lo_ulb/16-NEH.usfm

781 lines
155 KiB
Plaintext

\id NEH
\ide UTF-8
\h ເນເຫມີຢາ
\toc1 ເນເຫມີຢາ
\toc2 ເນເຫມີຢາ
\toc3 neh
\mt ເນເຫມີຢາ
\s5
\c 1
\cl ບົດທີ 1
\p
\v 1 ນີ້ຄືຖ້ອຍຄຳຂອງເນເຫມີຢາລູກຂອງຮາກາລີຢາ: ບັດນີ້ໄດ້ເກີດຂຶ້ນໃນເດືອນກິດຊະເຫລັບ, ຂອງປີທີຊາວ, ໃນຂະນະທີ່ຂ້າພະເຈົ້າຢູ່ໃນປ້ອມສຸສາ,
\v 2 ມີພີ່ນ້ອງຄົນຫນຶ່ງຂອງຂ້າພະເຈົ້າ, ຄືຮານານີ, ໄດ້ມາກັບນາງຄົນຈາກຢູດາ ແລະ ຂ້າພະເຈົ້າໄດ້ຖາມເລື່ອງພວກຢິວທີ່ເຫລືອລອດຊີວິດຈາກການເປັນຊະເລີຍ, ເເລະຖາມກ່ຽວກັບເລື່ອງເມືອງເຢຣູຊາເລັມ.
\s5
\v 3 ພວກເຂົາໄດ້ຕອບຂ້າພະເຈົ້າວ່າ, "ຜູ້ທີ່ຢູ່ໃນເມືອງນັ້ນທີ່ລອດຊີວິດຈາກການຕົກເປັນຊະເລີຍ ມີຄວາມລຳບາກ ເເລະ ຄວາມອັບອາຍຫລາຍເພາະກຳເເພງເມືອງເຢຣູຊາເລັມໄດ້ຖືກທຳລາຍລົງ, ເເລະ ປະຕູຕ່າງໆກໍຖືກໄຟເຜົາ."
\s5
\v 4 ທັນທີທີ່ຂ້າພະເຈົ້າໄດ້ຍິນຖ້ອຍຄຳເຫລົ່ານີ້, ຂ້າພະເຈົ້າກໍນັ່ງລົງເເລ້ວກໍຮ້ອງໄຫ້, ເເລະ ຂ້າພະເຈົ້າຍັງໂສກເສົ້າ ແລະ ອົດອາຫານຕໍ່ໄປ ເເລະ ອະທິຖານຕໍ່ຫນ້າອົງພຣະເຈົ້າເເຫ່ງຟ້າສະຫວັນຢູ່ອີກຫລາຍມື້.
\v 5 ເເລ້ວຂ້າພະເຈົ້າຈຶ່ງທູນວ່າ, "ຂ້າແດ່ພຣະຢາເວ, ພຣະເຈົ້າເເຫ່ງຟ້າສະຫວັນ, ພຣະເຈົ້າຜູ້ຍິ່ງໃຫຍ່, ເເລະ ຫນ້າຢຳເກງ, ຜູ້ຊົງຮັກສາພັນທະສັນຍາ ເເລະ ມີຄວາມຮັກຫມັ້ນຄົງຕໍ່ບັນດາຜູ້ຮັກພຣະອົງ ເເລະຊົງຮັກສາພຣະບັດຍັດຂອງພຣະອົງ.
\s5
\v 6 ຂໍພຣະອົງຊົງຟັງຄຳອະທິຖານຂອງຂ້ານ້ອຍ ເເລະ ທອດພະເນດ, ຂໍຊົງຟັງຄຳອະທິຖານຂອງຜູ້ຮັບໃຊ້ພຣະອົງຊຶ່ງ ໃນຂະນະນີ້ຂ້ານ້ອຍອະທິຖານຕໍ່ພຣະອົງທັງກາງເວັນ ເເລະກາງຄືນ ເພື່ອປະຊາຊົນຊາວອິດສະຣາເອນຜູ້ຮັບໃຊ້ທັງຫລາຍຂອງພຣະອົງ. ຂ້ານ້ອຍສາລະພາບບາບຂອງປະຊາຊົນອິດສະຣາເອນ, ຊຶ່ງຂ້ານ້ອຍທັງຫລາຍໄດ້ເຮັດບາບຕໍ່ພຣະອົງ. ທັງຂ້ານ້ອຍ ແລະ ກັບຕະກູນຂອງຂ້ານ້ອຍທີ່ໄດ້ເຮັດບາບນຳ.
\v 7 ພວກຂ້ານ້ອຍທັງຫລາຍໄດ້ປະພຶດການຊົ່ວຮ້າຍຫລາຍຕໍ່ພຣະອົງ, ເເລະ ບໍ່ໄດ້ຮັກສາພຣະບັນຍັດກົດບັນຍັດ, ເເລະ ກົດຫມາຍຊຶ່ງພຣະອົົງໄດ້ຊົງບັນຊາເເກ່ໂມເຊ ຜູ້ຮັບໃຊ້ຂອງພຣະອົງໄວ້.
\s5
\v 8 ຂໍພຣະອົງຊົງລະລຶກເຖິງພຣະບັນຍັດ ຊຶ່ງໄດ້ຊົງບັນຊາເເກ່ໂມເຊຜູ້ຮັບໃຊ້ຂອງພຣະອົງວ່າ, "ຖ້າພວກເຈົ້າບໍ່ໍຊື່ຕົງຕໍ່ເຮົາ, ເຮົາຈະກະແຈກກະຈາຍພວກເຈົ້າອອກໄປຢູ່ທ່າມກາງຊົນຊາດທັງຫລາຍ,
\v 9 ຖ້າພວກເຈົ້າກັບມາຫາເຮົາ ແລະ ຮັກສາ ເເລະ ປະພຶດຕາມພຣະບັນຍັດຂອງເຮົາ, ເຖິງວ່າພວກເຈົ້າຈະກະຈັດກະຈາຍໄປໄກສຸດປາຍຟ້າ, ເຮົາກໍຈະລວບລວມພວກເຈົ້າມາຈາກທີ່ນັ້ນ ເເລະນຳພວກເຈົ້າມາຍັງສະຖານທີ່ ຊຶ່ງເຮົາໄດ້ຊົງເລືອກໄວ້ ເພື່ອເຮັດໃຫ້ນາມຂອງເຮົາດຳລົງຢູ່ທີ່ນັ້ນ."
\s5
\v 10 ບັດນີ້ພວກເຂົາເປັນຜູ້ຮັບໃຊ້ ເເລະເປັນປະຊາຊົນຂອງພຣະອົງ, ຜູ້ຊຶ່ງພຣະອົງໄດ້ຊົງໄຖ່ໄວ້ດ້ວຍຣິດທານຸພາບຍິ່ງໃຫຍ່ຂອງພຣະອົງ ເເລະດ້ວຍພຣະຫັດອັນຊົງຣິດຂອງພຣະອົງ.
\v 11 ຂ້າເເຕ່ພຣະຢາເວ, ໂຜດຊົງຟັງຄຳອະທິຖານຂອງຜູ້ຮັບໃຊ້ຂອງພຣະອົງ ເເລະ ຄຳອະທິຖານຂອງບັນດາຜູ້ຮັບໃຊ້ຂອງພຣະອົງຜູ້ຍິນດີທີ່ຈະຖວາຍກຽດເເດ່ພຣະນາມຂອງພຣະອົງ. ບັດນີ້ຂໍປະທານຄວາມສຳເລັດໃຫ້ເເກ່ຜູ້ຮັບໃຊ້ພຣະອົງໃນວັນນີ້, ເເລະ ຂໍຊົງປະທານພຣະເມດຕາເເກ່ເຂົາຕໍ່ຫນ້າຕໍ່ຕາຊາຍຄົນນີ້ເຖີດ." ຂ້ານ້ອຍໄດ້ຮັບໃຊ້ກະສັດໃນຖານະຢາຍເຫລົ້າອະງຸ່ນໃຫ້ແກ່ກະສັດ.
\s5
\c 2
\cl ບົດທີ 2
\p
\v 1 ໃນເດືອນຂອງນີຊານ, ໃນປີທີຊາວຂອງກະສັດ ອາກຕາເຊເຊັດ, ພະອົງໄດ້ຊົງເລືອກເຫລົ້າອະງຸ່ນ, ເເລະ ຂ້ານ້ອຍໄດ້ນຳເຫລົ້າອະງຸ່ນນັ້ນມາຖວາຍແກ່ກະສັດ. ເວລານີ້ຂ້ານ້ອຍ ບໍ່ເຄີຍສະເເດງຄວາມໂສກເສົ້າ ຕໍ່ຫນ້າຂອງພະອົງມາກ່ອນ.
\v 2 ເເຕ່ກະສັດຖາມຂ້ານ້ອຍວ່າ "ເປັນຫຍັງໃບຫນ້າຂອງເຈົ້າຈຶ່ງເບິ່ງຄືເສົ້າຫມອງເທ້ນໍ? ເຈົ້າບໍ່ໄດ້ເຈັັບປ່ວຍອີ່ຫຍັງ. ນີ້ຕ້ອງເປັນຄວາມໂສກເສົ້າທີ່ມາຈາກຫົວໃຈ." ຂ້ານ້ອຍຈຶ່ງມີຄວາມຢ້ານກົວຫລາຍ.
\s5
\v 3 ຂ້ານ້ອຍໄດ້ທູນຕໍ່ກະສັດວ່າ, "ຂໍກະສັດຈົ່ງຊົງພະຊົນອາຍຸຍືນຍາວນານຕະຫລອດໄປ! ເພາະເຫດໃດໃບຫນ້າຂອງຂ້ານ້ອຍຈຶ່ງບໍ່ຄວນເສົ້າຫມອງ? ນັ້ນເປັນເພາະເມືອງ, ອັນເປັນທີ່ຝັງສົບຂອງບັນດາບັນພະບູລຸດຂອງຂ້ານ້ອຍ, ຖືກທຳລາຍ ເເລະ ປະຕູເມືອງກໍຖືກໄຟເຜົາຈົນຫມົດ.
\s5
\v 4 ເເລ້ວກະສັດຈຶ່ງກ່າວເເກ່ຂ້ານ້ອຍວ່າ, "ເຈົ້າຕ້ອງການໃຫ້ເຮົາເຮັດສິ່ງໃດ?" ດັ່ງນັ້ນຂ້ານ້ອຍຈຶ່ງອະທິຖານຕໍ່ພຣະເຈົ້າເເຫ່ງຟ້າສະຫວັນ.
\v 5 ຂ້ານ້ອຍທູນຕອບກະສັດວ່າ, "ຖ້າຫາກສິ່ງນີ້ເປັນທີ່ພໍພຣະໄທຂອງພະອົງ, ເເລະ ຖ້າຫາກຜູ້ຮັບໃຊ້ຂອງພະອົງໄດ້ເຮັດສິ່ງທີ່ຖືກຕ້ອງໃນສາຍຕາຂອງພຣະອົງ, ຂໍຊົງສົ່ງຂ້ານ້ອຍໄປຍັງຢູດາຍ, ຄືເມືອງອັນເປັນສະຖານທີ່ຝັງສົບຂອງບັນດາບັນພະບູລຸດຂອງຂ້ານ້ອຍ, ເພື່ອຂ້ານ້ອຍຈະສ້າງມັນຂຶ້ນມາໃຫມ່."
\v 6 ກະສັດຕອບຂ້ານ້ອຍວ່າ (ແລະພະຣາຊີນີຊົງປະທັບຄຽງພະອົງ), "ເຈົ້າຈະໄປດົນປານໃດ ເເລະມື້ໃດທີ່ເຈົ້າຈະກັບມາ?" ກະສັດຊົງຍິນດີທີ່ຈະສົ່ງຂ້ານ້ອຍໄປ ເມື່ອຂ້ານ້ອຍໄດ້ໃຫ້ວັນກຳນົດເດີນທາງເເກ່ພະອົງ.
\s5
\v 7 ເເລ້ວຂ້ານ້ອຍຈຶ່ງທູນຕໍ່ກະສັດວ່າ, "ຖ້າຫາກສິ່ງນີ້ເປັນທີ່ພໍໃຈຂອງພະອົງ, ຂໍຊົງປະທານຈົດຫມາຍເເກ່ຂ້ານ້ອຍເພື່ອນຳໄປມອບໃຫ້ເເກ່ບັນດາຜູ້ປົກຄອງເເຂວງ ທາງພາກຕາເວັນຕົກຂອງເເມ່ນ້ຳເອີຟຣັດເພື່ອພວກເຂົາຈະອະນຸຍາດໃຫ້ຂ້ານ້ອຍຜ່ານເຂດເເດນຂອງພວກເຂົາໄປຍັງຢູດາຍໄດ້.
\v 8 ຂໍພະອົງຊົງປະທານຈົດຫມາຍ ໄປຍັງອາສັບຜູ້ເບິ່ງເເຍງປ່າໄມ້ຫລວງຂອງກະສັດ, ເພື່ອເຂົາຈະມອບໄມ້ໃຫ້ເເກ່ຂ້ານ້ອຍ ໃນການເເປງຄານປະຕູປ້ອມປາການໃກ້ພຣະວິຫານ, ແລະ ເເປງກຳເເພງເມືອງ ເເລະ ສ້າງບ້ານທີ່ຂ້ານ້ອຍຈະອາໄສຢູ່ນັ້ນ," ເພາະພຣະຫັດອັນປະເສີດຂອງພຣະເຈົ້າຂອງຂ້ານ້ອຍຊົງຢູ່ເຫນືອຂ້ານ້ອຍ, ດັ່ງນັ້ນກະສັດຈຶ່ງຍິນຍອມເຮັດຕາມຄຳຂໍຮ້ອງຕ່າງໆ ຂອງຂ້ານ້ອຍ.
\s5
\v 9 ຂ້ານ້ອຍມາພົບກັບຜູ້ປົກຄອງ ຢູ່ອີກຟາກຫນື່ງຂອງແມ່ນ້ຳ ແລະ ຂ້ານ້ອຍໄດ້ມອບຈົດຫມາຍຂອງກະສັດແກ່ພວກເຂົາ. ບັດນີ້ກະສັດໄດ້ສົ່ງນາຍທະຫານ ແລະ ກອງທະຫານມ້າມາກັບຂ້ານ້ອຍນຳ.
\v 10 ເມື່ອສານບັນລັດຊາວໂຮໂຣນ ແລະ ໂຕບີຢາຄົນຫນຶ່ງຂອງຊາວອຳໂມນໄດ້ຍິນເລື່ອງນີ້, ພວກເຂົາບໍ່ພໍໃຈຫລາຍ ທີ່ມີໃຜບາງຄົນມາຊອກຫາຫົນທາງເພື່ອຊ່ວຍເຫລືອປະຊາຊົນຂອງອິດສະຣາເອນ.
\s5
\v 11 ດັ່ງນັ້ນຂ້ານ້ອຍຈຶ່ງເດີນທາງມາຮອດເຢຣູຊາເລັມ ເເລະ ໄດ້ພັກອາໄສຢູ່ທີ່ນັ້ນເປັນເວລາສາມວັນ.
\v 12 ຂ້ານ້ອຍລຸກຂຶ້ນໃນເວລາກາງຄືນ, ຂ້ານ້ອຍ ກັບຊາຍບາງຄົນທີ່ມາກັບຂ້ານ້ອຍ. ຂ້ານ້ອຍບໍ່ໄດ້ບອກໃຜເຖິງສິ່ງທີ່ພຣະເຈົ້າຊົງບັນດານໃຈຂ້ານ້ອຍເຮັດເພື່ອເຢຣູຊາເລັມ. ຂ້ານ້ອຍບໍ່ໄດ້ນຳສັດເເມ່ນເເຕ່ໂຕດຽວມາກັບຂ້ານ້ອຍ, ຍົກເວັ້ນສັດແຕ່ສັດທີ່ຂ້ານ້ອຍຂີ່ຢູ່ນັ້ນ.
\s5
\v 13 ໃນເວລາກາງຄືນ ຂ້ານ້ອຍຈຶ່ງໄດ້ອອກໄປທາງປະຕູຮ່ອມພູ, ໄປຈົນເຖິງບໍ່ນ້ຳພຸໂຕມັງກອນ ແລະ ຈົນໄປຮອດຮ່ອມພູປະຕູຂີ້ສັດ, ເເລະ ໄດ້ກວດສອບກຳເເພງເມືອງເຢຣູຊາເລັມ, ທີ່ພັງເພ ເເລະ ກວດປະຕູໄມ້ທີ່ຖືກໄຟເຜົາຈົນໃຫມ້.
\v 14 ເເລ້ວຂ້ານ້ອຍຈຶ່ງໄປທີ່ປະຕູນ້ຳພຸ ຈົນຮອດສະນໍ້າໃຫຍ່ຂອງກະສັດ. ສະຖານທີ່ເເຫ່ງນັ້ນເເຄບເກີນກວ່າທີ່ສັດໂຕທີ່ຂ້ານ້ອຍຂີ່ຢູ່ນັ້ນຈະຜ່ານໄປໄດ້.
\s5
\v 15 ໃນຄືນນັ້ນຂ້ານ້ອຍຈຶ່ງຂຶ້ນໄປເທິງຮ່ອມພູ ເເລະ ກວດເບິ່ງກຳເເພງເມືອງ, ເເລະ ຂ້ານ້ອຍຈຶ່ງກັບໄປເຂົ້າທາງປະຕູຮ່ອມພູຄືເກົ່າ.
\v 16 ພວກຜູ້ປົກຄອງບໍ່ຮູ້ວ່າຂ້ານ້ອຍໄປບ່ອນໃດ ຫລືໄປເຮັດຫຍັງ, ເເລະ ຂ້ານ້ອນຍັງບໍ່ໄດ້ບອກເລື່ອງນີ້ເເກ່ຊາວຢິວທັງຫລາຍ, ບໍ່ໄດ້ບອກພວກປະໂຣຫິດ, ບໍ່ໄດ້ບອກເເກ່ພວກຂຸນນາງ, ພວກຜູ້ປົກຄອງ ເເລະບໍ່ໄດ້ບອກເເກ່ຄົນທີ່ເຫລືອຢູ່ຜູ້ຈະເຮັດວຽກ.
\s5
\v 17 ຂ້ານ້ອຍເວົ້າກັບພວກເຂົາວ່າ, "ພວກທ່ານເຫັນຄວາມທຸກໃຈທີ່ຢູ່ພາຍໃນພວກເຮົາເເລ້ວ ແລະ ຄືເລື່ອງທີ່ເຢຣູຊາເລັມຖືກທຳລາຍເເລະ ປະຕູເມືອງກໍຖືກໄຟເຜົາຈົນຫມົດ. ມາເທີນ ໃຫ້ພວກເຮົາສ້າງກຳເເພງເຢຣູຊາເລັມຂຶ້ນມາໃຫມ່, ເພື່ອພວກເຮົາຈະບໍ່ຕ້ອງອັບອາຍຂາຍຫນ້າອີກຕໍ່ໄປ."
\v 18 ຂ້ານ້ອຍບອກເເກ່ພວກເຂົາວ່າພຣະຫັດອັນປະເສີດຂອງພຣະເຈົ້າຂອງຂ້ານ້ອຍນັ້ນຢູ່ເຫນືອຂ້ານ້ອຍ ເເລະ ບອກເຖິງຖ້ອຍຄຳຂອງກະສັດທີ່ກ່າວເເກ່ຂ້ານ້ອຍ. ພວກເຂົາເວົ້າວ່າ, "ໃຫ້ເຮົາລຸກຂຶ້ນ ເເລະສ້າງຮ່ວມກັນເທີນ." ດັ່ງນັ້ນພວກເຂົາຈຶ່ງໄດ້ໄປເສີມກຳລັງມືຂອງພວກເຂົາໃຫ້ເຂັ້ມເເຂງເພື່ອເຮັດການດີນີ້.
\s5
\v 19 ເເຕ່ເມື່ອສານບັນລັດຊາວໂຮໂຣນ, ກັບໂຕບີຢາຊາວອຳໂມນ, ເເລະ ເກເຊມຊາວອາຣັບໄດ້ຍິນເລື່ອງນີ້, ພວກເຂົາໄດ້ເຢາະເຢີ້ຍ ເເລະ ປະຫມາດພວກເຮົາ, ເເລະພວກເຂົາເວົ້າວ່າ, "ພວກເຈົ້າກຳລັງເຮັດຫຍັງກັນນໍ? ພວກເຈົ້າກຳລັງກະບົດຕໍ່ກະສັດເເມ່ນບໍ?"
\v 20 ແລ້ວຂ້ານ້ອຍຕອບພວກເຂົາວ່າ, "ພຣະເຈົ້າເເຫ່ງຟ້າສະຫວັນຈະປະທານຄວາມສຳເລັດໃຫ້ເເກ່ພວກເຮົາ. ພວກເຮົາເປັນຜູ້ຮັບໃຊ້ຂອງພຣະອົງ ແລະ ພວກເຮົາຈະລຸກຂຶ້ນ ເເລະສ້າງ. ເເຕ່ພວກເຈົ້າຈະບໍ່ມີສິດ, ບໍ່ມີສ່ວນ ເເລະ ບໍ່ໄດ້ຮັບການລະລຶກເຖິງໃນເຢຣູຊາເລັມ."
\s5
\c 3
\cl ບົດທີ 3
\p
\v 1 ແລ້ວເອລີອາຊິບ ກັບມະຫາປະໂຣຫິດໄດ້ລຸກຂຶ້ນພ້ອມກັບເຫລົ່າພີ່ນ້ອງປະໂຣຫິດຂອງເຂົາ, ແລະ ພວກເຂົາໄດ້ສ້າງປະຕູແກະ. ພວກເຂົາໄດ້ເຮັດພິທີຊຳລະໃຫ້ບໍຣິສຸດ ແລະຕັ້ງປະຕູໃຫ້ເຂົ້າທີ່. ພວກເຂົາໄດ້ເຮັດພິທີຊຳລະໃຫ້ບໍຣິສຸດໄປໄກຮອດຫໍຄອຍຫນຶ່ງຮ້ອຍ ແລະ ຫໍຄອຍຂອງຮານາເນນ.
\v 2 ຕໍ່ຈາກເຂົາກໍແມ່ນຄົນເຢຣິໂກໄດ້ເຮັດວຽກໃຫ້, ແລະ ຕໍ່ຈາກພວກເຂົາແມ່ນ ຊັກກູເຣລູກຂອງອິມຣີໄດ້ເຮັດວຽກໃຫ້.
\s5
\v 3 ລູກທັງຫລາຍຂອງຮັດເສນາຢາ ໄດ້ສ້າງປະຕູປາ. ພວກເຂົາໄດ້ເຮັດວົງກົບ, ແລະ ຕິດຕັ້ງປະຕູ, ໃສ່ບານປະຕູ, ແລະ ໃຊ້ເຫລັກແທ່ງເປັນໄລຄັດ.
\v 4 ເມເຣໂມດໄດ້ສ້າງສ່ວນຕໍ່ໄປ. ເຂົາເປັນລູກຂອງອຸຣິຢາ ຜູ້ເປັນລູກຂອງຮັກກົກໄດ້ສ້າງສ່ວນຕໍ່ໄປ. ເມຊຸນລຳໄດ້ສ້າງສ່ວນຕໍ່ໄປ ເຂົາເປັນລູກຂອງເບເຣກີຢາ. ຜູ້ເປັນລູກຂອງເມເຊຊາເບນໄດ້ສ້າງສ່ວນຕໍ່ໄປຊາດົກໄດ້ສ້າງສ່ວນຕໍ່ໄປ ເຂົາເປັນລູກຂອງບາອານາ.
