ຫລຽວເຫັນໂປໂລໃນພຣະວິຫານ, ແລະ ພວກເຂົາຍຸຍົງປະຊາຊົນໃຫ້ຕໍ່ຕ້ານ ແລະຈັບໂປໂລ.
|
||
\v 28 ພວກເຂົາຮ້ອງຂຶ້ນວ່າ, "ຊົນຊາດອິດສະຣະເອນເອີຍ, ຈົ່ງຊ່ວຍພວກເຮົາເຖີດ. ຊາຍຄົນນີ້ໄດ້ສອນທຸກຄົນໃນທຸກແຫ່ງໃຫ້ເປັນສັດຕູຕໍ່ຊົນຊາດເຮົາຕໍ່ກົດບັນຍັດຂອງໂມເຊ ແລະ ໃນພຣະວິຫານນີ້. ນອກຈາກນີ້, ເຂົາຍັງພາຄົນກຣີກເຂົ້າມາໃນພຣະວິຫານຊຶ່ງເຮັດໃຫ້ສະຖານທີ່ບໍຣິສຸດແຫ່ງນີ້ເປັນມົນທິນ."
|
||
\v 29 ເພາະກ່ອນໜ້ານີ້ຄົນພວກນັ້ນໄດ້ເຫັນໂທຟີໂມຢູ່ກັບໂປໂລໃນເມືອງນັ້ນ ແລະ ພວກເຂົາຈຶ່ງຄິດວ່າໂປໂລພາຄົນນັ້ນເຂົ້າມາໃນໃນພຣະວິຫານ.
|
||
|
||
\s5
|
||
\v 30 ຄົນທັງເມືອງກໍເກີດອົນລະວົນ, ແລະ ປະຊາຊົນກໍແລ່ນເຂົ້າໄປ ແລະ ຈັບໂປໂລ. ພວກເຂົາດຶງລາກເພິ່ນອອກຈາກພຣະວິຫານແລ້ວກໍປິດປະຕູທັນທີ.
|
||
\v 31 ຂະນະທີ່ພວກເຂົາກຳລັງຈະຂ້າເພິ່ນ, ຂ່າວກໍໄດ້ມາເຖິງນາຍພົນທະຫານ ວ່າທັງເມືອງເຢຣູຊາເລັມແມ່ນເກີດຄວາມສັບສົນວຸ້ນວາຍ.
|
||
|
||
\s5
|
||
\v 32 ທ່ານຈຶ່ງນຳພວກທະຫານ ແລະ ບັນດານາຍຮ້ອຍແລ່ນໄປຫາປະຊາຊົນທັນທີ. ເມື່ອປະຊາຊົນເຫັນນາຍພັນມາພ້ອມພວກທະຫານພວກເຂົາກໍຢຸດຕີໂປໂລ.
|
||
\v 33 ຫລັງຈາກນັ້ນ ນາຍພົນກໍໄດ້ໄປເຖິງ ແລະ ສັ່ງໃຫ້ຈັບໂຕເພິ່ນດ້ວຍລ່າມໂສ້ສອງເສັ້ນ. ແລ້ວເຂົາກໍຖາມວ່າຜູ້ນີ້ແມ່ນໃຜ ແລະ ລາວໄດ້ເຮັດຫຍັງ.
|
||
|
||
\s5
|
||
\v 34 ບາງຄົນໃນປະຊາຊົນນັ້ນຕ່າງກໍຮ້ອງຂຶ້ນວ່າຢ່າງນີ້ ແລະ ບາງຄົນວ່າຢ່າງນັ້ນ. ເມື່ອນາຍພົນບໍ່ສາມາດຮູ້ເລື່ອງອັນໃດໄດ້ເພາະສຽງເຫລົ່ານັ້ນທ່ານຈຶ່ງສັ່ງໃຫ້ພາໂປໂລເຂົ້າໄປໃນທີ່ໝັ້ນ.
|
||
\v 35 ເມື່ອທ່ານໄດ້ມາເຖິງຂັນໃດແລ້ວ, ພວກທະຫານກໍແບກທ່ານໄປເນື່ອງຈາກຄວາມຮຸນແຮງຂອງປະຊາຊົນ.
|
||
\v 36 ເພາະປະຊາຊົນໄດ້ຕິດຕາມໄປແລະ ຮ້ອງຂຶ້ນວ່າ, "ຂ້າມັນເສຍ!"
|
||
|
||
\s5
|
||
\v 37 ເມື່ອໂປໂລຖືກນຳຕົວມາຍັງທີ່ກົມທະຫານ, ແລ້ວທ່ານຈຶ່ງກ່າວກັບນາຍພົນວ່າ, "ຂໍໃຫ້ຂ້າພະເຈົ້າເວົ້າບາງສິ່ງກັບທ່ານໄດ້ບໍ?" ນາຍພົນຈຶ່ງຖາມວ່າ, "ເຈົ້າເວົ້າພາສາກຣີກໄດ້ບໍ?
|
||
\v 38 ເຈົ້າບໍ່ແມ່ນຄົນເອຢິບ, ຜູ້ທີ່ກໍ່ການກະບົດຄາວກ່ອນ ແລະ ໄດ້ນໍາພາພວກຜູ້ກໍ່ການຮ້າຍສີ່ພັນຄົນເຂົ້າໄປໃນຖິ່ນທຸລະກັນດານບໍ?"
|
||
|
||
\s5
|
||
\v 39 ໂປໂລຕອບວ່າ "ຂ້າພະເຈົ້າເປັນຊາວຢິວ, ທີ່ມາຈາກເມືອງຕາໂຊໃນແຂວງກີລີເກຍ. ຂ້າພະເຈົ້າເປັນພົນລະເມືອງຂອງເມືອງໜຶ່ງທີ່ສຳຄັນນີ້. ຂ້າພະເຈົ້າຂໍອະນຸຍາດທ່ານເວົ້າກັບປະຊາຊົນແດ່ທ້ອນ."
|
||
\v 40 ໂປໂລຈຶ່ງຢືນຂຶ້ນເທິງຂັ້ນໃດ ແລະ ໂບກມືໃຫ້ກັບປະຊາຊົນ. ເມື່ອນັ້ນກໍງຽບສະຫງົບລົງ, ແລ້ວເພິ່ນຈຶ່ງກ່າວກັບພວກເຂົາເປັນພາສາເຮັບເຣີວ່າ,
|
||
|
||
\s5
|
||
\c 22
|
||
\cl ບົດທີ 22
|
||
\p
|
||
\v 1 "ອ້າຍນ້ອງ ແລະ ບັນພະບຸຣຸດທັງຫລາຍ, ຂໍຟັງຄຳໃຫ້ການຂອງຂ້າພະເຈົ້າ ທີ່ຂ້າພະເຈົ້າຈະກ່າວແກ່ທ່ານທັງຫລາຍ."
|
||
\v 2 ເມື່ອປະຊາຊົນໄດ້ຍິນໂປໂລເວົ້າກັບພວກເຂົາເປັນພາສາເຮັບເຣີ, ພວກເຂົາກໍເລີ້ມງຽບສຽງລົງກວ່າເກົ່າ. ເພິ່ນກ່າວວ່າ,
|
||
|
||
\s5
|
||
\v 3 "ຂ້າພະເຈົ້າເປັນຊາວຢິວ, ເກີດທີ່ເມືອງຕາໂຊໃນແຂວງກີລີເກຍ, ແຕ່ໄດ້ຮັບການສຶກສາໃນເມືອງນີ້ເຄີຍເປັນລູກສິດຂອງຄາມາລິເອນ. ຂ້າພະເຈົ້າໄດ້ຮັບການສັ່ງສອນຢ່າງເຄັ່ງຄັດຕາມກົດບັນຍັດຂອງບັນພະບຸລຸດຂອງເຮົາຂ້າພະເຈົ້າຫວງແຫນພຣະເຈົ້າເຊັ່ນດຽວກັບພວກທ່ານໃນວັນນີ້.
|
||
\v 4 ຂ້າພະເຈົ້າໄດ້ຂົ່ມເຫັງພວກທີ່ຖືທາງນີ້ຈົນເຖິງຕາຍ, ຂ້າພະເຈົ້າໄດ້ຜູກມັດທັງຊາຍ ແລະ ຍິງ ແລະ ສົ່ງພວກເຂົາໄວ້ໃນຄຸກ,
|
||
\v 5 ມະຫາປະໂລຫິດ ແລະ ພວກຜູ້ອາວຸດໂສທຸກຄົນສາມາດເປັນພະຍານໄດ້ ວ່າຂ້າພະເຈົ້າໄດ້ຮັບຈົດໝາຍຈາກພວກເຂົາສຳລັບພີ່ນ້ອງໃນເມືອງດາມັສກັດ, ແລະ ໃຫ້ຂ້າພະເຈົ້າເດີນທາງໄປທີ່ນັ້ນຂ້າພະເຈົ້ານຳຜູ້ທີ່ຖືໃນທາງນີ້ກັບມາຍັງກຸງເຢຣູຊາເລັມເພື່ອຮັບການລົງໂທດ.
|
||
|
||
\s5
|
||
\v 6 ມີເຫດການເກີດຂຶ້ນຂະນະທີ່ຂ້າພະເຈົ້ກຳລັງເດີນທາງ ແລະ ເມື່ອໃກ້ເຖິງເມືອງດາມັສກັດ, ປະມານທ່ຽງວັນທັນໃດນັ້ນມີແສງກ້າຈາກສະຫວັນສ່ອງແສງຢູ່ລອບຕົວຂ້າພະເຈົ້າ.
|
||
\v 7 ຂ້າພະເຈົ້າລົ້ມລົງກັບພື້ນ ແລະ ໄດ້ຍິນສຽງໜຶ່ງເວົ້າກັບຂ້າພະເຈົ້າວ່າ, ' ໂຊໂລ, ໂຊໂລເອີຍ, ເຈົ້າຂົ່ມເຫັງເຮົາເຮັດຫຍັງ?'
|
||
\v 8 ຂ້າພະເຈົ້າຕອບວ່າ, 'ພຣະອົງເຈົ້າເປັນຜູ້ໃດ?' ພຣະອົງຊົງກ່າວແກ່ຂ້າພະເຈົ້າວ່າ, 'ເຮົາຄືເຢຊູຊາວນາຊາເຣັດ, ຜູ້ທີ່ເຈົ້າກຳລັງຂົ່ມເຫັງ.'
|
||
|
||
\s5
|
||
\v 9 ບັນດາຜູ້ທີ່ຢູ່ກັບຂ້າພະເຈົ້າໄດ້ເຫັນແສງສະຫວ່າງນັ້ນ, ແຕ່ພວກເຂົາບໍ່ເຂົ້າໃຈສຽງຂອງພຣະອົງຜູ້ທີ່ກ່າວກັບຂ້າພະເຈົ້າ,
|
||
\v 10 ຂ້າພະເຈົ້າກ່າວວ່າ, 'ພຣະຜູ້ເປັນເຈົ້າ, ຂ້າພະອົງຄວນຈະເຮັດຢ່າງໃດ? ອົງພຣະຜູ້ເປັນເຈົ້າກ່າວກັບຂ້າພະເຈົ້າວ່າ 'ຈົ່ງລຸກຂຶ້ນ ແລະ ເຂົ້າໄປໃນເມືອງດາມັສກັດ; ທີ່ນັ້ນຈະມີຄົນບອກທຸກສິ່ງທີ່ເຈົ້າຕ້ອງທຳ'
|
||
\v 11 ຂ້າພະເຈົ້າບໍ່ສາມາດເບິ່ງເຫັນໄດ້ເນື່ຶອງຈາກຄວາມສະຫວ່າງຂອງແສງນັ້ນ, ດັ່ງນັ້ນຜູ້ທີ່ຢູ່ກັບຂ້າພະເຈົ້າໄດ້ຈູງມືຂ້າພະເຈົ້າເຂົ້າໄປໃນເມືອງດາມັສກັດ.
|
||
|
||
\s5
|
||
\v 12 ທີ່ນັ້ນຂ້າພຣະເຈົ້າໄດ້ພົບກັບຊາຍຄົນໜຶ່ງຊື່ອານາເນຍ, ເປັນຄົນສັດທາຕາມກົດບັນຍັດ ແລະມີຊື່ສຽງດີໃນໝູ່ຊາວຢິວທີ່ອາໄສຢູ່ທີ່ນັ້ນ.
|
||
\v 13 ເຂົາມາຫາຂ້າພະເຈົ້າ, ຢືນຢູ່ຂ້າງຂ້າພະເຈົ້າ ແລະ ເວົ້າວ່າ 'ອ້າຍໂຊໂລເອີຍ, ທ່ານຈົ່ງເຫັນເຖີດ.' ໃນທັນໃດນັ້ນຂ້າພະເຈົ້າກໍເບິ່ງເຫັນເຂົາ.
|
||
|
||
\s5
|
||
\v 14 ແລ້ວເຂົາກໍເວົ້າວ່າ, 'ພຣະເຈົ້າຂອງບັນພະບຸລຸດຂອງເຮົາໄດ້ເລືອກທ່ານໃຫ້ຮູ້ປະສົງຂອງພຣະອົງ, ເພື່ອທີ່ຈະເຫັນພຣະອົງຜູ້ຊອບທັມ, ແລະ ໄດ້ຍິນສຽງທີ່ມາຈາກພຣະໂອດຂອງພຣະອົງ.
|
||
\v 15 ເພາະທ່ານຈະເປັນພະຍານຝ່າຍພຣະອົງຕໍ່ທຸກຄົນຖິງສິ່ງທີ່ທ່ານໄດ້ເຫັນ ແລະໄດ້ຍິນ.
|
||
\v 16 ແລະ ບັດນີ້ເຫດໃດທ່ານຈຶ່ງລໍຖ້າຢູ່? ຈົ່ງລຸກຂຶ້ນ, ຮັບບັບຕິສະມາ ແລະ ຊຳລະຄວາມຜິດບາບຂອງທ່ານ, ດ້ວຍການເອີ້ນອອກພຣະນາມຂອງພຣະອົງ.'
