lo_jos_text_ulb_l3/10/29.txt

1 line
914 B
Plaintext

\v 29 ໂຢຊວຍ ແລະ ອິສະຣາເອນທັງຫມົດກໍໄດ້ອອກຈາກມັກເກດາມາເຖິງເມືອງລິບນາ. ເຂົາໄດ້ໄປສູ້ຮົບກັບລິບນາ. \v 30 ພຣະຢາເວຍັງໄດ້ມອບເມືອງນີ້ໄວ້ໃນມືຂອງອິສະຣາເອນ - ເຊັ່ນດຽວກັບກະສັດຂອງພວກເຂົາ. ໂຢຊວຍໄດ້ລົງມືໂຈມຕີທຸກສິ່ງທີ່ມີຊີວິດດ້ວຍດາບ. ເພິ່ນບໍ່ໄດ້ປ່ອຍໃຫ້ໃຜລອດຊີວິດ. ເພິ່ນໄດ້ເຮັດກັບກະສັດຂອງເມືອງນີ້ເຊັ່ນດຽວກັບທີ່ເພິ່ນໄດ້ເຮັດກັບກະສັດແຫ່ງເຢຣີໂກ.