forked from WA-Catalog/lo_ulb
449 lines
107 KiB
Plaintext
449 lines
107 KiB
Plaintext
|
\id ZEC
|
|||
|
\ide UTF-8
|
|||
|
\h ເຊຄາຣິຢາ
|
|||
|
\toc1 ເຊຄາຣິຢາ
|
|||
|
\toc2 ເຊຄາຣິຢາ
|
|||
|
\toc3 zec
|
|||
|
\mt ເຊຄາຣິຢາ
|
|||
|
|
|||
|
\s5
|
|||
|
\c 1
|
|||
|
\cl ບົດທີ 1
|
|||
|
\p
|
|||
|
\v 1 ໃນເດືອນທີແປດຂອງປີທີສອງແຫ່ງຣາຊະການຂອງດາຣິອຸດ, ຖ້ອຍຄໍາຂອງພຣະຢາເວມາເຖິງເຊຄາຣີຢາ ຜູ້ປະກາດພຣະທັມ ລູກຊາຍຂອງເບເຣກີຢາ ແຫ່ງອິດໂດ, ຊົງກ່າວວ່າ,
|
|||
|
\v 2 “ພຣະຢາເວໄດ້ໂມໂຫຮ້າຍຕໍ່ບັນພະບຸຣຸດຂອງພວກເຈົ້າຢ່າງຍິ່ງ!
|
|||
|
\v 3 ຈົ່ງກ່າວກັບພວກເຂົາວ່າ, ພຣະຢາເວຈອມໂຍທາ ຊົງກ່າວສິ່ງນີ້: ຈົ່ງຫັນມາຫາເຮົາ—ນີ້ເປັນຄຳປະກາດຂອງພຣະຢາເວຈອມໂຍທາ—ແລະພຣະຢາເວຈອມໂຍທາຊົງກ່າວວ່າ, ແລະເຮົາຈະກັບມາຫາພວກເຈົ້າ.
|
|||
|
|
|||
|
\s5
|
|||
|
\v 4 ຈົ່ງຢ່າເປັນເຫນືອນບັນພະບຸຣຸດຂອງພວກເຈົ້າ ຜູ້ປະກາດພຣະທັມກ່ອນຫນ້ານີ້, ກ່າວວ່າ, "ພຣະຢາເວຈອມໂຍທາຊົງກ່າວວ່າ: ຈົ່ງຫັນຈາກທາງຊົ່ວຮ້າຍ ແລະ ການກະທຳທີ່ຊົ່ວຊ້າຂອງພວກເຈົ້າ!" ແຕ່ພວກເຂົາບໍ່ໄດ້ຍິນ ແລະ ບໍ່ໄດ້ສົນໃຈເຮົາ—ນີ້ເປັນຄຳປະກາດຂອງພຣະຢາເວຈອມໂຍທາ.
|
|||
|
\v 5 ພວກບັນພະບຸຣຸດຂອງພວກເຈົ້າຢູ່ໃສ? ພວກຜູ້ປະກາດພຣະທັມຢູ່ໃສ, ພວກເຂົາຢູ່ທີ່ນີ້ຕະລອດໄປເປັນນິດບໍ?
|
|||
|
\v 6 ແຕ່ຖ້ອຍຄຳຂອງເຮົາ ແລະ ຂໍ້ບັນຍັດທັງຫລາຍຂອງເຮົາທີ່ເຮົາ ໄດ້ບັນຊາແກ່ພວກຜູ້ປະກາດພຣະທັມທັງຫລາຍຂອງເຮົາ, ກໍໄດ້ຕາມທັນພວກບັນພະບຸຣຸດຂອງພວກເຈົ້າບໍ່ແມ່ນບໍ? ດັ່ງນັ້ນພວກເຂົາທັງຫລາຍຈຶ່ງໄດ້ກັບໃຈ ແລະເວົ້າວ່າ, 'ພຣະຢາເວຈອມໂຍທາໄດ້ວາງແຜນທີ່ຈະກະທຳກັບເຮົາຕາມທາງ ແລະ ການກະທຳທີ່ສົມຄວນຈະໄດ້ຮັບຂອງພວກເຮົາ, ດັ່ງນັ້ນພຣະອົງຈຶ່ງໄດ້ຊົງໄດ້ກະທຳຢ່າງນັ້ນຕໍ່ພວກເຮົາ.'”
|
|||
|
|
|||
|
\s5
|
|||
|
\v 7 ໃນວັນທີຊາວສີ່ຂອງເດືອນທີສິບເອັດ ຊຶ່ງເປັນເດືອນເຊບັດ, ໃນປີທີສອງຂອງກະສັດດາຣິອຸດ, ຖ້ອຍຄໍາຂອງພຣະຢາເວໄດ້ມາເຖິງຜູ້ປະກາດພຣະທັມເຊຄາຣີຢາ ລູກຊາຍຂອງເບເຣກີຢາ, ຜູ້ເປັນລູກຊາຍຂອງອິດໂດ, ຊົງກ່າວວ່າ,
|
|||
|
\v 8 “ໃນເວລາກາງຄືນ ເຮົາໄດ້ເຫັນ, ແລະເປັນດັ່ງນີ້! ມີຊາຍຄົນຫນຶ່ງຂີ່ມ້າສີແດງ, ແລະເຂົາຢູ່ທ່າມກາງຕົ້ນນ້ຳມັນຂຽວທີ່ຢູ່ພູເຂົາ; ແລະຢູ່ເບື້ອງຫລັງຂອງເຂົາມີມ້າສີແດງ, ສີດ່າງ, ແລະ ສີຂາວ.
|
|||
|
\v 9 ຂ້າພະເຈົ້າຈຶ່ງຖາມວ່າ, ‘ເຈົ້ານາຍເຈົ້າເອີຍ, ສິ່ງເຫລົ່ານີ້ແມ່ນຫຍັງ?" ຈາກນັ້ນເທວະດາຜູ້ທີ່ໄດ້ເວົ້າກັບຂ້າພະເຈົ້າໄດ້ກ່າວວ່າ, ເຮົາຈະສະແດງໃຫ້ເຈົ້າຮູ້ວ່າສິ່ງເຫລົ່ານີ້ນີ້ແມ່ນອັນໃດ."
|
|||
|
|
|||
|
\s5
|
|||
|
\v 10 ແລະຜູ້ຊາຍຄົນນັ້ນໄດ້ຢືນຂຶ້ນຢູ່ທ່າມກາງຕົ້ນນ້ຳມັນຂຽວ ໄດ້ຕອບ ແລະກ່ວວ່າ, "ຄົນເຫລົ່ານີ້ແມ່ນຄົນທັງຫລາຍທີ່ພຣະຢາເວໄດ້ສົ່ງອອກໄປທ່ຽວທົ່ວແຜ່ນດິນໂລກ."
|
|||
|
\v 11 ພວກເຂົາໄດ້ຕອບເທວະດາຂອງພຣະຢາເວ ຜູ້ທີ່ຢືນຢູ່ທ່າມກາງຕົ້ນນ້ຳມັນສີຂຽວວ່າ; ພວກເຂົໄດ້ເວົ້າກັບລາວວ່າ, "ພວກເຮົາໄດ້ທ່ອງທ່ຽວໄປທົ່ວແຜ່ນດິນໂລກ; ເບິ່ງແມ, ທົ່ວແຜ່ນດິນຍັງຄົງພັກຜ່ອນຢູ່ຢ່າງສະຫງົບສຸກຢູ່."
|
|||
|
|
|||
|
\s5
|
|||
|
\v 12 ຈາກນັ້ນເທວະດາຂອງພຣະຢາເວໄດ້ຕອບ ແລະ ເວົ້າວ່າ, "ພຣະຢາເວຈອມໂຍທາ, ອີກດົນປານໃດ ທີ່ພຣະອົງຈະບໍ່ສຳແດງຄວາມເມດຕາສົງສານຕໍ່ນະຄອນເຢຣູຊາເລັມ ແລະ ຫົວເມືອງແຫ່ງຢູດາ ທີ່ໄດ້ທົນທຸກຢ່າງບໍ່ຫນ້າເພິງພໍໃຈມາເປັນເວລາເຈັດສິບປີແລ້ວນັ້ນ?"
|
|||
|
\v 13 ພຣະຢາເວຕອບເທວະດາ ຜູ້ຊຶ່ງເວົ້າກັບຂ້າພະເຈົ້າ ດ້ວຍຖ້ອຍຄຳທີ່ດີ, ຖ້ອຍຄຳແຫ່ງການເລົ້າໂລມໃຈ.
|
|||
|
|
|||
|
\s5
|
|||
|
\v 14 ດັ່ງນັ້ນເທວະດາຜູ້ຊຶ່ງໄດ້ເວົ້າກັບຂ້າພະເຈົ້າວ່າ, ໄດ້ກ່າວຂຶ້ນວ່າ, ‘ຈົ່ງຮ້ອງປະກາດ ແລະ ເວົ້າວ່າ, ' ພຣະຢາເວຈອມໂຍທາໄດ້ຊົງກ່່າວສິ່ງນີ້ວ່າ: ເຮົາມີຄວາມຫວງແຫນອັນໃຫຍ່ຫລວງຕໍ່ນະຄອນເຢຣູຊາເລັມ ແລະ ຊີໂອນ ດ້ວຍຄວາມຮັກທີ່ຍ່ິ່ງໃຫຍ່!
|
|||
|
\v 15 ເຮົາໄດ້ໃຈຮ້າຍປະຊາຊົນທັງຫລາຍທີ່ຢູ່ຢ່າງສະບາຍຫລາຍ. ເມື່ອເຮົາໄດ້ໃຈຮ້າຍພຽງເລັກນ້ອຍກັບພວກເຂົາ, ພວກເຂົາໄດ້ເຮັດໄພພິບັດຢ່າງຮ້າຍແຮງເພີ່ມຂຶ້ນ.
|
|||
|
|
|||
|
\s5
|
|||
|
\v 16 ດັ່ງນັ້ນພຣະຢາເວຈອມໂຍທາກ່າວດັ່ງນີ້ວ່າ: ເຮົາໄດ້ກັບມາຍັງນະຄອນເຢຣູຊາເລັມດ້ວຍຄວາມເມດຕາ. ພຣະວິຫານຂອງເຮົາຈະຖືກສ້າງໃນນັ້ນ—ນີ້ຄືປະກາດຂອງພຣະຢາເວຈອມໂຍທາ ແລະ ເຊືອກວັດຈະຖືກຄຶງອອກເຫນືອນະຄອນເຢຣູຊາເລັມ!'
|
|||
|
\v 17 ຈົ່ງຮ້ອງປະກາດອີກຄັ້ງວ່າ, 'ພຣະຢາເວຈອມໂຍທາຊົງກ່າວດັ່ງນີ້ວ່າ: ເມືອງທັງຫລາຍຂອງເຮົາຈະເຕັມລົ້ນໄປດ້ວຍຄວາມດີງາມອີກຄັ້ງ, 'ແລະພຣະຢາເວຈະຊົງມາເລົ້າໂລມຈິດໃຈຊີໂອນອີກຄັ້ງ, ແລະ ພຣະອົງຈະເລືອກນະຄອນເຢຣູຊາເລັມອີກຄັ້ງ.'”
|
|||
|
|
|||
|
\s5
|
|||
|
\v 18 ຂ້າພະເຈົ້າໄດ້ເງີຍຫນ້າຂຶ້ນ ແລະ ໄດ້ເຫັນເຂົາສັດສີ່ອັນ!
|
|||
|
\v 19 ຂ້າພະເຈົ້າໄດ້ທູນຖາມກັບເທວະດາ ຜູ້ຊຶ່ງໄດ້ເວົ້າກັບຂ້ານ້ອຍວ່າ “ສິ່ງເຫລົ່ານີ້ຄືຫຍັງ?” ພວກເຂົາໄດ້ຕອບຂ້າພະເຈົ້າວ່າ, “ເຂົາເຫລົ່ານີ້ຄືເຂົາສັດທັງຫລາຍທີ່ໄດ້ເຮັດໃຫ້ຢູດາ, ອິດສະຣາເອນ ແລະ ນະຄອນເຢຣູຊາເລັມແຍກກະຈັດກະຈາຍໄປ.”
|
|||
|
|
|||
|
\s5
|
|||
|
\v 20 ຈາກນັ້ນພຣະຢາເວໄດ້ສຳແດງໃຫ້ຂ້ານ້ອຍເຫັນຊ່າງຝືມືສີ່ຄົນ. ຂ້ານ້ອຍຈຶ່ງຖາມວ່າ, “ຄົນເຫລົ່ານີ້ມາເຮັດຫຍັງ?
|
|||
|
\v 21 ພວກເຂົາໄດ້ຕອບ ແລະ ເວົ້າວ່າ, “ເຫລົ່ານີ້ຄືເຂົາສັດທັງຫລາຍທີ່ເຮັດໃຫ້ຢູດາແຍກກະຈັດກະຈາຍໄປ, ດັ່ງນັ້ນຈຶ່ງບໍ່ມີຜູ້ໃດຍົກຫົວຂອງເຂົາຂຶ້ນ. ແຕ່ຄົນເຫລົ່ານີ້ກຳລັງມາເພື່ອຂັບໄລ່ເຂົາສັດທັງຫລາຍຂອງບັນດາປະຊາຊາດທີ່ໄດ້ຍົກເຂົາສັດໃດໆ, ຂຶ້ນຕໍ່ສູ້ແຜ່ນດິນແຫ່ງຢູດາ ເພື່ອເຮັດໃຫ້ຢູດາແຍກກະຈັດກະຈາຍໄປ.”
|
|||
|
|
|||
|
\s5
|
|||
|
\c 2
|
|||
|
\cl ບົດທີ 2
|
|||
|
\p
|
|||
|
\v 1 ຕໍ່ຈາກນັ້ນ ຂ້ານ້ອຍໄດ້ເງີຍຫນ້າຂຶ້ນອີກ ແລະ ໄດ້ເຫັນມີຊາຍຄົນຫນຶ່ງທີ່ມີເຊືອກວັດແທກຢູ່ໃນມື.
|
|||
|
\v 2 ຂ້າພະເຈົ້າໄດ້ຖາມວ່າ “ທ່ານກຳລັງຈະໄປໃສ?” ແລະເຂົາໄດ້ຕອບຂ້ານ້ອຍວ່າ, “ຈະໄປວັດແທກນະຄອນເຢຣູຊາເລັມ, ເພື່ອເບິ່ງຄວາມກວ້າງ ແລະຄວາມຍາວຂອງນະຄອນນັ້ນ.”
|
|||
|
|
|||
|
\s5
|
|||
|
\v 3 ແລ້ວເທວະດາຜູ້ທີ່ໄດ້ເວົ້າກັບຂ້ານ້ອຍນັ້ນກໍໄດ້ຈາກໄປ ແລະ ເທວະດາອີກອົງຫນຶ່ງໄດ້ອອກໄປພົບເຂົາ.
|
|||
|
\v 4 ເທວະດາອົງທີສອງໄດ້ເວົ້າກັບເຂົາວ່າ, “ຈົ່ງແລ່ນໄປ ແລະ ເວົ້າກັບຄົນຫນຸ່ມຄົນນັ້ນວ່າ, ‘ນະຄອນເຢຣູຊາເລັມຈະນັ່ງຢູ່ໃນຊົນນະບົດທີ່ໂລ່ງກວ້າງ ເພາະການເພີ່ມຂຶ້ນຂອງຈຳນວນຄົນ ແລະ ສັດລ້ຽງໃນນະຄອນນັ້ນ.
