forked from WA-Catalog/lo_ulb
1293 lines
317 KiB
Plaintext
1293 lines
317 KiB
Plaintext
|
\id JDG
|
|||
|
\ide UTF-8
|
|||
|
\h ພວກຜູ້ປົກຄອງ
|
|||
|
\toc1 ພວກຜູ້ປົກຄອງ
|
|||
|
\toc2 ພວກຜູ້ປົກຄອງ
|
|||
|
\toc3 jdg
|
|||
|
\mt ພວກຜູ້ປົກຄອງ
|
|||
|
|
|||
|
\s5
|
|||
|
\c 1
|
|||
|
\cl ບົດທີ 1
|
|||
|
\p
|
|||
|
\v 1 ຫລັງຈາກໂຢຊວຍເສຍຊີວິດແລ້ວ, ຄົນອິສະຣາເອນໄດ້ທູນຖາມພຣະຢາເວ ວ່າ, “ໃຜຜູ້ທຳອິດຈະໂຈມຕີກັບຄົນການາອານສຳລັບພວກເຮົາ, ເພື່ອສູ້ຮົບກັບພວກເຂົາ?”
|
|||
|
\v 2 ພຣະຢາເວຕອບວ່າ, “ຢູດາຈະໂຈມຕີ, ເບິ່ງແມ, ເຮົາໄດ້ມອບແຜ່ນດິນນັ້ນໃຫ້ພວກເຂົາແລ້ວ.”
|
|||
|
\v 3 ຄົນຢູດາຈຶ່ງເວົ້າ ກັບຄົນຊິເມໂອນ, ພີ່ນ້ອງຂອງຕົນວ່າ, “ຈົ່ງຂຶ້ນໄປກັບພວກເຮົາ ໃນເຂດແດນທີ່ກຳນົດໃຫ້ແກ່ພວກເຮົາ ເພື່ອຈະໄດ້ຕໍ່ສູ້ກັບຄົນການາອານນຳກັນ. ພວກເຮົາຈະໄປຮ່ວມຮົບໃນເຂດແດນທີ່ກຳນົດໃຫ້ແກ່ເຈົ້ານັ້ນດ້ວຍ.” ດັ່ງນັ້ນ, ເຜົ່າຊີເມໂອນກໍໄປກັບພວກເຂົາ.
|
|||
|
|
|||
|
\s5
|
|||
|
\v 4 ຄົນຢູດາ ກໍໂຈມຕີ, ແລະ ພຣະຢາເວ ໄດ້ມອບໄຊຊະນະແກ່ຄົນການາອານ ແລະ ຄົນເປຣິຊີ. ພວກເຂົາ ປະຫານຫນຶ່ງຫມື່ນຄົນ ທີ່ເມືອງເບເຊັກ.
|
|||
|
\v 5 ພວກເຂົາ ພົບອາໂດນີ-ເບເຊັກ ໃນເມືອງເບເຊັກ, ແລະ ພວກເຂົາສູ້ຮົບກັບເພິ່ນ ແລະ ໄດ້ປະຫານຄົນການາອານ ແລະ ຄົນເປຣີຊີ.
|
|||
|
|
|||
|
\s5
|
|||
|
\v 6 ແຕ່ອາໂດນີເບເຊັກຫນີໄປໄດ້, ແລະ ພວກເຂົາ ນຳຈັບລາວໄດ້, ແລະ ພວກເຂົາໄດ້ຕັດນິ້ວຫົວໂປ້ມື ແລະ ນິ້ວຫົວໂປ້ຕີນຂອງລາວ.
|
|||
|
\v 7 ອາໂດນີເບເຊັກກ່າວວ່າ, “ຍັງມີກະສັດເຈັດສິບອົງ, ຜູ້ທີ່ມີຫົວໂປ້ມື ແລະ ຫົວໂປ້ຕີນຖືກຕັດອອກ, ໄດ້ເກັບເສດອາຫານຢູ່ກ້ອງໂຕະຂອງເຮົາ. ເຮົາໄດ້ເຮັດຢ່າງໃດ, ພຣະຜູ້ເປັນເຈົ້າຈຶ່ງເຮັດແກ່ເຮົາເຊັ່ນນັ້ນ” ພວກເຂົາກໍຈັບຕົວເພິ່ນມາທີ່ກຸງເຢຣູຊາເລັມ ແລະ ເພິ່ນໄດ້ເສຍຊີວິດໃນບ່ອນນັ້ນ.
|
|||
|
|
|||
|
\s5
|
|||
|
\v 8 ຄົນຢູດາໄດ້ເຂົ້າສູ້ຮົບເມືອງເຢຣູຊາເລັມ ແລະ ຢຶດເມືອງໄດ້. ພວກເຂົາ ໂຈມຕີຊາວເມືອງດ້ວຍຄົມດາບ ແລະ ພວກເຂົາເອົາໄຟເຜົາເມືອງ.
|
|||
|
\v 9 ພາຍຫລັງ, ຄົນຢູດາ ໄດ້ລົງໄປສູ້ຮົບກັບຄົນການາອານ ຜູ້ທີ່ອາໄສຢູ່ໃນເຂດແດນເຂົາ ແລະ ໃນຮ່ອມພູເຂົາ ຢູ່ທາງທິດຕາເວັນຕົກ
|
|||
|
\v 10 ຢູດາ ໄດ້ໄປສູ້ຮົບກັບຄົນການາອານ ຜູ້ຢູ່ໃນເຮັບໂຣນ (ເມືອງເຮັບໂຣນ ເມື່ອກ່ອນຊື່ວ່າ ກີຣິອາດອາຣະບາ) ແລະ ພວກເຂົາໄດ້ປະຫານເຊຊາຍ, ອາຮີມານ ແລະ ຕານໄມ.
|
|||
|
|
|||
|
\s5
|
|||
|
\v 11 ຈາກບ່ອນນັ້ນ ຄົນຢູດາໄດ້ຍົກທັບ ໄປສູ້ຮົບກັບຊາວເມືອງເດບີ (ເມືອງເດບີ ເມື່ອກ່ອນມີຊື່ວ່າກີຣິອາດເຊເຟ)
|
|||
|
\v 12 ກາເລັບ ກ່າວວ່າ “ໃຜໂຈມຕີເມືອງກີຣິອາດເຊເຟ ແລະ ຢືດໄດ້, ເຮົາຈະຍົກອັກສາ, ລູກສາວຂອງເຮົາ, ໃຫ້ເປັນເມຍ
|
|||
|
\v 13 ໂອດນີເອນ, ລູກຊາຍເກນາ (ຫລານຊາຍຂອງກາເລັບ)ຕີເອົາເມືອງເດບີໄດ້, ດັ່ງນັ້ນ ກາເລັບຈຶ່ງຍົກອັກສາ,ລູກສາວຂອງຕົນ, ໃຫ້ເປັນເມຍຂອງເພິ່ນ.
|
|||
|
|
|||
|
\s5
|
|||
|
\v 14 ຢູ່ຕໍ່ມາ ອັກສາ ມາຫາໂອດນີເອນ, ແລະ ນາງຈຶ່ງຊວນຜົວໃຫ້ ຂໍເນື້ອທີ່ນາພໍ່ໃຫ້ແກ່ນາງ. ນາງກໍລົງຈາກຫລັງລາ, ກາເລັບຖາມນາງວ່າ “ເຈົ້າຕ້ອງການອັນໃດ?”
|
|||
|
\v 15 ນາງຈຶ່ງຕອບເພິ່ນວ່າ “ຂໍຂອງຂວັນໃຫ້ລູກຈັກຢ່າງຫນຶ່ງແດ່. ເມື່ອພໍ່ໃຫ້ລູກມາຢູ່ໃນແຜ່ນດິນແຫ້ງແລ້ງກັນດານແລ້ວ, ຂໍໃຫ້ນ້ຳພຸແກ່ລູກດ້ວຍ.” ດັ່ງນັ້ນ, ກາເລັບກໍຍົກບໍ່ນ້ຳພຸເທິງ ແລະ ບໍ່ນ້ຳພຸລຸ່ມ ໃຫ້ແກ່ນາງ.
|
|||
|
|
|||
|
\s5
|
|||
|
\v 16 ລູກຫລານຂອງພໍ່ເຖົ້າຂອງໂມເຊ ຄົນເກນີ ໄດ້ໄປຈາກເມືອງທີ່ມີຕົ້ນຕານ ພ້ອມກັບຄົນຢູດາ, ມາເຖິງຖິ່ນທີ່ກັນດານຂອງເຜົ່າຢູດາ ທີ່ຢູ່ໃນເນເກບ, ເພື່ອອາໄສຢູ່ກັບຄົນຢູດາ ຢູ່ໃກ້ກັບອາຣາດ.
|
|||
|
\v 17 ຄົນຢູດາ ກໍຍົກທັບໄປຮ່ວມກັບຄົນຊິເມໂອນພີ່ນ້ອງຂອງພວກເຂົາ ແລະ ພວກເຂົາໄດ້ໂຈມຕີ ຄົນການາອານ ຜູ້ຢູ່ໃນເມືອງເຊຟັດ ແລະ ພວກເຂົາໄດ້ທຳລາຍເມືອງນັ້ນຢ່າງສິ້ນເຊີງ. ເມືອງນັ້ນຈຶ່ງຖືກເອີ້ນວ່າ ໂຮມາ.
|
|||
|
|
|||
|
\s5
|
|||
|
\v 18 ຄົນຢູດາໄດ້ຢຶດເມືອງຄາຊາເຊັ່ນກັນ ແລະ ພ້ອມທັງອານາເຂດຮອບໆ, ເມືອງອາຊະກາໂລນ ແລະ ພ້ອມທັງອານາເຂດ ແລະ ເມືອງເອັກໂຣນ ແລະ ພ້ອມອານາເຂດຮອບໆ.
|
|||
|
\v 19 ພຣະຢາເວ ໄດ້ສະຖິດກັບຄົນຢູດາ ແລະ ພວກເຂົາໄດ້ຢຶດແດນພູເຂົາເປັນກຳມະສິດ, ແຕ່ພວກເຂົາບໍ່ສາມາດຂັບໄລ່ຊາວເມືອງທີ່ຢູ່ໃນຮ່ອມພູເຂົານັ້ນໄດ້ ເພາະວ່າພວກເຫລົ່ານັ້ນມີລົດຮົບເຫລັກ.
|
|||
|
|
|||
|
\s5
|
|||
|
\v 20 ເມືອງເຮັບໂຣນນັ້ນ ໄດ້ຍົກໃຫ້ກາເລັບ (ດັ່ງທີ່ໂມເຊໄດ້ກ່າວໄວ້), ແລະ ເຂົາໄດ້ຂັບໄລ່ລູກຊາຍທັງສາມຄົນຂອງອານາກອອກໄປ.
|
|||
|
\v 21 ແຕ່ຄົນເບັນຢາມິນ ບໍ່ໄດ້ຂັບໄລ່ ຄົນເຢບຸດ ຜູ້ຢູ່ໃນເຢຣູຊາເລັມໃຫ້ອອກໄປ. ດັ່ງນັ້ນ ຄົນເຢບຸດຈຶ່ງອາໃສຢູ່ກັບຄົນເບັນຢາມິນໃນເຢຣູຊາເລັມຈົນເຖິງທຸກມື້ນີ້.
|
|||
|
|
|||
|
\s5
|
|||
|
\v 22 ນອກນີ້ ເຮືອນຂອງໂຢເຊັບກະກຽມໄປສູ້ຮົບເມືອງເບັດເອນ, ແລະ ພຣະຢາເວສະຖິດກັບພວກເຂົາ.
|
|||
|
\v 23 ພວກເຂົາໄດ້ໃຊ້ຄົນໄປສອດແນມເມືອງເບັດເອນ (ແຕ່ກ່ອນເມືອງນີ້ ຊື່ ລູເຊ).
|
|||
|
\v 24 ຜູ້ສອດແນມເຫັນຊາຍຄົນຫນຶ່ງຍ່າງອອກມາຈາກເມືອງ, ແລະ ພວກເຂົາຈຶ່ງເວົ້າກັບລາວວ່າ “ຂໍຊີ້ທາງເຂົ້າເມືອງນີ້ໃຫ້ແກ່ພວກເຮົາດ້ວຍ, ແລະ ພວກເຮົາຈະປານີເຈົ້າ.”
|
|||
|
|
|||
|
\s5
|
|||
|
\v 25 ຊາຍຄົນນັ້ນ ກໍຊີ້ທາງເຂົ້າເມືອງໃຫ້ແກ່ພວກເຂົາ, ແລະ ດັ່ງນັ້ນ ພວກເຂົາໄດ້ໂຈມຕີຊາວເມືອງນັ້ນ ດ້ວຍຄົມດາບ, ແຕ່ພວກເຂົາປ່ອຍຊາຍຄົນນັ້ນ ແລະຄອບຄົວຂອງລາວທັງຫມົດລອດໄປ
|
|||
|
\v 26 ຫລັງຈາກນັ້ນ ຊາຍຄົນນັ້ນກໍເຂົ້າໄປໃນແຜ່ນດິນຂອງຄົນຮິດຕີ ແລະ ສ້າງເມືອງຂຶ້ນເມືອງຫນຶ່ງ, ເອີ້ນຊື່ວ່າເມືອງລູເຊ, ຊຶ່ງເປັນຊື່ຢູ່ຈົນຮອດທຸກມື້ນີ້.
|
|||
|
|
|||
|
\s5
|
|||
|
\v 27 ຄົນມານາເຊ ບໍ່ໄດ້ຂັບໄລ່ຊາວເມືອງທີ່ອາໄສຢູ່ໃນເມືອງເບັດເຊອານ ແລະ ຊາວຊົນນະບົດຂອງເມືອງນັ້ນໃຫ້ອອກໄປ, ຫລື ຊາວເມືອງຕາອານັກ ແລະ ຊາວຊົນນະບົດຂອງເມືອງນັ້ນ, ຫລື ຊາວເມືອງໂດເຣ ແລະ ຊາວຊົນນະບົດຂອງເມືອງນັ້ນ, ຫລື ຊາວເມືອງອິບເລອາມ ແລະ ຊາວຊົນນະບົດຂອງເມືອງນັ້ນ, ຫລື ຊາວເມືອງເມກິດໂດ ແລະ ຊາວຊົນນະບົດຂອງເມືອງນັ້ນ, ເພາະວ່າຄົນການາອານ ຍັງຕັດສິນໃຈອາໃສຢູ່ໃນແຜ່ນດິນນັ້ນ.
|
|||
|
\v 28 ເມື່ອຄົນອິສະຣາເອນ ມີກຳລັງເຂັ້ມແຂງຂຶ້ນ, ພວກເຂົາກໍບັງຄັບຄົນການາອານ ຮັບໃຊ້ ພວກເຂົາດ້ວຍການເຮັດວຽກຫນັກ, ແຕ່ພວກເຂົາບໍ່ໄດ້ຂັບໄລ່ຄົນພວກນັ້ນອອກໄປໂດຍສິ້ນເຊີງ.
|
|||
|
|
|||
|
\s5
|
|||
|
\v 29 ເອຟຣາອິມບໍ່ໄດ້ຂັບໄລ່ຄົນການາອານ ຜູ້ອາໃສຢູ່ໃນເມືອງເກເຊໃຫ້ອອກໄປ, ດັ່ງນັ້ນຄົນການາອານ ຍັງສືບຕໍ່ອາໃສຢູ່ໃນເມືອງເກເຊກັບພວກເຂົາ.
|
|||
|
|
|||
|
\s5
|
|||
|
\v 30 ເຊບູໂລນບໍ່ໄດ້ຂັບໄລ່ຊາວເມືອງກິດໂຣນ, ຫລື ຊາວເມືອງນາຮາລານ, ແລະ ດັ່ງນັ້ນ ຄົນການາອານໄດ້ສືບຕໍ່ອາໃສຢູ່ກັບພວກເຂົາ, ແຕ່ຄົນເຊບູໂລນ ກໍບັງຄັບຄົນການາອານ ຮັບໃຊ້ພວກເຂົາ ດ້ວຍການເຮັດວຽກຫນັກ.
|
|||
|
|
|||
|
\s5
|
|||
|
\v 31 ອາເຊບໍ່ໄດ້ຂັບໄລ່ຊາວເມືອງອັກໂກ, ຫລື ຊາວເມືອງຊີໂດນ, ຫລື ຊາວເມືອງອາຮະລັບ, ຫລື ຊາວເມືອງອັກຊິບ, ຫລື ຊາວເມືອງເຮນບາ, ຫລື ຊາວເມືອງອາເຟັກ, ຫລື ຊາວເມືອງເຣໂຮບ.
|
|||
|
\v 32 ດັ່ງນັ້ນ ຄົນອາເຊໄດ້ອາໄສຢູ່ກັບຄົນການາອານ(ຜູ້ອາໄສໃນແຜ່ນດິນນັ້ນ), ເພາະວ່າພວກເຂົາບໍ່ໄດ້ຂັບໄລ່ພວກນັ້ນໃຫ້ອອກໄປ.
|
|||
|
|
|||
|
\s5
|
|||
|
\v 33 ເຜົ່າເນັບທາລີບໍ່ໄດ້ຂັບໄລ່ຜູ້ອາໄສຢູ່ໃນເມືອງເບັດເຊເມັດ, ຫລື ຊາວເມືອງເບັດ-ອານາດ. ດັ່ງນັ້ນ ເຜົ່ານັບທາອາໃສຢູ່ກັບຄົນການາອານ (ຜູ້ອາໄສໃນແຜ່ນດິນນັ້ນ). ເຖິງຢ່າງໃດກໍຕາມ, ຊາວເມືອງເບັດ-ເຊເມັດ ແລະ ຊາວເມືອງເບັດ-ອານາດ ໄດ້ຖືກບັງຄັບ ຮັບໃຊ້ແຮງງານຫນັກ ໃຫ້ແກ່ຄົນນັບທາລີ.
|
|||
|
|
|||
|
\s5
|
|||
|
\v 34 ຄົນອາໂມໄດ້ຂັບໄລ່ເຜົ່າດານ ໃຫ້ອາໄສຢູ່ໃນເຂດພູເຂົາຂອງເມືອງ, ບໍ່ຍອມໃຫ້ພວກເຂົາລົງມາອາໄສຢູ່ຮ່ອມພູເຂົາ.
|
|||
|
\v 35 ດັ່ງນັ້ນ ຄົນອາໂມຍັງອາໃສຢູ່ທີ່ພູເຂົາເຮເລັດ, ໃນເມືອງໄອຢາໂລນ, ແລະ ໃນເມືອງຊາອານບີມ, ແຕ່ອຳນາດທາງທະຫານຂອງເຮືອນຂອງໂຢເຊັບເຫນືອກວ່າພວກເຂົາ, ແລະ ພວກເຂົາຈຶ່ງໄດ້ຖືກບັງຄັບ ຮັບໃຊ້ແຮງງານຫນັກ ໃຫ້ແກ່ພວກເຂົາ.
|
|||
|
\v 36 ອານາເຂດຂອງຄົນອາໂມແມ່ນຕັ້ງຕົ້ນແຕ່ທາງຂ້ວາມພູເຂົາອັກຣັບບີມ ທີ່ເມືອງເຊລາຂຶ້ນໄປຮອດພູເຂົາຂອງເມືອງ.
|
|||
|
|
|||
|
\s5
|
|||
|
\c 2
|
|||
|
\cl ບົດທີ 2
|
|||
|
\p
|
|||
|
\v 1 ທູດສະຫວັນຂອງພຣະຢາເວ ໄດ້ສະເດັດມາຈາກເມືອງກິນການເພື່ອໄປໂບກີມ, ແລະ ເວົ້າວ່າ, “ເຮົາພາພວກເຈົ້າອອກມາຈາກປະເທດເອຢິບ ແລະ ນຳພວກເຈົ້າເຂົ້າໄປໃນແຜ່ນດິນທີ່ ເຮົາໄດ້ສັນຍາໄວ້ກັບປູ່ຍ່າຕາຍາຍຂອງພວກເຈົ້າ. ເຮົາໄດ້ບອກວ່າ, 'ເຮົາຈະບໍ່ລຶບລ້າງສັນຍາທີ່ມີກັບພວກເຈົ້າ.
|
|||
|
\v 2 ພວກເຈົ້າບໍ່ຕ້ອງສັນຍາໃດໆ ກັບຄົນທີ່ອາໄສຢູ່ໃນແຜ່ນດິນນີ້. ພວກເຈົ້າຕ້ອງທຳລາຍແທ່ນບູຊາທັງຫມົດຂອງພວກເຂົາຖິ້ມ'. ແຕ່ພວກເຈົ້າບໍ່ໄດ້ເຮັດຕາມ ທີ່ເຮົາໄດ້ບອກໄວ້. ພວກເຈົ້າກັບໄປເຮັດຢ່າງອື່ນແທນ?
|
|||
|
|
|||
|
\s5
|
|||
|
\v 3 ສະນັ້ນ ເຮົາຂໍບອກດຽວນີ້ວ່າ, 'ເຮົາຈະບໍ່ຂັບໄລ່ຄົນການາອານອອກໄປກ່ອນພວກເຈົ້າ, ແຕ່ພວກເຂົາຈະກາຍເປັນຫນາມຍອກຂອງພວກເຈົ້າ ແລະ ບັນດາພຣະຕ່າງໆຂອງພວກເຂົາ ຈະເປັນຜູ້ລໍ້ລວງພວກເຈົ້າ.'"
|
|||
|
\v 4 ເມື່ອທູດສະຫວັນຂອງພຣະຢາເວເວົ້າຖ້ອຍຄຳເຫລົ່ານີ້ຕໍ່ຄົນອິສະຣາເອນທຸກຄົນແລ້ວ, ປະຊາຊົນກໍພາກັນຮ້ອງສຽງດັງ ແລະ ຮ້ອງໄຫ້.
|
|||
|
\v 5 ພວກເຂົາເອີ້ນສະຖານທີ່ວ່າ ໂບກີມ. ແລ້ວພວກເຂົາກໍນຳເຄື່ອງບູຊາຖວາຍແດ່ພຣະຢາເວທີ່ນັ້ນ.
|
|||
|
|
|||
|
\s5
|
|||
|
\v 6 ເມື່ອໂຢຊວຍໄດ້ສົ່ງຄົນກັບຄືນເມືອແລ້ວ, ຄົນອິສະຣາເອນແຕ່ລະຄົນກໍໄປໃນສະຖານທີ່ຖືກຮັບມອບກຳມະສິດ, ເພື່ອຢຶດຄອງເປັນເຈົ້າຂອງທີ່ດິນຂອງພວກເຂົາ.
|
|||
|
\v 7 ຄົນໄດ້ຮັບໃຊ້ພຣະຢາເວຕະຫລອດຊົ່ວຊີວິດຂອງໂຢຊວຍ ແລະ ພວກຜູ້ອາວຸໂສທີ່ມີອາຍຸຂອງຍືນກວ່າລາວ, ພວກຜູ້ນຳເຫລົ່ານີ້ ເປັນຜູ້ຮູ້ຈັກກິຈະການທຸກຢ່າງ ທີ່ພຣະຢາເວ ຊົງເຮັດຕໍ່ພວກອິສະຣາເອນ.
|
|||
|
\v 8 ໂຢຊວຍລູກຂອງນູນຜູ້ຮັບໃຊ້ຂອງພຣະຢາເວ, ໄດ້ເສຍຊີວິດ ເມື່ອອາຍຸໄດ້ຮ້ອຍສິບປີ.
|
|||
|
|
|||
|
\s5
|
|||
|
\v 9 ພວກເຂົາເອົາສົບຂອງເພິ່ນຝັງໄວ້ໃນດິນຂອງເພິ່ນເອງ ຢູ່ເທິງພູເອຟຣາອິມ ທີ່ເມືອງຕິມນາດເສຣາ, ຢູ່ທາງທິດເຫນືອຂອງພູເຂົາກາອາດ.
|
|||
|
\v 10 ຕໍ່ມາ ຄົນໃນສະໄຫມທຸກໆຄົນ ກໍເສຍຊີວິດ ແລະ ຖືກຝັງເຊັ່ນດຽວກັນ. ພວກທີ່ເກີດຮຸ້ນໃຫມ່ຈະບໍ່ຮູ້ພຣະຢາເວ ຫລື ທຸກສິ່ງທີ່ພຣະອົງໄດ້ຊົງເຮັດຕໍ່ຊາວອິສະຣາເອນ.
|
|||
|
|
|||
|
\s5
|
|||
|
\v 11 ຄົນອິສະຣາເອນເຮັດສິ່ງຊົ່ວຮ້າຍໃນສາຍຕາຂອງພຣະຢາເວ ແລະ ພວກເຂົາຮັບໃຊ້ພຣະບາອານ.
|
|||
|
\v 12 ພວກເຂົາໄດ້ຕັດຂາດຈາກພຣະຢາເວ, ພຣະເຈົ້າແຫ່ງປູ່ຍ່າຕາຍາຍຂອງພວກເຂົາ, ຜູ້ຊົງນຳພາພວກເຂົາອອກຈາກປະເທດເອຢິບ. ພວກເຂົາພາກັນນະມັດສະການພຣະເຈົ້າອື່ນ, ຊຶ່ງເປັນພຣະເຈົ້າຂອງຊົນຊາດ ທີ່ຢູ່ອ້ອມຮອບພວກເຂົານັ້ນ, ແລະ ພວກເຂົາໄດ້ພາກັນຂາບໄຫວ້ພຣະເຫລົ່ານີ້. ພວກເຂົາເຮັດໃຫ້ພຣະຢາເວ ຊົງພຣະພິໂລດ ເພາະວ່າ.
|
|||
|
\v 13 ພວກເຂົາຕັດຂາດຈາກພຣະຢາເວ ແລະ ນະມັດສະການພຣະບາອານ ແລະ ພຣະອັດສະຕາກ.
|
|||
|
|
|||
|
\s5
|
|||
|
\v 14 ຄວາມຊົງພຣະພິໂລດຂອງພຣະຢາເວ ຕໍ່ຄົນອິສະຣາເອນ, ແລະ ພຣະອົງ ຈຶ່ງຊົງເຮັດໃຫ້ພວກໂຈນເຂົ້າມາ ປຸ້ນຊັບສິນຂອງພວກເຂົາ. ພຣະອົງຍັງຊົງຂາຍພວກເຂົາເປັນທາດ ໃຫ້ຜູ້ທີ່ຖືກຄອບຄອງດ້ວຍກຳລັງຂອງສັດຕຣູທີ່ຢູ່ອ້ອມຮອບນັ້ນ, ດ່ັງນັ້ນ ພວກເຂົາຈຶ່ງບໍ່ສາມາດປ້ອງກັນຕົວເອງຈາກສັດຕຣູຂອງພວກເຂົາໄດ້ອີກຕໍ່ໄປ.
|
|||
|
\v 15 ເມື່ອໃດກໍຕາມ ຊາວອິສະຣາເອນ ໄດ້ອອກໄປສູ້ຮົບ, ພຣະຫັດຂອງພຣະຢາເວ ກໍຊົງຕໍ່ສູ້ ເພື່ອປາບພວກເຂົາ ເຮັດໃຫ້ພວກເຂົາພ່າຍແພ້, ດັ່ງທີ່ພຣະອົງຊົງສາບານຕໍ່ພວກເຂົາ ແລະ ພວກເຂົາໄດ້ຕົກຢູ່ໃນຄວາມຂັດສົນຢ່າງໃຫຍ່ຫລວງ.
|
|||
|
|
|||
|
\s5
|
|||
|
\v 16 ຫລັງຈາກ ພຣະຢາເວ ໄດ້ຊົງຕັ້ງຜູ້ປົກຄອງ, ຜູ້ຊ່ອຍພວກເຂົາໃຫ້ພົ້ນຈາກເງື້ອມມືຂອງພວກລັກຂະໂມຍຊັບສິນຂອງພວກເຂົາ.
|
|||
|
\v 17 ເຖິງຢ່າງໃດກໍຕາມ ພວກເຂົາບໍ່ຍອມປະຕິບັດຕາມຄຳສັ່ງຂອງພວກຜູ້ປົກຄອງເຫລົ່ານັ້ນ. ພວກເຂົາບໍ່ສັດຊື່ຕໍ່ພຣະຢາເວ ແລະ ເຮັດຕົວເອງໃຫ້ເປັນໂສເພນີໃຫ້ພຣະອຶ່ນ ແລະ ນະມັດສະການພຣະເຫລົ່ານັ້ນ. ບໍ່ດົນພວກເຂົາໄດ້ຫັນໄປຈາກທາງທີ່ບັນພະບຸຣຸດຂອງພວກເຂົາໄດ້ດຳລົງຊີວິດ-ຜູ້ທີ່ໄດ້ເຊື່ອຟັງຂໍ້ຄຳສັ່ງຂອງພຣະຢາເວ-ແຕ່ພວກເຂົາເອງບໍ່ໄດ້ປະຕິບັດຕາມ.
|
|||
|
|
|||
|
\s5
|
|||
|
\v 18 ເມື່ອພຣະຢາເວຊົງໂຜດໃຫ້ມີຜູ້ປະກາດພຣະຄັມໃຫ້ພວກເຂົາ, ພຣະອົງ ກໍຊົງຊ່ອຍເຫລືອຜູ້ປົກຄອງ ແລະ ຊົງຊ່ວຍໃຫ້ພົ້ນຈາກເງື້ອມມືຂອງສັດຕຣູຂອງພວກເຂົາຕະຫລອດຊົ່ວຊີວິດຂອງຜູ້ປະກາດພຣະຄັມ. ພຣະຢາເວ ຊົງມີຄວາມເມດຕາຕໍ່ພວກເຂົາ ໃນຂະນະພວກເຂົາໄດ້ຮ້ອງຄວນຄາງ ເພາະວ່າ ຄົນເຫລົ່ານັ້ນທີ່ໄດ້ຂົ່ມເຫັງພວກເຂົາ.
|
|||
|
\v 19 ແຕ່ເມື່ອຜູ້ປະກາດພຣະຄັມເສຍຊີວິດໄປແລ້ວ, ພວກເຂົາ ຈະຫັນຫນີໄປ ແລະ ເຮັດການຊົ່ວຮ້າຍຫລາຍກວ່າບັນພະບຸຣຸດຂອງພວກເຂົາ. ພວກເຂົາປະຕິເສດທີ່ຈະປະຖິ້ມການກະທຳທີ່ຊົ່ວຮ້າຍໃດໆຂອງພວກເຂົາ ຫລື ວິທີທີ່ດື້ດ້ານຂອງພວກເຂົາ.
|
|||
|
|
|||
|
\s5
|
|||
|
\v 20 ຄວາມຊົງພຣະພິໂລດຂອງພຣະຢາເວ ເຮັດໃຫ້ເກີດການຕໍ່ຕ້ານຊາວອິສະຣາເອນ; ຊົງກ່າວວ່າ “ເພາະຊົນຊາດເຫລົ່ານີ້ ໄດ້ລະເມີດຄຳສັນຍາຂອງເຮົາທີ່ເຮົາໄດ້ກຳນົດໄວ້ກັບບັນພະບຸຣຸດຂອງພວກເຂົາ - ເພາະວ່າພວກເຂົາບໍ່ໄດ້ຟັງຄຳຂອງເຮົາ-
|
|||
|
\v 21 ຕັ້ງແຕ່ນີ້ໄປ ເຮົາຈະບໍ່ຂັບໄລ່ຊົນຊາດໃດທີ່ໂຢຊວຍ ຍັງເຫລືອໄວ້ຢູ່ ໃນເວລາທີ່ລາວເສຍຊີວິດ.
|
|||
|
\v 22 ເຮົາຈະເຮັດສິ່ງນີ້ ເພື່ອ ເຮົາຈະທົດສອບພວກອິສະຣາເອນ, ວ່າພວກເຂົາຈະຖຶຮັກສາເສັ້ນທາງຂອງພຣະຢາເວ ແລະ ດຳເນີນຕາມນັ້ນ, ຕາມທີ່ບັນພະບຸຣຸດຂອງພວກເຂົາໄດ້ຮັກສາຫລືບໍ່.”
|
|||
|
\v 23 ນີ້ແມ່ນເຫດຜົນທີ່ ພຣະຢາເວ ໄດ້ຊົງປ່ອຍຊົນຊາດເຫລົ່ານັ້ນໄວ້ ແລະ ບໍ່ໄດ້ຂັບໄລ່ອອກໄປຢ່າງໄວວາ ແລະ ມອບພວກເຂົາໃຫ້ຢູ່ໃຕ້ອຳນາດຂອງໂຢຊວຍ.
|
|||
|
|
|||
|
\s5
|
|||
|
\c 3
|
|||
|
\cl ບົດທີ 3
|
|||
|
\p
|
|||
|
\v 1 ຕໍ່ໄປນີ້ພຣະຢາເວ ຊົງປ່ອຍໃຫ້ຊົນຊາດເຫລົ່ານີ້ ເພື່ອໃຊ້ທົດລອງຄົນອິສະຣາເອນ, ຄືທຸກຄົນໃນອິສະຣາເອນຊຶ່ງຍັງບໍ່ເຄີຍປະສົບສົງຄາມໃດໆເກີດຂຶ້ນໃນການາອານ.
|
|||
|
\v 2 (ພຣະອົງ ໄດ້ຊົງສອນເລື່ອງສົງຄາມກັບໃຫ້ເຊື້ອສາຍຄົນອິສະຣາເອນຮຸ້ນໃຫມ່ ຜູ້ທີ່ຍັງບໍ່ຮູ້ມາກ່ອນ.)
|
|||
|
\v 3 ຄົນເຫລົ່ານີ້ ຄືບັນຫາຊົນຊາດ: ຄືກະສັດທັງຫ້າຂອງພວກຟີລິດສະຕິນ, ຄົນການາອານທັງຫມົດ, ຊາວຊີໂດນ ແລະ ຊາວຮີວີ ຜູ້ອາໃສຢູ່ເທິງພູເຂົາເລບານອນ, ຕັ້ງແຕ່ພູເຂົາບາອານ ເຮີໂມນ ເຖິງທາງເຂົ້າເມືອງຮາມັດ.
|
|||
|
|
|||
|
\s5
|
|||
|
\v 4 ບັນດາຊົນຊາດເຫລົ່ານີ້ ທີ່ເຫລືອຢູ່ ເປັນວິທີຂອງພຣະຢາເວ ຊົງທົດລອງຄົນອິສະຣາເອນ, ເພື່ອຢືນຢັນວ່າພວກເຂົາ ຈະເຊື່ອຟັງພຣະບັນຍັດ, ຊຶ່ງພຣະອົງສັ່ງໄວ້ກັບບັນພະບູຣຸດຂອງພວກເຂົາໂດຍຜ່ານທາງໂມເຊນັ້ນຫລືບໍ່.
|
|||
|
\v 5 ດັ່ງນັ້ນ ຄົນອິສະຣາເອນຈຶ່ງອາໃສຢູ່ໃນບັນດາຄົນການາອານ, ຄົນຮິດຕີ, ຄົນອາໂມ, ຄົນເປຣີຊີ, ຄົນຮີວີ, ແລະ ຄົນເຢບຸດ.
|
|||
|
\v 6 ພວກເຂົາໄດ້ສູ່ຂໍລູກສາວຂອງຄົນເຫລົ່ານັ້ນມາເປັນເມຍຂອງພວກເຂົາ ແລະ ພວກເຂົາໄດ້ຍົກລູກສາວຂອງຕົນໃຫ້ແກ່ລູກຊາຍຂອງພວກເຂົາ, ແລະ ພວກເຂົາກໍ່ຮັບໃຊ້ພຣະເຈົ້າຂອງພວກເຂົາເຫລົ່ານັ້ນ.
|
|||
|
|
|||
|
\s5
|
|||
|
\v 7 ຄົນອິສະຣາເອນໄດ້ເຮັດສິ່ງຊົ່ວຮ້າຍໃນສາຍຕາຂອງພຣະຢາເວ ແລະ ໄດ້ຫລົງລືມພຣະຢາເວ ເປັນພຣະເຈົ້າຂອງຕົນ. ພວກເຂົາໄດ້ນະມັດສະການບັນດາພຣະບາອານ ແລະເຈົ້າແມ່ອາເຊຣາ.
|
|||
|
\v 8 ສະນັ້ນ, ພຣະພິໂລດຂອງພຣະຢາເວກໍພຸ່ງຂຶ້ນຕໍ່ອິສະຣາເອນ ແລະ ພຣະອົງຊົງຂາຍພວກເຂົາໄວ້ໃນມືຂອງກະສັດກູຊານຣີຊາທາອີມ ກະສັດເມືອງເມໂຊໂປຕາເມຍ ແລະ ຄົນອິສະຣາເອນໄດ້ຮັບໃຊ້ກູຊານຣີຊາທາອິມ ເປັນເວລາແປດປີ.
|
|||
|
|
|||
|
\s5
|
|||
|
\v 9 ເມື່ອຄົນອິສະຣາເອນຮ້ອງທູນຕໍ່ພຣະຢາເວ, ພຣະຢາເວ ໄດ້ມອບຜູ້ໃດຜູ້ຫນຶ່ງ ທີ່ຈະມາຊ່ວຍຄົນອິສະຣາເອນ, ແລະ ຊ່ວຍພວກເຂົາທັງຫລາຍໃຫ້ລອດພົ້ນ: ໂອດນີເອນລູກຊາຍຂອງເກນາດ (ນ້ອງຊາຍຂອງກາເລັບ).
|
|||
|
\v 10 ພຣະວິນຍານຂອງພຣະຢາເວໄດ້ຊົງເສີມກຳລັງລາວ, ແລະລາວຕັດສິນຄົນອິສະຣາເອນ ແລະ ລາວກໍ່ອອກໄປສູ້ຮົບ ແລະ ພຣະຢາເວ ໄດ້ມອບລາວມີໄຊຊະນະ ເຫນືອກະສັດກູຊານຣິຊາທາອິມ ກະສັດເມືອງອາຣາມ. ມືຂອງໂອດນິເອນ ເອົາຊະນະ ກູຊານຣິຊາທາອິມ.
|
|||
|
\v 11 ແຜ່ນດິນນັ້ນ ຈຶ່ງໄດ້ຄວາມສະຫງົບສຸກມາສີ່ສິບປີ. ແລ້ວໂອດນີເອນລູກຊາຍເກນາດກໍໄດ້ເສຍຊີວິດ.
|
|||
|
|
|||
|
\s5
|
|||
|
\v 12 ຫລັງຈາກນັ້ນ ຄົນອິສະຣາເອນໄດ້ເຮັດສິ່ງຊົ່ວຮ້າຍອີກຕໍ່ໄປໃນສາຍຕາຂອງພຣະຢາເວ, ແລະ ພຣະຢາເວ ຈຶ່ງຊົງເສີມກຳລັງແກ່ກະສັດເອກໂລນຂອງເມືອງໂມອາບ ໃຫ້ມີອຳນາດເຫນືອຄົນອິສະຣາເອນ.
|
|||
|
\v 13 ເອັກໂລນ ໄດ້ສົມທົບກັບຄົນອຳໂມນ ແລະ ຄົນອາມາເຫລັກ ຍົກທັບໄປໂຈມຕີ ແລະ ເອົາຊະນະ ອິສະຣາເອນ, ແລະ ພວກເຂົາໄດ້ຍຶດເມືອງເຢຣິໂກ.
|
|||
|
\v 14 ຄົນອິສະຣາເອນຈຶ່ງຮັບໃຊ້ເອກໂລນກະສັດແຫ່ງໂມອາບເປັນເວລາສິບແປດປີ.
|
|||
|
|
|||
|
\s5
|
|||
|
\v 15 ເມື່ອຄົນອິສະຣາເອນຮ້ອງທູນຕໍ່ພຣະຢາເວ, ພຣະຢາເວ ໄດ້ຊົງມອບຜູ້ໃດຜູ້ຫນຶ່ງ ຈະມາຊ່ວຍພວກເຂົາ, ເອຮຸດ ລູກຊາຍເກຣາ, ຄົນເບັນຢາມິນ, ຄົນແຮງມືຊ້າຍ. ຄົນອິສະຣາເອນໃຫ້ເພິ່ນ, ເປັນຜູ້ນຳເອົາສ່ວຍໄປມອບແກ່ກະສັດເອກໂລນຂອງເມືອງໂມອາບ
|
|||
|
|
|||
|
\s5
|
|||
|
\v 16 ເອຮຸດໄດ້ເຮັດດາບຂອງຕົວເອງ ທີ່ມີຂອບຄົມສອງດ້ານຍາວຫນຶ່ງສອກ; ລາວໄດ້ເຫນັບໄວ້ໃສ່ໃນເສື້ອຜ້າຢູ່ກົກຂາເບື້ອງຂວາຂອງລາວ.
|
|||
|
\v 17 ລາວກໍນຳສ່ວຍໄປມອບແກ່ກະສັດເອກໂລນແຫ່ງເມືອງໂມອາບ (ຕອນນີ້ເອກໂລນເປັນຄົນຕຸ້ຍຫລາຍ).
|
|||
|
\v 18 ຫລັງຈາກ ເອຮຸດໄດ້ມອບສ່ວຍແລ້ວ, ເພິ່ນ ກໍອອກໄປກັບຄົນທີ່ຫາບຫາມສ່ວຍນັ້ນ.
|
|||
|
|
|||
|
\s5
|
|||
|
\v 19 ເຖິງຢ່າງໃດກໍຕາມ ສຳລັບເອຮຸດ, ເມື່ອລາວໄປເຖິງສະຖານທີ່ມີຮູບເຄົາລົບສະຫລັກທີ່ຢູ່ໃກ້ກິນການ, ລາວກໍຫັນກັບໄປ, ແລະ ລາວທູນວ່າ “ຂ້າແຕ່ກະສັດຂອງຂ້ານ້ອຍ, ຂ້ານ້ອຍມີຂໍ້ຄວາມລັບ ທີ່ຈະກາບທູນໃຫ້ຮູ້” ເອກໂລນຈຶ່ງມີບັນຊາວ່າ “ງຽບໆ!” ດັ່ງນັ້ນ ທຸກຄົນທີ່ເຝົ້າຢູ່ກໍທູນລາອອກໄປຈາກຫ້ອງ.
|
|||
|
\v 20 ເອຮຸດກໍເຂົ້າໄປເຝົ້າເພິ່ນ. ຂະນະນັ້ນກະສັດປະທັບຢູ່ອົງດຽວໃນຫ້ອງເຢັນຂອງຊັ້ນເທິງ. ເອຮຸດທູນວ່າ “ຂ້ານ້ອຍມີພຣະຄຳສັ່ງຈາກພຣະເຈົ້າຖວາຍພຣະອົງ” ກະສັດຈຶ່ງລຸກຂຶ້ນຈາກພຣະທີ່ນັ່ງ.
|
|||
|
|
|||
|
\s5
|
|||
|
\v 21 ເອຮຸດກໍເອື້ອມມືຊ້າຍຂອງລາວ ແລະ ຖອດດາບອອກຈາກຂາຂວາຂອງລາວ, ແລະ ລາວກໍແທງເຂົ້າໄປໃນຮ່າງກາຍຂອງກະສັດເອກໂລນ.
|
|||
|
\v 22 ດ້າມດາບກໍຈົມເຂົ້າໄປຫມົດທັງດາບໃນຕົວພຣະອົງ. ດ້ວຍປາຍດ້າມກໍອອກມາທາງຫລັງຂອງເພິ່ນ, ແລະ ໄຂມັນຫຸ້ມດາບໄວ້, ສຳລັບເອຮຸດບໍ່ໄດ້ຖອດດາບອອກຈາກທ້ອງຂອງເພິ່ນ.
|
|||
|
\v 23 ຈາກນັ້ນ ເອຮຸດອອກໄປທີ່ລະບຽງ ແລະ ໄດ້ປິດປະຕູຫ້ອງຊັ້ນເທິງທີ່ຢູ່ຫລັງເຂົາ ແລະ ໃ່ສ່ກະແຈປະຕູໄວ້.
