lo_lam_text_ulb_l3/02/05.txt

1 line
1.3 KiB
Plaintext

\v 5 ອົງພຣະຜູ້ເປັນເຈົ້າກາຍເປັນເຫມຶອນສັດຕຣູ. ພຣະອົງໄດ້ຊົງກືນກິນອິສະຣາເອນເສັຽແລ້ວ. ພຣະອົງໄດ້ກືນກິນຣາຊະວັງທັງຫມົດຂອງນາງ. ພຣະອົງໄດ້ທຳລາຍຖານທີ່ຫມັ້ນເຂັ້ມແຂງຕ່າງໆ. ພຣະອົງໄດ້ເພີ່ມການຮ້ອງໄຫ້ ແລະການຄໍ່າຄວນສຳລັບລູກສາວຂອງຢູດາ. \v 6 ພຣະອົງໄດ້ໂຈມຕີຫໍເຕັນຂອງພຣະອົງ ເຫມຶອນຕູບຢູ່ໃນສວນ. ພຣະອົງໄດ້ທຳລາຍບ່ອນປະຊຸມສັກສິດ. ພຣະຢາເວໄດ້ເຮັດໃຫ້ທັງບ່ອນປະຊຸມສັກສິດ ແລະວັນສະບາໂຕທັງຫລາຍໃນຊີໂອນໄດ້ຖືກລືມ, ເພາະພຣະອົງໄດ້ເຮັດໃຫ້ທັງກະສັດ ແລະ ປະໂລຫິດຖືກຫມິ່ນປະຫມາດດ້ວຍຄວາມໂກດຮ້າຍອັນຮຸນແຮງຂອງພຣະອົງ.