|
|||
|
\v 5 ເພາະເຮົາ—ນີ້ເປັນຄຳປະກາດຂອງພຣະຢາເວກ່າວ—ເຮົາຈະເປັນເຫນືອນກຳແພງແປວໄຟອ້ອມເມືອງນັ້ນໄວ້, ແລະເຮົາຈະເປັນສະຫງ່າຣາສີໃນທ່າມກາງເຈົ້າ.
|
|||
|
|
|||
|
\s5
|
|||
|
\v 6 ນີ້ເປັນຄຳປະກາດຂອງພຣະຢາເວ ຈົ່ງລຸກຂຶ້ນ!—ຈົ່ງຫນີໄປໃຫ້ພົ້ນຈາກແຜ່ນດິນແຫ່ງທິດເຫນືອ—ເພາະວ່າເຮົາໄດ້ເຮັດໃຫ້ພວກເຈົ້າພັດພາກຈາກກັນໄປ ເຫມືອນລົມທັງສີ່ທິດຂອງແຫ່ງທ້ອງຟ້າ!—ນີ້ເປັນຄຳປະກາດຂອງພຣະຢາເວ.
|
|||
|
\v 7 ຈົ່ງລຸກຂຶ້ນຫນີໄປຍັງຊີໂອນ, ພວກເຈົ້າຜູ້ທີ່ອາໄສຢູ່ກັບລູກສາວຂອງບາບີໂລນ!'"
|
|||
|
|
|||
|
\s5
|
|||
|
\v 8 ເພາະວ່າຫລັງຈາກທີ່ພຣະຢາເວຈອມໂຍທາໄດ້ໃຫ້ກຽດຂ້ານ້ອຍ ແລະ ສົ່ງຂ້ານ້ອຍໄປຕໍ່ສູ້ບັນດາປະຊາຊາດທີ່ໄດ້ປຸ້ນພວກເຈົ້າ—ສຳລັບໃຜກໍຕາມທີ່ໄດ້ແຕະຕ້ອງພວກເຈົ້າ, ແຕະຕ້ອງແກ້ວຕາຂອງພຣະເຈົ້າ!—ຫລັງຈາກພຣະຢາເວໄດ້ຊົງກະທຳສິ່ງນີ້, ເຂົາໄດ້ເວົ້າວ່າ,
|
|||
|
\v 9 "ເຮົາ ໂຕເຮົາເອງຈະສັ່ນມືຂອງເຮົາເຫນືອພວກເຂົາທັງຫລາຍ, ແລະ ພວກເຂົາຈະຖືກປຸ້ນ ເພື່ອໃຫ້ແກ່ທາດທັງຫລາຍຂອງພວກເຂົາ." ຈາກນັ້ນ ພວກເຈົ້າຈະໄດ້ຮູ້ຈັກວ່າພຣະຢາເວຈອມໂຍທາໄດ້ສົ່ງຂ້ານ້ອຍມາ.
|
|||
|
|
|||
|
\s5
|
|||
|
\v 10 "ລູກສາວຂອງຊີໂອນເອີຍ, ຈົ່ງໂຫ່ຮ້ອງດ້ວຍຄວາມຊື່ນຊົມຍິນດີເຖີດ, ເພາະວ່າເຮົາ ໂຕເຮົາເອງຈະເຂົ້າມາ ແລະ ສະຖິດຢູ່ທ່າມກາງພວກເຈົ້າ!—ນີ້ເປັນຄຳປະກາດຂອງພຣະຢາເວ."
|
|||
|
\v 11 ຈາກນັ້ນບັນດາປະຊາຊາດທັງຫລາຍຈະເຕົ້າໂຮມກັນມາຍັງພຣະຢາເວໃນວັນນັ້ນ. ພຣະອົງກ່າວ່າ, "ຈາກນັ້ນພວກເຈົ້າຈະກາຍເປັນປະຊາກອນຂອງເຮົາ; ເພາະເຮົາຈະສະຖິດຢູ່ທ່າມກາງພວກເຈົ້າ," ແລະ ພວກເຈົ້າຈະຮູ້ວ່າພຣະຢາເວຈອມໂຍທາ ໄດ້ສົ່ງຂ້ານ້ອຍມາຫາພວກເຈົ້າ.
|
|||
|
|
|||
|
\s5
|
|||
|
\v 12 ເພາະວ່າພຣະຢາເວຈະຮັບຢູດາເປັນສ່ວນມໍລະດົກ ເປັນກຳມະສິດອັນຊອບທັມໃນແຜ່ນດິນສັກສິດຂອງພຣະອົງ ແລະພຣະອົງຈະຊົງເລືອກນະຄອນເຢຣູຊາເລັມສຳລັບພຣະອົງອີກຄັ້ງ.”
|
|||
|
\v 13 ຈົ່ງງຽບສະຫງົບ, ມະນຸດທັງຫມົດ, ຕໍ່ພຣະພັກພຣະຢາເວ, ເພາະວ່າພຣະອົງໄດ້ສະເດັດອອກຈາກບ່ອນສະຖິດຂອງພຣະອົງແລ້ວ!
|
|||
|
|
|||
|
\s5
|
|||
|
\c 3
|
|||
|
\cl ບົດທີ 3
|
|||
|
\p
|
|||
|
\v 1 ແລ້ວເທວະດາໄດ້ຊົງສະແດງໃຫ້ຂ້ານ້ອຍເຫັນໂຢຊວຍ ມະຫາປະໂລຫິດ ຊຶ່ງກຳລັງຢືນຢູ່ຕໍ່ຫນ້າເທວະດາຂອງພຣະຢາເວ ແລະ ຊາຕານຢືນຢູ່ຂ້າງຂວາມືຂອງເຂົາ ເພື່ອຈະກ່າວໂທດຄວາມບາບຂອງເຂົາ.
|
|||
|
\v 2 ເທວະດາຂອງພຣະຢາເວໄດ້ກ່າວຕໍ່ຊາຕານວ່າ, “ຂໍໃຫ້ພຣະຢາເວຕຳນິເຈົ້າຊາຕານ; ຂໍໃຫ້ພຣະຢາເວຜູ້ທີ່ຊົງເລືອກນະຄອນເຢຣູຊາເລັມ, ຕຳນິເຈົ້າ, ນີ້ບໍ່ແມ່ນເຫລັກຕີກາທີ່ໄດ້ຖືກອອກມາຈາກໄຟຫລື?”
|
|||
|
\v 3 ເມື່ອໂຢຊວຍໄດ້ຢືນຢູ່ຕໍ່ຫນ້າເທວະດາ ເຂົາໄດ້ນຸ່ງເຄື່ອງເປິເປື້ອນ!
|
|||
|
|
|||
|
\s5
|
|||
|
\v 4 ເທວະດາໄດ້ເວົ້າ ແລ ກ່າວກັບຄົນເຫລົ່ານັ້ນທີ່ໄດ້ຍິນຕໍ່ຫນ້າເຂົາວ່າ, “ຈົ່ງຖອດເຄື່ອງນຸ່ງເປື້ອນອອກຈາກເຂົາ.” ຈາກນັ້ນເຂົາໄດ້ກ່າວກັບໂຢຊວຍວ່າ, "ຈົ່ງເບິ່ງແມ! ເຮົາໄດ້ເປັນເຫດນຳເອົາຄວາມຜິດບາບຂອງເຈົ້າອອກໄປຈາກເຈົ້າແລ້ວ ແລະ ເຮົາຈະໃຫ້ເຈົ້ານຸ່ງເຄື່ອງໃຫມ່ດ້ວຍເສື້ອຜ້າທີ່ດີ ”
|
|||
|
\v 5 ຈາກນັ້ນເຂົາໄດ້ກ່າວວ່າ, “ຈົ່ງເອົາຜ້າແພບໍຣິສຸດມາຄຽນຫົວຂອງເຂົາ!” ດັ່ງນັ້ນພວກເຂົາຈຶ່ງເອົາຜ້າແພບໍຣິສຸດມາຄຽນຫົວຂອງໂຢຊວຍ ແລະແຕ່ງຕົວດ້ວຍເສື້ອຜ້າທີ່ສະອາດ ໃນຂະນະທີ່ເທວະດາຂອງພຣະຢາເວກຳລັງຢືນຢູ່ຂ້າງໆ.
|
|||
|
|
|||
|
\s5
|
|||
|
\v 6 ຕໍ່ຈາກນັ້ນເທວະດາຂອງພຣະຢາເວໄດ້ສັ່ງໂຢຊວຍຢ່າງຈິງຈັງ ແລະ ໄດ້ເວົ້າວ່າ,
|
|||
|
\v 7 “ພຣະຢາເວຈອມໂຍທາກ່າວດັ່ງນີ້ວ່າ: ຖ້າເຈົ້າດຳເນີນໃນບັນດາທາງຂອງເຮົາ ແລະ ຖ້າເຈົ້າຮັກສາກົດບັນຍັດທັງຫລາຍຂອງເຮົາ ແລ້ວເຮົາຈະໃຫ້ເຈົ້າໄດ້ປົກຄອງພຣະວິຫານຂອງເຮົາ ແລະ ເບິ່ງແຍງສະຖານທີ່ຂອງເຮົາ, ເພາະວ່າເຮົາຈະອະນຸຍາດໃຫ້ເຈົ້າໄປ ແລະ ເຂົ້າມາທ່າມກາງພວກເຫລົ່ານີ້ທີ່ເຝົ້າຢູ່ຕໍ່ໜ້າເຮົາ.
|
|||
|
|
|||
|
\s5
|
|||
|
\v 8 ໂຢຊວຍມະຫາປະໂລຫິດ, ຈົ່ງຟັງ, ເຈົ້າ ແລະ ພວກເພື່ອນທັງຫລາຍຂອງເຈົ້າຜູ້ອາໄສຢູ່ກັບເຈົ້າ! ເພາະວ່າຄົນທັງຫລາຍເຫລົ່ານີ້ເປັນຫມາຍສຳຄັນ, ສຳລັບເຮົາ ເຮົາເອງຈະນຳກິ່ງກ້ານຜູ້ຮັບໃຊ້ຂອງເຮົາມາ.
|
|||
|
\v 9 ບັດນີ້ ຈົ່ງເບິ່ງທີ່ກ້ອນຫີນກ້ອນນັ້ນທິ່ເຮົາໄດ້ຕັ້ງໄວ້ຕໍ່ຫນ້າຂອງໂຢຊວຍ ທີ່ມີດວງຕາເຈັດຫນ່ວຍຢູ່ເທິງກ້ອນຫີນດຽວນີ້, ແລະ ເຮົາຈະຈາຣຶກຂໍ້ຄວາມໄວ້—ນີ້ເປັນຄຳປະກາດຂອງພຣະຢາເວຈອມໂຍທາ—ແລະ ເຮົາຈະກຳຈັດຄວາມຜິດບາບອອກຈາກແຜ່ນດິນນີ້ພາຍໃນຫນຶ່ງມື້.
|
|||
|
|
|||
|
\s5
|
|||
|
\v 10 ນີ້ເປັນຄຳປະກາດຂອງພຣະຢາເວຈອມໂຍທາ ກ່າວວ່າ—ໃນວັນນັ້ນ—ແຕ່ລະຄົນຈະເຊີນເພື່ອນບ້ານຂອງເຂົາ ໃຫ້ມານັ່ງກ້ອງຕົ້ນອະງຸ່ນຂອງເຂົາ ແລະ ຢູ່ກ້ອງຕົ້ນຫມາກເດື່ອເທດຂອງພວກເຂົາ.”
|
|||
|
|
|||
|
\s5
|
|||
|
\c 4
|
|||
|
\cl ບົດທີ 4
|
|||
|
\p
|
|||
|
\v 1 ຈາກນັ້ນເທວະດາຜູ້ທີ່ໄດ້ກຳລັງເວົ້າກັບຂ້ານ້ອຍໄດ້ຫລຽວມາ ແລະໄດ້ປຸກຂ້ານ້ອຍເຫມືອນປຸກຜູ້ຊາຍຄົນຫນຶ່ງໃຫ້ຕື່ນຈາກການນອນຫລັບຂອງເຂົາ.
|
|||
|
\v 2 ເຂົາໄດ້ເວົ້າກັບຂ້ານ້ອຍວ່າ, “ເຈົ້າເຫັນຫຍັງ?” ຂ້ານ້ອຍໄດ້ຕອບວ່າ “ຂ້ານ້ອຍໄດ້ເຫັນເຄື່ອງຮອງຕີນໂຄມອັນຫນຶ່ງທີ່ເຮັດດ້ວຍທອງຄຳລ້ວນໆ ແລະມີຈອກ ເທິງຍອດຂອງມັນ ແລະມີໂຄມໄຟເຈັດຫນ່ວຍຢູ່ເທິງເຄື່ອງຮອງຕີນໂຄມ ແລະມີຮາງລິນເຈັດຮາງສຳລັບໂຄມໄຟທຸກຫນ່ວຍທີ່ຢູ່ເທິງຍອດໂຄມນັ້ນ.
|
|||
|
\v 3 ມີຕົ້ນຫມາກກອກເທດສອງຕົ້ນຢູ່ໃກ້ໂຄມໄຟ, ຕົ້ນຫນຶ່ງຢູ່ທາງເບື້ອງຂວາຂອງຈອກ, ແລະຕົ້ນຫນຶ່ງຕົ້ນຫນຶ່ງຢູ່ເບື້ອງຊ້າຍ”
|
|||
|
|
|||
|
\s5
|
|||
|
\v 4 ດັ່ງນັ້ນຂ້າພະເຈົ້າທູນຖາມເທວະດາຜູ້ທີ່ກຳລັງເວົ້າກັບຂ້ານ້ອຍວ່າ, “ເຈົ້ານາຍຂອງຂ້ານ້ອຍເອີຍ, ສິ່ງເຫລົ່ານີ້ຫມາຍເຖີງຫຍັງ?”
|
|||
|
\v 5 ເທວະດາທີ່ກຳລັງເວົ້າຂ້ານ້ອຍໄດ້ຕອບ ແລະເວົ້າຂ້ານ້ອຍວ່າ, “ເຈົ້າບໍ່ຮູ້ຫລືວ່າສິ່ງເຫລົ່ານີ້ຄືຫຍັງ?” ຂ້ານ້ອຍໄດ້ຕອບວ່າ “ເຈົ້ານາຍຂອງຂ້ານ້ອຍເອີຍ, ຂ້ານ້ອຍບໍ່ຮູ້.”
|
|||
|
|
|||
|
\s5
|
|||
|
\v 6 ດັ່ງນັ້ນເຂົາໄດ້ເວົ້າກັບຂ້າພະເຈົ້າວ່າ, “ນີ້ເປັນຖ້ອຍຄຳຂອງພຣະຢາເວເຖິງເຊຣູບາເບນຄື: ບໍ່ແມ່ນດ້ວຍກຳລັງ, ບໍ່ແມ່ນດ້ວຍອຳນາດ, ແຕ່ດ້ວຍພຣະວິນຍານຂອງເຮົາ, ພຣະຢາເວຈອມໂຍທາຊົງກ່າວດັ່ງນີ້ແຫລະ.”
|
|||
|
\v 7 ໂອ ພູເຂົາທີ່ຍິ່ງໃຫຍ່, ເຈົ້າເປັນອັນໃດ? ຕໍ່ຫນ້າເຊຣູບາເບນ, ເຈົ້າຈະກາຍເປັນທົ່ງຮາບພຽງ ແລະເຂົາຈະນຳກ້ອນຫີນທີ່ຢູ່ເທິງຍອດພູອອກມາ ເພື່ອໂຫ່ຮ້ອງວ່າ, ‘ພຣະຄຸນ! ພຣະຄຸນສຳລັບຫີນນັ້ນ!’”
|
|||
|
|
|||
|
\s5
|
|||
|
\v 8 ຖ້ອຍຄຳຂອງພຣະຢາເວໄດ້ມາເຖິງຂ້ານ້ອຍກ່າວວ່າ.
