lo_ulb/26-EZK.usfm

2523 lines
653 KiB
Plaintext
Raw Blame History

This file contains invisible Unicode characters

This file contains invisible Unicode characters that are indistinguishable to humans but may be processed differently by a computer. If you think that this is intentional, you can safely ignore this warning. Use the Escape button to reveal them.

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\id EZK
\ide UTF-8
\h ເອເຊກຽນ
\toc1 ເອເຊກຽນ
\toc2 ເອເຊກຽນ
\toc3 ezk
\mt ເອເຊກຽນ
\s5
\c 1
\cl ບົດທີ 1
\p
\v 1 ໃນວັນທີ​ຫ້າເດືອນ​ສີ່​, ປີ​ທີ​ສາມ­ສິບ, ສິ່ງທີ່ໄດ້ເກີດຂື້ນ, ຂະ­ນະ​ທີ່­ຂ້ານ້ອຍ​ຢູ່​ກັບ​ພວກ​ຊະ­ເລີຍ​ທີ່​ແມ່­ນ້ຳ​ເກ­ບາກ. ​ທ້ອງ­ຟ້າ​ໄດ້​ເປີດອອກ, ແລະ ຂ້ານ້ອຍໄດ້ເຫັນນິມິດຂອງ​ພຣະ­ເຈົ້າ.
\v 2 ໃນ​ວັນທີຫ້າຂອງເດືອນນັ້ນ — ຄືໃນປີທີຫ້າທີ່​ກະ­ສັດ​ເຢ­ໂຮ­ອາ­ກິນ​ຖືກ​ຈັບ​ໄປ​ເປັນ​ຊະ­ເລີຍ. —
\v 3 ພຣະຄຳຂອງພຣະຢາເວ ໄດ້ມາຍັງ ເອ­ເຊ­ກຽນ​ລູກ­ຊາຍ​ຂອງ​ປະ­ໂລ­ຫິດ​ບູ­ຊີ, ​ຢູ່​ແຄມ​ແມ່­ນ້ຳ​ເກ­ບາ​ກໃນ​ປະ­ເທດ​ບາ­ບີ­ໂລນ, ແລະພຣະຫັດຂອງພຣະຢາເວໄດ້ມາຢູ່ເຫນືອທ່ານທີ່ນັ້ນ.
\s5
\v 4 ເມື່ອຂ້າ­ນ້ອຍ​ໄດ້ຫລຽວເບິ່ງ, ແລະ ໄດ້ມີ​ລົມ­ພະ­ຍຸ​ພັດ​ມາຈາກທາງ​ເຫນືອ; ມີເມກ​ກ້ອນ​ໃຫຍ່​ກັບຟ້າແມບເຫລື້ອມ​​ ແລະ ມີຄວາມສະຫວ່າງໂດຍຮອບ, ແລະ ​ໃນ​ເມກ​ນັ້ນມີແສງເຫມືອນໄຟ​ສີອຳພັນ.
\v 5 ໃນໃຈກາງໄຟນັ້ນມີຮູບລັກສະນະຂອງສິ່ງມີຊີວິດສີ່ໂຕ. ຮູບຮ່າງລັກສະນະຂອງພວກມັນເປັນດັ່ງນີ້: ມີຮູບລັກສະນະຂອງ​ມະ­ນຸດ,
\v 6 ແຕ່ພວກມັນ­ລະ​ໂຕ​ມີຫນ້າ​ສີ່​ຫນ້າ, ແລະ ​ມີປີກສີ່​ປີກ.
\s5
\v 7 ຂາ​ຂອງ​ພວກມັນນັ້ນ​ຊື່ກົງ, ແຕ່​ຝາຕີນ​ຂອງ​ມັນ​ຄືກັບຕີນ​ງົວ ແລະ ເຫລື້ອມຄືກັັບທອງເຫລືອງ.
\v 8 ແຕ່ພວກມັນມີມືມະນຸດຢູ່ກ້ອງ​ປີກຂອງມັນ​ທັງ​ສີ່ຂ້າງ. ທັງສີ່ໂຕ, ຕ່າງມີຫນ້າ ແລະ ມີປີກເຊັ່ນນີ້:
\v 9 ຄືປີກ​ທັງ​ສອງ​ຂອງ​ສີ່ງທີ່ມີຊີວິດເຫລົ່ານັ້ນ ຕ່າງກໍພືປີກຂອງສິ່ງທີ່ມີຊີວິດອອກໄປຈຸກັນກັບໂຕອຶ່ນ, ແລະ ພວກມັນບໍ່ເຫັນຫັນໄປທາງທີ່ພວກມັນມຸ້ງໄປ; ແຕ່ລະໂຕເຄື່ອນຍ້າຍໄປທາງຫນ້າ.
\s5
\v 10 ຮູບລັກສະນະໃບຫນ້າ​ຂອງສິ່ງທີ່ມີຊີວິດເຫລົ່ານັ້ນຄື ດ້ານຫນ້າເປັນຫນ້າຄົນ. ຫນຶ່ງໃນ​ສີ່ດ້ານຂອງໃບຫນ້ານັ້ນ​ເຫມືອນ​ຫນ້າ​ສິງຢູ່ຂ້າງຂວາ, ຫນຶ່ງໃນສີ່ຂອງໃບຫນ້າເຫມືອນ​ຫນ້າ­ງົວຢູ່ຂ້າງ​ຊ້າຍ​ ແລະ​ ຫນຶ່ງໃນສີ່ຂອງໃບຫນ້າ​ເຫມືອນ​ຫນ້າ​ນົກ​ອິນຊີ.
\v 11 ໃບຫນ້າຂອງສິ່ງທີ່ມີຊີວິດເຫລົ່ານີ້ກໍເປັນເຊັ່ນນີ້ແຫລະ, ແລະ ສ່ວນປີກ​ທັງ​ຫລາຍນັ້ນ​ພື​ອອກໄປ, ແຕ່ລະໂຕມີສອງປີກ​ຈຸ​ກັບ​ປາຍ​ປີກ​ຂອງ­ໂຕ​ອື່ນ, ແລະ ​ອີກ​ປີກ​ສອງ​ປີກ​ໄດ້​ປົກ​ຫຸ້ມ​ໂຕ​ມັນ​ໄວ້.
\v 12 ໂຕລະໂຕເຄື່ອນ​ຫນ້າຊື່ໄປ, ເພື່ອວ່າພຣະວິຍານນຳພາພວກມັນໄປທາງໃດກໍຕາມ, ພວກມັນກໍໄປທາງນັ້ນໂດຍບໍ່ຫັນກັບເລີຍ.
\s5
\v 13 ຮູບລັກສະນະ ແລະ ລັກສະນະຂອງສີ່ງທີ່ມີຊີວິດເຫລົ່ານັ້ນ, ເຫນືອນຖ່ານໄຟລຸກຂື້ນແຮງ, ລັກສະນະເຫນືອນ​ຄ້າຍ­ຄື​ໂຄມ­ໄຟຫລາຍອັນ; ສ່ອງໄຟສະຫວ່າງ ແລະ ເຄື່ອນ​ໄຫວ​ໄປມາລະຫວ່າງສິ່ງທີ່ມີຊີວິດເຫລົ່ານັ້ນ, ແລະ ມີແສງຟ້າແມບເຫລື້ອມອອກມາຈາກໄຟນັ້ນ.
\v 14 ສີ່ງທີ່ມີຊີວິດເຫລົ່ານັ້ນເຄື່ອນໄຫວໄປມາ, ແລະພວກມັນມີລັກສະນະຄືກັບ­ຟ້າ­ແມບເຫລື້ອມ!
\s5
\v 15 ແລ້ວເມື່ອຂ້ານ້ອຍ​ຫລຽວ​ເບິ່ງ​ສິ່ງທີ່ມີຊີວິດ­ເຫລົ່ານັ້ນ; ມີ​ກົງ​ລໍ້ອັນ​ຫນຶ່ງ​ຢູ່​ທາງ​ຂ້າງຂອງສິ່ງທີ່ມີຊີວິດເຫລົ່ານັ້ນ.
\v 16 ລັກສະນະ ແລະ ໂຄງສ້າງຂອງກົງລໍ້​ເຫລົ່ານັ້ນ: ແຕ່ລະອັນຄືກັບແຫ່ເບລີ. ກົງລໍ້ທັງສີ່ມີຮູບລັກສະນະເຫນືອນກັນ, ມີລັກສະນະ ແລະ ໂຄງສ້າງເຫນືອນກົງລໍ້ທີ່ຊ້ອນກັນຢູ່ກາງກົງລໍ້.
\s5
\v 17 ເມື່ອກົງລໍ້ເຄື່ອນໄປ, ແລະ ພວກມັນກໍໄປໂດຍບໍ່ຫັນໄປຕາມທິດທາງຂອງຫນ້າສິ່ງທີ່ມີຊີວິດເຫລົ່ານັ້ນເລີຍ.
\v 18 ຂອບກົງ​ລໍ້​ເຫລົ່ານັ້ນ​ສູງ, ແລະ ​ເປັນ­ຕາ​ຢ້ານຫລາຍ, ຂອບກົງລໍ້ທັງສີ່ເຕັມໄປດ້ວຍດວງຕາຢູ່​ອ້ອມຮອບໆ.
\s5
\v 19 ເມື່ອສີ່ງທີ່ມີຊີວິດເຄື່ອນທີ່ໄປ, ກົງລໍ້ເຫລົ່ານັ້ນເຄື່ອນຕາມໄປນຳ. ເມື່ອສີ່ງທີ່ມີຊີວິດລອຍຂື້ນຈາກພື້ນດິນ, ກົງລໍ້​ເຫລົ່ານັ້ນກໍ​ຍ້າຍ​ໄປ​ນຳ.
\v 20 ເມື່ອ​ພຣະວິຍານ ຈະໄປບ່ອນໃດ, ພວກມັນກໍໄປນຳ, ແລະ ກົງລໍ້ກໍລອຍໄປນຳພວກມັນ, ເພາະວິນຍານຂອງສີ່ງທີ່ມີຊີວິດເຫລົ່ານັ້ນຢູ່ໃນກົງລໍ້​.
\v 21 ເມື່ອສີ່ງທີ່ມີຊີວິດທັງສີ່ເຄື່ອນໄປ, ກົງລໍ້ກໍເຄື່ອນໄປນຳ; ແລະ ເມື່ອສີ່ງທີ່ມີຊີວິດຢືນຂື້ນ; ກົງລໍ້ກໍຢືນຂຶ້ນນຳ; ເມື່ອສິ່ງທີ່ມີຊີວິດລອຍຂຶ້ນຈາກພື້ນດິນ, ກົງລໍ້ກໍຈະລອຍຂຶ້ນໄປຢູ່ຂ້າງໆພວກມັນ, ເພາະວ່າວິຍານຂອງສີ່ງທີ່ມີຊີວິດຢູ່ໃນກົງລໍ້.
\s5
\v 22 ຢູ່​ເທິງ​ຫົວ​ຂອງ​​ສິ່ງທີ່ມີຊີວິດເຫລົ່ານັ້ນ ໄດ້ມີລັກສະນະຄ້າຍຄືຮູບໂດມ; ​ເບິ່ງ​ຄ້າຍ­ຄື​ຍອດ​ຊໍ່­ຟ້າ​ແກ້ວ­ຜະນຶກ​ສີ​ສຸກ­ໃສຢ່າງຫນ້າຢ້ານກົວ​ຢູ່​ເທິງຫົວຂອງພວກມັນ.
\v 23 ພາຍໃຕ້ໂດມນີ້, ປີກຂອງສີ່ງທີ່ມີຊີວິດແຕ່ລະໂຕ ກໍ​ພື​​​ອອກ​ໄປ​ຈຸ​ກັບ​ປາຍ​ປີກອີກ​ໂຕຫນຶ່ງ. ແຕ່​ອີກ​ສອງ​ປີກຂອງສິ່ງທີ່ມີຊີວິດແຕ່ລະໂຕ​ໄດ້​ປົກ​ຫຸ້ມ​ໂຕ​ມັນ​ໄວ້; ແຕ່ລະໂຕກໍໃຊ້ປີກອີກຄູ່ຫນຶ່ງປົກຫຸ້ມໂຕຂອງຕົນເອງໄວ້.
\s5
\v 24 ຂ້າ­ນ້ອຍ​ໄດ້­ຍິນ​ສຽງ​ປີກຂອງພວກມັນ. ເຫນືອນກັບສຽງນ້ຳຢ່າງຫລວງຫລາຍ. ເຫມືອນກັບ​ສຽງຂອງອົງຜູ້ຊົງຣິດອຳນາດຍິ່ງໃຫຍ່ໃນເວລາດຳເນີນໄປ. ເຫນືອນສຽງຂອງພະຍຸຝົນ. ເຫນືອນສຽງຂອງກອງ­ທັບ. ແລະ​ເມື່ອພວກມັນຢືນນີ້ງ, ພວກມັນຈະຮຸບປີກຂອງພວກມັນລົງ.
\v 25 ແຕ່​ຍັງ­ມີ​ສຽງ​ອອກມາແຕ່ຂ້າງເທິງຂອງໂດມ​ເຫນືອ​ຫົວ​ຂອງ​ພວກມັນ ເມື່ອໃດກໍຕາມທີ່ພວກມັນຢືນນີ້ງ ແລະ ປີກຂອງພວກມັນກໍຈະຮຸບລົງ.
\s5
\v 26 ຢູ່​ເທິງ​ຍອດ​ຊໍ່­ຟ້າ ທີ່ຢູ່ເຫນືອຫົວຂອງພວກມັນ ມີສີ່ງທີ່ມີຮູບລັກສະນະຂອງພຣະທີ່ນັ່ງ ຊຶ່ງມີລັກສະນະເຫມືອນ​ແກ້ວ​ມໍ­ລະ­ກົດ, ແລະ ເທິງສີ່ງທີ່ມີລັກສະນະຂອງພຣະທີ່ນັ່ງນັ້ນ ກໍມີລັກສະນະເຫມືອນມະນຸດຢູ່ເທິງນັ້ນ.
\s5
\v 27 ຂ້ານ້ອຍໄດ້ເຫັນຮູບລັກສະນະທີ່ປະກົດເປັນໂລຫະ​ສ່ອງ­ແສງ​ເຫລື້ອມເຫມືອນ​ທອງ​ສຳ­ລິດ​ຢູ່­ໃນ​ກາງ​ກອງ­ໄຟ ໃນນັ້ນຈາກລຸ່ມແອວຂອງເຂົາຂື້ນໄປ; ຂ້ານ້ອຍໄດ້ເຫັນຈາກບັ້ນແອວຂອງເຂົາລົງມາ ມີລັກສະນະເຫມືອນໄຟ ແລະ ຄວາມສະຫວ່າງຮອບໆ.
\v 28 ມີແສງ­ສະ­ຫວ່າງໂດຍຮອບໆ ເຫມືອນລັກສະນະຂອງຮຸ້ງທີ່ປາກົດໃນເມກໃນມື້ທີ່ຝົນຕົກ. ລັກສະນະແລະຮູບລັກສະນະຂອງພຣະສະຫງ່າຣາສີຂອງພຣະຢາເວ. ເປັນດັ່ງນີ້ແຫລະ ເມື່ອຂ້ານ້ອຍໄດ້ເຫັນແລ້ວ, ຂ້ານ້ອຍກໍໄດ້ຊົບຫນ້າ, ແລະ ຂ້ານ້ອຍໄດ້ຍິນສຽງກຳລັງເວົ້າ.
\s5
\c 2
\cl ບົດທີ 2
\p
\v 1 ພຣະອົງຊົງກ່າວກັບຂ້ານ້ອຍວ່າ, “ບຸດແຫ່ງມະ­ນຸດ​ເອີຍ, ຈົ່ງ​ຢືນ​ຂຶ້ນເຖີດ; ​ເຮົາ​ຕ້ອງ­ການ​ເວົ້າ​ນຳ​ເຈົ້າ.”
\v 2 ຂະ­ນະ​ທີ່​ພຣະອົງໄດ້ຊົງກ່າວແກ່ຂ້ານ້ອຍ, ພຣະ­ວິນ­ຍານ​ໄດ້​ສວມ​ທັບ​ຂ້າ­ນ້ອຍ ແລະ ​ໄດ້ຊົງເຮັດໃຫ້ຂ້ານ້ອຍ​ຢືນ​ຂຶ້ນ. ແລະ ຂ້ານ້ອຍໄດ້ຍິນພຣະອົງຊົງກ່າສແກ່ຂ້ານ້ອຍ.
\v 3 ພຣະອົງໄດ້ກ່າວກັບ​ຂ້ານ້ອຍວ່າ, “ບຸດແຫ່ງມະ­ນຸດ​ເອີຍ, ເຮົາ​ຈະ​ສົ່ງ​ເຈົ້າ​ໄປ​ຍັງປະຊາຊົນ​​ອິດສະຣາເອນ, ໄປຍັງເຊື້ອສາຍທີ່ມັກກະ­ບົດ ຊຶ່ງໄດ້ທໍລະຍົດເຮົາ - ທັງພວກ­ເຂົາ​ ແລະ ບັນ­ພະ­ບູ­ລຸດ​ຂອງ​ພວກເຂົາ­​ໄດ້ເຮັດຜິດບາບຕໍ່ສູ້ເຮົາຈົນເຖິງ​ທຸກ​ມື້ນີ້!
\s5
\v 4 ເຊື້ອສາຍຂອງພວກ­ເຂົາ​ເປັນ​ຄົນແຂງກະດ້າງ ແລະ ໃຈແຂງ. ເຮົາ​ຈະ​ສົ່ງ​ເຈົ້າ​ໄປຫາພວກເຂົາ ແລະ ເຈົ້າຈົ່ງ​ເວົ້າ­ກັບ​ພວກເຂົາວ່າ, 'ນີ້ເປັນພຣະຢາເວພຣະຜູ້ເຈົ້າຊົງກ່າວດັ່ງນີ້,'
\v 5 ບໍ່ວ່າພວກ­ເຂົາ​ຈະ​ຟັງ ຫລືປະຕິເສດກໍຕາມ. ພວກ­ເຂົາ​ກໍເປັນເຊື້ອສາຍທີ່ມັກກະບົດ, ແຕ່ຢ່າງຫນ້ອຍພວກເຂົາ​ຈະ​ໄດ້ຮູ້­ວ່າ ມີ​ຜູ້­ປະ­ກາດ­ພຣະຄຳຄົນ​ຫນຶ່ງ​ຢູ່​ທ່າມ­ກາງ​ພວກເຂົາ.
\s5
\v 6 ສ່ວນເຈົ້າ, ບຸດແຫ່ງ​ມະ­ນຸດ​ເອີຍ, ຢ່າ​ຢ້ານກົວ​ພວກ­ເຂົາ ຫລື​ຄຳເວົ້າຂອງພວກເຂົາ​. ຢ່າຢ້ານເລີຍ, ເຖິງ­ແມ່ນ­ວ່າ ​ພວກ­ເຂົາ​ຈະ​ຢູ່ທ່າມກາງ​ຕົ້ນຫນາມ​ ແລະ ຫນາມແຫລມຈະຢູ່ກັບ​ເຈົ້າ ແລະ​ເປັນ​ເຫມືອນ​ແມງ­ງອດ​ຢູ່​ອ້ອມ­ຮອບ​ເຈົ້າ. ຈົ່ງ​ຢ່າ​ຢ້ານຄຳເວົ້ພວກເຂົາ ຫລືຕົກໃຈເພາະຫນ້າຂອງພວກເຂົາ, ເພາະວ່າພວກເຂົາເປັນເຊື້ອຊາດທີ່ມັກ​ກະ­ບົດ​.
\s5
\v 7 ແຕ່ເຈົ້າຈົ່ງກ່າວພຣະຄຳຂອງເຮົາ, ເຖິງວ່າພວກເຂົາຈະຟັງ ຫລື ບໍ່ຟັງ, ເພາະພວກເຂົາເປັນເຊື້ອຊາດທີ່ມັກກະບົດ.
\v 8 ແຕ່ສ່ວນເຈົ້າ, ບຸດແຫ່ງມະ­ນຸດ​ເອີຍ, ຈົ່ງ​ຟັງ​ສິ່ງ​ທີ່​ເຮົາ​ກ່າວກັບເຈົ້າ. ຢ່າເປັນຄົນ​ກະ­ບົດ​ເຫມືອນ​ກັບ​ເຊື້ອສາຍກະບົດນັ້ນ. ຈົ່ງ​ອ້າ​ປາກ​ຂອງເຈົ້າ ແລະ ​ກິນ​ສິ່ງ​ທີ່​ເຮົາ​ເອົາໃຫ້ພວກ​ເຈົ້າ​!”
\s5
\v 9 ເມື່ອຂ້າ­ນ້ອຍໄດ້​ຫລຽວເບິ່ງ, ແລະ ພຣະຫັດ​ເບື້ອງ​ຫນຶ່ງຢຽດອອກ​ມາ​ທາງ​ຂ້ານ້ອຍ; ໃນພຣະຫັດນັ້ນມີຫນັງສືທີ່ຂຽນໄວ້ຢູ່ມ້ວນຫນຶ່ງ.
\v 10 ພຣະອົງໄດ້ຊົງໄຂ​ຫນັງ­ສື​ມ້ວນນັ້ນອອກມາຕໍ່ຫນ້າ ​ຂ້າ­ນ້ອຍ; ມີຕົວຫນັງສືຂຽນ­ໄວ້​ທັງ​ດ້ານຫນ້າ ແລະ ທາງດ້ານຫລັງ, ມີບົດຮ້ອງໄຫ້, ທຸກໂສກ ແລະ ວິບັດ ຂຽນຢູ່ເທິງນັ້ນ.”
\s5
\c 3
\cl ບົດທີ 3
\p
\v 1 ພຣະ­ເຈົ້າ​ຊົງ​ກ່າວກັບຂ້ານ້ອຍຕໍ່­ໄປ​ວ່າ, “ບຸດແຫ່ງມະ­ນຸດ​ເອີຍ, ຈົ່ງ​ກິນ​ຫນັງ­ສື​ມ້ວນ​ນີ້ ຊຶ່ງຢູ່ຕໍ່ຫນ້າເຈົ້າ. ກິນຫນັງສືມ້ວນນີ້, ແລ້ວ­ໄປເວົ້າຕໍ່ເຊື້ອສາຍຂອງ​ອິສຣາເອນ.”
\v 2 ດັ່ງ­ນັ້ນ ຂ້ານ້ອຍ​ຈຶ່ງ​ໄດ້​ອ້າ​ປາກ, ແລະ ​ພຣະ­ອົງ​ຊົງ​ຍື່ນຫນັງ­ສື​ມ້ວນ​​ໃຫ້ຂ້ານ້ອຍກິນ​​.
\v 3 ພຣະ­ອົງ​ຊົງ​ກ່າວກັບຂ້ານ້ອຍອີ​ກວ່າ, “ບຸດແຫ່ງມະ­ນຸດ​ເອີຍ, ຈົ່ງ​​ເຮັດໃຫ້ທ້ອງຂອງເຈົ້າ​​ອີ່ມ ແລະ ກິນ​ຫນັງ­ສື​ມ້ວນ​ທີ່​ເຮົາ​ມອບໃຫ້ແກ່ເຈົ້າ!” ດັ່ງນັ້ນ ຂ້າ­ນ້ອຍ​ກິນ, ແລະ ​ຫນັງ­ສື​ມ້ວນ​ນັ້ນ ມັນ​ມີ​ລົດ​ຫວານ​ເຫມືອນ​ນ້ຳເຜິ້ງໃນປາກຂອງຂ້ານ້ອຍ.
\s5
\v 4 ຕໍ່​ມາ​ພຣະ­ເຈົ້າ​ຊົງ​ກ່າວກັບຂ້ານ້ອຍ​ວ່າ, “ບຸດແຫ່ງມະ­ນຸດ​ເອີຍ, ຈົ່ງ​ໄປ​ຫາ​ປະ­ຊາ­ຊົນ​ອິດສະຣາເອນ ແລະ ກ່າວພຣະຄຳຂອງເຮົາໃຫ້ພວກເຂົາຟັງ.
\v 5 ເຮົາ​ຈະ​ບໍ່​ສົ່ງ​ເຈົ້າ​ໄປ​ຫາ​ຊົນ­ຊາດ​ທີ່​ເວົ້າ​ພາ­ສາ​ຕ່າງ­ປະ­ເທດ ​ແລະ ​ຍາກໆ, ແຕ່​ຈະ​ສົ່ງ​ໄປ​ຫາ​ເຊື້ອສາຍຂອງ​ອິດສະຣາເອນ—
\v 6 ເຮົາຈະບໍ່ໄດ້ສົ່ງເຈົ້າໄປຫາຊົນຊາດທີ່ມີອຳນາດ ທີ່ເວົ້າພາສາຕ່າງປະເທດ ຫລື ພາສາຍາກໆ, ຊຶ່ງເຈົ້າຟັງບໍ່ເຂົ້າໃຈ! ເຖິງເຮົາສົ່ງເຈົ້າໄປຫາຄົນພວກນັ້ນ, ພວກເຂົາກໍຈະຟັງເຈົ້າ.
\v 7 ແຕ່ປະ­ຊາ­ຊົນ​ອິດສະຣາເອນ​ ຈະບໍ່ຍອມຟັງເຈົ້າ, ເພາະພວກເຂົາບໍ່ເຕັມໃຈຈະຟັງເຮົາ. ເພາະ­ວ່າເຊື້ອສາຍອິດສະຣາເອນ​ທັງຫມົດນັ້ນເປັນຄົນ​ແຂງກະດ້າງ ແລະ ​ໃຈ​ແຂງ.
\s5
\v 8 ເບິ່ງເຖີດ! ເຮົາໄດ້​ເຮັດ­ໃຫ້ຫນ້າຂອງ​ເຈົ້າແຂງກະດ້າງເຫມືອນພວກເຂົາ ແລະ ເຮັດໃຫ້ຫນ້າຜາກຂອງເຈົ້າແຂງເຊັ່ນຫນ້າຜາກຂອງພວກເຂົາ.
\v 9 ເຮົາຈະ​ເຮັດ­ໃຫ້​ຫນ້າຜາກແຂງ​ກວ່າເພັດ, ແຂງຍິ່ງກວ່າຫີນເຫລັກໄຟ! ຢ່າຢ້ານກົວພວກເຂົາ, ຫລືທໍ້ຖອຍໃຈດ້ວຍສີຫນ້າຂອງພວກເຂົາ, ເພາະພວກເຂົາເປັນເຊື້ອສາຍທີ່​ກະ­ບົດ​.”
\s5
\v 10 ແລ້ວພຣະອົງ​ຊົງ​ກ່າວກັບຂ້ານ້ອຍ​ວ່າ, “ບຸດແຫ່ງມະ­ນຸດ​ເອີຍ, ທຸກຖ້ອຍຄຳທີ່ເຮົາກ່າວແກ່ເຈົ້ານັ້ນ—ຈົ່ງ​ຈົດ​ຈຳໃຫ້ຂື້ນໃຈ​ ແລະ ຈົ່ງຟັງດ້ວຍຫູຂອງເຈົ້າໃຫ້ດີ!
\v 11 ແລ້ວຈົ່ງໄປ​ຫາ​ພວກຊະເລີຍ, ຄືປະຊາຊົນຂອງເຈົ້ານັ້ນ, ແລະ ຈົ່ງບອກ​ກັບພວກເຂົາ​ວ່າ, 'ພຣະຢາເວເປັນຜູ້ຊົງກ່າວດັ່ງນີ້,' ເຖິງແມ່ນວ່າ ​ພວກ­ເຂົາ​ຈະ​ຟັງ​ຫລື​ ບໍ່​ຟັງ​ກໍ​ຕາມ.”
\s5
\v 12 ຕໍ່​ມາ​ ພຣະ­ວິນ­ຍານ​ຂອງ​ພຣະ­ເຈົ້າ​ໄດ້​ຍົກ​ຂ້າ­ນ້ອຍ​ຂຶ້ນ, ແລະຂ້ານ້ອຍໄດ້ຍິນ​ສຽງແຜ່ນດິນໄຫວອັນໃຫຍ່ຢູ່​ທາງ​ຫລັງ​ຂ້ານ້ອຍ: “ຈົ່ງ​ສັນ­ລະ­ເສີນ​ແດ່ພຣະສະຫງ່າຣາສີຂອງ​ພຣະ­ຢາເວຈາກສະຖານທີ່ປະທັບຂອງພຣະອົງ!”
\v 13 ມີ​ສຽງ​ປີກ​ສັດທັງຫລາຍຂອງສິ່ງມີຊີວິດ ໃນຂະນະທີ່ພວກມັນສຳພັດກັນ​, ແລະ ​ສຽງກົງ​ລໍ້​ທີ່ຢູ່ກັບສິ່ງທີ່ມີຊີວິດນັ້ນ, ແລະ ມີ​ສຽງ​ແຜ່ນ­ດິນ­ໄຫວອັນໃຫຍ່.
\s5
\v 14 ພຣະວິຍານໄດ້ຊົງຍົກຂ້ານ້ອຍ​ຂື້ນ ແລະ ນຳ​ຂ້າ­ນ້ອຍໄປ, ແລະ ຂ້າ­ນ້ອຍກໍໄດ້ໄປດ້ວຍຄວາມ​ຂົມ­ຂື່ນ ວິນຍານຈິດຂອງຂ້ານ້ອຍຄຽດ­ແຄ້ນ, ເພາະ­ວ່າ​ລິດ­ທາ­ນຸ­ພາບ​ຂອງ​ພຣະ­ຢາເວ​ໄດ້​ຊົງ​ບັງ­ຄັບ​ຢ່າງມີພະລັງຢູ່ເທິງຂ້ານ້ອຍ!
\v 15 ດັ່ງນັ້ນ ຂ້າ­ນ້ອຍຈຶ່ງໄປ​ເຖິງ​ບ່ອນ​ພວກ​ຊະ­ເລີຍທີ່​ອາ­ໄສ​ຢູ່​ທີ່​ເມືອງ​ເທນອາ­ບີບ ແຄມ​ແມ່­ນ້ຳ​ເກ­ບາກ​, ແລະ ຂ້ານ້ອຍ​ໄດ້​ພັກ​ຢູ່​ທີ່​ນັ້ນທ່າມກາງພວກເຂົາເປັນເວລາເຈັດມື້, ​ດ້ວຍ​ຄວາມ​ຕົກ​ຕະ­ລຶງ.
\s5
\v 16 ເມື່ອ​ຄົບ​ເຈັດ​ມື້​ແລ້ວ ພຣະຄຳຂອງພຣະຢາເວໄດ້ມາເຖິງຂ້ານ້ອຍ, ຊົງກ່າວວ່າ,
\v 17 "ບຸດແຫ່ງມະ­ນຸດ​ເອີຍ, ເຮົາ​ຈະ​ແຕ່ງ­ຕັ້ງ​ເຈົ້າ​ໃຫ້­ເປັນ​ຄົນ​ຍາມ​ເຊື້ອສາຍອິດສະຣາເອນ, ດັ່ງນັ້ນ ຈົ່ງ​ຟັງຖ້ອຍຄຳຈາກປາກຂອງເຮົາ, ແລະ ກ່າວຄຳຕັກເຕືອນຈາກເຮົາແກ່​ພວກ­ເຂົາ​.
\v 18 ເມື່ອເຮົາຈະບອກກັບຄົນຊົ່ວວ່າ, 'ເຈົ້າຈະຕ້ອງ​ຕາຍແນ່ນອນ' ແລະ ເຈົ້າບໍ່ໄດ້ຕັກເຕືອນເຂົາ ຫລື ບໍ່ໄດ້ກ່າວຕັກເຕືອນຄົນຊົ່ວໃຫ້ຈາກທາງຊົ່ວຂອງເຂົາ ເພື່ອຊ່ວຍຊີວິດເຂົາໄວ້ — ຄົນ​ຊົ່ວ​ຜູ້­ນັ້ນ​ກໍ​ຈະ​ຕາຍ​ເສຍ​ຍ້ອນ​ບາບ​ຂອງ​ຕົນ­ເອງ, ແຕ່ເຮົາຈະຕ້ອງເອົາເລືອດຂອງເຂົາຈາກມືຂອງ​​ເຈົ້າ.
\v 19 ແຕ່ຖ້າ­ວ່າ​ເຈົ້າ​ໄດ້​ຕັກ­ເຕືອນ​ຄົນ​ຊົ່ວ­ຮ້າຍ​ແລ້ວ, ແລະ ເຂົາບໍ່ຫັນກັບຈາກຄວາມຊົ່ວຂອງເຂົາ ຫລື ຈາກທາງຊົ່ວຂອງເຂົາ, ແລ້ວເຂົາຈະຕາຍຍ້ອນຄວາມຜິດ​ບາບຂອງເຂົາ, ແຕ່ເຈົ້າຈະຊ່ວຍກູ້​ຊີ­ວິດ​ຂອງ​ຕົນເອງໃຫ້ພົ້ນ.
\s5
\v 20 ຖ້າ​ຄົນຊອບທຳ​ຜູ້​ຫນຶ່ງ​ຫັນກັບຈາກຄວາມຊອບທຳຂອງເຂົາ ແລະ ເຮັດການອະຍຸດຕິທຳ, ແລະ ເຮົາວາງແຮ້ວໄວ້ຕໍ່ຫນ້າເຂົາ, ເຂົາຈະຕ້ອງຕາຍ. ຍ້ອນວ່າ​ເຈົ້າ​ບໍ່ໄດ້​ຕັກເຕືອນເຂົາ, ເຂົາ​ຈະ​ຕາຍ​ຍ້ອນ​ການ­ເຮັດ​ບາບ​ນັ້ນ, ແລະ ເຮົາ​ຈະ​ບໍ່​ລະ­ນຶກ​ເຖິງ​ຄວາມຊອບທຳ​ທີ່​ເຂົາ​ໄດ້​ເຮັດ​ມາ, ແຕ່​ເຮົາຈະ​ເອົາເລືອດຂອງເຂົາຈາກມືຂອງເຈົ້າ.
\v 21 ແຕ່ຖ້າ​ເຈົ້າໄດ້​ຕັກ­ເຕືອນຄົນຊອບທຳນັ້ນໃຫ້ເຂົາ​ບໍ່​ເຮັດ​ບາບອີກຕໍ່ໄປເພື່ອເຂົາ­ຈະບໍ່ມີບາບ, ເຂົາຈະມີຊີວິດຢູ່ຢ່າງແນ່ນອນເພາະວ່າເຂົາຮັບຄຳຕັກເຕືອນ; ແລະ ເຈົ້າກໍຊ່ວຍກູ້ຊີ­ວິດ​ຂອງຕົນເອງໃຫ້ພົ້ນ.”
\s5
\v 22 ດັ່ງນັ້ນ ພຣະຫັດຂອງພຣະຢາເວມາຢູ່ເທິງຂ້ານ້ອຍ, ແລະ​ພຣະ­ອົງ​ຊົງ​ກ່າວກັບຂ້ານ້ອຍ​ວ່າ, “ຈົ່ງ​ລຸກ­ຂຶ້ນ! ແລ້ວ​ອອກ​ໄປ​ຍັງ​ຮ່ອມ­ພູ, ແລະ ເຮົາ​ຈະ​ເວົ້າ­ກັບ​ເຈົ້າ​ຢູ່​ທີ່​ນັ້ນ!”
\v 23 ດັ່ງ­ນັ້ນ ຂ້ານ້ອຍຈຶ່ງ​ອອກ​ໄປ​ໃນ​ທີ່​ນັ້ນ, ພຣະສະຫງ່າຣາສີຂອງພຣະຢາເວ­ກໍຢູ່ທີ່ນັ້ນ, ເຫມືອນກັບພຣະສະຫງ່າຣາສີຊຶ່ງຂ້ານ້ອຍໄດ້ເຫັນ​ຢູ່​ແຄມ​ແມ່­ນ້ຳ​ເກ­ບາກ; ສະນັ້ນ ຂ້ານ້ອຍ​ໄດ້​ຫມູບ​ຫນ້າ​ລົງ​.
\s5
\v 24 ​ພຣະ­ວິນ­ຍານ​ໄດ້​ສະ­ເດັດ​ລົງມາຫາ​ຂ້ານ້ອຍ ​ແລະ ໄດ້​ເຮັດ­ໃຫ້ຂ້ານ້ອຍຢືນ​ຂຶ້ນ; ແລະ ພຣະອົງ​ຊົງກ່າວກັບ​ຂ້າ­ນ້ອຍວ່າ, ແລະມະນຸດເອີຍ, “ຈົ່ງໄປແລະ ຂັງຕົວເອງໄວ້ໃນເຮືອນຂອງເຈົ້າ,
\v 25 ບັດນີ້, ບຸດແຫ່ງມະ­ນຸດ​ເອີຍ, ພວກເຂົາຈະເອົາເຊືອກພັນເຈົ້າ ແລະ ມັດເຈົ້າໄວ້ ເພື່ອວ່າເຈົ້າຈະບໍ່ໄດ້ອອກໄປຢູ່ທ່າມກາງພວກເຂົາໄດ້.
\s5
\v 26 ​ເຮົາ​ຈະ​ເຮັດ­ໃຫ້​ລີ້ນ​ຂອງ​ເຈົ້າຕິດກັບເພດານປາກຂອງເຈົ້າ, ດັ່ງນັ້ນ ເຈົ້າຈະປາກ​ບໍ່​ໄດ້, ແລະ ເຈົ້າຈະບໍ່ສາມາດກ່າວເຕືອນພວກເຂົາ, ເພາະວ່າເຂົາທັງຫລາຍເປັນເຊື້ອສາຍ​ກະ­ບົດ​.
\v 27 ແຕ່ເມື່ອ​ເຮົາ​ເວົ້າ­ກັບ​ເຈົ້າ​, ເຮົາ​ຈະ­ເປີດປາກຂອງ​ເຈົ້າ ເພື່ອວ່າເຈົ້າຈະເວົ້າກັບ​ພວກ­ເຂົາ​ວ່າ,' ພຣະຢາເວ­​ຊົງ​ກ່າວ​ດັ່ງ­ນີ້, “ຜູ້ທີ່ໄດ້ຍິນກໍຈະໄດ້ຍິນ; ແລະ ຜູ້ທີ່ບໍ່ຢາກຟັງກໍຈະບໍ່ຟັງ, ເພາະ­ວ່າ​ພວກ­ເຂົາທັງຫລາຍ​ເປັນ​ເຊື້ອ­ຊາດ​ກະບົດ!”
\s5
\c 4
\cl ບົດທີ 4
\p
\v 1 ແຕ່ເຈົ້າ, “ບຸດແຫ່ງ​ມະ­ນຸດ​ເອີຍ, ຈົ່ງ​ເອົາ​ກ້ອນ​ດິນ­ຈີ່​ມາ​ວາງ​ໄວ້​ຕໍ່­ຫນ້າ​ເຈົ້າ. ແລະ​ ແກະ​ຮູບ​ນະຄອນເຢ­ຣູ­ຊາ­ເລັມໄວ້ເທິງນັ້ນ.
\v 2 ແລ້ວວາງອ້ອມນະຄອນ​ນັ້ນ​ໄວ້ ແລະ ​ສ້າງປ້ອມ​ປາການອ້ອມ​ໄວ້​ຮອບນະຄອນ​ນັ້ນ​ດ້ວຍ. ກໍ່​ກອງ​ດິນ​ໄວ້ເປັນເນີນຕໍ່​ສູ້ນະຄອນ​ນັ້ນ ແລະ ​ຕັ້ງ­ຄ້າຍ​ພັກອ້ອມນະຄອນນັ້ນ​ໄວ້. ຈົ່ງຕັ້ງ​ເຄື່ອງ​ທຳ­ລາຍ​ກຳ­ແພງ​ໄວ້​ຮອບນະຄອນ.
\v 3 ແລ້ວເຈົ້າຈົ່ງ​ເອົາ​ແຜ່ນ​ເຫລັກມາໄວ້ສຳລັບໂຕເຈົ້າ ແລະ ​ເຮັດໃຫ້ມັນເປັນກຳແພງ​ເຫລັກ​​ລະ­ຫວ່າງ​ເຈົ້າ​ກັບນະຄອນ​ນັ້ນ, ແລະ ​​ຈົ່ງ​ຫັນ​ຫນ້າ​ຂອງເຈົ້າຕໍ່ສູ້ນະຄອນ​ນັ້ນ, ເພື່ອເຮັດໃຫ້ນະຄອນ​ນັ້ນ​ຖືກ​ອ້ອມໄວ້, ແລະ ​ເຈົ້າ​ຈົ່ງອ້ອມນະຄອນນັ້ນໄວ້. ນີ້​ເປັນ​ຫມາຍ​ສຳ­ຄັນ​ສຳ­ລັບ​ເຊື້ອ­ສາຍ​ອິດສະຣາເອນ.
\s5
\v 4 ແລ້ວ, ​ເຈົ້າ​ຈົ່ງ​ນອນ​ສະ­ແຄງເບື້ອງ​ຊ້າຍ ແລະ ​​ວາງ​ຄວາມຜິດບາບ​ແຫ່ງ​ເຊື້ອສາຍ​ອິດສະຣາເອນ​ໄວ້​ເຫນືອໂຕ​ເຈົ້າ; ​ເຈົ້າ​ແບກຄວາມຜິດບາບຂອງພວກເຂົາຕາມຈຳນວນມື້ທີ່ເຈົ້າຕໍ່ສູ້ເຊື້ອຊາດ​ຂອງອິດສະຣາເອນ.
\v 5 ເພາະ​ເຮົາ​ໄດ້​ກຳ­ນົດ​ມື້​ໃຫ້​ແກ່​ເຈົ້າ​ແລ້ວ ມື້ຫນຶ່ງແທນປີຫນຶຶ່ງຂອງການລົງໂທດພວກມັນ: ຄື​ສາມ​ຮ້ອຍ​ເກົ້າ­ສິບ​ມື້! ໂດຍວິທີນີ້, ເຈົ້າຈະຕ້ອງ​​ແບກ​ຄວາມຜິດບາບຂອງ​ເຊື້ອ­ສາຍ​ອິດສະຣາເອນ.
\s5
\v 6 ເມື່ອ​ເຈົ້າ​ເຮັດແບບ​ນີ້ຈົນ​ຄົບ​ມື້​ແລ້ວ, ແລ້ວເຈົ້າ​ຈະ​ຕ້ອງ​ນອນ​ລົງ​ເປັນ​ເທື່ອ​ທີ​ສອງ ແຕ່​ນອນ​ສະ­ແຄງ​ເບື້ອງ​ຂວາ, ເພື່ອ​ເຈົ້າ​ຈະ​ແບກ​ຄວາມຜິດບາຍຂອງ​ເຊື້ອ­ສາຍຂອງ​ຢູ­ດາ ສີ່ສິບມື້. ເຮົາ​ໄດ້ກຳ­ນົດ​ໃຫ້​ເຈົ້າຫນຶ່ງມື້​ແທນຫນຶ່ງ​ປີ.
\v 7 ​ຈົ່ງຫັນ­ຫນ້າຂອງເຈົ້າໄປຍັງນະຄອນ​ເຢ­ຣູ­ຊາ­ເລັມ​ທີ່ຖືກລອ້ອມໄວ້, ແລະ ​ດ້ວຍ​ອ້າແຂນອອກຂອງເຈົ້າ ເຈົ້າຈົ່ງທຳ​ນວາຍ​ຕໍ່­ສູ້ນະຄອນ​ນັ້ນ.
\v 8 ແລະ​ເບິ່ງ​ແມ໋! ເຮົາ​ຈະ​ເອົາ​ເຄື່ອງຜູກ​ມັດ​ເຈົ້າ​ໄວ້ ເພື່ອເຈົ້າ​ຈະ​ບໍ່ພິກ​ຈາກ​ຂ້າງ​ນີ້​ໄປຫາ​ຂ້າງ​ນັ້ນ​ ຈົນ​ກວ່າ​ເຈົ້າ​ຈະເຮັດ​ຄົບ​ຕາມ​ກຳ­ນົດ​ມື້​ຂອງ​ເຈົ້າໃນການ​ອ້ອມຂອງເຈົ້າ​.
\s5
\v 9 ເຈົ້າ​ຈົ່ງ​ເອົາ​ເຂົ້າ​ສາລີ, ເຂົ້າບາເລ, ຫມາກ­ຖົ່ວ, ຫມາກ­ຖົ່ວ​ແດງ, ເຂົ້າ​ຟາງ ແລະ​ ເຂົ້າ​ດຳ ມາສຳລັບຕົນ; ເອົາມາ​ໃສ່​ໃນ​ໄຫ​ຫນ່ວຍ​ດຽວກັນ ແລະ ​ໃຊ້​ເຮັດ​ເປັນ​ເຂົ້າ­ຈີ່​ໃຫ້ສຳລັບຕົນຕາມຈຳນວນມື້ທີ່​ເຈົ້າ​ນອນ​ສະ­ແຄງນັ້ນ. ສຳລັບສາມຮ້ອຍເກົ້າສິບມື້ທີ່ເຈົ້າ​ຈະ​ກິນ​ອາ­ຫານ​ນີ້.
\v 10 ​ອາ­ຫານ​ທີ່​ເຈົ້າຈະ​ກິນແມ່ນໃຫ້ກິນຕາມນໍ້າຫນັກ, ຊາວເຊ​ເຂຕໍ່ມື້, ແລະ ເຈົ້າ​ກິນ​ຕາມ​ເວ­ລາ​ກຳ­ນົດໃນແຕ່ລະມື້.
\v 11 ແລ້ວ​ເຈົ້າຈະດື່ມນ້ຳ​, ຕາມການຕວງຄື​ຫນຶ່ງ​ສ່ວນ​ຫົກ​ຂອງ​ຈອກ, ແລ້ວເຈົ້າຈະ​ດື່ມ­ນ້ຳ​ຕາມ​ເວ­ລາ​ກຳ­ນົດ.
\s5
\v 12 ເຈົ້າ​ຈະ​ຕ້ອງກິນ​ເຂົ້າ­ຫນົມ​ເຂົ້າບາເລ, ແຕ່ເຈົ້າຕ້ອງອົບດ້ວຍເຊື້ອ​ໄຟຈາກອາຈົມຂອງມະນຸດຕໍ່​ສາຍ­ຕາ​ຂອງ​ພວກ­ເຂົາ​ທັງ­ຫລາຍ!”
\v 13 ເພາະ​ພຣະຢາເວຊົງ​ກ່າວ​ວ່າ, “ສິ່ງນີ້ມີຄວາມຫມາຍວ່າ ເຂົ້າຈີ່ທີ່ປະ­ຊາ­ຊົນ​ອິດສະຣາເອນ​ຈະ​ຕ້ອງກິນຈະ​ເປັນ​ມົນ­ທິນຢ່າງ​ນີ້, ­ໃນ​ທ່າມ­ກາງ​ປະ­ຊາ­ຊາດ ທີ່​ເຮົາ​ຈະ​ຂັບ­ໄລ່​ພວກ­ເຂົາ​ໄປ”
\s5
\v 14 ແຕ່​ຂ້າ­ນ້ອຍໄດ້ກ່າວ​ວ່າ, “ອະ​ນິດ​ຈັງ, ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ! ​­ຂ້ານ້ອຍ​ບໍ່​ເຄີຍກິນອີ່ຫຍັງທີ່ໃຫ້​ຕົນ​ເອງເປັນ​ມົນ­ທິນ​ເລີຍ ບໍ່ວ່າສັດ​ທີ່​ຕາຍຫ່າ ຫລື ​​ສັດ​ທີ່​ຖືກຂ້າ, ຕັ້້ງແຕ່ຂ້ານ້ອຍເປັນຫນຸ່ມຈົນນຮອດປັດຈຸບັນ, ແລະ ບໍ່­ມີຊີ້ນສົກກະປົກອັນໃດ​​ເຂົ້າ­ໄປ​ໃນ​ປາກ​ຂອງ​ຂ້ານ້ອຍ!”
\v 15 ດັ່ງນັ້ນ ​ພຣະ­ອົງ​ຈຶ່ງຊົງ​ກ່າວ​ກັບ​ຂ້າ­ນ້ອຍ​ວ່າ, “ເບິ່ງ​ແມ໋! ເຮົາ​ຈະ​ຍອມ​ໃຫ້​ເຈົ້າ​ໃຊ້​ອາ­ຈົມ​ງົວ​ແທນ​ອາ­ຈົມ​ຂອງ​ມະ­ນຸດ, ຊຶ່ງ​ເຈົ້າ​ຈະ​ໃຊ້​ຕຽມ​ເຂົ້າ­ຈີ່​ຂອງ​ເຈົ້າ”
\s5
\v 16 ພຣະ­ອົງ​ຊົງກ່າວ​ກັບ​ຂ້ານ້ອຍ​ອີ​ກວ່າ, “ບຸດແຫ່ງ​​ມະ­ນຸດ​ເອີຍ! ເບິ່ງ​ແມ໋! ເຮົາ​ຈະ​ທຳ­ລາຍ​ອາ­ຫານ​ຫລັກ​ໃນນະຄອນ​ເຢ­ຣູ­ຊາ­ເລັມ​ເສຍ, ແລະ ພວກ­ເຂົາ​ຈະກິນເຂົ້າ­ຈີ່ທີ່ເປັນສ່ວນ​ຂອງ​ຄວາມກັງວົນ​ ແລະ​ ດື່ມນ້ຳທີ່ເປັນສ່ວນຂອງຄວາມ​ຢ້ານກົວ.
\v 17 ເພາະເມື່ອພວກເຂົາຂາດ​ເຂົ້າ­ຈີ່ ແລະ ​ນ້ຳ, ທຸກຄົນກໍຈະຕົກໃຈ​ຢ້ານກົວ ຕໍ່ອ້າຍຂອງເຂົາເພາະໄດ້​ຈ່ອຍ​ຜອມ​ໄປ ​ຍ້ອນຄວາມຜິດບາບ​ຂອງ​ພວກ­ເຂົາ.”
\s5
\c 5
\cl ບົດທີ 5
\p
\v 1 ແລ້ວເຈົ້າ, “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ຈົ່ງ​ເອົາ​ມີດ​ຄົມ​ດວງ​ຫນຶ່ງ ຈົ່ງ​ເອົາ​ມີດ­ແຖ​ຂອງ​ຊ່າງ­ຕັດ­ຜົມ, ຈົ່ງ​ແຖ​ຜົມ ແລະ ຈົ່ງ​ແຖ​ຫນວດ​ຂອງ​ເຈົ້າ, ເອົາຊິງ​ມາຊັ່ງນໍ້າຫນັກ ແລະ ແຍກ​ຜົມຂອງເຈົ້າ​ອອກ.
\v 2 ຈົ່ງ​ເຜົາ​ຫນຶ່ງ​ສ່ວນ​ສາມ​ດ້ວຍ​ໄຟຢູ່​ກາງ​ເມືອງໃນມື້ທີ່ການລ້ອມຄົບຖ້ວນແລ້ວ, ແລະ ​ເອົາອີກ​ຫນຶ່ງສ່ວນ​ສາມຂອງຜົມມາ ແລະ ເອົາ​ມີດ​ຟັນ​ໃຫ້​ທົ່ວເມືອງ. ແລ້ວອີກ​ຫນຶ່ງ​ສ່ວນ​ສາມ​ນັ້ນ ຈົ່ງ​ໃຫ້​ລົມ­ພັດປິວ​ກະ­ຈາຍ​ໄປ, ແລະ​ ເຮົາ​ຈະ​ຖອດ​ດາບໄລ່ຕາມປະຊາຊົນ​ນັ້ນໄປ.
\s5
\v 3 ແຕ່​ຈົ່ງ​ເອົາ​ເສັ້ນ­ຜົມຈຳນວນ​ຫນ້ອຍ​ຫນຶ່ງນັ້ນ​ມາ​ ແລະ ມັດ​ຕິດ​ໄວ້​​ເສື້ອ­ຄຸມ​ຂອງ​ເຈົ້າ.
\v 4 ແລ້ວຈົ່ງ​ເອົາ­ຜົມ​ເຫລົ່າ​ນີ້​ມາ​ອີກ ແລະ​ ໂຍນ​ເຂົ້າ­ໄປ​ໃນ​ໄຟ​; ແລະ ເຜົາໃຫ້​ມັນໄຫມ້​ເສຍ​; ຈາກ​ບ່ອນ­ນັ້ນ ​ໄຟ​ຈະເຂົ້າ­ໄປ​ໃນ​ເຊື້ອ­ສາຍ​ອິສຣາເອນ​ທັງ​ຫມົດ."
\s5
\v 5 ພຣະຢາເວອົງ​ພຣະຜູ້ເປັນ­ເຈົ້າ​ກ່າວ​ດັ່ງ­ນີ້​ວ່າ, "ນີ້​ຄື​ເຢ­ຣູ­ຊາ­ເລັມ ໃນ​ທ່າມ­ກາງ​ປະ­ຊາ­ຊາດທັງຫລາຍ, ເຮົາໄດ້ຕັ້ງພວກເຂົາໄວ້, ແລະ ໃນບ່ອນທີ່ເຮົາໄດ້ລ້ອມຮອບໄວ້ໃນດ້ວຍດິນແດນອຶ່ນໆ​.
\v 6 ແຕ່ນະຄອນນັ້ນໄດ້ປະຕິເສດພະບັນຍັດຂອງເຮົາຢ່າງຊົ່ວ­ຮ້າຍຫລາຍກວ່າປະຊາຊາດທັງຫມົດທີ່ມີ, ແລະ ກະບົດຕໍ່ກົດບັນຍັດຂອງ​ເຮົາຫລາຍກວ່າ​ປະ­ເທດ​ທີ່­ຢູ່​ອ້ອມ­ຮອບນະຄອນນັ້ນ. ປະຊາຊົນໄດ້​ປະ­ຕິ­ເສດການຕັດສິນຂອງເຮົາ ແລະ​​ ບໍ່​ດຳ­ເນີນ​ຕາມ​ກົດ­ບັນຍັດຂອງ​ເຮົາ."
\s5
\v 7 ເພາະ­ສະ­ນັ້ນ ພຣະຢາເວອົງ­ຜູ້­ເປັນ­ເຈົ້າ​ຊົງກ່າວ​ດັ່ງ­ນີ້​ວ່າ, "ເພາະ​ເຫດ​ວ່າ​ເຈົ້າ​ມີບັນຫາຫລາຍ­ກວ່າ​ປະ­ຊາ­ຊາດ​ທີ່­ຢູ່ອ້ອມ​ຮອບ​ເຈົ້າ ແລະ​ ບໍ່­ໄດ້​ດຳ­ເນີນ​ຕາມ​ກົດ­ບັນຍັດ ຫລື​ ເຮັດຕາມກົດຫມາຍຂອງເຮົາ, ແຕ່​ໄດ້ປະຕິບັດຕາມກົດຫມາຍຂອງບັນດາ​ປະ­ຊາ­ຊາດ​ທີ່­ຢູ່ອ້ອມ​ຮອບ​ເຈົ້າ,"
\v 8 ເພາະ­ສະ­ນັ້ນ ພຣະຢາເວອົງ­ພຣະ­ຜູ້­ເປັນ­ເຈົ້າ​ຊົງກ່າວ​ດັ່ງ­ນີ້​ວ່າ, "ເບິ່ງ​ແມ໋! ເຮົາເອງຈະເປັນ​ຜູ້ຕໍ່ສູ້​ເຈົ້າ. ເຮົາ​ຈະ​ພິ­ພາກ­ສາ​ລົງ­ໂທດ​​ທ່າມ­ກາງ​ເຈົ້າ​ຕໍ່ຫນ້າປະ­ຊາ­ຊາດ​ທັງ­ຫລາຍ.
\s5
\v 9 ເຮົາຈະເຮັດກັບເຈົ້າຢ່າງທີ່ເຮົາບໍ່ເຄີຍເຮັດມາກ່ອນ ແລະ ​ເຮົາຈະ​ບໍ່​ເຮັດ​ແບບ​ນັ້ນ​ຕໍ່­ໄປ​ອີກ, ເພາະການກະທຳອັນຫນ້າລັງກຽດຂອງເຈົ້າ.
\v 10 ­ສະ­ນັ້ນ ພໍ່​ຈະ​ກິນ​ລູກ­ຊາຍ​ຂອງ­ຕົນ​ທ່າມ­ກາງ​ເຈົ້າ​ທັງ­ຫລາຍ, ແລະ ​ບັນ­ດາ​ລູກ­ຊາຍ​ຈະ​ກິນ​ພໍ່​ຂອງ­ຕົນ, ເຮົາ​ຈະ​ພິ­ພາກ­ສາ​ລົງ­ໂທດ​ເຈົ້າ ແລະ ເຮົາຈະໃຫ້ຜູ້​ທີ່ຍັງ​ເຫລືອ​ຢູ່​ກະ­ຈັດ­ກະ­ຈາຍ​ໄປ​ຕາມ​ລົມ​ທຸກ​ທິດທາງ.
\s5
\v 11 ­ສະ­ນັ້ນ, ເຮົາ​ມີ­ຊີ­ວິດ​ຢູ່​ສັນ­ໃດ — ນີ້ຄືພຣະ­ຢາເວອົງຜູ້­ເປັນ­ເຈົ້າປະກາດວ່າ — ເປັນທີ່ແນ່ນອນແລ້ວວ່າ ເພາະ​ເຈົ້າ​ໄດ້​ເຮັດ­ໃຫ້​ພຣະວິຫານ​ຂອງ​ເຮົາ​ເປັນ​ມົນ­ທິນ​ດ້ວຍ​ສິ່ງ​ຫນ້າ​ກຽດ­ຊັງ​ທັງ​ຫມົດ​ຂອງ​ເຈົ້າ, ເຮົາ​ຈະ​ຕັດຈຳນວນຂອງ​ເຈົ້າ​ລົງ; ຄືສາຍຕາ​ຂອງ​ເຮົາ​ຈະ​ບໍ່​ປາ­ນີເຈົ້າ, ແລະ ເຮົາ​ຈະ​ບໍ່​ສົງ­ສານ​ເຈົ້າ​ອີກ.
\v 12 ຫນຶ່ງ​ສ່ວນ​ສາມ​ຂອງພວກເຈົ້າຈະ​ຕາຍດ້ວຍ​ໂລກ​ລະ­ບາດ, ​ແລະ ​ພວກເຂົາຈະຖືກເຜົາໄຫມ້​ດ້ວຍໄພ​ອຶດຫິວ​ໃນ​ທ່າມກາງຫມູ່​ພວກ​ເຈົ້າ. ອີກ​ຫນຶ່ງ​ສ່ວນ​ສາມ​ຈະ​ລົ້ມ​ຕາຍ​ດ້ວຍ​ຄົມດາບ​ຢູ່ອ້ອມ​ຮອບ​ເຈົ້າ. ແລ້ວ​ອີກ​ຫນຶ່ງ​ສ່ວນ​ສາມ ເຮົາ​ຈະເຮັດ­ໃຫ້​ກະ­ຈັດ­ກະ­ຈາຍ​ໄປ​​ທົ່ວທຸກ​ທິດທຸກທາງ, ແລະ​ ຈະ​ຖອດ​ດາບ​ອອກ​ໄລ່​ຕາມ​ພວກ­ເຂົາ​ທັງ­ຫລາຍ​ໄປດ້ວຍ.
\s5
\v 13 ແລ້ວຄວາມ​ໂກດ​ຮ້າຍ​ຂອງ​ເຮົາກໍ​ຈະ​ມອດ​ລົງ, ​ແລະ ​ເຮົາ​ຈະ​ລະ­ບາຍ​ຄວາມໂກດ​ຮ້າຍ​ຂອງ​ເຮົາທີ່ມີຕໍ່ພວກເຂົາສະຫງົບລົົງ. ເຮົາກໍຈະພໍ­ໃຈ​, ແລະ ພວກ­ເຂົາ​ທັງ­ຫລາຍ​ຈະ​ຮູ້­ວ່າ, ເຮົາ​ແມ່ນ​ພຣະຢາເວ, ­­ເປັນຜູ້­​ໄດ້​ຊົງກ່າວ​ດ້ວຍຄວາມໂກດຮ້າຍ ​ເມື່ອ​ຄວາມ​ຮ້າຍ​ຂອງ​ເຮົາ​ຕໍ່​ພວກ­ເຂົາໄດ້​ຫມົດໄປ.
\v 14 ເຮົາ​ຈະເຮັດໃຫ້ເຈົ້າຖືກເມີນເສີຍ ແລະ​​ ຕຳຫນິ​ໃນ​ທ່າມ­ກາງ​ປະ­ຊາ­ຊາດ​ທີ່­ຢູ່​ອ້ອມ­ຮອບ​ເຈົ້າ ​ດ້ວຍ​ສາຍ­ຕາ​ຂອງ​ບັນ­ດາ​ຜູ້​ທີ່​ຜ່ານ­ໄປມາ.
\s5
\v 15 ດັ່ງນັ້ນ ເຢຣູຊາເລັມ ຈະກາຍເປັນສິ່ງຄົນທັງຫລາຍ​ປະ­ນາມ ແລະ​ເຍາະ­ເຍີ້ຍ, ​ທັງເປັນການ​ຕັກເຕືອນ​ແລະ​ເປັນຄວາມກຽດຊັງຕໍ່​ປະ­ຊາ­ຊາດ​ທີ່­ຢູ່​ອ້ອມ­ຮອບ​ເຈົ້າ. ​ເຮົາ​ຈະ​ພິ­ພາກ­ສາ​ລົງ­ໂທດ​ເຈົ້າ​ດ້ວຍ​ຄວາມ​ໂກດ​ຮ້າຍ ແລະ ຢ່າງຮ້າຍກາດ​, ແລະດ້ວຍການຕີສອນ​ຢ່າງ​​ຮ້າຍກາດ​ — ເຮົາ​, ແມ່ນພຣະ­ຢາເວໄດ້ປະກາດ​ດັ່ງນີ້!
\v 16 ເຮົາ​ຈະ​ປ່ອຍ​ລູກ​ຫນ້າ​ທະ­ນູ​ແຫ່ງ​ໄພ​ອຶດຫິວຕໍ່ສູ້ເຈົ້າທີ່ຈະກາຍເປັນວິທີຊຶ່ງ​ເຮົາ​ຈະ​​ທຳ­ລາຍ​ເຈົ້າ. ແລ້ວເຮົາ​ເພີ່ມ​ການ​ອຶດ­ຫິວ​ໃນ​ເຈົ້າ ແລະ ທຳ­ລາຍ​ອາ­ຫານ​ຫລັກ​ຂອງພວກ​ເຈົ້າເສຍ.
\v 17 ເຮົາ​ຈະ​ສົ່ງໄພອຶດຫິວ ແລະ ໄພພິບັດຕ່າງໆ ມາຫາພວກເຈົ້າ ດັ່ງນັ້ນ ເຈົ້າຈະບໍ່ມີລູກ. ໄພພິບັດ ແລະ ການຫລັ່ງ​ເລືອດ​ຈະ​ຜ່ານໂຕ​ເຈົ້າ ແລະ ​ເຮົາ​ຈະ​ນຳ​ດາບ​ມາຕໍ່ສູ້​ເຈົ້າ — ເຮົາ​, ແມ່ນ​ພຣະຢາເວ­ຜູ້­​ໄດ້ປະກາດ​ດັ່ງນີ້​ແຫລະ.”
\s5
\c 6
\cl ບົດທີ 6
\p
\v 1 ພຣະຄຳຂອງພຣະ­ຢາເວ​ມາ​ເຖິງ​ຂ້ານ້ອຍ, ກ່າວ​ວ່າ,
\v 2 “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ຈົ່ງ​ຕັ້ງ​ຫນ້າ​ຂອງ​ເຈົ້າ​ໄປ​ທີ່​ພູ­​ເຂົາທັງ­ຫລາຍ​ຂອງ​ອິດສະຣາເອນ ແລະ ​ປະ­ກາດ​ພຣະ­ທຳຕໍ່​ພູ­ເຂົາເຫລົ່າ​ນັ້ນ.
\v 3 ຈົ່ງ​ກ່າວ​ວ່າ, ພູເຂົາ­​ທັງ­ຫລາຍ​ຂອງ​ອິດສະຣາເອນ​ເອີຍ, ຈົ່ງ​ຟັງ​ພຣະ­ທຳ​ຂອງ­ພຣະ­ຢາເວອົງພຣະ­ຜູ້ເປັນເຈົ້າ! ​­ພຣະ­ຢາເວອົງພຣະ­ຜູ້ເປັນເຈົ້າໄດ້ຊົງກ່າວຢ່າງ​ນີ້ຕໍ່​ພູ­ເຂົາ​ທັງ­ຫລາຍ, ຕໍ່​ໂນນ­ພູ, ຕໍ່ຫ້ວຍຮ່ອງ, ແລະ​ ຕໍ່ຮ່ວມພູ­​ທັງ­ຫລາຍ​ວ່າ: ເບິ່ງ​ແມ໋! ເຮົາ​ຈະ​ນຳ​ດາບ​ມາຕໍ່ສູ້ພວກ​ເຈົ້າ, ແລະ ​ເຮົາ​ຈະ​ທຳ­ລາຍ​ສະ­ຖານທີ່​ສູງ​ຂອງພວກ​ເຈົ້າ.
\s5
\v 4 ແລ້ວແທ່ນ​ບູ­ຊາທັງຫລາຍ​ຂອງ​ເຈົ້າ​ຈະຖືກ​ມ້າງ­ເພ ແລະ ເສົາທັງຫລາຍກໍຈະຖືກ​ທັງ­ຫລາຍ, ແລະ ເຮົາໂຍນສົບຄົນຕາຍຂອງພວກເຈົ້າລົງຕໍ່ຫນ້າ­​​ຮູບ​ເຄົາ­ລົບ​ຂອງ​ພວກເຈົ້າ.
\v 5 ແລະເຮົາ​ຈະ​ວາງ​ຊາກສົບຂອງຄົນ​ອິດສະຣາເອນ​ໄວ້​ຕໍ່­ຫນ້າ​ຮູບ​ເຄົາ­ລົບ​ຂອງ​ພວກເຂົາ, ແລະ ​ເຮົາ​ຈະ​ກະ­ຈາຍ​ກະ­ດູກ​ຂອງພວກ​ເຈົ້າ​ອ້ອມຮອບ​ແທ່ນ​ບູ­ຊາ​ຂອງ​ພວກເຈົ້າ.
\s5
\v 6 ທຸກບ່ອນທີ່ພວກເຈົ້າ​ອາ­ໄສ​ຢູ່​, ເມືອງຕ່າງໆ​​ຈະຖືກ​ມ້າງ­ເພ ແລະ ສະຖານ​ສູງຕ່າງໆຈະຖືກເສຍຫາຍ, ດັ່ງ­ນັ້ນ​ແຫລະ ແທ່ນ​ບູ­ຊາ​ຂອງ​ພວກເຈົ້າ​ຈະວາງ​ເປົ່າ ແລະ ​ເປ່​ເພ. ແລ້ວພວກມັນ​ຈະແຕກ​ຫັກ ແລ ຫາຍໄປ, ເສົາ​ທັງ­ຫລາຍ​ຂອງ​ເຈົ້າ​ຈະ​ຖືກ​ຕັດ​ລົງ ແລະ ​ການ​ງານທັງຫລາຍ​ຂອງ​ເຈົ້າ​ຈະ​ຖືກ​ກວາດ​ຖິ້ມ.
\v 7 ຄວາມຕາຍຈະຕົກລົງມາ​ທ່າມ­ກາງ​ພວກເຈົ້າ ແລະ ​ພວກເຈົ້າ​ຈະ​ຮູ້­ວ່າ ​ເຮົາ​ແມ່ນ​ພຣະ­ຢາເວ.
\s5
\v 8 ແຕ່ເຮົາຈະຮັກສາຄົນທີ່ເຫລືອທ່າມກາງພວກເຈົ້າໄວ້ຫນ້ອຍຫນຶ່ງ​, ແລະ ​ຈະມີບາງຄົນລອດພົ້ນຈາກຄົມດາບໃນທ່າມກາງປະຊາຊາດທັງຫລາຍ, ເມື່ອພວກເຈົ້າໄດ້​ກະຈັດກະ­ຈາຍ​ໄປ​ຢູ່­ໃນ​ປະ­ເທດ​ຕ່າງໆ.
\v 9 ແລ້ວພວກຜູ້ທີ່​​ຫນີລອດ​​ໄດ້​ນັ້ນ ກໍຈະ​ລະ­ນຶກ​ເຖິງ​ເຮົາ ​ໃນທ່າມ­ກາງ​ປະ­ຊາ­ຊາດທີ່​ພວກ­ເຂົາ​ຖືກ​ກວາດ​ໄປ​ເປັນ​ຊະ­ເລີຍ​ນັ້ນ, ເພາະ​ເຮົາ​ເສຍ​ພຣະ­ໄທ​ເນື່ອງ​ດ້ວຍ​ໃຈ​ບໍ່​ສັດ­ຊື່​ຂອງ​ພວກ­ເຂົາທີ່ໄດ້ຫັນຫນີຈາກເຮົາ, ແລະ ເພາະ​ດ້ວຍ​ຕາ​ຂອງ​ພວກ­ເຂົາທີ່ໂຫຍຫາ​ຮູບ​ເຄົາ­ລົບ​ຂອງພວກເຂົາ. ແລ້ວພວກເຂົາ​ຈະ​ກຽດ­ຊັງ​ຕົນ​ເອງ ​ເນື່ອງ​ດ້ວຍ​ຄວາມ​ຊົ່ວທັງຫລາຍ ຄື​ໄດ້​ເຮັດ​ໃນສິ່ງ​ຫນ້າ​ລັງກຽດ­​ທັງຫລາຍ​ຂອງພວກ​ເຂົາ.
\v 10 ແລ້ວພວກ­ເຂົາ​ຈະ​ຮູ້­ວ່າ ​ເຮົາແມ່ນ​ພຣະ­ຢາເວ. ເຮົາ​ບໍ່ໄດ້ກ່າວສິ່ງເຫລົ່ານີ້ລ້າໆ, ເຮົາ​ຈະນຳ­ສິ່ງຊົ່ວຮ້າຍ​ນີ້ຫາ​ພວກ­ເຂົາ.
\s5
\v 11 ພຣະ­ຢາເວອົງ​ພຣະຜູ້ເປັນ­ເຈົ້າ​ກ່າວ​ດັ່ງ­ນີ້​ວ່າ “ຈົ່ງ​ຕົບ­ມື ແລະ​ ທືບ​ຕີນ​ຂອງ​ເຈົ້າ! ແລະ​ກ່າວ​ວ່າ, 'ອະ​ນິດ​ຈັງ​! ເພາະ​ບັນ­ດາ​ຄວາມ​ຊົ່ວ​ອັນ​ຫນ້າ​ກຽດ­ຊັງ​ຂອງ​ເຊື້ອ­ສາຍ​ອິດສະຣາເອນ! ເຫດ​ວ່າ​ພວກ­ເຂົາ​ທັງ­ຫລາຍ​ຈະ​ລົ້ມ­ລົງ​ດ້ວຍ​ດາບ, ດ້ວຍ​ຄວາມ​ອຶດ­ຫິວ, ແລະ​ ດ້ວຍ​ພະຍາດລະ­ບາດ.
\v 12 ຜູ້​ທີ່­ຢູ່​ຫ່າງ​ໄກ​ຈະ​ຕາຍ​ດ້ວຍ​ພະ­ຍາດ​ລະ­ບາດ, ແລະ ຜູ້​ທີ່­ຢູ່​ໃກ້​ກໍ​ຈະ​ລົ້ມລົງ​ດ້ວຍຄົມ​ດາບ. ແລະ​ຜູ້​ທີ່​ເຫລືອ​ຢູ່ ແລະ ​ລອດຊີວິດ ກໍ​ຈະ​ຕາຍ​ດ້ວຍ​ໄພອຶດ­ຫິວ. ດັ່ງນັ້ນແຫລະ ເຮົາ​ຈະ­ລະບາຍຄວາມໂກດຮ້າຍ​ຂອງ​ເຮົາ​ມີ​ຢູ່​ເທິງ​ພວກ­ເຂົາຈົນກວ່າຈະຫມົດໄປ.
\s5
\v 13 ແລ້ວ​ພວກເຈົ້າ​ຈະ​ຮູ້­ວ່າ​ ເຮົາ​ແມ່ນ​ພຣະ­ຢາເວ, ເມື່ອ​ຊາກສົບຄົນຕາຍທັງຫລາຍໄດ້ນອນ​ຢູ່​ທ່າມ­ກາງ​ຮູບ​ເຄົາ­ລົບ​ຂອງ​ພວກ­ເຂົາ, ອ້ອມ​ແທ່ນ​ບູ­ຊາ​ຂອງພວກ​ເຂົາ, ຢູູ່ເທິງ​ໂນນ­ພູ​ສູງ​ທຸກ​ບ່ອນ — ເທິງ​ຍອດພູ​ເຂົາ​ທັງຫລາຍ, ແລະ ຢູ່​ກ້ອງ​ຕົ້ນ­ໄມ້​ທຸກ​ຕົ້ນ ແລະ​ ກ້ອງ​ຕົ້ນ​ໂອກຂະຫນາດໃຫຍ່​ທຸກ​ຕົ້ນ — ຄືສະຖານທີ່ຊຶ່ງພວກເຂົາເຜົາເຄື່ອງຫອມ​ຖວາຍແກ່​ຮູບ​ເຄົາ­ລົບ​ທັງ​ຫມົດ​ຂອງ­ຕົນ.
\v 14 ເຮົາ​ຈະ​ເດ່ມື​ຂອງ​ເຮົາ​ອອກ​ຕໍ່­ສູ້​ພວກ­ເຂົາ ແລະ​ ເຮັດ­ໃຫ້​ແຜ່ນ­ດິນ​ຮົກ­ຮ້າງ ແລະ ​ຖິ້ມ​ເປົ່າວ່າງ, ຄືຕັ້ງແຕ່ຖີ່ນແຫ້ງແລ້ງກັນດານເຖິງ​ດິບ­ລານ, ຕະຫລອດຈົນເຖິງທຸກບ່ອນທີ່ພວກເຂົາອາໄສຢູ່. ແລ້ວ​ພວກ­ເຂົາ​ຈຶ່ງ​ຈະ​ຮູ້­ວ່າ​ ເຮົາ​ແມ່ນ​ພຣະ­ຢາເວ.”
\s5
\c 7
\cl ບົດທີ 7
\p
\v 1 ພຣະຄຳຂອງພຣະ­ຢາເວ​ມາ​ເຖິງ​ຂ້ານ້ອຍ, ກ່າວວ່າ,
\v 2 “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ພຣະຢາເວອົງພຣະຜູ້ເປັນ­ເຈົ້າຊົງ​ກ່າວ​ກັບ​ແຜ່ນ­ດິນ​ອິດສະຣາເອນ​ດັ່ງ­ນີ້​ວ່າ.“ 'ອາ​ວະ​ສານ! ຄາວ​ສິ້ນ­ສຸດ​ໄດ້​ມາ​ເຖິງ​ທັງ​ສີ່​ດ້ານຂອງ​ແຜ່ນ­ດິນ​ແລ້ວ.
\s5
\v 3 ບັດ­ນີ້ ຄາວສິ້ນ­ສຸດ​ກຳລັງ​ມາ​ເຖິງ​ເຈົ້າ, ເພາະເຮົາ​ຈະສົ່ງ​ຄວາມ​ໂກດ​ຮ້າຍ​ຂອງ​ເຮົາ​ມາ​ເຫນືອ​ເຈົ້າ​ທັງ­ຫລາຍ, ແລະ ເຮົາ​ຈະ​ພິ­ພາກ­ສາ​ເຈົ້າ​ໃຫ້​ສົມ​ກັບການ​ປະ­ພຶດ​ຂອງ​ເຈົ້າ; ແລະ ເຮົາ​ຈະນຳເອົາຄວາມ​ຫນ້າ​ລັງກຽດ​ທັງ­ຫລາຍ​ຂອງ​ເຈົ້າມາເຫນືອເຈົ້າ.
\v 4 ເພາະດວງ­ຕາ​ຂອງ​ເຮົາ​ຈະ​ບໍ່​ປາ­ນີ​ເຈົ້າ ແລະ ​ເຮົາ​ຈະ​ບໍ່​ສົງ­ສານ​ເຈົ້າ, ແຕ່​ເຮົາ​ນຳການຊົ່ວຂອງເຈົ້າມາເຫນືອແທນ, ແລະ ​ສິ່ງ​ຫນ້າ​ກຽດ­ຊັງທັງຫລາຍ​ຂອງເຈົ້າຈະ​ຢູ່​ທ່າມ­ກາງ​ເຈົ້າ, ເພື່ອ​ເຈົ້າ​ຈະ​ຮູ້­ວ່າ ເຮົາ​ແມ່ນ​ພຣະ­ຢາເວ.
\s5
\v 5 ­ພຣະ­ຢາເວອົງພຣະຜູ້­ເປັນ­ເຈົ້າ ຊົງກ່າວ​ດັ່ງ­ນີ້​ວ່າ: ໄພພິ­ບັດ​! ​ໄພພິບັດທີ່ບໍ່ເຫມືອນສິ່ງໃດ! ເບິ່ງແມ໋, ໄພພິບັດກຳລັງມາ​ເຖິງ​ແລ້ວ.
\v 6 ແນ່ນອນ ຄາວ​ສຸດທ້າຍກຳລັງມາເຖິງ​ແລ້ວ. ຄາວອາ​ວະ​ສານ​​ໄດ້ຕື່ນ​ຂຶ້ນ​ຕໍ່­ສູ້​ເຈົ້າແລ້ວ. ເບິ່ງ​ແມ໋, ມັນກຳລັງ​ມາ​ເຖິງແລ້ວ!
\v 7 ຄວາມຈິບຫາຍຂອງເຈົ້າກຳລັງມາເຖິງເຈົ້າ ຜູ້ທີ່ອາໄສຢູ່ໃນດິນແດນ. ເວລານັ້ນໄດ້ມາເຖິງແລ້ວ; ຄືມື້ແຫ່ງ​ການທຳລາຍກໍ​ໃກ້​ເຂົ້າ​ມາ​ແລ້ວ, ແລະ ພູ­ເຂົາ​ທັງຫລາຍ ກໍຈະປາສະຈາກຄວາມຊື່ນຊົມຍິນດີ.
\s5
\v 8 ບັດ­ນີ້ ໃກ້ເວລາທິ່ເຮົາ​ຈະ​ລະ­ບາຍ​ຄວາມໂກດຮ້າຍຂອງເຮົາເຫນືອເຈົ້າ ແລະ ​ລະບາຍ​ຄວາມ​ຮ້າຍກາດ​ຂອງ​ເຮົາ​ຕໍ່​ເຈົ້າ ແລະເຮົາ​ຈະ​ພິ­ພາກ­ສາ​ເຈົ້າ​ຕາມວິຖີຊີວິດຂອງເຈົ້າ ແລະ ​ເຮົາ​ຈະນຳຄວາມຫນ້າ​ກຽດ­ຊັງ​ທັງ​ຫມົດ​ຂອງ​ເຈົ້າມາເຖິງເຈົ້າ.
\v 9 ເພາະດວງ­ຕາ​ຂອງ​ເຮົາ​ຈະ​ບໍ່​ຄວາມອີດູຕົນເຈົ້າ, ແລະ ​ເຮົາ​ຈະ​ບໍ່​ຍົດໂທດໃຫ້​ເຈົ້າ. ຕາມທີ່ເຈົ້າໄດ້ເຮັດ, ເຮົາຈະເຮັດຕໍ່ເຈົ້າ; ແລະ​ ສິ່ງ​ຫນ້າ​ກຽດ­ຊັງ​ຂອງ​ເຈົ້າ​ກໍຈະ​ຢູ່​ທ່າມ­ກາງ​ເຈົ້າ ແລ້ວ​ເຈົ້າ​ຈະ​ຮູ້­ວ່າ ເຮົາ​ແມ່ນ​ພຣະ­ຢາເວ, ຜູ້­ທີ່ກຳລັງລົງໂທດ­ເຈົ້າ​.
\s5
\v 10 ເບິ່ງແມ໋, ວັນ​ນັ້ນ! ເບິ່ງແມ໋, ມັນກຳລັງ​ມາ​ເຖິງ​ແລ້ວ! ຄວາມຈິບຫາຍໄດ້ອອກໄປແລ້ວ! ທ່ອນໄມ້ກໍ​ເປັ່ງບານ​, ແລ້ວຄວາມອວດອົ່ງ​ກໍແຕກອອກ.
\v 11 ຄວາມຮຸນແຮງ​ໄດ້​ຈະ­ເລີນຂື້ນເປັນທ່ອນໄມ້​ຂອງຄວາມ​ຊົ່ວ­ຮ້າຍ — ຈະ​ບໍ່­ມີ​ໃຜ​ເຫລືອ​ຢູ່​ເລີຍ, ບໍ່ເຫລືອຜູ້ໃຜເລີຍ​, ບໍ່ມີຝູງຊົນຂອງພວກເຂົາ, ບໍ່ມີຊັບສົມບັດຂອງພວກເຂົາ, ​ບໍ່­ມີຄວາມສຳຄັນໃດໆຈະຫມັ້ນຄົງ!
\s5
\v 12 ເວ­ລາ​ນັ້ນ​ມາ​ເຖິງ​ແລ້ວ; ວັນ​ນັ້ນ​ກໍ​ໃກ້​ເຂົ້າ​ມາແລ້ວ. ຢ່າ​ໃຫ້ຄົນ​ຊື້ເກີດ​ຄວາມຍິນດີ, ຫລື​ຄົນຂາຍເກີດຄວາມ​ເສຍ­ໃຈ ເພາະ​ພຣະ­ພິ­ໂລດຂອງເຮົາ​ຢູ່​ເຫນືອ​ປະ­ຊາ­ຊົນ​ທັງ​ຫມົດ!
\v 13 ເພາະ­ວ່າ​ຜູ້​ຂາຍ​ຈະ​ບໍ່­ໄດ້​​ສິ່ງ​ທີ່​ຕົນ​ໄດ້​ຂາຍ​ໄປກັບຄືນມາ, ເທົ່າທີ່ພວກເຂົາ​ຍັງ​ມີ­ຊີ­ວິດ​ຢູ່, ເພາະ­ວ່ານິ­ມິດ​ນັ້ນຈະຕໍ່ສູ້​ປະ­ຊາ­ຊົນ​ທັງຫມົດ. ພວກເຂົາຈະບໍ່ກັບຄືນມາ, ເພາະບໍ່ມີໃຜທີ່ມີຊີ­ວິດໃນຄວາມບາບຂອງຕົນແຕ່ຍັງແຂງແຮງ!
\s5
\v 14 ພວກ­ເຂົາ​ໄດ້​ເປົ່າ​ແກ​ແລ້ວ ແລະ​ ໄດ້​ຕຽມ​ທຸກ​ຢ່າງ​ໄວ້​ພ້ອມແລ້ວ, ແຕ່​ຍັງບໍ່­ມີ​ໃຜຍ່າງ​ເຂົ້າສູ່​ສົງ­ຄາມ; ຍ້ອນ​ວ່າພຣະ​ພິ­ໂລດ​ຂອງ​ເຮົາ​ຢູ່​ເຫນືອ​ປະ­ຊາ­ຊົນ​ທັງ​ຫມົດ​.
\v 15 ດາບ​ກໍ​ຢູ່​ຂ້າງ​ນອກ, ພະ­ຍາດ​ລະ­ບາດ ແລະ ໄພ​ອຶດຫິວ​ກໍ​ຢູ່​ຂ້າງ​ໃນອາຄານ. ຄົນ​ທີ່­ຢູ່​ຕາມ​ທົ່ງ­ນາຈະ​ຕາຍ​ດ້ວຍຄ​ົມດາບ, ໃນຂະນະໄພ​ອຶດ­ຫິວ​ ແລະ ​ພະ­ຍາດ​ລະ­ບາດກໍຈະກືນກິນຄົນເຫລົ່ານັ້ນທີ່ຢູ່​ໃນ​ເມືອງ​.
\v 16 ແຕ່​ຜູ້​ລອດຊີວິດບາງຄົນ​ຈະ​ຫນີອອກຈາກທ່າມກາງພວກເຂົາ, ແລະ ພວກເຂົາຈະໄປຢູ່​ເທິງ​ພູ­ເຂົາ. ​ເຫມືອນກັບ​ນົກ­ກາງເກ​ແຫ່ງ​ຮ່ວມພູ, ພວກເຂົາທຸກ​ຄົນຈະ​ໂອ່ຍຄາງ — ແຕ່ລະຄົນຈະໂອ່ຍຄາງ​ເພາະ​ຄວາມຜິດບາບຂອງ­ຕົນ.
\s5
\v 17 ມື​ທຸກມືຈະ​ອ່ອນ­ແຮງລົງ ແລະ ທຸກຫົວ​ເຂົ່າ​ຈະ​ອ່ອນເປ້ຍ​ຄື​ກັບ​ນ້ຳ,
\v 18 ແລະ ພວກເຂົາຈະນຸ່ງເສື້ອຜ້າກະສອບປານ, ແລະ ​ຄວາມ​ສັ່ນ​ສະ­ທ້ານ​ຈະ​ປົກຄຸມ​ພວກ­ເຂົາ​ໄວ້; ແລະ ຄວາມ​ອັບ­ອາຍ​ຈະ​ຢູ່​ເທິງ​ໃບ­ຫນ້າ​ຂອງ​ພວກ­ເຂົາ​ທຸກ​ຄົນ, ແລະ ​ຫົວ​ຂອງ​ເຂົາທຸກຄົນ​ຈະ​ລ້ານ​ຫມົດ.
\v 19 ພວກ­ເຂົາ​ຈະ​ໂຍນ​ເງິນ​ຂອງພວກ​ເຂົາ​ໄປ​ໃນ​ຖະ­ຫນົນ ແລະ ທອງຄຳຂອງພວກເຂົາກໍຈະເປັນເຫມືອນການປະຕິເສດ. ເງິນ ແລະ​ ຄຳ​ຂອງ​ພວກເຂົາ​ກໍບໍ່​ອາດ​ຊ່ວຍ​ພວກ­ເຂົາ​ໃຫ້​ພົ້ນ​ໃນ​ວັນ​ແຫ່ງ​ພຣະ­ພິ­ໂລດ​ຂອງ​ພຣະ­ຢາເວໄດ້. ຊີວິດຂອງພວກເຂົາ​ຈະບໍ່ພົ້ນ, ແລະ ຄວາມອຶດຢາກຈະບໍ່ໄດ້ຮັບການອີ່ມເຕັມ, ເພາະ­ວ່າ​ຄວາມຜິດບາບຂອງພວກເຂົາ ໄດ້ເຮັດໃຫ້ສະດຸດ.
\s5
\v 20 ໃນຄວາມພາກພູມໃຈຂອງພວກເຂົາ ພວກເຂົາໄດ້ນຳເຄື່ອງ​ປະ­ດັບ​ຂອງ​ພວກ­ເຂົາ, ແລະ ດ້ວຍສິ່ງເຫລົ່ານີ້ ພວກ­ເຂົາ​ໄດ້ເຮັດເປັນ​ຮູບ​ເຄົາ­ລົບ​ ແລະ ສີ່ງທີ່ຫນ້າ​ກຽດ­ຊັງຂອງພວກ​ເຂົາ. ­ສະ­ນັ້ນ ເຮົາ​ຈະ​ປ່ຽນສິ່ງ​ເຫລົ່າ­ນັ້ນໃຫ້​ກາຍມາເປັນ​ສິ່ງ​ທີ່​ເປັນມົນທິນຕໍ່​ພວກ­ເຂົາ.
\v 21 ແລ້ວເຮົາຈະເອົາສິ່ງເຫລົ່ານັ້ນໃຫ້ຄົນແປກຫນ້າຄືກັບການ​ປຸ້ນ ແລະ ການ​ຊົ່ວຮ້າຍ​ໃນ​ແຜ່ນ­ດິນ­ໂລກ​ເຫນືອນກັບການ​ປຸ້ນ​ ແລະ ​ພວກ­ເຂົາ​ທັງ­ຫລາຍ​ຈະ​ເຮັດ​ໃຫ້­ເປັນ​ມົນ­ທິນ.
\v 22 ແລ້ວເຮົາ​ຈະ​ຫັນ​ຫນ້າ​ຂອງ​ເຮົາ​ອອກຈາກ​ພວກ­ເຂົາເສຍ ເມື່ອພວກ­ເຂົາ​​ຈະ​ເຮັດໃຫ້​ສະ­ຖານ­ທີ່​ລໍ້າຄ່າຂອງ​ເຮົາ​ເປັນ​ມົນ­ທິນ; ພວກ​ໂຈນ​ຈະ​ເຂົ້າ ແລະ ເຮັດ​ໃຫ້­ເປັນ​ມົນ­ທິນ.
\s5
\v 23 ຈົ່ງ​ເຮັດ​ສາຍໂສ້, ເພາະ­ວ່າ​ແຜ່ນ­ດິນ​ນັ້ນ​ເຕັມ​ໄປ​ດ້ວຍການພິພາກສາ​ເລືອດ, ແລະ ​ເມືອງ​ກໍ​ເຕັມ​ໄປ​ດ້ວຍ​ຄວາມຮຸນແຮງ.
\v 24 ສະ­ນັ້ນ ເຮົາ​ຈະ​ນຳ​ປະ­ຊາ­ຊາດ​ທີ່​ຊົ່ວ­ຮ້າຍ​ທີ່­ສຸດ​ມາ, ແລະ​ ຖື​ກຳ­ມະ­ສິດ​​ເຮືອນທັງຫລາຍ​ຂອງພວກ­ເຂົາ, ແລະ ​ເຮົາ​ຈະ​ເຮັດ­ໃຫ້​ຄວາມ​ຈອງ­ຫອງ​ຂອງ​ຄົນ­ຍິ່ງໃຫຍ່​ສິ້ນ­ສຸດ​ລົງ, ແລະ ສຳລັບ​ສະ­ຖານ­ທີ່​ສັກສິດ​ຂອງພວກເຂົາ​ຈະຖືກລົບລູ່.
\v 25 ຄວາມຢ້ານກົວຈະມາ! ພວກ­ເຂົາ​ຈະ​ສະ­ແຫວງ­ຫາ​ສັນ­ຕິສຸກ, ແຕ່​ຈະ​ບໍ່­ພົບເລີຍ.
\s5
\v 26 ໄພພິບັດເຫນືອໄພພິບັດມາ​ເຖິງ​ແລ້ວ, ແລະ ຈະມີຂ່າວລືຫລັງຈາກຂ່າວລືເກີດຂື້ນ. ແລ້ວພວກ­ເຂົາ​ຈະ​ສະ­ແຫວງ­ຫາ​ນິ­ມິດ​ຈາກ​ຜູ້­ປະ­ກາດ­ພຣະ­ທຳ, ແຕ່ການ­ສອນພຣະ­ບັນ­ຍັດ​ຈະ​ພິ­ນາດ​ໄປ​ຈາກ​ປະ­ໂລ­ຫິດ ແລະ​ ຄຳແນະນຳ​ຈາກ​ພວກ​ຜູ້­ອາວຸໂສ.
\v 27 ກະສັດຈະໂສກເສົ້າ ແລະ ເຈົ້າຊາຍຈະນຸ່ງຫົ່ມຢ່າງສິ້ນຫວັງ, ໃນຂະນະທີ່​ມື​ຂອງ​ປະ­ຊາ­ຊົນ​ແຫ່ງ​ແຜ່ນ­ດິນ​ຈະ​ສັ່ນ​ສະ­ທ້ານຢ້ານກົວ. ​ເຮົາ​ຈະ​ເຮັດ​ສີ່ງນີ້ແກ່​ພວກ­ເຂົາ​ຕາມວິຖີທາງຂອງພວກ​ເຂົາ! ເຮົາ​ຈະ​ພິ­ພາກ­ສາ​ພວກ­ເຂົາ​ຕາມ​ມາດຕະຖານ​ຂອງພວກ​ເຂົາ ຈົນກວ່າພວກ­ເຂົາ​ຈະ​ຮູ້­ວ່າ​ ເຮົາ​ແມ່ນ​ພຣະຢາເວ.”
\s5
\c 8
\cl ບົດທີ 8
\p
\v 1 ດັ່ງນັ້ນ ສິ່ງນີ້ໄດ້ເກີດຂື້ນໃນ​ວັນ­ທີ​ຫ້າ ເດືອນ​​ທີຫົກ, ໃນ​ປີ​ທີ​ຫົກ, ຄືໃນຂະ­ນະ​ທີ່­ຂ້ານ້ອຍ​ນັ່ງ​ຢູ່­ໃນ​ເຮືອນ​ຂອງ​ຂ້ານ້ອຍ ແລະ​ພວກຜູ້​ອາວຸໂສຂອງເຜົ່າ​ຢູ­ດາ​ນັ່ງ​ຢູ່​ຕໍ່­ຫນ້າ​ຂ້ານ້ອຍ, ພຣະ­ຫັດ​ຂອງ​ພຣະ­ຢາເວພຣະຜູ້­ເປັນ­ເຈົ້າໄດ້​ລົງ­ມາ​ເທິງ​ຂ້ານ້ອຍ​ຢູ່​ບ່ອນ­ນັ້ນ.
\v 2 ດັ່ງນັ້ນ, ​ຂ້າ­ນ້ອຍ​ກໍ​ແນມເບິ່ງ ແລະ ​ເບິ່ງ​ແມ໋, ມີຮູບຮ່າງຫນຶ່ງຄ້າຍຄືຮູບຮ່າງມະນຸດ. ຈາກຮູບຮ່າງສ່ວນແອວລົງມາເບິ່ງຄືໄຟ. ແລະ ຈາກສ່ວນ​ແອວ​ຂຶ້ນເທິງເບິ່ງຄື​ບາງສິິ່ງທີ່ແສງ​ແຈ້ງສ່ອງໃສ, ຄືກັບໂລຫະ​ທີ່​ເຫລື້ອມ​ໃສ.
\s5
\v 3 ແລ້ວຜູ້ນັ້ນໄດ້​ຍື່ນ​ສ່ວນ​ທີ່​ຄ້າຍຄືກັບມື​ນັ້ນ​ອອກ​ມາ​ ແລະ ໄດ້ຈັບ​ເອົາຜົມຈາກຫົວ­ຂອງ​ຂ້ານ້ອຍ​; ແລະ ​ພຣະ­ວິນ­ຍານ​ໄດ້ຊົງ​ຍົກ​ຂ້າ­ນ້ອຍ​ຂຶ້ນ​ລະ­ຫວ່າງ​ໂລກ ແລະ ​ສະ­ຫວັນ, ແລະ ໃນນິມິດ​ຂອງ​ພຣະ­ເຈົ້ານັ້ນ, ພຣະອົງໄດ້ຊົງພາ​ຂ້ານ້ອຍ​ມາ​ເຖິງ​ນະຄອນເຢ­ຣູ­ຊາ­ເລັມ, ມາ­ເຖິງ​ທາງ​ເຂົ້າ​ປະ­ຕູ​ທາງທິດ​ເຫນືອ​ຂອງ​ເດີ່ນ​ຊັ້ນ​ໃນ ຊຶ່ງ​ເປັນ​ບ່ອນຕັ້ງ​​ຮູບເຄົາລົບທີ່ກໍ່ໃຫ້ເກີດຄວາມ​ອິດ­ສາຢ່າງຍິ່ງໃຫຍ່.
\v 4 ແລ້ວ ເບິ່ງ​ແມ໋, ພຣະສະ­ຫງ່າ­ຣາ­ສີ​ຂອງ​ພຣະ­ເຈົ້າ​ແຫ່ງ​ອິດສະຣາເອນ​ກໍ​ຢູ່​ບ່ອນ­ນັ້ນ, ເຫມືອນກັບ​ນິ­ມິດ​ທີ່­ຂ້ານ້ອຍ​ໄດ້​ເຫັນ​ຢູ່​ທົ່ງ­ພຽງນັ້ນ
\s5
\v 5 ແລ້ວ​ພຣະ­ອົງ​ກ່າວ​ກັບ​ຂ້າ­ນ້ອຍວ່າ, “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ບັດ­ນີ້ ຈົ່ງ​ເງີຍ​ຫນ້າ​ຂຶ້ນເບິ່ງ​ໄປທາງ​ທິດ­ເຫນືອ.” ດັ່ງນັ້ນ ຂ້າ­ນ້ອຍ ກໍໄດ້​ເງີຍ​ຫນ້າ​ຂຶ້ນເບິ່ງ​ໄປທາງ​ທິດ­ເຫນືອ, ແລະ ປະຕູເຂົ້າທາງ​ທິດ­ເຫນືອນຳໄປເຖິງ​ແທ່ນ​ບູ­ຊາ, ຢູ່ບ່ອນນັ້ນມີທາງເຂົ້າ, ມີຮູບເຄົາລົບແຫ່ງການອິດສາ​.
\v 6 ແລ້ວ​ພຣະ­ອົງ​ກ່າວ​ກັບ​ຂ້າ­ນ້ອຍ​ອີ​ກວ່າ, “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ເຈົ້າກຳລັງ​ເຫັນສິ່ງທີ່ພວກເຂົາກຳລັງເຮັດ​​ບໍ? ຄືສິ່ງທີ່ຫນ້າ​ກຽດ­ຊັງ​ອັນ­ຍິ່ງ­ໃຫຍ່ເຫລົ່ານີ້ ຊຶ່ງ​ເຊື້ອ­ສາຍຂອງ​ອິດສະຣາເອນກຳລັງ​ເຮັດ​ຢູ່­ນີ້ເຮັດໃຫ້ເຮົາໄປ​ໄກ​ຈາກ​ສະ­ຖານ­ທີ່​ສັກສິດ​ຂອງ​ເຮົາ. ແຕ່ເຈົ້າ​ຈະ​​ເຫັນ​ສິ່ງທີ່​ຫນ້າ​ກຽດ­ຊັງ​ຍິ່ງ­ໃຫຍ່​ຫລາຍກວ່າ​ນີ້​ອີກ.”
\s5
\v 7 ແລ້ວພຣະ­ອົງ​ໄດ້ຊົງ​ນຳ​ຂ້າ­ນ້ອຍ​ມາ​ເຖິງປະຕູທາງເຂົ້າເດີ່ນ, ແລະ​ ​ຂ້າ­ນ້ອຍແນມເບິ່ງ, ແລະ ກໍ​ເຫັນ​ວ່າມີປ່ອງ​ຫນຶ່ງ​ຢູ່­ໃນ​ກຳ­ແພງ.
\v 8 ​ພຣະ­ອົງ​ກ່າວ​ກັບ​ຂ້າ­ນ້ອຍ​ວ່າ, “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ຈົ່ງ​ເຈາະ​ເຂົ້າ­ໄປ​ໃນ​ກຳ­ແພງນີ້.” ເມື່ອ​ຂ້ານ້ອຍ​ເຈາະ​ເຂົ້າ­ໄປ​ໃນ​ກຳ­ແພງ​ແລ້ວ, ແລະ ມີ​ປະ­ຕູ​ຢູ່​ບານຫນຶ່ງ.
\v 9 ແລ້ວພຣະ­ອົງ​ຊົງກ່າວ​ກັບ​ຂ້າ­ນ້ອຍ​ວ່າ, “ຈົ່ງ​ເຂົ້າ­ໄປເຖີດ ແລະ ​ເບິ່ງ​ສິ່ງທີ່​ຫນ້າ​ກຽດ­ຊັງ​ຢ່າງ​ຊົ່ວຮ້າຍທີ່​ພວກ­ເຂົາກຳລັງ​ເຮັດ​ໃນ​ບ່ອນ­ນີ້.”
\s5
\v 10 ດັ່ງ­ນັ້ນ ຂ້າ­ນ້ອຍ​ຈຶ່ງ​ເຂົ້າ­ໄປ ແລະ ​ເບິ່ງແມ໋! ມີ​ຮູບຮ່າງສັດເລືອ​ຄານ​ທຸກ​ຊະ­ນິດ ແລະ ​ສັດ​ທີ່​ຫນ້າ​ລັງກຽດ! ຮູບ​ເຄົາ­ລົບ​​ຂອງ​ເຊື້ອ­ສາຍ​ອິດສະຣາເອນທີ່ແກະສະລັກໄວ້ເທິງ​ຝາ​ກຳແພງ​ອ້ອມຮອບ.
\v 11 ຜູ້ອາວຸໂສຂອງເຊື້ອສາຍອິດສະຣາເອນນທັງເຈັດສິບຄົນກໍຢູ່ບ່ອນນັ້ນ, ແລະ ​ຢາ­ອາ­ຊາ­ນີ­ຢາລູກ­ຊາຍຂອງ​ຊາ­ຟານ​ຢືນ­ຢູ່​ທ່າມກາງຂອງ​ພວກ­ເຂົາ. ພວກເຂົາຢືນຢູ່ຕໍ່ຫນ້າຮູບເຫລົ່ານັ້ນ ແລະ ຜູ້ຊາຍແຕ່ລະຄົນກໍມີກະຖາງ​ໄຟ​ຢູ່­ໃນ​ມືຂອງພວກເຂົາ ເພື່ອວ່າ​ກິ່ນຄວັນ​ຂອງ​ເຄື່ອງເຜົາ­ບູ­ຊາ​ຈະໄດ້ລອຍຂຶ້ນ​ໄປ​ຂ້າງ​ເທິງ.
\s5
\v 12 ແລ້ວ​ພຣະ­ອົງ​ກ່າວ​ກັບ​ຂ້ານ້ອຍ​ວ່າ, “ບຸດ​ແຫ່ງ​ມະ­ນຸດ​ເອີຍ ເຈົ້າ​ໄດ້​ເຫັນ​ແລ້ວ​ບໍ່​​ວ່າ ພວກ​ອາວຸໂສ​ຂອງ​ເຊື້ອ­ສາຍ​ອິດສະຣາເອນ​ເຮັດ​ຫຍັງ​ຢູ່­ໃນ​ຄວາມ​ມືດ? ແຕ່ລະຄົນລີ້ເຮັດສິ່ງນີ້ຢູ່ໃນຫ້ອງຕັ້ງຮູບ​ເຄົາລົບຂອງ­ຕົນ, ເພາະ​ພວກ­ເຂົາ​ເວົ້າ​ວ່າ, ‘ພຣະຢາເວ​ບໍ່ຊົງ​ທອດ​ພຣະ­ເນດ​ເຫັນ​ເຮົາ! ພຣະຢາເວ​ໄດ້​ປະ​ຖິ້ມ​ແຜ່ນ­ດິນ​ນີ້​ເສຍ​ແລ້ວ.’”
\v 13 ແລ້ວພຣະ­ອົງໄດ້​ກ່າວ​ກັບ​ຂ້າ­ນ້ອຍ​ດ້ວຍ​ວ່າ, “ ​ຈົ່ງ​ຫັນມາອີກຄັ້ງ, ແລະ ເຈົ້າ​ຈະ​ເຫັນ​ພວກເຂົາກຳລັງເຮັດສິ່ງທີ່ຫນ້າກຽວຊັງຍິ່ງກວ່ານີ້​​ອີກ.”
\s5
\v 14 ຕໍ່ໄປ ​ພຣະ­ອົງ​ໄດ້ຊົງ​ນຳ​ຂ້າ­ນ້ອຍ​ມາ​ເຖິງ​ທາງ​ເຂົ້າ​ປະ­ຕູ​ພຣະ­ວິ­ຫານ​ຂອງ​ພຣະຢາເວທີ່ຢູ່ທາງທິດເຫນືອ, ແລະ​ ເບິ່ງ​ແມ໋! ພວກ​ຜູ້­ຍິງ​ທັງຫລາຍ​ກຳລັງ​ນັ່ງຈົ່ມຕໍ່ພະ​​ຕາມ­ມຸດ.
\v 15 ດັ່ງນັ້ນ ​ພຣະ­ອົງ​ກ່າວ​ກັບ​ຂ້າ­ນ້ອຍ​ວ່າ, “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ເຈົ້າ​ເຫັນ​ສິ່ງນີ້​ບໍ? ຈົ່ງຫັນ​ກັບມາອີກຄັ້ງ, ເຈົ້າ​ຈະ​ເຫັນ​ສິ່ງທີ່​ຫນ້າລັງກຽດຍິ່ງກວ່າສິ່ງເຫລົ່າ​ນີ້​ອີກ.”
\s5
\v 16 ພຣະ­ອົງ​ໄດ້ຊົງ​ນຳ​ຂ້ານ້ອຍ​ເຂົ້າ​ມາ​ໃນ​ເດີ່ນ​ຊັ້ນ​ໃນ​ແຫ່ງ​ພຣະ­ວິ­ຫານ​ຂອງ​ພຣະ­ຢາເວ, ເບິ່ງ​ແມ໋! ຢູ່ປະ­ຕູ​ທາງເຂົ້າພຣະ­ວິ­ຫານ​ຂອງ​ພຣະ­ຢາເວ ລະ­ຫວ່າງ​ ລະ­ບຽງ ແລະ ​ແທ່ນ​ບູ­ຊາ, ມີ​ຊາຍ​ປະ­ມານ​ຊາວ​ຫ້າ​ຄົນ​ຫັນ​ຫລັງ​ໃຫ້​ພຣະ­ວິ­ຫານ​ແຫ່ງ​ພຣະ­ຢາເວ ແຕ່ປິ່ນຫນ້າ​ຂອງ​ພວກ­ເຂົາ​ໄປ​ທາງ​ທິດ­ຕາ­ເວັນ­ອອກ, ແລະ ພວກເຂົາກຳ­ລັງ​ນະ­ມັດ­ສະ­ການ​ດວງ​ອາ­ທິດ.
\s5
\v 17 ​ພຣະ­ອົງ​ກ່າວ​ກັບ​ຂ້າ­ນ້ອຍ​ວ່າ, “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ເຈົ້າ​ເຫັນສິ່ງນີ້​ບໍ? ມັນເປັນ​ສິ່ງທີ່​ເລັກ­ນ້ອຍ​ບໍ ທີ່​ເຊື້ອ­ສາຍ​ຢູ­ດາ​ເຮັດ­ການ​ອັນ​ຫນ້າ​ກຽດ­ຊັງ ຊຶ່ງ​ພວກ­ເຂົາ​ເຮັດ​ຢູ່​ບ່ອນ­ນີ້? ພວກ­ເຂົາ​ເຮັດ­ໃຫ້​ແຜ່ນ­ດິນ​ເຕັມ​ໄປ​ດ້ວຍ​ຄວາມ​ຮຸນແຮງ ​ແລະ ​ເຮັດ­ໃຫ້​ເຮົາ​ຫັນມາໂກດ​ຮ້າຍ​ຫລາຍ​ຂຶ້ນ, ​ເອົາ​ງ່າ­ໄມ້​ມາ​ແຍ່​ດັງ​ຂອງ­ຕົນ.
