lo_ulb/03-LEV.usfm

1692 lines
326 KiB
Plaintext
Raw Blame History

This file contains invisible Unicode characters

This file contains invisible Unicode characters that are indistinguishable to humans but may be processed differently by a computer. If you think that this is intentional, you can safely ignore this warning. Use the Escape button to reveal them.

\id LEV
\ide UTF-8
\h ກົດລະບຽບເລວີ
\toc1 ກົດລະບຽບເລວີ
\toc2 ກົດລະບຽບເລວີ
\toc3 lev
\mt ກົດລະບຽບເລວີ
\s5
\c 1
\cl ບົດທີ 1
\p
\v 1 ພຣະຢາເວຊົງຮຽກເອີ້ນໂມເຊ ແລະກ່າວກັບທ່ານຈາກເຕັນນັດພົບວ່າ,
\v 2 " ຈົ່ງບອກຄົນອິດສະຣາເອນ ແລະ ເວົ້າກັບເຂົາວ່າ, 'ເມື່ອຄົນໃດໃນພວກທ່ານນຳເຄື່ອງບູຊາມາຖວາຍພຣະຢາເວນັ້ນ, ໃຫ້ເອົາສັດລ້ຽງ, ອັນເປັນເຄື່ອງບູຊາຂອງທ່ານມາຈາກຝູງງົວຫລືຝູງແບ້ແກະ.
\s5
\v 3 ຖ້າເຄື່ອງບູຊາຂອງເຂົາເປັນເຄື່ອງເຜົາບູຊາທີ່ມາຈາກຝູງງົວ, ເຂົາຕ້ອງຖວາຍເປັນໂຕຜູ້ທີ່ບໍ່ມີຕຳຫນິ. ເຂົາຕ້ອງມາຖວາຍບ່ອນທາງເຂົ້າປະຕູເຕັນນັດພົບ, ເພື່ອເປັນທີ່ຍອມຮັບຕໍ່ພຣະພັກພຣະຢາເວ.
\v 4 ໃຫ້ເຂົາວາງມືເທິງຫົວເຄື່ອງເຜົາບູຊານັ້ນ, ແລ້ວຈະເປັນທີ່ຍອມຮັບແທນໂຕເຂົາເພື່ອລົບລ້າງມົນທິນສຳລັບໂຕເຂົາເອງ.
\s5
\v 5 ເເລ້ວເຂົາຕ້ອງຂ້າງົວນັ້ນຕໍ່ພຣະພັກພຣະຢາເວ. ແລ້ວບັນດາບຸດຂອງອາໂຣນ, ທີ່ເປັນປະໂຣຫິດ, ກໍ່ນຳເລືອດນັ້ນມາຊິດໃສ່ແທ່ນບູຊາແລະຮອບຂ້າງຂອງເເທ່ນບູຊາຢູ່ທາງເຂົ້າເຕັນນັດພົບ.
\v 6 ເເລະໃຫ້ເຂົາລອກຫນັງເຄື່ອງບູຊານັ້ນອອກ ແລະຕັດເປັນຕ່ອນໆ.
\s5
\v 7 ແລ້ວບັນດາບຸດຂອງອາໂຣນຊຶ່ງເປັນປະໂຣຫິດຈະຈູດໄຟເທິງແທ່ນບູຊາ ເເລະ ຈັດວາງຟືນເທິງໄຟ.
\v 8 ບັນດາລູກຂອງອາໂຣນ, ຊຶ່ງເປັນປະໂຣຫິດ, ຈະວາງສ່ວນເຫລົ່ານັ້ນ ຊຶ່ງມີສ່ວນຫົວ ເເລະໄຂມັນ, ຕາມລຳດັບໄວ້ເທິງຟືນທີ່ຕິດໄຟຊຶ່ງຢູ່ເທິງເເທ່ນບູຊາ.
\v 9 ສ່ວນເຄື່ອງໃນ ເເລະຂາຂອງມັນ ເຂົາຈະລ້າງດ້ວຍນຳ້. ເເລ້ວປະໂຣຫິດຈຶ່ງເຜົາທຸກຢ່າງເທິງເເທ່ນບູຊາໃຫ້ເປັນເຄື່ອງເຜົາບູຊາ. ຊຶ່ງເປັນກິ່ນຫອມສຳລັບເຮົາ; ເເລະ ເປັນເຄື່ອງບູຊາດ້ວຍໄຟສຳລັບເຮົາ.
\s5
\v 10 ຖ້າເຄື່ອງບູຊາຂອງເຂົາສຳລັບເຜົາບູຊານັ້ນມາຈາກຝູງເເກະ ຫລື ເເບ້, ເປັນແກະໂຕຫນຶ່ງຫລື ເເບ້ໂຕຫນຶ່ງ, ເຂົາຈະຕ້ອງຖວາຍໂຕຜູ້ທີ່ປາສະຈາກການຕຳຫນິ.
\v 11 ເຂົາຕ້ອງຂ້າສັດທັງຫມົດດ້ານເຫນືອຂອງເເທ່ນບູຊາຕໍ່ພຣະພັກພຣະຢາເວ. ເເລ້ວບັນດາບຸດຂອງອາໂຣນ, ຊຶ່ງເປັນປະໂຣຫິດ, ຈະຖອກເລືອດນັ້ນໃສ່ແທ່ນບູຊາທຸກດ້ານ.
\s5
\v 12 ເເລ້ວເຂົາຕ້ອງຕັດສັດນັ້ນອອກເປັນສ່ວນໆ ໃຫ້ມີຫົວເເລະໄຂຂອງມັນ, ເເລະປະໂຣຫິດຈະວາງສ່ວນນັ້ນຕາມລຳດັບໄວ້ເທິງຟືນເທິງໄຟ, ທີ່ເເທ່ນບູຊາເປັນເຄື່ອງເຜົາບູຊາ,
\v 13 ໃຫ້ເຂົາລ້າງເຄື່ອງໃນກັບຂາດ້ວຍນຳ້. ເເລະ ປະໂຣຫິດຈະຖວາຍຫມົດທັງໂຕ, ເເລະ ເຜົາເທິງແທ່ນບູຊາ. ມັນເປັນເຄື່ອງເຜົາຖວາຍ, ແລະ ຈະເປັນກິ່ນຫອມສຳລັບພຣະຢາເວ; ຈະເປັນເຄື່ອງບູຊາດ້ວຍໄຟຖວາຍເເດ່ພຣະອົງ.
\s5
\v 14 ຖ້າເຄື່ອງບູຊາເເດ່ພຣະຢາເວຂອງເຂົານັ້ນເປັນເຄື່ອງເຜົາບູຊາທີ່ມາຈາກນົກ, ເຂົາຈະຕ້ອງນຳນົກເຂົາ ຫລື ນົກພິລາບຫນຸ່ມມາເປັນເຄື່ອງບູຊາຂອງເຂົາ.
\v 15 ປະໂຣຫິດຈະຕ້ອງນຳສັດນັ້ນມາທີ່ເເທ່ນບູຊາ, ເເລ້ວບິດຫົວນົກ ເເລະເຜົາເທິງເເທ່ນບູຊາ ເເລ້ວເລືອດນົກຈະໄຫລອອກມາທາງຂ້າງເເທ່ນບູຊາ.
\s5
\v 16 ເຂົາຈະຕ້ອງເອົາກະເພາະ ເເລະ ສິ່ງທີ່ຢູ່ຂ້າງໃນກະເພາະ, ໄປຖິ້ມທາງຂ້າງເເທ່ນບູຊາທາງທິດຕາເວັນອອກ, ທີ່ມີຂີ້ເຖົ່າ.
\v 17 ເຂົາຈະຕ້ອງຈີກປີກນົກ, ໃຫ້ເເຍກອອກຈາກກັນເປັນສອງສ່ວນ. ເເລ້ວປະໂຣຫິດຈະເຜົາມັນເທິງຟືນທີ່ວາງຢູ່ໄຟທີ່ເເທ່ນບູຊາ, ເເລະ ນັ້ນຈະເປັນເຄື່ອງເຜົາຖວາຍ, ແລະ ສົ່ງກິ່ນຫອມສຳລັບພຣະຢາເວ; ເປັນເຄື່ອງບູຊາດ້ວຍໄຟຖວາຍເເດ່ພຣະອົງ.
\s5
\c 2
\cl ບົດທີ 2
\p
\v 1 ເມື່ອຄົນໃດນຳເຄື່ອງບູຊາເປັນພືດຜົນມາຖວາຍເເດ່ພຣະຢາເວ, ເຄື່ອງບູຊາຂອງເຂົາຕ້ອງເປັນເເປ້ງຢ່າງດີ, ເເລະເຂົາຈະຖອກນຳ້ມັນລົງເທິງເເປ້ງເເລະວາງເຄື່ອງຫອມເທິງເເປ້ງ.
\v 2 ເຂົາຕ້ອງເອົາເຄື່ອງບູຊານັ້ນໄປໃຫ້ບັນດາບຸດຂອງອາໂຣນຊຶ່ງເປັນປະໂຣຫິດ, ເເລະປະໂຣຫິດຈະເອົາເເປ້ງຢ່າງດີທີ່ມີນຳ້ມັນ, ເເລະວາງເຄື່ອງຫອມເທິງເເປ້ງນັ້ນອອກມາກຳມືຫນຶ່ງ. ເເລ້ວປະໂຣຫິດຈະເຜົາເຄື່ອງບູຊາເທິງເເທ່ນບູຊາໃຫ້ເປັນເຄື່ອງໃຊ້ເເທນເຄື່ອງບູຊາ ນີ້ເປັນກິ່ນຫອມສຳລັບພຣະຢາເວ; ນີ້ເປັນເຄື່ອງບູຊາຖວາຍພຣະຢາເວດ້ວຍໄຟ.
\v 3 ເຄື່ອງບູຊາທີ່ເຫລືອນັ້ນຈະເປັນຂອງອາໂຣນເເລະລູກຂອງທ່ານນີ້ເປັນສ່ວນທີ່ສັກສິດຫລາຍ ເເດ່ພຣະຢາເວຈາກບັນດາເຄື່ອງບູຊາເເດ່ພຣະຢາເວດ້ວຍໄຟ.
\s5
\v 4 ເມື່ອທ່ານຖວາຍເຄື່ອງບູຊາທີ່ປາສະຈາກເຊື້ອເເປ້ງທີ່ອົບໃນເຕົາອົບ, ຂະຫນົມປັງນັ້ນຈະຕ້ອງເປັນຂະຫນົມປັງທີ່ອ່ອນນຸ້ມທີ່ເຮັດມາຈາກເນື້ອລະອຽດປະສົມນຳ້ມັນ, ຫລື ຂະຫນົມປັງກອບທີ່ປາສະຈາກເຊື້ອເເປ້ງ, ຊຶ່ງທາດ້ວຍນຳ້ມັນ.
\v 5 ຖ້າເຄື່ອງບູຊາເປັນການອົບດ້ວຍຫມໍ້ເຫລັກເເບນ, ຈະຕ້ອງເປັນເເປ້ງຢ່າງດີທີ່ປາສະຈາກເຊື້ອເເປ້ງທີ່ທາດ້ວຍນຳ້ມັນ.
\s5
\v 6 ທ່ານຈະຕ້ອງເເບ່ງອອກເປັນສ່ວນໆເເລ້ວຖອກນຳ້ມັນໃສ່ເທິງນັ້ນ. ນີ້ຄືເຂົ້າຈີ່ຖວາຍບູຊາ
\v 7 ຖ້າເຄື່ອງຖວາຍບູຊານັ້ນຖືກປຸງແຕ່ງໃນຫມໍ້, ຈະຕ້ອງເຮັດຈາກຍອດເເປ້ງ ເເລະ ນຳ້ມັນຢ່າງດີ.
\s5
\v 8 ທ່ານຕ້ອງນຳເຄື່ອງບູຊາທີ່ເຮັດຈາກສິ່ງເຫລົ່ານັ້ນມາຖວາຍເເດ່ພຣະຢາເວ, ເເລ້ວຈະຖືກມອບໃຫ້ເເກ່ປະໂຣຫິດ, ຜູ້ທີ່ຈະນຳໄປຍັງເເທ່ນບູຊາ.
\v 9 ເເລ້ວປະໂຣຫິດຈະຈັບບາງສ່ວນອອກມາຈາກເຄື່ອງບູຊາ ເເລະປະໂລຫິດຈະເຜົາເທິງເເທ່ນບູຊາ, ນັ້ນຈະເປັນເຄື່ອງເຜົາບູຊາດ້ວຍໄຟ, ເເລະ ນັ້ນຈະເປັນກິ່ນຫອມສຳລັບພຣະຢາເວ.
\v 10 ເຄື່ອງບູຊາທີ່ເຫລືອ ຈະຕົກເປັນຂອງອາໂຣນ ເເລະ ບັນດາລູກຫລານຂອງທ່ານ. ນີ້ເປັນສ່ວນສັກສິດຫລາຍເເດ່ພຣະຢາເວຈາກບັນດາເຄື່ອງບູຊາເເດ່ພຣະຢາເວດ້ວຍໄຟ.
\s5
\v 11 ເຄື່ອງບູຊາທີ່ທ່ານນຳມາຖວາຍເເດ່ພຣະຢາເວຕ້ອງບໍ່ໄສ່ເຊື້ອເເປ້ງ, ເພາະທ່ານຈະຕ້ອງເຜົາໂດຍປາສະຈາກເຊື້ອເເປ້ງຫລືນຳ້ເຜິ້ງ, ເພື່ອເປັນເຄື່ອງບູຊາດ້ວຍໄຟຖວາຍເເດ່ພຣະຢາເວ.
\v 12 ທ່ານຈະຖວາຍຂອງເຫລົ່ານັ້ນທີ່ພຣະຢາເວ ໃຫ້ເປັນເຄື່ອງບູຊາລະຫວ່າງຜົນລະປູກທຳອິດ, ເເຕ່ຂອງເຫລົ່ານັ້ນຈະໃຊ້ເພື່ອໃຫ້ເກີດກິ່ນຫອມເທິງເເທ່ນບູຊາ.
\v 13 ທ່ານຈະຕ້ອງປຸງເຄື່ອງບູຊາເເຕ່ລະຢ່າງດ້ວຍເກືອ. ທ່ານຕ້ອງບໍ່ໃຫ້ເກືອເເຫ່ງພັນທະສັນຍາຂອງພຣະເຈົ້າຂອງທ່ານຂາດໄປຈາກເຄື່ອງບູຊາຂອງທ່ານ. ທ່ານຕ້ອງຖວາຍເຄື່ອງບູຊາຂອງທ່ານພ້ອມດ້ວຍເກືອ.
\s5
\v 14 ຖ້າທ່ານຖວາຍພືດຜົນເປັນເຄື່ອງບູຊາເເຫ່ງຜົນທຳອິດເເດ່ພຣະຢາເວ, ໃຫ້ຖວາຍເມັດໃຫມ່ໆ ທີ່ປີ້ງໃສ່ໄຟເເລ້ວບົດລະອຽດໃຫ້ເປັນອາຫານ.
\v 15 ເເລ້ວທ່ານຕ້ອງໃສ່ນຳ້ມັນເເລະໃສ່ເຄື່ອງຫອມລົງໄປ. ນັ້ນເເມ່ນເຄື່ອງບູຊາທີ່ເປັນພືດຜົນ.
\v 16 ເເລ້ວປະໂຣຫິດຈະເຜົາເມັດທີ່ບົດເເລ້ວທັ້ງນຳ້ມັນ ເເລະ ເຄື່ອງຫອມເພື່ອເປັນສ່ວນທີ່ເເທ່ນບູຊາ. ນີ້ຄືເຄື່ອງບູຊາດ້ວຍໄຟ ເເດ່ພຣະຢາເວ.
\s5
\c 3
\cl ບົດທີ 3
\p
\v 1 ຖ້າຄົນໃດທີ່ຖວາຍເຄື່ອງບູຊາຊຶ່ງເປັນສັດບູຊາທີ່ເປັນສັດຈາກຝູງງົວ, ບໍ່ວ່າຈະເປັນໂຕຜູ້ຫລືໂຕເມຍ ເຂົາຕ້ອງຖວາຍສັດທີ່ປາສະຈາກຕຳຫນິຕໍ່ພຣະພັກພຣະຢາເວ.
\v 2 ໃຫ້ເຂົາວາງມືຂອງເຂົາເທິງຫົວສັດຂອງເຄື່ອງບູຊາຂອງເຂົາ ເເລະຂ້າມັນເສຍທີ່ປະຕູເຕັນນັດພົບ. ແລ້ວບັນດາບຸດຂອງອາໂຣນທີ່ເປັນປະໂຣຫິດຈະຊິດເລືອດຂອງສັດທີ່ດ້ານຂ້າງຮອບເເທ່ນບູຊາ.
\s5
\v 3 ສ່ວນຜູ້ທີ່ຖວາຍເຄື່ອງບູຊາສັນຕິບູຊາດ້ວຍໄຟເເດ່ພຣະຢາເວ. ໄຂມັນທີ່ຫຸ້ມຫລືຕິດກັບເຄື່ອງໃນ,
\v 4 ແລະ ຫມາກໄຂ່ຫລັງທັງສອງຂ້າງ ແລ ະໄຂມັນທີ່ຫຸ້ມຊຶ່ງຢູ່ທີ່ບັ້ນແອວ ແລະ ຕັບທັງກ້ອນ - ເຂົາຈະຕ້ອງຕັດທັງຫມົດນີ້ອອກພ້ອມຫມາກໄຂ່ຫລັງ.
\v 5 ແລ້ວບັນດາບຸດຂອງອາໂຣນຈະເຜົາທັງຫມົດນີ້ເທິງເເທ່ນບູຊາພ້ອມກັບເຄື່ອງເຜົາບູຊາ, ຊຶ່ງວາງໄວ້ ເທິງຟືນທີ່ວາງໄວ້ເທິງໄຟ. ນີ້ຈະເປັນກິ່ນຫອມສຳລັບພຣະຢາເວ; ນີ້ຈະເປັນເຄື່ອງບູຊາທີ່ຖວາຍເເດ່ພຣະອົງດ້ວຍໄຟ.
\s5
\v 6 ຖ້າເຄື່ອງບູຊາແຫ່ງສັນຕິບູຊາແດ່ພຣະຢາເວຂອງຄົນນັ້ນເອົາມາຈາກຝູງເເບ້ ແກະ ເປັນໂຕຜູ້ຫລືໂຕແມ່ກໍ່ຕາມ, ເຂົາຈະຖວາຍເຄື່ອງບູຊາທີ່ປາສະຈາກການຕຳຫນິ.
\v 7 ຖ້າຖວາຍລູກແກະເປັນເຄື່ອງບູຊາຂອງເຂົາ, ເຂົາຈະຕ້ອງຖວາຍຕໍ່ພຣະພັກພຣະຢາເວ.
\v 8 ໃຫ້ເຂົາວາງມືເຂົາເທິງຫົວເເທ່ນບູຊາ ເເລ້ວຂ້າສັດນັ້ນເຊິ່ງຫນ້າເຕັນນັດພົບ. ແລ້ວບັນດາບຸດຂອງອາໂຣນຈະຊິດເລືອດຂອງສັດທີ່ດ້ານຂ້າງຮອບແທ່ນບູຊາ.
\s5
\v 9 ສ່ວນຜູ້ທີ່ຖວາຍເຄື່ອງບູຊາແຫ່ງສັນຕິບູຊາໃຫ້ເປັນເຄື່ອງບູຊາດ້ວຍໄຟແດ່ພຣະຢາເວ. ໄຂມັນ, ແລະ ຫາງທີ່ມີໄຂທັງຫມົດໃຫ້ຕັດຊິດຈົນເຖິງກະດູກສັນຫລັງ, ເເລະ ໄຂມັນທີ່ຫຸ້ມເຄື່ອງໃນ ແລະ ໄຂມັນທັງຫມົດທີ່ໃກ້ກັບເຄື່ອງໃນ,
\v 10 ແລະ ຫມາກໄຂ່ຫລັງທັງສອງຂ້າງ ແລະ ໄຂມັນທີ່ຕິດຢູ່ຊຶ່ງຢູ່ເຊິ່ງບັນແອວ, ແລະ ຕັບທັງສອງກ້ອນ ເຂົາຈະຕ້ອງເອົາທັງຫມົດນີ້ອອກພ້ອມກັບຫມາກໄຂ່ຫລັງ.
\v 11 ແລ້ວປະໂຣຫິດຈະເຜົາທັງຫມົດນີ້ເທິງແທ່ນບູຊາໃຫ້ເປັນອາຫານເຜົາດ້ວຍໄຟ ຖວາຍແດ່ພຣະຢາເວ.
\s5
\v 12 ຖ້າເຄື່ອງບູຊາຂອງຄົນນັ້ນເປັນແບ້, ເເລ້ວເຂົາຈະຖວາຍສັດນັ້ນຕໍ່ພຣະພັກພຣະຢາເວ.
\v 13 ເຂົາຕ້ອງວາງມືຂອງເຂົາເທິງຫົວແບ້ນັ້ນ ແລະຂ້າມັນເຊິ່ງຫນ້າເຕັນນັດພົບ. ແລ້ວບັນດາລູກຂອງອາໂຣນຈະຊິດເລືອດຂອງມັນອ້ອມຮອບທຸກດ້ານຂອງແທ່ນບູຊາ.
\v 14 ຄົນນັ້ນຈະຖວາຍເຄື່ອງບູຊາຂອງເຂົາດ້ວຍໄຟເເດ່ພຣະຢາເວ. ເຂົາຈະຕ້ອງເອົາໄຂຂອງມັນທີ່ຫຸ້ມເຄື່ອງໃນ, ແລະ ໄຂມັນທັງຫມົດທີ່ໄກ້ກັບເຄື່ອງໃນອອກໄປ.
\s5
\v 15 ເຂົາຈະຕ້ອງເອົາຫມາກໄຂ່ຫລັງທັງສອງຂ້າງ ເເລະ ໄຂມັນຕິດຢູ່ກັບຫມາກໄຂ່ຫລັງນັ້ນ, ຊຶ່ງຢູ່ບັ້ນເເອວ, ເເລະ ຕັບທັງສອງກ້ອນອອກມາພ້ອມກັບຫມາກໄຂ່ຫລັງ.
\v 16 ປະໂຣຫິດຈະເຜົາທັງຫມົດເທິງເເທ່ນບູຊາໃຫ້ເປັນອາຫານ, ເຜົາໄຟຊຶ່ງຈະເປັນກິ່ນຫອມ. ໄຂມັນທັງຫມົດນັ້ນເປັນຂອງພຣະຢາເວ.
\v 17 ນີ້ເປັນກົດເກນຖາວອນຕະຫລອດຊົ່ວອາຍຸຂອງປະຊາຊົນຂອງເຈົ້າໃນທຸກເເຫ່ງທີ່ພວກເຂົາສ້າງບ່ອນພັກອາໄສ, ວ່າພວກເຈົ້າຕ້ອງບໍ່ກິນໄຂຂອງມັນຫລືເລືອດ."
\s5
\c 4
\cl ບົດທີ 4
\p
\v 1 ພຣະຢາເວຕັດສັ່ງເເກ່ໂມເຊວ່າ,
\v 2 "ຈົ່ງບອກປະຊາຊົນອິດສະຣາເອນວ່າ, "ເມື່ອໃດຄົນເຮັດບາບໂດຍບໍ່ເຈດຕະນາ, ເປັນການເຮັດສິ່ງໃດກໍ່ຕາມທີ່ພຣະຢາເວຊົງບັນຊາບໍ່ໃຫ້ເຮັດ, ເເລະ ເຂົາເຮັດສິ່ງໃດກໍ່ຕາມຕ້ອງຫ້າມ, ໃຫ້ເຮັດຕາມດັ່ງຕໍ່ໄປນີ້.
\v 3 ຖ້າປະໂຣຫິດໃຫຍ່ໄດ້ເຮັດບາບ ເເລະ ນຳຄວາມຜິດບາບມາສູ່ປະຊາຊົນ, ໃຫ້ຖວາຍງົວຫນຸ່ມທີ່ປາສະຈາກຕຳຫນິເເດ່ພຣະຢາເວໃຫ້ເປັນເຄື່ອງບູຊາເພື່ອລົບລ້າງສຳລັບຄວາມບາບທີ່ເຂົາເຮັດ.
\s5
\v 4 ເຂົາຕ້ອງນຳງົວມາທາງຫນ້າເຕັນນັດພົບຕໍ່ພຣະພັກພຣະຢາເວ, ເເລະ ວາງມືຂອງເຂົາເທິງຫົວງົວນັ້ນ ເເລະ ຂ້າງົວນັ້ນຕໍ່ພຣະພັກພຣະຢາເວ.
\v 5 ປະໂຣຫິດທີ່ໄດ້ຮັບການເຈີມຈະນຳເລືອດງົວບາງສ່ວນເຂົ້າໃນເຕັນນັດພົບ.
\s5
\v 6 ປະໂຣຫິດຈະເອົານິ້ວມືຈຸ່ມເລືອດນັ້ນ ແລະເພິ່ນກໍຊິດເລືອດໃສ່ທາງຫນ້າຜ້າກັ້ງເຈັດເທື່ອຕໍ່ພຣະພັກພຣະຢາເວ, ໃນສະຖານທີ່ສັກສິດທີ່ສຸດ.
\v 7 ແລ້ວປະໂຣຫິດຈະເອົາເລືອດບາງສ່ວນໄປທາໃສ່ຈອມຂອງແທ່ນທີ່ໃຊ້ເຜົາເຄື່ອງຫອມຊຶ່ງຢູ່ໃນເຕັນນັດພົບຕໍ່ພຣະພັກພຣະຢາເວ, ແລະ ເຂົາຈະຖອກເລືອດທີ່ເຫລືອຂອງງົວລົງຖ້ານຂອງແທ່ນເຜົາບູຊາ, ຊຶ່ງຢູ່ທາງເຂົ້າຂອງເຕັນນັດພົບ.
\s5
\v 8 ເຂົາຈະຕັດເອົາໄຂມັນທັງຫມົດຂອງງົວຜູ້ທີ່ເປັນເຄື່ອງບູຊາລົບລ້າງບາບອອກມາ; ຄືໄຂມັນທີ່ຫຸ້ມເຄື່ອງໃນ; ໄຂມັນທັງຫມົດທີ່ຕິດກັບເຄື່ອງໃນ,
\v 9 ຫມາກໄຂ່ຫລັງທັງສອງຂ້າງກັບໄຂມັນຢູ່ໃຕ, ໃກ້ບັ້ນແອວ, ແລະ ຕັບທັງສອງກ້ອນພ້ອມກັບຫມາກໄຂ່ຫລັງ ເຂົາຈະຕັດທັງຫມົດນີ້ອອກຈາກກັນ.
\v 10 ເຂົາຈະຕັດອອກຈາກກັນເຊັ່ນດຽວກັບທີ່ເຂົາຕັດອອກຈາກງົວໂຕຜູ້ທີ່ເປັນເຄື່ອງຖວາຍສັນຕິບູຊາ. ແລ້ວປະໂຣຫິດຈະເຜົາຊິ້ນສ່ວນເຫລົ່ານີ້ເທິງແທ່ນບູຊາ.
\s5
\v 11 ສ່ວນຫນັງຂອງໂຕງົວຜູ້ ແລະ ຊີ້ນທີ່ເຫລືອ, ພ້ອມກັບຫົວ ແລະ ຂາ, ເຄື່ອງໃນ ເເລະ ຂີ້ຂອງມັນ,
\v 12 ສ່ວນທີ່ເຫລືອທັງຫມົດນີ້ - ເຂົາຈະນຳເອົາໄປນອກຄ້າຍພັກໄປຍັງສະຖານທີ່ພວກເຂົາໄດ້ລ້າງຊຳລະເພື່ອເຮົາ, ທີ່ຊຶ່ງພວກເຂົາຖອກຂີ້ເທົ່າຖິ້ມ; ພວກເຂົາຈະເຜົາຊິ້ນສ່ວນເຫລົ່ານັ້ນເທິງກອງຟືນທີ່ນັ້ນ. ພວກເຂົາຕ້ອງເຜົາຊິ້ນສ່ວນເຫລົ່ານັ້ນບ່ອນທີ່ພວກເຂົາຖອກຂີ້ເທົ່າຖິ້ມ.
\s5
\v 13 ຖ້າຊຸມນຸມຊົນອິດສະຣາເອນທັງຫມົດເຮັດບາບໂດຍບໍ່ເຈດຕະນາ, ແລະ ທັງຊຸມນຸມຊົນບໍ່ຮູ້ໂຕວ່າພວກເຂົາໄດ້ເຮັດບາບ ແລະ ໄດ້ເຮັດສິ່ງທີ່ພຣະຢາເວຊົງບັນຊາຫ້າມບໍ່ໃຫ້ເຮັດ, ແລະ ຖ້າພວກເຂົາມີຄວາມຜິດ,
\v 14 ເເລ້ວເມື່ອຄວາມບາບທີ່ເຂົາໄດ້ເຮັດກາຍເປັນທີ່ຮູ້ກັນທົ່ວ, ເມື່ອນັ້ນທັງຊຸມນຸມຊົນຈະຕ້ອງຖວາຍງົວຫນຸ່ມໃຫ້ເປັນເຄື່ອງບູຊາລົບລ້າງບາບ ແລະ ໃຫ້ເຂົາເອົາງົວນັ້ນມາຕໍ່ຫນ້າເຕັນນັດພົບ.
\v 15 ແລ້ວບັນດາຜູ້ອາວຸໂສຂອງຊຸມນຸມຊົນຈະວາງມືຂອງພວກເຂົາເທິງຫົວງົວຜູ້ນັ້ນຕໍ່ພຣະພັກພຣະຢາເວ, ແລະ ງົວຜູ້ນັ້ນຈະຖືກຂ້າຕໍ່ພຣະພັກພຣະຢາເວ.
\s5
\v 16 ແລ້ວປະໂຣຫິດຜູ້ໄດ້ຮັບການຊົງເຈີມຈະນຳເລືອດບາງສ່ວນຂອງງົວໂຕຜູ້ເຂົ້າໄປຍັງເຕັນນັດພົບ,
\v 17 ແລະປະໂຣຫິດຈະເອົານິ້ວຂອງເຂົາຈຸ່ມເລືອດ ແລະຊິດເລືອດນັ້ນໃສ່ຫນ້າຜ້າມ່ານເຈັດຄັ້ງຕໍ່ພຣະພັກພຣະຢາເວ.
\s5
\v 18 ເຂົາຈະເອົາເລືອດບາງສ່ວນໄປທາເຂົາທັງຫລາຍຂອງແທ່ນບູຊາ ຊຶ່ງຢູ່ໃນເຕັນນັດພົບຕໍ່ພຣະພັກພຣະຢາເວ, ແລະ ເຂົາຈະຖອກເລືອດທັງຫມົດທີ່ຖ້ານຂອງແທ່ນເຜົາບູຊາ, ຊຶ່ງຢູ່ຫນ້າເຕັນນັດພົບ.
\v 19 ເຂົາຈະຕັດເອົາໄຂມັນທັງຫມົດອອກ ເເລະ ເອົາໄປເຜົາເທິງເເທ່ນບູຊາ.
\s5
\v 20 ນີ້ຄືແມ່ນສິ່ງທີ່ເຂົາຈະຕ້ອງເຮັດກັບງົວໂຕນີ້. ເຊັ່ນດຽວກັນທີ່ເຂົາໄດ້ເຮັດກັບງົວໂຕຜູ້ຂອງເຄື່ອງບູຊາລົບລ້າງບາບ, ດັ່ງນັ້ນເຂົາຈະຕ້ອງເຮັດແບບດຽວກັນກັບງົວຜູ້ໂຕນີ້ ແລະປະໂຣຫິດຈະລົບລ້າງບາບໃຫ້ປະຊາຊົນ ແລະພວກເຂົາຈະໄດ້ຮັບການອະໄພ.
\v 21 ເຂົາຈະເອົາງົວໂຕນີ້ອອກນອກຄ້າຍພັກ ແລະເຜົາງົວຜູ້ເຊັ່ນດຽວກັນກັບງົວຜູ້ໂຕທຳອິດ. ນີ້ແມ່ນເຄື່ອງບູຊາລົບລ້າງບາບສຳລັບຊຸມນຸມຊົນນັ້ນ.
\s5
\v 22 ຫາກຜູ້ນຳຄົນໃດທີ່ເຮັດບາບໂດຍບໍ່ເຈດຕະນາ, ເຮັດສິ່ງໃດສິ່ງຫນຶ່ງໃນຂໍ້ຫ້າມທີ່ພຣະຢາເວພຣະເຈົ້າຂອງເຂົາຊົງບັນຊາຫ້າມບໍ່ໃຫ້ເຮັດ, ແລະເຂົາມີຄວາມຜິດ.
\v 23 ແລ້ວໄດ້ແຈ້ງໃຫ້ເຂົາຮູ້ເຖິງຄວາມບາບຂອງເຂົາທີ່ໄດ້ເຮັດໄປ, ເຂົາຕ້ອງນຳແບ້ໂຕຜູ້ທີ່ປາສະຈາກການຕຳຫນິມາເປັນເຄື່ອງບູຊາຂອງເຂົາ.
\s5
\v 24 ເຂົາຈະວາງມືເທິງຫົວແບ້ ແລະຂ້າແບ້ໃນສະຖານທີ່ທີ່ພວກເຂົາຂ້າເຄື່ອງເຜົາບູຊາຕໍ່ພຣະພັກພຣະຢາເວ. ນີ້ເເມ່ນເຄື່ອງບູຊາລົບລ້າງບາບ.
\v 25 ປະໂຣຫິດຈະເອົານິ້ວຈຸ່ມເລືອດຂອງເຄື່ອງບູຊາລົບລ້າງບາບ ເເລະ ທາເຈີມໃສ່ເທິງຍອດເເທ່ນບູຊາ, ສ່ວນເລືອດທີ່ເຫລືອເຂົາຈະຖອກເລືອດຂອງເເບ້ທີ່ຖ້ານຂອງເເທ່ນເຜົາເຄື່ອງບູຊາ.
\s5
\v 26 ເຂົາຈະເຜົາໄຂມັນທັງຫມົດຢູ່ແທ່ນບູຊາ, ເຊັ່ນດຽວກັນກັບໄຂມັນຂອງເຄື່ອງບູຊາແຫ່ງສັນຕິບູຊາ. ແລະປະໂຣຫິດຈະເຮັດການໄຖ່ໂທດບາບແທນໃນເລື່ອງຄວາມບາບຂອງເຂົາ, ເເລະຜູ້ນັ້ນຈະໄດ້ຮັບການອະໄພ.
\s5
\v 27 ຖ້າປະຊາຊົນທົ່ວໄປຄົນໃດເຮັດບາບໂດຍບໍ່ເຈດຕະນາ, ແລະເຮັດທຸກສິ່ງທີ່ພຣະຢາເວຊົງບັນຊາບໍ່ໃຫ້ເຮັດ, ແລະເມື່ອເຂົາຄິດເຖິງຄວາມຜິດຂອງເຂົາ,
\v 28 ແລ້ວມີການແຈ້ງໃຫ້ເຂົາຮູ້ສຳລັບຄວາມບາບທີ່ເຂົາໄດ້ເຮັດ, ເຂົາກໍຕ້ອງເອົາເເບ້ໂຕແມ່ໂຕຫນຶ່ງທີ່ປາສະຈາກຕຳຫນິ, ເປັນເຄື່ອງບູຊາສຳລັບຄວາມບາບທີ່ເຂົາໄດ້ເຮັດ.
\s5
\v 29 ເຂົາຈະວາງມືຂອງເຂົາເທິງຫົວຂອງເຄື່ອງບູຊາເພື່ອລົບລ້າງບາບ ໃນສະຖານທີ່ສຳລັບການເຜົາເຄື່ອງບູຊາ.
\v 30 ປະໂຣຫິດຈະເອົານິ້ວຂອງເຂົາຈຸ່ມເລືອດ ແລະ ທາຍອດເເທ່ນບູຊາຢູ່ແຈຂອງເເທ່ນ. ເຂົາຈະຖອກເລືອດທີ່ເຫລືອທັງຫມົດຢູ່ແຈຂອງແທ່ນບູຊາ.
\s5
\v 31 ເຂົາຈະຕ້ອງຕັດເອົາໄຂມັນທັງຫມົດອອກ, ເຊັ່ນດຽວກັນໄຂມັນທີ່ຖືກຕັດອອກຈາກເຄື່ອງສັນຕິບູຊາ. ປະໂຣຫິດຈະເຜົາໄຂມັນໃຫ້ເກີດເປັນກິ່ນຫອມສຳລັບພຣະຢາເວ. ປະໂຣຫິດຈະເຮັດການລົບລ້າງບາບສຳລັບຄົນນັ້ນ, ເຂົາຈະໄດ້ຮັບການອະໄພ.
\s5
\v 32 ຫາກຄົນນັ້ນນຳລູກເເກະມາຖວາຍເປັນເຄື່ອງບູຊາລົບລ້າງບາບຂອງເຂົາ, ເຂົາຕ້ອງນຳລູກເເກະໂຕແມ່ ທີ່ປາສະຈາກຕຳຫນິມາ.
\v 33 ເຂົາຈະວາງມືຂອງເຄື່ອງບູຊາລົບລ້າງບາບ ເເລະ ຂ້າລູກເເກະນັ້ນເປັນເຄື່ອງບູຊາລົບລ້າງບາບຢູ່ສະຖານທີ່ພວກເຂົາຂ້າເຄື່ອງເຜົາບູຊາ.
\s5
\v 34 ແລ້ວປະໂຣຫິດຈະເອົານິ້ວຂອງເຂົາຈຸ່ມເລືອດຂອງເຄື່ອງບູຊາລົບລ້າງບາບ ແລະທາຍອດເເທ່ນຢູ່ແຈຂອງເຄື່ອງເຜົາບູຊາ, ແລະ ເຂົາຈະຖອກເລືອດລູກແກະທັງຫມົດລົງຖ້ານຂອງເຄື່ອງເຜົາບູຊາ.
\v 35 ເຂົາຈະຕັດເອົາໄຂມັນອອກ, ເຊັ່ນກັນກັບໄຂມັນລູກແກະຂອງເຄື່ອງບູຊາຂອງເຄື່ອງບູຊາເເຫ່ງສັນຕິບູຊາທີ່ຖືກຕັດອອກ, ແລະ ປະໂຣຫິດຈະເຜົາໄຂມັນນັ້ນເທິງເຄື່ອງບູຊາຂອງພຣະຢາເວດ້ວຍໄຟ, ປະໂຣຫິດຈະເຮັດການລົບລ້າງບາບຂອງຄົນນັ້ນສຳຫລັບຄວາມບາບທີ່ເຂົາໄດ້ເຮັດ, ແລະຄົນນັ້ນຈະໄດ້ຮັບການອະໄພ.
\s5
\c 5
\cl ບົດທີ 5
\p
\v 1 ຖ້າຄົນໃດເຮັດບາບ ເພາະເຂົາໄດ້ເຫັນບາງສິ່ງບາງຢ່າງຊຶ່ງເຮັດໃຫ້ເຂົາໄດ້ຮັບການຂໍຮ້ອງໃຫ້ໄປເປັນພະຍານ, ໃນສິ່ງທີ່ເຂົາເຄີຍໄດ້ເຫັນຫລືເຄີຍໄດ້ຍິນກ່ຽວກັບເລື່ອງນັ້ນຕ່ເຂົາບໍ່ໄດ້ເປັນພະຍານ, ເຂົາຈະຕ້ອງຮັບຜິດຊອບ.
\v 2 ຫລືຖ້າຄົນໃດແຕະຕ້ອງສິ່ງໃດທີ່ພຣະເຈົ້າຊົງກຳນົດໃຫ້ເປັນມົນທິນ, ບໍ່ວ່າຈະເປັນຊາກສັດປ່າທີ່ເປັນມົນທິນ ຫລື ຊາກສັດລ້ຽງທີ່ໄດ້ຕາຍໄປ, ຫລື ສັດເລືອຄານ, ແມ້ວ່າຄົນນັ້ນຈະບໍ່ເຈດຕະນາທີ່ຈະແຕະຕ້ອງ, ເຂົາກໍເປັນມົນທິນ ແລະ ມີຄວາມຜິດ.
\s5
\v 3 ຫລືຖ້າເຂົາເເຕະຕ້ອງຄວາມເປັນມົນທິນຂອງບາງຄົນ, ບໍ່ວ່າຈະເປັນມົນທິນໃດກໍຕາມ, ແລະ ຖ້າເຂົາບໍ່ຮູ້ໂຕ, ເຂົາກໍຈະມີຄວາມຜິດເມື່ອເຂົາຮູ້ເລື່ອງເຫລົ່ານັ້ນ.
\v 4 ຫລືຖ້າຄົນໃດອອກປາກສາບານວ່າຈະເຮັດຊົ່ວ, ຫລື ເຮັດດີ, ບໍ່ວ່າຄົນນັ້ນຈະອອກປາກເປັນຄຳອະທິຖານ, ເເມ້ວ່າໄດ້ເຮັດຜິດໄປໂດຍບໍ່ຮູ້ຕົວ, ເມື່ອເຂົາຮຽນຮູ້, ເຂົາກໍຈະມີຄວາມຜິດໃນເລື່ອງເຫລົ່ານີ້.
\s5
\v 5 ເມື່ອບາງຄົນໄດ້ເຮັດຜິດໃດທີ່ກ່າວມາ, ເຂົາຕ້ອງສາລະພາບບາບທຸກຢ່າງທີ່ເຂົາໄດ້ເຮັດໄປ.
\v 6 ແລ້ວເຂົາຕ້ອງນຳເຄື່ອງບູຊາໄຖ່ບາບມາຖວາຍແດ່ພຣະຢາເວສຳລັບຄວາມບາບທີ່ເຂົາໄດ້ເຮັດ, ໃຫ້ເປັນສັດໂຕແມ່ຈາກຝູງ, ຈະເປັນລູກເເກະ ຫລືເເບ້ຫນຶ່ງໂຕ, ເພື່ອເປັນເຄື່ອງບູຊາລົບລ້າງບາບ, ແລະປະໂຣຫິດ ຈະເຮັດການໄຖ່ບາບສຳລັບເຂົາໃນເລື່ອງຄວາມບາບຂອງເຂົານັ້ນ.
\s5
\v 7 ຖ້າເຂົາບໍ່ສາມາດທີ່ຈະຊື້ລູກແກະຫນຶ່ງໂຕ, ແລ້ວສາມາດນຳນົກເຂົາສອງໂຕ ຫລື ນົກພິລາບຫນຸ່ມສອງໂຕມາຖວາຍເເດ່ພຣະຢາເວ, ໃຫ້ເປັນເຄື່ອງບູຊາລົບລ້າງບາບ, ແລະ ອີກໂຕຫນຶ່ງສຳລັບເຄື່ອງເຜົາບູຊາ.
\v 8 ເຂົາຕ້ອງນຳມາໃຫ້ປະໂຣຫິດ, ຜູ້ທີ່ຈະຖວາຍໂຕຫນຶ່ງເປັນເຄື່ອງບູຊາລົບລ້າງບາບກ່ອນ - ປະໂຣຫິດຈະບິດຫົວນົກ ເເຕ່ບໍ່ໃຫ້ຂາດອອກຈາກໂຕ.
\v 9 ເເລ້ວປະໂຣຫິດຈະຊິດເລືອດບາງສ່ວນໃສ່ເທິງເຄື່ອງບູຊາ, ເເລະເຂົາຈະຖອກເລືອດທີ່ເຫລືອລົງເເທ່ນບູຊາ. ນີ້ເປັນເຄື່ອງບູຊາລົບລ້າງບາບ.
\s5
\v 10 ແລ້ວເຂົາຕ້ອງຖວາຍນົກໂຕທີ່ສອງເປັນເຄື່ອງເຜົາບູຊາ, ດັ່ງທີ່ກ່າວໄວ້ໃນຄຳສັ່ງນັ້ນ, ແລະປະໂຣຫິດຈະເຮັດການລົບລ້າງບາບທີ່ເຂົາໄດ້ເຮັດບາບໄປ, ແລະ ຄົນນັ້ນຈະໄດ້ຮັບການອະໄພ.
\s5
\v 11 ເເຕ່ຖ້າເຂົາບໍ່ສາມາດທີ່ຈະຊື້ນົກເຂົາສອງໂຕຫລືນົກພິລາບຫນຸ່ມສອງໂຕໄດ້, ເຂົາຕ້ອງຖວາຍເຄື່ອງບູຊາເປັນເເປ້ງຢ່າງດີມາຫນຶ່ງກິໂລກຣາມ ມາຖວາຍເປັນການລົບລ້າງບາບຂອງເຂົາ, ເຂົາຕ້ອງບໍ່ໃສ່ນຳ້ມັນຫອມໃດໆລົງໄປ, ເພາະນີ້ເປັນເຄື່ອງບູຊາລົບລ້າງບາບ.
\s5
\v 12 ເຂົາຕ້ອງນຳເຄື່ອງບູຊານັ້ນມາໃຫ້ປະໂຣຫິດ, ເເລະປະໂຣຫິດຈະເອົາອອກມາຫນຶ່ງກຳມືໃຫ້ເປັນສ່ວນທີ່ເເທ່ນບູຊາ, ເເລະເອົາມາເຜົາທີ່ເເທ່ນບູຊາ, ໂດຍໂຮຍໃສ່ເຄື່ອງບູຊາຖວາຍດ້ວຍໄຟເເດ່ພຣະຢາເວ. ນີ້ເປັນເຄື່ອງບູຊາລົບລ້າງບາບ,
\v 13 ປະໂຣຫິດຈະເຮັດການລົບລ້າງບາບໃດໆ ທີ່ຄົນນັ້ນໄດ້ເຮັດ, ເເລະ ຄົນນັ້ນຈະໄດ້ຮັບການອະໄພ. ເເປ້ງທີ່ເຫລືອຈາກການຖວາຍເຄື່ອງບູຊາຈະຕົກເປັນຂອງປະໂຣຫິດ, ເຊັ່ນດຽວກັນກັບເຄື່ອງຖວາຍບູຊາພືດຜົນ.'"
\s5
\v 14 ເເລ້ວພຣະຢາເວໄດ້ກ່າວແກ່ໂມເຊວ່າ,
\v 15 "ຖ້າຄົນໃດຝ່າຝືນພຣະບັນຊາ ເເລະ ເຮັດບາບຕໍ່ສິ່ງທີ່ເປັນຂອງພຣະຢາເວ, ເເຕ່ບໍ່ໄດ້ເຈດຕະນາເຮັດ, ແລ້ວເຂົາຕ້ອງນຳເຄື່ອງບູຊາໄຖ່ຄວາມຜິດບາບມາຖວາຍພຣະຢາເວ. ເຄື່ອງບູຊານີ້ຈະຕ້ອງເປັນເເກະໂຕຜູ້ທີ່ປາສະຈາກຕຳຫນິທີ່ເອົາມາຈາກຝູງ; ຕ້ອງຕີລາຄາເເກະນັ້ນເປັນເງິນເຊເຄ - ເປັນເຊເຄຂອງສະຖານນະມັດສະການເພື່ອໃຫ້ເປັນເຄື່ອງບູຊາໄຖ່ຄວາມຜິດ.
\v 16 ເຂົາຕ້ອງເຮັດໃຫ້ພຣະຢາເວຊົງພໍພຣະໄທສຳລັບສິ່ງທີ່ເຂົາໄດ້ເຮັດຜິດໄປໃນເລື່ອງທີ່ກ່ຽວກັບສິ່ງທີ່ບໍລິສຸດສັກສິດ, ເຂົາຕ້ອງເພີ່ມອີກຫນຶ່ງໃນຫ້າເຂົ້າໄປ ເເລະ ມອບໃຫ້ປະໂຣຫິດ. ເເລ້ວປະໂຣຫິດຈະເຮັດການລົບລ້າງບາບສຳລັບເຂົາ, ເເລ້ວຄົນນັ້ນຈະໄດ້ຮັບການອະໄພ.
\s5
\v 17 ຖ້າຄົນໃດເຮັດບາບ ເເລະເຮັດສິ່ງໃດທີ່ພຣະຢາເວຊົງບັນຊາໄວ້ບໍ່ໃຫ້ເຮັດ, ແມ້ວ່າເຂົາບໍ່ຮູ້ໂຕເຂົາກໍ່ຈະມີຄວາມຜິດ ແລະ ຕ້ອງແບກຮັບຄວາມຜິດຂອງຕົນເອງ.