\v 5 ຕໍ່ຈາກພວກເຂົາມາ ຄົນເຕກົວໄດ້ສ້າງສ່ວນຕໍ່ໄປ ແຕ່ຜູ້ນຳຂອງພວກເຂົາປະຕິເສດບໍ່ຍອມເຮັດວຽກພາຍໃຕ້ຜູ້ຄວບຄຸມດູແລສຳລັບພວກເຂົາ.
\s5
\v 6 ໂຢອີອາດາລູກຂອງປາເສຢາ ແລະ ເມຊຸນລຳລູກຊາຍຂອງເບໂສເດອີຢາໄດ້ແປງປະຕູເກົ່າ. ພວກເຂົາໄດ້ເຮັດວົງກົບ, ແລະ ໄດ້ຕິດຕັ້ງປະຕູໃສ່ບານປະຕູ, ແລະ ໃຊ້ເຫລັກແທງເປັນໄລຄັດ.
\v 7 ຕໍ່ຈາກພວກເຂົາເມລາຕີຢາຊາວກີເບໂອນ ແລະຢາໂດນຊາວເມໂຣໂນດ, ຜູ້ເປັນຄົນມາຈາກກີເບໂອນ ແລະມີຊະປາ, ໄດ້ແປງສ່ວນທີ່ເປັນທີ່ຢູ່ອາໄສຂອງເຈົ້າເມືອງເຫນືອແມ່ນ້ຳຂຶ້ນໄປ.
\s5
\v 8 ຕໍ່ເຂົາມາ ອຸດຊີເອນລູກຊາຍຂອງຮາກຮາອີຢາ, ຄົນຫນຶ່ງໃນຊ່າງຕີຄຳໄດ້ສ້າງສ່ວນຕໍ່ໄປ, ແລະຕໍ່ເຂົາມາເປັນຮານານີຢາ, ເປັນຜູ້ປຸງນ້ຳຫອມ. ພວກເຂົາໄດ້ສ້ອມແປງເຢຣູຊາເລັມຂຶ້ນມາໃຫມ່ຍາວໄປຈົນຮອດປະຕູກຳແພງກວ້າງ.
\v 9 ຕໍ່ພວກເຂົາມາ ເຣຟາອີຢາລູກຂອງຮູເຣໄດ້ສ້າງສ່ວນຕໍ່ໄປ. ເຂົາເປັນຜູ້ປົກຄອງເຄິ່ງຫນຶ່ງຂອງແຂວງຫນຶ່ງຂອງເຢຣູຊາເລັມ.
\v 10 ຕໍ່ພວກເຂົາມາ ເຢດາອີຢາລູກຂອງຮາຣູແມບໄດ້ສ້າງສ່ວນຕໍ່ຈາກບ້ານຂອງເຂົາໄປ. ຕໍ່ຈາກເຂົາຮັດຕຸຊະລູກຂອງຮາຊັບເນອີຢາໄດ້ສ້າງສ່ວນຕໍ່ໄປ.
\s5
\v 11 ມັນກີຢາລູກຂອງຮາຣິມ ເເລະ ຮາຊຸບລູກຂອງປາຮາດໂມອາບ ໄດ້ສ້າງສ່ວນຕໍ່ໄປພ້ອມກັບຫໍຄອຍເຕົາອົບ.
\v 12 ຕໍ່ຈາກພວກເຂົາຊານລູມລູກຂອງຮັນໂລເຮັດ ຜູ້ປົກຄອງເຄິ່ງຫນຶ່ງຂອງເເຂວງຫນຶ່ງຂອງເຢຣູຊາເລັມໄດ້ສ້ອມເເປງພ້ອມກັບລູກຍິງທັງຫລາຍຂອງເຂົາ.
\s5
\v 13 ຮານູນ ເເລະ ຜູ້ອາໄສໃນເມືອງຊາໂນອາໄດ້ສ້ອມເເປງປະຕູຮ່ອມພູ. ພວກເຂົາໄດ້ສ້າງຂຶ້ນໃຫມ່ ເເລະ ຕິດຕັ້ງປະຕູ. ໃສ່ບານປະຕູໃສ່ເຫລັກເເທ່ງເປັນໄລຄັດ. ພວກເຂົາໄດ້ສ້ອມເເປງໄປໄກຮອດຫນຶ່ງພັນສອກຈົນຮອດປະຕູກອງຂີ້ເຫຍື້ອ.
\s5
\v 14 ມັນກີຢາລູກຂອງເຣກາບ, ຜູ້ປົກຄອງເຂດເບັດຮັກເກເຣັມ, ໄດ້ສ້ອມເເປງປະຕູບ່ອນຖອກກອງຂີ້ເຫຍື່ອເຂົາໄດ້ສ້າງຂຶ້ນ ເເລະ ຕິດຕັ້ງປະຕູຂຶ້ນຢູ່ໃນບ່ອນຂອງມັນ, ພ້ອມທັງໃສ່ເຫລັກເເທ່ງເປັນໄລຄັດ.
\v 15 ຊານລູມລູກຂອງໂກນໂຮເຊ, ຜູ້ປົກຄອງເເຂວງມີຊະປາ, ໄດ້ສ້າງປະຕູນ້ຳພຸຂຶ້ນໃຫມ່, ເຂົາສ້າງມັນຂຶ້ນ, ຕິດຕັ້ງປະຕູ, ໃສ່ປະຕູໃນບ່ອນຂອງມັນ, ພ້ອມທັງໃຊ້ເຫລັກເເທ່ງເປັນໄລຄັດ. ເຂົາສ້າງກຳເເພງຂອງເຊລາທີ່ຕິດກັບສວນຂຶ້ນມາໃຫມ່ອີກ, ໄປໄກຈົນຮອດຄັນໃດລົງໄປເຖິງເມືອງຂອງດາວິດ.
\s5
\v 16 ເນເຫມີຢາລູກຂອງອາຊາບຸກ, ຜູ້ປົກຄອງເເຂວງເບັດຊູເຣເຄິ່ງຫນຶ່ງໄດ້ສ້ອມເເປງໄປຈົນຮອດບ່ອນກົງກັນຂ້າມອູບໂມງຝັງສົບຂອງດາວິດ, ໄປຈົນຮອດສະນ້ຳທີ່ຄົນຂຸດຂຶ້ນມາ, ເເລະ ຍາວໄປຈົນຮອດຄ້າຍຂອງນັກຮົບ.
\v 17 ຕໍ່ຈາກເຂົາ ຄົນເລວີໄດ້ສ້ອມເເປງ, ລວມໄປຮອດເຣຮຸມລູກຂອງບານີ ເເລະ ຕໍ່ຈາກເຂົາ, ຮັດຊາບີຢາ, ຜູ້ປົກຄອງເເຂວງເກອີລາເຄິ່ງຫນຶ່ງ, ໄດ້ສ້ອມເເປງໃນເເຂວງຂອງຕົນເອງ. ໍ
\s5
\v 18 ຕໍ່ຈາກເຂົາຊາວເມືອງຂອງເຂົາໄດ້ສ້ອມເເປງ, ລວມເຖິງບາໄວລູກຊາຍຂອງເຮນາດາດ, ຜູ້ປົກຄອງເເຂວງເກອີລາເຄິ່ງຫນຶ່ງ.
\v 19 ຕໍ່ຈາກເຂົາໄປ, ເອເຊລູກຊາຍຂອງເຢຊູອາ, ຜູ້ປົກຄອງເມືອງມີຊະປາ, ໄດ້ສ້ອມເເປງອີກສ່ວນຫນຶ່ງທີ່ຢູ່ດ້ານຫນ້າທາງຂຶ້ນໄປສາງໄວ້ອາວຸດບ່ອນຫົວມຸມກຳເເພງ.
\s5
\v 20 ຕໍ່ຈາກເຂົາ ບາຣຸກລູກຂອງຊັບບາຍໄດ້ທຸ້ມເທໃນການສ້ອມເເປງອີກສ່ວນຫນຶ່ງ, ຈາກຫົວມຸມຂອງກຳເເພງຈົນໄປຮອດປະຕູບ້ານຂອງເອເລອາຊິບມະຫາປະໂຣຫິດ.
\v 21 ຕໍ່ຈາກເຂົາເມເຣໂມດລູກຂອງອູຣິຢາ ຜູ້ເປັນລູກຂອງຮັກກົກ ໄດ້ສ້ອມເເປງ ອີກສ່ວນຫນຶ່ງ, ຈາກປະຕູບ້ານຂອງເອລີອາຊິບໄປຈົນຮອດທ້າຍບ້ານຂອງເອເລອາຊິບ.
\s5
\v 22 ຕໍ່ຈາກເຂົາ ບັນດາປະໂຣຫິດທັງຫລາຍ, ຄົນທີ່ມາຈາກພື້ນທີ່ອ້ອມໆເຢຣູຊາເລັມ, ໄດ້ສ້ອມເເປງຕໍ່ຈາກພວກເຂົາ.
\v 23 ເບັນຢາມິນ ເເລະຮັດຊຸບໄດ້ສ້ອມເເປງກົງກັນຂ້າມກັບບ້ານຂອງພວກເຂົາ. ຕໍ່ຈາກພວກເຂົາອາຊາຣີີຢາ ລູກຂອງມາອາເສອີຢາ ຜູ້ເປັນຫລານຊາຍຂອງອານານີຢາໄດ້ສ້ອມເເປງຕໍ່ຈາກບ້ານຂອງເຂົາໄປ.
\v 24 ຕໍ່ຈາກເຂົາບິນນູອີລູກຂອງເຮນາດາດໄດ້ສ້ອມເເປງອີກສ່ວນຫນຶ່ງ, ຈາກບ້ານຂອງອາຊາຣີຢາໄປຈົນຮອດຫົວມຸມກຳເເພງ.
\s5
\v 25 ປາລານລູກຂອງອູໄຊໄດ້ສ້ອມແປງສ່ວນທີ່ກົງກັນຂ້າມກັບຫົວມຸມກຳແພງ ແລະຫໍຄອຍທີ່ຍື່ນອອກມາຊັ້ນເທິງຂອງວັງ ແລະ ໃກ້ກັບເດີ່ນຫຍ້າຂອງທະຫານຮັກສາພະອົງ. ຕໍ່ຈາກເຂົາເປດາອີຢາລູກຂອງປາຣົດໄດ້ສ້ອມແປງສ່ວນຕໍ່ໄປ.
\v 26 ບັດນີ້ຜູ້ຮັບໃຊ້ໃນພຣະວິຫານທີ່ອາໄສຢູ່ໃນໂອເຟນໄດ້ຊ້ອມແປງໄປຈົນຮອດຈຸດທີ່ກົງກັນຂ້າມກັບປະຕູນ້ຳ ທາງທິດຕາເວັນອອກແລະ ຫໍຄອຍທີ່ຍື່ນອອກມາ.
\v 27 ຕໍ່ຈາກເຂົາຊາວເຕກົວໄດ້ສ້ອມແປງອີກສ່ວນຫນຶ່ງທີ່ຢູ່ກົງກັນຂ້າມຫໍຄອຍໃຫຍ່ ທີ່ຍື່ນອອກມາໄປໄກຈົນຮອດກຳແພງໂອເຟນ.
\s5
\v 28 ບັນດາປະໂຣຫິດທັງຫລາຍໄດ້ສ້ອມແປງທາງດ້ານເຫນືອປະຕູມ້າຂຶ້ນໄປແຕ່ລະຄົນກໍສ້ອມແປງທີ່ກົງກັນຂ້າມບ້ານຂອງໂຕເອງ.
\v 29 ຕໍ່ຈາກພວກເຂົາຊາດົກ ລູກຂອງອິມເມໄດ້ສ້ອມແປງສ່ວນທີ່ກົງກັນຂ້າມບ້ານຂອງເຂົາເອງ. ແລ້ວຕໍ່ຈາກເຂາເຊມາອີຢາ ລູກຂອງເຊການີຢາ ຊຶ່ງເປັນຜູ້ເຝົ້າປະຕູຕະເວັນອອກ, ໄດ້ເຮັດການສ້ອມແປງ.
\v 30 ຕໍ່ຈາກເຂົາຮານານີຢາລູກຂອງເຊເລມີຢາ, ແລະ ຮານູນລູກຄົນທີຫົກຂອງຊາລາບ ໄດ້ສ້ອມແປງ ອີກສ່ວນຫນຶ່ງ. ຕໍ່ຈາກເຂົາເມຊຸນລຳລູກຂອງເບເຣກີຢາໄດ້ສ້ອມແປງກົງກັນຂ້າມກັບທີ່ພັກຂອງເຂົາ.
\s5
\v 31 ຕໍ່ຈາກເຂົາ, ມັນກີຢາເປັນຄົນຫນຶ່ງໃນຊ່າງຕີຄຳ, ໄດ້ສ້ອມແປງໄປຈົນຮອດບ້ານຂອງຜູ້ຮັບໃຊ້ໃນພຣະວິຫານ ແລະ ຂອງພວກພໍ່ຄ້າ ທີ່ກົງກັນຂ້າມປະຕູກວດຄົນ ແລະ ທີ່ພັກຊັ້ນເທິງບ່ອນຫົວມຸມ.
\v 32 ບັນດາຊ່າງຕີຄຳ ແລະພວກພໍ່ຄ້າໄດ້ສ້ອມແປງລະຫວ່າງຫ້ອງຊັ້ນເທິງບ່ອນຫົວມຸມກັບປະຕູແກະ.
\s5
\c 4
\cl ບົດທີ 4
\p
\v 1 ເມື່ອສານບັນລັດໄດ້ຍິນວ່າ ພວກເຮົາກຳລັງກໍ່ສ້າງກຳແພງ, ເລື່ອງນີ້ເຮັດໃຫ້ເຂົາໃຈຮ້ອນ ແລະ ເຂົາກໍໃຈຮ້າຍຫລາຍ, ແລະ ເຂົາກໍເຢາະເຢີ້ຍພວກຢິວ.
\v 2 ເມື່ອຢູ່ຕໍ່ຫນ້າພວກພີ່ນ້ອງຂອງເຂົາ ແລະກອງທັບຂອງຊາມາເຣຍ, ເຂົາກ່າວວ່າ, "ພວກຢິວທີ່ອ່ອນແອເຫລົ່ານີ້ກຳລັງເຮັດຫຍັງກັນ? ພວກເຂົາຈະສ້ອມແປງເມືອງນັ້ນເພື່ອຕົວເອງບໍ? ພວກເຂົາຈະຖວາຍເຄື່ອງບູຊາບໍ? ພວກເຂົາຈະເຮັດວຽກໃຫ້ແລ້ວພາຍໃນມື້ດຽວບໍ? ພວກເຂົາຈະເອົາກ້ອນຫີນທີ່ຖືກໄຟເຜົາຈາກກອງຂີ້ເຫຍື່ອມາໃຊ້ອີກບໍ?
\v 3 ໂຕບີຄົນອຳໂມນຢູ່ກັບເຂົາ ແລະ ເຂົາບອກວ່າ, "ຖ້າມີຫມາໄນໂຕຫນຶ່ງຂຶ້ນໄປເທິງສິ່ງທີ່ເຂົາກຳລັງສ້າງຢູ່ນັ້ນ, ມັນກໍຈະພັງກຳແພງຫີນຂອງພວກເຂົາລົງມາ!"
\s5
\v 4 ຂ້າແຕ່ພຣະເຈົ້າ, ຂອງພວກຂ້ານ້ອຍທັງຫລາຍ. ຂໍຊົງຟັງ ເພາະເຮົາຖືກດູຖູກ ແລະ ຂໍໃຫ້ຄຳເຢາະເຢີ້ຍຂອງພວກເຂົາກັບໄປຕົກທີ່ຫົວຂອງພວກເຂົາເອງ ແລະ ຂໍຊົງມອບພວກເຂົາໄວ້ໃຫ້ຖືກປຸ້ນໃນແຜ່ນດິນທີ່ພວກເຂົາເປັນນັກໂທດຢູ່ນັ້ນ.
\v 5 ຂໍຢ່າຊົງປົກປິດຄວາມຜິດບາບຂອງພວກເຂົາໄວ້ ແລະ ຂໍຢ່າຊົງລົບລ້າງຄວາມບາບຂອງພວກເຂົາຈາກພຣະພັກພຣະອົງ, ເພາະພວກເຂົາໄດ້ຫມິ່ນປະຫມາດພວກຄົນກໍ່ສ້າງໃຫ້ໃຈຮ້າຍ
\v 6 ດັ່ງນັ້ນ ພວກເຮົາຈຶ່ງສ້າງກຳແພງ ແລະ ກຳແພງທັງຫມົດກໍຕໍ່ກັນສູງເຄິ່ງຫນຶ່ງຂອງຄວາມສູງຂອງກຳແພງແລ້ວ, ເພາະປະຊາຊົນມີຄວາມປາຖະຫນາທີ່ຈະເຮັດວຽກ.
\s5
\v 7 ເມື່ອສັນບັນລັດ, ໂຕບີຢາ, ຄົນອາຣັບ, ຄົນອຳໂມນ, ແລະຄົນອາຊະໂດດ ໄດ້ຍິນວ່າການສ້ອມແປງກຳແພງເຢຣູຊາເລັມກຳລັງຄືບຫນ້າໄປ, ແລະ ມີການອຸດຕັນປ່ອງທີ່ມີຮອຍແຕກຂອງກຳແພງແລ້ວ, ພວກເຂົາກໍໃຈຮ້າຍຂຶ້ນອີກ.
\v 8 ພວກເຂົາທຸກຄົນຈຶ່ງມີການວາງແຜນຮ້າຍ ແລະພວກເຂົາກໍເຂົ້າມາສູ້ຮົບກັບເຢຣູຊາເລັມ ແລະ ເຮັດໃຫ້ເກີດຄວາມສັບສົບວຸ້ນວາຍໃນເມືອງນັ້ນ.
\v 9 ແຕ່ເຮົາໄດ້ອະທິຖານຕໍ່ພຣະເຈົ້າຂອງເຮົາແລະ ວາງຍາມເພື່ອປ້ອງກັນພວກເຂົາທັງຫລາຍທັງກາງເວັນ ແລະກາງຄືນເພາະເຫດການຄຸກຄາມຂອງພວກເຂົາ.
\s5
\v 10 ແລ້ວຄົນຢູດາຍກ່າວວ່າ, "ກຳລັງເຮື່ອແຮງຂອງຄົນທີ່ຂົນເຄື່ອງກໍກຳລັງລົດຫນ້ອຍຖອຍລົງ. ມີເສດຫີນຢູ່ຫລາຍເຫລືອເກີນ, ແລະ ເຮົາບໍ່ສາມາດກໍ່ສ້າງກຳແພງໄດ້."
\v 11 ພວກສັດຕູຂອງເຮົາກ່າວວ່າ, "ພວກເຂົາຈະບໍ່ຮູ້ ແລະບໍ່ເຫັນ ຈົນກ່ວາເຮົາຈະເຂົ້າມາທ່າມກາງພວກເຂົາ ແລະຂ້າພວກເຂົາ, ແລະ ຢຸດວຽກທັງຫມົດ."
\s5
\v 12 ໃນເວລານັ້ນ ພວກຢິວທີ່ອາໄສຢູ່ໃກ້ພວກເຂົາກໍມາຈາກທຸກທິດທຸກທາງ ແລະ ບອກກັບເຮົາເປັນສິບຄັ້ງ, ເຕືອນເຮົາກ່ຽວກັບແຜນການທີ່ພວກເຂົາກຳລັງເຮັດກັບເຮົາຢູ່.
\v 13 ດັ່ງນັ້ນ ຂ້າພະເຈົ້າຈຶ່ງກຳນົດໃຫ້ປະຊາຊົນທີ່ຢູ່ສ່ວນທີ່ຕໍ່າທີ່ສຸດຂອງກຳແພງໃນບໍລິເວນທີ່ກຳລັງເປີດຢູ່ນັ້ນ. ຂ້າພະເຈົ້າໄດ້ກຳນົດໃຫ້ແຕ່ລະຄອບຄົວມີດາບ ຫອກ ແລະ ຄັນທະນູ,
\v 14 ແລ້ວຂ້າພະເຈົ້າກໍແນມເບິ່ງ, ແລະຢືນຂຶ້ນ, ແລະ ຂ້າພະເຈົ້າເວົ້າກັບພວກຂຸນນາງ, ພວກຜູ້ປົກຄອງ, ແລະຄົນທີ່ເຫລືອນອກນັ້ນວ່າ, "ຢ່າຢ້ານພວກເຂົາເລີຍ ຈົ່ງລະນຶກເຖິງອົງພຣະຜູ້ເປັນເຈົ້າ, ຜູ້ຊົງຍິ່ງໃຫຍ່ ແລະຫນ້າຢຳເກງ. ຈົ່ງຕໍ່ສູ້ເພື່ອຄອບຄົວຂອງທ່ານ, ລູກຊາຍລູກສາວຂອງທ່ານ ເມຍຂອງທ່ານ ແລະບ້ານຂອງທ່ານ."
\s5
\v 15 ເມື່ອສັດຕູຂອງເຮົາໄດ້ຍິນວ່າ ເຮົາໄດ້ຮູ້ແຜນການຂອງພວກເຂົາແລ້ວ, ແລະ ພຣະເຈົ້າໄດ້ຊົງທຳລາຍແຜນການຂອງພວກເຂົາ, ເຮົາທຸກຄົນກໍກັບມາຍັງກຳແພງນັ້ນ, ແຕ່ລະຄົນຕ່າງກໍກັບມາທີ່ວຽກຂອງຕົນ.
\v 16 ຕັ້ງແຕ່ນັ້ນມາ ຄົນຮັບໃຊ້ເຄິ່ງຫນຶ່ງເຮັດສະເພາະງານກໍ່ສ້າງກຳແພງ, ແລະຄົນຮັບໃຊ້ອີກເຄິ່ງຫນື່ງຖືຫອກ, ໂລ້, ຄັນທະນູ ແລະ ເຄື່ອງນຸ່ງຫຸ້ມເກາະ, ໃນຂະນະທີ່ພວກຜູ້ນຳຢືນຢູ່ທາງຫລັງຄົນຢູດາຍທຸກຄົນ.
\s5
\v 17 ຄົນງານພວກດຽວກັນນີ້ທີ່ກຳລັງສ້າງກຳແພງ ແລະ ຂົນເຄື່ອງຂອງແລ້ວຍັງຕ້ອງຕ້ອນຮັບຫນ້າທີ່ເຝົ້າຍາມດ້ວຍ. ທຸກຄົນເຮັດວຽກດ້ວຍເງິນຂ້າງຫນຶ່ງ, ແລະ ມືອີກຂ້າງຫນຶ່ງກໍຖືອາວຸດຂອງຕົນ.
\v 18 ຄົນກໍ່ສ້າງທຸກຄົນພາຍດາບ ແລະ ມັນເປັນວິທີການທີ່ເຂົາເຮັດວຽກ ຄົນເປົ່າແກຄົນຫນຶ່ງຢູ່ຂ້າງຂ້າພະເຈົ້າ.