\v 18 ເພາະ­ສະ­ນັ້ນ ເຮົາ​ຈະຈັດການກັບພວກເຂົາ; ດວງຕາຂອງເຮົາຈະ​ບໍ່​ອີດູຕົນ, ແລະ ​ເຮົາ​ຈະບໍ່ຍົກໂທດໃຫ້ພວກເຂົາ. ເຖິງ­ແມ່ນ­ວ່າ​ພວກ­ເຂົາ​ຈະ​ຮ້ອງ​​ໃສ່​ຫູ​ຂອງ​ເຮົາດ້ວຍສຽງດັງກໍຕາມ, ເຮົາ​ກໍ​ຈະ​ບໍ່​ຟັງ​ພວກ­ເຂົາ.”
\s5
\c 9
\cl ບົດທີ 9
\p
\v 1 ແລ້ວຂ້ານ້ອຍໄດ້ຍິນ​ພຣະ­ອົງ​ໄດ້​ເປັ່ງ​ພຣະ­ສຸ­ລະ­ສຽງ​ດັງ​ເຂົ້າ​ຫູ​ຂ້າ­ນ້ອຍ, ແລະ ຊົງກ່າວ​ວ່າ, “ຈົ່ງນຳພວກຄົນຍາມຂື້ນມາເມືອງນີ້, ແຕ່ລະຄົນຖືອາວຸດຂອງການທຳລາຍມານຳ.
\v 2 ເບິ່ງ​ແມ໋! ມີ​ຊາຍ​ຫົກ​ຄົນ​ເຂົ້າ​ມາ​ຈາກ​ທາງ​ປະ­ຕູເບື້ອງ​ເທິງ ປິ່ນ​ຫນ້າ​ໄປ​ທາງທິດ­ເຫນືອ, ແຕ່ລະຄົນ​ຖື​ອາ­ວຸດ​ສຳ­ລັບ​ຂ້າ​ຄົນໃນມືຂອງພວກເຂົາ. ມີ​ຊາຍ​ຄົນ​ຫນຶ່ງໃນທ່າມກາງພວກເຂົາ​ນຸ່ງ­ຫົ່ມ​ຜ້າ​ປ່ານ ຖື​ຫີບເຄື່ອງ​ຂຽນ​ມາ­ກັບ​ຄົນ​ເຫລົ່າ­ນັ້ນ​ດ້ວຍ. ດັ່ງນັ້ນ ​ພວກ­ເຂົາ​ທັງ­ຫລາຍ​ເຂົ້າ­ໄປ ແລະ ​ຢືນ­ຢູ່​ຂ້າງ​ແທ່ນ​ບູຊາທອງ­ເຫລືອງ.
\s5
\v 3 ແລ້ວພຣະສະຫງ່າຣາສີຂອງ​ພຣະ­ເຈົ້າ​ແຫ່ງ​ອິດສະຣາເອນກໍ​ໄດ້ເຄື່ອນຂຶ້ນຈາກ​ເຫລົ່າ​ເຄ­ຣຸບທີ່ເຄີຍ​ສະ­ຖິດ​ໄປ​ຍັງ​ປະ­ຕູ​ພຣະ­ວິ­ຫານ. ​ພຣະ­ອົງ​ກ່າວ​ຕໍ່​ຊາຍ​ຜູ້​ທີ່​ນຸ່ງ­ຫົ່ມ​ຜ້າ​ປ່ານ ຜູ້​ທີ່​ຖື​ຫີບ​ເຄື່ອງ​ຂຽນຢູ່ຂ້າງເຂົານັ້ນ.
\v 4 ​ພຣະ­ຢາເວ​ຊົງກ່າວກັບເຂົາ​ວ່າ, “ຈົ່ງຜ່ານທ່າມກາງເມືອງ—ຈົ່ງໄປກາງນະຄອນ​ເຢ­ຣູ­ຊາ­ເລມ—ແລະ ​ເຮັດ​ເຄື່ອງຫມາຍ​ໄວ້​ທີ່​ຫນ້າ­ຜາກ​ຂອງ​ປະ­ຊາ­ຊົນ​ຜູ້ທີ່ໂສກເສົ້າ ແລະ ​ຄໍ່າຄວນ ຍ້ອນ​ສິ່ງຫນ້າ​ກຽດ­ຊັງ​ທັງ​ຫມົດ​ທີ່ຄົນທັງຫລາຍໄດ້​ເຮັດ​ກັນ​ໃນ​ທ່າມກາງເມືອງນີ້."
\s5
\v 5 ແລ້ວຂ້ອຍນ້ອຍກໍໄດ້ຍິນພຣະ­ອົງຊົງ​ກ່າວ​ກັບ​ຄົນ­ອື່ນໆ​ວ່າ, “ຈົ່ງຜ່ານເມືອງ​ຕາມຊາຍ​ຄົນ​ນັ້ນໄປ ແລະ ​ຂ້າ­ທຸກຄົນ​ເສຍ. ຢ່າໃຫ້ດວງຕາ​ຂອງ​ເຈົ້າ​ໄດ້ມີຄວາມ​ປາ­ນີ ແລະ ​​ຢ່າໄດ້​ສົງ­ສານ​ເລີຍ.
\v 6 ເຖິງວ່າຈະເປັນ​ຄົນ​ເຖົ້າ, ຄົນ​ຫນຸ່ມ, ຄົນສາວ, ທັງ​ເດັກ​ນ້ອຍໆ ແລະ​ພວກຜູ້­ຍິງ. ຈົ່ງຂ້າພວກເຂົາໃຫ້ຫມົດ! ແຕ່​ຢ່າ​ເຂົ້າ​ໃກ້​ຜູ້​ທີ່​ມີ​ເຄື່ອງ­ຫມາຍໃນຫນ້າຜາກຂອງເຂົາ. ​ຈົ່ງ​ເລີ່ມຈາກ​​ສະ­ຖານທີ່ສັກສິດຂອງ​ເຮົານີ້ເລີຍ!” ດັ່ງ­ນັ້ນ ພວກເຂົາ​ຈຶ່ງເລີ່ມ​ຂ້າ​ຄົນ​ເຖົ້າ ຄື​ຜູ້ທີ່​ຢູ່​ຕໍ່­ຫນ້າ​ພຣະ­ວິ­ຫານ​ນັ້ນ.
\s5
\v 7 ພຣະ­ອົງ​ກ່າວ​ກັບ​ພວກ­ເຂົາ​ວ່າ, “ຈົ່ງ​ເຮັດ­ໃຫ້​ພຣະ­ວິ­ຫານ​ເປັນ​ມົນ­ທິນ, ແລະ ຈົ່ງເຮັດໃຫ້ເດີ່ນພຣະວິຫານເຕັມໄປດ້ວຍຄົນຕາຍ.​ຈົ່ງ​ໄປ​ສາ!” ດັ່ງນັ້ນ ພວກ­ເຂົາ​ທັງ­ຫລາຍ​ຈຶ່ງ​ອອກ​ໄປ ແລະ​ ໂຈມຕີ​ຄົນທົ່ວເມືອງ.
\v 8 ໃນຂະ­ນະ​ທີ່​ພວກ­ເຂົາ​ກຳ­ລັງໂຈມຕີ​ຢູ່ນັ້ນ, ​ຂ້ານ້ອຍກໍຢູ່​ຄົນ​ດຽວ ແລະ ຂ້າ­ນ້ອຍ​ກໍ​ກົ້ມ​ຫນ້າ​ລົງ​ເຖິງ​ດິນ ແລະ​ ຮ້ອງທູນຂໍ​ວ່າ, “ອະ​ນິດ​ຈັງ! ພຣະຢາເວ ພຣະ­ຜູ້­ເປັນ­ເຈົ້າ, ພຣະ­ອົງ​ຈະ​ຊົງໄດ້​ທຳ­ລາຍ​ຄົນ​ອິດສະຣາເອນ​ທີ່​ເຫລືອ​ຢູ່ນັ້ນ​ທັງ​ຫມົດດ້ວຍ​ພຣະພິໂລດທີ່ຊົງລະ­ບາຍ​​ເຫນືອ​ນະຄອນເຢ­ຣູ­ຊາ­ເລມນັ້ນ​ບໍ?”
\s5
\v 9 ​ພຣະ­ອົງ​ຊົງກ່າວ​ກັບ​ຂ້າ­ນ້ອຍວ່າ, “ຄວາມ​ຊົ່ວ­ຮ້າຍ​ຂອງ​ເຊື້ອ­ສາຍ​ອິດສະຣາເອນ ແລະ​ ຢູ­ດາ ໃຫຍ່ຫລວງ​ຫລາຍ. ແຜ່ນ­ດິນ​ກໍ​ເຕັມ​ໄປ​ດ້ວຍ​ເລືອດ ແລະ ​ຄວາມ​ເສື່ອມຊາມ​ກໍ​ເຕັມ​ເມືອງ, ເພາະ​ພວກ­ເຂົາ​ກ່າວ​ວ່າ, ‘ພຣະຢາເວ​ໄດ້​ຊົງຫລົງລືມ​ແຜ່ນ­ດິນ​ນີ້​ແລ້ວ; ແລະ​ ’ພຣະ­ຢາເວ​ບໍ່​ທອດ​ພຣະ­ເນດເຫັນດອກ’.
\v 10 ດັ່ງນັ້ນ ຕາຂອງເຮົາ​ບໍ່​ມີຄວາມປາ­ນີ, ແລະ ​ເຮົາ​ຈະ​ບໍ່ໃຫ້ອະໄພພວກເຂົາ. ແຕ່​ເຮົາ​ຈະ​ໃຫ້ສິ່ງທີ່ພວກເຂົາໄດ້ເຮັດໄວ້ນັ້ນ ກັບມາຕົກໃສ່ຫົວ​ຂອງພວກ​ເຂົາແທນ”.
\v 11 ​ເບິ່ງ​ແມ໋! ຊາຍ​ຄົນ­ທີ່​ນຸ່ງ­ຫົ່ມ​ຜ້າ​ປ່ານ​ຖື​ຫີບ​ເຄື່ອງ​ຂຽນ​ຢູ່ທາງຂ້າງຂອງເຂົານັ້ນກໍກັບມາ. ເຂົາໄດ້ລາຍງານ ແລະ ເວົ້າວ່າ, “ຂ້າ­ນ້ອຍ​ໄດ້​ເຮັດ​ຕາມ​ທີ່​ພຣະ­ອົງ​ໄດ້​ຊົງສັ່ງຈົນແລ້ວ.”
\s5
\c 10
\cl ບົດທີ 10
\p
\v 1 ຂະນະທີ່​ຂ້າ­ນ້ອຍ​​ເບິ່ງໂດມ ​ຊຶ່ງ​ຢູ່​ເທິງ​ຫົວຂອງ​​ເຫລົ່າ​ເຄ­ຣຸບ; ມີ​ບາງສິ່ງ​ປະ­ກົດ​ຂຶ້ນ​ເຫນືອພວກເຂົາ​ເຫມືອນ​ແກ້ວ​ມໍ­ລະ­ກົດ ແລະ ມີຮູບຮ່າງ​ຄ້າຍຄື​ພຣະ­ທີ່­ນັ່ງ.
\v 2 ແລ້ວ ພຣະຢາເວ ກ່່າວຕໍ່ຊາຍຜູ້ທີ່ນຸ່ງຜ້າປ່ານ ແລະ ເວົ້າວ່າ, “ຈົ່ງ​ເຂົ້າ­ໄປ​ໃນ​ທ່າມ­ກາງ​ວົງ​ລໍ້​ ຊຶ່ງ​ຢູ່​ພາຍ­ໃຕ້​ເຫລົ່າ​ເຄ­ຣຸບນັ້ນ, ແລະ ຈົ່ງ​ຫອບ​ເອົາ​ຖ່ານ​ໄຟດ້ວຍມືທັງສອງຂອງເຈົ້າຈົນເຕັມ ຊຶ່ງຢູ່​ທ່າມ­ກາງເຫລົ່າ​ເຄ­ຣຸບ ແລະ​ໂຮ່ຍມັນອອກໄປທົ່ວ​ເມືອງ​.” ແລ້ວຜູ້​ຊາຍ​ຄົນ​ນັ້ນ​ກໍ​ເຂົ້າ­ໄປ ຂະນະທີ່ຂ້ານ້ອຍເຝົ້າເບິ່ງຢູ່.
\s5
\v 3 ຝ່າຍ​ເຫລົ່າ​ເຄ­ຣຸບ​ຢືນ­ຢູ່​ດ້ານ​ຂວາ​ຂອງ​ພຣະ­ວິ­ຫານ ເວລາ​ທີ່​ຊາຍ​ຄົນ​ນັ້ນ​ເຂົ້າ­ໄປຂ້າງໃນ, ແລະ ​ເມກ​ໄດ້​ປົກ​ຄຸມ​ຢູ່​ທົ່ວເດີ່ນຊັ້ນ​ໃນ.
\v 4 ພຣະ­ສະຫງ່າຣາສີ​ຂອງ​ພຣະຢາເວໄດ້ປະກົດຂຶ້ນ​ຈາກ​ເຫລົ່າ​ເຄ­ຣຸບ ແລະ ໄດ້ຢຶນຢູ່ເຫນືອ​ປະ­ຕູ​ພຣະ­ວິ­ຫານ. ຖືກ​ປົກ​ຄຸມດ້​ວຍເມກ​ເຕັມພຣະວິຫານ, ແລະ ​ເດີ່ນ​ນັ້ນ​ກໍ​ເຕັມ​ໄປ​ດ້ວຍແສງສະຫວ່າງຂອງພຣະສະຫງ່າຣາສີຂອງ​ພຣະຢາເວ.
\v 5 ​ສຽງ​ປີກ​ທັງຫລາຍຂອງ​ເຫລົ່າ​ເຄ­ຣຸບ​ກໍ​ໄດ້­ຍິນ​ໄປ​ເຖິງ​ເດີ່ນ​ຊັ້ນ​ນອກ, ເຫມືອນ​ພຣະ­ສຸ­ລະ­ສຽງ​ຂອງ​ພຣະ­ເຈົ້າ​ຜູ້ຊົງ​ລິດ­ທາ­ນຸ­ພາບ​ເມື່ອ​ພຣະ­ອົງ​ຊົງ​ກ່າວ.
\s5
\v 6 ສິ່ງນີ້ໄດ້ເກີດຂຶ້ນ, ເມື່ອ​ພຣະ­ອົງຊົງ​ມີ​ພຣະ­ບັນ­ຊາໃຫ້​ຊາຍ​ທີ່​ນຸ່ງ­ຫົ່ມ​ຜ້າ​ປ່ານ​ວ່າ, “ຈົ່ງ​ໄປ​ເອົາ​ໄຟ​​ຈາກ​ທ່າມກາງ​ກົງ​ລໍ້ທີ່ຢູ່ລະຫວ່າງ​ ເຫລົ່າ​ເຄ­ຣຸບອອກມາ,” ຊາຍ​ຄົນ​ນັ້ນ​ກໍ​ເຂົ້າ­ໄປ ແລະ ​ຢືນ­ຢູ່​ທາງຂ້າງກົງ​ລໍ້​ວົງຫນຶ່ງ.
\v 7 ເຄ­ຣຸບ​ຕົນ​ຫນຶ່ງ​ໄດ້​ຍື່ນ​ມື​ຂອງມັນ​ອອກໄປ ​​ລະ­ຫວ່າງ ເຫລົ່າ​ເຄ­ຣຸບ​ໄປຫາ​ໄຟ​ນັ້ນ ທີ່ຢູ່​ລະ­ຫວ່າງ ​ເຄ­ຣຸບ, ແລະ ມັນໄດ້ ຈັບ​ໄຟຂຶ້ນ​ມາສ່ວນຫນຶ່ງ ແລະ ໄດ້ວາງໃສ່​ມື​ຂອງ​ຊາຍ​ທີ່​ນຸ່ງ­ຫົ່ມ​ຜ້າ​ປ່ານ. ຊາຍ​ນັ້ນ​ກໍ​ໄດ້ຮັບ​ເອົາ​ໄວ້ ແລະ ກັບມາ.
\v 8 ຂ້ານ້ອຍໄດ້ເຫັນ​ເຫລົ່າ​ເຄ­ຣຸບ​​ຄ້າຍມືມະນຸດຢູ່​ກ້ອງ­ປີກ​ທັງຫລາຍຂອງພວກມັນ.
\s5
\v 9 ດັ່ງນັ້ນ ຂ້ານ້ອຍໄດ້ເຫັນ, ແລະ ເບິ່ງແມ! ກົງລໍ້ສີ່ວົງຢູ່ຂ້າງເຫລົ່າ​ເຄ­ຣຸບ—ກົງລໍ້ແຕ່ລະອັນຢູ່ທາງຂ້າງເຄຣຸບແຕ່ລະໂຕ— ແລະ ຮູບຮ່າງຂອງບັນດາກົງລໍ້ນັ້ນເຫມືອນ​ກັບ​ຫີນເບຣິກ.
\v 10 ຮູບຮ່າງຂອງພວກມັນເບິ່ງເຫມືອນກັບ​​ກົງລໍ້ທັງສີ່, ເຫມືອນ​ກັບ​ກົງ​ລໍ້​ທີ່ຊ້ອນ​ໃນກົງ​ລໍ້ອີກອັນຫນຶ່ງ.
\v 11 ເມື່ອ​ພວກມັນເຄື່ອນໄປ, ພວກມັນກໍໄປທາງໃດທາງຫນຶ່ງໃນສີ່ທາງ ໂດຍບໍ່ໄດ້ຫັນໄປຕາມທາງທີ່ຈະໄປ. ແຕ່ວ່າ, ເມື່ອໃດກໍຕາມທີ່ຫົວນັ້ນໄດ້ມຸ້ງຫນ້າໄປ, ພວກມັນກໍໄດ້ຕາມໄປ. ໃນຂະນະທີ່ພວກມັນໄປ ພວກມັນກໍບໍ່ໄດ້ຫລຽວໄປໃນທິດທາງໃດເລີຍ.
\s5
\v 12 ທົ່ວຮ່າງກາຍຂອງພວກມັນ — ລວມເຖິງທາງຫລັງຂອງພວກມັນ, ມືຂອງພວກມັນ, ແລະ ປີກຂອງພວກມັນ — ເຕັມໄປດ້ວຍດວງ​ຕາ, ແລະ ດວງຕາທັງຫລາຍ ກໍໄດ້ປົກຄຸມກົງລໍ້ທັງສີ່ເຕັມໄປຫມົດ.
\v 13 ຂະນະທິ່ຂ້ານ້ອຍຟັງ, ກົງລໍ້ຖືກເອີ້ນ, “ຫມູນ.”
\v 14 ພວກມັນແຕ່ລະໂຕມີສີ່ຫນ້າ; ຫນ້າທີ່ຫນຶ່ງເປັນຫນ້າເຄຣຸບ, ຫນ້າທີ່ສອງເປັນຫນ້າມະນຸດ, ຫນ້າທີສາມເປັນຫນ້າສີງໂຕ, ແລະ ​ທີ​ສີ່​ເປັນ​ຫນ້າ​ນົກ​ອິນ­ຊີ.
\s5
\v 15 ແລ້ວເຫລົ່າ​ເຄ­ຣຸບ — ແມ່ນ​ສິ່ງ​ທີ່​ມີ­ຊີ­ວິດ ຊຶ່ງ­ຂ້າ­ນ້ອຍ​ເຄີຍ​ເຫັນ​ຢູ່​ແຄມ​ແມ່­ນ້ຳ​ເກ­ບາ — ລຸກຂຶ້ນ.
\v 16 ເມື່ອໃດກໍຕາມທີ່​ເຫລົ່າ​ເຄ­ຣຸບເຄື່ອນ​ໄຫວ, ເຫລົ່າກົງ​ລໍ້​ທີ່ຢູ່​ທາງຂ້າງພວກມັນກໍໄດ້ເຄື່ອນໄປດ້ວຍ, ແລະ​ ເມື່ອ​ໃດກໍຕາມທີ່ເຫລົ່າ​ເຄ­ຣຸບກາງ​ປີກທັງຫລາຍອອກ​ເພື່ອ­ຈະ​ບິນ​ຂຶ້ນ​ຈາກ​ໂລກ, ກົງ​ລໍ້​ເຫລົ່າ­ນັ້ນ​ກໍ​ບໍ່​ຫັນ​. ພວກມັນຈະຢືນຢູ່ທາງຂ້າງເຄຣຸບ.
\v 17 ເມື່ອເຫລົ່າ​ເຄ­ຣຸບຢືນ​ຢູ່, ບັນດາກົງ​ລໍ້​ກໍ​ຢືນ​ຢູ່, ແລະ ເມື່ອເຫລົ່າ​ເຄ­ຣຸບ​ເຫາະ​ຂຶ້ນ, ກົງ​ລໍ້​ທັງຫລາຍກໍ​ເຫາະ​ຂຶ້ນກັບພວກມັນ​ໄປ​ດ້ວຍ, ເພາະ­ວ່າ​ວິນ­ຍານ​ຂອງ​ສິ່ງ​ທີ່​ມີ­ຊີ­ວິດ​ໄດ້ຢູ່­ໃນບັນດາກົງ​ລໍ້ນັ້ນ.
\s5
\v 18 ແລ້ວ​ພຣະ­ສາະຫງ່າຣາສີ​ຂອງ​ພຣະຢາເວ​ໄປ​ຈາກເຫນືອ​ປະ­ຕູ​ພຣະ­ວິ­ຫານ ແລະ ຢືນເຫນືອ​ເຫລົ່າ​ເຄ­ຣຸບ.
\v 19 ເມື່ອ​ເຫລົ່າ​ເຄ­ຣຸບ​ໄດ້​ກາງ​ປີກທັງຫລາຍຂອງພວກມັນອອກ ແລະ​ ບິນ​ຂຶ້ນ​ໄປ​ຈາກ​ໂລກ​ໃນສາຍຕາ​ຂອງ​ຂ້າ­ນ້ອຍ, ເມື່ອພວກມັນໄດ້ເຄື່ອນອອກໄປ, ແລະ ກົງ​ລໍ້​ກໍ​ເຮັດຢ່າງດຽວກັນຢູ່​ຂ້າງພວກມັນ. ພວກມັນໄດ້ຢືນ­ຢູ່​ທາງ​ເຂົ້າ​ປະ­ຕູ​ທາງທິດ​ຕາ­ເວັນ​ອອກ​ຂອງ​ພຣະ­ວິ­ຫານ​ແຫ່ງ​ພຣະ­ຢາເວ, ແລະ ພຣະສະຫງ່າຣາສີຂອງ​ພຣະ­ເຈົ້າ​ແຫ່ງ​ອິດສະຣາເອນ​ມາຢູ່​ເຫນືອພວກມັນ.
\s5
\v 20 ເຫລົ່າ​ນີ້ແມ່ນສິ່ງ​ທີ່​ມີ­ຊີ­ວິດ ຊຶ່ງ​ຂ້ານ້ອຍໄດ້​ເຫັນ​ພາຍ­ໃຕ້​ພຣະ­ເຈົ້າ​ແຫ່ງ​ອິດສະຣາເອນ​ຢູ່​ແຄມ​ແມ່­ນ້ຳ​ເກ­ບາກ, ດັ່ງນັ້ນ ​ຂ້ານ້ອຍ​ຮູ້­ວ່າ ພວກມັນຄື​ເຫລົ່າ​ເຄ­ຣຸບ!
\v 21 ພວກມັນແຕ່ລະໂຕມີ​ສີ່​ຫນ້າ ແລະ​ ສີ່​ປີກ, ແລະ ຮູບຮ່າງເຫນືອນ​ມື​ມະ­ນຸດພາຍໃຕ້ປີກທັງຫລາຍຂອງມັນ,
\v 22 ແລະ ລັກສະນະໃບຫນ້າຂອງພວກມັນເຫມືອນໃບຫນ້າທັງຫລາຍທີ່ຂ້ານ້ອຍເຄີຍເຫັນຢູ່​ແຄມ​ແມ່­ນ້ຳ​ເກ­ບາກ, ແລະ ເຄ­ຣຸບແຕ່ລະໂຕໄດ້ມຸ້ງ​ໄປ​ຂ້າງຫນ້າ​.
\s5
\c 11
\cl ບົດທີ 11
\p
\v 1 ແລ້ວພຣະ­ວິນ­ຍານ​ໄດ້​ຍົກ​ຂ້າ­ນ້ອຍ​ຂຶ້ນ ແລະ ​ນຳ​ຂ້າ­ນ້ອຍ​ມາ­ທີ່​ປະ­ຕູທາງທິດ​ຕາ­ເວັນ​ອອກ​ຂອງ​ພຣະ­ວິ­ຫານ​ແຫ່ງ​ພຣະ­ຢາເວ, ຊຶ່ງຫລຽວ​ຫນ້າ​ໄປ​ທິດ­ຕາ­ເວັນ­ອອກ, ແລະ ເບິ່ງ​ແມ, ຢູ່​ທາງ​ເຂົ້າ​ປະ­ຕູ​ມີ​ຜູ້­ຊາຍ​ຊາວ​ຫ້າ​ຄົນ. ​ຂ້ານ້ອຍ​ເຫັນ​ຢາ­ອາ­ຊາ­ນີ­ຢາ​ລູກ­ຊາຍ​ຂອງອັດ­ຊູ­ຣະ ແລະ ​ເປ­ລາ­ຕີ­ຢາ​ ລູກ­ຊາຍຂອງ​ເບ­ນາ­ອີຢາ, ຜູ້ນຳຂອງປະຊາຊົນໃນທ່າມກາງພວກເຂົາ.
\s5
\v 2 ພຣະເຈົ້າ​ຊົງ​ກ່າວ​ກັບ​ຂ້ານ້ອຍວ່າ, “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ຊາຍພວກ​ນີ້​ເປັນພວກທີ່ແນະນຳການຊົ່ວຮ້າຍ, ແລະ ຕັດສິນແຜນຊົ່ວໃນເມືອງນີ້.
\v 3 ພວກເຂົາເວົ້າ​ວ່າ, ‘ເວ­ລາທີ່ຈະສ້າງບ້ານ​ຍັງ​ບໍ່​ແມ່ນຕອນນີ້; ເມືອງ​ນີ້​ເປັນເຫນືອນ​ຫມໍ້​, ແລະ ​ພວກເຮົາ​ເປັນເຫນືອນ​ຊີ້ນ.
\v 4 ສະນັ້ນ, ຈົ່ງທຳນວາຍ​ຕໍ່ສູ້​ພວກ­ເຂົາເຖີດ. ບຸດແຫ່ງມະນຸດເອີຍ, ຈົ່ງ​ທຳນວາຍ.”
\s5
\v 5 ແລ້ວ ພຣະ­ວິນ­ຍານ​ຂອງ​ພຣະຢາເວ​ ລົງ­ມາເຫນືອຂ້ານ້ອຍ ແລະ ພຣະອົງຊົງ​ກ່າວ​ກັບ​ຂ້າ­ນ້ອຍວ່າ, “ກ່າວວ່າ: ນີ້ເປັນສິ່ງທີ່ພຣະຢາເວຊົງ​ກ່າວ​ວ່າ: ໃນຂະນະທີ່ເຈົ້າກຳລັງກ່າວ, ເຊື້ອ­ສາຍ​ຂອງອິດສະຣາເອນ​ເອີຍ; ເຮົາຮູ້ວ່າ ໃນຫົວຂອງພວກເຈົ້າຄິດຫຍັງຢູ່.
\v 6 ພວກເຈົ້າ​ໄດ້ຂ້າຜູ້ຄົນຈຳນວນຫລາຍໃນເມືອງນີ້ ແລະ ຕາມຖະຫນົນຫົນທາາງກໍເຕັມໄປດ້ວຍຊາກສົບ.
\v 7 ເພາະ­ສະ­ນັ້ນ, ­ພຣະຢາເວ ພຣະຜູ້­ເປັນ­ເຈົ້າ​​ ຊົງກ່າວ​ດັ່ງ­ນີ້​ວ່າ: ປະຊາຊົນທີ່ພວກເຈົ້າໄດ້​ຂ້າ​, ຊາກສົບທີ່​ພວກເຈົ້າ​ໄດ້​ຖິ້ມ​ໄວ້​ທ່າມ­ກາງ​ນະຄອນເຢຣູຊະເລມ​ນີ້, ​ເປັນ​ຊີ້ນ, ແລະ ​ເມືອງ​ນີ້​­ເປັນ​ຫມໍ້​. ແຕ່ພວກເຈົ້າຈະຖືກນຳອອກໄປຈາກກາງເມືອງນີ້.
\s5
\v 8 ພວກເຈົ້າໄດ້ຢ້ານກົວຄົມດາບ, ດັ່ງນັ້ນ ເຮົາກໍຈະນຳດາບ​ມາ​ເຫນືອ​ພວກເຈົ້າ—ນີ້ເປັນສິ່ງທີ່ພຣະຢາເວ ອົງພຣະຜູ້ເປັນເຈົ້າ ຊົງປະກາດໄວ້ດັ່ງນີ້.
\v 9 ເຮົາ​ຈະນຳພວກເຈົ້າອອກຈາກກາງເມືອງ, ແລະ ​ມອບພວກ​ເຈົ້າ​ໄວ້​ໃນ​ມື​ຂອງ​ຄົນ​ຕ່າງ­ຊາດ, ເພື່ອ​ເຮົາຈະນຳ­ການຕັດສິນມາຕໍ່ສູ້ພວກ​ເຈົ້າ.
\v 10 ພວກເຈົ້າ​ຈະ​ຖືກ​​ລົ້ມ­ຕາຍດ້ວຍດາບ. ເຮົາ​ຈະ​ລົງ­ໂທດພວກ​ເຈົ້າ​ຢູ່ເຂດ­ແດນ​ຂອງອິດສະຣາເອນ ດັ່ງນັ້ນ ພວກ​ເຈົ້າ​ຈະ​ໄດ້​ຮູ້­ວ່າ​ ເຮົາ​ແມ່ນ​ພຣະ­ຢາເວ.
\s5
\v 11 ເມືອງ​ນີ້​ຈະ​ບໍ່​ແມ່ນ​ຫມໍ້ແຕ່ງອາຫານສຳລັບພວກ​ເຈົ້າ, ພວກເຈົ້າ​ຈະບໍ່ແມ່ນຊີ້ນ​ໃນທ່າມກາງນາງ. ເຮົາ​ຈະ​ລົງ­ໂທດ​ເຈົ້າ​ຢູ່​ເຂດ­ແດນ​ຂອງອິດສະຣາເອນ.
\v 12 ແລ້ວ ພວກ​ເຈົ້າ​ຈະ​ຮູ້­ວ່າ​ເຮົາ​ແມ່ນ​ ພຣະ­ຢາເວ, ຜູ້ຊື່ງພວກ​ເຈົ້າ​ບໍ່­ໄດ້​ເດີນຕາມ ແລະ ຖືຮັກສາກົດບັນຍັດ​ຂອງ​ເຮົາ. ແຕ່ພວກເຈົ້າ​ໄດ້​ປະ­ພຶດ​ຕາມກົດຫມາຍຂອງ​ປະ­ຊາ­ຊາດ​ທັງ­ຫລາຍ​ທີ່­ຢູ່​ອ້ອມ­ຮອບພວກ​ເຈົ້າ.”
\s5
\v 13 ມັນໄດ້ເກີດຂື້ນ ຂະນະທີ່​ຂ້າ­ນ້ອຍ​ກຳ­ລັງທຳນວາຍ, ເປ­ລາ­ຕີ­ຢາ​ລູກ­ຊາຍຂອງ​ເບ­ນາ­ຢາ, ​ກໍ​ສິ້ນ​ຊີ­ວິດໄປ. ແລ້ວ​ຂ້ານ້ອຍ​ກໍ​ກົ້ມ​ຫນ້າ​ລົງ​ເຖິງ​ດິນ​ ແລະ ຮ້ອງ​ສຽງ​ດັງ​ ແລະ ເວົ້າວ່າ, “ອະ​ນິ​ຈັງ! ພຣະຢາເວ ອົງພຣະ­ຜູ້­ເປັນ­ເຈົ້າ, ພຣະອົງ​ຈະ​ຊົງທຳລາຍລ້າງ​ຄົນ​ອິດສະຣາເອນ​ທີ່​ເຫລືອ​ຢູ່ນີ້ໃຫ້ຫມົດ​ສິ້ນ​ບໍ?”
\s5
\v 14 ພຣະຄຳຂອງພຣະຢາເວ​ມາ​ເຖິງ​ຂ້ານ້ອຍ, ກ່າວວ່າ,
\v 15 “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ພີ່­ນ້ອງ​ຂອງພວກ​ເຈົ້າເອີຍ! ພີ່­ນ້ອງ​ຂອງ​ພວກເຈົ້າເອີຍ! ຜູ້ຊາຍທັງຫລາຍໃນຕະກຸນຂອງພວກເຈົ້າ ແລະ ​ເຊື້ອ­ສາຍຂອງ​ອິດສະຣາເອນ​ທັງຫມົດ! ພວກເຂົາທັງຫມົດເປັນຜູ້­ທີ່ກ່າວດເຖິງດ້ວຍຜູ້ທີີ່​ອາໄສຢູ່ໃນນະຄອນ​ເຢ­ຣູ­ຊາ­ເລັມ​, ‘ພວກເຂົາຫ່າງໄກຈາກພຣະຢາເວ! ດິນແດນນີ້ ຈຶ່ງຖືກມອບໄວ້ໃຫ້ເປັນກຳມະສິດຂອງພວກເຮົາ.
\s5
\v 16 ເພາະ­ສະ­ນັ້ນ ຈົ່ງ​ກ່າວ​ວ່າ, ‘ພຣະ­ຢາເວ ອົງ​ພຣະຜູ້ເປັນ­ເຈົ້າ​ ຊົງກ່າວ​ດັ່ງ­ນີ້​ວ່າ: ເຖິງວ່າ ​ເຮົາໄດ້ເອົາພວກເຂົາອອກໄປ​ຢູ່​ທ່າມ­ກາງ​ປະ­ຊາ­ຊາດ​ທັງ­ຫລາຍ, ແລະ ເຖິງວ່າ ເຮົາ​ໄດ້​ເຮັດໃຫ້ພວກເຂົາກະຈັດກະ­ຈາຍ​ໄປ​ຢູ່​ທ່າມ­ກາງແຜ່ນດິນຕ່າງໆ, ແຕ່ຢ່າງໃດກໍຕາມ ເຮົາ​ກໍ​​ເປັນບ່ອນສັກສິດ​​ສຳ­ລັບ​ພວກ­ເຂົາຊົ່ວຄາວ​ໃນແຜ່ນດິນ​ທີ່​ພວກ­ເຂົາ​ໄດ້​ໄປ​ຢູ່ນັ້ນ.
\v 17 ສະ­ນັ້ນ ຈົ່ງ​ກ່າວ​ວ່າ, ‘ພຣະຢາເວ ອົງພຣະ­ຜູ້ເປັນ­ເຈົ້າ ຊົງ​ກ່າວ​ດັ່ງ­ນີ້​ວ່າ: ເຮົາ​ຈະ​ເຕົ້າໂຮມພວກ​ເຈົ້າ​ຈາກປະຊາຊົນເຫລົ່ານັ້ນ, ແລະ ເຮົາຈະປຸ້ມລຸມພວກເຈົ້າຈາກດິນແດນທີ່ພວກເຈົ້າໄດ້ກະຈັດກະຈາຍໄປ, ແລະ ເຮົາຈະມອບດິນແດນແຫ່ງອິດສະຣາເອນໃຫ້ແກ່ເຈົ້າ.
\v 18 ແລ້ວ ພວກເຂົາຈະໄປຍັງທີ່ນັ້ນ ແລະ ກຳຈັດທຸກສິ່ງ​ທີ່​ຫນ້າ​ລັງກຽດ­ ແລະ ທຸກສິ່ງທີ່ຫນ້າລັງກຽດຈາກສະຖານທີ່ແຫ່ງນັ້ນ.
\s5
\v 19 ​ເຮົາ​ຈະ­ໃຫ້ພວກເຂົາມີ​ຈິດ­ໃຈອັນ​ດຽວກັນ, ແລະ ​ເຮົາ​ຈະ​ໃສ່​ຈິດ­ວິນ­ຍານ​ໃຫມ່ໄວ້​ໃນພວກເຂົາ. ເຮົາ​ຈະ​ເອົາໃຈ​ຫີນ​ອອກ​ໄປ​ເສຍ​ຈາກ​ເນື້ອ​ຫນັງ​ຂອງ​ພວກ­ເຂົາ ແລະ ເອົາ​ໃຈເນື້ອໃຫ້ແກ່ພວກ​ເຂົາ,
\v 20 ເພື່ອ​ວ່າ ພວກ­ເຂົາ​ຈະ​ດຳ­ເນີນຕາມກົດບັນຍັດຂອງເຮົາ, ພວກເຂົາຈະຖືຮັກ­ສາ​ ແລະ ເຮັດຕາມກົດຫມາຍນັ້ນ. ແລ້ວ ພວກເຂົາທັງ­ຫລາຍ​ຈະ​ເປັນ​ປະ­ຊາ­ຊົນ​ຂອງ​ເຮົາ ແລະ​ ເຮົາ​ຈະ​ເປັນ​ພຣະ­ເຈົ້າ​ຂອງ​ພວກ­ເຂົາ.
\v 21 ແຕ່​ສ່ວນຜູ້ທີ່ເດີນໄປກັບຄວາມຮັກຕໍ່ສິ່ງ​ທີ່​ຫນ້າ​ລັງກຽດ ແລະ ກຽດ­ຊັງເຫລົ່ານັ້ນ​. ເຮົາ​ຈະນຳເອົາ​ການ​ກະທຳ​ຂອງ​ພວກ­ເຂົາ​ມາໄວ້ເຫນືອຫົວຂອງພວກເຂົາ—­ພຣະຢາເວ ອົງພຣະ­ຜູ້ເປັນເຈົ້າຊົງປະກາດ​ດັ່ງ​ນີ້­ແຫລະ.”
\s5
\v 22 ​ເຫລົ່າ​ເຄ­ຣຸບ​ກໍ​ກາງ​ປີກ​ທັງຫລາຍຂອງພວກມັນອອກ ແລະ ກົງ​ລໍ້​ກໍ​ຢູ່​ຂ້າງຂອງພວກມັນ, ແລະ ພຣະສະຫງ່າຣາສີ​ຂອງ​ພຣະ­ເຈົ້າ​ແຫ່ງ​ອິດສະຣາເອນ​ຢູ່​ເຫນືອ​​ເຄຣຸບ​ເຫລົ່ານັ້ນ.
\v 23 ຈາກນັ້ນ ພຣະສະຫງ່າຣາສີຂອງ​ພຣະ­ຢາເວໄດ້ເຄື່ອນ​ຂຶ້ນ​ໄປ​ຈາກ​ກາງ​ເມືອງນັ້ນ ແລະ ຢືນຢູ່ເຫນືອ​ພູ­ເຂົາ​ທາງ​ທິດ​ຕາ­ເວັນ​ອອກ​ຂອງ​ເມືອງ​ນັ້ນ.
\s5
\v 24 ພຣະ­ວິນ­ຍານ​ໄດ້​ຊົງຍົກ​ຂ້າ­ນ້ອຍ​ຂຶ້ນ ແລະ​ ນຳພາຂ້າ­ນ້ອຍມາຍັງເຫລົ່າຊະເລີຍ​ໃນເຄເດຍ, ໃນ​ນິ­ມິດ ​ພຣະ­ວິນ­ຍານ​ຂອງ​ພຣະ­ເຈົ້າ​, ແລະ ນິມິດທີ່ຂ້ານ້ອຍໄດ້ເຫັນກໍຂື້ນໄປຈາກຂ້ານ້ອຍ.
\v 25 ແລ້ວ ຂ້າ­ນ້ອຍ​ຈຶ່ງ​ໄດ້​ປະກາດ​ສິ່ງ​ຕ່າງໆ​ທີ່ພຣະຢາເວໄດ້ສຳແດງໃຫ້ຂ້ານ້ອຍໄດ້ເເຫັນຕໍ່ພວກຊະເລີຍທັງຫລາຍຟັງ.
\s5
\c 12
\cl ບົດທີ 12
\p
\v 1 ພຣະ­ທຳ​ຂອງ​ພຣະ­ຢາເວ​ມາ​ເຖິງ​ຂ້າ­ນ້ອຍ, ກ່າວວ່າ,
\v 2 "ບຸດມະນຸດເອີຍ" ເຈົ້າ​ອາ­ໄສ​ຢູ່​ທ່າມ­ກາງ​ເຊື້ອ­ສາຍ​ກະ­ບົດ, ພວກເຂົາ​ມີ​ຕາເພື່ອ​ເບິ່ງ ແຕ່​ພວກເຂົາ​ບໍ່​ເຫັນ; ແລະ ພວກເຂົາມີ​ຫູ​ເພື່ອ​ຟັງ, ແຕ່​​ບໍ່​ໄດ້­ຍິນ, ເພາະ​ພວກ­ເຂົາ​ເປັນ​ເຊື້ອ­ສາຍ​ກະ­ບົດ.
\s5
\v 3 ເພາະ­ສະ­ນັ້ນ ສຳລັບເຈົ້າ, ບຸດ​ແຫ່ງ​ມະ­ນຸດ​ເອີຍ, ​ຈົ່ງ​ຈັດ​ຕຽມ​ເຄື່ອງ​ຂອງ​ສຳ­ລັບ​ການເປັນຊະເລີຍ, ແລະ ເລີ່ມອອກໄປໃນເວລາກາງເວັນໃຫ້ພວກເຂົາໄດ້ເຫັນ, ​ເພື່ອເຮົາຈະເນລະເທດເຈົ້າໃຫ້ພວກເຂົາເຫັນ ຈາກບ່ອນທີ່ພວກເຈົ້າຢູ່ໄປອີກບ່ອນຫນຶ່ງ. ບາງ­ທີ​ພວກ­ເຂົາ​ອາດ­ເລີ່ມເຫັນ, ເຖິງ­­ວ່າ​ພວກ­ເຂົາ​ເປັນ​ເຊື້ອ­ສາຍ​ກະ­ບົດກໍຕາມ.
\s5
\v 4 ເຈົ້າ​ຈະ​ນຳ​ສິ່ງ​ຂອງ ​ຂອງ​ເຈົ້າ​ອອກ​ໄປເພື່ອເປັນຊະເລີຍ​ໃນ​ເວລາກາງ­ເວັນ​ໃຫ້​ພວກ­ເຂົາເຫັນ; ອອກໄປໃຫ້ພວກເຂົາເຫັນໃນ​ເວລາຕອນ​ແລງ ເຫມືອນທຸກຄົນທີ່ຖືກກວາດໄປເປັນຊະເລີຍ.
\v 5 ຈົ່ງ​ເຈາະຊ່ອງ​ກຳ­ແພງ​ໃຫ້ພວກ­ເຂົາເຫັນ, ແລະ ຈົ່ງລອດຮູ​ກຳ­ແພງ​​ອອກ​ໄປ​.
\v 6 ຈົ່ງ​ຍົກ​ເຄື່ອງ​ຂອງ​ໃສ່​ບ່າ​ຂອງ​ເຈົ້າ​ ແລະ ແບກ​ອອກ​ໄປ​ໃນ​ເວ­ລາ​ມືດໃຫ້​ພວກ­ເຂົາເຫັນ.​ຈົ່ງ​ປົກ​ຫນ້າເຈົ້າໄວ້, ເພື່ອເຈົ້າຈະບໍ່ເຫັນແຜ່ນດິນ, ເພາະ​ເຮົາ​ຕັ້ງ​ເຈົ້າ​ໃຫ້­ເປັນ​ຫມາຍ​ສຳ­ຄັນ​ແກ່​ເຊື້ອ­ສາຍ​ອິດສະຣາເອນ.”
\s5
\v 7 ດັ່ງນັ້ນ ຂ້າ­ນ້ອຍ​ຈຶ່່ງ​ເຮັດ​ຕາມ​ຄຳສັ່ງນີ້, ­ຂ້າ­ນ້ອຍໄດ້ກະກຽມເອົາເຄື່ອງຂອງ​ອອກ​ມາ​​ ເພື່ອ​ການ​ຖືກ​ກວາດ​ໄປ​ເປັນ​ຊະ­ເລີຍໃນກາງ­ເວັນ ແລະ ໃນ​ເວລາຕອນ​ຄ່ຳ ຂ້າ­ນ້ອຍ ​ກໍ​ເຈາະ​ກຳ­ແພງ​ດ້ວຍ​ມື. ຂ້ານ້ອຍຂົນເຄື່ອງ​ອອກ​ໄປ​ໃນ​ເວ­ລາ​ມືດ, ແລະ ແບກ​ເຄື່ອງ​ຂອງ​ໃສ່ບ່າອອກໄປໃຫ້ພວກເຂົາເຫັນ.
\s5
\v 8 ແລ້ວ ພຣະ­ທຳ​ຂອງ​ພຣະ­ຢາເວ​ມາ​ເຖິງ​ຂ້າ­ນ້ອຍໃນຕອນເຊົ້າ, ກ່າວວ່າ,
\v 9 “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ເຊື້ອ­ສາຍ​ອິດສະຣາເອນ,​​ເຊື້ອ­ສາຍ​ທີ່​ກະ­ບົດ​ນັ້ນ, ບໍ່ໄດ້ຖາມບໍວ່າ, ‘ເຈົ້າ​ກຳລັງເຮັດ​ຫຍັງ?
\v 10 ຈົ່ງ​ບອກ​ແກ່​ພວກ­ເຂົາ​ວ່າ, ‘­ພຣະ­ຢາເວອົງຜູ້­ເປັນ­​ເຈົ້າ​ ຊົງກ່າວ​ດັ່ງ­ນີ້​ວ່າ: ນີ້ເປັນຄຳທຳນວາຍກ່ຽວຂ້ອງ­ກັບ​ເຈົ້າ ເຈົ້າຊາຍ​ໃນ​ນະຄອນເຢ­ຣູ­ຊາ­ເລັມ, ແລະ ​ເຊື້ອ­ສາຍ​ອິສຣາເອນໃນທ່າມກາງພວກເຂົາ​ນັ້ນ.
\s5
\v 11 ກ່າວ​ວ່າ, ‘ຂ້ານ້ອຍເປັນຫມາຍສຳຄັນ​ສຳ­ລັບພວກ​ທ່ານ. ຂ້າ­ນ້ອຍ​ໄດ້​ເຮັດ​ແລ້ວ, ດັ່ງນັ້ນ ສິ່ງນີ້ກໍຈະເກີດຂຶ້ນກັບພວກ­ເຂົາ; ພວກເຂົາ​ຈະ​ຖືກກວາດລ້າງ ແລະ ​ໄປ​ເປັນ​ຊະ­ເລີຍ.
\v 12 ເຈົ້າຊາຍຜູ້ທີ່ຢູ່ທ່າມກາງພວກ­ເຂົາ ຈະ​ແບກ​ເຄື່ອງ​ຂຶ້ນ​ໃສ່​ບ່າ​ໃນ​ເວ­ລາ​ມືດ, ແລະ ​ອອກ​ໄປທາງກຳ­ແພງ. ພວກ­ເຂົາ​ຈະ​ເຈາະຮູຜ່ານກຳແພງ ແລະ ແບກເຄື່ອງຂອງພວກເຂົາອອກ​ໄປ​. ພວກເຂົາ​ຈະ​ປົກ​ຫນ້າ​ຂອງ­ຕົນ, ເພື່ອ​ວ່າ​ເຂົາຈະ​ບໍ່​​ເຫັນ​ແຜ່ນ­ດິນ​ດ້ວຍ​ສາຍຕາ​ຂອງ​ພວກເຂົາ.
\v 13 ​ເຮົາ​ຈະ​ກາງຕາຫນ່າງ​ຂອງ​ເຮົາອອກເທິງລາວ ແລະ​ ລາວຈະ​ຕິດ​ກັບຕາຫນ່າງ​ຂອງເຮົາ; ແລ້ວ​ເຮົາ​ຈະ​ນຳລາວ​ເຂົ້າ­ໄປ​ໃນ​ບາ­ບີ­ໂລນ, ​ແຜ່ນ­ດິນ​ຂອງ​ເຄເດຍ, ແຕ່ລາວ​ຈະບໍ່​​ເຫັນແຜ່ນ­ດິນ​ນັ້ນ. ແລະ ລາວ​ຈະ​​ຕາຍ​ຢູ່​ບ່ອນ­ນັ້ນ.
\s5
\v 14 ເຮົາຈະກະຈັດກະຈາຍຄົນທັງຫລາຍທີ່ຢູ່ອ້ອມຮອບລາວ ຄົນທີ່ຊ່ວຍລາວ ຕະຫລອດຈົນເຖິງກອງທະຫານຂອງລາວໄປຢູ່ທຸກທີ່ທຸກບ່ອນ, ແລະ ເຮົາຈະ​ສົ່ງ​ດາບ​ອອກ​ໄປໄລ່ລ້າ​ພວກ­ເຂົາ.
\v 15 ເພື່ອພວກເຂົາຈະວ່າເຮົາ​ແມ່ນ​ພຣະຢາເວ, ເມື່ອເຮົາ​​­ກະ­ຈັດກະຈາຍພວກເຂົາ​ໄປ​ຢູ່​ທ່າມ­ກາງ​ຊົນ­ຊາດອື່ນ ແລະ ​ເຮັດໃຫ້ພວກເຂົາກະຈັດກະ­ຈາຍ​​ໄປ​ຕາມແຜ່ນດິ​ນຕ່າງໆ.
\v 16 ແຕ່​ເຮົາ​ຈະ­ໄວ້ຊີວິດພວກຜູ້ຊາບບາງຄົນໃນທ່າມກາງພວກເຂົາໃຫ້ພົ້ນຈາກຄົມດາບ, ​ຄວາມ​ອຶດ­ຢາກ, ແລະ​ ໄພພິບັດ, ເພື່ອ​ພວກ­ເຂົາ​ຈະ​ໄດ້​ບັນທຶກເຖິງການກະທຳອັນຫນ້າລັງກຽດທັງຫມົດຂອງພວກເຂົາໃນດິນແດນທີ່​ຊຶ່ງເຮົາໄດ້ເອົາພວກເຂົາໄປ, ດັ່ງນັ້ນ​ ພວກ­ເຂົາ​ຈະ​ຮູ້­ວ່າ​ເຮົາ​ແມ່ນ​ພຣະ­ຢາເວ.”
\s5
\v 17 ພຣະ­ຄຳ​ຂອງ​ພຣະ­­ຢາເວ​ມາ​ເຖິງ​ຂ້ານ້ອຍ, ກ່າວວ່າ,
\v 18 “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ຈົ່ງ​ກິນ​ອາ­ຫານ​ຂອງ​ເຈົ້າ​ດ້ວຍ​ຕົວ​ສັ່ນ, ແລະ ​ດື່ມ­ນ້ຳ​ຂອງພວກເຈົ້າດ້ວຍ​ຄວາມ​​ສະ­ທ້ານຫວັ່ນໄຫວ ​ແລະ ​ກັງວົນ.
\s5
\v 19 ແລ້ວຈົ່ງ​ກ່າວ​ແກ່​ປະ­ຊາ­ຊົນ​ແຫ່ງ​ແຜ່ນ­ດິນ​ວ່າ, ­'ພຣະ­ຢາເວອົງພຣະຜູ້­ເປັນ­ເຈົ້າ​ຊົງ​ກ່າວ​ດັ່ງ­ນີ້​ກ່ຽວ­ກັບບັນດາຜູ້ອາໄສຢູ່ນະຄອນ​ເຢ­ຣູ­ຊາ­ເລັມ, ແລະ ​ໃນ​ແຜ່ນ­ດິນ​ອິດສະຣາເອນ​ວ່າ: ພວກ­ເຂົາ​ຈະ​ກິນເຂົ້າຈີ່​ຂອງ­ຕົນ​ດ້ວຍໂ​ຕສັ່ນ ແລະ ​ດື່ມ­ນ້ຳ​ດ້ວຍຄວາມສະທ້ານຫວັ່ນໄຫວ, ເນື່ອງຈາກຄວາມອຸດົມສົມບູນໃນແຜ່ນດິນຈະຖືກທຳລາຍ ເພາະ­​​ຄວາມ​ຮຸນ­ແຮງ​ຂອງ​ບັນດາຄົນ​ທັງ­ປວງ​ທີ່ອາໄສ­ຢູ່​​ນັ້ນ.
\v 20 ສະນັ້ນ ​ເມືອງທັງຫລາຍ​ທີ່​ມີ­ຄົນ​ອາ­ໄສ​ຢູ່​ຈະ​ຮ້າງ​ເປົ່າ ແລະ ​ແຜ່ນ­ດິນ​ຈະກາຍເປັັນບ່ອນ​ເປົ່າວ່າງ; ດັ່ງນັ້ນ ​ເຈົ້າ​ຈະ​ຮູ້­ວ່າ​ເຮົາ​ແມ່ນ​ພຣະຢາເວ.”
\s5
\v 21 ພຣະ­ທຳ​ຂອງ​ພຣະ­ຢາເວມາ​ເຖິງ​ຂ້າ­ນ້ອຍອີກຄັ້ງ, ກ່າວ​ວ່າ,
\v 22 "ບຸດຂອງມະນຸດເອີຍ, ສຸ­ພາ­ສິດອັນໃດທີ່ເຈົ້າມີໃນແຜ່ນ­ດິນ​ອິດສະຣາເອນທີ່ເວົ້າ​ວ່າ, ‘ວັນເຫລົ່າ​ນັ້ນ​ກໍ​ໄກ​ອອກ​ໄປ ແລະ​ ນິ­ມິດ​ທຸກ​ຢ່າງກໍ​ລະລາຍໄປ?
\v 23 ສະນັ້ນ, ຈົ່ງກ່າວແກ່ຄົນທັງຫລາຍວ່າ, ພຣະຢາເວ ອົງພຣະຜູ້ເປັນເຈົ້າ ຊົງກ່າວວ່າ: ເຮົາ​ຈະ­ໃຫ້​ສຸ­ພາ­ສິດ​ບົດ​ນີ້​ສິ້ນ­ສຸດ​ລົງ, ແລະ ປະຊາຊົນແຫ່ງອິດສະຣາເອນ ຈະບໍ່​ໃຊ້​ມັນ​ອີກ​ຕໍ່ໄປ.' ແຕ່​ຈົ່ງ​ກ່າວ​ແກ່​ພວກ­ເຂົາ​ວ່າ, ‘ວັນເຫລົ່ານັ້ນກໍໃກ້ເຂົ້າມາ ຄືເວລາທີ່​​ນິ­ມິດທຸກຢ່າງກໍເປັນຈິງແລ້ວ.
\s5
\v 24 ເພາະ​ຈະ​ບໍ່­ມີ​ນິ­ມິດ​ປອມ ຫລື ​ຄຳ​ທຳ​ນວາຍ​ທີ່​ເວົ້າ​ເອົາ­ໃຈ​ຄົນ​ໃນ​ເຊື້ອ­ສາຍ​ອິດສະຣາເອນ​ອີກ​ຕໍ່ໄປ.
\v 25 ເພາະເຮົາຄືພຣະຢາເວ! ເຮົາກ່າວ ແລະ ເຮົາດຳເນີນໃນຖ້ອຍຄຳທັງຫລາຍທີ່ເຮົາໄດ້ກ່າວ. ສິ່ງນີ້ ຈະ​ບໍ່​ຊັກ​ຊ້າອີກ​ຕໍ່­ໄປ. ເພາະເຮົາຈະກ່າວຖ້ອຍຄຳນີ້ໃນວັນທັງຫລາຍຂອງເຈົ້າ, ເຊື້ອ­ສາຍ​ທີ່​ມັກ​ກະ­ບົດ​ເອີຍ, ແລະ ເຮົາຈະເຮັດສິ່ງທີ່ເຮົາ​ໄດ້ກ່າວ!—ນີ້ເປັນປະກາດຂອງພຣະຢາເວ ອົງພຣະຜູ້ເປັນເຈົ້າ.’”
\s5
\v 26 ອີກຄັ້ງທີ່ພຣະ­ຄຳ​ຂອງ​ພຣະ­ຢາເວມາ​ເຖິງ​ຂ້ານ້ອຍ​, ກາ່ວວ່າ,
\v 27 “ບຸດ​ແຫ່ງ​ມະ­ນຸດ​ເອີຍ! ເບິ່ງແມ໋, ເຊື້ອ­ສາຍ​ຂອງ​ອິດສະຣາເອນ​ເວົ້າວ່າ, ‘ນິ­ມິດ​ ທີ່​ລາວ​ເຫັນເປັນເລື່ອງໃນອີກ​ຫລາຍ​ວັນ​ນັບຈາກຕອນນີ້, ແລະ​ ລາວທຳນວາຍເຖິງ​ເລື່ອງທີ່​ຍັງ​ຫ່າງ​ໄກ​.
\v 28 ເພາະ­ສະ­ນັ້ນ ຈົ່ງ​ກ່າວ​ແກ່​ພວກ­ເຂົາ​ວ່າ, ພຣະ­ຢາເວ ອົງພຣະຜູ້­ເປັນ­ເຈົ້າ​​ກ່າວ​ດັ່ງ­ນີ້​ວ່າ: ຖ້ອຍ­ຄຳ​ຂອງ​ເຮົາ​ຈະ​ບໍ່​ຊັກ​ຊ້າ​ອີກ​ຕໍ່­ໄປ, ແຕ່​ຖ້ອຍຄຳ​​ທີ່​ເຮົາກ່າວ​ອອກ​ໄປ​ນັ້ນ​ຈະ​ຕ້ອງສຳເລັດ​ແທ້—ນີ້ເປັນການປະກາດຂອງ­ພຣະຢາເວ­ອົງພຣະ­ຜູ້­ເປັນ­ເຈົ້າ​​.”
\s5
\c 13
\cl ບົດທີ 13
\p
\v 1 ອີກຄັ້ງ, ພຣະ­ຄຳ​ຂອງ​ພຣະ­ຢາເວ​ມາ​ເຖິງ​ຂ້າ­ນ້ອຍ​, ກ່າວວ່າ,
\v 2 “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ຈົ່ງ​ທຳ​ນວາຍ​ຕໍ່ສູ້ບັນດາຜູ້­ປະ­ກາດ­ພຣະຄຳ​ທີ່ທຳນວາຍໃນອິດສະຣາເອນ, ແລະ​ຈົ່ງກ່າວ​ແກ່​ຄົນ​ເຫລົ່າ­ນັ້ນ​ທີ່ກຳລັງທຳນວາຍຕາມຈິນຕະນາການ​ຂອງ­ຕົນ​ວ່າ ‘ຈົ່ງ​ຟັງຖ້ອຍຄຳຂອງ​ພຣະຢາເວ.
\v 3 ພຣະຢາເວ ອົງພຣະ­ຜູ້­ເປັນ­ເຈົ້າ​ ຊົງ​ກ່າວ​ດັ່ງ­ນີ້​ວ່າ: ວິ­ບັດ​ແກ່ເຫລົ່າ​ຜູ້­ປະ­ກາດ­ພຣະ­ຄຳ​ໂງ່​ຈ້າ ຊຶ່ງເຮັດຕາມວິນຍານຂອງພວກເຂົາເອງ, ແຕ່​ບໍ່​ເຄີຍ​ໄດ້​ເຫັນ​ຫຍັງ​ເລີຍ.
\v 4 ອິດສະຣາເອນ​ເອີຍ, ພວກຜູ້­ປະ­ກາດ­ພຣະ­ທຳຂອງພວກ​ເຈົ້າ​ເປັນ​ເຫມືອນ​ດັ່ງ​ຫມາ​ຈິ້ງ​ຈອກ​ຢູ່­ທ່າມ­ກາງ​ສິ່ງ​ທີ່​ຮົກ­ຮ້າງ​ເພ­ພັງ.
\s5
\v 5 ພວກເຈົ້າ​ບໍ່­ໄດ້ປີນ​ຂຶ້ນ​ໄປ​ບ່ອນແຕກຂອງກຳແພງຂອງ​ເຊື້ອ­ສາຍ​ອິດສະຣາເອນ, ເພື່ອ​ແປງມັນ, ເພື່ອຕ້ານທານ​ສົງ­ຄາມໃນ​ວັນ​ແຫ່ງ​ພຣະຢາເວ.
\v 6 ພວກ­ເຂົາ​, ມີນິ­ມິດປອມ ແລະ ຄຳນວາຍ​ຂີ້­ຕົວະ, ພວກ­ຄົນທີ່​ກ່າວ​ວ່າ"ຢ່າງນັ້ນ ແລະ ຢ່າງນີ້ ແມ່ນການປະກາດຂອງພຣະຢາເວ." ​ພຣະຢາເວ­​ບໍ່ເຄີີຍ­ໄດ້​ສົ່ງພວກເຂົາ​ໄປ, ແຕ່ເຖິງຢ່າງໃດກໍຕາມ ພວກ­ເຂົາໄດ້ເຮັດ­ໃຫ້​ຄົນ​ອື່ນ​ຫວັງ­ວ່າ​ຈະ​ສຳ­ເລັດ​ຕາມ​ຖ້ອຍ­ຄຳ​ຂອງ­ຕົນ
\v 7 ພວກເຈົ້າ​ບໍ່ເຄີຍ​ເຫັນ​ນິ­ມິດ​ປອມ ແລະ ​ຄຳທຳ​ນວຍ​ຂີ້­ຕົວະ​, ພວກ​ເຈົ້າ ຜູ້​ກ່າວ​ວ່າ, "ເຊັ່ນນັ້ນ ແລະ ເຊັ່ນນີ້ ແມ່ນປະກາດຂອງພຣະ­ຢາເວ" ໃນຂະນະທີ່ເຮົາຍັງບໍ່ເຄີຍກ່າວ​ຫຍັງ​ເລີຍ?'
\s5
\v 8 ສະ­ນັ້ນ ພຣະຢາເວ ອົງພຣ­ຜູ້­ເປັນ­ເຈົ້າ​ຊົງກ່າວ​ດັ່ງ­ນີ້​ວ່າ, 'ເພາະວ່າພວກ​ເຈົ້າ​ໄດ້​ມີ​ນິ­ມິດບໍ່ປອມ​ ແລະ ກ່າວຄຳຂີ້­ຕົວະ­ — ດັ່ງນັ້ນ ນີ້ເປັນການປະກາດຕໍ່ສູ້ພວກເຈົ້າຂອງພຣະ­ຢາເວ ອົງພຣະຜູ້­ເປັນ­ເຈົ້າ​.
\v 9 ມື​ຂອງ​ເຮົາ​ຈະ​ຕໍ່­ສູ້​ກັບບັນດາຜູ້­ປະ­ກາດ­ພຣະ­ຄໍາ ​ຜູ້ມີ​ນິ­ມິດ​ຂີ້ຕົວະ ແລະ ​ຄຳ​ທຳ​ນວຍ​ຂີ້­ຕົວະ. ພວກ­ເຂົາ​ຈະ​ບໍ່­ໄດ້­ເຂົ້າ​ຮ່ວມ­ໃນທີ່ຊຸມນຸມ​ປະ­ຊາ­ຊົນ​ຂອງ​ເຮົາ, ຫລື ​ຂຶ້ນ​ທະ­ບຽນ​ຢູ່­ໃນ​ສຳມະໂນຄົວ​ຂອງ​ເຊື້ອ­ສາຍ​ອິດສະຣາເອນ; ​ພວກ­ເ​ຈົ້າຈະ​ບໍ່­ໄດ້­ເຂົ້າ​ໃນ​ແຜ່ນ­ດິນ​ອິດສະຣາເອນ ແລະ ພວກ​ເຈົ້າ​ຈະ​ຮູ້­ວ່າ ​ເຮົາ​ແມ່ນພຣະຢາເວອົງພຣະ­ຜູ້­ເປັນ­ເຈົ້າ!
\s5
\v 10 ເພາະເຫດນີ້, ແລະ ເພາະ​ພວກ­ເຂົາ​ໄດ້​ນຳ­ພາ​ປະ­ຊາ­ຊົນ​ຂອງ​ເຮົາ​ໃຫ້​ຫລົງ​ໄປ ແລະ ໂດຍ​ກ່າວ​ວ່າ, "ສັນ­ຕິ­ສຸກ!" ທັງໆທີ່​ບໍ່­ມີ​ສັນ­ຕິ­ສຸກ​ເລີຍ, ພວກເຂົາກຳລັງ​ສ້າງ​ກຳ­ແພງ ແລ້ວພວກເຂົາຈະ​ໂບກ​ດ້ວຍ​ປູນ­ຂາວ.'
\v 11 ຈົ່ງ​ກ່າວ​ແກ່​ຜູ້ທີ່​ໂບກກຳແພງ​ນັ້ນ​ວ່າ 'ມັນ​ຈະເພ​ພັງລົງ; ຈະ​ມີ​ຝົນ­ຕົກລົງມາຢ່າງຫນັກ, ແລະ ​ເຮົາຈະສົ່ງພາຍຸຫມາກ­ເຫັບ​ມາ ເພື່ອເຮັດໃຫ້ມັນເພພັງລົງ, ແລະ ​ລົມ­ພາ­ຍຸກ້າ​ຈະ​ພັດເພື່ອທຳລາຍມັນໃຫ້ເພພັງລົງ.
\v 12 ເບິ່ງ​ແມ໋, ​ກຳ­ແພງຈະ​ເພ­ພັງລົງ. ຍັງບໍ່ມີໃຜບອກພວກເຈົ້າບໍ, "ປູນ­ຂາວ​ທີ່​ເຈົ້າ​ໄດ້​ໂບກ​ນັ້ນຢູ່ໃສ?"
\s5
\v 13 ­ສະ­ນັ້ນ ­ພຣະຢາເວ ອົງພຣະ­ຜູ້­ເປັນ­ເຈົ້າ​ຊົງ​ກ່າວ​ດັ່ງ­ນີ້​ວ່າ: ເຮົາ​ຈະ​ເຮັດ­ໃຫ້​ລົມ­ພາ­ຍຸ​ມາ​ດ້ວຍ​ຄວາມ​ໂກດ​ຮ້າຍ​ຂອງ​ເຮົາ, ແລະຈະມີນ້ຳຖ້ວມດ້ວຍຫ່າຝົນທີ່ຕົກ​ລົງຢ່າງແຮງດ້ວຍ​ຄວາມໂກດ​ຮ້າຍ​ຂອງ​ເຮົາ! ​ພາຍຸ​ຫມາກ­ເຫັບທີ່ມາດ້ວຍ​ຄວາມ​ຄຽດ​ຮ້າຍ​ຂອງ​ເຮົາ​ຈະ​ທຳ­ລາຍມັນຈົນສີ້ນຊາກ​.
\v 14 ເພາະເຮົາ​ຈະທຳລາຍ​ກຳ­ແພງ​ຊຶ່ງ​ເຈົ້າໄດ້​ໂບກ​ດ້ວຍ​ປູນ­ຂາວ​ນັ້ນ, ແລະ ເຮົາມ້າງມັນ​ລົງ​ເຖິງ​ດິນຈົນເຫັນຖານຂອງ​ກຳ­ແພງ​ນັ້ນ. ດັ່ງນັ້ນ ມັນຈະເພ​ພັງລົງ ແລະ ພວກເຈົ້າ​​ຈະ​ຖືກທຳລາຍລ້າງໃນທ່າມ​ກາງຂອງສິ່ງເຫລົ່ານັ້ນ. ແລ້ວ​ເຈົ້າ​ຈະ​ຮູ້­ວ່າ​ເຮົາ​ແມ່ນ​ພຣະຢາເວ.
\s5
\v 15 ເພາະເຮົາ​ຈະ­ທຳລາຍລ້າງດ້ວຍຄວາມ​ໂກດຮ້າຍ​ຂອງ​ເຮົາ ແລະ ຜູ້ທີ່ໂບກມັນໄວ້ດ້ວຍປູນຂາວ. ​ເຮົາ​ຈະ​ກ່າວ­ກັບ​ເຈົ້າ​ວ່າ, "ກຳ­ແພງ​ບໍ່­ມີ​ອີກຕໍ່ໄປ, ແລະ ຄົນທັງຫລາຍທີ່ໂບກ​ປູນ­ຂາວ​ກໍບໍ່­ມີອີກຕໍ່ໄປເຊັ່ນກັນ—
\v 16 ບັນດາຜູ້­ປະ­ກາດ­ພຣະ­ຄຳ​ແຫ່ງ​ອິດສະຣາເອນ​ ຜູ້​ທຳນວາຍ​ກ່ຽວ­ກັບ​ນະຄອນ­ເຢ­ຣູ­ຊາ­ເລັມ ແລະ ​ຜູ້ທີ່ໄດ້​ເຫັນ​ນິ­ມິດ​ແຫ່ງ​ສັນ­ຕິ­ສຸກ​ຂອງນະຄອນ​ນັ້ນ. ແຕ່ທັງ​ທີ່​ບໍ່­ມີ​ສັນ­ຕິ­ສຸກເລີຍ!­ — ພຣະ­ຢາເວອົງພຣະຜູ້­ເປັນ­ເຈົ້າ​ກ່າວ​ດັ່ງ​ນີ້­ແຫລະ."'
\s5
\v 17 ດັ່ງນັ້ນ, ບຸດ​ແຫ່ງ​ມະ­ນຸດ​ເອີຍ, ຈົ່ງ​ມຸ່ງ​ຫນ້າ​ຕໍ່­ສູ້​ບັນ­ດາ​ລູກ­ສາວ​ຂອງ​ພວກ​ເຈົ້າ​ຜູ້­ທຳນວາຍ​ຕາມແນວຄິດຂອງ​ພວກເຂົາ, ແລະ ຈົ່ງທຳ​ນວາຍຕໍ່ສູ້​ພວກ­ເຂົາ.
\v 18 ​ກ່າວ​ວ່າ, '­ພຣະ­ຢາເວອົງພຣະຜູ້­ເປັນ­ເຈົ້າ​ຊົງ​ກ່າວ​ດັ່ງ­ນີ້​ວ່າ: ວິ­ບັດ​ແກ່​ຜູ້­ຍິງ​ທີ່​ຫຍິບ​ຜ້າ​ຍັນສະເຫນ່​ໃສ່​ແຂນ​ເສື້ອ​ທັງ­ຫລາຍ ແລະ ​​ຜ້າ​ປົກ​ຫົວຂອງເຂົາ​ທຸກ​ຂະ­ຫນາດ ເພື່ອຕາມ​ລ່າ​​ປະ­ຊາ­ຊົນ​. ພວກເຈົ້າຈະຕາມລ່າປະຊາຊົນຂອງເຮົາ, ແຕ່ຮັກສາຊີວິດຂອງຕົນເອງໄດ້ບໍ?
\s5
\v 19 ພວກເຈົ້າ​ໄດ້ດູຫມິ່ນເຮົາ ໃນຫມູ່​ປະ­ຊາ­ຊົນ​ຂອງ​ເຮົາ ເພາະເຫັນແກ່ເຂົ້າ­ບາເລເປັນກຳ ແລະ ​ເສດເຂົ້າຈີ່, ເພື່ອຂ້າປະຊາຊົນທັງຫລາຍຜູ້ທີ່​ບໍ່​ສົມຄວນ​ຕາຍ, ແລະ ເພື່ອຮັກສາຊີວິດຄົນທີ່ບໍ່ສົມຄວນຈະມີຊີວິດຢູ່ໃຫ້ໄດ້ຢູ່ຕໍ່, ຍ້ອນການ​ຂີ້­ຕົວະຂອງເຈົ້າ​ຕໍ່​ປະ­ຊາ­ຊົນຂອງເຮົາ ຜູ້ຊຶ່ງໄດ້ຟັງ​ພວກເຈົ້າ.
\s5
\v 20 ດ້ວຍ​ເຫດ​ນີ້ ພຣະ­ຢາເວອົງພຣະຜູ້­ເປັນ­ເຈົ້າ​ຊົງ​ກ່າວ​ດັ່ງ­ນີ້​ວ່າ: ເຮົາ​ຕໍ່­ສູ້ເວດມົນສະເຫນ່ທີ່​ພວກເຈົ້າ​ໃຊ້​ເພື່ອເຮັດໃຫ້ຊີວິດຂອງປະຊາຊົນຕົກເປັນເຫຍື່ອຢ່າງທີ່ພວກເຂົາໄລ່ລ່ານົກ. ແນ່ນອນ, ເຮົາ​ຈະ​ຈີກ​ຜ້າ​ຍັນ​ນັ້ນ​ເສຍ​ຈາກ​ແຂນ​ຂອງພວກ​ເຈົ້າ; ແລະ ຈາກປະຊາຊົນຜູ້ຊຶ່ງພວກເຈົ້າໄດ້ດັກຈັບເຫມືອນຈັບນົກ — ເຮົາຈະປ່ອຍໃຫ້ພວກເຂົາເປັນອິດສະຫລະ
\v 21 ເຮົາຈະຈີກຜ້າ​ປົກຫົວ​ຂອງພວກ​ເຈົ້າ​​ເສຍ ແລະ ​ຊ່ວຍເຫລືອ​ປະ­ຊາ­ຊົນ​ຂອງ​ເຮົາ​ໃຫ້​ພົ້ນ​ຈາກ​ມື​ຂອງພວກ​ເຈົ້າ, ແລ້ວ​ພວກ­ເຂົາ​ຈະ​ບໍ່ຕົກ​ເປັນ​ເຫຍື່ອ​ໃນມືຂອງພວກເຈົ້າອີກຕໍ່ໄປ. ​ພວກເຈົ້າ​ຈະ​ຮູ້­ວ່າ​ເຮົາ​ແມ່ນ​ພຣະຢາເວ.
\s5
\v 22 ເພາະພວກ​ເຈົ້າ​ເຮັດ­ໃຫ້​ຄົນ​ຊອບ­ທຳ​ທໍ້­ໃຈ​ດ້ວຍ​ການ​ຂີ້­ຕົວະ, ທັງ​ທີ່​ເຮົາ​ບໍ່­ໄດ້ປາຖະຫນາ­ໃຫ້​ພວກ­ເຂົາທໍ້ຖອຍ­ໃຈ​ເລີຍ, ແລະ ​ເພາະພວກເຈົ້າສະຫນັບສະຫນູນການກະທຳຂອງ​ຄົນ​ຊົ່ວ​ ດັ່ງນັ້ນ ເຂົາຈະບໍ່ກັບຈາກທາງຂອງເຂົາ ເພື່ອຈະຮັກສາຊີວິດຂອງເຂົາ —
\v 23 ສະ­ນັ້ນ ພວກເຈົ້າ​ຈະ​ບໍ່­ໄດ້​ເຫັນ​ນິ­ມິດປອມ ຫລື​ ເຮັດ­ການ​ທຳ​ນວາຍໄດ້​ອີກ, ດ້ວຍ​ວ່າ​ເຮົາ​ຈະ​ຊ່ວຍ​ປະ­ຊາ­ຊົນ​ຂອງ​ເຮົາ​ໃຫ້​ພົ້ນ​ຈາກ​ມື​ຂອງ​ພວກເຈົ້າ. ​ເຈົ້າ​ຈະ​ຮູ້­ວ່າ​ເຮົາ​ແມ່ນ​ພຣະຢາເວ.”'
\s5
\c 14
\cl ບົດທີ 14
\p
\v 1 ພວກ​ຜູ້­ໃຫຍ່​ຂອງ​ອິດສະຣາເອນ​ບາງ​ຄົນ​ມາ​ຫາ​ຂ້າ­ນ້ອຍ ແລະ ​ມາ​ນັ່ງ​ຢູ່​ຕໍ່­ຫນ້າ​ຂ້າ­ນ້ອຍ.
\v 2 ແລ້ວພຣະ­ທຳ​ຂອງພຣະຢາເວອົງພຣະ­ຜູ້­ເປັນ­ເຈົ້າ​ມາ​ເຖິງ​ຂ້າ­ນ້ອຍ, ກ່າວ​ວ່າ,
\v 3 “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ຄົນ​ເຫລົ່າ​ນີ້​ໄດ້​ຢຶດ​ເອົາ​ຮູບ​ເຄົາ­ລົບຢູ່​ໃນ​ໃຈຂອງ​ພວກ­ເຂົາ ​ແລະ​ ພວກເຂົາໄດ້ສະດຸດ​ຕໍ່­ຄວາມຊົ່ວຊ້າຂອງເຂົາຕໍ່ຫນ້າ​ພວກ­ເຂົາເອງ. ເຮົາຄວນຈະຖືກສອບໃນສິ່ງເຫລົ່ານີ້ດ້ວຍພວກເຂົາບໍ?
\s5
\v 4 ­ສະ­ນັ້ນ ຈົ່ງປະກາດສິ່ງນີ້ແກ່​ພວກ­ເຂົາ, ແລະ ຈົ່ງ​ກ່າວ​ແກ່​ພວກ­ເຂົາ​ວ່າ, 'ພຣະ­ຢາເວອົງພຣະຜູ້­ເປັນ­ເຈົ້າ​ກ່າວ​ດັ່ງ­ນີ້​ວ່າ: ຜູ້ຊາຍແຕ່ລະຄົນ​ໃນ​ເຊື້ອ­ສາຍ​ອິດສະຣາເອນ​ເອົາ​ຮູບ​ເຄົາ­ລົບຕ່າງໆ​ໄວ້​ໃນ​ໃຈຂອງ­ຕົນ, ຫລື ຜູ້ໃດ​ເອົາ​ສິ່ງ​ຄວາມ​ຊົ່ວ­ຊ້າຊຶ່ງ​ເຮັດໃຫ້​​ສະ­ດຸດ​ໄວ້​ຕໍ່­ຫນ້າ​ຕົນເອງ, ແລະ ​ຍັງ​ມາ​ຫາ​ຜູ້­ປະ­ກາດ­ພຣະ­ທຳ — ເຮົາ, ​ແມ່ນ​ພຣະ­ຢາເວ​ ຈະ​ຕອບ​ເຂົາເອງ​ກ່ຽວກັບ​ຮູບ​ເຄົາ­ລົບ​ຫລວງ­ຫລາຍ​ຂອງ​ເຂົາ​.
\v 5 ​ເຮົາ​ຈະ​ເຮັດເຊັ່ນນີ້ ເພື່ອເຮົາຈະເອົາ​ຫົວໃຈຂອງ​ເຊື້ອ­ສາຍ​ອິດສະຣາເອນ ທີ່ໄປຫ່າງ​ໄກ​ຈາກ​ເຮົາ ເນື່ອງຈາກ​ຮູບ​ເຄົາ­ລົບ​ຂອງ​ພວກ­ເຂົາ ນັ້ນກັບຄືນມາ.'
\s5
\v 6 ­ສະ­ນັ້ນ ຈົ່ງ​ກ່າວ​ແກ່​ເຊື້ອ­ສາຍ​ອິດສະຣາເອນ​ວ່າ, '­ພຣະຢາເວອົງພຣະ­ຜູ້­ເປັນ­ເຈົ້າກ່າວ​ດັ່ງ­ນີ້​ວ່າ: ຈົ່ງ​ກັບ­ໃຈໃຫມ່ ແລະ ​ຫັນ​ຫລັງ​​ຈາກ​ຮູບ​ເຄົາ­ລົບທັງຫລາຍ​ຂອງ​ເຈົ້າ​ເສຍ! ຈົ່ງ​ຫັນ​ຫນ້າ​ຂອງພວກ​ເຈົ້າ​ຈາກ​ບັນ­ດາ​ສິ່ງ​ຫນ້າກຽດ­ຊັງ​ຂອງ​ພວກເຈົ້າ.
\s5
\v 7 ເພາະ­ວ່າ​ທຸກຄົນ​ໃນ​ເຊື້ອ­ສາຍ​ອິດສະຣາເອນ ແລະ ຊາວຕ່າງຊາດທຸກຄົນທີ່ອາໄສ​ຢູ່­ໃນ​ອິດສະຣາເອນ ຄືຜູ້ປະຖິ້ມເຮົາ, ຜູ້ທີ່ຖືເອົາ​ຮູບ​ເຄົາ­ລົບ​​ໄວ້​ໃນ​ໃຈຂອງ­ຕົນ ແລະ ​ເອົາຄວາມ​ຊົ່ວ­ຊ້າ​ທີ່ເຮັດໃຫ້​​​ສະ­ດຸດ​ໄວ້​ຕໍ່ຫນ້າ​ຂອງ­ຕົນ, ແລະ ຜູ້ທີ່​ຍັງ​ຈະ​ມາ​ຫາ​ຜູ້­ປະ­ກາດ­ພຣະ­ທຳ ເພື່ອສະແຫວງຫາ​ເຮົາ — ເຮົາ, ​ແມ່ນ​ພຣະ­ຢາເວ, ​ຈະ​ຕອບ​ຄົນ​ນັ້ນ​ເອງ.
\v 8 ດັ່ງນັ້ນ ​ເຮົາ​ຈະ​ມຸ່ງ​ຫນ້າ​ຂອງ​ເຮົາ​ຕໍ່­ສູ້​ຄົນ​ນັ້ນ ແລະ ​ເຮັດ­ໃຫ້​ລາວ​ເປັນ​ຫມາຍ​ສຳ­ຄັນ ແລະ ​ສຸ­ພາ­ສິດ, ເພາະເຮົາ​ຈະ​ຕັດ​ລາວ​ອອກ​ເສຍ​ຈາກ​ທ່າມ­ກາງ​ປະ­ຊາ­ຊົນ​ຂອງ​ເຮົາ, ແລະ​ເຈົ້າ​ຈະ​ຮູ້­ວ່າ​ເຮົາ​ແມ່ນ​ພຣະ­ຢາເວ.
\s5
\v 9 ຖ້າ​ຜູ້­ປະ­ກາດ­ພຣະຄຳຄົນນັ້ນ​ຫລອກ­ລວງ ແລະ ​ກ່າວ​ຂໍ້ຄວາມ​​ໃດໆ, ແລ້ວເຮົາ, ​ແມ່ນ​ພຣະ­ຢາເວ, ຈະຫລອກ​ລວງ​ຜູ້­ປະ­ກາດ­ພຣະ­ທຳ​ຄົນ​ນັ້ນ; ​ເຮົາ​ຈະ​ຢຽດ​ມື​ຂອງ​ເຮົາ​ອອກ​ຕໍ່­ສູ້​ຄົນນັ້ນ ແລະ ​​ທຳ­ລາຍ​ລ້າງລາວ​ເສຍ​ຈາກ​ທ່າມ­ກາງປະຊາຊົນ​ອິດສະຣາເອນ​ຂອງ​ເຮົາ.
\v 10 ພວກ­ເຂົາ​ຈະ​ຕ້ອງ​ຮັບ­ໂທດຂອງພວກເຂົາ; ໂທດ​ຂອງ​ຜູ້­ປະ­ກາດ­ພຣະ­ທຳກໍເປັນເຊັ່ນດຽວກັບຄົນທີ່ມາປຶກສາລາວ.
\v 11 ດ້ວຍເຫດນີ້ເອງ, ​ເຊື້ອ­ສາຍ​ອິດສະຣາເອນ​ຈະ​ບໍ່​ຫນີຈາກການຕິດຕາມເຮົາອີກຕໍ່ໄປ ແລະ ບໍ່ເຮັດໃຫ້ຕົນເອງ­ເປັນ​ມົນ­ທິນອີກຕໍ່ໄປ​ດ້ວຍ​ການ​ລະ­ເມີດ​ທັງຫລາຍຂອງພວກເຂົາ. ພວກ­ເຂົາ​ຈະ​ເປັນ​ປະ­ຊາ­ຊົນ​ຂອງ​ເຮົາ, ແລະ ​ເຮົາ​ຈະ​ເປັນ​ພຣະ­ເຈົ້າ​ຂອງ​ພວກ­ເຂົາ — ພຣະຢາເວອົງພຣະ­ຜູ້­ເປັນ­ເຈົ້າ​​ກ່າວ​ດັ່ງ­ນີ້.”
\s5
\v 12 ແລ້ວ​ພຣະ­ທຳ​ຂອງ​ພຣະ­ເຢວາ​ມາ​ເຖິງ​ຂ້ານ້ອຍ, ກ່າວວ່າ,
\v 13 “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ເມື່ອ​ແຜ່ນ­ດິນຫນຶ່ງ​ເຮັດ​ບາບຕໍ່ສູ້ເຮົາໂດຍການເຮັດຄວາມບາບທີ່ເຮົາໄດ້ຢຽດພຣະຫັດອອກໄປຕໍ່ສູ້ພວກເຂົາ ແລະ​ທຳ­ລາຍແຫລ່ງ​ອາ­ຫານ, ແລະ ​​ສົ່ງ​ການ​ອຶດ­ຫິວ​ມາ​ແລະ ​ຕັດ​ມະ­ນຸດ ພ້ອມທັງ​ສັດ​ອອກ​ໄປ​ຈາກ​ແຜ່ນ­ດິນເສຍ;
\v 14 ເຖິງ­ແມ່ນ­ວ່າ​ ມີຊາຍທັງ​ສາມຄົນ​ນີ້ ຄື ໂນ­ອາ, ດາ­ນີ­ເອນ, ແລະ ​ໂຢບ — ຢູ່­ໃນ​ທ່າມກາງແຜ່ນ­ດິນ​ນັ້ນ, ພວກ­ເຂົາ​ກໍ​ພຽງແຕ່ສາມາດຊ່ວຍກູ້ເອົາ​ຊີ­ວິດ​ຂອງ­ຕົນລອດ​ພົ້ນ​ອອກ​ມາ​ດ້ວຍ​ຄວາມ​ຊອບ­ທຳ​ຂອງ​ພວກເຂົາເທົ່ານັ້ນ — ພຣະຢາເວອົງພຣະ­ຜູ້­ເປັນ­ເຈົ້າ​ຊົງປະກາດ​ດັ່ງ­ນີ້.
\s5
\v 15 ຖ້າ​ເຮົາ​ສົ່ງ​ສັດ​ຮ້າຍ​ຜ່ານ​ເຂົ້າ​ແຜ່ນ­ດິນ​ ແລະ ຈະເຮັດໃຫ້­ມັນເປັນຫມັນ ເພື່ອວ່າ​ມັນຈະກາຍເປັນບ່ອນ​ຮ້າງ​ເປົ່າ ເພື່ອຈະບໍ່ມີໃຜກາຍ​ເຂົ້າ­ໄປ​ເພາະ​ສັດ​ຮ້າຍ​ນັ້ນ,
\v 16 ເຖິງແມ່ນວ່າ ຊາຍທັງສາມຄົນນັ້ນຢູ່ຫັ້ນ — ເຮົາມີ­ຊີ­ວິດ​ຢູ່​ສັນ­ໃດ — ­ພຣະຢາເວ­ອົງພຣະຜູ້ເປັນເຈົ້າ​ຊົງປະກາດວ່າ — ພວກເຂົາທັງຫລາຍຈະບໍ່ສາມາດຊ່ວຍແມ່ນແຕ່​ລູກ­ຊາຍ​ຍິງຂອງພວກ­ເຂົາ​ໄດ້; ພວກເຂົາພຽງສາມາດຊ່ວຍກູ້ເອົາຊີວິດຂອງພວກເຂົາເອງເທົ່ານັ້ນ, ແຕ່ ດິນແດນນັ້ນ ຈະກາຍເປັນບ່ອນຮົກຮ້າງວ່າງ​ເປົ່າ​ເສຍ.
\s5
\v 17 ຫລື​ ຖ້າ​ເຮົາ​ນຳ​ດາບ​ມາຕໍ່ສູ້​ແຜ່ນ­ດິນ​ນັ້ນ ແລະ​ ກ່າວ​ວ່າ, ‘ດາບ​ເອີຍ, ຈົ່ງ​ຜ່ານ​ໄປໃນ​ແຜ່ນ­ດິນ​ນັ້ນ ແລະ ຕັດ​ມະ­ນຸດ ​ແລະ ​ສັດ​ອອກ­ສາ',
\v 18 ແລ້ວ ເຖິງວ່າຊາຍທັງສາມຈະຢູ່ທ່າມກາງແຜ່ນດິນນັ້ນສັນໃດ — ເຫມືອນທີ່ເຮົາດຳລົງຢູ່, ­ພຣະຢາເວ­ອົງພຣະຜູ້ເປັນເຈົ້າ​ຊົງປະກາດ​ວ່າ — ພວກ­ເຂົາ​ກໍ​ຈະບໍ່ສາມາດ​ຊ່ວຍ​ລູກ­ຊາຍ​ຍິງຂອງພວກເຂົາ​ໃຫ້​ລອດ­ພົ້ນ​­ໄດ້; ພວກ­ເຂົາ​ຈະສາມາດ​ຊ່ວຍກູ້ເອົາຊີວິດຂອງຕົນໃຫ້ລອດ­ພົ້ນ​​ໄດ້ເທົ່ານັ້ນ.
\s5
\v 19 ຫລື​ ຖ້າ​ເຮົາ​ສົ່ງໄພພິບັດ​ເຂົ້າ​ມາຕໍ່ສູ້​​ແຜ່ນ­ດິນ​ນັ້ນ ແລະ ຖອກເທ​ຄວາມ​ຄຽດ​ຮ້າຍ​ຂອງ​ເຮົາ​ອອກ​ເຫນືອດິນແດນ​ນັ້ນ​ດ້ວຍ​ເລືອດ, ເພື່ອ​ຕັດທັງ​ມະ­ນຸດ ແລະ ​ສັດ​ອອກ­,
\v 20 ແລ້ວ ເຖິງແມ່ນວ່າ ໂນອາ, ດານີເອນ, ແລະ ໂຢບ ​ຢູ່­ໃນ​ແຜ່ນ­ດິນ​ນັ້ນ — ດັ່ງທີ່ເຮົາຊົງດຳລົງຢູ່, ພຣະ­ຢາເວອົງພຣຜູ້­ເປັນ­ເຈົ້າ​ຊົງປະກາດ​ວ່າ — ພວກ­ເຂົາ​ຈະ​ບໍ່ສາມາດຊ່ວຍ​ລູກ­ຊາຍ​ຍິງຂອງພວກເຂົາ​ໃຫ້​ລອດ­ພົ້ນ​ໄດ້; ພວກ­ເຂົາ​ພຽງແຕ່ສາມາດຊ່ວຍ​ກູ້ເອົາຊີວິດຂອງຕົນໃຫ້ພົ້ນໄດ້ດ້ວຍ​ຄວາມ​ຊອບ­ທຳ​ຂອງ​ເຂົາເທົ່ານັ້ນ.
\s5
\v 21 ເພາະພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ຊົງກ່າວ​ດັ່ງ­ນີ້​ວ່າ: ເຮົາຈະ​ເຮັດໃຫ້ສິ່ງຮ້າຍ­ແຮງ​ເກີດຂື້ນໂດຍສົ່ງການລົງໂທດ​ທັງສີ່​ປະ­ການ​ຂອງ​ເຮົາ​ມາ​ຄື —​ ໄພອຶດຫິວ, ດາບ, ສັດ​ຮ້າຍ ແລະ ໂລກ​ລະ­ບາດ ມາຍັງນະຄອນເຢ­ຣູ­ຊາ­ເລັມ ເພື່ອ​ຕັດທັງ​ມະ­ນຸດ ແລະ​ ສັດ​ອອກ­ຈາກນະຄອນ​ນັ້ນ.
\s5
\v 22 ເບິ່ງ​ແມ໋, ຜູ້ທີ່ຍັງ​ເຫລືອ​ຢູ່­ໃນນະຄອນ​ນັ້ນ, ຄືຜູ້ລອດຊີວິດຈະໄປກັບ​ລູກ­ຊາຍ ແລະ ​ລູກ­ສາວ​ທັງ­ຫລາຍ​ຂອງ­ຕົນ​. ເບິ່ງ​ແມ໋! ​ພວກ­ເຂົາຈະ​ອອກໄປ​​ຫາ​ເຈົ້າ, ແລະ ເຈົ້າ​ຈະ​ໄດ້​ເຫັນ​ຄວາມປະພຶດ ແລະ ​ການ​ກະ­ທຳ​ທັງຫລາຍຂອງພວກ​ເຂົາ, ແລະ ເຈົ້າ​ຈະໂລ່ງ​​ໃຈຂື້ນກັບການລົງໂທດທີ່ເຮົາໄດ້ສົ່ງໄປສູ່​ນະຄອນ​ເຢ­ຣູ­ຊາ­ເລັມ ແລະທຸກສິ່ງນອກຈາກນີ້ທີ່ເຮົາສົ່ງໄປສູ່ກັບດິນແດນນີ້.
\v 23 ຜູ້ລອດຊີວິດຈະເຮັດໃຫ້ພວກເຈົ້າໂລ່ງໃຈຂື້ນ ເມືາອເຈົ້າເຫັນການປະພຶດ ແລະ ການກະທຳທັງຫລາຍຂອງພວກເຂົາ, ດັ່ງນັ້ນ ເຈົ້າຈະຮູ້ວ່າ​ສິ່ງເຫລົ່ານີ້​ທີ່​ເຮົາ​ໄດ້​ເຮັດ​ຕໍ່ສູ້ນະຄອນ​ນັ້ນ​, ເຮົາບໍ່ໄດ້ເຮັດໂດຍປາສະຈາກເຫດຜົນ! — ພຣະຢາເວອົງພຣະ­ຜູ້­ເປັນ­ເຈົ້າ ຊົງປະກາດດັ່ງ​ນີ້­ແຫລະ.”
\s5
\c 15
\cl ບົດທີ 15
\p
\v 1 ແລ້ວພຣະ­ທຳ​ຂອງ​ພຣະຢາເວກໍມາ​ເຖິງ​ຂ້າ­ນ້ອຍ​ວ່າ, ກ່າວວ່າ
\v 2 “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ເຄືອ​ຕົ້ນ​ອະ­ງຸ່ນກໍ​ດີກວ່າງ່າ​ໄມ້​ຢ່າງ​ອື່ນທີ່ຢູ່ທ່າມກາງຕົ້ນໄມ້ທັງຫລາຍ­ໃນ​ປ່າບໍ?
\v 3 ຄົນເອົາໄມ້ຈາກ​ເຄືອ​ຕົ້ນ​ອະ­ງຸ່ນ​ໄປ​ເຮັດ​ຫຍັງບໍ? ຫລື ​​ເອົາ​ໄປ​ເຮັດ​ຂໍຫ້ອຍ­ອັນໃດອັນຫນຶ່ງບໍ?
\v 4 ເບິ່ງ​ແມ໋! ຫາກມັນຖືກໂຍນລົງໄປໃນກອງໄຟເພື່ອເປັນເຄື່ອງອ່ອຍໄຟ, ແລະ ຖ້າຫາກ​ໄຟນັ້ນ​ໄຫມ້ທັງສອງສົ້ນ ແລະກໍຈະໄຫມ້ທາງກາງນຳ, ມັນຈະ​ໃຊ້​ປະ­ໂຫຍດອັນ​ຫຍັງ​ໄດ້​ອີກ?
\s5
\v 5 ເບິ່ງ​ແມ໋! ເມື່ອ​ມັນໄຫມ້ຫມົດແລ້ວ, ມັນກໍບໍ່ສາມາດ​​ໃຊ້​ປະ­ໂຫຍດ​ຫຍັງໄດ້ອີກ; ແນ່ນອນວ່າ, ເມື່ອ​ຖືກ​ໄຟ​ໄຫມ້ແລ້ວ, ມັນກໍບໍ່ມີປະໂຫຍດຫຍັງເລີຍ.
\v 6 ­ສະ­ນັ້ນ ພຣະ­ຢາເວອົງພຣະຜູ້­ເປັນ­ເຈົ້າ​​ຈຶ່ງຊົງ​ກ່າວ​ດັ່ງ­ນີ້​ວ່າ: ບໍ່ຄືກັບຕົ້ນໄມ້ທີ່່ຢູ່ປ່າ, ເຮົາເອົາເຄືອອະງຸ່ນເປັນເຊື້ອໄຟ; ເຮົາກໍຈະປະຕິບັດຢ່າງດຽວກັນຕໍ່ຜູ້ທີ່ອາໄສ ໃນນະຄອນ​ເຢ­ຣູ­ຊາ­ເລັມ​ສັນ­ນັ້ນ.
\s5
\v 7 ເພາະເຮົາ​ຈະ​ມຸ່ງ​ຫນ້າ​ຂອງ​ເຮົາ​ຕໍ່­ສູ້​ພວກ­ເຂົາ. ເຖິງ­­ວ່າ​ພວກເຂົາ​ອອກ­ຈາກ​ໄຟ​, ແຕ່ກອງໄຟກໍຈະ​ເຜົາ​ຜານ​ພວກ­ເຂົາ; ດັ່ງນັ້ນ ເຈົ້າຈະຮູ້ວ່າ ເຮົາ​ແມ່ນ​ພຣະ­ຢາເວ, ເມື່ອເຮົາຕັ້ງຫນ້າຕໍ່ສູ້ພວກເຂົາ.
\v 8 ແລ້ວເຮົາຈະເຮັດໃຫ້ແຜ່ນດິນນັ້ນຖືກຮ້າງ​ເປົ່າ ເພາະພວກເຂົາໄດ້ເຮັດຜິດບາບ — ນີ້ເປັນຄຳປະກາດຂອງພຣະຢາເວອົງ­ພຣະ­ຜູ້­ເປັນ­ເຈົ້າ​."
\s5
\c 16
\cl ບົດທີ 16
\p
\v 1 ແລ້ວພຣະ­ທຳ​ຂອງ​ພຣະ­ຢາເວ​ມາ​ເຖິງ​ຂ້າ­ນ້ອຍ​, ກ່າວວ່າ,
\v 2 “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ຈົ່ງ​ແຈ້ງຕໍ່ນະຄອນ​ເຢ­ຣູ­ຊາ­ເລັມກ່ຽວກັບ ​ການກະທຳອັນຫນ້າ​ກຽດຫນ້າ­ຊັງ​ຂອງ­ຕົນ,
\v 3 ແລະຈົ່ງປະກາດວ່າ, 'ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ຊົງກ່າວ​ຢ່າງ​ນີ້​ແກ່​ນະຄອນເຢ­ຣູ­ຊາ­ເລັມ​ວ່າ: ການເລີ່ມຕົ້ນ ແລະ​ ການເກີດ​ຂອງ​ເຈົ້າ ກໍໄດ້ເກີດຂື້ນທີ່​ແຜ່ນ­ດິນ​ຄົນ​ກາ­ນາ­ອານ; ພໍ່​ຂອງ​ເຈົ້າ​ເປັນ​ຄົນ​ອາໂມ­ຣີດ, ແລະ ​ແມ່​ຂອງ​ເຈົ້າ​ເປັນ​ຄົນ​ຮິດ­ຕີ.
\s5
\v 4 ໃນວັນທິ່ເຈົ້າເກີດນັ້ນ, ແມ່ຂອງເຈົ້າ​ບໍ່­ໄດ້​ຕັດ​ສາຍ​ແຫ່ ແລະ ​ສາຍບືຂອງເຈົ້າ, ນາງກໍບໍ່­ໄດ້​ໃຊ້ນຳ້ອາບ​ ຫລື ຖູໂຕເຈົ້າໃຫ້ສະອາດດ້ວຍ​ເກືອ, ຫລື ​​ເອົາ​ຜ້າ​ພັນ​ເຈົ້າ​ໄວ້.
\v 5 ບໍ່­ມີ​ຕາ​ຈັກ​ຫນ່ວຍ​ທີ່ມີຄວາມ​ອີດູ​ເຈົ້າ ເພື່ອຈະເຮັດ​ສິ່ງ​ເຫລົ່າ​ນີ້​ໃຫ້​ເຈົ້າ, ເພື່ອສະແດງຄວາມເມດຕາຕໍ່ເຈົ້າ. ໃນວັນທີ່ເຈົ້າເກີດ, ຊີວິດຂອງເຈົ້າກໍ​ເປັນ​ທີ່​ຫນ້າ​ກຽດ­ຊັງ, ເຈົ້າໄດ້ຖືກ​ປະ​ຖິ້ມໄວ້​ໃນ​​ທົ່ງນາ.
\s5
\v 6 ແຕ່​ເຮົາ​ໄດ້ຜ່ານມາໃກ້​ເຈົ້າ, ແລະ ເຮົາ​ໄດ້​ເຫັນ​ເຈົ້າ​ນອນ​ເກືອກ​ຢູ່­ໃນ​ກອງ​ເລືອດ​ຂອງຕົນ; ດັ່ງນັ້ນ ເຮົາ​ກໍ​ໄດ້ເວົ້າ­ກັບ​ເຈົ້າ​ໃນ​ກອງ​ເລືອດ​ຂອງ​ເຈົ້າ​ວ່າ, "ຈົ່ງ​ມີ­ຊີ­ວິດ​ຢູ່!" ເຮົາ​ກໍ​ໄດ້ເວົ້າ­ກັບ​ເຈົ້າ​ໃນ​ກອງ​ເລືອດ​ຂອງ​ເຈົ້າ​ວ່າ, "ຈົ່ງ​ມີ­ຊີ­ວິດ​ຢູ່!"
\v 7 ເຮົາ​ໄດ້​ເຮັດ­ໃຫ້​ເຈົ້າເຕີບໂຕ​ເຫມືອນ​ຢ່າງ​ພືດ​ໃນ​ທົ່ງ­ນາ. ເຈົ້າ​ຈະເພີ່ມທະວີ ແລະ ກາຍເປັນຜູ້ຍິ່ງໃຫຍ່, ເຈົ້າ​ເປັນເພັດພອຍແຫ່ງເພັດພອຍທັງຫລາຍ. ຫນ້າ​ເອິກ​ຂອງ​ເຈົ້າ​ກໍ​ມີ​ຮູບ­ຊົງ​ງາມ​ດີ ແລະ ​ຜົມ­ຂອງ​ເຈົ້າ​ກໍ​ດົກຫນາ, ເຖິງວ່າ​ເຈົ້າ​ເຄີຍ​ເປືອຍ​ກາຍ ແລະ ​ປະໂຕຢູ່.
\s5
\v 8 ​ເຮົາໄດ້​ຜ່ານ​ເຈົ້າ​ໄປ​ອີກ​ເທື່ອ​, ແລະ ໄດ້ເຫັນ​ເຈົ້າ. ເບິ່ງ​ແມ໋! ເວລາແຫ່ງຄວາມຮັກກໍມາຮອດເຈົ້າແລ້ວ, ດັ່ງນັ້ນ ເຮົາຈຶ່ງໄດ້ພື​​ເສື້ອ­ຄຸມຂອງເຮົາເຫນືອເຈົ້າ ແລະ ປົກປິດ​ຄວາມ​ເປືອຍ​ກາຍ​ຂອງ​ເຈົ້າ​ໄວ້. ແລ້ວເຮົາໄດ້ໃຫ້ຄຳປະຕິຍານຕໍ່ເຈົ້າ ແລະ ​ເຮັດ​ຄຳ­ຫມັ້ນ­ສັນ­ຍາ​ກັບ​ເຈົ້າ — ນີ້ເປັນຄຳປະກາດຂອງພຣະຢາເວ ອົງພຣະ­ຜູ້­ເປັນ­ເຈົ້າ​ — ແລະ ​ເຈົ້າ​ກໍ​ເປັນ​ກຳມະສິດຂອງ​ເຮົາ.
\s5
\v 9 ດັ່ງນັ້ນ ເຮົາ​ໄດ້ອາບນ້ຳໃຫ້ເຈົ້າ ແລະ ໄດ້ລ້າງ​ເລືອດ​ອອກ­ຈາກ​ເຈົ້າ, ແລະ ເອົານ້ຳ­ມັນ​ຊະໂລມ​ເຈົ້າ.
\v 10 ເຮົາ​ໄດ້ແຕ່ງ​ຕົວ​ໃຫ້ເຈົ້າດ້ວຍຜ້າຖັກແສ່ວ ແລະ ​ເອົາ​ເກີບ​ຫນັງ​ສຸບ­ໃສ່​ຕີນຂອງ​ເຈົ້າ. ເຮົາ​ພັນ​ເຈົ້າ​ໄວ້​ດ້ວຍ​ຜ້າ​ປ່ານ​ເນື້ອ​ລະ­ອຽດ ແລະ ​ຄຸມ​ເຈົ້າ​ໄວ້​ດ້ວຍ​ຜ້າໃຫມ.
\v 11 ຕໍ່ມາ ເຮົາເອົາເຄື່ອງປະດັບມາປະດັບເຈົ້າ, ເອົາ​ປອກ​ແຂນມາສູບໃສ່ແຂນ​ໃຫ້​ເຈົ້າ, ແລະ ​ໃສ່​ສາຍ​ຄໍ​ໃຫ້​ເຈົ້າ.
\v 12 ເຮົາເອົາບ້ວງມາໃສ່ດັງຂອງເຈົ້າ, ແລະ ​​ໃສ່​ຕຸ້ມ­ຫູໃຫ້​ເຈົ້າ, ແລະ​ ສຸບ​ມົງ­ກຸດ​ງາມ​ໄວ້​ເທິງ​ຫົວ​ຂອງ​ເຈົ້າ.
\s5
\v 13 ດັ່ງນັ້ນ ເຈົ້າຖືກ​ປະ­ດັບຕົນ​ດ້ວຍ​ຄຳ ແລະ ​ເງິນ, ແລະ ເຈົ້າໄດ້ນຸ່ງເຄື່ອງດ້ວຍ­ຜ້າ​ປ່ານ​ເນື້ອ​ລະ­ອຽດ, ຜ້າໄຫມ, ແລະ​ ຜ້າ​ຖັກ​ແສ່ວ; ເຈົ້າ​ກິນ​ຍອດ​ແປ້ງ, ນ້ຳ­ເຜິ້ງ ແລະ ​ນ້ຳ­ມັນຫມາກກອກ, ແລະ ເຈົ້າໄດ້ກາຍເປັນຄົນ​ງາມຫລາຍ, ແລະ ເຈົ້າ​ໄດ້ກາຍເປັນພະ​ຣາ­ຊິ­ນີ.
\v 14 ຊື່­ສຽງ​ຂອງ​ເຈົ້າ​ກໍຖືກ​ຊ່າ­ລື​ໄປ​ໃນ​ທ່າມ­ກາງ​ປະ­ຊາ­ຊາດທັງຫລາຍ ​ເພາະ​ຄວາມງົດ­ງາມ​ຂອງ​ເຈົ້າ, ຍ້ອນມັນເປັນສິ່ງທີ່​ສົມ­ບູນແບບໃນຄວາມສະຫງ່າ­ງາມ​ທີ່​ເຮົາ​ໄດ້ມອບໄວ້​ໃຫ້ແກ່​ເຈົ້າ — ນີ້ເປັນຄຳປະກາດຂອງພຣະຢາເວ ອົງພຣະ­ຜູ້­ເປັນ­ເຈົ້າ​.