\v 18 ເຂົາຕ້ອງນຳແກະໂຕຜູ້ທີ່ປາສະຈາກຕຳຫນິອອກຈາກຝູງມາໂຕຫນຶ່ງ, ຊຶ່ງມີມູນຄ່າເທົ່າກັບເຄື່ອງບູຊາໄຖ່ຄວາມຜິດມາໃຫ້ເເກ່ປະໂຣຫິດ. ແລ້ວປະໂຣຫິດຈະເຮັດການລົບລ້າງບາບຂອງເຂົາກ່ຽວກັບຄວາມບາບທີ່ເຂົາ, ໄດ້ເຮັດໂດຍບໍ່ຮູ້ໂຕ ເເລະ ເຂົາຈະໄດ້ຮັບການອະໄພ.
\v 19 ນີ້ເປັນເຄື່ອງບູຊາໄຖ່ຄວາມຜິດ, ເພາະເຂົາມີຄວາມຜິດຕໍ່ພຣະຢາເວຢ່າງເເນ່ນອນ."
\s5
\c 6
\cl ບົດທີ 6
\p
\v 1 ພຣະຢາເວໄດ້ກ່າວເເກ່ໂມເຊວ່າ,
\v 2 "ຖ້າຄົນໃດເຮັດບາບ ເເລະ ຝ່າຝືນພຣະບັນຊາຕໍ່ພຣະຢາເວ, ໂດຍບໍ່ຍອມຄືນສິ່ງຂອງທີ່ຝາກໃຫ້ເຂົາດູເເລ, ຫລື ຖ້າເຂົາໂກງ ຫລື ຂະໂມຍເພື່ອນບ້ານຫລື ຖ້າເຂົາບີບບັງຄັບເພື່ອນບ້ານຂອງເຂົາ,
\v 3 ຫລື ເຂົາໄດ້ພົບບາງສິ່ງທີ່ເພື່ອນບ້ານເຮັດເສຍໄປນັ້ນ ແລ້ວວ່າຕົນບໍ່ເຫັນ, ຫລື ເລື່ອງທີ່ປະຊາຊົນເຮັດບາບທຳນອງນີ້.
\v 4 ເເລ້ວຕໍ່ມາຖ້າເຂົາໄດ້ເຮັດບາບ ເເລະ ມີຄວາມຜິດ, ເຂົາຈະຕ້ອງຄືນອັນໃດກໍ່ຕາມທີ່ເຂົາໄດ້ລັກມາ ຫລືບີບບັງຄັບເອົາມາ ຫລື ຢຶດເອົາສິ່ງທີ່ຝາກໄວ້ກັບເຂົາ ຫລືເຄື່ອງທີ່ຫາຍໄປທີ່ເຂົາໄດ້ພົບ.
\s5
\v 5 ຫລື ຖ້າເຂົາມີການຕົວະໃນເລື່ອງໃດເລື່ອງຫນຶ່ງ, ໃນວັນທີ່ພົບວ່າເຂົາມີຄວາມຜິດເຂົາຕ້ອງຄືນໃຫ້ທັງຫມົດ ແລະ ເພີ່ມຫນຶ່ງໃນຫ້າເເກ່ຄົນທີ່ເປັນເຈົ້າຂອງ.
\v 6 ເເລ້ວເຂົາຕ້ອງນຳເຄື່ອງບູຊາໄຖ່ຄວາມຜິດມາຖວາຍພຣະຢາເວ: ໂດຍນຳແກະຜູ້ທີ່ປາສະຈາກຕຳຫນິເອົາມາຈາກຝູງ ຊຶ່ງມີຄ່າເປັນທີ່ຍອມຮັບມາມອບໃຫ້ເເກ່ປະໂຣຫິດ, ໃຫ້ເປັນເຄື່ອງບູຊາໄຖ່ຄວາມຜິດ.
\v 7 ປະໂຣຫິດຈະເຮັດການລົບລ້າງບາບສຳລັບເຂົາຕໍ່ພຣະພັກພຣະຢາເວ ເເລະ ເຂົາຈະໄດ້ຮັບການອະໄພໃນສິ່ງໃດກໍ່ຕາມທີ່ເຂົາໄດ້ເຮັດຜິດໄປ."
\s5
\v 8 ແລ້ວພຣະຢາເວໄດ້ກ່າວແກ່ໂມເຊວ່າ,
\v 9 "ຈົ່ງສັ່ງອາໂຣນ ແລະ ບັນດາລູກຊາຍຂອງເຂົາວ່າ, "ນີ້ຄືພຣະບັນຍັດເລື່ອງເຄື່ອງເຜົາບູຊາ: ເຄື່ອງເຜົາບູຊາຈະຕ້ອງເຜົາເທິງແທ່ນບູຊາຕະຫລອດຄືນຈົນຮອດເຊົ້າ, ເເລະ ຈະຕ້ອງໃຫ້ໄຟຂອງເເທ່ນບູຊາລຸກຢູ່ສະເຫມີ.
\s5
\v 10 ປະໂຣຫິດຈະສວມຊຸດຜ້າປ່ານຂອງເຂົາ, ເເລະເຂົາຈະສວມຊຸດຊັ້ນໃນຂອງເຂົາເປັນຜ້າປ່ານດ້ວຍ, ເຂົາຈະຕ້ອງຕັກເອົາຂີ້ເຖົ່າທີ່ເຫລືອຈາກການເຜົາບູຊາເທິງເເທ່ນບູຊາ, ແລະເຂົາຈະເອົາຂີ້ເຖົ່າໃສ່ທາງຂ້າງແທ່ນບູຊາ,
\v 11 ປະໂຣຫິດຈະຕ້ອງຖອດເສື້ອຊຸດຂອງເຂົາອອກເເລະປ່ຽນໃສ່ອີກຊຸດຫນຶ່ງ ເພື່ອເອົາຂີ້ເຖົ່າໄປທາງນອກຄ້າຍໄປຍັງສະຖານທີ່ສະອາດເເລ້ວ.
\s5
\v 12 ຢ່າໃຫ້ໄຟດັບ ແລະ ປະໂຣຫິດຈະເຜົາຟືນເທິງແທ່ນບູຊາໃນທຸກເຊົ້າ, ແລະ ເຂົາຕ້ອງຈັດວາງເຄື່ອງບູຊາຕາມທີ່ໄດ້ກຳນົດໄວ້, ແລະ ເຂົາຕ້ອງເຜົາໄຂມັນຂອງສັນຕິບູຊາເທິງແທ່ນບູຊາ.
\v 13 ໄຟຈະຕ້ອງລຸກໄຫມ້ໃນແທ່ນບູຊາຢູ່ຢ່າງຕໍ່ເນື່ອງ ແລະ ໄຟຕ້ອງບໍ່ດັບ.
\s5
\v 14 ນີ້ເປັນບັນຍັດສຳລັບເຄື່ອງບູຊາ. ບັນດາລູກຊາຍຂອງອາໂຣນຈະຖວາຍເຄື່ອງບູຊາແດ່ພຣະຢາເວຕໍ່ຫນ້າແທ່ນບູຊາ.
\v 15 ປະໂຣຫິດຈະເອົາເເປ້ງຢ່າງດີພ້ອມກັບນຳ້ມັນ ແລະ ເຄື່ອງຫອມທີ່ເປັນເຄື່ອງພືດຜົນບູຊາ ແລະ ປະໂຣຫິດຈະເຜົາເທິງແທ່ນບູຊາເພື່ອໃຫ້ເກີດກິ່ນຫອມປຽບເປັນຕົວແທນການຖວາຍບູຊາ.
\s5
\v 16 ເເລ້ວອາໂຣນເເລະບັນດາບຸດຂອງເຂົາຈະກິນອາຫານຫຍັງກໍ່ຕາມທີ່ເຫລືອຈາກເຄື່ອງບູຊາ, ຈະຕ້ອງກິນໂດຍປາສະຈາກເຊື້ອເເປ້ງພາຍໃນສະຖານທີ່ບໍຣິສຸດສັກສິດ; ພວກເຂົາຈະກິນອາຫານຢູ່ລານໃນເຕັນນັດພົບ.
\v 17 ເເລະຈະຕ້ອງປິ້ງໂດຍບໍ່ໃສ່ເຊື້ອເເປ້ງ, ເຮົາໄດ້ໃຫ້ສ່ວນນີ້ເປັນສ່ວນຂອງເຄື່ອງບູຊາຂອງເຮົາທີ່ຖວາຍດ້ວຍໄຟ. ເປັນສິ່ງທີ່ບໍລິສຸດສັກສິດທີ່ສຸດ, ເປັນເຄື່ອງບູຊາລ້າງບາບ ເເລະເປັນເຄື່ອງບູຊາໄຖ່ຄວາມຜິດ.
\v 18 ໃຫ້ເປັນກົດເກນຕະຫລອດທຸກຊົ່ວອາຍຸຂອງປະຊາຊົນຂອງເຈົ້າ, ຊາຍໃດທີ່ເປັນເຊື້ອສາຍຂອງອາໂຣນຈະກິນໄດ້ ເພາະເປັນສ່ວນເເບ່ງຂອງເຂົາຊຶ່ງເເບ່ງມາຈາກເຄື່ອງບູຊາຂອງພຣະຢາເວທີ່ຖວາຍດ້ວຍໄຟ. ໃຜກໍຕາມທີ່ເເຕະຕ້ອງຂອງຖວາຍເຫລົ່ານັ້ນກໍຈະກາຍເປັນຄົນບໍຣິສຸດ."
\s5
\v 19 ເເລ້ວພຣະຢາເວໄດ້ຕັດເເກ່ໂມເຊອີກວ່າ,
\v 20 "ນີ້ຄືເຄື່ອງບູຊາສຳລັບອາໂຣນ ເເລະບັນດາລູກຊາຍຂອງເຂົາ, ທີ່ຈະຕ້ອງຖວາຍເເດ່ພຣະຢາເວເມື່ອລູກຊາຍເເຕ່ລະຄົນໄດ້ຮັບການເຈີມ: ໃຫ້ເອົາເເປ້ງເຂົ້າຢ່າງດີສອງກິໂລກຣາມເຊັ່ນດຽວກັນກັບເຄື່ອງພືດຜົນບູຊາທີ່ຖວາຍປະຈຳ, ຕອນເຊົ້າຖວາຍເຄິ່ງຫນຶ່ງ ຕອນເເລງຖວາຍອີກເຄິ່ງຫນຶ່ງ.
\s5
\v 21 ໃຫ້ປົນແປ້ງກັບນຳ້ມັນ ເເລ້ວທອດໃນຫມໍ້ເມື່ອສຸກແລ້ວ. ຈຶ່ງເອົາເຂົ້າມາເປັນຕ່ອນເຈົ້າຈະຖວາຍເຄື່ອງພືດຜົນບູຊາເພື່ອເກີດກິ່ນຫອມສຳຫລັບພຣະຢາເວ.
\v 22 ລູກຂອງມະຫາປະໂຣຫິດຈະເປັນມະຫາປະໂຣຫິດຄົນໃຫມ່ຈາກທ່າມກາງບັນດາລູກຊາຍຂອງເຂົາຈະຕ້ອງຖວາຍເຄື່ອງບູຊານີ້ໃຫ້ເປັນຄຳສັ່ງໄວ້ຕະຫລອດໄປ. ເຄື່ອງບູຊາທັງຫມົດນັ້ນຈະຕ້ອງເຜົາຖວາຍແດ່ພຣະຢາເວ.
\v 23 ເຄື່ອງບູຊາປະໂຣຫິດທັງຫມົດຈະຕ້ອງເຜົາຈົນຫມົດຈະຕ້ອງບໍ່ເອົາມາກິນ."
\s5
\v 24 ພຣະຢາເວໄດ້ຕັດສັ່ງແກ່ໂມເຊວ່າ, "
\v 25 ຈົ່ງບອກອາໂຣນວ່າ ຈົ່ງບອກອາໂຣນເເລະບັນດາລູກຊາຍຂອງເຂົາວ່າ "ນີ້ເປັນກົດບັນຍັດເລື່ອງເຄື່ອງບູຊາລົບລ້າງບາບ: ເຄື່ອງບູຊາລົບລ້າງບາບຈະຕ້ອງຖືກຂ້າໃນບໍລິເວນທີ່ໃຊ້ຂ້າເຄື່ອງເຜົາບູຊາຕໍ່ພຣະພັກພຣະຢາເວ. ນີ້ເປັນສິ່ງບໍຣິສຸດທີ່ສຸດ.
\v 26 ປະໂຣຫິດຜູ້ຖວາຍເຄື່ອງບູຊາລົບລ້າງບາບ ຈະກິນເຄື່ອງບູຊາເຫລົ່ານັ້ນໄດ້. ເເລະຈະຕ້ອງກິນອາຫານໃນສະຖານທີ່ບໍຣິສຸດສັກສິດບ່ອນເດີນຂອງເຕັນນັດພົບ.
\s5
\v 27 ແມ່ນຫຍັງກໍ່ຕາມທີ່ຖືກຕ້ອງເນື້ອຂອງເຄື່ອງບູຊານັ້ນກໍ່ຈະກາຍເປັນສິ່ງບໍຣິສຸດ, ຖ້າເຄື່ອງນຸ່ງຜືນໃດຖືກເລືອດສັດເຈົ້າຈະຕ້ອງຊັກລ້າງ, ບ່ອນສ່ວນທີ່ມີເລືອດນັ້ນ, ໃນສະຖານທີ່ບໍຣິສຸດ.
\v 28 ເເຕ່ຫມໍ້ດິນຕົ້ມທີ່ໃຊ້ຕົ້ມເຄື່ອງບູຊານັ້ນຈະຕ້ອງທຸບ. ຖ້າຕົ້ມໃນຫມໍ້ທອງເຫລືອງ, ຈະຕ້ອງຂັດເເລະລ້າງໃຫ້ສະອາດດ້ວຍນຳ້.
\s5
\v 29 ຊາຍທຸກຄົນໃນຖ່າມກາງພວກປະໂຣຫິດສາມາດກິນເຄື່ອງບູຊາບາງສ່ວນໄດ້ເພາະເປັນສິ່ງທີ່ບໍຣິສຸດທີ່ສຸດ.
\v 30 ເເຕ່ເຄື່ອງບູຊາລົບລ້າງບາບທີ່ນຳເຂົ້າມາໃນເຕັນນັດພົບເພື່ອເຮັດການລ້າງບາບໃນສະຖານທີ່ສັກສິດເເລ້ວ ຫ້າມກິນຊີ້ນສັດນັ້ນ. ເເຕ່ໃຫ້ເຜົາໄຟເສຍ.
\s5
\c 7
\cl ບົດທີ 7
\p
\v 1 ນີ້ເປັນກົດເກນຂອງເຄື່ອງບູຊາໄຖ່ຄວາມຜິດນີ້ແມ່ນເປັນສິ່ງທີ່ບໍລິສຸດທີ່ສຸດ.
\v 2 ພວກເຂົາຕ້ອງຂ້າເຄື່ອງບູຊາໄຖ່ຄວາມຜິດບາບໃນສະຖານທີ່ຕຽມໄວ້ສຳລັບຂ້າເຄື່ອງບູຊາ, ແລະພວກເຂົາຕ້ອງຊິດເລືອດຂອງເຄື່ອງບູຊາອ້ອມຮອບເຄື່ອງເຜົາບູຊາທຸກດ້ານ.
\v 3 ໄຂມັນໃນເຄື່ອງບູຊານັ້ນຈະຕ້ອງຖວາຍທັງຫມົດ: ມີໄຂມັນທີ່ຫາງ, ໄຂມັນທີ່ຫຸ້ມເຄື່ອງໃນ,
\v 4 ຫມາກໄຂ່ຫລັງທັງສອງຂ້າງ, ແລະ ໄຂມັນທີ່ຫຸ້ມຕັບ, ພ້ອມກັບຫມາກໄຂ່ຫລັງທັງຫມົດນີ້ຕ້ອງເອົາອອກ.
\s5
\v 5 ປະໂຣຫິດຕ້ອງເຜົາຊິ້ນສ່ວນເຫລົ່ານັ້ນເທິງແທ່ນບູຊາທີ່ຖວາຍດ້ວຍໄຟແດ່ພຣະຢາເວ. ນີ້ເປັນເຄື່ອງບູຊາໄຖ່ຄວາມຜິດ.
\v 6 ຜູ້ຊາຍທຸກຄົນໃນຖ່າມກາງປະໂຣຫິດສາມາດກິນສ່ວນຂອງເຄື່ອງບູຊານີ້ໄດ້. ເຄື່ອງບູຊາຕ້ອງກິນໃນສະຖານທີ່ບໍລິສຸດເນື່ອງຈາກເປັນສິ່ງບໍລິສຸດທີ່ສຸດ.
\s5
\v 7 ເຄື່ອງບູຊາລົບລ້າງບາບກໍ່ເຊັ່ນດຽວກັນເຄື່ອງບູຊາໄຖ່ຄວາມຜິດ. ທັງສອງຢ່າງນີ້ໃຊ້ກົດເກນແບບດຽວກັນ. ເຄື່ອງບູຊາເຫລົ່ານັ້ນຕົກເປັນຂອງປະໂຣຫິດຜູ້ເຮັດການລ້າງບາບດ້ວຍເຄື່ອງບູຊາ.
\v 8 ປະໂຣຫິດທີ່ຖວາຍເຄື່ອງເຜົາບູຊາຂອງໃຜກໍ່ຕາມສາມາດເກັບຫນັງຂອງໃຜກໍ່ຕາມທີ່ແທ່ນບູຊານັ້ນໄວ້ສຳລັບຕົນເອງໄດ້.
\s5
\v 9 ເຄື່ອງບູຊາທຸກຢ່າງທີ່ອົບໃນເຕົາອົບ, ເເລະເຄື່ອງບູຊາເເບບດຽວກັນທີ່ເຮັດໃຫ້ສຸກໃນຫມໍ້ກະທະຫລືໃນເຫລັກປີ້ງຈະຕົກເປັນຂອງປະໂຣຫິດຜູ້ທີ່ໄດ້ຖວາຍເຄື່ອງບູຊານັ້ນ.
\v 10 ເຄື່ອງບູຊານັ້ນເເບບເເຫ້ງ ຫລື ເເບບປະສົມກັບກັບນຳ້ມັນ, ຈະຕົກເປັນເຊື້ອສາຍຂອງອາໂຣນທັງຫມົດໂດຍເທົ່າທຽມກັນ.
\s5
\v 11 ນີ້ເປັນກົດເກນຂອງເຄື່ອງບູຊາແຫ່ງສັນຕິບູຊາທີ່ປະຊາຊົນຈະນຳມາຖວາຍແດ່ພຣະຢາເວ.
\v 12 ຜູ້ໃດຖວາຍເຄື່ອງບູຊາເປັນການຂອບພະຄຸນ, ເຂົາຕ້ອງຖວາຍເຄື່ອງບູຊາທີ່ເປັນເຂົ້າຈີ່ທີ່ເຮັດຂຶ້ນໂດຍບໍ່ໃສ່ເຊື້ອແປ້ງແຕ່ປະສົມນຳ້ມັນ ຫລືເຄັກທີ່ເຮັດໂດຍບໍ່ໃສ່ເຊື້ອແປ້ງ, ແຕ່ແຜ່ເປັນແຜ່ນທາດ້ວຍນຳ້ມັນ ແລະ ເຄັກທີ່ເຮັດຈາກແປ້ງຢ່າງດີປະສົມນຳ້ມັນ.
\s5
\v 13 ແລະເມື່ອເປັນໄປຕາມຈຸດປະສົງແຫ່ງການຖວາຍຂອບພະຄຸນ, ເຂົາຖວາຍເຂົ້າຈີ່ທີ່ເຮັດຂຶ້ນໂດຍໃສ່ເຊື້ອແປ້ງ ຮ່ວມກັບເຄື່ອງບູຊາເເຫ່ງສັນຕິບູຊາ.
\v 14 ເຂົາຕ້ອງຖວາຍຢ່າງລະກ້ອນຂອງເຄື່ອງບູຊາເຫລົ່ານີ້ໃຫ້ເປັນເຄື່ອງບູຊາແດ່ພຣະຢາເວ. ເຄື່ອງບູຊາຕົກເປັນຂອງປະໂຣຫິດຜູ້ທີ່ເອົາເລືອດສັດໄປຊິດໃສ່ເເທ່ນບູຊາ.
\s5
\v 15 ຜູ້ທີ່ຖວາຍສັນຕິບູຊາເພື່ອເປັນການຖວາຍຂອບພະຄຸນຕ້ອງກິນເນື້ອຂອງເຄື່ອງບູຊາທີ່ເຂົາຖວາຍໃນວັນທີ່ເຂົາຖວາຍເຄື່ອງບູຊາ. ເຂົາຕ້ອງບໍ່ເຫລືອໄວ້ຈົນຮອດຕອນເຊົ້າ
\v 16 ແຕ່ຖວາຍເຄື່ອງບູຊາທີ່ເຂົາເຮັດຖວາຍມີຈຸດປະສົງເພື່ອການປະຕິຍານຕົນ ຫລືມີຈຸດປະສົງໂດຍການຖວາຍໂດຍສະຫມັກໃຈ, ຊີ້ນນັ້ນຕ້ອງກິນໃນວັນທີ່ເຂົາຖວາຍເຄື່ອງບູຊາຂອງເຂົາ, ແຕ່ສິ່ງໃດທີ່ເຫລືອນັ້ນໃຫ້ກິນໃນມື້ຖັດມາໄດ້.
\s5
\v 17 ຢ່າງໃດກໍ່ດີ, ເເຕ່ຖ້າຊີ້ນຂອງເຄື່ອງບູຊາເຫລືອຮອດມື້ທີສາມໃຫ້ເຜົາເສຍ.
\v 18 ຖ້າຊີ້ນຂອງເຄື່ອງບູຊາໃດທີ່ມາຈາກສັນຕິບູຊາຖືກກິນໃນວັນທີ່ສາມ, ຈະບໍ່ເປັນທີ່ຍອມຮັບ, ເເລະ ເຊື່ອມເສຍຊື່ສຽງຂອງຜູ້ຖວາຍເຄື່ອງບູຊາ. ເປັນສິ່ງທີ່ຫນ້າລັງກຽດ, ເເລະຜູ້ທີ່ກິນຊີ້ນນັ້ນຈະເເບກຮັບຄວາມຜິດບາບ ເເຫ່ງການເຮັດບາບຂອງເຂົາ.
\s5
\v 19 ຫ້າມກິນຊີ້ນໃດໆທີ່ໄປປະສົມກັບສິ່ງທີ່ບໍ່ສະອາດ. ຕ້ອງເຜົາເສຍ. ສ່ວນຊີ້ນສ່ວນອື່ນນັ້ນ, ໃຜກໍ່ຕາມທີ່ສະອາດກໍ່ສາມາດກິນໄດ້.
\v 20 ເເຕ່ຄົນໃດບໍ່ສະອາດທີ່ກິນຊີ້ນຈາກເຄື່ອງບູຊາເເຫ່ງສັນຕິບູຊາທີ່ເປັນຂອງພຣະຢາເວ ຄົນນັ້ນຕ້ອງຖືກຕັດອອກຈາກປະຊາຊົນຂອງເຮົາ.
\s5
\v 21 ຖ້າຜູ້ໃດເເຕະຕ້ອງສິ່ງທີ່ບໍ່ສະອາດໃດຂອງມະນຸດ ຫລືສັດປ່າທີ່ບໍ່ສະອາດ, ຫລືຈາກບາງຢ່າງທີ່ບໍ່ສະອາດເເລະຫນ້າລັງກຽດ, ເເລະຖ້າເຂົາມາກິນຊີ້ນເຄື່ອງບູຊາເເຫ່ງສັນຕິບູຊາທີ່ເປັນຂອງພຣະຢາເວ, ຄົນນັ້ນຕ້ອງຖືກຕັດອອກຈາກປະຊາຊົນຂອງເຂົາເອງ.
\s5
\v 22 ແລ້ວພຣະຢາເວສັ່ງແກ່ໂມເຊວ່າ,
\v 23 " ຈົ່ງບອກແກ່ປະຊາຊົນອິດສະຣາເອນວ່າ,' ເຈົ້າຕ້ອງບໍ່ກິນໄຂມັນຂອງງົວ ຫລື ແກະຫລືແບ້.
\v 24 ໄຂມັນຂອງສັດທີ່ຕາຍນອກຈາກການຖວາຍເປັນເຄື່ອງບູຊາ ຫລືໄຂມັນຂອງສັດທີ່ ຖືກສັດປ່າກັດກິນ, ອາດຈະເອົາໄປໃຊ້ເພື່ອຈຸດປະສົງອື່ນໄດ້, ແຕ່ຫ້າມບໍ່ໃຫ້ພວກເຈົ້າກິນ.
\s5
\v 25 ໃຜກໍ່ຕາມທີ່ກິນໄຂມັນຂອງສັດທີ່ຜູ້ຄົນສາມາດເອົາມາຖວາຍດ້ວຍໄຟແດ່ພຣະຢາເວ, ບຸກຄົນນັ້ນຕ້ອງຖືກຕັດອອກຈາກປະຊາຊົນຂອງເຂົາ.
\v 26 ພວກເຂົາຕ້ອງບໍ່ກິນເລືອດໃດໆທັງຫມົດ ບໍ່ວ່າຢູ່ໃນເຮືອນຂອງພວກເຈົ້າ, ບໍ່ວ່າເລືອດນັ້ນຈະມາຈາກນົກຫລືສັດ.
\v 27 ໃຜກໍ່ຕາມທີ່ກິນເລືອດໃດໆກໍ່ຕາມ ຄົນນັ້ນຕ້ອງຖືກຕັດອອກຈາກປະຊາຊົນຂອງເຂົາ."
\s5
\v 28 ດັ່ງນັ້ນພຣະຢາເວກ່າວແກ່ໂມເຊວ່າ,
\v 29 ຈົ່ງບອກແກ່ປະຊາຊົນອິດສະຣາເອນວ່າ, "ຜູ້ທີ່ຖວາຍເຄື່ອງບູຊາເເຫ່ງສັນຕິບູຊາເເດ່ພຣະຢາເວ ຕ້ອງນຳເຄື່ອງບູຊາຂອງເຂົາມາຖວາຍເເດ່ພຣະຢາເວ ຕ້ອງນຳສ່ວນຂອງເຄື່ອງບູຊາມາຖວາຍເເດ່ພຣະຢາເວ.
\v 30 ເຄື່ອງຖວາຍດ້ວຍໄຟເເດ່ພຣະຢາເວ. ເຂົາຕ້ອງນຳມາຖວາຍດ້ວຍມືຂອງຕົນເອງ. ເຂົາຕ້ອງນຳໄຂມັນມາພ້ອມກັບຊີ້ນຫນ້າເອິກ ເເລ້ວເອົາຊີ້ນຫນ້າເອິກນັ້ນໃຫ້ເປັນເຄື່ອງບູຊາຖວາຍຕໍ່ພຣະພັກພຣະຢາເວ.
\s5
\v 31 ປະໂຣຫິດຕ້ອງເຜົາໄຂມັນນັ້ນເທິງແທ່ນບູຊາ, ແຕ່ຊີ້ນຫນ້າເອິກນັ້ນຈະຕົກເປັນຂອງອາໂຣນ ເເລະ ເຊື້ອສາຍຂອງເຂົາ.
\v 32 ເຈົ້າຕ້ອງມອບຂາຂວາດ້ານຫລັງສັດໃຫ້ເເກ່ປະໂຣຫິດໃຫ້ເປັນສ່ວນທີ່ຖວາຍທີ່ແທ່ນບູຊາແຫ່ງສັນຕິບູຊາຂອງເຈົ້າ.
\s5
\v 33 ປະໂຣຫິດເປັນ, ເຊື້ອສາຍຂອງອາໂຣນຊຶ່ງເປັນຜູ້ທີ່ຖວາຍເລືອດຂອງສັນຕິບູຊາ ແລະໄຂມັນເຂົາຈະໄດ້ຮັບຂາຂວາເປັນສ່ວນແບ່ງຂອງເຂົາຈາກເຄື່ອງບູຊາ.
\v 34 ເພາະເຮົາໄດ້ເອົາຊີ້ນຫນ້າເອິກຂອງເຄື່ອງບູຊາຖວາຍ ແລະ ຕົ້ນຂາຊຶ່ງເປັນຂອງຖວາຍຈາກປະຊາຊົນອິດສະຣາເອນ, ແລະ ທັງຫມົດນັ້ນມອບໃຫ້ແດ່ອາໂຣນຜູ້ທີ່ເປັນປະໂຣຫິດຂອງບັນດາບຸດຂອງເຂົາຕາມສ່ວນແບ່ງຕາມປົກກະຕິຂອງພວກເຂົາ.
\s5
\v 35 ນີ້ແມ່ນສ່ວນແບ່ງສຳລັບອາໂຣນ ເເລະເຊື້ອສາຍຂອງເຂົາຈາກເຄື່ອງບູຊາຕ່າງໆ ທີ່ຖວາຍແດ່ພຣະຢາເວດ້ວຍໄຟ, ໃນວັນທີ່ໂມເຊຖວາຍພວກເຂົາໃຫ້ປະຕິບັດຮັບໃຊ້ພຣະຢາເວດ້ານວຽກງານເເຫ່ງການເປັນປະໂຣຫິດ.
\v 36 ນີ້ເປັນສ່ວນແບ່ງທີ່ພຣະຢາເວໄດ້ບັນຊາໃຫ້ເອົາຈາກປະຊາຊົນອິດສະຣາເອນ, ເເລະ ຍົກໃຫ້ແກ່ພວກເຂົາ ໃນວັນທີ່ເຂົາເຈີມຕັ້ງປະໂຣຫິດ. ນີ້ຈະເປັນສ່ວນເເບ່ງຂອງເຂົາຊົ່ວລຸ້ນອາຍຸ.
\s5
\v 37 ນີ້ເປັນກົດເກນຂອງເຄື່ອງເຜົາບູຊາ, ເຄື່ອງພືດຜົນບູຊາ ເຄື່ອງບູຊາໄຖ່ຄວາມຜິດ ເຄື່ອງບູຊາຊຳລະລ້າງບາບ, ເຄື່ອງຖວາຍບູຊາ, ພິທີບູຊາໃຫ້ບໍລິສຸດ, ເເລະເຄື່ອງບູຊາແຫ່ງສັນຕິບູຊາ,
\v 38 ຊຶ່ງພຣະຢາເວໄດ້ຊົງບັນຊາແກ່ໂມເຊເທິງພູຊີນາຍ ໃນວັນທີ່ໂມເຊໄດ້ສັ່ງໃຫ້ປະຊາຊົນອິດສະຣາເອນ ຖວາຍເຄື່ອງບູຊາ ແດ່ພຣະຢາເວໃນຖິ່ນທຸລະກັນດານຊີນາຍ."
\s5
\c 8
\cl ບົດທີ 8
\p
\v 1 ພຣະຢາເວກ່າວເເກ່ໂມເຊວ່າ,
\v 2 "ຈົ່ງນຳອາໂຣນ ແລະ ບັນດາລູກຊາຍຂອງເຂົາມາພ້ອມກັບເຂົາ, ນຳເສື້ອຄຸມ ແລະ ນຳ້ມັນເຈີມສຳລັບເຄື່ອງບູຊາລຶບລ້າງບາບ, ແກະໂຕຜູ້ສອງໂຕ, ແລະຂະຫນົມປັງບໍ່ມີເຊື້ອແປ້ງຫນຶ່ງກະຕ່າ.
\v 3 ໃຫ້ຊຸມນຸມຊົນມາປະຊຸມກັນຢູ່ທາງຫນ້າທາງເຂົ້າເຕັນນັດພົບ."
\s5
\v 4 ດັ່ງນັ້ນໂມເຊກໍ່ເຮັດຕາມທີ່ພຣະຢາເວໄດ້ຊົງບັນຊາເຂົາ ແລະຊຸມນຸມຊົນກໍ່ມາພ້ອມກັນຫນ້າທາງເຂົ້າເຕັນນັດພົບ.
\v 5 ແລ້ວໂມເຊບອກຊຸມນຸມຊົນວ່າ, "ນີ້ແມ່ນສິ່ງທີ່ພຣະຢາເວໄດ້ຊົງບັນຊາໃຫ້ເຮັດ."
\s5
\v 6 ໂມເຊໄດ້ນຳເອົາອາໂຣນແລະລູກຊາຍຂອງອາໂຣນມາແລະໄດ້ລ້າງຊຳລະເຂົາດ້ວຍນຳ້.
\v 7 ໂມເຊໄດ້ເອົາຊຸດໃສ່ໃຫ້ອາໂຣນ, ແລະມັດຜ້າຮອບແອວເຂົາໃສ່ເສື້ອໃຫ້ເຂົາ ແລ້ວໃສ່ເອໂຟດໃຫ້ເຂົາ ແລະໂມເຊໄດ້ຮັດເອໂຟດດ້ວຍຜ້າມັດແອວທຸກຢ່າງຮອບໂຕເຂົາດີແລະມັດເອໂຟດໃຫ້ຕິດກັບອາໂຣນ.
\s5
\v 8 ໂມເຊໄດ້ສວມເຄື່ອງປ້ອງກັນຫນ້າເອິກໃຫ້ເເກ່ອາໂຣນ, ແລະ ໄດ້ໃສ່ອຸຣິມ ເເລະ ທຸມມິມໃສ່ໃນນັ້ນດ້ວຍ.
\v 9 ໂມເຊໄດ້ມັດຜ້າໃສ່ຫົວອາໂຣນ, ດ້ານຫນ້າຂອງຜ້າມາລາ, ໂມເຊໄດ້ມັດແຜ່ນທອງຄຳເປັນມົງກຸດ, ທີ່ບໍລິສຸດຕາມທີ່ພຣະຢາເວໄດ້ຊົງບັນຊາເຂົາ.
\s5
\v 10 ໂມເຊໄດ້ເອົານຳ້ມັນເຈີມ, ໄປເຈີມຫໍເຕັນສັກສິດພ້ອມກັບທຸກສິ່ງຢູ່ໃນນັ້ນ ເເລະເເຍກສິ່ງເຫລົ່ານັ້ນໄວ້ຕ່າງຫາກເເດ່ພຣະຢາເວ.
\v 11 ເຂົາໄດ້ເອົານຳ້ມັນຊິດໃສ່ເເທ່ນບູຊາເຈັດຄັ້ງ. ແລະເຈີມເເທ່ນບູຊາແລະ ເຄື່ອງໃຊ້ປະຈຳເຄື່ອງບູຊາທັງຫມົດ, ເເລະອ່າງລ້າງຊຳລະຖ້ານຮອງ, ເພື່ອເເຍກສິ່ງເຫລົ່ານັ້ນໄວ້ຕ່າງຫາກເເດ່ພຣະຢາເວ.
\s5
\v 12 ໂມເຊໄດ້ຖອກນຳ້ມັນເຈີມໃສ່ຫົວຂອງອາໂຣນເເນ່ ເເລະໄດ້ເຈີມເຂົາໄວ້ເພື່ອເເຍກຕ່າງຫາກ.
\v 13 ໂມເຊໄດ້ນຳລູກຂອງອາໂຣນມາເເລ້ວໃສ່ຊຸດໃຫ້ເຂົາ. ໂມເຊໄດ້ເອົາຜ້າມັດເເອວພວກເຂົາ ເເລະເອົາຜ້າປ່ານມັດຫົວພວກເຂົາ, ຕາມທີ່ພຣະຢາເວໄດ້ຊົງບັນຊາໄວ້.
\s5
\v 14 ໂມເຊໄດ້ນຳງົວມາເປັນເຄື່ອງບູຊາລົບລ້າງບາບ, ແລະອາໂຣນ ແລະບັນດາລູກຂອງເຂົາໄດ້ວາງມືຂອງເຂົາເທິງຫົວງົວທີ່ພວກເຂົານຳມາເປັນເຄື່ອງບູຊາລົບລ້າງບາບ.
\v 15 ໂມເຊໄດ້ຂ້າງົວນັ້ນ ແລະເອົາມືຂອງເຂົາຈຸ່ມເລືອດເເລ້ວໄປເຈີມໃສ່ຕີນເເທ່ນບູຊາ, ຊຳລະເເທ່ນບູຊາໃຫ້ບໍຣິສຸດ ແລະຖອກເລືອດໃສ່ແທ່ນບູຊາ, ແລະແຍກໄວ້ຕ່າງຫາກສຳລັບພຣະເຈົ້າເພື່ອເຮັດການລົບມົນທິນຂອງແທ່ນບູຊານັ້ນ.
\s5
\v 16 ໂມເຊໄດ້ເອົາໄຂມັນທັງຫມົດທີ່ຫຸ້ມເຄື່ອງໃນ, ທີ່ຫຸ້ມຕັບ ເເລະ ຫມາກໄຂ່ຫລັງທັງສອງຂ້າງ ເລະໄຂມັນຂອງຫມາກໄຂ່ຫລັງ, ເເລະໂມເຊໄດ້ເຜົາທັງຫມົດນັ້ນເທິງເເທ່ນບູຊາ
\v 17 ເເລະງົວໂຕນັ້ນຫນັງຂອງມັນຊີ້ນຂອງມັນ ເເລະຂີ້ຂອງມັນ ເຂົາໄດ້ເອົາໄປເຜົານອກຄ້າຍ, ຕາມທີ່ພຣະຢາເວໄດ້ຊົງບັນຊາໄວ້.
\s5
\v 18 ໂມເຊໄດ້ຖວາຍເເກະຜູ້ເປັນເຄື່ອງເຜົາບູຊາ, ເເລະອາໂຣນ ເເລະບັນດາລູກຊາຍຂອງເຂົາໄດ້ວາງມືຂອງເຂົາເທິງຫົວເເກະຜູ້ໂຕນັ້ນ.
\v 19 ໂມເຊໄດ້ຂ້າເເກະ ເເລະເອົາເລືອດຂອງເເກະນັ້ນຊິດຮອບເເທ່ນບູຊາ.
\s5
\v 20 ເຂົາໄດ້ຕັດແກະອອກເປັນຕ່ອນ ເເລະໄດ້ເຜົາສ່ວນຫົວເລະຊິ້ນສ່ວນຕ່າງໆເເລະໄຂມັນ
\v 21 ເຂົາໄດ້ລ້າງເຄື່ອງໃນ ເເລະ ສ່ວນຂາດ້ວຍນຳ້, ເເລະເຂົາໄດ້ເຜົາແກະຜູ້ທັງຫມົດນັ້ນເທິງເທ່ນບູຊາ. ນີ້ເປັນເຄື່ອງເຜົາບູຊາ ເເລະເກີດເປັນກີ່ນຫອມ. ເປັນເຄື່ອງບູຊາທີ່ຖວາຍເເດ່ພຣະຢາເວດ້ວຍໄຟຕາມທີ່ພຣະຢາເວໄດ້ຊົງບັນຊາໂມເຊໄວ້.
\s5
\v 22 ເເລ້ວໂມເຊໄດ້ຖວາຍເເກະຜູ້ໂຕຫນຶ່ງເປັນເເກະຜູ້ທີ່ເປັນເຄື່ອງສະຖາປະນາ, ເເລະອາໂຣນ ເເລະລູກຊາຍຂອງເຂົາໄດ້ວາງມືຂອງເຂົາເທິງຫົວເເກະຜູ້ນັ້ນ.
\v 23 ອາໂຣນໄດ້ຂ້າເເກະ, ເເລະໂມເຊໄດ້ເອົາເລືອດໄປເຈີມປາຍຫູດ້ານຂວາຂອງອາໂຣນ, ເເລະຫົວໂປ້ມືດ້ານຂວາຂອງເຂົາ
\v 24 ໂມເຊໄດ້ນຳລູກຊາຍຂອງອາໂຣນ, ເເລະເຂົາໄດ້ເອົາເລືອດເເຕະປາຍຫູຂ້າງຂວາຂອງເຂົາ, ທີ່ນິ້ວມືຂວາຂອງພວກເຂົາ ເເລະທີ່ຫົວໂປ້ມືຂອງເຂົາ. ເເລ້ວໂມເຊກໍຊິດເລືອດນັ້ນຮອບທຸກດ້ານຂອງເເທ່ນບູຊາ.
\s5
\v 25 ໂມເຊໄດ້ເອົາໄຂມັນ, ເເລະຫາງທີ່ມີໄຂມັນ, ເເລະໄຂມັນທີ່ຕິດກັບເຄື່ອງໃນ, ທີ່ຫຸ້ມຕັບ, ຫມາກໄຂ່ຫລັງສອງຂ້າງເເລະໄຂມັນຂອງມັນ, ເເລະຂາຂວາທາງຫລັງ.
\v 26 ໂມເຊໄດ້ເອົາເຂົ້າຈີ່ບໍ່ມີເຊື້ອເເປ້ງກ້ອນຫນຶ່ງຈາກກະຕ່າທີ່ວາງຕໍ່ພະພັກພຣະຢາເວ, ເຂົາເອົາເຂົ້າຫນົມບໍ່ມີເຊື້ອເເປ້ງມາຫນຶ່ງກ້ອນ, ເເລະ ເຂົ້າຫນົມປັງປະສົມນຳ້ມັນຫນຶ່ງກ້ອນ ແລະ ເຜົາເຂົ້າຫນົມເເຜ່ນຫນຶ່ງເເຜ່ນ ເເລະ ວາງທັງຫມົດນັ້ນເທິງໄຂມັນ ເເລະ ວາງໃສ່ຂາຂວາເບື້ອງທາງຫລັງ.
\v 27 ໂມເຊໄດ້ເອົາທັງຫມົດນີ້ວາງໃສ່ໃນມືຂອງອາໂຣນ ເເລະ ໃນມືຂອງບັນດາລູກຊາຍຂອງເຂົາ ເເລະ ໄດ້ຍື່ນຕໍ່ພຣະພັກພຣະຢາເວເປັນເຄື່ອງບູຊາຍື່ນຖວາຍ.
\s5
\v 28 ໂມເຊໄດ້ເອົາທັງຫມົດນັ້ນອອກຈາກມືຂອງພວກເຂົາ ເເລະເຜົາທັງຫມົດນັ້ນເທິງແທ່ນບູຊາໃຫ້ເປັນເຄື່ອງເຜົາບູຊາ. ທັງຫມົດນີ້ເປັນເຄື່ອງບູຊາເເຫ່ງການຖວາຍສະຖາປະນາເເລະເກີດເປັນກິ່ນຫອມ. ທີ່ເປັນເຄື່ອງບູຊາດ້ວຍໄຟຖວາຍເເດ່ພຣະຢາເວ.
\v 29 ໂມເຊໄດ້ເອົາຊີ້ນຫນ້າເອິກເເລະບົດຊີ້ນໃຫ້ເປັນເຄື່ອງບູຊາຖວາຍເເດ່ພຣະຢາເວ. ນີ້ເເມ່ນສ່ວນເເບ່ງຂອງໂມເຊຈາກເເກະໂຕຜູ້ທີ່ໃຊ້ໃນການເເຕ່ງຕັ້ງປະໂຣຫິດ, ຕາມທີ່ພຣະຢາເວໄດ້ຊົງບັນຊາໄວ້.
\s5
\v 30 ໂມເຊໄດ້ເອົານຳ້ມັນເຈີມ ເເລະ ເລືອດທີ່ຢູ່ເທິງເເທ່ນບູຊາ; ມາຊິດໃສ່ອາໂຣນ, ເເລະພວກລູກຊາຍຂອງລາວ, ເເລະ ຊິດໃສ່ເທິງເສື້ອຜ້າຂອງບັນດາລູກຊາຍຂອງເຂົາ ເເລະຊິດໃສ່ໂຕຂອງເຂົາດ້ວຍ ດ້ວຍວິທີນີໂມເຊໄດ້ເເຍກເອົາອາໂຣນ ເເລະ ເສື້ອຜ້າຂອງເຂົາ. ເເລະບັນດາລູກຊາຍຂອງເຂົາ ເເລະ ເສື້ອຜ້າຂອງພວກເຂົາໄວ້ຕ່າງຫາກ, ສະເພາະພຣະຢາເວ.
\s5
\v 31 ດັ່ງນັ້ນໂມເຊໄດ້ກ່າວເເກ່ອາໂຣນ ເເລະລູກຊາຍຂອງເຂົາວ່າ, "ຈົ່ງຕົ້ມຊີ້ນບ່ອນທາງເຂົ້າຂອງເຕັນນັດພົບ, ເເລະ ໃຫ້ກິນຊີ້ນ ເເລະ ເຂົ້າຈີ່ຈາກກະຕ່າຂອງເຄື່ອງບູຊາເພື່ອການສະຖາປະນາທີ່ນັ້ນ, ຕາມທີ່ໄດ້ສັ່ງໄວ້ວ່າ, "ອາໂຣນ ເເລະ ບັນດາລູກຊາຍຂອງເຂົາຈະກິນ."
\v 32 ຊີ້ນ ເເລະ ເຂົ້າຈີ່ທີ່ເຫລືອໃຫ້ພວກທ່ານເຜົາເສຍ.
\v 33 ພວກທ່ານຕ້ອງບໍ່ອອກໄປຈາກທາງເຂົ້າເຕັນນັດພົບເປັນເວລາເຈັດມື້ຈົນກວ່າວັນເເຫ່ງສະຖາປະນາຈະຄົບກຳນົດ. ເພາະພຣະຢາເວຈະຊົງສະຖາປະນາພວກທ່ານເປັນເວລາເຈັດວັນ.
\s5
\v 34 ສິ່ງທີ່ໄດ້ກຳນົດໃນວັນນີ້ພຣະຢາເວໄດ້ຊົງບັນຊາໃຫ້ເຮັດເພື່ອເປັນການລົບລ້າງບາບໃຫ້ແກ່ພວກທ່ານ.
\v 35 ພວກທ່ານຈະຕ້ອງຢູ່ຫນ້າທາງເຂົ້າເຕັນນັດພົບ, ທັງກາງເວັນເເລະກາງຄືນເປັນເວລາເຈັດວັນເເລະເພື່ອເປັນການຮັກສາພຣະບັນຍັດຂອງພຣະຢາເວ, ເພື່ອພວກທ່ານຈະບໍ່ຕາຍ ເພາະນີ້ເປັນຄໍາທີ່ເຮົາໄດ້ສັ່ງໄວ້."
\v 36 ດັ່ງນັ້ນອາໂຣນ ແລະ ບັນດາລູກຊາຍຂອງເຂົາໄດ້ເຮັດຕາມທຸກຢ່າງທີ່ພຣະຢາເວໄດ້ຊົງບັນຊາຜ່ານທາງໂມເຊ.
\s5
\c 9
\cl ບົດທີ 9
\p
\v 1 ໃນວັນທີ່ແປດໂມເຊໄດ້ເອີ້ນອາໂຣນ ແລະ ລູກຊາຍຂອງເຂົາ ແລະ ບັນດາພວກຜູ້ໃຫຍ່ຂອງອິດສະຣາເອນ.
\v 2 ໂມເຊໄດ້ບອກແກ່ອາໂຣນວ່າ "ຈົ່ງເອົາລູກງົວໂຕຫນຶ່ງມາຈາກຝູງສຳລັບເປັນເຄື່ອງບູຊາລົບລ້າງບາບ ເເລະ ແກະຜູ້ໂຕຫນຶ່ງທີ່ປາສະຈາກການຕຳຫນິ, ແລະ ຖວາຍທັງສອງຢ່າງຕໍ່ພຣະພັກພຣະຢາເວ.
\s5
\v 3 ເຈົ້າຕ້ອງບອກແກ່ປະຊາຊົນອິດສະຣາເອນວ່າ, "ຈົ່ງເອົາແກະຜູ້ໂຕຫນຶ່ງສຳລັບເປັນເຄື່ອງບູຊາລົບລ້າງບາບ ເເລະ ລູກງົວໂຕຫນຶ່ງ ເເລະ ລູກແກະໂຕຫນຶ່ງ ທັງຄູ່ຕ້ອງມີອາຍຸຫນຶ່ງປີ ແລະ ປາສະຈາການຕຳຫນິ, ສຳລັບເປັນເຄື່ອງເຜົາບູຊາ.
\v 4 ໃຫ້ເອົາງົວໂຕຫນຶ່ງ ເເລະ ເເກະຜູ້ໂຕຫນຶ່ງສຳລັບເປັນເຄື່ອງສັນຕິບູຊາມາຖວາຍເປັນເຄື່ອງບູຊາຕໍ່ພຣະພັກພຣະຢາເວ, ແລະ ເອົາເຄື່ອງພືດຜົນບູຊາທີ່ປະສົມນຳ້ມັນມາດ້ວຍເພາະໃນວັນນີ້ພຣະຢາເວຊົງປາດຖະຫນາແກ່ພວກທ່ານ."