|
|||
|
|
|||
|
\s5
|
|||
|
\v 24 ຫລັງຈາກ ເອຮຸດໄປແລ້ວ, ພວກຂ້າຮັບໃຊ້ຂອງກະສັດກໍເຂົ້າມາ; ພວກເຂົາເຫັນວ່າປະຕູຫ້ອງຊັ້ນເທິງປິດໃສ່ກຸນແຈຢູ່, ດັ່ງນັ້ນ ພວກເຂົາຈຶ່ງຄິດວ່າ “ພຣະອົງກຳລັງຜ່ອນຄາຍຕົວເອງໃນຄວາມເຢັນຂອງຫ້ອງຊັ້ນເທິງຢ່າງແນ່ນອນ”.
|
|||
|
\v 25 ພວກເຂົາກັງວົນຫລາຍຂື້ນເລື້ອຍໆ ຈົນກະທັ້ງພວກເຂົາຮູ້ສຶກວ່າ ພວກເຂົາລະເລີຍຫນ້າທີ່ຂອງພວກເຂົາ ເມື່ອກະສັດຍັງບໍ່ໄດ້ເປີດປະຕູຫ້ອງຊັ້ນເທິງ. ດັ່ງນັ້ນ ພວກເຂົາຈຶ່ງເອົາກະແຈ ແລະ ໄຂເປີດປະຕູອອກ, ແລະ ເຫັນເຈົ້ານາຍຂອງຕົນລົ້ມລົງພື້ນ, ເສຍຊີວິດ.
|
|||
|
|
|||
|
\s5
|
|||
|
\v 26 ໃນຂະນະ ທີ່ຜູ້ຮັບໃຊ້ຄອຍຖ້າກັນຢູ່ນັ້ນ, ສົງໃສວ່າ ພວກເຂົາຄວນເຮັດຫຍັງ, ເອຮຸດ ກໍຫນີໄປພົ້ນ ແລະ ຂ້ວາມໄປບ່ອນມີຮູບແກະສະຫລັັກຮູບປັ້ນ, ແລະ ດັ່ງນັ້ນລາວຈຶ່ງຫນີມາເຖິງເມືອງເສອີຣາ.
|
|||
|
\v 27 ເມື່ອລາວມາເຖິງແລ້ວ ຈຶ່ງເປົ່າສຽງແກດັງຂຶ້ນໃນເຂດເນີນພູເຂົາແຫ່ງເອຟຣາຢິມ. ຈາກນັ້ນຄົນອິສະຣາເອນກໍລົງມາຈາກພູເຂົາດ້ວຍກັນກັບລາວ, ແລະ ລາວກໍໄດ້ນຳຄົນເຫລົ່ານັ້ນໄປ.
|
|||
|
|
|||
|
\s5
|
|||
|
\v 28 ລາວໄດ້ກ່າວກັບພວກເຂົາວ່າ, “ຈົ່ງຕາມເຮົາໄປເຖີດ, ເພາະວ່າພຣະຢາເວກຳລັງຈະເອົາຊະນະສັດຕຣຂອງພວກເຈົ້າ, ຄືຊົນຊາດໂມອາບ”. ພວກເຂົາໄດ້ຕິດຕາມລາວໄປ ແລະ ຢຶດຝ່ັ່ງຂອງແມ່ນ້ຳຈໍແດນຂ້ວາມຜ່ານຈາກໂມອາບ, ແລະ ພວກເຂົາບໍ່ຍອມໃຫ້ໃຜເລີຍຂ້ວາມນໍ້າໄປໄດ້.
|
|||
|
\v 29 ໃນເວລານັ້ນ ພວກເຂົາປະຫານຄົນໂມອາບປະມານຫນຶ່ງຫມື່ນຄົນ, ແລະ ທຸກຄົນລ້ວນແຕ່ເປັນຄົນເຂັ້ມແຂງ ແລະ ມີຄວາມສາມາດ. ບໍ່ມີໃຜຫລົບຫນີໄດ້.
|
|||
|
\v 30 ສະນັ້ນ ໃນມື້ນັ້ນໂມອາບຈຶ່ງພ່າຍແພ້ໂດຍກຳລັງຂອງອິສະຣາເອນ ແລະ ແຜ່ນດິນນັ້ນ ໄດ້ສະຫງົບສຸກເປັນເວລາແປດສິບປີ.
|
|||
|
|
|||
|
\s5
|
|||
|
\v 31 ຫລັງຈາກເອຮຸດ ຜູ້ປົກຄອງຄົນຕໍ່ໄປແມ່ນຊຳຄາລູກຊາຍຂອງອານາດ ຜູ້ທີ່ຂ້າຄົນຟີລິດສະຕິນຫົກຮ້ອຍຄົນ ດ້ວຍໄມ້ຄອ້ນເທົ້າທີ່ໃຊ້ລ້ຽງງົວ. ລາວຍັງໄດ້ປົດປ່ອຍອິສະຣາເອນໃຫ້ພົ້ນຈາກອັນຕະລາຍ.
|
|||
|
|
|||
|
\s5
|
|||
|
\c 4
|
|||
|
\cl ບົດທີ 4
|
|||
|
\p
|
|||
|
\v 1 ຫລັງຈາກເອຮຸດເສຍຊີວິດແລ້ວ, ຄົນອິສະຣາເອນກໍເຮັດສິ່ງທີ່ຊົ່ວຮ້າຍອີກຕໍ່ໄປໃນຕາຂອງພຣະຢາເວ.
|
|||
|
\v 2 ພຣະຢາເວ ໄດ້ຊົງຂາຍພວກເຂົາໄວ້ໃຕ້ອຳນາດຂອງຢາບິນກະສັດແຫ່ງການາອານ ທີ່ເປັນຜູ້ປົກຄອງຢູ່ໃນເມືອງຮາໂຊ. ຜູ້ບັນຊາແມ່ທັບຂອງເພິ່ນຊື່ວ່າ ສີເສຣາ,ແລະ ເພ່ິ່ນໄດ້ອາໄສຢູ່ເມືອງຮາໂຣເຊັດຂອງຄົນຕ່າງຊາດ.
|
|||
|
\v 3 ຄົນອິສະຣາເອນໄດ້ຮ້ອງຂໍ ຫາພຣະຢາເວ ເພື່ອຂໍຄວາມຊ່ວຍເຫລືອ, ເພາະວ່າ ສິເສຣາ ມີລົດຮົບເຫລັກເກົ້າຮ້ອຍຄັນ ແລະ ລາວໄດ້ບີບບັງຄັບຂົ່ມເຫັງຄົນອິສະຣາເອນດ້ວຍກຳລັງ ເປັນເວລາຊາວປີ.
|
|||
|
|
|||
|
\s5
|
|||
|
\v 4 ໃນເວລານັ້ນ ນາງເດໂບຣາ, ຜູ້ເຜີຍພຣະຄັມ (ເມຍຂອງລັບປີໂດດ), ເປັນຜູ້ນໍາພາການຕັດສິນການປົກຄອງໃນອິສະຣາເອນ.
|
|||
|
\v 5 ນາງເຄີຍນັ່ງຢູ່ກ້ອງຕົ້ນຕານຂອງເດໂບຣາ ຢູ່ລະຫວ່າງເມືອງຣາມາ ແລະ ເມືອງເບັດເອນ ໃນເຂດເນີນພູແຫ່ງເອຟຣາອິມ, ແລະ ຄົນອິສະຣາເອນ ກໍມາຫານາງ ເພື່ອໃຫ້ນາງແກ້ໄຂຂໍ້ຂັດແຍ້ງຂອງພວກເຂົາ.
|
|||
|
|
|||
|
\s5
|
|||
|
\v 6 ນາງໄດ້ສົ່ງບາຣາກ ລູກຊາຍຂອງອາບີໂນອາມ ທີ່ມາຈາກເມືອງເກເດັດໃນແຂວງເນັບທາລີ. ນາງກ່າວວ່າ, “ພຣະຢາເວ, ພຣະເຈົ້າຂອງອິສະຣາເອນ, ໄດ້ຊົງສັ່ງແກ່ເຈົ້າວ່າ, ຈົ່ງໄປທີ່ພູຕາໂບ, ແລະ ເກນເອົາພວກຜູ້ຊາຍສິບພັນຄົນຈາກເມືອງເນັບທາລີ ແລະ ເຊບູໂລນ ໄປກັບພວກເຈົ້າ.
|
|||
|
\v 7 ສ່ວນເຮົາຈະເຮັດໃຫ້ສີເສຣາ, ຜູ້ບັນຊາການແມ່ທັບຂອງຢາບິນ ມາພົບເຈົ້າຢູ່ແມ່ນໍ້າກີໂຊນ, ພ້ອມດ້ວຍລົດຮົບ ແລະ ກອງທັບຂອງທ່ານ, ແລະ ເຮົາຈະໃຫ້ໄຊຊະນະແກ່ເຈົ້າ.”
|
|||
|
|
|||
|
\s5
|
|||
|
\v 8 ບາຣາກ ໄດ້ເວົ້າຕໍ່ນາງວ່າ, “ຖ້າເຈົ້າໄປກັບຂ້ອຍ, ຂ້ອຍຈະໄປ, ແຕ່ວ່າເຈົ້າຈະບໍ່ໄປກັບຂ້ອຍ, ຂ້ອຍຈະບໍ່ໄປ”
|
|||
|
\v 9 ນາງກ່າວວ່າ, “ ຂ້ອຍຈະໄປກັບເຈົ້າຢ່າງແນ່ນອນ. ເຖິງຢ່າງໃດກໍຕາມ, ເສັ້ນທາງທີ່ເຈົ້າຈະໄປຈະບໍ່ນຳໄປສູ່ກຽດສັກສີຂອງເຈົ້າ, ເພາະວ່າພຣະຢາເວ ຈະຊົງຂາຍສີເສຣາໄວ້ໃນກຳມືຂອງແມ່ຍິງຄົນຫນຶ່ງ” ແລ້ວນາງເດໂບຣາກໍລຸກໄປກັບບາຣາກເຖິງເມືອງເກເດັດ.
|
|||
|
|
|||
|
\s5
|
|||
|
\v 10 ບາຣາກໄດ້ເອີ້ນພວກຄົນຈາກເຊບູໂລນ ແລະ ເນັບທາລີ ໃຫ້ເຕົ້າໂຮມກັນທີ່ເມືອງກາເດັດ. ສິບພັນຄົນຕິດຕາມລາວ, ແລະ ນາງເດໂບຣາກໍໄປກັບລາວ.
|
|||
|
|
|||
|
\s5
|
|||
|
\v 11 ໃນຂະນະນັ້ນ ເຮເບ (ຄົນເກນິດ) ໄດ້ແຍກຕົວອອກຈາກຄົນເກນິດ ເພາະເພິ່ນໄດ້ແຍກຫນີຈາກພວກເກນິດທີ່ເປັນເຊື້ອສາຍໂຮບັບ ຜູ້ເປັນ(ພໍ່ເຖົ້າຂອງໂມເຊ) ແລະ ເຂົາໄດ້ຕັ້ງຕູບຜ້າເຕັນຂອງລາວໃກ້ຕົ້ນໂອ໊ກໃນຊາອານັນນິມ ໃກ້ເມືອງເກເດັດ.
|
|||
|
|
|||
|
\s5
|
|||
|
\v 12 ເມື່ອພວກເຂົາບອກສີເສຣາວ່າ, “ບາຣັກລູກຊາຍຂອງອາບີໂນອາມໄດ້ຂຶ້ນໄປເຖິງພູຕາໂບແລ້ວ.”
|
|||
|
\v 13 ສ່ວນສີເສຣາກໍເອີ້ນເອົາລົດຮົບທັງຫມົດ, ຊື່ງເປັນລົດຮົບເຫລັກເກົ້າຮ້ອຍຄັນ, ແລະ ທະຫານທັງຫມົດທີ່ຢູ່ໃກ້ກັບລາວ, ຍົກທັບອອກຈາກເມືອງຮາໂຣເຊັດແຫ່ງ ຮາໂກຢືມຂອງຄົນຕ່າງຊາດ ໄປເຖິງແມ່ນໍ້າກີໂຊນ.
|
|||
|
|
|||
|
\s5
|
|||
|
\v 14 ນາງເດໂບຣາໄດ້ກ່າວຕໍ່ບາຣັກວ່າ, “ຈົ່ງອອກໄປ! ເພາະ ມື້ນີ້ເປັນມື້ທີ່ພຣະຢາເວ ຊົງມອບໄຊຊະນະແກ່ເຈົ້າເຫນືອ ສີເສຣາ. ພຣະຢາເວບໍ່ໄດ້ຊົງນຳຫນ້າເຈົ້າບໍ່?”. ດັ່ງນັ້ນ ບາຣາກໄດ້ລົງຈາກພູເຂົາຕາໂບ ພ້ອມດ້ວຍທະຫານສິບພັນຄົນຕິດຕາມລາວໄປ.
|
|||
|
|
|||
|
\s5
|
|||
|
\v 15 ພຣະຢາເວ ໄດ້ຊົງເຮັດໃຫ້ກອງທະຫານຂອງສີເສຣາ ສັບສົນ, ພ້ອມທັງລົດຮົບທັງຫມົດຂອງເຂົາ ແລະ ກອງທະຫານທັງລົດຮົບຂອງເຂົາກໍມີວຸ້ນວາຍເຊັ່ນກັນ. ຄົນຂອງບາຣັກ ໄດ້ໂຈມຕີພວກເຂົາ ແລະ ສີເສຣາຈຶ່ງລົງອອກຈາກລົດຮົບ ແລະແລ່ນຫນີໄປ.
|
|||
|
\v 16 ແຕ່ບາຣາກໄດ້ໄລ່ຕິດຕາມລົດຮົບ ແລະກອງທະຫານໄປ ຈົນຮອດເມືອງຮາໂຣເຊັດແຫ່ງຮາໂກຢິມຂອງຄົນຕ່າງຊາດ, ແລະ ກອງທະຫານຂອງສີເສຣາທັງຫມົດໄດ້ຖືກຂ້າຕາຍດ້ວຍຄົມດາບ, ແລະ ບໍ່ເຫລືອຈັກຄົນ.
|
|||
|
|
|||
|
\s5
|
|||
|
\v 17 ສ່ວນສີເສຣາ ໄດ້ແລ່ນຫນີໄປທີ່ຕູບຜ້າເຕັນຂອງນາງຢາເອນ ເມຍຂອງເຮເບຊາວເກນິດ, ເພາະວ່າມີຄວາມສະຫງົບສຸກລະຫວ່າງ ທ່ານຜູ້ນີ້ພ້ອມທັງຄອບຄົວເຄີຍຜູກສຳພັນກັບຢາບິນກະສັດແຫ່ງຮາໂຊ, ແລະ ວົງວານຂອງເຮເບຄົນເຄນີ.
|
|||
|
\v 18 ນາງຢາເອນໄດ້ອອກໄປພົບສີເສຣາ ແລະ ເວົ້າກັບລາວວ່າ, “ເຊີນຫັນມາທາງນີ້, ເຈົ້ານາຍຂອງຂ້ອຍ; ຫັນມາທາງຂ້ອຍ ແລະ ບໍ່ຕ້ອງຢ້ານຫຍັງເລີຍ”. ດັ່ງນັ້ນ ລາວຈ່ຶ່ງຫັນໄປຫານາງ ແລະ ເຂົ້າໄປໃນຕູບຜ້າເຕັນຂອງນາງ, ແລະ ນາງຈຶ່ງປົກຄຸມຕົວລາວດ້ວຍຜ້າຫົ່ມ.
|
|||
|
|
|||
|
\s5
|
|||
|
\v 19 ລາວໄດ້ເວົ້າຕໍ່ນາງວ່າ, “ຂໍໃຫ້ຂ້ອຍດື່ມນ້ຳແດ່ ເພາະວ່າຂ້ອຍຫີວນ້ຳຫລາຍ” ນາງຈຶ່ງເປີດກະຖົງຫນັງທີ່ໃສ່ນ້ຳນົມ ແລະໃຫ້ລາວດື່ມ, ແລະ ຫລັງຈາກນັ້ນ ນາງກໍ່ປົກຄຸມລາວອີກ.
|
|||
|
\v 20 ລາວເວົ້າກັບນາງອີກວ່າ, “ ຂໍໃຫ້ຢືນຢູ່ທາງເຂົ້າຜ້າເຕັນ, ຖ້າມີຄົນມາຖາມເຈົ້າວ່າ ມີໃຜຢູ່ທີ່ນີ້ບໍ? ໃຫ້ບອກເຂົາວ່າ ບໍ່ມີ.”
|
|||
|
|
|||
|
\s5
|
|||
|
\v 21 ຫລັງຈາກນັ້ນ, ນາງຢາເອນ (ເມຍຂອງເຮເບ) ໄດ້ເອົາຂໍເຫລັກຂອງຜ້າເຕັນ ແລະຄ້ອນຕີອັນຫນຶ່ງຢູ່ໃນມືຂອງລາວ ແລະ ໄດ້ແອບເຂົ້າໄປຫາລາວຢ່າງລັບໆ, ເພາະລາວນອນຫລັບສະຫນິດ, ແລະ ນາງກໍເອົາຄ້ອນຕີຕອກຂໍເຫລັກຕູບຜ້າເຕັນໃສ່ຂະຫມັບຂອງລາວຈົນຊອດຮອດຂີ້ດິນ, ແລະລາວໄດ້ເສຍຊີວິດ.
|
|||
|
\v 22 ໃນຂະນະທີ່ ບາຣັກມາຊອກຫາສີເສຣາ, ນາງຢາເອນກໍອອກໄປພົບລາວ ແລະເວົ້າກັບລາວວ່າ “ເຊີນມາທາງນີ້ ຂ້ານ້ອຍຈະຊີ້ໃຫ້ທ່ານເຫັນຜູ້ທີ່ທ່ານກຳລັງຊອກຫາ” ດັ່ງນັ້ນ ລາວຈຶ່ງເຂົ້າໄປກັບນາງ ແລະພົບສີເສຣານອນຕາຍຢູ່ທີ່ນັ້ນ, ໂດຍມີຂໍຫລັກສຽບຂະຫມັບຂອງລາວ.
|
|||
|
|
|||
|
\s5
|
|||
|
\v 23 ດັ່ງນັ້ນ ໃນມື້ນັ້ນ ພຣະເຈົ້າຊົງເຮັດໃຫ້ເຈົ້າຊີວິດຢາບິນພ່າຍແພ້, ຕໍ່ຫນ້າຄົນການາອານ.
|
|||
|
\v 24 ກຳລັງຂອງຄົນອິສະຣາເອນໄດ້ເຂັ້ມແຂງຂຶ້ນ ແລະ ເຂັ້ມແຂງຂຶ້ນຕໍ່ສູ້ກັບຢາບິນ ເຈົ້າຊີວິດແຫ່ງການາອານ ຈົນພວກເຂົາໄດ້ທຳລາຍພຣະອົງເສຍສິ້ນ.
|
|||
|
|
|||
|
\s5
|
|||
|
\c 5
|
|||
|
\cl ບົດທີ 5
|
|||
|
\p
|
|||
|
\v 1 ໃນມື້ນັ້ນ ນາງເດໂບຣາ ແລະບາຣັກຜູ້ເປັນລູກຊາຍຂອງອາບີໂນອາມໄດ້ຮ້ອງເພງນີ້ວ່າ,
|
|||
|
\v 2 ເມື່ອພວກຜູ້ນຳໄດ້ນຳຫນ້າອິສະຣາເອນ, ເມື່ອປະຊາຊົນອາສາສະຫມັກໄປສູ້ຮົບເສິກດ້ວຍຄວາມຍິນດີພວກເຮົາຂໍສັນຣະເສີນພຣະອົງ!
|
|||
|
|
|||
|
\s5
|
|||
|
\v 3 ທ່ານກະສັດທັງຫລາຍຈົ່ງຟັງເຖີ້ນ! ແລະເຈົ້າຜູ້ນຳທັງຫລາຍຈົ່ງຟັງດ້ວຍ! ຂ້ານ້ອຍຈະຮ້ອງເພງຖວາຍແດ່ພຣະຢາເວ, ຂ້ານ້ອຍຈະຮ້ອງເພັງສັນຣະເສີນແດ່ພຣະຢາເວ, ພຣະເຈົ້ຂອງອິສະຣາເອນ.
|
|||
|
\v 4 ຂ້າແດ່ພຣະຢາເວ ເມື່ອພຣະອົງສະເດັດມາຈາກພູເສອີ, ເມື່ອພຣະອົງໄດ້ສະເດັດອອກມາຈາກເຂດເມືອງເອໂດມນັ້ນ, ແຜ່ນດິນກໍສັ່ນສະເທືອນ, ທ້ອງຟ້າກໍສັ່ນສະເທືອນ, ກ້ອນເຝື້ອ ກໍໄດ້ຖອກເທນໍ້າຝົນລົງມາ.
|
|||
|
|
|||
|
\s5
|
|||
|
\v 5 ພູເຂົາໄດ້ສັ່ນໄຫວຕໍ່ຫນ້າພຣະຢາເວ; ແມ່ນແຕ່ພູຊີນາຍກໍສັ່ນໄຫວຕໍ່ຫນ້າພຣະຢາເວ, ພຣະເຈົ້າຂອງພວກອິສະຣາເອນ.
|
|||
|
\v 6 ໃນສະໄຫມຂອງຊຳຄາ (ລູກຊາຍຂອງອານາດ), ໃນສະໄຫມຂອງຢາເອນ, ເສັ້ນທາງຫລວງຕ່າງໆ ກໍຖືກປະຖິ້ມ, ແລະ ຄົນເຫລົ່ານັ້ນຜູ້ທີ່ເຄີຍສັນຈອນໄປມາກໍທຽວທາງໂຄ້ງເທົ່ານັ້ນ.
|
|||
|
|
|||
|
\s5
|
|||
|
\v 7 ໃນອິສະຣາເອນ ມີນັກຮົບບໍ່ເທົ່າໃດຄົນ, ຈົນກວ່າ ຂ້ານ້ອຍເດໂບຣາ ໄດຮັບພຣະບັນຊາ ຜູ້ເປັນແມ່ຄົນຫນຶ່ງ ໄດ້ຮັບພຣະບັນຊາໃນພວກອິສະຣາເອນ.
|
|||
|
\v 8 ເມື່ອພວກເຂົາໄດ້ເລືອກນັບຖືພຣະໃຫມ່, ໄດ້ມີການຕໍ່ສູ້ກັນທີ່ປະຕູເມືອງ ແລະ ແຕ່ວ່າບໍ່ມີໂລ້ ຫລືຫອກທີ່ເຫັນ ໃນຈຳນວນພວກຜູ້ຊາຍອິສະຣາເອນສີ່ສິບພັນຄົນນີ້.
|
|||
|
|
|||
|
\s5
|
|||
|
\v 9 ຈິດໃຈຂອງຂ້ານ້ອຍ ອອກໄປຫາຜູ້ບັນຊາການຂອງອິສະຣາເອນ, ພ້ອມກັບປະຊາຊົນທີ່ອາສາສະຫມັກດ້ວຍຄວາມຍິນດີ ພວກເຮົາຈົ່ງສັນຣະເສີນພຣະຢາເວສຳລັບພວກເຂົາ.
|
|||
|
\v 10 ຈົ່ງຄິດເຖິງເລື່ອງນີ້ ພວກທ່ານຜູ້ທີ່ຂີ່ລໍສີຂາວ ທີ່ນັ່ງຢູ່ເທິງອານ, ແລະ ພວກທ່ານຜູ້ທີ່ຍ່າງໄປມາຕາມເສັ້ນທາງ.
|
|||
|
|
|||
|
\s5
|
|||
|
\v 11 ຈົ່ງຟັງສຽງຂອງຄົນເຫລົ່ານັ້ນ ທີ່ຮ້ອງເພງຢູ່ສະຖານທີ່ຕັກນໍ້າ. ທີ່ນັ້ນພວກເຂົາບອກອີກເທື່ອຫນຶ່ງເຖິງພັນທະກິດທີ່ຊອບທັມຂອງພຣະຢາເວ, ແລະ ການກະທຳທີ່ຊອບທັມຂອງພວກນັກຮົບຂອງພຣະອົງໃນອິສະຣາເອນ. ແລ້ວພວກໄພ່ພົນຂອງພຣະຢາເວ ກໍພາກັນຍ່າງລົງໄປທີ່ປະຕູເມືອງນັ້ນ.
|
|||
|
|
|||
|
\s5
|
|||
|
\v 12 ຈົ່ງຕື່ນເຖີ້ນ, ຕື່ນຂື້ນເຖີ້ນ, ນາງເດໂບຣາ! ຈົ່ງຕື່ນເຖີ້ນ, ຕື່ນຂື້ນມາຮ້ອງເພງ! ຈົ່ງຕື່ນເຖີ້ນ, ບາຣັກລູກຊາຍຂອງອາບີໂນອາມເອີຍ, ຈັບເອົາພວກຊະເລີຍຂອງທ່ານອອກໄປ.
|
|||
|
\v 13 ແລ້ວຜູ້ລອດຊີວິດ ໄດ້ລົງມາຫາບັນດາຜູ້ມີກຽດສັກສີ; ພວກໄພ່ພົນຂອງພຣະຢາເວ ກໍຟ້າວເຂົ້າມາຂ້ານ້ອຍພ້ອມດ້ວຍພວກຮົບ.
|
|||
|
|
|||
|
\s5
|
|||
|
\v 14 ພວກເຂົາມາຈາກເອຟຣາອິມ, ຜູ້ທີ່ຮາກເຫງົ້າຂອງພວກເຂົາຢູ່ໃນອາມາເຫລັກ; ຄົນເບັນຢາມິນໄດ້ຕິດຕາມທ່ານໄປ. ຈາກຜູ້ບັນຊາການໄດ້ລົງມາຈາກມາກີ, ແລະຄົນເຫລົ່ານັ້ນ ຜູ້ຊຶ່ງຖືທຸງຂອງນາຍທະຫານນາຍທະຫານມາຈາກເຊບູໂລນ.
|
|||
|
|
|||
|
\s5
|
|||
|
\v 15 ພວກຜູ້ນຳຂອງຂ້ານ້ອຍໃນເຜົ່າອິດຊາຄາ ກໍມານຳເດໂບຣາ; ແລະ ອິດຊາຄາ ໄດ້ຢູ່ກັບບາຣາກ ຊຶ່ງຕິດຕາມເຂົາເຂົ້າໄປໃນຮ່ອມພູພາຍໃຕ້ຄຳສັ່ງຂອງເຂົາ. ມີການຕັດສິນໃຈຄັ້ງຍິ່ງໃຫ່ຍທ່າມກາງຕະກູນຕ່າງໆຂອງຣູເບັນ.
|
|||
|
|
|||
|
\s5
|
|||
|
\v 16 ເປັນຫຍັງພວກເຈົ້າຈຶ່ງນັ່ງຢູ່ລະຫວ່າງເຕົາໄຟ, ເພື່ອຟັງຄົນລ້ຽງແກະເປົ່າແກເອີ້ນຝູງສັດຂອງພວກເຂົາຟັງ? ສ່ວນຕະກູນຣູເບັນຕ່າງໆ ໄດ້ມີການຕັດສິນໃຈຄັ້ງຍິ່ງໃຫ່ຍ.
|
|||
|
|
|||
|
\s5
|
|||
|
\v 17 ສ່ວນກິເລອາດນັ້ນໄດ້ອາໄສຢູ່ອີກຝາກຫນຶ່ງຂອງແມ່ນ້ຳ ຈໍແດນ; ແລະດານ, ເປັນຫຍັງລາວຈຶ່ງຂີ່ເຮືອໄປ? ອາເຊຍັງຄົງຢູ່ຕາມແຄມທະເລ ແລະອາໄສຢູ່ໃກ້ທ່າເຮືອຂອງພວກເຂົາ.
|
|||
|
\v 18 ເຊບູໂລນເປັນເຜົ່າທີ່ສ່ຽງຊີວິດຂອງພວກເຂົາທີ່ນຳໄປສູ່ຄວາມຕາຍ, ແລະເນັບທາລີ, ກໍເຊັ່ນກັນ, ຢູ່ຕາມສະຫນາມຮົບ.
|
|||
|
|
|||
|
\s5
|
|||
|
\v 19 ບັນດາເຈົ້າຊີວິດໄດ້ມາ, ພວກເຂົາກໍໄດ້ສູ້ຮົບກັນ; ເຈົ້າຊີວິດທັງຫລາຍຂອງການາອານໄດ້ສູ້ຮົບທີ່ຕານາກໃກ້ນ້ຳຫ້ວຍເມກິດໂດ. ແຕ່ພວກເຂົາບໍ່ໄດ້ຢຶດເອົາເງິນຄຳໄປນຳ.
|
|||
|
\v 20 ເຫລົ່າດວງດາວ ໄດ້ສູ້ຮົບຈາກທ້ອງຟ້າ, ຈາກວິທີຂອງດາວເຫລົ່ານັ້ນ ຂ້ວາມຜ່ານທ້ອງຟ້າ ດາວເຫລົ່ານັ້ນໄດ້ສູ້ຮົບກັບສີເສຣາ.
|
|||
|
|
|||
|
\s5
|
|||
|
\v 21 ແມ່ນ້ຳກີໂຊນໄດ້ພັດກວາດລ້າງພວກເຂົາອອກໄປ, ຊຶ່ງເປັນສາຍນ້ຳດັ້ງເດີມ, ແມ່ນໍ້າກີໂຊນ. ຈົ່ງເດີນຫນ້າໄປຈິດວິນຍານຂອງຂ້ອຍ, ຈົ່ງເຂັ້ມແຂງເຖີ້ນ.
|
|||
|
\v 22 ແລ້ວສຽງຄ້ອງມ້າທັງຫລາຍທີ່ກຳລັງແລ່ນມາ, ການແລ່ນມາຂອງບັນດາຜູ້ເກ່ງກ້າຂອງເຂົາ.
|
|||
|
|
|||
|
\s5
|
|||
|
\v 23 ສາບແຊ່ງເມຣົດ! ທູດສະຫວັນຂອງພຣະຢາເວໄດ້ກ່າວວ່າ 'ແນ່ນອນ ຈົ່ງສາບແຊ່ງຜູ້ອາໄສຢູ່ໃນເມືອງນັ້ນ ເພາະພວກເຂົາບໍ່ໄດ້ມາຊ່ວຍຝ່າຍພຣະຢາເວ, ເພື່ອຊ່ວຍພຣະຢາເວ ໃນການສູ້ຮົບກັບພວກນັກຮົບທີ່ເກັ່ງກ້າ'.
|
|||
|
|
|||
|
\s5
|
|||
|
\v 24 ນາງຢາເອນ ໄດ້ຮັບພຣະພອນຫລາຍກວ່າຍິງອຶ່ນໆທັງຫມົດ, ຢາເອນ (ເມຍຂອງເຮເບຄົນເກນິດ) ນາງໄດ້ຮັບການສັນຣະເສີນຍິ່ງກວ່າຜູ້ຍິງທັງຫມົດທີ່ຢູ່ອາໄສຢູ່ໃນຕູບຜ້າເຕັນ.
|
|||
|
\v 25 ຊາຍຄົນນັ້ນໄດ້ຂໍດື່ມນ້ຳ, ແລະ ນາງຢາເອນກໍເອົານ້ຳນົມໃຫ້ດື່ມແທນ; ນາງໄດ້ເອົາເນີຍໃສ່ຈານອັນສວຍງາມ ສຳລັບເຈົ້າຊາຍ.
|
|||
|
|
|||
|
\s5
|
|||
|
\v 26 ນາງໄດ້ຂໍຂອງເຕັນໄວ້ໃນມືຂອງນາງ, ແລະມືຂວາຂອງນາງໄດ້ຖືໄມ້ຄ້ອນຕີ; ນາງໄດ້ຂ້າສີເສຣາດ້ວຍຄ້ອນຕີອັນນັ້ນ, ນາງຕີສີເສຣາຈົນຫົວແຕກ. ນາງແທງຂະຫມັບຈົນຊອດຫົວຂອງລາວໄປອີກຂ້າງຫນຶ່ງ.
|
|||
|
\v 27 ສ່ວນສີເສຣາກໍລົ້ມລົງ ຢູ່ລະຫວ່າງຕີນຂອງນາງ, ສີເສຣາລົ້ມລົງ ແລະນອນຢູ່ບ່ອນນັ້ນ. ລາວຢູ່ລະຫວ່າງຕີນຂອງນາງ. ສະຖານທີ່ລາວລົ້ມລົງເປັນທີ່ຊຶ່ງເຂົາໄດ້ຖືກຂ້າຢ່າງທາລຸນ.
|
|||
|
|
|||
|
\s5
|
|||
|
\v 28 ແມ່ຂອງສີເສຣາກໍຫລຽວອອກມາທາງປ່ອງຢ້ຽມແມ່ຂອງ ລາວຈອບເບິ່ງຜ່ານຊ່ອງຂອງຕາຫນ່າງອອກໄປ ແລະນາງຮ້ອງໃຫ້ດ້ວຍຄວາມໂສກເສົ້າໃຈ, “ເປັນຫຍັງລົດຮົບຂອງສີເສຣາຈຶ່ງມາຊ້າແທ້? ເປັນຫຍັງສຽງຄ້ອງມ້າຂອງລາວຈຶ່ງນານກັບມາແທ້?”
|
|||
|
|
|||
|
\s5
|
|||
|
\v 29 ບັນດາເຈົ້າຍິງທີ່ແສນສະຫລາດ ນາງຕອບວ່າ, ແລະນາງກໍໃຫ້ຄຳຕອບກັບຕົວເອງຢູ່ເຫມືອນກັນ.
|
|||
|
\v 30 “ພວກເຂົາອາດບໍ່ໄດ້ພົບເຫັນ ແລະ ຍັງບໍ່ໄດ້ແບ່ງປັນຂອງທີ່ລັກມາ ຫລືບໍ? ຜູ້ຍິງຫນຶ່ງຄົນ, ສອງຄົນສຳລັບຜູ້ຊາຍທຸກຄົນ; ຂອງທີ່ໄດ້ລັກມາທີ່ເປັນເສື້ອຜ້າສຳລັບສີເສຣາ, ຂອງທີ່ລັກມາທີ່ເປັນຍ້ອມສີແສ່ວລວດລາຍ, ຜ້າຍ້ອມສີທີ່ແສ່ວລວດລາຍສອງຜືນສຳລັບຄ້ອງຄໍຂອງຜູ້ທີ່ລັກມາບໍ”.
|
|||
|
|
|||
|
\s5
|
|||
|
\v 31 ດ່ັງນັ້ນ ຂ້າແຕ່ພຣະຢາເວ ຂໍໃຫ້ສັດຕຣູທັງສິ້ນຂອງພຣະອົງຈົງຈິບຫາຍໄປ, ແຕ່ບັນດາຜູ້ທີ່ເປັນມິດຂອງພຣະອົງ ຈະເປັນເຫນືອນດັ່ງກັບດວງອາທິດຂື້ນໃນແສງແຮງກ້າ"ແລ້ວແຜ່ນດິນນີ້ ໄດ້ມີຄວາມສະຫງົບສຸກ ເປັນເວລາສີ່ສີບປີ".
|
|||
|
|
|||
|
\s5
|
|||
|
\c 6
|
|||
|
\cl ບົດທີ 6
|
|||
|
\p
|
|||
|
\v 1 ຄົນອິສະຣາເອນໄດ້ເຮັດບາບໃນສາຍຕາຂອງພຣະຢາເວ, ແລະພຣະອົງໄດ້ຊົງມອບພວກເຂົາໄວ້ໃນກຳມືຂອງຄົນມີດີອານເປັນເວລາເຈັດປີ.
|
|||
|
\v 2 ຝ່າຍຜູ້ມີອຳນາດຂອງຄົນມີດີອານກໍໄດ້ກົດຂີ່ຄົນອິສະຣາເອນ. ເພາະວ່າຄົນມີດີອານ, ຄົນອິສະຣາເອນ ຈຶ່ງຕ້ອງສ້າງທີ່ພັກອາໄສສຳລັບພວກເຂົາເອງ ຕາມທີ່ຫລົບລີ້ຕ່າງໆໃນຮ່ອມພູ, ໃນຖ້ຳຕ່າງໆ ແລະໃນບ່ອນທີ່ກຳລັງເຂັ້ມແຂງຕ່າງໆ.
|
|||
|
|
|||
|
\s5
|
|||
|
\v 3 ເຫດການໄດ້ບັງເກີດຂຶ້ນທຸກເທື່ອທີ່ຄົນອິສະຣາເອນຫວ່ານພືດຂອງເຂົາເຈົ້າ, ຄົນມີດີອານ ແລະຄົນອາມາເຫລັກ ແລະຄົນມາຈາກທິດຕາເວັນອອກ ກໍມາບຸກໂຈມຕີຄົນອິສະຣາເອນ.
|
|||
|
\v 4 ພວກເຫລົ່ານີ້ພາກັນຕັ້ງຄ້າຍພັກຂອງພວກເຂົາຢູ່ແຜ່ນດິນນັ້ນ ແລະທຳລາຍຜົນລະປູກຕ່າງໆ, ຕະຫລອດທາງໄປເຖິງເມືອງກາຊາ. ພວກເຂົາບໍ່ໄດ້ປະອາຫານໃດເລີຍເຫລືອໄວ້ໃຫ້ ຄົນອິສະຣາເອນ, ແລະບໍ່ມີຝຸງແກະ ຫລື ບໍ່ມີຝຸງງົວ ຫລື ຝູງລໍ.
|
|||
|
|
|||
|
\s5
|
|||
|
\v 5 ເມື່ອໃດກໍຕາມພວກເຂົາ ແລະຝູງສັດລ້ຽງ ແລະ ຕູບຜ້າເຕັນຂອງພວກເຂົາຂຶ້ນມາ, ພວກເຂົາກໍໄດ້ບຸກເຂົ້າມາເຫມືອນດັ່ງຝູງຕັກແຕນ, ແລະບໍ່ສາມາດນັບປະຊາຊົນ ຫລື ອູດຂອງພວກເຂົາໄດ້. ພວກເຂົາບຸກເຂົ້າມາ ເພື່ອທຳລາຍແຜ່ນດິນນັ້ນ.
|
|||
|
\v 6 ຍ້ອນຄົນມີດີອານທຳລາຍ ຄົນອິສະຣາເອນຈຶ່ງອ່ອນກຳລັງລົງຫລາຍ ຈົນຄົນອິສະຣາເອນພາກັນຮ້ອງທູນຂໍຄວາມຊ່ວຍເຫລືອຕໍ່ຈາກພຣະຢາເວ.
|
|||
|
|
|||
|
\s5
|
|||
|
\v 7 ເມື່ອຄົນອິສະຣາເອນຮ້ອງທູນຕໍ່ພຣະຢາເວ ຍ້ອນການຮຸກຮານຂອງຄົນມີດີອານນັ້ນ.
|
|||
|
\v 8 ພຣະຢາເວກໍຊົງໃຊ້ຜູ້ປະກາດພຣະທັມຜູ້ຫນຶ່ງມາບອກຄົນອິສະຣາເອນ. ຜູ້ປະກາດພຣະຄັມຄົນນັ້ນກ່າວກັບພວກເຂົາວ່າ “ ນີ້ຄືຖ້ອຍຄຳພຣະຢາເວ, ພຣະເຈົ້າຂອງຄົນອິສະຣາເອນ, ຊົງກ່າວວ່າ': ເຮົາໄດ້ນຳພວກເຈົ້າອອກມາຈາກປະເທດອີຢິບ; ເຮົາໄດ້ນຳພວກເຈົ້າອອກຈາກເຮືອນຂອງຂ້າທາດ.
|
|||
|
|
|||
|
\s5
|
|||
|
\v 9 ເຮົາໄດ້ຊ່ອຍຊີວິດຂອງພວກເຈົ້າອອກຈາກເງື້ອມມືພວກອີຢິບ, ແລະອອກຈາກມືທຸກຄົນຜູ້ທີ່ກົດຂີ່ຂົ່ມເຫັງພວກເຈົ້າ. ເຮົາໄດ້ໄລ່ພວກເຂົາຫນີອອກຈາກພວກເຈົ້າ ແລະເຮົາໄດ້ມອບດິນແດນຂອງພວກເຂົາໃຫ້ແກ່ພວກເຈົ້າ.
|
|||
|
\v 10 ເຮົາບອກກັບພວກເຈົ້າວ່າ, "ເຮົາແມ່ນພຣະຢາເວ ພຣະເຈົ້າຂອງພວກເຈົ້າ; ເຮົາໄດ້ບັນຊາພວກເຈົ້າບໍ່ໃຫ້ນະມັດສະການພຣະຕ່າງໆ ຂອງພວກອະໂມຣີດ, ຊຶ່ງພວກເຈົ້າກຳລັງອາໃສຢູ່ໃນດິນແດນຂອງພວກເຂົາຢູ່". ແຕ່ວ່າພວກເຈົ້າບໍ່ໄດ້ເຊື່ອຟັງສຽງຂອງເຮົາເລີຍ.”
|
|||
|
|
|||
|
\s5
|
|||
|
\v 11 ໃນຂະນະນັ້ນທູດສະຫວັນຂອງພຣະຢາເວໄດ້ມາ ແລະນັ່ງຢູ່ກ້ອງຕົ້ນໂອ໊ກໃກ້ບ້ານໂອຟະຣາ, ຊຶ່ງເປັນບ້ານຂອງໂຢອາດ (ຄົນອາບີເອເຊ) ໃນຂະນະທີ່ກີເດໂອນ, ລູກຊາຍຂອງໂຢອາດ ກຳລັງແຍກເມັດສາລີ ໂດຍຟາດມັນລົງພື້ນ, ໃນບ່ອນບີບນ້ຳອະງຸ່ນ ເພື່ອເຊື່ອງເມັດສາລີຈາກພວກມີດີອານ.
|
|||
|
\v 12 ທູດສະຫວັນຂອງພຣະຢາເວ ໄດ້ປະກົດຕໍ່ເຂົາ ແລະເວົ້າກັບເຂົາວ່າ, “ພຣະຢາເວ ຊົງສະຖິດຢູ່ກັບທ່ານ, ທ່ານນັກຮົບຜູ້ກ້າຫານ”.
|
|||
|
|
|||
|
\s5
|
|||
|
\v 13 ຝ່າຍກີເດໂອນຈຶ່ງເວົ້າຕໍ່ທູດອົງນັ້ນວ່າ, “ ໂອ້, ເຈົ້ານາຍຂອງຂ້ານ້ອຍ, ຖ້າພຣະຢາເວ ຊົງສະຖິດຢູ່ນຳພວກຂ້ານ້ອຍ, ເປັນຫຍັງ ເຫດຮ້າຍທັງຫມົດນີ້ຈຶ່ງເກີດຂຶ້ນແກ່ພວກຂ້ານ້ອຍ? ແລະການອັດສະຈັນຕ່າງໆຂອງພຣະອົງທັງຫມົດ ທີ່ບັນພະບຸຣຸດຂອງພວກຂ້ານ້ອຍໄດ້ເລົ່າໃຫ້ພວກເຮົາຟັງນັ້ນຢູ່ບ່ອນໃດ, ເມື່ອພວກເຂົາເວົ້າວ່າ, 'ພຣະຢາເວ ຊົງນຳຫນ້າພວກຂ້ານ້ອຍອອກມາຈາກປະເທດອີຢິບນັ້ນ ແມ່ນ ຫລື ບໍ່?'. ແຕ່ບັດນີ້ ພຣະຢາເວ ຊົງປະຖິ້ມພວກຂ້ານ້ອຍ, ແລະໄດ້ມອບພວກຂ້ານ້ອຍໄວ້ໃນມືຂອງຄົນມີດີອານ.”
|
|||
|
|
|||
|
\s5
|
|||
|
\v 14 ພຣະຢາເວ ຈຶ່ງຊົງແນມເບິ່ງເຂົາ ແລະເວົ້າວ່າ, “ເຈົ້າໄປດ້ວຍກຳລັງທີ່ເຈົ້າມີຢູ່ແລ້ວ. ຈົ່ງໄປປົດປ່ອຍຄົນອິສະຣາເອນອອກຈາກກຳມືຂອງຂອງຄົນມີດີອານ. ເຮົາໄດ້ສົ່ງເຈົ້າໄປ ຫລືບໍ່?”.