\s5
\v 15 ແຕ່​ເຈົ້າ​ວາງ­ໃຈ​ໃນ​ຄວາມ­ງາມ​ຂອງ​ຕົນເອງ, ແລະ ເຈົ້າ​ໄດ້ປະຕິພຶດຕົນເຫມືອນຍິງໂສເພນີ ຍ້ອນ​ຊື່­ສຽງ​ຂອງ​ເຈົ້າ; ເຈົ້າໄດ້ປະພຶດຢ່າງຍິງໂສເພນີຕໍ່ທຸກຄົນທີ່ຜ່ານໄປເຂົ້າມາ, ເພື່ອຄວາມງາມຂອງເຈົ້າຈະກາຍເປັນຂອງເຂົາ.
\v 16 ແລ້ວເຈົ້າ​ເອົາ​ເສື້ອ­ຜ້າ​ຂອງ​ເຈົ້າ ແລະ ​ເອົາມັນມາສ້າງເປັນສະຖານທີ່ສູງສວຍງາມດ້ວຍຫລາກຫລາຍສີສັນສຳລັບຕົນ, ແລະ ຢູ່ບ່ອນນັ້ນ ເຈົ້າໄດ້ປະພຶດຕົນເຫມືອນຢ່າງຍິງໂສເພນີ. ສິ່ງຫນ້າກຽດຫນ້າຊັງເຫລົ່ານີ້ ບໍ່ຄວນເກີດຂື້ນ ແລະ ບໍ່ຫນ້າຈະມີຢູ່ເລີຍ.
\s5
\v 17 ເຈົ້າ​ໄດ້ເອົາ​ເພັດນິນຈິນດາຊັ້ນເຄື່ອງປະດັບຊັ້ນເລີດຂອງ ຄຳ ແລະ ​ເງິນ ​​ທີ່​ເຮົາ​ໄດ້ມອບ​ໃຫ້​ແກ່​ເຈົ້າ, ແລ້ວ​ເຈົ້າ​ໄດ້ສ້າງຈຳນວນຜູ້ຊາຍສຳລັບ​ຕົນເອງ, ແລະ ເຈົ້າປະຕິບັດກັບພວກເຂົາເຫມືອນຢ່າງທີ່ຍິງໂສເພນີໄດ້ເຮັດ.
\v 18 ເຈົ້າ​ເອົາ​ເຄື່ອງນຸ່ງຫົ່ມ​ທີ່​ຖັກ​ແສ່ວ ແລະ ​​ປົກປິດໄວ້, ແລະ ເຈົ້າໄດ້ເອົາ​ນ້ຳ­ມັນ ແລະ​ ນ້ຳ​ຫອມ​ຂອງ​ເຮົາ​ໄວ້​ຕໍ່­ຫນ້າ​ພວກເຂົາ.
\v 19 ເ​ຂົ້າຈີ່ທີ່​ເຮົາ​ໃຫ້​ແກ່​ເຈົ້າ​ — ເຮັດດ້ວຍແປ້ງຢ່າງດີ, ນ້ຳ­ມັນ ແລະ​ ນ້ຳ­ເຜິ້ງ — ເຈົ້າ​ກໍ​ເອົາ​ມາ​ວາງ​ຕໍ່­ຫນ້າ​ພວກເຂົາ ເພື່ອໃຫ້­ເປັນ​ກິ່ນ­ຫອມ​ທີ່​ພໍ­ໃຈ, ນີ້ເປັນສິ່ງທີ່ເກີດຂື້ນແລ້ວ—ນີ້ເປັນຄຳປະກາດຂອງພຣຢາເວ ອົງພຣະ­ຜູ້­ເປັນ­ເຈົ້າ.
\s5
\v 20 ແລ້ວເຈົ້າ​ໄດ້ຈັບລູກ­ຊາຍ​ ແລະ​ ລູກ­ສາວ​ຂອງ​ເຈົ້າ ຜູ້ຊຶ່ງ​­ເກີດ​ມາ​ເພື່ອ​ເຮົາ, ແລະ ເຈົ້າ​ໄດ້​ຖວາຍ​ບູ­ຊາພວກເຂົາ ເພື່ອເປັນອາຫານແກ່ຮູບເຄົາລົບຕ່າງໆ. ການທີ່ເຈົ້າປະພຶດຕົນນັ້ນເຫມືອນຍິງໂສເພນີເປັນເລື່ອງເລັກນ້ອຍຫລື?
\v 21 ເຈົ້າ​​ໄດ້​ຂ້າ​ລູກ​ຂອງ​ເຮົາ​ ແລະ ໄດ້ເຜົາພວກເຂົາໃນກອງໄຟ.
\v 22 ຕະ­ຫລອດການກະທຳ​ອັນ​ຫນ້າ​ກຽດຫນ້າ­ຊັງ​ຂອງ​ເຈົ້າ ແລະ ​ການກະທຳຂອງຍິງໂສເພນີຂອງ​ເຈົ້າ ເຈົ້າ​ບໍ່­ໄດ້ຄິດເຖິງວັນ​ເວ­ລາ​ທີ່​ເຈົ້າ​ຍັງ​ນ້ອຍ, ຕອນທີ່​ເຈົ້າຍັງ​ເປືອຍ​ກາຍ ແລະ​ ບໍ່­ມີ​ເຄື່ອງ­ນຸ່ງ​ຫົ່ມ ນອນເກືອກ​ຢູ່­ໃນ​ກອງ​ເລືອດ​ຂອງຕົນ.
\s5
\v 23 ວິບັດ! ວິບັດແກ່ເຈົ້າ! — ນີ້ເປັນຄຳປະກາດຂອງພຣະຢາເວອົງພຣະຜູ້ເປັນເຈົ້າ — ສະນັ້ນ, ນອກເຫນືອຈາກ​ຄວາມ​ຊົ່ວ­ຮ້າຍ​ທັງ​ຫມົດ​ຂອງ​ເຈົ້າແລ້ວ,
\v 24 ເຈົ້າ​ຍັງໄດ້​ສ້າງ​ຫ້ອງ​ຫລັງ­ຄາ​​ສຳ­ລັບ​ຕົນໃນສະຖານທີ່ສາທາລະນະທຸກແຫ່ງ.
\s5
\v 25 ​ເຈົ້າ​ໄດ້ສ້າງ​ສະ­ຖານ­ທີ່​ສູງ​ຂອງເຈົ້າໄວ້ທີ່ຫົວຖະຫນົນທຸກເສັ້ນ ແລະ ເຮັດໃຫ້ຄວາມ­ງາມ​ຂອງ​ເຈົ້າ​ລົດຄຸນຄ່າລົງ, ເພາະເຈົ້າ​ໄດ້​ມອບຮ່າງກາຍ​ຂອງ​ເຈົ້າ​ໃຫ້ກັບທຸກຄົນທີ່​ຜ່ານ­ໄປ​ມາດ້ວຍການກະທຳທັງຫລາຍຂອງຍິງໂສເພນີ.
\v 26 ເຈົ້າ​ເຮັດຕົນຄືຍິງໂສເພນີ​ກັບ​ຄົນ​ເອ­ຢິບ, ​ເພື່ອນ­ບ້ານຜູ້​ທີ່ເຕັມໄປດ້ວຍຕັນຫາ​ຂອງ​ເຈົ້າ, ແລະ ເຈົ້າໄດ້ເຮັດກິດຈະການທັງຫລາຍຂອງຍິງໂສເພນີ, ຊຶ່ງ​ເປັນເຫດໃຫ້ຄວາມໂກດ​ຮ້າຍຂອງເຮົາເພີ່ມຂຶ້ນ.
\s5
\v 27 ເບິ່ງ​ແມ໋! ເຮົາຈະຕີເຈົ້າດ້ວຍ​ມື​ຂອງ​ເຮົາ​ ແລະ ຕັດ​ອາ­ຫານຂອງເຈົ້າ. ເຮົາຈະມອບຊີວິດຂອງເຈົ້າໃຫ້ແກ່ສັດຕູຂອງເຈົ້າ, ຄື​ບັນ­ດາ​ລູກ­ສາວ​ຄົນ​ຟີ­ລິດ­ສະ­ຕິນ, ຜູ້​ຊຶ່ງ​ລະອາຍໃນ​ການ​ປະ­ພຶດ​ອັນ​ຊົ່ວຮ້າຍ​ຂອງ​ເຈົ້າ.
\v 28 ເຈົ້າເຮັດຕົນຄືໂສເພນີ​ກັບ​ຄົນ​ອັດ­ຊີ­ເຣຍ​ດ້ວຍ ເພາະ­ວ່າ​ເຈົ້າ​ບໍ່​ຮູ້­ຈັກ​ອີ່ມ. ແລະ ເຈົ້າເ​ຮັດຕົນຄືໂສເພນີ​ ແຕ່ເຖິງ​ປານ​ນັ້ນ​ເຈົ້າ​ກໍ​ຍັງ​ບໍ່ຮູ້ຈັກ​ອີ່ມ.
\v 29 ເຈົ້າ​ຍັງເພີ່ມ​ທະ­ວີ​ການກະທຳຂອງຍິງໂສເພນີ​ໃນ​ແຜ່ນ­ດິນພໍ່ຄ້າຊາວ​ບາ­ບີ­ໂລນ, ແລະ ເຖິງປານນັ້ນກໍຕາມ ເຈົ້າຍັງບໍ່ຮູ້ສຶກອີ່ມຫນຳສຳລານໃຈ.
\s5
\v 30 ເປັນຫຍັງຈິດໃຈຂອງເຈົ້າຈຶ່ງບໍ່ສະບາຍປານນີ້ — ນີ້ເປັນການປະກາດຂອງ­ພຣະຢາເວ ອົງພຣະ­ຜູ້­ເປັນ­ເຈົ້າ — ຊຶ່ງເຈົ້າໄດ້ເຮັດສິ່ງຕ່າງໆເຫລົ່ານີ້, ເຮັດຕົນເປັນໂສເພນີທີ່​ບໍ່​ຮູ້​ອາຍຢ່າງນີ້ຫລື?
\v 31 ເຈົ້າໄດ້​ສ້າງສະຖານທີ່ສູງ​ໄວ້ໃນ​ຖະ­ຫນົນ​ທຸກເສັ້ນ ແລະ ​ສ້າງ​ຫ້ອງພັກໄວ້​ໃນສະຖານທີ່ສາທາລະນະທຸກແຫ່ງ. ເຖິງ​ປານ​ນັ້ນ ເຈົ້າ​ກໍ​ຍັງ​ບໍ່​ເຫມືອນກັບ​ຍິງໂສເພນີ ເພາະ​ເຈົ້າ​ປະ­ຕິເສດ​ຄ່າ​ຈ້າງ.
\s5
\v 32 ເຈົ້າເປັນ​ຍິງ​​ຫລິ້ນ­ຊູ້, ເຈົ້າ​ຮັບ​ຄົນ​ແປກ​ຫນ້າແທນ​ຜົວຂອງຕົນ.
\v 33 ຄົນທັງຫລາຍເອົາຄ່າຈ້າງໃຫ້ໂສເພນີທຸກຄົນ, ແຕ່ເຈົ້າເອົາຄ່າຈ້າງໃຫ້ແກ້ຄົນຮັກທັງປວງຂອງເຈົ້າ ແລະໃຫ້ສິນບົນໃຫ້ມາຫາເຈົ້າຈາກທຸກຫົນທຸກແຫ່ງ ເພື່ອການກະທຳຢ່າງຍິງໂສເພນີຂອງເຈົ້າ.
\v 34 ສະ­ນັ້ນ ນີ້ຄື​ຄວາມແຕກຕ່າງລະຫວ່າງເຈົ້າ​ກັບ​ຜູ້­ຍິງເຫລົ່ານັ້ນ, ເພາະວ່າບໍ່ມີໃຜໄປຫາເຈົ້າເພື່ອຂໍໃຫ້ເຈົ້າໄປນອນກັບພວກເຂົາ. ແຕ່ເຈົ້າຍອມຈ່າຍຄ່າຈ້າງໃຫ້ພວກເຂົາແທນ, ບໍ່ມີໃຜຈ່າຍໃຫ້ເຈົ້າ.
\s5
\v 35 ສະນັ້ນ, ເຈົ້າ ຍິງໂສເພນີ­ເອີຍ, ຈົ່ງ​ຟັງ​ພຣະຄຳ​ຂອງ​ພຣະຢາເວ.
\v 36 ພຣະຢາເວ ອົງພຣະ­ຜູ້­ເປັນ­ເຈົ້າຊົງ​ກ່າວ​ດັ່ງ­ນີ້​ວ່າ: ເພາະວ່າເຈົ້າໂປຍສະເຫນ່ ແລະ ​ເປືອຍ​ກາຍ​ຂອງ​ເຈົ້າ​ອອກ​ໃນ​ການ​ປະພຶດ​ຂອງ​ຍິງໂສເພນີ​ກັບ​ຄົນ​ຮັກ​ທັງຫລາຍຂອງ​ເຈົ້າ ແລະ ກັບ​ຮູບ​ເຄົາ­ລົບ​ອັນ​ຫນ້າ​ກຽດຫນ້າ­ຊັງທັງຫລາຍ​ຂອງ​ເຈົ້າ, ​ແລະ ​ເພາະ​ເລືອດ​ລູກ​ທັງຫລາຍຂອງ​ເຈົ້າ​ທີ່​ເຈົ້າມອບໃຫ້ແກ່ຮູບເຄົາລົບເຫລົ່ານັ້ນຂອງເຈົ້າ.
\v 37 ສະນັ້ນ, ເບິ່ງ​ແມ໋! ເຮົາ​ຈະ​ຮວບ­ຮວມ​ຄົນ​ຮັກທັງຫລາຍ​ຂອງ​ເຈົ້າທີ່ເຈົ້າໄດ້ພົບ, ລວມທັງຄົນທັງຫລາຍທີ່ເຈົ້າຮັກ ແລະ ເຈົ້າຊັງ, ເຮົາ​ຈະ​ຮວບ­ຮວມ​ພວກ­ເຂົາທັງຫລາຍມາຕໍ່ສູ້ເຈົ້າຈາກທຸກດ້ານ. ແລະ ເຮົາຈະ​ເປືອຍ​ກາຍ​ຂອງ​ເຈົ້າ​ຕໍ່­ຫນ້າ​ພວກ­ເຂົາ ເພື່ອ​ພວກ­ເຂົາ​ຈະ​ໄດ້​ເຫັນ​ການ​ເປືອຍ​ກາຍ​ທັງ​ຫມົດ​ຂອງ​ເຈົ້າ.
\s5
\v 38 ເພື່ອເຮົາ​ຈະ​ພິ­ພາກ­ສາລົງໂທດ​ເຈົ້າໃນຖານະຜູ້ຫລິ້ນຊູ້ ແລະ ເຮັດໃຫ້ຫລັ່ງເລືອດ, ແລະ ເຮົາ​ຈະ​ນຳ​ເລືອດ​ແຫ່ງ​ຄວາມ​ຄຽດ​ຮ້າຍ ແລະ​ ຄວາມ​ຫືງຫວງຂອງເຮົາມາ​ເຫນືອ​ເຈົ້າ.
\v 39 ເຮົາຈະ​ມອບ​ເຈົ້າ​ໄວ້​ໃນ​ມື​​ຂອງພວກເຂົາ ດັ່ງນັ້ນພວກເຂົາ​ຈະ​ທຳ­ລາຍ​ຫ້ອງ​ຫລັງ­ຄາ​ໂຄ້ງ​ຂອງ​ເຈົ້າ​ລົງ ແລະ​ ຈະ​ທຳ­ລາຍ​ສະ­ຖານ­ທີ່​ສູງ​ທັງຫລາຍຂອງ​ເຈົ້າ ແລະ ພວກ­ເຂົາ​ຈະຈີກ​​ເສື້ອ­ຜ້າ​ຂອງ​ເຈົ້າ​ອອກແລະ ​ເອົາ​ເຄື່ອງ​ປະ­ດັບ​ທັງຫມົດຂອງ​ເຈົ້າ​ໄປ​ເສຍ. ພວກເຂົາຈະປະຖີ້ມ​ເຈົ້າ​ໃຫ້ເປືອຍ​ກາຍ ແລະ ​ບໍ່­ມີ​ເຄື່ອງ­ນຸ່ງ​ຫົ່ມ.
\s5
\v 40 ແລ້ວພວກ­ເຂົາ​ຈະ​ນຳ​ຝູງ​ຄົນ​ມາ​ຕໍ່­ສູ້ກັບ​ເຈົ້າ ແລະ ​ແກວ່ງ​ກ້ອນ​ຫີນໃສ່ເຈົ້າ​, ແລະ ພວກເຂົາຈະຕັດ​ເຈົ້າ​ດ້ວຍ​ດາບ​ຂອງ​ເຂົາເປັນທ່ອນໆ.
\v 41 ພວກ­ເຂົາ​ຈະ​ເອົາ​ໄຟ​ເຜົາ​ບ້ານ​ເຮືອນ​ທັງຫລາຍຂອງ​ເຈົ້າ ແລະ ​ຈະເຮັດ­ຫລາຍສິ່ງໃນການ​ພິ­ພາກ­ສາ​ລົງ­ໂທດ​ເຈົ້າ​ຕໍ່­ຫນ້າພວກ​ຜູ້­ຍິງທັງ​ຫລາຍ, ເພື່ອເຮົາ​ຈະ​ເຮັດ­ໃຫ້​ເຈົ້າ​ຢຸດການເປັນໂສເພນີຂອງເຈົ້າ, ແລະ ​ເຈົ້າ​ຈະ​ບໍ່​ຈ່າຍ​ຄ່າ​ຈ້າງໃຫ້ບັນດາຄົນຮັກທັງຫລາຍຂອງເຈົ້າອີກຕໍ່ໄປ.
\v 42 ແລ້ວການຕໍ່ສູ້​ຂອງ​ເຮົາທີ່ມີຕໍ່ເຈົ້າກໍຈະສະຫງົບລົງ; ຄວາມ​ຄຽດ​ຮ້າຍຂອງເຮົາກໍຈະໄປ​ຈາກ​ເຈົ້າ​, ເພາະເຮົາ​ເພິ່ງພໍໃຈ, ແລະ ຈະະ​ບໍ່​ຄຽດ​ຮ້າຍ​ອີກຕໍ່ໄປ.
\s5
\v 43 ເພາະ­ວ່າ​ເຈົ້າ​ບໍ່­ໄດ້​ລະ­ນຶກ​ເຖິງ​ໃນເວລາ​ທີ່ເຈົ້າຍັງ​ນ້ອຍ ແລະເຈົ້າເຮັດໃຫ້ເຮົາ​ສັ່ນສະເທືອນດ້ວຍຄວາມຄຽດ​ຮ້າຍ ເພາະສິ່ງ​ເຫລົ່າ​ນີ້, ດັ່ງນັ້ນ, ເບິ່ງແມ໋! ເຮົາເອງຈະລົງໂທດໃນສິ່ງທີ່ເຈົ້າໄດ້ເຮັດໃຫ້ຕົກເທິງ​ຫົວຂອງ​ເຈົ້າ — ນີ້ເປັນຄຳປະກາດຂອງພຣະຢາເວ­ ອົງພຣະ­ຜູ້­ເປັນ­ເຈົ້າ​. ເຈົ້າຍັງບໍ່ໄດ້ເພີ່ມ​ການລ່ວງປະເວນີກັບການປະ­ພຶດ​ຕົນທີ່ຫນ້າລັງກຽດອຶ່ນໆທັງຫມົດຂອງເຈົ້າຫລືບໍ?
\s5
\v 44 ເບິ່ງ​ແມ໋! ທຸກ​ຄົນ­ທີ່ກ່າວຄຳສຸ­ພາ­ສິດຈະກ່າວເຖິງ​ເຈົ້າວ່າ, "ແມ່​ເປັນ​ຢ່າງ­ໃດ, ລູກ­ສາວ​ກໍ​ເປັນ​ຢ່າງ​ນັ້ນ."
\v 45 ເຈົ້າ​ເປັນ​ລູກ­ສາວ​ຂອງ​ແມ່​ເຈົ້າ, ຜູ້​ກຽດ­ຊັງ​ຜົວກັບ​ລູກໆ​ຂອງ­ຕົນ, ແລະ ເຈົ້າເປັນນ້ອງສາວ­ຂອງ​ເອື້ອຍເຈົ້າ ຜູ້​ກຽດ­ຊັງ​ຜົວກັບລູກໆ​ຂອນາງ. ແມ່​ຂອງ​ເຈົ້າ​ເປັນ​ຄົນ​ຮິດ­ຕີ, ແລະ ພໍ່​ຂອງ​ເຈົ້າ​ເປັນ​ຄົນ​ອາໂມ­ຣີດ
\s5
\v 46 ເອື້ອຍ​ຂອງ​ເຈົ້າ​ຄື​ຊາ­ມາ­ເຣຍ ແລະ ​ລູກ­ສາວທັງຫລາຍຂອງນາງຊຶ່ງອາໄສຢູ່ທາງ​ເຫນືອ, ໃນຂະນະ​ນ້ອງ­ສາວ​ຂອງ​ເຈົ້າ ຜູ້ຊຶ່ງອາໄສຢູ່ທາງໃຕ້, ຄື​ໂຊ­ໂດມ​ ແລະ ລູກ­ສາວທັງຫລາຍ​ຂອງ​ນາງ.
\s5
\v 47 ເຈົ້າບໍ່ພຽງແຕ່ດຳເນີນໃນວິຖີທາງອັນຊົ່ວຮ້າຍຂອງພວກເຂົາ ແລະ ເຈົ້າຍັງຮຽນແບບນິໄສ ແລະ ການກະທຳຂອງເຂົາ, ແຕ່​ວິຖີທັງຫມົດຂອງເຈົ້າກໍຍິ່ງຊົ່ວຊ້າຫລາຍກວ່າພວກເຂົາເສຍອິກ.
\v 48 ເຮົາ​ມີ­ຊີ­ວິດ​ຢູ່​ສັນ­ໃດ — ນີ້ເປັນຄຳປະກາດຂອງພຣະເຢວາ­ອົງພຣະ­ຜູ້­ເປັນ­ເຈົ້າ — ໂຊ­ໂດມ​ນ້ອງ­ສາວ​ຂອງ​ເຈົ້າ​ກັບ​ລູກ­ສາວ​ທັງຫລາຍຂອງ​ນາງ, ກໍ​ບໍ່­ໄດ້​ເຮັດການຊົ່ວຫລາຍ​ເຫມືອນ​ທີ່​ເຈົ້າ ກັບລູກ­ສາວ​ຂອງ​ເຈົ້າ​ໄດ້​ເຮັດແລ້ວນັ້ນ.
\s5
\v 49 ເບິ່ງ​ແມ໋! ນີ້­ແຫລະ​ເປັນ­ຄວາມ​ຊົ່ວ­ຊ້າ​ຂອງ​ໂຊ­ໂດມ​ນ້ອງ­ສາວ​ຂອງ​ເຈົ້າ​: ​ນາງໄດ້ໂອ້ອວດ​ໃນເວລາຫວ່າງຂອງນາງ, ບໍ່ເອົາໃຈໃສ່, ແລະ ບໍ່ມີເລື່ອງທຸກຮ້ອນຫຍັງເລີຍ. ນາງບໍ່ມີແຮງໃນການໃຫ້ຊ່ວຍເຫລືອພວກຄົນທຸກຍາກ ແລະ ຄົນຂັດສົນເລີຍ.
\v 50 ​ນາງ​ຈອງ­ຫອງ ແລະ ​ເຮັດ​ສິ່ງ​ຫນ້າ​ກຽດ­ຊັງ​ຕໍ່­ຫນ້າ​ເຮົາ, ­ສະ­ນັ້ນ ​ເຮົາ​ຈຶ່ງຈັດການກັບພວກເຂົາໄປຕາມທີ່ເຈົ້າເຫັນ​ນັ້ນ.
\s5
\v 51 ຊາ­ມາ­ເຣຍກໍເຫມືອນກັນ ເຮັດ​ບາບບໍ່­ໄດ້​ເຖິງ​ເຄິ່ງຫນຶ່ງ​ຂອງບາບ​ເຈົ້າ; ແຕ່ທາງກົງກັນຂ້າມ, ເຈົ້າໄດ້​ເຮັດ​ສິ່ງທີ່​ຫນ້າ​ກຽດ­ຊັງ​ຫລາຍ­ກວ່າ​ພວກ­ເຂົາໄດ້ເຮັດອີກ, ແລະ​ ເຈົ້າໄດ້ສະແດງໃຫ້ເຫັນວ່າເອື້ອຍ​​ນ້ອງ​ຂອງ​ເຈົ້າດີກວ່າເຈົ້າ ເພາະ​ຄວາມ​ກຽດ­ຊັງ​ທັງຫມົດທີ່ເຈົ້າໄດ້ເຮັດ.
\v 52 ໂດຍສະເພາະເຈົ້າ, ໄດ້ສະແດງຄວາມອັບອາຍຂາຍຫນ້າຂອງເຈົ້າ; ດ້ວຍຢ່າງນີ້ ເຈົ້າໄດ້ເຮັດໃຫ້ເຫັນວ່າເອື້ອຍນ້ອງຂອງເຈົ້າດີກວ່າເຈົ້າ, ເນື່ອງຈາກ​ບາບ​ທັງຫມົດຂອງ​ເຈົ້າ​ ທີ່ເຈົ້າໄດ້ເຮັດທັງຫມົດນັ້ນເປັນສິ່ງຫນ້າລັງກຽດ. ເບິ່ງຄືວ່າ ເອື້ອຍນ້ອງຂອງເຈົ້າດີກວ່າເຈົ້າ. ໂດຍສະເພາະ ເຈົ້າ, ໄດ້ສະແດງຄວາມ​ອັບ­ອາຍ​​ຂາຍ­ຫນ້າ​ຂອງ​ເຈົ້າ. ດ້ວຍຢ່າງນີ້ ເຈົ້າໄດ້ເຮັດ­ໃຫ້​ເຫັນວ່າ ເອື້ອຍນ້ອງ­​ຂອງ​ເຈົ້າ​ດີກວ່າເຈົ້າ.
\s5
\v 53 ເພື່ອ​ເຮົາ​ຈະຟື້ນຄືນອະນາຄົດໃຫ້ແກ່ພວກເຂົາ — ອະນາຄົດຂອງ­​ໂຊ­ໂດມ ແລະ ​ບັນດາລູກ­ສາວຂອງນາງ ແລະ ອະນາຄົດຂອງ​ຊາ­ມາ­ເຣຍ ແລະ ​ບັນດາລູກ­ສາວຂອງນາງ; ແຕ່ອະນາຄົດຂອງເຈົ້າຈະຢູ່ທ່າມກາງພວກ​ເຂົາ​ດ້ວຍ.
\v 54 ດ້ວຍເລື່ອງເຫລົ່ານີ້ ​ເຈົ້າ​ຈະ​ສະແດງ​ຄວາມ​ອັບ­ອາຍ​ຂາຍ­ຫນ້າ​ຂອງຕົນ; ເຈົ້າຈະໄດ້ຮັບ​ອັບ­ອາຍ ຍ້ອນສິ່ງ​ທັງປວງທີ່ພວກເຈົ້າໄດ້​ເຮັດ, ແລະດ້ວຍວິທີນີ້ ເຈົ້າຈະເຮັດໃຫ້ພວກເຂົານັ້ນຮູ້ສຶກດີຂື້ນ.
\v 55 ດັ່ງນັ້ນ ສ່ວນ​ເອື້ອຍ ແລະ​ ລູກ­ສາວ​ຂອງໂຊໂດມ​ ຈະ​ໄດ້ຮັບການຟື້ນຄືນ​ສູ່​ສະ­ພາບ​ເດີມ, ແລະ ​ຊາ­ມາ­ເຣຍ ກັບ​ລູກ­ສາວ​ຂອງ​ນາງ​ຈະ​ຖືກຟື້ນຄືນ​ສູ່​ສະ­ພາບ​ເດີມຂອງເຂົາ. ສ່ວນ​ເຈົ້າ ແລະ ​ລູກ­ສາວ​ຂອງ​ເຈົ້າ​ຈະຖືກຟື້ນຄືນໃຫ້​ກັບຄືນສູ່​ສະ­ພາບ​ເດີມ​ດ້ວຍ.
\s5
\v 56 ໂຊໂດມ ເຈົ້າບໍ່ໄດ້ເອີ່ຍເຖິງນ້ອງສາວຂອງເຈົ້າໃນວັນແຫ່ງຄວາມ​ຈອງ­ຫອງຂອງເຈົ້າ,
\v 57 ກ່ອນ​ຫນ້າຄວາມ​ຊົ່ວ­ຮ້າຍ​ຂອງ​ເຈົ້າ​ຈະ​ໄດ້​ເປີດເຜີຍ​. ແຕ່ຕອນນີ້ ​ເຈົ້າກໍເປັນຜູ້ທີ່ຖືກຫມິ່ນ​ປະ­ຫມາດໂດຍລູກສາວທັງຫລາຍແຫ່ງເອໂດມ ແລະ ​​ລູກ­ສາວ​ທັງຫລາຍຂອງ​ຄົນຟີ­ລິດ­ສະ­ຕິນ​ຜູ້​ທີ່­ຢູ່​ອ້ອມ­ຮອບ. ປະຊາຊົນທັງຫມົດກໍຫມິ່ນປະຫມາດເຈົ້າ.
\v 58 ເຈົ້າຈະສະແດງຄວາມອັບອາຍ ແລະ ການກະທຳທີ່ຫນ້າກຽດ­ຊັງ​ຂອງ​ເຈົ້​າ! — ນີ້ເປັນຄຳປະກາດຂອງພຣະຢາເວ ອົງພຣະຜູ້ເປັນເຈົ້າ!
\s5
\v 59 ພຣະຢາເວ­ ອົງພຣະ­ຜູ້­ເປັນ­ເຈົ້າຊົງກ່າວ​ດັ່ງ­ນີ້​ວ່າ: ເຮົາ​ຈະ​ຈັດການກັບ​ເຈົ້າ​ຢ່າງສະສົມ, ເຈົ້າ ຜູ້ຫມິ່ນປະຫມາດຄຳສາບານຂອງເຮົາ ດ້ວຍການລະເມີດພັນທະ­ສັນ­ຍາ.
\s5
\v 60 ແຕ່ເຮົາ​ຈະ​ລະ­ນຶກ​ເຖິງ​ພັນທະ­ສັນ­ຍາ​ທີ່​ເຮົາໃຫ້ໄວ້ກັບເຈົ້າ ໃນ​ສະ­ໄຫມທີ່ເຈົ້າຍັ​ງເປັນຫນຸ່ມ​ຢູ່, ແລະ​ ເຮົາ​ຈະ​ສະ­ຖາ­ປະ­ນາ​ພັນທະ­ສັນ­ຍາ​ນິ­ລັນ­ດອນ​ໄວ້​ກັບ​ເຈົ້າ.
\v 61 ແລ້ວ​ເຈົ້າ​ຈະ​ລະ­ນຶກ​ເຖິງ​ທາງ​ທັງ­ຫລາຍ​ຂອງ​ເຈົ້າ ແລະ ​ຖືກ​ອັບ­ອາຍ ເມື່ອ​ເຈົ້າ​ຮັບເອົາ​ເອື້ອຍ ແລະ ນ້ອງ​ທັງຫລາຍຂອງ​ເຈົ້າ. ​ເຮົາ​ຈະມອບພວກເຂົາໃຫ້ເປັນ​ລູກ­ສາວຂອງເຈົ້າ, ແຕ່​ບໍ່​ແມ່ນ​ຍ້ອນພັນທະ­ສັນ­ຍາ​ຊຶ່ງເຮົາ​ໃຫ້​ໄວ້​ກັບ​ເຈົ້າ.
\s5
\v 62 ເຮົາ​ຈະ​ສະ­ຖາ­ປະ­ນາ​ພັນທະ­ສັນ­ຍາ​ຂອງ​ເຮົາ​ໄວ້​ກັບ​ເຈົ້າ, ແລະ ​ເຈົ້າ​ຈະ​ຮູ້­ວ່າ​ເຮົາ​ແມ່ນ​ພຣະຢາເວ.
\v 63 ເພາະທຸກສິ່ງທິ່ເຈົ້າເຮັດລົງໄປ, ເຈົ້າຈະລະນຶກເຖິງທຸກຢ່າງ ແລະ ລະ­ອາຍໃຈ, ດັ່ງນັ້ນ ເຈົ້າ​ຈະ​ບໍ່​ອ້າ​ປາກ​ເວົ້າ​ອີກຕໍ່ໄປ ເນື່ອງຈາກຄວາມລະອາຍໃຈຂອງເຈົ້າ, ເມື່ອ​ເຮົາຍົກໂທດໃຫ້ເຈົ້າສຳລັບທຸກສິ່ງທຸກຢ່າງທີ່ເຈົ້າໄດ້ເຮັດນັ້ນ — ນີ້ເປັນຄຳປະກາດຂອງພຣະຢາເວ ອົງພຣະ­ຜູ້­ເປັນ­ເຈົ້າ.'"
\s5
\c 17
\cl ບົດທີ 17
\p
\v 1 ພຣະ­ຄຳຂອງ​ພຣະຢາເວ­​ມາ​ເຖິງ​ຂ້າ­ນ້ອຍ, ກ່າວ​ວ່າ,
\v 2 “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ຈົ່ງ​ຍົກຄຳປິດສະຫນາ ແລະ ​ກ່າວ​ຄຳ​ອຸ­ປະ­ມາ​ແກ່​ເຊື້ອ­ສາຍ​ອິດສະຣາເອນ.
\v 3 ໃຫ້ກ່າວວ່າ, ພຣະຢາເວ­ ອົງພຣະ­ຜູ້­ເປັນ­ເຈົ້າຊົງ​ກ່າວ​ດັ່ງ­ນີ້​ວ່າ: ມີ​ນົກ​ອິນ­ຊີ​ໃຫຍ່​ໂຕ​ຫນຶ່ງ ມີປີກ​ໃຫຍ່ ແລະ ​ຂົນ​ປີກ​ກໍ​ຍາວ, ທັງມີ​ຂົນ​ຫລາຍ ແລະ ມີຫລາຍສີ ໄດ້ ໄປ­ຍັງ​ເລ­ບາ­ນອນ ແລະ ​ຈັບເທິງ​ຍອດ​ຕົ້ນ​ແປກ.
\v 4 ມັນໄດ້ເດັດຍອດກິ່ງອ່ອນ ແລະ ກໍໄດ້ຄາບໄປຍັງແຜ່ນດິນແຫ່ງການາອານ; ແລະ ມັນໄດ້ປູກໃນເມືອງຂອງ​ພໍ່­ຄ້າ​ທັງ­ຫລາຍ.
\s5
\v 5 ແລ້ວ​ມັນ​ກໍ​ເອົາ​ເມັດ­ພືດ​ແຫ່ງ​ແຜ່ນ­ດິນ ແລະ ໄດ້​ປູກ​ໄວ້​ໃນ​ບ່ອນ​ດິນ​ອຸ­ດົມ­ສົມ­ບູນ. ມັນ​ປະເມັດ­ພືດ​​ໄວ້​ແຄມ​ສາຍ­ນ້ຳໃຫຍ່ ເຫມືອນ​ກັບ​ຕົ້ນ​ໄຄ້​ນ້ຳ.
\v 6 ແລ້ວເມັດ­ພືດໄດ້ງອກຂື້ນມາ ແລະ ​ໄດ້ເຕີບ​ໃຫຍ່​ຂຶ້ນ​ເປັນ​ເຄືອ​ອະ­ງຸ່ນ​ເລືອໃນດິນ. ກິ່ງກ້ານ​ທັງ­ຫລາຍຂອງມັນກໍລາມໄປຫາມັນ, ແລະ ​ຮາກຂອງມັນ​ກໍ​ຢັ່ງລົງ​​ລຸ່ມ​. ດັ່ງນັ້ນເມັດພືດ ໄດ້ກາຍເປັນເຄືອອະງຸ່ນ ແລະ ມັນໄດ້ແຕກ​ກິ່ງກ້ານ​ທັງຫລາຍ ແລະ ໄດ້ແຕກຫນໍ່​ທັງຫລາຍ.
\s5
\v 7 ແຕ່ວ່າ ​ມີ​ນົກ​ອິນ­ຊີ​ໂຕ​ໃຫຍ່​ອີກ​ໂຕ​ຫນຶ່ງ, ມີ​ປີກ​ໃຫຍ່ ແລະ ​ມີ​ຂົນ​ຫລາຍ. ເບິ່ງແມ໋! ເຄືອ​ອະ­ງຸ່ນ​ເຄືອນີ້ ໄດ້​ຢ່ັງຮາກ​ມາ​ທາງ​ນົກ​ອິນ­ຊີ​, ແລະ ໄດ້​ແຕກ​ກິ່ງ​ກ້ານ​ມາທາງ​ນົກໂຕນີ້ຈາກບ່ອນທີ່ໄດ້ປູກຢູ່ນັ້ນ ເພື່ອຈະຖືກ​ຫົດ​ນ້ຳ​.
\v 8 ມັນໄດ້ຖືກ​ປູກ​ໄວ້​ໃນ​ບ່ອນ​ດິນ​ດີ​ໃກ້​ສະ­ນ້ຳໃຫຍ່ ເພື່ອ​ໃຫ້​ແຕກ​ກິ່ງກ້ານ ແລະ ອອກຜົນ, ແລະ​ ກາຍເປັນ​ເຄືອ​ອະ­ງຸ່ນ​ທີ່​ດີເລີດ.'
\s5
\v 9 ຈົ່ງ​ກ່າວ​ກັບປະຊາຊົນວ່າ, 'ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າຊົງ​ກ່າວ​ດັ່ງ­ນີ້​ວ່າ: ເຄືອ​ນັ້ນ​ຈະ­ເລີນ​ຂຶ້ນ​ໄດ້​ບໍ? ມັນຈະບໍ່ຖືກ​ຖອນ​ຮາກ​ ແລະ ຜົນຂອງງມັນຈະບໍ່ຖືກ​ເດັດຫລື, ແລ້ວເຄືອຂອງມັນຈະ​ຫ່ຽວ­ແຫ້ງ​, ແລະ ທຸກສ່ວນທີ່ງອກໃຫມ່ຂອງມັນຈະຫ່ຽວແຫງຢ່າງນັ້ນບໍ? ບໍ່ຈຳເປັນຕ້ອງໃຊ້ແຂນທີ່ມີແຮງ ຫລື ຄົນ​ຈຳ­ນວນ​ຫລາຍ ເພື່ອ​ຖອນຮາກຂອງມັນ.
\v 10 ດັ່ງນັ້ນ ເບິ່ງ​ແມ໋! ຫລັງຈາກທີ່ມັນຖືກປູກ, ມັນຈະງອກ​ງາມ​ບໍ? ມັນຈະບໍ່ຫ່ຽວແຫ່ງເມື່ອຖືກ​ລົມ​ທິດ­ຕາ­ເວັນ­ອອກ​ພັດ​ຖືກ​ມັນບໍ? ມັນຄົງ​ຈະ​ຫ່ຽວ­ແຫ້ງ​ໄປຮອດບ່ອນ​ທີ່​ມັນ​ເກີດ​ມາ​ນັ້ນ​.”
\s5
\v 11 ແລ້ວພຣະ­ຄຳ​ຂອງ​ພຣະຢາເວ​ມາ​ເຖິງ​ຂ້າ­ນ້ອຍ​ອີ​ກ, ກ່າວວ່າ,
\v 12 “ ຈົ່ງ​ກ່າວ​ແກ່​ເຊື້ອ­ສາຍ​ທີ່​ມັກ​ກະ­ບົດ​ນັ້ນ​ວ່າ, 'ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ ສິ່ງ​ເຫລົ່າ​ນີ້​ມີ​ຄວາມ​ຫມາຍ­ວ່າ​ຢ່າງ­ໃດ? ເບິ່ງແມ໋! ກະ­ສັດ​ນະຄອນ​ບາ­ບີ­ໂລນ​ໄດ້​ມາ­ຍັງ​ນະຄອນ­ເຢ­ຣູ­ຊາ­ເລັມ ແລະ ໄດ້ນຳເອົາ​ກະ­ສັດ ແລະ ​ເຈົ້າ​ຊາຍທັງ­ຫລາຍ ແລະ ນຳພວກເຂົາກັບໄປ​ບາ­ບີ­ໂລນ.
\s5
\v 13 ແລ້ວເຂົາ​ໄດ້​ເອົາ​ເຊື້ອ​ພະ​ວົງ​ຜູ້​ຫນຶ່ງມາ, ແລະ ຊົງ​ເຮັດ​ພັນທະສັນ­ຍາ​ກັບຜູ້ນັ້ນ, ແລະ ​ໄດ້ນຳ​ເຂົາໄປກ້ອງຕົ້ນໂອກ. ເຂົາໄດ້ນຳເອົາພວກຄົນທີ່ມີອຳນາດ​ຂອງ​ແຜ່ນ­ດິນນັ້ນໄປ,
\v 14 ເພື່ອ​ວ່າ​ຣາ­ຊອາ­ນາ­ຈັກ​ນັ້ນອາດ​ຈະກາຍມາຕົກຕ່ຳ ແລະ ບໍ່ອາດຍົກ​ຕົນເອງຂຶ້ນ​ອີກ­ໄດ້. ໂດຍການຮັກສາພັນນທະສັນຍາ ແຜ່ນດິນນັ້ນຈະຢູ່ລອດພົ້ນໄດ້.
\s5
\v 15 ແຕ່​ກະ­ສັດແຫ່ງເຢຣູຊາເລມໄດ້​ກະ­ບົດ​ຕໍ່ເຂົາ ໂດຍການ​ສົ່ງ​ຣາ­ຊະ­ທູດ​ໄປ​ຍັງ​ເອ­ຢິບ ​ດ້ວຍ​ຫວັງ­ວ່າ​ຈະ​ໄດ້​ມ້າຫລວງຫລາຍ ແລະ​ກອງ­ທັບ. ເຂົາຈະສຳເລັດຫລື? ເຂົາຜູ້ເຮັດສິ່ງເຫລົ່ານີ້ຈະຫນີພົ້ນຫລື? ຖ້າເຂົາລະເມີດພັນທະສັນຍາ ເຂົາຈະຫນີພົ້ນຫລື?
\v 16 ເຮົາ​ມີ­ຊີ­ວິດ​ຢູ່​ສັນ­ໃດ! — ນີ້ເປັນຄຳປະກາດຂອງພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າຊົງກ່າວ​ວ່າ — ຜູ້ນັ້ນຈະ​ຕ້ອງ​ຕາຍ​ໃນສະຖານທີ່ຂອງກະສັດ ຜູ້ໄດ້ຕັ້ງເຂົາໃຫ້ເປັນກະສັດຢ່າງແນ່ນອນ, ກະສັດຜູ້ຊຶ່ງ​ຫມິ່ນ­ປະ­ຫມາດ​ຄຳສາບານຂອງເຂົາ, ແລະ ຜູ້ທີ່ໄດ້​ລະ­ເມີດ​ຕໍ່​ພັນທະ­ສັນ­ຍາ​. ເຂົາຈະຕາຍໃນກາງນະຄອນບາບີໂລນ.
\s5
\v 17 ຟາ­ໂຣ​ພ້ອມ​ດ້ວຍ​ກອງ­ທະຫານກ້າ ແລະ ​ເຕົ້າໂຮມຜູ້ຊາຍຢ່າງຫລວງ­ຫລາຍ​ ເພື່ອການສົງ­ຄາມ ຈະບໍ່ຊ່ວຍປົກປ້ອງເຂົາໃນການສົງຄາມ, ເມື່ອກອງທັບ​ຂອງບາ­ບີ­ໂລນໄດ້ມີການ​ກໍ່­ສ້າງ​ປ້ອມ​ປາການ ແລະ ​ສ້າງກຳ­ແພງ​ອ້ອມ ​ເພື່ອ­ຈະ​ທຳ­ລາຍຊີວິດຢ່າງ​ຫລວງ­ຫລາຍ.
\v 18 ເພາະກະສັດ​ຫມິ່ນປະ­ຫມາດຄຳ​ສາບານຂອງເຂົາດ້ວຍການ​ລະ­ເມີດ​ພັນທະສັນ­ຍາ. ເບິ່ງ​ແມ໋, ເພາະເຂົາໄດ້ຍື່ນມື ເພື່ອສາບານຕົນ ແລະ ​ເຖິງວ່າເຂົາໄດ້​ເຮັດ​ສິ່ງ​ທັງ­ປວງ​ເຫລົ່າ​ນີ້ ເຂົາກໍຈະຫນີບໍ່​ພົ້ນ.
\s5
\v 19 ເພາະ­ສະ­ນັ້ນ ພຣະຢາເວອົງ­ພຣະ­ຜູ້­ເປັນ­ເຈົ້າ​ຊົງກ່າວ​ດັ່ງ­ນີ້​ວ່າ: ເຮົາ​ມີ­ຊີ­ວິດ​ຢູ່​ສັນ­ໃດ ມັນບໍ່ແມ່ນຄຳສາບານ​ຂອງ​ເຮົາ​ທີ່​ລາວ​ໄດ້ຫມິ່ນ­ປະ­ຫມາດ ແລະ ລະເມີດ​ພັນທະສັນ­ຍາ​​ແມ່ນບໍ? ເຮົາ​ຈະ​ນຳການລົງໂທດມາ​ຕົກ​ໃສ່​ຫົວ​ຂອງ​ລາວນັ້ນ!
\v 20 ເຮົາ​ຈະ​ກາງ​ແຫ​ຂອງ​ເຮົາ​ອອກຄຸບ​ລາວ, ແລະ​ ລາວ​ຈະ​ຕິດ​ກັບ​ດັກຂອງ​ເຮົາ. ແລ້ວ​ເຮົາ​ຈະ​ນຳ​ລາວ​ເຂົ້າ­ໄປ​ໃນ​ບາ­ບີ­ໂລນ ແລະ ພິ­ພາກ­ສາ​ລາວ​ຢູ່​ບ່ອນ­ນັ້ນສຳລັບການກະບົດຂອງລາວທີ່ລາວໄດ້​ທໍ­ລະ­ຍົດ​ຕໍ່​ເຮົາ.
\v 21 ສ່ວນພວກທີ່ລີ້­ໄພທັງຫມົດຂອງກອງທັບຈະ​ລົ້ມ­ລົງ​ດ້ວຍຄົມ​ດາບ, ແລະ​ ພວກ​ທີ່​ເຫລືອ​ຢູ່​ຈະ​ກະຈັດກະ­ຈາຍ​ໄປໃນ​ທຸກ​ທິດທຸກທາງ. ແລ້ວພວກ​ເຈົ້າ​ຈະ​ຮູ້­ວ່າ ​ເຮົາ​ແມ່ນ​ພຣະຢາເວ; ເຮົາໄດ້ປະກາດແລ້ວວ່າເຫດການນັ້ນຈະເກີດຂື້ນ.”
\s5
\v 22 ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າຊົງ​ກ່າວ​ດັ່ງ­ນີ້​ວ່າ: 'ດັ່ງນັ້ນ ເຮົາ​ເອງ​ຈະເປັນຜູ້​ເອົາປາຍ​ຂອງ​ຕົ້ນ​ແປກປັກ​ໄປ, ແລະ ເຮົາ​ຈະ​ເອົາໄປປັກຫ່າງຈາກງ່າ​ອ່ອນ​ທັງຫລາຍຂອງ​ມັນ. ເຮົາຈະຫັກມັນອອກ, ແລະ ​ເຮົາ​ເອງ​ຈະເປັນຄົນ​ປູກ​ມັນ​ໄວ້ຢູ່​ເທິງ​ພູ​ສູງ.
\v 23 ເຮົາ​ຈະ​ປູກ​ມັນ​ໄວ້ຢູ່​ເທິງ​ພູ­ເຂົາ​ສູງ​ຂອງ​ອິດສະຣາເອນ ເພື່ອມັນ­ຈະ​ແຕກ​ງ່າ ແລະ ​­ເກີດ​ຜົນ, ແລະ ມັນຈະກາຍເປັນ­ຕົ້ນ​ແປກ​ທີ່​ດີເລີດ ດັ່ງນັ້ນ ​ນົກ​ທຸກ​ຊະ­ນິດ​ຈະ​ມາ​ອາ­ໄສ​ຢູ່​ກ້ອງ​ມັນ. ນົກ​ທຸກ​ຊະ­ນິດ​ຈະ​ມາ​ເຮັດ​ຮັງ​ຢູ່​ທີ່​ຮົ່ມ​ກິ່ງ­ກ້ານ​ທັງຫລາຍຂອງ​ມັນ.
\s5
\v 24 ແລະ​ຕົ້ນ­ໄມ້​ທຸກ​ຕົ້ນ​ໃນ​ທົ່ງ​ຈະ​ຮູ້­ວ່າ ​ເຮົາ​ແມ່ນ​ພຣະຢາເວ­. ເຮົາຈະເຮັດ​ຕົ້ນ­ໄມ້​ທີ່ສູງ​ໃຫ້ເຕັຍ​ລົງ ແລະ​ ເຮັດຕົ້ນ­ໄມ້ທີ່​ເຕັຍໃຫ້​ສູງ​ຂຶ້ນ. ເຮົາຈະໃຫ້​ຕົ້ນ­ໄມ້​ທີ່ຂຽວ​ຫ່ຽວ­ແຫ້ງໄປ ແລະ ​ເຮັດໃຫ້​ຕົ້ນ­ໄມ້​ແຫ້ງ​ໃຫ້​ງາມ​ສົດ­ຊື່ນ. ເຮົາ​ແມ່ນ​ພຣະ­ຢາເວ, ເຮົາ​ໄດ້ປະກາດວ່າສິ່ງນີ້ຈະເກີດຂຶ້ນ; ແລະ ເຮົາກໍ​ໄດ້​ເຮັດ​ເຊັ່ນ​ນັ້ນ.”
\s5
\c 18
\cl ບົດທີ 18
\p
\v 1 ພຣະ­ຄຳຂອງພຣະຢາເວ​ຊົງ​ກ່າວມາເຖິງ​ຂ້າ­ນ້ອຍ, ກ່າວວ່າ,
\v 2 2 “ເຈົ້າຫມາຍຄວາມວ່າແນວໃດ, ເມື່ອເຈົ້າໄດ້ກ່າວເຖິງ​ຄຳ​ສຸ­ພາ­ສິດ​ທີ່ກ່ຽວຂ້ອງເຖິງຄົນ​ອິດສະຣາເອນ​ ແລະ ກ່າວວ່າ 'ພໍ່​ກິນ​ຫມາກ​ອະ­ງຸ່ນ​ສົ້ມ, ແລະ ແຕ່​ພວກ​ລູກທັງຫລາຍ​ຊ້ຳ­ພັດ​ເຂັດແຂ້ວ'?
\s5
\v 3 ເຮົາ​ມີ­ຊີ­ວິດ​ຢູ່​ແນ່­ນອນສັນໃດ — ນີ້ເປັນຄຳປະກາດຂອງພຣະຢາເວ ອົງ­ພຣະຜູ້­ເປັນ­ເຈົ້າ​ຊົງ​ກ່າວວ່າ — ​​ຈະບໍ່ມີໂອກາດໃດໆທີ່ເຈົ້າຈະໄດ້ກ່າວສຸພາສິດ​ນີ້ໃນ​ອິດສະຣາເອນ.
\v 4 ເບິ່ງແມ໋! ທຸກຊີ­ວິດ​ເປັນຂອງ​ເຮົາ — ຊີວິດຂອງພໍ່, ຊີ­ວິດ​ຂອງລູກຊາຍ, ແລະ​ ພວກເຂົາເປັນຂອງເຮົາ! ຈິດວິນຍານຜູ້ໃດມີ​ບາບ ຜູ້ນັ້ນ​ກໍຈະ​ຕ້ອງ​ຕາຍ!
\s5
\v 5 ສິ່ງໃດທີ່ສາມດເວົ້າໄດ້ກ່ຽວກັບຊາຍທີ່ຊອບທຳ ແລະ ຜູ້ດຳເນີນຕາມຄວາມຍຸດຕິທຳ ແລະ ຄວາມຊອບທຳ —
\v 6 ຖ້າຄົນນັ້ນບໍ່ໄດ້ກິນຢູ່ເທິງພູ ແຫລະບໍ່ໄດ້ແນມເບິ່ງຮູບເຄົາລົບທັງຫລາຍຂອງເຊື້ອສາຍອິດສະຣາເອນ, ແລະ ບໍ່​ໄດ້ເຮັດສິ່ງທີ່ເປັນມົນທິນກັບເມຍ​ເພື່ອນບ້ານ, ຫລືເຂົ້າຫາຜູ້ຍິງໃນເວລາ​ທີ່​ເປັນປະຈຳເດືອນ, ຜູ້ນັ້ນເປັນຊາຍຊອບທຳຢ່າງນັ້ນຫລື?
\s5
\v 7 ສິ່ງທີ່ສາມາດກ່າວໄດ້ຄື ເຂົາບໍ່ໄດ້ບີບ­ບັງຄັບຄົນ​ຫນຶ່ງ​ຄົນ​ໃດ, ແຕ່​ຄືນຂອງ​ຈຳ­ນຳ​​ໃຫ້​ແກ່​ລູກ​ຫນີ້, ແລະ ເຂົາບໍ່ເຄີຍປຸ້ນຊັບ, ແຕ່ໃຫ້​ອາ­ຫານ​ແກ່​ຜູ້​ທີ່​ອຶດ­ຢາກ ແລະ ​ໃຫ້​ເສື້ອ­ຜ້າ​ແກ່​ຜູ້​ທີ່​ເປືອຍກາຍ, ເຂົາເປັນຄົນຊອບທຳຫລືບໍ?
\v 8 ສິ່ງທີ່ສາມາດກ່າວໄດ້ຄື ຜູ້ໃດທີ່ໃຫ້ຢືມເງິນໂດຍບໍ່​ເອົາ​ດອກ­ເບ້ຍຫລາຍເກີນໄປ, ແລະ ເຂົາກໍບໍ່ເອົາກຳໄລຫລາຍເກີນໄປຈາກສິ່ງທີ່ເຂົາຂາຍເຊັ່ນນັ້ນຫລື? ມີການເວົ້າເຖິງເຂົາວ່າ ເຂົາດຳເນີນຕາມຄວາມ­ຍຸດ­ຕິ­ທຳ​ ແລະ ສັດຊື່ລະຫວ່າງ ຄົນດ້ວຍກັນ
\v 9 ຖ້າຄົນຜູ້ນັ້ນເດີນຕາມກົດບັນຍັດທັງຫລາຍຂອງເຮົາ ແລະ ​ເຮັດ​ຕາມ​ທຳບັນຍັດ​ຂອງ​ເຮົາ​ດ້ວຍ​ຄວາມ​ສັດຊື່ສຸດຈະລິດ, ແລ້ວຄຳສັນຍາສຳລັບ​ຄົນ​ຊອບ­ທຳນີ້ກໍຄື: ເຂ​ົາຈະ​ມີ­ຊີ­ວິດ​ຢູ່່ຢາງແນ່ນອນ!—ນີ້ເປັນຄຳປະກາດຂອງພຣະຢາເວ ອົງພຣະ­ຜູ້­ເປັນ­ເຈົ້າ.
\s5
\v 10 ແຕ່ຖ້າຜູ້­ນັ້ນ​ມີ​ລູກ­ຊາຍ​ທີ່ໃຊ້ຄວາມຮຸນແຮງ ຜູ້ທີ່ເຮັດໃຫ້ເລືອດອອກ ແລະ ເຮັດ​ສິ່ງຫນຶ່ງສິ່ງໃດໃນສິ່ງເຫລົ່ານັ້ນ,
\v 11 ແມ່ນວ່າ ຜູ້ເປັນ​ພໍ່​ຂອງ­ຕົນກໍ​ບໍ່​ເຄີຍ​ເຮັດໃນ​ສິ່ງເຫລົ່ານີ້ຈັກເທື່ອເລີຍ, ແຕ່ເຂົາກິນອາຫານຢູ່ເທິງພູເຂົາ, ແລະ ເຂົາລໍ້­ລວງ​​ເມຍ​ຂອງເພື່ອນບ້ານ, ຈະເວົ້າກັບເຂົາວ່າແນວໃດ?
\s5
\v 12 ຊາຍຄົນນີ້ບັງ­ຄັບ​ສໍ້​ໂກງ​ຄົນ​ຍາກ­ຈົນ ແລະ ຄົນຂັດສົນ, ແລະ ໃຊ້​ຄວາມ​ຮຸນ­ແຮງ​ ແລະ ຍາດ​ຊີງ​ເຄື່ອງ​ຂອງ​ຄົນ​ອື່ນ, ແລະ ບໍ່­ຍອມ​ຄືນ​ຂອງ​ໃຫ້​ແກ່​ຜູ້​ເອົາ​ມາ​ຈຳ­ນຳ, ແລະ ຕາຂອງເຂົາເພັ່ງເບິ່ງ​ຮູບ​ເຄົາ­ລົບ ແລະ ເຮັດ​ສິ່ງ​ທີ່​ຫນ້າ​ລັງກຽດທັງຫລາຍ,
\v 13 ແລະ ເຂົາໃຫ້​ຄົນ​ຢືມ​ເງິນ​ເພື່ອ​ເອົາ​ດອກ­ເບ້ຍສູງກວ່າເຫດ ແລະ​ເຂົາຫາກຳໄລຫລາຍເກີນຈາກສິ່ງທີ່ເຂົາຂາຍ, ຄົນນີ້​ຄວນ​ຈະ​ມີ­ຊີ­ວິດ​ຢູ່​ ຫລືຢ່າງໃດ? ແນ່ນອນວ່າ ເຂົາຈະບໍ່ມີ­ຊີ­ວິດ​ຢູ່​­! ເຂົາຈະຕາຍຢ່າງແນ່ນອນ ແລະ ເລືອດຂອງເຂົາຈະຕົກເທິງເຂົາ ເພາະເຂົາໄດ້ເຮັດໃນສິ່ງຫນ້າກຽດຊັງທັງຫລາຍເຫລົ່ານີ້.
\s5
\v 14 ບັດ­ນີ້ ເບິ່ງແມ໋! ສົມ­ມຸດ​ວ່າ​ ມີຊາຍຜູ້​ຫນຶ່ງ​ມີ​ລູກ­ຊາຍ​ຄົນຫນຶ່ງ, ແລະ ລູກ­ຊາຍ​ຂອງເຂົາ ກໍໄດ້ເຫັນຄວາມບາບທັງຫລາຍທີ່ພໍ່ໄດ້ເຮັດ, ແລະ ແມ່ນວ່າເຂົາໄດ້ເຫັນ, ແຕ່​ເຂົາກໍບໍ່­ໄດ້​ເຮັດ​ຕາມສິ່ງເຫລົ່ານັ້ນ.
\v 15 ລູກຊາຍຜູ້ນັ້ນ ບໍ່ໄດ້ກິນອາຫານທີ່ສະຖານບູຊາເທິງພູເຂົາ ຫລືເຂົາບໍ່ໄດ້ຫລຽວເບິ່ງ​ຮູບ​ເຄົາ­ລົບ​ທັງຫລາຍຂອງເຊື້ອສາຍ​ອິດສະຣາເອນ, ແລະເຂົາບໍ່​ລໍ້­ລວງ​ເມຍ​ຂອງເພື່ອນບ້ານ, ຈະເວົ້າເຖິງຄົນນັ້ນວ່າແນວໃດ?
\s5
\v 16 ລູກຊາຍຄົນນັ້ນບໍ່ໄດ້ບັງ­ຄັບ​ສໍ້​ໂກງ​ຜູ້ຫນຶ່ງຜູ້ໃດ, ຫລື ​ຢຶດເອົາສັນຍາ, ຫລື ລັກເອົາເຄື່ອງຂອງ, ​ແຕ່ເອົາອາ­ຫານໃຫ້​ແກ່​ຜູ້​ທີ່​ຫິວໂຫຍ ​ແລະ​ ໃຫ້​ເສື້ອ­ຜ້າ​ແກ່​ຜູ້​ທີ່​ເປຶອຍກາຍ.
\v 17 ລູກຊາຍຄົນນັ້ນ ບໍ່ໄດ້ບີບບັງຄັບຜູ້ໃດ­ ຫລື ເອົາ​ດອກ­ເບ້ຍ​ສູງເກີນເຫດ ຫລື ຫາກຳໄລຈາກການກູ້ຢືມຫລາຍເກີນໄປ, ແຕ່ເຂົາເຊື່ອຟັງຄຳ​ສັ່ງ​ຂອງ​ເຮົາ ແລະ ການປະພຶດຕາມພຣະທຳຂອງເຮົາ; ລູກຊາຍຄົນນັ້ນ ຈະ​ບໍ່​ຕາຍ ​ຍ້ອນຄວາມ​ບາບ​ຂອງ​ພໍ່​ລາວ: ລາວ​ຈະ​ມີ­ຊີ­ວິດ​ຢູ່​ຢ່າງ​ແນ່ນອນ!
\s5
\v 18 ສ່ວນ​ພໍ່​ຂອງເຂົາ, ຫາເງິນດ້ວຍການບັງຄັບ​ສໍ້​ໂກງຄົນອຶ່ນໆ ໂດຍການຂີ້­ລັກຊັບສິນ ແລະ ຍາດຊິງພ່ີ່ນ້ອງ, ແລະ​ ເຮັດການບໍ່ດີທ່າມກາງປະຊາຊົນຂອງເຂົາ — ເບິ່ງແມ໋, ​ລາວຈະຕາຍ​ຍ້ອນ​ບາບ​ຂອງຕົນ.
\s5
\v 19 ແຕ່​ເຈົ້າ​ຖາມ­ວ່າ, 'ເປັນ­ຫຍັງ​ລູກ­ຊາຍ​ຈຶ່ງ​ບໍ່­ໄດ້​ຮ່ວມຮັບ­ໂທດ​ຍ້ອນຄວາມຜິດ​ຂອງ​ພໍ່?' ເພາະ​ລູກ­ຊາຍ​ໄດ້ເຮັດສິ່ງທີ່ຖືກຕ້ອງ ແລະ​ ຊອບ­ທຳ ແລະ ໄດ້​ເຮັດຮັກສາກົດບັນຍັດຂອງເຮົາທັງຫມົດ; ແລະ ລາວໄດ້​ປະ­ພຶດ​ຕາມ​ຢ່າງຄົບຖ້ວນ. ດັ່ງ­ນັ້ນ ລາວ​ຈຶ່ງ​ຈະ​ມີ­ຊີ­ວິດ​ຢູ່​ຢ່າງ​ແນ່ນອນ!
\v 20 ຜູ້­ໃດ​ເຮັດ​ບາບ​, ຜູ້­ນັ້ນ​ຈະ​ຕ້ອງ​ຕາຍ. ລູກຊາຍບໍ່​ຕ້ອງ​ໄດ້​ຮ່ວມຮັບ­ໂທດ​ຍ້ອນ​ຄວາມຜິດຂອງ​ພໍ່, ແລະ​ ພໍ່​ຈະບໍ່ໄດ້ຮ່ວມຮັບ­ໂທດ​ຍ້ອນຄວາມຜິດ​ຂອງ​ລູກ​ຊາຍ. ຄົນຊອບທຳຈະໄດ້ຮັບຜົນແຫ່ງຄວາມຊອບທຳຂອງເຂົາເອງ, ແລະ ​ຄົນ​ຊົ່ວ​ກໍ​ຈະ​ໄດ້­ຮັບການລົງໂທດຈາກການ​ຊົ່ວຮ້າຍຂອງເຂົາເອງ.
\s5
\v 21 ຖ້າ​ຫາກຄົນ​ຊົ່ວ​ຫັນຫນີຈາກ​ບາບທັງຫລາຍທີ່ລາວເຮັດ, ແລະ ຮັກສາການ​ປະ­ພຶດ​ຕາມ​ພຣະ­ທຳ​ຂອງ​ລາວ ແລະເຮັດ​ແຕ່​ສິ່ງທີ່ຖືກຕອ້ງ ແລະ ​ຊອບ­ທຳ, ແລ້ວລາວຈະມີຊີວິດ ແລະ​ບໍ່​ຕາຍ.
\v 22 ການລະເມີດທັງສີ້ນທີ່ລາວໄດ້ເຮັດ ຈະບໍ່ຖືກຈົດຈຳ ແລະ ບໍ່ນຳມາເປັນຂໍ້ລົງໂທດລາວ. ລາວຈະມີ​ຈະ​ມີ­ຊີ­ວິດ​ຢູ່ ​ເພາະ­ວ່າ​ສິ່ງ​ຊອບທຳທີ່ເຂົາໄດ້ເຮັດ.”
\s5
\v 23 ນີ້ເປັນຄຳປະກາດຂອງພຣະຢາເວ ອົງພຣະ­ຜູ້­ເປັນ­ເຈົ້າ- ເຮົາມີຄວາມຊື່ນຊົມຍິນດີໃນຄວາມຕາຍຂອງຄົນຊົ່ວຮ້າຍ ແຕ່ເຮົາຈະບໍ່ຍິນດີ — ໃນການຫັນຫນີຈາກທາງຂອງຕົນເພື່ອມີ­ຊີ­ວິດ​ຢູ່​ຫລື?
\s5
\v 24 ແຕ່​ຖ້າ​ຄົນ​ຊອບ­ທຳ​ຫັນຫນີຈາກຄວາມຊອບທຳຂອງລາວ ໄປເຮັດບາບ ແລະ ເຮັດ​ສິ່ງ​ທີ່​ຫນ້າກຽດຫນ້າຊັງທັງຫລາຍ​ເຊັ່ນ​ດຽວ​ກັນ­ກັບ​ຄົນ​ຊົ່ວ ລາວ​ຈະ​ມີ­ຊີ­ວິດ​ຢູ່​ໄດ້ຫລື? ຄວາມຊອບທຳທັງຫລາຍທີ່ລາວໄດ້ເຮັດ ຈະບໍ່ເປັນສິ່ງຈົດຈຳ ເມື່ອລາວທໍລະຍົດເຮົາໃນການກະບົດຂອງລາວ. ດັ່ງນັ້ນ ລາວຈະຕາຍໃນຄວາມບາບທັງຫລາຍທີ່ລາວໄດ້ເຮັດ.
\s5
\v 25 ແຕ່​ເຈົ້າຍັງເວົ້າ​ວ່າ, 'ວິທີທາງຂອງອົງພຣະ­ຜູ້­ເປັນ­ເຈົ້າ​ບໍ່​ຍຸດ­ຕິ­ທຳ!' ເຊື້ອສາຍ​ອິດສະຣາເອນ​ເອີຍ! ຈົ່ງ​ຟັງ​ເຖີດ, ວິທີທາງຂອງເຮົາ​ບໍ່​ຍຸດ­ຕິ­ທຳ​ຊັ້ນ​ບໍ?
\v 26 ເມື່ອຄົນຊອບທຳຫັນຫນີຈາກຄວາມຊອບທຳຂອງລາວ, ແລະເຮັດການຊົ່ວຮ້າຍ ແລະ ຕາຍຍ້ອນສິ່ງເຫລົ່ານັ້ນ, ແລ້ວລາວຈະຕາຍຍ້ອນການຊົ່ວທັງຫລາຍທີ່ລາວໄດ້ເຮັດໄປນັ້ນ.
\s5
\v 27 ແຕ່ເມື່ອ​ຄົນ​ຊົ່ວ​ຫັນຫນີ​ຈາກຄວາມຊົ່ວຂອງລາວທີ່ໄດ້ເຮັດໄປແລ້ວ ແລະ ກັບມາ​ເຮັດ​ສິ່ງຍຸດຕິທຳ ແລະ ​ຊອບ­ທຳ, ແລ້ວເຂົາຈະຮັກສາ​ຊີ­ວິດ​ຂອງລາວໄວ້ໄດ້.
\v 28 ເພາະ­ລາວໄດ້ເຫັນ ແລະຫັນຫນີຈາກການທັງປວງ ທີ່ລາວໄດ້ເຮັດແລ້ວນັ້ນ. ລາວຈະມີຊີິວິດຢູ່ຢ່າງແນ່ນອນ ແລະ ລາວຈະບໍ່ຕາຍ.
\s5
\v 29 ແຕ່ເຊື້ອສາຍອິດສະຣາເອນຍັງກ່າວວ່າ, 'ວິທີທາງຂອງອົງພຣະ­ຜູ້­ເປັນ­ເຈົ້າ​​ບໍ່​ຍຸດ­ຕິ­ທຳ!' ປະຊາຊົນອິດສະຣາເອນເອີຍ, ວິທີທາງຂອງເຮົາ​ບໍ່​ຍຸດ­ຕິ­ທຳ​ຊັ້ນ​ບໍ? ວິ­ທີ​ທາງຂອງພວກເຈົ້າຕ່າງຫາກທີ່ບໍ່​ຍຸດຕິທຳ ບໍ່ແມ່ນຫລື?
\v 30 ດັ່ງນັ້ນ ເຮົາຈະຕັດສິນເຈົ້າແຕ່ລະຄົນຕາມການກະທຳຂອງເຂົາ ເຊື້ອສາຍອິດສະຣາເອນ​ເອີຍ —ນີ້ເປັນຄຳປະກາດຂອງພຣະຢາເວ ອົງພຣະຜູ້ເປັນເຈົ້າ. ຈົ່ງກັບໃຈໃຫມ່ ແລະ ຫັນຫນີຈາກການລະເມີດທັງສີ້ນຂອງພວກເຈົ້າ ເພື່ອການລະເມີດເຫລົ່ານັ້ນ ຈະບໍ່ເປັນຫີນສະດຸດແຫ່ງການຊົ່ວຕໍ່ສູ້ເຈົ້າ.
\s5
\v 31 ຈົ່ງປະຖີ້ມການລ່ວງລະເມີດທັງປວງທີ່ພວກເຈົ້າເຮັດນັ້ນ; ຈົ່ງຮັບເອົາ​ຈິດ­ໃຈ​ ແລະ ວິນຍານໃຫມ່​ເສຍ. ເຊື້ອສາຍ ອິດສະຣາເອນ​ເອີຍ, ຫລື ເປັນຫຍັງ​ເຈົ້າຈຶ່ງ​ຢາກ​ຕາຍ?
\v 32 ເພາະເຮົາບໍ່ໄດ້ເພິງພໍໃຈໃນຄວາມຂອງຜູ້ຫນຶ່ງຜູ້ໃດ — ຈົ່ງກັບໃຈໃຫມ່ ແລະ ມີຊີວິດຢູ່ເຖີດ!" — ນີ້ເປັນຄຳປະກາດຂອງພຣະຢາເວອົງພຣະຜູ້ເປັນເຈົ້າ.
\s5
\c 19
\cl ບົດທີ 19
\p
\v 1 "ບັດນີ້, ​ເຈົ້າ​ຈົ່ງ​ເປັ່ງ­ສຽງ​ຮ້ອງເພງ​ຄ່ຳ​ຄວນຕໍໍ່ສູ້​​ຜູ້ນໍາທັງຫລາຍຂອງອິດສະຣາເອນ.
\v 2 ແລະເວົ້າ​ວ່າ, 'ແມ່​ຂອງ​ເຈົ້າ​ແມ່ນໃຜ? ​ສິງໂຕແມ່, ນາງຢູ່ກັບລູກສິງໂຕຜູ້; ​ຢູ່​ທ່າມ­ກາງ​ໂຕ​ສິງ​ຫນຸ່ມ ແລະ ນາງ​ລ້ຽງ​ດູ​ລູກໆ​ຂອງ​ນາງ.
\v 3 ນາງຄືຫນຶ່ງໃນບັນດາຜູ້​ລ້ຽງລູກ​ສິງຂອງນາງ ໃຫ້​ເຕີບ​ໃຫຍ່​ ກາຍ­ເປັນ​ສິງ​ຫນຸ່ມ, ໂຕສິງ​ທີ່​ຝຶກ​ໃນການ​ຈີກ​ເຫຍື່ອຂອງມັນ ແລະ​ ມັນກັດ​ກິນເຫຍື່ອດ້ວຍຄວາມຫິວໂຫຍ.
\v 4 ແລ້ວບັນດາປະ­ຊາ­ຊາດກໍ​ໄດ້­ຍິນ​ກ່ຽວກັບ​ສິ່ງນັ້ນ. ມັນ​ກໍ​ຖືກຈັບ​​ໃນ​ກັບດັກ​ຂອງ​ພວກ­ເຂົາ, ແລະພວກ­ເຂົາ​ລ່າມ​ໂສ້​ໄວ້ ແລະນຳ​ມັນ​ມາ­ຍັງ​ແຜ່ນ­ດິນ​ເອ­ຢິບ.
\s5
\v 5 ແລ້ວແມ່​​ສິງ​ເຫັນ​ວ່າ​ ເຖິງວ່ານາງ​ຄອງຄອຍການກັບມາຂອງມັນ​ດົນນານ​ແລ້ວ, ແຕ່​ຄວາມ​ຫວັງ​ຂອງ​ນາງໄດ້​ສູນ​ໄປ, ດັ່ງນັ້ນ ນາງ​ກໍ​ເອົາ​ລູກ​ສິງ​ໂຕ​ອື່ນມາອີກ ແລະ ລ້ຽງມັນໃຫ້ກາຍ­ເປັນ​ສິງ​ຫນຸ່ມ.
\v 6 ສິງ​ຫນຸ່ມຕົວນີ້ ທ່ອງທ່ຽວໄປມາໃນ​ທ່າມ­ກາງ​ຝູງ​ສິງທັງຫລາຍ. ມັນ​­ເປັນ​​ສິງຫນຸ່ມ ແລະ ​ມັນໄດ້ຮຽນແລະເຝິກ​ການຈີກ​ເຫຍື່ອຂອງມັນ; ມັນໄດ້​ກັດກິນ​ບັນດາມະນຸດ.
\v 7 ມັນ​ໄດ້ຈັບຍິງແມ່ຫມ້າຍທັງຫລາຍຂອງພວກເຂົາ ແລະ ທຳລາຍເມືອງທັງຫລາຍຂອງພວກເຂົາ. ແຜ່ນ­ດິນນັ້ນກໍຖືກຮົກຮ້າງ ເພາະ​ດ້ວຍໄດ້ຍິນສຽງຮ້ອງຄໍ່າລາມຂອງມັນ.
\s5
\v 8 ແຕ່​ບັນ­ດາ​ປະ­ຊາ­ຊາດ​ຈາກແຄວ້ນ​ທັງ­ປວງ​ອ້ອມຮອບ​ຕໍ່­ສູ້​ມັນ­; ພວກ­ເຂົາ​​ກາງ​ແຫ​ອອກ​ຄຸບ​ມັນ. ມັນ​ກໍ​ຖືກ​ຈັບ​ຢູ່­ໃນ​ກັບດັກ​ຂອງ​ພວກ­ເຂົາ​.
\v 9 ພວກ­ເຂົາ​ລ່າມ​ໂສ້​ມັນໄວ້ ແຫລະເອົາ​ມັນ​​ໄວ້​ໃນ​ກົງ ແລ້ວ​ນຳ​ມັນໄປໃຫ້​ກະ­ສັດ​ບາ­ບີ­ໂລນ. ພວກ­ເຂົາ​ກໍ​ຂັງ​ມັນ​ໄວ້​ໃນ​ທີ່​ປ້ອມອັນ​ເຂັ້ມ­ແຂງ ເພື່ອ​ບໍ່​ໃຫ້​ໄດ້­ຍິນ​ສຽງ​ຂອງ​ມັນ​ອີກ​ຢູ່​ເທິງ​ພູ­ເຂົາ​ແຫ່ງ​ອິດສະຣາເອນ.
\s5
\v 10 ແມ່​ຂອງ​ເຈົ້າ​ເຫມືອນກັບ​ເຄືອ​ອະ­ງຸ່ນ​ທີ່ປູກໃນສາຍເລືອດຂ້າງແມ່​ນ້ຳ. ມັນມີ​ຫມາກ​ດົກ ແລະ ​ມີ​ກິ່ງກ້ານ​ຫລວງ­ຫລາຍ​ຍ້ອນ​ມີ​ນ້ຳ​ບໍ­ລິ­ບູນ.
\v 11 ມັນ​ມີ​ກິ່ງ​ກ້ານ​ທີ່​ແຂງ­ແຮງ ຊຶ່ງ​ກາຍ­ເປັນ​ໄມ້­ຄ້ອນ­ເທົ້າ​ຂອງ​ຜູ້­ປົກ­ຄອງ, ແລະ ມັນ​ສູງທ່າມກາງ​ກິ່ງກ້ານ​ທີ່ຕຶບ​ຫນາ, ແລະ ຄວາມ​ສູງ​ຂອງ​ມັນ ກໍໄດ້ເປັນທີ່ພົບເຫັນໂດຍໃບດົກຫນາຂອງມັນ.
\s5
\v 12 ແຕ່­ວ່າ​ມັນ​ຖືກ​ຖອນ​ອອກ​ດ້ວຍ​ຄວາມ​ຄວາມໂກດຮ້າຍ ແລະ​ ຖືກ​ຖິ້ມ​ລົງ​ພື້ນ­ດິນ, ແລະ ລົມທາງທິດ​ຕາ­ເວັນ​ອອກ​ ເຮັດ­ໃຫ້​ຜົນ​ຂອງ​ນມັນຫ່ຽວ­ແຫ້ງໄປ. ກິ່ງກ້ານ​ທີ່​ແຂງ­ແຮງ​ກໍ​ຫັກ ແລະ​ຫ່ຽວ­ແຫ້ງ​ໄປ ແລະ ໄຟ​ກໍ​ໄຫມ້ມັນເສຍ.
\v 13 ບັດ­ນີ້ ມັນຖືກ​ປູກ​ໄວ້​ໃນ​ຖິ່ນ­ແຫ້ງ­ແລ້ງ​ກັນ­ດານ, ໃນ​ແຜ່ນ­ດິນ​ທີ່​ແຫ້ງ­ແລ້ງ​ ແລະກະຫາຍ​ນ້ຳ.
\s5
\v 14 ໄຟ​ກໍໄດ້​ລາມ​ມາ​ຈາກ​ກິ່ງກ້ານ​ໃຫຍ່​ຂອງມັນ ແລະ ເຜົາໄຫມ້​ກິ່ງກ້ານ​ອື່ນໆ​ ແລະ ​ຫມາກມັນ​ຈົນ​ຫມົດ. ຈຶ່ງ​ບໍ່­ມີ​ກິ່ງກ້ານທີ່​ແຂງ­ແຮງ​ເຫລືອ​ຢູ່­ໃນ​ຕົ້ນ​ອີກຕໍ່ໄປ, ບໍ່­ມີ​ໄມ້ຄ້ອນເທົ້າສຳ­ລັບ​ການ­ປົກ­ຄອງ.' ນີ້​ເປັນ​ບົດ​ເພງ­ຄ່ຳ­ຄວນ ແລະ ຈະ​ໃຊ້​ສຳລັບຮ້ອງເປັນ​ບົດ​ເພງ­ຄ່ຳ­ຄວນບົດຫນຶ່ງ.”
\s5
\c 20
\cl ບົດທີ 20
\p
\v 1 ສິ່ງນີ້ເກີດຂື້ນໃນ​ວັນ­ທີ​ສິບ, ເດືອນ​ທີ​ຫ້າ, ​ໃນ​ປີ​ທີ​ເຈັດ, ທີ່ພວກ​ຜູ້­ໃຫຍ່​ຂອງ​ອິດສະຣາເອນ​ບາງ​ຄົນ​ໄດ້​ມາ​ທູນ​ຖາມ​ພຣະ­ຢາເວ ແລະ ​ພວກເຂົາໄດ້​ນັ່ງ​ຢູ່​ຕໍ່­ຫນ້າ​ເຮົາ.
\s5
\v 2 ແລ້ວພຣະ­ທຳ​ຂອງ​ພຣະ­ຢາເວ​ມາ​ເຖິງ​ຂ້າ­ນ້ອຍ​, ກ່າວວ່າ,
\v 3 “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ຈົ່ງ​ເວົ້າ­ກັບ​ພວກ​ຜູ້­ໃຫຍ່​ຂອງອິດສະຣາເອນ ແລະ​ ກ່າວ​ແກ່​ພວກ­ເຂົາ​ວ່າ, 'ພຣະຢາເວອົງ­ພຣະ­ຜູ້­ເປັນ­ເຈົ້າ​ ຊົງກ່າວ​ດັ່ງ­ນີ້​ວ່າ: ພວກເຈົ້າ​ມາ​ຈະ​ມາ​ສອບຖາມ​ເຮົາ​ບໍ? ຢ່າງທີ່ເຮົາ​ມີ­ຊີ­ວິດ​ຢູ່ສັນ­ໃດ, ເຮົາ​ຈະ​ບໍ່­ຖືກສອບຖາມດ້ວຍພວກເຈົ້າສັນນັ້ນ! —​ ນີ້ເປັນຄຳປະກາດຂອງພຣະຢາເວ ອົງພຣະຜູ້ເປັນເຈົ້າ.'
\s5
\v 4 ເຈົ້າ​ຈະ​ພິ­ພາກ­ສາ​ພວກ­ເຂົາ​ບໍ? ບຸດ​ແຫ່ງ​ມະ­ນຸດ​ເອີຍ, ເຈົ້າ​ຈະ​ພິ­ພາກ­ສາ​​ບໍ? ຈົ່ງ​ໃຫ້ພວກຂົາ​ຮູ້​ເຖິງ​ຄວາມ​ຫນ້າ​ກຽດ­ຊັງ​ຂອງ​ບັນ­ພະ­ບູ­ລຸດ​ຂອງ​ພວກເຂົາ.
\v 5 ​ຈົ່ງ​ກ່າວ​ແກ່​ພວກ­ເຂົາ​ວ່າ, 'ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າຊົງກ່າວ​ດັ່ງ­ນີ້​ວ່າ: ໃນ​ວັນ​ນັ້ນ​ເມື່ອ​ເຮົາ​ເລືອກ​​ອິດສະຣາເອນ​ໄວ້ ແລະ ເຮົາໄດ້ຍົກມື​ສາບານ​ຕໍ່ລູກຫລານຂອງ​ເຊື້ອ­ສາຍ​ຂອງ​ຢາ­ໂຄບ, ແລະ ໄດ້ສະ­ແດງ​ຕົນ​ໃຫ້​ພວກ­ເຂົາ​ຮູ້­ຈັກ​ໃນ​ແຜ່ນ­ດິນ​ເອ­ຢິບ, ເມື່ອ​ເຮົາຍົກມືຂອງເຮົາຂື້ນສາບານ​ກັບ​ພວກ­ເຂົາ​ວ່າ, ເຮົາໄດ້ກ່າວວ່າ, "ເຮົາ​ເປັນພຣະຢາເວ​ພຣະ­ເຈົ້າ​ຂອງ​ພວກເຈົ້າ"—
\v 6 ໃນ​ວັນ​ນັ້ນ ເຮົາ​ຍົກມືຂອງເຮົາຂື້ນສາບານ​ຕໍ່​ພວກ­ເຂົາ​ວ່າ ເຮົາ​ຈະ​ນຳ​ພວກ­ເຂົາ​ອອກ­ຈາກ​ແຜ່ນ­ດິນ​ເອ­ຢິບ ​ໄປ​ຍັງ​ແຜ່ນ­ດິນ​ທີ່​ເຮົາ​ໄດ້ຈັດຕຽມໄວ້​ໃຫ້​ພວກ­ເຂົາຢ່າງລະມັດລະວັງ. ເປັນ​ແຜ່ນ­ດິນ​ທີ່​ມີ​ນ້ຳ​ນົມ ແລະ​ ນ້ຳ­ເຜິ້ງ​ໄຫລ​ບໍ­ລິ­ບູນ; ມັນເປັນ​ເຄື່ອງປະດັບທີ່ສວຍທີ່ສຸດໃນບັນດາ​ແຜ່ນ­ດິນ​ທັງ­ຫລາຍ.
\s5
\v 7 ແລະ​ເຮົາ​ກ່າວ​ແກ່​ພວກ­ເຂົາ​ວ່າ, "ໃຫ້ພວກເຈົ້າແຕ່ລະຄົນ​ຈົ່ງ​ຖິ້ມ​ສິ່ງ​ທີ່​ຫນ້າ​ກຽດ­ຊັງໄປຈາກສາຍ​ຕາ​ຂອງ​ເຂົາເສຍ ແລະ ຮູບ​ເຄົາ­ລົບທັງຫລາຍ​ຂອງ​ເອ­ຢິບນຳ. ຢ່າໃຫ້ໂຕຂອງເຈົ້າເປັນມົນທິນ; ເຮົາ​ແມ່ນ​ພຣະຢາເວ ອົງພຣະ­ເຈົ້າ​ຂອງພວກ​ເຈົ້າ."
\s5
\v 8 ແຕ່​ພວກ­ເຂົາ​ໄດ້​ກະ­ບົດ​ຕໍ່​ເຮົາ ແລະ​ ບໍ່­ຍອມ​ເຊື່ອຟັງ​ເຮົາ. ພວກ­ເຂົາ​ແຕ່ລະຄົນບໍ່ຍອມປະ​ຖິ້ມ​ສິ່ງ​ທີ່​ຫນ້າ​ກຽດ­ຊັງໄປຈາກສາຍຂອງເຂົາເສຍ ຫລື ປະຖິ້ມຮູບ​ເຄົາ­ລົບ​ທັງຫລາຍຂອງ​ເອ­ຢິບ, ດັ່ງນັ້ນ ​ເຮົາ​ຕັ້ງໃຈທີ່​ຈະຖອກເທຄວາມ​ໂກດຮ້າຍ​ຂອງ​ເຮົາ​ອອກ​ເຫນືອ​ພວກ­ເຂົາ ເພື່ອໃຫ້ສະສົມກັບ​ຄວາມໂກດ​ຮ້າຍ​ຂອງ​ເຮົາ​ມີ​ຕໍ່​ພວກ­ເຂົາໃນ​ທ່າມ­ກາງ​ແຜ່ນ­ດິນ​ເອ­ຢິບ.
\v 9 ເຮົາ​​ເຮັດເພື່ອ​​ເຫັນ­ແກ່​ນາມ​ຂອງ​ເຮົາ ເພື່ອຈະ​ບໍ່ຍອມໃຫ້ພຣະນາມນັ້ນຖືກຫມິ່ນປະຫມາດໃນສາຍຕາ​ປະ­ຊາ­ຊາດທັງປວງ ທີ່​ອາ­ໄສ​ຢູ່ທີ່ນັ້ນ. ເຮົາ​ຈຶ່ງ​ໄດ້​ສະ­ແດງ​ຕົນ​ໃຫ້ພວກເຂົາຮູ້, ແລະ ເຫັນດ້ວຍສາຍຕາຂອງພວກເຂົາໂດຍການນຳພວກເຂົາອອກ​ມາ​ຈາກ​ແຜ່ນ­ດິນ​ເອ­ຢິບ.
\s5
\v 10 ດັ່ງ­ນັ້ນ ເຮົາ​ໄດ້ສົ່ງ​ພວກ­ເຂົາ​ອອກໄປ­ຈາກ​ແຜ່ນ­ດິນ​ເອ­ຢິບ​ແລະ ​ນຳ​ພວກເຂົາ​ມາ​ຍັງ​ຖິ່ນ­ແຫ້ງ­ແລ້ງ​ກັນ­ດານ.
\v 11 ເຮົາໄດ້​ໃຫ້​ກົດເກນຂອງ​ເຮົາ​ແກ່​ພວກ­ເຂົາ ແລະ ​ກົດບັນຍັດ​ຂອງ​ເຮົາ​ໃຫ້​ພວກ­ເຂົາ​ຮູ້ ເພື່ອແຕ່ລະຄົນໄດ້ມີ​ຊີ­ວິດ​ຢູ່ ຖ້າພວກເຂົາເຊື່ອງຟັງສິ່ງເຫລົ່ານັ້ນ.
\v 12 ແລ້ວເຮົາໄດ້ໃຫ້ບັນດາ​ສະ­ບາ​ໂຕ​ຂອງ​ເຮົາ​ແກ່​ພວກ­ເຂົາ ເພື່ອເປັນ​ຫມາຍ​ສຳ­ຄັນ​ລະ­ຫວ່າງ​ເຮົາ ແລະ ​ພວກ­ເຂົາ​, ເພື່ອ​ພວກ­ເຂົາ​ຈະ​ຮູ້­ວ່າ ເຮົາ​ແມ່ນພຣະຢາເວ ເປັນ​ຜູ້​ເຮັດ­ໃຫ້​ພວກເຂົາ​ບໍ­ຣິສຸດ.
\s5
\v 13 ແຕ່​ເຊື້ອ­ສາຍ​ອິດສະຣາເອນ​ໄດ້​ກະ­ບົດ​ຕໍ່ສູ້​ເຮົາ​ໃນ​ຖິ່ນ­ແຫ້ງ­ແລ້ງ​ກັນ­ດານ. ພວກ­ເຂົາ​ບໍ່­ໄດ້​ດຳ­ເນີນ​ຕາມ​ພຣະທຳ​ຂອງ​ເຮົາ; ແຕ່ພວກເຂົາ​ໄດ້​ປະ­ຕິ­ເສດ​ຂໍ້ບັນຍັດ​ຂອງ​ເຮົາ, ​ຜູ້ນັ້ນຈະມີຊີວິດຢູ່ ຖ້າເຂົາເຊື່ອຟັງສິ່ງເຫລົ່ານັ້ນ. ແຕ່ພວກເຂົາລົບລູ່ບັນດາ​ສະ­ບາ​ໂຕ​ຂອງ​ເຮົາ, ດັ່ງນັ້ນ​ ເຮົາຈຶ່ງກ່າວວ່າ, ເຮົາ​ຈະ​ຖອກເທ​ຄວາມໂກດ​ຮ້າຍຂອງ​ເຮົາ​ອອກເຫນືອ​ພວກ­ເຂົາ​ໃນ​ຖິ່ນ­ແຫ້ງ­ແລ້ງ​ກັນ­ດານ ​ເພື່ອ​ທຳ­ລາຍ​ພວກ­ເຂົາໃຫ້ຫມົດສີ້ນ.
\v 14 ແຕ່​ເຮົາ​ກໍ​ເຮັດ​ໂດຍ​ເຫັນ­ແກ່​ນາມ​ຂອງ​ເຮົາ​ເອງ ເພື່ອ​ບໍ່​ໃຫ້ພຣະ​ນາມນັ້ນເຊື່ອມກຽດໃນສາຍຕາຂອງ​ປະ­ຊາ­ຊາດ​ທັງ­ຫລາຍ, ຄືຕໍ່ຫນ້າຜູ້ທີ່ເຮົາໄດ້ນຳເຂົາອອກຈາກເອ­ຢິບ.
\s5
\v 15 ດັ່ງນັ້ນ ເຮົາກໍໄດ້ຍົກມືຂອງເຮົາສາບານ​ຕໍ່​ພວກ­ເຂົາ​ໃນ​ຖິ່ນ­ແຫ້ງ­ແລ້ງ​ກັນ­ດານ​ວ່າ ເຮົາ​ຈະ​ບໍ່​ນຳ​ພວກ­ເຂົາ​ມາ​ໃນ​ແຜ່ນ­ດິນ​ຊຶ່ງ​ເຮົາ​ໄດ້​ໃຫ້​ແກ່​ພວກ­ເຂົາ, ຊຶ່ງເປັນ​ແຜ່ນ­ດິນ​ທີ່​ມີ​ນ້ຳ​ນົມ ແລະ​ນ້ຳ­ເຜິ້ງ​ໄຫລ​ບໍ­ລິ­ບູນ, ມັນເປັນ​ເຄື່ອງປະດັບທີ່ສວຍງາມທີ່ສຸດໃນບັນດາ​ແຜ່ນ­ດິນ​ທັງ­ຫລາຍ.
\v 16 ເຮົາໄດ້ສາບານເພາະ​ພວກ­ເຂົາໄດ້​ປະ­ຕິ­ເສດ​ບໍ່​ຮັບ​ຂໍ້​ບັນຍັດ​ຂອງ​ເຮົາ ແລະ ​ບໍ່​ດຳ­ເນີນ​ຕາມພຣະທຳ​ຂອງ​ເຮົາ, ແລະ ພວກເຂົາໄດ້ລົບລູ່ບັນດາ​ວັນສະ­ບາ​ໂຕ​ຂອງ​ເຮົາ, ເພາະ­ວ່າ​ຈິດ­ໃຈ​ຂອງ​ພວກ­ເຂົາ​ໄປ​ຕິດ­ຕາມ​ຮູບ​ເຄົາ­ລົບ​ຂອງ­ຕົນ.
\v 17 ເຖິງ​ປານ​ນັ້ນ​ກໍ­ດີ ໃນ­ຕາ​ຂອງ​ເຮົາ​ກໍ​ຍັງ​ມີຄວາມປາ­ນີ​ຕໍ່ການທຳລາຍຂອງພວກເຂົາ ແລະ ​ເຮົາ​ບໍ່­ໄດ້​ທຳ­ລາຍ​ພວກ­ເຂົາໃຫ້ສູນສີ້ນໄປໃນ​ຖິ່ນ­ແຫ້ງ­ແລ້ງ​ກັນ­ດານ​ນັ້ນ.
\s5
\v 18 ​ເຮົາໄດ້​ເວົ້າ­ກັບ​ລູກ­ຊາຍ ແລະ ລູກຍິງ​ຂອງ​ພວກ­ເຂົາ​ໃນ​ຖິ່ນ­ແຫ້ງ­ແລ້ງ​ກັນ­ດານ​ນັ້ນ​ວ່າ, "ຢ່າ​ດຳ­ເນີນ​ຕາມ​ກົດ­ເກນ​ຂອງ​ບັນ­ພະ­ບູ­ລຸດ​ຂອງ​ເຈົ້າ; ຫລື​ຮັກ­ສາ​ຂໍ້ບັນຍັດ​ຂອງ​ພວກ­ເຂົາ ຫລື​ເຮັດ​ຕົນ​​ໃຫ້­ເປັນ​ມົນ­ທິນ​ດ້ວຍ​ບັນດາຮູບ​ເຄົາ­ລົບຕ່າງໆ.
\v 19 ເຮົາຄືພຣະຢາເວ ອົງ​ພຣະ­ເຈົ້າ​ຂອງ​ພວກເຈົ້າ; ຈົ່ງ​ດຳ­ເນີນ​ຕາມພຣະທຳຂອງ​ເຮົາ ແລະ ​ຈົ່ງ​ເຊື່ອຟັງຂໍ້ບັນຍັດ​ຂອງ​ເຮົາ ແລະ​ ປະ­ພຶດ​ຕາມ.
\v 20 ຈົ່ງ­ຮັກ­ສາ​ວັນ​ສະ­ບາ​ໂຕ​ຂອງ​ເຮົາໃຫ້ບໍຣິສຸດ ເພື່ອ­ຈະ​ເປັນ​ຫມາຍ​ສຳ­ຄັນ​ລະ­ຫວ່າງ​ເຮົາ​ກັບ​ເຈົ້າ, ເພື່ອ​ເຈົ້າ​ຈະ​ຮູ້­ວ່າ​ເຮົາ​ແມ່ນ​ພຣະຢາເວ​ພຣະ­ເຈົ້າ​ຂອງ​ພວກເຈົ້າ."
\s5
\v 21 ແຕ່​ລູກຊາຍ ແລະ ລູກຍິງທັງຫລາຍຂອງພວກເຂົາໄດ້­ກະ­ບົດ​ຕໍ່​ເຮົາ. ພວກ­ເຂົາ​ບໍ່­ໄດ້​ດຳ­ເນີນ​ຕາມ​ກົດບັນຍັດ​ຂອງ​ເຮົາ ຫລື​ບໍ່​ຮັກ­ສາ​ຂໍ້​ຄຳສັ່ງ​ຂອງ​ເຮົາ, ຊຶ່ງ​ເປັນສິ່ງທີ່​ມະ­ນຸດອາດມີຊີວິດຢູ່​ໄດ້​​ຖ້າພວກເຂົາເຊື່ອຟັງສິ່ງເຫລົ່ານັ້ນ. ພວກ­ເຂົາ​ໄດ້​ຫມິ່ນປະຫມາດວັນ​ສະ­ບາ​ໂຕ​ຂອງ​ເຮົາ, ດັ່ງນັ້ນ ເຮົາຕັ້ງໃຈທີ່ຈະຖອກເທຄວາມໂກດຮ້າຍຂອງເຮົາລົງ​ເຫນືຶອພວກເຂົາ ເພື່ຶອໃຫ້ສົມກັບຄວາມໂກດຮ້າຍ​ຂອງ​ເຮົາ​​ຕໍ່​ສູ້ພວກເຂົາ​ໃນ​ຖິ່ນ­ແຫ້ງ­ແລ້ງ​ກັນ­ດານ.
\v 22 ແຕ່​ເຮົາ​ໄດ້ຫັນຫລັງຈາກການກະທຳຂອງ​ເຮົາ ເພື່ອເຫັນແກ່ນາມຂອງເຮົາ, ເພື່ອ​ບໍ່​ໃຫ້ນາມ​ນັ້ນ​ເຊື່ອມເສຍກຽດ​ຕໍ່​ສາຍ­ຕາ​ຂອງ​ປະ­ຊາ­ຊາດ​ທັງ­ຫລາຍທີ່ເຮົານຳອອກມາຈາກອິດສດຣາເອນ.
\s5
\v 23 ເຮົາເອງກໍໄດ້ຍົກມືຂອງເຮົາ​ປະ­ຕິ­ຍານ​ຕໍ່​ພວກ­ເຂົາ​ໃນ​ຖິ່ນ­ແຫ້ງ­ແລ້ງ​ກັນ­ດານາວ່າ, ເຮົາ​ຈະ­ກະ­ຈັດ­ກະ­ຈາຍ​ໄປ​ໃນ​ທ່າມ­ກາງ​ປະ­ຊາ­ຊາດ ແລະ​ ແຍກ​ພວກ­ເຂົາ​ໄປ​ຢູ່​ຕາມ​ດິນແດນທັງຫລາຍ.
\v 24 ເຮົາໄດ້ຕັດສິນໃຈເຊັ່ນນີ້ ເພາະວ່າພວກເຂົາບໍ່ໄດ້ເຮັດຕາມ​ຂໍ້​ຄຳສັ່ງ​ຂອງ​ເຮົາ, ແຕ່​ພວກເຂົາໄດ້​ປະ­ຕິ­ເສດກົດບັນຍັດ​ຂອງ​ເຮົາ ແລະ​ ຫມິ່ນປະຫມາດ​ວັນ​ສະ­ບາ​ໂຕ​ທັງຫລາຍຂອງ​ເຮົາ​. ​ໃນ­ສາຍຕາ​ຂອງ​ພວກ­ເຂົາ​ກໍ​ຈັບຈ້ອງ​ຢູ່​ທີ່​ຮູບ​ເຄົາ­ລົບແຫ່ງ​ບັນ­ພະ­ບູ­ລຸດ​ຂອງພວກເຂົາ.
\s5
\v 25 ແລ້ວເຮົາຍັງໄດ້ໃຫ້ກົດບັນຍັດ​ທີ່​ບໍ່​ດີແກ່ພວກເຂົາ, ແລະ ​ໃຫ້ຂໍ້ຄຳສັ່ງ​ທີ່ບໍ່ເຮັດໃຫ້​ພວກ­ເຂົາ​ບໍ່ສາມາດ​ດຳ­ລົງ​ຊີ­ວິດ​ໄດ້.
\v 26 ເຮົາ​ກໍ­ໄດ້ເຮັດ​ໃຫ້​ພວກ­ເຂົາ​ເປັນ​ມົນ­ທິນ​ດ້ວຍ​ເຄື່ອງ​ຖວາຍ​ຂອງພວກ​ເຂົາ​ເອງ ເມື່ອ​ພວກ­ເຂົາ​ຖວາຍບູຊາ​ລູກຊາຍກົກທຸກຄົນ ແລະ ໂຍນພວກເຂົາເຂົ້າກອງໄຟ. ​ເຮົາ​ເຮັດ­ເຊັ່ນນີ້ ເພື່ອເຮັດໃຫ້​ພວກ­ເຂົາ​ຢ້ານກົວ ເພື່ອ​ໃຫ້​ພວກ­ເຂົາ​ຮູ້­ວ່າ​ ເຮົາ​ແມ່ນ​ພຣະຢາເວ!'
\s5
\v 27 ເພາະ­ສະ­ນັ້ນ ບຸດ​ແຫ່ງ​ມະ­ນຸດ​ເອີຍ, ຈົ່ງ​ເວົ້າ­ກັບ​ເຊື້ອ­ສາຍ​ອິດສະຣາເອນ ແລະ ​ກ່າວ​ແກ່​ພວກ­ເຂົາ​ວ່າ, 'ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ຊົງກ່າວ​ດັ່ງ­ນີ້​ວ່າ: ບັນ­ພະ­ບູ­ລຸດ​ຂອງ​ເຈົ້າ​ກໍ­ໄດ້​ຫມິ່ນ­ປະ­ຫມາດ​ເຮົາ​ອີກໃນເລື່ອງນີ້ດ້ວຍເມື່ອພວກເຂົາບໍ່ສັດຊື່ຕໍ່ເຮົາ.
\v 28 ​ເມື່ອ​ພວກເຂົາເຂົ້າ​ມາ​ໃນ​ແຜ່ນ­ດິນ​ທີ່​ເຮົາ​ສັນຍາ​ວ່າ​ຈະ­ໃຫ້​ພວກ­ເຂົາ​ນັ້ນແລ້ວ, ແລະ ເມື່ອໃດທີ່​ພວກ­ເຂົາ​ໄດ້ເຫັນ​ເນີນ­ພູ​ສູງ​ ຫລື​ເຫັນ​ຕົ້ນ­ໄມ້​ໃບ​ດົກ​, ພວກ­ເຂົາ​​ໄດ້ຖວາຍ​ເຄື່ອງ­ບູ­ຊາ​, ພວກເຂົາໄດ້ເຮັດໃຫ້​ເຮົາໃຈຮ້າຍດ້ວຍເຄື່ອງຖວາຍບູຊາເຫລົ່ານັ້ນ, ແລະ ໃນບ່ອນນັ້ນ ພວກ­ເຂົາ​ກໍໄດ້ຖວາຍເຄື່ອງເຜົາບູຊາ ແລະ ເຂົາໄດ້ຖືກຖອກ​ເຄື່ອງ​ດື່ມ​ບູ­ຊາ​ອອກ​ໃນບ່ອນ­ນັ້ນ.
\v 29 ແລ້ວເຮົາ​ໄດ້​ກ່າວກັບ​ພວກ­ເຂົາ​ວ່າ, "ສະ­ຖານ­ທີ່​ນະ­ມັດ­ສະ­ການ​ສູງ ​ຊຶ່ງເປັນບ່ອນທີ່​ເຈົ້ານຳເຄື່ອງຖວາຍ​ເຂົ້າ­ໄປ​ນັ້ນ​ຄື​ຫຍັງ?" ດັ່ງນັ້ນ ​ພວກ­ເຂົາ​ຈຶ່ງ​ເອີ້ນ​ຊື່​ບ່ອນ­ນັ້ນ​ວ່າ ບາ­ມານ ມາ​ຈົນ​ເຖິງ​ມື້​ວັນ​ນີ້.'
\s5
\v 30 ເພາະ­ສະ­ນັ້ນ ຈົ່ງ​ກ່າວ​ແກ່​ເຊື້ອ­ສາຍ​ອິດສະຣາເອນ​ວ່າ, 'ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ຊົງກ່າວ​ດັ່ງ­ນີ້​ວ່າ: ເປັນຫຍັງພວກເຈົ້າ​ເຮັດ​ຕົນ​ໃຫ້­ເປັນ​ມົນ­ທິນ​ຕາມ​ຢ່າງວິທີທາງ​ບັນ­ພະ­ບູ­ລຸດ​ຂອງພວກ​ເຈົ້າ? ແລະ ​ເປັນຫຍັງພວກເຈົ້າໄດ້ປະພຶດຕົວເຫມືອນຍິງໂສເພນີ, ທີ່ສະແຫວງຫາແຕ່ສິ່ງ​ທີ່​ຫນ້າ​ກຽດ­ຊັງຢ່າງນີ້?.
\v 31 ເມື່ອ​ພວກເຈົ້າ​ຖວາຍ​ເຄື່ອງ­ບູ­ຊາ ແລະ ພວກເຈົ້າໄດ້ໂຍນ​ລູກ­ຊາຍ​ເຂົ້າໄປໃນໄຟ, ຈົນເຖິງບັດນີ້ ພວກເຈົ້າ​ກໍໄດ້​ເຮັດ​ຕົນ​ໃຫ້­ເປັນ​ມົນ­ທິນ ດ້ວຍ​ບັນ­ດາ​ຮູບ​ເຄົາ­ລົບ​ຂອງພວກ​ເຈົ້າທັງຫມົດ. ດັ່ງນັ້ນ ເປັນຫຍັງເຮົາຄວນໃຫ້ພວກເຈົ້າມາຖາມເຮົາ, ເຊື້ອ­ສາຍ​ອິດສະຣາເອນ​ເອີຍ? ເຮົາ​ມີ­ຊີ­ວິດ​ຢູ່​ຢ່າງແນ່ນອນສັນ­ໃດ — ນີ້ເປັນຄຳປະກາດຂອງພຣະຢາເວ ອົງພຣະຜູ້­ເປັນ­ເຈົ້າ — ເຮົາ​ຈະ­ບໍ່ໃຫ້​ເຈົ້າ​​ຖາມ​ເຮົາ​ສັນນັ້ນ.
\v 32 ຄື​ສິ່ງທີ່ພວກເຈົ້າຄິດຢູ່ນັ້ນ ມັນຈະບໍ່ເກີດຂຶ້ນຢ່າງແນ່ນອນ​. ພວກເຈົ້າເວົ້າວ່າ, ‘ຂໍໃຫ້ພວວກເຮົາເປັນ​ເຫມືອນ​ປະ­ຊາ­ຊາດ​ທັງ­ຫລາຍ, ຄື­ເປັນ​ເຫມືອນ​ເຜົ່າ​ຕ່າງໆ​ໃນ​ແຜ່ນນດິນອື່ນໆ ທີ່ຈະນະມັດສະການ​ໄມ້ ແລະ​ ສີ​ລາ."
