lo_jos_text_ulb_l3/22/28.txt

1 line
1.6 KiB
Plaintext

\v 28 ດັ່ງນັ້ນ ເຮົາໄດ້ກ່າວວ່າ, 'ຖ້າມີການເວົ້າເຊັ່ນນີ້ກັບເຮົາ ຫລືກັບລູກຫລານຂອງເຮົາໃນວັນຂ້າງຫນ້າ ເຮົາກໍຈະກ່າວວ່າ, "ເບິ່ງແມ! ນັ້ນເປັນແທ່ນບູຊາຄ້າຍຄືກັບແທ່ນບູຊາແຫ່ງພຣະຢາເວ, ຊຶ່ງບັນພະບູລຸດຂອງເຮົາເຮັດໄວ້, ບໍ່ແມ່ນເພື່ອຖວາຍເຄື່ອງເຜົາບູຊາ, ຫລືບໍ່ແມ່ນເພື່ອຖວາຍບູຊາໃດໆ, ແຕ່ເພື່ອເປັນພະຍານລະຫວ່າງເຮົາກັບພວກເຈົ້າ. \v 29 ຂໍໃຫ້ເລື່ອງນີ້ຫ່າງຈາກເຮົາເຖີດທີ່ເຮົາຈະທໍລະຍົດຕໍ່ພຣະຢາເວ, ແລະວັນນີ້ຫັນຈາກການຕິດຕາມພຣະຢາເວ, ໂດຍການສ້າງແທ່ນບູຊາອື່ນສຳລັບເຄື່ອງເຜົາບູຊາ ຖວາຍບູຊາພືດຜົນ ຫລືຖວາຍເພື່ອຄວາມສາມັກຄືທຳ ນອກຈາກແທ່ນບູຊາຂອງພຣະຢາເວພຣະເຈົ້າ, ຂອງເຮົາຊຶ່ງຕັ້ງຢູ່ທີ່ຫນ້າຫໍເຕັນສັກສິດຂອງພຣະອົງ.'"