\v 5 ດັ່ງນັ້ນພວກເຂົາໄດ້ເອົາທຸກຢ່າງທີ່ໂມເຊໄດ້ສັ່ງໄວ້ໄປທີ່ເຕັນນັດພົບ ແລະ ຊຸມນຸມອິດສະຣາເອນທັງຫມົດກໍເຂົ້າມາໃກ້ ແລະ ຢືນຕໍ່ພຣະພັກພຣະຢາເວ.
\s5
\v 6 ໂມເຊໄດ້ກ່າວວ່າ, "ນີ້ເເມ່ນສິ່ງທີ່ພຣະຢາເວໄດ້ຊົງບັນຊາໃຫ້ພວກທ່ານເຮັດເພື່ອພຣະສິຣິຂອງພຣະອົງຈະປະກົດແດ່ທ່ານທັງຫລາຍ."
\v 7 ເເລ້ວໂມເຊໄດ້ບອກເເກ່ອາໂຣນວ່າ, "ຈົ່ງເຂົ້າໄປໄກ້ເເທ່ນບູຊາຖວາຍເຄື່ອງບູຊາລົບລ້າງບາບ, ແລະເຄື່ອງເຜົາບູຊາຂອງທ່ານ ເເລະ ເຮັດການລົບມົນທິນສຳລັບໂຕຂອງທ່ານ ແລະ ສຳລັບປະຊາຊົນ, ເພື່ອຖວາຍເຄື່ອງບູຊາສຳລັບປະຊາຊົນເພື່ອລົບລ້າງມົນທິນບາບສຳລັບໂຕຂອງພວກເຂົາຕາມທີ່ພຣະຢາເວໄດ້ຊົງບັນຊາໄວ້."
\s5
\v 8 ດັ່ງນັ້ນອາໂຣນຈຶ່ງເຂົ້າໄປໃກ້ແທ່ນບູຊາ ແລະໄດ້ຂ້າລູກງົວເປັນເຄື່ອງບູຊາ, ລົບລ້າງບາບເພື່ອຕົນເອງ.
\v 9 ບັນດາລູກຂອງອາໂຣນກໍນຳເລືອດມາໃຫ້ເຂົາ, ເຂົາກໍເອົານິ້ວຈຸ່ມເລືອດ ແລະ ໄປເຈີມຂ້າງແທ່ນບູຊາ; ແລ້ວເຂົາກໍ່ຖອກເລືອດນັ້ນໃສ່ຂ້າງແທ່ນບູຊາ.
\s5
\v 10 ເຂົາໄດ້ເຜົາໄຂມັນ, ຫມາກໄຂ່ຫລັງ, ເເລະຜັງຜືດທີ່ຫຸມຕັບເທິງເເທ່ນບູຊາໃຫ້ເປັນເຄື່ອງບູຊາລົບລ້າງບາບ, ຕາມທີ່ພຣະຢາເວໄດ້ຊົງບັນຊາໂມເຊໄວ້.
\v 11 ເຂົາໄດ້ເຜົາຊີ້ນ ເເລະຫນັງພາຍນອກຄ້າຍພັກ.
\s5
\v 12 ອາໂຣນໄດ້ຂ້າສັດຂອງເຄື່ອງເຜົາບູຊາ, ແລະບັນດາລູກຂອງອາໂຣນໄດ້ເອົາເລືອດມາໃຫ້ເຂົາ ຊຶ່ງເຂົາໄດ້ເອົາເລືອດໄປຊິດໃສ່ເເທ່ນບູຊາທຸກດ້ານ.
\v 13 ແລ້ວບັນດາລູກຂອງອາໂຣນກໍສົ່ງເຄື່ອງບູຊາເເຕ່ລະອັນພ້ອມກັບຫົວໃຫ້ແກ່ອາໂຣນແລະອາໂຣນກໍເຜົາທັງຫມົດນັ້ນເທິງແທ່ນບູຊາ
\v 14 ອາໂຣນໄດ້ລ້າງເຄື່ອງໃນ ເເລະ ຂາສັດ ເເລະໄດ້ເຜົາທັງຫມົດນັ້ນເທິງເຄື່ອງເຜົາບູຊາທີ່ຢູ່ເທິງເເທ່ນບູຊາ.
\s5
\v 15 ອາໂຣນໄດ້ນຳແບ້ໂຕຫນຶ່ງມາຖວາຍເປັນເຄື່ອງບູຊາຂອງປະຊາຊົນ ເເລະ ເອົາແບ້ເປັນເຄື່ອງບູຊາສຳລັບໄຖ່ຄວາມຜິດບາບຂອງພວກເຂົາ, ແລະ ຂ້າເສຍອາໂຣນໄດ້ຖວາຍເເກະນັ້ນສຳລັບຄວາມຜິດບາບ, ດັ່ງທີ່ເຂົາໄດ້ເຮັດກັບແບ້ໂຕທຳອິດ.
\v 16 ອາໂຣນໄດ້ຖວາຍເຄື່ອງບູຊາ ເເລະໄດ້ຖວາຍເຄື່ອງບູຊາຕາມທີ່ພຣະຢາເວໄດ້ຊົງບັນຊາໄວ້.
\v 17 ອາໂຣນໄດ້ຖວາຍເຄື່ອງບູຊາ; ເຂົາໄດ້ນຳມາກຳມືຫນຶ່ງ ເເລະ ເຜົາເສຍເທິງເເທ່ນບູຊາໃນຕອນເຊົ້າ.
\s5
\v 18 ອາໂຣນໄດ້ຂ້າງົວໂຕຜູ້, ເເລະ ເເກະໂຕຜູ້ນັ້ນໃຫ້ເປັນເຄື່ອງສັນຕິບູຊາສຳລັບປະຊາຊົນ. ບັນດາລູກຂອງອາໂຣນໄດ້ນຳເລືອດມາໃຫ້ເຂົາ ຊຶ່ງເຂົາໄດ້ເອົາເລືອດມາຊິດໃສ່ແທ່ນບູຊາທຸກດ້ານ.
\v 19 ແຕ່ພວກເຂົາໄດ້ຕັດໄຂມັນເເກະຜູ້ ເເລະແບ້ໂຕຜູ້, ຫາງທີ່ມີໄຂມັນ, ໄຂມັນທີ່ຫຸ້ມເຄື່ອງໃນ, ຫມາກໄຂ່ຫລັງ ແລະ ຜັງພືດທີ່ຫຸ້ມຕັບ.
\s5
\v 20 ພວກເຂົາໄດ້ເອົາຊິ້ນສ່ວນຕ່າງໆທີ່ຖືກຫັ່ນອອກໄປວາງໄວ້ເທິງຊີ້ນອອກ, ເເລ້ວອາໂຣນກໍ່ເຜົາໄຂມັນນັ້ນເທິງແທ່ນບູຊາ.
\v 21 ອາໂຣນໄດ້ຍົກຊີ້ນອອກແລະຕົ້ນຂາຂວາຂຶ້ນເພື່ອໃຫ້ເປັນເຄື່ອງບູຊາໂບກຖວາຍແດ່ພຣະຢາເວ, ດັ່ງທີ່ໂມເຊໄດ້ກຳຫນົດສັ່ງໄວ້.
\s5
\v 22 ແລ້ວອາໂຣນກໍ່ຍົກມື້ຂຶ້ນຕໍ່ຫນ້າປະຊາຊົນເເລະອວຍພອນພວກເຂົາ; ເເລ້ວອາໂຣນກໍລົງມາຈາກການຖວາຍເຄື່ອງບູຊາລົບລ້າງບາບ ເຄື່ອງເຜົາບູຊາ, ເເລະສັນຕິບູຊາ.
\v 23 ໂມເຊກັບອາໂຣນໄດ້ເຂົ້າໄປເຕັນນັດພົບ, ເເລ້ວເມື່ອເຂົາທັງສອງໄດ້ອອກມາອີກຄັ້ງ ເເລະ ໄດ້ອວຍພອນປະຊາຊົນ ເເລະ ພຣະສິຣິພຣະຢາເວໄດ້ປະກົດເເກ່ປະຊາຊົນທັງປວງ.
\v 24 ແລ້ວມີໄຟພຸ່ງອອກມາຈາກພຣະຢາເວ ແລະ ເຜົາເຄື່ອງບູຊາ ແລະ ໄຂຂອງມັນທີ່ຢູ່ເທິງແທ່ນບູຊາ ເມື່ອປະຊາຊົນທັງປວງໄດ້ເຫັນເຫດການນີ້ ພວກເຂົາກໍເປັ່ງສຽງຂຶ້ນ ແລະ ກົ້ມຫນ້າລົງກັບພື້ນ.
\s5
\c 10
\cl ບົດທີ 10
\p
\v 1 ນາດາບແລະອາບີຮູ, ລູກຊາຍຂອງອາໂຣນ, ຕ່າງໄດ້ເອົາຫມໍ້ຂາງຂອງຕົນມາ, ແລະເອົາຖ່ານໄຟລົງໄປ, ແລ້ວໃສ່ເຄື່ອງຫອມ. ແລ້ວພວກເຂົາໄດ້ຖວາຍໄຟທີ່ຕ້ອງຫ້າມຕໍ່ພຣະພັກພຣະຢາເວ. ຊຶ່ງພຣະອົງບໍ່ໄດ້ຊົງບັນຊາໃຫ້ພວກເຂົາຖວາຍ.
\v 2 ດັ່ງນັ້ນຈຶ່ງມີໄຟອອກມາເຜົາຜານພວກເຂົາຕໍ່ພະພັກພຣະຢາເວ, ແລະ ພວກເຂົາໄດ້ຕາຍລົງຕໍ່ພຣະພັກພຣະຢາເວ.
\s5
\v 3 ແລ້ວໂມເຊໄດ້ບອກເເກ່ອາໂຣນວ່າ, "ນີ້ເເມ່ນສິ່ງທີ່ພຣະຢາເວໄດ້ກ່າວເຖິງເມື່ອພຣະອົງໄດ້ສັ່ງວ່າ, "ເຮົາຈະສຳເເດງຄວາມບໍຣິສຸດຂອງເຮົາເເກ່ບັນດາຜູ້ທີ່ເຂົ້າມາໃກ້ເຮົາ. ເຮົາຈະໄດ້ຮັບການຍົກຍ້ອງຕໍ່ຫນ້າຄົນທັງປວງ." ອາໂຣນກໍ່ເສີຍ ເເລະມິດງຽບ.
\v 4 ໂມເຊໄດ້ເອີ້ນມີຊາເອນ ເເລະເອນຊາຟັນ, ຜູ້ເປັນບຸດຊາຍຂອງອຸດຊີເອນ ລຸງຂອງອາໂຣນມາ, ເເລະ ບອກພວກເຂົາວ່າ, "ຈົ່ງມາເເບກພີ່ນ້ອງຂອງພວກທ່ານອອກໄປຈາກຄ້າຍ ຕາມທີ່ໂມເຊໄດ້ສັ່ງ."
\s5
\v 5 ດັ່ງນັ້ນພວກປະໂຣຫິດຈຶ່ງເຂົ້າມາໃກ້, ເເລະໄດ້ເເບກສອງຄົນນັ້ນອອກໄປຈາກຄ້າຍພັກທັງທີ່ຍັງໃສ່ຊຸດປະໂຣຫິດຢູ່, ຕາມທີ່ໂມເຊໄດ້ສັ່ງໄວ້.
\v 6 ເເລ້ວໂມເຊໄດ້ກ່າວເເກ່ອາໂຣນແລະເອເລອາຊາ ເເລະອິທູມາ, ຜູ້ເປັນລູກຂອງອາໂຣນວ່າ, "ຢ່າປ່ອຍໃຫ້ເສັ້ນຜົມຂອງພວກທ່ານຫ້ອຍລົງ, ເເລະຢ່າຈີກຜ້າຂອງພວກທ່ານ ເພື່ອພວກທ່ານຈະບໍ່ຕາຍ, ເເລະເພື່ອພຣະຢາເວຈະບໍ່ໂກດຮ້າຍກັບຊຸມນຸມຊົນທັງປວງ, ເເຕ່ໃຫ້ບັນດາຍາດຂອງພວກທ່ານ ເເລະ ເຊື້້ອຊາດອິດສະຣາເອນທັງຫມົດໄວ້ທຸກໃຫ້ເເກ່ພວກທີ່ພຣະຢາເວໄດ້ຊົງເຜົາຜານໄດ້.
\v 7 ພວກທ່ານຕ້ອງບໍ່ອອກຈາກທາງເຂົາຂອງເຕັນນັດພົບ ບໍ່ສະນັ້ນພວກທ່ານຈະຕ້ອງຕາຍ ເພາະນຳ້ມັນເເຫ່ງການເຈີມຂອງພຣະຢາເວຊົງຢູ່ກັບພວກທ່ານ." ດັ່ງນັ້ນພວກເຂົາຈຶ່ງເຮັດຕາມຄຳສັ່ງຂອງໂມເຊ.
\s5
\v 8 ພຣະຢາເວໄດ້ກ່າວແກ່ອາໂຣນວ່າ, "
\v 9 ຢ່າກິນເຫລົ້າອະງຸ່ນຫລືເຄື່ອງດື່ມມືນເມົາ ທັງໂຕເຈົ້າ ຫລືບັນດາລູກຊາຍຂອງເຈົ້າທີ່ຍັງເຫລືອຢູ່ກັບເຈົ້າເມື່ອພວກເຈົ້າເຂົ້າໄປທີ່ເຕັນນັດພົບ, ເພື່ອພວກເຈົ້າຈະບໍ່ຕາຍ. ນີ້ເປັນກົດເກນຕະຫລອດຊົ່ວອາຍຸຂອງພວກເຈົ້າ.
\v 10 ເພື່ອເເຍກເບິ່ງລະຫວ່າງຄວາມບໍຣິສຸດ ແລະ ຄວາມທຳມະດາ, ລະຫວ່າງມົນທິນ ແລະ ບໍ່ມີມົນທິນ,
\v 11 ເພື່ອທີ່ພວກເຂົາຈະໄດ້ສອນປະຊາຊົນອິດສະຣາເອນເຖິງກົດເກນທີ່ພຣະຢາເວໄດ້ຊົງບັນຊາຜ່ານທາງໂມເຊ."
\s5
\v 12 ໂມເຊກ່າວແກ່ອາໂຣນ ແລະ ເອເລອາຊາ ແລະ ອິທາມາ, ຊຶ່ງເປັນລູກຂອງອາໂຣນວ່າ, "ຈົ່ງເອົາເຄື່ອງບູຊາທີ່ເຫລືອຈາກການຖວາຍດ້ວຍໄຟແດ່ພຣະຢາເວ, ແລ້ວກິນໂດຍປາສະຈາກເຊື້ອແປ້ງຂ້າງແທ່ນບູຊາ, ເພາະນີ້ເປັນສິ່ງທີ່ບໍຣິສຸດທີ່ສຸດ.
\v 13 ທ່ານຕ້ອງກິນອາຫານໃນສະຖານທີ່ບໍຣິສຸດ, ເພາະນີ້ເປັນສ່ວນແບ່ງສຳລັບທ່ານ ແລະບັນດາລູກຊາຍຂອງທ່ານຈາກເຄື່ອງຖວາຍບູຊາດ້ວຍໄຟແດ່ພຣະຢາເວ, ເພາະຂ້ານ້ອຍໄດ້ຮັບການບັນຊາມາບອກເເກ່ທ່ານເຊັ່ນນີ້.
\s5
\v 14 ຊີ້ນຫນ້າເອິກທີ່ຍໍຖວາຍ ເເລະ ຊີ້ນຕົ້ນຂາທີ່ຖວາຍເເດ່ພຣະຢາເວນັ້ນ, ທ່ານຕ້ອງກິນໃນສະຖານທີ່ສະອາດຊຶ່ງເປັນທີ່ພຣະເຈົ້າຊົງຍອມຮັບ. ທັງໂຕທ່ານ ເເລະ ລູກຊາຍຍິງຂອງທ່ານຄວນກິນສ່ວນເຫລົ່ານັ້ນ, ເພາະໄດ້ມອບໃຫ້ເປັນສ່ວນແບ່ງຂອງທ່ານ ເເລະ ບັນດາລູກຊາຍຂອງທ່ານທີ່ມາຈາກເຄື່ອງຖວາຍບູຊາແຫ່ງສັນຕິບູຊາຂອງປະຊາຊົນອິດສະຣາເອນ.
\v 15 ໃຫ້ພວກເຂົາເອົາຊີ້ນຕົ້ນຂາທີ່ໄດ້ນຳມາຖວາຍ ເເລະ ຊີ້ນເອິກທີ່ໄດ້ຖວາຍມາພ້ອມກັບໄຂມັນທີ່ຕ້ອງຖວາຍດ້ວຍໄຟ, ເພື່ອເອົາມາຍໍຖວາຍຕໍ່ພຣະພັກພຣະຢາເວທັງຫມົດ. ນີ້ຈະເປັນຂອງທ່ານ ເເລະ ບັນດາລູກຊາຍຂອງທ່ານໃຫ້ເປັນສ່ວນເເບ່ງຕະຫລອດໄປ, ຕາມທີ່ພຣະຢາເວໄດ້ຊົງບັນຊາໄວ້."
\s5
\v 16 ແລ້ວໂມເຊໄດ້ຖາມເຖິງແບ້ໂຕທີ່ໃຊ້ຖວາຍເປັນເຄື່ອງບູຊາລົບລ້າງບາບ, ແລະພົບວ່າແບ້ນັ້ນໄດ້ຖືກເຜົາເເລ້ວ. ດັ່ງນັ້ນໂມເຊຈຶ່ງຮ້າຍເອເລອາຊາ ແລະ ອິທາມາ, ຊຶ່ງເປັນລູກທີ່ເຫລືອຢູ່ຂອງອາໂຣນ; ໂມເຊຈຶ່ງຖາມວ່າ,
\v 17 "ເປັນຫຍັງພວກທ່ານບໍ່ກິນເຄື່ອງບູຊາລົບລ້າງບາບນັ້ນໃນສະຖານທີ່ບໍຣິສຸດເພາະນີ້ເປັນສິ່ງທີ່ບໍຣິສຸດທີ່ສຸດ, ເເລະ ພຣະຢາເວຊົງມອບໃຫ້ພວກທ່ານ, ເພື່ອຍົກຄວາມຄວາມຜິດບາບຂອງມະນຸດໄປເສຍ ເເລະ ເພື່ອລົບລ້າງບາບເຂົາຕໍ່ພຣະພັກພຣະອົງ?
\v 18 ເບິ່ງເເມ້, ເລືອດຂອງແບ້ນັ້ນກໍ່ບໍ່ໄດ້ເຂົ້າໄປໃນສະຖານທີ່ບໍຣິສຸດເພາະສະນັ້ນທ່ານຄວນກິນອາຫານໃນບໍລິເວນທີ່ບໍຣິສຸດຕາມທີ່ຂ້ານ້ອຍໄດ້ສັ່ງໄວ້."
\s5
\v 19 ແລ້ວອາໂຣນໄດ້ຕອບໂມເຊວ່າ, "ເບິ່ງເແມ້, ມື້ນີ້ພວກເຂົາໄດ້ຖວາຍເຄື່ອງບູຊາເພື່ອລົບລ້າງບາບຂອງພວກເຂົາເເລະເຜົາເຄື່ອງບູຊາຕໍ່ພຣະພັກພຣະຢາເວ, ແລະສິ່ງທີ່ເກີດຂຶ້ນໃນພວກເຈົ້າໃນມື້ນີ້ ຖ້າພວກເຈົ້າໄດ້ກິນເຄື່ອງບູຊາລົບລ້າງບາບໃນວັນນີ້, ເເລ້ວນັ້ນຈະເປັນທີ່ພໍພຣະໄທໃນສາຍພຣະເນດພຣະຢາເວໄດ້ບໍ?"
\v 20 ເມື່ອໂມເຊໄດ້ຍິນດັ່ງນັ້ນ, ເຂົາກໍ່ພໍໃຈ.
\s5
\c 11
\cl ບົດທີ 11
\p
\v 1 ພຣະຢາເວໄດ້ຊົງສັ່ງເເລະກ່າວເເກ່ອາໂຣນວ່າ,
\v 2 "ຈົ່ງກ່າວກັບຄົນອິດສະຣາເອນວ່າ,' ສິ່ງທີ່ມີຊີວິດຕ່າງໆ ທີ່ພວກເຈົ້າສາມາດ ກິນໄດ້ໃນທ່າມກາງບັນດາສັດທັງປວງທີ່ຢູ່ເທິງເເຜ່ນດິນ.
\s5
\v 3 ພວກເຈົ້າສາມາດກິນສັດໃດໆທີ່ແຍກກີບ ແລະທີ່ຄ້ຽວເອື້ອງທຸກໆຊະນິດໄດ້ດ້ວຍ.
\v 4 ຢ່າງໃດກໍ່ຕາມ ສັດບາງຊະນິດທີ່ຄ້ຽວເອື້ອງໄດ້ຫລືແຍກກີບພຽງຢ່າງດຽວພວກເຈົ້າຕ້ອງບໍ່ກິນພວກມັນ ເຊັ່ນອູດ, ເພາະມັນຄ້ຽວເອື້ອງໄດ້ແຕ່ບໍ່ແຍກກີບ. ດັ່ງນັ້ນອູດຈຶ່ງເປັນມົນທິນສຳລັບພວກເຈົ້າ.
\s5
\v 5 ເຊັ່ນດຽວກັນກັບໂຕຕຸ່ນ, ເພາະມັນຄ້ຽວເອຶ້ອງເເຕ່ບໍ່ເເຍກກີບ, ຈຶ່ງເປັນມົນທິນສຳລັບພວກເຈົ້າ.
\v 6 ກະຕ່າຍ, ເພາະມັນຄ້ຽວເອື້ອງເເຕ່ບໍ່ເເຍກກີບ, ຈຶ່ງເປັນມົນທິນສຳລັບພວກເຈົ້າ.
\v 7 ຫມູ, ແມ້ວ່າມັນເເຍກກີບເເຕ່ບໍ່ຄຽວເອື້ອງ ຈຶ່ງເປັນມົນທິນສຳລັບພວກເຈົ້າ.
\v 8 ພວກເຈົ້າຕ້ອງບໍ່ກິນເນື້ອໃດໆຂອງພວກມັນ ຫລືແຕະຕ້ອງຊາກຂອງພວກມັນ. ພວກມັນເປັນມົນທິນສຳລັບພວກເຈົ້າ.
\s5
\v 9 ບັນດາສັດຕ່າງໆ ທີ່ຢູ່ໃນນຳ້ ພວກເຈົ້າກິນໄດ້ທັງຫມົດເຊັ່ນຈຳພວກທີ່ມີຄີ ເເລະ ມີເກັດ ບໍວ່າຈະຢູ່ໃນມະຫາສະຫມຸດ ຫລື ໃນເແມ່ນຳ້ກໍຕາມ.
\v 10 ເເຕ່ສິ່ງທີ່ມີຊີວິດທັງຫມົດທີ່ບໍ່ມີຄີ ເເລະ ບໍ່ມີເກັດໃນມະຫາສະຫມຸດ ຫລື ໃນເເມ່ນຳ້, ລວມເຖິງທຸກໆສິ່ງທີ່ເຄື່ອນໄຫວໃນນຳ້, ເເລະ ສິ່ງທີ່ມີຊີວິດທັງຫມົດຢູ່ໃນນຳ້ - ພວກມັນຕ້ອງເປັນສິ່ງທີ່ຫນ້າກຽດສຳລັບພວກເຈົ້າ.
\s5
\v 11 ໃນເມື່ອພວກມັນຕ້ອງເປັນທີ່ຫນ້າລັງກຽດ, ພວກເຈົ້າຕ້ອງບໍ່ກິນເນື້ອຂອງມັນ; ເເລະຊາກຂອງມັນເປັນສິ່ງທີ່ຫນ້າລັງກຽດດ້ວຍ.
\v 12 ເເມ່ນຫຍັງກໍຕາມທີ່ບໍ່ມີຄີຫລືບໍ່ມີເກັດໃນນ້ຳເປັນສິ່ງທີ່ຫນ້າລັງກຽດສຳລັບພວກເຈົ້າ.
\s5
\v 13 ບັນດານົກຕ່າງໆ ທີ່ຫນ້າກຽດສຳລັບພວກເຈົ້າທີ່ພວກເຈົ້າຕ້ອງບໍ່ກິນມີດັ່ງນີ້ຄື: ນົກອິນຊີ, ນົກເເຮ້ງ,
\v 14 ນົກຢ່ຽວຫາງຍາວ, ນົກຢ່ຽວດຳທຸກຊະນິດ,
\v 15 ນົກກາທຸກຊະນິດ,
\v 16 ນົກເຄົ້າໃຫຍ່, ນົກເຄົ້ານ້ອຍ, ນົກນາງນວນ, ເເລະ ນົກແຫລວທຸກຊະນິດ.
\s5
\v 17 ພວກເຈົ້າຕ້ອງລັງກຽດນົກເຄົ້ານ້ອຍ, ນົກເຄົ້າເເມວໃຫຍ່, ນົກອ້າຍການຳ້,
\v 18 ເເລະນົກອໍຫລໍ, ກະທຸງ, ນົກຢ່ຽວກິນປາ
\v 19 ນົກກະສາດຳ, ນົກກະສາທຸກຊະນິດ, ນົກຫົວຂວັນ, ເເລະ ເຈຍດ້ວຍ.
\s5
\v 20 ແມງທີ່ມີປີກຊຶ່ງຄານສີ່ຂາທັງຫມົດເປັນທີ່ຫນ້າລັງກຽດສຳລັບພວກເຈົ້າ.
\v 21 ພວກເຈົ້າຈະກິນແມງໃດໆ ທີ່ບິນໄດ້ຊຶ່ງຄານສີ່ຂາຖ້າພວກມັນມີຂາພັບໃຊ້ໂດດໄປນຳດິນໄດ້.
\v 22 ພວກເຈົ້າສາມາດກິນຕັກແຕນ, ຈິງຫລີດ, ຈັກຈັ່ນ, ຫລືຕັກກະແຕນທຸກຊະນິດ.
\v 23 ແຕ່ແມງໄມ້ບິນໄດ້ ຊຶ່ງຄານສີ່ຂາອື່ນໆ ເປັນສິ່ງທີ່ຫນ້າກຽດສຳລັບພວກເຈົ້າ.
\s5
\v 24 ພວກເຈົ້າຈະກາຍເປັນມົນທິນໄປຈົນເຖິງຕອນແລງເພາະສັດເຫລົ່ານີ້ ຖ້າເຈົ້າໄປແຕະຕ້ອງຊາກຫນຶ່ງຂອງມັນ.
\v 25 ໃຜກໍຕາມທີ່ຈັບຊາກຂອງມັນຈະຕ້ອງຊັກເສື້ອຜ້າຂອງເຂົາ ແລະ ຍັງເປັນມົນທິນໄປຈົນຮອດຕອນແລງ.
\s5
\v 26 ສັດທີ່ມີກັບທຸກໂຕແຕ່ບໍ່ໄດ້ແຍກຈາກກັນຕະຫລອດທັງກີບ ຫລື ບໍ່ຄ້ຽວເອື້ອງທຸກໂຕເປັນມົນທິນສຳລັບພວກເຈົ້າ. ທຸກຄົນທີ່ແຕະຕ້ອງພວກມັນຈະເປັນມົນທິນ.
\v 27 ສັດຫຍັງກໍຕາມທີ່ຍ່າງດ້ວຍອົ້ງຕີນໃນບັນດາເຫລົ່າສັດຍ່າງສີ່ຂາ, ພວກມັນເປັນມົນທິນສຳລັບພວກເຈົ້າ, ໃຜກໍຕາມທີ່ເເຕະຕ້ອງຊາກນັ້ນຈະເປັນມົນທິນໄປຈົນຮອດຕອນແລງ.
\v 28 ໃຜແຕະຊາກສັດນັ້ນຕ້ອງຊັກເສື້ອຜ້າຂອງເຂົາ ແລະ ເປັນມົນທິນໄປຈົນຮອດຕອນແລງ. ສັດເຫລົ່ານີ້ເປັນມົນທິນສຳລັບພວກເຈົ້າ.
\s5
\v 29 ໃນບັນດາເຫລົ່າສັດຕ່າງໆ ທີ່ເລືອຄານສັດເຫລົ່ານີ້ຈະເປັນມົນທິນສຳລັບພວກເຈົ້າ: ເຊັ່ນ ເຫງັນ, ຫນູ, ຫນູຊິງ, ໂຕເຮ້ຍທຸກຊະນິດ.
\v 30 ກັບແກ້, ກະປອມ, ເເຫຍ້, ຈິງຫລີດ, ແລະ ຈິໂກະ.
\s5
\v 31 ໃນບັນດາສັດທັງຫມົດທີ່ເລືອຄານ, ເຫລົ່ານີ້ເປັນສັດທີ່ເປັນມົນທິນສຳລັບພວກເຈົ້າ. ໃຜກໍຕາມທີ່ແຕະຕ້ອງພວກມັນ ເມື່ອມັນຕາຍຈະເປັນມົນທິນໄປຈົນເຖິງຕອນເເລງ.
\v 32 ຖ້າສັດເຫລົ່ານັ້ນຕາຍ ເເລະ ຕົກຖືກສິ່ງໃດກໍ່ຕາມ, ສິ່ງນັ້ນຈະເປັນມົນທິນບໍ່ວ່າຈະຖືກໄມ້, ຜ້າ, ຫນັງສັດ, ຫລື ຜ້າກະສອບບໍ່ວ່າຈະເປັນຫຍັງ ເເລະ ບໍ່ວ່າຈະໃຊ້ເພື່ອສິ່ງໃດກໍຕາມ ສິ່ງນັ້ນຕ້ອງນຳໄປຈຸ່ມນຳ້; ເເລ້ວຈະເປັນມົນທິນໄປຈົນເຖິງຕອນເເລງ. ເເລ້ວຈຶ່ງຈະສະອາດ.
\v 33 ຫມໍ້ດິນທຸກໃບທີ່ສັດເປັນມົນທິນຕົກເຂົ້າໄປໃນຫມໍ້ ຫລື ຕົກໃນເທິງຫມໍ້, ເເມ່ນຫຍັງກໍ່ຕາມທີ່ຢູ່ໃນຫມໍ້ກໍ່ຈະກາຍເປັນມົນທິນ, ເເລະ ພວກເຈົ້າຕ້ອງທຳລາຍຫມໍ້ໃບນັ້ນຖິ້ມ.
\s5
\v 34 ອາຫານທຸກຢ່າງທີ່ສະອາດ ເເລະ ອະນຸຍາດໃຫ້ກິນໄດ້, ເເຕ່ມີນຳ້ທີ່ເປັນມົນທິນຢົດໃສ່, ອາຫານນັ້ນກໍເປັນມົນທິນ, ທຸກສິ່ງທີ່ດື່ມນຳ້ໃນຫມໍ້ນັ້ນຈະກາຍເປັນມົນທິນ.
\v 35 ທຸກສິ່ງທີ່ຖືກສ່ວນໃດກໍ່ຕາມຂອງຊາກສັດທີ່ເປັນມົນທິນຕົກໃສ່ຈະເປັນມົນທິນ, ບໍ່ວ່າຈະເປັນເຕົາອົບ ຫລືຫມໍ້ເຮັດອາຫານ ຈະຕ້ອງທຸບໃຫ້ເປັນຊິ້ນສ່ວນ. ຫມໍ້ນັ້ນເປັນມົນທິນ ເເລະ ຕ້ອງເປັນມົນທິນສຳຫລັບພວກເຈົ້າ.
\s5
\v 36 ນຳ້ພຸ ຫລື ອ່າງນຳ້ດື່ມຍັງເປັນສິ່ງທີ່ສະອາດຖ້າສັດເເບບນັ້ນຕົກລົງໄປ. ເເຕ່ຖ້າໃຜຖືກຊາກສັດທີ່ເປັນມົນທິນໃນນຳ້, ເຂົາຈະກາຍເປັນມົນທິນ.
\v 37 ຖ້າສ່ວນໃດໆຂອງຊາກສັດທີ່ເປັນມົນທິນຕົກລົງເມັດສຳຫລັບເມັດພືດປູກຊະນິດໃດກໍ່ຕາມເມັດເຫລົ່ານັ້ນກໍ່ຍັງສະອາດຢູ່.
\v 38 ເເຕ່ຖ້ານຳ້ທີ່ຕົກໃສ່ເມັດພືດ ເເລະ ຖ້າມີສ່ວນໃດໆຂອງຊາກສັດທີ່ເປັນມົນທິນຕົກໃສ່ນຳ້ ນຳ້ນັ້ນກໍຈະເປັນມົນທິນຕໍ່ພວກເຈົ້າ.
\s5
\v 39 ຖ້າສັດໂຕໃດທີ່ເຈົ້າສາມາດກິນ ໄດ້ຕາຍລົງໄປ, ເເລ້ວຜູ້ທີ່ຖືກຕ້ອງຊາກສັດກໍ່ຈະກາຍເປັນມົນທິນໄປຈົນເຖິງຕອນແລງ.
\v 40 ໃຜກໍຕາມທີ່ກິນຊາກສັດສ່ວນໃດກໍ່ຕາມຂອງສັດນັ້ນຈະຕ້ອງຊັກເສື້ອຜ້າຂອງເຂົາ ເເລະ ຈະເປັນມົນທິນໄປຈົນຮອດຕອນເເລງ. ໃຜກໍ່ຕາມທີ່ຈັບຊາກສັດນັ້ນຈະຕ້ອງຊັກເສື້ອຜ້າຂອງເຂົາ ເເລະ ຈະເປັນມົນທິນໄປຈົນຮອດຕອນເເລງ.
\s5
\v 41 ສັດທຸກຊະນິດທີ່ຄານເທິງດິນດ້ວຍທ້ອງເປັນສິ່ງຫນ້າລັງກຽດ; ຢ່າກິນສັດເຫລົ່ານັ້ນ.
\v 42 ເເມ່ນຫຍັງກໍ່ຕາມທີ່ເລືອຄານດ້ວຍທ້ອງ ເເລະ ເເມ່ນຫຍັງກໍ່ຕາມທີ່ເເລ່ນສີ່ຂາ ຫລື ເເມ່ນຫຍັງກໍ່ຕາມທີ່ມີຂາຫລາຍຂາ ສັດທີ່ເລືອຄານເທິງດິນທັງຫມົດ, ພວກເຈົ້າຕ້ອງບໍ່ກິນສັດເຫລົ່ານີ້, ເພາະມັນເປັນສິ່ງຫນ້າກຽດ.
\s5
\v 43 ພວກເຈົ້າຕ້ອງບໍ່ເຮັດໃຫ້ໂຕເຈົ້າເປັນມົນທິນດ້ວຍສິ່ງທີ່ມີຊີວິດໃດໆ ທີ່ຄານດ້ວຍທ້ອງ; ພວກເຈົ້າຕ້ອງເປັນເປັນມົນທິນເພາະພວກມັນ, ເພາະພວກເຈົ້າຈະຖືກເຮັດໃຫ້ບໍ່ ບໍຣິສຸດ ເພາະພວກມັນ.
\v 44 ເພາະເຮົາຄືພຣະຢາເວພຣະເຈົ້າຂອງພວກເຈົ້າ ພວກເຈົ້າຕ້ອງຮັກສາໂຕເຈົ້າໃຫ້ ບໍຣິສຸດ, ເພາະສະນັ້ນ, ຈົ່ງບໍຣິສຸດ ເພາະເຮົາບໍຣິສຸດ. ພວກເຈົ້າຕ້ອງບໍ່ເຮັດໃຫ້ພວກເຈົ້າເປັນມົນທິນດ້ວຍສັດຊະນິດໃດກໍຕາມທີ່ເຄື່ອນໄຫວໄປມາເທິງຫນ້າດິນ.
\v 45 ຜູ້ທີ່ນຳພວກເຈົ້າອອກມາຈາກດິນເເດນຂອງເອຢິບ, ເພື່ອເປັນພຣະເຈົ້າຂອງພວກເຈົ້າ ເຫດສະນັ້ນພວກເຈົ້າຕ້ອງບໍຣິສຸດ.
\s5
\v 46 ນີ້ຄືກົດເກນເເຫ່ງສັດຕ່າງໆ, ນົກຕ່າງໆ, ສິ່ງທີ່ມີຊີວິດທຸກຊະນິດທີ່ເຄື່ອນໄປໃນນຳ້ ເເລະສິ່ງທີ່ມີຊີວິດທຸກຢ່າງທີ່ເລືອຄານໄປມາເທິງດິນ.
\v 47 ເພື່ອຈະແບ່ງແຍກສິ່ງທີ່ມີຊີວິດທີ່ສາມາດກິນໄດ້ ເເລະສິ່ງທີ່ມີຊີວິດທີ່ກິນບໍ່ໄດ້."
\s5
\c 12
\cl ບົດທີ 12
\p
\v 1 ພຣະຢາເວໄດ້ກ່າວເເກ່ໂມເຊວ່າ,
\v 2 "ຈົ່ງບອກແກ່ຄົນອິດສະຣາເອນວ່າ, "ຖ້າຜູ້ຍິງຄົນໃດມີລູກ ເເລະ ອອກລູກຊາຍ ນາງກໍຈະເປັນມົນທິນເປັນເວລາເຈັດວັນ, ເຊັ່ນດຽວກັນກັບເມື່ອນາງເປັນມົນທິນໃນຊ່ວງມີປະຈຳເດືອນຂອງນາງ.
\v 3 ໃນວັນທີແປດ ເດັກນ້ອຍນັ້ນຈະຕ້ອງເຮັດພິທີຕັດຫນັງປາຍອະໄວຍະວະເພດຂອງເດັກນ້ອຍຊາຍນັ້ນ.
\s5
\v 4 ແລ້ວເຮັດການຊຳລະມານດາໃຫ້ບໍຣິສຸດຈາກການຕົກເລືອດຂອງນາງຕໍ່ໄປອີກສາມສິບສາມວັນ. ຫ້າມນາງຈັບຕ້ອງສິ່ງບໍຣິສຸດໃດໆ ຫລືເຂົ້າມາສະຖານທີ່ສັກສິດຈົນກວ່າຈະຄົບກຳນົດວັນແຫ່ງການຊຳລະໃຫ້ບໍຣິສຸດຂອງນາງ.
\v 5 ແຕ່ຖ້າເກີດລູກຜູ້ຍິງ ນາງຈະເປັນມົນທິນເປັນເວລາສອງອາທິດ, ເຊັ່ນດຽວກັບກັນການເປັນປະຈຳເດືອນຂອງນາງ. ເເລ້ວກໍຈະຊຳລະມານດາໃຫ້ບໍຣິສຸດຕໍ່ໄປອີກຫົກສິບຫົກວັນ.
\s5
\v 6 ເມື່ອຄົບກຳນົດວັນເເຫ່ງການຊຳລະໂຕໃຫ້ບໍຣິສຸດຂອງນາງເເລ້ວ ບໍ່ວ່າສຳຫລັບລູກຊາຍຫລືລູກຜູ້ຍິງ, ນາງຈະຕ້ອງນຳລູກເເກະອາຍຸຫນຶ່ງປີມາເປັນເຄື່ອງເຜົາບູຊາ, ເເລະນົກພິລາບຫລຶນົກເຂົາມາເປັນເຄື່ອງບູຊາລົບລ້າງບາບ, ໃຫ້ນຳມາມອບໃຫ້ເເກ່ປະໂຣຫິດທີ່ທາງເຂົ້າເຕັນນັດພົບ.
\s5
\v 7 ເເລ້ວປະໂຣຫິດຈະຖວາຍເຄື່ອງບູຊາຕໍ່ພຣະພັກພຣະຢາເວ ເເລະເຮັດການລົບລ້າງມົນທິນສຳຫລັບນາງ, ເເລະນາງໄດ້ຮັບການຊຳລະຈາກການຕົກເລືອດຂອງນາງ. ນີ້ເເມ່ນກົດເກນສຳຫລັບຜູ້ຍິງຄົນໃດທີ່ເກີດລູກຊາຍ ຫລືຍິງກໍ່ຕາມ.
\v 8 ຖ້ານາງບໍ່ສາມາດຫາລູກເເກະມາໄດ້ ນາງຕ້ອງນຳນົກເຂົາສອງໂຕຫລືນົກພິລາບ, ໃຫ້ໂຕຫນຶ່ງເປັນເຄື່ອງເຜົາບູຊາ ເເລະອີກໂຕຫນຶ່ງເປັນເຄື່ອງບູຊາລົບລ້າງບາບ ປະໂລຫິດຈະເຮັດການລົບລ້າງບາບໃຫ້ເເກ່ນາງ; ເເລ້ວນາງກໍຈະສະອາດ."
\s5
\c 13
\cl ບົດທີ 13
\p
\v 1 ພຣະຢາເວໄດ້ກ່າວເເກ່ໂມເຊ ເເລະອາໂຣນ ວ່າ,
\v 2 "ເມື່ອຄົນໃດມີອາການບວມ ຫລື ຜື່ນ ຫລືຮອຍດ່າງຕາມຜິວຂອງເຂົາ ເເລະຕິດເຊື້ອ ເເລະມີໂຣກຜິວຫນັງໃນຮ່າງກາຍຂອງເຂົາ, ກໍ່ພາເຂົາມາຫາອາໂຣນຜູ້ເປັນມະຫາປະໂຣຫິດ, ຫລືບຸກຄົນຫນຶ່ງຄົນໃດຂອງລູກຂອງເຂົາທີ່ເປັນປະໂຣຫິດ.
\s5
\v 3 ເເລ້ວປະໂຣຫິດຈະກວດໂຣກທີ່ຜິວຫນັງຂອງຮ່າງກາຍເຂົາ. ຖ້າຂົນທີ່ເປັນໂຣກກາຍເປັນສີຂາວ, ເເລະຖ້າໂຣກນັ້ນເປັນເລິກກວ່າຜິວຫນັງ ສະເເດງວ່ານັ້ນເປັນໂຣກທີ່ຕິດເຊື້ອ, ຫລັງຈາກປະໂຣຫິດກວດເຂົາເເລ້ວ ຕ້ອງປະກາດວ່າເຂົາເປັນມົນທິນ.
\v 4 ຖ້າຮອຍດ່າງທີ່ຜິວຂອງເຂົາເປັນສີຂາວ, ເເລະປະກົດວ່າເປັນບໍ່ເລິກໄປກວ່າຜິວຫນັງ, ເເລະຖ້າຂົນບ່ອນບໍລິເວນທີ່ເປັນໂຣກບໍ່ກາຍເປັນສີຂາວ, ປະໂຣຫິດຕ້ອງກັກຄົນທີ່ເປັນໂຣກໄວເຈັດວັນ.
\s5
\v 5 ໃນວັນທີເຈັດ, ປະໂຣຫິດຕ້ອງກວດເບິ່ງເຂົາເພື່ອເບິ່ງວ່າໃນຄວາມເຫັນຂອງປະໂຣຫິດນັ້ນຖ້າເຫັນວ່າໂຣກນັ້ນບໍ່ດີລົງ, ເເລະຖ້າບໍ່ລາມໄປຕາມຜິວຫນັງ. ຖ້າບໍ່ມີ, ກໍ່ໃຫ້ປະໂຣຫິດກັກເຂົາໄວ້ເຈັດວັນອີກ.
\v 6 ເເລ້ວປະໂຣຫິດຈະກວດອີກເທື່ອຫນຶ່ງໃນວັນທີເຈັດ ເພື່ອເບິ່ງວ່າໂຣກນັ້ນດີຂຶ້ນ ເເລະບໍ່ລາມເພີ່ມອີກຕາມຜິວຫນັງ. ຖ້າບໍ່ມີກໍ່ໃຫ້ປະໂຣຫິດປະກາດວ່າເຂົາສະອາດ ເປັນພຽງຜື່ນຄັນ. ເຂົາຕ້ອງຊັກເສື້ອຜ້າຂອງເຂົາເເລ້ວເຂົາກໍ່ສະອາດ.
\s5
\v 7 ເເຕ່ຖ້າຜື່ນນັ້ນລາມໄປຕາມຜິວຫນັງຈາກທີ່ເຂົາໄດ້ໄປ ສະເເດງໂຕຕໍ່ປະໂລຫິດເພື່ອຊຳຣະຕົນ, ເຂົາຕ້ອງມາສະເເດງໂຕຕໍ່ປະໂຣຫິດອີກຄັ້ງ.
\v 8 ປະໂຣຫິດຈະກວດເຂົາເພື່ອເບິ່ງວ່າຜື່ນໄດ້ລາມໄປຕາມຜິວຫນັງເພີ່ມ ຫລືຖ້າໄດ້ລາມໄປ. ປະໂຣຫິດປະກາດວ່າເຂົາເປັນມົນທິນ ນັ້ນເປັນໂຣກທີ່ຕິດເຊື້ອ.
\s5
\v 9 ເມື່ອມີໂຣກຜິວຫນັງທີ່ຕິດເຊື້ອມີຢູ່ໃນບາງຄົນ, ຕ້ອງພາເຂົາໄປຫາປະໂຣຫິດ.
\v 10 ປະໂຣຫິດຈະກວດເຂົາເພື່ອເບິ່ງວ່າມີຜິວຫນັງບວມສີຂາວ ຫລືບໍ່, ຖ້າຂົນໄດ້ກາຍເປັນສີຂາວ ຫລືຖ້າມີເເຜສົດທີ່ບວມ.
\v 11 ຖ້າມີ, ສະເເດງວ່ານັ້ນເເມ່ນໂຣກຜິວຫນັງຊຳ້ເຮື້ອ ເເລະປະໂຣຫິດຕ້ອງປະກາດວ່າເຂົາເປັນມົນທິນ. ປະໂຣຫິດຈະກັກໂຕເຂົາໄວ້ ເພາະວ່າເຂົາເປັນມົນທິນເເລ້ວ.
\s5
\v 12 ຖ້າໂຣກນັ້ນກະຈາຍໄປທົ່ວຜິວຫນັງ ເເລະ ຄວບຄຸມຜິວຫນັງທັງໂຕຂອງຄົນນັ້ນຈາກຫົວລົງຮອດຕີນ, ຕາມທີ່ໄດ້ປະກົດເເກ່ປະໂຣຫິດ,
\v 13 ເເລ້ວປະໂຣຫິດຕ້ອງກວດເຂົາເພື່ອເບິ່ງວ່າໂຣກນັ້ນໄດ້ຄວບຄຸມໄປທົ່ວທັງຮ່າງກາຍຂອງເຂົາຫລືບໍ່. ຖ້າເປັນ, ປະໂຣຫິດຕ້ອງປະກາດວ່າຄົນທີ່ເປັນໂຣກນັ້ນສະອາດ. ຖ້າໂຕຂອງເຂົາຂາວທັງຫມົດ ເຂົາກໍ່ສະອາດ
\v 14 ເເຕ່ຖ້າມີເເຜສົດປະກົດນຳໂຕເຂົາ ເຂົາຈະເປັນມົນທິນ.
\s5
\v 15 ປະໂຣຫິດຕ້ອງເບິ່ງເເຜສົດນັ້ນ ເເລະປະກາດວ່າ ເຂົາເປັນມົນທິນເພາະເເຜສົດນັ້ນເປັນມົນທິນ. ມັນເປັນໂຣກທີ່ຕິດເຊື້ອ.
\v 16 ເເຕ່ຖ້າເເຜສົດນັ້ນເປັນເເຜຂາວອີກຄັ້ງ, ຄົນນັ້ນຕ້ອງເປັນປະໂຣຫິດ.
\v 17 ເເລ້ວປະໂຣຫິດຈະກວດເຂົາເພື່ອເບິ່ງວ່າເນື້ອຫນັງຂອງເຂົາໄດ້ກາຍເປັນສີຂາວຫລືບໍ່. ຖ້າເປັນ ປະໂຣຫິດຈະປະກາດວ່າຄົນນັ້ນສະອາດ.
\s5
\v 18 ເມື່ອຄົນໃດເປັນຝີຕາມຜິວຫນັງ ເເລະໄດ້ຫາຍເເລ້ວ,
\v 19 ເເລະຢູ່ບໍລິເວນຜີບວມເປັນສີຂາວຫລືຈຸດດ່າງ, ສີຂາວອົມເເດງ, ເຂົາຈະຕ້ອງໄປສະເເດງໂຕເເກ່ປະໂຣຫິດ.
