forked from WA-Catalog/lo_ulb
1389 lines
387 KiB
Plaintext
1389 lines
387 KiB
Plaintext
\id 2SA
|
||
\ide UTF-8
|
||
\h 2 ຊາມູເອນ
|
||
\toc1 2 ຊາມູເອນ
|
||
\toc2 2 ຊາມູເອນ
|
||
\toc3 2sa
|
||
\mt 2 ຊາມູເອນ
|
||
|
||
\s5
|
||
\c 1
|
||
\cl ບົດທີ 1
|
||
\p
|
||
\v 1 ຫລັງຈາກການຕາຍຂອງກະສັດໂຊນແລ້ວ, ດາວິດກໍໄດ້ກັບມາຈາກການໂຈມຕີຄົນອາມາເຫລັກ ແລະໄດ້ພັກຢູ່ທີ່ຊິກລັກໄດ້ສອງວັນ.
|
||
\v 2 ວັນທີສາມ, ຊາຍຄົນຫນຶ່ງໄດ້ມາຈາກຄ້າຍຂອງກະສັດໂຊນໃສ່ເສື້ອຜ້າຂາດ ແລະ ມີດິນເປື້ອນທີ່ຫົວຂອງຂົາ. ເມື່ອເຂົາໄດ້ມາຮອດດາວິດ ກໍໄດ້ຫມອບຫນ້າລົງຮອດພື້ນດິນ ແລະ ໄດ້ຫມົດແຮງຢູ່ບ່ອນນັ້ນ.
|
||
|
||
\s5
|
||
\v 3 ດາວິດໄດ້ຖາມເຂົາວ່າ, "ເຈົ້າມາຈາກໃສ?" ເຂົາໄດ້ຕອບວ່າ, "ຂ້າພະເຈົ້າມາຈາກຄ້າຍຂອງອິດສະຣາເອນ."
|
||
\v 4 ດາວິດໄດ້ຖາມເຂົາວ່າ, "ຂໍບອກຂ້ອຍວ່າ ເຫດຜົນເປັນແນວໃດແນ່." ເຂົາໄດ້ຕອບວ່າ, "ພວກປະຊາຊົນໄດ້ຫນີຈາກການສູ້ຮົບ. ມີຫລາຍຄົນໄດ້ລົ້ມລົງ ແລະ ມີຫລາຍຄົນໄດ້ຕາຍແລ້ວ. ກະສັດໂຊນ ແລະ ໂຢນາທານລູກຊາຍຂອງເພິ່ນກໍຕາຍເຊັ່ນກັນ."
|
||
\v 5 ດາວິດຈຶ່ງໄດ້ຖາມຊາຍຫນຸ່ມຄົນນັ້ນວ່າ, "ເຈົ້າຮູ້ໄດ້ຢ່າງໃດວ່າໂຊນ ແລະ ໂຢນາທານລູກຂອງເພິ່ນໄດ້ຕາຍແລ້ວ?"
|
||
|
||
\s5
|
||
\v 6 ຊາຍຫມຸ່ນນັ້ນໄດ້ຕອບວ່າ, "ບັງເອີນທີ່ຂ້ານ້ອຍມາທີ່ພູເຂົາກິນໂບອາ, ແລະ ທີ່ນັ້ນກະສັດໂຊນໄດ້ຊົງຢືນຄຳຫອກຂອງຕົນຢູ່, ແລະ ລົດມ້າ ແລະ ຄົນຂີ່ທັງຫລາຍກໍກຳລັງມາໃກ້ເພິ່ນ.
|
||
\v 7 ກະສັດໂຊນໄດ້ຫລຽວມາ ແລະ ເລີຍເຫັນຂ້ານ້ອຍ ແລະ ກໍໄດ້ເອີ້ນຂ້ານ້ອຍ. ຂ້ານ້ອຍໄດ້ຕອບວ່າ, "ຂ້ານ້ອຍຢູ່ທີ່ນີ້."
|
||
|
||
\s5
|
||
\v 8 ເພິ່ນໄດ້ຖາມຂ້ານ້ອຍວ່າ, "ເຈົ້າແມ່ນໃຜ?" ຂ້ານ້ອຍຕອບວ່າ, ຂ້ານ້ອຍເປັນຄົນອາມາເຫລັກ."
|
||
\v 9 ເພິ່ນກໍໄດ້ບອກຂ້ານ້ອຍວ່າ, "ຈົ່ງມາຢືນເຫນືອເຮົາ ແລະ ຂ້າເຮົາສະ, ເພາະເຮົາກຳລັງເຈັບປວດຢ່າງແສນສາຫັດ, ແຕ່ເຮົາຍັງມີຊີວິດຢູ່."
|
||
\v 10 ຂ້ານ້ອຍຈຶ່ງໄດ້ໄປຢືນເຫນືອເພິ່ນ ແລະ ໄດ້ຂ້າເພິ່ນເລີຍ, ເພາະຂ້ານ້ອຍຮູ້ວ່າເພິ່ນຈະບໍ່ສາມາດດຳລົງຊີວິດຢູ່ໄດ້ອີກຫລັງຈາກທີ່ເພິ່ນໄດ້ລົ້ມໄປ. ເເລ້ວເພິ່ນກໍໄດ້ຖອດມົງກຸດຢູ່ຫົວຂອງເພິ່ນ ແລະ ປະລັກແຂນຂອງເພິ່ນ ເເລະ ໄດ້ນຳສິ່ງເຫລົ່ານັ້ນມາໃຫ້ທ່ານ, ເຈົ້ານາຍຂອງຂ້ານ້ອຍ."
|
||
|
||
\s5
|
||
\v 11 ແລ້ວດາວິດໄດ້ຈີກເສື້ອຂອງເຂົາ, ແລະຄົນທັງປວງທີ່ຢູ່ກັບເຂົາກໍໄດ້ເຮັດຄືກັນ.
|
||
\v 12 ພວກເຂົາໄດ້ຄ່ຳຄວນຫາ, ຮ້ອງໄຫ້ ແລະ ໄດ້ອົດອາຫານຈົນຮອດແລງ, ເພື່ອໂຊນ, ເພື່ອໂຢນາທານລູກຊາຍຂອງເພິ່ນ, ແລະ ເພື່ອປະຊາຊົນຂອງພຣະເຈົ້າຢາເວ, ເເລະ ເພື່ອເຊື້້ອສາຍອິດສະຣາເອນ ເພາະວ່າພວກເຂົາໄດ້ລົ້ມຕາຍດ້ວຍດາບ.
|
||
\v 13 ດາວິດໄດ້ຖາມຊາຍຫນຸ່ມວ່າ," ເຈົ້າມາຈາກໃສ?" ເຂົາໄດ້ຕອບວ່າ, "ຂ້ານ້ອຍເປັນລູກຊາຍຂອງຄົນຕ່າງດ້າວໃນດິນແດນ, ຂອງຄົນອາມາເຫລັກ."
|
||
|
||
\s5
|
||
\v 14 ດາວິດໄດ້ຖາມເຂົາວ່າ, "ເປັນຫຍັງເຈົ້າບໍ່ຢ້ານກົວທີ່ຈະຂ້າກະສັດຜູ້ທີ່ພຣະຢາເວໄດ້ຊົງເຈີມແລ້ວນັ້ນດ້ວຍມືຂອງເຈົ້າເອງ?"
|
||
\v 15 ດາວິດກໍໄດ້ເອີ້ນຊາຍຄົນຫນຶ່ງ ແລະ ໄດ້ເວົ້າວ່າ, "ຈົ່ງໄປ ແລະ ຂ້າເຂົາເສຍ." ແລ້ວຜູ້ຊາຍຄົນນັ້ນກໍໄດ້ໄປ ແລະ ໄດ້ຂ້າເຂົາ, ເເລະ ຄົນອາມາເຫລັກນັ້ນກໍຕາຍ.
|
||
\v 16 ເເລ້ວດາວິດໄດ້ກ່າວແກ່ສົບຂອງຄົນອາມາເຫລັກວ່າ, "ເລືອດຂອງເຈົ້າກໍຕົກຢູ່ຫົວຂອງເຈົ້າ ເພາະວ່າປາກຂອງເຈົ້າໄດ້ເປັນພະຍານປັກປຳໂຕເຈົ້າ ເເລະ ໄດ້ເວົ້າວ່າ, "ຂ້ານ້ອຍໄດ້ຂ້າກະສັດຜູ້ທີ່ພຣະຢາເວໄດ້ຊົງເຈີມໄວ້.""
|
||
|
||
\s5
|
||
\v 17 ແລ້ວດາວິດກໍໄດ້ຮ້ອງເພງໄວ້ອາໄລໃຫ້ກະສັດໂຊນ ແລະ ໂຢນາທານລູກຂອງເພິ່ນ.
|
||
\v 18 ເຂົາໄດ້ອອກຄຳສັ່ງໃຫ້ປະຊາຊົນສອນເພງໄວ້ອາໄລນີ້ໃຫ້ແກ່ເຊື້ອຊາດຢູດາ, ຊຶ່ງໄດ້ບັນທຶກໄວ້ໃນຫນັງສືຂອງຢາຊາ.
|
||
\v 19 " ສັກສີຂອງທ່ານອິດສະຣາເອນເອີຍ, ໄດ້ຖືກຂ້າເສີຍແລ້ວ! ຢູ່ທີ່ສູງຂອງທ່ານວິລະບູລຸດລົ້ມລົງໄດ້ຢ່າງໃດ!
|
||
\v 20 ຢ່າບອກເລື່ອງນີ້ໃນເມືອງກັດ, ຢ່າປະກາດເລື່ອງນີ້, ໃນຫົນທາງເມືອງອາຊະເກໂລນ, ເພາະເຫດວ່າພວກບຸດສາວຂອງຄົນຟີລິດສະຕີນຈະບໍ່ປິຕິຍິນດີ, ເພາະພວກລູກສາວຂອງພວກເຂົາບໍ່ໄດ້ບໍ່ໄດ້ຮັບພິທີຕັດ,ຈະບໍ່ສະເຫລີມສະຫລອງ.
|
||
|
||
\s5
|
||
\v 21 ເທິງພູກິນໂບອາເອີຍ, ຂໍຢ່າມີນ້ຳຄ້າງ ຫລືນ້ຳຝົນເທິງເຈົ້າ, ຢ່າໃຫ້ທົ່ງນາອອກຮວງ, ເພາະວ່າທີ່ນັ້ນໂລ່ຂອງວິລະບູລຸດໄດ້ມີມົນທິນແລ້ວ, ໂລ່ຂອງໂຊນບໍ່ໄດ້ຖືກເຈີມດ້ວຍນ້ຳມັນອີກຕໍ່ໄປ.
|
||
\v 22 ຈາກເລືອດຂອງຄົນເຫລົ່ານັ້ນໄດ້ຖືກຂ້າ, ຈາກຮ່າງກາຍຂອງນັກຮົບ, ຄັນທະນູຂອງໂຢນາທານບໍ່ໄດ້ຫັນກັບມາ, ແລະ ດາບຂອງກະສັດໂຊນກໍບໍ່ໄດ້ກັບມາວ່າງເປົ່າ.
|
||
|
||
\s5
|
||
\v 23 ໂຊນ ເເລະ ໂຢນາທານໄດ້ເປັນທີ່ຮັກ ເເລະ ຫນ້າຍິນດີໃນຊີວິດ, ແລະ ໃນຄວາມຕາຍຂອງພວກເຂົາ ພວກເຂົາຈະບໍ່ແຍກຈາກກັນ. ພວກເຂົາວ່ອງໄວກວ່າອິນຊີທັງຫລາຍ, ພວກເຂົາກໍແຂງແຮງກວ່າສິງໂຕທັງຝູງ.
|
||
\v 24 ລູກສາວຂອງອິດສະຣາເອນເອີຍ, ຈົ່ງຮ້ອງໄຫ້ເພື່ອກະສັດໂຊນ, ຜູ້ຊົງປະດັບພວກເຈົ້າຢ່າງອົງອາດດ້ວຍຜ້າສີແດງເຂັ້ມ ເຊັ່ນດຽວກັບເພັດພອຍນາໆຊະຫນິດ, ເເລະ ຊົງປະດັບທອງຄຳເທິງເຄື່ອງແຕ່ງກາຍຂອງພວກເຈົ້າ.
|
||
|
||
\s5
|
||
\v 25 ວິລະບູລຸດໄດ້ລົ້ມລົງແລ້ວໃນທ່າມກາງສົງຄາມ! ໂຢນາທານກໍໄດ້ຖືກສັງຫານຢູ່ເທິງເນີນພູຂອງທ່ານ.
|
||
\v 26 ໂຢນາທານອ້າຍຂອງຂ້ອຍເອີຍ, ຂ້ອຍເປັນທຸກເພື່ອທ່ານ, ທ່ານເປັນທີ່ຊື່ນໃຈຂອງຂ້ອຍຫລາຍ. ຄວາມຮັກຂອງທ່ານມີຕໍ່ຂ້ອຍນັ້ນກໍອັດສະຈັນ, ເຫນືອກວ່າຄວາມຮັກໃດໆທີ່ມີຕໍ່ສະຕຣີ.
|
||
\v 27 ວິລະບູລຸດລົ້ມລົງໄດ້ຢ່າງໃດ, ແລະ ອາວຸດສົງຄາມກໍໃຊ້ການບໍ່ໄດ້ອີກແລ້ວ!"
|
||
|
||
\s5
|
||
\c 2
|
||
\cl ບົດທີ 2
|
||
\p
|
||
\v 1 ຫລັງຈາກເຫດການນີ້ ດາວິດໄດ້ຖາມພຣະຢາເວ ແລະ ໄດ້ກ່າວວ່າ, "ຂ້ານ້ອຍຄວນຂຶ້ນໄປຍັງເມືອງຫນຶ່ງໃນຈຳນວນເມືອງຕ່າງໆຂອງຢູດາຫລືບໍ່?" ພຣະຢາເວໄດ້ຕອບເຂົາວ່າ, "ຈົ່ງຂຶ້ນໄປເຖີດ." ດາວິດໄດ້ເວົ້າວ່າ, "ຂ້ານ້ອຍຄວນຂຶ້ນໄປຢູ່ໃສ?" ພຣະຢາເວກ່າວວ່າ, "ທີ່ເມືອງເຮັບໂຣນ."
|
||
\v 2 ດັ່ງນັ້ນດາວິດຈຶ່ງໄດ້ຂຶ້ນໄປທີ່ນັ້ນພ້ອມກັບເມຍທັງສອງຂອງເຂົາ, ດ້ວຍຄືອາຮີໂນອາມຊາວຢິດຊະເຣນ, ແລະ ອາບີກາຍເມຍຫມ້າຍຂອງນາບານຊາວກາເມນ.
|
||
\v 3 ດາວິດກໍໄດ້ນຳຄົນທີ່ຢູ່ນຳເຂົາຂຶ້ນໄປທຸກຄົນ, ຊຶ່ງເເຕ່ລະຄົນກໍໄດ້ພາຄອບຄົວໄປນຳ, ໄປຍັງເມືອງຕ່າງໆ ຂອງເຮັບໂຣນ, ໃນສະຖານທີ່ຊຶ່ງພວກເຂົາໄດ້ເລີ່ມອາໄສຢູ່.
|
||
|
||
\s5
|
||
\v 4 ແລ້ວຜູ້ຄົນຈາກຢູດາກໍໄດ້ມາ ເເລະ ໄດ້ເຈີມດາວິດໃຫ້ເປັນກະສັດເຫນືອເຊື້ອຊາດຂອງຢູດາ. ພວກເຂົາໄດ້ມາບອກດາວິດວ່າ, "ຊາວຢາເບັດກີເລອາດໄດ້ເປັນຜູ້ຝັງຊາກສົບຂອງໂຊນ."
|
||
\v 5 ດັ່ງນັ້ນດາວິດໄດ້ສົ່ງພວກສົ່ງສານໄປຫາຊາວຢາເບັດກິີເລອາດນັ້ນ ໄດ້ບອກກັບພວກເຂົາວ່າ, "ຂໍພວກທ່ານຮັບພຣະພອນຈາກພຣະຢາເວ, ທີ່ທ່ານສະເເດງຄວາມຈົງຮັກພັກດີຕໍໍ່ໂຊນເຈົ້ານາຍຂອງພວກທ່ານ ແລະ ໄດ້ຝັງສົບຂອງເພິ່ນ.
|
||
|
||
\s5
|
||
\v 6 ບັດນີ້ຂໍພຣະຢາເວຊົງສຳແດງຄວາມຮັກອັນຫມັ້ນຄົງ ເເລະ ຄວາມຊື່ສັດຕໍ່ພວກທ່ານ. ເຮົາຈະເຮັດຄວາມດີນີ້ຕໍ່ພວກທ່ານເພາະສິ່ງນີ້ທີ່ທ່ານໄດ້ເຮັດ.
|
||
\v 7 ບັດນີ້, ເພາະສະນັ້ນ ຂໍໃຫ້ມືຂອງພວກທ່ານເຂັ້ມແຂງ; ແລະ ຂໍໃຫ້ພວກທ່ານກ້າຫານເຖີດ ເພາະວ່າໂຊນເຈົ້ານາຍຂອງພວກທ່ານໄດ້ຕາຍໄປແລ້ວ, ເເລະ ປະຊາຊົນຢູດາກໍໄດ້ເຈີມຕັ້ງເຮົາໄວ້ເປັນກະສັດຂອງພວກເຂົາແລ້ວ."
|
||
|
||
\s5
|
||
\v 8 ເເຕ່ອັບເນລູກຊາຍຂອງເນຣະ, ຜູ້ບັນຊາການກອງທັບຂອງກະສັດໂຊນ, ກໍໄດ້ພາອີຊະໂບເຊັດລູກຊາຍຂອງກະສັດໂຊນ ແລະ ໄດ້ນໍາໄປທີ່ເມືອງມະຫານາອິມ.
|
||
\v 9 ເຂົາໄດ້ສະຖາປະນາອີຊະໂບເຊັດ ໃຫ້ເປັນກະສັດປົກຄອງເຂດແດນກີເລອາດ, ອາເຊ, ຢິດຊະເຣນ, ຄົນເອຟຣາອິມ, ຄົນເບັນຢາມິນ, ເເລະ ຄົນອິດສະຣາເອນທັງຫມົດ.
|
||
|
||
\s5
|
||
\v 10 ເມື່ອອີຊະໂບເຊັດລູກຂອງໂຊນ, ໄດ້ເລີ່ມປົກຄອງຊົນຊາດອິດສະຣາເອນນັ້ນ, ມີອາຍຸສີ່ສິບປີ, ເເລະ ໄດ້ຊົງປົກຄອງດິນແດນຢູ່ສອງປີ. ເເຕ່ເຊື້້ອສາຍຂອງຢູດາໄດ້ຕິດຕາມດາວິດ.
|
||
\v 11 ເວລາທີ່ດາວິດຊົງເປັນກະສັດປົກຄອງເຊື້ອສາຍຂອງຢູດາໃນເຮັບໂຣນນັ້ນເປັນເວລາເຈັດປີກັບຫົກເດືອນ.
|
||
|
||
\s5
|
||
\v 12 ອັບເນລູກຂອງເນຣະ, ແລະ ທະຫານອີຊະໂບເຊັດລູກຊາຍຂອງໂຊນ, ໄດ້ອອກຈາກເມືອງມະຫານາອິມໄປຍັງເມືອງກີເບໂອນ.
|
||
\v 13 ໂຢອາບລູກຊາຍຂອງນາງເຊຣູອີຢາ ເເລະທະຫານຂອງດາວິດ ໄດ້ອອກໄປພົບກັບພວກເຂົາທີ່ເມືອງກີເບໂອນ. ພວກເຂົາໄດ້ນັ່ງທີ່ຂອບສະນ້ຳ, ພວກຫນຶ່ງຢູ່ຝັ່ງຫນຶ່ງຂອງສະ ແລະອີກພວກຫນຶ່ງກໍຢູ່ອີກດ້ານຫນຶ່ງ.
|
||
|
||
\s5
|
||
\v 14 ອັບເນຈຶ່ງໄດ້ເວົ້າກັບໂຢອາບວ່າ, "ຂໍໃຫ້ຄົນຫນຸ່ມລຸກຂຶ້ນ ແລະ ໄດ້ແຂ່ງຂັນກັນຕໍ່ຫນ້າພວກເຮົາເບິ່ງດຸ. "ແລ້ວໂຢອາບກໍໄດ້ຕອບວ່າ, "ໃຫ້ພວກເຂົາລຸກຂຶ້ນ."
|
||
\v 15 ເເລ້ວພວກຄົນຫນຸ່ມກໍໄດ້ລຸກຂຶ້ນ ແລະ ໄດ້ຮ່ວມກັນ, ສິບສອງຄົນສຳລັບຝ່າຍເບັນຢາມິນ ເເລະຝ່າຍອີຊະໂບເຊັດລູກຂອງໂຊນ, ເເລະ ຝ່າຍພວກທະຫານສິບສອງຄົນຂອງດາວິດ.
|
||
|
||
\s5
|
||
\v 16 ແຕ່ລະຄົນຕ່າງກໍໄດ້ຈັບຫົວຂອງຄູ່ຕໍ່ສູ້ ເເລະ ໄດ້ເເທງດາບທີ່ຂ້າງຂອງຄູ່ຕໍ່ສູ້, ເເລະພວກເຂົາຕ່າງກໍໄດ້ລົ້ມລົງດ້ວຍກັນ. ດັ່ງນັ້ນເຂົາຈຶ່ງເອີ້ນທີ່ນັ້ນເປັນພາສາຮິບບຣູວ່າ, "ທົ່ງດາບ" ຫລື "ສະຫນາມແຫ່ງດາບ," ຊຶ່ງຢູ່ໃນກິີເບໂອນ.
|
||
\v 17 ການສູ້ຮົບໃນວັນນັ້ນດຸເດືອດຫລາຍ ເເລະ ອັບເນ ເເລະ ພວກຄົນອິດສະຣາເອນກໍພ່າຍແພ້ທະຫານຂອງຝ່າຍດາວິດ.
|
||
|
||
\s5
|
||
\v 18 ລູກຊາຍທັງສາມຂອງນາງເຊຣູອີຢາກໍໄດ້ຢູ່ທີ່ນັ້ນຄື: ໂຢອາບ, ແລະ ອາບີໄຊ, ແລະ ອາສາເຮນ. ອາສາເຣນຜູ້ແລ່ນໄວເຫມືອນຟານປ່າ.
|
||
\v 19 ອາສາເຣນໄດ້ໄລ່ຕາມອັບເນຢ່າງບໍ່ລົດລະ ເເລະ ໄດ້ນຳເຂົາໄປໂດຍບໍ່ໄດ້ລ້ຽວໄປທາງໃດເລີຍ.
|
||
|
||
\s5
|
||
\v 20 ອັບເນໄດ້ຫລຽວຫລັງມາ ແລະ ໄດ້ເວົ້າວ່າ," ນັ້ນເມ່ນອາສາເຮນບໍ?" ເຂົາໄດ້ຕອບວ່າ, "ເເມ່ນເລ້ວ."
|
||
\v 21 ອັບເນຈຶ່ງໄດ້ບອກເຂົາວ່າ, "ຈົ່ງລ້ຽວໄປທາງຂວາຂອງເຈົ້າ ຫລືທາງຊ້າຍຂອງເຈົ້າ, ແລະ ຈັບເອົາຄົນຫນຸ່ມຄົນຫນຶ່ງແລ້ວກໍຮີບເອົາອາວຸດຂອງເຂົາໄປ." ແຕ່ອາສາເຮນບໍ່ຍອມຢຸດຈາກການໄລ່ຕາມ.
|
||
|
||
\s5
|
||
\v 22 ດັ່ງນັ້ນອັບເນຈຶ່ງໄດ້ບອກອາສາເຮນອີກເທືື່ອຫນຶ່ງວ່າ, "ຈົ່ງຢຸດໄລ່ນຳຂ້ອຍສາ. ຈະໃຫ້ຂ້ອຍຟາດເຈົ້າລົງດິນເຮັດຫຍັງ? ເເລ້ວຂ້ອຍຈະເງີຍຫນ້າເບິ່ງໂຢອາບ, ພີ່ນ້ອງຂອງເຈົ້າໄດ້ແນວໃດ?"
|
||
\v 23 ແຕ່ອາສາເຮນບໍ່ຢຸດໄລ່, ແລະ ດັ່ງນັ້ນ ອັບເນກໍໄດ້ແທງເຂົ້າໂຕດ້ວຍດ້າມຫອກຂອງເຂົາ, ດັ່ງນັ້ນ ຫອກກໍທະລຸອອກອີກດ້ານຫນຶ່ງ. ອາສາເຮນກໍໄດ້ລົ້ມລົງຕາຍຢູ່ທີ່ນັ້ນ. ດັ່ງນັ້ນ ເລື່ອງນີ້ກໍໄດ້ເກີດຂຶ້ນ ທີ່ໃຜກໍຕາມທີ່ມາເຖິງສະຖານທີ່ເເຫ່ງນັ້ນທີ່ອາສາເຮນລົ້ມລົງ ເເລະ ຕາຍ, ເຂົາຈະຢຸດຢູ່ບ່ອນນັ້ນ ເເລະ ກໍຢືນຢູ່ຊື່ໆ.
|
||
|
||
\s5
|
||
\v 24 ແຕ່ໂຢອາບກັບອາບີໄຊກໍໄດ້ໄລ່ຕິດຕາມອັບເນໄປ. ເມື່ອດວງຕາເວັນກຳລັງຈະຕົກ, ພວກເຂົາທັງສອງໄດ້ມາຮອດເນີນພູອຳມາ, ຊຶ່ງໃກ້ກີອາ ຕາມທາງຖິ່ນແຫ້ງແລ້ງທຸລະກັນດານເມືອງກິີເບໂອນ.
|
||
\v 25 ຄົນເບັນຢາມິນກໍໄດ້ລວມຕົວກັນຫລັງອັບເນ ເເລະ ໄດ້ຢືນຢູ່ເທິງຍອດຂອງເນີນພູ.
|
||
|
||
\s5
|
||
\v 26 ເເລ້ວອັບເນໄດ້ຮ້ອງຖາມໂຢອາບ ແລະໄດ້ກ່າວວ່າ, "ຈະໃຫ້ດາບທຳລາຍທ່ານຕະຫລອດໄປບໍ? ອີກດົນປານໃດທ່ານຈຶ່ງຈະສັ່ງພວກທະຫານໃຫ້ຫັນກັບຈາກການໄລ່ຕາມພີ່ນ້ອງຂອງພວກເຂົາ?"
|
||
\v 27 ໂຢອາບຈຶ່ງໄດ້ຕອບວ່າ," ພຣະເຈົ້າຊົງພຣະຊົນຢູ່ສັນໃດ, ຖ້າທ່ານບໍ່ເວົ້າຂຶ້ນ, ພວກທະຫານກໍຈະໄລ່ຕາມພວກພີ່ນ້ອງຂອງເຂົາຈົນຮອດມື້ອື່ນເຊົ້າ!"
|
||
|
||
\s5
|
||
\v 28 ດັ່ງນັ້ນ ໂຢອາບຈຶ່ງໄດ້ເປົ່າແກ, ແລະພວກທະຫານທັງປວງກໍໄດ້ຢຸດ ແລະ ບໍ່ໄດ້ໄລ່ຕິດຕາມອິດສະຣາເອນອີກ, ເເລະ ບໍ່ໄດ້ສູ້ຮົບກັນອີກຕໍ່ໄປ
|
||
\v 29 ອັບເນ ເເລະ ຄົນຂອງເຂົາກໍໄດ້ເດີນທາງຕະຫລອດກາງຄືນຜ່ານອາຣາບາ. ພວກເຂົາໄດ້ຂ້າມແມ່ນ້ຳຈໍແດນ, ໄດ້ເດີນທັບຕະຫລອດຊ່ວງເຊົ້າ ແລະກໍໄດ້ມາຮອດມາຫານາອິມ.
|
||
|
||
\s5
|
||
\v 30 ໂຢອາບກໍໄດ້ກັບມາຈາກການໄລ່ຕິດຕາມອັບເນ. ເຂົາໄດ້ລວບລວມທະຫານທັງຫມົດຂອງເຂົາ, ທີ່ຂາດຫາຍໄປຄື ອາສາເຮນ ແລະ ທະຫານຂອງດາວິດສິບເກົ້າຄົນ.
|
||
\v 31 ແຕ່ຄົນຂອງດາວິດໄດ້ຂ້າຄົນເບັນຢາມິນ ເເລະຄົນຂອງອັບເນຕາຍໄປສາມລ້ອຍຫົກສິບຄົນ.
|
||
\v 32 ແລ້ວພວກເຂົາກໍໄດ້ນຳເອົາຊາກສົບຂອງອາສາເຮນໄປຝັງຢູ່ໃນອຸບມຸງພໍ່ຂອງເຂົາ, ຊຶ່ງຢູ່ເມືອງເບັດເລເຮັມ. ໂຢອາບ ແລະ ພວກຄົນຂອງເຂົາກໍໄດ້ເດີນທາງຕະຫລອດຄືນ, ແລະໃນ ຕອນເຊົ້າມືດກໍໄດ້ມາຮອດເມືອງເຮັບໂຮນ.
|
||
|
||
\s5
|
||
\c 3
|
||
\cl ບົດທີ 3
|
||
\p
|
||
\v 1 ບັດນີ້ກໍໄດ້ມີສົງຄາມອັນຍາວນານລະຫວ່າງເຊື້ອສາຍຂອງໂຊນແລະເຊື້ອສາຍຂອງດາວິດ. ຝ່າຍດາວິດກໍໄດ້ເຂັ້ມແຂງຫລາຍຂຶ້ນ, ເເຕ່ຝ່າຍຂອງໂຊນໄດ້ອ່ອນກຳລັງລົງເລື້້ອຍໆ.
|
||
|
||
\s5
|
||
\v 2 ມີລູກຊາຍຫລາຍຄົນຂອງດາວິດໄດ້ເກີດທີ່ເມືອງເຮັບໂຣນ. ລູກຫົວປີຂອງເຂົາຄືອຳໂນນ, ລູກຂອງອາຮີໂນອາມຊາວຢິດຊະເຣນ.
|
||
\v 3 ລູກຊາຍຜູ້ທີ່ສອງຂອງເຂົາ, ກິເລອາບ, ຜູ້ທີ່ເປັນແມ່ແມ່ນນາງອາບີກາຍ, ເເມ່ຫມ້າຍຂອງນາບານຈາກຄາເມລ. ແລະ ຜູ້ທີ່ສາມຄື, ອັບຊາໂລມ, ລູກຊາຍນາງມາອາກາ, ລູກສາວກະສັດຕານໄມ, ເເຫ່ງເກຊູ.
|
||
|
||
\s5
|
||
\v 4 ລູກຊາຍຜູ້ທີ່ສີ່ຂອງດາວິດ, ອາໂດນີຢາ, ຜູ້ເປັນລູກຊາຍຂອງນາງຮັກກິດ. ລູກຊາຍຄົນທີ່ຫ້າຂອງເຂົາຄື ເຊຟາຕີຢາ, ຜູ້ທີ່ເປັນລູກຊາຍຂອງນາງອາບີຕານ,
|
||
\v 5 ແລະ ລູກຊາຍຄົນທີຫົກຄື, ອິດທະເລອາມ, ຜູ້ທີ່ເປັນລູກຊາຍຂອງນາງເອັກລາ ເມຍຂອງດາວິດ. ພວກລູກຊາຍເຫລົ່ານີ້ຂອງດາວິດໄດ້ເກີດຢູ່ໃນເມືອງເຮັບໂຣນ.
|
||
|
||
\s5
|
||
\v 6 ສິ່ງນີ້ໄດ້ເກີດຂຶ້ນໃນຊ່ວງສົງຄາມລະຫວ່າງຝ່າຍຂອງໂຊນ ກັບຝ່າຍຂອງດາວິດ ທີ່ອັບເນໄດ້ເຮັດໂຕໃຫ້ເຂັ້ມເເຂງຂຶ້ນໃນຝ່າຍກະສັດໂຊນ.
|
||
\v 7 ໂຊນໄດ້ມີເມຍນ້ອຍຄົນຫນຶ່ງຊື່ວ່ານາງຣິຊະປາ, ລູກສາວຂອງອາອີຢາ. ອິຊະໂບເຊັດລູກຊາຍຂອງກະສັດໂຊນຈຶ່ງໄດ້ກ່າວຫາອັບເນວ່າ, "ເປັນຫຍັງຈຶ່ງໄດ້ເຂົ້າໄປນອນກັບເມຍນ້ອຍພໍ່ຂອງເຮົາ?
|
||
|
||
\s5
|
||
\v 8 ອັບເນໄດ້ໃຈຮ້າຍຫລາຍໃນຄຳເວົ້າຂອງອີຊະໂບເຊັດ ແລະ ໄດ້ເວົ້າວ່າ," ຂ້ານ້ອຍເປັນຄົນຮັບໃຊ້ຢູດາຊັ້ນຫວາ? ທຸກມື້ນີ້ຂ້ານ້ອຍກຳລັງສຳເເດງຄວາມຈົງຮັກພັກດີຕໍ່ເຊື້ອສາຍຂອງໂຊນ, ພໍ່ຂອງທ່ານ, ແລະ ຕໍ່ພີ່ນ້ອງຂອງທ່ານ, ແລະ ຕໍ່ມິດສະຫາຍຂອງພໍ່ທ່ານ, ບໍ່ໄດ້ມອບທ່ານໄວ້ໃນມືຂອງດາວິດ. ແຕ່ບັດນີ້ທ່ານຍັງກ່າວຫາຂ້ານ້ອຍດ້ວຍເລື່ອງຜູ້ຍິງຄົນນີ້ບໍ?
|
||
|
||
\s5
|
||
\v 9 ຂໍພຣະຢາເວຊົງລົງໂທດຂ້ານ້ອຍ, ຄື ອັບເນ, ແລະຂໍຊົງເພີ່ມໂທດນັ້ນດ້ວຍ, ຖ້າຂ້ານ້ອຍບໍ່ເຮັດເພື່ອດາວິດ ດັ່ງທີ່ພຣະຢາເວໄດ້ຊົງສາບານແກ່ເຂົາວ່າ,
|
||
\v 10 ຄືຍ້າຍຣາຊອານາຈັກຈາກເຊື້ອຊາດຂອງກະສັດໂຊນ ເເລະ ສະຖາປານາບັນລັງຂອງດາວິດເຫນືອອິດສະຣາເອນ ແລະ ເຫນືອຢູດາ, ຕັ້ງແຕ່ດານຮອດເບເອນເຊບາ."
|
||
\v 11 ອີຊະໂບເຊັດກໍບໍ່ສາມາດຕອບກັບອັບເນໄດ້ເເມ່ນແຕ່ຄຳດຽວ, ເພາະພະອົງຊົງເກງຢ້ານເຂົາ.
|
||
|
||
\s5
|
||
\v 12 ເເລ້ວອັບເນກໍໄດ້ສົ່ງພວກສົ່ງສານໄປຍັງດາວິດເພື່ອເວົ້າແທນໂຕເອງວ່າ, "ແຜ່ນດິນນີ້ເປັນຂອງໃຜ? ຂໍຊົງເຮັດພັນທະສັນຍາກັບຂ້າພະເຈົ້າ, ແລະ ທ່ານຈະຊົງເຫັນວ່າມືຂອງຂ້າພະເຈົ້າຢູ່ຝ່າຍທ່ານ, ເພື່ອນຳອິດສະຣາເອນທັງຫມົດມາຢູ່ຝ່າຍທ່ານ."
|
||
\v 13 ດາວິດໄດ້ຕອບວ່າ, "ດີແລ້ວ, ເຮົາຈະເຮັດພັນທະສັນຍາກັບເຈົ້າ. ແຕ່ມີສິ່ງຫນຶ່ງທີ່ເຮົາຈະໃຫ້ເຈົ້າເຮັດ ຄືວ່າ ເຈົ້າບໍ່ສາມາດມາພົບຫນ້າເຮົາໄດ້ ເວັ້ນແຕ່ວ່າເຈົ້າຈະນຳມີການ, ລູກສາວຂອງກະສັດໂຊນມາດ້ວຍ, ເມື່ອເຈົ້າຈະມາພົບເຮົາ."
|
||
|
||
\s5
|
||
\v 14 ເເລ້ວດາວິດໄດ້ສົ່ງພວກສົ່ງສານໄປຍັງອີຊະໂບເຊັດ, ລູກຊາຍຂອງໂຊນກ່າວວ່າ, "ຈົ່ງມອບເມຍຂ້າພະເຈົ້າມີການ ໃຫ້ແກ່ເຮົາ, ຜູ້ຊຶ່ງຂ້າພະເຈົ້າໄດ້ຫມັ້ນໄວ້ດ້ວຍຫນັງປາຍອົງຄະຊາດຂອງພວກຟິລິດ ຫນຶ່ງຮ້ອຍຄົນ."
|
||
\v 15 ດັ່ງນັ້ນ ອີຊະໂບເຊັດຈຶ່ງໄດ້ສົ່ງຄົນໄປພາມີການແລະ ໄດ້ເອົານາງ ຈາກຜົວຂອງນາງຄື, ປານຕີເອນ, ລູກຊາຍລາອິດ.
|
||
\v 16 ຜົວຂອງລາວໄດ້ໄປກັບລາວ, ຮ້ອງໄຫ້ຕາມລາວໄປຈົນຮອດບາຮູຣິມ. ແຕ່ເມື່ອອັບເນບອກກລາວວ່າ, "ຈົ່ງກັບໄປບ້ານດຽວນີ້ເລີຍ." ແລ້ວເຂົາກໍໄດ້ກັບໄປ.
|
||
|
||
\s5
|
||
\v 17 ອັບເນຈຶ່ງໄດ້ກ່າວກັບພວກຜູ້ອາວຸໂສຂອງອິດສະຣາເອນວ່າ, "ໃນອາດີດພວກທ່ານໄດ້ພະຍາຍາມໃຫ້ດາວິດເປັນກະສັດເຫນືອພວກທ່ານ.
|
||
\v 18 ບັດນີ້ຈົ່ງເຮັດດັ່ງນັ້ນ. ເພາະພຣະຢາເວໄດ້ກ່າວເຖິງດາວິດວ່າ, 'ດ້ວຍມືຂອງດາວິດຜູ້ຮັບໃຊ້ຂອງເຮົາ ເຮົາຈະຊ່ວຍກູ້ອິດສະຣາເອນປະຊາຊົນຂອງເຮົາຈາກພວກຟິລິດສະຕິນ ເເລະ ຈາກມືສັດຕູທັງຫມົດຂອງພວກເຂົາ.""
|
||
|
||
\s5
|
||
\v 19 ອັບເນກໍໄດ້ເວົ້າເປັນສ່ວນໂຕກັບຄົນເບັນຢາມິນເຊັ່ນດຽວກັນ. ເເລ້ວອັບເນກໍໄດ້ໄປບອກດາວິດທີ່ເມືອງເຮັບໂຣນດ້ວຍເຊັ່ນກັນ ເພື່ອອະທິບາຍເຖິງທຸກສິ່ງທີ່ອິດສະຣາເອນ ແລະ ເຊື້ອສາຍທັງຫມົດຂອງເບັນຢາມິນໄດ້ຕົກລົງກັນທີ່ຈະດຳເນີນການໃຫ້ສຳເລັດ.
|
||
\v 20 ເມື່ອອັບເນພ້ອມກັບຄົນຂອງເຂົາຈຳນວນຊາວຄົນໄດ້ມາຮອດເຮັບໂຣນ ເພື່ອເຂົ້າເຝົ້າດາວິດ, ດາວິດໄດ້ຈັດຕຽມງານລ້ຽງສຳລັບພວກເຂົາ.
|
||
|
||
\s5
|
||
\v 21 ອັບເນໄດ້ອະທິບາຍໃຫ້ດາວິດວ່າ, "ຂ້ານ້ອຍຈະລຸກຂຶ້ນ ແລະ ຈະລວມຄົນອິດສະຣາເອນທັງຫມົດມາຍັງທ່ານ, ກະສັດຜູ້ເປັນເຈົ້ານາຍຂອງຂ້ານ້ອຍ, ດັ່ງນັ້ນເພື່ອທີ່ພວກເຂົາຈະເຮັດພັນທະສັນຍາກັບທ່ານ, ເເລະ ເພື່ອທີ່ທ່ານຈະຊົງຄອບຄອງທຸກຢ່າງຕາມໃຈມັກຂອງທ່ານ." ດັ່ງນັ້ນດາວິດກໍໄດ້ສົ່ງອັບເນກັບໄປ, ແລະ ອັບເນກໍໄດ້ຈາກໄປໂດຍສັນຕິ.
|
||
|
||
\s5
|
||
\v 22 ແລ້ວທະຫານຂອງດາວິດ ເເລະ ໂຢອາບໄດ້ກັບມາຈາກການໄປປຸ້ນ ເເລະ ໄດ້ນຳສິ່ງຂອງທີ່ຍຶດໄດ້ຫລາຍມານຳກັບພວກເຂົາ. ແຕ່ອັບເນບໍ່ໄດ້ຢູ່ກັບດາວິດທີ່ເຮັບໂຣນເເລ້ວ. ດາວິດໄດ້ສົ່ງເຂົາກັບໄປແລ້ວ, ເເລະ ເຂົາກໍໄດ້ຈາກໄປໂດຍສັນຕິ.
|
||
\v 23 ເມື່ອໂຢອາບກັບກອງທັບທັງຫລາຍທີ່ເຂົາໄດ້ມາຮອດ, ພວກເຂົາໄດ້ບອກໂຢອາບວ່າ, "ອັບເນລູກຊາຍຂອງເນຣະໄດ້ມາເຝົ້າກະສັດ, ແລະ ເພິ່ນໄດ້ສົ່ງເຂົາກັບໄປ, ແລະ ອັບເນກໍໄດ້ກັບໄປໂດຍສັນຕິ."
|
||
|
||
\s5
|
||
\v 24 ເເລ້ວໂຢອາບກໍໄດ້ເຂົ້າໄປເຝົ້າກະສັດ ແລະ ໄດ້ບອກວ່າ,"ທ່ານຊົງເຮັດຫຍັງໄປແລ້ວ? ເບິ່ງສາ, ອັບເນໄດ້ມາເຂົ້າເຝົ້າທ່ານ! ເປັນຫຍັງທ່ານຈຶ່ງໄດ້ສົ່ງເຂົາໄປແບບນີ້, ແລະ ເຂົາກໍໄດ້ຈາກໄປແລ້ວ?
|
||
\v 25 ທ່ານບໍ່ຮູ້ບໍວ່າອັບເນລູກຊາຍຂອງເນຣະ ໄດ້ມາເພື່ອລໍ່້ລວງທ່ານ ແລະ ເພື່ອລ່ວງຮູ້ທຸກຢ່າງທີ່ທ່ານກຳລັງເຮັດ?"
|
||
\v 26 ເມື່ອໂຢອາບໄດ້ເຝົ້າດາວິດແລ້ວໆ, ເຂົາໄດ້ສົ່ງຜູ້ສົ່ງສານນຳອັບເນໄປ, ເເລະ ພວກເຂົາກໍໄດ້ນຳອັບເນກັບມາຈາກບໍ່ນ້ຳສ້າງທີ່ຊີຣາ, ແຕ່ດາວິດບໍ່ໄດ້ຮູ້ເລື່ອງນີ້.
|
||
|
||
\s5
|
||
\v 27 ເມື່ອອັບເນໄດ້ກັບມາຮອດເຮັບໂຣນແລ້ວ, ໂຢອາບກໍໄດ້ນຳເຂົາຫລົບເຂົ້າທາງປະຕູເມືອງເພື່ອຈະເວົ້າກັບເຂົາຕາມລຳພັງ. ທີ່ນັ້ນເອງໂຢອາບໄດ້ເເທງທ້ອງເຂົາ ເເລະ ຂ້າເຂົາຕາຍ, ໂຢອາບກໍແກ້ແຄ້ນເລືອດຂອງອາສາເຮນນ້ອງຊາຍຂອງເຂົາ.
|
||
|
||
\s5
|
||
\v 28 ເມື່ອດາວິດໄດ້ຮູ້ເລື່ອງນີ້ ທ່ານໄດ້ເວົ້າວ່າ, "ຕົວເຮົາ ເເລະ ຣາຊາອານາຈັກຂອງເຮົາ ປາສະຈາກຄວາມຜິດສືບໄປເປັນນິດ ເພາະຕໍ່ຫນ້າພຣະຢາເວດ້ວຍເລື່ອງໂລຫິດຂອງອັບເນລູກຊາຍຂອງເນຣະ.
|
||
\v 29 ຂໍໃຫ້ຄວາມຜິດການຕາຍຂອງອັບເນຕົກເຫນືອຫົວຂອງໂຢອາບ ແລະ ເຫນືອເຊື້ອສາຍທັງຫລາຍຂອງພໍ່ເຂົາ. ຂໍໃຫ້ການລົງໂທດຕົກຖືກຄອບຄົວຂອງໂຢອາບໃຫ້ຄົນມີບາດແຜ ຫລື ໂລກຜິວຫນັງ ຫລື ຄົນທີ່ພິການ ເເລະ ຕ້ອງຍ່າງດ້ວຍໄມ້ເທົ້າ ຫລື ຖືກຂ້າດ້ວຍຄົມດາບ ຫລື ຄົນຂາດອາຫານ."
|
||
\v 30 ດັ່ງນັ້ນໂຢອາບ ເເລະ ອາບີໄຊນ້ອງຊາຍຂອງເຂົາໄດ້ຂ້າອັບເນ, ເພາະອັບເນໄດ້ຂ້າອາສາເຮນນ້ອງຊາຍຂອງພວກເຂົາໃນສະຫນາມຮົບທີ່ກີເບໂອນ.
|
||
|
||
\s5
|
||
\v 31 ດາວິດກໍໄດ້ເວົ້າກັບໂຢອາບ ແລະ ປະຊາຊົນທຸກຄົນທີ່ຢູ່ກັບທ່ານວ່າ, "ຈົ່ງຈີກເສື້ອຜ້າຂອງພວກທ່ານ, ເອົາຜ້າກະສອບມັດແອວໄວ້, ເເລະ ຈົ່ງໄວ້ທຸກຕໍ່ຫນ້າຮ່າງກາຍຂອງອັບເນ." ບັດນີ້ກະສັດດາວິດໄດ້ຍ່າງຕາມຂະບວນສົບໄປ.
|
||
\v 32 ພວກເຂົາກໍໄດ້ຝັງສົບອັບເນໄວ້ທີ່ເຮັບໂຣນ. ກະສັດກໍໄດ້ຮ້ອງໄຫ້ ແລະ ຊົງຮ້ອງສຽງດັງທີ່ອຸບໂມງຝັງສົບຂອງອັບເນ, ເເລະ ປະຊາຊົນທັງປວງກໍໄດ້ຮ້ອງໄຫ້ເຊັ່ນດຽວກັນ.
|
||
|
||
\s5
|
||
\v 33 ກະສັດໄດ້ຄ່ຳຄວນຫາອັບເນ ເເລະ ໄດ້ຮ້ອງເພງວ່າ, "ຄວນບໍ່ທີ່ອັບເນຈະຕາຍ ຄືຄົນເຂົາວ່າ?
|
||
\v 34 ມືຂອງເຈົ້າກໍບໍ່ໄດ້ຖືກມັດ. ຕີນຂອງເຈົ້າກໍບໍ່ໄດ້ຕິດໂສ້ຕວນ. ຄືຄົນລົ້ມລົງຕໍ່ຫນ້າເນາະ. ລູກຊາຍຂອງຄວາມບໍ່ຍຸດຕິທຳ, ດັ່ງນັ້ນເຈົ້າກໍໄດ້ລົ້ມລົງ." ອີກຄັ້ງຫນຶ່ງປະຊາຊົນທັງປວງກໍຮ້ອງໄຫ້ຫາເຂົາອີກ.