\s5
\v 33 ເຮົາ​ມີ­ຊີ­ວິດ​ຢູ່​ສັນ­ໃດ — ນີ້ເປັນຄຳປະກາດຂອງພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ — ເຮົາ​ຈະ​ປົກ­ຄອງ​ເຫນືອ​ເຈົ້າດ້ວຍມືທີ່ມີຣິດອຳນາດຂອງເຮົາ, ​ຢຽດແຂນ​ອອກ, ແລະ​ຖອກເທ​ຄວາມ​ໂກດຮຮ້າຍ​ລົງເຫນືຶອພວກເຈົ້າຢ່າງແນ່ນອນສັນນັ້ນ.
\v 34 ເຮົາ​ຈະ​ນຳ​ເຈົ້າ​ອອກ​ມາ​ຈາກ​ຊົນ­ຊາດ​ທັງ­ຫລາຍ ແລະ​ ຈະ​ຮວບ­ຮວມ​ເຈົ້າ​ອອກ​ມາ​ຈາກ​ປະ­ເທດ​ທັງ­ປວງ​ ຊຶ່ງທີ່​ເຈົ້າຖືກ​ກະ­ຈັດ­ກະ­ຈາຍ​​ໄປ​ຢູ່ນັ້ນ. ເຮົາຈະເຮັດສິ່ງນີ້ດ້ວຍ​ມື​ທີ່​ມີ​ຣິດອຳນາດ ແລະ ​ຖອກເທຄວາມ​ໂກດຮ້າຍ​ອອກມາ.
\v 35 ແລ້ວເຮົາ​ຈະ​ນຳພວກ​ເຈົ້າ​ເຂົ້າ­ໄປ​ໃນ​ຖິ່ນ­ແຫ້ງ­ແລ້ງ​ກັນ­ດານ​ແຫ່ງ​ຊົນ­ຊາດ​ທັງ­ຫລາຍ ແລະ ໃນ​ບ່ອນ­ນັ້ນ​ເຮົາ​ຈະ​ພິພາກສາເຈົ້າແບບ­ຫນ້າຕໍ່ຫນ້າ.
\s5
\v 36 ຢ່າງທີ່ເຮົາ​ໄດ້ພິພາກສາ​ບັນ­ພະ­ບູ­ລຸດ​ຂອງ​ເຈົ້າ​ໃນ​ຖິ່ນ­ແຫ້ງ­ແລ້ງ​ກັນ­ດານ​ແຫ່ງ​​ເອ­ຢິບນັ້ນ, ເຮົາກໍຈະພິພາກສາພວກເຈົ້າເຊັ່ນກັນ — ນີ້ເປັນຄຳປະກາດຂອງພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ.
\v 37 ເຮົາ​ຈະ­ເປັນເຫດໃຫ້ພວກ​ເຈົ້າ​ລອດ​ຄະ­ທາ​ອຳ­ນາດ​ໄປ​, ແລະ ​ເຮົາ​ຈະ­ໃຫ້​ເຈົ້າເຊື່ອຟັງຂໍ້ຄຳສັ່ງທັງຫລາຍຂອງ​ພັນ­ທະ​ສັນ­ຍາ.
\v 38 ເຮົາ​ຈະ​ຊຳ­ລະ​ພວກ​ກະ­ບົດ​ຈາກ​ທ່າມ­ກາງ​ເຈົ້າ ແລະ ຄົນທັງຫລາຍທີ່​ຕໍ່ຕ້ານ​ເຮົາ. ເຮົາ​ຈະ​ນຳ​ພວກ­ເຂົາ​ອອກ­ຈາກ​ແຜ່ນ­ດິນ​ໄປ​ອາ­ໄສ​ຢູ່ຢ່າງຄົນຕ່າງດ້າວ, ແຕ່​ພວກ­ເຂົາ​ຈະ​ບໍ່­ໄດ້­ເຂົ້າ​ໄປ​ໃນ​ແຜ່ນ­ດິນ​ອິດສະຣາເອນ. ແລ້ວ​ເຈົ້າ​ຈະ​ຮູ້­ວ່າ ​ເຮົາ​ແມ່ນ​ພຣະ­ຢາເວ.
\s5
\v 39 ສ່ວນພວກເຈົ້າ, ໂອ້ ເຊື້ອ­ສາຍ​ອິດສະຣາເອນ​ເອີຍ, ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ກ່າວ​ດັ່ງ­ນີ້​ວ່າ: ແຕ່ລະຄົນຈົ່ງໄປ​ບົວ­ລະ­ບັດ​ຮູບ​ເຄົາ­ລົບ​ຂອງ​ເຈົ້າ​. ນະມັດສະການ ຖ້າຫາກເຈົ້າ​ບໍ່​ຟັງ​ເຮົາ, ແຕ່ເຈົ້າຈະຕ້ອງບໍ່ຫມິ່ນປະຫມາດນາມຊື່ອັນ​ບໍ­ຣິ­ສຸດ​ຂອງ​ເຮົາ​​ດ້ວຍ​ເຄື່ອງ​ຖວາຍ ແລະ ​ດ້ວຍ​ຮູບ​ເຄົາ­ລົບ​ຂອງ​ເຈົ້າ.
\s5
\v 40 ເພາະວ່າ​ຢູ່ເທິງ​ພູ­ເຂົາ​ບໍ­ຣິສຸດ​ຂອງ​ເຮົາ, ຄື​ພູ­ເຂົາ​ສູງ​ຂອງ​ແຫ່ງອິດສະຣາເອນ — ນີ້ເປັນຄຳປະກາດຂອງພຣະຢາເວ ອົງພຣະຜູ້ເປັນເຈົ້າ — ບັນ­ດາ​ເຊື້ອ­ສາຍ​ທັງ​ຫມົດ​ຂອງ​ອິດສະຣາເອນຈະນະມັດສະການເຮົາຢູ່ທີ່ໃນແຜ່ນດິນນັ້ນ. ເຮົາຍິນດີ​ທີ່ຈະຮັບເອົາເຄື່ອງ​ຖວາຍ​ຂອງ​ພວກເຈົ້າໃນ​ທີ່ນັ້ນ, ແລະ ທັງຜົນ​​ທຳ­ອິດ​ແຫ່ງ​ເຄື່ອງບັນນາການ​ອັນ​ບໍ­ຣິ­ສຸດ​ທັງ​ຫມົດ​ຂອງ​ເຈົ້າ.
\v 41 ​ເຮົາ​ຈະຍອມຮັບເອົາເຫມືອນກິ່ນຫອມຂອງເຄື່ອງຫອມ ເມື່ອເຮົານຳພວກເຈົ້າ​ອອກ​​ຈາກ​ຊົົນຊາດທັງຫລາຍ ແລະ ຮວບຮວມພວກເຈົ້າອອກຈາກປະ­ເທດ​ທີ່​ພວກເຈົ້າ​ຖືກກະ­ຈັດ­ກະ­ຈາຍ​ໄປ​ຢູ່ນັ້ນ. ເຮົາ​​ສະ­ແດງ​ຄວາມ​ບໍ­ຣິສຸດ​ຂອງ​ເຮົາ​ທ່າມ­ກາງ​ເຈົ້າໃຫ້ປະຊາ­ຊາດ​ທັງ­ຫລາຍໄດ້ເຫັນ.
\s5
\v 42 ແລ້ວ, ເມື່ອ​ເຮົານຳເຈົ້າ​ເຂົ້າໃນ​ແຜ່ນ­ດິນ​ອິດສະຣາເອນ, ໄປຍັງແຜ່ນດິນທີ່ເຮົາໄດ້ຍົກມືສາບານໄວ້ວ່າ ຈະມອບໃຫ້ແກ່​ບັນ­ພະ­ບູ­ລຸດ​ຂອງພວກ​ເຈົ້າ, ພວກເຈົ້າຈະຮູ້ວ່າວ່າ ເຮົາແມ່ນພຣະຢາເວ.
\v 43 ແລ້ວ ພວກເຈົ້າ​ຈະ​­ນຶກ​ເຖິງວິທີ​ທາງອັນຊົ່ວຮ້າຍ, ແລະ ​ການ​ກະ­ທຳ​ທັງ​ຫມົດ​ຂອງ​ເຈົ້າ ຊຶ່ງ​ເຈົ້າ​ໄດ້​ເຮັດ­ໃຫ້​ໂຕ​ຂອງ​ເຈົ້າ​ເປັນ​ມົນ­ທິນ, ແລະ​ ພວກເຈົ້າຈະກຽດຊັງຕົນເອງໃນ​ສາຍ­ຕາ​ຂອງ​ເຈົ້າ​ເອງ, ເພາະຄວາມຊົ່ວທັງຫລາຍຊຶ່ງເຈົ້າໄດ້ເຮັດນັ້ນ.
\v 44 ດັ່ງນັ້ນ ພວກເຈົ້າຈະຮູ້ວ່າ ເຮົາແມ່ນພຣະຢາເວ ເມື່ອເຮົາໄດ້ເຮັດແບບນີ້ກັບເຈົ້າ ເພາະເຫັນແກ່ນາມຊື່ຂອງເຮົາ, ບໍ່ແມ່ນຕາມວິທີທາງອັນຊົ່ວຮ້າຍຂອງເຈົ້າ, ຫລືຕາມການກະທຳທີ່ເຊື່ອມກຽດຂອງເຈົ້າ, ໂອ ​ເຊື້ອສາຍອິດສະຣາເອນເອີຍ — ນີ້ເປັນຄຳປະກາດຂອງພຣະຢາເວ ອົງ​ພຣະ­ຜູ້­ເປັນ­ເຈົ້າ.”'
\s5
\v 45 ແລ້ວ ພຣະ­ຄຳ​ຂອງ​ພຣະ­ຜູ້­ເປັນ­ເຈົ້າ​ມາ​ເຖິງ​ຂ້າ­ນ້ອຍວ່າ, ກ່າວວ່າ,
\v 46 “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ຈົ່ງ​ມຸ້ງ​ຫນ້າ​ໄປດິນແດນ​ທາງ​ທິດ­ໃຕ້ ແລະ ກ່າວ​ໂທດ​ຕໍ່ສູ້​ທິດ­ໃຕ້; ຈົ່ງ​ປະ­ກາດ​ພຣະ­ທຳ​ຕໍ່ສູ້​ເຂດ­ແດນ​ປ່າ­ໄມ້​ທີ່­ຢູ່​ໃນເນເກບ.
\v 47 ຈົ່ງ​ກ່າວ​ແກ່​ປ່າ­ໄມ້​ແຫ່ງເນເກບ​ວ່າ, ' ນີ້ເປັນຄຳປະກາດຂອງພຣະຢາເວ — ອົງພຣະຜູ້ເປັນເຈົ້າຊົງ​ກ່າວ​ດັ່ງ­ນີ້​ວ່າ: ເບິ່ງ​ແມ໋, ເຮົາ​ຈະ​ກໍ່​ໄຟ​ໄວ້​ໃນທ່າມກາງ​ເຈົ້າ. ເຮົາ​ຈະ​ເຜົາ​ຜານ​ຕົ້ນ­ໄມ້​ຂຽວ ແລະ ​ຕົ້ນ­ໄມ້​ແຫ້ງ​ທຸກ​ຕົ້ນ​ທີ່­ຢູ່​ໃນທ່າມກາງ​ເຈົ້າ. ​ແປວ­ໄຟເຫລົ່ານີ້ ກໍຈະລຸກ​ໄຫມ້ ແລະ ​­ມອດບໍ່ເປັນ; ຫນ້າ​ທຸກ​ຫນ້າ​ຕັ້ງ­ແຕ່​ທິດ­ໃຕ້​ຈົນ​ເຖິງ​ທິດ­ເຫນືອ​ຈະ​ຖືກ​ໄຟ​ລວກ.
\s5
\v 48 ແລ້ວມະນຸດທຸກຄົນເຫັນວ່າ ເຮົາແມ່ນພຣະຢາເວເປັນຜູ້ກໍ່ໄຟນັ້ນ ເມື່ອເຮົາໃຕ້ໄຟແລ້ວ, ມັນຈະມອດບໍ່ເປັນ.'"
\v 49 ແລ້ວ​ຂ້າ­ນ້ອຍ​ຈຶ່ງເວົ້າວ່າ “ອະນິຈັງເອີຍ, ຂ້າແດ່ພຣະຢາເວອົງ­ພຣະ­ຜູ້­ເປັນ­ເຈົ້າ​, ພວກ­ເຂົາ​​ກຳ­ລັງ​ກ່າວ­ເຖິງ​ຂ້ານ້ອຍ​ວ່າ ' ເຂົາເປັນພຽງຜູ້ເລົ່າ​ຄຳ​ອຸ­ປະ­ມາ​ບໍ່ແມ່ນຫລື​?””
\s5
\c 21
\cl ບົດທີ 21
\p
\v 1 ແລ້ວ ພຣະຄໍາ​ຂອງ​ພຣະ­ຢາເວ​ມາ​ເຖິງ​ຂ້າ­ນ້ອຍວ່າ, ກ່າວວ່າ,
\v 2 “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ຈົ່ງ​ມຸ້ງ​ຫນ້າ​ຂອງ​ເຈົ້າ​ຕໍ່­ສູ້​ນະຄອນເຢ­ຣູ­ຊາ­ເລັມ, ແລະ​ ກ່າວ​ໂທດ​ສະ­ຖານ­ທີ່​ນະມັດສະການ​ທັງ­ຫລາຍ; ຈົ່ງ​ທຳນວາຍຕໍ່ສູ້​ແຜ່ນ­ດິນ​ອິດສະຣາເອນ.
\v 3 ແລະ​ຈົ່ງກ່າວ​ແກ່​ແຜ່ນ­ດິນ​ອິດສະຣາເອນ​ວ່າ, 'ພຣະຢາເວຊົງ​ກ່າວ​ດັ່ງ­ນີ້​ວ່າ: ເບິ່ງ​ແມ໋! ເຮົາຈະຕໍ່ສູ້​ກັບ​ເຈົ້າ! ເຮົາ​ຈະ​ຖອດ​ດາບ​ຂອງ​ເຮົາ​ອອກ­ຈາກ​ຝັກ ແລະ​ ເຮົາ​ຈະ​ຕັດ​ທັງ​ຄົນ​ຊອບ­ທຳ ແລະ​ ຄົນ​ຊົ່ວ​ອອກ­ຈາກ​ເຈົ້າເສຍ!
\s5
\v 4 ເພື່ອ​ເຮົາ​ຈະ​ຕັດ​​ທັງ​ຄົນ​ຊອບ­ທຳ ແລະ​ ຄົນ​ຊົ່ວ​ອອກ­ຈາກ​ເຈົ້າ​ເສຍ, ດາບ​ຂອງ​ເຮົາ​ຈະ​ອອກ­ຈາກ​ຝັກ​ໄປ​ຕໍ່­ສູ້​ມະນຸດ​ທັງ​ຫມົດ​ຈາກ​ທິດ­ໃຕ້​ເຖິງ​ທິດ­ເຫນືອ.
\v 5 ແລ້ວມະນຸດທຸກຄົນຈະ​ຮູ້­ວ່າ, ເຮົາ​ແມ່ນ​ພຣະ­ຢາເວ, ເຮົາ​ໄດ້​ຖອດ​ດາບຂອງ​ເຮົາ​​ອອກ­ຈາກ​ຝັກ​ແລ້ວ ແລະ​ ຈະ​ບໍ່​ເກັບ​ໃສ່​ຝັກ​ອີກ!'
\s5
\v 6 ສຳລັບເຈົ້າ, ບຸດ​ແຫ່ງ​ມະ­ນຸດ​ເອີຍ, ຈົ່ງໂອ່ຍຄາງດ້ວຍ­ໃຈທີ່ແຕກສະຫລາຍ​! ດ້ວຍ​ຄວາມທຸກ​ລະ​ທົມຂົມ­ຂື່ນ​ໃຈຕໍ່ຫນ້າພວກ­ເຂົາ!
\v 7 ແລ້ວມັນ​ຈະເກີດຂື້ນ ເມື່ອພວກ­ເຂົາ​ຈະຖາມ​ເຈົ້າ​ວ່າ, ‘ດ້ວຍເຫດໃດ​ເຈົ້າ​ຈຶ່ງ​ໂອ່ຍຄາງ? ແລ້ວເຈົ້າຈະເວົ້າ​ວ່າ, ‘ເພາະ​ເລື່ອງ​ຂ່າວທີ່ຈະ​​ມາ​ເຖິງ, ຫົວ­ໃຈ​ທຸກ​ດວງ​ຈະ​ອ່ອນເພຍລົງ, ແລະ​ ມື​ທຸກມື​ສັ່ນ! ບັນ­ດາ​ຈິດ­ວິນ­ຍານ​ຈະ​ຢ້ານ​ກົວ, ແລະ ​ທຸກຫົວ​ເຂົ່າ​ຈະ​ອ່ອນ​ເພຍລົງ​ເຫມືອນ​ດັ່ງ​ນ້ຳ. ເບິ່ງ​ແມ໋! ຂ່າວ​ນັ້ນ​ກຳລັງມາ​ເຖິງ ແລະ ​ມັນຈະເປັນຢ່າງນີ້! — ນີ້ເປັນຄຳປະກາດຂອງພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ​.'"
\s5
\v 8 ແລ້ວພຣະ­ຄຳຂອງ​ພຣະ­ຢາເວ​ມາ​ເຖິງ​ຂ້າ­ນ້ອຍ, ​ກ່າວວ່າ,
\v 9 “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ຈົ່ງ​ທຳນວາຍ ແລະ​ ກ່າວ​ວ່າ, 'ອົງພຣະ­ຜູ້­ເປັນເຈົ້າຊົງກ່າວ​ດັ່ງ­ນີ້​ວ່າ: ດາບ​ເຫລັ້ມ​ຫນຶ່ງ! ໄດ້ຖືກຝົນ​ໃຫ້​ແຫລມຄົມ ແລະ ​ຂັດ​ໃຫ້​ເຫລື້ອມແລ້ວ!
\s5
\v 10 ມັນໄດ້ຖືກຝົນ​ໃຫ້ເເຫລມ​ຄົມ ​ເພື່ອ­ເອົາໄປໃຊ້ໃນການ​ຂ້າຄັ້ງໃຫຍ່! ມັນຖືກຂັດ​​ໃຫ້​ເຫລື້ອມເຫມືອນແສງຟ້າແມບ! ພວກເຮົາຄວນຈະ​ຊື່ນ­ຊົມຍິນດີໃນໄມ້ຄະທາ​ແຫ່ງ​ລູກ­ຊາຍ​ຂອງ​ເຮົາຫລື? ດາບທີ່ຈະມາເຖິງນັ້ນ ກຽດຊັງໄມ້ຢ່າງນັ້ນ!
\v 11 ເພາະ­ສະ­ນັ້ນ ດາບຈະຖືກຝົນໃຫ້ແຫລມຄົມ, ແລ້ວຖືກກຳໃຫ້ຫມັ້ນ​ໃນ​ມື! ດາບຖືກຝົນໃຫ້ແຫລມຄົມ ແລະ ຖືກຂັດໃຫ້ເປັນເງົາແລ້ວ ຖືກມອບໄວ້ໃນມືຂອງຜູ້ຂ້າຄົນ­!'
\s5
\v 12 ບຸດ​ແຫ່ງ​ມະ­ນຸດ​ເອີຍ, ຈົ່ງ​ຮ້ອງຂໍຄວາມຊ່ວຍເຫລືອ ແລະ​ຮ້ອງໂສກເສົ້າ​ສາ! ເພາະດາບ​ນັ້ນ​ຈະມາຕໍ່ສູ້ປະຊາຊົນຂອງເຮົາ! ­ມັນຕໍ່ສູ້​ກັບ​ບັນ­ດາ​ເຈົ້າ​ນາຍທັງຫລາຍ​ຂອງ​ອິດສະຣາເອນ. ພວກເຂົາຕົກເປັນເຫຍື່ອຄົມດາບພ້ອມກັບປະ­ຊາ­ຊົນ​ຂອງ​ເຮົາ. ສະນັ້ນຈົ່ງ​ຕີ​ກົກ​ຂາຂອງ​ຕົນ​ສາ!
\v 13 ເພາະ​ມີ­ການ​ທົດ­ລອງ, ແຕ່ຫາກຄະທາບໍ່ຄົງຢູ່ຕໍ່ຢ່າງນັ້ນຫລື? — ນີ້ເປັນຄຳປະກາດຂອງພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ​.
\s5
\v 14 ບັດນີ້, ບຸດ​ແຫ່ງ​ມະ­ນຸດ​ເອີຍ, ຈົ່ງ​ກ່າວຄຳທຳນວາຍ ແລະ ຈົ່ງ​ຕົບ­ມືຂອງເຈົ້າ, ເພື່ອ​ດາບນັ້ນຈະຟາດຟັນ​ລົງ­​ຄັ້ງທີ່ສາມ! ມັນຈະເປັນດາບ​ເພື່ອເຂັ່ນ​ຂ້າ! ຄືເປັນ​ດາບສຳລັບການເຂັ່ນຂ້າ, ຟາດຟັນພວກເຂົາທຸກທີ່ທຸກບ່ອນ.
\s5
\v 15 ເພື່ອ​ວ່າຫົວ​ໃຈ​ຂອງ​ເຂົາ​ຈະ​ລະ­ລາຍໄປດ້ວຍຄວາມຢ້ານກົວ ແລະ ​ຜູ້ຄົນລົ້ມຕາຍເປັນ​ທະ­ວີ­ຄູນ, ເຮົາໄດ້ຕັ້ງ​​ດາບ​ນັ້ນໄວ້​ທີ່​ປະ­ຕູ​ທຸກບານ! ​ວິບັດ! ມັນຖືກເປັ່ງປະກາຍດັ່ງສາຍ​ຟ້າ​ແມບ, ມັນຖືຶກຕັ້ງໃຫ້ມີອິດສະຫລະໃນການ​ຂ້າ­ຟັນ.
\v 16 ເຈົ້າ, ດາບເອີຍ! ຈົ່ງຟັນໄປທາງຂວາ! ແລ້ວຟັນ­ໄປ​ທາງ​ຊ້າຍ! ໄປທຸກທາງທີ່ຫນ້າເຈົ້າຫັນໄປ.
\v 17 ເພາະເຮົາເອງ ກໍ​ຈະຈັບ­ມືຂອງເຮົາເຂົ້າ​ດ້ວຍກັນ, ແລະ ​ເຮົາ​ຈະນຳ​ຄວາມໂກດ​ຮ້າຍ​ຂອງ​ເຮົາໄປເຖິງຄົນທີ່ເຫລືອ! ເຮົາ, ​ແມ່ນພຣະຢາເວ­ໄດ້​ລັ່ນ​ຄຳ​ເວົ້າ​ແລ້ວ!”
\s5
\v 18 ພຣະ­ຄຳ​ຂອງ​ພຣະຢາເວ​ມາ​ເຖິງ​ຂ້ານ້ອຍ, ​ອີ​ກວ່າ,
\v 19 “ບັດນີ້, ບຸດ​ແຫ່ງ​ມະ­ນຸດ​ເອີຍ, ຈົ່ງ​ແຕ້ມຖະຫນົນ​​ສອງເສັ້ນ​ໃຫ້​ດາບ​ແຫ່ງ​ກະ­ສັດ​ບາ­ບີ­ໂລນ​ເຂົ້າ​ມາໄດ້. ຖະຫນົນ​ສອງ​ເສັ້ນນັ້ນເລີ່ມຕົ້ນຈາກແຜ່ນດິນດຽວກັນ ແລະ​ ປ້າຍບອກທາງອັນຫນຶ່ງຈະບອກທາງໄປສູ່ຕົວເມືອງ.
\v 20 ຈົ່ງເຮັດເຄື່ອງຫມາຍອີກເສັ້ນທາງຫນຶ່ງສຳລັບບອກທາງກອງທັບຂອງບາ­ບີ­ໂລນທີ່ຈະໄປຍັງເມືອງ​ຣັບ­ບາ​ແຫ່ງ​ຄົນ​ອຳ­ໂມນ. ​ຈົ່ງເຮັດເຄື່ອງຫມາຍອີກເສັ້ນທາງຫນຶ່ງໄປຍັງກອງທັບຂອງຢູດາແຫ່ງນະຄອນ​ເຢ­ຣູ­ຊາ­ເລັມ​ ຊຶ່ງມີປ້ອມປະການ.
\s5
\v 21 ເພາະ­ວ່າ​ກະ­ສັດ​ບາ­ບີ­ໂລນຈະຢຸດ­ຢູ່​ທີ່​ທາງ​ແຍກ, ຢູ່ທາງແຍກ, ເພື່ອ​ເຝິກການທຳ​ນວາຍ. ເຂົາ​ແກວ່ງ​ລູກ​ທະ­ນູ ແລະ ​ຖາມທາງຈາກ​ຮູບ​ເຄົາ­ລົບ​ທັງຫລາຍ ແລະ ເຂົາຈະຜ່າຕັດຕັບ​.
\v 22 ໃນ​ມື​ເບື້ອງ​ຂວາຂອງເຂົາຈະ​ມີ​ລາງບອກເຫດກ່ຽວກັບນະຄອນເຢ­ຣູ­ຊາ­ເລັມ, ເພື່ອຈະ​ຕັ້ງ​ເຄື່ອງ​ກັບດັກທຳ­ລາຍມັນ, ເພື່ອ­ຈະ​ໃຫ້​ອ້າ​ປາກຂອງເຂົາສັ່ງທຳລາຍລ້າງ, ເພື່ອ​ສົ່ງ­ສຽງ​ສົງຄາມ, ເພື່ອ​ວາງ​​ກັບດັກທຳ­ລາຍ​​ປະ­ຕູ​ເມືອງທັງຫລາຍ, ເພື່ອ​ສ້າງ​ທາງລາດ, ແລະ ​ເພື່ອກໍ່ຫໍຄອຍ​ອ້ອມ.
\v 23 ເບິ່ງຄືເປັນ​ຄຳ​ທຳ​ນວາຍທີ່​ບໍ່​ມີປະໂຫຍດ ໃນ​ສາຍ­ຕາ​ຄົນເຢ­ຣູ­ຊາ­ເລັມ, ຄືຄົນພວກນັ້ນທີ່ເຄີຍສາບານກັບຊາວບາ­ບີ­ໂລນ! ແຕ່​ກະສັດ ຈະກ່າວໂທດເຂົາທີ່ລະເມີດສົນທິສັນຍາ ເພື່ອອ້ອມພວກເຂົາໄປ.
\s5
\v 24 ສະ­ນັ້ນ ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ກ່າວ​ດັ່ງ­ນີ້​ວ່າ: ເພາະ­ວ່າ​ພວກເຈົ້າ​ໄດ້​ເຮັດໃຫ້​ເຮົາ​ລະ­ນຶກ​ເຖິງການຊົ່ວຮ້າຍຂອງພວກ​ເຈົ້າ​, ການລະເມີດທັງຫລາຍໄດ້ຖືກເປີດ​ເຜີຍ​ອອກ! ການບາບຂອງເຈົ້າຫລາຍຈະຖືກປາ­ກົດແຈ້ງ​ໃນ​ການ​ກະ­ທຳ​ທັງ​ຫມົດ​ຂອງ​ເຈົ້າ! ເພາະເຫດນັ້ນ ເຈົ້າ​ຈຶ່ງ​ຕ້ອງເຕືອນ​ທຸກຄົນວ່າ ເຈົ້າຈະຖືກ​ຈັບ​ໄປດ້ວຍມືຂອງສັດຕູ!
\s5
\v 25 ແລະ​ເຈົ້າ, ໂອ ຜູ້ປົກຄອງແຫ່ງ​ອິດສະຣາເອນທີ່ຊົ່ວຮ້າຍ ແລະ ເລວຊາມເອີຍ, ​ວັນແຫ່ງການພິພາກສາລົງໂທດຂອງເຈົ້າມາເຖິງແລ້ວ, ແລະເວລາແຫ່ງການກະທຳຊົ່ວຫມົດລົງແລ້ວ,
\v 26 ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ກ່າວ​ດັ່ງ­ນີ້​ວ່າ: ຈົ່ງ​ຖອດ​ຜ້າ​ຄຽນ​ຫົວ ແລະ ​ຖອດ​ມົງ­ກຸດ​ອອກ​ເສຍ! ສິ່ງ​ຕ່າງໆ​ຈະ​ບໍ່​ຄົງ​ຢູ່​ເຫມືອນ​ທີ່​ເຄີຍ​ເປັນ! ໃຫ້​ຍົກ­ຍ້ອງ​ຄົນ­ທີ່​ຕ່ຳ​ຂຶ້ນ ແລະ ​ໃຫ້​ກົດ​ຄົນ­ທີ່​ສູງໃຫ້ຕໍ່າ​ລົງ!
\v 27 ຈົ່ງພັງທະລາຍ! ຈົ່ງພັງທະລາຍ! ເຮົາ​ຈະ​ເຮັດ​ໃຫ້­ມັນພັງ­ທະ­ລາຍ! ມັນຈະບໍ່ຖືກບູລະນະ ຈົນກວ່າຜູ້ທີ່ໄດ້ຮັບມອບຫມາຍ ໃຫ້ດຳເນິນການພິພາກສາມາ.
\s5
\v 28 ດັ່ງນັ້ນ, ບຸດ​ແຫ່ງ​ມະ­ນຸດ​ເອີຍ, ​ຈົ່ງ​ປະ­ກາດ​ຄຳທຳນວາຍ​ແລະ ​ກ່າວ​ວ່າ, 'ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າຊົງກ່າວ​ດັ່ງ­ນີ້​ກ່ຽວ­ກັບ​ຄົນ​ອຳ­ໂມນ ແລະ ກ່ຽວ­ກັບ​ຄວາມອັບອາຍຂອງເຂົາທີ່ກຳລັງຈະມາ​: ດາບ​ເຫລັ້ມ​ຫນຶ່ງ, ຖືກ​ຖອດ­ອອກ! ມັນຖືກ​ຂັດ​​ເພື່ອ​ການ​ຂ້າ­ຟັນ, ດັ່ງນັ້ນ ມັນຖືກຂັດໃຫ້ເຫລື້ອມເຫມືອນຟ້າແມບ!
\v 29 ຂະ­ນະ​ທີ່​​ຜູ້​ທຳ​ນວາຍເຫັນ​ນິ­ມິດວ່າງເປົ່າແກ່​ເຈົ້າ, ຂະ­ນະ​ທີ່​ພວກ­ເຂົາ​ໄດ້ເຮັດພິທິການ ທີ່ມີແຕ່ການຕົວະແກ່ເຈົ້າ, ດາບນີ້ກໍຈະວາງ​ເທິງ​ຄໍ​ຂອງ​ຄົນ​ຊົ່ວ ຜູ້ທີ່ຈະ​ຖືກ​ຂ້າ, ວັນເວ­ລາແຫ່ງ​ການ­ລົງ­ໂທດໄດ້ມາເຖິງແລ້ວ ແລະ ວັນແຫ່ງ​ຄວາມ​ຊົ່ວ­ຊ້າຈະສິ້ນ​ສຸດລົງແລ້ວ.
\s5
\v 30 ຈົ່ງໃຫ້​ດາບ​ກັບ­ເຂົ້າ​ຝັກ​​ ໃນບ່ອນ​ທີ່​ເຈົ້າ​ສ້າງ​ຂຶ້ນ, ໃນ​ແຜ່ນ­ດິນ​ດັ້ງ­ເດີມ​ຂອງ​ເຈົ້າ, ເຮົາ​ຈະ​ພິ­ພາກ­ສາ​ເຈົ້າ.
\v 31 ເຮົາ​ຈະ​ຖອກ​ເທຄວາມ​ຄຽດ​ຮ້າຍ​ຂອງ​ເຮົາ​ເຫນືອ​ເຈົ້າ! ເຮົາ​ຈະ​ພົ່ນ​​ໄຟ​ແຫ່ງ​ຄວາມ​ພິ­ໂລດ​ຂອງ​ເຮົາເຫນືຶອນເຈົ້າ ແລະ ​ເຮົາ​ຈະ​ມອບ​ເຈົ້າ​ໄວ້​ໃນ​ມື​ຂອງ​ຄົນ​ໃຈໂຫດ, ຜູ້​ມີ​ຝີ​ມື​ໃນ​ການ​ທຳ­ລາຍລ້າງ!
\s5
\v 32 ເຈົ້າ​ຈະ​ເປັນ​ເຊື້ອເພີງ​ສຳລັບ​ໄຟ! ເລືອດ​ຂອງ​ເຈົ້າ​ຈະ​ຢູ່​ກາງ​ແຜ່ນ­ດິນ. ຈະ​ບໍ່­ມີ​ໃຜ​ຈົດ​ຈຳ​ເຈົ້າ​ໄວ້​, ເພາະ​ເຮົາ​ແມ່ນ​ພຣະ­ຢາເວ​ໄດ້ປະກາດໄວ້ດັ່ງນີ້!'"
\s5
\c 22
\cl ບົດທີ 22
\p
\v 1 ແລ້ວ ພຣະ­ຄຳຂອງ​ພຣະຢາເວ​ມາ​ເຖິງ​ຂ້ານ້ອຍ, ​ກ່າວວ່າ,
\v 2 ບັດນີ້, ບຸດແຫ່ງມະນຸດເອີຍ, ເຈົ້າຈະ​​ພິ­ພາກ­ສາ​ບໍ? ເຈົ້າ​ຈະ​ພິ­ພາກ­ສາ​ເມືອງ​ທີ່​ເປິ­ເປື້ອນ​ດ້ວຍ​ເລືອດ​ນັ້ນ​ບໍ? ​ຈົ່ງ​ບອກໃຫ້ເມືອງນີ້ໄດ້ຮູ້ເຖິງພຶດຕິກຳອັນ​​ຫນ້າ​ກຽດ­ຊັງ​ທັງຫລາຍຂອງ​ເມືອງ​ນັ້ນ​.
\v 3 ເຈົ້າຈົ່ງກ່າວ​ວ່າ, 'ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ກ່າວ​ດັ່ງ­ນີ້​ວ່າ: ນີ້​ເປັນ​ເມືອງ​ທີ່​ຫລັ່ງ​ເລືອດ​ໃນທ່າມກາງເມືອງນັ້ນ ເພື່ອ​ເວ­ລາ​ຂອງເມືອງນັ້ນຈະມາເຖິງ; ຄືເມືອງນັ້ນທີ່ເຮັດ​ຮູບ​ເຄົາ­ລົບ​ ແລະປອ່ຍຕົນໃຫ້ເປັນ​ມົນ­ທິນ.
\s5
\v 4 ເຈົ້າ​ມີ​ຄວາມ​ຜິດ​ດ້ວຍ​ເລືອດ​ທີ່​ເຈົ້າ​ຫລັ່ງອອກມາ, ແລະ ເຈົ້າໄດ້ເຮັດໃຫ້ເປັນ​ມົນ­ທິນ​ດ້ວຍ​ຮູບ​ເຄົາ­ລົບ​ທີ່​ເຈົ້າ​ເຮັດ​ຂື້ນມາ. ເພາະເຈົ້າ​ໄດ້​ຊັກ​ນຳ​ໃຫ້​ເວ­ລາ​ຂອງ​ເຈົ້າ​ໃກ້ເຂົ້າ​ມາ​ ແລະ ເຂົ້າໃກ້ປີສຸດທ້າຍຂອງເຈົ້າ​ແລ້ວ. ເພາະ­ສະ­ນັ້ນ ເຮົາ​ຈຶ່ງ​ເຮັດ​​ໃຫ້­ເຈົ້າຖືກ​ປະ­ນາມ​ທ່າມກາງ​ປະ­ຊາ­ຊາດທັງຫລາຍ ແລະ ຖືກ​ຫມິ່ນປະຫມາດຕໍ່ສາຍຕາ​ປະ­ເທດ​ທັງ­ຫລາຍ.
\v 5 ທັງບັນດາຜູ້ທີ່­ຢູ່​ໃກ້ ແລະ ­ຢູ່​ໄກ​ຈະ​ເຍາະ­ເຍີ້ຍ​ເຈົ້າ, ໂອ ເມືອງທີ່ເປັນມົນທິນເອີຍ, ຊຶ່ສຽງຂອງເຈົ້າເປັນ​ທີ່ຮູ້ຈັກກັນໄປທົ່ວທຸກຫົນທຸກແຫ່ງ ເຫມືອນເຕັມໄປດ້ວຍຄວາມ​ສັບສົນວຸ້ນ­ວາຍ.
\s5
\v 6 ເບິ່ງ​ແມ໋! ຜູ້ປົກຄອງ​ແຫ່ງ​ອິດສະຣາເອນທັງຫລາຍນັ້ນ, ອຳນາດຂອງແຕ່ລະຄົນ, ໄດ້ມາເຖິງເຈົ້າ ເພື່ອເຮັດໃຫ້ເກີດການຫລັ່ງເລືຶອດ.
\v 7 ພວກເຂົາໄດ້ເຮັດໃຫ້ພໍ່ແມ່ເສຍກຽດໃນເຈົ້າ, ແລະ ພວກເຂົາກົດຂີ່​ຂົ່ມ­ເຫັງ​ບັນດາຄົນຕ່າງດ້າວທີ່ຢູ່​ທ່າມ­ກາງເມືອງ. ພວກເຂົາປະພຶດບໍ່ດີຕໍ່ເດັກ­ກຳ­ພ້າ​ ແລະ ​ແມ່­ຫມ້າຍ​ໃນເມືອງນີ້.
\v 8 ເຈົ້າ​ໄດ້​ຫມິ່ນ­ປະ­ຫມາດ​ສິ່ງ​ທີ່​ບໍ­ຣິ­ສຸດ​ຂອງ​ເຮົາ ແລະ​ເຮັດ­ໃຫ້ບັນດາວັນ​ສະ­ບາ​ໂຕ​ຂອງ​ເຮົາມົວຫມອງ.
\v 9 ພວກນັກຂ້າໄດ້ມາຫາເຈົ້າ ເພື່ອເຮັດໃຫ້ເກີດການຫລັ່ງເລືອດ, ແລະ ເຈົ້າຈະກິນລ້ຽງເທິງ​ພູ­ເຂົາ. ພວກເຂົາເຮັດສິ່ງຊົ່ວຮ້າຍໃນ​ທ່າມ­ກາງ​ເຈົ້າ.
\s5
\v 10 ການເປື່ອຍກາຍຂອງພໍ່ ຖືກເປີດເຜີຍໃຫ້ເຈົ້າໄດ້ເຫັນ. ພວກເຂົາໄດ້ຂົ່ມເຫັງຜູ້ຍິງທີ່ເປັນມົນທິນໃນເຈົ້າໃນລະຫວ່າງບໍ່ສະອາດຂອງເຂົາ.
\v 11 ຜູ້ຊາຍທີ່ເຮັດສິ່ງທີ່ຫນ້າ​ກຽດ­ຊັງ​ກັບ​ເມຍ​ຂອງ​ເພື່ອນ­ບ້ານ, ແລະ ຜູ້ຊາຍທີ່ຂົ່ມ­ຂືນ​ລູກໄພ້​ຂອງ­ຕົນ​ຢ່າງ​​ຫນ້າ​ລະອາຍ; ຜູ້ຊາຍທີ່ລ່ວງເກີນເອື້ອຍນ້ອງ—ລູກ­ສາວ​​ຮ່ວມ​ພໍ່​ດຽວຂອງ­ຕົນ — ຄົນເຫລົ່ານີ້ຕ່າງຢູ່ທ່າມກາງເຈົ້າ.
\v 12 ຊາຍທັງຫລາຍເຫລົ່ານີ້ທີ່​ຮັບ​ສິນ­ບົນທ່າມກາງເຈົ້າ ​ເພື່ອ​ເຮັດ­ໃຫ້​ຫລັ່ງເລືອດ. ເຈົ້າ​ເອົາ​ດອກ­ເບ້ຍ ແລະ ​ຫາ​ກຳ­ໄລ​ຫລາຍເກີນໄປ. ເຈົ້າໄດ້ທຳລາຍເພື່ອນ­ບ້ານ​ຂອງ​ເຈົ້າ​ໂດຍ​ການ­ບີບ​ບັງ­ຄັບ ແລະ​ ເຈົ້າ​ໄດ້ຫລົງ​ລືມ​ເຮົາ​ເສຍ — ນີ້ເປັນຄຳປະກາດຂອງພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ​.
\s5
\v 13 ເບິ່ງ​ແມ໋! ດ້ວຍມືຂອງເຮົາ ເຮົາຈະຕີເຈົ້າເນື່ອງ​ຈາກ​ຜົນ​ກຳ­ໄລ​ອະ­ທຳ​ທີ່​ເຈົ້າ​ໄດ້ເຮັດ, ແລະ ການຫລັ່ງເລືຶອດໃນທ່າມກາງຂອງເຈົ້າ​.
\v 14 ໃຈ​ເຈົ້າ​ຈະ​ອົດທົນ, ແລະ ​ມື​ຂອງ​ເຈົ້າ​ຈະ​ແຂງ­ແຮງ​ ໃນ​ວັນ­ທີ່​ເຮົາ​ຈະ​ລົງໂທດ​ເຈົ້າໄດ້ບໍ? ເຮົາ, ​ແມ່ນພຣະຢາເວໄດ້ປະກາດສິ່ງນີ້ແລ້ວ, ແລະ ເຮົາ​ຈະ​ເຮັດ​ຕາມ​ນັ້ນ.
\v 15 ດັ່ງນັ້ນ ເຮົາ​ຈະ­ໃຫ້ພວກ​ເຈົ້າ​ກະ­ຈັດ­ກະ­ຈາຍ​ໄປ​ໃນທ່າມກາງ​ປະ­ຊາ­ຊາດຕ່າງໆ ແລະ ​ໃຫ້ເຈົ້າກະ­ຈາຍ​ໄປທົ່ວດິນແດນຕ່າງໆ. ໃນວິທີນີ້, ເຮົາ​ຈະ​ຊຳຣະລ້າງ​ຄວາມ​ເປິະເປື້ອນ​ອອກ­ຈາກ​ເຈົ້າ​ເສຍ.
\v 16 ດັ່ງນັ້ນ ເມື່ອເຈົ້າເປັນສິ່ງທີ່ບໍ່ບໍຣິສຸດໃນ​ສາຍ­ຕາ​ຂອງ​ປະ­ຊາ­ຊາດທັງຫລາຍ. ແລ້ວເຈົ້າ​​ຈະ​ຮູ້­ວ່າ​ ເຮົາ​ແມ່ນ​ພຣະ­ຢາເວ.”
\s5
\v 17 ຕໍ່ມາ ພຣະ­ຄຳຂອງ​ພຣະຢາເວ​ມາ​ເຖິງ​ຂ້າ­ນ້ອຍ, ກ່າວວ່າ,
\v 18 “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ເຊື້ອ­ສາຍ​ອິດສະຣາເອນ​ກາຍ­ເປັນ​ຂີ້​ເຫຍື້ອສຳລັັບເຮົາ. ພວກ­ມັນທັງ​ຫມົດ​ເປັນຂີ້​ທອງ­ເຫລືອງ, ຂີ້ກົ່ວ, ເຫລັກເສດ ໃນ​ທ່າມກາງພວກເຈົ້າ. ພວກ­ເຂົາ​ເປັນເສດ​ເງິນໃນເຕົາຫລອມຂອງເຈົ້າ.
\v 19 ເພາະ­ສະ­ນັ້ນ ພຣະຢາເວອົງ­ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ກ່າວ​ດັ່ງ­ນີ້​ວ່າ, ' ເພາະ­ວ່າ ພວກ​ເຈົ້າທັງ​ຫມົດ​ເປັນເຫມືອນ​ຂີ້ເຫຍື້ອ,' ດັ່ງນັ້ນ, ບິ່ງ​ແມ໋! ເຮົາ​ຈະ​ຮວບ­ຮວມ​ເຈົ້າ​ໄວ້​ທ່າມ­ກາງ​ນະຄອນເຢ­ຣູ­ຊາ­ເລັມ.
\s5
\v 20 ເຫມືອນກັບການ​ຮວບ­ຮວມ​ເງິນ, ທອງ­ເຫລືອງ, ເຫລັກ, ຊືນ ແລະ​ ກົ່ວ​ ທ່າມກາງ​ເຕົາ​ຫລໍ່ ເພື່ອ​ໃຫ້​ໄຟເຜົາ​ໃຫ້​ມັນ​ລະ­ລາຍ, ເຮົາຈະເຮັດໃຫ້ເຈົ້າລະລາຍ. ສະນັ້ນ, ເຮົາ​ຈະ​ຮວບຮວມພວກເຈົ້າດ້ວຍ ຄວາມ​ໂກດ​ຮ້າຍ ແລະ​ ດ້ວຍ​ຄວາມ​ພິ­ໂລດ​ຂອງ​ເຮົາ. ເຮົາ​ຈະ​ວາງເຈົ້າໄວ້ບ່ອນນັ້ນ ແລະ ເປົ່າໄຟໃສ່ເຈົ້າໃຫ້ລະລາຍ; ດັ່ງນັ້ນ ເຮົາຈະຮວບຮວມພວກເຈົ້າດ້ວຍຄວາມຄຽດຮ້າຍ ແລະ ດ້ວຍຄວາມພິໂລດ, ແລະ ວາງເຈົ້າໃສ່ບ່ອນນັ້ນ ແລະ ຈະຖອກເທເຈົ້າອອກ.
\v 21 ເຮົາ​ຈະ​ຮວບ­ຮວມ​ເຈົ້າ ແລະ ​ເປົ່າຕໍ່ສູ້ເຈົ້າດ້ວຍ­ໄຟ​ແຫ່ງ​ຄວາມ​ພິ­ໂລດ​ຂອງ​ເຮົາ​ ເພື່ອເຈົ້າ​ຈະຖືກຖອກເທອອກຈາກທ່າມກາງເມືອງນັ້ນ.
\v 22 ຖ້າເງິນຖືກ​ຫລໍ່ທ່າມກາງ​ເຕົາໄຟ, ເຈົ້າ​ຈະຖືກລະລາຍຢູ່ທ່າມກາງມັນ, ແລະ ເຈົ້າຈະຮູ້ວ່າ ເຮົາ, ແມ່ນ​ພຣະຢາເວ, ໄດ້ຖອກ​ຄວາມ​ຄຽດ​ຮ້າຍ​ຂອງ​ເຮົາ​ລົງ​ເຫນືອພວກ​ເຈົ້າ!”
\s5
\v 23 ​ພຣະ­ຄຳ​ຂອງ​ພຣະຢາເວ​ມາ​ເຖິງ​ຂ້ານ­້ອຍ, ກ່າວວ່າ,
\v 24 “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ຈົ່ງ​ກ່າວກັບ​ແຜ່ນ­ດິນ​ນັ້ນ​ວ່າ ' ເຈົ້າ​ເປັນ​ແຜ່ນ­ດິນ​ທີ່​ບໍ່­ໄດ້​ຮັບ​ການ​ຊຳ­ລະໃຫ້ສະອາດ. ຝົນຈະບໍ່ຕົກໃນວັນແຫ່ງພຣະພິໂລດ!
\v 25 ມີການສົມຮູ້ຮ່ວມຄິດຂອງ​ຜູ້­ທຳນວາຍໃນທ່າມກາງເຂົາ, ເຫມືອນ​ໂຕ​ສິງ​ຄຳ​ລາມ​ ແລະ ຈີກ​ເຫຍື່ອ​ຢູ່. ພວກ­ເຂົາ​​ກິນ​ຊີ­ວິດ​ຜູ້ຄົນ ແລະ ປຸ້ນ​ຊັບ­​ສິ່ງຂອງທີ່​ມີຄ່າ​ໄປ; ພວກ­ເຂົາ​ໄດ້​ເຮັດ­ໃຫ້​ເກີດມີ​ແມ່­ຫມ້າຍ​ຢ່າງ​ຫລວງ­ຫລາຍໃນ​ທ່າມ­ກາງ​ແຜ່ນ­ດິນ​ນັ້ນ!
\s5
\v 26 ປະ­ໂລ­ຫິດ​ຂອງ​ພວກ­ເຂົາ​ໄດ້​ລະ­ເມີດ​ພຣະ­ບັນ­ຍັດ​ຂອງ​ເຮົາ,​ແລະ​ ພວກເຂົາ​ຫມິ່ນ­ປະ­ຫມາດ​ສິ່ງ​ບໍ­ຣິ­ສຸດ​ຂອງ​ເຮົາ. ພວກເຮົາ​ບໍ່ໄດ້​ແຍກ​ແຍະ ລະຫວ່າງ ບັນດາສິ່ງຂອງບໍ­ຣິ­ສຸດ ແລະ ສິ່ງຂອງທີ່ບໍໍ່ບໍຣິສຸດ, ແລະ ບໍ່­ໄດ້​ສອນເຖິງ­ຄວາມ​ແຕກ​ຕ່າງ ​ລະ­ຫວ່າງ​ສິ່ງ​ທີ່ສະອາດ ແລະ ສິ່ງທີ່​ເປັນ​ມົນ­ທິນ. ພວກເຂົາໄດ້ລີ້ຈາກບັນດາວັນສະບາໂຕຂອງເຮົາ ເພື່ອໃຫ້ເຮົາຖືກຫມິ່ນປະຫມາດ​ທ່າມ­ກາງ​ພວກ­ເຂົາ​.
\v 27 ບັນດາເຈົ້າຊາຍ​ໃນ​ທ່າມ­ກາງ​ແຜ່ນ­ດິນ​ເປັນ​ເຫມືອນ​ຫມາ­ປ່າ​ທີ່​ຈີກຊີ້ນຂອງ​ເຫຍື່ອຂອງພວກມັນອອກ. ພວກເຂົາເຮັດ­ໃຫ້ເກີດການຫລັ່ງ​ເລືອດ​ ແລະ ທຳ­ລາຍ​ຊີ­ວິດ, ​ເພື່ອ­ຈະ​ເອົາ​ກຳ­ໄລ​ອັນ​ບໍ່​ສັດ­ຊື່
\v 28 ບັນດາຜູ້­ທຳນວາຍທັງຫລາຍກໍໄດ້​ໂບກ​ຕົນເອງດ້ວຍ​ປູນ­ຂາວ; ​ພວກ­ເຂົາ​ເຫັນ​ນິ­ມິດ​ບໍ່​ຈິງ ແລະ​​ ຄຳ​ທຳ​ນວາຍ​ຂີ້­ຕົວະ​ແກ່​ພວກ­ເຂົາ. ພວກເຂົາກ່າວ​ວ່າ, "ພຣະຢາເວອົງ­ພຣະ­ຜູ້­ເປັນ­ເຈົ້າຊົງ​ກ່າວ​ດັ່ງ­ນີ້" ທັງ​ທີ່​ພຣະ­ຢາເວບໍ່­ໄດ້​ກ່າວ​ເລີຍ.
\s5
\v 29 ປະ­ຊາ­ຊົນ​ແຫ່ງ​ແຜ່ນ­ດິນ​ບີບ­ບັງຄັບ ແລະ​ ຍາດ​ຊີງ​ເອົາສິ່ງຂອງຜ່ານການປຸ້ນ. ແລະ ພວກ­ເຂົາ​ບີບ​ບັງ­ຄັບ​ຄົນ​ຍາກ­ຈົນ ແລະ​ ຄົນ​ຂັດ​ສົນ, ແລະ ບີບບັງຄັບ​ຄົນ​ຕ່າງ­ດ້າວ​ໂດຍປາສາຈາກຄວາມຍຸດຕິທຳ.
\s5
\v 30 ດັ່ງນັ້ນ ເຮົາ​ໄດ້ສະ­ແຫວງ­ຫາຜູ້ຊາຍ​ຈັກ​ຄົນ​ຫນຶ່ງ​ໃນ​ພວກ­ເຂົາ ຊຶ່ງ​ກໍ່​ກຳແພງຂື້ນ ແລະ ​ຢືນ­ຢູ່​ຕໍ່­​ຫນ້າ​ເຮົາ​ ເພື່ອ​ຊຳຣະແຜ່ນ­ດິນ​ນັ້ນໃຫ້ສະອາດ ແລະ ເຮົາຈະບໍ່­ໄດ້​ທຳ­ລາຍ​ມັນ​, ແຕ່ກໍ​ຫາ​ບໍ່­ໄດ້​ຈັກ​ຄົນ​ດຽວເລີຍ.
\v 31 ສະ­ນັ້ນ ເຮົາ​ຈຶ່ງ​ຖອກ​ຄວາມ​ຄຽດ​ຮ້າຍ​ຂອງ​ເຮົາ​ລົງ​ເຫນືອ​ພວກ­ເຂົາ. ເຮົາຈະເຮັດໃຫ້ພວກເຂົາຈົບສີ້ນດ້ວຍແປວໄຟແຫ່ງຄວາມ​ພິ­ໂລດ​ຂອງ​ເຮົາ ແລະ ເຮັດໃຫ້ສິ່ງທັງປວງທີ່ເຂົາໄດ້ເຮັດນັ້ນຕົກ​ເທິງ​ຫົວ​ຂອງພວກ​ເຂົາ — ນີ້ເປັນຄຳປະກາດຂອງພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ.””
\s5
\c 23
\cl ບົດທີ 23
\p
\v 1 ພຣະ­ຄຳ​ຂອງ​ພຣະ­ຢາເວ​ມາ​ເຖິງ​ຂ້າ­ນ້ອຍ​, ກ່າວວ່າ,
\v 2 “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ມີ​ຜູ້­ຍິງ​ສອງ​ຄົນ ເປັນ​ລູກ­ສາວ​ແມ່​ດຽວ​ກັນ.
\v 3 ​ຂະເຈົ້າເຮັດຄືຍິງໂສເພນີໃນເອຢິບ ຕັ້ງ­ແຕ່​ຍັງ​ເປັນ​ຫນຸ່ມ. ​ຂະເຈົ້າເຮັດຄືຍິງໂສເພນີຢູ່ທີ່ນັ້ນ. ຫນ້າອົກຂອງພວກເຂົາ ຖືກບີບ ແລະ ຫົວນົມພົມມະຈາລີຂອງເຂົາຖືກລູບຄຳຢູ່ທີ່ນັ້ນ.
\v 4 ຊື່ຂອງພວກເຂົາແມ່ນ ​ໂອ­ໂຮ­ລາ — ຜູ້ເອື້ອຍ — ແລະ​ ໂອ­ໂຮ­ລີ­ບາ — ຜູ້​ນ້ອງ­ສາວ. ທັງ​ສອງ​ຄົນໄດ້ກາຍມາ​ເປັນ​ຂອງເຮົາ ແລະໄດ້ເກີດລູກ­ຊາຍ ແລະ ລູກສາວ. ​ຊື່ຂອງພວກເຂົາມມີຄວາມຫມາຍວ່າ: ໂອ­ໂຮ­ລາ​ ຫມາຍເຖິງຊາ­ມາ­ເຣຍ, ແລະ ​ໂອ­ໂຮ­ລີ­ບາ​ຫມາຍເຖິງ ເຢ­ຣູ­ຊາ­ເລັມ.
\s5
\v 5 ແຕ່ໂອ­ໂຮ­ລາເຮັດຕົນເປັນໂສເພນີ ເຖິງວ່າ ເມື່ອ​ນາງ​ເປັນ​ຂອງ​ເຮົາແລ້ວກໍຕາມ. ນາງ​ຫລົງ­ໄຫລ​ໄປນຳພວກ​ຄົນ​ຮັກ​ຂອງ​ນາງ, ຄືຊາວ​ອັດ­ຊີ­ເຣຍຊຶ່ງເປັນຜູ້ມີອິນທິພົນ,
\v 6 ເຈົ້າເມືອງແຕ່ງ​ກາຍ​ດ້ວຍຜ້າສີ­ມ່ວງ, ແລະ ສຳລັບທາງຣາຊະການ, ຊຶ່ງເປັນຜູ້ແຂງແຮງ ແລະ ຮູບງາມ, ພວກເຂົາທຸກຄົນຂີ່ມ້າ.
\v 7 ດັ່ງນັ້ນ ນາງ​ໄດ້ສະເຫນີຕົນເອງໃຫ້ແກ່ພວກເຂົາເຫມືອນຢ່າງໂສເພນີ, ​ໃຫ້ແກ່​ຜູ້ຊາຍ­ຊັ້ນສູງ​ຂອງ​ອັດ­ຊີ­ເຣຍ​ທຸກ​ຄົນ, ແລະ ​ນາງ​ກໍ​ເຮັດ​ຕົນ​ໃຫ້­ເປັນ​ມົນ­ທິນ​ກັບທຸກ​ຄົນ­ທີ່​ນາງໄດ້ນອນນຳ — ແລະ ​ຮູບ​ເຄົາ­ລົບ​ທັງຫມົດຂອງພວກເຂົາ.
\s5
\v 8 ເພາະນາງ​ບໍ່­ໄດ້​ລະ​ຄວາມປະພຶດການເປັນໂສເພນີຕັ້ງແຕ່​ຢູ່​ເອ­ຢິບ, ​​ພວກເຂົາໄດ້ນອນນຳນາງ ເມື່ອນາງ​ຍັງ​ສາວ, ​ພວກເຂົາຈັບ​ຕ້ອງຫນ້າ​ເອິກ​ພົມ­ມະ­ຈາ­ລີ​ຂອງ​ນາງ ແລະ ​ຖອກເທ​ລາ­ຄະ​ຕັນ­ຫາ​ຂອງ​ເຂົາ​ໃຫ້​ແກ່​ນາງ.
\v 9 ເພາະ­ສະ­ນັ້ນ ເຮົາ​ຈຶ່ງ​ມອບ​ນາງ​ໃຫ້​ຕົກ​ຢູ່­ໃນ​ມື​ຂອງພວກ​ຄົນ​ຮັກ​ຂອງ​ນາງ, ຄື​ໃນ​ມື​ຄົນ​ອັດ­ຊີ­ເຣຍ​ຊຶ່ງ​ນາງ​ຫລົງ­ໄຫລ​ນັ້ນ.
\v 10 ພວກ­ເຂົາໄດ້ເຜີຍຄວາມເປືອຍກາຍຂອງນາງ. ພວກເຂົ​າຈັບ​ລູກ­ຊາຍ​ ແລະ ລູກຍິງ​ຂອງ​ນາງ, ແລະ​ພວກເຂົາຂ້າ​ນາງ​ດ້ວຍ​ຄົມດາບ, ແລະ​ ນາງ​ຈຶ່ງກາຍເປັນຄົນຫນ້າອັບອາຍແກ່ຜູ້ຍິງຄົນອຶ່ນໆ, ດັ່ງນັ້ນ ພວກເຂົາໄດ​້ພິ­ພາກ­ສາ​ລົງ­ໂທດ​ນາງ​ແລ້ວ.
\s5
\v 11 ເມື່ອ​ໂອ­ໂຮ­ລີ­ບາ​ນ້ອງ­ສາວ​ຂອງ​ນາງ​ເຫັນ​ເຊັ່ນ​ນັ້ນ, ນາງ​ກໍ​ມີລາຄະຕັນຫາ​ຢ່າງແຮງກ້າຫລາຍ­ກວ່າ​ເອື້ອຍ​ ແລະ ປະພຶດຕົນເປັນໂສເພນີຫລາຍ­ກວ່າ​ເອື້ອຍອີກ.
\v 12 ນາງ​ຫລົງ­ໄຫລ​ອັດ­ຊີ­ເຣຍ, ທັງພວກເຈົ້າ­ເມືອງ ​ແລະ​ ພວກຂ້າຣາຊການຊັ້ນສູງ, ຜູ້​ແຕ່ງ​ຕົວສົມຍົດ, ຄືຄົນເຫລົ່ານັ້ນທີ່​ຂີ່ເທິງຫລັງ​ມ້າ. ພວກເຂົາ​ທຸກ​ຄົນ​ເປັນ​ຊາຍ​ຫນຸ່ມ​ທີ່​ແຂງແຮງ ແລະ ຮູບງາມ.
\v 13 ​ເຮົາໄດ້​ເຫັນ​​ນາງ​ເຮັດຕົນໃຫ້ເປັນ​ມົນ­ທິນ. ​ທັງ​ສອງເອື້ອຍນ້ອງ​ກໍເປັນແບບດຽວ​ກັນ.
\s5
\v 14 ແຕ່​ນາງ​ກໍຍິ່ງເພີ່ມພຶດຕິກຳໂສເພນີຫລາຍ​ຂຶ້ນ. ເມື່ອ​ນາງ​ເຫັນ​ຜູ້ຊາຍແກະສະລັກ​ຢູ່​ເທິງ​ຝາ ແລະ ແກະສະລັກຮູບຂອງ​ຄົນ​ບາ­ບີ­ໂລນ​ທີ່ແຕ້ມ​ດ້ວຍ​ສີ​ແດງ­ເຂັ້ມ,
\v 15 ໃສ່​ເຂັມຂັດຮັດ​ແອວຂອງພວກເຂົາ, ມີ​ຜ້າ​ຄຽນ​ຫົວຫ້ອຍຢູ່ເທິງຫົວຂອງພວກເຂົາ. ທຸກຄົນມີລັກສະນະເຫມືອນກັບນາຍ​ທະ­ຫານລົດມ້າ, ເຫມືອນກັບບັນດາລູກຊາຍຂອງຊາວ​ບາ­ບີ­ໂລນ, ຊຶ່ງ​ແຜ່ນ­ດິນ​ເດີມ​ຂອງ​ເຂົາ​ຄື​ບາບີໂລນ.
\s5
\v 16 ທັນທິທີ່ສາຍຕາຂອງນາງ​ເຫັນ​ຮູບຮ່າງ​ພວກເຂົາ, ນາງ​ກໍ​ຫລົງ­ໄຫລໃນພວກເຂົາ​ແລ້ວ, ດັ່ງນັ້ນ ນາງໄດ້ສົ່ງ​ຂ່າວ​ໄປ​ຫາ​ພວກເຂົາ​ທີ່​ບາ­ບີ­ໂລນ.
\v 17 ຊາວ​ບາ­ບີ­ໂລນ​ໄດ້ມາ​ຫາ​ນາງ​ເຖິງ​ຕຽງ​ຮັກ ແລະ ພວກ​ເຂົາ​ກໍ​ເຮັດ­ໃຫ້​ນາງ​ເປັນ​ມົນ­ທິນ​ດ້ວຍ​ລາ­ຄະ​ຕັນ­ຫາ​ຂອງພວກ​ເຂົາ. ດ້ວຍສິ່ງທີ່ນາງໄດ້ກະທຳ, ນາງໄດ້ເປັນມົນທິນ, ດັ່ງນັ້ນ ນາງ​ຈຶ່ງຫັນເຫອອກໄປຈາກພວກເຂົາດ້ວຍຄວາມເປິ­ເປື້ອນ​.
\s5
\v 18 ເມື່ອ​ນາງ​ໄດ້​ເຜີຍຕົນເຫມືອນເປັນໂສເພນີ ແລະ ນາງໄດ້ເຜີຍຮ່າງກາຍອັນເປືອຍຂອງນາງ, ດັ່ງນັ້ນ ວິນຍານຂອງເຮົາກໍຫັນຫລັງໄປຈາກນາງ, ເຫມືອນຢ່າງທີ່ວິນຍານຂອງເຮົາໄດ້ແຍກຈາກເອື້ອຍ​ຂອງ​ນາງໄປ.
\v 19 ແລ້ວນາງໄດ້​ເພີ່ມທະ­ວີ​ການປະພຶດເປັນໂສເພນີຫລາຍຂື້ນ, ໂດຍ​ນຶກ​ເຖິງ​ເມື່ອ​ຄາວ​ທີ່ນາງຍັງ​ເປັນສາວ​ຢູ່, ເມື່ອ​ນາງ​ເຮັດຕົນເປັນເຫມືອນໂສເພນີ​ຢູ່­ໃນ​ແຜ່ນ­ດິນ​ເອ­ຢິບ.
\s5
\v 20 ດັ່ງນັ້ນ ນາງ​ໄດ້ຫລົງ­ໄຫລ​ຊູ້​ຮັກຂອງ​ນາງ​, ອະໄວຍະວະຂອງພວກເຂົາ​ເຫມືອນກັບ​ຂອງພວກ​ລາ, ແລະ​ ການຫລັ່ງນໍ້າກາມຂອງເຂົານັ້ນກໍເຫມືອນ​ຂອງ​ມ້າ.
\v 21 ນີ້ຄືການກະທຳອັນຫນ້າອັບອາຍທີ່ເຈົ້າເຮັດໃນເວລາທີ່ເຈົ້າ​ຍັງຫນຸ່ມ, ເມື່ອ​ຄົນ​ເອ­ຢິບ​ຈັບ​ຕ້ອງ​ຫນ້າເອິກ​ຂອງ​ເຈົ້າ ແລະ​ລູບໄຫລ່ຫນ້າເອິກ­ສາວ​ຂອງ​ເຈົ້າ.
\s5
\v 22 ເພາະ­ສະ­ນັ້ນ, ໂອ­ໂຮ­ລີ­ບາ​ເອີຍ, ພຣະເຢວາ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ຊົງກ່າວ​ດັ່ງ­ນີ້​ວ່າ: “ເບິ່ງ​ແມ໋! ເຮົາຈະໃຫ້ຊູ້​ຮັກທັງຫລາຍຂອງເຈົ້າຫັນມາຕໍ່ສູ້ເຈົ້າ. ຄົນເຫລົ່ານັ້ນ ຊຶ່ງເຈົ້າໄດ້ແຍກຈາກໄປນັ້ນ ເຮົາຈະນຳພວກເຂົາມາຕໍ່ສູ້ເຈົ້າຈາກທຸກໆດ້ານ.
\v 23 ຊາວ​ບາ­ບີ­ໂລນ ແລະ ຊາວ​ກັນ​ດາ​ທັງ​ຫມົດ, ຊາວເປ­ໂກດ, ຊາວໂຊ­ອາ ແລະ​ຊາວໂກ­ອາ, ແລະ ລວມທັງຊາວ​ອັດ­ຊີ­ເຣຍ​ທັງ​ຫມົດ​, ເປັນ​ຄົນ​ຫນຸ່ມ​ທີ່ແຂງແຮງ ແລະ ຮູບງາມ, ພວກເຂົາເປັນຂ້າຣາຊະການ, ເຈົ້ານາຍລະດັບສູງ, ພວກເຂົາທຸກຄົນທີ່ຂີ່​ມ້າ.
\s5
\v 24 ພວກ­ເຂົາ​ຈະ​ມາ​ຕໍ່­ສູ້​ເຈົ້າດ້ວຍ​ອາ­ວຸດທັງຫມົດ, ແລະ ດ້ວຍລົດມ້າ­ຮົບ ແລະ ກວຽນ, ແລະ​ ພ້ອມຊົນ­ຊາດ​ທັງ­ຫລາຍ​ເປັນ​ຈຳ­ນວນ​ຫລາຍ. ພວກ­ເຂົາ​ຈະ​ໃຊ້ໂລ່ໃຫ່ຍ, ໂລ່ນ້ອຍ, ແລະ ​ຫມວກ​ເຫລັກຕັ້ງຕົນຕໍ່ສູ້ກັບເຈົ້າທຸກດ້ານ. ເຮົາຈະມອບໂອກາດໃຫ້ພວກເຂົາລົງໂທດເຈົ້າ, ແລະ ພວກເຂົາຈະລົງໂທດເຈົ້າດ້ວຍການກະທຳທັງຫລາຍຂອງເຂົາ.
\v 25 ເພາະເຮົາ​ຈະ​ຕັ້ງ​ຄວາມອິດສາຂອງເຮົາເທິງເຈົ້າ, ​ແລະ ​ພວກ­ເຂົາ​ຈະ​ເຮັດ​ກັບ​ເຈົ້າ​ດ້ວຍ​ຄວາມໂກດຮ້າຍ. ພວກ­ເຂົາ​ຈະ​ຕັດ​ດັງ ແລະ​ ຕັດ​ຫູ​ຂອງ​ເຈົ້າ​ອອກ​ເສຍ, ແລະ ພວກເຈົ້າທີ່​ລອດ​ຈະ​ລົ້ມ­ລົງ​ດ້ວຍຄົມ​ດາບ. ພວກ­ເຂົາ​ຈະ​ຈັບ​ລູກ­ຊາຍ ແລະ​ ລູກ­ສາວທັງຫລາຍ​ຂອງ​ເຈົ້າ, ແລະ ພວກເຈົ້າທີ່ລອດ​ຈະ​ຖືກ​ເຜົາ​ດ້ວຍ​ໄຟ.
\s5
\v 26 ພວກ­ເຂົາ​ຈະ​ແກ້​ເອົາ​ເສື້ອ​ຂອງ​ເຈົ້າ​ອອກ ແລະ ​ນຳ​ເອົາ​ເຄື່ອງ​ປະດັບ​ງາມໆ​ຂອງ​ເຈົ້າ​ໄປ​ເສຍ.
\v 27 ດັ່ງນັ້ນ ເຮົາ​ຈະ­ເອົາຄວາມອັບອາຍຂອງເຈົ້າອອກຈາກເຈົ້າ ແລະ ຄວາມປະພຶດຢ່າງໂສເພນີຂອງເຈົ້າອອຈາກແຜ່ນດິນ​ເອ­ຢິບ. ​ເຈົ້າຈະບໍ່ເງີຍຫນ້າຂື້ນເບິ່ງສິ່ງນັ້ນອີກ, ແລະ ເຈົ້າຈະບໍ່­ນຶກ​ເຖິງເອຢິບ​ອີກ​ຕໍ່­ໄປ.'
\s5
\v 28 ເພາະພຣະຢາເວ ​ອົງ­ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ກ່າວ​ດັ່ງ­ນີ້​ວ່າ: ເບິ່ງ​ແມ໋! ເຮົາ​ຈະ​ມອບ​ເຈົ້າ​ໄວ້​ໃນ​ມື​ຂອງ​ຜູ້​ທີ່​ເຈົ້າ​ກຽດ­ຊັງ, ກັບໄປຢູ່ໃນ​ມື​ຂອງ​ຄົນ​ເຫລົ່າ­ນັ້ນ​ທີ່​ເຈົ້າຫັນຫລັງໃຫ້.
\v 29 ພວກ­ເຂົາ​ທັງ­ຫລາຍ​ຈະ​ເຮັດ​ກັບ​ເຈົ້າ​ດ້ວຍ​ຄວາມ​ກຽດ­ຊັງ; ແລະ ​ຈະ​ປຸ້ນ​ເອົາຊັບສົມບັດຂອງເຈົ້າໄປຫມົດ ແລະ ​ຖິ້ມ​ເຈົ້າ​ໄວ້​ໃຫ້​ເປືອຍ​ກາຍ ແລະບໍ່­ມີ​ເຄື່ອງ­ນຸ່ງ. ​ການເປືອຍ​ກາຍເປັນຄວາມອັບອາຍ ແລະ ການເປັນໂສເພນິີຂອງເຈົ້າຈະຕ້ອງຖືກເປີດເຜີຍ, ພ້ອມທັງການປະພຶດອັນຫນ້າອັບອາຍ ແລະ ການລາ­ຄະ​ຕັນ­ຫາ​ຂອງ​ເຈົ້າ.
\s5
\v 30 ສິ່ງເຫລົ່ານີ້ຈະມາເຖິງເຈົ້າ ເພາະເຈົ້າເຮັດຕົນເຫມືອນເປັນໂສເພນີ, ແລະ ຫລົງໄຫລຕໍ່ບັນດາ​ປະ­ຊາ­ຊາດ​ທັງ­ຫລາຍ ຊຶ່ງເຮັດໃຫ້ເຈົ້າກາຍເປັນມົນທິນກັບບັນດາຮູບເຄົາລົບຂອງພວກເຂົາ.
\v 31 ເຈົ້າ​ໄດ້ດຳ­ເນີນ​ຕາມ​ທາງ​ຂອງ​ເອື້ອຍ​​ເຈົ້າ, ເພາະ­ສະ­ນັ້ນ ​ເຮົາ​ຈະ​ມອບ​ຖ້ວຍແຫ່ງການລົງໂທດ​ຂອງ​ນາງ​ໃສ່​ໃນມືຂອງ​ເຈົ້າ.'
\s5
\v 32 ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າຊົງກ່າວ​ດັ່ງ­ນີ້​ວ່າ, 'ເຈົ້າ​ຈະ​ຕ້ອງ​ດື່ມ​ຈາກ​ຖ້ວຍ​ຂອງ​ເອື້ອຍ​ເຈົ້າ ຊຶ່ງທັງ​ເລິກ ແລະ ​ໃຫຍ່. ເຈົ້າ​ຈະ​ກາຍເປັນຄົນທີ່ຖືກ​ເຍາະ­ເຍີ້ຍ ແລະ ​ຫມິ່ນ­ປະ­ຫມາດ — ​ເພາະ​ຖ້ວຍ​ນັ້ນ​ເຕັມ​ຫລາຍ.
\s5
\v 33 ເຈົ້າ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ມຶນ­ເມົາ ແລະ ​ຄວາມໂສກເສົ້າ, ຈອກ​ແຫ່ງຄວາມຫນ້າຢ້ານກົວ ແລະ ໄພພິບັດ; ຈອກແຫ່ງຊາ­ມາ­ເຣຍ​ເອື້ອຍຂອງ​ເຈົ້າ.
\v 34 ເຈົ້າ​ຈະ​ດື່ມ ແລະ ​ເຍັ້ນ​ຈົນ​ຫມົດ; ແລ້ວເຈົ້າ​ຈະ​ເຮັດໃຫ້ມັນແຕກ ແລະ ​ຈີກຫນ້າ​ເອິກ​ຂອງ​ເຈົ້າເປັນຕ່ອນໆ. ເພາະເຮົາໄດ້ປະກາດແລ້ວ — ພຣະຢາເວ ອົງພຣະຜູ້ເປັນເຈົ້າຊົງປະກາດດັ່ງນີ້ແຫລະ.'
\s5
\v 35 ເພາະ­ສະ­ນັ້ນ, ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ຊົງກ່າວ​ດັ່ງ­ນີ້​ວ່າ, 'ເພາະ​ເຈົ້າ​ລືມ​ເຮົາ ແລະ ຖິ້ມ​ເຮົາ​ໄວ້ຂ້າງ​ຫລັງ​ເຈົ້າ, ດັ່ງນັ້ນ ເຈົ້າ​ຈົ່ງ​ຮັບຜົນທີ່ຈະ​ຕາມມາຂອງຄວາມຫນ້າອັບອາຍ ແລະ ​ການ​ຫລິ້ນ­ຊູ້​ຂອງ​ເຈົ້າ​ສາ.'"
\s5
\v 36 ພຣະຢາເວຊົງ​ກ່າວ​ກັບ​ຂ້າ­ນ້ອຍວ່າ, “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ເຈົ້າ​ຈະ​ພິ­ພາກ­ສາ​ ໂອ­ໂຮ­ລາ ແລະ ​ໂອ­ໂຮ­ລີ­ບາ​ຫລື? ດັ່ງນັ້ນ ​ຈົ່ງ​ປະ­ກາດ​ການ​ກະ­ທຳ​ທີ່​ຫນ້າ​ກຽດ­ຊັງ​ທັງຫລາຍຂອງພວກເຂົາ​ໃຫ້ພວກເຂົາ​ຮູ້.
\v 37 ເພາະ­ວ່າ​ພວກເຂົາ​ໄດ້​ລ່ວງ­ປະ­ເວ­ນີ, ແລະ ​ເລືອດ​ກໍຢູ່­ໃນ​ມື​ຂອງພວກເຂົາ. ພວກເຂົາໄດ້​​ລ່ວງ­ປະ­ເວ­ນີ​ກັບ​ຮູບ​ເຄົາ­ລົບ​ຂອງພວກ​ເຂົາ, ແລະ ພວກ​ເຂົາຍັງ​ຖວາຍ​ລູກ­ຊາຍຂອງພວກເຂົາ ລຸຍໄຟເພື່ອເປັນອາຫານແກ່ພວກຮູບເຄົາລົບທັງຫລາຍຂອງ​ພວກ­ເຂົາ.
\s5
\v 38 ແລ້ວພວກເຂົາ ຍັງຄົງສືບຕໍ່ເຮັດເຊັ່ນນີ້ກັບເຮົາອີກ: ພວກເຂົາໄດ້ເຮັດສະຖານນະມັດສະການຂອງເຮົາເປັນມົນທິນ, ແລະ ໃນວັນດຽວກັນພວກເຂົາໄດ້ໃຫ້ບັນດາ​ສະ­ບາ​ໂຕ​ຂອງ​ເຮົາ​ໃຫ້ເປັນມົນທິນ.
\v 39 ຄື​ເມື່ອ​ພວກເຂົາ​ຂ້າ​ລູກທັງຫລາຍ​ຂອງພວກເຂົາ​ເພື່ອເປັນ​ເຄື່ອງ­ບູ­ຊາ​ຮູບ​ເຄົາ­ລົບຂອງພວກເຂົາ, ຈາກນັ້ນ ​ພວກເຂົາ​ກໍ​ເຂົ້າ​ມາ​ໃນ​ສະ­ຖານນະມັດສະການ​ຂອງ​ເຮົາ ແລະ ​ເຮັດ­ໃຫ້​ສະ­ຖານ­ທີ່​ນັ້ນ​ເປັນ​ມົນ­ທິນ! ດັ່ງນັ້ນ ເບິ່ງ​ແມ໋! ພວກເຂົາໄດ້​ເຮັດ​ສິ່ງ​ເຫລົ່າ​ນີ້​ໃນ​ທ່າມກາງວິ­ຫານ​ຂອງ​ເຮົາ.
\s5
\v 40 ພວກເຈົ້າຍັງສົ່ງຄົນໄປຫາຜູ້­ຊາຍທີ່​ມາ​ຈາກ​ທາງ​ໄກ, ດ້ວຍການໃຊ້​ຜູ້​ສົ່ງ​ຂ່າວ​ໄປ​ຫາ — ບັດນີ້ ​ເບິ່ງ​ແມ. ພວກ­ເຂົາ​ກໍ​ໄດ້ມາ, ຄືຄົນທັງຫລາຍທີ່ເຈົ້າອາບນ້ຳໃຫ້, ເຈົ້າ​ທາ​ຕາ​ຂອງ​ເຈົ້າ, ແລະ ​ແຕ່ງ​ກາຍ​ຂອງ​ເຈົ້າດ້ວຍ​ເຄື່ອງ​ປະ­ດັບ.
\v 41 ເຈົ້າ​ນັ່ງ​ຢູ່​ເທິງຕຽງນອນທີ່ສວຍງາມ ແລະ ຂ້າງຫນ້າມີໂຕະທີ່ວາງໄວ້ພ້ອມ ຊຶ່ງເປັນໂຕະທີ່ເຈົ້າວາງເຄື່ອງຫອມ​ ແລະ​ ນ້ຳ­ມັນ​ຂອງ​ເຮົາ.
\s5
\v 42 ສຽງ​ຂອງ​ປະ­ຊາ­ຊົນ​​ກໍດັງ​ຢູ່ອ້ອມຮອບ​ນາງ; ​ພ້ອມ­ກັບ​ຜູ້ຊາຍທຸກຄົນ, ແມ່ນແຕ່ ພວກ­ເຂົາ​ຄົນຂີ້ເມົາ ກໍຖືກນຳໂຕມາຈາກ​ຖິ່ນ­ແຫ້ງ­ແລ້ງ​ກັນດານທັງຫລາຍ, ແລະ ​ພວກເຂົາໄດ້ເອົາ​ສາຍແຂນ​ສຸບ​ໃສ່ມື​ຂອງ​ພວກເຂົາ ແລະ ​ສຸບ​ມົງ­ກຸດ​ງາມໆ​ເທິງ​ຫົວ​ຂອງພວກເຂົາ.
\s5
\v 43 ແລ້ວເຮົາ​ໄດ້​ກ່າວ​ເລື່ອງ​ນາງວ່າ ຜູ້​ທີ່​​ໄດ້​ລ່ວງ­ປະ­ເວ­ນີ​, 'ບັດນີ້ ພວກເຂົາຈະເຮັດຜິດສິນລະທຳທາງເພດກັບນາງ, ແລະ​ ນາງກໍຈະຮ່ວມກັບພວກ​ເຂົາ​.'
\v 44 ​ພວກເຂົາ​ເຫລົ່າ­ນັ້ນ​​ເຂົ້າໄປ​ຫາ​ນາງ ແລະ ຮ່ວມຫລັບນອນກັບນາງ ເຫມືອນຢ່າງ​ຜູ້­ຊາຍ​ທີ່​ໄປນອນກັບຍິງ​ເປັນ​ໂສ­ເພ­ນີ. ດ້ວຍວິທີນີ້ ພວກ­ເຂົາຫລັບນອນກັບ ​ໂອ­ໂຮ­ລາ​ແລະ ​ໂອ­ໂຮ­ລີ­ບາ, ​ຊຶ່ງ​ເປັນຜູ້​ຍິງຜິດສິນລະທຳ.
\v 45 ແຕ່​ຄົນ​ຊອບ­ທຳ​ຈະ​ພິ­ພາກ­ສາ​ພວກນາງ​ດ້ວຍ​ຄຳ​ພິ­ພາກ­ສາ​ອັນ​ຄວນ​​ແກ່​ຍິງ​ຜູ້​ລ່ວງ­ປະ­ເວ­ນີ, ແລະ ພວກເຂົາຈະ​ພິ­ພາກ­ສາພວກນາງ​ດ້ວຍຄຳພິພາກສາອັນ​ຄວນ​​ແກ່​ຍິງ​ຜູ້​ເຮັດ­ໃຫ້​ຄົນ​ເລືອດ​ຕົກ, ເພາະພວກ​ນາງ​ເປັນ​ຍິງ​ລ່ວງ­ປະ­ເວ­ນີ ແລະ ມືຂອງພວກນາງ ກໍເປື້ອນ​ເລືອດ​.
\s5
\v 46 ດັ່ງນັ້ນ ພຣະຢາເວ​ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ຊົງກ່າວ​ດັ່ງ­ນີ້​ວ່າ: ເຮົາຈະ​ນຳ​ກອງ­ທັບ​ມາ​ຕໍ່ສູ້​ພວກ​ນາງ ແລະ​ ເຮົາ​ຈະ​ມອບພວກນາງ​ໄວ້​ແກ່​ຄວາມ​ໂກດ​ຮ້າຍ ແລະ​ ການ​ຖືກ​ປຸ້ນ.
\v 47 ແລ້ວກອງ­ທັບ​ຈະ​ເອົາ​ກ້ອນ​ຫີນ​ແກວ່ງ​ໃສ່​ພວກນາງ ແລະ ຟັນພວກນາງດ້ວຍດາບ. ພວກ­ເຂົາ​ຈະ​ຂ້າ​ລູກ­ຊາຍ​ ແລະ ລູກສາວ​ຂອງພວກ​ນາງ ແລະ​ ເຜົາ​ເຮືອນ​ທັງ­ຫລາຍ​ຂອງ​ພວກນາງ​.
\s5
\v 48 ດັ່ງ​ນີ້­ແຫລະ ເຮົາ​ຈະ­ເອົາຄວາມປະພຶດອັນຫນ້າອັບອາຍອອກຈາກແຜ່ນ­ດິນ​ ແລະ ຕັກເຕືອນພວກ​ຜູ້­ຍິງທັງ­ຫລາຍ ເພື່ອພວກນາງ​ຈະບໍ່ເຮັດຕົນເຫມືອນໂສເພນີ.
\v 49 ດັ່ງນັ້ນ ພວກເຂົາຈະຕັ້ງຄວາມປະພຶດທີ່ຫນ້າອັບອາຍຂອງພວກເຈົ້າມາຕໍ່ສູ້ເຈົ້າ. ເຈົ້າຈະແບກຮັບຄວາມຜິດບາບຂອງເຈົ້າກັບພວກຮູບ​ຂອງ​ພວກເຈົ້າ, ແລະ ດ້ວຍວິທີນີ້ ​ເຈົ້າ​ຈະ​ຮູ້­ວ່າ​ ເຮົາ​ແມ່ນພຣະຢາເວ​ ອົງ­ພຣະ­ຜູ້­ເປັນ­ເຈົ້າ.”
\s5
\c 24
\cl ບົດທີ 24
\p
\v 1 ພຣະ­ຄຳ​ຂອງພຣະຢາເວ​ ໄດ້ມາ​ເຖິງ​ຂ້າ­ນ້ອຍ ໃນ​ວັນ­ທີ​ສິບ, ໃນເດືອນ​ທີ​ສິບ, ແລະໃນປີ​ທີ​ເກົ້າ, ກ່າວວ່າ,
\v 2 “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ຈົ່ງ​ຂຽນ​ຊື່​ຂອງ​ວັນ​ນີ້​ໄວ້, ວັນນີ້, ເພາະກະ­ສັດແຫ່ງ​ບາ­ບີ­ໂລນໄດ້​ອ້ອມນະຄອນ​ເຢ­ຣູ­ຊາ­ເລມໃນ​ວັນ​ນີ້​.
\s5
\v 3 ດັ່ງນັ້ນ ຈົ່ງ​ກ່າວ​ຄຳສຸພາສິດຕໍ່ສູ້​ເຊື້ອ­ສາຍ​ທີ່​​ກະ­ບົດ, ຈົ່ງກ່າວ­ຄຳ​ອຸ­ປະ­ມາ. ກ່າວກັບ​ພວກ­ເຂົາ​ວ່າ, 'ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ກ່າວ​ດັ່ງ­ນີ້​ວ່າ: ຈົ່ງ​ຕັ້ງ​ຫມໍ້ໄວ້. ຕັ້ງໄວ້ ແລະ ຖອກ​ນ້ຳ​ໃສ່​ຫມໍ້.
\v 4 ຈົ່ງໃສ່​ຕ່ອນ​ຊີ້ນ​ລົງ​ໄປ, ເອົາ​ຕ່ອນ​ດີໆທັງຫມົດ — ຄືຕ່ອນ​ກົກ­ຂາ ແລ ະ​ຊີ້ນ​ສັນ​ຂາ​ຫນ້າ — ເລືອກ​ກະ­ດູກ​ທີ່ດີທີ່ສຸດ​ມາ​ໃສ່ຫມໍ້​ໃຫ້​ເຕັມ.
\v 5 ຈົ່ງ​ເລືອກ​ແກະ​ທີ່​ດີ​ທີ່­ສຸດ​ຈາກຝູງ ແລະ ສຸມກະດູກໄວ້ກ້ອງມັນ. ​ຕົ້ມ​ມັນໃຫ້​ດີ ແລະ ເພື່ອ​ຂ້ຽວ​ກະ­ດູກ​ທີ່­ຢູ່​ໃນຫມໍ້​ນັ້ນ​ດ້ວຍ.
\s5
\v 6 ເພາະ­ສະ­ນັ້ນ ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ກ່າວ​ດັ່ງ­ນີ້​ວ່າ: ວິ­ບັດ ​ແກ່​ເມືອງ​ເລືອດ, ຄື​​ຫມໍ້​ຂີ້­ຫມ້ຽງ ແລະ ​ຂີ້­ຫມ້ຽງ​ນັ້ນ​ບໍ່­ໄດ້​ຫລຸດ​ອອກ​ມາ. ຈົ່ງ​ເອົາ​ຊີ້ນ​ອອກ​ເທື່ອ​ລະ​ຕ່ອນ ຢ່າ​ໂຍນມັນຫລາຍ.
\s5
\v 7 ເພາະ­ວ່າ​ເລືອດ​ທີ່​ນາງ​ເຮັດ­ໃຫ້​ຕົກ​ນັ້ນ ​ຍັງ​ຢູ່​ທ່າມ­ກາງ​ນາງ. ນາງໄດ້​ຕັ້ງໄວ້​ເທິງ​ຫີນອ່ອນ; ນາງຍັງ​ບໍ່­ໄດ້​ຖອກ​ລົງ​ດິນ ເພື່ອ​ເອົາຂີ້​ຝຸ່ນ​ປົກ​ໄວ້,
\v 8 ສະນັ້ນ ມັນເຮັດໃຫ້ເກີດ​ຄວາມ​ພິ­ໂລດ ແລະ ­ການ​ແກ້­ແຄ້ນ. ເຮົາ​ໄດ້ເຮັດໃຫ້​ເລືອດຂອງ​ນາງ​ຕົກ​ເທິງ​ກ້ອນ​ຫີນອ່ອນນັ້ນ ເພື່ອມັນຈະ​ບໍ່ຖືກປົກ​ບັງ​ໄວ້ໄດ້.
\s5
\v 9 ເພາະ­ສະ­ນັ້ນ, ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າຊົງກ່າວ​ດັ່ງ­ນີ້​ວ່າ: ວິ­ບັດ ​ແກ່​ເມືອງ​ທີ່​ຊຸ່ມດ້ວຍ​ເລືອດ. ເຮົາ​ຈະ​ເຮັດ­ໃຫ້​ກອງ­ຟືນ​ນັ້ນ​ໃຫຍ່​ຂຶ້ນ.
\v 10 ຈົ່ງ​ສຸມ​ຟືນ​ເຂົ້າ­ໄປ ແລະ ​ກໍ່​ໄຟ​ຂຶ້ນ. ຈົ່ງຕົ້ມ​ຊີ້ນ​ໃຫ້​ສຸກ ແລະ ເອົາເຄື່ອງ​ປຸງໃສ່ ແລະ ​ປ່ອຍໃຫ້​ກະ­ດູກ​​ໄຫມ້.
\s5
\v 11 ແລ້ວຕັ້ງ​ຫມໍ້ເປົ່າໄວ້​ເທິງ​ຖ່ານ, ເພື່ອໃຫ້ມັນຮ້ອນ ແລະ ໄຫມ້ທອງ­ແດງ, ເພື່ອຄວາມເປິເປື້ອນນັ້ນຈະຖືກລະລາຍອອກ, ​​ຂີ້ຫມ້ຽງທີ່ຫນາກໍໄຫມ້ຫມົດ.'
\v 12 ແຕ່ນາງກໍເສຍແຮງລ້າ ເພາະວ່ານ້ຳມັນທີ່ຫນາຂອງມັນ, ຂີ້­ຫມ້ຽງ​​ຂອງມັນ​ກໍ​ບໍ່​ຫລຸດ​ອອກ​ໄປ​.
\s5
\v 13 ຄວາມປະພຶດອັນຫນ້າອັບອາຍຂອງເຈົ້າຢູ່ໃນບໍ່ສະອາດ​ຂອງ​ເຈົ້າ​, ເພາະ­ວ່າ ​ເຮົາ​ໄດ້​ຊຳ­ລະ​ເຈົ້າ​ແລ້ວ, ແຕ່​ເຈົ້າກໍຍັງ​ບໍ່ອາດ​ຈະກາຍເປັນສະອາດໄດ້. ເຈົ້າ​ກໍຍັງ​ບໍ່ເປັນອິດສະຫລະຈາກການເປິເປື້ອນ ຈົນກວ່າ ​​ເຮົາ​ຈະ​ຖອກເທຄວາມໂກດຮ້າຍ​ຂອງ​ເຮົາ​ອອກ​ເຫນືອ​ເຈົ້າ​ຈົນ​ຫມົດ.
\s5
\v 14 ເຮົາ​, ແມ່ນ​ພຣະຢາເວ, ໄດ້ປະກາດດັ່ງນີ້, ແລະ ເຮົາຈະເຮັດເຊັ່ນນັ້ນ. ເຮົາ​ຈະ​ບໍ່​ຖອຍ​ກັບ ຫລື ເຫັນໃຈ. ໃນວິຖີທາງຂອງເຈົ້າ, ແລະ ການກະທຳຂອງພວກເຈົ້າ, ພວກເຂົາຈະພິພາກສາເຈົ້າ! — ນີ້ເປັນຄຳປະກາດຂອງພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ​.”
\s5
\v 15 ແລ້ວພຣະ­ຄຳ​ຂອງ​ພຣະຢາເວກໍ​ມາ​ເຖິງ​ຂ້າ­ນ້ອຍ, ກ່າວວ່າ,
\v 16 “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ເບິ່ງ​ແມ໋! ເຮົາ​ຈະ​ເອົາ​ສິ່ງ​ທີ່​ຕາ​ຂອງ​ເຈົ້າເຫັນໄປຈາກເຈົ້າດ້ວຍໄພພິບັດ, ແຕ່ຢ່າໂສກເສົ້າເສຍໃຈ ຫລື​ ຮ້ອງໄຫ້, ແລະ ຢ່າໃຫ້ນ້ຳຕາໄຫລ​.
\v 17 ເຈົ້າຈົ່ງໂອ່ຍຄາງຢ່າງງຽບໆ. ຢ່າ​ໄວ້​ທຸກ​ໃຫ້​ຄົນ­​ຕາຍ. ຈົ່ງ​ຄຽນ​ຜ້າ​ໃສ່ຫົວຂອງ​ເຈົ້າ ແລະ ໃສ່​ເກີບ​ຂອງ​ເຈົ້າ, ແຕ່ຢ່າ​ເອົາຜ້າປິດຫນ້າ ຫລື ກິນອາຫານຂອງຜູ້ສູນເສຍເມຍທັງຫລາຍຂອງພວກເຂົາ.”
\s5
\v 18 ດັ່ງ­ນັ້ນ ຂ້ານ້ອຍຈຶ່ງ​ເວົ້າ­ກັບ​ປະ­ຊາ­ຊົນໃນ​ຕອນ​ເຊົ້າ, ແລະ​ເມຍ​ຂອງ​ຂ້າ­ນ້ອຍ​ກໍ​ສິ້ນ​ຊີ­ວິດໃນ​ຕອນ​ຄ່ຳ. ພໍຮຸ່ງ​ເຊົ້າ​ມາ ຂ້າ­ນ້ອຍ​ກໍໄດ້​ເຮັດທຸກສິ່ງ​ເຫມືອນຢ່າງ​ທີ່­ຂ້າ­ນ້ອຍໄດ້ຮັບ​ຄຳສັ່ງ­ມາ.
\s5
\v 19 ປະ­ຊາ­ຊົນ​ກໍ​ຖາມ​ຂ້າ­ນ້ອຍາ​ວ່າ, “ທ່ານ​ຈະ​ບໍ່​ບອກ​ເຮົາ​ທັງ­ຫລາຍ​ບໍ​ວ່າ ສິ່ງທີ່ທ່ານເຮັດ​ນີ້​ມີ​ຄວາມ​ຫມາຍ​ຫຍັງ​, ໃນສິ່ງທີ່ທ່ານກຳລັງເຮັດ?”
\v 20 ດັ່ງນັ້ນ ຂ້ານ້ອຍຈຶ່ງກ່າວແກ່ພວກເຂົາວ່າ, “ພຣະຄຳຂອງພຣະຢາເວມາເຖິງຂ້ານ້ອຍ, ກ່າວດັ່ງນີ້,
\v 21 'ຈົ່ງ​ກ່າວ​ແກ່​ເຊື້ອ­ສາຍ​ຂອງອິດສະຣາເອນ​ວ່າ, ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າຊົງກ່າວ​ດັ່ງ­ນີ້​ວ່າ: ເບິ່ງ​ແມ໋! ເຮົາ​ຈະເມີນເສີຍຕໍ່ສະ­ຖານນະມັດສະການ​ຂອງ​ເຮົາ — ຊຶ່ງເປັນຄວາມ​ພາກ­ພູມ​ໃຈຂອງເຈົ້າ, ເປັນແກ້ວຕາດວງໃຈຂອງເຈົ້າ, ແລະ ເປັນ​ຄວາມປາຖະຫນາຂອງຈິດ­ວິນ­ຍານເຈົ້າ, ແລະ ລູກ­ຊາຍ​ ແລະ ລູກສາວ​ທັງຫລາຍຂອງ​ເຈົ້າ ຜູ້ຊຶ່ງ​ເຈົ້າໄດ້ປະ​ຖິ້ມ​ໄວ້​ເບື້ອງ​ຫລັງ​ຈະ​ລົ້ມ­ລົງ​ດ້ວຍ​ຄົມດາບ.
\s5
\v 22 ແລ້ວ​ເຈົ້າ​​ຈະ​ເຮັດ​ເຫມືອນຢ່າງ​ທີ່​ເຮົາ​ໄດ້ເຮັດ: ເຈົ້າ​ຈະ​ບໍ່ເອົາຜ້າ​ປິດ​ຫນ້າຂອງເຈົ້າ, ຫລື ກິນອາຫານຂອງຊາຍຜູ້ໂສກເສົ້າ!
\v 23 ແຕ່ເຈົ້າຈະເອົາຜ້າ​ຄຽນ​ຫົວ ແລະ ໃສ່ເກີບແທນ; ເຈົ້າ​ຈະ​ບໍ່ໂສກເສົ້າເສຍໃຈ ຫລື​ຮ້ອງ­ໄຫ້, ເພາະ​ເຈົ້າ​ຈະ​ລົ້ມ­ລົງ​ຍ້ອນ​ຄວາມ​ຊົ່ວ­ຊ້າ​ຂອງ​ເຈົ້າ, ແລະ ​ຜູ້ຊາຍແຕ່ລະຄົນຈະ​ໂອ່ຍຄາງຕໍ່ຫນ້າອ້າຍນ້ອງຂອງຕົນ​.
\v 24 ດັ່ງນັ້ນ ເອ­ເຊ­ກຽນ​ຈະ​ເປັນ​ເຄື່ອງ­ຫມາຍ​ສຳ­ຄັນ​ແກ່​ເຈົ້າ​ທັງ­ຫລາຍ, ເຫມືອນ​ທູກຢ່າງທີ່ລາວໄດ້ເຮັດ ເຈົ້າກໍຈະເຮັດເຫມືອນກັນ ເມື່ອ​ເຫດ­ການ​ເຫລົ່າ​ນີ້​ມາ​ເຖິງ. ແລ້ວເຈົ້າ​ຈະ​ໄດ້​ຮູ້­ວ່າ ເຮົາ​ແມ່ນພຣະຢາເວ​ ອົງ­ພຣະ­ຜູ້­ເປັນ­ເຈົ້າ!'"
\s5
\v 25 ແຕ່​ເຈົ້າ, ບຸດ​ແຫ່ງ​ມະ­ນຸດ​ເອີຍ, ໃນ​ມື້​ທີ່​ເຮົາຢຶດວິຫານຂອງພວກເຂົາໄປ, ຊຶ່ງເປັນ­ຄວາມ​ຊື່ນຊົມຍິນດີຂອງພວກເຂົາ, ຄວາມພາກພູມໃຈຂອງພວກເຂົາ, ແລະ ​ເປັນ​ສິ່ງທີ່ຊື່ນໃຈ ແລະ ໃຈປາດຖະຫນາຂອງພວກເຂົາ — ແລະ ເມື່ອເຮົາໄດ້ເອົາ​ລູກ­ຊາຍ ແລະ​ລູກ­ສາວ​ຂອງ​ພວກ­ເຂົາໄປ —
\v 26 ໃນ​ວັນ​ນັ້ນ ຜູ້ອົບພະຍົບ​ຈະ​ມາ​ຫາ​ເຈົ້າ ເພື່ອ­ຈະ​ແຈ້ງຂ່າວ​ໃຫ້​ເຈົ້າ​ໄດ້­ຍິນ!
\v 27 ໃນວັນນັ້ນ ປາກ​ຂອງ​ເຈົ້າ​ຈະຖືກ​ເປີດ​ຕໍ່­ຫນ້າ​ຜູ້​ອົບພະຍົບ ແລະ ເຈົ້າ​ຈະ​ເວົ້າວ່າ — ເຈົ້າ​ຈະບໍ່​ຫງຽບ​ອີກ​ຕໍ່­ໄປ. ເຈົ້າ​ຈະ​ເປັນຫມາຍ​ສຳ­ຄັນ​ສຳ­ລັບ​ພວກ­ເຂົາ ແລະ ​ພວກ­ເຂົາ​ຈະ​ຮູ້­ວ່າ ​ເຮົາ​ແມ່ນ​ພຣະ­ຢາເວ.”
\s5
\c 25
\cl ບົດທີ 25
\p
\v 1 ແລ້ວພຣະ­ຄຳ​ຂອງ​ພຣະຢາເວໄດ້​ມາ​ເຖິງ​ຂ້າ­ນ້ອຍ, ​ກ່າວວ່າ,
\v 2 “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ຈົ່ງ​ຕັ້ງ​ຫນ້າ​ຂອງ​ເຈົ້າ​ໄປຕໍ່ສູ່​ຄົນ​ອຳ­ໂມນ ແລະ​ ຈົ່ງ​ກ່າວຄຳທຳນວາຍຕໍ່ສູ້​ພວກ­ເຂົາ.
\s5
\v 3 ຈົ່ງ​ກ່າວ​ແກ່​ຄົນ​ອຳ­ໂມນ​ວ່າ, ' ຈົ່ງ​ຟັງ​ພຣະ­ຄຳ​ຂອງພຣະຢາເວ​ອົງ­ພຣະ­ຜູ້­ເປັນ­ເຈົ້າ. ນີ້ເປັນສິ່ງທີ່ພຣະຢາເວ ອົງພຣະຜູ້­ເປັນ­ເຈົ້າ​ຊົງກ່າວ: ​ເພາະ​ເຈົ້າ​ກ່າວ​ວ່າ, "ດີແລ້ວ! ຕໍ່​ສະ­ຖານນະມັດສະການ​ຂອງ​ເຮົາ​ ເມື່ອ​ຍັງ​ເປັນ​ມົນ­ທິນ, ແລະ ຕໍ່​ສູ້ແຜ່ນ­ດິນ​ອິດສະຣາເອນ ​ເມື່ອມັນ​ໄດ້​ຖືກ​ເຮັດ­ໃຫ້​ຮ້າງ​ເປົ່າ, ແລະ ​ຕໍ່ສູ້​ເຊື້ອ­ສາຍຂອງ​ຢູ­ດາ​ເມື່ອ​ພວກເຂົາຖືກ​ກວາດ​ໄປ​ເປັນ​ຊະ­ເລີຍ,
\v 4 ເພາະ­ສະ­ນັ້ນ, ເບິ່ງ​ແມ໋, ເຮົາ​ຈະ​ມອບ​ເຈົ້າ​ໃຫ້​ເຈົ້າເປັນກຳມະສິດຂອງຊົນຊາດ​ທາງ​ທິດ­ຕາ­ເວັນ­ອອກ. ພວກ­ເຂົາ​ຈະ​ຕັ້ງ­ຄ້າຍຕໍ່ສູ້ພວກເຈົ້າ ແລະ ຕັ້ງເຕັນ​ຂອງ​ພວກ­ເຂົາ​ຢູ່​ທ່າມ­ກາງ​ພວກ​ເຈົ້າ. ພວກ­ເຂົາ​ຈະ​ກິນຫມາກ​ໄມ້​ຂອງ​ເຈົ້າ ແລະ ​ຈະ​ດື່ມ­ນ້ຳ​ນົມ​ຂອງ​ເຈົ້າ.
\v 5 ເຮົາ​ຈະ​ເຮັດ­ໃຫ້​ເມືອງ​ຣັບ­ບາ​ເປັນ​ທົ່ງ​ຫຍ້າ​ສຳ­ລັບ​ອູດ ແລະ ​ເຮັດ­ໃຫ້​ແຜ່ນ­ດິນ​ຂອງ​ຄົນ​ອຳ­ໂມນ​ເປັນ​ບ່ອນ­ຢູ່​ສຳ­ລັບ​ຝູງ​ແກະ. ແລ້ວ​ເຈົ້າ​ຈະ​ຮູ້­ວ່າ ​ເຮົາ​ແມ່ນ​ພຣະ­ຢາເວ.
\s5
\v 6 ເພາະ​ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ຊົງກ່າວ​ດັ່ງ­ນີ້​ວ່າ: ເພາະເຈົ້າ​ໄດ້​ຕົບ­ມື ແລະ ​ທືບ​ຕີນ, ແລະ ຄວາມ​ປີ­ຕິ​ຍິນດີດ້ວຍ​ໃຈ​ຫມິ່ນປະຫມາດ​ຕໍ່ສູ້​ແຜ່ນ­ດິນ​ອິດສະຣາເອນ.
\v 7 ເພາະ­ສະ­ນັ້ນ, ເບິ່ງ​ແມ໋! ເຮົາ​ຈະປະທ້ວງເຈົ້າດ້ວຍມືຂອງເຮົາ ແລະ ​ຈະ​ມອບ​ເຈົ້າ​ໄວ້​ແກ່​ປະ­ຊາ­ຊົນ​ທັງ­ຫລາຍ​ເຫມືອນ­ເປັນ​ຂອງ​ປຸ້ນ. ເຮົາ​ຈະ​ຕັດ​ເຈົ້າ​ອອກ­ຈາກ​ຊົນ­ຊາດ​ທັງ­ຫລາຍ ແລະ​ ເຮົາຈະ​ເຮັດ­ໃຫ້​ເຈົ້າ​ຈິບ­ຫາຍ​ໄປ​ໃນທ່າມກາງ​ປະ­ເທດທັງຫລາຍ! ເຮົາ​ຈະ​ທຳ­ລາຍ​ເຈົ້າ, ແລະ​ ເຈົ້າ​ຈະ​ຮູ້­ວ່າ ​ເຮົາ​ແມ່ນ​ພຣະ­ຢາເວ.'
\s5
\v 8 ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ກ່າວ​ດັ່ງ­ນີ້​ວ່າ, 'ເພາະ​ໂມ­ອາບ ແລະ ​ເສ­ອີ​ກ່າວ​ວ່າ, "ເບິ່ງ​ແມ໋! ເຊື້ອ­ສາຍ​ຢູ­ດາ​ກໍ​ເຫມືອນກັບ​ປະ­ຊາ­ຊາດ​ອື່ນໆ​ທັງ​ຫມົດ,"
\v 9 ເພາະ­ສະ­ນັ້ນ, ເບິ່ງ​ແມ໋! ເຮົາ​ຈະ​ເປີດ​ຊາຍແດນຂອງໂມ­ອາບ​ອອກ, ເລີ່ມຈາກເມືອງຕ່າງໆ ຕາມຊາຍແດນ — ຄື​ບັນດາເມືອງຮຸ່ງເຮືອງແຫ່ງເມືອງ​ເບັດເຢ­ຊີ­ໂມດ​, ເມືອງ​ບາ­ອານເມ­ໂອນ, ແລະ​ ເມືອງ​ກີ­ຣິ­ອາດ­ທາ­ອິມ —
\v 10 ປະຊາຊົນທາງ​ທິດ­ຕາ­ເວັນອອກຈະຕໍ່ສູ້­ກັບຄົນ​ອຳ­ໂມນ. ເຮົາຈະມອບ​ອຳ­ໂມນເປັນກຳ­ມະ­ສິດ ເພື່ອ​ວ່າ​ຈະ​ບໍ່­ມີ​ໃຜ​ນຶກ​ເຖິງ​ຄົນ​ອຳ­ໂມນ​ອີກ​ໃນ​ທ່າມ­ກາງ​ບັນດາປະ­ຊາ­ຊາດ.
