lo_jos_text_ulb_l3/08/05.txt

1 line
1.3 KiB
Plaintext

\v 5 ສ່ວນຂ້ອຍ ແລະ ພວກຜູ້ຊາຍທັງຫມົດທີ່ຢູ່ກັບຂອ້ຍຈະບຸກເຂົ້າເມືອງ, ແລະ ເມື່ອພວກເຂົາອອກມາຕໍ່ສູ້ກັບພວກເຮົາ, ເຮົາກໍຈະແລ່ນຖອຍຫນີຈາກພວກເຂົາເຫມືອນກ່ອນຫນ້ານັ້ນ. \v 6 ພວກເຂົາຈະຕາມພວກເຮົາອອກມາຈົນກວ່າເຮົາຈະດຶງພວກເຂົາອອກມາຫ່າງຈາກເມືອງ. ພວກເຂົາຈະເວົ້າວ່າ, 'ພວກເຂົາກຳລັງແລ່ນຫນີພວກເຮົາ ຢ່າງທີ່ພວກເຂົາເຮັດເທື່ອກ່ອນນັ້ນ. 'ດັ່ງນັ້ນພວກເຮົາກໍຈະຫນີຈາກພວກເຂົາ. \v 7 ແລ້ວໃຫ້ພວກທ່ານຂຶ້ນມາຈາກທີ່ລີ້ ແລະ ທ່ານຈະເຂົ້າຢຶດເມືອງ, ພຣະຢາເວພຣະເຈົ້າຂອງພວກທ່ານຈະຊົງມອບເມືອງນັ້ນໄວ້ໃນມືຂອງພວກທ່ານ.