\v 20 ປະໂຣຫິດຈະກວດເບິ່ງເພື່ອເບິ່ງວ່າເປັນເລິກກວ່າຜິວຫນັງຫລືບໍ່. ເເລະຖ້າບ່ອນນັ້ນກາຍເປັນສີຂາວຖ້າເປັນດັ່ງນັ້ນ, ປະໂຣຫິດກໍຕ້ອງປະກາດວ່າເຂົາເປັນມົນທິນ, ນັ້ນເປັນໂຣກທີ່ຕິດເຊື້ອ, ຖ້າໂຣກນັ້ນເກີດຂຶ້ນບ່ອນຈຸດທີ່ເປັນຝີ.
\s5
\v 21 ເເຕ່ປະໂຣຫິດກວາດເເລ້ວເຫັນວ່າບໍ່ມີຂົນສີຂາວບ່ອນນັ້ນ, ເເລະບໍ່ໄດ້ເປັນກ້ອງຜິວຫນັງຈາງໄປແລ້ວ, ປະໂຣຫິດຈະຕ້ອງກັກໂຕເຂົາໄວ້ເຈັດວັນ.
\v 22 ຖ້າໂຣກນັ້ນລາມໄປຕາມຜິວຫນັງຕາມວົງກວ້າງ, ປະໂຣຫິດຈະຕ້ອງປະກາດວ່າເຂົາເປັນມົນທິນ. ນັ້ນເປັນໂຣກທີ່ຕິດເຊື້ອ,
\v 23 ເເຕ່ຖ້າຮອຍດ່າງນັ້ນຄົງຢູ່ເທົ່າເດີມ, ແລະບໍ່ລາມອອກໄປ ກໍ່ເປັນເເຄ່ຮອຍເເຜເປັນຈາກຝີ, ແລະປະໂຣຫິດຕ້ອງປະກາດວ່າເຂົາສະອາດ.
\s5
\v 24 ເມື່ອຜິວຫນັງມີຮອຍໄຫມ້ ແລະ ມີບາດແຜສົດທີ່ຊື່ກັບບໍລິເວນນັ້ນກາຍເປັນສີຂາວຊຳ້, ຫລື ເປັນສີດ່າງສີຂາວ.
\v 25 ປະໂຣຫິດຈະຕ້ອງກວດເພື່ອເບິ່ງວ່າຂົນໃນຈຸດນັ້ນປ່ຽນເປັນສີຂາວຫລືບໍ່, ຖ້າປະກົດວ່າຮອຍນັ້ນຢູ່ເລິກກວ່າຊັ້ນຜິວຫນັງຖ້າມີ, ນັ້ນກໍເປັນໂຣກທີ່ຕິດເຊື້ອ ແຜນັ້ນໄດ້ໂພງຂຶ້ນມາຕາກຮອຍໃຫມ້, ແລະ ປະໂຣຫິດຕ້ອງປະກາດວ່າເຂົາເປັນມົນທິນ. ນັ້ນຄືໂຣກທີ່ຕິດເຊື້ອ.
\s5
\v 26 ແຕ່ຖ້າຫາກປະໂຣຫິດກວດ ແລະ ພົບວ່າບໍ່ມີຂົນສີຂາວຢູ່ຈຸດນັ້ນ, ແລະບໍ່ໄດ້ເປັນພາຍໄຕ້ຜິວຫນັງ, ແຕ່ໄດ້ຈາງໄປເເລ້ວນັ້ນ, ເເລ້ວປະໂຣຫິດຕ້ອງກັກໂຕເຂົາໄວ້ເຈັດວັນ.
\v 27 ເເລ້ວປະໂຣຫິດຕ້ອງກວດເຂົາໃນວັນທີເຈັດ. ຖ້າລຸກລາມເປັນວົງກວ້າງເທິງຜິວຫນັງ, ກໍໃຫ້ປະໂຣຫິດປະກາດວ່າເຂົາເປັນມົນທິນ. ນັ້ນເປັນໂຣກຕິດເຊື້ອ.
\v 28 ຖ້າຈຸດດ່າງນັ້ນຍັງຄົງທໍ່ເກົ່າ, ເເລະ ບໍ່ລຸກລາມໄປຕາມຜິວເເຕ່ໄດ້ຈາງລົງ, ເເລະ ຜິວຫນັງໂພງສະເພາະບ່ອນໄຟໄຫມ້, ປະໂຣຫິດຈະຕ້ອງປະກາດວ່າເຂົາສະອາດເພາະວ່າມັນເປັນພຽງແຕ່ຮອຍແຜເປັນຈາກໄຟໄຫມ້.
\s5
\v 29 ຖ້າຊາຍ ຫລື ຍິງທີ່ມີໂຣກທີ່ຕິດເຊື້ອເທິງຫົວ ຫລື ຄາງ,
\v 30 ແລ້ວປະໂຣຫິດຈະຕ້ອງກວດໂຣກທີ່ຕິດເຊື້ອຂອງຄົນນັ້ນ, ເພື່ອເບິ່ງວ່າໂຣກນັ້ນລົງເລິກໄປກວ່າຜິວຫນັງ ຫລືບໍ່, ເເລະຖ້າມີສີເຫລືອງ, ມີຂົນບາງບ່ອນຈຸດນັ້ນ. ຖ້າມີປະໂຣຫິດຕ້ອງປະກາດວ່າເປັນມົນທິນ. ເຂົາເປັນຜື່ນຄັນ, ເປັນໂຣກທີ່ຕິດເຊື້ອເທິງຫົວ ຫລື ຄາງ.
\s5
\v 31 ຖ້າປະໂຣຫິດເປັນໂຣກຜື່ນຄັນ ເເລະ ເຫັນວ່າບໍ່ເລິກກວ່າຜິວຫນັງ, ເເລະ ບໍ່ມີຂົນສີດຳຢູ່ບໍລິເວນນັ້ນ, ແລ້ວໃຫ້ປະໂຣຫິດກັກໂຕຄົນທີ່ເປັນໂຣກຜື່ນຄັນໄວ້ເຈັດວັນ.
\s5
\v 32 ພໍເຖິງວັນທີເຈັດກໍໃຫ້ປະໂຣຫິດກວດໂຣກເພື່ອ ເບິ່ງວ່ານັ້ນລຸກລາມໄປຫລືບໍ່, ຖ້າບໍ່ມີຂົນສີເຫລືອງ, ແລະ ຖ້າໂຣກນັ້ນປະກົດແຕ່ພຽງຜິວຫນັງ,
\v 33 ແລ້ວກໍໃຫ້ຄົນນັ້ນແຖຂົນເສຍ, ແຕ່ຫ້າມແຖບໍລິເວນທີ່ເປັນໂຣກ, ແລະ ປະໂຣຫິດຕ້ອງກັກຄົນທີ່ເປັນໂຣກຜື່ນຄັນໄວ້ອີກເຈັດວັນ.
\s5
\v 34 ພໍເຖິງວັນທີເຈັດ ປະໂຣຫິດກໍຈະກວດໂຣກ ເພື່ອເບິ່ງວ່າໂຣກນັ້ນຢຸດຄຸກຄາມໄປຕາມຜິວຫນັງຫລືບໍ່, ຖ້າປະກົດວ່າບໍ່ເລິກໄປກວ່າຜິວຫນັງ, ປະໂຣຫິດຕ້ອງປະກາດວ່າເຂົາສະອາດ. ໃຫ້ຄົນນັ້ນຊັກເສື້ອຜ້າຂອງເຂົາ, ເເລ້ວເຂົາຈະສະອາດ.
\s5
\v 35 ເເຕ່ຖ້າໂຣກຜື່ນຄັນນັ້ນໄດ້ລາມໄປຕາມວົງກວ້າງ ຫລື ຈາກທີ່ປະໂຣຫິດໄດ້ກ່າວວ່າເຂົາສະອາດເເລ້ວ,
\v 36 ກໍ່ຕ້ອງໃຫ້ປະໂຣຫິດກວດເຂົາອີກ. ເເຕ່ຖ້າໂຣກນັ້ນລາມໄປຮອດຜິວຫນັງເເລ້ວ, ປະໂຣຫິດບໍ່ຈຳເປັນຕ້ອງເບິ່ງຫາຂົນສີເຫລືອງ, ຄົນນັ້ນກໍເປັນມົນທິນເເລ້ວ.
\v 37 ເເຕ່ຖ້າໃນສາຍຕາຂອງປະໂຣຫິດ ໂຣກຜື່ນຄັນນັ້ນບໍ່ລາມ, ເເລະ ມີຂົນສີດຳງອກຢູ່ບໍລິເວນນັ້ນ, ຜື່ນຄັນນັ້ນໄດ້ຫາຍໄປເເລ້ວ, ເຂົາກໍສະອາດ ເເລະ ປະໂຣຫິດຕ້ອງປະກາດວ່າເຂົາສະອາດ.
\s5
\v 38 ເເຕ່ຖ້າຊາຍ ຫລື ຍິງທີ່ມີຮອຍຂາວທີ່ຜິວຫນັງ,
\v 39 ຕ້ອງໃຫ້ປະໂຣຫິດກວດຄົນນັ້ນເພື່ອເບິ່ງວ່າຮອຍນັ້ນເປັນສີຂາວຂຸ່ນ ຫລືບໍ່, ຊຶ່ງເປັນກ້ຽນທີ່ໂພງຂຶ້ນໃນຜິວຫນັງ. ເຂົາສະອາດ,
\s5
\v 40 ຖ້າຜົມຂອງຊາຍໃດຫລົນຈາກຫົວຂອງເຂົາ, ເຂົາເປັນຄົນຫົວລ້ານເເຕ່ເຂົາສະອາດ.
\v 41 ເເຕ່ຖ້າຜົມຂອງເຂົາຫລົ່ນອອກດ້ານຫນ້າຫົວຂອງເຂົາ, ເເລະຖ້າຫນ້າຜາກຂອງເຂົາລ້ານ ເຂົາສະອາດ.
\s5
\v 42 ເເຕ່ຖ້າບ່ອນຫົວລ້ານ ຫລືຫນ້າຜາກລ້ານຂອງເຂົາ, ນັ້ນເປັນໂຣກທີ່ຕິດເຊື້ອທີ່ໄດ້ໂພງຂຶ້ນ.
\v 43 ແລ້ວຕ້ອງໃຫ້ປະໂຣຫິດກວດເບິ່ງເຂົາເພື່ອເບິ່ງວ່າຮອຍບວມທີ່ບໍລິເວນເປັນໂຣກເທິງຫົວລ້ານ ຫລືຫນ້າຜາກລ້ານທີ່ມີສີເເດງ, ຫລື ບໍ່ເຫມືອນກັບລັກສະນະຂອງໂຣກທີ່ຕິດເຊື້ອເທິງຜິວຫນັງ.
\v 44 ຖ້າເປັນ, ແລ້ວເຂົາກໍມີໂຣກທີ່ຕິດເຊື້ອ, ເເລະ ເຂົາເປັນມົນທິນ. ປະໂຣຫິດຕ້ອງປະກາດວ່າເຂົາເປັນມົນທິນຢ່າງເເນ່ນອນ ເພາະໂຣກເທິງຫົວຂອງເຂົາ.
\s5
\v 45 ຄົນທີ່ເປັນໂຣກທີ່ຕິດເຊື້ອ ຕ້ອງໃສ່ເສື້ອຜ້າຂາດ, ໃຫ້ປ່ອຍຜົມ, ແລະ ໃຫ້ເຂົາປິດຫນ້າຂອງເຂົາຈົນເຖິງດັງຂອງເຂົາ, ເເລ້ວຮ້ອງວ່າ "ມົນທິນ, ມົນທິນ."
\v 46 ຕະຫລອດເວລາທີ່ເຂົາເປັນໂຣກຕິດເຊື້ອ, ເຂົາຈະເປັນມົນທິນເພາະເຂົາເປັນມົນທິນດ້ວຍໂຣກທີ່ສາມາດຕິດຕໍ່ໄດ້, ເຂົາຈະຕ້ອງຢູ່ຄົນດຽວ. ເຂົາຕ້ອງຢູ່ພາຍນອກຄ້າຍ.
\s5
\v 47 ເມື່ອເຄື່ອງເເຕ່ງກາຍເກີດມີເຊື້ອລາຂຶ້ນເປັນດວງໆ, ບໍ່ວ່າຈະເປັນເຄື່ອງເເຕ່ງກາຍ ຈາກຂົນສັດຫລືຜ້າປ່ານ.
\v 48 ຫລືຕິດຢູ່ຕາມຜ້າປ່ານຕ່ອນໃດຕ່ອນຫນຶ່ງ ຫລືຜ້າຂົນສັດ, ຫລືຫນັງສັດ, ຫລືສິ່ງໃດທີ່ເຮັດດ້ວຍຫນັງສັດ.
\v 49 ຖ້າມີເຊື້ອລາທີ່ເປິະເປື້ອນເປັນສີຂຽວຫລືສີເເດງໃນເຄື່ອງເເຕ່ງກາຍ, ໃນຫນັງ, ຫລືດ້າຍທີ່ທໍ ຫລືຖັກ, ຫລືສິ່ງໃດໆ, ທີ່ເຮັດດ້ວຍຫນັງເເລ້ວເປັນເຊື້ອລາທີ່ລາມໄປໄດ້; ຕ້ອງນຳສິ່ງນັ້ນໄປສະເເດງຕໍ່ປະໂຣຫິດ.
\s5
\v 50 ປະໂຣຫິດຕ້ອງກວດເຊື້ອລາໃນສິ່ງນັ້ນ; ປະໂຣຫິດຕ້ອງກັກສິ່ງໃດໆ ທີ່ເປັນເຊື້ອລາໄວ້ເຈັດວັນ.
\v 51 ພໍເຖິງວັນທີເຈັດ ໃຫ້ປະໂຣຫິດກວດເບິ່ງເຊື້ອລານັ້ນອີກຄັ້ງ. ຖ້າເຊື້ອລານັ້ນລາມໄປເຖິງເຄື່ອງເເຕ່ງກາຍ ຫລື ສິ່ງໃດໆ ຫລື ທໍ ຫລື ຖັກຈາກຂົນສັດ ຫລືຜ້າປ່ານ ຫລືຫນັງ ຫລືສິ່ງໃດກໍຕາມ, ທີ່ເຮັດດ້ວຍຫນັງ ສະເເດງວ່າເປັນເຊື້ອລາອັນຕະລາຍ, ເເຕ່ສິ່ງນັ້ນເປັນມົນທິນ.
\v 52 ເຂົາຕ້ອງເຜົາເຄື່ອງເເຕ່ງກາຍນັ້ນ ທີ່ທໍ ຫລື ຖັກຈາກຂົນສັດ ຫລືຜ້າປ່ານ, ຫລືຫນັງ ຫລື ສິ່ງໃດໆ ກໍຕາມທີ່ກວດພົບເຊື້ອລານັ້ນ, ເພາະອາດນຳໄປສູ່ການເປັນໂຣກໄດ້. ສິ່ງນັ້ນຕ້ອງຖືກເຜົາໃຫ້ຫມົດໄປ.
\s5
\v 53 ຖ້າປະໂຣຫິດກວດເບິ່ງສິ່ງຂອງນັ້ນ ເເລະເຫັນວ່າເຊື້ອລານັ້ນບໍ່ໄດ້ລາມໄປໃນເຄື່ອງເເຕ່ງກາຍ, ຫລື ສິ່ງທີ່ທໍ ຫລືຖັກຈາກຂົນສັດ ຫລືຜ້າປ່ານ, ຫລື ໃນສິ່ງໃດທີ່ເຮັດດ້ວຍຫນັງ.
\v 54 ປະໂຣຫິດຈະສັ່ງໃຫ້ພວກເຂົາຊັກສິ່ງທີ່ມີເຊື້ອລາ, ເເລະ ປະໂຣຫິດຕ້ອງກັກສິ່ງນັ້ນໄວ້ອີກເຈັດວັນ.
\v 55 ເເລ້ວປະໂຣຫິດຈະກວດເບິ່ງສິ່ງທີ່ເຄີຍເປັນເຊື້ອລາທີ່ຖືກຊັກເເລ້ວ, ຖ້າເຊື້ອລານັ້ນບໍ່ປ່ຽນສີ, ແມ້ວ່າເຊື້ອລານັ້ນບໍ່ລາມອອກໄປກໍເປັນມົນທິນ. ພວກເຈົ້າຕ້ອງເຜົາສິ່ງນັ້ນທັງຫມົດບໍ່ວ່າເກີດເຊື້ອລາຂຶ້ນບ່ອນຈຸດໃດກໍຕາມ.
\s5
\v 56 ຖ້າປະໂຣຫິດກວດເບິ່ງສິ່ງນັ້ນ, ເເລະ ຖ້າເຊື້ອລານັ້ນຈາງລົງຫລັງຈາກຊັກເເລ້ວ, ກໍ່ໃຫ້ຈີກບໍຣິເວນທີ່ເກີດຮອຍນັ້ນອອກເສຍຈາກເຄື່ອງເເຕ່ງກາຍຫລືຫນັງ, ຫລື ຈາກດ້ວຍທໍຫລືດ້າຍຖັກ.
\v 57 ຖ້າຍັງປະກົດຂຶ້ນອີກຈາກເຄື່ອງເເຕ່ງກາຍ, ບໍ່ວ່າມີດ້າຍທໍ ຫລື ດ້າຍຖັກ ຫລືໃນສິ່ງໃດໆ, ທີ່ເຮັດດ້ວຍຫນັງ, ສະເເດງວ່າເຊື້ອນັ້ນລາມອອກໄປ. ເຈົ້າຕ້ອງເຜົາສິ່ງໃດໆທີ່ມີເຊື້ອລານັ້ນ.
\v 58 ເຄື່ອງເເຕ່ງກາຍຫລືສິ່ງໃດໆ ທີ່ທໍ ຫລື ຖັກດ້ວຍຂົນສັດຫລືຜ້າປ່ານ ຫລືດ້ວຍຫນັງ, ຖ້າເຈົ້າຊັກສິ່ງນັ້ນເເລ້ວເຊື້ອລານັ້ນຫມົດໄປ, ສິ່ງນັ້ນກໍຕ້ອງຖືກຊັກອີກເປັນຄັ້ງທີສອງ, ເເລ້ວສິ່ງນັ້ນຈະສະອາດ.
\s5
\v 59 ນີ້ເປັນກົດເກນວ່າດ້ວຍເຊື້ອລາໃນເຄື່ອງເເຕ່ງກາຍທີ່ເຮັດດ້ວຍຂົນສັດ ຫລືຜ້າປ່ານ, ຫລືສິ່ງໃດໆທີ່ທໍ ຫລືຖັກຈາກຂົນສັດ ຫລືຜ້າປ່ານ ຫລືຫນັງ ຫລືສິ່ງໃດໆ ທີ່ເຮັດດ້ວຍຫນັງ ເພື່ອພວກເຈົ້າຈະບໍ່ປະກາດວ່າສິ່ງໃດທີ່ເຮັດດ້ວຍຫນັງ, ເພື່ອພວກເຈົ້າຈະໄດ້ປະກາດວ່າສິ່ງໃດສະອາດ ຫລື ສິ່ງໃດເປັນມົນທິນ."
\s5
\c 14
\cl ບົດທີ 14
\p
\v 1 ພຣະຢາເວໄດ້ກ່າວເເກ່ໂມເຊວ່າ,
\v 2 "ນີ້ເປັນກົດເກນໃນວັນຊຳລະໂຕຂອງຄົນທີ່ເຄີຍເປັນໂຣກ. ຕ້ອງນຳເຂົາເຂົ້າມາຫາປະໂຣຫິດ.
\s5
\v 3 ເເລ້ວປະໂຣຫິດຈະອອກໄປນອກຄ້າຍເພື່ອກວດເບິ່ງຄົນນັ້ນ ຖ້າໂຣກຜິວຫນັງຕິດເຊື້ອນັ້ນຫາຍດີ.
\v 4 ເເລ້ວປະໂຣຫິດຈະສັ່ງໃຫ້ຄົນຊຳລະໂຕໃຫ້ນຳນົກທີ່ສະອາດ, ເເລະ ມີຊີວິດຢູ່ມາສອງໂຕ, ໄມ້ສົນສີດາ, ດ້າຍສີເເດງ, ເເລະ ໃບຫູສົບມັດຫນຶ່ງ.
\v 5 ປະໂຣຫິດຈະສັ່ງໃຫ້ເຂົາຂ້ານົກໂຕຫນຶ່ງໃສ່ນຳ້ທີ່ສະອາດຢູ່ໃນຫມໍ້ດິນ.
\s5
\v 6 ເເລ້ວປະໂຣຫິດເອົານົກທີ່ມີຊີວິດອີກໂຕ, ເເລະໄມ້ສົນສີດາ, ເເລະດ້າຍເເດງ, ເເລະຕົ້ນໃບຫູສົບ, ເເລ້ວເຂົາຈະຈຸ່ມທັງຫມົດນີ້, ລວມເຖິງນົກທີ່ມີຊີວິດຢູ່ໃນເລືອດຂອງນົກໂຕມີຊີວິດຢູ່, ໃນເລືອດຂອງນົກໂຕທີ່ຖືກຂ້າຢູ່ນຳ້ທີ່ສະອາດ.
\v 7 ເເລ້ວປະໂຣຫິດຈະຊິດນຳ້ນີ້ໃສ່ຄົນທີ່ຊຳລະໂຕຈາກໂຣກເຈັດຄັ້ງ, ແລະ ເເລ້ວປະໂຣຫິດປະກາດວ່າເຂົາດີສະອາດຈາກໂຣກພະຍາດ. ແລ້ວປະໂຣຫິດຈະປ່ອຍນົກໂຕທີ່ມີຊີວິດໄປໃນທ້ອງທົ່ງ.
\s5
\v 8 ຄົນທີ່ໄດ້ຮັບການຊຳລະຈະຊັກເສື້ອຜ້າຂອງເຂົາ, ໂກນຜົມເເລະຂົນທັງຫມົດຂອງເຂົາ, ເເລະອາບນຳ້, ເເລ້ວເຂົາຈະສະອາດ. ຫລັງຈາກນັ້ນເຂົາຕ້ອງບໍ່ເຂົ້າມາໃນຄ້າຍ, ເເຕ່ເຂົາຈະຢູ່ພາຍນອກເຕັນທີ່ພັກຂອງເຂົາເຈັດວັນ.
\v 9 ພໍເຖິງວັນທີເຈັດເຂົາຕ້ອງເເຖຜົມທັງຫມົດທີ່ຢູ່ຫົວຂອງເຂົາ, ເເລະເຂົາຕ້ອງເເຖຫນວດເເລະຄິ້ວດ້ວຍ. ເຂົາຕ້ອງໂກນຂົນທັງຫມົດຂອງເຂົາ, ເເລະເຂົາຕ້ອງຊັກເສື້ອຜ້າຂອງເຂົາເເລະອາບນຳ້ເເລ້ວເຂົາຈະສະອາດ.
\s5
\v 10 ໃນວັນທີ່ແປດເຂົາຕ້ອງເອົາລູກແກະໂຕຜູ້ທີ່ປາສະຈາກຕຳຫນິມາສອງໂຕ, ເເລະ ລູກແກະໂຕເມຍອາຍຸຫນຶ່ງປີທີ່ປາສະຈາກຕຳຫນິ. ແລະ ແປ້ງຢ່າງດີປົນນຳ້ມັນຫມາກກອກເທດສອງກິໂລກຣາມ, ເເລະ ນຳ້ມັນຫມາກກອກເທດເຄິ່ງລິດ.
\v 11 ປະໂຣຫິດຜູ້ທີ່ເຮັດພິທີຊຳລະຈະນຳຜູ້ທີ່ເຮັດການຊຳລະໂຕມາຢືນຕໍ່ພຣະພັກພຣະຢາເວ. ພ້ອມກັບສິ່ງຂອງເຫລົ່ານັ້ນທີ່ທາງເຂົ້າເຕັນນັດພົບ.
\s5
\v 12 ປະໂຣຫິດຈະເອົາລູກເເກະໂຕຜູ້ໂຕຫນຶ່ງຖວາຍເປັນເຄື່ອງບູຊາໄຖ່ຄວາມຜິດ, ພ້ອມກັບນຳ້ມັນຫນຶ່ງໃນສາມລິດ, ເຂົາຈະຍໍສິ່ງຂອງເຫລົ່ານັ້ນເພື່ອເປັນເຄື່ອງຍົກຍໍບູຊາຖວາຍເເດ່ພຣະຢາເວ.
\v 13 ປະໂຣຫິດຕ້ອງຂ້າລູກເເກະໂຕຜູ້ໃນສະຖານທີ່ໃຊ້ຂ້າເຄື່ອງບູຊາລົບລ້າງບາບ, ເເລະເຄື່ອງບູຊາໃນບໍລິເວນສັກສິດ, ເເລະເຄື່ອງບູຊາລົບລ້າງບາບຕົກເປັນຂອງປະໂຣຫິດ. ເຊັ່ນດຽວກັບເຄື່ອງບູຊາໄຖ່ຄວາມຜິດ ເພາະເປັນສິ່ງທີ່ບໍຣິສຸດທີ່ສຸດ.
\s5
\v 14 ປະໂຣຫິດຈະນຳເລືອດບາງສ່ວນຂອງເຄື່ອງບູຊາໄຖ່ຄວາມຜິດ, ເເລະ ໄປເຈີມປາຍຫົວດ້ານຂວາຂອງຄົນທີ່ຮັບການຊຳລະໂຕ, ເເລະເຈີມຫົວໂປ້ມືຂວາ, ເເລ້ວ ນິ້ວໂປ້ຕີນເບື້ອງຂວາ.
\v 15 ເເລ້ວປະໂຣຫິດຈະເອົານຳ້ມັນຈາກຫນຶ່ງໃນສາມລິດນັ້ນຖອກລົງຝາມືຊ້າຍຂອງຕົນເເນ່,
\v 16 ເເລະ ເອົານິ້ວມືຂວາເຂົາຈຸ່ມລົງນຳ້ມັນທີ່ຢູ່ໃນມືຊ້າຍຂອງເຂົາ, ເເລະ ຊິດນຳ້ມັນດ້ວຍນິ້ວຂອງເຂົາເຈັດຄັ້ງຕໍ່ພຣະພັກພຣະຢາເວ.
\s5
\v 17 ປະໂຣຫິດຈະເອົານຳ້ມັນທີ່ເຫລືອໃນມືຂອງເຂົາໄປແຕະປາຍຫູດ້ານຂວາຂອງຄົນທີ່ຮັບການຊຳລະໂຕ, ເເລະຫົວໂປມືຂວາ, ເເລະຫົວໂປ້ຕີນເບື້ອງຂວາ, ເຂົາຕ້ອງເຈີມນຳ້ມັນທີ່ທັບຢູ່ເລືອດຂອງເຄື່ອງບູຊາໄຖ່ຄວາມຜິດ.
\v 18 ເເລ້ວນຳ້ມັນໃນມືຂອງປະໂຣຫິດ, ເຂົາກໍ່ຈະເຈີມຢູ່ຫົວຂອງຄົນທີ່ຮັບການຊຳລະໂຕ, ເເລ້ວປະໂຣຫິດຈະເຮັດການລົບລ້າງມົນທິນຕໍ່ພຣະພັກພຣະຢາເວ.
\s5
\v 19 ເເລ້ວປະໂຣຫິດຈະຖວາຍເຄື່ອງບູຊາລົບລ້າງບາບ ເເລະ ເຮັດການລົບມົນທິນ ສຳລັບຄົນທີ່ຮັບການຊຳລະໂຕເນື່ອງມາຈາກມົນທິນຂອງເຂົາ, ເເລະ ຫລັງຈາກນັ້ນເຂົາຈະຂ້າເຄື່ອງເຜົາບູຊາ,
\v 20 ເເລ້ວປະໂຣຫິດຈະຖວາຍເຄື່ອງເຜົາບູຊາ, ເເລະ ເຄື່ອງບູຊາເທິງເເທ່ນບູຊາ, ເເລ້ວປະໂຣຫິດຈະເຮັດການລົບລ້າງມົນທິນສຳລັບຄົນນັ້ນ, ເເລ້ວເຂົາຈະສະອາດ.
\s5
\v 21 ຢ່າງໃດກໍ່ຕາມ, ຖ້າຄົນນັ້ນຂັດສົນ ເເລະບໍ່ສາມາດຫາເຄື່ອງບູຊາເຫລົ່ານີ້ມາໄດ້, ກໍໃຫ້ເຂົາເອົາລູກເເກະໂຕຜູ້ມາໂຕຫນຶ່ງ ເພື່ອເປັນເຄື່ອງບູຊາໄຖ່ຄວາມຜິດທີ່ຈະໃຊ້ຍົກຍໍຖວາຍ, ເພື່ອການລົບລ້າງມົນທິນເພື່ອໂຕເຂົາເອງ, ເເລະ ເອົາເເປ້ງຢ່າາງດີມາປະສົມກັບນຳ້ມັນຫນຶ່ງກິໂລກຣາມເທົ່ານັ້ນເພື່ອຖວາຍເປັນເຄື່ອງບູຊາ, ເເລະ ນຳ້ມັນຫນຶ່ງໃນສາມລິດ.
\v 22 ພ້ອມກັບນົກເຂົາສອງໂຕ ຫລືນົກພິລາບສອງໂຕ, ທີ່ເຂົາສາມາດຫາມາໄດ້ນົກໂຕຫນຶ່ງເປັນເຄື່ອງບູຊາລົບລ້າງບາບ, ເເລະ ອີກໂຕຈະເປັນເຄື່ອງເຜົາບູຊາ.
\v 23 ໃນວັນທີເເປດ ໃຫ້ເຂົານຳມາມອບໃຫ້, ປະໂຣຫິດສຳລັບການຊຳລະໂຕທີ່ທາງເຂົ້າເຕັນນັດພົບ, ຕໍ່ພຣະພັກພຣະຢາເວ.
\s5
\v 24 ປະໂຣຫິດຈະເອົາລູກເເກະສຳລັບເຄື່ອງບູຊາມາ, ເເລະ ເຂົາຈະເອົານຳ້ມັນຫມາກກອກຫນຶ່ງໃນສາມລິດມາດ້ວຍ, ເເລະ ເຂົາຈະຊູສິ່ງຂອງເຫລົ່ານັ້ນຂຶ້ນສູງດັ່ງວ່າເຂົາຖວາຍສິ່ງຂອງເຫລົ່ານັ້ນເເດ່ພຣະຢາເວ.
\v 25 ເເລ້ວເຂົາຈະຂ້າລູກເເກະເພື່ອເປັນເຄື່ອງບູຊາໄຖ່ຄວາມຜິດ, ເເລະ ເຂົາຈະເອົາເລືອດບາງສ່ວນຂອງເຄື່ອງບູຊາໄຖ່ຄວາມຜິດໄປເເຕະປາຍຫູສຳລັບຄົນທີ່ຮັບການຊຳລະໂຕ, ເເລະ ເຈີມຫົວໂປ້ມືເບື້ອງຂວາ, ເເລະ ຫົວໂປ້ຕີນຂອງເຂົາ.
\s5
\v 26 ເເລ້ວປະໂຣຫິດຈະຖອກນຳ້ມັນໃສ່ບາງສ່ວນໃສ່ມືຊ້າຍຂອງຕົນ.
\v 27 ເເລະ ເຂົາຈະໃຊ້ນິ້ວມືຂວາຂອງເຂົາຊິດນຳ້ມັນທີ່ຢູ່ໃນມືຊ້າຍຂອງເຂົາເຈັດຄັ້ງຕໍ່ພຣະພັກພຣະຢາເວ.
\s5
\v 28 ເເລ້ວປະໂຣຫິດຈະເອົານຳ້ມັນບາງສ່ວນໃນມືຂອງເຂົາ ໄປແຕະທີ່ຫູຂວາຂອງຄົນທີ່ຮັບການຊຳລະໂຕ, ເເລະ ເຈີມຢູ່ຫົວໂປ້ມືຂວາ, ເເລະຫົວໂປ້ຕີນຂວາຂອງເຂົາ, ຈຸດດຽວກັນກັບທີ່ເຂົາໄດ້ເຈີມດ້ວຍເລືອດຂອງເຄື່ອງບູຊາໄຖ່ຄວາມຜິດ.
\v 29 ປະໂຣຫິດຈະເອົານຳ້ມັນທີ່ເຫລືອໃນມືຂອງເຂົາເຈີມຢູ່ຫົວຂອງຄົນຊຳລະໂຕ ເພື່ອການລົບລ້າງມົນທິນຂອງເຂົາຕໍ່ພຣະພັກພຣະຢາເວ.
\s5
\v 30 ເຂົາຕ້ອງຖວາຍນົກເຂົາ ຫລືນົກພິລາບຫນຶ່ງໂຕ, ເທົ່າທີ່ຄົນຈະສາມາດຫາມາໄດ້ -
\v 31 ຫນຶ່ງໂຕໃຫ້ເປັນເຄື່ອງບູຊາລົບລ້າງບາບ. ເເລະ ອີກໂຕຫນຶ່ງໃຫ້ເປັນເຄື່ອງເຜົາບູຊາ. ເເລ້ວປະໂຣຫິດຈະເຮັດການລົບລ້າງມົນທິນສຳລັບຄົນທີ່ຮັບການຊຳລະໂຕຕໍ່ພຣະພັກພຣະຢາເວ.
\v 32 ນີ້ຄືກົດເກນຂອງຄົນເປັນໂຣກຜິວຫນັງທີ່ຕິດເຊື້ອ, ຜູ້ທີ່ບໍ່ສາມາດຫາເຄື່ອງບູຊາສຳລັບການຊຳລະໂຕຂອງເຂົາໄດ້ຕາມປົກກະຕິ."
\s5
\v 33 ພຣະຢາເວໄດ້ກ່າວເເກ່ໂມເຊ ເເລະ ເເກ່ອາໂຣນວ່າ,
\v 34 "ເມື່ອພວກເຈົ້າເຂົ້າໄປໃນເເຜ່ນດິນຄານາອານ ຊຶ່ງເຮົາໄດ້ມອບໃຫ້ເປັນກຳມະສິດເເກ່ພວກເຈົ້າເເລ້ວ, ເເລະ ຖ້າເຮົາໄດ້ໃຫ້ເຊື້ອລາທີ່ລຸກລາມໃນບ້ານຫລັງຫນຶ່ງໃນເເຜ່ນດິນທີ່ພວກເຈົ້າຖືກຳມະສິດນັ້ນ,
\v 35 ແລ້ວໃຫ້ເຈົ້າຂອງບ້ານ ຕ້ອງມາບອກປະໂຣຫິດ. ເຂົາຕ້ອງເເຈ້ງວ່າ, 'ມີບາງສິ່ງທີ່ເບິ່ງຄືເຊື້ອລາຢູ່ໃນບ້ານຂອງຂ້ານ້ອຍ.'
\s5
\v 36 ເເລ້ວປະໂຣຫິດຈະສັ່ງໃຫ້ພວກເຂົາເຮັດໃຫ້ບ້ານວ່າງເປົ່າກ່ອນປະໂຣຫິດຈະໄປເບິ່ງຮ່ອງຮອຍເຊື້ອລາ, ເພື່ອຈະບໍ່ເຮັດໃຫ້ສິ່ງໃດໃນບ້ານເຮັດໃຫ້ເປັນມົນທິນ, ຫລັງຈາກນັ້ນປະໂຣຫິດຕ້ອງຍ່າງເຂົ້າໄປເບິ່ງບ້ານ.
\v 37 ເຂົາຕ້ອງກວດເບິ່ງວ່າເຊື້ອນັ້ນຢູ່ຝາເຮືອນຫລືບໍ່ ເເລະເບິ່ງວ່າປະກົດມີຮອຍສີຂຽວຫລືສີເເດງເລິກໄປໃນຝາເຮືອນຫລືບໍ່.
\v 38 ຖ້າບ້ານນັ້ນມີເຊື້ອລາ, ປະໂຣຫິດຈະອອກຈາກບ້ານ ເເລະປິດປະຕູບ້ານໄວ້ເຈັດວັນ.
\s5
\v 39 ພໍເຖິງວັນທີເຈັດ, ປະໂຣຫິດກໍຈະກັບມາອີກຄັ້ງ, ເເລະກວດເບິ່ງວ່າເຊື້ອລາໄດ້ລຸກລາມໄປຕາມຜາບ້ານຫລືບໍ່.
\v 40 ຖ້າລຸກລາມປະໂຣຫິດກໍຈະສັ່ງໃຫ້ເຂົາຮື້ກ້ອນຫີນທີ່ພົບວ່າມີເຊື້ອນັ້ນອອກ, ເເລະເອົາໄປຖິ້ມໃນທີ່ ທີ່ເປັນມົນທິນຢູ່ນອກເມືອງ.
\s5
\v 41 ເເລະສັ່ງໃຫ້ຂູດຝາທາງໃນເຮືອນທັງຫມົດອອກ, ເເລະ ພວກເຂົາຕ້ອງເອົາຜົງທີ່ຂູດອອກທີ່ເຈືອປົນດ້ວຍເຊື້ອນັ້ນອອກໄປຖິ້ມນອກເມືອງໃນສະຖານທີ່ ທີ່ເປັນມົນທິນ.
\v 42 ພວກເຂົາຕ້ອງເອົາຫີນອື່ນໃສ່ເຂົ້າໄປແທນທີ່ກ້ອນຫີນທີ່ຖືກນຳອອກໄປ, ເເລະ ພວກເຂົາຕ້ອງເອົາຂີ້ຕົມໃຫມ່ມາສາບເຮືອນນັ້ນ.
\s5
\v 43 ຖ້າເຊື້ອລານັ້ນກັບມາເກີດຂຶ້ນອີກເເລະລຸກລາມໄປໃນບ້ານທີ່ເອົາກ້ອນຫີນອອກໄປຖິ້ມເເລ້ວ.
\v 44 ປະໂຣຫິດເຂົ້າມາກວດບ້ານເພື່ອວ່າເຊື້ອລາໄດ້ລຸກລາມບ້ານຫລືບໍ່, ຖ້າລຸກລາມ, ນັ້ນເປັນເຊື້ອລາທີ່ເປັນອັນຕະລາຍ, ບ້ານນັ້ນກໍເປັນມົນທິນ.
\s5
\v 45 ເຮືອນນັ້ນຈະຕ້ອງຖືກຮື້ລົງ. ກ້ອນຫີນ, ໄມ້, ເເລະ ທັງຫມົດທີ່ສາບໃນເຮືອນທັງຫມົດຈະຕ້ອງຖືກນຳເອົາອອກໄປນອກເມືອງ, ໄປຍັງສະຖານທີ່ ທີ່ເປັນມົນທິນ.
\v 46 ຍິ່ງກວ່ານັ້ນ, ໃຜກໍ່ຕາມທີ່ເຂົ້າໄປເຮືອນນັ້ນໃນຂະນະທີ່ເຮືອນຍັງປິດຢູ່, ກໍ່ເປັນມົນທິນໄປຈົນຮອດຕອນເເລງ.
\v 47 ທຸກຄົນທີ່ນອນຫລັບໃນເຮືອນຫລັງນັ້ນຕ້ອງຊັກເສື້ອຜ້າຂອງເຂົາ ເເລະ ທຸກຄົນທີ່ກິນໃນເຮືອນຫລັງນັ້ນຕ້ອງຊັກເສື້ອຜ້າຂອງເຂົາ.
\s5
\v 48 ຖ້າປະໂຣຫິດເຂົ້າໄປໃນເຮືອນດັ່ງກ່າວ ຫລືກວດເບິ່ງວ່າມີເຊື້ອລາລຸກລາມໃນເຮືອນ ຫລື ບໍ່, ຫລັງຈາກທີ່ເຮືອນຫລັງນັ້ນໄດ້ສາບໃຫມ່ເເລ້ວ, ຖ້າເຊື້ອລາໄດ້ຫາຍໄປ, ປະໂຣຫິດກໍຈະປະກາດວ່າເຮືອນຫລັງນັ້ນສະອາດ.
\s5
\v 49 ປະໂຣຫິດຈະຕ້ອງເອົານົກມາສອງໂຕເພື່ອເຮັດການຊຳລະເຮືອນ, ເເລະ ໄມ້ສົນສີດາ, ດ້າຍສີເເດງ, ເເລະຕົ້ນຫູສົບ.
\v 50 ເຂົາຈະຂ້ານົກໂຕຫນຶ່ງເທິງນ້ຳທີ່ສະອາດໃນໂຖດິນ.
\v 51 ເຂົາຈະເອົາໄມ້ສົນສີດາ, ຕົ້ນຫູສົບ, ເຂົາຈະຂ້ານົກໂຕຫນຶ່ງເທິງນຳ້ທີ່ສະອາດ, ເພິ່ນຈະຊິດເລືອດນົກນັ້ນໃສ່ເຮືອນເຈັດເທື່ອ.
\s5
\v 52 ປະໂຣຫິດຈະຊຳລະເຮືອນຫລັງນັ້ນດ້ວຍເລືອດຂອງນົກ, ແລະ ດ້ວຍນຳ້ສະອາດ, ດ້ວຍນົກທີ່ມີຊີວິດໄມ້ສົນສີດາ, ຕົ້ນຫູສົບ, ເເລະ ດ້າຍສີເເດງ.
\v 53 ເເຕ່ເຂົາຈະປ່ອຍນົກທີ່ມີຊີວິດອອກຈາກເມືອງໄປສູ່ທ້ອງທົ່ງ, ດ້ວຍວີທີນີ້ປະໂຣຫິດຕ້ອງການລົບລ້າງມົນທິນ, ສຳລັບເຮືອນນັ້ນ, ເເລະ ເຮືອນນັ້ນກໍ່ສະອາດ.
\s5
\v 54 ນີ້ເປັນກົດຂອງໂຣກຜິວຫນັງທີ່ຕິດເຊື້ອທຸກຊະນິດ, ເເລະ ທຸກສິ່ງທີ່ເຮັດໃຫ້ເກີດໂຣກເເບບນັ້ນ, ເເລະ ສຳລັບໂຣກຜື່ນຄັນ.
\v 55 ເເລະ ສຳລັບເຊື້ອລາໃນເສື້ອຜ້າ ເເລະ ໃນເຮືອນ.
\v 56 ສຳລັບຮອຍບວມ, ສຳລັບຜື່ນຄັນ, ເເລະສຳລັບຮອຍດ່າງ.
\v 57 ເພື່ອກຳນົດໃນກໍລະນີເຫລົ່ານີ້ວ່າ ເມື່ອໃດເປັນມົນທິນ ຫລືເມື່ອໃດສະອາດ, ນີ້ຄືກົດສຳລັບໂຣກຜິວຫນັງທີ່ຕິດເຊື້ອ, ເເລະ ເຊື້ອລາ."
\s5
\c 15
\cl ບົດທີ 15
\p
\v 1 ພຣະຢາເວໄດ້ກ່າວເເກ່ໂມເຊ ເເລະອາໂຣນວ່າ,
\v 2 "ຈົງເວົ້າເເກ່ຄົນອິດສະຣາເອນ, ເເລະບອກພວກເຂົາວ່າ, "ເມື່ອຊາຍໃດມີຂອງແຫລວທີ່ຕິດເຊື້ອໄຫລອອກຈາກຮ່າງກາຍຂອງເຂົາ, ເຂົາກໍເປັນມົນທິນ.
\v 3 ມົນທິນຂອງເຂົາເກີດຂຶ້ນເພາະຂອງເເຫລວໄຫລອອກຈາກຮ່າງກາຍຂອງເຂົາ ຫລື ໄດ້ຢຸດເເລ້ວກໍຕາມ, ສິ່ງນີ້ເປັນມົນທິນ.
\s5
\v 4 ຕຽງນອນທຸກຕຽງທີ່ເຂົາຈະນອນເປັນມົນທິນ, ເເລະທຸກສິ່ງທີ່ເຂົານັ່ງກໍ່ຈະເປັນມົນທິນ.
\v 5 ຄົນໃດທີ່ແຕະຕ້ອງຕຽງຂອງເຂົາຕ້ອງຊັກເສື້ອຜ້າຂອງຕົນແລະອາບນຳ້ ແລະຈະເປັນມົນທິນໄປຈົນຮອດຕອນແລງ.
\s5
\v 6 ຄົນໃດທີ່ໄປນັ່ງເທິງສິ່ງໃດທີ່ຊາຍຜູ້ມີຂອງເເຫລວຕິດເຊື້ອໄຫລອອກກ່ອນໄດ້ນັ່ງກ່ອນນັ້ນ, ຕ້ອງຊັກເສື້ອຜ້າຂອງຕົນແລະອາບນຳ້ເເລະເຂົາຈະເປັນມົນທິນໄປຈົນຮອດຕອນເເລງ.
\v 7 ຄົນໃດທີ່ຈັບຕ້ອງຄົນທີ່ມີຂອງເເຫລວໄຫລອອກ, ຕ້ອງຊັກເສື້ອຜ້າຂອງຕົນ, ເເລະອາບນຳ້ ເເລະເປັນມົນທິນໄປຈົນຮອດຕອນເເລງ.
\s5
\v 8 ຖ້າຄົນໃດທີ່ມີຂອງເເຫລວເເບບນັ້ນໄຫລອອກໄປຖົ່ມນຳ້ລາຍໃສ່ບາງຄົນທີ່ສະອາດ, ຄົນທີ່ຖືກຖົ່ມນຳ້ລາຍຕ້ອງຊັກເສື້ອຜ້າຂອງຕົນ, ເເລະອາບນຳ້ ເເລະຈະເປັນມົນທິນໄປຈົນຮອດຕອນເເລງ.
\v 9 ສິ່ງໃດທີ່ຜູ້ທີ່ມີຂອງເເຫລວໄຫລອອກເອົາໄປນັ່ງທັບກໍ່ຈະເປັນມົນທິນ.
\s5
\v 10 ຄົນໃດທີ່ແຕະຕ້ອງສິ່ງໃດໆ, ທີ່ຮອງຮັບຄົນທີ່ເປັນມົນທິນນັ້ນ ຄົນນັ້ນຈະຕ້ອງເປັນມົນທິນໄປຈົນຮອດຕອນເເລງ. ແລະຄົນທີ່ຈັບຕ້ອງສິ່ງນັ້ນຕ້ອງຊັກເສື້ອຜ້າຂອງຕົນເເລະອາບນຳ້ເເລະເຂົາຈະເປັນມົນທິນໄປຈົນຮອດຕອນເເລງ.
\v 11 ຄົນໃດທີ່ຖືກສິ່ງທີ່ຈັບຕ້ອງສິ່ງທີ່ໄຫລອອກຖືກໂຕໂດຍທີ່ເຂົາບໍ່ໄດ້ລ້າງມືຂອງເຂົາກ່ອນ, ຜູ້ຖືກເເຕະຕ້ອງນັ້ນຕ້ອງຊັກເສື້ອຜ້າຂອງຕົນເເລະອາບນຳ້, ເເລະເຂົາຈະເປັນມົນທິນໄປຈົນຮອດຕອນເເລງ.
\v 12 ພາຊະນະດິນທຸກອັນທີ່ຜູ້ມີຂອງເເຫລວໄຫລອອກເຊັ່ນນັ້ນເເຕະຕ້ອງ ໃຫ້ທຸບເສຍ, ເເລະພາຊະນະໄມ້ທຸກອັນຕ້ອງລ້າງໃນນຳ້.
\s5
\v 13 ເມື່ອຄົນທີ່ມີສິ່ງທີ່ໄຫລອອກມາໄດ້ຊຳລະສິ່ງທີ່ໄຫລອອກມາຂອງເຂົາເເລ້ວ, ເຂົາຕ້ອງນັບການຊຳລະຂອງເຂົາໃຫ້ຄົບເຈັດວັນ, ເເລະເຂົາຕ້ອງຊັກເສື້ອຜ້າຂອງຕົນ, ເເລະອາບນຳ້ໃນທີ່ທີ່ມີນຳ້ໄຫລ ເເລ້ວເຂົາຈຶ່ງຈະສະອາດກ
\v 14 ໃນວັນທີ່ເເປດ, ໃຫ້ເຂົາເອົານົກສອງໂຕ ເເລະມາຂ້າຕໍ່ພຣະພັກພຣະຢາເວທີ່ທາງເຂົ້າເຕັນນັດພົບ. ແລະມອບນົກເຫລົ່ານັ້ນໃຫ້ເເກ່ປະໂຣຫິດ.
