lo_jos_text_ulb_l3/02/18.txt

1 line
1.0 KiB
Plaintext

\v 18 ເມື່ອເຮົາໄດ້ເຂົ້າມາໃນແຜ່ນດິນ ເຈົ້າຈົ່ງເອົາເຊືອກສີແດງນີ້ຜູກໄວ້ທີ່ປ້ອງຢ້ຽມທີ່ເຈົ້າໄດ້ຢ່ອນພວກເຮົາລົງໄປນັ້ນ ແລະເຈົ້າຈົ່ງລວບລວມພໍ່ແມ່ພີ່ນ້ອງ ແລະທຸກຄົນໃນຄອບຄົວຂອງພໍ່ມາໄວ້ໃນບ້ານ. \v 19 ໃຜກໍຕາມທີ່ອອກນອກປະຕູບ້ານຂອງເຈົ້າໄປທີ່ຫົນທາງ ເລືອດຂອງພວກເຂົາຈະຢູ່ເທິງຫົວຂອງພວກເຂົາແລະເຮົາຈະບໍ່ມີຄວາມຜິດ ແຕ່ຖ້າມືໃດມາແຕະຕ້ອງໃຜກໍຕາມທີ່ຢູ່ໃນບ້ານ ເລືອດຂອງເຂົາຈະຢູ່ເທິງຫົວຂອງເຮົາ.