|
||
|
||
\s5
|
||
\v 17 ຫລັງຈາກທີ່ຂ້າພຣະເຈົ້າກັບໄປກຸງເຢຣູຊາເລັມ, ແລະ ໃນຂະນະທີ່ຂ້າພະເຈົ້າກຳລັງອະທິຖານໃນພຣະວິຫານ, ມີສິ່ງເກີດຂຶ້ນຄືຂ້າພະເຈົ້າໄດ້ຮັບນິມິດ.
|
||
\v 18 ຂ້າພະເຈົ້າໄດ້ເຫັນພຣະອົງກ່າວກັບຂ້າພະເຈົ້າວ່າ 'ຈົ່ງຮີບອອກຈາກກຸງເຢຣູຊາເລັມໂດຍໄວ, ເພາະພວກເຂົາຈະບໍ່ຍອມຮັບຄຳພະຍານຂອງເຈົ້າກ່ຽວກັບເຮົາ.'
|
||
|
||
\s5
|
||
\v 19 ຂ້າພຣະເຈົ້າຈຶ່ງເວົ້າວ່າ 'ພຣະຜູ້ເປັນເຈົ້າ, ພວກເຂົາເອງກໍຮູ້ວ່າຂ້າພະເຈົ້າໄດ້ຈອງຈຳ ແລະຂ້ຽນຕີຜູ້ທີ່ເຊື່ອໃນພຣະອົງໃນທຳມະສາລາທຸກແຫ່ງ.
|
||
\v 20 ເມື່ອໂລຫິດຂອງຊະເຕຟາໂນທີເປັນພະຍານຂອງພຣະອົງໄດ້ລົ້ມລົງ, ຂ້າພະເຈົ້າກໍຢືນຢູ່ໃກ້ໆ ແລະ ເຫັນຊອບ, ແລະ ຂ້າພະເຈົ້າໄດ້ເຝົ້າເສື້ອຜ້າຂອງຜູ້ທີ່ຂ້າເຂົາ.'
|
||
\v 21 ແຕ່ພຣະອົງຕັດກັບຂ້າພະເຈົ້າວ່າ 'ຈົ່ງອອກໄປ, ເພາະເຮົາຈະສົ່ງເຈົ້າໃຫ້ໄປໄກ ໄປຫາຄົນຕ່າງຊາດ. '"
|
||
|
||
\s5
|
||
\v 22 ພວກປະຊາຊົນຍອມຟັງ ໃຫ້ເຂົາກ່າວໃນຈຸດນີ້. ແຕ່ແລ້ວພວກເຂົາກໍຮ້ອງວ່າ "ເອົາຄົນເຊັ່ນນີ້ອອກໄປຈາກແຜ່ນດິນໂລກ, ເພາະເຂົາບໍ່ສົມຄວນທີ່ຈະມີຊີວິດຢູ່."
|
||
\v 23 ຂະນະທີ່ພວກເຂົາຮ້ອງກໍໂຍນເສື້ອຄຸມຂອງພວກເຂົາ ແລະ ໂຍນຝຸ່ນລະອອງຂຶ້ນໄປໃນອາກາດ,
|
||
\v 24 ນາຍພົນທະຫານຈຶ່ງສັ່ງໃຫ້ນຳໂປໂລເຂົ້າມາໃນປ້ອມທະຫານ. ເຂົາສັ່ງວ່າເຂົາຄວນຈະຖືກສອບສວນດ້ວຍການຂ້ຽນຕີ, ເພື່ອໃຫ້ເຂົາຈະໄດ້ຮູ້ວ່າເປັນຫຍັງພວກເຂົາຈຶ່ງຕໍ່ຕ້ານເຂົາເຊັ່ນນັ້ນ.
|
||
|
||
\s5
|
||
\v 25 ເມື່ອພວກເຂົາເອົາເຊືອກໜັງມັດໂປໂລ, ໂປໂລໄດ້ກ່າວກັບນາຍຮ້ອຍທີ່ຢືນຢູ່ຂ້າງໆວ່າ, "ເປັນເລື່ອງຖືກຕ້ອງຕາມກົດໝາຍແລ້ວບໍ ທີ່ທ່ານຂ້ຽນຕີຄົນທີ່ເປັນຊາວໂຣມ ແລະ ຍັງບໍ່ໄດ້ປະກາດວ່າເຮັດຜິດ?"
|
||
\v 26 ເມື່ອນາຍຮ້ອຍໄດ້ຍິນດັ່ງນັ້ນ, ເຂົາໄດ້ໄປຫານາຍພົນ ແລະ ບອກເຂົາວ່າ "ທ່ານຈະເຮັດແນວໃດໃນສິ່ງນີ້? ເນື່ອງຈາກຊາຍຜູ້ນີ້ເປັນຄົນສັນຊາດໂຣມ."
|
||
|
||
\s5
|
||
\v 27 ນາຍພົນຈຶ່ງໄດ້ມາ ແລະ ເວົ້າກັບເຂົາວ່າ "ຈົ່ງບອກເຮົາວ່າ, ທ່ານເປັນຄົນສັນຊາດໂຣມບໍ?" ໂປໂລກ່າວວ່າ, "ແມ່ນ"
|
||
\v 28 ນາຍພົນຕອບວ່າ, "ຈະຕ້ອງໃຊ້ເງິນຈຳນວນຫລາຍ ທີ່ເຮົາຈະໄດ້ຮັບສັນຊາດ." ແຕ່ໂປໂລກ່າວວ່າ, "ຂ້າພະເຈົ້າເປັນຄົນສັນຊາດໂຣມແຕ່ກຳເນີດ."
|
||
\v 29 ຈາກນັ້ນຄົນທັງຫລາຍທີ່ກຳລັງໄຕ່ສວນເຂົາກໍໄດ້ປ່ອຍເຂົາໄປທັນທີ. ນາຍພົນເອງກໍຢ້ານ, ເມື່ອເຂົາໄດ້ຮຽນຮູ້ວ່າໂປໂລເປັນຄົນສັນຊາດໂຣມ, ເພາະເຂົາໄດ້ມັດເພິ່ນໄວ້.
|
||
|
||
\s5
|
||
\v 30 ໃນວັນຮຸ່ງຂຶ້ນ, ນາຍພົນທະຫານຕ້ອງການຮູ້ຄວາມຈິງກ່ຽວກັບຂໍ້ກ່າວຫາຂອງຊາວຢິວ ຕໍ່ຕ້ານໂປໂລ. ດັ່ງນັ້ນເຂົາຈຶ່ງຖອດເຄື່ອງຈອງຈຳຂອງເຂົາອອກ ແລະ ສັ່ງໃຫ້ພວກຫົວໜ້າປະໂຣຫິດ ແລະ ບັນດາສະມາຊິກສະພາມາປະຊຸມກັນ. ຈາກນັ້ນເຂົາກໍພາໂປໂລລົງມາ ແລະໃຫ້ເຂົາຢູ່ທ່າມກາງພວກເຂົາ.
|
||
|
||
\s5
|
||
\c 23
|
||
\cl ບົດທີ 23
|
||
\p
|
||
\v 1 ໂປໂລຈ້ອງເບິ່ງໄປທີ່ສະມາຊິກສະພາ ແລະກ່າວ, "ພີ່ນ້ອງທັງຫລາຍ, ຂ້າພະເຈົ້າມີຊີວິດຢູ່ຕໍ່ພຣະພັກພຣະເຈົ້າດ້ວຍຈິດສຳນຶກອັນດີທຸກຢ່າງຈົນເຖິງທຸກວັນນີ້."
|
||
\v 2 ມະຫາປະໂຣຫິດອານາເນຍໄດ້ສັ່ງໃຫ້ຜູ້ທີ່ຢືນຢູ່ຂ້າງໆ ໂປໂລຕົບປາກເພິ່ນ.
|
||
\v 3 ຈາກນັ້ນໂປໂລໄດ້ກ່າວແກ່ເຂົາວ່າ, "ພຣະເຈົ້າຈະຊົງຕີທ່ານ, ທ່ານເປັນຝາທີ່ທາດ້ວຍປູນຂາວ ທ່ານກຳລັງນັ່ງພິພາກສາຂ້າພະເຈົ້າຕາມກົດບັນຍັດ, ທັງຍັງສັ່ງໃຫ້ຕົບຕີຂ້າພະເຈົ້າຊຶ່ງເປັນການຕໍ່ຕ້ານກົດບັນຍັດບໍ?"
|
||
|
||
\s5
|
||
\v 4 ຄົນທີ່ຢືນຢູ່ໃກ້ໆ ກ່າວວ່າ, "ເຈົ້າກ້າເວົ້າໝິ່ນປະມາດມະຫາປະໂຣຫິດຂອງພຣະເຈົ້າໄດ້ແນວໃດ?
|
||
\v 5 ໂປໂລກ່າວວ່າ, "ພີ່ນ້ອງທັງຫລາຍຂ້າພຣະເຈົ້າບໍ່ຮູ້ວ່າເຂົາເປັນມະຫາປະໂຣຫິດ, ເພາະມີຄຳຂຽນໄວ້ວ່າ, ຢ່າເວົ້າຊົ່ວຮ້າຍຕໍ່ຜູ້ປົກຄອງຂອງເຈົ້າ."
|
||
|
||
\s5
|
||
\v 6 ເມື່ອໂປໂລເຫັນວ່າສ່ວນໜຶ່ງຂອງສະພາເປັນພວກຊາດູກາຍ ແລະ ພວກຟາຣິີຊາຍອື່ນໆ, ເຂົາຈຶ່ງເວົ້າສຽງດັງໃນສະພາວ່າ, "ພີ່ນ້ອງທັງຫລາຍ, ຂ້າພະເຈົ້າເປັນຟາຣີຊາຍ, ເປັນລູກຊາຍຂອງພວກຟາຣີຊາຍ. ທີ່ຂ້າພະເຈົ້າຖືກພິພາກສາ ກໍເພາະຂ້າພະເຈົ້າໝັ້ນໃຈໃນຄວາມຫວັງໃນການຟື້ນຄືນຊີວິດຈາກຄວາມຕາຍ."
|
||
\v 7 ເມື່ອເຂົາກ່າວເຊັ່ນນີ້, ກໍເກີດການໂຕ້ຖຽງລະຫວ່າງພວກຟາຣີຊາຍ ແລະ ພວກຊາດູກາຍ ແລະ ຝູງຊົນກໍແຕກແຍກ.
|
||
\v 8 ເນື່ອງຈາກພວກຊາດູກາຍກ່າວວ່າບໍ່ມີການຟື້ນຄືນຊີວິດ, ບໍ່ມີທູດສະຫວັນ, ແລະ ບໍ່ມີວິນຍານ, ແຕ່ພວກຟາຣີຊາຍຮັບຮູ້ໃນສິ່ງທັງໝົດເຫລົ່ານີ້.
|
||
|
||
\s5
|
||
\v 9 ດັ່ງນັ້ນຈຶ່ງເກີດຄວາມອຶກກະທຶກຂຶ້ນຢ່າງໃຫຍ່, ແລະ ພວກທຳມະຈານບາງສ່ວນທີ່ຢູ່ໃນຝ່າຍພວກຟາຣີຊາຍໄດ້ຢືນຂຶ້ນ ແລະຖຽງກັນວ່າ, "ເຮົາພົບວ່າຊາຍຜູ້ນີ້ບໍ່ມີຄວາມຜິດຫຍັງ. ຖ້າວິນຍານ ຫລື ທູດສະຫວັນຈະເວົ້າກັບເຂົາຈະເປັນຫຍັງໄປ?
|
||
\v 10 ເມື່ອການໂຕ້ຖຽງເລີ້ມຮຸນແຮງຂຶ້ນ, ນາຍພົນທະຫານຢ້ານວ່າໂປໂລຈະຖືກພວກເຂົາຈັບຈີກເປັນຕ້ອນໆ, ເຂົາຈຶ່ງສັ່ງໃຫ້ທະຫານລົງໄປ ແລະ ພາໂປໂລອອກຈາກໝູ່ສະມາຊິກສະພາ, ແລະ ນຳເຂົາເຂົ້າໄປໃນຄ້າຍທະຫານ.
|
||
|
||
\s5
|
||
\v 11 ໃນຄືນຕໍ່ມາ ອົງພຣະຜູ້ເປັນເຈົ້າຊົງຢືນຢູ່ຂ້າງເຂົາ ແລະ ຕັດວ່າ, "ຢ່າຍ້ານເລີຍ, ເພາະເຈົ້າເປັນພະຍານຝ່າຍເຮົາໃນກຸງເຢຣູຊາເລັມ, ດັ່ງນັ້ນເຈົ້າຕ້ອງເປັນພະຍານໃນກຸງໂຣມດ້ວຍ."
|
||
|
||
\s5
|
||
\v 12 ໃນເວລາຮຸ່ງເຊົ້າ, ມີພວກຢິວບາງຄົນໄດ້ເຮັດການ ການຕົກລົງ ແລະ ໄດ້ຮຽກຮ້ອງໃຫ້ສາບແຊ່ງຊາບພວກເຂົາ ໂດຍກ່າວວ່າພວກເຂົາຈະບໍ່ກິນ ບໍ່ດື່ມສິ່ງໃດທັງໝົດຈົນກວ່າໄດ້ຂ້າໂປໂລ.
|
||
\v 13 ຜູ້ທີ່ວ່າງແຜນການນີ້ມີຫລາຍກວ່າສີ່ສິບຄົນ.
|
||
|
||
\s5
|
||
\v 14 ພວກເຂົາໄດ້ເດີນທາງໄປຫາພວກຫົວໜ້າປະໂຣຫິດ ແລະ ພວກຜູ້ອາວຸດໂສ ແລະ ໄດ້ກ່າວວ່າ, "ເຮົາໄດ້ມອບຕົວເອງຢູ່ພາຍໃຕ້ຄຳສາບແຊ່ງອັນໃຫຍ່ຫລວງ, ທີ່ຈະບໍ່ກິນອີ່ຫຍັງຈົນກວ່າຈະໄດ້ຂ້າໂປໂລ.
|
||
\v 15 ດັ່ງນັ້ນ, ຈົ່ງໃຫ້ສະພາບອກນາຍພົນທີ່ຈະນຳເຂົາລົງໄປໃຫ້ແກ່ທ່ານ, ເພື່ອທ່ານຈະຕັດສິນຄະດີຂອງເຂົາໄດ້ຊັດເຈນຫລາຍຍິ່ງຂຶ້ນ. ສຳຫລັບພວກເຮົາ, ພວກເຮົາພ້ອມທີ່ຈະຂ້າເຂົາກ່ອນທີ່ເຂົາຈະມາທີ່ນີ້."