\v 15 ໃຫ້ປະໂຣຫິດຖວາຍນົກເຫລົ່ານັ້ນ. ໂຕຫນຶ່ງເປັນເຄື່ອງບູຊາລົບລ້າງບາບ. ແລະອີກໂຕຫນຶ່ງເປັນເຄື່ອງເຜົາບູຊາ. ແລະໃຫ້ປະໂຣຫິດເຮັດການລົບລ້າງມົນທິນໃນເລື່ອງທີ່ໄຫລອອກໃຫ້ເເກ່ເຂົາ ຕໍ່ພຣະພັກພຣະຢາເວ.
\s5
\v 16 ຊາຍຄົນໃດໄດ້ຫລັ່ງນຳ້ກາມ ໃຫ້ເອົານຳ້ອາບທັງໂຕ, ເເລະເຂົາຈະເປັນມົນທິນໄປຈົນຮອດຕອນເເລງ.
\v 17 ເຄື່ອງເເຕ່ງກາຍທຸກຊະນິດຫລືຫນັງທຸກຊະນິດທີ່ນຳ້ກາມໄຫລໃສ່ຕ້ອງຊັກລ້າງດ້ວຍນຳ້ ເເລະເປັນມົນທິນໄປຈົນຮອດຕອນເເລງ.
\v 18 ຖ້າຍິງເເລະຊາຍຫລັບນອນນຳກັນ ເເລະຫລັ່ງນຳ້ກາມໃສ່ຍິງພວກເຂົາຕ້ອງອາບນຳ້ ເເລະພວກເຂົາຈະເປັນມົນທິນໄປຈົນຮອດຕອນເເລງ.
\s5
\v 19 ເມື່ອຍິງໃດມີປະຈຳເດືອນ, ມົນທິນຂອງນາງຕໍ່ເນື່ອງໄປເຈັດວັນ, ເເລະຜູ້ໃດແຕະຕ້ອງນາງຈະເປັນມົນທິນໄປຈົນຮອດຕອນເເລງ.
\v 20 ທຸກສິ່ງທີ່ເປັນຂອງນາງໄປນອນທັບຂະນະທີ່ມີປະຈຳເດືອນກໍ່ເປັນມົນທິນ; ທຸກສິ່ງທີ່ໄປນັ່ງທັບກໍ່ເປັນມົນທິນດ້ວຍ.
\s5
\v 21 ຄົນໃດທີ່ໄປແຕະຕ້ອງບ່ອນນອນຂອງນາງຕ້ອງຊັກເສື້ອຜ້າຕົນເເລະອາບນຳ້, ເເລະຄົນນັ້ນຈະເປັນມົນທິນໄປຈົນຮອດຕອນເເລງ.
\v 22 ຄົນໃດທີ່ເເຕະຕ້ອງສິ່ງໃດໆ, ທີ່ນາງນັ່ງຕ້ອງຊັກເສື້ອຜ້າຂອງຕົນເເລະອາບນຳ້ ເເລະຄົນນັ້ນຈະເປັນມົນທິນໄປຈົນຮອດຕອນເເລງ.
\v 23 ບໍ່ວ່າຈະເປັນບ່ອນນອນຫລືສິ່ງໃດກໍຕາມທີ່ນາງເຕັງ ຖ້າຊາຍຄົນໃດໄປເເຕະຕ້ອງສິ່ງນັ້ນຄົນນັ້ນກໍ່ເປັນມົນທິນໄປຈົນຮອດຕອນເເລງ.
\s5
\v 24 ຖ້າຊາຍຄົນໃດນອນຫລັບກັບນາງ, ເເລະມົນທິນຂອງນາງໄຫລຕິດທີ່ຊາຍນັ້ນ, ຊາຍນັ້ນກໍ່ເປັນມົນທິນໄປເຈັດວັນ, ບ່ອນນອນທຸກເເຫ່ງທີ່ຊາຍຄົນນັ້ນໄປນອນກໍ່ຈະເປັນມົນທິນ.
\s5
\v 25 ຖ້າຍິງຄົນໃດມີເລືອດໄຫລອອກມາຫລາຍມື້, ທັ້ງທີ່ບໍ່ເເມ່ນຊ່ວງທີ່ເປັນປະຈຳເດືອນຂອງນາງ, ຫລືມີເລືອດໄຫລອອກນອກເຫນືອຊ່ວງປະຈຳເດືອນຂອງນາງ, ໃນວັນທີ່ມີມົນທິນຂອງນາງໄຫລອອກ ນາງກໍ່ເປັນຄືກັບຊ່ວງທີ່ນາງເປັນປະຈຳເດືອນຂອງນາງ, ຊຶ່ງເຮັດໃຫ້ນາງເປັນມົນທິນ.
\v 26 ທຸກບ່ອນທີ່ນາງໄດ້ນອນໃນຂະນະທີ່ນາງມີເລືອດໄຫລອອກ, ກໍ່ຈະເປັນເຫມືອນບ່ອນນອນຂອງນາງທີ່ມີປະຈຳເດືອນຂອງນາງ ເເລະທຸກສິ່ງທີ່ນາງນັ່ງທັບຈະເປັນຢ່າງດຽວກັບມົນທິນຂອງປະຈຳເດືອນຂອງນາງ.
\v 27 ຄົນໃດເເຕະຕ້ອງສິ່ງເຫລົ່ານັ້ນກໍຈະເປັນມົນທິນ, ຊາຍນັ້ນຕ້ອງຊັກເສື້ອຜ້າຂອງຕົນເເລະອາບນຳ້ ເເລະເຂົາຈະເປັນມົນທິນໄປຈົນຮອດຕອນເເລງ.
\s5
\v 28 ເເຕ່ຖ້າຊຳລະດ້ວຍເລືອດທີ່ໄຫລອອກຂອງລາວເເລ້ວ, ໃຫ້ລາວນັບເອງໃຫ້ຄົບເຈັດວັນ, ຕໍ່ຈາກນັ້ນນາງຈຶ່ງສະອາດ,
\v 29 ໃນວັນທີເເປດໃຫ້ນາງນຳເອົານົກສອງໂຕຫລືນົກພິລາບສອງໂຕ, ເເລະເອົາໄປໃຫ້ປະໂຣຫິດທີ່ທາງເຂົ້າເຕັນນັດພົບ,
\v 30 ປະໂຣຫິດຈະຖວາຍເຄື່ອງບູຊາຫນຶ່ງເປັນເຄື່ອງບູຊາລົບລ້າງບາບ, ເເລະອີກໂຕຫນຶ່ງເປັນເຄື່ອງເຜົາບູຊາ, ເເລະປະໂຣຫິດຈະເຮັດການລົບລ້າງມົນທິນຂອງນາງໃນເລື່ອງທີ່ເປັນມົນທິນອັນເນື່ອງມາຈາກມີເລືອດໄຫລອອກ, ຕໍ່ພຣະພັກພຣະຢາເວ.
\s5
\v 31 ນີ້ເເມ່ນວິທີທີ່ພວກເຈົ້າຕ້ອງໃຊ້ເເຍກຄົນອິດສະຣາເອນຈາກການເປັນມົນທິນຂອງເຂົາທັງຫລາຍ, ເພື່ອພວກເຂົາຈະບໍ່ຕາຍຍ້ອນມົນທິນຂອງພວກເຂົາ, ໂດຍການເຮັດໃຫ້ສະຖານທີ່ສັກສິດຂອງເຂົາເປັນມົນທິນ.
\s5
\v 32 ເຫລົ່ານີ້ເປັນລະບຽບກ່ຽວກັບຜູ້ໃດທີ່ມີຂອງເເຫລວໄຫລອອກ, ເເລະກ່ຽວກັບຊາຍໃດທີ່ລັ່ງນຳ້ກາມອອກຊຶ່ງເຮັດໃຫ້ໂຕຂອງເຂົາເປັນມົນທິນ.
\v 33 ເເລະກ່ຽວກັບຍິງທີ່ມີປະຈຳເດືອນ, ກ່ຽວກັບຜູ້ຊາຍທີ່ມີຂອງເເຫລວໄຫລອອກບໍ່ວ່າຊາຍຫລືຍິງ, ເເລະຊາຍທີ່ຫລັບນອນກັບຍິງທີ່ເປັນມົນທິນ.
\s5
\c 16
\cl ບົດທີ 16
\p
\v 1 ພຣະຢາເວໄດ້ກ່າວເເກ່ໂມເຊ - ຫລັງຈາກການເສຍຊີວິດຂອງລູກສອງຄົນຂອງອາໂຣນ, ເມື່ອພວກເຂົາໄດ້ເຂົ້າມາໃກ້ພຣະຢາເວ ເເລ້ວເຖິງເເກ່ຄວາມຕາຍ.
\v 2 ພຣະຢາເວກ່າວເເກ່ໂມເຊວ່າ, "ຈົ່ງເວົ້າກັບອາໂຣນນ້ອງຊາຍຂອງເຈົ້າ, ເເລະບອກເຂົາວ່າ, ຈົ່ງຢ່າເຂົ້າໄປໃນບ່ອນທີ່ສັກສິດທີ່ສຸດຕາມໃຈມັກຄືເຂົ້າໄປໃນມ່ານຜ້າຫນ້າຝາຫີບເເຫ່ງການລົບລ້າງມົນທິນບາບຊຶ່ງຕິດຢູ່ເທິງຫີບພຣະບັນຍັດ. ຖ້າເຂົາເຂົ້າໄປເຂົາຈະຕາຍ, ເພາະວ່າທີ່ນັ້ນເເມ່ນບ່ອນທີ່ເຮົາປະກົດໃນເມກ, ເຫນືອຝາອັດຫີບເເຫ່ງການລົບລ້າງມົນທິນບາບ.
\s5
\v 3 ດັ່ງນັ້ນນີ້ເເມ່ນສິ່ງທີ່ອາໂຣນໄດ້ເຮັດເມື່ອເຂົ້າມາໃນສະຖານທີ່ບໍຣິສຸດ, ເຂົາຕ້ອງເຂົ້າມາພ້ອມກັບງົວຫນຸ່ມຫນຶ່ງໂຕທີ່ໃຊ້ເປັນເຄື່ອງບູຊາລົບລ້າງບາບ, ເເລະເເກະຫນຶ່ງໂຕທີ່ໃຊ້ເປັນເຄື່ອງເຜົາບູຊາ.
\v 4 ເຂົາຕ້ອງໃສ່ຊຸດຜ້າປ່ານບໍຣິສຸດ, ເເລະເຂົາຕ້ອງໃສ່ຜ້າປ່ານໃນນັ້ນ, ເເລະເຂົາຕ້ອງມັດເເອວດ້ວຍຜ້າປ່ານເເລະໃສ່ຜ້າດ້ວຍຜ້າປ່ານນີ້ເເມ່ນຊຸດທີ່ບໍຣິສຸດ, ເຂົາຕ້ອງອາບນຳ້ເເລ້ວໃສ່ຊຸດນີ້.
\v 5 ເຂົາຕ້ອງເອົາເເກະຜູ້ສອງໂຕຈາກຊຸມນຸມຊົນອິດສະຣາເອນໄປເປັນເຄື່ອງບູຊາລົບລ້າງບາບ. ເເລະເເກະໂຕຜູ້ຫນຶ່ງໂຕເປັນເຄື່ອງເຜົາບູຊາ.
\s5
\v 6 ເເລ້ວອາໂຣນຕ້ອງຖວາຍງົວເປັນເຄື່ອງບູຊາລົບລ້າງບາບຂອງໂຕເອງ, ເພື່ອເຮັດການລົບລ້າງມົນທິນຂອງໂຕເອງ, ເເລະຄອບຄົວຂອງເຂົາ.
\v 7 ເເລ້ວເຂົາຕ້ອງເອົາເເບ້ສອງໂຕນັ້ນໄປຖວາຍຕໍ່ພຣະພັກພຣະຢາເວບ່ອນທາງເຂົ້າເຕັນນັດພົບ.
\s5
\v 8 ເເລ້ວອາໂຣນຕ້ອງຈັບສະຫລາກເເບ້ສອງໂຕນັ້ນ, ສະຫລາກຫນຶ່ງຕົກເປັນຂອງພຣະຢາເວ. ເເລະສະຫລາກຫນຶ່ງເພື່ອເປັນຂອງເເບ້ຮັບບາບ.
\v 9 ເເລ້ວອາໂຣນຕ້ອງຖວາຍເເບ້ໂຕທີ່ສະຫລາກຕົກເປັນຂອງພຣະຢາເວ. ເເລະຖວາຍເເບ້ນັ້ນໃຫ້ເປັນເຄື່ອງບູຊາລົບລ້າງບາບ.
\v 10 ເເຕ່ແບ້ໂຕທີ່ສະຫລາກຕົກເປັນແບ້ຮັບບາບຈະຕ້ອງນຳມາຕໍ່ພຣະພັກພຣະຢາເວເເບບທີ່ຍັງມີຊີວິດຢູ່, ເພື່ອເຮັດການລົບລ້າງມົນທິນບາບໂດຍການປ່ອຍແບ້ທີ່ເປັນແບ້ຮັບບາບນັ້ນເຂົ້າສູ່ຖິ່ນທຸລະກັນດານ.
\s5
\v 11 ເເລ້ວອາໂຣນຕ້ອງຖວາຍງົວເປັນເຄື່ອງບູຊາລົບລ້າງບາບຂອງໂຕເອງ, ເຂົາຕ້ອງເຮັດການລົບມົນທິນບາບຂອງໂຕເອງ, ເເລະຂອງຄອບຄົວຂອງເຂົາ, ດັ່ງນັ້ນເຂົາຕ້ອງຂ້າງົວໃຫ້ເປັນເຄື່ອງບູຊາລົບລ້າງບາບຂອງໂຕເອງ.
\s5
\v 12 ອາໂຣນຕ້ອງນຳຫມໍ້ຂາງທີ່ເຕັມໄປດ້ວຍຖ່ານໄຟທີ່ເອົາອອກມາຈາກເເທ່ນບູຊາຕໍ່ພຣະພັກພຣະຢາເວ. ພ້ອມກັບກຳຍານທີ່ບົດລະອຽດຢ່າງດີຫນຶ່ງກຳມື, ເເລະ ນຳສິ່ງເຫລົ່ານີ້ເຂົ້າໄປສະຖານທີ່ສັກສິດທີ່ສຸດ.
\v 13 ພາຍໃນນັ້ນເພິ່ນຈະກຳກຳຍານໂຮຍໃສ່ໄຟຕໍ່ພຣະພັກພຣະຢາເວ ເພື່ອໃຫ້ຄວັນຈາກເຄື່ອງຫອມປົກຄຸມເຫນືອຝາຫີບເເຫ່ງການລົບລ້າງມົນທິນບາບທີ່ປິດຢູ່ເທິງຫີບພັນທະສັນຍາ. ເຂົາຕ້ອງເຮັດເເນວນີ້ເພື່ອເຂົາຈະບໍ່ຕາຍ.
\s5
\v 14 ເເລ້ວເຂົາຕ້ອງເອົາເລືອດງົວໄປຊິດໃສ່ຝາເເຫ່ງການລົບລ້າງມົນທິນບາບ. ດ້ວຍນິ້ວຂອງເຂົາເຈັດຄັ້ງຕໍ່ຫນ້າຫີບເເຫ່ງການລົບລ້າງມົນທິນ.
\s5
\v 15 ເເລ້ວເຂົາຕ້ອງຂ້າແບ້ໂຕທີ່ເປັນເຄື່ອງບູຊາລົບລ້າງບາບສຳລັບປະຊາຊົນ, ເເລ້ວເອົາເລືອດຂອງແບ້ນັ້ນເຂົ້າໄປໃນສະຖານທີ່ສັກສິດ. ທີ່ນັ້ນເຂົາຕ້ອງເຮັດກັບເລືອດແບ້ເຊັ່ນດຽວກັນກັບທີ່ເຂົາເຄີຍເຮັດກັບເລືອດງົວຄືເຂົາຕ້ອງເອົາເລືອດນັ້ນເທິງຝາຫີບເເຫ່ງການລົບລ້າງມົນທິນບາບ.
\v 16 ເຂົາຕ້ອງເຮັດການລົບລ້າງມົນທິນຂອງສະຖານທີ່ບໍລິສຸດອັນເນື່ອງມາຈາກການເຮັດໃຫ້ເປັນມົນທິນຂອງປະຊາຊົນອິດສະຣາເອນ, ເເລະເພາະການກະບົດຂອງພວກເຂົາ, ເເລະ ຄວາມບາບທັງຫມົດຂອງພວກເຂົາ, ເຂົາຕ້ອງເຮັດເຊັ່ນນີ້ສຳລັບເຕັນນັດພົບ, ດ້ວຍຊຶ່ງເປັນທີ່ພຣະຢາເວໄດ້ສະຖິດຢູ່ທ່າມກາງການກະທຳທີ່ເປັນມົນທິນຂອງພວກເຂົາ.
\s5
\v 17 ຫ້າມຄົນໃດຢູ່ໃນເຕັນນັດພົບເມື່ອອາໂຣນເຂົ້າໄປຫາການລົບລ້າງມົນທິນທີ່ສັກສິດທີ່ສຸດ, ຈົນກວ່າເຂົາຈະອອກມາ ເເລະ ໄດ້ເຮັດການລົບລ້າງມົນທິນຂອງໂຕເຂົາ ເເລະຂອງຄອບຄົວຂອງເຂົາ, ເເລະ ຂອງຊຸມນຸມຊົນອິດສະຣາເອນທັງຫມົດຈົນຫມົດສິ້ນເເລ້ວ.
\v 18 ເຂົາຕ້ອງອອກໄປຍັງເເທ່ນບູຊາທີ່ຢູ່ຕໍ່ພຣະພັກພຣະຢາເວ, ເເລະການລົບລ້າງມົນທິນຂອງເເທ່ນນັ້ນ, ເເລະ ເຂົາຕ້ອງເອົາເລືອດງົວ, ເເລະ ເລືອດແບ້ບາງສ່ວນ ໄປເຈີມເເຈຂອງເເທ່ນບູຊາ.
\v 19 ເເລ້ວໃຊ້ນິ້ວມືຊິດເລືອດບາງສ່ວນເຈັດເທື່ອໃສ່ເທິງເເທ່ນບູຊາ, ເເລະ ເເຍກໄວ້ສະເພາະພຣະຢາເວ, ໃຫ້ພົ້ນຈາກການກະທຳທີ່ເປັນມົນທິນຂອງປະຊາຊົນອິດສະຣາເອນ.
\s5
\v 20 ເມື່ອເຂົາໄດ້ເຮັດການລົບລ້າງມົນທິນຂອງສະຖານທີ່ບໍລິສຸດ, ເຕັນນັດພົບ, ເເລະເເທ່ນບູຊາສຳເລັດເເລ້ວ, ເຂົາຕ້ອງຖວາຍແບ້ໂຕທີ່ຍັງມີຊີວິດ.
\v 21 ອາໂຣນຕ້ອງວາງມືເທິງຫົວຂອງແບ້ທີ່ຍັງມີຊີວິດ ແລະສະພາບຄວາມຊົ່ວຮ້າຍທັງຫມົດຂອງປະຊາຊົນອິດສະຣາເອນ, ການກະບົດທັງສິ້ນຂອງພວກເຂົາ, ເເລະ ຄວາມບາບທັງຫມົດຂອງພວກເຂົາໄວ້ເທິງແບ້ນັ້ນ, ເເລ້ວເຂົາຕ້ອງວາງຄວາມບາບຊົ່ວນັ້ນໄວ້ເທິງຫົວຂອງແບ້ໂຕນັ້ນ, ເເລ້ວມອບແບ້ນັ້ນໄວ້ກັບແບ້ທີ່ຄົນພ້ອມຈະເອົາແບ້ນັ້ນໄປປ່ອຍໃນຖິ່ນທຸລະກັນດານ.
\v 22 ແບ້ນັ້ນຈະເເບກຄວາມຊົ່ວຮ້າຍຂອງປະຊາຊົນທັງຫມົດໄປຍັງທີ່ລັບລີ້ ເເລະເຂົາຕ້ອງປ່ອຍເເບ້ໃຫ້ມັນເຂົ້າໄປຖິ່ນທຸລະກັນດານ.
\s5
\v 23 ເເລ້ວອາໂຣນຕ້ອງກັບໄປຍັງເຕັນນັດພົບ, ເເລະຖອດຊຸດຜ້າປ່ານທີ່ເຂົາໄດ້ໃສ່ກ່ອນເຂົ້າໄປໃນສະຖານທີ່ບໍລິສຸດອອກ, ເເລະເຂົາຕ້ອງເກັບຊຸດໄວ້ທີ່ນັ້ນ.
\v 24 ເຂົາຕ້ອງອາບນຳ້ໃນສະຖານທີ່ບໍລິສຸດ, ເເລະໃສ່ຊຸດປົກກະຕິຂອງເຂົາ, ເເລ້ວເຂົາຕ້ອງອອກໄປຖວາຍເຄື່ອງບູຊາຂອງຕົນເອງ, ເເລະເຄຶ່ອງບູຊາຂອງປະຊາຊົນ, ເເລະນີ້ເປັນການລົບລ້າງມົນທິນບາບຂອງຕົນເເລະຂອງປະຊາຊົນ.
\s5
\v 25 ເຂົາຕ້ອງເຜົາໄຂມັນຂອງເຄື່ອງບູຊາລົບລ້າງບາບເທິງເເທ່ນບູຊາ.
\v 26 ຊາຍທີ່ນຳແບ້ຮັບບາບໄປປ່ອຍຕ້ອງຊັກເສື້ອຜ້າຂອງຕົນແລະອາບນຳ້ ຫລັງຈາກນັ້ນແລ້ວເຂົາຈຶ່ງກັບເຂົ້າມາໃນຄ້າຍໄດ້.
\s5
\v 27 ໂຕງົວທີ່ໃຊ້ເປັນເຄື່ອງບູຊາລົບລ້າງບາບເເລະແບ້ທີ່ໃຊ້ເປັນເຄື່ອງບູຊາລົບລ້າງບາບ, ທີ່ໄດ້ນຳເລືອດຂອງມັນໄປເຮັດການລົບລ້າງມົນທິນໃນສະຖານທີ່ບໍລິສຸດ, ຈະຕ້ອງຖືກນຳອອກໄປພາຍນອກຄ້າຍເເລະຕ້ອງເຜົາຫນັງ, ຊີ້ນ, ເເລະຂີ້ຂອງມັນທີ່ນັ້ນ.
\v 28 ຊາຍທີ່ເຜົາສ່ວນເຫລົ່ານັ້ນຕ້ອງຊັກເສື້ອຜ້າຂອງຕົນເອງເເລະອາບນຳ້, ຫລັງຈາກນັ້ນເຂົາຈຶ່ງກັບເຂົ້າມາໃນຄ້າຍໄດ້.
\s5
\v 29 ນີ້ເປັນກົດເກນຖາວອນສຳລັບພວກເຈົ້າວ່າໃນເດືອນທີເຈັດ, ໃນວັນທີສິບຂອງເດືອນນັ້ນພວກເຈົ້າຕ້ອງຖ່ອມໂຕລົງ, ເເລະ ບໍ່ເຮັດວຽກງານໃດໆ, ບໍ່ວ່າຈະເປັນຊາວເມືອງເອງ ຫລືຄົນຕ່າງຊາດທີ່ອາໄສຢູ່ທ່າມກາງພວກເຈົ້າ.
\v 30 ນີ້ເປັນເພາະວ່າໃນວັນເເຫ່ງການລົບລ້າງມົນທິນບາບຈະເປັນວັນທີ່ຕັ້ງຂຶ້ນເພື່ອພວກເຈົ້າ, ເພື່ອພວກເຈົ້າຈະສະອາດຕໍ່ພຣະພັກພຣະຢາເວ.
\v 31 ນີ້ເປັນວັນສະບາໂຕເເຫ່ງການຢຸດພັກທີ່ແທ້ຈິງຂອງພວກເຈົ້າ, ເເລະ ພວກເຈົ້າເອງຕ້ອງຖ່ອມໂຕລົງ ເເລະບໍ່ເຮັດວຽກໃດໆ, ນີ້ຈະເປັນກົດເກນຖາວອນໃນທ່າມກາງພວກເຈົ້າ.
\s5
\v 32 ມະຫາປະໂຣຫິດຜູ້ທີ່ຈະຮັບການເຈີມ ເເລະຮັບການເເຕ່ງຕັ້ງໃຫ້ເປັນມະຫາປະໂຣຫິດເເທນບິດາຂອງຕົນ, ເຂົາຕ້ອງເຮັດການລົບລ້າງມົນທິນນີ້, ເເລະໃສ່ຊຸດຜ້າປ່ານ, ຊຶ່ງເປັນຊຸດທີ່ບໍລິສຸດ
\v 33 ເຂົາຕ້ອງເຮັດການລົບມົນທິນຂອງສະຖານທີ່ບໍລິສຸດ, ເຂົາຕ້ອງລົບມົນທິນຂອງເຕັນນັດພົບ. ເເລະຂອງເເທ່ນບູຊາ, ເຂົາຕ້ອງເຮັດການລົບມົນທິນຂອງປະໂຣຫິດ, ເເລະປະຊາຊົນທັງຫມົດຂອງຊຸມນຸມຊົນ.
\s5
\v 34 ນີ້ເປັນກົດເກນຖາວອນສຳລັບພວກເຈົ້າ, ເພື່ອເຮັດການລົບລ້າງມົນທິນບາບຂອງປະຊາຊົນອິດສະຣາເອນອັນເນື່ອງມາຈາກຄວາມບາບທັງຫມົດຂອງພວກເຂົາປີລະຄັ້ງຂອງທຸກປີ." ໂມເຊກໍເຮັດຕາມທີ່ພຣະຢາເວໄດ້ຊົງບັນຊາໄວ້.
\s5
\c 17
\cl ບົດທີ 17
\p
\v 1 ພຣະຢາເວກ່າວເເກ່ໂມເຊວ່າ,
\v 2 "ຈົ່ງບອກເເກ່ອາໂຣນ ເເລະ ລູກຊາຍທັງຫລາຍຂອງເຂົາ, ເເລະ ບອກປະຊາຊົນອິດສະຣາເອນທັງຫມົດ, ບອກພວກເຂົາເຖິງສິ່ງທີ່ພຣະຢາເວໄດ້ຊົງບັນຊາໄວ້ວ່າ,
\v 3 ຊາຍຄົນໃດຈາກອິດສະຣາເອນຂ້າງົວ, ລູກເເກະ ຫລືແບ້ພາຍໃນຄ້າຍ ຫລືຜູ້ທີ່ຂ້າພາຍນອກຄ້າຍ, ເພື່ອຈະຖວາຍເປັນເຄື່ອງບູຊາ.
\v 4 ຖ້າເຂົາບໍ່ໄດ້ນຳເຄື່ອງບູຊານັ້ນມາທາງເຂົ້າເຕັນນັດພົບເພື່ອຖວາຍເປັນເຄື່ອງບູຊາເເດ່ພຣະຢາເວຕໍ່ຫນ້າສະຖານທີ່ບໍລິສຸດນັ້ນ, ຊາຍຄົນນັ້ນກໍມີຄວາມຜິດໃນການເຮັດໃຫ້ເລືອດໄຫລ, ເຂົາໄດ້ເຮັດໃຫ້ເລືອດໄຫລ ເເລະຊາຍຄົນນັ້ນຕ້ອງຖືກຕັດອອກຈາກທ່າມກາງຜູ້ຄົນຂອງເຂົາ.
\s5
\v 5 ຈຸດປະສົງຂອງພຣະບັນຊານີ້ກໍ່ເພື່ອໃຫ້ປະຊາຊົນອິດສະຣາເອນ ຈະນຳເຄື່ອງບູຊາຂອງພວກເຂົາມາຖວາຍເເດ່ພຣະຢາເວ ທີ່ທາງເຂົ້າເຕັນນັດພົບ, ນຳມາມອບໃຫ້ປະໂຣຫິດເພື່ອເພື່ອຖວາຍເປັນເຄື່ອງສັນຕິບູຊາເເດ່ພຣະຢາເວ. ເເທນທີ່ການຖວາຍເຄື່ອງບູຊາຕາມເດີ່ນພາຍນອກ.
\v 6 ປະໂຣຫິດຈະຊິດເລືອດນັ້ນໃສ່ເເທ່ນບູຊາຂອງພຣະຢາເວຢູ່ທີ່ທາງເຂົ້າຂອງເຕັນນັດພົບ; ປະໂຣຫິດຈະເຜົາໄຂມັນເພື່ອໃຫ້ເກີດເປັນກິ່ນຫອມເເດ່ພຣະຢາເວ.
\s5
\v 7 ປະຊາຊົນຕ້ອງບໍ່ຖວາຍເຄື່ອງບູຊາຂອງພວກເຂົາ, ໃຫ້ເເກ່ຮູບປັ້ນເເບ້ອີກຕໍ່ໄປ, ເພາະວ່ານີ້ເປັນການກະທຳທີ່ຫນ້າລັງກຽດ. ນີ້ຈະເປັນກົດເກນຖາວອນສຳລັບພວກເຂົາໄປຕະຫລອດຊົ່ວອາຍຸຂອງພວກເຂົາ.'
\s5
\v 8 ເຈົ້າຕ້ອງບອກເເກ່ພວກເຂົາວ່າ, 'ຊາຍອິດສະຣາເອນຄົນໃດ, ຫລືຄົນຕ່າງຊາດຄົນໃດຜູ້ອາໄສຢູ່ທ່າມກາງພວກເຂົາ, ຜູ້ຖວາຍເຄື່ອງເຜົາບູຊາຫລືເຄື່ອງບູຊາ.
\v 9 ເເລະບໍ່ໄດ້ນຳເຄື່ອງບູຊາມາທີ່ທາງເຂົ້າຂອງເຕັນນັດພົບເພື່ອຖວາຍເຄື່ອງບູຊາເເດ່ພຣະຢາເວ. ຊາຍຄົນນັ້ນຕ້ອງຖືກຕັດອອກຈາກຊົນຊາດຂອງເຂົາ.
\s5
\v 10 ຖ້າຄົນໃດໃນພົງພັນອິດສະຣາເອນ, ຫລືຄົນຕ່າງຊາດຜູ້ອາໄສຢູ່ທ່າມກາງພວກເຂົາຫ້າມກິນເລືອດໃດໆ, ເຮົາຈະຕັ້ງຫນ້າຂອງເຮົາຕໍ່ສູ້ກັບຄົນນັ້ນທີ່ກິນເລືອດ, ເເລະເຮົາຈະຕັດເຂົາອອກຈາກທ່າມກາງຊົນຊາດຂອງເຂົາ.
\v 11 ເພາະວ່າຊີວິດສັດໂຕຫນຶ່ງກໍ່ຄືເລືອດຂອງມັນ, ເຮົາໄດ້ໃຫ້ເລືອດຂອງມັນເເກ່ພວກເຈົ້າເພື່ອໃຊ້ເຮັດການລົບລ້າງມົນທິນເທິງເເທ່ນບູຊາສຳຫລັບຊີວິດຂອງພວກເຈົ້າ, ເພາະວ່າເລືອດນັ້ນເອງທີ່ເຮັດການລົບລ້າງມົນທິນໄດ້ເພາະເລືອດນັ້ນເອງທີ່ລົບລ້າງມົນທິນໃຫ້ເເກ່ຊີວິດ.
\s5
\v 12 ເຫດນັ້ນເຮົາບອກປະຊາຊົນອິດສະຣາເອນວ່າ, ຫ້າມຄົນໃດໃນທ່າມກາງພວກເຈົ້າກິນເລືອດ, ແມ້ແຕ່ຄົນຕ່າງຊາດທີ່ຢູ່ທ່າມກາງພວກເຈົ້າກໍ່ຫ້າມກິນເລືອດ.
\v 13 ຫາກມີຄົນອິດສະຣາເອນຄົນໃດ ຫລືຄົນຕ່າງຊາດຄົນໃດອາໄສຢູ່ທ່າມກາງພວກເຈົ້າ, ຜູ້ອອກໄປລ່າສັດເເລະຂ້າສັດຫລືນົກທີ່ສາມາດກິນໄດ້, ຄົນນັ້ນຕ້ອງຖອກເລືອດຂອງສັດຖິ້ມເເລະເອົາດິນຖົມ.
\s5
\v 14 ເພາະຊີວິດສັດເເຕ່ລະໂຕຄືເລືອດຂອງມັນ, ດ້ວຍເຫດນີ້ເຮົາໄດ້ບອກເເກ່ປະຊາຊົນອິດສະຣາເອນວ່າ, "ເຈົ້າຈົ່ງຢ່າກິນເລືອດໃດໆ, ເພາະສັດທີ່ມີຊີວິດທຸກໂຕຄືເລືອດຂອງມັນໃຜກໍ່ຕາມທີ່ກິນເລືອດຕ້ອງຖືກຕັດອອກ."
\s5
\v 15 ທຸກຄົນທີ່ກິນສັດທີ່ຕາຍເເລ້ວຫລືຖືກສັດປ່າກັດຕາຍ, ບໍ່ວ່າຄົນນັ້ນຈະເປັນຊາວເມືອງເເຕ່ກຳເນີດຫລືເປັນຄົນຕ່າງຊາດທີ່ອາໄສຢູ່ທ່າມກາງພວກເຈົ້າ, ເຂົາຕ້ອງຊັກເສື້ອຜ້າຂອງເຂົາເເລະອາບນຳ້ເເລະເຂົາຈະເປັນມົນທິນໄປຈົນເຖິງຕອນເເລງ, ເເລ້ວເຂົາຈະສະອາດ.
\v 16 ເເຕ່ຖ້າເຂົາຊັກເສື້ອຜ້າຂອງເຂົາຫລືອາບນຳ້ ເຂົາກໍຕ້ອງແບກຮັບຄວາມຜິດຂອງເຂົາ."'
\s5
\c 18
\cl ບົດທີ 18
\p
\v 1 ພຣະຢາເວໄດ້ກ່າວເເກ່ໂມເຊວ່າ,
\v 2 "ຈົ່ງກ່າວເເກ່ຄົນອິດສະຣາເອນ ເເລະ ບອກພວກເຂົາວ່າ, 'ເຮົາຄືພຣະຢາເວພຣະເຈົ້າຂອງເຈົ້າທັງຫລາຍ.
\v 3 ເຈົ້າທັງຫລາຍຕ້ອງບໍ່ເຮັດຕາມສິ່ງຕ່າງໆ ທີ່ປະຊາຊົນເຮັດຄືໃນເອຢິບ ຊຶ່ງທີ່ພວກເຈົ້າເຄີຍຢູ່ອາໃສມາກ່ອນ. ເຈົ້າທັງຫລາຍຕ້ອງບໍ່ເຮັດສິ່ງຕ່າງໆ ທີ່ປະຊາຊົນເຮັດຄືໃນການາອານ, ຊຶ່ງເເຜ່ນດິນທີ່ເຮົາກຳລັງພາເຈົ້າທັງຫລາຍໄປ. ຈົ່ງຢ່າເຮັດຕາມປະເພນີຂອງເຂົາ.
\s5
\v 4 ເຈົ້າທັງຫລາຍຕ້ອງເຮັດຕາມກົດຫມາຍຂອງເຮົາ, ແລະເຈົ້າທັງຫລາຍຕ້ອງຮັກສາຄຳບັນຊາຂອງເຮົາ, ເພື່ອເຈົ້າຈະໄດ້ດຳເນີນຕາມນັ້ນ, ເພາະເຮົາຄືພຣະຢາເວພຣະເຈົ້າຂອງເຈົ້າທັງຫລາຍ.
\v 5 ເຫດສະນັ້ນເຈົ້າທັງຫລາຍຕ້ອງຮັກສາກົດເກນຂອງເຮົາ. ແລະກົດຫມາຍຂອງເຮົາ ຖ້າໃຜເຮັດຕາມນັ້ນ, ເຂົາຈະມີຊີວິດຢູ່ກົດເກນເຫລົ່ານັ້ນເຮົາຄືພຣະຢາເວ.
\s5
\v 6 ຈົ່ງຢ່າໃຫ້ຄົນໃດຫລັບນອນກັບໃຜກໍ່ຕາມທີ່ກ່ຽວຂ້ອງກັນຄືພີ່ນ້ອງ. ເຮົາຄືພຣະຢາເວ.
\v 7 ຈົ່ງຢ່າລົບລູ່ກຽດບິດາຂອງເຈົ້າໂດຍການຫລັບນອນກັບມານດາຂອງເຈົ້າ. ນາງເປັນເເມ່ຂອງເຈົ້າ! ເຈົ້າຕ້ອງບໍ່ຕ້ອງລົບລູ່ກຽດນາງ.
\v 8 ຢ່າຫລັບນອນກັບບັນດາເມຍຂອງບິດາເຈົ້າ, ເຈົ້າຕ້ອງບໍ່ຫລົບລູ່ກຽດຂອງບິດາເຈົ້າເເບບນັ້ນ.
\s5
\v 9 ຈົ່ງຢ່າຫລັບນອນກັບເອື້ອຍຫລືນ້ອງສາວຄົນໃດຂອງເຈົ້າ, ບໍ່ວ່ານາງເປັນລູກສາວຂອງບິດາເຈົ້າຫລືເປັນລູກສາວຂອງເເມ່ເຈົ້າ, ບໍ່ວ່ານາງຖືກລ້ຽງມາໃນບ້ານຂອງເຈົ້າຫລືທີ່ຫ່າງໄກຈາກເຈົ້າ. ເຈົ້າຕ້ອງບໍ່ຫລັບນອນກັບເອື້ອຍຫລືນ້ອງສາວຂອງເຈົ້າ.
\v 10 ຈົ່ງຢ່າຫລັບນອນກັບລູກສາວຂອງລູກຊາຍເຈົ້າ ຫລືລູກສາວຂອງລູກຜູ້ຍິງຂອງເຈົ້າ. ນັ້ນຈະເປັນຄວາມອັບອາຍຂອງເຈົ້າເອງ.
\v 11 ຈົ່ງຢ່າຫລັບນອນກັບລູກສາວຂອງເມຍຂອງບິດາເຈົ້າ. ຜູ້ຊຶ່ງເກີດມາຈາກບິດາເຈົ້າ, ລາວເປັນນ້ອງສາວຂອງເຈົ້າ, ເເລະ ເຈົ້າຕ້ອງບໍ່ຫລັບນອນກັບນາງ.
\s5
\v 12 ຈົ່ງຢ່າຫລັບນອນກັບປ້າຫລືອາຂອງເຈົ້າ. ນາງເປັນພີ່ນ້ອງໃກ້ຊິດກັບພໍ່ເຈົ້າ.
\v 13 ຈົ່ງຢ່າຫລັບນອນກັບປ້າຫລືນ້າຍິງຂອງເຈົ້າ ນາງເປັນພີ່ນ້ອງໄກ້ຊິດກັບເເມ່ຂອງເຈົ້າ.
\v 14 ຈົ່ງຢ່າລົບລູ່ກຽດລຸງຫລືອາຂອງເຈົ້າໂດຍການຫລັບນອນກັບເມຍຂອງເຂົາ. ຈົງຢ່າເຂົ້າໃກ້ນາງເພາະຫວັງເຊັ່ນນັ້ນ, ນາງເປັນປ້າສະໄພ້ຫລືອາສະໄພ້ຂອງເຈົ້າ.
\s5
\v 15 ຈົ່ງຢ່າຫລັບນອນກັບລູກໄພ້ຂອງເຈົ້າ. ນາງເປັນເມຍຂອງລູກຊາຍເຈົ້າ, ຈົ່ງຢ່າຫລັບນອນກັບນາງ.
\v 16 ຈົ່ງຢ່າຫລັບນອນກັບເມຍຂອງອ້າຍຫລືນ້ອງຊາຍຂອງເຈົ້າ. ຈົ່ງຢ່າລົບລູ່ກຽດເຂົາດ້ວຍວິທີນີ້.
\s5
\v 17 ຈົ່ງຢ່າຫລັບນອນກັບຜູ້ຍິງເເລະລູກສາວຂອງນາງ, ຫລືລູກສາວຂອງລູກຊາຍນາງ. ຫລືລູກສາວລູກຜູ້ຍິງຂອງນາງ, ພວກເຂົາຕ່າງເປັນຍາດໃກ້ຊິດກັບນາງ, ເເລະ ການຫລັບນອນກັບເຂົາເປັນສິ່ງທີ່ຊົ່ວຮ້າຍ.
\v 18 ເຈົ້າຕ້ອງບໍ່ເເຕ່ງງານກັບເອື້ອຍຫລືນ້ອງສາວຂອງເມຍເຈົ້າເພື່ອໃຫ້ເປັນເມຍຄົນທີສອງ, ເເລະ ຫລັບນອນກັບນາງໃນຂະນະທີ່ເມຍຄົນທຳອິດຂອງເຈົ້າຍັງມີຊີວິດຢູ່.
\s5
\v 19 ຈົ່ງຢ່າຫລັບນອນກັບຜູ້ຍິງໃນຊ່ວງນາງມີປະຈຳເດືອນ, ນາງເປັນມົນທິນໃນຊ່ວງເວລານັ້ນ.
\v 20 ຈົ່ງຢ່າຫລັບນອນກັບເມຍຂອງເພື່ອນບ້ານເຈົ້າ, ເເລະເຮັດໂຕເຈົ້າເອງໃຫ້ເປັນມົນທິນກັບນາງເເບບນັ້ນ.
\s5
\v 21 ເຈົ້າຕ້ອງບໍ່ຍົກລູກທັງຫລາຍຂອງເຈົ້າເພື່ອໃຫ້ພວກເຂົາລຸຍໄຟ, ເພື່ອເຈົ້າຈະຖວາຍພວກເຂົາໃຫ້ເເກ່ພະໂມເລັກ, ເພາະມັນນຳຄວາມເຊື່ອມເສຍມາໃຫ້ນາມຊື່ຂອງພຣະເຈົ້າຂອງເຈົ້າ. ເຮົາຄືພຣະຢາເວ.
\s5
\v 22 ຈົ່ງຢ່າຫລັບນອນກັບຜູ້ຊາຍອື່ນໆ ເຫມືອນກັບນອນກັບຜູ້ຍິງ. ນີ້ເປັນສິ່ງທີ່ຊົ່ວຮ້າຍ.
\v 23 ຈົ່ງຢ່າຫລັບນອນກັບສັດໃດໆ ເເລະ ເຮັດໂຕເຈົ້າເອງໃຫ້ເປັນມົນທິນເພາະມັນ. ຫ້າມບໍ່ໃຫ້ຜູ້ຍິງຄິດນອນກັບສັດໃດໆ. ເພາະການເຮັດບ້າເຊັ່ນນີ້ ພາໃຫ້ພວກເຈົ້າເປັນມົນທິນຕາມກົດບັນຍັດ.
\s5
\v 24 ຈົ່ງຢ່າເຮັດໃຫ້ເຈົ້າເອງເປັນມົນທິນດ້ວຍວິທີການເຫລົ່ານີ້ເລີຍ, ເພາະຊົນຊາດທັງຫລາຍຄືຊົນຊາດຕ່າງໆ, ທີ່ເຮົາໄດ້ຂັບໄລ່ອອກໄປຕໍ່ຫນ້າເຈົ້າທັງຫລາຍຕ່າງກໍ່ເປັນມົນທິນດ້ວຍວິທີການເຫລົ່ານີ້ທັງຫມົດ.
\v 25 ເເຜ່ນດິນຕ້ອງກາຍເປັນມົນທິນດັ່ງນັ້ນເຮົາຈຶ່ງໄດ້ລົງໂທດຄວາມບາບຂອງພວກເຂົາ, ເເລະເເຜ່ນດິນ ໂດຍເຮັດໃຫ້ເປັນສ້ຽນຫນາມຕໍ່ຄົນທີ່ຢູ່ອາໄສ.
\s5
\v 26 ເຫດສະນັ້ນເຈົ້າທັງຫລາຍຕ້ອງຮັກສາຄຳບັນຊາເເລະກົດເກນຂອງເຮົາ, ເເລະຕ້ອງບໍ່ເຮັດຫຍັງທີ່ເປັນສິ່ງຫນ້າລັງກຽດເຫລົ່ານີ້, ບໍ່ວ່າເຈົ້າທັງຫລາຍຊຶ່ງເປັນຊາວເມືອງອິດສະຣາເອນມາຕັ້ງເເຕ່ເກີດຫລືຄົນຕ່າງຊາດທີ່ອາໄສຢູ່ທ່າມກາງພວກເຈົ້າ.
\v 27 ເພາະນີ້ຄືສິ່ງຊົ່ວຮ້າຍທີ່ຜູ້ຄົນໃນເເຜ່ນດິນຄືບັນດາຄົນທີ່ເຄີຍຢູ່ອາໄສໃນທີ່ນີ້ກ່ອນພວກເຈົ້າໄດເຮັດກັນ, ເເລະບັດນີ້ເເຜ່ນດິນນັ້ນກໍ່ເປັນມົນທິນ.
\v 28 ເຫດສະນັ້ນຈົ່ງລະວັງເພື່ອເເຜ່ນດິນນັ້ນຈະບໍ່ເປັນມົນທິນ, ເຫມືອນດັ່ງທີ່ມັນເຄີຍເປັນມົນທິນຈາກຜູ້ຄົນທີ່ເຄີຍຢູ່ອາໄສມາກ່ອນພວກເຈົ້າອອກມາເເລ້ວ.
\s5
\v 29 ໃຜກໍຕາມທີ່ເຮັດສິ່ງທີ່ຫນ້າລັງກຽດເຫລົ່ານັ້ນ, ຄົນນັ້ນທີ່ເຮັດເເບບນັ້ນຈະຖືກຕັດອອກຈາກທ່າມກາງຊົນຊາດຂອງເຂົາ.
\v 30 ເຫດສະນັ້ນ ພວກເຈົ້າຕ້ອງຮັກສາຄຳບັນຊາຂອງເຮົາໂດຍບໍ່ເຮັດຕາມປະເພນີທີ່ຫນ້າລັງກຽດເຫລົ່ານີ້ຊຶ່ງເຄີຍຖືປະຕິບັດກັນໃນເເຜ່ນດິນນີ້ ກ່ອນພວກເຈົ້າ, ດັ່ງນັ້ນເຈົ້າທັງຫລາຍຈົ່ງຢ່າເຮັດໃຫ້ໂຕຂອງເຈົ້າເອງເປັນມົນທິນເພາະສິ່ງເຫລົ່ານີ້. ເຮົາຄືພຣະຢາເວພຣະເຈົ້າຂອງພວກເຈົ້າ.
\s5
\c 19
\cl ບົດທີ 19
\p
\v 1 ພຣະຢາເວກ່າວແກ່ໂມເຊວ່າ,
\v 2 " ຈົ່ງກ່າວແກ່ທີ່ຊຸມນຸມຂອງປະຊາຊົນອິດສະຣາເອນທັງຫມົດ, ແລະບອກພວກເຂົາວ່າ, 'ພວກເຈົ້າຕ້ອງບໍລິສຸດ. ເພາະເຮົາຢາເວພຣະເຈົ້າຂອງພວກເຈົ້າເປັນຜູ້ບໍລິສຸດ.
\v 3 ທຸກຄົນຈົ່ງເຄົາລົບແມ່ຂອງຕົນແລະພໍ່ຂອງຕົນ, ແລະພວກເຈົ້າຕ້ອງຮັກສາໂຕຂອງເຮົາ, ເຮົາຄືຢາເວພຣະເຈົ້າຂອງພວກເຈົ້າ.
\v 4 ຈົ່ງຢ່າຫັນໄປຫາຮູບເຄົາລົບອັນໄຮ້ຄ່າ, ຫລືປັ້ນຮູບເຄົາລົບເພື່ອຕົນເອງ. ເຮົາຄືຢາເວພຣະເຈົ້າຂອງພວກເຈົ້າ.
\s5
\v 5 ເມື່ອພວກເຈົ້າຖວາຍເຄື່ອງສັນຕິບູຊາແດ່ພຣະຢາເວ, ພວກເຈົ້າຕ້ອງຖວາຍເຄື່ອງບູຊາທີ່ເຮັດໃຫ້ຕົວເຈົ້າເປັນທີ່ຍອມຮັບ.
