lo_jos_text_ulb_l3/08/18.txt

1 line
927 B
Plaintext

\v 18 ພຣະຢາເວໄດ້ກ່າວກັບໂຢຊວຍວ່າ, "ຈົ່ງເອົາຫອກຂອງເຈົ້າຊີ້ໄປທາງເມືອງອາອີ, ເພາະເຮົາຈະມອບເມືອງອາອີໄວ້ໃນມືຂອງເຈົ້າ." ໂຢຊວຍກໍໄດ້ຊີ້ຫອກທີ່ຢູ່ໃນມືໄປທາງເມືອງນັ້ນ. \v 19 ພວກທະຫານທີ່ລີ້ຢູ່ເພື່ອໂຈມຕີກໍອອກໄປຢ່າງວ່ອງໄວຈາກທີ່ຂອງພວກເຂົາ ເມື່ອໂຢຊວຍໄດ້ເດ່ມືອອກໄປ. ພວກເຂົາໄດ້ແລ່ນ ແລະ ເຂົ້າໄປໃນເມືອງ ແລະ ໄດ້ຢຶດເມືອງໄວ້. ພວກເຂົາໄດ້ຈູດໄຟເຜົາເມືອງທັນທີ.