|
||
|
||
\s5
|
||
\v 16 ແຕ່ບຸດຊາຍຂອງນ້ອງສາວໂປໂລໄດ້ຍິນວ່າພວກເຂົາກຳລັງຈັດຊາກຖ້າຢູ່, ດັ່ງນັ້ນເຂົາຈຶ່ງໄດ້ໄປ ແລະ ເຂົ້າໄປໃນປ້ອມທະຫານ ແລະ ໄດ້ບອກໂປໂລ.
|
||
\v 17 ໂປໂລຮ້ອງນາຍຮ້ອຍຄົນໜຶ່ງ ແລະ ກ່າວວ່າ, "ພາຊາຍໜຸ່ມຄົນນີ້ໄປຫານາຍພົນ, ເພາະເຂົາມີບາງຢ່າງທີ່ຈະບອກແກ່ທ່ານນາຍພົນ."
|
||
|
||
\s5
|
||
\v 18 ດັ່ງນັ້ນນາຍຮ້ອຍຈຶ່ງຮັບຊາຍໜຸ່ມນີ້ໄປ ແລະ ໄດ້ນຳເຂົາໄປຫານາຍພົນ ແລະ ກ່າວວ່າ, "ໂປໂລຊິ່ງເປັນນັກໂທດໄດ້ຮ້ອງຂ້າພະເຈົ້າໄປຫາເຂົາ, ແລະ ໄດ້ຂໍໃຫ້ຂ້າພະເຈົ້ານຳຊາຍໜຸ່ມຄົນນີ້ມາຫາທ່ານ. ເຂົາມີບາງສິ່ງທີ່ຈະບອກແກ່ທ່ານ."
|
||
\v 19 ນາຍພົນຈຶ່ງຈັບມືຊາຍໜຸ່ມໄປຍັງສະຖານທີ່ສ່ວນຕົວ ແລະ ຖາມເຂົາວ່າ, "ທ່ານຈະບອກຫຍັງແກ່ເຮົາ?"
|
||
|
||
\s5
|
||
\v 20 ຊາຍໜຸ່ມກ່າວວ່າ, "ພວກຢິວໄດ້ຕົກລົງທີ່ຈະຂໍໃຫ້ທ່ານນຳໂປໂລໄປຍັງສະພາໃນມື້ຶອຶ່ນນີ້, ໂດຍອ້າງກັບວ່າພວກເຂົາຈະສອບຄະດີຂອງເຂົາໃຫ້ຊັດເຈນຍິ່ງຂຶ້ນ.
|
||
\v 21 ແຕ່ທ່ານຢ່າໃຫ້ພວກເຂົາ, ເພາະມີຊາຍຫລາຍກວ່າສີ່ສິບຄົນ ທີ່ກຳລັງຈັດຊາກຕວົະຖ້າເຂົາຢູ່. ພວກເຂົາຖືກຮຽກຮ້ອງໃຫ້ສາບແຊ່ງຕົວພວກເຂົາເອງ, ວ່າຈະບໍ່ໃຫ້ກິນ ຫລື ດື່ມຈົນກວ່າພວກເຂົາຈະໄດ້ຂ້າເຂົາ. ແມ້ວ່າຕອນນີ້ພວກເຂົາຕຽມພ້ອມ, ກຳລັງລໍຖ້າຄວາມຍິນຍອມຈາກທ່ານ."
|
||
|
||
\s5
|
||
\v 22 ດັ່ງນັ້ນນາຍພົນຈຶ່ງໃຫ້ຊາຍໜຸ່ມນັ້ນໄປ, ຫລັງຈາກແນະນຳເຂົາວ່າ, "ຢ່າບອກໃຜວ່າເຈົ້າໄດ້ບອກເລື່ອງນີ້ແກ່ເຮົາ."
|
||
\v 23 ຈາກນັ້ນເຂົາໄດ້ຮ້ອງນາຍຮ້ອຍສອງຄົນມາ ແລະ ກ່າວວ່າ, "ໃຫ້ຈັດກອງທະຫານສອງຮ້ອຍຄົນ ແລະ ທະຫານມ້າເຈັດສິບຄົນ ແລະ ນາຍທະຫານຫອກສອງຮ້ອຍຄົນຕຽມພ້ອມທີ່ຈະເດີນທາງໄກໄປຍັງເມືອງກາຍຊາເຣຍ. ທ່ານຈະອອກໃນເວລາເກົ້າໂມງຂອງຄືນນີ້."
|
||
\v 24 ເຂົາຍັງໄດ້ສັ່ງໃຫ້ພວກເຂົາຈັດຕຽມສັດໃຫ້ໂປໂລຂີ່ ແລະ ພາເຂົາໄປຫາເຟລິກຜູ້ປົກຄອງເມືອງຢ່າງປອດໄພ.
|
||
|
||
\s5
|
||
\v 25 ຈາກນັ້ນເຂົາກໍໄດ້ຂຽນຈົດໝາຍດັ່ງນີ້ວ່າ:
|
||
\v 26 "ກລາວດີໂອລີເຊຍ ຮ້ອງທ່ານເຟລິກ ຜູ້ປົກຄອງເມືອງທີ່ຍອດຢ້ຽມທີ່ສຸດ.
|
||
\v 27 ຊາຍຜູ້ນີ້ຖືກຈັບໂດຍຊາວຢິວ ແລະ ກຳລັງຈະຖືກພວກເຂົາຂ້າຕາຍ, ເມື່ອຂ້າພຣະເຈົ້າມາຫາພວກເຂົາພ້ອມກັບກອງທະຫານ ແລະ ຊ່ວຍເຂົາໄວ້, ເນື່ອງຈາກຂ້າພຣະເຈົ້າຮູ້ວ່າເຂົາເປັນຄົນສັນຊາດໂຣມ.
|
||
|
||
\s5
|
||
\v 28 ຂ້າພະເຈົ້າຢາກຈະຮູ້ວ່າເຫດໃດພວກເຂົາຈຶ່ງກ່າວຫາເຂົາ, ດັ່ງນັ້ນຂ້າພະເຈົ້າຈຶ່ງເອົາລາວລົງມາທີ່ສະພາ.
|
||
\v 29 ຂ້າພະເຈົ້າໄດ້ຮູ້ວ່າເຂົາກຳລັງຖືກກ່າວຫາກ່ຽວກົດໝາຍຂອງພວກເຂົາ, ແຕ່ບໍ່ມີຂໍ້ກ່າວຫາໃດທີ່ເຂົາສົມຄວນຕາຍ ຫລື ຖືກຄຸກ.
|
||
\v 30 ຈາກນັ້ນຂ້າພະເຈົ້າໄດ້ຮູ້ວ່າມີການວາງແຜນຕໍ່ຕ້ານຊາຍຄົນນີ້, ດັ່ງນັ້ນຂ້າພະເຈົ້າຈຶ່ງສົ່ງເຂົາມາຫາທ່ານທັນທີ, ແລະ ສັ່ງໃຫ້ໂຈດຂອງເຂົານຳຄຳຟ້ອງທີ່ມີຕໍ່ເຂົາມາສະແດງຕໍ່ໜ້າທ່ານ."
|
||
|
||
\s5
|
||
\v 31 ດັ່ງນັ້ນເຫລົ່າທະຫານໄດ້ເຊື່ອຟັງຄຳສັ່ງຂອງພວກຜູ້ອາວຸດໂສ. ພວກເຂົາໄດ້ຮັບຕົວໂປໂລ ແລະ ໄດ້ພາເຂົາໄປຍັງເມືອງອັນຕີປາຕີໃນເວລາກາງຄືນ.
|
||
\v 32 ໃນວັນຕໍ່ມາ, ທະຫານສ່ວນໃຫຍ່ໄດ້ປະພວກທະຫານມ້າໃຫ້ໄປກັບໂປໂລ ແລະ ພວກເຂົາເອງກໍໄດ້ກັບໄປຍັງປ້ອມທະຫານ.
|
||
\v 33 ເມື່ອທະຫານມ້າ ມາເຖິງເມືອງກາຍຊາເຣຍ ແລະ ໄດ້ສົ່ງຈົດໝາຍໃຫ້ແກ່ຜູ້ປົກຄອງ, ພວກເຂົາໄດ້ມອບໂປໂລໃຫ້ແກ່ທ່ານດ້ວຍ.
|
||
|
||
\s5
|
||
\v 34 ເມື່ອຜູ້ປົກຄອງໄດ້ອ່ານຈົດມາຍ, ເຂົາໄດ້ຖາມໂປໂລມາຈາກແຂວງໃດ ເມື່ອເຂົາຮູ້ວ່າໂປໂລມາຈາກກີລີເກຍ,
|
||
\v 35 ເຂົາກ່າວວ່າ, "ເຮົາຈະຟັງເຈົ້າຢ່າງເຕັມທີເມື່ອໂຈດຂອງເຈົ້າມາທີ່ນີ້." ຈາກນັ້ນເຂົາກໍສັ່ງໃຫ້ຄຸມໂປໂລໄວ້ໃນພຣະລາດຊະວັງຂອງເຮໂຣດ;
|
||
|
||
\s5
|
||
\c 24
|
||
\cl ບົດທີ 24
|
||
\p
|
||
\v 1 ຫລັງຈາກຫ້າວັນ, ອານາເນຍມະຫາປະໂຣຫິດ, ພວກຜູ້ອາວຸດໂສ, ແລະ ນັກເວົ້າທີ່ມີຊື່ວ່າເຕຕູໂລໄດ້ໄປທີ່ນັ້ນ. ຄົນເຫລົ່ານີ້ນຳຄຳຟ້ອງໂປໂລໄປໃຫ້ຜູ້ປົກຄອງ.
|
||
\v 2 ເມືອໂປໂລຢືນຢູ່ຕໍ່ຫນ້າຜູ້ປົກຄອງເຕຕູໂລ ໄດ້ເລີ່ມຟ້ອງເຂົາ ແລະ ໄດ້ເວົ້າກັບຜູ້ປົກຄອງ, "ເພາະທ່ານພວກເຮົາຈຶ່ງມີຄວາມສະຫງົບສຸກຫລາຍ, ແລະ ການເບິ່ງການໄກຂອງທ່ານ ນຳການປະຕິຮູບທີ່ດີມາຍັງປະເທດຂອງເຮົາ;
|
||
\v 3 ດັ່ງນັ້ນເຮົາຈຶ່ງຍິນດີຮັບທຸກຢ່າງທີ່ທ່ານໄດ້ທຳດ້ວຍການຂອບໃຈ, ທ່ານຟີລິກ.
|
||
|
||
\s5
|
||
\v 4 ເພື່ອທີ່ຂ້າພະເຈົ້າຈະບໍ່ໃຫ້ເສຍເວລາທ່ານເກີນໄປ, ຂ້າພະເຈົ້າຂໍໃຫ້ທ່ານໃຊ້ເວລາສັ້ນໆ ຟັງຂ້າພະເຈົ້າດ້ວຍຄວາມເມດຕາ.
|
||
\v 5 ເນື່ອງຈາກເຮົາໄດ້ພົບວ່າຊາຍຄົນນີ້ຈະເປັນຄົນຍຸແຍ່ ເຮັດໃຫ້ເກີດການກະບົດ ແລະ ເປັນສາເຫດທີ່ເຮັດໃຫ້ຊາວຢິວທຸກຄົນທົ່ວໂລກວຸ້ນວາຍ. ເຂົາເປັນຜູ້ນຳຂອງລັດທິນາຊາເຣັດ.
|
||
\v 6 ເຂົາຍັງພະຍາຍາມທີ່ຈະທຳລາຍພຣະວິຫານ, ດັ່ງນັ້ນເຮົາຈຶ່ງຈັບກຸມເຂົາໄວ້.
|
||
|
||
\s5
|
||
\v 7
|
||
\v 8 ເມື່ອທ່ານຖາມໂປໂລກ່ຽວກັບເລື່ອງເຫລົ່ານີ້, ທ່ານກໍຈະຮູ້ວ່າເຮົາກ່າວຫາເຂົາດ້ວຍເລື່ອງຫຍັງ"
|
||
\v 9 ພວກຊາວຢິວກໍຮ່ວມກັນກ່າວຫາໂປໂລ, ແລະ ຢືນຢັນວ່າສີ່ງເຫລ່ານີ້ເປັນຄວາມຈິງ.
|
||
|
||
\s5
|
||
\v 10 ແຕ່ເມື່ອຜູ້ປົກຄອງໄດ້ໃຫ້ໂປໂລເວົ້າ ໂປໂລຕອບວ່າ, "ຂ້າພະເຈົ້າຮູ້ວ່າທ່ານເປັນຜູ້ພິພາກສາແກ່ຊາດນີ້ມາຫລາຍປີແລ້ວ, ດັ່ງນັ້ນ ຂ້າພະເຈົ້າຍິນດີທີ່ຈະອະທິບາຍກ່ຽວກັບຕົວຂ້າພະເຈົ້າແກ່ທ່ານ.
|
||
\v 11 ທ່ານສາມາດກວດສອບໄດ້ວ່າຕັ້ງແຕ່ທີ່ຂ້າພະເຈົ້າຂຶ້ນໄປນະມັດສະການທີ່ກຸງເຢຣູຊາເລມບໍ່ເກີນສິບສອງວັນ.
|
||
\v 12 ເມື່ອພວກເຂົາພົບຂ້າພຣະເຈົ້າໃນພະວິຫານຂ້າພະເຈົ້າບໍ່ໄດ້ໂຕ້ຖຽງກັບໃຜ, ແລະ ບໍ່ໄດ້ຍຸຍົງໃຜໃນທຳມະສາລາ ຫລືໃນເມືອງ.
|
||
\v 13 ພວກເຂົາບໍ່ສາມາດພິສູດຂໍ້ກ່າວຫາທີ່ພວກເຂົາຟ້ອງຮ້ອງຂ້າພະເຈົ້າແກ່ທ່ານໄດ້ ດັ່ງນັ້ນພວກເຂົາຈຶ່ງຕໍ່ຕ້ານຂ້າພະເຈົ້າໃນເວລານີ້.