\v 11 ດັ່ງນັ້ນ ​ເຮົາ​ຈະ​ພິ­ພາກ­ສາ​ລົງ­ໂທດ​ໂມ­ອາບ, ແລະ ​ພວກ­ເຂົາ​ທັງ­ຫລາຍ​ຈະ​ຮູ້­ວ່າ​ ເຮົາ​ແມ່ນ​ພຣະ­ຢາເວ.'
\s5
\v 12 ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ກ່າວ​ດັ່ງ­ນີ້​ວ່າ, 'ເພາະ­ວ່າ​ເອ­ໂດມ​ໄດ້​​ແກ້­ແຄ້ນ​ຕໍ່​ເຊື້ອ­ສາຍ​ຂອງ​ຢູ­ດາ ແລະ ມີ​ຄວາມ​ຊົ່ວໃຫ່ຍຫລວງ​ໃນ​ການກະທຳເຊັ່ນນີ້​.
\v 13 ເພາະ­ສະ­ນັ້ນ, ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ກ່າວ​ດັ່ງ­ນີ້​ວ່າ: ເຮົາ​ຈະ​ຍື່ນ​ມື​ຂອງ​ເຮົາ​ອອກ​ຕໍ່­ສູ້​ເອ­ໂດມ ແລະ ທຳລາຍທຸກຄົນ ແລະ ສັດ​ທຸກໂຕທີ່ຢູ່ທີ່ນັ້ນ. ເຮົາ​ຈະ​ເຮັດໃຫ້­ພວກເຂົາຈິບຫາຍໄປ, ເຮັດໃຫ້ເປັນບ່ອນຮ້າງ​ເປົ່າ, ​ຕັ້ງ­ແຕ່ ເມືອງ​ເຕ­ມານ ຮອດ​ເມືອງ​ເດ­ດານ. ພວກ­ເຂົາ​​ກໍ​ຈະ​ລົ້ມ­ລົງ​ດ້ວຍ​ດາບ.
\s5
\v 14 ເຮົາ​ຈະ​ວາງ​ການ​ແກ້­ແຄ້ນ​ຂອງ​ເຮົາ​ລົງ​ເຫນືອ​ເມືອງ​ເອ­ໂດມ​ ດ້ວຍ​ມື​ຂອງ​ອິດສະຣາເອນ​ປະ­ຊາ­ຊົນ​ຂອງ​ເຮົາ, ແລະ ​ພວກ­ເຂົາ​ຈະ​ເຮັດກັບ​ເອ­ໂດມ​ ຕາມ​ຄວາມ​ຄຽດ​ຮ້າຍ, ແລະ ຄວາມ​ພິ­ໂລດ​ຂອງ​ເຮົາ​, ພວກ­ເຂົາ​ຈະ​ຮູ້​ເຖິງ​ການ​ແກ້­ແຄ້ນ​ຂອງ​ເຮົາ — ນີ້ເປັນຄຳປະກາດຂອງພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ.'
\s5
\v 15 ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ກ່າວ​ດັ່ງ­ນີ້​ວ່າ, 'ເພາະ­ວ່າ​ຄົນ​ຟີ­ລິດ­ສະ­ຕີນ​ໄດ້​​ແກ້­ແຄ້ນ​ດ້ວຍໃຈປອງຮ້າຍ ແລະ ​ຈາກພາຍໃນໂຕຂອງພວກເຂົາເອງ ພວກເຂົາຫມາຍຈະທຳລາຍຢູດາຫລາຍຕໍ່ຫລາຍຄັ້ງ.
\v 16 ເພາະ­ສະ­ນັ້ນ, ນີ້ເປັນສິ່ງທີ່ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າຊົງ​ກ່າວ​ດັ່ງ­ນີ້​ວ່າ: ​ເບິ່ງ​ແມ໋! ເຮົາ​ຈະ​ຍື່ນ​ມື​ຂອງ​ເຮົາ​ອອກ​ຕໍ່­ສູ້​ຄົນ​ຟີ­ລິດ­ສະ­ຕີນ, ແລະ ເຮົາ​ຈະ​ຕັດ​ຄົນ​ເກ­ເຣັດ​ອອກ ແລະ​ ທຳ­ລາຍ​ຄົນ­ທີ່​ເຫລືອ​ຢູ່​ຕາມ​ຝັ່ງ​ທະ­ເລ​ນັ້ນ​ເສຍ.
\v 17 ແລ້ວ​ເຮົາຈະເຮັດການແກ້­ແຄ້ນ​ຄັ້ງໃຫຍ່ຕໍ່ພວກເຂົາ ແລະ ລົງໂທດເຂົາ ດ້ວຍຄວາມໂກດຮ້າຍ, ແລ້ວພວກເຂົາຈະຮູ້ວ່າ ​ເຮົາ​ແມ່ນ​ພຣະ­ຢາເວ, ເມື່ອເຮົາເຮັດການແກ້ແຄ້ນເຫນືອພວກເຂົາ'"
\s5
\c 26
\cl ບົດທີ 26
\p
\v 1 ດັ່ງນັ້ນ ​ໃນ​ວັນທີຫນຶ່ງຂອງເດືອນນັ້ນ, ​ປີ​ທີ​ສິບ­ເອັດ, ພຣະ­ຄຳ​ຂອງ​ພຣະຢາເວ​ມາ​ເຖິງ​ຂ້າ­ນ້ອຍ​, ກ່າວວ່າ,
\v 2 “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ເພາະ­ວ່າ​ເມືອງ​ຕີ­ເຣ​ໄດ້​ເວົ້າເຍາະເຍີ້ຍເຖິງ​ເຢ­ຣູ­ຊາ­ເລັມ​ວ່າ, ‘ດີແລ້ວ! ປະ­ຕູ​ເມືອງ​ຂອງ​ຊົນ­ຊາດ​ທັງ­ຫລາຍ​ຫັກ​ເສຍ​ແລ້ວ! ນາງໄດ້ຫັນມາຫາເຮົາ; ເຮົາຈະເຮັດໃຫ້ບໍລິບູນຂຶ້ນ ເພາະນາງໄດ້ຖືກທຳລາຍ.'
\s5
\v 3 ເພາະ­ສະ­ນັ້ນ ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ກ່າວ​ດັ່ງ­ນີ້​ວ່າ: 'ເບິ່ງ​ແມ໋! ເຮົາຕໍ່ສູ້ເຈົ້າ!, ເມືອງ​ຕີ­ເຣ​ເອີຍ, ແລະ ເຮົາ​​ຈະ​ນຳ​ປະ­ຊາ­ຊາດ​ທັງຫລາຍລຸກມາ​ຕໍ່­ສູ້​ເຈົ້າ ເຫມືອນທະ­ເລ​ເຮັດ­ໃຫ້​ຄື້ນຫລາຍກະທົບຝັ່ງ​.
\v 4 ພວກ­ເຂົາ​ຈະ​ທຳ­ລາຍ​ກຳ­ແພງ​ເມືອງ​ຕີ­ເຣ ແລະ ​ພັງ­ທະ­ລາຍ​ຫໍ­ຄອຍ​ທັງຫລາຍຂອງ​ເມືອງ​ນັ້ນ​ເສຍ. ເຮົາ​ຈະ​ປັດຂີ້ຝຸ່ນ​ດິນ​ອອກຈາກນາງ ແລະ ເຮັດ​ໃຫ້­ນາງເປັນ​ເຫມືອນ​ກັບ​ຍອດ​ຂອງ​ສີ​ລາ.
\s5
\v 5 ນາງ​ຈະ​ເປັນ​ບ່ອນ​ສຳ­ລັບ​ຕາກ​ແຫຢູ່​ກາງ​ທະ­ເລ, ເນື່ອງຈາກເຮົາ​ໄດ້​ລັ່ນ​ຄຳ​ເວົ້າ​ແລ້ວ — ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ກ່າວ​ດັ່ງ­ນີ້​ວ່າ — ແລະ ນາງ​ຈະກາຍ​ເປັນ​ສິ່ງໄດ້​ປຸ້ນມາຂອງ​ບັນ­ດາ​ປະ­ຊາ­ຊາດ.
\v 6 ລູກສາວທັງຫລາຍຂອງນາງທີ່ຢູ່ທົ່ງນາ ຈະຖືກຂ້າເສຍ​ດ້ວຍ​ຄົມດາບ, ແລະ ​ພວກ­ເຂົາ​ຈະ​ຮູ້­ວ່າ​ ເຮົາ​ແມ່ນ​ພຣະ­ຢາເວ.'
\s5
\v 7 ເບິ່ງ​ແມ໋, ຈາາກພາກເຫນືອ ເຮົາໄດ້ນຳ ເນ­ບູ­ກາດ­ເນັດ­ຊາ ກະ­ສັດຂອງ​ບາ­ບີ­ໂລນ, ກະສັດເຫນືອກະສັດທັງປວງ, ຕໍ່ສູ້​ເມືອງ​ຕີ­ເຣ, ດ້ວຍມ້າທັງຫລາຍ ​ແລະ ​ລົດ­ຮົບມ້າ, ແລະ ກັບບັນດາ​ທະ­ຫານ​ມ້າ ແລະ ​ກັບກຳລັງຄົນຢ່າງຫລວງຫລາຍ.
\v 8 ເຂົາ​ຈະ​ຂ້າ​ລູກສາວຂອງ​ເຈົ້າໃນທົ່ງນາ. ເຂົາຕັ້ງເຄື່ອງລ້ອມເມືອງຕໍ່ສູ້ກັບເຈົ້າ ແລະ ​ສ້າງ​ຫໍ­ຄອຍຕໍ່​ສູ້ກຳແພງທັງຫລາຍຂອງເຈົ້າ ແລະ ຍົກໂລ່ຂື້ນເພື່ອຕໍ່ສູ້ກັບເຈົ້າ.
\s5
\v 9 ເຂົາ​ຈະ​ຕັ້ງ​ເຄື່ອງ​ທະ­ລຸທັງຫລາຍຂອງເຈົ້າດ້ວຍໄມ້ທ່ອນ​ຕໍ່­ສູ້​​ກຳ­ແພງ​ຂອງ​ເຈົ້າ, ແລະ ​ບັນດາອາວຸດຂອງເຂົາທຳລາຍຫໍຄອຍທັງຫລາຍຂອງ​ເຈົ້າ​ລົງ.
\v 10 ບັນດາມ້າ​ຂອງ​ເຂົາມີຢ່າງຫລວງ­ຫລາຍ​ຈົນ​ເຮັດໃຫ້ຂີ້ຝຸ່ນ​​ປົກ​ຄຸມ​ເຈົ້າ​ໄວ້. ກຳ­ແພງ​ເມືອງ​ຂອງ​ເຈົ້າ​ຈະ​ສັ່ນ­ສະ­ເທືອນ​ດ້ວຍ​ສຽງຂອງບັນດາ​ທະ­ຫານ​ມ້າ, ບັນດາກວຽນ, ແລະ ​ບັນດາລົດ­ຮົບມ້າ. ເມື່ອເຂົາ​ເຂົ້າ​ປະ­ຕູ​ເມືອງ​ຂອງ​ເຈົ້າ, ເຂົາຈະເຂົ້າມາເຫມືອນ​ກັບ​ຄົນ​ຍ່າງ​ເຂົ້າ​ເມືອງທີ່ກຳແພງໄດ້ທຳລາຍລົງແລ້ວ.
\v 11 ຕີນມ້າ​ຈະ​ຢຽບ​ບັນດາຖະ­ຫນົນທຸກສາຍຂອງ​ເຈົ້າ​ ດ້ວຍ​ກີບ​ມ້າທັງຫລາຍ. ເຂົາ​ຈະ​ຂ້າ​ຊົນ­ຊາດ​ຂອງ​ເຈົ້າ​ດ້ວຍ​ຄົມດາບ ແລະ ​ເສົາ​ຫີນອັນ​ແຂງ­ແຮງ​ທັງຫລາຍຂອງ​ເຈົ້າ​ຈະລົ້ມ­ລົງ​ເຖິງ​ດິນ.
\s5
\v 12 ພວກເຂົາຈະປຸ້ນເອົາຊັບ­ສົມ­ບັດ​ຂອງ​ເຈົ້າ ແລະ ເຂົາ​ຈະ​ເອົາສິນຄ້າຕ່າງໆຂອງເຈົ້າໄປ. ພວກເຂົາ​ຈະ​ພັງ​ກຳ­ແພງ​ທັງຫລາຍຂອງ​ເຈົ້າ​ລົງ ແລະ​ ຈະ​ທຳ­ລາຍ​ເຮືອນອັນຫລູຫລາຕ່າງໆ​ຂອງ​ເຈົ້າເສຍ. ບັນດາຫີນ, ບັນດາໄມ້ ແລະ ​ຊາກຫັກພັງດິນ​ຂອງ​ເຈົ້າ​ນັ້ນ ­ພວກເຂົາ​ຈະ​ໂຍນ​ຖິ້ມ​ລົງ​​ນ້ຳທັງຫລາຍ.
\v 13 ເຮົາຈະຢຸດສຽງ​ເພງ​ຕ່າງໆຂອງ​ເຈົ້າ​ເສຍ. ສຽງ​ພິນ​ຄູ່ທັງຫລາຍ​ຂອງ​ເຈົ້າກໍ​ຈະ​ບໍ່ເປັນທີ່­ໄດ້​ຍິນ​ອີກຕໍ່ໄປ.
\v 14 ເຮົາ​ຈະ​ເຮັດ­ໃຫ້​ເຈົ້າ​ເປັນຫີນຫົວໂລ້ນ, ​ເຈົ້າ​ຈະກາຍ​ເປັນ​ສະ­ຖານ­ທີ່​ສຳ­ລັບ​ຕາກ​ແຫມອງ. ເຈົ້າຈະ​ບໍ່­ຖືກ​ສ້າງ​​ຂຶ້ນໃຫມ່​ອີກເລີຍ, ເພາະ​ເຮົາເອງ, ຄືພຣະຢາເວ ອົງພຣະຜູ້ເປັນເຈົ້າ​ໄດ້​ລັ່ນ​ຄຳ​ເວົ້າ​ແລ້ວ — ນີ້ເປັນຄຳປະກາດຂອງພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ.
\s5
\v 15 ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ກ່າວແກ່​ເມືອງ​ຕີ­ເຣ​ວ່າ, 'ເກາະທັງຫລາຍ​ຈະ​ບໍ່​ສັ່ນ­ສະ­ເທືອນ ດ້ວຍ​ສຽງລົ້ມລົງຂອງເຈົ້າ, ແລະ ສຽງໂອ່ຍຄາງຂອງ​ຜູ້​ບາດ­ເຈັບ ເມື່ອ​ການ​ຂ້າ­ຟັນ​ໂຫດຮ້ຽມເກີດຂື້ນທ່າມກາງເຈົ້າບໍ?
\v 16 1ແລ້ວເຈົ້າຊາຍແຫ່ງທະ­ເລທັງຫລາຍ ​ຈະ​ກ້າວ​ລົງ­ມາ​ຈາກ​ບັນ­ລັງ​ຂອງພວກເຂົາ ແລະ ຖອດ​ເສື້ອຄຸມ ແລະ ​ປົດ​ເຄື່ອງ​ແຕ່ງ​ກາຍ​ທີ່​ປັກ​ແສ່ວ​ອອກເສຍ. ພວກເຂົາຈະເອົາ​ເອົາ​ຄວາມ​ຢ້ານ​ກົວ​ມາ​ເປັນ​ເຄື່ອງ­ນຸ່ງ, ພວກເຂົາຈະນັ່ງຢູ່​ເທິງ​ພື້ນ­ດິນ ແລະ ສັ່ນ​ຢູ່​ທຸກ​ເວ­ລາ ແລະ ​ພວກເຂົາຢ້ານ​ກົວ​ເພາະ​ເຈົ້າ.
\s5
\v 17 ພວກເຂົາ​ເຫລົ່າ​ນີ້ ຈະກ່າວ​ບົດ​ຄ່ຳ​ຄວນ​ເລື່ອງ​ເຈົ້າ, ແລະ​ກ່າວ​ແກ່​ເຈົ້າ​ວ່າ, ‘ໂອ ນະຄອນ​ທີ່​ມີ​ຊື່­ສຽງທີ່ພວກຊາວທະເລທັງຫລາຍອາໄສຢູ່, ໄດ້ຖືກທຳລາຍພິນາດແລ້ວ. ເມືອງ​ທີີ່ມີຊື່ສຽງວ່າເຂັ້ມແຂງ — ບັດນີ້ໄດ້ຫາຍໄປຈາກທະເລແລ້ວ. ຜູ້ອາໄສຢູ່ເມືອງນີ້ ຄັ້ງຫນຶ່ງເລື່ອງອຳນາດຢູ່ທະເລໄດ້ສ້າງຄວາມ​ຢ້ານ​ກົວ ແກ່ຄົນທີ່ອາໄສໃກ້ພວກເຂົາ.
\v 18 ບັດ­ນີ້ ຊາຍຝັ່ງທະເລ​ທັງ­ຫລາຍ​ກໍ​ຈະ​ສັ່ນ­ສະ­ເທືອນ​ໃນ​ວັນ­ທີ່​ເຈົ້າ​ລົ້ມ­ລົງ. ບັນ­ດາ​ເກາະ​ທີ່­ຢູ່​ໃນ​ທະ­ເລ ກໍ​ຈະ​ຢ້ານ​ກົວ​ຍ້ອນການທີ່​ເຈົ້າ​ໄດ້​ສູນ​ສິ້ນ​ໄປແລ້ວ.
\s5
\v 19 ເພາະພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ກ່າວ​ດັ່ງ­ນີ້​ວ່າ: ເມື່ອເຮົາເຮັດໃຫ້ເຈົ້າເປັນເມືອງຮ້າງ, ເຫມືອນ​ຢ່າງ​ບັນດາເມືອງອຶ່ນໆ​ທີ່​ບໍ່​ມີ­ຄົນ​ອາ­ໄສຢູ່, ເມື່ອ​ເຮົາ​ຈະ​ນຳ​ທະ­ເລ​ມາຕໍ່ສູ້​ເຈົ້າ, ແລະ​ ເມື່ອແມ່­ນ້ຳໃຫຍ່ທັງຫລາຍມາຖ້ວມ​ເຈົ້າ​ໄວ້.
\v 20 ແລ້ວ​ເຮົາ​ຈະ​ນຳ​ເຈົ້າ​ລົງ​ໄປ​ຍັງເວລາແຫ່ງ​ບັນພະບູລຸດຂອງເຈົ້າ, ເຫມືອນກັບຄົນອື່ນທີ່ໄດ້ລົງໄປໃນຫລູມຝັງສົບ; ເຮົາຈະເຮັດໃຫ້ເຈົ້າອາໄສຢູ່ໃນດິນແດນທີ່ຕໍ່າທີ່ສຸດຂອງແຜ່ນດີນໂລກ ເຫມືອນຊາກເພພັງໃນ​ສະ­ໄຫມ​ເດີມນັ້ນ. ດ້ວຍເຫດນີ້ ເຈົ້າ​ຈະ​ບໍ່ໄດ້ກັບມາ ແລະ ຈະບໍ່ໄດ້ຢືນຢູ່ໃນແຜ່ນດິນຂອງຜູ້ມີຊີວິດອີກຕໍ່ໄປ.
\v 21 ເຮົາຈະນຳໄພພິບັດມາເທິງເຈົ້າ, ແລະ ເຈົ້າຈະ​ບໍ່­ມີ​ເຈົ້າ​ອີກຕໍ່ໄປ. ເຖິງ​ແມ່ນ​ໃຜ​ຈະ​ມາຊອກ​ຫາ​ເຈົ້າ, ແຕ່ຈະ​ບໍ່ມີໃຜ​ຫາພວກເຈົ້າພົບ​ອີກ​ຈັກເທື່ອ­ — ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າຊົງກ່າວ​ດັ່ງ​ນີ້­ແຫລະ."
\s5
\c 27
\cl ບົດທີ 27
\p
\v 1 ອີກຄັ້ງຫນຶ່ງທີ່ພຣະ­ຄຳ​ຂອງ​ພຣະຢາເວມາ​ເຖິງ​ຂ້າ­ນ້ອຍ, ກ່າວວ່າ,
\v 2 “ບັດນີ້, ບຸດ​ແຫ່ງ​ມະ­ນຸດ​ເອີຍ, ຈົ່ງ​ເປັ່ງ­ສຽງ​ບົດເພງຄ່ຳ​ຄວນດ້ວຍ​ເລື່ອງ​ເມືອງ​ຕີ­ເຣ,
\v 3 ແລະ​ ຈົ່ງ​ກ່າວ​ແກ່​ເມືອງ​ຕີ­ເຣ, ຜູ້ຊຶ່ງອາໄສຢູ່ປະຕູແຄມທະເລ, ເປັນພໍ່ຄ້າທັງຫລາຍຕາມເກາະຕ່າງໆ, ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ຊົງກ່າວ​ດັ່ງ­ນີ້​ວ່າ: ເມືອງ​ຕີ­ເຣ​ເອີຍ, ເຈົ້າ​ໄດ້​ກ່າວ​ວ່າ, ‘ຂ້ອຍ​ມີ​ຄວາມ​ງົດ­ງາມສົມບູນແບບ.
\s5
\v 4 ເຂດ­ແດນ​ຂອງ​ເຈົ້າ​ຢູ່​ທີ່ໃຈ​ກາງ​ທະ­ເລທັງຫລາຍ; ຜູ້​ກໍ່­ສ້າງ​ໄດ້​ເຮັດ­ໃຫ້​ຄວາມ​ງົດ­ງາມຂອງເຈົ້າສົມບູນແບບ.
\v 5 ພວກເຂົາໄດ້ເຮັດກະ­ດານ​ເຮືອ​ທັງຫມົດຂອງ​ເຈົ້າດ້ວຍໄມ້ສົນຈາກພູເຮີໂມນ; ພວກ­ເຂົາ​ເອົາ​ໄມ້​ແປກ​ມາ​ຈາກ​ເລ­ບາ­ນອນ​ເຮັດ​ເປັນ​ເສົາ​ໃຫ້​ເຈົ້າ.
\s5
\v 6 ພວກເຂົາ ໄດ້ເຮັດໄມ້ພາຍຂອງເຈົ້າຈາກ​ໄມ້​ໂອກແຫ່ງ​ບາຊານ​; ພວກເຂົາໄດ້ເຮັດດາດຟ້າເຮືອດ້ວຍໄມ້ສົນຈາກຊາຍຝັ່ງທະເລໄຊປຣັສ, ແລະ ພວກເຂົາໄດ້ຫຸ້ມໄວ້​ດ້ວຍ​ງາ​ຊ້າງ​.
\v 7 ສ່ວນ​ໃບເຮືອ​ຂອງ​ເຈົ້າ​ນັ້ນ ເຮັດ​ດ້ວຍ​ຜ້າ​ປ່ານ​ປັກ​ແຊ່ວ​ເນື້ອ​ລະ­ອຽດ​ຈາກ​ເອ­ຢິບ ຊຶ່ງເຫມືອນກັບເປັນທຸງທັງຫລາຍຂອງເຈົ້າ.
\s5
\v 8 ຄົນເຂົາເຫລົ່ານັ້ນ ຜູ້ຊຶ່ງອາໄສຢູ່­ເມືອງ​ຊີ­ໂດນ ແລະ​ ເມືອງ​ອາ­ວາດ ​ເປັນ​ຄົນ​ພາຍ­ເຮືອ​ຂອງ​ເຈົ້າ; ໂອ ຕີ­ເຣ, ຊ່າງມີຝືມືຂອງເຈົ້າທີ່ຢູ່ກັບເຈົ້າ; ພວກເຂົາເປັນ​ນາຍ​ທ້າຍ­ເຮືອ​ຂອງ​ເຈົ້າ.
\v 9 ຜູ້­ເປັນນາຍຊ່າງຜູ້ຊຳນານຈາກເມືອງ​ເກ­ບານ ເປັນຊ່າງແປງຮອຍຮົ່ວເຮືອໃຫ້ເຈົ້າ; ບັນ­ດາ​ເຮືອ​ທະ­ເລ​ທັງ​ຫມົດລວມທັງພວກລູກເຮືອຂອງພວກເຂົາກໍຢູ່ໃນທ່າມກາງເຈົ້າ ເພື່ອຂາຍແລກປ່ຽນສິນ­ຄ້າ​ກັບ​ເຈົ້າ​.
\s5
\v 10 ຊາວ​ເປີ­ເຊຍ, ຊາວລິເດຍ, ແລະ ຊາວລິເບຍ ກໍ​ຢູ່­ໃນ​ກອງ­ທັບຂອງ​ເຈົ້າ, ຄືນັກຮົບຂອງເຈົ້າ. ພວກ­ເຂົາໄດ້ແຂວນໂລ່ ​ແລະ​ຫມວກ​ເຫລັກ​ຢູ່ກັບ​ເຈົ້າ; ພວກ­ເຂົາ​ເຮັດ­ໃຫ້​ເຈົ້າ​ມີ​ກຽດ.
\v 11 ຜູ້ຊາຍຊາວອັ​ກວັດ ແລະ ຊາວເຮເລດ ໃນກອງທັບຂອງເຈົ້າໄດ້ຢູ່ອ້ອມ​ກຳແພງ​ຂອງ​ເຈົ້າ, ແລະ ພວກ­ຄົນຊາວກາມາດ ໄດ້ຢູ່ຫໍຄອຍຂອງເຈົ້າ. ພວກເຂົາໄດ້ແຂວນໂລ່ໄວ້ຕາມກຳແພງທັງຫລາຍອ້ອມຮອບເຈົ້າ! ພວກ­ເຂົາ​ເຮັດໃຫ້ເຈົ້າງົດງາມພຽບພ້ອມ.
\s5
\v 12 ຊາວທາ­ຊິດ​ໄດ້ເປັນຜູ້ຄ້າ­ຂາຍ​ກັບ​ເຈົ້າ ​ເພາະ​ເຈົ້າ​ມີຄວາມມັ່ງຄັ່ງຈາກສິນຄ້າຫລວງ­ຫລາຍທີ່ຈະຂາຍຄື: ​ເງິນ, ເຫລັກ, ກົ່ວ ແລະ ​ຊືນ​. ພວກເຂົາໄດ້ມາຊື້​ ແລະ ສິນ­ຄ້າທັງຫລາຍ​ຂອງ​ເຈົ້າ!
\v 13 ເມືອງ​ຢາ­ວານ, ຕູ­ບານ, ແລະ​ ເມ­ເຊັກ — ພວກເຂົາໄດ້ຂາຍຂ້າທາດ ແລະ ​ພາ­ຊະ­ນະ​ທັງຫລາຍທີ່ເຮັດຈາກທອງ­ເຫລືອງ​. ພວກເຂົາໄດ້ມາເບິ່ງແຍງການຄ້າຂາຍສິນຄ້າຂອງເຈົ້າ.
\s5
\v 14 ເຊື້ອ­ສາຍ​ເບັດໂຕ­ກາ­ມາ​ເອົາພວກ​ມ້າ, ພວກມ້າ​ເສິກ ແລະ​ພວກລໍ​ມາ​ແລກ​ກັບ​ສິນ­ຄ້າ​ຂອງ​ເຈົ້າ.
\v 15 ຊາວ​ໂຣເ­ດັດເປັນຄູ່ການຄ້າຂອງເຈົ້າ ເທິງແຜ່ນດິນຊາຍທະເລ​​ຈຳ­ນວນ​ຫລາຍ. ສິນຄ້າຢູ່ໃນອຳນາດຂອງເຈົ້າ; ພວກເຂົາໄດ້ນຳເອົາ​ເຂົາສັດ, ງາ​ຊ້າງ ແລະ​ ໄມ້​ຫມາກ­ເດື່ອ​ມາ​ເປັນ​ຄ່າ​ຂອງ​ສິນ­ຄ້າ!
\s5
\v 16 ຊາວ​ຊີ­ເຣຍ ເປັນຜູ້ການຄ້າກັບເຈົ້າ ​ເພາະ​ເຈົ້າ​ມີ​ສິນ­ຄ້າ​ຫລວງຫລາຍ; ພວກ­ເຂົາ​ເອົາ​ມໍຣະກົດ, ຜ້າ​ສີ­ມ່ວງ, ຜ້າ​ສີສັນຕ່າງໆ, ຜ້າປ່ານ​ເນື້ອ​ລະ­ອຽດ, ໄຂ່ມຸກຕ່າງໆ ແລະ​ ທັບ­ທິມ ມາ​ແລກ​ກັບ​ສິນ­ຄ້າ​ຂອງ​ເຈົ້າ.
\v 17 ຢູ­ດາ ແລະ​ ແຜ່ນ­ດິນ​ອິດສະຣາເອນ​ ກໍໄດ້​ຄ້າ­ຂາຍ​ກັບ​ເຈົ້າ. ພວກ­ເຂົາ​ເອົາ​ເຂົ້າ­ເປືອກຈາກເມືອງ​ມິນ­ນິດ, ຂະຫນົມເຄັກ, ນ້ຳ­ເຜິ້ງ, ນ້ຳ­ມັນ ແລະ ພິມເສນ ມາແລກເປັນສິນຄ້າກັບເຈົ້າ.
\v 18 ດາ­ມັສກັດໄປ​ມາ​ຄ້າ­ຂາຍ​ກັບ​ເຈົ້າ​ ເພາະ​ເຈົ້າ​ມີ​ສິນ­ຄ້າຫລວງຫລາຍ, ຊັບສິນຫລວງຫລາຍພາຍມາກຂອງເຈົ້າ, ແລະ ​ເຫລົ້າ​ອະ­ງຸ່ນແຫ່ງ​ເຮນ­ໂບນ ແລະ ​ຂົນ​ແກະ​ຂາວແຫ່ງສາຮາ.
\s5
\v 19 ­ດານ ແລະ​ ຢາ­ວານ​ ຈາກອູຊານໄດ້ມາ​ແລກ​​ສິນ­ຄ້າ​ຂອງ​ເຈົ້າ ຄື​ເຫລັກ​ຫລໍ່, ເຄື່ອງ​ເທດ​ຕ່າງໆ​, ອົບເຊີຍ ແລະ ສີໄຄ. ສິ່ງເຫລົ່ານີ້ໄດ້ກາຍເປັນສິນຄ້າສຳລັບເຈົ້າ.
\v 20 ເມືອງ​ເດ­ດານເປັນຜູ້ຄ້າ­ຂາຍ​ກັບ​ເຈົ້າ ​ໃນ​ເລື່ອງ​ເບາະອານມ້າສຳ­ລັບ​ບັນ­ດາ​ນັກ​ຂີ່​ມ້າຢ່າງດີ.
\v 21 ເມືອງ​ອາ­ຣາເບຍ ແລະ ​ເຈົ້າ​ນາຍ​ທັງ­ຫລາຍ​ຂອງ​ເມືອງ​ເກ­ດາ ກໍເປັນ​ຜູ້­ຄ້າ​ຂາ​ຍກັບເຈົ້າ​; ພວກເຂົາໄດ້ຂາຍ​ພວກລູກ​ແກະ, ພວກແກະ​ຜູ້, ແລະ ພວກແບ້.
\s5
\v 22 ພໍ່­ຄ້າ​ທັງ­ຫລາຍ​ຂອງ​ເມືອງ​ເຊ­ບາ ແລະ ​ເມືອງ​ຣາອາມາ​ກໍ​ຄ້າ­ຂາຍ​ກັບ​ເຈົ້າ. ພວກ­ເຂົາ​ເອົາ​ເຄື່ອງຫອມ​ຊະ­ນິດຢ່າງ​ດີໆ​ທັງ​ຫມົດ ແລະ ເພັດ­ພອຍ​ທຸກ​ຊະ­ນິດ; ພວກເຂົາເອົາຄຳ​ມາ​ແລກເປັນ​ສິນ­ຄ້າ​ກັບ​ເຈົ້າ.
\v 23 ເມືອງ​ຮາ­ຣານ, ການ­ເນ, ແລະ ​ເອ­ເດນ ເປັນຜູ້ຄ້າຂາຍກັບເຈົ້າ, ລວມທັງ​ເມືອງ​ເຊ­ບາ, ອັດ­ຊູຣະ ແລະ ​ກິນ­ມາດ​ດ້ວຍ.
\s5
\v 24 ນີ້ຄືສິ່ງທັງຫລາຍຂອງຜູ້ຄ້າຂອງເຈົ້າໃນຕະຫລາດທັງຫລາຍຂອງເຈົ້າ ຄື ຜ້າຄຸມໄຫລ່ສີມ່ວງ ຜະສົມຜ້າຕໍ່າສີຕ່າງໆ, ແລະ​ ຜ້າຫົ່ມຫລາຍສີ, ຜ້າປັກແສ່ວ, ຜ້າຕໍ່າ-ຢ່າງດີ​.
\v 25 ກຳ­ປັ່ນ​ທັງ­ຫລາຍ​ໄດ້​ບັນ­ທຸກ​ສິນ­ຄ້າທຸກຊະນິດ​ຂອງ​ເຈົ້າ! ດັ່ງ­ນັ້ນ ເຈົ້າ​ຈຶ່ງໄດ້ບັນທຸກສິນຄ້າຈົນເຕັມ, ບັນທຸກຢ່າງຫນັກ ໃນການຂົນສົ່ງທາງທະເລ!
\s5
\v 26 ພວກລຸກເຮືອທັງຫລາຍຂອງເຈົ້າ ໄດ້ນຳເຈົ້າອອກໄປຍັງທະເລອັນກວ້າງໃຫຍ່; ລົມຕະເວັນອອກໄດ້ເຮັດໃຫ້ເຮືອແຕກຢູ່ກາງທະເລ.
\v 27 ຊັບສິນຂອງເຈົ້າ, ແລະ ສິນ­ຄ້າ​ຂອງ​ເຈົ້າ; ພວກລູກ​ເຮືອ​ຂອງ​ເຈົ້າ ແລະ ຊ່າງ­ເຮືອຂອງເຈົ້າ, ຜູ້​ສ້າງເຮືອ; ຜູ້ຄ້າຂາຍສິນຄ້າກັບ​ເຈົ້າ, ແລະ ນັກ­ຮົບ​ທັງຫມົດຜູ້ຢູ່ໃນ​ເຈົ້າ, ພ້ອມດ້ວຍລູກເຮືອທັງຫມົດຂອງເຈົ້າ — ພວກເຂົາຈະຈົມລົງໃນບ່ອນເລິກຂອງໃຈກາງທະເລໃນວັນທີ່ເຈົ້າຈິບຫາຍໄປ.
\s5
\v 28 ບັນດາເມືອງແຫ່ງທະເລຈະສັ່ນສະ­ເທືອນ​ດ້ວຍ​ສຽງ­ຮ້ອງ​ວຸ້ນ­ວາຍ​ຂອງ​ນາຍ​ທ້າຍ­ເຮືອ​ຂອງ​ເຈົ້າ;
\v 29 ບັນ­ດາ​ຜູ້​ທີ່​ຖື​ໄມ້​ພາຍທັງຫມົດ ຈະລົງມາຈາກເຮືອຂອງພວກເຂົາ; ພວກ​ລູກ​ເຮືອ ແລະ ນາຍທ້າຍເຮືອ ກໍມາຢືນຢູ່ເທິງແຜ່ນດິນທັງຫມົດ.
\v 30 ແລ້ວພວກເຂົາຈະທຳໃຫ້ເຈົ້າຟັງສຽງ​ຮ້ອງ​ຂອງພວກເຂົາ ແລະ ​ຈະ​ຮ້ອງ­ໄຫ້ດ້ວຍຄວາມຂົມຂື່ນ; ພວກ­ເຂົາ​ຈະເອົາ​ຝຸ່ນດິນໃສ່​ຫົວ​ຂອງ­ພວກເຂົາ. ແລະ ​ພວກເຂົາຈະ​ກິ້ງ­ເກືອກ​ຢູ່​ທີ່​ກອງ​ຂີ້­ເທົ່າ.
\s5
\v 31 ພວກ­ເຂົາ​ຈະ​ແຖ​ຜົມຂອງພວກເຂົາ ເພື່ອ​​ເຈົ້າ ແລະ ​ຜູກມັດພວກເຂົາໄວ້ດ້ວຍຜ້າ­ກະ­ສອບ, ແລະ ພວກ­ເຂົາ​ຈະ​ຮ້ອງ­ໄຫ້ ຢ່າງຂົມຂື່ນເຫນືອເຈົ້າ! ແລະ ພວກເຂົາຈະຮ້ອງໄຫ້​.
\v 32 ພວກເຂົາຈະຍົກສຽງ​ຮ້ອງ​ໄຫ້ຄໍ່າຄວນເພື່ອເຈົ້າ ແລະ ກ່າວສຽງຄໍ່າຄວນເຫນືອເຈົ້າ, ຜູ້ຊຶ່ງເຫມືອນເມືອງຕີເຣ, ຜູ້ຊຶ່ງບັດນີ້ນຳສູ່ຄວາມງຽບເຫງົາຢູ່ທ່າມກາງທະເລ?
\v 33 ເມື່ອ​ສິນ­ຄ້າ​ຂອງ​ພວກເຈົ້າອອກຈາກຝັ່ງ​ທະ­ເລ, ກໍ​ເຮັດ­ໃຫ້​ຊົນ­ຊາດທັງ​ຫລາຍ​ພໍ­ໃຈ; ເຈົ້າ​ໄດ້​ເຮັດ­ໃຫ້​ບັນ­ດາ​ກະ­ສັດ​ແຫ່ງ​ໂລກ​ຮັ່ງ­ມີ ດ້ວຍ​ສົມ­ບັດ ແລະ ​ສິນ­ຄ້າຫລວງຫລາຍ​ຂອງ​ເຈົ້າ.
\s5
\v 34 ແຕ່ເມື່ອ​ເຈົ້າ​ແຕກ​ໄປ​ໃນ​ທະ­ເລ​, ໃນ​ບ່ອນ​ນ້ຳ​ເລິກນັ້ນ, ສິນ­ຄ້າທັງຫລາຍ​ຂອງ​ເຈົ້າ ແລະ​ ລູກເຮືອທັງຫລາຍຂອງເຈົ້າ​ໄດ້​ຈົມ​ລົງ!
\v 35 ຜູ້ອາໄສຢູ່ແຄມທະເລທັງຫມົດຕ່າງກໍຕົກໃຈ ​ເພາະ​ເຈົ້າ, ແລະ ບັນດາກະ­ສັດ​ທັງ­ຫລາຍ​ຂອງເມືອງເຫລົ່າ​ນັ້ນຢູ່ໃນຄວາມຢ້ານ​ກົວ! ສີຫນ້າ​ຂອງພວກເຂົາລ້ວນແຕ່​ຈືດ­ຈາງ.
\v 36 ບັນດາພໍ່­ຄ້າ​ທ່າມ­ກາງ​ຊົນ­ຊາດ​ທັງ­ຫລາຍ​ຈະ​ເຍາະ­ເຍີ້ຍ​ເຈົ້າ; ເຈົ້າ​ໄດ້ກາຍເປັນຄວາມຢ້ານກົວ, ​ແລະ ເຈົ້າຈະ​ບໍ່​ດຳ­ລົງ​ຢູ່​ຕໍ່­ໄປ​ອີກຈັກເທື່ອ.”
\s5
\c 28
\cl ບົດທີ 28
\p
\v 1 ແລ້ວພຣະ­ຄຳ​ຂອງ​ພຣະ­ຢາເວ​ມາ​ເຖິງ​ຂ້າ­ນ້ອຍ, ກ່າວວ່າ,
\v 2 “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ຈົ່ງ​ກ່າວ​ແກ່​ເຈົ້າ­ເມືອງ​ຕີ­ເຣ​ວ່າ, 'ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ກ່າວ​ດັ່ງ­ນີ້​ວ່າ: ເພາະ​ຈິດໃຈ​ຂອງ​ເຈົ້າ​ອວດ­ອົ່ງ​ຈອງ­ຫອງ​ຂຶ້ນ! ເຈົ້າ​ໄດ້ເວົ້າ​ວ່າ, “ເຮົາ​ເປັນເທບ​ພະເຈົ້າ! ເຮົາຈະນັ່ງ​ຢູ່­ໃນ​ບ່ອນ​ນັ່ງຂອງບັນດາເທບ​ພະເຈົ້າທັງຫລາຍ​ຢູ່ໃຈກາງ​ທະ­ເລທັງປວງ!" ແຕ່ວ່າ​ເຈົ້າ​ເປັນ­ພຽງ​ແຕ່​ມະ­ນຸດ ແລະ ບໍ່​ແມ່ນເທບພະ­ເຈົ້າ, ແຕ່​ເຈົ້າ​ເຮັດໃຫ້ໃຈຂອງເຈົ້າຄືຫົວໃຈຂອງເທບພະເຈົ້າທັງຫລາຍ;
\v 3 ເຈົ້າຄິດວ່າ ເຈົ້າ​ສະ­ຫລາດ​ກວ່າ​ດາ­ນີ­ເອນ, ແລະ ບໍ່­ມີ​ຄວາມ​ລັບ​ອັນ­ໃດ​ທີ່​ເຊື່ອງ​ໃຫ້​ພົ້ນ​ຈາກເຈົ້າ​ໄດ້!
\s5
\v 4 ເຈົ້າ​ໄດ້ເຮັດໃຫ້ຕົນເອງຮັ່ງມີດ້ວຍ​ສະ­ຕິ­ປັນ­ຍາ ແລະ ​ຄວາມຊຳນານ, ແລະ ໄດ້​ຮວບ­ຮວມ​ຄຳ ແລະ ​ເງິນ​ມາ​ໄວ້​ໃນ​ຄັງສົມບັດ​ຂອງ​ເຈົ້າ!
\v 5 ດ້ວຍ​ສະ­ຕິ­ປັນ­ຍາ​ຍິ່ງ­ໃຫຍ່​ໃນ​ການ​ຄ້າຂາຍ​ຂອງ​ເຈົ້າ, ເຈົ້າ​ໄດ້​ຊັບ­ສົມ­ບັດ​ຂອງ​ເຈົ້າເພີ່ມ​​ທະ­ວີຂຶ້ນ, ແລະ ​ຈິດ­ໃຈ​ຂອງ​ເຈົ້າ​ກໍ​ອວດ­ອົ່ງ​ຈອງ­ຫອງ​ຂຶ້ນ​ໃນ​ຊັບ­ສົມ­ບັດ​ຂອງ­ເຈົ້າ.
\s5
\v 6 ເພາະ­ສະ­ນັ້ນ, ພຣະຢາເວອົງ­ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ກ່າວ​ດັ່ງ­ນີ້​ວ່າ: ເພາະ​ເຈົ້າເຮັດໃຫ້ຄວາມຄິດເຈົ້າ ເປັນ​ເຫມືອນ​ຂອງເທບພະ­ເຈົ້າ,
\v 7 ສະນັ້ນ, ເຮົາ​ຈະ​ນຳ​ຄົນ​ຕ່າງ­ດ້າວ​ທັງຫລາຍມາ​ຕໍ່­ສູ້​ເຈົ້າ, ເຮັດໃຫ້ຫນ້າຢ້ານກົວທີ່ສຸດໃນບັນດາຜູ້ຊາຍຈາກບັນດາປະຊາ­ຊາດທັງຫລາຍ. ພວກ­ເຂົາ​ຈະ​ຖອດ​ດາບ​ອອກ​ຕໍ່­ສູ້​ກັບ​ຄວາມ­ງາມ​ແຫ່ງ​ສະ­ຕິ­ປັນ­ຍາ​ຂອງ​ເຈົ້າ, ແລະ ພວກເຂົາຈະຫລົບລູ່ຄວາມຮຸ່ງເຮືອງຂອງເຈົ້າ.
\s5
\v 8 ພວກ­ເຂົາ​ຈະ​ສົ່ງ​ເຈົ້າ​ລົງ​ໄປ​ໃນ​ຂຸມ​ຝັງ​ສົບ​ຄົນ​ຕາຍ, ແລະ​ ເຈົ້າ​ຈະ​ຕາຍ​ເປັນສົບເຫມືອນ​ກັບ​ຄົນ­ທີ່​ຕາຍ​ໃນໃຈກາງທະ­ເລທັງຫລາຍ.
\v 9 ເຈົ້າ​ຈະ​ກ່າວ​ອີກ​ບໍວ່າ, "ຂ້ອຍ​ເປັນ​ເທບພະເຈົ້າ" ຕໍ່­ຫນ້າ​ຄົນ­ທີ່​ຂ້າ​ເຈົ້າບໍ? ເຈົ້າ​ເປັນ­ພຽງ​ແຕ່​ມະ­ນຸດ ບໍ່​ແມ່ນ​ເທບພະເຈົ້າ, ແລະ ເຈົ້າຈະຢູ່­ໃນ​ມື​ຂອງ​ຄົນ­ທີ່ແທງ​ເຈົ້າ.
\v 10 ເຈົ້າ​ຈະ​ຕາຍ​ເຫມືອນ​ຄົນ­ທີ່​ບໍ່­ໄດ້­ເຂົ້າ​ພິ­ທີ­ຕັດ​ ດ້ວຍ​ມື​ຂອງ​ຄົນ​ຕ່າງ­ດ້າວ, ເພາະ​ເຮົາ​ໄດ້ລັ່ນວາຈາແລ້ວ — ນີ້ເປັນຄຳປະກາດຂອງພຣະຢາເວອົງ­ພຣະ­ຜູ້­ເປັນ­ເຈົ້າ.'"
\s5
\v 11 ພຣະ­ຄຳ​ຂອງ​ພຣະ­ຢາເວ​ມາ​ເຖິງ​ຂ້າ­ນ້ອຍ, ກ່າວວ່າ,
\v 12 “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ຈົ່ງ​ເປັ່ງ­ສຽງ​ຮ້ອງ​ຄ່ຳ​ຄວນເຖິງ​ກະ­ສັດ​ແຫ່ງ​ຕີ­ເຣ ແລະ​ ຈົ່ງ​ກ່າວ​ແກ່ເຂົາວ່າ 'ພຣະຢາເວອົງ­ ພຣະ­ຜູ້­ເປັນ­ເຈົ້າຊົງກ່າວ​ດັ່ງ­ນີ້​ວ່າ: ເຈົ້າ​ເປັນ​ແບບຢ່າງຂອງ​ຄວາມ​ສົມ­ບູນແບບ, ເຕັມ​ໄປດ້ວຍ​ສະ­ຕິ­ປັນ­ຍາ ແລະ ​ມີ​ຄວາມ­ງາມ​ພຽບພ້ອມ.
\v 13 ເຈົ້າ​ເຄີຍ​ຢູ່­ໃນ​ເອ­ເດນ, ສວນ​ຂອງ​ພຣະ­ເຈົ້າ, ເພັດ­ພອຍ​ທຸກ​ຢ່າງປົກຄຸຸມເຈົ້າໄວ້: ຄື​ທັບ­ທິມ, ພອຍເຫລືອງ, ມໍ­ລະ­ກົດ, ເພທາຍ, ຫີນອ່ອນ, ພອຍ​ຂຽວ, ພອຍ​ສີ­ຄາມ, ແລະ​ ຢົກ. ເພັດພອຍເຫລົ່ານີ້ປະກອບ ແລະ ​ຝັງໃນຕົວເຮືອນທີ່ເຮັດມາຈາກຄຳ. ຊຶ່ງຈັດຕຽມໄວ້ແລ້ວໃນວັນທີ່​ສ້າງ​ເຈົ້າ​ຂຶ້ນ​ມາ.
\s5
\v 14 ເຮົາໄດ້ແຕ່ງຕັ້ງເຈົ້າໄວ້ໂດຍມີ​ເຄ­ຣຸບເປັນ​ຜູ້​ພິ­ທັກ​ມະນຸດຊາດຢູ່ເທິງພູເຂົາບໍຣິສຸດຂອງພຣະເຈົ້າ. ເຈົ້າໄດ້ເຄີຍເດີນ​ຢູ່​ທ່າມກາງສີ​ລາ​ໄຟ.
\v 15 ເຈົ້າ​ກໍ​ປາ­ສະ­ຈາກ​ຕຳ​ຫນິໃນ​ວິ­ທີ​ທາງ​ຂອງ​ເຈົ້າ, ຕັ້ງ­ແຕ່​ມື້​ທີ່​ເຈົ້າ​ໄດ້​ຖືກ​ສ້າງ​ຂຶ້ນ​ຈົນກວ່າ​ພົບ​ຄວາມ​ຊົ່ວ­ຊ້າໄດ້ພົບ​ໃນໂ​ຕ​ເຈົ້າ.
\s5
\v 16 ໂດຍການຄ້າຫລວງຫລາຍຂອງເຈົ້າ ເຕັມໄປດ້ວຍການ​ທາ­ລຸນ, ແລະ ເຈົ້າ​ໄດ້ເຮັດ​ບາບ. ດັ່ງ­ນັ້ນ ເຮົາໄດ້ຂັບໄລ່ເຈົ້າໄປອອກຈາກ​ຈາກ​ພູ­ເຂົາ​ແຫ່ງ​ພຣະ­ເຈົ້າ, ເຫມືອນຢ່າງຜູ້ທີ່ລະເລີຍ, ແລະເຮົາໄດ້ທຳລາຍເຈົ້າ, ເຄຣຸບຜູ້ພິທັກນັ້ນ, ກໍຂັບໄລ່ເຈົ້າອອກໄປຈາກທ່າມ­ກາງ​ສີ​ລາ​ໄຟ.
\v 17 ຈິດ­ໃຈຂອງເຈົ້າ​ອວດ​ອ້າງ​ຈອງ­ຫອງ​ຂຶ້ນ​ເພາະ​ຄວາມ­ງາມ​ຂອງ​ເຈົ້າ; ເຈົ້າໄດ້ເຮັດໃຫ້​ສະ­ຕິ­ປັນ­ຍາ​ຂອງ​ເຈົ້າ​ເສື່ອມ​ໂຊມ​ລົງ ເພາະ​ດ້ວຍຄວາມ­ງາມ​ຂອງ​ເຈົ້າ, ເຮົາ​ຈະ​ໂຍນ​ເຈົ້າ​ລົງ​ດິນ. ເຮົາ​ຈະ​ວາງ​ເຈົ້າ​ຕໍ່­ຫນ້າ​ກະ­ສັດ​ທັງ­ຫລາຍ ເພື່ອ​ວ່າເຂົາເຫລົ່ານັ້ນຈະເຫັນເຈົ້າ.
\s5
\v 18 ເຫດເພາະຄວາມຜິດບາບຫລວງຫລາຍຂອງເຈົ້າ ແລະ ການຄ້າທີ່ບໍ່ສັດຊື່ຂອງເຈົ້າ, ເຈົ້າເຮັດໃຫ້​ສະ­ຖານນະມັດສະການບໍຣິສຸດ​ເປັນ​ມົນ­ທິນ. ດັ່ງນັ້ນ ເຮົາຈຶ່ງເຮັດໄຟອອກມາຈາກເຈົ້າ; ໄຟກໍເຜົາຜານເຈົ້າ. ເຮົາຈະເຮັດໃຫ້ເຈົ້າກາຍ​ເປັນ​ຂີ້­ເຖົ່າ​ໄປ​ຕາມ​ພື້ນ​ໂລກຕໍ່­ສາຍຕາຂອງທຸກຄົນທີ່​ເບິ່ງ​ເຈົ້າ.
\v 19 ບັນ­ດາ​ຜູ້​ທີ່​ຮູ້­ຈັກ​ເຈົ້າ​ທ່າມ­ກາງ​ຊົນ­ຊາດ​ທັງ­ຫລາຍ ພວກ­ເຂົາ​ຈະ​ຕົກ­ຕະລຶງ ເພາະເຫັນ​ເຈົ້າ; ພວກເຂົາຈະ​ຢ້ານ​ກົວ, ແລະ ເຈົ້າ​ຈະ​ບໍ່​ດຳ­ລົງ​ຢູ່​ອີກ​ຕໍ່­ໄປ​ເປັນ­ນິດ.'"
\s5
\v 20 ແລ້ວພຣະ­ຄຳ​ຂອງ​ພຣະ­ຢາເວ​ມາ​ເຖິງ​ຂ້າ­ນ້ອຍ, ກ່າວວ່າ,
\v 21 ຈົ່ງ​ຕັ້ງ​ຫນ້າ​ຂອງເຈົ້າຕໍ່­ສູ້​ຊີ­ໂດນ ແລະ​ ກ່າວຄຳທຳນວາຍຕໍ່ສູ້ນາງ.
\v 22 ຈົ່ງກ່າວ​ວ່າ, 'ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ກ່າວ​ດັ່ງ­ນີ້​ວ່າ: ເບິ່ງ​ແມ! ຊີ­ໂດນ​ເອີຍ! ເຮົາຈະໄດ້ຮັບກຽດທ່າມກາງເຈົ້າ, ເພື່ອປະຊາຊົນຂອງເຈົ້າຈະຮູ້ວ່າ ເຮົາຄືພຣະຢາເວ ເວລາທີ່ເຮົານຳ­ການ​ພິ­ພາກ­ສາຄວາມຍຸດຕິທຳ​ໃນ​ເຈົ້ານັ້ນ. ເຮົາຈະສະແດງຄວາມບໍຣິສຸດຂອງເຮົາໃນເຈົ້ານັ້ນ.
\s5
\v 23 ເຮົາຈະສົ່ງ​ພະ­ຍາດ​ລະ­ບາດ​ເຂົ້າ​ມາ​ໃນເຈົ້າ ແລະ​ ສົ່ງ​ເລືອດ​ເຂົ້າ​ມາ​ໃນ​ຖະ­ຫນົນ​ຂອງ​ເຈົ້າ; ຄົນ­ທີ່​ຖືກຂ້າ​ຈະ​ລົ້ມ­ລົງ​ທ່າມ­ກາງ​ເຈົ້າ. ເມື່ອດາບ​ມາຕໍ່ສູ້ເຈົ້າມາຈາກທຸກດ້ານ, ແລ້ວພວກເຈົ້າຈະຮູ້ວ່າ ເຮົາ​ແມ່ນ​ພຣະ­ຢາເວ.
\v 24 ແລ້ວຈະບໍ່ມີຫນາມທີ່ແທງ ຫລືຫນາມໃຫຍ່ທີ່ສຽບໃຫ້ປວດອີກຕໍ່ໄປຕໍ່​ເຊື້ອ­ສາຍ​ອິດສະຣາເອນ​ນັ້ນ ຊຶ່ງມາຈາກພວກທີ່ຢູ່ອ້ອມຮອບ​ພວກ­ເຂົາ​ທັງຫມົດ ຊຶ່ງເຄີຍ​ຫມິ່ນ­ປະ­ຫມາດປະຊາຊົນຂອງນາງ, ດັ່ງນັ້ນ ພວກ­ເຂົາ​ຈະ​ຮູ້­ວ່າ​ ເຮົາ​ແມ່ນພຣະຢາເວ​ ອົງ­ພຣະ­ຜູ້­ເປັນ­ເຈົ້າ!'
\s5
\v 25 ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ­ຊົງກ່າວດັ່ງ­ນີ້​ວ່າ, 'ເມື່ອເຮົາ​ຈະ​ຮວບ­ຮວມ​ເຊື້ອ­ສາຍ​ອິດສະຣາເອນ​ຈາກທ່າມກາງ​ຊົນ­ຊາດ​ທັງ­ຫລາຍ ຊຶ່ງ​ພວກ­ເຂົາ​ໄດ້​ກະ­ຈັດ­ກະ­ຈາຍ​ໄປ​ຢູ່ນັ້ນ, ແລະ ເມື່ອ​ເຮົາ​ໄດ້ຖືກແຍກອອກຈາກທ່າມກາງພວກເຂົາ, ເພື່ອປະຊາຊາດທັງຫລາຍຈະໄດ້ເຫັນ, ແລ້ວພວກເຂົາຈະສ້າງບ້ານເຮືອນຂອງເຂົາໃນແຜ່ນດິນ ຊຶ່ງເຮົາໄດ້​ມອບ​ໃຫ້​ແກ່​ຢາ­ໂຄບ.
\v 26 ແລ້ວພວກ­ເຂົາ​ຈະ​ອາ­ໄສ​ຢູ່­ໃນ​ທີ່​ນັ້ນ​ຢ່າງ​ປອດ­ໄພກັບນາງ ແລະ ​ສ້າງ​ບ້ານ​ເຮືອນ, ແລະ ​ປູກ​ສວນ­ອະ­ງຸ່ນ, ແລະ ພວກເຂົາຈະອາໄສຢູ່ຢ່າງປອດໄພ ເມື່ອ​ເຮົາ​​ພິ­ພາກ­ສາ​ຄວາມຍຸດຕິທຳຄົນ​ທັງ­ຫລາຍ​ທີ່­ຢູ່​ອ້ອມຮອບ; ຊຶ່ງໄດ້ຫມິ່ນປະ­ຫມາດ​ພວກ­ເຂົາ​​ ແລ້ວພວກເຂົາຈະ​ຮູ້­ວ່າ ເຮົາ​ແມ່ນພຣະຢາເວ ພຣະ­ເຈົ້າ​​ຂອງ​ພວກ­ເຂົາ!'"
\s5
\c 29
\cl ບົດທີ 29
\p
\v 1 ໃນວັນທີສິບສອງ, ໃນເດືອນ​ສິບ, ປີ​ທີ​ສິບ ພຣະ­ຄຳ​ຂອງ​ພຣະຢາເວ​ມາ​ເຖິງ​ຂ້າ­ນ້ອຍ, ກ່າວວ່າ,
\v 2 “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ຈົ່ງ​ຕັ້ງ​ຫນ້າ​ຂອງ​ເຈົ້າ​ຕໍ່­ສູ້​ຟາ­ຣາ­ໂອ​, ກະ­ສັດ​ແຫ່ງ​ເອ­ຢິບ; ຈົ່ງກ່າວຄຳທຳນວາຍຕໍ່ສູ້​ກະ­ສັດ ແລະ​ ຊາວເອ­ຢິບ​ທັງ​ຫມົດ.
\v 3 ຈົ່ງປະກາດ ແລະ​ ກ່າວ​ວ່າ, 'ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ກ່າວ​ດັ່ງ­ນີ້​ວ່າ: ເບິ່ງ​ແມ໋! ເຮົາຕໍ່ສູ້​ເຈົ້າ, ຟາ­ຣາ­ໂອ​, ກະ­ສັດ​ແຫ່ງ​ເອ­ຢິບເອີຍ. ເຈົ້າຜູ້​ເປັນສັດຮ້າຍທີ່ໃນທະເລ ຊຶ່ງລີ້ຊ້ອນຢູ່ໃນກາງແມ່ນໍ້າ, ຜູ້​ກ່າວ​ວ່າ, "ແມ່​ນ້ຳນີ້ເປັນ­ຂອງ​ຂ້ອຍ. ຂ້ອຍໄດ້ສ້າງມັນຂື້ນມາເພື່ອຕົນເອງ."
\s5
\v 4 ແຕ່ເຮົາ​ຈະ​ເອົາ​ຫມາກເບັດ​ກ່ຽວ​ຄາງ​ຂອງ​ເຈົ້າ, ແລະ ​ຈະ​ເຮັດ­ໃຫ້​ປາໃນ​ແມ່­ນ້ຳນ​ິນຂອງ​ເຈົ້າ​ຕິດ​ກັບ​ເກັດທັງຫລາຍ​ຂອງ​ເຈົ້າ; ແລະ ​ເຮົາ​ຈະ​ລາກ​ເຈົ້າ​ຂຶ້ນ​ມາ​ຈາກ​ກາງ​ແມ່­ນ້ຳ​ຂອງ​ເຈົ້າ ພ້ອມກັບ​ປາທັງຫລາຍ​ໃນ​ແມ່­ນ້ຳ ຊຶ່ງຕິດຢູ່ກັບເກັດ​ທັງ­ຫລາຍ​ຂອງ​ເຈົ້າ​.
\v 5 ເຮົາ​ຈະ​ໂຍນ​ເຈົ້າ​ເຂົ້າ­ໄປ​ໃນ​ຖິ່ນ­ແຫ້ງ­ແລ້ງ​ກັນ­ດານ, ​ທັງ​ໂຕ​ເຈົ້າ ແລະ ​ປາ​ໃນ​ແມ່­ນ້ຳ​ທັງ­ຫລາຍ​ຂອງ​ເຈົ້າ. ເຈົ້າ​ຈະ​ຕົກ­ລົງ​ພື້ນທົ່ງນາທີ່ເປົ່າວ່າງ; ເຈົ້າຈະ​ບໍ່ຖືກເກັບ ຫລື​ ຮວບ­ຮວມໄວ້. ເຮົາ​ໄດ້​ມອບ​ເຈົ້າ​ໄວ້​ໃຫ້­ເປັນ​ອາ­ຫານ​ຂອງ​ສິ່ງທີ່ມີຊີວິດເທິງແຜ່ນດິນ ແລະ ​​ນົກ​ໃນຟ້າອາກາດທັງຫລາຍ.
\s5
\v 6 ແລ້ວ​ຄົນ­ທັງປວງອາໄສທີ່​ຢູ່­ໃນ​ເອ­ຢິບ​ຈະ​ຮູ້­ວ່າ ເຮົາ​ແມ່ນ​ພຣະ­ຢາເວ, ເພາະ​ພວກເຂົາໄດ້ເປັນຢ່າງ​ໄມ້­ຄ້ອນເທົ້າ​ຂອງ​ເຊື້ອ­ສາຍ​ອິດສະຣາເອນ.
\v 7 ເມື່ອ​ພວກ­ເຂົາ​​ຈັບ​ເຈົ້າໄວ້ໃນມືຂອງພວກເຂົາ, ເຈົ້າ​ກໍ​ຫັກ ແລະ ​ບາດ​ບ່າ​ຂອງ​ພວກ­ເຂົາ​ທຸກ​ຄົນ; ແລະ ເມື່ອ​ພວກ­ເຂົາ​ເພິ່ງ​ພາ​ເຈົ້າ, ເຈົ້າ​ກໍ​ຈະຫັກ, ແລະ ເຈົ້າຈະເປັນເຫດໃຫ້ຂາ​ຂອງ​ພວກ­ເຂົາ​ສັ່ນ​ຫມົດ.
\s5
\v 8 ດັ່ງ­ນັ້ນ ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ກ່າວ​ດັ່ງ­ນີ້​ວ່າ: ເບິ່ງ​ແມ໋! ເຮົາ​ຈະ​ນຳ​ດາບ​ມາ​ຕໍ່ສູ້ເຫນືອ​ເຈົ້າ. ເຮົາຈະຕັດທັງມະນຸດ ແລະ ສັດ​ໃຫ້​ຂາດ​ຈາກ​ເຈົ້າ.
\v 9 ດັ່ງນັ້ນ ແຜ່ນ­ດິນ​ເອ­ຢິບ​ຈະ​ເປັນ​ບ່ອນ​ຮ້າງ​ເປົ່າ ແລະ ​ເປັນຊາກທີ່ເພພັງ. ແລ້ວ​ພວກ­ເຂົາ​ທັງ­ຫລາຍ​ຈະ​ຮູ້­ວ່າ ເຮົາ​ແມ່ນ​ພຣະຢາເວ, ເພາະ­ສັດຮ້າຍໃນທະເລ​ໄດ້​ກ່າວ​ວ່າ, "ແມ່­ນ້ຳນີ້​ເປັນ​ຂອງເຮົາ ເພາະເຮົາ​ສ້າງ​ມັນຂື້ນມາ."
\v 10 ເຫດ​ສະ­ນັ້ນ, ເບິ່ງ​ແມ໋! ເຮົາ​ຈະຕໍ່ສູ້​ເຈົ້າ ແລະ ຕໍ່ສູ້​ກັບ​ແມ່­ນ້ຳ​ທັງ­ຫລາຍ​ຂອງ​ເຈົ້າ, ດັ່ງນັ້ນ ເຮົາ​ຈະ​ເຮັດ­ໃຫ້​ແຜ່ນ­ດິນ​ເອ­ຢິບຮົກຮ້າງ ​​ແລະ ເປົ່າວ່າງ, ແລະ ເຈົ້າຈະກາຍເປັນແຜ່ນດິນຮ້າງເປົ່າ ​ຕັ້ງ­ແຕ່​ມິກ­ໂດນ​ໄປ​ຮອດ​ອ­າຊວານ ແລະ ​ຈົນ​ໄປເຖິງ​ເຂດ­ແດນ​ຂອງກູເຊ.
\s5
\v 11 ຈະ​ບໍ່­ມີ​ຕີນ​ມະ­ນຸດ​ຂ້າມ​ຜ່ານມັນໄດ້, ແລະ ​ຈະ​ບໍ່­ມີ​ຕີນ​ສັດ​ຂ້າມ​ຜ່ານມັນໄດ້. ຈະ​ບໍ່­ມີ​ໃຜ​ອາ­ໄສ​ຢູ່​ເຖິງ​ສີ່­ສິບ­ປີ.
\v 12 ເພາະເຮົາ​ຈະ​ເຮັດ­ໃຫ້​ແຜ່ນ­ດິນ​ເອ­ຢິບ​ເປັນ​ບ່ອນ​ຮ້າງ​ເປົ່າ​ທ່າມ­ກາງ​ປະ­ເທດ​ຮ້າງ​ເປົ່າ​ທັງ­ຫລາຍ ແລະ ທ່າມກາງເມືອງທີ່ຮົກຮ້າງທັງຫລາຍ, ແລະ ເມືອງຕ່າງໆ ທ່າມກາງເມືອງທີ່​ເປົ່າ​ວ່າງ​ຢູ່​ສີ່­ສິບ­ປີ; ​ເຮົາ​ຈະ­ໃຫ້​ຄົນ​ເອ­ຢິບ​ກະ­ຈັດ­ກະ­ຈາຍ​ໄປ​ທ່າມ­ກາງ​ປະ­ຊາ­ຊາດທັງຫລາຍ, ແລະ​ ເຮົາຈະ​ກະ­ຈາຍ​ພວກ­ເຂົາ​ໄປ​ຕາມ​ດິນແດນ​ຕ່າງໆ.
\s5
\v 13 ເພາະ​ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າຊົງ​ກ່າວ​ດັ່ງ­ນີ້​ວ່າ: ເມື່ອ​ຄົບ​ສີ່­ສິບ­ປີ​ແລ້ວ ເຮົາ​ຈະ​ຮວບ­ຮວມ​ຄົນ​ເອ­ຢິບ​ຈາກ​ທ່າມ­ກາງ​ຊົນ­ຊາດ​ທັງ­ຫລາຍ ຄືຜູ້ຖືກ​ກະ­ຈັດ­ກະ­ຈາຍ​ໄປ​ຢູ່ນັ້ນ.
\v 14 ​ເຮົາ​ຈະ­ນຳພວກເຂົາກັບຄືນມາຈາກການເປັນຊະເລີຍຈາກແຜ່ນດິນ​ເອ­ຢິບ ແລະ ​​ນຳ​ພວກ­ເຂົາ​ກັບ​ມາ­ຍັງ​ແຜ່ນ­ດິນ​ປັດ­ໂຣດ, ຊຶ່ງ​ເປັນ​ແຜ່ນ­ດິນ​ດັ້ງ­ເດີມ​ຂອງ​ພວກ­ເຂົາ. ແລ້ວພວກ­ເຂົາ​​ເປັນອະນາຈັກ​ຕ່ຳ­ຕ້ອຍ​​ບ່ອນ­ນັ້ນ.
\s5
\v 15 ອານາຈັກນັ້ນຈະເປັນບ່ອນ​ທີ່​ຕ່ຳ­ຕ້ອຍ​ທີ່­ສຸດ​ໃນ​ບັນດາອານາຈັກ​ທັງ­ຫລາຍ, ແລະ ​ຈະ​ບໍ່ຖືກ​ຍົກ​ຕົນ​ຂຶ້ນ​ເຫນືອ​ປະ­ຊາ­ຊາດ​ທັງ­ຫລາຍ​ອີກ​ເລີຍ. ​ເຮົາ​ຈະລົດກຳລັງພວກເຂົາລົງຈົນພວກເຂົາຈະບໍ່ສາມາດປົກຄອງປະຊາຊາດອຶ່ນໄດ້ອີກຕໍ່ໄປ.
\v 16 ບັນດາຊາວເອຢິບ​ຈະ​ບໍ່​ເປັນ​ທີ່​ໄວ້​ວາງ­ໃຈ​ຂອງ​ເຊື້ອ­ສາຍ​ອິດສະຣາເອນ​ອີກ, ແຕ່ ພວກເຂົາຈະເປັນທີ່ເຕືອນໃຈໃນຄວາມຜິດທີ່ອິດສະຣາເອນໄດ້ເຮັດແທນ ແຕ່ພວກເຂົາກັບໄປຫາ​ເອ­ຢິບເພື່ອຂໍຄວາມຊ່ວຍເຫລືອ. ແລ້ວ​ພວກ­ເຂົາ​ຈະ​ຮູ້­ວ່າ ​ເຮົາ​ແມ່ນພຣະຢາເວ ອົງພຣະຜູ້ເປັນເຈົ້າ.”
\s5
\v 17 ຕໍ່​ມາ​ເມື່ອ​ວັນ­ທີ​ຫນຶ່ງ, ເດືອນ​ທີ​ຫນຶ່ງ, ໃນ​ປີ​ທີ​ຊາວ​ເຈັດ ພຣະ­ຄຳຂອງ​ພຣະຢາເວ​ມາ​ເຖິງ​ຂ້າ­ນ້ອຍ, ກ່າວ​ວ່າ,
\v 18 “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ເນ­ບູ­ກາດ­ເນັດ­ຊາ ກະ­ສັດ​ແຫ່ງ​ບາ­ບີ­ໂລນ​ໄດ້ຊົງ​ໃຫ້​ເຄື່ອນຍ້າຍກອງ­ທັບເຮັດວຽກຫນັກໃນການຕໍ່ສູ້​ ເມືອງ​ຕີ­ເຣ​ຢ່າງ​ຫນັກ. ຫົວທຸກຫົວໄດ້​ຖືກຂັດຈົນ​ຫົວ­ລ້ານ, ແລະ ​ບ່າ​ທຸກ​ບ່າ​ກໍ​ເຫລີ້ນ. ເຖິງ​ປານ​ນັ້ນ ​ເຂົາ​ເອງ ແລະ ​ກອງ­ທັບ​ຂອງ​ເຂົາ​ກໍ​ບໍ່­ໄດ້​ຮັບຫຍັງ​ຈາກ​ຕີ­ເຣ ຈາກການທີ່ເຂົາໄດ້ເຮັດວຽກຫນັກໃນການປະຕິບັດສິ່ງເຫລົ່ານັ້ນ.
\s5
\v 19 ເພາະ​ສະ­ນັ້ນ ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ຊົງກ່າວ​ດັ່ງ­ນີ້​ວ່າ, 'ເບິ່ງ​ແມ໋! ເຮົາ​ຈະ​ມອບ​ແຜ່ນ­ດິນ​ເອ­ຢິບ​ໄວ້​ແກ່​ເນ­ບູ­ກາດ­ເນັດ­ຊາ​ ກະ­ສັດ​ແຫ່ງ​ບາ­ບີ­ໂລນ, ແລະ ເຂົາ​ຈະ​ນຳ​ຄວາມຮັ່ງມີໄປ, ປຸ້ນຊັບສົມບັດໄປ, ແລະ ຂົນເຄື່ອງຂອງທັງຫມົດທີ່ເຂົາພົບໃນບ່ອນນັ້ນ; ສິ່ງເຫລົ່ານັ້ນຈະເປັນ​ຄ່າ​ຈ້າງ​ກອງ­ທັບ​ຂອງ​ເຂົາ.
\v 20 ເຮົາໄດ້ມອບແຜ່ນ­ດິນ​ເອ­ຢິບ​​ໄວ້​ແກ່ເຂົາ ເຫມືອນ​ເປັນ​ຄ່າຈ້າງໃນການງານ​ທີ່ພວກ­ເຂົາ​​ໄດ້​ເຮັດ​ສຳລັບ​ເຮົາ — ນີ້ເປັນຄຳປະກາດຂອງພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ​.
\s5
\v 21 ໃນ​ມື້​ນັ້ນ ເຮົາ​ຈະ​ເຮັດ­ໃຫ້​ເຂົາສັດ​ປົ່ງ​ຂຶ້ນ​ມາແກ່​ເຊື້ອ­ສາຍ​ອິດສະຣາເອນ ແລະ​ ເຮົາ​ຈະ­ໃຫ້​ເຈົ້າ​ອ້າ​ປາກ​ເວົ້າ​ໃນ​ທ່າມ­ກາງ​ພວກ­ເຂົາ​ທັງ­ຫລາຍ ເພື່ອ​ພວກ­ເຂົາ​ຈະ​ຮູ້­ວ່າ​ເຮົາ​ແມ່ນ​ພຣະ­ຢາເວ.'"
\s5
\c 30
\cl ບົດທີ 30
\p
\v 1 ພຣະ­ຄຳ​ຂອງ​ພຣະຢາເວ​ມາ​ເຖິງ​ຂ້າ­ນ້ອຍ, ​ກ່າວວ່າ,
\v 2 “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ຈົ່ງກ່າວ­ຄຳທຳນວາຍ, ແລະ ​ກ່າວ​ວ່າ 'ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ກ່າວ​ດັ່ງ­ນີ້​ວ່າ: ຈົ່ງ​ຮ້ອງ­ໄຫ້​ຄໍ່າຄວນ​ວ່າ, "ອະ​ນິດ​ຈັງ​ ຄືວັນທີ່ກຳລັງມາ."
\v 3 ວັນນັ້ນ​ໃກ້​ເຂົ້າ​ມາ​ແລ້ວ. ວັນ​ແຫ່ງ​ພຣະ­ຢາເວ​ໃກ້​ເຂົ້າ​ມາແລ້ວ​. ​ເປັນ​ມື້​ທີ່​ມີ​ເມກ, ເປັນ​ເວ­ລາແຫ່ງຄວາມພິນາດ​ຂອງ​ປະ­ຊາ­ຊາດ.
\s5
\v 4 ແລ້ວດາບ​ເຫລັ້ມ​ຫນຶ່ງ​ຈະ​ມາຕໍ່ສູ້​ເຫນືອ​ເອ­ຢິບ, ແລະ ​ຄວາມທຸກລະທົມ​ຈະ​ຢູ່­ໃນເມືອງເບິ່ງ ເມື່ອປະຊາຊົນໄດ້ຖືກຂ້າ​ລົ້ມ­ລົງ​ໃນ​ເອ­ຢິບ — ເມື່ອ​ພວກ­ເຂົາ​ຂົນຊັບສົມບັດຂອງນາງໄປ, ແລະ ເມື່ອຮາກ­ຖານ​ຂອງ​ນາງ​ຖືກ​ທຳ­ລາຍ​ລົງ.
\v 5 ເບິ່ງ, ລີເບຍ ແລະ ລີເດຍ, ແລະ ​ຄົນ​ຕ່າງ­ດ້າວ​ທັງ­ປວງ, ພ້ອມທັງ​ປະ­ຊາ­ຊົນ​ແຫ່ງ​ແຜ່ນ­ດິນ​ນັ້ນ​ທີ່­ຢູ່​ໃນ​ຂົງ­ເຂດ​ດັ່ງ­ກ່າວ — ກໍ​ຈະ​ລົ້ມ­ລົງ​ພ້ອມ­ກັບ​ພວກ­ເຂົາ​ດ້ວຍ​ດາບ.
\s5
\v 6 ພຣະຢາເວຊົງ​ກ່າວ​ດັ່ງ­ນີ້​ວ່າ: ດັ່ງນັ້ນ ພວກທີ່​ສະ­ຫນັບ­ສະ­ຫນູນ​ເອ­ຢິບ​ຈະ​ລົ້ມ­ລົງ, ແລະ ຄວາມພາກພູມໃຈໃນກຳລັງ​ຂອງນາງນັ້ນ​ຈະ​ລົດລົງ­. ຕັ້ງແຕ່​ມິກ­ໂດນ​ໄປ​ເຖິງ​ສີ­ເອ­ເນ ພວກທະນາຫານຂອງພວກເຂົາຈະ​ລົ້ມ­ລົງ​­ໃນບ່ອນ​ນັ້ນ​ດ້ວຍ​ດາບ — ນີ້ແມ່ນການປະກາດຂອງພຣະຢາເວ­ ອົງພຣະ­ຜູ້­ເປັນ­ເຈົ້າ​.
\v 7 ພວກເຂົາຈະຢ້ານກົວໃນທ່າມກາງແຜ່ນດິນທີ່ຮົກຮ້າງວ່າງ​ເປົ່າ, ແລະ ​ເມືອງ​ທັງຫລາຍຂອງພວກເຂົາ​ຈະ​ຢູ່​ທ່າມ­ກາງຂອງບັນດາເມືອງຖືກ​ຖິ້ມ​ໃຫ້​ຮ້າງ​ເປົ່າ.
\s5
\v 8 ແລ້ວພວກ­ເຂົາ​ຈະ​ຮູ້­ວ່າ​ ເຮົາ​ແມ່ນ​ພຣະ­ຢາເວ, ເມື່ອ​ເຮົາ​ກໍ່ກອງ­ໄຟຂຶ້ນ​ທີ່​ເອ­ຢິບ, ແລະເມື່ອ​ຜູ້​ສະຫນັບສະຫນູນ​ທັງ​ຫມົດ​ຂອງ​ນາງຖືກ​ທະ­ລາຍ​ແລ້ວ.
\v 9 ​ໃນ​ມື້​ນັ້ນ ຈະມີ​ຜູ້​ສົ່ງ​ຂ່າວ​ຈະ​ລົງ​ເຮືອ​ໄປ​ກ່ອນ​ເຮົາ ເພື່ອ­ຈະ​ເຮັດ­ໃຫ້​ຊາວກູເຊ ຢ້ານ​ກົວ​ຢູ່ບ່ອນນັ້ນ, ແລະ ຄວາມ​ທຸກທໍລະມານໃຈ​ຈະ​ມາ​ເຖິງ​ພວກ­ເຂົາ​ໃນວັນພິນາດຂອງເອຢິບ. ເພາະ​ເບິ່ງ​ແມ໋! ວັນ​ນັ້ນກຳລັງ​ມາ​ເຖິງ​.
\s5
\v 10 ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ຊົງກ່າວ​ດັ່ງ­ນີ້​ວ່າ: ເຮົາ​ຈະ​ເຮັດ­ໃຫ້​ໄຟ່ພົນ​ຂອງ​ເອ­ຢິບ​ສິ້ນ­ສຸດ​ລົງ ດ້ວຍ​ມື​ຂອງ​ເນ­ບູ­ກາດ­ເນັດ­ຊາ​, ກະ­ສັດ​ແຫ່ງ​ບາ­ບີ­ໂລນ.
\v 11 ເຂົາ ແລະ ກອງທັບຂອງເຂົາ, ຊຶ່ງເປັນຊົາ­ຊາດທີ່ທາລຸນອຳມະຫິດໃນ​ບັນ­ດາ​ປະ­ຊາ­ຊາດທັງຫລາຍ, ຈະ​ຖືກ​ນຳ​ເຂົ້າ​ມາ​ເພື່ອ​ທຳ­ລາຍ​ແຜ່ນ­ດິນ​ນັ້ນ; ພວກ­ເຂົາ​ຈະ​ຖອດ​ດາບຂອງພວກເຂົາ​ອອກ​ຕໍ່­ສູ້​ເອ­ຢິບ ແລະ ເຮັດ­ໃຫ້​ແຜ່ນ­ດິນ​ເຕັມ​ໄປ​ດ້ວຍ​ຄົນ­ຕາຍ.
\s5
\v 12 ເຮົາ​ຈະ​ເຮັດ­ໃຫ້​ແມ່­ນ້ຳ​ທັງ­ຫລາຍ​ແຫ້ງ​ລົງ, ແລະ ເຮົາ​ຈະ​ຂາຍ​ແຜ່ນ­ດິນ​ນັ້ນ​ໄວ້​ໃນ​ມື​ຂອງ​ຄົນ​ຊົ່ວ. ເຮົາ​ຈະ​ເຮັດ­ໃຫ້​ແຜ່ນ­ດິນ ແລະ ​ທຸກສິ່ງທຸກຢ່າງ​ທີ່­ຢູ່​ເທິງ​ແຜ່ນ­ດິນ​ນັ້ນ​ຮ້າງ​ເປົ່າ​ໂດຍ​ມື​ຂອງ​ຄົນ​ຕ່າງ­ດ້າວ — ເຮົາ​ແມ່ນ, ​ພຣະຢາເວາ, ​ໄດ້​ລັ່ນ​ວາຈາ​ແລ້ວ.
\s5
\v 13 ພຣະຢາເວ ອົງພຣະ­ຜູ້­ເປັນ­ເຈົ້າ​ຊົງກ່າວ​ດັ່ງ­ນີ້​ວ່າ: ເຮົາ​ຈະ​ທຳ­ລາຍ​ຮູບ​ເຄົາ­ລົບທັງຫລາຍ, ແລະ ເຮົາຈະນຳຄາວສຸດທ້າຍມາ­ໃຫ້ແກ່​ຮູບ​ເຄົາ­ລົບ​ທີ່ບໍ່ມີຄ່າທັງຫລາຍໃນ​ເມືອງ​ມຳຟິດ. ໃນທີ່ນັ້ນຈະບໍ່ມີເຈົ້າຊາຍຈາກແຜ່ນ­ດິນ​ເອ­ຢິບ​ອີກຕໍ່ໄປ, ແລະ ເຮົາຈະເອົາຄວາມຢ້ານກົວລົງເທິງແຜ່ນດິນເອຢິບ.
\v 14 ແລ້ວເຮົາ​ຈະ​ເຮັດໃຫ້​ເມືອງປັດ­ໂຣດ ເປັນ​ບ່ອນຮົກ​ຮ້າງວ່າງເປົ່າ ແລະ ຈູດເມືອງ​ໂຊ­ອານ, ແລະ ເຮົາຈະນຳ­ການ​ພິ­ພາກ­ສາ​ລົງ­ໂທດມາເທິງ​ເມືອງ​ເອກ​ຂອງ​ເທ​ເບ.
\s5
\v 15 ເພາະເຮົາ​ຈະ​ຖອກ​ຄວາມ​ໂກດຮ້າຍ​ຂອງ​ເຮົາ​ລົງ​ເທິງ​ເມືອງ​ເປ­ລູ­ສສອຳ, ບ່ອນ​ກຳ​ບັງ​ອັນ​ເຂັ້ມ­ແຂງ​ຂອງ​ເອ­ຢິບ, ແລະ ​ທຳລາຍກອງກຳລັງຕ່າງໆ​ເມືອງ​ເທ​ເບ.
\v 16 ແລ້ວເຮົາ​ຈະ​ໃຫ້​ໄຟເຜົາ​ໃນ​ເອ­ຢິບ; ເມືອງ​ເປ­ລູ­ສີອຳຈະ​ຢູ່­ໃນ​ຄວາມ​ທຸກ­ທໍ­ລະ­ມານຢ່າງຫລວງຫລາຍ, ເມືອງ​ເທ​ເບຈະ​ແຕກ, ແລະ ​ເມືອງ​ມຳ­ຟິດ​ຈະ​ມີ​ສັດຕູ​ຕໍ່­ສູ້​ໃນທຸກໆມື້.
\s5
\v 17 ຊາຍ​ຫນຸ່ມ​ຂອງ​ເມືອງ​ເຮລີໂອໂປລີ ແລະ​ ເມືອງ​ບູບາສະຕີ ຈະ​ລົ້ມຕາຍ​ດ້ວຍ​ດາບ, ແລະ ​ເມືອງຕ່າງໆຂອງພວກເຂົາ​ຈະ​ຖືກ​ກວາດ​ໄປ​ເປັນ​ຊະ­ເລີຍ.
\v 18 ໃນ​ເມືອງ​ຕະ­ປັນ­ເຮັດ, ໃນເວລາ​ກາງ­ເວັນ​ຈະ​ມືດ ເມື່ອ​ເຮົາ​ທຳ­ລາຍ​ແອກ​ຂອງ​ເອ­ຢິບຢູ່ທີ່ນັ້ນ, ແລະ ​ຄວາມພາກພູມໃນກຳລັງ​ຂອງ​ເມືອງນັ້ນ​ຈະຫມົດລົງ­. ຈະ​ມີ​ເມກ​ມາປົກ​ຄຸມ​ນາງໄວ້ນັ້ນ​ໄວ້, ແລະ ​ເຫລົ່າ​ລູກສາວ​ຂອງ​ນາງ​ຈະ​ຕົກ​ໄປ​ເປັນ​ຊະ­ເລີຍ.
\v 19 ເຮົາ​ຈະ​​ພິ­ພາກ­ສາ​ລົງ­ໂທດ​ເອ­ຢິບ​, ດັ່ງ​ນີ້­ ​ພວກ­ເຂົາ​ຈະ​ຮູ້­ວ່າ​ ເຮົາ​ແມ່ນ​ພຣະ­ຢາເວ.'"
\s5
\v 20 ແລ້ວສິ່ງນີ້ກໍໄດ້ເກີດຂຶ້ນ ເມື່ອ​ວັນ­ທີ​ເຈັດ, ເດືອນ​ທີ​ຫນຶ່ງ, ໃນ​ປີ​ທີ​ສິບ­ເອັດ, ພຣະ­ຄຳຂອງ​ພຣະຢາເວມາ​ເຖິງ​ຂ້າ­ນ້ອຍ, ກ່າວວ່າ,
\v 21 “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ເຮົາຈະຫັກ​ແຂນ​ຂອງ​ຟາ­ຣາ­ໂອ ​ກະ­ສັດ​ແຫ່ງ​ເອ­ຢິບ. ​ເບິ່ງ​ແມ໋! ແຂນນັ້ນບໍ່ໄດ້​ຖືກພັນໄວ້, ຫລື ຖືກຮັກສາດ້ວຍການຜ້າພັນບາດ, ເພື່ອ​ໃຫ້​­ແຂງແຮງພໍໍທີ່ຈະຖື​ດາບ​.
\s5
\v 22 ເຫດ​ສະ­ນັ້ນ ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ກ່າວ​ດັ່ງ­ນີ້​ວ່າ, 'ເບິ່ງ​ແມ໋, ເຮົາ​ຕໍ່ສູ້ ​ຟາ­ຣາ­ໂອ ​ກະ­ສັດ​ແຫ່ງ​ເອ­ຢິບ. ເພື່ອເຮົາ​ຈະ​ຫັກ​ແຂນ​ຂອງ​ເຂົາ, ທັງ​ແຂນ​ທີ່​ຍັງ​ແຂງ­ແຮງ ແລະ ​ແຂນ​ທີ່​ຫັກ​ແລ້ວ​ນັ້ນ, ແລະ ເຮົາ​ຈະ​ເຮັດ­ໃຫ້​ດາບ​ຫລຸດ​ຈາກ​ມື​ຂອງ​ເຂົາ.
\v 23 ແລ້ວເຮົາ​ຈະເຮັດໃຫ້ຄົນ​ເອ­ຢິບ​ກະ­ຈັດ­ກະ­ຈາຍ​ໄປ​ຢູ່​ທ່າມ­ກາງ​ປະ­ຊາ­ຊາດ ແລະ ​ຈະ​ກະ­ຈາຍ​ພວກ­ເຂົາ​ໄປ​ຕາມ​ດິນແດນ​ຕ່າງໆ.
\v 24 ເຮົາ​ຈະ​ເສີມ​ກຳ­ລັງ​ແຂນ​ຂອງ​ກະ­ສັດ​ແຫ່ງ​ບາ­ບີ­ໂລນ ແລະ​ ເອົາ​ດາບ​ຂອງ​ເຮົາ​ໃສ່​ມື​ເຂົາ ເພື່ອ​ເຮົາ​ຈະທຳລາຍ​ແຂນ​ຂອງ​ຟາ­ຣາ­ໂອ. ເຂົາ​ຈະ​ຮ້ອງ​ຄໍ່າຄວນ​ຕໍ່­ຫນ້າ​ກະສັດບາ­ບີ­ໂລນ​ເຫມືອນ​ສຽງຂອງຄົນ​ຖືກ​ບາດ­ເຈັບ​ໃກ້​ຈະ​ຕາຍ.
\s5
\v 25 ເພາະເຮົາ​ຈະ​ເສີມ​ກຳ­ລັງ​ແຂນ​ຂອງ​ກະ­ສັດ​ແຫ່ງ​ບາ­ບີ­ໂລນ, ຂະນະທີ່ແຂນທັງສອງເບື້ອງ​ຂອງ​ຟາ­ຣາ­ໂອ​ຈະ​ຕົກ. ແລ້ວ​ພວກ­ເຂົາ​ທັງ­ຫລາຍ​ຈະ​ຮູ້­ວ່າ​ເຮົາ​ແມ່ນ​ພຣະ­ຢາເວ, ເມື່ອ​ເຮົາ​ເອົາ​ດາບ​ຂອງ​ເຮົາ​ໃສ່​ມື​ຂອງ​ກະ­ສັດ​ແຫ່ງ​ບາ­ບີ­ໂລນ; ເພື່ອເຂົາຈະໂຈມຕີ​ແຜ່ນ­ດິນ​ເອ­ຢິບດ້ວຍດາບນັ້ນ.
\v 26 ດັ່ງນັ້ນ ເຮົາ​ຈະ­ໃຫ້​ຄົນ​ເອ­ຢິບ​ກະ­ຈັດ­ກະ­ຈາຍ​ໄປ​ຢູ່​ທ່າມ­ກາງ​ປະ­ຊາ­ຊາດທັງຫລາຍ ແລະ ​ກະ­ຈັດກະຈາຍ​ພວກເຂົາໄປຍັງດິນແດນຕ່າງໆ. ແລ້ວ​ພວກ­ເຂົາ​ຈະ​ຮູ້­ວ່າ​ເຮົາ​ແມ່ນ​ພຣະ­ຢາເວ.'"
\s5
\c 31
\cl ບົດທີ 31
\p
\v 1 ແລ້ວສິ່ງນີ້ກໍໄດ້ເກີດຂື້ນ ໃນ​ວັນ­ທີ​ຫນຶ່ງ, ​ເດືອນ​ທີ​ສາມ, ໃນ​ປີ​ທີ​ສິບ­ເອັດ, ພຣະ­ຄຳ​ຂອງ​ພຣະ­ຢາເວມາ​ເຖິງ​ຂ້າ­ນ້ອຍ, ກ່າວ​ວ່າ,
\v 2 "ບຸດແຫ່ງມະນຸດເອີຍ, ຈົ່ງ​ກ່າວ​ແກ່​ຟາ­ຣາ­ໂອ, ​ກະ­ສັດ​ແຫ່ງ​ເອ­ຢິບ, ແລະ ​ແກ່​ປະ­ຊາ­ຊົນທີ່ຢູ່ອ້ອມ​ຮອບເຂົາ, 'ໃນ​ຄວາມ​ເປັນ​ໃຫຍ່​ເປັນ​ໂຕ​ຂອງເຈົ້າ​ນັ້ນ, ເຈົ້າແມມ່ນ­ໃຜ?
\s5
\v 3 ເບິ່ງ​ແມ໋! ຄົນ​ອັດ­ຊີ­ເຣຍ​ປຽບເຫມືອນ​ກັບ​ໄມ້​ແປກ​ໃນ​ເລ­ບາ­ນອນ ມີ​ກິ່ງ​ກ້ານທີ່ສວຍສົດ​ງົດງາມ, ເປັນ​ຮົ່ມໃຫ້ແກ່ປ່າ, ແລະ​ ສູງທີ່ສຸດ, ແລະ ກິ່ງກ້ານທັງຫລາຍ ກໍຊູຂື້ນຈົນເຖິງຍອດ­ໄມ້​.
\v 4 ມີ​ນໍ້າຫລວງຫລາຍຫລໍ່ລ້ຽງໃຫ້ມັນໃຫຍ່ສູງ; ຄືບັນດາ​ແມ່ນໍ້າ­​ໄຫລ​ອອກ​ໄປ​ທົ່ວ​ຕົ້ນ­ໄມ້ເຮັດໃຫ້ມັນເຕີບໂຕ, ສາຍນໍ້າໄຫລອ້ອມຮອບບໍລິເວນນັ້ນ, ເພື່ອຮ່ອງນໍ້າທັງຫລາຍຈະສົ່ງນໍ້າໄຫລອອກໄປທົ່ວຕົ້ນໄມ້ໃນທົ່ງນາ.
\s5
\v 5 ມັນ​ຈຶ່ງ​ສູງ​ເຫນືອ​ຕົ້ນ­ໄມ້ອື່ນໆໃນ​ທົ່ງ, ແລະ ກິ່ງ​ກ້ານ­ຂອງມັນ​ກໍ​ແຕກ​ອອກຫລາຍ; ແລະ ງ່າ​ທັງຫລາຍທັງຂອງມັນກໍ​ຍາວ ເພາະ​ໄດ້ຮັບນ້ຳ​ຫລໍ່ລ້ຽງສະຫມ່ຳສະເຫມີໃນເວລາມັນເຕີບໂຕ.
\v 6 ນົກ​ແຕ່ລະໂຕທີ່ບິນໃນ​ທ້ອງຟ້າ ກໍໄດ້​ມາ​ເຮັດ​ຮັງ​ຢູ່­ເທິງ​ງ່າໄມ້ທັງຫລາຍຂອງມັນ, ຂະນະທີ່ສິ່ງທີ່ມີຊີວິດທຸກຢ່າງໃນທົ່ງຕ່າງໆອອກລູກ​ຢູ່​ກ້ອງຕົ້ນໄມ້ທັງຫລາຍຂອງມັນ. ບັນດາປະ­ຊາ­ຊາດ​ທັງຫລາຍ​ ກໍອາ­ໄສ​ຢູ່​ກ້ອງ​ຮົ່ມ​ເງົາ​ຂອງ​ມັນ.
\v 7 ເພາະມັນ​ກໍ​ງົດ­ງາມ​ໃນ​ຄວາມ​ໃຫຍ່​ໂຕ​ຂອງ​ມັນ ແລະ ດ້ວຍ​ຄວາມ​ຍາວຂອງ​ກິ່ງກ້ານທັງຫລາຍ­ຂອງ​ມັນ, ເພາະ​ຮາກທັງຫລາຍ​ຂອງ​ມັນ​ຢັ່ງ​ເລິກ​ລົງ​ໄປ​ຍັງ​ບ່ອນທີ່ນ້ຳ​ຫລາຍ.
\s5
\v 8 ຕົ້ນ​ແປກ​ທີ່­ຢູ່​ໃນ​ສວນ​ຂອງ​ພຣະ­ເຈົ້າ ຍັງສູ້​ຕົ້ນ­ສົນບໍ່ໄດ້ເລີຍ. ບໍ່ມີຕົ້ນໄມ້ອັນໃດໃນທ່າມກາງຕົ້ນສົນ ທີ່ສູງເທົ່າກັບກິ່ງ​ກ້ານທັງຫລາຍ­ຂອງ​ມັນ, ແລະ ຕົ້ນໄມ້ຊະນິກອື່ນກໍ​ສູງບໍ່​ເທົ່າກັບ​​ງ່າ​ຂອງ​ມັນ. ບໍ່­ມີ​ໄມ້​ຕົ້ນ​ໃດ​ໃນ​ສວນ​ຂອງ​ພຣະ­ເຈົ້າ​ທີ່​ມີ​ຄວາມ­ງາມ​ເຫມືອນກັບ​ມັນ.
\v 9 ເຮົາ​ໄດ້​ເຮັດ­ໃຫ້​ມັນ​ງົດງາມ​ດ້ວຍ​ກິ່ງ­ກ້ານທັງຫລາຍຂອງ​ມັນ ແລະ ຕົ້ນ­ໄມ້​ທັງ​ຫມົດ​ໃນ​ສວນ​ເອ­ເດນ​ກໍ​ອິດ​ສາ­ມັນ ເພາະມັນໄດ້​ຢູ່­ໃນ​ສວນ​ຂອງ​ພຣະ­ເຈົ້າ.
\s5
\v 10 ເພາະ­ສະ­ນັ້ນ ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ກ່າວ​ດັ່ງ­ນີ້​ວ່າ: ເພາະ­ວ່າ​ມັນ​ສູງ, ແລະ ​ຍອດ​ຂອງ​ມັນຕັ້ງ​ຂຶ້ນ​ຢູ່​ທ່າມ­ກາງ​ງ່າ­ໄມ້​ທັງຫລາຍຂອງມັນ, ​ຈິດ­ໃຈ​ຂອງ​ມັນ​ກໍ​ຈອງ­ຫອງ​ເພາະ​ຄວາມ​ສູງ​ຂອງ​ມັນ.
\v 11 ເຮົາ​ໄດ້​ມອບ​ມັນ​ໄວ້​ໃນ​ມືຜູ້ມີອຳນາດຂອງບັນດາປະ­ຊາ­ຊາດທັງຫລາຍ, ເພື່ອເຮັດກັບມັນຕາມຄວາມຊົ່ວຮ້າຍຂອງມັນ. ເຮົາໄດ້​ໄລ່​ມັນ​ອອກ​ໄປ.
\s5
\v 12 ຄົນ​ຕ່າງ­ດ້າວຜູ້ທີ່​ທາ­ລຸນ​ທີ່­ສຸດ​ໃນ​ບັນ­ດາ​ປະ­ຊາ­ຊາດທັງຫລາຍ ໄດ້​ຕັດ​ມັນ​ລົງ ແລະ ປ່ອຍໃຫ້ມັນຕາຍ. ກິ່ງກ້ານ​ຂອງ​ມັນລົ້ມລົງ​ເທິງ​ພູ­ເຂົາ​ທັງ­ຫລາຍ ແລະ ​ໃນເນີນ​ພູ­ເຂົາ​ທັງ​ຫມົດ, ແລະ ມັນໄມ້ທັງຫລາຍທີ່​ຫັກ​ຂອງ​ມັນ​ຈະນອນຢູ່ຕາມ​ຫ້ວຍຮ່ອງ​ທຸກຫົນທຸກໃນ​ແຜ່ນ­ດິນ. ແລະ​ບັນ­ດາ​ຊົນ­ຊາດ​ທັງ­ຫລາຍ​ຂອງແຜ່ນດິນໂລກ ໄດ້ອອກມາຈາກກ້ອງ​ຮົ່ມ​ເງົາຂອງ​ມັນ ແລະ​ ຫນີໄປຈາກພວກມັນ​ເສຍ.
\s5
\v 13 ນົກທັງຫລາຍ​ໃນທ້ອງຟ້າ​ທີ່​ໄດ້​ອາ­ໄສ​ຢູ່​ເທິງລໍາຕົ້ນທີ່ລົ້ມລົງນັ້ນ, ແລະ ​ສັດ­ປ່າ​ທັງ­ປວງ​ໄດ້ມາຍັງ​ກ້ານທັງຫລາຍ­ຂອງ​ມັນ.
\v 14 ສິ່ງນີ້ໄດ້ເກີດຂື້ນກໍເພື່ອບໍ່ມີຕົ້ນໄມ້ທັງຫລາຍທີ່ເຕີບໃຫຍ່ຂຶ້ນຢູ່​ແຄມ​ນ້ຳອຶ່ນໆ ​ໄດ້​ປົ່ງ​ຍອດຂອງມັນໃຫ້ສູງຂຶ້້ນສູ່ຕົ້ນໄມ້ທີ່ສູງທີ່ສຸດ, ແລະ ເພື່ອບໍ່ໃຫ້ຕົ້ນໄມ້ອຶ່ນໆເຕີບໂຕຂຶ້ນໃກ້ແຄມນໍ້າສູງຂຶ້ນມາ ເຖິງລະດັບຄວາມສູງນັ້ນ. ເພາະພວກມັນທັງຫມົດ ຕ້ອງຖືກມອບໃຫ້ແກ່ຄວາມຕາຍ, ລົງໄປສູ່ເບື້ອງລຸ່ມສຸດຂອງແຜ່ນດິນ, ທ່າມ­ກາງບັນດາ​ລູກ​ທັງ­ຫລາຍ​ຂອງ​ມະ­ນຸດ, ດ້ວຍກັນກັບ​ພວກທີ່ລົງ​ໄປ​ຍັງ​ຂຸມ​ຝັງ​ສົບ​ຄົນ​ຕາຍ.
\s5
\v 15 ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ກ່າວ​ດັ່ງ­ນີ້​ວ່າ: ໃນ​ມື້​ທີ່​ມັນ​ໄດ້ລົງ​ໄປ​ຍັງ​ແດນ​ຄົນ​ຕາຍ ເຮົາໄດ້ນຳຄວາມໂສກເສົ້າມາຍັງແຜ່ນດິນໂລກ. ເຮົາຈະປົກຄຸມແຫລ່ງນໍ້າເລິກໄວ້, ແລະ ເຮົາຈະກັກນໍ້າໄວ້ໃນມະຫາສະມຸດ. ເຮົາເກັບນໍ້າໃຫ່ຍທັງຫລາຍໄວ້, ແລະ ນຳຄວາມໂສກເສົ້າມາຍັງ​ເລ­ບາ­ນອນເພື່ອເຂົາ. ດັ່ງນັ້ນ ຕົ້ນໄມ້ທັງຫມົດຢູ່ໃນ​ທົ່ງ​ຈະ​ໂສກເສົ້າເພາະເຫດນັ້ນ.
\s5
\v 16 ເຮົາໄດ້​ເຮັດ­ໃຫ້​ປະ­ຊາ­ຊາດທັງຫລາຍ​ສັ່ນ­ສະ­ເທືອນ​ດ້ວຍ​ສຽງ​ທີ່​ມັນ​ລົ້ມ­ລົງ, ເມື່ອ​ເຮົາ​ໂຍນ​ມັນ​ລົງ​ໄປ​ໃນແດນມໍລະນາ ພ້ອມ­ກັບ​ບັນ­ດາ​ຜູ້​ທີ່​ລົງ​ໄປ​ໃນ​ຂຸມ​ຝັງ​ສົບ. ເພື່ອເຮົາເລົ່າໂລມ​ຕົ້ນ­ໄມ້​ທັງ​ຫມົດ​ໃນ​ເອ­ເດນໃນໂລກເບື້ອງລຸ່ມສຸດ. ສິ່ງເຫລົ່ານີ້ໄດ້ຖືກ​ເລືອກມາ​ແລ້ວ ແລະ ​ຕົ້ນ­ໄມ້​ທີ່​ດີ​ທີ່­ສຸດ​ຂອງ​ເລ­ບາ­ນອນ; ຄືຕົ້ນ­ໄມ້ທຸກ​ຕົ້ນ​ທີ່​ໄດ້ນ້ຳຫລໍ່ລ້ຽງ.
\s5
\v 17 ເພາະພວກເຂົາໄດ້​ລົງ​ໄປ​ຍັງແດນຄົນຕາຍພ້ອມ​ກັບມັນ​, ໄປ​ຍັງບັນ­ດາ​ຜູ້​ທີ່​ຖືກ​ຂ້າ​ດ້ວຍ​ດາບ. ຄື​ບັນ­ດາ​ຜູ້​ທີ່​ກຳລັງເຂັ້ມແຂງ ແລະ ບັນດາປະຊາຊາດທີ່ຢູ່ກ້ອງ​ຮົ່ມ​ເງົາ​ຂອງມັນ.
\v 18 ດັ່ງ­ນີ້ ຕົ້ນໄມ້ຕົ້ນໃດໃນສວນເອເດນທີ່ມີຄວາມເທົ່າທຽມໃນຄວາມຮຸ່ງເຮືອງ ແລະ ຄວາມຍິ່ງໃຫຍ່ຂອງເຈົ້າບໍ? ເພາະເຈົ້າຈະຖືກນຳລົງມາພ້ອມກັບຕົ້ນໄມ້ຂອງເອ­ເດນ​ໄປ​ຍັງເບື້ອງລຸ່ມສຸດຂອງແຜ່ນດິນທ່າມກາງ​ຜູ້​ທີ່​ບໍ່­ໄດ້­ເຂົ້າ​ພິ­ທີ­ຕັດ; ເຈົ້າຈະຢູ່ກັນກັບພວກທີ່ຖືກຂ້າດ້ວຍດາບ.' ນີ້​ຄື​ຟາ­ຣາ­ໂອ ແລະ​ ບັນ­ດາ​ປະ­ຊາ­ຊົນ​ທັງ​ຫມົດ​ຂອງ​ເຂົາ — ນີ້ເປັນຄຳປະກາດຂອງພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ​."
\s5
\c 32
\cl ບົດທີ 32
\p
\v 1 ສິ່ງນີ້ໄດ້ເກີດຂື້ນ ​ເມື່ອ​ວັນ­ທີ​ຫນຶ່ງ, ເດືອນ​ທີ​ສິບ​ສອງ, ໃນ​ປີ​ທີ​ສິບ​ສອງ, ພຣະ­ຄຳ​ຂອງ​ພຣະ­ຢາເວ​ມາ​ເຖິງ​ຂ້າ­ນ້ອຍ, ກ່າວວ່າ,
\v 2 “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ຈົ່ງ​ກ່າວຄຳຄ່ຳ​ຄວນ​ເລື່ອງ​ຟາ­ຣາ­ໂອ ​ກະ­ສັດ​ແຫ່ງ​ເອ­ຢິບ; ແລະ ​ກ່າວຕໍ່ລາວວ່າ, '​ເຈົ້າເປັນເຫມືອນ​​ສິງ​ຫນຸ່ມ​ທ່າມ­ກາງ​ປະ­ຊາ­ຊາດທັງຫລາຍ, ແຕ່​ເຈົ້າກໍ​ເປັນ​ເຫມືອນສັດຮ້າຍໃນ​ທະ­ເລ​ທັງ­ຫລາຍ; ເຈົ້າປັ່ນນໍ້າໃນ​ແມ່­ນ້ຳ​, ເຈົ້າກວນນໍ້າໃຫ້ຂຸ່ນດ້ວຍ​ຕີນ​ຂອງ​ເຈົ້າ​, ແລະ ​ເຮັດໃຫ້ແມ່ນໍ້າທັງຫລາຍເປັນຂີ້ຕົມ.
\s5
\v 3 ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າຊົງ​ກ່າວ​ດັ່ງ­ນີ້​ວ່າ: ດັ່ງນັນ ເຮົາ​ຈະ​ກາງ​ແຫ​ຂອງ​ເຮົາອອກເຫນືອ​ຊົນ­ຊາດ​ທັງ­ຫລາຍ, ແລະ ​ພວກ­ເຂົາ​ເຫລົ່າ­ນັ້ນ​ຈະ​ລາກເຈົ້າ​ຂຶ້ນ​ມາ​ດ້ວຍ​ແຫ​ຂອງ​ເຮົາ.
