2021-01-22 21:47:03 +00:00
|
|
|
|
\id ECC
|
|
|
|
|
\ide UTF-8
|
|
|
|
|
\h ປັນຍາຈານ
|
|
|
|
|
\toc1 ປັນຍາຈານ
|
|
|
|
|
\toc2 ປັນຍາຈານ
|
|
|
|
|
\toc3 ecc
|
|
|
|
|
\mt ປັນຍາຈານ
|
|
|
|
|
\s5
|
|
|
|
|
\c 1
|
|
|
|
|
\cl ບົດທີ 1
|
|
|
|
|
\p
|
|
|
|
|
\v 1 ຂໍ້ຄວາມເຫລົ່ານີ້ເປັນຖ້ອຍຄຳຂອງອາຈານ, ຜູ້ເປັນເຊື້ອສາຍຂອງດາວິດ ແລະ ກະສັດຢູ່ໃນນະຄອນເຢຣູຊາເລັມ.
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 2 ອາຈານໄດ້ເວົ້າດັ່ງນີ້ວ່າ. "ເຫມືອນກັບອາຍຫມອກ, ເຫມືອນກັບສາຍລົມໃນກະແສລົມ, ທຸກສິ່ງສາລະພັດລ້ວນແຕ່ອະນິຈັງ, ເຫລືອໄວ້ແຕ່ຄຳຖາມຫລວງຫລາຍ.
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 3 ມະນຸດໄດ້ປະໂຫຍດອັນໃດ ນອກຈາກການທຳງານ ຈາກທຸກຢ່າງທີ່ພວກເຂົາເຮັດຢູ່ພາຍໃຕ້ດວງຕາເວັນ?
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 4 ຄົນລຸ້ນຫນຶ່ງຈາກໄປ, ແລະ ຄົນອີກລຸ້ນຫນຶ່ງເກີດມາ, ແຕ່ແຜ່ນດິນໂລກຍັງຄົງເປັນນິດ.
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 5 ດວງຕາເວັນຂຶ້ນ, ແລະ ດວງຕາເວັນຕົກ ແລ້ວກໍຟ້າວເຄື່ອນໄປສູ່ບ່ອນທີ່ມັນຂຶ້ນມາອີກ.
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 6 ລົມພັດໄປທາງທິດໃຕ້ ແລະ ພັດວຽນກັບມາໄປທາງທິດເຫນືອ, ລົມພັດວຽນໄປຕາມທາງຂອງມັນ ແລະ ພັດຜ່ານກັບມາອີກ.
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 7 ແມ່ນໍ້າທຸກສາຍໄຫລໄປສູ່ທະເລ, ແຕ່ທະເລກໍຍັງບໍ່ເຄີຍເຕັມ. ແມ່ນໍ້າໄຫລໄປສູ່ທີ່ໃດກໍໄຫລໄປສູ່ທີ່ນັ້ນອີກ.
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 8 ທຸກສິ່ງສາລະພັດກໍອ່ອນເມື່ອຍ, ແລະ ບໍ່ມີໃຜສາມາດບັນລະຍາຍເລື່ອງນີ້ໄດ້. ຕາກໍບໍ່ເຄີຍພໍໃຈກັບສິ່ທີ່ເບິ່ງເຫັນ, ຫລື ຫູກໍບໍ່ອີ່ມກັບສິ່ງທີ່ໄດ້ຍິນ.
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 9 ອັນໃດກໍຕາມທີ່ມີຢູ່ແລ້ວກໍເປັນສິ່ງທີ່ຈະເກີດຂຶ້ນອີກ, ແລະ ສິ່ງໃດກໍຕາມທີ່ເຄີຍເຮັດແລ້ວ ກໍເປັນສິ່ງທີ່ຈະຕ້ອງເຮັດອີກ. ບໍ່ມີຫຍັງໃຫມ່ຢູ່ໃຕ້ດວງຕາເວັນ.
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 10 ມີສິ່ງໃດທີ່ອາດຈະເວົ້າໄດ້ວ່າ, “ເບິ່ງແມ! ນີ້ເປັນສິ່ງໃຫມ່'? ອັນໃດກໍຕາມທີ່ໄດ້ມີຢູ່ແລ້ວ, ກໍມີຢູ່ເປັນເວລານານກ່ອນພວກເຮົາອີກ.
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 11 ເບິ່ງເຫມືອນວ່າບໍ່ມີຜູ້ໃດຈື່ຈຳໄດ້ໃນສິ່ງທີ່ໄດ້ເກີດຂຶ້ນໃນສະໄຫມກ່ອນ, ແລະ ສິ່ງຕ່າງໆທີ່ໄດ້ເກີດມາພາຍຫລັງ ແລະ ສິ່ງຈະເກີດຂຶ້ນໃນອະນາຄົດກໍເບິ່ງເຫມືອນວ່າຈະບໍ່ມີການຈົດຈຳກັນດ້ວຍ."
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\p
|
2021-01-22 21:47:03 +00:00
|
|
|
|
\v 12 ຂ້ານ້ອຍເປັນອາຈານ, ແລະ ກໍເຄີຍເປັນກະສັດຂອງຊາວອິດສະຣາເອນໃນກຸງເຢຣູຊາເລັມ.
|
|
|
|
|
\v 13 ຂ້ານ້ອຍໄດ້ຕັ້ງໃຈສຶກສາຮໍ່າຮຽນ ແລະ ຄົ້ນຫາທຸກສິ່ງທີ່ຢູ່ພາຍໃຕ້ທ້ອງຟ້າດ້ວຍສະຕິປັນຍາ. ການຄົ້ນຫານັ້ນຄືພາລະທີ່ເມື່ອຍຍາກທີ່ພຣະເຈົ້າໄດ້ປຣະທານແກ່ລູກຫລານຂອງມະນຸດໃຫ້ວົນຢູ່ກັບງານນັ້ນ.
|
|
|
|
|
\v 14 ຂ້ານ້ອຍເຄີຍເຫັນການກະທຳທຸກຢ່າງທີ່ທຳກັນພາຍໃຕ້ດວງຕາເວັນ, ແລະ ເບິ່ງເຖີດ, ການງານທັງຫມົດເຫລົ່ານັ້ນ. ກໍເປັນເຫມືອນອາຍຫມອກ ແລະ ດັ່ງການແລ່ນໄລ່ໄປຕາມລົມ.
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 15 ສິ່ງທີ່ຄົດຢູ່ໃຫ້ຊື່ບໍ່ໄດ້! ສິ່ງທີ່ຂາດຢູ່ກໍຈະນັບໃຫ້ຄົບບໍ່ໄດ້.
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\p
|
2021-01-22 21:47:03 +00:00
|
|
|
|
\v 16 ຂ້ານ້ອຍໄດ້ເຄີຍເວົ້າກັບໃຈຕົນເອງວ່າ, "ເບິ່ງດູ, ຂ້ານ້ອຍມີສະຕິປັນຍາຫລາຍ ຍິ່ງກວ່າທຸກຄົນທີ່ຢູ່ກ່ອນ ຂ້ານ້ອຍໃນນະຄອນເຢຣູຊາເລັມ. ຈິດໃຈຂອງ ຂ້ານ້ອຍໄດ້ເຫັນສະຕິປັນຍາ ແລະ ຄວາມຮູ້ອັນຍິ່ງໃຫຍ່."
|
|
|
|
|
\v 17 ເພາະເຫດນີ້ ຂ້ານ້ອຍຈຶ່ງໄດ້ຕັ້ງໃຈທີ່ຈະຮູ້ສະຕິປັນຍາ ແລະ ຄວາມບ້າປ່ວງ ແລະ ຄວາມໂງ່ຈ້າດ້ວຍ. ຂ້ານ້ອຍໄດ້ມາເຂົ້າໃຈວ່າ ນີ້ກໍເປັນການກິນລົມກິນແລ້ງຄືກັນ.
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 18 ເພາະໃນສະຕິປັນຍາທີ່ອຸດົມສົມບູນນັ້ນ, ກໍມີຄວາມວິຕົກກັງວົນຫລາຍເທົ່ານັ້ນ, ແລະ ຜູ້ທີ່ເພີ່ມຄວາມຮູ້ກໍເພີ່ມຄວາມເສົ້າໂສກ.
|
|
|
|
|
\s5
|
|
|
|
|
\c 2
|
|
|
|
|
\cl ບົດທີ 2
|
|
|
|
|
\p
|
|
|
|
|
\v 1 ຂ້ານ້ອຍໄດ້ເວົ້າໃນໃຈວ່າ, "ມາເທາະ, ຂ້ານ້ອຍຈະລອງເບິ່ງເຈົ້າດ້ວຍຄວາມສຸກ. ຖ້າຢ່າງນັ້ນກໍຈົ່ງເພີດເພີນກັບຄວາມສະຫນຸກສະຫນານເຖີດ". ແຕ່ເບິ່ງແມ, ເລື່ອງນີ້ກໍເປັນແຕ່ລົມພັດພຽງຊົ່ວຄາວ.
|
|
|
|
|
\v 2 ຂ້ານ້ອຍໄດ້ເວົ້າກ່ຽວກັບການຫົວຂວັນວ່າ, "ເປັນການໂງ່ຈ້າ," ແລະ ກ່ຽວກັບຄວາມສະຫນຸກສະຫນານ, "ມັນມີປະໂຫຍດອັນໃດ?
|
|
|
|
|
\s5
|
|
|
|
|
\v 3 ຂ້ານ້ອຍໄດ້ຄົ້ນເບິ່ງໃນໃຈຂອງຂ້ານ້ອຍວ່າ ເຮັດແນວໃດຈຶ່ງຈະເຮັດຕາມໃຈປາຖະຫນາຂອງ ຂ້ານ້ອຍດ້ວຍເຫລົ້າອະງຸ່ນ. ຂ້ານ້ອຍໄດ້ປ່ອຍໃຫ້ຈິດໃຈຂອງຂ້ານ້ອຍນຳຂ້ານ້ອຍໄປ ດ້ວຍສະຕິປັນຍາ ເຖິງແມ່ນວ່າຂ້ານ້ອຍຍັງຄົງຢຶດຄວາມໂງ່ຈາໄວ້, ຂ້ານ້ອຍກໍຕ້ອງການທີ່ຈະພົບ ວ່າອັນໃດດີສຳລັບຄົນເຮົາ ທີ່ຈະທຳກັນພາຍໃຕ້ທ້ອງຟ້າຕະຫລອດຊີວິດຂອງພວກເຂົາ.
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\p
|
2021-01-22 21:47:03 +00:00
|
|
|
|
\v 4 ຂ້ານ້ອຍໄດ້ສຳເລັດສິ່ງໃຫຍ່ຫລວງຫລາຍ. ຂ້ານ້ອຍໄດ້ປຸກເຮືອນຫລາຍຫລັງເພື່ອຕົນເອງ ແລະ ໄດ້ປູກສວນອະງຸ່ນໄວ້ຫລາຍບ່ອນ.
|
|
|
|
|
\v 5 ຂ້ານ້ອຍໄດ້ເຮັດສວນຄົວ ແລະ ສວນພັກຜ່ອນຢ່ອນໃຈຕ່າງໆ; ຂ້ານ້ອຍໄດ້ປູກຕົ້ນໄມ້ທຸກຊະນິດໄວ້ໃນສວນເຫລົ່ານັ້ນ.
|
|
|
|
|
\v 6 ຂ້ານ້ອຍໄດ້ຂຸດສ້າງສະນໍ້າຫລາຍແຫ່ງ ເພື່ອໃຊ້ຫົດພືດພັນຕົ້ນໄມ້ໃຫ້ເຕີບໂຕ.
|
|
|
|
|
\s5
|
|
|
|
|
\v 7 ຂ້ານ້ອຍໄດ້ຊື້ບັນດາຂ້າທາດຊາຍ ແລະ ຍິງໄວ້; ຂ້ານ້ອຍມີບັນຂ້າທາດທີ່ໄດ້ເກີດຢູ່ໃນວັງຂອງຂ້ານ້ອຍ. ຂ້ານ້ອຍໄດ້ມີຝູງແກະ ແລະ ຝູງງົວທີ່ເປັນສັດລ້ຽງ, ຫລາຍຍິ່ງກວ່າກະສັດໃດທີ່ໄດ້ປົກຄອງມາກ່ອນຂ້ານ້ອຍໃນກຸງເຢຣູຊາເລັມ.
|
|
|
|
|
\v 8 ຂ້ານ້ອຍໄດ້ສະສົມເງິນ ແລະ ທອງຄຳໄວ້ສຳລັບຕົນເອງດ້ວຍ, ແລະ ຊັບສົມບັດຂອງບັນດາກະສັດ ແລະ ດິນແດນແຄ້ວນຕ່າງໆ. ຂ້ານ້ອຍໄດ້ມີບັນດານັກຮ້ອງຊາຍ ແລະ ຍິງໄວ້ສຳລັບຕົນເອງ- ແລະ ເມຍນ້ອຍມາກມາຍ ຊຶ່ງເປັນສິ່ງທີ່ຊອບໃຈຂອງບັນດາລູກຊາຍທັງຫລາຍຂອງມະນຸດ.
|
|
|
|
|
\s5
|
|
|
|
|
\v 9 ດັ່ງນັ້ນ ຂ້ານ້ອຍຈຶ່ງຍິ່ງໃຫຍ່ກວ່າ ແລະ ມັ່ງຄັ່ງກວ່າທຸກຄົນທີ່ເຄີຍຢູ່ມາກ່ອນຂ້ານ້ອຍໃນກຸງເຢຣູຊາເລັມ, ແລະ ສະຕິປັນຍາຂອງຂ້ານ້ອຍຍັງຄົງຢູ່ກັບຂ້ານ້ອຍ.
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 10 ບໍ່ວ່າສິ່ງໃດທີ່ໃນຕາຂອງຂ້ານ້ອຍປາຖະຫນາຈະເຫັນ, ຂ້ານ້ອຍກໍບໍ່ໄດ້ຫັກຫ້າມຈິດໃຈຈາກສິ່ງເຫລົ່ານັ້ນ. ຂ້ານ້ອຍບໍ່ໄດ້ຫ້າມໃຈຈາກຄວາມສະຫນຸກສະຫນານໃດເລີຍ, ເພາະຫົວໃຈຂອງຂ້ານ້ອຍຊື່ນຊົມສຳລັບແຮງງານທັງຫມົດຂອງຂ້ານ້ອຍ ແລະຄວາມປິຕິຍິນດີເປັນລາງວັນຂອງຂ້ານ້ອຍສຳລັບການງານທັງຫມົດຂອງຂ້ານ້ອຍດ້ວຍ.
