lo_jos_text_ulb_l3/14/02.txt

1 line
1.4 KiB
Plaintext

\v 2 ມໍລະດົກຂອງພວກເຂົາໄດ້ຈັບສະຫລາກແບ່ງກັນ ໃນລະຫວ່າງຄົນເກົ້າເຜົ່າເຄິ່ງ, ຕາມທີ່ພຣະຢາເວໄດ້ຊົງສັ່ງໄວ້ໂດຍມືຂອງໂມເຊ. \v 3 ເພາະໂມເຊໄດ້ໃຫ້ມໍລະດົກແກ່ສອງເຜົ່າເຄິ່ງທາງຟາກນັ້ນຂອງຈໍແດນແລ້ວ, ແຕ່ເຂົາບໍ່ໄດ້ໃຫ້ມໍລະດົກແກ່ພວກເລວີ. \v 4 ເຜົ່າພັນຂອງໂຢເຊັບແທ້ຈິງແລ້ວມີຢູ່ສອງເຜົ່າ, ມານາເຊ ແລະ ເອຟຣາອິມ. ພວກເລວີບໍ່ໄດ້ຮັບສ່ວນຂອງມໍລະດົກໃນແຜ່ນດິນ, ໄດ້ແຕ່ພຽງບາງເມືອງເພື່ອຢູ່ອາໄສເທົ່ານັ້ນ, ກັບແຜ່ນດິນທົ່ງຫຍ້າສຳລັບສັດລ້ຽງ ແລະ ສຳລັບເປັນແຫລ່ງຊັບພະຍາກອນຂອງພວກເຂົາ. \v 5 ປະຊາຊົນອິດສະຣາເອນໄດ້ເຮັດຕາມທີ່ພຣະຢາເວໄດ້ຊົງສັ່ງໂມເຊ, ດັ່ງນັ້ນພວກເຂົາຈຶ່ງໄດ້ແຜ່ນດິນ.