|
||
|
||
\s5
|
||
\v 14 ແຕ່ຂ້າພະເຈົ້າຍອມຮັບສິ່ງນີ້ຕໍ່ທ່ານວ່າຕາມທາງທີ່ພວກເຂົາຮ້ອງວ່ານິກາຍນັ້ນ, ໃນທາງດຽວກັນຂ້າພະເຈົ້າຮັບໃຊ້ພຣະເຈົ້າຂອງບັນພະບຸລຸດຂອງເຮົາ ຂ້າພະເຈົ້າສັດຊື່ຕໍ່ທຸກສິ່ງທີ່ຢູ່ໃນທຳບັດຍັດ ແລະ ຄຳພະຍາກອນທີ່ໄດ້ຂຽນໄວ້.
|
||
\v 15 ຂ້າພະເຈົ້າມີຄວາມເຊື່ອໝັ້ນຢ່າງດຽວກັນໃນພະເຈົ້າເຊັ່ນດຽວກັນກັບຄົນເຫລົ່ານີ້ເຝົ້າລໍຖ້າ ການຟື້ນຂືື້ນຈາກຄວາມຕາຍຂອງທັງຜູ້ຊອບທຳ ແລະ ຜູ້ບໍ່ຊອບທຳ.
|
||
\v 16 ໃນເລື້ອງນີ້ ຂ້າພະເຈົ້າໄດ້ທຳງານດ້ວຍຈິດສຳນຶກຊັດເຈນຕໍ່ໜ້າພຣະເຈົ້າ ແລະ ມະນຸດ.
|
||
|
||
\s5
|
||
\v 17 ຕອນນີ້ຫລັງຈາກຫລາຍປີຜ່ານໄປ ຂ້າພະເຈົ້ານຳກາານຊ່ວຍເຫລືອ ແລະ ຂອງປະທານໃນເລື່ອງເງິນທອງມາຍັງຊົນຊາດຂອງຂ້າພະເຈົ້າ.
|
||
\v 18 ເມື່ອຂ້າພະເຈົ້າເຮັດເຊັ່ນນີ້, ພວກຢິວບາງຄົນຈາກແຄວ້ນເອເຊຍໄດ້ພົບຂ້າພະເຈົ້າໃນພິທີຊຳລະຕົວໃຫ້ບໍລິສຸດໃນພຣະວິຫານ, ບໍ່ໄດ້ຢູ່ກັບຝູງຊົນ ຫລື ຄວາມວຸ້ນວາຍ.
|
||
\v 19 ຫາກຄົນເຫລົ່ານີ້ມີສິ່ງໃດພວກເຂົາຄວນຢູ່ຕໍ່ໜ້າທ່ານ ແລ ະກ່າວສິ່ງທີ່ພວກເຂົາຕໍ່ຕ້ານຂ້າພະເຈົ້າ.
|
||
|
||
\s5
|
||
\v 20 ຫລື ຄົນເຫລົ່ານີ້ຄວນເວົ້າໃນສິ່ງທີ່ຜິດທີ່ພວກເຂົາພົບໃນຂ້າພະເຈົ້າ ເມື່ອຂ້າພະເຈົ້າຢືນຢູ່ຕໍ່ຫນ້າສະພາຢິວ,
|
||
\v 21 ວັ້ນແຕ່ວ່າເປັນເລື່ອງກ່ຽວກັບສິ່ງຫນຶ່ງທີ່ຂ້າພະເຈົ້າເວົ້າສຽງດັງ ເມື່ອຂ້າພະເຈົ້າຢືນຢູ່ທ່າມກາງພວກເຂົາ, 'ມັນເປັນເລື່ອງກ່ຽວກັບການຟື້ນຄືນຈາກຄວາມຕາຍທີ່ຂ້າພະເຈົ້າຖືກທ່ານຕັດສິນໃນວັນນີ້."
|
||
|
||
\s5
|
||
\v 22 ແລ້ວເຟລິກ, ໄດ້ຮູ້ເລື່ອງລາວກ່ຽວທາງນັ້ນເປັນຢ່າງດີແລ້ວ, ເຂົາຈຶ່ງເລືອນການພິຈາລະນາ ເຂົາກ່າວວວ່າ, "ເມື່ອໃດກໍຕາມທີ່ລີເຊຍ ຜູ້ບັນຊາການລົງມາຈາກກຸງເຢຣູຊາເລັມ, ເຮົາຈະຕັດສິນຄະດີຂອງທ່ານ."
|
||
\v 23 ຈາກນັ້ນເຂົາໄດ້ສັ່ງນາຍຮ້ອຍຄຸມຕົວໂປໂລ, ແຕ່ໃຫ້ມີອິດສະລະບາງຢ່າງ ແລະ ຫ້າມບໍ່ໃຫ້ໃຜຢຸດເພື່ອນສະຫາຍຂອງເຂົາຈາກການຊ່ວຍເຫລືອຫລືຢ້ຽມຢາມເຂົາ
|
||
|
||
\s5
|
||
\v 24 ຫລັງຈາກນັ້ນຫລາຍວັນ, ເຟລິກໄດ້ກັບມາພ້ອມກັບດູຊີນລາເມຍຂອງເຂົາ, ຊິ່ງເປັນຄົນຢິວ, ແລະ ເຂົາໄປຮ້ອງໂປໂລ ແລະ ຟັງເລື່ອງລາວກ່ຽວກັບຄວາມເຊື່ອໃນພຣະເຢຊູຄຣິດເຈົ້າຈາກເຂົາ.
|
||
\v 25 ແຕ່ເມື່ອໂປໂລໃຫ້ເຫດຜົນກ່ຽວກັບຄວາມຊອບທຳ, ການຄວບຄຸມຕົນເອງ, ແລະ ການພິພາກສາທີ່ຈະມາ, ເຟລິກກໍຢ້ານ ແລະ ໄດ້ກ່າວວ່າ "ຕອນນີ້ຈົ່ງອອກໄປກ່ອນ ເມື່ອມີໂອກາດເຮົາຈະສົ່ງໃຫ້ແກ່ທ່ານ."
|
||
|
||
\s5
|
||
\v 26 ໃນຂະນະດຽວກັນ, ເຂົາກໍຫວັງວ່າໂປໂລຈະໃຫ້ເງິນແກ່ເຂົາ, ດັ່ງນັ້ນເຂົາຈຶ່ງມັກສົ່ງໃຫ້ໂປໂລ ແລະ ໂອ້ລົມກັບເຂົາ.
|
||
\v 27 ແຕ່ເມື່ອສອງປີຜ່ານໄປ, ໂປກິໂອເຟຊະໂຕມາເປັນຜູ້ປົກຄອງຕໍ່ຈາກເຟລິກ, ແຕ່ເຟລິກຕ້ອງການການສະຫນັບສະຫນູນກັບຊາວຢິວ, ດັ່ງນັ້ນເຂົາຈຶ່ງປະໂປໂລໃຫ້ຢູ່ພາຍໃຕ້ການຄວບຄຸມຕໍ່ໄປ.
|
||
|
||
\s5
|
||
\c 25
|
||
\cl ບົດທີ 25
|
||
\p
|
||
\v 1 ຕອນນີ້, ເຟຊະໂຕເຂົ້າມາໃນແຄ້ວນ, ແລະຫລັງຈາກນັ້ນສາມວັນ, ເຂົາໄດ້ອອກຈາກເມືອງກາຍຊາເຣຍໄປຍັງກຸງເຢຣູຊາເລັມ.
|
||
\v 2 ແລະພວກເຂົາເວົ້າກັບເຟຊະໂຕຢ່າງຮຸນແຮງ.
|
||
\v 3 ແລະ ພວກເຂົາຂໍຄວາມກະລຸນາເຟຊະໂຕກ່ຽວເນື່ອງກັບໂປໂລ ວ່າໃຫ້ເຂົາຮ້ອງໂປໂລໄປຍັງກຸງເຢຣູຊະເລັມ ເພື່ອທີ່ພວກເຂົາຈະສາມາດຂ້າໂປໂລລະຫວ່າງທາງ.
|
||
|
||
\s5
|
||
\v 4 ແຕ່ເຟຊະໂຕໄດ້ຕອບວ່າໂປໂລເປັນນັກໂທດໃນເມືອງກາຍຊາເຣຍ, ແລະ ເຂົາ ເອງກໍຈະກັບໄປທີ່ນັ້ນໃນໄວໆ.
|
||
\v 5 ເຂົາກ່າວວ່າ "ຖ້າຊາຍຜູ້ນີ້ມີຄວາມຜິດຢ່າງໃດຢ່າງຫນຶ່ງ, ດັ່ງນັ້ນກໍໃຫ້ຜູ້ທີ່ສາມາດໄປກັບເຮົາໄປຟ້ອງຮ້ອງເຂົາທີ່ນັ້ນເຖີດ."
|
||
|
||
\s5
|
||
\v 6 ຫລັງຈາກທີ່ເຂົາພັກຢູ່ໄດ້ແປດ ຫລື ສິບວັນເຂົາກໍລົງໄປຍັງກາຍຊາເຣຍ, ແລະ ວັນຕໍ່ມາເຂົານັ່ງຢູ່ເທິງບັນລັງພິພາກສາ ແລະ ສັ່ງໃຫ້ນຳໂປໂລມາໃຫ້ເຂົາ.
|
||
\v 7 ເມື່ອເຂົາມາເຖິງ, ຊາວຢິວຈາກກຸງເຢຣູຊະເລັມໄດ້ຢືນຢູ່ໃກ້ໆ, ແລະ ເຂົານຳຂໍ້ກ່າວຫາຮ້າຍແຮງຫລາຍຢ່າງທີ່ພວກເຂົາບໍ່ສາມາດພິສູດໄດ້
|
||
\v 8 ໂປໂລປົກປ້ອງຕົນເອງ ແລະ ກ່າວວ່າ"ຂ້າພຣະເຈົ້າບໍ່ໄດ້ກະທຳສິ່ງໃດ ທີ່ຕໍ່ຕ້ານກົດຫມາຍຂອງຊາວຢິວ ຫລື ຕໍ່ຕ້ານພຣະວິຫານ ຫລື ຕໍ່ຕ້ານຈັກກະພັດ"
|
||
|
||
\s5
|
||
\v 9 ແຕ່ເຟຊະໂຕຕ້ອງການທີ່ຈະໄດ້ຮັບການສະຫນັບສະຫນູນຂອງຊາວຢິວ, ດັ່ງນັ້ນເຂົາຈຶ່ງຕອບໂປໂລ ແລະ ກ່າວວ່າ, "ເຈົ້າຕ້ອງການຂຶ້ນໄປຍັງກຸງເຢຣູຊເລັມ ແລະ ໃຫ້ເຂົາຕັດສິນກ່ຽວກັບສິ່ງເຫລົ່ານີ້ທີ່ນັ້ນບໍ?"
|
||
\v 10 ໂປໂລກ່າວວ່າ "ຂ້າພະເຈົ້າຢືນຢູ່ຫນ້າບັນລັງພິ ພາກສາ ຂອງຈັກກະພັດທີ່ຂ້າພະເຈົ້າຈະຕ້ອງຮັບການຕັດສິນ. ຂ້າພະເຈົ້າບໍ່ໄດ້ເຮັດສິ່ງໃດຜິດຕໍ່ຊາວຢິວ ທ່ານກໍຮູ້ດີຢູ່ແລ້ວ.
|
||
|
||
\s5
|
||
\v 11 ຖ້າຂ້າພະເຈົ້າໄດ້ກະທຳຜິດ ແລະ ກະທຳສິ່ງທີ່ສົມຄວນຕາຍ, ຂ້າພະເຈົ້າຈະບໍ່ປະຕິເສດການຕາຍເລີຍ. ແຕ່ຖ້າຂໍ້ກ່າວຫາຂອງພວກເຂົາບໍ່ໄດ້ມີຫຍັງ ກໍບໍ່ມີໃຜອາດສົ່ງມອບຂ້າພະເຈົ້າໄປໃຫ້ພວກເຂົາໄດ້. ຂ້າພະເຈົ້່າຈະຂໍອຸທອນເຖິງຈັກກະພັດ.
|
||
\v 12 ຫລັງຈາກທີ່ເຟຊະໂຕໄດ້ໂອ້ລົມກັບສະພາແລ້ວ, ເຂົາຕອບວ່າ,"ເຈົ້າອຸທອນຕໍ່ຈັກກະພັດ. ກໍຈະຕ້ອງໄປຫາຈັກກະພັດ!"
|
||
|
||
\s5
|
||
\v 13 ຫລັງຜ່ານໄປຫລາຍວັນ, ກະສັດອັກຄີປາກັບ ພຣະນາງເບນີເກ ກໍມາທີ່ເມືອງກາຍຊາເຣຍເພື່ອຢ້ຽມຢາມເຟຊະໂຕຢ່າງເປັນທາງການ.
|
||
\v 14 ຫລັງຈາກທີ່ເຂົາຢູ່ທີ່ນັ້ນຫລາຍວັນ, ເຟຊາໂຕໄດ້ສະເຫນີຄະດີຂອງໂປໂລແກ່ກະສັດ; ເຂົາກ່າວວ່າ "ມີຊາຍຄົນຫນຶ່ງ ຊິ່ງເຟລິກໄດ້ຂັງເປັນນັກໂທດຖິ້ມໄວ້ທີ່ນີ້.
|
||
\v 15 ເມື່ອຂ້າພຣະເຈົ້າຢູ່ໃນກຸງເຢຣູຊາເລັມພວກຫົວຫນ້າປະໂລຫິດ ແລະ ພວກຜູ້ອາວຸດໂສຂອງຊາວຢິວນຳຄຳຟ້ອງຮ້ອງກ່າວໂທດຊາຍຜູ້ນີ້ຕໍ່ຂ້າພະເຈົ້າ, ແລະ ພວກເຂົາກໍຂໍໃຫ້ຂ້າພະເຈົ້າລົງໂທດເຂົາ.
|
||
\v 16 ຂ້າພະເຈົ້າໄດ້ກ່າວຕໍ່ເລື່ອງນີ້ວ່າບໍ່ແມ່ນທຳນຽມທີ່ຊາວໂຣມຈະມອບສົ່ງຜູ້ໃດ ກ່ອນທີ່ຊາຍຜູ້ທີ່ຖືກກ່າວຫານັ້ນ ຄວນມີໂອກາດທີ່ຈະປະເຊີນກັບໂຈດຂອງເຂົາ ແລະ ປົກປ້ອງຕົວເອງເພື່ອແກ້ຂໍ້ກ່າວຫານັ້ນ.