|
|||
|
\v 15 ກີເດໂອນໄດ້ທູນພຣະອົງວ່າ, “ຂໍອົງພຣະຜູ້ເປັນເຈົ້າຊົງກະລຸນນາຂ້ານ້ອຍ ຈະປົດປ່ອຍຄົນອິສະຣາເອນໄດ້ຢ່າງໃດ? ເບິ່ງແມ, ຄອບຄົວຂອງຂ້ານ້ອຍ ແມ່ນອ່ອນແອທີ່ສຸດໃນເຜົ່າມານາເຊ, ແລະຂ້ານ້ອຍເອງກໍເປັນຄົນທີ່ມີຄວາມສຳຄັນຫນ້ອຍໃນເຮືອນຂອງພໍ່ຂ້ານ້ອຍ.”
|
|||
|
|
|||
|
\s5
|
|||
|
\v 16 ພຣະຢາເວ ຈຶ່ງຊົງກ່າວຕໍ່ເພິ່ນວ່າ, “ເຮົາຈະຢູ່ກັບເຈົ້າ ແລະເຈົ້າຈະຊະນະກອງທັບຄົນມີດີອານທັງຫມົດຄືກັບສູ້ຮົບກັບຄົນໆດຽວ.”
|
|||
|
\v 17 ກີເດໂອນໄດ້ທູນພຣະອົງວ່າ, “ຖ້າຫາກພຣະອົງຊົງໂຜດເມດຕາຂ້ານ້ອຍ, ຂໍປະທານຫມາຍສຳຄັນວ່າພຣະອົງຊົງເປັນຜູ້ສັ່ງໃຫ້ແກ່ຂ້ານ້ອຍ.
|
|||
|
\v 18 ຂໍຊງໂຜດເມດຕາຢ່າຟ້າວສະເດັດຈາກບ່ອນນີ້ ຈົນກວ່າຂ້ານ້ອຍຈະນຳເອົາເຄື່ອງຖວາຍມາໃຫ້ແກ່ພຣະອົງ” ແລ້ວພຣະຢາເວຊົງກ່າວວ່າ, “ເຮົາຈະພັກຢູ່ທີ່ນີ້ຈົນກວ່າເຈົ້າຈະກັບມາ.”
|
|||
|
|
|||
|
\s5
|
|||
|
\v 19 ກີເດໂອນ ກໍໄດ້ໄປ ແລະ ກະກຽມແບ້ຫນຸ່ມ ແລະໄດ້ເຮັດເຂົ້າຈີ່ບໍ່ມີເຊື້ອແປ້ງ ຈາກແປ້ງຫນຶ່ງເອຟາ. ຕໍ່ມາເພິ່ນໄດ້ຈັດຊີ້ນໃສ່ກະຕ່າ, ແລະນ້ຳແກງໃສ່ຫມໍ້ ແລະນຳເອົາສິ່ງເຫລົ່ານັ້ນມາມອບໃຫ້ທູດສະຫວັນຂອງພຣະຢາເວຢູ່ກ້ອງຕົ້ນສົນ.
|
|||
|
\v 20 ຝ່າຍທູດສະຫວັນຂອງພຣະອົງນັ້ນຈຶ່ງກ່າວແກ່ເພິ່ນວ່າ, “ຈົ່ງເອົາຊີ້ນ ແລະ ເຂົ້າຈີ່ວາງໄວ້ເທິງໂງ່ນຫີນ ແລ້ວຖອກນ້ຳແກງລົງໃສ່”. ກີເດໂອນກໍເຮັດຕາມນັ້ນ.
|
|||
|
|
|||
|
\s5
|
|||
|
\v 21 ທູດສະຫວັນຂອງພຣະຢາເວ ຊົງເອົາປາຍໄມ້ເທົ້າຂອງຕົນແຕະຕ້ອງຊີ້ນ ແລະເຂົ້າຈີ່ນັ້ນ ໃນທັນໃດນັ້ນ ໄຟໄດ້ລຸກຂຶ້ນຈາກໂງ່ນຫີນ ແລະໄຫມ້ຊີ້ນກັບເຂົ້າຈີ່ຈົນຫມົດ ໂດຍບໍ່ມີເຊື້ອເຟີງ. ຕໍ່ມາທູດສະຫວັນຂອງພຣະຢາເວກໍຫາຍຕົວໄປ ແລະ ກີເດໂອນ ກໍບໍ່ເຫັນເພິ່ນອີກເລີຍ.
|
|||
|
|
|||
|
\s5
|
|||
|
\v 22 ກີເດໂອນກໍໄດ້ເຂົ້າໃຈວ່າ ນີ້ແມ່ນທູດສະຫວັນຂອງພຣະຢາເວ. ກິເດໂອນຈຶ່ງທູນວ່າ, ໂອ້, “ພຣະຢາເວຂອງຂ້ານ້ອຍເອີຍ! ຂ້ານ້ອຍໄດ້ເຫັນທູດສະຫວັນຂອງພຣະຢາເວຕໍ່ຫນ້າແລ້ວ!”
|
|||
|
\v 23 ພຣະຢາເວຊົງບອກເພິ່ນວ່າ, “ສັນຕິສຸກຈົງເກີດແກ່ເຈົ້າ! ຢ່າຢ້ານກົວເລີຍ, ເຈົ້າຈະບໍ່ຕາຍ.”
|
|||
|
\v 24 ດັ່ງນັ້ນ ກີເດໂອນໄດ້ສ້າງແທ່ນບູຊາໃຫ້ພຣະຢາເວຢູ່ທີ່ນັ້ນ. ເຂົາເອີ້ນແທ່ນບູຊານີ້ວ່າ, “ພຣະຢາເວຄືຄວາມສະຫງົບສຸກ” ແທ່ນບູຊານີ້ຍັງຄົງຕັ້ງຢູ່ທີ່ໂອຟຣາ ຂອງຕະກູນອາບີເອເຊຈົນເທົ່າທຸກວັນນີ້.
|
|||
|
|
|||
|
\s5
|
|||
|
\v 25 ໃນຄືນນັ້ນ ພຣະຢາເວຊົງບອກເພິ່ນວ່າ “ຈົ່ງເອົາງົວເຖິກຂອງພໍ່ເຈົ້າໄປ ແລະງົວເຖິກໂຕທີສອງ ທີ່ມີອາຍຸເຈັດປີ, ແລະ ທຳລາຍແທ່ນບູຊາຂອງພຣະບາອານທີ່ເປັນຂອງພໍ່ເຈົ້າ, ຈົງຕັດເສົາອາເຊຣາທີ່ຢູ່ທາງຂ້າງນັ້ນອອກນຳ.
|
|||
|
\v 26 ຈົ່ງສ້າງແທ່ນບູຊາໃຫ້ພຣະເຢາເວຂອງເຈົ້າຢູ່ເທິງບ່ອນສູງສຸດຂອງບ່ອນລີ້ໄພນີ້, ແລະກໍສ້າງແທ່ນນີ້ໃຫ້ຖືກວິທີ. ຈົງຖວາຍງົວເຖິກໂຕທີສອງເປັນເຄື່ອງເຜົາບູຊາ, ຈົ່ງໃຊ້ຟືນຈາກເສົາອາເຊຣາທີ່ເຈົ້າຕັດລົງນັ້ນ”
|
|||
|
|
|||
|
\s5
|
|||
|
\v 27 ດັ່ງນັ້ນ ກີເດໂອນ ຈຶ່ງໄດ້ພາເອົາຄົນໃຊ້ຂອງລາວສິບຄົນໄປ ແລະປະຕິບັດຕາມພຣະຢາເວທີ່ຊົງບອກລາວ. ແຕ່ຍ້ອນວ່າ ລາວຢ້ານຄົນໃນຄອບຄົວຂອງພໍ່ລາວ ແລະຄົນໃນເມືອງເຫັນຈຶ່ງບໍ່ໄດ້ເຮັດວຽກຕອນກາງເວັນ, ສະນັ້ນ ລາວຈຶ່ງເຮັດໃນເວລາກາງຄືນ.
|
|||
|
|
|||
|
\s5
|
|||
|
\v 28 ໃນເວລາຕອນເຊົ້າ ເມື່ອຄົນໃນເມືອງນັ້ນໄດ້ລຸກແຕ່ເດິກ, ພວກເຂົາກໍໄດ້ເຫັນແທ່ນບູຊາຂອງພຣະບາອານໄດ້ຫັກລົງມາແລະເສົາອາເຊຣາ ທີ່ຢູ່ທາງຂ້າງ ກໍຖືກຕັດລົງ, ແລ້ວໄດ້ເຫັນງົວເຖິກທີ່ໄດ້ຖວາຍຢູ່ເທິງແທ່ນບູຊາໄດ້ສ້າງຂຶ້ນໃຫມ່ນັ້ນ.
|
|||
|
\v 29 ຄົນໃນເມືອງຈຶ່ງເວົ້າກັນວ່າ, “ແມ່ນໃຜເຮັດສິ່ງນີ້?”ເມື່ອພວກເຂົາເວົ້າກັບຄົນອຶ່ນໆ ແລະ ສືບຖາມຫາຄໍາຕອບ,ພວກເຂົາເວົ້າວ່າ"ກີເດໂອນລູກຊາຍຂອງໂຢອາດໄດ້ເປັນຜູ້ເຮັດສິ່ງນີ້".
|
|||
|
|
|||
|
\s5
|
|||
|
\v 30 ຫລັງຈາກນັ້ນ ຄົນໃນເມືອງຈຶ່ງເວົ້າຕໍ່ໂຢອາດວ່າ, “ຈົ່ງເອົາລູກຊາຍຂອງເຈົ້າອອກມາ ເພື່ອລາວອາດຈະຖືກຂ້າຖິ້ມ, ເພາະລາວເປັນຜູ້ທຳລາຍແທ່ນບູຊາຂອງພຣະບາອານ ແລະເພາະວ່າລາວໄດ້ຕັດເສົາອາເຊຣາຢູ່ທາງຂ້າງນັ້ນອອກ.”
|
|||
|
|
|||
|
\s5
|
|||
|
\v 31 ແຕ່ໂຢອາດໄດ້ເວົ້າກັບທຸກຄົນທີ່ມາຟ້ອງຕໍ່ລາວວ່າ, “ພວກເຈົ້າມາຟ້ອງຮ້ອງແທນພຣະບາອານບໍ? ພວກເຈົ້າປ້ອງກັນພຣະບາອານບໍ? ຖ້າເປັນຜູ້ໃດກໍຕາມຟ້ອງຮ້ອງແທນພຣະນັ້ນ, ຜູ້ນັ້ນຈະຖືກຂ້າຖິ້ມກ່ອນຮຸ່ງເຊົ້າ. ຖ້າພຣະບາອານເປັນພຣະເຈົ້າ, ຈົ່ງໃຫ້ເພິ່ນປ້ອງກັນຕົວເພິ່ນເອງເຖີ້ນ ເມື່ອມີໃຜດຶງແທ່ນບູຊາຂອງເພິ່ນອອກ”.
|
|||
|
\v 32 ດ້ວຍເຫດຜົນນັ້ນ ໃນມື້ນັ້ນ ພວກເຂົາກໍເອີ້ນກີເດໂອນວ່າ" ເຢຣຸບບາອານ", ເພາະລາວໄດ້ເວົ້າວ່າ, “ຈົ່ງໃຫ້ພຣະບາອານປ້ອງກັນຕົວເພິ່ນເອງ”, ເພາະ ໄດ້ທຳລາຍແທ່ນບູຊາຂອງພຣະບາອານ.
|
|||
|
|
|||
|
\s5
|
|||
|
\v 33 ດຽວນີ້ ບັນດາຄົນມີດີອານ ພ້ອມທັງຄົນອາມາເຫລັກ ແລະຊາວຕາເວັນອອກອອກມາເຕົ້າໂຮມກັນ. ພວກເຂົາ ກໍພາກັນຂ້ວາມແມ່ນ້ຳຈໍແດນ ແລະຕັ້ງຄ້າຍພັກຢູ່ຮ່ອມພູ ຢິດຊະເຣນ.
|
|||
|
|
|||
|
\s5
|
|||
|
\v 34 ແຕ່ພຣະວິນຍານຂອງພຣະຢາເວໄດ້ສະຖິດຢູ່ນຳກີເດໂອນ. ກີເດໂອນກໍເປົ່າແກເອີ້ນເອົາຕະກູນອາບີເອເຊ, ສະນັ້ນພວກເຂົາອາດຕິດຕາມລາວໄປ
|
|||
|
\v 35 ລາວໄດ້ສົ່ງຄົນນຳຂ່າວໄປບອກທົ່ວເຂດແດນຂອງມານາເຊ, ແລະພວກເຂົາກໍຖືກເອີ້ນໃຫ້ອອກໄປຕິດຕາມລາວດ້ວຍ. ລາວຍັງໄດ້ສົ່ງຄົນນຳຂ່າວໄປທີ່ເຜົ່າອາເຊ, ເຊບູໂລນ ແລະເນັບທາລີ, ແລະພວກເຂົາກໍຂື້ນມາ ເພື່ອພົບກັບລາວ.
|
|||
|
|
|||
|
\s5
|
|||
|
\v 36 ກີເດໂອນໄດ້ທູນພຣະເຈົ້າວ່າ, “ຖ້າພຣະອົງຊົງກ່າວວ່າ ພຣະອົງໃຊ້ຂ້ານ້ອຍຊ່ວຍຊີວິດຄົນອິສະຣາເອນ, ດັ່ງທີ່ພຣະອົງໄດ້ສັ່ງແລ້ວ-
|
|||
|
\v 37 ເບິ່ງແມ, ຂ້ານ້ອຍຈະເອົາຂົນແກະວາງໄວ້ເທິງລານຟາດເຂົ້າ. ຖ້າວ່າມີນໍ້າຫມອກຕົກຖືກແຕ່ຂົນແກະເທົ່ານັ້ນ, ແລະພື້ນດິນ ກໍຍັງແຫ້ງຢູ່ຄືເກົ່າ, ແລ້ວຂ້ານ້ອຍຈຶ່ງຈະຮູ້ວ່າ ພຣະອົງຊົງໃຊ້ຂ້ານ້ອຍຊ່ວຍຊີວິດອິສະຣາເອນ, ຕາມທີ່ພຣະອົງໄດສັ່ງແທ້.”
|
|||
|
|
|||
|
\s5
|
|||
|
\v 38 ເຫດການດັ່ງກ່າວເກີດຂຶ້ນ-ກີເດໂອນໄດ້ລຸກມາແຕ່ເດິກ ໃນເຊົ້າມື້ໃຫມ່, ລາວກໍເອົາຂົນແກະນັ້ນມາ, ແລະປັ້ນນ້ຳຫມອກອອກຈາກຂົນແກະນັ້ນ, ມີນໍ້າໄດ້ໄຫລອອກຫລາຍມາຈົນເຕັມຊາມ.
|
|||
|
|
|||
|
\s5
|
|||
|
\v 39 ຫລັງຈາກນັ້ນ ກີເດໂອນຈຶ່ງທູນພຣະເຈົ້າວ່າ, “ຂໍຢ່າຊົງພຣະພິໂລດຂ້ານ້ອຍ, ຂໍໂຜດໃຫ້ຂ້ານ້ອຍໄດ້ເວົ້າຕື່ມອີກຄັ້ງ. ຂໍຊົງໂຜດໃຫ້ຂ້ານ້ອຍທົດລອງເບິ່ງຂົນແກະອີກເທື່ອຫນຶ່ງ. ໃນຄັ້ງນີ້ຂໍໃຫ້ຂົນແກະແຫ້ງ, ແລະ ໃຫ້ນ້ຳຫມອກຕົກລົງພື້ນດິນຮອບໆ.”
|
|||
|
\v 40 ພຣະເຈົ້າໄດ້ຊົງເຮັດການສິ່ງນັັ້ນຕາມທີ່ລາວໄດ້ຮ້ອງຂໍ ໃນຄືນນັ້ນ. ຊົງໃຫ້ຂົນແກະແຫ້ງ, ແລະໃຫ້ມີນໍ້າຫມອກຕົກລົງພື້ນດິນຮອບໆ.
|
|||
|
|
|||
|
\s5
|
|||
|
\c 7
|
|||
|
\cl ບົດທີ 7
|
|||
|
\p
|
|||
|
\v 1 ຫລັງຈາກເຢຣຸບບາອານ (ນັ້ນຄື, ກີເດໂອນ) ພ້ອມດ້ວຍປະຊາຊົນທັງຫມົດທີ່ຢູ່ກັບລາວໄດ້ລຸກແຕ່ເຊົ້າ, ແລະພວກເຂົາໄປຕັ້ງຄ້າຍພັກຢູ່ທາງບໍ່ນ້ຳພຸຮາໂຣດ. ສ່ວນຄ້າຍພັກຂອງຄົນມີດີອານ ແມ່ນຢູ່ທາງທິດເຫນືອຂອງພວກເຂົາຮ່ອມພູໃກ້ໆ ພູເຂົາໂມເຣ.
|
|||
|
|
|||
|
\s5
|
|||
|
\v 2 ພຣະຢາເວຊົງກ່າວຕໍ່ກີເດໂອນວ່າ, “ມີທະຫານຫລາຍເກີນໄປສຳລັບເຮົາ ຈະໃຫ້ເຈົ້າມີໄຊຊະນະເຫນືອຄົນມີດີອານ, ເພື່ອທີ່ອິສະຣາເອນ ຈະບໍ່ອວດອ້າງເຮົາໄດ້ ໂດຍກ່າວ່າ 'ກຳລັງຂອງພວກເຮົາເອງ ໄດ້ຊ່ວຍພວກເຮົາໄວ້'.
|
|||
|
\v 3 ເພາະສະນັ້ນ, ຈົ່ງປະກາດໃຫ້ປະຊາຊົນໄດ້ຍິນດຽວນີ້ ແລະກ່າວວ່າ,' ຖ້າຜູ້ໃດທີ່ຢ້ານກົວ, ຜູ້ໃດທີ່ສັ່ນສະເທືອນ, ຂໍໃຫ້ລາວກັບຄືນຈາກພູກິເລອາດນັ້ນເສຍ'.” ດັ່ງນັ້ນຈຶ່ງມີຄົນຊາວສອງພັນຄົນໄດ້ອອກໄປ, ແລະຍັງເຫລືອພຽງແຕ່ຫມື່ນຄົນເທົ່ານັ້ນ.
|
|||
|
|
|||
|
\s5
|
|||
|
\v 4 ພຣະຢາເວຊົງກ່າວຕໍ່ກີເດໂອນວ່າ, “ປະຊາຊົນຍັງມີຫລາຍຢູ່. ຈົ່ງພາພວກເຂົາລົງໄປແຄມນ້ຳ, ແລ້ວເຮົາຈະເຮັດໃຫ້ຈຳນວນຂອງພວກເຂົານ້ອຍລົງສຳລັບເຈົ້າຢູ່ທີ່ນັ້ນ. ຖ້າເຮົາບອກເຈົ້າວ່າ, 'ຄົນນີ້ຈະໄປກັບເຈົ້າ', ລາວຈະໄປທັນທີ; ແຕ່ຖ້າວ່າເຮົາບອກ, 'ຄົນນີ້ບໍ່ໄປກັບເຈົ້າ', ລາວກໍຈະບໍ່ໄປເດັດຂາດ.”
|
|||
|
|
|||
|
\s5
|
|||
|
\v 5 ດັ່ງນັ້ນ ກີເດໂອນຈຶ່ງນຳພາປະຊາຊົນລົງໄປແຄມນ້ຳ, ແລ້ວພຣະຢາເວຊົງບອກລາວວ່າ, “ຈົ່ງແຍກທຸກຄົນທີ່ດື່ມນ້ຳດ້ວຍລີ້ນ, ຄືກັນກັບຫມາ, ອອກຈາກທຸກຄົນທີ່ຄຸເຂົ່າລົງດື່ມນໍ້າ.”
|
|||
|
\v 6 ດັ່ງນັ້ນ ມີຈຳນວນສາມຮ້ອຍຄົນທີ່ເລຍກິນນໍ້າມີຢູ່. ສ່ວນຄົນທີ່ເຫລືອນັ້ນ ໄດ້ຄຸເຂົ່າລົງດື່ມນໍ້າ.
|
|||
|
|
|||
|
\s5
|
|||
|
\v 7 ພຣະເຈົ້າຢາເວຈຶ່ງຊົງກ່າວຕໍ່ກີເດໂອນວ່າ, “ເຮົາຈະຊ່ວຍເຈົ້າໄວ້ ແລະໃຫ້ເຈົ້າຊະນະເຫນືອຄົນມີດີອານ ດ້ວຍຄົນຈຳນວນສາມຮ້ອຍຄົນທີ່ເລຍກິນນໍ້ານັ້ນ. ແລ້ວໃຫ້ຄົນອຶ່ນທຸກໆຄົນກັບຄືນໄປບ່ອນຂອງຕົນເອງ.”
|
|||
|
\v 8 ດ່ັງນັ້ນ ຄົນທີ່ຖືກເລືອກໄດ້ເອົາສະບຽງ ແລະແກ ຂອງພວກເຂົາ. ກີເດໂອນກໍສັ່ງຄົນອິສະຣາເອນກັບຄືນເມືອຫມົດ, ທຸກຄົນກໍໄດ້ໄປທີ່ເຕັນຂອງເຂົາ, ເວັ້ນໄວ້ແຕ່ສາມຮ້ອຍຄົນເທົ່ານັ້ນທີ່ຍັງເຫລືອຢູ່. ໃນຂະນະນັ້ນ ຄ້າຍຂອງຄົນມີດີອານ ໄດ້ລົງມາຢູ່ຮ່ອມພູທາງເບື້ອງລຸ່ມ.
|
|||
|
|
|||
|
\s5
|
|||
|
\v 9 ໃນຄືນດຽວກັນນັ້ນ ພຣະຢາເວຊົງກ່າວຕໍ່ກີເດໂອນວ່າ, “ຈົ່ງລຸກຂື້ນ, ບຸກໂຈມຕີຄ້າຍ, ເຮົາຈະໃຫ້ເຈົ້າຊະນະເຫນືອຄ້າຍນັ້ນ.
|
|||
|
\v 10 ແຕ່ຖ້າເຈົ້າຢ້ານກົວທີ່ຈະລົງໄປ, ລົງໄປທີ່ຄ້າຍກັບປູຣາຄົນໃຊ້ຂອງເຈົ້າ,
|
|||
|
\v 11 ແລະຟັງວ່າພວກເຂົາໄດ້ເວົ້າຫຍັງກັນແດ່, ແລະຄວາມກ້າຫານຂອງເຈົ້າຈະໄດ້ເສີມກຳລັງ ເພື່ອບຸກໂຈມຕີຄ້າຍນັ້ນ”. ດັ່ງນັ້ນ ກີເດໂອນ ຈຶ່ງໄປກັບກັບປູຣາຄົນໃຊ້ຂອງເຂົາ, ລົງໄປກອງກຳລັງຮັກສາເຂດແດນຄ້າຍນັ້ນ.
|
|||
|
|
|||
|
\s5
|
|||
|
\v 12 ຝ່າຍຄົນມີດີອານ, ຄົນອາມາເຫລັກ, ແລະປະຊາຊົນໃນພາກຕາເວັນອອກທັງຫມົດທີ່ຢູ່ຕາມຮ່ອມພູຫນາເເຫນ້ນ. ເຫມືອນດັ່ງຝູງຕັກແຕນ.ມີຝູງອູດຂອງພວກເຂົາຫລາຍເກີນກວ່າທີ່ຈະນັບໄດ້; ພວກເຂົາມີຈຳນວນຫລາຍກວ່າເມັດດິນຊາຍເທິງແຄມທະເລ.
|
|||
|
|
|||
|
\s5
|
|||
|
\v 13 ເມື່ອກີເດໂອນມາຮອດບ່ອນນັ້ນ, ມີຊາຍຜູ້ຫນຶ່ງພວມເລົ່າຄວາມຝັນຂອງຕົນສູ່ຫມູ່ຂອງລາວຟັງວ່າ. ຊາຍຄົນນັ້ນກ່າວວ່າ, ເບິ່ງແມ! “ຂ້ອຍໄດ້ຝັນວ່າ, ແລະຂ້ອຍໄດ້ເຫັນເຂົ້າກ້ອນຫນຶ່ງທີ່ເຮັດດ້ວຍເຂົ້າບາເລ ກິ້ງເຂົ້າມາໃນຄ້າຍຄົນມີດີອານ. ເຂົ້າຈີ່ກ້ອນນີ້ກີ້ງເຂົ້າເຕັນນັ້ນ, ແລະ ຕຳຜ້າເຕັນຢ່າງແຮງຈົນມັນຂວ້ຳລົງ, ແລະ ຫັນຫນ້າຂຶ້ນລົງ, ແລ້ວເຕັນກໍເພພັງລົງ.”
|
|||
|
\v 14 ຊາຍຄົນອື່ນໄດ້ເວົ້າວ່າ, “ອັນນີ້ຕ້ອງຫມາຍເຖິງດາບຂອງກີເດໂອນ (ຊຶ່ງເປັນລູກຊາຍຂອງໂຢອາດ), ຄົນອິສະຣາເອນ. ພຣະເຈົ້າໄດ້ຊົງໂຜດໃຫ້ລາວຊະນະເຫນືອຄົນມີດີເອນ ແລະ ກອງທັບທັງຫມົດຂອງພວກເຂົາແລ້ວ.”
|
|||
|
|
|||
|
\s5
|
|||
|
\v 15 ເມື່ອກີເດໂອນໄດ້ຍິນເລື່ອງຄວາມຝັນ ແລະ ການຕີຄວາມຫມາຍຂອງຄວາມຝັນນັ້ນ, ລາວກົ້ມຂາບໄຫວ້ນະມັດສະການ. ລາວໄດ້ກັບໄປທີ່ຄ້າຍຂອງຄົນອິສະຣາເອນ ແລະກ່າວວ່າ, “ຈົ່ງລຸກຂຶ້ນ! ພຣະຢາເວຊົງມອບໄຊຊະນະເຫນືອກອງທັບມີດີອານໃຫ້ແກ່ພວກເຈົ້າແລ້ວ".
|
|||
|
\v 16 ພຣະເຈົ້າຈຶ່ງໄດ້ແບ່ງຄົນສາມຮ້ອຍຄົນນັ້ນອອກເປັນສາມກຸ່ມ, ແລະພຣະອົງໄດ້ໃຫ້ແກທັງຫມົດ ແລະໄຫເປົ່າ, ທີ່ມີໂຄມໄຟໃນຜູ້ລະຫນ່ວຍໃຫ້ແກ່ພວກເຂົາ.
|
|||
|
|
|||
|
\s5
|
|||
|
\v 17 ລາວໄດ້ບອກພວກເຂົາວ່າ, “ຈົ່ງເບິ່ງເຮົາ ແລະເຮັດຕາມທີ່ເຮົາເຮັດ. ຈົ່ງຄອຍເຝົ້າເບິ່ງ! ເມື່ອເຮົາໄປຮອດຄ້າຍແລ້ວ, ພວກທ່ານຈົ່ງເຮັດຢ່າງທີ່ເຮົາເຮັດ.
|
|||
|
\v 18 ເມື່ອເຮົາເປົ່າແກ, ເຮົາ ແລະທຸກຄົນທີ່ຢູ່ກັບເຮົາ, ແລ້ວກໍພາກັນເປົ່າແກຂອງພວກທ່ານເຊັ່ນດຽວກັນ ຈາກທຸກໆດ້ານຂອງຄ້າຍທັງຫມົດ, ແລະຮ້ອງຕະໂກນຂຶ້ນ " ເພື່ອພຣະຢາເວ ແລະກີເດໂອນ!”
|
|||
|
|
|||
|
\s5
|
|||
|
\v 19 ດັ່ງນັ້ນ ກີເດໂອນ ແລະຄົນຫນ່ຶ່ງຮ້ອຍຄົນທີ່ຢູ່ກັບລາວ ກໍຮອດແຄມຄ້າຍພັກ, ໃນເວລາກ່ອນທ່ຽງຄືນ, ຂະນະທີ່ຄົນມີດີອານ ກຳລັງຈະປ່ຽນຄົນຍາມໃຫມ່, ພວກເຂົາເປົ່າແກຂຶ້ນ ແລະທັບໄຫທີ່ພວກເຂົາຖືໄປນັ້ນໃຫ້ແຕກ.
|
|||
|
|
|||
|
\s5
|
|||
|
\v 20 ທັງສາມກຸ່ມ ກໍເປົ່າແກຂຶ້ນ ແລະທັບໄຫເຫລົ່ານັ້ນໃຫ້ແຕກ. ພວກເຂົາຖືໂຄມໄຟ ໃນມືຊ້າຍຂອງພວກເຂົາ ແລະມືຂວາຖືແກເພື່ອເປົ່າແກ. ພວກເຂົາຮ້ອງຕະໂກນວ່າ, “ດາບ! ເພື່ອພຣະຢາເວ ແລະກີເດໂອນ.”
|
|||
|
\v 21 ທຸກໆ ຄົນຢືນຢູ່ບ່ອນອ້ອມຮອບຄ້າຍພັກນັ້ນ ແລະກອງທັບຄົນມີດີອານທັງຫມົດ ໄດ້ແລ່ນໄປ. ພວກເຂົາໄດ້ຮ້ອງຕະໂກນ ແລະ ແລ່ນຫນີອອກໄປ.
|
|||
|
|
|||
|
\s5
|
|||
|
\v 22 ເມື່ອພວກເຂົາເປົ່າແກສາມຮ້ອຍອັນ, ພຣະຢາເວ ຊົງບັນດານໃຫ້ຄົນມີດີອານທຸກຄົນຈັບດາບຕໍ່ສູ້ກັບເພື່ອນຂອງເຂົາ ແລະຕໍ່ສູ້ກັບກອງທັບທັງຫມົດຂອງພວກເຂົາ. ກອງທັບນັ້ນ ກໍໄດ້ຫນີໄປໄກຈົນເຖິງເມືອງເບັດຊີດຕາ ໄປຍັງເມືອງເຊເຣທານ, ໄກ ໄປຈົນເຖິງເຂດແດນເມືອງອາເບັນເມໂຮລາ, ໃກ້ບ້ານຕັບບັດ.
|
|||
|
\v 23 ພວກອິສະຣາເອນທີ່ມາຈາກເຜົ່າເນັບທາລີ, ເຜົ່າອາເຊ, ແລະເຜົ່າມານາເຊ ແລະເຜົ່າທຸກໆຄົນ ກໍຖືກໄລ່ອອກ, ແລະ ພວກເຂົາ ກໍໄດ້ໄລ່ຄົນມີດີອານໄປ.
|
|||
|
|
|||
|
\s5
|
|||
|
\v 24 ກີເດໂອນໄດ້ສົ່ງຄົນນຳຂ່າວໄປບອກທົ່ວທັງເຂດພູເຂົາເອຟຣາອິມ ໄດ້ກ່າວວ່າ, “ຈົ່ງລົງໄປຕໍ່ສູ້ກັບຄົນມີດີອານ ແລະຢືດເອົາແມ່ນ້ຳຈໍແດນໄວ້, ໄກໄປຈົນເຖິງເບັດບາຣາ, ເພື່ອສະກັດພວກເຂົາໄວ້.” ດັ່ງນັ້ນຄົນເອຟຣາອິມທັງຫມົດກໍມາເຕົ້າໂຮມກັນ ແລະຢືດບັນດາສາຍນໍ້ານັ້ັນໄວ້, ໄປໄກຈົນຮອດເຂດເບັດບາຣາ ແລະແມ່ນໍ້າຈໍແດນ.
|
|||
|
\v 25 ພວກເຂົາໄດ້ຈັບເຈົ້ານາຍສອງຄົນຂອງມີດີອານ, ຄື ໂອເຣັບ ແລະເຊເອັບ. ພວກເຂົາໄດ້ຂ້າໂອເຣັບຢູ່ເທິງຫີນດານໂອເຣັບ ແລະພວກເຂົາໄດ້ຂ້າ ເຊເອບທີ່ບໍ່ເຫລົ້າອາງຸ່ນເຊເອັບ. ພວກເຂົາກໍຂັບໄລ່ກວາດລ້າງຄົນມີດີອານໄປ, ແລະພວກເຂົາໄດ້ນຳເອົາຫົວຂອງໂອເຣັບກັບເຊເອັບໄປທີ່ກີເດໂອນ, ຊຶ່ງຢູ່ຟາກຫນຶ່ງຂອງແມ່ນ້ຳຈໍແດນ.
|
|||
|
|
|||
|
\s5
|
|||
|
\c 8
|
|||
|
\cl ບົດທີ 8
|
|||
|
\p
|
|||
|
\v 1 ຄົນເອຟຣາອິມໄດ້ເວົ້າຕໍ່ກີເດໂອນວ່າ, “ທ່ານໄດ້ເຮັດຫຍັງກັບພວກເຮົາ? ທ່ານບໍ່ໄດ້ເອີ້ນພວກເຮົາ ເມື່ອທ່ານໄດ້ສູ້ຮົບກັບຄົນມີດີອານ". ຫລັງຈາກນັ້ນ ພວກເຂົາ ກໍໂຕ້ຖຽງກັນຢ່າງຮຸນແຮງກັບລາວ.
|
|||
|
|
|||
|
\s5
|
|||
|
\v 2 ແລ້ວພວກເຂົາກໍຄຽດໃຫ້ກີເດໂອນ ແລະບອກວ່າ, “ບັດນີ້ຂ້ານ້ອຍໄດ້ເຮັດຫຍັງທີ່ຈະປຽບທຽບກັບສິ່ງທີ່ພວກເຈົ້າເຮັດໄດ້?. ຜົນອະງຸ່ນທີ່ຊາວເອຟຣາອິມ ເກັບຕົກກໍຍັງດີກວ່າຜົນອະງຸ່ນທີ່ອາບີຊາເກັບກ່ຽວ ທັງຫມົດ?.
|
|||
|
\v 3 ພຣະເຈົ້າຊົງມອບໄຊຊະນແກ່ພວກທ່ານ ເຫນືອບັນດາເຈົ້ານາຍຂອງຄົນມີດີອານ ຄື ໂອເຣັບ ແລະເຊເອັບ! ຂ້ານ້ອຍມີຄວາມສາມາດອັນໃດທີ່ຈະປຽບທຽບກັບສິ່ງທີ່ພວກທ່ານໄດ້”. ເມື່ອກິເດໂອນໄດ້ເວົ້າດັ່ງນັ້ນແລ້ວ ພວກເຂົາກໍເຊົາຄຽດ.
|
|||
|
|
|||
|
\s5
|
|||
|
\v 4 ກີເດໂອນກັບສາມຮ້ອຍຄົນຮອດແມ່ນ້ຳຈໍແດນ ແລະໄດ້ຂ້ວາມແມ່ນໍ້ານັ້ນໄປ. ພວກເຂົາອິດເມື່ອຍຫມົດແຮງ, ແຕ່ກໍຍັງຄົງໄລ່ຕາມໄປ.
|
|||
|
\v 5 ກີເດໂອນໄດ້ເວົ້າຕໍ່ຊາວເມືອງສຸໂຄດວ່າ, “ຂໍໂຜດໃຫ້ເຂົ້າຈີ່ແກ່ຄົນທີ່ຕິດຕາມຂ້ອຍແດ່ເຖີ້ນ, ເພາະພວກເຂົາອິດເມື່ອຍຫລາຍ, ແລະຂ້ອຍກຳລັງໄລ່ຕາມເຊບາກັບຊັນມຸນນາ ເຈົ້າຊີວິດຂອງພວກມີດີອານຢູ່.”
|
|||
|
|
|||
|
\s5
|
|||
|
\v 6 ແຕ່ພວກຜູ້ນຳຂອງເມືອງສຸໂຄດເວົ້າວ່າ, “ເຫດໃດພວກຂ້ອຍຈຶ່ງຈະຕ້ອງເອົາອາຫານໃຫ້ທະຫານຂອງເຈົ້າກິນ ໃນເມື່ອເຈົ້າຍັງບໍ່ທັນຈັບເຊບາ ແລະຊັນມຸນນາໄດ້ເທື່ອ.”
|
|||
|
\v 7 ດັ່ງນັ້ນ ກີເດໂອນຈຶ່ງເວົ້າວ່າ, “ດີແລ້ວ ເມື່ອໃດພຣະຜູ້ເປັນເຈົ້າຊົງມອບເຊບາ ແລະຊັນມຸນນາ ໄວ້ໃນກຳມືຂອງຂ້ອຍ ຂ້ອຍຈະເອົາຫວາຍທີ່ຍັງມີຫນາມ ແລະໄມ້ຫນາມມາຂ້ຽນພວກເຈົ້າ.”
|
|||
|
|
|||
|
\s5
|
|||
|
\v 8 ຈາກນັ້ນ ກີເດໂອນກໍໄປຍັງເມືອງເປນູເອນ,ແລະໄດ້ເວົ້າຕໍ່ຊາວເມືອງນັ້ນຢ່າງດຽວກັນ, ແຕ່ຊາວເມືອງເປນູເອນກໍຕອບຢ່າງດຽວກັນເຫມືອນກັບຊາວເມືອງສຸໂຄດ.
|
|||
|
\v 9 ເຂົາຈຶ່ງເວົ້າກັບຄົນຊຸກໂກດ ແລະກ່າວວ່າ “ເມື່ອຂ້ອຍກັບຄືນມາອີກຄັ້ງໂດຍຄວາມສະຫງົບສຸກ, ຂ້ອຍຈະທຳລາຍຫໍຄອຍນີ້ລົງ.”
|
|||
|
|
|||
|
\s5
|
|||
|
\v 10 ຕອນນີ້ ເຊບາ ແລະຊັນມຸນນາ ໄດ້ຢູ່ທີ່ກາໂກເຣ ກັບກອງທັບຂອງພວກເຂົາ, ທີ່ມີປະມານສິບຫ້າພັນຄົນ, ຄົນທັງຫມົດກໍຍັງເຫລືອຢູ່ຈາກກອງທັບທັງຫມົດຂອງຊາວຕາເວັນອອກ, ເພາະມີທະຫານທີ່ໄດ້ການຝຶກການສູ້ຮົບດ້ວຍດາບ ໄດ້ລົ້ມຕາຍໄປຫນຶ່ງແສນຊາວພັນຄົນ.
|
|||
|
|
|||
|
\s5
|
|||
|
\v 11 ກີເດໂອນໄດ້ໄປຕາມເສັ້ນທາງທີ່ພວກເຂົາອາໄສຢູ່ໃນແດນຢືດຄອງໄດ້, ຜ່ານເມືອງໂນບາແລະໂຢກເບຮາ. ເຂົາໄດ້ເອົາຊະນະກອງທັບສັດຕຣູ, ເພາະພວກເຂົາຄິດວ່າຈະບໍ່ໄດ້ຖືກໂຈມຕີ.
|
|||
|
\v 12 ເຊບາແລະຊັນມຸນນາກໍແລ່ນປົບຫນີໄປ, ແລະຂະນະທິ່ກີເດໂອນໄລ່ຕາມພວກເຂົາໄປ, ເຂົາໄດ້ຈັບເຈົ້າຊີວິດມີດີອານທັງສອງຄົນ -ຄືເຊບາ ແລະຊັນມຸນນາ-ແລະໄດ້ເຮັດໃຫ້ກອງທັບຂອງພວກເຂົາທັງຫມົດແຕກຕື່ນ.
|
|||
|
|
|||
|
\s5
|
|||
|
\v 13 ກີເດໂອນ, ລູກຊາຍຂອງໂຢອາດກໍກັບມາຈາກສູ້ຮົບໂດຍຜ່ານມາທາງເຮເຣັດ.
|
|||
|
\v 14 ລາວໄດ້ແລ່ນໄປຫາຊາຍຫນຸ່ມຜູ້ຫນຶ່ງທີ່ເປັນຄົນສຸໂຄດ ແລະ ຂໍຄຳແນະນຳຈາກເຂົາ. ຊາຍຫນຸ່ມຜູ້ນັ້ນໄດ້ອະທິບາຍໃຫ້ລາວຟັງກ່ຽວກັບຜູ້ນຳຂອງເມືອງສຸໂຄດ ແລະພວກເຖົ້າແກ່, ເຈັດສິບເຈັດຄົນຂອງເມືອງນັ້ນ.
|
|||
|
|
|||
|
\s5
|
|||
|
\v 15 ກີເດໂອນໄປຫາຊາວເມືອງສຸໂຄດ ແລະໄດ້ເວົ້າວ່າ, “ຈົ່ງເບິ່ງເຊບາ ແລະ ຊັນມຸນນາ ຜູ້ທີ່ພວກເຈົ້າໄດ້ດູຫມິ່ນປະຫມາດຂ້ອຍ ແລະເວົ້າ, 'ພວກເຈົ້າໄດ້ໄຊະນະເຊບາກັບຊັນມຸນນາແລ້ວຫລື ບໍ່? ພວກເຮົາບໍ່ຮູ້ວ່າຄວນຈະເອົາເຂົ້າຈີ່ໃຫ້ກອງທັບຂອງພວກເຈົ້າ'."
|
|||
|
\v 16 ກີເດໂອນຈຶ່ງນໍາພວກຜູ້ເຖົ້າແກ່ໃນເມືອງນັ້ນໄປ, ແລະລາວໄດ້ລົງໂທດຄົນສຸໂຄດເຫລົ່ານັ້ນດ້ວຍຫນາມໃນທະເລຊາຍ ແລະ ພຸ່ມຫນາມ.
|
|||
|
\v 17 ຫລັງຈາກນັ້ນ, ລາວໄດ້ທຳລາຍຫໍຄອຍຂອງເມືອງເປນູເອນ ແລະ ຂ້າຊາວເມືອງນັ້ນ.
|
|||
|
|
|||
|
\s5
|
|||
|
\v 18 ຫລັງຈາກນັ້ນ ກິເດໂອນໄດ້ເວົ້າກັບຖາມເຊບາ ແລະຊັນມຸນນາວ່າ, “ຄົນເຫລົ່ານັ້ນທີ່ພວກເຈົ້າຂ້າທີ່ພູເຂົາຕາໂບນັນ ເປັນຄົນປະເພດໃດ?”. ພວກເຂົາໄດ້ຕອບວ່າ, “ພວກເຈົ້າເປັນແນວໃດ, ພວກເຂົາກໍເປັນຢ່າງນັ້ນ. ພວກເຂົາທຸກໆຄົນຄືກັນກັບລູກຊາຍຂອງກະສັດ.”
|
|||
|
\v 19 ກີເດໂອນຈຶ່ງເວົ້າວ່າ, “ພວກເຂົາເປັນອ້າຍນ້ອງຂອງຂ້ອຍ, ເປັນລູກຊາຍຂອງແມ່ຂ້ອຍ. ພຣະຢາເວຊົງມີຊີວິດຢູ່ສັນໃດ, ຖ້າພວກເຈົ້າໄດ້ຊ່ວຍພວກເຂົາໃຫ້ມີຊີຊິດຢູູ່, ຂ້ອຍຈະບໍ່ຂ້າພວກເຈົ້າ.”
|
|||
|
|
|||
|
\s5
|
|||
|
\v 20 ລາວໄດ້ເວົ້າກັບເຢເທ (ລູກຊາຍກົກຂອງລາວ) ວ່າ, “ຈົ່ງລຸກຂຶ້ນ ແລະໄປຂ້າພວກເຂົາເສຍ!” ແຕ່ຊາຍຫນຸ່ມນັ້ນບໍ່ກ້າຖອດດາບອອກ ເພາະລາວຢ້ານ ເພາະວ່າລາວຍັງເປັນເດັກນ້ອຍຢູ່.
