forked from WA-Catalog/lo_ulb
782 lines
175 KiB
Plaintext
782 lines
175 KiB
Plaintext
\id ROM
|
|
\ide UTF-8
|
|
\h ໂຣມ
|
|
\toc1 ໂຣມ
|
|
\toc2 ໂຣມ
|
|
\toc3 rom
|
|
\mt ໂຣມ
|
|
\s5
|
|
\c 1
|
|
\cl ບົດທີ 1
|
|
\p
|
|
\v 1 ໂປໂລ, ຜູ້ຮັບໃຊ້ຂອງພຣະເຢຊູຄຣິດເຈົ້າ, ທີ່ໄດ້ຮັບການຊົງເອີ້ນໃຫ້ເປັນອັກຄະສາວົກ, ແລະ ຕັ້ງໄວ້ໃຫ້ປະກາດຂ່າວປະເສີດຂອງພຣະເຈົ້າ.
|
|
\v 2 ນີ້ເປັນຂ່າວປະເສີດທີ່ພຣະອົງໄດ້ຊົງສັນຍາໄວ້ລ່ວງຫນ້າໂດຍຜ່ານຜູ້ປະກາດພຣະຄັມຂອງພຣະອົງໃນພຣະຄັມພີສັກສິດ.
|
|
\v 3 ຂ່າວປະເສີດນັ້ນກ່ຽວກັບພຣະບຸດຂອງພຣະອົງ, ຜູ້ທີ່ໄດ້ຊົງບັງເກີດມາຈາກເຊື້ອສາຍຂອງດາວິດໂດຍທາງເນື້ອຫນັງ.
|
|
\s5
|
|
\v 4 ໂດຍການເປັນຄືນຂື້ນມາຈາກຄວາມຕາຍນັ້ນ, ພຣະອົງໄດ້ຮັບການປະກາດໃຫ້ເປັນພຣະບຸດຂອງພຣະເຈົ້າຜູ້ຊົງຣິດໂດຍພຣະວິນຍານແຫ່ງຄວາມບໍຣິສຸດ - ຄືພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງເຮົາ.
|
|
\v 5 ໂດຍທາງພຣະອົງນັ້ນ ພວກເຮົາຈະໄດ້ຮັບພຣະຄຸນ ແລະ ການເຮັດຫນ້າທີ່ເປັນອັກຄະສາວົກ ເພື່ອໄປປະກາດໃຫ້ຄົນທຸກຊາດເຊື່ອຟັງຕາມຄວາມເຊື່ອນັ້ນໃນທົ່ວທຸກຊາດ, ເພື່ອເຫັນແກ່ພຣະນາມຂອງພຣະອົງ.
|
|
\v 6 ໃນບັນດາຊົນຊາດເຫລົ່ານີ້, ທ່ານກໍ່ໄດ້ຮັບການຊົງເອີ້ນໃຫ້ເປັນຄົນຂອງພຣະເຢຊູຄຣິດເຈົ້າດ້ວຍ.
|
|
\s5
|
|
\p
|
|
\v 7 ຈົດຫມາຍສະບັບນີ້ເຖິງທຸກທ່ານທີ່ຢູ່ໃນນະຄອນໂຣມ, ຜູ້ທີ່ພຣະເຈົ້າຊົງຮັກ, ແລະ ຊົງເອີ້ນໃຫ້ເປັນໄພ່ພົນ. ຂໍພຣະຄຸນ ແລະ ສັນຕິສຸກຊຶ່ງມາຈາກພຣະເຈົ້າພຣະບິດາຂອງພວກເຮົາທັງຫລາຍ, ແລະ ຈາກພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າ ຈົ່ງດຳຣົງຢູ່ກັບພວກທ່ານທັງຫລາຍເຖີດ.
|
|
\s5
|
|
\p
|
|
\v 8 ກ່ອນອື່ນ, ຂ້າພຣະເຈົ້າຂໍຂອບພຣະຄຸນພຣະເຈົ້າຂອງຂ້າພຣະເຈົ້າສຳຫລັບພວກທ່ານທຸກຄົນໂດຍທາງພຣະເຢຊູຄຣິດເຈົ້າ, ເພາະຄວາມເຊື່ອຂອງທ່ານເປັນທີ່ຮູ້ຈັກກັນໄປທົ່ວໂລກ.
|
|
\v 9 ເພາະພຣະເຈົ້າຊົງເປັນພະຍານຂອງຂ້າພຣະເຈົ້າວ່າ, ຜູ້ທີ່ຂ້າພຣະເຈົ້າໄດ້ຮັບໃຊ້ດ້ວຍວິນຍານຂອງຂ້າພຣະເຈົ້າ ໃນການປະກາດເລື່ອງຂ່າວປະເສີດຂອງພຣະບຸດນັ້ນ, ຂ້າພຣະເຈົ້າຈະກ່າວເຖິງພວກທ່ານຢ່າງຕໍ່ເນື່ອງ.
|
|
\v 10 ຂ້າພຣະເຈົ້າທູນຂໍໃນຄຳອະທິຖານຂອງຂ້າພຣະເຈົ້າສະເຫມີວ່າ ຫາກເປັນຄວາມປະສົງຂອງພຣະເຈົ້າແລ້ວ ໃນທີ່ສຸດຂ້າພຣະເຈົ້າຈະໄດ້ມາຫາທ່ານຕອນນີ້ໂດຍວິທີໃດວິທີຫນຶ່ງ.
|
|
\s5
|
|
\v 11 ເພາະວ່າຂ້າພຣະເຈົ້າປາຖນາຈະພົບທ່ານ, ເພື່ອຈະນຳຂອງປຣະທານຝ່າຍວິນຍານມາໃຫ້ແກ່ທ່ານ, ເພື່ອທີ່ຈະເສີມກຳລັງທ່ານ.
|
|
\v 12 ນັ້ນຄື, ຂ້າພຣະເຈົ້າປາຖນາທີ່ຈະໄດ້ຮັບການຫນູນໃຈຊຶ່ງກັນແລະກັນໃນບັນດາພວກທ່ານ, ຜ່ານທາງຄວາມເຊື່ອຂອງແຕ່ລະຄົນຄືຄວາມເຊື່ອຂອງ, ທ່ານ ແລະ ຂອງຂ້າພຣະເຈົ້າ.
|
|
\s5
|
|
\v 13 ອ້າຍນ້ອງທັງຫລາຍ, ບັດນີ້ຂ້າພຣະເຈົ້າບໍ່ຢາກໃຫ້ທ່ານທີ່ຈະບໍ່ຮັບຮູ້ວ່າ, ຂ້າພຣະເຈົ້າຕັ້ງໃຈຈະມາຫາທ່ານຫລາຍເທື່ອ, (ແຕ່ຈົນເຖິງປະຈຸບັນນີ້ກໍ່ຍັງມີອຸປະສັກຢູ່), ຂ້າພຣະເຈົ້າຕ້ອງການຈະເຮັດຢ່າງນີ້ເພື່ອທີ່ຈະມີການເກັບກ່ຽວ ໃນທ່າມກາງພວກທ່ານ, ເຊັ່ນດຽວກັບຊົນຊາດອື່ນໆ.
|
|
\v 14 ຂ້າພຣະເຈົ້າເປັນຫນີ້ທັງຊາວກຣີກ ແລະ ຄົນຕ່າງຊາດ, ເປັນຫນີ້ທັງພວກນັກປຣາດທີ່ສະຫລາດ ແລະ ຄົນໂງ່ດ້ວຍ.
|
|
\v 15 ດັ່ງນັ້ນ, ສຳລັບຂ້າພຣະເຈົ້າແລ້ວ, ຂ້າພຣະເຈົ້າພ້ອມທີ່ຈະປະກາດຂ່າວປະເສີດແກ່ທ່ານທີ່ຢູ່ໃນນະຄອນ ໂຣມດ້ວຍ.
|
|
\s5
|
|
\p
|
|
\v 16 ເພາະຂ້າພຣະເຈົ້າບໍ່ລະອາຍໃນຂ່າວປະເສີດ, ເພາະວ່າຂ່າວປະເສີດນັ້ນເປັນຣິດທານຸພາບຂອງພຣະເຈົ້າ ເພື່ອໃຫ້ທຸກຄົນທີ່ເຊື່ອຈະໄດ້ຮັບຄວາມພົ້ນ, ສຳລັບພວກຊາວຢິວກ່ອນ ແລະ ສຳລັບພວກກຣີກນຳອີກ.
|
|
\v 17 ເພາະວ່າໃນຂ່າວປະເສີດນັ້ນ ຄວາມຊອບທັມຂອງພຣະເຈົ້າກໍໄດ້ເປີດເຜີຍອອກມາໂດຍເລີ້ມຕົ້ນຈາກຄວາມເຊື່ອສູ່ຄວາມເຊື່ອ, ດັ່ງທີ່ມີຂຽນໄວ້ວ່າ, "ຄົນຊອບທັມຈະດຳຣົງຊີວິດຢູ່ໂດຍຄວາມເຊື່ອ."
|
|
\s5
|
|
\p
|
|
\v 18 ເພາະວ່າພຣະເຈົ້າຊົງສຳແດງຄວາມໂກດຮ້າຍຂອງພຣະອົງຈາກສະຫວັນ ຕໍ່ຄວາມອະຍຸຕິທັມ ແລະ ຄວາມບໍ່ຊອບທັມທັງມວນຂອງມະນຸດ, ທີ່ເອົາຄວາມບໍ່ຊອບທັມມາຂັດຂວາງຄວາມຈິງ.
|
|
\v 19 ນີ້ເປັນເພາະວ່າການທີ່ຈະຮູ້ຈັກວ່າ ພຣະເຈົ້າໄດ້ຈະແຈ້ງກັບພວກເຂົາທັງຫລາຍ. ເພາະວ່າພຣະເຈົ້າໄດ້ຊົງສຳແດງແກ່ເຂົາແລ້ວ.
|
|
\s5
|
|
\v 20 ເພາະວ່າສະພາບຂອງພຣະເຈົ້າທີ່ບໍ່ປາກົດໃຫ້ເຫັນນັ້ນ, ກໍ່ໄດ້ປາກົດແຈ້ງຂຶ້ນ, ຕັ້ງແຕ່ທີ່ຊົງສ້າງໂລກ, ໃນສິ່ງເຫລົ່ານັ້ນ ເປັນທີ່ເຂົ້າໃຈໄດ້ຜ່ານທາງສັບພະສິ່ງທີ່ຊົງສ້າງຂຶ້ນ. ດັ່ງນັ້ນ ພວກເຂົາຈຶ່ງບໍ່ມີຂໍ້ແກ້ຕົວຫຍັງເລີຍ.
|
|
\v 21 ນີ້ເປັນເພາະວ່າ, ເຖິງແມ່ນວ່າພວກເຂົາໄດ້ຮູ້ຈັກພຣະເຈົ້າແລ້ວ, ພວກເຂົາກໍບໍ່ໄດ້ຖວາຍກຽດແດ່ພຣະເຈົ້າໃຫ້ສົມກັບທີ່ຊົງເປັນພຣະເຈົ້າ, ແລະ ພວກເຂົາກໍບໍ່ໄດ້ຂອບພຣະຄຸນພຣະອົງ. ແຕ່ພວກເຂົາກັບຄິດແບບໂງ່ ໆ ໃນສິ່ງທີ່ບໍ່ມີປະໂຫຍດ ແລະ ຈິດໃຈອັນໂງ່ຈ້າຂອງພວກເຂົາກໍມືດລົງ.
|
|
\s5
|
|
\v 22 ພວກເຂົາໄດ້ອ້າງຕົວວ່າມີປັນຍາສະຫລາດ, ແຕ່ພວກເຂົາໄດ້ກາຍເປັນຄົນໂງ່ຈ້າໄປ.
|
|
\v 23 ພວກເຂົາໄດ້ເອົາສະຫງ່າຣາສີຂອງພຣະເຈົ້າຜູ້ເປັນອຳມະຕະມາແລກປ່ຽນ ກັບຮູບພາບແກະສະຫລັກຂອງມະນຸດທີ່ຕ້ອງຕາຍ, ຫລື ຮູບນົກ, ຮູບສັດເດັຽຣະສານສີ່ຕີນ, ແລະ ຮູບສັດເລືອຄານ.
|
|
\s5
|
|
\p
|
|
\v 24 ເຫດສະນັ້ນ ພຣະເຈົ້າຈຶ່ງຊົງປ່ອຍພວກເຂົາໃຫ້ປະພຶດການຊົ່ວຊ້າຕາມຣາຄະຕັນຫາໃນໃຈຂອງພວກເຂົາ, ໃຫ້ພວກເຂົາເຮັດສິ່ງທີ່ຫນ້າອັບອາຍຕໍ່ຮ່າງກາຍຂອງກັນ ແລະ ກັນ.
|
|
\v 25 ເພາະວ່າພວກເຂົາເອົາຄວາມຈິງຂອງພຣະເຈົ້າມາປ່ຽນກັບຄວາມຕົວະ, ແລະ ຍັງທັງນະມັດສະການແລະ ບົວຣະບັດສິ່ງທີ່ສ້າງຂຶ້ນມາແທນອົງພຣະຜູ້ສ້າງ, ຜູ້ຊຶ່ງສົມຄວນທີ່ຈະໄດ້ຮັບຄຳສັນຣະເສີນຕະຫລອດໄປເປັນນິດ. ອາເມນ.
|
|
\s5
|
|
\p
|
|
\v 26 ເພາະເຫດນີ້, ພຣະເຈົ້າຈຶ່ງໄດ້ຊົງປ່ອຍໃຫ້ເຂົາມີກິເລດຕັນຫາອັນຫນ້າອັບອາຍ, ສຳລັບພວກຜູ້ຍິງກໍປ່ຽນຈາກຄວາມສຳພັນຕາມທັມະຊາດໃຫ້ເປັນຜິດທັມະຊາດ.
|
|
\v 27 ເຊັ່ນດຽວກັນ, ຜູ້ຊາຍກໍເລີກມີເພດສຳພັນກັບຜູ້ຍິງຕາມທັມະຊາດ. ແລະ ເຜົາຜານໄປດ້ວຍໄຟກິເລດຕັນຫາຕໍ່ກັນ ແລະ ກັນ. ພວກນີ້ຄືຜູ້ຊາຍທີ່ປະກອບກິດຕໍ່ຜູ້ຊາຍດ້ວຍກັນອັນເປັນສິ່ງທີ່ຫນ້າອັບອາຍ ແລະ ພວກເຂົາຈຶ່ງໄດ້ຮັບການລົງໂທດອັນເນື່ອງມາຈາກຄວາມບິດເບືອນຂອງພວກເຂົາ.
|
|
\s5
|
|
\p
|
|
\v 28 ເພາະພວກເຂົາບໍ່ເຫັນດີທີ່ຈະຮູ້ຈັກພຣະເຈົ້າ ພຣະອົງຈຶ່ງຊົງປ່ອຍໃຫ້ພວກເຂົາມີຈິດໃຈຊົ່ວຮ້າຍ, ສຳລັບພວກເຂົາ ທີ່ຈະປະພຶດສິ່ງເຫລົ່ານັ້ນທີ່ບໍ່ເຫມາະສົມ.
|
|
\s5
|
|
\v 29 ພວກເຂົາເຕັມໄປດ້ວຍຄວາມບໍ່ຊອບທັມທັງຫມົດ, ຄວາມຊົ່ວຮ້າຍ, ຄວາມໂລບມາກໂລພາ, ແລະ ຄວາມປອງຮ້າຍ. ພວກເຂົາເຕັມໄປດ້ວຍຄວາມອິດສາ, ການຄາດຕະກຳ, ການຜິດຖຽງກັນ, ການຫລອກລວງ, ແລະ ການຄິດພະຍາບາດ.
|
|
\v 30 ພວກເຂົາເປັນພວກຊຸບຊິບນິນທາ, ໃສ່ຮ້າຍປ້າຍສີກັນ, ແລະ ກຽດຊັງພຣະເຈົ້າ. ພວກເຂົາມັກໃຊ້ຄວາມຮຸນແຮງ, ຈອງຫອງ ແລະ ໂອ້ອວດ, ພວກເຂົາເຮັດຄວາມຊົ່ວໃຫມ່ໆ, ແລະ ພວກເຂົາກໍບໍ່ເຊື່ອຟັງບິດາມານດາ.
|
|
\v 31 ພວກເຂົາຂາດຄວາມເຂົ້າໃຈ; ພວກເຂົາຂາດຄວາມຊື່ສັດ, ປາສະຈາກຄວາມຮັກຕໍ່ກັນ, ແລະ ບໍ່ມີຄວາມເມດຕາ.
|
|
\s5
|
|
\v 32 ພວກເຂົາຮູ້ກົດບັນຍັດຂອງພຣະເຈົ້າ, ທີ່ວ່າຄົນທຸກຄົນທັງປວງທີ່ປະພຶດເຊັ່ນນັ້ນສົມຄວນໄດ້ຮັບຄວາມຕາຍ. ແຕ່ພວກເຂົາບໍ່ພຽງແຕ່ປະພຶດສິ່ງເຫລົ່ານີ້ເທົ່ານັ້ນ, ແຕ່ຍັງເຫັນດີກັບຄົນອື່ນທີ່ປະພຶດເຊັ່ນນັ້ນດ້ວຍ.
|
|
\s5
|
|
\c 2
|
|
\cl ບົດທີ 2
|
|
\p
|
|
\v 1 ເຫດສະນັ້ນ ທ່ານບໍ່ມີຂໍ້ແກ້ຕົວເລີຍ, ທ່ານເອີຍ, ເມື່ອທ່ານຕັດສິນຄົນອື່ນນັ້ນ, ເພາະເມື່ອທ່ານກ່າວໂທດຄົນອື່ນທ່ານກໍ່ໄດ້ກ່າວໂທດຕົນເອງດ້ວຍ. ເພາະວ່າທ່ານທີ່ກ່າວໂທດ ກໍ່ຍັງປະພຶດແບບດຽວກັນ.
|
|
\v 2 ແຕ່ພວກເຮົາຮູ້ວ່າການພິພາກສາຂອງພຣະເຈົ້ານັ້ນກໍເປັນໄປຕາມຄວາມຈິງ ເມື່ອການພິພາກສານັ້ນມາຮອດຄົນທີ່ປະພຶດຕົວເຊັ່ນນັ້ນ.
|
|
\s5
|
|
\v 3 ແຕ່ພິຈາຣະນາສິ່ງນີ້, ທ່ານເອີຍ, ທ່ານທີ່ຕັດສິນຄົນທີ່ປະພຶດຕົນເຊັ່ນນັ້ນ ເຖິງແມ່ນວ່າທ່ານເອງກໍຍັງປະພຶດຕົວແບບດຽວກັນ. ທ່ານຄິດວ່າຈະລອດພົ້ນຈາກການພິພາກສາຂອງພຣະເຈົ້າໄດ້ບໍ?
|
|
\v 4 ຫລືວ່າທ່ານປະຫມາດພຣະກາຣຸນາອັນບໍຣິບູນ, ການຊະລໍໃນການລົງໂທດຂອງພຣະອົງ, ແລະ ຄວາມອົດທົນພຣະທັຍຂອງພຣະອົງ? ທ່ານບໍ່ຮູ້ບໍວ່າພຣະເມດຕາຄຸນຂອງພຣະເຈົ້ານັ້ນກໍເພື່ອທີ່ຈະນຳພາທ່ານໃຫ້ກັບໃຈໃຫມ່?
|
|
\s5
|
|
\v 5 ແຕ່ຖ້າທ່ານໃຈແຂງກະດ້າງ ແລະ ບໍ່ຍອມກັບໃຈຫລາຍເທົ່າໃດ ທ່ານກໍໄດ້ສະສົມຄວາມໂກດຮ້າຍໃຫ້ຕົວເອງເທົ່ານັ້ນ, ໃນວັນແຫ່ງຄວາມໂກດຮ້າຍ, ນັ້ນຄື, ວັນທີ່ພຣະອົງຈະຊົງສຳແດງການພິພາກສາລົງໂທດອັນທ່ຽງທັມໃຫ້ເປັນທີ່ປາກົດແຈ້ງ.
|
|
\v 6 ພຣະອົງຈະປຣະທານແກ່ທຸກຄົນຕາມທີ່ເຫມາະສົມກັບການກະທຳຂອງເຂົາ:
|
|
\v 7 ສຳຫລັບຄົນທີ່ເຮັດຄວາມດີ, ຢ່າງສະເຫມີຕົ້ນສະເຫມີປາຍ, ສະແຫວງຫາຄຳສັນຣະເສີນ, ກຽດຕິຍົດ, ແລະ ຄວາມເປັນອຳມະຕະນັ້ນ, ພຣະອົງຈະປຣະທານຊີວິດນິຣັນດອນໃຫ້.
|
|
\s5
|
|
\v 8 ແຕ່ສຳລັບຄົນທີ່ມັກຍົກຕົນຂົົ່ມຫມູ່, ຄົນທີ່ບໍ່ເຊື່ອຟັງຄວາມຈິງ ແຕ່ເຊື່ອຟັງຄວາມອະທັມ, ຄວາມໂກດຮ້າຍ ແລະ ການລົງໂທດຢ່າງຮຸນແຮງກໍຈະມາເຖິງ.
|
|
\v 9 ພຣະເຈົ້າຈະຊົງເຮັດໃຫ້ເກີດທຸກທໍຣະມານ ແລະ ຄວາມທຸກຍາກລຳບາກແກ່ທຸກຄົນທີ່ປະພຶດຕົວຊົ່ວຊ້າ, ແກ່ພວກຊາວຢິວກ່ອນ, ແລະ ພວກຊາວກຣີກດ້ວຍ.
|
|
\s5
|
|
\v 10 ແຕ່ຄຳສັນລະເສີນ, ກຽດຕິຍົດ, ແລະ ສັນຕິສຸກຈະເກີດແກ່ທຸກຄົນທີ່ປະພຶດຕົວດີ, ແກ່ພວກຊາວຢິວກ່ອນ, ແລະ ພວກຊາວກຣີກດ້ວຍ.
|
|
\v 11 ເພາະວ່າພຣະເຈົ້າບໍ່ໄດ້ຊົງເຫັນແກ່ຜູ້ໃດເລີຍ.
|
|
\v 12 ເພາະວ່າຄົນທັງຫລາຍທີ່ໄດ້ເຮັດຜິດບາບໂດຍປາສະຈາກກົດບັນຍັດ, ກໍຈະຈິບຫາຍໂດຍປາສະຈາກກົດບັນຍັດ ແລະ ຄົນທັງຫລາຍທີ່ໄດ້ເຮັດບາບໂດຍມີດ້ວຍກົດບັນຍັດກໍຈະຖືກພິພາກສາຕາມກົດບັນຍັດ.
|
|
\s5
|
|
\v 13 ເພາະວ່າຄົນທີ່ພຽງແຕ່ຟັງກົດບັນຍັດເທົ່ານັ້ນ ບໍ່ແມ່ນຜູ້ຊອບທັມຕໍ່ພຣະພັກພຣະເຈົ້າ, ແຕ່ຄົນທີ່ປະຕິບັດຕາມກົດບັນຍັດ ພຣະເຈົ້າກໍຊົງຖືວ່າເປັນຜູ້ຊອບທັມ.
|
|
\v 14 ເພາະວ່າເມື່ອຄົນຕ່າງຊາດ, ຊຶ່ງບໍ່ມີກົດບັນຍັດ, ໄດ້ປະພຶດຕາມກົດບັນຍັດໂດຍນິສັຍປົກກະຕິ, ພວກເຂົາກໍ່ເປັນກົດບັນຍັດໃຫ້ໂຕເອງ, ເຖິງແມ່ນວ່າພວກເຂົາບໍ່ມີກົດບັນຍັດກໍຕາມ.
|
|
\s5
|
|
\v 15 ໂດຍສິ່ງນີ້ເອງ ພວກເຂົາສະແດງໃຫ້ເຫັນວ່າ ຫລັກຄວາມປະພຶດທີ່ຣະບຸໄວ້ໃນກົດບັນຍັດນັ້ນ ມີຈາຣຶກຢູ່ໃນຫົວໃຈຂອງພວກເຂົາ. ໃຈສຳນຶກຜິດຊອບຂອງພວກເຂົາຍັງເປັນພະຍານໃຫ້ແກ່ພວກເຂົາດ້ວຍ, ແລະຄວາມຄິດຂອງພວກເຂົາເອງນັ້ນແຫລະຈະກ່າວໂທດຕົວເອງຫລືແກ້ຕົວໃຫ້ແກ່ພວກເຂົາ
|
|
\v 16 ແລະໃຫ້ແກ່ພຣະເຈົ້ານຳອີກ. ສິ່ງນັ້ນຈະເກີດຂື້ນໃນວັນທີ່ພຣະເຈົ້າຈະຊົງພິພາກສາຄວາມລັບຂອງມະນຸດທຸກຄົນ, ຕາມຂ່າວປະເສີດທີ່ຂ້າພະເຈົ້າໄດ້ປະກາດນັ້ນ, ໂດຍທາງພຣະເຢຊູຄຣິດເຈົ້າ.
|
|
\s5
|
|
\p
|
|
\v 17 ແຕ່ຖ້າທ່ານເອີ້ນຕົວເອງວ່າເປັນຊາວຢິວ ແລະ ອີງໃສ່ກົດບັນຍັດ ແລະ ຊື່ນຊົມຍິນດີໃນການອວດພຣະເຈົ້າ,
|
|
\v 18 ແລະ ທ່ານຮູ້ຈັກພຣະປະສົງຂອງພຣະອົງ ແລະ ອະນຸຍາດໃນສິ່ງທີ່ດີເລີດໄດ້ ເພາະວ່າທ່ານໄດ້ຮຽນຮູ້ກົດບັນຍັດແລ້ວ;
|
|
\v 19 ແລະຖ້າທ່ານຫມັ້ນໃຈວ່າຕົວທ່ານເອງເປັນຜູ້ຈູງຄົນຕາບອດ, ເປັນຄວາມສະຫວ່າງໃຫ້ແກ່ຄົນທັງຫລາຍທີ່ຢູ່ໃນຄວາມມືດ,
|
|
\v 20 ເປັນຜູ້ສັ່ງສອນຄົນໂງ່ຈ້າ, ເປັນຄຣູສອນເດັກນ້ອຍ, ແລະ ວ່າທ່ານມີກົດບັນຍັດໃນຮູບແບບຂອງຄວາມຮູ້ແລະຄວາມຈິງ, ແລ້ວສິ່ງນີ້ມີຜົນແນວໃດໃນວິທີທາງທີ່ທ່ານດຳຣົງຊີວິດ?
|
|
\s5
|
|
\v 21 ທ່ານຊຶ່ງເປັນຜູ້ທີ່ສອນຄົນອື່ນ, ທ່ານຈະບໍ່ສອນໂຕເອງແດ່ບໍ? ທ່ານຜູ້ທີ່ເທສະຫນາວ່າບໍ່ຄວນລັກຊັບ, ແລ້ວໂຕທ່ານເອງລັກຫລືບໍ່?