|
|||
|
\v 9 “ມືຂອງເຊຣູບາເບນໄດ້ວາງຮາກຖານຂອງພຣະວິຫານນີ້ ແລະມືຂອງເຂົາຈະນຳມາສູ່ຄວາມສຳເລັດ. ຈາກນັ້ນເຈົ້າຈະຮູ້ວ່າ ພຣະຢາເວຈອມໂຍທາໄດ້ສົ່ງຂ້ານ້ອຍມາຫາເຈົ້າ.
|
|||
|
\v 10 ຜູ້ໃດທີ່ຫມິ່ນປະຫມາດວັນແຫ່ງການເລັກນ້ອຍເຫລົ່ານັ້ນ? ປະຊາຊົນເຫລົ່ານັ້ນຈະໄດ້ຊົມຊື່ນຍິນດີ ແລະຈະໄດ້ເຫັນສາຍດິ່ງທີ່ຢູ່ໃນມືຂອງເຊຣູບາເບນ (ພ້ອມກັບໂຄມໄຟທັງເຈັດດວງເຫລົ່ານັ້ນ ຄືບັນດາພຣະເນດຂອງພຣະຢາເວ ທີ່ຊົງຫລຽວເບິ່ງຢູ່ທົ່ວແຜ່ນດິນໂລກ).”
|
|||
|
\v 11 ຈາກນັ້ນຂ້ານ້ອຍໄດ້ທູນຖາມເທວະດານັ້ນວ່າ, “ຕົ້ນຫມາກກອກເທດສອງຕົ້ນທີ່ຢູ່ເບື້ອງຂວາ ແລະເບື້ອງຊ້າຍຂອງເຄື່ອງຮອງຕີນໂຄມນັ້ນແມ່ນຫຍັງ?”
|
|||
|
|
|||
|
\s5
|
|||
|
\v 12 ຂ້ານ້ອຍໄດ້ຖາມເຂົາອີກຄັ້ງວ່າ, “ກິ່ງກ້ານຕົ້ນຫມາກກອກເທດທັງສອງກິ່ງກ້ານທີ່ມີນ້ຳມັນ ສີທອງໄຫລລົງມາແມ່ນຫຍັງ?”
|
|||
|
\v 13 ແລະເຂົາໄດ້ຕອບກັບຂ້ານ້ອຍວ່າ, “ເຈົ້າບໍ່ຮູ້ຈັກບໍວ່າສິ່ງນັ້ນແມ່ນຫຍັງ?” ຂ້ານ້ອຍາຕອບວ່າ, “ເຈົ້ານາຍຂອງຂ້ານ້ອຍເອີຍ, ຂ້ານ້ອຍບໍ່ຮູ້ຈັກ.”
|
|||
|
|
|||
|
\s5
|
|||
|
\v 14 ດັ່ງນັ້ນ ເທວະດາໄດ້ຕອບວ່າ, “ສິ່ງເຫລົ່ານີ້ຄືລູກຊາຍທັງຫລາຍທີ່ໄດ້ຮັບການເຈີມ ຜູ້ທີ່ຢືນຢູ່ຂ້າງພຣະຜູ້ເປັນເຈົ້າແຫ່ງແຜ່ນດິນໂລກທັງສິ້ນ”
|
|||
|
|
|||
|
\s5
|
|||
|
\c 5
|
|||
|
\cl ບົດທີ 5
|
|||
|
\p
|
|||
|
\v 1 ຈາກນັ້ນຂ້ານ້ອຍຖອຍຫລັງກັບ ແລະເງີຍຫນ້າຂຶ້ນອີກ ກໍຫລຽວເຫັນຫນັງສືມ້ວນຫນຶ່ງເຫາະຢູ່.
|
|||
|
\v 2 ເທເວະດານັ້ນຈຶ່ງເວົ້າກັບຂ້ານ້ອຍວ່າ, “ເຈົ້າເຫັນຫຍັງ” ຂ້ານ້ອຍໄດ້ຕອບວ່າ, “ຂ້ານ້ອຍເຫັນຫນັງສືມ້ວນຫນຶ່ງເຫາະຢູ່, ມັນຍາວຊາວສອກ ແລະກວ້າງສິບສອກ.”
|
|||
|
|
|||
|
\s5
|
|||
|
\v 3 ແລ້ວເຂົາໄດ້ເວົ້າກັບຂ້ານ້ອຍວ່າ, “ນີ້ແຫລະເປັນຄຳສາບແຊ່ງທີ່ແຜ່ອອກໄປທົ່ວພື້ນແຜ່ນດິນໂລກ, ພວກໂຈນຂີ້ລັກທຸກຄົນຈະຖືກກຳຈັດອອກໄປຕາມທີ່ຂຽນໄວ້ຂ້າງເບື້ອງຫນຶ່ງ ແລະທຸກຄົນທີ່ກ່າວຄຳສາບານບໍ່ຈິງ ຈະຕ້ອງຖືກກຳຈັດອອກຕາມບ່ອນທີ່ຂຽນໄວ້ໃນນັ້ນອີກເບື້ອງຫນຶ່ງ.
|
|||
|
\v 4 ເຮົາຈະສົ່ງມັນອອກໄປ—ນີ້ຄືຄຳປະກາດຂອງພຣະຢາເວຈອມໂຍທາ—ດັ່ງນັ້ນ ມັນຈະເຂົ້າໄປໃນເຮືອນຂອງຂີ້ລັກນັ້ນ ແລະເຂົ້າໄປໃນເຮືອນຂອງຄົນທີ່ສາບານບໍ່ຈິງ ໂດຍອອກນາມຂອງເຮົາ. ມັນຈະຍັງຄົງຢູ່ໃນບ້ານຂອງເຂົາ ແລະເຜົາໄຫມ້ທ່ອນໄມ້ ແລະ ກ້ອນຫີນທັງຫລາຍໃນເຮືອນນັ້ນ.”
|
|||
|
|
|||
|
\s5
|
|||
|
\v 5 ຈາກນັ້ນເທວະດາຜູ້ທີ່ເວົ້າກັບຂ້ານ້ອຍໄດ້ອອກ ແລະ ເວົ້າກັບຂ້ານ້ອຍວ່າ, “ຈົ່ງເງີຍຫນ້າຂຶ້ນ ແລະເບິ່ງວ່າ ສິ່ງທີ່ກຳລັງມານັ້ນ!”
|
|||
|
\v 6 ຂ້ານ້ອຍໄດ້ເວົ້າວ່າ, “ສິ່ງນັ້ນແມ່ນຫຍັງ?” ເຂົາໄດ້ຕອບວ່າ “ນີ້ຄືກະຕ່າບັນຈຸຫນື່ງເອຟາທີ່ກຳລັງຈະມາ. ນີ້ຄືຄວາມຜິດບາບຂອງເຂົາທັງຫລາຍໃນທົ່ວແຜ່ນດິນທັງສິ້ນ."
|
|||
|
\v 7 ແລ້ວຝາເອຟາທີ່ປິດກະຕ່າໄດ້ເປີດອອກ ແລະມີຜູ້ຍິງຄົນຫນຶ່ງນັ່ງຢູ່ໃນນັ້ນ!
|
|||
|
|
|||
|
\s5
|
|||
|
\v 8 ເທວະດາໄດ້ກ່າວວ່າ “ນີ້ແມ່ນຄວາມຊົ່ວຮ້າຍ!” ເທວະດາໄດ້ໂຍນຍິງນັ້ນເຂົ້າໃນກະຕ່າ, ແລ້ວເຂົາກໍເອົາຝາທີ່ເຮັດດ້ວຍຂີ້ກົ່ວປິດປາກມັນໄວ້.
|
|||
|
\v 9 ແລ້ວຂ້ານ້ອຍກໍເງີຍຫນ້າຂຶ້ນຫລຽວເຫັນຜູ້ຍິງສອງຄົນອອກມາ, ແລະມີລົມຢູ່ໃນປີກຂອງນາງ—ເພາະວ່າພວກນາງມີປີກນັ້ນຄ້າຍຄືປີກຂອງນົກຂຸ້ມ. ພວກນາງໄດ້ຍົກກະຕ່າເອຟາຂຶ້ນລະຫວ່າງແຜ່ນດິນໂລກ ແລະ ທ້ອງຟ້າ.
|
|||
|
|
|||
|
\s5
|
|||
|
\v 10 ດັ່ງນັ້ນຂ້ານ້ອຍໄດ້ເວົ້າກັບເທວະດາຜູ້ເວົ້າກັບຂ້ານ້ອຍວ່າ, “ນາງເຫລົ່ານັ້ນຈະເອົາກະຕ່າເອຟາໄປໃສ?”
|
|||
|
\v 11 ເຂົາໄດ້ເວົ້າກັບຂ້ານ້ອຍວ່າ, “ໄປສ້າງພຣະວິຫານໃນແຜ່ນດິນຊີນາຍ ສຳລັບມັນ, ດັ່ງນັ້ນເມື່ອພຣະວິຫານສຳເລັດແລ້ວ, ກະຕ່ານັ້ນຈະຖືກຈັດໄວ້ທີ່ນັ້ນເທິງແທ່ນບ່ອນທີ່ມັນໄດ້ຈັດຕຽມໄວ້.”
|
|||
|
|
|||
|
\s5
|
|||
|
\c 6
|
|||
|
\cl ບົດທີ 6
|
|||
|
\p
|
|||
|
\v 1 ຈາກນັ້ນຂ້ານ້ອຍໄດ້ຫັນກັບມາ ແລະ ໄດ້ເງີຍຫນ້າຂຶ້ນເບິ່ງ ແລະໄດ້ເຫັນລົດມ້າຮົບສີ່ຄັນກຳລັງອອກມາລະຫວ່າງກາງພູເຂົາສອງຫນ່ວຍ; ແລະພູເຂົານັ້ນເຮັດມາຈາກທອງແດງ.
|
|||
|
\v 2 ລົດມ້າຮົບຄັນທຳອິດມີມ້າສີແດງ, ຄັນທີສອງມີມ້າສີດຳ,
|
|||
|
\v 3 ລົດມ້າຄັນທີສາມມ້າສີຂາວ, ແລະລົດມ້າຄັນທີສີ່ມ້າດ່າງສີເທົາ.
|
|||
|
\v 4 ດັ່ງນັ້ນຂ້ານ້ອຍໄດ້ຖາມເທວະດາ ຜູ້ທີ່ເວົ້າກັບຂ້ານ້ອຍວ່າ, “ເຈົ້ານາຍຂອງຂ້ານ້ອຍເອີຍ, ສິ່ງເຫລົ່ານີ້ແມ່ນຫຍັງ?”
|
|||
|
|
|||
|
\s5
|
|||
|
\v 5 ເທວະດານັ້ນໄດ້ຕອບ ແລະໄດ້ບອກຂ້ານ້ອຍວ່າ, “ສິ່ງເຫລົ່ານີ້ເປັນລົມທັງສີ່ແຫ່ງທ້ອງຟ້າ ທີ່ອອກມາຈາກສະຖານທີ່ຂອງພວກເຂົາທັງຫລາຍ ໄດ້ຢືນຢູ່ຕໍ່ພຣະພັກຂອງອົງພຣະຜູ້ເປັນເຈົ້າແຫ່ງແຜ່ນດິນໂລກທັງຫລາຍ.
|
|||
|
\v 6 ຄົນກັບລົດທີ່ມີມ້າດຳທັງຫລາຍກຳລັງຈະອອກໄປປະເທດທາງທິດເຫນືອ; ມ້າສີຂາວທັງຫລາຍກຳລັງຈະອອກໄປປະເທດຕາເວັນຕົກ ແລະມ້າລາຍທັງຫລາຍກຳລັງຈະອອກໄປປະເທດທາງໃຕ້.”
|
|||
|
|
|||
|
\s5
|
|||
|
\v 7 ມ້າແຂງແຮງເຫລົ່ານີ້ໄດ້ອອກໄປແລະສະແຫວງຫາ ແລະຈະສຳຫລວດໄປທົ່ວແຜ່ນດິນໂລກ, ດັ່ງນັ້ນທູດສະຫວັນໄດ້ບອກວ່າ, “ຈົ່ງອອກໄປ, ແລະສຳຫລວດແຜ່ນດິນໂລກ!” ແລະພວກມັນໄດ້ໄປແລະສຳຫລວດທົ່ວແຜ່ນດິນໂລກ.
|
|||
|
\v 8 ຈາກນັ້ນທູດສະຫວັນໄດ້ຮ້ອງຫາຂ້ານ້ອຍວ່າ, “ເບິ່ງແມ ມ້າເຫລົ່ານີ້ທີ່ອອກໄປຍັງປະເທດທາງທິດເຫນືອ; ພວກເຂົາຈະຕອບສະຫນອງພຣະວິນຍານຂອງເຮົາກ່ຽວກັບປະເທດທາງທິດເຫນືອ”
|
|||
|
|
|||
|
\s5
|
|||
|
\v 9 ດັ່ງນັ້ນຖ້ອຍຄຳຂອງພຣະຢາເວໄດ້ມາເຖິງຂ້ານ້ອຍ, ກ່າວວ່າ,
|
|||
|
\v 10 “ຈົ່ງນຳເອົາຂອງຖວາຍຈາກບັນດາຊະເລີຍ ຄືຈາກເຮນດາຍ ໂຕບີຢາ, ແລະເຢດາຢາ—ແລະໃນວັນດຽວກັນນັ້ນ ແລະຈົ່ງເຂົ້າໄປໃນເຮືອນຂອງໂຢສີຢາ ລູກຊາຍເຊຟານີຢາ, ຜູ້ທີ່ໄດ້ອອກມາຈາກນະຄອນບາບີໂລນ.
|
|||
|
\v 11 ຈົ່ງເອົາເງິນແລະຄຳ, ເຮັດເປັນມົງກຸດອັນຫນຶ່ງ ແລ້ວສວມໃສ່ເທິງຫົວຂອງໂຢຊວຍລູກຊາຍເຢໂຮຊາດັກ, ມະຫາປະໂລຫິດ.
|
|||
|
|
|||
|
\s5
|
|||
|
\v 12 ຈົ່ງເວົ້າກັບເຂົາ ແລະກ່າວວ່າ, 'ພຣະຢາເວຈອມໂຍທາໄດ້ກ່າວດັ່ງນີ້: ຊາຍຄົນນີ້, ມີຊື່ວ່າ ກິ່ງ! ເຂົາຈະເຕີບໂຕໃນສະຖານທີ່ໆເຂົາຢູ່ ແລະຈາກນັ້ນເຂົາຈະສ້າງພຣະວິຫານຂອງພຣະຢາເວ.
|
|||
|
\v 13 ເຂົານັ້ນແຫລະຈະເປັນຜູ້ສ້າງພຣະວິຫານຂອງພຣະຢາເວ ແລະເຂົາຈະໄດ້ຮັບສະຫງ່າຣາສີອັນຍິ່ງໃຫຍ່ຂອງມັນ, ແລ້ວເຂົາຈະນັ່ງແລະປົກຄອງຢູ່ເທິງຣາຊະບັນລັງຂອງເຂົາ. ເຂົາຈະເປັນປະໂລຫິດຄົນຫນຶ່ງຢູ່ເທິງຣາຊະບັນລັງຂອງເຂົາ ແລະຄວາມເຂົ້າໃຈແຫ່ງສັນຕິສຸກຈະມີຢູ່ລະຫວ່າງສອງຝ່າຍ.