\v 6 ເຄື່ອງບູຊານັ້ນຕ້ອງກິນໃນມື້ດຽວກັບທີ່ເຈົ້າຖວາຍ, ຫລືມືຕໍ່ໄປ. ຖ້າມີຫຍັງເຫລືອຈົນເຖິງມື້ທີ່ສາມຈະຕ້ອງເຜົາ,
\v 7 ຖ້າໄດ້ກິນຫມົດແລ້ວໃນມື້ທີສາມນັ້ນ, ມັນເປັນມົນທິນ. ຕ້ອງບໍ່ເປັນທີ່ຍອມຮັບ.
\v 8 ແຕ່ທຸກຄົນທີ່ກິນກໍຕ້ອງແບກຮັບຄວາມຜິດຂອງຕົນເອງ, ເພາະເຂົາລົບລູ່ສິ່ງທີ່ບໍລິສຸດແດ່ພຣະຢາເວ. ຄົນນັ້ນຕ້ອງຖືກຕັດອອກຈາກຊົນຊາດຂອງເຂົາ.
\s5
\v 9 ເມື່ອພວກເຈົ້າເກັບກ່ຽວຈາກແຜ່ນດິນຂອງພວກເຈົ້າ, ພວກເຈົ້າຕ້ອງບໍ່ເກັບກ່ຽວຕາມມຸມຂອງທຸ່ງນາຂອງພວກເຈົ້າຈົນກ້ຽງ. ແລະຈະບໍ່ເກັບກ່ຽວຜົນຜະລິດໄປຈົນຫມົດ.
\v 10 ພວກເຈົ້າຕ້ອງບໍ່ເກັບພວງອາງຸ່ນທຸກເມັດຈາກສວນອະງຸ່ນຂອງພວກເຈົ້າ. ຫລືເກັບພວງອະງຸ່ນທີ່ເຮ່ຍເທິງພື້ນໃນສວນອະງຸ່ນຂອງພວກເຈົ້າ, ພວກເຈົ້າຕ້ອງເຫລືອໄວ້ສຳລັບຄົນຕ່າງຊາດ. ເຮົາຄືຢາເວພຣະເຈົ້າຂອງພວກເຈົ້າ.
\s5
\v 11 ຢ່າລັກ. ຢ່າຕົວະ. ຢ່າຫລອກລວງກັນແລະກັນ.
\v 12 ຢ່າສາບານໂດຍອ້າງນາມຂອງເຮົາແລະເຮັດໃຫ້ພຣະນາມຂອງພຣະເຈົ້າຂອງພວກເຈົ້າຖືກຢຽດຍາມ. ເຮົາຄືຢາເວ.
\s5
\v 13 ຢ່າກົດຂີ່ເພືອນບ້ານຂອງພວກເຈົ້າຫລືປຸ້ນເຂົາ. ຕ້ອງບໍ່ຄ້າງຄ່າແຮງຂອງຄົນລູກຈ້າງຂ້າມຄືນຈົນເຖິງຕອນເຊົ້າ.
\v 14 ຢ່າດ່າຄົນຫູຫນວກຫລືວາງສິ່ງສະດຸດຂວາງຄົນຕາບອດ. ແຕ່ຈົ່ງເກງກົວພຣະເຈົ້າຂອງພວກເຈົ້າແທນ. ເຮົາຄືຢາເວ.
\s5
\v 15 ຢ່າເຮັດໃຫ້ການຕັດສິນບໍ່ທ່ຽງທຳ. ພວກເຈົ້າຕ້ອງບໍ່ສະແດງຄວາມລຳອຽງຕໍ່ບາງຄົນເພາະເຫັນວ່າເຂົາຍາກຈົນ, ແລະພວກເຈົ້າຕ້ອງບໍ່ສະແດງຄວາມລຳອຽງແກ່ບາງຄົນເພາະເຫັນວ່າເຂົາເປັນຄົນສຳຄັນ. ແຕ່ຈົ່ງຕັດສິນເພື່ອນບ້ານຂອງພວກເຈົ້າຢ່າງຍຸດຕິທຳ.
\v 16 ຢ່າທຽວຍ່າງໄປທົ່ວເພື່ອນິນທາເລື່ອງບໍ່ທ່ຽງທຳໃຫ້ກະຈາຍໄປໃນທ່າມກາງປະຊາຊົນຂອງພວກເຈົ້າ. ແຕ່ຈົ່ງຫາທາງທີ່ຈະປົກປ້ອງຊີວິດຂອງເພື່ອນບ້ານຂອງພວກເຈົ້າ. ເຮົາຄືຢາເວ.
\s5
\v 17 ພວກເຈົ້າຕ້ອງຕັກເຕືອນເພື່ອນບ້ານດ້ວຍຄວາມຈິງໃຈ. ເພື່ອຈະບໍ່ໄດ້ມີສ່ວນໃນຄວາມບາບເພາະເຂົາ.
\v 18 ຢ່າແກ້ແຄ້ນ ຫລື ຄິດປອງຮ້າຍຄົນໃນຊົນຊາດດຽວກັນ, ແຕ່ຈົ່ງຮັກເພື່ອນບ້ານຂອງພວກເຈົ້າເຫມືອນຮັກຕົນເອງ. ເຮົາຄືຢາເວ.
\s5
\v 19 ພວກເຈົ້າຕ້ອງຮັກສາຄຳບັນຊາຂອງເຮົາ. ຢ່າປະສົມພັນບັນດາສັດຂອງພວກເຈົ້າກັບສັດອື່ນທີ່ຕ່າງຊະນິດກັນ, ຢ່າຫວ່ານເມັດສອງຊະນິດທີ່ແຕກຕ່າງກັນປະສົມກັນເມື່ອວ່ານໃນທົ່ງນາຂອງພວກເຈົ້າ. ຢ່າໃສຊຸດທີ່ເຮັດມາຈາກຜ້າສອງຊະນິດປະສົມກັນ.
\s5
\v 20 ຜູ້ໃດທີ່ຫລັບນອນກັບທາດຍິງຊຶ່ງໄດ້ຫມັ້ນຫມາຍໄວ້ແລ້ວສຳລັບຜົວ, ແຕ່ຍັງບໍ່ໄດ້ຮັບການໄຖ່ຖອນ ຫລື ຍັງບໍ່ໄດ້ຮັບອິດສະລະຂອງນາງ, ພວກເຂົາຕ້ອງຖືກເຮັດໃຫ້ຕາຍເພາະວ່ານາງຍັງບໍ່ໄດ້ຮັບອິດສະລະ.
\v 21 ຊາຍນັ້ນຕ້ອງນຳເຄື່ອງບູຊາໄຖ່ຄວາມຜິດຂອງຕົນມາຖວາຍແດ່ພຣະຢາເວບ່ອນທາງເຂົ້າເຕັ້ນນັດພົບ. ໂດຍນຳແກະຕົວຜູ້ມາເປັນເຄື່ອງບູຊາໄຖ່ຄວາມຜິດ.
\v 22 ແລ້ວປະໂຣຫິດຈະເຮັດການລົບມັນທິນໃຫ້ແກ່ເຂົາດ້ວຍແກະໂຕຜູ້ໃຫ້ເປັນເຄື່ອງບູຊາໄຖ່ຄວາມຜິດຕໍ່ຫນ້າພຣະຢາເວ. ສຳລັບຄວາມບາບທີ່ເຂົາໄດ້ເຮັດລົງໄປ, ແລ້ວຄວາມບາບທີ່ເຂົາໄດ້ເຮັດລົງໄປກໍຈະໄດ້ຮັບການອະໄພ.
\s5
\v 23 ເມື່ອພວກເຈົ້າເຂົ້າມາໃນແຜ່ນດິນ ແລະໄດ້ປູກຕົ້ນໄມ້ຫລາຍຊະນິດໄວ້ເພື່ອເປັນອາຫານ, ແລ້ວພວກເຈົ້າຕ້ອງຖືວ່າຜົນທີ່ອອກມານັ້ນເປັນສິ່ງທີ່ຫ້າມກິນ, ຫມາກໄມ້ນັ້ນເປັນທີ່ຕ້ອງຫ້າມສຳລັບພວກເຈົ້າເປັນເວລາສາມປີ, ຫ້າມກິນຜົນນັ້ນ.
\v 24 ແຕ່ໃນປີທີ່ສີ່, ຜົນລະປູກທັງຫມົດຈະບໍລິສຸດ, ເປັນເຄື່ອງບູຊາເພື່ອຖວາຍສັນລະເສີນແດ່ພຣະຢາເວ.
\v 25 ໃນປີທີ່ຫ້າ, ເຈົ້າທັງຫລາຍຈຶ່ງຈະກິນຜົນລະປູກນັ້ນໄດ້, ການທີ່ຄອຍຖ້າແບບນັ້ນກໍ່ເພື່ອໃຫ້ຕົ້ນໄມ້ທັງຫລາຍໄດ້ອອກຜົນເພີ່ມຫລາຍຂຶ້ນ, ເຮົາຄືຢາເວພຣະເຈົ້າຂອງພວກເຈົ້າ.
\s5
\v 26 ຢ່າກິນຊີ້ນທີ່ຍັງມີເລືອດຢູ່ຂ້າງໃນນັ້ນ, ຢ່າປຶກສາວິນຍານຕ່າງໆ ກ່ຽວກັບເລື່ອງອານາຄົດ, ຢ່າຫາທາງຄວບຄຸມຄົນອື່ນໂດຍໃຊ້ອຳນາດເຫນືອທຳມະຊາດ.
\v 27 ຢ່າເຮັດຕາມນິໃສຂອງຄົນຕ່າງຊາດເຊັ່ນການໂກນດ້ານຂ້າງຫົວຫລືຕັດປາຍຫນວດຂອງພວກເຈົ້າ.
\v 28 ຢ່າເຊືອດຮ່າງກາຍຂອງພວກເຈົ້າເພື່ອໄວ້ທຸກແກ່ຄົນຕາຍ, ຫລືສັກເທິງຮ່າງກາຍຂອງພວກເຈົ້າ. ເຮົາຄືຢາເວ.
\s5
\v 29 ຢ່າເຮັດໃຫ້ລູກສາວຂອງພວກເຈົ້າຂາຍຫນ້າໂດຍການເຮັດໃຫ້ນາງເປັນໂສເພນີ, ບໍ່ສະນັ້ນຊົນຊາດກໍ່ຈະລົ້ມລົງຕໍ່ການຂາຍຕົວແລະແຜ່ນດິນຈະເຕັມໄປດ້ວຍຄວາມຊົ່ວຮ້າຍ.
\v 30 ພວກເຈົ້າຕ້ອງຮັກສາບັນດາວັນສະບາໂຕຂອງເຮົາແລະໃຫ້ກຽດແກ່ສະຖານນະມັດສະການແຫ່ງພັບພາຂອງເຮົາ. ເຮົາຄືຢາເວ.
\s5
\v 31 ຢ່າຫັນໄປຫາບັນດາຄົນທີ່ຕິດຕໍ່ເວົ້າກັບຄົນຕາຍຫລືວິນຍານຕ່າງໆ. ຢ່າທ່ຽວເສາະຫາພວກເຂົາ, ບໍ່ສະນັ້ນພວກເຂົາຈະເຮັດໃຫ້ພວກເຈົ້າເປັນມົນທິນ. ເຮົາຄືຢາເວພຣະເຈົ້າຂອງພວກເຈົ້າ.
\s5
\v 32 ພວກເຈົ້າຕ້ອງຄຳນັບຕໍ່ຜູ້ທີ່ມີຜົມງອກແລ້ວແລະໃຫ້ກຽດຕໍ່ຫນ້າຜູ້ອາວຸໂສ. ພວກເຈົ້າຕ້ອງຍຳເກງພຣະເຈົ້າຂອງພວກເຈົ້າ. ເຮົາຄືຢາເວ.
\s5
\v 33 ຖ້າມີບັນດາຄົນຊາດທີ່ອາໃສຢູ່ທ່າມກາງພວກເຈົ້າໃນແຜ່ນດິນຂອງພວກເຈົ້າ, ພວກເຈົ້າຕ້ອງບໍ່ເຮັດຜິດຕໍ່ພວກເຂົາ.
\v 34 ພວກເຈົ້າຕ້ອງຖືວ່າຄົນຕ່າງຊາດທີ່ອາໃສຢູ່ກັບພວກເຈົ້າກໍ່ເປັນເຫມືອນຊາວອິດສະຣາເອນໂດຍກຳເນີດທີ່ຢູ່ທ່າມກາງພວກເຈົ້າ, ແລະ ພວກເຈົ້າຕ້ອງຮັກເຂົາເຫມືອນຕົວເອງ, ເພາະພວກເຈົ້າກໍ່ເຄີຍເປັນຄົນຕ່າງຊາດໃນແຜ່ນດິນອີຢິບ, ເຮົາຄືຢາເວພຣະເຈົ້າຂອງພວກເຈົ້າ.
\s5
\v 35 ຢ່າໂກງເຄື່ອງວັດທີ່ໃຊ້ວັດຄວາມຍາວຊັ່ງນຳ້ຫນັກ, ຫລືຕວງປະລິມານ.
\v 36 ພວກເຈົ້າຕ້ອງໃຊ້ເຄື່ອງຊັ່ງທີ່ທ່ຽງກົງ, ແລະຖ້ວຍຕວງທີ່ທ່ຽງກົງ, ເຮົາຄືຢາເວພຣະເຈົ້າຂອງພວກເຈົ້າ. ຜູ້ໄດ້ນຳພວກເຈົ້າອອກມາຈາກແຜ່ນດິນເອຢິບ.
\v 37 ພວກເຈົ້າຕ້ອງເຊື່ອຟັງເຮັດຕາມກົດບັນຍັດທັງຫມົດຂອງເຮົາ, ແລະ ກົດຫມາຍທັງຫມົດຂອງເຮົາ ແລະ ເຮັດຕາມນັ້ນ. ເຮົາຄືຢາເວ.'"
\s5
\c 20
\cl ບົດທີ 20
\p
\v 1 ພຣະຢາເວໄດ້ກ່າວເເກ່ໂມເຊວ່າ,
\v 2 "ຈົ່ງກ່າວເເກ່ປະຊາຊົນອິດສະຣາເອນວ່າ, 'ຄົນໃດໃນທ່າມກາງປະຊາຊົນອິດສະຣາເອນ ຫລືຄົນຕ່າງຊາດຄົນໃດທີ່ອາໄສຢູ່ໃນອິດສະຣາເອນທີ່ໄດ້ຍົກລູກທັງຫລາຍຂອງຕົນໃຫ້ເເກ່ພະໂມເລັກ, ຕ້ອງມີໂທດເຖິງຕາຍຢ່າງເເນ່ນອນ. ປະຊາຊົນໃນແຜ່ນດິນນັ້ນຕ້ອງເອົາຫີນດຶກໃສ່ເຂົາ.
\s5
\v 3 ເຮົາຈະຕັ້ງຫນ້າເຮົາສູ້ກັບຄົນນັ້ນດ້ວຍແລະຈະຕັດເຂົາອອກຈາກທ່າມກາງຊົນຊາດຂອງເຂົາ ເພາະເຂົາໄດ້ຍົກລູກທັງຫລາຍຂອງເຂົາໃຫ້ແກ່ພະໂມເລັກ, ເຮັດໃຫ້ສະຖານບໍລິສຸດຂອງເຮົາເປັນມົນທິນແລະເຮັດໃຫ້ນາມບໍລິສຸດຂອງເຮົາຖືກຢຽດຢາມ.
\v 4 ຖ້າປະຊາຊົນແຫ່ງແຜ່ນດິນນັ້ນປິດຫູປິດຕາຂອງພວກເຂົາຕໍ່ຊາຍຄົນນັ້ນເມື່ອເຂົາໄດ້ຍົກລູກທັງຫລາຍຂອງເຂົາໃຫ້ແກ່ພະໂມເລັກ, ຖ້າພວກເຂົາບໍ່ລົງໂທດຊາຍຄົນນັ້ນເຖິງຕາຍ.
\v 5 ເຮົາກໍຈະຕັ້ງຫນ້າສູ້ຄົນນັ້ນແລະເຊື້ອສາຍຂອງເຂົາ, ແລະເຮົາຈະຕັດເຂົາແລະຄົນອື່ນໆ. ຜູ້ໄດ້ຮ່ວມການບໍ່ຊື່ສັດກັບເຂົາໃນການຫລິ້ນຊູ້ກັບພະໂມເລັກ.
\s5
\v 6 ຄົນໃດທີ່ເຫັນໄປຫາບັນດາຄົນທີ່ຕິດຕໍ່ເວົ້າກັບຄົນຕາຍ, ຫລືໄປຫາບັນດາຜູ້ທີ່ຕິດຕໍ່ເວົ້າກັບວິນຍານຕ່າງໆ, ກໍ່ເອົາຕົວເຂົ້າຮ່ວມເຮັດການບໍ່ຊື່ສັດກັບພວກເຂົາ, ເຮົາຈະຕັ້ງຫນ້າສູ້ຄົນນັ້ນ. ເຮົາຈະຕັດເຂົາອອກຈາກຖ່າມກາງຊົນຊາດຂອງເຂົາ.
\v 7 ເຫດສະນັ້ນຈົ່ງຊຳລະຕົວຂອງເຈົ້າແລະຈົ່ງບໍລິສຸດ, ເພາະເຮົາຄືຢາເວພຣະເຈົ້າຂອງເຈົ້າ.
\s5
\v 8 ເຈົ້າຕ້ອງຮັກສາຄຳບັນຊາຂອງເຮົາແລະເຮັດຕາມນັ້ນ, ເຮົາຄືຢາເວຜູ້ໄດ້ແຍກພວກເຈົ້າໄວ້ໃຫ້ບໍລິສຸດ.
\v 9 ທຸກຄົນທີ່ແຊ່ງດ່າພໍ່ຂອງເຂົາຫລືແມ່ຂອງເຂົາຕ້ອງມີໂທດເຖິງຕາຍຢ່າງແນ່ນອນ, ເຂົາໄດ້ແຊ່ງດ່າພໍ່ຂອງເຂົາຫລືແມ່ຂອງເຂົາ, ດັ່ງນັ້ນເຂົາມີຄວາມຜິດແລະສົມຄວນຕາຍ.
\s5
\v 10 ຊາຍຄົນໃດທີ່ລ່ວງປະເວນີກັບເມຍຂອງຊາຍອີກຄົນຫນຶ່ງ, ຄືຄົນໃດທີ່ລ່ວງປະເວນີກັບເມຍຂອງເພື່ອນບ້ານຂອງຕົນ, ຜູ້ລ່ວງປະເວນີທັງຊາຍ ແລະ ຍິງຕ້ອງມີໂທດເຖິງຕາຍທັງຄູ່ຢ່າງແນ່ນອນ.
\v 11 ຊາຍຄົນໃດທີ່ນອນຮ່ວມກັບເມຍຂອງພໍ່ຂອງຕົນ ເພື່ອຫລັບນອນກັບນາງໄດ້ເຮັດໃຫ້ພໍ່ຂອງຕົນຂາຍຫນ້າ, ທັງລູກຊາຍ ແລະເມຍຂອງພໍ່ຂອງເຂົາຕ້ອງມີໂທດເຖິງຕາຍຢ່າງແນ່ນອນ, ພວກເຂົາມີຄວາມຜິດ ແລະ ສົມຄວນຕາຍ.
\v 12 ຖ້າຊາຍຄົນຫນຶ່ງຫລັບນອນກັບລູກສະໃພ້ຂອງເຂົາ, ພວກເຂົາທັງສອງຄົນຕ້ອງມີໂທດເຖິງຕາຍຢ່າງແນ່ນອນ. ພວກເຂົາໄດ້ເຮັດການປະພຶດຜິດນອກສິນທຳ, ພວກເຂົາມີຄວາມຜິດແລະ ສົມຄວນຕາຍ.
\s5
\v 13 ຖ້າຊາຍຄົນຫນຶ່ງຫລັບນອນກັບຊາຍອີກຄົນຫນຶ່ງ, ເຫມືອນດັ່ງຫລັບນອນກັບຜູ້ຍິງພວກເຂົາທັງຄູ່ໄດ້ເຮັດສິ່ງທີ່ຫນ້າອາຍ, ພວກເຂົາຕ້ອງມີໂທດເຖິງຕາຍຢ່າງແນ່ນອນ. ພວກເຂົາມີຄວາມຜິດແລະສົມຄວນຕາຍ.
\v 14 ຖ້າຊາຍຄົນຫນຶ່ງແຕ່ງງານກັບຜູ້ຍິງຄົນຫນຶ່ງແລະກໍ່ແຕ່ງານກັບແມ່ຂອງນາງດ້ວຍ, ນີ້ເປັນຄວາມຊົ່ວຮ້າຍ. ພວກເຂົາຕ້ອງຖືກເຜົາ, ທັງຊາຍແລະຍິງທັງສອງຄົນ, ເພື່ອຈະບໍ່ມີຄວາມຊົ່ວຮ້າຍໃນຖ່າມກາງພວກເຈົ້າ.
\s5
\v 15 ຖ້າຊາຍຄົນຫນຶ່ງສົມສູ່ກັບສັດ, ເຂົາຕ້ອງມີໂທດເຖິງຕາຍຢ່າງແນ່ນອນ, ແລະພວກເຈົ້າຕ້ອງຂ້າສັດຕົວນັ້ນ.
\v 16 ຖ້າຜູ້ຍິງຄົນຫນຶ່ງເຂົ້າຫາສັດໃດເພື່ອສົມສູ່ກັບມັນ, ພວກເຈົ້າຕ້ອງຂ້າຜູ້ຍິງແລະສັດນັ້ນ, ພວກເຂົາຕ້ອງມີໂທດເຖິງຕາຍຢ່າງແນ່ນອນ. ພວກເຂົາມີຄວາມຜິດແລະສົມຄວນຕາຍ.
\s5
\v 17 ຖ້າຊາຍຄົນຫນຶ່ງຫລັບນອນກັບເອື້ອຍຫລືນ້ອງສາວຂອງເຂົາ ບໍ່ວ່າເປັນລູກສາວຂອງພໍ່ຂອງເຂົາຫລືລູກສາວຂອງແມ່ຂອງເຂົາ, ຖ້າເຂົາຫລັບນອນກັບນາງແລະນາງຫລັບນອນກັບເຂົາ, ນັ້ນເປັນສິ່ງທີ່ຫນ້າອາຍ, ພວກເຂົາຕ້ອງຖືກຕັດອອກຈາກຖ່າມກາງຊົນຊາດຂອງເຂົາ ເພາະເຂົາໄດ້ຫລັບນອນກັບເອື້ອຍຫລືນ້ອງສາວຂອງຕົນເອງ, ເຂົາຕ້ອງແບກຮັບຄວາມຜິດຂອງເຂົາ.
\v 18 ຖ້າຊາຍຄົນຫນຶ່ງຫລັບນອນກັບຜູ້ຍິງໃນຊ່ວງທີ່ນາງມີປະຈຳເດືອນແລະໄດ້ຮ່ວມຫລັບນອນກັບນາງດ ເຂົາໄດ້ເປີດຂອງລັບຂອງນາງເຮັດໃຫ້ເລືອດນາງໄຫລ, ທັງຊາຍແລະຍິງນັ້ນຕ້ອງຖືກຕັດອອກຈາກຖ່າມກາງຊົນຊາດຂອງເຂົາ.
\s5
\v 19 ເຈົ້າຕ້ອງບໍ່ຫລັບນອນກັບເອື້ອຍຫລືນ້ອງສາວຂອງແມ່ເຈົ້າ, ຫລືເອື້ອຍຫລືນ້ອງສາວຂອງພໍ່ເຈົ້າ, ເພາະວ່າເຈົ້າຈະເຮັດໃຫ້ພີ່ນ້ອງໃກ້ຊິດຂອງເຈົ້າຂາຍຫນ້າ, ເຈົ້າຕ້ອງແບກຮັບຄວາມຜິດຂອງຕົນ.
\v 20 ຖ້າຊາຍຄົນຫນຶ່ງຫລັບນອນກັບປ້າຂອງເຂົາ, ເຂົາໄດ້ລົບຫລູ່ກຽດລຸງຂອງເຂົາ, ເມື່ອພວກເຂົາຕາຍໄປດເຮົາຈະລົງໂທດພວກເຂົາທັງຄູ່ ແລະເມື່ອພວກເຂົາຕາຍໄປ. ເຮົາຈະເອົາມໍລະດົກໃດໆ, ທີ່ລູກທັງຫລາຍຂອງເຂົາອາດໄດ້ຮັບຈາກພໍ່ແມ່ຂອງເຂົາໄປ.
\v 21 ຖ້າຊາຍຄົນຫນຶ່ງແຕ່ງງານກັບເມຍຂອງອ້າຍຫລືນ້ອງຊາຍຂອງຕົນໃນຂະນະທີ່ອ້າຍຫລືນ້ອງຊາຍຍັງມີຊີວິດຢູ່, ນີ້ເປັນສິ່ງທີ່ຂາຍຫນ້າ, ເຂົາໄດ້ລົບລູ່ກຽດອ້າຍຫລືນ້ອງຊາຍຂອງເຂົາອາດຈະໄດ້ຮັບເປັນມໍລະດົກຈາກພໍ່ຂອງພວກເຂົາ.
\s5
\v 22 ເຫດສະນັ້ນພວກເຈົ້າຕ້ອງຮັກສາກົດບັນຍັດທັງສິ້ນຂອງເຮົາ ແລະ ກົດຫມາຍທັງສິ້ນຂອງເຮົາ; ພວກເຈົ້າຕ້ອງເຊື່ອຟັງເຮັດຕາມນັ້ນເພື່ອແຜ່ນດິນທີ່ເຮົາຈະພາພວກເຈົ້າເຂົ້າໄປຢູ່ນັ້ນຈະບໍ່ຄາຍພວກເຈົ້າອອກມາ.
\v 23 ພວກເຈົ້າຕ້ອງບໍ່ເຮັດຕາມທຳນຽມປະເພນີຂອງຊົນຊາດຕ່າງໆ, ທີ່ເຮົາຈະຂັບໄລ່ອອກໄປຕໍ່ຫນ້າພວກເຈົ້າ, ເພາະພວກເຂົາໄດ້ເຮັດສິ່ງທັງຫມົດນີ້. ແລະ ເຮົາລັງກຽດພວກເຂົາ.
\s5
\v 24 ເຮົາໄດ້ບອກພວກເຈົ້າແລ້ວວ່າ, "ພວກເຈົ້າຈະໄດ້ຮັບແຜ່ນດິນຂອງພວກເຂົາເປັນມໍລະດົກເຮົາຈະໃຫ້ພວກເຈົ້າຖືກຳມະສິດເຫນືອແຜ່ນດິນນັ້ນ, ເປັນແຜ່ນດິນທີ່ມີນຳ້ນົມແລະນຳ້ເຜິ້ງໄຫລ. ເຮົາຄືຢາເວພຣະເຈົ້າຂອງພວກເຈົ້າ. ຜູ້ໄດ້ແຍກພວກເຈົ້າອອກຈາກຊົນຊາດອື່ນ.
\v 25 ເຫດສະນັ້ນພວກເຈົ້າຕ້ອງແຍກເບິ່ງໃຫ້ອອກລະຫວ່າງບັນດາສັດທີ່ສະອາດແລະສັດທີ່ເປັນມົນທິນ, ລະຫວ່າງບັນດາທີ່ເປັນມົນທິນກັບນົກທີ່ສະອາດພວກເຈົ້າຕ້ອງບໍ່ເຮັດຕົວໃຫ້ເປັນມົນທິນດ້ວຍບັນດາສັດຫລືນົກທີ່ເປັນມົນທິນ, ຫລືດ້ວຍສັດໃດໆ, ທີ່ເລືອຄານໄປເທິງດິນ, ຊຶ່ງເຮົາໄດ້ແຍກອອກຈາກພວກເຈົ້າໃຫ້ເປັນສິ່ງທີ່ເປັນມົນທິນ.
\s5
\v 26 ພວກເຈົ້າຕ້ອງບໍລິສຸດ, ເພາະເຮົາຢາເວບໍລິສຸດ, ແລະ ເຮົາໄດ້ແຍກພວກເຈົ້າອອກຈາກຊົນຊາດອື່ນໆ, ເພື່ອໃຫ້ພວກເຈົ້າເປັນຂອງເຮົາ.
\s5
\v 27 ຊາຍຫລືຍິງໃດທີ່ຕິດຕໍ່ເວົ້າກັບຄົນຕາຍຫລືຄົນທີ່ຕິດຕໍ່ເວົ້າກັບວິນຍານຕ່າງໆຕ້ອງມີໂທດເຖິງຕາຍຢ່າງແນ່ນອນ. ປະຊາຊົນຈະຕ້ອງດຶກພວກເຂົາດ້ວຍກ້ອນຫີນພວກເຂົາມີຄວາມຜິດແລະສົມຄວນຕາຍ.'"
\s5
\c 21
\cl ບົດທີ 21
\p
\v 1 ພຣະຢາເວໄດ້ກ່າວແກ່ໂມເຊວ່າ, "ຈົ່ງກ່າວແກ່ບັນດາປະໂລຫິດລູກຊາຍທັງຫລາຍຂອງອາໂຣນ, ແລະ ບອກແກ່ພວກເຂົາວ່າ, 'ຢ່າເຮັດໂຕເອງໃຫ້ເປັນມັນທິນດ້ວຍເລື່ອງບັນດາຜູ້ເສຍຊີວິດທ່າມກາງຊົນຊາດຂອງເຂົາ.
\v 2 ນອກຈາກບັນດາພີ່ນ້ອງໃກ້ຊິດຂອງເຂົາ, ແມ່ຂອງເຂົາ, ພໍ່ຂອງເຂົາ, ລູກຊາຍຂອງເຂົາ, ລູກສາວຂອງເຂົາ.
\v 3 ຫລືອ້າຍນ້ອງຊາຍຂອງເຂົາ, ຜູ້ເປັນພົມມະຈາລີຊຶ່ງຍັງພຶ່ງພາເຂົາ, ເພາະນາງຍັງບໍ່ມີຜົວ, ເຂົາອາດຍອມເປັນມົນທິນເພາະນາງໄດ້.
\s5
\v 4 ແຕ່ເຂົາຕ້ອງບໍ່ເຮັດໃຫ້ຕົວເອງເປັນມົນທິນດ້ວຍເລື່ອງພີ່ນ້ອງຄົນອື່ນໆ ແລະເຮັດໃຫ້ຕົນເອງເປັນມົນທິນ.
\v 5 ປະໂລຫິດຕ້ອງບໍ່ແຖຫົວຫລືແຖປາຍຫນວດຂອງເຂົາ ແລະ ບໍ່ເຊືອດຮ່າງກາຍຂອງພວກເຂົາເອງ.
\v 6 ພວກເຂົາຕ້ອງບໍລິສຸດຕໍ່ພຣະເຈົ້າຂອງພວກເຂົາແລະບໍ່ເຮັດໃຫ້ພຣະນາມຂອງພຣະເຈົ້າຂອງພວກເຂົາຖືກຢຽດຢາມ. ເພາະພວກປະໂຣຫິດຕ້ອງຖວາຍເຄື່ອງບູຊາແຫ່ງອາຫານຂອງພຣະຢາເວ. ເປັນອາຫານຂອງພຣະເຈົ້າຂອງພວກເຂົາ. ເຫດນັ້ນພວກປະໂຣຫິດຕ້ອງບໍລິສຸດ.
\s5
\v 7 ພວກເຂົາຕ້ອງບໍ່ແຕ່ງງານກັບຜູ້ຍິງໃດທີ່ເປັນໂສເພນີ ແລະ ຄົນທີ່ເປັນມົນທິນ, ແລະ ພວກເຂົາຕ້ອງບໍ່ແຕ່ງງານກັບຜູ້ຍິງຄົນໃດທີ່ຢ່າຮ້າງຈາກຜົວຂອງນາງ.
\v 8 ເພາະພວກເຂົາຖືກແບກໄວ້ສຳຫລັບພຣະເຈົ້າຂອງພວກເຂົາ. ເຈົ້າຈະຕ້ອງແຍກເຂົາໄວ້ຕ່າງຫາກເພາະເຂົາເປັນຜູ້ຖວາຍອາຫານແດ່ພຣະເຈົ້າຂອງເຈົ້າ, ເຂົາຕ້ອງບໍລິສຸດສຳລັບເຈົ້າ. ເພາະເຮົາຢາເວຜູ້ເຮັດໃຫ້ເຈົ້າບໍລິສຸດ, ເຮົາບໍລິສຸດ.
\v 9 ລູກຍິງຂອງປະໂຣຫິດຄົນໃດທີ່ເຮັດຕົວເອງໃຫ້ເປັນມົນທິນໂດຍການເປັນໂສເພນີເຮັດໃຫ້ພໍ່ຂອງນາງຂາຍຫນ້າ. ນາງຕ້ອງຖືກເຜົາ.
\s5
\v 10 ຜູ້ທີ່ເປັນມະຫາປະໂຣຫິດໃນຖ່າມກາງພີ່ນ້ອງຂອງເຂົາ, ຜູ້ທີ່ຖືກເຈີມຫົວດ້ວຍນຳ້ມັນແຫ່ງການຊົງເຈີມ, ແລະຜູ້ທີ່ໄດ້ຊຳລະຕົວໃຫ້ບໍລິສຸດເພື່ອສວມເຄື່ອງແຕ່ງກາຍພິເສດຂອງມະຫາປະໂຣຫິດ, ຕ້ອງບໍ່ປ່ອຍຜົມ ຫລື ຈີກເສື້ອຜ້າຂອງຕົນ.
\v 11 ເຂົາຕ້ອງບໍ່ໄປທີ່ໃດກໍ່ຕາມທີ່ມີສົບຢູ່ ແລະ ເຮັດຕົວເອງໃຫ້ເປັນມົນທິນ, ແມ້ວ່າເພື່ອພໍ່ຫລືແມ່ຂອງເຂົາກໍ່ຕາມ.
\v 12 ມະຫາປະໂຣຫິດຕ້ອງບໍ່ອອກຈາກບໍລິເວນສະຖານນະມັດສະການແຫ່ງພັບພາ ຫລືເຮັດໃຫ້ສະຖານນະມັດສະການຂອງພຣະເຈົ້າຂອງເຂົາຖືກຢຽດຢາມເພາະເຂົາໄດ້ຮັບການຊຳລະໃຫ້ບໍລິສຸດແລ້ວໃນຖານະມະຫາປະໂຣຫິດໂດຍນຳ້ມັນແຫ່ງການຊົງເຈີມຂອງພຣະເຈົ້າຂອງເຂົາ. ເຮົາຄືຢາເວ.
\s5
\v 13 ມະຫາປະໂຣຫິດຕ້ອງແຕ່ງງານກັບຍິງພົມມະຈາລີເພື່ອໃຫ້ເປັນເມຍຂອງເຂົາ.
\v 14 ເຂົາຕ້ອງບໍ່ແຕ່ງງານກັບຍິງຫມ້າຍ, ຍິງທີ່ຢ່າຮ້າງ, ຫລືຍິງທີ່ເປັນໂສເພນີ, ເຂົາຈະບໍ່ແຕ່ງງານກັບຍິງປະເພດນີ້. ເຂົາຈະແຈ່ງງານກັບຍິງພົມມະຈາລີຈາກຊົນຊາດຂອງຕົນເອງເທົ່ານັ້ນ.
\v 15 ເພື່ອເຂົາຈະບໍ່ເຮັດໃຫ້ລູກຫລານຂອງພວກເຂົາເປັນມົນທິນຖ່າມກາງຊົນຊາດຂອງເຂົາ. ເພາະເຮົາຄືຢາເວຜູ້ເຮັດໃຫ້ເຂົາບໍລິສຸດ.'"
\s5
\v 16 ພຣະຢາເວກ່າວແກ່ໂມເຊວ່າ,
\v 17 "ຈົ່ງກ່າວກັບອາໂຣນແລະບອກເຂົາວ່າ, 'ຄົນໃດໃນເຊື້ອສາຍຂອງພວກເຈົ້າໃນຕະຫລອດຊົ່ວອາຍຸທີ່ມີຮ່າງກາຍພິການ, ເຂົາຕ້ອງບໍ່ເຂົ້າມາຖວາຍອາຫານແດ່ພຣະເຈົ້າຂອງເຂົາ.
\s5
\v 18 ຊາຍໃດທີ່ມີຮ່າງກາຍພິການຕ້ອງບໍ່ເຂົ້າໄປໃກ້ພຣະຢາເວເຊັ່ນຄົນຕາບອດຫລືຄົນທີ່ບໍ່ສາມາດຍ່າງໄດ້, ຄົນທີ່ຮູບຮ່າງບໍ່ສົມປະກອບຫລືບິດບ້ຽວ.
\v 19 ຄົນທີ່ພິການທີ່ມືຫລືຕີນ.
\v 20 ຄົນຫລັງຄ່ອມຫລືຄົນຜອມຫລືເຕ້ຍຜິດປົກກະຕິ, ຫລືຄົນທີ່ຕາຂອງເຂົາພິການ, ຫລືມີໂລກ, ຂີ້ກາກ, ຫິດ, ຫລື ຄົນທີ່ລູກອັນທະທີ່ຕອນ.
\v 21 ຫ້າມຄົນໃດໃນທ່າມກາງເຊື້ອສາຍຂອງອາໂຣນຜູ້ເປັນປະໂຣຫິດທີ່ມີຮ່າງກາຍພິການເຂົ້າມາໃກ້ເພື່ອຖວາຍເຄື່ອງບູຊາດ້ວຍໄຟແດ່ພຣະຢາເວ. ເພາະຄົນແບບນັ້ນມີຮ່າງກາຍພິການ, ເຂົາຕ້ອງບໍ່ເຂົ້າມາໃກ້ເພື່ອຖວາຍອາຫານແຫ່ງພຣະເຈົ້າຂອງເຂົາ.
\s5
\v 22 ແຕ່ເຂົາສາມາດກິນອາຫານຂອງພຣະເຈົ້າຂອງເຂົາໄດ້, ບໍ່ວ່າຈະເປັນບາງສ່ວນຈາກຂອງທີ່ບໍລິສຸດທີ່ສຸດຫລືບາງສ່ວນຈາກຂອງທີ່ບໍລິສຸດ.
\v 23 ຢ່າງໃດກໍ່ຕາມ ເຂົາຕ້ອງບໍ່ເຂົ້າໄປພາຍໃນຜ້າກັ້ງຫລືເຂົ້າມາໃກ້ແທ່ນບູຊາ, ເພາະເຂົາມີຮ່າງກາຍພິການ, ເພື່ອເຂົາຈະບໍ່ເຮັດໃຫ້ສະຖານບໍລິສຸດຂອງເຮົາເປັນມັນທິນ. ເພາະເຮົາຄືຢາເວ. ຜູ້ເຮັດໃຫ້ພວກເຂົາບໍລິສຸດ.'"
\v 24 ດັ່ງນັ້ນໂມເຊຈຶ່ງໄດ້ກ່າວຖ້ອຍຄຳເຫລົ່ານີ້ໃຫ້ແກ່ອາໂຣນ, ແກ່ລູກຊາຍທັງຫລາຍຂອງເຂົາ, ແລະແກ່ຊົນຊາດອິດສະລາເອນ.
\s5
\c 22
\cl ບົດທີ 22
\p
\v 1 ພຣະຢາເວກ່າວແກ່ໂມເຊວ່າ,
\v 2 "ຈົ່ງກ່າວແກ່ອາໂຣນແລະແກ່ລູກຊາຍທັງຫລາຍຂອງເຂົາ, ຈົ່ງບອກພວກເຂົາໃຫ້ຢູ່ຫ່າງຈາກສິ່ງບໍລິສຸດຂອງປະຊາຊົນອິສະຣາເອນ, ຊຶ່ງພວກເຂົາໄດ້ແຍກໄວ້ເພື່ອເຮົາພວກເຂົາຕ້ອງບໍ່ເຮັດໃຫ້ນາມຂອງເຮົາຖືກຢຽດຢາມ, ເຮົາຄືຢາເວ.
\v 3 ຈົ່ງບອກພວກເຂົາວ່າ, 'ຖ້າເຊື້ອສາຍຂອງພວກເຈົ້າຄົນໃດໃນຕະຫລອດຊົ່ວອາຍຸຂອງພວກເຈົ້າເຂົ້າໃກ້ສິ່ງທີ່ບໍລິສຸດທີ່ປະຊາຊົນອິດສະຣາເອນໄດ້ແຍກໄວ້ແດ່ພຣະຢາເວ, ໃນຂະນະທີ່ເຂົາເປັນມົນທິນ ຄົນນັ້ນຈະຕ້ອງຖືກຕັດອອກຈາກຫນ້າເຮົາ. ເຮົາຄືຢາເວ.
\s5
\v 4 ຫລືມີສິ່ງທີ່ຕິດເຊື້ອໄຫລອອກຈາກຮ່າງກາຍຂອງເຂົາຮັບປະທານເຄື່ອງບູຊາໃດໆ, ທີ່ຖວາຍແດ່ພຣະຢາເວຈົນກວ່າເຂົາຈະບໍລິສຸດ, ຄົນໃດກໍ່ຕາມທີ່ແຕະຕ້ອງສິ່ງທີ່ເປັນມົນທິນໃດໆ, ໂດຍການແຕະຕ້ອງສົບ, ຫລືໂດຍແຕະຕ້ອງຊາຍໃດທີ່ຫລັ່ງນຳ້ກາມ.
\v 5 ຫລືຄົນໃດແຕະຕ້ອງສັດເລືອຄານທີ່ເຮັດໃຫ້ເຂົາເປັນມົນທິນ, ຫລືແຕະຕ້ອງຄົນໃດທີ່ເຮັດໃຫ້ເຂົາເປັນມົນທິນ, ບໍ່ວ່າເປັນມົນທິນແບບໃດກໍ່ຕາມ.
\v 6 ແລ້ວປະໂຣຫິດຜູ້ທີ່ແຕະຕ້ອງມົນທິນໃດໆ, ຈະເປັນມົນທິນໄປຈົນເຖິງເວລາຕອນແລງ. ເຂົາຕ້ອງບໍ່ກິນສິ່ງບໍລິສຸດໃດໆນອກຈາກເຂົາໄດ້ອາບນຳ້ແລ້ວ.
\s5
\v 7 ເມື່ອດວງຕາເວັນຕົກແລ້ວ, ເຂົາຈຶ່ງຈະສະອາດ, ຫລັງຈາກດວງຕາເວັນຕົກເຂົາຈຶ່ງສາມາດກິນຂອງທີ່ບໍລິສຸດນັ້ນໄດ້ເພາະວ່າເປັນອາຫານຂອງເຂົາ.
\v 8 ເຂົາຕ້ອງບໍ່ກິນຫຍັງທີ່ພົບວ່າຕາຍໄປແລ້ວຫລືຖືກສັດປ່າຂ້າ, ຊຶ່ງຈະເຮັດໃຫ້ເຂົາເອງເປັນມົນທິນ. ເຮົາຄືຢາເວ.
\v 9 ປະໂຣຫິດທັງຫລາຍຕ້ອງເຮັດຕາມຄຳສັ່ງສອນຂອງເຮົາ, ບໍ່ສະນັ້ນພວກເຂົາຈະມີຄວາມຜິດບາບແລະອາດຕາຍເພາະລົບລູ່ເຮົາ. ເຮົາຄືຢາເວຜູ້ເຮັດໃຫ້ພວກເຂົາບໍລິສຸດ.
\s5
\v 10 ຫ້າມຄົນພາຍນອກຄອບຄົວຂອງປະໂຮຫິດ ລວມເຖິງແຂກທັງຫລາຍຂອງປະໂຣຫິດ ຫລືລູກຈ້າງຂອງເຂົາກິນສິ່ງໃດທີ່ເປັນຂອງບໍລິສຸດ.
\v 11 ແຕ່ຖ້າປະໂຣຫິດໄດ້ຊື້ທາດຄົນໃດດ້ວຍເງິນຂອງເຂົາເອງ, ທາດນັ້ນກໍ່ຮັບກິນຂອງທີ່ໄດ້ແຍກໄວ້ແດ່ພຣະຢາເວໄດ້, ສະມາຊິກໃນຄອບຄົວຂອງປະໂຣຫິດແລະທາດທັງຫລາຍກິນຂອງເຫລົ່ານັ້ນຮ່ວມກັບເຂົາໄດ້.
\s5
\v 12 ຖ້າລູກຍິງຂອງປະໂຣຫິດໄດ້ແຕ່ງງານກັບຄົນທີ່ບໍ່ເປັນປະໂຣຫິດ, ນາງບໍ່ສາມາດກິນຂອງຖວາຍໃດໆທີ່ບໍລິສຸດໄດ້.
\v 13 ແຕ່ຖ້າລູກຍິງຂອງປຸໂຮຫິດເປັນຍິງຫມ້າຍ, ຫລືຢ່າຮ້າງ, ແລະຖ້ານາງບໍ່ມີລູກແລະຖ້ານາງໄດ້ກັບມາອາໃສຢູ່ບ້ານພໍ່ຂອງນາງເຫມືອນເມື່ອຕອນເປັນສາວ, ນາງສາມາດກິນອາຫານຂອງບິດາຂອງນາງໄດ້. ແຕ່ຫ້າມຄົນທີ່ບໍ່ຢູ່ໃນຄອບຄົວຂອງປະໂຣຫິດກິນອາຫານປະໂຣຫິດ.
\s5
\v 14 ເຂົາຕ້ອງຊົດໃຊ້ຄືນໃຫ້ແກ່ປະໂຣຫິດ, ເຂົາຕ້ອງເພີ່ມໃຫ້ອີກຫນຶ່ງໃນຫ້າແລະມອບຄືນແກ່ປະໂຣຫິດ.
\v 15 ປະຊາຊົນອິດສະຣາເອນຕ້ອງບໍ່ລົບລູ່ກຽດສິ່ງທີ່ບໍລິສຸດທີ່ໄດ້ຍົກຂຶ້ນແລະຖວາຍແດ່ພຣະຢາເວ.
\v 16 ເຮັດໃຫ້ພວກເຂົາຕ້ອງແບກຮັບຄວາມບາບທີ່ເຮັດໃຫ້ພວກເຂົາມີຄວາມຜິດແຫ່ງການກິນອາຫານທີ່ບໍລິສຸດ. ເພາະເຮົາຄືຢາເວຜູ້ທີ່ເຮັດໃຫ້ພວກເຂົາບໍລິສຸດ.'"
\s5
\v 17 ພຣະຢາເວກ່າວແກ່ໂມເຊວ່າ,
\v 18 "ຈົ່ງກ່າວແກ່ອາໂຣນແລະລູກຊາຍທັງຫລາຍຂອງເຂົາ, ແລະແກ່ປະຊາຊົນອິດສະຣາເອນທັງປວງຈົ່ງບອກພວກເຂົາວ່າ, 'ຄົນອິດສະຣາເອນຫລືຄົນຕ່າງຊາດຄົນໃດທີ່ອາໃສຢູ່ໃນອິດສະຣາເອນ, ເມື່ອພວກເຂົາຖວາຍເຄື່ອງບູຊາບໍ່ວ່າເປັນເຄື່ອງບູຊາເພື່ອປະຕິຍານຫລືບໍ່ວ່າເປັນເຄື່ອງບູຊາດ້ວຍໃຈສະຫມັກ, ຫລືບໍ່ວ່າເປັນເຄື່ອງເຜົາບູຊາແດ່ພຣະຢາເວ.
\v 19 ຖ້າຈະໃຫ້ເປັນເຄື່ອງບູຊາທີ່ພໍໃຈ, ພວກເຂົາຕ້ອງຖວາຍສັດຕົວຜູ້ທີ່ປາສະຈາກຕຳນິ, ທີ່ເອົາມາຈາກຝູງງົວຝູງແກະຫລືຝູງແບ້.
\s5
\v 20 ແຕ່ພວກເຈົ້າຕ້ອງບໍ່ຖວາຍສິ່ງໃດໆ, ທີ່ມີຕຳນິ. ເຮົາຈະບໍ່ພໍໃຈສິ່ງທີ່ພວກເຈົ້າຖວາຍ.
\v 21 ຄົນໃດຖວາຍເຄື່ອງສັນຕິບູຊາທີ່ເອົາມາຈາກຝູງໂຄຫລືຝູງແບ້ແກະແດ່ພຣະຢາເວເພື່ອແກ້ຄຳປະຕິຍານຫລືເປັນເຄື່ອງບູຊາດ້ວຍໃຈສະຫມັກເຄື່ອງບູຊານັ້ນຈະຕ້ອງບໍ່ມີຕຳຫນິຈຶ່ງຈະເປັນທີ່ພໍໃຈ, ສັດນັ້ນຕ້ອງບໍ່ພິການ.