|
||
|
||
\s5
|
||
\v 35 ແລ້ວປະຊາຊົນທັງປວງກໍໄດ້ມາບອກດາວິດໃຫ້ກິນອາຫານເມື່ອເວລາຍັງເວັນຢູ່, ແຕ່ດາວິດປາຖະຫນາວ່າ, "ຂໍພຣະເຈົ້າຊົງລົງໂທດເຮົາ, ແລະ ຊົງເພີ່ມໂທດນັ້ນດ້ວຍ, ຖ້າເຮົາໄດ້ຊິມເຂົ້າຈີ່ ຫລື ສິ່ງອື່ນໃດກ່ອນດວງອາທິດຕົກ."
|
||
\v 36 ປະຊາຊົນທັງປວງໄດ້ສັງເກດເຫັນການໂສກເສົ້າຂອງດາວິດ, ແລະ ກໍໄດ້ພໍໃຈພວກເຂົາ, ບໍ່ວ່າສິ່ງໃດກໍຕາມທີ່ກະສັດໄດ້ເຮັດແລ້ວສ້າງຄວາມພໍໃຈໃຫ້ພວກເຂົາ.
|
||
|
||
\s5
|
||
\v 37 ດັ່ງນັ້ນປະຊາຊົນທັງຫລາຍອິດສະຣາເອນທັງປວງກໍໄດ້ເຂົ້າໃຈໃນວັນນັ້ນວ່າ ກະສັດບໍ່ໄດ້ມີຄວາມປາຖະຫນາໃນການຂ້າອັບເນລູກຊາຍຂອງເນຣະ.
|
||
\v 38 ກະສັດໄດ້ເວົ້າກັບພວກຂ້າຣາຊການຂອງຕົນວ່າ,"ພວກທ່ານບໍ່ຮູ້ບໍວ່າ ວັນນີ້ເຈົ້າຊາຍ ເເລະ ຄົນທີ່ຍິ່ງໃຫຍ່ຄົນຫນຶ່ງໄດ້ລົ້ມລົງໃນອິດສະຣາເອນ?
|
||
\v 39 ບາດນີ້ ເຮົາກໍອ່ອນກຳລັງໃນວັນນີ້, ເຖິງແມ່ນວ່າເຮົາໄດ້ຮັບການເຈີມເປັນກະສັດແລ້ວ. ຜູ້ຊາຍເຫລົ່ານີ້ຊຶ່ງເປັນລູກຊາຍ, ຂອງນາງເຊຣູອີຢານີ, ກໍໂຫດຮ້າຍເກີນໄປສຳລັບເຮົາ. ຂໍພຣະຢາເວຕອບສະຫນອງຜູ້ເຮັດຊົ່ວໂດຍການລົງໂທດເຂົາຕາມຄວາມຊົ່ວ, ທີ່ເຂົາສົມຄວນໄດ້ຮັບເຖີດ."
|
||
|
||
\s5
|
||
\c 4
|
||
\cl ບົດທີ 4
|
||
\p
|
||
\v 1 ເມື່ອອີຊະໂບເຊັດ, ລູກຂອງກະສັດໂຊນ, ໄດ້ຮັບຮູ້ວ່າອັບເນໄດ້ຕາຍທີ່ເມືອງເຮັບໂຣນ, ມືຂອງເຂົາກໍໄດ້ອ່ອນແຮງລົງ, ແລະ ອິດສະຣາເອນທັງຫລາຍກໍທໍ້ໃຈ.
|
||
\v 2 ບັດນີ້ລູກຊາຍຂອງກະສັດໂຊນໄດ້ມີຜູ້ຊາຍສອງຄົນເປັນຫົວຫນ້າຫນ່ວຍທະຫານ. ຊື່ຂອງເຂົາແມ່ນບາອານາ ແລະ ອີກຄົນຫນຶ່ງຊື່ເຣກາບ, ທັງສອງນີ້ເປັນລູກຊາຍຂອງຣິມໂມນ ຊາວເມືອງເບເອໂຣດ ຄົນເຜົ່າເບັນຢາມິນ (ເພາະວ່າເບເອໂຣດຖືກນັບເຂົ້າເປັນສ່ວນຫນຶ່ງຂອງເຜົ່າເບັນຢາມິນພ້ອມ,
|
||
\v 3 ແລະ ຊາວເບເອໂຣດໄດ້ຫນີໄປຍັງກິດຕາອິມ ເເລະ ໄດ້ອາໄສຢູ່ທີ່ນັ້ນຈົນເຖິງທຸກວັນນີ້).
|
||
|
||
\s5
|
||
\v 4 ບັດນີ້ ໂຢນາທານ, ລູກຊາຍຂອງກະສັດໂຊນ, ມີລູກຊາຍຄົນຫນຶ່ງທີ່ຕີນຂອງເຂົາເປັນງ່ອຍ. ເມື່ອເດັກຄົນນີ້ມີອາຍຸຫ້າປີ ໄດ້ມີຂ່າວເລື່ອງຂອງໂຊນ ກັບໂຢນາທານມາຈາກຢິດຊະເຣນ. ພະຍາບານຂອງເຂົາໄດ້ອຸ້ມລຸກຂຶ້ນຫນີ. ເເຕ່ເມື່ອລາວກຳລັງແລ່ນຫນີນັ້ນ, ລູກຊາຍຂອງໂຢນາທານໄດ້ຕົກລົງ ແລະ ໄດ້ກາຍເປັນງ່ອຍຂາເປັ້ຍ. ເຂົາຊື່ເມຟີໂບເຊັດ.
|
||
|
||
\s5
|
||
\v 5 ດັ່ງນັ້ນລູກຊາຍທັງສອງຂອງຣິມໂມນຊາວເບເອໂຣດ, ທີ່ຊື່ເຣກາບ ແລະ ບາອານາ, ນັ້ນໄດ້ເດີນທາງໃນຊ່ວງທີ່ຮ້ອນຂອງກາງເວັນ ໄປຮອດວັງຂອງອີຊະໂບເຊັດ, ໃນຂະນະທີ່ເພິ່ນກຳລັງພັກທ່ຽງ.
|
||
\v 6 ຜູ້ຍິງທີ່ເຝົ້າຍາມປະຕູກໍໄດ້ເພີຫລັບໄປ ຂະນະຝັດຫ່ອນເຂົ້າສາລີ, ແລະ ເຣກາບ ເເລະ ບາອານາກໍໄດ້ຍ່າງຍ່ອງເຂົ້າໄປຢ່າງງຽບໆ ແລະ ໄດ້ຜ່ານນາງໄປໄດ້.
|
||
\v 7 ດັ່ງນັ້ນ ຫລັງຈາກທີ່ພວກເຂົາທັງສອງໄດ້ເຂົ້າໄປໃນວັງນັ້ນ, ພວກເຂົາກໍໄດ້ຈູ່ໂຈມອີຊະໂບເຊັດ ແລະ ໄດ້ຂ້າເຂົາໃນຂະນະທີ່ເຂົາກຳລັງນອນຫລັບຢູ່ເທິງບ່ອນນອນໃນຫ້ອງນອນຂອງເຂົາ. ແລ້ວພວກເຂົາກໍໄດ້ຕັດຫົວຂອງເຂົາ ແລະ ໄດ້ນຳຫົວນັ້ນໄປ, ພວກເຂົາໄດ້ເດີນທາງໄປຕາມຫົນທາງຕະຫລອດຄືນຈົນຮອດຮ່ອມພູອາຣາບາ.
|
||
|
||
\s5
|
||
\v 8 ພວກເຂົານຳເອົາຫົວຂອງອີຊະໂບເຊັດມາໃຫ້ດາວິດຢູ່ທີ່ເມືອງເຮັບໂຣນ, ແລະ ພວກເຂົາເວົ້າວ່າ, "ຂໍໄດ້ຊົງເບິ່ງເຖີດ, ນີ້ຄືຫົວຂອງອີຊະໂບເຊັດລູກຊາຍຂອງກະສັດໂຊນ, ສັດຕູຂອງທ່ານ, ຜູ້ທີ່ຕ້ອງການພະຍາຍາມຂ້າທ່ານ. ໃນວັນນີ້ພຣະຢາເວໄດ້ຊົງແກ້ແຄ້ນແທນກະສັດເຈົ້ານາຍຂອງຂ້ານ້ອຍຕໍ່ຕ້ານໂຊນ ແລະ ເຊື້ອສາຍຂອງເພິ່ນແລ້ວ"
|
||
\v 9 ດາວິດໄດ້ກ່າວຕອບເຣກາບ ແລະ ບາອານາອ້າຍຂອງເຂົາ, ລູກຊາຍຣິມໂມນຊາວເບເອໂຣດ; ທ່ານໄດ້ກ່າວກັບພວກເຂົາວ່າ, "ພຣະຢາເວຊົງດຳລົງຊີວິດຢູ່, ຜູ້ຊົງຊ່ວຍກູ້ຊີວິດຂອງເຮົາຈາກຄວາມທຸກຍາກທັງປ່ວງ,
|
||
\v 10 ເມື່ອມີຜູ້ໃດໄດ້ບອກເຮົາວ່າ, "ເບິ່ງແມ, ກະສັດໂຊນເສຍຊີວິດແລ້ວ," ແລ້ວຄິດວ່າເຂົາເປັນຜູ້ນຳຂ່າວດີມາ, ເຮົາກໍໄດ້ຈັບເຂົາ ແລະ ໄດ້ຂ້າເສຍທີ່ເມືອງຊິກລັກ. ນັ້ນເປັນລາງວັນທີ່ເຮົາໄດ້ໃຫ້ແກ່ເຂົາສຳລັບຂ່າວຂອງທ່ານນັ້ນ.
|
||
|
||
\s5
|
||
\v 11 ຍິ່ງກວ່ານັ້ນເທົ່າໃດ, ເມື່ອເຫລົ່າຄົນຊົ່ວໄດ້ຂ້າຄົນອະທຳທີ່ໃນບ້ານ ແລະ ເທິງບ່ອນນອນຂອງເຂົານັ້ນ, ຄວນບໍທີ່ເຮົາຈະບໍ່ຮ້ອງເອົາເລືອດຂອງເຂົາຈາກມືຂອງພວກເຈົ້າ, ແລະທຳລາຍພວກເຈົ້າເສຍຈາກແຜ່ນດິນ?"
|
||
\v 12 ແລ້ວດາວິດກໍໄດ້ຊົງອອກຄຳສັ່ງພວກຄົນຫນຸ່ມ, ແລະ ພວກເຂົາກໍໄດ້ຂ້າພວກເຂົາທັງສອງ ແລະ ໄດ້ຕັດມື ແລະຕັດຕີນຂອງພວກເຂົາ ແລະ ໄດ້ແຂວນສົບພວກເຂົາໄວ້ທີ່ຂ້າງສະນ້ຳທີ່ເມືອງເຮັບໂຣນ. ແຕ່ພວກເຂົາໄດ້ນຳຫົວຂອງອີຊະໂບເຊັດໄປຝັງໄວ້ທີ່ຝັງສົບຂອງອັບເນທີ່ເມືອງເຮັບໂຣນ.
|
||
|
||
\s5
|
||
\c 5
|
||
\cl ບົດທີ 5
|
||
\p
|
||
\v 1 ແລ້ວທຸກເຜົ່າຂອງອິດສະຣາເອນກໍໄດ້ມາຫາດາວິດທີ່ເມືອງເຮັບໂຣນ ແລະ ໄດ້ກ່າວວ່າ,"ເບິ່ງເທີນ, ພວກຂ້ານ້ອຍເປັນກະດູກ ແລະ ເນື້ອຫນັງຂອງທ່ານ.
|
||
\v 2 ໃນອາດີດເມື່ອບໍ່ດົນມານີ້, ເມື່ອກະສັດໂຊນຊົງໄດ້ເປັນກະສັດຂອງພວກຂ້ານ້ອຍ, ກໍເປັນທ່ານນັ້ນ ທີ່ຊົງເປັນຜູ້ນຳກອງທັບຂອງອິດສະຣາເອນ. ພຣະຢາເວໄດ້ກ່າວແກ່ເພິ່ນວ່າ, "ເຈົ້າຈະນຳປະຊາຊົນອິດສາະຣາເອນຂອງເຮົາ, ແລະ ເຈົ້າຈະເປັນຜູ້ປົກຄອງເຫນືອອິດສະຣາເອນ."
|
||
|
||
\s5
|
||
\v 3 ດັ່ງນັ້ນພວກຜູ້ອາວຸໂສທັງຫມົດຂອງອິດສະຣາເອນກໍໄດ້ມາເຝົ້າກະສັດທີ່ເມືອງເຮັບໂຣນ, ແລະ ກະສັດດາວິດກໍໄດ້ຊົງເຮັດພັນທະສັນຍາກັບພວກເຂົາ ສະເພາະຫນ້າພຣະຢາເວ. ພວກເຂົາກໍໄດ້ເຈີມດາວິດໃຫ້ເປັນກະສັດເຫນືອອິດສະຣາເອນ.
|
||
\v 4 ດາວິດຊົງມີອາຍຸໄດ້ສາມສິບປີ ເມື່ອຊົງເລີ່ມຄອງຣາດ, ແລະ ທ່ານໄດ້ຊົງຄອງຣາດຢູ່ສີ່ສິບປີ.
|
||
\v 5 ຊົງຄອງຣາດເຫນືອຢູດາຍ ທີ່ເມືອງເຮັບໂຣນເປັນເວລາ ເຈັດປີຫົກເດືອນ, ແລະ ທີ່ນະຄອນເຢຣູຊາເລັມ ທ່ານໄດ້ຊົງຄອງຣາດສາມສິບປີເຫນືອອິດສະຣາເອນ ແລະ ຢູດາຍທັງຫມົດ.
|
||
|
||
\s5
|
||
\v 6 ກະສັດ ແລະ ພວກຄົນຂອງເພິ່ນໄດ້ໄປນະຄອນເຢຣູຊາເລັມຕໍ່ສູ້ກັບຄົນເຢບຸດ, ພວກທີ່ອາໄສໃນແຜ່ນດິນນັ້ນ. ພວກເຂົາໄດ້ກ່າວກັບດາວິດວ່າ, "ເຈົ້າຈະບໍ່ເຂົ້າມາທີ່ນີ້ ເວັ້ນແຕ່ວ່າຄົນຕາບອດ ແລະ ຄົນພິການຈະຫັນຫລັງໃຫ້. ດາວິດບໍ່ສາມາດເຂົ້າມາທີ່ນີ້ໄດ້."
|
||
\v 7 ຢ່າງໃດກໍຕາມ, ດາວິດໄດ້ຊົງຢຶດທີ່ກຳບັງເຂັ້ມແຂງຂອງຊີໂອນໄດ້, ຊຶ່ງບັດນີ້ກໍຄືເມືອງຂອງດາວິດ.
|
||
|
||
\s5
|
||
\v 8 ໃນເວລານັ້ນກະສັດດາວິດໄດ້ກ່າວວ່າ, "ໃຜຈະໂຈມຕີຄົນເຢບຸດ ກໍໃຫ້ຜູ້ນັ້ນໄປຕາມທາງນ້ຳ ໄປສູ່ 'ຄົນພິການ ແລະ ຄົນຕາບອດ' ຜູ້ເປັນພວກສັດຕູຂອງດາວິດ." ນັ້ນຄືເປັນຫຍັງພວກເຂົາຈຶ່ງໄດ້ເວົ້າວ່າ, "ຢ່າໃຫ້ 'ຄົນຕາບອດ ແລະຄົນພິການ' ເຂົ້າມາໃນຣາຊວັງ."
|
||
\v 9 ດັ່ງນັ້ນ ດາວິດກໍໄດ້ປະທັບຢູ່ໃນທີ່ກຳບັງເຂັ້ມແຂ້ງ ແລະ ກໍໄດ້ຮ້ອງທີ່ນັ້ນວ່າເມືອງດາວິດ. ເພິ່ນໄດ້ຊົງເສີມສ້າງຮອບເມືອງ, ຈາກດ້ານຫນ້າໄປຈົນຮອດດ້ານໃນ.
|
||
\v 10 ດາວິດກໍໄດ້ຊົງມີກຳລັງເຂັ້ມແຂງຫລາຍຂຶ້ນ ເພາະວ່າພຣະຢາເວ, ພຣະເຈົ້າແຫ່ງຈອມໂຢທາ, ໄດ້ສະຖິດກັບເພິ່ນ.
|
||
|
||
\s5
|
||
\v 11 ແລ້ວຮີຣາມກະສັດເມືອງຕີເຮໄດ້ຊົງສົ່ງພວກຄະນະຜູ້ສົ່ງຂ່າວສານມາຫາດາວິດ, ແລະໄດ້ຊົງສົ່ງໄມ້ແປກ, ພວກຊ່າງໄມ້, ແລະ ພວກຊ່າງກໍ່ສ້າງ. ພວກເຂົາໄດ້ມາສ້າງວັງສຳລັບດາວິດ.
|
||
\v 12 ດາວິດໄດ້ຊົງຮູ້ວ່າ ພຣະຢາເວຊົງແຕ່ງຕັ້ງເພິ່ນໃຫ້ເປັນກະສັດເຫນືອອິດສະຣາເອນ, ແລະເພິ່ນໄດ້ຊົງຍົກຍ້ອງຣາຊອານາຈັກຂອງເພິ່ນ ດ້ວຍເຫັນແກ່ອິດສະຣາເອນປະຊາຊົນຂອງເພິ່ນ.
|
||
|
||
\s5
|
||
\v 13 ພາຍຫລັງທີ່ດາວິດໄດ້ອອກຈາກເຮັບໂຣນ ແລະ ໄດ້ລົງມາທີ່ນະຄອນເຢຣູຊາເລັມ, ດາວິດຊົງໄດ້ມີເຫລົ່ານາງສະຫນົມເມຍນ້ອຍ ແລະ ເມຍຫລາຍເພີ່ມຂຶ້ນອີກໃນເຢຣູຊາເລັມ, ແລະ ມີລູກຊາຍ ແລະ ລູກສາວໄດ້ເກີດກັບເພິ່ນຕື່ມອີກ.
|
||
\v 14 ຕໍ່ໄປນີ້ເປັນລາຍຊື່ ທີ່ໄດ້ເກີດລູກໃນຢເຣູຊາເລັມຄື: ຊາມມູອາ, ໂຊບັບ, ນາທານ, ໂຊໂລໂມນ,
|
||
\v 15 ອິບຮາ, ເອລີຊູອາ, ເນເຟັກ, ຢາເຟຍ,
|
||
\v 16 ເອລີຊາມາ, ເອລີອາດາ, ແລະເອລີເຟເລັດ.
|
||
|
||
\s5
|
||
\v 17 ບັດນີ້ ເມື່ອຄົນຟີລິດສະຕິນໄດ້ຍິນວ່າດາວິດໄດ້ຊົງຮັບການເຈີມເປັນກະສັດເຫນືອອິດສະຣາເອນ, ພວກເຂົາທັງປວງກໍໄດ້ຂຶ້ນໄປຊອກຫາດາວິດ. ແຕ່ດາວິດໄດ້ຊົງຮູ້ເລື່ອງນີ້ ແລະ ໄດ້ລົງໄປຍັງທີ່ກຳບັງເຂັ້ມແຂງ.
|
||
\v 18 ບັດນີ້ ຄົນຟີລິດສະຕິນກໍໄດ້ມາ ແລະ ໄດ້ຂະຫຍາຍອອກໄປທີ່ຫຸບເຂົາເຣຟາອິມ.
|
||
|
||
\s5
|
||
\v 19 ແລ້ວດາວິດໄດ້ກ່າວຂໍການຊົງຊ່ວຍເຫລືອຈາກພຣະຢາເວ. ເພິ່ນໄດ້ກ່າວວ່າ, "ຄວນທີ່ຂ້ານ້ອຍຈະຍົກຂຶ້ນໄປສູ້ຮົບກັບຄົນຟີລິດສະຕິນຫລືບໍ່?" ພຣະອົງຈະຊົງມອບໄຊຊະນະເຫນືອພວກເຂົາຫລືບໍ່?" ພຣະຢາເວໄດ້ກ່າວກັບດາວິດວ່າ, "ຈົ່ງໄປໂຈມຕີພວກເຂົາ, ເຮົາຈະໃຫ້ເຈົ້າສູ້ຮົບຊະນະ."
|
||
\v 20 ດັ່ງນັ້ນດາວິດຈຶ່ງໄດ້ຊົງໂຈມຕີທີ່ບາອານເປຣາຊິມ, ແລະ ທີ່ນັ້ນເອງເພິ່ນໄດ້ຊົງຊະນະພວກເຂົາ. ເພິ່ນໄດ້ກ່າວວ່າ, ” ພຣະຢາເວຊົງໄດ້ຕີເຫລົ່າຂ້າສຶກຂອງຂ້ານ້ອຍຕໍ່ຫນ້າຂ້ານ້ອຍດັ່ງກະແສນ້ຳໄຫລຖ້ວມທີ່ພຸ້ງໃສ່." ດັ່ງນັ້ນ ຊື່ຂອງສະຖານທີ່ນັ້ນຈຶ່ງໄດ້ປ່ຽນເປັນ ບາອານເປຣາຊິມ.
|
||
\v 21 ຄົນຟີລິດສະຕິນໄດ້ຖິ້ມຮູບເຄົາລົບທີ່ນັ້ນ, ແລະ ດາວິດແລະຄົນຂອງເພິ່ນກໍຂົນເອົາໄປ.
|
||
|
||
\s5
|
||
\v 22 ແລ້ວຄົນຟີລິດສະຕິນໄດ້ຍົກຂຶ້ນມາອີກ ແລະ ໄດ້ຂະຫຍາຍແນວອີກຄັ້ງຫນຶ່ງໃນພູເຂົາເຣຟາອິມ.
|
||
\v 23 ດັ່ງນັ້ນດາວິດຊົງໄດ້ສະແຫວງຫາການຊົງຊ່ວຍຈາກພຣະຢາເວ ອີກຄັ້ງ, ແລະ ພຣະຢາເວໄດ້ກ່າວກັບເພິ່ນວ່າ, "ເຈົ້າຢ່າຂື້ນໄປໂຈມຕີດ້ານຫນ້າຂອງພວກເຂົາ, ແຕ່ຈົ່ງອ້ອມໄປຂ້າງຫລັງຂອງພວກເຂົາ ແລະ ເຂົ້າເຖິງພວກເຂົາທາງຫນ້າຫມູ່ຕົ້ນມອນ.
|
||
|
||
\s5
|
||
\v 24 ເມື່ອເຈົ້າໄດ້ຍິນສຽງຢ່າງຢູ່ເທິງຕົ້ນໄມ້ໃນສາຍລົມພັດຜ່ານຍອດຕົ້ນມອນແລ້ວ, ຈົ່ງໂຈມຕີເຂົ້າໄປດ້ວຍກອງກຳລັງ. ຈົ່ງເຮັດຢ່າງນີ້ເພາະພຣະຢາເວຈະລົງໄປຂ້າງຫນ້າເຈົ້າ ເພື່ອໂຈມຕີກອງທັບຂອງຄົນຟີລິດສະຕິນ."
|
||
\v 25 ດັ່ງນັ້ນດາວິດໄດ້ຊົງເຮັດຕາມທີ່ພຣະຢາເວໄດ້ຊົງບັນຊາໄວ້. ເພິ່ນໄດ້ຊົງສັງຫານຄົນຟີລິດສະຕິນຈາກເມືອງເກບາຈົນເຖິງເມືອງເກເຊ.
|
||
|
||
\s5
|
||
\c 6
|
||
\cl ບົດທີ 6
|
||
\p
|
||
\v 1 ບັດນີ້ດາວິດໄດ້ຊົງລວບລວມຄົນອິດສະຣາເອນໄດ້ເລືອກເອົາຜູ້ເກັ່ງກ້າໃນອິດສະຣາເອນທັງຫມົດອີກຄັ້ງຫນຶ່ງ, ໄດ້ສາມຫມື່ນຄົນ.
|
||
\v 2 ດາວິດກໍໄດ້ຊົງລຸກຂຶ້ນ ແລະ ໄດ້ໄປກັບປະຊາຊົນທັງຫມົດຂອງເພິ່ນ ຜູ້ທີ່ໄດ້ຢູ່ກັບເພິ່ນທີ່ໄດ້ມາຈາກບາອາລາໃນຢູດາຍ ເພື່ອນຳຫີບພັນທະສັນຍາຂອງພຣະເຈົ້າຂຶ້ນມາຈາກທີ່ນັ້ນ, ຊຶ່ງໄດ້ຮ້ອງຕາມພຣະນາມຂອງພຣະຢາເວຈອມໂຢທາ, ຜູ້ປະທັບເຫນືອພວກເຄຣຸບ.
|
||
|
||
\s5
|
||
\v 3 ພວກເຂົາກໍໄດ້ເອົາລໍ້ຄັນໃຫມ່ບັນຈຸຫີບພັນທະສັນຍາຂອງພຣະເຈົ້າ. ພວກເຂົາໄດ້ນຳອອກມາຈາກບ້ານຂອງອາບີນາດາບ, ຊຶ່ງຢູ່ເທິງເນີນພູ. ອຸດຊາ ແລະ ອາຮີໂອ, ພວກລູກຊາຍຂອງເຂົາ, ກໍໄດ້ຂັບລໍ້ຄັນໃຫມ່ນັ້ນ.
|
||
\v 4 ພວກເຂົາໄດ້ນຳລໍ້ທີ່ໄດ້ບັນທຸກຫີບພັນທະສັນຍາຂອງພຣະເຈົ້າອອກຈາກບ້ານຂອງອາບີນາດາບຊຶ່ງຢູ່ເທິງເນີນພູ. ອາຮີໂອໄດ້ຍ່າງທາງຫນ້າຫີບ.
|
||
\v 5 ແລ້ວດາວິດ ແລະທຸກຄົນຂອງອິດສະຣາເອນກໍໄດ້ເລີ່ມມ່ວນຊື່ນກັນສະເພາະຕໍ່ຫນ້າພຣະຢາເວ, ໄດ້ສະເຫລີມສະຫລອງກັນດ້ວຍເຄື່ອງດົນຕີໄມ້, ດ້ວຍພິນ, ດ້ວຍພິນໃຫຍ່, ດ້ວຍສັນກະລໍ, ດ້ວຍກອງ, ແລະ ກະຈັບປີ່.
|
||
|
||
\s5
|
||
\v 6 ເມື່ອພວກເຂົາໄດ້ມາຮອດລານຟາດເຂົ້ານາໂກນ, ເຫລົ່າງົວນັ້ນກໍໄດ້ສະດຸດ, ແລະອຸດຊາກໍໄດ້ເດ່ມີືຂອງເຂົາອອກໄປຈັບຫີບພັນທະສັນຍາຂອງພຣະເຈົ້າໄວ້, ແລະ ເຂົາໄດ້ຈັບທັງຫີບໄວ້.
|
||
\v 7 ແລ້ວພຣະຢາເວກໍໄດ້ໂກດຮ້າຍອຸດຊາ. ພຣະເຈົ້າໄດ້ຊົງປະຫານເຂົາທີ່ນັ້ນເພາະຄວາມຜິດຂອງເຂົາ. ອຸດຊາໄດ້ຕາຍທີ່ຂ້າງຫີບພັນທະສັນຍາຂອງພຣະເຈົ້າ.
|
||
|
||
\s5
|
||
\v 8 ດາວິດກໍໄດ້ໃຈຮ້າຍ ເພາະພຣະເຢາເວໄດ້ຊົງປະຫານອຸດຊາ, ແລະ ເພິ່ນໄດ້ຮ້ອງທີ່ບ່ອນນັ້ນວ່າ ເປເຣັດອຸດຊາ ສະຖານທີ່ນັ້ນກໍໄດ້ຊື່ວ່າ ເປເຣັດອຸດຊາມາຈົນເຖິງທຸກວັນນີ້.
|
||
\v 9 ໃນວັນນັ້ນດາວິດກໍໄດ້ຊົງຢ້ານພຣະຢາເວ. ເພິ່ນໄດ້ກ່າວວ່າ, "ເຮົາຈະນຳເອົາຫີບພັນທະສັນຍາຂອງພຣະຢາເວນີ້ໄປໄດ້ຢ່າງໃດ?"
|
||
|
||
\s5
|
||
\v 10 ດັ່ງນັ້ນດາວິດຈຶ່ງບໍ່ໄດ້ຊົງຍອມນຳຫີບພັນທະສັນຍາຂອງພຣະຢາເວເຂົ້າໄປກັບເພິ່ນໃນເມືອງຂອງດາວິດ. ແຕ່ເພິ່ນໄດ້ຊົງໃຫ້ລ້ຽວໄປທີ່ບ້ານຂອງໂອເບັດເອໂດມຊາວເມືອງກາດ.
|
||
\v 11 ຫີບຂອງພຣະຢາເວກໍໄດ້ຢູ່ທີ່ບ້ານຂອງໂອເບັດເອໂດມຊາວເມືອງກາດເປັນເວລາສາມເດືອນ. ດັ່ງນັ້ນພຣະຢາເວກໍໄດ້ຊົງອວຍພອນເຂົາ ແລະ ຄອບຄົວຂອງເຂົາທຸກຄົນ.
|
||
|
||
\s5
|
||
\v 12 ມີຄົນໄດ້ໄປບອກກະສັດດາວິດວ່າ, "ພຣະຢາເວຊົງອວຍພອນຄອບຄົວຂອງໂອເບັດເອໂດມ ແລະ ທຸກສິ່ງທີ່ເປັນຂອງເຂົາເນື່ອງດ້ວຍຫີບພັນທະສັນຍາຂອງພຣະເຈົ້າ. "ດັ່ງນັ້ນດາວິດຈຶ່ງໄດ້ຂຶ້ນໄປນຳຫີບພັນທະສັນຍາຂອງພຣະເຈົ້ຈາກບ້ານຂອງໂອເບັດເອໂດມເຖິງເມືອງຂອງດາວິດດ້ວຍຄວາມຊື່ນຊົມຍິນດີ.
|
||
\v 13 ເມື່ອພວກເຂົາເຫລົ່ານັ້ນທີ່ກຳລັງຫາມຫີບຂອງພຣະຢາເວໄດ້ຍ່າງໄປໄດ້ຫົກກ້າວ, ເພິ່ນກໍໄດ້ຊົງຖວາຍງົວໂຕຫນຶ່ງ ກັບລູກງົວຕຸ້ຍໂຕຫນຶ່ງ.
|
||
|
||
\s5
|
||
\v 14 ດາວິດກໍໄດ້ຊົງເຕັ້ນລຳຕໍ່ຫນ້າພຣະຢາເວ ດ້ວຍສຸດກຳລັງຂອງເພິ່ນ; ເພິ່ນໄດ້ສວມພຽງເສື້ອປ່ານເທົ່ານັ້ນ.
|
||
\v 15 ດັ່ງນັ້ນດາວິດ ແລະ ທຸກຄົນທັງຫມົດໃນເຮືອນຂອງອິດສະຣາເອນ ກໍໄດ້ນຳຫີບພັນທະສັນຍາຂອງພຣະຢາເວຂຶ້ນມາ ດ້ວຍສຽງໂຮ່ຮ້ອງ ແລະ ດ້ວຍສຽງແກທັງຫລາຍ.
|
||
|
||
\s5
|
||
\v 16 ບັດນີ້ຂະນະທີ່ຫີບພັນທະສັນຍາຂອງພຣະຢາເວໄດ້ເຂົ້າມາຮອດເມືອງຂອງດາວິດ, ນາງມີການ, ລູກສາວຂອງກະສັດໂຊນ, ກໍໄດ້ເບິ່ງອອກໄປທີ່ປ່ອງຢ້ຽມ. ນາງໄດ້ຊົງເຫັນກະສັດດາວິດຊົງກຳລັງໂດດ ແລະ ກຳລັງເຕັ້ນລຳ ຕໍ່ຫນ້າພຣະຢາເວ. ແລ້ວນາງກໍໄດ້ດູຖູກດາວິດໃນໃຈ.
|
||
\v 17 ພວກເຂົາໄດ້ນຳຫີບພັນທະສັນຍາຂອງພຣະຢາເວເຂົ້າມາຕັ້ງໄວ້ໃນທີ່ກຳຫນົດ, ບ່ອນກາງເຕັ້ນຊຶ່ງດາວິດໄດ້ຊົງກຳນົດໄວ້ ແລ້ວດາວິດກໍໄດ້ຊົງຖວາຍເຄື່ອງເຜົາບູຊາ. ແລະ ເຄື່ອງສັນຕິບູຊາຕໍ່ຫນ້າພຣະຢາເວ.
|
||
|
||
\s5
|
||
\v 18 ເມື່ອດາວິດໄດ້ຊົງສຳເລັດການຖວາຍເຄື່ອງເຜົາບູຊາ ແລະ ເຄື່ອງຖວາຍສາມັກຄີທຳແລ້ວ, ເພິ່ນກໍໄດ້ຊົງອວຍພອນປະຊາຊົນໃນພຣະນາມຂອງພຣະຢາເວຈອມໂຢທາ.
|
||
\v 19 ແລ້ວເພິ່ນໄດ້ຊົງແຈກເຂົ້າຈີ່ ໃຫ້ແກ່ປະຊາຊົນທຸກຄົນ, ຄືປະຊາຊົນອິດສະຣາເອນທັງຜູ້ຊາຍ ແລະ ຜູ້ຍິງ, ໃຫ້ເຂົ້າຈີ່ຄົນລະກ້ອນ, ຊີ້ນປີ້ງຜູ້ລະຕ່ອນ, ແລະເຄັກຫມາກລະແຊ້ງຄົນລະກ້ອນ. ແລ້ວປະຊາຊົນທັງປວງຕ່າງກໍກັບໄປຍັງບ້ານຂອງຕົນ.
|
||
|
||
\s5
|
||
\v 20 ແລ້ວດາວິດກໍໄດ້ຊົງກັບໄປອວຍພອນແກ່ຄອບຄົວຂອງເພິ່ນ. ແຕ່ນາງມີການ, ລູກສາວຂອງກະສັດໂຊນ ໄດ້ອອກມາພົບດາວິດ ແລະ ເວົ້າວ່າ, "ວັນນີ້ກະສັດແຫ່ງອິດສະຣາເອນໄດ້ກຽດຕິຍົດອັນຍິ່ງໃຫຍ່ເລີຍ, ຜູ້ໄດ້ຊົງແກ້ເຄື່ອງຂອງທ່ານໃນວັນນີ້ຕໍ່ຫນ້າພວກສາວໃຊ້ຂອງລາວ, ຄືຄົນບ້າໃຫ້ກັບຄົນຮັບໃຊ້ຂອງຕົນເບິ່ງຢ່າງບໍ່ອາຍ!"
|
||
|
||
\s5
|
||
\v 21 ດາວິດໄດ້ຊົງກ່າວຕອບນາງມີການວ່າ, "ເຮົາໄດ້ເຮັດສິ່ງນັ້ນຕໍ່ຫນ້າພຣະຢາເວ, ຜູ້ໄດ້ຊົງເລືອກເຮົາໄວ້ເຫນືອພໍ່ຂອງເຈົ້າ ແລະ ເຫນືອຣາຊວົງທັງຫມົດຂອງເພິ່ນ, ຜູ້ໄດ້ຊົງແຕ່ງຕັ້ງໃຫ້ເຮົາເປັນຜູ້ນຳເຫນືອປະຊາຊົນຂອງພຣະຢາເວ, ເຫນືອອິດສະຣາເອນ. ຕໍ່ຫນ້າພຣະຢາເວເຮົາຈຶ່ງຈະຟ້ອນຢ່າງນີ້ຕໍ່ໄປ!
|
||
\v 22 ເຮົາຈະຍອມຖືກດູຖູກຍິ່ງກວ່ານີ້, ແລະ ເຮົາຈະເປັນຄົນຕ່ຳຕ້ອຍໃນສາຍຕາເຮົາເອງ. ແຕ່ພວກສາວໃຊ້ທີ່ເຈົ້າໄດ້ເວົ້າເຖິງນັ້ນ ສຳລັບພວກເຂົາ, ເຮົາຈະເປັນຜູ້ທີ່ໄດ້ຮັບກຽດ."
|
||
\v 23 ດັ່ງນັ້ນນາງມີການ, ລູກສາວຂອງກະສັດໂຊນ, ກໍບໍ່ມີລູກຈົນເຖິງມື້ຕາຍຂອງນາງ.
|
||
|
||
\s5
|
||
\c 7
|
||
\cl ບົດທີ 7
|
||
\p
|
||
\v 1 ສິ່ງນີ້ໄດ້ເກີດຂຶ້ນ ຫລັງຈາກທີ່ກະສັດໄດ້ຢູ່ໃນວັງຂອງເພິ່ນ, ແລະ ຫລັງຈາກທີ່ພຣະຢາເວໄດ້ຊົງໃຫ້ເພິ່ນສະງົບຈາກເຫລົ່າສັດຕູຮອບດ້ານຂອງເພິ່ນ,
|
||
\v 2 ກະສັດໄດ້ກ່າວກັບຜູ້ທຳນວາຍນາທານວ່າ, "ຈົ່ງເບິ່ງເທີນ, ເຮົາຢູ່ໃນວັງທີ່ເຮັດດ້ວຍໄມ້ແປກ, ແຕ່ຫີບພັນທະສັນຍາຂອງພຣະເຈົ້າຊົງຢູ່ໃນເຕັ້ນ."
|
||
|
||
\s5
|
||
\v 3 ແລ້ວນາທານໄດ້ຕອບກະສັດວ່າ, "ຈົ່ງໄປ, ຊົງເຮັດທຸກສິ່ງຕາມໃຈຂອງທ່ານ, ເພາະພຣະຢາເວຊົງສະຖິດກັບທ່ານ."
|
||
\v 4 ແຕ່ໃນຄືນດຽວກັນນັ້ນ ຄຳສັ່ງຂອງພຣະຢາເວໄດ້ມາເຖິງນາທານ, ກ່າວວ່າ,
|
||
\v 5 "ຈົ່ງໄປ ແລະ ບອກດາວິດຜູ້ຮັບໃຊ້ຂອງເຮົາວ່າ, 'ນີ້ແມ່ນຣະຢາເວກ່າວດັ່ງນີ້ວ່າ: ເຈົ້າຈະສ້າງວິຫານໃຫ້ເຮົາຢູ່ບໍ?
|
||
|
||
\s5
|
||
\v 6 ເພາະເຮົາບໍ່ເຄີຍຢູ່ໃນວິຫານນັບແຕ່ວັນທີ່ເຮົາໄດ້ນຳຄອບຄົວອິດສະຣາເອນຂຶ້ນມາຈາກເອຢິບຈົນເຖິງວັນນີ້, ແຕ່ເຮົາເອງກໍໄປອາໄສຢູ່ຫໍເຕັ້ນ, ແລະ ຫໍສັກສິດ.
|
||
\v 7 ໃນທີ່ຕ່າງໆທີ່ເຮົາໄດ້ໄປກັບປະຊາຊົນອິດສະຣາເອນທັງຫມົດ, ເຮົາເຄີຍເວົ້າກັບຜູ້ນຳຄົນໃດຂອງຄົນອິດສະຣາເອນ, ຜູ້ທີ່ເຮົາໄດ້ແຕ່ງຕັ້ງໃຫ້ເຂົາລ້ຽງດູອິດສະຣາເອນປະຊາຊົນຂອງເຮົາ, ເວົ້າວ່າ,"ເປັນຫຍັງພວກເຈົ້າບໍ່ສ້າງວິຫານໄມ້ແປກໃຫ້ເຮົາ?'""
|
||
|
||
\s5
|
||
\v 8 ສະນັ້ນບັດນີ້, ຈົ່ງໄປບອກດາວິດຜູ້ຮັບໃຊ້ຂອງເຮົາວ່າ, "ນີ້ຄືທີ່ພຣະຢາເວຈອມໂຢທາໄດ້ກ່າວດັ່ງນີ້ວ່າ: 'ເຮົາໄດ້ນຳເຈົ້າມາຈາກທົ່ງຫຍ້າ, ຈາກການຕາມຝູງແກະ, ເພື່ອໃຫ້ເຈົ້າເປັນຜູ້ນຳເຫນືອອິດສະຣາເອນປະຊາຊົນຂອງເຮົາ.
|
||
\v 9 ເຮົາໄດ້ຢູ່ກັບເຈົ້າທຸກແຫ່ງທີ່ເຈົ້າໄປ. ເຮົາໄດ້ກຳຈັດສັດຕູຂອງເຈົ້າທັງຫມົດໃຫ້ພົ້ນຫນ້າເຈົ້າ. ແລະ ເຮົາຈະເຮັດໃຫ້ເຈົ້າມີຊື່ສຽງໂດ່ງດັງ, ເຊັ່ນດຽວກັບຊື່ສຽງພວກຜູ້ຍິ່ງໃຫຍ່ໃນໂລກ.
|
||
|
||
\s5
|
||
\v 10 ເຮົາຈະແຕ່ງຕັ້ງສະຖານທີ່ຫນຶ່ງໃຫ້ອິດສະຣາເອນປະຊາຊົນຂອງເຮົາ ແລະ ເຮົາຈະກໍ່ຕັ້ງພວກເຂົາໄວ້, ເພື່ອພວກເຂົາຈະໄດ້ຢູ່ໃນທີ່ຂອງພວກເຂົາເອງ ແລະ ບໍ່ຖືກລົບກວນອີກຕໍ່ໄປ. ພວກປະຊາຊົນຈະຢູ່ຢ່າງບໍ່ມີການກົດຂີ່ຂົ່ມເຫັງພວກເຂົາອີກ, ດັ່ງທີ່ພວກເຂົາໄດ້ເຮັດໃນເວລາທີ່ຜ່ານມາ,
|
||
\v 11 ດັ່ງທີ່ພວກເຂົາໄດ້ເຮັດຕັ້ງແຕ່ສະໄຫມເມື່ອເຮົາໄດ້ບັນຊາໃຫ້ຜູ້ປົກຄອງໄດ້ເຮັດເຫນືອອິດສະຣາເອນປະຊາຊົນຂອງເຮົາ. ບັດນີ້ເຮົາຈະໃຫ້ເຈົ້າໄດ້ຢຸດພັກສະງົບຈາກບັນດາສັດຕູຂອງເຈົ້າ. ຍິ່ງໄປກວ່ານັ້ນ, ເຮົາເອງ, ພຣະຢາເວປະກາດກັບພວກເຈົ້າວ່າເຮົາຈະສ້າງເຊື້ອສາຍໃຫ້ເຈົ້າ.
|
||
|
||
\s5
|
||
\v 12 ເມື່ອວັນຂອງເຈົ້າຄົບສົມບູນແລ້ວ ແລະເຈົ້າໄດ້ຕາຍໄປຢູ່ນຳບັນພະບູລຸດຂອງເຈົ້າ, ເຮົາຈະຍົກຄອບຄົວຂອງເຈົ້າຄົນຫນຶ່ງສືບຕໍ່ຈາກເຈົ້າ, ຜູ້ຊຶ່ງເກີດມາຈາກຕົວເຈົ້າເອງ, ແລະ ເຮົາຈະສ້າງອານາຈັກຂອງເຂົາ.
|
||
\v 13 ເຂົາຈະເປັນຜູ້ສ້າງວິຫານເພື່ອນາມຂອງເຮົາ, ແລະ ເຮົາຈະໃຫ້ບັງລັງແຫ່ງອານາຈັກຂອງເຂົາໃຫ້ຢູ່ປົກຄອງຕະຫລອດໄປ.
|
||
\v 14 ເຮົາຈະເປັນພໍ່ເຂົາ, ແລະ ເຂົາຈະເປັນລູກຊາຍຂອງເຮົາ. ຖ້າເຂົາເຮັດບາບ, ເຮົາຈະຕີສອນເຂົາດ້ວຍໄມ້ຂອງມະນຸດ ແລະ ດ້ວຍການຂ້ຽນຕີຢ່າງລູກຂອງມະນຸດທັງຫລາຍ.
|
||
|
||
\s5
|
||
\v 15 ແຕ່ຄຳສັນຍາຄວາມສັດຊື່ຫມັ້ນຄົງຂອງເຮົາຈະບໍ່ຫນີໄປຈາກເຂົາ, ດັ່ງທີ່ເຮົາໄດ້ເຮັດຕໍ່ໂຊນ, ຜູ້ຊຶ່ງເຮົາໄດ້ເຮັດຕໍ່ຫນ້າເຈົ້າ.
|
||
\v 16 ເຊື້ອສາຍຂອງເຈົ້າ ແລະ ອານາຈັກຂອງເຈົ້າຈະຕັ້ງຫມັ້ນຢູ່ຕໍ່ຫນ້າເຈົ້າຕະຫລອດໄປ ແລະ ບັນລັງຂອງເຈົ້າຈະຫມັ້ນຄົງຕະຫລອດໄປ."
|
||
\v 17 ນາທານກໍໄດ້ບອກດາວິດຕາມຖ້ອຍຄຳເຫລົ່ານີ້ທັງຫມົດ, ແລະ ເຂົາໄດ້ບອກດາວິດຕາມທີ່ພຣະເຈົ້າສຳແດງນີ້ທັງຫມົດ.
|
||
|
||
\s5
|
||
\v 18 ແລ້ວກະສັດດາວິດຈຶ່ງໄດ້ໄປຢູ່ຕໍ່ຫນ້າພຣະຢາເວ ແລະ ໄດ້ເວົ້າວ່າ “ຂ້າແດ່ພຣະເຈົ້າ, ພຣະເຈົ້າຢາເວ, ຂ້ານ້ອຍເປັນໃຜ, ແລະ ເຊື້ອສາຍຂ້ານ້ອຍເປັນໃຜທີ່ພຣະອົງໄດ້ຊົງນຳຂ້ານ້ອຍມາຮອດຈຸດນີ້?
|
||
\v 19 ບັດນີ້ສິ່ງນີ້ກໍຍັງເປັນສິ່ງເລັກນ້ອຍ, ໃນສາຍຕາຂອງພຣະອົງ, ພຣະເຈົ້າຢາເວ. ທ່ານກ່າວເຖິງເຊື້ອສາຍຂອງຜູ້ຮັບໃຊ້ຂອງພຣະອົງໃນອານາຄົດ, ແລະ ໄດ້ໃຫ້ຂ້ານ້ອຍໄດ້ຮັບຮູ້ເຖິງຊົນໃນຮຸ້ນຕໍ່ໄປໃນອານາຄົດ ຂ້າແຕ່ອົງພຣະຜູ້ເປັນເຈົ້າ, ພຣະຢາເວ!
|
||
\v 20 ຂ້າພນ້ອຍ, ດາວິດ, ຈະທູນຂໍສິ່ງໃດອີກຕໍ່ພຣະອົງໄດ້ອີກ? ພຣະອົງຊົງຍົກຍ້ອງຜູ້ຮັບໃຊ້ຂອງພຣະອົງ, ຂ້າແຕ່ພຣະຢາເວອົງພຣະຜູ້ເປັນເຈົ້າ.
|
||
|
||
\s5
|
||
\v 21 ເພື່ອເຫັນແກ່ຄຳສັ່ງຂອງພຣະອົງ, ແລະເພື່ອໃຫ້ສຳເລັດຕາມປະສົງຂອງພຣະອົງເອງ, ພຣະອົງຊົງເຮັດສິ່ງໃຫຍ່ນີ້ທັງຫມົດ ແລະ ໄດ້ຊົງເປີດເຜີຍໃຫ້ແກ່ຜູ້ຮັບໃຊ້ຂອງພຣະອົງ.
|
||
\v 22 ສະນັ້ນ ພຣະອົງຊົງຍິ່ງໃຫຍ່, ພຣະເຈົ້າຢາເວ, ພຣະຜູ້ເປັນເຈົ້າບໍ່ມີໃຜສະເຫມີເຫມືອນພຣະອົງ, ແລະ ບໍ່ມີພຣະເຈົ້າໃດອີກນອກເຫນືອພຣະອົງ, ຕາມທີ່ຫູຂອງພວກຂ້ານ້ອຍໄດ້ຍິນມາ.