|
|||
|
|
|||
|
\s5
|
|||
|
\v 14 ມົງກຸດຈະຖືກວາງໄວ້ໃນພຣະວິຫານຂອງພຣະຢາເວ ເພື່ອເປັນທີ່ລະນຶກເຖິງເຮນດາຍ, ໂຕບີຢາ, ເຢດາຢາ, ແລະເຮັນ ລູກຊາຍຂອງເຊຟານີຢາ.
|
|||
|
\v 15 ແລ້ວຄົນເຫລົ່ານັ້ນຜູ້ທີ່ຢູ່ໄກຈະມາແລະສ້າງພຣະວິຫານຂອງພຣະຢາເວຈອມໂຍທາ, ດັ່ງນັ້ນທ່ານຈະຮູ້ວ່າພຣະຢາເວຈອມໂຍທາໄດ້ສົ່ງຂ້ານ້ອຍມາຫາພວກທ່ານ; ເພາະນີ້ຈະເກີດຂຶ້ນ ຖ້າພວກທ່ານເຊື່ອຟັງສຽງຂອງພຣະຢາເວ ພຣະເຈົ້າຂອງຢ່າງແທ້ຈິງ!”
|
|||
|
|
|||
|
\s5
|
|||
|
\c 7
|
|||
|
\cl ບົດທີ 7
|
|||
|
\p
|
|||
|
\v 1 ເມື່ອກະສັດດາຣິອຸດ ໄດ້ປົດຄອງເປັນເວລາສີ່ປີ, ໃນວັນທີສີ່ເດືອນທີເກົ້າ (ຊຶ່ງເປັນເດືອນກິດຊະເລັບ), ຖ້ອຍຄຳຂອງພຣະຢາເວໄດ້ມາເຖິງເຊຄາຣີຢາ.
|
|||
|
\v 2 ປະຊາຊົນເມືອງໄດ້ສົ່ງຊາເຣັດເຊ ແລະ ເຣເກມເມເລັກ ແລະພັກພວກຂອງເຂົາ ເພື່ອຮ້ອງທູນຕໍ່ພຣະພັກພຣະຢາເວ.
|
|||
|
\v 3 ພວກເຂົາໄດ້ກ່າວຕໍ່ບັນດາປະໂລຫິດ ຜູ້ຊຶ່ງໄດ້ຢູ່ໃນພຣະວິຫານຂອງພຣະຢາເວຈອມໂຍທາ ແລະຕໍ່ພວກຜູ້ປະກາດພຣະທັມ; ພວກເຂົາໄດ້ກ່າວວ່າ, “ຄວນທີ່ຂ້ານ້ອຍຈະໄວ້ທຸກໆໃນເດືອນທີຫ້າດ້ວຍການອົດອາຫານ ເຫມືອນທີ່ຂ້ານ້ອຍໄດ້ເຮັດມາແລ້ວໃນຫລາຍປີຫລືບໍ?”
|
|||
|
|
|||
|
\s5
|
|||
|
\v 4 ດັ່ງນັ້ນ ຖ້ອຍຄຳຂອງພຣະຢາເວຈອມໂຍທາ ໄດ້ມາເຖິງຂ້ານ້ອຍ, ກ່າວວ່າ,
|
|||
|
\v 5 "ຈົ່ງເວົ້າກັບບັນດາປະຊາຊົນທັງຫມົດຂອງແຜ່ນດິນ ແລະກັບປະໂລຫິດທັງຫລາຍ ແລະເວົ້າວ່າ, 'ເມື່ອພວກເຈົ້າອົດອາຫານແລະໄວ້ທຸກໃນເດືອນທີຫ້າ ແລະ ເດືອນທີເຈັດເປັນເວລາດົນເຖິງເຈັດສິບປີນັ້ນ, ພວກເຈົ້າໄດ້ອົດອາຫານເພື່ອເຮົາແທ້ຫລືບໍ?
|
|||
|
\v 6 ເມື່ອພວກເຈົ້າໄດ້ກິນແລະດື່ມ, ພວກເຈົ້າໄດ້ກິນແລະດື່ມເພື່ອຕົວຂອງເຈົ້າເອງຫລື?
|
|||
|
\v 7 ຖ້ອຍຄຳເຫລົ່ານີ້ເປັນພຣະທັມ ຊຶ່ງພຣະຢາເວໄດ້ປະກາດ ໂດຍຜ່ານປາກຂອງຜູ້ປະກາດພຣະທັມຮຸ້ນກ່ອນໆ, ເມື່ອຕອນພວກເຈົ້າຍັງຄົງໄດ້ຢູ່ໃນນະຄອນເຢຣູຊາເລັມ ແລະເມື່ອງທັງຫລາຍຈະເລີນຮຸ່ງເຮືອງໂດຍອ້ອມຮອບ ແລະໄດ້ຕັ້ງຖິ່ນຖານໃນເນເກບ, ແລະເຂດທົ່ງພຽງທາງທິດຕາເວັກຕົກຫລື?”
|
|||
|
|
|||
|
\s5
|
|||
|
\v 8 ຖ້ອຍຄຳຂອງພຣະຢາເວໄດ້ມາເຖິງເຊຄາຣີຢາ, ກ່າວວ່າ,
|
|||
|
\v 9 “ພຣະຢາເວຈອມໂຍທາຊົງກ່າວດັ່ງນີ້ວ່າ, 'ຈົ່ງຕັດສິນຕາມຄວາມຍຸດຕິທັມຢ່າງແທ້ຈິງ, ຕາມພັນທະສັນຍາທີ່ສັດຊື່, ແລະດ້ວຍຄວາມເມດຕາ. ໃຫ້ແຕ່ລະຄົນເຮັດສິ່ງນີ້ກັບພີ່ນ້ອງຂອງເຂົາ.
|
|||
|
\v 10 ກ່ຽວກັບແມ່ຫມ້າຍ ແລະລູກກຳພ້າ, ຄົນຕ່າງດ້າວຫລືຄົນຍາກຈົນ—ຢ່າກົດຂີ່ຂົ່ມເຫັງພວກເຂົາ, ແລະ ຢ່າໃຫ້ພວກເຈົ້າຄົນໃດຄິດອຸບາຍຊົ່ວໃນໃຈ ທີ່ຈະທຳຮ້າຍຄົນອື່ນ.”
|
|||
|
|
|||
|
\s5
|
|||
|
\v 11 ແຕ່ພວກເຂົາປະຕິເສດທີ່ຈະເອົາໃຈໃສ່ ແລະຍົກບ່າຂຶ້ນຢ່າງດື້ດຶງ. ພວກເຂົາໄດ້ອັດຫູຂອງພວກເຂົາ ດັ່ງນັ້ນພວກເຂົາຈຶ່ງຈະບໍ່ໄດ້ຍິນ.
|
|||
|
\v 12 ພວກເຂົາໄດ້ເຮັດໃຫ້ຈິດໃຈຂອງຕົນແຂງກະດ້າງເຫມືອນຫີນ ດັ່ງນັ້ນພວກເຂົາຈຶ່ງບໍ່ໄດ້ຍິນພຣະບັນຍັດ ຫລື ຖ້ອຍຄຳທັງຫລາຍຂອງພຣະຢາເວຈອມໂຍທາ. ພຣະອົງໄດ້ສົ່ງຂໍ້ຄວາມເຫລົ່ານີ້ໄປເຖິງປະຊາຊົນ ໂດຍພຣະວິຍານຂອງພຣະອົງໃນສະໄຫມເລີ່ມຕົ້ນ, ໂດຍຜ່ານປາກຂອງຜູ້ປະກາດພຣະຄັມທັງຫລາຍ. ແຕ່ພວກປະຊາຊົນໄດ້ປະຕິເສດທີ່ຈະຟັງ, ດັ່ງນັ້ນ ພຣະຢາເວຈອມໂຍທາຊົງໂກດຮ້າຍຕໍ່ພວກເຂົາຢ່າງຫນັກ.
|
|||
|
|
|||
|
\s5
|
|||
|
\v 13 ມັນໄດ້ເກີດຂຶ້ນເມື່ອພຣະອົງໄດ້ຊົງເອີ້ນ, ແຕ່ພວກເຂົາບໍ່ຟັງ. ດ້ວຍວິທີການດຽວກັນ,“ ພຣະຢາເວຈອມໂຍທາໄດ້ຊົງກ່າວ, "ພວກເຂົາຈະຮ້ອງທູນຕໍ່ເຮົາ, ແຕ່ເຮົາຈະບໍ່ຟັງ.
|
|||
|
\v 14 ເພາະເຮົາຈະກະຈັດກະຈາຍພວກເຂົາໄປດ້ວຍລົມຫົວກຸດໄປເຖິງປະຊາຊາດທັງຫລາຍທີ່ພວກເຂົາບໍ່ໄດ້ເຫັນ, ແລະແຜ່ນດິນນັ້ນຈະຖືກຮ້າງເປົ່າຫລັງຈາກພວກເຂົາ. ເພາະວ່າຈະບໍ່ມີໃຜທຽວຜ່ານແຜ່ນດິນນັ້ນ ຫລື ກັບມາຫາມັນອີກ ຕັ້ງແຕ່ປະຊາຊົນນັ້ນໄດ້ເຮັດໃຫ້ແຜ່ນດິນເປັນຫນ້າເພິງພໍໃຈຂອງພວກເຂົາ ໄດ້ກາຍເປັນຮົກຮ້າງວ່າງເປົ່າ."
|
|||
|
|
|||
|
\s5
|
|||
|
\c 8
|
|||
|
\cl ບົດທີ 8
|
|||
|
\p
|
|||
|
\v 1 ຖ້ອຍຄຳຂອງພຣະຢາເວຈອມໂຍທາ ໄດ້ມາເຖິງຂ້ານ້ອຍ, ກ່າວວ່າ,
|
|||
|
\v 2 “ພຣະຢາເວຈອມໂຍທາຊົງກ່າວດັ່ງນີ້ວ່າ: ເຮົາຫວງແຫນຊີໂອນອັນຍິ່ງໃຫຍ່ ແລະເຮົາຫວງແຫນນາງດ້ວຍຄຽດຮ້າຍອັນຍິ່ງໃຫຍ່!
|
|||
|
\v 3 ພຣະຢາເວຈອມໂຍທາຊົງກ່າວດັ່ງນີ້ວ່າ: ເຮົາຈະກັບໄປຫາຊີໂອນ ແລະ ຈະອາໄສໃນທ່າມກາງນະຄອນເຢຣູຊາເລັມ, ເພາະວ່າເຢຣູຊາເລັມຈະຖືກເອີ້ນວ່າເມືອງແຫ່ງຄວາມຈິງ ແລະພູເຂົາຂອງພຣະຢາເວຈອມໂຍທາ ຈະຖືກເອີ້ນວ່າພູເຂົາບໍຣິສຸດ!
|
|||
|
|
|||
|
\s5
|
|||
|
\v 4 ພຣະຢາເວຈອມໂຍທາກ່າວດັ່ງນີ້ວ່າ: ຊາຍເຖົ້າແລະຍິງເຖົ້າຈະອາໄສຢູ່ຕາມຖະຫນົນໃນນະຄອນເຢຣູຊາເລັມອີກຄັ້ງ, ແລະທຸກຄົນຕ້ອງມີໄມ້ຄ້ອນເທົ້າຢູ່ໃນມືຂອງເຂົາ ເພາະວ່າເຂົາເຖົ້າແລ້ວ.
|
|||
|
\v 5 ຖະຫນົນຕ່າງໆຂອງເມືອງນັ້ນຈະເຕັມໄປດ້ວຍພວກເດັກຊາຍ ແລະ ພວກເດັກຍິງ ທີ່ກຳລັງແລ່ນຫລິ້ນຢູ່ໃນນັ້ນ.
|
|||
|
|
|||
|
\s5
|
|||
|
\v 6 ພຣະຢາເວຈອມໂຍທາໄດ້ຊົງກ່າວດັ່ງນີ້ວ່າ: ໃນວັນເຫລົ່ານັ້ນ ຖ້າບາງສິ່ງເບິ່ງຄືຈະເປັນໄປບໍ່ໄດ້ ໃນສາຍຕາຂອງຄົນທີ່ເຫລືອຢູ່ນີ້, ມັນຄວນເບິ່ງຄືເປັນໄປບໍ່ໄດ້ໃນສາຍຕາຂອງເຮົາຄືກັນບໍ?
|
|||
|
\v 7 ພຣະຢາເວຈອມໂຍທາກ່າວດັ່ງນີ້ວ່າ: ເບິ່ງແມ, ເຮົາຕ້ອງການຊ່ວຍປະຊາຊົນຂອງເຮົາຈາກດິນແດນທີ່ທິດຕາເວັນຂຶ້ນ ແລະ ຈາກດິນແດນແຫ່ງທິດຕາເວັນຕົກ.
|
|||
|
\v 8 ເພາະວ່າເຮົາຈະນຳພວກເຂົາກັບມາ, ແລະ ພວກເຂົາຈະອາໄສຢູ່ທ່າມກາງນະຄອນເຢຣູຊາເລັມ, ດັ່ງນັ້ນພວກເຂົາຈະເປັນປະຊາຊົນຂອງເຮົາ, ແລະເຮົາຈະເປັນພຣະເຈົ້າຂອງພວກເຂົາ ໃນຄວາມຈິງ ແລະດ້ວຍຄວາມຊອບທັມ!
|
|||
|
|
|||
|
\s5
|
|||
|
\v 9 ພຣະຢາເວຈອມໂຍທາຊົງກ່າວວ່າ: ບັດນີ້ພວກເຈົ້າຜູ້ທີ່ຍັງຄົງຟັງຖ້ອຍຄຳທັງຫລາຍເດີມໆ ທີ່ມາຈາກປາກຂອງຜູ້ປະກາດພຣະຄັມທັງຫລາຍ. ເມື່ອຮາກຖານຂອງພຣະວິຫານຂອງພຣະຢາເວຈອມໂຍທາໄດ້ຖືກວາງແລ້ວ, ນີ້ຄືພຣະວິຫານຂອງພວກເຮົາ, ພຣະຢາເວຈອມໂຍທາຊົງກ່າວວ່າ: ຈົ່ງເຮັດໃຫ້ມືຂອງເຈົ້າແຂງແຮງ ດັ່ງນັ້ນພຣະວິຫານ ຈຶ່ງຈະສາມາດສ້າງຂຶ້ນໄດ້.
|
|||
|
\v 10 ເພາະວ່າກ່ອນວັນເຫລົ່ານັ້ນ, ບໍ່ມີໃຜລວບລວມເມັດພຶດໄດ້, ບໍ່ມີໃຜໄດ້ກຳໄລບໍ່ວ່າຈະເປັນຄົນຫລືສັດ, ບໍ່ມີສັນຕິພາບຈາກສັດຕຣູສຳລັບຜູ້ທີ່ກຳລັງຈະໄປ ຫລືກຳລັງຈະມາ. ເຮົາໄດ້ໃຫ້ພວກເຂົາທຸກຄົນຕໍ່ສູ້ຊຶ່ງກັນແລະກັນ ກັບເພື່ອນບ້ານຂອງຕົນ.
|
|||
|
|
|||
|
\s5
|
|||
|
\v 11 ແຕ່ບັດນີ້ມັນຈະບໍ່ຄືກັບອະດີດ, ເຮົາຈະຢູ່ກັບປະຊາຊົນທີ່ເຫລືອຢູ່—ນີ້ຄືຄຳປະກາດຂອງພຣະຢາເວຈອມໂຍທາ.
