lo_jos_text_ulb_l3/13/29.txt

1 line
1.2 KiB
Plaintext

\v 29 ໂມເຊໄດ້ມອບມໍລະດົກໃຫ້ກັບເຜົ່າມານາເຊເຄິ່ງເຜົ່າ ເປັນສ່ວນທີ່ໄດ້ມອບໃຫ້ແກ່ເຄິ່ງຫນຶ່ງຂອງຄົນເຜົ່າມານາເຊ ຕາມຕະກູນຂອງພວກເຂົາ. \v 30 ອານາເຂດຂອງເຂົາທັງຫລາຍເລີ້ມຈາກມະຫານາອິມ, ບາຊານທັງຫມົດ ອານາຈັກຂອງເຈົ້າໂອກກະສັດຂອງບາຊານ ແລະເມືອງທຸກເມືອງຂອງຢາອີຊຶ່ງຢູ່ໃນບາຊານຫົກສິບເມືອງ. \v 31 ກີເລອາດເຄິ່ງຫນຶ່ງແລະອັດຊະທາໂຣດແລະເອເດອີ (ເມືອງຕ່າງໆຂອງເຈົ້າໂອກໃນບາຊານ) ເມືອງເຫລົ່ານີ້ໄດ້ຖືກມອບໃຫ້ຕະກູນມາກີລູກຊາຍຂອງມານາເຊຄືເຄິ່ງຫນຶ່ງຂອງຊາວມາກີ ໄດ້ມອບໃຫ້ແກ່ແຕ່ລະຄອບຄົວຂອງພວກເຂົາ.