\v 29 ພາຍຫລັງຈາກເຫດການເຫລົ່ານີ້ ໂຢຊວຍລູກຊາຍຂອງນູນຜູ້ຮັບໃຊ້ຂອງພຣະຢາເວ, ກໍໄດ້ຕາຍໄປເມື່ອອາຍຸໄດ້ 110ປີ. \v 30 ພວກເຂົາກໍໄດ້ຝັງສົບຂອງເພິ່ນໄວ້ໃນເຂດທີ່ດິນມໍລະດົກຂອງເພິ່ນທີ່ເມືອງຕີມນາດເສຣາ, ຊຶ່ງຢູ່ໃນເຂດເນີນພູເອຟຣາອິມ, ທາງເຫນືອຂອງພູເຂົາກາອາດ.