|
|
\v 22 ທ່ານຜູ້ທີ່ສອນວ່າບໍ່ຄວນຫລິ້ນຊູ້, ໂຕທ່ານເອງໄດ້ຫລີ້ນຊູ້ຫລືບໍ່? ທ່ານຜູ້ທີ່ບໍ່ມັກຮູບເຄົາຣົບ, ໂຕທ່ານເອງໄດ້ປຸ້ນວິຫານຫລືບໍ່?
|
|
\s5
|
|
\v 23 ທ່ານຜູ້ທີ່ຊື່ນຊົມຍິນດີໃນການອວດອ້າງກົດບັນຍັດ, ໂຕທ່ານເອງຍັງລົບລູ່ພຣະເຈົ້າໂດຍການປະພຶດຜິດກົດບັນຍັດຫລືບໍ່?
|
|
\v 24 ເພາະມີຂຽນໄວ້ວ່າ. "ຄົນຕ່າງຊາດເວົ້າລົບລູ່ພຣະນາມຂອງພຣະເຈົ້າກໍເພາະທ່ານທັງຫລາຍ"
|
|
\s5
|
|
\v 25 ຖ້າທ່ານເຊື່ອຟັງກົດບັນຍັດ ການເຂົ້າສູ່ພິທີຕັດກໍເປັນປະໂຫຍດແກ່ທ່ານແທ້ໆ, ແຕ່ຖ້າທ່ານເປັນຜູ້ລະເມີດກົດບັນຍັດ, ການທີ່ທ່ານເຂົ້າສູ່ພິທີຕັດນັ້ນກໍເທົ່າກັບວ່າບໍ່ໄດ້ເຂົ້າເລີຍ.
|
|
\v 26 ຖ້າວ່າຜູ້ທີ່ບໍ່ໄດ້ເຂົ້າຮັບການຕັດຮັກສາຂໍ້ກົດບັນຍັດໄວ້ໄດ້ແລ້ວ, ການທີ່ເຂົາບໍ່ໄດ້ເຂົ້າພິທີການຕັດນັ້ນກໍຈະຖືຄືກັບວ່າໄດ້ເຂົ້າພິທີການຕັດແລ້ວບໍ່ແມ່ນບໍ?
|
|
\v 27 ແລະ ຄົນທີ່ບໍ່ໄດ້ເຂົ້າພິທີການຕັດໂດຍ ທັມະຊາດຂອງພວກເຂົາ ຈະປັບໂທດທ່ານໄດ້ບໍ່ແມ່ນບໍຖ້າເຂົາປະຕິບັດຕາມກົດບັນຍັດ? ນີ້ເປັນເພາະວ່າທ່ານມີພຣະຄັມພີຂຽນໄວ້ແລ້ວ ແລະ ໄດ້ເຂົ້າການພິທີຕັດແລ້ວ, ແຕ່ຍັງລະເມີດກົດບັນຍັດນັ້ນ!
|
|
\s5
|
|
\v 28 ເພາະວ່າເຂົາບໍ່ແມ່ນຄົນຢິວທີ່ເປັນຄົນຢິວແຕ່ພຽງພາຍນອກເທົ່ານັ້ນ; ແລະ ການເຂົ້າພິທີຕັດກໍບໍ່ແມ່ນການເຂົ້າພິທິຕັດພຽງແຕ່ຝ່າຍເນື້ອຫນັງພາຍນອກເທົ່ານັ້ນ.
|
|
\v 29 ແຕ່ເຂົາເປັນຄົນຢິວພາຍໃນ, ແລະ ການເຂົ້າພິທີຕັດນັ້ນກໍເປັນເລື່ອງຂອງຈິດໃຈ, ໃນວິນຍານ, ບໍ່ແມ່ນຕາມຕົວກົດບັນຍັດ. ຄົນແບບນັ້ນພຣະເຈົ້າຈະຊົງຍົກຍ້ອງ ແຕ່ມະນຸດບໍ່ຍົກຍ້ອງ.
|
|
\s5
|
|
\c 3
|
|
\cl ບົດທີ 3
|
|
\p
|
|
\v 1 ສະນັ້ນ ພວກຊາວຢິວຈະໄດ້ປຽບຄົນອື່ນແນວໃດ? ແລະການເຂົ້າພິທິຕັດນັ້ນຈະມີປະໂຫຍດອັນໃດ?
|
|
\v 2 ມີປະໂຫຍດຫລວງຫລາຍໃນທຸກທາງ. ສິ່ງທີ່ສຳຄັນທີ່ສຸດຄື, ພວກຊາວຢິວໄດ້ເປັນຜູ້ມອບຄວາມໄວ້ວາງໃຈໃຫ້ຮັກສາພຣະຄຳສັ່ງຂອງພຣະເຈົ້າ.
|
|
\s5
|
|
\p
|
|
\v 3 ເຖິງມີພວກຊາວຢິວບາງຄົນທີ່ບໍ່ມີຄວາມເຊື່ອ? ຄວາມບໍ່ເຊື່ອຂອງພວກເຂົານັ້ນ ຈະເຮັດໃຫ້ຄວາມຊື່ສັດຂອງພຣະເຈົ້າບໍ່ມີປະໂຫຍດບໍ?
|
|
\v 4 ຂໍຢ່າໃຫ້ເປັນແບບນັ້ນເລີຍ. ເຖິງແມ່ນວ່າ, ມະນຸດທຸກຄົນເວົ້າຕົວະ, ແຕ່ກໍຂໍໃຫ້ພຣະເຈົ້າຊົງເປັນຄວາມຈິງເຖີດ. ຕາມທີ່ມີຂຽນໄວ້ວ່າ, "ເພື່ອພຣະອົງຈະໄດ້ປະກົດວ່າ ຊົງເປັນຜູ້ຊອບທັມໃນທຸກໆພຣະຄຳສັ່ງຂອງພຣະອົງ, ແລະ ຊົງມີຊັຍເມື່ອເຂົາຕັດສິນພຣະອົງ."
|
|
\s5
|
|
\p
|
|
\v 5 ແຕ່ຖ້າຄວາມຊອບທັມຂອງພວກເຮົາສະແດງໃຫ້ເຫັນເຖິງຄວາມຊອບທັມຂອງພຣະເຈົ້າແລ້ວ, ພວກເຮົາຈະວ່າຢ່າງໃດ? ພວກເຮົາສາມາດຈະກ່າວວ່າ ພຣະເຈົ້າບໍ່ຍຸດຕິທັມເມື່ອພຣະອົງຊົງໂກດຮ້າຍລົງໂທດບໍ? (ຂ້າພະເຈົ້າເວົ້າຕາມເຫດຜົນຂອງມະນຸດ.)
|
|
\v 6 ຂໍຢ່າໃຫ້ເປັນເຊັ່ນນັ້ນເລີຍ! ເພາະຖ້າເປັນເຊັ່ນນັ້ນແລ້ວ ພຣະເຈົ້າຈະຊົງພິພາກສາໂລກໄດ້ແນວໃດ?
|
|
\s5
|
|
\v 7 ແຕ່ຖ້າຄວາມຈິງຂອງພຣະເຈົ້າປາກົດແຈ້ງເດັ່ນຂຶ້ນຜ່ານທາງຄຳເວົ້າຕົວະຂອງຂ້າພຣະເຈົ້າ ຈົນເຮັດໃຫ້ພຣະອົງໄດ້ຮັບຄຳສັນຣະເສີນຢ່າງເຕັມທີ່, ເປັນຫຍັງເຂົາຈຶ່ງຍັງລົງໂທດຂ້າພຣະເຈົ້າວ່າເປັນຄົນບາບ?
|
|
\v 8 ເປັນຫຍັງພວກເຮົາຈຶ່ງບໍ່ເວົ້າ, ຢ່າງທີ່ມີຄົນລາຍງານ ໃສ່ຄວາມພວກເຮົາ, ແລະດັ່ງທີ່ບາງຄົນຢືນຢັນວ່າພວກເຮົາກ່າວວ່າ, "ໃຫ້ພວກເຮົາເຮັດຄວາມຊົ່ວ, ເພື່ອທີ່ວ່າຄວາມດີຈະເກີດຂື້ນ"? ການຕັດສິນລົງໂທດຄົນເຫລົ່ານັ້ນກໍຍຸດຕິທັມແລ້ວ.
|
|
\s5
|
|
\p
|
|
\v 9 ຖ້າເຊັ່ນນັ້ນຈະວ່າແນວໃດ? ພວກເຮົາຈະໄດ້ປຽບບໍ? ຫລືບໍ່ໄດ້ຫຍັງເລີຍ. ເພາະພວກເຮົາໄດ້ອະທິບາຍໃຫ້ເຫັນແລ້ວວ່າ ມະນຸດທຸກຄົນທັງຊາວຢິວ ແລະ ຊາວກຣີກ, ທັງຫມົດ, ຕ່າງກໍຢູ່ໃຕ້ອຳນາດຂອງຄວາມບາບ.
|
|
\v 10 ສິ່ງນີ້ເປັນຕາມທີ່ຂຽນໄວ້ວ່າ: "ບໍ່ມີຜູ້ໃດເປັນຜູ້ຊອບທັມຈັກຄົນດຽວ, ບໍ່ມີເລີຍ.
|
|
\s5
|
|
\q2
|
|
\v 11 ບໍ່ມີຄົນທີ່ເຂົ້າໃຈ, ບໍ່ມີຄົນທີ່ສະແຫວງຫາພຣະເຈົ້າ.
|
|
\q
|
|
\v 12 ພວກເຂົາທຸກຄົນຫລົງຜິດໄປຫມົດ. ພວກເຂົາກາຍເປັນຄົນທີ່ບໍ່ມີຄ່າຄືກັນທັງສີ້ນ. ບໍ່ມີຄົນທີ່ເຮັດຄວາມດີ, ບໍ່ມີເລີຍແມ່ນແຕ່ຄົນດຽວ.
|
|
\s5
|
|
\q
|
|
\v 13 ລຳຄໍຂອງພວກເຂົາຄືບ່ອນຝັງສົບທີ່ເປີດຢູ່. ພວກເຂົາໃຊ້ລີ້ນໃນການຫລອກລວງ. ພິດຂອງງູຮ້າຍຢູ່ໃຕ້ປາກຂອງພວກເຂົາ.
|
|
\q2
|
|
\v 14 ປາກຂອງພວກເຂົາເຕັມໄປດ້ວຍຄຳສາບແຊ່ງ ແລະ ຄຳຂົມຂື່ນ.
|
|
\s5
|
|
\q
|
|
\v 15 ຕີນຂອງພວກເຂົາວ່ອງໄວໃນການເຮັດໃຫ້ນອງເລືອດ.
|
|
\q2
|
|
\v 16 ໃນເສັ້ນທາງຂອງພວກເຂົາມີຄວາມຈິບຫາຍ ແລະ ຄວາມທຸກທໍຣະມານ.
|
|
\q
|
|
\v 17 ຄົນເຫລົ່ານີ້ ບໍ່ຮູ້ຈັກທາງແຫ່ງສັນຕິສຸກ.
|
|
\q2
|
|
\v 18 ພວກເຂົາບໍ່ເຄີຍຄິດທີ່ຈະຢ້ານກົວພຣະເຈົ້າເລີຍ."
|
|
\s5
|
|
\p
|
|
\v 19 ບັດນີ້ ພວກເຮົາຮູ້ແລ້ວວ່າ ກົດບັນຍັດທຸກຂໍ້ທີ່ໄດ້ກ່າວນັ້ນ, ກໍໄດ້ກ່າວແກ່ຄົນເຫລົ່ານັ້ນທີ່ຢູ່ໃຕ້ກົດບັນຍັດ. ເພື່ອຈະປິດປາກທຸກຄົນ, ແລະເພື່ອໃຫ້ມະນຸດທຸກຄົນໃນໂລກສາມາດຕອບຄຳຖາມຂອງພຣະເຈົ້າ ສຳລັບຄວາມບາບທີ່ເຮັດໄດ້.
|
|
\v 20 ນີ້ເປັນເພາະວ່າໃນສາຍພຣະເນດຂອງພຣະເຈົ້າ ບໍ່ມີມະນຸດຄົນໃດເປັນຜູ້ຊອບທັມ. ໂດຍການປະພຶດຕາມກົດບັນຍັດໄດ້ ເພາະວ່າກົດບັນຍັດນັ້ນເຮັດໃຫ້ເຮົາຮູ້ຈັກບາບ.
|
|
\s5
|
|
\p
|
|
\v 21 ແຕ່ບັດນີ້ ຄວາມຊອບທັມຂອງພຣະເຈົ້າໄດ້ປາກົດນອກເຫນືອກົດບັນຍັດ. ໂດຍມີພະຍານຄືກົດບັນຍັດ ແລະ ພວກຜູ້ປະກາດພຣະຄັມ,
|
|
\v 22 ນັ້ນຄື, ຄວາມຊອບທັມຂອງພຣະເຈົ້າຜ່ານທາງຄວາມເຊື່ອໃນພຣະເຢຊູຄຣິດເຈົ້າ ສຳລັບທຸກຄົນທີ່ເຊື່ອ. ເພາະວ່າຄົນທັງຫລາຍບໍ່ແຕກຕ່າງກັນ.
|
|
\s5
|
|
\v 23 ເພາະວ່າທຸກຄົນເຮັດບາບ ແລະເສື່ອມຈາກພຣະຣັດສະຫມີຂອງພຣະເຈົ້າ,
|
|
\v 24 ແຕ່ພຣະອົງຊົງມີພຣະຄຸນໃນການເຮັດໃຫ້ພວກເຂົາເປັນຜູ້ຊອບທັມໂດຍບໍ່ຮັບຜົນຕອບແທນ ໂດຍທາງການໄຖ່ຂອງພຣະເຢຊູຄຣິດເຈົ້າ.
|
|
\s5
|
|
\v 25 ເພາະພຣະເຈົ້າໄດ້ຊົງຕັ້ງພະເຢຊູຄຣິດເຈົ້າໄວ້ໃຫ້ເປັນເຄື່ອງບູຊາໄຖ່ບາບຜ່ານຄວາມເຊື່ອໃນເລືອດຂອງພຣະອົງ. ພຣະເຈົ້າໄດ້ຊົງມອບພຣະຄຣິດໃຫ້ເປັນຫລັກຖານຂອງຄວາມຍຸດຕິທັມຂອງພຣະອົງ, ເນື່ອງມາຈາກການທີ່ບໍ່ຖືໂທດຕໍ່ຄວາມບາບທີ່ຜ່ານມາ
|
|
\v 26 ໃນຄວາມອົດກັ້ນຂອງພຣະອົງ. ສິ່ງນີ້ເກີດຂຶ້ນເພື່ອສຳແດງໃຫ້ເຫັນເຖິງຄວາມຊອບທັມຂອງພຣະອົງໃນຍຸກປະຈຸບັນນີ້. ເພື່ອວ່າພຣະອົງຈະໄດ້ຊົງພິສູດພຣະອົງເອງວ່າຊົງເປັນຜູ້ຊອບທັມ, ແລະສຳແດງວ່າພຣະອົງຈະຊົງເຮັດໃຫ້ທຸກຄົນທີ່ເຊື່ອໃນພຣະເຢຊູຄຣິດເຈົ້າເປັນຜູ້ຊອບທັມດ້ວຍ.
|
|
\s5
|
|
\p
|
|
\v 27 ຖ້າຢ່າງນັ້ນ ຂ້າພຣະເຈົ້າຈະເອົາສິ່ງໃດມາໂອ້ອວດກໍຫມົດຫົນທາງ? ຈະອ້າງຫລັກການອັນໃດວ່າຫມົດຫົນທາງ? ອ້າງຫລັກການປະຕິບັດຕາມກົດບັນຍັດບໍ? ບໍ່ແມ່ນ, ແຕ່ຕ້ອງອ້າງຫລັກຂອງຄວາມເຊື່ອ.
|
|
\v 28 ແລ້ວພວກເຮົາທັງຫລາຍສະຫຣຸບວ່າ ຄົນໃດຄົນຫນຶ່ງຈະເປັນຄົນຊອບທັມໄດ້ ກໍໂດຍຄວາມເຊື່ອ ທີ່ປາສະຈາກການປະຕິບັດຕາມກົດບັນຍັດ.
|
|
\s5
|
|
\v 29 ຫລືວ່າພຣະເຈົ້ານັ້ນຊົງເປັນພຣະເຈົ້າຂອງຊາວຢິວເທົ່ານັ້ນບໍ? ພຣະອົງບໍ່ຊົງເປັນພຣະເຈົ້າຂອງຄົນຕ່າງຊາດດ້ວຍບໍ? ແມ່ນແລ້ວ, ພຣະອົງຊົງເປັນພຣະເຈົ້າຂອງຄົນຕ່າງຊາດດ້ວຍ.
|
|
\v 30 ຖ້າພຣະເຈົ້າຊົງເປັນພຣະເຈົ້າອົງດຽວຢ່າງແທ້ຈິງແລ້ວ, ພຣະອົງຈະເຮັດໃຫ້ຄົນທີ່ເຂົ້າພິທີຕັດເປັນຄົນຊອບທັມໂດຍຄວາມເຊື່ອ, ແລະ ຈະຊົງເຮັດໃຫ້ຄົນທີ່ບໍ່ເຂົ້າພິທີຕັດເປັນຄົນຊອບທັມຜ່ານທາງຄວາມເຊື່ອເຊັ່ນດຽວກັນ.
|
|
\s5
|
|
\p
|
|
\v 31 ຖ້າເຊັ່ນນັ້ນ ພວກເຮົາຈະຍົກເລີກກົດບັນຍັດໂດຍຄວາມເຊື່ອບໍ? ຂໍຢ່າໃຫ້ເປັນແບບນັ້ນເລີຍ! ພວກເຮົາຍົກຊູກົດບັນຍັດຂຶ້ນຕ່າງຫາກ.
|
|
\s5
|
|
\c 4
|
|
\cl ບົດທີ 4
|
|
\p
|
|
\v 1 ຖ້າເຊັ່ນນັ້ນ ພວກເຮົາຈະວ່າແນວໃດເລື່ອງອັບຣາຮາມ, ບັນພະບຸຣຸດຂອງພວກເຮົາຕາມຝ່າຍເນື້ອຫນັງ?
|
|
\v 2 ເພາະຖ້າອັບຣາຮາມເປັນຜູ້ຊອບທັມໂດຍການປະຕິບັດ, ທ່ານກໍມີເຫດຜົນທີ່ຈະອວດໄດ້, ແຕ່ກໍບໍ່ແມ່ນຈຳເພາະພຣະພັກພຣະເຈົ້າ.
|
|
\v 3 ເພາະພຣະຄັມພີວ່າແນວໃດ? ເວົ້າວ່າ "ອັບຣາຮາມເຊື່ອໃນພຣະເຈົ້າ, ແລະພຣະເຈົ້າຊົງຖືວ່າເພິ່ນເປັນຄົນຊອບທັມ."
|
|
\s5
|
|
\p
|
|
\v 4 ຝ່າຍຄົນທີ່ເຮັດວຽກ, ກໍບໍ່ຖືວ່າຄ່າຕອບແທນທີ່ໄດ້ຮັບນັ້ນເປັນລາງວັນ, ແຕ່ຖືວ່າເປັນຄ່າແຮງຂອງງານທີ່ໄດ້ເຮັດ.
|
|
\v 5 ແຕ່ສ່ວນຄົນທີ່ບໍ່ໄດ້ອາໄສການປະຕິບັດ ແຕ່ເຊື່ອໃນພຣະອົງຜູ້ຊົງເຮັດໃຫ້ຄົນອະທັມເປັນຄົນຊອບທັມໄດ້ນັ້ນ, ພຣະເຈົ້າຊົງຖືວ່າຄວາມເຊື່ອຂອງເຂົາເປັນຄວາມຊອບທັມ.
|
|
\s5
|
|
\v 6 ດາວິດໄດ້ກ່າວເຖິງຄວາມສຸກຂອງຄົນທີ່ພຣະເຈົ້າຊົງຖືວ່າເປັນຄົນຊອບທັມໂດຍບໍ່ໄດ້ອາໄສການປະຕິບັດ.
|
|
\p
|
|
\v 7 ເພິ່ນກ່າວວ່າ, "ຄົນທັງຫລາຍຊຶ່ງພຣະເຈົ້າຊົງໃຫ້ອະພັຍຈາກຄວາມຊົ່ວຮ້າຍຂອງພວກເຂົາແລ້ວ, ແລະ ພຣະເຈົ້າຊົງປົກປິດບາບຂອງເຂົາແລ້ວກໍໄດ້ຮັບການອວຍພອນ.
|
|
\q
|
|
\v 8 ບຸກຄົນທີ່ອົງພຣະຜູ້ເປັນເຈົ້າບໍ່ໄດ້ຊົງຖືໂທດກໍເປັນພຣະພອນ."
|
|
\s5
|
|
\p
|
|
\v 9 ແລ້ວເຊັ່ນນັ້ນ ພຣະພອນນີ້ມີແກ່ຄົນທີ່ເຂົ້າພິທີຕັດພວກດຽວບໍ, ຫລືວ່າມີແກ່ຄົນທີ່ບໍ່ໄດ້ເຂົ້າພິທີຕັດດ້ວຍ? ເພາະພວກເຮົາກ່າວວ່າ, "ເພາະຄວາມເຊື່ອໄດ້ຖືວ່າອັບຣາຮາມເປັນຄົນຊອບທັມ."
|
|
\v 10 ຖ້າເຊັ່ນນັ້ນແລ້ວ ພຣະເຈົ້າຖືແນວໃດ? ເມື່ອອັບຣາຮາມເຂົ້າພິທີຕັດແລ້ວບໍ, ຫລື ເມື່ອຍັງບໍ່ໄດ້ເຂົ້າພິທີຕັດ? ບໍ່ແມ່ນເມື່ອເພິ່ນເຂົ້າພິທີຕັດແລ້ວ, ແຕ່ເມື່ອເພິ່ນຍັງບໍ່ໄດ້ເຂົ້າພິທີຕັດ.
|
|
\s5
|
|
\v 11 ອັບຣາຮາມໄດ້ຮັບເຄື່ອງຫມາຍແຫ່ງການເຂົ້າພິທີຕັດ. ເຊິ່ງເປັນຕຣາປະທັບແຫ່ງຄວາມຊອບທັມ ອັນມາຈາກຄວາມເຊື່ອທີ່ທ່ານໄດ້ມີຢູ່ ເມື່ອທ່ານຍັງບໍ່ໄດ້ເຂົ້າພິທີການຕັດ. ຜົນແຫ່ງເຄື່ອງຫມາຍ ນີ້ຄື ທ່ານຈະໄດ້ກາຍເປັນບິດາຂອງຄົນທັງປວງທີ່ເຊື່ອ, ແມ່ນວ່າພວກເຂົາຍັງບໍ່ໄດ້ເຂົ້າພິທີການຕັດ. ນີ້ຫມາຍຄວາມວ່າພຣະເຈົ້າຈະຊົງຖືວ່າພວກເຂົາເປັນຜູ້ຊອບທັມ.
|
|
\v 12 ສີ່ງນີ້ຍັງຫມາຍຄວາມວ່າອັບຣາຮາມຈະກາຍເປັນບິດາແຫ່ງການເຂົ້າພິທີຕັດແລ້ວເທົ່ານັ້ນ ແຕ່ຍັງເປັນຄົນທີ່ມີຄວາມເຊື່ອຕາມແບບຂອງອັບຣາຮາມ ບິດາຂອງພວກເຮົາທັງຫລາຍດ້ວຍ ແລະ ນີ້ຄືຄວາມເຊື່ອທີ່ທ່ານມີຢູ່ເມື່ອທ່ານຍັງບໍ່ໄດ້ເຂົ້າພິທີການຕັດ.
|
|
\s5
|
|
\p
|
|
\v 13 ເພາະວ່າພຣະສັນຍາທີ່ປຣະທານແກ່ອັບຣາຮາມ ແລະຜູ້ສືບເຊື້ອສາຍຂອງທ່ານທີ່ວ່າພວກເຂົາຈະໄດ້ທັງແຜ່ນດິນໂລກເປັນມໍຣະດົກນັ້ນ ບໍ່ໄດ້ມາໂດຍກົດບັນຍັດ ແຕ່ມາໂດຍຄວາມຊອບທັມທີ່ມາຈາກຄວາມເຊື່ອ.
|
|
\v 14 ເພາະຖ້າຄົນເຫລົ່ານັ້ນທີ່ຖືກົດບັນຍັດເປັນເຊື້ອສາຍ, ຄວາມເຊື່ອກໍ່ບໍ່ມີປະໂຫຍດ, ແລະພຣະສັນຍາກໍ່ເປັນໂມຄະ.
|
|
\v 15 ເພາະກົດບັນຍັດນຳໄປສູ່ຄວາມຄຽດແຄ້ນ, ແຕ່ບ່ອນໃດບໍ່ມີກົດບັນຍັດ, ບ່ອນນັ້ນກໍ່ບໍ່ມີການລະເມີດ.
|
|
\s5
|
|
\v 16 ດ້ວຍເຫດຜົນນີ້, ສິ່ງນີ້ຈື່ງເກີດຂຶ້ນໂດຍຄວາມເຊື່ອ ເພື່ອທີ່ຈະໄດ້ເປັນໂດຍພຣະຄຸນ ດັ່ງນັ້ນ ພຣະສັນຍາຈຶ່ງເປັນສິ່ງທີ່ແນ່ນອນສຳລັບຜູ້ສືບເຊື້ອສາຍຂອງທ່ານທຸກຄົນ ແລະ ຜູ້ສືບເຊື້ອສາຍເຫລົ່ານີ້ບໍ່ແມ່ນພຽງແຕ່ຄົນທີ່ຮູ້ກົດບັນຍັດເທົ່ານັ້ນ, ແຕ່ລວມເຖິງຄົນເຫລົ່ານັ້ນທີ່ມີຄວາມເຊື່ອຄືກັນກັບອັບຣາຮາມດ້ວຍ. ເພາະທ່ານເປັນບິດາຂອງພວກເຮົາທຸກຄົນ,
|
|
\v 17 ຕາມທີ່ມີຄຳຂຽນໄວ້ວ່າ, "ເຮົາໄດ້ໃຫ້ທ່ານເປັນບິດາຂອງປະຊາຊາດຫລວງຫລາຍ." ອັບຣາຮາມຢູ່ຕໍ່ຫນ້າພຣະອົງທີ່ທ່ານເຊື່ອ, ນັ້ນຄື, ພຣະເຈົ້າ, ຜູ້ທີ່ໃຫ້ຊີວິດແກ່ຄົນທີ່ຕາຍແລ້ວ ແລະ ເອີ້ນສິ່ງທີ່ຍັງບໍ່ໄດ້ມີໃຫ້ມີຂຶ້ນມາ.
