\v 4 ທາງຕອນໃຕ້, ຍັງມີແຜ່ນດິນທັງຫມົດຂອງຄົນການາອານ, ແລະ ເມອາຣາຊຶ່ງເປັນຂອງຊາວຊີໂດນ, ເຖິງເຂດເມືອງອາເຟັກເຖິງເຂດແດນຂອງຄົນອາໂມຣິດ; \v 5 ແຜ່ນດິນຂອງຊາວເກບາ, ແລະ ເລບານອນທັງຫມົດໄປທາງທິດຕາເວັນອອກ, ຈາກບາອານກາດທີ່ຢູ່ຕີນພູເຂົາເຮີໂມນເຖິງເລໂບ ຮາມັດ.