\s5
\v 19 ຂ້າພະເຈົ້າບອກກັບພວກຂຸນນາງ ແລະພວກເຈົ້າຫນ້າທີ່ ແລະ ຄົນທີ່ນອກນັ້ນວ່າ "ງານນີ້ໃຫຍ່ ແລະ ກວ້າງຂວາງຫລາຍ ແລະ ເຮົາແຍກກັນໄປຢູ່ເທິງກຳແພງທີ່ຫ່າງຈາກກັນ.
\v 20 ເມື່ອພວກທ່ານໄດ້ຍິນສຽງເປົ່າແກທີ່ໃດ ພວກທ່ານຕ້ອງຮີບແລ່ນໄປສະຖານທີ່ນັ້ນ ແລະ ລວມໂຕກັນທີ່ນັ້ນ. ພຣະເຈົ້າຂອງເຮົາຈະຊົງຕໍ່ສູ້ເພື່ອເຮົາ."
\s5
\v 21 ດັ່ງນັ້ນ ໃນເວລາທີ່ເຮົາກຳລັງເຮັດວຽກຢູ່. ພວກເຂົາເຄິ່ງຫນຶ່ງຈັບຫອກຕັ້ງແຕ່ເຊົ້າຈົນຮອດດາວຂຶ້ນ.
\v 22 ຂ້າພະເຈົ້າບອກກັບປະຊາຊົນໃນເວລານັ້ນອີກວ່າ, "ຂໍໃຫ້ຜູ້ຊາຍທຸກຄົນ ເເລະ ຄົນຮັບໃຊ້ຂອງເຂົາຄ້າງຄືນຢູ່ທາງກາງຂອງເຢຣູຊາເລັມ, ເພື່ອໃຫ້ພວກເຂົາເປັນຍາມເຝົ້າໃນຊ່ວງເວລາກາງຄືນ ເເລະ ເປັນຄົນເຮັດວຽກໃນຕອນກາງເວັນ."
\v 23 ເພາະສະນັ້ນ ບໍ່ວ່າຂ້າພະເຈົ້າ, ຫລື ພີ່ນ້ອງຂອງຂ້າພະເຈົ້າ, ຫລືຄົນຮັບໃຊ້ຂອງຂ້າພະເຈົ້າ ຫລື ຄົນຍາມທີ່ຕິດຕາມຂ້າພະເຈົ້າ, ບໍ່ມີໃຜໃນພວກເຮົາທີ່ປ່ຽນເສື້ອຜ້າ ເເລະ ເຮົາເເຕ່ລະຄົນຕ່າງກໍຖືອາວຸດ ເເມ່ນເເຕ່ຕອນໄປອາບນ້ຳ.
\s5
\c 5
\cl ບົດທີ 5
\p
\v 1 ພວກຜູ້ຊາຍ ເເລະ ເມຍຂອງພວກເຂົາໄດ້ຮຽກຮ້ອງຢ່າງຮ້າຍແຮງຕໍ່ຕ້ານພີ່ນ້ອງ ຂອງຄົນຢິວຂອງເຂົາທັງຫລາຍ.
\v 2 ເພາະມີບາງຄົນເວົ້າວ່າ, "ພວກເຮົາມີລູກຊາຍ ເເລະ ລູກຍິງມາກມາຍ. ຂໍໃຫ້ເຮົາມີເຂົ້າທີ່ຈະກິນ ເເລະ ມີຊີວິດຢູ່ໄດ້."
\v 3 ບາງຄົນເວົ້າວ່າ, "ໃນຊ່ວງເວລາຂາດເເຄນອາຫານ ເຮົາຈຳນຳໄຮ່ນາທັງຫລາຍຂອງເຮົາສວນອະງຸ່ນທັງຫລາຍຂອງເຮົາ, ເເລະ ບ້ານເຮືອນທັງຫລາຍຂອງເຮົາເພື່ອທີ່ຈະໄດ້ເຂົ້າ."
\s5
\v 4 ບາງຄົນເວົ້າວ່າ, "ເຮົາໄດ້ຢືມເງິນເພື່ອຈ່າຍພາສີໃຫ້ກະສັດເນື່ອງຈາກໄຮ່ນາ ເເລະ ສວນອະງຸ່ນທັງຫລາຍຂອງພວກເຮົາ.
\v 5 ສ່ວນເລືອດ ເເລະເນື້ອຂອງເຮົາກໍເປັນເຫມືອນພີ່ນ້ອງຂອງເຮົາ, ແລະ ລູກໆ ຂອງພວກເຂົາ ເຮົາຖືກບັງຄັບໃຫ້ຂາຍລູກຊາຍລູກຍິງທັງຫລາຍຂອງເຮົາໃຫ້ເປັນທາດ. ລູກຍິງຂອງເຮົາບາງຄົນເປັນທາດເເລ້ວ. ເເຕ່ມັນບໍ່ຢູ່ໃນກຳລັງຂອງເຮົາທີ່ຈະຊ່ວຍເພາະວ່າດຽວນີ້ພວກຜູ້ຊາຍຄົນອື່ນໆ ໄດ້ເປັນເຈົ້າຂອງທີ່ນາ ເເລະສວນອະງຸ່ນຂອງເຮົາ."
\s5
\v 6 ຂ້ານ້ອຍຢາກຮ້າຍຫລາຍ ເມື່ອໄດ້ຍິນສຽງຮ້ອງໄຫ້ ເເລະ ເລື່ອງລາວເລົ່ານີ້.
\v 7 ຈາກນັ້ນຂ້າພະເຈົ້າຄິດເຖິງເລື່ອງນີ້, ເເລະ ໄດ້ນຳໄປກ່າວຫາພວກຂຸນນາງ ເເລະ ເຈົ້າຫນ້າທີ່ທັງຫລາຍ. ຂ້ານ້ອຍເວົ້າກັບພວກເຂົາວ່າ, "ພວກທ່ານກຳລັງຮຽກຮ້ອງດອກເບ້ຍ, ຈາກພີ່ນ້ອງຂອງຕົນ." ຂ້ານ້ອຍໄດ້ເອີ້ນປະຊຸມໃຫຍ່ເພື່ອຕໍ່ສູ້ກັບພວກເຂົາ
\v 8 ເເລະ ໄດ້ເວົ້າກັບພວກເຂົາວ່າ, "ເຮົາໄດ້ນຳພີ່ນ້ອງຄົນຢິວທີ່ຖືກຂາຍໃຫ້ກັບບັນດາປະຊາຊາດທັງຫລາຍ ກັບມາຈາກການເປັນທາດຫລາຍເທົ່າທີ່ເຮົາສາມາດເຮັດໄດ້, ເເຕ່ພວກທ່ານກັບມາຂາຍພວກພີ່ນ້ອງຊາຍຍິງຂອງພວກທ່ານ ເພື່ອທີ່ພວກເຂົາຈະຖືກຂາຍກັບມາໃຫ້ເຮົາ!" ພວກເຂົາທັງຫລາຍມິດງຽບ ເວົ້າບໍ່ອອກ.
\s5
\v 9 ຂ້າພະເຈົ້າເວົ້າອີກວ່າ, "ສິ່ງທີ່ພວກທ່ານກຳລັງເຮັດຢູ່ນັ້ນບໍ່ດີ. ພວກທ່ານບໍ່ຄວນໄດ້ດຳເນີນຊີວິດດ້ວຍຄວາມຢຳເກງພຣະເຈົ້າຂອງເຮົາ ເພື່ອປ້ອງກັນການເຢາະເຢີ້ຍຂອງບັນດາປະຊາຊາດເຊິ່ງເປັນເຊິ່ງເປັນສັດຕູຂອງເຮົາບໍ?
\v 10 ຂ້ານ້ອຍ ເເລະ ພວກພີ່ນ້ອງ ແລະ ຂ້າຮັບໃຊ້ຂອງຂ້ານ້ອຍ ກຳລັງໃຫ້ເຂົາຢືມເງິນ ເເລະ ເຂົ້າ. ເເຕ່ເຮົາຕ້ອງຢຸດການຄິດດອກເບ້ຍໃນການຢືມເຫລົ່ານີ້.
\v 11 ຈົ່ງຄືນທີ່ນາຂອງພວກເຂົາ, ສວນອະງຸ່ນຂອງພວກເຂົາ, ສວນຫມາກກອກເທດຂອງພວກເຂົາ, ເເລະຄ່າທຳນຽມຂອງເງິນຢືມ, ເຂົ້າ, ເຫລົ້າອະງຸ່ນ ເເລະ ນ້ຳມັນທີ່ພວກທ່ານເອົາມາຈາກພວກເຂົາໃນໄວໆນີ້."
\s5
\v 12 ຈາກນັ້ນພວກເຂົາເວົ້າວ່າ, "ພວກເຮົາຈະຄືນຫຍັງກໍຕາມທີ່ເຮົາເອົາມາຈາກພວກເຂົາ, ເເລະບໍ່ຮຽກຮ້ອງຫຍັງຈາກພວກເຂົາ. ເຮົາຈະເຮັດຄືເຈົ້າເວົ້າ." ເເລ້ວຂ້ານ້ອຍຈຶ່ງເອີ້ນບັນດາປະໂຣຫິດ, ເເລະ ໃຫ້ພວກເຂົາສາບານວ່າຈະເຮັດດັ່ງທີ່ພວກເຂົາໄດ້ສັນຍາໄວ້.
\v 13 ຂ້ານ້ອຍໄດ້ສັ່ນເສື້ອຄຸມຂອງຂ້ານ້ອຍ ເເລະ ໄດ້ເວົ້າວ່າ, "ຂໍໃຫ້ພຣະເຈົ້າສັ່ນສະບັດທຸກຄົນທີ່ບໍ່ຮັກສາຄຳເວົ້າ ອອກຈາກເຮືອນຂອງເຂົາ ເເລະ ຊັບສິນຂອງເຂົາ. ຂໍໃຫ້ເຂົາຖືກສະບັດອອກ ເເລະ ບໍ່ມີຫຍັງ." ທຸກຄົນໃນທີ່ປະຊຸມກ່າວວ່າ, "ເອເມນ," ເເລະ ພວກເຂົາໄດ້ສັນລະເສີນພຣະຢາເວ ເເລະ ປະຊາຊົນໄດ້ກະທຳດັ່ງທີ່ພວກເຂົາສັນຍາໄວ້.
\s5
\v 14 ຕັ້ງເເຕ່ຂ້ານ້ອຍໄດ້ຮັບການເເຕ່ງຕັ້ງໃຫ້ເປັນຜູ້ປົກຄອງຂອງພວກເຂົາໃນເເຜ່ນດິນຢູດາ, ຈາກປີທີຊາວຈົນເຖິງປີທີຊາວສອງຂອງກະສັດອາກຕາເຊເຊັດ, ເປັນເວລາສິບສອງປີ, ບໍ່ວ່າຂ້ານ້ອຍ ຫລືພີ່ນ້ອງອງຂ້ານ້ອຍບໍ່ໄດ້ກິນເຂົ້າທີ່ໄດ້ຈັດຕຽມໄວ້ສຳລັບຂ້ານ້ອຍໃນຖານະຜູ້ປົກຄອງ.
\v 15 ເເຕ່ວ່າຜູ້ປົກຄອງຄົນກ່ອນຫລາຍຄົນ ກ່ອນຫນ້າຂ້ານ້ອຍໄດ້ວາງພາລະຫນັກເທິງປະຊາຊົນ, ເເລະ ເກັບເງິນສີ່ສິບຫລຽນຈາກພວກເຂົາເພື່ອເປັນຄ່າອາຫານ ເເລະ ເຫລົ້າອະງຸ່ນຂອງເຂົາທັງຫລາຍ. ໃນເເຕ່ລະວັນ ເເມ່ນເເຕ່ຄົນໃຊ້ຂອງເຂົາທັງຫລາຍກໍໄດ້ກົດຂີ່ຂົ່ມເຫັງປະຊາຊົນ. ເເຕ່ຂ້ານ້ອຍບໍ່ໄດ້ເຮັດເເນວນັນເພາະຄວາມຢຳເກງໃນພຣະເຈົ້າ.
\s5
\v 16 ຂ້ານ້ອຍຍັງຄົງເຮັດວຽກສ້າງກຳເເພງ, ເເລະ ພວກເຮົາບໍ່ໄດ້ຊື້ທີ່ດິນ ເເລະ ຄົນຮັບໃຊ້ທັງຫມົດຂອງຂ້ານ້ອຍຮ່ວມກັນຢູ່ທີ່ນັ້ນເພື່ອເຮັດວຽກ.
\v 17 ທີ່ໂຕະຂອງຂ້ານ້ອຍມີຄົນຢິວ ເເລະເຈົ້າຫນ້າທີ່ທັງຫລາຍ, 150 ຄົນ, ບໍ່ນັບຫລາຍຄົນທີ່ມາຈາກບັນດາຊົນຊາດທັງຫລາຍທີ່ຢູ້ຮອບໆພວກເຮົາ.
\s5
\v 18 ດຽວນີ້ ສິ່ງທີ່ໄດ້ຈັດຕຽມໃນເເຕ່ລະມື້ ຄື ງົວຫນຶ່ງໂຕ, ເເກະ ທີ່ຄັດເລືອກເເລ້ວຫົກໂຕ, ເເລະ ມີນົກນຳ, ເເລະ ທຸກໆສິບມື້ ມີເຫລົ້າອະງຸ່ນຊະນິດຕ່າງໆຫລວງຫລາຍ, ເເຕ່ທັງຫມົດນີ້ ຂ້ານ້ອຍບໍ່ໄດ້ຮຽກຮ້ອງເອົາອາຫານສຳລັບຜູ້ປົກຄອງ, ເພາະວ່າການຮຽກຮ້ອງພາລະຫນັກເກີນໄປສຳລັບປະຊາຊົນ.
\v 19 ຂ້າເເຕ່ພຣະເຈົ້າຂອງພວກຂ້ານ້ອຍ, ຂໍຊົງລະລຶກເຖິງຂ້ານ້ອຍ ຂໍໃຫ້ເກີດຜົນເພາະຂ້ານ້ອຍໄດ້ເຮັດທຸກສິ່ງເພື່ອປະຊາຊົນເຫລົ່ານີ້.
\s5
\c 6
\cl ບົດທີ 6
\p
\v 1 ບັດນີ້ ເມື່ອສານບັນລັດ, ໂຕບີຢາ, ແລະ ເກເຊມຊາວອາຣັບ ແລະ ສັດຕູທີ່ເຫລືອຂອງພວກເຮົາໄດ້ຍິນວ່າ ຂ້ານ້ອຍໄດ້ກໍ່ກຳເເພງອີກຄັ້ງ ເເລະບໍ່ມີສ່ວນໃດຖືກຖິ້ມໃຫ້ເປັນຮອຍເເຕກເລີຍ, ເຖິງເເມ່ນວ່າຂ້ານ້ອຍຍັງບໍ່ໄດ້ຕັ້ງບານປະຕູເມືອງທັງຫລາຍ,
\v 2 ສານບັນລັດ ເເລະ ເກເຊມ ໄດ້ສົ່ງຂ່າວມາຫາຂ້ານ້ອຍວ່າ, "ມາ, ໃຫ້ພວກເຮົາມາພົບກັນໃນທົ່ງພຽງເເຫ່ງຫນຶ່ງຂອງຫມູ່ບ້ານໂອໂນ." ເເຕ່ພວກເຂົາໄດ້ຕັ້ງໃຈທີ່ຈະທຳຮ້າຍຂ້ານ້ອຍ.
\s5
\v 3 ຂ້ານ້ອຍໄດ້ສົ່ງພວກຜູ້ສົ່ງຂ່າວສານໄປຫາພວກເຂົາ, ກ່າວວ່າຂ້ານ້ອຍ, "ຂ້ານ້ອຍກຳລັງເຮັດວຽກທີ່ຍິ່ງໃຫຍ່, ເເລະ ຂ້ານ້ອຍບໍ່ສາມາດລົງມາໄດ້. ເປັນຫຍັງຕ້ອງໃຫ້ວຽກຢຸດ ໃນຂະນະທີ່ຂ້ານ້ອຍຖິ້ມງານ ເເລະລົງມາຫາພວກທ່ານ?"
\v 4 ເເລ້ວພວກເຂົາກໍສົ່ງຂໍ້ຄວາມຄືກັນມາໃຫ້ຂ້ານ້ອຍສີ່ເທື່ອ, ແລະ ຂ້ານ້ອຍກໍຕອບເຂົາໄປທຳນອງດຽວກັນທຸກຄັ້ງ.
\s5
\v 5 ສານບັນລັດໄດ້ສົ່ງຄົນຮັບໃຊ້ມາຫາຂ້ານ້ອຍໃນທຳນອງດຽວກັນເປັນເທື່ອທີຫ້າ, ພ້ອມດ້ວຍຈົດຫມາຍ ທີ່ມີລັກສະນະເປີດຊອງໄວ້ໃນມືຂອງເຂົາ.
\v 6 ໃນນັ້ນຂຽນວ່າ, "ມີລາຍງານທ່າມກາງປະຊາຊາດທັງຫລາຍ, ເເລະ ເກເຊມກໍໄດ້ເວົ້ານຳວ່າທ່ານ ເເລະພວກຢິວກຳລັງວາງເເຜນກໍ່ກະບົດ, ເພາະສະນັ້ນເປັນເຫດຜົນທີ່ທ່ານຈຶ່ງກໍ່ກຳເເພງນີ້ຂຶ້ນອີກ. ຈາກທີ່ລາຍງານເຫລົ່ານີ້ໄດ້ກ່າວໄວ້, ທ່ານກຳລັງຈະກາຍເປັນກະສັດຂອງພວກເຂົາ.
\s5
\v 7 ທ່ານໄດ້ເເຕ່ງຕັ້ງພວກຜູ້ປະກາດພຣະທຳ ເພື່ອປະກາດກ່ຽວກັບທ່ານ ໃນກຸງເຢຣູຊາເລັມ, ກ່າວວ່າ, "ມີກະສັດໃນຢູດາ" ທ່ານສາມາດເເນ່ໃຈໄດ້ວ່າກະສັດຈະໄດ້ຍິນລາຍງານເຫລົ່ານີ້. ດັ່ງນັ້ນ ມາຈົ່ງມາສາ, ໃຫ້ເຮົາມາຫາລືນຳກັນ."
\s5
\v 8 ເເລ້ວຂ້ານ້ອຍກໍສົ່ງຖ້ອຍຄຳໄປຫາເຂົາກ່າວດັ່ງນີ້ວ່າ, "ບໍ່ມີສິ່ງໃດເກີດຂຶ້ນຕາມທີ່ທ່ານກ່າວມາເລີຍ, ເພາະໃນໃຈຂອງທ່ານເເຕ່ງມັນຂຶ້ນມາເອງທັງນັ້ນ."
\v 9 ເພາະພວກເຂົາທັງຫມົດຕ້ອງການໃຫ້ເຮົາຢ້ານ, ຄິດວ່າ, "ພວກເຂົາຈະເຊົາເຮັດວຽກ ເເລະ ວຽກຈະບໍ່ສຳເລັດ." ເເຕ່ບາດນີ້, ພຣະເຈົ້າ, ຂໍໂຜດເສີມກຳລັງມືຂອງຂ້ານ້ອຍດ້ວຍ.
\s5
\v 10 ຂ້ານ້ອຍໄດ້ໄປທີ່ບ້ານຂອງເຊມາອີຢາລູກຂອງເດລາອີຢາ ລູກຂອງເມເຮຕາເບນ, ຜູ້ທີ່ເກັບຕົວຢູ່ໃນບ້ານຂອງເຂົາ. ເຂົາເວົ້າວ່າ, "ໃຫ້ເຮົາພົບກັນໃນພຣະວິຫານຂອງພຣະເຈົ້າ, ໃນພຣະວິຫານ, ແລະ ໃຫ້ເຮົາປິດປະຕູພຣະວິຫານ, ເພາະວ່າພວກເຂົາກຳລັງມາຂ້າທ່ານ.
\v 11 ຂ້ານ້ອຍຕອບວ່າ "ຄົນແບບຂ້ານ້ອຍຈະແລ່ນຫນີບໍ? ຊາຍແບບຂ້ານ້ອຍເຂົ້າໄປໃນພຣະວິຫານກໍເພື່ອຈະຮັກສາຊີວິດຂອງຕົນບໍ? ຂ້ານ້ອຍຈະບໍ່ເຂົ້າໄປ!"
\s5
\v 12 ຂ້ານ້ອຍຄິດເບິ່ງວ່າ ພຣະເຈົ້າບໍ່ໄດ້ຊົງໃຊ້ເຂົາ, ແຕ່ເຂົາໄດ້ເຜີຍພຣະວັດຈະນະໃສ່ຮ້າຍຂ້ານ້ອຍ. ໂຕບີຢາ ແລະ ສານບັນລັດໄດ້ວ່າຈ້າງເຂົາ.
\v 13 ພວກເຂົາໄດ້ຈ້າງເຂົາມາເພື່ອເຮັດໃຫ້ຂ້ານ້ອຍຢ້ານ, ດັ່ງນັ້ນຂ້ານ້ອຍອາດເຮັດສິ່ງທີ່ເຂົາໄດ້ເວົ້າ ແລະເປັນບາບ, ເພື່ອທີ່ພວກເຂົາຈະໃສ່ຮ້າຍຂ້ານ້ອຍເພື່ອເຢາະເຢີ້ຍຂ້ານ້ອຍ ໂອຂ້າແຕ່ພຣະເຈົ້າ
\v 14 ຂໍຊົງລະລຶກເຖິງໂຕບີຢາ, ແລະ ສານບັນລັດ, ໂອພຣະເຈົ້າຂອງຂ້ານ້ອຍ, ແລະ ສິ່ງທັງຫມົດທີ່ພວກເຂົາໄດ້ເຮັດ. ຊົງລະລຶກເຖິງຜູ້ເຜີຍພຣະວັດຈະນະຍິງໂນອາດີຢາ ແລະ ຜູ້ເຜີຍພຣະວັດຈະນະຄົນອື່ນໆ ຜູ້ທີ່ພະຍາຍາມເຮັດໃຫ້ຂ້ານ້ອຍຢ້ານ.
\s5
\v 15 ດັ່ງນັ້ນກຳແພງໄດ້ສຳເລັດແລ້ວໃນມື້ທີຊາວຫ້າຂອງເດືອນເອລູນ, ຫລັງຈາກຫ້າສິບສອງມື້.
\v 16 ເມື່ອສັດຕູທັງຫມົດຂອງພວກເຮົາທັງຫລາຍໄດ້ຍິນເລື່ອງນີ້, ປະຊາຊາດທັງປວງອ້ອມພວກເຮົາ, ພວກເຂົາກໍຢ້ານ ແລະ ພວກເຂົາກໍເຫັນກັບຕາຂອງພວກເຂົາເອງ. ເພາະພວກເຂົາທັງຫລາຍຮູ້ວ່າວຽກງານສຳເລັດກໍເພາະການຊົງຊ່ວຍເຫລືອຂອງພຣະເຈົ້າຂອງພວກເຮົາ.
\s5
\v 17 ໃນເວລານີ້ ຂຸນນາງທັງຫລາຍຂອງຢູດາຍກໍໄດ້ສົ່ງຈົດຫມາຍຫລາຍສະບັບໄປເຖິງໂຕບີຢາ, ແລະ ຈົດຫມາຍຂອງໂຕບີຢາກໍມາເຖິງເຂົາ.
