lo_jos_text_ulb_l3/11/01.txt

1 line
1.2 KiB
Plaintext

\c 11 \v 1 ເມື່ອຢາບິນ, ກະສັດແຫ່ງຮາໂຊ, ໄດ້ຍິນຂ່າວນີ້ເຂົາຈຶ່ງໄດ້ສົ່ງສານໄປຫາໂຢບັບ, ກະສັດແຫ່ງມາໂດນ, ໄປຫາກະສັດແຫ່ງຊິມໂລນ, ແລະໄປຫາກະສັດແຫ່ງອັກຊັບ. \v 2 ເຂົາໄດ້ສົ່ງສານໃຫ້ບັນດາກະສັດຊຶ່ງຢູ່ໃນດິນແດນເນີນພູຕອນເຫນືອ, ໃນຮ່ອມພູແມ່ນ້ຳຈໍແດນທາງຕອນໃຕ້ຂອງຄາລີເລ, ແລະ ໃນດິນແດນພູເຂົາໂດເຣທາງທິດຕາເວັນຕົກ. \v 3 ເຂົາໄດ້ສົ່ງສານໄປຫາພວກການາອານທາງທິດຕາເວັນອອກ ແລະ ທິດຕາເວັນຕົກດ້ວຍ, ພວກອາໂມຣິດພວກຮິດຕີ, ພວກເປຣີຊີ, ແລະ ພວກເຢບຸດໃນດິນແດນເນີນພູ, ແລະ ພວກຮີວີທາງຕີນພູເຮີໂມນໃນແຜ່ນດິນມິຊະປາ.