|
||
|
||
\s5
|
||
\v 17 ດັ່ງນັ້ນ, ເມື່ອພວກເຂົາມາລວມຕົວກັນທີ່ນີ້, ຂ້າພະຈະບໍ່ລໍຊ້າ, ແຕ່ວັນຕໍ່ມາຂ້າພະເຈົ້າໄດ້ນັ່ງຢູ່ບັນລັງພິພາກສາ ແລະ ສັ່ງໃຫ້ນຳຊາຍຄົນນັ້ນເຂົ້າມາ.
|
||
\v 18 ເມື່ອໂຈດຢືນຂຶ້ນ ແລະ ກ່າວຫາເຂົາ, ຂ້າພະເຈົ້າຄິດວ່າບໍ່ມີຂໍ້ກ່າວຫາໃດ ເຂົາຈະນຳມາກ່າວຫາເຂົາເປັນເລື່ອງຮ້າຍແຮງ.
|
||
\v 19 ແຕ່ພວກເຂົາກັບນຳສະເຫນີຂໍ້ພິພາກກ່ຽວກັບສາດສະນາຂອງຕົນເອງ ແລະ ກ່ຽວກັບພຣະເຢຊູທີ່ຕາຍໄປແລ້ວເຊິ່ງໂປໂລອ້າງວ່າຍັງມີຊີວິດຢູ່.
|
||
\v 20 ຂ້າພະເຈົ້າສັບສົນວ່າຈະກວດສອບເລື່ອງນີ້ຢ່າງໃດ ແລະ ຂ້າພະເຈົ້າຖາມເຂົາວ່າ ເຂົາຕ້ອງການຈະໄປຍັງກຸງເຢຣູຊາເລັມເພື່ອຮັບຄຳຕັດສິນຄະດີເຫລົ່ານີ້ທີ່ນັ້ນຫລືບໍ່?
|
||
|
||
\s5
|
||
\v 21 ແຕ່ເມື່ອໂປໂລຮຽກຮ້ອງໃຫ້ຢູ່ພາຍໃຕ້ການຄວບຄຸມຕົວເພື່ອການຕັດສິນໃຈຂອງຈັກກະພັດ, ຂ້າພຣະເຈົ້າໄດ້ສັ່ງໃຫ້ເຂົາຢູ່ພາຍໃຕ້ການຄວບຄຸມຕົວຈົນກວ່າຂ້າພະເຈົ້າຈະສົ່ງເຂົາໄປຫາຈັກກະພັດ."
|
||
\v 22 ອັກຄຣີປາຈຶ່ງກ່າວແກ່ເຟຊາໂຕວ່າ, "ຂ້າພະເຈົ້າຢາກຟັງຊາຍຄົນນີ້ດ້ວຍ" ເຟຊາໂຕກ່າວ "ມື້ອື່ນ," ທ່ານຈະໄດ້ຍິນເຂົາ."
|
||
|
||
\s5
|
||
\v 23 ໃນມື້ຕໍ່ມາ ອັກຄຣິປາ ແລະ ນາງເບນີເກໄດ້ສະເດັດມາພ້ອມກັບພິທີຫລາກຫລາຍ; ພວກເຂົາເຂົ້າມາໃນຫ້ອງໂຖງກັບເຈົ້າຫນ້າທີ່ທະຫານແລະ ກັບຄົນທີ່ມີຊື່ສຽງຂອງເມືອງ. ເມື່ອເຟຊາໂຕອອກຄຳສັ່ງ ໂປໂລກໍຖືກນຳມາຍັງພວກເຂົາ.
|
||
\v 24 ເຟຊາໂຕກ່າວວ່າ, "ກະສັດອັກຄຣິປາ, ແລະທ່ານທຸກຄົນທີ່ຢູ່ທີ່ນີ້ກັບເຮົາທ່ານເຫັນຜູ້ຊາຍຄົນນີ້ ທີ່ຄົນຢິວທັງຫລາຍພາກັນມາປຶກສາກັບຂ້າພະເຈົ້າໃນເຢຣູຊາເລັມ ແລະ ທີ່ນີ້ ແລະ ພວກເຂົາຮ້ອງໃຫ້ຂ້າພຣະເຈົ້າວ່າເຂົາບໍ່ຄວນມີຊີວິດຢູ່ອີກຕໍ່ໄປ.
|
||
|
||
\s5
|
||
\v 25 ຂ້າພະເຈົ້າຮູ້ວ່າເຂົາບໍ່ໄດ້ເຮັດຜິດທີ່ສົມຄວນແກ້ຄວາມຕາຍ; ແຕ່ເປັນເພາະເຂົາໄດ້ອຸທອນຕໍ່ຈັກກະພັດ, ຂ້າພະເຈົ້າຈຶ່ງໄດ້ຕັດສິນໃຈຈະສົ່ງເຂົາໄປ.
|
||
\v 26 ແຕ່ຂ້າພະເຈົ້່າບໍ່ມີສິ່ງໃດທີ່ຈະຂຽນລະບຸໃຫ້ຊັດເຈນເຖິງຈັກກະພັດ. ດ້ວຍເຫດນີ້, ຂ້າພະເຈົ້າຈຶ່ງໄດ້ນຳເຂົາມາໃຫ້ແກ່ທ່ານ ໂດຍສະເພາະຢ່າງຍິ່ງທ່ານອັກຄຣິປາ ເພື່ອທີ່ວ່າຂ້າພະເຈົ້າຈະມີຫຍັງບາງຢ່າງທີ່ຈະຂຽນກ່ຽວກັບຄະດີດັ່ງກ່າວນີ້.
|
||
\v 27 ເພາະເບິ່ງຄືວ່າບໍ່ມີເຫດຜົນສຳລັບຂ້າພຣະເຈົ້າ ທີ່ຈະສົ່ງນັກໂທດ ແລະ ບໍ່ໄດ້ລະບຸຂໍ້ກ່າວຫາເຂົາ."
|
||
|
||
\s5
|
||
\c 26
|
||
\cl ບົດທີ 26
|
||
\p
|
||
\v 1 ດັ່ງນັ້ນອັກຄຣິປາຈຶ່ງກ່າວແກ່ໂປໂລ, "ເຈົ້າຈົ່ງເວົ້າແທນຕົວເຈົ້າເອງ." ແລ້ວໂປໂລຈຶ່ງຍືນມືອອກມາ ແລະ ໃຫ້ການປົກປ້ອງຕົນເອງ.
|
||
\v 2 "ຂ້າພະອົງມີຄວາມຍິນດີເປັນຢ່າງຍິ່ງ, ກະສັດອັກຄຣິປາ, ທີ່ ໄດ້ແກ້ຄະດີຕໍ່ຫນ້າພຣະອົງກັບຂໍ້ກ່າວຫາທັງຫມົດຂອງຊາວຢິວ;
|
||
\v 3 ໂດຍສະເພາະຢ່າງຍິ່ງພຣະອົງເປັນຜູ້ຊ່ຽວຊານໃນປະເພນີ ແລະ ບັນຫາທຸກຢ່າງຂອງຊາວຢິວ. ດັ່ງນັ້ນຂ້າພຣະອົງຈຶ່ງຂໍໃຫ້ພຣະອົງໂປດອົດທົນຟັງຂ້າພຣະອົງດ້ວຍ.
|
||
|
||
\s5
|
||
\v 4 ແທ້ຈິງແລ້ວ, ພວກຊາວຢິວທຸກຄົນຕ່າງກໍຮູ້ດີວ່າຂ້າພຣະອົງດຳເນີນຊີວິດຢ່າງໃດຕັ້ງແຕ່ໄວຫນຸ່ມໃນຕ່າງປະເທດຂອງຕົນເອງ ແລະ ທີ່ກຸງເຢຣູຊາເລັມ.
|
||
\v 5 ພວກເຂົາຮູ້ຈັກຂ້າພະອົງຕັ້ງແຕ່ເລີ່ມຕົ້ນ ແລະ ພວກເຂົາຄວນຈະຍອມຮັບຂ້າພະອົງຢູ່ໃນສະຖານະເປັນພວກຄະນະຟາຣີຊາຍ, ທີ່ເຂັ້ມງວດໃນການນັບຖືສາສະຫນາຂອງພວກເຮົາ.
|
||
|
||
\s5
|
||
\v 6 ບັດນີ້ ຂ້າພະອົງຢືນຢູ່ທີ່ນີ້ເພື່ອຮັບການຕັດສິນເພາະຂ້າພະອົງເບິ່ງຫາພຣະສັນຍາພຣະເຈົ້າໄດ້ຊົງກະທຳກັບບັນພະບຸລຸດຂອງພວກເຮົາ.
|
||
\v 7 ນີ້ເປັນພຣະສັນຍາສິບສອງເຜົ່າຂອງເຮົາທີ່ຫວັງວ່າຈະໄດ້ເມື່ອພວກເຂົານະມັດສະການພຣະເຈົ້າຢ່າງເອົາຈິງເອົາຈັງຕະຫລອດທັງວັນ ແລະຄືນ. ດ້ວຍຄວາມຫວັງນີ້ເອງ, ກະສັດອັກຄຣິປາເອີຍ, ທີ່ພວກຢິວຟ້ອງຂ້າພະອົງ.
|
||
\v 8 ເຫດໃດພວກທ່ານຈຶ່ງຄິດວ່າມັນເປັນເລື່ອງເຫລືອເຊື່ອທີ່ພຣະເຈົ້າຈະເຮັດໃຫ້ຄົນຕາຍຟື້ນຄືນມາມີຊີວິດບໍ່ໄດ້?
|
||
|
||
\s5
|
||
\v 9 ຄັ້ງຫນຶ່ງ ຂ້າພະອົງຄິດກັບຕົວເອງວ່າຂ້າພະອົງຄວນຈະເຮັດຫລາຍສິ່ງຫລາຍຢ່າງທີ່ຕໍ່ຕ້ານພຣະນາມຂອງພຣະເຢຊູຊາວນາຊາເຣັດ.
|
||
\v 10 ຂ້າພະອົງໄດ້ກະທຳສິ່ງເຫລົ່ານີ້ໃນກຸງເຢຣູຊາເລັມ. ຂ້າພະອົງໄດ້ຈັບຜູ້ເຊື່ອຈຳນວນຫລາຍຄຸມຂັງດ້ວຍສິດອຳນາດທີ່ຂ້າພະອົງໄດ້ຮັບຈາກພວກຫົວຫນ້າປະໂຣຫິດ, ແລະ ເມື່ອພວກເຂົາຖືກຂ້າຕາຍ, ຂ້າພະອົງກໍໄດ້ອອກສຽງຕໍ່ຕ້ານພວກເຂົາ.
|
||
\v 11 ຂ້າພະອົງໄດ້ລົງໂທດພວກເຂົາຢູ່ຫລາຍຕໍ່ຫລາຍຄັ້ງໃນທຸກທຳມະສາລາ ແລະ ຂ້າພະອົງພະຍາຍາມທີ່ຈະບັງຄັບໃຫ້ພວກເຂົາຫມິ່ນປະຫມາດ. ຂ້າພະອົງໂກດແຄ້ນພວກເຂົາຢ່າງຮ້າຍ ແລະ ຂ້າພະອົງໄດ້ຂົ່ມເຫັງພວກເຂົາແມ້ແຕ່ທີ່ຕ່າງເມືອງ.
|
||
|
||
\s5
|
||
\v 12 ຂະນະທີ່ຂ້າພະອົງກຳລັງເຮັດເຊັ່ນນີ້, ຂ້າພະອົງໄດ້ໄປຍັງເມືອງດາມັສກັດດ້ວຍສິດອຳນາດແລະ ຄຳສັ່ງຂອງພວກຫົວຫນ້າປະໂຣຫິດ;
|
||
\v 13 ແລະ ເສັ້ນທາງທີ່ໄປທີ່ນັ້ນ, ໃນທັນໃດນັ້ນ, ກະສັດອັກຄຣິປາເອີຍ, ຂ້າພະອົງໄດ້ເຫັນແສງສະຫວ່າງຈາກສະຫວັນທີ່ສະຫວ່າງຈ້າກວ່າດວງອາທິດ ແລະ ມັນໄດ້ສ່ອງຢູ່ຮອບທັງຕົວຂ້າພະອົງ.
|
||
\v 14 ເມື່ອພວກເຮົາທຸກຄົນລົ້ມລົງກັບພື້ນ, ຂ້າພະອົງໄດ້ຍິນສຽງເວົ້າກັບຂ້າພະອົງກ່າວເປັນສຽງພາສາເຮັບເຣີວ່າ "ໂຊໂລ, ໂຊໂລເອີຍ ເຈົ້າຂົ່ມເຫັງເຮົາເຮັດຫຍັງ? ຊຶ່ງເຈົ້າເຮັດໃຫ້ເຈັບຕົວເອງລ້າໆ.'
|
||
|
||
\s5
|
||
\v 15 ແລ້ວຂ້າພະອົງກໍເວົ້າວ່າ, 'ພຣະອົງເຈົ້າ, ພຣະອົງເປັນຜູ້ໃດ? ອົງພຣະຜູ້ເປັນເຈົ້າຕອບວ່າ 'ເຮົາຄືເຢຊູຜູ້ທີ່ເຈົ້າໄດ້ຂົ່ມເຫັງ.
|
||
\v 16 ບັດນີ້ຈົ່ງລຸກຂຶ້ນ ແລະ ຢືນຢູ່ດ້ວຍຕີນຂອງເຈົ້າ; ເພາະຈຸດປະສົງເຮົາໄດ້ປາກົດແກ້ເຈົ້າ ເພື່ອແຕ່ງຕັ້ງໃຫ້ເຈົ້າເປັນຜູ້ຮັບໃຊ້ ແລະ ເປັນພະຍານເຖິງສິ່ງທີ່ເຈົ້າຮູ້ກ່ຽວກັບເຮົາ ແລະ ສິ່ງທີ່ເຮົາຈະສຳແດງກັບເຈົ້າໃນພາຍພາກຫນ້າ.