|
|
\s5
|
|
\v 18 ບໍ່ວ່າສະຖານະການພາຍນອກຈະເປັນແນວໃດ, ອັບຣາຮາມຍັງເຊື່ອຫມັ້ນໃຈໃນພຣະເຈົ້າສຳລັບອະນາຄົດ. ດັ່ງນັ້ນ ທ່ານຈຶ່ງໄດ້ກາຍເປັນບິດາຂອງປະຊາຊາດຫລວງຫລາຍ, ຕາມທີ່ພຣະເຈົ້າໄດ້ກ່າວໄວ້ວ່າ, "ເຊື້ອສາຍຂອງທ່ານຈະຫລວງຫລາຍຢ່າງນັ້ນ."
|
|
\v 19 ທ່ານບໍ່ໄດ້ອ່ອນແອໃນຄວາມເຊື່ອ. ອັບຣາຮາມເຂົ້າໃຈວ່າຮ່າງກາຍຂອງທ່ານບໍ່ສາມາດທີ່ຈະມີບຸດໄດ້ແລ້ວ (ເພາະທ່ານມີອາຍຸປະມານຮ້ອຍປີແລ້ວ). ທ່ານຍັງຍອມຮັບວ່າມົດລູກຂອງນາງຊາຣາບໍ່ສາມາດມີບຸດໄດ້ແລ້ວອີກຕໍ່ໄປ.
|
|
\s5
|
|
\v 20 ແຕ່ເພາະເປັນພຣະສັນຍາຂອງພຣະເຈົ້າ, ອັບຣາຮາມຈຶ່ງບໍ່ໄດ້ຫວັ່ນໄຫວເລີຍ. ແຕ່, ທ່ານກັບມີຄວາມເຊື່ອຫມັ້ນຄົງຫລາຍຂຶ້ນ ແລະຖວາຍສັນຣະເສີນແດ່ພຣະເຈົ້າ.
|
|
\v 21 ທ່ານເຊື່ອຫມັ້ນຢ່າງສຸດໃຈວ່າ ສິ່ງທີ່ພຣະເຈົ້າໄດ້ຊົງສັນຍາໄວ້, ພຣະອົງຈະສາມາດເຮັດໃຫ້ສຳເລັດໄດ້.
|
|
\v 22 ດ້ວຍເຫດນີ້ ພຣະເຈົ້າຈຶ່ງຖືວ່າຄວາມເຊື່ອຂອງທ່ານເປັນຄວາມຊອບທັມຂອງທ່ານດ້ວຍ.
|
|
\s5
|
|
\v 23 ການຖືວ່າເປັນຄວາມຊອບທັມຂອງທ່ານນັ້ນ, ບໍ່ໄດ້ມີຂຽນໄວ້ ສຳລັບອັບຣາຮາມແຕ່ພຽງຜູ້ດຽວ.
|
|
\v 24 ແຕ່ຂຽນໄວ້ສຳລັບພວກເຮົານຳອີກ, ເພາະຈະຊົງຖືວ່າຂ້າພຣະເຈົ້າເປັນຄົນຊອບທັມ, ຄືພວກເຮົາທີ່ເຊື່ອໃນພຣະອົງ ຜູ້ຊົງໃຫ້ອົງພຣະເຢຊູຄຣິດເຈົ້າຂອງພວກເຮົາຟື້ນຄືນຂຶ້ນຈາກຄວາມຕາຍ.
|
|
\v 25 ນັ້ນຄືຜູ້ທີ່ຊົງຖືກຢຶດໄວ້ເພາະການລ່ວງລະເມີດຂອງພວກເຮົາ ແລະໄດ້ຊົງຟື້ນຂຶ້ນຈາກຄວາມຕາຍ ເພື່ອໃຫ້ພວກເຮົາເປັນຄົນຊອບທັມ.
|
|
\s5
|
|
\c 5
|
|
\cl ບົດທີ 5
|
|
\p
|
|
\v 1 ເມື່ອພວກເຮົາໄດ້ເປັນຄົນຊອບທັມໂດຍຄວາມເຊື່ອແລ້ວ, ພວກເຮົາຈື່ງມີສັນຕິສຸກໃນພຣະເຈົ້າຜ່ານທາງພຣະເຢຊູຄຣິດເຈົ້າຂອງພວກເຮົາ.
|
|
\v 2 ໂດຍທາງພຣະອົງ ພວກເຮົາຍັງໄດ້ເຂົ້າມາຢູ່ໃນພຣະຄຸນນີ້ທີ່ພວກເຮົາຢືນຢູ່ໂດຍຄວາມເຊື່ອ. ພວກເຮົາຈື່ງມີຄວາມຊື່ນຊົມຍິນດີໃນຄວາມຫມັ້ນໃຈທີ່ພຣະເຈົ້າປຣະທານໃຫ້ແກ່ພວກເຮົາເພື່ອອະນາຄົດ, ແມ່ນຄວາມຫມັ້ນໃຈທີ່ວ່າພວກເຮົາຈະມີສ່ວນໃນພຣະສະຫງ່າຣາສີຂອງພຣະເຈົ້າ.
|
|
\s5
|
|
\v 3 ຍິ່ງໄປກ່ວານັ້ນ, ພວກເຮົາຍັງຊື່ນຊົມຍິນດີໃນຄວາມທຸກຍາກຂອງພວກເຮົາ. ເພາະພວກເຮົາຮູ້ວ່າຄວາມທຸກຍາກນັ້ນເຮັດໃຫ້ເກີດຄວາມອົດທົນ.
|
|
\v 4 ແລະ ຄວາມອົດທົນເຮັດໃຫ້ພຣະເຈົ້າຊົງເຫັນວ່າພວກເຮົາເປັນຄົນຮັບໃຊ້ທີ່ໃຊ້ການໄດ້, ແລະ ການທີ່ພຣະເຈົ້າຊົງເຫັນເຊັ່ນນັ້ນເຮັດໃຫ້ເກີດຄວາມຫມັ້ນໃຈໃນອະນາຄົດ.
|
|
\v 5 ຄວາມຫມັ້ນ ໃຈນີ້ຈະບໍ່ເຮັດໃຫ້ເຮົາຜິດຫວັງ, ເພາະວ່າຄວາມຮັກຂອງພຣະເຈົ້າໄດ້ຫລັ່ງໄຫລເຂົ້າສູ່ຈິດໃຈຂອງພວກເຮົາ ຜ່ານທາງພຣະວິນຍານບໍຣິສຸດເຈົ້າ ຊຶ່ງພຣະເຈົ້າໄດ້ປຣະທານໃຫ້ແກ່ພວກເຮົາແລ້ວ.
|
|
\s5
|
|
\v 6 ໃນຂະນະທີ່ພວກເຮົາອ່ອນແອຢູ່ນັ້ນ, ພຣະຄຣິດໄດ້ຊົງສິ້ນພຣະຊົນເພື່ອຊ່ວຍຄົນອະທັມໃນເວລາທີ່ເຫມາະສົມ.
|
|
\v 7 ເພາະວ່າບໍ່ມີໃຜຈະຕາຍແທນຄົນຊອບທັມ. ແຕ່ບາງຄັ້ງ, ກໍ່ມີຄົນກ້າທີ່ຈະຕາຍເພື່ອຄົນດີກໍ່ໄດ້.
|
|
\s5
|
|
\v 8 ແຕ່ພຣະເຈົ້າໄດ້ພິສູດຄວາມຮັກຂອງພຣະອົງທີ່ມີຕໍ່ພວກເຮົາທັງຫລາຍ, ເພາະວ່າໃນຂະນະທີ່ພວກເຮົາຍັງເປັນຄົນບາບຢູ່ນັ້ນ, ພຣະຄຣິດໄດ້ສິ້ນພຣະຊົນເພື່ອພວກເຮົາ.
|
|
\v 9 ເຫດສະນັ້ນ, ໃນຂະນະນີ້, ພວກເຮົາໄດ້ເປັນຄົນຄວາມຊອບທັມແລ້ວໂດຍພຣະໂລຫິດຂອງພຣະອົງ, ພວກເຮົາຍິ່ງຈະພົ້ນຈາກຄວາມໂກດຮ້າຍຂອງພຣະເຈົ້າໂດຍພຣະໂລຫິດນັ້ນຫລາຍຍິ່ງຂື້ນໄປອີກ.
|
|
\s5
|
|
\v 10 ເພາະວ່າ, ຖ້າຂະນະທີ່ພວກເຮົາຍັງເປັນສັດຕຣູກັບພຣະເຈົ້າ, ພວກເຮົາໄດ້ກັບຄືນດີກັບພຣະອົງຜ່ານທາງການສິ້ນພຣະຊົນຂອງພຣະບຸດຂອງພຣະອົງ, ຫລັງຈາກທີ່ພວກເຮົາໄດ້ກັບຄືນດີແລ້ວ, ພວກເຮົາກໍຈະໄດ້ຮັບຄວາມພົ້ນໂດຍຊີວິດຂອງພຣະອົງຫລາຍຂຶ້ນ.
|
|
\v 11 ບໍ່ພຽງແຕ່ເທົ່ານັ້ນ, ພວກເຮົາທັງຫລາຍຍັງຊື່ນຊົມຍິນດີໃນພຣະເຈົ້າຜ່ານທາງພຣະເຢຊູຄຣິດອົງພຣະຜູ້ເປັນເຈົ້າຂອງພວກເຮົາ, ຜູ້ຊົງເຮັດໃຫ້ພວກເຮົາໄດ້ກັບຄືນດີກັບພຣະເຈົ້າ.
|
|
\s5
|
|
\p
|
|
\v 12 ເຫດສະນັ້ນ, ເຊັ່ນດຽວກັບທີ່ບາບເຂົ້າມາໃນໂລກຜ່ານທາງຄົນໆດຽວ, ໂດຍທາງນີ້ ຄວາມຕາຍກໍເຂົ້າມາຜ່ານທາງບາບນັ້ນ. ແລະຄວາມຕາຍກໍໄດ້ແຜ່ລາມອອກໄປສູ່ມະນຸດທຸກຄົນ, ເພາະວ່າມະນຸດທຸກຄົນໄດ້ເຮັດບາບ.
|
|
\v 13 ຄວາມຈິງບາບໄດ້ມີຢູ່ໃນໂລກແລ້ວ, ກ່ອນທີ່ຈະມີກົດບັນຍັດ, ແຕ່ບໍ່ມີເຫດຜົນທີ່ຈະນັບວ່າເປັນບາບໃນເມື່ອບໍ່ມີກົດບັນຍັດ.
|
|
\s5
|
|
\v 14 ເຖິງຢ່າງໃດກໍຕາມ, ຄວາມຕາຍໄດ້ຄອບງຳຕະຫລອດມາ ຕັ້ງແຕ່ອາດາມຈົນເຖິງໂມເຊ, ແມ່ນຄົນທີ່ບໍ່ໄດ້ເຮັດບາບຢ່າງດຽວກັບການບໍ່ເຊື່ອຟັງຂອງອາດາມ, ຜູ້ຊຶ່ງເປັນແບບຂອງຜູ້ທີ່ຈະສະເດັດມາພາຍຫຼັງ.
|
|
\p
|
|
\v 15 ແຕ່ເຖິງຢ່າງນັ້ນ, ຂອງປະທານແຫ່ງພຣະຄຸນບໍ່ຄືກັບການລ່ວງລະເມີດນັ້ນ. ເພາະວ່າຖ້າຄົນຫລວງຫລາຍຕ້ອງຕາຍເພາະການລະເມີດຂອງຄົນໆດຽວແລ້ວ, ຍິ່ງໄປກວ່ານັ້ນ ພຣະຄຸນຂອງພຣະເຈົ້າ ແລະຂອງປະທານໂດຍພຣະຄຸນຂອງພຣະອົງຜູ້ດຽວ, ຄືພຣະເຢຊູຄຣິດເຈົ້ານັ້ນ, ກໍມີຄວາມອຸດົມສົມບູນສຳລັບຫລາຍໆຄົນ.
|
|
\s5
|
|
\v 16 ເພາະຂອງປຣະທານນັ້ນກໍບໍ່ຄືຜົນທີ່ເກີດຈາກຄົນດຽວທີ່ເຮັດບາບ. ເພາະວ່າໃນດ້ານຫນຶ່ງ, ການພິພາກສາລົງໂທດເກີດຂຶ້ນເນື່ອງຈາກການລະເມີດຂອງມະນຸດຄົນຫນຶ່ງ. ແຕ່ໃນອີກດ້ານຫນຶ່ງ, ຂອງປຣະທານແຫ່ງພຣະຄຸນທີ່ນຳໄປສູ່ການເປັນຄົນຊອບທັມນັ້ນ ເກີດຂຶ້ນພາຍຫລັງຈາກທີ່ມີການລະເມີດຫລາຍຄັ້ງ.
|
|
\v 17 ເພາະວ່າຖ້າໂດຍການລະເມີດຂອງຄົນໆດຽວ, ເຮັດໃຫ້ຄວາມຕາຍຄອບງຳຜ່ານທາງຄົນນັ້ນ, ຍິ່ງໄປກວ່ານັ້ນ ຄົນທັງຫລາຍທີ່ຮັບພຣະຄຸນອັນສົມບູນ ແລະ ຂອງປຣະທານແຫ່ງຄວາມຊອບທັມກໍໄດ້ຄອບຄອງຜ່ານທາງຊີວິດຂອງພຣະອົງຜູ້ດຽວ, ຄືພຣະເຢຊູຄຣິດເຈົ້າ.
|
|
\s5
|
|
\v 18 ເຫດສະນັ້ນ, ການພິພາກສາລົງໂທດໄດ້ມາສູ່ມະນຸດທັງປວງຜ່ານທາງການລະເມີດຄັ້ງດຽວສັນໃດ, ການກະທຳອັນຊອບທັມຄັ້ງດຽວກໍນຳຄວາມຊອບທັມແຫ່ງຊີວິດມາເຖິງຄົນທັງປວງສັນນັ້ນ.
|
|
\v 19 ເພາະຄົນຈຳນວນຫລວງຫລາຍກາຍເປັນຄົນບາບ, ເພາະຄົນດຽວທີ່ບໍ່ເຊື່ອຟັງ ສັນໃດ ຄົນເປັນຈຳນວນຫລາຍກໍຈະກາຍເປັນຄົນຊອບທັມ ເພາະພຣະອົງຜູ້ດຽວທີ່ໄດ້ຊົງເຊື່ອຟັງສັນນັ້ນ.
|
|
\s5
|
|
\v 20 ແຕ່ການທີ່ມີກົດບັນຍັດມາປະກອບ, ກໍເພື່ອທີ່ຈະເຮັດໃຫ້ການລະເມີດເບິ່ງເຫັນໄດ້ຊັດເຈນຂຶ້ນ. ແຕ່ບ່ອນໃດທີ່ມີບາບເກີດຂຶ້ນຫລາຍ, ພຣະຄຸນກໍຍິ່ງຈະມີຄ່າຫລາຍໄປກວ່ານັ້ນອີກ.
|
|
\v 21 ສິ່ງນີ້ເກີດຂຶ້ນເພື່ອທີ່ວ່າ, ບາບໄດ້ຄອບງຳເຮັດໃຫ້ເຖິງຄວາມຕາຍສັນໃດ, ພຣະຄຸນກໍຄອບຄອງຜ່ານທາງຄວາມຊອບທັມໃຫ້ເຖິງຊີວິດນິຣັນດອນໂດຍທາງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາສັນນັ້ນ.
|
|
\s5
|
|
\c 6
|
|
\cl ບົດທີ 6
|
|
\p
|
|
\v 1 ຖ້າຢ່າງນັ້ນ ພວກເຮົາຈະເວົ້າແນວໃດ? ພວກເຮົາຄວນຈະເຮັດບາບຢູ່ຕໍ່ໄປ ເພື່ອໃຫ້ພຣະຄຸນປະກົດຫລາຍຂຶ້ນບໍ?
|
|
\v 2 ຢ່າໃຫ້ເປັນຢ່າງນັ້ນເລີຍ. ພວກເຮົາທີ່ຕາຍຕໍ່ບາບແລ້ວ, ຈະຍັງຄົງມີຊີວິດຢູ່ໃນບາບໄດ້ຢ່າງໃດ?
|
|
\v 3 ທ່ານບໍ່ຮູ້ບໍວ່າຄົນທັງຫລາຍທີ່ໄດ້ຮັບບັບຕິສະມາເຂົ້າໃນພຣະເຢຊູຄຣິດເຈົ້າ ກໍຍັງໄດ້ຮັບບັບຕິສະມາເຂົ້າໃນຄວາມຕາຍຂອງພຣະອົງດ້ວຍ?
|
|
\s5
|
|
\v 4 ເຫດສະນັ້ນ, ພວກເຮົາຈຶ່ງຖືກຝັງໄວ້ກັບພຣະອົງແລ້ວ ໂດຍການຮັບບັບຕິສະມາເຂົ້າໃນການຕາຍນັ້ນ. ສິ່ງນີ້ເກີດຂຶ້ນເພື່ອວ່າພຣະຄຣິດໄດ້ຊົງຖືກຟື້ນຄືນຂຶ້ນມາຈາກຄວາມຕາຍໂດຍພຣະສະຫງ່າຣາສີຂອງພຣະບິດາເຈົ້າສັນໃດ, ພວກເຮົາກໍຈະໄດ້ດຳເນີນໃນຊີວິດໃຫມ່ສັນນັ້ນ.
|
|
\v 5 ເພາະວ່າຖ້າພວກເຮົາໄດ້ເຂົ້າໃກ້ຊິດກັບພຣະອົງໃນຄວາມຕາຍຄືກັບພຣະອົງແລ້ວ, ພວກເຮົາກໍຈະໄດ້ໃກ້ຊິດກັບພຣະອົງໃນການຟື້ນຄືນຂື້ນມາຈາກຄວາມຕາຍຄືກັນກັບພຣະອົງດ້ວຍເຊັ່ນກັນ.
|
|
\s5
|
|
\v 6 ພວກເຮົາທັງຫລາຍຮູ້ແລ້ວວ່າ, ຕົວເກົ່າຂອງພວກເຮົານັ້ນໄດ້ຖືກຄຶງໄວ້ກັບພຣະອົງແລ້ວ, ເພື່ອວ່າຕົວທີ່ມີບາບນັ້ນຈະໄດ້ຖືກທຳລາຍໄປ. ສິ່ງນີ້ເກີດຂຶ້ນເພື່ອວ່າພວກເຮົາຈະບໍ່ໄດ້ເປັນທາດຂອງບາບອີກຕໍ່ໄປ.
|
|
\v 7 ເພາະວ່າຜູ້ທີ່ຕາຍແລ້ວກໍໄດ້ຮັບການປະກາດວ່າຊອບທັມໃນເບື້ອງຂອງຄວາມບາບ.
|
|
\s5
|
|
\v 8 ແຕ່ຖ້າພວກເຮົາໄດ້ຕາຍແລ້ວກັບພຣະຄຣິດ, ພວກເຮົາເຊື່ອວ່າພວກເຮົາຈະມີຊີວິດຢູ່ກັບພຣະອົງດ້ວຍ.
|
|
\v 9 ພວກເຮົາຮູ້ຢູ່ວ່າ ພຣະຄຣິດໄດ້ຊົງເປັນຄືນຂຶ້ນມາຈາກຕາຍແລ້ວ, ແລະ ພຣະອົງຈະບໍ່ຕາຍອີກຕໍ່ໄປ. ຄວາມຕາຍຈະບໍ່ມີອຳນາດເຫນືອພຣະອົງອີກຕໍ່ໄປ.
|
|
\s5
|
|
\v 10 ໃນເລື່ອງທີ່ກ່ຽວກັບຄວາມຕາຍ ທີ່ວ່າພຣະອົງໄດ້ຊົງຕາຍຕໍ່ບາບນັ້ນ, ພຣະອົງໄດ້ຊົງຕາຍຄັ້ງດຽວເປັນພໍ. ຢ່າງໃດກໍຕາມ, ຊີວິດທີ່ພຣະອົງຊົງດຳເນີນຢູ່ນັ້ນກໍເພື່ອພຣະເຈົ້າ.
|
|
\v 11 ໃນທຳນອງດຽວກັນ, ທ່ານຕ້ອງຖືວ່າຕົນເອງໄດ້ຕາຍຕໍ່ບາບ, ແຕ່ມີຊີວິດຢູ່ເພື່ອພຣະເຈົ້າໃນພຣະເຢຊູຄຣິດເຈົ້າ.
|
|
\s5
|
|
\p
|
|
\v 12 ເຫດສະນັ້ນ ຢ່າໃຫ້ບາບມີອຳນາດເຫນືອຮ່າງກາຍທີ່ຕ້ອງຕາຍຂອງທ່ານ ຊຶ່ງເຮັດໃຫ້ຕ້ອງເຊື່ອຟັງຕັນຫາຂອງຮ່າງກາຍນັ້ນ.
|
|
\v 13 ຢ່າຍົກອະໄວຍະວະໃນຮ່າງກາຍຂອງທ່ານໃຫ້ແກ່ບາບ, ເພື່ອເປັນເຄື່ອງມືໃນຄວາມຊົ່ວ. ແຕ່ຈົ່ງຖວາຍຕົວຂອງທ່ານແດ່ພຣະເຈົ້າ, ຄືກັບຄົນທີ່ຟື້ນຄືນມາຈາກຄວາມຕາຍແລ້ວ ແລະມີຊີວິດຢູ່. ແລະຈົ່ງຍົກອະໄວຍະວະໃນຮ່າງກາຍຂອງທ່ານແດ່ພຣະເຈົ້າເພື່ອເປັນເຄື່ອງໃຊ້ໃນຄວາມຊອບທັມ.
|
|
\v 14 ຢ່າປ່ອຍໃຫ້ບາບມີອຳນາດເຫນືອທ່ານ. ເພາະວ່າທ່ານບໍ່ໄດ້ຢູ່ໃຕ້ກົດບັນຍັດ, ແຕ່ຢູ່ໃຕ້ພຣະຄຸນ.
|
|
\s5
|
|
\p
|
|
\v 15 ຖ້າເຊັ່ນນັ້ນຈະເປັນຢ່າງໃດ? ພວກເຮົາຈະເຮັດບາບເພາະວ່າພວກເຮົາບໍ່ຢູ່ໃຕ້ກົດບັນຍັດ, ແຕ່ຢູ່ໃຕ້ພຣະຄຸນບໍ? ຢ່າໃຫ້ເປັນຢ່າງນັ້ນເລີຍ.
|
|
\v 16 ທ່ານບໍ່ຮູ້ບໍວ່າ ຖ້າທ່ານຍົກຕົວເອງໃຫ້ເປັນຜູ້ຮັບໃຊ້ຂອງຜູ້ໃດ ທ່ານກໍຕ້ອງເຊື່ອຟັງ ແລະເຮັດຕາມຄຳສັ່ງຂອງຜູ້ນັ້ນ? ນີ້ແມ່ນຄວາມຈິງບໍ່ວ່າທ່ານຈະເປັນຜູ້ຮັບໃຊ້ຂອງບາບທີ່ນຳໄປສູ່ຄວາມຕາຍ, ຫລືເປັນຜູ້ຮັບໃຊ້ຂອງການເຊື່ອຟັງຊຶ່ງນຳໄປສູ່ຄວາມຊອບທັມກໍຕາມ.
|
|
\s5
|
|
\v 17 ແຕ່ຈົ່ງຂອບພຣະຄຸນພຣະເຈົ້າ! ເພາະວ່າໃນອະດີດ ນັ້ນ ທ່ານເປັນຜູ້ຮັບໃຊ້ຂອງບາບ, ແຕ່ທ່ານມີໃຈເຊື່ອຟັງຫລັກຄຳສອນນັ້ນທີ່ຊົງປຣະທານໃຫ້ແກ່ທ່ານ.
|
|
\v 18 ທ່ານໄດ້ຮັບການປົດປ່ອຍໃຫ້ພົ້ນຈາກບາບແລ້ວ, ແລະທ່ານກໍໄດ້ກາຍເປັນຜູ້ຮັບໃຊ້ຂອງຄວາມຊອບທັມ.
|
|
\s5
|
|
\v 19 ຂ້າພະເຈົ້າເວົ້າຢ່າງມະນຸດ ເພາະເນື້ອຫນັງຂອງທ່ານອ່ອນກຳລັງ. ເພາະທ່ານເຄີຍໃຫ້ອະໄວຍະວະຂອງຮ່າງກາຍທ່ານເປັນທາດຂອງຄວາມຊົ່ວມົວຫມອງ ແລະຂອງການຊົ່ວຮ້າຍສັນໃດ, ໃນທຳນອງດຽວກັນ, ບັດນີ້, ທ່ານຈົ່ງໃຫ້ອະໄວຍະວະຂອງທ່ານເປັນທາດຂອງຄວາມຊອບທັມ ເພື່ອການຊຳຣະໃຫ້ບໍຣິສຸດສັນນັ້ນ.
|
|
\v 20 ເພາະວ່າເມື່ອທ່ານເປັນທາດຂອງບາບ, ທ່ານກໍບໍ່ໄດ້ຢູ່ໃນຄວາມຊອບທັມ.
|
|
\v 21 ຂະນະນັ້ນ, ທ່ານໄດ້ປະໂຫຍດອັນໃດໃນການເຫລົ່ານັ້ນ ຊຶ່ງຕອນນີ້ທ່ານຮູ້ສຶກລະອາຍ? ດ້ວຍວ່າຜົນສຸດທ້າຍຂອງການເຫລົ່ານັ້ນກໍຄືຄວາມຕາຍ.
|
|
\s5
|
|
\v 22 ແຕ່ຂະນະນີ້ ເມື່ອທ່ານທັງຫລາຍພົ້ນຈາກການເປັນທາດຂອງບາບ ແລະໄດ້ເປັນທາດຂອງພຣະເຈົ້າແລ້ວ, ຜົນທີ່ທ່ານໄດ້ຮັບກໍຄືການເຮັດໃຫ້ບໍຣິສຸດ. ແລະຜົນສຸດທ້າຍຄືຊີວິດນິຣັນດອນ.
|
|
\v 23 ເພາະວ່າຄ່າຈ້າງຂອງຄວາມບາບຄືຄວາມຕາຍ, ແຕ່ຂອງປຣະທານທີ່ບໍ່ເສັຽຄ່າຈາກພຣະເຈົ້າຄືຊີວິດນິຣັນດອນໃນພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ.
|
|
\s5
|
|
\c 7
|
|
\cl ບົດທີ 7
|
|
\p
|
|
\v 1 ຫລືທ່ານບໍ່ຮູ້ບໍ, ອ້າຍນ້ອງທັງຫລາຍເອີຍ (ຂ້າພະເຈົ້າເວົ້າກັບຄົນທີ່ຮູ້ກົດບັນຍັດແລ້ວ), ວ່າກົດບັນຍັດນັ້ນມີອຳນາດເຫນືອມະນຸດ ກໍສະເພາະໃນຂະນະທີ່ລາວຍັງມີຊີວິດຢູ່ເທົ່ານັ້ນ?