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 11 ແລ້ວຂ້ານ້ອຍໄດ້ຫລຽວເບິ່ງທີ່ການກະທຳທັງຫມົດທີ່ມືຂອງຂ້ານ້ອຍໄດ້ເຮັດສຳເລັດ, ແລະ ໃນການງານທີ່ຂ້ານ້ອຍໄດ້ເຮັດໄປ, ແຕ່ທຸກຢ່າງລ້ວນອານີຈັງ ແລະ ກິນລົມກິນແລ້ງອີກ. ບໍ່ມີປະໂຫຍດອັນໃດພາຍໃຕ້ດວງຕາເວັນໃນການງານນັ້ນ.
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 12 ແລ້ວຂ້ານ້ອຍໄດ້ກັບມາພິຈາລະນາເຖິງສະຕິປັນຍາ, ແລະ ຄວາມບ້າບໍ ແລະ ຄວາມໂງ່. ເພາະກະສັດອົງຕໍ່ໄປ ຜູ້ທີ່ມາພາຍຫລັງກະສັດອົງດັ່ງກ່າວຈະເຮັດອັນໃດທີ່ຍັງເຮັດບໍ່ສຳເລັດໄດ້ຫລືບໍ່?
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 13 ແລ້ວຂ້ານ້ອຍໄດ້ເລີ່ມເຂົ້າໃຈວ່າ ສະຕິປັນຍາໄດ້ປຽບເຫນືອຄວາມໂງ່ຈ້າ, ຊຶ່ງເຫມືອນກັບຄວາມສະຫວ່າງກໍດີກວ່າຄວາມມືດນັ້ນ.
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 14 ຄົນສະຫລາດໃຊ້ຕາໃນສະຫມອງຂອງເຂົາເບິ່ງບ່ອນທີ່ເຂົາກຳລັງໄປ, ແຕ່ຄົນໂງ່ຈ້າເດີນໃນຄວາມມືດ, ຢ່າງໃດກໍຕາມ ຂ້ານ້ອຍຮູ້ວ່າມີຊາຕາກຳຢ່າງດຽວກັນທີ່ກຳນົດໄວ້ສຳລັບທຸກຄົນ.
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\p
|
2021-01-22 21:47:03 +00:00
|
|
|
|
\v 15 ແລ້ວຂ້ານ້ອຍໄດ້ເວົ້າໃນໃຈວ່າ, "ສິ່ງທີ່ເກີດຂຶ້ນກັບຄົນໂງ່, ກໍຈະເກີດຂຶ້ນກັບຂ້ານ້ອຍດ້ວຍ. ເພາະສະນັ້ນຈະມີອັນໃດເຮັດໃຫ້ແຕກຕ່າງ ຖ້າຂ້ານ້ອຍສະຫລາດຫລາຍ?" ຂ້ານ້ອຍສະຫລູບໃນໃຈຂອງຂ້ານ້ອຍວ່າ, "ນີ້ກໍເປັນອະນິຈັງທັງສິ້ນ."
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 16 ເພາະຄົນສະຫລາດ, ກໍເຫມືອນກັບຄົນໂງ່ຈ້າ, ທີ່ບໍ່ໄດ້ເປັນທີ່ຈົດຈຳໄດ້ນານ. ຕັ້ງແຕ່ມື້ນີ້ໄປ ທຸກສິ່ງກໍຈະຖືກລືມໄປຍາວນານ. ຄົນສະຫລາດກໍຕາຍເຫມືອນກັນກັບຄົນໂງ່ຈ້າຕາຍ.
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\p
|
2021-01-22 21:47:03 +00:00
|
|
|
|
\v 17 ດັ່ງນັ້ນ ຂ້ານ້ອຍຈຶ່ງໄດ້ກຽດຊັງຊີວິດ ເພາະການງານທັງຫມົດທີ່ເຮັດພາຍໃຕ້ດວງຕາເວັນນັ້ນເປັນຄວາມຊົ່ວຮ້າຍ ບໍ່ໄດ້ນຳຫຍັງເລີຍມາໃຫ້ ຂ້ານ້ອຍ. ນີ້ເປັນເພາະທຸກສິ່ງລ້ວນແຕ່ອະນິຈັງ ແລະ ເປັນລົມເປັນແລ້ງ.
|
|
|
|
|
\v 18 ຂ້ານ້ອຍໄດ້ກຽດຊັງຄວາມສຳເລັດທຸກຢ່າງ ສຳລັບສິ່ງທີ່ ຂ້ານ້ອຍໄດ້ທຳງານພາຍໃຕ້ດວງຕາເວັນນີ້ ເພາະຂ້ານ້ອຍຕ້ອງປະສິ່ງເຫລົ່ານັ້ນໄວ້ເບື້ອງຫລັງໃຫ້ແກ່ຄົນທີ່ມາພາຍຫລັງ ຂ້ານ້ອຍ.
|
|
|
|
|
\s5
|
|
|
|
|
\v 19 ເພາະໃຜຈະຮູ້ວ່າເຂົາຈະເປັນຄົນສະຫລາດຫລື ຄົນໂງ່ຈ້າ? ແຕ່ເຂົາຈະເປັນເຈົ້າຂອງທຸກສິ່ງພາຍໃຕ້ດວງຕາເວັນທີ່ການງານ ແລະສະຕິປັນຍາຂອງຂ້ານ້ອຍໄດ້ສ້າງໄວ້. ນີ້ກໍຄືອະນິຈັງທັງສິ້ນ.
|
|
|
|
|
\v 20 ເພາະສະນັ້ນ ຈິດໃຈຂອງຂ້ານ້ອຍໄດ້ເລີ່ມໃນການງານທີ່ຂ້ານ້ອຍໄດ້ເຮັດພາຍໃຕ້ດວງຕາເວັນ.
|
|
|
|
|
\s5
|
|
|
|
|
\v 21 ເພາະອາດຈະມີຄົນທີ່ເຮັດວຽກດ້ວຍສະຕິປັນຍາ, ດ້ວຍຄວາມຮູ້ຄວາມສາມາດ, ແລະ ຄວາມຊຳນິຊຳນານ, ແຕ່ເຂົາຕ້ອງປະທຸກສິ່ງທີ່ເຂົາມີໃຫ້ແກ່ຄົນທີ່ບໍ່ໄດ້ເຮັດສິ່ງໃດເລີຍ. ນີ້ກໍເປັນອະນິຈັງ ແລະ ບໍ່ຖືກຕ້ອງເລີຍ
|
|
|
|
|
\v 22 ເພາະຈະໄດ້ປະໂຫຍດອັນໃດ ທີ່ຄົນເຮົາເຮັດວຽກຫນັກ ແລະພະຍາຍາມຕັ້ງໃຈເຮັດວຽກທີ່ລຳບາກຂອງເຂົາໃຫ້ສຳເລັດພາຍໃຕ້ດວງຕາເວັນ?
|
|
|
|
|
\v 23 ການງານຂອງເຂົາທີ່ເຕັມໄປດ້ວຍຄວາມເຈັບປວດ ແລະຄວາມລະທົມຂົມຂື່ນທຸກວັນ, ພໍເຖິງຕອນກາງຄືນ ຈິດໃຈຂອງເຂົາກໍບໍ່ພົບຄວາມສະຫງົບ. ນີ້ກໍເປັນອະນິຈັງທັງສິ້ນ.
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\p
|
2021-01-22 21:47:03 +00:00
|
|
|
|
\v 24 ບໍ່ມີອັນໃດດີສຳລັບຄົນເຮົາກວ່າການກິນແລະ ດື່ມ ແລະ ພໍໃຈກັບສິ່ງທີ່ດີໃນງານຂອງເຂົາ. ຂ້ານ້ອຍໄດ້ເຫັນວ່າຄວາມຈິງນີ້ມາຈາກພຣະຫັດຂອງພຣະເຈົ້າ.
|
|
|
|
|
\v 25 ເພາະໃຜຈະສາມາດກິນ ຫລື ຈະມີຄວາມສະຫນຸກສະຫນານໃດໆທີ່ຫ່າງຈາກພຣະເຈົ້າໄດ້ຢ່າງໃດ?
|
|
|
|
|
\s5
|
|
|
|
|
\v 26 ພຣະເຈົ້າປຣະທານສະຕິປັນຍາ, ແລະ ຄວາມຮູ້ ແລະ ຄວາມຊື່ນຊົມຍິນດີ ໃຫ້ກັບຜູ້ທີ່ພຣະອົງຊົງພໍພຣະໄທ. ແຕ່ຢ່າງໃດກໍດີ, ພຣະອົງປະທານງານທີ່ເກັບຮວບຮວມໃຫ້ກັບຄົນບາບ, ເພື່ອທີ່ພຣະອົງຈະຊົງປຣະທານ ສິ່ງນັ້ນໃຫ້ກັບຜູ້ທີ່ພຣະອົງຊົງພໍພຣະໄທ. ນີ້ກໍເປັນອະນິຈັງ ເເລະ ກິນລົມກິນແລ້ງດ້ວຍ.
|
|
|
|
|
\s5
|
|
|
|
|
\c 3
|
|
|
|
|
\cl ບົດທີ 3
|
|
|
|
|
\p
|
|
|
|
|
\v 1 ມີເວລາທີ່ກຳນົດໄວ້ສຳລັບທຸກສິ່ງ, ແລະ ມີລະດູການສຳລັບຈຸດມຸ່ງຫມາຍທຸກຢ່າງພາຍໃຕ້ທ້ອງຟ້າ.
|
2022-12-28 19:03:47 +00:00
|
|
|
|
\q2
|
2021-01-22 21:47:03 +00:00
|
|
|
|
\v 2 ມີເວລາສຳລັບໃຫ້ເກີດ ແລະເວລາຕາຍ, ເວລາສຳລັບປູກ ແລະ ເວລາສຳລັບຫລົກຖິ້ມ,
|
2022-12-28 19:03:47 +00:00
|
|
|
|
\q2
|
2021-01-22 21:47:03 +00:00
|
|
|
|
\v 3 ມີເວລາສຳລັບຂ້າ ແລະ ເວລາສຳລັບປິ່ນປົວໃຫ້ດີ, ມີເວລາສຳລັບມ້າງລົງ ແລະເວລາສຳລັບກໍ່ສ້າງຂຶ້ນ.
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\q2
|
2021-01-22 21:47:03 +00:00
|
|
|
|
\v 4 ມີເວລາທີ່ຮ້ອງໄຫ້ ແລະ ເວລາທີ່ຫົວ, ມີເວລາໂສກເສົ້າ ແລະ ເວລາຟ້ອນລຳ,
|
2022-12-28 19:03:47 +00:00
|
|
|
|
\q2
|
2021-01-22 21:47:03 +00:00
|
|
|
|
\v 5 ເວລາໂຍນກ້ອນຫີນອອກໄປ ແລະ ເວລາເກັບຮວບຮວມກ້ອນຫີນໄວ້ຄືນ, ມີເວລາສວມກອດຄົນອື່ນໆ, ແລະ ເວລາເລີກຈາກການໂອບກອດ.
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\q2
|
2021-01-22 21:47:03 +00:00
|
|
|
|
\v 6 ມີເວລາສະແຫວງຫາສິ່ງຕ່າງໆ ແລະ ເວລາຢຸດສະແຫວງຫາ, ມີເວລາເກັບສິ່ງຕ່າງໆໄວ້ ແລະເວລາໂຍນສິ່ງຕ່າງໆຖິ້ມໄປ,
|
2022-12-28 19:03:47 +00:00
|
|
|
|
\q2
|
2021-01-22 21:47:03 +00:00
|
|
|
|
\v 7 ມີເວລາຈີກເສື້ອຜ້າ ແລະ ເວລາຫຍິບເສື້ອຜ້າ, ມີເວລາມິດງຽບ ແລະ ເວລາເວົ້າຈາ.
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\q2
|
2021-01-22 21:47:03 +00:00
|
|
|
|
\v 8 ມີເວລາສຳລັບຮັກ ແລະ ເວລາກຽດຊັງ, ມີເວລາເຮັດສົງຄາມ ແລະ ເວລາສ້າງສັນຕິພາບ.
|
2022-12-28 19:03:47 +00:00
|
|
|
|
\p
|
2021-01-22 21:47:03 +00:00
|
|
|
|
\v 9 ຄົນງານໄດ້ປະໂຫຍດຫຍັງ ໃນການເຮັດວຽກງານທັງຫມົດຂອງເຂົາ?
|
|
|
|
|
\v 10 ຂ້ານ້ອຍໄດ້ເຫັນການງານທີ່ພຣະເຈົ້າໄດ້ປຣະທານເເກ່ມະນຸດທີ່ຈະເຮັດໃຫ້ສຳເລັດ.
|
|
|
|
|
\s5
|
|
|
|
|
\v 11 ພຣະເຈົ້າໄດ້ຊົງເຮັດທຸກສິ່ງໃຫ້ເຫມາະສົມຕາມເວລາຂອງມັນ. ພຣະອົງໄດ້ຊົງໃສ່ຄວາມເປັນນິຣັນການໄວ້ໃນຈິດໃຈຂອງພວກເຂົາດ້ວຍ. ແຕ່ມະນຸດບໍ່ສາມາດເຂົ້າໃຈ ພຣະຣາຊກິດທີ່ພຣະເຈົ້າໄດ້ຊົງກະທຳ, ຕັ້ງແຕ່ປະຖົມມະການ ເຖິງການສຸດທ້າຍຂອງພວກເຂົາ.
|
|
|
|
|
\s5
|
|
|
|
|
\v 12 ສຳລັບຄົນໃດຫນຶ່ງ ຂ້ານ້ອຍຮູ້ວ່າບໍ່ມີອັນໃດດີກວ່າຄວາມຊື່ນຊົມຍິນດີ ແລະ ການເຮັດດີຕະຫລອດຊີວິດຂອງເຂົາ -
|
|
|
|
|
\v 13 ແລະ ທຸກຄົນຄວນຈະໄດ້ກິນ ແລະ ດື່ມ, ແລະ ເຂົ້າໃຈເຖິງການເພີດເພີນກັບສິ່ງດີທີ່ມາຈາກການງານທັງສິ້ນຂອງເຂົາ. ນີ້ເປັນຂອງປະທານທີ່ມາຈາກພຣະເຈົ້າ.
|
|
|
|
|
\s5
|
|
|
|
|
\v 14 ຂ້ານ້ອຍຮູ້ວ່າ ອັນໃດກໍຕາມທີ່ພຣະເຈົ້າຊົງກະທຳກໍຈະດຳລົງຢູ່ຕະຫລອດໄປ. ບໍ່ມີອັນໃດສາມາດທີ່ຈະເພີ່ມເຂົ້າໄປໄດ້ ຫລື ເອົາອອກໄປໄດ້, ເພາະຄືພຣະເຈົ້ານັ້ນເອງ ທີ່ໄດ້ຊົງກະທຳ ສິ່ງນັ້ນເພື່ອໃຫ້ຄົນທັງຫລາຍຈະເຂົ້າມາໃກ້ພຣະອົງດ້ວຍການຖວາຍພຣະກຽດ.