|
||
\v 17 ແລະ ເຮົາຈະຊ່ວຍເຈົ້າຈາກຜູ້ຄົນ ແລະ ຈາກຄົນຕ່າງຊາດທີ່ເຮົາສົ່ງມາໃຫ້ແກ່ເຈົ້າ,
|
||
\v 18 ເພື່ອເປີດຕາຂອງພວກເຂົາ ແລະເຮັດໃຫ້ພວກເຂົາຫັນຈາກຄວາມມືດມາສູ່ຄວາມສະຫວ່າງ ແລະ ຈາກອຳນາດຂອງຊາຕານມາຫາພຣະເຈົ້າ, ເພື່ອທີ່ວ່າພວກເຂົາໄດ້ຮັບການອະໄພໃນຄວາມບາບຈາກພຣະເຈົ້າ ແລະ ມໍຣະດົກທີ່ເຮົາມອບໃຫ້ກັບຄົນທັງຫລາຍທີ່ຖືກແຍກໄວ້ແລ້ວໂດຍຄວາມເຊື່ອໃນເຮົາ.'
|
||
|
||
\s5
|
||
\v 19 ດັ່ງນັ້ນ, ກະສັດອັກຄຣິປາເອີຍ, ຂ້າພະອົງຈຶ່ງເຊື່ອຟັງນິມິດຈາກສະຫວັນ;
|
||
\v 20 ແຕ່ໂດຍເລີ່ມຕົ້ນກັບໃນເມືອງດາມັສກັດກ່ອນ ແລະຕໍ່ຈາກນັ້ນໃນເຢຣູຊາເລັມແລະທົ່ວແຂວງຢູດາຍແລະໄປຍັງຄົນຕ່າງຊາດດ້ວຍ, ຂ້າພະອົງໄດ້ກ່າວຖ້ອຍຄຳແກ່ພວກເຂົາ ເພື່ອວ່າພວກເຂົາຈະໄດ້ກັບໃຈ ແລະ ຫັນຫນ້າຫາພຣະເຈົ້າ, ກະທຳຄວາມດີໃຫ້ສົມຄວນກັບການກັບໃຈ.
|
||
\v 21 ດ້ວຍເຫດນີ້ຊາວຢິວຈຶ່ງໄດ້ຈັບຂ້າພະອົງໃນພຣະວິຫານ ແລະ ພະຍາຍາມທີ່ຈະຂ້າ ຂ້າພະອົງເສຍ.
|
||
|
||
\s5
|
||
\v 22 ດັ່ງນັ້ນຂ້າພະເຈົ້າຢືນຢູ່ ແລະ ເປັນພະຍານຕໍ່ຄົນທັງຫລາຍ ແລະ ຄົນທີ່ເປັນໃຫຍ່ ຊຶ່ງບໍ່ມີຫຍັງຫລາຍກວ່າເລື່ອງທີ່ຜູ້ເຜີຍພຣະວັດຈະນະ ແລະ ໂມເສໄດ້ກ່າວໄວ້ວ່າຈະເກີດຂຶ້ນ;
|
||
\v 23 ວ່າພຣະຄຣິດຈະຕ້ອງທົນທຸກທໍລະມານ, ແລະ ພຣະອົງຈະເປັນຄົນທຳອິດທີ່ຟື້ນຈາກຄວາມຕາຍ ແລະ ປະກາດເຖິງຄວາມສະຫວ່າງແກ່ຊາວຢິວ ແລະ ຄົນຕ່າງຊາດ."
|
||
|
||
\s5
|
||
\v 24 ເມື່ອໂປໂລໄດ້ສຳເລັດການແກ້ຕ່າງເຂົາແລ້ວ, ເຟສທັສໄດ້ກ່າວດ້ວຍສຽງອັນດັງວ່າ, "ໂປໂລເອີຍ, ເຈົ້າບ້າໄປແລ້ວ; ຄວາມຮູ້ອັນຫລວງຫລາຍຂອງເຈົ້າເຮັດໃຫ້ເຈົ້າບ້າໄປແລ້ວ."
|
||
\v 25 ແຕ່ໂປໂລກ່າວວ່າ, "ທ່ານເຟສທັສ ເອີຍ, ຂ້າພະເຈົ້າບໍ່ໄດ້ເປັນບ້າ, ແຕ່ຂ້າພະເຈົ້າເວົ້າຄວາມຈິງດ້ວຍຄວາມກ້າຫານ ແລະ ມີສະຕິ.
|
||
\v 26 ເພາະເມື່ອກະສັດຮັບຮູ້ເຖິງສິ່ງຕ່າງໆ; ດັ່ງນັ້ນ ຂ້າພະເຈົ້າຈຶ່ງເວົ້າກັບພຣະອົງໄດ້ຢ່າງອິດສະລະ, ເພາະຂ້າພະເຈົ້າເຊື່ອວ່າ ບໍ່ມີສິ່ງໃດທີ່ຈະຖືກເຊື່ອງຊ້ອນໄວ້ຈາກພຣະອົງ; ເພາະສິ່ງນີ້ບໍ່ໄດ້ເຮັດໃນທີ່ລັບລີ້.
|
||
|
||
\s5
|
||
\v 27 ກະສັດອັກກຣິປາເອີຍ, ທ່ານເຊື່ອຜູ້ທຳນວາຍນີ້ບໍ? ຂ້າພະເຈົ້າຮູ້ວ່າທ່ານເຊື່ອ."
|
||
\v 28 ອັກກຣິປາໄດ້ກ່າວແກ່ໂປໂລວ່າ, "ໃນເວລາອັນສັ້ນໆນີ້ ເຈົ້າຈະຊັກຊວນເຮົາ ແລະ ຈະໃຫ້ເຮົາເປັນຕຣິດສະຕຽນບໍ?"
|
||
\v 29 ໂປໂລໄດ້ເວົ້າວ່າ, "ຂ້າພະເຈົ້າອະທິຖານຫາພຣະເຈົ້າ, ບໍ່ວ່າຈະເປັນເວລາຍາວ ຫລື ສັ້ນ, ບໍ່ແມ່ນທ່ານເທົ່ານັ້ນ, ແຕ່ຄົນທັງຫມົດຈະໄດ້ຍິນຈາກຂ້າພະເຈົ້າໃນວັນນີ້, ຈະໃຫ້ເປັນເຫມືອນຂ້າພະເຈົ້າ, ເວັ້ນເສຍແຕ່ໂສ້ແຫ່ງການຈຳຈອງນີ້."
|
||
|
||
\s5
|
||
\v 30 ແລ້ວກະສັດກໍລຸກຢືນຂຶ້ນ, ແລະ ຜູ້ປົກຄອງ, ແລະ ນາງເບີນິດ ແລະ ຜູ້ທີ່ກຳລັງນັ່ງກັບພວກເຂົາ;
|
||
\v 31 ເມື່ອພວກເຂົາອອກຈາກຫ້ອງໂຖງແລ້ວ, ພວກເຂົາໄດ້ເວົ້າກັນວ່າ " ຊາຍຜູ້ນີ້ ບໍ່ໄດ້ເຮັດສິ່ງໃດ ທີ່ສົມຄວນແກ່ຄວາມຕາຍ ຫລື ຖືກຈອງຈຳ."
|
||
\v 32 ອັກຄຣິປາໄດ້ກ່າວແກ່ເຟສທັສວ່າ, "ຊາຍຄົນນີ້ຄວນໄດ້ຮັບການປົດປ່ອຍ ຖ້າລາວບໍ່ໄດ້ຍື່ນອຸທອນໄປຍັງກະສັດຊີຊາ."
|
||
|
||
\s5
|
||
\c 27
|
||
\cl ບົດທີ 27
|
||
\p
|
||
\v 1 ເມື່ອຕັດສິນໃຈວ່າ ພວກເຮົາຈະເດີນເຮືອໄປຍັງປະເທດອີຕາລີ, ພວກເຂົາຈຶ່ງ ມອບໂປໂລ ແລະ ນັກໂທດຄົນອື່ນໆບາງຄົນໄວ້ກັບ ນາຍຮ້ອຍຄົນໜຶ່ງຊື່ວ່າຢູລີໂອ ຊຶ່ງເປັນ ນາຍທະຫານໃນກອງທັບຂອງຈັກກະພັດ ໂອຄຸດໂຕ.
|
||
\v 2 ພວກເຮົາໄດ້ລົງເຮືອລຳຫນຶ່ງ ຈາກເມືອງອາຣະມິດ, ຊຶ່ງກຳລັງຈະອອກໄປ ທຽບທ່າຕ່າງໆຕາມຊາຍຝັ່ງຂອງແຄວ້ນເອເຊຍ. ດັ່ງນັ້ນພວກເຮົາກໍອອກເດີນທາງໄປທະເລ, ອາຣິດຕາໂຂ ຈາກມືອງເທສະໂລນິກ ໃນມາເກໂດເນຍ ກໍໄປກັບພວກເຮົາດ້ວຍ.
|
||
|
||
\s5
|
||
\v 3 ວັນຕໍ່ມາພວກເຮົາ ໄດ້ລົງຈອດເມືອງຊີໂດນ, ທີ່ຊຶ່ງຢູລີໂອໄດ້ມີ ໃຈເມດຕາຕໍ່ໂປໂລ ແລະ ຈຶ່ງໄດ້ອະນຸຍາດໃຫ້ ໂປໂລໄປຫາຫມູ່ເພື່ອນຂອງລາວ ເພື່ອຮັບການດູແລ.
|
||
\v 4 ຈາກທີ່ນັ້ນ ພວກເຮົາໄດ້ໄປຍັງທະເລ ແລະ ແລ່ນເຮືອລຽບຝັ່ງຂອງເກາະໄຊປຣັດເປັນທີ່ກຳບັງລົມ, ເພາະລົມພັດຕ້ານພວກເຮົາຢູ່.
|
||
\v 5 ເມື່ອພວກເຮົາລ່ອງເຮືອຂ້າມທະເລ ແລະ ໃກ້ກັບຊາຍຝັ່ງເມືອງກີລີເກຍ ແລະ ເມືອງປຳຟີເລຍ, ພວກເຮົາກໍມາເຖິງເມືອງມີຣາ, ໃນ ແຂວງລີເກຍ.
|
||
\v 6 ໃນທີ່ນັ້ນ, ນາຍຮ້ອຍໄດ້ ພົບເຮືອລຳຫນຶ່ງ ທີ່ມາຈາກເມືອງອາເລັກຊັນເດຍ ຊຶ່ງກຳລັງຈະໄປຍັງປະເທດອີຕາລີ. ເຂົາຈຶ່ງໃຫ້ພວກເຮົາລົງເຮືອລຳນັ້ນ.
|
||
|
||
\s5
|
||
\v 7 ເມື່ອພວກເຮົາແລ່ນໄປຊ້າໆ ຢູ່ຫລາຍວັນ ແລະ ໃນທີ່ສຸດກໍມາເຖິງ ເມືອງກະນີໂດຢ່າງຍາກລຳບາກ, ລົມໄດ້ພັດຕ້ານພວກເຮົາແຮງຫລາຍ. ພວກເຮົາຈຶ່ງບໍ່ສາມາດໄປທິດທາງນັ້ນໄດ້ ດັ່ງນັ້ນພວກເຮົາຈຶ່ງ ແລ່ນລຽບຊາຍຝັ່ງດ້ານທີ່ມີກຳບັງເກາະກະເຣເຕ, ທີ່ຢູ່ກົງກັນຂ້າມກັບເມືອງແຫລມສານໂມນ.
|
||
\v 8 ພວກເຮົາໄດ້ແລ່ນເຮືອຮອບຊາຍຝັ່ງດ້ວຍຄວາມຍາກລຳບາກ, ຈົນກະທັງເຮົາມາເຖິງສະຖານທີ່ແຫ່ງຫນຶ່ງທີ່ຮ້ອງວ່າທ່າງາມ, ຊຶ່ງຢູ່ໃກ້ກັບເມືອງລາເຊ.
|
||
|
||
\s5
|
||
\v 9 ພວກເຮົາເສຍເວລາຫລາຍ, ເວລາແຫ່ງເທດສະການວັນລຶບລ້າງບາບກໍຜ່ານໄປ, ແລະຕອນນີ້ການແລ່ນເຮືອກໍເລີ່ມອັນຕະລາຍ. ດັ່ງນັ້ນໂປໂລຈຶ່ງເຕືອນພວກເຂົາ,
|
||
\v 10 ແລະ ໄດ້ກ່າວວ່າ, “ທ່ານທັງຫລາຍເອີຍ, ເຮົາເຫັນວ່າການເດີນທາງນີ້ຈະເປັນອັນຕະລາຍ ແລະ ເສຍຫາຍຫລາຍ, ບໍ່ພຽງແຕ່ສິນຄ້າ ແລະ ເຮືອເທົ່ານັ້ນ, ແຕ່ລວມເຖິງຊີວິດພວກເຮົາດ້ວຍ."
|
||
\v 11 ແຕ່ນາຍຮ້ອຍໃຫ້ຄວາມສົນໃຈກັບຫົວຫນ້າ ແລະ ເຈົ້າຂອງເຮືອຫລາຍກວ່າຄຳແນະນຳຂອງໂປໂລ.
|
||
|
||
\s5
|
||
\v 12 ເພາະທ່າເຮືອນັ້ນກໍບໍ່ເລື່ອງງ່າຍທີ່ຈະຈອດໃນຊ້ວງລະດູຫນາວ, ຊາວເຮືອສ່ວນໃຫຍ່ຈຶ່ງແນະນຳໃຫ້ລ່ອງເຮືອຈາກທີ່ນັ້ນ ໃຫ້ເຮົາສາມາດໄປເຖິງເມືອງຟີນິກດ້ວຍວິທີການໃດກໍໄດ້ ເພື່ອທີ່ເຮົາຈະໃຊ້ເວລາໃນຊ້ວງລະດູຫນາວທີ່ນັ້ນ. ເມືອງຟີນິກເປັນທ່າເຮືອໃນເກາະກະເຣເຕ, ແລະ ຫັນໄປທາງທິດຕາເວັນອອກສ່ຽງເຫນືອກັບທິດຕາເວັນອອກສຽງໃຕ້.