|
|||
|
\v 12 “ ເພາະວ່າເມັດພຶດພັນແຫ່ງສັນຕິພາບຈະຖືກຫວ່ານ; ເຄືອອະງຸ່ນຈະມີຫມາກ ແລະ ແຜ່ນດິນຈະເກີດຜົນຜະລິດ ແລະບັນດາທ້ອງຟ້າຈະໃຫ້ນ້ຳຫມອກຕົກ, ເພາະເຮົາຈະເຮັດໃຫ້ປະຊາຊົນທີ່ເຫລືອຢູ່ນີ້ໄດ້ຮັບສືບທອດສິ່ງເຫລົ່ານີ້ທັງຫມົດ, ເຊື້ອຊາດຂອງຢູດາ ແລະ ເຊື້ອຊາດຂອງເຢຣູຊາເລັມເອີຍ.
|
|||
|
|
|||
|
\s5
|
|||
|
\v 13 ພວກເຈົ້າຈະເປັນຕົວຢ່າງສຳລັບບັນດາປະຊາຊາດແຫ່ງຄຳສາບແຊ່ງ, ໂອ ຄອບຄົວຢູດາ ແລະຄອບຄົວເຊື້ອສາຍອິດສະຣາເອນເອີຍ. ດັ່ງນັ້ນ ເຮົາຈະຊ່ວຍເຫລືອພວກເຈົ້າ ແລະ ພວກເຈົ້າຈະໄດ້ເປັນແຫລ່ງແຫ່ງພຣະພອນ. ຈົ່ງຢ່າຢ້ານເລີຍ; ຈົ່ງເຮັດໃຫ້ມືຂອງພວກເຈົ້າເຂັ້ມແຂງຂຶ້ນ.
|
|||
|
\v 14 ເພາະພຣະຢາເວຈອມໂຍທາຊົງກ່າວດັ່ງນີ້ວ່າ: ດັ່ງທີ່ເຮົາໄດ້ວາງແຜນ ເພື່ອຈະເຮັດອັນຕະລາຍແກ່ພວກເຈົ້າ ເມື່ອບັນພະບຸຣຸດຂອງພວກເຈົ້າຍົວະໃຫ້ໂມໂຫຮ້າຍ—ພຣະຢາເວຈອມໂຍທາຊົງກ່າວ—ແລະບໍ່ໄດ້ຜ່ອນຜັນໃຫ້,
|
|||
|
\v 15 ດັ່ງນັ້ນ ເຮົາໄດ້ວາງແຜນທີ່ຈະເຮັດອີກຄັ້ງ ແກ່ນະຄອນເຢຣູຊາເລັມ ແລະແກ່ເຊື້ອສາຍຢູດາເຫລົ່ານິ້ດ້ວຍ! ຢ່າຢ້ານເລີຍ!
|
|||
|
|
|||
|
\s5
|
|||
|
\v 16 ສິ່ງເຫລົ່ານີ້ຄື ສິ່ງທີ່ພວກເຈົ້າຕ້ອງເຮັດ: ທຸກຄົນຈົ່ງເວົ້າແຕ່ຄວາມຈິງກັບເພື່ອນບ້ານທຸກຄົນຂອງເຂົາ. ຈົ່ງຕັດສິນຕາມຄວາມຈິງ, ຄວາມຍຸດຕິທັມ ແລະສ້າງສັນຕິພາບຢູ່ທີ່ປະຕູເມືອງທັງຫລາຍຂອງຂອງພວກເຈົ້າ.
|
|||
|
\v 17 ຈົ່ງຢ່າວາງແຜນຊົ່ວຮ້າຍໃນໃຈຂອງພວກເຈົ້າຕໍ່ສູ້ຊຶ່ງກັນແລະກັນ, ແລະຈົ່ງຢ່າຮັກຄຳປະຕິຍານບໍ່ຈິງ—ເພາະເຮົາກຽດຊັງສິ່ງເຫລົ່ານີ້!—ນີ້ເປັນຄຳປະກາດຂອງພຣະຢາເວ.”
|
|||
|
|
|||
|
\s5
|
|||
|
\v 18 ຈາກນັ້ນ ຖ້ອຍຄຳຂອງພຣະຢາເວຈອມໂຍທາໄດ້ມາເຖິງຂ້ານ້ອຍ, ກ່າວວ່າ,
|
|||
|
\v 19 “ພຣະຢາເວຈອມໂຍທາຊົງກ່າວດັ່ງນີ້: ການອົດອາຫານໃນເດືອນທີສີ່, ເດືອນທີຫ້າ, ເດືອນທີເຈັດ ແລະເດືອນທີສິບ ຈະເປັນເວລາແຫ່ງຄວາມຊົມຊື່ນຄວາມຍິນດີ ແລະເທດສະການຄວາມສຸກສຳລັບເຊື້ອສາຍຢູດາ! ເຫດສະນັ້ນຈົ່ງຮັກຄວາມຈິງ ແລະສັນຕິພາບ!
|
|||
|
|
|||
|
\s5
|
|||
|
\v 20 ພຣະຢາເວຈອມໂຍທາຊົງກ່າວດັ່ງນີ້: ປະຊາຊົນຈະມາອີກຄັ້ງ, ແມ້ວ່າຄົນເຫລົ່ານັ້ນຈະອາໄສຢູ່ໃນເມືອງຕ່າງໆ.
|
|||
|
\v 21 ຄົນທັງຫລາຍຂອງເມືອງຫນຶ່ງຈະໄປຫາອີກເມືອງຫນຶ່ງແລະເວົ້າວ່າ, "ໃຫ້ເຮົາຮີບໄປ ເພື່ອອ້ອນວອນຕໍ່ພຣະພັກຂອງພຣະຢາເວ ແລະເພື່ອສະແຫວງຫາພຣະຢາເວຈອມໂຍທາ! ພວກເຮົາເອງກໍກຳລັງຈະໄປດ້ວຍ.
|
|||
|
\v 22 ປະຊາຊົນຫລວງຫລາຍແລະບັນດາປະຊາຊາດທີ່ເຂັ້ມແຂງຈະມາສະແຫວງຫາພຣະຢາເວຈອມໂຍທາໃນນະຄອນເຢຣູຊາເລັມ ແລະ ຮ້ອງທູນຂໍພຣະເມດຕາຂອງພຣະຢາເວ!
|
|||
|
|
|||
|
\s5
|
|||
|
\v 23 ພຣະຢາເວຈອມໂຍທາຊົງກ່າວດັ່ງນີ້ວ່າ: ໃນວັນເຫລົ່ານັ້ນ ຜູ້ຊາຍສິບຄົນຈາກທຸກຊາດ, ທຸກພາສາ ຈະຈັບປາຍເສື້ອຄຸມຂອງພວກເຈົ້າ ແລະກ່າວວ່າ, ‘ໃຫ້ເຮົາໄປນຳເຈົ້າ, ເພື່ອທີ່ພວກເຮົາຈະໄດ້ຍິນຄຳວ່າ ພຣະເຈົ້າສະຖິດຢູ່ກັບພວກທ່ານ!’”
|
|||
|
|
|||
|
\s5
|
|||
|
\c 9
|
|||
|
\cl ບົດທີ 9
|
|||
|
\p
|
|||
|
\v 1 ນີ້ເປັນຄຳປະກາດຖ້ອຍຄຳຂອງພຣະຢາເວກ່ຽວກັບ ແຜ່ນດິນຮັດຣັກ ແລະເມືອງດາມາເຊ. ເພາະພຣະເນດຂອງພຣະຢາເວແກ່ມະນຸດຊາດ ແລະເຜົ່າພັນຂອງອິດສະຣາເອນທັງໝົດດ້ວຍ.
|
|||
|
\v 2 ນີ້ເປັນຄຳປະກາດກ່ຽວກັບຮຳມາດ, ຊຶ່ງມີເຂດແດນຕິດກັນກັບດາມັສກັດ, ແລະກ່ຽວກັບເມືອງຕີເຣແລະຊີໂດນ, ເຖິງວ່າພວກເຂົາຈະສະຫລາດຫລາຍກໍຕາມ.
|
|||
|
|
|||
|
\s5
|
|||
|
\v 3 ເມືອງຕີເຣໄດ້ສ້າງກຳແພງເມືອງທີ່ແຂງແຮງສຳລັບຕົນເອງ ແລະສະສົມເງິນໄວ້ເປັນຈຳນວນຫລວງຫລາຍເຫມືອນຂີ້ຝຸ່ນ ແລະຄຳບໍຣິສຸດເຫມືອນກັບຂີ້ຕົມຕາມຖະຫນົນທັງຫລາຍ.
|
|||
|
\v 4 ລະວັງ ອົງພຣະຜູ້ເປັນເຈົ້າຈະຢຶດຊັບສິນຂອງນາງ ແລະທຳລາຍຄວາມເຂັ້ມແຂງຂອງນາງລົງໄປໃນນ້ຳທະເລ, ດັ່ງນັ້ນເມືອງນີ້ຈະຖືກເຜົາໄຫມ້ດ້ວຍໄຟ.
|
|||
|
|
|||
|
\s5
|
|||
|
\v 5 ເມືອງອາຊະກາໂລນຈະເຫັນ ແລະມີຄວາມຢ້ານ! ເມືອງຄາຊາຈະສັ່ນສະທ້ານຢ່າງຍິ່ງໃຫຍ່, ແລະຄວາມຫວັງຂອງນາງກໍຈະຖືກທຳລາຍ! ກະສັດຈາກເມືອງຄາຊາ ຈະພິນາດລົງ, ແລະເມືອງອາຊະກາໂລນຈະບໍ່ມີຄົນອາໄສຢູ່.
|
|||
|
\v 6 ຄົນແປກຫນ້າຈະໃຊ້ເມືອງອາຊະໂດດ, ເປັນບ້ານຂອງພວກເຂົາ ແລະເຮົາຈະກຳຈັດຄວາມຈອງຫອງຂອງຄົນຟີລິດສະຕີນ.
|
|||
|
\v 7 ເພາະເຮົາຈະກຳຈັດເລືອດຂອງພວກເຂົາອອກມາຈາກປາກທັງຫລາຍຂອງພວກເຂົາ ແລະເອົາຄວາມກຽດຊັງອອກໄປຈາກຫວ່າງແຂ້ວຂອງພວກເຂົາ. ຈາກນັ້ນພວກເຂົາຈະກາຍເປັນຜູ້ທີ່ຈະເຫລືອຢູ່ນັ້ນສຳລັບພຣະເຈົ້າຂອງພວກເຮົາ ຄືຕະກຸນຫນຶ່ງໃນຢູດາ, ແລະ ເອັກໂຣນຈະກາຍເປັນເຫນືອນກັບຄົນເຢບຸດ.
|
|||
|
|
|||
|
\s5
|
|||
|
\v 8 ເຮົາຈະຕັ້ງຄ້າຍຢູ່ຂ້າງແຜ່ນດິນຂອງເຮົາຕໍ່ສູ້ກອງທັບຂອງສັດຕຣູ ດັ່ງນັ້ນຈຶ່ງບໍ່ມີໃຜສາມາດຜ່ານເຂົ້າໄປ ຫລື ກັບອອກມາ, ເພາະະບໍ່ໃຫ້ຜູ້ໃດມາກົດຂີ່ຂົ່ມເຫັງພວກເຂົາໄດ້ອີກຕໍ່ໄປ. ເພາະບັດນີ້ເຮົາເບິ່ງແຍງດິນແດນຂອງເຮົາດ້ວຍຕາຂອງເຮົາເອງ!
|
|||
|
|
|||
|
\s5
|
|||
|
\v 9 ຈົ່ງຮ້ອງດ້ວຍຄວາມຊຶ່ນຊົມຍິນດີຢ່າງຍິ່ງ! ລູກສາວແຫ່ງຊີໂອນເອີຍ! ຈົ່ງໂຮ່ຮ້ອງດ້ວຍຄວາມຊື່ນຊົມຍິນດີ ລູກສາວແຫ່ງເຢຣູຊາເລັມເອີຍ! ເບິ່ງແມ! ກະສັດຂອງເຈົ້າກຳລັງສະເດັດມາຫາພວກເຈົ້າດ້ວຍຄວາມຍຸດຕິທັມ ແລະກຳລັງຈະຊ່ວຍພວກເຈົ້າ. ພຣະອົງຊົງຖ່ອມໃຈ ແລະຊົງປະທັບເທິງຫລັງລາ, ເທິງຫລັງລູກລາໂຕຫນຶ່ງ.
|
|||
|
\v 10 ຈາກນັ້ນ ເຮົາຈະທຳລາຍລົດມ້າຮົບທີ່ມາຈາກເອຟຣາຢິມ ແລະມ້າອອກຈາກນະຄອນເຢຣູຊາເລັມ, ແລະທະນູຖືກກຳຈັດອອກຈາກການສູ້ຮົບສົງຄາມ; ເພາະພຣະອົງຈະປະກາດສັນຕິສຸກແກ່ບັນດາປະຊາຊາດ, ແລະການປົກຄອງຂອງພຣະອົງ ຈະເລີ່ມຈາກທະເລນີ້ໄປເຖິງທະເລນັ້ນ, ແລະຈາກແມ່ນ້ຳນັ້ນໄປເຖິງສຸດປາຍແຜ່ນດິນໂລກ.
|
|||
|
|
|||
|
\s5
|
|||
|
\v 11 ສຳລັບພວກເຈົ້າ, ດ້ວຍວ່າເລືອດແຫ່ງຄຳຫມັ້ນສັນຍາຂອງເຮົາກັບພວກເຈົ້າ, ເຮົາຈະປົດປ່ອຍພວກນັກໂທດໃຫ້ເປັນອິດສະຫລະຈາກບໍ່ນ້ຳທີ່ບໍ່ມີນ້ຳ.
|
|||
|
\v 12 ຈົ່ງກັບໄປກຳແພງເມືອງທີ່ເຂັ້ມແຂງ, ຊະເລີຍເສິກທັງຫລາຍເອີຍ! ແມ້ນແຕ່ໃນວັນນີ້ເຮົາກຳລັງປະກາດວ່າ, ເຮົາຈະຊົດໃຊ້ເປັນສອງເທົ່າແກ່ພວກເຈົ້າ,
|
|||
|
\v 13 ເພາະເຮົາໄດ້ໂກ່ງຢູດາ ເຫນືອນກັບຄັນທະນູຂອງເຮົາ, ເຮົາໄດ້ໃສ່ຄວາມສັ່ນຂອງເຮົາດ້ວຍເອຟຣາຢິມ. ເຮົາໄດ້ປຸກລູກຊາຍທັງຫລາຍຂອງພວກເຈົ້າ, ຄືຊີໂອນ, ຕໍ່ສູ້ກັບລູກຊາຍທັງຫລາຍ, ຄື ກຣີກ, ແລະເຮັດໃຫ້ພວກເຈົ້າຄືຊີໂອນ, ເປັນຄືດາບນັກຮົບ!
|
|||
|
|
|||
|
\s5
|
|||
|
\v 14 ພຣະຢາເວຈະປະກົດແກ່ພວກເຂົາ ແລະລູກທະນູຂອງພຣະອົງຈະຖືກຍິງອອກໄປເຫມືອນດັ່ງຟ້າແມບ! ເພາະພຣະອົງພຣະຢາເວຂອງຂ້ານ້ອຍຈະເປົ່າແກ ແລະ ຊົງໄປຂ້າງຫນ້າດ້ວຍພາຍຸຈາກເທມານ.
|
|||
|
\v 15 ພຣະຢາເວຈອມໂຍທາຈະປົກປ້ອງຮັກສາພວກເຂົາໄວ້, ແລະພວກເຂົາທັງຫລາຍຈະເຜົາໄຫມ້ພວກເຂົາເຈົ້ົາ ແລະ ເອົາຊະນະພວກກ້ອນຫີນຂອງສະຫລີງທັງຫມົດ. ຈາກນັ້ນ ພວກເຂົາຈະດື່ມແລະໂຫ່ຮ້ອງເຫນືອນຄົນເມົາຫລົ້າອະງຸ່ນ, ແລະພວກເຂົາຈະຖືກເຕີມຄືຈອກເຫລົ້າອະງຸ່ນທັງຫລາຍ, ຄືກັບມຸມແຈທັງຫລາຍຂອງແທ່ນບູຊາ.