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 15 ສິ່ງໃດທີ່ມີຢູ່ແລ້ວ; ສິ່ງໃດທີ່ຈະມີຂຶ້ນ ກໍໄດ້ມີຢູ່ແລ້ວ. ພຣະເຈົ້າຊົງເຮັດໃຫ້ມະນຸດໄດ້ຄົ້ນຫາສິ່ງຕ່າງໆທີ່ຊ້ອນຢູ່.
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\p
|
2021-01-22 21:47:03 +00:00
|
|
|
|
\v 16 ຂ້ານ້ອຍໄດ້ເຫັນຄວາມອະທຳທີ່ຢູ່ພາຍໃຕ້ດວງຕາເວັນ, ທີ່ຊຶ່ງຄວນມີຄວາມຍຸດຕິທຳ, ແລະ ໃນສະຖານທີ່ແຫ່ງຄວາມຊອບທຳ, ກໍມີຄວາມອະທຳຢູ່ທີ່ນັ້ນ.
|
2022-12-28 19:03:47 +00:00
|
|
|
|
\p
|
2021-01-22 21:47:03 +00:00
|
|
|
|
\v 17 ຂ້ານ້ອຍໄດ້ເວົ້າໃນໃຈວ່າ, "ພຣະເຈົ້າຈະຊົງພິພາກສາຄົນຊອບທຳ ແລະຄົນອະທຳໃນເວລາທີ່ເຫມາະສົມສຳລັບທຸກເລື່ອງແລະ ການກະທຳທຸກຢ່າງ."
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\p
|
2021-01-22 21:47:03 +00:00
|
|
|
|
\v 18 ຂ້ານ້ອຍໄດ້ກ່າວໃນໃຈວ່າ, "ພຣະເຈົ້າຊົງທົດສອບມະນຸດ ເພື່ອທີ່ຈະຊົງສະແດງໃຫ້ພວກເຂົາຮູ້ວ່າພວກເຂົາກໍເປັນເຫມືອນກັບສັດ."
|
|
|
|
|
\s5
|
|
|
|
|
\v 19 ເພາະຊາຕາກຳຂອງລູກຫລານຂອງມະນຸດແລະ ຊາຕາກຳຂອງສັດ ກໍເປັນຊາຕາກຳຢ່າງດຽວກັນ. ຄວາມຕາຍຂອງຄົນຫນຶ່ງກໍຄືຄວາມຕາຍຂອງຄົນອື່ນ. ການຫາຍໃຈກໍຄືກັນສຳລັບທຸກຄົນ. ມະນຸດບໍ່ມີອັນໃດໄດ້ປຽບ ເຫນືອກວ່າສັດ ເພາະທຸກສິ່ງກໍເປັນແຕ່ພຽງອຶດໃຈດຽວບໍ່ແມ່ນບໍ?
|
|
|
|
|
\v 20 ທຸກຢ່າງກໍຈະໄປສູ່ບ່ອນດຽວກັນ. ທຸກຢ່າງມາຈາກຂີ້ຝຸ່ນດິນ, ແລະ ທຸກຢ່າງກໍກັບໄປເປັນຂີ້ຝຸ່ນດິນ.
|
|
|
|
|
\s5
|
|
|
|
|
\v 21 ຜູ້ໃດຢັ້ງຢືນໄດ້ວ່າ ວິນຍານຂອງມະນຸດຂຶ້ນໄປສູ່ເບື້ອງເທິງ ແລະວິນຍານຂອງສັດລົງໄປຍັງເບື້ອງລຸ່ມໃນແຜ່ນດິນໂລກຫລືບໍ?
|
|
|
|
|
\v 22 ເພາະສະນັ້ນ ຂ້ານ້ອຍຈຶ່ງສຳນຶກອີກວ່າ ບໍ່ມີສິ່ງໃດດີສຳລັບຄົນເຮົາກວ່າການເພີດເພີນໃນການງານຂອງເຂົາ, ເພາະນັ້ນຄືຫນ້າທີ່ທີ່ເຂົາໄດ້ຮັບມອບຫມາຍ. ໃຜຈະສາມາດນຳເຂົາກັບມາໄດ້ວ່າມີສິ່ງໃດເກີດຂຶ້ນພາຍຫລັງເຂົາ?
|
|
|
|
|
\s5
|
|
|
|
|
\c 4
|
|
|
|
|
\cl ບົດທີ 4
|
|
|
|
|
\p
|
|
|
|
|
\v 1 ອີກຄັ້ງທີ່ຂ້ານ້ອຍກໍໄດ້ຄິດກ່ຽວກັບການຂົ່ມເຫັງ ທຸກຢ່າງທີ່ໄດ້ກະທຳພາຍໃຕ້ດວງຕາເວັນ. ແລະເບິ່ງເຖີດ, ນຳ້ຕາຂອງຄົນທີ່ຖືກຂົ່ມເຫັງ, ແລະພວກເຂົາບໍ່ມີຜູ້ໃດປອບໃຈພວກເຂົາ! ອຳນາດໄດ້ຢູ່ໃນມືຂອງພວກຄົນທີ່ກົດຂີ່, ແລະ ບໍ່ມີໃຜປອບໃຈພວກເຂົາ!
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 2 ເພາະສະນັ້ນ ຂ້ານ້ອຍຂໍສະແດງຄວາມຍິນດີກັບຄົນຕາຍ, ຄົນເຫລົ່ານັ້ນທີ່ໄດ້ຕາຍໄປແລ້ວ, ແຕ່ບໍ່ແມ່ນກັບຄົນທີ່ມີຊີວິດ, ຄົນເຫລົ່ານັ້ນທີ່ຍັງມີຊີວິດຢູ່.
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 3 ແຕ່ເຖິງຢ່າງໃດກໍຕາມ, ໂຊກດີກ່ວາທັງສອງຄົນ ແມ່ນຄົນທີ່ຍັງບໍ່ເຄີຍມີຊີວິດຢູ່, ຄົນທີ່ຍັງບໍ່ເຄີຍເຫັນການກະທຳທີ່ຊົ່ວຮ້າຍໃດໆ, ທີ່ໄດ້ກະທຳຢູ່ພາຍໃຕ້ດວງຕາເວັນນີ້.
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\p
|
2021-01-22 21:47:03 +00:00
|
|
|
|
\v 4 ແລ້ວຂ້ານ້ອຍໄດ້ເຫັນການເຮັດວຽກຢ່າງຫນັກທຸກຢ່າງ ແລະ ຄວາມຊຳນານໃນການງານ ທຸກຢ່າງ ກໍເຮັດໃຫ້ເພື່ອນບ້ານຂອງຄົນນັ້ນອິດສາ. ນີ້ກໍອະນິຈັງ ແລະ ກິນລົມກິນແລ້ງດ້ວຍ.
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 5 ຄົນໂງ່ຈ້າກຸມມືຂອງເຂົາໄວ້ ແລະບໍ່ເຮັດວຽກ, ດັ່ງນັ້ນອາຫານຂອງເຂົາກໍຄືເນື້ອຫນັງຂອງເຂົາເອງ.
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 6 ແຕ່ກໍມີປະໂຫຍດຫລາຍກວ່າສອງກຳມື ດ້ວຍການທຳງານດ້ວຍພະຍາຍາມ ແບບກິນລົມກິນແລ້ງ.
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\p
|
2021-01-22 21:47:03 +00:00
|
|
|
|
\v 7 ແລ້ວຂ້ານ້ອຍໄດ້ຄິດອີກກ່ຽວການໄຮ້ປະໂຫຍດຫລາຍກວ່າ, ມີອານິຈັງຫລາຍກວ່າຢູ່ພາຍໃຕ້ດວງຕາເວັນ.
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 8 ມີຄົນປະເພດຫນຶ່ງທີ່ຢູ່ຄົນດຽວ. ເຂົາບໍ່ມີໃຜເລີຍ, ບໍ່ມີລູກຊາຍ ຫລື ອ້າຍເອື້ອຍນ້ອງ. ແຕ່ບໍ່ເຄີຍຢຸດເຮັດວຽກງານ, ທັງສິ້ນຂອງເຂົາ, ແລະ ຕາຂອງເຂົາກໍບໍ່ເຄີຍພໍໃຈກັບຄວາມຮັ່ງມີທີ່ເພີ້ມພູນຂຶ້ນ. ເຂົາສົງໃສວ່າ, "ຂ້ານ້ອຍກຳລັງເຮັດວຽກຢ່າງຫນັກ ແລະ ຫ້າມໃຈຕົນເອງຕໍ່ຄວາມສະຫນຸກສະຫນານເພື່ອຜູ້ໃດກັນ? ສະຖານະການທີ່ຊົ່ວຮ້າຍນີ້, ກໍຄືອະນິຈັງຄືກັນ.
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 9 ສອງຄົນເຮັດວຽກດີກວ່າຄົນດຽວ ພວກເຂົາຮ່ວມກັນກໍໄດ້ຮັບຜົນຕອບແທນທີ່ດີສຳລັບງານຫນັກຂອງພວກເຂົາ.
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 10 ເພາະຖ້າຄົນຫນຶ່ງລົ້ມລົງ ອີກຄົນຫນຶ່ງກໍຊູເພື່ອນຂອງລາວໃຫ້ລຸກຂຶ້ນມາໄດ້. ແຕ່ຄວາມເສົ້າກໍຍັງຕິດຕາມຄົນທີ່ຢູ່ຄົນດຽວໄປ ເພາະເມື່ອເຂົາລົ້ມລົງກໍບໍ່ມີຜູ້ໃດທີ່ຈະຊູລາວຂຶ້ນ.
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 11 ຖ້າສອງຄົນນອນຢູ່ດ້ວຍກັນ, ພວກເຂົາກໍອົບອຸ່ນໄດ້, ແຕ່ຄົນທີ່ຢູ່ຄົນດຽວ ຈະອົບອຸ່ນໄດ້ຢ່າງໃດ?
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 12 ຄົນດຽວເອົາຊະນະໄດ້, ແຕ່ສອງຄົນຍ່ອມຕໍ່ຕ້ານການໂຈມຕີໄດ້, ແລະ ເຊືອກສາມກຽວກໍບໍ່ຂາດໄດ້ງ່າຍໆຈັກເທື່ອ.
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\p
|
2021-01-22 21:47:03 +00:00
|
|
|
|
\v 13 ການເປັນຄົນຫນຸ່ມທີ່ຍາກຈົນແຕ່ສະຫລາດກໍດີກວ່າ ກະສັດເຖົ້າ ແລະ ໂງ່ຈ້າຜູ້ທີ່ບໍ່ຮູ້ຈັກທີ່ຈະຮັບຟັງຄຳເຕືອນອີກຕໍ່ໄປ.
|
|
|
|
|
\v 14 ນີ້ເປັນຄວາມຈິງ, ເຖິງແມ່ນວ່າຊາຍຫນຸ່ມຄົນນັ້ນຈະອອກມາຈາກຄຸກມາເປັນກະສັດ, ຫລື ເຖິງແມ່ນວ່າເຂົາໄດ້ເກີດມາເປັນຄົນຍາກຈົນໃນອານາຈັກຂອງເຂົາ.
|
|
|
|
|
\s5
|
|
|
|
|
\v 15 ແຕ່ຢ່າງໃດກໍຕາມ, ຂ້ານ້ອຍໄດ້ເຫັນວ່າ ທຸກຄົນທີ່ໄດ້ມີຊີວິດຢູ່ ແລະ ເດີນໄປມາພາຍໃຕ້ດວງຕາເວັນຕ່າງກໍຈະເຂົ້າຂ້າງຊາຍຫນຸ່ມ ອີກຄົນຫນຶ່ງທີ່ໄດ້ຂຶ້ນເປັນກະສັດ.
|
|
|
|
|
\v 16 ປະຊາຊົນທຸກຄົນກໍຕ້ອງການເຊື່ອຟັງຕໍ່ກະສັດອົງໃຫມ່ຢ່າງບໍ່ສິ້ນສຸດ, ແຕ່ພາຍຫລັງພວກເຂົາຫລາຍຄົນ ກໍບໍ່ຍົກຍ້ອງກະສັດອົງນັ້ນອີກຕໍ່ໄປ. ແນ່ນອນສະຖານະການເຊັ່ນນີ້ ມັນຊ່າງອະນິຈັງ ແລະ ກິນລົມກິນແລ້ງ.
|
|
|
|
|
\s5
|
|
|
|
|
\c 5
|
|
|
|
|
\cl ບົດທີ 5
|
|
|
|
|
\p
|
|
|
|
|
\v 1 ຈົ່ງລະວັງ ຄວາມປະພຶດຂອງເຈົ້າໃຫ້ດີ ເມື່ອເຈົ້າເຂົ້າໄປໃນພຣະວິຫານຂອງພຣະເຈົ້າ. ຈົ່ງໄປທີ່ນັ້ນເພື່ອຟັງ. ການຟັງກໍດີກວ່າຄົນໂງ່ຈ້າຖວາຍເຄື່ອງບູຊາ ໃນຂະນະທີ່ບໍ່ຮູ້ສິ່ງທີ່ພວກເຂົາເຮັດໃນຊີວິດນັ້ນເປັນຄວາມຊົ່ວຮ້າຍ.
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 2 ຢ່າໄດ້ໄວໂພດທີ່ຈະເວົ້າດ້ວຍປາກຂອງເຈົ້າ, ແລະ ຢ່າໃຫ້ໃຈຂອງເຈົ້າໄວເກີນໄປ ທີ່ຈະນຳບັນຫາຂຶ້ນຕໍ່ຫນ້າພຣະເຈົ້າ. ພຣະເຈົ້າສະຖິດໃນສະຫວັນ, ແຕ່ເຈົ້າຢູ່ເທິງແຜ່ນດິນໂລກ. ດັ່ງນັ້ນຈົ່ງໃຫ້ຄຳເວົ້າຂອງເຈົ້າໃຫ້ຫນ້ອຍຄຳ.