\s5
\v 22 ພວກເຈົ້າຕ້ອງບໍ່ຖວາຍສັດໃດໆ, ທີ່ຕາບອດ, ພິການຫລືເປັນແຜທີ່ມີສິ່ງທີ່ໄຫລອອກ, ເປັນຂີ້ກາກ, ຫລືເປັນຫິດ ພວກເຈົ້າຕ້ອງບໍ່ຖວາຍສິ່ງເຫລົ່ານີ້ແດ່ພຣະຢາເວໃຫ້ເປັນເຄື່ອງເຜົາບູຊາດ້ວຍໄຟເທິງແທ່ນບູຊາ.
\v 23 ເຈົ້າສາມາດຖວາຍເຄື່ອງບູຊາດ້ວຍສະຫມັກໃຈດ້ວຍງົວຫລືລູກແກະທີ່ພິການຫລືໂຕນ້ອຍໄດ້. ແຕ່ເຄື່ອງບູຊາແບບນັ້ນຈະບໍ່ເປັນທີ່ພໍໃຈຖ້າຖວາຍເພື່ອແກ້ຄຳປະຕິຍານ.
\s5
\v 24 ຢ່າຖວາຍສັດໃດໆ ແດ່ພຣະຢາເວທີ່ມີລູກອັນທະຊຳ້, ຖືກທຸບ ຈີກຂາດ, ຫລືມີຮອຍຕັດ, ຢ່າເຮັດແບບນີ້ໃນແຜ່ນດິນຂອງພວກເຈົ້າ.
\v 25 ພວກເຈົ້າຕ້ອງບໍ່ຖວາຍອາຫານຂອງພຣະເຈົ້າຂອງເຈົ້າຈາກມືຂອງຄົນຕ່າງຊາດ, ສັດຕ່າງໆ, ເຫລົ່ານັ້ນມີຕຳຫນິແລະພິການ, ພວກເຈົ້າຈະບໍ່ໄດ້ຮັບຄວາມພໍໃຈ.
\s5
\v 26 ພຣະຢາເວກ່າວແກ່ໂມເຊວ່າ,
\v 27 "ເມື່ອງົວຫລືແກະຫລືແບ້ອອກລູກມາ, ມັນຕ້ອງຢູ່ກັບແມ່ຂອງມັນເຈັດວັນດ ແລ້ວຕັ້ງແຕ່ວັນທີ່ແປດເປັນຕົ້ນໄປ, ມັນສາມາດເປັນເຄື່ອງບູຊາສຳຫລັບຖວາຍແດ່ພຣະຢາເວດ້ວຍໄຟຊຶ່ງເປັນທີ່ພໍໃຈໄດ້.
\s5
\v 28 ຢ່າຂ້າແມ່ງົວຫລືແມ່ແກະພ້ອມກັບລູກຂອງມັນໃນມື້ດຽວກັນ.
\v 29 ເມື່ອພວກເຈົ້າຖວາຍເຄື່ອງບູຊາແຫ່ງການຂອບພຣະຄຸນແດ່ພຣະຢາເວ. ພວກເຈົ້າຕ້ອງຖວາຍເຄື່ອງບູຊາໃຫ້ເປັນທີ່ພໍໃຈ.
\v 30 ເຄື່ອງບູຊານັ້ນຕ້ອງຖືກກິນໃນມື້ດຽວກັນທີ່ຖວາຍເຄື່ອງບູຊາ, ພວກເຈົ້າຕ້ອງບໍ່ເຫລືອອາຫານໄວ້ຈົນເຖິງເຊົ້າ. ເຮົາຄືຢາເວ.
\s5
\v 31 ດັ່ງນັ້ນພວກເຈົ້າຕ້ອງຮັກສາກົດບັນຍັດຂອງເຮົາ ແລະເຮັດຕາມນັ້ນ. ເຮົາຄືຢາເວ.
\v 32 ພວກເຈົ້າຕ້ອງບໍ່ລົບລູ່ກຽດພຣະນາມອັນບໍລິສຸດຂອງເຮົາ. ປະຊາຊົນອິດສະຣາເອນຕ້ອງຍອມຮັບວ່າເຮົາບໍລິສຸດ. ເຮົາຄືຢາເວຜູ້ເຮັດໃຫ້ພວກເຈົ້າບໍລິສຸດ,
\v 33 ຜູ້ທີ່ໄດ້ນຳພວກເຈົ້າອອກມາຈາກແຜ່ນດິນເອຢິບເພື່ອເປັນພຣະເຈົ້າຂອງພວກເຈົ້າ: ເຮົາຄືຢາເວ."
\s5
\c 23
\cl ບົດທີ 23
\p
\v 1 ພຣະຢາເວໄດ້ກ່າວເເກ່ໂມເຊວ່າ,
\v 2 "ຈົ່ງກ່າວເເກ່ອິດສະຣາເອນ, ເເລະ ບອກເຂົາວ່າ, 'ຕໍ່ໄປນີ້ຄືເທດສະການລ້ຽງຕ່າງໆທີ່ຖືກກຳຫນົດໄວ້ເເດ່ພຣະຢາເວທີ່ພວກເຈົ້າຕ້ອງປະກາດໃຫ້ເປັນການປະຊຸມບໍລິສຸດ; ເປັນເທດສະການລ້ຽງປະຈຳຂອງເຮົາ.
\s5
\v 3 ພວກເຈົ້າເຮັດວຽກໃນທຸກມື້, ເເຕ່ວັນທີເຈັດເປັນວັນສະບາໂຕເເຫ່ງການຫຍຸດພັກຢ່າງສົມບູນດເປັນການປະຊຸມບໍລິສຸດ, ພວກເຈົ້າບໍ່ຕ້ອງເຮັດວຽກເພາະເປັນວັນສະບາໂຕເເດ່ພຣະຢາເວໃນທຸກເເຫ່ງທີ່ເຈົ້າອາໄສຢູ່.
\s5
\v 4 ຕໍ່ໄປນີ້ເປັນເທດສະການລ້ຽງທີ່ກຳນົດໄວ້ຂອງພຣະຢາເວ. ເປັນການປະຊຸມທີ່ພວກເຈົ້າຕ້ອງປະກາດໃຫ້ຮູ້ເມື່ອເຖິງເວລາເທີ່ກຳນົດໄວ້.
\v 5 ໃນຕອນເເລງຂອງວັນທີສິບສີ່, ເດືອນທີຫນຶ່ງ, ເປັນປັດສະກາຂອງພຣະຢາເວ.
\v 6 ໃນວັນທີສິບຫ້າຂອງເດືອນດຽວກັນເປັນເທດສະການກິນຂະຫນົມປັງບໍ່ມີເຊື້ອເເປ້ງເປັນເວລາເຈັດວັນ.
\s5
\v 7 ໃນມື້ທຳອິດພວກເຈົ້າຕ້ອງຈັດໃຫ້ມີການຊຸມນຸມພ້ອມກັນພວກເຈົ້າຈະບໍ່ເຮັດວຽກປະຈຳຂອງພວກເຈົ້າ.
\v 8 ພວກເຈົ້າຈະຖວາຍເຄື່ອງບູຊາອາຫານເເດ່ພຣະຢາເວເປັນເວລາເຈັດວັນ, ໃນວັນທີເຈັດເປັນການປະຊຸມທີ່ຈັດໄວ້ເເດ່ພຣະຢາເວ. ເເລະໃນວັນນັ້ນພວກເຈົ້າຕ້ອງບໍ່ເຮັດວຽກປະຈຳ.
\s5
\v 9 ພຣະຢາເວໄດ້ຕັດກັບໂມເຊວ່າ,
\v 10 "ຈົ່ງກ່າວກັບຄົນອິດສະຣາເອນ ເເລະ ບອກພວກເຂົາວ່າ, 'ເມື່ອພວກເຈົ້າເຂົ້າມາໃນເເຜ່ນດິນຊຶ່ງເຮົາຈະເຮັດໃຫ້ເເກ່ພວກເຈົ້າ, ເເລະເມື່ອພວກເຈົ້າເກັບກ່ຽວຈາກເເຜ່ນດິນນັ້ນ, ພວກເຈົ້າຕ້ອງເອົາຜົນທຳອິດຫນຶ່ງມັດໄປໃຫ້ປະໂຣຫິດ.
\v 11 ເເລະປະໂຣຫິດຈະເອົາມັດເຂົ້ານັ້ນຂຶ້ນຕໍ່ພະພັກພຣະຢາເວເມື່ອພວກເຈົ້າຈະເປັນທີ່ພໍພະໄທ. ໃນມື້ຕໍ່ໄປຈາກວັນສະບາໂຕເປັນວັນທີ່ປະໂຣຫິດຈະຍົກເຄື່ອງບູຊາຂຶ້ນເເລະຖວາຍໃຫ້ເເກ່ເຮົາ.
\s5
\v 12 ໃນມື້ທີ່ພວກເຈົ້າມັດເຂົ້າຊູຟອ່ນເຂົ້ານັ້ນຂຶ້ນ, ເເລະຖວາຍເເກ່ເຮົາ, ພວກເຈົ້າຕ້ອງຖວາຍລູກເເກະໂຕຫນຶ່ງອາຍຸຫນຶ່ງປີທີ່ປາສະຈາກການຕຳຫນິໃຫ້ເປັນເຄື່ອງບູຊາເເດ່ພຣະຢາເວ.
\v 13 ເຄື່ອງຖວາຍບູຊາຕ້ອງເປັນເເປ້ງຢ່າງດີນຳ້ມັນຫມາກກອກເທດສອງກິໂລກຣາມ ເປັນເຄື່ອງບູຊາດ້ວຍໄຟເເດ່ພຣະຢາເວ. ເພື່ອໃຫ້ເກີດກິນຫອມພ້ອມກັບເຫລົ້າອງຸ່ນຫນຶ່ງລີດເຊັ່ນດຽວກັນເປັນເຄື່ອງບູຊາດື່ມຖວາຍ.
\v 14 ພວກເຈົ້າຕ້ອງບໍ່ກິນຂະຫນົມປັງ, ເຂົ້າຂົ້ວຫລືເຂົ້າດິບຈົນກວ່າຈະເຖິງວັນດຽວກັນທີ່ພວກເຈົ້າໄດ້ຖວາຍເຄື່ອງບູຊານີ້ເເດ່ພຣະເຈົ້າຂອງພວກເຈົ້າ, ນີ້ເປັນກົດເກນຖາວອນຂອງເຈົ້າໃນທຸກເເຫ່ງທີ່ເຈົ້າອາໄສຢູ່.
\s5
\v 15 ເລີ່ມຕົ້ນຈາກວັນຖັດຈາກວັນສະບາໂຕຊຶ່ງເປັນວັນທີ່ພວກເຈົ້ານຳຟອນເຂົ້າເເຫ່ງເຄື່ອງບູຊາມາໂບກຖວາຍ, ຈົ່ງນັບໃຫ້ຄົບເຈັດອາທິດ.
\v 16 ພວກເຈົ້າຕ້ອງນັບໄປເຖິງຫ້າສິບວັນ, ຊຶ່ງຈະເປັນວັນຖັດຈາກສະບາໂຕທີ່ເຈັດ, ເເລ້ວພວກເຈົ້າຕ້ອງຖວາຍເມັດໃຫມ່ເເດ່ພຣະຢາເວເປັນເຄື່ອງຖວາຍບູຊາ.
\s5
\v 17 ພວກເຈົ້າຕ້ອງນຳຂະຫນົມປັງສອງກ້ອນເຮັດຈາກເເປ້ງສອງກິໂລກຣາມຈາກທີ່ຢູ່ອາໄສຂອງພວກເຈົ້າຂະຫນົມປັງຕ້ອງເຮັດຈາກເເປ້ງຢ່າງດີຕີໃສ່ເຊື້ອເເປ້ງເເລະອົບ, ນັ້ນຈະເປັນເຄື່ອງບູຊາຍໍຖວາຍເເຫ່ງຜົນທຳອິດເເດ່ພຣະຢາເວ.
\v 18 ສິ່ງທີ່ພວກເຈົ້າຕ້ອງຖວາຍພ້ອມກັບຂະຫນົມປັງນັ້ນຄື ລູກເເກະເຈັດໂຕທີ່ມີອາຍຸຫນຶ່ງປີ ເເລະປາສະຈາກຕຳຫນິ, ງົວຫນຸ່ມຫນຶ່ງໂຕ, ເເກະຜູ້ສອງໂຕມາເປັນເຄື່ອງບູຊາເເດ່ພຣະຢາເວພ້ອມກັບເຄື່ອງຖວາຍເຄື່ອງບູຊາ, ເເລະເປັນເຄື່ອງບູຊາຂອງພວກເຂົາ, ເປັນເຄື່ອງຖວາຍດ້ວຍໄຟເເລະເກີດເປັນກິນຫອມເເດ່ພຣະຢາເວ.
\s5
\v 19 ພວກເຈົ້າຕ້ອງຖວາຍແບ້ໂຕຫນຶ່ງເປັນເຄື່ອງບູຊາລົບລ້າງບາບ ແລະລູກແກະໂຕຜູ້ອາຍຸຫນຶ່ງປີສອງໂຕເພື່ອຖວາຍເປັນເຄື່ອງບູຊາ.
\v 20 ປະໂຣຫິດຕ້ອງຍໍເຄື່ອງບູຊາຖວາຍພ້ອມກັບຂະຫນົມປັງຊຶ່ງເປັນຜົນທຳອິດຕໍ່ພະພັກພຣະຢາເວ. ເເລະຖວາຍເຄື່ອງບູຊາເຫລົ່ານັ້ນພ້ອມກັບລູກເເກະສອງໂຕເເດ່ພຣະອົງເຄື່ອງບູຊາເຫລົ່ານັ້ນຈະເປັນຂອງຖວາຍບໍລິສຸດເເດ່ພຣະຢາເວສຳຫລັບປະໂຣຫິດ.
\v 21 ໃນວັນດຽວກັນພວກເຈົ້າຕ້ອງປະກາດໃຫ້ມີປະຊຸມບໍລິສຸດ, ເເລະພວກເຈົ້າບໍ່ເຮັດງານປະຈຳ, ນີ້ເປັນກົດເກນຖາວອນຕະຫລອດໄປຂອງເຈົ້າໃນທຸກເເຫ່ງທີ່ພວກເຈົ້າອາໄສຢູ່.
\s5
\v 22 ເມື່ອພວກເຈົ້າເກັບກ່ຽວພືດຜົນຈາກເເຜ່ນດິນຂອງພວກເຈົ້າ ພວກເຈົ້າຕ້ອງບໍ່ຕ້ອງເກັບກ່ຽວຕາມມຸມຂອງທົ່ງນາຈົນຫມົດ, ເເລະ ພວກເຈົ້າຕ້ອງເກັບເມັດທີ່ຕົກ, ພວກເຈົ້າຕ້ອງຖິ້ມໄວ້ສຳຫລັບຄົນຍາກຈົນ ເເລະ ສຳລັບຄົນຕ່າງດ້າວ, ເຮົາຄືຢາເວພຣະເຈົ້າຂອງພວກເຈົ້າ."'
\s5
\v 23 ພຣະຢາເວກ່າວເເກ່ໂມເຊວ່າ,
\v 24 "ຈົ່ງກ່າວເເກ່ຄົນອິດສະຣາເອນວ່າ, 'ໃນວັນທີຫນຶ່ງຂອງເດືອນທີເຈັດຈະເປັນມື້ພັກຢ່າງຈິງຈັງສຳຫລັບພວກເຈົ້າ, ເປັນສັນຍານດ້ວຍການເປົ່າເເກ ເເລະເປັນການປະຊຸມບໍລິສຸດ.
\v 25 ພວກເຈົ້າຕ້ອງບໍ່ເຮັດວຽກປະຈຳຂອງພວກເຈົ້າ ເເລະ ຕ້ອງຖວາຍເຄື່ອງບູຊາດ້ວຍໄຟເເດ່ພຣະຢາເວ."'
\s5
\v 26 ພຣະຢາເວໄດ້ກ່າວເເກ່ໂມເຊວ່າ,
\v 27 "ໃນວັນທີສິບຂອງເດືອນທີເຈັດນີ້ເປັນວັນລົບລ້າງມົນທິນ, ເປັນການປະຊຸມບໍລິສຸດ, ເເລະ ພວກເຈົ້າຕ້ອງຖ່ອມໂຕລົງ, ເເລະ ຖວາຍເຄື່ອງບູຊາດ້ວຍໄຟເເດ່ພຣະຢາເວ.
\s5
\v 28 ພວກເຈົ້າຕ້ອງບໍ່ເຮັດວຽກໃນວັນນັ້ນເພາະເປັນວັນລົບມົນທິນທີ່ຈະລົບມົນທິນຂອງໂຕພວກເຈົ້າເອງ, ສະເພາະພຣະພັກພຣະຢາເວພຣະເຈົ້າຂອງພວກເຈົ້າ.
\v 29 ໃນວັນນັ້ນ ຖ້າຜູ້ໃດບໍ່ຖ່ອມໂຕເອງລົງຈະຕ້ອງຖືກຕັດອອຈາກຊົນຊາດຂອງເຂົາ.
\s5
\v 30 ຖ້າຜູ້ໃດເຮັດວຽກງານໃດ ໃນວັນນັ້ນ, ເຮົາພຣະຢາເວຈະທຳລາຍຜູ້ນັ້ນໄປເສຍຈາກທ່າມກາງປະຊາຊົນຂອງເຂົາ.
\v 31 ພວກເຈົ້າຕ້ອງບໍ່ເຮັດວຽກງານໃດໆ ໃນວັນນັ້ນ, ນີ້ຈະເປັນກົດເກນຖາວອນຕະຫລອດຊົ່ວເຊື້ອສາຍຂອງເຈົ້າໃນທຸກເເຫ່ງທີ່ພວກເຈົ້າອາໄສຢູ່.
\v 32 ວັນນີ້ຕ້ອງເປັນວັນສະບາໂຕເເຫ່ງການຫຍຸດພັກຢ່າງຈິງຈັງສຳລັບພວກເຈົ້າ, ເເລະ ພວກເຈົ້າຕ້ອງຖ່ອມໂຕລົງເລີມຕັ້ງເເຕ່ເວລາຕອນເເລງທີເກົ້າຂອງເດືອນນັ້ນ, ພວກເຈົ້າຕ້ອງຖືຮັກສາວັນສະບາໂຕຂອງພວກເຈົ້າຈາກເວລາຕອນເເລງເຖິງຕອນຄຳ່ມືດ.
\s5
\v 33 ພຣະຢາເວໄດ້ຕັດເເກ່ໂມເຊວ່າ,
\v 34 "ຈົ່ງກ່າວເເກ່ຄົນອິດສະຣາເອນວ່າ, 'ໃນວັນທີສິບຫ້າຂອງເດືອນທີເຈັດຈະເປັນວັນເທດສະການຖ້າຢູ່ໄຟຖວາຍເເດ່ພຣະຢາເວຈະຖືຢູ່ເຈັດວັນ.
\s5
\v 35 ໃນມື້ທຳອິດມີການປະຊຸມບໍລິສຸດພວກເຈົ້າຕ້ອງບໍເຮັດວຽກປະຈຳ.
\v 36 ພວກເຈົ້າຕ້ອງຖວາຍເຄື່ອງບູຊາດ້ວຍໄຟເເດ່ພຣະຢາເວເປັນເວລາເຈັດວັນ, ໃນວັນທີເເປດຈະຕ້ອງມີການປະຊຸມບໍລິສຸດ ເເລະພວກເຈົ້າຕ້ອງຖວາຍເຄື່ອງບູຊາດ້ວຍໄຟເເດ່ພຣະຢາເວ. ນີ້ເປັນການປະຊຸມຕາມພິທີ, ເເລະ ພວກເຈົ້າຕ້ອງບໍ່ເຮັດວຽກງານໃດໆ.
\s5
\v 37 ຕໍ່ໄປນີ້ເປັນເທດສະການລ້ຽງຕາມກຳນົດເເດ່ພຣະຢາເວ, ຊຶ່ງພວກເຈົ້າຕ້ອງປະກາດເປັນປະຊຸມບໍລິສຸດເພື່ອຖວາຍເຄື່ອງບູຊາດ້ວຍໄຟເເດ່ພຣະຢາເວ, ຄືເຄື່ອງເຜົາບູຊາ ເເລະເຄື່ອງຖວາຍບູຊາເຄື່ອງສັດບູຊາ. ໃຫ້ຖວາຍເເຕ່ລະຢ່າງຕາມທີ່ກຳນົດໄວ້ໃນເເຕ່ລະວັນ.
\v 38 ເທດສະການລ້ຽງເຫລົ່ານີ້ຈະເພີ່ມເຕີມເຂົ້າໄປນອກເຫນືອຈາກວັນສະບາໂຕຂອງພຣະຢາເວ ເເລະ ຖວາຍຂອງພວກເຈົ້າ, ການປະຕິຍານຕົນທັງຫມົດຂອງພວກເຈົ້າ ເເລະ ເຄື່ອງບູຊາດ້ວຍໃຈສະຫມັກຂອງພວກເຂົາທີ່ພວກເຈົ້າຖວາຍເເດ່ພຣະຢາເວ.
\s5
\v 39 ໃນເລື່ອງກ່ຽວກັບເທດສະການຖ້າຢູ່ໄຟ, ໃນວັນທີສິບຫ້າຂອງເດືອນທີເຈັດ, ເມື່ອພວກເຈົ້າໄດ້ຮວບຮວມພືດທີ່ໄດ້ມາຈາກເເຜ່ນດິນນັ້ນເເລ້ວພວກເຈົ້າຕ້ອງຮັກສາເທດສະການລ້ຽງນີ້ເເດ່ພຣະຢາເວ, ສຳລັບເຈັດວັນ. ໃນມື້ທຳອິດຈະເປັນມື້ພັກ, ເເລະ ໃນວັນທີ່ເເປດກໍຈະເປັນມື້ພັກດ້ວຍ.
\s5
\v 40 ໃນມື້ທຳອິດພວກເຈົ້າຕ້ອງເອົາຜົນທີ່ດີທີ່ສຸດຈາກຕົ້ນມາ, ໃບຕານກ້ານພ້າວກັບຫງ່າໄມ້ທີ່ມີໃບດົກ, ເເລະພວກເຈົາຈະຊື່ນຊົມຍິນດີຕໍ່ພະພັກພຣະຢາເວພຣະເຈົ້າຂອງພວກເຈົ້າເປັນເວລາເຈັດວັນ.
\v 41 ພວກເຈົ້າຕ້ອງສະຫລອງເທດສະການລ້ຽງນີ້ເປັນເວລາເຈັດວັນໃນເເຕ່ລະປີ, ນີ້ຈະເປັນກົດເກນຖາວອນຕະຫລອດຊົວຊົນຊາດເເລະພົງພັນຂອງພວກເຈົ້າ, ພວກເຈົ້າຕ້ອງສະຫລອງເທດສະການລ້ຽງນີ້ໃນເດືອນທີເຈັດ.
\s5
\v 42 ພວກເຈົ້າຕ້ອງອາໄສຢູ່ກອງໄຟນ້ອຍໆເປັນເວລາເຈັດວັນ, ຊາວອິດສະຣາເອນໂດຍກຳເນີດທຸກຄົນຕ້ອງຢູ່ໃນໄຟນ້ອຍໆ, ເປັນເວລາເຈັດວັນ.
\v 43 ເພື່ອເຊື້ອສາຍຂອງພວກເຈົ້າລຸ້ນຕໍ່ລຸ້ນຈະໄດ້ຮຽນຮູ້ວ່າ, ເຮົາໄດ້ເຮັດໃຫ້ຄົນອິດສະຣາເອນອາໄສຢູ່ໃນໄຟພັກເເບບນັ້ນຢ່າງໃດເມື່ອເຮົາໄດ້ນຳພວກເຂົາອອກຈາກເເຜ່ນດິນເອຢິບ, ເຮົາຄືພຣະຢາເວພຣະເຈົ້າຂອງພວກເຈົ້າ."'
\v 44 ດັ່ງນັ້ນເເລະໂມເຊຈຶ່ງໄດ້ປະກາດໃຫ້ຄົນອິດສະຣາເອນຮູ້ເຖິງເທດສະການລ້ຽງທີ່ໄດ້ກຳນົດໄວ້ເພື່ອພຣະຢາເວ.
\s5
\c 24
\cl ບົດທີ 24
\p
\v 1 ພຣະຢາເວໄດ້ກ່າວເເກ່ໂມເຊວ່າ,
\v 2 "ຈົ່ງສັ່ງໃຫ້ຄົນອິດສະຣາເອນນຳນ້ຳມັນບໍລິສຸດທີ່ໄດ້ຄັ້ນຈາກຜົນຂອງຫມາກກອກເທດມາໃຫ້ເເກ່ເຈົ້າເພື່ອໃຊ້ຕື່ມຕະກຽງ, ເພື່ອໃຫ້ມີເເສງສະຫວ່າງລຸກຢູ່ສະເຫມີ.
\s5
\v 3 ພາຍນອກຫນ້າຫີບເເຫ່ງພັນທະສັນຍາທີ່ຢູ່ໃນເຕັນນັດພົບ, ອາໂຣນຕ້ອງຄອຍດູເເລໃຫ້ຕະກຽງນີ້ມີໄຟລຸກຢູ່ສະເຫມີຕໍ່ພະພັກພຣະຢາເວ, ຕັ້ງເເຕ່ຕອນເເລງຈົນຮອດເຊົ້າ, ນີ້ເປັນກົດເກນຖາວອນຕະຫລອດຊົ່ວຊົນຊາດພົງພັນຂອງເຈົ້າ.
\v 4 ມະຫາປະໂຣຫິດຕ້ອງຄອຍຮັກສາຕະກຽງ, ທີ່ຢູ່ເທິງຄັນຕະກຽງທອງຄຳບໍລິສຸດທີ່ມີໄຟລຸກຢູ່ສະເຫມີຕໍ່ພະພັກພຣະຢາເວ.
\s5
\v 5 ເຈົ້າຕ້ອງເອົາເເປ້ງຢ່າງດີທີ່ອົບເເລ້ວມາສິບສອງກ້ອນ, ເເຕ່ລະກ້ອນຕ້ອງເຮັດຈາກເເປ້ງ.
\v 6 ເເລ້ວເຈົ້າຕ້ອງວາງລຽງເປັນສອງເເຖວ, ເເຖວລະຫົກກ້ອນເທິງໂຕະທອງຄຳບໍລິສຸດທີ່ຕໍ່ພະພັກພຣະຢາເວ.
\s5
\v 7 ເຈົ້າຕ້ອງໂຮຍເຄື່ອງຫອມບໍລິສຸດລະຫວ່າງເເຕ່ລະເເຖວຂອງຂະຫນົມປັງເຫລົ່ານັ້ນເພື່ອເປັນເຄື່ອງບູຊາທີ່ເປັນສ່ວນທີ່ເເທ່ນ, ເຄື່ອງຫອມນີ້ຈະຖືກເຜົາເເດ່ພຣະຢາເວ.
\v 8 ທຸກມື້ສະບາໂຕ ມະຫາປະໂຣຫິດຕ້ອງວາງຂະຫນົມປັງຫນ້າພະພັກພຣະຢາເວສະເຫມີໃນນາມຂອງຄົນອິດສະຣາເອນ, ເປັນເຄື່ອງຫມາຍເເຫ່ງພັນທະສັນຍານິລັນ.
\v 9 ເຄື່ອງຖວາຍນີ້ຈະຕົກເປັນຂອງອາໂຣນ, ເເລະບັນດາລູກຊາຍຂອງເຂົາ, ເເລະພວກເຂົາຈະກິນເຄື່ອງບູຊານັ້ນໃນສະຖານທີ່ບໍລິສຸດ, ເພາະນີ້ເປັນສ່ວນຫນຶ່ງຈາກການຖວາຍເເດ່ພຣະຢາເວທີ່ຖວາຍດ້ວຍໄຟ.
\s5
\v 10 ບັດນີ້ ເກີດມີເລື່ອງວ່າລູກຊາຍຂອງຜູ້ຍິງອິດສະຣາເອນຄົນຫນຶ່ງ, ຊຶ່ງບິດາຂອງເຂົາເປັນຄົນເອຢິບ, ໄດ້ໄປໃນຖ່າມກາງຄົນອິດສະຣາເອນ, ລູກຊາຍຄົນນີ້ເປັນລູກຂອງຜູ້ຍິງອິດສະຣາເອນໄດ້ຜິດກັບຊາຍອິດສະຣາເອນຄົນຫນຶ່ງໃນຄ້າຍ.
\v 11 ລູກຊາຍຂອງຍິງຄົນອິດສະຣາເອນນັ້ນຈຶ່ງໄດ້ຫມິ່ນປະຫມາດພຣະນາມຂອງພຣະຢາເວ. ເເລະໄດ້ເເຊ່ງດ່າພຣະເຈົ້າ, ດັ່ງນັ້ນປະຊາຊົນຈຶ່ງໄດ້ພາເຂົາມາຫາໂມເຊ ເເມ່ຂອງເຂົາຊື່ ເຊໂລມິດ, ລູກຜູ້ຍິງຂອງດິບຣີທີ່ມາຈາກເຜົ່າດານ.
\v 12 ພວກເຂົາໄດ້ຝັງຄົນນັ້ນໄວ້ຈົນກວ່າພຣະຢາເວຈະຊົງເເຈ້ງປະສົງຂອງພຣະອົງເອງຕໍ່ພວກເຂົາ.
\s5
\v 13 ເເລ້ວພຣະຢາເວໄດ້ຕັດສັ່ງເເກ່ໂມເຊວ່າ,
\v 14 "ຈົ່ງເອົາຊາຍຄົນນັ້ນທີ່ໄດ້ເເຊ່ງດ່າພຣະເຈົ້າອອກໄປພາຍນອກຄ້າຍ, ທຸກຄົນທີ່ໄດ້ຍິນຄຳດ່າຂອງເຂົາຕ້ອງວາງມືເທິງຫົວຜູ້ນັ້ນ, ຫລັງຈາກນັ້ນທີ່ຊຸມນຸມທັງຫມົດຈະຕ້ອງເອົາຫີນດຶກໃສ່ເຂົາໃຫ້ຕາຍ.
\s5
\v 15 ເຈົ້າຕ້ອງອະທິບາຍໃຫ້ເເກ່ຄົນອິດສະຣາເອນວ່າ, "ຜູ້ໃດເເຊ່ງດ່າພຣະເຈົ້າຂອງເຂົາຕ້ອງເເບກຮັບຄວາມຜິດຂອງຕົນ.
\v 16 ໃຜທີ່ຫມິ່ນປະຫມາດພຣະຢາເວຕ້ອງໄດ້ຮັບໂທດເຖິງຕາຍຢ່າງເເນ່ນອນ. ທີ່ຊຸມນຸມທັງຫມົດຕ້ອງເອົາຫີນດຶກໃສ່ເຂົາໃຫ້ຕາຍ, ບໍ່ວ່າຄົນນັ້ນເປັນຄົນຕ່າງຊາດຫລືເປັນຄົນອິດສະຣາເອນໂດຍກຳເນີດ, ຖ້າຜູ້ໃດຫມິ່ນປະຫມາດພຣະນາມພຣະຢາເວ, ເຂົາຕ້ອງໄດ້ຮັບໂທດເຖິງຕາຍ.
\s5
\v 17 ຖ້າໃຜຕີອີກຄົນຈົນຕາຍ, ເຂົາຕ້ອງຮັບໂທດເຖິງຕາຍຢ່າງເເນ່ນອນ.
\v 18 ຖ້າໃຜຕີສັດຂອງຄົນອື່ນຈົນຕາຍ, ເຂົາຕ້ອງຈ່າຍຊົດເຊີຍ ຊີວິດຕໍ່ຊີວິດ.
\s5
\v 19 ຖ້າຜູ້ໃດຕີເພື່ອນບ້ານຂອງເຂົາ ເຂົາຕ້ອງຖືກເຮັດເຊັ່ນດຽວກັນກັບທີ່ເຂົາໄດ້ເຮັດຕໍ່ເພື່ອນບ້ານຂອງເຂົາ:
\v 20 ກະດູກຫັກຕໍ່ກະດູກຫັກຕາຕໍ່ຕາ, ແຂ້ວຕໍ່ແຂ້ວ, ເຂົາໄດ້ເຮັດໃຫ້ຄົນອີກຜູ້ຫນຶ່ງເຈັບຢ່າງໃດ, ເຂົາຕ້ອງຖືກເຮັດເເບບດຽວກັນ.
\v 21 ຜູ້ໃດຂ້າສັດອີກໂຕຫນຶ່ງຕ້ອງຈ່າຍຄ່າຊົດໃຊ້, ຜູ້ໃດຂ້າຄົນຕ້ອງຮັບໂທດເຖິງຕາຍ.
\s5
\v 22 ເຈົ້າຕ້ອງມີກົດຫມາຍຢ່າງດຽວກັນທັ້ງກັບຄົນຕ່າງຊາດ ເເລະຄົນອິດສະຣາເອນໂດຍກຳນົດດ້ວຍ, ເພາະເຮົາຄືພຣະຢາເວພຣະເຈົ້າຂອງເຈົ້າ."'
\v 23 ດັ່ງນັ້ນໂມເຊຈຶ່ງໄດ້ບອກເເກ່ຄົນອິດສະຣາເອນ ເເລະປະຊາຊົນໄດ້ພາຊາຍຄົນນັ້ນທີ່ໄດ້ເເຊ່ງດ່າພຣະຢາເວອອກໄປພາຍນອກຄ້າຍ. ພວກເຂົາຕ້ອງໄດ້ເອົາກ້ອນຫີນດຶກໃສ່ເຂົາໃຫ້ຕາຍ. ຄົນອິດສະຣາເອນໄດ້ເຮັດຕາມພຣະບັນຊາຂອງພຣະຢາເວທີ່ມີມາຍັງໂມເຊ.
\s5
\c 25
\cl ບົດທີ 25
\p
\v 1 ພຣະຢາເວໄດ້ກ່າວເເກ່ໂມເຊເທິງພູເຂົາຊີນາຍວ່າ,
\v 2 "ຈົ່ງກ່າວເເກ່ຄົນອິດສະຣາເອນເເລະບອກພວກເຂົາວ່າ, 'ເມື່ອພວກເຈົ້າເຂົ້າສູ່ເເຜ່ນດິນທີ່ ເຮົາປະທານໃຫ້ເເກ່ພວກເຈົ້າ, ເເຜ່ນດິນນັ້ນຕ້ອງຮັກສາວັນສະບາໂຕເເດ່ພຣະຢາເວ.
\s5
\v 3 ພວກເຈົ້າຕ້ອງຫວ່ານໃນທົ່ງນາຂອງພວກເຈົ້າໃນຫົກປີ, ເເລະໃນຫົກປີນັ້ນພວກເຈົ້າຕ້ອງຕັດເເຕ່ງສວນອງຸ່ນຂອງພວກເຈົ້າເເລະຮວບຮວມຜົນຜະລິດ.
\v 4 ເເຕ່ໃນປີທີເຈັດ ຕ້ອງຖືເປັນປີສະບາໂຕເເຫ່ງການຢຸດພັກຂອງເເຜ່ນດິນຢ່າງຈິງຈັງ ເປັນສະບາໂຕເເດ່ພຣະຢາເວ ພວກເຈົ້າຕ້ອງບໍ່ຫວ່ານໃນທົ່ງນາຂອງພວກເຈົ້າຫລືຕັດເເຕ່ງສວນອະງຸ່ນຂອງພວກເຈົ້າ.
\s5
\v 5 ພວກເຈົ້າຕ້ອງບໍ່ເຮັດການເກັບກ່ຽວສິ່ງໃດທີ່ເຕີບໂຕຂຶ້ນເອງ ເເລະພວກເຈົ້າຕ້ອງບໍເຮັດການເກັບກ່ຽວອະຫງຸ່ນໃດໆ, ທີ່ເຕີບໃຫຍ່ ນີ້ຈະເປັນປີເເຫ່ງການຫຍຸດພັກຂອງເເຜ່ນດິນຢ່າງຈິງຈັງ.
\v 6 ສິ່ງໃດທີ່ເຕີບໂຕເທິງເເຜ່ນດິນທີ່ບໍ່ໄດ້ເພາະປູກໃນຊ່ວງປີສະບາໂຕຈະເປັນອາຫານເເກ່ພວກເຈົ້າ ທັງພວກເຈົ້າ ເເລະທາດຊາຍຍິງຂອງພວກເຈົ້າ ລູກຈ້າງຂອງພວກເຈົ້າ, ເເລະຄົນຕ່າງດ້າວທີ່ອາໄສຢູ່ຖ່າມກາງພວກເຈົ້າຈະໄດ້ເກັບອາຫານ.
\v 7 ທັງຝູງສັດຂອງພວກເຈົ້າ, ເເລະສັດປ່າຈະໄດ້ກິນສິ່ງທີ່ເກີດຂຶ້ນເອງເທິງເເຜ່ນດິນ.
\s5
\v 8 ພວກເຈົ້າຕ້ອງນັບປີສະບາໂຕເຈັດປີເຈັດຄັ້ງ, ນັ້ນຄືນັບເຈັດຄູນເຈັດປີ, ນັ້ນຈະເປັນເຈັດປີສະບາໂຕ, ລວມທັງຫມົດສີ່ສິບເກົ້າປີ.
\v 9 ເເລ້ວພວກເຈົ້າຕ້ອງເປົ່າເຂົາສັດໃຫ້ດັງທົ່ວທຸກຫົນເເຫ່ງໃນວັນທີສິບສອງເດືອນທີເຈັດ, ໃນວັນເເຫ່ງການລົບລ້າງມົນທິນນັ້ນພວກເຈົ້າຕ້ອງເປົ່າເຂົາສັດໃຫ້ທົ່ວທັງເເຜ່ນດິນຂອງພວກເຈົ້າ.
\s5
\v 10 ພວກເຈົ້າຕ້ອງຕັ້ງປີທີຫ້າສິບໄວ້ເເດ່ພຣະຢາເວ, ເເລະປະກາດອິດສະລະພາບທົ່ວທັງເເຜ່ນດິນເເກ່ທຸກຄົນທີ່ອາໄສຢູ່ໃນນັ້ນ. ນັ້ນຈະເປັນການສະເຫລີມສະຫລອງສຳຫລັບພວກເຈົ້າທີ່ດິນ, ເເລະບັນດາທາດຕ້ອງກັບຄືນສູ່ຄອບຄອງພວກເຂົາ.
\s5
\v 11 ປີທີຫ້າສິບເປັນປີເເຫ່ງການສະເຫລີມສະຫລອງສຳຫລັບພວກເຈົ້າ. ພວກເຈົ້າຕ້ອງບໍ່ຫວ່ານຫລືເຮັດການເກັບກ່ຽວ, ຈົ່ງກິນທຸກສິ່ງທີ່ເຕີບໂຕຂຶ້ນເອງ, ເເລະເກັບຜົນອະຫງຸ່ນນັ້ນ.
\v 12 ເພາະວ່ານີ້ເປັນປີເເຫ່ງການສະເຫລີມສະຫລອງທີ່ບໍລິສຸດສຳຫລັບພວກເຈົ້າ. ພວກເຈົ້າຕ້ອງກິນພືດທີ່ເຕີບໂຕຂຶ້ນເອງຕາມທົ່ງນາ.
\s5
\v 13 ພວກເຈົ້າຕ້ອງສົ່ງທຸກຄົນໃຫ້ກັບຄືນໄປຍັງທີ່ດິນຂອງພວກເຂົາເອງໃນປີເເຫ່ງການສະເຫລີມສະຫລອງນີ້.
\v 14 ຖ້າພວກເຈົ້າຂາຍທີ່ດິນໃຫ້ເເກ່ເພື່ອນບ້ານຂອງເຈົ້າ, ພວກເຈົ້າຕ້ອງບໍ່ໂກງຫລືເຮັດຜິດຕໍ່ກັນ.
\s5
\v 15 ຖ້າພວກເຈົ້າຊື້ທີ່ດິນຈາກເພື່ອນບ້ານຂອງເຈົ້າ, ໃຫ້ພິຈາລະນາຈຳນວນປີ. ເເລະພືດຜົນທີ່ສາມາດເກັບກ່ຽວໄດ້ ໄປຈົນເຖິງປີເເຫ່ງການສະເຫລີມສະຫລອງໃນຄັ້ງຕໍ່ໄປ, ເພື່ອນບ້ານຂອງພວກເຈົ້າທີ່ຂາຍທີ່ດິນກໍຕ້ອງພິຈາລະນາເຖິງເລື່ອງນັ້ນດ້ວຍເຊັ່ນກັນ.
\v 16 ຖ້າຈຳນວນປີທີ່ເຫລືອກ່ອນຈະເຖິງປີເເຫ່ງການສະເຫລີມສະຫລອງຄົບຮອບໃນຄັ້ງຕໍ່ໄປເຫລືອນ້ອຍ, ລາຄາທີ່ດິນກໍ່ນ້ອຍລົງ ເພາະຈຳນວນຄັ້ງທີ່ເຈົ້າຂອງໃຫມ່ຈະເຮັດໃຫ້ຜົນເກັບກ່ຽວຈາກຜົນຜະລິດຈາກເເຜ່ນດິນຈະຂຶ້ນຢູ່ກັບຈຳນວນປີທີ່ເຫລືອກ່ອນທີ່ຈະເຖິງປີເເຫ່ງການສະເຫລີມສະຫລອງຄັ້ງຕໍ່ໄປ.
\v 17 ພວກເຈົ້າຕ້ອງບໍ່ໂກງກັນຫລືເຮັດຜິດຕໍ່ກັນ, ເເຕ່ພວກເຈົ້າຕ້ອງຖວາຍກຽດເເດ່ພຣະເຈົ້າຂອງພວກເຈົ້າ, ເພາະເຮົາຄືພຣະຢາເວພຣະເຈົ້າຂອງພວກເຈົ້າ.
\s5
\v 18 ເພາະສະນັ້ນພວກເຈົ້າຕ້ອງເຊື່ອຟັງ, ເຮັດຕາມກົດເກນຂອງເຮົາ, ຈົ່ງຮັກສາກົດຫມາຍຂອບເຮົາ, ເເລະເຮັດຕາມ ເເລ້ວພວກເຈົ້າຈະອາໄສຢູ່ໃນແຜ່ນດິນຢ່າງປອດໄພ.
\v 19 ແຜ່ນດິນຈະເກີດຜົນແລະພວກເຈົ້າຈະກິນອາຫານຈົນອີ່ມ, ເເລະອາໄສຢູ່ຢ່າງປອດໄພ.
\s5
\v 20 ພວດເຈົ້າອາດເວົ້າວ່າ, "ເເລ້ວພວກເຮົາຈະກິນອາຫານຫຍັງໃນປີທີເຈັດລະ? ເບິ່ງເເມ, ເຮົາບໍ່ສາມາດຫວ່ານຫລືລວມພືດຜົນຂອງເຮົາໄດ້."
\v 21 ເຮົາຈະບັນຊາພອນຂອງເຮົາມາເຫນືອພວກເຈົ້າໃນປີທີຫົກ ເເລະນັ້ນຈະເຮັດໃຫ້ເກັບກ່ຽວໄດ້ສຳລັບສາມປີ.
\v 22 ພວກເຈົ້າຈະຫວ່ານໃນປີທີເເປດ, ເເລະຍັງຈະໄດ້ກິນຜົນຜະລິດຫລາຍປີກ່ອນຫນ້ານັ້ນຈາກຍສາງຈົນກວ່າຈະເຖິງການເກັບກ່ຽວໃນປີທີເກົ້າ, ພວກເຈົ້າຍັງຈະສາມາດກິນອາຫານຈາກທີ່ເກັບສະສົມໄວ້ໃນຫລາຍປີກ່ອນຫນ້ານັ້ນ.
\s5
\v 23 ທີ່ດິນຕ້ອງບໍ່ຖືກຂາຍໃຫ້ເເກ່ເຈົ້າຂອງໃຫມ່ຢ່າງຖາວອນ, ເພາະເເຜ່ນດິນເປັນຂອງເຮົາດ ພວກເຈົ້າທັງປວງຕ່າງເປັນຄົນຕ່າງດ້າວ ເເລະອາໃສຢູ່ຊົ່ວຄາວໃນເເຜ່ນດິນຂອງເຮົາ.
\v 24 ພວກເຈົ້າຕ້ອງບໍ່ມີສິດເເຫ່ງການໄຖ່ຖອນສຳລັບທີ່ດິນທັງຫມົດທີ່ພວກເຈົ້າຖືຄອງຢູ່, ພວກເຈົ້າຕ້ອງຍອມໃຫ້ຄອບຄົວຈາກເຂົາໄດ້ຊື້ທີ່ດິນຄືນ.
\v 25 ຖ້າພີ່ນ້ອງຄົນອິດສະຣາເອນຂອງເຈົ້າທຸກຍາກລົງ, ເພາະເຫດນັ້ນຈຶ່ງໄດ້ຂາຍທີ່ດິນບາງສ່ວນໃຫ້ເຂົາ, ຫລັງຈາກນັ້ນພີ່ນ້ອງໃກ້ຊິດຂອງເຂົາສາມາດຊື້ທີ່ດິນທີ່ເຂົາໄດ້ຂາຍໃຫ້ເເກ່ເຈົ້າຄືນກັບໄປໄດ້.
\s5
\v 26 ຖ້າຊາຍຄົນນັ້ນບໍ່ມີຍາດມາໄຖ່ຖອນທີ່ດິນຂອງເຂົາ, ເເຕ່ເຂົາລຳ້ລວຍຂຶ້ນ ເເລະມີຄວາມສາມາດໄຖ່ຖອນຄືນໄດ້.
\v 27 ກໍ່ໃຫ້ເຂົາຄຳນວນຍ້ອນໄປເຖິງປີທີ່ພວກເຂົາຖືກຂາຍໄປ, ເເລະຈ່າຍຄືນໃຫ້ຄົນທີ່ຊື້ໄປນັ້ນ ເເລ້ວເຂົາຈຶ່ງສາມາດກັບໄປທີ່ດິນຂອງເຂົາໄດ້.
\v 28 ເເຕ່ຖ້າເຂົາບໍ່ສາມາດໄຖ່ຖອນທີ່ດິນກັບມາໄດ້, ທີ່ດິນຂອງເຂົາທີ່ຂາຍໄປນັ້ນກໍຍັງເປັນຂອງຄົນທີ່ຊື້ໄປຈົນກວ່າຈະເຖິງປີເເຫ່ງການສະເຫລີມສະຫລອງ, ເມື່ອເຖິງປີເເຫ່ງການສະເຫລີມສະຫລອງ, ທີ່ດິນທີ່ຈະຖືກຄືນໄປໃຫ້ເເກ່ຄົນທີ່ຂາຍໄປ, ເເລະເຈົ້າຂອງເດີມກໍຈະກັບໄປຢູ່ທີ່ດິນຂອງຕົນເອງໄດ້.
\s5
\v 29 ຖ້າຊາຍຄົນໃດຂາຍເຮືອນທີ່ມີກຳເເພງ, ເຂົາກໍ່ສາມາດຊື້ຄືນໄດ້ພາຍໃນຫນຶ່ງປີຫລັງຈາກທີ່ໄດ້ຂາຍເຮືອນໄປເເລ້ວເຂົາມີສິດໄຖ່ຖອນໄດ້ຕະຫລອດຫນຶ່ງປີ.
\v 30 ຖ້າເຮືອນນັ້ນບໍ່ຖືກໄຖ່ຖອນພາຍໃນຫນຶ່ງປີ ເຮືອນທີ່ຢູ່ໃນເມືອງທີ່ມີກຳເເພງນັ້ນກໍຈະເປັນຊັບສິນຂອງຊາຍຜູ້ນັ້ນໄດ້ຊື້ບ້ານນັ້ນໄປຕະຫລອດຊົ່ວຊົນຊາດຂອງເຂົາ, ເຮືອນຫລັງນັ້ນຈະບໍ່ຕ້ອງຄືນໃນປີເເຫ່ງການສະເຫລີມສະຫລອງ.
\s5
\v 31 ເເຕ່ບັນດາເຮືອນຕາມຫມູ່ບ້ານທີ່ບໍ່ມີກຳເເພງລ້ອມຮອບຈະຖືວ່າເປັນເຫມືອນທີ່ດິນທົ່ງນາ, ເປັນດິນທີ່ສາມາດໄຖ່ຖອນໄດ້, ເເລະທີ່ດິນນັ້ນຈະຖືກສົ່ງຄືນໃນປີເເຫ່ງການສະເຫລີມສະຫລອງ.
