lo_jos_text_ulb_l3/06/12.txt

1 line
1.2 KiB
Plaintext

\v 12 ແລ້ວໂຢຊວຍກໍໄດ້ຕື່ນຂຶ້ນແຕ່ເຊົ້າມືດ, ແລະ ພວກປະໂຣຫິດໄດ້ຍົກຫີບແຫ່ງພຣະຢາເວຂຶ້ນ. \v 13 ພວກປະໂຣຫິດເຈັດຄົນ, ຜູ້ທີ່ຖືແກເຂົາແກະ ເຈັດອັນຢຸ່ຫນ້າຫີບແຫ່ງພຣະຢາເວ, ໄດ້ຍ່າງໄປຂ້າງຫນ້າຢ່າງມຸ້ງຫມັ້ນ ແລະ ເປົ່າແກ ເຫລົ່າທະຫານຖືອາວຸດກໍຍ່າງຢູ່ຂ້າງຫນ້າພວກເຂົາ. ແຕ່ເມື່ອກອງລະວັງຫລັງໄດ້ຍ່າງຢູ່ຂ້າງຫລັງຫີບແຫ່ງພຣະຢາເວ, ແລ້ວແກທັງຫລາຍກໍໄດ້ຖືກເປົ່າຢ່າງຕໍ່ເນື່ອງ. \v 14 ພວກເຂົາຍ່າງເປັນແຖວອ້ອມເມືອງຫນຶ່ງຮອບໃນມື້ທີສອງ ແລະ ໄດ້ກັບເຂົ້າຄ້າຍພວກເຂົາເຮັດເຊັ່ນນີ້ຢູ່ຫົກມື້.