lo_jos_text_ulb_l3/24/01.txt

1 line
1.2 KiB
Plaintext

\c 24 \v 2 \v 1 ແລ້ວໂຢຊວຍກໍໄດ້ລວບລວມບັນດາເຜົ່າຕ່າງໆ ຂອງອິດສະຣາເອນມາທີ່ເມືອງຊີເຄມ ແລະໄດ້ເອີ້ນພວກຜູ້ໃຫຍ່ຂອງອິດສະຣາເອນ, ພວກຜູ້ນຳຂອງພວກເຂົາ, ພວກຜູ້ພິພາກສາຂອງພວກເຂົາ, ແລະເຈົ້າຫນ້າທີ່ຂອງພວກເຂົາ, ແລະພວກເຂົາກໍມາສະແດງຕົວຕໍ່ຫນ້າພຣະເຈົ້າ. 2 ໂຢຊວຍໄດ້ກ່າວກັບປະຊາຊົນທັງຫມົດວ່າ, "ນີ້ຄືສິ່ງທີ່ພຣະຢາເວພຣະເຈົ້າ, ຂອງອິດສະຣາເອນ, ໄດ້ກ່າວວ່າ, ' ບັນພະບູລຸດຂອງພວກເຈົ້າ ນານມາແລ້ວໄດ້ໃຊ້ຊີວິດຢູ່ຟາກນັ້ນຂອງແມ່ນຳ້-ເອີຟຣັດ, ຄື ເຕຣາ ພໍ່ຂອງອັບຣາຮາມແລະພໍ່ຂອງນາໂຮ - ແລະພວກເຂົານະມັດສະການພະອື່ນໆ.