|
||
\v 23 ຊົນຊາດໃດຈະຄືອິດສະຣາເອນ, ປະຊາຊົນຂອງພຣະອົງ? ຊົນຊາດດຽວໃນໂລກທີ່ພຣະອົງຊົງໄຖ່ເອົາມາຈາກການເປັນທາດຮັບໃຊ້, ເພື່ອໃຫ້ພຣະນາມຂອງພຣະອົງຮັບກຽດ, ເພື່ອຊົງເຮັດສິ່ງຍິ່ງໃຫຍ່ ແລະ ການກະທຳທີ່ເປັນຫນ້າຢຳເກງນັ້ນສຳລັບແຜ່ນດິນຂອງພຣະອົງ. ພຣະອົງໄດ້ຊົງຂັບໄລ່ຊົນຊາດຕ່າງໆ ແລະ ບັນດາພະຕ່າງໆຂອງພວກເຂົາໃຫ້ພົ້ນຫນ້າປະຊາຊົນຂອງພຣະອົງ, ຊຶ່ງພຣະອົງໄດ້ຊົງຊ່ວຍກູ້ອອກຈາກເອຢິບ.
|
||
|
||
\s5
|
||
\v 24 ພຣະອົງໄດ້ຊົງຕັ້ງອິດສະຣາເອນໃຫ້ເປັນປະຊາຊົນຂອງພຣະອົງຕະຫລອດນິລັນດອນ, ແລະ ພຣະອົງ, ພຣະຢາເວ, ກໍໄດ້ຊົງເປັນພຣະເຈົ້າຂອງພວກເຂົາ.
|
||
\v 25 ບັດນີ້, ຂ້າແຕ່ພຣະຢາເວ, ພຣະເຈົ້າ, ຂໍໃຫ້ຄຳສັນຍາທີ່ພຣະອົງໄດ້ກ່າວໄວ້ກ່ຽວກັບຜູ້ຮັບໃຊ້ຂອງພຣະອົງ ແລະ ຄອບຄົວຂອງເຂົານັ້ນຫມັ້ນຄົງຢູ່ຕະຫລອດໄປ. ຂໍຊົງເຮັດດັງທີ່ພຣະອົງໄດ້ກ່າວໄວ້ນັ້ນ.
|
||
\v 26 ຂໍພຣະນາມຂອງພຣະອົງຍິ່ງໃຫຍ່ຕະຫລອດນິລັນດອນ, ເພື່ອປະຊາຊົນຈະໄດ້ກ່າວວ່າ, "ພຣະເຈົ້າຢາເວຈອມໂຢທາ ເປັນພຣະເຈົ້າຂອງອິດສະຣາເອນ" ຂະນະທີ່ເຊື້ອສາຍຂອງດາວິດ, ຜູ້ຮັບໃຊ້ຂອງພຣະອົງຈະຕັ້ງຫມັ້ນຄົງຢູ່ຕໍ່ຫນ້າພຣະອົງ.
|
||
|
||
\s5
|
||
\v 27 ເພາະພຣະອົງ, ພຣະເຈົ້າຢາເວຈອມໂຢທາ, ພຣະເຈົ້າຂອງອິດສະຣາເອນ, ໄດ້ຊົງສຳແດງແກ່ຜູ້ຮັບໃຊ້ຂອງພຣະອົງ. ວ່າພຣະອົງຈະສ້າງເຊື້ອສາຍໃຫ້ເຂົານັ້ນເປັນເຫດວ່າ, ຂ້ານ້ອຍ, ຜູ້ຮັບໃຊ້ຂອງພຣະອົງຈຶ່ງມີໃຈກ້າຫານຕໍ່ພຣະອົງ.
|
||
\v 28 ບັດນີ້, ຂ້າແຕ່ພຣະຢາເວ, ອົງພຣະຜູ້ເປັນເຈົ້າ, ພຣະອົງຊົງເປັນພຣະເຈົ້າ, ແລະ ຖ້ອຍຄຳຂອງພຣະອົງຊົງວາງໃຈໄດ້, ແລະ ພຣະອົງໄດ້ຊົງເຮັດສັນຍາທີ່ດີນີ້ແກ່ຜູ້ຮັບໃຊ້ຂອງພຣະອົງ.
|
||
\v 29 ສະນັ້ນ, ບັດນີ້ ຂໍຊົງອວຍພອນເຊື້ອສາຍຂອງຜູ້ຮັບໃຊ້ຂອງພຣະອົງ, ເພື່ອໃຫ້ດຳເນີນຢູ່ຕໍ່ຫນ້າພຣະອົງຕະຫລອດໄປ. ເພາະຂ້າແຕ່ພຣະຢາເວ, ພຣະຜູ້ເປັນເຈົ້າ ໄດ້ກ່າວສິ່ງເຫລົ່ານີ້ແລ້ວ, ແລະ ດ້ວຍພຣະພອນຂອງພຣະອົງ ກໍຂໍໃຫ້ເຊື້ອສາຍຜູ້ຮັບໃຊ້ຂອງພຣະອົງໄດ້ຮັບພຣະພອນຕະຫລອດໄປເປັນນິດ."
|
||
|
||
\s5
|
||
\c 8
|
||
\cl ບົດທີ 8
|
||
\p
|
||
\v 1 ຕໍ່ມາເຫດການນີ້ກໍໄດ້ເກີດຂຶ້ນ ດາວິດໄດ້ໂຈມຕີຄົນຟີລິດສະຕີນ ແລະ ໄດ້ເອົາຊະນະພວກເຂົາ. ດັ່ງນັ້ນດາວິດໄດ້ຍຶດເມືອງກັນ ແລະ ຫມູ່ບ້ານຕ່າງໆຈາກການຄວບຄຸມຂອງຄົນຟີລິດສະຕິນ.
|
||
|
||
\s5
|
||
\v 2 ແລ້ວເພິ່ນຊົງເອົາຊະນະຄົນໂມອາບ ແລະ ໄດ້ບັງຄັບຄົນຂອງພວກເຂົາ ໃຫ້ລຽນເປັນແຖວຫນຶ່ງ ໂດຍໃຫ້ພວກເຂົານອນລົງພື້ນດິນ. ເພິ່ນໄດ້ແບ່ງພວກເຂົາອອກເປັນສອງແຖວເພື່ອຂ້າ, ແລະ ອີກແຖວຫນຶ່ງໃຫ້ໄວ້ຊີວິດ. ດັ່ງນັ້ນຄົນໂມອາບກໍໄດ້ກາຍເປັນຂ້າຮັບໃຊ້ຂອງດາວິດ ແລະ ໄດ້ເລີ່ມນຳເຄື່ອງມາຖວາຍເພິ່ນ.
|
||
|
||
\s5
|
||
\v 3 ແລ້ວດາວິດໄດ້ໂຈມຕີຮາດາເດລູກຊາຍຂອງເຣໂຮບ, ກະສັດເມືອງໂຊບາ, ທີ່ກະສັດຮາດາເດໄດ້ເດີນທາງໄປຟື້ນຟູອຳນາດຂອງເພິ່ນທີ່ແຄມແມ່ນ້ຳເອີຟຣັດ.
|
||
\v 4 ດາວິດໄດ້ຍຶດລົດມ້າ ຫນຶ່ງພັນເຈັດຮ້ອຍຄັນ ແລະ ທະຫານສອງຫມື່ນຄົນຈາກເຂົາ. ດາວິດໄດ້ຕັດເອັນມ້າລົດເສິກທັງຫມົດ, ແຕ່ໃຫ້ເຫລືອພຽງພໍໄວ້ ແກ່ລົດມ້າຕີເສິກແຕ່ຫນຶ່ງຮ້ອຍຄັນ.
|
||
|
||
\s5
|
||
\v 5 ເມື່ອຄົນອາຣາມ ຊາວເມືອງດາມັສກັດໄດ້ມາຊ່ວຍຮາດາເດເຊແຫ່ງໂຊບາ, ດາວິດກໍໄດ້ຂ້າຄົນອາຣາມຊາວສອງພັນຄົນ.
|
||
\v 6 ແລ້ວກະສັດດາວິດກໍໄດ້ຕັ້ງຄ້າຍທະຫານໄວ້ໃນດິນແດນຂອງອາຣາມ ຊາວເມືອງດາມັສກັດ, ແລະ ພວກເຂົາຈຶ່ງຕົກລົງຢູ່ໃຕ້ອຳນາດກາຍເປັນຂ້າທາດ ແລະ ຍອມເສຍສວຍໃຫ້ເພິ່ນ. ພຣະຢາເວໄດ້ໃຫ້ດາວິດໄດ້ຮັບໄຊຊະນະທຸກບ່ອນທີ່ເພິ່ນໄປສູ້ຮົບ.
|
||
|
||
\s5
|
||
\v 7 ດາວິດໄດ້ຢຶດເອົາໂລ້ປ້ອງກັນທອງຄຳ ທີ່ທະຫານຂອງຮາດາເດເຊຖືນັ້ນ ແລະ ໄດ້ນຳທາງພວກເຂົາໄປນະຄອນເຢຣູຊາເລັມ.
|
||
\v 8 ຈາກເມືອງເບຕາ ແລະ ເມືອງເບໂຣໄທ, ເມືອງຕ່າງໆຂອງຮາດາເດເອເຊ, ກະສັດດາວິດໄດ້ຢຶດເອົາທອງສຳຣິດຈຳນວນຫລາຍ.
|
||
|
||
\s5
|
||
\v 9 ເມື່ອໂຕອີ, ກະສັດແຫ່ງຮາມັດ, ໄດ້ຍິນວ່າດາວິດໄດ້ຕີເສິກຊະນະກອງທັບທັງຫລາຍຂອງຮາດາເດເຊ,
|
||
\v 10 ໂຕອີໄດ້ສົ່ງໂຢຣາມລູກຊາຍຂອງເພິ່ນໄປເຝົ້າກະສັດດາວິດ ເພື່ອຖວາຍຄຳນັບ ແລະ ຖວາຍພະພອນຂອງເພິ່ນ, ເພາະດາວິດໄດ້ຊົງຕີເສິກກັບຮາດາເດເຊ, ແລະ ໄດ້ປາບປາມເຂົາລົງໄດ້, ແລະ ເພາະວ່າຮາດາເດເຊໄດ້ເຮັດສົງຄາມ ກັບໂຕອີ. ຮາກີໂດຣັມກໍໄດ້ນຳຊັບສິນເງິນ, ຄຳ, ແລະ ທອງສຳຣິດໄປຖວາຍເພິ່ນດ້ວຍ.
|
||
|
||
\s5
|
||
\v 11 ກະສັດດາວິດໄດ້ມອບຖວາຍສິ່ງເຫລົ່ານີ້ແດ່ພຣະຢາເວ, ພ້ອມກັບເງິນ ແລະ ທອງຄຳຈາກປະຊາຊາດທັງຫລາຍທີ່ເພິ່ນໄດ້ຮັບໄຊຊະນະ -
|
||
\v 12 ນັບຕັ້ງແຕ່ເອໂດມ, ໂມອາບ, ພວກປະຊາຊົນຂອງອຳໂມນ, ຄົນຟີລິດສະຕິນ, ແລະ ອາມາເຫລັກ, ແລະ ດ້ວຍສິນຄ້າທັງຫມົດທັງຫມົດທີ່ໄດ້ຢຶດມາຈາກຮາດາເດເຊ ລູກຊາຍຂອງເຣໂຮບ, ກະສັດແຫ່ງໂຊບານັ້ນດ້ວຍ.
|
||
|
||
\s5
|
||
\v 13 ຊື່ຂອງດາວິດໄດ້ຊ່າລືກັນໄປເມື່ອເພິ່ນຊົງມີໄຊຊະນະເຫນືອພວກອາຣາມ ໃນພູເຂົາແຫ່ງເກືອ, ທີ່ມີຈຳນວນເຖິງຫນຶ່ງຫມື່ນແປດພັນຄົນ.
|
||
\v 14 ເພິ່ນໄດ້ຕັ້ງກອງທັບທະຫານຮັກສາ ຢູ່ທົ່ວເມືອງເອໂດມ, ແລະ ຄົນເອໂດມທັງຫລາຍກໍເປັນຂ້າຮັບໃຊ້ຂອງດາວິດ. ພຣະຢາເວໄດ້ປຣະທານໄຊຊະນະໃຫ້ແກ່ດາວິດໃນທຸກແຫ່ງທີ່ເພິ່ນໄດ້ໄປ.
|
||
|
||
\s5
|
||
\v 15 ດາວິດໄດ້ຊົງປົກຄອງອິດສະຣາເອນທັງຫລາຍ, ແລະເພິ່ນໄດ້ເຮັດຄວາມຍຸດຕິທຳແກ່ຊົນຊາດຂອງເພິ່ນທັງຫລາຍ.
|
||
\v 16 ໂຢອາບລູກຊາຍຂອງ ນາງເຊຣູອີຢາໄດ້ເປັນແມ່ທັບ, ແລະເຢໂຮຊາຟັດລູກຊາຍຂອງອາຮີລຸດໄດ້ເປັນເຈົ້າຫນ້າທີ່ຜູ້ຈົດບັນທຶກ.
|
||
\v 17 ຊາດົກລູກຊາຍຂອງອາຮີລຸດ ແລະ ອາຮິເມເຫລັກລູກຊາຍຂອງອາບີອາທາໄດ້ເປັນປະໂຣຫິດ, ແລະເສຣາອີຢາເປັນເລຂາທິການ.
|
||
\v 18 ເບເນອີຢາລູກຊາຍຂອງເຢໂຮຍອາດາເປັນຜູ້ບັງຄັບບັນຊາຄົນເລວີ ແລະຄົນເປເລັດ, ແລະບັນດາລູກຊາຍຂອງດາວິດໄດ້ເປັນບັນດາຫົວຫນ້າທີ່ປຶກສາຂອງກະສັດ.
|
||
|
||
\s5
|
||
\c 9
|
||
\cl ບົດທີ 9
|
||
\p
|
||
\v 1 ດາວິດໄດ້ເວົ້າວ່າ, "ຍັງມີເຊື້້ອສາຍຜູ້ໃດຂອງໂຊນເຫລືອຢູ່ເພື່ອທີ່ເຮົາຈະສະແດງຄວາມຮັກຫມັ້ນຄົງແກ່ຜູ້ນັ້ນໂດຍເຫັນແກ່ໂຢນາທານ?"
|
||
\v 2 ມີຄົນຮັບໃຊ້ໃນເຊື້້ອສາຍຂອງໂຊນຄົນຫນຶ່ງ ທີ່ຊື່ວ່າຊີບາ, ແລະ ພວກເຂົາໄດ້ເອີ້ນເຂົາມາພົບດາວິດ. ກະສັດໄດ້ເວົ້າກັບເຂົາວ່າ, "ເຈົ້າຄືຊີບາບໍ?" ເຂົາໄດ້ຕອບວ່າ, "ແມ່ນ. ຂ້ານ້ອຍຄືຜູ້ຮັບໃຊ້ຂອງທ່ານ." ດັ່ງນັ້ນ
|
||
|
||
\s5
|
||
\v 3 ດັ່ງນັ້ນກະສັດຈຶ່ງເວົ້າວ່າ, "ບໍ່ມີໃຜໃນເຊື້ອສາຍຂອງໂຊນເຫລືອຢູ່ແລ້ວບໍ ຜູ້ທີ່ເຮົາອາດຈະສະແດງຄວາມຮັກຫມັ້ນຄົງຂອງພຣະເຈົ້າຕໍ່ເຂົາ?" ຊີບາໄດ້ຕອບກະສັດວ່າ, "ໂຢນາທານຍັງມີລູກຊາຍເຫລືອຢູ່ອົງຫນຶ່ງ, ຜູ້ທີ່ຕີນຂອງລາວພິການ."
|
||
\v 4 ກະສັດໄດ້ຖາມເຂົາວ່າ, "ເຂົາຢູ່ໃສ?" ຊີບາຈຶ່ງໄດ້ຕອບກະສັດວ່າ, "ເຂົາຢູ່ໃນບ້ານຂອງມາກີລູກຊາຍຂອງອຳມີເອນ ໃນເມືອງໂລເດບາ."
|
||
|
||
\s5
|
||
\v 5 ແລ້ວກະສັດດາວິດໄດ້ສົ່ງຄົນໄປນຳເຂົາມາຈາກບ້ານຂອງມາກີລູກຊາຍຂອງອຳມີເອນ ທີ່ໂລເດບາ.
|
||
\v 6 ດັ່ງນັ້ນເມຟີໂບເຊັດລູກຊາຍຂອງໂຢນາທານ ລູກຊາຍຂອງກະສັດໂຊນ, ກໍໄດ້ມາເຝົ້າດາວິດ ແລະ ຄຸກເຂົ່າກົ້ມຫນ້າລົງພື້ນເພື່ອນົບດາວິດ ດາວິດຕອບວ່າ, "ນີ້ແມ່ນເມຟີໂບເຊັດຫວ່ານິ." ເຂົາໄດ້ຕອບວ່າ. "ໂອເບິ່ງແມ, ພຣະເຈົ້າຂອງຂ້ານ້ອຍ, ຂ້ານ້ອຍເປັນຜູ້ຮັບໃຊ້ຂອງທ່ານ!"
|
||
|
||
\s5
|
||
\v 7 ດາວິດໄດ້ຕອບວ່າ, "ຢ່າຢ້ານເລີຍ, ເພາະເຮົາຈະສະແດງຄວາມຮັກຫມັ້ັ້ນຄົງຕໍ່ເຈົ້າແນ່ນອນ ເພື່ອເຫັນແກ່ໂຢນາທານພໍ່ຂອງເຈົ້າ, ແລະເຮົາຈະຄືນທີ່ດິນທັງຫມົດຂອງໂຊນປູ່ຂອງເຈົ້າແກ່ເຈົ້າ, ແລະເຈົ້າຈະຮັບປະທານອາຫານຢູ່ທີ່ໂຕະຂອງເຮົາສະເຫມີໄປ."
|
||
\v 8 ເມຟີໂບເຊັດກໍໄດ້ຄຸກເຂົ່າລົງຄຳນັບ ແລະໄດ້ທູນວ່າ, "ຜູ້ຮັບໃຊ້ຂອງທ່ານແມ່ນຜູ້ໃດ,? ຊຶ່ງທ່ານຈະຊົງເຫັນດ້ວຍຄວາມຊື່ນຊົມກັບຫມາທີ່ຕາຍແລ້ວຢ້າງຂ້ານ້ອຍນີ້?"
|
||
|
||
\s5
|
||
\v 9 ແລ້ວກະສັດໄດ້ເອີ້ນຊີບາ, ຄົນຮັບໃຊ້ຂອງໂຊນ, ແລະໄດ້ເວົ້າກັບເຂົາວ່າ, "ສິ່ງຂອງທັງຫມົດທີ່ເປັນຂອງໂຊນ ແລະຂອງພົງພັນຂອງເພິ່ນເຮົາໄດ້ມອບໃຫ້ແກ່ຫລານເຈົ້ານາຍຂອງເຈົ້າແລ້ວ.
|
||
\v 10 ໂຕເຈົາ. ແລະບັນດາລູກຊາຍຂອງເຈົ້າ, ແລະຄົນໃຊ້ຂອງເຈົ້າຈະຕ້ອງໄຖນາໃຫ້ເຂົາ ແລະເຈົ້າຈະຕ້້ອງເກັບກ່ຽວຜົນນັ້ນມາເພື່ອລູກຊາຍແຫ່ງເຈົ້ານາຍເຈົ້າຈະໄດ້ມີອາຫານກິນ. ສຳລັບເມຟີໂບເຊັດຫລານເຈົ້ານາຍເຈົ້າ, ຈະຕ້ອງກິນອາຫານທີ່ໂຕະຂອງເຮົາສະເຫມີໄປ." ບາດນີ້ຊີບາມີລູກຊາຍສິບຫ້າຄົນ ແລະຄົນຮັບໃຊ້ຊາວຄົນ.
|
||
|
||
\s5
|
||
\v 11 ແລ້ວຊີບາຈຶ່ງໄດ້ທູນກະສັດວ່າ, "ຜູ້ຮັບໃຊ້ຂອງທ່ານຈະເຮັດທຸກສິ່ງກະສັດເຈົ້ານາຍຂອງຂ້ານ້ອຍໄດ້ຊົງມີຄຳສັ່ງແກ່ຜູ້ຮັບໃຊ້ເພິ່ນ." ກະສັດໄດ້ເວົ້າຕໍ່ອີກວ່າ, "ສຳລັບເມຟີໂບເຊັດ ເຂົາຈະຮັບປະທານທີ່ໂຕະກິນເຂົ້າຂອງເຮົາ, ເຊັ່ນດຽວກັນກັບລູກຊາຍຂອງກະສັດຫນຶ່ງ."
|
||
\v 12 ເມຟີໂບເຊັດໄດ້ມີລູກຊາຍນ້ອນຍຄົນຫນຶ່ງຊື່ວ່າມີກາ. ທຸກຄົນໄດ້ອາໄສຢູ່ໃນບ້ານຂອງຊີບາກໍໄດ້ເປັນຄົນຮັບໃຊ້ຂອງເມຟີໂບເຊັດ.
|
||
\v 13 ດັ່ງນັ້ນເມຟີໂບເຊັດຈຶ່ງໄດ້ອາໄສຢູ່ໃນນະຄອນເຢຣູຊາເລັມ, ແລະເຂົາໄດ້ກິນອາຫານທີ່ໂຕະເກົ່າສະເຫມີ, ເຖິງແມ່ນວ່າຕີນຂອງເຂົາຈະພິການ.
|
||
|
||
\s5
|
||
\c 10
|
||
\cl ບົດທີ 10
|
||
\p
|
||
\v 1 ສິ່ງນີ້ກໍໄດ້ເກີດຂຶ້ນຫລັງຈາກທີ່ກະສັດແຫ່ງຄົນອຳໂມນ, ໄດ້ຮານູນລູກຊາຍຂອງເພິ່ນກໍໄດ້ຊົງຂຶ້ນເປັນກະສັດແທນເພິ່ນ.
|
||
\v 2 ດາວິດຈຶ່ງໄດ້ກ່າວວ່າ, "ເຮົາຈະສະແດງນ້ຳໃຈຕໍ່ຮານູນລູກຊາຍນາຮາດ, ດັ່ງທີ່ພໍ່ຂອງເຂົາໄດ້ຊົງສະແດງຄວາມກະລຸນາຕໍ່ເຮົາ." ດາວິດຈຶ່ງໄດ້ສົ່ງພວກຂ້າຣາຊການຂອງເພິ່ນໄປສະແດງຄວາມເສຍໃຈຕໍ່ຮານູນ ກ່ຽວດ້ວຍເລື່ອງພໍ່ຂອງເຂົາ. ພວກຄົນຮັບໃຊ້ຂອງດາວິດກໍເຂົ້າມາໃນແຜ່ນດິນຂອງປະຊາຊົນອຳໂມນ.
|
||
\v 3 ແຕ່ພວກຜູ້ນຳຂອງຄົນອຳໂມນໄດ້ບອກຮານູນເຈົ້ານາຍຂອງພວກເຂົາວ່າ, "ທ່ານຊົງຄິດວ່າດາວິດຊົງໃຫ້ກຽດພໍ່ຂອງທ່ານແທ້ໆ ຫລື ທີ່ເຂົາໄດ້ສົ່ງພວກຄົນເຫລົ່ານັ້ນມາເພື່ອຊົງສະແດງຄວາມເສຍໃຈຕໍ່ທ່ານ? ດາວິດບໍ່ໄດ້ສົ່ງພວກຂ້າຣາຊການຂອງເຂົາມາຫາທ່ານເພື່ອກວດສອບເມືອງ ເພື່ອສອດແນມ, ແລະເພື່ອຈະເອົາເມືອງນີ້ບໍ່?"
|
||
|
||
\s5
|
||
\v 4 ດັ່ງນັ້ນຮານູນຈຶ່ງໄດ້ຈັບພວກຄົນຮັບໃຊ້ຂອງດາວິດມາແຖຫນວດເຄິ່ງຫນຶ່ງ, ແລະ ໄດ້ຕັດເຄື່ອງແຕ່ງກາຍພວກເຂົາອອກຈົນເຖິງສະໂພກຂອງພວກເຂົາ, ແລະ ໄດ້ປ່ອຍໄປ.
|
||
\v 5 ເມື່ອພວກເຂົາໄດ້ອະທິບາຍເລື່ອງນີ້ໃຫ້ດາວິດໄດ້ຊົງຮູ້, ພະອົງກໍໄດ້ຊົງສົ່ງຄົນໄປພົບເຂົາເຫລົ່ານັ້ນ, ເພາະວ່າພວກເຂົາໄດ້ຮັບຄວາມອັບອາຍຫລາຍ. ກະສັດໄດ້ກ່າວວ່າ, “ຈົ່ງພັກທີ່ເມືອງເຢຣິໂກ ຈົນກວ່າຫນວດຂອງພວກເຈົ້າໄດ້ປົ່ງຂຶ້ນຄືນ, ແລ້ວຈຶ່ງຄ່ອຍກັບມາ.”
|
||
|
||
\s5
|
||
\v 6 ເມື່ອປະຊາຊົນອຳໂມນໄດ້ເຫັນວ່າ ພວກເຂົາໄດ້ສ້າງສັດຕູກັບດາວິດ, ປະຊາຊົນອຳໂມນຈຶ່ງໄດ້ສົ່ງຜູ້ສື່ສານໄປຈ້າງຄົນອາຣາມ ເມືອງເບັດເຣໂຮບ ແລະໂຊບາ, ເປັນທະຫານຈຳນວນສອງຫມື່ນຄົນ, ແລະ ກະສັດເມືອງມາອາກາພ້ອມດ້ວຍກຳລັງຄົນ ຫນຶ່ງພັນຄົນ, ແລະກຳລັງຄົນເມືອງໂຕບຫນຶ່ງຫມື່ນສອງພັນຄົນ.
|
||
\v 7 ເມື່ອດາວິດໄດ້ຍິນເລື່ອງນີ້, ເຂົາຈຶ່ງສົ່ງໂຢອາບ ແລະກອງທັບເຫລົ່ານັກລົບທັງຫມົດໄປ.
|
||
\v 8 ພວກຄົນອຳໂມນກໍໄດ້ຍົກທັບອອກມາ ແລະ ໄດ້ຈັດແນວຮົບໄວ້ທີ່ທາງເຂົ້າປະຕູເມືອງຂອງພວກເຂົາ, ໃນຂະນະທີ່ຄົນອາຣາມຈາກໂຊບາ ແລະ ຈາກເມືອງເຣໂຮບ, ແລະຊາວເມືອງໂຕບ ແລະຊາວເມືອງມາອາກາ, ຢູ່ທີ່ພື້ນທີ່ໂລ່ງສະເພາະພວກເຂົາ.
|
||
|
||
\s5
|
||
\v 9 ເມື່ອໂຢອາບໄດ້ເຫັນວ່າ ການສູ້ຮົບນັ້ນປະເຊີນຫນ້າເຂົາ ຢູ່ທັງຂ້າງຫນ້າ ແລະຂ້າງຫລັງ, ເຂົາຈຶ່ງໄດ້ເລືອກຈາກຄົນອິດສະຣາເອນທັງຫມົດ ທີ່ເກັ່ງທີ່ສຸດໃນການສູ້ຮົບ ແລະໄດ້ຈັດພວກເຂົາໄວ້ ແລ້ວເພື່ອຕໍ່ສູ້ຄົນອາຣາມ.
|
||
\v 10 ສຳລັບພວກທະຫານທີ່ເຫລືອຢູ່ໃນກອງທັບ, ເຂົາໄດ້ຈັດໄວ້ໃຫ້ຢູ່ໃນບັງຄັບບັນຊາຂອງອາບີໄຊ ນ້ອງຊາຍຂອງເຂົາເອງ, ແລະ ເຂົາກໍໄດ້ຈັດຄົນເຫລົ່ານັ້ນ ເຂົ້າຕໍ່ສູ້ກັບກອງທັບຂອງຄົນອຳໂມນ.
|
||
|
||
\s5
|
||
\v 11 ໂຢອາບໄດ້ກ່າວວ່າ, "ອາບີໄຊ, ຖ້າຄົນອາຣາມແຂງແຮງກວ່າກຳລັງຂອງເຮົາ, ກໍໃຫ້ເຈົ້າໄປຊ່ວຍເຮົາ. ແຕ່ຖ້າກຳລັງຄົນອຳໂມນແຂງແຮງກວ່າກຳລັງຂອງເຈົ້າ, ແລ້ວເຮົາຈະມາ ແລະຊ່ວຍເຈົ້າ.
|
||
\v 12 ຈົ່ງເຂັ້ມແຂງໄວ້, ແລະ ຈົ່ງໃຫ້ເຮົາສະແດງຄວາມເຂັ້ມແຂງຂອງພວກເຮົາ ເພື່ອປະຊາຊົນຂອງເຮົາ ແລະ ເພື່ອບັນດາເມືອງຕ່າງໆ ຂອງພຣະເຈົ້າຂອງເຮົາ, ເພື່ອພຣະຢາເວຈະໄດ້ຊົງເຮັດຕາມທີ່ພຣະອົງຊົງເຫັນຊອບ ຕາມພຣະປະສົງຂອງພຣະອົງ."
|
||
|
||
\s5
|
||
\v 13 ດັ່ງນັ້ນໂຢອາບ ກັບພວກທະຫານຂອງກອງທັບຂອງເຂົາ ກໍໄດ້ບຸກເຂົ້າໄປສູ້ຮົບຕ້ານກັບຄົນອາຣາມ, ທີ່ໄດ້ຖືກກົດດັນໃຫ້ຫນີໄປຕໍ່ຫນ້າກອງທັບຂອງອິດສະຣາເອນ.
|
||
\v 14 ເມື່ອກອງທັບຂອງຄົນອຳໂມນໄດ້ເຫັນວ່າ ຄົນອາຣາມໄດ້ຫນີໄປແລ້ວ, ພວກເຂົາກໍໄດ້ຫນີໄປຈາກອາບີໄຊດ້ວຍ ແລະ ໄດ້ກັບເຂົ້າໄປໃນເມືອງ. ແລ້ວໂຢອາບກໍໄດ້ກັບຈາກການສູ້ຮົບກັບປະຊາຊົນອຳໂມນ ແລະໄດ້ກັບໄປຍັງກຸງເຢຣູຊາເລັມ.
|
||
|
||
\s5
|
||
\v 15 ເມື່ອຄົນອາຣາມໄດ້ເຫັນວ່າ ພວກເຂົາໄດ້ພ່າຍແພ້ຕໍ່ຄົນອິດສະຣາເອນແລ້ວ, ພວກເຂົາຈຶ່ງລວມຕົວເຂົ້າດ້ວຍກັນອີກຄັ້ງຫນຶ່ງ.
|
||
\v 16 ແລ້ວຮາດາເດເຊໄດ້ສົ່ງຄົນໄປນຳກອງທະຫານອາຣາມຈາກອີກຟາກຫນຶ່ງຂອງແມ່ນ້ຳເອີຟຣັດ. ພວກເຂົາໄດ້ມາຍັງເມືອງເຮລາມ ໂດຍມີໂຊບັກ, ແມ່ທັບຂອງຮາດາເດເຊນຳຫນ້າພວກເຂົາໄປ.
|
||
|
||
\s5
|
||
\v 17 ເມື່ອດາວິດໄດ້ຮັບຮູ້ໃນເລື່ອງນີ້, ພະອົງໄດ້ຊົງຮວບຮວມຊາວອິດສະຣາເອນທັງຫມົດ, ໄດ້ຂ້າມແມ່ນ້ຳຈໍແດນ, ແລະໄດ້ມາເຖິງເຮລາມ. ຄົນອາຣາມກໍໄດ້ຈັດແນວຮົບຂອງພວກເຂົາ ເຂົ້າຕໍ່ສູ້ດາວິດ ແລະ ໄດ້ສູ້ຮົບກັບພະອົງ.
|
||
\v 18 ຄົນອາຣາມໄດ້ຫນີຈາກອິດສະຣາເອນ. ດາວິດໄດ້ປະຫານຄົນອາຣາມ ຊຶ່ງເປັນທະຫານລົດມ້າເສິກເຈັດຮ້ອຍຄົນ ແລະ ທະຫານມ້າສີ່ຫມື່ນຄົນ. ໂຊບັກແມ່ທັບຂອງພວກເຂົາໄດ້ຮັບບາດເຈັບ ແລະຕາຍຢູ່ທີ່ນັ້ນ.
|
||
\v 19 ເມື່ອບັນດາກະສັດພວກຜູ້ຮັບໃຊ້ຂອງອາດາເດເຊເຫັນວ່າ ພວກເຂົາໄດ້ພ່າຍແພ້ຕໍ່ອິດສະຣາເອນ, ພວກເຂົາກໍໄດ້ເຮັດສັນຍາສະຫງົບເສິກກັບອິດສະຣາເອນ ແລະ ໄດ້ຍອມຮັບໃຊ້ພວກເຂົາ. ດັ່ງນັ້ນຄົນອາຣາມຈຶ່ງຢ້ານທີ່ຈະຊ່ວຍປະຊາຊົນຂອງຄົນອຳໂມນອີກຕໍ່ໄປ.
|
||
|
||
\s5
|
||
\c 11
|
||
\cl ບົດທີ 11
|
||
\p
|
||
\v 1 ແລ້ວສິ່ງນີ້ກໍໄດ້ເກີດຂຶ້ນໃນລະດູໃບໄມ້ປົ່ງ, ໃນເວລາທີ່ບັນດາກະສັດໂດຍປົກກະຕິກໍໄດ້ອອກໄປຮົບ, ດາວິດໄດ້ຊົງສົ່ງໂຢອາບ,ພ້ອມກັບພວກທະຫານ, ແລະກອງທັບຂອງອິດສະຣາເອນທັງຫມົດ. ພວກເຂົາໄດ້ໄປທຳລາຍກອງທັບຂອງຄົນອຳໂມນ ແລ້ວລ້ອມເມືອງຣັບບາໄວ້. ແຕ່ດາວິດໄດ້ຢູ່ທີ່ນະຄອນເຢຣູຊເລັມ.
|
||
|
||
\s5
|
||
\v 2 ດັ່ງນັ້ນມັນກໍໄດ້ເກີດຂຶ້ນໃນເວລາບ່າຍວັນຫນຶ່ງ ເມື່ອດາວິດໄດ້ຊົງລຸກຂຶ້ນຈາກທີ່ນອນຂອງເພິ່ນ ແລະໄດ້ຍ່າງຢູ່ເທິງດາດຟ້າຫລັງຄາ ຂອງຣາຊວັງຂອງເພິ່ນ. ຈາກທີ່ນັ້ນເພິ່ນໄດ້ເຫັນຜູ້ຍິງຄົນຫນຶ່ງໄດ້ກຳລັງອາບນ້ຳຢູ່, ແລະຜູ້ຍິງຄົນນັ້ນງົດງາມຫລາຍ.
|
||
\v 3 ດັ່ງນັ້ນດາວິດໄດ້ຊົງສົ່ງຄົນໄປ ແລະໄດ້ຖາມຄົນທັງຫລາຍ ທີ່ຮູ້ເລື່ອງກ່ຽວກັບຜູ້ຍິງຄົນນັ້ນ. ບາງຄົນໄດ້ທູນວ່າ, "ອາຣາຜູ້ຍິງນີ້ຄືບັດເຊບາ, ລູກສາວຂອງເອລີອາມ, ແລະນາງເປັນເມຍຂອງອູຣິຢາຄົນຮິດຕີບໍ່ແມ່ນບໍ?"
|
||
|
||
\s5
|
||
\v 4 ດາວິດກໍໄດ້ຊົງສົ່ງພວກຜູ້ສື່ສານໄປ ແລະກໍໄດ້ນຳນາງມາ, ນາງໄດ້ມາເຝົ້າເພິ່ນ, ແລ້ວເພິ່ນກໍໄດ້ຊົງຫລັບນອນກັບນາງ (ເພາະວ່ານາງຫາກໍເສັດສີ້ນພິທີຊຳລະຕົວ ຫລັງຈາກເຊົາເປັນປະຈຳເດືອນແລ້ວ). ແລ້ວນາງກໍໄດ້ກັບໄປບ້ານຂອງນາງ.
|
||
\v 5 ຜູ້ຍິງນັ້ນກໍໄດ້ຖືພາ, ແລະນາງຈຶ່ງໄດ້ສົ່ງຄົນໄປ ແລະໄດ້ບອກດາວິດ, ນາງໄດ້ບອກວ່າ, "ຂ້ານ້ອຍຖືພາແລ້ວ."
|
||
|
||
\s5
|
||
\v 6 ດາວິດກໍໄດ້ຊົງສົ່ງຄົນໄປຫາໂຢອາບບອກວ່າ, "ຈົ່ງສົ່ງອູຣິຢາຄົນຮິດຕີມາໃຫ້ເຮົາ." ດັ່ງນັ້ນໂຢອາບກໍໄດ້ສົ່ງອູຣິຢາໄປໃຫ້ດາວິດ.
|
||
\v 7 ດາວິດກໍໄດ້ຮັບສັ່ງວ່າໂຢອາບເປັນຢ່າງໃດ, ກອງທັບເປັນຢ່າງໃດແດ່, ແລະສົງຄາມເປັນຢ່າງໃດ.
|
||
\v 8 ດາວິດໄດ້ຮັບສັ່ງກັບອູຣິຢາວ່າ, "ຈົ່ງລົງໄປບ້ານຂອງເຈົ້າ, ແລະໃຫ້ລ້າງຕີນຂອງເຈົ້າເຖີດ." ດັ່ງນັ້ນອູຣີຢາກໍໄດ້ອອກໄປຈາກຣາຊວັງຂອງກະສັດ, ແລະກະສັດໄດ້ຊົງສົ່ງຂອງປະທານໄປໃຫ້ອູຣິຢາຫລັງຈາກທີ່ເຂົາໄດ້ຈາກໄປແລ້ວ.
|
||
|
||
\s5
|
||
\v 9 ແຕ່ອູຣິຢາໄດ້ນອນທີ່ປະຕູຣາຊວັງຂອງກະສັດ ພ້ອມກັບມະຫາເລັກທັງຫມົດຂອງນາຍຂອງເຂົາ, ແລະເຂົາບໍ່ໄດ້ລົງໄປທີ່ບ້ານຂອງເຂົາ.
|
||
\v 10 ເມື່ອພວກເຂົາໄດ້ທູນດາວິດວ່າ, "ອູຣິຢາບໍ່ໄດ້ລົງໄປທີ່ບ້ານຂອງເຂົາ," ດາວິດກໍໄດ້ຮັບສັ່ງແກ່ອູຣິຢາວ່າ, "ເຈົ້າເດີນທາງມາບໍ່ແມ່ນບໍ? ເປັນຫຍັງເຈົ້າບໍ່ລົງໄປບ້ານຂອງເຈົ້າ?"
|
||
\v 11 ອູຣິຢາໄດ້ທູນຕອບດາວິດວ່າ, "ຫີບພັນທະສັນຍາ, ແລະອິດສະຣາເອນ ແລະຢູດາຢູ່ໃນເຕັ້ນ ແລະໂຢອາບຂອງຂ້ານ້ອຍ, ກັບບັນດາຂ້າຣາຊການຂອງເຈົ້ານາຍຂອງຂ້ານ້ອຍໄດ້ຕັ້ງຄ້າຍຢູ່ທີ່ພື້ນທີ່ໂລ່ງ ແລ້ວຂ້ານ້ອຍເອງຈະໄປທີ່ບ້ານຂອງຂ້ານ້ອຍເພື່ອກິນ, ດື່ມ ແລະນອນກັບເມຍຂອງຂ້ານ້ອຍໄດ້ຢ່າງໃດ? ຕາບໃດທ່ານຍັງມີຊີວິດຢູ່, ຂ້ານ້ອຍຈະບໍ່ເຮັດຢ່າງນີ້ເລີຍ."
|
||
|
||
\s5
|
||
\v 12 ດັ່ງນັ້ນດາວິດກໍໄດ້ຮັບສັ່ງແກ່ອູຣິຢາວ່າ, "ມື້ນີ້ກໍໃຫ້ພັກຢູ່ທີ່ນີ້ເຖີດ, ແລະມື້ອື່ນເຮົາຈະໃຫ້ເຈົ້າໄປ." ດັ່ງນັ້ນອູຣິຢາກໍໄດ້ພັກຢູ່ໃນນະຄອນເຢຣູຊາເລັມໃນມື້ນັ້ນ ແລະມື້ຕໍ່ມາ.
|
||
\v 13 ເມື່ອດາວິດໄດ້ຊົງຮ້ອງເຂົາມາ ເຂົາກໍໄດ້ມາຮັບປະທານ, ແລະດື່ມຕໍ່ຫນ້າເພິ່ນ, ແລະດາວິດໄດ້ຊົງເຮັດໃຫ້ເຂົາມືນເມົາ. ໃນຕອນບ່າຍອູຣິຢາກໍໄດ້ອອກໄປນອນໃນທີ່ນອນກັບພວກຂ້າຣາຊການຂອງເຈົ້ານາຍຂອງເຂົາ, ເຂົາບໍ່ໄດ້ລົງໄປບ້ານຂອງເຂົາ.
|
||
|
||
\s5
|
||
\v 14 ດັ່ງນັ້ນພໍເຊົ້າວັນໃຫມ່ ດາວິດໄດ້ຊົງຂຽນສານເຖິງໂຢອາບ, ແລະໄດ້ສົ່ງໄປກັບມືອູຣິຢາ.
|
||
\v 15 ດາວິດໄດ້ຊົງຂຽນໃນສານນັ້ນວ່າ, "ຈົ່ງຕັ້ງອູຣິຢາໃຫ້ຢູ່ແນວຫນ້າຂອງການຮົບທີ່ດຸເດືອດທີ່ສຸດ, ແລ້ວໃຫ້ພວກເຈົ້າຖອຍໄປຈາກເຂົາ, ເພື່ອໃຫ້ເຂົາຖືກຕີ ແລະຖືກຂ້າຕາຍ."
|
||
|
||
\s5
|
||
\v 16 ເຂົາຈຶ່ງໄດ້ກຳນົດໃຫ້ອູຣິຢາໄປທີ່ ທີ່ເຂົາໄດ້ຮູ້ວ່າມີພວກທະຫານຂອງພວກສັດຕູທີ່ເຂັ້ມແຂງທີ່ສຸດທີ່ກຳລັງສູ້ຮົບຢູ່.
|
||
\v 17 ເມື່ອຄົນຂອງເມືອງນັ້ນໄດ້ອອກມາສູ້ຮົບກັບກອງທັບຂອງໂຢອາບ, ມີທະຫານບາງຄົນຂອງດາວິດໄດ້ລົ້ມຕາຍ, ແລະອູຣິຢາກໍໄດ້ຖືກຂ້າຕາຍທີ່ນັ້ນດ້ວຍ.
|
||
|
||
\s5
|
||
\v 18 ເມື່ອໂຢອາບໄດ້ສົ່ງຖ້ອຍຄຳໄປທູນດາວິດເລື່ອງລາວການຮົບທັງຫມົດໃຫ້ຊົງຮູ້ກ່ຽວກັບສົງຄາມ,
|
||
\v 19 ເຂົາໄດ້ສັ່ງຜູ້ສື່ສານນັ້ນວ່າ, "ເມື່ອເຈົ້າທູນເລື່ອງລາວການຮົບທັ້ງຫມົດຕໍ່ກະສັດແລ້ວ,
|
||
\v 20 ອາດຈະເກີດຂຶ້ນໄດ້ວ່າ ກະສັດໄດ້ໃຈຮ້າຍຂຶ້ນມາ, ແລະພະອົງໄດ້ຖາມເຈົ້າວ່າ, "ເປັນຫຍັງພວກເຈົ້າຈຶ່ງໄດ້ເຂົ້າສູ້ຮົບໃກ້ເມືອງນັ້ນ? ພວກເຈົ້າບໍ່ຮູ້ຫລືວ່າພວກເຂົາຈະຍິງຈາກກຳແພງ?
|
||
|
||
\s5
|
||
\v 21 ໃຜຂ້າອາບີເມເຫລັກລູກຊາຍຂອງກີເດໂອນ? ບໍ່ແມ່ນຜູ້ຍິງຄົນຫນຶ່ງເອົາຫິນໂມ້ທຸ້ມເຂົາຈາກກຳແພງເມືອງ, ດັ່ງນັ້ນເຂົາໄດ້ຕາຍທີ່ເມືອງເທເບັດບໍ? ເປັນຫຍັງພວກເຈົ້າຈຶ່ງເຂົ້າໄປໃກ້ກຳແພງ?" ແລ້ວໃຫ້ເຈົ້າທູນວ່າ, "ອູຣິຢາຄົນຮິດຕີຜູ້ຮັບໃຊ້ຂອງທ່ານກໍໄດ້ຕາຍດ້ວຍ.""
|
||
|
||
\s5
|
||
\v 22 ດັ່ງນັ້ນຜູ້ສື່ສານກໍໄດ້ຈາກໄປ ເຂົາໄດ້ມາເຝົ້າດາວິດ ແລະໄດ້ບອກເພິ່ນໃຫ້ຊົງຮູ້ທຸກຢ່າງຕາມທີ່ໂຢອາບໄດ້ສັ່ງເຂົາມາ.
|
||
\v 23 ແລ້ວຜູ້ສື່ສານນັ້ນກໍໄດ້ທູນດາວິດວ່າ, "ພວກສັດຕູມີກຳລັງເຫນືອເຮົາໃນຕອນແລກ, ພວກເຂົາໄດ້ອອກມາສູ້ກັບເຮົາທີ່ກາງທົ່ງນາ, ແຕ່ເຮົາໄດ້ໄລ່ພວກເຂົາໃຫ້ກັບໄປເຖິງທາງເຂົ້າປະຕູເມືອງ.
|
||
|
||
\s5
|
||
\v 24 ແລ້ວຍິງທະນູຂອງພວກເຂົາກໍໄດ້ຍິງເຫລົ່າທະຫານຂອງທ່ານຈາກກຳແພງ, ແລະທະຫານຂອງກະສັດບາງຄົນກໍໄດ້ຕາຍ, ແລະອູຣິຢາຄົນຮິດຕີຜູ້ຮັບໃຊ້ຂອງທ່ານກໍໄດ້ຕາຍດ້ວຍ."
|
||
\v 25 ແລ້ວດາວິດກໍໄດ້ຮັບສັ່ງຜູ້ສື່ສານນັ້ນວ່າ“ຈົ່ງກ່າວກັບໂຢອາບວ່າ, "ຢ່າໃຫ້ເລື່ອງນີ້ເຮັດໃຫ້ເຈົ້າທຸກໃຈ, ເພາະດາບສັງຫານບໍ່ວ່າຄົນນັ້ນຫລືຄົນນີ້. ຈົ່ງສູ້ຮົບໃຫ້ເຂັ້ມແຂງ, ແລະໃຫ້ເຂັ້ມແຂງຍິ່ງຂຶ້ນເພື່ອຕໍ່ສູ້ເມືອງນັ້ນ, ແລະທຳລາຍໃຫ້ໄດ້’ ແລະໄດ້ໃຫ້ກຳລັງໃຈເຂົາ."
|
||
|
||
\s5
|
||
\v 26 ດັ່ງນັ້ນເມື່ອເມຍຂອງອູຣິຢາໄດ້ຮູ້ວ່າ ອູຣິຢາຜົວຂອງນາງໄດ້ຕາຍແລ້ວ, ນາງກໍໄດ້ຮ້ອງໄຫ້ຢ່າງຫນັກເລື່ອງຜົວຂອງນາງ.
