lo_jos_text_ulb_l3/12/01.txt

1 line
1.1 KiB
Plaintext

\c 12 \v 1 ຕໍ່ໄປນີ້ຄືບັນດາກະສັດຂອງດິນແດນ, ຊຶ່ງຜູ້ຊາຍອິດສະຣາເອນໄດ້ຢຶດຄອງແຜ່ນດິນ. ຟາກຕາເວັນອອກຂອງແມ່ນຳ້ຈໍແດນ ແລະ ເລີຍໄປທາງພາກເຫນືອ. ຈາກຮ່ອມພູລຸ່ມແມ່ນຳ້ອາກໂນນເຖິງພູເຂົາເຮີໂມນ ແລະ ທັງຫມົດຂອງອາຣາບານເຖິງພາກຕາເວັນອອກ. \v 2 ເຈົ້າສີໂຫນ, ກະສັດຂອງຄົນອາໂມຣິດ, ຢູ່ທີ່ເຮັດຊະໂບນ. ເຂົາໄດ້ປົກຄອງນັບຈາກອາໂຣອີ, ຊຶ່ງຢູ່ຕາມແຄມຮ່ອມພູອາກໂນນ, ຈາກກາງຮ່ອມພູ ແລະ ເຄິ່ງຫນຶ່ງຂອງກີເລອາດລົງໄປເຖິງແມ່ນຳ້ຢັບໂບກຕິດຊາຍແດນຂອງຄົນອຳໂມນ.