|
|||
|
|
|||
|
\s5
|
|||
|
\v 16 ດັ່ງນັ້ນພຣະຢາເວພຣະເຈົ້າຂອງພວກເຂົາຈະຊ່ວຍພວກເຂົາ ໃນວັນນັ້ນ; ພວກເຂົາຈະເປັນປະຊາຊົນຂອງພຣະອົງເຫນືອນຝູງສັດ. ພວກເຂົາຈະເປັນເຫມືອນດັ່ງແກ້ວເພັດ ຊຶ່ງຕິດຢູ່ໃນມົງກຸດທີ່ສ່ອງແສງໃນແຜ່ນດິນຂອງພຣະອົງ.
|
|||
|
\v 17 ພວກເຂົາຊ່າງດີ ແລະ ງົດງາມ! ຊາຍຫນຸ່ມທັງຫລາຍຈະເລີນເຕີບໃຫຍ່ງອກງາມດ້ວຍເມັດເຂົ້າ ແລະ ຍິງສາວຈະເລີນງອກງາມດ້ວຍນ້ຳເຫລົ້າອະງຸ່ນ.
|
|||
|
|
|||
|
\s5
|
|||
|
\c 10
|
|||
|
\cl ບົດທີ 10
|
|||
|
\p
|
|||
|
\v 1 ຈົ່ງທູນຂໍຝົນຈາກພຣະຢາເວໃນຍາມຝົນທ້າຍລະດູ—ພຣະຢາເວເຮັດໃຫ້ເກີດພາຍຸຝົນຄະນອງ—ແລະພຣະອົງຈະປະທານຫ່າຝົນໃຫ້ແກ່ທຸກຄົນ ແລະພືດຜັກໃນທົ່ງນາ.
|
|||
|
\v 2 ສຳລັບຮູບເຄົາລົບປະຈຳເຮືອນທັງຫລາຍທີ່ເວົ້າບໍ່ຈິງ; ພວກຫມໍດູທີ່ເຫັນນິມິດບໍ່ຈິງ; ໄດ້ເລົ່າຄວາມຝັນບໍ່ຈິງ, ແລະໃຫ້ຄຳເລົ້າໂລມໃຈອັບປະໂຫຍດ, ເພາະສະນັ້ນ ພວກເຂົາໄດ້ປົບຫນີຄືກັບຝູງແກະທີ່ບໍ່ມີຈຸດຫມາຍປາຍທາງ ແລະທຸກຍາກລຳບາກເພາະບໍ່ມີຜູ້ລ້ຽງ.
|
|||
|
|
|||
|
\s5
|
|||
|
\v 3 ຄວາມໂມໂຫຮ້າຍຂອງເຮົາເຜົາໄຫມ້ພວກຜູ້ລ້ຽງແກະ; ມັນເປັນແກະຕົວຜູ້ຄື—ພວກຜູ້ນຳ—ທີ່ເຮົາຈະລົງໂທດ. ພຣະຢາເວຈອມໂຍທາຈະຢູ່ກັບຝູງແກະຂອງພຣະອົງ, ຄືເຊື້ອສາຍຢູດາ, ແລະເຮັດໃຫ້ພວກເຂົາ ເປັນເຫນືອນມ້າຮົບຂອງພຣະອົງໃນສົງຄາມ!
|
|||
|
|
|||
|
\s5
|
|||
|
\v 4 ແຈຫີນເສົາເອກມາຈາກເຂົາ; ເຫລັກຕອກເຕັນຈະມາຈາກເຂົາ; ຄັນທະນູສູ້ຮົບມາຈາກເຂົາ; ແລະບັນດາຜູ້ປົກຄອງຈະມາຮ່ວມໂຕກັນ.
|
|||
|
\v 5 ພວກເຂົາຈະເປັນເຫນືອນນັກຮົບທັງຫລາຍ ຜູ້ຊຶ່ງຢຽບຢ່ຳສັດຕຣູທັງຫລາຍຂອງພວກເຂົາໃນຂີ້ຕົມຕາມຖະຫນົນ; ໃນສົງຄາມ ພວກເຂົາຈະສູ້ຮົບ, ເພາະພຣະຢາເວສະຖິດຢູ່ກັບຄົນເຫລົ່ານັ້ນ, ແລະຄົນທີ່ຂີ່ມ້າຮົບທັງຫລາຍຈະອັບອາຍ.
|
|||
|
|
|||
|
\s5
|
|||
|
\v 6 ເຮົາຈະເສີມກຳລັງເຊື້ອສາຍຢູດາ ແລະປົກປ້ອງເຊື້ອສາຍຂອງໂຢເຊັບ; ເພາະເຮົາຈະເຮັດໃຫ້ພວກເຂົາຄືນມາສູ່ສະພາບເດີມ ແລະ ເມດຕາພວກເຂົາ. ເຖິງແມ້ວ່າ ພວກເຂົາຈະເປັນເຊັ່ນນັ້ນ ເຮົາກໍບໍ່ໄດ້ຖິ້ມພວກເຂົາອອກໄປ, ເພາະເຮົາຄືພຣະຢາເວ ພຣະເຈົ້າຂອງພວກເຂົາ, ເຮົາຈະຟັງຄຳອ້ອນວອນຂອງພວກເຂົາ.
|
|||
|
\v 7 ແລ້ວເອຟຣາຢິມຈະເປັນເໝືອນຊາຍຫນຸ່ມຜູ້ຫນຶ່ງ, ແລະຈິດໃຈຂອງພວກເຂົາທັງຫລາຍຈະຊົມຊື່ນຍິນດີເໝືອນໄດ້ດື່ມເຫລົ້າອະງຸ່ນ; ພວກລູກຫລານຂອງພວກເຂົາຈະໄດ້ເຫັນ ແລະຊົມຊື່ນຍິນດີ. ຈິດໃຈຂອງພວກເຂົາຈະຍິນດີຢ່າງລົ້ນເຫລືອໃນເຮົາ!
|
|||
|
|
|||
|
\s5
|
|||
|
\v 8 ເຮົາຈະຜິວປາກເອີ້ນພວກເຂົາ ແລະຮວບຮວມພວກເຂົາໄວ້, ເພາະວ່າ ເຮົາຈະຊ່ວຍພວກເຂົາ ແລະພວກເຂົາຈະກາຍເປັນຍິ່ງໃຫ່ຍເຫນືອນທີ່ພວກເຂົາເຄີຍເປັນມາກອ່ນ!
|
|||
|
\v 9 ເຮົາໄດ້ຫວ່ານພວກເຂົາໄປທ່າມກາງປະຊາຊົນທັງຫລາຍ, ແຕ່ພວກເຂົາຈະລະນຶກເຖິງເຮົາໃນບັນດາປະເທດທີ່ຫ່າງໄກທັງຫລາຍນັ້ນ, ດັ່ງນັ້ນ ພວກເຂົາ ແລະ ລູກຫລານທັງຫລາຍຂອງພວກເຂົາ ຈະດຳລົງຊີວິດຢູ່ ແລະ ກັບຄືນມາ.
|
|||
|
\v 10 ເພາະເຮົາຈະເຮັດໃຫ້ພວກເຂົາກັບມາສູ່ສະພາບເດີມຈາກແຜ່ນດິນເອຢິບ ແລະ ຮວບຮວມພວກເຂົາມາຈາກປະເທດອັດຊີເຣຍ. ເຮົາຈະນຳພວກເຂົາມາເຖິງແຜ່ນດິນກິເລອາດ ແລະພູເລບານອນ ຈົນກວ່າບ່ອນນັ້ນຈະບໍ່ມີບ່ອນໃຫ້ພວກເຂົາ.
|
|||
|
|
|||
|
\s5
|
|||
|
\v 11 ເຮົາຈະຂວ້າມຜ່ານທະເລແຫ່ງຄວາມທຸກຍາກ; ເຮົາຈະໂຈມຕີຟອງນ້ຳທະເລນັ້ນ ແລະຈະເຮັດໃຫ້ບ່ອນເລິກທັງຫລາຍຂອງແມ່ນໍ້ານິນແຫ້ງລົງ. ຄວາມສະຫງ່າງາມຂອງອັດຊີເຣຍຈະຕົກຕ່ຳ ແລະໄມ້ຄ້ອນເທົ້າຂອງອີຢິບຈະຖືກຖອດອອກໄປຈາກຊາວອີຢິບ.
|
|||
|
\v 12 ເຮົາຈະເຮັດໃຫ້ພວກເຂົາເຂັ້ມແຂງດ້ວຍຕົວເຮົາເອງ, ແລະພວກເຂົາຈະດຳເນີນຊີວິດໃນນາມຂອງເຮົາ—ນີ້ເປັນຄຳປະກາດຂອງພຣະຢາເວ.
|
|||
|
|
|||
|
\s5
|
|||
|
\c 11
|
|||
|
\cl ບົດທີ 11
|
|||
|
\p
|
|||
|
\v 1 ພູເລບານອນເອີຍ, ຈົ່ງໄຂບັນດາປະຕູຂອງເຈົ້າ, ເພື່ອໄຟຈະໄດ້ເຜົາໄຫມ້ຕົ້ນແປກທັງຫລາຍຂອງເຈົ້າ!
|
|||
|
\v 2 ຕົ້ນແປກເອີຍ, ຈົ່ງຮ້ອງໄຫ້ສາ, ເພາະຕົ້ນສົນຈະລົ້ມລົງແລ້ວ! ສະຫງ່າຣາສີທີ່ຖືກທຳລາຍລົງງນັ້ນແມ່ນຫຍັງ! ໂອ ຕົ້ນໂອກແຫ່ງບາຊານເອີຍ, ຈົ່ງຮ້ອງໄຫ້ ເພາະປ່າທຶບໄດ້ລົ້ມລົງຫມົດແລ້ວ.
|
|||
|
\v 3 ພວກຜູ້ລ້ຽງແກະກໍຍົກສຽງຮ້ອງໄຫ້ຂຶ້ນ, ເພາະກຽດສັກສີຂອງພວກເຂົາກໍຖືກທຳລາຍໄປແລ້ວ! ຝູງສິງຫນຸ່ມໃຫຍ່ກໍແຜດສຽງຮ້ອງ, ເພາະວ່າຄວາມຈອງຫອງຂອງແມ່ນ້ຳຢໍແດນຖືກທຳລາຍແລ້ວ!
|
|||
|
|
|||
|
\s5
|
|||
|
\v 4 ນີ້ຄືສິ່ງທີ່ພຣະຢາເວພຣະເຈົ້າຂອງຂ້ານ້ອຍຊົງກ່າວວ່າ, “ເຫມືອນຄົນລ້ຽງຝູງແກະຄົນຫນຶ່ງ, ເຝົ້າເບິ່ງຝູງແກະຊຶ່ງໄດ້ຖືກກຳນົດຂ້າເປັນອາຫານ!
|
|||
|
\v 5 (ຄົນທັງຫລາຍຜູ້ຊື້ພວກມັນ ກໍຂ້າພວກມັນເປັນອາຫານ, ແລະບໍ່ຖືກລົງໂທດ, ແລະຄົນທັງຫລາຍທີ່ຂາຍພວກມັນເວົ້າວ່າ, ‘ສາທຸການແດ່ພຣະຢາເວ! ຂ້ານ້ອຍກາຍເປັນຄົນຮັ່ງມີແລ້ວ!’ ເພາະຜູ້ລ້ຽງແກະທັງຫລາຍເຮັດວຽກໃຫ້ເຈົ້າຂອງຝູງແກະ ບໍ່ມີຄວາມສົງສານຕໍ່ພວກມັນ.)
|
|||
|
\v 6 ເພາະເຮົາບໍ່ໄດ້ສົງສານບັນດາຄົນທີ່ອາໄສໃນແຜ່ນດິນນັ້ນອີກຕໍ່ໄປ!—ນີ້ເປັນຄຳປະກາດຂອງພຣະຢາເວ. ເບິ່ງແມ! ເຮົາເອງທີີ່ຈະເຮັດໃຫ້ພວກເຂົາທຸກຄົນຕົກຢູ່ໃນມືຂອງເພື່ອນບ້ານຂອງພວກເຂົາ ແລະ ໃນມືຂອງກະສັດຂອງພວກເຂົາ ແລະພວກເຂົາຈະທຳລາຍແຜ່ນດິນນັ້ນ ແລະເຮົາຈະບໍ່ຊ່ວຍເຫລືອຈັກຄົນໃຫ້ພົ້ນຈາກມືຂອງພວກເຂົາເລີຍ.”
|
|||
|
|
|||
|
\s5
|
|||
|
\v 7 ດັ່ງນັ້ນຂ້ານ້ອຍໄດ້ກາຍເປັນຜູ້ລ້ຽງຝູງແກະທີ່ຖືກກຳນົດໃຫ້ຂ້າເປັນອາຫານ, ເພາະຄົນເຫລົ່ານັ້ນຜູ້ຊຶ່ງໄດ້ຈັດການກັບຝູງແກະ. ຂ້ານ້ອຍໄດ້ເອົາໄມ້ຄ້ອນເທົ້າສອງອັນ; ອັນຫນຶ່ງໃຫ້ຊື່ວ່າ "ພຣະຄຸນ." ອີກອັນຫນຶ່ງ ຂ້ານ້ອຍໃສ່ຊື່ວ່າ "ເອກະພາບ." ດ້ວຍວິທີນີ້ແຫລະ ຂ້ານ້ອຍໄດ້ລ້ຽງດູຝູງແກະນັ້ນ.
|
|||
|
\v 8 ໃນເດືອນຫນຶ່ງ ຂ້ານ້ອຍໄດ້ທຳລາຍຜູ້ລ້ຽງແກະສາມຄົນ, ເພາະຂ້ານ້ອຍຫມົດຄວາມອົດທົນກັບພວກເຂົາ, ແລະພວກເຂົາກຽດຊັງຂ້ານ້ອຍເຫມືອນກັນ.
|
|||
|
\v 9 ຈາກນັ້ນ ຂ້ານ້ອຍໄດ້ບອກຕໍ່ເຈົ້າຂອງທັງຫລາຍວ່າ, “ຂ້ານ້ອຍຈະບໍ່ເຮັດວຽກເປັນຄົນລ້ຽງແກະໃຫ້ທ່ານອີກຕໍ່ໄປ. ແກະທີ່ກຳລັງຈະຕາຍ—ປ່ອຍໃຫ້ພວກມັນຕາຍເຖີ້ນ; ແກະນັ້ນກຳລັງຖືກທຳລາຍ—ປ່ອຍໃຫ້ມັນຖືກທຳລາຍເຖີ້ນ; ໃຫ້ແກະນັ້ນທີ່ຍັງເຫລືອຢູ່ກິນເນື້ອຂອງພວກດຽວກັນເອງ.”
|
|||
|
|
|||
|
\s5
|
|||
|
\v 10 ດັ່ງນັ້ນ ຂ້ານ້ອຍໄດ້ນຳເອົາໄມ້ຄ້ອນເທົ້າທີ່ເອີ້ນວ່າ "ພຣະຄຸນ" ນັ້ນມາອອກແລະຫັກມັນ ເພື່ອຫັກພັນທະສັນຍາທີ່ຂ້ານ້ອຍໄດ້ເຮັດກັບເຜົ່າທັງຫມົດຂອງຂ້ານ້ອຍ.