\v 4 ເຮົາ​ຈະ​ປະຖິ້ມ​ເຈົ້າໃນແຜ່ນ​ດິນ. ແລະເຮົາ​ຈະໂຍນເຈົ້າ​ລົງໄປໃນ­ທົ່ງ ແລະ​ ຈະ​ເຮັດ­ໃຫ້​ນົກໃນອາກາດ​ທັງ​ຫມົດ​ມາ​ຢູ່​ເທິງ​ເຈົ້າ; ແລະ ເຈົ້າຈະເຮັດໃຫ້ສັດທັງຫລາຍທີ່ອຶດຫິວທົ່ວທັງແຜ່ນດິນໄດ້​ອີ່ມຫນໍາສຳລານ.
\s5
\v 5 ເພາະເຮົາ​ຈະ​ເອົາເນື້ອຫນັງ​ຂອງ​ເຈົ້າ​ມາ​ວາງ​ໄວ້​ເທິງ​ພູ­ເຂົາທັງຫລາຍ, ແລະ ​ເຮົາຖົມ​ຮ່ວມພູ­ທັງຫລາຍ​ດ້ວຍ​ຊາກສົບ​ຂອງ​ເຈົ້າ.
\v 6 ແລ້ວເຮົາ​ຈະ­ຖອກເລືອດຂອງເຈົ້າໃຫ້​ໄຫລອາບທ່າມກາງພູເຂົາທັງຫລາຍ, ແລະ ຫ້ວຍຮ່ອງຕ່າງໆ ຈະເຕັມດ້ວຍເລືອດ​ຂອງເຈົ້າ​.
\s5
\v 7 ແລ້ວເມື່ອ​ເຮົາ​ກຳຈັດເຈົ້າ, ເຮົາ​ຈະ​ປົກ​ຄຸມ​ທ້ອງຟ້າ​ໄວ້ ແລະ​ຈະເຮັດ­ໃຫ້​ດວງ​ດາວຂອງເຈົ້າ​ມືດ​ໄປ; ເຮົາ​ຈະປົດບັງ​ຕາ­ເວັນໄວ້ດ້ວຍເມກ, ແລະ ​ດວງ­ເດືອນ​ຈະ​ບໍ່​ສ່ອງສະຫວ່າງຂອງມັນ.
\v 8 ແສງ​ສຸກ­ໃສ​ທັງ​ຫມົດ​ຂອງທ້ອງຟ້າ​ນັ້ນ ເຮົາ​ຈະ​ເຮັດ­ໃຫ້​ມືດມົວລົງ​ເຫນືອໂຕເຈົ້າ, ແລະ ​ເຮົາເອົາ​ຄວາມ​ມືດ​ໄວ້​ເຫນືອ​ແຜ່ນ­ດິນ​ຂອງ​ເຈົ້າ — ນີ້ເປັນຄຳປະກາດຂອງພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ​.
\s5
\v 9 ດັ່ງນັ້ນ ເຮົາຈະເຮັດໃຈຂອງປະຊາຊົນທັງຫມົດໃນແຜ່ນດິນຕ່າງໆຢ້ານກົວໄປ ທີ່ເຈົ້າບໍ່ຮູ້, ເມື່ອເຮົາການພັງທະລາຍຂອງເຈົ້າມາທ່າມກາງປະຊາຊາດທັງຫລາຍ, ທ່າມກາງແຜ່ນດິນຕ່າງໆ ທີ່ເຈົ້າບໍ່ຮູ້ຈັກນັ້ນ.
\v 10 ​ເຮົາ​ຈະເຮັດໃຫ້ປະຊາຊົນຈຳນວນຫລາຍຕົກຕະລືງ; ເພາະບັນດາ​ກະ­ສັດທັງຫລາຍ​ຂອງ​ພວກ­ເຂົາ​ຈະ​​ສະ­ທ້ານຫວັ່ນໄຫວໃນຄວາມຢ້ານ ​ເມື່ອເຮົາແກວ່ງດາບຂອງເຮົາຕໍ່ຫນ້າພວກເຂົາ. ແຕ່ລະຄົນຈະໂ​ຕສັ່ນເພາະເຈົ້າ, ໃນວັນທີ່ເຈົ້າລົ້ມ­ລົງ​ນັ້ນ.
\s5
\v 11 ເພາະພຣະຢາເວ ​ອົງ­ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ກ່າວ​ດັ່ງ­ນີ້​ວ່າ​: ດາບ​ຂອງ​ກະ­ສັດ​ແຫ່ງ​ບາ­ບີ­ໂລນ​ຈະ​ມາຕໍ່ສູ້​ເຈົ້າ.
\v 12 ເຮົາ​ຈະ​ເຮັດ­ໃຫ້​ປະ­ຊາ­ຊົນ​ຂອງ​ເຈົ້າ​ລົ້ມ­ລົງ​ດ້ວຍ​ດາບ​ຂອງ​ພວກນັກຮົບ — ນັກຮົບແຕ່ລະຄົນເປັນປະຊາຊົນທີ່່ໂຫດຮ້າຍ. ບັນດານັກຮົບເຫລົ່ານີ້ ຈະນຳຄວາມຈິບຫາຍມາຍັງຄວາມ​ຈອງຫອງອວດ­ອົ່ງ​ຂອງ​ເອ­ຢິບ ແລະ ປະຊາຊົນທັງຫມົດຈະຖືກທຳລາຍ.
\s5
\v 13 ເພາະເຮົາ​ຈະ​ທຳ­ລາຍ​ສັດລ້ຽງທັງຫມົດຈາກແຫລ່ງນໍ້າທີ່ອຸດົມສົມບູນທັງຫລາຍ; ​ຈະ​ບໍ່­ມີ​ຕີນ​ມະ­ນຸດ​ຄົນ​ໃດກວນແມ່ນ້ຳ​ເຫລົ່ານັ້ນ­ໃຫ້​​ຂຸ້ນ​ອີກ, ຫລືຕີນ​ຂອງສັດ​ລ້ຽງທັງຫລາຍກໍ​ຈະ​ບໍ່ກວນນ້ຳ​ນັ້ນ­ໃຫ້​​ຂຸ້ນ​ອີກ​ເຊັ່ນ​ກັນ.
\v 14 ແລ້ວ​ເຮົາ​ຈະ​ເຮັດ­ໃຫ້ສາຍ​ນ້ຳເຫລົ່ານັ້ນສະຫງົບ​ນີ້ງ ແລະ ​ເຮັດ­ໃຫ້ມັນ​ໄຫລ​ໄປ​ເຫມືອນ​ນ້ຳ­ມັນ ​— ນີ້ເປັນຄຳປະກາດຂອງພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ.
\s5
\v 15 ເມື່ອ​ເຮົາ​ເຮັດ­ໃຫ້​ແຜ່ນ­ດິນ​ເອ­ຢິບເປັນບ່ອນ​ຮ້າງ​ເປົ່າ, ​ເມື່ອ​ແຜ່ນ­ດິນ​ຖືກ​ປຸ້ນ​ເອົາ​ສິ່ງຂອງທີ່ມີຢູ່ໃນນັ້ນໄປຫມົດ, ເມື່ອ​ເຮົາ​ທຳ­ລາຍ​ທຸກຄົນ​ທີ່​ອາ­ໄສ​ຢູ່­ໃນ​ເມືອງ​ນັ້ນ, ​ພວກ­ເຂົາ​​ຈະ​ຮູ້­ວ່າ​ ເຮົາ​ແມ່ນ​ພຣະ­ຢາເວ.
\v 16 ຢູ່ທີ່ນັ້ນຈະມີການ​ຄ່ຳ​ຄວນ; ລູກສາວທັງຫລາຍຂອງປະ­ຊາ­ຊາດ​ຈະ​ຮ້ອງຄ່ຳ​ຄວນເຫນືອເຂົາ; ພວກ­ເຂົາ​ຈະ​ຮ້ອງຄ່ຳ​ຄວນ​ເຫນືອ​ເອ­ຢິບ, ​ແລະ ​ປະ­ຊາ­ຊົນ​ຂອງພວກເຂົາ​ທັງຫມົດຈະຮ້ອງຄ່ຳຄວນ — ນີ້ເປັນຄຳປະກາດຂອງພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ.'"
\s5
\v 17 ແລ້ວສິ່ງນີ້ໄດ້ເກີດຂື້ນ​ ໃນ​ວັນ­ທີ​ສິບ​ຫ້າຂອງເດືອນ, ໃນ​ປີ​ທີ​ສິບ​ສອງ, ພຣະ­ຄຳ​ຂອງ​ພຣະ­ຢາເວມາ​ເຖິງ​ຂ້າ­ນ້ອຍ, ກ່າວ​ວ່າ,
\v 18 “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ຈົ່ງ​ຮ້ອງໄຫ້​ເພື່ອ​ປະ­ຊາ­ຊົນ​ແຫ່ງເອ­ຢິບ ແລະ ​ຈົ່ງນຳ​ພວກ­ເຂົາ​ລົງ​ໄປ — ພ້ອມທັງໂ​ຕນາງ ແລະ ລູກສາວທັງຫມົດຂອງ​ປະ­ຊາ­ຊາດ​ທີ່ງາມສະງ່າ — ລົງໄປຍັງເບື້ອງລຸ່ມສຸດຂອງແຜ່ນດິນດ້ວຍກັນກັບພວກທີ່ລົງໄປຍັງປາກ​ຂຸມ​ຝັງ​ສົບ​ຄົນ​ຕາຍ.
\s5
\v 19 ເຈົ້າຄິດວ່າເຈົ້າສວຍງາມກວ່າຄົນອຶ່ນຫລື? ຈົ່ງ​ລົງ​ໄປ ແລະ​ນອນ​ລົງກັບພວກ​ທີ່ບໍ່­ໄດ້­ເຂົ້າ​ພິ­ທີ­ຕັດ.'
\v 20 ພວກ­ເຂົາ​ຈະ​ລົ້ມ­ລົງ​ທ່າມກາງ​ພວກ​ທີ່​ຖືກ​ຂ້າ​ດ້ວຍ​ດາບ. ດາບ​ໄດ້ຖືກຖອດອອກ! ນາງໄດ້ຖືກມອບໄວ້ໃຫ້ດາບ; ພວກເຂົາຈະຢຶດນາງ ແລະ ​ປະ­ຊາ­ຊົນ​ທັງ​ຫມົດ​ຂອງນາງ.
\v 21 ພວກນັກຮົບທີ່ແຂງແຮງທີ່ສຸດໃນຊີໂອນ ຈະປະກາດກ່ຽວກັບເອຢິບ ແລະ ພັນທະມິດຂອງນາງ, ‘ພວກ­ເຂົາ​​ໄດ້ລົງ­ມາ​ແລ້ວ! ພວກ­ເຂົາ​ນອນ​ຢູ່ກັບພວກ­ທີ່​ບໍ່­ໄດ້­ເຂົ້າ​ພິ­ທີ­ຕັດ, ກັບຄົນທັງຫລາຍທີ່​ຖືກ​ຂ້າ​ດ້ວຍ​ດາບ.
\s5
\v 22 ອັດ­ຊີ­ເຣຍຢູ່ທີ່ນີ້ກັບບັນດາພັັກພວກທັງຫມົດຂອງນາງ. ຂຸມຝັງສົບ​ກໍ​ຢູ່ອ້ອມຂ້າງນາງ; ພວກເຂົາທຸກ​ຄົນລ້ວນ​ຖືກ​ຂ້າດ້ວຍດາບ.
\v 23 ຂຸມ​ຝັງ​ສົບ​ຂອງ​ຄົນ​ເຫລົ່ານີ້ແມ່ນຢູ່​​ແດນ​ມໍ­ລະ­ນາ, ກັບພັກພວກທັງຫມົດຂອງນາງ. ​ຂຸມ​ຝັງ​ສົບຂອງນາງແມ່ນອ້ອມຮອບໄປດ້ວຍຂຸມຝັງສົບຂອງຄົນທັງຫລາຍທີ່​ຖືກ​ຂ້າ, ຜູ້ຊຶ່ງລົ້ມ­ລົງ​ດ້ວຍ​ດາບ, ພວກເຂົາເຄີຍເຮັດ​ໃຫ້​ເກີດ​ຄວາມ​ໂກດ​ຮ້າຍ​ໃນ​ແຜ່ນ­ດິນ​ຂອງ​ຄົນ​ເປັນ.
\s5
\v 24 ເອ­ລາມ​ກັບປະຊາຊົນທັງຫມົດກໍ​ຢູ່​ບ່ອນ­ນັ້ນ. ຢູ່ອ້ອມຂ້າງນາງ ລ້ວນແຕ່ແມ່ນຂຸມຝັງ​ສົບ​ຂອງຄົນເຫລົ່ານັ້ນທີ່​ຖືກ​ຂ້າ. ຜູ້ຊຶ່ງລົ້ມ­ລົງ​ດ້ວຍ​ດາບ, ຜູ້ຊຶ່ງ​ບໍ່­ໄດ້­ເຂົ້າ​ພິ­ທີ­ຕັດ​ທີ່ລົງໄປຍັງເບື້ອງລຸ່ມສຸດຂອງແຜ່ນດິນ, ຜູ້ຊຶ່ງໄດ້ນຳ​ຄວາມ​ໂກດ​ຮ້າຍ​ມາໃນ​ແຜ່ນ­ດິນ​ຂອງ​ຄົນ​ເປັນ ແລະ ຜູ້ທີ່ທົນຮັບຄວາມອັບອາຍຂອງຕົນ, ຮ່ວມກັບຄົນທີ່ລົງ​ໄປ​ຂຸມ​ຝັງ​ສົບ​ຄົນ​ຕາຍເບື້ອງເລິກສຸດ.
\v 25 ພວກ­ເຂົາ​ໄດ້ຕັ້ງຕຽງຫລັງຫນຶ່ງໃຫ້ກັບຊົນຊາດເອລາມ ແລະ ປະຊາຊົນທັງຫມົດໃນທ່າມກາງຜູ້ທີ່ຖືກຂ້າ; ຂຸມຝັງສົບທັງຫລາຍກໍຢູ່ອ້ອມຮອບນາງ. ພວກເຂົາທັງຫມົດບໍ່ໄດ້ເຂົ້າສູ່ພິທີຕັດ, ຖືກແທງດ້ວຍດາບ, ເພາະ­ວ່າ​ພວກ­ເຂົາ​ໄດ້ນຳ​ຄວາມ​ໂກດ​ຮ້າຍ​ມາໃນ​ແຜ່ນ­ດິນ​ຂອງ​ຄົນ​ເປັນ. ແລ້ວພວກເຂົາຕ້ອງ​ທົນ​ຮັບ​ຄວາມ​ອັບ­ອາຍ​ຂອງຕົນ, ພ້ອມກັບ​ຜູ້​ທີ່​ລົງ​ໄປ​ໃນ​ຂຸມ​ຝັງ​ສົບ​ໃນແດນມໍລະນາທ່າມກາງຄົນທັງຫລາຍທີ່ຖືກຂ້າ, ຜູ້ຊຶ່ງກຳລັງລົງໄປໃນຂຸມຝັງສົບ. ເອລາມຢູ່ທ່າມກາງພວກ​ຜູ້ທີ່່​ຖືກ​ຂ້າ.
\s5
\v 26 ເມ­ເຊັກ, ຕູບານ, ແລະ ກັບປະຊາຊົນທັງຫມົດຂອງພວກເຂົາກໍ​ຢູ່​ບ່ອນ­ນັ້ນ! ຂຸມ​ຝັງສົບ​ທັງຫລາຍຂອງຄົນເຫລົ່ານັ້ນຢູ່ອ້ອມຮອບພວກເຂົາ. ພວກເຂົາທັງຫມົດບໍ່­ໄດ້­ເຂົ້າສູ່​ພິ­ທີ­ຕັດ, ລ້ວນແຕ່ຖືກຂ້າດ້ວຍດາບ, ເພາະ​ພວກ­ເຂົາໄດ້ນຳ​ຄວາມ​ໂກດ​ຮ້າຍ​ມາໃນ​ແຜ່ນ­ດິນ​ຂອງ​ຄົນ​ເປັນ.
\v 27 ພວກ­ເຂົາບໍ່ໄດ້ນອນຢູ່ກັບພວກນັກຮົບທີ່​ບໍ່­ໄດ້­ເຂົ້າ​ພິ­ທີ­ຕັດ ຜູ້ຊຶ່ງລົງໄປຍັງແດນຄົນຕາຍພ້ອມກັບອາວຸດທັງຫລາຍຂອງສົງຄາມ, ແລະ ດາບທັງຫລາຍຂອງພວກເຂົາຖືກວາງໄວ້ລຸ່ມຫົວຂອງພວກເຂົາ ແລະ ຄວາມຜິດບາບຂອງພວກເຂົາກໍຢູ່ເຫນືອ​ກະ­ດູກ​ທັງຫລາຍຂອງພວກ​ເຂົາ. ເພາະ­ວ່າ ​ພວກ­ເຂົາເຄີຍເປັນນັກຮົບຜູ້​ໂກດ​ຮ້າຍ­ໃນ​ແຜ່ນ­ດິນ​ຂອງ​ຄົນ​ເປັນ.
\s5
\v 28 ດັ່ງ­ນັ້ນ ເຈົ້າເອງ, ເອຢິບ, ຈະຖືກທຳລາຍທ່າມກາງພວກ​ທີ່​ບໍ່­ໄດ້­ເຂົ້າ​ພິ­ທີ­ຕັດ! ເຈົ້າຈະ​ນອນ​ຢູ່​ກັບ​ຄົນ​ເຫລົ່າ­ນັ້ນ​ທີ່​ຖືກ​ຂ້າ​ດ້ວຍ​ດາບ.
\v 29 ເອ­ໂດມ​ກໍ​ຢູ່​ບ່ອນ­ນັ້ນ ພ້ອມທັງບັນດາ​ກະ­ສັດ ແລະ ​ບັນ­ດາ​ເຈົ້າ​ນຳ​ທັງ­ຫລາຍຂອງເຂົາ​. ເຖິງ­ແມ່ນ­ວ່າ​ພວກ­ເຂົາ​ເຄີຍເຂັ້ມແຂງຫລາຍກໍຍັງຖືກນຳວາງໄວ້ກັບພວກຖືກຂ້າດ້ວຍດາບ. ​ພ້ອມກັບ​ຜູ້​ທີ່​ບໍ່­ໄດ້­ເຂົ້າ​ພິ­ທີ­ຕັດ, ກັບ​ບັນ­ດາ​ຄົນ­ທີ່​ໄດ້​ລົງ​ໄປ​ຍັງ​ຂຸມ​ຝັງ​ສົບ​ຄົນ​ຕາຍ.
\s5
\v 30 ເຈົ້າ​ຊາຍທຸກຄົນ​ຈາກທາງ​ທິດ­ເຫນືອກໍຢູ່ທີ່ນັ້ນ — ​ພ້ອມກັບຄົນທັງຫລາຍ ແລະ ຊາວ​ຊີ­ໂດນ​ທັງ​ຫມົດ ຜູ້ຊຶ່ງ​ລົງ​ໄປກັບຄົນທັງຫລາຍ​ທີ່​ຖືກ​ຂ້າ. ພວກເຂົາເຄີຍເປັນຜູ້ມີອຳນາດ ແລະ ເຄີຍເຮັດໃຫ້ຄົນອື່ນຢ້າານກົວ, ແຕ່ບັດນີ້ພວກເຂົາຢູ່່ທີ່ນີ້ດ້ວຍຄວາມ​ຄວາມ​ອັບ­ອາຍ, ກັບ​ພວກທີ່ບໍ່​ໄດ້ເຂົ້າ​ພິ­ທີ­ຕັດຊຶ່ງຖືກຂ້າດ້ວຍດາບ. ພວກເຂົາຕ້ອງທົນຮັບ​ຄວາມ​ອັບ­ອາຍ​ຂອງຕົນ, ຮ່ວມກັບ​ບັນ­ດາ​ຜູ້​ທີ່​ລົງ​ໄປ​ໃນ​ຂຸມ​ຝັງ​ສົບຢູ່ແດນ​ຄົນ​ຕາຍ.
\s5
\v 31 ​ຟາ­ຣາ­ໂອ​ຈະເບິ່ງ ແລະ ຈະເລົ່າໂລມ​ໃຈກ່ຽວກັບ​​ປະ­ຊາ­ຊົນ​ທັງ​ຫມົດ​ຂອງເຂົາ ຜູ້ຊຶ່ງຖືກຂ້າດ້ວຍດາບ — ຟາ­ຣາ­ໂອ ແລະ ໄພ່ພົນຂອງເຂົາ — ນີ້ເປັນຄຳປະກາດຂອງພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ.
\v 32 ເຮົາຈະວາງເຂົາໄວ້ເຫມືອນຢ່າງຄວາມ​ໂກດ​ຮ້າຍ​ຂອງເຮົາມາໃນ​ແຜ່ນ­ດິນ​ຂອງ​ຄົນ​ເປັນ, ແຕ່ເຂົາຈະຖືກວາງໄວ້​ທ່າມ­ກາງ​ຜູ້​ທີ່​ບໍ່­ໄດ້­ເຂົ້າ​ພິ­ທີ­ຕັດ, ຄືທ່າມກາງພວກຖືກຂ້າດ້ວຍດາບ. ທັງ​ຟາ­ຣາ­ໂອ ແລະ​ ປະ­ຊາ­ຊົນ​ທັງ​ຫມົດ​ຂອງ​ເຂົາ — ນີ້ເປັນຄຳປະກາດຂອງພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ."
\s5
\c 33
\cl ບົດທີ 33
\p
\v 1 ແລ້ວພຣະຄຳຂອງຢາເວມາເຖິງ​ຂ້າ­ນ້ອຍ, ກ່າວ​ວ່າ,
\v 2 “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ຈົ່ງ​ບອກສິ່ງນີ້ຕໍ່​ປະ­ຊາ­ຊົນຂອງເຈົ້າ​ວ່າ; ແລະ ກ່າວກັບພວກເຂົາວ່າ, 'ເມື່ອ​ເຮົານຳດາບມາເຫນືອແຜ່ນດິນ, ແລ້ວ​ປະ­ຊາ­ຊົນ​ໃນແຜ່ນດິນນັ້ນ ຈະເລືອກເອົາຊາຍຄົນຫນຶ່ງຈາກພວກເຂົາ ແລະ ຕັ້ງໃຫ້ເປັນຄົນເຝົ້າຍາມ.
\v 3 ເຂົາຈະແນມຫາດາບ ຂະນະທີ່ມັນມາເຫນືອແຜ່ນດິນ, ແລະ ເຂົາຈຶ່ງເປົ່າ​ແກ​ຂອງເຂົາ ເພື່ອ​ເຕືອນ​ປະຊາຊົນ!
\v 4 ຖ້າ​ຫາກ​ປະຊາຊົນໄດ້ຍິນສຽງ​ແກນັ້ນ ແຕ່​ບໍ່ໄດ້​ເອົາ­ໃຈ­ໃສ່​ໃນ​ສຽງ​ເຕືອນ, ແລະ ຖ້າດາບນັ້ນມາ, ແລະ ຂ້າພວກເຂົາ, ແລ້ວເລືອດຂອງເຂົາຈະຕົກລົງເທິງຫົວຂອງເຂົາ​ເອງ.
\s5
\v 5 ຖ້າບາງຄົນໄດ້ຍິນສຽງແກ ແລະ ​ບໍ່​ເອົາ­ໃຈ­ໃສ່​ໃນ​ສຽງ​ເຕືອນ, ເລືອດຂອງເຂົາຈະຕົກຢູ່ກັບເຂົາເອງ; ແຕ່ຖ້າເຂົາເອົາໃຈໃສ່ຕໍ່ສຽງເຕືອນນັ້ນ, ເຂົາກໍຈະຊ່ວຍຊີວິດຂອງຕົນໃຫ້ປອດໄພ.
\v 6 ເຖິງຢ່າງໃດກໍດີ, ຖ້າ​ຄົນ​ເຝົ້າ​ຍາມ​ເຫັນ​ດາບມາແລ້ວ, ແຕ່​ບໍ່​ເປົ່າ​ແກ, ປະຊາຊົນຈຶ່ງບໍ່ໄດ້ຮັບສຽງເຕືອນ, ແລະ ຖ້າດາບມາ ແລະ ເອົາຊີວິດຂອງຄົນຫນຶ່ງຄົນໃດໄປ, ແລ້ວຄົນນັ້ນຕາຍ ເນື່ອງຈາກຄວາມຜິດບາບຂອງເຂົາ, ແຕ່ເຮົາຈະລົງໂທດຄົນເຝົ້າຍາມດ້ວຍເລື່ອງເລືອດຂອງເຂົາ.'
\s5
\v 7 ບົດນີ້ ເຈົ້າເອງ, ບຸດ​ແຫ່ງ​ມະ­ນຸດ​ເອີຍ! ເຮົາ​ໄດ້­ຕັ້ງ​ໃຫ້​ເຈົ້າ​ເປັນ​ຜູ້​ເຝົ້າ​ຍາມ​ຊົນ­ຊາດ​ອິດສະຣາເອນ; ເຈົ້າຈະໄດ້ຍິນຖ້ອຍຄຳຈາກປາກເຮົາ ແລະ ຈົ່ງ­ເຕືອນ​ພວກເຂົາແທນເຮົາ.
\v 8 ຖ້າ​ເຮົາ​ປະ­ກາດກັບຄົນຊົ່ວວ່າ. 'ໂອ ­ຄົນ​ຊົ່ວ, ເຈົ້າຈະຕ້ອງຕາຍແນ່!' ແຕ່ຖ້າເຈົ້າບໍ່ໄດ້ກ່າວເຕືອນຄົນຊົ່ວໃຫ້ກັບມາຈາກທາງຂອງເຂົາ, ແລ້ວຄົນຊົ່ວນັ້ນຈະຕ້ອງຕາຍ ເນື່ອງຈາກຄວາມຜິດບາບຂອງເຂົາ​, ແຕ່​ເຮົາ​ຈະເອົາເລືຶອດຂອງເຂົາຈາກມືເຈົ້າ!
\v 9 ແຕ່ເຈົ້າ, ຖ້າເຈົ້າໄດ້­ເຕືອນຄົນຊົ່ວ​ກ່ຽວກັບວິຖີທາງຂອງເຂົາ, ຊຶ່ງວ່າເຂົາອາດຈະຫັນກັບຈາກທາງຂອງເຂົາ, ແລະ ຖ້າເຂົາບໍ່ກັບມາຈາກທາງຂອງເຂົາ, ແລ້ວເຂົາຈະຕ້ອງຕາຍເນື່ອງຈາກຄວາມຜິດບາບຂອງເຂົາ, ແຕ່ເຈົ້າຈະຊ່ວຍຊີວິດຂອງຕົນໃຫ້ປອດໄພ.
\s5
\v 10 ດັ່ງນັ້ນເຈົ້າ, ບຸດ​ແຫ່ງ​ມະ­ນຸດ​ເອີຍ, ຈົ່ງກ່າວກັບເຊື້ອສາຍອິດສະຣາເອນວ່າ, 'ພວກເຈົ້າເຄີຍກ່າວດັ່ງນີ້ວ່າ' "ການ­ລະເມີດ ແລະ ​ຜິດບາບທັງຫລາຍຂອງພວກເຮົາຢູ່ເຫນືອພວກເຮົາ, ແລະພວກເຮົາກໍເຊື່ອມໂຊມໄປເພາະສິ່ງເຫລົ່ານີ້! ພວກເຮົາ​ຈະ​ມີ­ຊີ­ວິດ​ຢູ່​ໄດ້ແນວໃດ?"'
\v 11 ຈົ່ງກ່າວຕໍ່ພວກເຂົາວ່າ, 'ຢ່່າງທີ່ເຮົມມີຊີວິດຢູ່ສັນໃດ — ນີ້ເປັນຄຳປະກາດຂອງພຣະຢາເວ ອົງພຣະຜູ້ເປັນເຈົ້າ — ເຮົາ​ຈຶ່ງ​ບໍ່ຍິນດີໃນຄວາມຕາຍຂອງຄົນຊົ່ວ, ແຕ່ພໍໃຈການທີ່ຄົນຊົ່ວຫັນຈາກທາງຊົ່ວຂອງເຂົາ, ແລ້ວມີຊີວິດຢູ່! ຈົ່ງກັບໃຈໃຫມ່! ຈົ່ງກັບໃຈໃຫມ່ຈາກທາງຊົ່ວຂອງເຈົ້າ! ເພາະເປັນຫຍັງເຈົ້າຈຶ່ງຍອມຕາຍຫລື, ໂອ ເຊື້ອສາຍອິດສະຣາເອນເອີຍ?'
\s5
\v 12 ບັດນີ້, ບຸດ​ມະ­ນຸດ​ເອີຍ, ຈົ່ງ​ບອກຕໍ່ໄພ່ພົນຂອງເຈົ້າ, 'ຄວາມຊອບທຳຂອງຄົນຊອບທຳ ຈະບໍ່ສາມາດຊ່ວຍເຂົາໃຫ້ພົ້ນໄດ້ ຖ້າເຂົາເຮັດຜິດບາບ! ການຊົ່ວທັງຫລາຍຂອງຄົນຊົ່ວນັ້ນຈະບໍ່ເຮັດໃຫ້ເຂົາລົ້ມລົງ ເມື່ອເຂົາກັບໃຈໃຫມ່ຈາກຄວາມຜິດບາບຂອງເຂົາ! ສຳລັບຄົນຊອບທຳຈະບໍ່ອາດມີຊີວິດຢູ່ໄດ້ດ້ວຍຄວາມຊອບທຳ ຖ້າເຂົາເຮັດບາບ.
\v 13 ຖ້າ​​ເຮົາກ່າວກັບຄົນຊອບທຳວ່າ, "ເຂົາຈະມີຊີວິດຢູ່ຢ່າງແນ່ນອນ" ແລະ ຖ້າເຂົາໄວ້ໃຈໃນຄວາມຊອບທຳຂອງເຂົາ ແລະ ແລ້ວເຮັດຄວາມຊົ່ວ, ເຮົາຈະບໍ່ຈົດຈຳການກະທຳທີ່ຊອບທຳໃດໆຂອງເຂົາ. ເຂົາຈະຕ້ອງຕາຍເພາະຄວາມຊົ່ວ ຊຶ່ງເຂົາໄດ້ເຮັດນັ້ນ.
\s5
\v 14 ດັ່ງນັ້ນ ຖ້າ​ເຮົາກ່າວກັນຄົນ­ຊົ່ວ​ວ່າ, "ເຈົ້າຈະຕາຍຢ່າງແນ່ນອນ," ແຕ່ຖ້າເຂົາກັບໃຈໃຫມ່ຈາກການ​ເຮັດ​ບາບຂອງເຂົາ ແລະ ເຮັດສິ່ງທີ່ຖືກຕ້ອງແລະຄວາມຊອບທຳ —
\v 15 ຖ້າຄົນຊົ່ວຍອມຄືນຂອງ​ຈຳ­ນຳ​ທີ່ເຂົາໄດ້ຮຽກຮ້ອງເອົາມາຢ່າງຊົ່ວຮ້າຍ ຫລື ເຂົາຊົດໃຊ້ສິ່ງທີ່ເຂົາ​ລັກມາ, ແລະ ຖ້າເຂົາດຳເນີນຕາມກົດບັນຍັດທີ່ເຮົາມອບໄວ້ໃຫ້ເຂົານັ້ນ ແລະ ບໍ່ໄດ້​ເຮັດຜິດບາບອີກຕໍ່ໄປ — ແລ້ວເຂົາກໍຈະມີຊີວິດຢູ່ຢ່າງແນ່ນອນ. ເຂົາ​ຈະ​ບໍ່​ຕາຍ.
\v 16 ຄວາມຜິດບາບທັງຫມົດທີ່ເຂົາໄດ້ເຮັດມາແລ້ວ ຈະບໍ່ຖືກຈົດຈຳໄວ້ກ່າວໂທດເຂົາອີກ. ເຂົາໄດ້ປະພຶດສິ່ງທີ່ຖືກຕ້ອງແລະຄວາມຊອບທຳແລ້ວ, ແລະ ຖ້າເຊັ່ນນັ້ນ, ເຂົາກໍຈະມີຊີວິດຢູ່ຢ່າງແນ່ນອນ!
\s5
\v 17 ແຕ່ປະ­ຊາ­ຊາດຂອງ​ເຈົ້າກ່າວ​ວ່າ, "ວິທີທາງຂອງອົງພຣະຜູ້ເປັນເຈົ້າ​ບໍ່​ຍຸດ­ຕິ­ທຳ!" ແຕ່ວິທີທາງຂອງພວກເຈົ້ານັ້ນແຫລະທີ່ບໍ່ຖືກຕ້ອງ!
\v 18 ເມື່ອ​ຄົນ​ຊອບ­ທຳຫັນກັບຈາກຄວາມຊອບທຳ ແລະ ເຮັດບາບ, ແລ້ວເຂົາຈະຕ້ອງຕາຍເພາະບາບເຫລົ່ານັ້ນ!
\v 19 ເມື່ອ​ຄົນ​ຊົ່ວຫັນຫລັງຈາກຄວາມຊົ່ວຂອງເຂົາ, ແລະ ເຮັດສິ່ງຍຸດຕິທຳແລະຊອບທຳ, ເຂົາຈະມີຊີ­ວິດຢູ່ໄດ້ດ້ວຍສິ່ງເຫລົ່ານັ້ນ​!
\v 20 ແຕ່ເຈົ້າທັງຫລາຍກ່າວວ່າ, "ວິທີຂອງອົງພຣະຜູ້ເປັນເຈົ້າ​ບໍ່​ຍຸດ­ຕິ­ທຳ!" ໂອ ເຊື້ອສາຍອິດສະຣາເອນ​ເອີຍ, ເຮົາຈະພິພາກສາເຈົ້າຕາມການປະພຶດຂອງເຈົ້າແຕ່ລະຄົນ!”
\s5
\v 21 ສິ່ງນີ້ໄດ້ເກີດຂື້ນວັນ­ທີ​ຫ້າ​, ເດືອນ​ສິບ, ປີທີສິບ​ສອງ, ຂອງການ​ຖືກ​ຈັບ​ໄປ​ເປັນ​ຊະ­ເລີຍ, ຄົນລີ້ໄພຄົນຫນຶ່ງທີ່​ຫນີ​ອອກ­ຈາກ​ນະຄອນ­ເຢ­ຣູ­ຊາ­ເລັມໄດ້ມາຫາ​ຂ້າ­ນ້ອຍວ່າ, "ນະຄອນ­ເຢ­ຣູ­ຊາ­ເລັມ​ແຕກ​ເສຍແລ້ວ!"
\v 22 ພຣະຫັດຂອງພຣະຢາເວໄດ້ມາເຫນືອຂ້ານ້ອຍໃນຕອນ​ຄ່ຳ​ກ່ອນຜູ້ລີ້ໄພຄົນຫນຶ່ງມາ, ແລະ ປາກຂ້ານ້ອຍໄດ້ເປີດໃນເວລາທີ່ຊາຍຄົນນັ້ນໄດ້ມາຮອດໃນ​ຕອນຮຸ່ງ​ເຊົ້າ​. ດັ່ງນັ້ນ ປາກຂອງຂ້ານ້ອຍຈຶ່ງຖືກເປີດອອກ; ຂ້າ­ນ້ອຍກໍບໍ່ໄດ້ເປັນປາກກືກອີກຕໍ່ໄປ!
\s5
\v 23 ແລ້ວພຣະຄຳຂອງພຣະຢາເວ​ຊົງ​ກ່າວ​ຕໍ່​ຂ້າ­ນ້ອຍ, ກ່າວ​ວ່າ,
\v 24 “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ປະ­ຊາ­ຊົນ​ທີ່​ເຄີຍ​ອາ­ໄສ​ຢູ່​ຕາມ​ຫົວ​ເມືອງ​ຮ້າງ​ຂອງແຜ່ນດິນ​ອິດສະຣາເອນ​ກຳລັງເວົ້າ ແລະ ກ່າວ​ວ່າ, ' ​ອັບ­ຣາ­ຮາມເປັນພຽງ​ຄົນ​ດຽວ, ເຂົາຍັງໄດ້ຮັບກຳມະສິດໃນດິນແດນນີ້, ແຕ່ພວກເຮົາມີຈຳນວນຫລາຍຄົນ! ແຜ່ນດິນນັ້ນຈຶ່ງຕ້ອງມອບໃຫ້ເຮົາເປັນສົມບັດ.'
\s5
\v 25 ເພາະສະນັ້ນ ຈົ່ງ​ກ່າວກັບພວກເຂົາ​ວ່າ, 'ພຣະຢາເວ ອົງພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້ວ່າ: ຈົ່ງດື່ມເລືຶອດ, ແລະ ເຈົ້າເງີຍຫນ້າຂື້ນໄປຍັງ​ຮູບ​ເຄົາ­ລົບທັງຫມົດຂອງເຈົ້າ, ແລ້ວເຈົ້າຫລັ່ງເລືອດຂອງຊົນຊາດຂອງເຈົ້າອອກ. ເຈົ້າຍັງສົມຄວນຖືກຳມະສິດທີ່ດິນນີ້ອີກບໍ?
\v 26 ພວກ​ເຈົ້າພິ່ງພາ​ດາບ​ຂອງ­ເຈົ້າ ແລະ ເຈົ້າໄດ້​ເຮັດໃນສິ່ງ​ຫນ້າ​ກຽດ­ຊັງ; ຜູ້ຊາຍແຕ່ລະຄົນໄດ້​ລ່ວງ​ເກີນ​ເມຍຂອງເພື່ອນບ້ານໃຫ້ເປັນມົນທິນ. ເຈົ້າຍັງສົມຄວນຖືກຳມະສິດທີ່ດິນນີ້ອີກບໍ?'
\s5
\v 27 ຈົ່ງ​ກ່າວກັບພວກເຂົາ​ວ່າ, 'ພຣະຢາເວ ອົງພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້ວ່າ: ຢ່າງທີ່ເຮົາມີຊີວິດຢູ່ສັນໃດ​, ແນ່ນອນວ່າຄົນທີ່ຢູ່ໃນຊາກເພພັງຈະ​ຖືກ​ຂ້າ​ຕາຍດ້ວຍດາບ, ແລະ ເຮົາຈະມອບພວກເຂົາຢູ່ໃນທົ່ງນາເປັນນອາຫານຂອງສິ່ງທີ່ມີຊີວິດ, ແລະ ຜູ້ທີ່ຢູ່ໃນປ້ອມປາການແລະໃນຖ້າກໍ​ຈະຕາຍດ້ວຍໂລກລະບາດ.
\v 28 ແລ້ວເຮົາ​ຈະ​ເຮັດ­ໃຫ້​ແຜ່ນດິນ​ຮົກຮ້າງວ່າງ​ເປົ່າ​ ແລະ ຫນ້າຢ້ານກົວ ແລະ ຄວາມຍິ່ງຈອງຫອງຂອງແຜ່ນດິນນັ້ນຈະເຖິິງຄາວສິ້ນລົງ, ພູ​ທັງ­ຫລາຍ​ໃນ​ອິດສະຣາເອນ​ຈະ​ເປັນ​ປ່າດິນຊາຍ, ແລະ ຈະ​ບໍ່​ມີ­ຄົນເດີນ­ທາງ​ຜ່ານ­ໄປ​ມາໄດ້.'
\v 29 ດັ່ງນັ້ນ ພວກເຂົາາ​ຈຶ່ງ​ຈະ​ຮູ້­ວ່າ ເຮົາແມ່ນ​ພຣະຢາເວ, ເມື່ອເຮົາ​ໄດ້ເຮັດໃຫ້ແຜ່ນດິນນັ້ນຮົກຮ້າງວ່າງເປົ່າ ແລະ ຫນ້າຢ້ານກົວ ເພາະສິ່ງຫນ້າລັງກຽດທັງຫມົດທີ່ພວກເຂົາໄດ້ເຮັດນັ້ນ.
\s5
\v 30 ດັ່ງນັ້ນ ບັດນີ້, “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ຊົນຊາດ​ຂອງ​ເຈົ້າ​ທີ່ເວົ້າເລື່ອງເຈົ້າທີ່ຂ້າງ​ກຳ­ແພງ​ເມືອງ ແລະ​ຕາມ​ປະ­ຕູ​ບ້ານ​ເຮືອນ​ນັ້ນ ແລະເຂົາເວົ້າຕໍ່ກັນ ແລະກັນ, ແຕ່ລະຄົນເວົ້າກັບພ່ີນ້ອງຂອງຕົນວ່າ, 'ພວກເຮົາ ຈົ່ງມາເຖີດ, ແລະມາຟັງຄຳຂອງຜູ້ະກາດພຣະຄຳ ຊຶ່ງມາຈາກພຣະຢາເວ.
\v 31 ດັ່ງ­ນັ້ນ ຊົນຊາດ​ຂອງ​ເຮົາ​ຈຶ່ງ​ຫລັ່ງ­ໄຫລ​ກັນ​ມາເຈົ້າ, ຢ່າງທີ່ຄົນທັງຫລາຍມັກຈະເຮັດ, ແລະຈະນັ່ງຕໍ່ຫນ້າເຈົ້າ ແລະ​ຟັງສິ່ງທີ່ເຈົ້າເວົ້າ, ແຕ່​ພວກ­ເຂົາ​ບໍ່­ໄດ້​ເຮັດ​ຕາມ. ເພາະ­ວ່າ​ຖ້ອຍຄຳທີ່ຖືກຕອ້ງຢູ່ໃນປາກຂອງເຂົາ, ແຕ່ຈິດໃຈຂອງເຂົາກຳລັງຕາມຫາຜົນກຳໄລທີ່ບໍ່ເປັນທຳ.
\s5
\v 32 ສຳລັບເຈົ້າເປັນເຫມືອນຄົນຮ້ອງເພງຮັກແກ່ພວກເຂົາ, ມີສຽງມ່ວນ ແລະ ຫລິ້ນເຄື່ອງດົນຕີໄດ້ເກັ່ງ, ດັ່ງນັ້ນ ພວກເຂົາຈະຟັງສິ່ງທີ່ເຈົ້າເວົ້າ, ແຕ່ເຂົາຈະບໍ່ເຮັດຕາມ.
\v 33 ເມື່ອສິ່ງນີ້ໄດ້ເກີດຂື້ນ— ເບິ່ງແມ໋! ມັນຈະເກີດຂື້ນ! — ແລ້ວພວກເຂົາຈະຮູ້ວ່າ ມີຜູ້ທຳນວາຍຢູ່ທ່າມກາງພວກເຂົາ.”
\s5
\c 34
\cl ບົດທີ 34
\p
\v 1 ແລ້ວພຣະຄຳຂອງພຣະຢາເວມາເຖິງຂ້ານ້ອຍ, ກ່າວ​ວ່າ,
\v 2 “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ​ຈົ່ງກ່າວຄຳທຳນວາຍຕໍ່ສູ້​ພວກຜູ້​ລ້ຽງ​ແກະທັງຫລາຍ​ຂອງ​ອິດສະຣາເອນ. ຈົ່ງທຳນວາຍ ແລະ ກ່າວຕໍ່ພວກເຂົາວ່າ, 'ພຣະຢາເວ ອົງພຣະຜູ້ເປັນເຈົ້າຊົງກ່າວແກ່ຜູ້ລ້ຽງແກະດັ່ງນີ້ວ່າ: ໄພ­ພິ­ບັດ​ແກ່ພວກຜູ້​ລ້ຽງ​ແກະ​ຂອງ​ອິດສະຣາເອນ ຜູ້ທີ່ລ້ຽງ​ແຕ່ແກະຕົນ­ເອງ. ຜູ້ລ້ຽງແກະຄວນເຝົ້າຝູງແກະບໍ່ແມ່ນບໍ?
\v 3 ພວກ​ເຈົ້າ​ຈະກິນສ່ວນທີ່ໄຂມັນ ແລະ ພວກເຈົ້າຄຸມກາຍດ້ວຍແກະ. ເຈົ້າຂ້າໂຕອ້ວນພີ່ຈາກຝູງມັນ. ເຈົ້າ​ບໍ່­ໄດ້​ເບິ່ງ­ແຍງ​ແກະ​ເລີຍ.
\s5
\v 4 ເຈົ້າບໍ່­ໄດ້ເຮັດໃຫ້ໂຕທີ່ເປັນໂລກແຂງແຮງ, ຫລື ຮັກສາໂຕທີ່ເຈັບປ່ວຍໃຫ້ດີ. ເຈົ້າບໍ່­ໄດ້​ພັນ​ບາດ­ແຜໂຕທີ່ກະດູກຫັກ, ແລະ ເຈົ້າບໍ່ໄດ້ນຳໂຕ​ທີ່​ຫລົງ​ຝູງ​ກັບ​ຄືນ​ມາ ຫລື ​ຊອກ­ຫາ​ໂຕ​ທີ່ຫລົງຫາຍ​ໄປ. ແຕ່​ເຈົ້າກັບຄວບຄຸມແກະທັງຫມົດດ້ວຍການໃຊ້ກຳລັງ ແລະ ຄວາມ​ທາ­ລຸນແທນ.
\v 5 ແລ້ວ​ພວກ​ມັນຈຶ່ງກະ­ຈັດ­ກະ­ຈາຍ​ໄປຫມົດ ເພາະ​ບໍ່­ມີ​ຜູ້​ລ້ຽງ, ແລະ ພວກມັນກໍກາຍເປັນອາຫານຂອງສັດທີ່ມີຊີວິດໃນທົ່ງ, ຫລັງຈາກທີ່ພວກມັນໄດ້ກະຈັດກະຈາຍໄປ.
\v 6 ດັ່ງ­ນັ້ນ ຝູງແກະ​ຂອງ​ເຮົາ​ຈຶ່ງ​ຊັດ­ເຊ​ພະ­ເນ­ຈອນ​ໄປ​ຕາມ​ພູເຂົາ ແລະ ຕາມ​ເນີນ​ພູສູງທຸກຫນ່ວຍ, ແລະ ​ມັນ​ໄດ້​​ກະ­ຈັດ­ກະ­ຈາຍ​ໄປ​ທົ່ວ­ພື້ນແຜ່ນດິນ. ໂດຍ​ບໍ່­ມີ​ໃຜ​ຊອກ­ຫາພວກ​ມັນ​ເລີຍ.
\s5
\v 7 ເພາະສະນັ້ນ, ​ຜູ້​ລ້ຽງ​ແກະທັງຫລາຍ​ເອີຍ, ຈົ່ງ​ຟັງ​ພຣະຄຳຂອງພຣະຢາເວ:
\v 8 ຢ່າງທີ່ເຮົາມີຊີວິດຢູ່ສັນໃດ — ນີ້ເປັນຄຳປະກາດຂອງພຣະຢາເວ ອົງພຣະຜູ້ເປັນເຈົ້າ — ເພາະວ່າຝູງແກະຂອງເຮົາໄດ້ກາຍເປັນເຫຍື່ອຂອງສັດໄດ້ຖືກລັກ ແລະ ເປັນອາຫານຂອງສັດທັງຫມົດທີ່ຢູ່ໃນທົ່ງ, ເພາະ­ວ່າ​ມັນ​ບໍ່­ມີ​ຜູ້​ລ້ຽງ ແລະບໍ່ມີຜູ້​ລ້ຽງແກະ​ຄົນໃດຂອງ​ເຮົາທີ່​ຊອກ­ຫາ​ຝູງແກະ, ແຕ່ພວກຜູ້ລ້ຽງ​ແກະນັ້ນລ້ຽງຮັກສາຝູງແກະຂອງຕົນເອງ​ ແລະ ບໍ່​ໄດ້​ລ້ຽງຝູງ​ແກະຂອງເຮົາເລີຍ.
\s5
\v 9 ດັ່ງ­ນັ້ນ, ຜູ້​ລ້ຽງ​ແກະ​ທັງຫລາຍ, ຈົ່ງ​ຟັງ​​ພຣະຄຳຂອງພຣະຢາເວປະ­ກາດ​ວ່າ:
\v 10 ພຣະຢາເວ ອົງພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້ວ່າ: ເບິ່ງແມ໋! ເຮົາ​ຈະຕໍໍ່ສູ້​ຜູ້ລ້ຽງແກະທັງຫລາຍ, ແລະ ເຮົາຈະຮຽກຮ້ອງເອົາແກະຂອງ​​ເຮົາອອກຈາກມືຂອງພວກເຂົາ. ແລ້ວເຮົາຈະໃຫ້ພວກເຂົາເຊົາລ້ຽງແກະຂອງເຮົາ; ແລະຈະບໍ່ໃຫ້ລ້ຽງແກະຂອງພວວກເຂົາອີກເຊັ່ນກັນ ເພາະເຮົາເອົາແກະຂອງເຮົາໄປໃຫ້ພົ້ນຈາກປາກຂອງພວກເຂົາ, ເພື່ອບໍ່ໃຫ້ແກະຂອງເຮົາ​ເປັນ​ອາ­ຫານ​ຂອງ​ພວກ​ເຈົ້າ​ອີກຕໍ່ໄປ.
\s5
\v 11 ເພາະພຣະຢາເວ­ ອົງພຣະຜູ້­ເປັນ­ເຈົ້າຊົງກ່າວ​ວ່າ: ເບິ່ງແມ໋! ເຮົາ​ຈະ​ຊອກ­ຫາ​ແກະ​ຂອງ​ເຮົາ ແລະ ​ເຮົາລ້ຽງ​ພວກມັນ​ເອງ,
\v 12 ເຫມືອນຜູ້​ລ້ຽງ​ແກະຊອກຫາຝູງ​ແກະ ໃນມື້ທີ່ແກະຂອງເຂົາກະຈັດກະຈາຍໄປ. ດັ່ງນັ້ນ ເຮົາຈະຊອກຫາຝູງແກະຂອງເຮົາ, ແລະ ເຮົາຈະຊ່ວຍພວກແກະໃຫ້ລອດພົ້ນຈາກສະຖານທີ່ທັງຫລາຍ ຊຶ່ງພວກມັນໄດ້ກະຈັດກະຈາຍໄປ ໃນມື້ທີ່ມີເມກ ແລະ ມືດຄຶ້ມ​.
\v 13 ແລ້ວເຮົາ​ຈະ​ນຳພວກ​ມັນ​ອອກມາຈາກ​ທ່າມກາງຊົນຊາດທັງຫລາຍ; ເຮົາຈະຮວບຮວມພວກມັນຈາກແຜ່ນດິນຕ່າງໆ ແລະ ນຳພວກມັນໄປໃນແຜ່ນດິນຂອງພວກມັນເອງ. ເຮົາຈະເອົາພວກມັນໄວ້ຢູ່ໃນທົ່ງຫຍ້າເທິງເນີນພູຂອງ​ອິສຣາເອນ, ຢູ່​ໃກ້​ຫ້ວຍ­ຮ່ອງ, ແລະ ​ໃນດິນແດນທຸກບ່ອນທີ່ສາມາດອາໄສຢູ່ໄດ້.
\s5
\v 14 ເຮົາຈະໃຫ້ພວກມັນຢູ່ໃນທົ່ງຫຍ້າທີ່ອຸດົມສົມບູນດີ; ແລະເທິງພູເຂົາສູງທັງຫລາຍຂອງອິດສະຣາເອນ ຈະເປັນບ່ອນກິນຫຍ້າຂອງພວກມັນ. ໃນບ່ອນນັ້ນ ພວກມັນຈະນອນລົງໃນທົ່ງຫຍ້າອຸດົມດີ ເພື່ອກິນຫຍ້າ, ໃນທົ່ງຫຍ້າອັນອຸດົມສົມບູນ, ແລະ ພວກມັນຈະກິນຫຍ້າເທິງພູເຂົາຂອງອິດສະຣາເອນ.
\v 15 ເຮົາ​ເອງ​ຈະ​ເປັນ​ຜູ້​ລ້ຽງ​ຝູງແກະ​ຂອງ​ເຮົາ, ແລະ ​ເຮົາເອງຈະເຮັດໃຫ້ພວກມັນນອນລົງ​ — ນີ້ເປັນຄຳະກາດຂອງພຣະຢາເວ ອົງພຣະ­ຜູ້­ເປັນ­ເຈົ້າ —
\v 16 ເຮົາ​ຈະ​ຊອກ­ຫາ​ແກະ​ໂຕ​ທີ່​ສູນຫາຍ​ໄປ ແລະ ຈະ​ນຳມັນ​ກັບຄືນ​ມາ. ເຮົາຈະ​ພັນບາດ​ແຜໃຫ້ແກະບາດເຈັບ ແລະ ​ປິ່ນ­ປົວແກະບໍ່ສະບາຍ ແຕ່ໂຕທີ່ຕຸ້ຍພີ່ ແລະ ແຂງແຮງນັ້ນ ເຮົາຈະທຳລາຍ. ເຮົາຈະເປັນຜູ້ລ້ຽງທີ່ມີຄວາມ​ຍຸດຕິທຳ.
\s5
\v 17 ດັ່ງນັ້ນ ບັັດນີ້, ພວກເຈົ້າເປັນຝູງ​ແກະ​ຂອງ​ເຮົາ — ອັນໃດເປັນສິ່ງທີ່ພຣະຢາເວ ອົງພຣະຜູ້ເປັນເຈົ້າຊົງກ່າວ — ເບິ່ງແມ໋, ເຮົາ​ຈະເປັນຜູ້​ພິ­ພາກ­ສາ ​ລະຫວ່າງ ແກະກັບແກະ, ລະຫວ່າງແບ້ຜູ້ກັບແບ້ແມ່.
\v 18 ການທີ່ພວກເຈົ້າຫາກິນໃນທົ່ງ​ຫຍ້າ​ຢ່າງ​ດີນັ້ນ ຍັງບໍ່ພຽງພໍບໍ, ເຈົ້າຈຶ່ງເອົາຕີນ​ຢຽບ­ຢ່ຳ​ສິ່ງທີ່ເຫລືອຢູ່ຈາກທົ່ງຫຍ້າຂອງເຈົ້າ; ແລະ ​​ດື່ມ­ນ້ຳທີ່​ໄສແລ້ວ, ຊຶ່ງເປັນສິ່ງທີີ່ເຈົ້າຕ້ອງ​ກວນມັນໃຫ້ເປັນຂີ້ຕົມດ້ວຍຕີນຂອງເຈົ້າ?
\v 19 ແກະ​ຂອງ​ເຮົາ ຕ້ອງກິນສິ່ງທີ່ຕີນຂອງ​ເຈົ້າຢຽບຢໍ່າ, ແລະ ​ຕ້ອງ​ດື່ມ­ນ້ຳ​ທີ່ຕີນຂອງເຈົ້າເຮັດໃຫ້ຂຸ່ນບໍ?
\s5
\v 20 ດັ່ງ­ນັ້ນ​ແຫລະ ພຣະຢາເວ ­ອົງພຣະຜູ້­ເປັນ­ເຈົ້າຊົງກ່າວ​ກັບພວກເຈົ້າດັ່ງນີ້ວ່າ: ເບິ່ງແມ໋! ເຮົາເອງຈະເປັນຜູ້​ພິ­ພາກ­ສາ​ລະຫວ່າງ ​ແກະ​ຕຸ້ຍແລະ​ແກະ​ຈ່ອຍ,
\v 21 ເພາະ­ວ່າ​ເຈົ້າໄດ້ເອົາຂ້າງແລະໄຫລ່ດັນພວກເຂົາ, ແລະ ເຈົ້າຊົນ​ແກະທຸກໂຕທີ່ອອ່ນແອດ້ວຍເຂົາຂອງເຈົ້າ ຈົນກວ່າເຈົ້າເຮັດໃຫ້ພວກມັນກະຈັດກະຈາຍໄປຈາກແຜ່ນດິນ.
\s5
\v 22 ເຮົາ​ຈະ​ຊ່ວຍ​ແກະ​ຂອງ​ເຮົາ​ໃຫ້ລອດພົ້ນ ແລະ ພວກມັນຈະບໍ່ເປັນເຫຍື່ອອີກຕໍ່ໄປ, ແລະ ເຮົາຈະພິພາກສາ ລະຫວ່າງ ແກະກັບແກະ!
\v 23 ເຮົາ​ຈະ​­ຕັ້ງຜູ້ລ້ຽງແກະຄົນຫນຶ່ງໄວ້ເຫນືອພວກມັນ, ຄື​ດາ­ວິດ​ຜູ້​ຮັບ­ໃຊ້​ຂອງ​ເຮົາ, ເຂົາຈະເບິ່ງແຍງພວກມັນ, ເຂົາຈະລ້ຽງພວກ​ມັນ, ແລະ ເຂົາ​ຈະ​ເປັນ​ຜູ້ລ້ຽງພວກມັນ.
\v 24 ເພາະເຮົາຄື, ພຣະ­ຢາເວ​, ຈະເປັນພຣະເຈົ້າຂອງ​ພວກເຂົາ, ແລະ ສ່ວນ​ດາ­ວິດ​ຜູ້​ຮັບ­ໃຊ້​ຂອງ​ເຮົາ ​ຈະ​ເປັນເຈົ້າຊາຍທ່າມກາງ​ຂອງພວກເຂົາ — ເຮົາຄື, ພຣະຢາເວ, ໄດ້ປະກາດດັ່ງນີ້ແລ້ວ.
\s5
\v 25 ແລ້ວເຮົາ​ຈະ­ໃຫ້​ຄຳ­ຫມັ້ນ­ສັນ­ຍາແຫ່ງສັນຕິສຸກກັບພວກມັນ ແລະ ເອົາສັດຮ້າຍອອກຈາກແຜ່ນດິນ, ເພື່ອວ່າພວກມັນຈະອາໄສຢູ່ໃນຖິ່ນແຫ້ງແລ້ງກັນດານໄດ້ຢ່າງ​ປອດ­ໄພ​ ແລະ ນອນຢູ່ໃນປ່າໄດ້ຢ່າງປອດໄພ.
\v 26 ເຮົາ​ຈະນຳການອ່ວຍພອນມາເຫນືອພວກມັນ ແລະ ສະຖານທີ່ອ້ອມຮອບເນີນພູເຂົາຂອງເຮົາ, ເພື່ອເຮົາຈະສົ່ງ​ຝົນລົງ­ມາຕາມລະດູການ. ນີ້ຈະເປັນສາຍຝົນແຫ່ງພຣະພອນ.
\v 27 ແລ້ວ​ຕົ້ນ­ໄມ້​ໃນທົ່ງຫຍ້າ​ຈະ​ເກີດ​ຫມາກ, ແລະ ພື້ນດິນຈະເກີດຜົນຜະລິດ. ​ແກະ​ທຸກໆໂຕຂອງເຮົາ​ຈະ​ມີ­ຊີ­ວິດ​ຢູ່­ໃນແຜ່ນດິນ​ຂອງ​ມັນ​ເອງ​ຢ່າງ​ປອດ­ໄພ; ແລ້ວພວກມັນຈະຮູ້ວ່າ ເຮົາຄືພຣະຢາເວ, ເມື່ອເຮົາຫັກແອກຂອງພວກມັນແລ້ວ, ແລະເມື່ອເຮົາຊ່ວຍເຫລືອພວກມັນຈາກມືຂອງຄົນເຫລົ່ານັ້ນທີ່ເຮັດໃຫ້ພວກມັນຕົກເປັນທາດ.
\s5
\v 28 ພວກ­ມັນຈະບໍ່ຖືກປຸ້ນຈາກບັນດາປະຊາຊາດອື່ນອີກຕໍ່ໄປ, ແລະ ​ພວກ​ສັດ­ປ່າ​ເທິງໂລກກໍຈະບໍ່​ກັດ​ກິນພວກມັນ. ແລ້ວພວກມັນຈະຢູ່ຢ່າງ​ປອດ­ໄພ, ແລະ ຈະບໍ່ມີໃຜມາເຮັດໃຫ້ພວກມັນ​ຢ້ານ​ກົວອີກ.
\v 29 ເພາະເຮົາຈະສ້າງບ່ອນປູກຝັງທີ່ສະຫງົບສຸກແກ່ພວກມັນ ເພື່ອພວກມັນຈະບໍ່ເປັນເຫຍື່ອຂອງ​ຄວາມ​ອຶດ­ຢາກ​ໃນ​ແຜ່ນ­ດິນອີກຕໍ່ໄປ, ແລະ ບັນດາປະຊາຊາດ ຈະບໍ່ໄດ້​ຫຍໍ້​ຫຍັນ​ພວກ­ເຂົາ​ອີກ.
\s5
\v 30 ແລ້ວພວກມັນຈະຮູ້ວ່າ, ເຮົາຄື, ພຣະຢາເວ ອົງຜູ້ເປັນເຈົ້າ, ຜູ້ສະຖິດກັບພວກເຂົາ. ພວກເຂົາເປັນປະຊາຊົນຂອງເຮົາ, ຄືເຊື້ອສາຍຂອງ​ອິດສະຣາເອນ — ນີ້ເປັນຄຳປະກາດຂອງພຣະຢາເວອົງພຣະຜູ້ເປັນເຈົ້າ.
\v 31 ເພາະພວກເຈົ້າເປັນແກະຂອງເຮົາ, ຊຶ່ງເປັນແກະໃນທົ່ງຫຍ້າຂອງເຮົາ, ແລະ ປະຊາຊົນຂອງເຮົາ, ແລະເຮົາເປັນພຣະເຈົ້າຂອງພວກເຈົ້າ — ­ນີ້ເປັນຄຳປະກາດຂອງພຣະຢາເວ ອົງພຣະຜູ້ເປັນເຈົ້າ.'"
\s5
\c 35
\cl ບົດທີ 35
\p
\v 1 ແລ້ວພຣະ­ຄຳ​ຂອງ​ພຣະຢາເວ­​ມາ​ເຖິງ​ຂ້ານ້ອຍ, ກ່າວວ່າ,
\v 2 “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ຈົ່ງຕັ້ງ​ຫນ້າ​​ຕໍ່­ສູ້​ພູ­ເຂົາ​ເສ­ອີ ແລະ ​ກ່າວ­ຄຳທຳນວາຍ​ຕໍ່ສູ້​ມັນ.
\v 3 ຈົ່ງ​ກ່າວ​ກັບ​ມັນ​ວ່າ, 'ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ​​ຊົງກ່າວ​ດັ່ງ­ນີ້​ວ່າ: ເບິ່ງ​ແມ໋! ເຮົາຈະຕໍ່ສູ້ເຈົ້າ, ພູ­ເຂົາ​ເສ­ອີ​ເອີຍ, ແລະ ​ເຮົາ​ຈະຍົກ​ມື​ຂອງ​ເຮົາ​ຕໍ່­ສູ້​ເຈົ້າ ແລະ ​ເຮັດ­ໃຫ້​ເຈົ້າຮົກ​ຮ້າງວ່າງ​ເປົ່າ ແລະ ຫນ້າຢ້ານກົວ.
\s5
\v 4 ເຮົາ​ຈະ­ໃຫ້​​ເມືອງທັງຫລາຍ​ຂອງ​ເຈົ້າ​ເປັນຊາກຫັກພັງ, ແລະ​ເຈົ້າ​ຈະ​ເປັນ​ບ່ອນຮົກຮ້າງວ່າງເປົ່າ; ແລ້ວເຈົ້າ​ຈະ​ຮູ້­ວ່າ ​ເຮົາ​ແມ່ນ​ພຣະ­ຢາເວ.
\v 5 ເພາະເຈົ້າໄດ້ເປັນສັດຕູຕໍ່ຊົນຊາດອິດສະຣາເອນ, ແລະ ເພາະເຈົ້າໄດ້ຖອກເທພວກເຂົາໄວ້ໃຫ້ແກ່ມືທັງຫລາຍທີ່ຖືດາບໃນ​ຍາມແຫ່ງ​ຄວາມ­ທຸກ​ລຳ­ບາກ, ໃນ​ຍາມ​ທີ່ການລົງໂທດທີ່ໃຫຍ່ຍິ່ງຂອງພວກເຂົາ.
\v 6 ເພາະສະນັ້ນ, ຢ່າງທີ່ເຮົາມີຊີວິດຢູ່ສັນນໃດ — ນີ້ເປັນຄຳປະກາດຂອງພຣະຢາເວ ອົງ­ພຣະ­ຜູ້­ເປັນ — ເຮົາ​ຈະຕຽມເຈົ້າສຳລັບການນອງເລືອດ, ແລະດ້ວຍນອງ​ເລືອດນີ້ຈະ​ໄລ່ນຳເຈົ້າ! ເພາະ​ເຈົ້າ​ບໍ່­ໄດ້​ກຽດ­ຊັງ​ການນອງເລືອດ, ການນອງເລືອດ​ຈະ​ໄລ່ນຳ​ເຈົ້າ​ໄປສັນນັ້ນ.
\s5
\v 7 ເຮົາ​ຈະ​ເຮັດ­ໃຫ້​ພູ­ເຂົາ​ເສ­ອີ​ຮ້າງ​ເປົ່າ ເມື່ອ​ເຮົາ​​ຕັດ​ຜູ້​ທີ່ໄດ້ຜ່ານ​ໄປແລະກັບມາອີກຄັ້ງ.
\v 8 ແລ້ວເຮົາຈະເຮັດໃຫ້ພູ­ເຂົາ​ເຕັມດ້ວຍຜູ້ຄົນຕາຍ. ໂນນ­ພູ​ທັງຫລາຍ ແລະ ຕາມຮ່ວມ​ພູທັງຫລາຍ ແລະ ​ໃນ​ຫ້ວຍຮ່ອງ​ທັງ​ຫມົດ​ຂອງ​ເຈົ້າ — ຜູ້ທີ່ຖືກຂ້າດ້ວຍດາບຈະລົ້ມລົງໃນພວກເຂົາ.
\v 9 ເຮົາ​ຈະ​ເຮັດ­ໃຫ້​ເຈົ້າ​ເປັນ​ບ່ອນ​ຮ້າງ​ເປົ່າ​ເປັນ­ນິດ. ເມືອງທັງຫລາຍຂອງເຈົ້າ​ຈະ​ບໍ່​ມີ­ຄົນ​ອາ­ໄສຢູ່, ແລ້ວ​ເຈົ້າ​ຈະ​ຮູ້­ວ່າ ​ເຮົາ​ແມ່ນ​ພຣະ­ຢາເວ.
\s5
\v 10 ເຈົ້າໄດ້ກ່າວ​ວ່າ, "ປະ­ຊາ­ຊາດ​ທັງ​ສອງ​ນີ້ ແລະ ​ແຜ່ນດິນ​ທັງ​ສອງ​ນີ້​ຈະກາຍມາ​ເປັນ​ຂອງ​ເຮົາ, ແລະ ເຮົາ​ຈະ​ເອົາ​ພວກ­ເຂົາ​ມາ​ເປັນ​ກຳ­ມະ­ສິດ," ເຖິງ​ແມ່ນ​ພຣະຢາເ​ວສະ­ຖິດກັບພວກເຂົາ.
\v 11 ເພາະ­ສະ­ນັ້ນ, ຢ່າງທີ່ເຮົາມີຊີວິດຢູ່ສັນໃດ — ນີ້ເປັນຄຳປະກາດຂອງພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ — ດັ່ງນັ້ນ ເຮົາ​ຈະ​ເຮັດ​ຕໍ່​ເຈົ້າ​ຕາມ​ຄວາມ​ຄຽດ​ຮ້າຍ ​ແລະ ຕາມ​ຄວາມ​ອິດ­ສາ​ຂອງ​ເຈົ້າ, ຊຶ່ງ​ເຈົ້າ​ໄດ້​ມີຕໍ່ພວກເຂົາເພາະ​ຄວາມ​ກຽດ­ຊັງ​ຂອງອິດສະຣາເອນ, ແລະ ​ເຮົາຈະສະແດງໂຕ​ຂອງ​ເຮົາ​ໃນ​ຫມູ່​ພວກ­ເຂົາ ເມື່ອເຮົາ​ພິ­ພາກ­ສາ​ເຈົ້າ.
\s5
\v 12 ດັ່ງນັ້ນ ​ເຈົ້າ​ຈະ​ຮູ້­ວ່າ ເຮົາ​ແມ່ນ​ພຣະຢາເວ. ​ເຮົາ​ໄດ້­ຍິນ​ຄຳ​ດູຖູກ​ທັງ­ຫລາຍທີ່ເຈົ້າໄດ້ເວົ້າ​ຕໍ່­ສູ້​ພູ­ເຂົາ​ທັງ­ຫລາຍ​ແຫ່ງ​ອິດສະຣາເອນ​ວ່າ, ເມື່ອເຈົ້າເວົ້າວ່າ, "ພວກມັນ​ຖືກທຳລາຍ; ພວກມັນ​ຖືກ​ມອບ​ໄວ້​ໃຫ້​ເຮົາທຳລາຍລ້າງ."
\v 13 ເຈົ້າໄດ້ຍົກຕົນເອງຂຶ້ນຕໍ່ສູ້ເຮົາດ້ວຍສິ່ງທີ່​ເຈົ້າໄດ້ເວົ້າແລ້ວ, ແລະ ເຈົ້າໄດ້ກ່າວອີກຫລາຍຢ່າງຕໍ່ສູ້ເຮົາ; ແລະ ເຮົາ​ໄດ້­ຍິນທັງຫມົດ​ແລ້ວ.
\s5
\v 14 ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າຊົງ​ກ່າວ​ດັ່ງ­ນີ້​ວ່າ: ເຮົາຈະເຮັດໃຫ້ເຈົ້າຮ້າງເປົ່າ, ຂະນະທິ່ຊົນຊາດທັງຫມົດຊື່ນ­ບານ.
\v 15 ຢ່າງທີ່ເຈົ້າມ່ວນຊື່ນກັບມໍລະ­ດົກ​ແຫ່ງ​ເຊື້ອ­ສາຍ​ອິດສະຣາເອນ​ນັ້ນ ເພາະມັນ​ຖືກ​ໃຫ້​ຮ້າງ​ເປົ່າ​ໄປ, ເຮົາກໍຈະເຮັດເຊັ່ນນັ້ນກັບເຈົ້າ. ເຈົ້າຈະກາບເປັນບ່ອນຮົກຮ້າງວ່າງເປົ່່າ, ໂອ ພູ­ເຂົາ​ເສ­ອີ​ເອີຍ, ແລະ ລວມ​ທັງ​ເອ­ໂດມ ​— ທັງ​ຫມົດ​ເລີຍ! ແລ້ວ​ພວກ­ເຂົາ​ທັງ­ຫລາຍ​ຈະ​ຮູ້­ວ່າ​ ເຮົາ​ແມ່ນ​ພຣະຢາເວ.'"
\s5
\c 36
\cl ບົດທີ 36
\p
\v 1 "ບັດນີ້ ເຈົ້າ, ບຸດແຫ່ງມະນຸດເອີຍ, ຈົ່ງກ່າວຄໍາທຳນວາຍຕໍ່​ບັນ­ດາ​ພູ​ທັງ­ຫລາຍ​ແຫ່ງ​ອິດສະຣາເອນ​, ແລະ ຈົ່ງກ່າວວ່າ, 'ພູ​ທັງ­ຫລາຍ​ແຫ່ງ​ອິດສະຣາເອນ​ເອີຍ, ຈົ່ງ​ຟັງ​ພຣະ­ຄຳຂອງ​ພຣະຢາເວ.
\v 2 ພຣະຢາເວ ອົງພຣະຜູ້ເປັນ­ເຈົ້າ​ຊົງ​ກ່າວ​ດັ່ງ­ນີ້​ວ່າ: ​ສັດ­ຕູໄດ້​ເວົ້າເຖິງເຈົ້າ​ວ່າ, "ດີແລ້ວ!" ແລະວ່າ! "ສະຖານສູງຂອງບັນພະບູລຸດໄດ້​ຕົກ​ເປັນ​ກຳ­ມະ­ສິດ​ຂອງ​ເຮົາ​ແລ້ວ.”
\v 3 ເພາະ­ສະ­ນັ້ນ ຈົ່ງກ່າວຄຳທຳນວາຍ ແລະ ເວົ້າ​ວ່າ, 'ພຣະຢາເວ ອົງພຣະຜູ້ເປັນ­ເຈົ້າ​ຊົງ​ກ່າວ​ດັ່ງ­ນີ້​ວ່າ: ເພາະການ​ຖືກ​ຮ້າງ​ເປົ່າ ແລະ ​ການຖືກຕີທີ່ມາແກ່ພວກ​ເຈົ້າ​ທຸກ​ດ້ານ​, ຈົນເຮັດໃຫ້​ເຈົ້າ​ຕົກ​ເປັນ​ກຳ­ມະ­ສິດ​ຂອງ​ປະ­ຊາ­ຊາດອື່ນໆນັ້ນ; ​ພວກເຈົ້າ​ກາຍ­ເປັນຂີ້ປາກ ແລະ ເປັນ​ທີ່​ນິນ­ທາ, ແລະ ​ເປັນເລື່ອງເລົ່າຂອງ​ປະຊາຊົນ.
\s5
\v 4 ເພາະສະນັ້ນ, ​ພູ​ທັງ­ຫລາຍ​ແຫ່ງ​ອິດສະຣາເອນ​ເອີຍ, ຈົ່ງຟັງ ​ພຣະຄຳຂອງ​ພຣະຢາເວ ອົງພຣະຜູ້ເປັນ­ເຈົ້າ​ຊົງ​ກ່າວ​ດັ່ງ­ນີ້ວ່າ: ແກ່​​ພູ​ເຂົາ ແລະ ​ເນີນພູສຸງທັງຫລາຍ, ຫ້ວຍ­ຮ່ອງ ແລະ ຮ່ອມພູທັງຫລາຍ, ບ່ອນທີ່​ຖືກຮົກຫ້າງວ່າງເປົ່າ ແລະ ບັນດາເມືອງທີ່ຖືກປະ​ຖິ້ມ ໄດ້ກາຍເປັນອັນ​​ທີ່​ເຍາະ­ເຍີ້ຍ ແລະ ​ນິນ­ທາ​ຈາກ​ປະ­ຊາ­ຊາດ​ທັງ­ປວງ​ທີ່​ເຫລືອຊຶ່ງຢູ່ອ້ອມຮອໆ​ພວກ­ເຂົາ —
\v 5 ເພາະ­ສະ­ນັ້ນ ພຣະຢາເວ ອົງພຣະຜູ້ເປັນ­ເຈົ້າ​ຊົງ​ກ່າວ​ດັ່ງ­ນີ້ວ່າ: ເຮົາໄດ້ກ່າວດ້ວຍໄຟແຫ່ງຄວາມໂກດຮ້າຍຕໍ່ສູ້ປະຊາດທັງຫລາຍ, ຕໍ່ສູ້​ເອ­ໂດມ ແລະຄົນທັງປວງທີ່ເອົາ​ແຜ່ນ­ດິນ​ຂອງ​ເຮົາໄປ​ເປັນ​ກຳ­ມະ­ສິດ​ດ້ວຍ, ຕໍ່ສູ້ຜູ້ທີ່ມີ​ຄວາມຊື່ນບານຢູ່​ເຕັມຫົວ​ໃຈ ແລະ​ ມີຄວາມມຸ້ງຮ້າຍໃນໃຈ, ເມື່ອເຂົາໄດ້ຢືດດິນແດນຂອງເຮົາໄວ້ໃນທົ່ງຫຍ້າສຳລັບຕົນ​.'
\v 6 ເພາະ­ສະ­ນັ້ນ, ຈົ່ງ​ກ່າວຄຳທຳນວາຍຕໍ່​ແຜ່ນ­ດິນ​ອິດສະຣາເອນ ແລະ ຈົ່ງກ່າວ​ແກ່​ພູ​ ແລະ ​ເນີນພູສູງທັງຫລາຍ, ຫ້ວຍຮ່ອງ­ ແລະ ຮ່ວມພູທັງຫລາຍ, 'ພຣະຢາເວ ອົງພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້ວ່າ: ເບິ່ງ​ແມ໋! ເຮົາກ່າວດ້ວຍ​ຄວາມໂມໂຫ ແລະ​ຄວາມ​ໂກດຮ້າຍ, ເຮົາປະກາດວ່າ ເພາະ​ພວກເຈົ້າ​ໄດ້​ເກີດມາເພື່ອຖືກດູຖູກ​ຈາກ​ປະຊາຊາດທັງປວງ.
\s5
\v 7 ເພາະສະນັ້ນ, ພຣະຄຳຂອງ​ພຣະຢາເວ ອົງພຣະຜູ້ເປັນ­ເຈົ້າ​ຊົງ​ກ່າວ​ດັ່ງ­ນີ້ວ່າ: ເຮົາ​ເອງຈະປະ­ຕິ­ຍານ​ວ່າ ປະ­ຊາ­ຊາດ​ທີ່­ຢູ່​ອ້ອມຮອບ​ພວກເຈົ້າ​ນັ້ນ ຈະໄດ້​ຮັບ​ຄວາມ​ອັບ­ອາຍ​ຂາຍ­ຫນ້າ​ຂອງຕົນເອງຢ່າງແນ່ນອນ.
\s5
\v 8 ແຕ່ພວກເຈົ້າ, ​ພູ​ທັງ­ຫລາຍ​ແຫ່ງ​ອິດສະຣາເອນ​ເອີຍ, ພວກເຈົ້າ​ຈະ​ແຕກ​ກິ່ງງ່າ​ຂອງພວກ​ເຈົ້າ​ອອກ​ມາ ແລະ ຈະ​ເກີດ​ຫມາກ​ໃຫ້​ແກ່ຊົນຊາດ​ອິດສະຣາເອນໄພ່ພົນຂອງ​ເຮົາ, ເພາະ​ວ່າພວກເຂົາຈະກັບມາໃນ​ບໍ່​ດົນ​ນີ້.
\v 9 ເພາະ​ເບິ່ງ​ແມ໋, ເຮົາ​ເບິ່ງແຍງພວກເຈົ້າດ້ວຍຄວາມໂປດປານ; ພວກເຈົ້າຈະໄດ້ຮັບການ​ໄຖ່ ແລະ ​ຖືກ​ຫວ່ານດ້ວຍເມັດພຶດ.
\s5
\v 10 ດັ່ງນັ້ນ ພວກເຈົ້າພູທັງຫລາຍເອີຍ, ເຮົາ​ຈະ​ຂະຫຍາຍຈຳນວນຜູ້ຊາຍທັງຫລາຍ​ໃຫ້​ແກ່​ເຊື້ອ­ສາຍຂອງ​ອິດສະຣາເອນ, ​ທັງຫມົດຂອງພວກເຂົາ. ເມືອງທັງຫລາຍຈະເປັນບ່ອນພັກພາ​ອາ​ໄສ​ຂອງຄົນ ແລະ ​ສະ­ຖານ­ທີ່​ອັນ​ຮ້າງ​ເປົ່າ​ຈະ​ຖືກ​ສ້າງ​ຂຶ້ນ​​ໃຫມ່.
\v 11 ເຮົາ​ຈະຂະຫຍາຍຈຳນວນ​ຄົນ ແລະ ​ສັດທັງຫລາຍທີ່ຢູ່ເທິງພູທັງຫລາຍ ເພື່ອພວກເຈົ້າເພີ່ມພູນຂື້ນ ແລະ ຈະ​ອອກ​ແມ່​ແຜ່​ລູກ. ແລ້ວ​ເຮົາຈະເປັນເຫດໃຫ້ພວກເຈົ້າມີທີ່ພັກພາອາໄສຫລາຍກວ່າໃນອະດີດ, ແລະ ເຮັດໃຫ້ພວກເຈົ້າຮຸ່ງເຮືອງຫລາຍກວ່າແຕ່ກ່ອນ, ເພື່ອພວກເຈົ້າ ຈະຮູ້ວ່າ ເຮົາແມ່ນ​​ພຣະຢາເວ.
\v 12 ເຮົາ​ຈະ­ນຳພາບັນດາຜູ້ຊາຍມາ, ຄື​ອິດສະຣາເອນໄພ່ພົນຂອງ​ເຮົາ. ​ພວກ­ເຂົາ​ຈະ​ເປັນ​ເປັນ​ກຳ­ມະ­ສິດຂອງເຈົ້າ, ແລະ ພວກ​ເຈົ້າ​ກໍ​ຈະ​ກາຍ­ເປັນ​ມໍ­ລະ­ດົກ​ຂອງ​ພວກ­ເຂົາ, ແລະ ເຈົ້າ​ຈະ​ບໍ່ເປັນເຫດເຮັດໃຫ້​ລູກຫລານ​ຂອງ​ພວກ­ເຂົາຕ້ອງຕາຍອີກ​ໄປ​ອີກ.
\s5
\v 13 ພຣະຄຳຂອງ​ພຣະຢາເວ ອົງພຣະຜູ້ເປັນ­ເຈົ້າ​ຊົງ​ກ່າວ​ດັ່ງ­ນີ້ວ່າ: ເພາະພວກເຂົາ​ກ່າວ​ແກ່​ເຈົ້າ​ວ່າ, "ພວກເຈົ້າກິນຄົນ, ແລະ ລູກຫລານຂອງປະຊາຊາດຂອງພວກເຈົ້າຕ້ອງຕາຍ,"
\v 14 ເພາະສະນັ້ນ ພວກເຈົ້າຈະບໍ່ໄດ້ກິນຄົນອີກຕໍ່ໄປ, ແລະ ​ຈະ​ບໍ່​ເຮັດໃຫ້ປະຊາຊາດຂອງພວກເຈົ້າໂສກເສົ້າດ້ວຍຄວາມຕາຍອີກຕໍ່ໄປ. ນີ້ເປັນຄຳປະກາດຂອງພຣະຢາເວ ອົງພຣະຜູ້ເປັນເຈົ້າ.
\v 15 ເຮົາ​ຈະ​ບໍ່​ໃຫ້​ພວກເຈົ້າ​ໄດ້­ຍິນ​ຄຳຫມິ່ນ​ປະ­ຫມາດ​ຂອງ​ປະ­ຊາ­ຊາດ​ຕ່າງໆ​ອີກຕໍ່ໄປ; ພວກ​ເຈົ້າຈະ​ບໍ່​ຕ້ອງ​ທົນ​ຮັບ​ເອົາ​ຄວາມ​ອັບ­ອາຍ​ຂາຍ­ຫນ້າ​ຂອງ​ຊົນຊາດ​ທັງ­ຫລາຍ​ອີກ, ຫລືສິ່ງທີ່ເປັນເຫດໃຫ້ຊົນຊາດຂອງພວກເຈົ້າລົ້ມລົງ — ນີ້ເປັນຄຳປະກາດຂອງພຣະຢາເວອົງພຣະຜູ້ເປັນເຈົ້າ'"
\s5
\v 16 ພຣະ­ຄຳ​ຂອງ​ພຣະຢາເວມາ​ເຖິງ​ຂ້ານ້ອຍ, ກ່າວວ່າ,
\v 17 “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ເມື່ອ​ເຊື້ອສາຍ​ຂອງ​ອິດສະຣາເອນ​ ​ອາ​ໄສ​ຢູ່­ໃນ​ແຜ່ນ­ດິນ​ຂອງ­ພວກເຂົາ, ພວກ­ເຂົາ​ໄດ້​ເຮັດ­ໃຫ້​ແຜ່ນ­ດິນ​ເປັນ​ມົນ­ທິນ. ດ້ວຍ​ວິ­ທີ​ທາງຂອງ​ພວກ­ເຂົາເຫລົ່ານີ້ເຮັດໃຫ້ພວກເຂົາເປັນ​ມົນ­ທິນເຫມືອນພວກຜູ້ຍິງມີລະດູຕໍ່ຫນ້າເຮົາ.
\v 18 ເພາະ­ສະ­ນັ້ນ, ເຮົາ​ຈິ່ງ​ຖອກເທຄວາມໂມໂຫຂອງເຮົາອອກມາຕໍ່ສູ້ພວກເຂົາດ້ວຍ​ເລື່ອງ​ໂລ­ຫິດ ຊຶ່ງພວກ­ເຂົາໄດ້ຖອກເທລົງເທິງ​ແຜ່ນ­ດິນ ແລະ ດ້ວຍ​ເລື່ອງ​ຮູບເຄົາລົບທັງຫລາຍ​ຂອງພວກ­ເຂົາ​.
\s5
\v 19 ເຮົາ​ໄດ້ກະຈັດກະຈາຍພວກເຂົາໄປທ່າມກາງບັນດາປະຊາຊາດ; ພວກເຂົາໄດ້ຖືກກະຈັດກະຈາຍໄປຕາມດິນແດນຕ່າງໆ. ເຮົາ​ໄດ້​ພິ­ພາກ­ສາ​ພວກ­ເຂົາ​ຕາມ​ວິ­ທີທາງ ແລະ ​ການ​ກະ­ທຳ​ຂອງ​ພວກ­ເຂົາ​ເອງ.
\v 20 ແລ້ວພວກເຂົາໄປຫາ​ບັນ­ດາ​ປະ­ຊາ­ຊາດຕ່າງໆ, ແລະ ບໍ່​ວ່າ​ໄປເຖິງບ່ອນ​ໃດ​ກໍ​ຕາມ, ພວກ­ເຂົາ​ໄດ້​ເຮັດ­ໃຫ້ພຣະ​ນາມ​ບໍ­ຣິ­ສຸດ​ຂອງ​ເຮົາ​ເຊື່ອມເສຍ​ ເມື່ອຄົນທັງຫລາຍ​ເວົ້າເຖິງພວກເຂົາ​ວ່າ, 'ຄົນ​ເຫລົ່າ​ນີ້​ເປັນ​ປະ­ຊາ­ກອນ​ຂອງ​ພຣະຢາເວແທ້ບໍ? ເພາະພວກເຂົາຖືກໂຍນອອກຈາກແຜ່ນ­ດິນ​ຂອງ​ພຣະ­ອົງ?'
\v 21 ແຕ່​ເຮົາ​ຍັງ​ມີຄວາມເປັນ​ຫ່ວງພຣະ​ນາມ​ບໍ­ຣິສຸດ​ຂອງ​ເຮົາ ຊຶ່ງ​ຊົນຊາດອິດສະຣາເອນ​ ໄດ້ເຮັດ­ໃຫ້​ເຊື່ອມ​ເສຍ​ກຽດ​ທ່າມ­ກາງ​ປະ­ຊາ­ຊາດ​ທີ່​ພວກ­ເຂົາ​ໄດ້​ໄປ​ນັ້ນ.
\s5
\v 22 ເພາະສະນັ້ນ ຈົ່ງ​ກ່າວຕໍ່​ປະຊາຊົນ​ອິດສະຣາເອນ​ວ່າ, 'ພຣະຢາເວ ອົງພຣະຜູ້ເປັນ­ເຈົ້າ​ຊົງ​ກ່າວ​ດັ່ງ­ນີ້ວ່າ: ເຮົາຈະບໍ່ເຮັດສິ່ງເຫລົ່ານີ້ເພາະເຫັນແກ່ກພວກເຈົ້າ, ເຊື້ອສາຍຂອງອິດສະຣາເອນເອີຍ, ແຕ່ເພາະເຫັນ­ແກ່ພຣະ​ນາມ​ອັນ​ບໍ­ຣິສຸດ​ຂອງ​ເຮົາ, ຊຶ່ງພວກເຈົ້າໄດ້ເຮັດໃຫ້ເຊື່ອມເສຍກຽດທ່າມກາງປະຊາຊາດໃນທຸກບ່ອນທີ່ພວກເຈົ້າເຈົ້າໄປນັ້ນ.
\v 23 ເພາະເຮົາຈະເຮັດໃຫ້ພຣະນາມຂອງເຮົາຍິ່ງໃຫຍ່ ຊຶ່ງເຈົ້າໄດ້ເຮັດໃຫ້ຖືກ​ຫມິ່ນ­ປະ­ຫມາດ​ໃນ​ທ່າມ­ກາງປະຊາຊາດທັງປວງ — ໃນທ່າມກາງປະຊາຊາດທັງຫລາຍ, ທີ່ເຈົ້າຫມິ່ນປະມາດນັ້ນ. ແລ້ວປະຊາຊາດທັງຫລາຍຈະຮູ້ວ່າ ເຮົາ​ແມ່ນ​ພຣະ­ຢາເວ — ນີ້ເປັນຄຳປະກາດຂອງພຣະຢາເວປອົງພຣະຜູ້ເປັນເຈົ້າ — ເມື່ອພວກເຈົ້າໄດ້ເຫັນວ່າ ເຮົາບໍຣິສຸດ.
\s5
\v 24 ເຮົາຈະ​ນຳ​ພວກ​ເຈົ້າ​ອອກ­ຈາກ​ທ່າມກາງປະຊາຊາດທັງຫລາຍ ແລະ ຮວບຮວມພວກເຈົ້າຈາກທຸກດິນແດນ. ແລະ ເຮົາຈະນຳພວກເຈົ້າເຂົ້າມາ­ໃນ​ແຜ່ນດິນຂອງພວກເຈົ້າ​ເອງ.
\v 25 ແລ້ວເຮົາຈະ​ເອົາ​ນ້ຳ​ສະອາດ​ຫົດ­ສົງ​ໃຫ້​ພວກເຈົ້າ ເພື່ອພວກເຈົ້າຈະສະອາດຈາກສິ່ງທີ່ບໍ່ສະອາດທັງຫລາຍຂອງພວກເຈົ້າ, ແລະເຮົາຊໍາລະພວກເຈົ້າຈາກ​ຮູບ​ເຄົາ­ລົບທັງຫລາຍຂອງພວກເຈົ້າ.
\s5
\v 26 ເຮົາຈະເອົາຫົວ​ໃຈ​ໃຫມ່ໃຫ້​ແກ່ພວກ​ເຈົ້າ ແລະ ​ບັນຈຸຈິດ­ວິນ­ຍານ​ໃຫມ່ໄວ້ພາຍໃນພວກເຈົ້າ, ແລະ ເຮົາຈະນຳໃຈຫີນອອກຈາກເນື້ອກາຍຂອງ​ພວກເຈົ້າ. ເພື່ອເອົາໃຈເນື້ອໃຫ້ແກ່ພວກເຈົ້າ.
\v 27 ເຮົາຈະໃສ່​ຈິດ­ວິນ­ຍານ​ຂອງ​ເຮົາໄວ້ພາຍໃນພວກ​ເຈົ້າ, ແລ້ວເຮັດໃຫ້ພວກເຈົ້າສາມາດດຳເນີນຕາມກົດບັນຍັດຂອງເຮົາ ແລະຮັກສາກົດຫມາຍຂອງເຮົາ, ເພື່ອພວກເຈົ້າຈະເຮັດຕາມສິ່ງເຫລົ່ານັ້ນ.
\v 28 ແລ້ວ​ພວກເຈົ້າ​ຈະ​​ອາ­ໄສ​ຢູ່­ໃນ​ແຜ່ນ­ດິນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ບັນ­ພະ­ບູ­ລຸດ​ຂອງພວກ​ເຈົ້າ; ພວກເຈົ້າ​ຈະ​ເປັນປະຊາຊົນ​ຂອງ​ເຮົາ, ແລະ ​ເຮົາ​ຈະ​ເປັນ​ພຣະ­ເຈົ້າ​ຂອງພວກ​ເຈົ້າ.
\s5
\v 29 ເພື່ອເຮົາຈະ​ຊ່ວຍ​ພວກ​ເຈົ້າໃຫ້​ພົ້ນ​ຈາກສິ່ງທີ່ບໍ່ສະອາດທັງຫລາຍຂອງພວກເຈົ້າ. ເຮົາຈະຮວບຮວມເມັດພືດ ແລະ ຂະຫຍາຍມັນ. ເຮົາຈະ​ບໍ່­ໃຫ້ໄພອຶດຫິວມາເຫນືອພວກເຈົ້າ​ອີກ​ຕໍ່ໄປ.
\v 30 ເຮົາຈະເພີ່ມພູນຜົນລະປູກຂອງຕົ້ນໄມ້ທັງຫລາຍ ແລະ ຜົນຜະລິດຈາກທົ່ງນາຂອງເຈົ້າ­ ເພື່ອພວກ​ເຈົ້າ​ຈະ​ບໍ່ຕ້ອງທົນຮັບຄວາມອັບອາຍທ່າມກາງປະຊາຊາດທັງຫລາຍ ເພາະ​ໄພອຶດຫິວ​ອີກຕໍ່ໄປ.
\v 31 ແລ້ວພວກ​ເຈົ້າ​ຈະ​ຮູ້­ເຖິງວິຖີທາງຊົ່ວຂອງພວກເຈົ້າ ແລະ ການປະພຶດທີ່ບໍ່ດີທັງຫລາຍຂອງ​ພວກເຈົ້າ, ແລະ ເຈົ້າຈະສະແດງການລັງກຽດຕົນ​ເອງ​ ຍ້ອນ​ຄວາມ​ບາບ ແລະ ສິ່ງທີ່ຫນ້າກຽດຫນ້າຊັງທັງຫລາຍຂອງຕົນ.
\s5
\v 32 ທີ່ເຮົາເຮັດເຊັ່ນນີ້, ບໍ່ແມ່ນເພາະເຫັນແກ່ພວກເຈົ້າ — ນີ້ເປັນຄຳປະກາດຂອງພຣະຢາເວ ອົງພຣະຜູ້ເປັນເຈົ້າ — ໃຫ້ສິ່ງເຫລົ່ານີ້ເປັນທີ່ຮັບຮູ້ແກ່ເຈົ້າ. ຈົ່ງອັບອາຍ ແລະຂາຍຫນ້າດ້ວຍວິທີທາງທັງຫລາຍຂອງພວກເຈົ້າ.
\v 33 ພຣະຢາເວ ອົງພຣະຜູ້ເປັນ­ເຈົ້າ​ຊົງ​ກ່າວ​ດັ່ງ­ນີ້ວ່າ: ໃນວັນທີ່ເຮົາຊໍາລະ​ພວກເຈົ້າຈາກຄວາມຜິດບາບ​ທັງຫມົດຂອງພວກເຈົ້ານັ້ນ, ເຮົາຈະເຮັດໃຫ້​ເມືອງທັງຫລາຍມີຄົນ​ອາ­ໄສ​ຢູ່­ ແລະ ຊາກຫັກພັງຈະຖືກສ້າງຂື້ນ.
\v 34 ເພາະພວກເຈົ້າຈະໄຖແຜ່ນດິນທີ່ຮົກຮ້າງ ຈົນກວ່າຈະບໍ່ເປັນທີ່ຮ້າງເປົ່າເຊັ່ນທີ່ເຄີຍປາກົດແກ່ສາຍຕາຍຂອງຜູ້ຜ່ານໄປມາ.
\s5
\v 35 ແລ້ວຄົນ​ທັງ­ຫລາຍ​ຈະ​ເວົ້າ­ວ່າ, "ແຜ່ນດິນນີ້ເຄີຍຮົກຮ້າງ, ບັດນີ້ໄດ້ກາຍເປັນ​ເຫມືອນ​ສວນ​ເອ­ເດນ; ເມືອງທັງຫລາຍທີ່ຮົກຮ້າງ ແລະ ບໍ່ມີຄົນຢູ່ອາໄສໄດ້ຖືກເພພັງລົງ ປັດຈຸບັນມີປ້ອມປາການ ແລະ ມີຄົນອາໄສຢູ່."­
\v 36 ແລ້ວ​ບັນດາຊົນ­ຊາດທີ່ເຫລືອ ຊຶ່ງຢູ່ອ້ອມຮອບເຈົ້າຈະຮູ້­ວ່າ ເຮົາ​ແມ່ນພຣະຢາເວ, ເປັນ​ຜູ້​ສ້າງສະຖານທີ່ເພພັງເຫລົ່ານີ້ຂື້ນໃຫມ່ ແລະ ປູກພືດໃນບ່ອນຮົກຮ້າງ​ເຫລົ່າ​ນີ້. ເຮົາແມ່ນພຣະຢາເວ, ໄດ້ລັ່ນວາຈາແລ້ວ ແລະ ເຮົາຈະເຮັດເຊັ່ນນັ້ນ.
\s5
\v 37 ພຣະຢາເວ ອົງພຣະຜູ້ເປັນ­ເຈົ້າ​ຊົງ​ກ່າວ​ດັ່ງ­ນີ້ວ່າ: ອີກຄັ້ງຫນຶ່ງ ເຮົາ​ຈະຖືກປະຊາຊົນ​ອິດສະຣາເອນ ຂໍໃຫ້ເຮົາເຮັດສິ່ງນີ້​ແກ່ພວກເຂົາ, ເພື່ອເຮັດໃຫ້ພວກເຂົາເພີ່ມຈຳນວນຂຶ້ນເຫມືອນຝູງຊົນເຫລົ່ານັ້ນ.
\v 38 ຢ່າງຝູງ​ແກະສຳລັບ​ເຜົາ​ບູ­ຊາຖວາຍບູຊາ, ຢ່າງຝູງແກະໃນນະຄອນ­ເຢ­ຣູ­ຊາ­ເລັມ​ທີ່ມີງານເທດສະການທີ່ກຳນົດ, ເພື່ອ​ເມືອງທັງຫລາຍທີ່ຮົກ​ຮ້າງ​ເຫລົ່າ​ນີ້ ກໍຈະເຕັມດ້ວຍຝູງຊົນ ແລະ​ພວກ­ເຂົາ​ທັງ­ຫລາຍ​ຈະ​ຮູ້­ວ່າ ເຮົາ ຄື​ພຣະຢາເວ.'"
\s5
\c 37
\cl ບົດທີ 37
\p
\v 1 ພຣະຫັດຂອງ­ພຣະຢາເວໄດ້ມາຢູ່ເຫນືອຂ້ານ້ອຍ, ແລະພຣະອົງໄດ້ຊົງນຳຂ້ານ້ອຍອອກມາດ້ວຍພຣະ­ວິນ­ຍານບໍຣິສຸດ​ຂອງ​ພຣະຢາເວ ແລະ ຊົງຕັ້ງຂ້ານ້ອຍ​ໄວ້​ໃນທ່າມກາງ​ຮ່ອມ­ພູ​ແຫ່ງຫນຶ່ງ; ຊຶ່ງ​ມີ​ກະ­ດູກ​ເຕັມ​ໄປຫມົດ.
\v 2 ແລ້ວພຣະອົງໄດ້ຊົງ­ນຳພາຂ້ານ້ອຍ​ໄປ​ທົ່ວ​ບໍ­ລິ­ເວນນັ້ນ ແລະ ອ້ອມຮອບບ່ອນນັ້ນ. ເບິ່ງແມ໋! ມີກະດູກຢ່າງຫລວງຫລາຍໃນຮ່ອມພູ. ເບິ່ງແມ໋! ພວກມັນ​ແຫ້ງທັງ​ຫມົດ.
\v 3 ພຣະອົງກ່າວກັບຂ້ານ້ອຍວ່າ, “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ກະ­ດູກ​ເຫລົ່າ​ນີ້ຈະມີ­ຊີ­ວິດ​ຄືນອີກໄດ້​ບໍ?” ດັ່ງນັ້ນຂ້ານ້ອຍ ​ທູນ​ຕອບ​ວ່າ, “ຂ້າ​ແດ່​ພຣະຢາເວອົງພຣະ­ຜູ້­ເປັນ­ເຈົ້າ, ພຣະ­ອົງ​ເທົ່າ​ນັ້ນ​ທີ່​ຊົງ­ຮູ້​ດີ.”
\s5
\v 4 ແລ້ວ​ພຣະ­ອົງ​ຊົງ​ກ່າວກັບຂ້ານ້ອຍ​ວ່າ, “ຈົ່ງກ່າວ­ຄຳທຳນວາຍ​ຕໍ່​ກະ­ດູກ​ຫລ້ອນ​ເຫລົ່າ​ນີ້ ແລະ ກ່າວກັບ​ພວກ​ມັນວ່າ, 'ກະດູກແຫ້ງເອີຍ. ຈົ່ງ​ຟັງ​ພຣະ­ຄຳຂອງ​ພຣະຢາເວ.
\v 5 ພຣະຢາເວອົງພຣະຜູ້ເປັນ­ເຈົ້າ​ຊົງ​ກ່າວ​ແກ່ກະດູກເຫລົ່າດັ່ງ­ນີ້ວ່າ: ​ເບິ່ງແມ໋! ເຮົາ​ກຳລັງຈະ​ລະບາຍ​ລົມ​ຫາຍ­ໃຈ​ເຂົ້າ­ໄປ​ໃນ​ພວກ​ເຈົ້າ, ແລະ ພວກເຈົ້າຈະ­​ມີຊີວິດ.
\v 6 ເຮົາຈະໃສ່​ເສັ້ນ​ເອນໄວ້ເທິງພວກເຈົ້າ ແລະ ຈະເຮັດໃຫ້ເນື້ອຫນັງມາເທິງພວກເຈົ້າ. ​ເຮົາຈະປົກຄຸມເຈົ້າດ້ວຍເນື້ອ ແລະ ບັນຈຸລົມຫາຍໃຈໃນພວກເຈົ້າເພື່ອພວກເຈົ້າຈະມີຊີວິດຢູ່. ແລ້ວ​ພວກເຈົ້າ​ຈະ​ຮູ້­ວ່າ ເຮົາ ຄື​ພຣະຢາເວາ.'"
\s5
\v 7 ດັ່ງ­ນັ້ນ ຂ້າ­ນ້ອຍ ຈຶ່ງທຳນວາຍເຫມືອນຢ່າງທີ່ໄດ້ຮັບຄຳສັ່ງມາ; ຢ່າງທີ່ໄດ້ທຳນວາຍ, ເບິ່ງແມ໋, ມີ​ສຽງ​ດັງມາ, ທີ່ເປັນສຽງສະທ້ານຫວັ່ນໄຫວ. ແລ້ວ​ພວກກະ­ດູກ​ທັງ­ຫລາຍ​ກໍເຂົ້າຫາກັນ — ກະດູກກັບກະດູກ.
\v 8 ຂ້ານ້ອຍໄດ້ເບິ່ງ ແລະ ເບິ່ງແມ໋, ​ເສັ້ນ​ເອນຢູ່ເທິງພວກເຂົາ, ແລະ ​ກ້າມເນື້ອ​ໄດ້​ຕິດ​ກັບ​ກະ­ດູກ ແລະ ​ຫນັງທັງຫລາຍປົກ​ຫຸ້ມພວກມັນໄວ້. ແຕ່​ບໍ່​ທັນ​ມີ​ລົມ​ຫາຍ­ໃຈ​ໃນພວກມັນ.
\s5
\v 9 ແລ້ວພຣະຢາເວ​ຊົງ​ກ່າວ​ຕໍ່​ຂ້າ­ນ້ອຍກ່າວ​ວ່າ, “ຈົ່ງ​ກ່າວຄຳທຳນວາຍແກ່​ລົມຫາຍໃຈ, ບຸດ​ແຫ່ງ​ມະ­ນຸດ​ເອີຍ, ແລະຈົ່ງກ່າວກັບລົມຫາຍໃຈວ່າ, 'ພຣະຢາເວອົງພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້ວ່າ: ​ລົມ​ຫາຍ­ໃຈເອີຍ, ຈົ່ງມາຈາກລົມທັງສີ່ທິດ, ແລະ ລະບາຍລົມຫາຍໃຈລົງເທິງຄົນທີ່ຖືກຂ້າພວກນີ້, ເພື່ອພວກເຂົາຈະມີຊີວິດຢູ່.”
\v 10 ດັ່ງ­ນັ້ນ ຂ້າ­ນ້ອຍ​ຈຶ່ງກ່າວຄຳທຳນວາຍ​ຕາມ​ທີ່​ພຣະ­ອົງ​ຊົງ​ສັ່ງຂ້ານ້ອຍ; ລົມ​ຫາຍໃຈເຂົ້າມາໃນພວກເຂົາ ແລະ ​ພວກເຂົາກໍມີຊີວິດ​ອີກ. ພວກ­ເຂົາກໍ​ຢືນ​ຂຶ້ນດ້ວຍຕີນຂອງພວກເຂົາ; ຊຶ່ງເປັນກອງທັບທີ່ຍິ່ງໃຫຍ່.
\s5
\v 11 ແລ້ວພຣະຢາເວໄດ້ຊົງກ່າວກັບຂ້ານ້ອຍ​ວ່າ, “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ກະ­ດູກ​ເຫລົ່າ​ນີ້ ຄືປະຊາຊົນ​ອິດສະຣາເອນ​ທັງຫມົດ. ເບິ່ງແມ໋! ພວກເຂົາກ່າວວ່າ, 'ກະດູກຂອງພວກເຮົາແຫ້ງ, ແລະ ​ຄວາມ​ຫວັງຂອງພວກເຮົາກໍຫມົດສີ້ນ. ພວກເຮົາໄດ້ຖືກທຳລາຍເສຍຫມົດ.
\v 12 ເພາະສະນັ້ນ ຈົ່ງກ່າວ­ຄຳທຳນວາຍ ແລະ ກ່າວແກ່ພວກເຂົາວ່າ, 'ພຣະຢາເວອົງພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້ວ່າ: ເບິ່ງແມ໋! ເຮົາຈະ​ໄຂ​ຂຸມ​ຝັງ​ສົບຂອງ​ພວກ­ເຂົາອອກມາຈາກຂຸມຝັງສົບຂອງພວກເຈົ້າ ແລະ ຍົກພວກເຂົາຂຶ້ນຈາກຂຸມເຫລົ່ານັ້ນ, ໄພພົນຂອງເຮົາເອີຍ. ເຮົາຈະນຳເຈົ້າກັບມາຍັງ​ແຜ່ນ­ດິນ​ອິດສະຣາເອນ.
\s5
\v 13 ແລ້ວພວກເຈົ້າທັງຫລາຍຈະຮູ້ວ່າ ເຮົາຄື​ພຣະຢາເວ, ເມື່ອ​ໄຂ​ຂຸມ​ຝັງ​ສົບ​ຂອງພວກເຈົ້າ ແລະ ນຳພວກເຈົ້າອອກມາຈາກຂຸມຝັງສົບນັ້ນ.
\v 14 ເຮົາ​ຈະໃສ່ວິຍານຂອງເຮົາໄວ້ໃນພວກເຈົ້າ ເພື່ອພວກເຈົ້າຈະມີ­ຊີ­ວິດ​ຢູ່, ແລະ ​ເຮົາຈະໃຫ້ພວກ­ເຂົາ​ພັກຜ່ອນ­ໃນ​ແຜ່ນ­ດິນ​ຂອງ​ພວກເຈົ້າ ເມື່ອພວກ­ເຂົາ​ຈະ​ຮູ້­ວ່າ ເຮົາຄື​ພຣະຢາເວ. ໄດ້ລັ່ນວາຈາແລ້ວ ແລະ ເຮົາ​ຈະ​ລົງມືເຮັດ — ນີ້ເປັນຄຳປະກາດຂອງພຣະຢາເວ.'"
