lo_jos_text_ulb_l3/22/30.txt

1 line
1.4 KiB
Plaintext

\v 30 ເມື່ອຟີເນຮາປະໂຣຫິດ ແລະພວກຜູ້ນຳຂອງປະຊາຊົນ, ນັ້ນ​ແມ່ນ, ອິດສະຣາເອນ ຄືບັນດາຫົວຫນ້າຕະກູນຕ່າງໆ ຂອງອິດສະຣາເອນທີ່ຢູ່ດ້ວຍກັນກັບເຂົານັ້ນ, ໄດ້ຍິນຖ້ອຍຄຳທີ່ປະຊາຊົນເຜົ່າຣເບັນ, ປະຊາຊົນເຜົ່າກາດ, ແລະປະຊາຊົນເຜົ່າມານາເຊກ່າວກໍເຫັນດີໃນສາຍຕາຂອງພວກເຂົາ. \v 31 ຟີເນຮາ ລູກຊາຍຂອງເອເລອາຊາປະໂຣຫິດຈຶ່ງໄດ້ກ່າວຕໍ່ປະຊາຊົນເຜົ່າຣູເບັນ, ເຜົ່າກາດ, ແລະເຜົ່າມານາເຊວ່າ, "ໃນວັນນີ້ເຮົາຮູ້ແລ້ວວ່າພຣະຢາເວສະຖິດທ່າມກາງພວກເຮົາ, ເພາະວ່າພວກເຈົ້າບໍ່ໄດ້ເຮັດການທໍລະຍົດຕໍ່ພຣະອົງ, ບັດນີ້ພວກເຈົ້າໄດ້ຊວ່ຍກູ້ປະຊາຊົນອິດສະຣາເອນພົ້ນຈາກການລົງໂທດຂອງພຣະຢາເວ."