\v 8 ເຮົາໄດ້ນຳພວກເຈົ້າມາເຖິງແຜ່ນດິນຂອງຄົນອາໂມຣິດ, ຜູ້ທີ່ໄດ້ອາໄສຢູ່ອີກຟາກຫນຶ່ງຂອງແມ່ນຳ້ຈໍແດນ. ພວກເຂົາສູ້ຮົບກັບພວກເຈົ້າ, ແລະເຮົາໄດ້ມອບພວກເຂົາໄວ້ໃນມືຂອງພວກເຈົ້າ. ພວກເຈົ້າກໍຢຶດຄອງແຜ່ນດິນຂອງພວກເຂົາ, ແລະເຮົາກໍໄດ້ທຳລາຍພວກເຂົາຕໍ່ຫນ້າພວກເຈົ້າ.