\s5
\v 15 ແລ້ວພຣະຄໍາຂອງພຣະຢາເວ​ຊົງກ່າວ​ຂ້ານ້ອຍ, ກ່າວ​ວ່າ,
\v 16 “ບັດນີ້, ບຸດ​ແຫ່ງ​ມະ­ນຸດ​ເອີຍ, ເຈົ້າຈົ່ງເອົາໄມ້ທ່ອນ​ຫນຶ່ງ​ສຳລັບຕົນ ແລະ ​ຂຽນລົງໃສ່​ວ່າ, 'ສຳລັບ​ຢູ­ດາ ແລະ ສຳລັບປະຊາຊາຊົນອິດສະຣາເອນ, ຊຶ່ງເປັນສະຫາຍຂອງພວກເຂົາ.' ແລ້ວຈົ່ງເອົາ​ໄມ້ມາອີກ​ທ່ອນຫນຶ່ງ​ ແລະ ​ຂຽນລົງໃສ່ວ່າ, 'ສຳລັບໂຍເຊບ, ກິ່ງກ້ານຂອງເອຟຣາອິມ, ແລະ ສຳລັບ ປະຊາຊົນອິດສະຣາເອນທັງຫມົດ, ຊຶ່ງເປັນສະຫາຍຂອງພວກເຂົາ'
\v 17 ຈົ່ງນຳໄມ້ທັງສອງທ່ອນລວມເຂົ້າເປັນອັນດຽວ, ເພື່ອວ່າໄມ້ທັງສອງກາຍເປັນໄມ້ອັນດຽວໃນມືຂອງເຈົ້າ.
\s5
\v 18 ເມື່ອ​ຊົນ­ຊາດ​ຂອງ​ເຈົ້າ​ກ່າວກັບເຈົ້າວ່າ, 'ທ່ານຈະບອກໃຫ້ພວກເຮົາຮູ້ຫລືວ່າ ສິ່ງເຫລົ່ານີ້​ມີຄວາມ​ຫມາຍ​ວ່າແນວໃດ?'
\v 19 ແລ້ວຈົ່ງກ່າວກັບພວກເຂົາວ່າ, 'ພຣະຢາເວອົງພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້ວ່າ: ເບິ່ງແມ໋! ເຮົາກຳລັງຈະເອົາກິ່ງກ້ານຂອງໂຢເຊບ ຊຶ່ຢູ່ໃນມືຂອງເອຟຣາຢິມ ແລະ ຂອງເຜົ່າຕ່າງໆຂອງອິດສະຣາເອນ ຊຶ່ງເປັນສະຫາຍຂອງພວກເຂົາ ແລະ ເຮົາຈະເອົາມາລວມກັບເຜົ່າຢູດາ, ເພື່ອພວກເຂົາຈະເຮັດໃຫ້ເປັນກິ່ງກ້ານອັນດຽວກັນ, ແລະ​ ພວກເຂົາຈະກາຍເປັນ​ອັນ​ດຽວ​ກັນ​ໃນ​ມື​ຂອງ​ເຮົາ'
\v 20 ຈົ່ງຖືກິ່ງໄມ້ ຊຶ່ງເຈົ້າໄດ້ຂຽນໄວ້ໃນມືຂອງເຈົ້າຕໍ່ຫນ້າຕໍ່ຕາພວກເຂົາ.
\s5
\v 21 ຈົ່ງປະກາດກັບພວກເຂົາວ່າ, 'ພຣະຢາເວອົງພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້ວ່າ: ເບິ່ງແມ໋! ເຮົາຈະນຳເອົາຄົນ​ອິດສະຣາເອນ​ອອກ­ຈາກທ່າມກາງບັນດາ​ຊົນ­ຊາດ​ທີ່​ພວກ­ເຂົາໄດ້​ອາ­ໄສ​ຢູ່. ແລະຈະ​ເຕົ້າ­ໂຮມ​ພວກ­ເຂົາຈາກແຜ່ນດິນຮອບຂ້າງ ແລະ ຈະນຳພວກເຂົາມາຍັງ​ແຜ່ນ­ດິນ​ຂອງ​ພວກເຂົາ​.
\v 22 ເຮົາຈະ​ເຮັດ​ໃຫ້ພວກເຂົາເປັນ​ຊົນ­ຊາດ​ດຽວໃນແຜ່ນດິນນັ້ນ, ຢູ່­ໃນ​ພູ​ທັງ­ຫລາຍ​ຂອງ​ອິດສະຣາເອນ, ແລະ ໃນບ່ອນນັ້ນຈະ​ມີ​ກະ­ສັດ​ອົງ​ດຽວ​ເປັນກະສັດເຫນືອພວກເຂົາທັງຫມົດ, ແລະ ພວກເຂົາ​ຈະ​ບໍ່​ຖືກ​ແບ່ງແຍກ​ອອກ​ເປັນ​ສອງ​ອາ­ນາ­ຈັກ​ອີກ​ຕໍ່ໄປ.
\v 23 ແລ້ວພວກ­ເຂົາ​ຈະ​ບໍ່ເຮັດຕົວຂອງພວກເຂົາໃຫ້ເປັນ​ມົນ­ທິນດ້ວຍ​ຮູບ​ເຄົາ­ລົບທັງຫລາຍ, ​ການ­ກະທຳອັນຫນ້າກຽດຫນ້າຊັງທັງຫລາຍ, ຄວາມບາບທັງຫລາຍຂອງພວກເຂົາ. ເພື່ອເຮົາ​ຈະ​ຊ່ວຍ​​ພວກ­ເຂົາໃຫ້​ພົ້ນ​ຈາກ​ການ­ກະທຳທີ່ບໍ່ສັດຊື່ຂອງພວກເຂົາ ຊຶ່ງເປັນເຫດເຮັດບາບ, ແລະ ເຮົາຈະຊຳລະພວກເຂົາ, ເພື່ອພວກເຂົາຈະເປັນປະຊາຊົນຂອງເຮົາ ແລະ ເຮົາຈະເປັນພຣະເຈົ້າຂອງພວກເຂົາ.
\s5
\v 24 ດາ­ວິດ​ຜູ້​ຮັບ­ໃຊ້​ຂອງ​ເຮົາ​ຈະ​ເປັນ​ກະ­ສັດ​ເຫນືອ​ພວກ­ເຂົາ. ດັ່ງນັ້ນ ພວກ­ເຂົາ​ທັງ​ຫມົດ​ຈະ​ມີ​ຜູ້­ລ້ຽງ​ຜູ້​ດຽວກັນ, ແລະ ພວກເຂົາ​ຈະດຳເນີນຕາມກົດຫມາຍຂອງ​ເຮົາ ແລະ ຮັກສາກົດເກນຂອງເຮົາ ແລະ ເຊື່ອຟັງ.
\v 25 ພວກ­ເຂົາ​ຈະ​ອາ­ໄສ​ຢູ່­ໃນ​ແຜ່ນ­ດິນ​ທີ່​ເຮົາ ໄດ້​ມອບ​ໃຫ້​ຢາ­ໂຄບຜູ້​ຮັບ­ໃຊ້​ຂອງ​ເຮົາ, ຊຶ່ງເປັນບ່ອນທີ່ບັນ­ພະ­ບູ­ລຸດ​ຂອງ​ພວກ­ເຈົ້າ​ໄດ້​ອາ­ໄສ​ຢູ່ນັ້ນ. ພວກ­ເຂົາຈະຢູ່ທີ່ນັ້ນຕະຫລອດໄປເປັນນິດ — ພວກເຂົາ, ​ພ້ອມ​ທັງ​ລູກ­ຫລານຂອງພວກເຂົາ, ແລະ ເພາະດາ­ວິດ​ຜູ້​ຮັບ­ໃຊ້​ຂອງ​ເຮົາ​ ກໍ​ຈະ​ປົກ­ຄອງ​ພວກ­ເຂົາ​ເປັນນິດ.
\s5
\v 26 ເຮົາຈະ­ໃຫ້​ຄຳ­ຫມັ້ນ­ສັນ­ຍາ​ແຫ່ງສັນຕິສຸກກັບ​ພວກ­ເຂົາ. ມັນຈະເປັນສັນຍານິລັນດອນແກ່ພວກເຂົາ. ເຮົາຈະກໍ່ຕັ້ງພວກເຂົາ ແລະ ​ທະວີຄູນພວກເຂົາຂື້ນ ແລະ ຕັ້ງສະຖານນະມັດສະການຂອງເຮົາໄວ້ທ່າມກາງພວກເຂົາເປັນນິດ.
\v 27 ບ່ອນ​ຢູ່ຂອງເຮົາຈະຢູ່ທ່າມກາງ​ພວກ­ເຂົາ; ເຮົາຈະ​ເປັນ​ພຣະ­ເຈົ້າ​ຂອງ​ພວກ­ເຂົາ, ແລະ ​ພວກ­ເຂົາ​ກໍ​ຈະ​ເປັນປະຊາຊົນຂອງ​ເຮົາ.
\v 28 ແລ້ວ​ປະຊາຊາດທັງຫລາຍຈະຮູ້ວ່າ ເຮົາແມ່ນພຣະຢາເວ ຜູ້ຊຶ່ງໄດ້ແຍກອິດສະຣາເອນອອກ, ເມື່ອສະຖານນະມັດສະການບໍຣິສຸດຂອງເຮົາຢູ່ທ່າມກາງພວກເຂົາເປັນນິດ.'"
\s5
\c 38
\cl ບົດທີ 38
\p
\v 1 ພຣະ­ຄຳ​ຂອງ​ພຣະຢາເວ​ມາ​ເຖິງ​ຂ້າ­ນ້ອຍ​, ກາ່ວວ່າ,
\v 2 "ບຸດແຫ່ງມະນຸດເອີຍ, ຈົ່ງຕັ້ງ​ຫນ້າ​ຂອງ​ເຈົ້າໄປຍັງ​ໂກກ​, ຄື​ແຜ່ນ­ດິນແຫ່ງ​ມາ­ໂກກ, ຜູ້ນຳສຳຄັນທີ່ສຸດຂອງ​ເມ­ເຊັກ ແລະ ​ຕູ­ບານ; ແລະ ​ຈົ່ງກ່າວ­ຄຳທຳນວາຍຕໍ່ສູ້ພວກ­ເຂົາ.
\v 3 ​ຈົ່ງກ່າວ​ວ່າ, ­'ພຣະ­ຢາເວອົງ​ພຣະ­ຜູ້ເປັນເຈົ້າ​ຊົງກ່າວ​ດັ່ງ­ນີ້​ວ່າ: ເບິ່ງ​ແມ໋! ໂອ ໂກກ​ເອີຍ, ເຮົາ​ເປັນ​ສັດ­ຕູ​ກັບ​ເຈົ້າ, ຜູ້​ເປັນຜູ້ນຳທີ່​ສຳ­ຄັນ​ແຫ່ງ​ເມ­ເຊັກ ແລະ​ ຕູ­ບານ.
\s5
\v 4 ດັ່ງນັ້ນ ເຮົາ​ຈະ­ໃຫ້​ເຈົ້າ​ຖອຍ­ຫລັງ​ກັບ ແລະ ​ເອົາ​ເບັດ​ເກາະ​ຄາງ­ກະ­ໄຕ​ຂອງ​ເຈົ້າ; ແລະ ​ເຮົາ​ຈະ​ນຳ​ເຈົ້າ​ອອກ​ມາ​ພ້ອມ​ທັງ​ກອງ­ທັບ​ທັງ​ຫມົດ​ຂອງ​ເຈົ້າ, ທັງພວກກ​ມ້າ, ແລະ ບັນດາ​ທະ­ຫານ​ມ້າ, ທຸກຄົນນຸ່ງຊຸດເກາະ​, ເປັນ​ກອງ­ທັບ​ໃຫຍ່ທີ່ຖືໂລ່ທັງຂະຫນາດໃຫ່ຍ ແລະ ຂະຫນາດນ້ອຍ, ທຸກຄົນຖື​ດາບ​ທັງຫລາຍ!
\v 5 ຄົນເປີ­ເຊຍ, ກູ­ເຊ, ແລະ ຄົນລີເບຍ ຢູ່​ກັບ​ພວກ­ເຂົາ​ດ້ວຍ, ທຸກ​ຄົນ​ມີ​ໂລ່ ແລະ​ ຫມວກ​ເຫລັກ!
\v 6 ໂກ­ເມ ແລະ​ ກອງ­ທັບ​ທັງ​ຫມົດ​ຂອງ​ພວກ­ເຂົາ, ແລະ ເບັດ ​ໂຕ­ກາ­ມາ​, ຈາກ​ທາງ​ເຫນືອ​ສຸດ, ພ້ອມ­ກັບ​ກອງ­ທັບ​ທັງ​ຫມົດ​ຂອງ​ພວກ­ເຂົາ! ມີ​ຊົນ­ຊາດ​ທັງ­ຫລາຍ​ຢູ່​ກັບ​ເຈົ້າ!
\s5
\v 7 ຈົ່ງກຽມພ້ອມ! ແນ່ນອນ, ຈົ່ງໃຫ້ໂຕຂອງເຈົ້າ ແລະ ​ບັນ­ດາ​ກອງ­ທັບທັງຫມົດ​ຊຶ່ງ​ປະ­ຊຸມ​ຢູ່​ກັບ​ເຈົ້າ, ແລະ ຈົ່ງເປັນຜູ້ບັນຊາການຂອງພວກເຂົາ.
\v 8 ເຈົ້າຈະຕ້ອງຖືກເອີ້ນໂຕອອກໄປສູ້ຮົບເປັນເວລາຫລາຍວັນ, ແລະ ໃນອີກຫລາຍປີຕໍ່ໄປໃນອະນາຄົດເຈົ້າ​ຈະ​ເຂົ້າ­ໄປໃນ​ແຜ່ນ­ດິນ​ຊຶ່ງ​ໄດ້ຕໍ່ສູ້ມາດ້ວຍດາບ ແລະ ຖືກຮວບຮວມຈາກຄົນທັງຫລາຍ, ເຕົ້າໂຮມກັນ​​ຢູ່​ທີ່​ເທິງ​ພູແຫ່ງ​ອິດສະຣາເອນ ຊຶ່ງ​ເຄີຍ​ເປັນ​ບ່ອນ​ຮ້າງ​ເປົ່າ​ມາຕະຫລອດ. ແຕ່ແຜ່ນດິນຂອງປະ­ຊາ­ຊົນ​ຈະຖືກນຳອອກມາ​ຈາກ​ຊົນ­ຊາດ​ອື່ນໆ, ແລະ ພວກເຂົາທັັງຫມົດຈະອາ­ໄສ​ຢູ່​ຢ່າງ​ປອດ­ໄພ​!
\v 9 ດັ່ງນັ້ນ ພວກເຈົ້າ​ຈະ​ລຸກ​ອອກ​ໄປ​ເຫມືອນ​ພາ­ຍຸ; ເຈົ້າ​ຈະ​ເປັນ​ເຫມືອນ​ເມກ​ປົກ​ຄຸມ​ແຜ່ນ­ດິນ, ຄື​ເຈົ້າ ແລະ ​ກອງ­ທັບ​ທັງ​ຫມົດ​ຂອງ​ເຈົ້າ, ລວມທັງພວກທະຫານຈຳນວນຫລາຍທີ່ຢູ່ກັບພວກເຈົ້າ.
\s5
\v 10 ພຣະຢາເວອົງ­ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ກ່າວ​ດັ່ງ­ນີ້​ວ່າ: ສິ່ງນີ້ຈະເກີດຂື້ນໃນວັນນັ້ນ ຄືເປັນແຜນການທີ່ຈະເກີດຂື້ນໃນໃຈຂອງເຈົ້າ, ແລະ ເຈົ້າຈະຄິດແຜນການຊົ່ວ.'
\v 11 ແລ້ວ​ເຈົ້າຈະ​ກ່າວ​ວ່າ, ‘ເຮົາ​ຈະ​ຍົກ​ກອງ­ທັບ​ໄປ​ຍັງ​ແຜ່ນ­ດິນທີ່​ເປີດ; ເຮົາ​ຈະ​ໄປຫາຄົນທີ່ຫງຽບທີ່ອາໄສຢູ່ຢ່າງປອດໄພ, ພວກເຂົາທັງຫມົດອາໄສຢູ່ໂດຍ​ບໍ່­ມີ​ກຳ­ແພງ ຫລື ບໍ່­ມີ​ສິ່ງ​ກີດ­ຂວາງ, ແລະ ບ່ອນທີ່ຊຶ່ງບໍ່­ມີ​ປະ­ຕູເມືອງ.
\v 12 ເຮົາຈະຢຶດເອົາເຄື່ອງຂອງທີ່ປຸ້ນມາ ແລະ ປຸ້ນສະດົມ, ເພື່ອເອົາມືຂອງເຮົາຕໍ່ສູ້ດິນແດນທີ່ຮົກຮ້າງວ່າງເປົ່າ, ຊຶ່ງ​ຂະ­ນະ​ນີ້​ມີ­ຄົນ​ອາ­ໄສ​ຢູ່, ແລະ ​ຕໍ່ສູ້ກັບປະ­ຊາ­ຊົນທີ່ເຕົ້າໂຮມຈາກ​ບັນ­ດາ​ປະ­ຊາ­ຊາດທັງຫລາຍ, ຝູງຊົນຜູ້ຊຶ່ງ​​ໄດ້ຝູງ​ສັດ ແລະ ຊັບສົມບັດ, ແລະ ຄົນທັງຫາຍທີ່​ອາ­ໄສ​ຢູ່ທ່າມກາງຂອງ​ແຜ່ນ­ດິນໂລກ.'
\s5
\v 13 ເຊ­ບາ ແລະ ເດ­ດານ, ແລະ ​ບັນ­ດາ​ພໍ່­ຄ້າ​ແຫ່ງ​ທາ­ຊິດ ລວມເຖິງ​ພວກນັກຮົບຫນຸ່ມ​ທັງ­ຫລາຍ​​ຈະ​ກ່າວ​ແກ່​ເຈົ້າ​ວ່າ, ‘ທ່ານ​ມາ​ປຸ້ນ ແລະ ​ຍາດ​ຊີງ​ເອົາ​ເຄື່ອງ​ຂອງ​ບໍ? ທ່ານ​ຮວບຮວມກອງ­ທັບ​ເພື່ອ­ຈະ​​ຂົນສິ່ງຂອງ, ​ເອົາ​ເງິນ ແລະ ​ຄຳ​ໄປ, ຂົນ​ເອົາທັງຝູງ​ສັດ ແລະ ຊັບສົມບັດ​ໄປ ແລະ ເພື່ອ­ຈະ​ຍາດ​ຊີງ​ຂອງ​ຢ່າງ​ຫລວງ­ຫລາຍ​ບໍ?'
\s5
\v 14 ເພາະ­ສະ­ນັ້ນ ຈົ່ງກ່າວຄຳທຳນວາຍ, ບຸດ​ແຫ່ງ​ມະ­ນຸດ​ເອີຍ, ແລະ ​ກ່າວ​ກັບ​ໂກກວ່າ, ' ພຣະຢາເວອົງ­ພຣະ­ຜູ້­ເປັນ­ເຈົ້າຊົງ​ກ່າວ​ດັ່ງ­ນີ້​ວ່າ: ໃນ​ມື້​ນັ້ນ, ເມື່ອ​​ປະ­ຊາ­ຊົນອິດສະຣາເອນ​ຂອງ​ເຮົາ​ອາ­ໄສ​ຢູ່​ຢ່າງ​ປອດ­ໄພ​ແລ້ວ, ເຈົ້າ​ຈະ​ບໍ່­ຮູ້ຈັກກ່ຽວກັບພວກເຂົາ​ບໍ?
\v 15 ເຈົ້າ​ຈະ​ມາ​ຈາກ​ບ່ອນ​ຂອງ​ເຈົ້າ​ຊຶ່ງ​ຢູ່​ທາງ​ເຫນືອ​ສຸດ ດ້ວຍກອງທັບໃຫຍ່, ຊຶ່ງທຸກ​ຄົນໄດ້​ຂີ່​ມ້າ, ​ເປັນ​ກອງ­ກຳລັງຊົງພະລັງຫລາຍ, ເປັນ​ກອງ­ທັບ​ຫລວງ.
\v 16 ເຈົ້າ​ຈະ​ມາ​ຕໍ່­ສູ້ໄພ່ພົນ​ອິດສະຣາເອນຂອງ​ເຮົາ ເຫມືອນ​ຢ່າງ​ເມກ​ປົກ​ຄຸມ​ແຜ່ນ­ດິນ. ໃນມື້ນັ້ນ ເຮົາ​ຈະ​ນຳ​ເຈົ້າ​ມາ​ຕໍ່­ສູ້​ກັບ​ແຜ່ນ­ດິນ​ຂອງ​ເຮົາ, ເພື່ອ​ປະ­ຊາ­ຊາດ​ທັງ­ຫລາຍ​ຈະ​ຮູ້­ຈັກ​ເຮົາ ເມື່ອ​ເຮົາ​​ສຳ­ແດງ​ໂຕຂອງເຮົາຜ່ານເຈົ້າ. ໂອ ໂກກ ເອີຍ, ເພື່ອຈະເປັນທີ່​ບໍ­ຣິ­ສຸດຕໍ່ຫນ້າພວກເຂົາ.
\s5
\v 17 ພຣະຢາເວອົງ­ພຣະ­ຜູ້­ເປັນ­ເຈົ້າຊົງ​ກ່າວ​ດັ່ງ­ນີ້​ວ່າ: ເຈົ້າ​ບໍ່ແມ່ນຜູ້ນັ້ນບໍ ຄືຜູ້ທີ່ເຮົາໄດ້ເວົ້າເຖິງ​ສະ­ໄຫມ​ກ່ອນ​ຜ່ານມືຜູ້ຮັບໃຊ້ຂອງເຮົາ, ຄືຜູ້ປະ­ກາດ­ພຣະ­ຄຳ​ຂອງ​ອິດສະຣາເອນ, ຜູ້​ໄດ້ປະ­ກາດ​­ຄຳທຳນວາຍໃນເວລານັ້ນຢູ່​ຫລາຍ​ປີແລ້ວ​ວ່າ ເຮົາ​ຈະ​ນຳ​ເຈົ້າ​ມາ​ຕໍ່­ສູ້​ກັບ​ພວກ­ເຂົາ?
\v 18 ດັ່ງນັ້ນ ສິ່ງນີ້ໄດ້ເກີດຂຶ້ນໃນວັນນັ້ນ ເມື່ອໂກກ​ຍົກທັບ​ມາ​ຕໍ່­ສູ້​ກັບ​ແຜ່ນ­ດິນ​ອິດສະຣາເອນ — ຄວາມ​ພິ­ໂລດ​ຂອງ​ເຮົາ​ຈະ​ພຸ່ງ­ຂຶ້ນ​ — ນີ້ເປັນຄຳປະກາດຂອງພຣະຢາເວອົງພຣະຜູ້ເປັນເຈົ້າ.
\s5
\v 19 ດ້ວຍຄວາມຮູ້ສຶກອັນແຮງກ້າ ແລະ ດ້ວຍໄຟແຫ່ງຄວາມ​ພິ­ໂລດ​ຂອງ​ເຮົາ​, ເຮົາປະກາດວ່າ ໃນ​ມື້​ນັ້ນ​ຈະ​ມີແຜ່ນດິນໄຫວຢ່າງຮຸຸ່ນແຮງ­​ໃນ​ແຜ່ນ­ດິນ​ອິດສະຣາເອນ.
\v 20 ພວກມັນສັ່ນສະເທືອນຕໍ່ຫນ້າເຮົາ​ — ທັງປາໃນ​ທະ­ເລ ແລະ ນົກ​ໃນ​ທ້ອງຟ້າ, ທັງສັດ­ປ່າໃນ​ທົ່ງ, ແລະ ​ບັນ­ດາ​ສັດ​ເລືອ​ຄານ​ທີ່​ຢູ່​ເທິງ​ແຜ່ນ­ດິນ, ແລະ​ປະ­ຊາ­ຊົນແຕ່ລະຄົນ​ທີ່­ຢູ່​ເທິງແຜ່ນດິນໂລກ. ພູ­ເຂົາທັງຫລາຍ​ຈະ​ພັງ­ທະ­ລາຍ​ລົງ ແລະ ຫນ້າ­ຜາທັງຫລາຍ​ຈະ​ພັງທະລາຍລົງ, ຈົນກວ່າ​ກຳ­ແພງ​ທຸກ​ແຫ່ງ​ຈະເພພັງລົງເທິງພື້ນ​ດິນ.
\s5
\v 21 ເຮົາ​ຈະເອີ້ນ​ດາບ​ມາ​ຕໍ່­ສູ້​ລາວເທິງ​ພູ­ເຂົາ​ທັງ­ຫລາຍ​ຂອງ​ເຮົາ ແລະ ດາບ​ຂອງ​ແຕ່ລະຄົນ​ຈະ​ຕໍ່­ສູ້​ກັບ​ພີ່­ນ້ອງ​ຂອງ​ພວກ­ເຂົາເອງ — ນີ້ເປັນຄຳປະກາດຂອງພຣະຢາເວອົງພຣະຜູ້ເປັນເຈົ້າ.
\v 22 ເຮົາ​ຈະ​ພິ­ພາກ­ສາ​ລົງ­ໂທດ​ພວກ­ເຂົາ​ດ້ວຍ​ພະ­ຍາດ​ລະ­ບາດ​ ແລະ​ເລືອດ​ຕົກ; ແລະ ​ນ້ຳຝົນ​ໄຫລ​ແຮງ ແລະ ​ມີທັງ​ຫມາກ­ເຫັບ ແລະ ​ລູກສອນໄຟ​ ເຮົາຈະຖອກເທໃສ່ພວກເຂົາ ແລະ ກອງ­ທັບ​ຂອງ​ພວກ­ເຂົາ ແລະ​ ຊົນ­ຊາດ​ທັງ­ຫລາຍ​​ທີ່­ຢູ່​ກັບ​ເຂົາ.
\v 23 ເພາະເຮົາ​ຈະ​ສະ­ແດງ​ຄວາມ​ຍິ່ງ­ໃຫຍ່ ແລະ ​ຄວາມ​ບໍ­ຣິສຸດ​ຂອງ​ເຮົາ ແລະ ​ເຮົາເຮັດ​ໃຫ້ເຮົາເອງ­ເປັນ​ທີ່​ຮູ້­ຈັກ​ໃນ​ສາຍ­ຕາຂອງ​ປະ­ຊາ­ຊາດທັງຫລາຍ, ແລະ ​ພວກ­ເຂົາ​ຈະ​ຮູ້­ວ່າ​ ເຮົາ​ແມ່ນ​ພຣະຢາເວ.'"
\s5
\c 39
\cl ບົດທີ 39
\p
\v 1 “ບັດນີ້, ບຸດ​ແຫ່ງ​ມະ­ນຸດ​ເອີຍ, ຈົ່ງ​ປະ­ກາດຄຳທຳນວາຍຕໍ່ສູ້​ໂກກ ແລະ ​ກ່າວ​ວ່າ, 'ນີ້ເປັນຄຳປະກາດຂອງພຣະຢາເວອົງພຣະຜູ້ເປັນເຈົ້າ: ເບິ່ງ​ແມ໋! ເຮົາ​ເປັນ​ສັດ­ຕູ​ກັບ​ເຈົ້າ, ໂອ້ ໂກກ​ເອີຍ, ຜູ້​ເປັນຜູ້ນຳ​ທີ່​ສຳ­ຄັນ​ແຫ່ງ​ເມ­ເຊັກ ແລະ ​ຕູ­ບານ.
\v 2 ເຮົາ​ຈະ­ຫັນເຈົ້າ​ກັບ ແລະ ນຳ​ເຈົ້າ; ເຮົາຈະນຳເຈົ້າມາ​ຈາກ​ທາງ​ເຫນືອ​­ສຸດ ແລະ ນຳເຈົ້າມາເຖິງພູ­ເຂົາ​ທັງ­ຫລາຍ​ແຫ່ງ​ອິດສະຣາເອນ.
\v 3 ແລ້ວ​ເຮົາ​ຈະ​ຕີ​ຄັນ​ທະ­ນູ​ໃຫ້​ຫລຸດ​ຈາກ​ມື​ຊ້າຍ​ຂອງ​ເຈົ້າ ແລະ​ ເຮັດ­ໃຫ້​ລູກ​ທະ­ນູ​ຕົກ​ຈາກ​ມື​ຂວາ​ຂອງ​ເຈົ້າ.
\s5
\v 4 ເຈົ້າ​ຈະ​ລົ້ມ­ລົງ​ເທິງ​ພູ­ເຂົາທັງຫລາຍ​ແຫ່ງ​ອິດສະຣາເອນ — ທັງ​ເຈົ້າ ແລະ​ ກອງ­ທັບ​ທັງ​ຫມົດ​ຂອງ​ເຈົ້າ ແລະ ​ພວກທະຫານທັງຫລາຍທີ່ຢູ່ກັບເຈົ້າ. ເຮົາຈະ​ມອບ​ເຈົ້າ​ໃຫ້­ເປັນ​ອາ­ຫານ​ແກ່​ນົກ​ທຸກ​ຊະ­ນິດ ແລະ​ ແກ່​ສັດ­ປ່າແຫ່ງທ້ອງທົ່ງ.
\v 5 ເຈົ້າ​ຈະ​ລົ້ມ­ລົງ​ເທິງ​ພື້ນ­ດິນໂລ່ງ, ເພາະ​ເຮົາ​ໄດ້​ລັ່ນ​ຄຳ​ເວົ້າ​ແລ້ວ — ນີ້ເປັນຄຳປະກາດຂອງພຣະຢາເວອົງພຣະຜູ້ເປັນເຈົ້າ.
\v 6 ແລ້ວເຮົາ​ຈະ​ສົ່ງ​ແປວ­ໄຟ​ມາ​ເຫນືອ​ມາ­ໂກກ ແລະ​ ເຫນືອພວກທີ່ອາໄສຢູ່ຢ່າງປອດໄພຕາມແຄມທະເລ, ແລະ ​ພວກ­ເຂົາ​ທັງ­ຫລາຍ​ຈະ​ຮູ້­ວ່າ ​ເຮົາ​ແມ່ນ​ພຣະ­ຢາເວ.
\s5
\v 7 ເພາະ​ເຮົາ​ຈະ​ເຮັດ­ໃຫ້​ນາມ​ບໍ­ຣິ­ສຸດ​ຂອງ​ເຮົາ​ເປັນ​ທີ່​ຮູ້­ຈັກ​ໃນ​ທ່າມ­ກາງ​ອິດສະຣາເອນ​ປະ­ຊາ­ຊົນ​ຂອງ​ເຮົາ, ແລະ ເຮົາ​ຈະ​ບໍ່­ຍອມ​ໃຫ້​ ນາມ​ບໍ­ຣິສຸດ​ຂອງ​ເຮົາຖືກຫລົບລູ່​ອີກ​ຕໍ່­ໄປ; ປະຊາຊາດທັງຫລາຍ ​ຈະ​ຮູ້­ວ່າ ເຮົາ​ແມ່ນ​ພຣະ­ຢາເວ, ອົງ​ບໍ­ຣິ­ສຸດ​ໃນ​ອິດສະຣາເອນ.
\v 8 ເບິ່ງ​ແມ໋! ​ວັນ​ນັ້ນຈະມາເຖິງແລ້ວ, ແລະ ຈະເກີດຂຶ້ນແນ່ນອນ — ນີ້ເປັນຄຳປະກາດຂອງພຣະຢາເວອົງພຣະຜູ້ເປັນເຈົ້າ.
\s5
\v 9 ຜູ້ຄົນ​ເຫລົ່າ­ນັ້ນ​ທີ່​ອາ­ໄສ​ຢູ່­ໃນ​ບັນ­ດາເມືອງຕ່າງໆຂອງ​ອິດສະຣາເອນ​ຈະ​ອອກ​ໄປ ແລະ ພວກເຂົາ​ຈະໃຊ້ອາວຸດ ເພື່ອກໍ່ໄຟ ແລະ ເຜົາເຄື່ອງ​ອາ­ວຸດ​ — ໂລ່ກຳບັງນ້ອຍ, ໂລ່ໃຫຍ່, ຄັນ​ທະ­ນູ, ​ລູກ​ທະ­ນູ, ​ໄມ້­ຄ້ອນ ແລະ ຫອກ​ຍາວ; ພວກ­ເຂົາ​ຈະ​ເອົາພວກມັນເຜົາ​ໄຟ​​ເປັນ​ເວ­ລາ​ເຈັດ​ປີ.
\v 10 ພວກ­ເຂົາ​ບໍ່​ຈຳ­ເປັນ​ຈະ​ຕ້ອງ​ເອົາ​ຟືນ​ມາ​ຈາກ​ທົ່ງ­ນາ ຫລື​ ຕັດ​ຟືນ​ມາ​ຈາກ​ປ່າ, ເພາະ​ພວກ­ເຂົາ​ຈະ​ກໍ່​ໄຟ​ດ້ວຍ​ເຄື່ອງ​ອາ­ວຸດ; ​ພວກ­ເຂົາ​ທັງ­ຫລາຍ​ຈະ​ຍາດ​ຊີງ​ເອົາ​ຈາກຜູ້​ທີ່​ຢາກຍາດ​ຊີງຈາກ​ພວກ­ເຂົາ; ພວກເຂົາ​ຈະ​ປຸ້ນ​ຜູ້​ທີ່ຢາກຈະ​ປຸ້ນ​ພວກ­ເຂົາ — ນີ້ເປັນຄຳປະກາດຂອງພຣະຢາເວອົງພຣະຜູ້ເປັນເຈົ້າ."
\s5
\v 11 ແລ້ວ​ສິ່ງເຫລົ່ານີ້ກໍຈະເກີດຂຶ້ນໃນ​ມື້​ທີ່ເຮົາຈະເຮັດບ່ອນຢູ່ໃນແກ່ໂກກ​ — ຄືມີ​ຂຸມ​ຝັງ​ສົບ​ຢູ່­ໃນ​ອິດສະຣາເອນ, ຮ່ອມພູ­ສຳລັບຄົນທີ່ເດີນທາງ​ຜ່ານ­ໄປ​ມາຈາກ​ທິດ­ຕາ­ເວັນ­ອອກ​ຂອງ​ທະ­ເລ. ມັນ​ຈະກີດຂວາງ​ຄົນທີ່ຕ້ອງການ​ຜ່ານ­ໄປ​ມາ. ເພາະ­ວ່າ​ໂກກ ແລະ ​ປະ­ຊາ­ຊົນ​ທັງ​ຫມົດ​ຂອງລາວ​ຈະ​ຖືກ​ຝັງ​ໄວ້​ບ່ອນ­ນັ້ນ. ພວກ­ເຂົາ​ຈະ​ເອີ້ນທີ່ນັ້ນ​ວ່າ ຮ່ອມພູແຫ່ງ­​ຮາໂມນໂກກ.
\s5
\v 12 ເຈັດເດືອນຕໍ່ມາ ເຊື້ອ­ສາຍ​ຂອງອິດສະຣາເອນ​ຈະ​ຝັງ ພວກ­ເຂົາ ເພື່ອ­ຈະ​ເຮັດ­ໃຫ້​ແຜ່ນ­ດິນ​ນັ້ນ​ສະ­ອາດ.
\v 13 ປະຊາຊົນທັງຫລາຍຂອງແຜ່ນດິນຈະ​ຝັງ​ສົບຂອງພວກ­ເຂົາ; ມື້ນີ້ຈະເປັນມື້ທີ່ທຸກຄົນຈື່ຈຳຄືເມື່ອເຮົາ​ສະ­ແດງ​ສະ­ຫງ່າ­ຣາ­ສີ​ຂອງ​ເຮົາ — ນີ້ເປັນຄຳປະກາດຂອງພຣະຢາເວ ອົງພຣະຜູ້ເປັນເຈົ້າ."
\s5
\v 14 ແລ້ວພວກ­ເຂົາ​ທັງ­ຫລາຍ​ຈະ​ຕັ້ງ​ຄົນສຳຫລວດທົ່ວແຜ່ນດິນ, ເພື່ອຄົ້ນຫາຄົນເຫລົ່ານັ້ນທີ່ເດີນທາງ​ຜ່ານ­ໄປ​ມາ, ແຕ່ສ່ວນຄົນທີ່ຕາຍແລ້ວ ແລະ ຮ່າງຂອງພວກເຂົາຍັງເປັນສົບ​ຢູ່​​ເທິງ​ພື້ນ​ແຜ່ນ­ດິນນັ້ນ, ແລ້ວພວກເຂົາຈະຝັງສົບເຫລົ່ານັ້ນ, ເພື່ອ­ຈະ​ເຮັດ­ໃຫ້​ແຜ່ນ­ດິນ​ສະ­ອາດ. ພວກ­ເຂົາ​ຈະເລີ່ມຕົ້ນ​ອອກ​ສຳຫລວດຕັ້ງແຕ່ທ້າຍເດືອນທີ່ເຈັດ.
\v 15 ເມື່ອ​ຄົນ​ເຫລົ່າ­ນັ້ນ​ເດີນທາງຜ່ານ­ໄປ​ມາ​ໃນ​ແຜ່ນ­ດິນ, ຖ້າພວກເຂົາເຫັນ​ກະ­ດູກ​ຄົນ, ພວກ­ເຂົາ​ຈະ​ເອົາ​ເຄື່ອງ­ຫມາຍ​ປັກ​ໄວ້​ຂ້າງ​ກະ­ດູກ​ນັ້ນ, ຈົນ​ກວ່າ​ຄົນ​ຝັງ​ຈະ​ມາ ແລະ​ ຝັງ​ກະດູກນັ້ນ​ໄວ້​ໃນຮ່ອມ​ພູ­​ແຫ່ງຮາ­ໂມນໂກກ.
\v 16 ທີ່ນັ້ນຈະມີເມືອງ​ຫນຶ່ງ​ຊື່ ຮາ­ໂມ­ນາ. ພວກເຂົາຈະເຮັດໃຫ້​ແຜ່ນ­ດິນ​ສະ­ອາດດ້ວຍວິທີເຊັ່ນນີ້ແຫລະ.
\s5
\v 17 ບັດນີ້, ບຸດ​ແຫ່ງ​ມະ­ນຸດ​ເອີຍ, ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ກ່າວ​ດັ່ງ­ນີ້​ວ່າ: ຈົ່ງ​ເວົ້າ­ກັບ​ນົກ​ທີ່ມີປີກທຸກຊະນິດ ແລະ ​ເວົ້າ­ກັບ​​ສັດ­ປ່າ​ໃນທົ່ງທັງຫມົດວ່າ ‘ຈົ່ງ​ຊຸມ­ນຸມ ແລະ ​ມາ​ເຖີດ. ຈົ່ງເຕົ້າໂຮມ​ກັນ​ຈາກ​ທຸກ​ດ້ານເພື່ອຖວາຍ​ບູ­ຊາທີ່​ເຮົາ​ກຽມໄວ້​ເພື່ອ​ເຈົ້າທັງຫລາຍ, ເປັນການຖວາຍບູຊາຍິ່ງ​ໃຫຍ່​ເທິງ​ພູ­ເຂົາ​ທັງ­ຫລາຍ​ແຫ່ງ​ອິດສະຣາເອນ, ເພື່ອເຈົ້າ​ຈະ​ຮັບກິນ​ຊີ້ນ​ ແລະ ​ດື່ມ​ເລືອດ.
\v 18 ພວກເຈົ້າ​ຈະກິນ​ຊີ້ນ​ຂອງ​ພວກນັກຮົບ ແລະ​ ດື່ມ​ເລືອດ​ຂອງ​ເຈົ້າຊາຍແຫ່ງແຜ່ນດິນ; ພວກເຂົາປຽບເຫມືອນ​ແກະ​ຜູ້, ​ລູກ​ແກະ, ​ແບ້, ແລະ ​ງົວ­ເຖິກ, ພວກມັນທັງ​ຫມົດ​ນີ້​ເປັນ​ສັດ​ອ້ວນ​ພີ​ແຫ່ງ​ເມືອງ​ບາ­ຊານ.
\s5
\v 19 ແລ້ວ​ພວກເຈົ້າ​ຈະກິນ​ໄຂ­ມັນ​ຈົນ​ເຈົ້າ​ອີ່ມຫມໍາສຳລານ; ເຈົ້າຈະ​ດື່ມ​ເລືອດ​ຈົນ​ເຈົ້າ​ເມົາ; ນີ້ເປັນ​ການຖວາຍ​ບູ­ຊາທີ່​ເຮົາກຽມໄວ້ໃຫ້ເຈົ້າ​.
\v 20 ​ເຈົ້າ​ຈະ​ອີ່ມຫນໍາສຳລານ​ທີ່​ໂຕະ​ຂອງ​ເຮົາ​ດ້ວຍ​ຊີ້ນ​ມ້າ, ຊີ້ນຜູ້​ຂີ່ມ້າ, ທັງ​ຊີ້ນ​ຂອງ​ພວກນັກຮົບ, ແລະ ​ຂອງ​ທຸກຄົນທີ່ເຮັດສົງຄາມ — ນີ້ເປັນຄຳປະກາດຂອງພຣະຢາເວ ອົງພຣະຜູ້ເປັນເຈົ້າ.'
\s5
\v 21 ເຮົາ​ຈະສະແດງພຣະ​ສະ­ຫງ່າ­ຣາ­ສີ​ຂອງ​ເຮົາທ່າມກາງປະ­ຊາ­ຊາດ​ທັງ­ຫລາຍທັງຫລາຍ, ແລະ ປະຊາຊາດທັງຫມົດ​ຈະ​ເຫັນ​ການ​ພິ­ພາກ­ສາ​ລົງ­ໂທດ​ຂອງ​ເຮົາ ຊຶ່ງ​ເຮົາ​ໄດ້​ກະທຳ ແລະ ​ເຫັນ​ມື​ຂອງ​ເຮົາ​ຊຶ່ງ​ເຮົາ​ຕໍ່ສູ້​ພວກ­ເຂົາ​.
\v 22 ຕັ້ງ­ແຕ່​ມື້​ນັ້ນ​ເປັນ­ຕົ້ນ​ໄປ ເຊື້ອ­ສາຍ​ອິດສະຣາເອນ​ຈະ​ຮູ້­ວ່າ ເຮົາ​ແມ່ນ​ພຣະຢາເວ ພຣະ­ເຈົ້າ​ຂອງ​ພວກ­ເຂົາ.
\s5
\v 23 ບັນດາປະ­ຊາ­ຊາດ​ທັງ­ຫລາຍ​ຈະ​ຮູ້­ວ່າ ເຊື້ອ­ສາຍ​ອິດສະຣາເອນ​ໄດ້​ຖືກ​ກວາດ​ໄປ​ເປັນ​ຊະ­ເລີຍ ເພາະ​ຄວາມຜິດບາບ​ຂອງພວກ​ເຂົາ ໂດຍ​ພວກ­ເຂົາ​ໄດ້​ທໍລະຍົດ​ຕໍ່​ເຮົາ, ດັ່ງ­ນັ້ນ ເຮົາ​ຈຶ່ງ​ເຊື່ອງ​ຫນ້າ​ຂອງ​ເຮົາ​ຈາກ​ພວກ­ເຂົາ ແລະ​ ມອບ​ພວກ­ເຂົາ​ໄວ້​ໃນ​ມື​​ສັດ­ຕູຂອງພວກ­ເຂົາ ເພື່ອໃຫ້ພວກເຂົາ​​ລົ້ມ­ລົງ​ດ້ວຍ​ດາບ.
\v 24 ເຮົາ​ໄດ້​ເຮັດ​ກັບພວກເຂົາຕາມຄວາມ​ເປິ­ເປື້ອນຂອງພວກເຂົາ ແລະ ​ຄວາມຜິດບາບ​ຂອງ​ພວກ­ເຂົາ​, ເມື່ອເຮົາ​ເຊື່ອງ​ຫນ້າ​ຂອງ​ເຮົາ​ຈາກ​ພວກ­ເຂົາ.
\s5
\v 25 ເພາະ­ສະ­ນັ້ນ ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າຊົງ​ກ່າວ​ດັ່ງນີ້ວ່າ: ບັດ­ນີ້ ເຮົາ​ຈະ­ນຳການຄືນດີມາເຖິງ​ຢາ­ໂຄບ, ແລະ ເຮົາ​ຈະ​ມີ​ຄວາມ​ເມດຕາ​ຕໍ່​ເຊື້ອ­ສາຍ​ອິດສະຣາເອນ​ທັງ​ຫມົດ, ເມື່ອເຮົາເຮັດດ້ວຍໃຈທີ່ຮ້ອນຮົນເພື່ອນາມ​ບໍ­ຣິ­ສຸດ​ຂອງ​ເຮົາ.
\v 26 ເມື່ອນັ້ນ​ພວກ­ເຂົາຈະ​ທົນ​ຮັບ​ຄວາມ​ອັບ­ອາຍ​ຂາຍ­ຫນ້າ​ຂອງ­ພວກເຂົາ ແລະ ການທໍລະຍົດທັງສີ້ນ ຊຶ່ງພວກເຂົາໄດ້ທໍລະຍົດເຮົາ. ພວກເຂົາຈະລືມສິ່ງເຫລົ່ານີ້ທັງຫມົດ ເມື່ອພວກເຂົາໄດ້ຢຸດພັກໃນແຜ່ນດິນໃນແຜ່ນດິນຂອງເຂົາຢ່າງ​ປອດ­ໄພ, ໂດຍ​ບໍ່­ມີ​ຜູ້­ໃດ​ເຮັດ­ໃຫ້​ພວກ­ເຂົາ​ຢ້ານ​ກົວ.
\v 27 ເມື່ອ​ເຮົາ​ນຳພວກເຂົາກັບມາສູ່ສະພາບເດີມຈາກຊົນຊາດທັງຫລາຍ ແລະ ເຕົ້າໂຮມພວກເຂົາຈາກແຜ່ນດິນສັດຕູຂອງພວກເຂົາ, ເຮົາຈະສຳແດງ​ຄວາມ​ບໍ­ຣິ­ສຸດ​ຂອງ​ເຮົາຕໍ່ຫນ້າຕໍ່ຕາ​ປະ­ຊາ­ຊາດ​ທັງຫລາຍ.
\s5
\v 28 ແລ້ວ​ພວກ­ເຂົາ​ຈະ​ຮູ້­ວ່າ​ ເຮົາ​ແມ່ນ​ພຣະ­ຢາເວ​ພຣະ­ເຈົ້າ​ຂອງ​ພວກ­ເຂົາ, ເພາະ​ເຮົາ​ໄດ້​ສົ່ງ​ພວກ­ເຂົາ​​ໄປ​ເປັນ​ຊະ­ເລີຍ​ຢູ່​ທ່າມ­ກາງ​ບັນ­ດາ​ປະ­ຊາ­ຊາດທັງຫລາຍ, ແຕ່ເຮົາ​ກໍ​ຮວບ­ຮວມ​ພວກ­ເຂົາ​ກັບຄືນ​ມາ​ໃນ​ແຜ່ນ­ດິນ​ຂອງ​ພວກ­ເຂົາ. ເຮົາ​ຈະ​ບໍ່​ປ່ອຍ​ໃຫ້​​ຄົນ​ຫນຶ່ງຄົນໃດ​ໃນ​ພວກ­ເຂົາ​ເຫລືອ​ຢູ່​ທ່າມ­ກາງ​ບັນ­ດາ​ປະ­ຊາ­ຊາດເຫລົ່ານັ້ນ​ອີກ​ເລີຍ.
\v 29 ​ເຮົາ​ຈະ​ບໍ່​ເຊື່ອງ​ຫນ້າ​ຂອງ​ເຮົາ​ໄວ້​ຈາກ​ພວກ­ເຂົາ​ອີກເລີຍ ເມື່ອ​ເຮົາ​ຖອກເທພຣະ​ວິນ­ຍານ​ຂອງ​ເຮົາ​ເຫນືອ​ເຊື້ອ­ສາຍ​ອິດສະຣາເອນ — ນີ້ເປັນຄຳປະກາດຂອງພຣະຢາເວ ອົງພຣະຜູ້ເປັນເຈົ້າ."
\s5
\c 40
\cl ບົດທີ 40
\p
\v 1 ໃນປີ​ທີ​ຊາວ​ຫ້າ​ທີ່​ພວກເຮົາ​ໄດ້​ຖືກ​ກວາດ​ໄປ​ເປັນ​ຊະ­ເລີຍ​ນັ້ນ ໃນ​ຕົ້ນ​ປີ​ຂອງວັນ­ທີ​ສິບ​ຂອງ​ເດືອນ, ຊຶ່ງເປັນ​ປີ​ທີ​ສິບ​ສີ່ ​ຫລັງ​ຈາກ​ທີ່ເມືອງນັ້ນຖືກເຂົ້າຢຶດ — ໃນ​ມື້​ດຽວ​ນັ້ນ, ພຣະ­ຫັດ​ຂອງ​ພຣະຢາເວໄດ້​ມາ​ຢູ່​ເໜືອ​ຂ້າ­ນ້ອຍ ແລະ ພຣະອົງໄດ້ຊົງນຳຂ້ານ້ອຍ​ໄປທີ່ນັ້ນ.
\v 2 ໃນ​ນິ­ມິດທັງຫລາຍຈາກ​ພຣະ­ເຈົ້າ ພຣະ­ອົງ​ໄດ້​ນຳ​ຂ້າ­ນ້ອຍ​ມາ​ເຖິງ​ແຜ່ນ­ດິນ​ອິດສະຣາເອນ. ​ພຣະ­ອົງ​ໄດ້​ໃຫ້​ຂ້າ­ນ້ອຍພັກຜ່ອນຢູ່​ເທິງ​ພູ­ເຂົາ​ສູງ; ຊຶ່ງ​ມີເຮືອນຕ່າງໆຂອງເມືອງຕັ້ງໄປ​ທາງ​ທິດ­ໃຕ້​.
\s5
\v 3 ເມື່ອ​ພຣະ­ອົງ​ໄດ້ຊົງ​ນຳ​ຂ້າ­ນ້ອຍ​ໄປຍັງ​ບ່ອນ­ນັ້ນ. ເບິ່ງ​ແມ໋, ມີຊາຍ​ຄົນ​ຫນຶ່ງ​ມີ​ລັກ­ສະ­ນະ​ຄ້າຍ­ຄື​ທອງ­ເຫລືອງ. ມີ​ເຊືອກ​ປ່ານ​ເສັ້ນ​ຫນຶ່ງ ແລະ​ ໄມ້​ວັດ­ແທກ​ອັນ​ຫນຶ່ງ​ຢູ່­ໃນ​ມືເຂົາ, ແລະ ເຂົາ​ຢືນ­ຢູ່​ທີ່​​ປະ­ຕູເມືອງ.
\v 4 ຊາຍ​ຜູ້­ນັ້ນໄດ້​ກ່າວ​ແກ່​ຂ້າ­ນ້ອຍ​ວ່າ, “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ຈົ່ງ​ເບິ່ງ​ດ້ວຍ​ຕາ​ຂອງເຈົ້າ​ ແລະ ຈົ່ງ​ຟັງ​ດ້ວຍ​ຫູ​ທັງສອງຂອງ​ເຈົ້າເຖີດ, ແລະ ​ຈົ່ງ​ເອົາ­ໃຈ­ໃສ່ທຸກ​ສິ່ງທີ່​ເຮົາ​ຈະ​ສຳ­ແດງ​ໃຫ້​ແກ່​ເຈົ້າ, ເພາະ­ວ່າ​ທີ່​ເຮົານຳ​ເຈົ້າ​ມາ​ບ່ອນ­ນີ້​ກໍ​ເພື່ອ­ຈະ​ສຳ­ແດງສິ່ງເຫລົ່ານີ້ໃຫ້​ແກ່​ເຈົ້າ. ຈົ່ງລາຍງານທຸກສິ່ງທີ່ເຈົ້າ​ເຫັນ​ນັ້ນ ແກ່ເຊື້ອ­ສາຍ​ອິດສະຣາເອນ."
\s5
\v 5 ມີ​ກຳແພງ​ອ້ອມຮອບ​ຢູ່​ບໍ­ລິ­ເວນ​ດ້ານນອກ​ຂອງ​ພຣະ­ວິ­ຫານ. ໄມ້​ວັດ­ແທກ​ໃນ​ມື​ຂອງ​ຊາຍ​ຜູ້­ນັ້ນມີຄວາມຍາວ​ຫົກ​ສອກ, ແຕ່­ລະ​ສອກ​ຍາວ​ເທົ່າ​ກັບຫນຶ່ງ​ສອກ­ກັບຫນຶ່ງຝ່າມື. ລາວໄດ້​ວັດ­ແທກກຳແພງນັ້ນ; ມັນມີ​ລວງຍາວ​ເທົ່າກັບ​ຫນຶ່ງ​ໄມ້​ວັດ­ແທກ ແລະ​ລວງສູງ​ໄດ້​ຫນຶ່ງ​ໄມ້​ວັດ­ແທກ.
\v 6 ແລ້ວ​ຊາຍຄົນນັ້ນໄດ້ຫັນຫນ້າໄປທີ່ປະ­ຕູ​ເມືອງ​​ທາງ​ທິດ­ຕາ­ເວັນ­ອອກ. ເຂົາໄດ້ຂື້ນຕາມຂັ້ນໄດ ແລະ ໄດ້ວັດ­ແທກ​ທາງ​ເຂົ້າ​ປະ­ຕູ​ເລິກ — ເທົ່າກັບ​​ຫນຶ່ງ​ໄມ້​ວັດ­ແທກ.
\v 7 ສ່ວນຫ້ອງທັງຫລາຍຂອງ​ຍາມ ມີຄວາມ​ຍາວ​ຫນຶ່ງ​ໄມ້​ວັດ­ແທກ ແລະ​ ກວ້າງ​ຫນຶ່ງ​ໄມ້​ວັດ­ແທກ; ​ຝາທີ່ກັ້ນລະຫວ່າງສອງຫ້ອງຍາມ ມີຄວາມຍາວຫນາຫ້າສອກ, ແລະ ທາງ​ເຂົ້າ​ປະ­ຕູຂອງພຣະວິຫານທີ່ຢູ່ຖັດຈາກລະ­ບຽງ​ມີຄວາມເລິກເທົ່າ​ຫນຶ່ງ​ໄມ້​ວັດ­ແທກ.
\s5
\v 8 ເຂົາ​ກໍ​ວັດ­ແທກ​ລະ­ບຽງ​ຂອງປະ­ຕູ; ມັນມີຄວາມຍາວ​ຫນຶ່ງ​ໄມ້​ວັດ­ແທກ.
\v 9 ເຂົາ​ວັດ­ແທກ​ລະ­ບຽງ​ຂອງ​​ປະ­ຕູ ມີຄວາມເລິກຫນຶ່ງໄມ້ວັດແທກ. ບັນດາເສົາປະຕູມີຄວາມກວ້າງສອງສອກ. ປະຕູຂອງລະບຽງນີ້ປິ່ນຫນ້າໃສ່ພຣະວິຫານ​.
\v 10 ແຕ່­ລະ​ດ້ານ​ຂອງ​ປະ­ຕູ​ທາງ​ຕາ­ເວັນ​ອອກ​ມີ​ບັນດາຫ້ອງ​ຍາມ​ຢູ່​ສາມ​ຫ້ອງ, ແລະ ແຕ່ລະຫອ້ງມີຂະຫນາດດຽວກັນ, ແລະ ບັນດາຝາທີ່ແຍກແຕ່ລະຫ້ອງກໍມີຂະຫນາດດຽວກັນ.
\s5
\v 11 ແລ້ວ​ຊາຍຄົນນັ້ນ ກໍໄດ້​ວັດ­ແທກ​ຄວາມ​ກວ້າງຂອງ​​ທາງ​ຍ່າງເຂົ້າ​​ປະ­ຕູ — ໄດ້​ສິບ​ສອກ; ແລະ ເຂົາກໍໄດ້ວັດແທກ​ຄວາມ​ຍາວ​ຂອງ​​ປະ­ຕູທາງເຂົ້າ — ໄດ້​ສິບ​ສາມ​ສອກ.
\v 12 ເຂົາໄດ້ວັດແທກຝາ ຊຶ່ງເປັນເຂດກັ້ນດ້ານຫນ້າຂອງຫ້ອງຕ່າງໆ — ໄດ້ຄວາມສູງຫນຶ່ງສອກ. ແຕ່ລະດ້ານຂອງຫ້ອງທັງຫລາຍວັດແທກໄດ້ຫົກສອກ.
\v 13 ແລ້ວ​ເຂົາ​ກໍໄດ້​ວັດ­ແທກ​ທາງເຂົ້າ​ປະ­ຕູ​ຈາກ​ຫລັງ­ຄາ​ຂອງຝາຂອງ​ຍາມ​ຫ້ອງ​ຫນຶ່ງ​ຖັດໄປອີກຫ້ອງຫນຶ່ງໄດ້​ ​—ຊາວ​ຫ້າ​ສອກ, ຈາກ​ປະຕູທຳອິດຂອງຫ້ອງ ທີ່ຫນຶ່ງເຖິງຫ້ອງທີສອງ.
\s5
\v 14 ແລ້ວເຂົາກໍໄດ້ວັດແທກຝາລະຫວ່າງຫອ້ງຍາມຕ່າງໆ — ໄດ້ຄວາມຍາວຫົກ­ສິບ​ສອກ; ເຂົາໄດ້ວັດແທກໄກໄປເຖິງປະຕູລະບຽງດ້ວຍ.
\v 15 ທາງເຂົ້າຈາກດ້ານຫນ້າຂອງ​ປະ­ຕູເຖິງສຸດປະຕູລະບຽງອີກດ້ານຫນຶ່ງໄດ້ຫ້າສິບສອກ.
\v 16 ບັນດາປ່ອງຢ້ຽມຕ່າງໆທີ່ປິດຕໍ່ຫນ້າຫ້ອງຍາມ ແລະ ຕໍ່ຫນ້າບັນດາເສົາຂອງມັນ ຊຶ່ງຢູ່ພາຍໃນປະຕູອ້ອມຮອບ; ແລະ ເຊັ່ນດຽວກັບບໍລິເວນປະຕູຫນ້າ. ມີປະຕູປ່ອງຢ້ຽມຢູ່ຮອບດ້ານໃນ. ແລະ ແຕ່ລະຫ້ອງມີການຕົບແຕ່ງດ້ວຍບັນດາຕົ້ນຟາມ.
\s5
\v 17 ແລ້ວ​ຊາຍຄົນນັ້ນກໍນຳ​ຂ້ານ້ອຍ​ອອກໄປທີ່​ເດີ່ນ​ຊັ້ນ​ນອກຂອງພຣະວິຍານ. ​ເບິ່ງ​ແມ໋, ມີ​ຫ້ອງຕ່າງໆ, ແລະ ມີທາງເດີນໃນຮອບເດີ່ນ, ມີ​ຫ້ອງ​ສາມ­ສິບ​ຫ້ອງ​​ຖັດຈາກທາງຍ່າງ.
\v 18 ​ມີທາງຍ່າງຂື້ນໄປຮອດ​ປະ­ຕູທາງຂ້າງ, ແລະ ຄວາມກວ້າງຂອງມັນເທົ່າກັບຄວາມ​ຍາວ​ຂອງ​ປະ­ຕູທັງຫລາຍ. ນີ້​ເປັນ​ທາງຍ່າງຊັ້ນ​ລຸ່ມ.
\v 19 ແລ້ວ​ຊາຍຄົນນັ້ນ​ກໍ​ວັດ­ແທກ​ໄລຍະທາງຈາກທາງດ້ານຫນ້າຂອງ​ປະ­ຕູຊັ້ນລຸ່ມ ​ໄປ​ຍັງສູ່ດ້ານ​ຫນ້າ​ຂອງປະຕູຊັ້ນໃນ; ວັດແທກໄດ້ຫນຶ່ງຮ້ອຍສອກ​ທາງ​ທິດຕາ­ເວັນ​ອອກ, ແລະ ເຊັ່ນດຽວກັນກັບ​ຈາກທາງທິິດ​ເຫນືອ.
\s5
\v 20 ແລ້ວເຂົາ​ກໍໄດ້​ວັດ­ແທກ​ຄວາມ​ຍາວ ແລະ​ ຄວາມ​ກວ້າງ​ຂອງ​ປະຕູທີ່ຢູ່​ທາງ​ທິດເຫນືອຂອງເດີນຊັ້ນນອກ.
\v 21 ມີຫ້ອງ​ຍາມ​ທີ່ຢູ່ສາມຫ້ອງຂອງແຕ່ລະປະຕູ, ແລະ ປະຕູ ແລະ ​ລະ­ບຽງ​ມີ​ຂະ­ຫນາດດຽວກັນ​ປະ­ຕູຫລັກ — ທັງຫມົດຍາວ​ຫ້າ​ສິບ​ສອກ ແລະ ກວ້າງ​ຊາວ​ຫ້າ​ສອກ.
\s5
\v 22 ບັນດາປ້ອງ­ຢ້ຽມ, ລະ­ບຽງ, ຫ້ອງຍາມຕ່າງໆ, ແລະ ຕົ້ນປາມລຽນຕິດຕໍ່​ກັນໄປຍັງ​ປະ­ຕູທີ່ປິ່ນຫນ້າໃສ່ທິດຕາມເວັນອອກ. ​​ມີ​ຂັ້ນ­ໄດ​ເຈັດ​ຂັ້ນ​ນຳ​ຂຶ້ນ​ໄປເຖິງລະ­ບຽງ​.
\v 23 ມີປະຕູທີ່ໄປຍັງເດີ່ນຊັ້ນໃນ ຢູ່ເບື້ອງກົງ­ກັນ­ຂ້າມ​ກັບ​ປະ­ຕູ ​ຊຶ່ງ​ຢູ່​ປິ່ນຫນ້າໄປທາງ​ທິດເຫນືອ​, ເຊັ່ນ​ດຽວ​ກັນ­ກັບ​ປະ­ຕູ​ທີ່­ຢູ່​ທາງ​ຕາ­ເວັນ​ອອກດ້ວຍ; ຊາຍຄົນນັ້ນ​ກໍໄດ້​ວັດ­ແທກ​ໄລຍະຫ່າງຈາກປະຕູຫນຶ່ງໄປຍັງອີກປະຕູຫນຶ່ງ — ​ໄດ້ໄລຍະຫ່າງ​ຫນຶ່ງ​ຮ້ອຍ​ສອກ.
\s5
\v 24 ຈາກນັ້ນ ຊາຍຄົນນັ້ນ ໄດ້​ນຳ​ຂ້າ­ນ້ອຍ ​ໄປ​ຍັງປະຕູທາງເຂົ້າທາງ​ທິດ­ໃຕ້, ແລະ ກຳແພງ ແລະ ລະບຽງກໍວັດແທກໄດ້ ເທົ່າກັບບັນດາປະຕູດ້ານນອກອຶ່ນໆ.
\v 25 ມີ​ບັນດາປ່ອງ­ຢ້ຽມ​ທີ່​ປິດທີ່​ປະ­ຕູ ແລະ ທີ່​ລະ­ບຽງ​​ເຫມືອນ​ປະຕູນັ້ນ. ປະຕູທາງທິດໃຕ້ ແລະລະບຽງວັດແທກຄວາມຍາວໄດ້​ຫ້າ​ສິບ​ສອກ ແລະ​ ຄວາມກວ້າງ​ໄດ້ຊາວ​ຫ້າ​ສອກ.
\s5
\v 26 ມີ​ຂັ້ນ­ໄດ​ເຈັດ​ຂັ້ນ​ນຳ​ຂຶ້ນ​ໄປເຖິງປະຕູ ແລະ​ ລະ­ບຽງ​ນັ້ນ, ແລະ ມີບັນດາ​ຕົ້ນ​ປາມແກະສະລັກຢູ່ທີ່ບັນດາກຳແພງດ້ານລະຕົ້ນ​.
\v 27 ມີ​ປະ­ຕູ​ຫນຶ່ງ​ຢູ່​ທາງ​ທິດ­ໃຕ້​ຂອງ​ເດີ່ນ​ຊັ້ນ​ໃນ, ແລະ ​ຊາຍຄົນນັ້ນ​ກໍ​ວັດ­ແທກໄ​ລຍະຫ່າງຈາກ​ປະ­ຕູ​ນັ້ນໄປຍັງອີກ​ປະ­ຕູທາງເຂົ້າຂອງທິດໃຕ້ — ໄລຍະຫ່າງ​ຫນຶ່ງ​ຮ້ອຍ​ສອກ.
\s5
\v 28 ແລ້ວຊາຍຄົນນັ້ນໄດ້​ນຳ​ຂ້ານ້ອຍ​ມາ­ຍັງ​ເດີ່ນ​ຊັ້ນ​ໂດຍທາງ​ປະ­ຕູ​ທິດ­ໃຕ້, ຊຶ່ງເຂົາກໍໄດ້ວັດແທກເຫມືອນບັນດາປະຕູອຶ່ນໆ.
\v 29 ຫ້ອງ​ຍາມ, ຝາຫ້ອງ ແລະ ​ລະ­ບຽງໄດ້ວັດແທກເຫມືອນ​ປະ­ຕູອຶ່ນໆ; ຄືມີປະຕູປ່ອງຢ້ຽມຮອບລະບຽງ. ປະຕູດ້ານໃນ ແລະ ລະບຽງວັດຄວາມຍາວໄດ້​ຫ້າ​ສິບ​ສອກ ແລະ ຄວາມ​ກວ້າງໄດ້​ຊາວ​ຫ້າ​ສອກ.
\v 30 ຍັງມີ​ລະ­ບຽງ​ຢູ່​ອ້ອມຮອບຝາຊັ້ນໃນ; ທັງຫມົດນີ້ ​ຍາວ​ຊາວ​ຫ້າ​ສອກ ແລະ ກວ້າງ​ຫ້າ​ສອກ.
\v 31 ລະ­ບຽງ​ນີ້ປິ່ນ​ຫນ້າ​ໃສ່​ເດີ່ນ​ຊັ້ນ​ນອກ ກັບ​ບັນດາຕົ້ນ​ປາມແກະສະລັກຢູ່ຝາທັງຫລາຍ ແລະ ມີ​ຂັ້ນ­ໄດ​​ແປດ​ຂັ້ນຍ່າງຂຶ້ນ.
\s5
\v 32 ແລ້ວ​ຊາຍຄົນນີ້​ກໍ​ພາ​ຂ້າ­ນ້ອຍມາ​ທີ່​ເດີ່ນ​ຊັ້ນ​ໃນ​ທາງທິດ​ຕາ­ເວັນ​ອອກ ແລະ ​ວັດ­ແທກ​​ປະ­ຕູ​, ຊຶ່ງ­ໄດ້ຂະຫນາດ​ດຽວ​ກັນ­ກັບ​ປະ­ຕູ​ອື່ນໆ.
\v 33 ຫ້ອງ​ຍາມ, ຝາຕ່າງໆ ແລະ​ ລະ­ບຽງວັດແທກໄດ້​ຂະ­ຫນາດ​ດຽວ​ກັນ­ກັບປະຕູ​ອື່ນໆ, ແລະ ມີ​ປ່ອງ­ຢ້ຽມອ້ອມຮອບ.​ປະ­ຕູດ້ານໃນ ​ແລະ ​ບ່ອນ​ລະ­ບຽງວັດແທກຄວາມຍາວໄດ້​ຫ້າ​ສິບ​ສອກ ແລະ​ ຄວາມກວ້າງໄດ້​ຊາວ​ຫ້າ​ສອກ.
\v 34 ລະ­ບຽງປິ່ນໃສ່​ປະຕູຊັ້ນນອກ; ຊຶ່ງມີ​ຕົ້ນປາມທັງຫລາຍ​ຢູ່​ທີ່​ເສົາ​ດ້ານລະຕົ້ນ ແລະ ​ຂັ້ນ­ໄດຂື້ນໄປ​ແປດ​ຂັ້ນ.
\s5
\v 35 ແລ້ວ​ເຂົາ​ກໍ​ນຳ​ຂ້າ­ນ້ອຍ​ມາ­ຍັງ​ປະ­ຕູທາງທິດ​ເຫນືອ ແລະ ​ວັດ­ແທກ​ປະ­ຕູ​ນັ້ນ; ​ຊຶ່ງມີ​ຂະ­ຫນາດ​ດຽວ​ກັນ­ກັບ​ປະ­ຕູ​ອື່ນໆ.
\v 36 ບັນດາຫ້ອງ​ຍາມ, ຝາ ແລະ​ ລະ­ບຽງ​ຂອງ​​ປະ­ຕູ​ນີ້ ວັດແທກໄດ້​ຂະ­ຫນາດ​ດຽວ​ກັນ­ກັບ​ບັນດາປະຕູ​ອື່ນໆ, ມີ​ປ່ອງ­ຢ້ຽມ​ໂດຍ​ຮອບ. ປະຕູທາງເຂົ້າ ແລະ ລະບຽງວັດແທກຄວາມຍາວໄດ້​ຫ້າ​ສິບ​ສອກ ແລະ ຄວາມ​ກວ້າງໄດ້​ຊາວ​ຫ້າ​ສອກ.
\v 37 ລະ­ບຽງ​ຂອງ​ປະຕູນີ້ປິ່ນ​ຫນ້າໃສ່ເດີ່ນ​ຊັ້ນ​ນອກ; ແລະ ​ມີ​ຕົ້ນ​ປາມ​ຢູ່​ທີ່​ເສົາ​ດ້ານລະ​ຕົ້ນ ແລະ ມີຂັ້ນ­ໄດ​ຂື້ນໄປ​ແປດ​ຂັ້ນ.
\s5
\v 38 ມີ​ຫ້ອງ​ຫນຶ່ງ ຊຶ່ງ​ມີ​ປະຕູຫນຶ່ງສຳລັບແຕ່ລະທາງເຂົ້າຊັ້ນໃນ. ນີ້ຄື​ບ່ອນທີ່ພວກເຂົາທັງຫລາຍ​ລ້າງ​ເຄື່ອງ​ເຜົາ​ບູ­ຊາ.
\v 39 ມີໂຕະດ້ານລະສອງຫນ່ວຍທີ່ລະບຽງຂອງປະຕູ, ໃຊ້ສຳລັບຂ້າເຄື່ອງຖວາຍບູຊາ, ແລະ ຍັງໃຊ້ສຳລັບເຄື່ອງບູຊາໄຖ່ບາບ ແລະ ​ເຄື່ອງ­ບູ­ຊາ​ໄຖ່​ຄວາມຜິດບາບດ້ວຍ.
\s5
\v 40 ທາງ​ເດີ່ນຊັ້ນນອກຂອງລະບຽງ, ໄປທາງເຂົ້າ​ປະ­ຕູທາງທິດ​ເຫນືອ, ​ມີ​ໂຕະ​ສອງ​ຫນ່ວຍ. ອີກ​ດ້ານຫນຶ່ງ​ຂອງຂອງລະບຽງປະຕູນັ້ນ​ມີ​ໂຕະ​ສອງ​ຫນ່ວຍທີ່ລະບຽງຂອງປະຕູ.
\v 41 ມີ​ໂຕະ​ສີ່​ຫນ່ວຍຢູ່ແຕ່ລະຂ້າງຂອງປະຕູ; ຊຶ່ງ​ພວກ­ເຂົາ​ໃຊ້​ເປັນ​ບ່ອນ​ຂ້າ​ສັດ ເທິງໂຕະທັງແປດຫນ່ວຍນີ້​.
\s5
\v 42 ມີ​ໂຕະ​ສີ່​ຫນ່ວຍ​ເຮັດ​ດ້ວຍ​ຫີນ​ສະ­ກັດ​ສຳ­ລັບ​ເຄື່ອງ​ເຜົາ​ບູ­ຊາ, ຍາວຫນຶ່ງສອກເຄິ່ງ ແລະ ຫນ້າກວ້າງ​ຫນຶ່ງ​ສອກເຄິ່ງ, ແລະ ​ສູງ​ຫນຶ່ງ​ສອກ. ໂຕະເຫລົ່ານີ້ໃຊ້ສຳ­ລັບ​ວາງ​ເຄື່ອງ­ມື ຊຶ່ງໃຊ້​ຂ້າ​ເຄື່ອງເຜົາບູຊາ ເພື່ອພິທີ​ສັດ​ບູ­ຊາ.
\v 43 ມີ​ຂໍ­ເກາະສອງງ່າມ ​ຍາວ​ຫນຶ່ງຝ່າມື ​ຕິດເຫນັ້ນຕາມລະບຽງໂດຍຮອບ, ແລະ ຊີ້ນຂອງເຄື່ອງບູຊາ ກໍວາງເທິງໂຕະເຫລົ່ານັ້ນ.
\s5
\v 44 ໃກ້ປະຕູຊັ້ນ​ໃນ, ໃນເດີ່ນ​ຊັ້ນ​ໃນ​, ມີ​ຫ້ອງ​ສຳ­ລັບ​ພວກ​ນັກ­ຮ້ອງຫ້ອງຫນຶ່ງ. ຫນຶ່ງໃນຫ້ອງເຫລົ່ານີ້ ຢູ່ທາງທິດ​ເຫນືອ, ແລະ ອີກຫ້ອງຫນຶ່ງຢູ່ທາງ​ທິດ­ໃຕ້.
\v 45 ແລ້ວ​ຊາຍຄົນນັ້ນໄດ້ບອກ​ຂ້າ­ນ້ອຍ​ວ່າ, “ຫ້ອງ​ນີ້​ປິ່ນ​​ຫນ້າ​ໄປ​ທາງ​ທິດ­ໃຕ້ ​ແມ່ນຫ້ອງ​ສຳ­ລັບ​ປະ­ໂຣ­ຫິດ​ ຜູ້​ເບິ່ງ­ແຍງ​ພຣະ­ວິ­ຫານ.
\s5
\v 46 ຫ້ອງ​ທີ່ປິ່ນ​ຫນ້າ​ໄປ​ທາງທິດ​ເຫນືອ​ ແມ່ນ​ສຳ­ລັບບັນດາ​ປະ­ໂຣ­ຫິດ​ຜູ້​ເບິ່ງ­ແຍງ​ແທ່ນ​ບູ­ຊາ. ຄົນເຫລົ່ານີ້ເປັນບັນດາ​ລູກ­ຊາຍ​ຂອງ​ຊາ­ດົກ ທີ່ເຂົ້າໃກ້ພຣະຢາເວ ​ເພື່ອ­ບົວ­ລະ­ບັດ​ພຣະ­ອົງ; ພວກເຂົາເປັນລູກຊາຍໃນ​ບັນ­ດາເຊື້ອສາຍ​ຂອງ​ເລ­ວີ.
\v 47 ແລະ​ເຂົາ​ກໍ​ວັດ­ແທກ​ເດີ່ນ​ໄດ້​ຄວາມຍາວຫນຶ່ງ​ຮ້ອຍ​ສອກ ແລະ ຄວາມກວ້າງ​ຫນຶ່ງ​ຮ້ອຍ​ສອກ ຊຶ່ງ​ເປັນ​ສີ່​ຫລ່ຽມ​ຈັດ​ຕຸ​ລັດ, ພ້ອມທັງ​ແທ່ນ​ບູ­ຊາ​ຢູ່​ຕໍ່­ຫນ້າ​ພຣະ­ວິ­ຫານ.
\s5
\v 48 ແລ້ວເຂົາ​ນຳ​ຂ້າ­ນ້ອຍ​ມາ​ທີ່​ລະ­ບຽງ​ຂອງ​ພຣະ­ວິ­ຫານ ແລະ ໄດ້​ວັດ­ແທກບັນດາ​ເສົາ​ຂອງ​ປະຕູທັງຫລາຍ — ຊຶ່ງມີຄວາມຫນາ​ຫ້າ​ສອກໃນແຕ່ລະດ້ານ. ​ປະ­ຕູທາງເຂົ້າ​ກວ້າງ​ສິບສີ່ສອກ, ແລະ ສ່ວນບັນດາຝາແຕ່ລະດ້ານຂອງມັນກວ້າງສາມສອກ
\v 49 ຄວາມຍາວຂອງລະ­ບຽງ​ນັ້ນ​ຊາວ​ສອກ, ແລະ ​ຄວາມເລິກຂອງມັນສິບ­ເອັດ​ສອກ. ມີບັນດາຂັ້ນໄດຂື້ນໄປສູ່ລະບຽງນີ້ ແລະ ​ມີ​ເສົາ​ຕ່າງໆ ຕັ້ງຢູ່ຂ້າງປະຕູແຕ່ລະດ້ານ.
\s5
\c 41
\cl ບົດທີ 41
\p
\v 1 ຫລັງ​ຈາກ​ນັ້ນ ຜູ້ຊາຍຄົນນັ້ນ​ກໍ​ນຳ​ຂ້າ­ນ້ອຍ​ມາ​ເຖິງ​ພຣະ­ວິ­ຫານອັນບໍຣິສຸດ ແລະ ​ໄດ້​ວັດ­ແທກ​ເສົາ — ກວ້າງ​ດ້ານ​ລະ​ຫົກ​ສອກ.
\v 2 ຄວາມ​ກວ້າງ​ຂອງ​ທາງ​ເຂົ້າ​ປະຕູນັ້ນ​ສິບ​ສອກ, ແລະຝາ​ຂ້າງ​ທາງ​ເຂົ້າ​ແຕ່ລະດ້ານ​ລະ​ຍາວຫ້າ​ສອກ. ຊາຍຄົນນັ້ນໄດ້​ວັດ­ແທກ​ຂະຫນາດຕ່່າງໆຂອງສະຖານທີ່ບໍຣິສຸດໄດ້ຄວາມ​ຍາວ​ສີ່​ສິບ​ສອກ ແລະ ກວ້າງ​ຊາວ​ສອກ.
\s5
\v 3 ແລ້ວ​ຊາຍຄົນນັ້ນກໍໄດ້​ເຂົ້າ­ໄປ​​ໃນສະຖານທີ່ບໍຣິສຸດ ແລະ ໄດ້ວັດ­ແທກ​ເສົາ​ຂອງ​ທາງ​ເຂົ້າ — ​ໄດ້​ສອງ​ສອກ, ແລະ ຄວາມກວ້າງຂອງທາງ​ເຂົ້າ​ນັ້ນໄດ້​ຫົກ​ສອກ. ຝາຂ້າງທາງເຂົ້າແຕ່ລະດ້ານກວ້າງ​ເຈັດ​ສອກ.
\v 4 ແລ້ວເຂົາໄດ້ວັດ­ແທກ​ຄວາມ​ຍາວ​ຂອງ​ຫ້ອງ​ — ໄດ້​ຊາວ​ສອກ. ຄວາມກວ້າງຂອງມັນແມ່ນ — ​ຊາວ​ສອກ ໄປຍັງດ້ານຫນ້າຂອງຫ້ອງໂຖງໃນ​ພຣະ­ວິ­ຫານ. ແລ້ວ​ເຂົາໄດ້​ບອກ​ຂ້າ­ນ້ອຍ​ວ່າ, “ນີ້ ເປັນສະຖານທີ່​ບໍ­ຣິ­ສຸດ​ທີ່­ສຸດ”
\s5
\v 5 ແລ້ວຊາຍຄົນນັ້ນກໍໄດ້​ວັດ­ແທກ​ຝາ​ພຣະ­ວິ­ຫານ — ໄດ້ຄວາມ​ຫນາ​ຫົກ​ສອກ. ຄວາມກວ້າງຂອງແຕ່ລະດ້ານຂອງຫ້ອງຊຶ່ງຢູ່ຮອບ​ພຣະ­ວິ­ຫານ​ທຸກ​ດ້ານໄດ້​ສີ່​ສອກ.
\v 6 ມີຫ້ອງດ້ານ​ຂ້າງທັງ​ສາມ​ຊັ້ນ​, ຫ້ອງຫນຶ່ງຢູ່ຂ້າງເທິງອີກຫ້ອງຫນຶ່ງຂອງແຕ່ລະຊັ້ນ, ມີ​ຊັ້ນ​ລະ​ສາມ­ສິບ​ຫ້ອງ. ມີພະນັກ​ຢູ່​ຮອບ​ຝາ​ພຣະ­ວິ­ຫານ, ເພື່ອຄໍ້າຫ້ອງລະບຽງ, ເພື່ອ​ບໍ່ມີສິ່ງຄໍ້າ​ຝາ​ຂອງ​ຝາ​ພຣະ­ວິ­ຫານ.
\v 7 ດັ່ງນັ້ນ ຫ້ອງ​ລະ­ບຽງ​ນັ້ນ​ຍິ່ງ​​ກວ້າງ​ອອກ ແລະ ສູງ​ຂຶ້ນ​ໄປ, ເພື່ອພຣະວິຫານຈະສູູງຂຶ້ນ ແລະ ສູງຂຶ້ນໄປໂດຍຮອບ; ຫ້ອງທັງຫລາຍກວ້າງອອກໃນຂະນະທີ່ພຣະວິຫານນັ້ນສູງຂື້ນ, ແລະ ຂັ້ນໃດນັ້ນກໍສູງຂື້ນໄປເລື້ອຍໆ ຈົນຮອດບ່ອນສູງສຸດ, ໂດຍຜ່ານຊັ້ນກາງຂຶ້ນໄປ.
\s5
\v 8 ແລ້ວຂ້ານ້ອຍ​ໄດ້​ເຫັນ​ ພຣະ­ວິ­ຫານ​ນັ້ນຖືກ​ຍົກຂຶ້ນ​, ຮາກຖານ​ຂອງ​ຫ້ອງ​ລະ­ບຽງ​; ວັດ­ແທກ​ໄດ້​ຫນຶ່ງ​ໄມ້​ວັດ­ແທກ​ເຕັມ — ສູງ​ຫົກ​ສອກ.
\v 9 ຄວາມກວ້າງຂອງຝາ​ດ້ານນອກຂອງແຕ່ລະດ້ານໄດ້​ຫ້າ​ສອກ. ມີສ່ວນ​ພື້ນທີ່​ວ່າງ​ໄປຍັງຂ້າງນອກຂອງຫ້ອງເຫລົ່ານີ້ ເພື່ອໄປຍັງຫ້ອງຕ່າງໆໃນພຣະວິຫານ.
\s5
\v 10 ອີກດ້ານຫນຶ່ງຂອງສ່ວນທີ່ເປີດໂລ່ງຈະເປັນບັນດາຫ້ອງດ້ານນອກສຳລັບບັນດາ​ປະ­ໂລ­ຫິດ; ພື້ນທີ່­ຫວ່າງ​ນີ້ມີ​ຄວາມ​ກວ້າງ​ຊາວ​ສອກ ​ໂດຍ​ຮອບພຣະວິຫານ.
\v 11 ມີປະຕູທາງເຂົ້າໄປຍັງຫ້ອງລະບຽງ ຈາກທີ່ເປີດໂລ່ງອີກຫ້ອງຫນຶ່ງ — ທາງເຂົ້າປະຕູທາງດ້ານເຫນືຶ, ແລະ ອີກດ້ານຫນຶ່ງຢູ່ທງາທິດໃຕ້. ຄວາມ​ກວ້າງ​ຂອງ​ບໍລິເວນທີ່ເປີດໂລ່ງນີ້ ໄດ້ຫ້າ​ສອກ​ໂດຍ​ຮອບ.
\s5
\v 12 ຕຶກ​ທີ່​ປິ່ນ​ຫນ້າໄປຫາ​ເດີ່ນ​ຂອງ​ພຣະ­ວິ­ຫານ​ທາງ​ທິດ­ຕາ­ເວັນ­ຕົກ​ນັ້ນ​ກວ້າງ​ເຈັດ​ສິບ​ສອກ. ​ຝາ​ຂອງ​ຕຶກ​ຫນາ​ຫ້າ​ສອກ​ໂດຍ​ຮອບ, ແລະ ​ຍາວ​ເກົ້າ­ສິບ​ສອກ.
\v 13 ແລ້ວ​ຊາຍຄົນນັ້ນ​ກໍ​ວັດ­ແທກສະຖານທີ່ນະມັດສະການ​ — ຄວາມຍາວໄດ້​ຫນຶ່ງ​ຮ້ອຍ​ສອກ. ສ່ວນຕຶກທີ່ແຍກອອກໄປ, ຝາ, ແລະ ເດີ່ນຂອງມັນວັດແທກໄດ້ຍາວຫນຶ່ງ​ຮ້ອຍ​ສອກ.
\v 14 ຄວາມ​ກວ້າງ​ຂອງ​ເດີ່ນທາງຫນ້າສະຖານທີ່ນະມັດສະການ ໄດ້​ຫນຶ່ງ​ຮ້ອຍ​ສອກ.
\s5
\v 15 ແລ້ວຊາຍຄົນນັ້ນ ​ກໍໄດ້​ວັດ­ແທກ​ຄວາມ​ຍາວ​ຂອງ​ຕຶກດ້ານຂ້າງສະຖານທີ່ນະມັດສະການ, ໄປທາງທິດຕາເວັນຕົກ, ແລະ ພ້ອມທັງສະແດງງານສິນລະປະຕ່າງໆ — ອີກດ້ານຫນຶ່ງຍາວ​ຫນຶ່ງ​ຮ້ອຍ​ສອກ. ສະຖານນະມັດສະການ ແລະ ລະບຽງ,
\v 16 ທັງ​ຝາດ້ານໃນ ແລະ ປ່ອງ­ຢ້ຽມ, ລວມທັງປະຕູນ້ອຍ, ແລະ​ ຫ້ອງການວາງສະແດງສິນລະປະຕ່າງໆໂດຍຮອບ​ທັງ​ສາມ​ຊັ້ນ, ​ຊຶ່ງເປັນບານ​ປ່ອງຢ້ຽມໄມ້​ຕິດ​ຢູ່​ໂດຍ​ຮອບ​.
\v 17 ຢູ່ເຫນືຶອທາງເຂົ້າໄປປະຕູດ້ານໃນຂອງຫ້ອງນະມັດສະການ ແລະ ຫ້ອງໂຖງຕາມຝາຕ່າງໆ ກໍມີຮູບແບບທີ່ໄດ້ວັດໄວ້ແລ້ວ.
\s5
\v 18 ມັນຖືກປະດັບດ້ວຍຮູບ​ເຄ­ຣຸບ ແລະ ​ຮູບ​ຕົ້ນປາມ; ໂດຍມີຮູບ​ຕົ້ນປາມ​ຢູ່​ລະ­ຫວ່າງ​ເຄ­ຣຸບແຕ່ລະອັນ, ແລະ ເຄ­ຣຸບ​ທຸກ​ຕົນ​ມີ​ສອງ​ຫນ້າ:
\v 19 ຫນ້າ​ຂອງ​ຜູ້­ຊາຍໄດ້ຫລຽວໄປເບິ່ງ​ຕົ້ນປາມ​ທີ່­ຢູ່​ຂ້າງ​ຫນຶ່ງ, ແລະ ​ຫນ້າ​ຂອງ­ໂຕ​ສິງ​ຫນຸ່ມກໍແນມໄປຍັງ​ຕົ້ນປາມ​ທີ່­ຢູ່​ອີກ​ຂ້າງ​ຫນຶ່ງ. ພວກມັນຖືກແກະສະຫລັກໄວ້ທົ່ວ​ພຣະ­ວິ­ຫານ​ໂດຍຮອບ.
\v 20 ຈາກ​ພື້ນ​ເຖິງ​ທີ່ເຫນືອປະ­ຕູ, ມີ​ຮູບ​ເຄ­ຣຸບສອງຕົວ, ແລະ ​ຮູບ​ຕົ້ນ​ປາມ​ແກະ­ສະ­ຫລັກ​ຢູ່​ທີ່​ຝາ​ພຣະ­ວິ­ຫານດ້ານນນອກ.
\s5
\v 21 ສ່ວນ​ເສົາ​ປະ­ຕູ​ຂອງ​ສະຖານນະມັດສະການບໍຣິສຸດເປັນສີ່​ຫລ່ຽມຈັດຕຸລັດ. ຮູບ­ຮ່າງ​ຂອງເສົາ­ນັ້ນ​ກໍ​ເຫມືອນ​ກັບ​ຮູບ­ຮ່າງ​ຂອງ​ອີກ​ດ້ານ​ຫນຶ່ງ.
\v 22 ດ້ານຫນ້າຂອງສະຖານບໍຣິສຸດຂອງແທ່ນ​ບູ­ຊາ​, ນັ້ນແຕ່ລະດ້ານເຮັດດ້ວຍ​ໄມ້​ສູງ​ສາມ​ສອກ ແລະ ​ຍາວ​ສອງ​ສອກ. ທັງເສົາ​ແຈ, ຖານ ແລະ ໂຄງເຮັດດ້ວຍໄມ້. ແລ້ວຊາຍຄົນນັ້ນໄດ້ບອກ​ຂ້າ­ນ້ອຍວ່າ, “ນີ້​ແມ່ນ​ໂຕະ​ຊຶ່ງ​ຢູ່​ຕໍ່​ພຣະ­ພັກ​ຂອງ​ພຣະຢາເວ.­”
\v 23 ມີປະຕູຄູ່ສຳລັບສະຖານນະມັດສະການບໍຣິສຸດທີ່ສຸດ​ ແລະ ບ່ອນທີ່ບໍຣິສຸດທີ່ສຸດ.
\v 24 ປະ­ຕູ​ເຫລົ່າ­ນັ້ນ​ມີ​ສອງ​ບານ, ຄື​ບານ­ພັບ​ສອງ​ບານ, ປະ­ຕູ​ຫນຶ່ງ​ມີ​ສອງ​ບານ ແລະ ​ອີກ​ປະ­ຕູ​ຫນຶ່ງມີສອງບານ.
\s5
\v 25 ມີການແກະສະຫລັກ — ເທິງ​ປະ­ຕູ​ນັ້ນຄືປະຕູຂອງສະຖານບໍຣິສຸດ — ເປັນຮູບ​ເຄ­ຣຸບ ແລະ ​ບັນດາຕົ້ນ​ປາມ​ ເພື່ອເປັນການປະດັບເທິງ​ຝາ, ແລະ ມີຫລັງຄາທີ່ເຮັດດ້ວຍໄມ້ເຫນືອລະບຽງທາງ​ຫນ້າ.
\v 26 ມີ​ປ່ອງ­ຢ້ຽມແຄບໆ ແລະ ​ມີ​ຕົ້ນ​ປາມ​ຢູ່ແຕ່ລະດ້ານຂອງລະບຽງ. ມີເປັນຫ້ອງຂ້າງຂອງພຣະວິຫານ, ແລະ ກໍມີບັນດາຫລັງຄາກັນສາດດ້ວຍ.
\s5
\c 42
\cl ບົດທີ 42
\p
\v 1 ແລ້ວ​ຊາຍຄົນນັ້ນ​ໄດ້​ພາ​ຂ້າ­ນ້ອຍ​ມາ​ເຖິງ​ເດີ່ນ​ຊັ້ນ​ນອກ ຊື່​ໄປທາງທິດ­ເຫນືອ, ແລະ ​ເຂົາໄດ້ນຳ​ຂ້ານ້ອຍ​ມາ​ເຖິງ​ຫ້ອງທັງຫລາຍ​ຊຶ່ງ​ຢູ່​ກົງ­ກັນ­ຂ້າມ​ກັບ​ເດີ່ນດ້ານນອກ ແລະ ​ທາງທິດເຫນືອນອກກຳແພງ.
\v 2 ຫ້ອງເຫລົ່ານີ້​ເປັນຫນຶ່ງ​ຮ້ອຍ​ສອກທີ່ຢູ່ຫນ້າ ແລະ ກວ້າງຫ້າ​ສິບ​ສອກ.
\v 3 ຫ້ອງເຫລົ່ານີ້ບາງຫ້ອງຕິດກັບເດີ່ນຊັ້ນໃນ­ ແລະ ຊຶ່ງຢູ່ຫ່າງຈາກສະຖານນະມັດສະການເປັນ​ຊາວ​ສອກ​. ມີຫ້ອງຕ່າງໆ ຢູ່ສາມຊັ້ນ, ແລະ ຫ້ອງຊັ້ນເທິງກໍແນມລົງມາຊັ້ນລຸ່ມ ເປັນ​ລະ­ບຽງ​ຊ້ອນ​ລະ­ບຽງ​ສາມ​ຊັ້ນ ແລະ ເປີດໃຫ້ພວກເຂົາ, ມີທາງເດີນ. ຫ້ອງບາງຫ້ອງປິ່ນໄປທາງເດີ່ນຊັ້ນນອກ.
\s5
\v 4 ​ຂ້າງ​ຫນ້າຂອງ​ຫ້ອງຕ່າງໆນັ້ນ​ກວ້າງ​ສິບ​ສອກ ແລະ ຍາວ​ຫນຶ່ງ​ສອກ ຍາວໄປເຖິງຫ້ອງດ້ານຫນ້າ. ບັນ­ດາ​ປະ­ຕູ​ຫ້ອງ​ເຫລົ່າ​ນີ້​ປິ່ນໄປທາງທິດ​ເຫນືອ.
\v 5 ແຕ່ຫ້ອງ​ຊັ້ນ​ເທິງ​ແຄບ​ກວ່າ, ເພາະ​ລະ­ບຽງ​ເຫລົ່າ​ນີ້ໃຊ້ພື້ນທີ່​ຫລາຍ​ກວ່າທີ່ພວກ​ເຂົາເຮັດຈາກຊັ້ນລຸ່ມ ແລະ ຊັ້ນກາງຂອງອາຄານນັ້ນ.
\v 6 ເພາະ­ວ່າ​ເປັນ​ຫ້ອງ​ສາມ​ຊັ້ນບໍ່­ມີ​ເສົາ​ຮອງ​ເຫມືອນ, ​ດັ່ງ​ເສົາ​ທີ່­ຢູ່​ເດີ່ນ​ຂ້າງ​ນອກ, ຊຶ່ງມີເສົາຮອງຮັບ, ເພາະ­ສະ­ນັ້ນ ຫ້ອງ​ຊັ້ນ​ເທິງສຸດ​ຈຶ່ງແຄບ​ເຂົ້າໄປຫລາຍກວ່າຂະຫນາດເມື່ອປຽບ​ທຽບກັບຫ້ອງຕ່າງໆ ຂອງຊັ້ນລຸ່ມສຸດ ແລະ ຊັ້ນກາງ.
\s5
\v 7 ​ຝາຊັ້ນ​ນອກ​ຕິດ​ກັບ​ຫ້ອງທີ່ຊື່​ໄປ​ຍັງ​ເດີ່ນ​ຊັ້ນນອກ, ເດີ່ນຊັ້ນນອກຊຶ່ງຢູ່ທາງຫນ້າ​​ຫ້ອງທັງລຫາຍ. ຄວາມຍາວຂອງຝາ​ຫ້າ​ສິບ​ສອກ.
\v 8 ຄວາມຍາວຂອງຫ້ອງເດີ່ນຊັ້ນນອກ​ຍາວ​ຫ້າ​ສິບ​ສອກ, ແລະ ຫ້ອງປິ່ນຫນ້າໄປທາງສະຖານນະມັດສະການມີຄວາມຍາວ​ຫນຶ່ງ​ຮ້ອຍ​ສອກ.
\v 9 ມີທາງເຂົ້າທີ່ຫ້ອງ​ເຫລົ່າ­ນັ້ນທີ່ຢູ່ຊັ້ນລຸ່ມສຸດຂອງຫ້ອງຈາກທາງທິດຕະເວັນ­ອອກ, ຊຶ່ງມາຈາກ​ທາງເດີ່ນຊັ້ນນອກ.
\s5
\v 10 ຊື່ງ​ຝາຂອງເດີນຊັ້ນ​ນອກທາງ​ທິດ­ຕາ­ເວັນ­ອອກ​ກໍ​ເຊັ່ນ​ດຽວ​ກັນ, ​ເດີ່ນຊັ້ນໃນຂອງດ້ານຫນ້າສະຖານນະມັດສະການ, ຊຶ່ງມີຫ້ອງຫລາຍຫ້ອງ
\v 11 ທາງ​ຍ່າງ​ຢູ່​ຫນ້າ​ຫ້ອງເຫລົ່ານັ້ນ. ລັກສະນະທາງຍ່າງເຫລົ່ານີ້​ຄ້າຍ­ຄື​ກັບ​ຫ້ອງ​ທາງ​ທິດ­ເຫນືອ. ຄວາມຍາວ​ ແລະ ຄວາມ​ກວ້າງ​ຂະ­ຫນາດ​ດຽວ​ກັນ. ມີ​ທາງ​ອອກ ແລະ ການຈັດວາງ ແລະ ​ປະ­ຕູ​ຢ່າງ​ດຽວ​ກັນ.
\v 12 ຢູ່ທາງທິດໃຕ້ມີປະຕູທີ່ ເຫມືອນກັບທາງທິດເຫນືອ. ທາງດ້ານໃນມີປະຕູທີ່ສ່ວນດ້ານຫນ້າ, ແລະ ທາງຍ່າງເຂົ້າໄປໃນຫ້ອງໃນຕ່າງໆ, ທາງທິດຕາເວັນອອກນັ້ນ ກໍມີທາງເຂົ້າປະຕູທາງດ້ານຫນຶ່ງ.
\s5
\v 13 ແລ້ວ​ຊາຍຄົນນັ້ນໄດ້​ກ່າວ​ແກ່​ຂ້າ­ນ້ອຍ​ວ່າ, “ຫ້ອງ​ທາງ​ທິດ­ເຫນືອ​ ແລະ​ ຫ້ອງ​ທາງ​ທິດ­ໃຕ້​ກົງກັນຂ້າມ​ເດີ່ນຊັ້ນນອກ ​ເປັນ​ຫ້ອງ​ບໍ­ຣິ­ສຸດ ບ່ອນທີ່​ປະ­ໂລ­ຫິດທັງຫລາຍ​ຜູ້​ເຂົ້າ​ໃກ້​ພຣະ­ຢາເວ ​ຈະ​ຮັບ​ປະ­ທານ​ຂອງ​ຖວາຍ​ອັນ​ບໍ­ຣິສຸດ​ທີ່­ສຸດ. ພວກ­ເຂົາ​ຈະ​ວາງ​ຂອງ​ຖວາຍ​ອັນ​ບໍ­ຣິສຸດ​ທີ່­ສຸດ​ນັ້ນ ໄວ້​ບ່ອນ­ນັ້ນ —​ ເຄື່ອງ­ບູ­ຊາ​ພືດ​ຜົນ​ເປັນ​ເມັດ, ເຄື່ອງ­ບູ­ຊາ​ໄຖ່​ບາບ, ເຄື່ອງ­ບູ­ຊາ​ໄຖ່​ຄວາມຜິດ — ເພາະ­ວ່າ​ບ່ອນ­ນັ້ນ​ບໍ­ຣິສຸດ.
\v 14 ເມື່ອ​ປະ­ໂລ­ຫິດ​ທັງຫມົດເຂົ້າ­ໄປ​ໃນ​ບ່ອນ​ບໍ­ຣິ­ສຸດ, ພວກ­ເຂົາ​ຈະ​ບໍ່­ອອກ​ໄປ​ຈາກ​ບ່ອນ​ບໍ­ຣິ­ສຸດ​ເຂົ້າ​ສູ່​ເດີ່ນ​ຊັ້ນ​ນອກ, ໂດຍບໍ່ໄດ້​ປົດ​ເຄື່ອງ​ແຕ່ງ​ກາຍ​ທີ່​ພວກເຂົາ​ນຸ່ງ​ປະ­ຕິ­ບັດ​ຫນ້າ­ທີ່​ວາງ​ໄວ້​ບ່ອນ­ນັ້ນ, ​ເພາະ​ສິ່ງ​ເຫລົ່າ​ນີ້​ບໍ­ຣິ­ສຸດ. ດັ່ງນັ້ນ ພວກ­ເຂົາ​ຈະ​ຕ້ອງ​ນຸ່ງ​ເຄື່ອງ​ແຕ່ງ​ກາຍ​ອື່ນ​ກ່ອນ​ທີ່​ພວກ­ເຂົາ​ຈະ​ເຂົ້າ­ໄປ­ໃກ້​ປະ­ຊາ­ຊົນ.”
\s5
\v 15 ເມື່ອ​ຊາຍຄົນນັ້ນ​ໄດ້​ວັດ­ແທກ​ທາງຂ້າງ​ບໍ­ລິ­ເວນ​ພຣະ­ວິ­ຫານ​ສຳ­ເລັດ​ແລ້ວ ແລະ ເຂົາ​ກໍ​ນຳ​ຂ້າ­ນ້ອຍອອກ​ມາ​ທາງ​ປະ­ຕູ​ຊຶ່ງ​ປິ່ນ​ຫນ້າ​ໄປ​ທາງ​ທິດ­ຕາ­ເວັນ­ອອກ ແລະ ​ວັດ­ແທກ​ບໍ­ລິ­ເວນ​ພຣະ­ວິ­ຫານ​ໂດຍ​ຮອບ.
\s5
\v 16 ເຂົາໄດ້​ວັດ­ແທກ​ທາງທິດ​ຕາ­ເວັນ​ອອກ​ດ້ວຍ​ໄມ້​ວັດ­ແທກ​ໄດ້ — ​ຫ້າ​ຮ້ອຍ​ສອກ​ ຕາມ​ໄມ້​ວັດ­ແທກ​ໂດຍ​ຮອບ.
\v 17 ແລ້ວ​ເຂົາ​ກໍ​ຫັນ​ມາ​ວັດ­ແທກ​ທາງ​ທິດ­ເຫນືອ​ໄດ້ — ​ຫ້າ​ຮ້ອຍ​ສອກ ​ຕາມ​ໄມ້​ວັດ­ແທກ​ໂດຍ​ຮອບ.
\v 18 ແລ້ວ​ເຂົາ​ກໍ​​ມາ​ວັດ­ແທກ​ທາງ​ທິດ­ໃຕ້​ໄດ້​ — ຫ້າ​ຮ້ອຍ​ສອກ ​ຕາມ​ໄມ້​ວັດ­ແທກ.
\v 19 ແລ້ວ​ເຂົາ​ກໍ​ຫັນ​ມາ​ — ວັດ­ແທກ​ທາງ​ທິດ­ຕາ­ເວັນ­ຕົກ — ໄດ້​ຫ້າ​ຮ້ອຍ​ສອກ​ຕາມ​ໄມ້​ວັດ­ແທກດ້ວຍ.
\s5
\v 20 ເຂົາ​ວັດ­ແທກ​ທັງ​ສີ່​ດ້ານ. ມີຝາ​ອ້ອມ­ຮອບ​ຍາວ​ຫ້າ​ຮ້ອຍ​ສອກ, ແລະ ກວ້າງ​ຫ້າ​ຮ້ອຍ​ສອກ, ເປັນ​ບ່ອນ​ແບ່ງ​ລະ­ຫວ່າງ​ສະ­ຖານທີ່­ບໍ­ຣິສຸດ ແລະ​ ສະຖານທີ່​ທົ່ວໄປ.
\s5
\c 43
\cl ບົດທີ 43
\p
\v 1 ຊາຍຄົນນັ້ນໄດ້ນຳຂ້ານ້ອຍ​ມາ­ຍັງ​ປະ­ຕູ ຊຶ່ງເປີດສູ່ທາງທິດ­ຕາ­ເວັນ­ອອກ.
\v 2 ເບິ່ງ​ແມ໋! ພຣ­­ະສະຫງ່າຣາສີຂອງພຣະ​­ເຈົ້າ​ແຫ່ງ​ອິດສະຣາເອນ​ມາ​ຈາກ​ທິດ­ຕາ­ເວັນ­ອອກ, ແລະ ​ພຣະ­ສຸ­ລະ­ສຽງ​ຂອງ​ພຣະ­ອົງ​ກໍ​ເຫມືອນ​ດັ່ງ​ສຽງ​ນ້ຳ, ແລະ ​ແຜ່ນດິນ​ກໍ​ຮຸ່ງ­ເຮືອງ​ດ້ວຍ­ພຣະສະຫງ່າຣາສີຂອງ​ພຣະ­ອົງ.
\s5
\v 3 ຕາມນິ­ມິດ​ທີ່­ປົດກົດແກ່ຂ້າ­ນ້ອຍທີ່ຂ້ານ້ອຍໄດ້​ເຫັນ, ຕາມທີ່ຂ້ານ້ອຍໄດ້ເຫັນນິມິດ ​ເມື່ອ​ພຣະ­ອົງ​ສະ­ເດັດ​ມາ​ທຳ­ລາຍ​ເມືອງ​ນັ້ນ, ແລະ ​ນິມິດນັ້ນເຫມືອນກັບນິມິດທີ່­ຂ້າ­ນ້ອຍ​ໄດ້​ເຫັນ​ຢູ່ແຄມ​ແມ່­ນ້ຳ​ເກ­ບາ ແລະ​ ຂ້າ­ນ້ອຍ​ກໍ​ກົ້ມ​ຫນ້າ​ຂອງ​ຂ້າ­ນ້ອຍ​ລົງ​ເຖິງ​ດິນ.
\v 4 ດັ່ງນັ້ນ ພຣະສະຫງ່າຣາສີຂອງພຣະຢາເວໄດ້ເຂົ້າມາສູ່ພຣະວິຍານທາງປະຕູທີ່ເປີດອອກໄປທາງທິດຕາເວັນອອກ.
\v 5 ແລ້ວພຣະ­ວິນ­ຍານ​ກໍ​ຍົກ​ຂ້າ­ນ້ອຍ​ຂຶ້ນ ແລະ​ ໄດ້ນຳ​ຂ້ານ້ອຍ​ມາ​ທີ່​ເດີ່ນ​ຊັ້ນ​ໃນ. ​ເບິ່ງ​ແມ໋! ພຣະສະຫງ່າຣາສີຂອງ​ພຣະຢາເວ​ ໄດ້ປົກຄຸມທົ່ວ​ພຣະ­ວິ­ຫານ.
\s5
\v 6 ​ຊາຍ​ຄົນ​ນັ້ນ​ກຳລັງ​ຢືນ­ຢູ່​ທີ່​ຂ້າງ​ຂ້ານ້ອຍ, ແລະ ຂ້າ­ນ້ອຍ​ໄດ້­ຍິນຜູ້ຫນຶ່ງເວົ້າກັບຂ້ານ້ອຍ​​ມາ​ຈາກ​ພຣະ­ວິ­ຫານ.
\v 7 ​ພຣະ­ອົງຊົງ​ກ່າວ​ກັບ​ຂ້ານ້ອຍວ່າ, “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ນີ້ເປັນບັນ­ລັງ​ ແລະ ​ແທ່ນ​ວາງ​ຕີນ​ຂອງ​ເຮົາ​ຢູ່​ບ່ອນ­ນີ້, ເປັນ​ບ່ອນ​ທີ່​ເຮົາ​ສະຖິດຢູ່​ທ່າມ­ກາງ​ຊົນ­ຊາດ​ອິດສະຣາເອນ​ເປັນ­ນິດ. ​ເຊື້ອ­ສາຍ​ຂອງອິດສະຣາເອນ ​ຈະ​ບໍ່ຖືກຫມິ່ນປະຫມາດນາມຊື່ຂອງເຮົາ — ພວກກເຂົາ ຫລືກະສັດຂອງເຂົາ — ພ້ອມຄວາມບໍ່ສັດຊື່ຂອງເຂົາ ຫລື ຊາກສົບຂອງກະສັດຂອງເຂົາໃນສະຖານສູງທັງຫລາຍ​.