|
|
\s5
|
|
\v 2 ເພາະວ່າຜູ້ຍິງທີ່ສາມີຍັງມີຊີວິດຢູ່ນັ້ນ ຕ້ອງຢູ່ໃນກົດປະເພນີສາມີພັນຣະຍາ, ແຕ່ຖ້າສາມີຕາຍ, ນາງກໍພົ້ນຈາກກົດປະເພນີສາມີພັນຣະຍານັ້ນ.
|
|
\v 3 ສະນັ້ນ, ຖ້າຜູ້ຍິງນັ້ນໄປຢູ່ກັບຊາຍຄົນອື່ນໃນຂະນະທີ່ສາມີຍັງມີຊີວິດຢູ່, ນາງຈະຖືກເອີ້ນວ່າການຫລິ້ນຊູ້. ແຕ່ຖ້າສາມີຕາຍແລ້ວ, ນາງກໍພົ້ນຈາກປະເພນີສາມີພັນຣະຍານັ້ນ, ເຖິງແມ່ນວ່ານາງໄປຢູ່ກັບຊາຍຄົນອື່ນນາງກໍບໍ່ໄດ້ຫລິ້ນຊູ້.
|
|
\s5
|
|
\v 4 ດ້ວຍເຫດນີ້, ພີ່ນ້ອງທັງຫລາຍ, ທ່ານໄດ້ຕາຍຕໍ່ກົດບັນຍັດຜ່ານທາງພຣະກາຍຂອງພຣະຄຣິດເຈົ້າ. ເພື່ອວ່າທ່ານຈະໄດ້ເປັນຂອງຜູ້ອື່ນ, ນັ້ນຄື, ພຣະອົງຜູ້ຊົງຟື້ນຄືນຂຶ້ນມາຈາກຄວາມຕາຍແລ້ວ, ເພື່ອພວກເຮົາທັງຫລາຍຈະໄດ້ເກີດຜົນຖວາຍແດ່ພຣະເຈົ້າ.
|
|
\v 5 ເພາະວ່າເມື່ອພວກເຮົາດຳເນີນຊີວິດຕາມເນື້ອຫນັງ, ຕັນຫາຄວາມບາບ, ທີ່ກົດບັນຍັດເຮັດໃຫ້ເກີດຂື້ນນັ້ນ, ໄດ້ເຮັດໃຫ້ອະໄວຍະວະຂອງພວກເຮົາເກີດຜົນທີ່ຈະນຳໄປສູ່ຄວາມຕາຍ.
|
|
\s5
|
|
\v 6 ແຕ່ບັດນີ້ພວກເຮົາໄດ້ພົ້ນຈາກກົດບັນຍັດແລ້ວ. ພວກເຮົາໄດ້ຕາຍຕໍ່ກົດບັນຍັດທີ່ເຄີຍດຶງພວກເຮົາໄວ້. ເພື່ອທີ່ພວກເຮົາຈະໄດ້ຮັບໃຊ້ໃນແບບໃຫມ່ຕາມພຣະວິນຍານບໍຣິສຸດເຈົ້າ, ບໍ່ແມ່ນໃນຮູບແບບເກົ່າຕາມຕົວອັກສອນນັ້ນ.
|
|
\s5
|
|
\p
|
|
\v 7 ຖ້າເຊັ່ນນັ້ນ ພວກເຮົາຈະເວົ້າແນວໃດ? ວ່າກົດບັນຍັດຄືບາບບໍ? ຢ່າໃຫ້ເປັນເຊັ່ນນັ້ນເລີຍ. ຢ່າງໃດກໍຕາມ, ຖ້າບໍ່ແມ່ນເພາະກົດບັນຍັດແລ້ວ. ຂ້າພຣະເຈົ້າກໍຄົງບໍ່ຮູ້ຈັກບາບ ເພາະວ່າຖ້າກົດບັນຍັດ ບໍ່ໄດ້ຫ້າມວ່າ, "ຢ່າໂລບມາກ ຂ້າພຣະເຈົ້າກໍຈະບໍ່ຮູ້ວ່າແມ່ນຫຍັງຄືຄວາມໂລບ.
|
|
\v 8 ແຕ່ວ່າບາບໄດ້ຖືເອົາພຣະບັນຍັດເປັນຊ່ອງທາງທີ່ຈະເຮັດໃຫ້ຕັນຫາທຸກຢ່າງເກີດຂຶ້ນໃນຕົວຂ້າພຣະເຈົ້າ. ເພາະຖ້າບໍ່ມີກົດບັນຍັດ, ບາບກໍຕາຍໄປ.
|
|
\s5
|
|
\v 9 ແຕ່ກ່ອນ ຂ້າພຣະເຈົ້າມີຊີວິດໂດຍບໍ່ມີກົດບັນຍັດ, ແຕ່ເມື່ອກົດບັນຍັດຂອງພຣະເຈົ້າມາເຖິງ, ບາບກໍໄດ້ຊີວິດອີກຄັ້ງ, ແລະ ຂ້າພຣະເຈົ້າກໍຕາຍ.
|
|
\v 10 ພຣະບັນຍັດຂອງພຣະເຈົ້າຊຶ່ງມີຂື້ນເພື່ອທີ່ຈະໄດ້ຊີວິດ ກໍກາຍເປັນຄວາມຕາຍສຳລັບຂ້າພຣະເຈົ້າ.
|
|
\s5
|
|
\v 11 ເພາະວ່າບາບໄດ້ຖືໂອກາດໂດຍຜ່ານພຣະບັນຍັດຂອງພຣະເຈົ້າ ແລະ ໄດ້ຫລອກລວງຂ້າພຣະເຈົ້າ. ໂດຍຜ່ານພຣະບັນຍັດຂອງພຣະເຈົ້ານັ້ນ ໄດ້ປະຫານຂ້າພຣະເຈົ້າໃຫ້ຕາຍເສັຽ.
|
|
\v 12 ເຫດສະນັ້ນ ກົດບັນຍັດຈຶ່ງເປັນສິ່ງບໍຣິສຸດ, ແລະຂໍ້ບັນຍັດກໍບໍຣິສຸດ, ຍຸດຕິທັມ, ແລະ ດີງາມ.
|
|
\s5
|
|
\p
|
|
\v 13 ຖ້າດັ່ງນັ້ນ ສິ່ງທີ່ດີກັບກາຍເປັນຄວາມຕາຍສຳລັບຂ້າພຣະເຈົ້າບໍ? ຂໍຢ່າໃຫ້ເປັນເຊັ່ນນັ້ນເລີຍ. ແຕ່ບາບຕ່າງຫາກຄືເພື່ອທີ່ຈະສະແດງໃຫ້ເຫັນວ່າເປັນບາບທີ່ແທ້ຈິງຜ່ານທາງສິ່ງທີ່ດີນັ້ນ, ໄດ້ນຳຄວາມຕາຍມາສູ່ຂ້າພຣະເຈົ້າ. ສິ່ງນີ້ກໍເພື່ອວ່າໂດຍອາໄສພຣະບັນຍັດນັ້ນ, ບາບກໍປະກົດວ່າຊົ່ວຮ້າຍຫລາຍຂຶ້ນ.
|
|
\v 14 ເພາະພວກເຮົາຮູ້ວ່າກົດບັນຍັດນັ້ນເປັນມາໂດຍຝ່າຍພຣະວິນຍານ, ແຕ່ຂ້າພຣະເຈົ້າເປັນເນື້ອຫນັງທີ່ໄດ້ຖືກຂາຍໄປໃຫ້ເປັນທາດທີ່ຢູ່ໃຕ້ບາບ.
|
|
\s5
|
|
\v 15 ເພາະວ່າສິ່ງທີ່ຂ້າພຣະເຈົ້າເຮັດ, ຂ້າພຣະເຈົ້າກໍບໍ່ເຂົ້າໃຈຢ່າງແທ້ຈິງ. ເພາະວ່າສິ່ງທີ່ຂ້າພຣະເຈົ້າປາຖນາຈະເຮັດ, ຂ້າພຣະເຈົ້າກໍບໍ່ເຮັດ, ແລະ ສິ່ງທີ່ຂ້າພຣະເຈົ້າກຽດຊັງນັ້ນ, ຂ້າພຣະເຈົ້າພັດເຮັດ.
|
|
\v 16 ແຕ່ຖ້າຂ້າພຣະເຈົ້າເຮັດສິ່ງທີ່ຂ້າພຣະເຈົ້າບໍ່ປາຖນາທີ່ຈະເຮັດ, ຂ້າພຣະເຈົ້າກໍເຫັນດ້ວຍກັບກົດບັນຍັດວ່າກົດບັນຍັດນັ້ນດີ.
|
|
\s5
|
|
\v 17 ແຕ່ບັດນີ້ ຂ້າພຣະເຈົ້າຈຶ່ງບໍ່ແມ່ນຜູ້ເຮັດອີກຕໍ່ໄປ, ແຕ່ວ່າບາບທີ່ມີຢູ່ໃນຕົວຂ້າພຣະເຈົ້ານັ້ນເປັນຜູ້ເຮັດ.
|
|
\v 18 ດ້ວຍວ່າຂ້າພຣະເຈົ້າຮູ້ວ່າໃນຕົວຂອງຂ້າພຣະເຈົ້ານັ້ນ, ບໍ່ມີຄວາມດີອັນໃດເລີຍທີ່ຢູ່ໃນເນື້ອຫນັງຂອງຂ້າພຣະເຈົ້າ. ເພາະວ່າຄວາມປາຖນາທີ່ຈະເຮັດສິ່ງທີ່ດີນັ້ນຂ້າພຣະເຈົ້າກໍມີຢູ່, ແຕ່ຂ້າພຣະເຈົ້າບໍ່ສາມາດທີ່ຈະເຮັດໄດ້.
|
|
\s5
|
|
\v 19 ດ້ວຍວ່າການດີ ຊຶ່ງຂ້າພຣະເຈົ້າປາຖນາທີ່ຈະເຮັດນັ້ນ ຂ້າພຣະເຈົ້າບໍ່ໄດ້ເຮັດ, ແຕ່ການຊົ່ວຊຶ່ງຂ້າພຣະເຈົ້າບໍ່ໄດ້ປາຖນາທີ່ຈະເຮັດນັ້ນ, ຂ້າພຣະເຈົ້າພັດເຮັດ.
|
|
\v 20 ບັດນີ້ ຖ້າຂ້າພຣະເຈົ້າເຮັດໃນສີ່ງທີ່ຂ້າພຣະເຈົ້າບໍ່ປາຖນາທີ່ຈະເຮັດ, ກໍບໍ່ແມ່ນຕົວຂ້າພຣະເຈົ້າເປັນຜູ້ເຮັດອີກຕໍ່ໄປ, ແຕ່ເປັນບາບທີ່ຢູ່ໃນຕົວຂ້າພຣະເຈົ້າເປັນຜູ້ເຮັດ.
|
|
\v 21 ດັ່ງນັ້ນ, ຂ້າພຣະເຈົ້າຈຶ່ງພົບວ່າໃນຕົວຂ້າພຣະເຈົ້ານັ້ນມີກົດຢ່າງຫນື່ງຄື ຂ້າພຣະເຈົ້າປາຖນາທີ່ຈະເຮັດຄວາມດີ ແຕ່ຄວາມຊົ່ວນັ້ນກໍຍັງຢູ່ໃນຕົວຂ້າພຣະເຈົ້າ.
|
|
\s5
|
|
\v 22 ເພາະວ່າສ່ວນເລິກໃນໃຈຂອງຂ້າພຣະເຈົ້ານັ້ນ ຂ້າພຣະເຈົ້າຊື່ນຊົມໃນກົດບັນຍັດຂອງພຣະເຈົ້າ.
|
|
\v 23 ແຕ່ຂ້າພຣະເຈົ້າເຫັນມີກົດອີກຢ່າງຫນຶ່ງຢູ່ໃນອະໄວຍະວະຂອງຂ້າພຣະເຈົ້າ. ຊຶ່ງຕໍ່ສູ້ກັບກົດລະບຽບໃຫມ່ໃນຈິດໃຈຂອງຂ້າພຣະເຈົ້າ. ແລະໄດ້ນຳພາໃຫ້ຂ້າພຣະເຈົ້າຢູ່ໃຕ້ກົດແຫ່ງຄວາມບາບຊຶ່ງຢູ່ໃນອະໄວຍະວະຂອງຂ້າພຣະເຈົ້າ.
|
|
\s5
|
|
\v 24 ຂ້າພຣະເຈົ້າເປັນຄົນຫນ້າສົມເພດຂະຫນາດນັ້ນນໍ! ໃຜຈະຊ່ວຍຂ້າພຣະເຈົ້າໃຫ້ພົ້ນຈາກຮ່າງກາຍແຫ່ງຄວາມຕາຍນີ້ໄດ້?
|
|
\v 25 ແຕ່ຂ້າພຣະເຈົ້າຂອບພຣະຄຸນພຣະເຈົ້າໂດຍທາງພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງຂ້າພຣະເຈົ້າ! ດັ່ງນັ້ນ, ດ້ານຈິດໃຈຂອງຂ້າພຣະເຈົ້ານັ້ນ. ຂ້າພຣະເຈົ້າຮັບໃຊ້ກົດຂອງພຣະເຈົ້າ ແຕ່ດ້ານເນື້ອຫນັງນັ້ນຂ້າພຣະເຈົ້າຮັບໃຊ້ກົດແຫ່ງບາບ.
|
|
\s5
|
|
\c 8
|
|
\cl ບົດທີ 8
|
|
\p
|
|
\v 1 ເພາະສະນັ້ນ ຈຶ່ງບໍ່ມີການລົງໂທດສຳລັບຄົນເຫລົ່ານັ້ນທີ່ຢູ່ໃນພຣະເຢຊູຄຣິດເຈົ້າ.
|
|
\v 2 ເພາະວ່າກົດຂອງພຣະວິນຍານແຫ່ງຊີວິດໃນພຣະເຢຊູຄຣິດເຈົ້າໄດ້ປົດປ່ອຍໃຫ້ຂ້າພຣະເຈົ້າພົົົ້ນຈາກກົດແຫ່ງຄວາມບາບ ແລະ ຄວາມຕາຍ.
|
|
\s5
|
|
\v 3 ເພາະວ່າສິ່ງທີ່ກົົດບັນຍັດເຮັດບໍ່ໄດ້ ເພາະເນື້ອຫນັງເຮັດໃຫ້ອ່ອນກຳລັງນັ້ນ, ພຣະເຈົ້າໄດ້ຊົງເຮັດແລ້ວ. ພຣະອົງຊົງສົ່ງພຣະບຸດຂອງພຣະອົງລົງມາໃນສະພາບຂອງເນື້ອຫນັງທີ່ຜິດບາບ ເພື່ອເປັນເຄື່ອງບູຊາໄຖ່ບາບ, ແລະພຣະບຸດຈຶ່ງໄດ້ຊົງລົງໂທດບາບທີ່ຢູ່ໃນເນື້ອຫນັງ.
|
|
\v 4 ພຣະອົງຊົງໄດ້ເຮັດສິ່ງນີ້ເພື່ອວ່າຂໍ້ກຳນົດຂອງກົດບັນຍັດຈະໄດ້ບັນລຸໃນຕົວພວກເຮົາ, ຜູ້ທີ່ບໍ່ໄດ້ດຳເນີນຕາມເນື້ອຫນັງ, ແຕ່ຕາມພຣະວິນຍານ.
|
|
\v 5 ຄົນທັງຫລາຍທີ່ດຳຣົງຊີວິດຕາມເນື້ອຫນັງ ກໍຈະສົນໃຈໃນສິ່ງຂອງທີ່ເປັນເນື້ອຫນັງ, ແຕ່ຄົນທັງຫລາຍທີ່ດຳຣົງຊີວິດຕາມພຣະວິນຍານບໍຣິສຸດເຈົ້າ ກໍຈະສົນໃຈໃນສິ່ງທີ່ເປັນຂອງພຣະວິນຍານ.
|
|
\s5
|
|
\v 6 ເພາະການເອົາໃຈໃສ່ຝ່າຍເນື້ອຫນັງກໍ່ຄືຄວາມຕາຍ, ແຕ່ການເອົາໃຈໃສ່ຝ່າຍພຣະວິນຍານກໍຄືຊີວິດ ແລະ ສັນຕິສຸກ.
|
|
\v 7 ນີ້ເປັນເພາະວ່າການເອົາໃຈໃສ່ຝ່າຍເນື້ອຫນັງຄືການເປັນສັດຕຣູຕໍ່ພຣະເຈົ້າ, ເພາະນັ້ນບໍ່ໄດ້ຂື້ນກັບກົດບັນຍັດຂອງພຣະເຈົ້າ, ແລະບໍ່ສາມາດທີ່ຈະເປັນໄດ້.
|
|
\v 8 ຄົນເຫລົ່ານັ້ນທີ່ຢູ່ໃນເນື້ອຫນັງບໍ່ສາມາດເຮັດໃຫ້ເປັນທີ່ພໍພຣະທັຍພຣະເຈົ້າໄດ້.
|
|
\s5
|
|
\v 9 ເຖິງຢ່າງໃດກໍ່ຕາມ, ຖ້າພຣະວິນຍານຂອງພຣະເຈົ້າສະຖິດຢູ່ໃນພວກທ່ານແລ້ວທ່ານກໍບໍ່ໄດ້ຢູ່ໃນເນື້ອຫນັງ ແຕ່ຢູ່ໃນພຣະວິນຍານ, ແຕ່ຖ້າຜູ້ໃດບໍ່ມີພຣະວິນຍານຂອງພຣະຄຣິດ, ຄົນນັ້ນກໍບໍ່ເປັນຂອງພຣະອົງ.
|
|
\v 10 ຖ້າພຣະຄຣິດສະຖິດຢູ່ໃນທ່ານແລ້ວ, ຮ່າງກາຍຂອງທ່ານຈະຕາຍໄປໃນເບື້ອງຂອງຄວາມບາບ, ແຕ່ວິນຍານຈະດຳຣົງຢູ່ໃນເບື້ອງຂອງຄວາມຊອບທັມ.
|
|
\s5
|
|
\v 11 ຖ້າພຣະວິນຍານຂອງພຣະອົງ ຜູ້ຊົງໃຫ້ພຣະເຢຊູຄຣິດເຈົ້າເປັນຂຶ້ນມາຈາກຕາຍສະຖິດຢູ່ໃນທ່ານທັງຫລາຍ, ພຣະອົງຜູ້ຊົງໃຫ້ພຣະເຢຊູຄຣິດເຈົ້າຂຶ້ນມາຈາກຕາຍນັ້ນຈະຊົງປຣະທານຊີວິດໃຫ້ແກ່ຮ່າງກາຍທີ່ຕ້ອງຕາຍຂອງທ່ານດ້ວຍ ໂດຍທາງພຣະວິນຍານຂອງພຣະອົງ, ຜູ້ສະຖິດຢູ່ໃນທ່ານ.
|
|
\s5
|
|
\p
|
|
\v 12 ເພາະສະນັ້ນ, ອ້າຍນ້ອງທັງຫລາຍ, ພວກເຮົາເປັນຫນີ້, ແຕ່ບໍ່ແມ່ນເປັນຫນີ້ຝ່າຍເນື້ອຫນັງທີ່ຈະດຳເນີນຊີວິດຕາມເນື້ອຫນັງ.
|
|
\v 13 ເພາະວ່າຖ້າທ່ານດຳເນີນຊີວິດຕາມເນື້ອຫນັງແລ້ວ, ທ່ານຈະຕ້ອງຕາຍ. ແຕ່ຖ້າໂດຍພຣະວິນຍານ ທ່ານທຳລາຍການງານຂອງຝ່າຍເນື້ອຫນັງນັ້ນເສັຽ, ທ່ານກໍ່ຈະມີຊີວິດຢູ່.
|
|
\s5
|
|
\v 14 ເພາະວ່າຖ້າພຣະວິນຍານຂອງພຣະເຈົ້າຊົງນຳພາຜູ້ໃດ, ຄົນເຫລົ່ານັ້ນກໍເປັນບຸດຂອງພຣະເຈົ້າ.
|
|
\v 15 ເພາະວ່າທ່ານບໍ່ໄດ້ຮັບວິນຍານແຫ່ງການເປັນຂ້າທາດອີກເພື່ອໃຫ້ຕົກຢູ່ໃນຄວາມຢ້ານ, ແຕ່ທ່ານໄດ້ຮັບວິນຍານແຫ່ງການເປັນບຸດຂອງພຣະເຈົ້າ, ເຊິ່ງພວກເຮົາເອີ້ນພຣະເຈົ້າວ່າ "ອັບບາ, ພຣະບິດາ!"
|
|
\s5
|
|
\v 16 ພຣະວິນຍານນັ້ນເປັນພະຍານຮ່ວມກັບວິນຍານຂອງພວກຮົາວ່າ ພວກເຮົາເປັນລູກຂອງພຣະເຈົ້າ.
|
|
\v 17 ຖ້າພວກເຮົາເປັນລູກແລ້ວ, ພວກເຮົາກໍເປັນຜູ້ສືບທອດດ້ວຍ, ຄືເປັນຜູ້ສືບທອດຈາກພຣະເຈົ້າ. ແລະເປັນຜູ້ສືບທອດຮ່ວມກັບພຣະຄຣິດ, ຖ້າພວກເຮົາທົນທຸກທໍຣະມານດ້ວຍກັນກັບພຣະອົງຢ່າງແທ້ຈິງເພື່ອທີ່ຈະໄດ້ຮັບສະຫງ່າຣາສີດຽວກັນກັບພຣະອົງດ້ວຍ.
|
|
\s5
|
|
\p
|
|
\v 18 ເພາະຂ້າພຣະເຈົ້າເຫັນວ່າຄວາມທຸກທໍຣະມານໃນປະຈຸບັນບໍ່ຄູ່ຄວນທີ່ຈະເອົາໄປປຽບທຽບກັບພຣະສີຣິທີ່ຈະຊົງເປີດເຜີຍໃຫ້ແກ່ພວກເຮົາໃນອະນາຄົດ.
|
|
\v 19 ເພາະວ່າທຸກສິ່ງທີ່ຊົງສ້າງກຳລັງລໍຄອຍດ້ວຍຄວາມຄາດຫວັງຢ່າງເຕັມລົ້ນໃຫ້ບັນດາບຸດທັງຫລາຍຂອງພຣະເຈົ້າໄດ້ຮັບການເປີດເຜີຍ.
|
|
\s5
|
|
\v 20 ເພາະວ່າທຸກສິ່ງເຫລົ່ານັ້ນຕ້ອງຢູ່ພາຍໃຕ້ຄວາມອະນິຈັງ. ບໍ່ແມ່ນຕາມໃຈມັກຂອງຕົນເອງ, ແຕ່ເປັນໄປຕາມຄວາມປະສົງຂອງພຣະເຈົ້າຜູ້ທີ່ຄວບຄຸມຢູ່. ດ້ວຍມີຄວາມຫມັ້ນໃຈທີ່ແນ່ນອນ
|
|
\v 21 ວ່າທຸກສິ່ງເຫລົ່ານັ້ນຈະພົ້ນຈາກອຳນາດແຫ່ງການເສື່ອມສະຫລາຍ, ແລະຈະໄດ້ເຂົ້າໃນເສລີພາບແຫ່ງກຽດຕິຍົດຂອງບັນດາບຸດຂອງພຣະເຈົ້າ.
|
|
\v 22 ເພາະພວກເຮົາຮູ້ຢູ່ວ່າທຸກສິ່ງທີ່ຊົງສ້າງທັງຫມົດນັ້ນກຳລັງຮ້ອງໄຫ້ ແລະເຈັບປວດຄືກັບແມ່ຍິງໄດ້ເກີດລູກຈົນເຖິງທຸກວັນນີ້.
|
|
\s5
|
|
\v 23 ບໍ່ແມ່ນພຽງເທົ່ານັ້ນ ແຕ່ຕົວເຮົາເອງດ້ວຍ, ຜູ້ໄດ້ຮັບຫມາກຜົນທຳອິດແຫ່ງພຣະວິນຍານ ຕົວເຮົາກໍຍັງຄວນຄາງຢູ່ພາຍໃນ, ລໍຄອຍການທີ່ພຣະເຈົ້າຈະຊົງໃຫ້ເປັນບຸດ, ຄືການທີ່ຈະຊົງໄຖ່ຮ່າງກາຍຂອງພວກເຮົາ.
|
|
\v 24 ເພາະວ່າໂດຍຄວາມຫມັ້ນໃຈນີ້ ພວກເຮົາໄດ້ຮັບຄວາມພົ້ນ. ແຕ່ວ່າສິ່ງທີ່ພວກເຮົາຫມັ້ນໃຈວ່າຈະເກີດຂຶ້ນນັ້ນ ພວກເຮົາຍັງເບີ່ງບໍ່ເຫັນ, ໃຜຈະລໍຄອຍດ້ວຍຄວາມຫມັ້ນໃຈໃນສິ່ງທີ່ຕົນເອງເຫັນແລ້ວ?
|
|
\v 25 ແຕ່ຖ້າພວກເຮົາຫມັ້ນໃຈໃນສິ່ງທີ່ພວກເຮົາຍັງບໍ່ເຫັນນັ້ນແລ້ວ, ພວກເຮົາກໍຈະລໍຄອຍດ້ວຍຄວາມອົດທົນສຳລັບສິ່ງນັ້ນ.
|
|
\s5
|
|
\p
|
|
\v 26 ໃນທຳນອງດຽວກັນ, ພຣະວິນຍານກໍຊົງຊ່ວຍເມື່ອເຮົາອ່ອນກຳລັງດ້ວຍ. ເພາະພວກເຮົາບໍ່ຮູ້ວ່າພວກເຮົາຄວນອະທິຖານແນວໃດ, ແຕ່ພຣະວິນຍານຊົງຊ່ວຍຂໍແທນດ້ວຍການຄຳຄວນຊຶ່ງກ່າວເປັນຖ້ອຍຄຳບໍ່ໄດ້.
|
|
\v 27 ພຣະອົງຜູ້ຊົງສອດສ່ອງໃຈມະນຸດ ກໍຊົງຮູ້ຄວາມຫມາຍຂອງພຣະວິນຍານ, ເພາະວ່າພຣະວິນຍານຊົງອະທິຖານເພື່ອຜູ້ທີ່ເຊື່ອຕາມພຣະປະສົງຂອງພຣະເຈົ້າ.
|
|
\s5
|
|
\v 28 ພວກເຮົາຮູ້ວ່າສຳລັບຄົນເຫລົ່ານັ້ນທີ່ຮັກພຣະເຈົ້າ, ພຣະອົງຊົງໃຫ້ເຫດການທຸກຢ່າງເກີດຂຶ້ນຮ່ວມກັນເພື່ອສົ່ງຜົນດີ, ແກ່ຄົນທັງຫລາຍທີ່ໄດ້ຮັບການເອີ້ນຕາມພຣະປະສົງຂອງພຣະອົງ.