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 3 ຖ້າເຈົ້າມີຫລາຍສິ່ງທີ່ຕ້ອງເຮັດຫລາຍເກີນໄປ ເເລະ ວຸ້ນວາຍໃຈກ່ຽວກັບສິ່ງເຫລົ່ານັ້ນ ເຈົ້າກໍອາດຈະມີຝັນຮ້າຍ. ຍິ່ງເຈົ້າເວົ້າຖ້ອຍຄຳຫລາຍຂຶ້ນເທົ່າໃດ, ເຈົ້າກໍອາດຈະເວົ້າແຕ່ສິ່ງທີ່ໂງ່ຈ້າຫລາຍຂຶ້ນເທົ່ານັ້ນ.
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\p
|
2021-01-22 21:47:03 +00:00
|
|
|
|
\v 4 ເມື່ອເຈົ້າສາບານຕໍ່ກັບພຣະເຈົ້າ, ຢ່າຊັກຊ້າທີ່ຈະແກ້ຄຳສາບານນັ້ນ, ເພາະພຣະເຈົ້າບໍ່ຊົງພໍພຣະໄທໃນຄົນໂງ່ຈ້າ. ຈົ່ງເຮັດຕາມສິ່ງທີ່ເຈົ້າສາບານໄວ້ວ່າເຈົ້າຈະເຮັດ.
|
|
|
|
|
\v 5 ການທີ່ເຈົ້າບໍ່ສາບານເລີຍກໍດີກວ່າ ເຈົ້າສາບານໄວ້ແລ້ວບໍ່ເຮັດໃຫ້ສຳເລັດ.
|
|
|
|
|
\s5
|
|
|
|
|
\v 6 ຢ່າໃຫ້ປາກຂອງເຈົ້າເປັນເຫດໃຫ້ເນື້ອຫນັງຂອງເຈົ້າເຮັດບາບ. ຢ່າເວົ້າຕໍ່ຜູ້ສື່ສານຂອງປະໂຣຫິດວ່າ, "ການສາບານນັ້ນຜິດພາດ." ເປັນຫຍັງຈຶ່ງເຮັດໃຫ້ພຣະເຈົ້າໂກດຮ້າຍໂດຍການສາບານຢ່າງຜິດໆ, ເລັ່ງລັດໃຫ້ພຣະອົງຊົງທຳລາຍການງານໃນມືຂອງເຈົ້າເສຍບໍ?
|
|
|
|
|
\v 7 ເພາະໃນຄວາມຝັນຫລາຍກໍເຊັ່ນດຽວກັບໃນຄຳເວົ້າຫລວງຫລາຍ, ທີ່ບໍ່ມີປະໂຫຍດໃດໆ ກໍຄືອະນີຈັງ. ດັ່ງນັ້ນຈົ່ງຢຳເກງພຣະເຈົ້າ.
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\p
|
2021-01-22 21:47:03 +00:00
|
|
|
|
\v 8 ເມື່ອເຈົ້າເຫັນຄົນຍາກຈົນຖືກຂົ່ມເຫັງ ແລະ ຖືກຕັດຮອນຄວາມຍຸດຕິທຳ ແລະ ການປະຕິບັດຢ່າງທ່ຽງທຳໃນແຂວງຂອງເຈົ້າ, ຢ່າປະຫລາດໃຈວ່າ ບໍ່ມີໃຜຮູ້, ເພາະມີພວກຄົນທີ່ມີອຳນາດຄອຍເຝົ້າເບິ່ງຄົນເຫລົ່ານັ້ນທີ່ຢູ່ພາຍໃຕ້ພວກເຂົາຢູ່, ແລະ ຍັງມີພວກຄົນທີ່ຢູ່ຊັ້ນຜູ້ໃຫຍ່ກວ່າທີ່ຢູ່ເຫນືອເຂົາອີກ.
|
|
|
|
|
\v 9 ຍິ່ງກວ່ານັ້ນ, ກະສັດເອງໄດ້ເອົາຜົນຜະລິດຈາກທົ່ງນາໄປຊຶ່ງເປັນຜົນຜະລິດຂອງແຜ່ນດິນສຳລັບທຸກຄົນ.
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 10 ຄົນໃດທີ່ຮັກເງິນ ກໍຈະບໍ່ເຄີຍອື່ມໃຈດ້ວຍເງິນ, ແລະ ຄົນໃດທີ່ຮັກຄວາມຮັ່ງມີ ກໍຍິ່ງຕ້ອງການຫລາຍຂຶ້ນສະເຫມີ. ນີ້ກໍຄືອະນິຈັງທັງສິ້ນ.
|
2022-12-28 19:03:47 +00:00
|
|
|
|
\q
|
2021-01-22 21:47:03 +00:00
|
|
|
|
\v 11 ຍິ່ງຄວາມຮັ່ງມີເພີ່ມພູນຫລາຍຂຶ້ນເທົ່າໃດ, ກໍມີຄົນທີ່ເຮັດໃຫ້ສູນເສຍໄປຫລາຍຂຶ້ນດ້ວຍສັນນັ້ນ. ຄົນທີ່ເປັນເຈົ້າຂອງຈະໄດ້ປະໂຫຍດອັນໃດໃນຄວາມຮັ່ງມີນັ້ນ ນອກຈາກໄດ້ແຕ່ເບິ່ງດ້ວຍຕາຂອງເຂົາເທົ່ານັ້ນ?
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 12 ການຫລັບຂອງຄົນເຮັດວຽກຫນັກກໍເປັນສຸກ, ບໍ່ວ່າເຂົາຈະກິນຫນ້ອຍ ຫລືຫລາຍ, ແຕ່ ຊັບສົມບັດອັນຫລວງຫລາຍຂອງຄົນຮັ່ງມີ ບໍ່ໄດ້ເຮັດໃຫ້ເຂົາຫລັບສະບາຍ.
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\p
|
2021-01-22 21:47:03 +00:00
|
|
|
|
\v 13 ສິ່ງສະຫລົດໃຈຫລາຍທີ່ ຂ້ານ້ອຍໄດ້ເຫັນຢູ່ໃຕ້ດວງຕາເວັນ: ຄົນທີ່ເປັນເຈົ້າຂອງທີ່ກັກຕຸນຄວາມລຳ້ລວຍໄວ້, ກໍເຮັດໃຫ້ເກີດຄວາມທຸກຍາກໃຫ້ກັບຕົນເອງ.
|
2022-12-28 19:03:47 +00:00
|
|
|
|
\q2
|
2021-01-22 21:47:03 +00:00
|
|
|
|
\v 14 ເມື່ອຄົນຮັ່ງມີໄດ້ສູນເສຍຊັບສົມບັດຂອງເຂົາໄປເນື່ອງຈາກຄວາມເຄາະຮ້າຍ, ລູກຊາຍຂອງເຂົາເອງຜູ້ທີ່ເຂົາໃຫ້ກຳເນີດກໍບໍ່ເຫລືອຫຍັງໄວ້ໃນມືຂອງເຂົາເລີຍ.
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 15 ຄົນຫນຶ່ງອອກຈາກທ້ອງແມ່ ແຕ່ຕົວເປົ່າສັນໃດ, ເຂົາກໍຈະຈາກຊີວິດນີ້ໄປແຕ່ຕົວເປົ່າສັນນັ້ນ. ເຂົາບໍ່ສາມາດເອົາສິ່ງໃດຕິດມືຈາກການງານຂອງເຂົາໄປໄດ້ເລີຍ.
|
2022-12-28 19:03:47 +00:00
|
|
|
|
\p
|
2021-01-22 21:47:03 +00:00
|
|
|
|
\v 16 ຄວາມບໍ່ຖືກຕ້ອງອີກຢ່າງຫນຶ່ງທີ່ແນ່ນອນຄື ຄົນຫນຶ່ງໄດ້ເກີດມາສັນໃດ, ເຂົາກໍຕ້ອງຈາກໄປສັນນັ້ນ. ດັ່ງນັ້ນຄົນເຮົາຈະໄດ້ປະໂຫຍດອັນໃດໃນການເຮັດວຽກຫນັກທີ່ໄດ້ແຕ່ຈັບລົມ?
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 17 ເຂົາກິນດ້ວຍຄວາມມືດມົນ ແລະ ຄວາມໂສກເສົ້າຢ່າງຍິ່ງໃຫຍ່ ດ້ວຍຄວາມເຈັບປ່ວຍ, ແລະ ຄວາມໂກດຮ້າຍຕະຫລອດຊົ່ວຊີວິດຂອງເຂົາ.
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\p
|
2021-01-22 21:47:03 +00:00
|
|
|
|
\v 18 ເບິ່ງເຖີດ, ສິ່ງທີ່ຂ້ານ້ອຍເຫັນວ່າດີ ແລະ ເຫມາະກໍຄື: ໃຫ້ກິນ ແລະດື່ມ ແລະເພີດເພີນກັບສິ່ງທີ່ໄດ້ມາຈາກການງານຂອງເຮົາ, ໃນຂະນະທີ່ເຮົາ ລຳບາກພາຍໃຕ້ດວງຕາເວັນຕະຫລອດຊົ່ວຊີວິດອັນສັ້ນໆນີ້, ທີ່ພຣະເຈົ້າປຣະທານແກ່ເຮົາ. ເພາະນີ້ເປັນຫນ້າທີ່ຮັບຜິດຊອບຂອງມະນຸດ.
|
|
|
|
|
\s5
|
|
|
|
|
\v 19 ຄົນໃດທີ່ພຣະເຈົ້າປຣະທານຄວາມຮັ່ງມີແລະ ຊັບສົມບັດ ແລະ ຄວາມສາມາດໃນການຮັບສ່ວນແບ່ງຂອງເຂົາ ແລະ ຊົມຊື່ນຍິນດີໃນວຽກງານທີ່ຕົນເຮັດ - ນີ້ຄຶຂອງຂວັນມາຈາກພຣະເຈົ້າ.
|
|
|
|
|
\v 20 ເພາະເຂົາບໍ່ຄ່ອຍໄດ້ຄິດເຖິງ ວັນເວລາຂອງເຂົາຫລາຍເທົ່າໃດ, ເພາະພຣະເຈົ້າຊົງເຮັດໃຫ້ເຂົາວຸ້ນວາຍສັບສົນກັບສິ່ງທີ່ເຂົາເພີດເພີນໃນການເຮັດນັ້ນ.
|
|
|
|
|
\s5
|
|
|
|
|
\c 6
|
|
|
|
|
\cl ບົດທີ 6
|
|
|
|
|
\p
|
|
|
|
|
\v 1 ມີຄວາມຊົ່ວຮ້າຍຢ່າງຫນຶ່ງທີ່ຂ້ານ້ອຍໄດ້ເຫັນ ຢູ່ພາຍໃຕ້ດວງຕາເວັນ, ແລະ ເປັນສິ່ງທີ່ຮ້າຍແຮງສຳລັບມະນຸດ.
|
|
|
|
|
\v 2 ພຣະເຈົ້າອາດຈະປຣະທານຄວາມຮັ່ງມີ, ຊັບສົມບັດ ແລະ ກຽດໃຫ້ແກ່ຄົນຫນຶ່ງເພື່ອທີ່ເຂົາຈະບໍ່ຂາດເຂີນສິ່ງໃດທີ່ເຂົາປາຖະຫນາສຳລັບຕົນເອງເລີຍ, ແຕ່ແລ້ວພຣະເຈົ້າບໍ່ໄດ້ປຣະທານຄວາມສາມາດທີ່ຈະຊື່ນຊົມກັບສິ່ງນັ້ນ. ຄົນອື່ນກໍໃຊ້ສິ່ງຕ່າງໆຂອງເຂົາແທນ. ນີ້ກໍອະນິຈັງ, ແລະ ຄວາມທຸກໃຈຢ່າງໂຫດຮ້າຍ.
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\p
|
2021-01-22 21:47:03 +00:00
|
|
|
|
\v 3 ຖ້າຄົນໃດມີລູກເປັນຮ້ອຍຄົນ ແລະ ມີຊີວິດຍືນຍາວ, ເຖິງແມ່ນວ່າວັນເດືອນປີຂອງເຂົາຈະຫລວງຫລາຍ, ແຕ່ຖ້າໃຈຂອງເຂົາບໍ່ອີ່ມໃຈດ້ວຍສິ່ງດີ ແລະ ເຂົາບໍ່ໄດ້ຖືກຝັງໄວ້ຢ່າງມີກຽດ, ແລ້ວຂ້ານ້ອຍກໍເວົ້າໄດ້ວ່າ, ເປັນແອນ້ອຍທີ່ຕາຍຕັ້ງແຕ່ເກີດກໍຍັງດີກວ່າຄົນນັ້ນ.
|
|
|
|
|
\v 4 ຢ່າງເຊັ່ນແອນ້ອຍຄົນຫນຶ່ງໄດ້ເກີດມາໃນຄວາມອະນິຈັງ ແລະ ຕາຍໄປໃນຄວາມມືດ, ແລະ ຊື່ຂອງເຂົາກໍຍັງປິດຊ້ອນຢູ່.
|
|
|
|
|
\s5
|
|
|
|
|
\v 5 ແມ່ນວ່າເດັກຄົນນັ້ນບໍ່ໄດ້ເຫັນດວງຕາເວັນ ຫລື ບໍ່ຮູ້ສິ່ງໃດເລີຍ, ເດັກຄົນນັ້ນກໍໄດ້ພັກສະຫງົບທັງໆທີ່ຊາຍຄົນນັ້ນບໍ່ໄດ້ພັກ.
|
|
|
|
|
\v 6 ເຖິງແມ່ນວ່າຄົນຫນຶ່ງຈະມີຊີວິດຢູ່ ຮອດສອງພັນປີ ແຕ່ບໍ່ຮູ້ເຖິງຄວາມສຳລານໃຈກັບສິ່ງທີ່ດີທັງຫລາຍ, ເຂົາກໍໄປໃນທີ່ດຽວກັນເຫມືອນກັບຄົນອື່ນໆ.