|
||
\v 27 ເມື່ອການໄວ້ທຸກຂອງນາງໄດ້ຜ່ານໄປແລ້ວ, ດາວິດກໍໄດ້ສົ່ງຄົນໃຫ້ໄປຮັບນາງມາທີ່ຣາຊວັງຂອງເພິ່ນ, ແລະໄດ້ເກີດລູກຊາຍຄົນຫນຶ່ງໃຫ້ເພິ່ນ. ແຕ່ສິ່ງຊຶ່ງດາວິດໄດ້ຊົງເຮັດນັ້ນບໍ່ເປັນທີ່ພໍໃຈຂອງພຣະຢາເວ.
|
||
|
||
\s5
|
||
\c 12
|
||
\cl ບົດທີ 12
|
||
\p
|
||
\v 1 ແລ້ວພຣະຢາເວຊົງໃຊ້ນາທານໄປຫາດາວິດ. ນາທານກໍໄດ້ໄປເຝົ້າ ແລະທູນເພິ່ນວ່າ, "ຍັງມີຜູ້ຊາຍສອງຄົນ, ອາໄສຢູ່ໃນເມືອງຫນຶ່ງຜູ້ຊາຍຄົນຫນຶ່ງຮັ່ງມີ ແລະອີກຄົນຫນຶ່ງຍາກຈົນ.
|
||
\v 2 ຜູ້ຊາຍຄົນຮັ່ງມີນັ້ນມີແພະແກະ ແລະງົວຫລວງຫລາຍ,
|
||
\v 3 ແຕ່ຜູ້ຊາຍຄົນຍາກຈົນນັ້ນບໍ່ມີຫຍັງເລີຍ ເວັ້ນແຕ່ແກະໂຕເເມ່ໂຕນ້ອຍໆ ໂຕດຽວທີ່ເຂົາໄດ້ຊື້ມາ, ຊຶ່ງເຂົາໄດ້ລ້ຽງໄວ້ມັນໄດ້ເຕີບໂຕມາກັບເຂົາ ແລະບັນດາລູກທັງຫລາຍຂອງເຂົາ ມັນໄດ້ກິນອາຫານຮ່ວມກັບເຂົາດ້ວຍ. ແລະໄດ້ດື່ມຈາກຖ້ວຍດຽວກັບເຂົາ, ແລະມັນໄດ້ນອນໃນອົກຂອງເຂົາ ແລະເປັນເຫມືອນລູກສາວຂອງເຂົາ.
|
||
|
||
\s5
|
||
\v 4 ມື້ຫນຶ່ງມີແຂກຄົນຫນຶ່ງ ໄດ້ເດີນທາງມາຫາຄົນຮັ່ງມີ, ແຕ່ຄົນຮັ່ງມີບໍ່ເຕັມໃຈທີ່ຈະເອົາສັດຈາກຝູງງົວ ແລະແກະຂອງເຂົາມາເຮັດອາຫານ ສຳຫລັບລ້ຽງແຂກ ເຂົາຈຶ່ງໄດ້ເອົາລູກແກະໂຕເເມ່ຂອງຄົນຈົນ ແລະຕຽມເປັນອາຫານໃຫ້ແກ່ແຂກຂອງເຂົາ."
|
||
\v 5 ດາວິດກໍໄດ້ໃຈຮ້າຍຜູ້ຊາຍທີ່ຮັ່ງມີຄົນນັ້ນຫລາຍ, ແລະໄດ້ຮັບສັ່ງແກ່ນາທານວ່າ, "ພຣະຢາເວຊົງມີຊີວິດ, ຜູ້ຊາຍຄົນທີ່ເຮັດເຊັ່ນນັ້ນສົມຄວາມຕາຍ.
|
||
\v 6 ເຂົາຈະຕ້ອງຊົດໃຊ້ຄືນລູກແກະໃຫ້ສີ່ເທົ່າເພາະເຂົາໄດ້ເຮັດສິ່ງນີ້, ແລະເພາະວ່າເຂົາບໍ່ມີຄວາມເມດຕາຕໍ່ຜູ້ຊາຍທີ່ຍາກຈົນ."
|
||
|
||
\s5
|
||
\v 7 ນາທານຈຶ່ງໄດ້ທູນດາວິດວ່າ, "ທ່ານນັ້ນແຫລະຄືຜູ້ຊາຍຄົນນັ້ນ, ພຣະຢາເວພຣະເຈົ້າແຫ່ງອິດສະຣາເອນໄດ້ກ່າວວ່າ, "ເຮົາໄດ້ແຕ່ງຕັ້ງເຈົ້າໄວ້ໃຫ້ປັນກະສັດເຫນືອອິດສະຣາເອນ, ແລະເຮົາໄດ້ຊ່ວຍກູ້ເຈົ້າໃຫ້ພົ້ນຈາກມືຂອງໂຊນ.
|
||
\v 8 ເຮົາໄດ້ມອບຣາຊວົງເຈົ້ານາຍຂອງເຈົ້າໃຫ້ເຈົ້າ, ແລະໄດ້ມອບເຫລົ່າເມຍຂອງເຈົ້ານາຍຂອງເຈົ້າໄວ້ໃນອ້ອມແຂນຂອງເຈົ້າ. ເຮົາໄດ້ມອບວົງວານຂອງອິດສະຣາເອນ ແລະຢູດາຍ,ໃຫ້ແກ່ເຈົ້າດ້ວຍເຊັ່ນກັນ, ແຕ່ຖ້າເທົ່ານີ້ຍັງນ້ອຍເກີນໄປ ເຮົາຈະເພີ່ມໃຫ້ຫລວງຫລາຍກ່ອນນີ້.
|
||
|
||
\s5
|
||
\v 9 ດັ່ງນັ້ນເປັນຫຍັງເຈົ້າເຖິງໄດ້ດູຫມິ່ນ ພຣະບັນຊາຂອງພຣະຢາເວ, ໄດ້ເຮັດສິ່ງທີ່ຊົ່ວໃນສາຍຕາພຣະອົງ? ເຈົ້າໄດ້ປະຫານອູຣິຢາຄົນຮິດຕີດ້ວຍດາບ ແລະໄດ້ເອົາເມຍຂອງເຂົາມາເປັນເມຍຂອງເຈົ້າ. ເຈົ້າໄດ້ຂ້າເຂົາດ້ວຍດາບຂອງກອງທັບຂອງຄົນອຳໂມນ.
|
||
\v 10 ດັ່ງນັ້ນ ບັດນີ້ດາບນັ້ນຈະບໍ່ຄາດໄປຈາກຣາຊວົງຂອງເຈົ້າ, ເພາະເຈົ້າໄດ້ດູຫມິ່ນເຮົາ ແລະໄດ້ເອົາເມຍຂອງອູຣິຢາຄົນຮິດຕີມາເປັນເມຍຂອງເຈົ້າ."
|
||
|
||
\s5
|
||
\v 11 ພຣະຢາເວກ່າວວ່າ, 'ນີ້ແຫລະ, ເຮົາຈະໃຫ້ເຫດຮ້າຍເກີດຂຶ້ນກັບເຈົ້າຈາກຄອບຄົວຂອງເຈົ້າເອງ. ຕໍ່ຫນ້າຕໍ່ຕາເຈົ້າ, ເຮົາຈະເອົາບັນດາເມຍຂອງເຈົ້າໄປໃຫ້ເພື່ອນຂອງເຈົ້າ, ແລະເຂົາຈະນອນຮ່ວມກັບບັນດາເມຍຂອງເຈົ້າຢ່າງເປີດເຜີຍ.
|
||
\v 12 ເພາະເຈົ້າໄດ້ເຮັດບາບຂອງເຈົ້ານັ້ນຢ່າງລັບໆ, ແຕ່ເຮົາຈະເຮັດການນີ້,ຕໍ່ຫນ້າອິດສະຣາເອນທັ້ງຫມົດຢ່າງເປີດເຜີຍ. ""
|
||
\v 13 ແລ້ວດາວິດຈຶ່ງໄດ້ກ່າວກັບນາທານວ່າ, "ເຮົາໄດ້ກະທຳບາບຕໍ່ພຣະຢາເວແລ້ວ." ນາທານໄດ້ທູນດາວິດວ່າ, "ພຣະຢາເວໄດ້ຊົງໃຫ້ອະໄພບາບຂອງທ່ານແລ້ວເຊັ່ນກັນ. ທ່ານເອງຈະບໍ່ຖືກຂ້າ.
|
||
|
||
\s5
|
||
\v 14 ຢ່າງໃດກໍຕາມ, ເພາະທ່ານໄດ້ຊົງຫມິ່ນປະຫມາດພຣະຢາເວແລ້ວ, ດ້ວຍການກະທຳຄັ້ງນີ້ ລູກຊາຍທີ່ເກີດມານັ້ນຈະຕາຍແນ່ນອນ."
|
||
\v 15 ແລ້ວນາທານກໍໄດ້ກັບໄປຍັງບ້ານຂອງເຂົາ. ແລະພຣະຢາເວໄດຊົງເຮັດໃຫ້ລູກຊາຍ ຊຶ່ງເມຍຂອງອູຣິຢາເກີດກັບດາວິດນັ້ນ, ໄດ້ປ່ວຍຫນັກ.
|
||
|
||
\s5
|
||
\v 16 ດາວິດກໍໄດ້ຊົງອ້ອນວອນຕໍ່ພຣະເຈົ້າເພື່ອລູກຊາຍນັ້ນ. ດາວິດໄດ້ຊົງອົດອາຫານ ແລະໄດ້ເຂົ້າໄປຂ້າງໃນ ແລະໄດ້ນອນເທິງພື້ນຕະຫລອດຄືນ.
|
||
\v 17 ພວກຜູ້ອາວຸໂສໃນວັງຂອງເພິ່ນກໍໄດ້ລຸກຂຶ້ນ ແລະໄດ້ມາຢືນຢູ່ຂ້າງເພິ່ນ, ເພື່ອຈະຍົກເພິ່ນຂຶ້ນຈາກພຶ້ນ, ແຕ່ເພິ່ນບໍ່ຊົງຍອມລຸກຂຶ້ນ, ແລະເພິ່ນບໍ່ກິນຫຍັງກັບພວກເຂົາ.
|
||
\v 18 ແລ້ວເຫດການນີ້ກໍໄດ້ເກີດຂຶ້ນ ພໍມື້ທີເຈັດລູກຊາຍກໍໄດ້ເສຍຊີວິດ. ສ່ວນຂ້າຣາຊການຂອງດາວິດກໍໄດ້ຢ້ານ ບໍ່ກ້າທູນເພິ່ນວ່າ, ລູກຊາຍນັ້ນຕາຍແລ້ວ ເພາະພວກເຂົາໄດ້ເວົ້າກັນວ່າ, "ເບິ່ງເຖີດ ຂະນະທີ່ລູກຊາຍຍັງຕາຍຢູ່ ພວກເຮົາໄດ້ທູນຕໍ່ເພິ່ນ, ແຕ່ເພິ່ນກໍບໍ່ໄດ້ຊົງຟັງສຽງຂອງພວກເຮົາເລີຍ. ເພິ່ນກໍອາດເຮັດຫຍັງຕໍ່ຕົວເພິ່ນເອງຫລືບໍ່? ຖ້າພວກເຮົາທູນເພິ່ນວ່າ ລູກຊາຍໄດ້ເສຍຊີວິດແລ້ວ?!"
|
||
|
||
\s5
|
||
\v 19 ແຕ່ເມື່ອດາວິດໄດ້ແນມເບິ່ງເຫລົ່າຂ້າຣາຊການກຳລັງຊື່ມກັນຢູ່, ດາວິດກໍໄດ້ເຂົ້າໃຈວ່າລູກຊາຍນັ້ນໄດ້ເສຍຊີວິດແລ້ວ. ເພິ່ນຈຶ່ງໄດ້ຊົງຮັບສັ່ງກັບຂ້າຣາຊການຂອງເພິ່ນວ່າ, "ເດັກນັ້ນໄດ້ເສຍຊີວິດແລ້ວບໍ?" ພວກເຂົາໄດ້ທູນຕອບວ່າ,"ໄດ້ເສຍຊີວິດແລ້ວ"
|
||
\v 20 ແລ້ວດາວິດກໍໄດ້ຊົງລຸກຂຶ້ນຈາກພື້ນ ແລະໄດ້ຊຳລະລ້າງຮ່າງກາຍຂອງເພິ່ນ, ເຊັດໂຕເພິ່ນ, ປ່ຽນເຄື່ອງເພິ່ນ. ເພິ່ນໄດ້ດຳເນີນເຂົ້າໄປໃນພຣະວິຫານຂອງພຣະຢາເວ ແລະໄດ້ນະມັດສະການທີ່ນັ້ນ, ແລະຫລັງຈາກນັ້ນແລ້ວເພິ່ນກໍໄດ້ກັບຣາຊວັງຂອງເພິ່ນ. ເມື່ອເພິ່ນໄດ້ຊົງຮັບສັ່ງ, ໃຫ້ຈັດອາຫານມາພວກເຂົາກໍໄດ້ຈັດຂອງກິນຕໍ່ຫນ້າເພິ່ນ, ແລະເພິ່ນກໍໄດ້ກິນ.
|
||
|
||
\s5
|
||
\v 21 ແລ້ວເຫລົ່າຂ້າຣາຊການຂອງເພິ່ນຈຶ່ງໄດ້ທູນຖາມເພິ່ນວ່າ, "ເປັນຫຍັງທ່ານເຮັດເຊັ່ນນີ້? ທ່ານໄດ້ອົດອາຫານ ແລະຊົງຮ້ອງໄຫ້ເພື່ອລູກຊາຍນັ້ນໃນຂະນະທີ່ເຂົາຊົງມີຊີວິດຢູ່, ແຕ່ເມື່ອລູກຊາຍນັ້ນເສຍຊີວິດແລ້ວ, ທ່ານກໍໄດ້ຊົງລຸກຂຶ້ນກິນອາຫານ."
|
||
\v 22 ດາວິດກໍໄດ້ຕອບວ່າ,"ເມື່ອເດັກນັ້ນມີຊີວິດຢູ່ ເຮົາໄດ້ອົດອາຫານ ແລະໄດ້ຮ້ອງໄຫ້. ເພາະເຮົາວ່າ, ໃຜຈະຮູ້ໄດ້ວ່າພຣະຢາເວຈະຊົງເມດຕາເຮົາຫລືບໍ່, ທີ່ຈະຊົງໃຫ້ເດັກນັ້ນມີຊີວິດຕໍ່ໄດ້?
|
||
\v 23 ແຕ່ດຽວນີ້ເຂົາໄດ້ເສຍຊີວິດແລ້ວ, ເຮົາຈະອົດອາຫານເຮັດຫຍັງ? ເຮົາຈະເຮັດເດັກໃຫ້ຟື້ນຂຶ້ນມາໄດ້ບໍ່? ເຮົາຈະຕາມເດັກນັ້ນໄປ, ແຕ່ເຂົາຈະບໍ່ກັບມາຫາເຮົາ."
|
||
|
||
\s5
|
||
\v 24 ຕໍ່ມາ ດາວິດຊົງໄປຫານາງບັດເຊບາເມຍຂອງຕົນ, ແລະໄດ້ຊົງຫລັບນອນກັບນາງ, ນາງກໍໄດ້ເກີດລູກຊາຍຄົນຫນຶ່ງຊື່ວ່າ ໂຊໂລໂມນ ພຣະຢາເວໄດ້ຊົງຮັກເຂົາ.
|
||
\v 25 ແລະພຣະອົງໄດ້ຊົງໃຊ້ນາທານຜູ້ທຳນວຍໄປ ຕັ້ງຊື່ລູກຊາຍນັ້ນວ່າ ເຢດີດີຢາ, ເພາະພຣະຢາເວຊົງຮັກເພິ່ນ.
|
||
|
||
\s5
|
||
\v 26 ບັດນີ້ໂຢອາບໄດ້ສູ້ຮົບກັບຣັບບາ, ເມືອງຫລວງຂອງຄົນອຳໂມນ ແລະເຂົາໄດ້ຢຶດປ້ອມປາການຂອງເມືອງນັ້ນໄດ້.
|
||
\v 27 ດັ່ງນັ້ນໂຢອາບຈຶ່ງໄດ້ສົ່ງຜູ້ສື່ສານໄປເຝົ້າດາວິດ ແລະໄດ້ທູນວ່າ, "ຂ້ານ້ອຍໄດ້ສູ້ຮົບກັບນະຄອນຣັບບາ, ແລະຂ້ານ້ອຍໄດ້ຢຶດແຫລ່ງນ້ຳຂອງເມືອງໄດ້ແລ້ວ.
|
||
\v 28 ບັດນີ້ຂໍທ່ານໄດ້ຊົງຮວບຮວມທະຫານທີ່ເຫລືອ ແລະຕັ້ງຄ້າຍຕີເມືອງນັ້ນ ແລະຢຶດໃຫ້ໄດ້, ເພາະຢ້ານວ່າຖ້າຂ້ານ້ອຍຕີໄດ້, ກໍຈະຮ້ອງຊື່ເມືອງນັ້ນຕາມຊື່ຂອງຂ້ານ້ອຍ."
|
||
|
||
\s5
|
||
\v 29 ດັ່ງນັ້ນດາວິດຈຶ່ງໄດ້ຊົງຮວບຮວມທະທານທັ້ງຫມົດ ແລະໄດ້ຍົກໄປຍັງເມືອງຣັບບາ, ເພິ່ນໄດ້ຊົງຕໍ່ສູ້ ແລະໄດ້ຢຶດເມືອງນັ້ນໄດ້.
|
||
\v 30 ດາວິດຊົງຢຶດມົງກຸດຈາກຫົວຂອງກະສັດຂອງພວກເຂົາ. ມົງກຸດນັ້ນເປັນທອງຄຳຫນັກປະມານສາມສິບຫ້າກິໂລ. ປະດັບດ້ວຍເພັດພອຍ ເຂົາກໍໄດ້ໃສ່ເທິງຫົວຂອງດາວິດ. ແລ້ວເພິ່ນໄດ້ຊົງຢຶດຊັບສົມບັດຂອງເມືອງນັ້ນອອກໄປຢ່າງຫລວງຫລາຍ.
|
||
|
||
\s5
|
||
\v 31 ເພິ່ນໄດ້ຊົງນຳປະຊາຊົນ ທີ່ຢູ່ໃນເມືອງນັ້ນອອກມາ ແລະໄດ້ຊົງບັງຄັບໃຫ້ເຮັດວຽກງານດ້ວຍເລື່ອຍຕ່າງໆ, ແລະຂວານເຫລັກຕ່າງໆ ເພິ່ນໄດ້ຊົງໃຫ້ພວກເຂົາເຮັດງານທີ່ເຕົາເຜົາດິນຈີ່. ດາວິດໄດ້ຊົງໃຫ້ເມືອງທັງຫມົດ ຂອງຄົນອຳໂມນໄດ້ເຮັດງານໃຊ້ແຮງງານນີ້. ແລ້ວດາວິດກໍໄດ້ກັບໄປ ນະຄອນເຢຣູຊາເລັມພ້ອມກັບທະຫານທັງຫມົດ.
|
||
|
||
\s5
|
||
\c 13
|
||
\cl ບົດທີ 13
|
||
\p
|
||
\v 1 ເຫດການເຫລົ່ານີ້ໄດ້ເກີດຂຶ້ນຫລັງຈາກທີ່ ອຳໂນນລູກຊາຍຂອງດາວິດ, ໄດ້ຊົງຫລົງຮັກຕາມາລູກຊາຍຕ່າງແມ່ຂອງເພິ່ນທີ່ງົດງາມ, ຕາມາ ຜູ້ຊຶ່ງເປັນນ້ອງສາວແທ້ໆ ຂອງອັບຊາໂລມ, ລູກຊາຍອີກຄົນຫນຶ່ງຂອງດາວິດ.
|
||
\v 2 ອຳໂນນໄດ້ຊົງຄັບອົກຄັບໃຈຈົນລົ້ມປ່ວຍເນື່ອງດ້ວຍລູກສາວຕາມາ. ນາງເປັນສາວພົມມະຈາລີ, ແລະເບິ່ງຄືວ່າຈະເປັນໄປບໍ່ໄດ້ສຳຫລັບອຳໂນນທີ່ຈະເຮັດຫຍັງກັບນາງໄດ້.
|
||
|
||
\s5
|
||
\v 3 ແຕ່ອຳໂນນໄດ້ມີຫມູ່ຄົນຫນຶ່ງຊື່ໂຢນາດາບລູກຊາຍຂອງຊາມມາເປັນອ້າຍຂອງດາວິດ, ໂຢນາດາບນັ້ນເປັນຄົນເຈົ້າປັນຍາ.
|
||
\v 4 ໂຢນາດາບຈຶ່ງໄດ້ທູນອຳໂນນວ່າ, "ເປັນຫຍັງ,ລູກຊາຍຂອງກະສັດ, ຈຶ່ງໄດ້ຊົງຊຶມເສົ້າເຊັ່ນນີ້ທຸກເຊົ້າ? ທ່ານຈະບໍ່ຊົງບອກໃຫ້ຂ້ານ້ອຍຮູ້ແດ່ບໍ?" ດັ່ງນັ້ນອຳໂນນຈຶ່ງໄດ້ຕອບເຂົາວ່າ, "ເຮົາຮັກຕາມານ້ອງສາວຂອງອັບຊາໂລມ,ນ້ອງຊາຍຂອງເຮົາ."
|
||
|
||
\s5
|
||
\v 5 ແລ້ວ ໂຢນາດາບຈຶ່ງໄດ້ບອກເພິ່ນວ່າ, "ຂໍເຊີນນອນເທິງບ່ອນນອນ ແລະທຳທ່າເປັນໄຂ້. ເມື່ອພໍ່ຂອງທ່ານມາຢ້ຽມ, ກໍໃຫ້ທູນວ່າ, "ຂໍກະລຸນາໃຫ້ຕາມານ້ອງສາວຂອງຂ້ານ້ອຍມາໃຫ້ອາຫານແກ່ຂ້ານ້ອຍ ແລະມາຕຽມອາຫານຕໍ່ຫນ້າຂ້ານ້ອຍ ເພື່ອຂ້ານ້ອຍຈະໄດ້ເຫັນ, ແລະກິນຈາກມືຂອງນາງ?""
|
||
\v 6 ດັ່ງນັ້ນ ອຳໂນນຈຶ່ງນອນ ແລະໄດ້ທຳທ່າເປັນໄຂ້ ເມື່ອກະສັດໄດ້ມາຢ້ຽມ. ອຳໂນນກໍໄດ້ທູນກະສັດວ່າ,"ຂໍກາລຸນາໃຫ້ຕາມານ້ອງສາວມາເຮັດອາຫານຕໍ່ຫນ້າຂ້ານ້ອຍ ເພື່ອທີ່ຂ້ານ້ອຍຈະໄດ້ກິນຈາກມືຂອງນາງ."
|
||
|
||
\s5
|
||
\v 7 ແລ້ວດາວິດກໍຊົງໃຊ້ຄົນໄປແຈ້ງຕາມາທີ່ວັງຂອງເພິ່ນວ່າ, "ຈົ່ງໄປທີ່ວັງຂອງອຳໂນນອ້າຍຂອງເຈົ້າ ແລະເຮັດອາຫານໃຫ້ເຂົາ."
|
||
\v 8 ດັ່ງນັ້ນຕາມາກໍໄດ້ໄປຍັງວັງຂອງອຳໂນນອ້າຍຂອງນາງ ທີ່ເຂົາກຳລັງນອນຢູ່. ນາງໄດ້ຈັບແປ້ງມາ ແລະໄດ້ນວດ, ແລະໄດ້ເຮັດຂະຫນົມຕໍ່ຫນ້າເພິ່ນ.
|
||
\v 9 ນາງກໍໄດ້ປີ້ງຂະຫນົມ ນາງກໍໄດ້ຍົກຫມໍ້ມາ ແລະໃຫ້ຂະຫນົມຕໍ່ອ້າຍ, ແຕ່ອຳໂນນກໍໄດ້ຊົງປະຕິເສດທີ່ຈະບໍ່ກິນ. ແລ້ວອຳໂນນໄດ້ເວົ້າກັບຄົນອື່ນໆ ທີ່ຢູ່ໃນນັ້ນວ່າ, "ໃຫ້ທຸກຄົນອອກໄປ, ອອກໄປຈາກເຮົາ" ດັ່ງນັ້ນທຸກຄົນກໍໄດ້ອອກໄປຈາກເພິ່ນ.
|
||
|
||
\s5
|
||
\v 10 ດັ່ງນັ້ນອຳໂນນກໍໄດ້ສັ່ງກັບຕາມາວ່າ, "ຈົ່ງເອົາອາຫານເຂົ້າມາໃນຫ້ອງຂອງອ້າຍ ເພື່ອອ້າຍຈະໄດ້ກິນຈາກມືຂອງນ້ອງ." ດັ່ງນັ້ນຕາມາກໍໄດ້ນຳຂະຫມົນທີ່ນາງໄດ້ເຮັດນັ້ນ, ແລະໄດ້ນຳເຂົ້າໄປໃນຫ້ອງໃຫ້ອຳໂນນອ້າຍຂອງນາງ.
|
||
\v 11 ເມື່ອນາງໄດ້ນຳຂະຫນົມມາໃກ້ເພິ່ນ, ອຳໂນນກໍໄດ້ຊົງຈັບນາງໄວ້ ແລະໄດ້ເວົ້າວ່າ,"ມາເຖີດ, ເຂົ້າມານອນກັບອ້າຍ."
|
||
\v 12 ນາງຈຶ່ງໄດ້ຕອບເພິ່ນວ່າ, "ຢ່າເລີຍ, ອ້າຍຂອງຂ້ານ້ອຍ, ຢ່າໄດ້ບັງຄັບຂ້ານ້ອຍເລີຍ, ສິ່ງຢ່າງນີ້ເຂົາບໍ່ເຮັດກັນໃນອິດສະຣາເອນ. ຢ່າເຮັດເລື່ອງທີ່ຊົ່ວຊ້າຢ່າງນີ້ເລີຍ!
|
||
|
||
\s5
|
||
\v 13 ຂ້ານ້ອຍຈະກຳຈັດຄວາມອາຍນີ້ໄປໄດ້ຢ່າງໃດ? ສ່ວນອ້າຍເດ່? ອ້າຍກໍຈະເປັນຄົນເສຍຫນ້າຄົນຫນຶ່ງໃນອິດສະຣາເອນ! ບັດນີ້, ຂໍທູນກະສັດເຖີດ, ເພິ່ນຈະບໍ່ຫວງຂ້ານ້ອຍໄວ້ຈາກເພິ່ນ."
|
||
\v 14 ຢ່າງໃດກໍຕາມອຳໂນນບໍ່ຍອມຟັງສຽງນາງ. ເພາະເພິ່ນຊົງມີກຳລັງຫລາຍກວ່າຕາມາ, ເພິ່ນຈຶ່ງໄດ້ຊົງບັງຄັບນາງ ແລະນອນກັບນາງ.
|
||
|
||
\s5
|
||
\v 15 ແລ້ວອຳໂນນກໍໄດ້ຊົງເບື່ອຫນ່າຍນາງ ດ້ວຍຄວາມກຽດຊັງທີ່ສຸດ. ເພິ່ນຊົງກຽດຊັງນາງຫລາຍ ຍິ່ງກວ່າຄວາມປາຖະຫນາຊຶ່ງເພິ່ນຊົງເຄີຍມີຕໍ່ນາງ. ອຳໂນນໄດ້ເວົ້າກັບນາງວ່າ, "ຈົ່ງລຸກຂຶ້ນໄປໃຫ້ພົ້ນ."
|
||
\v 16 ແຕ່ນາງໄດ້ຕອບເພິ່ນວ່າ, "ບໍ່! ເພາະຄວາມຜິດໃຫຍ່ຫລວງນີ້ ທີ່ຈະຊົງຂັບໄລ່ຂ້ານ້ອຍໄປກໍຫລາຍກວ່າ ສິ່ງທີ່ທ່ານໄດ້ຊົງເຮັດກັບຂ້ານ້ອຍ!" ແຕ່ອຳໂນນບໍ່ຍອມຟັງນາງ.
|
||
\v 17 ແຕ່ໄດ້ຊົງຮ້ອງມະຫາດເລັກສ່ວນພະອົງ ແລະໄດ້ເວົ້າວ່າ, "ຈົ່ງເອົາຜູ້ຍິງຄົນນີ້ອອກໄປໃຫ້ພົ້ນເຮົາ, ແລ້ວປິດປະຕູໃສ່ໄລຫລັງຈາກນາງອອກໄປ."
|
||
|
||
\s5
|
||
\v 18 ແລະມະຫາດເລັກຂອງພະອົງ ກໍໄດ້ນຳນາງອອກໄປ ແລະໄດ້ປິດປະຕູໃສ່ໄລຫລັງຈາກນາງອອກໄປ. ຕາມາໄດ້ນຸ່ງເສື້ອຄຸມຍາວທີ່ໄດ້ປະດັບປະດາ ເພາະເຫລົ່າລູກສາວຂອງກະສັດທີ່ຍັງເປັນຍິງພົມມະຈາລີນຸ່ງກັນເຊັ່ນນັ້ນ.
|
||
\v 19 ຕາມາກໍໄດ້ເອົາຂີ້ເທົາໃສ່ທີ່ຫົວຂອງນາງ ແລະໄດ້ຈີກເສື້ອຄຸມຢາວຂອງນາງ. ນາງໄດ້ເອົາມືທັງສອງຂ້າງຂອງນາງຄຸມຫົວ ແລະໄດ້ຢ່າງໄປ, ຮ້ອງໄຫ້ສຽງດັງຂະນະທີ່ນາງໄດ້ຢ່າງໄປ.
|
||
|
||
\s5
|
||
\v 20 ອັບຊາໂລມອ້າຍຂອງນາງກໍໄດ້ເວົ້າກັບນາງວ່າ, "ອຳໂນນອ້າຍຂອງນ້ອງໄດ້ຢູ່ກັບນ້ອງບໍ່? ແຕ່ ບັດນີ້ ຈົ່ງມິດສາ, ນ້ອງຂອງອ້າຍ. ເຂົາເປັນອ້າຍຂອງເຈົ້າ. ຢ່າທຸກໃຈເພາະເລື່ອງນີ້ເລີຍ," ດັ່ງນັ້ນຕາມາກໍໄດ້ຢູ່ດຽວດາຍໃນວັງຂອງອ້າຍອັບຊາໂລມ.
|
||
\v 21 ແຕ່ເມື່ອກະສັດດາວິດໄດ້ຊົງຮູ້ເລື່ອງເຫລົ່ານີ້ທັງຫມົດ, ເພິ່ນກໍໄດ້ໃຈຮ້າຍຫລາຍ.
|
||
\v 22 ອັບຊາໂລມບໍ່ໄດ້ເວົ້າກັບອຳໂນນເລີຍ, ເພາະອັບຊາໂລມໄດ້ກຽດຊັງເພິ່ນຫລາຍໃນສິ່ງທີ່ເພິ່ນໄດ້ເຮັດກັບຕາມານ້ອງສາວຂອງເພິ່ນໄດ້ອັບອາຍ.
|
||
|
||
\s5
|
||
\v 23 ແລ້ວສິ່ງນີ້ກໍໄດ້ເກີດຂຶ້ນ ຕໍ່ມາອີກສອງປີເຕັມ ທີ່ອັບຊາໂລມໄດ້ຈັດງານຕັດຂົນແກະທີ່ບາອານຮາໂຊ, ຊຶ່ງຢູ່ໃກ້ເອຟຣາອິມ, ແລະອັບຊາໂລມໄດ້ເຊີນລູກທັງຫມົດຂອງກະສັດໄປໃນງານນັ້ນ.
|
||
\v 24 ອັບຊາໂລມໄດ້ໄປເຝົ້າກະສັດ ແລະໄດ້ທູນວ່າ,"ເບິ່ງເຖີດ, ຜູ້ຮັບໃຊ້ຂອງທ່ານມີງານຕັດຂົນແກະ. ຂໍທູນເຊີນ,ກະສັດພ້ອມດ້ວຍມະຫາດເລັກຂອງທ່ານໄປໃນງານນັ້ນໄປກັບຂ້ານ້ອຍ,ຜູ້ຮັບໃຊ້ຂອງທ່ານ."
|
||
|
||
\s5
|
||
\v 25 ກະສັດໄດ້ເວົ້າກັບອັບຊາໂລມວ່າ, "ບໍ່, ລູກເອີຍ, ຢ່າເລີຍ ພວກເຮົາທຸກຄົນບໍ່ຄວນໄປກັນຫມົດເລີຍ ເພາະວ່າພວກເຮົາຈະເປັນພາລະແກ່ເຈົ້າ." ອັບຊາໂລມກໍໄດ້ຊົງເກ້ຍກ່ອມກະສັດ, ແຕ່ເພິ່ນກໍບໍ່ຍອມໄປ, ແຕ່ເພິ່ນໄດ້ຊົງອວຍພອນໃຫ້ອັບຊາໂລມ.
|
||
\v 26 ແລ້ວອັບຊາໂລມຈຶ່ງໄດ້ທູນວ່າ, "ຖ້າບໍ່ກະລຸນາໄປ ກໍຂໍຊົງກະລຸນາໃຫ້ອຳໂນນອ້າຍຂອງຂ້ານ້ອຍໄປດ້ວຍກັນກັບພວກເຮົາເຖີດ." ດັ່ງນັ້ນກະສັດໄດ້ເວົ້າວ່າ,"ເປັນຫຍັງຈະໃຫ້ອຳໂນນໄປກັບເຈົ້າດ້ວຍ?"
|
||
|
||
\s5
|
||
\v 27 ອັບຊາໂລມໄດ້ທູນເກ້ຍກ່ອມດາວິດ, ແລະດັ່ງນັ້ນເພິ່ນຈຶ່ງໄດ້ຊົງໃຫ້ອຳໂນນ ແລະລູກຂອງກະສັດທັງຫມົດໄປດ້ວຍກັນກັບອັບຊາໂລມ.
|
||
\v 28 ອັບຊາໂລມໄດ້ຊົງບັນຊາພວກມະຫາດເລັກຂອງເພິ່ນວ່າ,"ຈົ່ງຖ້າເບິ່ງຢ່າງໃກ້ຊິດ. ເມື່ອອຳໂນນໄດ້ເລີ່ມເມົາເຫລົ້າອະງຸ່ນເມື່ອໃດ, ແລະເມື່ອເຮົາສັ່ງພວກເຈົ້າວ່າ, "ຈົ່ງປະຫານອຳໂນນ," ແລ້ວຈົ່ງຂ້າເຂົາ ຢ່າຢ້ານເລີຍ. ເຮົາເອງສັ່ງພວກເຈົ້າແລ້ວບໍ່ແມ່ນບໍ່? ຈົ່ງເຂັ້ມແຂງ ແລະກ້າຫານເຖີດ."
|
||
\v 29 ດັ່ງນັ້ນພວກມະຫາດເລັກຂອງອັບຊາໂລມກໍໄດ້ເຮັດກັບອຳໂນນຕາມທີ່ອັບຊາໂລມໄດ້ຊົງບັນຊາໄວ້. ແລ້ວລູກທັງຫມົດຂອງກະສັດກໍໄດ້ລຸກຂຶ້ນ, ແລະທຸກຄົນກໍໄດ້ຊົງຂີ່ລໍແຕ່ລະຄົນ ແລະຫນີໄປ ດັ່ງນັ້ນ.
|
||
|
||
\s5
|
||
\v 30 ສິ່ງນີ້ໄດ້ເກີດຂຶ້ນ, ຂະນະເມື່ອເຫລົ່າ,ລູກຊາຍໄດ້ຊົງດຳເນີນຢູ່ຕາມທາງໄດ້ມີຂ່າວໄປເຖິງດາວິດວ່າ, "ອັບຊາໂລມໄດ້ຊົງຂ້າລູກຂອງເພິ່ນທັງຫມົດແລ້ວ, ແລະບໍ່ເຫລືອລອດຢູ່ຈັກຄົນດຽວ."
|
||
\v 31 ກະສັດຈຶ່ງລຸກຂຶ້ນຈີກເຄື່ອງນຸ່ງຫົ່ມຂອງຕົນດ້ວຍຄວາມໂສກເສົ້າ, ແລະນອນລົງພື້ນ, ຄົນຮັບໃຊ້ທັງຫມົດກໍໄດ້ນຸ່ງເສື້ອຜ້າຈີກຂາດຢືນເຝົ້າຢູ່.
|
||
|
||
\s5
|
||
\v 32 ໂຢນາດາບລູກຊາຍຂອງຊາມມາ, ຫລານຊາຍຂອງດາວິດ, ໄດ້ຊົງຕອບ ແລະໄດ້ທູນວ່າ, "ຂໍຢ່າໃຫ້ເຈົ້ານາຍຂອງຂ້ານ້ອຍສຳຄັນຜິດໄປວ່າ ພວກເຂົາໄດ້ຂ້າຄົນຫນຸ່ມແຫນ້ນທັງຫມົດທີ່ເປັນລູກຂອງກະສັດ, ເພາະວ່າອຳໂນນຕາຍແຕ່ຜູ້ດຽວ. ອັບຊາໂລມຊົງວາງແຜນການນີ້ຕັ້ງແຕ່ມື້ທີ່ອຳໂນນໄດ້ຊົງເຮັດຮຸ່ນແຮງຕໍ່ຕາມານ້ອງສາວຂອງທ່ານ.
|
||
\v 33 ເພາະສະນັ້ນ ຂໍກະສັດເຈົ້ານາຍຂອງຂ້ານ້ອຍຢ່າທຸກໃຈ, ດ້ວຍຊົງຢ່າເຊື່ອວ່າ ລູກທັງຫມົດຂອງທ່ານໄດ້ຕາຍ,ເພາະອຳໂນນໄດ້ຕາຍແຕ່ຄົນດຽວ."
|
||
|
||
\s5
|
||
\v 34 ອັບຊາໂລມກໍໄດ້ຫນີໄປ. ທະຫານຍາມໄດ້ແງນຫນ້າຂຶ້ນເບິ່ງ ແລະໄດ້ເຫັນຄົນຈຳນວນຫລາຍກຳລັງມາ ຈາກທາງຕາມຫລັງເນີນພູທາງດ້ານຕາເວັນຕົກຂອງເຂົາ.
|
||
\v 35 ແລ້ວໂຢນາດາບຈຶ່ງໄດ້ທູນກະສັດວ່າ, "ເບິ່ງເຖີດ, ບັນດາລູກຊາຍກຳລັງມາແລ້ວ. ສິ່ງນີ້ເປັນຈິງຕາມຖ້ອຍຄຳທີ່ຜູ້ຮັບໃຊ້ ຂອງທ່ານໄດ້ທູນແລ້ວ."
|
||
\v 36 ດັ່ງນັ້ນ ສິ່ງນີ້ໄດ້ເກີດຂຶ້ນ ເມື່ອເຂົາໄດ້ເວົ້າຈົບລົງບັນດາລູກຂອງກະສັດ,ກໍໄດ້ມາເຖິງ ແລະຊົງຮ້ອງໃຫ້ສຽງດັງແລະຊົງຂົມຂື່ນ. ກະສັດກໍຊົງຂົມຂື່ນ ແລະບັນດາຄົນຮັບໃຊ້ກໍຮ້ອງໄຫ້ສະອຶກສະອື້ນດ້ວຍເຊັ່ນກັນ.
|
||
|
||
\s5
|
||
\v 37 ແຕ່ອັບຊາໂລມໄດ້ຫນີໄປ ແລະໄດ້ເຂົ້າເຝົ້າຕານໄມ ລູກຊາຍຂອງອາມມີຮຸດ, ກະສັດເມືອງເກຊູ. ດາວິດໄດ້ຊົງໄວ້ທຸກໃຫ້ລູກຂອງເພິ່ນທຸກມື້.
|
||
\v 38 ດັ່ງນັ້ນ ອັບຊາໂລມກໍໄດ້ຫນີໄປຍັງເມືອງເກຊູ, ແລະໄດ້ຊົງຢູ່ທີ່ນັ້ນສາມປີ.
|
||
\v 39 ໃຈຂອງກະສັດດາວິດຊົງອາໄລເຖິງອັບຊາໂລມ, ເພາະເພິ່ນໄດ້ຊົງຮັບການເລົ້າໂລມເລື່ອງຂອງອຳໂນນ ແລະການຕາຍຂອງເຂົາ.
|
||
|
||
\s5
|
||
\c 14
|
||
\cl ບົດທີ 14
|
||
\p
|
||
\v 1 ບັດນີ້ໂຢອາບລູກຊາຍຂອງນາງເຊຣູອີຢາ ໄດ້ຮູ້ວ່າຈິດໃຈຂອງກະສັດໄດ້ຊົງປາຖະຫນາຈະໄດ້ພົບອັບຊາໂລມ.
|
||
\v 2 ດັ່ງນັ້ນໂຢອາບຈຶ່ງໄດ້ໃຊ້ຄົນໄປຍັງເມືອງເຕກົວ ແລະໄດ້ພາຜູ້ຍິງສະຫລາດຄົນຫນຶ່ງມາພົບເຂົາ. ເຂົາໄດ້ບອກນາງວ່າ,"ຈົ່ງທຳທ່າເປັນຄົນໄວ້ທຸກ ແລະນຸ່ງເສື້ອຂອງຄົນໄວ້ທຸກ. ກະລຸນາຢ່າທານ້ຳມັນ, ແຕ່ທຳທ່າຄືຜູ້ຍິງໄວ້ທຸກໃຫ້ຜູ້ຕາຍມາຫລາຍມື້.
|
||
\v 3 ແລ້ວຈົ່ງເຂົ້າໄປເຝົ້າກະສັດ ແລະທູນຂໍ້ຄວາມແກ່ທ່ານກ່ຽວກັບສິ່ງທີ່ເຮົາຈະອະທິບາຍໃຫ້ເຈົ້າ."ດັ່ງນັ້ນໂຢອາບກໍໄດ້ບອກຖ້ອຍຄຳໃຫ້ຍິງນັ້ນທີ່ຈະໄປທູນແກ່ກະສັດ.
|
||
|
||
\s5
|
||
\v 4 ເມື່ອຜູ້ຍິງຊາວເຕກົວໄດ້ມາທູນຕໍ່ກະສັດ, ນາງກໍໄດ້ນອນຊົບຫນ້າລົງເຖິງພື້ນດິນ ແລະໄດ້ທູນວ່າ,"ຂ້າແຕ່ກະສັດ, ຂໍຊົງຊ່ວຍຂ້ານ້ອຍດ້ວຍເຖີດ."
|
||
\v 5 ກະສັດໄດ້ເວົ້າກັບຜູ້ຍິງນັ້ນວ່າ, "ເຈົ້າມີເລື່ອງຫຍັງບໍ?" ນາງໄດ້ທູນວ່າ,"ຄວາມຈິງເປັນດັ່ງນີ້ ຂ້ານ້ອຍເປັນຍິງຫມ້າຍ, ຜົວຂອງຂ້ານ້ອຍໄດ້ຕາຍແລ້ວ.
|
||
\v 6 ຂ້ານ້ອຍ,ສາວໃຊ້ຂອງທ່ານມີລູກຊາຍສອງຄົນ, ແລະພວກເຂົາກໍໄດ້ແຕ່ງງານກັນທີ່ທົ່ງນາ, ແລະບໍ່ມີໃຜແຍກພວກເຂົາອອກ. ລູກຊາຍຄົນຫນຶ່ງຈຶ່ງໄດ້ຂ້າອີກຄົນຫນຶ່ງຕາຍ.
|
||
|
||
\s5
|
||
\v 7 ບັດນີ້ ບັນດາຍາດພີນ້ອງທັງຫມົດ,ກໍໄດ້ຫັນກັນມາຫາສາວໃຊ້ຂອງເພິ່ນບອກວ່າ,"ຈົ່ງມອບຜູ້ຂ້າອ້າຍຂອງເຂົາເພື່ອເຮົາຈະຂ້າເຂົາໃຫ້ຕາຍ, ເພື່ອຊົດໃຊ້ຊີວິດຂອງອ້າຍເຂົາທີ່ຖືກຂ້ານັ້ນ.' ດັ່ງນັ້ນພວກເຂົາຈະທຳລາຍຜູ້ຮັບມໍລະດົກດ້ວຍ." ດັ່ງນີ້ຂ້ານ້ອຍກໍຈະບໍ່ມີລູກເຫລືອຢູ່ເລີຍ, ແລະພວກເຂົາຈະບໍ່ເຫລືອໃຫ້ ແມ່ນແຕ່ຊື່ຫລືເຊື້ອສາຍ ຂອງຜົວຂ້ານ້ອຍເທິງພື້ນແຜ່ນດິນໂລກນີ້ເລີຍ."
|
||
|
||
\s5
|
||
\v 8 ດັ່ງນັ້ນກະສັດຈຶ່ງໄດ້ເວົ້າກັບຍິງຄົນນັ້ນວ່າ, "ໄປບ້ານເຈົ້າເຖີດ, ແລະເຮົາເອງຈະສັ່ງການບາງສິ່ງເພື່ອເຈົ້າ."
|
||
\v 9 ຜູ້ຍິງຊາວເຕກົວ ຈຶ່ງໄດ້ທູນກະສັດວ່າ,"ຂ້າແຕ່ກະສັດ,ເຈົ້ານາຍຂອງຂ້ານ້ອຍ, ຂໍໃຫ້ໂທດຕົກຢູ່ກັບຂ້ານ້ອຍ ແລະກັບເຊື້ອສາຍພໍ່ຂອງຂ້ານ້ອຍເຖີດ. ກະສັດ ແລະຄົນຮັບໃຊ້ຂອງເພິ່ນຢ່າໃຫ້ມິີໂທດເລີຍ."
|
||
|
||
\s5
|
||
\v 10 ກະສັດໄດ້ຕອບວ່າ, "ຖ້າມີໃຜກ່າວຫຍັງແກ່ເຈົ້າ, ຈົ່ງພາເຂົາມາຫາເຮົາ, ແລະເຂົາຈະບໍ່ແຕະຕ້ອງເຈົ້າອີກເລີຍ."
|
||
\v 11 ແລ້ວນາງກໍໄດ້ທູນວ່າ, "ຂໍກະສັດຊົງກ່າວ,ໃນພຣະນາມພຣະຢາເວພຣະເຈົ້າຂອງທ່ານ, ເພື່ອຜູ້ຮັບຜິດຊອບແຫ່ງໂລຫິດຈະບໍ່ທຳລາຍຜູ້ໃດອີກຕໍ່ໄປ, ດັ່ງນັ້ນພວກເຂົາຈະບໍ່ທຳຮ້າຍລູກຊາຍຂອງຂ້ານ້ອຍ." ກະສັດໄດ້ກ່າວວ່າ, "ພຣະຢາເວຊົງມີຊີວິດຢູ່, ເສັ້ນຜົມຂອງລູກຊາຍຂອງເຈົ້າເສັ້ນດຽວຈະບໍ່ຕົກລົງເຖິງດິນ."
|
||
|
||
\s5
|
||
\v 12 ແລ້ວຜູ້ຍິງໄດ້ທູນວ່າ, "ຂໍສາວໃຊ້ຂອງທ່ານໄດ້ທູນອີກຈັກຄຳຫນຶ່ງແກ່ກະສັດເຈົ້ານາຍຂອງຂ້ານ້ອຍ." ເພິ່ນໄດ້ກ່າວວ່າ, "ຈົ່ງເວົ້າມາ."
|
||
\v 13 ດັ່ງນັ້ນຜູ້ຍິງນັ້ນຈຶ່ງໄດ້ທູນວ່າ, "ເຫດໃດທ່ານໄດ້ຊົງເຮັດຜິດຕໍ່ປະຊາຊົນຂອງພຣະເຈົ້າ? ສຳຫລັບໃນການກ່າວເຊັ່ນນີ້, ກະສັດໄດ້ຊົງເປັນຄືບາງຄົນທີ່ມີຄວາມຜິດ, ເພາະວ່າກະສັດຍັງບໍ່ໄດ້ນຳລູກຊາຍຜູ້ຖືກເນລະເທດກັບມາວັງເລີຍ.