|
|
\v 29 ເພາະວ່າຄົນທັງຫລາຍທີ່ພຣະອົງໄດ້ຮູ້ລ່ວງຫນ້າແລ້ວ, ພະອົງໄດ້ກຳນົດໄວ້ກ່ອນໃຫ້ເປັນຕາມລັກຊະນະແຫ່ງພຣະບຸດຂອງພຣະອົງ, ເພື່ອພຣະບຸດນັ້ນຈະໄດ້ເປັນບຸດຫົວປີໃນບັນດາອ້າຍນ້ອງທັງຫລາຍ.
|
|
\v 30 ບັນດາຜູ້ທີ່ພຣະອົງໄດ້ກຳນົດໄວ້ກ່ອນນັ້ນ. ພຣະອົງຊົງເອີ້ນມາດ້ວຍ. ຜູ້ທີ່ພຣະອົງຊົງເອີ້ນມານັ້ນ, ພຣະອົງຊົງໃຫ້ເປັນຄົນຊອບທັມ. ຜູ້ທີ່ພຣະອົງຊົງໃຫ້ເປັນຄົນຊອບທັມນັ້ນ, ພຣະອົງກໍຍັງໃຫ້ມີພຣະສະຫງ່າຣາສີດ້ວຍ.
|
|
\s5
|
|
\p
|
|
\v 31 ຖ້າຢ່າງນັ້ນ ພວກເຮົາຈະວ່າຢ່າງໃດກ່ຽວກັບສິ່ງເຫລົ່ານີ້? ຖ້າພຣະເຈົ້າຊົງຢູ່ຝ່າຍພວກເຮົາ, ໃຜຈະຂັດຂວາງໄດ້?
|
|
\v 32 ພຣະອົງຜູ້ບໍ່ຊົງຫວງພຣະບຸດຂອງພຣະອົງເອງ ແຕ່ປຣະທານພຣະບຸດນັ້ນເພື່ອເປັນຕົວແທນຂອງພວກເຮົາທຸກຄົນ, ຖ້າເຊັ່ນນັ້ນພຣະອົງຈະບໍ່ປຣະທານສິ່ງສາຣະພັດໃຫ້ພວກເຮົາດ້ວຍກັນກັບພຣະບຸດນັ້ນບໍ?
|
|
\s5
|
|
\v 33 ໃຜຈະກ່າວຫາຄົນທີ່ພຣະເຈົ້າໄດ້ຊົງເລືອກໄວ້? ພຣະເຈົ້າຊົງເປັນຜູ້ທີ່ເຮັດໃຫ້ພວກເຂົາເປັນຄົນຊອບທັມແລ້ວ.
|
|
\v 34 ໃຜຈະເປັນຜູ້ລົງໂທດອີກ? ພຣະຄຣິດເຈົ້າເປັນຜູ້ຊົງສິ້ນພຣະຊົນເພື່ອພວກເຮົາແລ້ວ, ແລະ ຍິ່ງໄປກວ່ານັ້ນອີກ, ພຣະເຈົ້າຊົງໃຫ້ພຣະອົງເປັນຄືນມາຈາກຕາຍແລ້ວ. ພຣະອົງຊົງປົກຄອງຮ່ວມກັບພຣະເຈົ້າໃນທີ່ປະທັບອັນມີກຽດ, ແລະ ພຣະອົງກໍເປັນຜູ້ຊົງອະທິຖານຂໍເພື່ອພວກເຮົາດ້ວຍ.
|
|
\s5
|
|
\v 35 ແລ້ວໃຜຈະເຮັດໃຫ້ພວກເຮົາຂາດຈາກຄວາມຮັກຂອງພຣະຄຣິດເຈົ້າໄດ້? ຈະເປັນຄວາມທຸກ, ຫລືຄວາມຍາກລຳບາກ, ຫລືການຂົ່ມເຫັງ, ຫລືຄວາມອຶດຫິວ, ຫລືການເປືອຍກາຍ, ຫລືພັຍອັນຕະຣາຍ, ຫລືການຖືກຄົມດາບບໍ?
|
|
\v 36 ຕາມທີ່ມີຂຽນໄວ້ວ່າ, "ເພາະເຫັນແກ່ປະໂຫຍດຂອງພຣະອົງ. ຂ້າພະອົງທັງຫລາຍຈື່ງຖືກຂ້າຫມົດມື້ຈົນຄຳ່ແລະຖືກນັບວ່າເປັນແກະສຳຫລັບເອົາໄປຂ້າ."
|
|
\s5
|
|
\p
|
|
\v 37 ໃນເຫດການທັງຫມົດນີ້ ພວກເຮົາມີຊັຍເຫລືອລົ້ນໂດຍທາງພຣະອົງຜູ້ທີ່ຮັກເຮົາທັງຫລາຍ.
|
|
\v 38 ເພາະຂ້າພະເຈົ້າແນ່ໃຈວ່າແມ່ນແຕ່ຄວາມຕາຍ, ຫລືຊີວິດ, ຫລືບັນດາເທວະດາ, ຫລືຜູ້ປົກຄອງ, ຫລືສິ່ງທີ່ມີຢູ່ໃນປະຈຸບັນນີ້, ຫລືສິ່ງທີ່ຈະມາໃນອະນາຄົດ, ຫລືຣິດເດດທັງຫລາຍ,
|
|
\v 39 ຫລືຄວາມສູງ, ຫລືຄວາມເລິກ, ຫລືສິ່ງອື່ນໆທີ່ຊົງສ້າງແລ້ວນັ້ນ, ຈະບໍ່ສາມາດເຮັດໃຫ້ພວກເຮົາຂາດຈາກຄວາມຮັກຂອງພຣະເຈົ້າ, ຊຶ່ງມີຢູ່ໃນພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາໄດ້.
|
|
\s5
|
|
\c 9
|
|
\cl ບົດທີ 9
|
|
\p
|
|
\v 1 ຂ້າພຣະເຈົ້າຈະເວົ້າຄວາມຈິງໃນພຣະຄຣິດເຈົ້າ. ຂ້າພຣະເຈົ້າບໍ່ໄດ້ຕົວະ, ແລະ ຈິດສຳນຶກຜິດຊອບຂອງຂ້າພຣະເຈົ້າເປັນພະຍານກັບຂ້າພຣະເຈົ້າໂດຍພຣະວິນຍານບໍຣິສຸດເຈົ້າ,
|
|
\v 2 ວ່າຂ້າພຣະເຈົ້າມີຄວາມທຸກທໍຣະມານ ແລະ ຄວາມເຈັບປວດໃນໃຈຢູ່ສະເຫມີ.
|
|
\s5
|
|
\v 3 ເພາະຂ້າພຣະເຈົ້າປາຖນາໃຫ້ຕົວຂ້າພຣະເຈົ້າເອງຖືກສາບແຊ່ງ ແລະ ຕັດຂາດຈາກພຣະຄຣິດເຈົ້າ ເພາະເຫັນແກ່ອ້າຍນ້ອງຂອງຂ້າພຣະເຈົ້າ, ຄືເຊື້ອຊາດຂອງຂ້າພຣະເຈົ້າຕາມເນື້ອຫນັງ.
|
|
\v 4 ພວກເຂົາເປັນຄົນອິສະຣາເອນ. ເຊິ່ງໄດ້ຮັບສິດໃຫ້ເປັນບຸດຂອງພຣະເຈົ້າ, ເຫັນພຣະສະຫງ່າຣາສີຂອງພຣະອົງ, ໄດ້ຮັບພັນທະສັນຍາຕ່າງໆ, ແລະຂອງປຣະທານແຫ່ງກົດບັນຍັດ, ລວມທັງການນະມັດສະການພຣະເຈົ້າ ແລະ ພັນທະສັນຍາຕ່າງໆ.
|
|
\v 5 ອີກທັງບັນພະບຸຣຸດກໍເປັນຂອງພວກເຂົາດ້ວຍ ແລະ ພຣະຄຣິດເຈົ້າກໍມາຈາກພວກເຂົາໂດຍທາງເນື້ອຫນັງຄືພຣະອົງຜູ້ຊົງເປັນພຣະເຈົ້າເຫນືອສິ່ງທັງປວງ. ຂໍໃຫ້ພຣະອົງໄດ້ຮັບການສັນຣະເສີນເປັນນິດ. ອາແມນ.
|
|
\s5
|
|
\p
|
|
\v 6 ແຕ່ບໍ່ແມ່ນວ່າພຣະສັນຍາຂອງພຣະເຈົ້າໄດ້ຫລົ້ມເຫລວໄປ. ເພາະວ່າບໍ່ແມ່ນທຸກຄົນທີ່ຢູ່ໃນອິສະຣາເອນນັ້ນ ຈະເປັນຄົນອິສະຣາເອນແທ້ຈິງ.
|
|
\v 7 ແລະບໍ່ແມ່ນທຸກຄົນທີ່ເປັນເຊື້ອສາຍຂອງອັບຣາຮາມ ຈະເປັນບຸດທີ່ແທ້ຈິງຂອງທ່ານ. ແຕ່, "ເຊື້ອສາຍຂອງທ່ານຈະໄດ້ຮັບການເອີ້ນຜ່ານທາງອີຊາກ."
|
|
\s5
|
|
\v 8 ນັ້ນຄື, ຄົນທີ່ເປັນບຸດຂອງເນື້ອຫນັງບໍ່ແມ່ນບຸດຂອງພຣະເຈົ້າ. ແຕ່ບຸດຂອງພຣະສັນຍານັ້ນຈະຖືວ່າເປັນຜູ້ສຶບເຊື້ອສາຍໄດ້.
|
|
\v 9 ເພາະພຣະສັນຍາມີດັ່ງນີ້ຄື: "ໃນເວລານີ້ເຮົາຈະມາ, ແລະນາງຊາຣາຈະມີບຸດຊາຍ.”
|
|
\s5
|
|
\v 10 ບໍ່ພຽງເທົ່ານັ້ນ, ແຕ່ໃນເວລາຕໍ່ມານາງເລເບກາກໍໄດ້ຖືພາກັບຜູ້ຊາຍຄົນຫນຶ່ງດ້ວຍ, ຄືອີຊາກບັນພະບຸຣຸດຂອງພວກເຮົາ
|
|
\v 11 ເພາະວ່າບຸດນັ້ນຍັງບໍ່ໄດ້ເກີດມາ ແລະ ຍັງບໍ່ໄດ້ເຮັດດີຫລືຊົ່ວ, ເພື່ອວ່າພຣະປະສົງຂອງພຣະເຈົ້າຕາມການເລືອກນັ້ນຈະຕັ້ງຫມັ້ນຄົງຢູ່, ບໍ່ແມ່ນເພາະການປະຕິບັດ, ແຕ່ເປັນເພາະພຣະອົງຊົງເອີ້ນ
|
|
\v 12 ພຣະອົງຈຶ່ງໄດ້ກ່າວແກ່ນາງນັ້ນວ່າ, "ອ້າຍຈະບົວລະບັດນ້ອງ."
|
|
\v 13 ຕາມທີ່ີມີຂຽນໄວ້ວ່າ: “ຢາໂຄບນັ້ນເຮົາຮັກ, ແຕ່ເອຊາວເຮົາຊັງ."
|
|
\s5
|
|
\p
|
|
\v 14 ຖ້າຢ່າງນັ້ນ ພວກເຮົາຈະເວົ້າແນວໃດ? ພຣະເຈົ້າບໍ່ຍຸດຕິທັມ ບໍ? ຂໍຢ່າໃຫ້ເປັນເຊັ່ນນັ້ນເລີຍ.
|
|
\v 15 ເພາະພຣະອົງເວົ້າກັບໂມເຊວ່າ, "ເຮົາປະສົງຈະກາຣຸນາໃຜ ເຮົາກໍຈະກາຣຸນາຄົນນັ້ນ, ແລະ ເຮົາຈະເມດຕາໃຜ ເຮົາກໍຈະເມດຕາຕໍ່ຄົນນັ້ນ.”
|
|
\p
|
|
\v 16 ເພາະສະນັ້ນ, ຈຶ່ງບໍ່ແມ່ນຍ້ອນຄວາມຕັ້ງໃຈ ຫລື ຄວາມພະຍາຍາມຂອງມະນຸດ, ແຕ່ເປັນເພາະພຣະເຈົ້າ, ຜູ້ຊົງສຳແດງຄວາມເມດຕາກະຣຸນາ.
|
|
\s5
|
|
\v 17 ເພາະມີຂໍ້ພຣະຄັມພີທີ່ກ່າວເຖິງຟາໂຣວ່າ, "ເພື່ອຈຸດປະສົງນີ້ເອງຂ້າພຣະເຈົ້າຈຶ່ງໄດ້ຍົກເຈົ້າຂຶ້ນ, ເພື່ອທີ່ເຮົາຈະສຳແດງຣິດທານຸພາບຂອງເຮົາໃຫ້ປະກົດໃນຕົວທ່ານ, ແລະເພື່ອໃຫ້ນາມຊື່ຂອງເຮົາໄດ້ຮັບການປະກາດໄປທົ່ວໂລກ."
|
|
\v 18 ດັ່ງນັ້ນ, ພຣະເຈົ້າຊົງກາຣຸນາຄົນທີ່ພຣະອົງຊົງປະສົງຈະກະຣຸນາ, ແລະ ຄົນທີ່ພຣະອົງຊົງປະສົງໃຫ້ມີໃຈແຂງກະດ້າງນັ້ນ, ພຣະອົງກໍຈະຊົງໃຫ້ມີໃຈແຂງກະດ້າງ.
|
|
\s5
|
|
\p
|
|
\v 19 ທ່ານກໍຈະເວົ້າກັບຂ້າພຣະເຈົ້າວ່າ, "ເປັນຫຍັງພຣະອົງຈຶ່ງຍັງຊົງຕິຕຽນ ເພາະໃຜຈະຕໍ່ຕ້ານພຣະປະສົງຂອງພຣະອົງໄດ້?”
|
|
\v 20 ໃນທາງກົງກັນຂ້ວາມ, ມະນຸດເອີຍ, ທ່ານເປັນໃຜທີ່ຈະໂຕ້ຕອບກັບພຣະເຈົ້າ? ສິ່ງທີ່ຖືກປັ້ນຈະເວົ້າແກ່ຜູ້ປັ້ນໄດ້ບໍ,? "ເປັນຫຍັງພຣະອົງຈຶ່ງປັ້ນຂ້າພຣະເຈົ້າແບບນີ້?"
|
|
\v 21 ສ່ວນຊ່າງປັ້ນຫມໍ້ນັ້ນບໍ່ມີສິດເຫນືອດິນກ້ອນດຽວກັນໃນການທີ່ຈະເອົາມາປັ້ນເປັນພາຊະນະທີ່ໃຊ້ໃນໂອກາດພິເສດອັນຫນຶ່ງ, ແລະໃຊ້ໃນຊີວິດປະຈຳວັນອີກອັນຫນຶ່ງບໍ?
|
|
\s5
|
|
\v 22 ແລ້ວຖ້າພຣະຈົ້າ, ຜູ້ທີ່ປະສົງຈະສຳແດງຄວາມໂກດຮ້າຍຂອງພຣະອົງ ແລະ ໃຫ້ຣິດເດດຂອງພຣະອົງປະກົດນັ້ນ, ໄດ້ຊົງອົດກັ້ນພຣະທັຍຢ່າງຫຼວງຫຼາຍຕໍ່ພາຊະນະແຫ່ງຄວາມໂກດຮ້າຍ ເຊິ່ງໄດ້ກະກຽມໄວ້ສໍາຫລັບຄວາມຈິບຫາຍ?
|
|
\v 23 ຖ້າພຣະອົງຊົງເຮັດສິ່ງນີ້ເພື່ອທີ່ຈະໄດ້ເຮັດໃຫ້ພຣະສະຫງ່າຣາສີອັນອຸດົມຂອງພຣະອົງປາກົດແກ່ບັນດາພາຊະນະແຫ່ງພຣະເມດຕາ, ຊຶ່ງພຣະອົງໄດ້ກະກຽມໄວ້ກ່ອນສຳລັບກຽດຕິຍົດນັ້ນ?
|
|
\v 24 ແລ້ວຖ້າພຣະອົງຊົງເຮັດສິ່ງນີ້ເພື່ອພວກເຮົາ, ຜູ້ທີ່ພຣະອົງຊົງເອີ້ນດ້ວຍ, ບໍ່ແມ່ນຈາກບັນດາຊາວຢິວເທົ່ານັ້ນ, ແຕ່ຈາກບັນດາຄົນຕ່າງຊາດດ້ວຍ.
|
|
\s5
|
|
\v 25 ດັ່ງທີ່ພຣະອົງກ່າວໄວ້ໃນພຣະຄັມພີ ໂຮເສອາ ວ່າ "ເຮົາຈະເອີ້ນຄົນຂອງເຮົາ ເຊິ່ງໃນອະດີດບໍ່ແມ່ນບຸກຄົນຂອງເຮົາ, ແລະຄົນທີ່ເປັນທີ່ຮັກ ເຊິ່ງໃນອະດີດບໍ່ໄດ້ເປັນທີ່ຮັກ.
|
|
\q
|
|
\v 26 ແລະຈະເປັນແບບນັ້ນໃນບ່ອນທີ່ຊົງກ່າວກັບພວກເຂົາວ່າ, 'ພວກທ່ານທັງຫລາຍບໍ່ແມ່ນຄົນຂອງຂ້າພຣະເຈົ້າ,' ຢູ່ທີ່ນັ້ນເອງ ພວກເຂົາຈະໄດ້ຊື່ວ່າເປັນ 'ບຸດຂອງພຣະເຈົ້າຜູ້ຊົງພຣະຊົນຢູ່."
|
|
\s5
|
|
\p
|
|
\v 27 ເອຊາຢາ ໄດ້ຮ້ອງປະກາດກ່ຽວກັບອິສະຣາເອນວ່າ, "ຖ້າຈຳນວນຂອງບັນດາບຸດແຫ່ງອິສະຣາເອນເພີ່ມຂຶ້ນຢ່າງຫລວງຫລາຍຄືດັ່ງເມັດຊາຍໃນທະເລແລ້ວ, ຜູ້ທີ່ຈະພົ້ນກໍມີຫນ້ອຍ,
|
|
\q
|
|
\v 28 ເພາະວ່າອົງພຣະຜູ້ເປັນເຈົ້າຈະຊົງເຮັດໃຫ້ເປັນໄປຕາມພຣະຄຳສັ່ງ. ຂອງພຣະອົງທັງຫມົດຢ່າງໄວວາຢູ່ເທິງແຜ່ນດິນໂລກ,”
|
|
\p
|
|
\v 29 ແລະຕາມທີ່ ເອຊາຢາ ໄດ້ກ່າວໄວ້ລ່ວງຫນ້າວ່າ, "ຖ້າອົງພຣະຜູ້ເປັນເຈົ້າຈອມໂຍທາບໍ່ໄດ້ຊົງເຫລືອເຊື້ອສາຍໄວ້ໃຫ້ຂ້າພຣະເຈົ້າເລີຍ, ພວກທ່ານຈະເປັນຄືເມືອງໂຊໂດມ, ແລະ ເມືອງໂກໂມຣາ."
|
|
\s5
|
|
\p
|
|
\v 30 ຖ້າຢ່າງນັ້ນ ພວກທ່ານຈະເວົ້າແນວໃດ? ຈະວ່າພວກຕ່າງຊາດທີ່ບໍ່ໄດ້ສະແຫວງຫາຄວາມຊອບທັມ, ກໍຍັງໄດ້ຮັບຄວາມຊອບທັມ, ຄືຄວາມຊອບທັມທີ່ເກີດຂື້ນໂດຍຄວາມເຊື່ອ.
|
|
\v 31 ແຕ່ອິສະຣາເອນເຊິ່ງໄດ້ສະແຫວງຫາກົດບັນຍັດແຫ່ງຄວາມຊອບທັມ, ກໍຍັງບໍ່ໄດັບັນລຸຕາມກົດບັນຍັດນັ້ນ.
|
|
\s5
|
|
\v 32 ເພາະອັນໃດ? ເພາະພວກເຂົາບໍ່ໄດ້ສະແຫວງຫາໂດຍຄວາມເຊື່ອ, ແຕ່ໂດຍການປະຕິບັດ. ພວກເຂົາລົ້ມລົງເທິງກ້ອນຫີນທີ່ເຮັດໃຫ້ສະດຸດນັ້ນ,
|
|
\v 33 ດັ່ງທີ່ມີຂຽນໄວ້ວ່າ, "ເບິ່ງແມ ຂ້າພຣະເຈົ້າວາງຫີນກ້ອນຫນຶ່ງທີ່ຈະເຮັດໃຫ້ສະດຸດ ແລະ ຫີນອີກກ້ອນຫນຶ່ງທີ່ຈະເຮັດໃຫ້ໃຈຮ້າຍໃນຊີໂອນ. ແຕ່ຜູ້ທີ່ເຊື່ອໃນພຣະອົງຈະບໍ່ໄດ້ຮັບຄວາມອັບອາຍ."
|
|
\s5
|
|
\c 10
|
|
\cl ບົດທີ 10
|
|
\p
|
|
\v 1 ພີ່ນ້ອງທັງຫລາຍ, ຄວາມປາຖນາໃນໃຈຂອງຂ້າພຣະເຈົ້າ ແລະຄຳອ້ອນວອນຂອງຂ້າພຣະເຈົ້າຕໍ່ພຣະຜູ້ເປັນເຈົ້າ, ກໍ່ເພື່ອຄົນເຫລົ່ານັ້ນ ເພື່ອໃຫ້ພວກທ່ານໄດ້ຮັບຄວາມພົ້ນ.
|
|
\v 2 ເພາະຂ້າພຣະເຈົ້າເປັນພະຍານໃຫ້ພວກເຂົາວ່າ ພວກເຂົາມີຄວາມກະຕືລືລົ້ນທີ່ຈະຮັບໃຊ້ພຣະເຈົ້າ, ແຕ່ບໍ່ແມ່ນຕາມຄວາມຮູ້.
|
|
\v 3 ເພາະພວກເຂົາບໍ່ຮູ້ຈັກຄວາມຊອບທັມຂອງພຣະເຈົ້າ, ແລະ ພະຍາຍາມທີ່ຈະຕັ້ງຄວາມຊອບທັມຂອງຕົນເອງຂຶ້ນ. ພວກເຂົາຈຶ່ງບໍ່ຍອມຢູ່ໃນຄວາມຊອບທັມຂອງພຣະເຈົ້າ.
|
|
\s5
|
|
\v 4 ເພາະວ່າພຣະຄຣິດເຈົ້າຊົງເຮັດຕາມກົດບັນຍັດໄດ້ຢ່າງສົມບູນຄົບຖ້ວນທຸກປະການ ເພື່ອໃຫ້ທຸກຄົນທີ່ມີຄວາມເຊື່ອໄດ້ຮັບຄວາມຊອບທັມ.
|
|
\v 5 ເພາະໂມເຊໄດ້ຂຽນເລື່ອງຄວາມຊອບທັມທີ່ມາຈາກກົດບັນຍັດ: "ຄົນທີ່ປະພຶດຕາມຄວາມຊອບທັມແຫ່ງກົດບັນຍັດກໍຈະມີຊີວິດຢູ່ໂດຍຄວາມຊອບທັມນັ້ນ."
|
|
\s5
|
|
\v 6 ແຕ່ຄວາມຊອບທັມທີ່ມາຈາກຄວາມເຊື່ອວ່າດັ່ງນີ້ຄື, "ຢ່າເວົ້າໃນໃຈຂອງທ່ານເອງວ່າ, 'ໃຜຈະຂຶ້ນໄປເທິງສະຫວັນ?' (ນັ້ນຄືຈະເຊື້ອເຊີນພຣະຄຣິດລົງມາ);
|
|
\v 7 ແລະຢ່າເວົ້າວ່າ, 'ໃຜຈະລົງໄປໃນທີ່ຄວາມເລິກ?'" (ນັ້ນຄືຈະເຊື້ອເຊີນພຣະຄຣິດເຈົ້າຂຶ້ນມາຈາກຄວາມຕາຍ).
|
|
\s5
|
|
\v 8 ແຕ່ຄວາມຊອບທັມວ່າແນວໃດ? "ຖ້ອຍຄຳນັ້ນຢູ່ໃກ້ທ່ານ, ໃນປາກຂອງທ່ານ ແລະ ໃນໃຈຂອງທ່ານ.” ນັ້ນຄືຖ້ອຍຄຳແຫ່ງຄວາມເຊື່ອ, ທີ່ພວກເຮົາທັງຫລາຍໄດ້ປະກາດຢູ່.
|
|
\v 9 ເພາະຖ້າວ່າທ່ານຈະຍອມຮັບດ້ວຍປາກຂອງທ່ານວ່າພຣະເຢຊູຊົງເປັນອົງພຣະຜູ້ເປັນເຈົ້າ, ແລະເຊື່ອໃນໃຈຂອງທ່ານວ່າພຣະເຈົ້າໄດ້ຊົງໃຫ້ພຣະອົງຄືນມາຈາກຕາຍ, ທ່ານຈະພົ້ນ.
|
|
\v 10 ເພາະວ່າການທີ່ມະນຸດເຊື່ອດ້ວຍໃຈກໍນຳໄປສູ່ຄວາມຊອບທັມ, ແລະການທີ່ຍອມຮັບດ້ວຍປາກກໍນຳໄປສູ່ຄວາມພົ້ນ.
|
|
\s5
|
|
\v 11 ເພາະຂໍ້ພຣະຄັມພີກ່າວວ່າ, "ທຸກຄົນທີ່ເຊື່ອໃນພຣະອົງຈະບໍ່ໄດ້ຮັບຄວາມອັບອາຍ."
|
|
\v 12 ເພາະວ່າບໍ່ມີຄວາມແຕກຕ່າງກັນລະຫວ່າງຊາວຢິວ ແລະ ຊາວກຣີກ. ດ້ວຍວ່າອົງພຣະຜູ້ເປັນເຈົ້າອົງດຽວກັນຊົງເປັນອົງພຣະຜູ້ເປັນເຈົ້າຂອງທຸກຄົນ, ແລະປຣະທານຢ່າງສົມບູນໃຫ້ທຸກຄົນທີ່ຮ້ອງຂໍຕໍ່ພຣະອົງ.
|
|
\v 13 ເພາະວ່າທຸກຄົນທີ່ຮ້ອງອອກພຣະນາມຂອງອົງພຣະຜູ້ເປັນເຈົ້າຈະພົ້ນ.
|
|
\s5
|
|
\v 14 ແລ້ວຄົນເຫລົ່ານັ້ນທີ່ຍັງບໍ່ເຊື່ອໃນພຣະອົງ ຈະຮ້ອງຂໍຕໍ່ພຣະອົງໄດ້ແນວໃດ? ແລະຄົນເຫລົ່ານັ້ນທີ່ຍັງບໍ່ໄດ້ຍິນເລື່ອງຂອງພຣະອົງຈະເຊື່ອໃນພຣະອົງໄດ້ແນວໃດ? ແລະເມື່ອບໍ່ມີຜູ້ປະກາດພວກເຂົາຈະໄດ້ຍິນໄດ້ແນວໃດ?
