lo_jos_text_ulb_l3/10/24.txt

1 line
1.1 KiB
Plaintext

\v 24 ເມື່ອພວກເຂົານຳກະສັດເຫລົ່ານັ້ນມາຫາໂຢຊວຍ, ເຂົາຈຶ່ງເອີ້ນໃຫ້ຄົນອິສະຣາເອນທັງຫມົດມາ. ເຂົາໄດ້ກ່າວກັບຜູ້ບັງຄັບການຂອງທະຫານທີ່ອອກໄປຮ່ວມຣົບກັບທ່ານວ່າ, "ຈົ່ງເອົາຕີນຂອງພວກທ່ານຢຽບທີ່ຄໍຂອງພວກເຂົາ." ດັ່ງນັ້ນເຂົາກໍຂຶ້ນມາ ແລະ ເອົາຕີນຢຽບຄໍຂອງພວກເຂົາ. \v 25 ແລ້ວເພິ່ນເວົ້າກັບພວກເຂົາວ່າ "ຢ່າຢ້ານຫລືຕົກໃຈເລີຍ. ຈົ່ງເຂັ້ມແຂງ ແລະກ້າຫານເຖີດ. ນີ້ຄືສິ່ງທີ່ພຣະຢາເວຈະເຮັດກັບພວກສັດຕຣູຂອງພວກເຈົ້າທຸກຄົນທີ່ພວກເຈົ້າກຳລັງຈະຕໍ່ສູ້ດ້ວຍ."