|
|||
|
\v 21 ແລ້ວເຊບາ ແລະຊັນມຸນນາເວົ້າວ່າ, “ທ່ານຈົ່ງລຸກຂຶ້ນ ແລະຂ້າພວກເຮົາດ້ວຍຕົນເອງເຖີ້ນ! ເພາະຍີ່ງຜູ້ຊາຍເຕັມຕົວເທົ່າໃດ, ກຳລັງຂອງເຂົາກໍຫລາຍເທົ່ານັ້ນ”. ກີເດໂອນຈຶ່ງຂ້າເຊບາກັບຊັນມຸນນາ. ເຂົາຍັງເອົາເຄື່ອງປະດັບທີ່ມີຮູບພະຈັນທີ່ເອ້ຄໍອູດຂອງພວກເຂົາໄປພ້ອມ.
|
|||
|
|
|||
|
\s5
|
|||
|
\v 22 ຫລັງຈາກນັ້ນ ຄົນອິສະຣາເອນໄດ້ເວົ້າຕໍ່ກີເດໂອນວ່າ, “ຂໍຈົ່ງເປັນຜູ້ຄຸ້ມຄອງພວກຂ້ານ້ອຍເຖີ້ນ, ທັງທ່ານ ແລະລູກຂອງທ່ານ, ແລະຫລານຂອງທ່ານ- ເພາະວ່າ ທ່ານໄດ້ຊ່ອຍພວກເຮົາໃຫ້ພົ້ນຈາກເງື້ອມມືຂອງຄົນມີດີອານ.”
|
|||
|
\v 23 ກີເດໂອນໄດ້ຕອບພວກເຂົາວ່າ, “ຂ້ອຍ ແລະລູກຊາຍຂອງຂ້ອຍຈະບໍ່ເປັນຜູ້ຄຸ້ມຄອງຂອງພວກເຈົ້າເຊັ່ນກັນ. ພຣະຢາເວເປັນຜູ້ຄຸ້ມຄອງພວກເຈົ້າ.”
|
|||
|
|
|||
|
\s5
|
|||
|
\v 24 ກີເດໂອນເວົ້າຕໍ່ໄປອີກວ່າ, “ໃຫ້ຂ້ອຍຂໍສິ່ງຫນຶ່ງຈາກພວກເຈົ້າ ຄືຂໍໃຫ້ແຕ່ລະຄົນໃນພວກເຈົ້າໃຫ້ຕຸ້ມຫູເຫລົ່ານັ້ນຈາກຂອງທີ່ພວກເຈົ້າຢຶດມາຂອງເຂົາໄດ້ນັ້ນໃຫ້ແກ່ຂ້ອຍ” (ຄົນມີດີອານຖືຕຸ້ມຫູຄຳ ເພາະວ່າພວກເຂົາເປັນຄົນອິດຊາມາເອນ).
|
|||
|
\v 25 ພວກເຂົາຕອບວ່າ, “ພວກເຮົາຍິນດີທີ່ຈະເອົາສິ່ງເຫລົ່ານີ້ໃຫ້ທ່ານ”. ພວກເຂົາຈຶ່ງປູເສື້ອຄຸມ ແລະທຸກຄົນ ກໍໂຍນຕູ້ມຫູຈາກຂອງທີ່ຢືດມາຂອງເຂົາ ລົງໄປໃນເສື້ອຄຸມນັ້ນ.
|
|||
|
|
|||
|
\s5
|
|||
|
\v 26 ນໍ້າຫນັກຂອງຕຸ້ມຫູຄຳທີ່ລາວຂໍມານັ້ນໄດ້ພັນເຈັດຮ້ອຍບາດ.ນອກຈາກນີ້ຂອງທີ່ປຸ້ນມາໄດ້ຍັງມີເຄື່ອງປະດັບ, ເຄື່ອງເອ້ ສ້ອຍຄໍ, ເຄື່ອງນຸ່ງສີມ່ວງທີ່ເຈົ້າ ຊີວິດມີດີອານນຸ່ງຖື, ແລະອີກທັງເຄື່ອງເອ້ສ້ອຍທີ່ຜູກຄໍພວກອູດຂອງພວກເຂົາດ້ວຍ.
|
|||
|
|
|||
|
\s5
|
|||
|
\v 27 ກີເດໂອນໄດ້ເຮັດ ໂອຟຣາອັນຫນຶ່ງຈາກຕຸ້ມຫູເຫລົ່ານັ້ນ ແລະເກັບໄວ້ໃນເມືອງຂອງເຂົາໃນເມືອງໂອຟະຣາ ແລະຄົນອິສະຣາເອນທັງຫມົດ ກໍຫລີ້ນຊູກັນ ໂດຍພາກັນນະມັດສະການຮູບພຣະນັ້ນ. ຊຶ່ງໄດ້ເປັນບ້ວງແຮ້ວແກ່ກີເດໂອນ ແລະຄົນທີ່ຢູ່ໃນຄອບຄົວຂອງເຂົາ.
|
|||
|
\v 28 ດ່ັງນັ້ນ ຄົນມີດີອານໄດ້ພ່າຍແພ້ຕໍ່ຫນ້າຄົນອິສະຣາເອນ ແລະພວກເຂົາບໍ່ໄດ້ຍົກຫົວຂຶ້ນອີກ. ດັ່ງນັ້ນ ຜືນແຜ່ນດິນກໍໄດ້ຮັບຄວາມສະຫງົບສຸກຕະຫລອດສີ່ສິບປີໃນສະໄຫມຂອງກິເດໂອນ.
|
|||
|
|
|||
|
\s5
|
|||
|
\v 29 ເຢຮຸບບາອານ, ລູກຊາຍຂອງໂຢອາດ ໄດ້ໄປ ແລະ ອາໄສຢູ່ໃນບ້ານຂອງຕົນ.
|
|||
|
\v 30 ກີເດໂອນມີລູກຊາຍເຈັດສິບຄົນທີ່ເປັນເຊື້ອສາຍຂອງເຂົາ, ເພາະລາວມີເມຍຫລາຍຄົນ.
|
|||
|
\v 31 ເມຍນ້ອຍຂອງລາວທີ່ຢູ່ເມືອງເຊເຄມ, ກໍໄດ້ເກີດລູກຊາຍໃຫ້ແກ່ລາວ, ແລະກິເດໂອນຕັ້ງຊື່ລູກຊາຍຜູ້ຫນຶ່ງວ່າ ອາບີເມເຫລັກ.
|
|||
|
|
|||
|
\s5
|
|||
|
\v 32 ກີເດໂອນ, ລູກຊາຍຂອງໂຢອາດ, ໄດ້ເສຍຊີວິດໃນວັຍເຖົ້າແກ່ຫລາຍແລ້ວ ແລະສົບຂອງລາວໄດ້ຝັງໄວ້ໃນເມືອງໂອຟະຣາໃນອຸບມຸງຝັງສົບຂອງໂຢອາດພໍ່ຂອງລາວ, ຊຶ່ງເປັນເມືອງຂອງຕະກູນອາບີເອເຊ.
|
|||
|
\v 33 ຕໍ່ມາ, ເມື່ອເຫດການກີເດໂອນໄດ້ເສຍຊີວິດແລ້ວ, ຄົນອິສະຣາເອນກໍໄດ້ກັບຫັນຄືນໄປອີກ ແລະຫລິ້ນຊູກັນ ໂດຍພາກັນນະມັດສະການພຣະບາອານ. ພວກເຂົາໄດ້ເຮັດໃຫ້ພຣະບາອານເບຣິດເປັນພຣະຂອງພວກເຂົາ.
|
|||
|
|
|||
|
\s5
|
|||
|
\v 34 ຄົນອິສະຣາເອນຫລົງລືມການທີ່ຈະຖວາຍກຽດຕິຍົດພຣະຢາເວ, ພຣະເຈົ້າຂອງພວກເຂົາ, ຜູ້ຊົງຊ່ອຍຕົນໃຫ້ພົ້ນຈາກມືຂອງສັດຕຣູຂອງພວກເຂົາທີ່ຢູ່ອ້ອມຮອບທຸກໆດ້ານນັ້ນ.
|
|||
|
\v 35 ພວກເຂົາບໍ່ຮັກສາສັນຍາທີ່ມີຕໍ່ຄອບຄົວເຢຣຸບບາເອນ (ນັ້ນຄື ກີເດໂອນ), ໃນການຕອບແທນສຳລັບທີ່ເຄີຍສ້າງຄຸນງາມຄວາມດີໄວ້ກັບຄົນອິສະຣາເອນ.
|
|||
|
|
|||
|
\s5
|
|||
|
\c 9
|
|||
|
\cl ບົດທີ 9
|
|||
|
\p
|
|||
|
\v 1 ຢູ່ມາ ອາບີເມເຫລັກລູກຊາຍຂອງ ເຢຣຸບບາອານ ໄດ້ໄປຫາພວກຍາດພີ່ນ້ອງຂອງແມ່ທີ່ເມືອງຊີເຄມ ແລະ ລາວໄດ້ເວົ້າກັບພວກເຂົາ ແລະ ກັບຕະກູນຂອງຄອບຄົວຂອງແມ່ລາວທັງຫມົດວ່າ,
|
|||
|
\v 2 "ຂໍໂຜດເວົ້າແບບນີ້, 'ເພື່ອໃຫ້ຜູ້ນຳທັງຫມົດເມືອງຊີເຄມຈະໄດ້ຍິນວ່າ, “ແນວໃດທີ່່ດີກວ່າກັນສຳລັບພວກເຈົ້າ: ທີ່ຈະມີລູກຊາຍທັງເຈັດສິບຄົນຂອງເຢຣຸບບາອານ ເປັນຄົນປົກຄອງພວກເຈົ້າ ຫລືວ່າ ຄົນດຽວ ເປັນຄົນປົກຄອງພວກເຈົ້າ? ຈົ່ງເຂົ້າໃຈວ່າ ຂ້ອຍກໍເປັນກະດູກ ແລະເປັນເນື້ອຫນັງຂອງພວກເຈົ້າ.”
|
|||
|
|
|||
|
\s5
|
|||
|
\v 3 ແລ້ວບັນດາພີ່ນ້ອງທາງແມ່ຂອງອາບີເມເຫລັກ ໄດ້ເວົ້າກັບພວກຜູ້ນຳເມືອງຊີເຄມ, ແລະພວກເຂົາເຫັນດີທີ່ຈະຕິດຕາມອາບີເມເຫລັກ, ເພາະພວກເຂົາໄດ້ເວົ້າວ່າ, "ລາວເປັນພີ່ນ້ອງຂອງພວກເຮົາ".
|
|||
|
\v 4 ພວກເຂົາໄດ້ເອົາເງິນເຈັດສິບຫລຽນຈາກວິຫານແຫ່ງບາອານເບຣິດໃຫ້ແກ່ລາວ, ແລະອາບີເມເຫລັກກໍເອົາເງິນນັ້ນ ໄປຈ້າງພວກອັດຕະພານ, ຜູ້ທີ່ຕິດຕາມລາວໄປ.
|
|||
|
|
|||
|
\s5
|
|||
|
\v 5 ອາບີເມເຫລັກໄດ້ໄປທີ່ບ້ານພໍ່ຂອງເຂົາທີ່ເມືອງໂອຟະຣາ, ແລະລາວໄດ້ຂ້າລູກຊາຍເຈັດສິບຄົນ, ລູກຊາຍຂອງເຢຣຸບບາອານຢູ່ເທິງຫີນແຜ່ນດຽວກັນ. ເຫລືອພຽງແຕ່ ໂຢທາມ, ທີ່ເປັນລູກຊາຍຫລ້າ ຂອງ ເຢຣຸບບາອານ, ເພາະລາວໄດ້ໄປລີ້ຢູ່.
|
|||
|
\v 6 ບັນດາຜູ້ນຳທັງຫມົົດຂອງເມືອງຊາວຊີເຄມ ພ້ອມທັງຊາວເບັດມິນໂລ ກໍໄດ້ມາເຕົ້າໂຮມກັນ ແລະພວກເຂົາໄປ ແລະແຕ່ງຕັ້ງອາບີເມເຫລັກເປັນເຈົ້າຊີວິດ, ຢູ່ຂ້າງຕົ້ນສົນໃກ້ກັບເສົານັ້ນ ທີ່ຕັ້ງໃນເມືອງຊີເຄມ.
|
|||
|
|
|||
|
\s5
|
|||
|
\v 7 ເມື່ອໂຢທາມໄດ້ຍິນເລື່ອງນີ້, ລາວກໍໄປຢືນຢູ່ເທິງຍອດພູເຂົາເກຣີຊີມ. ລາວໄດ້ຮ້ອງຕະໂກນ ແລະເວົ້າກັບພວກເຂົາວ່າ, “ພວກເຈົ້າ, ພວກຜູ້ນຳທັງຫມົດຂອງຊາວຊີເຄມທັງຫລາຍ ຈົ່ງຟັງຂ້ອຍ ເພື່ອພຣະເຈົ້າອາດຈະຊົງຟັງພວກເຈົ້າ.
|
|||
|
\v 8 ຄັ້ງຫນຶ່ງ, ຕົ້ນໄມ້ທັງຫມົດ ອອກໄປເພື່ອແຕ່ງຕັ້ງເຈົ້າຊີວິດຄົນຫນຶ່ງໃຫ້ປົກຄອງພວກມັນ. ເພາະພວກມັນໄດ້ເວົ້າກັບຕົ້ນຫມາກກອກວ່າ,' ຂໍຈົງປົກຄອງເຫນືອພວກເຮົາເຖີ້ນ'.
|
|||
|
|
|||
|
\s5
|
|||
|
\v 9 ແຕ່ຕົ້ນຫມາກກອກໄດ້ຕອບພວກມັນວ່າ,' ຂ້ອຍຄວນຈະປະຖິ້ມຜະລິດນໍ້າມັນຂອງຂ້ອຍ, ທີ່ໃຊ້ຖວາຍກຽດແກ່ເທບພຣະເຈົ້າ ແລະ ມວນມະນຸດ, ເພື່ອຂ້ອຍຈະກັບຄືນມາ, ເພື່ອໂຍກຕົ້ນໄມ້ອຶ່ນໆ?'.
|
|||
|
\v 10 ຕົ້ນໄມ້ທັງຫລາຍຈຶ່ງເວົ້າຕໍ່ຕົ້ນຫມາກເດື່ອວ່າ, 'ຂໍຈົ່ງມາ ແລະປົກຄອງເຫນືອພວກເຮົາເຖີ້ນ'.
|
|||
|
\v 11 ແຕ່ຕົ້ນຫມາກເດື່ອຕອບພວກມັນວ່າ, 'ຂ້ອຍຄວນຈະປະຖິ້ມຜົນຜະລິດທີ່ຫວານ ແລະ ຫມາກໄມ້ທີ່ດີຂອງຂ້ອຍ, ເພື່ອຂ້ອຍຈະກັບມາ ແລະໂຍກຕົ້ນໄມ້ອຶ່ນໆບໍ?'.
|
|||
|
|
|||
|
\s5
|
|||
|
\v 12 ຕົ້ນໄມ້ທັງຫລາຍຈຶ່ງເວົ້າຕໍ່ຕົ້ນອະງຸ່ນວ່າ, 'ຂໍຈົ່ງມາ ແລະປົກຄອງເຫນືອພວກເຮົາເຖີ້ນ'.
|
|||
|
\v 13 ແຕ່ຕົ້ນອະງຸ່ນຕອບພວກມັນວ່າ, 'ຂ້ອຍຄວນຈະປະຖິ້ມຜົນຜະລິດອະງຸ່ນ, ທີ່ເຮັດໃຫ້ເທບພຣະເຈົ້າ ແລະມວນມະນຸດມີຄວາມສຸກ, ແລະກັບຄືນໄປ, ແລະໂຍກຕົ້ນໄມ້ອື່ນ?.'
|
|||
|
\v 14 ແລ້ວຕົ້ນໄມ້ທຸກຕົ້ນໄດ້ເວົ້າຕໍ່ຕົ້ນພຸ່ມຫນາມວ່າ, 'ຂໍຈົ່ງມາ ແລະປົກຄອງເຫນືອພວກເຮົາເຖີ້ນ'.
|
|||
|
|
|||
|
\s5
|
|||
|
\v 15 ຕົ້ນພຸ່ມຫນາມໄດ້ຕອບກັບຕົ້ນໄມ້ເຫລົ່ານັ້ນວ່າ, 'ຖ້າພວກເຈົ້າຕ້ອງການແຕ່ງຕັ້ງໃຫ້ຂ້ອຍເປັນເຈົ້າຊີວິດເຫນືອພວກເຈົ້າແທ້, ເຊີນມາ ແລະຫາທີ່ບ່ອນປອດໄພຊົ້ນຮົ່ມຂອງຂ້ອຍ. ຖ້າບໍ່ເປັນດັ່ງນັ້ນ, ຈົ່ງປ່ອຍໃຫ້ໄຟອອກມາຈາກຕົ້ນພຸ່ມຫນາມ ແລະ ໃຫ້ໄຟນັ້ນເຜົາໄຫມ້ຕົ້ນສົນທັງຫລາຍທີ່ຢູ່ເທິງພູເລບານອນນີ້.'
|
|||
|
\v 16 ສະນັ້ນ, ບັດນີ້, ຖ້າພວກເຈົ້າປະຕິບັດດ້ວຍຄວາມຈິງໃຈ, ແລະ ຊື່ສັດ, ເມື່ອພວກເຈົ້າໄດ້ແຕ່ງຕັ້ງອາບີເມເຫລັກເປັນເຈົ້າຊີວິດ, ແລະ ຖ້າພວກເຈົ້າເຮັດດີຕໍ່ເຢຣຸບບາອານ ແລະ ຄອບຄົວຂອງລາວແບບນີ້, ແລະ ຖ້າພວກເຈົ້າໄດ້ລົງໂທດລາວຕາມສົມຄວນຈະໄດ້ຮັບ-.
|
|||
|
|
|||
|
\s5
|
|||
|
\v 17 -ແລະຄິດວ່າພໍ່ຂອງຂ້ອຍໄດ້ຕໍ່ສູ້ເພື່ອພວກເຈົ້າ, ເພິ່ນໄດ້ສ່ຽງຊີວິດຂອງເພິ່ນ, ແລະເພື່ອຊ່ວຍພວກເຈົ້າໃຫ້ພົ້ນຈາກມືຂອງຄົນມີດີອານ-
|
|||
|
\v 18 ແຕ່ມື້ນີ້ພວກເຈົ້າໄດ້ລຸກຂຶ້ນມາຕໍ່ສູ້ຄອບຄົວພໍ່ຂອງຂ້ອຍ ແລະ ໄດ້ຂ້າລູກຊາຍເຈັດສິບຄົນຂອງເພິ່ນ, ຢູ່ເທິງຫີນແຜ່ນດຽວ ແລ້ວພວກເຈົ້າໄດ້ແຕ່ງຕັ້ງອາບີເມເຫລັກ, ລູກທີ່ເກີດຈາກຍິງຮັບໃຊ້ຂອງເພິ່ນ, ເປັນເຈົ້າຊີວິດເຫນືອຜູ້ນຳທັງຫມົດຂອງຊີເຄມ, ເພາະວ່າລາວເປັນເຊື້ອສາຍຂອງພວກເຈົ້າ.
|
|||
|
|
|||
|
\s5
|
|||
|
\v 19 ຖ້າພວກເຈົ້າປະຕິບັດດ້ວຍຄວາມຊື່ສັດ ແລະ ຄວາມຈິງໃຈ ສັດຊື່ຕໍ່ ເຢຣຸບບາອານ ແລະຄອບຄົວຂອງເພິ່ນ, ແລ້ວພວກເຈົ້າຈະມີຄວາມປິຕິຍິນດີ ກັບອາບີເມເຫລັກ, ແລະໃຫ້ລາວຈົ່ງມີຄວາມຍິນດີຢູ່ກັບພວກເຈົ້າເຖີ້ນ.
|
|||
|
\v 20 ແຕ່ຖ້າບໍ່ເປັນດ່ັງນັ້ນ, ຈົ່ງປ່ອຍໃຫ້ໄຟ ອອກກມາຈາກອາບີເມເຫລັກ ແລະເຜົາຜານຊາວຊີເຄມກັບຊາວເບັດມິນໂລ. ປ່ອຍໃຫ້ໄຟລຸກອອກມາຈາກຊີເຄມ ແລະເບັດມິນໂລ, ເຜົາຜານອາບີເມເຫລັກເຊັ່ນດຽວກັນເຖີ້ນ.
|
|||
|
\v 21 ແລະ ລາວໄປຍັງເມືອງເບເອ. ລາວໄດ້ອາໄສຢູ້ທີ່ນັ້ນ ເພາະເມືອງນັ້ັນໃກ້ກັບອາບີເມເຫລັກ, ອ້າຍຂອງລາວ.
|
|||
|
|
|||
|
\s5
|
|||
|
\v 22 ອາບີເມເຫລັກໄດ້ປົກຄອງເຫນືອອິສະຣາເອນເປັນເວລາສາມປີ.
|
|||
|
\v 23 ພຣະເຈົ້າຊົງໃຫ້ວິນຍານອັນຊົ່ວຮ້າຍເຂົ້າມາ ລະຫວ່າງອາບີເມເຫລັກ ກັບພວກຜູ້ນຳເມືອງຊີເຄມ. ຜູ້ນຳຂອງຊີເຄມໄດ້ທໍລະຍົດຕໍ່ຄວາມໄວ້ວາງໃຈທີ່ພວກເຂົາມີ ກັບອາບີເມເຫລັກ.
|
|||
|
\v 24 ພຣະເຈົ້າ ໄດ້ຊົງເຮັດສິ່ງນີ້ ເພື່ອທີ່ຈະແກ້ແຄ້ນການທາລຸນທີ່ພວກເຂົາໄດ້ເຮັດແກ່ລູກຊາຍເຈັດສິບຄົນຂອງເຢຣຸບບາອານ, ແລະອາບີເມເຫລັກ ຊຶ່ງເປັນພີ່ນ້ອງຂອງພວກເຂົາ ກໍຈະຕ້ອງຮັບຜິດຊອບຕໍ່ການຂ້າພວກເຂົາ, ແລະຄົນຊີເຄມ ກໍຈະຕ້ອງຮັບຜິດຊອບ ເພາະເຂົາໄດ້ຊ່ວຍອາບີເມເຫລັກຂ້າພີ່ນ້ອງຂອງພວກເຂົາ.
|
|||
|
|
|||
|
\s5
|
|||
|
\v 25 ດັ່ງນັ້ນ ພວກຜູ້ນຳຂອງເມືອງຊີເຄມ ຈຶ່ງໄດ້ແຕ່ງຜູ້ຊາຍເພື່ອຊຸ້ມຢູ່ລໍຄອຍຢູ່ເທິງຍອດພູເຂົາ ທີ່ພວກເຂົາສາມາດດັກຈັບອາບີເມເຫລັກ ແລະພວກເຂົາກໍປຸ້ນທຸກຄົນທີ່ຜ່ານໄປມາທາງນັ້ນ. ເລື່ອງນີ້ຖືກລາຍງານໃຫ້ອາບີເມເຫລັກໃຫ້ຮູ້.
|
|||
|
|
|||
|
\s5
|
|||
|
\v 26 ຝ່າຍກາອານລູກຊາຍເອເບັດໄດ້ມາກັບຍາດພີ່ນ້ອງຂອງລາວ ແລະ ພວກເຂົາໄດ້ຂວ້າມໄປໃນເມືອງຊີເຄມ. ພວກຜູ້ນຳຂອງເມືອງຊີເຄມ ກໍມີຄວາມຫມັ້ນໃຈກາອານ.
|
|||
|
\v 27 ພວກເຂົາຈຶ່ງພາກັນອອກໄປໃນທົ່ງນາ ແລະເກັບຫມາກອະງຸ່ນຈາກສວນອະງຸ່ນ, ແລະພວກເຂົາໄດ້ຢຽບຫມາກອະງຸ່ນ. ພວກເຂົາ ໄດ້ຈັດງານລ້ຽງໃນວິຫານຂອງພຣະຂອງພວກເຂົາ, ບ່ອນທີ່ພວກເຂົາໄດ້ກິນ ແລະດື່ມ, ແລະໄດ້ດ່າສາບແຊ່ງອາບີເມເຫລັກດ້ວຍ.
|
|||
|
|
|||
|
\s5
|
|||
|
\v 28 ກາອານລູກຊາຍຂອງເອເບັດຈຶ່ງກ່າວວ່າ, “ອາບີເມເຫລັກຄືໃຜ, ແລະເຮົາຊາວຊີເຄມເປັນໃຜ, ທີ່ພວກເຮົາຄວນຮັບໃຊ້ລາວ? ລາວບໍ່ແມ່ນລູກຊາຍຂອງເຢຣຸບບາອານ? ເຊບູນບໍ່ແມ່ນເປັນເຈົ້າຫນ້າທີ່ບໍ? ຈົ່ງຮັບໃຊ້ຄົນຮາໂມ, ພໍ່ຂອງຊີເຄມສາ! ເປັນຫຍັງພວກເຮົາຈຶ່ງຮັບໃຊ້ອາບີເມເຫລັກ?.
|
|||
|
\v 29 ເຮົາຕ້ອງການໃຫ້ຄົນເມືອງນີ້ຢູ່ໃຕ້ການປົກຄອງຂອງເຮົາ! ແລ້ວເຮົາຈະຖອດອາບີເມເຫລັກອອກ”. ເຮົາຈະເວົ້າກັບອາບີເມເຫລັກວ່າ, “ຈົ່ງເອີ້ນກອງທັບຂອງທ່ານອອກມາສາ.”
|
|||
|
|
|||
|
\s5
|
|||
|
\v 30 ເມື່ອເຊບູນ, ເຈົ້າເມືອງ, ໄດ້ຍິນຖ້ອຍຄຳຂອງກາອານລູກຊາຍເອເບັດ ໄດ້ກ່າວ ຄວາມໂກດແຄ້ນຂອງລາວກໍເພີ້ມຂຶ້ນ.
|
|||
|
\v 31 ລາວໄດ້ສົ່ງຜູ້ສົ່ງຂ່າວໄປຍັງອາບີເມເຫລັກ ເພື່ອຫລອກລວງ, ກ່າວວ່າ, “ເບິ່ງແມ, ກາອານລູກຊາຍເອເບັດ ແລະບັນດາຍາດພີ່ນ້ອງຂອງພວກເຂົາ ກຳລັງມາທີ່ເມືອງຊີເຄມ, ແລະພວກເຂົາຍຸແຍ່ເມືອງນັ້ນໃຫ້ຕໍ່ສູ້ກັບທ່ານ.
|
|||
|
|
|||
|
\s5
|
|||
|
\v 32 ບັດນີ້, ຂໍຈົ່ງລຸກຂຶ້ນໃນຕອນກາງຄືນ ທັງທ່ານ ແລະພວກທະຫານທີ່ຢູ່ກັບທ່ານ, ແລະກຽມຊຸ້ມຄອຍຖ້າໂຈມຕີຢູ່ໃນທົ່ງນາ.
|
|||
|
\v 33 ພໍຮອດຕອນເຊົ້າ, ເມື່ອຕາເວັນຂຶ້ນ ຂໍຈົ່ງລຸກຂຶ້ນແຕ່ເຊົ້າໆ ແລະ ຮີບບຸກເຂົ້າໂຈມຕີເມືອງ. ເມື່ອລາວ ແລະກອງທັບຂອງລາວພ້ອມອອກມາຕໍ່ສູ້ກັບທ່ານ, ກໍຈົ່ງເຮັດທຸກສິ່ງທີ່ທ່ານສາມາດເຮັດໄດ້ ເພື່ອພວກເຂົາເຖີ້ນ”.
|
|||
|
|
|||
|
\s5
|
|||
|
\v 34 ແລ້ວອາບີເມເຫລັກ ກໍລຸກຂື້ນຕອນກາງຄືນ, ລາວ ແລະກອງທັບທັງຫມົດຂອງລາວ, ແລະພວກເຂົາໄດ້ແບ່ງອອກເປັນສີ່ກອງຊຸ້ມຄອຍໂຈມຕີເມືອງຊີເຄມ.
|
|||
|
\v 35 ກາອານລູກຊາຍເອເບັດ ກໍໄດ້ອອກໄປ ແລະ ຢືນຢູ່ທີ່ທາງເຂົ້າປະຕູເມືອງນັ້ນ. ອາບີເມເຫລັກ ແລະ ກອງທັບ ກໍໄດ້ອອກມາຈາກບ່ອນດັກຊຸ້ມຂອງພວກເຂົາ.
|
|||
|
|
|||
|
\s5
|
|||
|
\v 36 ເມື່ອກາອານເຫັນກອງທັບເຫລົ່ານັ້ນ, ລາວຈຶ່ງເວົ້າກັບເຊບູນວ່າ, “ເບິ່ງແມ, ກອງທັບກຳລັງເຄື່ອນລົງມາຈາກຍອດພູເຂົາ” ເຊບູນຕອບລາວວ່າ “ທ່ານກຳລັງເຫັນເງົາຂອງພູເຂົາເປັນເຫມືອນຄົນ”.
|
|||
|
\v 37 ກາອານເວົ້າຂຶ້ນ ແລະກ່າວວ່າ “ເບິ່ງ, ກອງທັບກຳລັງລົງມາໃນກາງແຜ່ນດິນນັ້ນ, ແລະກອງທັບອີກກອງຫນຶ່ງກຳລັງລົງມາທາງຕົ້ນສົນແຫ່ງຜູ້ທຳນວາຍ”.
|
|||
|
|
|||
|
\s5
|
|||
|
\v 38 ແລ້ວເຊບູນກໍກ່າວກັບກາອານວ່າ, “ຕອນນີ້ ຖ້ອຍຄຳທີ່ໂອ້ອວດຂອງທ່ານ, ທ່ານຜູ້ທີ່ກ່າວວ່າ, ‘ອາບີເມເຫລັກຄືຜູ້ໃດ ທີ່ເຮົາຕ້ອງຮັບໃຊ້ລາວ?’ ຄົນເຫລົ່ານີ້ເປັນຄົນທີ່ທ່ານຫມິ່ນປະຫມາດບໍ່ແມ່ນບໍ? ຈົ່ງຍົກທັບອອກໄປ ແລະ ສູ້ຮົບກັບພວກເຂົາສາ”.
|
|||
|
\v 39 ກາອານກໍອອກໄປ ແລະ ລາວກໍນໍາຫນ້າກອງທັບຊີເຄມອອກໄປ, ແລະເຂົາໄດ້ຕໍ່ສູ້ກັບອາບີເມເຫລັກ.
|
|||
|
\v 40 ອາບີເມເຫລັກກໍຂັບໄລ່ຕາມລາວມາ ແລະ ກາອານກໍໄດ້ຫນີໄປຕໍ່ຫນ້າຕໍ່ຕາລາວ. ຫລາຍຄົນໄດ້ບາດເຈັບລົ້ມຕາຍຂ້າງຫນ້າທາງເຂົ້າປະຕູເມືອງນັ້ນ.
|
|||
|
|
|||
|
\s5
|
|||
|
\v 41 ອາບີເມເຫລັກ ໄດ້ອາໃສຢູ່ທີ່ເມືອງອາຣູມາ.ເຊບູນກໍຂັບໄລ່ກາອານກັບຍາດພີ່ນ້ອງຂອງພວກເຂົາອອກໄປຈາກເມືອງຊີເຄມ.
|
|||
|
\v 42 ໃນມື້ຕໍ່ມາຊາວເມືອງໄດ້ອອກໄປທີ່ທົ່ງນາ ແລະໄດ້ລາຍງານເລື່ອງນີ້ໃຫ້ອາບີເມເຫລັກຮູ້.
|
|||
|
\v 43 ລາວຈຶ່ງໄດ້ນຳເອົາຄົນຂອງລາວ, ແບ່ງພວກເຂົາອອກເປັນສາມກອງ, ພວກເຂົາຊຸ້ມຄອຍໂຈມຕີຢູ່ທີ່ທົ່ງນາ. ລາວໄດ້ເຫັນຄົນເຫລົ່ານັ້ນ ກຳລັງອອກມາຈາກໃນເມືອງ ແລະລາວກໍໂຈມຕີ ແລະປະຫານພວກເຂົາ.
|
|||
|
|
|||
|
\s5
|
|||
|
\v 44 ສ່ວນອາບີເມເຫລັກ ແລະພວກທະຫານທີ່ຢູ່ກັບລາວໄດ້ໂຈມຕີ ແລະປິດທາງເຂົ້າປະຕູເມືອງນັ້ນ. ຝ່າຍທະຫານອີກສອງກອງກໍບຸກເຂົ້າໂຈມຕີທຸກຄົນທີ່ຢູ່ໃນທົ່ງນາ ແລະຂ້າພວກເຂົາ.
|
|||
|
\v 45 ອາບີເມເຫລັກໄດ້ໂຈມຕີເມືອງນັ້ນຫມົດມື້. ລາວຢຶດເມືອງນັ້ນ, ແລະຂ້າຟັນປະຊາຊົນທີ່ຢູ່ໃນເມືອງນັ້ນ. ລາວໄດ້ທັງທຳລາຍເມືອງນັ້ນ ແລະຫວ່ານເກືອລົງໃນເມືອງນັ້ນ.
|
|||
|
|
|||
|
\s5
|
|||
|
\v 46 ເມື່ອພວກຜູ້ນໍາຫໍຄອຍທັງຫມົດແຫ່ງເມືອງຊີເຄມ ໄດ້ຍິນເລື່ອງນີ້, ພວກເຂົາກໍຫນີເຂົ້າໄປໃນທີ່ຫ້ອງໃຕ້ດິນໃນວັດຂອງພຣະບາອານເບຣິດ.
|
|||
|
\v 47 ອາບີເມເຫລັກໄດ້ຮັບແຈ້ງວ່າ ພວກຜູ້ນຳທັງຫົມດໄດ້ໄປຊຸມນຸມກັນຢູ່ທີ່ຫໍຄອຍແຫ່ງເມືອງຊີເຄມ.
|
|||
|
|
|||
|
\s5
|
|||
|
\v 48 ອາບີເມເຫລັກໄດ້ຂຶ້ນໄປເທິງພູເຂົາຊານໂມນ, ລາວ ແລະ ຄົນທັງຫມົດທີ່ຢູ່ກັບລາວ. ອາບີເມເຫລັກຖືຂວານອັນຫນຶ່ງ ແລະຕັດກິ່ງໄມ້. ລາວໄດ້ວາງມັນໃສ່ບ່າແບກມາ ແລະສັ່ງພວກຄົນທີ່ມາກັບລາວວ່າ, "ສິ່ງທີ່ພວກເຈົ້າເຫັນຂ້ອຍເຮັດ, ຈົ່ງຮີບຮ້ອນ ແລະ ເຮັດຕາມທີ່ຂອ້ຍເຮັດສາ”.
|
|||
|
\v 49 ດັ່ງນັ້ນ ທຸກຄົນກໍຕັດກິ່ງໄມ້ ແລະ ແບກຕາມອາບີເມເຫລັກ. ພວກເຂົາໄດ້ສຸມກິ່ງໄມ້ໄວ້ ທີ່ກຳແພງຂອງປ້ອມ, ແລະພວກເຂົາກໍຈຸດໄຟເຜົາປ້ອມນັ້ນ, ດັ່ງນັ້ນ ມີປະຊາຊົນທັງຫມົດຂອງຫໍຊີເຄມກໍຕາຍຫມົດ, ປະມານຫນຶ່ງພັນຄົນທັງຊາຍ ແລະຍິງ.
|
|||
|
|
|||
|
\s5
|
|||
|
\v 50 ດັ່ງນັ້ນ ອາບີເມເຫລັກໄດ້ໄປທີ່ເມືອງເທເບັດ ແລະລາວຕັ້ງຄ້າຍສູ້ຮົບກັບເມືອງເທເບັດ ແລະຢືດເມືອງນັ້ນໄດ້.
|
|||
|
\v 51 ແຕ່ໃນເມືອງມີປ້ອມທີ່ແຂງແຮງໃນເມືອງນັ້ນ ແລະ ພວກຜູ້ຊາຍ ແລະພວກຜູ້ຍິງທັງຫມົດ ແລະຜູ້ນຳທຸກຄົນຂອງເມືອງໄດ້ຫນີໄປ ແລະປິດປະຕູຂັງຕົວເອງໄວ້. ແລ້ວພວກເຂົາກໍຂຶ້ນໄປເທິງຫລັງຄາຂອງປ້ອມນັ້ນ.
|
|||
|
|
|||
|
\s5
|
|||
|
\v 52 ອາບີເມເຫລັກໄດ້ມາຮອດປອ້ມ ແລະໂຈມຕີປ້ອມນັ້ນ ແລະລາວໄດ້ເຂົ້າມາໃກ້ປະຕູປ້ອມໄດ້ແລ້ວ ເພື່ອຈະເອົາໄຟເຜົາ.
|
|||
|
\v 53 ແຕ່ມີຍິງສາວຄົນຫນຶ່ງໄດ້ໂຍນກອ້ນຫີນຖິ້ມລົງຖືກຫົວອາບີເມເຫລັກ ແລະ ກະໂຫລກຫົວຂອງລາວແຕກ.
|
|||
|
\v 54 ແລ້ວລາວຈຶ່ງຟ້າວຮ້ອງບອກຄົນຫນຸ່ມທີ່ຖືອາວຸດຂອງຕົນມາ, ແລະບອກວ່າ “ຈົ່ງຖືດາບຂອງເຈົ້າ ແລະຂ້າເຮົາເລີຍ, ເພື່ອຈະບໍ່ມີຄົນກ່າວກ່ຽວກັບເຮົາວ່າ, ‘ຜູ້ຍິງຄົນຫນຶ່ງຂ້າເຮົາຕາຍ”. ດັ່ງນັ້ນ ຊາຍຫນຸ່ມຂອງລາວຄົນນັ້ນ ກໍແທງລາວຈົນຊອດ, ແລະລາວກໍເຖິງແກ່ຄວາມຕາຍ.
|
|||
|
|
|||
|
\s5
|
|||
|
\v 55 ເມື່ອຄົນອິສະຣາເອນໄດ້ເຫັນວ່າ ອາບີເມເຫລັກຕາຍແລ້ວ, ພວກເຂົາກໍກັບເມືອບ້ານຂອງຕົນ.
|
|||
|
\v 56 ດັ່ງນີ້ ພຣະເຈົ້າຊົງໄດ້ແກ້ແຄ້ນຄວາມຊົ່ວຮ້າຍຂອງອາບີເມເຫລັກທີ່ລາວໄດ້ເຮັດຕໍ່ພໍ່ຂອງຕົນ ໂດຍການຂ້າພີ່ນ້ອງເຈັດສິບຄົນຂອງຕົນ.
|
|||
|
\v 57 ພຣະເຈົ້າໄດ້ຊົງເຮັດໃຫ້ຄວາມຊົ່ວຮ້າຍທັງຫມົດຂອງຊາວຊີເຄມໄດ້ຕົກຖືກຫົວຂອງພວກເຂົາທັງຫລາຍເອງ ແລະຄຳສາບແຊ່ງຂອງໂຢທາມລູກຊາຍຂອງເຢຣຸບບາອານ ກໍຕົກຢູ່ເທິງພວກເຂົາທັງຫລາຍ.
|
|||
|
|
|||
|
\s5
|
|||
|
\c 10
|
|||
|
\cl ບົດທີ 10
|
|||
|
\p
|
|||
|
\v 1 ຕໍ່ຈາກອາບີເມເຫລັກ, ໂຕລາລູກຊາຍຂອງປູອາຜູ້ເປັນລູກຊາຍຂອງໂດໂດ, ຄົນອິດຊາຄາຜູ້ທີ່ໄດ້ອາໄສຢູ່ໃນເມືອງຊາມີໃນເຂດແດນພູເຂົາເອຟຣາອິມ ໄດ້ລຸກຂຶ້ນມາຊ່ວຍອິສະຣາເອນໃຫ້ພົ້ນ.
|
|||
|
\v 2 ລາວໄດ້ປົກຄອງອິສະຣາເອນເປັນເວລາຊາວສາມປີ. ລາວໄດ້ເສຍຊີວິດ ແລະພວກເຂົາຝັງສົບລາວໄວ້ທີ່ເມືອງຊາມີ.
|
|||
|
|
|||
|
\s5
|
|||
|
\v 3 ຕໍ່ຈາກລາວ ຄືຢາອີ ຄົນກີເລອາດ. ລາວໄດ້ຂຶ້ນມາປົກຄອງອິສະຣາເອນຢູ່ຊາວສອງປີ.
|
|||
|
\v 4 ລາວມີລູກຊາຍສາມສິບຄົນ ຜູ້ທີ່ ຂີ່ລູກລາສາມສິບໂຕ, ແລະພວກເຂົາມີເມືອງຢູ່ສາມສິບຫົວເມືອງທີ່ຢູ່ໃນແຜ່ນດິນກີເລອາດ, ຊຶ່ງໄດ້ເອີ້ນວ່າ ເມືອງຮາໂວດ-ຢາອີ ຈົນຮອດທຸກມື້ນີ້.
|
|||
|
\v 5 ຢາອີໄດ້ເສຍຊີວິດ ແລະຖືກຝັງໄວ້ທີ່ເມືອງກາໂມນ.
|
|||
|
|
|||
|
\s5
|
|||
|
\v 6 ຄົນອິສະຣາເອນກໍເຮັດຊົ່ວໃນສິ່ງທີ່ພວກເຂົາໄດ້ເຮັດຫລາຍຂື້ນ ໃນສາຍຕາຂອງພຣະຢາເວ ແລະໄດ້ນະມັດສະການພຣະບາອານທັງຫລາຍ, ພຣະອັດຊະຕາກ, ພຣະຂອງຄົນຊີເຣຍ, ພຣະຂອງເມືອງຊີໂດນ, ພຣະຂອງຄົນໂມອາບ, ພຣະຂອງຄົນອຳໂມນ, ແລະ ພຣະຂອງຄົນຟີລິດສະຕິນ. ພວກເຂົາທັງຫລາຍປະຖິ້ມພຣະຢາເວ ແລະບໍ່ໄດ້ນະມັດສະການພຣະອົງອີກ.
|
|||
|
\v 7 ພຣະພິໂລດຂອງພຣະຢາເວ ກໍຮ້ອນຂຶ້ນຕໍ່ອິສະຣາເອນ, ແລະພຣະອົງຈຶ່ງໄດ້ຊົງຂາຍພວກເຂົາໄວ້ໃນມືຂອງຄົນຟີລິດສະຕິນ ແລະໃນມືຂອງຄົນອຳໂມນ.
|
|||
|
|
|||
|
\s5
|
|||
|
\v 8 ພວກເຂົາໄດ້ບີບບັງຄັບ ແລະຂົ່ມເຫັງຄົນອິສະຣາເອນໃນປີນັ້ນ, ແລະພວກເຂົາຂົ່ມເຫັງຄົນອິສະຣາເອນທັງຫມົດທີ່ຢູ່ຟາກຫນຶ່ງຂອງແມ່ນ້ຳຈໍແດນໃນແຜ່ນດິນຂອງຄົນອະໂມຣິດ, ທີ່ຢູ່ໃນກິເລອາດເປັນເວລາສິບແປດປີ.
|
|||
|
\v 9 ແລ້ວຄົນອຳໂມນໄດ້ຂວ້າມແມ່ນ້ຳຈໍແດນ ເພື່ອໄປສູ້ຮົບກັບຢູດາ, ສູ້ຮົບກັບເບັນຢາມິນ ແລະສູ້ຮົບກັບວົງວານຂອງເອຟຣາອິມ, ດັ່ງນັ້ນ ຄົນອິສະຣາເອນຈຶ່ງໄດ້ຮັບຄວາມເດືອດຮ້ອນຢ່າງຍິ່ງ.
|
|||
|
|
|||
|
\s5
|
|||
|
\v 10 ແລົວຄົນອິສະຣາເອນຮ້ອງທຸກຕໍ່ພຣະຢາເວວ່າ, “ຖ້າພວກຂ້ານ້ອຍທັງຫລາຍໄດ້ເຮັດບາບຕໍ່ພຣະອົງແລ້ວ, ເພາະວ່າພວກຂ້ານ້ອຍໄດ້ປະຖິ້ມພຣະເຈົ້າຂອງພວກຂ້ານ້ອຍໄປ ແລະໄດ້ນະມັດສະການບັນດາພຣະບາອານ”.
