lo_jos_text_ulb_l3/10/36.txt

1 line
1.1 KiB
Plaintext

\v 36 ແລ້ວໂຢຊວຍພ້ອມກັບພວກອິສະຣາເອນທັງຫມົດກໍຂຶ້ນໄປຈາກເມືອງເອກໂລນມາເຖິງເມືອງເຮັບໂຣນ. ພວກເຂົາກໍໄດ້ເຂົ້າລ້ອມ ແລະ ເຂົ້າໂຈມຕີເມືອງນັ້ນ. \v 37 ພວກເຂົາກໍຢຶດເມືອງນັ້ນແລ້ວ ກໍໄດ້ຂ້າກະສັດ ແລະ ຫມູ່ບ້ານໂດຍຮອບ. ພວກເຂົາທຳລາຍທຸກສິ່ງທຸກຢ່າງທີ່ມີຊີວິດໃນເມືອງນັ້ນຢ່າງຮາບຄາບ, ບໍ່ໃຫ້ເຫລືອຜູ້ໃດລອດຊີວິດ, ເຊັ່ນດຽວກັບທີ່ໂຢຊວຍໄດ້ເຮັດກັບເມືອງເອກໂລນ. ເພິ່ນໄດ້ທຳລາຍເມືອງນັ້ນແລະ ສິ່ງທີ່ມີຊີວິດທຸກຢ່າງໃນເມືອງນັ້ນ.