|
||
\v 14 ດັ່ງນັ້ນພວກເຮົາຈະຕ້ອງຕາຍ, ແລະພວກເຮົາເປັນຄືນ້ຳທີ່ເຫີຍເທິງພື້ນດິນ, ທີ່ບໍ່ສາມາດຈະເກັບລວມກັບຄືນມາອີກບໍ່ໄດ້. ແຕ່ພຣະເຈົ້າບໍ່ຊົງທຳລາຍຊີວິດ, ແຕ່ຊົງເຮັດຜິດສຳຫລັບຄົນເຫລົ່ານັ້ນທີ່ຖືກເນລະເທດໄດ້ກັບຄືນມາອີກ.
|
||
|
||
\s5
|
||
\v 15 ບັດນີ້, ແລ້ວທີ່ຂ້ານ້ອຍໄດ້ທູນເລື່ອງນີ້ຕໍ່ກະສັດເຈົ້ານາຍຂອງຂ້ານ້ອຍ, ກໍເພາະວ່າພວກປະຊາຊົນໄດ້ເຮັດໃຫ້ຂ້ານ້ອຍຢ້ານ. ດັ່ງນັ້ນສາວໃຊ້ຂອງເພິ່ນໄດ້ຄິດວ່າ,"ບັດນີ້ຂ້ອຍຈະທູນກະສັດ. ບາງທີກະສັດຈະຊົງເຮັດຕາມຄຳຂໍຂອງສາວໃຊ້ເພິ່ນ.
|
||
\v 16 ເພາະວ່າກະສັດຈະຊົງຟັງເຮົາ, ເພື່ອທີ່ຈະຊົງຊ່ວຍກູ້ສາວໃຊ້ຂອງເພິ່ນຈາກມືຂອງຜູ້ຈະທຳລາຍທັງຕົວຂ້ານ້ອຍ, ແລະລູກຊາຍຂອງຂ້ານ້ອຍຈາກມໍລະດົກຂອງພຣະເຈົ້າ."
|
||
\v 17 ແລ້ວສາວໃຊ້ຂອງເພິ່ນໄດ້ອະທິຖານວ່າ, "ຂ້າແຕ່ພຣະຢາເວ, ຂໍໃຫ້ສັນຍາຂອງກະສັດເຈົ້ານາຍຂອງຂ້ານ້ອຍເປັນທີ່ພັກພິງປຽບດັ່ງເທວະດາຂອງພຣະເຈົ້າ, ເພາະກະສັດເຈົ້ານາຍຂອງຂ້ານ້ອຍຜູ້ຊົງຮູ້ຄວາມດີ ແລະຊົ່ວ.' ຂໍພຣະຢາເວພຣະເຈົ້າຂອງທ່ານສະຖິດກັບທ່ານເຖີດ."
|
||
|
||
\s5
|
||
\v 18 ແລ້ວກະສັດໄດ້ຊົງກ່າວກັບຍິງນັ້ນວ່າ, "ຈົ່ງຢ່າປິດບັງສິ່ງໃດຈາກເຮົາທີ່ເຮົາເອງຈະຖາມເຈົ້າ." ຜູ້ຍິງນັ້ນໄດ້ທູນວ່າ, "ຂໍກະສັດເຈົ້ານາຍຂອງຂ້ານ້ອຍກ່າວເຖີດ."
|
||
\v 19 ກະສັດຈຶ່ງໄດ້ກ່າວວ່າ, "ມືຂອງໂຢອາບກ່ຽວຂ້ອງກັບເຈົ້າດ້ວຍໃນເລື່ອງທັງຫມົດນີ້ແມ່ນບໍ່?" ຜູ້ຍິງນັ້ນໄດ້ທູນຕອບ ແລະໄດ້ກ່າວວ່າ, "ຂ້າແດ່ກະສັດ, ເຈົ້ານາຍຂອງຂ້ານ້ອຍທ່ານຊົງມີຊີວິດຢູ່ ບໍ່ມີໃຜຫນີໄປທາງຂວາມືຫລືທາງຊ້າຍມືໄດ້ຈາກທຸກສິ່ງທີ່ກະສັດເຈົ້ານາຍຂອງຂ້ານ້ອຍໄດ້ກ່າວໄວ້ນັ້ນແລ້ວ.
|
||
\v 20 ເຂົານັ້ນແຫລະໂຢອາບຜູ້ຮັບໃຊ້ທ່ານທີ່ໄດ້ເຮັດສິ່ງນີ້ກໍເພື່ອຈະແກ້ໄຂສະຖານະການທີ່ກຳລັງເປັນຢູ່ນີ້. ເຈົ້ານາຍຂອງຂ້ານ້ອຍຊົງມີສະຕິປັນຍາ, ເຫມືອນດັ່ງສະຕິປັນຍາຂອງເທວະດາຂອງພຣະເຈົ້າ, ແລະຊົງຮູ້ທຸກສິ່ງທີ່ກຳລັງເກີດຂຶ້ນໃນແຜ່ນດິນ."
|
||
|
||
\s5
|
||
\v 21 ດັ່ງນັ້ນກະສັດຈຶ່ງໄດ້ກ່າວສັ່ງໂຢອາບວ່າ, "ເບິ່ງເຖີດ ເຮົາຈະເຮັດສິ່ງນີ້. ດັ່ງນັ້ນຈົ່ງໄປ, ແລະນຳອັບຊາໂລມຊາຍຫນຸ່ມຄົນນັ້ນກັບມາ."
|
||
\v 22 ດັ່ງນັ້ນໂຢອາບກໍໄດ້ນອນລົງກົ້ມຫນ້າລົງພື້ນດິນ ແລະຖວາຍຄວາມຈົ່ງຮັກພັກດີຕໍ່ກະສັດ. ໂຢອາບໄດ້ທູນວ່າ, "ມື້ນີ້ຜູ້ຮັບໃຊ້ຂອງທ່ານຮູ້ວ່າ, ຂ້ານ້ອຍ,ໄດ້ຮັບຄວາມໂປດປານຈາກກະສັດ,ເຈົ້ານາຍຂອງຂ້ານ້ອຍໃນການທີ່ກະສັດໄດ້ຊົງພໍໃຈ ຕາມຄຳທູນຂໍຂອງຜູ້ຮັບໃຊ້ຂອງທ່ານ."
|
||
|
||
\s5
|
||
\v 23 ດັ່ງນັ້ນ, ໂຢອາບຈຶ່ງໄດ້ລຸກຂຶ້ນໄປຍັງເມືອງເກຊູ, ແລະໄດ້ພາອັບຊາໂລມມາຍັງນະຄອນເຢຣູຊາເລັມ.
|
||
\v 24 ກະສັດໄດ້ກ່າວວ່າ, "ໃຫ້ເຂົາກັບໄປວັງຂອງເຂົາເຖີດ, ແຕ່ຢ່າໃຫ້ເຂົ້າເຝົ້າເຮົາ." ດັ່ງນັ້ນອັບຊາໂລມກໍໄດ້ກັບໄປຢູ່ວັງຂອງເພິ່ນ, ແຕ່ບໍໄດ້ເຂົ້າເຝົ້າຕໍ່ຫນ້າກະສັດ.
|
||
|
||
\s5
|
||
\v 25 ບັດນີ້ ອິດສະຣາເອນບໍ່ມີຜູ້ໃດໄດ້ຮັບການຍົກຍ້ອງໃນເລື່ອງຄວາມສະງ່າງາມຫລາຍເທົ່າກັບອັບຊາໂລມ. ນັບແຕ່ປາຍຕີນຈົນຮອດຫົວຂອງເພິ່ນ ເພິ່ນບໍ່ຊົງມີຕຳນິເລີຍ.
|
||
\v 26 ເມື່ອເພິ່ນຊົງຕັດຜົມໃນທ້າຍປີຂອງທຸກປີ, ເພາະວ່າຜົມເທິງຫົວຂອງເພິ່ນມີນ້ຳຫນັກຫລາຍ, ເພິ່ນໄດ້ຊົງຊັ່ງຜົມ ໄດ້ຫນັກປະມານເຖິງສອງກິໂລ ຊຶ່ງໄດ້ຊັ່ງຕາມນ້ຳມາດຕະຖານຂອງກະສັດ.
|
||
\v 27 ອັບຊາໂລມໄດ້ມີລູກຊາຍສາມຄົນ, ແລະລູກສາວຄົນຫນຶ່ງຊື່ຕາມາ, ນາງເປັນຍິງທີ່ງາມ.
|
||
|
||
\s5
|
||
\v 28 ອັບຊາໂລມໄດ້ຢູ່ໃນນະຄອນເຢຣູຊາເລັມເຖິງສອງປີເຕັມ, ໂດຍບໍ່ໄດ້ເຂົ້າເຝົ້າຕໍ່ຫນ້າກະສັດ.
|
||
\v 29 ແລ້ວອັບຊາໂລມກໍໄດ້ສົ່ງຄົນໄປນຳຫາໂຢອາບໃຫ້ນຳເພິ່ນເຂົ້າໄປເຝົ້າກະສັດ, ແຕ່ໂຢອາບບໍ່ໄດ້ມາຫາເພິ່ນ. ດັ່ງນັ້ນເພິ່ນກໍໄດ້ຊົງສົ່ງຄົນໄປຄັ້ງທີ່ສອງ, ແຕ່ໂຢອາບກໍບໍ່ໄດ້ມາອີກ.
|
||
|
||
\s5
|
||
\v 30 1 ດັ່ງນັ້ນ ອັບຊາໂລມຈຶ່ງໄດ້ຊົງສັ່ງ ພວກຄົນຮັບໃຊ້ຂອງເພິ່ນວ່າ, "ເບິ່ງແມ, ນາຂອງໂຢອາບຢູ່ຕໍ່ຈາກນາຂອງເຮົາ. ເຂົາມີເຂົ້າບາເລທີ່ນັ້ນ ຈົ່ງໄປເອົາໄຟເຜົາ." ພວກຄົນຮັບໃຊ້ຂອງອັບຊາໂລມກໍໄດ້ເອົາໄຟເຜົານາ.
|
||
\v 31 ແລ້ວໂຢອາບກໍໄດ້ລຸກຂຶ້ນໄປຫາອັບຊາໂລມທີ່ວັງຂອງເພິ່ນ, ແລະໄດ້ທູນຖາມເພິ່ນວ່າ, "ເປັນຫຍັງພວກຄົນຮັບໃຊ້ຂອງທ່ານຈຶ່ງເອົາໄຟເຜົານາຂອງຂ້ານ້ອຍ?"
|
||
|
||
\s5
|
||
\v 32 ອັບຊາໂລມໄດ້ຕອບໂຢອາບວ່າ, "ເບິ່ງເຖີດ, ເຮົາສົ່ງຄົນໄປບອກທ່ານວ່າ,"ມານີ້ເຖີດ ເຮົາຈະສົ່ງທ່ານໄປຫາກະສັດທູນວ່າ, "ໃຫ້ຂ້ານ້ອຍມາຈາກເກຊູເຮັດຫຍັງ? ຂ້ານ້ອຍຢູ່ທີ່ນັ້ນກໍດີກວ່າ” ດັ່ງນັ້ນ. ບັດນີ້ຂໍໃຫ້ເຮົາໄດ້ເຂົ້າເຝົ້າຕໍ່ຫນ້າກະສັດ, ແລະຖ້າເຮົາມີຄວາມຜິດ ກໍໃຫ້ເພິ່ນຊົງຂ້າເຮົາ.""
|
||
\v 33 ດັ່ງນັ້ນໂຢອາບຈຶ່ງໄດ້ເຂົ້າເຝົ້າກະສັດ. ແລະໄດ້ທູນເພິ່ນໃຫ້ຊົງຮູ້ ເມື່ອກະສັດຊົງຮ້ອງຫາອັບຊາໂລມ, ເພິ່ນຈຶ່ງໄດ້ເຂົ້າໄປເຝົ້າກະສັດ ກົ້ມຫນ້າລົງພື້ນດິນຕໍ່ຫນ້າກະສັດ, ແລະກະສັດກໍໄດ້ຊົງຈູບອັບຊາໂລມ.
|
||
|
||
\s5
|
||
\c 15
|
||
\cl ບົດທີ 15
|
||
\p
|
||
\v 1 ອັບຊາໂລມໄດ້ຈັດຕຽມລົດເສິກ ແລະມ້າຫລາຍໂຕສຳຫລັບເພິ່ນເອງ, ກັບທະຫານແລ່ນນຳຫນ້າເພິ່ນ ຈຳນວນຫ້າສິບຄົນ.
|
||
\v 2 ອັບຊາໂລມໄດ້ຊົງຕື່ນແຕ່ເຊົ້າ. ຊົງຢືນຢູ່ທີ່ທາງເຂົ້າປະຕູ ຖ້າໃຜມີເລື່ອງຖວາຍກະສັດ,ໃຫ້ຊົງຕັດສິນ ອັບຊາໂລມກໍໄດ້ຮ້ອງຜູ້ນັ້ນ ແລະໄດ້ຖາມວ່າ, "ເຈົ້າມາຈາກເມືອງໃດ?" ແລ້ວເມື່ອເຂົາໄດ້ທູນຕອບວ່າ, "ຜູ້ຮັບໃຊ້ຂອງທ່ານເປັນຄົນເຜົ່າຫນຶ່ງໃນອິດສະຣາເອນ."
|
||
|
||
\s5
|
||
\v 3 ດັ່ງນັ້ນ ອັບຊາໂລມກໍໄດ້ຊົງບອກເຂົາວ່າ, "ເບິ່ງເຖີດ, ຄຳຮ້ອງຂອງເຈົ້າກໍດີ ແລະຖືກຕ້ອງ, ແຕ່ກະສັດບໍ່ໄດ້ຊົງຕັ້ງໃຜໄວ້ໃຫ້ຟັງເຈົ້າ."
|
||
\v 4 ອັບຊາໂລມໄດ້ກ່າວເຕີມວ່າ, "ຂ້ານ້ອຍປາຖະຫນາວ່າຂ້ານ້ອຍໄດ້ຮັບແຕ່ງຕັ້ງເປັນຜູ້ພິພາກສາ ໃນແຜ່ນດິນນີ້ ດັ່ງນັ້ນ, ເມື່ອໃຜມີຂໍ້ຂັດແຍ່ງຫລືຕ້ອງການຄຳຕັດສິນ ຈະໄດ້ມາຫາຂ້ານ້ອຍ, ແລະຂ້ານ້ອຍຈະໃຫ້ຄວາມຢຸດຕິທຳແກ່ເຂົາ!"
|
||
|
||
\s5
|
||
\v 5 ດັ່ງນັ້ນ ເລື່ອງນີ້ກໍໄດ້ເກີດຂຶ້ນເມື່ອມີໃຜເຂົ້າມາຫາອັບຊາໂລມເພື່ອກົມກາບອັບຊາໂລມ, ອັບຊາໂລມກໍໄດ້ຍື່ນມືອອກກອດ ແລະຈູບເຂົາ.
|
||
\v 6 ອັບຊາໂລມໄດ້ເຮັດແບບນີ້ແກ່ຄົນອິດສະຣາເອນທັງຫມົດ ທີ່ມາເຝົ້າກະສັດເພື່ອຂໍຄຳຕັດສິນ. ດັ່ງນັ້ນອັບຊາໂລມກໍໄດ້ຊະນະໃຈຂອງບັນດາຊາວອິດສະຣາເອນ.
|
||
|
||
\s5
|
||
\v 7 ເມື່ອລ່ວງມາຈົນຮອດທ້າຍປີທີສີ່ທີ່ອັບຊາໂລມ ໄດ້ທູນກະສັດວ່າ,"ຂໍຊົງອະນຸຍາດໃຫ້ຂ້ານ້ອຍໄປ ແລະແກ້ບະ ຊຶ່ງຂ້ານ້ອຍໄດ້ສັນຍາໄວ້ຕໍ່ພຣະຢເວທີ່ເມືອງເຮັບໂຣນ.
|
||
\v 8 ເພາະວ່າຜູ້ຮັບໃຊ້ຂອງພຣະອົງໄດ້ສັນຍາໄວ້ເມື່ອຕອນຍັງຢູ່ໃນເມືອງເກຊູໃນຊີເຣຍວ່າ, "ຖ້າພຣະຢາເວຊົງນຳຂ້ານ້ອຍກັບມາຍັງນະຄອນເຢຣູຊາເລັມອີກເທື່ອຫນຶ່ງແລ້ວ, ຂ້ານ້ອຍຈະຖວາຍນະມັດສະການພຣະຢາເວ.""
|
||
|
||
\s5
|
||
\v 9 ດັ່ງນັ້ນກະສັດໄດ້ກ່າວຕອບເຂົາວ່າ, "ຈົ່ງໄປເປັນສຸກເຖີດ" ດັ່ງນັ້ນອັບຊາໂລມກໍໄດ້ລຸກຂຶ້ນແລະໄດ້ໄປຍັງເມືອງເຮັບໂຣນ.
|
||
\v 10 ແຕ່ແລ້ວອັບຊາໂລມໄດ້ສົ່ງຜູ້ຊອດແນມໄປທົ່ວອິດສະເອນທຸກເຜົ່າ, ກ່າວວ່າ, "ທັນທີທີ່ພວກທ່ານໄດ້ຍິນສຽງແກດັງຂຶ້ນເມື່ອໃດ, ແລ້ວພວກທ່ານຈົ່ງກ່າວວ່າ,"ອັບຊາໂລມເປັນກະສັດທີ່ເຮັບໂຣນ.""
|
||
|
||
\s5
|
||
\v 11 ອັບຊາໂລມ ໄດ້ເຊີນເອົາສອງຮ້ອຍຄົນ ຈາກນະຄອນເຢຣູຊາເລັມໄປກັບຕົນ, ຄົນເຫລົ່ານີ້ໄດ້ໄປດ້ວຍຄວາມບໍລິສຸດໃຈຂອງພວກເຂົາ. ບໍ່ຮູ້ເລື່ອງທັ້ງຫມົດທີ່ອັບຊາໂລມໄດ້ວາງແຜນໄວ້.
|
||
\v 12 ຂະນະເມື່ອອັບຊາໂລມຖວາຍເຄື່ອງບູຊາຢູ່ນັ້ນ, ລາວໄດ້ສົ່ງຄົນໄປເຊີນອາຮີໂຕເຟນຈາກກີໂລເມືອງຂອງເຂົາ. ເຂົາເປັນທີ່ປຶກສາຂອງດາວິດ. ການຄົບຄິດກັນຂອງອັບຊາໂລມກໍເຂັ້ມແຂ້ງຂຶ້ນ, ເພາະປະຊາຊົນທີ່ມາຕິດຕາມອັບຊາໂລມກໍໄດ້ເພີ່ມຫລາຍຂຶ້ນຢ່າງຕໍ່ເນື່ອງ.
|
||
|
||
\s5
|
||
\v 13 ຜູ້ສື່ສານຄົນຫນຶ່ງໄດ້ມາເຝົ້າດາວິດ ທູນວ່າ, "ໃຈຂອງຄົນອິດສະຣາເອນຄ້ອຍຕາມອັບຊາໂລມໄປແລ້ວ."
|
||
\v 14 ດັ່ງນັ້ນດາວິດໄດ້ຊົງຮັບສັ່ງແກ່ບັນດາຜູ້ຮັບໃຊ້ທີ່ຢູ່ກັບເພິ່ນທີ່ນະຄອນເຢຣູຊາເລັມວ່າ, "ຈົ່ງລຸກຂຶ້ນ ແລະໃຫ້ເຮົາຫນີໄປເຖີດ, ບໍ່ເຊັ່ນນັ້ນຈະບໍ່ມີໃຜໃນພວກເຮົາໄດ້ຫນີຈາກອັບຊາໂລມ.ຈົ່ງຕຽມຫນີໄປທັນທີ, ບໍ່ເຊັ່ນນັ້ນ ເຂົາຈະນຳພວກເຮົາທັນ, ແລະນຳເຫດຮ້າຍມາເຖິງພວກເຮົາ ແລະເຂົາຈະທຳລາຍເມືອງນີ້ດ້ວຍຄົມດາບ."
|
||
\v 15 ເຫລົ່າຜູ້ຮັບໃຊ້ກະສັດຈຶ່ງໄດ້ທູນກະສັດວ່າ,"ເບິງເຖີດ, ບັນດາຜູ້ຮັບໃຊ້ຂອງທ່ານພ້ອມຈະເຮັດຕາມຊຶ່ງກະສັດເຈົ້ານາຍຂອງພວກຂ້ານ້ອຍຕັດສິນໃຈທຸກປະການ."
|
||
|
||
\s5
|
||
\v 16 ກະສັດກໍໄດ້ຊົງຈາກໄປ ແລະຄົນທັງຫມົດ,ໃນຣາຊສຳນັກຂອງເພິ່ນ,ກໍໄປພ້ອມກັບເພິ່ນ.
|
||
\v 17 ກະສັດໄດ້ຊົງຖິ້ມຜູ້ຍິງທີ່ເປັນສາວໃຊ້ໄວ້ສິບຄົນ ໃຫ້ເຝົ້າຣາຊວັງ, ຫລັງຈາກນັ້ນກະສັດກໍໄດ້ອອກໄປປະຊາຊົນທັງຫມົດກໍໄດ້ຕາມເພິ່ນໄປ ແລະໄດ້ຢູ່ທີ່ບ້ານຢູ່ຫລັງສຸດທ້າຍ.
|
||
\v 18 ກອງທັບທັງຫມົດກໍໄດ້ເດີນທັບໄປກັບເພິ່ນ, ແລະຕໍ່ຫນ້າຂອງເພິ່ນ ບັນດາຄົນເກເຣັດທັງຫມົດ,ແລະຄົນເປເລັດທັງຫມົດ, ກັບຄົນກາດທັງຫມົດ ຫົກຮ້ອຍຄົນທີ່ໄດ້ຕິດຕາມເພິ່ນ ກໍໄດ້ຍ່າງຜ່ານເພິ່ນໄປເຫມືອນກັນ.
|
||
|
||
\s5
|
||
\v 19 ແລ້ວກະສັດຈຶ່ງໄດ້ກ່າວກັບອິດໄຕວ່າ, "ເປັນຫຍັງເຈົ້າຈະໄປກັບພວກເຮົາດ້ວຍ? ຈົ່ງກັບໄປ ແລະຢູ່ກັບກະສັດ,ເພາະພວກເຈົ້າເປັນຄົນຕ່າງດ້າວ ແລະຖືກເນລະເທດມາດ້ວຍ. ຈົ່ງກັບໄປບ້ານເມືອງຂອງພວກເຈົ້າເຖີດ.
|
||
\v 20 ເນື່ອງຈາກພວກເຈົ້າຫາກໍ່ມາຮອດມື້ວານນີ້, ເປັນຫຍັງເຮົາຈະໃຫ້ພວກເຈົ້າເດີນທາງໄປກັບພວກເຮົາດ້ວຍ? ເຮົາເອງກໍຍັງບໍ່ຮູ້ວ່າເຮົາກຳລັງຈະໄປທີ່ໃດ. ດັ່ງນັ້ນຈົ່ງກັບໄປເຖີດ ແລະພາພວກພີ່ນ້ອງຂອງເຈົ້າກັບໄປດ້ວຍ. ຂໍຄວາມຮັກຫມັ່ນຄົງ ແລະຄວາມຈິງຈົ່ງຢູ່ກັບເຈົ້າເຖີດ."
|
||
|
||
\s5
|
||
\v 21 ແຕ່ອິດໄຕໄດ້ທູນຕອບກະສັດວ່າ, "ພຣະຢາເວຊົງມີຊີວິດຢູ່, ແລະກະສັດເຈົ້ານາຍຂອງຂ້ານ້ອຍຊົງມີຊີວິດຢູ່, ແນ່ນອນທີດຽວ ບໍ່ວ່າເຈົ້ານາຍຂອງຂ້ານ້ອຍໄປທີ່ໃດຜູ້ຮັບໃຊ້ຂອງທ່ານ, ກໍຂໍໄປຢູ່ທີ່ນັ້ນດ້ວຍ, ບໍ່ວ່າຈະເປັນເຫດໃຫ້ມີຊີວິດຢູ່ຫລືຕາຍກໍຕາມ."
|
||
\v 22 ດັ່ງນັ້ນດາວິດກໍໄດ້ກ່າວກັບອິດໄຕວ່າ, "ຈົ່ງໄປ ແລະຢູ່ກັບພວກເຮົາຕໍ່ໄປ." ດັ່ງນັ້ນອິດໄຕພ້ອມກັບຄົນຂອງເຂົາ ແລະຄອບຄົວຂອງເຂົາທັງຫມົດທີ່ໄດ້ຢູ່ກັບເຂົາຈຶ່ງເດີນທາງຕໍ່ໄປ.
|
||
\v 23 ຊາວເມືອງທັງຫມົດກໍໄດ້ຮ້ອງໄຫ້ສຽງດັງ ເມື່ອປະຊາຊົນທັງຫມົດໄດ້ຜ່ານຂ້າມໄປຫ້ວຍກິດໂຣນ, ແລະທີ່ກະສັດເອງກໍໄດ້ຂ່າມຜ່ານໄປເຊັ່ນກັນ. ປະຊາຊົນທັງຫມົດໄດ້ເດີນທາງຕາມເສັ້ນທາງໄປຍັງຖິ່ນແຫ້ງແລ້ງກັນດານ.
|
||
|
||
\s5
|
||
\v 24 ແມ່ນແຕ່ຊາດົກພ້ອມຄົນເລວີທັງຫມົດ, ທີ່ຫາມຫີບພັນທະສັນຍາຂອງພຣະເຈົ້າກໍມາດ້ວຍ. ພວກເຂົາໄດ້ວາງຫີບຂອງພຣະເຈົ້າລົງ, ແລະແລ້ວອາບີອາທາກໍໄດ້ມາຮ່ວມກັບພວກເຂົາດ້ວຍ. ພວກເຂົາໄດ້ຖ້າຈົນປະຊາຊົນທັງຫມົດໄດ້ຜ່ານອອກຈາກເມືອງໄປ.
|
||
\v 25 ກະສັດໄດ້ກ່າວກັບຊາດົກວ່າ, "ຈົ່ງຫາມຫີບຂອງພຣະເຈົ້າກັບເຂົ້າໄປໃນເມືອງເຖີດ ຫາກວ່າພຣະຢາເວຊົງພໍໃຈເຮົາ, ພຣະອົງຈະຊົງນຳເຮົາກັບ ແລະໃຫ້ເຮົາເຫັນທັງຫີບນັ້ນກັບທີ່ຢູ່ຂອງພຣະອົງ.
|
||
\v 26 ແຕ່ຖ້າພຣະອົງກ່າວວ່າ,"ເຮົາບໍ່ພໍໃຈເຈົ້າ" ເບິ່ງເຖີດ, ເຮົາຢູ່ທີ່ນີ້, ຂໍພຣະອົງຊົງເຮັດກັບເຮົາຕາມທີ່ພຣະອົງຊົງເຫັນຊອບເຖີດ."
|
||
|
||
\s5
|
||
\v 27 ກະສັດໄດ້ກ່າວກັບຊາດົກປະໂຣຫິດວ່າ, "ທ່ານເປັນຜູ້ທຳນວຍບໍ່ແມ່ນບໍ? ຈົ່ງກັບເຂົ້າໄປໃນເມືອງຢ່າງສະຫງົບ, ພ້ອມກັບລູກຊາຍທັງສອງຂອງທ່ານ, ຄືໂຢນາທານລູກຂອງອາບີອາທາ.
|
||
\v 28 ເບິ່ງເຖີດ, ເຮົາຈະລໍຖ້າຢູ່ທີ່ທ່າຂ້າມຂອງອາຣາບາຈົນກວ່າຈະມີຂ່າວມາຈາກພວກທ່ານໃຫ້ເຮົາຮູ້."
|
||
\v 29 ດັ່ງນັ້ນຊາດົກກັບອາບີອາທາຈຶ່ງໄດ້ຫາມຫີບພັນທະສັນຍາຂອງພຣະເຈົ້າກັບໄປນະຄອນເຢຣູຊາເລັມ, ແລະພວກເຂົາໄດ້ພັກຢູ່ທີ່ນັ້ນ.
|
||
|
||
\s5
|
||
\v 30 ແຕ່ດາວິດໄດ້ປະຕີນເປົ່າ ແລະໂສກເສົ້າໄປເທິງພູເຂົາຫມາກກອກເທດ, ແລະເພິ່ນຊົງມີຜ້າຄຸມຫົວ. ປະຊາຊົນທັງຫມົດທີ່ຢູ່ກັບເພິ່ນຊົງມີຜ້າຄຸມຫົວ, ແລະພວກເຂົາໄດ້ຍ່າງຂຶ້ນໄປໂດຍຮ້ອງໄຫ້.
|
||
\v 31 ມີຄົນໄດ້ທູນດາວິດວ່າ, "ອາຮີໂຕເຟນຢູ່ໃນພວກສົມຄົບຄິດກັບອັບຊາໂລມດ້ວຍ." ດັ່ງນັ້ນດາວິດຈຶ່ງໄດ້ອະທິຖານ, "ຂ້າແຕ່ພຣະຢາເວ, ຂໍຊົງປ່ຽນໃຫ້ຄຳປຶກສາຂອງອາຮີໂຕເຟນໃຊ້ການບໍ່ໄດ້ເຖີດ."
|
||
|
||
\s5
|
||
\v 32 ເລື່ອງນີ້ໄດ້ເກີດຂຶ້ນເມື່ອດາວິດໄດ້ມາຮອດສຸດຫົນທາງຊຶ່ງທີ່ນະມັດສະການພຣະເຈົ້າ, ຮູຊາຍຊາວເມືອງອາກກິດໄດ້ເຂົ້າມາເຝົ້າເພິ່ນ, ດ້ວຍເສື້ອຄຸມທີ່ຈີກຂາດ ແລະດິນຢູ່ເທິງຫົວຂອງເຂົາ.
|
||
\v 33 ດາວິດໄດ້ກ່າວກັບເຂົາວ່າ, "ຖ້າເຈົ້າຂ້າມໄປກັບເຮົາ, ເຈົ້າຈະເປັນພາລະແກ່ເຮົາ.
|
||
\v 34 ແລະກ່າວກັບອັບຊາໂລມວ່າ, "ຂ້າແຕ່ກະສັດ, ຂ້ານ້ອຍຂໍຖວາຍຕົວເປັນຂ້າຮັບໃຊ້ຂອງທ່ານ, ດັ່ງທີ່ພວກຂ້ານ້ອຍເປັນຂ້າຮັບໃຊ້ຂອງພໍ່ຂອງທ່ານມາແຕ່ກ່ອນໃດ, ຂ້ານ້ອຍກໍຂໍເປັນຂ້າຮັບໃຊ້ຂອງທ່ານເຊັ່ນນັ້ນ," ແລ້ວເຈົ້າຈະເຮັດໃຫ້ຄຳປຶກສາຂອງອາຮີໂຕເຟນສັບສົນເພື່ອເຮົາ.
|
||
|
||
\s5
|
||
\v 35 ຊາດົກກັບອາບີອາທາພວກປະໂຣຫິດກໍຢູ່ກັບເຈົ້າບໍ່ແມ່ນບໍ? ດັ່ງນັ້ນສິ່ງໃດກໍຕາມ ທີ່ເຈົ້າໄດ້ຍິນໃນຣາຊວັງ, ເຈົ້າຈະຕ້ອງບອກໃຫ້ຊາດົກກັບອາບີອາທາພວກປະໂຣຫິດຮູ້.
|
||
\v 36 ດູເຖີດ ພວກເຂົາມີລູກຊາຍສອງຄົນຂອງເຂົາຢູ່ດ້ວຍ, ຄື: ອາຮີມາອາດ,ລູກຊາຍຂອງຊາດົກ, ແລະໂຢນາທານ, ລູກຊາຍຂອງອາບີອາທາ, ທ່ານຈົ່ງໃຊ້ໃຫ້ພວກເຂົາມາບອກເຮົາທຸກເລື້ອງທີ່ທ່ານໄດ້ຍິນ."
|
||
\v 37 ດັ່ງນັ້ນຮູຊາຍ, ເພື່ອນສະຫນິດຂອງດາວິດຈຶ່ງໄດ້ກັບເຂົ້າໄປໃນເມືອງ, ພໍດີກັບອັບຊາໂລມໄດ້ມາຮອດ ແລະໄດ້ເຂົ້າສູ່ນະຄອນເຢຣູຊາເລັມ.
|
||
|
||
\s5
|
||
\c 16
|
||
\cl ບົດທີ 16
|
||
\p
|
||
\v 1 ເມື່ອດາວິດໄດ້ກາຍເນີນພູໄປຫນ້ອຍຫນຶ່ງ, ຊີບາຄົນຮັບໃຊ້ຂອງເມຟີໂບເຊັດກໍໄດ້ເຂົ້າມາເຝົ້າເພິ່ນ ຊີບາມີລໍຄູ່ຫນຶ່ງພ້ອມບັນທຸກເຂົ້າຈີ່ສອງຮ້ອຍກ້ອນ ລູກເກດຫນຶ່ງຮ້ອຍພວງ, ແລະ ຫມາກໄມ້ສົດອີກຫນຶ່ງຮ້ອຍພວງ, ກັບເຫລົ້າອະງຸ່ນເຕັມຫນຶ່ງຖົງ.
|
||
\v 2 ກະສັດໄດ້ກ່າວກັບຊີບາວ່າ, "ເຈົ້ານຳສິ່ງເຫລົ່ານີ້ມາເຮັດຫຍັງ?" ຊີບາໄດ້ທູນຕອບວ່າ,"ລໍຄູ່ນັ້ນເພື່ອຣາຊວົງຈະໄດ້ຊົງຂີ່ ສ່ວນເຂົ້າຈີ່ ແລະຫມາກໄມ້ແຫ້ງສຳຫລັບພວກຄົນຫນຸ່ມຈະໄດ້ກິນ, ແລະເຫລົ້າອະງຸ່ນເພື່ອຜູ້ທີ່ອິດເມື່ອຍໃນຖິ່ນແຫ້ງແລ້ງກັນດານຈະໄດ້ດື່ມກິນ."
|
||
|
||
\s5
|
||
\v 3 ກະສັດໄດ້ກ່າວວ່າ, "ຫລານຂອງເຈົ້ານາຍຂອງເຈົ້າຢູ່ທີ່ໃດ?" ຊີບາໄດ້ທູນກະສັດວ່າ, "ເບິ່ງເຖີດ, ທ່ານຊົງຢູ່ໃນນະຄອນເຢຣູຊາເລັມ, ເພາະທ່ານກ່າວວ່າ, "ມື້ນີ້ເຊື້ອສາຍອິດສະຣາເອນຈະຄືນຣາຊອານາຈັກຂອງພໍ່ຂອງເຮົາໃຫ້ແກ່ເຮົາ.""
|
||
\v 4 ແລ້ວກະສັດໄດ້ກ່າວກັບຊີບາວ່າ, "ແນະນຳ ບັດນີ້, ຊັບສົມບັດຂອງເມຟີໂບເຊັດກໍຕົກເປັນຂອງເຈົ້າ." ຊີບາໄດ້ທູນວ່າ, "ຂ້າແຕ່ກະສັດເຈົ້ານາຍຂອງຂ້ານ້ອຍ, ຂ້ານ້ອຍຂໍຖວາຍດ້ວຍໃຈຖ່ອມ. ຂໍໃຫ້ຂ້ານ້ອຍເປັນທີ່ພໍໃຈໃນສາຍຕາຂອງທ່ານ."
|
||
|
||
\s5
|
||
\v 5 ເມື່ອກະສັດດາວິດໄດ້ມາຍັງເມືອງບາຮູຣິມ, ມີຜູ້ຊາຍຄົນຫນຶ່ງຢູ່ໃນຕະກູນຂອງໂຊນ, ເຂົາໄດ້ອອກມາທີ່ນັ້ນ. ຜູ້ຊາຍຄົນນີ້ມີຊື່ວ່າ ຊີເມອີລູກຊາຍຂອງເກຣາ ເຂົາໄດ້ຢ່າງໄປປ້ອຍດ່າໄປ.
|
||
\v 6 ເຂົາໄດ້ເອົາຫິນແກວ່ງໃສ່ດາວິດແລະແກວ່ງໃສ່ບັນດາຂ້າລາດສະການຂອງກະສັດ, ຮ້າຍດ່າທະຫານແລະອົງຂະລັກທີ່ຢູ່ຂ້າງຂວາແລະຂ້າງຊ້າຍຂອງກະສັດ.
|
||
|
||
\s5
|
||
\v 7 ຊີບາອີໄດ້ປ້ອຍດ່າສຽງດັງວ່າ, "ໄປໃຫ້ພົ້ນ ອອກໄປຈາກທີ່ນີ້, ຜູ້ຮ້າຍຂ້າຄົນ, ອາດຊະຍາກອນ!
|
||
\v 8 ພຣະຢາເວໄດ້ຊົງຕອບສະຫນອງພວກເຈົ້າທຸກຄົນໃນເລື່ອງທີ່ເຈົ້າໄດ້ເຮັດໃຫ້ໂຣຫິດຫລັ່ງໃນເຊື້ອສາຍຂອງໂຊນ, ຜູ້ຊຶ່ງເຈົ້າປົກຄອງແທນຢູ່ນັ້ນ. ພຣະຢາເວໄດ້ຊົງມອບຣາຊອານາຈັກໄວ້ໃນມືຂອງອັບຊາໂລມ ລູກຊາຍຂອງເຈົ້າ. ເຈົ້າໄດ້ມາເຖິງຄວາມຈິບຫາຍເພາະເຈົ້າເປັນຜູ້ຮ້າຍຂ້າຄົນ ອາດຊະຍາກອນ."
|
||
|
||
\s5
|
||
\v 9 ແລ້ວອາບີໄຊລູກຊາຍຂອງນາງເຊຣູອີຢາ,ຈຶ່ງໄດ້ທູນກະສັດວ່າ, "ເປັນຫຍັງໃຫ້ຫມາຕາຍໂຕນີ້ມາປ້ອຍດ່າກະສັດເຈົ້ານາຍຂອງຂ້ານ້ອຍ? ຂໍໃຫ້ຂ້ານ້ອຍຂ້າມໄປ ແລະຕັດຫົວມັນ."
|
||
\v 10 ແຕ່ກະສັດໄດ້ກ່າວວ່າ,"ພວກລູກຊາຍຂອງນາງເຊຣູອີຢາເອີຍ, ບໍ່ແມ່ນເລື່ອງຂອງພວກເຈົ້າ? ບາງທີເຂົາກຳລັງປ້ອຍດ່າເຮົາເພາະພຣະຢາເວໄດ້ກ່າວສັ່ງເຂົາວ່າ,"ຈົ່ງປ້ອຍດ່າດາວິດ" ແລ້ວໃຜຈະສາມາດເວົ້າກັບເຂົາວ່າ, "ເປັນຫຍັງເຈົ້າຈຶ່ງກຳລັງປ້ອຍດ່າກະສັດ?""
|
||
|
||
\s5
|
||
\v 11 ດັ່ງນັ້ນດາວິດໄດ້ກ່າວກັບອາບີໄຊ ແລະຜູ້ຮັບໃຊ້ທັງຫມົດຂອງເພິ່ນວ່າ, "ເບິ່ງເຖີດ, ລູກຊາຍຂອງເຮົາ, ຜູ້ທີ່ໄດ້ເກີດຈາກກາຍຂອງເຮົາ ຍັງສະແຫວງຫາຊີວິດຂອງເຮົາ. ຍິ່ງກວ່ານັ້ນ ເປັນຫຍັງຄົນເບັນຢາມິນຄົນນີ້ຈະບໍ່ປາຖະຫນາໃຫ້ເຮົາຈິບຫາຍບໍ? ປ່ອຍເຂົາເຖີດ ໃຫ້ເຂົາປ້ອຍດ່າໄປ, ເພາະພຣະຢາເວໄດ້ຊົງສັ່ງໃຫ້ເຂົາເຮັດ.
|
||
\v 12 ບາງທີພຣະຢາເວຈະຊົງເຫັນຄວາມທຸກໃຈຂອງເຮົາ, ແລະພຣະຢາເວຈະຊົງປົດປ່ອຍເຮົາ ແລະຊົດເຊີຍເຮົາດ້ວຍການດີແທນຄຳປ້ອຍດ່າຂອງເຂົາໃນວັນນີ້."
|
||
|
||
\s5
|
||
\v 13 ດັ່ງນັ້ນດາວິດຈຶ່ງໄດ້ຊົງໄປຕາມທາງພ້ອມກັບຄົນຂອງເພິ່ນ, ຂະນະທີ່ຊີເມອີກໍໄດ້ຢ່າງຂ້າງເພິ່ນໄປຕາມເນີນພູເຂົາ, ປ້ອຍດ່າ ແລະເອົາຝຸ່ນຫວ່ານໃສ່ ແລະເອົາຫິນແກວ່ງໃສ່ເພິ່ນຂະນະທີ່ຢ່າງໄປ.
|
||
\v 14 ແລ້ວກະສັດກັບທະຫານທັງປວງທີ່ຢູ່ກັບເພິ່ນກໍເມື່ອຍລ້າ, ແລະເພິ່ນໄດ້ຊົງພັກຜ່ອນເມື່ອພວກເຂົາໄດ້ຢຸດພັກໃນຄືນນັ້ນ.
|
||
|
||
\s5
|
||
\v 15 ຂະນະທີ່ ອັບຊາໂລມ ແລະປະຊາຊົນອິດສະຣາເອນ ທີ່ໄດ້ຢູ່ກັບພຣະອົງ,ກໍໄດ້ມາຮອດນະຄອນເຢຣູຊາເລັມ, ແລະມີອາຮີໂຕເຟນກໍໄດ້ມາກັບເພິ່ນດ້ວຍ.
|
||
\v 16 ເລື່ອງນີ້ກໍໄດ້ເກີດຂຶ້ນເມື່ອຮູຊາຍຊາວອາກກິດ, ເພືອນຂອງດາວິດ,ໄດ້ເຂົ້າເຝົ້າອັບຊາໂລມວ່າ, "ຂໍກະສັດຈົ່ງຫມັ້ນຍືນ ຂໍກະສັດຈົ່ງຫມັ້ນຍືນ!"
|
||
|
||
\s5
|
||
\v 17 ແລະ ອັບຊາໂລມໄດ້ກ່າວກັບຮູຊາຍວ່າ, "ນີ້ຄືຄວາມຈົງຮັກພັກດີຕໍ່ເພືອນຂອງທ່ານບໍ່? ເປັນຫຍັງທ່ານບໍ່ໄປກັບເຂົາ?"
|
||
\v 18 ຮູຊາຍໄດ້ທູນອັບຊາໂລມວ່າ, "ບໍ່! ຜູ້ທີ່ພຣະຢາເວກັບປະຊາຊົນເຫລົ່ນນີ້,ກັບຄົນອິດສະຣາເອນທັງຫມົດໄດ້ເລືອກຕັ້ງໃຜໄວ້, ຂ້ານ້ອຍກໍຈະຢູ່ກັບຜູ້ນັ້ນ.
|
||
|
||
\s5
|
||
\v 19 ຍິ່ງໄປກວ່ານັ້ນ, ຂ້ານ້ອຍຄວນຈະຮັບໃຊ້ໃຜ? ຂ້ານ້ອຍບໍ່ຄວນຮັບໃຊ້ລູກຊາຍຂອງທ່ານບໍ? ຂ້ານ້ອຍໄດ້ຮັບໃຊ້ພໍ່ຂອງທ່ານມາແລ້ວ, ແບບໃດ ກໍຈະຮັບໃຊ້ທ່ານແບບນັ້ນ."
|
||
|
||
\s5
|
||
\v 20 ແລ້ວອັບຊາໂລມໄດ້ເວົ້າກັບອາຮີໂຕເຟນວ່າ, "ຈົ່ງໃຫ້ຄຳປຶກສາແກ່ເຮົາວ່າພວກເຮົາຈະເຮັດຈັ່ງໃດດີ."
|
||
\v 21 ອາຮີໂຕເຟນໄດ້ຕອບອັບຊາໂລມວ່າ, "ຈົ່ງຫລັບນອນກັບພວກສາວໃຊ້ຂອງພໍ່ຂອງທ່ານ ຊຶ່ງທ່ານໄດ້ຊົງຖິ້ມໄວ້ໃຫ້ເຝົ້າຣາຊວັງ, ແລະ ຄົນອິດສະຣາເອນທັງຫມົດຈະໄດ້ຍິນວ່າທ່ານໄດ້ເຮັດໃຫ້ຕົນເປັນທີ່ກຽດຊັງຂອງພໍ່ຂອງທ່ານແລ້ວ. ແລ້ວບັນດາມືຂອງຄົນທັງຫມົດທີ່ຢູ່ຝ່າຍທ່ານກໍຈະເຂັ້ມແຂ້ງຂຶ້ນ."
|
||
|
||
\s5
|
||
\v 22 ດັ່ງນັ້ນພວກເຂົາຈຶ່ງໄດ້ກາງເຕ້ນໃຫ້ອັບຊາໂລມໄວ້ເທິງດາດຟ້າຫລັງຄາຂອງຣາຊວັງ, ແລະອັບຊາໂລມກໍໄດ້ຊົງຫລັບນອນກັບພວກສາວໃຊ້ຂອງພໍ່ ຂອງທ່ານ ຕໍ່ຫນ້າອິດສະຣາເອນທັງຫມົດ.
|
||
\v 23 ບັດນີ້ ຄຳປຶກສາຂອງອາຮີໂຕເຟນທີ່ໄດ້ທູນຖວາຍໃນແຕ່ກ່ອນນັ້ນ ເຫມືອນກັບວ່າເຂົາໄດ້ຮັບຄຳສັ່ງຂອງພຣະເຈົ້າດ້ວຍເຂົາເອງ. ນັ້ນຄືຄຳປຶກສາທັງຫມົດຂອງອາຮີໂຕເຟນໄດ້ຮັບພິຈາລະນາທັງດາວິດ ແລະອັບຊາໂລມ.
|
||
|
||
\s5
|
||
\c 17
|
||
\cl ບົດທີ 17
|
||
\p
|
||
\v 1 ແລ້ວອາຮີໂຕເຟນໄດ້ທູນອັບຊາໂລມວ່າ, "ບັດນີ້ຂໍໃຫ້ຂ້ານ້ອຍເລືອກທະຫານຫນຶ່ງຫມື່ນສອງພັນຄົນ, ແລະຂ້ານ້ອຍຈະຍົກໄປໄລ່ຕາມດາວິດໃນຄືນນີ້.
|
||
\v 2 ຂ້ານ້ອຍຈະໄປທັນເພິ່ນ ເມື່ອເພິ່ນຍັງເມື່ອຍ ແລະອ່ອນກຳລັງ ແລະຈະເຮັດໃຫ້ເພິ່ນປະຫລາດໃຈດ້ວຍຄວາມຢ້ານ. ທະຫານທັງປວງທີ່ຢູ່ກັບເພິ່ນກໍຈະຫນີໄປ, ຂ້ານ້ອຍກໍຈະຂ້າຟັນກະສັດເທົ່ານັ້ນ.
|
||
\v 3 ຂ້ານ້ອຍຈະນຳທະຫານທັງປວງກັບມາເຂົ້າຝ່າຍທ່ານ, ເຫມືອນກັບເຈົ້າສາວກຳລັງມາຫາຜົວຂອງນາງ, ແລະປະຊາຊົນທັງປວງກໍຈະສະຫງົບສຸກພາຍໃຕ້ການປົກຄອງຂອງທ່ານ."
|
||
\v 4 ສິ່ງທີ່ອາຮີໂຕເຟນໄດ້ທູນໄດ້ເປັນທີ່ພໍໃຈອັບຊາໂລມ ແລະເປັນທີພໍໃຈແກ່ບັນດາຜູ້ໃຫຍ່ແຫ່ງອິດສະຣາເອນ.