|
|||
|
\v 11 ພຣະຢາເວໄດ້ຊົງກ່າວກັບຄົນອິສະຣາເອນວ່າ, “ເຮົາບໍ່ໄດ້ຊ່ວຍພວກເຈົ້າໃຫ້ພົ້ນຈາກຊາວເອຢິບ, ຈາກຄົນອາໂມຣິດ, ຈາກຄົນອຳໂມນ ແລະຈາກຄົນຟີລິດສະຕິນ.
|
|||
|
\v 12 ແລະຈາກຄົນຊີໂດນ ຫລືບໍ? ຄົນອາມາເຫລັກ ແລະຄົນມາໂອນ ໄດ້ບີບບັງຄັບພວກເຈົ້າ; ພວກເຈົ້າໄດ້ທູນຂໍຕໍ່ເຮົາ, ແລະເຮົາໄດ້ຊ່ວຍພວກເຈົ້າໃຫ້ພົ້ນຈາກອຳນາດຂອງພວກເຂົາ.
|
|||
|
|
|||
|
\s5
|
|||
|
\v 13 ເຖິງຢ່າງນັ້ນ ພວກເຈົ້າໄດ້ປະຖິ້ມເຮົາອີກ ແລະນະມັດສະການພຣະອື່ນ. ເຫດນັ້ນ, ເຮົາຈຶ່ງຈະບໍ່ຊ່ວຍພວກເຈົ້າໃຫ້ພົ້ນອີກຕໍ່ໄປ.
|
|||
|
\v 14 ຈົ່ງໄປ ແລະທູນຂໍຕໍ່ພຣະຕ່າງໆ ທີ່ພວກເຈົ້າໄດ້ນະມັດສະການ. ໃຫ້ພຣະເຫລົ່ານັ້ນ ຊ່ວຍພວກເຈົ້າໃຫ້ພົ້ນໃນຍາມພວກເຈົ້າໄດ້ຮັບຄວາມທຸກລຳບາກນີ້”
|
|||
|
|
|||
|
\s5
|
|||
|
\v 15 ຄົນອິສະຣາເອນໄດ້ກາບທູນຕໍ່ພຣະຢາເວວ່າ, “ພວກຂ້ານ້ອຍທັງຫລາຍ ໄດ້ເຮັດບາບແລ້ວ. ຂໍພຣະອົງຊົງເຮັດແກ່ພວກຂ້ານ້ອຍຕາມທີ່ພຣະອົງເຫັນດີເຖີ້ນ. ແຕ່ຂໍຊົງໂຜດຊ່ວຍພວກເຮົາໃນມື້ນີ້ເຖີ້ນ”.
|
|||
|
\v 16 ພວກເຂົາ ໄດ້ກຳຈັດພຣະຕ່າງດ້າວຕ່າງໆ ທີ່ຢູ່ທ່າມກາງພວກເຂົາອອກໄປ ແລະນະມັດສະການພຣະຢາເວ. ຝ່າຍພຣະອົງຊົງທຸກຮ້ອນໃຈ ດ້ວຍຄວາມທຸກຍາກຂອງອິສະຣາເອນ.
|
|||
|
|
|||
|
\s5
|
|||
|
\v 17 ແລ້ວຄົນອຳໂມນກໍໄດ້ມາຊຸມນຸມກັນ ແລະຕັ້ງຄ້າຍ ໃນກີເລອາດ. ຄົນອິສະຣາເອນກໍມາພ້ອມກັນ ແລະຕັ້ງຄ້າຍຢູ່ທີ່ມິຊະປາ.
|
|||
|
\v 18 ພວກຜູ້ນຳອິສະຣາເອນຂອງຄົນກີເລອາດເວົ້າກັນວ່າ, “ຜູ້ໃດທີ່ຈະເປັນຄົນທຳອິດອອກໄປສູ້ຮົບກັບຄົນອຳໂມນກ່ອນ? ລາວຈະໄດ້ເປັນຜູ້ນຳເຫນືອທັງຫມົດທີ່ອາໄສຢູ່ໃນກີເລອາດ”.
|
|||
|
|
|||
|
\s5
|
|||
|
\c 11
|
|||
|
\cl ບົດທີ 11
|
|||
|
\p
|
|||
|
\v 1 ໃນຕອນນີ້ ເຢັບທາຄົນກີເລອາດ ເປັນທະຫານຜູ້ກ້າ, ແຕ່ລາວເປັນລູກຊາຍຂອງຍິງໂສເພນີ. ກິີເລອາດເປັນພໍ່ຂອງລາວ.
|
|||
|
\v 2 ເມຍຂອງກີເລອາດ ຍັງໄດ້ເກີດລູກຊາຍອີກຫລາຍຄົນ.ເມື່ອພວກລູກຊາຍຂອງເມຍຂອງລາວນັ້ນໃຫຍ່ຂຶ້ນແລ້ວ, ພວກເຂົາໄດ້ຂັບໄລ່ເຢັບທາອອກຈາກເຮືອນໄປ ແລະໄດ້ກ່າວກັບລາວວ່າ “ເຈົ້າບໍ່ມີສ່ວນໃນມໍຣະດົກໃດໆຂອງຄອບຄົວພວກເຮົາ. ເພາະວ່າເຈົ້າເປັນລູກຊາຍຂອງຍິງຄົນອື່ນ”.
|
|||
|
\v 3 ດ່ັງນັ້ນ, ເຢັບທາຈຶ່ງໄດ້ຫນີຈາກພີ່ນ້ອງຂອງລາວ ແລະໄປອາໃສຢູ່ທີ່ແຜ່ນດິນໂຕບ. ພວກນັກເລງອັດຕະພານ ກໍໄດ້ເຂົ້າຮ່ວມກັບເຢັບທາ ແລະພວກເຂົາໄດ້ມາ ແລະໄປນຳເຂົາ.
|
|||
|
|
|||
|
\s5
|
|||
|
\v 4 ຫລາຍວັນຕໍ່ມາ, ຄົນອຳໂມນໄດ້ເຮັດສົງຄາມກັບຄົນອິສະຣາເອນ.
|
|||
|
\v 5 ຂະນະທິ່ຄົນອຳໂມນເຮັດສົງຄາມກັບຄົນອິສະຣາເອນນັ້ນ, ພວກຜູ້ໃຫຍ່ຂອງເມືອງກິີເລອາດໄດ້ໄປພາເຢັບທາມາຈາກແຜ່ນດິນໂຕບ.
|
|||
|
\v 6 ພວກເຂົາໄດ້ກ່າວແກ່ເຢັບທາວ່າ, “ຈົ່ງກັບມາ ແລະເປັນຜູ້ນຳຂອງພວກເຮົາເຖີ້ນ ເພື່ອພວກເຮົາຈະຕໍ່ສູ້ກັບຄົນອຳໂມນໄດ້”
|
|||
|
|
|||
|
\s5
|
|||
|
\v 7 ເຢັບທາໄດ້ກ່າວກັບພວກຜູ້ນຳຂອງກີເລອາດວ່າ, “ພວກທ່ານກຽດຊັງຂອ້ຍ ແລະໄດ້ຂັບໄລ່ຂ້ອຍໃຫ້ອອກຈາກເຮືອນຂອງພໍ່ຂ້ອຍ. ບັດນີ້ ເປັນຫຍັງພວກທ່ານຈຶ່ງມາຫາຂ້ອຍ ຕອນທີ່ພວກທ່ານປະສົບກັບຄວາມລຳບາກ?”.
|
|||
|
\v 8 ພວກຜູ້ນຳຂອງກີເລອາດໄດ້ຕອບເຢັບທາວ່າ, “ເຫດຜົນທີ່ພວກເຮົາກັບມາຫາເຈົ້າໃນຕອນນີ້; ຂໍຈົ່ງກັບມາກັບພວກເຮົາ ແລະສູ້ຮົບກັບຄົນອຳໂມນ ແລະເຈົ້າຈະໄດ້ເປັນຜູ້ນຳເຫນືອທຸກຄົນທີ່ອາໄສຢູ່ໃນກີເລອາດ”.
|
|||
|
|
|||
|
\s5
|
|||
|
\v 9 ເຢັບທາຈຶ່ງໄດ້ກ່າວກັບພວກຜູ້ໃຫຍ່ຂອງກີເລອາດວ່າ, “ຖ້າພວກທ່ານນຳຂ້ອຍກັບເຮືອນອີກເພື່ອສູ້ຮົບກັບຄົນອຳໂມນ ແລະຖ້າພຣະຢາເວໄດ້ມອບພວກເຮົາມີໄຊນະນະເຫນືອພວກເຂົາ, ຂ້ອຍຈະເປັນຜູ້ນຳຂອງພວກທ່ານ”.
|
|||
|
\v 10 ພວກຜູ້ໃຫຍ່ຂອງກີເລອາດຈຶ່ງຕອບເຢັບທາວ່າ, “ຂໍພຣະຢາເວເປັນພະຍານລະຫວ່າງພວກເຮົາ ຖ້າຫາກພວກເຮົາ ບໍ່ໄດ້ເຮັດຕາມທີ່ພວກເຮົາເວົ້າ!”.
|
|||
|
\v 11 ດັ່ງນັ້ນ ເຢັບທາຈຶ່ງໄປກັບພວກຜູ້ໃຫຍ່ຂອງກີເລອາດ, ແລະປະຊາຊົນກໍແຕ່ງຕັ້ງໃຫ້ລາວເປັນຜູ້ນຳ ແລະຜູ້ບັນຊາການຂອງເຫນືອພວກເຂົາ. ແລ້ວເຢັບທາກໍກ່າວຢໍ້າອີກຄັ້ງເຖິງຄຳຫມັ້ນສັນຍາທັງຫມົດທີ່ລາວໄດ້ເຮັດ ເມື່ອລາວຢູ່ຕໍ່ຫນ້າພຣະຢາເວທີ່ເມືອງມິຊະປາ.
|
|||
|
|
|||
|
\s5
|
|||
|
\v 12 ແລ້ວເຢັບທາຈຶ່ງສົ່ງຜູ້ສົ່ງຂ່າວໄປຍັງກະສັດຂອງຊາວອຳໂມນ, ຖາມວ່າ “ຄວາມຂັດແຍ້ງຄັ້ງນີ້ລະຫວ່າງພວກເຮົາແມ່ນຫຍັງ? ເປັນຫຍັງທ່ານຈຶ່ງຍົກທັບມາຕໍ່ສູ້ ເພື່ອຢືດເອົາແຜ່ນດິນຂອງພວກເຮົາ”.
|
|||
|
\v 13 ກະສັດຂອງຄົນອຳໂມນຕອບກັບຜູ້ສົ່ງຂ່າວຂອງເຢັບທາວ່າ, “ເພາະວ່າເມື່ອອິສະຣາເອນໄດ້ອອກຈາກເອຢິບ, ພວກເຂົາໄດ້ຢືດແຜ່ນດິນຂອງເຮົາໄປ ຕັ້ງແຕ່ແມ່ນ້ຳອາກໂນນເຖິງແມ່ນ້ຳຢັບໂບກ, ແລະຮອດແມ່ນ້ຳຈໍແດນ. ບັດນີ້ ຈົ່ງຄືນແຜ່ນດິນເຫລົ່ານັ້ນໃຫ້ກັບເຮົາໂດຍດີ.”
|
|||
|
|
|||
|
\s5
|
|||
|
\v 14 ເຢັບທາໄດ້ສົ່ງຜູ້ສົ່ງຂ່າວໄປຫາກະສັດຄົນອຳໂມນອີກຄັ້ງ.
|
|||
|
\v 15 ແລະລາວໄດ້ກ່າວວ່າ, “ນີ້ແມ່ນຖ້ອຍຄຳຂອງເຢັບທາ ກ່າວວ່າ: ອິສະຣາເອນບໍ່ໄດ້ຢຶດແຜ່ນດິນຂອງໂມອາບ ແລະແຜ່ນດິນຂອງຄົນອຳໂມນ.
|
|||
|
\v 16 ແຕ່ພວກເຂົາໄດ້ມາຈາກເອຢິບ, ແລະ ອິສະຣາເອນໄດ້ເດີນທາງຖິ່ນແຫ້ງແລ້ງກັນດານໄປຮອດທະເລແດງ ແລະໄປຍັງກາເດັດ.
|
|||
|
|
|||
|
\s5
|
|||
|
\v 17 ເມື່ອອິສະຣາເອນ ໄດ້ສົ່ງຜູ້ສົ່ງຂ່າວໄປຍັງກະສັດແຫ່ງເອໂດມ, ກ່າວວ່າ, 'ຂໍໂຜດໃຫ້ພວກເຮົາເດີນທາງຜ່ານດິນແດນຂອງທ່ານໄປເຖີ້ນ', ກະສັດເອໂດມ ກໍບໍ່ຟັງ. ແລ້ວພວກເຂົາຍັງໄດ້ສົ່ງຜູ້ສົ່ງຂ່າວໄປຫາກະສັດແຫ່ງໂມອາບ, ແຕ່ເພິ່ນກໍໄດ້ປະຕິເສດ. ດັ່ງນັ້ນ ອິສະຣາເອນຈຶ່ງຍັງຄົງພັກທີ່ກາເດັດ.
|
|||
|
\v 18 ຫລັງຈາກນັ້ນພວກເຂົາ ກໍໄດ້ເດີນທາງໄປໃນຖິ່ນແຫ້ງແລ້ງກັນດານ ແລະໄດ້ຫນີອອກຈາກແຜ່ນດິນເອໂດມ ແລະແຜ່ນດິນໂມອາບ ແລະພວກເຂົາໄດ້ເດີນທາງໄປທາງທິດຕາເວັນອອກຂອງແຜ່ນດິນໂມອາບ ແລະພວກເຂົາໄດ້ຕັ້ງຄ້າຍພັກຢູ່ອີກຟາກຫນຶ່ງຂອງອາກໂນນ. ແຕ່ພວກເຂົາບໍ່ໄດ້ເຂົ້າໄປໃນດິນແດນຂອງໂມອາບ, ເພາະວ່າອາກໂນນເປັນເຂດແດນຂອງໂມອາບ.
|
|||
|
|
|||
|
\s5
|
|||
|
\v 19 ອິສະຣາເອນຈຶ່ງສົ່ງຜູ້ສົ່ງຂ່າວໄປຫາສີໂຫນ, ກະສັດຄົນອາໂມຣິດ, ຜູ້ທີ່ປົກຄອງເມືອງເຮັດຊະໂບນ; ອິສະຣາເອນກ່າວກັບລາວວ່າ, ‘ຂໍໂຜດໃຫ້ພວກເຮົາຜ່ານແຜ່ນດິນຂອງທ່ານໄປທີ່ຊຶ່ງເປັນດິນແດນຂອງພວກເຮົາເຖີ້ນ’.
|
|||
|
\v 20 ແຕ່ສີໂຫນບໍ່ວາງໃຈຄົນອິດສະຣາເອນເດີນທາງຜ່ານເຂດແດນຂອງຕົນ. ສະນັ້ນ ສີໂຫນຈຶ່ງເຕົ້າໂຮມກອງທັບຂອງລາວ ແລະຍົກກອງທັບໄປທີ່ຢາຮາດ ແລະລາວໄດ້ສູ້ຮົບກັບຄົນອິສະຣາເອນທີ່ນັ້ນ.
|
|||
|
|
|||
|
\s5
|
|||
|
\v 21 ແລະພຣະຢາເວ, ພຣະເຈົ້າຂອງຄົນອິສະຣາເອນ,ໄດ້ມອບເມືອງສີໂຫນ ແລະປະຊາຊົນທັງຫມົດຂອງລາວໄວ້ໃນມືອິສະຣາເອນ ແລະພວກເຂົາໄດ້ຊະນະຄົນສີໂຫນ. ດັ່ງນັ້ນ ອິສະຣາເອນຈຶ່ງຢຶດຄອງແຜ່ນດິນທັງຫມົດຂອງຄົນອາໂມຣິດຜູ້ທີ່ອາໄສຢູ່ໃນແຜ່ນດິນນັ້ນ.
|
|||
|
\v 22 ພວກເຂົາຍຶດຄອງທຸກສິ່ງທີ່ຢູ່ເຂດແດນທັງຫມົດຂອງຄົນອາໂມຣິດ, ຕັ້ງແຕ່ແມ່ນ້ຳອາກໂນນຮອດແມ່ນ້ຳຢັບໂບກ, ແລະຕັ້ງແຕ່ຖິ່ນແຫ້ງແລ້ງກັນດານໄປຈົນຮອດແມ່ນ້ຳຈໍແດນ.
|
|||
|
|
|||
|
\s5
|
|||
|
\v 23 ຈາກນັ້ນ ພຣະຢາເວ, ພຣະເຈົ້າຂອງຄົນອິສະຣາເອນ, ໄດ້ຊົງຂັບໄລ່ຄົນອາໂມຣິດອອກຕໍ່ຫນ້າອິສະຣາເອນຂອງພຣະອົງ, ບັດນີ້ ທ່ານຄວນຈະຢືດຄອງເອົາແຜ່ນດິນຂອງພວກເຂົາບໍໍ?.
|
|||
|
\v 24 ທ່ານຈະບໍ່ຄອງແຜ່ນດິນທີ່ພຣະເຄໂມດ, ພຣະຂອງທ່ານໄດ້ມອບໃຫ້ໃຫ້ແກ່ທ່ານ? ດັ່ງນັ້ນ ແຜ່ນດິນໃດກໍຕາມທີ່ພຣະຢາເວ, ພຣະເຈົ້າຂອງພວກເຮົາໄດ້ມອບແກ່ພວກເຮົາ, ພວກເຮົາຈະຢືດຄອງເອົາ.
|
|||
|
\v 25 ບັດນີ້ ທ່ານຈະດີກວ່າບາຫລາກລູກຊາຍຂອງຊິບໂປ, ກະສັດເມືອງໂມອາບບໍ? ລາວກ້າທີ່ຈະໂກດຮ້າຍກັບອິສະຣາເອນບໍ? ລາວເຄີຍເຮັດເສິກກັບຄົນອິສະຣາເອນບໍ?
|
|||
|
|
|||
|
\s5
|
|||
|
\v 26 ຂະນະທີ່ຄົນອິສະຣາເອນ ອາໃສຢູ່ໃນເມືອງເຮັດຊະໂບນ ແລະຫມູ່ບ້ານຕ່າງໆຂອງເມືອງນັ້ນ ເປັນເວລາສາມຮ້ອຍປີ, ແລະໃນເມືອງອາໂຣເອ ແລະຫມູ່ບ້ານຂອງເມືອງນັ້ນ ແລະຢູ່ໃນບັນດາຫົວເມືອງທີ່ຕັ້ງຢູ່ຕາມຝັ່ງແມ່ນ້ຳອາກໂນນ- ເປັນຫຍັງທ່ານຈຶ່ງບໍ່ເອົາພວກເຂົາກັບຄືນມາໃນຊ່ວງເວລານັ້ນ?.
|
|||
|
\v 27 ຂ້ອຍບໍ່ເຄີຍໄດ້ເຮັດຄວາມຜິດຕໍ່ທ່ານ, ແຕ່ທ່ານໄດ້ເຮັດຄວາມຜິດຕໍ່ຂ້ອຍ ທີ່ມາໂຈມຕີຂ້ອຍ. ຂໍພຣະຢາເວ, ຜູ້ຊົງເປັນຜູ້ພິພາກສາ, ຈະຊົງຕັດສິນຄວາມລະຫວ່າງຄົນອິສະຣາເອນ ແລະຄົນອຳໂມນໃນມື້ນີ້”
|
|||
|
\v 28 ແຕ່ກະສັດຂອງຄົນອຳໂມນບໍ່ໄດ້ຟັງຄຳເຕືອນຂອງເຢັບທາ ໄດ້ສົ່ງໄປໃຫ້ເຂົາ.
|
|||
|
|
|||
|
\s5
|
|||
|
\v 29 ຫລັງຈາກນັ້ນ, ພຣະວິນຍານຂອງພຣະຢາເວ ໄດ້ສະເດັດມາສະຖິດຢູ່ກັບເຢັບທາ, ແລະ ລາວຈຶ່ງເດີນທາງຜ່ານກິີເລອາດ ແລະມານາເຊ, ແລະ ຜ່ານມິຊະປາແຫ່ງກີເລອາດ, ແລະຈາກມິຊະປາແຫ່ງກີເລອາດ, ລາວໄດ້ເດີນທາງຕໍ່ໄປຮອດບ່ອນຄົນອຳໂມນ.
|
|||
|
\v 30 ເຢັບທາໄດ້ປະຕິຍານຕໍ່ພຣະຢາເວ ແລະກ່າວວ່າ, “ຖ້າຫາກພຣະອົງມອບໄຊນະນະແກ່ຂ້ານ້ອຍເຫນືອຄົນອຳໂມນ,
|
|||
|
\v 31 ແລ້ວຜູ້ໃດກໍຕາມທີ່ອອກມາຈາກປະຕູເຮືອນຂອງຂ້ານ້ອຍ ເພື່ອຕ້ອນຮັບຂ້ານ້ອຍ ເມື່ອຂ້ານ້ອຍກັບມາຈາກຄົນອຳໂມນດ້ວຍຄວາມສະຫງົບ ຜູ້ນັ້ນຈະຕ້ອງເປັນຂອງພຣະຢາເວ ແລະຂ້ານ້ອຍຈະຖວາຍຜູ້ນັ້ນເປັນເຄື່ອງເຜົາບູຊາ”
|
|||
|
|
|||
|
\s5
|
|||
|
\v 32 ດັ່ງນັ້ນ ເຢັບທາຈຶ່ງໄດ້ເດີນທາງໄປຍັງຄົນອຳໂມນ ເພື່ອສູ້ຮົບກັບພວກເຂົາ, ແລະພຣະຢາເວ ໄດ້ມອບໄຊນະນະແກ່ພວກເຂົາ.
|
|||
|
\v 33 ແລະລາວໄດ້ໂຈມຕີຄົນເຫລົ່ານັ້ນ ແລະເຮັດໃຫ້ເກີດການຂ້າຟັນຢ່າງຫລວງຫລາຍຈາກເມືອງອາໂຣເອໄປໃກ້ໆເຖິງເມືອງມິນນິດ ລວມຊາວຫົວເມືອງ ແລະໄປຈົນເມືອງອາເບັນ ເກຣາມິນ. ດັ່ງນັ້ນ ຄົນອຳໂມນຈຶ່ງໄດ້ຕົກຢູ່ພາຍໃຕ້ອຳນາດຂອງຄົນອິສະຣາເອນ.
|
|||
|
|
|||
|
\s5
|
|||
|
\v 34 ເຢັບທາ ໄດ້ກັບມາເຖິງເຮືອນຂອງລາວທີ່ເມືອງມິຊະປາ, ແລະລູກສາວຂອງລາວກໍໄດ້ຖືກອງ, ແລະເຕັ້ນລຳອອກມາຕ້ອນຮັບລາວ. ນາງເປັນລູກຄົນດຽວຂອງລາວ, ແລະນອກຈາກລູກສາວຄົນນີ້ ລາວບໍ່ມີລູກຊາຍ ແລະລູກສາວອີກເລີຍ.
|
|||
|
\v 35 ທັນທີທີ່ລາວເຫັນນາງ, ລາວກໍຈີກເສື້ອຜ້າຂອງຕົນ, ແລະກ່າວວ່າ, “ໂອຍ! ລູກສາວຂອງພໍ່! ເຈົ້າເຮັດໃຫ້ພໍ່ມີຄວາມໂສກເສົ້າ, ແລະເຈົ້າເປັນເຫດໃຫ້ພໍ່ເຈັບປວດ! ເພາະວ່າພໍ່ໄດ້ປະຕິຍານຕໍ່ພຣະຢາເວໄວ້ແລ້ວ, ແລະພໍ່ບໍ່ສາມາດຄືນຄຳສັນຍາຂອງພໍ່ໄດ້”
|
|||
|
|
|||
|
\s5
|
|||
|
\v 36 ນາງຈຶ່ງກ່າວກັບພໍ່ວ່າ, “ພໍ່ຂອງລູກ, ເມື່ອພໍ່ໄດ້ປະຕິຍານຕໍ່ພຣະຢາເວແລ້ວ ກໍຈົງເຮັດທຸກຢ່າງຕາມທີ່ພໍ່ໄດ້ສັນຍາໄວ້ເຖີ້ນ ເພາະພຣະຢາເວໄດ້ຊົງເຮັດການແກ້ແຄ້ນຕໍ່ຄົນອຳໂມນສັດຕຣູຂອງພໍ່ໃຫ້ກັບພໍ່ແລ້ວ”.
|
|||
|
\v 37 ນາງເວົ້າກັບພໍ່ຂອງນາງວ່າ, “ຂໍໃຫ້ພໍ່ຮັກສາສັນຍານີ້ແກ່ລູກເຖີ້ນ. ຂໍປ່ອຍໃຫ້ລູກຢູ່ລຳພັງຈັກສອງເດືອນ, ເພື່ອລູກຈະໄດ້ຈາກໄປ ແລະລົງໄປເທິງພູເຂົາແລະຮ້ອງໄຫ້ຄ່ຳຄວນເຖິງຄວາມເປັນພົມມະຈາລີຂອງລູກ, ທັງລູກກັບເພື່ອນໆຂອງລູກ”
|
|||
|
|
|||
|
\s5
|
|||
|
\v 38 ລາວໄດ້ກ່າວວ່າ, “ຈົ່ງໄປສາ”. ລາວໄດ້ປ່ອຍນາງໄປເປັນເວລາສອງເດືອນ. ນາງກໍຈາກລາວໄປ, ນາງ ແລະເພື່ອນໆຂອງນາງ, ແລະພວກເຂົາ ກໍພາກັນຮ້ອງໄຫ້ຄ່ຳຄວນເຖິງຄວາມເປັນພົມມະຈາລີຂອງນາງເທິງພູເຂົານັ້ນ.
|
|||
|
\v 39 ຢູ່ມາເມື່ອຄົບສອງເດືອນແລ້ວ ນາງກໍກັບມາຫາພໍ່ຂອງນາງ, ຜູ້ທີ່ເຮັດກັບນາງຕາມຄຳສັນຍາທີ່ໄດ້ປະຕິຍານໄວ້. ໃນເວລານັ້ນ ນາງຍັງບໍ່ເຄີຍສົມສູ່ກັບຊາຍໃດເລີຍ, ແລະເລື່ອງນີ້ຈຶ່ງໄດ້ກາຍເປັນທຳນຽມໃນອິສະຣາເອນ.
|
|||
|
\v 40 ທີ່ທຸກໆປີ ພວກລູກສາວຊາວອິສະຣາເອນ, ຈະເລົ່າເລື່ອງຂອງລູກສາວຂອງເຢັບທາຄົນກີເລອາດເປັນເວລາສີ່ມື້.
|
|||
|
|
|||
|
\s5
|
|||
|
\c 12
|
|||
|
\cl ບົດທີ 12
|
|||
|
\p
|
|||
|
\v 1 ມີສຽງເອີ້ນອອກໄປເຖິງຄົນເອຟຣາອິມ; ພວກເຂົາໄດ້ຜ່ານເມືອງຊາໂຟນ ແລະກ່າວກັບເຢັບທາວ່າ, “ເຫດໃດທ່ານຈຶ່ງຍົກທັບຂ້າມໄປສູ້ຮົບກັບຄົນອຳໂມນແລະບໍ່ໄດ້ເອີ້ນພວກເຮົາໄປກັບທ່ານ? ພວກເຮົາຈະຈູດໄຟເຜົາເຮືອນຂອງທ່ານ ໃຫ້ພັງລົງມາທັບຕົວທ່ານ”.
|
|||
|
\v 2 ເຢັບທາຈຶ່ງຕອບພວກເຂົາວ່າ, “ຂ້ອຍກັບປະຊາຊົນຂອງຂ້ອຍໄດ້ຢູ່ໃນການສູ້ຮົບຄັ້ງໃຫຍ່ກັບຄົນອຳໂມນ. ເມື່ອຂ້ອຍເອີ້ນພວກທ່ານ, ພວກທ່ານບໍ່ໄດ້ຊ່ວຍພວກເຮົາໃຫ້ພົ້ນຈາກພວກເຂົາ.
|
|||
|
|
|||
|
\s5
|
|||
|
\v 3 ເມື່ອຂ້ອຍເຫັນວ່າພວກທ່ານບໍ່ຊ່ວຍຂ້ອຍ, ແລ້ວຂ້ອຍຈຶ່ງໄດ້ສ່ຽງຊີວິດດ້ວຍກຳລັງຂອງຂ້ອຍເອງ ແລະຍົກທັບຂວ້າມໄປສູ້ຮົບກັບຄົນອຳໂມນ, ແລະພຣະຢາເວໄດ້ມອບໄຊຊະນະແກ່ຂ້ອຍ.ເຫດໃດ ພວກທ່ານ ຈຶ່ງໄດ້ມາສູ້ຮົບກັບຂ້ອຍໃນມື້ນີ້?".
|
|||
|
\v 4 ເຢັບທາຈຶ່ງຮວບຮວມບັນດາຊາວກິີເລອາດ ແລະລາວກໍໄດ້ສູ້ຮົບກັບຄົນເອຟຣາອິມ. ຄົນກີເລອາດກໍໄດ້ໂຈມຕີຄົນເອຟຣາອິມ ເພາະວ່າພວກເຂົາກ່າວວ່າ, “ເຈົ້າຊາວກີເລອາດ ເປັນພວກຄົນຫລົບຫນີໄພໃນເອຟຣາອິມທັງໃນທ່າມກາງຄົນເອຟຣາອິມ ແລະມານາເຊ”
|
|||
|
|
|||
|
\s5
|
|||
|
\v 5 ຄົນກີເລອາດກໍເຂົ້າຢຶດທ່າຂ້າມແມ່ນ້ຳຈໍແດນ ທີ່ຂ້າມໄປຫາເອຟຣາອິມ. ເມື່ອມີຄົນເອຟຣາອິມທີ່ລອດຊີວິດຄົນໃດໄດ້ກ່າວວ່າ, “ຂໍໃຫ້ຂ້ອຍຂ້າມແມ່ນໍ້າໄປນຳແດ່, ” ຄົນກີເລອາດກໍຖາມລາວວ່າ “ເຈົ້າເປັນຄົນເອຟຣາອິມບໍ?”, ເມື່ອລາວຕອບວ່າ “ບໍ່ແມ່ນ”.
|
|||
|
\v 6 ແລ້ວພວກເຂົາເວົ້າວ່າ “ຈົ່ງເວົ້າຄຳວ່າຊິບໂບເຫລັດ”, ແລະຖ້າລາວເວົ້າວ່າ “ຊິບໂບເຫລັດ” (ເພາະວ່າຄົນເອຟຣາອິມບໍ່ສາມາດອອກສຽງຄຳນີ້ໄດ້ຖືກຕ້ອງ), ຄົນກີເລອາດຈະຈັບກຸມ ແລະຂ້າຢູ່ທ່າຂ້າມແມ່ນ້ຳຈໍແດນ. ໃນເວລານັ້ນຄົນເອຟຣາອິມໄດ້ຖືກຂ້າຕາຍສີ່ຫມື່ນສອງພັນຄົນ.
|
|||
|
|
|||
|
\s5
|
|||
|
\v 7 ເຢັບທາໄດ້ປົກຄອງອິສະຣາເອນເປັນເວລາຫົກປີ. ແລ້ວເຢັບທາຊາວກີເລອາດກໍເສຍຊີວິດ ແລະຖືກຝັງໄວ້ຢູ່ຫົວເມືອງຫນຶ່ງໃນເມືອງຂອງກີເລອາດ.
|
|||
|
|
|||
|
\s5
|
|||
|
\v 8 ຕໍ່ຈາກເຢັບທາມາ, ຄືອິບຊັນແຫ່ງເບັດເລເຮັມໄດ້ປົກຄອງອິສະຣາເອນ.
|
|||
|
\v 9 ລາວມີລູກຊາຍສາມສິບຄົນ. ລາວໄດ້ຍົກລູກສາວສາມສິບຄົນໃຫ້ແຕ່ງງານອອກໄປ ແລະລາວໄດ້ຮັບລູກສາວສາມສີບຄົນຂອງຄົນອື່ນ, ຈາກເຜົ່າອື່ນມາໃຫ້ກັບບັນດາລູກຊາຍຂອງຕົນ. ລາວໄດ້ປົກຄອງອິສະຣາເອນເປັນເວລາເຈັດປີ.
|
|||
|
|
|||
|
\s5
|
|||
|
\v 10 ແລ້ວອິບຊັນກໍເສຍຊີວິດຖືກຝັງໄວ້ທີ່ເບັດເລເຮັມ.
|
|||
|
\v 11 ຕໍ່ມາ ເອໂລນຄົນເຊບູໂລນໄດ້ປົກຄອງອິສະຣາເອນ ແລະລາວໄດ້ປົກຄອງອິສະຣາເອນເປັນເວລາສິບປີ.
|
|||
|
\v 12 ແລ້ວເອໂລນຄົນເຊບູໂລນກໍເສຍຊີວິດ ແລະຖືກຝັງໄວ້ທີ່ໄອຢາໂລນໃນແຜ່ນດິນຂອງຄົນເຊບູໂລນ.
|
|||
|
|
|||
|
\s5
|
|||
|
\v 13 ຕໍ່ມາ ອັບໂດນລູກຊາຍຮິນເລນຊາວປີຣາໂທນໄດ້ຂື້ນປົກຄອງອິສະຣາເອນ.
|
|||
|
\v 14 ລາວມີລູກຊາຍສີ່ສິບຄົນ ແລະຫລານຊາຍສາມສິບຄົນ. ພວກເຂົາໄດ້ຂີ່ລາເຈັດສິບໂຕ, ແລະລາວໄດ້ປົກຄອງອິສະຣາເອນເປັນເວລາແປດປີ.
|
|||
|
\v 15 ຕໍ່ມາອັບໂດນລູກຊາຍຮິນເລນຊາວປີຣາໂທນກໍເສຍຊີວິດ ແລະຖືກຝັງໄວ້ຢູ່ປີຣາໂທນໃນເແຜ່ນດິນຂອງເອຟຣາອິມຢູ່ເທິງພູເຂົາຂອງຄົນອາມາເລກ.
|
|||
|
|
|||
|
\s5
|
|||
|
\c 13
|
|||
|
\cl ບົດທີ 13
|
|||
|
\p
|
|||
|
\v 1 ຄົນອິສະຣາເອນໄດ້ເຮັດບາບຕໍ່ໃນສາຍຕາຂອງພຣະເຢວາອີກ, ແລະພຣະອົງຈຶ່ງຊົງມອບພວກເຂົາຢູ່ໃຕ້ອຳນາດຂອງພວກຟີລິດສະຕິນເປັນເວລາສີ່ສິບປີ.
|
|||
|
\v 2 ມີຊາຍຄົນຫນຶ່ງມາຈາກເມືອງໂຊຣາ, ເປັນຄົນຢູ່ໃນຕະກູນເຜົ່າດານ, ຊື່ມາໂນອາ.ເມຍຂອງລາວບໍ່ສາມາດຖືພາໄດ້, ດ່ັງນັ້ນ ນາງຈຶ່ງບໍ່ມີລູກ.
|
|||
|
|
|||
|
\s5
|
|||
|
\v 3 ທູດສະຫວັນຂອງພຣະຢາເວ ຈຶ່ງປະກົດຕໍ່ນາງ ແລະເວົ້າກັບນາງວ່າ, “ດຽວນີ້, ເຈົ້າບໍ່ສາມາດຖືພາໄດ້, ແລະເຈົ້າບໍ່ມີລູກ, ແຕ່ວ່າດຽວນີ້ເຈົ້າຈະຖືພາ, ແລະເຈົ້າຈະໄດ້ລູກຜູ້ຊາຍ.
|
|||
|
\v 4 ຈົ່ງລະວັງຢ່າດື່ມເຫລົ້າອະງຸ່ນ ຫລື ຂອງມືນເມົາ ແລະຢ່າກິນອາຫານທີ່ບໍ່ສະອາດ.
|
|||
|
\v 5 ເບິ່ງແມ, ເຈົ້າຈະຖືພາ ແລະຈະໄດ້ລູກຜູ້ຊາຍຄົນຫນຶ່ງ. ຢ່າໃຫ້ມີດແຖ ຕັດຜົມຂອງລາວ, ເພາະເດັກຄົນນີ້ຈະເປັນນາຊີຣີແດ່ພຣະເຈົ້າຕັ້ງແຕ່ຢູ່ໃນທ້ອງ ແລະລາວຈະເປັນຜູ້ຊ່ວຍຄົນອິສະຣາເອນໃຫ້ພົ້ນຈາກມືຂອງພວກຟີລິດສະຕິນ.”
|
|||
|
|
|||
|
\s5
|
|||
|
\v 6 ຈາກນັ້ນ ຍິງຄົນນັ້ນກໍອອກມາ ແລະບອກຜົວຂອງນາງວ່າ, “ຄົນຂອງພຣະເຈົ້າໄດ້ມາຫາຂ້ອຍ, ແລະລັກສະນະຂອງເພ່ິ່ນເປັນເຫມືອນທູດສະຫວັນຂອງພຣະເຈົ້າ, ເປັນຕາຢ້ານຫລາຍ. ຂ້ອຍເອງກໍບໍ່ໄດ້ຖາມເພິ່ນເລີຍວ່າ ເພິ່ນມາຈາກໃສ, ແລະເພິ່ນບໍ່ໄດ້ບອກຊື່ຂອງເພິ່ນໃຫ້ຂ້ອຍຮູ້.
|
|||
|
\v 7 ແຕ່ເພິ່ນໄດ້ບອກຂ້ອຍວ່າ, ເບິ່ງແມ! ເຈົ້າຈະຕ້ອງຖືພາ ແລະເຈົ້າຈະໄດ້ລູກຊາຍຄົນຫນຶ່ງ. ດັ່ງນັ້ນ ຈົງຢ່າດື່ມເຫລົ້າອະງຸ່ນ ຫລືຂອງມືນເມົາ ແລະຢ່າກິນອາຫານທີ່ຫວງຫ້າມ, ເພາະເດັກນ້ອຍນັ້ນຈະເປັນຄົນນາຊີຣີແດ່ພຣະເຈົ້າຕັ້ງແຕ່ລາວຢູ່ໃນທ້ອງຂອງເຈົ້າຈົນເຖິງວັນຕາຍຂອງລາວ.”
|
|||
|
|
|||
|
\s5
|
|||
|
\v 8 ຫລັງຈາກນັ້ນ ມາໂນອາກໍອ້ອນວອນຕໍ່ພຣະຢາເວວ່າ, “ຂ້າແດ່ພຣະຢາເວ, ຂໍຊົງໂຜດສົ່ງຜູ້ຊາຍທີ່ພຣະອົງສົ່ງມານັ້ນມາຫາພວກຂ້ານ້ອຍອີກຄັ້ງເຖີ້ນ ເພື່ອພຣະອົງຊົງຈະສັ່ງສອນພວກຂ້ານ້ອຍເຖິງສິ່ງທີ່ພວກຂ້ານ້ອຍຈະເຮັດກັບເດັກທີ່ຈະເກີດມານັ້ນ.”
|
|||
|
\v 9 ສ່ວນພຣະເຈົ້າກໍຊົງຕອບຄຳອະທິຖານຂອງມາໂນອາ ແລະທູດສະຫວັນຂອງພຣະອົງໄດ້ກັບຄືນມາຫາຍິງນັ້ນອີກຄັ້ງ ໃນຂະນະທີ່ນາງກຳລັງນັ່ງຢູ່ໃນທົ່ງນາ ແຕ່ມາໂນອາ, ຜູ້ເປັນຜົວຂອງນາງບໍ່ໄດ້ຢູ່ນຳນາງ.
|
|||
|
|
|||
|
\s5
|
|||
|
\v 10 ດັ່ງນັ້ນ ນາງຈຶ່ງແລ່ນໄປບອກຜົວຢ່າງໄວວາວ່າ, “ເບິ່ງແມ! ຊາຍຄົນນັ້ນໄດ້ມາຫາຂ້ອຍ, ຜູ້ທີ່ມາຫາຂ້ອຍມື້ກ່ອນນັ້ນ ໄດ້ປະກົດຕໍ່ຂ້ອຍອີກແລ້ວ.”
|
|||
|
\v 11 ມາໂນອາຈຶ່ງລຸກຂຶ້ນ ແລະຕາມເມຍຂອງລາວໄປ. ເມື່ອລາວມາຮອດຊາຍຄົນນັ້ນ, ແລະລາວຖາມວ່າ, “ທ່ານນີ້ບໍ ທີ່ເປັນຜູ້ຊາຍເວົ້າກັບເມຍຂອງຂ້ານ້ອຍ?” ຊາຍຄົນນັ້ນກໍຕອບວ່າ, “ແມ່ນແລ້ວ.”
|
|||
|
|
|||
|
\s5
|
|||
|
\v 12 ດັ່ງນັ້ນ ມາໂນອາຈຶ່ງເວົ້າວ່າ, “ບັດນີ້ ຂໍໃຫ້ຖ້ອຍຄຳຂອງທ່ານເປັນຄວາມຈິງເຖີ້ນ. ຈະມີຂໍ້ປະຕິບັດໃດສຳລັບເດັກຄົນນີ້ແລະຈະເຮັດຫຍັງແດ່?”.
|
|||
|
\v 13 ທູດສະຫວັນຂອງພຣະຢາເວໄດ້ຕອບມາໂນອາວ່າ, “ເມຍຂອງເຈົ້າຕ້ອງເຮັດທຸກຢ່າງຕາມທີ່ເຮົາໄດ້ບອກລາວນັ້ນຢ່າງລະມັດລະວັງ.”
|
|||
|
\v 14 ນາງຈະກິນສິ່ງທີ່ມາຈາກຕົ້ນອະງຸ່ນບໍ່ໄດ້, ແລະບໍ່ໃຫ້ນາງດື່ມເຫລົ້ານ້ຳອະງຸ່ນ ຫລືສິ່ງມືນເມົາ ແລະຢ່າກິນອາຫານທີ່ຫວງຫ້າມ. ນາງຈະຕ້ອງເຊື່ອຟັງທຸກສິ່ງຢ່າງທີ່ເຮົາໄດ້ບອກນາງເຮັດ”.
|
|||
|
|
|||
|
\s5
|
|||
|
\v 15 ມາໂນອາເວົ້າວ່າກັບທູດສະຫວັນຂອງພຣະຢາເວ,“ຂໍທ່ານຊົງໂຜດຢູ່ນີ້ກ່ອນເຖີ້ນ, ເພື່ອໃຫ້ເວລາແກ່ພວກຂ້ານ້ອຍກະກຽມເອົາແບ້ນ້ອຍຕົວຫນື່ງໃຫ້ແກ່ທ່ານ”
|
|||
|
\v 16 ແຕ່ທູດສະຫວັນຂອງພຣະຢາເວໄດ້ກ່າວຕໍ່ມາໂນອາວ່າ, “ຖ້າວ່າເຮົາຢູ່ນີ້ ເຮົາກໍຈະບໍ່ກິນອາຫານຂອງພວກເຈົ້າ. ແຕ່ຖ້າເຈົ້າຢາກຈັດແຈງເຄື່ອງເຜົາບູຊາ ກໍຈົງຖວາຍແດ່ພຣະຢາເວເຖີ້ນ.”(ມາໂນອາບໍ່ຮູ້ວ່າທ່ານເປັນທູດສະຫວັນຂອງພຣະຢາເວ.)
|
|||
|
|
|||
|
\s5
|
|||
|
\v 17 ມາໂນອາຈຶ່ງໄດ້ຖາມທູດສະຫວັນຂອງພຣະຢາເວວ່າ, “ທ່ານຊື່ຫຍັງ, ເພື່ອພວກຂ້ານ້ອຍຈະໄດ້ໃຫ້ກຽດຕິຍົດແກ່ທ່ານ ເມື່ອຖ້ອຍຄຳຂອງທ່ານທີ່ບອກນີ້ກາຍເປັນຈິງ?”.