\v 32 ເເຕ່ຢ່າງໃດກໍ່ຕາມ, ບັນດາເຮືອນຂອງຄົນທີ່ເປັນຄົນເລວີທີ່ຢູ່ເມືອງຕ່າງໆ ຂອງພວກເຂົາສາມາດໄຖ່ຖອນໄດ້ທຸກເວລາ.
\s5
\v 33 ຖ້າຄົນເລວີຄົນຫນຶ່ງໄດ້ໄຖ່ຖອນບ້ານທີ່ເຂົາໄດ້ຂາຍໄປ, ບ້ານໃນເມືອງທີ່ຖືກຂາຍໄປນັ້ນ, ຈະຕ້ອງສົ່ງຄືນໃນປີເເຫ່ງການສະເຫລີມສະຫລອງ, ເພາະບັນດາບ້ານໃນເມືອງຂອງຄົນເລວີນັ້ນເປັນຊັບສິນຂອງພວກເຂົາໃນຖ່າມກາງຄົນອິດສະຣາເອນ.
\v 34 ເເຕ່ທົ່ງນາທີ່ລ້ອມເມືອງຂອງພວກເຂົາຈະຂາຍບໍ່ໄດ້ເພາະທົ່ງນາເຫລົ່ານັ້ນເປັນຊັບສິນຖາວອນຂອງຄົນເລວີ.
\s5
\v 35 ຖ້າພີ່ນ້ອງຮ່ວມຊາດຂອງພວກເຈົ້າທຸກຍາກລົງ ຈົນເຂົາບໍ່ສາມາດລ້ຽງດູຕົນເອງໄດ້ຕໍ່ໄປ, ພວກເຈົ້າກໍ່ຕ້ອງຊ່ວຍເຂົາເຫມືອນກັບພວກເຈົ້າໄດ້ຊ່ວຍຄົນຕ່າງດ້າວຫລືຄົນອື່ນໆ. ທີ່ໄດ້ອາໃສຄືເເຂກເມືອງໃນຖ່າມກາງພວກເຈົ້າ.
\v 36 ຢ່າຄິດດອກເບ້ຍຫລືພະຍາຍາມຫາກຳໄລໃດໆ ຈາກເຂົາ, ເເຕ່ຈົ່ງຖວາຍກຽດເເດ່ພຣະເຈົ້າເພື່ອພີ່ນ້ອງຂອງພວກເຈົ້າຈະໄດ້ຢູ່ຮ່ວມກັບພວກເຈົ້າ.
\v 37 ພວກເຈົ້າຕ້ອງບໍ່ໃຫ້ເຂົາກູ້ເງິນຫລືຄິດດອກເບ້ຍ, ຫລືຂາຍອາຫານໃຫ້ເຂົາໂດຍຄິດກຳໄລ.
\v 38 ເຮົາຄືພຣະຢາເວພຣະເຈົ້າຂອງພວກເຈົ້າ, ຜູ້ໃດນຳພວກເຈົ້າອອກຈາກເເຜ່ນດິນເອຢິບ, ເພື່ອເຮົາຈະໄດ້ເເຍກເເຜ່ນດິນຄານາອັນໃຫ້ເເກ່ພວກເຈົ້າ, ເເລະເພື່ອຈະໄດ້ເປັນພຣະເຈົ້າຂອງພວກເຈົ້າ.
\s5
\v 39 ຖ້າພີ່ນ້ອງຮ່ວມຊາດຂອງພວກເຈົ້າທຸກຍາກລົງ ເເລະຂາຍຕົວເຂົາເອງສຳຫລັບພວກເຈົ້າ, ພວກເຈົ້າຕ້ອງບໍ່ບັງຄັບໃຫ້ເຂົາເຮັດວຽກຄືທາດ.
\v 40 ຈົ່ງປະຕິບັດຕໍ່ເຂົາເຫນືອນລູກຈ້າງ, ເຂົາຕ້ອງເປັນຄືຄົນທີ່ເຄີຍອາໄສຢູ່ກັບເຈົ້າຊົ່ວຄາວ, ເຂົາຈະຮັບໃຊ້ພວກເຂົາຈົນເຖິງປີເເຫ່ງການສະເຫລີມສະຫລອງ.
\v 41 ຫລັງຈາກນັ້ນເຂົາຈະຈາກເຈົ້າໄປ, ທັງໂຕເຂົາເເລະລູກທີ່ຢູ່ກັບເຂົາ, ເເລະເຂົາຈະກັບໄປຍັງຄອບຄົວຂອງເຂົາ, ເເລະໄປຍັງທີ່ດິນຂອງບິດາເຂົາ.
\s5
\v 42 ເພາະພວກເຂົາເປັນຜູ້ຮັບໃຊ້ຂອງພວກເຮົາຜູ້ຊຶ່ງເຮົາໄດ້ນຳເຂົາອອກມາຈາກເເຜ່ນດິນເອຢິບ, ພວກເຂົາຈະບໍ່ຖືກຂາຍໃຫ້ເປັນທາດ.
\v 43 ພວກເຈົ້າຕ້ອງປົກຄອງພວກເຂົາຢ່າງທາລຸນ, ເເຕ່ພວກເຈົ້າຕ້ອງຖວາຍກຽດເເດ່ພຣະຢາເວພຣະເຈົ້າຂອງພວກເຈົ້າ.
\v 44 ສ່ວນເລື່ອງທາດຊາຍຍິງຂອງພວກເຈົ້າທີ່ພວກເຈົ້າໄດ້ມາຈາກຊົນຊາດຕ່າງໆ, ທີ່ອາໄສຢູ່ລ້ອມຮອບພວກເຈົ້າ, ພວກເຈົ້າສາມາດຊື້ທາດຈາກພວກເຂົາໄດ້.
\s5
\v 45 ພວກເຈົ້າສາມາດຊື້ທາດຈາກຄົນຕ່າງດ້າວທີ່ອາໄສຢູ່ຖ່າມກາງພວກເຈົ້າ, ຊຶ່ງມາຈາກຄອບຄົວຂອງພວກເຂົາທີ່ຢູ່ກັບເຈົ້າ, ບັນດາເດັກນ້ອຍທີ່ເກີດໃນເເຜ່ນດິນຂອງພວກເຈົ້າ, ພວກເຂົາທັງຫລາຍເປັນຊັບສິນຂອງພວກເຈົ້າໄດ້.
\v 46 ພວກເຈົ້າສາມາດຍົກທາດເຫລົ່ານັ້ນເປັນມໍລະດົກເເກ່ລູກຫລານຂອງພວກເຈົ້າຕໍ່ໄປໄດ້ເຫມືອນດັ່ງເປັນຊັບສິນ, ພວກເຈົ້າສາມາດຊື້ທາດຂອງພວກເຈົ້າຈາກພວກເຂົາໄດ້ທຸກເມື່ອ, ເເຕ່ພວກເຈົ້າຕ້ອງບໍ່ປົກຄອງເຫນືອພີ່ນ້ອງຂອງພວກເຈົ້າຈາກຖ່າມກາງຄົນອິດສະຣາເອນດ້ວຍຄວາມຮຸນເເຮງ.
\s5
\v 47 ຖ້າຄົນຕ່າງດ້າວຫລືພວກທີ່ອາໄສກັບເຈົ້າລຳ້ລວຍຂຶ້ນ, ເເລະຖ້າພີ່ນ້ອງຄົນອິດສະຣາເອນຈັກຄົນຫນຶ່ງຂອງພວກເຈົ້າທຸກຍາກລົງ ເເລະຂາຍໂຕເອງໃຫ້ຄົນຕ່າງດ້າວຄົນນັ້ນຫລືບາງຄົນໃນຄອບຄົວຂອງຄົນຕ່າງດ້າວນັ້ນ.
\v 48 ຫລັງຈາກພວກພີ່ນ້ອງຄົນອິດສະຣາເອນຂອງພວກເຈົ້າຖືກຊື້ໄປ, ເຂົາສາມາດຖືກຊື້ຄືນໄດ້, ບາງຄົນໃນຄອບຄົວຂອງເຂົາສາມາດໄຖ່ຖອນເຂົາໄດ້.
\s5
\v 49 ອາດເປັນລຸງຂອງຄົນນັ້ນ, ຫລືລູກອ້າຍລູກນ້ອງຂອງເຂົາທີ່ຈະໄຖ່ຖອນເຂົາດ ຫລືຄົນໃດທີ່ເປັນພີ່ນ້ອງໃກ້ຊິດຂອງເຂົາຈາກຄອບຄົວຂອງເຂົາ, ຫລືຖ້າເຂົາລຳ້ລວຍຂຶ້ນ, ເຂົາອາດໄຖ່ຖອນໂຕເອງໄດ້.
\v 50 ເຂົາຕ້ອງຕໍ່ລອງກັບຄົນທີ່ຊື້ເຂົາໄປ, ພວກເຂົາຕ້ອງນັບຈຳນວນປີທີ່ເຂົາຂາຍໂຕເອງໃຫ້ເເກ່ຜູ້ຊື້ໄປຈົນເຖິງປີເເຫ່ງການສະເຫລີມສະຫລອງ. ຄ່າໄຖ່ຖອນຂອງເຂົາຕ້ອງຄິດຕາມອັດຕາທີ່ຈ່າຍໃຫ້ເເກ່ລູກຈ້າງ, ຕາມຈຳນວນປີທີ່ເຫລືອທີ່ເຂົາສາມາດເຮັດວຽກໃຫ້ເເກ່ຜູ້ທີ່ໄດ້ຊື້ເຂົາໄປ.
\s5
\v 51 ຖ້າຍັງມີເຫລືອຢູ່ຫລາຍປີກວ່າຈະເຖິງປີເເຫ່ງການສະເຫລີມສະຫລອງ, ເຂົາຕ້ອງຈ່າຍຄ່າໄຖ່ຖອນໂຕເອງຄືນຕາມຈຳນວນປີທີ່ເຫລືອນັ້ນ.
\v 52 ຖ້າເຫລືອບໍ່ຮອດປີກ່ອນທີ່ຈະເຖິງປີເເຫ່ງການສະເຫລີມສະຫລອງ, ກໍ່ໃຫ້ຜູ້ຂາຍຄິດໄລ່ຈຳນວນປີທີ່ເຫລືອ, ເເລະເຂົາຈະຕ້ອງຈ່າຍຄ່າໄຖ່ຖອນຕົນເອງຕາມຈຳນວນປີທີ່ເຫລືອນັ້ນ.
\s5
\v 53 ເຂົາຕ້ອງໄດ້ຮັບການປະຕິບັດຄືລູກຈ້າງປີຕໍ່ໄປ. ພວກເຈົ້າຕ້ອງບໍ່ປະຕິບັດຕໍ່ພວກເຂົາດ້ວຍຄວາມທາລຸນ.
\v 54 ຖ້າເຂົາບໍ່ໄດ້ໄຖ່ຖອນຕາມທີ່ບໍ່ໄດ້ກ່າວມາເເລ້ວ, ເຂົາກໍ່ຕ້ອງຮັບໃຊ້ຈົນເຖິງປີເເຫ່ງການສະເຫລີມສະຫລອງ. ທັງໂຕເຂົາເເລະລູກ ຂອງເຂົາທີ່ຢູ່ກັບເຂົາ.
\v 55 ສຳຫລັບເຮົາເເລ້ວ, ຄົນອິດສະຣາເອນຕ່າງເປັນຜູ້ຮັບໃຊ້ຂອງເຮົາຜູ້ຊຶ່ງເຮົາໄດ້ນຳອອກຈາກເເຜ່ນດິນອີຢິບ. ເຮົາຄືພຣະຢາເວພຣະເຈົ້າຂອງພວກເຈົ້າ.
\s5
\c 26
\cl ບົດທີ 26
\p
\v 1 ພວກເຈົ້າຕ້ອງບໍ່ເຮັດຮູບເຄົາລົບ, ພວກເຈົ້າຕ້ອງບໍ່ຕັ້ງຮູບເເກະສະຫລັກຫລືເສົາຫີນສັກສິດ, ເເລະພວກເຈົ້າຕ້ອງບໍ່ຕັ້ງຮູບຫີນເເກະສະຫລັກໃດໆ, ໃນເເຜ່ນດິນຂອງພວກເຈົ້າເພື່ອທີ່ພວກເຈົ້າຈະຂາບໄຫວ້, ເພາະເຮົາຄືພຣະຢາເວພຣະເຈົ້າຂອງພວກເຈົ້າ.
\v 2 ພວກເຈົ້າຕ້ອງຖືວັນສະບາໂຕທັງຫລາຍຂອງເຮົາເເລະໃຫ້ກຽດສະຖານນະມັດສະການຂອງເຮົາເຮົາຄືພຣະຢາເວ.
\s5
\v 3 ຖ້າພວກເຈົ້າດຳເນີນຢູ່ໃນກົດຫມາຍຂອງເຮົາເເລະຮັກສາບັນຍັດຕ່າງໆ ຂອງເຮົາເເລະເຮັດຕາມນັ້ນ,
\v 4 ເຮົາກໍຈະປະທານຝົນຕາມລະດູການຂອງມັນ, ເເລະຕົ້ນໄມ້ຕ່າງໆ ໃນທ້ອງທົງຈະເກີດພືດຜົນຂອງມັນ.
\s5
\v 5 ການນວດເຂົ້າຂອງພວກເຈົ້າຈະຍາວໄປຈົນເຖິງເວລາເກັບກ່ຽວຜົນອະງຸ່ນ, ເເລະການເກັບກ່ຽວຜົນອະງຸ່ນດົນນານຈົນເຖິງລະດູຫວ່ານ, ພວກເຈົ້າຈະກິນອາຫານຂອງພວກເຈົ້າຈົນອີ່ມເເລະຢູ່ຢ່າງປອດໄພໃນບໍລິເວນທີ່ພວກເຈົ້າສ້າງທີ່ອາໃສຂອງພວກເຈົ້າໃນເເຜ່ນດິນນັ້ນ.
\v 6 ເຮົາຈະໃຫ້ເກີດຄວາມສະຫງົບສຸກໃຫ້ເເຜ່ນດິນ, ພວກເຈົ້າຈະນອນລົງໂດຍບໍ່ມີໃຜມາເຮັດໃຫ້ພວກເຈົ້າຢ້ານໄດ້ເຮົາຈະເອົາບັນດາສັດຮ້າຍທັງຫລາຍອອກຈາກເເຜ່ນດິນຂອງພວກເຈົ້າ.
\s5
\v 7 ພວກເຈົ້າຈະໄລ່ຕິດຕາມສັດຕູຂອງພວກເຈົ້າເເລະພວກເຈົ້າຈະລົ້ມລົງດ້ວຍດາບຕໍ່ຫນ້າພວກເຈົ້າ.
\v 8 ພວກເຈົ້າຫ້າຄົນຈະໄລ່ໄດ້ຫນຶ່ງຮ້ອຍຄົນ, ເເລະພວກເຈົ້າຮ້ອຍຄົນຈະໄລ່ໄດ້ຫນຶ່ງຫມື່ນຄົນ; ສັດຕູທັງຫລາຍຂອງພວກເຈົ້າຈະລົ້ມລົງດ້ວຍດາບຕໍ່ຫນ້າຕໍ່ຕາພວກເຈົ້າ.
\s5
\v 9 ເຮົາຈະເບິ່ງພວກເຈົ້າດ້ວຍຄວາມຊື່ນຊົມເເລະເຮັດໃຫ້ພວກເຈົ້າເກີດຜົນເເລະເຮັດໃຫ້ພວກເຈົ້າທະວີຂຶ້ນ; ເຮົາຈະເຮັດພັນທະສັນຍາຂອງເຮົາກັບເຈົ້າ.
\v 10 ພວກເຈົ້າຈະກິນອາຫານທີ່ເກັບສະສົມໄວ້ເປັນເວລາດົນນານ, ພວກເຈົ້າຈະເອົາອາຫານທີ່ເກັບໄວ້ອອກໄປເພາະພວກເຈົ້າຈະຕ້ອງການພື້ນທີ່ສຳຫລັບການເກັບກ່ຽວໃຫມ່.
\s5
\v 11 ເຮົາຈະສະຖິດຢູ່ຫໍເຕັນຂອງເຮົາໃນທ່າມກາງພວກເຈົ້າ, ເເລະເຮົາຈະບໍ່ກຽດຊັງພວກເຈົ້າ.
\v 12 ເຮົາຈະເດີນໄປຖ່າມກາງພວກເຈົ້າແລະເປັນພຣະເຈົ້າຂອງພວກເຈົ້າ, ແລະພວກເຈົ້າຈະເປັນປະຊາກອນຂອງເຮົາ.
\v 13 ເຮົາຄືພຣະຢາເວພຣະເຈົ້າຂອງພວກເຈົ້າ. ຜູ້ໄດ້ນຳພວກເຈົ້າອອກມາຈາກແຜ່ນດິນເອຢິບ, ເພື່ອພວກເຈົ້າຈະບໍ່ໄດ້ເປັນທາດຂອງພວກເຂົາເຮົາໄດ້ຫັກໄມ້ແຫ່ງແອກຂອງພວກເຈົ້າ ແລະຊ່ວຍໃຫ້ພວກເຈົ້າເດີນຕົງໄດ້.
\s5
\v 14 ເເຕ່ຖ້າພວກເຈົ້າບໍ່ຟັງເຮົາ, ເເລະຈະບໍ່ເຮັດຕາມບັນຍັດທັງປວງນີ້.
\v 15 ເເລະຖ້າພວກເຈົ້າປະຕິເສດກົດເກນຂອງເຮົາ, ເເລະກຽດຊັງກົດຫມາຍຂອງເຮົາ. ພວກເຈົ້າຈຶ່ງບໍ່ເຮັດຕາມບັນຍັດທັງປວງຂອງເຮົາ, ເເຕ່ທຳລາຍພັນທະສັນຍາຂອງເຮົາ.
\s5
\v 16 ຖ້າພວກເຈົ້າເຮັດດັ່ງນັ້ນ, ເຮົາກໍ່ຈະເຮັດດັ່ງຕໍ່ໄປນີ້ເເກ່ພວກເຈົ້າ, ເຮົາຈະນຳສິ່ງທີ່ຫນ້າຢ້ານມາຫາພວກເຈົ້າ, ໂຣກຕ່າງໆ ເເລະ ຄວາມເຈັບໄຂ້ທີ່ຈະທຳລາຍດວງຕາທັງຫລາຍ, ເເລະພວກເຈົ້າຫວ່ານເມັດໂດຍເປົ່າປະໂຫຍດ, ເພາະສັດຕູຂອງພວກເຈົ້າຈະກິນພືດຜົນຂອງພວກເຈົ້າ.
\v 17 ເຮົາຈະຕັ້ງຫນ້າຕໍ່ສູ້ພວກເຈົ້າ, ເເລະພວກເຈົ້າຈະຖືກປົກຄອງໂດຍສັດຕູຂອງພວກເຈົ້າ, ຄົນທັງຫລາຍທີ່ເຈົ້າກຽດຊັງຈະປົກຄອງເຫນືອພວກເຈົ້າ, ເເລະ ພວກເຈົ້າຈະເເລ່ນຫນີເຖິງວ່າບໍ່ມີໃຜໄລ່ຕາມພວກເຈົ້າ.
\s5
\v 18 ຖ້າພວກເຈົ້າບໍ່ຟັງບັນຍັດຕ່າງໆ ຂອງເຮົາ, ເຮົາກໍ່ຈະລົງໂທດພວກເຈົ້າເຈັດເທົ່າຢ່າງຮຸນເເຮງສຳຫລັບຄວາມບາບທັງຫລາຍຂອງພວກເຈົ້າ.
\v 19 ເຮົາຈະທຳລາຍຄວາມດື້ດຶງຈອງຫອງຂອງພວກເຈົ້າ, ເຮົາຈະເຮັດໃຫ້ທ້ອງຟ້າເຫນືອພວກເຈົ້າເປັນເຫມືອນເຫລັກແລະແຜ່ນດິນຂອງເຈົ້າເປັນເຫມືອນທອງສຳລິດ.
\v 20 ກຳລັງຂອງພວກເຈົ້າຖືກໃຊ້ຢ່າງໄຮ້ປະໂຫຍດ, ເພາະເເຜ່ນດິນຂອງພວກເຈົ້າຈະບໍ່ເກີດຜົນໃຫ້ເກັບກ່ຽວ, ເເລະຕົ້ນໄມ້ທັງຫລາຍໃນເເຜ່ນດິນຂອງພວກເຈົ້າຈະບໍ່ອອກຜົນຂອງມັນ.
\s5
\v 21 ຖ້າພວກເຈົ້າບໍ່ດຳເນີນຕໍ່ຫນ້າເຮົາເເລະບໍ່ຟັງເຮົາ, ເຮົາຈະນຳຄວາມຈິບຫາຍມາຍັງພວກເຈົ້າເຈັດເທົ່າຂອງຂະຫນາດບາບທັງຫລາຍຂອງພວກເຈົ້າ.
\v 22 ເຮົາຈະສົ່ງສັດຮ້າຍທັງຫລາຍມາຕໍ່ສູ້ພວກເຈົ້າ, ຊຶ່ງຈະມາລັກລູກຫລານຂອງພວກເຈົ້າ, ເເລະເຮັດໃຫ້ພວກເຈົ້າເຫລືອຢູ່ຈຳນວນ້ອຍ, ຫົນທາງຂອງພວກເຈົ້າກໍຈະກາຍເປັນທີ່ຮ້າງເປົ່າ.
\s5
\v 23 ເເມ້ຈະພົບກັບສິ່ງນີ້ເເລ້ວ, ພວກເຈົ້າຍັງບໍ່ຍອມຮັບການສັ່ງສອນຂອງເຮົາເເລະພວກເຈົ້າຍັງຄົງດຳເນີນຕໍ່ຕ້ານເຮົາ.
\v 24 ເຮົາກໍ່ຈະດຳເນີນຕໍ່ຕ້ານພວກເຈົ້າດ້ວຍ, ເເລະເຮົາເອງຈະລົງໂທດພວກເຈົ້າເຈັດເທົ່າເພາະຄວາມບາບທັງຫລາຍຂອງພວກເຈົ້າ.
\s5
\v 25 ເຮົາຈະນຳດາບມາຍັງພວກເຈົ້າທີ່ຈະເຮັດການເເກ້ເເຄ້ນເພາະການຝ່າຝືນພັນທະສັນຍາ, ພວກເຈົ້າຈະລວມໂຕກັນຢູ່ໃນເມືອງຕ່າງໆ ເເລະເຮົາຈະສົ່ງໂຣກມາຍັງທ່າມກາງພວກເຈົ້າໃນທີ່ນັ້ນ. ເເລ້ວພວກເຈົ້າຈະຖືກມອບໄວ້ໃນມືຂອງສັດຕູຂອງພວກເຈົ້າ.
\v 26 ເມື່ອເຖິງຕອນທີ່ເຮົາຕັດເເຫລ່ງອາຫານຂອງພວກເຈົ້າ, ຜູ້ຍິງສິບຄົນຈະສາມາດອົບຂະຫນົມປັງໂດຍໃຊ້ເຕົາອົບເຕົາດຽວ, ເເລະ ພວກເຈົ້າຈະເເບ່ງເຂົ້າຈີ່ຂອງພວກເຈົ້າໂດຍການຊັ່ງ, ພວກເຈົ້າຈະກິນເເຕ່ບໍ່ອີ່ມ.
\s5
\v 27 ຖ້າພວກເຈົ້າບໍ່ຟັງເຮົາໃນເລື່ອງເຫລົ່ານີ້ເເຕ່ຍັງຄົງດຳເນີນຕໍ່ຕ້ານເຮົາ.
\v 28 ເເລ້ວເຮົາກໍ່ຈະດຳເນີນການຕໍ່ຕ້ານພວກເຈົ້າດ້ວຍຄວາມໂກດຮ້າຍ, ເເລະເຮົາຈະລົງໂທດພວກເຈົ້າໃຫ້ຫລາຍກວ່າຄວາມບາບທັງຫລາຍຂອງພວກເຈົ້າເຈັດເທົ່າ.
\s5
\v 29 ພວກເຈົ້າຈະກິນຊີ້ນຂອງລູກຊາຍຂອງພວກເຈົ້າ, ພວກເຈົ້າຈະກິນລູກສາວຂອງພວກເຈົ້າ.
\v 30 ເຮົາຈະທຳລາຍສະຖານທີ່ນະມັດສະການຂອງພວກເຈົ້າຢູ່ເທິງພູ, ເເລະຕັດເເທ່ນເຄື່ອງຫອມຂອງພວກເຈົ້າລົງ, ເເລະໂຍນສົບຂອງພວກເຈົ້າເທິງຊາກຮູບເຄົາລົບທັງຫລາຍຂອງພວກເຈົ້າ ເເລະເຮົາຈະຊັງພວກເຈົ້າ.
\s5
\v 31 ເຮົາຈະປ່ຽນເມືອງຂອງພວກເຈົ້າໃຫ້ກາຍເປັນຊາກແຕກຫັກ, ເເລະທຳລາຍສະຖານທີ່ນະມັດສະການຂອງພວກເຈົ້າ, ເຮົາຈະບໍ່ພໍໃຈກິ່ນຫອມເເຫ່ງເຄື່ອງບູຊາຂອງພວກເຈົ້າ.
\v 32 ເຮົາຈະເຮັດໃຫ້ເເຜ່ນດິນຮ້າງເປົ່າ, ສັດຕູຂອງພວກເຈົ້າຜູ້ອາໄສຢູ່ທີ່ນັ້ນຈະຕົກໃຈກັບຄວາມຮ້າງເປົ່ານັ້ນ.
\v 33 ເຮົາຈະໃຫ້ພວກເຈົ້າກະຈັດກະຈາຍໄປຖ່າມກາງຊົນຊາດຕ່າງໆ, ເເລະເຮົາຈະຊັກດາບຂອງເຈົ້າອອກເເລະໄລ່ຕາມພວກເຈົ້າ, ເເຜ່ນດິນຂອງພວກເຈົ້າຈະຖືກຖິ້ມຮ້າງໄວ້, ເເລະເມືອງຕ່າງໆຂອງພວກເຈົ້າຈະກາຍເປັນຊາກປັກຫັກພັງ.
\s5
\v 34 ເເລ້ວເເຜ່ນດິນນັ້ນຈະຍິນດີໃນວັນສະບາໂຕຂອງເເຜ່ນດິນດົນທີ່ເເຜ່ນດິນນັ້ນວ່າງເປົ່າ, ເເລະພວກເຈົ້າກໍຢູ່ໃນເເຜ່ນດິນຂອງສັດຕູທັງຫລາຍ, ໃນຊ່ວງເວລານັ້ນເເຜ່ນດິນກໍຈະຢຸດພັກເເລະຍິນດີໃນວັນສະບາໂຕຂອງເເຜ່ນດິນນັ້ນ.
\v 35 ນານເທົ່າເເຜ່ນດິນນັ້ນວ່າງເປົ່າ ເເຜ່ນດິນກໍຈະຢຸດພັກຊຶ່ງເປັນການຢຸດພັກທີ່ເເຜ່ນດິນນັນບໍ່ເຄີຍມີໃນວັນສະບາໂຕທັງຫລາຍຂອງພວກເຈົ້າ, ເມື່ອພວກເຈົ້າອາໄສຢູ່ໃນເເຜ່ນດິນນັ້ນ.
\v 36 ສຳຫລັບບັນດາພວກເຈົ້າທີ່ເຫລືອຢູ່ໃນເເຜ່ນດິນຂອງສັດຕູທັງຫລາຍຂອງພວກເຈົ້າ, ເຮົາຈະສົ່ງຄວາມຢ້ານກົວເຂົ້າມາຍັງຈິດໃຈຂອງພວກເຈົ້າດັ່ງນັ້ນເເມ້ເເຕ່ສຽງໃບໄມ້ປິວຕາມລົມກໍເຮັດໃຫ້ພວກເຈົ້າສະດຸ້ງ, ເເລະພວກເຈົ້າຈະຫນີເຫມືອນດັ່ງພວກເຈົ້າກຳລັງຫນີດາບ.
\s5
\v 37 ພວກເຈົ້າຈະລົ້ມລົງເເມ້ບໍ່ມີໃຜໄລ່ຕາມພວກເຈົ້າ, ພວກເຈົ້າຈະສະດຸດຊຶ່ງກັນ, ເເລະກັນເຫມືອນກັບພວກເຈົ້າກຳລັງເເລ່ນຫນີດາບ ເເມ້ບໍ່ມີໃຜໄລ່ຕາມພວກເຈົ້າພວກເຈົ້າກໍ່ຈະບໍ່ມີກຳລັງທີ່ຈະຢືນຢູ່ຕໍ່ຫນ້າສັດຕູທັງຫລາຍຂອງພວກເຈົ້າ.
\v 38 ພວກເຈົ້າຈະຈິບຫາຍໄປຖ່າມກາງປະຊາຊາດ, ເເລະເເຜ່ນດິນທັງຫລາຍສັດຕູຂອງພວກເຈົ້າ.
\v 39 ບັນດາພວກທີ່ເຫລືອຢູ່ໃນທ່າມກາງພວກເຈົ້າ, ຈະຕົກຕຳ່ລົງໃນນຄວາມບາບທັງຫລາຍຂອງພວກເຂົາ, ເມື່ອຢູ່ໃນເເຜ່ນດິນຂອງສັດຕູທັງຫລາຍຂອງພວກເຈົ້າ, ເເລະເພາະຄວາມບາບຂອງບັນພະບູຫລຸດຂອງພວກເຈົ້າພວກເຈົ້າຈະຊຸດໂຊມໄປດ້ວຍ.
\s5
\v 40 ເເຕ່ຖ້າພວກເຈົ້າສາລະພາບບາບຂອງພວກເຂົາ, ເເລະຄວາມບາບຂອງບັນພະບູລຸດຂອງພວກເຈົ້າ, ເເລະການທໍລະຍົດຂອງພວກເຈົ້າທີ່ພວກເຂົາບໍ່ຊື່ສັດຕໍ່ເຮົາ, ເເລະການທີ່ພວກເຂົາໄດ້ດຳເນີນການຕໍ່ເຮົາດ້ວຍ.
\v 41 ຊຶ່ງເຮັດໃຫ້ພວກເຮົາຫັນໄປຕໍ່ຕ້ານພວກເຂົາ, ເເລະເຮົາໄດ້ນຳພວກເຂົາໄປສູ່ເເຜ່ນດິນຂອງສັດຕູທັງຫລາຍຂອງພວກເຂົາຖ້າຈິດໃຈທີ່ບໍ່ໄດ້ຖ່ອມໂຕລົງ, ເເລະຖ້າພວກເຂົາຍອມຮັບການລົງໂທດສຳຫລັບການບາບທັງຫລາຍຂອງພວກເຂົາ.
\v 42 ເເລ້ວເຮົາກໍ່ຈະລະນຶກເຖິງສັນຍາຂອງເຮົາກັບຢາໂຄບ, ພັນທະສັນຍາຂອງເຮົາກັບອິຊາກ, ເເລະພັນທະສັນຍາຂອງເຮົາກັບອັບຣາຮາມ, ເເລະເຮົາຈະລະນຶກເຖິງເເຜ່ນດິນນັ້ນ.
\s5
\v 43 ເເຜ່ນດິນຈະຖືກຖິ້ມຮ້າງໄວ້ໂດຍພວກເຂົາ, ດັ່ງນັ້ນເເຜ່ນດິນຈະຍິນດີກັບວັນສະບາໂຕຂອງເເຜ່ນດິນໃນຂະນະທີ່ຖືກຖິ້ມໄວ້ໃຫ້ຮ້າງໂດຍບໍ່ມີພວກເຂົາ, ພວກເຂົາຈະຕ້ອງໄດ້ຮັບໂທດສຳລັບຄວາມບາບທັງຫລາຍຂອງພວກເຂົາ, ເພາະພວກເຂົາເອງປະຕິເສດກົດເກນຂອງເຮົາ, ເເລະກຽດຊັງກົດຫມາຍຂອງເຮົາ.
\s5
\v 44 ເເຕ່ນອກເຫນືອຈາກເລື່ອງທັງຫມົດນີ້, ເພື່ອພວກເຂົາຢູ່ເເຜ່ນດິນຂອງເຫລົ່າສັດຕູເຮົາຈະປະຕິເສດພວກເຂົາ, ເຮົາຈະບໍ່ກຽດຊັງພວກເຂົາຈົນທຳລາຍພວກເຂົາໃຫ້ຫມົດສິ້ນ, ເເລະບໍ່ສົນພັນທະສັນຍາຂອງເຮົາທີ່ມີກັບເຂົາ, ເພາະເຮົາຄືພຣະຢາເວພຣະເຈົ້າຂອງພວກເຂົາ.
\v 45 ເເຕ່ເພື່ອເຫັນເເກ່ເຂົາ, ເຮົາຈະລະນຶກເຖິງພັນທະສັນຍາກັບບັນພະບູລຸດຂອງພວກເຂົາ, ຜູ້ທີ່ເຮົາໄດ້ນຳອອກຈາກເເຜ່ນດິນເອຢິບຕໍ່ຫນ້າຕໍ່ຕາບັນດາຊົນຊາດ, ເພື່ອເຮົາຈະເປັນພຣະເຈົ້າຂອງພວກເຂົາເຮົາຄືພຣະຢາເວ."
\s5
\v 46 ເຫລົ່ານີ້ເປັນບັນຍັດກົດເກນ, ເເລະກົດຫມາຍຕ່າງໆທີ່ພຣະຢາເວໄດ້ຊົງເຮັດໄວ້ລະຫວ່າງພຣະອົງເອງກັບຄົນອິດສະຣາເອນທີ່ພູເຂົາຊີນາຍໂດຍຜ່ານໂມເຊ.
\s5
\c 27
\cl ບົດທີ 27
\p
\v 1 ພຣະຢາເວໄດ້ຕັດສັ່ງເເກ່ໂມເຊວ່າ,
\v 2 "ຈົ່ງກ່າວເເກ່ຄົນອິດສະຣາເອນວ່າ, 'ຖ້າຜູ້ໃດປະຕິຍານຕົນເປັນພິເສດຕໍ່ພຣະຢາເວ ໃຫ້ໃຊ້ການປະມານຄ່າດັ່ງຕໍ່ໄປນີ້.
\s5
\v 3 ມາດຕະຖານລາຄາຂອງພວກເຈົ້າສຳຫລັບຜູ້ຊາຍຫນຶ່ງຄົນຈາກອາຍຸຊາວເຖິງຊາວຫົກປີຕ້ອງມີຄ່າເປັນເງິນຫ້າສິບເຊເຂ, ຕາມເຊເຂຂອງສະຖານນະມັດສະການ.
\v 4 ສຳຫລັບຜູ້ຍິງຫນຶ່ງຄົນທີ່ມີອາຍຸເທົ່າກັນມາດຕະຖານລາຄາຂອງພວກເຈົ້າຕ້ອງມີສາມສິບເຊເຂ.
\s5
\v 5 ຈາກອາຍຸຫ້າປີເຖິງຊາວປີມາດຕະຖານລາຄາຂອງພວກເຈົ້າສຳຫລັບຜູ້ຊາຍຕ້ອງມີຄ່າຊາວເຊເຂ, ເເລະສຳຫລັບຜູ້ຍິງມີຄ່າສິບເຊເຂ.
\v 6 ຈາກອາຍຸຫນຶ່ງເດືອນຈົນເຖິງອາຍຸຫ້າປີ, ມາດຕະຖານລາຄາຂອງພວກເຈົ້າສຳຫລັບຜູ້ຊາຍຕ້ອງມີຄ່າເປັນເງິນຫ້າເຊເຂ, ເເລະສຳຫລັບຜູ້ຍິງມີຄ່າເປັນເງິນສາມເຊເຂ.
\s5
\v 7 ຈາກອາຍຸຫົກປີຂຶ້ນໄປສຳຫລັບຜູ້ຊາຍຄົນຫນຶ່ງ, ມາກຕະຖານລາຄາຂອງພວກເຈົ້າຕ້ອງມີຄ່າສິບຫ້າເຊເຂ, ເເລະສຳຫລັບຜູ້ຍິງຄົນຫນຶ່ງມີຄ່າສິບເຊເຂ.
\v 8 ເເຕ່ຖ້າສຳຫລັບຄົນທີ່ເຮັດການປະຕິຍານຕົນບໍ່ສາມາດຈ່າຍ, ຕາມລາຄາມາດຕະຖານໄດ້, ກໍ່ຕ້ອງໃຫ້ຄົນທີ່ຈະຖວາຍໄປພົບປະໂຣຫິດ, ເເລະປະໂຣຫິດຈະຕິຄ່າລາຄາລູກຄົນນັ້ນຕາມລາຄາທີ່ຜູ້ທີ່ເຮັດການປະຕິຍານຕົນນັ້ນສາມາດຈັດຫາມາໄດ້.
\s5
\v 9 ຖ້າມີບາງຄົນຕ້ອງການຖວາຍສັດໂຕຫນຶ່ງເປັນເຄື່ອງບູຊາເເດ່ພຣະຢາເວ, ເເລະຖ້າພຣະຢາເວຊົງຍອມຮັບເຄື່ອງບູຊານັ້ນສັດນັ້ນກໍ່ຈະຖືກເເຍກໄວ້ເເດ່ພຣະອົງ.
\v 10 ຄົນນັ້ນຕ້ອງບໍ່ເອົາຫຍັງມາເເທນຫລືສັບປ່ຽນສັດໂຕນັ້ນ, ບໍ່ວ່າຈະເອົາໂຕທີ່ບໍ່ດີມາເເທນໂຕທີ່ບໍ່ດີ, ຖ້າເຂົາເອົາໂຕຫນຶ່ງມາສັບປ່ຽນອີກໂຕຫນຶ່ງ, ທັງໂຕທີ່ນຳມາປ່ຽນດ ເເລະໂຕທີ່ຖືກສັບປ່ຽນຈະກາຍເປັນຂອງບໍລິສຸດທັງຄູ່.
\s5
\v 11 ຢ່າງໃດກໍ່ຕາມ, ຖ້າຂອງຖວາຍທີ່ຄົນນັ້ນໄດ້ປະຕິຍານທີ່ຈະຖວາຍເເດ່ພຣພະຢາເວພຣະຢາເວເປັນຂອງມົນທິນ, ພຣະຢາເວກໍ່ຈະບໍ່ຊົງຍອມຮັບຂອງຖວາຍນັ້ນ, ເເລ້ວຄົນນັ້ນຕ້ອງນຳສັດນັ້ນໄປຫາປະໂຣຫິດ.
\v 12 ປະໂຣຫິດຈະຕິລາຄາສັດນັ້ນຕາມລາຄາຕະຫລາດຂອງສັດນັ້ນໆ, ບໍ່ວ່າປະໂຣຫິດຈະຕີລາຄາສັດນັ້ນເທົ່າໃດ, ກໍ່ເປັນລາຄາຂອງສັດນັ້ນ.
\v 13 ຖ້າເຈົ້າຕ້ອງການໄຖ່ຄືນກໍ່ຕ້ອງເພີ່ມລາຄາອີກຫນຶ່ງໃນຫ້າຂອງລາຄາໄຖ່.
\s5
\v 14 ເມື່ອຜູ້ໃດຖວາຍບ້ານຂອງຕົນໃຫ້ເປັນຂອງຖວາຍບໍລິສຸດເເດ່ພຣະຢາເວ, ປະໂຣຫິດກໍຈະຕີລາຄາທັງຂອງດີ, ເເລະບໍ່ດີບໍ່ວ່າປະໂຣຫິດຕີລາຄາເທົ່າໃດກໍຈະເປັນໄປຕາມນັ້ນ.
\v 15 ເເຕ່ຖ້າເຈົ້າຂອງທີ່ຖວາຍບ້ານຂອງຕົນຕ້ອງການໄຖ່ບ້ານຄືນ, ເຂົາກໍຈະຕ້ອງເພີ່ມອີກຫນຶ່ງໃນຫ້າຂອງລາຄາໄຖ່ຖອນບ້ານນັ້ນເເລ້ວບ້ານກໍຈະເປັນຂອງເຂົາ.
\s5
\v 16 ຖ້າຜູ້ໃດຖວາຍທີ່ດິນບາງສ່ວນຂອງເຂົາລາຄາຂອງທີ່ດິນນັ້ນ, ຈະໄປເປັນຕາມປະລິມານຂອງເມັດທີ່ໄດຫວ່ານລົງໄປ, ອັດຕາເງິນຫ້າສິບເເທ່ງຕໍ່ເຂົ້າເດືອຍຊາວກິໂລ.
\s5
\v 17 ຖ້າເຂົາຖວາຍທີ່ດິນຂອງເຂົາໃນຊ່ວງປີເເຫ່ງການສະເຫລີມສະຫລອງ, ທີ່ດິນກໍ່ຈະມີລາຄາເຕັມ.
\v 18 ເເຕ່ຖ້າເຂົາຖວາຍທີ່ດິນຫລັງຈາກປີເເຫ່ງການສະເຫລີມສະຫລອງ. ປະໂຣຫິດກໍ່ຕ້ອງຄຳນວນລາຄາຂອງທີ່ດິນຕາມຈຳນວນປີທີ່ເຫລືອຈົນກວ່າຈະເຖິງປີເເຫ່ງການສະເຫລີມສະຫລອງໃນຄັ້ງຕໍ່ໄປ, ເເລະຕ້ອງຫັກລາຄານັ້ນອອກເສຍ.
\s5
\v 19 ຖ້າຜູ້ໃດທີ່ຖວາຍທີ່ດິນນັ້ນຢາກຈະໄຖ່ທີ່ດິນຄືນ, ເຂົາກໍ່ຈະຕ້ອງເພີ່ມລາຄາອີກຫນຶ່ງໃນຫ້າເຂົ້າໄປ, ເເລ້ວທີ່ດິນຈະເປັນຂອງເຂົາ.
\v 20 ຖ້າເຂົາບໍ່ໄຖ່ຖອນທີ່ດິນຄືນຫລືຖ້າເຂົາຂາຍທີ່ດິນນັ້ນໃຫ້ເເກ່ອີກຄົນຫນຶ່ງກໍບໍ່ສາມາດໄຖ່ທີ່ດິນນັ້ນຄືນໄດ້ອີກ.
\v 21 ເເຕ່ເມື່ອດິນນັ້ນຖືກປົດປ່ອຍໃນປີເເຫ່ງການສະເຫລີມສະຫລອງ, ກໍ່ຕົກເປັນຂອງຖວາຍບໍລິສຸດເເດ່ພຣະຢາເວເເທນ. ເຫມືອນເປັນທີ່ດິນທີ່ໄດ້ຖວາຍເເດ່ພຣະຢາເວຢ່າງສົມບູນ, ທີ່ດິນນັ້ນຈະເປັນກຳມະສິດຂອງປະໂຣຫິດ.
\s5
\v 22 ຖ້າຜູ້ໃດຖວາຍທີ່ດິນທີ່ເຂົາໄດ້ຊື້ໄວ້, ເເຕ່ທີ່ດິນນັ້ນບໍ່ໄດ້ເປັນສ່ວນຫນຶ່ງຈາກທີ່ດິນຂອງຄອບຄົວຂອງເຂົາ.
\v 23 ເເລ້ວປະໂຣຫິດກໍ່ຈະປະເມີນລາຄາທີ່ດິນໄປຈົນເຖິງປີເເຫ່ງການສະເຫລີມສະຫລອງ ເເລະຜູ້ນັ້ນຕ້ອງຈ່າຍລາຄາ, ທີ່ດິນໃນມື້ນັ້ນໃຫ້ເປັນຂອງຖວາຍບໍລິສຸດເເດ່ພຣະຢາເວ.
\s5
\v 24 ໃນປີເເຫ່ງການສະເຫລີມສະຫລອງທີ່ດິນນັ້ນກໍ່ຈະກັບຄືນໃຫ້ເເກ່ຄົນທີ່ເຂົາໄດ້ໄປຊື້ມາ, ເເກ່ເຈົ້າຂອງທີ່ດິນເດີມ.
\v 25 ການປະເມີນລາຄາທັງຫມົດຕ້ອງເປັນໄປຕາມນຳ້ຫນັກເຊເຂ, ຂອງສະຖານນະມັດສະການ, ຊາວເກຣາ ຕ້ອງມີຄ່າເທົ່າກັບຫນຶ່ງເຊເຂ.
\s5
\v 26 ບໍ່ໃຫ້ເອົາລູກສັດຫົວປີຈາກຝູງມາຖວາຍ, ເພາະລູກສັດຫົວປີເປັນຂອງພຣະຢາເວຢູ່ເເລ້ວ, ບໍ່ວ່າງົວຫລືເເກະ ສັດນັ້ນເປັນຂອງພຣະຢາເວ.
\v 27 ຖ້າເປັນສັດທີ່ເປັນມົນທິນ, ເຈົ້າຂອງກໍ່ສາມາດຊື້ກັບໄປໄດ້ຕາມລາຄາຂອງມັນ, ເເລະຕ້ອງເພີ່ມລາຄາອີກຫນຶ່ງໃນຫ້າ, ຖ້າສັດນັ້ນບໍ່ຖືກໄຖ່ຄືນ, ກໍ່ຈະຖືກຂາຍ, ຕາມລາຄາທີ່ກຳນົດໄວ້.
\s5
\v 28 ເເຕ່ເເມ່ນຫຍັງທີ່ເຂົາອຸທິດຖວາຍໃຫ້ເເດ່ພຣະຢາເວ, ຈາກທຸກສິ່ງທີ່ເຂົາມີບໍ່ວ່າເປັນຄົນຫລືສັດ, ຫລືທີ່ດິນຂອງຄອບຄົວ, ຈະຖືກຂາຍຫລືຖືກໄຖ່ຖອນບໍ່ໄດ້, ທຸກສິ່ງທີ່ຖືກຖວາຍເປັນສິ່ງບໍລິສຸດທີ່ສຸດເເດ່ພຣະຢາເວ.
\v 29 ບໍ່ມີການຈ່າຍຄ່າໄຖ່ຖອນສຳຫລັບຄົນທີ່ຖືກມອບໄວ້ເພື່ອໃຫ້ຖືກທຳລາຍ, ຄົນນັ້ນຕ້ອງມີໂທດເຖິງຕາຍ.
\s5
\v 30 ສິບລິດທັງຫມົດຂອງເເຜ່ນດິນ, ບໍ່ວ່າເປັນເມັດເຂົ້າເທິງເເຜ່ນດິນຫລືຜົນຈາກຕົ້ນໄມ້ຕ່າງໆ, ເປັນຂອງພຣະຢາເວ, ເປັນຂອງບໍລິສຸດເເດ່ພຣະຢາເວ.
\v 31 ຖ້າຄົນໃດໄຖ່ຖອນສິບລິດໃດໆ, ຂອງເຂົາ ເຂົາຕ້ອງເພີ່ມລາຄາເຂົ້າໄປອີກຫນຶ່ງໃນຫ້າ.
\s5
\v 32 ແລະທຸກໂຕທີສິບໂຕຂອງຝູງງົວເເລະຝູງແບ້ແກະ, ບໍ່ວ່າແມ່ນຫຍັງທີ່ຜ່ານການຖືກນັບດ້ວຍໄມ້ເທົ້າຂອງຜູ້ລ້ຽງແກະ, ຫນຶ່ງໃນສິບນັ້ນຕ້ອງຖວາຍແດ່ພຣະຢາເວ.
\v 33 ຜູ້ລ້ຽງແກະຕ້ອງບໍ່ເບິ່ງຫາສັດທີ່ດີກວ່າຫລືບໍ່ດີກວ່າ, ແລະເຂົາຕ້ອງບໍ່ສັບປ່ຽນກັບອີກໂຕຫນຶ່ງ ຖ້າເຂົາສັບປ່ຽນ, ທັງໂຕທີ່ນຳມາປ່ຽນ, ແລະໂຕທີ່ຖືກສັບປ່ຽນກໍ່ຈະເປັນຂອງບໍລິສຸດ, ບໍ່ສາມາດໄຖ່ຖອນໄດ້."'
\s5
\v 34 ເຫລົ່ານີ້ເປັນພຣະສັນຍາຕ່າງໆ ທີ່ພຣະຢາເວປຣະທານໃຫ້ເເກ່ໂມເຊສຳລັບຄົນອິດສະຣາເອນທີ່ພູເຂົາຊີນາຍ.