|
|
\v 15 ແລະຖ້າບໍ່ມີໃຜສົ່ງພວກເຂົາໄປ, ພວກເຂົາຈະປະກາດໄດ້ແນວໃດ? ຕາມທີ່ມີຂຽນໄວ້ວ່າ, “ຕີນຂອງຄົນເຫລົ່ານັ້ນທີ່ປະກາດຂ່າວປະເສີດແຫ່ງສິ່ງປະເສີດຊ່າງ ງົດງາມເເທ້ນໍ!"
|
|
\s5
|
|
\p
|
|
\v 16 ແຕ່ບໍ່ແມ່ນວ່າພວກເຂົາທຸກຄົນໄດ້ສົນໃຈຟັງຂ່າວປະເສີດນັ້ນ. ເພາະ ເອຊາຢາ ໄດ້ກ່າວວ່າ, “ອົງພຣະຜູ້ເປັນເຈົ້າ, ໃຜຈະໄດ້ເຊື່ອໃນສິ່ງທີ່ລາວໄດ້ຍິນຈາກຂ້າພຣະເຈົ້າ?”
|
|
\v 17 ດັ່ງນັ້ນ ຄວາມເຊືຶ່ອເກີດຂື້ນຈາກການໄດ້ຍິນ, ແລະການໄດ້ຍິນເກີດຂຶ້ນໂດຍການປະກາດພຣະຄຣິດ.
|
|
\s5
|
|
\v 18 ແຕ່ຂ້າພຣະເຈົ້າເວົ້າວ່າ, "ພວກເຂົາບໍ່ໄດ້ຍິນບໍ?" ໄດ້ຍິນ, ຢ່າງແນ່ນອນທີ່ສຸດ. "ສຽງຂອງພວກເຂົາໄດ້ກະຈາຍອອກໄປທົ່ວໂລກ, ແລະຖ້ອຍຄຳຂອງພວກເຂົາກໍໄດ້ປະກາດອອກໄປຈົນເຖິງທີ່ສຸດຂອງປາຍແຜ່ນດິນໂລກ."
|
|
\s5
|
|
\p
|
|
\v 19 ນອກເຫນືອໄປກວ່ານັ້ນ, ຂ້າພຣະເຈົ້າກ່າວອີກວ່າ, "ອິສະຣາເອນບໍ່ຮູ້ບໍ?" ໃນຕອນທຳອິດໂມເຊກ່າວວ່າ, "ຂ້າພຣະເຈົ້າຈະເຮັດໃຫ້ເຈົ້າອິດສາຜູ້ທີ່ບໍ່ໄດ້ເປັນຊົນຊາດ. ເຮົາຈະເຮັດໃຫ້ພວກທ່ານໂກດແຄ້ນ." ດ້ວຍຊົນຊາດທີ່ບໍ່ເຂົ້າໃຈ,
|
|
\s5
|
|
\p
|
|
\v 20 ແລ້ວ ເອຊາຢາ ກ້າທີ່ຈະກ່າວວ່າ, "ຄົນເຫລົ່ານັ້ນທີ່ບໍ່ໄດ້ສະແຫວງຫາຂ້າພຣະເຈົ້າ. ໄດ້ເຫັນຂ້າພຣະເຈົ້າ ຂ້າພຣະເຈົ້າໄດ້ປະກົດຕໍ່ຄົນເຫລົ່ານັ້ນທີ່ບໍ່ໄດ້ຖາມຫາຂ້າພຣະເຈົ້າ."
|
|
\p
|
|
\v 21 ແຕ່ທ່ານໄດ້ກ່າວແກ່ອິສະລາເອນວ່າ, "ຕະຫລອດທັງວັນ ຂ້າພຣະເຈົ້າໄດ້ເດ່ມືຂອງຂ້າພຣະເຈົ້າອອກໄປຫາຜູ້ຄົນທີ່ບໍ່ເຊື່ອຟັງ ແລະ ດື້ດ້ານ.”
|
|
\s5
|
|
\c 11
|
|
\cl ບົດທີ 11
|
|
\p
|
|
\v 1 ເມື່ອເປັນເຊັ່ນນັ້ນ, ຂ້າພຣະເຈົ້າຈຶ່ງເວົ້າວ່າ, ພຣະເຈົ້າຊົງປະຕິເສດຄົນຂອງພຣະອົງແລ້ວບໍ? ຂໍຢ່າໃຫ້ເປັນແບບນັ້ນເລີຍ. ເພາະຂ້າພຣະເຈົ້າເອງກໍ່ເປັນຄົນອິສະຣາເອນ, ເຊິ່ງແມ່ນເຊື້ອສາຍຂອງອັບຣາຮາມ, ໃນເຜົ່າເບັນຢາມິນ.
|
|
\v 2 ພຣະເຈົ້າບໍ່ຊົງປະຕິເສດຄົນຂອງພຣະອົງ, ທີ່ພຣະອົງຊົງເລືອກໄວ້ກ່ອນແລ້ວ. ທ່ານບໍ່ຮູ້ວ່າພຣະຄັມພີກ່າວເຖິງ ເອລີຢາ ວ່າແນວໃດ, ທ່ານໄດ້ກ່າວຫາຄົນອິສະຣາເອນຕໍ່ພຣະເຈົ້າວ່າ?
|
|
\v 3 "ອົງພຣະຜູ້ເປັນເຈົ້າ, ພວກເຂົາໄດ້ຂ້າບັນດາຜູ້ທຳນວາຍຂອງພຣະອົງ, ພວກເຂົາທຳລາຍແທ່ນບູຊາຂອງພຣະອົງ. ເຫລືອຂ້າພຣະອົງພຽງຄົນດຽວ, ແລະພວກເຂົາຊອກຫາວິທີທີ່ຈະເອົາຊີວິດຂອງຂ້າພຣະອົງ."
|
|
\s5
|
|
\v 4 ແຕ່ພຣະເຈົ້າຊົງຕອບລາວວ່າແນວໃດ? "ເຮົາໄດ້ສະຫງວນຄົນໄວ້ສຳລັບເຮົາເຈັດພັນຄົນ ເຊິ່ງເປັນຜູ້ທີ່ບໍ່ໄດ້ກາບໄຫວ້ພຣະບາອານ.”
|
|
\v 5 ເຖິງຢ່າງນັ້ນກໍ່ຕາມ, ໃນປະຈຸບັນນີ້, ຍັງມີຄົນຈຳນວນຫນຶ່ງທີ່ເຫລືອຢູ່ເພາະພຣະເຈົ້າໄດ້ຊົງເລືອກໄວ້ໂດຍພຣະຄຸນ.
|
|
\s5
|
|
\v 6 ແຕ່ຖ້າເປັນໂດຍພຣະຄຸນ, ກໍບໍ່ໄດ້ເປັນໂດຍການປະຕິບັດອີກຕໍ່ໄປ. ຖ້າບໍ່ດັ່ງນັ້ນ ພຣະຄຸນກໍຈະບໍ່ແມ່ນພຣະຄຸນອີກຕໍ່ໄປ.
|
|
\v 7 ຖ້າຢ່າງນັ້ນຈະວ່າແນວໃດ? ສິ່ງທີ່ຄົນອິສະຣາເອນສະແຫວງຫານັ້ນ, ພວກເຂົາບໍ່ໄດ້ຮັບ, ແຕ່ຄົນທີ່ພຣະເຈົ້າໄດ້ຊົງເລືອກນັ້ນເປັນຜູ້ໄດ້ຮັບ, ແລະຄົນອື່ນທີ່ເຫລືອກໍມີໃຈແຂງກະດ້າງໄປ.
|
|
\v 8 ຕາມທີ່ມີການຂຽນໄວ້ວ່າ: “ພຣະເຈົ້າຈະປຣະທານໃຈທີ່ອ່ອນເພັຽ, ຕາທີ່ເບິ່ງບໍ່ເຫັນ, ແລະຫູທີ່ບໍ່ໄດ້ຍິນແກ່ພວກເຂົາ, ຈົນເຖິງທຸກວັນນີ້."
|
|
\s5
|
|
\p
|
|
\v 9 ແລະດາວິດກ່າວວ່າ, "ໃຫ້ໂຕະອາຫານຂອງເຂົາເປັນຕາຫນ່າງກັບດັກທ່ອນຫີນທີ່ເຮັດໃຫ້ສະດຸດ, ແລະເປັນສີ່ງທີ່ຕອບແທນພວກເຂົາ.
|
|
\q
|
|
\v 10 ໃຫ້ຕາຂອງພວກເຂົາມືດໄປເພື່ອທີ່ຈະໄດ້ເບິ່ງບໍ່ເຫັນ, ແລະໃຫ້ຫລັງຂອງພວກເຂົາກົ່ງລົງຢູ່ສະເຫມີ."
|
|
\s5
|
|
\p
|
|
\v 11 ຂ້າພຣະເຈົ້າເວົ້າວ່າ, "ພວກເຂົາສະດຸດຈົນລົ້ມລົງບໍ?" ຂໍຢ່າໃຫ້ເປັນແບບນັ້ນເລີຍ. ແຕ່, ຄວາມຫລົ້ມເຫລວຂອງພວກເຂົານັ້ນ, ເປັນເຫດໃຫ້ຄວາມພົ້ນມາເຖິງພວກຕ່າງຊາດ, ເພື່ອທີ່ຈະເຮັດໃຫ້ພວກເຂົາອິດສາ.
|
|
\v 12 ຖ້າຄວາມຫລົ້ມເຫລວຂອງພວກເຂົານັ້ນເປັນເຫດໃຫ້ທົ່ວໂລກໄດ້ຮັບຄວາມສົມບູນ, ແລະຖ້າຄວາມພ່າຍແພ້ຂອງພວກເຂົາ ເປັນເຫດໃຫ້ພວກຕ່າງຊາດໄດ້ຮັບຄວາມສົມບູນແລ້ວ, ຖ້າພວກເຂົາທັງຫມົດໄດ້ເຂົ້າຮ່ວມດ້ວຍ ຈະດີຍິ່ງກວ່ານັ້ນອີກເທົ່າໃດຫນໍ?
|
|
\s5
|
|
\v 13 ບັດນີ້ ຂ້າພຣະເຈົ້າຂໍກ່າວແກ່ພວກທ່ານທີ່ເປັນຄົນຕ່າງຊາດ, ຕາບເທົ່າທີ່ຂ້າພຣະເຈົ້າເປັນອັກຄະສາວົກມາຍັງຄົນຕ່າງຊາດນັ້ນ, ຂ້າພຣະເຈົ້າຍົກຍ້ອງພັນທະກິດຂອງຂ້າພຣະເຈົ້າ.
|
|
\v 14 ບາງທີຂ້າພຣະເຈົ້າອາດເຮັດໃຫ້ພີ່ນ້ອງຮ່ວມຊາດຂອງຂ້າພຣະເຈົ້າອິດສາ. ບາງທີພວກເຮົາອາດຈະໄດ້ຊ່ວຍບາງຄົນໃຫ້ພົ້ນ.
|
|
\s5
|
|
\v 15 ເພາະວ່າຖ້າການທີ່ພວກຊາວອິສະຣາເອນຖືກປະຕິເສດ ເປັນເຫດໃຫ້ຄົນທັງໂລກກັບມາຄືນດີກັບພຣະເຈົ້າ, ການທີ່ພຣະອົງຊົງຮັບເຂົາກັບມາອີກຄັ້ງນັ້ນ ຄືກັບວ່າເຂົາໄດ້ຕາຍໄປແລ້ວ ແລະກັບມາມີຊີວິດອີກຄັ້ງ?
|
|
\v 16 ຖ້າໄດ້ມີການສະຫງວນແປ້ງດິບໄວ້ເພື່ອຖວາຍຜົນທຳອິດ, ແປ້ງດິບທັງຫມົດກໍ່ເປັນຂອງພຣະອົງດ້ວຍ. ແລະຖ້າໄດ້ມີການສະຫງວນຮາກໄວ້ເພື່ອຖວາຍແດ່ພຣະເຈົ້າ, ກິ່ງທັງຫມົດກໍເປັນຂອງພຣະອົງດ້ວຍ.
|
|
\s5
|
|
\v 17 ແຕ່ຖ້າບາງກິ່ງຖືກຫັກອອກແລ້ວ, ແລະຖ້າພຣະເຈົ້າຊົງນຳທ່ານ, ທີ່ເປັນກິ່ງຫມາກກອກປ່າມາຕໍ່ໄວ້ແທນກິ່ງເຫລົ່ານັ້ນ, ແລະຖ້າທ່ານໄດ້ຮັບນ້ຳລ້ຽງຈາກຮາກຕົ້ນຫມາກກອກທີ່ອຸດົມສົມບູນນັ້ນຮ່ວມກັບກິ່ງອື່ນໆແລ້ວ,
|
|
\v 18 ກໍ່ຢ່າອວດດີຕໍ່ກິ່ງເຫລົ່ານັ້ນ. ແຕ່ຖ້າທ່ານອວດດີ, ຢ່າລືມວ່າທ່ານບໍ່ໄດ້ລ້ຽງຮາກນັ້ນ, ແຕ່ຮາກຕ່າງຫາກທີ່ລ້ຽງທ່ານ.
|
|
\s5
|
|
\v 19 ທ່ານອາດຈະເວົ້າວ່າ, "ກິ່ງເຫລົ່ານັ້ນຖືກຫັກອອກເພື່ອຂ້າພຣະເຈົ້າຈະໄດ້ຖືກຕໍ່ເຂົ້າແທນທີ່."
|
|
\v 20 ຖືກແລ້ວ. ພວກເຂົາຖືກຫັກອອກກໍເພາະບໍ່ເຊື່ອ, ແຕ່ທີ່ທ່ານຢືດຫມັ້ນຢູ່ຢ່າງຫມັ້ນຄົງໄດ້ເພາະຄວາມເຊື່ອຂອງທ່ານເທົ່ານັ້ນ. ຢ່າໂອ້ອວດໄປ, ແຕ່ຈົ່ງຢ້ານກົວ.
|
|
\v 21 ເພາະວ່າຖ້າພຣະເຈົ້າບໍ່ໄດ້ລະເວັ້ນກິ່ງເກົ່າຈາກທັມະຊາດເຫລົ່ານັ້ນ, ພຣະອົງກໍຈະບໍ່ລະເວັ້ນທ່ານເຊັ່ນກັນ.
|
|
\s5
|
|
\v 22 ເຫດສະນັ້ນ, ຈົ່ງພິຈາຣະນາເບິ່ງ, ທັງຄວາມເມດຕາ ແລະ ຄວາມເຄັ່ງຄັດຂອງພຣະເຈົ້າ. ແຕ່ອີກດ້ານຫນຶ່ງ, ພຣະອົງຊົງເຄັ່ງຄັດກັບພວກຢິວທີ່ຫລົງຜິດໄປ. ແຕ່ໃນອີກດ້ານຫນຶ່ງ, ພຣະອົງຊົງເມດຕາຕໍ່ທ່ານ, ຖ້າທ່ານຈະດຳຣົງຊີວິດຢູ່ໃນພຣະເມດຕາຂອງພຣະອົງ, ຖ້າບໍ່ດັ່ງນັ້ນ ທ່ານກໍຈະຖືກຕັດອອກດ້ວຍ.
|
|
\s5
|
|
\v 23 ອີກປະການຫນຶ່ງຄື, ຖ້າພວກເຂົາບໍ່ຍອມຢູ່ໃນຄວາມບໍ່ເຊື່ອຕໍ່ໄປ, ພວກເຂົາກໍຈະໄດ້ຮັບການເຊື່ອມຕໍ່ກັບເຂົ້າໄປໃຫມ່. ເພາະວ່າພຣະເຈົ້າສາມາດເຊື່ອມຕໍ່ກັບພວກເຂົາອີກຄັ້ງໄດ້.
|
|
\v 24 ເພາະວ່າຖ້າພຣະເຈົ້າຊົງຕັດທ່ານອອກຈາກຕົ້ນຫມາກກອກເທດທັມະຊາດ, ແລະຊົງນຳມາຕໍ່ກັບຕົ້ນຫມາກກອກພັນດີ, ເຊິ່ງຜິດທັມະຊາດແລ້ວ ການທີ່ຈະເອົາພວກຢິວເຫລົ່ານັ້ນ, ເຊິ່ງເປັນງ່າເດີມຕາມທັມະຊາດເຂົ້າມາຕໍ່ກັບເຂົ້າໄປໃນຕົ້ນຂອງມັນເອງ, ຈະເປັນເລື່ອງງ່າຍກ່ວານັ້ນຫລາຍເທົ່າໃດ?
|
|
\s5
|
|
\p
|
|
\v 25 ພີ່ນ້ອງທັງຫລາຍ, ຂ້າພຣະເຈົ້າຢາກໃຫ້ທ່ານເຂົ້າໃຈຂໍ້ຄວາມອັນເລິກລັບນີ້, ເພື່ອທີ່ວ່າທ່ານຈະໄດ້ບໍ່ອວດຮູ້ຄວາມເລິກລັບນີ້ ຄືສ່ວນຫນຶ່ງ ຂອງຊົນຊາດອິສະຣາເອນ, ຈະມີໃຈແຂງກະດ້າງໄປຈົນກ່ວາຄົນຕ່າງຊາດຈະໄດ້ເຂົ້າມາຄົບຕາມຈຳນວນ.
|
|
\s5
|
|
\v 26 ເມື່ອເປັນແນວນັ້ນ ຊົນຊາດອິສະຣາເອນທັງຫມົດກໍຈະໄດ້ຮັບຄວາມພົ້ນ, ຕາມທີ່ມີຂຽນໄວ້ວ່າ: “ພຣະຜູ້ຊ່ວຍໃຫ້ພົ້ນຈະສະເດັດມາຈາກພູເຂົາຊີໂອນ. ພຣະອົງຈະກຳຈັດຄວາມຊົ່ວອອກໄປຈາກຢາໂຄບ,
|
|
\q
|
|
\v 27 ແລະນີ້ຈະເປັນພັນທະສັນຍາຂອງເຮົາກັບພວກເຂົາ, ເມື່ອເຮົາຈະໃຫ້ອະພັຍໂທດບາບຂອງພວກເຂົາ.”
|
|
\s5
|
|
\p
|
|
\v 28 ໃນອີກດ້ານຫນຶ່ງ ເລື່ອງຂ່າວປະເສີດນັ້ນ, ພວກເຂົາກໍເປັນສັດຕຣູຂອງພຣະເຈົ້າເພື່ອປະໂຫຍດຂອງພວກທ່ານ. ແຕ່ໃນອີກດ້ານຫນຶ່ງຕາມການຊົງເລືອກຂອງພຣະເຈົ້ານັ້ນ, ພວກເຂົາເປັນທີ່ຮັກເນື່ອງຈາກບັນພະບຸຣຸດທັງຫລາຍ.
|
|
\v 29 ເພາະວ່າຂອງປຣະທານ ແລະ ການຊົງເອີ້ນຂອງພຣະເຈົ້ານັ້ນບໍ່ມີມື້ປ່ຽນແປງ.
|
|
\s5
|
|
\v 30 ໃນອະດີດພວກທ່ານບໍ່ໄດ້ເຊື່ອຟັງພຣະເຈົ້າ, ແຕ່ດຽວນີ້ໄດ້ຮັບພຣະເມດຕາເພາະຄວາມບໍ່ເຊື່ອຟັງຂອງພວກເຂົາ.
|
|
\v 31 ໃນທຳນອງດຽວກັນ, ບັດນີ້ຊາວຢິວເຫລົ່ານັ້ນກໍບໍ່ໄດ້ເຊື່ອຟັງ. ຜົນກໍຄືພວກເຂົາຈະໄດ້ຮັບພຣະເມດຕາໂດຍພຣະເມດຕາທີ່ໄດ້ຊົງສຳແດງແກ່ພວກທ່ານ.
|
|
\v 32 ເພາະວ່າພຣະເຈົ້າໄດ້ກຳນົດໃຫ້ມະນຸດທຸກຄົນຢູ່ໃນຄວາມບໍ່ເຊື່ອຟັງ, ເພື່ອທີ່ວ່າພຣະອົງຈະໄດ້ສຳແດງພຣະເມດຕາແກ່ພວກເຂົາທັງຫລາຍທຸກຄົນ.
|
|
\s5
|
|
\q
|
|
\v 33 ໂອ້, ພຣະສະຕິປັນຍາ ແລະ ຄວາມຮອບຮູ້ຂອງພຣະເຈົ້ານັ້ນເລິກເຊິ່ງຫລາຍປານໃດ! ຂໍ້ຕັດສິນຂອງພຣະອົງນັ້ນກໍເຫລືອທີ່ຈະເຂົ້າໃຈໄດ້, ແລະທາງຂອງພຣະອົງກໍເຫລືອທີ່ຈະຄົ້ນພົບໄດ້!
|
|
\q
|
|
\v 34 ເພາະວ່າຜູ້ໃດຮູ້ຈັກຈິດໃຈຂອງອົງພຣະຜູ້ເປັນເຈົ້າໄດ້ ຫລືໃຜສາມາດເປັນທີ່ປຶກສາຂອງພຣະອົງໄດ້?
|
|
\s5
|
|
\q
|
|
\v 35 ຫລືຜູ້ໃດໄດ້ມອບຫຍັງແດ່ແກ່ພຣະເຈົ້າກ່ອນ, ເພື່ອທີ່ພຣະອົງຈະຊົງຕອບແທນເຂົາ?”
|
|
\p
|
|
\v 36 ເພາະວ່າທຸກສິ່ງທຸກຢ່າງທັງຫມົດມາຈາກພຣະອົງໂດຍພຣະອົງ ແລະ ເພື່ອພຣະອົງ. ຂໍພຣະສີຣິຈົ່ງມີແດ່ພຣະອົງສືບໄປເປັນນິດ. ອາແມນ.
|
|
\s5
|
|
\c 12
|
|
\cl ບົດທີ 12
|
|
\p
|
|
\v 1 ດ້ວຍເຫດນີ້, ພີ່ນ້ອງທັງຫລາຍ, ໂດຍເຫັນແກ່ພຣະເມດຕາຂອງພຣະເຈົ້າ, ຂ້າພຣະເຈົ້າຂໍອ້ອນວອນທ່ານທັງຫລາຍ, ໃຫ້ຖວາຍຕົວຂອງພວກທ່ານແດ່ພຣະຜູ້ເປັນເຈົ້າ. ເພື່ອເປັນເຄື່ອງບູຊາທີ່ມີຊີວິດບໍຣິສຸດ ແລະເປັນທີ່ພໍພຣະທັຍພຣະເຈົ້າ ນີ້ແມ່ນການຮັບໃຊ້ທີ່ເຫມາະສົມຂອງທ່ານ.
|
|
\v 2 ຢ່າປະພຶດຕາມຢ່າງຄົນໃນໂລກນີ້, ແຕ່ຈົ່ງຮັບການປ່ຽນແປງຈິດໃຈໃຫມ່. ເພື່ອທີ່ວ່າຕົວຂອງທ່ານຈະໄດ້ປ່ຽນແປງໄປດ້ວຍ ເພື່ອທ່ານຈະໄດ້ຮູ້ວ່າສິ່ງໃດດີ, ສິ່ງໃດເປັນທີ່ພໍພຣະທັຍ, ແລະສິ່ງໃດເປັນພຣະປະສົງອັນສົມບູນແບບຂອງພຣະເຈົ້າ.
|
|
\s5
|
|
\p
|
|
\v 3 ຂ້າພຣະເຈົ້າຂໍກ່າວໂດຍພຣະຄຸນທີ່ປຣະທານແກ່ຂ້າພຣະເຈົ້າວ່າ. ທຸກຄົນໃນພວກທ່ານບໍ່ຄວນຄິດຖືຕົວເກີນກວ່າທີ່ຕົນຄວນຈະຄິດ. ແຕ່ຈົ່ງ, ຄິດຢ່າງສະຫລາດຮອບຄອບໃຫ້ສົມກັບຂະຫນາດ, ຂອງຄວາມເຊື່ອທີ່ພຣະເຈົ້າໄດ້ປຣະທານໃຫ້ແກ່ທ່ານແຕ່ລະຄົນ.
|
|
\s5
|
|
\v 4 ເພາະວ່າພວກເຮົາມີອະໄວຍະວະຫລາຍຢ່າງໃນຮ່າງກາຍດຽວນີ້, ແຕ່ບໍ່ແມ່ນອະໄວຍະວະທັງຫມົດມີຫນ້າທີ່ຄືກັນ.
|
|
\v 5 ໃນທຳນອງດຽວກັນ, ພວກເຮົາຫຼາຍຄົນກໍເປັນຮ່າງກາຍດຽວໃນພຣະຄຣິດເຈົ້າ, ແລະຕ່າງກໍເປັນອະໄວຍະວະຂອງກັນແລະກັນຢ່າງນັ້ນ.
|
|
\s5
|
|
\v 6 ພວກເຮົາທຸກຄົນມີຂອງປຣະທານທີ່ແຕກຕ່າງກັນ ຕາມພຣະຄຸນທີ່ໄດ້ປຣະທານໃຫ້ແກ່ພວກເຮົາ. ຖ້າຂອງປຣະທານຂອງຄົນຫນຶ່ງຄືການເຜີຍພຣະທັມ, ກໍ່ຈົ່ງເຮັດຕາມສັດສ່ວນຄວາມເຊື່ອຂອງເຂົາ.
|
|
\v 7 ຖ້າຂອງປຣະທານຂອງຄົນຫນຶ່ງຄືການຮັບໃຊ້, ກໍ່ໃຫ້ເຂົາຮັບໃຊ້. ຖ້າຄົນຫນຶ່ງມີຂອງປຣະທານແຫ່ງການສິດສອນ, ກໍ່ໃຫ້ເຂົາສອນ.
|
|
\v 8 ຖ້າຂອງປຣະທານຂອງຄົນຫນຶ່ງຄືການຫນູນໃຈ, ກໍໃຫ້ເຂົາຫນູນໃຈ. ຖ້າຂອງປຣະທານຂອງຄົນຫນຶ່ງຄືການໃຫ້, ກໍ່ຈົ່ງໃຫ້ດ້ວຍໃຈກ້ວາງຂວາງ. ຖ້າຂອງປຣະທານຂອງຄົນຫນຶ່ງຄືການນຳ, ກໍ່ຈົ່ງນຳດ້ວຍຄວາມເອົາໃຈໃສ່. ຖ້າຂອງປຣະທານຂອງຄົນຫນຶ່ງຄືການສະແດງຄວາມເມດຕາ, ກໍ່ຈົ່ງເຮັດດ້ວຍໃຈຍິນດີ.
|
|
\s5
|
|
\p
|
|
\v 9 ຂໍໃຫ້ຄວາມຮັກປາສະຈາກຄວາມເສແສ້ງ. ຈົ່ງກຽດຊັງສິ່ງທີ່ຊົ່ວ; ຈົ່ງຍຶດຫມັ້ນໃນສິ່ງທີ່ດີ.