|
|||
|
\v 18 ທູດສະຫວັນຂອງພຣະຢາເວໄດ້ຖາມລາວວ່າ, “ເຈົ້າຖາມຊື່ເຮົາເຮັດຫຍັງ? ຊື່ຂອງເຮົາເປັນເລື່ອງອັດສະຈັນ!”.
|
|||
|
|
|||
|
\s5
|
|||
|
\v 19 ແລ້ວມາໂນອາໄດ້ເອົາແບ້ຫນຸ່ມກັບເມັດເຂົ້າໃສ່ແທ່ນບູຊາຫີນ ແລະ ຖວາຍເຄື່ອງບູຊາເຫລົ່ານັ້ນແດ່ພຣະຢາເວ. ທູດສະຫວັນຂອງພຣະອົງໄດ້ຊົງເຮັດສິ່ງອັດສະຈັນ. ໃນຂະນະທີ່ມາໂນອາ ກັບເມຍຂອງລາວກຳລັງເຝົ້າເບິ່ງຢູ່.
|
|||
|
\v 20 ເມື່ອແປວໄຟກຳລັງລຸກຂຶ້ນຈາກແທ່ນບູຊາຂື້ນໄປສູ່ທ້ອງຟ້າ ແລະ ທູດສະຫວັນຂອງພຣະຢາເວ ກໍໄດ້ຂື້ນໄປໃນແປວໄຟຂອງແທນບູຊານັ້ນ. ມາໂນອາ ແລະເມຍຂອງລາວ ກໍເຫັນເຫດການນັ້ນ ແລະກົ້ມຫນ້າລົງເຖິງພື້ນດິນ.
|
|||
|
|
|||
|
\s5
|
|||
|
\v 21 ທູດສະຫວັນຂອງພຣະຢາເວ ບໍ່ໄດ້ປະກົດອິກເລີຍຕໍ່ມາໂນອາ ແລະເມຍຂອງລາວ. ຫລັງຈາກນັ້ນ ມາໂນອາຈ່ຶງຮູ້ວ່າທ່ານຄືທູດສະຫວັນຂອງພຣະຢາເວ.
|
|||
|
\v 22 ແລ້ວມາໂນອາໄດ້ເວົ້າຕໍ່ເມຍຂອງຕົນວ່າ, “ພວກເຮົາຈະຕ້ອງຕາຍ, ເພາະພວກເຮົາໄດ້ເຫັນພຣະເຈົ້າ!”.
|
|||
|
|
|||
|
\s5
|
|||
|
\v 23 ແຕ່ເມຍຂອງລາວຕອບວ່າ, “ຖ້າພຣະຢາເວຊົງຕ້ອງການຂ້າພວກເຮົາ, ພຣະອົງຄົງບໍ່ຍອມຮັບເອົາເຄື່ອງເຜົາບູຊາ ແລະເຄື່ອງບູຊາເຫລົ່ານັ້ນ ທີ່ພວກເຮົາຖວາຍແດ່ພຣະອົງ. ພຣະອົງຄົງຈະບໍ່ສຳແດງໃຫ້ພວກເຮົາເຫັນສິ່ງທັງຫລາຍເຫລົ່ານີ້, ຫລື ພຣະອົງກໍບໍ່ຊົງໃຫ້ພວກເຮົາໄດ້ຍິນສິ່ງເຫລົ່ານີ້ໃນເວລານີ້ດອກ.”
|
|||
|
|
|||
|
\s5
|
|||
|
\v 24 ຕໍ່ມາ ຍິງຜູ້ນີ້ກໍໄດ້ເກີດລູກຊາຍ, ແລະໃສ່ຊື່ວ່າ ແຊມຊັນ. ເດັກນີ້ກໍຈະເລີນເຕີບໂຕຂຶ້ນ ແລະພຣະຢາເວ ກໍຊົງອວຍພອນແກ່ລາວ.
|
|||
|
\v 25 ພຣະວິນຍານບໍຣິສຸດຂອງພຣະຢາເວໄດ້ຊົງເຮັດໃຫ້ລາວມີຈິດໃຈກະວົນກະວາຍ ໃນຂະນະທີ່ລາວຢູ່ໃນຄ້າຍພັກຊາວດານ ລະຫວ່າງເມືອງໂຊຣາກັບເມືອງເອຊະຕາໂອນ.
|
|||
|
|
|||
|
\s5
|
|||
|
\c 14
|
|||
|
\cl ບົດທີ 14
|
|||
|
\p
|
|||
|
\v 1 ແຊມຊັນໄດ້ລົງໄປໃນເມືອງຕິມນາ, ແລະໃນເມືອງນີ້ລາວໄດ້ເຫັນຜູ້ຍິງຄົນຫນື່ງ, ຫນື່ງໃນບັນດາລູກສາວຊາວຟີລິດສະຕິນ.
|
|||
|
\v 2 ເມື່ອລາວກັບຄືນມາບ້ານ ແລະລາວເວົ້າສູ່ພໍ່ແມ່ຂອງລາວຟັງວ່າ, “ລູກໄດ້ເຫັນຍິງສາວຄົນຫນຶ່ງໃນບັນດາລູກສາວຂອງຄົນຟີລິດສະຕິນ ຢູ່ໃນເມືອງຕິມນາ. ບັດນີ້ ຂໍນາງໃຫ້ເປັນເມຍຂອງລູກເຖີ້ນ.”
|
|||
|
|
|||
|
\s5
|
|||
|
\v 3 ແຕ່ພໍໍ່ແມ່ຂອງລາວໄດ້ຕອບວ່າ, “ບໍ່ມີຜູ້ຍິງຈັກຄົນຫນື່ງໃນບັນດາຜູ້ສາວໃນເຊື້ອສາຍຂອງເຈົ້າເອງ, ຫລືຄົນໃນປະຊາຊົນຂອງພວກເຮົາບໍ? ເຈົ້າຈຶ່ງຢາກໄປເອົາເມຍຊາວຟີລິດສະຕິນ ຊຶ່ງເປັນພວກທີ່ບໍ່ໄດ້ຮັບພິທີຕັດ ມາເປັນເມຍຂອງເຈົ້າ” ແຕ່ແຊມຊັນບອກພໍ່ຂອງລາວວ່າ, “ຂໍນາງໃຫ້ລູກເຖີ້ນ, ເພາະເມື່ອລູກເຫັນນາງ, ລູກພໍໃຈນຳນາງຜູ້ດຽວເທົ່ານັ້ນ.”
|
|||
|
\v 4 ແຕ່ພໍ່ແມ່ຂອງລາວກໍບໍ່ໄດ້ຮູ້ຄືກັນວ່າ ເລື່ອງນີ້ມາຈາກພຣະເຢວາ, ຊົງນຳພາແຊມຊັນເຮັດດັ່ງນີ້ ເພາະພຣະອົງຊົງຕ້ອງການສ້າງຂໍ້ຂັດແຍ້ງກັບຄົນຟີລິດສະຕິນ (ໃນເວລານີ້ຄົນອິສະຣາເອນກໍຢູ່ໃຕ້ກຳລັງປົກຄອງຂອງພວກຟີລິດສະຕິນ).
|
|||
|
|
|||
|
\s5
|
|||
|
\v 5 ຕໍ່ມາ ແຊມຊັນໄດ້ລົງໄປຍັງເມືອງຕິມນາພ້ອມກັບພໍ່ແມ່ຂອງລາວ, ແລະ ພວກເຂົາໄປຮອດສວນອະງຸ່ນຂອງເມືອງຕິມນາ. ແລະ ເບິ່ງແມ, ມີສິງຫນຸ່ມໂຕຫນຶ່ງອອກມາ ແລະຮ້ອງ ກຳຣາມເຂົ້າໃສ່ແຊມຊັນ.
|
|||
|
\v 6 ພຣະວິນຍານບໍຣິສຸດຂອງພຣະຜູ້ເປັນເຈົ້າຊົງສະຖິດກັບລາວ, ແລະ ລາວໄດ້ໃຊ້ມືຈີກໂຕສິງນັ້ນຢ່າງງ່າຍດາຍເຫມືອນດັ່ງຈີກແບ້ໂຕນ້ອຍໆ, ແລະ ທັງທີ່ລາວບໍ່ມີຫຍັງໃນມືຂອງລາວເລີຍ. ແຕ່ລາວບໍ່ໄດ້ບອກໃຫ້ພໍ່ແມ່ຂອງລາວຮູ້ເຖິງສິ່ງທີ່ລາວໄດ້ເຮັດໄປນັ້ນ.
|
|||
|
|
|||
|
\s5
|
|||
|
\v 7 ລາວໄດ້ໄປ ແລະລົມສາວຜູ້ນັ້ນ, ແລະເມື່ອລາວແນມເບິ່ງນາງ, ລາວກໍພໍໃຈໃນນາງຫລາຍ.
|
|||
|
\v 8 ບໍ່ພໍເທົ່າໃດມື້ຕໍ່ມາ ເມື່ອ ແຊມຊັນກໍກັບມາແຕ່ງງານກັບນາງ, ລາວໄດ້ແວ່ອອກຈາກທາງໄປເບິ່ງຊາກສິງນັ້ນ. ແລະ, ເບິ່ງແມ, ມີຝູງເຜິ້ງມາເຮັດຮັງ ແລະມີນໍ້າເຜິ້ງໃນຊາກສິງໂຕຕົວນັ້ນ.
|
|||
|
\v 9 ລາວຈຶ່ງບີບເອົານ້ຳເຜິ້ງໃສ່ມືຂອງລາວ ແລະເດີນທາງຕໍ່ໄປ, ກິນໄປຕາມທາງ. ເມື່ອໄປຮອດພໍ່ແມ່ຂອງລາວ, ລາວໄດ້ແບ່ງນ້ຳເຜິ້ງນັ້ນໃຫ້ແກ່ພວກເພິ່ນ ແລະ ພວກເພ່ິ່ນກໍກິນ. ແຕ່ລາວບໍ່ໄດ້ບອກພວກເພິ່ນເລີຍວ່າ ລາວໄດ້ເອົານ້ຳເຜິ້ງນັ້ນມາຈາກຊາກໂຕສິງ.
|
|||
|
|
|||
|
\s5
|
|||
|
\v 10 ແລ້ວພໍ່ຂອງແຊມຊັນໄດ້ໄປບ້ານຂອງຍິງສາວນັ້ນ ແລະແຊມຊັນກໍຈັດງານກິນລ້ຽງຂຶ້ນໃນທີ່ນັ້ນ, ຕາມທຳນຽມຂອງພວກຊາຍຫນຸ່ມ.
|
|||
|
\v 11 ທັນທີບັນດາຍາດຂອງນາງເຫັນລາວ, ພວກເຂົາກໍພາລາວໄປຢູ່ກັບພວກເພື່ອນຂອງພວກເຂົາສາມສິບຄົນ.
|
|||
|
|
|||
|
\s5
|
|||
|
\v 12 ແຊມຊັນໄດ້ກ່າວກັບພວກເຂົາວ່າ, “ຂໍໃຫ້ພວກເຈົ້າທວາຍຈັກຂໍ້ຫນຶ່ງ. ຖ້າຄົນໃດຄົນຫນຶ່ງໃນພວກເຈົ້າບອກຄຳຕອບແກ່ຂ້ອຍໄດ້ໃນລະຫວ່າງງານລ້ຽງເຈັດມື້, ຂ້ອຍຈະມອບເສື້ອຄຸມຜ້າປ່ານສາມສິບຕົວ ແລະເສື້ອຜ້າສາມສິບຊຸດ.
|
|||
|
\v 13 ແຕ່ຖ້າພວກເຈົ້າບອກຄຳຕອບແກ່ຂ້ອຍບໍ່ໄດ້, ຂໍໃຫ້ພວກເຈົ້າຕ້ອງມອບເສື້ອຄຸມຜ້າປ່ານສາມສິບຕົວ ແລະ ເສື້ອຜ້າສາມສິບຊຸດໃຫ້ແກ່ຂ້ອຍເດີ້”. ພວກເຂົາຈຶ່ງເວົ້າຕໍ່ແຊມຊັນວ່າ, “ຈົ່ງບອກຄຳທວາຍນັ້ນມາ.”
|
|||
|
|
|||
|
\s5
|
|||
|
\v 14 ແຊມຊັນຈຶ່ງເວົ້າວ່າ, “ມີຂອງທີ່ກິນໄດ້ອອກມາຈາກຕົວຜູ້ກິນ; ມີຂອງຣົດຫວານອອກມາຈາກຕົວຜູ້ແຂງແຮງ”. ແຕ່ບັນດາແຂກຂອງພວກເຂົາບໍ່ສາມາດຫາຄຳຕອບໄດ້ໃນ ສາມມື້ຕໍ່ມາ.
|
|||
|
|
|||
|
\s5
|
|||
|
\v 15 ໃນມື້ທີສີ່ ພວກເຂົາໄດ້ເວົ້າຕໍ່ເມຍຂອງແຊມຊັນວ່າ, “ຈົ່ງວາງກົນອຸບາຍໃຫ້ຜົວຂອງເຈົ້າ ເພື່ອໃຫ້ເຂົາບອກຄຳຕອບຂອງຄຳທວາຍນັ້ນແກ່ພວກຂ້ອຍແດ່, ຫລື ຖ້າບໍ່ດັ່ງນັ້ນ ພວກເຮົາຈະເຜົາເຈົ້າ ແລະເຮືອນຂອງພໍ່ຂອງເຈົ້າ. ເຈົ້າໄດ້ເຊີນພວກເຮົາມາທີ່ນີ້ ເພື່ອຈະເຮັດໃຫ້ພວກເຮົາຍາກຈົນບໍ?”
|
|||
|
|
|||
|
\s5
|
|||
|
\v 16 ເມຍຂອງແຊມຊັນຈຶ່ງໄດ້ທັງຮ້ອງໄຫ້ ຕໍ່ຫນ້າເຂົາ; ແລະເວົ້າວ່າ, “ ສິ່ງທີ່ເຈົ້າເຮັດທັງຫມົດນັ້ນເປັນການກຽດຊັງຂອ້ຍ! ເຈົ້າບໍ່ໄດ້ຮັກຂ້ອຍ. ເຈົ້າຕັ້ງຄຳທວາຍໃຫ້ຫມູ່ຂອງຂ້ອຍ, ແລະ ບໍ່ໄດ້ບອກຄຳຕອບນັ້ນແກ່ຂ້ອຍ” ແຊມຊັນໄດ້ເວົ້າຕໍ່ນາງວ່າ, “ແມ່ນແຕ່ພໍ່ແມ່ຂອງຂ້ອຍກໍຍັງບໍ່ໄດ້ບອກເພິ່ນ, ເຫດໃດຂ້ອຍຈຶ່ງຈະບອກເຈົ້າ.”
|
|||
|
\v 17 ນາງໄດ້ຮ້ອງໄຫ້ຕະຫລອດເຈັດມື້ທີ່ງານກິນລ້ຽງນັ້ນຂອງພວກເຂົາ. ພໍມາຮອດມື້ທີເຈັດ ແຊມຊັນກໍບອກຄຳຕອບແກ່ນາງ ເພາະວ່ານາງເປັນຄົນຊູຊີຫລາຍ. ແລ້ວນາງກໍນຳເອົາຄຳຕອບນັ້ນໄປບອກຫມູ່ຂອງຕົນ.
|
|||
|
|
|||
|
\s5
|
|||
|
\v 18 ກ່ອນຈະເຖິງຕາເວັນຕົກ ໃນມື້ທີເຈັດ ພວກຜູ້ຊາຍຊາວເມືອງນັ້ນຈຶ່ງເວົ້າຕໍ່ລາວວ່າ, “ບໍ່ມີສິ່ງໃດຈະຫວານກວ່ານ້ຳເຜິ້ງ? ແລະບໍ່ມີສິ່ງໃດຈະແຮງກວ່າໂຕສິງ?” ແຊມຊັນຈຶ່ງຕອບພວກເຂົາວ່າ, “ຖ້າວ່າພວກເຈົ້າບໍ່ເອົາງົວແມ່ຂອງຂ້ອຍໄປໄຖນາ, ພວກເຈົ້າກໍຄົງຈະຊອກຫາຄຳຕອບຂອງຄຳທວາຍຂອງຂອ້ຍບໍ່ໄດ້.”
|
|||
|
|
|||
|
\s5
|
|||
|
\v 19 ທັນໃດນັ້ນພຣະວິນຍານບໍຣິສຸດຂອງພຣະຢາເວໄດ້ຊົງສະຖິດກັບແຊມຊັນດ້ວຍພະລັງ. ແຊມຊັນໄດ້ລົງໄປໃນເມືອງອາສະເກໂລນ ແລະຂ້າຊາຍສາມສິບຄົນຢູ່ທີ່ເມືອງນັ້ນ. ລາວໄດ້ຢຶດເອົາເສື້ອຜ້າອັນຈົບງາມຂອງພວກເຂົາ, ແລະລາວໄດ້ໃຫ້ເສື້ອຜ້ານັ້ນໃຫ້ແກ່ຜູ້ທີ່ຕອບຄຳທວາຍນັ້ນໄດ້. ແລ້ວແຊມຊັນກໍກັບຄືນເມືອເຮືອນພໍ່ຂອງລາວດ້ວຍຄວາມໃຈຮ້າຍ.
|
|||
|
\v 20 ສ່ວນເມຍຂອງລາວ ກໍໄດ້ຖືກຍົກໃຫ້ກັບຫມູ່ຂອງລາວ.
|
|||
|
|
|||
|
\s5
|
|||
|
\c 15
|
|||
|
\cl ບົດທີ 15
|
|||
|
\p
|
|||
|
\v 1 ຫລາຍມື້ຕໍ່ມາ, ໃນຊ່ວງເກັບກ່ຽວເຂົ້າສາລີ, ແຊມຊັນໄດ້ເອົາແບ້ນ້ອຍໂຕຫນຶ່ງ ແລະ ອອກໄປຢາມເມຍຂອງລາວ. ແຊມຊັນໄດ້ເວົ້າຕໍ່ຕົນເອງວ່າ, “ຂ້ອຍຊິໄປຫ້ອງເມຍຂອງຂ້ອຍ”. ແຕ່ພໍ່ຂອງນາງບໍ່ອະນຸຍາດໃຫ້ລາວເຂົ້າໄປໃນ.
|
|||
|
\v 2 ພໍ່ຂອງນາງໄດ້ເວົ້າວ່າ, “ຂ້ອຍຄິດວ່າເຈົ້າຊັງນາງແລ້ວ, ສະນັັ້ນຂ້ອຍຈຶ່ງຍົກລາວໃຫ້ແກ່ຫມູ່ເພື່ອນຂອງເຈົ້າ. ນ້ອງສາວຂອງນາງກໍສວຍງາມກວ່ານາງ, ແມ່ນບໍ? ເອົານາງໄປແທນສາ”.
|
|||
|
|
|||
|
\s5
|
|||
|
\v 3 ແຊມຊັນໄດ້ເວົ້າພວກເຂົາວ່າ, “ໃນເທື່ອນີ້ ຂ້ອຍຈະບໍ່ມີຄວາມຜິດໃນເລື່ອງກ່ຽວກັບພວກຟີລິດສະຕິນ ເມື່ອຂ້ອຍເຮັດໃຫ້ພວກເຂົາເຈັບປວດ.”
|
|||
|
\v 4 ແຊມຊັນຈຶ່ງໄປ ແລະຈັບເອົາຫມາຈອກສາມຮ້ອຍໂຕ ແລະລາວໄດ້ມັດຫາງຂອງມັນແຕ່ລະຄູ່ຕິດກັນໄວ້. ແລ້ວລາວໄດ້ເອົາໂຄມໄຟມາ ແລະມັດໄວ້ທາງກາງຫາງຂອງແຕ່ລະຄູ່.
|
|||
|
|
|||
|
\s5
|
|||
|
\v 5 ແລ້ວລາວໄດ້ໃຕ້ໂຄມໄຟນັ້ນ, ແລະລາວກໍປ່ອຍຝູງຫມາຈອກນັ້ນເຂົ້າໄປໃນນາເຂົ້າຂອງພວກຟີລິດສະຕິນ, ແລະພວກມັນ ກໍຈຸດໄຟເຜົາເຂົ້າທັງກອງທີ່ຊ້ອນກັນ ແລະເມັດພືດທີ່ຢືນຕົ້ນຢູ່ທົ່ງນາ ພ້ອມດ້ວຍສວນອະງຸ່ນ ແລະສວນຫມາກກອກ.
|
|||
|
\v 6 ພວກຟີລິດສະຕິນຈຶ່ງຖາມວ່າ, “ແມ່ນໃຜເປັນຜູ້ເຮັດນີ້?” ແລ້ວພວກເຂົາກໍບອກວ່າ,"ແມ່ນແຊມຊັນເປັນຜູ້ເຮັດ, ເພາະພໍ່ເຖົ້າຂອງລາວທີ່ເມືອງຕິມນາ, ໄດ້ຍົກເມຍຂອງແຊມຊັນ ແລະໃຫ້ແກ່ຫມູ່ຂອງລາວ". ຫລັງຈາກນັ້ນຄົນຟີລິດສະຕິນຈຶ່ງໄປ ແລະ ເຜົາຍິງຄົນນີ້ ແລະພໍ່ຂອງລາວ.
|
|||
|
|
|||
|
\s5
|
|||
|
\v 7 ແຊມຊັນໄດ້ເວົ້າຕໍ່ພວກເຂົາວ່າ, “ ຖ້າພວກເຈົ້າເຮັດແບບນີ້, ຂ້ອຍຈະແກ້ແຄ້ນຕໍ່ພວກເຈົ້າ, ແລະຫລັງຈາກການແກ້ແຄ້ນສຳເລັດ ຂ້ອຍຈະຢຸດ.”
|
|||
|
\v 8 ຫລັງຈາກນັ້ນລາວກໍຟັນພວກເຂົາເປັນຕ່ອນໆ, ສະໂພກ ແລະກົກຂາ, ດ້ວຍການຂ້າຢ່າງໂຫດຮ້າຍ. ແລ້ວລາວກໍຫນີໄປ ແລະອາໄສຢູ່ໃນຖ້ຳທີ່ຫນ້າຜາເອຕາມ.
|
|||
|
|
|||
|
\s5
|
|||
|
\v 9 ແລ້ວ ພວກຟີລິດສະຕິນໄດ້ຂຶ້ນມາ ແລະພວກເຂົາກະກຽມພ້ອມສູ້ຮົບໃນຢູດາ ແລະຕັ້ງກອງທັບຂອງພວກເຂົາໃນເມືອງເລຮີ.
|
|||
|
\v 10 ພວກຜູ້ຊາຍຢູດາຈຶ່ງຖາມພວກເຂົາວ່າ, “ເປັນຫຍັງພວກເຈົ້າຈຶ່ງມາຮົບເສິກກັບພວກເຮົາ?” ພວກເຂົາໄດ້ຕອບວ່າ, “ພວກເຮົາໄດ້ຍົກທັບມາສູ້ຮົບ ເພື່ອຈະມາຈັບແຊມຊັນ, ແລະ ພວກເຮົາຈະເຮັດຕໍ່ລາວຄືລາວໄດ້ເຮັດຕໍ່ພວກເຮົາ.”
|
|||
|
|
|||
|
\s5
|
|||
|
\v 11 ຕໍ່ມາຊາວຢູດາສາມພັນຄົນກໍພາກັນໄປຍັງຖ້ຳທີ່ຫນ້າຜາ ເອຕາມນັ້ນ, ແລະພວກເຂົາໄດ້ເວົ້າກັບແຊມຊັນວ່າ, “ເຈົ້າຮູ້ບໍວ່າພວກຟີລິດສະຕິນເປັນຜູ້ປົກຄອງເຫນືອພວກເຮົາ? ເປັນຫຍັງເຈົ້າຈຶ່ງເຮັດແບບນີ້ຕໍ່ພວກເຮົາ?” ແຊມຊັນກໍຕອບພວກເຂົາວ່າ, “ພວກເຂົາໄດ້ເຮັດຕໍ່ຂ້ອຍກ່ອນ, ແລະດ້ວຍເຫດນັ້ນຂ້ອຍເຮັດຕໍ່ພວກຟີລິດສະຕິນ ເຊັ່ນກັນ”
|
|||
|
|
|||
|
\s5
|
|||
|
\v 12 ພວກເຂົາຈຶ່ງຕອບແຊມຊັນວ່າ. “ພວກເຮົາລົງມານີ້ ເພື່ອຈັບເອົາເຈົ້າ ແລະມອບໃຫ້ພວກຟີລິດສະຕິນ”. ແຊມຊັນກໍເວົ້າຕໍ່ພວກເຂົາວ່າ, “ສາບານກັບຂ້ອຍກ່ອນວ່າ ພວກເຈົ້າຈະບໍ່ຂ້າຂ້ອຍ. ດ້ວຍຕົວຂອງພວກເຈົ້າເອງ”
|
|||
|
\v 13 ພວກເຂົາໄດ້ຕອບວ່າ, “ບໍ່, ພວກເຮົາຈະມັດເຈົ້າດ້ວຍເຊືອກເທົ່ານັ້ນ ແລະ ມອບເຈົ້າໃຫ້ພວກເຂົາ. ພວກເຮົາສາບານ ພວກເຮົາຈະບໍ່ຂ້າເຈົ້າ” ແລ້ວພວກເຂົາກໍມັດແຊມຊັນດ້ວຍເຊືອກໃຫມ່ສອງເສັ້ນ ແລະພາລາວໄປຈາກຫນ້າຜານັ້ນ.
|
|||
|
|
|||
|
\s5
|
|||
|
\v 14 ເມື່ອມາຮອດເມືອງເລຮີ, ພວກຟີລິດສະຕິນກໍແລ່ນມາພ້ອມທັງຮ້ອງດັງ ເມື່ອພວກເຂົາເຫັນລາວ. ແຕ່ພຣະວິນຍານບໍຣິສຸດຂອງພຣະຢາເວໄດ້ຊົງສະຖິດໃຫ້ລາວມີກຳລັງ. ເຊືອກທີ່ມັດແຂນຂອງລາວ ກໍກາຍເປັນເຫນືອນຜ້າປ່ານທີ່ຖືກໄຟໃຫມ້ ແລະ ເຊືອກເຫລົ່ານັ້ນກໍຫລຸດອອກຈາກມືຂອງລາວ.
|
|||
|
|
|||
|
\s5
|
|||
|
\v 15 ແຊມຊັນໄດ້ເຫັນກະດູກຄາງລໍທີ່ຍັງໃຫມ່ຢູ່, ແລະລາວຈຶ່ງເດ່ມືລົງຈັບເອົາ ແລະໄດ້ໃຊ້ກະດູກຄາງລໍນັ້ນຂ້າພວກຟີລິດສະຕິນຕາຍໄປພັນຄົນ.
|
|||
|
\v 16 ແຊມຊັນໄດ້ກ່າວວ່າ, “ດ້ວຍກະດູກຄາງລໍອັນດຽວ, ເປັນກອງຊ້ອນກອງ, ຍ້ອນກະດູກຄາງລໍອັນນີ້ ຂ້ອຍໄດ້ຂ້າຄົນຫນຶ່ງພັນຄົນ.”
|
|||
|
|
|||
|
\s5
|
|||
|
\v 17 ເມື່ອ ແຊມຊັນໄດ້ກ່າວຈົບແລ້ວ, ລາວກໍແກວ່ງກະດູກລໍຖິ້ມ, ແລະລາວໄດ້ເອີ້ນສະຖານທີ່ນັ້ນວ່າ ພູກະດູກຄາງລໍ.
|
|||
|
\v 18 ຕໍ່ມາ ແຊມຊັນຫິວນ້ຳຫລາຍ, ແລະລາວຈຶ່ງຮ້ອງທູນຕໍ່ພຣະຢາເວວ່າ, “ພຣະອົງຊົງມອບໄຊຊະນະອັນຍິ່ງໃຫຍ່ໃຫ້ແກ່ຂ້ານ້ອຍ.ນີ້ຂ້ານ້ອຍຈະຕາຍຢູ່ແລ້ວໂດຍຫິວນ້ຳ ແລະຕົກຢູ່ໃນກຳມືຂອງພວກຄົນທີ່ຍັງບໍ່ທັນໄດ້ຮັບພິທີຕັດບໍ?”
|
|||
|
|
|||
|
\s5
|
|||
|
\v 19 ພຣະຢາເວກໍຊົງບັນດານໃຫ້ເປີດຮູນໍ້າຢູ່ທີ່ເລຮີ ແລະມີນ້ຳອອກມາ. ເມື່ອແຊມຊັນດື່ມນໍ້າແລ້ວ ແລະກຳລັງຂອງລາວກໍ່ກັບມາ ແລະລາວກໍ່ຟື້ນຕົວຄືນ. ສະນັ້ນລາວຈຶ່ງເອີ້ນສະຖານທີ່ນີ້ວ່າ ເອັນຮັກກໍເຣ, ແລະຊຶ່ງຍັງມີຢູ່ໃນເມືອງເລຮີຈົນເທົ່າທຸກມື້ນີ້.
|
|||
|
\v 20 ແຊມຊັນໄດ້ປົກຄອງອິສະຣາເອນໃນສະໃຫມຄົນຟີລິດສະຕິນຢູ່ເປັນເວລາຊາວປີ.
|
|||
|
|
|||
|
\s5
|
|||
|
\c 16
|
|||
|
\cl ບົດທີ 16
|
|||
|
\p
|
|||
|
\v 1 ຕໍ່ມາ ແຊມຊັນໄດ້ໄປທີ່ເມືອງກາຊາ ແລະໄດ້ພົບຍິງໂສເພນີຄົນຫນຶ່ງຢູ່ທີ່ນັ້ນ, ລາວຈຶ່ງເຂົ້າໄປນອນຢູ່ນຳນາງ.
|
|||
|
\v 2 2 ເມື່ອຄົນກາຊາຮູ້ວ່າ, ແຊມຊັນໄດ້ມາທີ່ນີ້ແລ້ວ. ພວກເຂົາກໍພາກັນມາອ້ອມສະຖານທີ່ ແລະໃນທີ່ລັບ, ພວກເຂົາລໍຖ້າລາວຢູ່ປະຕູເມືອງຕະຫລອດຄືນ. ພວກເຂົາພາກັນງຽບຢູ່ຕະຫລອດທັງຄືນ. ພວກເຂົາເຄີຍເວົ້າວ່າ, “ຂໍໃຫ້ພວກເຮົາລໍຖ້າຈົນຮອດມື້ອື່ນເຊົ້າ, ແລະຈາກນັ້ນພວກເຂົາຈະຂ້າລາວຖິ້ມ.”
|
|||
|
|
|||
|
\s5
|
|||
|
\v 3 ແຕ່ແຊມຊັນໄດ້ນອນຢູ່ຕຽງນອນຮອດຕອນທ່ຽງຄືນ. ໃນເວລາທ່ຽງຄືນ ລາວກໍລຸກ ແລະລາວດຶງປະຕູເມືອງພ້ອມທັງເສົາປະຕູທັງສອງຕົ້ນ, ແລະລາວໄດ້ຖອນເສົາເຫລົ່ານັ້ນຂື້ນມາຈາກດິນ, ບານປະຕູແລະຂອບທັງຫມົດ, ແລ້ວວາງໃສ່ບ່າຂອງລາວ, ແລະແບກຂືນໄປຈົນເຖິງຍອດພູ, ຕໍ່ຫນ້າເມືອງເຮັບໂຣນ.
|
|||
|
|
|||
|
\s5
|
|||
|
\v 4 ຫລັງຈາກນັ້ນ ແຊມຊັນກໍມີຄວາມຮັກໄຄ່ກັບຍິງຄົນຫນຶ່ງທີ່ອາໄສຢູ່ຮ່ອມພູໂສເຣັກ.ນາງຊື່ວ່າເດລີລາ.
|
|||
|
\v 5 ພວກຜູ້ນຳຟີລິດສະຕິນຈຶ່ງໄປຫາຍິງຄົນນັ້ນ, ແລະເວົ້ານາງວ່າ, “ຈົ່ງວາງກົນອຸບາຍເພື່ອຖາມແຊມຊັນວ່າ ກຳລັງທີ່ມະຫາສານຂອງລາວມາຈາກບ່ອນໃດ, ແລະໂດຍວິທີໃດທີ່ພວກເຮົາຈະຊະນະລາວໄດ້, ເພື່ອພວກເຮົາຈັບມັດລາວໄດ້ ເພື່ອເຮັດໃຫ້ລາວອັບອາຍ. ຈົ່ງເຮັດເຊັ່ນນີ້, ພວກເຮົາແຕ່ລະຄົນຈະເອົງເງິນໃຫ້ເຈົ້າ ພັນຫນຶ່ງຮ້ອຍຫລຽນ.”
|
|||
|
|
|||
|
\s5
|
|||
|
\v 6 ດັ່ງນັ້ນ ນາງເດລີລາຈຶ່ງເວົ້າແຊມຊັນວ່າ, “ຈົ່ງບອກໃຫ້ຂ້ອຍຮູ້ແດ່ວ່າ ເຈົ້າມີກຳລັງມະຫາສານໄດ້ແນວໃດ?, ແລະຄົນໃດຄົນຫນຶ່ງຕ້ອງການມັດເຈົ້າໄດ້ແນວໃດ, ດັ່ງນັ້ນ ເຈົ້າອາດຈະຖືກຄວບຄຸມ.”
|
|||
|
\v 7 ແຊມຊັນກໍຕອບນາງວ່າ, “ຖ້າວ່າພວກເຂົາມັດຂ້ອຍດ້ວຍເຊືອກຫນ້າທະນູໃຫມ່ໆ ເຈັດເສັ້ນທີ່ຍັງບໍ່ທັນແຫ້ງ, ຂ້ອຍຈະກາຍເປັນຄົນອ່ອນແອ ແລະ ເຫມືອນຄົນອື່ນໆ.”
|
|||
|
|
|||
|
\s5
|
|||
|
\v 8 ແລ້ວພວກຜູ້ປົກຄອງຟີລິດສະຕິນກໍນຳເອົາເຊືອກຫນ້າທະນູທີ່ຍັງໃຫມ່ ແລະຍັງບໍ່ທັນແຫ້ງເຈັດເສັ້ນມາໃຫ້ເດລີລາ, ແລະ ນາງກໍມັດແຊມຊັນໄວ້.
|
|||
|
\v 9 ຂະນະທີ່ນາງໄດ້ໃຫ້ພວກຜູ້ຊາຍເຫລົ່ານັ້ນລໍຖ້າຢູ່ໃນຫ້ອງຂ້າງໃນຂອງນາງ. ນາງໄດ້ເວົ້າກັບລາວວ່າ, “ແຊມຊັນ, ພວກຟີລິດສະຕິນມາຫາເຈົ້າແລ້ວ!”. ແຕ່ແຊມຊັນໄດ້ດຶງເຊືອກນັ້ນຂາດເຫມືອນດັ່ງໄຟໄຫມ້ເສັ້ນດ້າຍ. ດ້ວຍເຫດນີ້ຄວາມເລິກລັບກ່ຽວກັບກຳລັງຂອງລາວ ຈຶ່ງບໍ່ໄດ້ຖືກເປີດເຜີຍ.
|
|||
|
|
|||
|
\s5
|
|||
|
\v 10 ຕໍ່ມາ ນາງເດລີລາໄດ້ເວົ້າຕໍ່ແຊມຊັນອີກວ່າ, “ ນີ້ເປັນສິ່ງທີ່ເຈົ້າໄດ້ລໍ້ລວງຂ້ອຍ ແລະເວົ້າຕົວະຂ້ອຍ. ສະນັ້ນ ຂໍໃຫ້ເຈົ້າບອກຂ້ອຍແດ່ວ່າ ເຈົ້າມີກຳລັງມະຫາສານໄດ້ແນວໃດ?”
|
|||
|
\v 11 ລາວໄດ້ຕອບນາງວ່າ, “ຖ້າພວກເຂົາມັດຂ້ອຍດ້ວຍເຊືອກໃຫມ່ທີ່ຍັງບໍ່ທັນເຄີຍໃຊ້, ຂ້ອຍຈະເປັນຄົນອ່ອນແອ ແລະເປັນເຫມືອນຄົນອື່ນໆ.”
|
|||
|
\v 12 ດັ່ງນັ້ນ ນາງເດລີລາຈຶ່ງເອົາເຊືອກໃຫມ່ນັ້ນມາມັດລາວ ແລະເວົ້າກັບລາວວ່າ, “ແຊມຊັນ ພວກຟີລິດສະຕີນມາຫາເຈົ້າແລ້ວ!”. ຄົນເຫລົ່ານັ້ນກຳລັງລໍຖ້າຢູ່ໃນຫ້ອງຂ້າງໃນ. ແຕ່ແຊມຊັນກໍດຶງເຊືອກນັ້ນໃຫ້ຂາດອອກຈາກແຂນຂອງລາວເປັນເຫມືອນເສັ້ນດ້າຍ.
|
|||
|
|
|||
|
\s5
|
|||
|
\v 13 ແລ້ວນາງເດລີລາໄດ້ຖາມແຊມຊັນວ່າ, “ຈົນເຖິງດຽວນີ້ ເຈົ້າຍັງລໍ້ລວງຂ້ອຍ ແລະເວົ້າຕົວະຂ້ອຍອີກ. ຂໍເຈົ້າຈົ່ງບອກຂ້ອຍວ່າ ເຈົ້າມີກຳລັງມະຫາສານໄດ້ແນວໃດ?”. ແຊມຊັນຈຶ່ງບອກວ່າ, “ຖ້າເຈົ້າເອົາຜົມເຈັດປອຍຂອງຂ້ອຍໄປຕ່ຳໃນຫູກແລະຖົກຟືມໃຫ້ແຫນ້ນ, ແລ້ວຂ້ອຍຈະກາຍເປັນຄົນອ່ອນແອເຫມືອນຄົນອື່ນ.”
|
|||
|
\v 14 ໃນະຂະນະທີ່ລາວນອນ, ນາງເດລີລາ ແລ້ວກໍເອົາຜົມເຈັດປອຍຂອງລາວ ໄປຕ່ຳໃນຫູກ, ແລະຖົກຟືມໃຫ້ແຫນ້ນ, ແລະນາງກໍເວົ້າກັບລາວວ່າ, “ແຊມຊັນ! ພວກຟີລິດສະຕິນມາຫາເຈົ້າແລ້ວ”. ລາວຈຶ່ງຕື່ນຂື້ນຈາກຫລັບ ແລະຖອດຟືມ ແລະດຶງເຄືອອອກຈາກຫູກນັ້ນ.
|
|||
|
|
|||
|
\s5
|
|||
|
\v 15 ນາງໄດ້ເວົ້າກັບລາວວ່າ, “ເຈົ້າຈະເວົ້າແນວໃດ, 'ເຈົ້າຮັກຂ້ອຍ', ໃນເມື່ອເຈົ້າມີຄວາມລັບຂອງເຈົ້າກັບຂ້ອຍ? ເຈົ້າໄດ້ລໍ້ລວງຂ້ອຍເຖິງສາມເທື່ອແລ້ວ ແລະເຈົ້າຍັງບໍ່ທັນບອກຂ້ອຍເລີຍວ່າ ເຈົ້າມີກຳລັງມະຫາສານໄດ້ແນວໃດ?”.
|
|||
|
\v 16 ທຸກມື້ ນາງເດລີລາໄດ້ກົດດັນລາວດ້ວຍຄຳເວົ້າຂອງນາງ, ແລະນາງໄດ້ບັງຄັບລາວຫລາຍຢ່າງ ຈົນວ່າແຊມຊັນຢາກຈະຕາຍເສຍ.
|
|||
|
|
|||
|
\s5
|
|||
|
\v 17 ໃນສຸດທ້າຍແຊມຊັນໄດ້ບອກນາງທຸກຢ່າງຕາມຄວາມຈິງວ່າ, “ຂ້ອຍບໍ່ເຄີຍໃຊ້ມີດຕັດຜົມເທິງຫົວຂອງຂ້ອຍຈັກເທື່ອເລີຍ, ເພາະວ່າເປັນຄົນນາຊີຣີແດ່ພຣະເຈົ້າ ຕັ້ງແຕ່ຢູ່ໃນທ້ອງແມ່ຂອງຂ້ອຍ, ຖ້າຫົວຂອງຂອ້ຍຖືກຕັດຜົມ, ແລ້ວກຳລັງຂອງຂ້ອຍຈະຫມົດ, ແລະ ຂ້ອຍຈະກາຍເປັນຄົນອ່ອນແອເຫມືອນຄົນອື່ນໆ.
|
|||
|
|
|||
|
\s5
|
|||
|
\v 18 ເມື່ອນາງເດລີລາເຊື່ອໃຈວ່າລາວໄດ້ບອກຄວາມຈິງກັບນາງແລ້ວ, ນາງກໍສົ່ງຂ່າວໄປບອກພວກຜູ້ນຳຟີລິດສະຕິນວ່າ, “ຈົ່ງກັບມາອີກຄັ້ງ, ເພາະລາວໄດ້ບອກຄວາມຈິງທຸກຢ່າງໃຫ້ແກ່ຂ້ອຍແລ້ວ.” ແລ້ວພວກຜູ້ປົກຄອງຟີລິດສະຕິນຈຶ່ງຂຶ້ນໄປຫານາງ, ພ້ອມທັງເອົາເງິນໃສ່ມືນາງພ້ອມ.
|
|||
|
\v 19 ນາງໄດ້ກ່ອມແຊມຊັນນອນເທິງຕັກຂອງນາງ ແລະເອີ້ນໃຫ້ຜູ້ຫນຶ່ງມາຕັດຜົມທັງເຈັດປອຍເທິງອອກຈາກຫົວຂອງລາວ, ແລະນາງກໍເລີ້ມເຮັດໃຫ້ລາວຫມົດແຮງ, ເພາະກຳລັງຂອງລາວໄດ້ຫມົດໄປແລ້ວ.
|
|||
|
|
|||
|
\s5
|
|||
|
\v 20 ນາງຈຶ່ງຮ້ອງຂຶ້ນວ່າ, “ແຊມຊັນ! ພວກຟີລິດສະຕິນມາຫາເຈົ້າແລ້ວ!” ລາວໄດ້ຕື່ນຈາກຫລັບ ແລະເວົ້າວ່າ, “ຂ້ອຍຈະໄປເຫມືອນດັ່ງແຕ່ກ່ອນໆ ແລະສັ່ນຕົວເອງໃຫ້ຫລຸດໄປ” ແຕ່ລາວບໍ່ຮູ້ວ່າ ພຣະຢາເວໄດ້ຊົງຈາກລາວໄປແລ້ວ.
|
|||
|
\v 21 ຕໍ່ມາ ພວກຟີລິດສະຕິນໄດ້ຈັບລາວ ແລະເຈາະຫນ່ວຍຕາທັງສອງຂອງລາວອອກ. ພວກເຂົາໄດ້ນຳລາວໄປເມືອງກາຊາ ແລະໄດ້ໃສ່ໂສ້ທອງຜູກລາວໄວ້. ລາວໄດ້ໃຫ້ໂມ້ແປ້ງຢູ່ໃນຄຸກ.
|
|||
|
\v 22 ແຕ່ຜົມຂອງລາວໄດ້ເລີ້ມປົ່ງຂຶ້ນຄືນອີກ ຫລັງຈາກຖືກຕັດອອກໄປ.
|
|||
|
|
|||
|
\s5
|
|||
|
\v 23 ສ່ວນຜູ້ປົກຄອງຂອງຟີລິດສະຕິນໄດ້ເຕົ້າໂຮມກັນເພື່ອຖວາຍເຄື່ອງບູຊາອັນຍິ່ງໃຫ່ຍແດ່ພຣະດາໂກນ, ພຣະຂອງພວກເຂົາ, ແລະພວກເຂົາຊື່ນຊົມຍິນດີ, “ພຣະຂອງພວກເຮົາໄດ້ເອົາຊະນະແຊມຊັນ, ສັດຕຣູຂອງພວກເຮົາ., ແລະໄດ້ວາງລາວຢູ່ໃນກຳມືຂອງພວກເຮົາ”.