|
||
|
||
\s5
|
||
\v 5 ແລ້ວອັບຊາໂລມໄດ້ກ່າວວ່າ, "ບັດນີ້ຈົ່ງຮ້ອງຮູຊາຍຄົນອາກກິດ,ເຂົ້າມາ, ແລະໃຫ້ເຮົາຟັງວ່າເຂົາຈະເວົ້າຢ່າງໃດ."
|
||
\v 6 ເມື່ອຮູຊາຍໄດ້ເຂົ້າມາເຝົ້າອັບຊາໂລມແລ້ວ, ອັບຊາໂລມຈຶ່ງໄດ້ຊົງອະທິບາຍໃຫ້ເຂົາຟັງວ່າອາຮີໂຕເຟນໄດ້ກ່າວ ແລະໄດ້ຖາມຮູຊາຍວ່າ,"ຄວນທີ່ເຮົາຈະເຮັດຕາມຄຳແນະນຳຂອງອາຮີໂຕເຟນຫລືບໍ່? ຖ້າບໍ່, ທ່ານຈົ່ງບອກເຮົາວ່າທ່ານແນະນຳຢ່າງໃດ."
|
||
\v 7 ດັ່ງນັ້ນຮູຊາຍໄດ້ທູນອັບຊາໂລມວ່າ, "ຄຳປຶກສາຊຶ່ງອາຮີໂຕເຟນແນະນຳໃນຄັ້ງນີ້ບໍ່ດີ."
|
||
|
||
\s5
|
||
\v 8 ຮູຊາຍໄດ້ທູນຕໍ່ໄປວ່າ, "ທ່ານເອງຊົງຮູ້ແລ້ວວ່າ ພໍ່ຂອງທ່ານ ແລະພວກຂອງທ່ານເປັນເຫລົ່ານັກຮົບ, ແລະຈິດໃຈຂອງພວກເຂົາກຳລັງໂຫດຮ້າຍ, ແລະພວກເຂົາເປັນເຫມືອນຫມີທີ່ລູກຖືກລັກເອົາໄປໃນທົ່ງ. ພໍ່ຂອງທ່ານຊົງຊຳນານເສິກ, ທ່ານຈະບໍ່ຊົງພັກຢູ່ກັບກອງທັບໃນຄືນນີ້.
|
||
\v 9 ເບິ່ງເຖີດ, ເຖິງຂະນະນີ້ເພິ່ນກໍໄດ້ຊົງລີ້ຢູ່ໃນຖ້ຳບາງແຫ່ງຫລືໃນອີກທີ່ຫນຶ່ງ. ແລ້ວສິ່ງນີ້ຈະເກີດຂຶ້ນ ເມື່ອທະຫານຂອງເພິ່ນ ໄດ້ລົ້ມຕາຍໃນການເລີ່ມຈູ່ໂຈມ ໃຜກໍຕາມທີ່ໄດ້ຍິນເລື່ອງນີ້ ກໍຈະກ່າວວ່າ, "ພວກທະຫານທີ່ຕິດຕາມອັບຊາໂລມໄດ້ຖືກຂ້າຕາຍ."
|
||
\v 10 ຈາກນັ້ນ ແມ່ນແຕ່ທະຫານທີ່ກ້າຫານທີ່ສຸດ ທີ່ຈິດໃຈເຫມືອນຢ່າງໃຈສິງກໍຈະຢ້ານ ເພາະອິດສະຣາເອນທັງຫມົດຮູ້ວ່າ ພໍ່ຊົງເປັນທະຫານທີ່ກ້າຫານ, ແລະເຫລົ່າທະຫານທີ່ຢູ່ກັບເພິ່ນເຂັ້ມແຂງຫລາຍ.
|
||
|
||
\s5
|
||
\v 11 ດັ່ງນັ້ນ ຂ້ານ້ອຍຂໍທູນໃຫ້ຄຳປຶກສາວ່າ ທ່ານ, ຄວນທີ່ຈະຊົງລວບລວມອິດສະຣາເອນທັງຫມົດ ຕັ້ງແຕ່ເມືອງດານຮອດເມືອງເບເອນເຊບາ, ໃຫ້ຫລວງຫລາຍດັ່ງຊາຍທີ່ທະເລ, ແລະທ່ານກໍໄປຮົບດ້ວຍທ່ານເອງ.
|
||
\v 12 ແລ້ວພວກເຮົາຈະເຂົ້າຮົບກັບເຂົາໃນທີທີ່ພວກເຮົາພົບເຂົາ, ແລະພວກເຮົາຈະເຂົ້າໂຈມຕີເຫມືອນນ້ຳຄ້າງຕົກເຫນືອພື້ນດິນ. ເຮົາຈະບໍ່ໃຫ້ມີໃຜເຫລືອລອດແມ່ນແຕ່ຄົນດຽວ, ຫລືແມ່ນແຕ່ຕົວດາວິດເອງ.
|
||
|
||
\s5
|
||
\v 13 ຖ້າເຂົາຖອຍໄປລວມກັນໃນເມືອງ, ແລ້ວຄົນອິດສະຣາເອນທັງຫມົດກໍຈະເອົາເຊືອກເຂົ້າໄປໃນເມືອງ ແລະເຮົາຈະລາກມັນລົງໄປໃນແມ່ນ້ຳ, ຈົນກະທັ້ງບໍ່ມີໃຜຫາກ້ອນຫີນຈັກກ້ອນຫນຶ່ງພົບເຫັນທີ່ນັ້ນ."
|
||
\v 14 ແລ້ວອັບຊາໂລມ ແລະຄົນອິດສະຣາເອນທັງປວງໄດ້ກ່າວວ່າ, "ຄຳປຶກສາຂອງຮູຊາຍຄົນອາກກິດດີກວ່າຄຳປຶກສາຂອງອາຮີໂຕເຟນ." ພຣະຢາເວໄດ້ຊົງຫນູນນຳຄຳປະຕິເສດຕໍ່ຄຳປຶກສາອັນດີຂອງອາຮີໂຕເຟນ ເພື່ອຈະຊົງນຳຄວາມຫລົ້ມຈົມມາຍັງອັບຊາໂລມ.
|
||
|
||
\s5
|
||
\v 15 ແລ້ວຮູຊາຍຈຶ່ງໄດ້ກ່າວກັບຊາດົກ ແລະອາບີອາທາປະໂຣຫິດທັງສອງວ່າ,"ອາຮີໂຕເຟນໄດ້ໃຫ້ຄຳປຶກສາຢ່າງນັ້ນຢ່າງນີ້ແກ່ອັບຊາໂລມ ແລະພວກຜູ້ໃຫຍ່ຂອງອິດສະຣາເອນ, ແຕ່ຂ້ານ້ອຍໄດ້ໃຫ້ຄຳປຶກສາຢ່າງອື່ນ.
|
||
\v 16 ບັດນີ້ຈົ່ງຮີບສົ່ງຄົນໄປທູນດາວິດໃຫ້ຊົງຮູ້ວ່າ,"ຄືນນີ້ຢ່າຊົງພັກໃນທ່າຂ້າມຂອງແມ່ນ້ຳອາຣາບາ, ແຕ່ໃຫ້ຂ້າມໄປໃຫ້ໄດ້ ບໍ່ເຊັ່ນນັ້ນກະສັດຈະຊົງຖືກຈັບໄປພ້ອມກັບປະຊາຊົນທັງຫມົດທີ່ຢູ່ກັບເພິ່ນ.'"
|
||
|
||
\s5
|
||
\v 17 ມີສາວໃຊ້ຄົນຫນຶ່ງໄດ້ເຄີຍໄປ ແລະບອກໃຫ້ທັງສອງຮູ້ ເພາະເຂົາທັງສອງບໍ່ສາມາດຈະສ່ຽງມີຄົນເຫັນໃນເມືອງ. ເມື່ອຜູ້ສື່ສານມາຮອດ ແລ້ວພວກເຂົາກໍໄດ້ໄປ, ແລະໄດ້ທູນກະສັດດາວິດໃຫ້ຊົງຮູ້.
|
||
\v 18 ແຕ່ມີເດັກຫນຸ່ມຄົນຫນຶ່ງໄດ້ເຫັນພວກເຂົາໃນຄັ້ງນີ້ ແລະໄດ້ໄປທູນອັບຊາໂລມ. ໃຫ້ຊົງຮູ້ດັ່ງນັ້ນໂຢນາທານ ແລະອາຮີມາອາດກໍໄດ້ຮີບໄປຢ່າງໄວ ແລະໄດ້ມາເຖິງບ້ານຂອງຜູ້ຊາຍຄົນຫນຶ່ງທີ່ບາຮູຣິມ, ທີ່ມີນ້ຳສ້າງຢູ່ທີ່ຂ້າງບ້ານ ທີ່ພວກເຂົາ, ໄດ້ລົງໄປຢູ່ໃນນ້ຳສ້າງນັ້ນ.
|
||
|
||
\s5
|
||
\v 19 ເມຍຂອງຜູ້ຊາຍຄົນນັ້ນ ກໍໄດ້ເອົາຜ້າມາປູປິດປາກນ້ຳສ້າງ, ແລະກໍໄດ້ຍ້າຍເມັດເຂົ້າຕາກຢູ່ເທິງນັ້ນ ດັ່ງນັ້ນບໍ່ມີໃຜຮູ້ວ່າໂຢນາທານ, ແລະອາຮີມາອາດຢູ່ໃນນ້ຳສ້າງ.
|
||
\v 20 ທະຫານຂອງອັບຊາໂລມ ກໍໄດ້ມາຫາຜູ້ຍິງເຈົ້າຂອງບ້ານ ແລະໄດ້ຖາມວ່າ, ອາຮີມາອາດ ແລະໂຢນາທານຢູ່ໃສ?" ນາງຕອບວ່າ,"ພວກເຂົາໄດ້ຂ້າມແມ່ນ້ຳໄປແລ້ວ.” ດັ່ງນັ້ນເມື່ອພວກເຂົາໄດ້ຫາເບິ່ງຮອບໆ ແລະຄົ້ນຫາບໍ່ພົບ, ພວກເຂົາກໍໄດ້ກັບໄປຍັງກຸງເຢຣູຊາເລັມ.
|
||
|
||
\s5
|
||
\v 21 ເລື່ອງນີ້ໄດ້ເກີດຂຶ້ນມາຈາກທີ່ພວກເຂົາເຫລົ່ານັ້ນໄປແລ້ວ ໂຢນາທານ ແລະອາຮີມາອາດໄດ້ຂຶ້ນມາຈາກນ້ຳສ້າງ. ພວກເຂົາໄດ້ໄປທູນກະສັດດາວິດໃຫ້ຊົງຮູ້; ເຂົາທັງສອງໄດ້ທູນດາວິດວ່າ, "ຂໍຊົງລຸກຂຶ້ນ ແລະຮີບຂ້າມແມ່ນ້ຳໄປ ເພາະວ່າອາຮີໂຕເຟນໃຫ້ຄຳປຶກສາຢ່າງນັ້ນຢ່າງນີ້ກ່ຽວກັບທ່ານ."
|
||
\v 22 ແລ້ວດາວິດກໍໄດ້ຊົງລຸກຂຶ້ນ ແລະທະຫານທັງຫມົດທີ່ຢູ່ກັບເພິ່ນ, ແລະພວກເຂົາກໍໄດ້ຂ້າມແມ່ນ້ຳຈໍແດນ. ພໍມື້ເຊົ້າກໍບໍ່ມີເຫລືອຈັກຄົນຫນຶ່ງທີ່ຍັງບໍ່ໄດ້ຂ້າມແມ່ນ້ຳຈໍແດນ.
|
||
|
||
\s5
|
||
\v 23 ເມື່ອອາຮີໂຕເຟນໄດ້ເຫັນວ່າບໍ່ມີໃຜເຮັດຕາມຄຳປຶກສາຂອງເຂົາ, ເຂົາກໍໄດ້ຂີ່ລໍ ແລະຈາກໄປຍັງເມືອງຂອງເຂົາ. ຈັດການເລື່ອງຄອບຄົວຂອງເຂົາ,ເຂົ້າທີ່ເຂົ້າທາງ ແລະໄດ້ແຂວນຄໍຕົວເອງ. ເຂົາກໍໄດ້ຕາຍ ແລະໄດ້ຝັງໄວ້ທີ່ອຸບມຸງພໍ່ຂອງເຂົາ.
|
||
|
||
\s5
|
||
\v 24 ແລ້ວດາວິດໄດ້ມາຍັງເມືອງມະຫານາອິມ. ສ່ວນອັບຊາໂລມເອງ, ກໍໄດ້ຂ້າມແມ່ນ້ຳຈໍແດນ, ເພິ່ນລວມທັງຄົນອິດສະຣາເອນທັງຫມົດທີ່ຢູ່ກັບເພິ່ນດ້ວຍ.
|
||
\v 25 ອັບຊາໂລມໄດ້ຊົງຕັ້ງອາມາສາເປັນຜູ້ບັນສາການແທນໂຢອາບ. ອາມາສາເປັນລູກຊາຍຂອງເຢເທີຄົນອິດຊະມາເອນທີ່ໄດ້ນອນກັບອາບີການ, ຜູ້ທີເປັນລູກສາວຂອງນາຮາດ, ນ້ອງສາວຂອງນາງເຊຣູອີຢາແມ່ຂອງໂຢອາບ.
|
||
\v 26 ແລ້ວຄົນອິດສະຣາເອນ ແລະອັບຊາໂລມ ໄດ້ຕັ້ງຄ້າຍຢູ່ໃນແຜ່ນດິນກີເລອາດ.
|
||
|
||
\s5
|
||
\v 27 ເລື່ອງນີ້ໄດ້ເກີດຂຶ້ນເມື່ອດາວິດໄດ້ມາເຖິງມາຫະນາອິມ, ທີ່ໂຊບີລູກຊາຍຂອງນາຮາດຈາກເມືອງຣັບບາໃນອຳໂມນ, ແລະມາກີລູກຊາຍຂອງອຳມີເອນຈາກໂລເດບາ, ແລະບາກຊິນໄລຊາວກິເລອາດຊາວໂຣເກລິມ,
|
||
\v 28 ໄດ້ຂົນທີ່ນອນ ແລະຜ້າຫົ່ມ, ຊາມ ແລະຫມໍ້, ແລະເຂົ້າສາລີ, ແລະແປ້ງບາເລ, ເຂົ້າຂົ້ວ, ຖົ່ວ, ຖົ່ວແດງ, ແລະເມັດຖົ່ວ,
|
||
\v 29 ນ້ຳເຜິ້ງ, ເນຍ, ແກະ, ແລະເນຍແຂງທີ່ໄດ້ມາຈາກຝູງສັດ, ດັ່ງນັ້ນດາວິດ ແລະໃຫ້ພວກທະຫານທີ່ຢູ່ກັບເພິ່ນກໍໄດ້ກິນ. ພວກເຂົາໄດ້ເວົ້າວ່າ, "ພວກທະຫານຫິວ ແລະອ່ອນເພຍ ແລະກະຫາຍຢູ່ໃນຖິ່ນແຫ້ງແລ້ງກັນດານ."
|
||
|
||
\s5
|
||
\c 18
|
||
\cl ບົດທີ 18
|
||
\p
|
||
\v 1 ດາວິດໄດ້ກວດນັບເຫລົ່າທະຫານທີ່ໄດ້ຢູ່ກັບເພິ່ນ ແລະໄດ້ຊົງແຕ່ງຕັ້ງຜູ້ບັງຄັບບັນຊາລະດັບນາຍພັນ ແລະນາຍຮ້ອຍໃຫ້ພວກເຂົາ.
|
||
\v 2 ແລ້ວດາວິດໄດ້ຊົງສົ່ງກອງທັບອອກໄປ, ຫນຶ່ງໃນສາມໃຫ້ຢູ່ພາຍໃຕ້ບັງຄັບບັນຊາຂອງໂຢອາບ, ແລະອີກຫນຶ່ງໃນສາມໃຫ້ຢູ່ພາຍໃຕບັນຊາຂອງອາບີໄຊ ລູກຊາຍຂອງນາງເຊຣູອີຢາ, ນ້ອງຊາຍຂອງໂຢອາບ, ແລະອີກຫນຶ່ງໃນສາມໃຫ້ຢູ່ພາຍໃຕບັງຄັບບັນຊາຂອງອິດໄຕຄົນກາກ. ກະສັດໄດ້ກ່າວກັບກອງທັບວ່າ, "ເຮົາເອງຈະອອກໄປກັບພວກທ່ານແນ່ນອນດ້ວຍຕົວເຮົາເອງເຊັ່ນກັນ."
|
||
|
||
\s5
|
||
\v 3 ແຕ່ພວກທະຫານເຫລົ່ານັ້ນໄດ້ທູນວ່າ, "ຂໍທ່ານຢ່າໄດ້ໄປໃນການຕໍ່ສູ້ເລີຍ, ເພາະວ່າຖ້າພວກຂ້ານ້ອຍຈະຫນີໄປ, ພວກເຂົາກໍບໍ່ສົນໃຈພວກຂ້ານ້ອຍ. ຫລືຖ້າພວກຂ້ານ້ອຍຕາຍສັກເຄິ່ງຫນຶ່ງ ພວກເຂົາກໍບໍ່ສົນໃຈພວກຂ້ານ້ອຍ! ແຕ່ທ່ານຊົງມີຄ່າເທົ່າກັບພວກຂ້ານ້ອຍຫນຶ່ງຫມື່ນຄົນ ເພາະສະນັ້ນຂໍທ່ານຊົງຕຽມພ້ອມທີ່ຈະຊ່ວຍພວກຂ້ານ້ອຍຈາກໃນເມືອງຈະດີກວ່າ."
|
||
\v 4 ດັ່ງນັ້ນກະສັດຈຶ່ງໄດ້ກ່າວກັບພວກເຂົາວ່າ, "ເຮົາຈະເຮັດຫຍັງກໍຕາມທີ່ພວກທ່ານເຫັນວ່າດີທີ່ສຸດ." ກະສັດຈຶ່ງໄດ້ຊົງຢືນທີ່ຂ້າງປະຕູເມືອງຂະນະທີ່ທະຫານທັງຫມົດໄດ້ຢ່າງອອກໄປເປັນກອງຮ້ອຍ ແລະເປັນກອງທັບ.
|
||
|
||
\s5
|
||
\v 5 ກະສັດໄດ້ຊົງບັນຊາໂຢອາບ, ອາບີໄຊ, ແລະອິດໄຕກ່າວວ່າ, "ຈົ່ງເບົາມືກັບຊາຍຫນຸ່ມນັ້ນ, ກັບອັບຊາໂລມເພື່ອເຫັນແກ່ເຮົາເຖີດ." ເຫລົ່າຄົນທັງປວງກໍໄດ້ຍິນຄຳບັນຊາຊຶ່ງກະສັດສັ່ງແກ່ຜູ້ບັງຄັບບັນຊາທັງຫລາຍດ້ວຍເລື່ອງກ່ຽວກັບອັບຊາໂລມ.
|
||
|
||
\s5
|
||
\v 6 ດັ່ງນັ້ນ ກອງທັບຈຶ່ງໄດ້ອອກໄປທົ່ວປະເທດເພື່ອສູ້ຮົບກັບຄົນອິດສະຣາເອນ;ການສົງຄາມນັ້ນໄດ້ຂະຫຍາຍເຂົ້າໄປໃນປ່າເອຟຣາອິມ.
|
||
\v 7 ກອງທັບຂອງອິດສະຣາເອນກໍໄດ້ພ່າຍແພ້ແກ່ພວກທະຫານຂອງດາວິດທີ່ນັ້ນ; ໄດ້ມີການຂ້າຟັນກັນຢ່າງຫນັກທີ່ນັ້ນ ໃນມື້ນັ້ນມີທະຫານຕາຍສອງຫມື່ນຄົນ.
|
||
\v 8 ສົງຄາມກໍໄດ້ກະຈາຍໄປທົ່ວປະເທດ, ແລະໄດ້ມີຄົນທີ່ຖືກຂ້າໃນປ່າຫລາຍກ່າວຖືກຂ້າໃນສະຫມາມຮົບ.
|
||
|
||
\s5
|
||
\v 9 ອັບຊາໂລມໄດ້ໄປພົບພວກທະຫານຂອງດາວິດເຂົ້າ. ອັບຊາໂລມໄດ້ກຳລັງຊົງຂີ່ລ້ຢູ່, ແລະລໍນັ້ນໄດ້ແລ່ນເຂົ້າໄປ ໃຕ້ຕົ້ນໄມ້ໃຫຍ່ຂອງຕົ້ນໂອກ ຫົວຂອງເພິ່ນກໍຊັງຕິດກິ່ງຕົ້ນໂອກແຫນ້ນ. ທ່ານກໍໄດ້ຖືກແຂວນຢູ່ລະວ່າງຟ້າ, ແລະດິນ ຂະນະທີ່ລໍທີ່ທ່ານໄດ້ຂີ່ມານັ້ນໄດ້ແລ່ນກາຍໄປ.
|
||
\v 10 ມີບາງຄົນໄດ້ມາເຫັນສິ່ງນີ້ ແລະໄດ້ໄປແຈ້ງໃຫ້ໂຢອາບຮູ້ວ່າ, "ແນະນຳ, ຂ້ານ້ອຍໄດ້ເຫັນອັບຊາໂລມແຂວນຢູ່ທີ່ຕົ້ນໂອກ!"
|
||
\v 11 ໂຢອາບກໍໄດ້ເວົ້າກັບຜູ້ຊາຍ ທີ່ແຈ້ງໃຫ້ເຂົາກ່ຽວກັບອັບຊາໂລມ,"ເບິ່ງເຖີດ! ເຈົ້າເຫັນພະອົງແລ້ວ! ເປັນຫຍັງເຈົ້າຈຶ່ງບໍ່ໄດ້ຟັງເພິ່ນໃຫ້ຕົກພື້ນດິນ? ເຮົາກໍຈະໄດ້ໃຫ້ເງິນສິບຫລຽນກັບສາຍແອວແກ່ເຈົ້າ."
|
||
|
||
\s5
|
||
\v 12 ຜູ້ຊາຍຄົນນັ້ນໄດ້ຕອບໂຢອາບວ່າ, "ເຖິງແມ່ນວ່າຂ້ານ້ອຍໄດ້ຮັບເງິນຫນຶ່ງພັນຫລຽນ, ຂ້ານ້ອຍຈະບໍ່ເດ່ມືອອກທຳຮ້າຍລູກຂອງກະສັດ, ເພາະວ່າພວກເຮົາໄດ້ຍິນກະສັດໄດ້ຊົງບັນຊາທ່ານ, ອາບີໄຊ, ແລະ ອິດໄຕວ່າ, "ຈະບໍ່ມີໃຜແຕະຕ້ອງອັບຊາໂລມຊາຍຫນຸ່ມນັ້ນ."
|
||
\v 13 ຖ້າຂ້ານ້ອຍຈະສ່ຽງຊີວິດຂອງຂ້ານ້ອຍໂດຍບໍ່ຖືກຕ້ອງ (ແລະບໍ່ມີຫຍັງປິດບັງໃຫ້ພົ້ນກະສັດ), ທ່ານເອງກໍຈະຖິ້ມຂ້ານ້ອຍ."
|
||
|
||
\s5
|
||
\v 14 ແລ້ວໂຢອາບຈຶ່ງໄດ້ກ່າວວ່າ, "ເຮົາບໍ່ຄວນເສຍເວລາກັບເຈົ້າເຊັ່ນນີ້." ດັ່ງນັ້ນເຂົາກໍໄດ້ຈັບຫອກສາມແງ່ມແທງເຂົ້າໄປໃນຫົວໃຈຂອງອັບຊາໂລມ, ຂະນະທີ່ເພິ່ນຍັງຊົງມີຊີວິດຢູ່ ແລະກຳລັງແຂວນຕິດຢູ່ເທິງຕົ້ນໂອກ.
|
||
\v 15 ແລ້ວທະຫານຫນຸ່ມສິບຄົນທີ່ຖືເຄື່ອງສູ້ຮົບຂອງໂຢອາບ ກໍໄດ້ລ້ອມອັບຊາໂລມໄວ້, ໄດ້ຈູ່ໂຈມເພິ່ນ, ແລະໄດ້ປະຫານເພິ່ນ.
|
||
|
||
\s5
|
||
\v 16 ແລ້ວໂຢອາບກໍໄດ້ເປົ່າແກ, ແລະກອງທັບກໍໄດ້ກັບຈາກການໄລ່ຕາມອິດສະຣາເອນ, ເພາະໂຢອາບໄດ້ຢຸດກອງທັບໄວ້.
|
||
\v 17 ພວກເຂົາກໍໄດ້ນຳອັບຊາໂລມມາ ແລະໄດ້ໂຍນລົງໄປໃນຂຸມໃຫຍ່ໃນປ່າ; ພວກເຂົາໄດ້ຝັງຮ່າງຂອງອັບຊາໂລມພາຍໃຕ້ຫີນຫ້ອງໃຫຍ່, ຂະນະທີ່ຄົນອິດສະຣາເອນທັງຫມົດຕ່າງກໍຫນີກັບໄປທີ່ຢູ່ຂອງຕົນ.
|
||
|
||
\s5
|
||
\v 18 ບັດນີ້ອັບຊາໂລມ, ໃນຂະນະທີ່ຍັງຊົງມີຊີວິດຢູ່ນັ້ນ, ໄດ້ຊົງຕັ້ງເສົາໄວ້ສຳຫລັບເພິ່ນເອງທີ່ພູເຂົາຂອງກະສັດ, ເພາະເພິ່ນໄດ້ຊົງກ່າວວ່າ, "ເຮົາບໍ່ມີລູກຊາຍທີ່ຈະສືບຄວາມຊົງຈຳຂອງຊື່ຂອງເຮົາ." ດັ່ງນັ້ນກໍໄດ້ມີການຮ້ອງເສົານັ້ນຕາມຊື່ຂອງເພິ່ນ, ເຂົາໄດ້ຮ້ອງກັນວ່າ ອານຸສາວະລີອັບຊາໂລມ ຈົນທຸກມື້ນີ້.
|
||
|
||
\s5
|
||
\v 19 ແລ້ວອາຮີມາລູກຊາຍຂອງຊາດົກກ່າວວ່າ, "ຂໍໃຫ້ຂ້ານ້ອຍແລ່ນນຳຂ່າວດີໄປທູນກະສັດ, ເຖິງການທີ່ພຣະຢາເວຊົງຊ່ວຍກູ້ທ່ານໃຫ້ພົ້ນຈາກມືສັດຕູຂອງທ່ານ."
|
||
\v 20 ໂຢອາບກໍໄດ້ເວົ້າກັບເຂົາວ່າ, "ທ່ານຢ່າເປັນຄົນນຳຂ່າວໄປໃນມື້ນີ້ເລີຍ; ທ່ານຈົ່ງນຳຂ່າວໃນມື້ຫນ້າເຖີດ. ມື້ນີ້ທ່ານຢ່ານຳຂ່າວເລີຍ ເພາະລູກຊາຍຂອງກະສັດໄດ້ຊົງເສຍຊີວິດຢູ່ແລ້ວ."
|
||
|
||
\s5
|
||
\v 21 ແລ້ວໂຢອາບກໍໄດ້ສັ່ງ ຊາວເອທີໂອເປຍຄົນຫນຶ່ງວ່າ, "ຈົ່ງໄປທູນກະສັດໃຫ້ຊົງຮູ້ ຕາມຕາມສິ່ງທີ່ເຈົ້າເຫັນ." ຊາວເອທີໂອເປຍນັ້ນກໍໄດ້ກົ້ມກາບໂຢອາບ. ແລ້ວກໍໄດ້ແລ່ນໄປ
|
||
\v 22 ແລ້ວອາຮີມາອາດລູກຊາຍຂອງຊາດົກ ຈຶ່ງໄດ້ກ່າວກັບໂຢອາບອີກວ່າ, "ຂໍຢ່າໄດ້ຄຳນຶງເຖິງສິ່ງທີ່ຈະເກີດຂຶ້ນເລີຍ, ຂໍໃຫ້ຂ້ານ້ອຍແລ່ນຕາມຊາວເອທີໂອເປຍຄົນນັ້ນໄປດ້ວຍ." ໂຢອາບໄດ້ຕອບວ່າ, "ເປັນຫຍັງເຈົ້າຈຶ່ງຢາກແລ່ນ, ລູກຊາຍຂອງເຮົາເອີຍ, ເພາະວ່າເຈົ້າຈະບໍ່ໄດ້ຮັບຮາງວັນຫຍັງເລີຍ ຈາກການສົ່ງຂ່າວນີ້ບໍ່ແມ່ນບໍ?"ອາຮີມາອາດໄດ້ຕອບວ່າ,
|
||
\v 23 "ບໍ່ວ່າຈະມີຫຍັງເກີດຂຶ້ນກໍຕາມ ຂ້ານ້ອຍກໍຈະຂໍແລ່ນໄປ," ດັ່ງນັ້ນໂຢອາບຈຶ່ງໄດ້ບອກເຂົາວ່າ, "ຈົ່ງແລ່ນໄປເຖີດ" ແລ້ວອາຮີມາອາດກໍໄດ້ແລ່ນໄປຕາມທາງຮ້ອມພູຈໍແດນ, ແລະໄດ້ແລ່ນກາຍຊາວເອທີໂອເປຍໄປ.
|
||
|
||
\s5
|
||
\v 24 ຂະນະນັ້ນດາວິດ ໄດ້ຢູ່ລະຫວ່າງທາງໃນ ແລະທາງນອກປະຕູເມືອງ. ມີທະຫານຍາມໄດ້ຂຶ້ນໄປຢູ່ເທິງຫລັງຄາ ປະຕູກຳແພງເມືອງ. ເມື່ອເຂົາໄດ້ແນມເບິ່ງ, ເຂົາໄດ້ເຫັນຜູ້ຊາຍຄົນຫນຶ່ງ,ກຳລັງແລ່ນໃກ້ເຂົ້າມາຄົນດຽວ.
|
||
\v 25 ທະຫານຍາມຄົນນັ້ນກໍໄດ້ຮ້ອງສຽງດັງ ແລະໄດ້ທູນກະສັດ.ແລະກະສັດໄດ້ກ່າວວ່າ."ຖ້າເຂົາມາຄົນດຽວ, ກໍມີຂ່າວໃນປາກຂອງເຂົາ." ຜູ້ຊາຍກໍໄດ້ເຂົ້າມາໃກ້ ແລະໃກ້ກັບເມືອງ.
|
||
|
||
\s5
|
||
\v 26 ແລ້ວທະຫານຍາມກໍໄດ້ສັງເກດເຫັນ ຊາຍອີກຄົນຫນຶ່ງກຳລັງແລ່ນມາ, ແລະ ທະຫານຍາມກໍໄດ້ຮ້ອງບອກ ໄປທີ່ນາຍປະຕູເມືອງ; ເຂົາໄດ້ເວົ້າວ່າ, "ເບິ່ງແມ, ມີຜູ້ຊາຍອີກຄົນຫນຶ່ງແລ່ນມາຄົນດຽວ." ກະສັດໄດ້ກ່າວວ່າ, "ເຂົາກໍເປັນຄົນນຳຂ່າວມາດ້ວຍ."
|
||
\v 27 ດັ່ງນັ້ນທະຫານຍາມນັ້ນໄດ້ທູນວ່າ, "ຂ້ານ້ອຍຄິດວ່າຄົນທີ່ແລ່ນມາກ່ອນຄື ອາຮິມາອາດລູກຊາຍຊາດົກ." ກະສັດໄດ້ກ່າວວ່າ, "ເຂົາເປັນຄົນດີ ເຂົາກຳລັງມາພ້ອມກັບຂ່າວດີ."
|
||
|
||
\s5
|
||
\v 28 ແລ້ວອາຮີມາອາດໄດ້ຮ້ອງ ແລະໄດ້ທູນກະສັດວ່າ, "ຂໍຄວາມໂຊກດີມີແດ່ທຸກຄົນ." ເຂົາກໍໄດ້ກົ້ມລົງກາບຕໍ່ຫນ້າກະສັດ ກົ້ມຫນ້າລົງພື້ນ ແລະໄດ້ທູນວ່າ, "ສັນລະເສີນແດ່ພຣະຢາເວ ພຣະເຈົ້າຂອງຂ້ານ້ອຍ! ພຣະອົງໄດ້ຊົງມອບ ບັນດາຜູ້ທີ່ຍົກມືຂອງພວກເຂົາ ຕໍ່ສູ້ກັບກະສັດເຈົ້ານາຍຂອງຂ້ານ້ອຍແລ້ວ."
|
||
\v 29 ດັ່ງນັ້ນ ກະສັດໄດ້ກ່າວຖາມວ່າ, "ອັບຊາໂລມ ຊາຍຫນຸ່ມຄົນນັ້ນສະບາຍດີບໍ່?" ອາຮີມາອາດໄດ້ທູນຕອບວ່າ,"ຂ້າແຕ່ກະສັດ, ເມື່ອໂຢອາບໄດ້ໃຊ້ຂ້ານ້ອຍ ຜູ້ຮັບໃຊ້ຂອງກະສັດມາ, ຂ້ານ້ອຍໄດ້ເຫັນການສັບສົນຢ່າງຫລາຍ, ແຕ່ຂ້ານ້ອຍບໍ່ຮູ້ເລື່ອງນັ້ນເລີຍ."
|
||
\v 30 ກະສັດໄດ້ກ່າວວ່າ, "ຈົ່ງຍ່າງມາຂ້າງໆ ແລະມາຢືນບ່ອນນີ້." ດັ່ງນັ້ນອາຮີມາອາດຈຶ່ງໄດ້ຍ່າງມາ, ແລະໄດ້ຢືນຢູ່.
|
||
|
||
\s5
|
||
\v 31 ຊາວເອທີໂອເປຍກໍໄດ້ມາຮອດ ແລະໄດ້ທູນວ່າ, "ມີຂ່າວດີຖວາຍແດ່ກະສັດເຈົ້ານາຍຂອງຂ້ານ້ອຍ, ເພາະໃນມື້ນີ້ພຣະຢາເວ ໄດ້ຊົງແກ້ແຄ້ນໃຫ້ທ່ານ ໄດ້ຊົງພົ້ນຈາກມືຂອງບັນດາຜູ້ທີ່ໄດ້ລຸກຂຶ້ນຕໍ່ສູ້ທ່ານ."
|
||
\v 32 ແລ້ວກະສັດໄດ້ກ່າວຖາມ ຊາວເອທີໂອເປຍນັ້ນວ່າ, "ອັບຊາໂລມຊາຍຫນຸ່ມນັ້ນສະບາຍດີບໍ່?" ຊາວເອທີໂອເປຍນັ້ນໄດ້ທູນຕອບວ່າ, "ຂໍໃຫ້ບັນດາສັດຕູຂອງກະສັດ ເຈົ້ານາຍຂອງຂ້ານ້ອຍ, ແລະຄົນທັງປວງທີ່ໄດ້ລຸກຂຶ້ນທຳຮ້າຍທ່ານ ໃຫ້ເປັນຄືຊາຍຫນຸ່ມຄົນນັ້ນເຖີດ."
|
||
\v 33 ແລ້ວກະສັດໄດ້ຊົງທຸກໃຈຫລາຍ, ແລະເພິ່ນໄດ້ຂຶ້ນໄປ ເທິງຫ້ອງທີ່ຢູ່ເຫນືອປະຕູ ແລະຊົງໂສກເສົ້າ. ຂະນະທີ່ເພິ່ນໄປເພິ່ນຊົງເສຍໃຈໄດ້ກ່າວວ່າ, "ໂອ ອັບຊາໂລມລູກພໍ່, ລູກພໍ່, ອັບຊາໂລມເອີຍ, ພໍ່ເອງຢາກຈະຕາຍແທນເຈົ້າ, ໂອ ອັບຊາໂລມລູກພໍ່, ລູກພໍ່!"
|
||
|
||
\s5
|
||
\c 19
|
||
\cl ບົດທີ 19
|
||
\p
|
||
\v 1 ໂຢອາບໄດ້ຮັບການບອກກ່າວວ່າ, "ເບິ່ງເຖີດ ກະສັດໄດ້ຊົງໂສກເສົ້າ ແລະໄດ້ໄວ້ທຸກເພື່ອອັບຊາໂລມ."
|
||
\v 2 ເພາະສະນັ້ນ ໄຊຊະນະໃນມື້ນັ້ນກໍໄດ້ກາຍເປັນການໄວ້ທຸກຂອງທະຫານທັງປວງ, ເພາະໃນມື້ນັ້ນພວກທະຫານໄດ້ຍິນວ່າ, "ກະສັດໄດ້ຊົງທຸກໃຈເພາະລູກຊາຍຂອງເພິ່ນ."
|
||
|
||
\s5
|
||
\v 3 ໃນມື້ນັ້ນພວກທະຫານ ໄດ້ລັກເຂົ້າມາໃນເມືອງຢ່າງງຽບໆ, ຄືກັບພວກທະຫານທີ່ລັກຫນີມາຢ່າງຫນ້າລະອາຍ ເມື່ອພວກເຂົາໄດ້ຫນີເສິກກັບມາ.
|
||
\v 4 ກະສັດໄດ້ຊົງຄຸມຫນ້າ ແລະໄດ້ຊົງໂສກເສົ້າ ແລະຊົງຈົ່ມສຽງດັງວ່າ, "ໂອ ອັບຊາໂລມລູກເອີຍ, ໂອ ອັບຊາໂລມລູກຂອງພໍ່, ລູກຂອງພໍ່”
|
||
|
||
\s5
|
||
\v 5 ໂຢອາບໄດ້ເຂົ້າໄປ ໃນທີ່ພັກຂອງກະສັດ ແລະເວົ້າຕໍ່ເພິ່ນວ່າ, "ມື້ນີ້ທ່ານໄດ້ຊົງເຮັດໃຫ້ຜູ້ຮັບໃຊ້ ທະຫານທັງຫມົດຂອງທ່ານ ໄດ້ຮັບຄວາມລະອາຍ ພວກເຂົາໄດ້ຊ່ວຍຊີວິດຂອງທ່ານໃນມື້ນີ້, ທັງຊີວິດຂອງບັນດາລູກຊາຍ, ແລະລູກສາວ, ແລະຊີວິດຂອງບັນດາເມຍ, ແລະຊີວິດຂອງບັນດາສາວໃຊ້ຂອງທ່ານ,
|
||
\v 6 ເພາະວ່າທ່ານໄດ້ຊົງຮັກຜູ້ທີ່ກຽດຊັງທ່ານ, ແລະໄດ້ຊົງກຽດຊັງຜູ້ຮັກທ່ານ. ເພາະໃນມື້ນີ້ທ່ານໄດ້ຊົງເຮັດໃຫ້ເປັນທີ່ຮູ້ແລ້ວວ່າ ບັນດານາຍທະຫານ ແລະທະຫານທັງຫລາຍ ບໍ່ມີຄ່າສຳຫລັບທ່ານ. ໃນມື້ນີ້ຂ້ານ້ອຍເຊື່ອວ່າຖ້າ ອັບຊາໂລມ ຍັງມີຊີວິດຢູ່, ແລະພວກຂ້ານ້ອຍທັງຫລາຍໄດ້ຕາຍຫມົດນັ້ນ, ທ່ານກໍຄົງຈະພໍໃຈ.
|
||
|
||
\s5
|
||
\v 7 ບັດນີ້ຂໍທ່ານຊົງລຸກຂຶ້ນ ແລະຂໍອອກໄປກ່າວໃຫ້ກຳລັງໃຈ ແກ່ເຫລົ່າທະຫານຂອງທ່ານ, ເພາະຂ້ານ້ອຍໄດ້ສາບານ ໃນພຣະນາມພຣະຢາເວວ່າ, ຖ້າທ່ານບໍ່ມາ, ຈະບໍ່ມີຊາຍຈັກຄົນຫນຶ່ງ ຄ້າງຢູ່ກັບທ່ານໃນຄືນນີ້. ນັ້ນກໍຈະຮ້າຍແຮງຍິ່ງກວ່າເຫດຮ້າຍອື່ນໆ ທັງຫມົດ ຊຶ່ງໄດ້ບັງເກີດແກ່ທ່ານຕັ້ງແຕ່ຍັງນ້ອຍ ມາຈົນເຖິງບັດນີ້."
|
||
\v 8 ດັ່ງນັ້ນກະສັດກໍໄດ້ຊົງລຸກຂຶ້ນ, ແລະປະທັບທີ່ປະຕູເມືອງ, ແລະປະຊາຊົນທັງປວງ ກໍໄດ້ຮັບການບອກເລົ່າວ່າ, "ເບິ່ງເຖີດ, ກະສັດໄດ້ຢູ່ທີ່ປະຕູເມືອງ," ປະຊາຊົນທັງຫລາຍກໍໄດ້ມາ ເຂົ້າເຝົ້າຕໍ່ຫນ້າຂອງກະສັດ. ຝ່າຍອິດສະຣາເອນນັ້ນ,ຕ່າງກໍຫນີໄປຍັງທີ່ອາໄສຂອງຕົນຫມົດແລ້ວ.
|
||
|
||
\s5
|
||
\v 9 ພວກເຂົາຖົກຖຽງກັນທົ່ວໄປໃນປະເທດວ່າ, "ກະສັດເຄີຍຊົງຊ່ວຍກູ້ເຮົາໃຫ້ພົ້ນຈາກມືບັນດາສັດຕູຂອງເຮົາ, ແລະຊົງຊ່ວຍພວກເຮົາໃຫ້ພົ້ນ ຈາກມືພວກຟີລິດສະຕິນ, ແຕ່ບັດນີ້ທ່ານຊົງຫນີອອກຈາກແຜ່ນດິນ ເພາະເຫດແຫ່ງອັບຊາໂລມ.
|
||
\v 10 ອັບຊາໂລມ, ຜູ້ທີ່ເຮົາໄດ້ແຕ່ງຕັ້ງໄວ້ ໃຫ້ເປັນກະສັດປົກຄອງເຮົານັ້ນ ກໍໄດ້ເສຍຊີວິດແລ້ວໃນສົງຄາມ, ດັ່ງນັ້ນເປັນຫຍັງພວກເຈົ້າບໍ່ໄດ້ເວົ້າຫຍັງເລີຍ ໃນເລື່ອງທີ່ຈະທູນເຊີນກະສັດໃຫ້ກັບຄືນມາປົກຄອງ?"
|
||
|
||
\s5
|
||
\v 11 ກະສັດດາວິດໄດ້ສົ່ງຄົນໄປຫາຊາດົກ ແລະອາບີອາທາປະໂຣຫິດທັງສອງ ຮັບສັ່ງວ່າ, "ຈົ່ງເວົ້າກັບພວກຜູ້ອາວຸໂສ ຂອງຄົນຢູດາຍວ່າ, "ເປັນຫຍັງພວກທ່ານຈຶ່ງເປັນຄົນສຸດທ້າຍທີ່ຈະທູນເຊີນ ກະສັດກັບຣາຊວັງຂອງເພິ່ນ, ໃນເມື່ອມີຖ້ອຍຄຳມາຈາກອິດສະຣາເອນ ທັງປວງຊື່ນຊົມເຖິງກະສັດ,ໃຫ້ກັບຣາຊວັງຂອງເພິ່ນ?
|
||
\v 12 ພວກທ່ານເປັນພີ່ນ້ອງຂອງເຮົາ, ເປັນກະດູກ ແລະເນື້ອຂອງເຮົາ. ເປັນຫຍັງພວກທ່ານຈຶ່ງຈະເປັນຄົນສຸດທ້າຍ ທີ່ຈະທູນເຊີນກະສັດກັບ?"
|
||
|
||
\s5
|
||
\v 13 ແລ້ວຈົ່ງບອກອາສາມາວ່າ, "ທ່ານບໍ່ໄດ້ເປັນກະດູກ ແລະເນື້ອຂອງເຮົາບໍ່? ຂໍພຣະເຈົ້າຊົງລົງໂທດເຮົາ ແລະຊົງເພີ່ມໂທດນັ້ນ, ຖ້າທ່ານບໍ່ໄດ້ເປັນຜູ້ບັງຄັບບັນຊາ ກອງທັບຕໍ່ຫນ້າເຮົາແທນໂຢອາບ ຕັ້ງແຕ່ບັດນີ້ໄປ.""
|
||
\v 14 ດັ່ງນັ້ນທ່ານກໍໄດ້ຊົງຊະນະໃຈຂອງຄົນຢູດາ ທັງປວງລາວກັບຈິດໃຈຂອງຜູ້ຊາຍຄົນດຽວ. ພວກເຂົາຈຶ່ງໄດ້ສົ່ງຄົນໄປທູນກະສັດວ່າ, "ຂໍທ່ານກັບພ້ອມກັບຜູ້ຮັບໃຊ້ທັງຫມົດ."
|
||
\v 15 ດັ່ງນັ້ນກະສັດກໍໄດ້ກັບ ແລະມາຍັງແມ່ນ້ຳຈໍແດນ. ບັດນີ້ຄົນຢູດາກໍໄດ້ພາກັນມາ ທີ່ກິນການເພື່ອຮັບກະສັດ ແລະນຳກະສັດຂ້າມແມ່ນ້ຳຈໍແດນ.
|
||
|
||
\s5
|
||
\v 16 ຊີເມອີ ລູກຊາຍຂອງເກຣາ, ຄົນເບັນຢາມິນ, ຜູ້ມາຈາກບາຮູຣິມ, ກໍໄດ້ຮີບລົງມາພ້ອມກັບຄົນ ຢູດາ ເພື່ອຈະຮັບກະສັດດາວິດ.
|
||
\v 17 ມີຄົນຈາກເຜົ່າເບັນຢາມິນພ້ອມກັບເຂົາຫນຶ່ງພັນຄົນ, ແລະຊີບາຜູ້ຮັບໃຊ້ຂອງໂຊນ, ພ້ອມກັບລູກຊາຍສິບຫ້າຄົນ. ແລະຄົນໃຊ້ອີກຊາວຄົນ ພວກເຂົາກໍໄດ້ຮີບຂ້າມແມ່ນຳຈໍແດນ ຕໍ່ຫນ້າກະສັດ.
|
||
\v 18 ພວກເຂົາໄດ້ຂ້າມມາເພື່ອ ນຳຣາຊວົງຂອງກະສັດ ແລະລໍຄອຍເຮັດສິ່ງທີ່ເພິ່ນເຫັນດີ. ຊີເມອີລູກຊາຍຂອງເກຣາ ໄດ້ໂນ້ມຕົວລົງຕໍ່ຫນ້າກະສັດ ກ່ອນທີ່ເພິ່ນຈະຂ້າມແມ່ນ້ຳຈໍແດນ.
|
||
|
||
\s5
|
||
\v 19 ຊີເມອີໄດ້ທູນກະສັດວ່າ, "ຂໍຢ່າງຊົງຖືໂທດ, ການລ່ວງລະເມີດຂອງຂ້ານ້ອຍ, ແລະຂໍຢ່າຊົງຈົດຈຳຄວາມຜິດ ທີ່ຜູ້ຮັບໃຊ້ຂອງທ່ານໄດ້ເຮັດ ລືມໃນມື້ທີ່ກະສັດເຈົ້ານາຍຂອງຂ້ານ້ອຍ ອອກຈາກນະຄອນເຢຣູຊາເລັມ. ຂໍກະສັດ, ຢ່າຊົງຈົດຈຳໄວ້ໃນໃຈ.
|
||
\v 20 ດ້ວຍຜູ້ຮັບໃຊ້ຂອງທ່ານ ຮູ້ແລ້ວວ່າຂ້ານ້ອຍເອງໄດ້ເຮັດບາບ, ເບິ່ງເຖີດ ນີ້ເຫັນເຫດວ່າເປັນຫຍັງໃນມື້ນີ້ ຂ້ານ້ອຍໄດ້ມາເປັນຄົນແລກໃນເຊື້ອສາຍ ໂຢເຊັບ ທັງຫມົດ ທີ່ລົງມາຮັບກະສັດເຈົ້ານາຍຂອງຂ້ານ້ອຍ."