|
||
\v 13 ເມື່ອລົມທິດໃຕ້ເລີ່ມພັດມາຄ່ອຍໆ, ລູກເຮືອຄິດວ່າພວກເຂົາມີສິ່ງທີ່ພວກເຂົາຕ້ອງການແລ້ວ. ດັ່ງນັ້ນພວກເຂົາຈຶ່ງຖອນສະຫມໍ ແລະ ແລ່ນໄປຕາມເກາະກະເຣເຕໃກ້ກັບຊາຍຝັ່ງ.
|
||
|
||
\s5
|
||
\v 14 ແຕ່ຫລັງຈາກນັ້ນບໍ່ດົນປານໃດ ກໍມີລົມພະຍຸປັ່ນປ່ວນ, ທີ່ຊື່ວ່າລົມຕາເວັນອອກສ່ຽງເຫນືອ, ເລີ່ມຕີເຮົາຈາກທົ່ວເກາະ.
|
||
\v 15 ເມື່ອເຮືອຖືກຈັບຫັນຫົວ ແລະ ບໍ່ສາມາດຕ້ານລົມໄດ້ ເຮົາຈຶ່ງປ່ອຍໃຫ້ແລ່ນຕາມມັນໄປ.
|
||
\v 16 ພວກເຮົາໄດ້ແລ່ນໄປທາງດ້ານທີ່ກຳບັງຂອງເກາະນ້ອຍໆ ທີ່ຮ້ອງວ່າ ກາວດາ, ແລະ ເຮົາກໍສາມາດຮັກສາເຮືອຊູຊີ້ບໄດ້ດ້ວຍຄວາມຍາກລຳບາກ.
|
||
|
||
\s5
|
||
\v 17 ເມື່ອຍົກເຮືອນ້ອຍຂຶ້ນແລ້ວ, ພວກເຂົາໃຊ້ເຊືອກຜູກເຮືອໄວ້, ພວກເຂົາຢ້ານເຮືອຈະໄປຄຸງຫາດຊາຍທີ່ແຄມຝັ່ງຂອງຊີຣະຕີ, ດັ່ງນັ້ນພວກເຂົາຈຶ່ງ ທ້ອນສະຫມໍລົງສູ່ທະເລ ແລະ ແລ່ນເຮືອອອກໄປ.
|
||
\v 18 ພວກເຮົາຖືກໂຈມຕີດ້ວຍພາຍຸຢ່າງຫນັກ ດັ່ງນັ້ນວັນຮຸ່ງຂຶ້ນລູກເຮືອເລີ່ມທີ່ຈະໂຍນສິ່ງຂອງບັນທຸກຖິ້ມລົງນ້ຳ.
|
||
|
||
\s5
|
||
\v 19 ໃນວັນທີສາມ ພວກເຂົາກໍໂຍນເຄື່ອງໃຊ້ໃນເຮືອຖິ້ມລົງນ້ຳດ້ວຍມືຂອງພວກເຂົາເອງ.
|
||
\v 20 ເມື່ອດວງຕາເວັນ ແລະ ດວງດາວບໍ່ໄດ້ສ່ອງແສງໃສ່ພວກເຮົາຫລາຍວັນ, ແລະ ລົມພະຍຸໃຫຍ່ກໍພັດມາຢ່າງແຮງຢູ່ຕະຫລອດ, ໃນທີ່ສຸດຄວາມຫວັງທີ່ພວກເຮົາ ຈະລອດຊີວິດນັ້ນກໍຫມົດສິ້ນໄປ.
|
||
|
||
\s5
|
||
\v 21 ເມື່ອພວກເຂົາອອກໄປໂດຍບໍ່ມີອາຫານ, ແລ້ວໂປໂລໄດ້ຢືນທ່າມກາງລູກເຮືອ ແລະ ໄດ້ກ່າວວ່າ, "ທ່ານຄວນຟັງຂ້າພຣະເຈົ້າ, ແລະ ບໍ່ຄວນແລ່ນເຮືອຈາກເກາະກະເຣເຕ, ຈົນຕ້ອງຮັບບາດເຈັບ ແລະ ການສູນເສຍໃນຄັ້ງນີ້.
|
||
\v 22 ບັດນີ້ຂ້າພຣະເຈົ້າຂໍຫນູນໃຈພວກທ່ານໃຫ້ມີຄວາມກ້າຫານ, ເພື່ອວ່າພວກທ່ານຈະບໍ່ຕ້ອງສູນເສຍຊີວິດ, ພຽງແຕ່ສູນເສຍເຮືອເທົ່ານັ້ນ.
|
||
|
||
\s5
|
||
\v 23 ເມື່ອຄືນທີ່ຜ່ານມາ ທູດສະຫວັນຂອງພຣະຜູ້ເປັນເຈົ້າຂອງຂ້າພຣະເຈົ້າ, ຜູ້ທີ່ຂ້າພຣະເຈົ້ານະມັດສະການ - ທູດສະຫວັນຂອງພຣະອົງໄດ້ຢືນຢູ່ທາງຂ້າງຂ້າພຣະເຈົ້າ
|
||
\v 24 ແລະ ໄດ້ກ່າວວ່າ, "ໂປໂລເອີຍ, ຢ່າຢ້ານເລີຍ, ທ່ານຢືນຕໍ່ຫນ້າຈັກກະພັດຊີຊາ, ແລະ ເບິ່ງເຖີດ, ພຣະເຈົ້າປະທານຄວາມເມດຕາແກ່ທຸກຄົນທີ່ລ່ອງເຮືອກັບທ່ານ.'
|
||
\v 25 ດັ່ງນັ້ນທ່ານທັງຫລາຍ, ຈົ່ງກ້າຫານເຖີດ ເພາະຂ້າພະເຈົ້າວ່າງໃຈໃນພຣະເຈົ້າ ວ່າມັນຈະເກີດຂຶ້ນຢ່າງທີ່ໄດ້ບອກແກ່ຂ້າພະເຈົ້າ.
|
||
\v 26 ແຕ່ພວກເຮົາຕ້ອງ ຄາເກາະຈຳນວນຫນຶ່ງ."
|
||
|
||
\s5
|
||
\v 27 ເມື່ອເຖິງຄືນທີ່ສິບສີ່ ໃນຂະນະທີ່ເຮົາແລ່ນເຮືອດ້ວຍວິທີນີ້ ແລະ ໃນປະມານທ່ຽງຄືນທີ່ທະເລເມດີເຕຣາເນ, ລູກເຮືອຄິດວ່າພວກເຂົາເຂົ້າໃກ້ແຜ່ນດິນແດ່ແລ້ວ
|
||
\v 28 ພວກເຂົາໄດ້ໂຍນສາຍແທກຢັງລົງນ້ຳ, ແລະ ພົບວ່ານ້ຳເລິກຫນຶ່ງຮ້ອຍຊາວຟຸດ; ຫລັງຈາກນັ້ນບໍ່ດົນ, ພວກເຂົາກໍໂຍນສາຍລົງນ້ຳອີກ ແລະ ພົບວ່າເລິກເກົ້າສິບຟຸດ.
|
||
\v 29 ພວກເຂົາຍ້ານວ່າພວກເຂົາອາດຈະຕໍາໂງ່ນຫີນ, ດັ່ງນັ້ນພວກເຂົາຈຶ່ງຖິ້ມສະຫມໍຈາກທ້າຍເຮືອ ແລະ ອະທິຖານໃຫ້ເຖິງຕອນເຊົ້າໄວໆ.
|
||
|
||
\s5
|
||
\v 30 ລູກເຮືອເບິ່ງຫາວິທີອອກຫນີຈາກເຮືອແລະ ໄດ້ຍ່ອງເຮືອຊູຊີບລົງໄປໃນທະເລ, ແລະທຳທ່າເປັນວ່າພວກເຂົາຈະໂຍນສະຫມໍຈາກຫົວເຮືອ.
|
||
\v 31 ແຕ່ໂປໂລກ່າວກັບນາຍຮ້ອຍແລະ ທະຫານວ່າ, "ຖ້າເຫລົ່ານີ້ບໍ່ຢູ່ໃນເຮືອ, ທ່ານກໍບໍ່ສາມາດຮອດໄດ້"
|
||
\v 32 ດັ່ງນັ້ນທະຫານຈຶ່ງຕັດເຊືອກຂອງເຮືອອອກ ແລະ ປ່ອຍໃຫ້ມັນລອຍໄປ.
|
||
|
||
\s5
|
||
\v 33 ເມື່ອເຖິງເວລາກາງເວັນ, ໂປໂລໄດ້ຂໍຮ້ອງພວກເຂົາໃຫ້ກິນອາຫານ. ເຂົາໄດ້ກ່າວວ່າ, "ມື້ນີ້ເປັນມື້ທີສິບສີ່ທີ່ທ່ານທັງຫລາຍຖ້າ ແລະ ບໍ່ໄດ້ກິນອາຫານ; ພວກທ່ານບໍ່ໄດ້ກິນອີ່ຫຍັງເລີຍ.
|
||
\v 34 ດັ່ງນັ້ນຂ້າພະເຈົ້າຂໍຮ້ອງໃຫ້ທ່ານກິນອາຫານແດ່ທ້ອນ, ເພື່ອຄວາມຢູ່ລອດຂອງທ່ານ. ເພື່ອເສັ້ນຜົມຂອງທ່ານຈະບໍ່ເສຍໄປຈັກເສັ້ນ."
|
||
\v 35 ເມື່ອເຂົາໄດ້ກ່າວເຊັ່ນນີ້ແລ້ວ, ເຂົາກໍຈັບເຂົ້າຈີ່ ແລະ ຂອບພຣະຄຸນພຣະເຈົ້າຕໍ່ຫນ້າທຸກຄົນ. ຈາກນັ້ນເຂົາໄດ້ຫັກເຂົ້າຈີ່ ແລະ ເລີ່ມກິນ.
|
||
|
||
\s5
|
||
\v 36 ຈາກນັ້ນພວກເຂົາທຸກຄົນກໍໄດ້ຮັບການຫນູນໃຈ ແລະ ພວກເຂົາກໍຮັບປະທານອາຫານ.
|
||
\v 37 ເຮົາທັງຫລາຍທີ່ຢູ່ໃນເຮືອນັ້ນມີສອງຮ້ອຍເຈັດສິບຫົກຄົນ.
|
||
\v 38 ເມື່ອພວກເຂົາຮັບປະທານອີ່ມແລ້ວ, ພວກເຂົາກໍເຮັດໃຫ້ເຮືອມີນຳ້ຫນັກເບົາຂຶ້ນໂດຍການໂຍນເຂົ້າສາລີລົງໄປໃນທະເລ.
|
||
|
||
\s5
|
||
\v 39 ເມື່ອເວລາຜ່ານໄປ, ພວກເຂົາບໍ່ຮູ້ວ່າເປັນແຜ່ນດິນຫຍັງ, ແຕ່ພວກເຂົາເຫັນວ່າຕິດກັບຊາຍຫາດ, ແລະ ພວກເຂົາຈຶ່ງປຶກສາກັນວ່າພວກເຂົາຈະສາມາດຂັບເຮືອໄປຍັງທີ່ນັ້ນໄດ້ບໍ.
|
||
\v 40 ດັ່ງນັ້ນ ພວກເຂົາຈຶ່ງຕັດສາຍສະຫມໍຖິ້ມໄປໃນທະເລ. ໃນເວລາດຽວກັນພວກເຂົາກໍແກ້ເຊືອກທີ່ມັດໂທມຂັດທ້າຍເຮືອ ແລະ ຍົກໃບເຮືອຂຶ້ນເພື່ອໃຫ້ລົມພັດ; ແລະ ດັ່ງນັ້ນພວກເຂົາຈຶ່ງມຸ່ງຫນ້າໄປຍັງຊາຍຫາດ.
|
||
\v 41 ແຕ່ເມື່ອພວກເຂົາມາຖິງສະຖານທີ່ ທີ່ກະແສນ້ຳສອງດ້ານບັນຈົບກັນ ແລະເຮືອກໍປິ່ນໄປຄາດິນ. ຫົວເຮືອກໍຕິດຢູ່ນັ້ນ ແລະ ບໍ່ສາມາດຍ້າຍໄດ້, ແຕ່ທ້າຍເຮືອເລີ່ມທີ່ຈະແຕກອອກເພາະຄວາມຮຸນແຮງຂອງຄື້ນ'
|
||
|
||
\s5
|
||
\v 42 ທະຫານວາງແຜນການທີ່ຈະຂ້ານັກໂທດເພື່ອທີ່ຈະບໍ່ໃຫ້ໃຜສາມາດລອຍນ້ຳອອກໄປ ແລະຫລົບຫນີໄດ້.
|
||
\v 43 ແຕ່ນາຍຮ້ອຍຕ້ອງການທີ່ຈະຊ່ວຍໂປໂລໃຫ້ລອດຕາຍ, ເຂົາຢຸດແຜນການຂອງພວກເຂົາ; ແລະ ສັ່ງໃຫ້ຜູ້ທີ່ສາມາດລອຍນ້ຳທີ່ຈະກະໂດດລົງນ້ຳໄປກ່ອນ ແລະເຂົ້າໄປຝັ່ງ.
|
||
\v 44 ຈາກນັ້ນຜູ້ທີ່ເຫລືອກໍໄດ້ເຮັດຕາມ ບາງຄົນກໍເກາະເທິງແຜ່ນກະດານ, ບາງຄົນກໍເກາະເທິງສິ່ງຕ່າງໆ ຈາກເຮືອດ້ວຍເຫດນີ້ ເຮົາທຸກຄົນຈຶ່ງເຂົ້າຝັ່ງດ້ວຍຄວາມປອດໄພ.
|
||
|
||
\s5
|
||
\c 28
|
||
\cl ບົດທີ 28
|
||
\p
|
||
\v 1 ເມື່ອພວກເຮົາໄດ້ຖືກນຳໄປຢ່າງປອດໄພ, ພວກເຮົາຮູ້ວ່າພວກເຮົາຢູ່ທີ່ເກາະມານຕາ.
|
||
\v 2 ຄົນພື້ນເມືອງບໍ່ພຽງໃຫ້ຄວາມເມດຕາແກ່ພວກເຮົາເທົ່ານັ້ນ, ແຕ່ພວກເຂົາຍັງກໍ່ກອງໄຟ ແລະໃຫ້ການຕ້ອນຮັບພວກເຮົາທຸກຄົນ, ເພາະຝົນຕົກຢ່າງຕໍ່ເນື່ອງ ແລະ ຫນາວເຢັນ.
