lo_lam_text_ulb_l3/02/08.txt

1 line
1.2 KiB
Plaintext

\v 8 ພຣະຢາເວໄດ້ຕັ້ງໃຈທີ່ຈະທຳລາຍກຳແພງເມືອງຂອງລູກສາວຂອງຊີໂອນ. ພຣະອົງໄດ້ກາງສາຍວັດແທກອອກ ແລະ ບໍ່ໄດ້ຢຸດທີ່ຈະທຳລາຍກຳແພງ. ພຣະອົງໄດ້ເຮັດໃຫ້ທັງກຳແພງດິນ ແລະກຳແພງຄໍ່າຄວນ; ພວກເຂົາທັງສອງກວດທຳລາຍໄປເສັຽ. \v 9 ປະຕູທັງຫລາຍຂອງນາງໄດ້ຍຸບລົງເຖິງດິນ; ພຣະອົງໄດ້ທຳລາຍ ແລະ ຫັກກົງປະຕູທັງຫລາຍຂອງນາງ. ກະສັດຂອງນາງ ແລະບັນດາເຈົ້າເມືອງຂອງນາງຕົກເປັນຊະເລີຍທ່າມກາງຊາດຕ່າງໆ, ກົດບັນຍັດນັ້ນກໍບໍ່ມີອີກຕໍ່ໄປແລ້ວ ແລະຜູ້ທຳນວາຍທັງຫລາຍກໍບໍ່ໄດ້ຮັບນິມິດຈາກພຣະຢາເວອີກຕໍ່ໄປ.