\v 18 ເພາະມີຫລາຍຄົນໃນຢູດາຍໄດ້ຜູກພັນກັບເຂົາດ້ວຍຄຳສາບານຕໍ່ເຂົາ, ເພາະວ່າເຂົາເປັນລູກເຂີຍຂອງເຊການີຢາຜູ້ເປັນລູກຂອງອາຣາ. ລູກຂອງເຂົາຊື່ເຢໂຮຮານານ ໄດ້ຮັບລູກຍິງຂອງເມຊູນລຳລູກຂອງເບເຣກີຢາເປັນເມຍ.
\v 19 ພວກເຂົາທັງຫລາຍເວົ້າກັບຂ້ານ້ອຍ ກ່ຽວກັບການກະທຳດີຂອງເຂົາ ແລະ ໄດ້ລາຍງານຄຳຂອງຂ້ານ້ອຍໄປໃຫ້ເຂົາ. ຈົດຫມາຍຈາກໂຕບີຢາຖືກສົ່ງມາໃຫ້ຂ້ານ້ອຍເພື່ອເຮັດໃຫ້ຂ້ານ້ອຍຢ້ານ.
\s5
\c 7
\cl ບົດທີ 7
\p
\v 1 ເມື່ອກຳແພງເມືອງຖືກສ້າງສຳເລັດແລ້ວ ແລະ ຂ້ານ້ອຍຈຶ່ງຕິດຕັ້ງປະຕູເຂົ້າ, ແລະ ໄດ້ແຕ່ງຕັ້ງບັນດາຍາມເຝົ້າປະຕູ ແລະ ຄະນະນັກຮ້ອງແລະ ບັນດາຄົນເລວີທັງຫລາຍ,
\v 2 ຂ້ານ້ອຍໄດ້ມອບຫມາຍໃຫ້ຮານານີ ພີ່ນ້ອງຂອງຂ້ານ້ອຍຮ່ວມກັບຮານານີຢາຜູ້ກວດການປ້ອມເພື່ອເບິ່ງແຍງເຢຣູຊາເລັມ, ເພາະເຂົາເປັນຊາຍທີ່ສັດຊື່ແລະ ຢຳເກງພຣະເຈົ້າຫລາຍກວ່າຄົນອື່ນອີກຫລາຍຄົນ.
\s5
\v 3 ຂ້ານ້ອຍກ່າວແກ່ພວກເຂົາວ່າ, "ຢ່າເປີດປະຕູເຢຣູຊາເລັມຈົນກວ່າ ແດດຈະຮ້ອນ. ໃນຂະນະທີ່ຍາມເຝົ້າປະຕູທັງຫລາຍປະຈຳການຢູ່ນັ້ນ, ຂໍໃຫ້ພວກທ່ານປິດປະຕູ ແລະ ໃສ່ກອນປະຕູເຫລົ່ານັ້ນ. ແຕ່ງຕັ້ງຄົນເຫລົ່ານັ້ນທີ່ອາໄສຢູ່ໃນເຢຣູຊາເລັມ, ໃຫ້ເປັນພະຍານຮັກສາວຽກຄືໃຫ້ບາງຄົນປະຈຳຢູ່ສະຖານີເຝົ້າລະວັງ, ແລະ ບາງຄົນປະຈຳຢູ່ຫນ້າບ້ານຂອງເຂົາເອງ."
\v 4 ເວລານີ້ເຢຣູຊາເລັມກ້ວາງ ແລະ ໃຫຍ່ຂຶ້ນຫລາຍ, ແຕ່ມີຜູ້ອາໄສຢູ່ຈຳນວນຫນ້ອຍ ແລະ ຍັງບໍ່ມີບ້ານເຮືອນຖືກສ້າງຂຶ້ນມາໃຫມ່.
\s5
\v 5 ພຣະເຈົ້າຂອງຂ້ານ້ອຍຊົງບັນດານໃຈໃຫ້ຂ້ານ້ອຍລວບລວມບັນດາຂຸນນາງ, ເຈົ້າຫນ້າທີ່ຣາຊການ, ເເລະ ປະຊາຊົນທັງຫລາຍໃຫ້ລົງທະບຽນຕາມຄອບຄົວຂອງພວກເຂົາ. ຂ້ານ້ອຍໄດ້ຄົ້ນພົບຫນັງສືຕາມລຳດັບເຜົ່າພັນຂອງບັນດາຄົນທີ່ກັບມາເປັນຄົນທຳອິດ ເເລະ ໄດ້ພົບສິ່ງທີ່ບັນທຶກເອົາໄວ້ໃນຫນັງສືດັ່ງຕໍ່ໄປນີ້.
\s5
\v 6 "ເຫລົ່ານີ້ຄືປະຊາຊົນທີ່ຢູ່ອານາເຂດຊຶ່ງອອກມາຈາກການເປັນຊະເລີຍເມື່ອຄັ້ງທີ່ກະສັດເນບູກາດເນັດຊາເເຫ່ງບາບີໂລນ ໄດ້ກວາດຕ້ອນພວກເຂົາໄປ. ພວກເຂົາກັບມາຍັງເມືອງຂອງຕົນໃນເຢຣູຊາເລັມ ເເລະ ຢູດາ, ໃນແຕ່ລະເມືອງຂອງເຂົາ.
\v 7 ພວກເຂົາໄດ້ມາພ້ອມກັບເສຣຸບບາເບນ, ເຢຊູອາ, ເນເຫມີຢາ, ອາຊາຣີຢາ, ຣາອາມິຢາ, ນາຮາມານີ, ມໍເດໄກ, ບິນຊານ, ມີສະເປເຣດ, ບິກໄຫວ, ເນຮຸມ, ເເລະ ບາອານາຈຳນວນຄົນຂອງຊາວອິດສາຣາເອນມີດັ່ງນີ້.
\s5
\v 8 ເຊື້ອສາຍຈາກປາຣົດ, 2,172 ຄົນ.
\v 9 ເຊື້ອສາຍຂອງເຊຟາຕີຢາ 372 ຄົນ.
\v 10 ເຊື້ອສາຍຂອງອາຣາ 652 ຄົນ.
\s5
\v 11 ເຊື້ອສາຍຂອງປາຮາດໂມອາບ, ໂດຍຜ່ານທາງເຊື້ອສາຍຂອງເຢຊູອາ ເເລະ ໂຢອາບ 2,818 ຄົນ.
\v 12 ເຊື້ອສາຍຂອງເອຣາມ 1,254 ຄົນ.
\v 13 ເຊື້ອສາຍຂອງຊັດຕຸ, 845 ຄົນ.
\v 14 ເຊື້ອສາຍຂອງຊັກກາຍ, 760 ຄົນ
\s5
\v 15 ເຊື້ອສາຍຂອງບິນນູອີ, 648 ຄົນ
\v 16 ເຊື້ອສາຍຂອງເບບາຍ, 628 ຄົນ.
\v 17 ເຊື້ອສາຍຂອງອາຊະກາດ, 2,322 ຄົນ.
\v 18 ເຊື້ອສາຍຂອງອາໂດນີກຳ 667 ຄົນ.
\s5
\v 19 ເຊື້ອສາຍຂອງບິກໄຫວ, 2,067 ຄົນ.
\v 20 ເຊື້ອສາຍຂອງອາດິນ, 655 ຄົນ.
\v 21 ເຊື້ອສາຍຂອງອາເຕ, ມີຊື່ອີກວ່າເຮເຊກີຢາ, 98 ຄົນ.
\v 22 ເຊື້ອສາຍຂອງຮາຊຸມ, 328 ຄົນ.
\s5
\v 23 ເຊື້ອສາຍຂອງເບໄຊ, 324 ຄົນ.
\v 24 ເຊື້ອສາຍຂອງຮາຣິບ, 122 ຄົນ.
\v 25 ເຊື້ອສາຍຂອງກິເບໂອນ, 95 ຄົນ.
\v 26 ເຊື້ອສາຍຂອງເບັດເລເຮັມ ເເລະ ເນໂຕຟາ, 188 ຄົນ.
\s5
\v 27 ຊາວຂອງອານາທົດ, 128 ຄົນ.
\v 28 ຊາຍຊາວຣາມາ ເບັດອາຊະມາເວດ, 42 ຄົນ.
\v 29 ຊາວກີຣີອາດເຢອາຣິມ, ເກຟີຣາ ເເລະ ເບເອໂຣດ, 743 ຄົນ.
\v 30 ຊາວຣາມາ ເເລະເກບາ 621, ຄົນ.
\s5
\v 31 ຊາວມິກມາດ, 122 ຄົນ.
\v 32 ຊາວເບັດເອນ ເເລະ ອາອີ, 123 ຄົນ.
\v 33 ອີກເເຫ່ງອື່ນ 52 ຄົນ.
\v 34 ຊາວເອລາມ, ອີກເເຫ່ງອື່ນ1,254 ຄົນ.
\s5
\v 35 ຊາວຮາຣິມ, 320 ຄົນ.
\v 36 ຊາວເຢຣິໂກ, 345 ຄົນ.
\v 37 ຊາວໂລດ, ຮາດິດ, ເເລະ ຊາວໂອໂນ, 721 ຄົນ.
\v 38 ຊາວເສນາຢາ 3,930 ຄົນ.
\s5
\v 39 ບັນດາປະໂຣຫິດໄດ້ເເກ່: ເຊື້ອສາຍຂອງເຢດາອີຢາ (ໂດຍທາງສາຍຄອບຄົວຂອງເຢຊູອາ), 973 ຄົນ.
\v 40 ເຊື້ອສາຍຂອງອີມເມ, 1,052 ຄົນ.
\v 41 ເຊື້ອສາຍຂອງປັດຊູ, 1,247 ຄົນ.
\v 42 ເຊື້ອສາຍຂອງຮາຣິມ, 1,017 ຄົນ.
\s5
\v 43 ບັນດາຄົນເລວີໄດ້ເເກ່: ເຊື້ອສາຍຂອງເຢຊູອາ, ກາດມີເອນ, ບິນນຸຍ, ເເລະ ໂຮດາວີຢາ, 74 ຄົນ.
\v 44 ນັກດົນຕຣີໄດ້ເເກ່: ເຊື້ອສາຍຂອງອາສັບ, 148 ຄົນ.
\v 45 ບັນດາຄົນເຝົ້າຍາມພຣະວິຫານ ເຊື້ອສາຍຂອງຊານລູມ, ເຊື້ອສາຍຂອງອາເຕ, ເຊື້ອສາຍຂອງຕານໂມນ, ເຊື້ອສາຍຂອງອັກກຸບ, ເຊື້ອສາຍຂອງຮາຕີຕາ, ເເລະ ເຊື້ອສາຍຂອງໂຊບາຍ, 138 ຄົນ.
\s5
\v 46 ບັນດາຄົນຮັບໃຊ້ໃນພຣະວິຫານ: ທີ່ກັບຄືນມາຈາກການເປັນຊະເລີຍໄດ້ເເກ່ຊີຮາ, ເຊື້ອສາຍຂອງຮາສູຟາ, ເຊື້ອສາຍຂອງຕັບບາອົດ,
\v 47 ເຊື້ອສາຍຂອງເກໂຣ, ເຊື້ອສາຍຂອງສີອາ, ເຊື້ອສາຍຂອງປາໂດນ,
\v 48 ເຊື້ອສາຍຂອງເລບານາ, ເຊື້ອສາຍຂອງຮາກາບາ, ເຊື້ອສາຍຂອງຊານໄມ,
\v 49 ເຊື້ອສາຍຂອງຮານານ, ເຊື້ອສາຍຂອງກິດເດນ, ເຊື້ອສາຍຂອງກາຮາ.
\s5
\v 50 ເຊື້ອສາຍຂອງເຣອາອີຢາ, ເຊື້ອສາຍຂອງເຣຊິນ, ເຊື້ອສາຍຂອງເນໂກດາ,
\v 51 ເຊື້ອສາຍຂອງກັດຊຳ, ເຊື້ອສາຍຂອງອຸດຊາ, ເຊື້ອສາຍຂອງປາເສຢາ,
\v 52 ເຊື້ອສາຍຂອງເບສາຍ, ເຊື້ອສາຍຂອງເມອູນິມ, ເຊື້ອສາຍຂອງເນຟູເຊສິມ.
\s5
\v 53 ເຊື້ອສາຍຂອງບັກບຸກ, ເຊື້ອສາຍຂອງຮາກູຟາ,
\v 54 ເຊື້ອສາຍຂອງຮັກຮູຣະ, ເຊື້ອສາຍຂອງບາຊະລິດ, ເຊື້ອສາຍຂອງເມຮີດາ, ເຊື້ອສາຍຂອງຮັກຊາ,
\v 55 ເຊື້ອສາຍຂອງສີເດຣາ, ເຊື້ອສາຍຂອງເຕມາ,
\v 56 ເຊື້ອສາຍຂອງເນຊີຢາ, ເເລະ ເຊື້ອສາຍຂອງຮາຕີຟາ.
\s5
\v 57 ບັນດາເຊື້ອສາຍຂອງຜູ້ຮັບໃຊ້ຂອງໂຊໂຣໂມນໄດ້ເເກ່: ເຊື້ອສາຍຂອງໂສໄຕ, ເຊື້ອສາຍຂອງໂສເຟເຣັດ, ເຊື້ອສາຍຂອງເປຣີດາ,
\v 58 ເຊື້ອສາຍຂອງຢາອາລາ, ເຊື້ອສາຍຂອງດາກໂກນ, ເຊື້ອສາຍຂອງກິດເດນ
\v 59 ເຊື້ອສາຍຂອງເຊຟາຕີຢາ, ເຊື້ອສາຍຂອງຮັດຕີນ, ເຊື້ອສາຍຂອງໂປເກເຣດຮັດເຊບາອິມ, ເເລະ ເຊື້ອສາຍຂອງອາໂມນ.
\v 60 ຜູ້ຮັບໃຊ້ທັງຫມົດໃນພຣະວິຫານ, ໂຊໂຣໂມນທີ່ໄດ້ກັບມາຈາກການເປັນຊະເລີຍໃນຕ່າງຖິ່ນມີທັງຫມົດ, 392 ຄົນ.
\s5
\v 61 ເຫລົ່ານີ້ເເມ່ນຄົນເດີນທາງມາຈາກເມືອງເຕັນເມລາ, ເຕັນຮັກຊາ, ເຄຣຸບ, ອັດໂດນ, ເເລະ ອິມເມ. ເເຕ່ພວກເຂົາພິສູດບໍ່ໄດ້ວ່າພວກຕົນເປັນເຊື້ອສາຍຂອງອິດສະຣາເອນ:
\v 62 ເຊື້ອສາຍຂອງຂອງເດລາອີຢາ, ເຊື້ອສາຍຂອງໂຕບີຢາ, ເເລະ ເຊື້ອສາຍຂອງເນໂກດາ, ມີ642 ຄົນ.
\v 63 ຕະກຸນຕ່າງໆຕໍ່ໄປນີ້ເເມ່ນຈາກປະໂຣຫິດມີຄື: ເຊື້ອສາຍຂອງໂຮບາອີຢາ, ເຊື້ອສາຍຂອງຮັກກົດ, ເເລະ ບາກຊິນໄລ (ຜູ້ທີ່ໄດ້ເເຕ່ງງານກັບລູກສາວຜູ້ຫນຶ່ງຈາກຕະກຸນບາກຊິນໄລ ແຫ່ງ ກິເລອາດ ເເລະ ໄດ້ໃສ່ຊື່ຕາມຕະກຸນຂອງພວກເຂົາ).
\s5
\v 64 ຄົນເຫລົ່ານີ້ໄດ້ຄົ້ນຫາທັງຫນັງສືບັນທຶກເຜົ່າພັນຂອງພວກເຂົາ, ເເຕ່ພວກເຂົາບໍ່ພົບຊື່ຂອງພວກເຂົາ, ດັ່ງນັ້ນພວກເຂົາຈຶ່ງບໍ່ຖືກນັບເຂົ້າກັບບັນດາປະໂຣຫິດເນື່ອງຈາກເປັນມົນທິນ.
\v 65 ດັ່ງນັ້ນຜູ້ວ່າການຈຶ່ງເວົ້າກັບພວກເຂົາວ່າ ພວກເຂົາບໍ່ສົມຄວນໄດ້ຮັບອະນຸຍາດໃຫ້ກິນອາຫານທີ່ມາຈາກເເທ່ນບູຊາ ຮ່ວມກັບບັນດາປະໂຣຫິດຈົນກວ່າປະໂຣຫິດຄົນຫນຶ່ງຈະຍົກເລື່ອງນີ້ຂຶ້ນໂດຍທາງອູຣິມ ເເລະ ທູມມິມ.
\s5
\v 66 ລວມຄົນກຸ່ມນີ້ມີຈຳນວນທັງຫມົດ 42,360 ຄົນ,
\v 67 ບໍ່ລວມບັນດາຄົນຮັບໃຊ້ຊາຍ ເເລະ ຍິງຂອງພວກເຂົາຈຳນວນ, 7,337 ຄົນ. ພວກເຂົາມີຄະນະນັກຮ້ອງຍິງ ເເລະນັກຮ້ອງຊາຍຂອງພວກເຂົາມີຈຳນວນ 245 ຄົນ.
\s5
\v 68 ມ້າຂອງພວກເຂົາຈຳນວນ 736 ໂຕ, ມີໂຕລໍ 245 ໂຕ,
\v 69 ມີໂຕອູດ 435 ໂຕ, ເເລະມີໂຕລາ 6,720 ໂຕ.
\s5
\v 70 ປະຊາຊົນຫລາຍຄົນໃນທ່າມກາງຫົວຫນ້າຄອບຄົວເຈົ້າກົກເຈົ້າເຫລົ່າ ໄດ້ຈ່າຍຄ່າສຳລັບງານ. ຜູ້ປົກຄອງໄດ້ເອົາທອງຄຳຫນັກ 8 ກິໂລ, ຊາມ 50 ໃບ, ແລະ ເຄື່ອງແຕ່ງກາຍສຳລັບປະໂຣຫິດ 530 ຊຸດ.
\v 71 ຫົວຫນ້າຄອບຄົວຂອງບັນພະບູລຸດ ບາງຄົນໄດ້ມອບທອງຄຳຫນັກປະມານ 170 ກິໂລ, ເງິນປະມານ 1,2 ຕັນ. ເພື່ອເຂົ້າໃນຄັງຊັບສຳລັບວຽກນີ້.
\v 72 ສ່ວນປະຊາຊົນທີ່ເຫລືອໄດ້ມອບທອງຄຳຫນັກປະມານ 170 ກິໂລ, ແລະ ເງິນປະມານ 1,1 ຕັນ ແລະເຄື່ອງແຕ່ງກາຍຂອງປະໂລຫິດຈຳນວນ 67 ຊຸດ.
\s5
\v 73 ດັ່ງນັ້ນບັນດາປະໂຣຫິດ, ຄົນເລວີ, ຍາມເຝົ້າປະຕູ, ຄະນະນັກຮ້ອງປະຊາຊົນບາງຄົນ, ບັນດາຄົນຮັບໃຊ້ໃນພຣະວິຫານບາງຄົນ, ແລະຊາວອິດສະຣາເອນທັງຫມົດຕ່າງກໍອາໄສຢູ່ໃນເມືອງຂອງພວກເຂົາ. ເປັນເວລາເຈັດເດືອນທີ່ຊາວອິດສະຣາເອນໄດ້ຕັ້ງຖິ່ນຖານໃນເມືອງພວກເຂົານັ້ນ."
\s5
\c 8
\cl ບົດທີ 8
\p
\v 1 ປະຊາຊົນທັງຫມົດມາຊຸມນຸມກັນຢູ່ຫນ້າປະຕູນ້ຳ. ພວກເຂົາຂໍໃຫ້ເອຊະຣາຜູ້ເປັນປະໂຣຫິດ ໃຫ້ນຳເອົາຫນັງສືແຫ່ງພຣະບັນຍັດຂອງໂມເຊ, ຊຶ່ງພຣະຢາເວໄດ້ຊົງບັນຊາໄວ້ອອກໃນອິດ​ສ​ະ​ຣາເອນ.
\v 2 ໃນວັນທີຫນຶ່ງຂອງເດືອນທີເຈັດ, ເອຊະຣາຜູ້ເປັນປະໂຣຫິດ ໄດ້ນຳພຣະບັນຍັດມາຕໍ່ຫນ້າຊຸມນຸມຊົນ, ທັງຊາຍ ແລະຍິງ ແລະທຸກຄົນທີ່ສາມາດຟັງ ແລະເຂົ້າໃຈໄດ້.
\v 3 ທ່ານໄດ້ຫັນຫນ້າໄປພື້ນທີ່ໂລ່ງ ຢູ່ຫນ້າປະຕູນ້ຳ, ແລະ ອ່ານຕັ້ງແຕ່ເຊົ້າຈົນຮອດທຽ່ງວັນ, ຕໍ່ຫນ້າຊາຍຍິງ ແລະ ຜູ້ທີ່ສາມາດເຂົ້າໃຈ, ແລະ ປະຊາຊົນທັງປວງຕ່າງກໍຕັ້ງໃຈຟັງຫນັງສືພຣະບັນຍັດນັ້ນ.
\s5
\v 4 ແລ້ວເອຊະຣາຜູ້ເປັນປະໂຣຫິດໄດ້ຢືນຢູ່ເທິງທ່ອນໄມ້ ຊຶ່ງປະຊາຊົນໄດ້ເຮັດຂຶ້ນມາເພື່ອຈຸດປະສົງນີ້. ຢູ່ຂ້າງທ່ານມີມັດຕີທີຢາ, ເຊມາ ອານາອີຢາ, ອູຣິຢາ, ຮິນກີຢາ, ແລະ ມາອາເສອີຢາ, ຢືນຢູ່ຂົວມືຂອງທ່ານ, ແລະ ເປດາອີຢາ ມີຊາເອນ, ມັນກີຢາ, ຮາຊຸມ, ຮັດສະບັດດານາ, ເຊກາຣີຢາ, ແລະ ເມຊຸນລຳ ຢືນຢູ່ຊ້າຍມືຂອງເຂົາ.
\v 5 ເອຊະຣາໄດ້ເປີດຫນັງສືຕໍ່ສາຍຕາປະຊາຊົນທັງປວງ ເພາະທ່ານຢືນຢູ່ສູງກວ່າປະຊາຊົນ, ແລະ ເມື່ອທ່ານເປີດຫນັງສືນັ້ນພວກປະຊາຊົນທັ້ງປວງກໍຢືນຂຶ້ນ.
\s5
\v 6 ເອຊະຣາຂອບພຣະຄຸນພຣະຢາເວ, ຜູ້ຊົງເປັນພຣະເຈົ້າຍິ່ງໃຫຍ່, ແລະປະຊາຊົນທັງປວງໄດ້ຍົກມືຂອງພວກເຂົາຂຶ້ນ ແລະຕອບວ່າ, "ອາເມນ! ອາເມນ!" ແລ້ວພວກເຂົາກໍກົ້ມຫົວລົງ ແລະນົບ ນະມັດສະການພຣະຢາເວ ຈົນຫນ້າຂອງພວກເຂົາຕິດກັບພື້ນ.
\v 7 ເຢຊູອາ, ບານີ, ເຊເຣບີຢາ, ຢາມິນ, ອັກກຸບ, ຊັບເບທາຍ, ໂຮດີຢາ, ມາອາ, ເສອີຢາ, ເກລີຕາ, ອາຊາຣີຢາ, ໂຢຊາບັດ, ຮານານ, ແລະ ເປລາອີຢາ - ພວກຄົນເລວີ - ໄດ້ຊ່ວຍປະຊາຊົນໃຫ້ເຂົ້າໃຈພຣະບັນຍັດ, ໃນຂະນະທີ່ປະຊາຊົນຍັງຢືນຢູ່ກັບບ່ອນ.