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 7 ວຽກງານທັງຫມົດຂອງມະນຸດກໍເພື່ອປາກຂອງເຂົາ, ແຕ່ຄວາມຢາກຂອງເຂົາກໍບໍ່ໄດ້ຮັບຄວາມພໍໃຈ.
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 8 ແທ້ຈິງແລ້ວ, ຄົນມີປັນຍາໄດ້ປຽບອັນໃດເຫນືອຄົນໂງ່ຈ້າແດ່? ຄົນທີ່ຍາກຈົນໄດ້ປຽບອັນໃດເຖິງແມ່ນວ່າເຂົາຮູ້ຈັກວິທີການປະເຊີນຫນ້າກັບຄົນອື່ນໆ?
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 9 ການພໍໃຈກັບສິ່ງທີ່ຕາຫລຽວເຫັນກໍດີກວ່າ ການປາຖະຫນາສິ່ງທີ່ໂຫຍຫາ ດ້ວຍຄວາມຢາກໄດ້ໄປຕາມຕັນຫາ, ຊຶ່ງກໍແມ່ນອະນີຈັງ ແລະ ຄວາມພະຍາຍາມແບບກິນລົມກິນແລ້ງ.
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 10 ສິ່ງໃດທີ່ມີຢູ່ກໍໄດ້ຕັ້ງຊື່ເອີ້ນສິ່ງນັ້ນແລ້ວ, ແລະມະນຸດເປັນຢ່າງໃດກໍໄດ້ຮູ້ກັນຢູ່ແລ້ວ. ດັ່ງນັ້ນຈຶ່ງເປັນການໄຮ້ປະໂຫຍດທີ່ຈະໂຕ້ຖຽງກັບອົງຜູ້ຊົງເປັນຜູ້ພິພາກສາຄົນທັງປວງທີ່ມີຣິດອຳນາດ.
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 11 ຍິ່ງເວົ້າຖ້ອຍຄຳຫລາຍເທົ່າໃດກໍຍິ່ງບໍ່ມີປະໂຫຍດຫລາຍຂຶ້ນເທົ່ານັ້ນ, ດັ່ງນັ້ນການເປັນມະນຸດໄດ້ປຽບອັນໃດແດ່.
|
2022-12-28 19:03:47 +00:00
|
|
|
|
\p
|
2021-01-22 21:47:03 +00:00
|
|
|
|
\v 12 ເພາະໃຜຈະຮູ້ໄດ້ແດ່ວ່າມີຫຍັງດີສຳລັບມະນຸດໃນຊີວິດຂອງເຂົາ ໃນຊ່ວງເວລາອະນິຈັງຂອງເຂົາ? ວັນເວລາທີ່ໃກ້ຫມົດລົງຈົນເຖິງວັນທີ່ເຂົາຈາກໄປເຫມືອນກັບເງົາ? ໃຜທີ່ຈະບອກກັບມະນຸດໄດ້ວ່າ ອັນໃດຈະເກີດຂຶ້ນຢູ່ພາຍໃຕ້ດວງຕາເວັນ ຫລັງຈາກທີ່ເຂົາຕາຍໄປແລ້ວ?
|
|
|
|
|
\s5
|
|
|
|
|
\c 7
|
|
|
|
|
\cl ບົດທີ 7
|
|
|
|
|
\p
|
|
|
|
|
\v 1 ຊື່ສຽງທີ່ດີກໍດີກວ່ານໍ້າຫອມທີ່ລາຄາແພງ, ແລະ ມື້ຕາຍກໍດີກວ່າມື້ເກີດ.
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 2 ການໄປຍັງເຮືອນທີ່ມີການຮ້ອງໄຫ້ກໍດີກວ່າໄປເຮືອນທີ່ມີການກິນລ້ຽງ, ເພາະການຮ້ອງໄຫ້ຈະເກີດຂຶ້ນກັບທຸກຄົນໃນວາລະສຸດທ້າຍຂອງຊີວິດ, ດັ່ງຄົນທີ່ມີຊີວິດຢູ່ຕ້ອງເກັບເອົາເລື່ອງນີ້ໄວ້ໃນໃຈ.
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 3 ຄວາມໂສກເສົ້າກໍດີກ່ວາສຽງຫົວ, ເພາະຈາກໃບຫນ້າທີ່ເສົ້າຫມອງ, ພາຍຫລັງກໍຈະນໍາມາຊຶ່ງຈິດໃຈທີ່ຍິນດີ.
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 4 ຈິດໃຈຂອງຄົນມີປັນຍາຢູ່ໃນເຮືອນທີ່ມີການຮ້ອງໄຫ້, ແຕ່ຈິດໃຈຂອງຄົນໂງ່ຈ້າ ຢູ່ໃນເຮືອນທີ່ມີງານລ້ຽງ.
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 5 ການຟັງຄຳເຕືອນຂອງຄົນມີປັນຍາ ກໍດີກວ່າການຟັງເພງຂອງຄົນໂງ່ຈ້າ.
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 6 ເພາະສຽງແຕກຂອງຫນາມທີ່ລຸກໄຫມ້ຢູ່ໃຕ້ຫມໍ້ສັນໃດ, ສຽງຫົວຂອງຄົນໂງ່ຈ້າ ກໍເປັນສັນນັ້ນ. ນີ້ກໍເປັນອະນີຈັງດ້ວຍ.
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 7 ແທ້ຈິງແລ້ວການບີບບັງຄັບກໍເຮັດໃຫ້ ຄົນມີປັນຍາໂງ່ຈ້າ, ແລະ ສິນຈ້າງລາງວັນ ກໍເຮັດໃຫ້ຈິດໃຈເຊື່ອມຊາມໄປ.
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 8 ບັ້ນປາຍຂອງທຸກສິ່ງກໍດີກວ່າຕອນເລີ້ມຕົ້ນ; ແລະ ຄົນທີ່ມີຄວາມອົດກັ້ນໃຈກໍດີກວ່າຄົນທີ່ມີໃຈຈອງຫອງ.
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 9 ຢ່າໃຫ້ຈິດໃຈຂອງເຈົ້າຮ້າຍໄວ, ເພາະຄວາມຮ້າຍຝັງຢູ່ໃນຈິດໃຈຂອງຄົນໂງ່ຈ້າ.
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 10 ຢ່າຖາມເລີຍວ່າ, "ເປັນຫຍັງສະໄຫມກ່ອນຈຶ່ງດີກວ່າສະໄຫມນີ້?" ເພາະຄຳຖາມນີ້ທີ່ເຈົ້າຖາມບໍ່ໄດ້ມາຈາກປັນຍາ.
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 11 ປັນຍາກໍດີເຫມືອນກັບສິ່ງມີຄ່າຕ່າງໆທີ່ເຮົາ ໄດ້ຮັບເປັນມໍຣະດົກຈາກບັນດາບັນພະບູລຸດຂອງເຮົາ. ປັນຍາໃຫ້ປະໂຫຍດຕໍ່ຄົນເຫລົ່ານັ້ນທີ່ເຫັນດວງຕາເວັນ.
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 12 ເພາະປັນຍາໃຫ້ເຄື່ອງປ້ອງກັນເຊັ່ນດຽວກັບເງິນ ທີ່ສາມາດໃຫ້ຄວາມປ້ອງກັນໄດ້, ແຕ່ປະໂຫຍດຂອງຄວາມຮູ້ຄືການທີ່ມີປັນຍາໃຫ້ຊີວິດ ຕໍ່ຜູ້ທີ່ມີປັນຍານັ້ນຮູ້.
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\p
|
2021-01-22 21:47:03 +00:00
|
|
|
|
\v 13 ຈົ່ງພິຈາລະນາພຣະລາຊກິດຂອງພຣະເຈົ້າ: ພຣະອົງໄດ້ຊົງເຮັດໃຫ້ບາງສິ່ງຄົດໄປແລ້ວ ຜູ້ໃດຈະເຮັດໃຫ້ຊື່ໄດ້ແດ່?
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 14 ເມື່ອຊ່ວງເວລາທີ່ດີ, ກໍຈົ່ງມີຊີວິດຢ່າງມີຄວາມສຸກໃນຊ່ວງເວລາທີ່ດີນັ້ນ, ແຕ່ເມື່ອເຖິງຊ່ວງເວລາທີ່ເດືອດຮ້ອນ ຈົ່ງພິຈາລະນາດັ່ງນີ້ວ່າ: ພຣະເຈົ້າຊົງອະນຸຍາດໃຫ້ທັງສອງຢ່າງຄຽງຄູ່ກັນໄປ. ເພາະເຫດນີ້, ຈຶ່ງບໍ່ມີໃຜຈະຄົ້ນພົບໄດ້ວ່າ ສິ່ງໃດທີ່ຈະເກີດຂຶ້ນພາຍຫລັງເຂົາ.
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\p
|
2021-01-22 21:47:03 +00:00
|
|
|
|
\v 15 ຂ້ານ້ອຍໄດ້ເຫັນຫລາຍສິ່ງຫລາຍຢ່າງໃນຊີວິດອານິຈັງຂອງຂ້ານ້ອຍນີ້. ມີພວກຄົນຊອບທຳທີ່ຈິບຫາຍທັງໆທີ່ມີຄວາມຊອບທຳໃນພວກເຂົາ, ແລະ ມີພວກຄົນຊົ່ວຮ້າຍທີ່ມີຊີວິດຍືນຍາວທັງໆທີ່ມີຄວາມຊົ່ວຮ້າຍໃນພວກເຂົາ.
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 16 ຢ່າອວດຕົວເອງວ່າຊອບທຳ ແລະ ສະຫລາດໃນສາຍຕາຂອງຕົນເອງ. ເປັນຫຍັງເຈົ້າຄວນຈະທຳລາຍຕົນເອງເສຍ?
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 17 ຢ່າຊົ່ວຊ້າ ຫລືໂງ່ຈ້າຈົນເກີນໄປ. ເປັນຫຍັງເຈົ້າຄວນຈະຕາຍກ່ອນເຖິງເວລາຂອງເຈົ້າ?
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 18 ເປັນການດີທີ່ເຈົ້າຄວນຈະຢຶດເອົາປັນຍານີ້ໄວ້, ແລະ ທີ່ເຈົ້າຈະບໍ່ປ່ອຍຄວາມຊອບທຳໄປ. ເພາະຄົນທີ່ຢຳເກງພຣະເຈົ້າ ຈະພົບກັບພາລະຫນ້າທີ່ທັງສິ້ນຂອງເຂົາ.
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 19 ປັນຍາມີອຳນາດຫລາຍໃນຄົນສະຫລາດ ຫລາຍຍິ່ງກວ່າຜູ້ປົກຄອງສິບຄົນທີ່ຢູ່ໃນເມືອງຫນຶ່ງ.
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 20 ບໍ່ມີຄົນຊອບທຳຈັກຄົນເທິງແຜ່ນດິນໂລກ ທີ່ເຮັດແຕ່ຄວາມດີ ແລະບໍ່ເຄີຍເຮັດບາບຈັກເທື່ອ.
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 21 ຢ່າໄດ້ຟັງທຸກຄຳທີ່ໄດ້ເວົ້າ, ເພາະເຈົ້າອາດຈະໄດ້ຍິນຄົນຮັບໃຊ້ຂອງເຈົ້າປ້ອຍດ່າເຈົ້າຢູ່ກໍໄດ້.
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 22 ທາງດຽວກັນ, ເຈົ້າກໍຮູ້ຢູ່ແກ່ໃຈຂອງເຈົ້າເອງ ວ່າເຈົ້າກໍມັກຈະປ້ອຍດ່າຄົນອື່ນໆເຊັ່ນດຽວກັນ.
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\p
|
2021-01-22 21:47:03 +00:00
|
|
|
|
\v 23 ຂ້ານ້ອຍໄດ້ພິສູດທັງຫມົດ ນີ້ດ້ວຍປັນຍາ ຂ້ານ້ອຍກ່າວວ່າ. "ຂ້ານ້ອຍຈະເປັນຄົນມີປັນຍາ," ແຕ່ກໍບໍ່ໄດ້ຫລາຍໄປກວ່າທີ່ຂ້ານ້ອຍຈະເປັນໄດ້.
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 24 ປັນຍາຢູ່ຫ່າງໄກ ແລະ ເລິກລັບຫລາຍ. ໃຜຈະຄົ້ນພົບປັນຍາໄດ້ແດ່?
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 25 ຂ້ານ້ອຍ; ໄດ້ກັບໃຈຂອງຂ້ານ້ອຍຫັນມາຮຽນຮູ້ ແລະ ກວດສອບ ແລະ ຊອກຫາປັນຍາ ແລະ ຄຳອະທິບາຍແຫ່ງຄວາມຈິງ, ແລະ ເພື່ອເຂົ້າໃຈວ່າຄວາມຊົ່ວຊ້າຄືຄວາມໂງ່ ແລະຄວາມໂງ່ຈ້າຄືຄວາມບ້າບໍ.
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 26 ຂ້ານ້ອຍໄດ້ພົບວ່າ ຄວາມຂົມຂື່ນຍິ່ງກວ່າຄວາມຕາຍຄື ຜູ້ຍິງຄົນໃດທີ່ຈິດໃຈຂອງນາງເຕັມດ້ວຍບ່ວງແຮ້ວ ແລະ ຕະຂ່າຍ, ແລະ ແຂນຂອງນາງເປັນເຫມືອນສາຍໂສ້. ຄົນໃດທີ່ພຣະເຈົ້າຊົງພໍພຣະໄທກໍຈະລອດພົ້ນຈາກນາງໄປໄດ້, ແຕ່ພວກຄົນບາບຈະຖືກນາງດັກຈັບເອົາໄປ.
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\p
|
2021-01-22 21:47:03 +00:00
|
|
|
|
\v 27 "ຈົ່ງພິຈາລະນາສິ່ງທີ່ຂ້ານ້ອຍໄດ້ຄົ້ນພົບ," ອາຈານກ່າວວ່າ. "ຂ້ານ້ອຍໄດ້ເພີ່ມສິ່ງຫນຶ່ງ ທີ່ຄົ້ນພົບເຂົ້າໄປກັບອີກສິ່ງຫນຶ່ງ ເພື່ອທີ່ຈະຊອກຫາຄຳຕອບແຫ່ງຄວາມຈິງ.
|
2022-12-28 19:03:47 +00:00
|
|
|
|
\q2
|
2021-01-22 21:47:03 +00:00
|
|
|
|
\v 28 ນີ້ເປັນສິ່ງທີ່ຂ້ານ້ອຍຍັງຄົງໄດ້ຊອກຫາຕໍ່ໄປ, ແຕ່ຂ້ານ້ອຍກໍຍັງບໍ່ພົບ. ຂ້ານ້ອຍໄດ້ພົບວ່າ ມີຜູ້ຊາຍທີ່ຊອບທຳພຽງຄົນດຽວ, ໃນທ່າມກາງຜູ້ຊາຍພັນຄົນ, ແຕ່ບໍ່ໄດ້ພົບຜູ້ຍິງຈັກຄົນດຽວ. ໃນທ່າມກາງຄົນເຫລົ່ານັ້ນທັງຫມົດ.
