lo_lam_text_ulb_l3/04/07.txt

1 line
838 B
Plaintext

\v 7 ບັນດາຜູ້ນຳຂອງນາງຂາວຍິ່ງກວ່າຫິມະ, ຂາວຍິ່ງກວ່ານໍ້ານົມ; ຮ່າງກາຍຂອງພວກເຂົາສົດໃສຍິ່ງກວ່າທັບທິມ, ຮູບຮ່າງຫນ້າຕາສະຫງ່າງາມດັ່ງອັນຍະມະນີ. \v 8 ແຕ່ບັດນີ້ຜີວພັນຂອງພວກເຂົາດຳຄໍ້າຍິ່ງກວ່າຂີ້ຄວັນໄຟ; ພວກເຂົາຢູ່ຕາມຖະຫນົນໂດຍບໍ່ມີໃຜຈື່ໄດ້. ຜີວຫນັງຂອງເຂົາຫ່ຽວແຫ້ງໃນກະດູກຂອງພວກເຂົາ; ມັນຈ່ອຍຜອມຫລາຍຈົນຫນັງຕິດກະດູກ.