\v 8 ພວກເຂົາໄດ້ອ່ານຫນັງສືນັ້ນ, ຊຶ່ງເປັນພຣະບັນຍັດຂອງພຣະເຈົ້າ, ເຮັດໃຫ້ຊັດເຈນໂດຍການແປ ແລະ ຕີຄວາມຫມາຍ ດັ່ງນັ້ນປະຊາຊົນຈຶ່ງເຂົ້າໃຈສິ່ງທີ່ໄດ້ອ່ານໄປ.
\s5
\v 9 ເນເຫມີຢາຜູ້ທີ່ເປັນຜູ້ປົກຄອງ, ແລະເອຊະຣາຜູ້ເປັນປະໂຣຫິດ, ແລະ ຄົນເລວີຜູ້ໄດ້ແປຄວາມຫມາຍໃຫ້ກັບປະຊາຊົນໄດ້ເວົ້າກັບປະຊາຊົນທັງຫມົດວ່າ, "ວັນນີ້ເປັນວັນບໍຣິສຸດແດ່ພຣະຢາເວພຣະເຈົ້າຂອງພວກທ່ານ. ຈົ່ງຢ່າໄວ້ທຸກຫລືຮ້ອງໄຫ້." ເພາະປະຊາຊົນທັງປວງ ຕ່າງກໍຮ້ອງໄຫ້ເມື່ອໄດ້ຍິນຖ້ອຍຄຳຂອງພຣະບັນຍັດນັ້ນ.
\v 10 ແລ້ວເນເຫມີຢາໄດ້ກ່າວກັບພວກເຂົາວ່າ, "ໄປເທີນ, ໄປຮັບປະທານໄຂມັນ ແລະ ດື່ມນ້ຳຫວານແລະ ສົ່ງອາຫານບາງສ່ວນ, ໃຫ້ກັບຄົນທີ່ບໍ່ມີຫຍັງຕຽມໄວ້, ເພາະວັນນີ້ເປັນວັນບໍຣິສຸດ ແດ່ອົງພຣະຜູ້ເປັນເຈົ້າຂອງພວກເຮົາ. ຢ່າໂສກເສົ້າເລີຍ, ເພາະຄວາມຊົມຊື່ນຍິນດີຂອງພຣະຢາເວເປັນກຳລັງຂອງພວກທ່ານ."
\s5
\v 11 ແລ້ວຄົນເລວີຈື່ງໃຫ້ປະຊາຊົນງຽບ, ແລະບອກວ່າ, "ຈົ່ງງຽບເທີ້ນ! ເພາະວັນນີ້ເປັນວັນບໍຣິສຸດ. ຢ່າທຸກໂສກເລີຍ."
\v 12 ແລ້ວປະຊາຊົນທັງປວງຈຶ່ງໄປກິນ ແລະ ດື່ມ ແລະແບ່ງປັນອາຫານ ແລະ ສະຫລອງດ້ວຍຄວາມຊົມຊື່ນຍິນດີເປັນຢ່າງຫລາຍ ເພາະພວກເຂົາເຂົ້າໃຈຖ້ອຍຄຳທີ່ໄດ້ເປີດເຜີຍໃຫ້ເເກ່ພວກເຂົາ.
\s5
\v 13 ໃນວັນທີສອງ ພວກຜູ້ນຳຂອງເຊື້ອສາຍຂອງບັນພະບູລຸດ ທີ່ມາຈາກປະຊາຊົນທັງປວງ, ພວກປະໂຣຫິດ ແລະ ຄົນເລວີ, ໄດ້ພ້ອມກັນມາຫາເອຊະຣາ ເພື່ອຈະຮັບຄວາມເຂົ້າໃຈໃນຖ້ອຍຄຳຂອງພຣະບັນຍັດເພີ່ມຕື່ມ.
\v 14 ພວກເຂົາພົບຂໍ້ຂຽນໃນພຣະບັນຍັດເຖິງເລື່ອງທີ່ພຣະຢາເວໄດ້ຊົງບັນຊາຜ່ານທາງໂມເຊ ວ່າປະຊາຊົນອິດສະຣາເອນຄວນຢູ່ໃນເຕັນໃນເດືອນທີເຈັດ.
\v 15 ພວກເຂົາຄວນອອກໄປປະກາດປ່າວຮ້ອງໃນທຸກເມືອງ, ແລະ ໃນເຢຣູຊາເລັມວ່າ, "ຈົ່ງອອກໄປທີ່ພູເຂົາ, ນຳກິ່ງໄມ້ຈາກຕົ້ນຫມາກກອກ ແລະຈາກຕົ້ນຫມາກກອກປ່າ ແລະ ຈາກຕົ້ນນ້ຳມັນຂຽວ, ແລະ ຕົ້ນທີ່ມີໃບດົກຫລາຍກັບມາເຮັດເຕັນ ຕາມທີ່ມີຂຽນໄວ້."
\s5
\v 16 ດັ່ງນັ້ນ ປະຊາຊົນກໍອອກໄປ ແລະ ນຳກິ່ງໄມ້ຕ່າງໆ ກັບມາ ແລະ ເຮັດເຕັນເພື່ອພວກເຂົາເອງ, ຕາມຫລັງຄາບ້ານຂອງຕົນ, ຕາມລານບ້ານຂອງຕົນ, ຕາມລານພຣະວິຫານຂອງພຣະເຈົ້າ, ຕາມພື້ນທີ່ໂລ່ງຕໍ່ຫນ້າປະຕູນ້ຳ, ແລະ ໃນລານຈະຕຸລັດທີ່ປະຕູເອຟຣາອິມ.
\v 17 ຊຸມນຸມຄົນທັງຫມົດຂອງບັນດາຄົນທີ່ໄດ້ກັບມາຈາກການເປັນຊະເລີຍ ໄດ້ເຮັດເຕັນ ແລະ ໄດ້ພັກຢູ່ໃນເຕັນນັ້ນ. ເພາະຕັ້ງແຕ່ສະໄຫມຂອງໂຢຊວຍ ລູກຊາຍຂອງນູນຈົນເຖິງວັນນັ້ນ, ປະຊາຊົນອິດສະຣາເອນບໍ່ໄດ້ສະເຫລີມສະຫລອງເທດສະການນີ້, ດັ່ງນັ້ນຄວາມຊົມຊື່ນຍິນດີຂອງພວກເຂົາຈຶ່ງຍິ່ງໃຫຍ່ເປັນຢ່າງຫລາຍ.
\s5
\v 18 ດັ່ງນັ້ນໃນແຕ່ລະວັນ, ຈາກມື້ທຳອິດຈົນມື້ສຸດທ້າຍ, ເອຊະຣາ ໄດ້ອ່ານຫນັງສືແຫ່ງພຣະບັນຍັດຂອງພຣະເຈົ້າ. ພວກເຂົາໄດ້ຖືເທດສະການນັ້ນເປັນເວລາເຈັດວັນ ແລະ ໃນວັນທີແປດໄດ້ມີການປະຊຸມຕາມພິທີການເພື່ອເຮັດຕາມຂໍ້ກຳນົດ.
\s5
\c 9
\cl ບົດທີ 9
\p
\v 1 ໃນວັນທີຊາວສີ່ເດືອນດຽວກັນນີ້ ປະຊາຊົນຊາວອິດສະຣາເອນໄດ້ຊຸມນຸມກັນຖືສິນອົດອາຫານ, ແລະ ນຸ່ງຜ້າກະສອບ, ແລະ ເອົາຂີ້ດິນໃສ່ຫົວຂອງພວກເຂົາ.
\v 2 ເຊື້ອສາຍຂອງອິດສະຣາເອນໄດ້ແຍກພວກຂອງຕົນອອກຈາກຊົນຊາດທັງຫມົດ. ພວກເຂົາໄດ້ຢືນຂຶ້ນສາລະພາບບາບຂອງຕົນ ແລະການກະທຳອັນຊົ່ວຮ້າຍ ຂອງບັນພະບູລຸດພວກຂອງເຂົາ.
\s5
\v 3 ພວກເຂົາຕ່າງກໍລຸກຂຶ້ນໃນສະຖານທີ່ຂອງຕົນ, ແລະ ອ່ານຈາກຫນັງສືພຣະບັນຍັດຂອງພຣະຢາເວພຣະເຈົ້າຂອງພວກເຂົາ. ຢູ່ສາມຊົ່ວໂມງ ອີກສາມຊົ່ວໂມງພວກເຂົາສາລະພາບ ແລະກົ້ມຕົວລົງຕໍ່ພຣະພັກພຣະຢາເວພຣະເຈົ້າຂອງພວກເຂົາທັງຫລາຍ.
\v 4 ຊາວເລວີ, ທີ່ມີຊື່ໄດ້ຢືນຂຶ້ນທີ່ຄັນໄດ, ຄືເຢຊູອາ, ບານີ, ກາດມີເອນ, ເຊບານີຢາ, ບັນນີ, ເຊເຣບີຢາ, ບານີ, ແລະເກນານີ, ແລະ ພວກເຂົາໄດ້ຮ້ອງດ້ວຍສຽງດັງຕໍ່ພຣະຢາເວພຣະເຈົ້າຂອງພວກເຂົາ.
\s5
\v 5 ແລ້ວຊາວເລວີ, ເຢຊູອາ, ແລະ ກາດມີເອນ, ບານີ, ຮາຊັບເນອີຢາ, ເຊເຣບີຢາ, ໂຮດີຢາ, ເຊບານີຢາ, ແລະ ເປທາຮີຢາ ໄດ້ກ່າວ່າ, "ຈົ່ງຢືນຂຶ້ນ ແລະ ສັນລະເສີນພຣະຢາເວພຣະເຈົ້າຂອງພວກເຈົ້າຕະຫລອດໄປ." "ສາທຸການແດ່ພຣະນາມອັນຍິ່ງໃຫຍ່ຂອງພຣະເຈົ້າ, ແລະ ຂໍພຣະອົງໄດ້ຮັບການຍົກຍ້ອງສັນລະເສີນເຫນືອສິ່ງອື່ນໃດ.
\v 6 ພຣະອົງຄືພຣະຢາເວ. ພຣະອົງອົງດຽວ. ທີ່ໄດ້ຊົງສ້າງຟ້າສະຫວັນ, ຟ້າສະຫວັນອັນສູງສຸດ, ພ້ອມກັບບໍລິວານທັງຫມົດຂອງຟ້າສະຫວັນນັ້ນ, ແຜ່ນດິນໂລກ ແລະ ບັນດາທຸກສິ່ງທີ່ຢູ່ໃນນັ້ນ ທະເລ ແລະ ບັນດາທຸກສິ່ງທີ່ຢູ່ໃນນັ້ນ, ແລະພຣະອົງຊົງຮັກສາສິ່ງທັງປວງເຫລົ່ານີ້ໄວ້, ແລະບັນດາຊາວສະຫວັນກໍໄດ້ນະມັດສະການພຣະອົງ.
\s5
\v 7 ພຣະອົງຄືພຣະຢາເວ, ພຣະເຈົ້າຜູ້ຊົງເລືອກອັບຣາມ, ແລະ ຊົງນຳເຂົາອອກມາຈາກເມືອງອູເຣໃນເຄເດັຍ, ແລະ ປະທານນາມວ່າອັບຣາຮາມ.
\v 8 ເພາະອົງຊົງເຫັນວ່າໃຈຂອງເຂົາຊື່ສັດຕໍ່ພຣະອົງ, ແລະ ພຣະອົງໄດ້ຊົງກະທຳພັນທະສັນຍາກັບເຂົາທີ່ຈະປະທານແຜ່ນດິນຂອງຊາວການາອານ, ຊາວຮິດຕີ, ຊາວອາໂມ, ຊາວເປຣີຊີ, ຊາວເຢບຸດ, ແລະ ຊາວເກີດກາຊີ ແກ່ເຊື້ອສາຍຂອງເຂົາ. ແລະ ພຣະອົງຊົງກະທຳໃຫ້ພັັນທະສັນຍາຂອງພຣະອົງສຳເລັດ ເພາະພຣະອົງຊົງຊອບທຳ.
\s5
\v 9 ພຣະອົງເຫັນຄວາມທຸກໃຈຂອງບັນພະບູລຸດຂອງພວກຂ້ານ້ອຍໃນເອຢິບ ແລະ ຊົງໄດ້ຍິນສຽງຮ້ອງທຸກຂອງທີ່ທະເລຕົ້ນກົກນັ້ນ.
\v 10 ພຣະອົງຊົງກະທຳຫມາຍສຳຄັນ ແລະ ການອັດສະຈັນຕໍ່ຕ້ານກະສັດຟາ​ໂຣ, ແລະ ຂ້າຣາຊການບໍລິວານ ແລະ ຕໍ່ປະຊາກອນທັງຫມົດ, ເພາະພຣະອົງຊົງຮູ້ວ່າຊາວເອຢິບທັງຫລາຍ ໄດ້ປະພຶດຍິ່ງຍະໂສຕໍ່ບັນພະບູລຸດຂອງຂ້ານ້ອຍ. ແຕ່ພຣະອົງຊົງເຮັດໃຫ້ພຣະນາມຂອງພຣະອົງຊ່າລືໄປດັ່ງທຸກວັນນີ້.
\s5
\v 11 ເມື່ອພຣະອົງໄດ້ຊົງແຍກທະເລ ຕໍ່ຫນ້າພວກເຂົາ, ເພື່ອພວກເຂົາ ໄດ້ຍ່າງໄປກາງທະເລເທິງດິນແຫ້ງ; ແລະ ພຣະອົງແກວ່ງພວກທີ່ໄລ່ນຳພວກເຂົາລົງໄປໃນທະເລເລິກ ຄືກັບກ້ອນຫີນທີ່ຈົມລົງໄປນໍ້າເລິກ.
\s5
\v 12 ພຣະອົງຊົງນຳພວກເຂົາໃຫ້ພວກເຂົາຍ່າງໄປໃນຕອນເຊົ້າດ້ວຍເສົາເມກ, ແລະໃນກາງຄືນດ້ວຍເສົາໄຟ, ເພື່ອໃຫ້ຊ່ອງທາງແກ່ພວກເຂົາໃນທາງທີ່ພວກເຂົາຄວນຈະໄປ.
\v 13 ພຣະອົງຊົງສະເດັດມາເທິງພູເຂົາຊີນາຍ ແລະ ກ່າວກັບພວກເຂົາຈາກຟ້າສະຫວັນ ແລະ ປະທານກົດຫມາຍອັນຊອບທຳ ແລະ ພຣະບັນຍັດທີ່ແທ້ຈິງປະທານກົດເກນ ແລະ ພຣະບັນຊາທີ່ດີໃຫ້ແກ່ພວກເຂົາ.
\s5
\v 14 ພຣະອົງຊົງໃຫ້ພວກເຂົາຮູ້ເຖິງວັນສະບາໂຕບໍຣິສຸດຂອງພຣະອົງ, ແລະ ຊົງປະທານພຣະບັນຍັດກົດເກນ ແລະ ພຣະບັນຍັດຫນຶ່ງໃຫ້ແກ່ພວກເຂົາໂດຍຜ່ານທາງໂມເຊຜູ້ຮັບໃຊ້ຂອງພຣະອົງ.
\v 15 ພຣະອົງປະທານອາຫານແກ່ພວກເຂົາຈາກຟ້າສະຫວັນ, ເພື່ອບັນເທົາຄວາມຫິວ ແລະ ປະທານນ້ຳທີ່ອອກມາຈາກຫີນເພື່ອດັບຄວາມກະຫາຍຂອງພວກເຂົາ ແລະ ພຣະອົງຊົງກ່າວຕໍ່ພວກເຂົາໃຫ້ເຂົາໄປຢຶດແຜ່ນດິນຊຶ່ງພຣະອົງຊົງສັນຍາວ່າຈະປະທານໃຫ້ພວກເຂົາ.
\s5
\v 16 ແຕ່ພວກເຂົາ ແລະ ບັນພະບູລຸດຂອງພວກຂ້ານ້ອຍໄດ້ກະທຳສິ່ງທີ່ດູຫມິ່ນ, ແລະ ພວກເຂົາດື້ດ້ານ, ແລະ ບໍ່ຟັງຄຳບັນຊາທັງຫລາຍຂອງພຣະອົງ.
\v 17 ພວກເຂົາປະຕິເສດທີ່ຈະຟັງ, ແລະ ບໍ່ໃສ່ໃຈກັບການອັດສະຈັນຊຶ່ງພຣະອົງກະທຳຂຶ້ນທ່າມກາງພວກເຂົາ, ແຕ່ພວກເຂົາດື້ດ້ານ, ແລະ ໃນຄວາມກະບົດຂອງພວກເຂົານັ້ນ ພວກເຂົາໄດ້ແຕ່ງຕັ້ງຫົວຫນ້າຄົນຫນຶ່ງເພື່ອຈະກັບໄປສູ່ຄວາມເປັນທາດ. ແຕ່ພຣະອົງຊົງເປັນພຣະເຈົ້າຜູ້ຊົງເຕັມໄປດ້ວຍການອະໄພໂທດ, ພຣະຄຸນ, ແລະພຣະກາລຸນາ, ຊົງໂມໂຫຊ້າ, ແລະ ຊົງອຸດົມໄປດ້ວຍຄວາມຮັກຫມັ້ນຄົງ. ແລະ ບໍ່ໄດ້ຊົງຖິ້ມພວກເຂົາ.
\s5
\v 18 ເຖິງວ່າພວກເຂົາໄດ້ຫລໍ່ງົວໂຕຫນື່ຶງຈາກໂລຫະຫລອມລະລາຍແລະກ່າວວ່າ "ນີ້ທີ່ພະເຈົ້າຂອງພວກເຈົ້າຜູ້ທີ່ ນຳພວກເຈົ້າອອກມາຈາກເອຢິບ" ແລະ ໄດ້ທຳການຫມິ່ນປະຫມາດຢ່າງໃຫຍ່ຫລວງ,
\v 19 ດ້ວຍພະເມດຕາກະລຸນາຂອງພຣະອົງ, ພຣະອົງກໍບໍ່ໄດ້ຊົງຖິ້ມເຂົາໃນຖິ່ນທຸລະກັນດານ. ເສົາເມກຊຶ່ງນຳພວກເຂົາໃນກາງເວັນບໍ່ໄດ້ພາກຈາກເຂົາໄປ, ຫລື ເສົາໄຟຊຶ່ງສ່ອງທາງໃຫ້ພວກເຂົາຍ່າງໄປ.
\s5
\v 20 ພຣະອົງປະທານພຣະວິນຍານອັນປະເສີດໃຫ້ສັ່ງສອນພວກເຂົາ, ເເລະ ບໍ່ໄດ້ຊົງຢັບຢັ້ງມານາຂອງພຣະອົງເສຍຈາກປາກຂອງພວກເຂົາເເລະປະທານນ້ຳເພື່ອດັບຫິວກະຫາຍໃຫ້ເເກ່ພວກເຂົາ.
\v 21 ເປັນເວລາສີ່ສິບປີທີ່ພຣະອົງຊົງລ້ຽງດູເຂົາທັງຫລາຍໃນຖິ່ນທຸລະກັນດານ, ເເລະ ພວກເຂົາບໍ່ຂາດສິ່ງໃດເລີຍເສື້ອຜ້າຂອງພວກເຂົາບໍ່ຂາດ ເເລະຕີນຂອງພວກເຂົາກໍບໍໄດ້ບວມ.
\s5
\v 22 ພຣະອົງຊົງມອບອານາຈັກ ເເລະ ຊົນຊາດທັງຫລາຍເເກ່ພວກເຂົາ, ຊົງກຳນົດທົ່ວທຸກດິນເເດນໃຫ້ເເກ່ພວກເຂົາ. ເເລ້ວພວກເຂົາຈຶ່ງໄດ້ຢຶດເເຜ່ນດິນຂອງກະສັດເເຫ່ງເມືອງບາຊານ.
\s5
\v 23 ພຣະອົງຊົງໃຫ້ພວກເພິ່ນຊະນະເຫນືອຊົນຊາດກັບອານາຈັກຂອງພວກເຂົາຢ່າງຫລາຍເຫນືອດວງດາວເທິງຟ້າສະຫວັນ ເເລະພຣະອົງຊົງນຳພວກເຂົາເຂົ້າໄປໃນເເຜ່ນດິນ ຊຶ່ງພຣະອົງຊົງບອກເເກ່ບັນພະບູລຸດຂອງພວກເຂົາໃຫ້ເຂົ້າໄປຢຶດນັ້ນ.
\v 24 ດັ່ງນັ້ນຜູ້ຄົນເຫລົ່ານັ້ນຈຶ່ງເຂົ້າໄປ ເເລະຢຶດຄອງແຜ່ນດິນນັ້ນ, ພຣະອົງຊົງປາບປາມຜູ້ທີ່ຊົງຢູ່ທີ່ເມືອງນັ້ນຄືຊາວການາອານຕໍ່ຫນ້າຕໍ່ຕາຂອງພວກເຂົາ, ເເລະ ຊົງມອບຄົນເຫລົ່ານັ້ນໄວ້ໃນມືຂອງພວກເຂົາ, ພ້ອມກັບກະສັດ ເເລະຊົນຊາດທັງຫລາຍເເຫ່ງເເຜ່ນດິນນັ້ນເພື່ອຊາວອິດສະຣາເອນຈະເຮັດສິ່ງໃດຕາມໃຈມັກກັບຄົນເຫລົ່ານັ້ນໄດ້.
\s5
\v 25 ພວກເຂົາເຂົ້າຢຶດເມືອງທີ່ມີປ້ອມປາການ ເເລະ ເເຜ່ນດິນອັນອຸດົມສົມບູນ, ເເລະ ພວກເຂົາຢຶດເອົາບ້ານເຮືອນຊຶ່ງເຕັມໄປດ້ວຍຂອງດີທຸກຢ່າງ, ລວມທັງບໍ່ນ້ຳທີີ່ສະກັດໄວ້, ສວນອະງຸ່ນ, ສວນຫມາກກອກ ເເລະ ເຄື່ອງປູກຂອງຝັງຫລາຍ ພວກເຂົາຈຶ່ງໄດ້ກິນອີ່ມສົມບູນ ເເລະປິຕິຍິນດີໃນພຣະຄຸນຂອງພຣະອົງ.
\s5
\v 26 ເເຕ່ພວກເພິ່ນຄິດຄົດ ເເລະ ບໍ່ເຊື່ອຟັງພຣະອົງ ແລະ ພວກເຂົາຖິ້ມສັນຍາຂອງພຣະອົງໄວ້ເບື້ອງຫລັງ. ພວກເຂົາໄດ້ຂ້າຜູ້ເຜີຍພຣະວັດຈະນະຂອງພຣະອົງ, ຜູ້ໄດ້ຕັກເຕືອນພວກເຂົາເພື່ອໃຫ້ພວກເຂົາກັບມາຫາພຣະອົງ, ເເລະ ພວກເຂົາເຮັດການຫມິ່ນປະຫມາດຢ່າງໃຫຍ່.