|
||
|
||
\s5
|
||
\v 3 ແຕ່ເມື່ອໂປໂລໄດ້ຮວບຮວມກິ່ງໄມ້ໄດ້ກອງຫນຶ່ງ ແລະ ວາງໄວ້ໃສ່ກອງໄຟ, ມີງູໂຕຫນຶ່ງອອກມາເພາະຄວາມຮ້ອນ, ແລະ ຮັດມືຂອງລາວ.
|
||
\v 4 ເມື່ອຄົນພື້ນເມືອງໄດ້ເຫັນສັດຂົບມືຂອງລາວ, ພວກເຂົາກ່າວຕໍ່ກັນວ່າ, "ຊາຍຄົນນີ້ເປັນຄົນຂ້າຄົນແນ່ນອນ ທີ່ໄດ້ລອດຊີວິດຈາກທະເລ, ຄວາມຍຸຕິທຳກໍຍັງບໍ່ອະນຸຍາດໃຫ້ເຂົາມີຊີວິດຢູ່."
|
||
|
||
\s5
|
||
\v 5 ແຕ່ເມື່ອເຂົາໄດ້ສະບັດສັດນັ້ນເຂົ້າໄປໃນກອງໄຟ ແລະ ບໍ່ໄດ້ຮັບອັນຕະລາຍໃດໆ.
|
||
\v 6 ພວກເຂົາກໍຖ້າເບິ່ງວ່າເຂົາຈະມີການອັກເສບເປັນໄຂ້ ຫລື ລົ້ມລົງຕາຍຢ່າງກະທັນຫັນ. ແຕ່ຫລັງຈາກທີ່ພວກເຂົາຖ້າເບິ່ງເປັນເວລາດົນນານແລະ ໄດ້ເຫັນວ່າບໍ່ມີຫຍັງເປັນເລື່ອງຜິດປົກກະຕິເກີດຂຶ້ນກັບເຂົາ, ພວກເຂົາຈຶ່ງປ່ຽນໃຈ ແລະ ໄດ້ກ່າວເຂົາເປັນພຣະເຈົ້າ.
|
||
|
||
\s5
|
||
\v 7 ບໍລິເວນໃກ້ຄຽງນັ້ນມີດິນແດນທີ່ເປັນຂອງຄົນທີ່ເປັນຫົວຫນ້າຊື່ປູບີອັສ. ເຂົາໃຫ້ຕ້ອນຮັບເຮົາແລະ ໄດ້ຈັດຕຽມສຳລັບເຮົາດ້ວຍຄວາມກະລຸນາເປັນເວລາສາມວັນ.
|
||
\v 8 ຕໍ່ມາບິດາຂອງປູບີອັສໄດ້ລົ້ມປ່ວຍດ້ວຍໄຂ້ ແລະທ້ອງບິດ. ເມື່ອໂປໂລໄປຫາເຂົາ, ໂປໂລໄດ້ອະທິຖານ, ວາງມືໃສ່ເຂົາ, ແລະ ໄດ້ຮັກສາເຂົາໃຫ້ຫາຍ.
|
||
\v 9 ຫລັງຈາກເລື່ອງນີ້ເກີດຂຶ້ນ ຄົນອື່ນໆ ທີ່ຢູ່ບົນເກາະທີ່ເຈັບປ່ວຍກໍໄດ້ມາຫາ ແລະໄດ້ຮັບການຮັກສາຢຽວຢາ.
|
||
\v 10 ຜູ້ຄົນຍັງໃຫ້ກຽດພວກເຮົາຫລາຍເມື່ອເຮົາກຳລັງຕຽມທີ່ຈະແລ່ນເຮືອ. ເມື່ອພວກເຂົາໄດ້ໃຫ້ສິ່ງຂອງທີ່ພວກເຮົາຕ້ອງການ.
|
||
|
||
\s5
|
||
\v 11 ຫລັງຈາກສາມເດືອນ ພວກເຮົາລົງເຮືອອາເລັກຊັນເດຍ ໃຊ້ເວລາຢູ່ເທິງເກາະໃນລະດູຫນາວ, ມີຮູບສະລັກທີ່ເທິງຫົວເຮືອນັ້ນເປັນຮູບຂອງ "ສອງອ້າຍນ້ອງຝາແຝດ".
|
||
\v 12 ຫລັງຈາກທີ່ເຮົາຫລົງຈອດເມືອງຊີຣາກູ, ເຮົາຢູ່ທີ່ນັ້ນເປັນເວລາສາມວັນ.
|
||
|
||
\s5
|
||
\v 13 ຈາກທີ່ນັ້ນ ພວກເຮົາແລ່ນເຮືອມາເຖິງເຮຄີໂອມ. ຫລັງຈາກນັ້ນຫນຶ່ງວັນກໍມີລົມໃຕ້ພັດມາ, ແລະ ໃນສອງວັນ ພວກເຮົາກໍມາເຖິງເມືອງໂປຕີໂອລີ.
|
||
\v 14 ທີ່ນັ້ນເຮົາໄດ້ພົບກັບພີ່ນ້ອງບາງຄົນແລະ ໄດ້ຖືກເຊີນໃຫ້ໄປພັກກັບພວກເຂົາເປັນເວລາເຈັດວັນ. ດັ່ງນັ້ນເຮົາຈຶ່ງມາເຖິງກຸງໂຣມ.
|
||
\v 15 ພີ່ນ້ອງທີ່ຢູ່ທີ່ນັ້ນ, ຫລັງຈາກທີ່ພວກເຂົາໄດ້ຍິນກ່ຽວກັບເຮົາ, ກໍໄດ້ມາພົບກັບເຮົາທີ່ຕະຫລາດອາປິໂອ ແລະ ທີ່ບ້ານສາມຮ້ານ ເມື່ອເປາໂລໄດ້ພົບພີ່ນ້ອງແລ້ວ, ເຂົາຂອບໃຈພຣະເຈົ້າ ແລະໄດ້ຮັບກຳລັງໃຈ.
|
||
|
||
\s5
|
||
\v 16 ເມື່ອເຮົາເຂົ້າໄປໃນກຸງໂຣມ, ໂປໂລໄດ້ຮັບອະນຸຍາດໃຫ້ຢູ່ຄົນດຽວກັບທະຫານທີ່ຄຸມເຂົາໄວ້.
|
||
\v 17 ຫລັງຈາກນັ້ນສາມວັນ ໂປໂລຖືກຮ້ອງພ້ອມກັບຄົນເຫລົ່ານັ້ນທີ່ເຄີຍເປັນຜູ້ນຳໃນຫມູ່ຊາວຢິວ. ເມື່ອພວກເຂົາມາຮ່ວມກັນແລ້ວ ໂປໂລກ່າວກັບພວກເຂົາວ່າ, "ພີ່ນ້ອງທີ່ຮັກ, ເຖິງແມ້ວ່າຂ້າພຣະເຈົ້າບໍ່ໄດ້ເຮັດຫຍັງຜິດຕໍ່ຜູ້ຄົນ ຫລືປະເພນີຂອງບັນພະບຸລຸດຂອງເຮົາ, ຂ້າພະເຈົ້າໄດ້ຖືກສົ່ງໃຫ້ເປັນນັກໂທດຈາກກຸງເຢຣູຊາເລັມໄປຢູ່ໃນເມືອງຂອງຊາວໂຣມ.
|
||
\v 18 ຫລັງຈາກທີ່ພວກເຂົາໄຕ່ສວນຂ້າພະເຈົ້າແລ້ວ, ພວກເຂົາປາດຖະຫນາໃຫ້ຂ້າພະເຈົ້າເປັນອິດສະລະ ເພາະບໍ່ມີເຫດຜົນໃດໃນຕົວຂ້າພະເຈົ້າ ຖືກຕໍ່ການລົງໂທດເຖິງຕາຍ.
|
||
|
||
\s5
|
||
\v 19 ແຕ່ເມື່ອພວກຢິວເວົ້າຄັດຄ້ານຄວາມປາດຖະຫນາຂອງພວກເຂົາ, ຂ້າພະເຈົ້າຖືກບັງຄັບໃຫຂໍອຸທອນໄປຍັງຈັກກະພັດຊີຊາ, ເຖິງແມ້ບໍ່ແມ່ນຂໍ້ກ່າວຫາໃດທີ່ຂ້າພະເຈົ້ານຳມາຕໍ່ຕ້ານຊົນຊາດຂອງຂ້າພະເຈົ້າ.
|
||
\v 20 ເຫດເພາະການອຸທອນຂອງຂ້າພະເຈົ້າ, ຂ້າພະເຈົ້າຮ້ອງຂໍທີ່ຈະພົບກັບທ່ານ ແລະ ໄດ້ເວົ້າກັບທ່ານ ນີ້ເປັນເພາະສິ່ງທີ່ອິດສາຣາເອນມີຄວາມຫມັ້ນໃຈຈົນຂ້າພະເຈົ້າຖືກລາມດ້ວຍໂສ້ນີ້."
|
||
|
||
\s5
|
||
\v 21 ແລ້ວພວກເຂົາກໍເວົ້າກັບເພິ່ນວ່າ, "ເຮົາບໍ່ໄດ້ຮັບຈົດຫມາຍຈາກແຂວງຢູດາຍ ກ່ຽວກັບທ່ານ, ຫລືພີ່ນ້ອງຄົນໃດມາລາຍງານ ຫລື ເວົ້າຫຍັງບໍ່ດີກ່ຽວກັບທ່ານ.
|
||
\v 22 ແຕ່ເຮົາຕ້ອງການຈະໄດ້ຍິນຈາກສິ່ງທີ່ທ່ານຄິດກ່ຽວກັບນິກາຍນີ້, ເພາະເຮົາຮູ້ວ່າສິ່ງນີ້ຖືກເວົ້າຕໍ່ຕ້ານໃນທຸກແຫ່ງ."
|
||
|
||
\s5
|
||
\v 23 ເມື່ອພວກເຂົາໄດ້ຈັດວັນຫນຶ່ງໃຫ້ເຂົາ, ແລ້ວຜູ້ຄົນຫລາຍໄດ້ມາຫາຍັງທີ່ຢູ່ອາໃສຂອງລາວ. ລາວໄດ້ນຳສະເຫນີເລື່ອງນີ້ແກ່ພວກເຂົາ, ແລະ ໄດ້ເປັນພະຍານກ່ຽວກັບອານາຈັກຂອງພຣະເຈົ້າ. ລາວໄດ້ພະຍາຍາມທີ່ຈະຊັກຊວນໃຫ້ພວກເຂົາກ່ຽວກັບພຣະເຢຊູເຈົ້າ, ທັງຈາກກົດຫມາຍຂອງໂມເຊ ແລະ ຈາດຜູ້ທຳນວຍຕັ້ງແຕ່ເຊົ້າຈົນເຖິງເວລາຕອນແລງ.
|
||
\v 24 ບາງຄົນໄດ້ເຊື່ອສິ່ງທີ່ຖືກກ່າວ, ໃນຂະນະທີ່ຄົນອື່ນໆບໍ່ເຊື່ອ.
|
||
|
||
\s5
|
||
\v 25 ເມື່ອພວກເຂົາບໍ່ເຫັນດ້ວຍກັບຄົນອື່ນໆ, ພວກເຂົາກໍໄດ້ລາຈາກໄປຫລັງຈາກ ໂປໂລໄດ້ກ່າວຄຳຫນຶ່ງວ່າ, "ພຣະວິນຍານບໍຣິສຸດ ໄດ້ຊົງກ່າວວ່າຜ່ານເອຊາຢາຜູ້ທຳນວຍຕໍ່ບັນພະບຸລຸດຂອງທ່ານ.
|
||
\v 26 ພຣະອົງກ່າວວ່າ 'ຈົ່ງໄປຫາຄົນເຫລົ່ານີ້ ແລະ ເວົ້າວ່າ, "ພວກເຈົ້າຈະໄດ້ຍິນ, ແຕ່ບໍ່ເຂົ້າໃຈ; ແລະ ເຫັນສິ່ງທີ່ເຈົ້າຈະເຫັນແຕ່ບໍ່ຮັບຮູ້.
|
||
|
||
\s5
|
||
\v 27 ເພາະຫົວໃຈຂອງຄົນນີ້ໄດ້ເຢັນຊາ, ແລະ ດ້ວຍຫູຂອງພວກເຂົາກໍຍາກທີ່ຈະໄດ້ຍິນ, ແລະ ພວກເຂົາໄດ້ປິດຕາຂອງພວກເຂົາຢູ່. ບໍ່ດັ່ງນັ້ນພວກເຂົາອາດຈະໄດ້ເຫັນດ້ວຍຕາຂອງພວກເຂົາ, ແລະ ໄດ້ຍິນດ້ວຍຫູຂອງພວກເຂົາ, ແລະ ເຂົ້າໃຈດ້ວຍຫົວໃຈຂອງພວກເຂົາ ແລະ ຫັນກັບມາອີກຄັ້ງ, ແລະເຮົາຈະຮັກສາພວກເຂົາ."'
|
||
|
||
\s5
|
||
\v 28 ດັ່ງນັ້ນ, ທ່ານຄວນຈະຮູ້ຄວາມລອດຂອງພຣະເຈົ້ານີ້ຖືກສົ່ງໄປຍັງຕ່າງຊາດ, ແລະ ພວກເຂົາຈະຟັງ."
|
||
\v 29
|
||
|
||
\s5
|
||
\v 30 ໂປໂລອາໄສຢູ່ໃນບ້ານທີ່ເຂົາເຊົ່າເປັນເວລາສອງປີ, ແລະ ເຂົາໄດ້ໃຫ້ການຕ້ອນຮັບທຸກຄົນທິ່ມາຫາເຂົາ.
|
||
\v 31 ເຂົາໄດ້ເທດສະຫນາເຖິງອານາຈັກຂອງພຣະເຈົ້າ ແລະ ໄດ້ສອນສິ່ງຕ່າງໆກ່ຽວກັບອົງພຣະເຢຊູຄຣິດເຈົ້າດ້ວຍຄວາມກ້າຫານ. ບໍ່ມີໃຜຢຸດເຂົາໄດ້.
|