lo_jos_text_ulb_l3/23/06.txt

1 line
1.2 KiB
Plaintext

\v 6 ດັ່ງນັ້ນຈົ່ງເຂັ້ມແຂງໄວ້ໃຫ້ຫລາຍ, ເພື່ອທີ່ພວກເຈົ້າຈະຮັກສາແລະເຮັດຕາມທຸກສິ່ງຊຶ່ງຂຽນໄວ້ໃນຫນັງສືກົດບັນຍັດຂອງໂມເຊ, ຢ່າຫັນເຫໄປ ບໍ່ວ່າທາງຂວາຫລືທາງຊ້າຍກໍຕາມ. \v 7 ເພື່ອພວກເຈົ້າຈະບໍ່ເຂົ້າສ່ວນກັບປະຊາຊາດເຫລົ່ານີ້ທີ່ຍັງຄົງເຫລືອຢູ່ທ່າມກາງພວກເຈົ້າ ຫລືຮ້ອງອອກຊື່ພະຕ່າງໆຂອງພວກເຂົາ, ຫລືສາບານໃນນາມພະເຫລົ່ານັ້ນ, ຫລືນະມັດສະການຂາບໄຫວ້ມັນດ້ວຍ. \v 8 ແຕ່ພວກເຈົ້າຈົ່ງຢຶດຫມັ້ນຢູ່ກັບພຣະຢາເວພຣະເຈົ້າ,ຂອງພວກເຈົ້າດັ່ງທີ່ໄດ້ເຮັດຢູ່ຈົນເຖິງທຸກວັນນີ້.