\v 27 ເພາະສະນັ້ນພຣະອົງຊົງມອບພວກເຂົາໄວ້ໃນມືສັດຕູຂອງພວກເຂົາ, ຜູ້ເຮັດໃຫ້ພວກເຂົາທົນທຸກ, ເເລະໃນເວລາເເຫ່ງການທົນທຸກຂອງພວກເຂົາ, ພວກເຂົາຮ້ອງທູນຕໍ່ພຣະອົງ, ເເລະ ພຣະອົງຊົງຟັງພວກເຂົາຈາກຟ້າສະຫວັນພຣະອົງຊົງປະທານບັນດາຜູ້ຊ່ວຍເເກ່ພວກເຂົາໃຫ້ລອດພົ້ນຈາກເງື້ອມມືຂອງບັນດາສັດຕູທັງຫລາຍຂອງພວກເຂົາ.
\s5
\v 28 ເເຕ່ເມື່ອພວກເຂົາພັກສະຫງົບເເລ້ວ, ພວກເຂົາກໍເຮັດຊົ່ວຕໍ່ພຣະພັກຂອງພຣະອົງອີກ, ແລະ ພຣະອົງຈຶ່ງຖິ້ມພວກເຂົາໄວ້ໃນມືສັດຕູທັງຫລາຍ, ດັ່ງນັ້ນສັດຕູຈຶ່ງໄດ້ປົກຄອງເຫນືອພວກເຂົາ. ທັນໃດນັ້ນເມື່ອພວກເຂົາຫັນມາຮ້ອງທູນຕໍ່ພຣະອົງ, ພຣະອົງຈຶ່ງຟັງພວກເຂົາຈາກຟ້າສະຫວັນ ເເລະພຣະອົງຊ່ວຍກູ້ພວກເຂົາໄວ້ຫລາຍຄັ້ງຫລາຍຫົນ ຕາມພຣະກະລຸນາຂອງພຣະອົງ
\v 29 ພຣະອົງຊົງຕັກເຕືອນພວກເຂົາເພື່ອພວກເຂົາຈະຫັັນມາຫາພະສັນຍາຂອງພຣະອົງ. ເເຕ່ພວກເຂົາຍັງປະພຶດອວດດີບໍ່ຍອມຟັງພຣະບັນຊາຂອງພຣະອົງ. ເເຕ່ໄດ້ເຮັດຜິດຕໍ່ກົດຫມາຍຂອງພຣະອົງຊຶ່ງໃຫ້ຊີວິດເເກ່ທຸກຄົນທີ່ເຮັດຕາມພວກເຂົາດື້ດ້ານຫົວເເຂງ ເເລະປະຕິເສດທີ່ຈະຟັງ.
\s5
\v 30 ພຣະອົງຊົງອົດທົນກັບພວກເຂົາຢູ່ຫລາຍປີ ເເລະ ຊົງເຕືອນພວກເຂົາດ້ວຍພຣະວິນຍານຂອງພຣະອົງຜ່ານຜູ້ເຜີຍພຣະວັດຈະນະຂອງພຣະອົງ. ພວກເຂົາບໍ່ຍອມຟັງ ເພາະສະນັ້ນພຣະອົງຊົງມອບພວກເຂົາໄວ້ໃນມືຂອງພວກຊົນຊາດເພື່ອນບ້ານທັງຫລາຍ.
\v 31 ເເຕ່ດ້ວຍພຣະເມດຕາກະລຸນາເຫລືອລົ້ນຂອງພຣະອົງ ພຣະອົງບໍ່ໄດ້ເຮັດໃຫ້ເຂົາພິນາດ ຫລືຖິ້ມພວກເຂົາເລີຍ ຂ້າເເຕ່ພຣະເຈົ້າຂອງຂ້ານ້ອຍທັງຫລາຍຊຶ່ງເປັນພຣະເຈົ້າຜູ້ຊົງມີພຣະຄຸນເເລະພຣະກະລຸນາ
\s5
\v 32 ດ້ວຍເຫດນີ້, ພຣະເຈົ້າຂອງພວກເຮົາ - ພຣະອົງຊົງເປັນພຣະເຈົ້າທີ່ຍິ່ງໃຫຍ່, ຊົງສະຖິດເເລະ ຫນ້າຢຳເກງ ຜູ້ຊົງຮັກສາພັນທະສັນຍາ ເເລະຄວາມຮັກຫມັ້ນຄົງ - ສະນັ້ນລ້ວນເປັນສິ່ງເລັກນ້ອຍຊຶ່ງບັງເກີດຂຶ້ນກັບຂ້ານ້ອຍ ກັບບັນດາກະສັດຂອງຂ້ານ້ອຍ, ກັບບັນດາເຈົ້າເມືອງ, ບັນດາປະໂຣຫິດ, ບັນດາຜູ້ເຜີຍພຣະວັດຈະນະ, ບັນພະບູລຸດ ເເລະ ຊົນຊາດຂອງພຣະອົງທັງສິ້ນ. ຕັ້ງເເຕ່ສະໄຫມກະສັດຊີເຣຍຈົນເຖິງວັນນີ້,
\v 33 ທຸກສິ່ງທີ່ບັງເກີດຂຶ້ນກັບຂ້ານ້ອຍທັງຫລາຍນັ້ນລ້ວນເເຕ່ເປັນມາຈາກພຣະອົງ,​ເພາະພຣະອົງຊົງປະຕິບັດຢ່າງທ່ຽງທຳ ເເຕ່ຂ້ານ້ອຍທັງຫລາຍປະພຶດຢ່າງອະທຳ.
\v 34 ບັນດາກະສັດ,​ເຈົ້າເມືອງ, ປະໂຣຫິດ ເເລະ ບັນພະບູລຸດຂອງຂ້ານ້ອຍທັງຫລາຍບໍ່ໄດ້ຮັກສາພຣະສັນຍາ ຫລືໃສ່ໃຈຕໍ່ພັນທະສັນຍາຂອງພຣະອົງ ຫລື ຕໍ່ກົດເກນເເຫ່ງພັນທະສັນຍາຂອງພຣະອົງຊຶ່ງພຣະອົງຊົງເຕືອນພວກເຂົາ.
\s5
\v 35 ເເມ່ນວ່າ ໃນອານາຈັກຂອງຕົນ, ຂະນະທີ່ພວກເຂົາມີຄວາມສຸກກັບຄວາມດີອັນຍິ່ງໃຫຍ່, ເເລະ ໃນເເຜ່ນດິນກວ້າງໃຫຍ່ ເເລະອຸດົມສົມບູນທີ່ພຣະອົງຕັ້ງໄວ້ຕໍ່ຫນ້າພວກເຂົາ, ເເຕ່ພວກເຂົາບໍ່ໄດ້ປະຕິບັດຕາມພຣະອົງ ຫລື ຫັນກັບມາວິຖີທາງອັນຊົ່ວຮ້າຍຂອງພວກເຂົາ.
\s5
\v 36 ບັດນີ້ຂ້ານ້ອຍທັງຫລາຍເປັນທາດຢູ່ໃນເເຜ່ນດິນທີ່ພຣະອົງຊົງປະທານເເກ່ບັນພະບູລຸດຂອງພວກຂ້ານ້ອຍທັງຫລາຍ ເພື່ອໃຫ້ພືດຜົນງອກງາມດີ, ກັບຂອງກິນອັນດີຂອງມັນ, ແລະ ເເຕ່ເບິ່ງໂລດ ພວກຂ້ານ້ອຍກັບເປັນທາດ!
\v 37 ຜົນຜະລິດທີ່ອຸດົມສົມບູນຈາກເເຜ່ນດິນຂອງຂ້ານ້ອຍ ເຖິງກະສັດ ເພາະບາບຂອງຂ້ານ້ອຍທັງຫລາຍ. ພວກເຂົາມີອຳນາດເຫນືອຮ່າງກາຍ ເເລະ ເຫນືອຝູງສັດລ້ຽງຂອງຂ້ານ້ອຍທັງຫລາຍຕາມຄວາມພໍໃຈຂອງພວກເຂົາ ເເລະ ພວກຂ້ານ້ອຍທັງຫລາຍກໍເປັນທຸກໃຫຍ່.
\s5
\v 38 ດ້ວຍເຫດນີ້ພຣະອົງຈຶ່ງເຮັດພັນທະສັນຍາໄວ້ເພື່ອເປັນອັກສອນ. ໃນຫນັງສືທີ່ປະທັບຕາເປັນຊື່ຂອງເຈົ້າເມືອງຊາວເລວີ ເເລະ ປະໂຣຫິດແລະ ເຈົ້າຊາຍຂອງພວກຂ້ານ້ອຍທັງຫລາຍ.
\s5
\c 10
\cl ບົດທີ 10
\p
\v 1 ບັນດາຜູ້ປະທັບຕາໃນຫນັງສືນີ້ຄື ເນເຫມີຢາ, ຜູ້ວ່າຣາຊການ, ຜູ້ເປັນພີ່ນ້ອງຂອງຮາກາຣີຢາ ເເລະ ເຊເດກີຢາ,
\v 2 ເສຣາອີຢາ, ອາຊາຣີຢາ, ເຢເຣມີຢາ,
\v 3 ປັດຊູ, ອາມາຣີຢາ, ມັນກີຢາ,
\s5
\v 4 ຮັດຕຸຊະ, ເຊບານີຢາ, ມັນລຸກ,
\v 5 ເມເຣໂມດ, ໂອບາດີຢາ,
\v 6 ດານີເອນ, ຄີນເນໂທນ, ບາຣຸກ,
\v 7 ເມຊຸນລຳ, ອາບີຢາ, ມີຢາມິນ,
\v 8 ມາອາຊີຢາບິນກາຍ, ເເລະ ເຊມາອີຢາ. ຄົນເຫລົ່ານີ້ເປັນປະໂຣຫິດ.
\s5
\v 9 ພວກຄົນເລວີຄື: ເຍຊູອາຜູ້ເປັນບຸດອາຊານີຢາ, ບິນນູອີຄົນ, ໃນຕະກຸນຂອງເຮນາດາດ, ກາດມີເອນ,
\v 10 ເເລະ ພວກຄົນຊາວເລວີຂອງພວກເຂົາ, ເຊບານີຢາ, ໂຮດີຢາ, ເກລີຕາ, ເປລາອີຢາ, ຮານານ,
\v 11 ມີກາ, ເຣໂຮບ, ຮາຊາບີຢາ,
\v 12 ຊັກກູເຣ, ເຊເຣບີຢາ,
\v 13 ໂຮດີຢາ, ບານີ, ເເລະ ເບນີນູ.
\v 14 ບັນດາຜູ້ນຳປະຊາຊົນ ຄື: ປາຣົດ, ປາຮາດ ໂມອາບ, ເອລາມ, ຊັດຕຸ, ບານີ,
\s5
\v 15 ບັນນີ, ອາຊະກາດ, ເບບາຍ,
\v 16 ອາໂດນີຢາ, ບິກໄຫວ, ອາດິນ,
\v 17 ອາເຕ, ເຮເຊກີຢາ, ອັດຊູຣະ,
\v 18 ໂຮດີຢາ, ຮາຊຸມ, ເບໄຊ,
\v 19 ຮາຣິບ, ອານາທົດ, ເນບາຍ,
\v 20 ມາກປີອັດຊະ, ເມຊຸນລຳ, ເຮຊີຣະ,
\v 21 ເມເຊຊາເບນ, ຊາດົກ, ຢັດດູອາ,
\s5
\v 22 ເປລາຕີຢາ, ຮານານ, ອານາອີຢາ,
\v 23 ໂຮເຊຢາ, ຮານານີຢາ, ຮັດຊຸບ,
\v 24 ຮັນໂລເຮັດ, ປິນຮາ, ໂຊເບັກ,
\v 25 ເຣຮຸມ, ຮາຊັບນາ, ມາອາເສອີຢາ,
\v 26 ອາຮີຢາ, ຮານານ, ອານານ,
\v 27 ມັນລຸກ, ຮາຣິມ, ເເລະ ບາອານາ.
\s5
\v 28 ສ່ວນພວກທີ່ເຫລືອຢູ່ເປັນພວກປະໂຣຫິດ, ພວກເລວີ, ຄົນເຝົ້າປະຕູ, ຄະນະນັກຮ້ອງ, ຄົນຮັບໃຊ້ໃນພຣະວິຫານ, ເເລະ ທຸກຄົນທີ່ໄດ້ເເຍກຕົວເອງອອກຈາກຊົນຊາດໃນເເຜ່ນດິນທີ່ຢູ່ໃກ້ຄຽງນັ້ນ ເເລະ ປະຕິຍານຕົນຕໍ່ພຣະສັນຍາຂອງພຣະເຈົ້າ, ລວມທັງບັນດາເມຍ, ຂອງລູກຊາຍ ເເລະ ຍິງຂອງພວກເຂົາ, ທຸກຄົນທີ່ມີຄວາມຮູ້ ແລະ ເຂົ້າໃຈ,
\v 29 ພວກເຂົາໄດ້ຮ່ວມກັນເຂົ້າກັບອ້າຍນ້ອງ, ຂຸນນາງຂອງພວກເຂົາ, ແລະ ຮັບການສາບານຕົນ ເເລະ ປະຕິຍານທີ່ຈະດຳເນີນໃນພະສັນຍາຂອງພຣະເຈົ້າ, ທີ່ໄດ້ຮັບມອບຈາກໂມເຊຜູ້ຮັບໃຊ້ຂອງພຣະເຈົ້າ, ເເລະ ທີ່ຮັກສາ ເເລະເຮັດຕາມພະສັນຍາຂອງພຣະຢາເວຈອມເຈົ້ານາຍຂອງພວກເຮົາ ເເລະ ຕາມກົດຫມາຍເເລະກົດເກນຂອງພຣະອົງ.
\s5
\v 30 ພວກເຮົາສັນຍາວ່າເຮົາຈະບໍ່ຍົກລູກຜູ້ຍິງຂອງເຮົາໃຫ້ເເກ່ຄົນໃນເເຜ່ນດິນນັ້ນ ຫລື ບໍ່ຮັບລູກຜູ້ຍິງຂອງພວກເຂົາມາໃຫ້ລູກຊາຍຂອງເຮົາ.
\v 31 ເຮົາສັນຍາດ້ວຍວ່າ ຖ້າຄົນຂອງເເຜ່ນດິນນັ້ນນຳສິນຄ້າ ຫລືເມັດເຂົ້າໃດໆ ມາຂາຍໃນວັນສະບາໂຕ, ເຮົາຈະບໍ່ຊື້ຈາກພວກເຂົາໃນວັນສະບາໂຕ ຫລືວັນບໍຣິສຸດອື່ນໆ. ເຮົາຈະໃຫ້ທົ່ງນາໄດ້ຢຸດພັກທຸກປີທີເຈັດ, ເເລະ ພວກເຮົາຈະຍົກຫນີ້ສິນທັງຫມົດທີ່ພວກຢິວບາງຄົນໄດ້ເຮັດສັນຍາໄວ້.
\s5
\v 32 ພວກເຮົາຍອມຮັບພະບັນຊາ ໃນການຖວາຍສ່ວນຫນຶ່ງໃນສາມສ່ວນໃນເເຕ່ລະປີ ເພື່ອປະຕິບັດໃນພຣະວິຫານຂອງພຣະເຈົ້າ,
\v 33 ເພື່ອຈັດໃຫ້ມີເຂົ້າຈີ່ຫນ້າພຣະພັກ, ແລະ ເພື່ອບູຊາເປັນປະຈຳ, ເຄື່ອງເຜົາບູຊາໃນວັນສະບາໂຕ, ເທດສະການຂຶ້ນຫນຶ່ງຄ່ຳ, ເເລະ ເທດສະການງານລ້ຽງທີ່ກຳນົດໄວ້, ເເລະ ເພື່ອເຄື່ອງບູຊາບໍຣິສຸດ ເເລະເພື່ອເຄື່ອງບູຊາລົບລ້າງບາບ ເພື່ອເຮັດການລົບລ້າງມົນທິນບາບໃຫ້ກັບອິດສະຣາເອນ, ເເລະ ເພື່ອງານທຸກຢ່າງໃນພຣະວິຫານຂອງພຣະເຈົ້າຂອງພວກເຮົາດ້ວຍ.
\s5
\v 34 ພວກປະໂຣຮິດ, ພວກເລວີ, ເເລະປະຊາຊົນໄດ້ຈັບສະຫລາກເພື່ອຖວາຍຟືນ. ການຈັບສະຫລາກເພື່ອທີ່ຈະເລືອກວ່າເຜົ່າໃດໃນເຊື້້ອຊາດຂອງເຮົາຈະນຳຟືນມາໃຫ້ພຣະວິຫານຂອງພຣະເຈົ້າຕາມເວລາທີ່ກຳນົດໄວ້ໃນເເຕ່ລະປີ, ເພື່ອເຜົາເທິງເເທ່ນບູຊາຂອງພຣະຢາເວພຣະເຈົ້າຂອງເຮົາ, ຕາມທີ່ໄດ້ຂຽນໄວ້ໃນກົດບັນຍັດ.
\v 35 ເຮົາສັນຍາວ່າຈະນຳຜົນທຳອິດທີ່ເກີດຈາກດິນຂອງເຮົາ ເເລະ ຜົນທຳອິດຂອງຕົ້ນໄມ້ທຸກຕົ້ນໃນເເຕ່ລະປີ ມາຍັງພຣະວິຫານຂອງພຣະຢາເວ
\v 36 ດັ່ງທີ່ມີຂຽນໄວ້ໃນກົດຫມາຍ, ພວກຂ້ານ້ອຍຍັງຈະຖວາຍລູກກົກ ເເລະ ລູກຫົວປີຂອງຝູງແບ້ເເກະ ມາຍັງພຣະວິຫານຂອງພຣະເຈົ້າ, ເເລະມາຍັງປະໂຣຫິດ.
\s5
\v 37 ພວກເຮົາຈະນຳສ່ວນທຳອິດຂອງເຂົ້າຈີ່ ເເລະ ຜົນຈາກຕົ້ນໄມ້ທຸກຕົ້ນ, ເເລະ ເຫງົ້າອະງຸ່ນເເລະ ນ້ຳມັນມາ ພວກເຮົາຈະນຳມາຍັງປະໂຣຫິດ, ມາຍັງຫ້ອງຄັງພຣະວິຫານຂອງພຣະເຈົ້າຂອງເຮົາ. ພວກເຮົາຈະນຳຄັງຜົນຈາກພື້ນດິນຂອງເຮົາມາໃຫ້ເເກ່ພວກເລວີ ເພາະພວກເລວີເກັບຄັງໄວ້ທຸກເມືອງທີ່ເຮົາເຮັດວຽກ.
\v 38 ປະໂຣຫິດເປັນເຊື້ອສາຍຂອງອາໂຣນຕ້ອງຢູ່ກັບພວກເລວີ ເມື່ອພວກເຂົາຮັບຄັງ. ຄົນເລວີຕ້ອງນຳສິບລົດຂອງຄັງມາໄວ້ທີ່ພຣະນີເວດຂອງພຣະເຈົ້າເພື່ອເກັບໄວ້ຫ້ອງຄັງສົມບັດ.
\s5
\v 39 ເພາະຄົນອິດສະຣາເອນ ເເລະລູກຫລານຂອງຄົນເລວີຈະນຳຂອງຖວາຍທີ່ເປັນເຫລົ້າອະງຸ່ນໃຫມ່, ເເລະ ນ້ຳມັນມາເກັບໄວ້ທີ່ຫ້ອງຄັງທີ່ເກັບເຄື່ອງໃຊ້ໃນການນະມັດສະການ ເເລະ ເປັນຂອງປະໂຣຫິດຜູ້ທີ່ເປັນຄົນຮັບໃຊ້ພຣະເຈົ້າ, ເເລະ ຄົນເຝົ້າປະຕູ, ເເລະນັກຮ້ອງຢູ່ເຮົາຈະບໍ່ເພີກເສີຍຕໍ່ພຣະວິຫານຂອງພຣະເຈົ້າຂອງພວກເຮົົາ.
\s5
\c 11
\cl ບົດທີ 11
\p
\v 1 ຜູ້ນຳຂອງປະຊາຊົນໄດ້ອາໄສຢູ່ໃນນະຄອນເຢຣູຊາເລັມ, ແລະ ປະຊາຊົນທີ່ເຫລືອໄດ້ຈັບສະຫລາກກັນ ເພື່ອຈະເລືອກຄົນຫນຶ່ງໃນສິບໃຫ້ຢູ່ໃນນະຄອນເຢຣູຊາເລັມ, ນະຄອນສັກສິດ, ແລະທີ່ເຫລືອອີກເກົ້າສ່ວນໃຫ້ໄປອາໄສໃນເມືອງອື່ນໆ.
\v 2 ຈາກນັ້ນປະຊາຊົນກໍໄດ້ອວຍພອນຄົນທັງຫມົດທີ່ເຕັມໃຈສະເຫນີໂຕທີ່ຈະຢູ່ໃນນະຄອນເຢຣູຊາເລັມ.
\s5
\v 3 ເຫລົ່ານີ້ຄືເຈົ້າຫນ້າທີ່ແຂວງທັງຫລາຍທີ່ອາໄສຢູ່ໃນນະຄອນເຢຣູຊາເລັມ. ຢ່າງໃດກໍດີ, ໃນເມືອງຕ່າງໆ ຂອງຢູດາ ທຸກຄົນກໍອາໄສຢູ່ໃນທີ່ດິນຂອງຕົນ, ລວມທັງພວກອິດສະຣາເອນບາງສ່ວນ, ພວກປະໂຣຫິດ, ພວກເລວີ, ພວກຄົນຮັບໃຊ້ໃນພຣະວິຫານ, ແລະ ພວກເຊື້ອສາຍທັງຫລາຍຂອງພວກຄົນຮັບໃຊ້ໂຊໂລໂມນ.
\v 4 ເຊື້ອສາຍບາງສ່ວນຂອງຢູດາຍກໍໄດ້ອາໄສຢູ່ໃນເມືອງເຢຣູຊາເລັມທີ່ເປັນສົມບັດຂອງພວກເຂົາ. ປະຊາຊົນຈາກຢູດາຍລວມທັງ: ອາທາອີຢາລູກຂອງອຸດຊີຢາ ຜູ້ເປັນລູກຂອງເຊກາຣິຢາ ຜູ້ເປັນລູກຂອງອາມາຣີຢາ ຜູ້ເປັນລູກຂອງເຊຟາຕີຢາ ຜູ້ເປັນລູກຂອງມະຫາລາເລນ, ເຊື້ອສາຍຄົນຫນຶ່ງຂອງເປເຣັດ.
\s5
\v 5 ມາອາເສອີຢາລູກຂອງບາຣຸກ ຜູ້ເປັນລູກຂອງໂຮເຊ ຜູ້ເປັນລູກຂອງຮາຊາອີຢາ ຜູ້ເປັນລູກຂອງອາດາອີຢາ ຜູ້ເປັນລູກຂອງໂຢອີອາຣິບ ຜູ້ເປັນລູກຂອງເຊກາຣີຢາ, ຜູ້ເປັນລູກຂອງເຊລາ.
\v 6 ລູກທັງຫມົດຂອງເປເຣັດຜູ້ທີ່ໄດ້ອາໄສຢູ່ໃນນະຄອນເຢຣູຊາເລັມມີທັງຫມົດ 468 ຄົນ. ພວກເຂົາເປັນຄົນໂດດເດັ່ນ.