|
|||
|
\v 24 ເມື່ອປະຊາຊົນໄດ້ເຫັນແຊມຊັນ, ພວກເຂົາກໍສັນຣະເສີນພຣະຂອງເຂົາ, ແລະເວົ້າວ່າ, “ພຣະຂອງພວກເຮົາໄດ້ໃຫ້ພວກເຮົາຊະນະສັດຕຣູຂອງພວກເຮົາ, ແລະໄດ້ມອບລາວໃຫ້ແກ່ພວກເຮົາ, ຜູ້ທຳລາຍປະເທດຂອງພວກເຮົາ, ຜູ້ທີ່ຂ້າພວກເຮົາຫລາຍຄົນ.”
|
|||
|
|
|||
|
\s5
|
|||
|
\v 25 ໃນຂະນະທີ່ພວກເຂົາພາກັນຊົມຊື່ນຍິນດີຢູ່ນັ້ນ, ແລະພວກເຂົາເວົ້າວ່າ, “ຈົ່ງເອີ້ນແຊມຊັນມາ, ເພື່ອໃຫ້ລາວເຮັດໃຫ້ພວກເຮົາຫົວຂວັນ." ເມື່ອພວກເຂົາໄດ້ພາແຊມຊັນອອກມາຈາກຄຸກ ແລະລາວກໍເຮັດໃຫ້ພວກເຂົາຫົວຂວັນໄດ້. ພວກເຂົາໄດ້ໃຫ້ລາວຢືນຢູ່ລະຫວ່າງກາງເສົາສອງຕົ້ນ.
|
|||
|
\v 26 ແຊມຊັນໄດ້ເວົ້າຕໍ່ເດັກຊາຍຜູ້ຈູງມືລາວມານັ້ນວ່າ, “ຈົ່ງພາຂ້ອຍໄປຢືນຢູ່ແປະເສົາຄ້ຳເຫລົ່ານີ້ ເພື່ອຮອງຮັບຕຶກນີ້, ເພື່ອທີ່ຂ້ອຍຈະອີງເສົາເຫລົ່ານີ້ໄດ້.”
|
|||
|
|
|||
|
\s5
|
|||
|
\v 27 ໃນເວລານັ້ນ ຫໍໂຮງໄດ້ເຕັມໄປດ້ວຍທັງຊາຍແລະຍິງ. ພວກຜູ້ປົກຄອງຟີລິດສະຕິນທຸກໆຄົນກໍຢູ່ໃນທີ່ນັ້ນ. ຢູ່ເທິງຫລັງຄາພຽງກໍມີທັງຊາຍ ແລະຍິງປະມານສາມພັນຄົນ, ຊຶ່ງພວກເຂົາກຳລັງແນມເບິ່ງແຊມຊັນເຮັດຕະຫລົກຢູ່.
|
|||
|
|
|||
|
\s5
|
|||
|
\v 28 ແຊມຊັນໄດ້ຮ້ອງທູນຫາພຣະຢາເວວ່າ, “ຂ້າແດ່ພຣະຢາເວ, ຂໍໂຜດລະນຶກເຖິງຂ້ານ້ອຍ! ຂໍຊົງໂຜດໃຫ້ຂ້ານ້ອຍມີກຳລັງມະຫາສານອີກຄັ້ງຫນຶ່ງ, ພຣະເຈົ້າ, ເພື່ອຂ້ານ້ອຍຈະລ້າງແຄ້ນຄົນຟີລິດສະຕິນ ໃຫ້ກັບຕາທັງສອງຂ້າງຂອງຂ້ານ້ອຍ.”
|
|||
|
\v 29 ແຊມຊັນກໍຈັບເສົາຄໍ້າກາງສອງຕົ້ນທີ່ຮອງຕຶກນັ້ນ, ແລະລາວໄດ້ຍັນເສົາທັງສອງຕົ້ນນັ້ນ, ເສົາຫນຶ່ງດ້ວຍມືເບື້ອງຂວາຂອງລາວ ແລະອີກເສົາຫນຶ່ງດ້ວຍມືເບື້ອງຊ້າຍຂອງລາວ.
|
|||
|
|
|||
|
\s5
|
|||
|
\v 30 ແຊມຊັມໄດ້ກ່າວວ່າ, “ຂໍໃຫ້ຂ້ານ້ອຍຕາຍພ້ອມກັບຄົນເມືອງຟີລິດສະຕິນນີ້ເຖີ້ນ!”. ລາວຊຸກເສົານັ້ນດ້ວຍກຳລັງຂອງລາວ ແລະຕຶກນັ້ນລົ້ມລົງທັບພວກຜູ້ປົກຄອງ ແລະຄົນອື່ນທຸກໆ ຄົນຢູ່ໃນຕຶກນັ້ນ. ດັ່ງນັ້ນ ຄົນຕາຍທີ່ລາວໄດ້ຂ້າເມື່ອລາວຕາຍແມ່ນຫລາຍກວ່າຄົນທີ່ລາວໄດ້ຂ້າ ເມື່ອຕອນລາວຍັງມີຊີວິດຢູ່.
|
|||
|
\v 31 ຫລງັຈາກນັ້ນ ພວກຍາດພີ່ນ້ອງ ແລະຄອບຄົວຂອງພໍ່ລາວທັງຫມົດ. ພວກເຂົາກໍໄດ້ພາກັນມາເອົາສົບລາວກັບຄືນເມືອ, ແລ້ວຝັງສົບຂອງລາວຢູ່ລະຫວ່າງເມືອງໂຊຣາ ແລະເມືອງເອຊະຕາໂອນ ຢູ່ທີ່ບ່ອນຝັງສົບຂອງມາໂນອາ, ພໍ່ຂອງລາວ. ແຊມຊັນໄດ້ປົກຄອງຄົນອິສະຣາເອນຢູ່ເປັນເວລາຊາວປີ.
|
|||
|
|
|||
|
\s5
|
|||
|
\c 17
|
|||
|
\cl ບົດທີ 17
|
|||
|
\p
|
|||
|
\v 1 ມີຊາຍຄົນຫນຶ່ງຢູ່ເຂດເນີນພູເຂົາເອຟຣາອິມ, ແລະລາວ ຊື່ມີກາ.
|
|||
|
\v 2 ລາວເວົ້າກັບແມ່ຂອງລາວວ່າ, “ເງິນຫນຶ່ງພັນຫນຶ່ງຮ້ອຍຫລຽນ ຊຶ່ງມີຄົນລັກໄປຈາກແມ່, ແລະແມ່ກໍໄດ້ສາບແຊ່ງ, ທີ່ລູກໄດ້ຍິນມານັ້ນ -ເບິ່ງແມ! ເງິນນັ້ນຢູ່ທີ່ຂ້ອຍ. ຂ້ອຍໄປລັກເອົາມາເອງ,” ແມ່ຂອງລາວຈຶ່ງເວົ້າວ່າ “ຂໍພຣະຢາເວ ຊົງອ່ວຍພອນໃຫ້ລູກຂອງຂ້ານ້ອຍເຖີດ”.
|
|||
|
|
|||
|
\s5
|
|||
|
\v 3 ລາວໄດ້ເອົາເງິນຈຳນວນຫນຶ່ງພັນຫນຶ່ງຮ້ອຍຫລຽນ ມາຄືນໃຫ້ແມ່ຂອງລາວ ແລະແມ່ລາວເວົ້າວ່າ, "ແມ່ໄດ້ແຍກເງິນນີ້ຖວາຍແດ່ພຣະຢາເວ ເພື່ອໃຫ້ລູກຂອງແມ່ທີ່ຈະເຮັດຮູບແກະສະລັກ ແລະຮູບຫລໍ່ໂລຫະຕ່າງໆ. ບັດນີ້ ແມ່ຈຶ່ງໄດ້ຄືນເງິນໃຫ້ແກ່ລູກ".
|
|||
|
\v 4 ເມື່ອລາວໄດ້ຄືນເງິນໃຫ້ແກ່ແມ່ຂອງລາວແລ້ວ, ແມ່ກໍນຳເງິນສອງຮ້ອຍຫລຽນ, ແລະມອບໃຫ້ກັບຊ່າງເງິນ ເຮັດເປັນຮູບແກະສະຫລັກ ແລະຮູບຫລໍ່ໂລຫະຕ່າງໆ, ແລະພວກເຂົາໄດ້ຕັ້ງຮູບເຫລົ່ານັ້ນໄວ້ຢູ່ໃນເຮືອນຂອງມີກາ.
|
|||
|
|
|||
|
\s5
|
|||
|
\v 5 ມີກາຄົນນີ້ມີເຮືອນພຣະຫລັງຫນຶ່ງ ແລະ ລາວເຮັດຮູບເອໂຟດ ແລະ ຮູບພຣະ ແລະ ບັນດາພຣະປະຈຳບ້ານ, ແລະລາວໄດ້ຈ້າງລູກຊາຍຄົນຫນຶ່ງຂອງບັນດາລູກຊາຍຂອງລາວໃຫ້ເປັນປະໂລຫິດຂອງລາວ.
|
|||
|
\v 6 ໃນສະໄຫມນັ້ນ ຍັງບໍ່ມີກະສັດໃນອິສະຣາເອນ, ແລະ ທຸກຄົນກໍເຮັດຕາມທີ່ຕົນເອງເຫັນດີ.
|
|||
|
|
|||
|
\s5
|
|||
|
\v 7 ໃນຂະນະນັ້ນ ມີຊາຍຫນຸ່ມຄົນຫນຶ່ງຊາວເມືອງເບັດເລເຮັມໃນຢູດາ ຈາກຕະກູນເຜົ່າຢູດາ, ຊຶ່ງເປັນຄົນເລວີ. ລາວອາໃສຢູ່ຫັ້ນ ເພື່ອປະຕິບັດຫນ້າທີ່ຂອງລາວ.
|
|||
|
\v 8 ຊາຍນັ້ນ ໄດ້ຍ່າງອອກຈາກເມືອງເບັດເລເຮັມໃນຢູດາ ເພື່ອທ່ຽວຫາບ່ອນພັກອາໃສ. ໃນຂະນະທີ່ລາວກຳລັງເດີນທາງຢູ່, ລາວໄດ້ມາເຖິງບ້ານມີກາຢູ່ເຂດພູເຂົາເອຟຣາອິມ.
|
|||
|
\v 9 ມີກາຈຶ່ງເວົ້າກັບລາວວ່າ “ທ່ານມາຈາກໃສ” ຊາຍຄົນນັ້ນຕອບລາວວ່າ, “ຂ້ອຍເປັນຄົນເລວີຊາວບ້ານເບັດເລເຮັມໃນຢູດາ, ຂອ້ຍເດີນທາງທ່ຽວຫາບ່ອນທີ່ຂ້ອຍຈະພັກອາໃສ”.
|
|||
|
|
|||
|
\s5
|
|||
|
\v 10 ມີກາຈຶ່ງກ່າວແກ່ລາວວ່າ “ຈົ່ງພັກກັບຂ້ອຍເຖີດ, ແລະມາເປັນພໍ່ ແລະປະໂລຫິດຂອງຂ້ອຍ. ຂ້ອຍຈະໃຫ້ເງິນເຈົ້າໃຫ້ປີລະສິບຫລຽນ, ແລະໃຫ້ເຄື່ອງນຸ່ງຫນຶ່ງຊຸດ, ແລະໃຫ້ອາຫານແກ່ເຈົ້າດ້ວຍ”. ດັ່ງນັນຄົນເລວີຄົນນັ້ນຈຶ່ງເຂົ້າໄປໃນເຮືອນຂອງລາວ.
|
|||
|
\v 11 ຄົນເລວີຄົນນັ້ນກໍພໍໃຈທີ່ຈະຢູ່ກັບມີກາ, ແລະຊາຍຫນຸ່ມຄົນນັ້ນກໍເປັນຄືກັບລູກຊາຍຂອງລາວຄົນຫນຶ່ງ.
|
|||
|
|
|||
|
\s5
|
|||
|
\v 12 ມີກາກໍໄດ້ແຍກຄົນເລວີຄົນນັ້ນໄວ້ໃຫ້ປະຕິບັດພິທິການຕ່າງໆ ແລະ ຊາຍຫນຸ່ມຄົນນັ້ນໃຫ້ເປັນປະໂລຫິດຂອງລາວ ແລະ ຢູ່ໃນເຮືອນຂອງລາວ.
|
|||
|
\v 13 ມີກາກ່າວວ່າ, “ບັດນີ້ຂ້ອຍຮູ້ແລ້ວວ່າ ພຣະຢາເວຈະຊົງເຮັດສິ່ງດີໆແກ່ຂ້ອຍ, ເພາະວ່າຄົນເລວີຄົນນີ້ໄດ້ມາເປັນປະໂລຫິດຂອງຂ້ອຍ.”
|
|||
|
|
|||
|
\s5
|
|||
|
\c 18
|
|||
|
\cl ບົດທີ 18
|
|||
|
\p
|
|||
|
\v 1 ໃນສະໄຫມນັ້ນບໍ່ມີກະສັດໃນອິສະຣາເອນ ແລະຄົນຕະກູນດານຍັງທ່ຽວຫາທີ່ດິນແດນທີ່ຈະພັກອາໄສຢູ່, ຈົນເຖິງມື້ນັ້ນ ພວກເຂົາບໍ່ໄດ້ມໍຣະດົກຈາກບັນດາເຜົ່າອິສະຣາເອນ.
|
|||
|
\v 2 ດັ່ງນັ້ນ ຄົນດານໄດ້ສົ່ງຄົນຫ້າຄົນຈາກບັນດາເຜົ່າຂອງພວກເຂົາ, ຜູ້ມີຄວາມສຳນານການສູ້ຮົບມາຈາກໂຊຣາ ແລະ ຈາກເອຊະຕາໂອນ ເພື່ອອອກເດີນທາງຍ່າງສອດແນມ, ແລະ ກວດກາເບິ່ງແຜ່ນດິນນັ້ນ. ພວກເຂົາໄດ້ກ່າວກັບຄົນເຫລົ່ານັ້ນວ່າ, “ຈົ່ງໄປ ແລະ ກວດກາເບິ່ງແຜ່ນດິນນັ້ນ”. ພວກເຂົາກໍມາຮອດເຂດເນີນພູເຂົາເອຟຣາອິມ, ມາຮອດເຮືອນຂອງມີກາ, ແລະ ພວກເຂົາກໍໄດ້ຄ້າງຄືນຢູ່ທີ່ນັ້ນ.
|
|||
|
|
|||
|
\s5
|
|||
|
\v 3 ເມື່ອພວກເຂົາຢູ່ໃກ້ເຮືອນຂອງມີກາ, ພວກເຂົາກໍຈື່ສຽງຄົນເລວີຫນຸ່ມຄົນນັ້ນໄດ້. ດັ່ງນັ້ນ ພວກເຂົາຈຶ່ງແວະເຂົ້າໄປ ແລະຖາມລາວວ່າ, “ແມ່ນໃຜພາທ່ານມາບ່ອນນີ້? ເຈົ້າມາເຮັດຫຍັງຢູ່ບ່ອນນີ້? ນີ້ເປັນຫຍັງເຈົ້າຈຶ່ງຢູ່ບ່ອນນີ້?”.
|
|||
|
\v 4 ລາວໄດ້ຕອບຄົນເຫລົ່ານັ້ນວ່າ, “ມີກາເຮັດສິ່ງນີ້ແກ່ຂ້ອຍ, ລາວຈ້າງຂ້ອຍໃຫ້ເປັນປະໂລຫິດຂອງລາວ”.
|
|||
|
|
|||
|
\s5
|
|||
|
\v 5 ພວກເຂົາກໍເວົ້າກັບລາວວ່າ, “ຂໍໂຜດທູນຖາມພຣະເຈົ້າໃຫ້ແດ່ ເພື່ອພວກເຮົາຈະຮູ້ວ່າການເດີນທາງຂອງພວກເຮົາກຳລັງຈະໄປນີ້ ຈະປະສົບຜົນສຳເລັດຫລືບໍ່?”.
|
|||
|
\v 6 ປະໂລຫິດນັ້ນຈຶ່ງຕອບພວກເຂົາທັງຫລາຍວ່າ, “ຈົ່ງໄປດ້ວຍສັນຕິສຸກເຖີດ. ພຣະຢາເວຈະນຳທາງໃຫ້ພວກເຈົ້າໄປ”.
|
|||
|
|
|||
|
\s5
|
|||
|
\v 7 ເມື່ອຊາຍທັງຫ້າຄົນກໍຈາກໄປ ແລະມາຮອດເມືອງລາອິດ, ເຫັນປະຊາຊົນທີ່ຢູ່ເມືອງນັ້ນມີຊີວິດຢູ່ໃນຄວາມປອດໄພ, ເຫມືອນກັບຄົນຊີໂດນອາໄສຢູ່, ຢ່າງສະຫງົບ, ແລະບໍ່ມີຄວາມກັງວົນ. ບໍ່ມີໃຜມາຢືດຄອງ ຫລືກົດຂີ່ຂົ່ມເຫັງພວກເຂົາ ໃນແຜ່ນດິນນັ້ນ. ພວກເຂົາໄດ້ອາໄສຢູ່ຫ່າງໄກຈາກຄົນຊີໂດນ, ແລບໍ່ມີການພົວພັນກັບຄົນອື່ນເລີຍ.
|
|||
|
\v 8 ເມື່ອພວກເຂົາກັບມາຫາເຜົ່າໂຊຣາ ແລະເອຊະຕາໂອນຂອງພວກເຂົາ. ຍາດພີ່ນ້ອງຂອງພວກເຂົາຈຶ່ງຖາມພວກເຂົາວ່າ, “ພວກເຈົ້າໄດ້ພົບເຫັນຫຍັງແດ່?”.
|
|||
|
|
|||
|
\s5
|
|||
|
\v 9 ພວກເຂົາຕອບວ່າ, “ມາເຖີດ! ໃຫ້ພວກເຮົາໄປໂຈມຕີພວກເຂົາສາ! ພວກເຮົາໄດ້ເຫັນແຜ່ນດິນນັ້ນ ແລະເປັນແຜ່ນດິນທີ່ດີຫລາຍ. ພວກເຈົ້າບໍ່ໄດ້ເຮັດຫຍັງເລີຍບໍ? ຢ່າລໍຊ້າທີ່ຈະໂຈມຕີ ແລະຢືດຄອງແຜ່ນດິນນັ້ນ.
|
|||
|
\v 10 ເມື່ອທ່ານທັງຫລາຍໄປ, ພວກທ່ານຈະໄດ້ພົບເຫັນປະຊາຊົນ ຜູ້ຄິດວ່າພວກເຂົາປອດໄພ. ແລະແຜ່ນດິນທີ່ກວ້າງຂວາງ! ພຣະເຈົ້າຊົງມອບແຜ່ນດິນນີ້ໄວ້ແກ່ພວກທ່ານແລ້ວ- ເປັນສະຖານທີ່ ຊຶ່ງບໍ່ຂາດແຄນຫຍັງເລີຍໃນແຜ່ນດິນນີ້.”
|
|||
|
|
|||
|
\s5
|
|||
|
\v 11 ຄົນເຜົ່າດານຫົກຮ້ອຍຄົນ, ພ້ອມດ້ວຍເຄື່ອງອາວຸດສົງຄາມ, ອອກເດີນທາງຈາກໂຊຣາ ແລະເອຊະຕາໂອນ.
|
|||
|
\v 12 ພວກເຂົາຂຶ້ນໄປ ແລະຕັ້ງຄ້າຍຢູ່ທີ່ກີຣິອາດ-ເຢອາຣີມໃນຢູດາ. ນີ້ແມ່ນເຫດຜົນ ທີ່ປະຊາຊົນເອີ້ນສະຖານທີ່ນີ້ວ່າທີ່ຫມັ້ນຂອງພວກດານ ຈົນເຖິງທຸກມື້ນີ້; ເມືອງນີ້ຢູ່ທາງທິດຕາເວັນຕົກຂອງເມືອງກີຣິອາດ-ເຢອາຣີມ.
|
|||
|
|
|||
|
\s5
|
|||
|
\v 13 ພວກເຂົາກໍຜ່ານຈາກບ່ອນນັ້ນໄປຍັງເຂດເນີນພູເຂົາເອຟຣາອິມ ແລະມາຮອດເຮືອນຂອງມີກາ.
|
|||
|
\v 14 ແລ້ວຊາຍທັງຫ້າຄົນທີ່ໄປສອດແນມເບິ່ງເມືອງລາອິດກໍບອກແກ່ພີ່ນ້ອງຂອງຕົນວ່າ, “ພວກທ່ານຮູ້ບໍ່ວ່າໃນເຮືອນເຫລົ່ານີ້ມີຮູບເອໂຟດ, ພຣະປະຈຳບ້ານຕ່າງໆ, ຮູບພຣະຮູບແກະສະຫລັກ ແລະຮູບຫລໍ່ໂລຫະ? ຂໍໃຫ້ຕັດສິນໃຈດຽວນີ້ວ່າພວກເຮົາຈະເຮັດຫຍັງ?.
|
|||
|
|
|||
|
\s5
|
|||
|
\v 15 ດັ່ງນັ້ນ ພວກເຂົາຈຶ່ງກັບເຂົ້າໄປທີ່ນັ້ນ ແລະມາຮອດເຮືອນຂອງຄົນເລວີຫມຸ່ນຄົນນັ້ນ ຄືທີ່ເຮືອນຂອງມີກາ, ແລະພວກເຂົາຖາມທຸກສຸກຂອງລາວ.
|
|||
|
\v 16 ບັດນີ້ ຄົນດານທີ່ຖືອາວຸດສົງຄາມຫົກຮ້ອຍຄົນ ກໍໄດ້ຍິນຢູ່ທີ່ທາງເຂົ້າປະຕູຮົ້ວນັ້ນ.
|
|||
|
|
|||
|
\s5
|
|||
|
\v 17 ຊາຍທັງຫ້າຄົນທີ່ອອກໄປສອດແນມເບິ່ງແຜ່ນດິນນັ້ນ ກໍຍ່າງເຂົ້າໄປທີ່ນັ້ນ ແລະພວກເຂົາໄດ້ເອົາຮູບແກະສະຫລັກເອໂຟດ, ຮູບພຣະປະຈຳບ້ານຕ່າງໆ, ແລະຮູບຫລໍ່ໂລຫະຕ່າງໆໄປ, ໃນຂະນະທີ່ ປະໂລຫິດ ກໍຢືນຢູ່ທີ່ທາງເຂົ້າປະຕູຮົ້ວ ກັບທະຫານຫົກຮ້ອຍຄົນຖືອາວຸດເຮັດສົງຄາມນັ້ນ.
|
|||
|
\v 18 ເມື່ອຄົນເຫລົ່ານີ້ ໄດ້ເຂົ້າໄປໃນເຮືອນຂອງມີກາ ແລະນຳເອົາຮູບແກະສະຫລັກເອໂຟດ, ຮູບພຣະປະຈຳບ້ານຕ່າງໆ, ແລະຮູບຫລໍ່ໂລຫະຕ່າງໆໄປ, ປະໂລຫິດຖາມພວກເຂົາວ່າ, “ພວກທ່ານກຳລັງເຮັດຫຍັງ?”
|
|||
|
|
|||
|
\s5
|
|||
|
\v 19 ຄົນເຫລົ່ານັ້ນຈຶ່ງຕອບພວກເຂົາວ່າ, “ງຽບໄວ້ໆ! ຈົງເອົາມືປິດປາກຂອງເຈົ້າໄວ້ ແລະມາກັບພວກເຮົາສາ, ແລະມາເປັນພໍ່ ແລະເປັນປະໂລຫິດຂອງເຮົາ. ດີກວ່າເຈົ້າຈະເປັນປະໂລຫິດໃນເຮືອນຂອງຊາຍຄົນດຽວ ຫລືວ່າຈະເປັນປະໂລຫິດຂອງເຜົ່າ ຊຶ່ງເປັນຕະກູນຫນຶ່ງຂອງອິດສະຣາເອນ?”
|
|||
|
\v 20 ໃຈຂອງປະໂລຫິດນັ້ນກໍຍິນດີ, ລາວຈຶ່ງເອົາຮູບເອໂຟດ, ຮູບພະປະຈຳບ້ານຕ່າງໆ ແລະຮູບແກະສະຫລັກໄປ, ແລະໄດ້ຕາມຄົນເຫລົ່ານັ້ນໄປ.
|
|||
|
|
|||
|
\s5
|
|||
|
\v 21 ດ່ັງນັ້ນ ພວກເຂົາກໍຫນີອອກໄປ. ແລະພວກເຂົາໃຫ້ເດັກນ້ອຍພ້ອມທັງຝູງສັດ ແລະຊັບສິນຂອງພວກເຂົາຢູ່ຂ້າງຫນ້າພວກເຂົາເອງ.
|
|||
|
\v 22 ເມື່ອພວກເຂົາໄປຫ່າງຈາກເຮືອນມີກາແລ້ວ, ບັນດາຄົນທີ່ຢູ່ໃນເຮືອນໃກ້ຄຽງກັບເຮືອນຂອງມີກາ ກໍຖືກເອີ້ນອອກມາລວມຕົວກັນ, ແລະພວກເຂົາກໍໄດ້ຕາມໄປຈົນເຜົ່າດານ.
|
|||
|
\v 23 ພວກເຂົາໄດ້ເອີ້ນຄົນດານ, ພວກເຂົາກໍຫັນກັບມາເວົ້າກັບມີກາວ່າ, “ເປັນຫຍັງ ພວກເຈົ້າຈຶ່ງເອີ້ນຄົນພວກນີ້ກັບ?”.
|
|||
|
|
|||
|
\s5
|
|||
|
\v 24 ມີກາຕອບພວກເຂົາວ່າ “ພວກເຈົ້າໄດ້ລັກພຣະຕ່າງໆຂອງຂ້ອຍ ຊຶ່ງຂ້ອຍສ້າງຂຶ້ນ, ແລະພວກເຈົ້ານຳປະໂລຫິດຂອງຂ້ອຍໄປ, ແລະພວກເຈົ້າກຳລັງຈະໄປ. ຂ້ອຍຈະມີຫຍັງເຫລືອຢູ່ບໍ? ພວກເຈົ້າຍັງຈະຖາມຂ້ອຍໄດ້ແນວໃດ, ‘ແມ່ນຫຍັງທີ່ເຮັດໃຫ້ພວກເຈົ້າຫຍຸ້ງຍາກ?’”.
|
|||
|
\v 25 ຄົນດານຈຶ່ງຕອບລາວວ່າ, “ເຈົ້າຢ່າເວົ້າຫຍັງໃຫ້ພວກເຮົາໄດ້ຍິນອີກ, ຖ້າບໍ່ດັ່ງນັ້ນ ມີບາງຄົນທີ່ກຳລັງໃຈຮ້າຍຫລາຍ ກໍຈະໄປຕີເຈົ້າ, ແລະເຈົ້າພ້ອມຄອບຄົວຂອງເຈົ້າ ກໍຈະຖືກຂ້າຖີ້ມ.”
|
|||
|
\v 26 ແລ້ວຄົນດານກໍໄດ້ເດີນທາງຕໍ່ໄປຕາມທາງຂອງພວກເຂົາ. ເມື່ອມີກາເຫັນວ່າພວກເຂົາເຫລົ່ານັ້ນມີກຳລັງຫລາຍກວ່າລາວຫລາຍ, ແລະຈຶ່ງຫັນກັບ ແລະໄດ້ກັບໄປເຮືອນຂອງຕົນ.
|
|||
|
|
|||
|
\s5
|
|||
|
\v 27 ຄົນເຜົ່າດ່ານ ນຳເອົາສິ່ງທີ່ມີກາສ້າງຂຶ້ນ, ແລະ ນຳປະໂລຫິດຂອງລາວມານຳ, ແລະ ພວກເຂົາກໍເດີນທາງມາຮອດລາອິດ ມາເຖິງປະຊາຊົນທີ່ຢູ່ຢ່າງສະຫງົບສຸກ ແລະ ບໍ່ມີຄວາມກັງວົນ, ແລະພວກເຂົາໄດ້ຂ້າຄົນເຫລົ່ານັ້ນດ້ວຍຄົມດາບ ແລະເອົາໄຟເຜົາເມືອງຖິ້ມ.
|
|||
|
\v 28 ບໍ່ມີຜູ້ໃດມາຊ່ວຍພວກເຂົາ ເພາະວ່າພວກເຂົາຢູ່ໄກຈາກເມືອງຊີໂດນ, ແລະ ພວກເຂົາບໍ່ໄດ້ພົວພັນກັບຄົນອື່ນເລີຍ. ເມືອງນີ້ເປັນຢູ່ໃນຮ່ອມພູເຂົາຊຶ່ງຢູ່ໃກ້ກັບເມືອງເບັດເຣໂຮບ. ຄົນດານ ກໍສ້າງເມືອງຂຶ້ນໃຫມ່ ແລະ ອາໃສຢູ່ບ່ອນນັ້ນ.
|
|||
|
\v 29 ພວກເຂົາຕັ້ງຊື່ເມືອງນັ້ນວ່າດານ, ຕາມຊື່ຂອງດານທີ່ເປັນບັນພະບູຣຸດຂອງພວກເຂົາ, ຜູ້ຊຶ່ງຫນຶ່ງໃນບັນດາລູກຊາຍຂອງອິສະຣາເອນ. ແຕ່ເມືອງນີ້ເຄີຍມີຊື່ວ່າເມືອງລາອິດ.
|
|||
|
|
|||
|
\s5
|
|||
|
\v 30 ຄົນເຜົ່າດານກໍຕັ້ງຮູບແກະສະຫລັກໄວ້ສຳລັບພວກເຂົາເອງ. ສ່ວນໂຢນາທານລູກຊາຍເກໂຊມ, ລູກຊາຍຂອງມານາເຊ, ລາວ ແລະລູກຊາຍເປັນປະໂລຫິດໃຫ້ແກ່ເຜົ່າຄົນດານຈົນຮອດສະໄຫມທີ່ແຜ່ນດິນຕົກໄປເປັນຊະເລີຍ.
|
|||
|
\v 31 ດັ່ງນັ້ນ ພວກເຂົາໄດ້ຕັ້ງຮູບແກະສະຫລັກ ຊຶ່ງມີກາໄດ້ສ້າງຂື້ນມານັ້ນຕະຫລອດເວລາທີ່ພຣະວິຫານຂອງພຣະເຈົ້າຢູ່ທີ່ເມືອງຊີໂລ.
|
|||
|
|
|||
|
\s5
|
|||
|
\c 19
|
|||
|
\cl ບົດທີ 19
|
|||
|
\p
|
|||
|
\v 1 ໃນສະໄຫມນັ້ນ, ເມື່ອບໍ່ມີກະສັດໃນອິສະຣາເອນ, ມີຜູ້ຊາຍຄົນ, ເລວີຄົນຫນຶ່ງ, ອາໃສຢູ່ດິນແດນຫ່າງໄກທີ່ສຸດຢູ່ໃນເຂດພູເຂົາເອຟຣາອິມ. ລາວໄດ້ເອົາຍິງຄົນຫນຶ່ງຈາກເມືອງເບັດເລເຮັມໃນຢູດາມາເປັນເມຍນ້ອຍຂອງຕົນເອງ.
|
|||
|
\v 2 ແຕ່ເມຍນ້ອຍຂອງລາວບໍ່ຊື່ສັດຕໍ່ລາວ; ນາງໄດ້ຈາກລາວ ແລະ ກັບຄືນເມືອເຮືອນຂອງພໍ່ນາງຢູ່ທີ່ເບັດເລເຮັມໃນຢູດາ. ນາງໄດ້ພັກອາໄສຢູ່ບ່ອນນັ້ນເປັນເວລາສີ່ເດືອນ.
|
|||
|
|
|||
|
\s5
|
|||
|
\v 3 ແລ້ວຜົວຂອງນາງກໍລຸກຂຶ້ນ ແລະໄປຕາມຫານາງ ເພື່ອຈະຊວນໃຫ້ນາງກັບຄືນມາ. ຄົນໃຊ້ຄົນຫນຶ່ງຂອງລາວໄດ້ໄປນຳລາວ ພ້ອມລາຄູ່ຫນຶ່ງ. ນາງພາລາວເຂົ້າໃນເຮືອນພໍ່ຂອງນາງ. ເມື່ອພໍ່ຂອງນາງເຫັນລາວ, ເພິ່ນກໍມີຄວາມຍິນດີຫລາຍ.
|
|||
|
\v 4 ພໍ່ເຖົ້າຂອງລາວ, ຄືພໍ່ຂອງຜູ້ຍິງຄົນນັ້ນ, ໄດ້ຊວນໃຫ້ລາວພັກຢູ່ນັ້ນສາມມື້. ພວກເຂົາກິນ, ແລະດື່ມ, ແລະພວກເຂົາພັກຄ້າງຄືນຢູ່ທີ່ນັ້ນ.
|
|||
|
|
|||
|
\s5
|
|||
|
\v 5 ຢູ່ມາ ມື້ທີສີ່ ພວກເຂົາກໍຕື່ນຂຶ້ນແຕ່ເຊົ້າມືດ ແລະລາວໄດ້ກຽມຕົວຈະອອກເດີນທາງ, ແຕ່ພໍ່ຂອງຍິງສາວນັ້ນເວົ້າກັບລູກເຂີຍຂອງຕົນວ່າ, “ກິນເຂົ້າຈີ່ອີກຈັກຫນ້ອຍໃຫ້ມີກຳລັງ, ແລ້ວພວກເຈົ້າຈຶ່ງອອກເດີນທາງໄປ”.
|
|||
|
\v 6 ດັ່ງນັ້ນ ຊາຍສອງຄົນນັ້ນກໍນັ່ງລົງກິນ ແລະດື່ມນຳກັນ. ຈາກນັ້ນພໍ່ຂອງຍິງນັ້ນກໍເວົ້າວ່າ, “ຂໍໃຫ້ພັກຄ້າງຄືນຢູ່ທີ່ນີ້ອີກເຖິດ ແລະເຮັດຈິດໃຈໃຫ້ເບີກບານ”.
|
|||
|
|
|||
|
\s5
|
|||
|
\v 7 ເມື່ອຄົນເລວີໄດ້ລຸກຂຶ້ນຈະອອກເດີນທາງໄປ, ພໍ່ຂອງຍິງສາວຄົນນັ້ນກໍຊັກຊວນໃຫ້ລາວໃຫ້ລາວຢູ່ຕໍ່, ດັ່ງນັ້ນ ລາວຈຶ່ງປຽ່ນແຜນ ແລະໄດ້ຄ້າງຄືນທີ່ນັ້ນອີກ.
|
|||
|
\v 8 ໃນວັນທີຫ້າ ລາວກໍຕື່ນແຕ່ເຊົ້າມືດເພື່ອຈະອອກເດີນທາງໄປ, ພໍ່ຂອງຍິງສາວຄົນນັ້ນເວົ້າວ່າ “ພັກເອົາແຮງອີກຈັກຫນ່ອຍ, ແລະລໍຖ້າຈົນຮອດຕອນບ່າຍເຖີດ”. ດັ່ງນັ້ນ ຊາຍທັງສອງກໍໄດ້ກິນອາຫານທ່ຽງນຳກັນ.
|
|||
|
|
|||
|
\s5
|
|||
|
\v 9 ເມື່ອຄົນເລວີ ແລະເມຍນ້ອຍກັບຄົນໃຊ້ຂອງລາວ ໄດ້ລຸກຂຶ້ນຈະອອກເດີນທາງ, ພໍ່ເຖົ້າຂອງລາວ, ຄືພໍ່ຂອງຍິງສາວນັ້ນ ກໍເວົ້າກັບລາວວ່າ, “ເບິ່ງແມ, ນີ້ກໍໃກ້ຈະຄ່ຳແລ້ວ. ຂໍຈົງພັກທີ່ນີ້ຈັກຄືນຫນຶ່ງ ແລະເຮັດຈິດໃຈໃຫ້ເບີກບານ. ມື້ອື່ນເຊົ້າພວກເຈົ້າຕື່ນແຕ່ເຊົ້າ ແລະ ເດີນທາງກັບບ້ານກໍໄດ້”.
|
|||
|
|
|||
|
\s5
|
|||
|
\v 10 ແຕ່ຄົນເລວີນັ້ນບໍ່ຍອມພັກຄ້າງຄືນ. ລາວຈຶ່ງລຸກຂຶ້ນ ແລະອອກເດີນທາງໄປ. ລາວໄດ້ເດີນທາງໄປເມືອງເຢບຸດ(ຄືເມືອງເຢຣູຊາເລັມ). ລາວມີລາສອງໂຕທີ່ມີອານ- ແລະເມຍນ້ອຍຂອງລາວກໍໄປນຳລາວ.
|
|||
|
\v 11 ເມື່ອພວກເຂົາມາໃກ້ເມືອງເຢບຸດກໍເກືອບຫມົດມື້, ແລະຄົນໃຊ້ຈຶ່ງບອກນາຍຂອງຕົນວ່າ, “ມາເຖີດ, ພວກເຮົາໄປແວະທີ່ເມືອງຂອງຄົນເຢບຸດກ່ອນ ແລະນອນຄ້າງຄືນຢູ່ໃນເມືອງນີ້ເຖີດ”.
|
|||
|
|
|||
|
\s5
|
|||
|
\v 12 ນາຍຂອງລາວຕອບກັບລາວວ່າ, “ພວກເຮົາຈະບໍ່ແວະເຂົ້າໄປໃນເມືອງຂອງຄົນຕ່າງດ້າວ ຜູ້ທີ່ບໍ່ແມ່ນຄົນອິສະຣາເອນ. ພວກເຮົາຈະຜ່ານໄປຮອດເມືອງກິີເບອາ”.
|
|||
|
\v 13 ຄົນເລວີຄົນນັ້ນໄດ້ເວົ້າກັບຄົນຫນຸ່ມຂອງລາວວ່າ, “ມາເຖີດ, ໃຫ້ພວກເຮົາເຂົ້າໄປໃກ້ບ່ອນເຫລົ່ານັ້ນຈັກແຫ່ງຫນຶ່ງ, ແລະ ນອນຄ້າງຄືນຢູ່ທີ່ກີເບອາ ຫລືທີ່ຣາມາ”.
|
|||
|
|
|||
|
\s5
|
|||
|
\v 14 ດ່ັງນັ້ນພວກເຂົາຈຶ່ງເດີນທາງຜ່ານໄປ, ແລະ ເມື່ອຕາເວັນກໍຕົກແລ້ວ ພວກເຂົາກໍມາໃກ້ກີເບອາຊຶ່ງເປັນຂອງຄົນເບັນຢາມິນ.
|
|||
|
\v 15 ພວກເຂົາຈຶ່ງແວະເຂົ້າໄປທີ່ນັ້ນ ເພື່ອນອນຄ້າງຄືນທີ່ເມືອງກີເບອາ. ພວກເຂົາແວະເຂົ້າໄປ ແລະ ນັ່ງຢູ່ທີ່ຖະຫນົນໃນເມືອງນັ້ນ ເພາະວ່າບໍ່ມີໃຜພາພວກເຂົາເຂົ້າໄປນອນໃນເຮືອນຂອງເຂົາເລີຍ.
|
|||
|
|
|||
|
\s5
|
|||
|
\v 16 ແຕ່ຫລັງຈາກນັ້ນ ມີຊາຍເຖົ້າຄົນຫນຶ່ງກຳລັງກັບມາຈາກເຮັດນາເປັນເວລາຄ່ຳແລ້ວ. ລາວເປັນຄົນແຖບພູເຂົາເອຟຣາອິມ, ແລະລາວມາອາໄສຢູ່ໃນເມືອງກິີເບອາບໍ່ດົນປານໃດ. ແຕ່ຊາຍຄົນນັ້ນອາໄສຢູ່ທີ່ນັ້ນເປັນຄົນເບັນຢາມິນ.
|
|||
|
\v 17 ເມື່ອລາວເງີຍຫນ້າຂຶ້ນເຫັນຜູ້ເດີນທາງຄົນນັ້ນນັ່ງຢູ່ທີ່ຖະຫນົນໃນເມືອງ. ຊາຍຜູ້ເຖົ້າຄົນນັ້ນກໍຖາມວ່າ, “ພວກທ່ານຈະໄປໃສ ແລະພວກທ່ານມາຈາກໃສ?”.
|
|||
|
|
|||
|
\s5
|
|||
|
\v 18 ຄົນເລວີຄົ້ນນັ້ນຈຶ່ງຕອບລາວວ່າ, “ພວກເຮົາກຳລັງເດີນທາງຈາກເບັດເລເຮັມໃນຢູດາ ຈະໄປທີ່ຍັງດິນແດນຫ່າງໄກທີ່ສຸດຂອງແຖບພູເຂົາເອຟຣາອິມ, ຊຶ່ງຂ້ອຍມາຈາກບ່ອນນັ້ນ, ຂ້ອຍໄປເບັດເລເຮັມໃນຢູດາມາ ແລະຂ້ອຍຈະກັບໄປພຣະວິຫານພຣະຢາເວ, ບໍ່ມີໃຜພາຂ້ອຍເຂົ້າໄປພັກໃນເຮືອນຂອງເຂົາເລີຍ.
|
|||
|
\v 19 ພວກເຮົາມີເຟືອງ ແລະອາຫານທີ່ຈະລ້ຽງລາຂອງພວກເຮົາ, ແລະກໍມີທັງອາຫານ ແລະເຫລົ້າອະງຸ່ນທີ່ລ້ຽງສຳລັບຕົນເອງ ແລະສາວຮັບໃຊ້ຂອງເຈົ້າທີ່ນີ້, ແລະສຳລັບຄົນຫນຸ່ມຄົນນີ້ກັບພວກຜູ້ຮັບໃຊ້ຂອງເຈົ້າດ້ວຍ. ພວກເຮົາບໍ່ຂາດສິ່ງໃດເລີຍ."
|
|||
|
|
|||
|
\s5
|
|||
|
\v 20 ຊາຍຜູ້ເຖົ້າຄົນນັ້ນໄດ້ຕ້ອນຮັບພວກເຂົາວ່າ, “ຂໍສັນຕິສຸກຈົ່ງມີແກ່ທ່ານເຖີດ, ຂ້ອຍຈະເບິ່ງແຍງໃນສິ່ງທີ່ພວກເຈົ້າຕ້ອງການທັງຫມົດ. ຂໍພຽງແຕ່ຢ່ານອນຄ້າງຄືນຢູ່ຖະຫນົນເມືອງນີ້ເລີຍ”.
|
|||
|
\v 21 ດັ່ງນັ້ນ, ຊາຍຄົນນັ້ນຈຶ່ງໄດ້ພາຄົນເລວີເຂົ້າໄປໃນເຮືອນຂອງລາວ ແລະເອົາອາຫານໃຫ້ແກ່ລາເຫລົ່ານັ້ນ. ພວກເຂົາກໍລ້າງຕີນຂອງຕົນ ແລະກິນອາຫານ ແລະດື່ມ.
|
|||
|
|
|||
|
\s5
|
|||
|
\v 22 ໃນຂະນະທີ່ພວກເຂົາກຳລັງມີຄວາມຍິນດີຢູ່ນັ້ນ. ບາງຄົນຊາວເມືອງນັ້ນ, ທີ່ເປັນນັກເລງມາລ້ອມເຮືອນນັ້ນ, ທຸບປະຕູ, ຮ້ອງບອກຊາຍຜູ້ເຖົ້າ, ຜູ້ເປັນເຈົ້າຂອງເຮືອນນັ້ນວ່າ, “ຈົ່ງນຳຜູ້ຊາຍທີ່ເຂົ້າມາຢູ່ໃນເຮືອນຂອງເຈົ້າມາໃຫ້ພວກເຮົາຮ່ວມເພດກັບລາວ”.
|
|||
|
\v 23 ຊາຍຜູ້ເປັນເຈົ້າຂອງເຮືອນກໍອອກໄປເວົ້າກັບພວກເຂົາວ່າ, “ຢ່າເລີຍ, ພີ່ນ້ອງຂອງຂອ້ຍ, ຂໍຢ່າເຮັດສິ່ງຊົ່ວຮ້າຍຢ່າງນີ້ເລີຍ! ເພາະຊາຍຄົນນີ້ເປັນແຂກໃນເຮືອນຂອງຂ້ອຍ, ຂໍຢ່າເຮັດສິ່ງທີ່ຊົ່ວຮ້າຍນີ້ເລີຍ!.
