lo_lam_text_ulb_l3/02/18.txt

1 line
1.1 KiB
Plaintext

\v 18 ຫົວໃຈຂອງພວກເຂົາຮ້ອງຫາພຣະຜູ້ເປັນເຈົ້າ, ກຳແພງຂອງລູກສາວຂອງຊີໂອນເອີຍ! ໃຫ້ນໍ້າຕາຂອງເຈົ້າໄຫລມາ ຄືແມ່ນໍ້າທັງກາງເວັນ ແລະກາງຄືນ. ຢ່າໄດ້ຢຸດຢ່ອນ, ຢ່າໃຫ້ຕາຂອງເຈົ້າໄດ້ພັກເລີຍ. \v 19 ຈົ່ງຮ້ອງອອກມາ, ຮ້ອງໄຫ້ໃນເວລາກາງຄືນ, ຕັ້ງແຕ່ເລີ່ມມືດນັ້ນ! ຈົ່ງເທຄວາມໃນໃຈຂອງເຈົ້າອອກມາ ເຫມືອນດັ່ງສາຍນໍ້າຕໍ່ຫນ້າຂອງພຣະຜູ້ເປັນເຈົ້າ. ຈົງຍົກມືຂຶ້ນອ້ອນວອນຕໍ່ພຣະອົງ ເພື່ອຂໍຊີວິດລູກທັງຫລາຍຂອງເຈົ້າ ຊຶ່ງເປັນລົມໄປ ເພາະຄວາມຫີວຢູ່ທຸກແຈຂອງຫົນທາງ."