|
|
\v 10 ໃນເລື່ອງຄວາມຮັກແບບພີ່ນ້ອງນັ້ນ, ຈົ່ງຮັກແພງເຊິ່ງກັນແລະກັນ. ໃນເລື່ອງກຽດນັ້ນ, ຈົ່ງໃຫ້ກຽດເຊິ່ງກັນແລະກັນ.
|
|
\s5
|
|
\v 11 ໃນເລື່ອງຄວາມດຸຫມັ່ນນັ້ນ, ຈົ່ງຢ່າລັງເລໃຈ. ໃນເລື່ອງພຣະວິນຍານນັ້ນ, ຈົ່ງມີໃຈກະຕືລືລົ້ນ. ໃນເລື່ອງຂອງອົງພຣະຜູ້ເປັນເຈົ້ານັ້ນ, ຈົ່ງຮັບໃຊ້ພຣະອົງ.
|
|
\v 12 ຈົ່ງຊື່ນຊົມຍິນດີໃນຄວາມຫມັ້ນໃຈທີ່ທ່ານມີຕໍ່ອະນາຄົດ. ຈົ່ງອົດທົນໃນຄວາມຍາກລຳບາກຂອງທ່ານ. ຈົ່ງສືບຕໍ່ອະທິຖານ.
|
|
\v 13 ຈົ່ງຊ່ວຍເຫລືອຜູ້ທີ່ເຊື່ອໃນເວລາທີ່ເຂົາເຈົ້າຕ້ອງການ. ພະຍາຍາມຕ້ອນຮັບຄົນແປກຫນ້າໃຫ້ດີທີ່ສຸດ.
|
|
\s5
|
|
\v 14 ຈົ່ງອວຍພອນຄົນທີ່ຂົ່ມເຫັງທ່ານ; ຈົ່ງອວຍພອນ ແລະ ຢ່າດ່າກັນເລີຍ.
|
|
\v 15 ຈົ່ງຊື່ນຊົມຍິນດີກັບຄົນເຫລົ່ານັ້ນທີ່ຊື່ນຊົມຍິນດີ; ຈົ່ງຮ້ອງໄຫ້ກັບຄົນເຫລົ່ານັ້ນທີ່ຮ້ອງໄຫ້.
|
|
\v 16 ຈົ່ງເປັນນ້ຳຫນຶ່ງໃຈດຽວກັນ. ຢ່າຄິດໃນທາງທີ່ໂອ້ອວດ, ແຕ່ຈົ່ງຍອມຮັບເອົາຄົນທີ່ຕໍ່າຕ້ອຍກວ່າ. ຢ່າຄິດວ່າຕົນເອງສະຫລາດ.
|
|
\s5
|
|
\v 17 ຢ່າເຮັດສິ່ງທີ່ຊົ່ວຮ້າຍຕອບແທນຕໍ່ຜູ້ໃດເລີຍ. ຈົ່ງເຮັດສິ່ງທີ່ດີໃນສາຍຕາຂອງທຸກຄົນ.
|
|
\v 18 ຖ້າເປັນໄປໄດ້, ໃນຂອບເຂດເລື່ອງນີ້ຂຶ້ນຢູ່ກັບທ່ານ. ມີຊີວິດສະຫງົບສຸກກັບທຸກໆຄົນ.
|
|
\s5
|
|
\v 19 ທ່ານຜູ້ເປັນທີ່ຮັກຂອງຂ້າພຣະເຈົ້າ, ຢ່າແກ້ແຄ້ນເອງເລີຍ, ແຕ່ຈົ່ງມອບໄວ້ໃຫ້ກັບພຣະເຈົ້າເປັນຜູ້ຊົງພິພາກສາລົງໂທດ. ເພາະມີຂຽນໄວ້ວ່າ, "ອົງພຣະຜູ້ເປັນເຈົ້າກ່າວວ່າ."'ການແກ້ແຄ້ນເປັນທຸລະຂອງເຮົາ; ເຮົາຈະຕອບແທນເອງ,'
|
|
\q
|
|
\v 20 ແຕ່ຖ້າສັດຕຣູຂອງທ່ານຫິວ, ຈົ່ງໃຫ້ອາຫານລາວກິນ. ຖ້າລາວຫິວນ້ຳ, ຈົ່ງໃຫ້ນໍ້າລາວດື່ມ. ເພາະວ່າຖ້າທ່ານເຮັດແບບນີ້ ທ່ານຈະສຸມຖ່ານໄຟທີ່ລຸກຢູ່ໄວ້ເທິງຫົວຂອງລາວ.”
|
|
\p
|
|
\v 21 ຢ່າໃຫ້ຄວາມຊົ່ວຮ້າຍເອົາຊະນະທ່ານໄດ້, ແຕ່ຈົ່ງເອົາຊະນະຄວາມຊົ່ວດ້ວຍຄວາມດີ.
|
|
\s5
|
|
\c 13
|
|
\cl ບົດທີ 13
|
|
\p
|
|
\v 1 ໃຫ້ທຸກຄົນຍອມເຊື່ອຟັງຜູ້ທີ່ມີອຳນາດປົກຄອງ, ເພາະວ່າບໍ່ມີອຳນາດໃດເລີຍທີ່ບໍ່ໄດ້ມາຈາກພຣະເຈົ້າ. ແລະອຳນາດທີ່ມີຢູ່ນັ້ນໄດ້ຮັບການແຕ່ງຕັ້ງໂດຍພຣະເຈົ້າ.
|
|
\v 2 ດັ່ງນັ້ນ ຜູ້ທີ່ຕໍ່ຕ້ານອຳນາດນັ້ນກໍບໍ່ເຊື່ອຟັງຄຳສັ່ງຂອງພຣະເຈົ້າ; ແລະຜູ້ທີ່ຕໍ່ຕ້ານນັ້ນຈະຖືກພິພາກສາລົງໂທດ.
|
|
\s5
|
|
\v 3 ເພາະວ່າຜູ້ທີ່ປົກຄອງນັ້ນບໍ່ເປັນຕາຢ້ານສຳຫລັບຄົນທີ່ເຮັດຄວາມດີ, ແຕ່ເປັນຕາຢ້ານສຳຫລັບຄົນທີ່ເຮັດຄວາມຊົ່ວ. ທ່ານຕ້ອງການຈະບໍ່ຮູ້ສຶກຢ້ານຜູ້ມີອຳນາດບໍ? ຈົ່ງເຮັດໃນສິ່ງທີ່ດີ, ແລະທ່ານຈະໄດ້ຮັບການຍົກຍ້ອງຈາກຜູ້ມີອຳນາດນັ້ນ.
|
|
\v 4 ເພາະວ່າເຂົາເປັນຜູ້ຮັບໃຊ້ຂອງພຣະເຈົ້າເພື່ອໃຫ້ທ່ານໄດ້ຜົນປະໂຫຍດ. ແຕ່ຖ້າທ່ານເຮັດສິ່ງທີ່ຊົ່ວ, ຈົ່ງຢ້ານເຖີດ. ເພາະວ່າເຂົາບໍ່ໄດ້ຖືດາບໄວ້ລ້າ ໆ. ແຕ່ເຂົາເປັນຜູ້ຮັບໃຊ້ຂອງພຣະເຈົ້າ, ເຊິ່ງກໍຄືຜູ້ແກ້ແຄ້ນໂທດບາບທີ່ມີໃນທຸກຄົນທີ່ເຮັດຄວາມຊົ່ວ.
|
|
\v 5 ດັ່ງນັ້ນ ທ່ານຕ້ອງເຊື່ອຟັງຜູ້ປົກຄອງ, ບໍ່ແມ່ນຍ້ອນຢ້ານການລົງໂທດພຽງຢ່າງດຽວ, ແຕ່ຍ້ອນຈິດສຳນຶກຜິດແລະຊອບດ້ວຍ.
|
|
\s5
|
|
\v 6 ດ້ວຍເຫດນີ້ ທ່ານຈຶ່ງຕ້ອງໄດ້ເສັຽພາສີດ້ວຍ. ເພາະວ່າຜູ້ມີອຳນາດນັ້ນເປັນຜູ້ຮັບໃຊ້ຂອງພຣະເຈົ້າ, ທີ່ເຮັດຫນ້າທີ່ນີ້ຢ່າງຕໍ່ເນື່ອງ.
|
|
\v 7 ຈົ່ງຈ່າຍໃຫ້ແກ່ທຸກຄົນຕາມທີ່ທ່ານຕ້ອງຈ່າຍໃຫ້ພວກເຂົາ: ຄືພາສີແກ່ຄົນທີ່ຕ້ອງໄດ້ຮັບພາສີ; ຄ່າທຳນຽມແກ່ຄົນທີ່ຕ້ອງໄດ້ຮັບຄ່າທຳນຽມ; ຄວາມຢ້ານກົວແກ່ຄົນທີ່ຕ້ອງໄດ້ຮັບຄວາມຢ້ານກົວ; ໃຫ້ກຽດແກ່ຄົນທີ່ຕ້ອງໄດ້ຮັບກຽດ.
|
|
\s5
|
|
\p
|
|
\v 8 ຢ່າເປັນຫນີ້ສິ່ງໃດຕໍ່ໃຜເລີຍ, ນອກຈາກຄວາມຮັກຕໍ່ກັນ ແລະກັນ. ເພາະວ່າຜູ້ທີ່ຮັກເພື່ອນບ້ານໄດ້ເຮັດຕາມກົດບັນຍັດຢ່າງຄົບຖ້ວນແລ້ວ.
|
|
\v 9 ຂໍ້ທີ່ວ່າ "ຢ່າຫລິ້ນຊູ້, ຢ່າຂ້າຄົນ, ຢ່າລັກຊັບ, ຢ່າໂລບ," ແລະຖ້າມີພຣະບັນຍັດອື່ນໆນຳແລ້ວ, ກໍຈະສະຫລຸບໄດ້ໃນປະໂຫຍກນີ້ຄື: “ຈົ່ງຮັກເພື່ອນບ້ານເຫມືອນຮັກຕົນເອງ.”
|
|
\v 10 ຄວາມຮັກບໍ່ເປັນອັນຕະຣາຍຕໍ່ເພື່ອນບ້ານຂອງເຂົາ; ດັ່ງນັ້ນ, ຄວາມຮັກຈຶ່ງເປັນສິ່ງທີ່ເຮັດໃຫ້ກົດບັນຍັດສົມບູນ.
|
|
\s5
|
|
\p
|
|
\v 11 ດ້ວຍເຫດນີ້, ທ່ານຄວນຮູ້ເວລາ, ວ່ານີ້ເປັນເວລາທີ່ທ່ານຈະຕ້ອງຕື່ນຈາກຫລັບນອນແລ້ວ. ເພາະວ່າຄວາມພົ້ນຂອງພວກເຮົາໄດ້ເຂົ້າມາໃກ້ກວ່າຕອນທີ່ພວກເຮົາເລີ່ມເຊື່ອແລ້ວ.
|
|
\v 12 ເວລານີ້ເດິກຫລາຍແລ້ວ, ແລະຕອນເຊົ້າກຳລັງໃກ້ເຂົ້າມາ. ດັ່ງນັ້ນ ໃຫ້ພວກເຮົາປະຖິ້ມການງານແຫ່ງຄວາມມືດ, ແລະ ໃສ່ເສື້ອເກາະແຫ່ງຄວາມສະຫວ່າງ.
|
|
\s5
|
|
\v 13 ໃຫ້ພວກເຮົາດຳເນີນຊີວິດຢ່າງເຫມາະສົມ, ເຫມືອນໃນເວລາກາງເວັນ, ບໍ່ແມ່ນການກິນລ້ຽງຢ່າງເຖິງໃຈ ຫລື ການເມົາມາຍ; ແລະຢ່າໃຫ້ພວກເຮົາດຳເນີນໃນຄວາມຜິດບາບທາງເພດ ຫລື ໃນຕັນຫາທີ່ບໍ່ສາມາດຄວບຄຸມໄດ້, ແລະບໍ່ແມ່ນໃນການໂຕ້ຖຽງ ຫລື ອິດສາກັນ.
|
|
\v 14 ແຕ່ຈົ່ງແຕ່ງກາຍດ້ວຍພຣະເຢຊູຄຣິດເຈົ້າ, ແລະຢ່າກະກຽມສິ່ງໃດໄວ້ເພື່ອເນື້ອຫນັງ, ແລະເພື່ອຕັນຫາຂອງມັນ.
|
|
\s5
|
|
\c 14
|
|
\cl ບົດທີ 14
|
|
\p
|
|
\v 1 ຈົ່ງຕ້ອນຮັບຜູ້ທີ່ອ່ອນແອໃນຄວາມເຊື່ອ., ໂດຍທີ່ບໍ່ຕ້ອງຕັດສິນໃນຂໍ້ໂຕ້ຖຽງຕ່າງໆ.
|
|
\v 2 ຄົນຫນຶ່ງມີຄວາມເຊື່ອວ່າຈະກິນຫຍັງກໍໄດ້, ແຕ່ອີກຄົນຫນຶ່ງທີ່ອ່ອນແອໃນຄວາມເຊື່ອກໍກິນພຽງແຕ່ຜັກເທົ່ານັ້ນ.
|
|
\s5
|
|
\v 3 ຂໍຢ່າໃຫ້ຄົນທີ່ກິນທຸກຢ່າງນັ້ນ ດູຖູກຜູ້ທີ່ບໍ່ກິນທຸກຢ່າງ. ແລະຢ່າໃຫ້ຜູ້ທີ່ບໍ່ກິນທຸກຢ່າງຕັດສິນຄົນອື່ນຜູ້ທີ່ກິນທຸກຢ່າງ ເພາະວ່າພຣະເຈົ້າຊົງຍອມຮັບເຂົາແລ້ວ
|
|
\v 4 ທ່ານແມ່ນໃຜ, ທີ່ຈະຕັດສິນຜູ້ຮັບໃຊ້ຄົນອື່ນ? ຜູ້ຮັບໃຊ້ຄົນນັ້ນຈະຢືນຢູ່ ຫລື ຈະລົ້ມລົງກໍຂື້ນຢູ່ກັບນາຍຂອງເຂົາ. ແຕ່ເຂົາຈະໄດ້ຮັບການເຮັດໃຫ້ຢືນຢູ່, ເພາະວ່າອົົງພຣະຜູ້ເປັນເຈົ້າຊົງສາມາດທີ່ຈະເຮັດໃຫ້ເຂົາຢືນຢູ່ໄດ້.
|
|
\s5
|
|
\v 5 ຄົນຫນຶ່ງຖືວ່າມື້ຫນຶ່ງດີກ່ວາອີກມື້. ອີກຄົນຫນຶ່ງຖືວ່າທຸກໆມື້ຄືກັນ. ໃຫ້ແຕ່ລະຄົນເຊື່ອໃນຄວາມຄິດຂອງຕົນເອງ.
|
|
\v 6 ຄົນທີ່ຖືມື້, ກໍຖືເພື່ອອົງພຣະຜູ້ເປັນເຈົ້າ; ແລະຄົນທີ່ກິນ, ກໍກິນເພື່ອອົງພຣະຜູ້ເປັນເຈົ້າ, ເພາະເຂົາຂອບພຣະຄຸນພຣະເຈົ້າ. ຄົນທີ່ບໍ່ກິນ, ກໍບໍ່ກິນເພື່ອອົງພຣະຜູ້ເປັນເຈົ້າ, ແລະເຂົາກໍຍັງຂອບພຣະຄຸນພຣະເຈົ້າດ້ວຍ.
|
|
\s5
|
|
\v 7 ເພາະພວກເຮົາທຸກຄົນບໍ່ໄດ້ຢູ່ເພື່ອຕົວເອງ, ແລະບໍ່ໄດ້ຕາຍເພື່ອຕົວເອງ.
|
|
\v 8 ເພາະຖ້າພວກເຮົາມີຊີວິດຢູ່, ພວກເຮົາກໍຢູ່ເພື່ອອົງພຣະຜູ້ເປັນເຈົ້າ, ແລະຖ້າພວກເຮົາຕາຍ, ພວກເຮົາກໍຕາຍເພື່ອອົງພຣະຜູ້ເປັນເຈົ້າ. ດັ່ງນັ້ນ ບໍ່ວ່າພວກເຮົາຈະຢູ່ ຫລື ຕາຍພວກເຮົາກໍເປັນຄົນຂອງພຣະຜູ້ເປັນເຈົ້າ.
|
|
\v 9 ເພາະເພື່ອຈຸດປະສົງນີ້ເອງ ພຣະຄຣິດຈຶ່ງໄດ້ສິ້ນພຣະຊົນ ແລະ ຟື້ນຄືນພຣະຊົນອີກ, ເພື່ອທີ່ພຣະອົງຈະໄດ້ກາຍເປັນອົງພຣະຜູ້ເປັນເຈົ້າທັງຂອງຄົນຕາຍ ແລະ ຄົນເປັນ.
|
|
\s5
|
|
\v 10 ແຕ່ທ່ານ, ເປັນຫຍັງທ່ານຈຶ່ງຕັດສິນພີ່ນ້ອງຂອງທ່ານ? ແລະທ່ານ, ເປັນຫຍັງທ່ານຈຶ່ງດູຫມິ່ນພີ່ນ້ອງຂອງທ່ານ? ເພາະວ່າພວກເຮົາທຸກຄົນຈະຕ້ອງຢືນຢູ່ຕໍ່ຫນ້າບັນລັງແຫ່ງການພິພາກສາຂອງພຣະເຈົ້າ.
|
|
\v 11 ເພາະມີຂຽນໄວ້ວ່າ, "ອົງພຣະຜູ້ເປັນເຈົ້າກ່າວວ່າ, "ພວກເຮົາມີຊີວິດ," ຢູ່ເປັນເວລາດົນນານທຸກຄົນຈະຄຸເຂົ່າລົງກົ້ມຂາບເຮົາ, ແລະ ທຸກລີ້ນຈະສັນຣະເສີນພຣະເຈົ້າ.'"
|
|
\s5
|
|
\p
|
|
\v 12 ສະນັ້ນ, ເຮົາແຕ່ລະຄົນຈະຕ້ອງລາຍງານເລື່ອງຂອງຕົວເອງຕໍ່ພຣະເຈົ້າ.
|
|
\p
|
|
\v 13 ດ້ວຍເຫດນີ້, ຢ່າໃຫ້ພວກເຮົາຕັດສິນກັນ ແລະ ກັນອີກຕໍ່ໄປເລີຍ, ແຕ່ຈົ່ງຕັດສິນໃຈໃນສິ່ງນີ້, ວ່າຈະບໍ່ມີຜູ້ໃດວາງກ້ອນຫີນທີ່ຈະເຮັດໃຫ້ທ່ານສະດຸດ ຫລື ດັກໃຫ້ແກ່ພີ່ນ້ອງຂອງເຂົາເລີຍ.
|
|
\s5
|
|
\v 14 ຂ້ອຍຮູ້ແລະເຊື່ອໃນອົງພຣະເຢຊູຄຣິດເຈົ້າ ບໍ່ມີສິ່ງໃດທີ່ເປັນມົນທິນໃນຕົວເອງເລີຍ. ແຕ່ສຳລັບຄົນທີ່ຖືວ່າສິ່ງໃດສິ່ງ ຫນຶ່ງ ທີ່ບໍ່ສະອາດ ນັ້ນຈະເປັນສິ່ງທີ່ບໍ່ສະອາດ ສຳ ລັບລາວ.
|
|
\v 15 ຖ້າພີ່ນ້ອງຮູ້ສຶກທຸກໃຈເພາະອາຫານທີ່ທ່ານກິນນັ້ນ, ທ່ານກໍບໍ່ໄດ້ຍ່າງໃນຄວາມຮັກອີກຕໍ່ໄປ. ຢ່າທຳລາຍຄົນນັ້ນທີ່ພຣະຄຣິດເຈົ້າໄດ້ສິ້ນພຣະຊົນເພື່ອເຂົາດ້ວຍອາຫານທີ່ທ່ານກິນເລີຍ.
|
|
\s5
|
|
\v 16 ສະນັ້ນ, ຢ່າໃຫ້ການກະທຳທີ່ດີຂອງທ່ານເປັນເຫດໃຫ້ຄົນອື່ນເຍາະເຍີ້ຍພວກເຂົາເລີຍ.
|
|
\v 17 ເພາະວ່າອານາຈັກຂອງພຣະເຈົ້ານັ້ນບໍ່ແມ່ນການກິນ ແລະ ການດື່ມ, ແຕ່ເປັນຄວາມຊອບທັມ, ສັນຕິສຸກ, ແລະຄວາມຊື່ນຊົມຍິນດີໃນພຣະວິນຍານບໍຣິສຸດເຈົ້າ.
|
|
\s5
|
|
\v 18 ເພາະຄົນທີ່ຮັບໃຊ້ພຣະຄຣິດໃນລັກສະນະນີ້ ກໍເປັນທີ່ພໍພຣະທັຍ ພຣະເຈົ້າ ແລະເປັນທີ່ຍອມຮັບຂອງມະນຸດດ້ວຍ.
|
|
\v 19 ເຫດສະນັ້ນ, ໃຫ້ພວກເຮົາສະແຫວງຫາສິ່ງທີ່ຈະເຮັດໃຫ້ເກີດສັນຕິສຸກ ແລະ ສິ່ງທີ່ຈະເສີມສ້າງກັນ ແລະ ກັນຂຶ້ນ.
|
|
\s5
|
|
\v 20 ຢ່າທຳລາຍການງານຂອງພຣະເຈົ້າເພາະອາຫານເລີຍ. ທຸກຢ່າງບໍ່ມີທີ່ຕິຢ່າງແນ່ນອນ, ແຕ່ຖ້າຄົນນັ້ນກິນ ແລະ ເຮັດໃຫ້ຄົນອື່ນສະດຸດກໍເປັນສິ່ງທີ່ບໍ່ດີ.
|
|
\v 21 ເປັນການດີທີ່ຈະບໍ່ກິນຊີ້ນສັດ, ຫລືບໍ່ດື່ມເຫລົ້າອະງຸ່ນ, ຫລືສິ່ງໃດກໍຕາມທີ່ຈະເຮັດໃຫ້ພີ່ນ້ອງຮູ້ສຶກບໍ່ດີ.
|
|
\s5
|
|
\v 22 ຄວາມເຊື່ອໃນສິ່ງເຫລົ່ານີ້ທີ່ທ່ານມີ, ຈົ່ງຮັກສາໄວ້ໃຫ້ເປັນເລື່ອງລະຫວ່າງທ່ານກັບພຣະເຈົ້າ. ຄົນທີ່ບໍ່ຕຳນິຕິຕຽນຕົນເອງໃນສິ່ງທີ່ຕົນເຫັນດີກໍເປັນສຸກ.
|
|
\v 23 ຖ້າເຂົາກິນ, ກໍຈະຖືກກ່າວໂທດ. ເພາະເປັນສິ່ງທີ່ບໍ່ໄດ້ມາຈາກຄວາມເຊື່ອ ແລະສິ່ງໃດກໍຕາມທີ່ບໍ່ໄດ້ມາຈາກຄວາມເຊື່ອກໍເປັນຄວາມບາບ.
|
|
\s5
|
|
\c 15
|
|
\cl ບົດທີ 15
|
|
\p
|
|
\v 1 ບັດນີ້ ພວກເຮົາມີຄວາມເຊື່ອທີ່ເຂັ້ມແຂງ ຄວນຈະອົດທົນຕໍ່ຈຸດອ່ອນຂອງຄົນທີ່ອ່ອນແອ, ແລະບໍ່ຄວນເຮັດຫຍັງຕາມຄວາມພໍໃຈຂອງຕົວເອງ.
|
|
\v 2 ໃຫ້ເຮົາແຕ່ລະຄົນເຮັດໃຫ້ເພື່ອນບ້ານພໍໃຈເພື່ອຄວາມດີ, ຄືເປັນການເສີມສ້າງເຂົາຂື້ນ.
|
|
\s5
|
|
\v 3 ເພາະແມ່ນແຕ່ພຣະຄຣິດກໍຍັງບໍ່ຊົງເຮັດໃນສິ່ງທີ່ພຣະອົງພໍພຣະທັຍ. ແຕ່, ເປັນຕາມທີ່ມີຂຽນໄວ້ວ່າ, "ຄຳເວົ້າການໃສ່ຮ້າຍຂອງຄົນເຫລົ່ານັ້ນທີ່ດູຖູກພຣະອົງຕົກຢູ່ກັບຂ້າພຣະອົງ."
|
|
\v 4 ເພາະສິ່ງໃດກໍຕາມທີ່ໄດ້ຂຽນໄວ້ກ່ອນຫນ້ານີ້ ກໍຂຽນໄວ້ເພື່ອສັ່ງສອນພວກທ່ານ, ເພື່ອທີ່ວ່າພວກທ່ານຈະໄດ້ມີຄວາມເຊື່ອຫມັ້ນໂດຍຄວາມອົດທົນ ແລະໂດຍການຫນູນໃຈຈາກພຣະຄັມພີ.
|
|
\s5
|
|
\v 5 ບັດນີ້, ຂໍພຣະເຈົ້າຜູ້ປຣະທານຄວາມອົດທົນ ແລະ ການຫນູນໃຈ ປຣະທານຄວາມເປັນນ້ຳຫນຶ່ງໃຈດຽວກັນໃນພວກທ່ານທັງຫລາຍ ຕາມຢ່າງພຣະເຢຊູຄຣິດເຈົ້າ.
|
|
\v 6 ຂໍພຣະອົງຊົງເຮັດເຊັ່ນນີ້ເພື່ອທີ່ວ່າທ່ານຈະໄດ້ສັນຣະເສີນພຣະເຈົ້າ ແລະ ພຣະບິດາເຈົ້າຂອງພຣະເຢຊູຄຣິດເຈົ້າຂອງພວກເຮົາດ້ວຍໃຈດຽວກັນ ແລະ ປາກດຽວກັນ.
|
|
\p
|
|
\v 7 ດ້ວຍເຫດນີ້ ຈົ່ງຕ້ອນຮັບກັນ ແລະ ກັນ, ຄືກັນກັບທີ່ພຣະຄຣິດໄດ້ຊົງຕ້ອນຮັບທ່ານດ້ວຍ, ເພື່ອເປັນການສັນຣະເສີນພຣະເຈົ້າ.