|
|||
|
|
|||
|
\s5
|
|||
|
\v 24 ເບິ່ງແມ, ລູກສາວພົມມະຈາລີຄົນຫນຶ່ງຂອງຂ້ອຍ ແລະເມຍນ້ອຍຂອງລາວຢູ່ທີ່ນີ້. ຂໍໃຫ້ຂ້ອຍຈະພາພວກນາງອອກມາໃຫ້ພວກທ່ານດຽວນີ້. ຈົ່ງຂົ່ມຂືນພວກນາງ ຫລືເຮັດຫຍັງແກ່ພວກນາງຕາມໃຈມັກສາ, ແຕ່ຂໍຢ່າເຮັດສິ່ງທີ່ຊົ່ວຮ້າຍກັບຊາຍຄົນນີ້ເລີຍ”.
|
|||
|
\v 25 ແຕ່ຄົນເຫລົ່ານັ້ນບໍ່ຍອມຟັງລາວເລີຍ, ຄົນເລວີຄົນນັ້ນຈຶ່ງຈັບເມຍນ້ອຍຂອງຕົນ ແລະພານາງອອກໄປໃຫ້ພວກເຂົາ. ພວກເຂົາກໍຈັບນາງໄປ, ຂົ່ມຂື່ນນາງ ແລະເຮັດທາລຸນກັບນາງຕະຫລອດຄືນ ແລະຈົນຮຸ່ງເຊົ້າ ພວກເຂົາກໍປ່ອຍນາງໄປ.
|
|||
|
\v 26 ເມື່ອຮຸ່ງແຈ້ງ ຍິງສາວຄົນນັ້ນກໍກັບມາ ແລະນາງກໍລົ້ມລົງທີ່ປະຕູເຮືອນຂອງຊາຍຄົນບ່ອນທີ່ເຈົ້ານາຍຂອງຕົນພັກຢູ່, ແລະນາງນອນຢູ່ບ່ອນນັ້ນຈົນແຈ້ງສະຫວ່າງ.
|
|||
|
|
|||
|
\s5
|
|||
|
\v 27 ເຈົ້ານາຍຂອງນາງກໍລຸກຂຶ້ນໃນຕອນເຊົ້າ, ເມື່ອເປີດປະຕູເຮືອນ ແລະຈະອອກເດີນທາງ. ລາວເຫັນເມຍນ້ອຍຂອງລາວກໍນອນຢູ່ທີ່ປະຕູເຮືອນ, ດ້ວຍມືຂອງລາວຢຽດອອກໄປເຖິງທາງເຂົ້າປະຕູ.
|
|||
|
\v 28 ຄົນເລວີຈຶ່ງເວົ້າກັບນາງວ່າ, “ລຸກຂຶ້ນ ແລະພວກເຮົາໄປກັນເຖີດ”. ແຕ່ກໍບໍ່ມີຄຳຕອບ. ລາວຈຶ່ງເອົານາງຂຶ້ນຫລັງລາ, ແລະຊາຍນັ້ນອອກເດີນທາງໄປເຮືອນຂອງຕົນ.
|
|||
|
|
|||
|
\s5
|
|||
|
\v 29 ເມື່ອຄົນເລວີມາຮອດເຮືອນຂອງລາວແລ້ວ, ລາວກໍເອົາມີດ, ແລະ ລາວໄດ້ຈັບຕົວເມຍນ້ອຍຂອງລາວ, ແລະຟັນສົບເມຍນ້ອຍ ຕັດແຂນຕັດຂາອອກເປັນສິບສອງທ່ອນ, ແລະນຳກັນສົ່ງໄປທົ່ວເຂດແດນອິສະຣາເອນ.
|
|||
|
\v 30 ທຸກຄົນທີ່ເຫັນເຫດການນີ້ກໍເວົ້າວ່າ, “ເລື່ອງຢ່າງນີ້ບໍ່ມີໃຜເຄີຍໄດ້ພົບໄດ້ເຫັນຕັ້ງແຕ່ສະໄຫມຄົນອິສະຣາເອນອອກຈາກແຜ່ນດິນເອຢິບຈົນຮອດມື້ນີ້. ຈົ່ງຄິດເບິ່ງ! ແລະໃຫ້ຄຳແນະນຳພວກເຮົາ! ຈົ່ງບອກພວກເຮົາວ່າຈະເຮັດແນວໃດ!”
|
|||
|
|
|||
|
\s5
|
|||
|
\c 20
|
|||
|
\cl ບົດທີ 20
|
|||
|
\p
|
|||
|
\v 1 ແລ້ວຄົນອິສະຣາເອນທັງຫມົດຕັ້ງແຕ່ດານຈົນເຖິງເບຍເອເຊບາ, ກໍໄດ້ອອກມາເປັນນຳ້ໃຈຫນຶ່ງດຽວ, ລວມທັງແຜ່ນດິນກີເລອາດກໍອອກມາດ້ວຍ, ແລະ ພວກເຂົາໄດ້ປະຊຸມກັນຕໍ່ພຣະຢາເວທີ່ເມືອງມິຊະປາ.
|
|||
|
\v 2 ພວກຫົວຫນ້າຂອງຄົນອິສະຣາເອນທັງຫມົດ, ຈາກທຸກເຜົ່າຂອງອິສະຣາເອນ, ກໍໄດ້ເຂົ້າມາປະກົດຕົວໃນທີ່ປະຊຸມແຫ່ງປະຊາຊົນຂອງພຣະເຈົ້າ- ມີທະຫານຍ່າງສີ່ແສນຄົນ ຜູ້ທີ່ພ້ອມຈະສູ້ຮົບດ້ວຍດາບ.
|
|||
|
|
|||
|
\s5
|
|||
|
\v 3 ໃນຂະນະທີ່ຄົນເບັນຢາມິນໄດ້ຍິນວ່າຄົນອິສະຣາເອນໄດ້ຂຶ້ນໄປເມືອງມິຊະປາ. ຄົນອິສະຣາເອນກ່າວວ່າ, “ຈົ່ງບອກພວກເຮົາວ່າ ເລື່ອງຊົ່ວຮ້າຍນີ້ເກີດຂຶ້ນໄດ້ແນວໃດ”.
|
|||
|
\v 4 ຄົນເລວີນັ້ນ, ຊຶ່ງເປັນຜົວຂອງຍິງຜູ້ທີ່ຖືກຂ້າໄດ້ຕອບວ່າ, “ຂ້ອຍເຖິງເມືອງກີເບອາໃນເຂດແດນທີ່ເປັນຂອງຄົນເບັນຢາມິນ, ຂ້ອຍ ແລະເມຍນ້ອຍຂອງຂ້ອຍ, ໄດ້ຄ້າງຄືນໃນຢູ່ນັ້ນ.
|
|||
|
|
|||
|
\s5
|
|||
|
\v 5 ໃນເວລາກາງຄືນ, ພວກຜູ້ນຳຂອງກີເບອາ ໄດ້ບຸກເຂົ້າມາຫາຂ້ອຍ, ໄດ້ລ້ອມເຮືອນນັ້ນ ແລະຫມາຍຈະຂ້າຂ້ອຍ. ພວກເຂົາໄດ້ຈັບເອົາເມຍນ້ອຍຂອງຂ້ອຍໄປ ແລະຂົ່ມຂືນນາງ, ແລະນາງກໍຕາຍ.
|
|||
|
\v 6 ຂ້ອຍຈຶ່ງນຳສົບເມຍນ້ອຍຂອງຂ້ອຍກັບໄປ ແລະຟັນອອກເປັນທ່ອນໆ, ແລະສົ່ງໄປຍັງພວກເຂົາໃນແຕ່ລະເຂດແດນທີ່ເປັນມໍລະດົກຂອງອິດສະຣາເອນ, ເພາະວ່າພວກເຂົາໄດ້ເຮັດການຊົ່ວຮ້າຍ ແລະໂກດແຄ້ນເຊັ່ນນັ້ນໃນອິດສະຣາເອນ.
|
|||
|
\v 7 ບັດນີ້, ທ່ານຄົນອິດສະຣາເອນທັງຫລາຍ, ຈົ່ງໃຫ້ຄຳແນະນຳ ແລະຄຳປຶກສາ ໃນທີ່ນີ້ເຖີດ.”
|
|||
|
|
|||
|
\s5
|
|||
|
\v 8 ພວກເຂົາທຸກຄົນກໍລຸກຂຶ້ນພ້ອມກັນເປັນໃຈດຽວ ແລະພວກເຂົາກ່າວວ່າ, “ບໍ່ມີໃຜໃນພວກເຮົາຈະກັບໄປເຕັນຂອງລາວ, ແລະ ບໍ່ມີໃຜໃນພວກເຮົາຈະກັບໄປເຮືອນຂອງລາວ!
|
|||
|
\v 9 ແຕ່ບັດນີ້ ນີ້ຄືສິ່ງທີ່ພວກເຮົາຈະເຮັດກັບເມືອງກີເບອາດ: ພວກເຮົາຈະໄປໂຈມຕີກັບເມືອງນັ້ນຕາມໄດ້ຈັບສະລາກໄດ້ນຳເຮົາ.
|
|||
|
|
|||
|
\s5
|
|||
|
\v 10 ພວກຮົາຈະເລືອກຄົນສີບຄົນຈາກຫນຶ່ງຮ້ອຍຄົນຈາກທົ່ວເຜົ່າອິດສະຣາເອນ, ແລະຫນຶ່ງຮ້ອຍຄົນຈາກຫນຶ່ງພັນຄົນ, ແລະຫນຶ່ງພັນຄົນຈາກຫນ່ຶງແສນຄົນ, ເພື່ອຈັດຫາສະບຽງສຳລັບຄົນເຫລົ່ານີ້, ດ່ັງນັ້ນ ເພື່ອເມື່ອພວກເຂົາມາເຖິງເມືອງກີເບອາດໃນເບັນຢາມິນ, ພວກເຂົາຈະລົງໂທດຄົນເຫລົ່ານັ້ນສຳລັບຄວາມຊົ່ວຮ້າຍທີ່ພວກເຂົາໄດ້ເຮັດໃນອິດສະຣາເອນ.
|
|||
|
\v 11 ດັ່ງນັ້ນ ພວກທະຫານຂອງອິດສະຣາເອນທັງຫມົດ ກໍໄດ້ລວມຕົວກັນອອກໄປຕໍ່ສູ້ຮົບເມືອງນັ້ນໃຈດຽວກັນ.
|
|||
|
|
|||
|
\s5
|
|||
|
\v 12 ເຜົ່າຕ່າງໆຂອງຄົນອິດສະຣາເອນກໍສົ່ງຄົນເຫລົ່ານັ້ນໄປທົ່ວເຜົ່າຂອງຄົນເບັນຢາມິນທັງຫມົດ, ໄດ້ບອກວ່າ, “ພວກເຈົ້າໄດ້ເຮັດເລື່ອງຊົ່ວຮ້າຍແບບນີ້ແນວໃດ?
|
|||
|
\v 13 ດ້ວຍເຫດນັ້ນ, ຈົ່ງມອບຊາຍຄົນຊົ່ວຮ້າຍທັງຫລາຍນັ້ນໃນເມືອງກີເບອາດມາໃຫ້ເຮົາ, ເພື່ອພວກເຮົາຂ້າພວກເຂົາຖີ້ມ ແລະ ເພື່ອພວກເຮົາເອົາຄວາມຊົ່ວອອກໄປຈາກຄົນອິດສະຣາເອນ”. ແຕ່ຄົນເບັນຢາມິນບໍ່ຍອມຟັງສຽງຄົນອິດສະຣາເອນພີ່ນ້ອງຂອງຕົນ.
|
|||
|
\v 14 ຈາກນັ້ນຄົນເບັນຢາມິນກໍອອກມາຈາກບັນດາຫົວເມືອງຕ່າງໆມາລວມຕົວກັນທີ່ເມືອກີເບອາດ ເພື່ອພ້ອມກັນທີ່ຈະສູ້ຮົບກັບຄົນອິດສະຣາເອນ.
|
|||
|
|
|||
|
\s5
|
|||
|
\v 15 ຄົນເບັນຢາມິນໄດ່ພາກັນຈາກເມືອງຕ່າງໆຂອງພວກເຂົາ ເພື່ອທີ່ຈະສູ້ຮົບໃນວັນນັ້ນ ມີທະຫານຈຳນວນສອງຫນື່ນຫົກພັນຄົນທີ່ຊຳນານໃນການສູ້ຮົບດ້ວຍດາບ. ນອກຈາກນັ້ນ, ຍັງມີຄົນອີກເຈັດຮ້ອຍຄົນຂອງພວກເຂົາຖືກເລືອກຈາກເມືອງກີເບອາ.
|
|||
|
\v 16 ໃນຈຳນວນທະຫານທັງຫມົດນີ້ ມີເຈັດຮ້ອຍຄົນທີ່ຖືກເລືອກແລ້ວທີ່ຖະຫນັດມືຊ້າຍ. ແຕ່ລະຄົນສາມາດເອົາຍິງກະຖຸນໃສ່ກ້ອນຫີນໃຫ້ຖືກເສັ້ນຜົມໄດ້ບໍ່ພາດເລີຍ.
|
|||
|
|
|||
|
\s5
|
|||
|
\v 17 ຄົນອິສະຣາເອນທີ່ບໍ່ນັບຄົນເບັນຢາມິນ, ຈຳນວນສີ່ແສນຄົນ ທີ່ຊຳນານໃນການສູ້ຮົບດ້ວຍດາບ. ຄົນທັງຫມົດເຫລົ່ານັ້ນລ້ວນແຕ່ເປັນັນກຮົບ.
|
|||
|
\v 18 ຄົນອິສະຣາເອນກໍລຸກຂຶ້ນ, ຂື້ນໄປຍັງເມືອງເບນເອນ, ແລະທູນຂໍຄຳປຶກສາຈາກພຣະຢາເວ. ພວກເຂົາທູນຖາມວ່າ,“ຜູ້ໃດຈະໄປສູ້ຮົບກັບຄົນເບັນຢາມິນເພື່ອພວກຂ້ານ້ອຍກ່ອນ?” ພຣະຢາເວຊົງກ່າວກວ່າ, “ຢູດາຈະໄປສູ້ຮົບກ່ອນ”
|
|||
|
|
|||
|
\s5
|
|||
|
\v 19 ຄົນອິດສະຣາເອນໄດ້ລຸກຂຶ້ນແຕ່ເຊົ້າ ແລະພວກເຂົາຍ້າຍຄ້າຍຂອງພວກເຂົາໄປໃກ້ເມືອງກີເບອາ
|
|||
|
\v 20 ຄົນອິດສະຣາເອນອອກໄປສູ້ຮົບກັບຄົນເບັນຢາມິນ. ພວກເຂົາໄດ້ຕຽມທະຫານເພື່ອຕໍ່ສູ້ຮົບກັບຄົນເຫລົ່ານັ້ນທີ່ເມືອງກີເບອາ.
|
|||
|
\v 21 ຄົນເບັນຢາມິນອອກມາຈາກເມືອງກີເບອາ, ແລະພວກເຂົາໄດ້ຂ້າທະຫານຂອງຄົນອິດສະຣາເອນໄປສອງຫມື່ນຄົນໃນມື້ນັ້ນ.
|
|||
|
|
|||
|
\s5
|
|||
|
\v 22 ແຕ່ຄົນອິດສະຣາເອນໄດ້ເສີມກຳລັງກັນ ແລະພວກເຂົາຈັດແນວຮົບໃນທີ່ເດີມທີ່ພວກເຂົາໄດ້ວາງຕຳແຫນ່ງໄວ້ໃນວັນທຳອິດ.
|
|||
|
\v 23 ຈາກນັ້ນຄົນອິດສະຣາເອນກໍຂຶ້ນໄປ ແລະພວກເຂົາໄດ້ຮ້ອງໄຫ້ຄ່ຳຄວນຕໍ່ຫນ້າພຣະຢາເວຈົນຮອດຕອນແລງ, ແລະ ພວກເຂົາໄດ້ສະແຫວງຫາການນີ້ຈາກພຣະຢາເວ. ພວກເຂົາໄດ້ທູນຖາມວ່າ “ພວກຂ້ານ້ອຍຄວນທີ່ຈະອອກໄປສູ້ຮົບກັບຄົນເບັນຢາມິນພີ່ນ້ອງຂອງພວກຂ້ານ້ອຍອີກຫລືບໍ່?” ພຣະຢາເວໄດ້ຊົງກ່າວວ່າ “ຈົງໄປສູ້ຮົບກັບພວກເຂົາເຖີດ!”
|
|||
|
|
|||
|
\s5
|
|||
|
\v 24 ດ່ັງນັ້ນ ຄົນອິດສະຣາເອນຈຶ່ງໄດ້ໄປສູ້ຮົບກັບພວກທະຫານຂອງເບັນຢາມິນໃນມື້ທີສອງ.
|
|||
|
\v 25 ແລະໃນມື້ທີສອງນັ້ນ, ຄົນເບັນຢາມິນກໍຍົກທັບອອກໄປຈາກກີເບອາ ແລະພວກເຂົາໄດ້ຂ້າຄົນອິດສະຣາເອນໄປຫນຶ່ງຫມື່ນແປດພັນຄົນ. ຊຶ່ງທຸກຄົນລ້ວນເປັນຄົນຊຳນານໃນການສູ້ຮົບດ້ວຍດາບ.
|
|||
|
|
|||
|
\s5
|
|||
|
\v 26 ແລ້ວພວກທະຫານທັງຫມົດຂອງອິດສະຣາເອນ ແລະ ປະຊາຊົນທັງຫມົດ ຈຶ່ງໄດ້ຂຶ້ນໄປທີ່ເມືອງເບັດເອັນ ແລະຮ້ອງໄຫ້ຄ່ຳຄວນ, ແລະທີ່ນັ້ນພວກເຂົານັ່ງເຝົ້າຕໍ່ຫນ້າພຣະຢາເວ, ແລະ ພວກເຂົາໄດ້ອົດອາຫານຈົນຮອດຕອນແລງ ແລະ ຖວາຍເຄື່ອງເຜົາບູຊາ ແລະ ເຄື່ອງບູຊາເພື່ອຄວາມສາມັກຄີທຳຕໍ່ຫນ້າພຣະຢາເວ.
|
|||
|
|
|||
|
\s5
|
|||
|
\v 27 ຄົນອິດສະຣາເອນຈຶ່ງທູນຖາມພຣະຢາເວ- ເພາະວ່າຫີບພັນທະສັນຍາຂອງພຣະເຈົ້າໄດ້ຢູ່ບ່ອນທີ່ນັ້ນໃນສະໃຫມນັ້ນ.
|
|||
|
\v 28 ແລະຟີເນຫັດລູກຊາຍຂອງເອເລອາຊາ, ຜູ້ເປັນລູກຊາຍຂອງອາໂຣນກຳລັງຮັບໃຊ້ຢູ່ຫນ້າຫີບນັ້ນໃນສະໄຫມນັ້ນ- ພວກເຂົາທູນຖາມວ່າ “ພວກຂ້ານ້ອຍຄວນຈະອອກໄປສູ້ຮົບກັບຄົນເບັນຢາມິນພີ່ນ້ອງຂອງພວກຂ້ານ້ອຍອີກຄັ້ງຫລືວ່າຄວນຈະຢຸດ?”ພຣະຢາເວຊົງກ່າວວ່າ, “ຈົ່ງສູ້ຮົບເຖີດ ເພາະວ່າມື້ອື່ນນີ້ ເຮົາຈະຊ່ວຍໃຫ້ພວກເຈົ້າເອົາຊະນະພວກເຂົາ."
|
|||
|
|
|||
|
\s5
|
|||
|
\v 29 ດັ່ງນັ້ນ ຄົນອິດສະຣາເອນຈຶ່ງຈັດຄົນຊ້ອນໄວ້ອ້ອມເມືອງກີເບອາ.
|
|||
|
\v 30 ຄົນອິດສະຣາເອນກໍຂຶ້ນໄປສູ້ຮົບກັບຄົນເບັນຢາມິນໃນວັນທີສາມ, ແລະພວກເຂົາຈັດຕຽມທະຫານຕໍ່ສູ້ເມືອງກີເບອາເຫມືອນກັບທີ່ພວກເຂົາເຮັດຄາວກ່ອນ.
|
|||
|
|
|||
|
\s5
|
|||
|
\v 31 ຄົນເບັນຢາມິນກໍໄດ້ອອກໄປແລະສູ້ຮົບກັບຄົນເຫລົ່ານັ້ນ, ແລ້ວພວກເຂົາກໍຖືກຫລອກລວງໃຫ້ຫ່າງອອກໄປຈາກຕົວເມືອງ.ພວກເຂົາກໍເລີ່ມຂ້າຟັນປະຊາຊົນຈຳນວນຫນຶ່ງ. ມີຄົນອິດສະຣາເອນປະມານສາມສິບຄົນທີ່ຕາຍຕາມທົ່ງນາ ແລະເສັ້ນທາງ. ຫນຶ່ງໃນເສັ້ນທາງໄປຍັງພຣະວິຫານຂອງພຣະຢາເວ: ແລະ ອີກເສັ້ນຫນຶ່ງໄປເມືອງກິເບອາ.
|
|||
|
|
|||
|
\s5
|
|||
|
\v 32 ແລ້ວຄົນເບັນຢາມິນຈຶ່ງເວົ້າກັນວ່າ, “ພວກເຂົາພ່າຍແພ້ ແລະພວກເຂົາກຳລັງແລ່ນຫນີຈາກພວກເຮົາຄືກັນກັບຄາວກ່ອນ”. ແຕ່ຄົນອິດສະຣາເອນເວົ້າວ່າ, “ໃຫ້ພວກເຮົາແລ່ນຖອຍອອກມາ ແລະລໍຖ້າພວກເຂົາອອກມາຫ່າງຈາກເມືອງໄປຮອດຖະຫນົນນັ້ນ”.
|
|||
|
\v 33 ຄົນອິດສະຣາເອນທັງມົດກໍລຸກອອກຈາກບ່ອນຂອງຕົນ ແລະຈັດແນວຮົບຂອງຕົນທີ່ບາອານ-ຕາມາ. ແລ້ວພວກທະຫານຂອງອິດສະຣາເອນທີ່ຄອຍຖ້າຊຸ້ມຢູ່ກໍອອກຈາກບ່ອນຂອງຕົນຈາກເມືອງມາຣາ-ເກບາ.
|
|||
|
|
|||
|
\s5
|
|||
|
\v 34 ມີຄົນອິດສະຣາເອນທີ່ຖືກຄັດເລືອກມາຈາກຄົນອິດສະຣາເອນທັງຫມົດຫນຶ່ງຫມື່ນຄົນໄດ້ອອກມາສູ້ຮົບກັບເມືອງກີເບອາ ແລະ ການກຳລັງຕໍ່ສູ້ຢ່າງດຸເດືອດ, ແຕ່ຄົນເບັນຢາມິນບໍ່ຮູ້ວ່າຄວາມໂຫດຮ້າຍກຳລັງໃກ້ເຂົ້າມາເຖິງຕົນແລ້ວ.
|
|||
|
\v 35 ພຣະຢາເວໃຫ້ຄົນເບັນຢາມິນພ່າຍແພ້ຄົນອິດສະຣາເອນ. ໃນມື້ນັ້ນ, ພວກທະຫານ ຂອງອິດສະຣາເອນໄດ້ຂ້າຄົນເບັນຢາມິນສອງຫມື່ນຫ້າພັນຫນຶ່ງຮ້ອຍຄົນ ຄົນຕາຍເຫລົ່ານີ້ລ້ວນແຕ່ຊຳນານການສູ້ຮົບດ້ວຍດາບ.
|
|||
|
|
|||
|
\s5
|
|||
|
\v 36 ດັ່ງນັ້ນ ພວກທະຫານເບັນຢາມິນຈຶ່ງເຫັນວ່າ ພວກເຂົາພ່າຍແພ້ແລ້ວ. ຄົນອິດສະຣາເອນທຳທ່າຖອຍຫນີຕໍ່ຄົນເບັນຢາມິນ, ເພາະວ່າພວກເຂົາວາງໃຈຄົນເຫລົ່ານັ້ນທີ່ໄດ້ຊຸ້ມຢູ່ອ້ອມເມືອງກີເບອາ.
|
|||
|
\v 37 ແລ້ວຄົນທີ່ຊຸ້ມຢູ່ກໍລຸກຂື້ນ, ແລະຮີບ, ແລະພວກເຂົາໄດ້ບຸກຂື້ນເຂົ້າໄປໃນເມືອງກີເບອາ ແລະພວກເຂົາໄດ້ຂ້າທຸກຄົນທີ່ອາໄສຢູ່ໃນເມືອງນັ້ນດ້ວຍດາບ.
|
|||
|
\v 38 ຄົນອິດສະຣາເອນ ກັບພວກຄົນທີ່ຊຸ້ມຢູ່ ໄດ້ນັດກັນໃນການໃຫ້ສັນຍານວ່າ ຖ້າເຫັນຄວັນກ້ອນໃຫຍ່ພຸ່ງຂຶ້ນມາຈາກໃນເມືອງນັ້ນ.
|
|||
|
|
|||
|
\s5
|
|||
|
\v 39 ເມື່ອສົ່ງສັນຍານໄປແລ້ວ ພວກທະຫານຂອງອິດສະຣາເອນກໍຫັນກັບມາຈາກການສູ້ຮົບ. ຄົນເບັນຢາມິນໄດ້ເລີ້ມໂຈມຕີ ແລະພວກເຂົາຂ້າຄົນອິດສະຣາເອນໄດ້ສາມສິບຄົນ, ພວກເຂົາກໍເວົ້າວ່າ, “ແນ່ນອນວ່າພວກເຂົາໄດ້ພ່າຍແພ້ຕໍ່ຫນ້າພວກເຮົາແລ້ວ, ເຫມືອນຢ່າງການສູ້ຮົບໃນຄັ້ງກ່ອນ”.
|
|||
|
|
|||
|
\s5
|
|||
|
\v 40 ແຕ່ຄວັນໄຟລຸກພຸ່ງຂຶ້ນມາຈາກໃນເມືອງນັ້ນ, ຄົນເບັນຢາມິນຫັນມາ ແລະ ເຫັນຄວັນໄຟໄດ້ພຸ່ງຂື້ນສູ່ທ້ອງຟ້າຈາກທົ່ວເມືອງນັ້ນ.
|
|||
|
\v 41 ແລ້ວຄົນອິດສະຣາເອນກໍໄດ້ຫັນກັບມາສູ້ຮົບກັບພວກເຂົາ. ຄົນເບັນຢາມິນຢ້ານກວ່າຫລາຍ, ເພາະວ່າພວກເຂົາເຫັນວ່າຄວາມໂຫດຮ້າຍມາເຫນືອພວກເຂົາແລ້ວ.
|
|||
|
|
|||
|
\s5
|
|||
|
\v 42 ດັ່ງນັ້ນ ພວກເຂົາຈຶ່ງແລ່ນຫນີໄປຈາກຄົນອິດສະຣາເອນ, ຫນີເຂົ້າໄປທາງຖິ່ນແຫ້ງແລ້ງກັນດານ. ແຕ່ສົງຄາມກໍຍັງຕາມພວກເຂົາໄປຢ່າງຫນັກ. ພວກທະຫານຂອງອິດສະຣາເອນ ໄດ້ອອກມາຈາກເມືອງເຫລົ່ານັ້ນ ແລະ ໄດ້ຂ້າພວກເຂົາໃນທີ່ບ່ອນພວກເຂົາຢືນຢູ່.
|
|||
|
|
|||
|
\s5
|
|||
|
\v 43 ພວກເຂົາໄດ້ລ້ອມຄົນເບັນຢາມິນ, ຂັບໄລ່ໄປ, ແລະໄດ້ໄລ່ພວກເຂົາໄປ, ແລະຢຽບຢໍ່າພວກເຂົາລົງໄປທີ່ໂນອາ. ຕະຫລອດທາງໄປທິດຕາເວັນຂອງເມືອງກີເບອາ.
|
|||
|
\v 44 ຄົນເບັນຢາມິນລົ້ມຕາຍຫນຶ່ງຫມື່ນແປດພັນຄົນ, ຊຶ່ງທຸກຄົນລ້ວນແຕ່ເປັນນັບຮົບທີ່ມີຊື່ສຽງໃນສະຫນາມຮົບ.
|
|||
|
|
|||
|
\s5
|
|||
|
\v 45 ພວກເຂົາໄດ້ກັບ ແລະ ຫນີໄປທາງຖິ່ນແຫ້ງແລ້ງກັນດານຮອດແຜ່ນຫີນຣິມໂມນ. ຄົນອິດສະຣາເອນ ຂ້າຄົນເບັນຢາມິນຫລາຍກວ່າຫ້າພັນຄົນຕາມຖະຫນົນນັ້ນ. ພວກເຂົາຍັງຄົງໄລ່ຕາມພວກເຂົາ, ແລະໄລ່ຕາມໄປໃກ້ເຖິງກິໂດມ, ແລະພວກເຂົາຂ້າຄົນຫລາຍກວ່າສອງພັນຄົນ.
|
|||
|
\v 46 ຄົນເບັນຢາມິນທັງຫມົດທີ່ລົ້ມຕາຍໃນມື້ນັ້ນ ສອງຫມື່ນຫ້າພັນຄົນ-ຊຶ່ງເປັນຄົນທີ່ຊຳນານການຕໍ່ສູ້ດ້ວຍດາບ; ພວກເຂົາທຸກຄົນລ້ວນມີຊື່ສຽງໃນການສູ້ຮົບໃນສະຫນາມຮົບ.
|
|||
|
|
|||
|
\s5
|
|||
|
\v 47 ແຕ່ມີທະຫານຫົກຮ້ອຍຄົນໄດ້ຫັນກັບ ແລະ ຫນີໄປໃນຖິ່ນແຫ້ງແລ້ງກັນດານຮອດແຜ່ນຫີນຣິມໂມນ. ພວກເຂົາໄດ້ອາໄສຢູ່ທີ່ແຜ່ນຫີນຣິມໂມນເປັນເວລາສີ່ເດືອນ.
|
|||
|
\v 48 ພວກທະຫານຂອງອິດສະຣາເອນກໍກັບມາສູ້ຮົບກັບຄົນເບັນຢາມິນອີກ ແລະໄດ້ໂຈມຕີ ແລະຂ້າພວກເຂົາ- ທັງເມືອງ, ຝູງສັດ ແລະ ບັນດາສິ່ງຂອງທີ່ພວກເຂົາພົບເຫັນ. ພວກເຂົາຍັງໄດ້ເອົາໄຟເຜົາທຸກຫົວເມືອງຕາມເສັ້ນທາງຂອງພວກເຂົາດ້ວຍ.
|
|||
|
|
|||
|
\s5
|
|||
|
\c 21
|
|||
|
\cl ບົດທີ 21
|
|||
|
\p
|
|||
|
\v 1 ໃນຕອນນີ້ ຄົນອິສະຣາເອນໄດ້ໃຫ້ຄຳຫນັ້ນສັນຍາກັນທີ່ເມືອງມິຊະປາວ່າ,“ບໍ່ມີໃຜໃນພວກເຮົາທີ່ຈະໃຫ້ລູກສາວຂອງຕົນແຕ່ງງານກັບຄົນເບັນຢາມິນ”.
|
|||
|
\v 2 ເມື່ອປະຊາຊົາກໍໄດ້ໄປຍັງເມືອງເບັດເອັນ ແລະ ນັ່ງຢູ່ຕໍ່ຫນ້າພຣະຢາເວຈົນຮອດຕອນແລງ ແລະ ພວກເຂົາທັງຫລາຍກໍຮ້ອງໄຫ້ຄ່ຳຄວນ.
|
|||
|
\v 3 ພວກເຂົາຮ້ອງທູນວ່າ, “ຂ້າແດ່ພຣະຢາເວ, ພຣະເຈົ້າແຫ່ງອິສະຣາເອນ, ເປັນຫຍັງເຫດການນີ້ຈຶ່ງເກີດຂຶ້ນໃນອິສະຣາເອນ, ຊຶ່ງເຜົ່າຫນຶ່ງຂອງບັນດາເຜົ່າຂອງພວກເຮົາຈະຂາດຫາຍໄປໃນວັນນີ້.”
|
|||
|
|
|||
|
\s5
|
|||
|
\v 4 ໃນມື້ຕໍ່ມາປະຊາຊົນໄດ້ລຸກຂຶ້ນແຕ່ເຊົ້າໆ ແລະ ສ້າງແທ່ນບູຊາແທ່ນຫນຶ່ງ ຖວາຍເຄື່ອງເຜົາບູຊາ ແລະເຄື່ອງບູຊາເພື່ອຄວາມສາມັກຄີທຳ.
|
|||
|
\v 5 ແລະຄົນອິດສະຣາເອນໄດ້ກ່າວວ່າ, “ເຜົ່າໃດໃນບັນດາເຜົ່າຂອງອິສະຣາເອນທີ່ບໍ່ໄດ້ຂຶ້ນມາຊຸມນຸມຕໍ່ພຣະຢາເວ?” ເພາະວ່າພວກເຂົາໄດ້ໃຫ້ຄຳສັນຍາທີ່ສຳຄັນກ່ຽວກັບຄົນໃດກໍຕາມທີ່ບໍ່ມາຊຸມນຸມຕໍ່ພຣະຢາເວຢູ່ມິດຊະປາ, ພວກເຂົາກ່າວວ່າ “ຜູ້ນັ້ນຈະຖືກປະຫານຊີວິດຢ່າງແນ່ນອນ."
|
|||
|
|
|||
|
\s5
|
|||
|
\v 6 ຄົນອິສະຣາເອນມີຄວາມເມດຕາສົງສານຕໍ່ຄົນເບັນຢາມິນພີ່ນ້ອງຂອງຕົນ ແລະ ພວກເຂົາໄດ້ກ່າວວ່າ “ໃນມື້ນີ້ເຜົ່າຫນຶ່ງໄດ້ຖືກຕັດຂາດຈາກອິສະຣາເອນແລ້ວ.
|
|||
|
\v 7 ໃຜຈະຫາເມຍໃຫ້ກັບຄົນເຫລົ່ານັ້ນທີ່ເຫລືອຢູ່ ເນື່ອງຈາກພວກເຮົາໄດ້ໃຫ້ຄຳສັນຍາຕໍ່ພຣະຢາເວວ່າ ພວກເຮົາຈະບໍ່ຍອມໃຫ້ຄົນໃດໃນພວກເຂົາແຕ່ງງານກັບລູກສາວຂອງພວກເຮົາ?”
|
|||
|
|
|||
|
\s5
|
|||
|
\v 8 ພວກເຂົາຖາມຂຶ້ນວ່າ, “ເຜົ່າໃດໃນບັນາເຜົ່າຂອງອິສະຣາເອນທີ່ບໍ່ໄດ້ຂຶ້ນມາເຝົ້າພຣະຢາເວທີ່ມິຊະປາ?” ຊຶ່ງໄດ້ພົບວ່າບໍ່ມີຄົນໃດຈາກຢາເບັດກິີເລອາດມາຊຸມນຸມເລີຍ.
|
|||
|
\v 9 ເພາະວ່າເມື່ອໄດ້ຈັດວາງປະຊາຊົນໃຫ້ເປັນລະບຽບແລ້ວ, ເບິ່ງແມ, ບໍ່ມີຊາວເມືອງຢາເບັດກິີເລອາດຢູ່ບ່ອນນັ້ນເລີຍ.
|
|||
|
\v 10 ດັ່ງນັ້ນ ຊຸມນຸມຊົນຈຶ່ງໄດ້ສົ່ງທະຫານຜູ້ກ້າຫານທີ່ສຸດຂອງພວກເຂົາອອກໄປຫນຶ່ງຫມື່ນສອງພັນຄົນ ພ້ອມກັບຄຳສັ່ງໃຫ້ໄປຍັງຢາເບັດກີເລອາດ ແລະໂຈມຕີພວກເຂົາ ແລະ ຂ້າພວກເຂົາ ທັງຜູ້ຍິງ ແລະ ເດັກນ້ອຍ.
|
|||
|
|
|||
|
\s5
|
|||
|
\v 11 ຈົ່ງເຮັດສິ່ງນີ້: ພວກເຈົ້າຕ້ອງຂ້າຜູ້ຊາຍ ແລະຜູ້ຍິງທຸກຄົນທີ່ໄດ້ຫລັບນອນກັບຜູ້ຊາຍແລ້ວ."
|
|||
|
\v 12 ຄົນເຫລົ່ານັ້ນ ໄດ້ພົບໃນຫມູ່ຄົນທີ່ອາໄສຢູ່ຢາເບັດກີເລອາດ ມີພວກຍິງສາວຜູ້ທີ່ຍັງບໍ່ເຄີຍຮ່ວມຫລັບນອນກັບຊາຍໃດໆເລີຍ ສີ່ຮ້ອຍຄົນ ແລະພວກເຂົາຈຶ່ງພາຍິງເຫລົ່ານັ້ນມາທີ່ຄ້າຍຊີໂລ, ຊຶ່ງຢູ່ໃນແຜ່ນດິນການາອານ.
|
|||
|
|
|||
|
\s5
|
|||
|
\v 13 ຊຸມນຸມຊົນທັງຫມົດ ກໍສົ່ງຂ່າວອອກໄປ ແລະໄດ້ບອກຄົນເບັນຢາມິນຊຶ່ງຢູ່ແຜ່ນຫີນຣິມໂມນວ່າ ຄົນອິສະຣາເອນໄດ້ສະງົບເສິກແລ້ວ.
|
|||
|
\v 14 ຄົນເບັນຢາມິນໄດ້ກັບມາໃນເວລານັ້ນ ແລະພວກເຂົາກໍມອບພວກຍິງສາວຊາວຢາເບັດກີເລອາດ, ແຕ່ກໍບໍ່ພໍສາວຍິງສຳລັບພວກເຂົາທັງຫມົດ.
|
|||
|
\v 15 ປະຊາຊົນກໍໄດ້ເສຍໃຈກັບເຫດການທິ່ໄດ້ເກີດຂື້ນກັບຄົນເບັນຢາມິນ, ເພາະວ່າພຣະຢາເວ ຊົງເຮັດໃຫ້ເກີດການແບ່ງແຍກລະຫວ່າງເຜົ່າຂອງອິສະຣາເອນ.
|
|||
|
|
|||
|
\s5
|
|||
|
\v 16 ພວກຜູ້ນຳຂອງຊຸມນຸມຊົນນັ້ນໄດ້ກ່າວວ່າ, “ພວກເຮົາຈະຈັດຫາເມຍໃຫ້ກັບຄົນເບັນຢາມິນຜູ້ທີ່ເຫລືອຢູ່ແນວໃດ, ເພະາວ່າພວກຜູ້ຍິງເບັນຢາມິນຖືກຂ້າຕາຍຫມົດແລ້ວ.
|
|||
|
\v 17 ພວກເຂົາໄດ້ກ່າວວ່າ, “ຕ້ອງມີມໍລະດົກໃຫ້ແກ່ຄົນເບັນຢາມິນທີ່ລອດຕາຍ, ເພື່ອບໍ່ໃຫ້ເຜົ່າຫນຶ່ງຖືກທຳລາຍຈາກອິສະຣາເອນ.
|
|||
|
|
|||
|
\s5
|
|||
|
\v 18 ພວກເຮົາບໍ່ສາມາດຍົກບັນດາລູກສາວຂອງພວກເຮົາໃຫ້ເປັນເມຍພວກເຂົາ, ເພາະວ່າຄົນອິສະຣາເອນໄດ້ໃຫ້ຄຳສັນຍາໄວ້ວ່າ, “ຜູ້ໃດຍົກລູກສາວໃຫ້ເປັນເມຍແກ່ເບັນຢາມິນ ຈົ່ງຖືກສາບແຊ່ງ”.
|
|||
|
\v 19 ດັ່ງນັ້ນ ພວກເຂົາຈຶ່ງກ່າວວ່າ, “ ພວກເຈົ້າຮູ້ວ່າ ງານລ້ຽງເທສະການຖວາຍພຣະຢາເວທຸກໆປີຢູ່ຊີໂລ (ທີ່ຊຶ່ງຢູ່ເຫນືອເບັດເອັນ, ທາງທິດຕາເວັນອອກຂອງຖະຫນົນຂຶ້ນຈາກເມືອງເບັດເອັນຮອດຊີເຄມ ແລະ ຢູ່ທາງທິດໃຕ້ຂອງເລໂບນາ)”
|
|||
|
|
|||
|
\s5
|
|||
|
\v 20 ພວກເຂົາໄດ້ສັ່ງຄົນເບັນຢາມິນ, ແລະກ່າວວ່າ, “ຈົ່ງໄປຊຸ້ມຄອຍຢູ່ໃນສວນອະງຸ່ນ.
|
|||
|
\v 21 ລໍຖ້າເຝົ້າເບິ່ງຢູ່ ເມື່ອພວກລູກສາວຊາວຊີໂລອອກມາເຕັ້ນລຳ, ແລ້ວຟ້າວແລ່ນອອກມາຈາກສວນອະງຸ່ນ ແລະພວກເຈົ້າແຕ່ລະຄົນກໍລັກເອົາພວກລູກສາວຊາວຊີໂລມາເປັນເມຍ, ແລ້ວກັບໄປຍັງແຜ່ນດິນເບັນຢາມິນ.
|
|||
|
|
|||
|
\s5
|
|||
|
\v 22 ເມື່ອພໍ່ ຫລືພີ່ນ້ອງຂອງພວກນາງເຫລົ່ານັ້ນມາຮ້ອງທຸກຕໍ່ພວກເຮົາ, ພວກເຮົາຈະບອກພວກເຂົາວ່າ, ‘ຂໍຈົ່ງສະແດງກະລຸນນາຕໍ່ພວກເຮົາເຖີດ! ຂໍໂຜດຍອມໃຫ້ພວກນາງຢູ່ ເພາະພວກເຂົາບໍ່ໄດ້ໃຫ້ເມຍແກ່ແຕ່ລະຄົນໃນເວລາສົງຄາມ. ເນື່ອງຈາກພວກທ່ານບໍ່ໄດ້ມອບບັນດາລູກສາວຂອງພວກທ່ານໃຫ້ແກ່ພວກເຂົາ ພວກທ່ານກໍຈະບໍ່ມີຄວາມຜິດ.’”
|
|||
|
|
|||
|
\s5
|
|||
|
\v 23 ຄົນເບັນຢາມິນກໍເຮັດເຊັ່ນນັ້ນ. ພວກເຂົາກໍໄດ້ເມຍໄປຕາມຈຳນວນພວກເຂົາຕ້ອງການຈາກບັນດາຍິງສາວທີ່ກຳລັງເຕັ້ນລຳ ແລະພວກເຂົາໄດ້ເອົາຕົວພວກນາງໄປເປັນເມຍຂອງພວກເຂົາ. ພວກເຂົາກໍກັບໄປຢູ່ໃນທີ່ດິນມໍລະດົກຂອງພວກເຂົາ. ພວກເຂົາໄດ້ສ້າງເມືອງຂຶ້ນໃຫມ່ ແລະອາໄສຢູ່ໃນບ່ອນນັ້ນ.
|
|||
|
\v 24 ແລ້ວຄົນອິດສະຣາເອນ ກໍອອກໄປຈາກບ່ອນນັ້ນ ແລະກັບບ້ານ, ຕ່າງຄົນກໍໄປຍັງເຜົ່າ ແລະຕະກູນຂອງຕົນ, ແລະຕ່າງກໍກັບໄປຍັງທີ່ມໍລະດົກຂອງຕົນ.
|
|||
|
|
|||
|
\s5
|
|||
|
\v 25 ໃນສະໄຫມນັ້ນ ບໍ່ມີກະສັດໃນອິສະຣາເອນ. ທຸກຄົນເຮັດໃນສິ່ງຖືກຕ້ອງທີ່ຕົນເອງເຫັນດີ.
|