\v 8 ພວກເຂົາຈະບໍ່​ຫມິ່ນປະຫມາດນາມຊື່ອັນບໍຣິສຸດຂອງເຮົາ ໂດຍການວາງຂອບເຂດປະຕູຂອງພວກເຂົາຖັດຂອບເຂດປະຕູຂອງເຮົາ, ແລະ ຮົ້ວກັ້ນຂອງເຂົາທັງຫລາຍຖັດຈາກຂອງເຮົາ, ບໍ່ມີຫຍັງກັ້ນ ແຕ່ມີພຽງຝາຢູ່ລະຫວ່າງເຮົາ ແລະ ພວກເຂົາ. ພວກເຂົາເຮັດໃຫ້ນາມຊື່ອັນບໍຣິສຸດຂອງເຮົາເປັນມົນທິນໂດຍການກະທຳ​ອັນ​ຫນ້າ​ກຽດ­ຊັງ​, ບໍ່ສະນັ້ນ ເຮົາຈະທຳລາຍເຂົາດ້ວຍຄວາມໂກດຮ້າຍຂອງເຮົາ.
\s5
\v 9 ບັດ­ນີ້ ໃຫ້​ພວກ­ເຂົາກຳຈັດຄວາມບໍ່ສັດຊື່ ແລະ ຊາກ​ສົບ​ແຫ່ງ​ກະ­ສັດ​ທັງ­ຫລາຍ​ຂອງ​ພວກ­ເຂົາ ​ໃຫ້​ຫ່າງ​ໄກ​ຈາກ​ເຮົາ, ແລະ​ເຮົາ​ຈະ​ຢູ່​ທ່າມ­ກາງ​ພວກ­ເຂົາ​ທັງ­ຫລາຍ​ຕະຫລອດເປັນ­ນິດ
\s5
\v 10 ບຸດ​ແຫ່ງ​ມະ­ນຸດ​ເອີຍ, ເຈົ້າ​ເອງຕ້ອງບອກເຊື້ອສາຍຂອງ​ອິດສະຣາເອນກ່ຽວກັບພຣະວິຫານ ເພື່ອ​ວ່າ​ພວກ­ເຂົາ​ຈະລະອາຍໃຈໃນຄວາມຊົ່ວຮ້າຍຂອງພວກເຂົາ. ໃຫ້ພວກເຂົາພິຈາລະນາກ່ຽວກັບຄຳອະທິບາຍນີ້.
\v 11 ເພາະວ່າຖ້າ​ພວກ­ເຂົາລະອາຍໃນ​ສິ່ງ​ທັງ­ຫລາຍ​ທີ່​ຕົນໄດ້​ເຮັດນັ້ນ, ກໍຈົ່ງເປີດເຜີຍໃຫ້ພວກເຂົາຮູ້ກ່ຽວກັບອອກແບບພຣະວິຫານ, ຢ່່າງລະອຽດ, ທາງອອກ, ຮູບແບບທັງຫມົດ ຕະຫລອດຈົນ​ກົດ­ບັນຍັດ ແລະ ​ກົດຫມາຍ​ທັງ​ຫມົດຕ່າງໆ. ແລ້ວຈົ່ງບັນທຶກສິ່ງເຫລົ່ານີ້ໄວ້ຕໍ່ຫນ້າພວກເຂົາ ເພື່ອວ່າພວກເຂົາຈະເຮັດຕາມຮູບແບບ ແລະ ປະຕິບັດ​ຕາມກົດບັນຍັດທັງປວງ, ເພື່ອຈະເຊື່ອຟັງພວກເຂົາ.
\s5
\v 12 ​ນີ້​ເປັນ​ກົດເກນ​ຂອງ​ພຣະ­ວິ­ຫານ: ຈາກທີ່ສູງສຸດຂອງເນີນພູເຖິງຂອບເຂກອ້ອມ​ຮອບ, ​ຈະ​ເປັນ​ບ່ອນທີ່​ບໍຣິ­ສຸດ​ທີ່­ສຸດ. ເບິ່ງ​ແມ໋! ນີ້​ເປັນ​ກົດເກນ​ຂອງ​ພຣະ­ວິ­ຫານ.
\s5
\v 13 ​ນີ້​ເປັນ​ການວັດແທກ​ແທ່ນ​ບູ­ຊາ​ ວັດ­ແທກ​ເປັນ​ສອກ — ຄວາມຍາວສອກ​ຫນຶ່ງກໍເທົ່າກັບ​ສອກຫນຶ່ງຕາມປົກກະຕິ ແລະ ຫນຶ່ງ​ຝາມື. ດັ່ງນັ້ນ ຮາງຫລິນຮອບແທ່ນບູຊານັ້ນ ເລິກຫນຶ່ງສອກ, ແລະ ​ກວ້າງ​ຫນຶ່ງ​ສອກ. ບ່ອນ​ຂອບຮອບໆ​ມີຂອບ​ຫນຶ່ງຄືບ ນີ້ຈະເປັນຖານຂອງແທ່ນບູຊານີ້
\v 14 ຈາກ​ຮາງລິນເຖິງພື້ນ­ຂອງແທ່ນບູຊານັ້ນສູງສອງສອກ, ແລະ ຂອບຂອງມັນນັ້ນກວ້າງຫນຶ່ງສອກ. ແລ້ວຈາກຂອບທີ່ນ້ອຍຫາຂອບທີ່ໃຫຍ່ກວ່າຂອງແທ່ນບູຊາ, ​ສີ່​ສອກ, ແລະ ຂອບໃຫຍ່​ກວ້າງຫນຶ່ງ​ສອກ.
\s5
\v 15 ໃຈກາງຂອງແທ່ນ​ບູຊາສຳລັບເຄື່ອງຖວາຍບູຊານັ້ນສູງ​ສີ່​ສອກ, ແລະ ​ເທິງຈອມທັງສີ່ຢືນຂື້ນມາຈາກໃຈກາງຂອງແທ່ນ.
\v 16 ໃຈກາງ​ແທ່ນບູຊານັ້ນ​ເປັນ​ສີ່​ຫລ່ຽມ​ຈັດ​ຕຸ​ລັດກວ້າງຍາວດ້ານລະ​ສິບ​ສອງ​ສອກ.
\v 17 ຂອບຂ້າງເທິງ ກໍເປັສີ່​ຫລ່ຽມ​ຈັດ​ຕຸ​ລັດ​ຄື­ກັນ ກວ້າງຍາວແຕ່ລະດ້ານ​ສິບ​ສີ່​ສອກ, ຮິມຂອບຫນາເຄິ່ງ​ສອກ ແລະ ມີຮາງລິນຂະຫນາດຫນຶ່ງສອກໂດຍຮອບ ຂັ້ນ­ໄດຂອງ​ແທ່ນ​ບູ­ຊາປິ່ນ​ໄປ​ທາງ​ທິດ­ຕາ­ເວັນ­ອອກ.”
\s5
\v 18 ແລະ​ເຂົາ​ໄດ້ເວົ້າ­ກັບ​ຂ້ານ້ອຍວ່າ, “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ພຣະຢາເວ ອົງ­ພຣະ­ຜູ້­ເປັນ­­ເຈົ້າຊົງ​ກ່າວ​ດັ່ງນີ້ວ່າ: ຕໍ່­ໄປ​ນີ້​ເປັນ​ກົດເກນຂອງການຖວາຍເຄື່ອງເຜົາບູຊາ ແລະ ການພົມເລືຶອດເຫນືອແທ່ນບູຊາໃນວັນທີ່ສ້າງສຳເລັດ.
\v 19 ເຈົ້າ​ຈະ​ມອບ​ງົວ​ຫນຸ່ມ​ໂຕ​ຫນຶ່ງ​ເປັນ​ເຄື່ອງ­ບູ­ຊາ​ໄຖ່​ບາບ​ແກ່ບັນດາ​ປະ­ໂລ­ຫິດ​ຄົນ​ເລ­ວີ​ເຊື້ອ­ສາຍ​ຂອງຊາ­ດົກ, ຜູ້​ທີ່​ເຂົ້າ​ມາ​ໃກ້​ເພື່ອ​ບົວ­ລະ­ບັດ​ເຮົາ — ນີ້ເປັນຄຳປະກາດຂອງພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ​.
\s5
\v 20 ແລ້ວເຈົ້າຈະ​ເອົາ​ເລືອດບາງສ່ວນ ແລະ ທາທີ່​ເທິງ​ຈອມ​ທັງ​ສີ່​ຂອງ​ແທ່ນບູຊາ ແລະ ​ທີ່ແຈ​ທັງ​ສີ່​ຂອງຂອບເທິງ ແລະ ຮິມໂດຍຮອບ; ເຈົ້າຈະຊໍາຣະແທ່ນບູຊາ​ ​ແລະ ລົບ­ລ້າງບາບທີ່​ນັ້ນ​.
\v 21 ແລ້ວຈົ່ງ​ເອົາ​ງົວ­ເຖິກ​ເປັນ​ເຄື່ອງ­ບູ­ຊາ​ໄຖ່​ບາບ ແລະ ເຜົາໃນບ່ອນທີ່ກຳນົດໄວ້ໃນບໍລິເວນ​​ພຣະ­ວິ­ຫານ​ຊັ້ນ­ນອກຂອງ​ສະ­ຖານນະມັດສະການ.
\s5
\v 22 ແລ້ວ​ໃນ​ມື້​ທີ​ສອງ ເຈົ້າຈະ​ຖວາຍ​ແບ້ຕົວ​ຜູ້​ທີ່​ບໍ່ມີ​ຕຳ­ຫນີ​ ເພື່ອເປັນ​ເຄື່ອງ­ບູ­ຊາ​ໄຖ່​ບາບ; ປະໂລຫິດຈະຊຳຣະແທ່ນບູຊາເຫມືອນກັບທີ່ພວກເຂົາຊຳຣະດ້ວຍງົວເຖີກ.
\v 23 ເມື່ອ​ເຈົ້າ​ໄດ້​ຊຳ­ລະ​ແທ່ນບູຊາ​ສຳ­ເລັດ​ແລ້ວ, ​ຈົ່ງ​ຖວາຍ​ງົວ​ຫນຸ່ມທີ່ບໍ່ມີຕຳນິໂຕຫນຶ່ງຈາກຝູງ ແລະ ​ແກະ​ຜູ້ທີ່ບໍ່ມີຕຳນິຄັດມາຈາກ​ຝູງໂຕຫນຶ່ງ.
\v 24 ຈົ່ງ​ຖວາຍສັດທັງສອງ​ຕໍ່​ພຣະ­ພັກ​ພຣະ­ຢາເວ; ປະ­ໂລ­ຫິດທັງຫລາຍ​ຈະ​ເອົາ​ເກືອ​ໂຮຍ​ລົງ​ເທິງ​ພວກມັນເຫມືອນກັບເຄື່ອງເຜົາບູຊາທີ່ຖວາຍ​ແກ່​ພຣະ­ຢາເວ.
\s5
\v 25 ເຈົ້າຕ້ອງກຽມ​ແບ້​ຜູ້ມື້ລະໂຕ ເພື່ອເປັນ​ເຄື່ອງ­ບູ­ຊາ​ໄຖ່​ບາບ​​ຈົນ​ຄົບ​ເຈັດມື້, ແລະ ​ປະໂລຫິິດຈົ່ງຕຽມ​ງົວ​ຫນຸ່ມທີ່ປາດສະຈາກຕຳຫນນິໂຕຫນຶ່ງຈາກຝູງ​ ແລະ ​ແກະຜູ້ທີ່ປາດສະຈາກຕຳນິເລືອກມາຈາກຝູງໂຕຫນຶ່ງ.
\v 26 ພວກ­ເຂົາ​​ຕ້ອງ​ລົບ­ລ້າງ​ສຳລັບແທ່ນບູຊາສຳລັບເຈັດມື້ ແລະ ຊຳຣະໃຫ້ສະອາດ, ແລະ ໂດຍວິທີນີ້ແຫລະ ພວກເຂົາຕ້ອງໄດ້ຊຳຣະມັນ.
\v 27 ​ພວກ­ເຂົາ​ເຮັດ​ຄົບເຈັດມື້​, ແລະ ຕັ້ງ­ແຕ່​ວັນ­ທີ​ແປດ​ເປັນ­ຕົ້ນ​ໄປ, ແລະ ບັນດາປະ­ໂລ­ຫິດ​ຈະ​ຕ້ອງ​ຖວາຍ​ເຄື່ອງ​ເຜົາ​ບູ­ຊາ​ ແລະ ​ຖວາຍເຄື່ອງ­ບູ­ຊາ​ສັນຕິພາບຂອງ​ພວກເຈົ້າ​ຢູ່ເທິງແທ່ນບູຊາ, ແລະ ​ເຮົາ​ຈະຍອມຮັບພວກເຈົ້າ — ​ນີ້ເປັນຄຳປະກາດຂອງພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ​."
\s5
\c 44
\cl ບົດທີ 44
\p
\v 1 ແລ້ວ​ຊາຍຜູ້ນັ້ນ​ໄດ້​ນຳ​ຂ້ານ້ອຍ ມາ​ເດີ່ນຊັ້ນນອກ​ທາງ​ປະ­ຕູ​ຂອງ​ສະ­ຖານ­ນະມັດສະການທີ່ປິ່ນ​ຫນ້າ​ໄປ​ທາງທິດ​ຕາ­ເວັນ​ອອກ; ​ປະ­ຕູ​ນັ້ນ​ປິດຢ່າງແຫນ້ນຫນາ.
\v 2 ພຣະຢາເວຊົງ​ກ່າວ​ກັບ​ຂ້າ­ນ້ອຍ​ວ່າ, “ປະ­ຕູ​ນີ້​ຖືກ​ປິດປະທັບຕາໄວ້; ຊຶ່ງບໍ່ຖືກເປີດອີກ. ບໍ່ມີມະນຸດຄົນໃດສາມາດຜ່ານນເຂົ້າໄປທາງນີ້ໄດ້, ເພາະ​ພຣະຢາເວ, ພຣະ­ເຈົ້າ​​ແຫ່ງ​ອິດສະຣາເອນ​, ໄດ້​ສະ­ເດັດຜ່ານ​ເຂົ້າ­ໄປ​ທາງ​ນີ້, ­ສະ­ນັ້ນ ມັນຈຶ່ງ​ຖືກປິດຢ່າງແໜ້ນຫນາ.
\v 3 ​ຜູ້ປົກຄອງຂອງອິດສະຣາເອນຈະນັ່ງໃນນັ້ນເພື່ອຮັບປະທານອາຫານ​​ຕໍ່​ພຣະ­ພັກ​ພຣະຢາເວ­. ເຂົາຈະເຂົ້າໄປທາງປະຕູ​ລະ­ບຽງ ແລະ ອອກມາທາງ​​ດຽວ​ກັນ.”
\s5
\v 4 ແລ້ວ​ເຂົາໄດ້​ນຳ​ຂ້າ­ນ້ອຍໄປ​ທາງ​​ປະ­ຕູດ້ານ​ເຫນືອ ຊຶ່ງປິ່ນຫນ້າໃສ່​ພຣະ­ວິ­ຫານ. ສະນັ້ນ ຂ້າ­ນ້ອຍ​ເບິ່ງ ແລະ ​ເບິ່ງ​ແມ໋, ພຣະສະຫງ່າຣາສີ­​ຂອງ​ພຣະຢາເວປົກຄຸມພຣະ­ວິ­ຫານ​ຂອງ​ພຣະຢາເວ, ແລະ ​ຂ້າ­ນ້ອຍ​ກໍ​ກົ້ມ​ຫນ້າ​ລົງ​ເຖິງ​ດິນ.
\v 5 ແລ້ວພຣະ­ຢາເວຊົງ​ກ່າວ​ກັບ​ຂ້າ­ນ້ອຍ​ວ່າ, “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ຈົ່ງຕັ້ງໃຈ ແລະ ​ເບິ່ງໃຫ້ເຕັມຕາ ແລະ ຈົ່ງຟັງໃຫ້ເຕັມຫູ ໃນສິ່ງທີ່ເຮົາກຳລັງ​ຈປະກາດກັບເຈົ້າ, ໃນເລື່ອງ​ກົດເກນ​ທັງ​ຫມົດ​ຂອງ​ພຣະ­ວິ­ຫານ​ຂອງ​ພຣະ­ຢາເວ ແລະ ​ກົດ­ຫມາຍ​ທັງ​ຫມົດ. ຈົ່ງເອົາໃຈໃສ່ເລື່ອງທາງເຂົ້າ ແລະ ທາງອອກຂອງພຣະວິຫານ.
\s5
\v 6 ແລ້ວ​ຈົ່ງ​ກ່າວ​ແກ່​ຜູ້ທີ່​ກະ­ບົດວ່າ, ຄືເຊື້ອສາຍຂອງອິດສະຣາເອນ, 'ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ກ່າວ​ດັ່ງ­ນີ້​ວ່າ: ໂອ ພໍແລ້ວກັບການເຮັດສິ່ງທີ່­​​ຫນ້າ​ກຽດ­ຊັງ​ທັງ​ຫມົດ​ຂອງ​ພວກເຈົ້າ​, ເຊື້ອສາຍຂອງອິດສະຣາເອນເອີີຍ —
\v 7 ທີ່ເຈົ້າພາ​ຄົນ​ຕ່າງ­ດ້າວ​ທີ່​ບໍ່­ໄດ້­ເຂົ້າ​ພິ­ທີ­ຕັດ​ທັງກາຍ ແລະ ​ໃຈ ເຂົ້າມາຍັງພຣະວິຫານຂອງເຮົາ, ເຮັດ­ໃຫ້​ພຣະວິຫານ​ມົວ​ຫມອງ, ໃນຂະນະທີ່ເຈົ້າຖວາຍອາຫານ, ​ໄຂ­ມັນ ແລະ ​ເລືອດ ໃຫ້ແກ່ເຮົາ — ເຈົ້າ​ໄດ້ລະເມີດ​ຄຳ­ຫມັ້ນ­ສັນ­ຍາ​ຂອງ​ເຮົາ​ໂດຍການກະທຳ​ອັນ​ຫນ້າ​ກຽດ­ຊັງ​ທັງ​ຫມົດ​ຂອງພວກ​ເຈົ້າ.
\s5
\v 8 ເຈົ້າບໍ່ໄດ້ເຮັດຫນ້າທີ່ຂອງເຈົ້າໃນການເບິ່ງແຍງສິ່ງທີ່ບໍຣິສຸດຂອງເຮົາ, ແຕ່ເຈົ້າໄດ້ແຕ່ງຕັ້ງໃຫ້ຄົນອຶ່ນມາຮັບຜິດຊອບຫນ້າທີ່ຂອງເຈົ້າແທນ, ແລະ ເຈົ້າມອບໃຫ້ພວກເຂົາເບິ່ງແຍງສະຖານທີ່ບໍຣິສຸດຂອງເຮົາ.
\v 9 ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ກ່າວ​ດັ່ງ­ນີ້​ວ່າ: ຢ່າ​ໃຫ້​ຄົນ​ຕ່າງຊາດຄົນໃດ, ທີ່​ບໍ່­ໄດ້­ເຂົ້າ​ພິ­ທີ­ຕັດ​ທັງກາຍ ແລະ ໃຈ, ຊຶ່ງມາຈາກຄົນເຫລົ່ານັ້ນທີ່ຢູ່ທ່າມກາງປະຊາຊົນອິດສະຣາເອນ, ເຂົ້າມາໃນສະຖານທີ່ສັກສິດຂອງເຮົາ.
\s5
\v 10 ດັ່ງນັ້ນ ຊາວເລວີ ທີ່ຫ່າງໄກຈາກເຮົາ — ພວວກເຂົາໄດ້ອອກໄປຈາກເຮົາ, ຕິດຕາມຮູບເຄົາລົບທັງຫລາຍຂອງເຂົາ — ແຕ່ພວກເຂົາຕ້ອງໄດ້ຈ່າຍຄ່າແຫ່ງຄວາມບາບຂອງເຂົາ.
\v 11 ພວກ­ເຂົາ​ເປັນຜູ້ຮັບໃຊ້ໃນພຣະວິຫານຂອງເຮົາ, ເຝົ້າຍາມ​ຢູ່​ທີ່​ປະ­ຕູ​ພຣະ­ວິ­ຫານ ແລະ ຮັບ​ໃຊ້ຢູ່­ໃນ​ພຣະ­ວິ­ຫານ ແລະ ພວກ­ເຂົາ​ຂ້າ​ສັດເພື່ອ​ເປັນ​ເຄື່ອງ​ເຜົາ​ບູ­ຊາ ແລະ​ ເຄື່ອງ​​ບູ­ຊາຕ່າງໆ ​ໃຫ້​ປະ­ຊາ­ຊົນ, ແລະ ພວກເຂົາຢືນຢູ່ຕໍ່ຫນ້າປະຊາຊົນທັງຫລາຍ ແລະ ຮັບ­ໃຊ້​ພວກ­ເຂົາ​.
\v 12 ແຕ່ເນື່ອງຈາກພວກເຂົາເຄີຍຮັບໃຊ້ປະຊາຊົນຕໍ່ຫນ້າຮູບເຄົາລົບຕ່າງໆຂອງພວກເຂົາ, ແລະ ໄດ້ເຮັດໃຫ້​ເຊື້ອ­ສາຍ​ຂອງອິດສະຣາເອນ​ຕົກ​ຢູ່­ໃນ​ຄວາມ​ຊົ່ວ­ຊ້າໃນການເຮັດບາບ. ສະນັ້ນ ເຮົາຈະຍົກມືສາບານວ່າຈະຕໍ່ສູ້ພວກເຂົາ — ນີ້ເປັນຄຳປະກາດຂອງພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ — ພວກເຂົາຈະຕ້ອງຮັບໂທດຂອງເຂົາ​.
\s5
\v 13 ພວກ­ເຂົາຈະບໍ່​ເຂົ້າ​ມາ​ໃກ້​ເຮົາ ເພື່ອເປັນ​ປະ­ໂລ­ຫິດທັງຫລາຍຂອງເຮົາ ຫລື ເຂົ້າໃກ້ສິ່ງໃດສິ່ງຫນຶ່ງທີ່ບໍຣິສຸດຂອງເຮົາ, ສິ່ງທີ່​ບໍ­ຣິ­ສຸດ​ທີ່ສຸດ. ແຕ່ວ່າພວກເຂົາຈະທົນ​ຮັບ​ຄວາມ​ອັບ­ອາຍ​ຂາຍ­ຫນ້າ ແລະ​ ຄວາມຜິດທີ່ເຂົາໄດ້ເຮັດແທນ.
\v 14 ແຕ່​ເຮົາ​ຈະຕັ້ງ​ໃຫ້​ພວກ­ເຂົາ​ເປັນ​ຜູ້​ເບິ່ງ­ແຍງໃນ​ພຣະ­ວິ­ຫານໃນຫນ້າທີ່ທຸກຢ່າງ ແລະ ງານທັງປວງໃນ​ພຣະ­ວິ­ຫານ, ສຳລັບຫນ້າທີ່ທທັງຫລາຍ ແລະ ສິ່ງທັງປວງທີ່ໄດ້ເຮັດນັ້ນ.
\s5
\v 15 ແລ້ວ​ປະ­ໂລ­ຫິດ​ຄົນ​ເລ­ວີ, ບັນ­ດາ​ລູກ­ຊາຍ​ຂອງ​ຊາ­ດົກ ຜູ້​​ເຮັດຫນ້າທີ່ຢ່າງສົມບູນໃນ​ພຣະວິຫານ​ຂອງ​ເຮົາ ເມື່ອ​ຄົນ​ອິດສະຣາເອນ​ຫລົງ​ໄປ​ຈາກ​ເຮົາ​ນັ້ນ — ພວກ­ເຂົາຈະເຂົ້າມາໃກ້ເຮົາເພື່່ອນະມັດສະການເຮົາ. ພວກເຂົາຈະຢືນຢູ່ຕໍ່ຫນ້າເຮົາ ເພື່ອ­ຖວາຍເຄື່ອງບູຊາໃຫ້ແກ່ເຮົາ ຄື​ໄຂ­ມັນ ແລະ ​ເລືອດ — ນີ້ເປັນຄຳປະກາດຂອງພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ​.
\v 16 ພວກ­ເຂົາ​ຈະ​ເຂົ້າ​ມາ​ໃນພຣະວິຫານຂອງເຮົາ; ພວກເຂົາຈະເຂົ້າມາໃນໂຕະຂອງເຮົາເພື່ອນະມັດສະການເຮົາ ແລະ ປະຕິບັດຫນ້າທີ່ຂອງເຂົາໃຫ້ສຳເລັດເພື່ອເຮົາ.
\s5
\v 17 ດັ່ງນັ້ນ ພວກເຂົາ ຈະເຂົ້າປະຕູເດີ່ນ​ຊັ້ນ​ໃນ​, ພວກເຂົາຈະ​ແຕ່ງກາຍດ້ວຍ­ຜ້າ​ປ່ານເນື້ອດີ, ເພາະ​ພວກ­ເຂົາຈະບໍ່ສວມເຄື່ອງແຕ່ງກາຍຂົນສັດໃດໆ ທີ່ພາຍໃນປະຕູຕ່າງໆ​ຂອງ​ເດີ່ນ​ຊັ້ນ​ໃນ ແລະ ​ພາຍໃນພຣະວິຫານ.
\v 18 ໃຫ້​ພວກ­ເຂົາ​ໃສ່​ຜ້າ​ຄຽນ​ຫົວ​ທີ່​ເປັນ​ຜ້າ​ປ່ານ​ໄວ້​ເຫນືອ​ຫົວ ແລະ ແຕ່ງກາຍຊັ້ນໃນທີ່ເຮັດມາຈາກ​ຜ້າ​ປ່ານ​ພຽງ​ແອວ. ພວກເຂົາຕ້ອງບໍ່ນຸ່ງເຄື່ອງທີ່ເຮັດໃຫ້​ມີ​ເຫື່ອອອກ.
\s5
\v 19 ​ເມື່ອ​ພວກ­ເຂົາ​ອອກ​ໄປ​ຍັງ​ເດີ່ນ​ຊັ້ນ​ນອກ, ຢູ່ທີ່ເດີ່ນຊັ້ນນອກເພື່ອໄປຫາບ່ອນປະຊາຊົນຢູ່, ​ພວກ­ເຂົາຕ້ອງ​ຖອດ​ເຄື່ອງແຕ່ງກາຍທີ່ປະຕິບັດຫນ້າທີ່ອອກ; ພວກເຂົາຕ້ອງຖອດມັນອອກ ແລະ ວາງໄວ້ໃນຫ້ອງສັກສິດ, ດັ່ງນັ້ນ ພວກເຂົາຈະບໍ່ໄດ້ເຮັດໃຫ້ຄົນອຶ່ນບໍຣິສຸດໂດຍການແຕະຕ້ອງເຄື່ອງແຕ່ງກາຍພິເສດຂອງພວກເຂົາ.
\s5
\v 20 ​ພວກ­ເຂົາຈະຕ້ອງບໍ່​ແຖ​ຜົມ ຫລື ​ປ່ອຍ​​ຜົມ​ຍາວໃຫ້ຫຍຸ້ງ, ແຕ່ພວກເຂົາຈະຕ້ອງມ້ວນຜົມເທິງຫົວຂອງ​ພວກເຂົາ,
\v 21 ບໍ່ໃຫ້ປະໂລຫິດຄົນໃດດື່ມ​ເຫລົ້າ​ອະ­ງຸ່ນ​­ ເມື່ອເວລາ​ເຂົ້າ­ໄປ​ໃນ​ເດີ່ນ​ຊັ້ນ​ໃນ​.
\v 22 ຫລື ເອົາ​ແມ່­ຫມ້າຍ ຫລື ຜູ້ຍິງທີ່ປະຮ້າງມາເປັນເມຍ, ແຕ່ຕ້ອງເປັນຜູ້ຍິງພົມມະຈາລີ​ຈາກ​ເຊື້ອ­ສາຍ​ແຫ່ງອິດສະຣາເອນເທົ່ານັ້ນ ຫລື ແມ່ຫມ້າຍຜູ້ຊຶ່ງແຕ່ງງານກັບ​ປະ­ໂລ­ຫິດ​ມາກ່ອນ.
\s5
\v 23 ເພາະພວກ­ເຂົາ​ທັງ­ຫລາຍ​ຈະ​ຕ້ອງ​ສັ່ງ­ສອນ​ປະ­ຊາ­ຊົນ​ຂອງ​ເຮົາ​ ເຖິງ​ຄວາມ​ແຕກ​ຕ່າງ​ລະ­ຫວ່າງ​ສິ່ງທີ່​ບໍ­ຣິ­ສຸດ ແລະ​ ສິ່ງທີ່ເປັນມົນ­ທິນ; ພວກເຂົາຈະ​ສອນໃຫ້ປະຊາຊົນຮູ້ຈັກແຍກແຍະລະຫວ່າງສິ່ງທີ່ສະອາດ ແລະ ສິ່ງທີ່ບໍ່ສະອາດ.
\v 24 ເມື່ອ​ມີ​ຄະ­ດີ ພວກ­ເຂົາ​ຈະ​ຕ້ອງ​ເຮັດ​ຫນ້າ­ທີ່​ພິ­ພາກ­ສາຕັດສິນຄວາມຕາມກົດຫມາຍຂອງເຮົາດ້ວຍ; ພວກເຂົາເຮັດຫນ້າທີ່ຢ່າງຍຸດຕິທຳ. ພວກເຂົາຈະຮັກສາ​ກົດ­ບັນ­ຍັດ ແລະ ​ກົດຫມາຍຂອງ​ເຮົາ, ແລະ ພວກເຂົາຈະສະຫລອງວັນສະບາໂຕສັກສິດທັງຫລາຍຂອງເຮົາ.
\s5
\v 25 ​ພວກ­ເຂົາຈະບໍ່ໄປຍັງຄົນຕາຍ ເພື່ອເຮັດຕົວໃຫ້ເປັນມົນທິນ, ເວັ້ນເສຍ​ແຕ່​​ວ່າ ພໍ່ ຫລື ​ແມ່, ​ລູກ­ຊາຍ ຫລື ​ລູກ­ສາວ, ​ອ້າຍນ້ອງພີ່ຫລື ເອື້ອຍນ້ອງ ຜູ້ທີ່​ບໍ່­ໄດ້ໄປກັບຜູ້ຊາຍ; ນອກນັ້ນ ພວກເຂົາຈະກາຍເປັນມົນທິນໄດ້.
\v 26 ຫລັງ​ຈາກ​ທີ່​ປະ­ໂລ­ຫິດ​ ໄດ້ກາຍເປັນມົນທິນແລ້ວ, ຂະເຈົ້າກໍນັບໄປອີກເຈັດມື້.
\v 27 ໃນວັນທີ່ຈະເຂົ້າໄປສູ່ເດີ່ນ​ຊັ້ນ​ໃນຂອງສະ­ຖານທີ່ສັກສິດ, ເພື່ອປະຕິບັດຫນ້າທີ່ໃນສະຖານທີ່ສັກສິດຊັ້ນໃນ, ­ເຂົາ​ຈະ​ຕ້ອງ​ຖວາຍ​ເຄື່ອງ­ບູ­ຊາ​ໄຖ່​ບາບເພື່ອຕົວເອງ — ນີ້ເປັນຄຳປະກາດຂອງພຣະຢາເວອົງ­ພຣະ­ຜູ້­ເປັນ­ເຈົ້າ​.
\s5
\v 28 ນີ້​ຈະ​ເປັນ​ມໍ­ລະ­ດົກ​ຂອງ​ພວກ­ເຂົາ: ຄື ເຮົາ​ຈະເປັນ​ມໍ­ລະ­ດົກ​ຂອງ​ປະໂລຫິດ, ແລະ​ ເຈົ້າ​ຈະ​ບໍ່​ຕ້ອງ​ໄດ້​ຖື​ກຳ­ມະ­ສິດ​ໃດໆ​ໃນ​ອິດສະຣາເອນ; ເພາະເຮົາຈະ​ເປັນ​ກຳ­ມະ­ສິດ​ຂອງ​ພວກ­ເຂົາ.
\v 29 ​ພວກ­ເຂົາ​ຮັບ​ປະ­ທານອາຫານ­ບູ­ຊາ​, ເຄື່ອງ­ບູ­ຊາ​ໄຖ່​ຄວາມບາບ, ເຄື່ອງບູຊາໄຖ່ຄວາມຜິດ, ແລະ ​ທຸກ​ສິ່ງທຸກຢ່າງທີ່ອຸທິດຕົນ​ຕໍ່ພຣະຢາເວ​ໃນ​ອິດສະຣາເອນ, ຈະ​ເປັນ​ຂອງ​ພວກ­ເຂົາ​.
\s5
\v 30 ສ່ວນທິ່ດີທີ່ສຸດຂອງ​ຜົນລະປູກແຮກຂອງທຸກສິ່ງທຸກຢ່າງ​ ແລະ ສ່ວນແບ່ງພິເສດທັງປວງ, ແລະ ສິ່ງອື່ນໆ ຈາກສ່ວນແບ່ງຂອງເຈົ້າທີ່ເຈົ້າໄດ້ຮັບ ຈະເປັນຂອງບັນດາປະໂລຫິດ, ແລະ ເຈົ້າຈະຖວາຍອາຫານທີ່ດີທີ່ສຸດ​ໃຫ້​ແກ່ບັນດາ​ປະ­ໂລ­ຫິດ ເພື່ອ​ວ່າ​ພຣະ­ພອນ​ຈະ​ມີ​ຢູ່​ເຫນືອ​ຄອບ­ຄົວ​ຂອງ​ເຈົ້າ.
\v 31 ບັນດາປະ­ໂລ­ຫິດ​ຈະ​​ບໍ່​ຮັບ​ປະ­ທານ​ສິ່ງໃດໆ ບໍ່​ວ່າ​ຈະ​ເປັນ​ສັດທີ່ຕາຍ ຫລື ຖືກຈີກ​ກັດດ້ວຍສັດປ່າ​, ແມ້ວ່າຈະເປັນນົກ ຫລື ສັດຮ້າຍ.
\s5
\c 45
\cl ບົດທີ 45
\p
\v 1 ເມື່ອ​ເຈົ້າ​ຈັບ­ສະ­ຫລາກເພື່ອ​ແບ່ງ​ແຜ່ນ­ດິນ​ໃຫ້­ເປັນ​ມໍລະດົກ​ນັ້ນ, ເຈົ້າ​ຈົ່ງ​ຖວາຍ​ທີ່​ດິນ​ສ່ວນ​ຫນຶ່ງແດ່​ພຣະຢາເວ; ຂອງຖວາຍນີ້ຈະເປັນສ່ວນສັກສິດຂອງທີ່ດິ, ຍາວ​ສອງ​ຫມື່ນ​ຫ້າ​ພັນ​ສອກ, ແລະ ​ກວ້າງ​ຫນຶ່ງ​ຫມື່ນ​ສອກ. ຈະ​ເປັນ​ບ່ອນ​ສັກສິດ, ທົ່ວ​ບໍ­ລິ­ເວນ​ນັ້ນ.
\v 2 ຈາກ​ບໍ­ລິ­ເວນ​ນີ້ ພື້ນທີ່​ສີ່​ຫລ່ຽມ​ຈັດ​ຕຸ​ລັດ​ກວ້າງຍາວດ້ານລະ​ຫ້າ​ຮ້ອຍສອກໂດຍຮອບ​ສຳ­ລັບ​ສະ­ຖານ­ທີ່​ບໍ­ຣິ­ສຸດ, ແລະ ຂອບເຂດໂດຍຮອບກວ້າງອອກມາ​​ຫ້າ​ສິບ​ສອກ.
\s5
\v 3 ຈາກພື້ນທີ່ນີ້ ເຈົ້າ​ຈະຕ້ອງວັດ­ແທກ​ສ່ວນ​ຫນຶ່ງ​ຈາກບໍລິເວນຄວາມຍາວ​ສອງ​ຫມື່ນ​ຫ້າ​ພັນ​ສອກ ແລະ ກວ້າງ​ຫນຶ່ງ​ຫມື່ນ​ສອກ ຊຶ່ງຈະເປັນພຣະວິຫານ, ຄືສະຖານທີ່ສັກສິດທີ່ສຸດ.
\v 4 ຈະເປັນສະຖານສັກສິດໃນແຜ່ນນດິນສຳລັບບັນດາ​ປະ­ໂລ­ຫິດ ຜູ້​ບົວ­ລະ­ບັດ​ພຣະຢາເວ, ຜູ້ທີ່ເຂົ້! ມາໃກ້ພຣະຢາເວ ເພື່ອບົວລະບັດພຣະອົງ. ຈະໃຫ້ເປັນບ່ອນສຳລັບ­​ບ້ານ​ເຮືອນ​ຂອງ​ບັນດາປະໂລຫິດ ແລະ​ເປັນ​ສະ­ຖານທີ່ສັກສິດ ແລະ ​ບໍ­ຣິສຸດ.
\v 5 ດັ່ງນັ້ນ ຄວາມຍາວສອງຫນື່ງຫ້າພັນສອກ ແລະ ຄວາມກວ້າງຫນຶ່ງຫນື່ນສອກ, ແລະ ໃຊ້ເປັນທີ່ຕັ້ງເມືອງຕ່າງໆຂອງຄົນເລວີ ຜູ້ຊຶ່ງບົວລະບັດໃນພຣະວິຫານ.
\s5
\v 6 ເຈົ້າຈະຕ້ອງມອບພື້ນທີ່ສຳລັບເມືອງນັ້ນ, ຄວາມ​ກວ້າງ​ຫ້າ​ພັນ​ສອກ ແລະ ຄວາມຍາວ​ສອງ​ຫມື່ນ​ຫ້າ​ພັນ​ສອກ, ຊຶ່ງຕໍ່ຈາກເຂດສັກສິດທີ່ໄດ້ສະຫງວນໄວ້ ສຳລັບສະຖານທີ່ສັກສິດ; ​ເມືອງນີ້ ຈະເປັນກຳມະສິດຂອງ​ເຊື້ອ­ສາຍ​ອິດສະຣາເອນ​ທັງ​ຫມົດ.
\v 7 ແຜ່ນ­ດິນຂອງບັນດາເຈົ້າເມືອງທີ່ຢູ່​ທັງ​ສອງ​ຂ້າງຂອງບໍລິເວນທີ່ສະຫງວນໄວ້ສຳລັບສະຖານທີ່ສັກສິດ​ ແລະ ​ເມືອງ. ຊຶ່ງຈະອອກໄປທາງທິດຕາເວັນຕົກ​ ແລະ ທິດທາງຕາ­ເວັນ​ອອກ. ຄວາມ​ຍາວທຽບ​ເທົ່າ​ກັບຄວາມຍາວຂອງຫນຶ່ງສ່ວນໃນສ່ວນແບ່ງເຫລົ່ານັ້ນ ຈາກທາງທິດທາງເວັນຕົກຮອດທິດຕາເວັນອອກ.
\s5
\v 8 ແຜ່ນດິນນີ້ຈະເປັນກຳມະສິດ​ຂອງ​ເຈົ້າສຳລັບເຈົ້າຊາຍໃນ​ອິດສະຣາເອນ. ແລະ ​ເຈົ້າ​ຊາຍເຫລົ່ານັ້ນຈະ​ບໍ່​ກົດຂີ່ຂົ່ມເຫັງປະ­ຊາ­ຊົນ​ຂອງ​ເຮົາ​ອີກຕໍ່ໄປ; ແຕ່ພວກເຂົາຈະມອບແຜ່ນດິນໃຫ້ຕະກຸນຕ່າງໆຂອງ​ເຊື້ອ­ສາຍ​ອິດສະຣາເອນ.
\s5
\v 9 ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າຊົງ​ກ່າວ​ດັ່ງ­ນີ້​ວ່າ: ໂອ ບັນ­ດາ​ເຈົ້າ​ຊາຍທັງຫລາຍຂອງ​ອິດສະຣາເອນ​ເອີຍ! ຈົ່ງ​ເລີກ​ການ​ທາ­ລຸນ ແລະ​ ການ­ກົດຂີ່ຂົ່ມເຫັງ​ເສຍ; ຈົ່ງເຮັດຄວາມຖືກຕອ້ງ ແລະ ­ຍຸດ­ຕິ­ທຳ! ຈົ່ງເລີກຂັບໄລ່ປະຊາຊົນຂອງເຮົາ! — ນີ້ເປັນຄຳປະກາດຂອງພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ​.
\v 10 ເຈົ້າຕ້ອງໃຊ້ຊີງ​ຊັ່ງ​ທີ່​ທ່ຽງ​ຕົງ​ເອ­ຟາ ​ແລະ ​ບາດ​ທີ່​ທ່ຽງ​ທຳ!
\v 11 ເອຟາ ແລະ ບາດ ຈະມີຈຳນວນເທົ່າກັນ, ສະນັ້ນ ຫນຶ່ງບາດເທົ່າກັບ​ຫນຶ່ງ​ໃນ​ສິບ​ຂອງ​ໂຮ​ເມ; ​ເອ­ຟາຈະເທົ່າກັບ​ຫນຶ່ງ​ໃນ​ສິບ​ຂອງ​ໂຮ​ເມ. ມາດຕະຖານຂອງການວັດແທກເທົ່າກັບ​ໂຮ​ເມ.
\v 12 ​ຫນຶ່ງ​ເຊ​ເຂເທົ່າກັບຊາວ​ຫ້າ​ເຊ​ເຂ; ຫົກສິບ​ເຊ​ເຂເທົ່າກັບຫນຶ່ງມິເນສຳລັບເຈົ້າ.
\s5
\v 13 ​ນີ້​ເປັນ​ກຳ­ນົດ​ເຄື່ອງ​ຖວາຍ​ທີ່​ເຈົ້າ​ທັງ­ຫລາຍ​ຈະມອບໃຫ້: ຄື​ສາລີຫນຶ່ງໃນຫົກ​ເອ­ຟາ ຈາກທຸກໆ ຫນຶ່ງ​​ໂຮ​ເມ​, ແລະ ເຈົ້າຈະມອບເຂົາບາເລ​ຫນຶ່ງ​ໃນ​ຫົກເອຟາຈາກທຸກໆ ຫນຶ່ງໂຮເມ.
\v 14 ແລະ​ສ່ວນວິທີການຖວາຍນໍ້າມັນ ຈະຕວງ​ດ້ວຍຫນ່ວຍບາດ ຄື​ຫນຶ່ງໃນ​ສິບ​ບາດ ຈາກທຸກຫນຶ່ງໂຄ­ຣະ (ຄືສິບບາດ) ຫລືທຸກ​ໂຮ­ເມ​ ເມື່ອຫນຶ່ງໂຮ​ເມ, ກໍຄືສິບບາດຄືກັນ.
\v 15 ແກະ​ ຫລື ແບ້ໂຕຫນຶ່ງຈາກຝູງ​ສອງ​ຮ້ອຍ​ໂຕ, ຈາກແຫລ່ງນໍ້າຂອງອິດສະຣາເອນ ຈະໃຊ້ເປັນເຄື່ອງ​ເຜົາ​ບູ­ຊາ ຫລື ​ເຄື່ອງເຜົາສັນຕິ­ບູ­ຊາ​ ເພື່ອ​ລົບ­ລ້າງ​ບາບຂອງປະຊາຊົນ — ນີ້ເປັນຄຳປະກາດຂອງພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ​.
\s5
\v 16 ປະ­ຊາ­ຊົນ​ທັງ​ຫມົດ​ແຫ່ງ​ແຜ່ນ­ດິນ​ນີ້​ຈະມອບ​ເຄື່ອງ​ຖວາຍ​ພິເສດ​ແກ່​ເຈົ້າຊາຍທັງຫລາຍ​ແຫ່ງ​ອິດສະຣາເອນ.
\v 17 ມັນ­ເປັນ​ຫນ້າ­ທີ່​ຂອງ​ເຈົ້າຊາຍ​ທີ່​ຈະ​ຈັດ​ຕຽມສັດສຳລັບເຄື່ອງ​ເຜົາ​ບູ­ຊາ, ເຄື່ອງ­ບູ­ຊາ​ພືດ​ຜົນ​ເປັນ​ເມັດ, ແລະ ເຄື່ອງ​ດື່ມ​ບູ­ຊາ ຊຶ່ງໃນ​ງານ​ເທດ­ສະ­ການ​ທັງ­ຫລາຍ ແລະ ​ໃນ​ວັນ​ຂຶ້ນຫນຶ່ງ​ຄ່ຳ, ແລະ ວັນ​ສະ­ບາ​ໂຕທັງຫລາຍນີ້ຄື — ​ເທດ­ສະ­ການ​ທີ່​ກຳ­ນົດ​ໄວ້ສຳລັບ​ເຊື້ອ­ສາຍ​ອິດສະຣາເອນ​. ­ເຂົາ​ຈັດ​ຕຽມເຄື່ອງ­ບູ­ຊາ​ໄຖ່​ບາບ, ເຄື່ອງ­ບູ­ຊາ​ພືດ​ຜົນ​ເປັນ​ເມັດ, ເຄື່ອງ​ເຜົາ​ບູ­ຊາ ແລະ ​ເຄື່ອງສັນຕິ­ບູ­ຊາ​ ເພື່ອ​ເຮັດ­ການ​ລົບ​ລ້າງ­ບາບ​ແທນ​ເຊື້ອ­ສາຍ​ອິດສດຣາເອນ.
\s5
\v 18 ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າຊົງ​ກ່າວ​ດັ່ງ­ນີ້​ວ່າ: ໃນ​ວັນ­ທີ​ຫນຶ່ງ​ຂອງ​ເດືອນ​ທີ​ຫນຶ່ງ, ເຈົ້າ​ຈົ່ງ​ເອົາ​ງົວເຖິກປາສະຈາກຕຳນິຈາກຝູງ ແລະ ມາເຮັດພິທີຖວາຍບູຊາລ້າງບາບ ສຳລັບ ສະຖານນະມັດສະການ​.
\v 19 ບັນດາ​ປະ­ໂລ­ຫິດ​ເອົາ​ເລືອດ​ຂອງ​ເຄື່ອງ­ບູ­ຊາ​ໄຖ່​ບາບ​ທາໄວ້ທີ່ເສົາປະຕູ​ພຣະ­ວິ­ຫານ ແລະ ທີ່​ແຈທັງສີ່ຂອງເຂດແດນຂອງ​ແທ່ນ​ບູ­ຊາ, ແລະ ​ເທິງ​ເສົາ​ປະ­ຕູ​ຂອງ​ເດີ່ນ​ຊັ້ນ​ໃນ.
\v 20 ເຈົ້າຈະເຮັດຢ່າງນີ້ອີກໃນ​ວັນ­ທີ​ເຈັດ​ຂອງ​ເດືອນ​ນັ້ນ ເປັນການຊຳລະຄວາມບາບຂອງແຕ່ລະຄົນ ຊຶ່ງ​ເປັນການເຮັດ​ບາບໂດຍບໍ່ເຈດຕະນາ ຫລື ເຈດຕະນາ; ໂດຍວິທີນີ້ເຈົ້າຈະຊໍາລະພຣະວິຫານ.
\s5
\v 21 ໃນ​ວັນ­ທີ​ສິບ​ສີ່​​ ເດືອນ​ທີຫນຶ່ງ, ຈະມີການຖືເທດສະການ, ເທດສະການເຈັດມື້. ເຈົ້າຈະກິນເຂົ້າຈີ່​ບໍ່­ມີ​ເຊື້ອແປ້ງ.
\v 22 ໃນ​ມື້​ນັ້ນ, ​ເຈົ້າຊາຍຈະ​ຈັດ​ຫາ​ງົວເຖິກ​ໂຕ​ຫນຶ່ງ​ສຳ­ລັບ​ຕົນ­ເອງ ແລະ ຕຽມງົວເຖິກສຳລັບ​ປະ­ຊາ­ຊົນທັງຫລາຍ​ຂອງແຜ່ນດິນ ເພື່ອ​ເປັນ​ເຄື່ອງ­ບູ­ຊາ​ໄຖ່ບາບ.
\s5
\v 23 ສຳລັບ​ເທດສະການໃນມື້ທີ່ເຈັດ, ເຈົ້າຊາຍຈະຈັດຕຽມ​ງົວເຖິກ​ເຈັດ​ໂຕ​ກັບ​ແກະ​ຜູ້​ເຈັດ​ໂຕ​ທີ່​ປາ­ສະ­ຈາກ​ຕຳ­ນິ ໃຫ້­ເປັນ​ເຄື່ອງ​ເຜົາ​ບູ­ຊາ​ແດ່​ພຣະຢາເວໃນ​ທຸກໆ​ມື້​ຕະ­ຫລອດ​ເຈັດ​ມື້​ນັ້ນ, ແລະ ​ຈັດ​ຫາ​​ແບ້ຜູ້​ໂຕ​ຫນຶ່ງ​ທຸກມື້ ໃຫ້­ເປັນ​ເຄື່ອງ­ບູ­ຊາ​ໄຖ່​ບາບ.
\v 24 ແລ້ວ​ເຈົ້າຊາຍຈັດ​ຫາ​ອາຫານເຄື່ອງ­ບູ­ຊາ​​ຫນຶ່ງ​ເອ­ຟາຕໍ່​ງົວ­ເຖິກ​ໂຕຫນຶ່ງ ແລະ ຫນຶ່ງ​ເອ­ຟາຕໍ່​ແກະຜູ້​ໂຕຫນຶ່ງ ພ້ອມທັງນໍ້າມັນຫນຶ່ງ​ຮິນຕໍ່​ແປ້ງ​ຫນຶ່ງເອ­ຟາ.
\s5
\v 25 ໃນ​ວັນ­ທີ​ສິບ​ຫ້າ​ຂອງ​ເດືອນ​ທີ​ເຈັດ, ແລະ ​ໃນ​ເທດ­ສະ­ການ​ງານລ້ຽງນັ້ນ, ເຈົ້າຊາຍຈະເຮັດການຖວາຍຕະຫລອດ​ເຈັດ​ມື້: ຄື ​ເຄື່ອງ­ບູ­ຊາ​ໄຖ່​ບາບ, ເຄື່ອງ​ເຜົາ​ບູ­ຊາ ແລະ ເຄື່ອງ­ບູ­ຊາ​ພືດ​ຜົນ​ເປັນ​ເມັດ ແລະ​ ຖວາຍ​ນ້ຳ­ມັນ.
\s5
\c 46
\cl ບົດທີ 46
\p
\v 1 ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າຊົງ​ກ່າວ​ດັ່ງ­ນີ້​ວ່າ: ປະ­ຕູ​ເດີ່ນ​ຊັ້ນ​ໃນ​, ປິ່ນຫນ້າ​ໄປ​ທາງທິດ­ຕາ­ເວັນ­ອອກ, ຈະຖືກ​ປິດໄວ້ໃນມື້​ທີ່ເຮັດ­ວຽກ​ຫົກ​ວັນ, ແຕ່​ໃນ​ວັນ​ສະ­ບາ​ໂຕ­ນັ້ນຈະໃຫ້​ເປີດ, ແລະ ​ໃນ​ວັນ​ຂຶ້ນ​ຫນຶ່ງ​ຄ່ຳ​ກໍ​ໃຫ້​ເປີດ.
\v 2 ຝ່າຍ​ເຈົ້າຊາຍ​ນັ້ນ​ຈະ​ເຂົ້າ​ມາ​ເດີ່ນຊັ້ນນອກໂດຍ​ທາງປະຕູ ແລະ ​ລະ­ບຽງ​ ຈາກດ້ານນອກ, ແລະ ລາວຈະ​ມາ​ຢືນ­ຢູ່ຕໍ່ຫນ້າເສົາ​ປະ­ຕູຈາກດ້ານໃນ ຂະນະທີ່ພວກ​ປະ­ໂລ­ຫິດ​ຖວາຍ​ເຄື່ອງ​ເຜົາ​ບູ­ຊາ ແລະ ​ເຄື່ອງ­ສັນຕິບູ­ຊາຂອງເຂົາ. ແລ້ວລາວຈະ​ນະ­ມັດ­ສະ­ການ​ຢູ່​ທີ່​ທາງ​ເຂົ້າ​ປະ­ຕູດ້ານໃນ ແລະ ອອກໄປ, ແຕ່​ປະ­ຕູ​ນັ້ນ​ຈະຍັງບໍ່ປິດຈົນ​ກວ່າ​ຈະ​ຮອດ​ຕອນ​ຄ່ຳ.
\s5
\v 3 ປະ­ຊາ­ຊົນ​ແຫ່ງ​ແຜ່ນ­ດິນ​ຈະ​ນະ­ມັດ­ສະ­ການ​ຕໍ່​ພຣະ­ພັກ​ພຣະຢາເວ​ຢູ່ທາງ​ເຂົ້າ​ປະ­ຕູ​ນັ້ນ ທັງໃນ​ວັນ​ສະ­ບາ​ໂຕ ແລະ ​ໃນ​ວັນ​ຂຶ້ນຫນຶ່ງ​ຄ່ຳ.
\v 4 ເຄື່ອງ​ເຜົາ​ບູ­ຊາ​ທີ່​ເຈົ້າຊາຍ​​ຖວາຍ​ແດ່​ພຣະ­ຢາເວ​ໃນ​ວັນ​ສະ­ບາ​ໂຕ­ນັ້ນ ຄື​ ລູກ​ແກະທີ່​ປາ­ສະ­ຈາກ​ຕຳ­ນີ​ຫົກ​ໂຕ ແລະ​ ແກະ​ຜູ້​ປາສະ­ຈາກ​ຕຳ­ນີ​ໂຕ​ຫນຶ່ງ.
\v 5 ເຄື່ອງ­ບູ­ຊາ​ພືດ​ຜົນ​ເປັນ​ເມັດ ພ້ອມ​ກັບ​ແກະ​ຜູ້­ນັ້ນ​ຄື​​ຫນຶ່ງ​ເອ­ຟາ, ແລະ ​ເຄື່ອງ­ບູ­ຊາ​ພືດ​ຜົນ​ເປັນ​ເມັດ​ພ້ອມກັບ​ລູກ​ແກະ​ນັ້ນ ລາວຢາກຈະຖວາຍ, ແລະ ນໍ້າມັນ​ຫນຶ່ງ​​ຮິນຕໍ່ພຶດຜົນແຕ່ລະ​ເອ­ຟາ.
\s5
\v 6 ໃນ​ມື້​ຂຶ້ນຫນຶ່ງ​ຄ່ຳ ລາວຈະ​ຖວາຍ​ງົວ​ເຖິກທີ່ປາ­ສະ­ຈາກ​ຕຳ­ນີ​ໂຕ​ຫນຶ່ງຈາກຝູງ, ພ້ອມກັບ​ລູກ​ແກະ​ຫົກ​ໂຕ​, ກັບ​ແກະຜູ້​ໂຕ​ຫນຶ່ງ ຊຶ່ງ​ລ້ວນຕ້ອງ​ປາ­ສະ­ຈາກ​ຕຳ­ນີ.
\v 7 ລາວຕ້ອງໄດ້ຖວາຍເຄື່ອງ­ບູ­ຊາ​ພືດ​ຜົນ​ເປັນ​ເມັດ​ນັ້ນຫນຶ່ງເອຟາຕໍ່​ງົວ­ເຖິກ​ໂຕ­ນັ້ນ ແລະ​ ຫນຶ່ງ​ເອ­ຟາຕໍ່​ແກະ​ຜູ້​ໂຕນັ້ນ, ແລະ ​ແຕ່ທີ່ລາວປາຖະຫນາຄືຖວາຍ​ລູກ​ແກະນັ້ນ, ແລະ ຖວາຍນໍ້າມັນຫນຶ່ງ​ຮິນ​ຕໍ່​ພຶດ​ທຸກໆ​ເອ­ຟາ.
\v 8 ເມື່ອ​ເຈົ້າຊາຍ​ເຂົ້າ​ມາຈາກທາງປະຕູ​ ແລະ ​ລະ­ບຽງ, ລາວຕ້ອງກັບ​ອອກ​ໄປ​ຕາມ​ທາງ​ດຽວ​ກັນ​ນັ້ນຄືເກົ່າ.
\s5
\v 9 ແຕ່ເມື່ອ​ປະ­ຊາ­ຊົນ​ຂອງແຜ່ນ­ດິນ​ເຂົ້າ​ມາ​ຕໍ່​ພຣະ­ພັກ​ພຣະຢາເວ­ຢູ່​ໃນ​ເທດ­ສະ­ການ​ງານ​ລ້ຽງ​ຕາມ​ກຳ­ນົດ, ຜູ້​ທີ່​ເຂົ້າ​ມາ​ທາງ​ປະ­ຕູ​ທິດເຫນືອ ເພື່ອ​ນະ­ມັດ­ສະ­ການ​ຈະ​ຕ້ອງ​ກັບ​ອອກ​ໄປ​ທາງ​ປະ­ຕູ​ທິດໃຕ້; ແລະ​ ຜູ້​ທີ່​ເຂົ້າ​ມາ​ທາງ​ປະ­ຕູທິດ​ໃຕ້​ ຈະ​ຕ້ອງ​ກັບ​ອອກ​ໄປ​ທາງ​ປະ­ຕູ​ທິດເຫນືອ. ຢ່າ​ໃຫ້​ໃຜ​ກັບອອກໄປຕາມ​ທາງ​ປະ­ຕູ​ທີ່ເຂົາເຂົ້າມາ, ເພາະເຂົາຕ້ອງກັບອອກໄປທາງດ້ານກົງກັນຂ້າມກັບທາງທີ່ເຂົ້າມາ.
\v 10 ເຈົ້າ​ຊາຍຈະ​ຢູ່ທ່າມກາງປະຊາຊົນ; ເມື່ອເຂົາທັງຫມົດເຂົ້າ­ໄປນັ້ນ, ລາວຕ້ອງເຂົ້າໄປ, ເມື່ອ​ປະ­ຊາ­ຊົນ​ອອກ​ໄປນັ້ນ, ລາວກໍຕ້ອງອອກໄປດ້ວຍ.
\s5
\v 11 ໃນ​ເທດ­ສະ­ການງານລ້ຽງ, ເຄື່ອງ­ບູ­ຊາ​ພືດ​ຜົນ​ເປັນ​ເມັດ ຫນຶ່ງເອຟາຕໍ່ກັບ​ງົວ​ເຖິກ​ໂຕ​ຫນຶ່ງ ແລະ ຫນຶ່ງເອຟາຕໍ່​ກັບ​ແກະ​ຜູ້ໂຕຫນຶ່ງ, ແລະ ສິ່ງໃດໆທີ່ລາວປາຖະຫນາຢາກຈະຖວາຍກັບ​ລູກ​ແກະ, ແລະ ​ນ້ຳ­ມັນຫນຶ່ງ​ຮິນ​​ຕໍ່ສຳລັບແຕ່ລະ​ເອ­ຟາ ກໍໃຫ້ຖວາຍ​.
\v 12 ເມື່ອ​ເຈົ້າຊາຍ​ຖວາຍ​ເຄື່ອງ­ບູ­ຊາ​ຕາມ­ໃຈ​ສະ­ຫມັກ, ອາດຈະ​ເປັນ​ເຄື່ອງ​ເຜົາ​ບູ­ຊາ ຫລື​ ເຄື່ອງສັນຕິ­ບູ­ຊາຕໍ່​ພຣະ­ຢາເວ, ​​ປະ­ຕູ​ທີ່​ປິ່ນ​ຫນ້າ​ໄປ​ທາງ​ທິດ­ຕາ­ເວັນ­ອອກ​ ກໍຈະເປີດອອກໃຫ້ແກ່ລາວ. ລາວຈະຖວາຍເຄື່ອງເຜົາບູຊາ ຫລື ​ເຄື່ອງ­ສັນຕິບູ­ຊາ​ຂອງເຂົາ ເຫມືອນຢ່າງທີ່ລາວເຮັດ​ໃນ​ວັນ​ສະ­ບາ​ໂຕ. ແລ້ວ​ລາວ​ຈະຕ້ອງ​ອອກ​ໄປ, ເແລະ ຫລັງຈາກທີ່ລາວອອກໄປແລ້ວ ປະຕູກໍຈະຖືກ​ປິດ.
\s5
\v 13 ນອກຈາກນີ້, ເຈົ້າ​ຈະຖວາຍ​ລູກ​ແກະ​ໂຕ​ຫນຶ່ງ​ອາ­ຍຸ​ຫນຶ່ງ​ປີ ທີ່ປາ­ສະ­ຈາກ​ຕຳນິເປັນ​ເຄື່ອງ​ເຜົາ​ບູ­ຊາ​ແກ່​ພຣະ­ຢາເວ​ປະ­ຈຳ​ວັນ; ເຈົ້າຈະເຮັດສິ່ງນີ້ທຸກໆເຊົ້າວັນໃຫມ່.
\v 14 ​ເຈົ້າ​ຈະຖວາຍພຶດພັນເປັນເມັດທຸກໆເຊົ້າ, ຫນຶ່ງ​ສ່ວນ​ຫົກ​ຂອງ​ເອ­ຟາ ແລະ ​ນ້ຳ­ມັນ​ຫນຶ່ງ​ສ່ວນ​ສາມ​ຮິນ ເພື່ອ​ນວດ​ແປ້ງ​ໃຫ້​ຊຸ່ມ​ໃຫ້­ເປັນ​ເຄື່ອງ­ບູ­ຊາ​ພືດ​ຜົນ​ເປັນ​ເມັດ​ແກ່​ພຣະ­ຜູ້­ຢາເວ, ​ນີ້​ເປັນ​ລະ­ບຽບ​ຕະ­ຫລອດ­ໄປ­ເປັນ­ນິດ.
\v 15 ພວກເຂົາຈະຕ້ອງຈັດຫາລູກແກະ, ​ເຄື່ອງ­ບູ­ຊາ​ພືດ​ຜົນ​ເປັນ​ເມັດ, ​ແລະ ​ນ້ຳ​ມັນທຸກໆ​ເຊົ້າ, ເພື່ອ​ເປັນ​ເຄື່ອງ​ເຜົາ​ບູ­ຊາ​ເປັນ­ນິດ.
\s5
\v 16 ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ຊົງກ່າວ​ດັ່ງ­ນີ້​ວ່າ: ຖ້າ​ເຈົ້າ​ຊາຍຈະມອບຂອງຂວັນໃຫ້ແກ່ລູກຊາຍທັງຫລາຍຂອງຕົນ, ສິ່ງນີ້ກໍຈະເປັນ​ມໍ­ລະ­ດົກ​ຂອງ​ລາວ. ມັນຈະເປັນກຳມະສິດຂອງລູກທັງຫລາຍຂອງລາວ, ມັນເປັນ​ມໍ­ລະ­ດົກ.
\v 17 ແຕ່​ຖ້າລາວມອບ​ຂອງຂວັນສ່ວນ​ຫນຶ່ງຈາກ​ມໍ­ລະ­ດົກ​ຂອງລາວ ມອບ​ໃຫ້​ຄົນ­ໃຊ້​​ຄົນ​ຫນຶ່ງ​ຂອງລາວ, ແລ້ວສ່ວນ​ນັ້ນ​ຈະ​ກາຍເປັນ​ຂອງ​ຄົນ­ໃຊ້​ນັ້ນຈົນ​ເຖິງ​ປາີແຫ່ງອິດ­ສະ­ຫລະ­ພາບ, ແລ້ວ​ຈາກ​ນັ້ນກໍ​ຈະເອົາມາສົ່ງ​ໃຫ້ເຂົ້າຊາຍຄືນ. ມໍ­ລະ­ດົກຂອງລາວແມ່ນສຳລັບ​ລູກ­ຊາຍ​ທັງຫລາຍຂອງລາວ​ເທົ່າ​ນັ້ນ​.
\v 18 ເຈົ້າຊາຍຈະບໍ່​ຍຶດ​ສິ່ງ­ໃດຈາກ​ມໍ­ລະ­ດົກ​ຂອງ​ປະ­ຊາ­ຊົນ​ ໂດຍ​ບີບຄັ້ນໃຫ້ອອກໄປຈາກສ່ວນທີ່ເປັນກຳມະສິດຂອງເຂົາທັງຫລາຍ; ເຈົ້າຊາຍຈະຕ້ອງ​ມອບສ່ວນທິ່ເປັນກຳມະສິດຂອງຕົນເອງໃຫ້ເປັນ​​ມໍ­ລະ­ດົກ​ແກ່​ລູກ­ຊາຍທັງຫລາຍ​ຂອງລາວ ເພື່ອ​ວ່າ​ປະ­ຊາ­ຊົນຈະບໍ່ກະຈັດກະຈາຍ, ທີ່​ຕ້ອງ​ຖືກ​ຂັບ­ໄລ່​ຈາກສ່ວນທີ່ເປັນ​ກຳ­ມະ­ສິດ​ຂອງ­ຕົນ.'"
\s5
\v 19 ແລ້ວ​ຊາຍຄົນນັ້ນ​ກໍ​ນຳ​ຂ້າ­ນ້ອຍ​ມາ​ຕາມ​ທາງ​ເຂົ້າ​ທີ່ປະ­ຕູ ເພື່ອມາ­ຍັງ​ຫ້ອງ​ບໍ­ຣິ­ສຸດ​ສຳລັບ​ປະ­ໂລ­ຫິດ, ຊຶ່ງປິ່ນຫນ້າໄປທາງທິດເຫນືຶອ ແລະ ເບິ່ງ​ແມ໋! ໃນບ່ອນນັ້ນ ຂ້ານ້ອຍເຫັນທີ່ຫນຶ່ງຢູ່ທາງ​ທິດ­ຕາ­ເວັນ­ຕົກ.
\v 20 ຊົງ​ກ່າວ​ແກ່​ຂ້າ­ນ້ອຍ​ວ່າ, “ນີ້​ເປັນ​ສະ­ຖານ­ທີ່​ຊຶ່ງ​ປະ­ໂລ­ຫິດ​ຈະ​ໃຊ້​ຕົ້ມ​ເຄື່ອງ­ບູ­ຊາ​ໄຖ່​ບາບ, ຄວາມຜິດ ແລະ​ເຄື່ອງ­ບູ­ຊາ​ໄຖ່​ບາບ ແລະ ເປັນ​ບ່ອນ​ທີ່​ເຂົາ​ອົບ​ເຄື່ອງ­ບູ­ຊາ​ພືດ​ຜົນ​ເປັນ​ເມັດ. ພວກເຂົາບໍ່ສາມາດນຳເຄື່ອງບູຊາໄປຍັງ​ເດີ່ນ​ຊັ້ນ​ນອກ, ເພິ່ນບອກວ່າ ປະຊາຊົນຈະຕ້ອງໄດ້ຮັບການຊຳລະໃຫ້ສະອາດ."
\s5
\v 21 ແລ້ວ​ເຂົາ​ຈຶ່ງ​ນຳ​ຂ້ານ້ອຍ​ອອກ​ມາ​ທີ່​ເດີ່ນ​ຊັ້ນ​ນອກ ແລະ ​ພາ​ຂ້າ­ນ້ອຍຜ່ານໄປກາຍແຈ​ທັງ​ສີ່​ຂອງ​ເດີ່ນ​ນັ້ນ, ແລະ​ ຂ້ານ້ອຍໄດ້ເຫັນວ່າ ໃນແຕ່ລະແຈຂອງເດ່ີ່ນກໍມີເດີ່ນອີກເດີ່ນຫນຶ່ງ.
\v 22 ໃນແຈ​ທັງ​ສີ່​ຂອງ​ເດີ່ນຊັ້ນນອກ ມີ​ເດີ່ນ​ນ້ອຍ​ໆສີ່ເດີ່ນ, ຍາວ​ສີ່​ສິບ​ສອກ ແລະ ກວ້າງ​ສາມ­ສິບ​ສອກ. ເດີ່ນ​ທັງ​ສີ່​ມີ​ຂະ­ຫນາດ​ດຽວ​ກັນທັງສີ່ເດີ່ນ.
\v 23 ມີແຖວຫີນອ້ອມຮອບເດີ່ນນ້ອຍ​ທັງ​ສີ່​ນັ້ນ, ແລະ ມີ​ເຕົາແຕ່ງອາຫານຢູ່ດ້ານລຸ່ມຂອງແຖວຫີນນນັ້ນ​.
\v 24 ແລ້ວ​ຊາຍຄົນນັ້ນໄດ້​ກ່າວ​ແກ່​ຂ້ານ້ອຍ​ວ່າ. “ສະຖານທີ່ເຫລົ່ານີ້ເປັນບ່ອນ​ທີ່ຄົນຮັບໃຊ້ໃນພຣະວິຫານ ຈະໃຊ້ຕົ້ມ​ເຄື່ອງ​ບູ­ຊາທີ່​ປະ­ຊາ­ຊົນຈະຖວາຍ.”
\s5
\c 47
\cl ບົດທີ 47
\p
\v 1 ຫລັງ​ຈາກ​ນັ້ນ ຊາຍຄົນນັ້ນ​ກໍ​ນຳ​ຂ້າ­ນ້ອຍ​ກັບ​ມາ​ທີ່​ປະ­ຕູ​ທາງເຂົ້າພຣະ­ວິ­ຫານ, ແລະ​ ທີ່ມີ​ນ້ຳ​ໄຫລ​ອອກ​ມາ​ຈາກ​ກ້ອງ​ທາງ​ເຂົ້າ​ປະ­ຕູ​ພຣະ­ວິ­ຫານ​​ໄປ​ທາງ​ທິດ­ຕາ­ເວັນ­ອອກ — ເພາະດ້ານຫນ້າຂອງ​ພຣະ­ວິ­ຫານປິ່ນ​ຫນ້າ​ໄປ​ທາງ​ທິດ­ຕາ­ເວັນ­ອອກ — ແລະ ​ນ້ຳ​ໄຫລ​ລົງ­ມາ​ຈາກ​ຂ້າງ​ລຸ່ມທາງທິດໃຕ້​ຂອງ​ພຣະ­ວິ­ຫານ, ຄືດ້ານຂວາຂອງ​ແທ່ນ​ບູ­ຊາ.
\v 2 ດັ່ງນັ້ນ ເຂົາໄດ້​ນຳ​ຂ້າ­ນ້ອຍອອກ​ມາ​ທາງ​ປະ­ຕູ​ດ້ານເຫນືອ ແລະ ​ນຳ​ຂ້າ­ນ້ອຍ​ອ້ອມ­ໄປ​ພາຍ­ນອກ​ເຖິງ​ປະ­ຕູ​ຊັ້ນ​ນອກ ຊຶ່ງປິ່ນ​ຫນ້າ​ໄປ​ທາງ​ຕາ­ເວັນ​ອອກ, ແລະ​ ທີ່ນ້ຳ​ນັ້ນໄຫລ​ອອກ​ມາ​ຈາກປະຕູທາງ​ທິດໃຕ້.
\s5
\v 3 ຊາຍ​ຜູ້­ນັ້ນ​ໄດ້​​ໄປ​ທາງ​ຕາ­ເວັນ​ອອກ, ​ມີ​ເຊືອກ​ວັດ­ແທກ​ຢູ່­ໃນ​ມືຂອງເຂົາ; ເຂົາ​ວັດ­ແທກ​ໄດ້​ຫນຶ່ງ​ພັນ​ສອກ ແລະ ​ນຳ​ຂ້າ­ນ້ອຍ​ລຸຍ​ນ້ຳ​ໄປ​ພຽງ​ຂໍ້​ຂາ.
\v 4 ແລ້ວ​ເຂົາ​ກໍ​ວັດ­ແທກ​​ອີກ​ຫນຶ່ງ​ພັນສອກອີກເທື່ອຫນຶ່ງ ແລະ ​ນຳ​ຂ້າ­ນ້ອຍລຸຍ​ນ້ຳ​ໄປເລິກ​ພຽງຫົວ​ເຂົ່າ; ແລະ ​ເຂົາກໍ​ວັດ­ແທກ​ໄດ້​ອີກ​ຫນຶ່ງ​ພັນສອກ ແລະ ​ນຳ​ຂ້ານ­້ອຍ​ລຸຍ​ນ້ຳ​ໄປ ​ເລິກ​ພຽງ​ແອວ.
\v 5 ຫລັງ​ຈາກ​ນັ້ນ ເຂົາ​ກໍ​ວັດ­ແທກ​ໄດ້​ອີກ​ຫນຶ່ງ​ພັນສອກ, ແຕ່­ເປັນ​ແມ່­ນ້ຳ​ທີ່­ຂ້າ­ນ້ອຍ​ລຸຍ​ຂ້າມ​ບໍ່­ໄດ້ ເພາະ​ນ້ຳ​ນັ້ນ​ຂຶ້ນ​ແລ້ວ​ ແລະ ເລິກ​ພໍ​ທີ່​ຈະ​ລອຍ​ໄປ​ໄດ້ — ມັນເປັນ​ແມ່­ນ້ຳ​ທີ່​ລຸຍ​ຂ້າມ​ບໍ່­ໄດ້.
\s5
\v 6 ຊາຍຄົນນັ້ນ​ເວົ້າ­ກັບ​ຂ້າ­ນ້ອຍວ່າ, “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ເຈົ້າ​ເຫັນ​ສິ່ງ​ນີ້​ບໍ?” ແລ້ວ​ເຂົາ​ກໍ​ພາ​ຂ້າ­ນ້ອຍອອກມາ ແລະ ໃຫ້ຂ້ານ້ອຍຍ່າງກັບ​ມາ​ຕາມ​ຝັ່ງ​ແມ່­ນ້ຳ.
\v 7 ຂະ­ນະ​ທີ່­ຂ້າ­ນ້ອຍ​ກັບ​ມາ, ຕາມແຄມນ້ຳມີຕົ້ນໄມ້ຢ່າງ​ຫລວງ­ຫລາຍ​ຢູ່​ທີ່​ຝັ່ງ​ແມ່­ນ້ຳ​ທັງ​ສອງ​ຟາກ.
\v 8 ຊາຍຄົນນັ້ນ​ເວົ້າ­ກັບ​ຂ້ານ້ອຍ​ວ່າ, “ນ້ຳ​ນີ້​ໄຫລ​ໄປ​ທາງບໍລິເວນເຂດ​ຕາ­ເວັນ​ອອກ ແລະ​ ໄຫລ​ລົງ​ໄປ​ເຖິງ​ອາຣາບາ; ແລ້ວນໍ້ານີ້ກໍໄດ້ໄຫລ​ລົງ​ໄປ​ເຖິງ​ທະ­ເລເກືອ ແລະ ​​ກໍ​ຈະເຮັດໃຫ້ນໍ້າ​ຈືດ​.
\s5
\v 9 ສິ່ງທີ່ມີຊີວິດທຸກຢ່າງທີ່ຢູ່ກັນເປັນຝູງ ກໍຈະມີຊີວິດຢູ່ໄດ້ ເມື່ອແມ່­ນ້ຳ​ໄຫລຜ່ານໄປ​ເຖິງ​ທີ່​ໃດ; ທີ່ນັ້ນຈະມີປາຢ່າງຫລວງຫລາຍ, ເພາະວ່າສາຍນໍ້າໄຫລຜ່ານໄປທີ່ນັ້ນ. ມັນຈະເຮັດໃຫ້ນໍ້າເຄັມ​ຈືດ. ສາຍ­ນ້ຳ​ໄຫລຜ່ານໄປເຖິງ​ບ່ອນ​ໃດ ​ສິ່ງທີ່ມີຊີວິດທຸກຢ່າງກໍຈະມີ­ຊີ­ວິດຢູ່ໄດ້.
\v 10 ແລ້ວສິ່ງນີ້ກໍຈະເກີດຂື້ນວ່າ ພວກ​ຊາວ​ຫາ​ປາ​ຈາກ​ເອັນເກ­ດີ​ ຈະຢືນຢູ່ທີ່ຂ້າງແມ່ນໍ້າ, ແລະ ໃນທີ່ນັ້ນຈະມີສະຖານທີ່ສຳລັບຕາກແຫເຖິງ​ເອັນເອັກ­ລາ­ຢິມ. ຢູ່ທີ່ນັ້ນຈະມີປາ​​ຫລາຍ​ຊະ­ນິດໃນທະເລເກືອ, ເຫມືອນກັບປາໃນທະເລໃຫຍ່ ເພື່ອຄວາມອຸດົມສົມບູນຂອງມັນ.
\s5
\v 11 ແຕ່​ບ່ອນທີ່​ເປັນ​ບຶງ ແລະ ​ຫນອງນ້ຳຂອງທະເລເກືອ​ຈະ​ບໍ່​ຖືກເຮັດໃຫ້ຈືດ; ມັນຍັງຈະເປັນ​ເກືອຢູ່.
\v 12 ນອກຈາກນີ້ ຕາມ​ຝັ່ງ​ທັງ​ສອງ​ຟາກ​ຂອງແມ່­ນ້ຳ, ຈະ​ມີ​ຕົ້ນ­ໄມ້​ທຸກ​ຊະ­ນິດ​ທີ່​ປູກ​ເປັນ​ອາ­ຫານ. ໃບ​ຂອງ​ມັນ​ຫລາຍຈະ​ບໍ່​ຫ່ຽວ ແລະ ​ຫມາກ​ຂອງ​ມັນ​ຈະ​ບໍ່​ຫລົ່ນຈັກເທື່ອ. ແຕ່ລະເດືອນ, ຕົ້ນ​ຈະ​ເກີດ​ຫມາກ​ໃຫມ່ເລື້ອຍໆ​, ເພາະ­ວ່າ​ນ້ຳໄຫລຈາກສະຖານທີ່ສັກສິດມາຍັງຕົ້ນ­ໄມ້​ເຫລົ່ານັ້ນ. ຜົນຂອງຫມາກ​ໄມ້​ນັ້ນ​ຈະໃຊ້​ເປັນ​ອາ­ຫານ, ແລະ ​ໃບຂອງມັນ​ກໍ​ໃຊ້​ຮັກສາພະຍາດ.
\s5
\v 13 ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ກ່າວ​ດັ່ງ­ນີ້​ວ່າ: ນີ້​ຈະເປັນວິທີທີ່ເຈົ້າຈະແບ່ງ​ເຂດ­ແດນ​ໃຫ້ອິດສະຣາເອນທັງສິບສອງເຜົ່າ: ໂຢ­ເຊັບ​ຈະ​ໄດ້​ສອງ​ສ່ວນ.
\v 14 ແລະ​ພວກເຈົ້າ​ຈົ່ງ​ແບ່ງ​ໃຫ້​ເທົ່າໆ​ກັນ ຢ່າງທີ່ເຮົາ​ໄດ້ຍົກມືປະ­ຕິ­ຍານແລ້ວວ່າ ​ຈະ​ມອບ​ໃຫ້​ແກ່​ບັນ­ພະ­ບູ­ລຸດ​ຂອງ​ເຈົ້າ. ​ແຜ່ນ­ດິນ​ນີ້​ຈະ​ຕົກ​ເປັນ​ມໍ­ລະ­ດົກ​ຂອງ​ພວກເຈົ້າ.
\s5
\v 15 ​ນີ້ຈະ​ເປັນ​ເຂດ­ແດນ​ຂອງ​ແຜ່ນ­ດິນ​ນີ້ ທາງ​ທິດ­ເຫນືອ​ຈາກ​ທະ­ເລ​ໃຫຍ່​ໄປ​ຕາມ​ທາງ​ເມືອງ​ເຮດ­ໂລນ, ແລະ ​ຕໍ່­ໄປ​ຮອດ​ເມືອງ​ເຊ­ດາດ.
\v 16 ແລ້ວເຂດແດນຈະໄປຍັງເມືອງ​ເບ­ໂຣ­ທາ, ເຖິງເມືອງ​ຊິບ­ຣາ­ອິມ, ຊຶ່ງ​ຢູ່​ລະ­ຫວ່າງ​ເຂດ­ແດນ​ເມືອງ​ດາ­ມັສກັດ ແລະ ​ເຂດ­ແດນ​ເມືອງ​ຮາມັດ, ແລະ ຮອດເມືອງຮາ­ເຊີ-ຮັດ­ຕິ­ໂກນ, ຊຶ່ງ​ຢູ່​ທີ່​ເຂດ­ແດນ​ເມືອງ​ຮາ­ອູ­ຣານ.
\v 17 ດັ່ງ­ນັ້ນ ເຂດ­ແດນ​ຈະ​ຍາວ​ຈາກ​ທະ­ເລ​ເຖິງ​ເມືອງ​ຮາ­ຊາ-ເອ­ໂນນ ຊຶ່ງ​ຢູ່​ທີ່​ເຂດ­ແດນ​ທາງ​ເຫນືອ​ຂອງ​ເມືອງ​ດາ­ມັສກັດ ແລະ ເມືອງ​ຮາມັດທາງ​ທິດ­ເຫນືອ​. ອັນ​ນີ້​ເປັນ​ເຂດພາກ​ເຫນືອ.
\s5
\v 18 ທາງ​ດ້ານ​ຕາ­ເວັນ​ອອກ, ລະຫວ່າງ​ເມືອງ​ຮາ­ອູ­ຣານ ແລະ ​ດາ­ມັສກັດ ແລະ ລະ­ຫວ່າງ​ກິ­ເລ­ອາດ​ ແລະ ​ແຜ່ນ­ດິນ​ອິດສະຣາເອນ ກໍຈະເປັນ​ແມ່­ນ້ຳ​ຈໍ­ແດນ. ເຈົ້າຕ້ອງ​ວັດ­ແທກຈາກເຂດນີ້ເຖິງຟາກທະເລຕາເວັນອອກ; ທັງຫມົດນີ້ຈະເປັນ​ເຂດແດນທາງ​ດ້ານ​ຕາ­ເວັນ​ອອກ.
\v 19 ແລ້ວທາງທິດ​ໃຕ້: ທາງທິດໃຕ້ຂອງຕາ­ມາ ຈົນ​ຮອດ​ນ້ຳ​​ເມ­ຣີ­ບາຄາ­ເດັດ, ​ເລື້ອຍ​ໄປ​ຕາມ​ແມ່­ນ້ຳເອຢິບ​ເຖິງ​ທະ­ເລ​ໃຫຍ່, ແລະ ທາງທິດໃຕ້​ນີ້​ເປັນ​ເຂດແດນໄປ​ທາງ​ທິດໃຕ້.
\v 20 ເຂດແດນທາງ​ທິດ​ຕາ­ເວັນ­ຕົກຈະເປັນທະ­ເລ​ໃຫຍ່​ ຊຶ່່ງ​ເລື້ອຍ​ໄປ​ຈົນ​ຮອດ​ບ່ອນ​ທີ່­ຢູ່​ກົງ­ກັນ­ຂ້າມກັບ​ເມືອງ​ຮາມັດ. ອັນ​ນີ້​ເປັນ​ເຂດ­ແດນ​ທາງ​ຕາ­ເວັນ­ຕົກ.
\s5
\v 21 ນີ້ຄືວິທີທີ່ຈະແບ່ງແຜ່ນດິນນີ້ ສຳລັບພວກເຂົ້າ, ສຳລັບເຜົ່າຕ່າງໆຂອງ​ອິດສະຣາເອນ.
\v 22 ເພື່ອເຈົ້າ​​ຈະແບ່ງສ່ວນທີ່ເປັນ​ມໍ­ລະ­ດົກ​ໃຫ້ກັບພວກເຈົ້າເອງ ແລະ ທັງໃຫ້ກັບພວກຄົນ​ຕ່າງ­ດ້າວທີ່​ອາ­ໄສ​ຢູ່​ທ່າມ­ກາງພວກ​ເຈົ້າ, ຄືຄົນທັງຫລາຍທີ່ໄດ້​ເກີດ​ລູກ­ຫລານ​ຢູ່​ທ່າມ­ກາງ​ເຈົ້າ ແລະ ອາໄສຢູ່ນຳ, ເຫມືອນກັບຄົນ​ອິດສະຣາເອນໂດຍກຳເນີດ. ເຈົ້າຈະໂຍນ​ມໍ­ລະ­ດົກຢ່າງຫລວງຫລາຍ​ທ່າມ­ກາງ​ຊົນເຜົ່າ​ອິດສະຣາເອນ.
\v 23 ແລ້ວຄົນຕ່າງຊາດກໍຈະອາໄສຢູ່ທ່າມກາງບັນດາຊົນເຜົ່າຕ່າງໆຜູ້ທີ່ອາໄສຢູ່. ເຈົ້າຕ້ອງມອບມໍລະດົກແກ່ເຂົາ — ນີ້ເປັນຄຳປະກາດຂອງພຣະຢາເວອົງ­ພຣະ­ຜູ້­ເປັນ­ເຈົ້າ."
\s5
\c 48
\cl ບົດທີ 48
\p
\v 1 ຕໍ່­ໄປ​ນີ້​ເປັນ​ຊື່​ຂອງບັນດາເຜົ່າຕ່າງໆ. ເຜົ່າດານຈະໄດ້ຮັບສ່ວນແບ່ງຂອງດິນ­ແດນຫນຶ່ງສ່ວນ; ບໍລິເວນເຂດແດນ​ທາງ​ເຫນືອ​ຂອງອິດສະຣາເອນໄປຕາມທາງ​ເຮດ­ໂລນ ແລະ ຮອດ​ທາງ​ເຂົ້າ​ເມືອງເລໂບ​ຮາມັດ. ເຂດແດນນີ້ຈະໄປອອກໄປຈົນ​ເຖິງ​ຮາ­ຊາ-ເອ­ໂນນ ແລະ ໄປຕາມ​ຊາຍແດນ​​ຂອງ​ດາ­ມັສກັດ ຊຶ່ງຢູ່ເຂດແດນທາງເຫນືອ ແລະ ຈົນເຖິງ​ເມືອງ​ຮາມັດ. ເຂດແດນຂອງດານຈະເລີ່ມແຕ່ທາງ​ທິດ­ຕາ­ເວັນ­ຕົກ​ອອກ ໄປ​ເຖິງທາງໄປທະເລໃຫຍ່.
\v 2 ຕິດ​ກັບ​ເຂດ­ແດນ​ຂອງ​ດານ, ​ເລີ່ມຈາກ​ທາງ​ຕາ­ເວັນ​ອອກ​ໄປ​ຮອດ​ທາງ​ຕາ­ເວັນ­ຕົກ, ເຜົ່າອາເຊຈະໄດ້​ສ່ວນຫນຶ່ງ.
\v 3 ຕິດ​ກັບ​ເຂດ­ແດນ​ຂອງ​ອາ­ເຊ​ ເລີ່ມຈາກ​ທາງ​ທິດ­ຕາ­ເວັນ­ອອກ​ໄປ​ຮອດ​ທາງ​ທິດ­ຕາ­ເວັນ­ຕົກ, ເຜົ່າ​ນັບ­ທາ­ລີຈະໄດ້ຮັບສ່ວນແບ່ງຫນຶ່ງສ່ວນ.
\s5
\v 4 ທີ່ຢູ່ຕິດ​ກັບ​ເຂດ­ແດນ​ຂອງ​ນັບ­ທາ­ລີ ​ເລີ່ມຈາກ​ທິດ­ຕາ­ເວັນ­ອອກ​ໄປ​ຮອດ​ທິດ­ຕາ­ເວັນ­ຕົກ, ເຜົ່າ​ມາ­ນາ­ເຊຈະໄດ້ຮັບສ່ວນແບ່ງຫນຶ່ງສ່ວນ.
\v 5 ທີ່ຢູ່ຕິດ​ກັບ​ເຂດ­ແດນ​ຂອງ​ມາ­ນາ­ເຊ ​ເລີ່ມຈາກທິດ­ຕາ­ເວັນ­ອອກ​ໄປ​ຮອດ​ທິດ­ຕາ­ເວັນ­ຕົກ, ເຜົ່າ​ເອຟຣາອິມຈະໄດ້ຮັບສ່ວນແບ່ງຫນຶ່ງສ່ວນ.
\v 6 ທີ່ຢູ່ຕິດ​ກັບ​ເຂດ­ແດນ​ເອຟຣາອິມ ​ເລີ່ມຈາກ​ທິດ­ຕາ­ເວັນ­ອອກ​ໄປ​ຮອດ​ທິດ­ຕາ­ເວັນ­ຕົກ, ເຜົ່າ​ຣູ­ເບັນຈະໄດ້ຮັບສ່ວນແບ່ງຫນຶ່ງສ່ວນ.
\v 7 ທີ່ຢູ່ຕິດ​ກັບ​ເຂດ­ແດນ​ຣູ­ເບັນ​ ເລີ່ມຈາກທິດ­ຕາ­ເວັນ­ອອກ​ໄປ​ຮອດ​ທິດ­ຕາ­ເວັນ­ຕົກ, ເຜົ່າ​ຢູ­ດາຈະໄດ້ຮັບສ່ວນແບ່ງຫນຶ່ງສ່ວນ.
\s5
\v 8 ການຖວາຍເຄື່ອງບູຊາຂອງແຜ່ນດິນທີ່ເຈົ້າຈະເຮັດແມ່ນຕາມເຂດແດນ ເຜົ່າຢູ­ດາ ແລະ ກາຍອອກໄປຈາກທິດຕາເວັນອອກຈົນເຖິງທິດຕາເວັນຕົກ; ມັນຈະກວ້າງ​ສອງ​ຫມື່ນ​ຫ້າ​ພັນ​ສອກ. ຄວາມຍາວ​ຈະຕ້ອງສອດຄ່ອງກັບສັດສ່ວນຂອງເຜົ່າອຶ່ນຈາກ​ທິດ­ຕາ­ເວັນ­ອອກ​ໄປ​ຮອດ​ທິດ­ຕາ­ເວັນ­ຕົກ, ແລະ ພຣະວິຫານຈະຢູ່ທາງກາງ.
\v 9 ດິນແດນນີ້ທີ່ເຈົ້າຕ້ອງຖວາຍແດ່ພຣະຢາເວ ຈະ​ຍາວ​ສອງຫມື່ນ​ຫ້າ​ພັນ​ສອກ ແລະ ​ຄວາມ​ກວ້າງ​ຫນຶ່ງຫມື່ນ​ສອກ.
\s5
\v 10 ­ຕໍ່ໄປ​ນີ້​ຈະ​ເປັນ​ສ່ວນ​ແບ່ງ​ຂອງ​ສັດສ່ວນທີ່​ບໍ­ຣິ­ສຸດຂອງດິນແດນນີ້: ​ປະ­ໂລ­ຫິດ​ຈະ​ໄດ້​ສ່ວນ​ແບ່ງ​ທາງ​ທິດ­ເຫນືອ​ ​ຍາວ​ສອງ​ຫມື່ນ​ຫ້າ​ພັນ​ສອກ; ທາງ​ທິດ­ຕາ­ເວັນ­ຕົກ​ກວ້າງ​ຫນຶ່ງ​ຫມື່ນ​ສອກ; ທາງ​ທິດ­ຕາ­ເວັນ­ອອກ​ກວ້າງ​ຫນຶ່ງ​ຫມື່ນ​ສອກ; ແລະ ທາງ​ທິດ­ໃຕ້​ຍາວ​ສອງ​ຫມື່ນ​ຫ້າ​ພັນ​ສອກ, ມີ​ສະ­ຖານນະມັດສະການຂອງພຣະຢາເວ­ທີ່​ຢູ່ທາງ​ກາງ.
\v 11 ທີ່ສ່ວນ​ນີ້​ມອບແກ່​ປະ­ໂລ­ຫິດເຊື້ອສາຍຂອງຊາ­ໂດກທີ່​ຊຳ­ຣະ​ໃຫ້­ບໍ­ຣິ­ສຸດ, ຜູ້ຊຶ່ງໄດ້ບົວລະບັດເຮົາຢ່າງສັດຊື່ສະເຫມີມາ ແລະ ບໍ່­ໄດ້​ຫລົງ​ຜິດໄປເຫມືອນດັ່ງຄົນອິດສະຣາເອນໄດ້ຫລົງຜິດໄປ, ເຫມືອນຢ່າງຄົນເລວີໄດ້ຫລົງໄປ.
\v 12 ການຖວາຍຂອງພວກເຂົາຈະເປັນສ່ວນຫນຶ່ງຂອງ​ສ່ວນແບ່ງທີ່ບໍຣິສຸດທີ່ສຸດໃນແຜ່ນດິນນີ້, ຊຶ່ງກວ້າງອອກໄປເຖິງເຂດແດນຂອງ​ຄົນ​ເລ­ວີ.
\s5
\v 13 ດິນແດນສ່ວນຂອງຄົນເລວີໃກ້ກັບ​ເຂດແດນ​ຂອງ​ປະ­ໂລ­ຫິດ​ນັ້ນ ​ຍາວ​ສອງ​ຫມື່ນ​ຫ້າ​ພັນ​ສອກ ແລະ ກວ້າງ​ຫນຶ່ງ​ຫມື່ນ​ສອກ. ຄວາມ​ຍາວ​ທັງ​ຫມົດຂອງທີ່ດິນທັງສອງຈະຍາວ​ສອງ​ຫມື່ນ​ຫ້າ​ພັນ​ສອກ ​ແລະ ​ຄວາມ​ກວ້າງສອງຫມື່ນສອກ.
\v 14 ພວກເຂົາຈະຕ້ອງບໍ່ຂາຍ ຫລື ແລກປ່ຽນສ່ວນຫນຶ່ງສ່ວນໃດຂອງດິນສ່ວນນີ້; ທີ່ດິນສ່ວນທີ່ດີທີ່ສຸດຂອງອີດສະຣາເອນ ຕ້ອງບໍ່ຖືກແບ່ງແຍກຈາກບໍລິເວນເດີມເຫລົ່ານີ້, ເພາະເປັນທີ່ບໍຣີສຸດແດ່ພຣະຢາເວ.
\s5
\v 15 ສ່ວນດິນ​ທີ່ຍັງ​ເຫລືອ, ​ກວ້າງ​ຫ້າ​ພັນ​ສອກ ແລະ​ ຍາວ​ສອງ​ຫມື່ນ​ຫ້າ​ພັນ​ສອກ​ນັ້ນ ຈະ­ເປັນ​ທີ່​ສາ­ທາ­ລະ­ນະ​ປະ­ໂຫຍດຂອງ​ເມືອງ, ​ເປັນ​ທີ່­ຢູ່​ອາ­ໄສ, ແລະ ​ເປັນ​ທົ່ງ​ຫຍ້າ; ​ຕົວ​ເມືອງຈະ​ຢູ່ທາງ​ກາງ.
\v 16 ຕໍ່­ໄປ​ນີ້​ເປັນ​ຂະ­ຫນາດ​ຂອງ​ດ້ານ​ຕ່າງໆຂອງເມືອງຄື: ທາງ​ທິດ­ເຫນືອມີຄວາມຍາວ 4,500 ​ສອກ; ທາງ​ທິດ­ໃຕ້ມີຄວາມຍາວ​ 4,500 ​ສອກ; ທາງ​ທິດ­ຕາ­ເວັນ­ອອກມີຄວາມຍາວ 4,500 ​ສອກ; ແລະ ​ທາງ​ທິດ­ຕາ­ເວັນ­ຕົກມີຄວາມຍາວ​ 4,500 ​ສອກ.
\s5
\v 17 ບໍລິເວນທົ່ງຫຍ້າຂອງເມືອງ​ນັ້ນ​ ໂດຍວັດແທກຈາກທິດ­ເຫນືອ, ອອກໄປມີຄວາມເລິກ 250 ​ສອກ; ທິດ­ໃຕ້ມີຄວາມເລິກ 250 ​ສອກ, ທິດ­ຕາ­ເວັນ­ອອກ, ມີຄວາມເລິກ 250 ​ສອກ, ແລະ​ ທິດ­ຕາ­ເວັນ­ຕົກ, ມີຄວາມເລິກ 250 ​ສອກ.
\v 18 ສ່ວນທີ່ເຫລືອທີ່ບໍຣິສຸດນັ້ນ ຂອງຖວາຍຈະຂະຫນາຍອອກໄປທາງທິດ­ຕາ­ເວັນ­ອອກ​ຫນຶ່ງ​ຫມື່ນ​ສອກ ແລະ ຫນຶ່ງຫມື່ນສອກໄປທາງ​ທິດ­ຕາ­ເວັນ­ຕົກ. ມັນຈະແຜ່ກວ້າງອອກໄປຕາມເຂດຂອງເຄື່ອງຖວາຍບໍຣິສຸດ, ແລະ ພືດ​ຜົນຈະເປັນ​ອາ­ຫານ​ຂອງ​ຄົນທີ່ເຮັດວຽກ​ໃນ​ເມືອງ​ນັ້ນ.
\s5
\v 19 ປະຊາຊົນຜູ້ທີ່ເຮັດວຽກໃນ​ເມືອງ​ນັ້ນ, ປະຊາຊົນທັງຫລາຍທີ່ມາຈາກເຜົ່າທັງຫລາຍຂອງອິດສະຣາເອນ, ຈະເປັນຄົນເຮັດໄຮ່ເຮັດນາໃນດິນຜືນນີ້.
\v 20 ການຖວາຍດິນແດນຈະວັດແທກໄດ້ເປັນຄວາມຍາວດ້ານລະສອງຫມື່ນຫ້າພັນສອກ, ກວ້າງດ້ານລະສອງຫມື່ນຫ້າພັນສອກ. ດ້ວຍວິທີນີ້ພວກເຈົ້າຈະແບ່ງກັນໄວ້ເປັນສ່ວນສັກສິດບໍຣິສຸດ ພ້ອມກັບດິນແດນຂອງເມືອງນີ້ດ້ວຍ.
\s5
\v 21 ສ່ວນ​ທີ່​ເຫລືອ​ຂອງແຜ່ນດິນ​ທັງ​ສອງດ້ານ​ຂອງການຖວາຍບູຊາອັນສັກສິດ ແລະ ເຂດເມືອງ ຈະເປັນຂອງເຈົ້າຊາຍ. ອະນາເຂດຂອງເຈົ້າຊາຍທາງທິດຕາເວັນອອກຈະແຜ່ກວ້າງອອກໄປ​ສອງ​ຫມື່ນ​ຫ້າ​ພັນ​ສອກ​ ຈາກເຂດແດນຂອງສ່ວນບໍຣິສຸດ ໄປເຖິງເຂດແດນທາງທິດ​ຕາ­ເວັນ​ອອກ — ແລະ ​ພື້ນທີ່ຂອງເຂົາໄປທາງທິດຕາເວັນຕົກຈະແຜ່ກວ້າງອອກໄປຍາວສອງ​ຫມື່ນ​ຫ້າ​ພັນ​ສອກໄປທາງທິດຕາເວັນຕົກ. ໃຈກາງຈະເປັນສ່ວນຖວາຍບໍຣິສຸດ, ແລະ ສະຖານບໍຣິສຸດຂອງພຣະວິຫານຈະຢູ່​ທາງກາງນັ້ນ.
\v 22 ແຜ່ນດິນແຜ່ກວ້າງອອກ­ຈາກ​ກຳມະສິດ​ຂອງ​ຄົນ​ເລ­ວີ ແລະບໍລິເວນເມືອງ ຊຶ່ງຢູ່ທ່າມກາງນັ້ນ ຈະເປັນດິນແດນຂອງເຈົ້າຊາຍ; ມັນຈະຢູ່ລະ­ຫວ່າງ​ເຂດ­ແດນຂອງ​ຢູ­ດາ ແລະ ​ເຂດ­ແດນ​ຂອງເບັນ­ຢາ­ມິນ — ແຜ່ນດິນນີ້ຈະເປັນຂອງເຈົ້າຊາຍ.
\s5
\v 23 ສ່ວນເຜົ່າ­ທີ່​ເຫລືອ​ຢູ່ນັ້ນ, ສ່ວນແບ່ງຂອງພວກເຂົາຈະມາຈາກທາງຝັ່ງ­ຕາ­ເວັນ­ອອກ ແລະ​ ໄປ​ທາງ​ຝັ່ງທິດ­ຕາ­ເວັນ­ຕົກ. ເຜົ່າເບັນ­ຢາ­ມິນຈະໄດ້ຮັບສ່ວນແບ່ງຫນຶ່ງສ່ວນ.
\v 24 ທີ່ຢູ່ຕິດ​ກັບ​ເຂດ­ແດນ​ຂອງ​ເບັນ­ຢາ­ມິນ ເລີ່ມ​ຈາກ​ທາງ​ທິດ­ຕາ­ເວັນ­ອອກ​ໄປ​ຮອດ​ທິດ­ຕາ­ເວັນ­ຕົກ, ເຜົ່າຊິ­ເມ­ໂອນຈະໄດ້ຮັບສ່ວນແບ່ງຫນຶ່ງສ່ວນ.
\v 25 ທີ່ຢູ່ຕິດ​ກັບ​ເຂດ­ແດນ​ຂອງ​ຊິ­ເມ­ໂອນ ເລີ່ມ​ຈາກ​ທິດ­ຕາ­ເວັນ­ອອກ​ ໄປ​ຮອດ​ທິດ­ຕາ­ເວັນ­ຕົກ, ເຜົ່າ​ອິດ­ຊາ­ຄາຈະໄດ້ຮັບສ່ວນແບ່ງຫນຶ່ງສ່ວນ.
\v 26 ທີ່ຢູ່ຕິດ​ກັບ​ເຂດ­ແດນ​ຂອງ​ອິດ­ຊາ­ຄາ ເລີ່ມ​ຈາກ​ທິດ­ຕາ­ເວັນ­ອອກ​ ໄປ​ຮອດ​ທິດ­ຕາ­ເວັນ­ຕົກ, ​ເຜົ່າ​ເຊ­ບູໂ­ລນຈະໄດ້ຮັບສ່ວນແບ່ງຫນຶ່ງສ່ວນ.
\s5
\v 27 ໄປທາງໃຕ້ຂອງເຂດແດນ​​ເຊ­ບູໂ­ລນ, ​ເລີ່ມຈາກ​ທິດ­ຕາ­ເວັນ­ອອກ​ ໄປ​ຮອດ​ທິດ­ຕາ­ເວັນ­ຕົກ, ເປັນ​ສ່ວນແບ່ງ​ຂອງ​ເຜົ່າ​ກາດ — ຫນຶ່ງສ່ວນ.
\v 28 ທີ່ຢູ່ຕິດ​ກັບ​ເຂດ­ແດນ​ຂອງ​ກາດ ​ທາງ​ທິດ­ໃຕ້​ເຂດ­ແດນ​ນັ້ນ​ຈະ​ແຜ່ກວ້າງອອກໄປ­ຈາກ​ເມືອງ​ຕາ­ມາເຖິງ​ນ້ຳ​​ຄາ­ເດັດ, ແລະ ໄກອອກ​ໄປ​ຕາມ​ແມ່­ນ້ຳ​ຂອງເອຢິບ, ແລະ ເຖິງ​ທະ­ເລ​ໃຫຍ່.
\v 29 ນີ້​ເປັນ​ດິນແດນ ​ຊຶ່ງ​ພວກເຈົ້າ​ຈະ​ແບ່ງໃຫ້ເຜົ່າຕ່າງໆ; ມັນຈະເປັນມໍລະດົກຂອງເຜົ່າຕ່າງໆຂອງອິດສະຣາເອນ. ນີ້ຈະເປັນສ່ວນແບ່ງຂອງພວກເຂົາທັງຫລາຍ. ນີ້ເປັນຄຳປະກາດຂອງພຣະຢາເວອົງພຣະຜູ້ເປັນເຈົ້າ.
\s5
\v 30 ຕໍ່­ໄປ​ນີ້​ເປັນ​ທາງ​ອອກ​ຂອງ​ເມືອງ​: ທາງ​ທິດ­ເຫນືອ, ​ຊຶ່ງຈະ​ວັດ­ແທກ​ ຄວາມຍາວໄດ້ 4,500 ​ສອກ,
\v 31 ມີປະ­ຕູ​ສາມປະຕູບານ, ​ຕັ້ງ­ຊື່​ຕາມ​ຊື່​ເຜົ່າທັງຫລາຍຂອງຄົນ​ອິດສະຣາເອນ: ປະ­ຕູ​ຫນຶ່ງຊື່​ຣູ­ເບັນ, ປະ­ຕູ​ຫນຶ່ງຊື່​ຢູ­ດາ, ແລະ ປະ­ຕູຊື່​ເລ­ວີ.
\v 32 ທາງ​ທິດ­ຕາ­ເວັນ­ອອກ, ຊຶ່ງວັດແທກຄວາມ​ຍາວໄດ້ 4,500 ​ສອກ, ຈະມີ​​ປະ­ຕູສາມບານຄື: ປະ­ຕູ​ຫນຶ່ງຊື່​ໂຢ­ເຊັບ, ປະ­ຕູ​ຫນຶ່ງຊື່​ເບັນ­ຢາ­ມິນ ແລະ ປະ­ຕູ​ຫນຶ່ງຊື່​ດານ.
\s5
\v 33 ທາງ​ທິດ­ຕາເວັນອອກ, ຊຶ່ງ​ວັດ­ແທກຄວາມຍາວ​ໄດ້​​ 4,500 ​ສອກ, ຈະມີ​ປະ­ຕູ​ສາມບານຄື: ປະ­ຕູ​ຫນຶ່ງຊື່​ຊິ­ເມ­ໂອ, ປະ­ຕູຫນຶ່ງຊື່​ອິດ­ຊາ­ຄາ, ແລະ ປະ­ຕູຫນຶ່ງ​ຊື່ເຊ­ບູໂ­ລນ.
\v 34 ທາງ​ທິດ­ຕາ­ເວັນ­ອອກ, ຊຶ່ງວັດແທກຄວາມຍາວໄດ້ 4,500 ​ສອກ, ຈະມີ​ປະ­ຕູ​ສາມບານຄື: ປະ­ຕູ​ຫນື່ງຊື່​ກາດ, ປະ­ຕູ​ຫນຶ່ງຊື່​ອາ­ເຊ, ແລະ ປະ­ຕູ​ຫນຶ່ງຊື່​ນັບ­ທາ­ລີ.
\v 35 ໄລຍະທາງ​ຮອບ​ເມືອງ​ນັ້ນ ຈະມີ​ຫນຶ່ງ​ຫມື່ນ​ແປດ​ພັນ​ສອກ; ຕັ້ງ­ແຕ່ວັນ​ນີ້​ໄປ, ເມືອງ​ນີ້​ຈະ​ມີ​ຊື່­ວ່າ ”ພຣະຢາເວສະຖິດທີ່­ນັ້ນ.”