\s5
\v 7 ເຫລົ່ານີ້ແມ່ນເຊື້ອສາຍຂອງເບັນຢາມິນຄື: ສານລູລູກຂອງເມຊຸນລຳ, ຜູ້ເປັນລູກຂອງໂຢເອັດ ຜູ້ເປັນລູກຂອງເປດາອີຢາ, ຜູ້ເປັນລູກຂອງໂກລາອີຢາ, ຜູ້ເປັນລູກຂອງມາອາເສອີຢາ ຜູ້ເປັນລູກຂອງອິທິເອນ ຜູ້ເປັນລູກຂອງເຢຊາອີຢາ,
\v 8 ແລະຄົນເຫລົ່ານັ້ນທີ່ຕິດຕາມເຂົາ, ຄືກັບໄບ ແລະສານໄລ, ມີ 928 ຄົນ.
\v 9 ໂຢເອນລູກຂອງຊີກະຣີເປັນຜູ້ດູແລຂອງພວກເຂົາ, ແລະ ມີຢູດາລູກຂອງຮັດເສນູຢາເປັນຮອງຜູ້ປົກຄອງເມືອງ.
\s5
\v 10 ຈາກພວກປະໂຣຫິດຄື: ເຢດາອີຢາລູກຊາຍຂອງໂຢອີອາຣິບ, ແລະ ຢາກິນ,
\v 11 ເສຣາອີຢາລູກຊາຍຂອງຮິນກີຢາ ຜູ້ເປັນລູກຂອງເມຊຸນລຳ, ຜູ້ເປັນລູກຂອງຊາດົກ ຜູ້ເປັນລູກຂອງເມຣາອີຢົດ ຜູ້ເປັນລູກຂອງອາຮີຕຸບ, ຫົວຫນ້າເຈົ້າຫນ້າທີ່ຂອງພຣະວິຫານຂອງພຣະເຈົ້າ,
\v 12 ແລະ ພວກພີ່ນ້ອງຂອງພວກເຂົາ ຜູ້ທີ່ເຮັດວຽກງານສຳລັບພຣວິຫານ ຈຳນວນ 822 ຄົນ, ພ້ອມດ້ວຍອາດາອີຢາລູກຂອງເຢໂຣຮາມ ຜູ້ເປັນລູກຂອງເປລາລີຢາ ຜູ້ເປັນລູກຂອງອາມຊີ ຜູ້ເປັນລູກຂອງເຊກາຣີຢາ ຜູ້ເປັນລູກຂອງປັດຊູ ຜູ້ເປັນລູກຂອງມັນກີຢາ.
\s5
\v 13 ພວກພີ່ນ້ອງຂອງເຂົາເປັນຫົວຫນ້າຂອງຕະກູນ, ມີກຳລັງຄົນ 242 ຄົນ; ແລະ ອາມັດໄສລູກຂອງອາຊາເຣນ ຜູ້ເປັນລູກຂອງອາຮະໄຊ ຜູ້ເປັນລູກຂອງເມຊີນເລໂມດ ຜູ້ເປັນລູກຂອງອິມເມ,
\v 14 ແລະ ພີ່ນ້ອງຂອງພວກເຂົາຈຳນວນ 128; ເປັນຜູ້ຊາຍທີ່ກ້າຫານໃນການຕໍ່ສູ້ ຜູ້ທີ່ເບິ່ງແຍງພວກເຂົາຄື ຊັບດີເອນ ລູກຊາຍຂອງ ຮັກເກໂດລິມ.
\s5
\v 15 ຈາກພວກເລວີ: ເຊມາອີຢາລູກຂອງຮັດຊຸບ ຜູ້ເປັນລູກຂອງອາຊະຣີກຳ ຜູ້ເປັນລູກຂອງຮາຊາບີຢາ ຜູ້ເປັນລູກຂອງບັນນີ,
\v 16 ແລະຊັບເບທາຍກັບໂຢຊາບັດ, ຜູ້ຊຶ່ງມາຈາກພວກຜູ້ນຳຂອງພວກເລວີ ແລະ ເປັນຜູ້ຄວບຄຸມງານພາຍນອກພຣະວິຫານຂອງພຣະເຈົ້າ.
\s5
\v 17 ມັດຕານີຢາລູກຂອງມີກາ ຜູ້ເປັນລູກຂອງຊັບດີ, ຜູ້ເປັນເຊື້ອສາຍຄົນຫນຶ່ງຂອງອາສັບ, ເປັນຜູ້ຄວບຄຸມ ຜູ້ທີ່ໄດ້ເລີ່ມການຂອບພຣະຄຸນໃນການອະທິຖານ, ແລະ ບັກບຸກີຢາ, ຜູ້ເປັນທີສອງທ່າມກາງພວກພີ່ນ້ອງຂອງເຂົາ, ແລະ ອັບດາລູກຂອງຊາມມູອາ ຜູ້ເປັນລູກຂອງກາລານ ຜູ້ເປັນລູກຂອງເຢດູທູນ.
\v 18 ພວກເລວີທັງຫມົດໃນນະຄອນສັກສິດມີຈຳນວນ 284 ຄົນ.
\s5
\v 19 ຄົນເຝົ້າປະຕູຄື: ອັກກຸບ, ຕານໂມນ, ແລະ ພວກພີ່ນ້ອງຂອງພວກເຂົາ, ຜູ້ເຝົ້າລະວັງປະຕູທັງຫລາຍ, ມີຈຳນວນ 172 ຄົນ.
\v 20 ຄົນອິດສະຣາເອນ ແລະ ປະໂຣຫິດທັງຫລາຍ ແລະຄົນເລວີທັງຫລາຍທີ່ເຫລືອຢູ່ໃນເມືອງທັງຫລາຍຂອງຢູດາ. ທຸກຄົນອາໄສຢູ່ໃນທີ່ດິນມໍລະດົກຂອງເຂົາ.
\v 21 ຄົນເຮັດວຽກຂອງພຣະວິຫານອາໄສຢູ່ໃນໂອເຟນ, ແລະ ຊີຮາກັບກີຊະປາ ເປັນຄົນຄວບຄຸມຂອງພວກເຂົາ.
\s5
\v 22 ຫົວຫນ້າຄົນເບິ່ງແຍງຄົນເລວີໃນນະຄອນເຢຣູຊາເລັມຄື ອຸດຊີລູກຂອງບານີ ຜູ້ເປັນລູກຂອງຮາຊາບີຢາ ຜູ້ເປັນລູກຂອງມັດຕານີຢາ ຜູ້ເປັນລູກຂອງມີກາ, ເຊື້ອສາຍທັງຫລາຍຂອງອາສາບ, ພວກນັກຮ້ອງເບິ່ງແຍງງານໃນພຣະວິຫານຂອງພຣະເຈົ້າ.
\v 23 ພວກເຂົາຢູ່ໃຕ້ຄຳສັ່ງຂອງກະສັດ, ແລະ ມີຄຳສັ່ງຢ່າງຫນັກແຫນ້ນໃຫ້ກັບພວກນັກຮ້ອງເປັນປະຈຳວັນຕາມທີ່ຕ້ອງການ.
\v 24 ສ່ວນເປທາຮີຢາລູກຂອງເມເຊຊາເບັນ, ເຊື້ອສາຍຄົນຫນຶ່ງຂອງເຊຣາ ຜູ້ເປັນລູກຊາຍຢູດາ, ເປັນມະຫາດເລັກຢູ່ຂ້າງໆ ກະສັດໃນທຸກເລື່ອງທີ່ກ່ຽວຂ້ອງກັບປະຊາຊົນ.
\s5
\v 25 ສ່ວນຫມູ່ບ້ານທັງຫລາຍ ແລະ ໄຮ່ນາທັງຫລາຍຂອງຫມູ່ບ້ານເຫລົ່ານັ້ນ, ປະຊາຊົນຂອງຢູດາບາງສ່ວນອາໄສໃນກີຣິອາດອາກບາ ແລະ ຫມູ່ບ້ານທັງຫລາຍຂອງເມືອງນັ້ນ, ແລະ ໃນດີໂບນ ແລະ ໃນຫມູ່ບ້ານທັງຫລາຍຂອງເມືອງນັ້ນ, ແລະ ໃນເຢກັບເຊເອນ ແລະຫມູ່ບ້ານທັງຫລາຍຂອງເມືອງນັ້ນ,
\v 26 ແລະ ໃນເຢຊູອາ, ໃນໂມລາດາ, ໃນເບັດເປເລັດ,
\v 27 ໃນຮາຊາຊູນອານ, ແລະ ໃນເບເອນເຊບາ ແລະ ໃນຫມູ່ບ້ານທັງຫລາຍຂອງເມືອງນັ້ນ.
\s5
\v 28 ປະຊາຊົນບາງສ່ວນຂອງຢູດາອາໄສຢູ່ໃນຊິກລັກ, ໃນເມໂກນາ ແລະ ຫມູ່ບ້ານທັງຫລາຍຂອງເມືອງນັ້ນ,
\v 29 ໃນເອນຮິມໂມນ, ໂຊຣາ, ຢາຣະມຸດ,
\v 30 ຊາໂນອາ, ອາດຸນລຳ, ແລະ ໃນຫມູ່ບ້ານທັງຫລາຍຂອງເມືອງທັງຫລາຍ ແລະ ໃນລາກິດ ໄຮ່ນາທັງຫລາຍຂອງເມືອງ ແລະ ອາເຊກາແລະຫມູ່ບ້ານທັງຫລາຍຂອງເມືອງນັ້ນ. ດັ່ງນັ້ນພວກເຂົາຈຶ່ງອາໄສຢູ່ຕັ້ງແຕ່ເບເອນເຊບາຈົນຮອດພູເຂົາຮິນໂນມ.
\v 31 ປະຊາຊົນຂອງພວກເບັນຢາມິນໄດ້ອາໄສຕໍ່ຈາກເກບາ, ທີ່ມິກມາດ ແລະ ອາອີ, ທີ່ເບັດເອນ ແລະໃນຫມູ່ບ້ານທັງຫລາຍຂອງເມືອງນັ້ນ,
\v 32 ທີ່ອານາທົດ, ໂນບ, ອານານີຢາ,
\v 33 ຮາໂຊ, ຣາມາ, ກິດຕາອິມ,
\v 34 ຮາດິດ, ເຊບົວອິມ, ເນບັນລັດ,
\v 35 ໂລດ, ແລະ ໂອໂນ, ແລະໃນຮ່ອມພູຂອງພວກຊ່າງຝີມື.
\v 36 ບາງສ່ວນຂອງພວກເລວີຜູ້ທີ່ອາໄສໃນຢູດາ ຖືກກຳນົດໃຫ້ຢູ່ກັບປະຊາຊົນຂອງພວກເບັນຢາມິນ.
\s5
\c 12
\cl ບົດທີ 12
\p
\v 1 ຕໍ່ໄປນີ້ພວກປະໂຣຫິດ ແລະ ພວກເລວີທີ່ຂຶ້ນມາພ້ອມກັບເຊຣຸບບາເບນ ລູກຂອງເຊອານຕີເອນ ແລະ ກັບເຢຊູອາຄື: ເສຣາອີຢາ, ເຢເຣມີຢາ, ເອຊະຣາ,
\v 2 ອາມາຣິຢາ, ມັນລຸກ, ຮັດຕຸຊະ,
\v 3 ເຊການີຢາ, ເຣຮຸມ, ແລະ ເມເຮໂມດ.
\s5
\v 4 ຍັງມີອິດໂດ, ກິນເນໂທອີ, ອາບີຢາ,
\v 5 ມີຢາມິນ, ມາອາດີຢາ, ບີນກາ,
\v 6 ເຊມາອີຢາ, ແລະ ໂຢອີອາຣິບ, ເຢດາອີຢາ,
\v 7 ສານລູ, ອາມົກ, ຮິນກີຢາ, ແລະ ເຢດາອີຢາ. ຄົນເຫລົ່ານີ້ເປັນພວກຫົວຫນ້າຂອງປະໂຣຫິດ ແລະພີ່ນ້ອງຂອງເຂົາໃນສະໄຫມຂອງເຢຊູອາ.
\s5
\v 8 ພວກເລວີ ຄື ເຢຊູອາ, ບິນນູອີ, ກາດມີເອນ, ເຊເຣບີຢາ, ຢູດາ, ແລະມັດຕານີຢາ, ຜູ້ທີ່ດູແລບົດເພງຂອບພຣະຄຸນ, ພ້ອມກັບຄະນະຂອງເຂົາ.
\v 9 ບັກບຸກີຢາ ແລະ ອັນໂນ, ຄະນະຂອງເຂົາ, ໄດ້ຢືນຢູ່ກົງກັນຂ້າມພວກເຂົາລະຫວ່າງການປະຕິບັດງານ.
\s5
\v 10 ເຢຊູອາເປັນພໍ່ຂອງໂຢອີອາກິມ, ໂຢອີອາກິມເປັນພໍ່ຂອງເອລີອາຊິບ, ເອລີອາຊິບ, ເອລີອາຊິບເປັນພໍ່ຂອງໂຢອີອາດາ,
\v 11 ໂຢອີອາດາເປັນພໍ່ຂອງໂຢນາທານ ໂຢນາທານເປັນພໍ່ຂອງຢັດດູອາ.
\s5
\v 12 ໃນສະໄຫມຂອງໂຢອີອາກິມ ພວກນີ້ເປັນປະໂຣຫິດ, ເປັນຜູ້ນຳຂອງຕະກຸນຕ່າງໆ ໄດ້ແກ່: ເມຣາອີຢາເປັນຜູ້ນຳຂອງຕະກຸນເສຣາອີຢາ, ຮານານີຢາ ເປັນຜູ້ນຳຂອງຕະກຸນເຢເຣມີຢາ,
\v 13 ເມຊຸນລຳເປັນຜູ້ນຳຂອງຕະກຸນເອຊະຣາ, ເຢໂຮຮານານເປັນຜູ້ນຳຂອງຕະກຸນອາມາຣີຢາ,
\v 14 ໂຢນາທານເປັນຜູ້ນຳຂອງຕະກຸນມັນລູກີ, ໂຢເຊັບເປັນຜູ້ນຳຂອງຕະກຸນເຊບານີຢາ.
\s5
\v 15 ອັດນາເປັນຜູ້ນຳຂອງຕະກຸນຮາຣິມ, ເຮນໄກເປັນຜູ້ນຳຂອງຕະກຸນເມຣາອີໂຢດ,
\v 16 ເຊກາຣີຢາເປັນຜູ້ນຳຂອງຕະກຸນອິດໂດ, ເມຊຸນລຳເປັນຜູ້ນຳຂອງຕະກຸນກິນເນໂທນ, ແລະ
\v 17 ຊີກະຣີເປັນຜູ້ນຳຂອງຕະກຸນອາບີຢາ, ຂອງມີນີອາມິນ. ປີນໄຕເປັນຜູ້ນຳຂອງຕະກຸນໂມອາດີຢາ.
\v 18 ຊາມມູອາເປັນຜູ້ນຳຂອງຕະກຸນບີນກາ, ເຢໂຮນາທານເປັນຜູ້ນຳຂອງຕະກຸນເຊມາອີຢາ,
\v 19 ມັດເຕໄນເປັນຜູ້ນຳຂອງຕະກຸນໂຢອີອາຣິບ, ອຸດຊີເປັນຜູ້ນຳຂອງຕະກຸນເຢດາອີຢາ,
\v 20 ກັນໄລເປັນຜູ້ນຳຂອງຕະກຸນສານໄລ, ເອເບເປັນຜູ້ນຳຂອງຕະກຸນອາມົກ,
\v 21 ຮາຊາບີຢາເປັນຜູ້ນຳຂອງຕະກຸນຮິນກີຢາ, ແລະ ເນທາເນນເປັນຜູ້ນຳຂອງຕະກຸນເຢດາອີຢາ.
\s5
\v 22 ໃນສະໄຫມຂອງເອລີອາຊິບ, ພວກເລວີຕະກຸນຕ່າງໆ ຄື ຕະກຸນເອລີອາຊິບ, ໂຢອີອາດາ, ໂຢນາທານ, ແລະ ຢັດດູອາໄດ້ຮັບການບັນທຶກໄວ້ວ່າເປັນຫົວຫນ້າຂອງຕະກຸນຕ່າງໆ ແລະບັນດາປະໂຣຫິດມີການບັນທຶກໄວ້ລະຫວ່າງສະໄຫມຂອງກະສັດດາຣິອຸດຊາວເປີເຊຍ.
\v 23 ເຫລົ່າເຊື້ອຊາດຂອງເລວີ, ຜູ້ນຳຂອງຕະກຸນຂອງພວກເຂົາໄດ້ຮັບການບັນທຶກໄວ້ໃນບັນດາຫນັງສືປະຈຳປີ ຈົນຮອດສະໄຫມຂອງໂຢນາທານລູກຂອງເອລີອາຊິບ.
\s5
\v 24 ຜູ້ນຳຂອງພວກເລວີຄື ຮາຊາບີຢາ, ເຊເຣບີຢາ, ແລະ ເຢຊູອາລູກຊາຍກາດມີເອນ, ແລະ ຄະນະຂອງພວກເຂົາ, ທີ່ຢືນຢູ່ກົງກັນຂ້າມກັບພວກເຂົາທີ່ຖວາຍຄຳສັນລະເສີນ ແລະ ຄຳຂອບພຣະຄຸນ, ການຕອບສະຫນອງລະຫວ່າງກັນຕອນຕໍ່ຕອນ ເພື່ອປະຕິບັດຕາມຄຳສັ່ງຂອງດາວິດ, ຄົນຂອງພຣະເຈົ້າ.
\v 25 ມັດຕານີຢາ, ບັກບຸກີຢາ, ໂອບາດີຢາ, ເມຊຸນລຳ, ຕານໂມນ, ແລະ ອັກກຸບ ເປັນຄົນເຝົ້າປະຕູ.
\v 26 ຄົນເຫລົ່ານີ້ໄດ້ຮັບໃຊ້ຢູ່ໃນສະໄຫມຂອງໂຢອີອາກິມລູກຂອງເຢຊູອາ ຜູ້ເປັນລູກໂຢຊາດັກ, ແລະ ໃນສະໄຫມຂອງເນຫາມີຢາ ກັບສະໄຫມຂອງເອຊະຣາຜູ້ທີ່ເປັນປະໂຣຫິດ ແລະ ທັງເປັນຜູ້ທີ່ຊ່ຽວຊານພຣະບັນຍັດຂອງຢີວ.
\s5
\v 27 ໃນການເຮັດພິທີມອບຖວາຍກຳແພງເຢຣູຊາເລັມ, ພວກປະຊາຊົນໄດ້ຊອກຫາບັນດາຄົນເຜົ່າເລວີ, ຕາມທີ່ພວກເຂົາໃຊ້ຊີວິດຢູ່, ເພື່ອຈະນຳພວກເຂົາກັບມານະຄອນເຢຣູຊາເລັມ ເພື່ອສະຫລອງການມອບຖວາຍດ້ວຍຄວາມຍິນດີ, ດ້ວຍການຂອບພຣະຄຸນ ແລະ ດ້ວຍການຮ້ອງເພງ, ພ້ອມດ້ວຍສຽງແສ່ງ, ແລະສຽງພິນ.
\v 28 ພວກຄະນະນັກຮ້ອງລວມມາຈາກບໍລິເວນຮອບນະຄອນເຢຣູຊາເລັມ ແລະມາຈາກຫມູ່ບ້ານຕ່າງໆ ຂອງຊາວເນໂຕຟາ.
\s5
\v 29 ພວກເຂົາມາຈາກເມືອງເບັດກິນການແລະ ຈາກເຂດເກບາ ແລະ ຈາກອາຊະມາເວດ, ເພາະວ່າພວກນັກຮ້ອງໄດ້ສ້າງຫມູ່ບ້ານສຳລັບພວກເຂົາເອງຮອບໆນະຄອນເຢຣູຊາເລັມ.
\v 30 ພວກປະໂຣຫິດ ແລະ ຊາວເລວີໄດ້ຊຳລະລ້າງຕົນເອງ, ປະຊາຊົນ, ປະຕູເມືອງ, ແລະກຳແພງໃຫ້ບໍຣິສຸດ.
\s5
\v 31 ແລ້ວຂ້ານ້ອຍໄດ້ໃຫ້ຜູ້ນຳຂອງຢູດາຂຶ້ນເທິງກຳແພງ, ແລະຂ້ານ້ອຍໄດ້ແຕ່ງຕັ້ງຄະນະນັກຮ້ອງສອງຄະນະໃຫຍ່ເປັນຜູ້ກ່າວຂອບພຣະຄຸນ, ຄະນະຫນຶ່ງໄດ້ຍ່າງໄປທາງຂົວເທິງກຳແພງໄປຫາປະຕູກອງຂີ້ເຫຍື່ອ.
\s5
\v 32 ໂຮຊາອີຢາ ແລະ ເຄິ່ງຫນຶ່ງຂອງຜູ້ນຳຢູດາຍ່າງນຳພວກເຂົາ,
\v 33 ແລະ ຫລັງຈາກມີຄົນຍ່າງນຳພວກເຂົາໄປ ຄື ອາຊາຣີຢາ, ເອຊະຣາ, ເມຊຸນລຳ,
\v 34 ຢູດາ, ເບັນຢາມິນ, ເຊມາອີຢາ, ແລະ ເຢເຣມີຢາ.
\v 35 ແລະ ບາງຄົນທີ່ເປັນລູກຂອງພວກປະໂລຫິດພ້ອມດ້ວຍ ເຊກາຣີຢາ, ລູກຂອງໂຢນາທານ ຜູ້ເປັນລູກຂອງ ເຊມາອີຢາ ລູກຂອງມັດຕານີຢາ ຜູ້ເປັນລູກຂອງ ມີກາອີຢາ ຜູ້ເປັນລູກຂອງຊັກກູເຣ ຜູ້ເປັນລູກຂອງອາສັບ.
\s5
\v 36 ຍັງມີບັນດາຍາດພີ່ນ້ອງຂອງເຊກາຣິຢາຕິດຕາມມາຄື ເຊມາອີຢາ, ອາຊາເຣນ, ມີລາໄລ, ກີລາໄລ, ມາໄອ, ເນທາເນນ, ຢູດາ, ແລະ ຮານານີ, ພ້ອມດ້ວຍເຄື່ອງດົນຕຣີຕ່າງໆ ຂອງດາວິດຄົນຂອງພຣະເຈົ້າ. ເອຊະຣາໄດ້ຢູ່ທາງຫນ້າພວກເຂົາ.
\v 37 ຂ້າງປະຕູນ້ຳພຸ ພວກເຂົາໄດ້ຍ່າງຊື່ໄປຂຶ້ນຄັນໄດຂອງເມືອງແຫ່ງດາວິດ, ໂດຍທາງຄັນໄດໄປຫາກຳແພງເຫນືອພະຣາຊວັງຂອງດາວິດ, ໄປປະຕູນ້ຳທາງທິດຕາເວັນອອກ.
\s5
\v 38 ຄະນະນັກຮ້ອງອີກຄະນະຫນຶ່ງທີ່ເປັນຜູ້ກ່າວຄຳຂອບພຣະຄຸນໄດ້ຍ່າງໄປອີກທາງຫນຶ່ງ. ຂ້າພະເຈົ້ານຳພວກເຂົາໄປເທິງກຳແພງພ້ອມກັບປະຊາຊົນ, ເຄິ່ງຫນຶ່ງເຫນືອຫໍຄອຍເຕົາໄຟ, ໄປຮອດກຳແພງກວ້າງ,
\v 39 ແລະ ຈາກທີ່ນັ້ນໄປປະຕູແຫ່ງເອຟຣາອິມ, ແລະ ທາງປະຕູເກົ່າ, ແລະທາງປະຕູປາ, ແລະ ຫໍຄອຍຮານາເນນ, ແລະຫໍຄອຍຂອງຄົນຫນຶ່ງຮ້ອຍ, ໄປຮອດປະຕູແກະ, ແລະ ພວກເຂົາຢຸດຢູ່ບ່ອນປະຕູແຫ່ງຍາມ.