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 29 ຂ້ານ້ອຍໄດ້ພົບພຽງເທົ່ານີ້ວ່າ: ພຣະເຈົ້າໄດ້ຊົງສ້າງມະນຸດໃຫ້ເປັນຄົນທ່ຽງທຳ, ແຕ່ພວກເຂົາໄດ້ຫລົງໄປສະແຫວງຫາຄວາມຫຍຸ້ງຍາກມາກມາຍ."
|
|
|
|
|
\s5
|
|
|
|
|
\c 8
|
|
|
|
|
\cl ບົດທີ 8
|
|
|
|
|
\p
|
|
|
|
|
\v 1 ໃຜເປັນຄົນມີປັນຍາ? ໃຜຮູ້ໄດ້ວ່າເຫດການຕ່າງໆໃນຊີວິດມີຄວາມຫມາຍວ່າຢ່າງໃດ?. ປັນຍາໃນມະນຸດເຮັດໃຫ້ລາວຍິ້ມແຍ້ມແຈ່ມໃສ, ແລະ ຄວາມບູດບຶ້ງເທິງໃບຫນ້າຂອງເຂົາກໍປ່ຽນໄປ.
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\p
|
2021-01-22 21:47:03 +00:00
|
|
|
|
\v 2 ຂ້ານ້ອຍແນະນຳທ່ານໃຫ້ເຊື່ອຟັງຄຳສັ່ງຂອງກະສັດ ເພາະຄຳສັນຍາຂອງພຣະເຈົ້າປົກປ້ອງພະອົງ.
|
|
|
|
|
\v 3 ຢ່າຟ້າວຟັ່ງອອກໄປໃຫ້ພົ້ນຫນ້າເພິ່ນ, ແລະ ຢ່າໄດ້ດື້ດ້ານໃນການສະຫນັບສະຫນູນສິ່ງໃດທີ່ຜິດ. ເພາະກະສັດຊົງເຮັດຕາມທີ່ພະອົງຊົງປະສົງໄວ້.
|
|
|
|
|
\v 4 ຄຳສັ່ງຂອງກະສັດມີອຳນາດ, ດັ່ງນັ້ນໃຜຈະທູນພະອົງວ່າ, "ພະອົງຊົງກຳລັງເຮັດຫຍັງ?"
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 5 ຄົນໃດທີ່ເຮັດຕາມຄຳສັ່ງຂອງກະສັດ ກໍບໍ່ປະສົບອັນຕະລາຍ. ຈິດໃຈຂອງຄົນມີປັນຍາກໍຮູ້ເຖິງການປະຕິບັດ ແລະ ເວລາຂອງການກະທຳທີ່ເຫມາະສົມ.
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 6 ມີຄຳຕອບທີ່ຖືກຕ້ອງ ແລະມີວິທີທີ່ຈະຕອບສຳລັບທຸກເລື່ອງລາວ, ເພາະຄວາມຍາກລຳບາກຕ່າງໆ ຂອງມະນຸດກໍຫນັກຫນາສາຫັດ.
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 7 ບໍ່ມີຜູ້ໃດຮູ້ຈັກສິ່ງທີ່ຈະເກີດຂຶ້ນຕໍ່ໄປໄດ້. ໃຜຈະບອກເຂົາໄດ້ວ່າສິ່ງໃດຈະເກີດຂຶ້ນ.
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 8 ບໍ່ມີຜູ້ໃດທີ່ເປັນຄົນມີອຳນາດເຫນືອລົມຫາຍໃຈຂອງເຂົາ, ເພື່ອທີ່ຈະຢຸດລົມຫາຍໃຈນັ້ນແລະ ບໍ່ມີໃຜມີອຳນາດເຫນືອວັນຕາຍຂອງເຂົາ,ບໍ່ມີໃຜຖືກປົດປະຈຳການຈາກກອງທັບໃນຍາມສູ້ຮົບ, ແລະ ຄວາມອະທໍາ ກໍຈະບໍ່ຊ່ວຍຊີວິດຄົນເຫລົ່ານັ້ນ.
|
2022-12-28 19:03:47 +00:00
|
|
|
|
\p
|
2021-01-22 21:47:03 +00:00
|
|
|
|
\v 9 ຂ້ານ້ອຍໄດ້ສິນໃຈການງານທຸກຢ່າງ; ທີ່ໄດ້ເກີດຂຶ້ນຢູ່ພາຍໃຕ້ດວງຕາເວັນ. ມີເວລາຫນຶ່ງເມື່ອຄົນຫນຶ່ງຂົ່ມເຫັງອີກຄົນອື່ນ ເພື່ອທີ່ຈະເຮັດໃຫ້ຄົນນັ້ນເຈັບປວດ.
|
|
|
|
|
\s5
|
|
|
|
|
\v 10 ດັ່ງນັ້ນຂ້ານ້ອຍໄດ້ເຫັນພວກຄົນຊົ່ວຮ້າຍຖືກຝັງຕໍ່ຫນ້າປະຊາຊົນ. ພວກເຂົາຖືກນຳມາຈາກບໍລິເວນທີ່ບໍລິສຸດ ແລະ ຖືກຝັງໄວ້ ແລະປະຊາຊົນກໍຍົກຍ້ອງກັນໃນເມືອງ ທີ່ພວກເຂົາໄດ້ເຮັດການຊົ່ວຮ້າຍເຫລົ່ານັ້ນ. ນີ້ກໍໄຮ້ປະໂຫຍດດ້ວຍ.
|
2022-12-28 19:03:47 +00:00
|
|
|
|
\p
|
2021-01-22 21:47:03 +00:00
|
|
|
|
\v 11 ເມື່ອການລົງໂທດຕໍ່ຄົນທີ່ຈະເຮັດຊົ່ວຮ້າຍບໍ່ໄດ້ດຳເນີນການໂດຍໄວ, ກໍເປັນການຊັກນຳຈິດໃຈຂອງມະນຸດໃຫ້ເຮັດຊົ່ວ.
|
|
|
|
|
\s5
|
|
|
|
|
\v 12 ເຖິງແມ່ນວ່າຄົນບາບເຮັດຊົ່ວໄວ້ຕັ້ງຮ້ອຍຢ່າງ ແລະ ກໍຍັງມີຊີວິດຍືນຍາວ, ແຕ່ຂ້ານ້ອຍຮູ້ວ່າມັນຈະເປັນການດີ, “ກັບຄົນເຫລົ່ານັ້ນທີ່ຢຳເກງພຣະເຈົ້າ, ຜູ້ທີ່ຖວາຍກຽດຕໍ່ພຣະພັກພຣະອົງກັບພວກເຂົາ.
|
|
|
|
|
\v 13 ແຕ່ຈະບໍ່ເປັນການດີສຳລັບຄົນຊົ່ວຮ້າຍ; ຊີວິດພວກເຂົາຈະບໍ່ຍືນຍາວ. ວັນເວລາຂອງເຂົາກໍເປັນເຫມືອນດັ່ງເງົາຊົ່ວຄາວ, ເພາະພວກເຂົາບໍ່ໄດ້ຢຳເກງພຣະເຈົ້າ.
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\p
|
2021-01-22 21:47:03 +00:00
|
|
|
|
\v 14 ມີອະນີຈັງອີກຢ່າງຫນຶ່ງ - ຄືສິ່ງອື່ນໆທີ່ເກີດຂຶ້ນຢູ່ໃນແຜ່ນດິນໂລກ. ສິ່ງຕ່າງໆທີ່ເກີດຂຶ້ນກັບພວກຄົນຊອບທຳກໍເຫມືອນ ກັບສິ່ງຕ່າງໆທີ່ເກີດຂຶ້ນກັບຄົນຊົ່ວຮ້າຍ, ແລະ ສິ່ງຕ່າງໆທີ່ເກີດຂຶ້ນກັບຄົນຊົ່ວຮ້າຍ ກໍເຫມືອນກັບສິ່ງຕ່າງໆທີ່ເກີດຂຶ້ນກັບຄົນຊອບທຳ. ຂ້ານ້ອຍກ່າວວ່ານີ້ກໍອະນິຈັງແທ້ໆ.
|
|
|
|
|
\v 15 ສະນັ້ນຂ້ານ້ອຍຈຶ່ງຂໍແນະນຳໃຫ້ມີຄວາມສຸກ, ເພາະສຳລັບມະນຸດ ບໍ່ມີສິ່ງໃດຢູ່ພາຍໃຕ້ດວງຕາເວັນດີໄປກວ່າການກິນແລະ ດື່ມ ແລະມີຄວາມສຸກ. ຄວາມສຸກນີ້ແຫລະ ທີ່ຈະຄຽງຄູ່ໄປກັບເຂົາ ໃນຂະນະທີ່ເຂົາບຸກບືນເຮັດວຽກຕະຫລອດຊີວິດຂອງເຂົາ ທີ່ພຣະເຈົ້າປຣະທານໃຫ້ແກ່ເຂົາຢູ່ພາຍໃຕ້ດວງຕາເວັນ.
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\p
|
2021-01-22 21:47:03 +00:00
|
|
|
|
\v 16 ເມື່ອຂ້ານ້ອຍສົນໃຈທີ່ຈະຮູ້ປັນຍາ ແລະຄວາມເຂົ້າໃຈການງານທີ່ທຳກັນເທິງແຜ່ນດິນໂລກ, ການງານທີ່ມັກຈະອົດຫລັບອົດນອນຕະຫລອດມື້ຕະຫລອດຄືນ,
|
|
|
|
|
\v 17 ແລ້ວຂ້ານ້ອຍໄດ້ພິຈາລະນາ ພຣະຣາຊກິດຂອງພຣະເຈົ້າທັງສີ້ນ, ແລະ ທີ່ມະນຸດບໍ່ເຂົ້າໃຈການງານທີ່ທຳກັນພາຍໃຕ້ດວງຕາເວັນ. ບໍ່ວ່າມະນຸດຈະພະຍາຍາມເພື່ອຫາຄຳຕອບຫລາຍເທົ່າໃດກໍຕາມ ເຂົາກໍຈະບໍ່ພົບຄຳຕອບເຫລົ່ານັ້ນ. ເຖິງແມ່ນວ່າຄົນມີປັນຍາຈະເຊື່ອວ່າເຂົາຮູ້, ແຕ່ວ່າພວກເຂົາບໍ່ຮູ້ຢ່າງແທ້ຈິງ.
|
|
|
|
|
\s5
|
|
|
|
|
\c 9
|
|
|
|
|
\cl ບົດທີ 9
|
|
|
|
|
\p
|
|
|
|
|
\v 1 ດ້ວຍເຫດສະນີ້ ຂ້ານ້ອຍຈຶ່ງຄິດຕຶກຕອງເຖິງເລື່ອງທັງຫມົດນີ້ຢູ່ໃນໃຈຂອງຂ້ານ້ອຍເພື່ອທີ່ຈະເຂົ້າໃຈການກະທຳ ກ່ຽວກັບບັນດາຄົນຊອບທຳແລະ ຄົນສະຫລາດ ແລະ ການກະທຳຂອງພວກເຂົາ. ພວກເຂົາຢູ່ໃນພຣະຫັດຂອງພຣະເຈົ້າ. ບໍ່ມີໃຜຮູ້ວ່າຄວາມຮັກ ຫລືຄວາມກຽດຊັງຈະມາຫາຜູ້ໃດຜູ້ຫນຶ່ງ.
|
|
|
|
|
\s5
|
|
|
|
|
\v 2 ທຸກຄົນມີຊາຕາກໍາຢ່າງດຽວກັນ. ຊາຕາກໍາຢ່າງດຽວກັນນັ້ນ ກໍລໍຄອຍຄົນທີ່ຊອບທໍາ ແລະ ຄົນອະທຳ, ຄົນດີ, ຄົນທີ່ສະອາດ ແລະ ຄົນມີມົນທິນ, ແລະ ຄົນທີ່ຖວາຍເຄື່ອງບູຊາ, ຄົນດີຕ້ອງຕາຍສັນໃດ, ຄົນບາບກໍຕ້ອງຕາຍສັນນັ້ນ, ຄົນທີ່ສາບານຈະຕ້ອງຕາຍສັນໃດຄົນທີ່ຢ້ານກົວທີ່ຈະເຮັດການສາບານກໍຈະຕ້ອງຕາຍສັນນັ້ນ.
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\p
|
2021-01-22 21:47:03 +00:00
|
|
|
|
\v 3 ມີຊາຕາກໍາກຳນົດໄວ້ສຳລັບທຸກສິ່ງທີ່ເກີດຂຶ້ນຢູ່ພາຍໃຕ້ດວງຕາເວັນນີ້. ຊາຕາກຳຢ່າງດຽວກັນສຳລັບທຸກຄົນ. ຈິດໃຈຂອງມະນຸດເຕັມໄປດ້ວຍຄວາມຊົ່ວຮ້າຍ, ແລະ ຄວາມບ້າບໍກໍຢູ່ໃນຈິດໃຈຂອງພວກເຂົາ ໃນຂະນະທີ່ພວກເຂົາມີຊີວິດຢູ່, ຫລັງຈາກນັ້ນພວກເຂົາກໍໄປຫາຄົນຕາຍ.
|
|
|
|
|
\s5
|
|
|
|
|
\v 4 ເພາະຄົນໃດທີ່ຢູ່ຮ່ວມກັບ ທຸກຄົນທີ່ມີຊີວິດຢູ່, ກໍມີຄວາມຫວັງ, ເຊັ່ນດຽວກັບຫມາທີ່ຍັງມີຊີວິດຢູ່, ກໍດີກວ່າສິງໂຕທີ່ຕາຍໄປແລ້ວ.