|
|||
|
\v 11 ໃນວັນທິ່ພັນທະສັນຍາຖືກຍົກເລີກ ແລະ ຄົນເຫລົ່ານັ້ນທີ່ຈັດການກັບຝູງແກະ ແລະຜູ້ຊຶ່ງກຳລັງເຝົ້າເບິ່ງຂ້ານ້ອຍ ຈະໄດ້ຮູ້ວ່າພຣະຢາເວໄດ້ຊົງກ່າວແລ້ວ.
|
|||
|
\v 12 ຂ້ານ້ອຍໄດ້ບອກພວກເຂົາວ່າ, “ຖ້າເບິ່ງຄືວ່າມັນດີຕໍ່ພວກທ່ານ, ຈົ່ງຈ່າຍເງິນຄ່າຈ້າງຂອງຂ້ານ້ອຍມາ, ແຕ່ຖ້າບໍ່ແມ່ນ, ກໍບໍ່ຈ່າຍຄ່າຈ້າງໃຫ້ຂ້ານ້ອຍ.” ດັ່ງນັ້ນພວກເຂົາໄດ້ຈ່າຍເິງນຄ່າຈ້າງໃຫ້ຂ້ານ້ອຍຈຳນວນເງິນ—ສາມສິບຫລຽນ.
|
|||
|
|
|||
|
\s5
|
|||
|
\v 13 ຈາກນັ້ນພຣະຢາເວໄດ້ຊົງກ່າວກັບຂ້ານ້ອຍວ່າ, “ຈົ່ງສະສົມເງິນນັ້ນໄວ້ໃນຄັງ, ຄ່າຈ້າງທີ່ງົດງາມທິ່ພວກເຂົາປະເມີນຄ່າເຈົ້າ!" ດັ່ງນັ້ນ ຂ້ານ້ອຍຈຶ່ງໄດ້ເອົາເງິນສາມສີບຫລຽນ ແລະສະສົມມັນໄວ້ໃນຄັງໃນພຣະວິຫານຂອງພຣະຢາເວ.
|
|||
|
\v 14 ຈາກນັ້ນ ຂ້ານ້ອຍໄດ້ຫັກໄມ້ຄ້ອນເທົ້າອັນທີສອງຂອງຂ້ານ້ອຍ, "ເອກະພາບ," ເພື່ອຕັດຄວາມເປັນພີ່ນ້ອງລະຫວ່າງຢູດາກັບອິດສະຣາເອນ.
|
|||
|
|
|||
|
\s5
|
|||
|
\v 15 ພຣະຢາເວໄດ້ບອກຂ້ານ້ອຍວ່າ, “ອີກຄັ້ງຫນຶ່ງ, ຈົ່ງເອົາເຄື່ອງໃຊ້ຂອງຜູ້ລ້ຽງແກະໂງ່ຈ້າເພື່ອເຈົ້າເອງ,
|
|||
|
\v 16 ເບິ່ງແມ໋, ເຮົາຈະຕັ້ງຜູ້ລ້ຽງແກະຄົນຫນຶ່ງໃນແຜ່ນດິນນີ້. ເຂົາຈະບໍ່ສົນໃຈຄວາມພິນາດຂອງແກະ. ເຂົາຈະບໍ່ສະແຫວງຫາແກະທີ່ກະຈັດກະຈາຍ, ຫລືຮັກສາແກະພິການ. ເຂົາບໍ່ລ້ຽງແກະທີ່ແຂງແຮງ, ແຕ່ຈະກິນເນື້ອຂອງແກະໂຕອ້ວນພີ ແລະ ຈະຫັກກີບຕີນຂອງພວກມັນ.
|
|||
|
|
|||
|
\s5
|
|||
|
\v 17 ວິບັດແກ່ຜູ້ລ້ຽງແກະທີ່ອັບປະໂຫຍດ ຜູ້ທີ່ປະຖິ້ມຝູງແກະນັ້ນ! ຂໍໃຫ້ດາບນັ້ນຕໍ່ສູ້ກັບແຂນຂອງເຂົາ ແລະ ຕາຂວາຂອງເຂົາ! ຂໍໃຫ້ແຂນຂອງເຂົາຫ່ຽວແຫ້ງໄປ ແລະໃຫ້ຕາເບື້ອງຂວາຂອງເຂົາບອດໄປ!”
|
|||
|
|
|||
|
\s5
|
|||
|
\c 12
|
|||
|
\cl ບົດທີ 12
|
|||
|
\p
|
|||
|
\v 1 ນີ້ຄືການປະກາດຖ້ອຍຄໍາຂອງພຣະຢາເວກ່ຽວກັບອິດສະຣາເອນ—ຄຳປະກາດຂອງພຣະຢາເວ, ຜູ້ຊຶ່ງຊົງຄຶງທ້ອງຟ້າອອກ ແລະ ວາງຮາກຖານຂອງແຜ່ນດິນໂລກ, ຜູ້ຊົງໃສ່ຈິດວິນຍານຂອງປະຊາຊາດໄວ້ໃນມະນຸດ,
|
|||
|
\v 2 “ເບິ່ງແມ, ເຮົາຈະເຮັດໃຫ້ນະຄອນເຢຣູຊາເລັມເປັນຈອກແຫ່ງຄວາມມືນເມົາສຳລັບປະຊາຊົນທັງຫລາຍທີ່ຢູ່ອ້ອມຮອບໆ. ເພື່ອໃຫ້ພວກເຂົາຍ່າງໂຊເຊ ມັນຈະເປັນເຊັ່ນດຽວກັນສຳລັບຢູດາ ລະຫວ່າງການປິດລ້ອມນະຄອນເຢຣູຊາເລັມ.
|
|||
|
\v 3 ໃນວັນນັ້ນ, ເຮົາຈະເຮັດໃຫ້ເຢຣູຊາເລັມເປັນຫີນຫນັກສຳລັບປະຊາຊົນທັງຫມົົດ. ໃຜກໍຕາມທີ່ພະຍາຍາມຍົກຫີນນັ້ນຂຶ້ນ ຈະເຮັດໃຫ້ຕົນເອງບາດເຈັບຢ່າງສາຫັດ, ແລະບັນດາປະຊາຊາດແຫ່ງແຜ່ນດິນໂລກ ຈະລວມຕົວກັນຕໍ່ສູ້ເມືອງນັ້ນ.
|
|||
|
|
|||
|
\s5
|
|||
|
\v 4 ໃນວັນນັ້ນ—ນີ້ເປັນຄຳປະກາດຂອງພຣະຢາເວ—ເຮົາຈະໂຈມຕີມ້າທຸກໂຕດ້ວຍຄວາມຢ້ານກົວ ແລະ ຜູ້ຂີ່ມ້າທຸກຄົນຢ່າງຄົນບ້າ. ເຮົາຈະເພ່ງຕາເບິ່ງເຊື້ອສາຍຢູດາ ແລະຈະໂຈມຕີມ້າທຸກໂຕຂອງສັດຕຣູຕາບອດໄປ.
|
|||
|
\v 5 ຈາກນັ້ນ ຜູ້ນຳທັງຫລາຍຂອງຢູດາຈະເວົ້າໃນໃຈຂອງພວກເຂົາທັງຫລາຍວ່າ, ‘ຄົນທັງຫລາຍຜູ້ອາໄສຢູ່ນະຄອນເຢຣູຊາເລັມຄືກຳລັງຂອງພວກເຮົາ ເພາະວ່າພຣະຢາເວຈອມໂຍທາ, ຄືພຣະເຈົ້າຂອງພວກເຂົາ.’
|
|||
|
|
|||
|
\s5
|
|||
|
\v 6 ໃນວັນນັ້ນ ເຮົາຈະເຮັດໃຫ້ຜູ້ນຳທັງຫລາຍຂອງຢູດາເປັນເຫນືອນຫມໍ້ໄຟທ່າມກາງໄມ້ ແລະ ເປັນເຫມືອນໂຄມໄຟທ່າມກາງຕົ້ນເຂົ້າທີ່ຢືນຢູ່, ເພາະພວກເຂົາຈະກືນກິນປະຊາຊົນທັງຫລາຍທີ່ຢູ່ຮອບໆ ທາງດ້ານຂວາ ແລະ ທາງດ້ານຊ້າຍຂອງພວກເຂົາ. ນະຄອນເຢຣູຊາເລັມຈະອາໄສຢູ່ໃນສະຖານທີ່ຂອງເຂົາເອງອີກຄັ້ງ.’
|
|||
|
|
|||
|
\s5
|
|||
|
\v 7 ພຣະຢາເວຈະຮັກສາເຕັນຂອງຢູດາ ເພື່ອວ່າສະຫງ່າຣາສີຂອງເຊື້ອສາຍດາວິດ ແລະ ກຽດສັກສີເຫລົ່ານັ້ນ ຜູ້ອາໄສໃນນະຄອນເຢຣູຊາເລັມຈະບໍ່ໄດ້ຍິ່ງໃຫ່ຍໄປກວ່າຄົນທີ່ເຫລືອຂອງຢູດາ.
|
|||
|
\v 8 ໃນວັນນັ້ນພຣະຢາເວຈະຊົງເປັນຜູ້ປົກປ້ອງຂອງຊາວເຢຣູຊາເລັມ, ແລະໃນວັນນັ້ນ ຄົນເຫລົ່ານັ້ນ ທີ່ອ່ອນກຳລັງທ່າມກາງພວກເຂົາຈະເປັນເຫມືອນດາວິດ, ໃນຂະນະທີ່ເຊື້ອສາຍຂອງດາວິດ, ຈະເປັນເຫນືອນພຣະເຈົ້າ, ເຫມືອນເທວະດາຂອງພຣະຢາເວຢູ່ຂ້າງຫນ້າພວກເຂົາ.
|
|||
|
\v 9 "ໃນວັນນັ້ນ ທີ່ເຮົາຈະເລີ່ມຕົ້ນທຳລາຍບັນດາປະຊາຊາດທັງຫມົດ ທີ່ມາຕໍ່ສູ້ນະຄອນເຢຣູຊາເລັມ.
|
|||
|
|
|||
|
\s5
|
|||
|
\v 10 ແຕ່ວ່າ ເຮົາຈະຖອກເທພຣະວິນຍານແຫ່ງຄວາມສົງສານ ແລະ ຄຳອ້ອນວອນເທິງເຊື້ອສາຍດາວິດ ແລະ ຄົນທັງຫລາຍທີ່ອາໄສຢູ່ເຢຣູຊາເລັມ, ດັ່ງນັ້ນ ພວກເຂົາຈະເຫັນເຮົາ, ຜູ້ດຽວທີ່ພວກເຂົາໄດ້ແນມຜ່ານ. ພວກເຂົາຈະໂສກເສົ້າເສຍໃຈເພື່ອເຮົາ, ເຫມືອນຜູ້ທີ່ໂສກເສົ້າເສຍໃຈໃຫ້ແກ່ລູກຊາຍຄົນດຽວຂອງຕົນ; ພວກເຂົາຈະໄວ້ທຸກໂສກເສົ້າເສຍໃຈຢ່າງຂົ່ມຂື່ນ ສຳລັບພວກເຂົາເຫມືອນຄົນເຫລົ່ານັ້ນ ຜູ້ທີ່ໂສກເສົ້າເສຍໃຈເຖິງການຕາຍຂອງລູກຊາຍກົກຂອງຕົນ.
|
|||
|
\v 11 ໃນວັນນັ້ນ ຜູ້ໂສກເສົ້າເສຍໃຈໃນເຢຣູຊາເລັມຈະເປັນເຫມືອນຜູ້ໂສກເສົ້າເສຍໃຈທີ່ຮາດັດ ຣິມໂມນ ທີ່ທົ່ງພຽງເມກິດໂດ.
|
|||
|
|
|||
|
\s5
|
|||
|
\v 12 ແຜ່ນດິນຈະໂສກເສົ້າເສຍໃຈ, ແຕ່ລະຕະກູນແຍກອອກຈາກຕະກູນຕ່າງໆ. ຕະກູນຂອງເຊື້ອສາຍເດວິດຈະຖືກແຍກ ແລະບັນດາເມຍຂອງພວກເຂົາ ຈະຖືກແຍກອອກຈາກຜູ້ຊາຍທັງຫລາຍ. ຕະກູນຂອງເຊື້ອສາຍນາທານຈະຖືກແຍກອອກ ແລະບັນດາເມຍທັງຫລາຍຂອງພວກເຂົາ ຈະຖືກແຍກອອກຈາກຜູ້ຊາຍທັງຫລາຍ.
|
|||
|
\v 13 ຕະກູນຂອງເຊື້ອຍສາຍເລວີຈະຖືກແຍກ ແລະ ບັນດາເມຍຂອງພວກເຂົາ ຈະຖືກແຍກອອກຈາກຜູ້ຊາຍທັງຫລາຍ. ຕະກູນຂອງເຊື້ອສາຍຊິເມອີຈະຖືກແຍກ ແລະບັນດາເມຍຂອງພວກເຂົາ ຈະຖືກແຍກອອກຈາກຜູ້ຊາຍທັງຫລາຍ.
|
|||
|
\v 14 ທຸກຕະກູນຂອງຕະກູນຕ່າງໆ ທີ່ເຫລືອຢູ່—ແຕ່ລະຕະກູນຈະຖືກແຍກ ແລະບັນດາເມຍຂອງພວກເຂົາ ຈະຖືກແຍກອອກຈາກຜູ້ຊາຍທັງຫລາຍ.”
|
|||
|
|
|||
|
\s5
|
|||
|
\c 13
|
|||
|
\cl ບົດທີ 13
|
|||
|
\p
|
|||
|
\v 1 “ໃນວັນນັ້ນນ້ຳພຸຈະພຸ່ງຂຶ້ນສຳລັບຄອບຄົວຂອງດາວິດ ແລະຊາວເຢຣູຊາເລັມ, ເພາະຄວາມບາບ ແລະ ຄວາມບໍຣິສຸດຂອງພວກເຂົາ.
|
|||
|
\v 2 ໃນວັນນັ້ນ—ນີ້ເປັນຄຳປະກາດຂອງພຣະຢາເວຈອມໂຍທາ—ເຮົາຈະຕັດຊື່ທັງຫລາຍຂອງບັນດາຮູບເຄົາລົບໃຫ້ຫນີຈາກແຜ່ນດິນ ແລະຈະບໍ່ມີໃຜລະນືກເຖິງພວກມັນອີກເລີຍ. ເຮົາຈະເຮັດໃຫ້ບັັນດາຜູ້ປະກາດພຣະທັມບໍ່ຈິງ ແລະ ວິນຍານທີ່ຊົ່ວຮ້າຍທີ່ເປັນມົນທິນອອກໄປຈາກແຜ່ນດິນນັ້ນ.
|
|||
|
|
|||
|
\s5
|
|||
|
\v 3 ຖ້າມີໃຜຍັງທຳນວາຍຢູ່, ພໍ່ແມ່ຜູ້ໃຫ້ກຳເນີດເຂົາຈະບອກເຂົາວ່າ, ‘ເຈົ້າຈະບໍ່ມີຊີວິດຢູ່ ເພາະເຈົ້າເວົ້າຂີ້ຕົວະໃນພຣະນາມຂອງພຣະຢາເວ!’ ຈາກນັ້ນພໍ່ແມ່ຜູ້ໃຫ້ກຳເນີດເຂົາຈະແທງເຂົາໃຫ້ຊອດເມື່ອເຂົາທຳນວາຍ.
|
|||
|
|
|||
|
\s5
|
|||
|
\v 4 ໃນວັນນັ້ນຜູ້ທຳນວາຍແຕ່ລະຄົນຈະອັບອາຍ ເພາະນິມິດຂອງເຂົາເອງ ເມື່ອພວກເຂົາທຳນວາຍ. ພວກເຂົາເຫລົ່ານັ້ນຈະບໍ່ນຸ່ງເສື້ອທີ່ເປັນຂົນສັດ ເພື່ອທີ່ຫລອກຫລວງປະຊາຊົນຕໍ່ໄປ.