|
||
|
||
\s5
|
||
\v 21 ແຕ່ອາບີໄຊລູກຊາຍຂອງນາງເຊຣູອີຢາໄດ້ຕອບວ່າ, "ຊີເມອີບໍ່ສົມຄວນຕາຍເພາະສິ່ງນີ້, ເພາະເຂົາໄດ້ປ້ອຍດ່າ ຜູ້ທີ່ຮັບການແຕ່ງຕັ້ງຂອງພຣະຢາເວ?"
|
||
\v 22 ແລ້ວດາວິດໄດ້ກ່າວວ່າ, "ລູກຊາຍທັງສອງຂອງນາງເຊຣູອີຢາເອີຍ, ເຮົາມີວຽກຫຍັງກັບທ່ານ, ຊຶ່ງໃນມື້ນີ້ທ່ານຈະມາເດືອດຮ້ອນກັບເຮົາ? ໃນມື້ນີ້ຄວນທີ່ຈະໃຫ້ໃຜໃນອິດສະເອນມີໂທດເຖິງຕາຍບໍ?"
|
||
\v 23 ດັ່ງນັ້ນກະສັດໄດ້ກ່າວກັບຊີເມອີວ່າ, "ເຈົ້າຈະບໍ່ຕາຍ." ແລ້ວກະສັດກໍໄດ້ຊົງໃຫ້ຄຳສັນຍາວ່າ ລາວຊິບໍ່ຖືກປະຫານຊີວິດ.
|
||
|
||
\s5
|
||
\v 24 ລູກຊາຍຂອງກະສັັດໂຊນ ກໍໄດ້ລົງມາຮັບກະສັດ. ເພິ່ນບໍ່ໄດ້ຊົງລ້າງຕີນຫລື ແຖຫນວດຂອງເພິ່ນຫລື, ຊົງຊັກເຄື່ອງຂອງເພິ່ນຕັ້ງແຕ່ມື້ທີ່ກະສັດໄດ້ຈາກໄປ, ຈົນວັນທີ່ທ່ານໄດ້ກັບມາໂດຍຢ່າງມີໄຊ.
|
||
\v 25 ດັ່ງນັ້ນເມື່ອເພິ່ນໄດ້ມາ ຍັງນະຄອນເຢຣູຊາເລັມ ເພື່ອຈະຮັບມາກະສັດໄດ້ກ່າວ ຖາມວ່າ, "ເມຟີໂບເຊັດ ເປັນຫຍັງທ່ານບໍ່ໄດ້ໄປກັບເຮົາ?"
|
||
|
||
\s5
|
||
\v 26 ລາວຕອບວ່າ, "ຂ້າແດ່ກະສັດ, ເຈົ້ານາຍຂອງຂ້ານ້ອຍ, ຜູ້ຮັບໃຊ້ຂອງຂ້ານ້ອຍໄດ້ຕວະຂ້ານ້ອຍ ເພາະຜູ້ຮັບໃຊ້ຂອງທ່ານໄດ້ບອກເຂົາວ່າ, "ຂ້ອຍຈະອານລໍໂຕຫນຶ່ງເພື່ອຂ້ອຍຈະໄດ້ຂີ່ໄປຕາມກະສັດ, ເພາະວ່າຜູ້ຮັບໃຊ້ຂອງທ່ານພິການ."
|
||
\v 27 ເຂົາກັບໄປທູນກະສັດ ເຈົ້ານາຍຂອງຂ້ານ້ອຍ, ໃສ່ຮ້າຍຜູ້ຮັບໃຊ້ຂອງພຣະເຈົ້າ ດັ່ງນັ້ນຂໍໄດ້ຊົງເຮັດໃນສິ່ງທີ່ທ່ານຊົງເຫັນວ່າດີ ໃນສາຍຕາຂອງທ່ານເຖີດ.
|
||
\v 28 ເພາະວ່າທຸກຄົນໃນຄອບຄົວຂອງຂ້ານ້ອຍທັງຫມົດ ນັ້ນເປັນແຕ່ຄົນທີ່ສົມຄວນຕາຍ ຕໍ່ຫນ້າກະສັດເຈົ້ານາຍຂອງຂ້ານ້ອຍ, ແຕ່ທ່ານກໍໄດ້ຊົງແຕ່ຕັ້ງຜູ້ຮັບໃຊ້ ຂອງທ່ານໄວ້ໃນຫມູ່ຜູ້ທີ່ກິນຮ່ວມໂຕະທ່ານ. ຂ້ານ້ອຍຈະມີຄວາມເມດຕາປະການໃດ ທີ່ຈະຮ້ອງທູນຕໍ່ກະສັດ?"
|
||
|
||
\s5
|
||
\v 29 ແລ້ວກະສັດຈຶ່ງໄດ້ກ່າວກັບເຂົາວ່າ,"ທ່ານຈະເວົ້າເລື່ອງລາວຂອງທ່ານຕໍ່ໄປເຮັດຫຍັງ? ເຮົາໄດ້ຕັດສິນໃຈແລ້ວວ່າ ເມື່ອກະສັດເຈົ້ານາຍຂອງຂ້ານ້ອຍ ໄດ້ກັບສູ່ຣາຊວັງໂດຍມີໄຊເຊັ່ນນີ້ແລ້ວ ກໍໃຫ້ຊີບາຮັບໄປຫມົດເຖີດ."
|
||
\v 30 ເມຟີໂບເຊັດຕອບວ່າ, "ໃຫ້ມໍຣະດົກຕົກເປັນຂອງຊີບາຫມົດເສຍ, ການທີ່ທ່ານກັບມາຢ່າງປອດໄພກໍພຽງພໍແລ້ວສຳລັບຂ້ານ້ອຍ."
|
||
|
||
\s5
|
||
\v 31 ແລ້ວບາກຊິນໄລ ຊາວກີເລອາດກໍໄດ້ລົງມາຈາກໂຣເກລິມ ເພື່ອຂ້າມແມ່ນ້ຳຈໍແດນໄປສົ່ງກະສັດ, ແລະເຂົາໄດ້ສົ່ງກະສັດຂ້າມແມ່ນ້ຳຈໍແດນໄປ.
|
||
\v 32 ບັດນີ້ ບາກຊິນໄລເປັນຄົນເຖົ້າແກ່ຫລາຍແລ້ວ, ອາຍຸແປດສິບປີ.ເຂົາໄດ້ນຳສະບຽງອາຫານ ມາຖວາຍກະສັດຂະນະເພິ່ນຢູ່ທີ່ມະຫານາອິມ, ເພາະເຂົາເປັນຄົນຮັ່ງມີຫລາຍ.
|
||
\v 33 ກະສັດຈຶ່ງໄດ້ກ່າວກັບບາກຊິນໄລວ່າ, "ຈົ່ງຂ້າມມາຢູ່ກັບເຮົາ, ແລະເຮົາຈະລ້ຽງເບິ່ງເຈົ້າໃຫ້ຢູ່ກັບເຮົາທີ່ນະຄອນເຢຣູຊາເລັມ."
|
||
|
||
\s5
|
||
\v 34 ບາກຊີໄລໄດ້ທູນກະສັດວ່າ, "ຂ້ານ້ອຍຈະຢູ່ຕໍ່ໄປໄດ້ອີກຈັກປີ ທີ່ຂ້ານ້ອຍຈະຂຶ້ນໄປຢູ່ກັບກະສັດທີ່ນະຄອນເຢຣູຊາເລັມ?
|
||
\v 35 ຂ້ານ້ອຍມີອາຍຸແປດສິບປີແລ້ວ. ຂ້ານ້ອຍຈະສາມາດ ແຍກວ່າແມ່ນຫຍັງດີ ແມ່ນຫຍັງຊົ່ວໄດ້ບໍ່? ຜູ້ຮັບໃຊ້ຂອງທ່ານຈະຮູ້ລົດຊາດຂອງສິ່ງທີ່ກິນ ແລະດື່ມໄດ້ບໍ່? ຂ້ານ້ອຍຈະຟັງສຽງນັກຮ້ອງຊາຍ ແລະຍິງຮ້ອງເພງໄດ້ອີກບໍ່? ເປັນຫຍັງຈະໃຫ້ຜູ້ຮັບໃຊ້ຂອງທ່ານ ເປັນພາລະເພີ່ມແກ່ກະສັດເຈົ້ານາຍຂອງຂ້ານ້ອຍ?
|
||
\v 36 ຜູ້ຮັບໃຊ້ຂອງທ່ານປະສົງຈະຕາມ ຂ້າມແມ່ນ້ຳຈໍແດນກັບກະສັດເທົ່ານັ້ນ. ສະນັ້ນກະສັດຈະຊົງຕອບແທນດ້ວຍລາງວັນເຊັ່ນນີ້?
|
||
|
||
\s5
|
||
\v 37 ຂໍໃຫ້ຜູ້ຮັບໃຊ້ຂອງທ່ານ ໄດ້ກັບໄປເພື່ອຈະຕາຍໃນເມືອງຂອງຂ້ານ້ອຍ, ໃກ້ທີ່ຝັງສົບພໍ່ແມ່ຂອງຂ້ານ້ອຍ. ແຕ່ຂໍຈົ່ງຊົງແນມເຫັນເຖີດ, ນີ້ຄືກິມຮາມຜູ້ຮັບໃຊ້ຂອງພະອົງ. ຂໍໃຫ້ເຂົາຕາມກະສັດເຈົ້ານາຍຂອງຂ້ານ້ອຍໄປ, ຂໍຊົງເຮັດຕໍ່ເຂົາຕາມທີ່ຊົງເຫັນຄວນ."
|
||
|
||
\s5
|
||
\v 38 ກະສັດໄດ້ຕອບວ່າ, "ກິມຮາມຈະຂ້າມໄປກັບເຮົາ, ເຮົາຈະເຮັດຄຸນແກ່ເຂົາຕາມທີ່ເຈົ້າເຫັນຄວນ, ສິ່ງໃດກໍຕາມທີ່ເຈົ້າປາຖະຫນາຈາກເຮົາ, ເຮົາຍິນດີເຮັດໃຫ້ເຈົ້າ."
|
||
\v 39 ແລ້ວປະຊາຊົນທັງຫມົດ ກໍໄດ້ຂ້າມແມ່ນ້ຳຈໍແດນ, ແລະກະສັດກໍໄດ້ຂ້າມໄປ ກະສັດໄດ້ຊົງຈູບບາກຊີໄລ, ແລະໄດ້ອວຍພອນເຂົາ. ແລ້ວບາກຊີໄລກໍໄດ້ກັບໄປຍັງທີ່ຢູ່ຂອງເຂົາ.
|
||
|
||
\s5
|
||
\v 40 ດັ່ງນັ້ນກະສັດໄດ້ຂ້າມໄປຍັງກິນການ, ແລະກິມຮາມກໍໄດ້ຂ້າມຕາມເພິ່ນໄປ. ກອງທັບຂອງຢູດາຍທັງຫມົດ ກໍໄດ້ນຳກະສັດຂ້າມມາ, ແລະເຄິ່ງຫນຶ່ງຂອງກອງທັບດ້ວຍ.
|
||
\v 41 ໃນບໍ່ຊ້າອິດສະຣາເອນທັງຫມົດ ກໍໄດ້ເລີ່ມມາເຝົ້າກະສັດ ແລະໄດ້ທູນກະສັດວ່າ, "ພີ່ນ້ອງຂອງເຮົາຄົນຢູດາຍ ຈຶ່ງໄດ້ລັກພາທ່ານໄປ, ແລະໄດ້ນຳກະສັດ ແລະຣາຊວົງຂອງເພິ່ນຂ້າມແມ່ນ້ຳຈໍແດນໄປ, ແລະພ້ອມກັບຄົນຂອງດາວິດທັງຫມົດ?"
|
||
|
||
\s5
|
||
\v 42 ດັ່ງນັ້ນ ຄົນຢູດາທັງປວງ ຈຶ່ງໄດ້ຕອບຄົນອິດສະຣາເອນວ່າ, "ເພາະວ່າກະສັດຊົງເປັນພີ່ນ້ອງກັບເຮົາ. ທ່ານທັງຫລາຍຈະຄຽດ ດ້ວຍເລື່ອງນີ້ເຮັດຫຍັງ? ພວກເຮົາໄດ້ກິນສິ່ງໃດທີ່ກະສັດຕ້ອງຈ່າຍໃຫ້ຫລືບໍ່? ເພິ່ນໃຫ້ລາງວັນຫຍັງແກ່ເຮົາບໍ່?"
|
||
\v 43 ຄົນອິດສະຣາເອນກໍໄດ້ຕອບຄົນຢູດາວ່າ, "ເຮົາມີສິບເຜົ່າທີ່ມີຄວາມກ່ຽວຂ້ອງ ສຳພັນກັບກະສັດ, ດັ່ງນັ້ນເຮົາມີສິດທິໃນດາວິດຫລາຍກວ່າພວກທ່ານ. ເປັນຫຍັງພວກທ່ານຈຶ່ງດູຖູກເຮົາເຊັ່ນນີ້? ບໍ່ແມ່ນພວກເຮົາທີ່ເປັນພວກທຳອິດບໍ ທີ່ສະເຫນີໃຫ້ນຳກະສັດຂອງພວກເຮົາກັບມາ?" ແຕ່ຖ້ອຍຄຳຂອງຄົນ ຢູດາ ກໍຮຸນແຮງກວ່າຖ້ອຍຄຳຂອງຄົນ ອິດສະຣາເອນ.
|
||
|
||
\s5
|
||
\c 20
|
||
\cl ບົດທີ 20
|
||
\p
|
||
\v 1 ທີ່ດຽວກັນນັ້ນໄດ້ມີຄົນກໍ່ກວນຄົນຫນຶ່ງຊື່ເຊບາ ລູກຊາຍຂອງບີກຣີ, ຄົນເບັນຢາມິນ. ເຂົາໄດ້ເປົ່າແກ ແລະ ໄດ້ກ່າວວ່າ, "ພວກເຮົາບໍ່ມີສ່ວນໃນດາວິດ, ທັງກໍບໍ່ໄດ້ມີມໍຣະດົກໃນລູກຊາຍຂອງເຢຊີ. ອິດສະຣາເອນເອີຍ, ໃຫ້ທຸກຄົນກັບບ້ານຂອງຕົນເອງ."
|
||
\v 2 ດັ່ງນັ້ນ ຄົນອິດສະຣາເອນທັງປວງກໍໄດ້ໄປຈາກດາວິດ ແລະ ໄດ້ຕິດຕາມເຊບາລູກຊາຍຂອງບີກຣີ. ແຕ່ຄົນຢູດາຍຍັງໄດ້ຕິດຕາມກະສັດຂອງພວກເຂົາຢ່າງໃກ້ຊິດ, ຈາກແມ່ນ້ຳຈໍແດນຕະຫລອດທາງໄປຮອດນະຄອນເຢຣູຊາເລັມ.
|
||
|
||
\s5
|
||
\v 3 ເມື່ອດາວິດໄດ້ກັບມາທີ່ຣາຊວັງທີ່ນະຄອນເຢຣູຊາເລັມ, ເພິ່ນໄດ້ນຳສາວໃຊ້ທັງສິບຄົນ ທີ່ເພິ່ນໄດ້ຊົງໄປໄວ້ໃຫ້ເຝົ້າຣາຊວັງນັ້ນ, ແລະເອົາພວກເຂົາໄປໄວ້ໃນບ້ານຫລັງຫນຶ່ງທີ່ມີຍາມເຝົ້າ, ເພິ່ນໄດ້ຊົງລ້ຽງດູພວກເຂົາໃນຄວາມຕ້ອງການຕ່າງໆຂອງພວກເຂົາ, ແຕ່ເພິ່ນບໍໍ່ໄດ້ຊົງຫລັບນອນກັບພວກນາງອີກຕໍ່ໄປ. ດັ່ງນັ້ນພວກນາງຈຶ່ງໄດ້ຖືກກັກໄວ້, ໃຫ້ມີຊີວິດຢູ່ຢ່າງແມ່ຫມ້າຍຈົນເຖິງມື້ຕາຍ.
|
||
|
||
\s5
|
||
\v 4 ແລ້ວກະສັດໄດ້ກ່າວກັບອາມາສາວ່າ, "ຈົ່ງລະດົມຄົນຢູດາຍໃຫ້ພ້ອມພາຍໃນສາມວັນ; ຕົວທ່ານຈົ່ງມາທີ່ນີ້, ດ້ວຍເຊັ່ນກັນ."
|
||
\v 5 ດັ່ງນັ້ນອາມາສາກໍໄດ້ອອກໄປລະດົມຄົນຢູດາຍ, ແຕ່ເຂົາກໍໄດ້ເຮັດງານຊ້າເກີນເວລາທີ່ກະສັດໄດ້ກຳນົດໃຫ້ເຂົາເຮັດ.
|
||
|
||
\s5
|
||
\v 6 ດັ່ງນັ້ນດາວິດໄດ້ກ່າວກັບອາບີໄຊວ່າ, "ບັດນີ້ເຊບາ ລູກຊາຍຂອງບີກຣີຈະສ້າງຄວາມເດືອດຮ້ອນໃຫ້ເຮົາຫລາຍກວ່າອັບຊາໂລມໄດ້ເຮັດ. ທ່ານຈົ່ງນຳບັນດາຜູ້ຮັບໃຊ້ຂອງເຈົ້ານາຍຂອງທ່ານ, ເຫລົ່າທະຫານຂອງເຮົາ, ແລະ ໄລ່ຕາມເຂົາໄປ, ຫລື ບໍ່ເຊັ່ນນັ້ນເຂົາຈະຫາບັນດາເມືອງທີ່ມີປ້ອມປາການໄດ້ ແລະ ຫນີພົ້ນສາຍຕາເຮົາ."
|
||
\v 7 ແລ້ວພວກຄົນຂອງໂຢອາບໄດ້ອອກໄປໄລ່ຕາມເຂົາ, ພ້ອມກັບຄົນເກເຣັດ ກັບຄົນເປເລັດກັບນັກຮົບທັງຫມົດ. ພວກເຂົາໄດ້ອອກຈາກນະຄອນເຢຣູຊາເລັມເພື່ອໄລ່ຕາມເຊບາ ບຸດຊາຍຂອງບີກຣີ.
|
||
|
||
\s5
|
||
\v 8 ເມື່ອພວກເຂົາໄດ້ມາເຖິງໂງ່ນຫີນໃຫຍ່ທີ່ຢູ່ໃນເມືອງກີເບໂອ, ອາມາສາ ກໍໄດ້ມາພົບພວກເຂົາ. ໂຢອາບໄດ້ສວມໃສ່ເຄື່ອງແຕ່ງກາຍທະຫານຢ່າງທີ່ເຂົາໄດ້ເຄີຍໃສ່, ໂດຍມີດາບຢູ່ໃນຝັກຄັດແອວໄວ້. ເມື່ອເຂົາໄດ້ຍ່າງໄປ, ດາບກໍໄດ້ຫລຸດຕົກລົງ.
|
||
|
||
\s5
|
||
\v 9 ດັ່ງນັ້ນໂຢອາບຈຶ່ງໄດ້ຖາມອາສາມາວ່າ, "ພີ່ນ້ອງຂອງຂ້ອຍ, ສະບາຍດີບໍ່?" ໂຢອາບກໍເອົາມືຂວາຈັບຫນວດຂອງອາສາມາດ້ວຍຄວາມຮັກ ແລະ ຈູບເຂົາ.
|
||
\v 10 ອາມາສາບໍ່ໄດ້ສັງເກດດາບທີ່ຢູ່ໃນມືຊ້າຍຂອງໂຢອາບ. ໂຢອາບຈຶ່ງໄດ້ແທງທ້ອງອາມາສາຈົນໄສ້ໂລ່ລົງພື້ນດິນ. ໂຢອາບບໍ່ໄດ້ແທງເຂົາອີກຄັ້ງ, ແລະ ອາມາສາກໍໄດ້ຕາຍ. ດັ່ງນັ້ນໂຢອາບ ແລະ ອາບີໄຊນ້ອງຊາຍຂອງເຂົາກໍໄດ້ໄລ່ຕາມເຊບາລູກຊາຍຂອງບີກຣີໄປ.
|
||
|
||
\s5
|
||
\v 11 ແລ້ວທະຫານຄົນຫນຶ່ງຂອງໂຢອາບໄດ້ຢືນຢູ່ໃກ້ອາມາສາ, ແລະ ໄດ້ເວົ້າວ່າ, "ໃຜເຫັນດ້ວຍກັບໂຢອາບ, ແລະ ໃຜຢູ່ຝ່າຍດາວິດ,ໃຫ້ຜູ້ນັ້ນຕິດຕາມໂຢອາບໄປ."
|
||
\v 12 ອາມາສາກໍນອນຈົມກອງເລືອດຂອງຕົນເອງຢູ່ທີ່ໃນຫົນທາງ. ເມື່ອຊາຍຄົນນັ້ນເຫັນພວກທະຫານທົງຫມົດໄດ້ຢືນຢູ່, ເຂົາກໍໄດ້ຍ້າຍອາມາສາຈາກຫົນທາງໄປຖິ້ມໃນທົ່ງນາ ເຂົາໄດ້ໂຍນເສື້ອຜ້າປິດຮ່າງກາຍເຂົາໄວ້. ເພາະວ່າເຂົາໄດ້ເຫັນວ່າທຸກຄົນທີ່ຜ່ານມາກໍໄດ້ຢືນຢູ່.
|
||
\v 13 ຫລັງຈາກທີ່ສົບຂອງອາມາສາໄດ້ຖືກນຳອອກຈາກຫົນທາງແລ້ວ, ທະຫານທັງປວງກໍໄດ້ຕາມໂຢອາບເພື່ອໄລ່ຕາມເຊບາລູກຊາຍຂອງບີກຣີ.
|
||
|
||
\s5
|
||
\v 14 ເຊບາກໍໄດ້ຜ່ານເຂດແດນຕ່າງໆຂອງຄົນອິດສະຣາເອນທຸກເຜົ່າຈົນເຖິງອາເບັນ ແຫ່ງເບັດມາອາກາໄປຈົນເຖິງ, ແລະ ຜ່ານທະລຸໄປທຸກດິນແດນຂອງຄົນບີກຣີທັງຫມົດ.
|
||
\v 15 ທີ່ໄດ້ມາຮ່ວມກັນ ແລະ ໄດ້ໄລ່ຕິດຕາມເຊບາໄປ ພວກເຂົາກໍໄດ້ຕາມມາທັນເຂົາ ແລະ ໄດ້ລ້ອມເຂົາໄວ້ໃນເມືອງອາເບັນແຂວງເບັດມາອາກາ. ພວກເຂົາໄດ້ກໍ່ທາງເນີນຂຶ້ນບ່ອນກຳແພງ. ທະຫານທັງຫມົດທີ່ຢູ່ກັບໂຢອາບກໍຕຳກຳແພງເພື່ອໃຫ້ກຳແພງພັງລົງ.
|
||
\v 16 ແລ້ວມີຜູ້ຍິງສະຫລາດຄົນຫນຶ່ງໄດ້ຮ້ອງອອກມາຈາກໃນເມືອງວ່າ, "ຈົ່ງຟັງ, ຂໍຟັງແດ່, ໂຢອາບ! ເຂົ້າມາໃກ້ຂ້ານ້ອຍແດ່ ເພື່ອຂ້ານ້ອຍຈະເວົ້າກັບທ່ານ."
|
||
|
||
\s5
|
||
\v 17 ດັ່ງນັ້ນໂຢອາບກໍໄດ້ເຂົ້າມາໃກ້ນາງ, ແລະຜູ້ຍິງນັ້ນກໍໄດ້ເວົ້າວ່າ, "ທ່ານຄືໂຢອາບແມ່ນບໍ?" ເຂົາໄດ້ຕອບວ່າ, "ແມ່ນແລ້ວ."ເຮົາຄືໂຢອາບ," ນາງຈຶ່ງໄດ້ກ່າວກັບເຂົາວ່າ, "ຂໍທ່ານຟັງຖ້ອຍຄຳຂອງສາວໃຊ້ຂອງທ່ານຈັກຫນ່ອຍ." ເຂົາກໍໄດ້ຕອບວ່າ, ເຮົາກຳລັງຟັງຢູ່ແລ້ວ."
|
||
\v 18 ແລ້ວນາງກໍໄດ້ເວົ້າວ່າ, "ສະໄຫມໂບຮານພວກເຂົາໄດ້ເວົ້າກັນວ່າ, "ໃຫ້ຂໍຄຳປຶກສາທີ່ອາເບັນໃຫ້ແນ່ນອນເທີດ" ແລະ ຄຳປຶກສານັ້ນຈະເຮັດໃຫ້ເລື່ອງນັ້ນຈົບລົງໄດ້.
|
||
\v 19 ພວກເຮົາເປັນເມືອງຫນຶ່ງທີ່ເຕັມດ້ວຍຄວາມງຽບສະງົບທີ່ສຸດ ແລະ ສັດຊື່ໃນອິດສະຣາເອນ. ທ່ານກຳລັງຈະທຳລາຍເມືອງ ອັນເປັນເມືອງແມ່ຂອງອິດສະຣາເອນ. ເປັນຫຍັງທ່ານຈຶ່ງຕ້ອງການຈະມ້າງເພມໍຣະດົກຂອງພຣະຢາເວ?"
|
||
|
||
\s5
|
||
\v 20 ດັ່ງນັ້ນໂຢອາບຈຶ່ງໄດ້ຕອບວ່າ, "ຂໍໃຫ້ຫ່າງໄກ, ຂໍໃຫ້ຫ່າງໄກຈາກເຮົາ, ຊຶ່ງເຮົາຈະມ້າງເພຫລືທຳລາຍນັ້ນ.
|
||
\v 21 ເລື່ອງນີ້ບໍ່ເປັນຄວາມຈິງ. ແຕ່ມີຜູ້ຊາຍຄົນຫນຶ່ງຈາກເຂດເນີນພູເອຟຣາອິມ, ຊື່ເຊບາລູກຊາຍຂອງບີກຣີ, ໄດ້ຍົກມືຂອງເຂົາຂຶ້ນຕໍ່ສູ້ກະສັດ, ຕໍ່ສູ້ດາວິດ. ຈົ່ງມອບເຂົາມາຄົນດຽວ, ແລະ ເຮົາຈະຖອນທັບຈາກເມືອງນີ້." ຜູ້ຍິງນັ້ນຈຶ່ງກ່າວກັບໂຢອາບວ່າ, "ຫົວຂອງເຂົາຈະຖືກໂຍນຂ້າມກຳແພງມາໃຫ້ທ່ານ."
|
||
\v 22 ແລ້ວຜູ້ຍິງນັ້ນກໍໄປຫາປະຊາຊົນທັງຫມົດດ້ວຍປັນຍາຂອງນາງ. ພວກເຂົາກໍໄດ້ຕັດຫົວຂອງເຊບາລູກຊາຍຂອງບີິກຣີ, ແລະ ໄດ້ໂຍນໃຫ້ໂຢອາບ. ແລ້ວເຂົາກໍເປົ່າແກ ແລະ ທະຫານຂອງໂຢອາບກໍໄດ້ແຍກໄປຈາກເມືອງ, ທຸກຄົນກໍໄດ້ກັບໄປຍັງທີ່ຢູ່ຂອງຕົນ. ແລ້ວໂຢອາບກໍໄດ້ກັບຄືນເຢຣູຊາເລັມໄປຫາກະສັດ.
|
||
|
||
\s5
|
||
\v 23 ແລ້ວໂຢອາບກໍໄດ້ກັບໄປເຝົ້າກະສັດທີ່ນະຄອນເຢຣູຊາເລັມ, ແລະ ບັດນີ້ໂຢອາບໄດ້ເປັນຜູ້ບັງຄັບບັນຊາກອງທັບທັງຫມົດຂອງອິດສະຣາເອນ ແລະ ເບນາອີຢາລູກຊາຍຂອງເຢໂຮຍອາດາໄດ້ເປັນຜູ້ບັງຄັບບັນຊາຂອງຄົນເກເຣັດ ແລະ ຄົນເປເລັດ.
|
||
\v 24 ອາໂດນີຣາມໄດ້ດູແລບັນດາຄົນງານທັງຫລາຍ, ແລະ ເຢໂຮຊາຟັດລູກຊາຍຂອງອາຮີລຸດໄດ້ເປັນຜູ້ດູແລກ່ຽວກັບແຮງງານ.
|
||
\v 25 ເຊວາເປັນເລຂາທິການຂອງສານຊາດົກ ແລະ ອາບີອາທາເປັນປະໂຣຫິດ.
|
||
\v 26 ອີຣາຕະກູນຢາອີເປັນຫົວຫນ້າຂ້າຣາຊການຊັ້ນຜູ້ໃຫຍ່ຂອງດາວິດດ້ວຍ.
|
||
|
||
\s5
|
||
\c 21
|
||
\cl ບົດທີ 21
|
||
\p
|
||
\v 1 ໄດ້ມີການອຶດຢາກອາຫານໃນສະໄຫມຂອງດາວິດຢູ່ເປັນເວລາສາມປີຕິດຕໍ່ກັນ, ແລະ ດາວິດກໍໄດ້ສະແຫວງຫາຫນ້າຂອງພຣະຢາເວ. ດັ່ງນັ້ນພຣະຢາເວຈຶ່ງໄດ້ກ່າວວ່າ, "ການອຶດຢາກອາຫານທີ່ເກີດຂຶ້ນກັບພວກເຈົ້ານີ້ເປັນເພາະວ່າໂຊນ ແລະຄອບຄົວຂອງເຂົາ, ໄດ້ມີຄວາມຜິດໃນການຂ້າຄົນ ພວກເຂົາໄດ້ຂ້າຄົນກີເບໂອນ."
|
||
|
||
\s5
|
||
\v 2 ບັດນີ້ຄົນກີເບໂອນນັ້ນບໍ່ແມ່ນເຊື້ອສາຍອິດສະຣາເອນ; ພວກເຂົາເປັນຄົນອາໂມຣິດທີ່ຍັງເຫລືອຢູ່. ປະຊາຊົນອິດສະຣາເອນໄດ້ສັນຍາຕໍ່ພວກເຂົາວ່າຈະບໍ່ຂ້າພວກເຂົາ, ແຕ່ໂຊນກໍໄດ້ຊົງພະຍາຍາມທີ່ຈະສັງຫານພວກເຂົາທັງຫມົດ ເພາະຄວາມກະຕືລືລົ້ນເພື່ອເຊື້ອສາຍອິດສະຣາເອນ ແລະ ຢູດາຍ.
|
||
\v 3 ດັ່ງນັ້ນ ກະສັດດາວິດໄດ້ຊົງຮ້ອງປະຊຸມພວກກີເບໂອນ ແລະ ໄດ້ຖາມພວກເຂົາວ່າ, "ເຮົາຄວນຈະເຮັດຫຍັງໃຫ້ແກ່ພວກທ່ານໄດ້? ເຮົາຈະເຮັດຢ່າງໃດຈຶ່ງຈະແກ້ຄວາມຜິດທີ່ໄດ້ເຮັດຕໍ່ພວກເຈົ້າໄດ້, ເພື່ອພວກທ່ານຈະໄດ້ອວຍພອນແກ່ປະຊາຊົນຂອງພຣະຢາເວ, ຜູ້ໄດ້ຮັບມໍຣະດົກຂອງຄວາມດີ ແລະ ຄຳສັນຍາຂອງພຣະອົງ?"
|
||
|
||
\s5
|
||
\v 4 ຄົນກິເບໂອໄດ້ທູນຕອບເພິ່ນວ່າ, "ມັນບໍ່ແມ່ນເລື່ອງເງິນ ຫລື ທອງລະຫວ່າງພວກຂ້ານ້ອຍທ່ານກັບໂຊນ ຫລື ເຊື້ອສາຍຂອງທ່ານ. ໃນທຳນອງດຽວກັນ ມັນບໍ່ແມ່ນເລື່ອງຂອງພວກຂ້ານ້ອຍທີ່ຈະປະຫານຊີວິດໃຜໃນອິດສະຣາເອນ." ດາວິດຈຶ່ງໄດ້ກ່າວວ່າ, "ພວກທ່ານເວົ້າວ່າຢ່າງໃດ ທີ່ເຮົາຄວນຈະເຮັດໃຫ້ພວກທ່ານ?"
|
||
|
||
\s5
|
||
\v 5 ພວກເຂົາໄດ້ຕອບກະສັດວ່າ, "ສຳລັບຜູ້ຊາຍຜູ້ທີ່ໄດ້ພະຍາຍາມຂ້າພວກຂ້ານ້ອຍ, ແລະ ຜູ້ທີ່ໄດ້ວາງແຜນທຳລາຍພວກຂ້ານ້ອຍ, ດັ່ງນັ້ນພວກຂ້ານ້ອຍໄດ້ຖືກທຳລາຍ ແລະ ບໍ່ມີທີ່ຢູ່ໃນເຂດແດນຂອງອິດສະຣາເອນ -
|
||
\v 6 ຂໍໃຫ້ມອບເຈັດຄົນຈາກເຊື້ອສາຍຂອງເຂົາໃຫ້ພວກຂ້ານ້ອຍ, ແລະ ພວກຂ້ານ້ອຍຈະໄດ້ແຂວນຄໍພວກເຂົາ ຕໍ່ຫນ້າພຣະຢາເວ ທີ່ກິເບອາບ້ານເກີດເມືອງນອນຂອງໂຊນ, ຜູ້ທີ່ໄດ້ຮັບການເລືອກຂອງພຣະຢາເວ." ດັ່ງນັ້ນກະສັດໄດ້ກ່າວວ່າ, "ເຮົາຈະມອບພວກເຂົາໃຫ້ແກ່ເຈົ້າ."
|
||
|
||
\s5
|
||
\v 7 ແຕ່ກະສັດໄດ້ຊົງໄວ້ຊີວິດເມຟີໂບເຊັດລູກຊາຍຂອງໂຢນາທານ ແລະ ຫລານຊາຍຂອງໂຊນ, ເພາະຄຳສັນຍາຂອງພຣະຢາເວທີ່ທັງສອງໄດ້ເຮັດ, ຄືລະຫວ່າງດາວິດ ກັບໂຢນາທານລູກຊາຍຂອງໂຊນ.
|
||
\v 8 ແຕ່ກະສັດໄດ້ນຳເອົາລູກຊາຍສອງຄົນຂອງນາງຣິຊະປາລູກສາວຂອງອາອີຢາ, ລູກຊາຍທັງສອງຄົນຂອງນາງທີ່ໄດ້ເກີດກັບໂຊນ - ຊື່ຂອງລູກຊາຍທັງສອງຄົນຄື ອາກໂມນີ ແລະ ເມຟີໂບເຊັດ; ແລະ ດາວິດກໍໄດ້ນຳລູກຊາຍທັງຫ້າຄົນຂອງເມຣາບລູກສາວຂອງໂຊນ, ຊຶ່ງພວກນາງໄດ້ມີກັບອັດຣີເອນ ລູກຊາຍຂອງບາກຊິນໄລຊາວເມືອງເມໂຮລາ.
|
||
\v 9 ເພິ່ນໄດ້ຊົງມອບຄົນເຫລົ່ານີ້ໄວ້ໃນມືຂອງຄົນກີເບໂອນ. ພວກເຂົາຈຶ່ງໄດ້ແຂວນຄໍພວກເຂົາເທິງພູເຂົາຕໍ່ຫນ້າພຣະຢາເວ, ແລະ ພວກເຂົາທັງເຈັດຄົນກໍໄດ້ຕາຍໄປດ້ວຍກັນ. ພວກເຂົາຖືກຂ້າຕາຍໃນຊ່ວງລະດູກ່ຽວເຂົ້າ, ລະຫວ່າງມື້ທຳອິດຂອງມື້ເລີ່ມຕົນກ່ຽວເຂົ້າບາເລ.
|
||
|
||
\s5
|
||
\v 10 ແລ້ວນາງຣິຊະປາ, ລູກສາວຂອງອາອີຢາ,ກໍໄດ້ເອົາຜ້າກະສອບປູໄວ້ເທິງກ້ອນຫີນສຳລັບຕົນເອງເທິງພູເຂົາຂ້າງໆ ຮ່າງກາຍທັງຫລາຍຂອງຄົນຕາຍ, ຕັ້ງແຕ່ຕົ້ນລະດູກ່ຽວຈົນເຖິງເວລາທີ່ຝົນຈາກທ້ອງຟ້າຕົກຈາກທ້ອງຟ້າຕົກລົງພວກເຂົາ. ນາງບໍ່ຍອມໃຫ້ເຫລົ່າຝູງນົກແຫ່ງທ້ອງຟ້າມາລົບກວນຮ່າງທັງຫລາຍໃນເວລາກາງເວັນ ຫລື ບໍ່ໃຫ້ສັດປ່າມາລົບກວນໃນເວລາກາງຄືນ.
|
||
\v 11 ເມື່ອເຂົາໄດ້ທູນດາວິດ, ໃຫ້ຊົງຮູ້ໃນສິ່ງທີ່ນາງຣິຊະປາ, ລູກສາວຂອງອາອີຢາເມຍນ້ອຍຂອງໂຊນ, ໄດ້ເຮັດແລ້ວ.
|
||
|
||
\s5
|
||
\v 12 ດັ່ງນັ້ນດາວິດກໍໄດ້ໄປນຳກະສັດໂຊນ ແລະກະສັດໂຢນາທານລູກຊາຍເພິ່ນມາຈາກພວກຄົນຂອງເມືອງຢາເບັດກີເລອາດ, ຜູ້ທີ່ໄດ້ລັກລອບເອົາໄປຈາກເມືອງເບັດຊານ, ທີ່ພວກຟີລິດສະຕິນແຂວນທັງສອງທ່ານໄວ້, ຫລັງຈາກທີ່ພວກຟີລິດສະຕິນປະຫານໂຊນໃນກິນໂບອາ.
|
||
\v 13 ດາວິດໄດ້ຊົງນຳກະສັດໂຊນ ແລະກະສັດໂຢນາທານລູກຊາຍຂອງເພິ່ນຂຶ້ນມາຈາກທີ່ນັ້ນ ແລະພວກເຂົາໄດ້ລວບລວມກະດູກຂອງຄົນທັງເຈັດຄົນທີ່ຖືກແຂວນຄໍຕາຍດ້ວຍເຊັ່ນກັນ ພວກເຂົາກໍໄດ້ຝັງກະສັດຂອງໂຊນ, ແລະຂອງໂຢນາທານລູກຊາຍຂອງເພິ່ນໄວ້ໃນແຜ່ນດິນຂອງເບັນຢາມິນໃນເມືອງເຊລາ, ໃນອຸບມຸງຂອງກີເຊພໍ່ຂອງກະສັດໂຊນ.
|
||
|
||
\s5
|
||
\v 14 ພວກເຂົາໄດ້ຝັ່ງກະດູກຂອງໂຊນ ແລະ ໂຢນາທານລູກຊາຍຂອງເຂົາໃນປະເທດເບັນຢາມິນໃນເມືອງເຊລາ, ໃນອຸບມຸງຂອງຶກີເຊພໍ່ຂອງເຂົາ. ພວກເຂົາກໍໄດ້ເຮັດຕາມທຸກຢ່າງທີ່ກະສັດໄດ້ຊົງບັນຊາໄວ້. ຫລັງຈາກນັ້ນພຣະເຈົ້າກໍໄດ້ຊົງຕອບຄຳອະທິຖານຂອງພວກເຂົາເພື່ອແຜ່ນດິນນັ້ນ.
|
||
|
||
\s5
|
||
\v 15 ແລ້ວພວກຟີລິດສະຕິນໄດ້ລົງມາເຮັດສົງຄາມກັບຄົນອິດສະຣາເອນອີກຄັ້ງ. ດັ່ງນັ້ນດາວິດກໍໄດ້ລົງໄປພ້ອມກັບກອງທັບຂອງເພິ່ນ ແລະ ໄດ້ຊົງສູ້ຮົບກັບຄົນຟີລິດສະຕິນ. ດາວິດກໍຊົງໄດ້ຮັບໄຊຊະນະດ້ວຍການເມື່ອຍລ້າຈາກສົງຄາມ.
|
||
\v 16 ອີສະບີເບໂນບ, ຄົນຫນຶ່ງໃນເຊື້ອສາຍຍັກ, ຜູ້ທີ່ຫອກເປັນທອງສຳຣິດຫນັກປະມານສາມກິໂລ, ແລະ ເປັນຜູ້ທີ່ມີດາບໃຫມ່ຄາດເເອວ, ໄດ້ຄິດຈະຂ້າດາວິດ.
|
||
\v 17 ແຕ່ອາບີໄຊລູກຊາຍຂອງນາງເຊຣູອີຢາໄດ້ເຂົ້າມາຊ່ວຍດາວິດໄວ້, ແລະ ສູ້ຮົບກັບຄົນຟີລິດສະຕິນ, ແລະ ໄດ້ຂ້າເຂົາ. ແລ້ວເຫລົ່າທະຫານຂອງດາວິດກໍໄດ້ສັນຍາຕໍ່ຫນ້າເພິ່ນວ່າ, "ຂໍທ່ານຢ່າໄປເຮັດສຶກພ້ອມກັບພວກຂ້ານ້ອຍອີກຕໍ່ໄປເລີຍ, ເພື່ອພວກຂ້ານ້ອຍຈະບໍ່ສູນເສຍທ່ານໄປ."
|
||
|
||
\s5
|
||
\v 18 ເລື່ອງນີ້ໄດ້ເກີດຂຶ້ນພາຍຫລັງທີ່ມີການຮົບກັບພວກຟີລິດສະຕິນອີກທີ່ເມືອງໂກບ, ຄາວນັ້ນສິບເບກາຍຊາວເມືອງຮູຊາໄດ້ຂ້າຄົນຮ່າງໃຫຍ່ຜູ້ຫນຶ່ງຊື່ວ່າສາເຟ, ຜູ້ຊຶ່ງເປັນລູກຫລານຂອງເຣຟາອິມ.
|
||
\v 19 ເລື່ອງນີ້ໄດ້ເກີດຂຶ້ນອີກຄັ້ງໃນການຮົບກັບພວກຟີລິດສະຕິນທີ່ເມືອງໂກບອີກ, ທີ່ເອນຮານານລູກຊາຍຂອງຢາອີ ຊາວເບັດເລເຮັມ, ໄດ້ຂ້າໂກລີອາດຊາວກາດ, ຜູ້ມີຫອກເທົ່າກັບໄມ້ກຳພັ້ນຫູກ.
|
||
|
||
\s5
|
||
\v 20 ເລື່ອງນີ້ກໍໄດ້ເກີດຂຶ້ນມີການຮົບກັນອີກທີ່ເມືອງກາດ ອັນເປັນເມືອງທີ່ມີຊາຍຄົນຫນຶ່ງຮູບຮ່າງໃຫຍ່ ຜູ້ທີ່ມີນິ້ວມືຂ້າງລະຫົກນິ້ວ ແລະ ນິ້ວຕີນຂ້າງລະຫົກນິ້ວ ລວມກັນຊາວສີ່ນິ້ວ. ເຂົາກໍໄດ້ສືບເຊື້ອສາຍມາຈາກພວກເອຟາອິມດ້ວຍ.
|
||
\v 21 ເມື່ອເຂົາທ້າທ້າຍອິດສະຣາເອນ, ໂຢນາທານລູກຊາຍຂອງຊາມມາ, ແລະຫລານຊາຍຂອງດາວິດກໍໄດ້ຂ້າເຂົາ.
|
||
\v 22 ຄົນເຫລົ່ານີ້ສືບເຊື້ອສາຍຄົນເອຟາອິມຂອງເມືອງກາດ, ແລະ ພວກເຂົາໄດ້ຖືກຂ້າຕາຍດ້ວຍມືຂອງດາວິດ ແລະດ້ວຍມືຂອງເຫລົ່າທະຫານຂອງເພິ່ນ.
|
||
|
||
\s5
|
||
\c 22
|
||
\cl ບົດທີ 22
|
||
\p
|
||
\v 1 ດາວິດໄດ້ຊົງຮ້ອງບົດເພງນີ້ແກ່ພຣະຢາເວ ໃນວັນທີ່ພຣະເຢເວຊົງຊ່ວຍກູ້ເພິ່ນໃຫ້ພົ້ນຈາກມືເຫລົ່າສັດຕູທັງຫມົດຂອງເພິ່ນ, ແລະຈາກເງື້ອມມືຂອງໂຊນ.
|
||
\v 2 ເພິ່ນໄດ້ຊົງອະທິຖານວ່າ, "ພຣະຢາເວຊົງເປັນຜູ້ຄຸມຄອງຂອງຂ້ານ້ອຍ ເປັນປ້ອມປາການຂອງຂ້ານ້ອຍ, ແລະເປັນຜູ້ຊ່ວຍກູ້ຂອງຂ້ານ້ອຍ.
|
||
|
||
\s5
|
||
\v 3 ພຣະເຈົ້າຊົງເປັນຜູ້ຄຸ້ມຄອງຂອງຂ້ານ້ອຍ. ຂ້ານ້ອຍເຂົ້າລີ້ໄພຢູ່ໃນພຣະອົງ, ພຣະອົງຊົງເປັນໂລ້ຂອງຂ້ານ້ອຍ, ຊົງເປັນພະລັງແຫ່ງຄວາມລອດຂອງຂ້ານ້ອຍ, ຊົງເປັນທີ່ກຳບັງອັນແຂງແກ່ງຂອງຂ້ານ້ອຍໃຫ້ລອດຈາກຄວາມຮຸນແຮງ.
|
||
\v 4 ຂ້ານ້ອຍຮ້ອງທູນພຣະຢາເວ, ຜູ້ຊົງສົມຄວນແກ່ການສັນລະເສີນ, ແລະ ຂ້ານ້ອຍໄດ້ຮັບການຊົງຊ່ວຍໃຫ້ພົ້ນຈາກບັນດາສັດຕູຂອງຂ້ານ້ອຍ.
|
||
|
||
\s5
|
||
\v 5 ເພາະເຫລົ່າຄື້ນແຫ່ງຄວາມຕາຍໄດ້ລ້ອມຮອບຂ້ານ້ອຍ, ກະແສແຫ່ງຄວາມທຳລາຍກໍໄດ້ໄຫລຖ້ວມເຫນືອຂ້ານ້ອຍ.
|
||
\v 6 ສາຍໃຍຂອງແດນຄົນຕາຍພັນຕົວຂ້ານ້ອຍ; ບ່ວງແຫ່ງຄວາມຕາຍໄດ້ພັນຮອບຂ້ານ້ອຍຢູ່.
|
||
|
||
\s5
|
||
\v 7 ໃນຄວາມທຸກລຳບາກຂອງຂ້ານ້ອຍ ຂ້ານ້ອຍໄດ້ຮ້ອງທູນພຣະຢາເວ; ຂ້ານ້ອຍໄດ້ຮ້ອງທູນພຣະເຈົ້າຂອງຂ້ານ້ອຍ; ພຣະອົງຊົງໄດ້ຍິນສຽງຂອງຂ້ານ້ອຍຈາກພຣະວິຫານຂອງພຣະອົງ, ແລະສຽງຮ້ອງທູນຂໍຄວາມຊ່ວຍເຫລືອຂອງຂ້ານ້ອຍໄດ້ໄປເຖິງພຣະວິຫານຂອງພຣະອົງ.
|
||
|
||
\s5
|
||
\v 8 ແລ້ວແຜ່ນດິນກໍໄດ້ສັ່ນສະເທືອນ ແລະໄດ້ຫວັ່ນໄຫວ ຮາກຖານຂອງຟ້າກໍໄດ້ຫວັ່ນໄຫວ ແລະໄດ້ສັ່ນສະເທືອນ, ເພາະພຣະເຈົ້າຊົງພຣະພິໂຣດ.