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 5 ເພາະຄົນທີ່ມີຊີວິດຢູ່ກໍຮູ້ວ່າຕົນຈະຕາຍໄປ, ແຕ່ຜູ້ທີ່ຕາຍໄປແລ້ວກໍບໍ່ຮູ້ຫຍັງເລີຍ. ພວກເຂົາບໍ່ມີບຳເຫນັດໃດໆອີກຕໍ່ໄປ ເພາະຄວາມຈຳຂອງພວກເຂົາຖືກລືມໄລໄປຫມົດສິ້ນ.
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 6 ຄວາມຮັກ, ຄວາມກຽດຊັງ, ແລະ ຄວາມອິດສາຂອງພວກເຂົາ ໄດ້ສູນຫາຍໄປນານແລ້ວ. ພວກເຂົາຈະບໍ່ມີສ່ວນກັບສິ່ງໃດອີກເລີຍທີ່ເກີດຂຶ້ນຢູ່ພາຍໃຕ້ດວງຕາເວັນ.
|
2022-12-28 19:03:47 +00:00
|
|
|
|
\p
|
2021-01-22 21:47:03 +00:00
|
|
|
|
\v 7 ຈົ່ງໄປຕາມທາງຂອງເຈົ້າເຖີດ, ຈົ່ງກິນອາຫານຂອງເຈົ້າດ້ວຍຄວາມຊື່ນບານ, ແລະ ດື່ມເຫລົ້າອະງຸ່ນຂອງເຈົ້າດ້ວຍຈິດໃຈທີ່ມີຄວາມສຸກ, ເພາະພຣະເຈົ້າໄດ້ຊົງເຫັນຊອບໃນການສະຫລອງການງານທີ່ດີ.
|
|
|
|
|
\v 8 ຈົ່ງເຮັດໃຫ້ເສື້ອຜ້າຂອງເຈົ້າຂາວຢູ່ສະເຫມີ ແລະສະໂລມຫົວຂອງເຈົ້າດ້ວຍນຳ້ມັນ.
|
|
|
|
|
\s5
|
|
|
|
|
\v 9 ຈົ່ງໃຫ້ຊີວິດຂອງເຈົ້າ ມີຄວາມສຸກຢູ່ກັບເມຍທີ່ເຈົ້າຮັກ ຕະຫລອດຊີວິດ ອັນອະນິຈັງຂອງເຈົ້າ, ວັນເວລາທີ່ພຣະເຈົ້າໄດ້ປຣະທານໃຫ້ກັບເຈົ້າ ຢູ່ພາຍໃຕ້ດວງຕາເວັນ ຕະຫລອດຊີວິດອັນອະນິຈັງຂອງເຈົ້າ. ນັ້ນຄືລາງວັນໃນຊີວິດສຳລັບການງານຂອງເຈົ້າພາຍໃຕ້ດວງອາທິດ.
|
|
|
|
|
\v 10 ມືຂອງເຈົ້າຈັບສິ່ງໃດກໍຕາມທີ່ຈະເຮັດ, ຈົ່ງເຮັດສິ່ງນັ້ນຢ່າງເຕັມກຳລັງຂອງເຈົ້າ, ເພາະບໍ່ມີການກະທຳ, ຫລື ຄຳອະທິບາຍ, ຫລື ຄວາມຮູ້, ຫລື ປັນຍາໃດໆ ໃນແດນຄົນຕາຍ, ຊຶ່ງທີ່ເຈົ້າກຳລັງຈະໄປ.
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\p
|
2021-01-22 21:47:03 +00:00
|
|
|
|
\v 11 ຂ້ານ້ອຍໄດ້ເຫັນສິ່ງຕ່າງໆທີ່ຫນ້າສົນໃຈຢູ່ພາຍໃຕ້ດວງຕາເວັນ: ການແຂ່ງຂັນບໍ່ເປັນຂອງຄົນທີ່ວ່ອງໄວ. ສົງຄາມບໍ່ໄດ້ເປັນຂອງຄົນທີ່ມີກຳລັງ. ເຂົ້າຈີ່ບໍ່ເປັນຂອງຄົນສະຫລາດ. ຄວາມຮັ່ງມີບໍ່ເປັນຂອງຄົນທີ່ມີຄວາມເຂົ້າໃຈ. ຄວາມໂປດປານບໍ່ເປັນຂອງຄົນທີ່ມີຄວາມຮູ້ . ແຕ່ເວລາ ແລະໂອກາດເກີດຂຶ້ນກັບທຸກໆຄົນ.
|
2022-12-28 19:03:47 +00:00
|
|
|
|
\p
|
2021-01-22 21:47:03 +00:00
|
|
|
|
\v 12 ເພາະບໍ່ມີໃຜຮູ້ເວລາຕາຍຂອງເຂົາ, ເຊັ່ນດຽວກັບປາທີ່ທີ່ຕິດຢູ່ໃນແຫແຫ່ງຄວາມຕາຍ, ຫລືເຊັ່ນດຽວກັບນົກທີ່ຖືກຈັບໃນບ້ວງແຮ້ວ. ມະນຸດກໍເຊັ່ນດຽວກັບສັດທີ່ຕິດຢູ່ໃນບ້ວງແຮ້ວແຫ່ງຄວາມຊົ່ວຮ້າຍທີ່ຕົກຢູ່ກັບພວກເຂົາໃນເວລາທີ່ບໍ່ຄາດຝັນ.
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\p
|
2021-01-22 21:47:03 +00:00
|
|
|
|
\v 13 ຂ້ານ້ອຍຍັງໄດ້ເຫັນສະຕິປັນຍາມີພາຍໃຕ້ຕາເວັນນີ້ ເບິ່ງຄືຍິ່ງໃຫຍ່ສຳລັບຂ້ານ້ອຍ.
|
|
|
|
|
\v 14 ມີເມືອງຫນຶ່ງທີ່ມີຄົນຢູ່ໃນເມືອງນັ້ນຫນ້ອຍຄົນ, ແລະ ກະສັດຜູ້ຍິ່ງໃຫຍ່ອົງຫນຶ່ງໄດ້ມາໂຈມຕີເມືອງນັ້ນ ແລະ ເພິ່ນປິດລ້ອມເມືອງນັ້ນໄວ້ ແລະ ໄດ້ສ້າງຂັນໄດລ້ອມຮອບໂຈມຕີເມືອງນັ້ນ.
|
|
|
|
|
\v 15 ໃນຂະນະນັ້ນໄດ້ພົບເຫັນຊາຍຄົນຫນຶ່ງທີ່ຍາກຈົນໃນເມືອງນັ້ນ, ລາວເປັນຄົນມີສະຕິປັນຍາ, ເປັນຄົນຊ່ວຍເມືອງນັ້ນໃຫ້ລອດດວ້ຍປັນຍາຂອງລາວ. ແຕ່ພາຍຫລັງກໍບໍ່ມີຜູ້ໃດຄິດເຖິງຊາຍຍາກຈົນຄົນນັ້ນເລີຍ.
|
|
|
|
|
\s5
|
|
|
|
|
\v 16 ດັ່ງນັ້ນຂ້ານ້ອຍຈຶ່ງພໍສະຫລູບໄດ້ວ່າ, "ປັນຍາດີກວ່າກຳລັງ, ແຕ່ປັນຍາຂອງຊາຍຍາກຈົນ ຄົນນັ້ນຖືກດູຫມິ່ນປະຫມາດ, ແລະ ບໍ່ມີໃຜຟັງຖ້ອຍຄຳຂອງລາວ."
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 17 ຖ້ອຍຄຳຂອງຄົນມີປັນຍາ ທີ່ເວົ້າຄ່ອຍໆທີ່ໄດ້ຍິນ ກໍດີກວ່າການຮ້ອງຂອງຜູ້ປົກຄອງຄົນໃນທ່າມກາງພວກຄົນໂງ່ຈ້າ.
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 18 ປັນຍາດີກວ່າອາວຸດສົງຄາມ, ແຕ່ຄົນບາບຄົນດຽວສາມາດທຳລາຍຄວາມດີໄດ້ຢ່າງຫລວງຫລາຍ.
|
|
|
|
|
\s5
|
|
|
|
|
\c 10
|
|
|
|
|
\cl ບົດທີ 10
|
|
|
|
|
\p
|
|
|
|
|
\v 1 ແມງໄມ້ຕາຍຍ່ອມເຮັດໃຫ້ນໍ້າຫອມມີ່ກິ່ນເຫມັນໄດ້ສັນໃດ, ຄວາມໂງ່ຈ້າພຽງແຕ່ເລັກນ້ອຍກໍມີອຳນາດເຫນືອປັນຍາ ແລະ ກຽດຕິຍົດໄດ້ສັນນັ້ນ.
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 2 ຈິດໃຈຂອງຄົນມີປັນຍາຄົນຫນຶ່ງ ນຳໄປທາງຂວາ, ແລະ ຈິດໃຈຂອງຄົນໂງ່ຈ້ານຳໄປທາງຊ້າຍ.
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 3 ເມື່ອຄົນໂງ່ຈ້າເດີນລົງມາຕາມຖະຫນົນ, ຄວາມຄິດຂອງລາວກໍຂາດສະຕິ, ຊຶ່ງເປັນການເຮັດໃຫ້ທຸກຄົນຮູ້ວ່າຕົນເປັນຄົນໂງ່ຈ້າ.
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 4 ຖ້າອາລົມຮ້າຍຂອງຜູ້ເປັນນາຍ ເພີ້ມຂຶ້ນຕໍ່ເຈົ້າ, ຢ່າປະຖິ້ມການງານຂອງເຈົ້າ. ຄວາມໃຈເຢັນຈະເຮັດໃຫ້ຄວາມຮ້າຍຢ່າງຮຸນແຮງສະຫງົບລົງໄດ້.
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 5 ມີຄວາມຊົ່ວຮ້າຍອີກຢ່າງຫນຶ່ງທີ່ ຂ້ານ້ອຍໄດ້ເຫັນຢູ່ພາຍໃຕ້ດວງຕາເວັນ, ຄືຄວາມຜິດພາດຢ່າງຫນຶ່ງທີ່ເກີດມາຈາກຜູ້ປົກຄອງ:
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 6 ຄົນໂງ່ຈ້າໄດ້ຮັບມອບຕຳແຫນ່ງສູງ, ໃນຂະນະທີ່ຄົນທີ່ມີຄວາມສາມາດໄດ້ຮັບມອບຕຳແຫນ່ງທີ່ຕໍ່າຕ້ອຍ.
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 7 ຂ້ານ້ອຍໄດ້ເຫັນພວກທາດຮັບໃຊ້ກຳລັງຂີ່ມ້າ, ແລະ ພວກຄົນທີ່ມີຄວາມສາມາດກຳລັງຍ່າງເທິງພື້ນດິນເຫມືອນຢ່າງທາດຮັບໃຊ້.
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 8 ຜູ້ໃດທີ່ຂຸດຫລຸມໄວ້ ຜູ້ນັ້ນກໍສາມາດຈະຕົກລົງໄປໃນຫລຸມນັ້ນໄດ້, ແລະ ເມື່ອໃດກໍຕາມທີ່ຜູ້ໃດພັງກຳແພງ, ງູອາດຈະຕອດເຂົາໄດ້.
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 9 ຜູ້ໃດສະກັດຫີນ ຜູ້ນັ້ນອາດຈະບາດເຈັບເພາະຫີນນັ້ນໄດ້, ແລະ ຜູ້ໃດຕັດໄມ້ຜູ້ນັ້ນກໍປະສົບອັນຕະລາຍຈາກໄມ້ນັ້ນໄດ້.
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 10 ຖ້າໃບມີດເຫລັກທີ່ປູ້ແລ້ວ, ແລະ ຄົນບໍ່ຝົນມັນໃຫ້ຄົມ, ແລ້ວເຂົາກໍຕ້ອງໃຊ້ແຮງຫລາຍຂຶ້ນ, ແຕ່ປັນຍາໃຫ້ປະໂຫຍດເພື່ອຄວາມສຳເລັດ.
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 11 ຖ້າງູຕອດກ່ອນທີ່ຈະເຮັດໃຫ້ມັນເຊື່ອຟັງ, ກໍບໍ່ມີປະໂຫຍດຫຍັງ ສຳລັບຫມໍງູແລ້ວ.
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 12 ຖ້ອຍຄຳຈາກປາກຂອງຄົນມີປັນຍາກໍມີພຣະຄຸນ, ແຕ່ຮີມສົບຂອງຄົນໂງ່ຈ້າກໍກືນກິນຕົນເອງ.
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 13 ຖ້ອຍຄຳທີ່ເລີ້ມຕົ້ນເຜີເວົ້າອອກມາຈາກປາກຂອງຄົນໂງ່ງ່າວສັນໃດ, ຄວາມໂງ່ກໍອອກມາສັນນັ້ນ ແລະ ໃນຕອນຈົບປາກຂອງເຂົາກໍເຜີເວົ້າອອກມາດ້ວຍຄວາມບ້າບໍຢ່າງຊົ່ວຮ້າຍ.
|
2022-12-28 19:03:47 +00:00
|
|
|
|
\q2
|
2021-01-22 21:47:03 +00:00
|
|
|
|
\v 14 ຄົນໂງ່ຈ້າເວົ້າຖ້ອຍຄຳບໍ່ຊຳ້ຊາກ, ແຕ່ບໍ່ມີຜູ້ໃດຮູ້ສິ່ງທີ່ຈະເກີດຂຶ້ນ. ໃຜຈະຮູ້ໄດ້ວ່າມີຫຍັງຈະເກີດຂຶ້ນຕາມຫລັງເຂົາ?
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 15 ການເຮັດວຽກຫນັກຂອງຄົນໂງ່ຈ້າກໍເຮັດໃຫ້ພວກເຂົາອິດເມື່ອຍ, ເພາະພວກເຂົາບໍ່ຮູ້ແມ່ນແຕ່ທາງທີ່ຈະໄປໃນເມືອງ.
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 16 ແຜ່ນດິນເອີຍ, ວິບັດແກ່ເຈົ້າ, ຖ້າກະສັດຂອງເຈົ້າຍັງຫນຸ່ມນ້ອຍຢູ່, ແລະ ຖ້າບັນດາຜູ້ນຳ ຂອງເຈົ້າເລີ່ມລ້ຽງສະຫລອງກັນແຕ່ງເຊົ້າ!
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 17 ແຕ່ແຜ່ນດິນເອີຍ, ຄວາມສຸກມີແກ່ເຈົ້າ, ຖ້າກະສັດຂອງພວກເຈົ້າເປັນລູກຊາຍຂອງພວກເຈົ້ານາຍ, ແລະ ຖ້າພວກຜູ້ນຳຂອງເຈົ້າກິນໃນເວລາທີ່ເຫມາະສົມ, ເພື່ອໃຫ້ມີກຳລັງດ ບໍ່ແມ່ນເພື່ອຄວາມເມົາມາຍ!
