lo_jos_text_ulb_l3/08/22.txt

1 line
949 B
Plaintext

\v 22 ທະຫານຄົນອື່ນໆຂອງອິດສະຣາເອນ, ພວກຄົນທີ່ໄດ້ເຂົ້າໄປໃນເມືອງກໍໄດ້ອອກມາໂຈມຕີພວກເຂົາ. ດັ່ງນັ້ນພວກຜູ້ຊາຍຂອງເມືອງອາອີ ຈຶ່ງຢູ່ລະຫວ່າງກາງກອງທັບຂອງອິດສະຣາເອນ, ຢູ່ຂ້າງນີ້ ແລະ ຢູ່ຂ້າງນັ້ນ. ອິດສະຣາເອນໄດ້ໂຈມຕີຊາວເມືອງອາອີ; ຈົນບໍ່ມີຈັກຄົນລອດຊີວິດຫລືຫນີໄປໄດ້. \v 23 ພວກເຂົາໄດ້ຈັບກະສັດແຫ່ງເມືອງອາອີ, ຜູ້ທີ່ຖືກຈັບເປັນ, ແລະ ພວກເຂົາໄດ້ຄຸມຕົວເຂົາມາຫາໂຢຊວຍ.