|
||
\v 9 ຄວັນໄຟກໍໄດ້ຂຶ້ນໄປຕາມຊ່ອງຮູດັງຂອງພຣະອົງ, ແລະ ຖ່ານໄຟກໍໄດ້ອອກມາຈາກປາກຂອງພຣະອົງ. ຖ່ານເຫລົ່ານັ້ນກໍຕິດເປວໄຟ.
|
||
|
||
\s5
|
||
\v 10 ພຣະອົງໄດ້ຊົງເປີດທ້ອງຟ້າ, ແລະໄດ້ລົງມາ ແລະຄວາມມືດກໍໄດ້ຢູ່ໃຕ້ຕີນຂອງພຣະອົງ.
|
||
\v 11 ພຣະອົງໄດ້ຊົງຂີ່ຫລັງເຄຣຸບຕົນຫນຶ່ງ ແລະຊົງບິນໄປ. ພຣະອົງໄດ້ຊົງປະກົດເທິງປີກຂອງລົມ.
|
||
\v 12 ພຣະອົງໄດ້ຊົງເຮັດໃຫ້ຄວາມມືດປົກຄຸມຢູ່ຮອບພຣະອົງ, ລວມເຫລົ່າເມກຝົນຫນາທຶບໃນທ້ອງຟ້າທັງປວງ.
|
||
|
||
\s5
|
||
\v 13 ຈາກຄວາມສະຫວ່າງຕໍ່ຫນ້າພຣະອົງຖ່ານໄຟໄດ້ຕົກລົງມາ.
|
||
\v 14 ພຣະຢາເວໄດ້ຊົງສົ່ງສຽງດັງຮ້າຍຟ້າຮ້ອງຈາກທ້ອງຟ້າ. ອົງຜູ້ສູງສຸດກໍໄດ້ຊົງຮ້ອງສຽງອັນສຸດຣິດ.
|
||
\v 15 ພຣະອົງໄດ້ຊົງຍິງລູກທະນູ ແລະ ໄດ້ຊົງເຮັດໃຫ້ພວກສັດຕູກະຈາຍ ຊົງເຮັດໃຫ້ເກີດຟ້າແມບເຫລື້ອມ ແລະ ໄດ້ຊົງເຮັດໃຫ້ພວກເຂົາແຕກຫນີໄປ.
|
||
|
||
\s5
|
||
\v 16 ແລ້ວຊ່ອງທາງນໍ້າກໍໄດ້ປາກົດຂຶ້ນ; ຮາກຖານໂລກກໍໄດ້ຖືກເປີດເຜີຍໄວ້ເວລາທີ່ພຣະເຈົ້າຢາເວຮ້ອງນາບຂູ່ເຫລົ່າສັດຕູ, ທີ່ລົມຫາຍໃຈອອກຈາກດັງຂອງພຣະອົງ.
|
||
|
||
\s5
|
||
\v 17 ພຣະອົງໄດ້ຊົງເດ່ມືລົງມາຈາກເທິງຟ້າ; ຊົງຈັບຂ້ານ້ອຍ! ພຣະອົງໄດ້ຊົງດຶງຂ້ານ້ອຍອອກມາຈາກນ້ຳທີ່ຊັດໄປມາ.
|
||
\v 18 ພຣະອົງໄດ້ຊົງຊ່ວຍກູ້ຂ້ານ້ອຍຈາກສັດຕູເຂັ້ມແຂງ, ຈາກບັນດາຜູ້ທີ່ຊັງຂ້ານ້ອຍ, ເພາະພວກເຂົາແຂງແຮງກວ່າຂ້ານ້ອຍຫລາຍ.
|
||
|
||
\s5
|
||
\v 19 ພວກເຂົາໄດ້ມາຕໍ່ສູ້ກັບຂ້ານ້ອຍໃນມື້ທີ່ຂ້ານ້ອຍໄດ້ປະສົບໄພພິບັດ, ແຕ່ພຣະຢາເວໄດ້ຊົງເປັນທີ່ເພິ່ງພາຂອງຂ້ານ້ອຍ.
|
||
\v 20 ພຣະອົງໄດ້ຊົງນຳຂ້ານ້ອຍອອກມາຍັງທີ່ກວ້າງໃຫຍ່. ພຣະອົງໄດ້ຊົງຊ່ວຍກູ້ຂ້ານ້ອຍໄວ້ເພາະພຣະອົງໄດ້ຊົງພໍໃຈຂ້ານ້ອຍ.
|
||
\v 21 ພຣະຢາເວໄດ້ມອບລາງວັນແກ່ຂ້ານ້ອຍຕາມຄວາມເປັນທຳຂອງຂ້ານ້ອຍ; ພຣະອົງໄດ້ຊົງຊ່ວຍຟື້ນຟູຂ້ານ້ອຍຕາມຄວາມສະອາດຂອງມືທັງສອງຂອງຂ້ານ້ອຍ.
|
||
|
||
\s5
|
||
\v 22 ເພາະຂ້ານ້ອຍໄດ້ຮັກສາທາງຂອງພຣະຢາເວ ແລ ະບໍ່ໄດ້ເຮັດໃນສິ່ງທີ່ຊົ່ວຮ້າຍໂດຍການຫັນຈາກພຣະເຈົ້າຂອງຂ້ານ້ອຍ.
|
||
\v 23 ເພາະກົດຫມາຍແຫ່ງຄວາມເປັນທຳທັງຫມົດຂອງພຣະອົງຢູ່ຕໍ່ຫນ້າຂ້ານ້ອຍ, ຂ້ານ້ອຍບໍ່ໄດ້ຫັນໄປຈາກສິ່ງເຫລົ່ານັ້ນ.
|
||
|
||
\s5
|
||
\v 24 ຂ້ານ້ອຍໄດ້ບໍ່ມີຕຳຫນິຕໍ່ພຣະອົງ, ແລະ ຂ້ານ້ອຍໄດ້ຮັກສາຕົວໄວ້ຈາກຄວາມບາບ.
|
||
\v 25 ເພາະສະນັ້ນ ພຣະຢາເວໄດ້ຊົງຕອບແທນຂ້ານ້ອຍຕາມຄວາມເປັນທຳຂ້ານ້ອຍ, ຕາມອັດຕາຄວາມສະອາດຂອງຂ້ານ້ອຍໃນສາຍຕາຂອງພຣະອົງ.
|
||
|
||
\s5
|
||
\v 26 ຕໍ່ຜູ້ທີ່ສັດຊື່, ທ່ານໄດ້ສຳແດງທ່ານເອງວ່າສັດຊື່; ຕໍ່ຜູ້ບໍ່ມີຕຳຫນິ, ທ່ານໄດ້ສຳແດງທ່ານເອງວ່າບໍ່ມີຕຳຫນິ.
|
||
\v 27 ຕໍ່ຜູ້ທີ່ບໍຣິສຸດ, ທ່ານໄດ້ສຳແດງທ່ານເອງວ່າວ່າບໍຣິສຸດ, ແຕ່ທ່ານຊົງເປັນສັດຕູຕໍ່ຜູ້ທີ່ໄດ້ຄົດໂກງ.
|
||
|
||
\s5
|
||
\v 28 ພຣະອົງໄດ້ຊົງຊ່ວຍປະຊາຊົນທີ່ທຸກຍາກລຳບາກໃຫ້ລອດ, ແຕ່ສາຍຕາຂອງພຣະອົງທ່ານຕໍ່ສູ້ກັບດວງຕາທີ່ຍິ່ງຈອງຫອງ, ແລະ ພຣະອົງຊົງເຮັດໃຫ້ຄົນເຫລົ່ານັ້ນຕ່ຳລົງ.
|
||
\v 29 ຂ້າແຕ່ພຣະຢາເວ, ພຣະອົງຊົງເປັນແສງແຈ້ງຂອງຂ້ານ້ອຍ, ພຣະຢາເວຊົງເຮັດໃຫ້ເກີດຄວາມສະຫວ່າງໃນຄວາມມືດຂອງຂ້ານ້ອຍ.
|
||
|
||
\s5
|
||
\v 30 ເພາະໂດຍພຣະອົງ ຂ້ານ້ອຍສາມາດຜ່ານສິ່ງກີດຂວາງໄດ້; ໂດຍພຣະເຈົ້າຂອງຂ້ານ້ອຍ ຂ້ານ້ອຍສາມາດໂດດຂ້າມກຳແພງໄດ້.
|
||
\v 31 ສຳລັບພຣະເຈົ້າ, ທາງຂອງພຣະອົງຄືຄວາມສົມບູນແບບ. ຖ້ອຍຄຳຂອງພຣະຢາເວແມ່ນບໍ່ມີຕຳຫນິ. ພຣະອົງຊົງເປັນໂລ່ກຳບັງຂອງທຸກຄົນທີ່ລີ້ໄພຢູ່ໃນພຣະອົງ.
|
||
|
||
\s5
|
||
\v 32 ເພາະຜູ້ໃດຈະເປັນພຣະເຈົ້າອີກ ນອກຈາກພຣະຢາເວ, ແລະຜູ້ໃດເປັນຜູ້ປົກປ້ອງເວັ້ນແຕ່ພຣະເຈົ້າຂອງເຮົາ?
|
||
\v 33 ພຣະເຈົ້າຜູ້ຊົງເປັນທີ່ລີ້ໄພຂອງຂ້ານ້ອຍ, ແລະ ພຣະອົງຊົງນຳຂ້ານ້ອຍໂດຍບໍ່ມີຕໍາຫນິໃນທາງຂອງພຣະອົງ.
|
||
|
||
\s5
|
||
\v 34 ພຣະອົງຊົງເຮັດໃຫ້ຕີນຂອງຂ້ານ້ອຍເປັນຄືຢ່າງຕີນກວາງໂຕເມຍ ແລະຊົງວາງຂ້ານ້ອຍໄວ້ເທິງພູເຂົາທີ່ສູງ.
|
||
\v 35 ພຣະອົງຊົງຝຶກມືຂ້ານ້ອຍໃຫ້ເຮັດສົງຄາມ, ແຂນຂ້ານ້ອຍພຣະອົງໃຫ້ໂກ່ງຄັນທະນູທອງ.
|
||
|
||
\s5
|
||
\v 36 ພຣະອົງໄດ້ປະທານໂລ່ແຫ່ງຄວາມລອດຂອງພຣະອົງແກ່ຂ້ານ້ອຍ, ແລະ ຄວາມພໍໃຈຂອງພຣະອົງກໍເຮົດໃຫ້ຂ້ານ້ອຍເປັນໃຫຍ່ຂຶ້ນ.
|
||
\v 37 ພຣະອົງໄດ້ປະທານສະຖານທີ່ກວ້າງຂວາງສຳລັບຕີນຂອງຂ້ານ້ອຍໄດ້ເດີນໄປ, ດັ່ງນັ້ນຕີນຂອງຂ້ານ້ອຍຈຶ່ງບໍ່ພາດລົ້ມລົງຈັກເທື່ອ.
|
||
|
||
\s5
|
||
\v 38 ຂ້ານ້ອຍໄດ້ໄລ່ຕາມພວກສັດຕູຂອງຂ້ານ້ອຍ ແລະໄດ້ທຳລາຍພວກເຂົາ. ຂ້ານ້ອຍບໍ່ໄດ້ຫັນກັບຈົນກວ່າ ພວກເຂົາໄດ້ຖືກທຳລາຍຈົນຫມົດ.
|
||
\v 39 ຂ້ານ້ອຍທຳລາຍພວກເຂົາ ແລະໄດ້ແທງພວກເຂົາທະລຸ; ພວກເຂົາຈຶ່ງບໍ່ສາມາດລຸກຂຶ້ນອີກ. ພວກເຂົາໄດ້ລົ້ມລົງໃຕ້ຕີນຂອງຂ້ານ້ອຍ.
|
||
|
||
\s5
|
||
\v 40 ພຣະອົງໄດ້ປະທານກຳລັງແກ່ຂ້ານ້ອຍຄືສາຍແອວເພື່ອສູ້ໃນສົງຄາມ; ພຣະອົງຊົງເຮັດໃຫ້ບັນດາຜູ້ທີ່ລຸກຂຶ້ນສູ້ຂ້ານ້ອຍຢຸດລົງ.
|
||
\v 41 ພຣະອົງຊົງເຮັດໃຫ້ເຫລົ່າສັດຕູຫນີໄປ; ບັນດາຜູ້ທີ່ຊັງຂ້ານ້ອຍ ຂ້ານ້ອຍກໍທຳລາຍທັງຫມົດ.
|
||
|
||
\s5
|
||
\v 42 ພວກເຂົາໄດ້ຮ້ອງຫາຄວາມຊ່ວຍເຫລືອ, ແຕ່ບໍ່ມີໃຜຊ່ວຍພວກເຂົາໄດ້; ພວກເຂົາໄດ້ເຂົ້າຮ້ອງທູນພຣະຢາເວ, ແຕ່ພຣະອົງບໍ່ໄດ້ຊົງຕອບພວກເຂົາ.
|
||
\v 43 ຂ້ານ້ອຍຈຶ່ງໄດ້ທຸບເຂົາແຫລກລະອຽດເປັນຄືຝຸ່ນດິນ, ຂ້ານ້ອຍໄດ້ຫຍ້ຳພວກເຂົາຄືຂີ້ຕົມຕາມຫົນທາງ.
|
||
|
||
\s5
|
||
\v 44 ພຣະອົງຊົງຊ່ວຍຂ້ານ້ອຍໃຫ້ພົ້ນຈາກການຜິດຖຽງກັນກັບປະຊາຊົນຂອງຂ້ານ້ອຍ. ພຣະອົງຊົງຮັກສາຂ້ານ້ອຍໄວ້ໃຫ້ເປັນຫົວຫນ້າຂອງບັນດາປະຊາຊົນ. ປະຊາຊົນທີ່ຂ້ານ້ອຍບໍ່ໄດ້ຮູ້ຈັກກໍຈະຮັບໃຊ້ຂ້ານ້ອຍ.
|
||
\v 45 ພວກຄົນຕ່າງດ້າວຈະຖືກບັງຄັບໃຫ້ກົ້ມກາບຕໍ່ຂ້ານ້ອຍ. ພໍພວກເຂົາໄດ້ຍິນເຖິງຂ້ານ້ອຍ ພວກເຂົາກໍຈະເຊື່ອຟັງຂ້ານ້ອຍ.
|
||
\v 46 ພວກຄົນຕ່າງດ້າວກໍໄດ້ເສຍຂວັນຕົວສັ່ນອອກມາຈາກທີ່ກຳບັງແຂງແກ່ງຂອງເຂົາ.
|
||
|
||
\s5
|
||
\v 47 ພຣະຢາເວຊົງມີຊີວິດຢູ່! ຂໍໃຫ້ຫີນຂອງຂ້ານ້ອຍເປັນທີ່ຄວນສັນລະເສີນ. ຂໍໃຫ້ພຣະເຈົ້າໄດ້ຮັບການຍ້ອງຍໍ, ຫີນແຫ່ງຄວາມລອດຂອງຂ້ານ້ອຍ.
|
||
\v 48 ນີ້ຄືພຣະເຈົ້າຜູ້ຊົງແກ້ແຄ້ນໃຫ້ຂ້ານ້ອຍ, ພຣະອົງເປັນຜູ້ທີ່ນຳຊົນຊາດທັງຫລາຍລົງໃຫ້ຢູ່ໃຕ້ຂ້ານ້ອຍ.
|
||
\v 49 ຜູ້ຊົງນຳຂ້ານ້ອຍອອກມາຈາກບັນດາສັດຕູຂອງຂ້ານ້ອຍ. ແທ້ທີ່ຈິງ, ພຣະອົງຊົງຍົກຂ້ານ້ອຍຈາກຄົນທີ່ຕໍ່ສູ້ຂ້ານ້ອຍ. ພຣະອົງໄດ້ຊ່ວຍຂ້ານ້ອຍຈາກຜູ້ທີ່ໂຫດຮ້າຍ.
|
||
|
||
\s5
|
||
\v 50 ເພາະສະນັ້ນ, ຂ້າແຕ່ພຣະຢາເວ, ຂ້ານ້ອຍຈຶ່ງຂອບພຣະຄຸນພຣະອົງທ່າມກາງບັນດາປະຊາຊົນ; ຂ້ານ້ອຍຈະຮ້ອງເພງສັນລະເສີນພຣະນາມຂອງພຣະອົງ.
|
||
\v 51 ພຣະເຈົ້າປະທານໄຊຊະນະຍິ່ງໃຫຍ່ແກ່ກະສັດຂອງພຣະອົງ, ແລະພຣະອົງໄດ້ຊົງອວຍພອນ, ແກ່ດາວິດ ແລະ ບັນດາລູກຫລານຂອງເພິ່ນເປັນນິລັນ."
|
||
|
||
\s5
|
||
\c 23
|
||
\cl ບົດທີ 23
|
||
\p
|
||
\v 1 ບັດນີ້ ນີ້ເປັນຖ້ອຍຄຳສຸດທ້າຍຂອງດາວິດ-ດາວິດລູກຊາຍຂອງເຢຊີ, ຜູ້ຊາຍທີ່ໄດ້ຮັບກຽດຢ່າງສູງ, ຜູ້ຮັບການອວຍພອນໂດຍພຣະເຈົ້າຂອງຢາໂຄບ, ນັກແຕ່ງບົດເພງອັນອອນຊອນຂອງອິດສະຣາເອນ. ໄດ້ກ່າວວ່າ,
|
||
\v 2 "ພຣະວິນຍານຂອງພຣະຢາເວໄດ້ກ່າວຜ່ານຂ້ານ້ອຍ, ແລະສັ່ງຂອງພຣະອົງຢູ່ທີ່ລິ້ນຂອງຂ້ານ້ອຍ.
|
||
|
||
\s5
|
||
\v 3 ພຣະເຈົ້າແຫ່ງອິດສະຣາເອນຊົງໄດ້ກ່າວ ກັບຂ້ານ້ອຍ ຜູ້ຄຸມຊາດອິດສະຣາເອນໄດ້ກ່າວດັ່ງນີ້ວ່າ, 'ເມື່ອຜູ້ຫນຶ່ງປົກຄອງມະນຸດໂດຍຍຸດຕິທຳ, ຜູ້ປົກຄອງດ້ວຍຄວາມຢຳເກງພຣະເຈົ້າ.
|
||
\v 4 ເຂົາຈະເປັນຄືແສງເມື່ອດວງຕາເວັນຂຶ້ນ, ໃນເວລາມື້ເຊົ້າທີ່ບໍ່ມີເມກ, ເມື່ອຫຍ້າອ່ອນງອກອອກຈາກດິນເມື່ອມີແສງຈ້າຂອງດວງຕາເວັນພາຍຫລັງຝົນ.
|
||
|
||
\s5
|
||
\v 5 ເຊື້ອສາຍຂອງຂ້ານ້ອຍ,ບໍ່ເປັນເຊັ່ນນັ້ນຕໍ່ຫນ້າຂອງພຣະເຈົ້າບໍ່? ເພາະພຣະອົງບໍ່ໄດ້ຊົງເຮັດພັນທະສັນຍານິລັນກັບຂ້ານ້ອຍ, ອັນເປັນລະບຽບທຸກຢ່າງ ແລະຫມັ່ນຄົງຢ່າງນັ້ນບໍ່? ພຣະອົງຈະບໍ່ຊົງໃຫ້ຄວາມລອດທຸກດ້ານ ແລະຄວາມປາຖະນາທຸກຢ່າງຂອງຂ້ານ້ອຍໃນທຸກໆສະພາບການບໍ່?
|
||
|
||
\s5
|
||
\v 6 ແຕ່ຄົນບໍ່ນັບຖືພຣະເຈົ້າທັງຫມົດກໍຄືຫນາມທີ່ຖືກຖອນຖິ້ມໄປ, ເພາະວ່າພວກເຂົາບໍ່ສາມາດຈະເອົາມືຢິບດ້ວຍມືຂອງໃຜໄດ້.
|
||
\v 7 ຄົນທີ່ແຕະຕ້ອງພວກມັນ ຈະຕ້ອງຖືອາວຸດທີ່ເຮັດດ້ວຍເຫລັກຫລືດ້າມຂອງຫອກ. ພວກມັນຈະຕ້ອງຖືກເຜົາໃຫ້ທັງຫມົດໄວ້ທີ່ນັ້ນ."
|
||
|
||
\s5
|
||
\v 8 ຕໍ່ໄປນີ້ເປັນລາຍຊື່ຂອງນັກຮົບຜູ້ເກັ່ງກ້າຂອງດາວິດ ຄື: ໂຢເຊບບັດເຊເບັດ ຊາວຕາເກໂມ ເປັນຜູ້ນຳຂອງເຫລົ່ານັກຮົບຜູ້ເກັ່ງກ້າ. ເຂົາໄດ້ຂ້າຄົນແປດຮ້ອຍຄົນໃນຄັ້ງດຽວ.
|
||
|
||
\s5
|
||
\v 9 ຄົນທີ່ຮອງລົງມາຄື: ເອເລອາຊາລູກຊາຍຂອງໂດໂດ, ຜູ້ເປັນລູກຊາຍຂອງອາໂຮອານ ຜູ້ທີ່ເປັນຫນຶ່ງໃນສາມຂອງນັກຮົບຜູ້ເກັ່ງກ້າຂອງດາວິດ. ເຂົາໄດ້ຢູ່ເມື່ອພວກເຂົາເວົ້າທ້າທາຍພວກຟີລິດສະຕິນຊຶ່ງເຕົ້າໂຮມກັນທີ່ນັ້ນເພື່ອເຮັດສົງຄາມ, ແລະເມື່ອຄົນອິດສະຣາເອນໄດ້ຖອຍທັບ.
|
||
\v 10 ເອເລຊາໄດ້ລຸກຂຶ້ນ ແລະໄດ້ຕໍ່ສູ້ພວກຟີລິດສະຕິນ ຈົນກະທັ້ງມືຂອງເຂົາອ່ອນລ້າ ແລະມືຂອງເຂົາເປັນຈັງແຂງຕິດທີ່ດາບຂອງເຂົາ. ພຣະຢາເວໄດ້ຊົງເຮັດໃຫ້ໄດ້ໄຊຊະນະຢ່າງໃຫຍ່ຫລວງໃນມື້ນັ້ນ. ກອງທັບກໍໄດ້ກັບຕາມເອເລຊາ, ເພື່ອປົດເອົາອາວຸດຈາກຜູ້ທີ່ຖືກຂ້າຕາຍເທົ່ານັ້ນ.
|
||
|
||
\s5
|
||
\v 11 ຮອງຈາກເຂົາລົງມາຄື: ຊາມມາລູກຊາຍຂອງອາກີ, ຊາວຮາຣາເຣ. ພວກຟີລິດສະຕິນ ໄດ້ເຕົ້າໂຮມກັນທີ່ທົ່ງຫຍ້າເລຮີ ເປັນທີ່ມີພື້ນດິນຜືນຫນຶ່ງມີຖົ່ວແດງເຕັມໄປຫມົດ, ແລະກອງທັບກໍຫນີໄປຈາກພວກເຂົາ.
|
||
\v 12 ແຕ່ຊາມມາໄດ້ຢືນຢູ່ທ່າມກາງຜືນດິນນັ້ນ ແລະປ້ອງກັນຜືນດິນນັ້ນໄວ້ ເຂົາໄດ້ຂ້າພວກຟີລິດສະຕິນ, ແລະພຣະຢາເວຊົງເຮັດໃຫ້ມີໄຊຊະນະຢ່າງໃຫຍ່ຫລວງ.
|
||
|
||
\s5
|
||
\v 13 ທະຫານສາມນາຍໃນພວກທະຫານສາມສິບຄົນນັ້ນ, ໄດ້ລົງມາຫາດາວິດໃນລະດູກ່ຽວເຂົ້າທີ່ຖ້ຳອາດຸນລຳ. ກອງທັບຂອງຟີລິດສະຕິນໄດ້ຕັ້ງຄ້າຍຢູ່ໃນຮ່ອມພູເຣຟາອິມ.
|
||
\v 14 ໃນເວລານັ້ນດາວິດໄດ້ຢູ່ໃນທີ່ກຳບັງເຂັ້ມແຂງ, ທີ່ຖ້ຳ, ຂະນະທີ່ພວກຟີລິດສະຕິນກໍໄດ້ຕັ້ງຫລັກແຫລ່ງຢູ່ທີ່ເບັດເລເຮັມ.
|
||
|
||
\s5
|
||
\v 15 ດາວິ່ດໄດ້ຊົງກະຫາຍນ້ຳ ແລະກ່າວວ່າ, "ຖ້າພຽງບາງຄົນຈະໃຫ້ນ້ຳແກ່ເຮົາດື່ມຈາກນ້ຳສ້າງທີ່ເບັດເລເຮັມ, ນ້ຳສ້າງທີ່ຢູ່ຂ້າງປະຕູເມືອງ!"
|
||
\v 16 ດັ່ງນັ້ນຈອມທະຫານສາມຄົນທີ່ໄດ້ກ່າວເຖິງນັ້ນກໍໄດ້ແຫກຄ້າຍຂອງກອງທັບຂອງຄົນຟີລິດສະຕິນເຂົ້າໄປ ແລະໄດ້ຕັກນ້ຳຈາກນ້ຳສ້າງເບັດເລເຮັມ, ນ້ຳສ້າງທີ່ຢູ່ຫນ້າປະຕູເມືອງພວກເຂົາໄດ້ນຳນ້ຳມາແລະໄດ້ມາຖະວາຍແກ່ດາວິດ, ແຕ່ພຣະອົງໄດ້ຊົງປະຕິເສດທີ່ຈະຊົງດື່ມນ້ຳນັ້ນ. ແຕ່ພຣະອົງໄດ້ຊົງເທນ້ຳນັ້ນຖະວາຍແດ່ພຣະຢາເວ.
|
||
\v 17 ແລ້ວພຣະອົງໄດ້ກ່າວວ່າ, "ຂ້າແຕ່ພຣະຢາເວ, ຂ້າພຣະອົງຄວນຈະດື່ມໂລຫິດຂອງບັນດາຜູ້ໄດ້ໄປສ່ຽງຊີວິດຂອງພວກເຂົາຫລື?" ດັ່ງນັ້ນພຣະອົງຈຶ່ງບໍໍ່ຊົງຍອມດື່ມ. ນັກຮົບທັງສາມໄດ້ເຮັດສິ່ງເຫລົ່ານີ້.
|
||
|
||
\s5
|
||
\v 18 ອາບີໄຊນ້ອງຊາຍຂອງໂຢອາບແລະລູກຊາຍຂອງນາງເຊຣູອີຢາ, ໄດ້ເປັນຫົວຫນ້າຂອງທັງສາມຄົນນັ້ນ. ຄັ້ງຫນຶ່ງເຂົາໄດ້ຕໍ່ສູ້ດ້ວຍຫອກຕໍ່ທະຫານສາມຮ້ອຍຄົນ. ແລະໄດ້ຂ້າພວກເຂົາ ເຂົາກໍໄດ້ມີຊື່ສຽງຮ່ວມກັບທະຫານເອກສາມຄົນນັ້ນ.
|
||
\v 19 ເຂົາໄດ້ເປັນຜູ້ບັງຄັບບັນຊາຂອງພວກເຂົາ ຢ່າງໃດກໍຕາມຊື່ສຽງຂອງເຂົາບໍ່ເທົ່າກັບຊື່ສຽງຂອງທະຫານທີ່ມີຊື່ສຽງໂດ່ງດັງທີ່ສຸດສາມຄົນນັ້ນ.
|
||
|
||
\s5
|
||
\v 20 ເບນາອີຢາແຫ່ງເມືອງກັບເຊເອນລູກຊາຍຂອງເຢໂຮຍອາດາ; ເຂົາເປັນຜູ້ຊາຍແຂງແຮງ ທີ່ໄດ້ເຮັດຄວາມສຳເລັດທີ່ຍິ່ງໃຫຍ່ຫລາຍຢ່າງ. ເຂົາໄດ້ຂ້າລູກຊາຍທັງສອງຂອງອາຮີເອວແຫ່ງໂມອາບ. ເຂົາໄດ້ລົງໄປຂ້າສິງໂຕໃນນ້ຳສ້າງໃນມື້ທີ່ຫິມະຕົກດ້ວຍ.
|
||
\v 21 ແລ້ວເຂົາໄດ້ຂ້າຄົນອີຢິບຄົນຫນຶ່ງເປັນຜູ້ຊາຍຮູບຮ່າງສູງໃຫຍ່. ຄົນອີຢິບນັ້ນຖືຫອກຢູ່ໃນມື, ແຕ່ເບນາອີຢາໄດ້ຕໍ່ສູ້ກັບເຂົາດ້ວຍພຽງໄມ້ຄ້ອນ. ເຂົາໄດ້ຢຶດເອົາຫອກມາຈາກມືຂອງຄົນອີຢິບຄົນນັ້ນ ແລະໄດ້ຂ້າເຂົາຕາຍດ້ວຍຫອກຂອງເຂົາເອງ.
|
||
|
||
\s5
|
||
\v 22 ເບນາອີຢາລູກຊາຍຂອງເຢໂຮຍອາດາເຮັດວິລະກິດເຫລົ່ນນີ້ຈຶ່ງມີຊື່ສຽງດັ່ງນັກຮົບສາມຄົນນັ້ນ.
|
||
\v 23 ເຂົາມີຊື່ສຽງໂດ່ງດັງກວ່າທະຫານສາມສິບຄົນນັ້ນໂດຍທົ່ວໄປ, ແຕ່ເຂົາບໍ່ໄດ້ຮັບການນັບຖືຫລາຍເຊັ່ນດຽວກັນກັບທະຫານເອກສາມຄົນນັ້ນ. ສະນັ້ນ ດາວິດກໍໄດ້ຊົງຕັ້ງເຂົາໃຫ້ເປັນທະຫານຮັກຊາພຣະອົງ.
|
||
|
||
\s5
|
||
\v 24 ໃນສາມສິບຄົນນັ້ນຮວມຜູ້ຊາຍຕໍ່ໄປນີ້ ຄື ອາສາເຮນນ້ອງຊາຍຂອງໂຢອາບ, ເອນຮານານລູກຊາຍຂອງໂດໂດຊາວເບັດເລເຮັມ,
|
||
\v 25 ຊາມມາຊາວເມືອງຮາໂຣດ, ເອລີກາຊາວເມືອງຮາໂຣດ,
|
||
\v 26 ເຮເລັດ, ຊາວເປເລັດ, ອີຣາ, ລູກຊາຍຂອງອິກເກັດຊາວເຕກົວ,
|
||
\v 27 ອາບີເອເຊຊາວເມືອງອານາທົດ, ເມບຸນນາຍຊາວຮູຊາ,
|
||
\v 28 ຊານໂມນຊາວອາໂຮ, ມະຫາໄຣຊາວເນໂຕຟາ.
|
||
|
||
\s5
|
||
\v 29 ເຮເລັບລູກຊາຍຂອງບາອານາ,ຊາວເນໂຕຟາ, ອິດໄຕລູກຊາຍຂອງຊາວກີເບອາເຜົ່າເບັນຢາມິນ,
|
||
\v 30 ເບນາອີຢາຊາວປີຣາໂທນ, ຮິດໄຕຊາວຮ່ອມພູໃກ້ເມືອງກາອາດ.
|
||
\v 31 ອາບີອານໂບນຊາວອາຣະບາ ອາຊະມາເວດຊາວບາຮູຣິມ,
|
||
\v 32 ເອລີອາຢາ, ຊາວຊາອານໂບນ, ບັນດາລູກຊາຍຂອງຢາເຊນ ໂຢນາທານ.
|
||
|
||
\s5
|
||
\v 33 ອາຮີອາມລູກຊາຍຂອງຊາຮາກຊາວຮາຣາເຮ,
|
||
\v 34 ເອລີເຟເລດລູກຊາຍຂອງອາຮາສະໄຍຊາວມາອາກາ, ເອລີອາມລູກຊາຍຂອງອາຮີໂຕເຟນຊາວກີໂລ,
|
||
\v 35 ເຮຊະໂຮຊາວກາເມນ, ປາອາໄຣຊາວອາຣັບ,
|
||
\v 36 ອີການລູກຊາຍຂອງນາທານຊາວໂຊບາ, ບານີຄົນເຜົ່າກາດ.
|
||
|
||
\s5
|
||
\v 37 ເຊເລັກຄົນອຳໂມນ, ນາຮາໄຮຊາວເບເອໂຣດ, ຄົນຖືເຄື່ອງອາວຸດຂອງໂຢອາບລູກຊາຍຂອງເຊຣູອີຢາ,
|
||
\v 38 ອີຣາຊາວອິດໄຮ, ກຄາເຮັບຊາວອິດໄຮ,
|
||
\v 39 ອູຣິຢາຄົນຮິດຕີ ລວມທັງຫມົດສາມສິບເຈັດຄົນ.
|
||
|
||
\s5
|
||
\c 24
|
||
\cl ບົດທີ 24
|
||
\p
|
||
\v 1 ອີກຄັ້ງຫນຶ່ງທີ່ຄວາມໂກດຮ້າຍຂອງພຣະຢາເວເກີດຂຶ້ນຕໍ່ອິດສະຣາເອນ, ແລະພຣະອົງໄດ້ຊົງເຮັດໃຫ້ດາວິດຕໍ່ສູ້ພວກເຂົາ ກ່າວວ່າ, "ຈົ່ງໄປ,ນັບຄົນອິດສະຣາເອນ ແລະຄົນຢູດາ."
|
||
\v 2 ກະສັດຈຶ່ງໄດ້ຊົງຮັບສັ່ງກັບໂຢອາບ, ຜູ້ບັນຊາການທະຫານຊຶ່ງຢູ່ກັບພະອົງວ່າ, "ຈົ່ງໄປໃຫ້ທົ່ວອິດສະຣາເອນທຸກເຜົ່າ, ຕັ້ງແຕ່ເມືອງດານເຖິງເບເອນເຊບາ, ແລະຈົ່ງນັບຈຳນວນປະຊາຊົນ, ເພື່ອເຮົາຈະໄດ້ຮູ້ຈຳນວນລວມຂອງປະຊາຊົນເພື່ອເຮັດສົງຄາມ."
|
||
|
||
\s5
|
||
\v 3 ໂຢອາບໄດ້ທູນກະສັດວ່າ, "ຂໍພຣະຢາເວພຣະເຈົ້າຂອງທ່ານຊົງເພີ່ມປະຊາຊົນທີ່ມີຢູ່ອີກຮ້ອຍເທົ່າ, ຂໍແນມເຫັນຂອງກະສັດເຈົ້ານາຍຂອງຂ້ານ້ອຍ ໄດ້ຊົງເຫັນສິ່ງທີ່ເກີດຂຶ້ນ. ແຕ່ເຫດການໃດກະສັດເຈົ້ານາຍຂອງຂ້ານ້ອຍ ຈຶ່ງຊົງປະສົງສິ່ງນີ້?"
|
||
\v 4 ຢ່າງໃດກໍຕາມຄຳສັ່ງຂອງກະສັດ ກໍໄດ້ກົດດັນເຖິງທີ່ສຸດຕໍ່ໂຢອາບ ແລະກົດດັນບັນດາຜູ້ບັງຄັບບັນຊາຂອງກອງທັບ. ດັ່ງນັ້ນໂຢອາບກັບບັນດາຜູ້ບັງຄັບບັນຊາ ຂອງກອງທັບຈຶ່ງໄດ້ອອກໄປຈາກຕໍ່ຫນ້າກະສັດ ເພື່ອນັບປະຊາຊົນອິດສະຣາເອນ.
|
||
|
||
\s5
|
||
\v 5 ພວກເຂົາໄດ້ຂ້າມແມ່ນ້ຳຈໍແດນໄປ ແລະໄດ້ຕັ້ງຄ້າຍໃນເມືອງອາໂຣເອ,ທາງທິດໃຕ້ຂອງເມືອງໃນກາງຮ່ອມພູ ແລ້ວພວກເຂົາກໍໄດ້ເດີນທາງໄປຜ່ານກາດໄປຈົນເຖິງເມືອງຢາເຊ.
|
||
\v 6 ພວກເຂົາກໍໄດ້ມາຍັງກີເລອາດ ແລະມາຮອດໃນດິນແດນຂອງຮິດຕີ, ແລ້ວຕໍ່ໄປຮອດເມືອງດານ ອ້ອມໄປຮອດຊີໂດນ.
|
||
\v 7 ພວກເຂົາໄດ້ມາຮອດປ້ອມຂອງຮິດຕີ ແລະເມືອງທັງຫມົດຂອງຄົນຮີວີ ແລະຂອງຄົນການາອານ. ແລ້ວພວກເຂົາໄດ້ອອກໄປຍັງໃນຢູດາຍ ທີ່ເນເກບເມືອງເບຍເອເຊບາ.
|
||
|
||
\s5
|
||
\v 8 ເມື່ອພວກເຂົາໄດ້ໄປທົ່ວແຜ່ນດິນນັ້ນແລ້ວ, ພວກເຂົາຈຶ່ງໄດ້ກັບມາຍັງກຸງເຢຣູຊາເລັມເມື່ອສີ້ນເກົ້າເດືອນແລະຊາວມື້.
|
||
\v 9 ແລ້ວໂຢອາບກໍໄດ້ຖວາຍຈຳນວນທະຫານທີ່ນັບໄດ້ທັງຫມົດແກ່ກະສັດ. ມີທະຫານໃນອິດສະຣາເອນຈຳນວນ 800,000ຄົນ ຜູ້ພ້ອມເຮັດເສິກ, ແລະຄົນຢູດາມີ 500,000ຄົນ.
|
||
|
||
\s5
|
||
\v 10 ແລ້ວໃຈຂອງດາວິດກໍໄດ້ຊົງສຳນຶກຜິດຫລັງຈາກທີ່ເພິ່ນໄດ້ຊົງນັບຈຳນວນປະຊາຊົນສຳເລັດແລ້ວ. ດັ່ງນັ້ນດາວິດໄດ້ຊົງທູນຕໍ່ພຣະຢາເວວ່າ, "ຂ້ານ້ອຍໄດ້ເຮັດບາບໃຫຍ່ຫລວງໃນການທີ່ໄດ້ເຮັດສິ່ງນີ້. ບັດນີ້, ຂ້າແດ່ພຣະຢາເວ, ຂໍພຣະອົງຊົງລົບຄວາມບາບຊົ່ວຂອງຜູ້ຮັບ ໃຊ້ຂອງພຣະອົງອອກໄປ, ເພາະຂ້ານ້ອຍເຮັດຢ່າງໂງ່ຈ້າທີ່ສຸດ."
|
||
|
||
\s5
|
||
\v 11 ເມື່ອດາວິດໄດ້ຊົງລຸກຂຶ້ນໃນຕອນເຊົ້າ, ຖ້ອຍຄຳຂອງພຣະຢາເວກໍໄດ້ມາຍັງກາດ, ຜູ້ທຳນວຍຂອງ ດາວິດວ່າ,
|
||
\v 12 "ຈົ່ງໄປບອກດາວິດວ່າ: 'ພຣະຢາເວກ່າວດັ່ງນີ້ວ່າ: "ເຮົາຈະໃຫ້ເຈົ້າມີທາງເລືອກສາມຢ່າງ. ຈົງເລືອກເອົາຫນຶ່ງຢ່າງ."'"
|
||
|
||
\s5
|
||
\v 13 ດັ່ງນັ້ນກາດຈຶ່ງໄດ້ເຂົ້າເຝົ້າດາວິດ ແລະໄດ້ທູນເພິ່ນວ່າ, "ຈະໃຫ້ເກີດອຶດຢາກອາຫານເປັນເວລາສາມປີ ໃນແຜ່ນດິນຂອງທ່ານຫລືບໍ່? ຫລືທ່ານຈະຍອມຫນີຕໍ່ຫນ້າສັດຕູຂອງທ່ານ ເປັນເວລາສາມເດືອນ ຂະນະທີ່ພວກເຂົາໄລ່ຕາມທ່ານຫລືບໍ່? ຫລືຈະໃຫ້ໂຣກລະບາດເກີດຂຶ້ນໃນແຜ່ນດິນ ຂອງທ່ານເປັນເວລາສາມມື້ຫລືບໍ່? ບັດນີ້ຂໍທ່ານໄດ້ຊົງຄິດເບິ່ງວ່າຈະໃຫ້ຂ້ານ້ອຍ ກັບໄປທູນສິ່ງໃດຕໍ່ພຣະອົງຜູ້ຊົງໃຊ້ຂ້ານ້ອຍມາ."
|
||
\v 14 ແລ້ວດາວິດຈຶ່ງໄດ້ກ່າວກັບກາດວ່າ, "ເຮົາເປັນທຸກຫລາຍ. ຂໍໃຫ້ພວກເຮົາຕົກເຂົ້າໄປຢູ່ໃນມືຂອງພຣະຢາເວຫລາຍກວ່າ ໃຫ້ເຮົາຕົກເຂົ້າໄປໃນມືຂອງມະນຸດ, ເພາະພຣະອົງມີໃຈເມດຕາໃຫຍ່ຫລາຍ."
|
||
|
||
\s5
|
||
\v 15 ດັ່ງນັ້ນພຣະຢາເວຈຶ່ງໄດ້ຊົງໃຫ້ໂຣກລະບາດເກີດຂຶ້ນ ໃນອິດສະຣາເອນຕັ້ງແຕ່ເວລາເຊົ້າຈົນຫມົດເວລາກຳນົດ, ແລະປະຊາຊົນທີ່ໄດ້ຕາຍຈຳນວນເຈັດຫມື່ນຄົນນັບຕັ້ງແຕ່ເມືອງດານເຖິງເບເອນເຊບາ.
|
||
\v 16 ເມື່ອເທວະດາເດ່ມືອອກເຫນືອນະຄອນເຢຣູຊາເລັມ ເພື່ອທຳລາຍເມືອງນັ້ນ, ພຣະຢາເວໄດ້ຊົງປ່ຽນໃຈເພາະເລື່ອງເຫດຮ້າຍ ທີ່ຈະເກີດຂຶ້ນນັ້ນ, ແລະພຣະອົງໄດ້ຊົງບັນຊາເທວະດາ ຜູ້ກຳລັງທຳລາຍປະຊາຊົນວ່າ, "ພໍແລ້ວ! ບັດນີ້ຈົ່ງຢຸດມືຂອງເຈົ້າ." ໃນເວລານັ້ນທູດຂອງພຣະຢາເວກໍຢູ່ທີ່ລານຟາດເຂົ້າຂອງອາໂຣນາຄົນເຢບຸດ.
|
||
|
||
\s5
|
||
\v 17 ແລ້ວດາວິດໄດ້ທູນຕໍ່ພຣະຢາເວຂະນະທີ່ພຣະອົງເຫັນຝູງເທວະດາຜູ້ທີ່ໄດ້ປະຫານປະຊາຊົນນັ້ນ, ແລະໄດ້ຊົງທູນວ່າ, "ຂ້ານ້ອຍເອງໄດ້ເຮັດບາບ, ແລະຂ້ານ້ອຍໄດ້ເຮັດທີ່ເອົາແຕ່ໃຈຕົນເອງ. ແຕ່ບັນດາແກະເຫລົ່ານີ້, ພວກເຂົາໄດ້ເຮັດຫຍັງ? ຂໍມືຂອງພຣະອົງທຳໂທດຂ້ານ້ອຍພຣະອົງ ແລະເຊື້ອສາຍພໍ່ຂອງຂ້ານ້ອຍເຖີດ!"
|
||
|
||
\s5
|
||
\v 18 ແລ້ວກາດກໍໄດ້ເຂົ້າມາເຝົ້າດາວິດ ແລະໄດ້ທູນເພິ່ນວ່າ, "ຂໍຂຶ້ນໄປສ້າງແທ່ນບູຊາຖວາຍແດ່ພຣະຢາເວເທິງລານຟາດເຂົ້າຂອງອາໂຣນາຄົນເຢບຸດເຖີດ."
|
||
\v 19 ດັ່ງນັ້ນດາວິດກໍໄດ້ຂຶ້ນໄປ,ຕາມຄຳຂອງກາດຕາມທີ່ພຣະຢາເວໄດ້ຊົງບັນຊາ.
|
||
\v 20 ເມື່ອອາໂຣນາໄດ້ຫັນອອກໄປ ແລະໄດ້ເຫັນກະສັດ ແລະບັນດາຂ້າຣາຊການກຳລັງເຂົ້າມາຫາເຂົາ. ດັ່ງນັ້ນອາໂຣນາກໍໄດ້ອອກໄປ ແລະໄດ້ກົ້ມຕົວລົງກາບລົງດິນຕໍ່ກະສັດ.
|
||
|
||
\s5
|
||
\v 21 ແລ້ວອາໂຣນາໄດ້ທູນວ່າ, "ເຫດໃດກະສັດເຈົ້ານາຍຂອງຂ້ານ້ອຍ,ຈຶ່ງໄດ້ມາຫາຜູ້ຮັບໃຊ້ຂອງທ່ານ?" ດາວິດໄດ້ກ່າວວ່າ, "ມາຊື້ລານຟາດເຂົ້າຂອງເຈົ້າ, ເພື່ອເຮົາຈະສ້າງແທ່ນບູຊາຖວາຍແດ່ພຣະຢາເວ, ເພື່ອທີ່ເລື່ອງໂຫດຮ້າຍຈະຫມົດໄປຈາກປະຊາຊົນ."
|
||
\v 22 ນາໂຣນາຈຶ່ງໄດ້ທູນດາວິດວ່າ, "ຂໍກະສັດເຈົ້ານາຍຂອງຂ້ານ້ອຍ. ຂໍຊົງໄດ້ເຮັດຕາມທີ່ສາຍຕາຍ ຂອງທ່ານເຫັນດີເຖີດ. ເບິ່ງເຖີດ, ທີ່ນີ່ມີງົວສຳຫລັບເຄືຶ່ອງບູຊາເຜົາທັງຕົວ ແລະໄມ້ຟາດເຂົ້າກັບແອກສຳລັບເປັນຟືນ ຂ້າແດ່ກະສັດ.
|
||
\v 23 ຂອງທັງຫມົດນີ້ຂ້ານ້ອຍ ອາໂຣນາຂໍຖວາຍແດ່ທ່ານ," ແລ້ວເຂົາໄດ້ທູນກະສັດອີກວ່າ, "ຂໍພຣະຢາເວພຣະເຈົ້າຂອງທ່ານຊົງໂປດປານທ່ານ."
|
||
|
||
\s5
|
||
\v 24 ກະສັດໄດ້ກ່າວກັບອາໂຣນາວ່າ, "ບໍ່ໄດ້, ເຮົາຢືນຢັນທີ່ຈະຊື້ຈາກເຈົ້າຕາມລາຄານັ້ນ. ເຮົາຈະບໍ່ຖວາຍເຄື່ອງບູຊາເຜົາທັງຕົວແດ່ພຣະຢາເວ ໂດຍທີ່ເຮົາບໍ່ເສຍຫຍັງເລີຍ." ດັ່ງນັ້ນດາວິດຈຶ່ງໄດ້ຊົງຊື້ລານຟາດເຂົ້າ ແລະງົວເປັນເງິນຫ້າສິບຫລຽນ.
|
||
\v 25 ດາວິດກໍໄດ້ຊົງສ້າງແທ່ນບູຊາຖວາຍແດ່ພຣະຢາເວທີ່ນັ້ນ ແລະຊົງໄດ້ຖວາຍເຄື່ອງເຜົາບູຊາທັງຕົວກັບເຄື່ອງບູຊາ. ດັ່ງນັ້ນພວກເຂົາໄດ້ທູນອ້ອນວອນຕໍ່ພຣະຢາເວໃນນາມຂອງແຜ່ນດິນ ແລະພຣະອົງກໍໄດ້ຊົງລະງັບໂກດຮ້າຍທົ່ວອິດສະຣາເອນ.
|