lo_lam_text_ulb_l3/02/01.txt

1 line
1.2 KiB
Plaintext

\c 2 \v 1 ພຣະຜູ້ເປັນເຈົ້າໄດ້ປົກຄຸມເຫນືອລູກສາວຂອງຊີໂອນ ພາຍໃຕ້ເມກແຫ່ງຄວາມໂກດຮ້າຍຂອງພຣະອົງ. ພຣະອົງໄດ້ໂຍນຄວາມງົດງາມຂອງອິສະຣາເອນລົງຈາກຟ້າມາສູ່ດິນ. ພຣະອົງບໍ່ໄດ້ຣະນືກເຖິງຮອງຕີນຂອງພຣະອົງ ໃນວັນແຫ່ງຄວາມໂກດຮ້າຍຂອງພຣະອົງ. \v 2 ພຣະຜູ້ເປັນເຈົ້າກືນກິນ ແລະ ໄຮ້ຄວາມເມດຕາຕໍ່ເມືອງທຸກແຫ່ງຂອງຢາໂຄບ. ໃນວັນແຫ່ງຄວາມໂກດຮ້າຍຂອງພຣະອົງ ພຣະອົງໄດ້ທຳລາຍກຳແພງຂອງເມືອງທັງຫລາຍ ລູກສາວຂອງຢູດານັ້ນ; ພຣະອົງລ້າງຜານອານາຈັກລົງ ແລະເຫລົ່າຜູ້ປົກຄອງດີ້ນລົງຢ່າງອັບປີທີ່ສຸດ.