|
|
\s5
|
|
\v 8 ເພາະຂ້າພຣະເຈົ້າເວົ້າວ່າ ພຣະຄຣິດໄດ້ຊົງເປັນຜູ້ຮັບໃຊ້ຂອງພວກທີ່ເຂົ້າພິທີຕັດ ເພື່ອເປັນຕົວແທນແຫ່ງຄວາມຈິງຂອງພຣະເຈົ້າ, ພຣະອົງຊົງເຮັດເຊັ່ນນີ້ເພື່ອທີ່ວ່າພຣະອົງຈະໄດ້ຊົງຢືນຢັນພຣະສັນຍາທີ່ໄດ້ປຣະທານໃຫ້ແກ່ບັນພະບຸຣຸດນັ້ນ,
|
|
\v 9 ແລະເພື່ອໃຫ້ບັນດາຄົນຕ່າງຊາດໄດ້ຖວາຍກຽດແດ່ພຣະເຈົ້າ ສຳລັບຄວາມເມດຕາຂອງພຣະອົງ. ຕາມທີ່ມີຂຽນໄວ້ວ່າ, “ດ້ວຍເຫດນີ້ ຂ້າພຣະອົງຈະສັນຣະເສີນພຣະອົງໃນບັນດາຄົນຕ່າງຊາດ ແລະ ຮ້ອງເພງສັນຣະເສີນພຣະນາມຂອງພຣະອົງ."
|
|
\s5
|
|
\p
|
|
\v 10 ແລະມີຄຳກ່າວອີກວ່າ, “ບັນດາ, ຄົນຕ່າງຊາດທັງຫລາຍ, ຈົ່ງຊື່ນຊົມຍິນດີກັບປະຊາຊົນຂອງພຣະອົງ.”
|
|
\p
|
|
\v 11 ແລະຍັງມີກ່າວອີກວ່າ, “ບັນດາຄົນຕ່າງຊາດທັງຫມົດ ຈົ່ງສັນຣະເສີນອົງພຣະຜູ້ເປັນເຈົ້າ, ແລະ ໃຫ້ປະຊາຊົນທັງຫມົດຍົກຍ້ອງພຣະອົງ."
|
|
\s5
|
|
\p
|
|
\v 12 ແລະ, ເອຊາຢາ ກ່າວອີກວ່າ, "ຈະມີຮາກແຫ່ງ ເຢຊີ, ແລະຜູ້ທີ່ຈະຊົງລຸກຂຶ້ນມາປົກຄອງບັນດາຄົນຕ່າງຊາດ. ຄົນຕ່າງຊາດທັງປວງຈະມີຄວາມຫມັ້ນໃຈໃນພຣະອົງ."
|
|
\s5
|
|
\p
|
|
\v 13 ບັດນີ້ ຂໍພຣະເຈົ້າແຫ່ງຄວາມຫມັ້ນໃຈ ໂຜດເຕີມເຕັມທ່ານດ້ວຍຄວາມຊື່ນຊົມຍິນດີ ແລະ ສັນຕິສຸກທັງປວງໃນຄວາມເຊື່ອນັ້ນ, ເພື່ອທີ່ທ່ານຈະໄດ້ເຕັມປ່ຽມໃນຄວາມຫມັ້ນໃຈ, ໂດຍຣິດເດດແຫ່ງພຣະວິນຍານບໍຣິສຸດເຈົ້າ.
|
|
\s5
|
|
\p
|
|
\v 14 ພີ່ນ້ອງທັງຫລາຍ. ຂ້າພຣະເຈົ້າເຊື່ອຫມັ້ນໃນທ່ານ, ຂ້າພຣະເຈົ້າເຊື່ອຫມັ້ນວ່າທ່ານກໍເຕັມປ່ຽມດ້ວຍຄວາມດີ, ແລະສົມບູນໄປດ້ວຍຄວາມຮູ້ທຸກຢ່າງ. ແລະຂ້າພຣະເຈົ້າເຊື່ອວ່າທ່ານຈະສາມາດເຕືອນສະຕິກັນ ແລະ ກັນໄດ້.
|
|
\s5
|
|
\v 15 ແຕ່ຂ້າພຣະເຈົ້າຂຽນເຖິງທ່ານດ້ວຍໃຈກ້າຫານກ່ຽວກັບບາງສິ່ງເພື່ອທີ່ຈະເຕືອນຄວາມຈຳຂອງທ່ານ, ເນື່ອງຈາກຂອງປຣະທານທີ່ພຣະເຈົ້າໄດ້ປຣະທານແກ່ຂ້າພຣະເຈົ້າ.
|
|
\v 16 ຂອງປຣະທານນີ້ຄືໃຫ້ຂ້າພຣະເຈົ້າເປັນຜູ້ຮັບໃຊ້ຂອງພຣະເຢຊູຄຣິດເຈົ້າຕໍ່ຄົນຕ່າງຊາດ, ເພື່ອທີ່ຈະປະຕິບັດຫນ້າທີ່ ເປັນປະໂລຫິດໃນເລື່ອງຂ່າວປະເສີດຂອງພຣະເຈົ້າ. ຂ້າພຣະເຈົ້າຄວນເຮັດເຊັ່ນນີ້ເພື່ອທີ່ຄົນຕ່າງຊາດຈະເປັນເຄື່ອງບູຊາທີ່ພໍພຣະທັຍ, ທີ່ມອບຖວາຍແດ່ພຣະເຈົ້າໂດຍພຣະວິນຍານບໍຣິສຸດເຈົ້າ.
|
|
\s5
|
|
\v 17 ດັ່ງນັ້ນ ຄວາມຍິນດີຂອງຂ້າພຣະເຈົ້າຢູ່ໃນພຣະເຢຊູຄຣິດເຈົ້າ ແລະ ໃນສີ່ງທີ່ກ່ຽວກັບພຣະເຈົ້າ.
|
|
\v 18 ເພາະວ່າຂ້າພຣະເຈົ້າບໍ່ກ້າກ່າວໃນສິ່ງໃດ ນອກຈາກສິ່ງທີ່ພຣະຄຣິດໄດ້ເຮັດໃຫ້ສຳເລັດຜ່ານທາງຂ້າພຣະເຈົ້າໃນເລື່ອງຄວາມເຊື່ອຂອງຄົນຕ່າງຊາດ. ນີ້ຄືສີ່ງທີ່ເກີດຂື້ນໄດ້ໂດຍຄຳສອນ ແລະ ການກະທຳ,
|
|
\v 19 ໂດຍຣິດເດດແຫ່ງຫມາຍສຳຄັນ ແລະການອັດສະຈັນ, ແລະໂດຍຣິດເດດແຫ່ງພຣະວິນຍານບໍຣິສຸດເຈົ້າ. ເພື່ອທີ່ວ່າຂ້າພຣະເຈົ້າຈະໄດ້ປະກາດຂ່າວປະເສີດຂອງພຣະຄຣິດຢ່າງຄົບຖ້ວນ ຕັ້ງແຕ່ນະຄອນ ເຢຣູຊາເລັມ, ອ້ອມໄປໄກຮອດແຂວງ ອີລີຣິກົນ.
|
|
\s5
|
|
\v 20 ໂດຍການນີ້, ຄວາມປາຖນາຂອງຂ້າພຣະເຈົ້າຄື ການປະກາດຂ່າວປະເສີດ, ແຕ່ບໍ່ແມ່ນໃນບ່ອນທີ່ມີການອອກພຣະນາມຂອງພຣະຄຣິດເຈົ້າມາກ່ອນ, ເພື່ອທີ່ວ່າຂ້າພຣະເຈົ້າຈະໄດ້ບໍ່ກໍ່ຂຶ້ນເທິງຮາກຖານຂອງຄົນອື່ນ.
|
|
\v 21 ຕາມທີ່ມີຂຽນໄວ້ວ່າ: "ຄົນເຫລົ່ານັ້ນທີ່ບໍ່ເຄີຍມີໃຜບອກຂ່າວເລື່ອງພຣະອົງກໍຈະໄດ້ເຫັນພຣະອົງ, ແລະຄົນເຫລົ່ານັ້ນທີ່ຍັງບໍ່ໄດ້ຍິນກໍຈະເຂົ້າໃຈ."
|
|
\s5
|
|
\p
|
|
\v 22 ດັ່ງນັ້ນ ຈຶ່ງມີເຫດຂັດຂວາງຂ້າພຣະເຈົ້າຫລາຍເທື່ອບໍ່ໃຫ້ມາຫາພວກທ່ານ.
|
|
\v 23 ແຕ່ບັດນີ້, ຂ້າພະເຈົ້າໄດ້ປະກາດໄປທົ່ວທຸກບ່ອນໃນແຜ່ນດິນເຫລົ່ານີ້ແລ້ວ, ແລະຂ້າພຣະເຈົ້າມີຄວາມປາຖນາເປັນເວລາຫລາຍປີແລ້ວທີ່ຈະມາຫາທ່ານ.
|
|
\s5
|
|
\v 24 ເມື່ອໃດກໍຕາມທີ່ຂ້າພຣະເຈົ້າໄປປະເທດສະເປນ, ຂ້າພຣະເຈົ້າຫວັງວ່າຈະມາຢ້ຽມຢາມຫາພວກທ່ານ, ເພື່ອໃຫ້ພວກທ່ານສົ່ງຂ້າພຣະເຈົ້າເດີນທາງຕໍ່ໄປ, ຫລັງຈາກທີ່ໄດ້ໃຊ້ເວລາອັນເບີກບານໃຈຢູ່ກັບພວກທ່ານເປັນເວລາຊົ່ວຄາວແລ້ວ.
|
|
\v 25 ແຕ່ຂະນະນີ້ ຂ້າພຣະເຈົ້າກຳລັງຈະເດີນທາງໄປທີ່ນະຄອນ ເຢຣູຊາເລັມເພື່ອຮັບໃຊ້ຜູ້ທີ່ເຊື່ອ.
|
|
\s5
|
|
\v 26 ເພາະບັນດາຜູ້ທີ່ເຊື່ອໃນແຂວງ ມາເກໂດເນັຽ ແລະ ແຂວງ ອະຂາຢາ ເຕັມໃຈທີ່ຈະຫາເງິນຈຳນວນຫນຶ່ງ ເພື່ອມອບໃຫ້ແກ່ຄົນທຸກຍາກໃນບັນດາຜູ້ທີ່ເຊື່ອໃນນະຄອນ ເຢຣູຊາເລັມ.
|
|
\v 27 ພວກເຂົາເຕັມໃຈທີ່ຈະເຮັດສິ່ງນີ້, ແລະ, ໃນຄວາມຈິງແລ້ວ, ພວກເຂົາເປັນຫນີ້ຜູ້ທີ່ເຊື່ອເຫລົ່ານັ້ນດ້ວຍ. ເພາະຖ້າຄົນຕ່າງຊາດໄດ້ມີສ່ວນຮ່ວມໃນຂອງປຣະທານຝ່າຍວິນຍານຈາກປະຊາຊົນຈາກຊາວເຢຣູຊາເລັມແລ້ວ ກໍເປັນການສົມຄວນທີ່ພວກເຂົາຈະໄດ້ຮັບໃຊ້ຊາວເຢຣູຊາເລັມໃນເລື່ອງສິ່ງຂອງທາງໂລກດ້ວຍ.
|
|
\s5
|
|
\v 28 ດັ່ງນັ້ນ, ເມື່ອຂ້າພຣະເຈົ້າຈັດການເລື່ອງນີ້ສຳເລັດແລ້ວ ແລະໄດ້ມອບຜົນແຫ່ງການສົມທົບເງິນໃຫ້ແກ່ພວກເຂົາແລ້ວ, ຂ້າພຣະເຈົ້າກໍຈະເດີນທາງຕໍ່ໄປທີ່ປະເທດສະເປນໂດຍການແວ່ຢ້ຽມຢາມທ່ານລະຫວ່າງທາງ.
|
|
\v 29 ຂ້າພຣະເຈົ້າຮູ້ວ່າ ເມື່ອຂ້າພຣະເຈົ້າມາຫາທ່ານນັ້ນ ຂ້າພຣະເຈົ້າຈະມາພ້ອມກັບພຣະພອນຢ່າງເຕັມທີ່ຂອງພຣະຄຣິດ.
|
|
\s5
|
|
\p
|
|
\v 30 ບັດນີ້, ພີ່ນ້ອງທັງຫລາຍ, ໂດຍພຣະເຢຊູຄຣິດເຈົ້າພຣະຜູ້ເປັນເຈົ້າຂອງພວກເຮົາ, ແລະໂດຍຄວາມຮັກຂອງພຣະວິນຍານບໍຣິສຸດເຈົ້າ, ຂ້າພຣະເຈົ້າຂໍອ້ອນວອນທ່ານໃຫ້ຮ່ວມອະທິຖານກັບຂ້າພຣະເຈົ້າ. ຕໍ່ພຣະເຈົ້າດ້ວຍໃຈຕັ້ງຫມັ້ນເພື່ອຂ້າພຣະເຈົ້າ.
|
|
\v 31 ຂໍອະທິຖານເພື່ອທີ່ຂ້າພຣະເຈົ້າຈະໄດ້ຮັບການຊ່ວຍກູ້ຈາກຄົນເຫລົ່ານັ້ນທີ່ບໍ່ເຊື່ອໃນແຂວງ ຢູດາຍ, ແລະເພື່ອໃຫ້ການຮັບໃຊ້ຂອງຂ້າພຣະເຈົ້າສຳລັບນະຄອນ ເຢຣູຊາເລັມເປັນທີ່ພໍໃຈຂອງຜູ້ທີ່ເຊື່ອ.
|
|
\v 32 ແລະຈົ່ງອະທິຖານເພື່ອໃຫ້ຂ້າພຣະເຈົ້າໄດ້ມາຫາທ່ານຕາມພຣະປະສົງຂອງພຣະເຈົ້າດ້ວຍຊື່ນຊົມຍິນດີ, ແລະຂ້າພຣະເຈົ້າຈະໄດ້ພັກຜ່ອນຮ່ວມກັນກັບພວກທ່ານ.
|
|
\s5
|
|
\v 33 ຂໍໃຫ້ພຣະເຈົ້າແຫ່ງສັນຕິສຸກສະຖິດຢູ່ກັບທ່ານທັງຫລາຍທຸກຄົນ. ອາແມນ.
|
|
\s5
|
|
\c 16
|
|
\cl ບົດທີ 16
|
|
\p
|
|
\v 1 ຂ້າພຣະເຈົ້າຂໍຝາກນ້ອງສາວຂອງຂ້າພຣະເຈົ້າໄວ້ກັບພວກທ່ານຄືນາງ ຟອຍເບ, ທີ່ເປັນຜູ້ຮັບໃຊ້ໃນຄຣິສຕະຈັກເມືອງ ເກັນເຂໄອ,
|
|
\v 2 ເພື່ອໃຫ້ທ່ານໄດ້ຕ້ອນຮັບນາງໃນອົງພຣະຜູ້ເປັນເຈົ້າ. ກະຣຸນາຕ້ອນຮັບນາງຕາມທີ່ເຫມາະສົມທີ່ຜູ້ເຊື່ອຈະເຮັດ, ແລະກະຣຸນາເບິ່ງແຍງຊ່ວຍເຫລືອນາງໃນທຸກສິ່ງທີ່ນາງຕ້ອງການໃຫ້ທ່ານຊ່ວຍ. ເພາະໂຕນາງເອງກໍໄດ້ຊ່ວຍເຫລືອຜູ້ຄົນຫລວງຫລາຍ, ລວມທັງຂ້າພຣະເຈົ້າດ້ວຍ.
|
|
\s5
|
|
\p
|
|
\v 3 ຂໍຝາກທັກທາຍນາງ ປີຊະກີລາ ແລະ ທ່ານ ອາກີລາ ຜູ້ຮ່ວມງານກັບຂ້າພຣະເຈົ້າໃນພຣະເຢຊູຄຣິດເຈົ້າ,
|
|
\v 4 ເຊິ່ງໄດ້ສ່ຽງຊີວິດຂອງຕົນເອງເພື່ອຊ່ວຍຊີວິດຂອງຂ້າພຣະເຈົ້າ. ຂ້າພຣະເຈົ້າຂໍຂອບໃຈພວກເຂົາທັງສອງ, ແລະບໍ່ພຽງແຕ່ຂ້າພຣະເຈົ້າຄົນດຽວ, ແຕ່ລວມເຖິງຄຣິສຕະຈັກທຸກແຫ່ງຂອງຄົນຕ່າງຊາດດ້ວຍ.
|
|
\p
|
|
\v 5 ແລະຂໍຝາກທັກທາຍຄຣິສຕະຈັກທີ່ຢູ່ໃນເຮືອນຂອງພວກເຂົາດ້ວຍ. ຂໍຝາກທັກທາຍທ່ານ ເອປາຍເນດ ເພື່ອນທີ່ຮັກຂອງຂ້າພຣະເຈົ້າ. ຜູ້ເປັນຄົນທຳອິດທີ່ເຂົ້າມາເຊື່ອໃນພຣະຄຣິດໃນແຂວງ ເອເຊັຽ.
|
|
\s5
|
|
\p
|
|
\v 6 ຂໍຝາກທັກທາຍນາງ ມາຣີ, ຜູ້ທີ່ໄດ້ເຮັດວຽກຫນັກເພື່ອທ່ານທັງຫລາຍ.
|
|
\p
|
|
\v 7 ຂໍຝາກທັກທາຍທ່ານ ອັນດາໂລນິໂກ ກັບ ນາງ ຢູເນັຽ, ຜູ້ທີ່ເປັນຍາດພີ່ນ້ອງຂອງຂ້າພຣະເຈົ້າ, ແລະເຄີຍຖືກຈັບກຸມຮ່ວມກັບຂ້າພຣະເຈົ້າ. ພວກເຂົາເປັນທີ່ຮູ້ຈັກກັນດີໃນບັນດາອັກຄະສາວົກ. ອີກທັງໄດ້ຢູ່ໃນພຣະຄຣິດກ່ອນຂ້າພຣະເຈົ້າດ້ວຍ.
|
|
\p
|
|
\v 8 ຂໍຝາກທັກທາຍທ່ານ ອຳເປັຽ ຜູ້ເປັນທີ່ຮັກຂອງຂ້າພຣະເຈົ້າໃນອົງພຣະຜູ້ເປັນເຈົ້າ.
|
|
\s5
|
|
\p
|
|
\v 9 ຂໍຝາກທັກທາຍທ່ານ ອູຣະບານ, ຜູ້ຮ່ວມງານກັບພວກເຮົາໃນພຣະຄຣິດ, ແລະ ທ່ານ ຊະຕາຂີ, ຜູ້ເປັນທີ່ຮັກຂອງຂ້າພຣະເຈົ້າ.
|
|
\p
|
|
\v 10 ຂໍຝາກທັກທາຍທ່ານ ອະເປເລ, ຜູ້ເປັນທີ່ພໍພຣະທັຍໃນພຣະຄຣິດ. ຂໍຝາກທັກທາຍຄົນໃນຄອບຄົວຂອງທ່ານ ອາຣິສະໂຕບູໂລ.
|
|
\p
|
|
\v 11 ຂໍຝາກທັກທາຍທ່ານ ເຮໂຣດີໂອນ, ຜູ້ເປັນຍາດພີ່ນ້ອງຂອງຂ້າພຣະເຈົ້າ. ຂໍຝາກທັກທາຍຄົນໃນຄອບຄົວຂອງທ່ານ ນາຣະກິດ, ຜູ້ຢູ່ໃນອົງພຣະຜູ້ເປັນເຈົ້າ.
|
|
\s5
|
|
\p
|
|
\v 12 ຂໍ ຝາກທັກທາຍຕີຝາຍນາ ແລະ ທີໂຟຊາ, ຜູ້ເຮັດວຽກຫນັກ ໃນອົງພຣະຜູ້ເປັນເຈົ້າ. ຂໍຝາກທັກທາຍເປຊີດາທີ່ຮັກ, ຜູ້ທີ່ໄດ້ເຮັດວຽກຫລວງຫລາຍໃນອົງພຣະຜູ້ເປັນເຈົ້າ.
|
|
\p
|
|
\v 13 ຂໍຝາກທັກທາຍ ຣູໂຟ, ຜູ້ທີ່ຊົງເລືອກໄວ້ໃນອົງພຣະຜູ້ເປັນເຈົ້າ, ແລະມານດາຂອງລາວເຊິ່ງເປັນມານດາຂອງຂ້າພຣະເຈົ້າດ້ວຍ.
|
|
\p
|
|
\v 14 ຂໍຝາກທັກທາຍອາຊິນກຣິດ, ຟະເລໂກນ, ເຮຣະມີ, ປະໂຕບາ, ເຮຣະມາ, ແລະພີ່ນ້ອງທັງຫລາຍທີ່ຢູ່ກັບພວກເຂົາ.
|
|
\s5
|
|
\p
|
|
\v 15 ຂໍຝາກທັກທາຍກັບ ຟິໂລໂລກ ແລະ ຢູລີອາ, ເນເຣ ແລະ ນ້ອງສາວຂອງເຂົາ, ແລະ ໂອລິມປາ, ກັບຜູ້ທີ່ເຊື່ອທຸກຄົນທີ່ຢູ່ກັບພວກເຂົາ.
|
|
\p
|
|
\v 16 ຈົ່ງທັກທາຍເຊິ່ງກັນ ແລະ ກັນດ້ວຍປະເພນີການຈູບອັນບໍຣິສຸດ, ຄຣິສຕະຈັກທຸກໆແຫ່ງຂອງພຣະຄຣິດຝາກທັກທາຍມາຫາພວກທ່ານດ້ວຍ.
|
|
\s5
|
|
\p
|
|
\v 17 ພີ່ນ້ອງທັງຫລາຍ, ຂ້າພຣະເຈົ້າຂໍຮ້ອງທ່ານ, ໃຫ້ລະວັງຄົນເຫລົ່ານັ້ນທີ່ສ້າງຄວາມແບ່ງແຍກ ແລະເຮັດໃຫ້ຄົນອື່ນສະດຸດ. ພວກເຂົາຫລົງຜິດໄປຈາກຄຳສອນທີ່ທ່ານທັງຫລາຍໄດ້ຮຽນມາ. ຈົ່ງປິ່ນຫນ້າຫນີຈາກຄົນເຫຼົ່ານັ້ນ.
|
|
\v 18 ເພາະວ່າຄົນແບບນັ້ນບໍ່ໄດ້ຮັບໃຊ້ພຣະຄຣິດອົງພຣະຜູ້ເປັນເຈົ້າຂອງພວກເຮົາ, ແຕ່ຮັບໃຊ້ປາກທ້ອງຂອງໂຕເອງ. ແລະໄດ້ລໍ້ລວງຫົວໃຈຂອງຜູ້ບໍຣິສຸດດ້ວຍຖ້ອຍຄຳທີ່ຫນ້າຟັງ ແລະປະຈົບປະແຈງ.
|
|
\s5
|
|
\v 19 ເພາະວ່າຕົວຢ່າງແຫ່ງການເຊື່ອຟັງຂອງພວກທ່ານ. ໄດ້ແຜ່ຂະຫຍາຍ, ໄປທົ່ວ, ທຸກຄົນແລ້ວ, ດັ່ງນັ້ນຂ້າພຣະເຈົ້າຈຶ່ງມີຄວາມຊື່ນຊົມຍິນດີເພາະທ່ານ ແຕ່ຂ້າພຣະເຈົ້າຢາກໃຫ້ທ່ານສະຫລາດໃນການດີ, ແລະໂງ່ໃນການຊົ່ວ.
|
|
\v 20 ອີກບໍ່ດົນພຣະເຈົ້າແຫ່ງສັນຕິສຸກຈະຊົງທຳ ລາຍຊາຕານຢູ່ໃຕ້ຕີນຂອງພວກທ່ານ. ຂໍພຣະຄຸນແຫ່ງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາສະຖິດຢູ່ກັບທ່ານເຖີດ.
|
|
\s5
|
|
\p
|
|
\v 21 ຕີໂມທຽວ, ຜູ້ຮ່ວມງານກັບຂ້າພຣະເຈົ້າ, ລູກີໂອຢາໂຊນ, ແລະໂຊຊິປາໂທ, ຜູ້ເປັນພີ່ນ້ອງຂອງຂ້າພຣະເຈົ້າຝາກທັກທາຍທ່ານທັງຫລາຍດ້ວຍ.
|
|
\v 22 ຂ້າພຣະເຈົ້າ, ເຕຣະຕຽວ, ຜູ້ຂຽນຈົດຫມາຍນີ້ຕາມຄຳ ເວົ້າ, ຂໍທັກທາຍມາຍັງທ່ານທັງຫລາຍໃນອົງພຣະຜູ້ເປັນເຈົ້າດ້ວຍ.
|
|
\s5
|
|
\v 23 ໄຄໂຢ, ເຈົ້າຂອງເຮືອນຜູ້ເບິ່ງແຍງຂ້າພຣະເຈົ້າ ແລະ ເປັນຜູ້ເບີ່ງແຍງຄຣິສຕະຈັກທັງຫມົດ, ຝາກທັກທາຍທ່ານ, ເອຣາຊະໂຕ, ນາຍຄັງປະຈຳເມືອງ, ແລະ ກູອາໂຕເຊິ່ງເປັນພີ່ນ້ອງຂອງພວກຂ້າພຣະເຈົ້າ. ຝາກທັກທາຍພວກທ່ານດ້ວຍ
|
|
\v 24 "ຂໍໃຫ້ພຣະຄຸນຂອງພຣະເຢຊູຄຣິດເຈົ້າຂອງພວກເຮົາສະຖິດຢູ່ກັບພວກທ່ານທຸກໆຄົນ. ອາແມນ."
|
|
\s5
|
|
\q
|
|
\v 25 ບັດນີ້ ຈົ່ງຖວາຍກຽດແດ່ພຣະອົງຜູ້ຊົງທີ່ສາມາດໃຫ້ທ່ານທັງຫລາຍຕັ້ງຫມັ້ນຄົງຕາມຂ່າວປະເສີດ ເຊິ່ງຂ້າພຣະເຈົ້າໄດ້ປະກາດ ແລະ ຄຳສອນຂອງພຣະເຢຊູຄຣິດເຈົ້າ, ຕາມການຊົງເປີດເຜີຍຂໍ້ລ້ຳເລິກເຊິ່ງໄດ້ປິດໄວ້ເປັນຄວາມລັບໄວ້ຕັ້ງແຕ່ສະໄຫມບູຮານ,
|
|
\q
|
|
\v 26 ແຕ່ບັດນີ້ມັນໄດ້ຊົງເປີດເຜີຍ, ແລະເຮັດໃຫ້ເຫັນຢ່າງຈະແຈ້ງໂດຍຂໍ້ພຣະຄັມພີເຊິ່ງຂຽນໄວ້ໂດຍບັນດາຜູ້ທຳນວາຍ, ຕາມພຣະບັນຊາຂອງພຣະເຈົ້າຜູ້ຊົງດຳຣົງເປັນນິດ, ເພື່ອໃຫ້ບັນດາຄົນຕ່າງຊາດທັງຫມົດປະຕິບັດຕາມຄວາມເຊື່ອນັ້ນ.
|
|
\s5
|
|
\q
|
|
\v 27 ໂດຍພຣະເຢຊູຄຣິດເຈົ້າ, ຂໍພຣະສິຣິຈົ່ງມີແດ່ພຣະເຈົ້າ, ຜູ້ຊົງເປັນຣັດສະຫມີແຕ່ອົງດຽວສືບໄປເປັນນິດ. ອາເມນ.
|