\s5
\v 40 ຄະນະນັກຮ້ອງທັງສອງຄະນະທີ່ກ່າວຄຳຂອບພຣະຄຸນໄດ້ເຂົ້າປະຈຳທີ່ໃນພຣະວິຫານຂອງພຣະເຈົ້າ, ແລະ ຂ້ານ້ອຍກໍໄດ້ເຂົ້າປະຈຳທີ່ຄືກັນພ້ອມດ້ວຍເຄິ່ງຫນຶ່ງຂອງພວກເຈົ້າຫນ້າທີ່ຢູ່ກັບຂ້ານ້ອຍ.
\v 41 ແລ້ວພວກປະໂຣຫິດກໍໄດ້ເຂົ້າປະຈຳທີ່ພ້ອມດ້ວຍແກໄດ້ແກ່: ເອລີອາກິມ, ມາອາເສອີຢາ, ມີນີອາມິນ, ມີກາອີຢາ, ເອລີໂອນາຍ, ເຊກາຣີຢາ, ແລະຮານານີຢາ,
\v 42 ແລະພ້ອມດ້ວຍມາອາເສອີຢາ, ເຊມາອີຢາ, ເອເລອາຊາ, ອຸດຊີ, ເຢໂຮຮານານ, ມັນກີຢາ, ເອລາມ, ແລະເອເຊ, ແລະ ຄະນະນັກຮ້ອງໄດ້ຮ້ອງເພງ ແລະ ເຢຊະຣາຮີຢາເປັນຜູ້ນຳຂອງພວກເຂົາ.
\s5
\v 43 ເຂົາທັງຫລາຍໄດ້ຖວາຍສັດບູຊາທີ່ຍິ່ງໃຫຍ່ໃນວັນນັ້ນ ແລະຊົມຊື່ນຍິນດີ, ເພາະພຣະເຈົ້າຊົງເຮັດໃຫ້ພວກເຂົາຊົມຊື່ນຍິນດີ. ດ້ວຍຄວາມເບີກບານໃຈ ພວກຜູ້ຍິງແລະເດັກນ້ອຍ. ກໍຍິນດີນຳ ແລະຄວາມສຸກຂອງເຢຣູຊາເລັມກໍໄດ້ຍິນໄປໄກ.
\s5
\v 44 ໃນມື້ນັ້ນ ເຂົາແຕ່ງຕັ້ງພວກຜູ້ຊາຍໃຫ້ເບິ່ງແຍງຫ້ອງເກັບເຄື່ອງສຳລັບຂອງຖວາຍຕ່າງໆ, ຜົນທຳອິດຕ່າງໆ, ແລະລວບລວມໃຫ້ເປັນໄປຕາມສັດສ່ວນກຳນົດໄວ້ໃນບັນຍັດສຳລັບພວກປະໂຣຫິດພວກເລວີ ແຕ່ລະຄົນໄດ້ຖືກກຳນົດໃຫ້ໄປເຮັດວຽກຢູ່ທົ່ງນາໃກ້ເມືອງຕ່າງໆ. ສ່ວນຢູດາຊື່ນຊົມຍິນດີຕໍ່ພວກປະໂຣຫິດ ແລະ ພວກເລວີຜູ້ທີ່ຢືນຕໍ່ຫນ້າພວກເຂົາທັງຫລາຍ.
\v 45 ພວກເຂົາໄດ້ຮັບໃຊ້ພຣະເຈົ້າຂອງພວກເຂົາ, ແລະ ໃນການຮັບໃຊ້ເພື່ອການຊຳລະໃຫ້ບໍຣິສຸດ, ແລະ ພວກນັກຮ້ອງແລະຄົນເຝົ້າປະຕູກໍເຮັດເຊັ່ນດຽວກັນໃນການຮັບໃຊ້ຕາມຄຳສັ່ງ, ຂອງດາວິດ ແລະຂອງໂຊໂລໂມນລູກຂອງທ່ານ.
\s5
\v 46 ເປັນເວລາດົນມາແລ້ວ, ໃນສະໄຫມຂອງດາວິດ ແລະອາສັບ, ມີຜູ້ຄວບຄຸມເບິ່ງແຍງຄະນະນັກຮ້ອງ, ແລະ ມີເພງສັນລະເສີນ ແລະ ຂອບພ ຣະຄຸນພຣະເຈົ້າ.
\v 47 ໃນສະໄຫມຂອງເຊຣຸບບາເບນ ແລະ ໃນສະໄຫມຂອງເນເຫມີຢາ, ອິດສະຣາເອນທັງປວງໄດເແບ່ງປັນປະຈຳແກ່ພວກນັກຮ້ອງ, ແລະພວກຄົນເຝົ້າປະຕູ ແລະ ເຂົາໄດ້ປັນສ່ວນຂອງພວກເລວີ, ໄວ້ຕ່າງຫາກ ແລະ ພວກເລວີໄດ້ປັນສ່ວນສຳລັບເຊື້້ອຊາດຂອງອາໂຣນໄວ້ຕ່າງຫາກ.
\s5
\c 13
\cl ບົດທີ 13
\p
\v 1 ໃນວັນນັ້ນທີ່ພວກເຂົາໄດ້ອ່ານຫນັງສືຂອງໂມເຊໃຫ້ພວກອິດສະຣາເອນໄດ້ຍິນ. ມີການພົບວ່າໃນຫນັງສືນັ້ນໄດ້ຂຽນໄວ້ວ່າບໍ່ຄວນໃຫ້ຄົນອຳໂມນ ຫລື ຄົນໂມອາບເຂົ້າມາໃນຊຸມຊົນຂອງພຣະເຈົ້າຕະຫລອດໄປ.
\v 2 ນີ້ເປັນເພາະວ່າພວກເຂົາບໍ່ໄດ້ມາຫາພວກອິດສະຣາເອນພ້ອມດ້ວຍອາຫານ ແລະ ດ້ວຍນ້ຳ, ແຕ່ພວກເຂົາໄດ້ຈ້າງບາລາອາມໃຫ້ມາສາບແຊ່ງພວກອິດສະຣາເອນ. ຢ່າງໃດກໍຕາມພຣະເຈົ້າຂອງເຮົາໄດ້ປ່ຽນຄຳສາບເເຊງໃຫ້ເປັນຄຳອວຍພອນ.
\v 3 ເມື່ອທີ່ພວກເຂົາໄດ້ຍິນກົດຫມາຍ, ພວກເຂົາໄດ້ເເຍກພວກອິດສະຣາເອນອອກຈາກຄົນຕ່າງຊາດທຸກຄົນ.
\s5
\v 4 ສ່ວນກ່ອນຫນ້ານີ້ ເອລີຢາຊິບປະໂຣຫິດໄດ້ຮັບເເຕ່ງຕັ້ງໃຫ້ເບິ່ງຫ້ອງເກັບເຄື່ອງທັງຫລາຍໃນພຣະວິຫານຂອງພຣະເຈົ້າຂອງເຮົາ. ເຂົາກ່ຽວຂ້ອງກັບໂທບີຢາ.
\v 5 ເອລີຢາຊິບໄດ້ຈັດຫ້ອງຂະຫນາດໃຫຍ່ໃຫ້ກັບໂທບີຢາ, ຊຶ່ງກ່ອນຫນ້ານີ້ຫ້ອງດັ່ງກ່າວໄດ້ຖືກເປັນບ່ອນເກັບເຄື່ອງຖະຫວາຍບູຊາ, ກຳຍານເຄື່ອງຫອມ, ເຄື່ອງໃຊ້ຕ່າງໆ ເເລະ ຫນຶ່ງສ່ວນສິບຂອງພືດຜົນເປັນເມັດເຫລົ້າອະງຸ່ນໃຫມ່, ເເລະ ນ້ຳມັນ, ຊຶ່ງຖືກຈັດໄວ້ໃຫ້ສຳລັບພວກເລວີ, ພວກນັກຮ້ອງ, ເເລະ ພວກເບິ່ງເເຍງຮັກສາປະຕູ, ເເລະ ຂອງຖວາຍສຳລັບພວກປະໂຣຫິດ.
\s5
\v 6 ເເຕ່ທັງຫມົດນີ້ເກີດຂຶ້ນໃນຂະນະທີ່ຂ້ານ້ອຍໄດ້ຢູໃນເມືອງເຢຣູຊາເລັມ. ເພາະໃນປີທີສາມສິບສອງເເຫ່ງອາກຕາເຊັດ ທີ່ໄດ້ເປັນກະສັດຂອງນະຄອນບາບີໂລນນັ້ນ. ພາຍຫລັງມາຂ້ານ້ອຍໄດ້ກັບໄປລາຍງານຕໍ່ກະສັດ,
\v 7 ເເລະ ຫລັງຈາກນັ້ນຂ້ານ້ອຍໄດ້ກັບໄປເຢຣູຊາເລັມ. ຂ້ານ້ອຍໄດ້ເຂົ້າໃຈເຖິງຄວາມຊົ່ວຮ້າຍຊຶ່ງເອລີຢາຊິບໄດ້ກະທຳໂດຍການໃຫ້ທີ່ບໍລິເວນຂອງພຣະວິຫານຂອງພຣະເຈົ້າເເກ່ໂທບີອາ.
\s5
\v 8 ຂ້ານ້ອຍຢາກຮ້າຍຫລາຍ ເເລະ ຂ້ານ້ອຍໄດ້ໂຍນເຄື່ອງເຮືອນທັງສິ່ງຂອງໂທບີຢາອອກຈາກຫ້ອງເກັບເຄື່ອງນັ້ນ.
\v 9 ຂ້ານ້ອຍໄດ້ສັ່ງເຂົາຊຳລະຫ້ອງເກັບຂອງທັງຫລາຍ, ເເລະ ຂ້ານ້ອຍໄດ້ນຳເຄື່ອງໃຊ້ຕ່າງໆ ຂອງພຣະວິຫານຂອງພຣະເຈົ້າ ຄືການຖວາຍທັນຍະບູຊາທັງຫລາຍ, ເເລະ ກຳຍານກັບເຂົ້າໄປໄວ້ໃນຫ້ອງເກັບເຄື່ອງຂອງເຫລົ່ານັ້ນ.
\s5
\v 10 ຂ້ານ້ອຍໄດ້ຮຽນຮູ້ວ່າສ່ວນຂອງພວກເລວີບໍ່ໄດ້ຖືກມອບໃຫ້ພວກເຂົາ, ເເລະ ພວກນັກຮ້ອງຜູ້ໄດ້ເຮັດວຽກໄດ້ຫນີກັບ, ໄປຍັງທົ່ງນາຂອງພວກເຂົາ,
\v 11 ດັ່ງນັ້ນຂ້ານ້ອຍຈຶ່ງໄດ້ຕໍ່ວ່າພວກຂ້າຣາຊການ ເເລະ ເວົ້າວ່າ, "ເປັນຫຍັງພຣະວິຫານຂອງພຣະເຈົ້າຖືກລະເລີຍ? ຂ້ານ້ອຍໄດ້ລວບລວມພວກເຂົົາ ເເລະ ຕັ້ງພວກເຂົາຕາມຕຳເເຫນ່ງຂອງພວກເຂົາ.
\s5
\v 12 ຈາກນັ້ນພວກ ຢູດາທັງຫມົດໄດ້ນຳຄັງຂອງພືດ, ຜົນເຫລົ້າອະງຸ່ນ, ເເລະ ນ້ຳມັນມາໄວ້ໃນຫ້ອງເກັບເຄື່ອງ.
\v 13 ຂ້ານ້ອຍໄດ້ເເຕ່ງຕັ້ງຜູ້ດູເເລຫ້ອງເກັບເຄື່ອງຄື ເຊເລມີຢາປະໂຣຫິດ ເເລະ ຊາດົກ ຜູ້ເປັນທຳມະຈານ, ເເລະ ຈາກພວກເລວີ, ຄືເປດາອີຢາ. ຖັດມາຈາກພວກເຂົາຄືຮານານລູກຊາຍຂອງສັກກູເຣຜູ້ເປັນລູກຂອງມັດຕານີຢາ, ເພາະວ່າພວກເຂົາຖືກນັບໄດ້ວ່າໄວ້ໃຈໄດ້. ຫນ້າທີ່ຂອງພວກເຂົາຄືການເເຈກຢາຍສິ່ງຂອງຕ່າງໆ ໃຫ້ເເກ່ພວກພີ່ນ້ອງຂອງພວກເຂົາ.
\v 14 ຂ້າແດ່ພຣະເຈົ້າ, ຂອງຂ້ານ້ອຍ, ຂໍຊົງລະນຶກຄິດເຖິງຂ້ານ້ອຍກ່ຽວກັບເລື່ອງນີ້, ເເລະ ຂໍຢ່າຊົງລົບລ້າງການກະທຳດີທັງຫລາຍທີ່ຂ້ານ້ອຍໄດ້ເຮັດເພື່ອພຣະວິຫານຂອງພຣະເຈົ້າຂອງຂ້ານ້ອຍ ເເລະ ການປະຕິບັດຮັບໃຊ້ນັ້ນ.
\s5
\v 15 ໃນເວລານັ້ນ ໃນຢູດາຂ້ານ້ອຍໄດ້ເຫັນປະຊາຊົນບີບນ້ຳອະງຸ່ນໃນວັນສະບາໂຕ ເເລະ ນຳກອງເຂົ້າບັນທຸກໃສ່ຫລັງລາທັງຫລາຍ, ເເລະເຫລົ້າອະງຸ່ນ, ຜົນອະງຸ່ນ, ຜົນຫມາກເດື່ອ, ເເລະເຄື່ອງເປັນເມັດທຸກປະເພດ, ຊຶ່ງພວກເຂົາໄດ້ນຳເຂົ້າມາໃນກຸງເຢຣູຊາເລັມໃນວັນສະບາໂຕ. ຂ້ານ້ອຍໄດ້ທັກທ້ວງພວກເຂົາທີ່ກຳລັງຊື້ຂາຍອາຫານໃນວັນນັ້ນ.
\s5
\v 16 ຜູ້ຊາຍຈາກໄທຣະ ທີ່ຢູ່ອາໄສໃນກຸງເຢຣູຊາເລັມໄດ້ນຳປາ ເເລະ ສິນຄ້າທຸກປະເພດເຂົ້າມາ, ເເລະ ພວກເຂົາໄດ້ຂາຍສິນຄ້າເຫລົ່ານີ້ໃຫ້ປະຊາຊົນຢູດາ ເເລະ ກັບປະຊາຊົນໃນເມືອງນັ້ນໃນວັນສະບາໂຕ!
\v 17 ຈາກນັ້ນຂ້ານ້ອຍໄດ້ເວົ້າວ່າຜູ້ນຳຂອງພວກຢູດາ, "ພວກເຈົ້າກຳລັງເຮັດສິ່ງຊົ່ວຮ້າຍຫຍັງກັນ, ເປັນການລົບລູ່ວັນສະບາໂຕບໍ?
\v 18 ບັນພະບູລຸດຂອງເຈົ້າທັງຫລາຍເຮັດເເນວນີ້ບໍ? ພຣະເຈົ້າຂອງເຮົາໄດ້ນຳສິ່ງທີ່ຊົ່ວຮ້າຍທັງຫມົດນີ້ມາໃຫ້ເຮົາ ເເລະເມືອງນີ້ບໍ? ບັດນີ້ພວກເຈົ້າກຳລັງນຳພຣະພິໂລດທີ່ເພີ່ມຫລາຍຂຶ້ນມາໃຫ້ພວກອິດສະຣາເອນໂດຍການຫມິ່ນປະຫມາດວັນສະບາໂຕ."
\s5
\v 19 ທັນທີທີ່ມືດລົງ ທີ່ປະຕູເມືອງທັງຫລາຍກ່ອນວັນສະບາໂຕ, ຂ້ານ້ອຍໄດ້ສັ່ງໃຫ້ປິດປະຕູທັງຫລາຍ ເເລະ ບໍ່ໃຫ້ເປີດອີກຈົນກວ່າຈະພົ້ນວັນສະບາໂຕ ຂ້ານ້ອຍໄດ້ຕັ້ງຄົນໃຊ້ບາງຄົນຂອງຂ້ານ້ອຍທີ່ປະຕູເມືອງທັງຫລາຍ ດັ່ງນັ້ນຈຶ່ງບໍ່ໃຫ້ສຳພາລະສິ່ງຂອງໃດໆ ສາມາດນຳເຂົ້າມາໃນວັນສະບາໂຕ.
\v 20 ພໍ່ຄ້າທັງຫລາຍ ເເລະ ພວກຂາຍສິນຄ້າທຸກຊະນິດຕ້ອງພັກນອນນອກກຸງເຢຣູຊາເລັມຄືນຫນຶ່ງຫລືສອງຄືນ.
\s5
\v 21 ເເຕ່ຂ້ານ້ອຍໄດ້ເຕືອນພວກເຂົາ, "ເປັນຫຍັງພວກເຈົ້າພັກນອນນອກກຳເເພງເມືອງ? ຖ້າພວກເຈົ້າເຮັດອີກ, ເຮົາຈະຈັບພວກເຈົ້າ! "ຕັ້ງເເຕ່ນັ້ນເປັນຕົ້ນມາພວກເຂົາບໍໄດ້ມາໃນວັນສະບາໂຕອີກ.
\v 22 ຈາກນັ້ນຂ້ານ້ອຍໄດ້ສັ່ງພວກເລວີໃຫ້ຊຳລະຕົວພວກເຂົາເອງ, ເເລະ ມາ ແລະ ຮັກສາປະຕູທັງຫລາຍເພື່ອຮັກສາວັນສະບາໂຕໃຫ້ບໍຣິສຸດ. ຂ້າເເຕ່ພຣະເຈົ້າຂອງຂ້ານ້ອຍ, ຂໍຊົງລະນຶກເຖິງຂ້ານ້ອຍສຳລັບເລື່ອງນີ້ດ້ວຍ ເເລະ ຂໍຊົງເມດຕາຂ້ານ້ອຍ ເພາະພັນທະສັນຍາທີ່ຫມັ້ນຄົງພຣະອົງທີ່ມີຕໍ່ຂ້ານ້ອຍ.
\s5
\v 23 ເວລານັ້ນຂ້ານ້ອຍໄດ້ເຫັນພວກຢິວເເຕ່ງງານກັບຍິງຄົນອາຊະໂດດ, ຄົນອຳໂມນ, ເເລະຄົນໂມອາບ.
\v 24 ເຄິ່ງຫນຶ່ງຂອງພີ່ນ້ອງທັງຫລາຍຂອງພວກເຂົາ ເວົ້າພາສາອາຊະໂດດ. ບໍ່ມີໃຜເວົ້າພາສາຢູດາໄດ້, ເເຕ່ເວົ້າໄດ້ເເຕ່ພາສາຂອງພວກເຂົາເເຕ່ລະພວກເທົ່ານັ້ນ.
\s5
\v 25 ຂ້ານ້ອຍໄດ້ຂັດເເຍ່ງນຳພວກເຂົາ, ເເລະ ຂ້ານ້ອຍໄດ້ເເຊ່ງດ່າພວກເຂົາ, ເເລະ ຂ້ານ້ອຍໄດ້ຕີພວກເຂົາບາງຄົນ ເເລະ ໄດ້ດຶງຜົມຂອງພວກເຂົາ. ຂ້ານ້ອຍບັງຄັບໃຫ້ພວກເຂົາສາບານໃນພຣະນາມຂອງພຣະເຈົ້າ, ດ້ວຍການເວົ້າວ່າ, "ເຈົ້າທັງຫລາຍ ຈະບໍ່ຍົກລູກສາວທັງຫລາຍຂອງພວກເຈົ້າ ໃຫ້ລູກຊາຍທັງຫລາຍຂອງພວກເຂົາ ຫລື ເອົາລູກສາວທັງຫລາຍຂອງພວກເຂົາມາໃຫ້ລູກຊາຍຂອງພວກເຈົ້າ, ຫລື ເພື່ອຕົວພວກເຈົ້າເອງ.
\v 26 ຊາໂລໂມນກະສັດຂອງອິດສະຣາເອນບໍ່ໄດ້ເຮັດບາບດ້ວຍເລື່ອງຜູ້ຍິງເຫລົ່ານີ້ບໍ? ທ່າມກາງບັນດາປະຊາຊົນທີ່ມີກະສັດມີກະສັດອົງໃດເຫມືອນພະອົງ ເເລະ ພຣະເຈົ້າຂອງພະອົງ ເເລະພຣະເຈົ້າອົງທ່ຽງເເທ້ ພຣະອົງເປັນກະສັດຄອບຄອງເຫນືອອິດສະຣາເອນທັງຫມົດ ເເມ່ນວ່າຈະເປັນເຊັ່ນນັ້ນກໍຕາມ ບັນດາສະຫມົມຕ່າງຊາດທັງຫລາຍຂອງພະອົງເປັນເຫດໃຫ້ພະອົງເຮັດບາບ.
\v 27 ພວກເຮົາຄວນບໍທີ່ຈະຟັງຄຳພວກເຈົ້າ ເເລະ ເຮັດສິ່ງຊົ່ວຮ້າຍອັນຍິ່ງໃຫຍ່, ເເລະ ເຮັດການທໍລະຍົດຕໍ່ຕ້ານພຣະເຈົ້າຂອງເຮົາໂດຍການຮ່ວມມືກັບຍິງຕ່າງຊາດທັງຫລາຍ?"
\s5
\v 28 ລູກຊາຍຄົນຫນຶ່ງຂອງໂຢນາດາ ຜູ້ເປັນລູກຂອງເອລີຢາຊິບປະໂຣຫິດໃຫຍ່ ເປັນລູກຊາຍຂອງສັນບາລັນ ຄົນໂຮໂຊນາອິມ. ດັ່ງນັ້ນຂ້ານອ້ຍຈຶ່ງໄດ້ດ່າສາບເເຊ່ງເຂົາ ໄລ່ໃຫ້ເຂົາໄປຈາກຂ້ານ້ອຍ.
\v 29 ຂ້າເເຕ່ ພຣະເຈົ້າຂອງຂ້ານ້ອຍ, ຂໍຊົງລະນຶກເຖິງຂ້ານ້ອຍ, ເພາະວ່າພວກເຂົາໄດ້ເຮັດໃຫ້ຄວາມເປັນປະໂຣຫິດ, ເເລະ ຂອງພວກເລວີເປັນມົນທິນ.
\s5
\v 30 ດັ່ງນັ້ນຂ້ານ້ອຍໄດ້ຊຳລະພວກເຂົາຈາກຕ່າງດ້າວທຸກສິ່ງ, ເເລະ ໄດ້ຕັ້ງຫນ້າທີ່ຂອງພວກປະໂຣຫິດ ເເລະ ພວກເລວີ, ເເຕ່ລະພວກໃນງານຂອງພວກເຂົາ.
\v 31 ຂ້ານ້ອຍໄດ້ຈັດຫາຟືນຖວາຍຕາມເວລາທີ່ກຳນົດ ເເລະ ສຳລັບຜົນທຳອິດ. ຂ້າເເຕ່ພຣະເຈົ້າຂອງຂ້ານ້ອຍ, ຂໍຊົງລະລຶກເຖິງຂ້ານ້ອຍຕະຫລອດໄປ.