|
|||
|
\v 5 ເພາະແຕ່ລະຄົນຈະເວົ້າວ່າ, ‘ຂ້າພະເຈົ້າບໍ່ແມ່ນຜູ້ທຳນວາຍ! ຂ້ານ້ອຍເປັນຊາວນາ, ເພາະແຜ່ນດິນກາຍເປັນງານຂອງຂ້ານ້ອຍຕັ້ງແຕ່ຂ້ານ້ອຍຍັງເປັນຫນຸ່ມ!'
|
|||
|
\v 6 ແຕ່ບາງຄົນຈະເວົ້າກັບເຂົາວ່າ, ‘ບາດແຜເຫລົ່ານີ້ທີ່ແຂນຂອງທ່ານແມ່ນຫຍັງ?' ແລະເຂົາຈະຕອບວ່າ, ‘ຂ້ານ້ອຍໄດ້ຮັບບາດເຈັບກັບຄົນເຫລົ່ານັ້ນໃນເຮືອນເພື່ອນຂອງຂ້ານ້ອຍ.’”
|
|||
|
|
|||
|
\s5
|
|||
|
\v 7 “ດາບເອີຍ! ເຈົ້າຈົ່ງລຸກຂຶ້ນຕໍ່ສູ້ພວກຜູ້ລ້ຽງແກະຂອງເຮົາ ຄືຜູ້ຊາຍຄົນນັ້ນທີ່ຢືນໃກ້ເຮົາ—ນີ້ເປັນຄຳປະກາດຂອງພຣະຢາເວຈອມໂຍທາ. ຈົ່ງໂຈມຕີຜູ້ລ້ຽງແກະ ແລະ ຝູງແກະນັ້ນຈະກະຈັດກະຈາຍໄປ! ເຮົາຈະກຳມືຂອງເຮົາຕໍ່ສູ້ຄົນຕໍ່າຕ້ອຍທັງຫລາຍ.
|
|||
|
|
|||
|
\s5
|
|||
|
\v 8 ແລ້ວສິ່ງນີ້ຈະໄດ້ເກີດຂຶ້ນທົ່ວແຜ່ນດິນ—ນີ້ເປັນຄຳປະກາດຂອງພຣະຢາເວ—ສອງໃນສາມຂອງມັນຈະຖືກຕັດອອກ! ຄົນເຫລົ່ານັ້ນຈະຖືກທຳລາຍຈິບຫາຍ; ພຽງຫນຶ່ງໃນສາມເທົ່ານັ້ນທີ່ຈະຍັງເຫລືອຢູ່.
|
|||
|
\v 9 ເຮົາຈະເອົາຫນຶ່ງໃນສາມນີ້ຜ່ານໄຟ ແລະເຮັດໃຫ້ພວກເຂົາບໍຣິສຸດເຫມືອນເງິນທີ່ຖືກຫລອມ; ຄືເຮົາຈະທົດສອບພວກເຂົາເຫມືອນທົດສອບຄຳ. ພວກເຂົາຈະຮ້ອງຊື່ຂອງເຮົາ ແລະເຮົາຈະຕອບພວກເຂົາ ແລະ ເວົ້າວ່າ, ‘ນີ້ເປັນປະຊາຊາດຂອງເຮົາ’ ແລະພວກເຂົາຈະກ່າວວ່າ, ‘ພຣະຢາເວເປັນພຣະເຈົ້າຂອງຂ້ານ້ອຍ!’”
|
|||
|
|
|||
|
\s5
|
|||
|
\c 14
|
|||
|
\cl ບົດທີ 14
|
|||
|
\p
|
|||
|
\v 1 ເບິ່ງແມ! ວັນຂອງພຣະຢາເວກຳລັງມາ ເມື່ອສິ່ງຂອງທີ່ພວກເຈົ້າປຸ້ນມາຈະຖືກແບ່ງກັນໃນທ່າມກາງພວກເຈົ້າ.
|
|||
|
\v 2 ແລະເມືອງນັ້ນຈະຖືກຢຶດຄອງ. ບ້ານເຮືອນທັງຫລາຍຈະຖືກປຸ້ນເອົາຊັບ ແລະ ບັນດາຜູ້ຍິງຈະຖືກຂົ່ມຂືນ. ພົນລະເມືອງເຄິ່ງຫນຶ່ງຈະຖືກຈັບໄປເປັນຊະເລີຍ, ແຕ່ປະຊາຊົນຜູ້ທີ່ເຫລືອຢູ່ຈະບໍ່ຖືກຕັດອອກໄປຈາກເມືອງນັ້ນ.
|
|||
|
|
|||
|
\s5
|
|||
|
\v 3 ແຕ່ພຣະຢາເວຈະສະເດັດອອກໄປ ແລະເຮັດສົງຄາມຕໍ່ສູ້ກັບປະຊາຊາດເຫລົ່ານັ້ນ ເຫມືອນມື້ທີ່ພຣະອົງຕໍ່ສູ້ໃນວັນແຫ່ງສົງຄາມ.
|
|||
|
\v 4 ໃນມື້ນັ້ນພຣະບາດຂອງພຣະອົງຈະຢືນຢູ່ທີ່ພູຫມາກກອກເທດ, ຊຶ່ງຢູ່ຂ້າງນະຄອນເຢຣູຊາເລັມທາງທິດຕາເວັນອອກ ແລະ ພູຫມາກກອກເທດນັ້ນຈະຖືກແບ່ງເຄິ່ງລະຫວ່າງທິດຕາເວັນອອກ ແລະ ທິດຕາເວັນຕົກ, ໂດຍຮ່ອມພູທີ່ກວ້າງໃຫຍ່ ແລະ ເຄິ່ງຫນຶ່ງຂອງພູຈະກັບໄປດ້ານທິດເໜືອ ແລະ ເຄິ່ງຫນຶ່ງໄປທາງທິດໃຕ້.
|
|||
|
|
|||
|
\s5
|
|||
|
\v 5 ຈາກນັ້ນພວກເຈົ້າທັງຫລາຍຈະຫນີລົງໄປໃນຮ່ອມພູຂອງພຣະຢາເວ, ເພາະວ່າຮ່ອມພູລະຫວ່າງພູເຂົາເຫລົ່ານັ້ນຈະຍາວໄປເຖິງອາເຊນ. ພວກເຈົ້າຈະຫລົບຫນີໄປ ເຫມືອນກັບພວກເຈົ້າໄດ້ປົບຫນີຈາກແຜ່ນດິນໄຫວໃນສະໄຫມອຸດຊີຢາ ກະສັດແຫ່ງຢູດາ. ແລ້ວພຣະຢາເວາພຣະເຈົ້າຂອງຂ້ານ້ອຍ ຈະສະເດັດມາພ້ອມກັບອົງຜູ້ບໍຣິສຸດທັງຫມົດ.
|
|||
|
|
|||
|
\s5
|
|||
|
\v 6 ໃນວັນນັ້ນ ຈະບໍ່ມີແສງສະຫວ່າງ, ແຕ່ບໍ່ຫນາວ ຫລື ມີຫມາກເຫັບເຫມືອນກັນ.
|
|||
|
\v 7 ໃນວັນນັ້ນ, ມີພຽງພຣະຢາເວເທົ່ານັ້ນທີ່ຮູ້ຈັກ, ເພາະຈະບໍ່ແມ່ນກາງເວັນ ຫລື ກາງຄືນອີກຕໍ່ໄປ, ເພາະວ່າເວລາແລງຈະເປັນເວລາຂອງແສງສະຫວ່າງ.
|
|||
|
\v 8 ໃນວັນນັ້ນ ນ້ຳແຫ່ງຊີວິດຈະໄຫລອອກຈາກນະຄອນເຢຣູຊາເລັມ. ເຄິ່ງຫນຶ່ງໄຫລໄປສູ່ນ້ຳທະເລທິດຕາເວັນອອກ ແລະອີກເຄິ່ງຫນຶ່ງໄຫລໄປສູ່ທະເລທິດຕາເວັນຕົກ, ໃນລະດູຮ້ອນແລະລະດູຫນາວ.
|
|||
|
|
|||
|
\s5
|
|||
|
\v 9 ພຣະຢາເວຈະເປັນກະສັດເຫນືອແຜ່ນດິນໂລກທັງສິ້ນ. ໃນວັນນັ້ນ ຈະມີພຣະຢາເວ, ເປັນພຣະເຈົ້າອົງດຽວ, ແລະມີພຽງພຣະນາມຂອງພຣະອົງເທົ່ານັ້ນ.
|
|||
|
\v 10 ແຜ່ນດິນທັງຫມົດຈະເປັນເຫມືອນທົ່ງຮາບພຽງ, ຈາກເກບາຈົນຮອດທິດໃຕ້ຣິມໂມນຂອງນະຄອນເຢຣູຊາເລັມ. ນະຄອນເຢຣູຊາເລັມຈະຍັງຄົງຖືກຍົກສູງຂຶ້ນຢ່າງຕໍ່ເນື່ອງ ແລະ ຢູ່ໃນບ່ອນຂອງມັນ, ຕັ້ງແຕ່ປະຕູເບັນຢາມິນ, ຈົນຮອດປະຕູເກົ່າ, ປະຕູຢູ່ແຈ, ແລະຈາກຫໍຄອຍເມືອງຮານາເນນ ເຖິງບ່ອນບີບນ້ຳອະງຸ່ນຂອງກະສັດ.
|
|||
|
\v 11 ປະຊາຊົາຈະອາໄສຢູ່ໃນນະຄອນເຢຣູຊາເລັມ ແລະ ພຣະເຈົ້າຈະບໍ່ທຳລາຍລ້າງພວກເຂົາຈົນຫມົດກ້ຽງອີກຕໍ່ໄປ. ຊາວເຢຣູຊາເລັມ ຈະມີຊີວິດຢູ່ຢ່າງປອດໄພ.
|
|||
|
|
|||
|
\s5
|
|||
|
\v 12 ນີ້ຈະເປັນໄພພິບັດທີ່ພຣະຢາເວຈະໂຈມຕີປະຊາຊົນທັງຫລາຍ ທີ່ຮັບຈ້າງເຮັດສົງຄາມຕໍ່ສູ້ກັບນະຄອນເຢຣູຊາເລັມ: ເນື້ອຫນັງຂອງພວກເຂົາຈະເນົ່າເປື່ອຍລົງ, ແມ້ວ່າພວກເຂົາກຳລັງຈະຢືນຢູ່. ດວງຕາທັງຫລາຍຂອງພວກເຂົາຈະເນົ່າເປື່ອຍໃນເບົ້າຕາຂອງພວກເຂົາທັງຫລາຍ. ລີ້ນທັງຫລາຍຂອງພວກເຂົາຈະເນົ່າເປື່ອຍໃນປາກຂອງພວກເຂົາ.
|
|||
|
\v 13 ໃນວັນນັ້ນ ຄວາມຢ້ານກົວອັນຍິ່ງໃຫ່ຍຈາກພຣະຢາເວຈະມີຢູ່ໃນທ່າມກາງພວກເຂົາ. ແຕ່ລະຄົນຈະຈັບມືຊຶ່ງກັນແລະກັນ, ແລະມືຂອງຄົນຫນຶ່ງຈະຍົກມືຂຶ້ນຕໍ່ສູ້ມືຂອງອີກຄົນຫນຶ່ງ.
|
|||
|
|
|||
|
\s5
|
|||
|
\v 14 ຢູດາຈະຕໍ່ສູ້ກັນໃນນະຄອນເຢຣູຊາເລັມເຫມືອນກັນ. ພວກເຂົາຈະຮວບລວມຄວາມຮັ່ງມີທັງຫມົດ ອ້ອມຮອບ ບັນດາປະຊາຊາດ ຄືເງິນ, ຄຳ ແລະເສື້ອຜ້າຈຳນວນຫລວງຫລາຍ.
|
|||
|
\v 15 ໄພພິບັດຢ່າງນີ້ຈະຕົກຖືກ ມ້າ, ລໍ, ອູດ, ລາ ແລະສັດທຸກຊະນິດທີ່ຢູ່ໃນເຕັນເຫລົ່ານັ້ນຈະມີຄວາມທຸກລຳບາກ ເພາະໄພພິບັດດຽວກັນ.
|
|||
|
|
|||
|
\s5
|
|||
|
\v 16 ແລ້ວມັນຈະເກີດຂຶ້ນຄືຄົນທັງຫມົດທີ່ເຫລືອຢູ່ໃນປະຊາຊາດເຫລົ່ານັ້ນ ທີ່ມາສູ້ຮົບກັບນະຄອນເຢຣູຊາເລັມ ນັ້ນຈະຂຶ້ນມາທຸກໆປີ ເພື່ອນະມັດສະການກະສັດ, ຄືພຣະຢາເວຈອມໂຍທາ, ແລະ ຮັກສາເທດສະການປຸກຕູບ.
|
|||
|
\v 17 ມັນຈະເກີດຂຶ້ນ ຖ້າຄົນໃດຈາກບັນດາປະຊາຊາດຂອງແຜ່ນດິນໂລກ ບໍ່ຂຶ້ນໄປເຢຣູຊາເລັມ ເພື່ອຂາບໄຫວ້ນະມັດສະການກະສັດ, ຄືພຣະຢາເວຈອມໂຍທາ, ແລ້ວພຣະຢາເວຈະບໍ່ໃຫ້ນ້ຳຝົນຕົກໃສ່ຄອບຄົວຂອງພວກເຂົາ.
|
|||
|
\v 18 ຖ້າປະຊາຊາດຂອງອີຢິບບໍ່ຂຶ້ນໄປ, ພວກເຂົາກໍຈະບໍ່ໄດ້ຮັບຝົນ. ໄພພິບັດຈາກພຣະຢາເວຈະໂຈມຕີປະຊາຊາດທັງຫລາຍ ທີ່ບໍ່ຂຶ້ນໄປຮັກສາເທດສະການປຸກຕູບ.
|
|||
|
|
|||
|
\s5
|
|||
|
\v 19 ນີ້ຈະເປັນການລົງໂທດສຳລັບອີຢິບ ແລະ ການລົງໂທດປະຊາຊາດທັງຫມົດ ທີ່ບໍ່ຂຶ້ນໄປຮັກສາເທດສະການປຸກຕູບ.
|
|||
|
|
|||
|
\s5
|
|||
|
\v 20 ແຕ່ໃນວັນນັ້ນ, ຫມາກກະດິ່ງທີ່ຜູກມ້າທັງຫລາຍຈະມີຄຳຈາລຶກວ່າ, “ຈົ່ງແຍກໄວ້ແດ່ພຣະຢາເວ,” ແລະ ຫມໍ້ທັງຫລາຍໃນພຣະວິຫານຂອງພຣະຢາເວຈະເຫມືອນຖ້ວຍທັງຫລາຍຕໍ່ຫນ້າແທ່ນບູຊາ.
|
|||
|
\v 21 ເພາະຫມໍ້ທຸກຫນ່ວຍໃນເຢຣູຊາເລັມ ແລະ ຢູດາຈະຖືກແຍກໄວ້ແດ່ພຣະຢາເວຈອມໂຍທາ ແລະ ທຸກຄົນທີ່ນຳ ເຄື່ອງບູຊາມາຈະກິນຈາກພວກມັນທັງຫລາຍ ແລະ ຕົ້ມພວກມັນ. ໃນວັນນັ້ນຈະບໍ່ມີພວກພໍ່ຄ້າທັງຫລາຍໃນພຣະວິຫານຂອງພຣະຢາເວຈອມໂຍທາອີກຕໍ່ໄປ.
|