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 18 ເພາະຄວາມຂີ້ຄ້ານ ຫລັງຄາຈຶ່ງເພພັງລົງ, ແລະ ເພາະມືທີ່ຂີ້ຄ້ານຮ້ານເຮືອນນັ້ນຈຶ່ງມີຮູຮົ່ວ.
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 19 ການກິນລ້ຽງເຮັດໃຫ້ມີການສຽງຫົວ ແລະ ເຫລົ້າອະງຸ່ນນຳມາຊຶ່ງຄວາມມ່ວນຊື່ນສຳບານໃຈຕໍ່ຊີວິດ, ແລະ ເງິນກໍເຮັດໃຫ້ໄດ້ທຸກສິ່ງທີ່ຕ້ອງການ.
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 20 ຢ່າສາບແຊ່ງກະສັດ, ແມ່ນແຕ່ຢູ່ໃນໃຈກໍຕາມ, ແລະ ຢ່າສາບແຊ່ງຄົນຮັ່ງມີ ໃນຫ້ອງນອນສ່ວນຕົວຂອງເຈົ້າ. ເພາະນົກໃນທ້ອງຟ້າ ຈະຄາບຄຳເວົ້າຂອງເຈົ້າໄປ; ໂຕທີ່ມີປີກຈະແຜ່ກະຈາຍເລື່ອງລາວນັ້ນ.
|
|
|
|
|
\s5
|
|
|
|
|
\c 11
|
|
|
|
|
\cl ບົດທີ 11
|
|
|
|
|
\p
|
|
|
|
|
\v 1 ຈົ່ງໂຍນເຂົ້າຈີ່ຂອງເຈົ້າລົງເທິງນ້ຳ, ເພາະຫລັງຈາກນັ້ນອີກຫລາຍວັນເຈົ້າຈະພົບມັນອີກ.
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 2 ຈົ່ງແບ່ງມັນໃຫ້ອີກເຈັດຄົນ, ເຖິງແມ່ນຈະເຖິງແປດຄົນກໍຕາມ, ເພາະເຈົ້າບໍ່ຮູ້ວ່າອັນຕະລາຍຊະນິດໃດຈະເກີດຂຶ້ນເທິງໂລກນີ້.
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 3 ຖ້າເມກເຕັມດ້ວຍຝົນ, ເມກເຫລົ່ານັ້ນກໍຈະເທຝົນລົງມາ ເທິງແຜ່ນດິນໂລກ, ແລະ ຖ້າຕົ້ນໄມ້ລົ້ມລົງໄປທາງທິດເຫນືອຫລືທາງທິດໃຕ້, ຕົ້ນໄມ້ລົ້ມລົງທີ່ໃດກໍຕາມມັນກໍຍັງຄົງຢູ່ທີ່ນັ້ນ.
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 4 ຜູ້ໃດທີ່ເຝົ້າຫລຽວເບິ່ງລົມກໍຈະບໍ່ຫວ່ານພືດ, ແລະຜູ້ໃດທີ່ເຝົ້າຫລຽວເບິ່ງເມກກໍຈະບໍ່ເກັບກ່ຽວ.
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 5 ເຈົ້າບໍ່ຮູ້ວ່າທາງຂອງລົມ ຫລືກະດູກຂອງເດັກອ່ອນ ເຕີບໂຕໃນມົດລູກຂອງ ແມ່ຍິງທີ່ຕັ້ງທ້ອງໄດ້ສັນໃດ, ເຈົ້າກໍຈະບໍ່ສາມາດເຂົ້າໃຈພຣະຣາຊກິດຂອງພຣະເຈົ້າ, ຜູ້ຊົງສ້າງສັບພະທຸກສິ່ງສັນນັ້ນ.
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 6 ໃນຕອນເຊົ້າ ຈົ່ງຫວ່ານເມັດພືດຂອງເຈົ້າ; ຈົ່ງເຮັດວຽກງານດ້ວຍມືຂອງເຈົ້າ, ຈົນເຖິງຄຳ່ຕາມຄວາມຈຳເປັນ ເພາະເຈົ້າບໍ່ຮູ້ດອກວ່າອັນໃດມັນຈະເລີນ, ບໍ່ວ່າຈະເປັນຕອນເຊົ້າ ຫລືຕອນແລງ, ຫລື ສິ່ງນີ້ ຫລືສິ່ງນັ້ນ, ຫລືທັງສອງຢ່າງຈະດີເຫມືອນກັນ.
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 7 ແທ້ຈິງແສງສະຫວ່າງເຮັດໃຫ້ສົດຊື່ນ, ແລະ ມັນເປັນສິ່ງທີ່ຫນ້າພໍໃຈຕໍ່ໃນຕາທີ່ຫລຽວເຫັນດວງຕາເວັນ.
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 8 ຖ້າຫາກຄົນໃດມີຊີວິດ ຢູ່ມາກມາຍຫລາຍປີ, ກໍຂໍໃຫ້ເຂົາມີ ຄວາມສຸກຕະຫລອດປີເຫລົ່ານັ້ນ, ແຕ່ໃຫ້ເຂົາຄິດກ່ຽວກັບວັນແຫ່ງຄວາມມືດ. ທີ່ຈະມາເຖິງເພາະວັນແຫ່ງຄວາມມືດກໍຈະມີຫລວງຫລາຍ, ທຸກສິ່ງທີ່ຈະເກີດຂຶ້ນກໍອະນີຈັງ.
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 9 ຄົນຫນຸ່ມເອີຍ, ຈົ່ງຊື່ນບານໃນຄວາມຫນຸ່ມແຫນ້ນຂອງເຈົ້າ. ຈົ່ງຕາມຫາຄວາມປາຖະຫນາທີ່ດີໃນຈິດໃຈຂອງເຈົ້າ, ແລະ ສິ່ງໃດກໍຕາມໃນສາຍຕາຂອງເຈົ້າ. ແຕ່ຢ່າງໃດກໍຕາມ, ຈົ່ງຮູ້ວ່າ ພຣະເຈົ້າຈະນຳເຈົ້າໄປສູ່ການພິພາກສາ ສຳລັບທຸກສິ່ງເຫລົ່ານັ້ນ.
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 10 ຈົ່ງໄລ່ຄວາມຮ້າຍອອກໄປຈາກໃຈຂອງເຈົ້າ, ແລະ ຢ່າໃສ່ໃຈກັບຄວາມເຈັບປວດໃດໆໃນຮ່າງກາຍຂອງເຈົ້າ, ເພາະໄວຫນຸ່ມແລະ ກຳລັງຂອງໄວນັ້ນກໍອານີຈັງ.
|
|
|
|
|
\s5
|
|
|
|
|
\c 12
|
|
|
|
|
\cl ບົດທີ 12
|
|
|
|
|
\p
|
|
|
|
|
\v 1 ຍິ່ງກວ່ານັ້ນ ຈົ່ງລະນຶກເຖິງພຣະຜູ້ສ້າງຂອງເຈົ້າ ໃນໄວຫນຸ່ມຂອງເຈົ້າ, ກ່ອນທີ່ວັນແຫ່ງຄວາມຍາກລຳບາກຈະມາເຖິງ, ແລະກ່ອນປີທັງຫລາຍຈະມາເຖິງ ເມື່ອເຈົ້າເວົ້າວ່າ, “ຂ້ານ້ອຍບໍ່ມີຄວາມຍິນດີໃນປີເຫລົ່ານັ້ນເລີຍ,”
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 2 ຈົ່ງເຮັດສິ່ງນີ້ກ່ອນທີ່ແສງສະຫວ່າງຂອງດວງອາທິດແລະ ດວງເດືອນ ແລະ ຫມູ່ດາວຈະມືດໄປ ແລະເມກຫມອກອັນມືດຄຶ້ມກັບມາພາຍຫລັງຈາກຝົນຕົກ.
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 3 ນັ້ນເປັນເວລາເມື່ອຍາມເຝົ້າພະຣາຊວັງຈະສັ່ນສະເທືອນ, ແລະ ຜູ້ຊາຍທີ່ແຂງແຮງຈະຫລັງໂກ່ງລົງ, ແລະ ພວກຜູ້ຍິງຢຸດໂມ້ແປ້ງ ເພາະພວກເຂົາມີຢູ່ຫນ້ອຍ, ເເລະ ຄົນເຫລົ່ານັ້ນທີ່ຫລຽວອອກໄປນອກປ່ອງຢ້ຽມ ກໍຫລຽວເຫັນບໍ່ແຈ້ງອີກຕໍ່ໄປ.
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 4 ນັ້ນຈະເປັນເວລາທີ່ປະຕູເຫລົ່ານັ້ນຖືກປິດໃນຫົນທາງ, ແລະ ສຽງຂອງການໂມ້ແປ້ງກໍຢຸດໄປ, ເມື່ອຄົນທັງຫລາຍໄດ້ຫວາດກວາ ຕໍ່ສຽງຂອງນົກ, ແລະ ສຽງຮ້ອງເພງຂອງຍິງສາວໄດ້ຈາງຫາຍໄປ.
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 5 ນັ້ນຈະເປັນ ເວລາເມື່ອຄົນທັງຫລາຍ ຈະເລີ່ມຢ້ານຄວາມສູງ ແລະ ອັນຕະລາຍຕ່າງໆຕາມຫົນທາງ, ແລະ ເມື່ອຕົ້ນອາມອນອອກດອກ, ເເລະ ເມື່ອຕັກແຕນເຄື່ອນໂຕເອງ ໄປຢ່າງຊ້າໆ, ແລະ ເມື່ອຄວາມປາຖະຫນາຕາມທຳມະຊາດໄດ້ຫມົດລົງ. ແລ້ວມະນຸດກໍໄປຍັງບ້ານອັນຖາວອນຂອງເຂົາ, ແລະ ຄົນທີ່ໄວ້ທຸກເຫລົ່ານັ້ນ ກໍເດີນໄປຕາມຖະຫນົນຫົນທາງ.
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 6 ເຈົ້າຈົ່ງລະນຶກເຖິງພຣະຜູ້ສ້າງຂອງເຈົ້າກ່ອນ ທີ່ສາຍເງິນຈະຂາດ, ຫລືຊາມທອງຄຳຈະຕົກລົງແລະ ຫັກ, ຫລືໄຫນໍ້າຈະແຕກກະຈາຍໄປທີ່ນຳ້ພຸ, ຫລືລໍ້ຕັກນຳ້ທີ່ນຳ້ສ້າງຈະເພ,
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 7 ກ່ອນທີ່ຂີ້ຝຸ່ນດິນຈະກັບມາສູ່ແຜ່ນດິນໂລກຕາມເດີມ, ແລະຈິດວິນຍານນັ້ນກໍຈະກັບຄືນໄປຫາພຣະເຈົ້າ ຜູ້ຊົງປຣະທານໃຫ້ນັ້ນ.
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 8 ອາຈານກ່າວວ່າ, "ອະນິຈັງ," "ທຸກສິ່ງລ້ວນແຕ່ອະນິຈັງ."
|
2022-12-28 19:03:47 +00:00
|
|
|
|
\p
|
2021-01-22 21:47:03 +00:00
|
|
|
|
\v 9 ອາຈານເປັນຄົນມີປັນຍາ ແລະ ເພິ່ນໄດ້ສອນຄວາມຮູ້ໃຫ້ແກ່ປະຊາຊົນ. ເພິ່ນໄດ້ສຶກສາ ແລະ ພິຈາລະນາໄຕ່ຕອງ ແລະລຽບລຽງສຸພາສິດໄວ້ຢ່າງຖ້ວນຖີ່.
|
|
|
|
|
\s5
|
|
|
|
|
\v 10 ອາຈານໄດ້ຄົ້ນຫາຄວາມຊັດເຈນ, ທີ່ໃຊ້ໃນການຂຽນຖ້ອຍຄຳແຫ່ງຄວາມຈິງທັງຫມົດໄວ້ຢ່າງຊື່ສັດ.
|
2022-12-28 19:03:47 +00:00
|
|
|
|
\p
|
2021-01-22 21:47:03 +00:00
|
|
|
|
\v 11 ຄຳເວົ້າຂອງຄົນມີປັນຍາເປັນເຫມືອນກັບໄມ້ເທົ້າອັນແຫລມຄົມ. ຄຳເວົ້າຂອງບັນດາເຈົ້ານາຍໃນສຸພາສິດຕ່າງໆທີ່ຮວບຮວມໄວ້ ທີ່ຊຶ່ງຜູ້ລ້ຽງຄົນຫນຶ່ງໄດ້ສອນ ກໍເຫມືອນກັບຕະປູທີ່ຕອກເລິກລົງໄປ.
|
|
|
|
|
\s5
|
|
|
|
|
\v 12 ລູກຊາຍຂອງຂ້ານ້ອຍເອີຍ, ຈົ່ງລະວັງບາງສິ່ງໃຫ້ຫລາຍຂຶ້ນອີກ: ການເຮັດຫນັງສືຫລວງຫລາຍ, ທີ່ບໍ່ເປັນການສິ້ນສຸດ ແລະ ການຮຽນຫລາຍໂພດກໍພາໃຫ້ຮ່າງກາຍອ່ອນເພຍ.
|
|
|
|
|
\s5
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 13 ຕອນຈົບຂອງເລື່ອງນີ້ ຫລັງຈາກທີ່ໄດ້ຟັງທຸກສິ່ງແລ້ວ, ຄືເຈົ້າຕ້ອງຢຳເກງພຣະເຈົ້າ ແລະເຮັດຕາມຂໍ້ຄຳສັ່ງຂອງພຣະອົງ, ເພາະສິ່ງນີ້ເປັນຫນ້າທີ່ທັງສິ້ນຂອງມະນຸດ.
|
2022-12-28 19:03:47 +00:00
|
|
|
|
\q1
|
2021-01-22 21:47:03 +00:00
|
|
|
|
\v 14 ເພາະວ່າພຣະເຈົ້າຈະຊົງນຳການກະທຳທຸກຢ່າງເຂົ້າສູ່ການພິພາກສາ ພ້ອມດ້ວຍທຸກສິ່ງທີ່ເຊື່ອງຢູ່ບໍ່ວ່າດີຫລືຊົ່ວ.
|